ສືບຕໍ່ປ່ຽນແປງໃໝ່ການເຄື່ອນໄຫວຕິບັນຍັດຂອງສະພາແຫ່ງຊາດ
ເພື່ອແນໃສ່ປັບປຸງບູລະນະລະບຽບລະບອບການພັດທະນາ,
ສ້າງກອບກົດໝາຍທີ່ໜັກແໜ້ນເພື່ອໃຫ້ປະເທດພັດທະນາແລະເຊື່ອມໂຍງສາກົນ
ເພື່ອແນໃສ່ປັບປຸງບູລະນະລະບຽບລະບອບການພັດທະນາ,
ສ້າງກອບກົດໝາຍທີ່ໜັກແໜ້ນເພື່ອໃຫ້ປະເທດພັດທະນາແລະເຊື່ອມໂຍງສາກົນ
ວກ. - ການເຄື່ອນໄຫວນິຕິບັນຍັດຂອງສະພາແຫ່ງຊາດໃນວາລະທີ່ຜ່ານມາໄດ້ມີການປ່ຽນແປງໃໝ່ ແລະ ບັນລຸຜົນສຳເລັດທີ່ສຳຄັນຫຼາຍຢ່າງ, ສ້າງຄວາມປະທັບໃຈທີ່ໂດດເດັ່ນ. ເຖິງຢ່າງນັ້ນກໍຕາມ, ຄວາມຮຽກຮ້ອງຕ້ອງການແຫ່ງການພັດທະນາໃນສະໄໝໃໝ່ໄດ້ກຳນົດບັນດາໜ້າທີ່ທີ່ໃຫຍ່ກວ່າ ແລະ ຄວາມຮັບຜິດຊອບທີ່ໜັກໜ່ວງກວ່າສຳລັບການເຄື່ອນໄຫວນິຕິບັນຍັດຂອງສະພາແຫ່ງຊາດ ແນໃສ່ສ້າງກອບກົດໝາຍທີ່ຄົບຊຸດ ເພື່ອເຮັດໃຫ້ປະເທດພັດທະນາຢ່າງວ່ອງໄວແລະຍືນຍົງ, ຍົກສູງປະສິດທິຜົນຂອງການເຊື່ອມໂຍງເຂົ້າກັບສາກົນ ແລະ ປົກປັກຮັກສາປະເທດຊາດສັງຄົມນິຍົມໄວ້ຢ່າງໝັ້ນຄົງ.
ການເຄື່ອນໄຫວນິຕິບັນຍັດຂອງສະພາແຫ່ງຊາດໃນເວລາທີ່ຜ່ານມາໄດ້ສ້າງພື້ນຖານກົດໝາຍ
ທີ່ໜັກແໜ້ນ, ປະກອບສ່ວນທີ່ສຳຄັນເຂົ້າໃນການພັດທະນາຂອງປະເທດຊາດ
ສືບທອດ ແລະ ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້ໃນໄລຍະ 76 ປີແຫ່ງການກໍ່ສ້າງ, ປ່ຽນແປງໃໝ່ ແລະ ພັດທະນາປະເທດ, ພິເສດແມ່ນພາຍຫຼັງລັດຖະທຳມະນູນປີ 2013 ໄດ້ຮັບການຮັບຮອງເອົາ, ບົນພື້ນຖານບັນດາຂໍ້ກຳນົດຂອງລັດຖະທຳມະນູນ, ສະພາແຫ່ງຊາດໄດ້ພະຍາຍາມຢ່າງຕໍ່ເນື່ອງໃນການເຄື່ອນໄຫວນິຕິບັນຍັດ, ກໍ່ສ້າງ ແລະ ປະກາດໃຊ້ເອກະສານກົດໝາຍເປັນຈຳນວນຫຼວງຫຼາຍ(1), ດ້ວຍຄຸນນະພາບນັບມື້ນັບສູງ, ໄດ້ຫັນແນວທາງ ແຜນນະໂຍບາຍຂອງພັກເປັນນິຕິກຳຢ່າງທັນການ, ຕອບສະໜອງຄວາມຕ້ອງການຄຸ້ມຄອງຂອງລັດ, ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ ເຊື່ອມໂຍງສາກົນຂອງປະເທດ.
ສະພາແຫ່ງຊາດໄດ້ສຸມໃສ່ພິຈາລະນາ ແລະ ຜ່ານຮ່າງກົດໝາຍສຳຄັນຫຼາຍສະບັບ ທີ່ຄວບຄຸມທຸກຂົງເຂດຂອງຊີວິດການເມືອງ, ເສດຖະກິດ-ສັງຄົມ, ວິທະຍາສາດ-ເຕັກໂນໂລຊີ, ສາທາລະນະສຸກ, ສິ່ງແວດລ້ອມ, ຄວາມປອດໄພທາງສັງຄົມ, ຄວາມໝັ້ນຄົງ, ການປ້ອງກັນປະເທດ ແລະ ການພົວພັນຕ່າງປະເທດຂອງປະເທດຊາດ. ຈາກນັ້ນ, ສ້າງພື້ນຖານດ້ານກົດໝາຍທີ່ຄົບຊຸດ ສຳລັບການປ່ຽນແປງໃໝ່, ຍົກສູງປະສິດທິພາບແລະປະສິດທິຜົນໃນການເຄື່ອນໄຫວຂອງກົງຈັກແຫ່ງລັດ; ເສີມຂະຫຍາຍປະຊາທິປະໄຕແລະສິດເປັນເຈົ້າຂອງປະຊາຊົນ; ຊຸກຍູ້ການພັດທະນາເສດຖະກິດ, ເຄົາລົບສິດເສລີພາບໃນການທຸລະກິດ ແລະ ຄວາມສະເໝີພາບລະຫວ່າງບັນດາພາກສ່ວນເສດຖະກິດ; ຮັບປະກັນຄວາມປອດໄພທາງສັງຄົມ, ຮັກສາສິ່ງແວດລ້ອມ; ຍູ້ແຮງການປະຕິຮູບດ້ານຕຸລາການ, ການປະຕິຮູບດ້ານບໍລິຫານ, ການສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ດ້ວຍຫຼາຍເນື້ອໃນໃໝ່ທີ່ກ້າວໜ້າ ແລະ ສອດຄ່ອງກັບພຶດຕິກຳຕົວຈິງ ແລະ ແນວປະຕິບັດສາກົນ. ຫັນເປັນອັນລະອຽດແລະປັບປຸງກົນໄກຮັບປະກັນການປະຕິບັດສິດທິມະນຸດ ແລະ ສິດທິພົນລະເມືອງ; ຍູ້ແຮງການປ້ອງກັນແລະຕ້ານອາດຊະຍາກຳ, ຕ້ານການສໍ້ລາດບັງຫຼວງ, ຮັບປະກັນຄວາມເປັນລະບຽບລຽບລ້ອຍແລະຄວາມປອດໄພທາງສັງຄົມ; ປັບປຸງການປ້ອງກັນຊາດແລະຄວາມໝັ້ນຄົງ, ປົກປັກຮັກສາປະເທດຊາດ; ເປີດກວ້າງການພົວພັນຕ່າງປະເທດ, ເພີ່ມທະວີການເຊື່ອມໂຍງເຂົ້າກັບສາກົນ.ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ພ້ອມກັບບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານຂອງສະພາປະຊາຊົນບັນດາແຂວງ, ນະຄອນພາກເໜືອ _ພາບ: TTXVN
ຕໍ່ໜ້າການຜັນແປແຜ່ລະບາດທີ່ສັບສົນຂອງພະຍາດໂຄວິດ-19, ເຖິງວ່າຈະເປັນພຽງປີທຳອິດຂອງວາລະ, ແຕ່ສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດຊຸດທີ 15 ໄດ້ເປັນເຈົ້າການໃນການພິຈາລະນາຢ່າງທັນການ ແລະ ຜ່ານມະຕິທີ່ສຳຄັນຈຳນວນໜຶ່ງ, ສ້າງພື້ນຖານດ້ານກົດໝາຍທີ່ຈຳເປັນ ເພື່ອໃຫ້ລັດຖະບານ, ອຳນາດການປົກຄອງທຸກຂັ້ນ ໝູນໃຊ້ບັນດາມາດຕະການຢ່າງໄຫວພິບ, ສະເພາະ, ຮຸນແຮງ ແລະ ມີປະສິດທິຜົນ ໃນການປ້ອງກັນແລະຄວບຄຸມພະຍາດ, ຮັບປະກັນຄວາມປອດໄພທາງສັງຄົມ ແລະ ຊີວິດຂອງປະຊາຊົນ, ຄ່ອຍໆແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ ແລະ ຟື້ນຟູເສດຖະກິດ(2), ພ້ອມກັນກັບບັນດາມະຕິກ່ຽວກັບການພັດທະນາເສດຖະກິດ-ສັງຄົມ, ການເງິນ, ງົບປະມານ, ການລົງທຶນພາກລັດໄລຍະກາງ, ການປັບໂຄງສ້າງເສດຖະກິດຄືນໃໝ່, ມາດຕະການແກ້ໄຂທີ່ຄົບຊຸດ, ການຊ່ວຍເຫຼືອທາງດ້ານການເງິນ, ງົບປະມານ ແລະ ການປະກັນໄພສັງຄົມ; ບັນດາມະຕິກ່ຽວກັບການທົດລອງຫຼາຍກົນໄກ ແລະ ນະໂຍບາຍສະເພາະ ສຳລັບບັນດານະຄອນທີ່ສຳຄັນທາງເສດຖະກິດ ເຊັ່ນ ຮ່າໂນ້ຍ, ນະຄອນໂຮ່ຈີມິນ, ດານັ້ງ, ຮາຍຟອງ; ບັນດາແຂວງເຊັ່ນ ແທງຮວາ, ເງ້ອານ, ເທື່ອທຽນເຫວ້ ດ້ວຍການບຸກທະລຸດ້ານນະໂຍບາຍ, ເພື່ອສ້າງກົນໄກຂັບເຄື່ອນການເຕີບໂຕໃໝ່ຂອງລະບົບເສດຖະກິດ ເຊິ່ງບັນດາໜ່ວຍງານທີ່ກ່ຽວຂ້ອງໄດ້ຄົ້ນຄວ້າຢ່າງຮີບດ່ວນ ແລະ ສະເໜີໃຫ້ສະພາແຫ່ງຊາດແລະຄະນະປະຈຳສະພາແຫ່ງຊາດພິຈາລະນະອະນຸມັດ.
ໃນແງ່ຂອງການເຊື່ອມໂຍງສາກົນຢ່າງເປັນເຈົ້າການແລະຕັ້ງໜ້າ, ສະພາແຫ່ງຊາດຍັງໃຫ້ສັດຕະຍາບັນສັນຍາການຄ້າເສລີຮຸ່ນໃໝ່ຫຼາຍສະບັບ ເຊັ່ນ: ສັນຍາຄູ່ຮ່ວມມືຮອບດ້ານແລະກ້າວໜ້າຂ້າມມະຫາສະໝຸດປາຊີຟິກ (CPTPP), ສັນຍາການຄ້າເສລີລະຫວ່າງຫວຽດນາມແລະສະຫະພາບເອີຣົບ (EVFTA), ສັນຍາວ່າດ້ວຍການປົກປ້ອງການລົງທຶນຫວຽດນາມແລະສະຫະພາບເອີຣົບ (EVIPA). ພິຈາລະນາແລະຮັບຮອງຜ່ານກົດໝາຍຫຼາຍສະບັບ ເພື່ອປັບປຸງກອບກົດໝາຍທີ່ຕອບສະໜອງຄວາມຕ້ອງການເຊື່ອມໂຍງສາກົນຢ່າງເປັນເຈົ້າການແລະຕັ້ງໜ້າ ແລະ ປະຕິບັດຄຳໝັ້ນສັນຍາສາກົນຕາມຜົນປະໂຫຍດຂອງບັນດາປະເທດ.
ສະພາແຫ່ງຊາດໄດ້ກໍານົດຢ່າງຈະແຈ້ງສະເໝີວ່າ ເພື່ອໃຫ້ກົດໝາຍເຂົ້າສູ່ຊີວິດສັງຄົມນັ້ນ ກ່ອນອື່ນໝົດວຽກງານການສ້າງກົດໝາຍຕ້ອງເລີ່ມຈາກຊີວິດການເປັນຢູ່ຕົວຈິງ, ຮັບປະກັນ “ຊີວິດຕ້ອງເຂົ້າໄປໃນກົດໝາຍ ແລະ ກົດໝາຍຕ້ອງຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງພຶດຕິກຳຕົວຈິງ”. ດັ່ງນັ້ນ, ບັນດາປະມວນກົດໝາຍ, ກົດໝາຍ, ລັດຖະບັນຍັດ ແລະ ມະຕິ ທີ່ສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດປະກາດໃຊ້ ຕ້ອງໄດ້ອີງບົນພື້ນຖານການຄົ້ນຄ້ວາທິດສະດີ, ການສະຫຼຸບສັງລວມພຶດຕິກຳ, ການຄັດເລືອກເອົາປະສົບການຈາກຕ່າງປະເທດ, ມີການປະເມີນຜົນກະທົບຂອງນະໂຍບາຍຢ່າງເຕັມສ່ວນ, ປຶກສາຫາລືກັບຜູ້ຊ່ຽວຊານ, ນັກວິທະຍາສາດ ແລະ ໂດຍສະເພາະແມ່ນ ຜູ້ທີ່ໄດ້ຮັບຜົນກະທົບໂດຍກົງຈາກໂຄງການກົດຫມາຍ.
ໃນຂະບວນວິວັດການພິຈາລະນາແລະຜ່ານໂຄງການກົດໝາຍ, ຮ່າງມະຕິຕົກລົງ, ສະພາແຫ່ງຊາດຍາມໃດກໍຖືເປັນສຳຄັນການຮັບປະກັນຄວາມຖືກຕ້ອງຕາມລັດຖະທຳມະນູນ, ຖືກຕ້ອງຕາມກົດໝາຍ, ຄວາມເປັນເອກະພາບແລະຄົບຊຸດ ຂອງລະບົບກົດໝາຍ; ດັດແປງ, ປ່ຽນແປງໃໝ່ຂະບວນການນິຕິບັນຍັດຕາມທິດປະຊາທິປະໄຕ, ເສີມຂະຫຍາຍຄວາມເປັນເຈົ້າການຂອງສະພາແຫ່ງຊາດ, ຍົກສູງຄຸນນະພາບ, ຮັບປະກັນຄວາມແໜ້ນແຟ້ນ, ໂປ່ງໃສ, ເຊີດຊູຄວາມຮັບຜິດຊອບຂອງແຕ່ອັດຕະພາບ ນັບແຕ່ຂັ້ນຕອນຂອງການສ້າງໂຄງການສ້າງກົດໝາຍ ກົດດຳລັດ, ການຮ່າງ ກວດສອບ, ການຮັບເອົາ ແລະ ແກ້ໄຂໂຄງການແລະຮ່າງກົດໝາຍ ກ່ອນສະເໜີໃຫ້ສະພາແຫ່ງຊາດພິຈາລະນາ ແລະ ຮັບຮອງເອົາ.
ບັນດາໝາກຜົນທີ່ບັນລຸໄດ້ໃນການເຄື່ອນໄຫວນິຕິບັນຍັດຂອງສະພາແຫ່ງຊາດ ໄດ້ປະກອບສ່ວນສຳຄັນ ເຂົ້າໃນການສ້າງລະບົບກົດໝາຍທີ່ສົມບູນ, ໝັ້ນຄົງ, ມີຄຸນນະພາບ, ສອດຄ່ອງ, ເປັນເອກະພາບ ແລະ ເປັນໄປໄດ້; ໄດ້ຫັນແນວທາງ ແຜນນະໂຍບາຍຂອງພັກເປັນນິຕິກຳຢ່າງທັນການ ຕໍ່ໜ້າຄວາມຮຽກຮ້ອງຕ້ອງການຂອງສະພາບການໃໝ່, ຊຸກຍູ້ໃຫ້ປະເທດພັດທະນາແລະເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ.
ຄຽງຄູ່ກັບບັນດາຜົນສຳເລັດທີ່ບັນລຸໄດ້ນັ້ນ, ການເຄື່ອນໄຫວນິຕິບັນຍັດຂອງສະພາແຫ່ງຊາດຍັງມີຂໍ້ຈຳກັດ ຂໍ້ບົກພ່ອງທີ່ແນ່ນອນ. ເຖິງວ່າລະບົບກົດໝາຍມີການພັດທະນາຢ່າງກວມລວມແລະຮອບດ້ານກໍຕາມ, ແຕ່ໃນແຕ່ລະຂົງເຂດສະເພາະ, ຍັງບໍ່ທັນຕອບສະໜອງໄດ້ຕາມຄວາມຕ້ອງການພັດທະນາຕົວຈິງ, ຍັງບໍ່ປັບຕົວຢ່າງໄວວາເພື່ອການພັດທະນາທີ່ແຂງແຮງຂອງການປະຕິວັດອຸດສາຫະກຳຄັ້ງທີ 4, ຄວາມໝັ້ນຄົງບໍ່ສູງ. ບາງທັດສະນະແລະທິດທາງທີ່ສຳຄັນໄດ້ກຳນົດໄວ້ໃນເອກະສານຂອງພັກ ແລະ ລັດຖະທຳມະນູນ, ແຕ່ການຫັນເປັນນິຕິກຳຍັງບໍ່ທັນທັນການ ແລະ ຄົບຖ້ວນ. ຄວາມຄົບຊຸດ, ຄວາມເປັນເອກະພາບ ແລະ ຄວາມເປັນໄປໄດ້ໃນບົດບັນຍັດຂອງເອກະສານທາງກົດໝາຍບາງຢ່າງບໍ່ສູງ; ສະພາບການທັບຊ້ອນ, ຂັດແຍ່ງ, ຂາດຄວາມສອດຄ່ອງຂອງເອກະສານນິຕິກຳຈຳນວນໜຶ່ງ ຍັງບໍ່ທັນໄດ້ຮັບການແກ້ໄຂຢ່າງຂາດຕົວ. ຄວາມສາມາດໃນການປັບຕົວຂອງລະບົບກົດໝາຍໃຫ້ເຂົ້າກັບການປ່ຽນແປງຢ່າງວ່ອງໄວຂອງຄວາມເປັນຈິງ ຍັງຖືກຈຳກັດ. ກົດລະບຽບບາງຂໍ້ຍັງບໍ່ພຽງພໍ, ເປັນອຸປະສັກ ແລະ ຂັດຂວາງການພັດທະນາ, ແຕ່ຍັງຊັກຊ້າໃນການຄົ້ນຄວ້າ ແກ້ໄຂ ແລະ ລົບອອກ.
ສະພາບການໃໝ່ ແລະ ຄວາມຕ້ອງການສືບຕໍ່ການປ່ຽນໃໝ່
ແລະເພີ່ມທະວີການເຄື່ອນໄຫວນິຕິບັນຍັດຂອງສະພາແຫ່ງຊາດ
ໃນຊຸມປີທີ່ຜ່ານມາ, ພາຍໃຕ້ການນຳພາຂອງພັກ, ປະເທດໄດ້ແລະພວມມີການປ່ຽນແປງໃໝ່ຢ່າງແຂງແຮງ, ຮອບດ້ານ, ຄົບຊຸດ ແລະ ບັນລຸຜົນສຳເລັດທີ່ຍິ່ງໃຫຍ່ ມີຄວາມສຳຄັນທາງປະຫວັດສາດ. ທ່າແລະພະລັງ, ກຳລັງແຮງສັງລວມຂອງປະເທດ ໄດ້ຮັບການຍົກສູງຢ່າງຕໍ່ເນື່ອງ; ສະຖານະການການເມືອງແລະສັງຄົມມີຄວາມໝັ້ນຄົງ, ເສດຖະກິດຂະຫຍາຍຕົວ, ການປ້ອງກັນປະເທດ ປ້ອງກັນຄວາມໝັ້ນຄົງ ໄດ້ຮັບການຮັກສາ ປັບປຸງ ແລະ ເພີ່ມທະວີ. ປະຊາທິປະໄຕສັງຄົມນິຍົມ ໄດ້ຮັບການເສີມຂະຫຍາຍ; ການສຶກສາແລະຝຶກອົບຮົມ, ວິທະຍາສາດແລະເຕັກໂນໂລຊີ, ວັດທະນະທຳ, ສັງຄົມ ແລະ ສາທາລະນະສຸກ ມີການພັດທະນາຫຼາຍ; ຄວາມປອດໄພທາງສັງຄົມໄດ້ຮັບການຮັບປະກັນ ແລະ ໄດ້ຮັບຄວາມເອົາໃຈໃສ່ຫຼາຍຂຶ້ນ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຕໍ່ເນື່ອງ. ການພົວພັນຕ່າງປະເທດ, ການເຊື່ອມໂຍງສາກົນນັບມື້ນັບກວ້າງຂວາງເລິກເຊິ່ງແລະມີປະສິດທິຜົນ. ປະເທດຂອງພວກເຮົາຍາມໃດກໍເປັນເຈົ້າການແລະຕັ້ງໜ້າເຂົ້າຮ່ວມໃນສັນຍາສອງຝ່າຍ, ຫຼາຍຝ່າຍຫຼາຍສະບັບ ແລະ ໃນບັນດາສັນຍາການຄ້າເສລີຮຸ່ນໃໝ່. ນີ້ແມ່ນບັນດາປະຖົມປັດໄຈທີ່ສຳຄັນ, ສ້າງພື້ນຖານແລະກຳລັງຂັບເຄື່ອນເພື່ອພັດທະນາປະເທດໃນເວລາຕໍ່ໜ້າ. ພື້ນຖານເສດຖະກິດຫວຽດນາມຖືກປະເມີນວ່າ ເປັນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີແນວໂນ້ມດີໃນພາກພື້ນ ແລະ ໃນໂລກ.
ຄຽງຄູ່ກັນນັ້ນ, ໃນເວລາທີ່ຈະມາເຖິງ, ຫວຽດນາມກໍຕ້ອງປະເຊີນໜ້າກັບບາງບັນຫາເຊັ່ນ: “ຄວາມຫຍຸ້ງຍາກ, ຂໍ້ຈຳກັດພາຍໃນຂອງພື້ນຖານເສດຖະກິດໄດ້ສົ່ງຜົນກະທົບບໍ່ໜ້ອຍເຖິງການພັດທະນເສດຖະກິດ, ສັງຄົມ ແລະ ການປົກປ້ອງສິ່ງແວດລ້ອມ”(3). ການປ່ຽນແປງສະພາບດິນຟ້າອາກາດ, ໄພທຳມະຊາດ, ໂລກລະບາດເກີດຂຶ້ນຢ່າງສັບສົນກວ່າເກົ່າ ແລະ ສົ່ງຜົນກະທົບທາງລົບເຖິງການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນໃນຫຼາຍທ້ອງຖິ່ນ. ບັນດາຄູ່ຮ່ວມມື ແລະ ບັນດາຕະຫຼາດທີ່ສຳຄັນຂອງຫວຽດນາມຖືກຜົນກະທົບຢ່າງຮ້າຍແຮງ. ສະພາບຄວາມເປັນຈິງນີ້ໄດ້ແລະພວມເປັນສິ່ງທ້າທາຍໃນທຸກດ້ານຕໍ່ການພັດທະນາຂອງປະເທດເຮົາ.
ປະຈຸບັນ, ໂລກກຳລັງຜ່ານສະໄໝທີ່ມີການປ່ຽນແປງຢ່າງໄວແລະສັບສົນທັງທາງດ້ານຄວາມໝັ້ນຄົງ, ການເມືອງແລະເສດຖະກິດ, ມີໂອກາດຄວາມສະດວກດີ ແລະ ມີທັງຄວາມຫຍຸ້ງຍາກແລະສິ່ງທ້າທາຍ. ພິເສດ, ການປະຕິວັດອຸດສາຫະກຳຄັ້ງທີສີ່, ເສດຖະກິດພູມປັນຍາ ໄດ້ຮັບການຍູ້ແຮງແລະພັດທະນາຢ່າງຕໍ່ເນື່ອງ ດ້ວຍການບຸກທະລຸທາງເຕັກໂນໂລຊີໃນຫຼາຍຂົງເຂດ ສົ່ງຜົນກະທົບຢ່າງເລິກເຊິ່ງຕໍ່ຂະບວນການພັດທະນາຂອງມະນຸດ ແລະ ມີຜົນກະທົບໂດຍກົງຕໍ່ທຸກປະເທດ. ຕາມນັ້ນ, ດ້ວຍການເກີດຂຶ້ນຂອງປະກົດການທາງເສດຖະກິດ-ສັງຄົມໃໝ່ເຊັ່ນ: ການເກີດຂຶ້ນແລະການໝູນວຽນຂອງຊັບສິນເຂົ້າລະຫັດທີ່ສ້າງຂຶ້ນບົນພື້ນຖານຂອງເຕັກໂນໂລຍີບຼ໊ອກເຊນ, ເຊັ່ນ Bitcoin, Ethereum (ສະກຸນເງີນສະເໝືອນ); ການປະກົດຕົວແລະໄດ້ຮັບຄວາມນິຍົມຫຼາຍຂຶ້ນ ຂອງການເຮັດທຸລະກໍາ “ບໍ່ມີພົມແດນ” ຕະຫຼອດ 24 ຊົ່ວໂມງທຸກວັນ ຜ່ານການສະໜັບສະໜູນຂອງເຕັກໂນໂລຊີຂໍ້ມູນຂ່າວສານແລະການສື່ສານເຊັ່ນ ການບໍລິການ E-Banking ຂອງທະນາຄານ... ເຮັດໃຫ້ມີການປ່ຽນແປງວິທິການ ແລະ ເນື້ອໃນຂອງການພົວພັນທາງດ້ານກົດໝາຍ. ເນື້ອໃນການດັດປັບຂອງກົດໝາຍບໍ່ໄດ້ຈຳກັດສະເພາະເປົ້າໝາຍດັ້ງເດີມ ແຕ່ໄດ້ເປີດກວ້າງກວ່າເກົ່າ, ຍ້ອນວ່າມີເປົ້າໝາຍໃໝ່ ແລະ ການພົວພັນທາງສັງຄົມໃໝ່ປະກົດຂຶ້ນຫຼາຍ, ໃນສະພາບການເຊື່ອມໂຍງເຂົ້າກັບສາກົນ ແລະ ການປະຕິວັດອຸດສາຫະກຳຄັ້ງທີສີ່ ເຊິ່ງນຳໄປສູ່ຄວາມຕ້ອງການໃໝ່ໃນການດັດປັບຂອງກົດໝາຍ ແລະ ໃນວິທີການຈັດຕັ້ງວຽກງານນິຕິບັນຍັດ. ໃນຂະນະນັ້ນ, ການແຜ່ລະບາດຂອງໂຄວິດ-19 ສືບຕໍ່ຜັນແປຢ່າງສັບສົນໃນເວລາຍາວນານ ແລະ ຄວບຄຸມຍາກ, ສົ່ງຜົນກະທົບທາງລົບຕໍ່ເສດຖະກິດໃນພາກພື້ນແລະໃນໂລກ, ໃນນັ້ນມີຫວຽດນາມ, ເຮັດໃຫ້ມີການປ່ຽນແປງໃນໂຄງສ້າງເສດຖະກິດ, ແບບວິທີການຄຸ້ມຕອງ, ຊີວິດເສດຖະກິດ ແລະ ສັງຄົມທົ່ວໂລກ, ບັງຄັບໃຫ້ຫຼາຍປະເທດຕ້ອງປ່ຽນແປງທິດທາງ ແລະ ຍຸດທະສາດການພັດທະນາ ຕາມທິດເຊີດຊູຈິດໃຈເພິ່ງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເອົາໃຈໃສ່ລົງທຶນແລະພັດທະນາຕະຫຼາຍພາຍໃນປະເທດ.
ດ້ວຍບັນດາໝາກຜົນທີ່ບັນລຸໄດ້ໃນການກໍ່ສ້າງ, ປັບປຸງບູລະນະລະບົບກົດໝາຍ ແລະ ຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນສະພາບການໃໝ່, ມັນຮຽກຮ້ອງໃຫ້ການເຄື່ອນໄຫວນິຕິບັນຍັດຂອງສະພາແຫ່ງຊາດຊຸດທີ 15 ຕ້ອງເພີ່ມທະວີຫຼາຍກວ່າອີກ ດ້ວຍຄວາມຕ້ອງການສ້າງລະບຽບລະບອບການພັດທະນາ ເພື່ອຮັບປະກັນພື້ນຖານທາງກົດໝາຍສຳລັບການສືບຕໍ່ປ່ຽນແປງໃໝ່ຢ່າງແຂງແຮງ, ການກະທຳຢ່າງເດັດດ່ຽວ ໄຫວພິບ ປະດິດສ້າງ, ຍາດແຍ່ງເອົາໂອກາດແລະເງື່ອນໄຂທີ່ສະດວກ, ຜ່າຍຜ່າຄວາມຫຍຸ້ງຍາກ ສິ່ງທ້າທາຍ, ສ້າງກຳລັງຂັບເຄື່ອນໃໝ່ ເພື່ອນຳປະເທດໄປສູ່ການພັດທະນາຢ່າງວ່ອງໄວແລະຍືນຍົງ.
ທິດທາງສືບຕໍ່ປ່ຽນແປງໃໝ່ການເຄື່ອນໄຫວນິຕິບັນຍັດຂອງສະພາແຫ່ງຊາດ
ປັບປຸງລະບຽບລະບອບໃຫ້ສົມບູນຄົບຊຸດ ເພື່ອພັດທະນາປະເທດ
ຢ່າງວ່ອງໄວ ແລະ ຍືນຍົງ ໃນໄລຍະໃໝ່
ເພື່ອບັນລຸເປົ້າໝາຍປັບປຸງລະບຽບລະບອບການພັດທະນາທີ່ສົມບູນແລະຄົບຊຸດ, ສ້າງກອບກົດໝາຍສຳລັບການປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ ໄລຍະປີ 2021-2025 ໃຫ້ປະສົບຜົນສຳເລັດນັ້ນ, 12 ທິດທາງການພັດທະນາປະເທດຊາດ, 6 ໜ້າທີ່ຈຸດສຸມ ແລະ 3 ການບຸກທະລຸຍຸດທະສາດ ສະເໜີໂດຍກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ຕ້ອງການມີຫຼາຍປັດໄຈ ເຊິ່ງຄຸນນະພາບຂອງລະບົບກົດໝາຍແມ່ນໜຶ່ງໃນເນື້ອໃນທີ່ສຳຄັນທີ່ສຸດ.
ດ້ວຍບົດບາດເປັນອົງການປະຕິບັດອຳນາດສ້າງລັດຖະທຳມະນູນແລະສ້າງກົດໝາຍ, ສະພາແຫ່ງຊາດຕ້ອງສືບຕໍ່ປ່ຽນແປງໃໝ່ການເຄື່ອນໄຫວນິຕິບັນຍັດຢ່າງແຂງແຮງ, ເສີມຂະຫຍາຍ “ບົດບາດ, ຖານະຕຳແໜ່ງຂອງຕົນໃນການສ້າງກອບກົດໝາຍໃຫ້ແກ່ການເຄື່ອນໄຫວຂອງປະເທດ, ຮັບໃຊ້ວຽກງານພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ ແລະ ການຕ່າງປະເທດ. ຍູ້ແຮງຄວາມໄວ ແລະ ຍົກສູງຄຸນນະພາບຂອງການປະກາດໃຊ້ເອກະສານທາງກົດໝາຍ; ຮີບກໍ່ສ້າງລະບົບກົດໝາຍທີ່ສົມບູນ, ສອດຄ່ອງ, ມີຄຸນນະພາບ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຄວາມເປັນຈິງ. ບຸລິມະສິດການສ້າງໃໝ່, ປັບປຸງເພີ່ມເຕີມກົດໝາຍໃນຂົງເຂດຈຸດສຸມທີ່ມີຄວາມໝາຍສຳຄັນ, ມີຄວາມເປັນໄປໄດ້ສູງ, ສ້າງຄວາມກ້າວກະໂດດໃນການພັດທະນາເສດຖະກິດ - ສັງຄົມ”(4).
ບົນພື້ນຖານບົດສະຫຼຸບເລກທີ 19-KL/TW, ລົງວັນທີ 14 ຕຸລາ 2021, ຂອງກົມການເມືອງສູນກາງພັກ “ກ່ຽວກັບທິດທາງໂຄງການສ້າງກົດໝາຍຂອງສະພາແຫ່ງຊາດຊຸດທີ 15”, ການເຄື່ອນໄຫວນິຕິບັນຍັດໃນເວລາຕໍ່ໜ້າແມ່ນ ຕ້ອງສືບຕໍ່ຫັນ ມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ແລະ ບັນດາເອກະສານ, ມະຕິ, ບົດສະຫຼຸບ, ຄຳສັ່ງ ຂອງຄະນະບໍລິຫານງານສູນກາງ, ກົມການເມືອງ, ຄະນະເລຂາທິການສູນກາງ ເປັນລະບຽບລະບອບຢ່າງຄົບຖ້ວນແລະທັນການ; ສືບຕໍ່ຜັນຂະຫຍາຍລັດຖະທຳມະນູນເປັນອັນລະອຽດສະເພາະ; ຕິດແໜ້ນກັບຄວາມຕ້ອງການຂອງພາກປະຕິບັດການຄຸ້ມຄອງປະເທດຊາດ, ພັດທະນາເສດຖະກິດ - ສັງຄົມ, ເຊື່ອມໂຍງເຂົ້າກັບສາກົນ, ປະກອບສ່ວນຈັດການແກ້ໄຂຢ່າງກົມກຽວ ບັນດາສາຍພົວພັນໃຫຍ່ໃນການກໍ່ສ້າງ, ປົກປ້ອງ ແລະ ພັດທະນາປະເທດຊາດ ເຊັ່ນ: “ລະຫວ່າງຄວາມໝັ້ນຄົງ, ການປ່ຽນແປງໃໝ່ ແລະ ການພັດທະນາ; ລະຫວ່າງການປ່ຽນແປງໃໝ່ເສດຖະກິດ ແລະ ການປ່ຽນແປງໃໝ່ການເມືອງ; ລະຫວ່າງການປະຕິບັດຕາມກົດເກນຕະຫຼາດ ແລະ ການຮັບປະກັນທິດທາງສັງຄົມນິຍົມ;... ລະຫວ່າງລັດ, ຕະຫຼາດ ແລະ ສັງຄົມ; ລະຫວ່າງການເຕີບໂຕເສດຖະກິດ ແລະ ການພັດທະນາວັດທະນະທຳ, ການປະຕິບັດຄວາມກ້າວໜ້າແລະຄວາມຍຸຕິທຳທາງສັງຄົມ, ການປົກປ້ອງສິ່ງແວດລ້ອມ;... ລະຫວ່າງຄວາມເປັນເອກະລາດ, ເປັນເຈົ້າຕົນເອງ ແລະ ການເຊື່ອມໂຍງເຂົ້າກັບສາກົນ; ລະຫວ່າງພັກ ນຳພາ, ລັດຄຸ້ມຄອງ ແລະ ປະຊາຊົນເປັນເຈົ້າຂອງ;... ລະຫວ່າງການປະຕິບັດປະຊາທິປະໄຕ ແລະ ການເພີ່ມທະວີລະບຽບກົດໝາຍ, ຮັບປະກັນວິໄນສັງຄົມ”(5).
ເພື່ອຕອບສະໜອງຄວາມຕ້ອງການເຫຼົ່ານັ້ນ, ການເຄື່ອນໄຫວນິຕິບັນຍັດໃນເວລາຕໍ່ໄປຈະຕ້ອງຊາບຊຶມ, ຮັບປະກັນ 8 ທິດທາງການປັບປຸງບູລະນະລະບົບກົດໝາຍດັ່ງນີ້:
ທີໜຶ່ງ, ສືບຕໍ່ການກໍ່ສ້າງແລະປັບປຸງບູລະນະກົດໝາຍ ຕອບສະໜອງຄວາມຕ້ອງການໃນການປັບປຸງບູລະນະລະບຽບລະບອບການພັດທະນາເສດຖະກິດຕະຫຼາດ ກຳນົບທິດສັງຄົມນິຍົມ, ສຸມໃສ່ການແກ້ໄຂຈຸດປຶກຕັນທີ່ຂັດຂວາງການພັດທະນາ. ເພື່ອບັນລຸບັນດາເປົ້າໝາຍໃນການສ້າງແລະປັບປຸງບູລະນະລະບຽບລະບອບທີ່ໄດ້ລະບຸໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ຕ້ອງການສຸມໃສ່ຂໍ້ບຸລິມະສິດຈຳນວນໜຶ່ງເຊັ່ນ: ການປັບປຸງບູລະນະລະບຽບລະບອບການພັດທະນາເສດຖະກິດຕະຫຼາດກຳນົບທິດສັງຄົມນິຍົມ, ຊຸກຍູ້ການເຕີບໂຕຢ່າງໄວແລະຍືນຍົງ ບົນພື້ນຖານຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ. ປັບປຸງບູລະນະນະໂຍບາຍແລະກົດໝາຍ ເພື່ອຮັບປະກັນການປັບໂຄງສ້າງເສດຖະກິດຄືນໃໝ່ ຕິດກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ, ຍົກສູງສະມັດຕະພາບ ຄຸນນະພາບ ປະສິດທິຜົນ ແລະ ຄວາມສາມາດແຂ່ງຂັນ. ປັບປຸງບູລະນະລະບົບກົດໝາຍເພື່ອພັດທະນາລະບົບໂຄງສ້າງພື້ນຖານແລະຕົວເມືອງ. ສຸມໃສ່ແກ້ໄຂບັນດາຈຸດອຸດຕັນ ແລະ ອຸປະສັດທີ່ຂັດຂວາງການພັດທະນາ ຜ່ານການທົບທວນກວດແກ້, ດັດແປງເພີ່ມເຕີມຢ່າງທັນການ ຕໍ່ບັນດາກົນໄກ ນະໂຍບາຍທີ່ບໍ່ພຽງພໍ, ຂັດແຍ້ງ, ຄ້າງຄາ ຫຼືທັບຊ້ອນກັນ; ດັດແປງ ປ່ຽນໃໝ່ກົນໄກ ແລະ ນະໂຍບາຍທີ່ບໍ່ສອດຄ່ອງກັບຄວາມເປັນຈິງ ເພື່ອແກ້ໄຂບັນຫາຄ້າງຄາທີ່ເຮັດໃຫ້ເກີດການສູນເສຍ ແລະ ສິ້ນເປືອງ; ໃນກໍລະນີທີ່ຈຳເປັນຕ້ອງປະກາດໃຊ້ກົດໝາຍແກ້ໄຂກົດໝາຍຫຼາຍໆສະບັບ ຫຼືການແກ້ໄຂທົດລອງສຳລັບບັນຫາທີ່ເກີດຂຶ້ນໃໝ່ ເຊິ່ງຍັງບໍ່ໄດ້ລະບຸໃນກົດໝາຍ ຫຼືມີຢູ່ແຕ່ມີບັນຫາບໍ່ພຽງພໍແລະບໍ່ເໝາະສົມກັບຄວາມເປັນຈິງອີດຕໍ່ໄປ.
ທີສອງ, ກໍ່ສ້າງແລະປັບປຸງບູລະນະກົດໝາຍ ຕອບສະໜອງຄວາມຕ້ອງການປ່ຽນແປງໃໝ່ການສຶກສາແລະການຝຶກອົບຮົມຢ່າງເປັນພື້ນຖານແລະຮອບດ້ານ, ຍົກສູງຄຸນນະພາບຂອງຊັບພະຍາກອນມະນຸດ ແລະ ພັດທະນາມະນຸດ; ຊຸກຍູ້ການປ່ຽນແປງໃໝ່ປະດິດສ້າງ, ການຖ່າຍທອດ ປະຍຸກໃຊ້ ແລະ ພັດທະນາວິທະຍາສາດເຕັກໂນໂລຊີຢ່າງແຂງແຮງ; ກໍ່ສ້າງແລະເສີມຂະຫຍາຍຄຸນຄ່າວັດທະນະທຳ ແລະ ກຳລັງແຮງຂອງຄົນຫວຽດນາມ. ໃນນັ້ນ, ຕ້ອງສືບຕໍ່ປັບປຸງບູລະນະກົດໝາຍວ່າດ້ວຍການສຶກສາແລະຝຶກອົບຮົມ ເພື່ອຍົກສູງຄວາມຮູ້ຂອງປະຊາຊົນ ແລະ ພັດທະນາຊັບພະຍາກອນມະນຸດຄຸນນະພາບສູງ; ປັບປຸງບູລະນະກົດໝາຍແນໃສ່ສ້າງແລວທາງດ້ານກົດໝາຍໃຫ້ແກ່ຕະຫຼາດວິທະຍາສາດແລະເຕັກໂນໂລຊີ, ຊຸກຍູ້ການຄົ້ນຄວ້າ ຖ່າຍທອດ ແລະ ປະຍຸກໃຊ້ ຜົນສຳເລັດຂອງການປະຕິວັດອຸດສາຫະກຳຄັ້ງທີສີ່, ສ້າງພື້ນຖານທາງກົດໝາຍເພື່ອໃຊ້ປະໂຫຍດສູງສຸດຈາກຜົນສຳເລັດ, ສົ່ງເສີມຜົນກະທົບທີ່ຕັ້ງໜ້າ, ຫຼຸດຜ່ອນຜົນກະທົບທາງລົບຂອງການປະຕິວັດອຸດສາຫະກໍາຄັ້ງທີສີ່ ເພື່ອນຳມາເຊິ່ງຜົນປະໂຫຍດສູງສຸດໃຫ້ແກ່ປະຊາຊົນ, ວິສາຫະກິດ ແລະ ສັງຄົມ, ປົກປັກຮັກສາປະຊາຊົນ, ວິສາຫະກິດ ແລະ ລັດ ຈາກຜົນສະທ້ອນທີ່ອາດຈະເກີດຂຶ້ນ. ກ້າວໄປເຖິງການສ້າງ ແລະປັບປຸງບູລະນະກອບກົດໝາຍ ສຳລັບການດຳເນີນງານຂອງອຸດສາຫະກຳເຕັກໂນໂລຊີຂໍ້ມູນຂ່າວສານ, ອຸດສາຫະກຳດິຈິຕອນ; ສ້າງສະພາບແວດລ້ອມທາງວັດທະນະທຳ ແລະ ຈັນຍາບັນທາງສັງຄົມທີ່ສົດໃສ; ການສ້າງສະຖາບັນທີ່ເຊື່ອມໂຍງວັດທະນະທໍາ, ກິລາແລະ ການທ່ອງທ່ຽວ ກັບກິດຈະກໍາເສດຖະກິດ, ຂຸດຄົ້ນບັນດາທ່າແຮງດ້ານເສດຖະກິດ ແລະ ການເງິນ ເພື່ອສະໜັບສະໜູນການພັດທະນາວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ.
ທີສາມ, ກໍ່ສ້າງແລະປັບປຸງບູລະນະກົດໝາຍ ຕອບສະໜອງຄວາມຕ້ອງການໃນການຄຸ້ມຄອງການພັດທະນາສັງຄົມຢ່າງຍືນຍົງ, ຮັບປະກັນຄວາມກ້າວໜ້າ ແລະ ຄວາມຍຸຕິທຳທາງສັງຄົມ. ຕາມນັ້ນ, ຕ້ອງປັບປຸງບູລະນະກົດໝາຍກ່ຽວກັບຄວາມປອດໄພທາງສັງຄົມ ເຊິ່ງຈຸດສຸມແມ່ນ ກົດໝາຍກ່ຽວກັບວຽກເຮັດງານທຳ ແລະ ການປະກັນໄພສັງຄົມ; ຮັບປະກັນນະໂຍບາຍແຮງງານ ແລະ ສະຫວັດດີການສັງຄົມ, ຮັບປະກັນລະດັບປົກຄຸມຂອງນະໂຍບາຍ. ກົດໝາຍດັດແກ້ໂດຍໄວ ຕໍ່ບັນດາປັດໄຈທີ່ເກີດຈາກຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19; ປັບປຸງບູລະນະກົດໝາຍວ່າດ້ວຍສາທາລະນະສຸກ ເພື່ອປັບປຸງຄຸນນະພາບການບໍລິການ, ຮັບປະກັນໃຫ້ປະຊາຊົນເຂົ້າເຖິງການບໍລິການສຸຂະພາບທີ່ປອດໄພ, ຈາກນັ້ນປັບປຸງຄຸນນະພາບຂອງປະຊາກອນ.
ທີສີ່, ກໍ່ສ້າງແລະປັບປຸງບູລະນະກົດໝາຍ ຕອບສະໜອງຄວາມຕ້ອງການໃນການຄຸ້ມຄອງ ແລະ ນຳໃຊ້ທີ່ດິນ, ຊັບພະຍາກອນຢ່າງມີປະສິດທິຜົນ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ. ໃນນັ້ນ, ຕ້ອງປັບປຸງບູລະນະກົດໝາຍ ເພື່ອລະດົມ, ຈັດແບ່ງ ແລະ ນຳໃຊ້ທີ່ດິນ, ຊັບພະຍາກອນຢ່າງມີປະສິດທິຜົນ, ຮັບປະກັນຄວາມເປີດເຜີຍ ໂປ່ງໃສ ແລະ ແກ້ໄຂຄວາມຂັດແຍ່ງ, ຟ້ອງຮ້ອງ, ສໍ້ລາດບັງຫຼວງ, ສິ້ນເປືອງເສຍຫາຍ; ແກ້ໄຂຢ່າງກົມກຽວ ສາຍພົວພັນລະຫວ່າງການພັດທະນາເສດຖະກິດ, ການຮັບປະກັນຄວາມຍຸຕິທຳທາງສັງຄົມ ກັບການປົກປັກຮັກສາສິ່ງແວດລ້ອມ, ຮັບມືຢ່າງມີປະສິດທິຜົນກັບການປ່ຽນແປງຂອງດິນຟ້ອາກາດ.
ທີຫ້າ, ກໍ່ສ້າງແລະປັບປຸງບູລະນະກົດໝາຍ ຕອບສະໜອງຄວາມຕ້ອງການເພີ່ມທະວີການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ, ປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມໄວ້ຢ່າງໝັ້ນຄົງ. ສຸມໃສ່ການແກ້ໄຂບັນຫາທີ່ສຳຄັນເຊັ່ນ ສືບຕໍ່ສ້າງກົດໝາຍເປັນພື້ນຖານນິຕິກຳ ເພື່ອຜັນຂະຫຍາຍປະຕິບັດຍຸດທະສາດຕໍ່ໄປນີ້ໃຫ້ສຳເລັດ: ຍຸດທະສາດປົກປັກຮັກສາປະເທດຊາດ, ຍຸດທະສາດການປ້ອງກັນປະເທດ, ຍຸດທະສາດການທະຫານ, ຍຸດທະສາດການປ້ອງກັນຄວາມໝັ້ນຄົງແຫ່ງຊາດ, ຍຸດທະສາດການປ້ອງກັນຊາຍແດນແຫ່ງຊາດ ແລະ ຍຸດທະສາດການປ້ອງກັນປະເທດຊາດໃນໂລກໄຊເບີຣ໌...
ທີຫົກ, ກໍ່ສ້າງແລະປັບປຸງບູລະນະກົດໝາຍ ຕອບສະໜອງຄວາມຕ້ອງການໃນການຜັນຂະຫຍາຍກິດຈະກຳການຕ່າງປະເທດຢ່າງຄົບຊຸດ ປະດິດສ້າງ ແລະ ມີປະສິດທິຜົນ, ເປັນເຈົ້າການແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງກວ້າງຂວາງ ຮອບດ້ານ. ຫັນສົນທິສັນຍາສາກົນທີ່ຫວຽດນາມລົງນາມເປັນຂໍ້ກຳນົດກົດໝາຍພາຍໃນຢ່າງຄົບຖ້ວນ ທັນເວລາ ແລະ ເໝາະສົມ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການປະຕິບັດຄຳໝັ້ນສັນຍາສາກົນ, ໂດຍສະເພາະແມ່ນ ສົນທິສັນຍາສາກົນຮຸ່ນໃໝ່ວ່າດ້ວຍການເປີດເສລີທາງການຄ້າ (ເຊັ່ນ: ສັນຍາການຄ້າເສລີຫວຽດນາມແລະສະຫະພາບເອີຣົບ, ສັນຍາຄູ່ຮ່ວມມືຮອບດ້ານແລະກ້າວໜ້າຂ້າມມະຫາສະໝຸດປາຊີຟິກ (CPTPP,...). ເປັນເຈົ້າການແລະຕັ້ງໜ້າປະກອບສ່ວນເຂົ້າໃນການ ກໍ່ສ້າງ ແລະ ສ້າງຕັ້ງສະຖາບັນພະຫຸພາຄີ (ໂດຍສະເພາະແມ່ນບັນດາເວທີປາໄສຫຼາຍຝ່າຍກ່ຽວກັບກົດໝາຍ) ແລະ ພາກພື້ນ (ໂດຍສະເພາະແມ່ນປະຊາຄົມອາຊຽນ) ບົນພື້ນຖານບັນດາແຜນນະໂຍບາຍກ່ຽວກັບການເຊື່ອມໂຍງສາກົນຂອງພັກແລະລັດຫວຽດນາມ; ເປັນເຈົ້າການໃນການປ່ຽນຈາກການເຂົ້າຮ່ວມໃນ “ກົດລະບຽບຂອງເກມ” ທີ່ກໍານົດໄວ້ລ່ວງໜ້າ ໄປເປັນການເຂົ້າຮ່ວມຢ່າງແຂງຂັນໃນຂໍ້ສະເໜີ ແລະ ຄວາມຄິດລິເລີ່ມ “ກົດລະບຽບຂອງເກມ” ໃນສົນທິສັນຍາສາກົນທີ່ຫວຽດນາມເປັນສະມາຊິກ. ສ້າງກົນໄກທີ່ສອດຄ່ອງກັບແນວປະຕິບັດສາກົນ ເພື່ອຕອບສະໜອງຕໍ່ການພັດທະນາໃນຕະຫຼາດໂລກຢ່າງວ່ອງໄວ, ພ້ອມກັນນັ້ນ ກໍນຳໃຊ້ກົດລະບຽບທີ່ຍືດຫຍຸ່ນໃນຄຳໝັ້ນສັນຍາສາກົນ ເພື່ອຮັບປະກັນຜົນປະໂຫຍດຂອງປະເທຊາດ ແລະ ປະຊາຊົນບັນດາເຜົ່າ. ໃຫ້ເອົາໃຈໃສ່ບັນຫາທາງດ້ານກົດໝາຍ ໃນການແກ້ໄຂຂໍ້ຂັດແຍ່ງດ້ານການຄ້າ ແລະການລົງທຶນສາກົນ.
ທີເຈັດ, ກໍ່ສ້າງແລະປັບປຸງບູລະນະກົດໝາຍ ຕອບສະໜອງຄວາມຕ້ອງການໃນການເສີມຂະຫຍາຍກຳລັງແຮງຂອງມະຫາສາມັກຄີປວງຊົນທັງຊາດ, ປະຊາທິປະໄຕສັງຄົມນິຍົມ ແລະ ສິດເປັນເຈົ້າຂອງຂອງປະຊາຊົນ; ສືບຕໍ່ປົກປັກຮັກສາສິດທິມະນຸດ ແລະ ສິດທິພົນລະເມືອງຢ່າງຄົບຖ້ວນ. ປັບປຸງບູລະນະລະບົບກົດໝາຍ, ກົນໄກ, ນະໂຍບາຍ ເພື່ອເສີມຂະຫຍາຍຢ່າງແຂງແຮງ ປະຊາທິປະໄຕສັງຄົມນິຍົມ, ສິດເປັນເຈົ້າຂອງ, ບົດບາດອັດຕະພາບ ແລະ ຕຳແໜ່ງໃຈກາງຂອງປະຊາຊົນ; ປະຕິບັດເປັນຢ່າງດີ ສາຍພົວພັນການເມືອງ - ກົດໝາຍ “ພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າຂອງ”. ປັບປຸງບູລະນະພື້ນຖານກົດໝາຍ ເພື່ອປະຕິບັດປະຊາທິປະໄຕໂດຍກົງ, ປະຊາທິປະໄຕຕົວແທນ, ໂດຍສະເພາະປະຊາທິປະໄຕຮາກຖານ ຢ່າງຖືກຕ້ອງແລະມີປະສິດທິຜົນ. ກໍ່ສ້າງກົນໄກທາງກົດໝາຍເພື່ອແນໃສ່ສ້າງຕັ້ງ ແລະ ຮັບປະກັນການປະຕິບັດທິດນຳ “ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນກວດກາ, ປະຊາຊົນຕິດຕາມ, ປະຊາຊົນໄດ້ຮັບຜົນປະໂຫຍດ”. ສືບຕໍ່ການສ້າງແລະປັບປຸງບູລະນະນະໂຍບາຍ, ກົດໝາຍກ່ຽວກັບຊົນເຜົ່າ ເພື່ອຊຸກຍູ້ການພັດທະນາເສດຖະກິດ ພ້ອມທັງຮັບປະກັນຄວາມປອດໄພທາງສັງຄົມ ໃຫ້ແກ່ພີ່ນ້ອງຮ່ວມຊາດໃນເຂດຊົນເຜົ່າສ່ວນນ້ອຍ, ພ້ອມກັນນັ້ນກໍມີນະໂຍບາຍສະເພາະ ເພື່ອພັດທະນາວັດທະນະທຳໃນສະຖານທີ່ເຫຼົ່ານີ້.
ທີແປດ, ກໍ່ສ້າງແລະປັບປຸງບູລະນະກົດໝາຍ ຕອບສະໜອງຄວາມຕ້ອງການໃນການກໍ່ສ້າງແລະປັບປຸງບູລະນະລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມ. ດ້ວຍເປົ້າໝາຍກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມທີ່ປອດໃສ, ໝັ້ນຄົງເຂັ້ມແຂງ, ກໍ່ສ້າງກົງຈັກການຈັດຕັ້ງຂອງລະບົບການເມືອງທີ່ກະທັດລັດຮັດກຸມ, ເຄື່ອນໄຫວມີປະສິດທິພາບແລະປະສິດທິຜົນ, ຮັບໃຊ້ປະຊາຊົນ ແລະ ເພື່ອການພັດທະນາຂອງປະເທດ; ປະຕິບັດ “ການປະຕິຮູບດ້ານຕຸລາການ, ເພີ່ມທະວີລະບຽບກົດໝາຍ ແລະ ຮັບປະກັນວິໄນສັງຄົມ”(6), ການປັບປຸງບູລະນະລະບົບກົດໝາຍຕ້ອງ “ກຳນົດແຈ້ງບົດບາດ, ທີ່ຕັ້ງ, ພາລະໜ້າທີ່ ແລະ ສິດຂອບເຂດ ຂອງບັນດາອົງການລັດໃນການປະຕິບັດອຳນາດນິຕິບັນຍັດ, ອຳນາດບໍລິຫານ, ອຳນາດຕຸລາການ ບົນພື້ນຖານຫຼັກການນິຕິທຳ, ຮັບປະກັນອຳນາດລັດເປັນເອກະພາບ ໂດຍມີການແບ່ງງານຢ່າງຈະແຈ້ງ, ສົມທົບຢ່າງແໜ້ນແຟ້ນ ແລະ ເພີ່ມທະວີການຄວບຄຸມອຳນາດລັດ”(7). ຍູ້ແຮງການແບ່ງຂັ້ນ, ແບ່ງອຳນາດ; ສ້າງລະບົບການບໍລິຫານລັດທີ່ຮັບໃຊ້ປະຊາຊົນ, ປະຊາທິປະໄຕ, ອຳນາດກົດໝາຍ, ມືອາຊີບ, ທັນສະໄໝ, ສະອາດປອດໃສ, ເຂັ້ມແຂງ, ຮັບປະກັນຄວາມເປີດເຜີຍ, ໂປ່ງໃສ, ຄຸ້ມຄອງເປັນເອກະພາບ, ລຸລ່ວງ, ມີປະສິດທິພາບ ແລະ ປະສິດທິຜົນ. ປະຕິບັດໜ້າທີ່ຂອງລັດເປັນຢ່າງດີ, ແກ້ໄຂສາຍພົວພັນລະຫວ່າງລັດ, ຕະຫຼາດ ແລະ ສັງຄົມໄດ້ຢ່າງຖືກຕ້ອງ.
ເພື່ອຮັບປະກັນການປະຕິບັດຕາມທິດທາງຂ້າງເທິງ, ໃນເວລາຕໍ່ໜ້າ, ສະພາແຫ່ງຊາດສະເໜີບັນດາມາດຕະການແກ້ໄຂທີ່ສຳຄັນດັ່ງນີ້:
ທີໜຶ່ງ, ຕ້ອງສືບຕໍ່ເພີ່ມທະວີຄວາມສາມາດຂອງຜູ້ມີສ່ວນຮ່ວມໃນຂະບວນການນິຕິບັນຍັດຕື່ມອີກ, ຄື: ສືບຕໍ່ປ່ຽນແປງໃໝ່ແບບວິທີ, ຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ, ໂດຍສະເພະແມ່ນການປ່ຽນແປງໃໝ່ວິທີປຶກສາຫາລືບັນດາໂຄງການກົດໝາຍຢູ່ກອງປະຊຸມສະພາແຫ່ງຊາດ. ເພີ່ມທະວີການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ສະພາຊົນເຜົ່າ, ບັນດາຄະນະກຳມະການຂອງສະພາແຫ່ງຊາດ, ຄະນະຜູ້ແທນສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດແຕ່ລະຄົນ, ໂດຍສະເພາະແມ່ນ ການຕິດຕາມຄວບຄຸມເອກະສານທາງດ້ານກົດໝາຍ, ຈາກນັ້ນ, ຮຽກຮ້ອງໃຫ້ລັດຖະບານ ແລະ ບັນດາອົງການທີ່ກ່ຽວຂ້ອງ ຮີບຮ້ອນສະເໜີ, ປັບປຸງ ແລະ ເພີ່ມເຕີມເອກະສານທາງກົດໝາຍ, ລັດຖະບັນຍັດ ແລະ ມະຕິ ເຊິ່ງໃນທາງປະຕິບັດໄດ້ເກີດບັນຫາແລະຄວາມບໍ່ພຽງພໍ. ຈັດຕັ້ງຢ່າງມິປະສິດທິຜົນ ແລະ ຍົກສູງຄຸນນະພາບການເຄື່ອນໄຫວຂອງສະພາຊົນເຜົ່າ ແລະ ບັນດາຄະນະກຳມະການຂອງສະພາແຫ່ງຊາດ. ເສີມຂະຫຍາຍບົດບາດຂອງປະຊາຊົນ, ແນວໂຮມປະເທດຊາດຫວຽດນາມ, ບັນດາອົງການຈັດຕັ້ງການເມືອງ - ສັງຄົມ ໃນການເຄື່ອນໄຫວປະກອບຄວາມຄິດຄວາມເຫັນ ແລະ ວິຈານສັງຄົມ ຕໍ່ໂຄງການກົດໝາຍ, ລັດຖະບັນຍັດ, ມະຕິ. ເພີ່ມທະວີການດຶງດູດຜູ້ຊ່ຽວຊານ, ນັກວິທະຍາສາດ, ຜູ້ປະຕິບັດງານ, ອາສາສະໝັກທີ່ໄດ້ຮັບຜົນກະທົບໂດຍກົງຈາກນະໂຍບາຍ ແລະ ຜູ້ທີ່ກ່ຽວຂ້ອງອື່ນໆ ເພື່ອປະກອບສ່ວນເຂົ້າໃນວຽກງານນິຕິບັນຍັດ ຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ.
ເປັນເຈົ້າການ, ຕັ້ງໜ້າ, ນຳໃຊ້ກົດແລະລະບຽບການສາກົນ ຢ່າງມີປະສິດທິຜົນ; ໃຊ້ປະໂຍດຈາກປະສົບການສ້າງກົດໝາຍຂອງປະເທດອື່ນ; ຈັດຕັ້ງ ແລະ ເພີ່ມທະວີການຄຸ້ມຄອງລັດໃນການເຄື່ອນໄຫວຮ່ວມມືສາກົນ ກ່ຽວກັບວຽກງານສ້າງກົດໝາຍຢ່າງມີປະສິດທິຜົນ. ເສີມຂະຫຍາຍບົດບາດຂອງບັນດາອົງການຄົ້ນຄ້ວາ, ໃຫ້ຄຳປຶກສາ ແລະ ຊ່ວຍເຫຼືອຜູ້ແທນສະພາແຫ່ງຊາດ ໃນການກະກຽມເອກະສານສະເໜີແນະ ກ່ຽວກັບກົດໝາຍແລະລັດຖະບັນຍັດ, ເອກະສານຄຳຮ້ອງຂໍສ້າງກົດໝາຍ/ລັດຖະບັນຍັດ, ໃນຂະບວນການຮ່າງກົດໝາຍແລະລັດຖະບັນຍັດ ທີ່ສະເໜີໂດຍຜູ້ແທນສະພາແຫ່ງຊາດ. ຄ່ອຍໆເພີ່ມຈຳນວນຜູ້ແທນສະພາແຫ່ງຊາດທີ່ເຮັດວຽກເຕັມເວລາ; ເພີ່ມຄວາມສາມາດໃຫ້ຖັນແຖວພະນັກງານ ລັດຖະກອນທີ່ເຮັດວຽກງານການສ້າງກົດໝາຍ ຕາມທິດມືອາຊີບແລະທັນສະໄໝ; ປັບປຸງວິທີການແລະພາຫະນະສ້າງກົດໝາຍໃຫ້ທັນສະໄໝ. ປ່ຽນແປງໃໝ່ກົນໄກຈັດສັນທຶນເພື່ອວຽກງານນິຕິບັນຍັດ.
ທີສອງ, ຮັບປະກັນການປະຕິບັດຂະບວນການນິຕິບັນຍັດຢ່າງມີປະສິດທິຜົນ, ສະເພາະແມ່ນ ເພີ່ມທະວີຄວາມເປັນເຈົ້າການຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ສະພາຊົນເຜົ່າ, ບັນດາຄະນະກຳມະການຂອງສະພາແຫ່ງຊາດ, ບັນດາຄະນະຜູ້ແທນສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດແຕ່ລະຄົນ ຕໍ່ວຽກງານນິຕິບັນຍັດ. ຍົກສູງຄຸນນະພາບຂອງການສ້າງໂຄງການກຳນົດກົດໝາຍແລະລັດຖະບັນຍັດ, ໂດຍສະເພາະແມ່ນ ຄຸນນະພາບຂອງຂໍ້ສະເໜີການກຳນົດກົດໝາຍແລະລັດຖະບັນຍັດ. ເສີມຂະຫຍາຍຄວາມເປັນເຈົ້າການ, ຄວາມຕັ້ງໜ້າ ແລະ ຄວາມຮູ້ສຶກຮັບຜິດຊອບ ຂອງບັນດາອັດຕະພາບໃນຂະບວນການສ້າງແລະປະກາດໃຊ້ກົດຫມາຍ, ລັດຖະບັນຍັດ, ມະຕິ, ໂດຍສະເພາະ ບົດບາດຂອງລັດຖະບານໃນການເປັນຕົວແທນຍື່ນໂຄງການຕ່າງໆ; ສືບຕໍ່ຄົ້ນຄວ້າດັດແປງ, ປ່ຽນແປງໃໝ່ຂະບວນການສ້າງກົດໝາຍໃນທິດທາງຂອງການມອບໝາຍແລະການແບ່ງງານທີ່ເໝາະສົມ, ຊັດເຈນ ແລະ ເສີມຂະຫຍາຍສູງສຸດຄວາມສາມາດ, ຍົກສູງຄວາມຮັບຜິດຊອບຂອງແຕ່ລະອັດຕະພາບ ໃນຂະບວນການສ້າງກົດຫມາຍ, ກົດບັນຍັດ.
ທີສີ່, ຮັບປະກັນລະບຽບວິໄນໃນການສ້າງກົດໝາຍ. ແກ້ໄຂສະພາບການເອກະສານທາງກົດໝາຍບໍ່ໝັ້ນຄົງ, “ກົດໝາຍກອບ, ກົດໝາຍທໍ່”, ຊັກຊ້າໃນການອອກເອກະສານທີ່ລະອຽດ ແລະ ເອກະສານແນະນຳການປະຕິບັດ. ພ້ອມກັນນັ້ນ, ຮັດແໜ້ນລະບຽບວິໄນ, ເຊີດຊູຄວາມຮັບຜິດຊອບ, ໂດຍສະເພາະແມ່ນຄວາມຮັບຜິດຊອບຂອງຜູ້ນໍາ ໃນການສ້າງກົດໝາຍ; ຕ້ານຄວາມຫຍໍ້ທໍ້ໃນວຽກງານສ້າງກົດໝາຍ, ບໍ່ໃຫ້ຖືກຜົນກະທົບແລະຖືກອິດທິພົນຈາກພຶດຕິກໍາທີ່ບໍ່ດີ ຂອງອົງການຈັດຕັ້ງຫຼືບຸກຄົນໃດໆ, ໂດຍສະເພາະສະພາບການແຊກຊ້ອນ “ຜົນປະໂຫຍດກຸ່ມ”, “ຜົນປະໂຫຍດທ້ອງຖິ່ນ” ໃນເອກະສານທາງດ້ານກົດຫມາຍ. ຄຽງຄູ່ກັນນັ້ນ, ການສ້າງແລະປະກາດໃຊ້ເອກະສານທາງກົດໝາຍ, ມະຕິ ຕ້ອງມີຄວາມຮອບຄອບ ແນ່ນອນ, ເຮັດໃຫ້ດີທຸກຂັ້ນຕອນ, ວາງຄວາມຕ້ອງການສູງກ່ຽວກັບຄຸນນະພາບ, ບໍ່ແລ່ນຕາມຈຳນວນ, ຕ້ອງຕິດຕາມແລະຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງພຶດຕິກຳຕົວຈິງໂດຍໄວ. ບັນດາບັນຫານທີ່ຮີບດ່ວນ, ສຸກງອມແລ້ວ, ຊັດເຈນແລ້ວ, ພິສູດແລ້ວໃນທາງປະຕິບັດ ແລະ ມີຄວາມເຫັນດີເປັນເອກະພາບສູງ ຈຶ່ງຈະສ້າງຂຶ້ນແລະປະກາດໃຊ້; ບັນຫາເຖິງຈະຮີບດ່ວນແລະມີຄວາມຈຳເປັນ ແຕ່ເປັນບັນຫາໃໝ່ ແລະ ຍັງບໍ່ບັນລຸສັນທາມະຕິສູງ ກໍອາດຈະກໍານົດການປະຕິບັດທົດລອງ. ໃນສະເພາະໜ້າ, ຈະບໍ່ດຳເນີນການພັດທະນາໂຄງການກົດໝາຍທີ່ມີເນື້ອໃນສັບສົນ, ມີຄວາມຄິດເຫັນທີ່ແຕກຕ່າງກັນຫຼາຍ, ຈໍາເປັນຕ້ອງໃຊ້ເວລາຫຼາຍເພື່ອສຶກສາຄົ້ນຄວ້າຢ່າງລະອຽດແລະຮອບຄອບ(8).
ໃນສະພາບການໂລກມີການປ່ຽນແປງສັບສົນຫຼາຍຢ່າງທີ່ບໍ່ສາມາດຄາດຄະເນໄດ້ ແລະ ຄວາມຕ້ອງການຂອງພາລະກິດການຫັນເປັນອຸດສາຫະກໍາ ທັນສະໄໝ ຕາມໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານຂຶ້ນສູ່ລັດທິສັງຄົມນິຍົມ (ສະບັບປັບປຸງ ພັດທະນາປີ 2011) ແລະ ເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ໄດ້ວາງອອກໃຫ້ສະພາແຫ່ງຊາດ ແລະ ບັນດາໜ່ວຍງານຂອງສະພາແຫ່ງຊາດມີໜ້າທີ່ໃໝ່ ມີຄວາມຮຽກຮ້ອງຕ້ອງການເພີ່ມຂຶ້ນ. ສືບທອດບັນດາຜົນງານຂອງສະພາແຫ່ງຊາດທີ່ຜ່ານມາ, ສະພາແຫ່ງຊາດຊຸດທີ 15 ສືບຕໍ່ເສີມຂະຫຍາຍບັນດາຜົນງານ ແລະ ບົດຮຽນທີ່ໄດ້ຮັບຈາກສະພາແຫ່ງຊາດຊຸດກ່ອນ, ເຊີດຊູຄວາມຮັບຜິດຊອບ, ຄວາມສາມັກຄີ, ສະຕິປັນຍາ, ຄວາມຄິດປະດິດສ້າງ, ປ່ຽນແປງໃໝ່ຢ່າງແຂງແຮງ, ເປັນເອກະພາບທາງດ້ານເຈດຈຳນົງແລະການກະທຳ, ຍົກສູງຄຸນນະພາບແລະປະສິດທິຜົນຂອງການຈັດຕັ້ງ ພ້ອມທັງການເຄື່ອນໄຫວໃນຂົງເຂດຕ່າງໆ, ພິເສດແມ່ນການເຄື່ອນໄຫວນິຕິບັນຍັດ, ດ້ວຍຈິດໃຈແຫ່ງການເຂົ້າຮ່ວມແຕ່ຕົ້ນ ຈາກທີ່ໄກ, ການຕອບສະໜອງນະໂຍບາຍຢ່າງໄວ, ຕອບສະໜອງຄວາມຕ້ອງການຂອງຄວາມເປັນຈິງທີ່ປ່ຽນແປງໄປຢ່າງໄວວາ ເພື່ອສືບຕໍ່ປັບປຸງບູລະນະລະບຽບລະບອບການພັດທະນາ, ສ້າງກອບກົດໝາຍທີ່ໜັກແໜ້ນ ເພື່ອໃຫ້ປະເທດພັດທະນາແລະເຊື່ອມໂຍງເຂົ້າກັບສາກົນ. ຜ່ານນັ້ນ, ປະຕິບັດໜ້າທີ່ຂອງຄະນະຜູ້ແທນສູງສຸດຂອງປະຊາຊົນ, ອົງການອຳນາດແຫ່ງລັດສູງສຸດ ຢ່າງປະສົບຄວາມສຳເລັດ, ປະກອບສ່ວນທີ່ສົມກຽດເຂົ້າໃນຜົນສຳເລັດລວມຂອງປະເທດ./.
------------------------
(1) ແຕ່ເດືອນພຶດສະພາປີ 2005 ເຖິງປະຈຸບັນ, ສະພາແຫ່ງຊາດໄດ້ປະກາດໃຊ້ເອກະສານທາງກົດໝາຍ 300 ສະບັບ.
(2) ເຊັ່ນ: ມະຕິສະບັບເລກທີ 30/2021/QH15, ລົງວັນທີ 28 ກໍລະກົດ 2021, ຂອງສະພາແຫ່ງຊາດ “ກ່ຽວກັບກອງປະຊຸມສະໄໝສາມັນເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ 15”, ມະຕິສະບັບເລກທີ 32/2021/QH15, ລົງວັນທີ 12 ພະຈິກ 2021, ຂອງສະພາແຫ່ງຊາດ, “ກ່ຽວກັບແຜນການພັດທະນາເສດຖະກິດ - ສັງຄົມ ປີ 2022”; ມະຕິສະບັບເລກທີ 268/NQ-UBTVQH15, ລົງວັນທີ 6 ສິງຫາ 2021, ຂອງຄະນະປະຈຳສະພາແຫ່ງຊາດ, “ກ່ຽວກັບການອະນຸຍາດໃຫ້ລັດຖະບານປະການໃຊ້ມະຕິທີ່ມີບາງເນື້ອໃນແຕກຕ່າງກັບຂໍ້ກຳນົດຂອງກົດໝາຍ ເພື່ອຕອບສະໜອງຄວາມຕ້ອງການປ້ອງກັນແລະຄວບຄຸມການລະບາດຂອງພະຍາດໂຄວິດ-19”; ມະຕິສະບັບເລກທີ 393/NQ-UBTVQH15, ລົງວັນທີ 30 ກັນຍາ 2021, ຂອງຄະນະປະຈຳສະພາແຫ່ງຊາດ, “ກ່ຽວກັບການເພີ່ມຄັງສຳຮອງງົບປະມານສູນກາງຈາກແຫຼ່ງຫຼຸດລາຍຈ່າຍ ແລະ ການປະຢັດງົບປະມານສູນກາງໃນປີ 2021 ເພື່ອໃຊ້ຈ່າຍໃນວຽກງານປ້ອງກັນແລະຄວບຄຸມການລະບາດຂອງພະຍາດໂຄວິດ-19”.
3) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 2, ໜ້າ 6 – 7.
(4) “ຄຳປາໄສສະບັບເຕັມ ຂອງເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນກອງປະຊຸມຄັ້ງທຳອິດຂອງສະພາແຫ່ງຊາດຊຸດທີ 15”, ໜັງສືພິມອອນລາຍຂອງສະຖານີວິທະຍຸກະຈາຍສຽງຫວຽດນາມ (VOV), ອອຫວັນທີ 20 ກໍລະກົດ 2021, https://vov.vn/chinh-tri/toan-van-phat-bieu-cua-tong-bi-thu-tai-ky-hop-thu-nhat-quoc-hoi-khoa-xv-875336.vov
(5) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 39.
(6) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 2, ໜ້າ 337.
(7) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 174 – 175.
(8) ເບິ່ງ: ບົດສະຫຼຸບສະບັບເລກທີ 19-KL/TW, ອອກວັນທີ 14 ຕຸລາ 2021, ຂອງກົມການເມືອງສູນກາງພັກ, “ກ່ຽວກັບທິດທາງໂຄງການສ້າງກົດໝາຍຂອງສະພາແຫ່ງຊາດຊຸດທີ 15”.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 984 (ເດືອກຸມພາ 2022)