ການປ່ຽນແປງໃໝ່ຈິນຕະນາການດ້ານກະສິກຳ, ຊາວນາ
ແລະການພັດທະນາຊົນນະບົດ - ເບິ່ງຈາກການນຳພາຂອງພັກ,
ບົດບາດຂອງລະບົບການເມືອງ ແລະ ການສົ່ງເສີມປະຊາທິປະໄຕໃນຊົນນະບົດ.
ແລະການພັດທະນາຊົນນະບົດ - ເບິ່ງຈາກການນຳພາຂອງພັກ,
ບົດບາດຂອງລະບົບການເມືອງ ແລະ ການສົ່ງເສີມປະຊາທິປະໄຕໃນຊົນນະບົດ.
ວກ. - ການພັດທະນາ “ການກະສິກໍານິເວດ, ຊົນນະບົດທັນສະໄໝ ແລະ ຊາວນາອາລະຍະ” ແມ່ນຈິນຕະນາການໃໝ່ກ່ຽວກັບການຄຸ້ມຄອງ ແລະ ການພັດທະນາ “ການກະສິກໍາ, ຊາວນາ ແລະ ຊົນນະບົດ (ກຊຊ)” ຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ. ເພື່ອຫັນປ່ຽນໂດຍພື້ນຖານຈາກແນວຄິດດັ້ງເດີມກ່ຽວກັບ “ກຊຊ” ໄປເປັນແນວຄິດພັດທະນາ “ການກະສິກຳນິເວດ, ຊົນນະບົດທັນສະໄໝ ແລ ຊາວນາອາລະຍະ” ນັ້ນ ແມ່ນຕ້ອງເລີ່ມຕົ້ນດ້ວຍການນຳພາຂອງພັກ, ບົດບາດແລະຄວາມຮັບຜິດຊອບຂອງລະບົບການເມືອງ ຕິດພັນກັບການສົ່ງເສີມປະຊາທິປະໄຕໃນຊົນນະບົດ.
ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢ້ຽມຊົມສວນຊາຢູ່ຕາແສງໝີບັ່ງ, ເມືອງອຽນເຊີນ, ແຂວງຕວຽນກວາງ ແລະ ຖາມຂ່າວຊີວິດການເປັນຢູ່ຂອງຊາວຊົນເຜົ່າສ່ວນນ້ອຍ _ພາບ: TTXVN
1- “ການກະສິກໍາ, ຊາວນາ ແລະ ຊົນນະບົດ” ແມ່ນບັນຫາພັນປີຂອງປະເທດກະສິກຳຄືຫວຽດນາມ, ສ່ວນການພັດທະນາ “ການກະສິກໍານິເວດ, ຊົນນະບົດທັນສະໄຫມ ແລະ ຊາວນາອາລະຍະ” ພັດແມ່ນບັນດາເນື້ອໃນ, ຮູບຖານ ແລະ ແບບວິທີການພັດທະນາທີ່ໃໝ່ອ່ຽມ. ນີ້ກໍແມ່ນຈຸດເລີ່ມຕົ້ນຂອງການຮັບຮູ້, ປ່ຽນແປງໃໝ່ຈິນຕະນາການແລະ ສ້າງໂຄງປະກອບວິທີການຄຸ້ມຄອງຄືນໃໝ່ ແລະ ຜັນຂະຫຍາຍບັນດາບັນຫາ “ກຊຊ” ໃນໄລຍະໃໝ່.
ຫວຽດນາມເປັນປະເທດຊາດທີ່ກໍ່ຕົວ ແລະ ພັດທະນາບົນພື້ນຖານອາລະຍະທໍາກະສິກໍາເຂົ້າປຽກ, “ກຊຊ” ແມ່ນເປັນເສົາຄ້ຳຂອງນະໂຍບາຍແຫ່ງຊາດໃນທຸກຍຸກສະໄໝ. ໃນຫຼາຍພັນປີແຫ່ງປະຫວັດສາດ, ການກະສິກໍາ ຊາວນາ ແລະ ຊົນນະບົດ ໄດ້ປ່ຽນແປງຢ່າງຊັກຊ້າ, ແຕ່ໃນທົດສະວັດທີ່ຜ່ານມາ ມັນໄດ້ມີການປ່ຽນແປງດ້ວຍຄວາມໄວສູງ, ຄວາມເຂັ້ມແຂງແຮງ ແລະ ຈັງຫວະຮີບດ່ວນ, ຍ້ອນໄດ້ຮັບການຊຸກຍູ້ດ້ວຍກຳລັງໜູນ ພາຍໃນ ແລະ ໄມ້ງັດ ນະໂຍບາຍ, ແຮງຜັກດັນ ຂອງເສດຖະກິດຕະຫຼາດ ແລະ ແຮງກົດດັນ ຂອງການເຊື່ອມໂຍງສາກົນ.
ການຫັນປ່ຽນຄັ້ງທໍາອິດ ແມ່ນການເຄື່ອນຍ້າຍຈາກການຜະລິດຂະໜາດນ້ອຍ ກະຈັດກະຈາຍ ໃນທົ່ງນານ້ອຍໆ ລວມກັບ “ສວນປະສົມປະສານ” ຂອງຄອບຄົວ ເຊິ່ງຜະລິດຕາມແບບກຸ້ມຕົນເອງຜະລິດເອງ ໄປສູ່ການກະສິກຳຜະລິດເປັນສິນຄ້າ; ຈາກເສດຖະກິດສິນຄ້າແບບງ່າຍດາຍ ທີ່ພຽງແຕ່ແລກປ່ຽນຜະລິດຕະພັນສ່ວນເກີນຂອງການຜະລິດກະສິກຳຂະໜາດນ້ອຍ (ຜ່ານຕະຫຼາດໝູ່ບ້ານ) ໄປສູ່ເສດຖະກິດສິນຄ້າທີ່ພັດທະນາໂດຍມີເປົ້າໝາຍຜະລິດເພື່ອຂາຍໃນຕະຫຼາດ; ຈາກແຕ່ລະບ້ານເປັນໂອເອຊິສທີ່ໂດດດ່ຽວ ໄປສູ່ການເຊື່ອມຕໍ່ ການຮ່ວມມື ການເຊື່ອມໂຍງ ແລະ ການພັດທະນາ. ພາລະກິດການປ່ຽນແປງໃໝ່ໄດ້ກຳນົດບາດກ້າວທີ່ສຳຄັນໃນການພັດທະນາເສດຖະກິດກະສິກຳ, ສັງຄົມຊົນນະບົດ ແລະ ຊີວິດຂອງຊາວນາ, ໂດຍສະເພາະໃນທົດສະວັດທີ່ຜ່ານມາ ໄດ້ມີຄວາມກ້າວໜ້າຢ່າງໄວວາ.
ລະບົບກະສິກຳແລະເສດຖະກິດຊົນນະບົດຄ່ອຍໆປັບຕົວເຂົ້າກັບກົນໄກຕະຫຼາດ. ຈິນຕະນາການກ່ຽວກັບການຜະລິດກະສິກຳເພື່ອຂາຍອອກສູ່ຕະຫຼາດ ໄດ້ແຜ່ຫຼາຍພໍສົມຄວນ, ຫຼາຍແຫ່ງຍັງຈັດຕັ້ງການຜະລິດຕາມຕ່ອງໂສ້ຄຸນຄ່າ ທີ່ເຂົ້າເຖິງຕະຫຼາດໂລກ; ສວນສະເພາະທາງຄ່ອຍໆປ່ຽນແທນສວນປະສົມ; ຕະຫຼາດຂາຍສົ່ງຂະຫຍາຍຕົວຮັບໃຊ້ໃຫ້ແກ່ການໝູນວຽນສິນຄ້າໄລຍະໄກ; ການປຸງແຕ່ງຜະລິດຕະພັນກະສິກຳ, ປ່າໄມ້ ແລະ ປະມົງ ເພື່ອຂາຍໃນຮ້ານສັບພະສິນຄ້າ ຫຼືເພື່ອສົ່ງອອກນັ້ນ ໄດ້ຮັບຄວາມເອົາໃຈໃສ່ໃນຫຼາຍທ້ອງຖິ່ນ. ວິສາຫະກິດໃນເບື້ອງຕົ້ນໄດ້ກາຍເປັນປັດໄຈສຳຄັນ ສ້າງກຳລັງຊຸກຍູ້ການພັດທະນາເສດຖະກິດກະສິກຳ ຕາມຕ່ອງໂສ້ຄຸນຄ່າ, ສົ່ງເສີມການຄ້າຜະລິດຕະພັນກະສິກໍາ, ການປະຍຸກໃຊ້ເຕັກໂນໂລຊີ, ຈັດຕັ້ງການຜະລິດຄືນໃໝ່ ໂດຍອີງໃສ່ການເຊື່ອມຕໍ່ກັບຄອບຄົວແລະ ສະຫະກອນ. ຊັບພະຍາກອນພື້ນເມືອງໄດ້ຮັບການລະບຸແລະສົ່ງເສີມຢ່າງມີປະສິດທິຜົນໃນເບື້ອງຕົ້ນທີ່ກ່ຽວຂ້ອງກັບ “ໂຄງການ ໜຶ່ງຕາແສງໜຶ່ງຜະລິດຕະພັນ” (OCOP),ເຊິ່ງສ້າງມູນຄ່າທາງເສດຖະກິດທີ່ສູງຂຶ້ນ, ນຳເອົາຊີວິດທີ່ດີມາໃຫ້ກະເສດຕະກອນໃນຫຼາຍພື້ນທີ່. ພື້ນຖານເສດຖະກິດບໍ່ແມ່ນເສດຖະກິດກະສິກຳລ້ວນໆອີກ ເຊິ່ງຢູ່ຫຼາຍແຫ່ງໄດ້ພັດທະນາເສດຖະກິດຊົນນະບົດ ດ້ວຍໂຄງປະກອບກະສິກຳ - ອຸດສາຫະກຳ - ການບໍລິການທີ່ເຊື່ອມໂຍງກັນຢ່າງແໜ້ນແຟ້ນ, ເພີ່ມເຕີມໃຫ້ແກ່ກັນ, ປະກອບສ່ວນຊຸກຍູ້ການຫັນຊົນນະບົດເປັນຕົວເມືອງ. ໂຄງສ້າງພື້ນຖານຊົນນະບົດໄດ້ມີການປ່ຽນແປງຫຼາຍພໍຄວນພາຍຫຼັງກວ່າ 10 ປີແຫ່ງການປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່, ເປັນຕົ້ນແມ່ນຖະໜົນຫົນທາງ, ໄຟຟ້າ, ໂຮງຮຽນ, ສຸກສາລາ, ໂຮງວັດທະນະທຳ, ກິດຈະການຊົນລະປະທານ, ໂທລະຄົມມະນາຄົມ, ຄື້ນວິທະຍຸກະຈາຍສຽງ, ໂທລະພາບ...
ຊີວິດການເປັນຢູ່ຂອງປະຊາຊົນໃນເຂດຊົນນະບົດໄດ້ຮັບການຍົກສູງຂຶ້ນຢ່າງຈະແຈ້ງ, ຕັ້ງແຕ່ຄວາມຕ້ອງການທີ່ຈຳເປັນຕ່າງໆເຊັ່ນ ການກິນດື່ມ, ການນຸ່ງຫົ່ມ, ການຢູ່ອາໄສ, ການໄປມາ, ການຕິດຕໍ່ສື່ສານ,... ຈົນເຖິງການເຂົ້າເຖິງການບໍລິການສາທາລະນະຂັ້ນພື້ນຖານຕ່າງໆເຊັ່ນ ການສຶກສາ, ການຮັກສາສຸຂະພາບ, ວັດທະນະທຳ... ໂຄງສ້າງຄາບອາຫານຂອງຄອບຄົວໃນຊົນນະບົດໄດ້ຮັບການປັບປຸງໃຫ້ດີຂຶ້ນຫຼາຍ, ຕອບສະຫນອງຄວາມຕ້ອງການດ້ານໂພຊະນາການ, ການພັດທະນາຮ່າງກາຍ ແລະ ຍົກສູງຄຸນນະພາບຊີວິດໂດຍລວມ. ເຮືອນທີ່ມີໂຄງສ້າງແລະສະຖາປັດຕະຍະກໍາທີ່ທັນສະໄໝ, ຍານພາຫະນະຂົນສົ່ງ ແລະ ກິດຈະກໍາຂອງຄອບຄົວກຳລັງເຂົ້າສູ່ອາລະຍະທໍາຕົວເມືອງ (ເຊັ່ນ: ລົດຈັກ, ຕູ້ເຢັນ, ໂທລະພາບ, ໝໍ້ຫຸງເຂົ້າ, ຫ້ອງນ້ຳທັນສະໄໝ,...) ມີຢູ່ຢ່າງແຜ່ຫຼາຍ ໃນທຸກຄອບຄົວທີ່ຮັ່ງມີ ແລະ ໃນຄອບຄົວທີ່ມີລາຍໄດ້ເກີນລະດັບໃກ້ຈະທຸກຍາກ. ພື້ນທີ່ສາທາລະນະໃນຊົນນະບົດທຸກມື້ນີ້ ບໍ່ພຽງແຕ່ມີຖະໜົນດິນຈີ່, ສາລາກາງບ້ານ, ທ່າເຮືອ, ຕົ້ນໄຊ ແລະອື່ນໆເທົ່ານັ້ນ, ແຕ່ຍັງມີເພີ່ມເຕີມດ້ວຍ ເສັ້ນທາງຄອນກີດທີ່ມີໄຟສ່ອງສະຫວ່າງ, ເຮືອນວັດທະນະທໍາ, ສະຖາບັນວັດທະນະທໍາທີ່ມີອົງປະກອບທີ່ທັນສະໄໝ ແລະ ການເຊື່ອມຕໍ່ອິນເຕີເນັດ. ການສຶກສາແລະຝຶກອົບຮົມຊັບພະຍາກອນມະນຸດ ມີການຫັນປ່ຽນ ບັນລູຜົນສໍາເລັດຫຼາຍຢ່າງ, ຊ່ວຍໃຫ້ຊາວນາມີເງື່ອນໄຂຍົກສູງຄວາມຮູ້, ຝຶກທັກສະແຮງງານ, ປັບຕົວເຂົ້າກັບການສ້າງໂຄງປະກອບອຸດສາຫະກຳ ແລະ ອາຊີບຄືນໃໝ່. ການປະກັນສຸຂະພາບໄດ້ຮັບການເປີດກວ້າງ, ມຸ່ງໄປເຖິງການປົກຫຸ້ມປະກັນສຸຂະພາບໃຫ້ແກ່ຊາວຊົນນະບົດທັງໝົດ ເຊິ່ງຜູ້ມີລາຍຮັບຕ່ຳ ແລະ ຊາວເຜົ່າສ່ວນນ້ອຍໄດ້ຮັບການສະໜັບສະໜູນຈາກລັດ, ຮັບປະກັນສິດໃນການເຂົ້າເຖິງການບໍລິການກວດສຸຂະພາບ ແລະ ປິ່ນປົວພະຍາດ. ຈຳນວນຄອບຄົວທີ່ຮັ່ງມີຈາກການຜະລິດກະສິກຳ, ປ່າໄມ້ ແລະ ການປະມົງແມ່ນນັບມື້ນັບເພີ່ມຂຶ້ນ. ຄຽງຂ້າງນັ້ນ, ຍັງມີບັນດາຮູບແບບການສຳພັນ, ການຮ່ວມມື, ການປະດິດສ້າງຮູບແບບການຈັດຕັ້ງການຜະລິດ, ຊຸກຍູ້ການເຄື່ອນຍ້າຍທີ່ດິນ, ການປັບໂຄງປະກອບແຮງງານ, ການປະຍຸກໃຊ້ເຕັກໂນໂລຊີ, ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງ. ນີ້ແມ່ນກຳລັງຜູ້ບຸກເບີກ, ເປັນປັດໄຈແກນກາງທີ່ສຳຄັນໃນການສ້າງຖັນແຖວຊາວກະສິກອນລຸ້ນໃໝ່.
ຢ່າງໃດກໍຕາມ, ການປ່ຽນແປງທາງເສດຖະກິດ - ສັງຄົມໃນຊົນນະບົດໃນໄລຍະຜ່ານມາມີທັງດ້ານບວກ ແລະ ດ້ານລົບ, ມີແຮງຜັກດັນ ແລະ ແຮງກີດຂວາງ. ເມື່ອທຽບກັບລະດັບສະເລ່ຍຂອງທົ່ວປະເທດ, ລະດັບການພັດທະນາໃນເຂດຊົນນະບົດຍັງຕ່ຳກວ່າ, ໂດຍສະເພາະແມ່ນເຂດພູດອຍ, ເຂດຫ່າງໄກສອກຫຼີກ, ເຂດຊົນເຜົ່າສ່ວນນ້ອຍ ແລະ ໝູ່ເກາະ. ການຜະລິດກະສິກໍາຍັງເລື່ອນລອຍ; ສະພາບການຜະລິດນ້ອຍ, ກະແຈກກະຈາຍຍັງມີຢູ່ຫຼາຍແຫ່ງ, ມັນບໍ່ງ່າຍທີ່ຈະປ່ຽນໄປສູ່ການຜະລິດສິນຄ້າຂະໜາດໃຫຍ່; ຊີວິດການເປັນຢູ່ຂອງຊາວນາພາກສ່ວນໜຶ່ງຍັງພົບຄວາມຫຍຸ້ງຍາກ, ໂດຍສະເພາະໃນເວລາທີ່ປະເຊີນກັບຂໍ້ເສຍຂອງຕະຫຼາດ ແລະ ການປ່ຽນແປງສະພາບອາກາດ. ການປ່ຽນແປງສະພາບອາກາດ ແລະ ຄວາມເສື່ອມໂຊມຂອງສິ່ງແວດລ້ອມມີຄວາມສັບສົນ; ມີເຫດການທີ່ເກີດຈາກຄວາມສຸດຂົ້ວຂອງທໍາມະຊາດ, ມີເຫດການທີ່ເກີດຈາກມະນຸດ, ແຕ່ການກະສິກຳ ແລະ ຊົນນະບົດຍັງເປັນພື້ນທີ່ທີ່ໄດ້ຮັບຜົນກະທົບໜັກທີ່ສຸດ, ໂດຍສະເພາະເຂດທົ່ງພຽງແມ່ນ້ຳຂອງ. ແນ່ນອນວ່າ, ການຫັນເປັນອຸດສາຫະກໍາ ແລະ ການຂະຫຍາຍຕົວຂອງຕົວເມືອງ ກໍາລັງ “ດູດ” ແຮງງານຈຳນວນຫຼາຍ ຈາກກະສິກໍາແລະຊົນນະບົດ. ຫຼາຍໝູ່ບ້ານເຫຼືອແຕ່ຜູ້ເຖົ້າແລະເດັກນ້ອຍ, ຂາດແຮງງານໜຸ່ມທີ່ມີມືອາຊີບ, ທີ່ໄດ້ຮັບການຝຶກອົບຮົມໃຫ້ມີຄວາມສາມາດພຽງພໍ ເພື່ອຫັນປ່ຽນເປັນກະສິກໍາທັນສະໄໝ, ພັດທະນາເສດຖະກິດຊົນນະບົດຢ່າງຍືນຍົງ ແລະ ກໍ່ສ້າງຊົນນະບົດອາລະຍະທຳໃໝ່. ເນື້ອທີ່ດິນກະເສດໃນຫຼາຍພື້ນທີ່ໄດ້ມີການປ່ຽນຈຸດປະສົງການນໍາໃຊ້ ເພື່ອເປີດໂຮງງານ, ສວນອຸດສາຫະກຳ ແລະ ເຂດຕົວເມືອງ, ແຕ່ຊາວກະສິກອນເອງ ໄດ້ຮັບຜົນປະໂຫຍດຈາກຂະບວນການເຄື່ອນຍ້າຍທີ່ດິນນີ້ພຽງໜ້ອຍໜຶ່ງ. ວັດທະນະທຳບ້ານ/ໝູ່ບ້ານ, ຄອບຄົວ, ວິຖີຊີວິດຂອງຊົນນະບົດ ປ່ຽນແປງຢ່າງວ່ອງໄວ, ທັງດ້ານບວກແລະດ້ານລົບ, ສົ່ງຜົນກະທົບເຖິງເອກະລັກວັດທະນະທຳດັ້ງເດີມໃນຫຼາຍດ້ານ. ຄວາມຊົ່ວຮ້າຍທາງສັງຄົມ ແລະ ຄວາມຂັດແຍ່ງທາງສັງຄົມໃນເຂດຊົນນະບົດ ເປັນທີ່ໜ້າເປັນຫ່ວງ, ໂດຍສະເພາະການຂັດແຍ້ງກ່ຽວກັບທີ່ດິນ, ການຟ້ອງຮ້ອງ, “ສິນເຊື່ອດຳ”, ການເຊື່ອລາງຖືຝີ ໄສຍະສາດ, ປະກົດການ “ໃກ້ສາສະໜາ”...
ທັງດ້ານບວກແລະດ້ານລົບ, ແຮງຜັກດັນແລະແຮງກີດຂວາງທີ່ກ່າວມາເທິງນີ້ ໄດ້ວາງຄວາມຮຽກຮ້ອງຕ້ອງການທີ່ສູງກວ່າ ແລະ ສິ່ງທ້າທາຍທີ່ໃຫຍ່ກວ່າ ຕໍ່ການນຳພາຂອງພັກ, ບົດບາດແລະຄວາມຮັບຜິດຊອບຂອງລະບົບການເມືອງ ແລະ ການເສີມຂະຫຍາຍປະຊາທິປະໄຕໃນຊົນນະບົດ. ສຳລັບດ້ານບວກແລະແຮງຜັກດັນ, ຮຽກຮ້ອງໃຫ້ຍົກລະດັບຂອງວຽກງານການນຳພາແລະຄຸ້ມຄອງຂຶ້ນດ້ວຍຈັງຫວະຮີບດ່ວນກວ່າ, ຈິນຕະນາການປ່ຽນແປງໃໝ່ແຂງແຮງກວ່າ ເພື່ອໃຊ້ໂອກາດທີ່ດີໃນການຊຸກຍູ້ການພັດທະນາຊົນນະບົດ, ໂດຍບໍ່ພາດກັບທ່າອ່ຽງການພັດທະນາທົ່ວໄປ. ສຳລັບດ້ານລົບແລະແຮງກີດຂວາງ, ຕ້ອງມີຈິນຕະນາການບຸກທະລຸ ຂະຈັດຂໍ້ອຸດຕັນ ບັນຫາຄໍຂວດ ເພື່ອເອົາຊະນະຄວາມຫຍຸ້ງຍາກ, ແກ້ໄຂສິ່ງທ້າທາຍ. ນີ້ແມ່ນວຽກງານທີ່ໜັກໜ່ວງ ເຊິ່ງຕ້ອງໃຊ້ທັງຄວາມກ້າຫານ, ຄວາມຮັບຜິດຊອບ ແລະ ຄວາມຮັກແພງຕໍ່ຊາວນາ - ຊັ້ນຄົນທີ່ເຄີຍປະກອບຊັບພະຍາກອນ (ກຳລັງຄົນ, ກຳລັງຊັບ, ທີ່ດິນ...) ຫຼາຍທີ່ສຸດໃຫ້ແກ່ການປະຕິວັດປົດປ່ອຍຊາດ ແລະ ການຍຸ້ແຮງການຫັນເປັນອຸດສາຫະກຳແລະທັນສະໄໝ, ແຕ່ກໍ່ເປັນຊັ້ນຄົນທີ່ໄດ້ຮັບຄວາມເສຍຫາຍຫຼາຍຢ່າງໃນເສດຖະກິດຕະຫຼາດ ແລະ ການເຊື່ອມໂຍງເຂົ້າກັບສາກົນ.
2- ການພັດທະນາ “ກຊຊ” ຕາມຈິນຕະນາການປ່ຽນແປງໃໝ່ ກ່ອນອື່ນໝົດພວກເຮົາຕ້ອງໄດ້ຮັບການປົດປ່ອຍຈາກຄວາມຄິດ ແລະ ຄວາມຮູ້ສຶກ ທີ່ກ່ຽວຂ້ອງກັບການຜະລິດຂະໜາດນ້ອຍ ທີ່ໄດ້ກາຍເປັນຄວາມເສື່ອຍ, ນິໄສທີ່ຂັດຂວາງການປ່ຽນແປງໃໝ່ປະດິດສ້າງ, ເພື່ອຄ່ອຍໆເຂົ້າສູ່ລະດັບການພັດທະນາອາລະຍະທຳ ແລະ ເສດຖະກິດຕະຫຼາດທີ່ທັນສະໄໝ, ຄົບຖ້ວນສົມບູນ ແລະ ການເຊື່ອມໂຍງສາກົນ.
ການພັດທະນາ “ກຊຊ” ກ່ອນອື່ນໝົດຮຽກຮ້ອງໃຫ້ພະນັກງານນຳພາຄຸ້ມຄອງຕ້ອງເຂົ້າເຖິງຈິນຕະນາການເສດຖະກິດຕະຫຼາດທີ່ທັນສະໄໝສົມບູນ ຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນ, ຕັ້ງການພັດທະນາເສດຖະກິດກະສິກຳໃນການພັດທະນາເສດຖະກິດຊົນນະບົດໂດຍລວມ, ປ່ຽນແປງໃໝ່ຮູບແບບການເຕີບໂຕ, ປັບໂຄງສ້າງເສດຖະກິດຄືນໃໝ່, ຊຸກຍູ້ການຫັນເປັນຕົວເມືອງ, ເຊື່ອມຕໍ່ຊົນນະບົດກັບຕົວເມືອງ. ບົນພື້ນຖານຂອງຈິນຕະນາການນຳພາດັ່ງກ່າວ ຈຶ່ງສາມາດປຸກລະດົມຄວາມສາມາດບົ່ມຊ້ອນແລະທ່າແຮງຂອງທ້ອງຖິ່ນໃນພື້ນຖານເສດຖະກິດຕະຫຼາດ; ກໍ່ສ້າງລະບຽບລະບອບການຄຸ້ມຄອງທ້ອງຖິ່ນທີ່ເໝາະສົມ; ລະດົມແຫຼ່ງພະລັງຕ່າງໆ ແລະ ສ້າງແຮງຜັກດັນການພັດທະນາ.
ຫັນປ່ຽນຢ່າງແຂງແຮງ ຈາກຈິຕະນາການການຜະລິດກະສິກຳຂະໜາດນ້ອຍ ກະແຈກກະຈາຍ ໄປເປັນການກະສິກຳຜະລິດສິນຄ້າ ຕາມຕ່ອງໂສ້ຄຸນຄ່າ, ໝູນໃຊ້ຜົນສຳເລັດຂອງວິທະຍສາດແລະເຕັກໂນໂລຊີ; ສ້າງຮູບແບບການຈັດຕັ້ງການຜະລິດໂດຍອີງໃສ່ການເຊື່ອມໂຍງແລະການຮ່ວມມືຢ່າງໃກ້ຊິດລະຫວ່າງ ວິສາຫະກິດ, ຄົວເຮືອນ, ສະຫະກອນ ແລະ ໜ່ວຍຮ່ວມມື, ຖືເອົາຊາວນາເປັນເຈົ້າຂອງ, ວິສາຫະກິດເປັນແຮງຂັບເຄື່ອນທີ່ສໍາຄັນ. ໃນລະບົບຕ່ອງໂສ້ຄຸນຄ່ານັ້ນ, ວິສາຫະກິດຮັບປະກັນການເຊື່ອມຕໍ່ລະຫວ່າງຜູ້ຜະລິດແລະຕະຫຼາດ, ຮັບຜິດຊອບຂັ້ນຕອນຕ່າງໆເຊັ່ນ “ສົ້ນເຂົ້າ”, “ສົ້ນອອກ”, ການຖ່າຍທອດເຕັກໂນໂລຊີ, ການປຸງແຕ່ງຜະລິດຕະພັນກະເສດ ຕິດພັນກັບການສ້າງມາດຕະຖານເຕັກນິກທີ່ເຄັ່ງຄັດ; ຄອບຄົວຊາວນາຜ່ານສະຫະກອນ ຫຼືບັນດາຮູບການເຊື່ອມຕໍ່, ຮ່ວມມືທີ່ຫຼາກຫຼາຍ ເພື່ອຈັດຕັ້ງການຜະລິດຕາມສັນຍາ, ມາດຕະຖານ, ຮັບປະກັນປະລິມານ ແລະ ການເຈລະຈາຕໍ່ລອງໃຫ້ໄດ້ຮັບຜົນກໍາໄລຫຼາຍທີ່ສຸດ, ຈໍາກັດຄວາມສ່ຽງຈາກການຜັນຜວນຂອງຕະຫຼາດ ແລະ ຫຼຸດຜ່ອນຄວາມເສຍຫາຍໃຫ້ແກ່ຊາວກະສິກອນ. ການພັດທະນາເສດຖະກິດຊົນນະບົດໂດຍມີການເຊື່ອມໂຍງຢ່າງໃກ້ຊິດ ລະຫວ່າງການພັດທະນາກະສິກຳ ກັບການບໍລິການ, ອຸດສາຫະກຳຂະໜາດກາງແລະນ້ອຍ ແລະ ຫັດຖະກຳ ເພື່ອປ່ຽນໂສມໜ້າຊົນນະບົດໃນຂະບວນການກໍ່ສ້າງຊົນນະບົດໃໝ່.
ຈຳເປັນຕ້ອງກຳນົດທິດນຳ “ການເຄື່ອນໄຫວທ້ອງຖິ່ນ, ວິໄສທັດລະດັບໂລກ” ຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນຢ່າງກວ້າງຂວາງເລິກເຊິ່ງ, ຮັບປະກັນໃຫ້ການຜະລິດສິນຄ້າແຕ່ລະປະເພດ ແລະ ຜະລິດຕະພັນແຕ່ລະປະເພດ ບໍ່ແຍກອອກຈາກຄວາມຕ້ອງການຂອງຕະຫຼາດໂລກ, ໂດຍສະເພາະຄວາມຕ້ອງການຂອງ “ຕະຫຼາດທີ່ເອົາໃຈຍາກ”, ຮັບປະກັນຜະລິດຕະພັນທີ່ປອດໄພ, ຕອບສະໜອງໄດ້ມາດຕະຖານເຕັກນິກທີ່ເຂັ້ມງວດ.
ບັນດາສັນຍາການຄ້າເສລີ (FTA) ເປີດໂອກາດໃຫຍ່ໃຫ້ການກະສິກຳຫວຽດນາມເຂົ້າເຖິງບັນດາຕະຫຼາດທີ່ມີຄຸນຄ່າເພີ່ມສູງ, ແຕ່ຄວາມທ້າທາຍກໍ່ໃຫຍ່ຂຶ້ນເມື່ອມາດຕະຖານນັບມື້ນັບເຂັ້ມງວດ, ບໍ່ພຽງແຕ່ແນໃສ່ຕອບສະໜອງຄວາມຕ້ອງການຮັບປະກັນຄວາມປອດໄພ, ສຸຂະພາບ ແລະ ຄວາມງາມສຳລັບຜູ້ບໍລິໂພກເທົ່ານັ້ນ, ຫາກຍັງສ້າງໂລກທີ່ມີອາລະຍະທຳ ແລະ ດີກວ່າເກົ່າ (ເຊັ່ນການຮັກສາສິ່ງແວດລ້ອມນິເວດ, ບໍ່ມີການຫາປາຜິດກົດໝາຍ, ບໍ່ມີການຫາປາແບບທໍາລາຍລ້າງ, ບໍ່ໃຊ້ແຮງງານເດັກ, ຮັບປະກັນສິດທິກຳມະບານຂອງແຮງງານ...).
ການປ່ຽນແປງໃໝ່ຈິນຕະນາການນຳພາ ຄຸ້ມຄອງກ່ຽວກັບ “ກຊຊ” ໃນເງື່ອນໄຂໃໝ່ນັ້ນ ບໍ່ພຽງແຕ່ຕ້ອງການຄວາມສາມາດເທົ່ານັ້ນ ແຕ່ຍັງຕ້ອງເລີ່ມຈາກຄວາມເລິກຂອງອາລົມຈິດທີ່ດີຕໍ່ຊາວນາ ແລະ ຄວາມຮັບຜິດຊອບຕໍ່ຊົນນະບົດ. ມີຄວາມຈິງທີ່ວ່າ, ການລົງທຶນໃນກະສິກໍາມີຜົນກະທົບໂດຍກົງຕໍ່ການປັບປຸງລາຍໄດ້ຂອງຄອບຄົວຊາວນາ, ແຕ່ແຫຼ່ງລາຍຮັບງົບປະມານສຳລັບທ້ອງຖິ່ນບໍ່ຄືກັບການລົງທຶນພັດທະນາອຸດສາຫະກຳ ແລະ ການບໍລິການ. ການລົງທຶນໃນກະສິກໍາຈຳເປັນຕ້ອງຄິດໄລ່ຢ່າງຮອບຄອບ, ບໍ່ພຽງແຕ່ຄຳນຶງເຖິງບັນຫາຍົກສູງລາຍໄດ້ຂອງປະຊາຊົນເທົ່ານັ້ນ ແຕ່ຍັງຕ້ອງຫັນປ່ຽນໂຄງປະກອບແຮງງານ, ປົກປັກຮັກສາສະພາບແວດລ້ອມແຫ່ງການດຳລົງຊີວິດ, ປົກປັກຮັກສາ ແລະ ເສີມຂະຫຍາຍເອກະລັກວັດທະນະທຳຂອງຊາດ...
ການພັດທະນາອຸດສາຫະກຳ ແລະ ບໍລິການຈຳເປັນຕ້ອງມີນະໂຍບາຍດຶງດູດການລົງທຶນດ້ວຍການວາງແຜນທີ່ດິນ ຕິດພັນກັບນະໂຍບາຍບຸລິມະສິດພາສີ ແລະ ການປະຕິຮູບລະບຽບການບໍລິຫານໃຫ້ມີຄວາມສະດວກ, ສ່ວນການພັດທະນາກະສິກຳນັ້ນຕ້ອງການເຫື່ອແຮງຫຼາຍແລະມີຄວາມຫຍຸ້ງຍາກກວ່າ. ທີ່ນີ້, ຕ້ອງການວິທີແກ້ໄຂຫຼາຍຢ່າງໃນເວລາດຽວກັນສຳລັບບັນຫາ “ກຊຊ”: ປ່ຽນແປງໃໝ່ຮູບແບບການຈັດຕັ້ງການຜະລິດ, ຮັບປະກັນໃຫ້ຕະຫຼາດມີສະຖຽນລະພາບ; ການຫັນປ່ຽນວິທີທຳມາຫາກິນ ຕິດພັນກັບການປັບໂຄງສ້າງແຮງງານ; ການຍົກສູງລາຍໄດ້ໃຫ້ແກ່ຊາວກະສິກອນ ຕິດພັນກັບການປັບປຸງຄຸນນະພາບຊີວິດໃຫ້ເຂົ້າເຖິງອາລະຍະທຳຕົວເມືອງ; ປົກປັກຮັກສາແລະປະກອບສ່ວນໃນການຟື້ນຟູສະພາບແວດລ້ອມນິເວດ; ການຮັກສາເອກະລັກວັດທະນະທຳແຫ່ງຊາດ ຕິດພັນກັບການຈັດຕັ້ງຊີວິດຂອງບຸກຄົນ, ຄອບຄົວ, ຊຸມຊົນ, ໝູ່ບ້ານຄືນໃໝ່; ຊຸກຍູ້ການການຫັນເປັນຕົວເມືອງ ແລະ ການເຊື່ອມໂຍງຊົນນະບົດກັບຕົວເມືອງ... ນັ້ນແມ່ນພາລະກິດການຝຶກອົບຮົມຊາວນາຄືນໃໝ່ ທີ່ເຕັມໄປດ້ວຍຄວາມຍາກ ລຳບາກ. ການພັດທະນາ “ການກະສິກໍານິເວດ, ຊົນນະບົດທັນສະໄໝ ແລະ ຊາວນາອາລະຍະ” ຕ້ອງການແຫຼ່ງພະລັງການລົງທຶນສາທາລະນະຢ່າງຫຼວງຫຼາຍ ດ້ວຍພື້ນທີ່ແຈກຢາຍຢູ່ທົ່ວທຸກເຂດ ພາກພື້ນຂອງປະເທດ, ເຂດທີ່ມີຄວາມຫຍຸ້ງຍາກຫຼາຍ ຈະມີຄວາມຕ້ອງການສູງໃນການຮັບປະກັນຄວາມປອດໄພ, ການປ້ອງກັນປະເທດ, ຄວາມສະເໝີພາບລະຫວ່າງຊົນເຜົ່າ ແລະ ຍິ່ງຈຳເປັນຕ້ອງມີການລົງທຶນຫຼາຍຂຶ້ນ ໂດຍບໍ່ສາມາດຄິດໄລ່ປະສິດທິຜົນທາງເສດຖະກິດແບບງ່າຍດາຍ. ຖ້າຫາກຜູ້ນຳຂາດຄວາມເຂົ້າໃຈ ແລະ ເຫັນອົກເຫັນໃຈ ຊົນຊັ້ນຊາວນາ ຜູ້ທີ່ໄດ້ປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ການປະຕິວັດ ແລະ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນຂະບວນການຍູ້ແຮງການຫັນເປັນອຸດສາຫະກຳແລະທັນສະໄໝ ແມ່ນຍາກທີ່ຈະສ້າງຈິນຕະນາການປ່ຽນແປງໃໝ່ ແລະ ພັດທະນາ “ກຊຊ”. ເພາະວ່າ ຊັບພະຍາກອນສໍາລັບການຫັນເປັນອຸດສາຫະກຳແລະຫັນປັນຕົວເມືອງ ເກືອບທັງໝົດໄດ້ “ດູດ” ຈາກຊົນນະບົດ (ກຳລັງຄົນ, ກຳລັງວັດຖຸ, ກຳລັງຊັບ, ທີ່ດິນ,...), ໃນຂະນະທີ່ມົນລະພິດສິ່ງແວດລ້ອມ “ຍູ້” ໄປໃຫ້ຊົນນະບົດ (ສະຖານທີ່ລະບາຍນໍ້າເສຍ, ສະຖານທີ່ຖິ້ມຂີ້ເຫຍື້ອອຸດສາຫະກໍາ, ຖິ້ມສິ່ງເສດເຫຼືອພາຍໃນຕົວເມືອງ, ກໍ່ສ້າງສຸສານ...).
ຕ້ອງຖອດຖິ້ມບັນດາທັດສະນະການພັດທະນາທີ່ຂາດມະໂນທຳ ເມື່ອແລກປ່ຽນຜົນປະໂຫຍດຂອງຊາວນາແລະຊົນນະບົດ ເພື່ອການຫັນເປັນອຸດສາຫະກຳ ແລະ ການຫັນເປັນຕົວເມືອງ ເຊິ່ງຢູ່ເບື້ອງຫຼັງມີ “ກຸ່ມຜົນປະໂຫຍດ” ສະເໝີ. ເພາະສະນັ້ນ, ການພັດທະນາ “ກຊຊ” ຕ້ອງການທັງຈິນຕະນາການການພັດທະນາ ໄປຄຽງຄູ່ກັບຈະລິຍະທຳການພັດທະນາ, ຕ້ອງການທັງ ສະຕິປັນຍາ ແລະ ມະໂນທຳ, ຄວາມຮັບຜິດຊອບ ຈາກຝ່າຍຜູ້ນໍາ - ຜູ້ທີ່ຍາມໃດກໍຕ້ອງສຸດອົກສຸດໃຈ, ອຸທິດຕົນເພື່ອຮັບໃຊ້ປະຊາຊົນ ດ້ວຍຄວາມຮັກແພງຊາວກະສິກອນ.
ບົນພື້ນຖານວັດທະນະທຳນັ້ນ ຈຶ່ງຊ່ວຍໃຫ້ຜູ້ນຳຮ່ວມເປັນເອກະພາບລະຫວ່າງການຂຸດຄົ້ນທ່າແຮງ ຄວາມສາມາບົ່ມຊ້ອນຂອງຊົນນະບົດ ກັບການບຳລຸງຫຼໍ່ລ້ຽງກຳລັງຂອງປະຊາຊົນ ແລະ ເບິ່ງແຍງຄວາມປອດໄພທາງສັງຄົມໃນຊົນນະບົດ; ຖືເອົາຈິນຕະນາການທຸລະກິດເປັນແຮງຜັກດັນການປ່ຽນແປງໃໝ່ເສດຖະກິດຊົນະບົດ ດ້ວຍຄວາມເອົາໃຈໃສ່ກໍ່ສ້າງບັນດາອົງການຈັດຕັ້ງເສດຖະກິດທີ່ມີລັກສະນະສັງຄົມ (ເຊັ່ນ: ສະຫະກອນ, ທະນາຄານນະໂຍບາຍສັງຄົມ, ວິສາຫະກິດສັງຄົມ...) ຫຼືອົງການຈັດຕັ້ງການເມືອງ-ສັງຄົມ (ເຊັ່ນສະມາຄົມຊາວນາ) ທີ່ມີບົດບາດປົກປັກຮັກສາສິດແລະຜົນປະໂຫຍດອັນຊອບທຳ ຖືກກົດໝາຍຂອງຊາວນາ, ຮັບປະກັນການພັດທະນາເສດຖະກິດຊົນນະບົດຢ່າງກົມກຽວ ຕໍ່ໜ້າຄວາມທ້າທາຍຂອງຕະຫຼາດ; ການພັດທະນາເສດຖະກິດ ກັບການປົກປ້ອງແລະເສີມຂະຫຍາຍເອກະລັກວັດທະນະທຳຂອງບ້ານ/ໝູ່ບ້ານ, ປົກປັກຮັກສາສະພາບແວດລ້ອມນິເວດ. ການຫັນເປັນອຸດສາຫະກຳງ່າຍທີ່ຈະນຳໄປສູ່ຈິນຕະນາການຂຸດຄົ້ນ, ລະດົມທຸກແຫຼ່ງກຳລັງໃນຊົນນະບົດແລະຊາວນາ ເພື່ອຮັບໃຊ້ໃຫ້ແກ່ການກໍ່ສ້າງໂຮງງານ, ເຂດອຸດສາຫະກຳແລະຕົວເມືອງ, ແຕ່ລືມບຳລຸງແລະສ້າງຊັບພະຍາກອນຈາກຊາວກະສິກອນ ແລະຊົນນະບົດ. ດັ່ງນັ້ນ, ພ້ອມໆກັນກັບການຍູ້ແຮງການຫັນກະສິກຳ ຊົນນະບົດ ເປັນອຸດສາຫະກຳ ທັນສະໄໝ ຈຳເປັນຕ້ອງເອົາໃຈໃສ່ເຖິງນະໂຍບາຍຝຶກອົບຮົມວິຊາຊີບ, ການຫັນປ່ຽນວິທີທຳມາຫາກິນ, ການແບ່ງປັນຜົນປະໂຫຍດທີ່ໄດ້ຮັບຈາກທີ່ດິນຢ່າງກົມກຽວ, ເຮັດໃຫ້ຊາວນາເປັນເຈົ້າຂອງທີ່ແທ້ຈິງຂອງການພັດທະນາກະສິກຳ, ເປັນເຈົ້າຂະບວນການກໍ່ສ້າງຊົນນະບົດໃໝ່ ແລະ ໄດ້ຮັບຜົນປະໂຫຍດຈາກການຍົກຍ້າຍທີ່ດິນ, ບໍ່ຖືກກາຍເປັນ “ບ່າວນາໃໝ່” ຫຼື ຖືກຍູ້ອອກໄປຢູ່ຂ້າງຂອງການພັດທະນາ. ການພັດທະນາກະສິກຳແລະຊົນນະບົດຕ້ອງເອົາໃຈໃສ່ເຖິງການກໍ່ສ້າງ ແລະ ປັບປຸງສະຫະກອນແບບໃໝ່, ໜ່ວຍຮ່ວມມື ເພື່ອເຊື່ອມຕໍ່ຊາວນາ, ສ້າງກຳລັງແຮງໃນການເຈລະຈາ, ເຊັນສັນຍາ ແລະ ເປັນເຈົ້າການເຂົ້າຮ່ວມກັບວິສາຫະກິດໃນການດຳເນີນບັນດາຮູບແບບການຈັດຕັ້ງການຜະລິດຕາມຕ່ອງໂສ້ຄຸນຄ່າ, ຈຳກັດຄວາມເສຍປຽບ ເສຍຫາຍໃນກົນໄກຕະຫຼາດ, ພ້ອມກັນນັ້ນ ກໍ່ມີສ່ວນຊ່ວຍໃນການດັດສ້າງ, ຫັນປ່ຽນຄວາມຄິດ ແລະ ນິໄສການຜະລິດຂອງ “ຊາວນານ້ອຍ” ເທື່ອລະກ້າວ. ການຮັກສາແລະເສີມຂະຫຍາຍເອກະລັກວັດທະນະທຳແຫ່ງຊາດແມ່ນບັນຫາໃຫຍ່ຂອງການກໍ່ສ້າງຊົນນະບົດໃໝ່ ເຊິ່ງຢູ່ນັ້ນຕ້ອງມີການເຊື່ອມໂຍງຢ່າງແໜ້ນແຟ້ນ ລະຫວ່າງການຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳດັ້ງເດີມອັນດີງາມ ກັບການລົບລ້າງຂະໜົບທຳນຽມຫຼ້າຫຼັງທີ່ກີດຂວາງຄວາມກ້າວໜ້າ ແລະ ອາລະຍະທໍາ. ຕັ້ງແຕ່ຜູ້ນຳຈົນເຖິງປະຊາຊົນຕ້ອງຮັບຮູ້ຢ່າງເລິກເຊິ່ງເຖິງຄວາມຮັບຜິດຊອບໃນການປົກປັກຮັກສາສິ່ງແວດລ້ອມນິເວດ ເພື່ອພື້ນຖານກະສິກຳສີຂຽວທີ່ຍືນຍົງ, ເພື່ອຄຸນນະພາບຊີວິດຊອງປະຊາຊົນໃນຊົນນະບົດ, ສ້າງ “ສາຍແອວສີຂຽວ” ອ້ອມຮອບຕົວເມືອງທີ່ກໍາລັງປະເຊີນກັບຄວາມກົດດັນຈາກ “ການເທຄອນກຣີດ” ແລະ ສະພາວະການເຮືອນແກ້ວ.
3- ການນຳພາຂອງພັກ ແລະ ການເສີມຂະຫຍາຍຄວາມຮັບຜິດຊອບຂອງລະບົບການເມືອງຢ່າງເຕັມທີ່ ມີບົດບາດຕັດສິນໃນການຮັບປະກັນການຫັນປ່ຽນຢ່າງສຳເລັດຜົນຈາກທັດສະນະ “ກຊຊ” ດັ້ງເດີມ ໄປສູ່ຈິນຕະນາການພັດທະນາ “ກະສິກຳແບບນິເວດ, ຊົນນະບົດທັນສະໄໝ ແລະ ຊາວນາອາລະຍະ”.
ຖັນແຖວພະນັກງານມີບົດບາດສໍາຄັນ ໃນການວາງແຜນແລະການຈັດຕັ້ງປະຕິບັດນະໂຍບາຍການນໍາພາ ຄຸ້ມຄອງຢ່າງສຳເລັດຜົນ. ສຳລັບເຂດຊົນນະບົດ, ບົດບາດຂອງພະນັກງານຍິ່ງມີຄວາມສຳຄັນ ເຊິ່ງກຳລັງແຮງຂອງມັນເກີດຈາກລະດັບຄວາມສາມາດແລະຄຸນສົມບັດຂອງແຕ່ລະບຸກຄົນ, ກຳລັງແຮງຂອງໝູ່ຄະນະດ້ວຍໂຄງປະກອບທີ່ເໝາະສົມໃນດ້ານອາຍຸ, ເພດ, ອາຊີບ, ຊົນເຜົ່າ, ໃນນັ້ນໂຄງປະກອບອາຍຸ ແລະ ໂຄງປະກອບຊົນເຜົ່າມີຄວາມສໍາຄັນເປັນພິເສດ. ການຍູ້ແຮງການຝຶກອົບຮົມ, ບຳລຸງສ້າງ ແລະ ຍົກສູງຄຸນນະພາບຂອງພະນັກງານຊົນນະບົດແມ່ນບັນຫາຮີບດ່ວນໃນປະຈຸບັນ, ລວມທັງການອົບຮົມສຶກສາໃນໂຮງຮຽນ ແລະ ການຝຶກອົບຮົມພາກສະໜາມ. ໂຄງປະກອບພະນັກງານຕ້ອງຮັບປະກັນຄວາມກົມກຽວແລະເໝາະສົມ, ອາໄສສິ່ງດັ່ງກ່າວເພື່ອປັບປຸງຄວາມສາມັກຄີເປັນເອກະພາບ, ເສີມຂະຫຍາຍໄດ້ບົດບາດແລະທ່າແຮງຂອງພະນັກງານແຕ່ລະປະເພດ. ສຳລັບພະນັກງານທີ່ເປັນຊົນເຜົ່າສ່ວນນ້ອຍ, ເມື່ອສ້າງມາດຕະຖານຕ່າງໆຕ້ອງເອົາໃຈໃສ່ເຖິງຈຸດພິເສດສະເພາະ, ເຊັ່ນ ສົ່ງໄປຝຶກອົບຮົມກ່ອນ, ເວລາບຸລິມະສິດການຝຶກອົບຮົມອາດຈະຍາວກວ່າ. ເພີ່ມທະວີ ການແຂ່ງຂັນ ໃນການຄັດເລືອກແລະແຕ່ງຕັ້ງພະນັກງານ, ແຕ່ຕ້ອງສ້າງພື້ນທີ່ການແຂ່ງຂັນຕ່າງຫາກພາຍໃນຖັນແຖວພະນັກງານທີ່ເປັນຊົນເຜົ່າສ່ວນນ້ອຍ. ຍູ້ແຮງການຜັດປ່ຽນພະນັກງານຕາມແກນຕັ້ງ, ໝາຍເຖິງການສົ່ງພະນັກງານທ້ອງຖິ່ນ ໄປເຮັດວຽກຢູ່ສູນກາງໄລຍະໜຶ່ງ ເພື່ອກຳແໜ້ນນະໂຍບາຍມະຫາພາກແລ້ວໝູນວຽນກັບຄືນທ້ອງຖິ່ນເພື່ອເຮັດວຽກ. ໃນການຜັດປ່ຽນພະນັກງານທີ່ເປັນຊົນເຜົ່າສ່ວຍນ້ອຍຕາມແກນນອນ (ລະຫວ່າງບັນດາແຂວງ, ລະຫວ່າງບັນດາເມືອງ, ລະຫວ່າງບັນດາຕາແສງ), ເມື່ອປະຕິບັດແຜນນະໂຍບາຍບໍ່ແຕ່ງຕັ້ງຄົນທ້ອງຖິ່ນເປັນເລຂາຄະນະພັກທ້ອງຖິ່ນ ແມ່ນຕ້ອງສົ່ງພະນັກງານໄປທ້ອງຖິ່ນທີ່ມີຈຸດພິເສດຄືກັນ ທາງດ້ານພາກສ່ວນຊົນເຜົ່າ, ເອກະລັກວັດທະນະທຳ, ຮີດຄອງປະເພນີ. ເອົາໃຈໃສ່ເຖິງການຂະຫຍາຍສະມາຊິກພັກໃນເຂດຊົນນະບົດ, ແກ້ໄຂການຫຼຸດລົງຂອງຈຳນວນສະມາຊິກພັກ ຍ້ອນການຍົກຍ້າຍໄປເຮັດວຽກຢູ່ໃນເຂດອຸດສາຫະກຳ, ໃນຕົວເມືອງ. ມີນະໂຍບາຍສ້າງແຫຼ່ງ, ຝຶກອົບຮົມ ແລະ ນຳໃຊ້ສະມາຊິກພັກທີ່ໝົດອາຍຸການເປັນທະຫານ, ຕໍາຫຼວດທີ່ຍ້າຍມາອາໄສໃນຊົນນະບົດ ເພື່ອເປັນແກນຫຼັກໃນການກໍ່ສ້າງອົງການຈັດຕັ້ງມະຫາຊົນ ແລະ ພະນັກງານຂອງລະບົບການເມືອງລະດັບຮາກຖານ. ການກໍ່ສ້າງພະນັກງານຊົນນະບົດຕ້ອງແທດຈິງແລະມີປະສິດທິຜົນ, ໃຫ້ຄວາມສຳຄັນກັບການປະຕິບັດ, ຈຳກັດທິດສະດີທີ່ຍືດຍາວ, ຫ່າງເຫີນຈາກຄວາມເປັນຈິງ.
ເນື່ອງຈາກພື້ນທີ່ຊົນນະບົດແຕ່ລະແຫ່ງ ມີລັກສະນະທີ່ແຕກຕ່າງກັນຫຼາຍທາງດ້ານພູມີສາດ, ທໍລະນີສັນຖານ, ພູມີປະເທດ, ອຸທົກກະສາດ, ປະຊາກອນ, ປະເພນີ, ຂະໜົບທຳນຽມ ດັ່ງນັ້ນຈຶ່ງຕ້ອງແບ່ງຂັ້ນຢ່າງແຂງແຮງ, ສ້າງພື້ນທີ່ກວ້າງພໍຄວນເພື່ອເສີມຂະຫຍາຍສິດເປັນເຈົ້າຂອງທ້ອງຖິ່ນໃນການກຳນົດນະໂຍບາຍທ້ອງຖິ່ນ ແລະ ປ່ຽນແປງໃໝ່ການຄຸ້ມຄອງທ້ອງຖິ່ນ. ໃນເງື່ອນໄຂຂອງເສດຖະກິດຕະຫຼາດຍິ່ງຕ້ອງເອົາໃຈໃສ່ເຖິງການແບ່ງຂັ້ນ ແລະ ກະຈາຍອຳນາດ, ເອົາສັນຍານຕະຫຼາດເປັນພື້ນຖານທີ່ສໍາຄັນໜຶ່ງ ເພື່ອຕັດສິນການນໍາພາແລະຄຸ້ມຄອງ, ຮັບປະກັນຄວາມຍືດຫຍຸ່ນ, ຄວາມເປັນເຈົ້າການ ແລະ ຄວາມຄ່ອງຕົວກັບສະພາບການ. ໂດຍສະເພາະຢ່າງຍິ່ງ, ບັນດາທ້ອງຖິ່ນເຂດພູດອຍ, ເຂດຊົນເຜົ່າສ່ວນນ້ອຍ, ເຂດເກາະທະເລທີ່ຫ່າງໄກ, ມີຄວາມຈຳເປັນຫຼາຍໃນການແບ່ງຂັ້ນແລະກະຈາຍອຳນາດໃຫ້ກ້ວາງພໍ ທີ່ຈະມີອຳນາດພຽງພໍເພື່ອແກ້ໄຂບັນຫາສະເພາະ ທີ່ເກີດຂຶ້ນໃນພື້ນທີ່. ຄຽງຄູ່ກັບການແບ່ງຂັ້ນແລະກະຈາຍອຳນາດນັ້ນ ຕ້ອງເພີ່ມທະວີການກວດກາ, ຕິດຕາມກວດກາ, ແກ້ໄຂຂໍ້ຜິດພາດແລະການກະທຳຜິດ ຢ່າງທັນທ່ວງທີ, ຕ້ານພາກສ່ວນນິຍົມ, ການກະແຈກກະຈາຍ, ການເຮັດຕາມລຳພັງໃຈແບບ “ອຳນາດກະສັດແພ້ປະເພນີໝູ່ນ້ານ”. ໃນເວລາທີ່ຜ່ານມາ, ພັກແລະລັດຫວຽດນາມໄດ້ປະຕິບັດການແບ່ງຂັ້ນແລະກະຈາຍອຳນາດຢ່າງກ້າຫານ, ແຕ່ຂັ້ນຕອນການກວດກາແລະຕິດຕາມກວດກາຍັງບໍ່ພຽງພໍ, ເຮັດໃຫ້ເກີດຄວາມຜິດພາດຫຼາຍຢ່າງ ເຊິ່ງຕ້ອງລົງໂທດທາງວິໄນ ທາງອາຍາ ແລະ ສູນເສຍພະນັກງານ. ພ້ອມກັບການເພີ່ມທະວີການກວດກາ, ຕິດຕາມກວດກາຂອງສູນກາງຕໍ່ທ້ອງຖິ່ນນັ້ນ ຕ້ອງຍົກສູງປະສິດທິຜົນຂອງການກວດກາພາຍໃນຕົນເອງ; ການກວດກາ ຕິດຕາມກວດກາຂອງຂັ້ນແຂວງຕໍ່ຂັ້ນເມືອງ, ຂອງຂັ້ນເມືອງຕໍ່ຂັ້ນຕາແສງ, ຈັດການກັບການລະເມີດຢ່າງເຂັ້ມງວດ ເພື່ອຕັກເຕືອນ, ສະກັດກັ້ນ ແລະ ຕ້ານບັນດາປະກົດການຂອງການເຮັດຕາມລຳພັງໃຈ, ພາກສ່ວນທ້ອງຖິ່ນ, ການສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້ຕ່າງໆ.
ການສົມທົບລະຫວ່າງ ກົດໝາຍກັບຮີດຄອງປະເພນີ, ລະຫວ່າງ ຄວາມຮູ້ທາງວິທະຍາສາດ ກັບຄວາມຮູ້ທ້ອງຖິ່ນ ໃນການຄຸ້ມຄອງສັງຄົມຊົນນະບົດ ເປັນລັກສະນະເດັ່ນທີ່ຕ້ອງໄດ້ເອົາໃຈໃສ່. ການຖືຮີດຄອງປະເພນີເປັນເດັດຖານ ຈະພາໃຫ້ມີການເຮັດຕາມລຳພັງໃຈ ຫ່າງເຫີນຈາກກົດໝາຍ, ແຕ່ຖ້າບໍ່ມີການເຄົາລົບຮີດຄອງປະເພນີຢ່າງເໝາະສົມ ກໍ່ເປັນການຍາກທີ່ກົດໝາຍຈະເຂົ້າສູ່ຊີວິດໄດ້. ພະນັກງານທີ່ເຮັດວຽກຢູ່ຊົນນະບົດຕ້ອງຮູ້ແຈ້ງຮີດຄອງປະເພນີ ເພື່ອບໍ່ພຽງແຕ່ຮັບໃຊ້ວຽກງານຂົນຂວາຍມະຫາຊົນຢ່າງມີປະສິດທິຜົນເທົ່ານັ້ນ, ແຕ່ຍັງສ້າງນະໂຍບາຍທ້ອງຖິ່ນທີ່ໄດ້ຮັບຄວາມນິຍົມຊົມຊອບຈາກປະຊາຊົນ ແລະ ໄດ້ຮັບການສະໜັບສະໜູນຈາກປະຊາຊົນ. ພ້ອມກັນນັ້ນ ຕ້ອງເອົາໃຈໃສ່ສົມທົບການປະຍຸກໃຊ້ວິທະຍາສາດ ເຕັກໂນໂລຊີ ກັບການເສີມຂະຫຍາຍພູມປັນຍາທ້ອງຖິ່ນ ໃນການຄຸ້ມຄອງຂົງເຂດຕ່າງໆເຊັ່ນ ຊັບພະຍາກອນ, ສິ່ງແວດລ້ອມ, ຮູບແບບການຈັດຕັ້ງການຜະລິດ, ການຄຸ້ມຄອງສັງຄົມ,... ພູມປັນຍາທ້ອງຖິ່ນໄດ້ຮັບການຫຼໍ່ຫຼອມຈາກສະພາບແວດລ້ອມການດໍາລົງຊີວິດ ການເຮັດວຽກ ແລະ ການຜະລິດ, ໄດ້ຮັບການທົດສອບຈາກຮຸ່ນສູ່ຮຸ່ນ, ໄດ້ເກັບຮັກສາ ແລະ ຖ່າຍທອດຜ່ານຄວາມຊົງຈໍາ ການປະຕິບັດ, ດັ່ງນັ້ນ ມັນຈຶ່ງສອດຄ່ອງເໝາະສົມກັບພຶດຕິກຳຕົວຈິງທີ່ຫຼາກຫຼາຍ ຂອງແຕ່ລະເຜົ່າ, ແຕ່ລະພື້ນທີ່. ຄວາມບໍ່ມີປະສິດທິພາບຂອງບາງນະໂຍບາຍ ເມື່ອຈັດຕັ້ງປະຕິບັດຢູ່ເຂດຊົນນະບົດແລະເຂດຊົນເຜົ່າສ່ວນນ້ອຍນັ້ນ ມີສາເຫດທີ່ເລິກເຊິ່ງມາຈາກການຂາດຄວາມຮູ້ຄວາມເຂົ້າໃຈໃນທ້ອງຖິ່ນ, ການບັງຄັບໃຊ້ນະໂຍບາຍທົ່ວໄປຢ່າງແຂງກະດ້າງໃນແຕ່ລະພື້ນທີ່ສະເພາະ. ບັນດາຜະລິດຕະພັນຂອງ “ໂຄງການໜຶ່ງຕາແສງໜຶ່ງຜະລິດຕະພັນ” ມີມູນຄ່າສູງເມື່ອຂາຍໃນຕະຫຼາດ, ເຊິ່ງສາເຫດເລິກເຊິ່ງຄືການຕົກຜະລຶກຂອງຄຸນຄ່າຂອງຊັບພະຍາກອນພື້ນເມືອງ ແລະ ຄວາມຮູ້ທ້ອງຖິ່ນ. ແມ່ນຄວາມຮູ້ທ້ອງຖິ່ນນັ້ນເອງທີ່ໄດ້ສ້າງຜະລິດຕະພັນທີ່ເປັນເອກະລັກເພື່ອການທ່ອງທ່ຽວ, ເຮັດໃຫ້ຄວາມຫຼາກຫຼາຍໃນເອກະລັກວັດທະນະທຳຂອງເຂດ, ພາກພື້ນ, ຊົນເຜົ່າ ແລະ ທ້ອງຖິ່ນ ໄດ້ຮັບການຢືນຢັນ. ຊັບພະຍາກອນພື້ນເມືອງ ແລະ ຄວາມຮູ້ທ້ອງຖິ່ນສ້າງຜະລິດຕະພັນເປັນເອກະລັກ ແລະ ແຕກຕ່າງກັນ, ດ້ວຍເຫດນີ້ຈຶ່ງມີຄຸນຄ່າທີ່ພົ້ນເດັ່ນເມື່ອນຳມາຈຳໜ່າຍໃນຕະຫຼາດ. ສຳລັບພື້ນທີຊົນນະບົດ, ຕ້ອງເອົາໃຈໃສ່ເສີມຂະຫຍາຍຄວາມຮັບຜິດຊອບຂອງຫົວໜ້າ, ໂດຍສະເພາະແມ່ນຄວາມຮັບຜິດຊອບໃນການເປັນແບບຢ່າງ. ຢູ່ບ່ອນໃດກໍຕາມ ການເປັນແບບຢ່າງກໍ່ໄດ້ຮັບການຕີລາຄາສູງ, ແຕ່ຢູ່ຊົນນະບົດ, ການເປັນແບບຢ່າງມີຄວາມສຳຄັນກວ່າ ເມື່ອຊາວກະສິກອນໃຫ້ຄຸນຄ່າກັບການກະທຳກວ່າການເວົ້າ, ນັບຖືການປະຕິບັດກວ່າທິດສະດີ. ດັ່ງນັ້ນ, ສິ່ງສຳຄັນແມ່ນຕ້ອງປະຕິຮູບການບໍລິຫານພັກ ແລະ ປະຕິຮູບການບໍລິຫານລັດ ຢ່າງແຂງແຮງຢູ່ຊົນນະບົດ, ເອົາຊະນະພະຍາດເອກະສານທີ່ຍືດຍາວ ທີ່ເຮັດໃຫ້ພະນັກງານຂັ້ນລຸ່ມ ແລະ ປະຊາຊົນຍອມຮັບໄດ້ຍາກ, ເຖິງຈະອິດເມື່ອຍຫຼາຍກັບ “ບົດລາຍງານ”. ເອກະສານຕ້ອງສັ້ນຫຍໍ້, ກະທັດລັດ, ຈື່ງ່າຍ, ເຮັດງ່າຍ, ສັງລວມເຂົ້າປັນທິດນຳທີ່ວ່າ ວຽກທີ່ຊັດເຈນ, ບຸກຄົນຊັດເຈນ, ທີ່ຢູ່ຊັດເຈນ, ວິທີການເຮັດທີ່ຊັດເຈນ, ຜະລິດຕະພັນທີ່ຊັດເຈນ. ພິເສດ, ພະນັກງານການນຳຕ້ອງເປັນແບບຢ່າງແທ້ໆ ຈຶ່ງຂົນຂວາຍຊັກຊວນຂັ້ນລຸ່ມໄດ້, ເຮັດໃຫ້ມະຫາຊົນເຊື່ອ ແລະ ປະຕິບັດຕາມ. ເລັ່ງລັດປັບປຸງທິດສະດີກ່ຽວກັບການນຳພາທ້ອງຖິ່ນ ແລະ ການປົກຄອງທ້ອງຖິ່ນໃຫ້ສົມູນ; ພັດທະນາກອບຂໍ້ບັງຄັບກ່ຽວກັບທ້ອງຖິ່ນ ເພື່ອໃຫ້ທ້ອງຖິ່ນກຳນົດແບບວິທີການນຳພາແລະຄຸ້ມຄອງສະເພາະຂອງຕົນເອງ; ພັດທະນາກົດລະບຽບການປະພຶດຂອງພະນັກງານຕໍ່ຂັ້ນລຸ່ມແລະຕໍ່ປະຊາຊົນ, ເຊິ່ງໄດ້ເຜີຍແຜ່ທາງສື່ມວນຊົນ ລວມທັງລວບລວມຄວາມຄິດເຫັນກ່ຽວກັບຄວາມເພິ່ງພໍໃຈຂອງປະຊາຊົນທີ່ມີຕໍ່ຜູ້ນຳ, ໂດຍສະເພາະແມ່ນພະນັກງານຂອງລະບົບການເມືອງຮາກຖານຊົນນະບົດ.
4- ເສີມຂະຫຍາຍປະຊາທິປະໄຕ, ກໍ່ສ້າງກຸ່ມກ້ອນສາມັກຄີຊົນນະບົດ, ເພີ່ມທະວີການພົວພັນໃກ້ຊິດລະຫວ່າງພັກແລະປະຊາຊົນ ເລີ່ມຕົ້ນຈາກການເບິ່ງແຍງດູແລຊີວິດປະຈຳວັນຂອງປະຊາຊົນ ແລະ ການພັດທະນາຊົນນະບົດ; ຮີບຮ້ອນກວດພົບ, ປ້ອງກັນ, ສະກັດກັ້ນ ແລະ ຈັດການແກ້ໄຂ ປັດໄຈທີ່ອາດຈະກໍ່ໃຫ້ມີຄວາມສ່ຽງຕໍ່ການປະທະກັນທາງສັງຄົມໃນຊົນນະບົດ ຢ່າງທັນການ, ແຕ່ຕົ້ນ, ຈາກຮາກເຫງົ້າ, ຈາກໄລຍະໄກ.
ການເສີມຂະຫຍາຍປະຊາທິປະໄຕ ແລະ ກໍ່ສ້າງກຸ່ມກ້ອນສາມັກຄີຊົນນະບົດບົນພື້ນຖານຂອງສ່ວນລວມຄື ການຮ່ວມມືກັນສ້າງລະບົບກະສິກຳນິເວດ, ຊົນນະບົດທັນສະໄໝ ແລະ ຊາວນາອາລະຍະທຳ. ນັ້ນແມ່ນ ການມຸ່ງໄປສູ່ການຜະລິດຕາມລະບົບຕ່ອງໂສ້ຄຸນຄ່າ; ປັບປຸງຊີວິດການເປັນຢູ່ຂອງຊາວກະສິກອນໃຫ້ມີຄວາມຮັ່ງມີ ແລະ ອາລະຍະທຳ; ການພັດທະນາຊົນນະບົດທັນສະໄໝ ແລະ ອຸດົມດ້ວຍເອກະລັກທາງວັດທະນະທໍາຂອງຊາດ. ໂຄສະນາ, ອົບຮົມສຶກສາ, ຈັດຕັ້ງ, ຂົນຂວາຍ ລະດົມຊາວກະສິກອນຫັນປ່ຽນຢ່າງແຂງແຮງ ຈາກກະສິກຳດັ້ງເດີມ ໄປເປັນກະສິກຳນິເວດ, ເຂົ້າສູ່ຕະຫຼາດຕາມລະບົບຕ່ອງໂສ້ຄຸນຄ່າ, ການຜະລິດ “ສິຂຽວ”, ປອດໄພ ແລະ ເຊື່ອມໂຍງຢ່າງແໜ້ນແຟ້ນກັບວິສາຫະກິດ. ຄວາມສາມັກຄີແລະປະຊາທິປະໄຕຕ້ອງອີງໃສ່ການປັບປຸງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນຊົນນະບົດຢ່າງບໍ່ຢຸດຢັ້ງ, ສ້າງຖັນແຖວຊາວກະສິກອນລຸ້ນໃໝ່ມືອາຊີບ ແລະ ຄ່ອງຕົວກັບເສດຖະກິດຕະຫຼາດທີ່ທັນສະໄຫມ. ສ້າງຊາວນາອາລະຍະ ແລະຊົນນະບົດທັນສະໄໝ ບົນພື້ນຖານການເລືອກສືບທອດບັນດາຄຸນຄ່າດັ້ງເດີມທີ່ດີງາມ ແລະ ກັ່ນຕອງ ລົບລ້າງຮີດຄອງທີ່ຫຼ້າຫຼັງ ທີ່ເຕັກເຕັງຊາວກະສິກອນ, ຕັ້ງແຕ່ການກິນຢູ່, ການດຳເນີນຊີວິດ, ອະນາໄມ, ງານສົບ, ການແຕ່ງງານ, ການຈັດຕັ້ງຄອບຄົວ, ຊຸມຊົນ, ບ້ານ/ໝູ້ບ້ານ ຕິດພັນກັບການປະຕິບັດການຂົນຂວາຍ “ທົ່ວປວງຊົນສາມັກຄີກໍ່ສ້າງຊີວິດວັດທະນະທຳໃນພື້ນທີ່ຢູ່ອາໄສ”.
ສຸມໃສ່ການນຳພາຊີ້ນຳ ແລະ ຮັບປະກັນແຫຼ່ງຊັບພະຍາກອນເພື່ອແກ້ໄຂບັນດາບັນຫາຮີບດ່ວນໃນການພັດທະນາຂອງການກະສິກຳ, ຊາວນາ ແລະ ຊົນນະບົດ. ລົງທຶນເພື່ອຫັນເປັນທັນສະໄໝ ແລະ ຍົກສູງຄຸນນະພາບການສຶກສາ ຕັ້ງແຕ່ຊັ້ນອະນຸບານເຖິງມັດທະຍົມຕອນປາຍ, ການຝຶກອົບຮົມວິຊາຊີບ, ຮັບປະກັນການເຂົ້າເຖິງລະດັບຕົວເມືອງ, ລວມທັງເງື່ອນໄຂສິ່ງອໍານວຍຄວາມສະດວກ, ເງື່ອນໄຂການລ້ຽງ-ການສອນ ແລະ ຄຸນນະພາບຂອງຄູອາຈານ, ພິເສດແມ່ນ ຕ້ອງສ້າງການບຸກທະລຸຢ່າງແຂງແຮງໃນການພັດທະນາການສຶກສາອະນຸບານ ແລະ ປະຖົມສຶກສາ. ຍູ້ແຮງການຝຶກອົບຮົມບຸກຄະລາກອນໃຫ້ແກ່ຊົນນະບົດ ເພື່ອຮັບປະກັນການພັດທະນາແບບຍືນຍົງ, ແກ້ໄຂບັນຫາຂາດແຄນແຮງງານທີ່ມີຄວາມຮູ້ແລະທັກສະ ເພື່ອພັດທະນາເສດຖະກິດ ແລະ ຄຸ້ມຄອງສັງຄົມຊົນນະບົດ. ເສີມຂະຫຍາຍຢ່າງເຕັມທີ່ ພາລະບົດບາດຂອງສະຖາບັນສິນເຊື່ອທີ່ມີຄວາມໃກ້ຊິດ, ຄວາມເຂົ້າໃຈ, ແບ່ງປັນກັບສະພາບຕົວຈິງຂອງຊາວກະສິກອນ ແລະ ຊົນນະບົດ (ທະນາຄານກະສິກຳແລະພັດທະນາຊົນນະບົດຫວຽດນາມ, ທະນາຄານນະໂຍບາຍສັງຄົມ, ກອງທຶນສິນເຊື່ອປະຊາຊົນ) ເພື່ອຮັບປະກັນແຫຼ່ງເງິນທຶນໃຫ້ແກ່ເຂດຊົນນະບົດ, ຍູ້ຖອຍສະຖານະການ “ສິນເຊື່ອດໍາ”. ພັດທະນາຮູບແບບສູນປະມູນກະສິກຳ ເພື່ອໃຫ້ລາຄາສິນຄ້າກະສິກຳມີສະຖຽນລະພາບ ແລະ ນຳມາເຊິ່ງຜົນປະໂຫຍດສູງສຸດໃຫ້ແກ່ຊາວກະສິກອນ. ສືບຕໍ່ສະໜັບສະໜູນຜູ້ທຸກຍາກ, ຜູ້ມີລາຍໄດ້ນ້ອຍ ໃນການຊື້ປະກັນສຸຂະພາບ, ເປີດກວ້າງຂອບເຂດການປົກຫຸ້ມຂອງການປະກັນສຸຂະພາບທົ່ວປວງຊົນ. ໃຫ້ຄວາມສຳຄັນກັບການປັບປຸງສາທາລະນະສຸກຂັ້ນຮາກຖານ ແລະ ສາທາລະນະສຸກຊຸມຊົນ ຕິດພັນກັບການສ້າງທີມແພດຊຸມຊົນ ໃນປະລິມານທີ່ພຽງພໍ, ປັບປຸງຄຸນນະພາບ, ມຸ່ງໄປເຖິງການຄຸ້ມຄອງບັນທຶກສຸຂະພາບຂອງແຕ່ລະບຸກຄົນແລະຄົວເຮືອນ ຄຽງຄູ່ກັບການພັດທະນາຢາຄອບຄົວ ແລະ ການຫັນເປັນດິຈີຕອນ. ແຈກຢາຍໜັງສືພິມຈຳນວນໜຶ່ງໃຫ້ຫໍວັດທະນະທຳຂອງບ້ານ/ໝູ່ບ້ານໂດຍບໍ່ເສຍຄ່າ; ຈອງສາຍທາງອິນເຕີເນັດຟຣີ ໃນສະຖານທີ່ສາທາລະນະຊົນນະບົດ. ປ່ຽນແປງໃໝ່ກົນໄກຕິດພັນກັບການສ້າງແຫຼ່ງພະລັງ ເພື່ອຮັບປະກັນການເປີດກວ້າງ ການປະກັນໄພກະສິກໍາ, ຄົ້ນຄວ້າບັນດາຮູບແບບເງິນບໍານານສໍາລັບຊາວກະສິກອນ.
ບົດບາດເຈົ້າຂອງຂອງຊາວນາໃນການພັດທະນາການກະສິກຳແລະຊົນນະບົດ ຈະໄດ້ຮັບປະກັນກໍຕໍ່ເມື່ອຄວາມສາມາດເປັນເຈົ້າໄດ້ຮັບການຍົກສູງຂຶ້ນຢ່າງທຽບເທົ່າ, ລວມທັງ ຄວາມສາມາດສ່ວນຕົວ (ຄວາມຮູ້, ວັດທະນະທຳ, ວິທະຍາສາດ, ເຕັກນິກ...) ແລະ ຄວາມສາມາດຂອງອົງການຈັດຕັ້ງ ໂດຍຜ່ານນິຕິບຸກຄົນ, ບັນດາຮູບການເຊື່ອມຕໍ່, ການຮ່ວມມື (ເຊັ່ນ: ສະຫະກອນ, ສະຫະພັນສະຫະກອນ, ສະມາຄົມຂະແໜງການ ອາຊີບ, ສະມາຄົມຊາວນາ...), ສ້າງກຳລັງແຮງລວມໝູ່ ກຳລັງແຮງຊຸມຊົນ, ຖ້າຫາກມີແຕ່ຄອບຄົວສ່ວນບຸກຄົນແລະແຍກຕ່າງຫາກ ເຂົາເຈົ້າຈະປະເຊີນກັບການສູນເສຍເລື້ອຍໆ ແລະ ບໍ່ສາມາດຮັບມືກັບສິ່ງທ້າທາຍ ກໍຄືໃຊ້ປະໂຫຍດຈາກໂອກາດການພັດທະນາໃນລະບົບເສດຖະກິດຕະຫຼາດທີ່ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ. ການກໍ່ສ້າງສາຍພົວພັນທາງຊົນຊັ້ນໃນຊົນນະບົດ ມີຈຸດມຸ່ງໝາຍເພື່ອສ້າງຮາກຖານທີ່ໝັ້ນຄົງ ໃຫ້ແກ່ການປັບປຸງລະບົບການເມືອງ ແລະ ນຳພາຜູ້ຄົນໃຫ້ຍົກສູງຄວາມສາມາດໃນການເປັນເຈົ້າຂອງ. ເອົາໃຈໃສ່ເບິ່ງແຍງການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ພ້ອມທັງລົງທຶນພັດທະນາບັນດາປັດໄຈທີ່ເປັນຕົວແທນ, ພົ້ນເດັ່ນ ທີ່ມີຄວາມສາມາດດ້ານເສດຖະກິດ, ມີຈິດໃຈຊຸມຊົນ, ມີຄຸນນະພາບການນຳພາສັງຄົມຊົນນະບົດ, ນັບທັງການຝຶກອົບຮົມ, ການບຳລຸງສ້າງ ແລະ ການສັບຊ້ອນຜູ້ເປັນເລຂາຄະນະພັກຮາກຖານ. ນັ້ນແມ່ນທີມຊາວກະສິກອນລຸ້ນໃໝ່ ຫຼືຄອບຄົວທຸລະກິດເສດຖະກິດຊົນນະບົດທີ່ດີເດັ່ນ. ດຶງດູດນັກສຶກສາທີ່ຜ່ານການຝຶກອົບຮົມຢ່າງດີ ແລະ ມີໃຈຮັກໃນການກະສິກໍາ ໃຫ້ກັບຄືນໄປເລີ່ມຕົ້ນການທຸລະກິດໃນຊົນນະບົດ ດ້ວຍກົນໄກບຸລິມະສິດໃຫ້ເງິນກູ້, ສ້າງກອງທຶນທີ່ດິນພັດທະນາຟາມ, ປະຍຸກໃຊ້ວິທະຍາສາດເຕັກໂນໂລຊີ ສົມທົບກັບການເສີມຂະຫຍາຍຄຸນຄ່າຄວາມຮູ້ທ້ອງຖິ່ນ, ຜ່ານນັ້ນ ສ້າງແຫຼ່ງກຳລັງໃຫ້ພະນັກງານຂອງລະບົບການເມືອງຮາກຖານ. ໃຫ້ບຸລິມະສິດລົງທຶນພັດທະນາໂຮງຮຽນຝຶກອົບຮົມ ວິສະວະກອນພາກປະຕິບັດ ໃນຂົງເຂດກະສິກຳ, ປ່າໄມ້ ແລະ ການປະມົງ, ໂດຍຕ້ອງໃຊ້ເວລາຝຶກອົບຮົມ 30% ເຖິງ 40% ເຂົ້າໃນການພັດທະນາໂຄງການ ແລະ ປະຕິບັດໂຄງການ ເພື່ອຈະກາຍເປັນຊາວກະສິກອນມືອາຊີບ (ໂຄງການຕ້ອງລະບຸກອງທຶນທີ່ດິນ, ກົນໄກການໄດ້ຮັບກອງທຶນທີ່ດິນ, ຮູບແບບອົງການຈັດຕັ້ງການຜະລິດ, ສົ້ນເຂົ້າແລະສົ້ນອອກຂອງຜະລິດຕະພັນ, ເຕັກໂນໂລຊີທີ່ນໍາໃຊ້, ຕະຫຼາດ, ຕ່ອງໂສ້ການສະໜອງ, ຊັບພະຍາກອນມະນຸດ, ແຮງງານ, ທີ່ຢູ່ຂອງແຫຼ່ງເງິນທຶນ, ທີ່ຢູ່ຮັບປະກັນ... ແລະການທົດລອງໂຄງການນັ້ນ).
ການປັບປຸງບູລະນະລະບົບການເມືອງຂັ້ນຮາກຖານ ຕິດກັບການຍົກສູງປະສິດທິຜົນການປະຕິບັດປະຊາທິປະໄຕໃນການເຄື່ອນໄຫວຂອງຄະນະພັກ ແລະ ອຳນາດການປົກຄອງ. ປັບປຸງ ແລະ ເພີ່ມທະວີບົດບາດຂອງແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງການເມືອງ-ສັງຄົມ, ບັນດາອົງການຈັດຕັ້ງຊຸມຊົນ ໃນການກໍ່ສ້າງຊົນນະບົດໃໝ່, ກໍ່ສ້າງກ້ອນກຳລັງສາມັກຄີໃນຊົນນະບົດ. ຍົກສູງຄວາມສາມາດຂອງສະພາປະຊາຊົນ ໃຫ້ສະພາປະຊາຊົນເຂົ້າຮ່ວມຢ່າງຕັ້ງໜ້າ ໃນບັນດາບັນຫາທີ່ແທດຈິງຂອງຊົນຊັ້ນຊາວນາ; ປ່ຽນແປງໃໝ່ແລະເພີ່ມທະວີພັນທະພາບກຳມະກອນ - ຊາວນາ - ປັນຍາຊົນ ແລະ ເປີດກວ້າງການຮ່ວມມືຢ່າງມີປະສິດທິຜົນກັບນັກທຸລະກິດ. ປະຕິບັດເປັນຢ່າງດີ ກົດລະບຽບປະຊາທິປະໄຕໃນຮາກຖານ, ໂດຍສະເພາະແມ່ນການເປີດເຜີຍ, ຄວາມໂປ່ງໃສ, ຄວາມຮັບຜິດຊອບໃນການອະທິບາຍລາຍງານ, ແກ້ໄຂຈົດໝາຍ ໜັງສືຮ້ອງທຸກ ຮ້ອງຟ້ອງຢ່າງທັນການ, ເຮັດວຽກງານຂົນຂວາຍປະຊາຊົນເປັນຢ່າງດີ. ຂຸດຄົ້ນແລະນຳໃຊ້ຄຸນຄ່າຂອງຮີດຄອງປະເພນີແລະຄວາມຮູ້ທ້ອງຖິ່ນຢ່າງເໝາະສົມ ໃນການຄຸ້ມຄອງສັງຄົມຊົນນະບົດ, ປະສານສົມທົບລະຫວ່າງກົນໄກຄຸ້ມຄອງບໍລິຫານລັດ ກັບກົນໄກຄຸ້ມຄອງຕົນເອງຂອງຊຸມຊົນ ຕິດກັບການເສີມຂະຫຍາຍບົດບາດຂອງຜູ້ເຖົ້າແກ່ຂອງບ້ານ, ນາຍບ້ານ ແລະ ບຸກຄົນທີ່ມີຊື່ສຽງ. ສຸມໃສ່ປັບປຸງການຈັດຕັ້ງ ແລະ ຍົກສູງຄຸນນະພາບການເຄື່ອນໄຫວຂອງບັນດາອົງການຈັດຕັ້ງພັກຮາກຖານ ຢູ່ບັນດາເຂດທີ່ມີພີ່ນ້ອງຮ່ວມຊາດທາງສາສະໜາຈຳນວນຫຼາຍ, ເຂດຊົນເຜົ່າສ່ວນນ້ອຍ, ເຂດຫ່າງໄກສອກຫຼີກ, ເຂດທີ່ໝັ້ນປະຕິວັດ, ຖານທີ່ໝັ້ນການຕໍ່ຕ້ານ. ເນັ້ນຄວາມສາມາດຂອງທະນາຄານນະໂຍບາຍສັງຄົມ ໃນການເຂົ້າຮ່ວມການພັດທະນາຊົນນະບົດ ຕິດພັນກັບໂຄງການປະຕິບັດງານ, ວຽກງານສະເພາະ ແທດຈິງ. ປັບປຸງແລະເພີ່ມທະວີບັນດາຮູບແບບຫໍປະຊຸມແລະສະຖາບັນວັດທະນະທຳໃນບ້ານ/ໝູ່ບ້ານ ເພື່ອສົມທົບລະຫວ່າງການດຳເນີນຊີວິດການເມືອງ ກັບການແບ່ງປັນບົດຮຽນກ່ຽວກັບການຄຸ້ມຄອງຊຸມຊົນ, ການແລກປ່ຽນປະສົບການທຳມາຫາກິນ, ຊີວິດວັດທະນະທຳ. ຈຳເປັນຕ້ອງປະຕິຮູບຮູບການ ແລະ ເນື້ອໃນການເຄື່ອນໄຫວຂອງໜ່ວຍພັກ; ຜັນຂະຫຍາຍບັນດາແຜນນະໂຍບາຍຂອງພັກໃນຊຸມຊົນທີ່ຢູ່ອາໄສ ເພື່ອຮັບປະກັນຄວາມງ່າຍດາຍ ແລະ ໃກ້ຊິດກັບຄວາມຕ້ອງການຕົວຈິງຂອງປະຊາຊົນ; ຂະຫຍາຍການລວມຕົວຂອງເລຂາໜ່ວຍພັກ ແລະ ນາຍບ້ານ/ຫົວໜ້າບ້ານ. ບັນດາສາຂາສະມາຄົມ, ໜ່ວຍຊາວໜຸ່ມ, ສະໂມສອນຂອງອົງການຈັດຕັ້ງການເມືອງ-ສັງຄົມ (ຄະນະຊາວໜຸ່ມ, ສະມາຄົມແມ່ຍິງ, ສະມາຄົມຊາວນາ, ສະມາຄົມນັກຮົບເກົ່າ) ຂັ້ນຮາກຖານໃນຊົນນະບົດຕ້ອງດຳເນີນການຕາມກົນໄກຊຸມຊົນ, ຮັບປະກັນລັກສະນະຊຸມຊົນທີ່ເລິດເຊິ່ງ, ມີຄວາມຈັບໃຈພຽງພໍທີ່ຈະດຶງດູດສະມາຊິກທຸກຄົນເຂົ້າໃນການແກ້ໄຂບັນດາບັນຫາຮີບດ່ວນທີ່ເກີດຈາກຊີວິດໃນຊຸມຊົນເຊັ່ນ: ຫຼຸດຜ່ອນຄວາມທຸກຍາກ, ສ້າງຄວາມຮັ່ງມີຢ່າງຊອບທຳ, ປ່ຽນວິທີທຳມາຫາກິນ, ຝຶກອົບຮົມວິຊາຊີບ, ສົ່ງເສີມຄວາມສະເໝີພາບທາງເພດ, ລ້ຽງດູສັ່ງສອນລູກເຕົ້າ, ປ້ອງກັນແລະຕ້ານຄວາມຊົ່ວຮ້າຍທາງສັງຄົມ, ກຳຈັດຮີດຄອງທີ່ຫຼ້າຫຼັງ, ກໍ່ສ້າງຊີວິດວັດທະນະທຳໃໝ່, ຮັກສາຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍໃນບ້ານ...
ກວດຄົ້ນ, ປ້ອງກັນ ແລະ ສະກັດກັ້ນຕັ້ງແຕ່ຕົ້ນ, ຈາກໄລຍະໄກ ແລະ ຈາກຮາກເຫງົ້າ ຂອງປັດໄຈທີ່ອາດຈະກໍ່ໃຫ້ເກີດຄວາມບໍ່ໝັ້ນຄົງໃນຊົນນະບົດ ໂດຍອີງໃສ່ບົດບາດຂອງຊຸມຊົນ ສົມທົບກັບການເຂົ້າຮ່ວມຂອງທັງລະບົບການເມືອງ ແລະ ບັນດາກອງກຳລັງປະຕິບັດໜ້າທີ່ຫຼັກ, ໂດຍສະເພາະບ່ອນທີ່ມີຈຸດຮ້ອນຍ້ອນຄວາມຂັດແຍ່ງທີ່ດິນ, “ສິນເຊື່ອດໍາ”, ມົນລະພິດສິ່ງແວດລ້ອມ, ເຂດທີ່ມີພີ່ນ້ອງຮ່ວມຊາດຖືສາສະໜາຈຳນວນຫຼາຍ, ເຂດຊົນເຜົ່າສ່ວນນ້ອຍ,... ທີ່ຖືກອິດທິກຳລັງສັດຕູສວຍໃຊ້, ຍຸຍົງ, ແບ່ງແຍກກຸ່ມກ້ອນມະຫາສາມັກຄີຊົນນະບົດ. ຕ້ອງໃຫ້ຄວາມສຳຄັນພິເສດກັບການປັບປຸງ, ບູລະນະ ແລະ ຍົກສູງປະສິດທິພາບການເຄື່ອນໄຫວຂອງລະບົບການເມືອງຂັ້ນຮາກຖານ ໃນພື້ນທີ່ທີ່ມີບັນຫາສັບສົນຫຼາຍຢ່າງເກີດຂຶ້ນ, ກາຍເປັນ “ຈຸດຮ້ອນ”, ໃນນັ້ນມີການເພີ່ມພະນັກງານຈາກຂັ້ນສູງລົງມາປະຕິບັດງານໃນໄລຍະເວລາທີ່ແນ່ນອນ. ການກວດກາເບື້ອງຕົ້ນ ແລະ ຕີລາຄາປະສິດທິຜົນຂອງການລວມຕົວຂອງກຸ່ມບ້ານ, ຕິດພັນກັບການສ້າງໂຄງປະກອບຂັ້ນເມືອງຄືນໃໝ່. ດຳເນີນການສະຫຼຸບເບື້ອງຕົ້ນ ແລະ ປະເມີນປະສິດທິຜົນຂອງການລວມຕົວຕາແສງ, ໂດຍເຊື່ອມໂຍງກັບການປັບໂຄງສ້າງຂັ້ນເມືອງຄືນໃໝ່. ປະສານສົມທົບຢ່າງດີ ລະຫວ່າງການເສີມຂະຫຍາຍບົດບາດຂອງກໍາລັງຕໍາຫຼວດຂັ້ນຕາແສງ ກັບການປະຕິບັດການປົກຄອງຕົນເອງໃນການປົກປ້ອງຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນບ້ານ, ຮັບປະກັນສະພາບແວດລ້ອມເພື່ອຟື້ນຟູແລະພັດທະນາເສດຖະກິດ - ສັງຄົມ ໃນເງື່ອນໄຂການປັບຕົວທີ່ປອດໄພ, ຍືດຫຍຸ່ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຢ່າງມີປະສິດທິຜົນ./.
---------------------------------
ບົດນີ້ໄດ້ລົງພິມໃນວາລະສານກອມມູນິດສະບັບທີ 986 (ເດືອນມີນາ 2022)