ສືບຕໍ່ບຸກທະລຸທາງດ້ານລະບຽບລະບອບການພັດທະນາວິທະຍາສາດ,
ເຕັກໂນໂລຊີ ແລະ ນະວັດຕະກຳສ້າງສັນ, ຕອບສະໜອງຄວາມຕ້ອງການ
ປ່ຽນແປງໃໝ່ຮູບແບບການເຕີບໂຕ, ຟື້ນຟູ ແລະ ພັດທະນາເສດຖະກິດ
ເຕັກໂນໂລຊີ ແລະ ນະວັດຕະກຳສ້າງສັນ, ຕອບສະໜອງຄວາມຕ້ອງການ
ປ່ຽນແປງໃໝ່ຮູບແບບການເຕີບໂຕ, ຟື້ນຟູ ແລະ ພັດທະນາເສດຖະກິດ
ວກ. - ໜຶ່ງໃນບັນດາເນື້ອໃນບຸກທະລຸຍຸດທະສາດທີ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກຳນົດແມ່ນ ພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳສ້າງສັນ ຢ່າງແຂງແຮງ. ປະຈຸບັນ, ໃນສະພາບການຂອງການປັບຕົວທີ່ຍືດຫຍຸ່ນ, ປອດໄພ ແລະ ການຄວບຄຸມການແຜ່ລະບາດຂອງໂຄວິດ-19 ຢ່າງມີປະສິດທິຜົນນັ້ນ, ຕ້ອງສືບຕໍ່ບຸກທະລຸທາງດ້ານລະບຽບລະບອບການພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳສ້າງສັນ ເພື່ອສ້າງການກ້າວກະໂດດທາງດ້ານສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະ ແຮງແຂ່ງຂັນ, ຕອບສະໜອງຄວາມຕ້ອງການປ່ຽນແປງໃໝ່ຮູບແບບການເຕີບໂຕ, ຟື້ນຟູ ແລະ ພັດທະນາເສດຖະກິດ.
ສະຫາຍ ຟ້າມມິງຈິ໊ງ ກຳມະການກົມການເມືອງສູນກາງ, ນາຍົກລັດຖະມັນຕີ ເຂົ້າຮ່ວມງານເລີ່ມຕົ້ນນະວັດຕະກຳສ້າງສັນລະດັບຊາດ TECHFEST 2021 ແລະ ສັບປະດານະວັດຕະກຳສ້າງສັນ ແລະ ການເລີ່ມຕົ້ນທຸລະກິດ ນະຄອນໂຮ່ຈີມິນ WHISE 2021, ພາຍໃຕ້ຫົວຂໍ້: “ນະວັດຕະກຳສ້າງສັນ, ສ້າງອະນາຄົດ ແລະ ພັດທະນາບັນດາວິທີແກ້ເຕັກໂນໂລຊີ, ຮັບມືກັບການແຜ່ລະບາດຂອງໂຄວິດ-19 ແລະ ຟື້ນຟູເສດຖະກິດ ປີ 2021” _ພາບ: TTXVN
1- ການປ່ຽນແປງໃໝ່ຮູບແບບການເຕີບໂຕເສດຖະກິດຖືກຢືນຢັນຢ່າງສະເໝີຕົ້ນສະເໝີປາຍໃນແນວທາງ, ແຜນນະໂຍບາຍ, ນະໂຍບາຍຂອງພັກແລະລັດ. ມະຕິສະບັບທີ 05-NQ/TW, ລົງວັນທີ 1 ພະຈິກ 2016, ຂອງກອງປະຊຸມສູນກາງພັກຄັ້ງທີ 4 ສະໄໝທີ 12 “ກ່ຽວກັບບາງແຜນນະໂຍບາຍ, ນະໂຍບາຍທີ່ສຳຄັນ ເພື່ອສືບຕໍ່ປ່ຽນແປງໃໝ່ຮູບແບບການເຕີບໂຕ, ຍົກສູງຄຸນນະພາບການເຕີບໂຕ, ສະມັດຕະພາບຂອງງານ ແລະ ແຮງແຂ່ງຂັນຂອງພື້ນຖານເສດຖະກິດ” ຢືນຢັນທັດສະນະກ່ຽວກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ ເພື່ອຍົກສູງຄຸນນະພາບການເຕີບໂຕ, ສະມັດຕະພາບຂອງງານ ແລະ ແຮງແຂ່ງຂັນຂອງພື້ນຖານເສດຖະກິດ, ພັດທະນາຢ່າງໄວ ແລະ ຍືນຍົງຮອບດ້ານ ທັງເສດຖະກິດ ສັງຄົມ ແລະ ສິ່ງແວດລ້ອມ; ບໍ່ເຕີບໂຕດ້ວຍທຸກຕົ້ນທຶນ ທີ່ສົ່ງຜົນເສຍຕໍ່ສະຖຽນລະພາບເສດຖະກິດມະຫາພາກ, ການຮັບຮອງການປ້ອງກັນປະເທດແລະຄວາມໝັ້ນຄົງ, ຄວາມກ້າວໜ້າ, ຄວາມຍຸຕິທຳທາງສັງຄົມ, ການຮັກສາສິ່ງແວດລ້ອມນິເວດວິທະຍາ; ໃຫ້ຄວາມສຳຄັນ ແລະ ນັບມື້ນັບອີງໃສ່ບັນດາປັດໄຈຊຸກຍູ້ການເພີ່ມສະມັດຕະພາບແຮງງານ, ນຳໃຊ້ແຫຼ່ງພະລັງຕ່າງໆຢ່າງມີປະສິດທິຜົນ, ພິເສດແມ່ນເສີມຂະຫຍາຍນ້ຳໃຈຮັກຊາດ, ຄວາມພາກພູມໃຈ, ຄວາມທະນົງໃຈຂອງຊາດ, ຈິດໃຈປະດິດສ້າງຂອງຄົນຫວຽດນາມ ແລະ ບັນດາຜົນງານດ້ານວິທະຍາສາດ, ເຕັກໂນໂລຊີຂອງມະນຸດຊາດ, ຄວາມສາມາດບົ່ມຊ້ອນ ຄວາມໄດ້ປຽບຂອງບັນດາຂະແໜງການ, ຂົງເຂດ, ທ້ອງຖິ່ນແລະທົ່ວປະເທດ. ແລ້ວແຕ່ສະພາບຕົວຈິງຂອງແຕ່ລະຂະແໜງການ, ຂົງເຂດ, ທ້ອງຖິ່ນ, ຈະມີການສົມທົບຢ່າງສົມເຫດສົມຜົນ ລະຫວ່າງການເຕີບໂຕຕາມລວງກວ້າງ ແລະ ການເຕີບໂຕຕາມລວງເລິກ, ໃນນັ້ນ ຖືເອົາການເຕີບໂຕຕາມລວງເລິກເປັນທິດທາງຫຼັກ; ຄ່ອຍໆຫັນປ່ຽນຈາກການເຕີບໂຕທີ່ອີງສ່ວນໃຫຍ່ໃສ່ການລົງທຶນແລະການສ່ົ່ງອອກໄປເປັນການເຕີບໂຕທີ່ອີງໃສ່ການລົງທຶນ, ການສົ່ງອອກ ແລະ ຕະຫຼາດພາຍໃນເວລາດຽວກັນ; ຄ່ອຍໆຫັນປ່ຽນຈາກການອີງໃສ່ການເພີ່ມຈໍານວນປັດໄຈປ້ອນເຂົ້າການຜະລິດ ໄປສູ່ການອີງໃສ່ການເພີ່ມສະມັດຕະພາບ, ຄຸນນະພາບຂອງແຮງງານ, ການປະຍຸກໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳສ້າງສັນ; ຂຸດຄົ້ນແລະເສີມຂະຫຍາຍສຸດຂີດ ກໍາລັງພາຍໃນບວກກັບການດຶງດູດແລະການນໍາໃຊ້ກໍາລັງພາຍນອກ ຢ່າງມີປະສິດທິຜົນ(1). ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກສືບຕໍ່ກຳນົດວ່າ, ການປ່ຽນແປງໃໝ່ຮູບແບບການເຕີບໂຕ “ຫັນປ່ຽນຢ່າງແຂງແຮງເສດຖະກິດໄປສູ່ຮູບແບບການເຕີບໂຕທີ່ອີງໃສ່ການເພີ່ມສະມັດຕະພາບ, ຄວາມກ້າວໜ້າທາງວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳສ້າງສັນ, ກຳລັງຄົນຄຸນນະພາບສູງ, ການນຳໃຊ້ແຫຼ່ງພະລັງຕ່າງໆ ຢ່າງປະຢັດແລະມີປະສິດທິຜົນ ເພື່ອຍົກສູງຄຸນນະພາບ, ປະສິດທິຜົນ ແລະ ແຮງແຂ່ງຂັນຂອງພື້ນຖານເສດຖະກິດ”(2).
ດັ່ງນັ້ນ, ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳສ້າງສັນ ມີບົດບາດສຳຄັນທີ່ສຸດ ໃນການຫັນປ່ຽນ ຈາກຮູບແບບການເຕີບໂຕຕາມລວງກວ້າງ ໄປສູ່ການພັດທະນາຢ່າງສົມເຫດສົມຜົນ ລະຫວ່າງລວງກວ້າງແລະລວງເລິກ, ທັງຂະຫຍາຍຂະໜາດ, ທັງເອົາໃຈໃສ່ຍົກສູງຄຸນນະພາບ, ປະສິດທິຜົນ, ຄວາມຍືນຍົງ ສົມທົບກັບການອີງໃສ່ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳສ້າງສັນ, ກຳລັງຄົນຄຸນນະພາບສູງ ແລະ ການນຳໃຊ້ແຫຼ່ງພະລັງຕ່າງໆ ຢ່າງປະຢັດແລະມີປະສິດທິຜົນ.
ທັດສະນະກ່ຽວກັບການປ່ຽນແປງໃໝ່ຮູບແບບການເຕີບໂຕໂດຍອີງໃສ່ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳສ້າງສັນ ໄດ້ວາງຄວາມຮຽກຮ້ອງຕ້ອງການຈຸດສຸມຈຳນວນໜຶ່ງ ຕໍ່ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳສ້າງສັນ. ນັ້ນແມ່ນ, ຕ້ອງການປະກອບສ່ວນເຂົ້າໃນການປັບໂຄງສ້າງເສດຖະກິດຄືນໃໝ່ ຕາມທິດຫັນປ່ຽນຢ່າງແຂງແຮງສູ່ບັນດາຂົງເຂດທີ່ກ້າວໜ້າ, ທັນສະໄໝ; ຊຸກຍູ້ການເພີ່ມຄຸນຄ່າພາຍໃນ, ຄຸນຄ່າເພີ່ມຢ່າງໄວ ແລະ ເພີ່ມແຮງແຂ່ງຂັນຂອງຜະລິດຕະພັນ, ວິສາຫະກິດ ແລະແຮງແຂ່ງຂັນຂອງເສດຖະກິດປະເທດ; ເຊື່ອມຕິດການພັດທະນາເສດຖະກິດ ກັບການຮັກສາສິ່ງແວດລ້ອມ, ພັດະນາເສດຖະກິດສີຊຽວ; ຊຸກຍູ້ການພັດທະນາບັນດາຜະລິດຕະພັນທີ່ມີຄວາມໄດ້ປຽບໃນການແຂ່ງຂັນ, ຜະລິດຕະພັນເຕັກໂນໂລຊີສູງ ທີ່ມີຄຸນຄ່າເພີ່ມສູງ, ເຂົ້າຮ່ວມຢ່າງມີປະສິດທິຜົນ ໃນເຄືອຂ່າຍການຜະລິດ ແລະ ພວງພະນັງຄຸນຄ່າທົ່ວໂລກ.
ແຜນນະໂຍບາຍການຟື້ນຟູແລະການພັດທະນາເສດຖະກິດຢູ່ປະເທດເຮົາ ໃນສະຖານະການຂອງການປັບຕົວທີ່ຍືດຫຍຸ່ນ, ປອດໄພ ແລະ ການຄວບຄຸມການແຜ່ລະບາດຂອງໂຄວິດ-19 ຢ່າງທີປະສິດທິພາບນັ້ນ ທັງຮີບດ່ວນແລະຍາວນານ, ສະແດງໃຫ້ເຫັນເຖິງຄວາມເປັນເຈົ້າການ, ຮັບມືກັບການປ່ຽນແປງຢູ່ໃນປະເທດແລະໃນໂລກ, ພ້ອມກັນນັ້ນ ກໍສອດຄ່ອງກັບທ່າອ່ຽງການພັດທະນາເສດຖະກິດໃນທົ່ວໂລກ. ເນື້ອແທ້ຂອງການຟື້ນຟູແລະການພັດທະນາເສດຖະກິດໃນໄລຍະປະຈຸບັນແມ່ນ ການຊຸກຍູ້ການປ່ຽນແປງໃໝ່ຮູບແບບການເຕີບໂຕຢ່າໄວແລະເຂັ້ມແຂງກວ່າອີກ. ດັ່ງນັ້ນ, ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳສ້າງສັນ ຕ້ອງສຸມໃສ່ຍົກສູງຄວາມສາມາດແຂ່ງຂັນຂອງຫວຽດນາມ ທຽບກັບປະເທດອື່ນໃນໂລກ ໃນສະຖານະການແກ້ໄຂຜ່ານຜ່າການກະທົບຂອງໂລກລະບາດໂຄວິດ-19, ຫັນປ່ຽນສະຖານະການການເຄື່ອນໄຫວເສດຖະກິດໃຫ້ສອດຄ່ອງກັບຄວາມຕ້ອງການຂອງການດຳລົງຊີວິດຮ່ວມກັບໂລກລະບາດໃຫຍ່... ແລະ ຕັ້ງໜ້າເຂົ້າຮ່ວມໃນການປັບຕົວທີ່ປອດໄພແລະຍືດຫຍຸ່ນ, ແລະ ການຄວບຄຸມການແຜ່ລະບາດຂອງໂຄວິດ-19 ຢ່າງມີປະສິດທິຜົນ, ຍົກສູງຄຸນນະພາບ ແລະຄວາມສາມາດຂອງສາທາລະນະສຸກປ້ອງກັນ, ຮັບປະກັນມີວັກຊີນ ແລະຢາປົວພະຍາດ ຢ່າງພຽງພໍ...
ບົດຮຽນຂອງໂລກກໍໃຫ້ເຫັນເຖິງບົດບາດສຳຄັນຂອງວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳສ້າງສັນ ຕໍ່ການຟື້ນຟູ, ພັດທະນາເສດຖະກິດ ແລະ ຮັບປະກັນຄວາມຍຸຕິທຳ ໃນສະພາບການແຜ່ລະບາດຂອງໂຄວິດ-19. ຕົວຢ່າງ, ບັນດາປະເທດໃນອະນຸພາກພື້ນລຸ່ມແມ່ນໍ້າຂອງ ໄດ້ສົມທົບກັນສ້າງ “ແຜນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການຟື້ນຟູປະເທດອານຸພາກພື້ນລຸ່ມແມ່ນ້ຳຂອງ ໄລຍະ 2021-2023”, ໃນນັ້ນ, ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳສ້າງສັນ ໄດ້ຮັບການເນັ້ນໜັກເຖິງການຍາດແຍ່ງເອົາກາລະໂອກາດຈາກການປະຕິວັດອຸດສາຫະກຳທີ 4 ເພື່ອຍົກສູງປະສິດທິຜົນ ແລະ ຄວາມປົກຫຸ້ມຂອງພື້ນຖານເສດຖະກິດ, ຮັບປະກັນໃຫ້ບັນດາປະເທດເຂົ້າເຖິງວັກຊີນປ້ອງກັນໂຄວິດ-19 ທີ່ປອດໄພ, ລາຄາບໍ່ແພງ, ຍຸຕິທຳ ແລະ ມີປະສິດທິຜົນ.
2- ຈາກຄວາມຕ້ອງການທີ່ວາງອອກມາໃຫ້ການປ່ຽນແປງຮູບແບບການເຕີບໂຕ, ຟື້ນຟູແລະພັດທະນາເສດຖະກິດນັ້ນ ສາມາກຳນົດບັນດາເນື້ອໃນພື້ນຖານ, ຈຸດໜັກໃນການພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳສ້າງສັນ ຢູ່ຫວຽດນາມໃນເວລາທີ່ຈະມາເຖິງດັ່ງນີ້:
ທີໜຶ່ງ, ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳສ້າງສັນ ສຸມໃສຮັບໃຊ້ບາງທິດທາງບຸລິມະສິດ ໃນການພັດທະນາເສດຖະກິດ-ສັງຄົມ, ເຊັ່ນ ມີບົດບາດຕັດສິນການຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ, ແຮງແຂ່ງຂັນຂອງຜະລິດຕະພັນ ສິນຄ້າ ບໍລິການ ແລະ ຂອງພື້ນຖານເສດຖະກິດ, ພິເສດແມ່ນ ການຜະລິດຜະລິດຕະພັນໃໝ່, ບໍລິການໃໝ່, ຜະລິດຕະພັນຫຼັກ ແລະ ເຄື່ອງໝາຍການຄ້າແຫ່ງຊາດ; ເປັນເຈົ້າ, ຮັບເອົາ, ດູດຊືມ, ປະຍຸກໃຊ້ ຄວາມສຳເລັດດ້ານວິທະຍາສາດແລະເຕັກໂນໂລຊີຂັ້ນສູງຂອງໂລກ ຢ່າງໄວວາ; ຊຸກຍູ້ການປັບໂຄງສ້າງເສດຖະກິດຄືນໃໝ່ ຕາມທິດເພີ່ມອັດຕາສ່ວນມູນຄ່າຜະລິດຕະພັນອຸດສາຫະກໍາເຕັກໂນໂລຊີສູງ, ບັນດາຂະແໜງການມີມູນຄ່າເພີ່ມສູງ ທີ່ອີງໃສ່ການປະຍຸກໃຊ້ເຕັກໂນໂລຊີທີ່ກ້າວໜ້າ ທັນສະໄໝ; ຊຸກຍູ້ການພັດທະນາເຕັກໂນໂລຊີຫົວຫອກ, ຈຸດໜັກ ທີ່ເປັນອຸດສາຫະກໍາປຸງແຕ່ງ, ຜະລິດທີ່ອີງໃສ່ພື້ນຖານເຕັກໂນໂລຊີຂອງການປະຕິວັດອຸດສາຫະກຳຄັ້ງທີສີ່; ຄ່ອຍໆຫຼຸດຜ່ອນອັດຕາສ່ວນຂອງຂະແໜງການທີ່ມີສະມັດຕະພາບຂອງງານຕ່ຳ, ມູນຄ່າເພີ່ມຕ່ຳ, ນຳໃຊ້ເຕັກໂນໂລຊີຫຼ້າຫຼັງ; ປະກອບສ່ວນແກ້ໄຂບັນດາບັນຫາສັງຄົມທີ່ເກີດຈາກການກະທົບຂອງການປະຕິວັດອຸດສາຫະກຳຄັ້ງທີສີ່, ການເຊື່ອມໂຍງເຂົ້າກັບສາກົນ ແລະ ບັນດາສິ່ງທ້າທາຍຂອງຄວາມໝັ້ນຄົງທີ່ບໍ່ເປັນແບບດັ້ງເດີມ; ສະເໜີມາດຕະການປ່ຽນແປງໃໝ່ແບບວິທີການຄຸ້ມຄອງສັງຄົມ ໃນເງື່ອນໄຂຂອງການປ່ຽນແປງດິຈີຕອນ...; ປະກອບສ່ວນອັນຕັ້ງໜ້າເຂົ້າໃນການຮັກສາສະພາບແວດລ້ອມ, ຮັບມືກັບການປ່ຽນແປງສະພາບພູມອາກາດ, ການພັດທະນາເສດຖະກິດສີຂຽວ, ເສດຖະກິດໝູນວຽນ...
ທີສອງ, ສ້າງບາງໂຄງການ, ແຜນງານວິທະຍາສາດແລະເຕັກໂນໂລຊີລະດັບຊາດ ໃນບາງຂົງເຂດຈຸດສຸມ, ທີ່ມີທ່າແຮງແລະກຳລັງຊ້ອນແຝງ ເພື່ອແກ້ໄຂບັນດາບັນຫາ ສຳຄັນພິເສດໃນຍາວນານ ເພື່ອພັດທະນາປະເທດ. ການປັບໂຄງສ້າງຂອງບັນດາໂຄງການ, ໜ້າທີ່ວິທະຍາສາດແລະເຕັກໂນໂລຊີ ທີ່ຕິດພັນກັບຄວາມຕ້ອງການຂອງສັງຄົມ ແລະ ພວງພະນັງຄຸນຄ່າຂອງຜະລດຕະພັນ, ສ້າງມູນຄ່າເພີ່ມ.
ທີສາມ, ພັດທະນາລະບົບນະວັດຕະກໍາສ້າງັສນແຫ່ງຊາດ ແລະ ລະບົບນິເວດການເລີ່ມຕົ້ນສ້າງສັນ. ຊຸກຍູ້ການສ້າງຕັ້ງສູນນະວັດຕະກຳ, ເລີ່ມຕົ້ນສ້າງສັນ, ພັດທະນາຂະບວນການນະວັດຕະກຳສ້າງສັນ ແລະ ການເລີ່ມຕົ້ນທຸລະກິດ ໃນຂອບເຂດທົ່ວປະເທດ ໂດຍເອົາວິສາຫະກິດເປັນໃຈກາງ. ເພີ່ມທະວີການເຊື່ອມໂຍງບັນດາເຄືອຂ່າຍນະວັດຕະກໍາສ້າງສັນພາຍໃນ ແລະ ຕ່າງປະເທດ.
ທີສີ່, ຊຸກຍູ້ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳສ້າງສັນ ໃນວິສາຫະກິດ. ສຸມໃສ່ການຖ່າຍທອດ, ປະຍຸກໃຊ້ເຕັກໂນໂລຊີຂັ້ນສູງ ພ້ອມກັນກັບການຍົກສູງຄວາມສາມາດໃນການດູດຊຶມ ແລະ ປະດິດສ້າງເຕັກໂນໂລຢີ, ຍົກສູງຄວາມສາມາດບໍລິຫານຄຸ້ມຄອງ, ລະດັບແລະທັກສະຂອງແຫຼ່ງກຳລັງຄົນ, ການປ່ຽນແປງໃໝ່ຂັ້ນຕອນການຜະລິດແລະທຸລະກິດ, ຜັນຂະຫຍາຍການແປງດິຈີຕອນ, ນຳໃຊ້ຮູບແບບການທຸລະກິດໃໝ່ ທີ່ສອດຄ່ອງກັບຂະບວນການປ່ຽນແປງໃໝ່ເຕັກໂນໂລຊີ,... ຢູ່ໃນວິສາຫະກິດ.
ທີຫ້າ, ປ່ຽນແປງໃໝ່ໂຄງສ້າງລະບົບການຈັດຕັ້ງວິທະຍາສາດແລະເຕັກໂນໂລຊີ ຕິດພັນກັບທິດທາງບຸລິມະສິດການພັດທະນາຂອງຊາດ, ຂະແໜງການ ແລະ ຂົງເຂດ ຕາມທິດເປັນເຈົ້າຕົນເອງ, ເຊື່ອມໂຍງ, ເຂົ້າໃກ້ກັບມາດຕະຖານສາກົນ. ຂະຫຍາຍຢ່າງແຂງແຮງ ລະບົບວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳສ້າງສັນ ຂອງເຂດແລະທ້ອງຖິ່ນ. ຊຸກຍູ້ການເຄື່ອນໄຫວປ່ຽນແປງໃໝ່ປະດິດສ້າງໃນບັນດາເຂດຈຸດສຸມທີ່ຕິດພັນກັນຄວາມໄດ້ປຽບທາງເສດຖະກິດຂອງເຂດ, ທ້ອງຖິ່ນ. ປັບປຸງບູລະນະພາລະບົດບາດ, ໜ້າທີ່ ແລະ ເພີ່ມທະວີການລົງທຶນດ້ານຊັບພະຍາກອນບຸກຄົນ, ການເງິນ, ພື້ນຖານໂຄງລ່າງ ສໍາລັບສູນການປະຍຸກໃຊ້ຄວາມກ້າວໜ້າທາງວິທະຍາສາດແລະເຕັກໂນໂລຊີ ພາຍໃນສັງກັດພະແນກວິທະຍາສາດແລະເຕັກໂນໂລຊີ ເພື່ອເປັນສູນລວມໃນການສະໜັບສະໜູນ ແລະ ຊຸກຍູ້ການເຄື່ອນໄຫວຖ່າຍທອດເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງໃນທ້ອງຖິ່ນ. ຄ່ອຍໆຍົກສູງມາດຕະຖານ ສຳລັບຜະລິດຕະພັນຂອງຂະແໜງການພື້ນເມືອງ ອາຊີບດັ້ງເດີມ ແລະ ຜະລິດຕະພັນ OCOP ເພື່ອຊຸກຍູ້ການປ່ຽນແປງໃໝ່ເຕັກໂນໂລຊີໃນການຜະລິດ.
ທີຫົກ, ເພີ່ມທະວີການຮ່ວມມືສາກົນກ່ຽກັບວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳສ້າງສັນ ເພື່ອດຶງດູດແຫຼ່ງພະລັງຈາກຕ່າງປະເທດ ເພື່ອຮັບໃຊ້ການປ່ຽນແປງໃໝ່ຮູບແບບການເຕີບໂຕ, ຟື້ນຟູແລະພັດທະນາເສດຖະກິດ. ຍົກສູງລະດັບວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳສ້າງສັນ ໃນປະເທດຢ່າງໃກ້ຊິດຕາມກະແສໂລກ, ກ້າວຂຶ້ນສູ່ລະດັບສູງໃນຫຼາຍຂົງເຂດທີ່ສຳຄັນ, ໃນກຸ່ມນຳໜ້າໃນບັນດາປະເທດທີ່ມີລາຍໄດ້ປານກາງສູງ.
ດັ່ງນັ້ນ, ສາມາດເຫັນໄດ້ວ່າ, ເພື່ອຕອບສະໜອງຄວາມຕ້ອງການຂອງການປ່ຽນແປງໃໝ່ຮູບແບບການເຕີບໂຕ, ຟື້ນຟູແລະພັດທະນາເສດຖະກິດນັ້ນ, ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳສ້າງສັນ ຕ້ອງມີການພັດທະນາຢ່າງວ່ອງໄວແລະເຂັ້ມແຂງໃນບາງທິດທາງ ແລະ ມີການບຸກທະລຸທາງດ້ານລະບຽບລະບອບການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳສ້າງສັນ ເຊິ່ງແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນໃນປະຈຸບັນ.
3- ໃນເວລາທີ່ຜ່ານມາ, ລະບຽບລະບອບວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳສ້າງສັນ ຢູ່ຫວຽດນາມ ບັນລຸໄດ້ໝາກຜົນອັນແນ່ນອນ, ປະກອບສ່ວນປ່ຽນໃໝ່ຮູບແບບການເຕີບໂຕ, ຟື້ນຟູແລະພັດທະນາເດສຖະກິດ. ບັນດາກົນໄກ, ນະໂຍບາຍທີ່ໄດ້ປະກາດໃຊ້ນັ້ນ ສະແດງເຖິງຄວາມສະເໝີຕົ້ນສະເໝີປາຍ ໃນການປະຕິບັດແຜນນະໂຍບາຍພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ແມ່ນນະໂຍບາຍແຫ່ງລັດອັນດັບໜຶ່ງ. ປະຈຸບັນ, ມີກົດໝາຍສະເພາະ 8 ສະບັບທີ່ກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳສ້າງສັນ. ລະບົບເອກະສານທາງກົດໝາຍກ່ຽວກັບ ກຳມະສິດຊັບສິນທາງປັນຍາ, ມາດຕະຖານການວັດແທກຄຸນນະພາບ, ການພັດທະນາວິສາຫະກິດ ແລະອື່ນໆ ກໍໄດ້ຮັບການປັບປຸງໃຫ້ສົມບູນເທື່ອລະກ້າວ ແລະ ນັບມື້ນັບຄົບຊຸດ.
ຈິນຕະນາການບໍລິຫານຄຸ້ມຄອງລັດໄດ້ຮັບການປ່ຽນໃໝ່, ກົດໝາຍກ່ຽວກັບວິທະຍາສາດ, ເຕັກໂນໂລຊີນັບມື້ນັບສົມບູນ, ສອດຄ່ອງກັບທ່າອ່ຽງການພັດທະນາໃນໂລກ, ຕອບສະໜອງຄວາມຕ້ອງການຮັບໃຊ້ການພັດທະນາວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳສ້າງສັນ ຢູ່ປະເທດເຮົາ. ແລວທາງທາງດ້ານກົດໝາຍໃນຂົງເຂດວິທະຍາສາດແລະເຕັກໂນໂລຊີໄດ້ຄົບຊຸດກວ່າເກົ່າ ໄດ້ສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ແລະ ການແຂ່ງຂັນທີ່ສົດໃສ ໃນການຄົ້ນຄວ້າປະດິດສ້າງ, ຄ່ອຍໆລົບລ້າງກົນໄກບໍລິຫານແບບອາດຍາສິດ. ການນະວັດຕະກຳສ້າງສັນ ຄ່ອຍໆກາຍເປັນຈິຕິນາການໃໝ່ ໃນການຄຸ້ຄອງແລະບໍລິຫານ; ບົດບາດໃຈກາງຂອງວິສາຫະກິດໃນລະບົບ ນະວັດຕະກຳສ້າງສັນແຫ່ງຊາດ ນັບມື້ສະແດງອອກຢ່າງຈະແຈ້ງ. ການມອບໝາຍສິດເປັນເຈົ້າຕົນເອງ, ຮັບຜິດຊອບດ້ວຍຕົນເອງ ໃຫ້ບັນດາອົງການວິທະຍາສາດ, ເຕັກໂນໂລຊີພາກລັດ ໄດ້ຮັບການຍູ້ແຮງ. ຕະຫຼາດເຕັກໂນໂລຊີ, ນະວັດຕະກຳ ແລະ ລະບົບນິເວດເລີ່ມຕົ້ນການທຸລະກິດສ້າງສັນ ນັບມື້ນັບຂະຫຍາຍຕົວ; ການສ້າງຕັ້ງວິສາຫະກິດວິທະຍາສາດ, ເຕັກໂນໂລຊີ, ວິສາຫະກິດເລີ່ມຕົ້ນນະວັດຕະກຳສ້າງສັນ; ບັນດາວິສາຫະກິດໄດ້ຮັບການສົ່ງເສີມໃຫ້ສ້າງສະຖາບັນຄົ້ນຄວ້າ ແລະ ລົງທຶນນັບມື້ນັບຫຼາຍ ເຂົ້າໃນການເຄື່ອນໄຫວວິທະຍາສາດແລະເຕັກໂນໂລຊີ; ທົດລອງຮູບແບບດຶງດູດແລະເຄົາລົບໃຊ້ນັກວິທະຍາສາດທີ່ມີພອນສະຫວັນຢູ່ໃນປະເທດ ແລະ ປັນຍາຊົນຫວຽດນາມຢູ່ຕ່າງປະເທດ.
ປະຈຸບັນ, ກະຊວງວິທະຍາສາດແລະເຕັກໂນໂລຊີ ພວມຕັ້ງໜ້າແກ້ໄຂ ແລະ ເພີ່ມເຕີມເນື້ອໃນກ່ຽວກັບການປ່ຽນແປງໃໝ່ລະບຽບລະບອບໃນກົດໝາຍ ແລະ ເອກະສານຈຳນວນໜຶ່ງ ເພື່ອຍື່ນຕໍ່ອົງການທີ່ມີອຳນາດ ເພື່ອປະກາດໃຊ້ ເຊັ່ນ: ກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຊັບສິນທາງປັນຍາ; ກົດໝາຍວ່າດ້ວຍຊັບສິນທາງປັນຍາ; ກົດໝາຍວ່າດ້ວຍວິທະຍາສາດແລະເຕັກໂນໂລຊີ; ກົດໝາຍວ່າດ້ວຍມາດຕະຖານແລະລະບຽບການເຕັກນິກ; ກົດໝາຍວ່າດ້ວຍຄຸນນະພາບສິນຄ້າແລະສິນຄ້າ; ກົດໝາຍວ່າດ້ວຍພະລັງງານປະລະມານູ; ຍຸດທະສາດພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳສ້າງສັນ ຮອດປີ 2030;... ແລະເອກະສານທາງກົດໝາຍອື່ນໆອີກຫຼາຍສະບັບ ເພື່ອຕອບສະໜອງຄວາມຕ້ອງການຂອງໄລຍະໃໝ່.
ຄຽງຂ້າງບັນດາຜົນງານທີ່ບັນລຸໄດ້ນັ້ນ, ສາມາດເຫັນໄດ້ວ່າ, ໃນເວລາທີ່ຜ່ານມາ, ລະບຽບລະບອບວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳສ້າງສັນ ຢູ່ຫວຽດນາມກໍມີຂໍ້ຈຳກັດຫຼາຍຢ່າງ. ກົດໝາຍກ່ຽວກັບການລົງທຶນ, ການເງິນ ແລະ ວິສາຫະກິດ ບໍ່ມີຄວາມສອດຄ່ອງຢ່າງແທ້ຈິງ ກັບຂໍ້ກຳນົດຈຳນວນໜຶ່ງຂອງກົດໝາຍກ່ຽວກັບວິທະຍາສາດແລະເຕັກໂນໂລຊີ. ບັນດານະໂຍບາຍກ່ຽວກັບເງິນທຶນ, ພາສີ, ການສະໜັບສະໜູນການພັດທະນາ ບໍ່ໄດ້ສ້າງເງື່ອນໄຂຢ່າງແທ້ຈິງໃຫ້ບັນດາວິສາຫະກິດຂອງທຸກພາກສ່ວນເສດຖະກິດ ຫັນມາລົງທຶນປະດິດສ້າງເຕັກໂນໂລຢີ ແລະ ຊຸກຍູ້ການເຄື່ອນໄຫວຄົ້ນຄວ້າ ແລະ ປ່ຽນແປງໃໝ່ປະດິດສ້າງ; ຍັງບໍ່ສ້າງເງື່ອນໄຂທີ່ເອື້ອອໍານວຍສູງສຸດ ໃຫ້ແກ່ຜະລິດຕະພັນວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳສ້າງສັນ ໃນປະເທດແລະຕ່າງປະເທດ ໄດ້ແລກປ່ຽນ, ຊື້ແລະຂາຍໃນຕະຫຼາດ. ສືບຕໍ່ສ້າງກົນໄກ, ນະໂຍບາຍເພື່ອສົ່ງເສີມຢ່າງແທ້ຈິງ ໃຫ້ວິສາຫະກິດນຳເຂົ້າເຕັກໂນໂລຊີ, ໂດຍສະເພາະ ສຳລັບຂະແໜງການ, ຂົງເຂດສຳຄັນ ຫົວຫອກ ເພື່ອນຳໃຊ້ຢ່າງວ່ອງໄວເຂົ້າໃນການຜະລິດແລະທຸລະກິດ ເພື່ອສ້າງຜະລິດຕະພັນໃໝ່ທີ່ມີມູນຄ່າເພີ່ມສູງ.
ເພາະສະນັ້ນ, ໃນສະພາບການທີ່ມີສິ່ງທ້າທາຍຫຼາຍຢ່າງໃນປະຈຸບັນ, ການພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳສ້າງສັນ ແມ່ນຄວມຮຽກຮ້ອງຕ້ອງການທີ່ຮີບດ່ວນ ເພື່ອຕອບສະໜອງຄວາມຕ້ອງການປ່ຽນແປງໃໝ່ຮູບແບບການເຕີບໂຕ, ການຟື້ນຟູແລະພັດທະນາເສດຖະກິດ, ການປັບຕົວຢ່າງຍືດຫຍຸ່ນ ປອດໄພ ແລະ ການຄວບຄຸມການແຜ່ລະບາດຂອງໂຄວິດ-19 ຢ່າງມີປະສິດທິຜົນ. ຄວາມຕ້ອງການນີ້ຮຽກຮ້ອງໃຫ້ມີການບຸກທະລຸທາງດ້ານລະບຽບລະບອບດັ່ງຕໍ່ໄປນີ້:
ທີໜຶ່ງ, ອະນຸຍາດໃຫ້ຜັນຂະຫຍາຍກົນໄກທົດລອງທີ່ມີການຄວບຄຸມ (sandbox) ສຳລັບການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳສ້າງສັນ ໃນບາງໂຄງການວິທະຍາສາດແລະເຕັກໂນໂລຊີສະເພາະ ຫຼືບາງກຸ່ມເປົ້າໝາຍສະເພາະ (ວິສາຫະກິດເລີ່ມທຸລະກິດສ້າງສັນໃນບາງຂົງເຂດ; ສະຖາບັນຄົ້ນຄວ້າ; ມະຫາວິທະຍາໄລ,...).
ທີສອງ, ປ່ຽງແປງໃໝ່ກົນໄກ, ນະໂຍບາຍ ກົດໝາຍກ່ຽວກັບການລົງທຶນ, ການລົງທຶນສາທາລະນະ, ການຈັດຊື້ຈັດຈ້າງສາທາລະນະ, ການໃຊ້ງົບປະມານຂອງລັດ, ການນໍາໃຊ້ຊັບສິນສາທາລະນະ, ພາສີ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ ເພື່ອສົ່ງເສີມ, ພັດທະນາການເຄື່ອນໄຫວວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳສ້າງສັນ. ປັບປຸງບູລະນະກົນໄກການຮ່ວມມືລັດແລະເອກະຊົນ, ແລວທາງດ້ານກົດຫມາຍສໍາລັບ “ການລົງທຶນຂອງເທວະດາ”, ບັນດາກອງທຶນການລົງທຶນແບບສ່ຽງ, ກອງທຶນການລົງທຶນຊຸມຊົນ, ບັນດາພື້ນຖານເຕັກໂນໂລຊີດິຈີຕອນທີ່ລະດົມທຶນ, ພ້ອມກັບການເປີດຄວາມຫຼາກຫຼາຍບັນດາຮູບແບບດັ້ງເດີມ ເພື່ອລະດົມບັນດາແຫຼ່ງພະລັງການລົງທຶນຕື່ມອີກໃຫ້ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳສ້າງສັນ. ສ້າງບັນດາກົນໄກ, ນະໂຍບາຍເພື່ອອຳນວຍຄວາມສະດວກ ຊຸກຍູ້ການເຊື່ອມໂຍງຢ່າງມີປະສິດທິຜົນ ລະຫວ່າງສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ ແລະ ວິສາຫະກິດ.
ທີສາມ, ກວດຄືນ, ແກ້ໄຂ, ປັບປຸງຂໍ້ກຳນົດທາງກົດໝາຍກ່ຽວກັບກົນໄກເປັນເຈົ້າຕົນເອງຂອງອົງການວິທະຍາສາດແລະເຕັກໂນໂລຊີພາກລັດ ຕາມທິດມອບໝາຍສິດເປັນເຈົ້າຕົນເອງ ຮັບຜິດຊອບດ້ວຍຕົນເອງ ໃນການສ້າງໂຄງປະກອບການຈັດຕັ້ງ, ຮັບສະໝັກພະນັກງານ, ນຳໃຊ້ກຳລັງຄົນ, ໃຊ້ເງິນທຶນ, ປະຕິບັດໜ້າທີ່ວິທະຍາສາດແລະເຕັກໂນໂລຊີ. ສ້າງມາດຖານການວັດແທກ ແລະ ປະເມີນປະສິດທິຜົນການເຄື່ອນໄຫວວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳສ້າງສັນ ຂອງບັນດາສະຖາລັນຄົ້ນຄວ້າ, ມະຫາວິທະຍາໄລ ແລະ ວິສາຫະກິດ ຕາມມາດຕະຖານສາກົນ.
ທີສີ່, ປ່ຽນແປງໃໝ່ກົນໄກຄຸ້ຄອງການເງິນ, ຊຳລະສະຫຼຸບບັນຊີເງິນ, ຍອມຮັບຫຼັກຄວາມສ່ຽງໃນການເຄື່ອນໄຫວວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳສ້າງສັນ; ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ວິສາຫະກິດເຂົ້າຮ່ວມໃນການປະຕິບັດໜ້າທີ່ວິທະຍາສາດແລະເຕັກໂນໂລຊີ; ແກ້ໄຂຄວາມຫຍຸ້ງຍາກ, ສິ່ງຄົງຄ້າງໃນການໂອນຊັບສິນທີ່ເກີດຂຶ້ນໃນວຽກງານວິທະຍາສາດແລະເຕັກໂນໂລຊີ ໂດຍໃຊ້ທຶນຂອງລັດ.
ທີຫ້າ, ກວດຄືນ ແລະ ປັບປຸງບັນດາຂໍ້ກຳນົດຂອງກົດໝາຍວ່າດ້ວຍພາສີ, ການເງິນ, ສິນເຊື່ອ ພ້ອມກັບກົດໝາຍວ່າດ້ວຍວິທະຍາສາດແລະເຕັກໂນໂລຊີ ເພື່ອຜັນຂະຫຍາຍຢ່າງມີປະສິດທິຜົນ ບັນດາກົນໄກບຸລິມະສິດຕໍ່ວິສາຫະກິດ ໃນການລົງທຶນຄົ້ນຄວ້າວິທະຍາສາດ, ການປ່ຽນແປງໃໝ່ເຕັກໂນໂລຊີ ຕາມທິດ: ຫຼຸດເວລາຫັກຄ່າຫຼຸ້ຍຫ້ຽນຂອງເຄື່ອງຈັກ, ອຸປະກອນທີ່ໃຊ້ໃນການຄົ້ນຄວ້າວິທະຍາສາດແລະພັດທະນາເຕັກໂນໂລຊີ; ສ້າງແລະປະຕິບັດ ກົນໄກບຸລິມະສິດດ້ານພາສີປະຈຳປີ ສຳລັບວິສາຫະກິດ ຕາມລາຍໄດ້ຈິງຈາກກິດຈະກຳໃນລາຍການເຄື່ອນໄຫວວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳສ້າງສັນ, ກົນໄກບຸລິມະສິດດ້ານພາສີລາຍໄດ້ ສໍາລັບບຸກຄົນແລະວິສາຫະກິດ ສໍາລັບການສະໜອງທຶນໃຫ້ແກ່ການເຄື່ອນໄຫວວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳສ້າງສັນ ຂອງສະຖາບັນຄົ້ນຄ້ວາ ແລະ ມະຫາວິທະຍາໄລ. ສືບຕໍ່ກວດຄືນ, ດັດປັບ, ຜັນຂະຫຍາຍບັນດານະໂຍບາຍ, ວິທີແກ້ ເພື່ອພັດທະນາຢ່າງແຂງແຮງ ວິສາຫະກິດວິທະຍາສາດແລະເຕັກໂນໂລຊີ, ວິສາຫະກິດເຕັກໂນໂລຊີສູງ, ວິສາຫະກິດເລີ່ມຕົ້ນສ້າງສັນ, ນໍາເອົາການເລີ່ມຕົ້ນທຸລະກິດສ້າງສັນ ເປັນໜຶ່ງໃນແຮງຜັກດັນການບຸກທະລຸ ໃນການປ່ຽນແປງໃໝ່ຮູບແບບການເຕີບໂຕ.
ທີຫົກ, ທົບທວນ, ປະເມີນ, ບູລະນະນະໂຍບາຍການນໍາເຂົ້າເຕັກໂນໂລຊີ (ໃຫ້ບຸລິມະສິດດ້ານພາສີ, ສິນເຊື່ອ, ສະໜັບສະໜູນ,...) ເພື່ອຊຸກຍູ້ການຖ່າຍທອດເຕັກໂນໂລຊີທີ່ກ້າວໜ້າຈາກຕ່າງປະເທດເຂົ້າໃນປະເທດນ. ຄົ້ນຄວ້າ, ສະເໜີການແກ້ໄຂປັບປຸງນະໂຍບາຍກ່ຽວກັບການຈັດຊື້ຈັດຈ້າງສາທາລະນະ ເພື່ອສ້າງແຮງຜັກດັນສົ່ງເສີມການນຳໃຊ້ຜະລິດຕະພັນ, ບໍລິການທີ່ເປັນຜົນຂອງການເຄື່ອນໄຫວຄົ້ນຄວ້າວິທະຍາສາດ ແລະພັດທະນາເຕັກໂນໂລຊີ ໃນປະເທດ.
ທີເຈັດ, ປ່ຽນແປງໃໝ່ຢ່າງຮອບດ້ານການຄຸ້ມຄອງ, ຜັນຂະຫຍາຍບັນດາໜ້າທີ່ວິທະຍາສາດແລະເຕັກໂນໂລຊີທຸກຂັ້ນຕາມທິດ: ເປີດເຜີຍ, ໂປ່ງໃສ, ພາວະວິໄສ, ຫຼຸດຄວາມສັບສົນຂອງຂັ້ນຕອນການບໍລິຫານ; ການຫັນເປັນດິຈິຕອນຂອງຂະບວນການຄຸ້ມຄອງທັງໝົດ, ຖານຂໍ້ມູນຂອງຊັບພະຍາກອນວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳສ້າງສັນ.
ທີແປດ, ໂຮມຈຸດປະສານງານເປັນເອກະພາບສໍາລັບການຄຸ້ມຄອງລັດກ່ຽວກັບວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳສ້າງສັນ ເພື່ອຊຸກຍູ້ການປ່ຽນແປງໃໝ່ປະດິດສ້າງ ຕິດກັບວິທະຍາສາດແລະເຕັກໂນໂລຊີ ຢ່າງແຂງແຮງ, ເປັນພື້ນຖານໃຫ້ແກ່ການປະສານງານຢ່າງມີປະສິດທິຜົນ ໃນການສ້າງແລະປະຕິບັດບັນດາກົນໄກ, ນະໂຍບາຍຊຸກຍູ້ການພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳສ້າງສັນ. ປ່ຽນແປງໃໝ່ລະບົບການຄຸ້ມຄອງລັດກ່ຽວກັບວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳສ້າງສັນ ຕາມທິດກະທັດລັດຮັດກຸມ, ສຸມໃສ່ການກຳນົດກົນໄກ, ນະໂຍບາຍ ແລະ ທິດທາງຍຸດທະສາດ, ແຜນກຳນົດ, ແຜນການ./.
-----------------
(1) ເບິ່ງ: ມະຕິສະບັບເລກທີ 05-NQ/TW, ລົງວັນທີ 1 ພະຈິກ 2016, ກອງປະຊຸມສູນກາງພັກຄັ້ງທີ 4 ສະໄໝທີ 12 “ກ່ຽວກັບບາງແຜນນະໂຍບາຍ, ນະໂຍບາຍ ສຳຄັນ ເພື່ອສືບຕໍ່ປ່ຽນແປງໃໝ່ຮູບແບບການເຕີບໂຕ, ຍົກສູງຄຸນນະພາບຂອງການເຕີບໂຕ, ສະມັດຕະພາບແຮງງານ ແລະ ແຮງແຂ່ງຂັນຂອງພື້ນຖານເສດຖະກິດ”.
(2) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 120 - 121.
- ບົດນີີໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 987 (ເດືອນເມສາ 2022)