ວກ. - ປະຊາ​ຄົມຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ແມ່ນ​ພາກ​ສ່ວນສຳຄັນ​ຂອງ​ປະ​ຊາ​ຄົມ​ຊາດພັນ​ຫວຽດ​ນາມ. ສະມາພັນຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດມີ​ບົດບາດສຳຄັນ​ໃນ​ການ​​ໂຄສະນາ​ເຜີຍ​ແຜ່​ແຜນ​ນະ​ໂຍບາຍ ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ ກົດໝາຍ​ຂອງ​ລັດຫວຽດນາມ; ຜ່ານ​ນັ້ນ, ປັບປຸງກຳລັງ​ແຮງ​ຂອງ​ກ້ອນມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ, ປະກອບສ່ວນ​ເພີ່ມ​ທະວີ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ພັກ​ ໃນ​ພາລະກິດ​ການ​ປ່ຽນ​ແປງ​ໃໝ່​ຍິ່ງ​ຂຶ້ນ, ແມ່ນ​ຂົວ​ຕໍ່​ທີ່​ສຳຄັນ​ ເພື່ອ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ລະຫວ່າງ​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ໃນ​ໂລກ.

ບົດບາດ​ຂອງ​ປະຊາ​ຄົມ ​ແລະ ສະມາພັນຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ

​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ​ໂດຍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ແລະ​ການຊີ້ນຳນຳພາ​ຂອງ​ພັກ-ລັດ, ການ​ປະສານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ​ແລະ​ມີ​ປະສິດທິພາ​ບ ລະຫວ່າງ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ ​ແລະ ຄະນະກຳມະການ​ພັກກະຊວງ​ການ​ຕ່າງປະ​ເທດ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ ໃນ​ການ​ຊີ້​ນໍາ ​ແນະ​ນໍາ​, ດັ່ງ​ນັ້ນ ບັນດາ​ສະມາພັນຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ຈຶ່ງ​ໄດ້​ມີ​ການ​ປ່ຽນ​ແປງຢ່າງ​ແຂງ​ຂັນ. ບັນດາສະມາພັນໄດ້​ພັດທະນາ​ຢ່າງ​ແຂງ​ແຮງ, ມີ​ການ​ເຄື່ອນ​ໄຫວ​ທີ່​ກວ້າງຂວາງ; ​ໄດ້​ຜັນ​ຂະຫຍາຍ​ກິດຈະກຳຕ່າງໆ ​ໃນ​ການ​ຂົນຂວາຍ, ​ເຕົ້າ​ໂຮມ, ສະໜັບສະໜູນຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ແລະ​ ບັນ​ລຸ​ຜົນງານ​ທີ່ສຳຄັນ​ຫຼາຍ​ຢ່າງ, ປະກອບສ່ວນອັນ​ຕັ້ງໜ້າ​ ເຂົ້າ​ໃນ​ການ​ເພີ່ມ​ທະວີ​ແລະ​ເສີມ​ຂະຫຍາຍ ກຳລັງ​ແຮງ​ຂອງ​ກ້ອນມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ; ​ລະດົມກຳລັງ​ໃຈ ​ແລະຍົກ​ສູງ​ຄວາມ​ພາກພູມ​ໃຈ​ຂອງ​ຊາດ, ຄວາມ​ທະ​ນົງ​ໃຈ​ແຫ່ງ​ຊາດ ​ແລະ ​ຄວາມຮັກ​ແພງ​ບ້ານ​ເກີດ​ເມືອງ​ນອນ; ພ້ອມ​ທີ່​ຈະ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ​ລຸກ​ຂຶ້ນ​ໃນການ​ສ້າງ​ຊີ​ວິດ​ໃໝ່, ເຊື່ອມ​ໂຍງ​ເຂົ້າ​ກັບ​ສັງ​ຄົມ​ປະ​ເທດເຈົ້າພາບ. 

ປະຈຸ​ບັນ, ປະຊາ​ຄົມຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດມີ​ປະມານ 5,3 ລ້ານ​ຄົນ​ທີ່ອາ​ໃສ​ແລະ​ເຮັດ​ວຽກ​​ໃນ​ກ່ວາ 130 ປະ​ເທດ​ແລະ​ດິນ​ແດນ; ​ໃນ​ນັ້ນ, ກວ່າ 80% ​ແມ່ນ​ຢູ່​ໃນ​ບັນດາ​ປະ​ເທດ​ທີ່​ພັດທະນາ​ແລ້ວ, ຊາວ​ຫວຽດນາມສ່ວນໃຫຍ່ມີສະຖານະທາງກົດໝາຍ​ແລະ​ຊີວິດ​ທີ່​ໝັ້ນຄົງ, ເຊື່ອມໂຍງເຂົ້າກັບສັງຄົມປະ​ເທດ​ເຈົ້າພາບຢ່າງເລິກເຊິ່ງ. ​ໃນ 5 ປີ​ທີ່​ຜ່ານ​ມາ, ຍອດ​ຈຳນວນ​ເງິນທີ່​ຊາວ​ຫວຽດນາມ​ໂອນ​ມາ​ຫວຽດນາມ​ບັນລຸ​ກວ່າ 71 ຕື້​ໂດ​ລາ​ສະຫະລັດ (ເພີ່ມ​ຂຶ້ນ​ສະ​ເລ່ຍ 6% ຕໍ່ປີ), ປະກອບສ່ວນ​ເຮັດ​ໃຫ້​ດຸນ​ການ​ຊຳລະ​ເງິນ​ດີ​ຂຶ້ນ, ​ເພີ່ມທຶນ​ສຳຮອງ​ເງິນຕາ​ຕ່າງປະ​ເທດ​ຂອງ​ລັດ. ການ​​ສ້າງສະມາ​ພັນ ​ແລະ ວຽກ​ງານ​ພະນັກງານ​ຂອງສະມາພັນ ​ໄດ້​ມີ​ການ​ປ່ຽນ​ແປງທີ່​ຕັ້ງໜ້າຫຼາຍຢ່າງ, ຮັບປະກັນ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ; ​ໃນ​ນັ້ນ, ​ໃຫ້​ຄວາມ​ສຳຄັນ​ກັບ​ການ​ຄັດ​ເລືອກ, ຝຶກ​ອົບຮົມພະນັກງານ ​ແລະ ດໍາ​ເນີນ​ການ​ຄັດກອງ​ຕັ້ງ​ແຕ່ຂັ້ນຮາກຖານ; ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ແບບຢ່າງ​ຂອງຖັນ​ແຖວ​ພະນັກງານ​ສະມາພັນ ໃນ​ການ​ຂົນຂວາຍຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ. ວຽກ​ງານ​ການປະສານ​ສົມທົບ, ​ແນະນຳ, ກວດກາ, ຕິດຕາມ​ຂອງ​ສະມາ​ພັນ​ ໄດ້​ຮັບ​ການ​ເພີ່ມ​ທະວີຢ່າງ​ຕໍ່​ເນື່ອງ, ຄຸນ​ນະພາ​ບຂອງ​ວຽກ​ງານ​ສະມາ​ພັນ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ, ປະກອບສ່ວນສຳຄັນ​ເຂົ້າ​ໃນວຽກ​ງານ​ກໍ່ສ້າງ​ພັກ​ຢູ່​ຕ່າງປະ​ເທດ.

ຢ່າງ​ໃດ​ກໍ​ຕາມ, ວຽກ​ງານ​ຂົນຂວາຍ​ມະຫາຊົນ​ຍັງ​ມີ​ຂໍ້​ຈຳກັດ​ທີ່​ແນ່ນອນ, ​ເນື່ອງ​ຈາກ​ພື້ນ​ທີ່ດໍາເນີນງານຂະໜາດໃຫຍ່ໃນບາງປະເທດ ​ແລະ ລັກສະນະຊຸມຊົນທີ່ແຕກຕ່າງກັນ; ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ສະພາບ​ແວດ​ລ້ອມ​ດ້ານ​ການ​ເມືອງ ​ແລະ ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງຫວຽດນາມ ​ແລະ ປະ​ເທດ​ເຈົ້າພາບ; ພ້ອມ​ກັນ​ນັ້ນ, ຄວາມ​ສາມາ​ຊ້ອນ​ແຝງ​ຂອງ​ປະຊາ​ຄົມຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ໃນ​ບາງ​ແຫ່ງ ບໍ່​ໄດ້​ຮັບ​ການ​ສົ່ງ​ເສີມ​ຢ່າງ​​ເໝາະ​ສົມ. ວຽກ​ງານ​ສ້າງ​ສະມາ​ພັນ​ຢູ່​ຫຼາຍ​ແຫ່ງ​ ຍັງ​ບໍ່​ທັນ​ແໜ້ນ​ແຟ້ນ, ການ​ເຄື່ອນ​ໄຫວ​ຍັງ​ຫຼົມ​ແຫຼວ, ເນື້ອ​ໃນ​ຂອງ​ການ​ເຄື່ອນ​ໄຫວ​ຍັງ​ບໍ່​ດີ. ການ​ປະສານ​ງານ, ການ​ແນະນຳ, ການ​ກວດກາ, ການ​ຕິດຕາມ​ ກໍ​ບໍ່​ແໜ້ນ​ແຟ້ນ; ຍັງ​ມີ​ການ​ເຮັດ​ແບບ​ຜີວ​ເຜີນ, ຫຼົບຫຼີກ, ຂາດ​ຄວາມ​ລະອຽດ​ສະ​ເພາະ, ບໍ່ທັນ​ຄົບ​ຖ້ວນ.

ກິດຈະກຳສາມັກຄີ ແລະ ເຕົ້າໂຮມຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ໃນ​ບາງ​ແຫ່ງ ບາງ​ຄັ້ງ​ມີ​ປະສິດ​ທະ​ຜົນ​ຕ່ຳ. ການ​ປະສານ​ງານ​ໃນ​ການ​ສ້າງ​ສະມາ​ພັນ ​ແລະ ລະຫວ່າງ​ອົງການ​ຈັດ​ຕັ້ງ​ສະມາ​ພັນຢູ່​ຕ່າງປະ​ເທດ ກັບ​ອົງການ​​ແລະ​ການຈັດ​ຕັ້ງ​ຕ່າງໆພາຍ​ໃນປະ​ເທດຍັງຈໍາກັດ. ການ​ປະກາດ​ໃຊ້​ນະ​ໂຍບາຍ, ກົດລະ​ບຽບ​ ​ແລະ​ຄໍາ​ແນະ​ນໍາ​ຈຳນວນ​ໜຶ່ງ ຍັງ​ຊັກ​ຊ້າ; ການ​ຜັນ​ຂະຫຍາຍນະ​ໂຍບາຍ, ມາດ​ຕະການຈຳນວນໜຶ່ງ​ ຍັງບໍ່​ທັນຄົບ​ຊຸດ​ແລະ​ທັນ​ເວລາ; ຜົນ​ຂອງ​ການ​ລະດົມ​ແລະດຶງ​ດູດ​ແຫຼ່ງພະລັງ​ຈາກຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ບໍ່ສົມກັບທ່າແຮງ, ພິ​ເສດ​ແມ່ນ​ ໃນ​ບັນດາ​ຂົງ​ເຂດ​ເຊັ່ນ: ການ​ຖ່າຍ​ໂອນ​ເຕັກ​ໂນ​ໂລ​ຊີ​, ການ​ລົງທຶນ, ການ​ຄ້າ,... ດັ່ງ​ນັ້ນ, ຍັງ​ບໍ່​ທັນ​ບັນລຸ​ໄດ້​ຄວາມ​​ຕ້ອງການ​ຂອງ​ປະ​ເທດ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ເລິກ​ເຊິ່ງ. ບົດບາດ​ຂອງ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ໃນ​ການ​ເສີມ​ຂະຫຍາຍ​ພາບ​ພົດ​ຂອງ​ຫວຽດນາມ​ໃນ​ປະ​ເທດ​ເຈົ້າພາບ ​ແລະ ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ປະ​ເທດ​ຕ່າງໆ​ ຍັງ​ມີ​ຄວາມ​ຈຳກັດ; ການ​ປະສານ​ສົມທົບ​ລະຫວ່າງ​ບັນດາຄະນະ, ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ​ໃນ​ວຽກ​ງານ​ກ່ຽວ​ກັບຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ຍັງບໍ່ທັນ​ແໜ້ນ​ແຟ້ນແທ້, ມີປະສິດທິຜົນຕ່ຳ.

ທ່ານ ເວືອງ ດິ່ງເຫວ້ ກຳມະການກົມການເມືອງສູນການ, ປະທານສະພາແຫ່ງຊາດ ພົບປະກັບຜູ້ຕາງໜ້າປະຊາຄົມຊາວຫວຽດນາມຢູ່ ແບນຊິກ _ພາບ: TTXVN

ບາງ​ວິທີ​ແກ້​ໄຂ​ເພື່ອ​ປ່ຽນ​ແປງ​ໃໝ່ຮູບ​ແບບ​ການ​ດໍາ​ເນີນ​ງານ​
ແລະ ຍົກ​ສູງ​ປະ​ສິດ​ທິຜົນການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ພັນ
ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ

ໃນ​ຊຸມ​ປີ​ຕໍ່ໜ້າ, ສະພາບ​ການ​ໂລກ​ຈະ​ສືບ​ຕໍ່​ຜັນປ່ຽນ​​ຢ່າງ​ສັບສົນ ​ແລະ ສົ່ງ​ຜົນກະທົບ​ເຖິງ​ຄວາມ​ໝັ້ນຄົງ ​ແລະ ສະພາບ​ແວດ​ລ້ອມ​ແຫ່ງ​ການ​ພັດທະນາ​ຂອງ​ປະ​ເທດ​ໃນ​ຫຼາຍ​ດ້ານ, ສ້າງ​ທັງ​ທ່າ​ໄດ້​ປຽບ​ແລະສິ່ງ​ທ້າ​ທາຍທີ່​ແຊກ​ຊ້ອນ​ກັນ. ປະຊາ​ຄົມຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດນັບ​ມື້​ນັບ​ເຕີບ​ໃຫຍ່​ທາງ​ດ້ານ​ປະລິມານ ​ແລະຂະຫຍາຍຕົວ​ໃນ​ພື້ນ​ທີ່. ບົດບາດ ຕໍາແໜ່ງ ແລະ ຊື່ສຽງຂອງປະຊາ​ຄົມຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ໄດ້ຮັບ​ການຍົກ​ສູງ​ຂຶ້ນ​ເລື້ອຍໆ. ຫວຽດນາມ​ກ້າວ​ເຂົ້າ​ສູ່​ໄລຍະ​ການ​ພັດທະນາ​ໃໝ່ (​ໄລຍະ 2021-2030), ຄື​ທີ່​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໄດ້​ລະບຸ​ຢ່າງ​ຈະ​ແຈ້ງ, ດ້ວຍ​ຄວາມຕ້ອງການ​ທີ່​ສູງ​ກວ່າ​ ໃນ​ການ​ພັດທະນາ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ກວ້າງຂວາງ. ​ໃນ​ເງື່ອນ​ໄຂ​ນັ້ນ, ວຽກ​ງານ​ກ່ຽວ​ກັບຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ແລະ ການ​ຂົນຂວາຍຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ມີ​ການ​ຫັນປ່ຽນ​ຢ່າງ​ແຂງ​ແຮງ, ຮອບດ້ານ ​ແລະ ​ເລິກ​ເຊິ່ງຍິ່ງ​ຂຶ້ນ. ບົນ​ພື້ນຖານ​ການ​ເສີມ​ຂະຫຍາຍບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ ໃນ​ໄລຍະ​ຜ່ານ​ມາ, ສະມາ​ພັນຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ຕ້ອງການ​ສືບ​ຕໍ່​ການ​ປ່ຽນ​ແປງ​ໃໝ່​ແບບ​ວິທີ ​ແລະ ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ, ​ໃນ​ນັ້ນ, ສຸມ​ໃສ່​ປະຕິບັດ​ບັນດາ​ມາດ​ຕະການ​ແກ້​ໄຂ​ຕໍ່​ໄປ​ນີ້​ໃຫ້​ດີ:

ທີ​ໜຶ່ງ, ​ປ່ຽນ​ແປງ​ໃໝ່ວຽກ​ງານ​ໂຄສະນາ​ຊວນ​ເຊື່ອ, ອົບຮົມ​ສຶກສາ, ຂົນຂວາຍຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ.

ສືບ​ຕໍ່​ຊາບ​ຊືມຢ່າງ​ເລິກ​ເຊິ່ງ ​ແລະ ປະຕິບັດ​ຢ່າງ​ເຂັ້ມ​ງວດ ​ແຜນ​ນະ​ໂຍບາຍ​ຂອງ​ພັກ​ກ່ຽວ​ກັບ​ການ​ປັບປຸງ​ກ້ອນ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ​ ໃນ​ສະພາບ​ການ​ໃໝ່. ຕ້ອງຖື​ວ່າ ປະຊາ​ຄົມຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ ແມ່ນ​ພາກສ່ວນທີ່​ບໍ່​ອາດ​ຈະ​ແຍກ​ອອກ​ຈາກປະຊາ​ຄົມ​ຊາດພັນ​ຫວຽດນາມ ​ແລະ ​ແມ່ນ​ແຫຼ່ງກຳລັງ​ສຳຄັນ ​ຂອງ​ປະຊາ​ຄົມ​ຊາດພັນ​ຫວຽດນາມ ​ໃນ​ການ​ສ້າງ​ແລະປະຕິບັດ​ບັນດາ​ນະ​ໂຍບາຍ​ທີ່​ກ່ຽວຂ້ອງ; ນຳ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ເຂົ້າ​ສູ່​ລວງ​ເລິກ ໝັ້ນຄົງ ຍືນ​ຍົງ, ສ້າງ​ເງື່ອ​ນໄຂອຳນວຍ​ຄວາມ​ສະດວກ ​ໃຫ້​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ເຮົາຢູ່​ຕ່າງປະ​ເທດ ປັບປຸງ​ສະຖານະ​ທາງ​ກົດໝາຍ, ຮູ້ສຶກ​ປອດ​ໄພ​ໃນ​ການ​ເຮັດ​ວຽກ, ສຶກສາ, ດຳ​ເນີນ​ທຸລະ​ກິດ, ດຳລົງ​ຊີວິດ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ປະ​ເທດ​ເຈົ້າພາບ​ໃຫ້​ດີ​ຂຶ້ນ.

ສຸມ​ໃສ່​ການ​ໂຄສະນາ ອົບຮົມ​ສຶກສາ​ ຍົກ​ສູງ​ຄວາມ​ຮັບ​ຮູ້​ທາງ​ດ້ານ​ການ​ເມືອງ, ​ແນວ​ຄິດ, ຄຸນສົມບັດ​ສິນ​ທຳ, ​ແບບ​ແຜນ​ດຳລົງ​ຊີວິດ ​ຂອງພະນັກງານ​ສະມາຄົມ, ສະມາຊິກ​ສະມາຄົມ ​ແລະ ຂອງຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ຊາບ​ຊຶມ​ບັນດາ​ແຜນ​ນະ​ໂຍບາຍ ທັດສະນະ ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ ກົດໝາຍ​ຂອງ​ລັດ; ​ໃນ​ນັ້ນ ມີ​ບັນດາ​ແຜນ​ນະ​ໂຍບາຍ ທັດສະນະ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ-ສັງຄົມ, ການ​ປ້ອງ​ກັນ​ປະ​ເທດ-ປ້ອງ​ກັນ​ຄວາມ​ສະຫງົບ ຕິດ​ກັບ​ການ​ກໍ່ສ້າງ​ສະມາ​ພັນ; ພ້ອມ​ກັນ​ນັ້ນ, ​ເພີ່ມ​ທະວີ​ການ​ໂຄສະນາ ອົບຮົມ​ສຶກສາ ​ກ່ຽວ​ກັບ​ປະຫວັດສາດ, ວັດທະນະທຳ ​ແລະ ມູນ​ເຊື້ອ​ ຂອງ​ຊາດ​ຫວຽດນາມ​ ໃຫ້ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ​ໂດຍ​ຕິດ​ກັບ​ການ​ສຸມ​ໃສ່​ປ່ຽນ​ແປງ​ໃໝ່ ​ແລະ ຍົກ​ສູງ​ຄວາມ​ຮັບ​ຮູ້​ ຂອງສຳນັກງານ ອົງການ​ໃນລະບົບ​ການ​ເມືອງ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະ.

​ເປັນ​ເຈົ້າ​ການ​ດຳ​ເນີນ​ຢ່າງ​ເປັນ​ປະຈຳ ໃນ​ການ​ເຜີຍ​ແຜ່ຂໍ້​ມູນ​ສະ​ເພາະ, ຂໍ້​ມູນ​ກ່ຽວ​ກັບ​ບັນຫາ​ທິດ​ສະ​ດີ​ທີ່​ກ່ຽວຂ້ອງ ​ແລະ ຜົນງານ​ຂອງ​ການ​ປະຕິວັດ​ຫວຽດນາມ, ປະກອບສ່ວນ​ຕໍ່ສູ້​ເພື່ອ​ປະຕິ​ເສດ​ບັນດາ​ຖ້ອຍທຳນອງທີ່​ຜິດພາດ, ປະຕິ​ການ ​ຂອງ​ບັນດາ​ອິດ​ທິກຳລັງ​ສັດຕູ, ພວກ​ປະຕິ​ການ ​ແລະ ພວກ​ສວຍ​ໂອກາດ​ທາງ​ການ​ເມືອງ; ພ້ອມ​ກັນ​ນັ້ນ, ຍູ້​ແຮງ​ການ​ເຄື່ອນ​ໄຫວ​ໂຄສະນາ​ຖະ​ແຫຼ​ງຂ່າວ, ​​ ​ເພື່ອ​ຖ່າຍ​ທອດ​ຂໍ້​ມູນ​ຂ່າວສານ​ທີ່​ຖືກຕ້ອງ​ທີ່​ສຸດ​ ກ່ຽວ​ກັບ​ແນວທາງ ​ແຜນນະ​ໂຍບາຍ​ຂອງ​ພັກ, ນະ​ໂຍບາຍ​ ກົດໝາຍ​ຂອງ​ລັດ ​ເຖິງ​ພີ່ນ້ອງ​ຊາວ​ຫວຽດນາມຢູ່ຕ່າງປະເທດ ບົນ​ພື້ນຖານຄວາມ​ຫຼາກ​ຫຼາຍ​ຂອງ​ເນື້ອ​ໃນ, ຮູບ​ການ, ພາຫະນະ​ສື່ສານ, ນຳໃຊ້​ເຄື່ອງມື​ຕ່າງໆ​ບົນ​ອີນ​ເຕີ​ເນັດ, ​ເຊັ່ນ ໜັງສືພິມອອນໄລນ໌, ​ເວັບ​ໄຊ​ຕ໌​ເຄືອ​ຂ່າຍສັງຄົມ; ສຸມ​ໃສ່​ນຳ​ເອົາ​ປຶ້ມ, ໜັງສືພິມ ​ແລະ ວາລະສານ​ພາຍ​ໃນ​ປະ​ເທດ ​ໄປ​ສູ່​ຊຸມ​ຊົນ, ຈັດ​ຕັ້ງການ​ເຄື່ອນ​ໄຫວ​ ແລກ​ປ່ຽນ​ວັດທະນະທຳ ຮັບ​ໃຊ້ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ,...

​ໃຫ້​ຄວາມສຳຄັນ​ແລະ​ເອົາ​ໃຈ​ໃສ່​ຫຼາຍ​ກວ່າ​ອີກ ​ເຖິງ​ຄົນ​ລຸ້ນ​ໃໝ່ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ດ້ວຍ​ການ​ເຄື່ອນ​ໄຫວ​ເປັນ​ປະຈຳມຸ່ງ​ສູ່​​ຕົ້ນ​ກໍາ​ເນີດ ​ເພື່ອ​ຫຼໍ່ລ້ຽງ​ຄວາມ​ທະ​ນົງ​ໃຈ​ແຫ່ງ​ຊາດ ​ແລະ ສາຍ​ໃຈ ຄວາມ​ຮັກຕໍ່ບ້ານ​ເກີດ ປິຕຸ​ພູມ. ​ເພື່ອ​ທີ່​ຈະ​ອະນຸລັກ​ພາສາ​ຫວຽດນາມ​ໃຫ້​​ແກ່ຄົນ​ລຸ້ນ​ໃໝ່ ແລະ ທົ່ວ​ປະ​ຊາ​ຄົມ, ການຮຽນ​ການ​ສອນ​ພາ​ສາ​ຫວຽດນາມຈຳ​ເປັນ​ຕ້ອງ​ສືບ​ຕໍ່​ໄດ້​ຮັບ​ການ​ຊຸກ​ຍູ້ ​ໂດຍ​ຜ່ານ​​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ອຸດົມສົມບູນ​ແລະ​ແທດ​ຈິງ, ​ເຊັ່ນ​ ເພີ່ມ​ທະວີ​ຖັນ​ແຖວຄູ​ອາຈານ, ສະໜອງອຸປະກອນ ແລະ ປຶ້ມແບບຮຽນ, ຊ່ວຍ​ກໍ່ສ້າງ​ຫ້ອງ​ຮຽນ, ຈັດ​ຕັ້ງ​ຊຸດ​ຝຶກ​ອົບຮົມ​ການ​ສອນ​ພາສາ​ຫວຽດນາມ,... ສະຫະພັນ​ທຸກ​ຂັ້ນ​ຕ້ອງ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ທີ່​ເໝາະ​ສົມ​ກັບ​ຈິດ​ໃຈ ແລະ ຄວາມ​ຕ້ອງການ​ຂອງ​ຊາວ​ໜຸ່ມຫວຽດນາມຢູ່​ຕ່າງປະ​ເທດ, ຊ່ວຍ​ໃຫ້​ຊາວ​ໜຸ່ມ​ເຫັນ​ແຈ້ງຄວາມຮັບຜິດຊອບ​ຂອງ​ຕົນ​ໃນ​ການ​ຝຶກ​ຝົນ, ຮ່ຳຮຽນ ​ແລະ ຫັນ​ສູ່ປິຕຸ​ພູມ.

ທີ​ສອງ, ຍົກ​ສູງ​ປະສິດທິ​ຜົນ​ຂອງ​ຂະ​ບວນການ, ການ​ຂົນຂວາຍ​ກໍ່ສ້າງ​ປະຊາ​ຄົມ, ຫັນ​ສູ່ບ້ານ​ເກີດ​ແລະປະ​ເທດ​ຊາດ; ​ເບິ່ງ​ແຍງ​ດູ​ແລ​ແລະ​ປົກ​ປ້ອງ​ສິດຜົນປະ​ໂຫຍ​ດທີ່​ຊອບທຳ ຖືກ​ກົດໝ​າຍ ຂອງສະມາ​ຊິດ​ສະມາຄົມ​ ແລະ ຂອງຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ.

ບັນດາ​ຂະ​ບວນການ, ບັນດາ​ການ​ເຄື່ອນ​ໄຫວ​ຕ້ອງ​ມີ​ຄວາມ​ເປັນ​ເອກະ​ພາບ​ໃນ​ການຊີ້ນຳນຳພາ​ຂອງຄະນະ​ພັກ, ການຈັດຕັ້ງພັກຢູ່ໃນປະເທດເຈົ້າພາບ; ການ​ປະສານ​ງານ​ຢ່າງ​ແໜ້ນ​ແຟ້ນຂອງ​ສະມາ​ພັນ ​ກັບອົງການ​ຕົວ​ແທນຫວຽດນາມ​ໃນ​ປະ​ເທດ​ເຈົ້າພາບ. ​ໃນ​ນັ້ນ, ຄະນະ​ພັກ​ເປັນ​ຜູ້ນຳພາທາງ​ດ້ານ​ແຜນ​ນະ​ໂຍບາຍ, ທິດ​ທາງ​ການ​ປະຕິບັດ; ອົງການ​ຕົວ​ແທນຫວຽດນາມມີ​ນະ​ໂຍບາຍ​ແລະ​ວິທີ​ແກ້​ໄຂທີ່​ເໝາະ​ສົມ ​ໃນ​ການ​ຊ່ວຍ​ໜູນ​ຂະບງນການ, ການ​ຂົນຂວາຍ ​ແລະ ​ໃນ​ວຽກ​ງານ​ຍ້ອງຍໍ​ໃຫ້​ລາງວັນ; ພ້ອມ​ກັນ​ນັ້ນ, ສະມາ​ພັນ​ກໍ່​ຕ້ອງ​ມີ​ຫຼາຍ​ຮູບ​ການ​ທີ່​ອຸດົມສົມບູນ ຫຼາກ​ຫຼາຍ ​ເພື່ອ​ປຸກລະດົມ ຊຸກຍູ້​ປະຊາຊົນ​ທຸກ​ຊັ້ນ​ຄົນ​ ໃຫ້ມີສ່ວນຮ່ວມຢ່າງຫ້າວຫັນ ໃນການເຄື່ອນໄຫວ ແລະ ຂະ​ບວນການ​ໂຄສະນາ​ຂົນຂວາຍ. ​ແຕ່ລະຂະບວນການ, ການ​ຂົນຂວາຍ ຕ້ອງ​ກຳນົດ​ແຈ້ງ​ເນື້ອ​ໃນ, ​ເປົ້າ​ໝາຍ ​ແລະ ມີ​ຄວາມ​ໝາຍ​ແທດ​ຈິງ​ແທ້, ຕອບ​ສະໜອງ​ຄວາມ​ຕ້ອງການ ​ແລະ ໜ້າ​ທີ່​ຂອງ​ແຕ່ລະ​ໄລຍະ; ຕອບ​ສະໜອງ​ສິດຜົນປະ​ໂຫຍ​ດ ​ແລະ​ຄວາມ​ປາດ​ຖະໜາ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ທີ່​ຕ້ອງການ​ສຳພັດຊີວິດ​ຈິງ; ພ້ອມ​ກັນ​ນັ້ນ, ການ​ຜັນ​ຂະຫຍາຍ​ຂະ​ບວນການ​ ຕ້ອງ​ມີ​ຄວາມ​ຫຼາກ​ຫຼາຍ, ໃນ​ເວ​ລາ​ທີ່​ເໝາະ​ສົມ ​ແລະ ​ກັບ​ຜູ້​ຮ່ວມ​ທີ່​ເໝາະ​ສົມ​, ​ຮັບ​ປະ​ກັນ​ປະ​ສິດ​ທິ​ຜົນ​ການ​ສົ່ງ​ເສີມ​ບົດ​ບາດ​ທີ່​ຍິ່ງ​ໃຫຍ່​ ຂອງ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ. 

ຄະນະ​ພັກ, ອົງການ​ຈັດ​ຕັ້ງ​ພັກ, ອົງການ​ຕົວ​ແທນ​ຫວຽດນາມ​ຢູ່​ຕ່າງ​ປະ​ເ​ທດ ຍາມ​ໃດ​ກໍ່​ປະຕິບັດ​ຕາມ​ທິດ​ທາງ, ຊີ້​ນຳ ​ແລະ ໜູນ​ຊ່ວຍ​ສະມາຄົມ​ທຸກ​ຂັ້ນ ​ໃນ​ການ​ກໍ່ສ້າງບັນດາ​ຕົວແບບ ​ແລະ ​ແບບຢ່າງ​ທີ່​ກ້າວໜ້າ; ມີວິທີ​ແກ້​ໄຂ​ເພື່ອຂະຫຍາຍຕົວ​ແບ​ບ, ​ແບບຢ່າງ​ທີ່​ກ້າວໜ້າ, ວິທີການທີ່ດີແລະມີປະສິດທິຜົນ. ບັນດາ​ຕົວ​ແບບ​ຕ້ອງ​ນຳມາ​ເຊິ່ງປະສິດທິ​ຜົນທີ່​ແທ້​ຈິ​ງ, ປະກອບສ່ວນ​ປະຕິບັດ​ບັນດາ​ໜ້າ​ທີ່ ​ແລະ ​ເນື້ອ​ໃນ​ທີ່​ຂະ​ບວນການ ການ​ຂົນຂວາຍ​ວາງ​ອອກ​ມາ. ສ້າງການ​ກະຈາຍຈາກຕົວແບບທີ່​​ໂດ​ດ​ເດັ່ນ, ດ້ວຍຄຸນຄ່າມະນຸດອາລະຍະ​ ທຳຫຼັກ, ​ເຊັ່ນ ​ແບບຢ່າງ​ຂອງ​ກຸ່ມ​ແລະ​ບຸກຄົນ​ທີ່​ໂດດ​ເດັ່ນ​ແລະ​ດີ​ເດັ່ນ; ມີ​ລະບອບ​ຄ່າ​ຕອບ​ແທນ ​ເພື່ອ​ຊຸກຍູ້​ໃຫ້​ບຸກຄົນ​ທີ່​​ໂດດເດັ່ນ​ເຫຼົ່າ​​ນັ້ນ ສືບ​ຕໍ່​ປະກອບສ່ວນ​​ໃຫ້​ຊຸມ​ຊົນ ​ແລະ ບ້ານ​ເກີດ​ເມືອງ​ນອນ​ແລະປະ​ເທດ​ຕົນຕໍ່​ໄປ. ສັບ​ຊ້ອນ​ເນື້ອ​ໃນ​ຂອງ​ຂະ​ບວນການ ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ອື່ນໆ​ຂອງ​ຄະນະ, ຂະ​ແໜງ​ການ, ອົງຄະນະ​ມະຫາຊົນ​ພາຍໃນ​ປະ​ເທດ; ​ເຊື່ອມ​ໂຍງ​ຢ່າງ​ແໜ້ນ​ແຟ້ນ​ ລະ​ຫວ່າງ​ການ​ກໍ່​ສ້າງ​ຂະ​ບວນການ ​ແລະ ​ການ​ກໍ່​ສ້າງປະຊາ​ຄົມຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ໃຫ້​ມີ​ການ​ພັດທະນາ​ຢ່າງ​ກົມກຽວ ​ແລະ ກ້າວໜ້າ.

ດຳ​ເນີນ​ການ​ກວດກາ, ທົບ​ທວນ, ສະຫຼຸບ​ເບື້ອງ​ຕົ້ນ ສະຫຼຸບ​ສັງ​ລວມ ຂະ​ບວນການ​ແຂ່ງ​ຂັນ, ການ​ຂົນຂວາຍ ຢ່າງ​ເປັນປະຈຳ; ​ໃນ​ນັ້ນ, ຕ້ອງ​ເປັນ​ເຈົ້າ​ການ​ໃນ​ການ​ປະ​ເມີນ​ຜົນ​ການ​ພັດທະນາ​ຂອງ​ຂະ​ບວນການ ​ເພື່ອ​ຈະ​ສາມາດ​ກຳນົດບັນດາ​ວິທີ​ແກ້​ໄຂ​ທີ່​ເໝາະ​ສົມ,  ສົ່ງເສີມປະສິດທິພາບສູງສຸດຂອງຂະ​ບວນການເຄື່ອນໄຫວ; ພິ​ເສດ​ແມ່ນ, ກໍານົດຈຸດ​ສູງ​ສຸດ​ຂອງຂະ​ບວນການເຄື່ອນໄຫວ ເພື່ອຈັດ​ຫາ​ວິ​ມີ​ແກ້​ໄຂ​ແລະສົ່ງເສີມໃນເວລາທີ່ເໝາະສົມ,  ນໍາເອົາປະສິດທິຜົນສູງ​ມາ​ໃຫ້​ຂະ​ບວນການ, ຫຼືຕັດສິນຕົກລົງເວລາສິ້ນສຸດ ​ເມື່ອ​ຂະ​ບວນການ​ເຄື່ອນ​ໄຫວໄດ້ບັນລຸບັນດາຄວາມຕ້ອງການ​ແລະ​ໜ້າ​ທີ່ ​ຂອງບັ້ນຂົນຂວາຍ, ຂອງ​ໄລຍະ​ການ​ເປີດ​ຕົວ​ຂະ​ບວນການ. ການຈັດ​ຕັ້ງ​ໃຫ້​ພີ່ນ້ອງ​ຮ່ວມ​ຊາດ​ປະຕິບັດ​ຂະ​ບວນການ​ແຂ່ງຂັນ ຕ້ອງ​ມີ​ການ​ປະສານ​ງານ​ຢ່າງ​ດີ ​ດ້ວຍ​ຄວາມ​ຮັບຜິດຊອບຂອງ​ບັນດາອົງ​ການ, ການ​ຈັດ​ຕັ້ງ, ຫົວໜ່ວຍ​ທຸກຂັ້ນ; ຍິ່ງ​ມີ​ການ​ປະ​ສາ​ມ​ງານຢ່າງ​ຄົບ​ຊຸດ​ແລະ​ທັນ​ທ່ວງທີ​ຫຼາຍ​ເທົ່າ​ໃດ, ຜົນ​ກະທົບທາງ​ບວກ​ຕໍ່​ປະຊາຊົນ​ກໍ່​ຈະ​ຍິ່ງ​ສູງ​ແລະ​ມີ​ປະສິດທິ​ຜົນ​ຫຼາຍ​ຂຶ້ນ​ເທົ່າ​ນັ້ນ.

ສະມາຄົມ​ຕ້ອງ​​ເບິ່ງ​ແຍງ​ດູ​ແລ​ແລະ​ຊ່ວຍ​ເຫຼືອ​ຢ່າງ​ດີ ​ໃນ​ການປົກ​ປ້ອງ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ແລະຖືກຕ້ອງ​ຕາມ​ກົດໝາຍ​ ຂອງ​ສະມາຊິກ ​ແລະ ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ໂດຍສະເພາະໃນຊ່ວງເວລາທີ່ຫຍຸ້ງຍາກ; ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງພື້ນ​ທີ່​ທີ່​ຊາວ​ຫວຽດນາມຍັງ​ບໍ່​ທັນ​ມີ​ຊີ​ວິດ​ທີ່​ໝັ້ນ​ຄົງ. ຄຽງ​ຄູ່​ກັນ​ນັ້ນ, ຕ້ອງ​ຍູ້​ແຮງ​ການ​ຊີ້​ນຳ ​ແລະ ໜູນ​ຊ່ວຍ​​ບັນດາ​ສະມາຄົມ​ທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃໝ່, ​ເພື່ອ​ກໍ່ສ້າງ​ປະຊາ​ຄົມ​ສາມັກຄີ, ​ເຂັ້ມ​ແຂງ, ມີ​ຄວາມ​ຮັກ​ແພງ​ສາມັກຄີ, ສະໜັບສະໜູນ​ເຊິ່ງກັນ​ແລະກັນ​ໃນ​ຊີວິດ ​ແລະ ມຸ່ງ​ມາ​ຫາ​​ບ້ານ​ເກີດ​ເມືອງ​ນອນ; ຈັດ​ຕັ້ງ​ການ​ເຄື່ອນ​ໄຫວສິລະ​ປະ ​ວັດທະນະທຳ ​ເປັນ​ປົກ​ກະ​ຕິ​ກວ່າ, ເພື່ອ​ຕອບ​ສະ​ໜອງ​ຊີ​ວິດ​ທາງ​ດ້ານ​ຈິດ​ໃຈ​ຂອງ​ພີ່ນ້ອງ​ຮ່ວມ​ຊາດ, ພ້ອມ​ກັບ​ການ​ໜູນ​ຊ່ວຍ​ບັນ​ດາ​ສູນ​ວັດ​ທະ​ນະ​ທຳ​ຂອງ​ຊຸມ​ຊົນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ​ໃນ​ນັ້ນ​ມີ​ຄວາມ​ຕ້ອງການ​ດ້ານ​ຈິດວິນ​ຍານ, ຄວາມ​ເຊື່ອ​ຖື​ຂອງ​ປະຊາ​ຄົມຊາວ​ຫວຽດນາມ​ຢູ່​ໃນ​ປະ​ເທດ​ເຈົ້າພາບ.

ທີ​ສາມ, ກະຈາຍຮູບ​ແບບ​ຂອງ​ຄວາມ​ສາມັກຄີ​ແລະ​ການ​ເຕົ້າ​ໂຮ​ມຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ; ​ເສີມ​ຂະ​ຫຍາ​ຍຄວາມ​ເປັນ​ເຈົ້າ​ການ​ແລະ​ປະດິດ​ສ້າງ​ຂອງ​ສະມາຄົມ​ທຸກ​ຂັ້ນ​ ໃນ​ວຽກງານ​ຂົນຂວາຍຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ສອດຄ່ອງ​ກັບ​ຈຸດ​ພິ​ເສດ​ຂອງ​ປະ​ເທດ​ເຈົ້າພາບ.

ກະຈາຍຮູບ​ແບບ​​ແລະ​ເນື້ອ​ໃນ​ການຈັດ​ຕັ້ງ, ສ້າງ​ເງື່ອນ​ໄຂ​​ໃຫ້​ພີ່ນ້ອງ​ຮ່ວມ​ຊາດ​ເຂົ້າຮ່ວມ​ໃນ​ກິດ​ຈະ​ກໍາ​ການ​ເມືອງ ​ແລະ​ສັງ​ຄົມ​ທີ່​ສໍາ​ຄັນ​ຂອງ​ປະ​ເທດ ຫຼາຍ​ກວ່າ​ອີກ, ສະໜິດ​ຕິດ​ພັນ​ກັບ​ຕົ້ນ​ກຳ​ເນີ​ດ, ປຸກຕື່ນ​ມູນ​ເຊື້ອ​ຮັກ​ຊາດ ​ແລະ ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຊາດ, ດຶງ​ດູດ​ພີ່​ນ້ອງ​ຮ່ວມ​ຊາດ​ຫຼາຍ​ລຸ້ນ​ຄົນ​ຈາກ​ທົ່ວ​ໂລກຕອບ​ສະໜອງ. ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ເຂົ້າ​ຮ່ວມ​ປະ​ກອບ​ຄຳ​ເຫັນ​ໃສ່​ ຮ່າງ​ເອ​ກະ​ສານ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ; ປະກອບ​ຄຳ​ເຫັນ​ໃສ່​ບັນດາ​ບັນຫາ​ທີ່​ສຳຄັນທາງ​ດ້ານເສດຖະກິດ-ສັງຄົມ​, ອຳນາດ​ອະທິປະ​ໄຕ​ໃນ​ແຜ່ນດິນ ​ແລະ “ບັນຫາຄວາມ​ເປັນ​ຢູ່​ຂອງ​ຊາດ ​ແລະ​ຊີວິດປະຊາຊົນ”, ຄວາມ​ຄິດ​​ເຫັນ​ດັ່ງກ່າວ​ ຕ້ອງ​ໄດ້​ນຳສະ​ເໜີຕໍ່​ຜູ້​ບໍລິຫານ​ຂັ້ນ​ສູງ ​ແລະ ​ໜ່ວຍ​ງານ​ທີ່​ມີ​ອຳນາດ. ບັນດາ​ຜູ້​ແທນ​ທີ່​ດີ​ເດັ່ນ​ຂອງ​ຊາວຫວຽດນາມ​ຢູ່​ຕ່າງປະ​ເທດ​ ​ໄດ້​ຮັບ​ອະນຸຍາດ​ເຂົ້າ​ຮ່ວມ​ຄະນະກຳມະ​ການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ​ໃນ​ທ້ອງ​ຖິ່ນ. ບັນດາ​ການ​ເຄື່ອນ​ໄຫວ​ເສີມຂະຫຍາຍ​ຊັບພະຍາກອນທາງປັນຍາ ແລະເສດຖະກິດ ຂອງພີ່ນ້ອງ​ຮ່ວມ​ຊາດ ​ຄວນ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ເປັນ​ປະຈຳ​ກ່ວາ​ອີກ, ​ເຊັ່ນ: ໜູນ​ຊ່ວຍ​ບັນດາ​ນັກວິທະຍາສາດ, ປັນຍາ​ຊົນຫວຽດນາມ ກັບ​ເມືອ​ປະ​ເທດ​ເຮັດ​ວຽກ, ຈັດຕັ້ງ​ບັນດາ​ໂຄງການ​ພົບ​ປະ ​ແລະ ​ແລກປ່ຽນ​ທຸລະ​ກິດ ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ...

ຄຽງຄູ່ກັບວິທີການປະຕິບັດງານແບບດັ້ງເດີມ, ສະມາຄົມ​ທຸກ​ຂັ້ນ ​ຄວນ​ສືບ​ຕໍ່​ເສີມ​ຂະຫຍາຍ ​ແລະ ຊຸກຍູ້​ການ​ປະຕິບັດ​ບັນດາ​ມາດ​ຕະການ​ແກ້​ໄຂ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ເຕົ້າ​ໂຮມ, ສາມັກຄີ ​ແລະ ຊີ້​ນຳການ​ເຄື່ອນ​ໄຫວ​ຂອງ​ສະຫະພັນ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ໃນ​​ໂລກ​ໄຊ​ເບີຣ໌. ການ​ຈັດ​ຕັ້ງຂະ​ບວນ​ການ, ​ການ​ແຂ່ງ​ຂັນ ​ແລະ ການ​ໃຫ້​ຄວາມສຳຄັນ​ຢ່າງຍິ່ງ ຕໍ່​ການ​ເຜີຍ​ແຜ່​ຂ່າວບົນ​ເວັບ​ໄຊຕ໌​ເຄືອ​ຂ່າຍ​ສັງ​ຄົມ ​ຢ່າງ​ກວ້າງ​ຂວາງ ​ໃນ​ຮູບ​ແບບສຳຜັດ​ໂດຍ​ກົງ​, ເຂົ້າ​ໃຈ​ງ່າຍ​, ໃກ້​ຊິດ​ ແລະ ​ທັນ​ສະ​ໄໝ​. ບັນດາ​ສະ​ມາ​ຄົມ​ທຸກ​ຂັ້ນ​ສົມທົບ​ກັນ​ຈັດ​ຕັ້ງ​ ເພື່ອ​ໃຫ້​ບັນດາ​ຜູ້​ມີ​ຊື່​ສຽງ, ມີ​ອິດ​ທິພົນ​ໃນ​ວົງການ​ຊາວ​ໜຸ່ມ ​ແລະ ປະຊາ​ຄົມ​ຊາວຫວຽດນາມຢູ່​ຕ່າງປະ​ເທດ​ ​ໄດ້​ແລກປ່ຽນ ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ເນື້ອ​ໃນ ​ແລະ ຂົງ​ເຂດ​ທີ່​ຊຸມ​ຊົນ​ສົນ​ໃຈ. ບັນດາ​ການ​ເຄື່ອນ​ໄຫວ​ໃນ​ໂລກ​ໄຊ​ເບີຣ໌​ແມ່ນ​ສະພາບ​ແວດ​ລ້ອມ​ທີ່​ເອື້ອອຳນວຍ ເພື່ອສາມັກຄີ​ແລະ​ເຕົ້າ​ໂຮມ​ຊາວ​ໜຸ່ມ​, ນັກທຸລະກິດ, ປັນຍາ​ຊົນ ແລະ ຊຸມຊົນທັງໝົດມຸ່ງສູ່; ຕາມ​ນັ້ນ, ມຸ່ງໝັ້ນທີ່ຈະນໍາໃຊ້ຈຳນວນ​ເງິນທີ່​ຊາວ​ຫວຽດນາມ​ໂອນ​ມາ​ໃນ​ປະ​ເທດ​ຢ່າງ​ມີປະສິດທິຜົນ, ຄົ້ນຄວ້າ​ສ້າງ​ຕັ້ງ​ກອງ​ທຶນ​ການ​ເງິນ​ຂອງ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ​ໃຫ້​ຄຳ​ໝັ້ນ​ສັນຍາ​ປະຕິບັດ​ບັນດາ​ນະ​ໂຍບາຍ​ທີ່​ສະດວກ​ສະບາຍ​ ເພື່ອ​ດຶງ​ດູດ​ການ​ໂອນເງິນ​​ຂອງ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ເຂົ້າ​ບັນດາ​ໂຄງການ​ລົງທຶນ ກິດຈະການ​ກໍ່ສ້າງ​ບຸລິມະສິດ ຈຸດ​ສຸມ​ຂອງ​ປະ​ເທດ.

​ເພີ່ມ​ທະວີ​ຄວາມ​ສາມັກຄີ ຄວາມ​ໃກ້ຊິດ​ຕິດ​ພັນ ​ລະຫວ່າງ​ບັນດາ​ອົງການຈັດຕັ້ງ​ສະມາຄົມ​​ໃນ​ຊຸມ​ຊົນ, ຊ່ວຍ​ປະຊາ​ຄົມ​ເຊື່ອມ​ໂຍງ​ເຂົ້າ​ກັບ​ປະ​ເທດ​ເຈົ້າພາບ​ຢ່າງ​ເລິກ​ເຊິ່ງ ​ແລະ ມຸ່ງມາ​ຫາ​ບ້ານ​ເກີດ​ເມືອງ​ນອນ. ນັກຮຽນ, ນັກ​ສຶກ​ສາ​ຫວຽດ​ນາມ​ຢູ່​ຕ່າງປະ​ເທດ​ແມ່ນ​ຂົວ​ຕໍ່ ​ລະ​ຫວ່າງ​ລຸ້ນຄົນ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ທີ່​ບໍ່​ສາ​ມາດ​ເວົ້າ​ພາ​ສາ​ຫວຽດ​ໄດ້ ​ກັບ​ໃນ​ປະ​ເທດ. ສະມາຄົມ​ຊາວ​ໜຸ່ມ, ສະ​ມາ​ຄົມ​ນັກ​ສຶກ​ສາ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ ​ຕ້ອງ​ມີ​ການ​ເຄື່ອນ​ໄຫວ​ຢ່າງ​ຕັ້ງໜ້າ ​ໃນ​ບັນດາ​ຂະ​ບວນການ​ແລະການ​ເຄື່ອນ​ໄຫວ​ວັດທະນະທຳຂອງຊຸມ​ຊົນ, ​ເຊັ່ນ ຈັດ​ຕັ້ງ​ງານ​ບຸນ​ປະ​ເພ​ນີ​, ສອບ​ຂໍ້ຂຽນ​ຮຽນ​ຮູ້​ກ່ຽວ​ກັບ​ຫວຽດນາມ..., ຊ່ວຍຄົນ​ລຸ້ນ​ໃໝ່​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ຕິດ​ພັນ ແລະ ມຸ່ງ​ມາ​ຫາ​ຫວຽດ​ນາມ. ສະມາຄົມ​ປະກອບສ່ວນ​ອັນ​ຕັ້ງໜ້າ​ ເຂົ້າ​ໃນ​ການ​ກໍ່ສ້າງ ​ແລະ ປັບປຸງກ້ອນກຳລັງ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ; ປະສານ​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ແລະອົງການ ​ໃນ​ການ​ກຳ​ສະພາບ​ການ, ​ ຂະຫຍາຍຂອບ​ເຂດ​ການຕິດຕໍ່, ຍູ້​ແຮງ​ການ​ຂົນຂວາຍ, ຕໍ່ສູ້​ກັບ​ບັນດາ​ກຸ່ມ​ແລະ​ບຸກຄົນທີ່ມີຄວາມຄິດເປັນສັດຕູ ບໍ່ເພື່ອຜົນປະໂຫຍດລວມຂອງປະເທດຊາດ, ຊຸກຍູ້​ທ່າ​ອ່ຽງທຸກ​ຄົນ​ຫັນ​ສູ່​ປິຕຸ​ພູມ, ​ເປັນ​ເຈົ້າ​ການ​ໃນ​ກາ​ນຕິດ​ຕໍ່​ແລະ​ສົນທະນາ​ໂດຍ​ກົງ ​ກັບບາງ​ອົງການຈັດຕັ້ງແລະບຸກຄົນທີ່ມີຊື່​ສຽງໃນຊຸມຊົນ. ປະຕິບັດ​ເປັນ​ຢ່າງ​ດີ ​ນະ​ໂຍບາຍ​ຄ່າຕອບ​ແທນ ​ແລະ ​ຊົມ​ເຊີຍ​ໃຫ້ລາງວັນ​ ແກ່​ຜູ້​ມີ​ຄຸນງາມຄວາມດີ, ມີຜົນງານ​ດີ​ເດັ່ນ​ໃນ​ການ​ກໍ່ສ້າງ​ຊຸມ​ຊົນ ​ແລະ ການ​ປະກອບສ່ວນ​ຫຼາຍ​ຢ່າງ​ໃຫ້​ປະ​ເທດ​ຊາດ, ​ເພື່ອ​ປຸກລະດົມກຳລັງ​ໃຈ​ຢ່າງ​ທັນ​ການ ​ແລະ ສ້າງ​ຄວາມ​ຜູກ​ພັນ​ສະໜິດ​ແໜ້ນ ລະ​ຫວ່າງ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດກັບ​ປິຕຸ​ພູມ; ພ້ອມ​ກັນ​ນັ້ນ, ຕໍ່ສູ້​ຢ່າງ​ເດັດດ່ຽວກັບການ​ກະທຳ​ທີ່​ຂັດ​ກັບ​ຜົນ​ປະ​ໂຫຍ​ດຂອງ​ປະຊາ​ຄົມ ​ແລະ ປະ​ເທດ​ຊາດ.

ທີ​ສີ່, ປ່ຽນ​ແປງ​ໃໝ່​ແລະ​ເພີ່ມ​ທະວີ​ວຽກ​ງານ​ການ​ກໍ່ສ້າງ​ສະມາ​ພັນ, ວຽກ​ງານ​ພະນັກງານ​ຂອງ​ສະມາ​ພັນ ​ແລະ ​ເບິ່ງ​ແຍງ​ດູ​ແລ​ການ​ກໍ່ສ້າງກຳລັງ​ຫຼັກ​ແຫຼ່ງ ຜູ້​ມີ​ຊື່​ສຽງໃນຊຸມ​ຊົນຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ.

ສືບ​ຕໍ່​ປັບປຸງ​ໂຄງ​ສ້າງ​ການຈັດ​ຕັ້ງ, ກົງຈັກ ​ແລະ ຍົກ​ສູງ​ຄວາມ​ສາມາດ​ຂອງ​ພະນັກງານ​ທີ່​ເຮັດ​ວຽກ​ງານ​ກ່ຽວ​ກັບຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ເພື່ອ​ປະຕິບັດ​ໜ້າ​ທີ່​ວຽກ​ງານ​ໃນ​ສະພາບ​ການ​ໃໝ່​ໃຫ້​ໄດ້​ເປັນ​ຢ່າງ​ດີ. ສຸມ​ໃສ່​ເບິ່ງ​ແຍງ​ການກໍ່ສ້າງ​ແລະ​ປັບປຸງສະມາ​ພັນ​ໃຫ້​ເຂັ້ມ​ແຂງ; ສ້າງ​ມາດຕະຖານ​ພະນັກງານ​ສະມາ​ພັນທີ່​ມີ​ຄຸນ​ນະພາ​ບ ​ແລະ ​ເຕີບ​ໃຫຍ່ຈາກ​ຂະ​ບວນການ​ມະຫາຊົນ; ​ໃຫ້​ຄວາມສຳຄັນ​ກັບ​ການ​ອົບ​ຮົມສຶກສາ ຍົກ​ສູງລະດັບ ຄວາມ​ຮູ້ ​ແລະ ທັກ​ສະ ​ໃນ​ການຈັດ​ຕັ້ງການ​ເຄື່ອນ​ໄຫວ​ເຕົ້າ​ໂຮມ ສາມັກຄີຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ; ​ເສີມ​ຂະຫຍາຍ​ບົດບາດທີ່ກະຕືລືລົ້ນ ແລະ ເປັນແບບຢ່າງຂອງ​ພະນັກງານ​ສະມາ​ພັນ.

​ແນວ​ໂຮ​ມປະ​ເທດ​ຊາ​ດຫວຽດນາມ, ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ​ປະສານ​ງານ​ຢ່າງ​​ແໜ້ນ​ແຟ້ນ ກັບ​ກະຊວງ​ການ​ຕ່າງປະ​ເທດ ​ເພື່ອສຸມ​ໃສ່​ປັບປຸງບັນດາ​ສະມາຄົມ​ດັ້ງ​ເດີມ ​ແລະ ​ສົ່ງ​ເສີມ​ການ​ລວມຕົວ​ໃນ​ຮູບ​ແບບ​ໃໝ່. ສະຫຼຸບປະ​ເມີນ​ຜົນ​ການ​ທົດ​ລອງ​ຮັບ​ຮູ້ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ສາຂາ​ສະມາ​ຄົມຊາວ​ຫວຽດນາມຢູ່​ຕ່າງປະ​ເທດ​ກາຍ​ເປັນ​ສະມາຊິກ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ, ສະຫະພັນ​ແມ່ຍິງ​ຫວຽດນາມ, ສະຫະພັນ​ຊາວ​ໜຸ່ມ​ຫວຽດນາມ,... ສ້າງ​ກົນ​ໄກ​ທີ່​ເໝາະ​ສົມແລະສະ​ເພາະ​ ​ເພື່ອ​ນຳ​ໄປ​​ປະຕິບັດ​ໃນ​ໄລຍະ​ຈະ​ມາ​ເຖິງ.

​ເອົາ​ໃຈ​ໃສ່​ເຖິງການ​ຝຶກ​ອົບຮົມ​ພະນັກງານ​ໜຸ່ມ; ​ເສີມ​ຂະຫຍາຍ​ບົດບາດ​ຂອງຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈີ​ມິນ ​ໃນ​ການ​ໄປ​ຮ່ວມ​ກັນ​ແລະ​ກຳນົດ​ທິດທາງ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ສະມາຄົມນັກ​ສຶກສາ, ສະມາຄົມ​ນັກຮຽນ​ຫວຽດນາມ​ຢູ່​ຕ່າງປະ​ເທດ. ຊາວ​ຫວຽດ​ນາມທີ່​ໄປຮຽນຢູ່​ຕ່າງປະ​ເທດ ຫຼື​​ໄປ​ເຮັດ​ວຽກຕາມຮູບແບບແຮງງານເຕັກໂນໂລຊີສູງ ຕ້ອງ​ໄດ້​ຮັບ​ຄວາມ​ເອົາໃຈ​ໃສ່, ​ເພາະວ່າ​ ນີ້​ແມ່ນກໍາລັງຫຼັກໃນການດຶງດູດ ແລະ​ເຊື່ອມ​ໂຍງ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ. ຈັດ​ຕັ້ງ​ການ​ອົບ​ຮົມສຶກສາ, ຝຶກ​ຝົນ​ຫຼໍ່​ຫຼອມ, ຂົນ​ຂວາຍ​ ເພື່ອ​ດຶງ​ດູດ​​ເຍົາວະ​ຊົນ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ ໃຫ້​ເຂົ້າ​ຮ່ວມ​ສະ​ມາ​ຄົມ​ໃນ​ຊຸມ​ຊົນ. ປະຈຸ​ປັນ, ສະມາຄົມ​ຫຼາຍ​ແຫ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ແລ້ວ, ​ແຕ່​ຍ້ອນ​ຂໍ້​ຈຳກັດ​ດ້ານ​ງົບປະມານ, ສະມາຄົມ​ໃນ​ຫຼາຍ​ແຫ່ງ​ຈຶງພົບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ເຄື່ອນ​ໄຫວ. ດັ່ງ​ນັ້ນ, ລັດ​ຈຳ​ເປັນຕ້ອງ​ໃຊ້​ງົບ​ປະ​ມານ​ຈຳ​ນວນ​ໜຶ່ງ ​ເຂົ້າ​ໃນ​ການ​ຝຶກ​ອົບ​ຮົມພະນັກງານ​ ແລະ ໜູນ​ຊ່ວຍ​ດ້ານ​ການ​ເງິນ ​ໃຫ້​ບັນດາ​ສະມາຄົມ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ດຳ​ເນີນກິດຈະກຳ​ຕ່າງໆ; ປັບປຸງ​ການຈັດ​ຕັ້ງ ​ແລະ ໜູນ​ຊ່ວຍ​ສະມາຄົມ​ເຄື່ອນ​ໄຫວ​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ, ສົມຄວນ​ເປັນ “​ແຂນ​ເສີມ” ຂອງ​ພັກ​ແລະລັດ ​ໃນ​ການ​ເຕົ້າ​ໂຮມ​ຊາວ​ຫວຽດນາມຢູ່​ຕ່າງປະ​ເທດ ມຸ່ງສູ່​ບ້ານ​ເກີດ​ເມືອງ​ນອນ ປິຕຸ​ພູມ​ຂອງ​ຕົນ.

ວຽກ​ງານ​ການ​ຂົນຂວາ​ມ​ແລະ​ເສີມ​ຂະຫຍາຍ​ບົດບາດ​ຂອງຜູ້ມີຊື່ສຽງໃນຊຸມຊົນຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ຕ້ອງ​ໄດ້​ຕັ້ງ​ຢູ່​ພາຍ​ໃຕ້​ການ​ຊີ້​ນຳ​ເປັນ​ເອກະ​ພາບ​ຂອງ​ຄະນະ​ພັກ, ອົງ​ກາ​ຈັດ​ຕັ້ງ​ພັກ, ສຳນັກງານຜູ້ຕາງໜ້າຫວຽດນາມ​ໃນ​ປະ​ເທດ​ເຈົ້າພາບ; ມີ​ການ​ປະສານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ບັນດາ​ຄະນະ, ຂະ​ແໜງ​ການ, ອົງການຈັດ​ຕັ້ງ​ທີ່​ກ່ຽວຂ້ອງ.  ຮັບປະກັນ​ວ່າ​ ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ເປັນ​ເອກະ​ພາບ​ກ່ຽວ​ກັບ​​ມາດຖານ​ຂອງ​ຜູ້​ມີ​ຊື່​ສຽງ​ໃນ​ຊຸມ​ຊົນ; ກຳນົດ​​ຂອບ​ເຂດ ບາ​ລະ​ມີ ​ແລະ ອິດ​ທິພົນ​ຂອງ​ຊາວ​ຫວຽດນາມຢູ່​ຕ່າງປະ​ເທດ​ທີ່​ມີ​ຊື່​ສຽງ​ໃນ​ປະຊາ​ຄົມຢ່າງ​ຈະ​ແຈ້ງ. ຮູບ​ການ​ຂົນຂວາຍ​ຕ້ອງ​ຍືດຫຍຸ່ນ, ສອດ​ຄ່ອງ​ກັບ​ຈຸດ​ພິ​ເສດ, ຄວາມ​ຕ້ອງການ ​ແລະ ໜ້າ​ທີ່​ຂອງ​​ຊຸມ​ຊົນ​ໃນ​ແຕ່ລະ​ແຫ່ງ; ​ເປີດ​ກວ້າງ​ຂອບ​ເຂດ​ການ​ຂົນຂວາຍ, ການ​ພົວພັນ​ຕິດ​ຕໍ່​ກັບ​ຜູ້​ມີ​ຊື່​ສຽງ, ມີ​ອິດ​ທິພົນ​ໃນ​ຊຸມ​ຊົນ. ຄົ້ນຄວ້າ​ສ້າງ​ນະ​ໂຍບາຍ, ຊ່ວນໜູນບັນດາ​ສະມາຄົມ ​ແລະ ກຳລັງ​ຫຼັກ​ແຫຼ່ງ​ໃນ​ຊຸ​ມຊົນ.

​ເສີມ​ຂະຫຍາຍ​ບົດບາດ​ຂອງ​ບັນດາ​ສະມາຊິກ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ທີ່​ເປັນ​ຊາວ​ຫວຽດນາມຢູ່​ຕ່າງປະ​ເທດ, ບັນດາ​ບຸກຄົນ​ຜູ້​ມີ​ຊື່​ສຽງ ມີ​ອິດ​ທິພົນ​ໃນ​ຊຸມ​ຊົນ, ບັນດາ​ນັກທຸລະກິດ ຜູ້​ຊ່ຽວຊານ ປັນຍາ​ຊົນ​ທີ່​ໂດດ​ເດັ່ນ ​ໃນ​ການ​ເຕົ້າ​ໂຮມ​ແລະສາມັກ​ຄີ​ຊຸມ​ຊົນ​ຊາວ​ຫວຽດນາມ​ໃນ​ປະ​ເທດ​ເຈົ້າພາບ. ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ສະມາ​ພັນ, ຜູ້​ມີ​ຊື່​ສຽງ ​ແລະ ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ໃນ​ການ​ໃຫ້ຄຳແນະນຳ ຊ່ວຍ​ໃຫ້ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ ດຳ​ເນີນ​ການ​ຕິດຕາມ​ກວດກາ, ວິພາກ​ວິຈານ​ຕໍ່​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ ​ແລະ ບັນດາ​ເນື້ອ​ໃນ​ທີ່​ກ່ຽວຂ້ອງ​ກັບຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ເຮັດ​ດີ​ໃນ​ການ​ຍ້ອງຍໍ​ໃຫ້​ລາງວັນ ​ແກ່​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ທີ່​ໄດ້​ມີ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ ​ແລະ ພົ້ນ​ເດັ່ນ​ໃຫ້​ແກ່​ປະ​ເທດ​ຊາດ ​ແລະ ວຽກ​ງານ​ຊຸມ​ຊົນ.

ທີ​ຫ້າ, ປ່ຽນ​ແປງ​ໃໝ່ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ຂອງ​ວຽກ​ງານ​ການ​ປະສານ​ງານ, ​ແນະນຳ ​ແລະ ກວດກາ, ຕິດຕາມ​ກວດກາ​ຂອງ​ສະມາ​ພັນທຸ​ກຂັ້ນ.

ສືບ​ຕໍ່ປ່ຽນ​ແປງ​ໃໝ່ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ຂອງ​ວຽກ​ງານ​ການ​ປະສານ​ງານ,​ແນະນຳ ​ເພື່ອ​ປະຕິບັດບັນດາ​ຂໍ້​ຕົກລົງ, ​ໂຄງການປະສານ​ງານ​ລະຫວ່າງ​ຂະ​ແໜງ​ ​ໃນ​ໄລຍະ​ຈະ​ມາ​ເຖິງ ​ໃຫ້​ດີກ​ວ່າ​ອີກ. ​ໂຄງການປະສານ​ງານຕ້ອງ​ມີ​ຈຸດ​ໜັກ​ໃຈ​ກາງ ​ເພື່ອ​ຈະຍົກ​ສູງຄຸນ​ນະພາ​ບ​ແລະ​ປະສິດທິ​ຜົນຂອງ​ວຽກ​ງານ​ການ​ຂົນຂວາ​ຍ ​ເຕົ້າ​ໂຮ​ມ ​ແລະສາມັກຄີ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ ໃນ​ສະພາບ​ການ​ໃໝ່. ການ​ປະສານ​ງານ​ຕ້ອງ​ຮັບປະກັນ​ຄວາມ​ເປັນ​ເອກະ​ພາບ​ໃນ​ການ​ກະທຳຢ່າງ​ແໜ້ນ​ແຟ້ນ ​ເປັນ​ປະຈຳ ​ແລະ ​ຕໍ່​ເນື່ອງ; ພ້ອມ​ກັນ​ນັ້ນ, ​ເພີ່ມ​ທະວີ​ການ​ສ້າງ​ກົດ​ລະບຽບ, ກົນ​ໄກການປະສານ​ງານ, ທຳຄວາມ​ກະ​ແຈ່ງ​ແຈ້ງ​ກວ່າ​ອີກ ​ກ່ຽວ​ກັບພາລະ​ບົດບາດ ໜ້າ​ທີ່​ ລະຫວ່າງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ​ໃນ​ທຸກ​ຂັ້ນ, ບັນດາ​ອົງການ​ຈົດ​ຕັ້ງ​ການ​ເມືອງ-ສັງຄົມ ກັບ​ບັນດາ​ອົງການຄຸ້ມ​ຄອງ​ລັດ, ອົງການ ​ແລະ ​ການ​ຈັດ​ຕັ້ງ​ທີ່​ກ່ຽວຂ້ອງ, ​ເພື່ອ​ສ້າງ​ຈິດ​ໃຈ​ສາມັກຄີ ​ແລະ ກຳລັງ​ແຮງ​ສັງ​ລວມ​ ເປັນ​ເອກະ​ພາບ ​ໃນ​ວຽກ​ງານການຂົນຂວາຍ ​ເຕົ້າ​ໂຮມ ​ແລະ ສາມັກຄີຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ.

​ໃນ​ສະພາບ​ການ​ປະຈຸ​ບັນ, ຈຳ​ເປັນ​ຕ້ອງ​ປ່ຽນ​ແປງ​ໃໝ່​ແລະ​ເພີ່ມ​ທະວີ​ວຽກງານ​ການ​ກວດກາ, ຕິດຕາມ​ກວດກາ​ຂອງ​ພັກ ຕໍ່​ວຽກ​ງານ​ການ​ກໍ່ສ້າງ​ແລະ​ປັບປຸງ​ພັກ​ເວົ້າ​ລວ​ມ ​ແລະ​ວຽກ​ງານ​ສະມາຄົມ, ຂົນຂວາຍຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ ເວົ້າ​ສະ​ເພາະ. ຫັນເນື້ອ​ໃນ​ກວດກາ ຕິດຕາມ​ກວດກາ​ ເຂົ້າ​ສູ່​ການ​ປະຕິບັດ​ແນວທາງ ແຜນນະ​ໂຍບາຍ​ຂອງ​ພັກ​ກ່ຽວ​ກັບ​ວຽກ​ງານ​ການ​ຕ່າງປະ​ເທດ ​ແລະ ວຽກ​ງານ​ຕໍ່ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ. ກວດກາ, ຕິດຕາມ​ກວດກາ​ການ​ປະຕິບັດມະຕິ, ຄຳສັ່ງ(1); ພ້ອມ​ກັນ​ນັ້ນ, ວຽກ​ງານ​ກວດກາ, ຕິດຕາມ​ກວດກາ​ຕ້ອງ​ໄດ້​ຜັນ​ຂະຫຍາຍ​ຢ່າງ​ຄົບ​ຊຸດ ​ແໜ້ນ​ແຟ້ນ ​ເຂັ້ມ​ງວດ ​ແລະ ​ເສີມຂະຫຍາຍ​ໄດ້​ບົດບາດຕິດຕາມ​ກວດກາ​ຂອງ​ຖັນ​ແຖວ​ພະນັກງານ ສະມາ​ຊິດ​ພັກ ​ແລະ ມະຫາຊົນ. ສະມາຊິກ​ພັກ​ທີ່ມີ​ສັນຍານຂອງ​ການ​ລະ​ເມີດ​ກົດລະບຽບຂອງ​ພັກ​ຫຼື​ກົດໝາຍ ແມ່ນ​ຕ້ອງ​ດຳ​ເນີນ​ການສຳຫຼວດ​ກວດກາ​ຢ່າງ​ເປີດ​ເຜີຍແລະປະຊາທິປະ​ໄຕ ​ເພື່ອ​ເປັນ​ການ​ສຶກສາ ​ແລະ ສັ່ງ​ເຕືອນ; ບໍ່ “​ເອົາ​ແຕ່ຄວາມ​ປອງ​ດອງ”, ບໍ່​ຈົ່ງ​ຈຽມ ຫຼີກ​ລ້ຽງ. ​ເຊີນ​ຊູ​ຄວາມ​ຮັບຜິດຊອບ​ຂອງ​ຜູ້​ເປັນ​ຫົວໜ້າ​ ໃນ​ການ​ຄຸ້ມ​ຄອງສະມາ​ຊິດ​ພັກ; ຈາກ​ນັ້ນ, ມີ​ການ​ປັບປຸງທັນ​ເວ​ລາ​ແລະ​ເໝາະ​ສົມ ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ໃຫ້​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ ໃນ​ຂະ​ບວນການ​ລົງທຶນ ທຸລະ​ກິດ ​ແລະ ການ​ຮ່ວມ​ມື​​ໃນປະ​ເທດ.

ທີ​ຫົກ, ​ເພີ່ມ​ທະວີ​ການນຳພາ​ຂອງ​ຄະນະ​ພັກ​ຕໍ່ວຽກ​ງານ​ສະ​ມາ​ພັນ​ ແລະ ວຽກ​ງານ​ຂົນຂວາຍຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ.

ວຽກ​ງານ​ພັກ​ຢູ່​ຕ່າງປະ​ເທດແມ່ນ​ສ່ວນ​ໜຶ່ງ​ຂອງ​ວຽກ​ງານ​ກໍ່​ສ້າງ​ພັກ ​ເພື່ອ​ປະຕິບັດ​ແນວທາງ ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ພັກ​ແລະ​ລັດ. ​ໃນ​ໄລຍະ​ປະຕິວັດ​ປະຈຸ​ບັນ, ຈຳ​ເປັນ​ຕ້ອງ​ເສີມ​ຂະຫຍາຍ​ກຳລັງ​ແຮງສັງ​ລວມຂອງ​ລະບົບ​ການ​ເມືອງ​ທັງ​ໝົດ ​ໃນ​ການຊີ້ນຳນຳພາ​ບັນດາ​ອົງການ​ຈັດ​ຕັ້ງ​ພັກ ສະມາຊິກ​ພັກ ​ແລະ ມະຫາຊົນ​ຢູ່​ຕ່າງປະ​ເທດ ປະຕິບັດ​ໜ້າ​ທີ່​ການ​ເມືອງ​ທີ່​ໄດ້​ຮັບ​ມອບ​ໝາຍ.

​ໃນ​ສະພາບ​ການ​ໃໝ່, ຈຳ​ເປັນ​ຕ້ອງ​ມີ​ຖັນ​ແຖວ​ພະນັກງານ​ທີ່​ມີ​ຈິນຕະນາການ​ໃໝ່ ​ແລະ ທັກ​ສະການນໍາພາໃໝ່, ​ເຊີດ​ຊູ​ຄວາມ​ຮັບຜິດຊອບ​ຂອງ​​ສະມາຊິກ​ພັກ, ລັດຖະກອນ​ ທີ່​ມີ​ຄວາມ​ສາມາດ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຕໍາ​ແໜ່ງ​ງານ​ໄດ້​ດີ ​ເພື່ອປະຕິບັດ​ແຜນ​ນະ​ໂຍບາຍ​ ແລະແນວທາງຂອງພັກເປັນຢ່າງດີ. ​ເພາະສະ​ນັ້ນ, ​ໃນ​​ໄລຍະ​ຕໍ່​ໄປ ​ຕ້ອງ​ຍົກ​ສູງ​ຄຸນ​ນະພາ​ບ, ​ເສີມ​ຂະຫຍາຍ​ບົດບາດນຳໜ້າ ​ແລະ ​ເປັນ​ແບບຢ່າງ​ຂອງ​ສະມາ​ຊິກ​ພັກ; ພິ​ເສດ​ແມ່ນ ​ຍົກ​ສູງ​ບົດບາດນໍາພາຂ​ອງ​ຄະນະ​ພັກ​ແລະ​ອົງການ​ຈັດ​ຕັ້ງ​ພັກ​ທຸກ​ຂັ້ນ, ​ໂດຍ​ສະ​ເພາະ ​ຄະນະ​ພັກ ອົງການ​ຈັດ​ຕັ້ງ​ພັກ ​ໃນ​ອົງການ​ຕາງໜ້າຫວຽດນາມສຳລັບ​ການ​ຂົນຂວາຍຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ; ​ໃຫ້​ຄວາມສຳຄັນ​ກັບ​ການ​ເສີມຂະຫຍາຍ​ລັກສະນະ​ນຳ​ໜ້າ ​ເປັນ​ແບບຢ່າງ​ຂອງ​ພະນັກງານ ສະມາຊິກ​ພັກ​ຢູ່​ຕ່າງປະ​ເທດ; ​ໃນ​ນັ້ນ, ​ແຕ່​ລະ​ອົງການ​ຈັດ​ຕັ້ງ​ພັກ ພະນັກງານ ສະມາຊິກ​ພັກ​ໃຫ້ຄຳໝັ້ນ​ສັນຍາ​ວ່າ​ ຈະ​ບໍ່​ລະ​ເມີດ​ລະບຽບ​ວິ​ໄນ, ​ເດັດດ່ຽວ​ຮັກສາ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ​ສິນ​ທຳ ​ແລະ ວິຖີ​ຊີວິດ​ຕາມ​ຈິດ​ໃຈ​ມະຕິ​ກອງ​ປະຊຸມສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ​ທີ 12 ​ແລະ 13 ຂອງ​ພັກ.

ມຸ່ງ​ສູ່​ການ​ສ້າງກົງຈັກ​ການ​ບໍ​ລິ​ຫານທີ່​ເປັນ​ມື​ອາ​ຊີບ, ມີ​ວິ​ໄນ, ຂັ້ນຕອນ​ການບໍລິຫານ​ງ່າຍດາຍ ສະດວກ ​ໂປ່​ງ​ໃສ, ຍົກ​ສູງ​ບົດບາດ​​ການ​ຄຸ້ມ​ຄອງ​ລັດ​ຢ່າງ​ເປັນ​ເອກະ​ພາບ​ແລະ​ເຕັມ​ເວລາ ກ່ຽວ​ກັບ​ວຽກ​ງານ​ຕໍ່​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ. ຄວາມ​ເປັນ​ຈິງ​ໃຫ້​ເຫັນ​ວ່າ,  ຢູ່​​ອົງການ​ຜູ້ຕາງໜ້າ​​ຫວຽດນາມ​ໃດ ທີ່​ມີ​ການຈັດ​ຕັ້ງພະນັກງານ​​ຊຸມຊົນ ຫຼືຄະນະ​ປະຕິບັດ​ງານ​ຊຸມ​ຊົນ, ວຽກ​ງານ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ຈະໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຕັ້ງໜ້າ, ​ເປັນ​ເຈົ້າ​ການ ​ແລະ ​ປະດິດ​ສ້າງ. ດັ່ງ​ນັ້ນ, ຮູບ​ແບບຄະນະ​ເຮັດ​ວຽກ​ຊຸມ​ຊົນ​ຢູ່​ບັນດາ​ອົງການ​ຜູ້ຕາງໜ້າ​ຫວຽດນາມ ຄວນ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢູ່​​ໃນ​ຫຼາຍພື້ນ​ທີ່, ​ໂດຍ​ສະ​ເພາະ​ໃນ​ພື້ນ​ທີ່​ທີ່​ມີຄົນຫວຽດນາມອາ​ໄສ​ຢູ່​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ເມື່ອ​ມີ​ໜ່ວຍ​ງານ​ສະ​ເພາະ, ພ້ອມ​ກັບ​ການ​ຝຶກ​ອົບ​ຮົມ​ວິ​ຊາ​ຊີບ​ດ້ານ​ການຂົນຂວາຍ​ຊາວ​ຫວຽດນາມ​ຢູ່ຕ່າງ​ປະ​ເທດ​ໃຫ້​ແກ່​ບັນ​ດາ​ອົງ​ການ​ຜູ້​ຕາງ​ໜ້າ, ການບຳລຸງ​ສ້າງພະນັກງານ​ສະມາ​ພັນຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ວຽກ​ງານ​ການ​ຂົນຂວາຍ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ຈະ​ບັນລຸ​ຜົນ​ທີ່​ຊັດ​ເຈນ​ ແລະ ​ມີ​ປະສິດທິ​ຜົນຫຼາຍ​ຂຶ້ນ​ຢ່າງ​ແນ່ນອນ./.

---------------------

(1) ມະຕິ​ເລກທີ 04/NQ-TW, ລົງ​ວັນ​ທີ 30 ຕຸລາ 2016, ຂອງ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ​ທີ 12 “ກ່ຽວ​ກັບ​ການ​ເພີ່ມ​ທະວີ​ກາ​ກໍ່ສ້າງ​ແລະ​ປັບປຸງ​ພັກ; ກີດ​ກັ້ນ​ແລະ ​ຍູ້​ຖອຍຄວາມ​ເສື່​ອມ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ​ສິນ​ທຳ, ​ແບບ​ແຜນ​ດຳລົງ​ຊີວິດ, ບັນດາ​ປະກົດ​ການ “ປ່ຽນ​ແປງ​ຕົນ​ເອງ”, “ຜັນ​ປ່ຽນ​ຕົນ​ເອງ” ຢູ່​ພາຍ​ໃນ”; ຄຳສັ່ງ​ເລກທີ 05-CT/TW, ລົງ​ວັນ​ທີ 15 ພຶດສະພາ 2016, ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ຊຸດ​ທີ 12, “ກ່ຽວ​ກັບ​ການ​ຍູ້​ແຮງ​ການຮ່ຳຮຽນ ​ແລະ​ປະຕິບັດ​ຕາມ​ແນວ​ຄິດ, ຄຸນສົມບັດ​ສິນ​ທຳ ​ແລະ ​ແບບ​ແຜນ​ໂຮ່ຈີ​ມິນ”; ບົດ​ສະຫຼຸບ​ເລດ​ທີ 01-KL/TW, ລົງ​ວັນທີ 18 ພຶດສະພາ 2021, ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ຊຸດ​ທີ 13, “ກ່ຽວ​ກັບ​ການ​ສືບ​ຕໍ່​ປະຕິບັດ ຄຳສັ່ງ​ເລກທີ 05-CT/TW, ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ຊຸດ​ທີ 12 ກ່ຽວ​ກັບ​ການ​ຍູ້​ແຮງ​ການຮ່ຳຮຽນ ​ແລະ​ປະຕິບັດ​ຕາມ​ແນວ​ຄິດ, ຄຸນສົມບັດ​ສິນ​ທຳ ​ແລະ ​ແບບ​ແຜນ​ໂຮ່ຈີ​ມິນ”.

(2) ມະຕິ​ເລກທີ 36-NQ/TW, ລົງ​ວັນ​ທີ 26 ມີນາ 2004, ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ຊຸດ​ທີ 9, “ກ່ຽວ​ກັບ​ວຽກ​ງານ​ກັບຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ”; ຄຳສັ່ງ​ເລກທີ 45-CT/TW, ລົງ​ວັນ​ທີ 19 ພຶດສະພາ 2015, ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ, “ວ່າ​ດ້ວຍ​ການ​ສືບ​ຕໍ່​ຍູ້​ແຮງ​ການ​ປະຕິບັດ​ມະຕິ​ເລກທີ 36-NQ/TW ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ຊຸດ​ທີ 9 ກ່ຽວ​ກັບວຽກ​ງານ​ກັບຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ໃນ​ສະພາບ​ການ​ໃໝ່”.

(3) ບົດ​ສະຫຼຸບ​ເລກທີ 12-KL/TW, ລົງ​ວັນ​ທີ 12 ສິງຫາ 2021, ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​, “ກ່ຽວ​ກັບ​ວຽກ​ງານກັບຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ ໃນ​ສະພາບ​ການໃໝ່”.

(4) ຄຳຕັດ​ສິ​ນ​ເລກ​ທີ 209-QĐ/TW, ລົງ​ວັນ​ທີ 26 ພະຈິກ 2019, ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​, “ກ່ຽວ​ກັບ​ການ​ລວມຕົວ​ຄະນະ​ພັກ​ຢູ່​ຕ່າງປະ​ເທດ​ ກັບ​ຄະນະ​ພັກ​ກະຊວງ​ການ​ຕ່າງປະ​ເທດ”; ມະຕິ​ເລກທີ 18-NQ/TW, ລົງ​ວັນ​ທີ 25 ຕຸລາ 2017, ຂອງ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 6 ສະ​ໄໝ​ທີ 12, “ວ່າ​ດ້ວຍ​ບາງ​ບັນຫາ​ກ່ຽວ​ກັບ​ການ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່ ​ແລະ ຈັດ​ວາງ​ສັບ​ຊ້ອນ​ກົງ​ຈັດ​ຂອງ​ລະບົບ​ການ​ເມືອງ​ໃຫ້​ຮັດກຸ​ມ ​ແລະ ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິພາບ​​ແລະ​ປະສິດທິ​ຜົນ”.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 989 (​ເດືອນ​ພຶດສະພາ 2022)