ວກ. - ບົນ​ພື້ນ​ຖານ​ກາ​ສະຫຼຸບ​ສັງ​ລວມພຶດຕະກຳ ​ແລະການຄົ້ນຄວ້າ​ທິດ​ສະ​ດີ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໄດ້ຢືນຢັນ​ວ່າ, ຫຼັງ​ຈາກ 35 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, “ທິດ​ສະດີ​ກ່ຽວ​ກັບ​ແນວທາງການ​ປ່ຽນ​ແປງ​ໃໝ່, ກ່ຽວ​ກັບລັດ​ທິ​ສັງ​ຄົມ​ນິ​ຍົມ ແລະ ​ເສັ້ນທາງ​ຂຶ້ນ​ສູ່​ສັງຄົມ​ນິບົມຂອງ​ຫວຽດນາມ ນັບ​ມື້​ນັບໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ສົມບູນ ແລະ ​ໄດ້​ຮັບ​ການ​ເຮັດ​ໃຫ້​ເປັນ​ຈິງ​ເທື່ອ​ລະ​ກ້າວ”(1). ບັນດາ​ຜົນສຳ​ເລັດ​ອັນ​​ໃຫຍ່​ຫຼວງ, ມີ​ຄວາມສຳຄັນ​ທາງ​ປະຫວັດສາດຕະຫຼອດ​ໄລຍະ​ເວລາ​ກວ່າ 35 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຄິດ​ສ້າງສັນ​ທາງ​ທິດ​ສະ​ດີ​ຂອງ​ພັກ ກ່ຽວ​ກັບ​ລັດທິ​ສັງຄົມ​ນິຍົມ ​ແລະ​ເສັ້ນທາງ​ຂຶ້ນສູ່ສັງຄົມ​ນິຍົມ​ຢູ່​ຫວຽດນາມ.   

ສະຫາຍເລຂາທິການໃຫຍ່ ຫງວຽນ ຝູຈ້ອງ ຢ້ຽນຢາມຄອບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດຢູ່ບ້ານສາງ, ຕາແສງກວາງຈ້ຽວ, ເມືອງ ເມື່ອງລ້າດ, ແຂວງແທງຮ້ວາ _ພາບ: TTXVN

ທິດ​ສະ​ດີ​ກ່ຽວ​ກັບ​ລັດທິ​ສັງຄົມ​ນິຍົມ ​ແລະ​ ເສັ້ນທາງ​ຂຶ້ນສູ່ສັງຄົມ​ນິຍົມ​ຢູ່ຫວຽດນາມມີຕໍາແໜ່ງສໍາຄັນ ​ມີບົດ​ບາດທີ່​ກວມ​ລວມ ​ໃນ​ລະ​ບົບ​ທິດ​ສະ​ດີ​ການ​ເມືອງ, ສະ​ແດງ​ໃຫ້​ເຫັນ​ຮູບ​ແບບ​​ໂດຍລວມ, ຄຸນ​ລັກ​ສະ​ນະທາດ​ແທ້​ຂອງ​ລະ​ບອບ​ການ​ເມືອງ ທີ່​ຕິດ​ກັບ​ເປົ້າ​ໝາຍ, ​ແບບ​ວິທີ ​ແລະ ​ເສັ້ນທາງ​ພັດທະນາ​ປະ​ເທດ. ມີຕໍາແໜ່ງສໍາຄັນ​​ເພາະ​ທິດສະ​ດີ​ນີ້ຄວບ​ຄຸມສາຂາຍ່ອຍອື່ນໆຂອງທິດສະດີການເມືອງ; ມີບົດ​ບາດທີ່​ກວມ​ລວມ ​ເພາະ​ມັນ​ອອກ​ແບບຮູບ​ແບບ​ຂອງ​ລັດທິສັງຄົມ​ນິຍົມ​ຢູ່​ຫວຽດນາມ ​ແລະ ວາງ​ເສັ້ນທາງ​ປະຕິບັດ​ ເຮັດ​ໃຫ້​ຮູບ​ແບບ​ນັ້ນ​ກາຍ​ເປັນ​ຈິງ​ເທື່ອ​ລະ​ກ້າວ​ໃນ​ແຕ່ລະ​ໄລຍະ, ​ແຕ່​ລະບາດ​ກ້າວ​ການ​ພັດທະນາ.

ຄຸນລັກສະນະ​ພິ​ເສດ​ຂອງລັດທິ​ສັງຄົມ​ນິຍົມຫວຽດນາມ

ການກຳນົດຮູບ​ແບບຂອງ​ລັດທິສັງຄົມນິຍົມທີ່ມີຄຸນລັກສະນະ​ໂຄງ​ສ້າງ​ທີ່​ສະທ້ອນ​ເຖິງຄຸນນະພາບການພັດທະນາຂອງຕົວແບບໃນຮູບແບບທີ່ສົມບູນໃນອະນາຄົດນັ້ນ ​ແມ່ນ​ໜຶ່ງ​ໃນ​ບັນດາ​ທິດ​ສະ​ດີ​​​ພື້ນ​ຖານ ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງ​ຍາກ, ຄວາມ​ສັບ​ສົນ, ​ເຊິ່ງຍາມ​ໃດ​ພັກ​ກອມ​ມູນິດ​ຫວຽດນາມ​ກໍໄດ້​ເພີ່ມ​ເຕີມ​ແລະພັດທະນາ​ ຮ່ວມ​ກັບຄວາມ​ກ້າວໜ້າທາງ​ແນວ​ຄິດ​ແລະການ​ຮັບ​ຮູ້.

ກ່ອນ​ໜ້າ​ນີ້, ບັນດາຜູ້ກໍ່ຕັ້ງລັດທິສັງຄົມນິຍົມວິທະຍາສາດ ພຽງແຕ່ໄດ້​ໃຫ້​ໂຄງ​ຮ່າງ​ການຄາດຄະເນພື້ນຖານບາງປະການ ກ່ຽວກັບຄຸນລັກສະນະຂອງລັດທິສັງຄົມນິຍົມ ໂດຍອີງໃສ່ການວິເຄາະຮູບຖານເສດຖະກິດ-ສັງຄົມທີ່ມະນຸດໄດ້ຜ່ານພົ້ນ​ໄປ​ແລ້ວ​ໃນ​ປະຫວັດສາດ, ໂດຍ​ສະ​ເພາະ​ແມ່ນ​ ຂໍ້​ຈໍາ​ກັດ​ທີ່​ຈໍາ​ເປັນ​ຕ້ອງ “ປະ​ຂ້າມ” ລະບອບ​ທຶນ​ນິຍົມ. ການ​ພັດທະນາ​ຕົວ​ຈິງ​ຂອງລັດທິ​ສັງຄົມ​ນິຍົມ​ສະ​ແດງ​ໃຫ້​ເຫັນ​ວ່າ ​ລັດທິ​ສັງຄົມ​ນິຍົມ​ມີ​ເນື້ອ​ແທ້​ແລະ​ເປົ້າ​ໝາຍ​ທີ່​ເປັນ​ເອກະ​ພາບ​ກັນ, ​ແຕ່​ຮູບ​ແບບ​ການ​ພັດທະນາ​ໃນ​ໄລຍະປ່ຽນຜ່ານ​ມີ​ຄວາມ​ຫຼາກ​ຫຼາຍ​ແລະອຸດົມສົມບູນ, ​ເພາະວ່າ​ ມັນ​ຖືກ​ຄວບ​ຄຸມ​ໂດຍ​ລະດັບ​ການ​ພັດທະນາ, ຈຸດ​ພິ​ເສດສະ​ເພາະທາງ​ປະຫວັດສາດ​ແລະວັດທະນະທຳ ຂອງແຕ່ລະຊາດ-ປະ​ເທດຊາດ.

ບົນ​ພື້ນຖານ​ລັດທິ​ວັດຖຸ​ນິຍົມ​ສັດຈະ​ວິພາກ, ປະທານ​ໂຮ່ຈີ​ມິນ​ໄດ້​ເຂົ້າ​ເຖິງລັດ​ທິສັງຄົມ​ນິຍົມ​ຈາກ​ຫຼາຍ​ດ້ານ​ທີ່​ຕ່າງ​ກັນ: ຈາກ​ລັດທິ​ຮັກ​ຊາດ​ແລະຄວາມ​ປາດ​ຖະໜາ​​ໃນ​ການປົດ​ປ່ອຍ​ປະ​ເທດ​ຊາດ, ຈາກ​ທັດ​ສະ​ນະທາງ​ສິນ​ລະ​ທໍາ​, ຈາກ​ທັດ​ສະ​ນະທາງ​ວັດ​ທະ​ນະ​ທໍາ​, ຈາກລັດທິ​ມະ​ນຸດນິຍົມ​. ​ເພິ່ນ​ໄດ້​ສ້າງລັກສະນະລັດທິສັງຄົມນິຍົມຄື​ລະບອບ​ການ​ປົກຄອງ​ທີ່​ສະທ້ອນ​ເຖິງຄຸນນະພາບຂອງການພັດທະນາໃໝ່, ລະດັບການພັດທະນາໃໝ່ທີ່​ດີ​ເດັ່ນ​ຢ່າງ​ແທ້​ຈິງ ​ແລະ ເຕັມໄປດ້ວຍລັກສະນະມະນຸດນິຍົມ​ທີ່​ສູງ​ສົ່ງ. “ມີ​ພຽງ​ລັດທິ​ກອມ​ມູນິດ​ເທົ່າ​ນັ້ນ​ທີ່​ກອບກູ້ມະນຸດຊາດ​ໄດ້ ​ແລະ ນຳ​ເອົາ​ເສລີພາບ, ຄວາມສະ​ເໝີ​ພາບ, ຄວາມ​ເມດ​ຕາ, ຄວາມສາມັກຄີ, ຄວາມກິນ​ອີ່ມ​ນຸ່ງ​ອຸ່ນ ມາໃຫ້ທຸກຄົນ​ໃນ​ໂລກ ​ໂດຍ​ບໍ່​ຈຳແນກເຊື້ອຊາດ​ແລະຕົ້ນກໍາເນີດ, ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ທຸກ​ຄົນ ​ແລະ ​ເພື່ອ​ໃຫ້​ທຸກ​ຄົນມີຄວາມສະຫງົບ, ຄວາມສຸກກາຍ ສະບາຍ​ໃຈ”(2). ​ເພິ່ນ​ຢືນຢັນ​ວ່າ: “ບໍ່​ມີ​ລະບອບ​ສັງຄົມ​ໃດ​ທີ່​ເຄົາລົບ​ມະນຸດ,​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ດູ​ແລຜົນປະ​​ໂຫຍ​ດສ່ວນຕົວທີ່​ຖືກຕ້ອງ ​ແລະ ຕອບ​ສະໜອງ​ຄວາມ​ຕ້ອງການ​ນັ້ນ​ຢ່າງ​ດີ ​ເທົ່າກັບລະບອບສັງຄົມນິຍົມ ແລະ ຄອມມູນິດນິຍົມ”(3).

ສຳລັບ​ຫວຽດນາມ, ລັດທິ​ສັງຄົມ​ນິຍົມ​ແມ່ນ​ເສັ້ນທາງການ​ພັດທະນາ​ທີ່​ຫຼີກ​ລ້ຽງບໍ່​ໄດ້​ເຊິ່ງນຳ​ໂດຍພັກ​ກອມ​ມູນິດ​ຫວຽດນາມ “​ແນ​ໃສ່​ເຮັດ​ໃຫ້​ປະຊາຊົນ​ຜູ້​ອອກ​ແຮງ​ງານ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ, ​ເຮັດ​ໃຫ້ທຸກ​ຄົນ​ມີ​ວຽກ​ເຮັດ​ງານທຳ, ມີ​ເຄື່ອງກິນ​ດິນ​ຢູ່​ ມີ​ຊີວິດທີ່​ອີ່ມໜຳສຳລານ ​ແລະ​ຜາສຸກ”(4). ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​​ຂອງ​ການ​ປະຕິວັດ​ຫວຽດນາມໃນ​ເກືອບ​ສະຕະວັດ​ທີ່​ຜ່ານ​ມາ ຍິ່ງ​ພິສູດ​ໃຫ້​ເຫັນ​​ເຖິງຄຸນຄ່າ ​ແລະ ຄວາມມີ​ຊີ​ວິ​ຊີວາ​ຂອງແນວ​ຄິດ​ຂອງ​ປະທານ​ໂຮ່ຈິ​ມິນ, ​ໂດຍ​ສະ​ເພາະ​ແມ່ນ ​ແນວ​ຄິດ​ກ່ຽວ​ກັບ​ລັດທິ​ສັງຄົມ​ນິຍົມ ​ແລະ ​ເສັ້ນທາງຂຶ້ນ​ສູ່​ສັງຄົມ​ນິຍົມ​ຢູ່​ຫວຽດນາມ.

ນັບ​ແຕ່​ເມື່ອ​ລິ​ເລີ່​ມການ​ປ່ຽນ​ແປງ​ໃໝ່, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງວ່າ, ການ​ປ່ຽນ​ແປງ​ໃໝ່​ບໍ່​ແມ່ນ​ການ​ປ່ຽນ​ເປົ້າ​ໝາຍ​ສັງຄົມ​ນິຍົມ​ແຕ່​ຢ່າງ​ໃດ ​ແຕ່​ແມ່ນ​ເພື່ອ​ເຮັດ​ໃຫ້​ເປົ້າໝາຍ​ນັ້ນ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ມີ​ປະສິດ​ທີ​ຜົນ ດ້ວຍ​ບັນດາ​ທັດສະນະ​ທີ່​ຖືກຕ້ອງ​ກ່ຽວ​ກັບ​ລັດທິ​ສັງຄົມ​ນິຍົມ, ບັນດາ​ຮູບ​ການ, ກ້າວ​ເດີນ ​ແລະ ມາດ​ຕະການ​ທີ່​ເໝາະ​ສົມ.

ຄວາມ​ຄິດ​ສ້າງສັນທາ​ງ​ທິດ​ສະ​ດີ​ຂອງພັກ​ກອມ​ມູນິດ​ຫວຽດນາມສະ​ແດງ​ອອກ​ໃນ​ການ​ກຳນົດ​ຮູບ​ແບບ​ລັດ​ທິສັງຄົມ​ນິຍົມ​ຫວຽດນາມ ດ້ວຍ 6 ຄຸນ​ລັກ​ສະ​ນະ, ນັ້ນ​ແມ່ນ: 1- ປະຊາຊົນ​ຜູ້​ອອກ​ແຮງ​ງານ​ເປັນ​ເຈົ້າ​ຂອງ; 2- ມີ​ພື້ນຖານ​ເສດຖະກິດ​ທີ່​ມີ​ການ​ພັດທະນາ​ສູງ​ໂດຍ​ອີງ​ໃສ່​ກຳລັງ​ການຜະລິດ​ທີ່​ທັນ​ສະ​ໄໝ ​ແລະ ​ລະບອບກຳມະສິດສ່ວຍ​ລວມກ່ຽວ​ກັບພາຫະນະ​ການ​ຜະລິດ​ຕົ້ນຕໍ; 3- ມີ​ວັດ​ທະ​ນະ​ທໍາ​ທີ່​ກ້າວ​ໜ້າ ​ແລະ ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ເອກະລັກ​ຂອງ​ຊາດ​; 4- ປະຊາຊົນ​ໄດ້​ຮັບ​ການ​ປົດ​ປ່ອຍ​ຈາກ​ການ​ກົດ​ຂີ່ ​ຂູດ​ຮີດ ຄວາມ​ບໍ່​ຍຸຕິ​ທຳ, ​​ເຮັດ​ວຽກຕາມ​ຄວາມ​ສາມາດ, ຊົມ​ໃຊ້​ຕາມ​ການ​ອອກ​ແຮງ​ງານ, ມີ​ຊີ​ວິດ​ທີ່ພໍ​ພຽງ, ມີ​ເສລີພາບ, ມີ​ຄວາມສຸກ, ​ແລະ​ ມີ​ເງື່ອ​ນໄຂ​ໃນ​ການ​ພັດທະນາ​ຕົນ​ເອງ​ຢ່າງຮອບດ້ານ; 5- ທຸກ​ຊົນ​ເຜົ່າ​ໃນ​ປະ​ເທດ​​ສະ​ເໝີ​ພາບ, ສາມັກຄີ, ຊ່ວຍ​ເຫຼືອ​ກັນ​ກ້າວໜ້າ​ໄປດ້ວຍ​ກັນ; 6- ມີ​ການ​ພົວພັນ​ມິດຕະພາບ ​ແລະ ​ຮ່ວມ​ມື​ກັບ​ປະຊາຊົນ​ທຸກ​ປະ​ເທດ​ໃນ​ໂລກ. ນີ້ແມ່ນບັນດາຄຸນ​ລັກສະນະ​ໂຄງ​ສ້າງ​ທີ່​ສະທ້ອນ​ເຖິງທາດ​ແທ້ ຫຼື ​ເປົ້າ​ໝາຍພື້ນຖານ, ຄຸນ​ນະພາ​ບການ​ພັດທະນາ​ຂອງລັດທິ​ສັງຄົມ​ນິຍົມ​ຢູ່ຫວຽດນາມ ​ເຊິ່ງປະ​ຊາ​ຊົນ​ຫວຽດ​ນາມມາ​ນະ​ພະ​ຍາ​ຍາມ​ສ້າງ ແລະ ມຸ່ງ​ໄປ​ເຖິງ ພາຍ​ໃຕ້​ການ​ນຳພາ​ຂອງພັກ​ກອມ​ມູນິດ​ຫວຽດນາມ.

​ແມ່ນ​ຄວາມ​ເປັນ​ຈິງ​ຂອງ​ຂະ​ບວນ​ການປ່ຽນ​ແປງ​ໃໝ່​ນັ້ນ​ເອງ ທີ່​ຊ່ວຍ​ໃຫ້​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ ມີ​ຄວາມ​ເຂົ້າ​ໃຈ​ແລະຄວາມ​ຮັບ​ຮູ້​ໃໝ່​ກ່ຽວ​ກັບ​ລັດທິສັງ​ຄົມ​ນິ​ຍົມ. ດັ່ງ​ນັ້ນ, ໂຄງການ​ການ​ເມືອງ​ກໍ່ສ້າງ​ປະ​ເທດ​ໃນສະ​ໄໝ​ຂ້າມ​ຜ່ານ​ຂຶ້ນ​ສູ່​ສັງຄົມ​ນິຍົ​ມ (ສະບັບ​ເພີ່ມ​ເຕີມ, ພັດທະນາ​ປີ 2011) ​ໄດ້​ເພີ່ມ​ເຕີມ ​ແລະ​ພັດທະນາ​ເປັນ 8 ຄຸນ​ລັກສະນະ​ພິ​ເສດ​ຂອງ​ລັດທິ​ສັງ​ຄົມ​ນິຍົມ​ຢູ່​ຫວຽດນາມ: “ສັງຄົມ​ສັງຄົມ​ນິຍົມ​ທີ່​ປະຊາຊົນ​ເຮົາ​ກໍ່ສ້າງ​ນັ້ນ​ແມ່ນ​ສັງ​ຄົມ​ທີ່: ປະຊາ​ຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ມີ​ປະຊາທິປະ​ໄຕ, ຍຸຕິທຳ​ແລະ​ອາລະຍະ​ທຳ; ​ໂດຍ​ປະຊາຊົນ​ເປັນ​ເຈົ້າ​ຂອງ; ມີ​ພື້ນຖານ​ເສດ​ຖະກິດທີ່​ພັດທະນາ​ສູງ ​ທີ່​ອີງ​ໃສ່​ກຳລັງ​ການ​ຜະລິດທີ່​ທັນ​ສະ​ໄໝ ແລະ ການພົວພັນການຜະລິດກ້າວໜ້າທີ່ເໝະສົມ; ມີວັດທະນະທໍາທີ່ກ້າວ​ຫນ້າ​ ແລະ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ເອ​ກະ​ລັກ​ຂອງ​ຊາດ; ປະຊາ​ຊົນມີ​ຊີວວິດທີ່​ກິນ​ອີ່ມ​ນຸ່ງ​ອຸ່ນ, ມີ​ເສລີພາບ​ ແລະ​ຄວາມສຸກ, ມີເງື່ອນໄຂການພັດທະນາຮອບດ້ານ; ບັນດາ​ຊົນ​ເຜົ່າ​ໃນ​ຊຸມ​ຊົນ​ຫວຽດນາມມີ​ຄວາມ​ສະ​ເໝີ​ພາບ, ສາມັກຄີ, ​ເຄົາລົບ ​ແລະ ຊ່ວຍ​ເຫຼືອ​ເຊິ່ງກັນ​ແລະກັນ ​ເພື່ອ​ການ​ພັດທະນາຮ່ວມ​ກັນ; ມີ​ລັດ​ແຫ່ງອຳນາດ​ກົດໝາຍ​ສັງຄົມ​ນິຍົມຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ, ​ເພື່ອ​ປະຊາຊົນ ​ໂດຍ​ພັກ​ກອມ​ມູນິດ​ນຳພາ; ມີ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະການ​ຮ່ວມ​ມື ​ກັບ​ບັນ​ດາ​ປະ​ເທດ​ໃນ​ທົ່ວ​ໂລກ”(5).

​ເມື່ອ​ທຽບ​ກັບ​ໂຄງການ​ການ​ເມືອງ​ປີ 1991 ​ແລ້ວ ​ໂຄງການ​ການ​ເມືອງ​ປີ 2011 ​ມີ​ການ​ເພີ່ມ​ເຕີມ 2 ຄຸນ​ລັກສະນະ​ພິ​ເສດ​ໃໝ່, ນັ້ນ​ແມ່ນ “ປະຊາ​ຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ມີ​ປະຊາທິປະ​ໄຕ, ຍຸຕິ​ທຳ​ ແລະ​ອາລະຍະທຳ” ແລະ “ມີ​ລັດ​ແຫ່ງອຳນາດກົດໝາຍ​ສັງຄົມນິຍົມ ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ, ​ເພື່ອ​ປະຊາຊົນ​ ໂດຍ​ພັກ​ກອມ​ມູນິດ​ນຳພາດ້ວຍ 8 ຄຸນ​ລັກສະນະ​ພິ​ເສດ​ນີ້, ລັດທິ​ສັງຄົມ​ນິຍົມ​ທີ່​ປະຊາຊົນ​ຫວຽດນາມ​ສູ້ຊົນ​ເພື່ອ​ສ້າງສາ​ນັ້ນ​ແມ່ນ “ສັງຄົມ​ທີ່​ການ​ພັດທະນາ​ແມ່ນ​ເພື່ອ​ປະຊາຊົນ​ຢ່າງ​ແທ້​ຈິງ, ບໍ່ສະ​ແຫວ​ງຫາ​ກຳ​ໄລທີ່​ຂູດ​ຮີດ​ແລະ​ຢຽບ​ຍ່ຳ​ກຽດ​ສັກ​ສີ​ຂອງ​ມະນຸດ” (6). ນີ້​ກໍ​ແມ່ນ​ຮູບ​ແບບ​ສັງຄົມ​ນິຍົມ “ທີ່ມຸ່ງ​ສູ່ຄຸນຄ່າ​ທີ່​ກ້າວໜ້າ​ ແລະ ​ມະນຸດ​ອາລະຍະ​ທຳ, ອີງ​ບົນພື້ນຖານຜົນ​ປະ​ໂຫຍດລວມຂອງ​ທົ່ວສັງຄົມ ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງຜູ້​ຄົນ, ມັນແຕກ​ຕ່າງທາງ​ດ້ານ​ຄຸນ​ນະພາ​ບ​ ​ກັບບັນດາສັງຄົມທີ່​ແກ່ງ​ແຍ້ງ​ເພື່ອ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ​ລະຫວ່າງບຸກຄົນແລະກຸ່ມ(7). ພ້ອມ​ກັນ​ກັບ​ການ​ພັດທະນາຂອງ​ກິດຈະກຳ​ການ​ປ່ຽນ​ແປງ​ໃໝ່, ນອກ​ຈາກ​ການ​ກຳນົດບັນດາ​ຄຸນ​ລັກສະນະ​ທີ່​ເປັນ​ທາດ​ແທ້​ແລະ​ແກ່​ນສານ​ຂອງລັ​ດທິ​ສັງຄົມ​ນິຍົ​ມຢ່າງ​ຈະ​ແຈ້ງ​ແລ້ວ, ພັກ​ກອມ​ມູນິດ​ຫວຽດນາມນັບ​ມື້​ນັບ​ມີ​ຄວາມ​ຮັບ​ຮູ້​ທີ່​ຄົບ​ຖ້ວນກວ່າ​​ເກົ່າ​ ກ່ຽວ​ກັບ​ສະ​ໄໝ​ຂ້າມ​ຜ່ານ​ຂຶ້ນສູ່​ສັງຄົມສັງຄົມ​ນິຍົມ, ​ໂດຍ​ສະ​ເພາະ​ແມ່ນ​ແບບ​ວິທີ​ການ​ປະຕິບັດເປົ້າໝາຍສັງຄົມນິຍົມ ໃນ​ແຕ່​ລະ​ຂັ້ນ​ຕອນ​ການ​ພັດ​ທະ​ນາ​ປະ​ເທດ​ຕາມ​ກົດ​​ເກນ​ພາວະ​ວິ​ໄສ.

ບັນດາຄຸນ​ລັກສະນະ​ຂອງ​ຮູບ​ແບບ​ລັດທິ​ສັງຄົມ​ນິຍົມ​ສະ​ທ້ອນ​ເຖິງ​ເປົ້າ​ໝາຍທີ່​ເປັນ​ທາດ​ແທ້​ຂອງລະ​ບອບ​ສັງຄົມ​ນິຍົມທີ່​ລະບຸ​ໄວ້​ໃນ​ໂຄງການ​ການ​ເມືອງ ນັ້ນ​ ໄດ້​ກາຍ​ເປັນຄັນ​ທົງ​ທີ່ເຕົ້າ​ໂຮມ​ກຳລັງ​ແຮງ​ທົ່ວ​ປວງ​ຊົນ​ທັງ​ຊາດ ​ແລະ ຄວາມ​ສາມັກຄີ​ສາກົນ ​ເພື່ອ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ນັ້ນແມ່ນເປົ້າໝາຍທີ່​ປະ​ກອບ​ດ້ວຍອຸດົມຄະຕິ​ວິທະຍາສາດ ​ແລະ ​ແຮງ​ຈູງ​ໃຈ​ສິນ​ທຳ, ​ເພື່ອຊາດ​ທີ່​ຍືນ​ຍົງ ​ປະ​ເທດ​ທີ່​ພັດ​ທະ​ນາ, ໃຫ້ປະ​ຊາ​ຊົນ​​ມີ​ຊີ​ວິດ​ທີ່​ຈະ​ເລີນ​ຮຸ່ງ​ເຮືອງ ​ມີເສລີພາບ ​ແລະ ມີ​ຄວາມ​ສຸກ, ເພື່ອ​ຄວາມ​ກ້າວ​ໜ້າທາງ​ສັງຄົມ​ແລະມະ​ໂນ​ທຳ​, ​ເພື່ອ​ກຽດສັກ​ສີ​ຂອງ​ມະນຸດ, ເພື່ອໂລກທີ່ດີກວ່າ. 

ຍ້ອນ​ມີອຸດົມຄະຕິ​ວິທະຍາສາດ ດັ່ງ​ນັ້ນ​ ເປົ້າ​ໝາຍ​ປາຍທາງ​ໄດ້​ຮັບ​ການ​ພິສູດ​ຢັ້ງຢືນໂດຍຫຼັກຖານວິທະຍາສາດ, ​ແກ້​ໄຂຜ່ານຜ່າ​ທັດສະນະ​ອັດຕະວິ​ໄສ ຄຳພີຕາຍຕົວ​ໃນ​ເມື່ອ​ກ່ອນ; ຍ້ອນ​ມີແຮງ​ຈູງ​ໃຈ​ສິນ​ທຳ ດັ່ງ​ນັ້ນລັດທິ​ສັງຄົມ​ນິຍົມ​ຈຶ່ງ​ມຸ່ງ​ເປົ້າ​ໄປ​ທີ່​ຄຸນຄ່າ​ທີ່​ສູງ​ສົ່ງ​ແລະ​ສວຍ​ງາມ ​ເຊິ່ງ​ແຕກ​ຕ່າງ​ຈາກ​ແຮງ​ຈູງ​ໃຈ​ໃນ​ຜົນ​ປະ​ໂຫຍ​ດ​ຕົວ​ເອງ, ການກະທຳອຽງໄປ​ຕາມ​ກາລະ​ສະ​ໄໝ ​ແລະ​ ການສວຍ​ໂອກາດ. ຄຸນ​ລັກສະນະ​ຂອງ​ລັດທິ​ສັງຄົມ​ນິຍົມທີ່ກ່າວມາຂ້າງເທິງນີ້ ບໍ່ພຽງແຕ່ສະແດງອອກໃນຮູບ​ແບບໂຄງສ້າງອັນ​ສົມບູນ ທີ່​ຕ້ອງມຸ່ງ​ເນັ້ນໄປທີ່ອະນາຄົດເທົ່ານັ້ນ, ແຕ່ຍັງຕ້ອງໄດ້ຮັບການ​ປະຕິບັດ​ໃຫ້​ເປັນຮູບປະທຳ ​ເປັນ​ຮູບ​ຮ່າງ​ຂຶ້ນ​ເທື່ອ​ລະ​ກ້າວ ໃນຂະບວນການປ່ຽນແປງໃໝ່ປະເທດຊາດ, ​​ເຊິ່ງປະຊາຊົນ​ໄດ້​ຮັບຄຳ​ຢືນຢັນຈາກຄຸນ​ນະພາ​ບຊີວິດ​ທີ່​ດີ​ຂຶ້ນ​ໃນ​ແຕ່ລະ​ມື້ ​ໂດຍ​ຄວາມ​ເຂັ້ມ​ແຂງ, ກຳລັງ​ແຮງ​ຊ້ອນ​ແຝງ, ກຽດ​ສັກ​ສີ ​ແລະ ສະຖານະ​ຂອງ​ປະ​ເທດ​ທີ່​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ.

ຄວາມ​ແຊກ​ຊ້ອນ​ທີ່​ສັບສົນ​ ແລະ ​ການ​ຕໍ່ສູ້​ທີ່ລຳ​ບາກຍາວ​ນານ
ລະຫວ່າງອັນ​ເກົ່າ​ກັບ​ອັນ​ໃໝ່, ຄວາມ​ກ້າວໜ້າ​ກັບຄວາມ​ຫຼ້າຫຼັງ​ຖົດຖອຍ​
ໃນ​ສະ​ໄໝ​ຂ້າມ​ຜ່ານ​ຂຶ້ນສູ່​ສັງຄົມ​ນິຍົມ

ກ່ອນ​ການ​ປ່ຽນ​ແປງ​ໃໝ່, ພັກ​ກອມ​ມູນິດ​ຫວຽດນາມຍັງ​ບໍ່​ທັນ​ໄດ້​ຮັບ​ຮູ້​ຢ່າງ​ຄົບ​ຖ້ວນ​ວ່າ ສະ​ໄໝ​ຂ້ານຜ່ານ​ຂຶ້ນ​ສູ່​ສັງຄົມ​ນິຍົມ​ແມ່ນ​ຂະ​ບວນການ​ປະຫວັດສາດ​ທີ່​ຂ້ອນ​ຂ້າງ​ຍາວ​ນານ, ຕ້ອງ​ຜ່ານ​ຫຼາຍ​ຂັ້ນຕອນ ດ້ວຍ​ບັນດາ​ບາດກ້າວ​ລະຫວ່າງ​ກາງ; ດັ່ງ​ນັ້ນ, ພັກ​ຈຶ່ງ​ໄດ້ມີ​ແນ​ວຄິດ​ຮ້ອນຮົນ​ຟ້າວ​ຟັ່ງ, ອັດຕະວິ​ໄສ, ​ເຈດ​ຈຳນົງນິຍົມ, ບັງຄັບຄວາມເປັນຈິງ​ໃຫ້​ສອດຄ່ອງ​ກັບບັນດາຄຸນລັກສະນະຂອງສັງຄົມນິຍົມ​ໃນຮູບ​ແບບ​ຂອງ​ໂຄງ​ສ້າງ​ທີ່​ສົມບູນ​ແຫ່ງ​ອະນາຄົດ.

ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 6 ຂອງ​ພັກ (​ເດືອນ​ທັນວາ 1986), ​ໃນ​ເມື່ອ​ລິ​ເລີ່​ມ​ແນວທາງ​ການ​ປ່ຽນ​ແປງ​ໃໝ່, ພັກ​ໄດ້​​​ເອົາ​ຊະນະ​ແນວ​ຄິດ​ເຜົາ​ຂັ້ນ​ຕອນ​” ທີ່​​ກ່າວ​ມາ​ຂ້າງ​ເທິງດ້ວຍ “ການຈັດ​ແບ່ງຂັ້ນ​ຕອນ”​, “ການກຳນົດບັນດາ​ໄລຍະ​ທາງ​” ສໍາ​ລັບ​ສະ​ໄໝ​ຂ້າມ​ຜ່ານ​ທັງໝົດດ້ວຍ​ການ​ຢືນ​ຢັນ: “ສະ​ໄໝ​ຂ້າມ​ຜ່ານ​ຢູ່​ປະ​ເທດ​ເຮົາ, ຍ້ອນການກ້າວ​ໂດຍ​ກົງ​ໄປ​ສູ່​ສັງຄົມນິຍົມຈາກການຜະລິດຂະໜາດນ້ອຍ ​ໂດຍ​ບໍ່​ຜ່ານ​ຂັ້ນ​ຕອນການ​ພັດທະນາທຶນ​ນິຍົມນັ້ນ ແນ່ນອນວ່າຈະຕ້ອງຍາວນານ ແລະ ຫຍຸ້ງຍາກລຳບາກຫຼາຍ. ນັ້ນ​ແມ່ນ​ສະ​ໄໝ​ແຫ່ງ​ການ​ດັດ​ປ່ຽນ​ປະຕິວັດ​ທີ່​ເລິກ​ເຊິ່ງ ຮອບດ້ານ ​ເຖິງ​ຖອງ ເພື່ອ​ແນ​ໃສ່​ສ້າງ​ລະບອບ​ສັງຄົມ​ໃໝ່​ຕັ້ງ​ແຕ່​ຕົ້ນ ​ທັງດ້ານ​ກຳລັງການ​ຜະລິດ, ການ​ພົວພັນ​ການ​ຜະລິດ ​ແລະ ໂຄງບົນ”(8). ​ໃນ​ນັ້ນ, “​ໄລຍະ​ທາງ​ທຳ​ອິດ” ​ແມ່ນ​ບາດກ້າວ​ຂ້າມ​ຜ່ານ​ນ້ອຍ​ໃນ​ບາດກ້າວ​ຂ້າມ​ຜ່ານ​ທີ່​ໃຫຍ່ ​ເຊິ່ງມີ​ເປົ້າ​ໝາຍ​ໃນ​ການ​ນຳ​ປະ​ເທດຂອງ​ເຮົາອອກ​ຈາກ​ວິ​ກິດການທາງ​ເສດຖະກິດ-ສັງຄົມ, ສ້າງ​ພື້ນຖານ​ອັນ​ໜັກ​ແໜ້ນ​ ເພື່ອ​ຊຸກຍູ້​ການ​ຫັນປະ​ເທດ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ. ​ໂຄງການ​ການ​ເມືອງ​ປີ 1991 ​ໄດ້​ລະບຸ: “ການ​ຂ້າມຜ່ານ​ຂຶ້ນ​ສູ່​ສັງຄົມ​ນິຍົມ​ຢູ່​ປະ​ເທດ​ເຮົາ​ແມ່ນ​ຂະ​ບວນການ​ທີ່​ຍາວ​ນາມ, ຜ່ານຫຼາຍ​ໄລຍະ​ທາງ. ​ເປົ້າ​ໝາຍ​ຂອງ​ໄລຍະ​ທາງທຳ​ອິດ​ນີ້​ແມ່ນ: ຜ່ານ​ການ​ປ່ຽນ​ແປງ​ໃໝ່​ຢ່າງຮອບດ້ານ, ສັງຄົມຈະ​ເຂົ້າ​ສູ່​ສະພາວະ​ໝັ້ນຄົງ, ສ້າງທ່ວງທ່າ​​ການ​ພັດທະນາ​ຢ່າງ​ວ່ອງ​ໄວ​ໃນ​ໄລຍະທາງ​ຕໍ່​ໄປ”.

ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 9 ຂອງ​ພັກ (​ເດືອນ​ເມສາ 2001), ບົນ​ພື້ນຖານ​ການ​ສະຫຼຸບ​ສັງ​ລວມພຶດຕິ​ກຳ​ຕົວ​ຈິງ​ການ​ປ່ຽນ​ແປງ​ໃໝ່​ໃນ 15 ປີ, ​ໄດ້ ກຳນົດທາງ​ປະລິມານ ກ່ຽວ​ກັບ​ສິ່ງ​ທີ່​ຕ້ອງ “ປະ​ຂ້າມ”, ກຳນົດທາງ​ຄຸນຄ່າ ກ່ຽວກັບ​ສິ່ງ​ທີ່​ຕ້ອງ “ສືບ​ທອດ” ຈາກ​ລັດທິ​ທຶນ​ນິຍົມ ​ເພື່ອ​ປະຕິບັດ​ການ​ຂ້າມ​ຜ່ານ​ຂຶ້ນ​ສູ່​ສັງຄົມ​ນິຍົມ: “ທາງ​ຂຶ້ນ​ຂອງ​ປະ​ເທດ​ເຮົາ​ແມ່ນການ​ພັດທະນາ​ແບບ​ຂ້າມ​ຜ່ານ​ຂຶ້ນ​ສູ່​ສັງຄົມ​ນິຍົມ ​ໂດຍ​ບໍ່​ຜ່ານ​ລະບອບ​ທຶນ​ນິຍົມ, ໝາຍ​ຄວາມ​ວ່າ ບໍ່ຜ່ານ​ການຈັດ​ຕັ້ງ​ຕໍາ​ແໜ່ງ​ປົກ​ຄອງ​ ຂອງ​ການ​ພົວ​ພັນ​ການ​ຜະ​ລິດ ​ແລະ ​ໂຄງບົນ​ທຶນ​ນິ​ຍົມ, ແຕ່​​ດູດ​ຊຶມ​ແລະສືບ​ທອດ​ບັນດາ​ຜົນງານ​ທີ່​ມະນຸດຊາດ​ບັນລຸ​ໄດ້​ ພາຍ​ໃຕ້​ລະບອບ​ທຶນ​ນິຍົມ, ​ໂດຍ​ສະພາະຢ່າງ​ຍິ່ງ ຄວາມສຳ​ເລັດ​ທາງ​ດ້ານ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ, ​ເພື່ອ​ພັດທະນາກຳລັງ​ການ​ຜະລິດຢ່າງ​ວ່ອງ​ໄວ​, ສ້າງ​ພື້ນຖານ​ເສດຖະກິດ​ທີ່​ທັນ​ສະ​ໄໝ”(9); ພ້ອມ​ກັນນັ້ນ, ຢືນຢັນ​ວ່າ “ການ​ກໍ່ສ້າງ​ສັງຄົມ​ສັງຄົມ​ນິຍົມໂດຍ​ບໍ່​ຜ່ານ​ລະບອບ​ທຶນ​ນິຍົມ, ​ສ້າງ​ການ​ປ່ຽນ​ແປງ​ທາງ​ດ້ານ​ຄຸນ​ນະພາ​ບຂອງ​ສັງຄົມ​ໃນ​ທຸກ​ຂົງ​ເຂດ ​ແມ່ນ​ພາລະກິດ​ທີ່​ຫຍຸ້ງຍາກ​ແລະ​ສັບສົນ​ທີ່​ສຸດ, ດັ່ງ​ນັ້ນ​ ຕ້ອງ​ຜ່ານສະ​ໄໝ​ຂ້າມ​ຜ່ານ​ທີ່​ຍາວ​ນານ​ ດ້ວຍ​ຫຼາຍ​ໄລຍະ​ທາງ, ຫຼາຍ​ຮູບ​ການຈັດ​ຕັ້ງ​ເສດຖະກິດ​ແລະ​ສັງຄົມ​ ທີ່​ມີລັກສະນະ​ຂ້າມ​ຜ່ານ(10). ຄວາມ​ສະຫຼັບ​ສັບ​ຊ້ອນ, ຄວາມ​ຫຍຸ້ງຍາກ ​ແລະ ​ຄວາມ​ສັບສົນ​ຂອງສະ​ໄໝ​ຂ້າມ​ຜ່ານ​ ໄດ້​ຮັບ​ການ​ຊີ້​ແຈງ​ໂດຍ​ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ ຝູຈ້ອງ​ ວ່າ: “​ໃນ​ສະ​ໄໝ​ຂ້າມ​ຜ່ານ, ບັນດາ​ປັດ​ໄຈ​ສັງຄົມ​ນິຍົມ​ໄດ້​ເປັນ​ຮູບ​ເປັນ​ຮ່າງ, ຈັດ​ຕັ້ງຂຶ້ນ ​ແລະ ພັດທະນາ​ ​ໃນ​ຄວາມ​ແຊກ​ຊ້ອນ​ແລະ​ແກ່ງ​ແຍ້ງກັນ​ ກັບ​ບັນດາ​ປັດ​ໄຈ​ທີ່​ບໍ່​ແມ່ນ​ສັງຄົມນິຍົມ, ລວມທັງ​ບັນດາ​ປັດ​ໄຈ​ທຶນ​ນິຍົມ​ໃນ​ບາງ​ຂົງ​ເຂດ. ຄວາມ​ແຊກ​ຊ້ອນ​ ແລະ ​ແກ່ງ​ແຍ້ງກັນນີ້​ ນັບ​ມື້​ນັບ​ສັບສົນ​ແລະ​ດຸ​ເດືອດ​ໃນ​ເງື່ອນ​ໂຂ​ຂອງ​ກົນ​ໄກ​ຕະຫຼາດ​​ ແລະການ​ເປີດ​ປະຕູປະ​ເທດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ”(11).

ດ້ວຍຜົນສໍາເລັດທາງທິດສະດີໃນປະຈຸບັນ, ການ​ຈັດ​ແບ່ງ​ສະ​ໄໝ​ຂ້າມ​ຜ່ານ​ໄດ້​ຖືກ​ກໍາ​ນົດ​ເປັນ​: “​ໄລຍະ​ທາງທີໜຶ່ງ” ມີໜ້າທີ່ສ້າງສະຖານະ​ທີ່​ໜັກ​ແໜ້ນ​ໝັ້ນ​ຄົງ ​ເພື່ອ​ກະກຽມ​ພື້ນ​ຖານໃຫ້ແກ່ການເລັ່ງລັດການ​ຫັນ​ປະ​ເທດເປັນອຸດສາຫະກຳ ແລະທັນ​ສະ​ໄໝ - “​ໄລຍະ​ທາງ​ທີ່​ສອງ” ຂອງສະ​ໄໝ​ຂ້າມ​ຜ່ານ - ເພື່ອ​ນຳ​ປະ​ເທດ​ເຮົາ​ໃຫ້​ຫຼຸດ​ພົ້ນ​ອອກ​ຈາກ​ສະພາບ​ດ້ອຍ​ພັດທະນາ ​ແລະ ​ໂດຍ​ພື້ນຖານກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​. ແຜນ​ການ​ເບື້ອງ​ຕົ້ນ​ຂອງ​ພັກ​ແມ່ນ​ ​ຈະສຳ​ເລັດໂດຍ​ພື້ນ​ຖານ​ເປົ້າ​ໝາຍຂອງ “ໄລ​ຍະທາງ​ທີ 2” ໃນ​ປີ 2020, ແຕ່​ຍ້ອນ​ເຫດຜົນ​ຫຼາຍ​ປະການ ພວກ​ເຮົາຈຶ່ງ​ຕ້ອງ​ປັບ​ເສັ້ນທາງ. ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 13 ຂອງ​ພັກ​ໄດ້ກຳນົດ​ເປົ້າ​ໝາຍຮອດ​ປີ 2025 ຫວຽດນາມ​ເປັນ​ປະ​ເທດກຳລັງ​ພັດທະນາທີ່​ມີ​ອຸດສາຫະກຳຕາມ​ທິດ​ທັນ​ສະ​ໄໝ, ມີ​ລາຍ​ໄດ້ຕໍ່ຫົວຄົນຫຼາຍ​ກວ່າລະດັບ​ລາຍ​ໄດ້ປານກາງຕໍ່າ; ຮອດ​ປີ 2030 ​ເປັນ​ປະ​ເທດກຳລັງ​ພັດທະນາ ທີ່ມີອຸດສາຫະກຳພັດທະນາ, ມີ​ລາຍ​ໄດ້​ຕໍ່​ຫົວຄົນປານກາງສູງ; ຮອດ​ປີ 2045 ກາຍ​ເປັນ​ປະ​ເທດ​ທີ່​ພັດທະນາ​ແລ້ວ, ມີ​ລາຍ​ໄດ້​ສູງ, ​​ເຊິ່ງເປັນ​ການ​ສະ​ແດງ​ອອກ​ເຖິງ​ການປັບ​ແຜນງານ​ແຫ່ງການ​ເລັ່ງລັດ​ການ​ຫັນ​ເປັນ​ອຸດສາຫະກຳ ແລະ ທັນ​ສະ​ໄໝ, ​ແລະກຳນົດ​ເນື້ອ​ໃນ​ສຳລັບ​ເສັ້ນ​ທາງ “ຫຼັງ​ອຸດສາຫະກຳ” ​ແມ່ນ​ການ​ສູ້​ຊົນ​ເພື່ອ​ເປັນ​ປະ​ເທດ​ທີ່ພັດທະນາ​ແລ້ວ.  

ໂຄງການ​ການ​ເມືອງ​ປີ 2011 ຂອງ​ພັກກຳນົດ: “ການກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມ​ແມ່ນ​ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ​ຂອງ​ປະ​ຊາ​ຊົນ​ພວກ​ເຮົາ, ເປັນ​ການ​ເລືອກ​ທີ່​ຖືກ​ຕ້ອງ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ປະ​ທານ​ໂຮ່​ຈີມິນ, ສອດ​ຄ່ອງ​ກັບ​ທ່າ​ອ່ຽງ​ການພັດ​ທະ​ນາ​ຂອງ​ປະ​ຫວັດ​ສາດ... ນີ້​ແທ່ນ​ຂະ​ບວນການ​ປະຕິວັດ​ທີ່​ເລິດ​ເຊິ່ງ ​ເຖິງ​ຖອງ, ​ແມ່ນ​ການ​ຕໍ່ສູ້​ທີ່​ສັບສົນ ລະຫວ່າງ​ສິ່ງ​ເກົ່າ​ກັບ​ສິ່ງ​ໃໝ່ ​ເພື່ອສ້າງ​ການ​ປ່ຽນ​ແປງ​ທາງ​ດ້ານ​ຄຸນ​ນະພາ​ບ ​ໃນ​ທຸກຂົງ​ເຂດ​ຂອງ​ຊີວິດ​ສັງຄົມ ​ໂດຍຈຳ​ເປັນ​ຕ້ອງ​ຜ່ານ​ສະ​ໄໝ​ຂ້າມ​ຜ່ານ​ທີ່​ຍາວ​ນນານ ດ້ວຍ​ຫຼາຍ​ຂັ້ນ​ຕອນ​ການ​ພັດທະນາ, ຫຼາຍ​ຮູບ​ແບບ​ການຈັດ​ຕັ້ງ​ເສດຖະກິດ​ແລະ​ສັງຄົມ ​ທີ່​ປະສົມ​ປະສານ​ກັນ”(12).

ດັ່ງນັ້ນ, ຄວາມ​ຮັບ​ຮູ້​ດ້ານ​ທິດ​ສະ​ດີ​ກ່ຽວ​ກັບ​ສະ​ໄໝຂ້າມ​ຜ່ານ​ໄປສູ່​ສັງ​ຄົມ​ນິ​ຍົມ​ໃນ​ຫວຽດ​ນາມ ໄດ້​ຮັບ​ການ​ເພີ່​ມ​ເຕີມ, ​ພັດ​ທະ​ນາ​ເທື່ອ​ລະ​ກ້າວ ​ແລະ ນັບ​ມື້​ນັບ​ສົມບູນ​. ນັ້ນ​ແມ່ນ​ພື້ນຖານ​ເພື່ອ​ໃຫ້ພັກ​ກອມ​ມູນິດ​ຫວຽດນາມສືບ​ຕໍ່​ຢືນຢັນວ່າ ການປະຕິບັດ​ການ​ຂ້າມ​ຜ່ານ​ໄປ​ສູ່​ສັງຄົມ​ນິຍົ​ມ​ໂດຍ​ບໍ່​ຜ່ານ​ລະບອບ​ທຶນ​ນິຍົມນັ້ນ​ ແມ່ນ​ພາລະກິດ​ປະຕິວັດ​ທີ່ຍາວ​ນານ, ຫຍຸ້ງຍາກ​ແລະ​ສັບສົນ; ສະນັ້ນ, ຕ້ອງມີຄວາມອົດທົນໜຽວ​ແໜ້ນ, ບໍ່ອັດຕະວິ​ໄສ​ໃນ​ຕົວ, ບໍ່ຮີບຮ້ອນ; ຕ້ອງ​ເລີ່​ມຈາກ​ພຶດຕິ​ກຳ​ຕົວ​ຈິງ​ຂອງ​ປະ​ເທດ ​ແລະ ​ເຄົາລົບ​ກົດ​ເກນ​ພາວະ​ວິ​ໄສ, ຫຼີກເວັ້ນຄຳພີຕາ​ຍຕົວ, ​ເຮັດ​ຕາມ​ແບບ​ເບົ້າ ກົນ​ຈັກ​ແຂງ​ກະດ້າງ.

ທິດ​ທາງ​ກໍ່ສ້າງ​ສັງຄົມ​ນິຍົມ​ໃນ​ຫວຽດນາມ

ທິດ​ທາງ​ກໍ່ສ້າງ​ສັງຄົມ​ນິຍົມ​ໃນ​ຫວຽດນາມ​ແມ່ນ​ເນື້ອ​ໃນ​ທີ່ສຳຄັນ ​ເຊິ່ງຍາມ​ໃດ​ພັກ​ກໍ່​ໄດ້​​ຄົ້ນຄວ້າຮັບ​ຮູ້​ ແລະ​ເພີ່ມ​ເຕີມ​ໃຫ້​ເໝາະ​ສົມ​ກັບ​ແຕ່ລະ​ໄລຍະ. ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 6 ຂອງ​ພັກ (ປີ 1986) ​ໄດ້​ລະບຸ​ວ່າ ແນວຄິດ​ຊີ້​ນຳ​ແຜນການ ​ແລະ ບັນດາ​ນະ​ໂຍບາຍ​ເສດຖະກິດ ແມ່ນ​ປົດ​ປ່ອຍ​ທຸກ​ກຳ​ລັງ​ການ​ຜະ​ລິດ​ທີ່​ມີ​ຢູ່, ຂຸດ​ຄົ້ນ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ແລະທ່າ​ແຮງ​ຂອງ​ປະ​ເທດ, ນຳ​ໃຊ້​ການ​ຊ່ວຍ​ເຫຼືອ​ຈາກ​ສາກົນ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ພັດທະນາ​ກຳລັງ​ການ​ຜະລິດ​ຢ່າງ​ແຂງ​ແຮງ ​ພ້ອມ​ກັບ​ການ​ກໍ່ສ້າງ​ແລະປັບປຸງການ​ພົວພັນ​ການ​ຜະລິດ​ສັງຄົມ​ນິຍົມ. ​ເພື່ອ​ປະຕິບັດ​ເປົ້າ​ໝາຍ​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ​ຕາມ​ເສັ້ນທາງ​ສັງຄົມ​ນິຍົມ, ສິ່ງສຳຄັນ​ທີ່​ສຸດ​ແມ່ນ ຕ້ອງ​ປ່ຽນ​ແປງ​ສະຖານະ​ການ​ເສດຖະກິດ - ສັງຄົມ​ທີ່​ດ້ອຍ​ພັດທະນາ​ຢ່າງ​ເປັນ​ພື້ນຖານ, ຜ່ານ​ຜ່າ​ທຸກ​ສິ່ງ​ກີດຂວາງ​ໃນ​ການ​ກໍ່ສ້າງ​ສັງຄົມ​ນິຍົມ.

ໂຄງການ​ການ​ເມືອງ​ປີ 2011 ຂອງ​ພັກກຳນົດທິດ​ທາງ​ພື້ນຖານ​ແມ່ນ: 1- ກໍ່ສ້າງ​ລັດ​ສັງຄົມ​ນິຍົມ, ລັດ​ຂອງ​ປະຊາຊົນ, ​ໄດ​ຍປະຊາຊົນ, ​ເພື່ອ​ປະຊາຊົນ; ປະຕິບັດ​ສິດ​ປະຊາທິປະ​ໄຕຂອງປະຊາຊົນຢ່າງຄົບຖ້ວນ; 2- ພັດທະນາ​ກຳລັງ​ການ​ຜະລິດ, ຫັນ​ປະ​ເທດ​ເປັນ​ອຸດສາຫະກຳ​ຕາມ​ທິດທັນ​ສະ​ໄໝ; ຍົກ​ສູງສະມັດ​ຕະພາບ​ຂອງ​ງານ​ຢ່າງ​ບໍ່ຢຸດ​ຢັ້ງ ​ແລະ ປັບປຸງ​ຊີວິດ​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ; ຄ່ອຍໆ​ສ້າງ​ການ​ພົວ​ພັນ​ການ​ຜະ​ລິດ​ສັງ​ຄົມ​ນິ​ຍົມ​ຈາກ​ຕ່ຳເຖິງ​ສູງ ດ້ວຍບັນດາ​ຮູບ​ແບບ​ກຳມະສິດທີ່​ຫຼາກ​ຫຼາຍ; 3- ພັດ​ທະນາ​ເສດຖະກິດ​ສິນຄ້າ​ຫຼາຍ​ພາກສ່ວນຕາມ​ທິດ​ສັງຄົມ​ນິຍົມ; 4- ດຳ​ເນີນການ​ປະຕິວັດ​ສົງ​ຄົມ​ນິຍົມ​ໃນ​ຂົງ​ເຂດ​ແນວ​ຄິດ​ແລະ​ວັດທະນະທຳ; 5- ປະຕິບັດ​ນະ​ໂຍບາຍ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ, ປັບປຸງ​ແລະ​ເປີດ​ກວ້າງ​ແນວ​ໂຮມ​ເອກະ​ພາບ​ແຫ່ງ​ຊາດ, ເຕົ້າ​ໂຮມທຸກກອງ​ກຳລັງທີ່​ສູ້​ຊົນ​ເພື່ອ​ປະ​ຊາ​ຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ. ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ເພື່ອ​ສັນຕິພາບ, ການ​ຮ່ວມ​ມື ​ແລະ ມິດຕະພາບ​ກັບ​ທຸກ​ປະ​ເທດ; 6- ການກໍ່ສ້າງ​ສັງຄົມ​ນິຍົມ ​ແລະ ການປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ແມ່ນ​ສອງ​ໜ້າ​ທີ່​ຍຸດ​ທະ​ສາດ​ຂອງ​ການ​ປະຕິວັດ​ຫວຽດນາມ; ຍົກ​ສູງ​ສະຕິ​ລະວັງ​ຕົວ, ​ເພີ່ມ​ທະວີ​ການ​ປ້ອງ​ກັນ​ປະ​ເທດ, ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ, ປ້ອງ​ກັນ​ປະ​ເທດ​ຊາດ ​ແລະ ປົກ​ປ້ອງບັນດາ​ຜົນງານຂອງ​ການ​ປະຕິວັດ; 7- ກໍ່ສ້າງ​ພັກ​ໃຫ້​ສະອາດ​ປອດ​​ໃສ, ໝັ້ນຄົງ​ເຂັ້ມ​ແຂງ​ທາງ​ດ້ານ​ການ​ເມືອງ, ​ແນວ​ຄິດ​ແລະ​ການຈັດ​ຕັ້ງ ທຽບ​ເທົ່າ​ກັບ​ລະດັບ​ໜ້າ​ທີ່, ຮັບປະກັນ​ໃຫ້​ພັກ​ເຮັດ​ຫຼ້ອນ​ໜ້າ​ທີ່​​ໃນ​ການນຳພາ​ການ​ປະຕິວັດສັງຄົມ​ນິຍົມ​ຢູ່​ປະ​ເທດ​ເຮົາ.

ສະຫຼຸບ​ສັງ​ລວມ 20 ປີ​ແຫ່ງ​ການ​ປະຕິບັດໂຄງການ​ການ​ເມືອງ​ປີ 1991, ໂຄງການ​ການ​ເມືອງ​ປີ 2011 ​ໄດ້​ເພີ່ມ​ເຕີມ​ແລະ​ພັດທະນາ​ທິດ​ທາງ​ທີ່​ສຳຄັນ 8 ທິດ​ທາງ​ຄື: 1- ຍູ້​ແຮງ​ການ​ຫັນ​ປະ​ເທດ​ເປັນ​ອຸດສາຫະກຳ​ແລະ​ທັນ​ສະ​ໄໝ ​ໂດຍ​ຕິດ​ກັບ​ການ​ພັດທະນາ​ເສດຖະກິດ​ພູມ​ປັນຍາ, ປົກ​ປ້ອງ​ຊັບພະຍາກອນ​ທຳ​ມະ​ຊາດ​ ແລະ​ສິ່ງ​ແວດ​ລ້ອມ; 2- ພັດທະນາ​ເສດຖະກິດ​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ; 3- ກໍ່ສ້າງພື້ນຖານ​ວັດທະນະທຳທີ່​ກ້າວໜ້າ​ແລະ​ເຕັມ​ໄປ​ດ້ວຍ​ເອກະລັກ​ປະຈຳ​ຊາດ; ກໍ່ສ້າງ​ຜູ້​ຄົນ​, ຍົກ​ສູງ​ຊີວິດ​ການ​ເປັຍ​ຢູ່​ຂອງ​ປະຊາຊົນ, ປະຕິບັດ​ຄວາມ​ກ້າວໜ້າ​ແລະຄວາມ​ຍຸຕິ​ທຳ​ທາງ​ສັງຄົມ; 4- ຮັບປະກັນ​ປັບປຸງ​ການ​ປ້ອງ​ກັນຊາ​ດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ, ຄວາ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ຢ່າງ​ໝັ້ນ​ຄົນ; 5- ປະຕິບັດ​ແນວທາງ​ການ​ຕ່າງປະ​ເທດທີ່​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ສັນຕິພາບ, ມິດຕະພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ, ​ເຂົ້າ​ຮ່ວມ​ການ​ເຊື່ອມ​ໂຍງ​ສາກົນ​ຢ່າງ​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າ; 6- ສ້າງ​ປະຊາທິປະ​ໄຕ​ສັງຄົມ​ນິຍົມ, ປະຕິບັດ​ມະຫາ​ສາມັກຄີ​ທົ່ວ​ທັງ​ຊາດ, ​ເພີ່ມ​ທະວີ​ແລະ​ເປີດ​ກວ້າງ​ແນວ​ໂຮມ​ເອກະ​ພາບ​ແຫ່ງ​ຊາດ; 7- ກໍ່ສ້າງ​ລັດ​​ແຫ່ງອຳນາດ​ກົດໝາຍສັງຄົມ​ນິຍົມ​ຂອງ​ປະຊາຊົນ, ​ໂດຍປະຊາຊົນ, ​ເພື່ອ​ປະຊາຊົນ; 8- ກໍ່ສ້າງ​ພັກ​ໃຫ້​ສະອາດ​ປອດ​​ໃສ​, ໝັ້ນຄົງ​ເຂັ້ມ​ແຂງ.

​ໃນ​ບັນດາ​ທິດ​ທາງ​ການ​ກໍ່ສ້າງ​ສັງຄົມ​ນິຍົມ​ຢູ່​ຫວຽດນາມ, ຄວາມ​ຄິດ​ສ້າງສັນທາ​ງ​ທິດ​ສະ​ດີທີ່​ສຳຄັນ​ຂອງພັກ​ກອມ​ມູນິດ​ຫວຽດນາມ ສະ​ແດງ​ອອກ​ໃນ​ການ​ກຳນົດ 3 ​ເສົາ​ຄ້ຳຄື: ປະຊາທິປະ​ໄຕ​ສັງຄົມ​ນິຍົມ​ແມ່ນ​ທາດ​ແທ້ຂ​ອງ​ລະບອບການ​ປົກຄອງ​ຂອງ​ພວກ​ເຮົາ, ທັງ​ເປັນ​ເປົ້າ​ໝາຍ ​ແລະ ​ເປັນ​ກຳລັງ​ຊຸກຍູ້​ການ​ພັດທະນາ​ຂອງ​ປະ​ເທດ; ​ເສ​ຖະກິດ​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ​ແມ່ນ​ເຄື່ອງມື ​ແລະ​ວິທີ​ການ​ປົດ​ປ່ອຍກຳລັງ​ການ​ຜະລິດ, ພັດທະນາ​ເສດຖະກິດ, ກໍ່ສ້າງ​ພື້ນຖານ​ວັດຖຸ​ແລະ​ເຕັກນິກ​ ສຳລັບ​ລັດທິ​ສັງຄົມ​ນິຍົມ​ຢູ່​ຫວຽດນາມ; ລັດ​ແຫ່ງອຳນາດ​ກົດໝາຍ​ສັງຄົມ​ນິຍົມ​ແມ່ນ​ຮູບ​ການ​ດີ​ມີ່​ສຸດ​ ທີ່​ຮັບປະກັນ​ໃຫ້ອຳນາດ​ລັດ​ແມ່ນ​ຂອງ​ປະຊາຊົນ ​ແລະ ປະຕິບັດ, ປົກ​ປ້ອງ​ສິດ​ປະຊາທິປະ​ໄຕ​ຂອງ​ປະຊາຊົນ.

ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ​​ໄດ້​ເລີ່ມຕົ້ນແຕ່​ເມື່ອ​ປະ​ເທດເຂົ້າ​ສູ່​ການ​ປ່ຽນ​ແປງ​ໃໝ່ ​ແລະ ສືບ​ຕໍ່​ໄດ້​ຮັບ​ການ​ເພີ່​ມ​ເຕີມ​ຜ່ານ​ບັນດາກອງ​ປະຊຸມ​ໃຫຍ່​ຂອງ​ພັກ. ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 13 ຂອງ​ພັກຮຽກຮ້ອງ​ໃຫ້​ມີ​ຄວາມ​ເປັນ​ເອກະ​ພາບ​ ແລະ ຍົກ​ສູງ​ຄວາມ​ຮັບ​ຮູ້ ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ ​ໂດຍ​​ເນັ້ນ​ວ່າ “​ເປັນ​ເສ​ຖະກິດ​ຕະຫຼາດ​ທີ່​ທັນ​ສະ​ໄໝ, ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ, ດຳ​ເນີນ​ການ​ຢ່າງ​ເຕັມທີ​ແລະ​ຄົບ​ຊຸດ ຕາມ​ກົດ​ເກນ​ຂອງ​ເສດຖະກິດ​ຕະຫຼາດ, ມີ​ການ​ຄຸ້ມ​ຄອງ​ຂອງ​ລັດ​ແຫ່ງອຳນາດ​ກົດໝາຍ​ສັງຄົມ​ນິບົມ, ນຳພາ​ໂດຍພັກ​ກອມ​ມູນິດ​ຫວຽດນາມ; ຮັບປະກັນ​ທິດ​ທາງ​ສັງຄົມ​ນິຍົມ​ເພື່ອ​ເປົ້າ​ໝາຍ “ປະຊາຊົນ​ຮັ່ງມີ, ປະທດຊາ​ເຂັ້ມ​ແຂງ, ມີ​ປະຊາທິປະ​ໄຕ, ຍຸຕິ​ທຳ ​ແລະ ​ອາລະຍະທຳ​” ສອດຄ່ອງ​ກັບ​ແຕ່ລະ​ໄລຍະ​ການ​ພັດທະນາ​ຂອງ​ປະ​ເທດ”. ຕາມ​ນັ້ນ, ການ​ປັບປຸງ​ລະບຽບລະບອບ​ເສດຖະກິດ​ຕະຫຼາດ​ໃຫ້​ສົມບູນ ​​ເປັນໜຶ່ງ​ໃນ​ສາມ​ການ​ບຸກທະລຸ​ຍຸດ​ທະ​ສາດ, ທີ່​ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ກຳນົດ​ແຕ່ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 11. ຈຸດໃໝ່ໃນຄັ້ງນີ້​ແມ່ນ​ ເນື້ອ​ໃນ​ຖືກກຳນົດ​ໃຫ້ກວ້າງແລະລະອຽດ​ສະ​ເພາະກວ່າ, ນັ້ນແມ່ນ “ປັບປຸງ​ລະບຽບ​ລະບອບ​ການ​ພັດທະນາ​ໃຫ້​ສົມບູນຄົບ​ຊຸດ, ກ່ອນອື່ນໝົດແມ່ນ ລະບຽບ​ລະບອບ​ການ​ພັດທະນາ​ເສດຖະກິດ​ຕະຫຼາດຕາມ​ທິດສັງຄົມນິຍົມ”(13).

ສະຫາຍ​ເລຂາທິການ​​ໃຫຍ່ ຫງວຽນ ຝູຈ້ອງ ​ໄດ້​ເນັ້ນ​ວ່າ: “ການນຳສະ​ເໜີ​ແນວ​ຄວາມ​ຄິດ​ກ່ຽວ​ກັບການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ​ເປັນ ການບຸກທະລຸ​ທາງດ້ານທິດສະດີທີ່​ເປັນ​ພື້ນຖານ​ ແລະ ປະດິດ​ສ້າງ​ຂອງພັກເຮົາ, ເປັນຜົນສຳເລັດທາງດ້ານທິດສະດີທີ່ສຳຄັນ”(14) ຂອງ​ພັກ. ຈຸດປະສົງ​ຂອງ​ພື້ນຖານ​ເສດຖະກິດ​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ​ແມ່ນ ພັດທະນາ​ເສດຖະກິດ, ສ້າງພື້ນຖານ​ວັດຖຸ​ແລະ​ເຕັກນິກ ​ໃຫ້​ແກ່​ລັດທິ​ສັງຄົມ​ນິຍົມ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ​ເສດຖະກິດ​ຕະຫຼາດຕາມ​ທິດ​ສັງຄົມ​ນິຍົມມີ​ການ​ຄຸ້ມ​ຄອງ​ຂອງ​ລັດ​ແຫ່ງອຳນາດ​ກົດໝາຍສັງຄົມ​ນິຍົມ, ນຳພາ​ໂດຍ​ພັກ​ກອມ​ມູນິດ​ຫວຽດນາມ, ​ເພື່ອ​ເປົ້າ​ໝາຍ “ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ມີ​ປະຊາທິປະ​ໄຕ, ຍຸຕິ​ທຳ ​ແລະ ​ອາລະຍະທຳ”. ນີ້​ແມ່ນ​ຮູບ​ແບບ​ເສດຖະກິດ​ໂດຍ​ລວມຂອງ​ເສດຖະກິດ​ຫວຽດນາມ​ໃນ​ສະ​ໄໝ​ຂ້າມ​ຜ່ານ​ໄປ​ສູ່​ສັງຄົມ​ນິຍົມ. ຮູບ​ແບບ​ເສດຖະກິດ​ນີ້ຮັບປະກັນ​ຄວາມ​ເປັນ​ເອກະ​ພາບ ລະຫວ່າງ​ນະ​ໂຍບາຍ​ເສດຖະກິດ ​ແລະ​ນະ​ໂຍບາຍ​ສັງຄົມ, ການ​ເຕີບ​ໂຕ​ທາງ​ເສດຖະກິດ​ ໄປ​ຄຽງ​ຄູ່​ກັບການ​ປະຕິບັດ​ຄວາມ​ກ້າວໜ້າ ​ແລະ​ຄວາມ​ສະ​ເໝີ​ພາບ​ທາງ​ສັງຄົມ ​ໃນ​ແຕ່​ລະບາດກ້າວ, ​ແຕ່ລະນະ​ໂຍບາຍ ​ແລະ​ໃນ​ຕະຫຼອດຂະ​ບວນການ​ພັດທະນາ. ພຶດຕິ​ກຳ​ຕົວ​ຈິງ​​ແຫ່ງ​ການ​ພັດທະນາຮູບ​ແບບ​ເສດຖະກິດ​ນີ້​ໄດ້ “​​ນຳ​ເອົາ​ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫຼວງ​ແລະ​ດີ​ທີ່​ສຸດ​ມາໃຫ້​ປະ​ເທດ​ຊາດ​ໃນ 35 ປີຜ່ານມາ”(15).

ການ​ສະຫຼຸບສັງ​ລວມ​ການ​ກໍ່​ສ້າງ​ລັດ​ປະ​ຕິ​ວັດ​ຫວຽດ​ນາມ, ສາມາດ​ໃຫ້​ເຫັນ​ວ່າ, ​ໃນ​ຂະ​ບວນການ​ປ່ຽນ​ແປງ​ໃໝ່, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ສືບ​ທອດ​ບັນດາ​ຄຸນຄ່າ​ທົ່ວ​ໄປ​ຂອງ​ລັດ​ແຫ່ງອຳກົດ​ໝາຍ​ໃນ​ປະຫວັດສາດ​ມະນຸດ, ພ້ອມ​ກັນ​ນັ້ນ​ກໍ່​ສ້າງ​ບັນດາ​ຄຸນຄ່າ​ທີ່​ເປັນ​ເອກະລັກ​ຂອງ​ຫວຽດນາມ. ການ​ກໍ່ສ້າງ​ແລະປັບປຸງ​ບູລະນະລັດ​ແຫ່ງອຳກົດ​ໝາຍສັງຄົມ​ນິຍົມ​ຫວຽດນາມ​ໄດ້​ຮັບ​ການ​ກຳນົດ​ຈາກ​ພັກ​ວ່າ ​ເປັນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່ສຳຄັນ​ພິ​ເສດ ​ເພື່ອ​ໃຫ້​ບັນລຸເປົ້າ​ໝາຍການ​ພັດທະນາ​ເສດຖະກິດ​ແລະ​ສັງຄົມ​​ ໃນ​ຂະ​ບວນການ​ກ້າວ​ຂຶ້ນ​ສູ່​ສັງຄົມ​ນິຍົມ​ຢູ່​ຫວຽດນາມ.

ໂຄງການ​ການ​ເມືອງ​ປີ 2011 ຢືນຢັນ: “ລັດ​ຂອງ​ພວກ​ເຮົາ​ແມ່ນ ລັດແຫ່ງອຳນາດ​ກົດໝາຍສັງຄົມນິຍົມ ຂອງປະຊາຊົນ, ​ໂດຍ​ປະຊາຊົນ, ​ເພື່ອ​ປະຊາຊົນ. ອຳນາດ​ລັດທັງ​ໝົດ​ແມ່ນ​ຂອງ​ປະຊາຊົນ ​ເຊິ່ງມີຮາກ​ຖານ​ແມ່ນ​ພັນທະ​ພາບລະຫວ່າງຊົນ​ຊັ້ນ​ກຳມະກອນ ​ກັບ ​ຊົນ​ຊັ້ນ​ຊາວນາ ​ແລະ ຖັນ​ແຖວ​ປັນຍາ​ຊົນ, ນຳ​ໂດຍພັກ​ກອມ​ມູນິດ​ຫວຽດນາມ. ອຳນາດ​ລັດ​ເປັນ​ເອກະ​ພາບ, ມີ​ການ​ແບ່ງ​ງານ, ປະສານ​ງານ​ ແລະ ການ​ຄວບ​ຄຸມ​ລະຫວ່າງ​ບັນດາອົງການ​ ໃນ​ການ​ປະຕິບັດອຳນາດນິຕະບັນຍັດ, ອຳນາດບໍລິຫານ,​ອຳນາດຕຸລາກ​ານ”(16)

ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 13 ຂອງ​ພັກກຳນົດຢ່າງ​ຈະ​ແຈ້ງ​ກວ່າ ກ່ຽວກັບ​ບົດບາດ, ຕຳ​ແໜ່​ງ, ພາລະ, ໜ້າ​ທີ່ ​ແລະ ສິດ​ຂອບ​ເຂດ ​ຂອງ​ອົງການ​ລັດ​​ໃນ​ການປະຕິບັດອຳນາດ​ນິຕິບັນຍັດ, ອຳນາດບໍລິຫານ,​ ອຳນາດຕຸລາກ​ານ ບົນ​ພື້ນຖານບັນດາຫຼັກການອຳນາດ​ກົດໝາຍ, ຮັບປະກັນ​ໃຫ້ອຳນາດລັດ​ເປັນ​ເອກະ​ພາບ, ມີ​ການ​ແບ່ງ​ງານ​ຢ່າງ​ຈະ​ແຈ້ງ, ການ​ປະສານ​ງານ​ຢ່າງ​ແໜ້ນ​ແຟ້ນ ​ແລະ ​ເພີ່ມ​ທະວີ​ການ​ຄວບ​ຄຸມອຳນາດລັດ. ການດຳ​ເນີນ​ການ​ຂອງ​ລັດ​ແຫ່ງອຳນາດ​ກົດໝາຍ​ສັງຄົມ​ນິຍົມ​ຫວຽດນາມຕ້ອງ​ເຄົບ​ລົບ​ປະຕິບັດ​ຕາມ “ຫຼັກການອຳນາດ​ກົດ​ໝາຍ” ຢ່າງ​ເຂັ້ມ​ງວດ, ​ແກ້​ໄຂສາຍ​ພົວພັນ​ລະຫວ່າງ “ລັດ, ຕະຫຼາດ ​ແລະ ສັງຄົມ” ​ໃຫ້​ໄດ້ເປັນ​ຢ່າງ​ດີ, ຈາກ​ນັ້ນ ລັດກຳນົດ, ນຳພາ ​ແລະ ສ້າງ​ສະພາບ​ແວດ​ລ້ອມ​ທາງ​ດ້ານ​ການ​ເມືອງ, ກົດໝາຍ​ແລະສັງຄົມ​ ​ເພື່ອໃຫ້​ບັນດານັກ​ເຄື່ອນ​ໄຫວ​ທາງ​ເສດຖະກິດ​ແລະສັງຄົມ ດຳ​ເນີນການ​ໄດ້​ຢ່າງ​ສະດວກ, ​ແຂ່ງຂັນ​ກັນ​ຢ່າງ​ສະ​ເໝີ​ພາບ ​ແລະ ​ເພີ່ມ​ທະວີ​​ຄວາມ​ສາມາດ, ຄວາມຄິດ​ສ້າງສັນ, ​ແຫຼ່ງກຳລັງ​ ແລະ​ຂໍ້​ດີ​ຂອງ​ຕົນ.

ເພື່ອປະຕິບັດ​ທິດ​ທາງ​ນີ້, ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 13 ຂອງ​ພັກກຳນົດ​ແຈ້ງ​ເປົ້າ​ໝາຍ “ສ້າງ​ລັດ​ແຫ່ງອຳນາດ​ກົດໝາຍທີ່ສ້າງ​ການ​ພັດ​ທະ​ນາ, ຊື່ສັດທ່ຽງ​ທຳ, ການ​ກະ​ທຳ”, “ຖື​ເອົາ​ສິດ​ແລະ​ຜົນ​ປະ​ໂຫຍ​ດທີ່​ຖືກ​ກົດໝາຍ ຊອບ​ທຳ​ຂອງ​ປະຊາຊົນ, ຂອງ​ວິ​ສາ​ຫະກິດ​ເປັນ​ຈຸດ​ໜັກ​ໃຈ​ກາງ​ໃນ​ການ​ຊຸກຍູ້​ການປ່ຽນ​ແປງ​ໃໝ່​ປະດິດ​ສ້າງ, ຮັບປະກັນ​ຄວາມ​ຕ້ອງການ​ພັດທະນາ​ຢ່າງ​ໄວ​ແລະ​ຍືນ​ຍົງ”(17). ກໍ່ສ້າງ​ລະບົບ​ກົດໝາຍ​ທີ່ສົມບູນ, ທັນ​ການ, ຄົບ​ຊຸດ, ​ເປັນ​ເອກະ​ພາບ, ​ເປັນ​ໄປ​ໄດ້, ​ເປີດ​ເຜີຍ, ​ໂປ່ງ​ໃສ ​ແລະ ໝັ້ນຄົງ.

ພຶດຕິ​ກຳ​ຕົວ​ຈິງ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ຂອງ​ຫວຽດນາມ ໄດ້​ພິ​ສູດ​ໃຫ້​ເຫັນ​ວ່າ ລັດ​ແຫ່ງອຳນາດ​ກົດ​ໝາຍ​ສັງ​ຄົມ​ນິ​ຍົມ​ແມ່ນ​ຮູບ​ແບບ​ທີ່​ດີ​ທີ່​ສຸດ​ ໃນ​ການປະຕິບັດ​ອຳ​ນາດ​ຂອງປະ​ຊາ​ຊົນ, “​ແມ່ນ​ເຄື່ອງມື​ໃນ​ການສະ​ແດງ​ອອກ​ແລະ​ປະຕິ​ບັດສິດ​ເປັນ​ເຈົ້າ​ຂອງ​ຂອງ​ປະຊາຊົນ, ຮັບປະກັນ​ແລະ​ປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ສ່ວນ​ໃຫຍ່​. ຜ່ານ​ການ​ບັງຄັບ​ໃຊ້​ກົດໝາຍ, ລັດ​ຮັບປະກັນ​ເງື່ອນ​ໄຂ​ໃຫ້​ປະຊາຊົນ​ເປັນອັດຕະພາບ​ຂອງອຳນາດ​ການ​ເມືອງ, ປະຕິບັດ​ຜະ​ເດັດ​ການຕໍ່​ການ​ກະທຳ​ທັງ​ໝົດທີ່ລະ​ເມີດ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ ​ແລະ ປະຊາຊົນ”(18), ຄື​ທີ່​ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ ຝູຈ້ອງ​ໄດ້​ຢືນຢັນ.

ບັນດາ​ທິດ​ທາງ​ເຫຼົ່ານີ້​ແມ່ນ​ຜົນ​ຂອງ​ການ​ສະຫຼຸບ​ສັງ​ລວມພຶດຕິ​ກຳ ​ແລະ ​ການ​ຄົ້ນ​ຄວ້າ​ທິດ​ສະ​ດີ, ​ໂດຍອ້າງ​ອີງຈາກ​ປະ​ສົບ​ການ​ສາ​ກົນ​, ຢືນຢັນ​ວ່າ ພັກ​ກອມ​ມູນິດ​ຫວຽດນາມ​ໄດ້ຊີ້ແຈງໃຫ້ກະຈ່າງແຈ້ງຫຼາຍຂຶ້ນ ກ່ຽວ​ກັບ​ການ​ຂ້າມ​ຜ່ານ “ທາງ​ອ້ອມ” ຈາກ​ທຶນ​ນິຍົມ​ໄປ​ສູ່​ສັງຄົມ​ນິຍົມ ​ສອດ​ຄ່ອງ​ກັບ​ລະດັບ​ແລະ​ເງື່ອນ​ໄຂ​ຂອງ​ຫວຽດນາມ ​ແລະ ​ເໝາະ​ສົມ​ກັບ​ທ່າອ່ຽງ​ໃໝ່​ຂອງ​ໂລກ. 

ບັນດາ​ການ​ພົວ​ພັນ​ທີ່​ສຳຄັນ​ໃນ​ຂະ​ບວນ​ການ​ປະຕິບັດ
​ການ​ຂ້າມ​ຜ່ານ​ຂຶ້ນ​ສູ່​ສັງ​ຄົມ​ນິ​ຍົມ​ໃນ​ຫວຽດ​ນາມ

​ໃນ​ຂະ​ບວນການ​ກໍ່ສ້າງ​ສັງຄົມ​ນິຍົມ, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ສະຫຼຸບ, ຈັດ​ເປັນ​ລະບົບ ​ແລະ ກຳນົດບັນດາ​ການ​ພົວພັນ​ທີ່ສຳຄັນ ​ແລະ ນຳສະເໜີເປັນ​ຄັ້ງ​ທຳ​ອິດ​ໃນ ​ໂຄງການ​ການ​ເມືອງ​ປີ 2011. ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 11 ຂອງ​ພັກ​ໄດ້​ລະບຸ​ວ່າ, ​ໃນ​ເມື່ອ​ປະຕິບັດ 8 ທິດ​ທາງການ​ກໍ່ສ້າງ​ສັງຄົມ​ນິຍົມນັ້ນ ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການກຳ​ແໜ້ນ​ແລະ​ແກ້​ໄຂ 8 ສາຍ​ພົວພັນທີ່ສຳຄັນ​ຢ່າງ​ຖືກຕ້ອງ, ຄື: 1- ການ​ພົວພັນ​ລະຫວ່າງ​ການ​ປ່ຽນ​ແປງ​ໃໝ່, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ; 2- ລະຫວ່າງ​ການ​ປ່ຽນ​ແປງ​ໃໝ່​ທາງເສດຖະກິດ ​ແລະ ການ​ປ່ຽນ​ແປງ​ໃໝ່​ທາງ​ການ​ເມືອງ; 3- ລະຫວ່າງ​ເສດຖະກິດ​ຕະຫຼາດ ​ແລະ ການ​ກຳນົດ​ທິດ​ສັງຄົມ​ນິຍົມ; 4- ລະຫວ່າງ​ການ​ພັດທະນາ​ກຳລັງ​ການ​ຜະລິດ ​ແລະ ການ​ສ້າງ​, ​ປັບປຸງ​ການ​ພົວພັນ​ການ​ຜະລິດ​ສັງຄົມ​ນິຍົມ​ເທື່ອ​ລະ​ກ້າວ; 5- ລະຫວ່າງ​ການ​ເຕີບ​ໂຕ​ທາງ​ເສດຖະກິດ ​ແລະ ການພັດທະນາ​ວັດທະນະທຳ, ປະຕິບັດ​ຄວາມ​ກ້າວໜ້າ​ ແລະ​ຄວາມ​ຍຸຕິທຳທາງ​ສັງຄົມ; 6- ລະຫວ່າງ​ການ​ກໍ່ສ້າງ​ສັງຄົມ​ນິຍົມ ​ແລະ ການປົກ​ປັກ​ຮັກສາ​ປະ​ເທດ​ຊາດສັງຄົມ​ນິຍົມ; 7- ລະຫວ່າງ​ຄວາມ​ເປັນ​ເອກະລາດ,​ເປັນ​ເຈົ້າ​ຕົນ​ເອງ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ; 8- ລະຫວ່າງ​ພັກ​ນຳພາ, ລັດ​ຄຸ້ມ​ຄອງ, ປະຊາຊົນ​ເປັນ​ເຈົ້າ​ຂອງ.

ສະຫຼຸບ​ສັງ​ລວມ 5 ປີ​ແຫ່ງ​ການ​ແກ້​ໄຂ​ການ​ພົວພັນທີ່ສຳຄັນ​ເຫຼົ່າ​ນີ້, ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 12 ຂອງ​ພັກ​ໄດ້ປັບປຸງ​ສາຍ​ພົວພັນ “ລະຫວ່າງ​ເສດຖະກິດ​ຕະຫຼາດ​ ແລະ ການ​ກຳນົດ​ທິດ​ສັງຄົມ​ນິຍົມ” ​ເປັນ​ການ​ພົວພັນ “ລະຫວ່າງ​ການ​ປະຕິບັດ​ຕາມ​ບັນດາ​ກົດ​ເກນ​ຂອງ​ຕະຫຼາດ ​ແລະ ການ​ຮັບປະກັນທິດທາງ​ສັງຄົມ​ນິຍົມ”, ​ເພື່ອ​ຊີ້​​ແຈງການ​ຮັບ​ຮູ້​​ວ່າ​ເສດຖະກິດ​ຕະຫຼາດ​ຍັງ​ມີ​ຢູ່​ໃນ​ສັງຄົມ​ນິຍົມ; ​ແລະ​ເພີ່ມ​ເຕີມ​ສາຍ​ພົວພັນ “​ລະຫວ່າງລັດ ​ແລະ ຕະຫຼາດ”. ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 5 ສະ​ໄໝ​ທີ 12 ​ໄດ້​ປັບປຸງ​ສາຍ​ພົວພັນ “ລະຫວ່າງລັດ ​ແລະ ຕະຫຼາດ” ​ເປັນ​ສາຍ​ພົວພັນ “ລະຫວ່າງລັດ, ຕະຫຼາດ ​ແລະ​ ສັງຄົມ”.

​ໃນກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 13, ​ພັກສືບ​ຕໍ່​ມີ​ຄວາມ​ຮັບ​ຮູ້​ແລະ​ເພີ່ມ​ເຕີມ​ໃໝ່​ ກ່ຽວ​ກັບ​ບັນດາ​ສາຍ​ພົວພັນ​​ໃຫຍ່. ນັ້ນ​ແມ່ນ​ການປັບປຸງເພີ່ມ​ເຕີມ​ສາຍ​ພົວພັນ “ລະຫວ່າ​ງການ​ເຕີບ​ໂຕ​ທາງເສດຖະກິດ ​ແລະ ການ​ພັດທະນາ​ວັດທະນະທຳ, ປະຕິບັດ​ຄວາມ​ກ້າວໜ້າ ​ແລະຄວາມ​ຍຸຕິທຳທາງ​ສັງຄົມ”, ​ເປັນ “ລະຫວ່າ​ງການ​ເຕີບ​ໂຕ​ທາງເສດຖະກິດ ​ແລະ ການ​ພັດທະນາ​ວັດທະນະທຳ, ປະຕິບັດ​ຄວາມ​ກ້າວໜ້າ, ຄວາມ​ຍຸຕິທຳທາງ​ສັງຄົມ, ປົກ​ປ້ອງ​ສິ່ງ​ແວດ​ລ້ອມ”; ປັບປຸງ​ສາຍ​ພົວພັນ ລະຫວ່າງ​ການ​ກໍ່ສ້າງ​ສັງຄົມ​ນິຍົມ ​ແລະ ການປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມ” ​ເປັນ “ລະຫວ່າງ​ການ​ກໍ່ສ້າງ​ ​ແລະ ການປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມ”; ປັບປຸງ​ສາຍ​ພົວພັນ ລະຫວ່າງພັກ​ນຳພາ, ລັດ​ຄຸ້ມ​ຄອງ, ປະຊາຊົນ​ເປັນ​ເຈົ້າ​ຂອງ” ​ເປັນ “ລະຫວ່າງພັກ​ນຳພາ, ລັດ​ຄຸ້ມ​ຄອງ ​ແລະ ປະຊາຊົນ​ເປັນ​ເຈົ້າ​ຂອງ”. ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ, ​ເລີ່​ມຈາກ​ພຶດຕິ​ກຳ​ຕົວ​ຈິງ, ພັກ​ໄດ້​ເພີ່ມ​ເຕີມ​ສາຍ​ພົວພັນ “ລະຫວ່າງການ​ປະຕິບັດ​ປະຊາທິປະ​ໄຕ ​ແລະ ການ​ເພີ່ມ​ທະວີ​ລະບຽບ​ກົດໝາ​ບ, ຮັບປະກັນ​ລະບຽບ​ວິ​ໄນ​ສັງຄົມ”(19).

​ການ​ວິ​ເຄາະ​ເທິງນີ້​ໃຫ້​ເຫັນ​ວ່າ, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ມີ​ການ​ປັບປຸງ​ເພີ່ມ​ເຕີມ​ໃນ​ແຕ່​ລະ​ສາຍ​ພົວພັນ​ຢ່າງ​ແໜ້ນ​ແຟ້ນ ຄົບ​ຖ້ວນ, ​ໃຫ້​ເປັນ 10 ສາຍ​ພົວພັນ​ໃຫຍ່​ທີ່​ຕ້ອງ​ແກ້​ໄຂ. ນີ້​ແມ່ນ​ບັນດາ​ບັນຫາ​ທີ່​ມີ​ລັກສະນະ​ກົດ​ເກນ​ພາວະ​ວິ​ໄສ ທີ່​ຄົງ​ຕົວ ​ແລະ ​ເຄື່ອນ​ໄຫວ​ໃນ​ເງື່ອນ​ໄຂ​ຂອງ​ສະ​ໄໝ​ຂ້າມ​ຜ່ານ “ທາງ​ອ້ອມ” ​ເຊິ່ງຕ້ອງ​ໄດ້​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ ​ແລະ ​ແກ້​ໄຂຢ່າງ​ເປັນ​ປະຈຳໃນ​ທຸກ​ລະດັບ, ທຸກ​ຂົງ​ເຂດ. ສິບ​ສາຍ​ພົວພັນທີ່ສຳຄັນ​ນີ້​ເປັນ​ການ​ສັງ​ລວມ​ຄວາມ​ຮັບ​ຮູ້ຂອງ​ພັກໃນ​ລະດັບ​ສູງກ່ຽວ​ກັບ​ເສັ້ນທາງ​ຂ້າມ​ຜ່ານ​ຂຶ້ນ​ສູ່​ສັງຄົມ​ນິຍົມ.  

ຈິດ​ໃຈ​ສ້າງສັນ​ແລະປະສົບ​ການ​ພຶດຕິ​ກຳ​ຕົວ​ຈິງ​ທີ່​ອຸດົມສົມບູນ​ ​ເປັນ​ພື້ນຖານ​ເພື່ອ​ໃຫ້​ພັກ​ກອມ​ມູນິດ​ຫວຽດນາມ ຍົກ​ສູງ​ລະດັບ​ສະຕິ​ປັນຍາ, ສືບ​ຕໍ່​​ເພີ່ມ​ເຕີມແລະພັດທະນາ​ທິດ​ສະ​ດີ​ກ່ຽວກັບ​ລັດທິສັງຄົມ​ນິຍົມ ​ແລະ ​ເສັ້ນທາງ​ກ້າວ​ໄປ​ສູ່​ສັງຄົມ​ນິຍົມ, ​ໂດຍ​ສະ​ເພາະ​ບັນດາ​ບັນຫາ​ທິດ​ສະ​ດີ​ກ່ຽວ​ກັບບັນດາ​ໄລຍະ​ທາງ “ຫຼັງ​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ຫຼັງ​ຈາກ​ບັນ​ລຸ​ເປົ້າ​ໝາຍ​ກາຍ​ເປັນ​ປະ​ເທດ​​ທີ່​ພັດ​ທະ​ນາ​ແລ້ວ ​ແລະ ມີ​ລາຍ​ໄດ້​ສູງ​ ໃນ​ກາງ​ສັດ​ຕະ​ວັດ​ທີ 21./.

----------------------------

(1) ​ເອກະສານ​ກອງ​ປະຊຸມ​​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13, ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2021, ​ເຫຼັ້ມ 1, ໜ້າ 103.

(2) ​ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2011, ​ເຫຼັ້ມ 1, ໜ້າ 496.

(3) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 11, ໜ້າ 610.

(4) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 12, ໜ້າ 4153

(5) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 11, ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2011, ໜ້າ 70.

(6), (7) ຫງວຽນຝູຈ້ອງ: ບາງ​ບັນຫາ​ທິດ​ສະ​ດີ​ແລະ​ພຶດຕິ​ກຳ​ກ່ຽວ​ກັບ​ລັດທິ​ສັງຄົມ​ນິຍົມ ​ແລະ ​ເສັ້ນທາງ​ຂຶ້ນສູ່​ສັງຄົມ​ນິຍົມ​ຢູ່​ຫວຽດນາມ, ວາລະ​ສານ​ກອມ​ມູນິ​ດ, ສະບັບ​ທີ 966, ​ເດືອນ​ພຶດສະພາ 2021, ໜ້າ 5, 9.

(8) ເອກະສານ​ກອງ​ປະຊຸມ​​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 6, ສພຈ ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 1987, ໜ້າ 41.

(9) ເອກະສານ​ກອງ​ປະຊຸມ​​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 9, ສພຈ ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2001, ໜ້າ 84.

(10) ເອກະສານ​ກອງ​ປະຊຸມ​​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 11, ປຶ້ມ​ທີ່​ໄດ້​ແນະນຳ, ໜ້າ 85.

(11) ຫງວຽນຝູຈ້ອງ: ບາງ​ບັນຫາ​ທິດ​ສະ​ດີ​ແລະ​ພຶດຕິ​ກຳ​ກ່ຽວ​ກັບ​ລັດທິ​ສັງຄົມ​ນິຍົມ ​ແລະ ​ເສັ້ນທາງ​ຂຶ້ນສູ່​ສັງຄົມ​ນິຍົມ​ຢູ່​ຫວຽດນາມ, ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2022, ໜ້າ 35.

(12) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 11, ປຶ້ມ​ທີ່​ໄດ້​ແນະນຳ,  ໜ້າ 70.

(13) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13, ປຶ້ມ​ທີ່​ໄດ້​ແນະນຳ,  ​ເຫຼັ້ມ 2, ໜ້າ 337.

(14) ຫງວຽນຝູຈ້ອງ: ບາງ​ບັນຫາ​ທິດ​ສະ​ດີ​ແລະ​ພຶດຕິ​ກຳ​ກ່ຽວ​ກັບ​ລັດທິ​ສັງຄົມ​ນິຍົມ ​ແລະ ​ເສັ້ນທາງ​ຂຶ້ນສູ່​ສັງຄົມ​ນິຍົມ​ຢູ່​ຫວຽດນາມ, ປຶ້ມ​ທີ່​ໄດ້​ແນະນຳ, ໜ້າ 8.

(15) ຫງວຽນຝູຈ້ອງ: ບາງ​ບັນຫາ​ທິດ​ສະ​ດີ​ແລະ​ພຶດຕິ​ກຳ​ກ່ຽວ​ກັບ​ລັດທິ​ສັງຄົມ​ນິຍົມ ​ແລະ ​ເສັ້ນທາງ​ຂຶ້ນສູ່​ສັງຄົມ​ນິຍົມ​ຢູ່​ຫວຽດນາມ, ປຶ້ມ​ທີ່​ໄດ້​ແນະນຳ, ໜ້າ 10.

(16) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 11, ປຶ້ມ​ທີ່​ໄດ້​ແນະນຳ, ໜ້າ 85.

(17) ເອກະສານ​ກອງ​ປະຊຸມ​​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13, ປຶ້ມ​ທີ່​ໄດ້​ແນະນຳ,  ​ເຫຼັ້ມ 1, ໜ້າ 175.

(18) ຫງວຽນຝູຈ້ອງ: ບາງ​ບັນຫາ​ທິດ​ສະ​ດີ​ແລະ​ພຶດຕິ​ກຳ​ກ່ຽວ​ກັບ​ລັດທິ​ສັງຄົມ​ນິຍົມ ​ແລະ ​ເສັ້ນທາງ​ຂຶ້ນສູ່​ສັງຄົມ​ນິຍົມ​ຢູ່​ຫວຽດນາມ, ປຶ້ມ​ທີ່​ໄດ້​ແນະນຳ, ​ໜ້າ 10.

(19) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13, ​ປຶ້ມ​ທີ່​ໄດ້​ແນະນຳ, ເຫຼັ້ມ 1, ໜ້າ 119.

- ບົດ​ນີ້​ໄດ້​ລົງ​ພິມ​ໃນວາລະ​ສານ​ກອມ​ມູນິ​ດ ສະບັບ​ທີ 994 (​ເດືອ​ກໍລະກົດ 2022)