ວກ. - ວຽກງານແນວຄິດແມ່ນພາກສ່ວນທີ່ສຳຄັນໃນວຽກງານກໍ່ສ້າງພັກ, ແມ່ນປັດໄຈສຳຄັນອັນດັບໜຶ່ງ ທີ່ຮັບປະກັນຄວາມສຳເລັດຂອງບັນດາໜ້າທີ່ການປະຕິວັດ. ໃນປະຈຸບັນ, ສະພາບ​ການ​ໃໝ່​ພວມ​ຮຽກຮ້ອງ​ໃຫ້​ຍົກ​ສູງ​ຄວາມ​ສາມາດ​ຕໍ່​ສູ້, ຊັກ​ຈູງ ​ແລະ ປະສິດທິ​ຜົນ​ຂອງ​ວຽກ​ງານ​ແນວຄິດ ແນໃສ່ສ້າງຄວາມເປັນເອກະພາບສູງທາງດ້ານເຈດຈຳນົງ ແລະ ການກະທຳ ຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ເພື່ອຈັດຕັ້ງປະຕິບັດບັນດາເປົ້າໝາຍ ໜ້າທີ່ ທີ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກວາງອອກມາ ໃຫ້ສຳເລັດມີໄຊ.

ສະຫາຍ ຫວໍ ວັນເຖືອງ, ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາທິການສູນກາງ ພ້ອມກັບບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມລະດັບຊາດເພື່ອສະຫຼຸບສັງລວມວຽກງານໂຄສະນາອົບຮົມປີ 2021, ຜັນຂະຫຍາຍໜ້າທີ່ປີ 2022 - ພາບ: ຂໍ້ມູນຂ່າວສານ

ພັກກອມມູນິດຫວຽດນາມຊາບຊຶມຢ່າງເລິກເຊິ່ງເຖິງແນວຄິດໂຮ່ຈີມິນ
ທີ່ຍາມໃດກໍ່ເຊີດຊູບົດບາດຂອງວຽກງານແນວຄິດ ໂດຍຖືວ່າ
ນີ້ແມ່ນ
ວຽກງານສຳຄັນທີ່ສຸດ ໃນຂະບວນການນຳພາການປະຕິວັດ

ປະທານໂຮ່ຈີມິນຍາມໃດກໍ່ໃຫ້ຄວາມສຳຄັນກັບບົດບາດຂອງວຽກງານແນວຄິດໃນພາລະກິດປະຕິວັດຂອງພັກແລະຊາດ. ເພິ່ນເນັ້ນໜັກວ່າ: “ວຽກງານນຳພາດ້ານແນວຄິດແມ່ນສໍາຄັນທີ່ສຸດ. ໃນພັກແລະນອກພັກມີຄວາມຮັບຮູ້ສະພາບການໃໝ່ຢ່າງຈະແຈ້ງ, ເຂົ້າໃຈແຈ້ງໜ້າທີ່ໃໝ່, ຄວາມຄິດຈຶ່ງເປັນເອກະພາບກັນ, ຄວາມຄິດເປັນເອກະພາບຈຶ່ງເປັນເອກະພາບໃນການກະທຳ. ຖ້າ​ພາຍ​ໃນ​ພັກ​ແລະ​ນອກ​ພັກ​ ຈາກ​ຂັ້ນ​ເທິງ​ລົງ​ລຸ່ມ, ຈາກ​ພາຍ​ໃນ​ສູ່​ພາຍ​ນອກ, ແນວ​ຄິດທັງໝົດ​ເປັນ​ເອກະ​ພາບກັນ ​ແລະ ການ​ກະທຳ​ເປັນ​ເອກະ​ພາບກັນ, ວຽກ​ງານ​ເຖິງ​ວ່າຈະ​ໜັກໜ່ວງ ຫຍຸ້ງຍາກ ​ແລະ ສັບສົນ​ປານໃດ ເຮົາກໍ​ຈະ​ໄດ້​ຮັບ​ໄຊຊະນະ​ຢ່າງ​ແນ່ນອນ(1). ພ້ອມກັນນັ້ນ, ໃນເມື່ອເນັ້ນຄວາມສຳຄັນຂອງວຽກງານອົບຮົມສຶກສາແນວຄິດ ແລະ ນຳພາແນວຄິດ, ເພິ່ນກໍ່ໄດ້ຕໍ່ສູ້ຢ່າງເດັດດ່ຽວກັບ “ພະຍາດ” ເບິ່ງເບົາແນວຄິດ ທິດສະດີ: ການອົບຮົມສຶກສາແນວຄິດ ແລະ ນຳພາແນວຄິດ ແມ່ນວຽກງານສຳຄັນທີ່ສຸດຂອງພັກ, ຕ້ອງຕ້ານນິໄສເບິ່ງເບົາແນວຄິດຢ່າງເດັດດ່ຽວ.

ການໂຄສະນາ, ລະດົມຂົນຂວາຍ ແມ່ນບັນດາຂັ້ນຕອນທີ່ສຳຄັນໃນວຽກງານແນວຄິດຂອງພັກ, ເພື່ອໂຄສະນາ​ເຜີຍ​ແຜ່ແຜນນະໂຍບາຍ, ​ແນວທາງ, ທັດສະນະ, ​ແນວ​ຄິດ ​ແລະ ອຸດົມ​ການ​ຂອງ​ພັກ​ສູ່ມວນ​ຊົນ. ດັ່ງນັ້ນ, ປະທານໂຮ່ຈີມິນເອົາໃຈໃສ່ເປັນພິເສດເຖິງເປົ້າໝາຍ, ຈຸດພິເສດ ແລະ ວິທີການໂຄສະນາ ໃຫ້ມັນ “ລະອຽດ ແທດຈິງ” ແທ້ໆ, ເຮັດຄືແນວໃດໃຫ້ຜູ້ຟັງ “ເຂົ້າໃຈງ່າຍ, ເວົ້າໃຫ້ຜູ້ຟັງເຂົ້າໃຈໄດ້, ເຂົ້າໃຈເພື່ອຈະເຮັດໄດ້(2); ຢູ່ນີ້, ກໍ່ຕ້ອງເອົາໃຈໃສ່ເຖິງ ວິທີການໂນ້ມນ້າວໃຈແບບ “ມີເຫດຜົນ, ດ້ວຍຄວາມຮັກ", ສົມທົບກັບວິທີການເປັນແບບຢ່າງ, ເພາະວ່າແບບຢ່າງທີ່ມີຊີວິດມີຄ່າຫຼາຍກວ່າຄຳປາໄສໂຄສະນາຊວນເຊື່ອໜຶ່ງຮ້ອຍຄຳ(3). 

ໂດຍເຂົ້າໃຈແລະຊາບຊຶມແນວຄິດ​ໂຮ່​ຈິ​ມິນ​ຢ່າງ​ເລິກ​ເຊິ່ງ, ໃນບັນດາໄລຍະການປະຕິວັດ, ພັກກອມມູນິດຫວຽດນາມ ຍາມໃດກໍໃຫ້ຄວາມສຳຄັນເປັນພິເສດ ກັບບົດບາດຂອງວຽກງານແນວຄິດ, ເນັ້ນໜັກວ່າ ວຽກງານແນວຄິດເປັນ “ຈິດວິນຍານ” ຂອງທຸກວຽກງານ, ເພື່ອບໍ່​ພຽງ​ແຕ່​ປະຕິບັດ​ວຽກ​ງານສະ​ເພາະ ​ແລະ ຮີບ​ດ່ວນ​ເທົ່າ​ນັ້ນ, ແຕ້​ຍັງລວມເຖິງວຽກ​ງານໄລຍະ​ຍາວອີກດ້ວຍ. ພັກຍາມໃດກໍ່ກຳນົດວ່າ ວຽກງານແນວຄິດແມ່ນສ່ວນປະກອບທີ່ມີຄວາມສຳຄັນອັນດັບໜຶ່ງ ໃນການເຄື່ອນໄຫວນຳພາການປະຕິວັດທັງໝົດຂອງພັກ; ແມ່ນຂົງເຂດສຳຄັນຍິ່ງ ເພື່ອສ້າງແລະເພີ່ມພູນຄວາມເຊື່ອໝັ້ນໃນອຸດົມຄະຕິປະຕິວັດ, ໂຄສະນາ, ອົບຮົມສຶກສາ, ລະດົມຂົນຂວາຍ ແລະ ຈັດຕັ້ງ ໃຫ້ປະຊາຊົນເສີມຂະຫຍາຍກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ, ປະຕິບັດ​ບັນດາ​ເປົ້າ​ໝາຍ ​ແລະ ວຽກ​ງານ​ປະຕິວັດ​ໃນ​ແຕ່ລະ​ໄລຍະ​ຢ່າງ​ສຳ​ເລັດ​ຜົນ.

ໃນໄລຍະສົງຄາມຕໍ່ຕ້ານການຮຸກຮານຢ່າງກ້າຫານ, ວຽກງານແນວຄິດໄດ້ “ແຜ່ແຮງບັນດານໃຈ” ໃຫ້ກັບຮຸ່ນຕໍ່ຮຸ່ນຂອງ “ພໍ່ໄປກ່ອນ ລູກຫຼານຕາມຫຼັງ / ກາຍເປັນສະຫາຍໃນການເດີນທັບ”, ສ້າງ​ໄຊຊະນະ​ອັນຍິ່ງ​ໃຫຍ່​ໃນການ​ຕໍ່ສູ້ກັບ​ພວກ​​ລ່າ​ເມືອງ​ຂຶ້ນ​ຝຣັ່ງ, ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ ​ແລະ ຈິດ​ໃຈ​ຕໍ່ສູ້​ຢ່າງ​ເດັດດ່ຽວ​ເພື່ອປົກປ້ອງທຸກໆຕາລາງນິ້ວຂອງດິນແດນແລະສາຍນ້ຳ​ທີ່​ສັກສິດ​ ໃນ​ເຂດ​ຊາຍ​ແດນ​ແລະເກາະຂອງ​ປະ​ເທດ​ຊາດ. ພິເສດ, ໃນພາລະກິດການປ່ຽນແປງໃໝ່ປະເທດ, ພັກ​ໄດ້​ວາງ​ອອກ​ເປັນ​ປະຈຳ​ກ່ຽວ​ກັບ​ແຜນນະໂຍບາຍ, ໜ້າ​ທີ່ ​ແລະ ວິທີ​ແກ້​ໄຂ ​ເພື່ອ​ເພີ່ມທະວີ ​ແລະ ປ່ຽນ​ແປງໃໝ່​ວຽກ​ງານແນວຄິດ(4), ​ເພື່ອ​ສ້າງ​ຄວາມ​ເປັນເອກະພາບ​ສູງ ທາງດ້ານເຈດຈຳນົງ ​ແລະ ການ​ກະທຳ​ ຂອງປະຊາຊົນທັງປະເທດ, ສ້າງ​ກຳລັງແຮງສັງລວມ ​ໃນການ​ປະຕິບັດ​ໜ້າທີ່​ການ​ເມືອງ​ໃຫ້​ສຳ​ເລັດ​ຜົນ; ຜ່ານນັ້ນ, ກໍ່​ສະ​ແດງແລະຢືນຢັນ​ທີ່​ຕັ້ງ ​ແລະ ບົດບາດ​ນຳພາ​ຂອງ​ພັກ ​ໃນພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມ.

ສືບ​ທອດ​ທັດສະນະ​ຂອງ​ບັນດາກອງ​ປະຊຸມ​ໃຫຍ່​ທີ່​ຜ່ານ​ມາ, ຕິດຕາມສະຖານະການໃໝ່ຢ່າງໃກ້ຊິດ, ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໄດ້ຊີ້ແຈງບົດບາດສຳຄັນຢ່າງຍິ່ງຂອງວຽກງານແນວຄິດໃນ​ດ້ານ​ພື້ນຖານ​ດັ່ງ​ນີ້: 1- ຊາບຊຶມ “ແນວຄິດຊີ້ນຳຕະຫຼອດ ຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບເຮົາແມ່ນ ຕ້ອງຢຶດໝັ້ນ, ໝູນໃຊ້ ແລະ ພັດທະນາ ລັດທິມາກ-ເລນິນ, ແນວຄິດໂຮ່ຈີມິນ ຢ່າງປະດິດສ້າງ; ຢຶດໝັ້ນໃນ​ເປົ້າ​ໝາຍ​ເອກະລາດ​ແຫ່ງ​ຊາດ ​ແລະ ສັງຄົມ​ນິຍົມ; ຢຶດໝັ້ນໃນແນວທາງປ່ຽນແປງໃໝ່ຂອງພັກ; ຢຶດໝັ້ນບັນດາຫຼັກການກໍ່ສ້າງພັກ; ຮັບປະກັນ​ຜົນ​ປະ​ໂຫຍ​ດ​ສູງ​ສຸດ​ຂອງຊາດ​-ປະເທດ​ຊາດ ບົນ​ພື້ນຖານຫຼັກການ​ພື້ນຖານ​ຂອງ​ກົດໝາຍ​ສາກົນ, ຄວາມ​ສະ​ເໝີ​ພາບ, ການ​ຮ່ວມ​ມື ​ແລະ ມີ​ຜົນ​ປະ​ໂຫຍ​ດ​ຮ່ວມກັນ ​ເພື່ອ​ກໍ່ສ້າງ​ແລະປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຫວຽດນາມສັງຄົມ​ນິຍົມ. ນີ້ແມ່ນບັນຫາ ທີ່ມີລັກສະນະຫຼັກການ, ມີຄວາມໝາຍຂອງການຢູ່ລອດ​ຕໍ່ລະບອບ​ຂອງ​ພວກ​ເຮົາ, ເປັນ​ຮາກ​ຖານທີ່ໝັ້ນຄົງຂອງພັກເຮົາບໍ່​ໃຫ້​ຜູ້​ໃດເອນ​ອຽງ​ ຫຼື​ ລັ່ງເລໃຈ(5); 2- ກຳນົດວຽກງານແນວຄິດແມ່ນຂົງເຂດທີ່ສຳຄັນ ເພື່ອເພີ່ມທະວີຄວາມສາມັກຄີ, ຄວາມເປັນເອກະສັນ, ຄວາມເປັນເອກະພາບທາງດ້ານແນວຄິດ, ການເມືອງໃນພັກ, ຄວາມເຫັນດີເຫັນພ້ອມໃນສັງຄົມ; ເສີມຂະຫຍາຍກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ, ລະບອບປະຊາທິປະໄຕສັງຄົມນິຍົມ, ການກໍ່ສ້າງແລະເພີ່ມພູນຄູນສ້າງຮາກຖານການເມືອງແລະຈິດໃຈ ຂອງລະບອບສັງຄົມນິຍົມໃນປະເທດເຮົາ, ປະກອບສ່ວນ​ເຂົ້າ​ໃນຜົນສຳເລັດຂອງ​ການ​ປະຕິບັດ​ໜ້າ​ທີ່​ການ​ເມືອງ​ທີ່​ຫຍຸ້ງຍາກ​ ແລະສັບສົນ​ຫຼາຍຂຶ້ນ.

ພ້ອມກັນນັ້ນ, ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກຍັງໄດ້ຍົກໃຫ້ເຫັນແຈ້ງເຖິງທັດສະນະຊີ້ນຳທີ່ວ່າ: “ສືບຕໍ່ປ່ຽນແປງໃໝ່ເນື້ອໃນແລະແບບວິທີວຽກງານແນວຄິດຢ່າງແຂງແຮງ ຕາມທິດເປັນເຈົ້າການ, ແທດຈິງ, ທັນການ ແລະ ມີປະສິດທິຜົນ; ຍົກສູງລັກສະນະສູ້ຮົບ, ລັກສະນະອົບຮົມ ແລະ ລັກສະນະຊັກຈູງຊວນເຊື່ອ ໃນການໂຄສະນາເຜີຍແຜ່, ການສຶກສາຮ່ຳຮຽນລັກທິມາກ-ເລນິນ, ແນວຄິດໂຮ່ຈີມິນ, ທັດສະນະ ແນວທາງຂອງພັກ, ນະໂຍບາຍ ກົດໝາຍຂອງລັດ. ກຳແໜ້ນ, ຄາດຄະເນຖືກຕ້ອງ, ກຳນົດທິດທາງຊັດເຈນ, ຈັດການແກ້ໄຂບັນດາບັນຫາແນວຄິດໃນພັກ, ໃນສັງຄົມຢ່າງຖືກຕ້ອງ ທັນການ(6) ເພື່ອສ້າງຄວາມເປັນເອກະພາບທາງດ້ານແນວຄິດ ແລະ ການກະທຳໃນທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ.

ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ຕັດສິນໃຈແກ້ໄຂຜ່ານຜ່າ
ຄວາມຫຍຸ້ງຍາກ ຂໍ້ຈຳກັດ
; ສືບຕໍ່ຍົກສູງລັກສະນະສູ້ຮົບ, ລັກສະນະຊັກຈູງ
ແລະ ປະສິດທິຜົນ ຂອງວຽກງານແນວຄິດ ເພື່ອຕອບສະໜອງ
ຄວາມຕ້ອງການ ແລະ ໜ້າທີ່ການປະຕິວັດໃນໄລຍະໃໝ່

ວຽກງານແນວຄິດໃນເວລາທີ່ຜ່ານມາໄດ້ມີສ່ວນປະກອບທີ່ສົມກຽດໃນບັນດາຜົນງານທີ່ຍິ່ງໃຫຍ່ ແລະ ມີຄວາມໝາຍປະຫວັດສາດຂອງປະເທດ. ລະອຽດຄື:

ວຽກການ​ສຶກສາ​ດ້ານ​ການ​ເມືອງ ​ແນວຄິດ, ສຶກສາ​ຮ່ຳຮຽນລັດທິ​ມາກ-​ເລ​ນິນ, ​ແນວ​ຄິດ​ໂຮ່ຈີ​ມິນ ໄດ້ຮັບການຍູ້ແຮງຢ່າງຕໍ່ເນື່ອງ, ດ້ວຍເນື້ອໃນ ຮູບການທີ່ຫຼາກຫຼາຍ ແລະ ອຸດົມສົມບູນກວ່າເກົ່າ. ວຽກງານອົບຮົມສຶກສາ, ບຳລຸງສ້າງ ທາງດ້ານທິດສະດີການເມືອງໄດ້ຮັບການປ່ຽນແປງໃໝ່ ທັງດ້ານເນື້ອໃນແລະວິທີການ; ຄຸນນະພາບຂອງການອົບຮົມສຶກສາ, ບຳລຸງສ້າງ ໄດ້ຮັບການຍົກສູງຂຶ້ນ; ໄດ້ແກ້ໄຂເທື່ອລະກ້າວ ສະພາບການບໍ່ຢາກຮຽນ, ຂີ້ຄ້ານຮຽນທິດສະດີການເມືອງ ໃນຖັນແຖວພະນັກງານ ສະມາຊິກພັກ. ການຄົ້ນຄວ້າ, ການຮ່ຳຮຽນ, ການຊາບຊຶມ, ການຜັນຂະຫຍາຍມະຕິຂອງພັກ ມີການປ່ຽນແປງໃໝ່ຫຼາຍຢ່າງ, ສ້າງຄວາມເປັນເອກະພາບໃນຄວາມຮັບຮູ້ ແລະ ການກະທຳ ໃນທົ່ວພັກ, ໄດ້ນຳມະຕິເຂົ້າໄປໃນຊີວິດຈິງຢ່າງໄວວາ; ຄຸນນະພາບຂອງການຮ່ຳຮຽນ ຊາບຊຶມ ໄດ້ຮັບການຍົກສູງຂຶ້ນ, ປະຢັດເວລາແລະຄ່າໃຊ້ຈ່າຍ.

ວຽກງານຄົ້ນຄວ້າທິດສະດີ, ສະຫຼຸບສັງລວມພຶດຕິກຳຕົວຈິງ ໄດ້ຮັບການຍູ້ແຮງ. ພິເສດ, ລະບົບທິດສະດີກ່ຽວກັບແນວທາງປ່ຽນແປງໃໝ່, ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ ສືບຕໍ່ໄດ້ຮັບການເພີ່ມເຕີມແລະພັດທະນາ; ປະກອບສ່ວນເຂົ້າໃນການປ່ຽນແປງໃໝ່ ເພີ່ມເຕີມ ພັດທະນາຈິນຕະນາການທິດສະດີ, ເປັນເອກະພາບໃນຄວາມຮັບຮູ້ກ່ຽວກັບບັນດາບັນຫາທິດສະດີຮາກຖານ; ຢືນຢັນບັນດາຄຸນຄ່າທີ່ຍືນຍົງ ຂອງລັດທິມາກ-ເລນິນ, ແນວຄິດໂຮ່ຈີມີນ ກໍ່ຄືຂະບວນການໝູນໃຊ້ເຂົ້າໃນພຶດຕິກຳຕົວຈິງ ຢ່າງປະດິດສ້າງ; ສະໜອງຫຼັກຖານວິທີວິທະຍາເພື່ອຕໍ່ສູ້, ຕຳໜິວິພາກ ແລະ ບອກປັດ​ທັດສະນະ​ທີ່​ຜິດພາດ​ແລະ​ເປັນ​ປະຕິປັກ, ປະກອບສ່ວນຍົກສູງລັກສະນະສູ້ຮົບ ແລະ ລັກສະນະຊັກ​ຈູງ, ປົກ​ປັກ​ຮັກສາ​ພື້ນຖານແນວຄິດ​ຂອງ​ພັກ.

ການໂຄສະນາ ເຜີຍແຜ່ແນວທາງ ແຜນນະໂຍບາຍຂອງພັກ, ນະໂຍບາຍ ກົດໝາຍຂອງລັດ ໄດ້ປະກອບສ່ວນທີ່ຕັ້ງໜ້າ ເຂົ້າໃນການຍົກສູງຄວາມຮັບຮູ້, ຄວາມເປັນເອກະພາບທາງດ້ານເຈດຈຳນົງແລະການກະທຳ ຢູ່ໃນຖັນແຖວພະນັກງານ ສະມາຊິກພັກ, ໂດຍສະເພາະແມ່ນ ໃນການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ການຟຸມເຟືອຍ ຄວາມຫຍໍ້ທໍ້, ສະກັດກັ້ນແລະຍູ້ຖອຍ ຄວາມເສື່ອມໂຊມທາງດ້ານແນວຄິດການເມືອງ, ຄູນສົມບັດ, ວິຖີຊີວິດ, ບັນດາປະກົດການປ່ຽນແປງຕົນເອງ”, “ຫັນປ່ຽນຕົນເອງຢູ່ພາຍໃນ. ວຽກງານປົກປ້ອງພື້ນຖານແນວຄິດຂອງພັກ, ການຕໍ່ສູ້ບອກປັດທັດສະນະທີ່ຜິດພາດແລະເປັນປະຕິປັກ, ໂດຍສະເພາະຢ່າງຍິ່ງ ໃນໂລກໄຊເບີຣ໌ນັ້ນ ໄດ້ຮັບການເອົາໃຈໃສ່ຊີ້ນຳ ນຳພາລວມສູນໂດຍພັກ ແລະ ໄດ້ຮັບຜົນທີ່ຈະແຈ້ງ. ພ້ອມກັນນັ້ນ, ການ​ຊີ້ນຳ ນຳພາຕໍ່ອົງການ​ຂ່າວ, ສຳນັກພິມຈຳໜ່າຍ ກໍ່​ມີ​ການ​ປ່ຽນ​ແປງ​ຢ່າງ​ຕັ້ງໜ້າ. 

ເຫັນແຈ້ງບັນດາຂໍ້ຈຳກັດ, ຂໍ້ບົກພ່ອງ, ຈຸດອ່ອນ ເພື່ອໃຊ້​ມາດ​ຕະການ​ແກ້​ໄຂ​ຢ່າງ​ວ່ອງ​ໄວ ເໝາະ​ສົມ ​ແລະ ມີ​ປະສິດທິ​ຜົນ. ລະອຽດຄື: ວຽກງານແນວຄິດໃນບາງບ່ອນ, ບາງເວລາ ບໍ່ໄດ້ທັນການ, ບໍ່ສ້ຽມແຫຼມ, ລັກສະນະຊັກຈູງຊວນເຊື່ອບໍ່ສູງ; ການອົບຮົມສຶກສາການເມືອງແນວຄິດໃຫ້ພະນັກງານ ສະມາຊິກພັກ ​ບໍ່​ເປັນ​ປົກກະຕິ; ສະມາຊິກພັກສ່ວນໜຶ່ງຍັງບໍ່ທັນເຂົ້າໃຈແຜນນະໂຍບາຍແລະແນວທາງຂອງພັກ. ການອົບຮົມ​ສຶກສາ​ທິດ​ສະ​ດີ​ການ​ເມືອງ ​ເຖິງ​​ຈະມີຄວາມ​ພະຍາຍາມ​ຫຼາຍ​ກໍ່ຕາມ ​ແຕ່ກໍ່​ຍັງ​ບໍ່​​ໄດ້ຮັບຜົນຕາມ​ຄວາມ​​ຕ້ອງການ. ການໂຄສະນາເຜີຍແຜ່ ບາງແນວທາງ ແຜນນະໂຍບາຍຂອງພັກ, ບາງນະໂຍບາຍ ກົດໝາຍຂອງລັດ ຍັງບໍ່ທັນເວລາ, ຮູບການກໍ່ບໍ່ອຸດົມສົມບູນ. ການຕໍ່ສູ້ບອກປັດບັນດາທັດສະນະທີ່ຜິດພາດ ເປັນປະຕິປັກ ໃນບາງບ່ອນ, ບາງຄັ້ງ ບໍ່ເດັດດ່ຽວ, ລັກສະນະສູ້ຮົບບໍ່ສູງ, ຍັງຖືກຕົກໃນທ່າຮັບ, ງົງງວຍ. ການຄາດຄະເນ, ການກຳສະພາບການແນວຄິດຂອງພະນັກງານ ສະມາຊິກພັກ, ຄວາມຄິດຈິດໃຈ ຄວາມປາຖະໜາຂອງປະຊາຊົນ ແລະ ການແນະນຳຄວາມຄິດເຫັນສັງຄົມ ໃນບາງຄັ້ງບໍ່ທັນການ. ຜົນ​​ການ​ປະຕິບັດ​ບາງແຜນນະໂຍບາຍ​ຂອງ​ພັກ ​ກ່ຽວ​ກັບ​ການ​ຄຸ້ມ​ຄອງການສື່ສານ, ​ສື່​ມວນ​ຊົນ, ການພິມຈຳໜ່າບ, ອິນ​ເຕີ​ເນັດ ​ແລະ ​ເຄືອ​ຂ່າຍ​ສັງຄົມ​ ຍັງ​ຕ່ຳ, ບໍ່ເປັນໄປຕາມຂໍ້ກຳນົດ. ບົດບາດຂອງສິລະປະ ວັນນະຄະດີໃນວຽກງານແນວຄິດ ບໍ່ໄດ້ເສີມຂະຫຍາຍຢ່າງເຕັມສ່ວນ. ວຽກງານສະຫຼຸບສັງລວມພຶດຕິກຳ, ການຄົ້ນຄວ້າທິດສະດີ ​ບໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຢ່າງຖືກຕ້ອງ​, ບໍ່ເປັນໄປຕາມຄວາມຕ້ອງການ; ບັນ​ຫາ​ພາກ​ປະ​ຕິ​ບັດ​ໃໝ່ ທີ່ຍາກ ແລະ ສັບ​ສົນ​ຈຳ​ນວນ​ໜຶ່ງ ຍັງ​ບໍ່​ທັນ​ໄດ້​ຮັບ​ການຊີ້​ແຈງ​(7).   

ໄລຍະ​ໃໝ່​ມີ​ເງື່ອນ​ໄຂ​ທີ່ສະດວກ​ຫຼາຍ​ຢ່າງ, ພ້ອມກັນນັ້ນ ກໍ່ມີຄວາມຕ້ອງການໃໝ່ ທີ່ນັບມື້ນັບສູງ ສຳລັບວຽກງານແນວຄິດ. ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ຊີ້ແຈ້ງວ່າ, ໃນຊຸມປີສະເພາະໜ້າ, ສະພາບການໂລກ ແລະ ພາກພື້ນ ຈະມີການປ່ຽນແປງຢ່າງໄວວາ, ສັບສົນ, ຄາດເດົາໄດ້ຍາກ, ສົ່ງຜົນກະທົບໂດຍກົງ ຕໍ່ປະເທດຂອງພວກເຮົາ, ສ້າງທັງໂອກາດ ແລະ ສິ່ງທ້າທາຍ ທີ່ແຊກຊ້ອນກັນ. ໂລກາພິວັດ ແລະ ​ການ​ເຊື່ອມ​ໂຍງ​ສາກົນ​ຍັງຄົງດຳເນີນຕໍ່ໄປ, ການປະຕິວັດອຸດສາຫະກຳຄັ້ງທີສີ່ ມີການພັດ​ທະ​ນາ​ຢ່າງ​ແຂງ​ແຮງ, ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ຫຼາຍ​ຂົງ​ເຂດ, ນຳ​ທັງ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ ມາ​ໃຫ້​ທຸກ​ປະ​ເທດ. ພາກພື້ນອາຊີ-ປາຊີຟິກ ສືບຕໍ່ມີຕຳແໜ່ງຍຸດທະສາດທີ່ສຳຄັນຍິ່ງຂຶ້ນ. ໃນອາຊີຕາເວັນອອກສ່ຽງໃຕ້, ສະພາບ​ແວດ​ລ້ອມ​ດ້ານຄວາມ​ໝັ້ນຄົງ ​ແລະ ການ​ພິພາດດ້ານອະທິ​ປະໄຕໃນ​ທະ​ເລ​ຕາ​ເວັນ​ອອກ ​ຍັງ​ສັບສົນ.

ອັນຕະລາຍສີ່ປະການທີ່ພັກຊີ້ໃຫ້ເຫັນນັ້ນ ຍັງມີຢູ່, ມີຄວາມສ່ຽງທີ່ຮຸນແຮງກວ່າເກົ່າ, ໂດຍສະເພາະ ຄວາມສ່ຽງທີ່ຈະຕົກຢູ່ເບື້ອງຫຼັງ, ຕົກຢູ່ໃນ “ກັບດັກລາຍໄດ້ປານກາງ” ຍັງອາດຈະເກີດຂຶ້ນແທ້; ສະພາບການເສື່ອມໂຊມທາງດ້ານແນວຄິດການເມືອງ, ຄຸນສົມບັດ, ວິຖີຊີວິດ, ບັນດາປະກົດການ ປ່ຽນແປງຕົນເອງ”, “ຫັນປ່ຽນຕົນເອງຢູ່ໃນພະນັກງານ ສະມາຊິກພັກ ລັດຖະກອນ ພາລະກອນພາກສ່ວນໜຶ່ງ ຍັງເກີດຂຶ້ນຢ່າງສັບສົນ; ສະພາບອາດຍາສິດ, ການສໍ້ລາດບັງຫຼວງ, ການໃຊ້ຈ່າຍຟຸມເຟືອຍ, ຄວາມຫຍໍ້ທໍ້... ຍັງ​ບໍ່​​ໄດ້​ຮັບ​ການແກ້ໄຂຂັບໄລ່ຢ່າງ​ມີ​ປະ​ສິດ​ທິ​ຜົນ​. ບັນດາອິດທິກຳລັງສັດຕູແລະປະຕິການ ທີ່ຕໍ່ຕ້ານພາລະກິດການປະຕິວັດຂອງພວກເຮົາ ນັບມື້ນັບຮຸນແຮງຂຶ້ນ, ໂດຍສະເພາະ ໃນໂລກໄຊເບີຣ໌. ໂລກາພິວັດ, ການເຊື່ອມໂຍງສາກົນຢ່າງກວ້າງຂວາງ, ການປະຕິວັດອຸດສາຫະກຳຄັ້ງທີສີ່ ບໍ່ພຽງແຕ່ນຳກາລະໂອກາດມາໃຫ້ເທົ່ານັ້ນ ແຕ່ມີທັງສິ່ງທ້າທາຍອີກດ້ວຍ, ໂດຍສະເພາະ ໃນການກໍ່ສ້າງລະບົບເສດຖະກິດທີ່ເປັນເອກະລາດ ເປັນເຈົ້າຕົນເອງ, ການປົກປ້ອງຕະຫຼາດພາຍໃນປະເທດ, ການຮັກສາຄວາມເປັນເອກະລາດທາງການເມືອງ, ການຮັກສາເອກະລັກທາງວັດທະນະທຳຂອງຊາດ, ການຕໍ່ຕ້ານ​ຢ່າງ​ມີ​ປະສິດທິ​ຜົນ ​ກັບບັນດາ​ການ​ເຄື່ອນ​ໄຫວທີ່​ສວຍ​ໃຊ້​ຜົນງານ​ດ້ານ​ເຕັກ​ໂນ​ໂລ​ຢີ ເພື່ອທຳລາຍ​ພັກແລະລັດຂອງພວກເຮົາ, ໂດຍ​ສະ​ເພາະ​ແມ່ນ ການເຄື່ອນໄຫວທຳລາຍລະບົບແນວຄິດແລະອຸດົມການຄຽງຄູ່ກັນນັ້ນ, ການແຜ່ລະບາດຂອງພະຍາດໂຄວິດ-19 ຍັງຜັນແປໄປຢ່າງສັບສົນ, ສ້າງຄວາມຫຍຸ້ງຍາກ ແລະ ເປັນອຸປະສັກ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ກໍ່ໃຫ້ເກີດຄວາມບໍ່ໝັ້ນຄົງ ແລະ ຄາດເດົາບໍ່ໄດ້ໃນສັງຄົມ.

ສະຖານະການທີ່ກ່າວມາຂ້າງເທິງ ຈະສົ່ງຜົນກະທົບຢ່າງແຮງ, ຫຼາຍດ້ານເຖິງຈິດຕະສາດ ແລະ ແນວຄິດ ຂອງພະນັກງານ ສະມາຊິກພັກ ແລະ ປະຊາຊົນ, ມັນຮຽກຮ້ອງໃຫ້ວຽກງານແນວຄິດຂອງພັກ ຕ້ອງຍົກສູງລັກສະນະສູ້ຮົບ, ລັກສະນະຊັກຈູງ ແລະ ປະສິດທິຜົນກວ່າອີກ. ພ້ອມກັນນັ້ນ, ສະພາບການໃໝ່ກໍ່ມີຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ໃຫ້ຜັນຂະຫຍາຍບັນດາໜ້າທີ່ ແລະ ວິທີແກ້ໄຂຈຸດສຸມຢ່າງຄົບຊຸດ ເພື່ອເຮັດໃຫ້ວຽກງານແນວຄິດເຂົ້າໄປໃນລວງເລິກ, ດັ່ງຕໍ່ໄປນີ້:

ທີໜຶ່ງ, ເພີ່ມທະວີການນຳພາຂອງພັກຕໍ່ວຽກງານແນວຄິດ; ປະສານສົມທົບບັນດາ “ເຫຼົ່າທັບ” ຢ່າງແໜ້ນແຟ້ນ ໃນແນວຮົບດ້ານແນວຄິດ, ສ້າງກຳລັງແຮງສັງລວມ, ຕອບສະໜອງຄວາມຕ້ອງການແລະໜ້າທີ່ໃນສະພາບການໃໝ່.

ການນຳພາຂອງພັກແມ່ນປັດໄຈຕັດສິນທີ່ສຸດ ເຖິງການເພີ່ມທະວີລັກສະນະສູ້ຮົບ, ລັກສະນະຊັກຈູງ ແລະ ປະສິດທິຜົນ ຂອງວຽກງານແນວຄິດໃນໄລຍະໃໝ່. ເພື່ອຍົກສູງລັກສະນະສູ້ຮົບ, ລັກສະນະຊັກຈູງ ແລະ ປະສິດທິຜົນຂອງວຽກງານແນວຄິດໃຫ້ສູງກວ່າອີກ, ບັນດາຄະນະພັກ, ອົງການຈັດຕັ້ງພັກຕ້ອງຊາບຊຶມຢ່າງເລິດເຊິ່ງ, ກຳແໜ້ນ ແລະ ຜັນຂະຫຍາຍແຜນການ ເພື່ອຫັນບັນດາມະຕິຂອງພັກກ່ຽວກັບວຽກງານແນວຄິດເປັນອັນລະອຽດ, ໂດຍສະເພາະ ມະຕິກອງປະຊຸມສູນກາງພັກຄັ້ງທີ 5 ສະໄໝທີ 10, “ວ່າດ້ວຍວຽກງານແນວຄິດ ທິດສະດີ ແລະ ສື່ສິ່ງພິມ ຕໍ່ໜ້າຄວາມຕ້ອງການໃໝ່ແລະ ບັນດາທັດສະນະໃໝ່ກ່ຽວກັບວຽກງານແນວຄິດທີ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ວາງອອກມາ.

ພິເສດ, ຕ້ອງການເພີ່ມທະວີການໂຄສະນາ, ອົບຮົມສຶກສາລັດທິມາກ-ເລນິນ, ແນວຄິດໂຮ່ຈີມິນ, ປະເພນີວັດທະນະທຳອັນດີງານຂອງຊາດ ແລະ ປະຫວັດສາດ​ການ​ປະຕິວັດ​ອັນ​ສະຫງ່າ​ງາມ​ຂອງ​ພັກ, ຄວາມສາມັກຄີ ເປັນເອກະພາບຂອງປະຊາຊົນທັງຊາດ; ຍົກສູງລະດັບ​ທິດ​ສະ​ດີ​ການ​ເມືອງ​ໃຫ້​ພະນັກງານ ສະມາຊິກ​ພັກ​ຢ່າງ​ບໍ່​ຢຸດ​ຢັ້ງ. ດຳເນີນການປ່ຽນແປງໃໝ່ໂຄງການ ຫຼັກສູດ, ເນື້ອໃນ, ວິທີການອົບຮົມສຶກສາທິດສະດີການເມືອງ ຕາມທິດນຳ “ວິທະຍາສາດ, ພຶດຕິກຳຕົວຈິງ, ປະດິດສ້າງ ແລະ ທັນສະໄໝ”. ຍູ້ແຮງການໂຄສະນາເຜີຍແຜ່ແນວທາງ ແຜນນະໂຍບາຍຂອງພັກ, ນະໂຍບາຍ ກົດໝາຍຂອງລັດ ຢ່າງກວ້າງຂວາງ ໂດຍຕິດກັບການປຸກລະດົມຂະບວນການແຂ່ງຂັນຮັກຊາດ, ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ, ສ້າງຄວາມເຫັນດີເຫັນພ້ອມໃນຄວາມຮັບຮູ້ ແລະ ຄວາມເປັນເອກະພາບໃນການກະທຳ ຢູ່ໃນພັກ ແລະ ໃນປະຊາຊົນ.

ທີສອງ, ສຸມໃສ່ການສະຫຼຸບສັງລວມພຶດຕິກຳຕົວຈິງ, ເຊື່ອມຕໍ່ການສະຫຼຸບສັງລວມພຶດຕິກຳ ກັບການພັດທະນາທິດສະດີ, ຍົກສູງລະດັບທິດສະດີຂອງພັກກ່ຽວກັບແນວທາງປ່ຽນແປງໃໝ່, ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມ ຢູ່ຫວຽດນາມ ແລະ ຕອບບັນຫາໃໝ່ແລະຍາກທີ່ເກີດຈາກພຶດຕິກຳ.

ບັນດາ ຊ່ອງຫວ່າງທາງທິດສະດີຖ້າບໍ່ໄດ້ຮັບການແກ້ໄຂຢ່າງຖີ່ຖ້ວນ ຈະສ້າງ ຊ່ອງທາງ” ໃຫ້ແກ່ກຳລັງສັດຕູແລະພວກປະຕິການບຸກໂຈມຕີຖານທິດສະດີຂອງພັກ. ສໍາລັບບັນຫາທິດສະດີທີ່ຫຍຸ້ງຍາກ ແລະ ສັບສົນ ເຊິ່ງຍັງມີຄວາມຄິດເຫັນແຕກຕ່າງກັນຢູ່ນັ້ນ, ຈໍາເປັນຕ້ອງມີການສົນທະນາຢ່າງເປັນປະຊາທິປະໄຕໃນວົງກວ້າງ, ສົນທະນາໃຫ້ເຖິງທີ່ສຸດ ແລະ ຄ່ອຍໆ ຈຳກັດຄວາມແຕກຕ່າງໃຫ້ແຄບລົງ ກ່ອນການຕັດສິນຕົກລົງ, ຫຼີກລ່ຽງການສົນທະນາແບບຮູບການ ຜິວເຜີນໂດຍເດັດຂາດ. ການຄົ້ນຄວ້າ ໝູນໃຊ້ ແລະ ພັດທະນາລັດທິມາກ-ເລນິນ, ແນວຄິດໂຮ່ຈີມິນ ຢ່າງປະດິດສ້າງ ຕ້ອງຕິດແໜ້ນກັບການຕໍ່ສູ້ປົກປ້ອງພື້ນຖານແນວຄິດຂອງພັກ, ຍົກສູງລັກສະນະສູ້ຮົບໃນແນວຮົບດ້ານແນວຄິດ ທິດສະດີ; ຍ້ອນວ່າ ມັນແມ່ນສອງດ້ານຂອງວຽກງານທິດສະດີ ທີ່ມີຄວາມພົວພັນສະໜິດແໜ້ນນຳກັນ, ບໍ່ແຍກອອກຈາກກັນ; ຕ້ອງກາຍເປັນໜ້າທີ່ອັນດັບໜຶ່ງ ແລະ ເປັນປະຈຳ ໃນວຽກງານການເມືອງ ແນວຄິດ ທິດສະດີຂອງພັກ. 

ທີສາມ, ​ເຂົ້າ​ໃຈ​ສະພາບ​ການແນວຄິດ​​ພາຍ​ໃນ​ພັກ ແລະ ໃນໝູ່ປະຊາຊົນຢ່າງ​ເປັນ​ປະຈຳ, ຄາດ​ຄະ​ເນ​ຄວາມ​ເຫັນ​ຂອງ​ປະຊາຊົນ​ຢ່າງ​ຖືກ​ຕ້ອງ​ແລະ​ໃກ້​ຊິດ ​ໂດຍ​ຕິດ​ພັນ​ກັບ​ການ​ປ່ຽນ​ໃໝ່​ການ​ຮ່ຳຮຽນ, ​​ການຊາບຊຶມ ​ແລະ ​ການໂຄສະນາເຜີຍ​ແຜ່​ມະຕິ​ຂອງ​ພັກ.

ເພື່ອຍົກສູງລັກສະນະຊັກຊວນ ແລະ ປະສິດທິຜົນຂອງວຽກງານແນວຄິດ, ຕ້ອງກຳສະພາບການແນວຄິດໃນພັກແລະໃນສັງຄົມ, ຄາດ​ຄະ​ເນ ກຳນົດທິດທາງຢ່າງ​ຖືກຕ້ອງ, ຈັດການ​ແກ້​ໄຂ​ບັນດາ​ບັນຫາແນວຄິດໃນ​ພັກ​ແລະສັງຄົມຢ່າງຖືກຕ້ອງ ທັນການ; ເອົາໃຈໃສ່ການກຳ ແລະ ນຳນົດທິດທາງຄວາມຄິດເຫັນສັງຄົມ; ຈາກນັ້ນ, ຈະ​ມີການວາງ​ທິດ​ທາງ​ທີ່​ຖືກຕ້ອງ​ແລະ​ເໝາະ​ສົມ, ຮັບປະກັນ​ຄວາມເປັນເອກະພາບທາງດ້ານແນວຄິດພາຍ​ໃນ​ພັກ ​ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງຄົມ. ໃນການຊາບຊຶມ ແລະ ໂຄສະນາເຜີຍແຜ່ມະຕິຂອງພັກນັ້ນ, ຕ້ອງເອົາໃຈໃສ່ຊາບຊຶມແລະໂຄສະນາເຜີຍແຜ່ບັນດາເນື້ອໃນພື້ນຖານຫຼັກແຫຼ່ງ, ບັນດາຈຸດໃໝ່ໃນມະຕິ; ຕິດຕາມໃກ້ຊິດກັບຂົງເຂດ, ພື້ນທີ່, ເປົ້າໝາຍ, ກັບ​ຜົນ​ປະ​ໂຫຍດທີ່ແທດຈິງ, ເອົາ​ໃຈ​ໃສ່​ບັນ​ຫາທີ່ຮ້ອນເຄືອງ ​ແລະ ​ຄວາມ​ຂັດ​ແຍ່ງ​ທີ່​ເກີດ​ຂຶ້ນ​ໃນລະຫວ່າງການພັດທະນາຂອງພຶດຕິກຳຕົວຈິງ. ຜັນ​ຂະ​ຫຍາຍບັນດາ​ວິ​ທີ​ການ​ຮ່ຳ​ຮຽນ, ຊາບຊຶມ, ໂຄສະນາເຜີຍແຜ່​ມະ​ຕິ​ຂອງ​ພັກ, ເຊັ່ນ ສົມທົບການເຮັດໂດຍກົງກັບອອນໄລນ໌ ເພື່ອເພີ່ມການຊັກຊວນ, ດຶງດູດໃຈ ແລະ ປະສິດທິຜົນ.

ທີສີ່, ວຽກງານແນວຄິດຕ້ອງເພີ່ມທະວີການປົກປ້ອງພື້ນຖານແນວຄິດຂອງພັກ, ຕໍ່ສູ້ຢ່າງເດັດດ່ຽວແລະເປັນປະຈຳ ເພື່ອບອກປັດບັນດາທັດສະນະທີ່ຜິດພາດ ທີ່ເປັນປະຕິປັກ, ໂດຍສະເພາະໃນໂລກໄຊເບີຮ໌; ເປັນເຈົ້າການໃນການສະໜອງຂໍ້ມູນຢ່າງທັນການ ຖືກຕ້ອງ ພາວະວິໄສ ແລະ ຖືກທິດທາງ ເພື່ອປ້ອງກັນແລະຕໍ່ສູ້ກັບ “ການຫັນປ່ຽນໂດຍສັນຕິ”, ກັບຂໍ້ມູນຂ່າວສານທີ່ບໍ່ດີ ແລະ ເປັນພິດ ​ໃນ​ອິນ​ເຕີ​ເນັດ, ​ເຄືອ​ຂ່າຍ​ສັງຄົມ.

ຢາກເຮັດໄດຄືແນວນັ້ນ, ຈໍາເປັນຕ້ອງລະບຸຢ່າງຈະແຈ້ງກ່ຽວກັບຖ້ອຍທຳນອງທີ່ບິດເບືອນຂອງກໍາລັງສັດຕູແລະປະຕິການ, ບັນດາຂໍ້ມູນຂ່າວສານທີ່ບໍດີແລະເປັນພິດ ໃນອິນເຕີເນັດ, ເຄືອຂ່າຍສັງຄົມ; ພ້ອມກັນນັ້ນ, ດຳເນີນການຄົ້ນຄວ້າພື້ນຖານແນວຄິດຂອງພັກ ຢ່າງມີວິທີແບບສະບັບ ພື້ນຖານ. ສຸມໃສ່ການກໍ່ສ້າງຖັນແຖວພະນັກງານທີ່ເຮັດວຽກງານທິດສະດີສະເພາະທາງ, ມີຄວາມຮູ້ຢ່າງເລິກເຊິ່ງ ແລະ ມີລະດັບຄວາມສາມາດໃນການຕໍ່ສູ້ຢ່າງມີປະສິດທິຜົນໃນແນວຮົບດ້ານແນວຄິດ ທິດສະດີ. ພຽງ​ແຕ່​ເຮັດ​ຄື​ແນວ​ນີ້ ພວກເຮົາ​ຈຶ່ງສາມາດເພີ່ມ​ທະວີ​ລັກສະນະສູ້ຮົບ ​ແລະ ປົກ​ປັກ​ຮັກສາ​ພື້ນຖານແນວຄິດ​ຂອງ​ພັກ​ຢ່າງ​ມີ​ປະສິດທິ​ຜົນ, ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ ​ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ສັງຄົມ; ພ້ອມກັນນັ້ນ, ບໍ່​ອະນຸຍາດ​ໃຫ້​ການ​ເຄື່ອນ​ໄຫວໃດໆທີ່​ສວຍ​ໃຊ້ ​ເສລີພາບທານ​ຄວາມ​ຄິດ”, “​ເສລີພາບທາງ​ວິຊາ​ການເພື່ອ​ເຜີຍ​ແຜ່​ທັດສະນະ​ທີ່​ຜິດພາດ, ​ເປັນປະຕິປັກ, ຄັດຄ້ານ​ພັກ, ລັດ, ລະບອບການປົກຄອງ, ແບ່ງແຍກກ້ອນມະຫາສາມັກຄີປວງຊົນທັງຊາດ, ກໍ່ໃຫ້ເກີດຄວາມ​ບໍ່​ໝັ້ນຄົງທາງສັງຄົມ, ກີດຂວາງ​ການ​ພັດທະນາ​ຂອງ​ປະ​ເທດ. ດຳເນີນການຕໍ່ສູ້ເພື່ອປົກປ້ອງພື້ນຖານແນວຄິດຂອງພັກ ​ບໍ່​ພຽງ​ແຕ່​ດ້ວຍ​ການ​ໂຕ້​ຖຽງ​ທາງ​ວິທະຍາສາດ​ແລະຕັກກະ​ເທົ່າ​ນັ້ນ ແຕ່​ຍັງ​ດ້ວຍ​ຂໍ້​ມູນຄວາມ​ຈິງ, ຜ່ານ​ບັນດາຮູບ​ແບບ​ສະ​ເພາະ, ດ້ວຍແບບຢ່າງຂອງວຽກດີ ຄົນເດັ່ນ; ນຳ​ໃຊ້​ຮູບ​ແບບ​ການ​ສື່​ສານ​ທີ່​ທັນ​ສະ​ໄໝ, ການ​ສື່​ສານ​ດ້ວຍມັນ​ຕິ​ມີ​ເດຍ, ປະ​ສົມ​ປະສານການປະຍຸກໃຊ້​ຜົນ​ສຳ​ເລັດ​ດ້ານ​ວິ​ທະ​ຍາ​ສາດ-​ເຕັກ​ໂນ​ໂລ​ຊີ ​ຂອງ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີສີ່... ຄວາມ​ເປັນ​ຈິງ​ຂອງ​ການ​ຕໍ່ສູ້​ໃນ​ຂົງ​ເຂດ​ທີ່​ຫຍຸ້ງຍາກ​ແລະ​ທ້າ​ທາຍ​ນີ້ ​ກຳລັງກໍ່ໃຫ້ເກີດຄວາມ​ຈຳ​ເປັນ​ຮີບ​ດ່ວນ ໃນການ​ເພີ່ມ​ທະວີ​ລັກສະນະສູ້ຮົບ ​ແລະລັກສະນະ​ຊັກ​ຊວນ ​ຂອງຫຼັກຖານ​ການ​ໂຕ້​ຖຽງ​;  ຜ່ານ​ນັ້ນ, ຈຶ່ງ​ພຽງພໍ​ທີ່​ຈະ​ທຳລາຍ​ຮາກເຫງົ້າ ​ແລະ ​ບອກປັດ​ຢ່າງ​ເດັດຂາດ​ ຕໍ່​ທັດສະນະ​ທີ່​ຜິດພາດ​ແລະ​ເປັນປະຕິປັກຂອງສັດຕູ ທີ່ຫວັງປະຕິ​ເສດ​ບົດບາດ​ນຳພາ​ຂອງ​ພັກ ​ແລະ ບັນດາ​ຜົນງານ​ອັນຍິ່ງໃຫຍ່ແລະມີຄວາມໝາຍ​ປະຫວັດສາດ ​ທີ່​ພັກ​ແລະປະຊາຊົນ​ບັນລຸ​ໄດ້.  

ທີຫ້າ, ເສີມຂະຫຍາຍບົດບາດຂອງສື່ສິ່ງພິມ, ສິລະປະ ວັນນະຄະດີຍິ່ງກວ່າອີກ ໃນແນວຮົບດ້ານແນວຄິດ ແລະ ໃນການແນະນຳຄວາມຄິດເຫັນສັງຄົມ.

ສື່ສິ່ງພິມຕ້ອງເພີ່ມທະວີລັກສະນະສູ້ຮົບ, ລັກສະນະຊັກຊວນ ແລະ ປະສິດທິຜົນຍິ່ງກວ່າອີກ; ເປັນເຈົ້າການຕອບສະໜອງຢ່າງທັນການຕໍ່ເຫດການວິກິດດ້ານການສື່ສານ; ປະກອບສ່ວນສ້າງຄວາມຄິດເຫັນສັງຄົມທີ່ດີ, ຍ້ອງຍໍຊົມເຊີຍບັນດາແບບຢ່າງຂອງວຽກດີ ຄົນເດັ່ນ, ເພີ່ມທະວີຄວາມເຫັນດີເຫັນພ້ອມສັງຄົມ ແລະ ປັບປຸງ ຍົກສູງຄວາມເຊື່ອໝັ້ນຂອງປະຊາຊົນໃນການນຳພາຂອງພັກ. ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ເນັ້ນໜັກວ່າ: “ເພີ່ມທະວີການຄຸ້ມຄອງ ແລະ ແນະນຳການເຄື່ອນໄຫວຂອງບັນດາອົງການຂ່າວ; ສຸມໃສ່ການອົບຮົມສຶກສາ ແລະກໍ່ສ້າງຖັນແຖວພະນັກງານຄຸ້ມຄອງສື່ສິ່ງພິມ, ນັກໜັງສືພິມ, ຜູ້ບັນນະທິການ ໃຫ້ມີຄວາມກ້າຫານທາງການເມືອງ, ມີຄຸນສົມບັດສິນທຳທີ່ຜ່ອງໃສ ແລະ ມີຄວາມຊ່ຽວຊານດ້ານວິຊາຊີບ ເພື່ອຍົກສູງຄຸນນະພາບຂອງວຽກງານໂຄສະນາອົບຮົມ;ຈັດກການຢ່າງເຂັ້ມງວດຕາມ​ຂໍ້​ກຳນົດ​ຂອງ​ພັກ ​ແລະ ກົດໝາຍ​ຂອງ​ລັດ ຕໍ່ບັນດາ​ອົງການ​ຂ່າວ, ນັກ​ຂ່າວ​ທີ່ເຜີຍ​ແຜ່​ຂໍ້​ມູນ​ທີ່​ຍັງ​ບໍ່​​ໄດ້​ຮັບ​ການ​ຢັ້ງຢືນ ກວດສອບ, ບໍ່​ມີ​ພື້ນຖານຄວາມຈິງ​ຫຼື​ເຫດຜົນ, ກໍ່ໃຫ້ເກີດ​ອິດ​ທິພົນ​ທາງ​ລົບ ໃນ​ຄວາມ​ເຫັນ​ຂອງ​ປະຊາຊົນ; ເສີມຂະຫຍາຍກວ່າອີກ ບົດບາດຂອງສິລະປະ ວັນນະຄະດີ ໃນແນວຮົບດ້ານແນວຄິດ; ຍູ້ແຮງການປະຍຸກໃຊ້ຜົນສຳເລັດຂອງວິທະຍາສາດ-ເຕັກໂນໂລຊີ ໃນການຮັບໃຊ້ວຽກງານໂຄສະນາອົບຮົມ, ຮັບປະກັນຄວາມໝັ້ນຄົງດ້ານແນວຄິດ ໃນສະພາບແວດລ້ອມໄຊເບີຮ໌ສະເປດ(8).

ທີຫົກ, ວຽກງານແນວຄິດຕ້ອງສົ່ງເສີມແລະເພີ່ມທະວີຄວາມຮັບຜິດຊອບເປັນແບບຢ່າງຂອງພະນັກງານ ສະມາຊິກພັກ, ໂດຍສະເພາະແມ່ນ ພະນັກງານຂັ້ນຍຸດທະສາດ, ຫົວໜ້າສຳນັກງານ ອົງການ ທ້ອງຖິ່ນ ໜ່ວຍງານ; ຕິດແໜ້ນກັບການປ້ອງກັນແລະຕ້ານການເສື່ອມໂຊມທາງດ້ານແນວຄິດການເມືອງ, ຄຸນສົມບັດສິນທຳ, ວິຖີຊີວິດ, ບັນດາປະກົດການປ່ຽນແປງຕົນເອງ”, “ຫັນປ່ຽນຕົນເອງ”, ປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 4 ສະໄໝທີ 11, 12, 13 ຢ່າງເຂັ້ມງວດ ເດັດດ່ຽວ ແລະ ເຖິງຖອງ.

ວຽກ​ງານ​ແນວ​ຄິດ​ຕ້ອງ​ເພີ່ມພູຄວາມ​ຮູ້​ຄວາມເຂົ້າໃຈໃຫ້​ເລິກ​ເຊິ່ງຍິ່ງຂຶ້ນ, ມີພະລັງທີ່ຈະຂັບເຄື່ອນຫົວໃຈຂອງທຸກຄົນ, ພິເສດແມ່ນຖັນແຖວພະນັກງານ ສະມາຊິກພັກ, ກ່ຽວກັບກຽດສັກສີແລະຄຸນຄ່າໃນຊີວິດຂອງແຕ່ລະຄົນ; ຕ້ອງມີສະຕິ, ມີຄວາມຮັບຜິດຊອບສູງ, ມີຄວາມນັບຖືຕົນເອງ ແລະ ບຸກຄະລິກກະພາບຂອງມະນຸດ. ພະນັກງານ ສະມາຊິກພັກແຕ່ລະຄົນ ຕ້ອງຮັບຮູ້ສະເໝີວ່າ ຕົນເອງມີຊີວິດຢູ່ທ່າມກາງປະຊາຊົນ, ເພື່ອປະຊາຊົນ, ເຂົ້າໃຈແລະພະຍາຍາມຕອບສະໜອງຕາມຄຳຮຽກຮ້ອງ ແລະ ຄວາມປາຖະໜາອັນຊອບທຳຂອງປະຊາຊົນ ເພື່ອໃຫ້ປະຊາຊົນເຊື່ອໝັ້ນໃນພັກ, ຮັກແພງພັກ, ໄປຕາມພັກ, ປະຕິບັດແຜນນະໂຍບາຍ ແນວທາງ ມະຕິຂອງພັກ, ນະໂຍບາຍ ກົດໝາຍຂອງລັດ ຢ່າງຕັ້ງໜ້າ ປະດິດສ້າງ.

ທີເຈັດ, ມີແຜນການ, ຍຸດທະສາດພັດທະນາຖັນແຖວພະນັກງານເຮັດວຽກງານແນວຄິດຢ່າງເປັນແບບສະບັບ ພື້ນຖານ, ໂດຍສະເພາະແມ່ນ ຖັນແຖວຜູ້ຊ່ຽວຊານນຳໜ້າຂະແໜງການ, ໄປຄຽງຄູ່ກັບການກຳນົດນະໂຍບາຍດຶງດູດ ໃຫ້ຄ່າຕອບແທນໃຫ້ພະນັກງານຢ່າງ​ເໝາະ​ສົມ ​ແລະ ທັນ​ການ.

​ໃນ​ສະພາບ​ທີ່ຖັນແຖວ​ພະນັກງານແລະຜູ້​ຊ່ຽວຊານ​ທີ່​ເຮັດ​ວຽກ​ງານແນວຄິດ​ຍັງອ່ອນນ້ອຍນັ້ນ ຈຳເປັນ​ຢ່າງຍິ່ງທີ່ຈະຕ້ອງ​ມີ​ຍຸດ​ທະ​ສາດ ​ແລະ ວິທີ​ແກ້​ບັນຫາ​ນີ້​ຢ່າງ​ວ່ອງ​ໄວ. ຄວາມເປັນຈິງໃຫ້ເຫັນວ່າ ​ຈະບໍ່ສາມາດຍົກສູງລັກສະນະສູ້ຮົບ ລັກສະນະຊັກ​ຊວນ ​ແລະ ປະສິດທິ​ຜົນ​ຂອງ​ວຽກ​ງານແນວຄິດໄດ້ ຖ້າຫາກ​ບໍ່​ສຸມ​ໃສ່​ຍຸດ​ທະ​ສາດ​ພັດທະນາ​ຖັນແຖວ​ພະນັກງານເຮັດວຽກງານແນວຄິດ. ຕ້ອງການກໍ່ສ້າງແລະພັດທະນາຖັນແຖວພະນັກງານ, ຄັດເລືອກຜູ້ຊ່ຽວຊານຕາມຈິດໃຈເຄົາລົບໃຊ້ຄົນເກັ່ງ, ມີນະໂຍບາຍທີ່ສົມເຫດສົມຜົນເພື່ອສົ່ງເສີມໃຫ້ພະນັກງານກ້າຄິດ, ກ້າເຮັດ, ກ້າສະ​ເໜີ​ຂໍ້​ສະ​ເໜີ​ແນະ​ ແລະ​ວິ​ທີ​ແກ້​ບັນຫາທີ່ກ້າວລ້ຳ ເພື່ອແກ້ໄຂບັນດາບັນຫາແນວຄິດທີ່ສຳຄັນ ຮີບດ່ວນ ທີ່ພຶດຕິກຳແຫ່ງການພັດທະນາວາງອອກມາ. ​ເພີ່ມ​ທະວີ​ການ​ຝຶກ​ອົບຮົມ​ຢ່າງ​ເຂັ້ມຂົ້ນ ​ແລະສະໝ່ຳສະເໝີ ໃຫ້ຖັນແຖວ​ພະນັກງານເຮັດວຽກງານແນວຄິດ; ສ້າງແຫຼ່ງພື້ນຖານແລະຍາວນານ ສຳລັບການພັດທະນາຖັນແຖວພະນັກງານນີ້. ປັບປຸງລະບອບ ນະໂຍບາຍບຸລິມະສິດພິເສດ ໃຫ້ຜູ້ເຮັດວຽກງານແນວຄິດ ທິດສະກີດ; ມີຮູບແບບການຍົກຍ່ອງໃຫ້​ກຽດ ແລະ ໃຫ້ລາງວັນທີ່ສູງສົ່ງ ແກ່ບຸກຄົນທີ່ມີຜົນງານດີເດັ່ນຫຼາຍຢ່າງ, ໄປ​ຄຽງ​ຄູ່​ກັບ​ການ​​ປຸກກະຕູ້ນ​ຄວາມ​ພາກ​ພູມ​ໃຈ​, ປັບ​ປຸງ​ຄວາມ​ຮັບ​ຜິດ​ຊອບ​ ແລະ ​ຈັນ​ຍາ​ບັນ​ວິຊາ​ຊີບ ​ຂອງ​ພະ​ນັກ​ງານ​ເຮັດວຽກງານແນວຄິດ.  

ທີແປດ, ວຽກງານແນວຄິດໃນປະຈຸບັນຕ້ອງປະກອບສ່ວນເສີມຂະຫຍາຍສຸດຂີດ ເຈດຈຳນົງອີງໃສ່ຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປຸກຕື່ນຈິດໃຈປະດິດສ້າງ ແລະ ຄວາມມຸ່ງມາດປາຖະໜາໃນການພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງ ມີຄວາມສຸກ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໃຫ້ສຳເລັດມີໄຊ

ສຸມໃສ່ການຍົກສູງຄວາມຮັບຮູ້, ຊາບຊຶມຢ່າງເລິກເຊິ່ງ ເປັນປະຈຳ ແລະ ຕໍ່ເນື່ອງໃຫ້ພະນັກງານ ສະມາຊິກພັກກຳແໜ້ນ ​ບັນດາ​ເນື້ອ​ໃນ​ຂອງ​ແນວ​​ຄິດຫຼັກ​ທີ່ສະ​ແດງ​ອອກ​ໃນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຄື: ເພີ່ມທະວີການກໍ່ສ້າງແລະປັບປຸງພັກ ແລະ ລະບົບການເມືອງ ໃຫ້ສະອາດປອດໃສ ແລະ ໝັ້ນຄົງເຂັ້ມແຂງ; ປຸກຕື່ນຄວາມມຸ່ງມາດປາຖະໜາໃນການພັດທະນາປະເທດ, ເສີມຂະຫຍາຍເຈດຈຳນົງ, ກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ ສົມທົບກັບກຳລັງແຮງຂອງຍຸກສະໄໝ; ສືບຕໍ່ຍູ້ແຮງກິດຈະການປ່ຽນແປງໃໝ່ຢ່າງຮອບດ້ານ ຄົບຊຸດ; ກໍ່ສ້າງແລະປົກປັກຮັກສາປະເທດຊາດໃຫ້ໝັ້ນຄົງ, ຮັກສາສະພາບແວດລ້ອມສັນຕິພາບ ແລະສະຖຽນລະພາບ; ສູ້ຊົນເພື່ອເຖິງກາງສະຕະວັດທີ 21 ຫວຽດນາມກາຍເປັນປະເທດທີ່ພັດທະນາແລ້ວ ຕາມທິດທາງສັງຄົມນິຍົມ./.  

-------------------

(1) ໂຮ່ຈີມິນນິພົນຄົບຊຸດ, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 8, ໜ້າ 554 – 555.

(2) ໂຮ່ຈີມິນນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 14, ໜ້າ 159.

(3) ໂຮ່ຈີມິນນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 284.

(5) ມະຕິສະບັບເລກທີ 05-NQ/TW, ລົງວັນທີ 28 ພຶດສະພາ 1987, ຂອງກົມການເມືອງສູນກາງພັກສະໄໝທີ 6, “ວ່າດ້ວຍການປ່ຽນແປງໃໝ່ ແລະ ຍົກສູງລະດັບການນຳພາ ຄຸ້ມຄອງ ສິລະປະ ວັນນະຄະດີ ແລະ ວັດທະນະທຳ, ເສີມຂະຫຍາຍຄວາມສາມາດໃນການປະດິດຄິດແຕ່ງ, ນຳ​ເອົາສິລະປະ ​ວັນນະຄະດີ ​ແລະ ວັດທະນະທຳ​ຂຶ້ນ​ສູ່​ລະດັບ​ການພັດທະນາໃໝ່”; ມະຕິສະບັບເລກທີ 07-NQ/TW, ລົງວັນທີ 24 ສິງຫາ 1989, ຂອງກອງປະຊຸມສູນກາງພັກຄັ້ງທີ 7 ສະໄໝທີ 6, ວ່າດ້ວຍບາງບັນຫາຮີບດ່ວນກ່ຽວກັບວຽກງານແນວຄິດ ໃນສະພາບການພາຍໃນປະເທດແລະສາກົນປະຈຸບັນ”; ມະຕິສະບັບເລກທີ 16-NQ/TW, ລົງວັນທີ 18 ມີນາ 2002, ຂອງກອງປະຊຸມສູນກາງພັກຄັ້ງທີ 5 ສະໄໝທີ 9, “ວ່າດ້ວຍໜ້າທີ່ຕົ້ນຕໍຂອງວຽກງານແນວຄິດ ທິດສະດິ ໃນສະພາບການໃໝ່”; ມະຕິສະບັບເລກທີ 16-NQ/TW, ລົງວັນທີ 1 ສິງຫາ 2007, ຂອງກອງປະຊຸມສູນກາງພັກຄັ້ງທີ 5 ສະໄໝທີ 10, “ວ່າດ້ວຍວຽກງານແນວຄິດ ທິດສະດີ ແລະ ສື່ສິ່ງພິມ ຕໍ່ໜ້າຄວາມຮຽກຮ້ອງຕ້ອງການໃໝ່”; ມະຕິສະບັບເລກທີ 35-NQ/TW, ລົງວັນທີ 25 ຕຸລາ 2018, ຂອງກົມການເມືອງສູນກາງພັກສະໄໝທີ 12ວ່າດ້ວຍ ເພີ່ມທະວີການປົກປ້ອງຮາກຖານແນວຄິດຂອງພັກ, ຕໍ່ສູ້ບອກປັດບັນດາທັດສະນະທີ່ຜິດພາດ ເປັນປະຕິປັກ ໃນສະພາບການໃໝ່”; ບົດສະຫຼຸບເລກທີ 01-KL/TW, ອອກວັນທີ 18 ພຶດສະພາ 2021, ຂອງກົມການເມືອງສູນກາງພັກສະໄໝທີ 13, “ວ່າດ້ວຍການສືບຕໍ່ປະຕິບັດຄຳສົ່ງເລກທີ 05-CT/TW ຂອງກົມການເມືອງສູນກາງພັກ ວ່າດ້ວຍການຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດສິນທຳ ແລະ ແບບແຜນ ໂຮ່ຈີມິນ””...

(5), (6) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 33, 181.

(7) ເບິ່ງ: ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 2, ໜ້າ 172 – 173.

(8) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 2, ໜ້າ 234.

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 995 (ເດືອນສິງຫາ 2022)