ສືບຕໍ່ປ່ຽນແປງໃໝ່, ຍົກສູງຄຸນນະພາບແລະປະສິດທິຜົນ
ຂອງການເຄື່ອນໄຫວຕິດຕາມກວດກາສູງສຸດ ຂອງສະພາແຫ່ງຊາດ,
ປະກອບສ່ວນຄວບຄຸມອຳນາດ ແລະ ຈັດຕັ້ງປະຕິບັດແນວທາງ
ແຜນນະໂຍບາຍຂອງພັກ, ນະໂຍບາຍ ກົດໝາຍຂອງລັດ
ຢ່າງສຳເລັດມີໄຊ
ຂອງການເຄື່ອນໄຫວຕິດຕາມກວດກາສູງສຸດ ຂອງສະພາແຫ່ງຊາດ,
ປະກອບສ່ວນຄວບຄຸມອຳນາດ ແລະ ຈັດຕັ້ງປະຕິບັດແນວທາງ
ແຜນນະໂຍບາຍຂອງພັກ, ນະໂຍບາຍ ກົດໝາຍຂອງລັດ
ຢ່າງສຳເລັດມີໄຊ
ວກ. - ພ້ອມກັນກັບບັນດາພາລະບົດບາດສ້າງລັດຖະທຳມະນູນ, ສ້າງກົດໝາຍ ແລະ ຕັດສິນຕົກລົງ ບັນດາບັນຫາທີ່ສຳຄັນຂອງປະເທດນັ້ນ ການຕິດຕາມກວດກາສູງສຸດຂອງສະພາແຫ່ງຊາດ ມີທີ່ຕັ້ງແລະບົດບາດທີ່ສຳຄັນທີ່ສຸດ ໃນກົນໄກການຈັດຕັ້ງ, ການດຳເນີນງານ, ການບັງຄັບໃຊ້ ແລະ ການຄວບຄຸມອຳນາດລັດ. ໂດຍສືບທອດແລະເສີມຂະຫຍາຍມູນເຊື້ອ ອັນສະຫງ່າງາມ ໃນ 76 ປີທີ່ຜ່ານມາ, ຊາບຊຶມໂຄງການການເມືອງ ທັດສະນະ ແລະ ແນວທາງຂອງພັກ ຢ່າງເລິກເຊິ່ງ, ຕໍ່ໜ້າຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ພັດທະນາປະເທດ ໃນໄລຍະໃໝ່, ສະພາແຫ່ງຊາດ ສືບຕໍ່ປ່ຽນແປງໃໝ່ ຈິນຕະນາການ ແລະ ວິທີການຢ່າງແຂງແຮງ ເພື່ອຍົກສູງກວ່າອີກ ຄຸນນະພາບແລະປະສິດທິຜົນ ຂອງການເຄື່ອນໄຫວຕິດຕາມກວດກາສູງສຸດ.
ສະຫາຍ ເວືອງ ດິ່ງເຫວ້ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ພົບປະກັບຜູ້ມີສິດເລືອກຕັ້ງ ຢູ່ເມືອງ ເລເຈິນ, ນະຄອນ ຫາຍຟອງ _ພາບ: TTXVN
ສະພາແຫ່ງຊາດມີພາລະບົດບາດສ້າງລັດຖະທຳມະນູນ, ສ້າງກົດໝາຍ ແລະ ຕັດສິນຕົກລົງບັນດາບັນຫາທີ່ສຳຄັນຂອງປະເທດ, ນອກຈາກນັ້ນ, ສະພາແຫ່ງຊາດແມ່ນອົງການຂອງລັດພຽງແຫ່ງດຽວ ທີ່ໄດ້ຮັບມອບໝາຍຈາກປະຊາຊົນ ໃຫ້ປະຕິບັດໜ້າທີ່ຕິດຕາມກວດກສູງສຸດ ຕໍ່ການເຄື່ອນໄຫວຂອງລັດ ເພື່ອປະກອບສ່ວນຄວບຄຸມອຳນາດ, ຮັບປະກັນການຈັດຕັ້ງປະຕິບັດແນວທາງ ແຜນນະໂຍບາຍຂອງພັກ ແລະ ນະໂຍບາຍ ກົດໝາຍຂອງລັດ ຢ່າງມີປະສິດທິຜົນ. ໃນປະຈຸບັນ, ການຄວບຄຸມອຳນາດລັດຢູ່ຫວຽດນາມ ດຳເນີນໄປດ້ວຍຫຼາຍວິທີທີຕ່າງກັນ, ນັ້ນແມ່ນ: ຄວບຄຸມດ້ວຍຫຼັກການອຳນາດລັດແມ່ນເປັນເອກະພາບ, ມີການແບ່ງງານ, ການປະສານງານ, ການກວດກາລະຫວ່າງບັນດາອົງການລັດ ໃນການປະຕິບັດບັນດາອຳນາດນິຕິບັນຍັດ, ອຳນາດບໍລິຫານ ແລະ ອຳນາດຕຸລາການ; ການຄວບຄຸມຢູ່ພາຍໃນແຕ່ລະອົງການລັດ; ການຄວບຄຸມດ້ວຍວຽກງານກວດກາ ແລະ ຕິດຕາມກວດກາຂອງພັກ ຕໍ່ບັນດາອົງການຈັດຕັ້ງພັກ ແລະ ສະມາຊິກພັກ ທີ່ເຄື່ອນໄຫວໃນກົງຈັກແຫ່ງລັດ; ການຄວບຄຸມດ້ວຍກົນໄກ ກວດລັດຖະການ, ການກວດກາ, ການກວດສອບການເຄື່ອນໄຫວຂອງໜ່ວຍງານຂອງລັດ ທີ່ໃຊ້ສິດທາງຕຸລາການ ແລະ ເຂົ້າຮ່ວມໃນການປະຕິບັດສິດທາງຕຸລາການ; ການຄວບຄຸມຕົນເອງ ດ້ວຍການປະຕິບັດຄວາມຮັບຜິດຊອບເປັນແບບຢ່າງ, “ກວດສອບຕົນເອງ”, “ແກ້ໄຂຕົນເອງ”, ຕິຊົມຕົນເອງແລະຕິຊົມ, ຕິດພັນກັບການສ້າງສິນທຳທາງການປົກຄອງ, ຕໍາແໜ່ງຍິ່ງສູງ ຍິ່ງຕ້ອງເປັນແບບຢ່າງ; ການຄວບຄຸມດ້ວຍການຄຸ້ມຄອງທີ່ດີ ໂດຍອີງໃສ່ຫຼັກການເປີດເຜີຍ ໂປ່ງໃສ, ຄວາມຮັບຜິດຊອບໃນການອະທິບາຍລາຍງານ, ການປົກປ້ອງສິດທິມະນຸດ ແລະ ສິດທິພົນລະເມືອງ; ການຄວບຄຸມຜ່ານການຕິດຕາມກວດກາ ແລະວິຈານສັງຄົມ ຂອງແນວໂຮມປະເທດຊາດ, ຂອງບັນດາອົງການຈັດຕັ້ງການເມືອງ-ສັງຄົມ ແລະ ຂອງປະຊາຊົນ; ການຄວບຄຸມຜ່ານການຕິດຕາມຄວາມຄິດເຫັນຂອງປະຊາຊົນ ແລະ ການວິຈານຂອງສື່ມວນຊົນ; ແລະອື່ນໆ. ໃນນັ້ນ, ການຕິດຕາມກວດກາສູງສຸດ ຂອງສະພາແຫ່ງຊາດ ແມ່ນວິທີການຄວບຄຸມອຳນາດທີ່ສຳຄັນ ແລະ ເປັນພື້ນຖານ ໃນກົນໄກຄວບຄຸມອຳນາດ ຂອງຫວຽດນາມ ໃນປະຈຸບັນ.
1- ການປະຕິບັດບັນດາເປົ້າໝາຍ ແລະ ໜ້າທີ່ການພັດທະນາປະເທດ ໃນໄລຍະໃໝ່, ພ້ອມກັບຄວາມຕ້ອງການ ໃນການສ້າງແລະປັບປຸງບູລະນະ ລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ແລະ ລະບອບປະຊາທິປະໄຕສັງຄົມນິຍົມ, ບັນຫາຢືນຢັນທີ່ຕັ້ງແລະບົດບາດຂອງສະພາແຫ່ງຊາດ ໃນການຈັດຕັ້ງອຳນາດລັດ, ການເສີມຂະຫຍາຍກົນໄກປະຊາທິປະໄຕແບບຕົວແທນ, ການຍົກສູງປະສິດທິພາບແລະປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຂອງພັກ ແລະ ລັດຫວຽດນາມ, ພິເສດແມ່ນ ການເຄື່ອນໄຫວຕິດຕາມກວດກາ. ສິ່ງດັ່ງກ່າວສະແດງອອກໃນແນວທາງ ແລະ ແຜນນະໂຍບາຍຂອງພັກ:
ກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກກອມມູນິດຫວຽດນາມ (ເດືອນເມສາ 2006) ຢືນຢັນແຜນນະໂຍບາຍ “ສ້າງກົນໄກດຳເນີນງານຂອງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ, ຮັບປະກັນຫຼັກການ ອຳນາດລັດທັງໝົດເປັນຂອງປະຊາຊົນ”(1), ໃນນັ້ນ, ຕ້ອງການ “ກໍ່ສ້າງ ແລະ ປັບປຸງບູລະນະ ກົນໄກການກວດກາ, ຕິດຕາມກວດກາຄວາມຖືກຕ້ອງຕາມລັດຖະທຳມະນູນ ແລະ ຄວາມຖືກຕ້ອງຕາມກົດໝາຍ ໃນການເຄື່ອນໄຫວແລະການຕັດສິນຕົກລົງ ຂອງອົງການຂອງລັດ”(2); ພ້ອມກັນນັ້ນ, ກຳນົດ “...ສືບຕໍ່ການປ່ຽນແປງໃໝ່ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສະພາແຫ່ງຊາດ... ປະຕິບັດໜ້າທີ່ຕັດສິນວຽກງານສຳຄັນຂອງຊາດ ແລະ ພາລະໜ້າທີ່ຕິດຕາມກວດກາສູງສຸດ ໃຫ້ດີຂຶ້ນ”(3). ປະກາດຂໍ້ສະຫຼຸບສະບັບເລກທີ 144-TB/TW, ລົງວັນທີ 28 ມີນາ 2008, ຂອງກົມການເມືອງສູນກາງພັກ, “ວ່າດ້ວຍບາງບັນຫາກ່ຽວກັບການຈັດຕັ້ງແລະການຄື່ອນໄຫວ ຂອງສະພາແຫ່ງຊາດ ແລະ ຄະນະກຳມະການພັກສະພາແຫ່ງຊາດ”, ໄດ້ຢືນຢັນຄວາມຮັບຮູ້ທີ່ຖືກຕ້ອງ ກ່ຽວກັບຄວາມສຳຄັນ ຂອງການເຄື່ອນໄຫວຕິດຕາມກວດກາ, ຕັ້ງໜ້າປັບປຸງບູລະນະພື້ນຖານທາງກົດໝາຍ, ປ່ຽນໃໝ່ວິທີການຕິດຕາມກວດກາ ແລະ ເພີ່ມທະວີການນຳພາຢ່າງໃກ້ຊິດ ຂອງຄະນະປະຈຳສະພາແຫ່ງຊາດ ແມ່ນບັນດາປັດໄຈສຳຄັນທີ່ສຸດ ປະກອບສ່ວນຍົກສູງຄຸນນະພາບ ແລະ ປະສິດທິຜົນ ຂອງການເຄື່ອນໄຫວຕິດຕາມກວດກາ ຂອງສະພາແຫ່ງຊາດ.
ກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກກອມມູນິດຫວຽດນາມ (ເດືອນມັງກອນ 2011) ໄດ້ຂະຫຍາຍຄວາມຮັບຮູ້ກ່ຽວກັບການກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ໃຫ້ເລິກເຊິ່ງກວ່າອີກ. ໂຄງການການເມືອງກໍ່ສ້າງປະເທດ ໃນສະໄໝຂ້ານຜ່ານໄປສູ່ສັງຄົມນິຍົມ ຂອງພັກ (ສະບັບເພີ່ມເຕີມ, ພັດທະນາປີ 2011) ໄດ້ກຳນົດໜຶ່ງໃນ 8 ຄຸນລັກສະນະ ຂອງສັງຄົມສັງຄົມນິຍົມ ທີ່ພັກ ແລະ ປະຊາຊົນຫວຽດນາມ ພະຍາຍາມກໍ່ສ້າງຄື: ມີລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ ໂດຍພັກກອມມູນິດຫວຽດນາມນຳພາ. ພິເສດ, ເປັນຄັ້ງທຳອິດທີ່ໃນເອກະສານຂອງກອງປະຊຸມໃຫຍ່ຂອງພັກ, ຫຼັກການຄວບຄຸມອຳນາດໄດ້ຮັບການຮັບຮູ້. ຕາມນັ້ນ, “ຄົ້ນຄວ້າສ້າງແລະເພີ່ມເຕີມລະບຽບລະບອບ ແລະ ກົນໄກການດຳເນີນງານສະເພາະ ເພື່ອຮັບປະກັນຫຼັກການ ອຳນາດລັດທັງໝົດເປັນຂອງປະຊາຊົນ ແລະ ຫຼັກການ ອຳນາດລັດແມ່ນເປັນເອກະພາບ ໂດຍມີການແບ່ງງານ ປະສານງານ ແລະ ການກວດກາລະຫວ່າງບັນດາອົງການ ໃນການປະຕິບັດອຳນາດນິຕິບັນຍັດ, ອຳນາດບໍລິຫານ ແລະ ອຳນາດຕຸລາການ”(4). ກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ໄດ້ເນັ້ນໜັກເຖິງການສືບຕໍ່ປ່ຽນແປງໃໝ່ ການຈັດຕັ້ງແລະການເຄື່ອນໄຫວ ຂອງສະພາແຫ່ງຊາດ, ຮັບປະກັນໃຫ້ສະພາແຫ່ງຊາດເປັນອົງການຕົວແທນສູງສຸດ ຂອງປະຊາຊົນ ຢ່າງແທ້ຈິງ, ເປັນອົງການອຳນາດລັດສູງສຸດທີ່ “ປະຕິບັດໜ້າທີ່ຕັດສິນ ແລະ ຕິດຕາມກວດກາບັນດາບັນຫາສຳຄັນຂອງປະເທດໄດ້ດີຂຶ້ນ, ພິເສດແມ່ນ ບັນດາໂຄງການສຳຄັນຂອງຊາດ, ການຈັດສັນ ແລະ ການໃຊ້ງົບປະມານ; ການຕິດຕາມກວດກາ ການເຄື່ອນໄຫວຂອງອົງການຕຸລາການ, ການປ້ອງກັນແລະຕ້ານອາດຍາສິດ, ຕ້ານການສໍ້ລາດບັງຫຼວງ ແລະ ການໃຊ້ຈ່າຍຟຸມເຟືອຍ”(5).
ກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ (ເດືອນເມສາ 2016) ໄດ້ຕັ້ງໝັ້ນໃນທັດສະນະ ຊຸກຍູ້ການສ້າງແລະປັບປຸງບູລະນະ ລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ ໃນໄລຍະການພັດທະນາໃໝ່. ຈາກນັ້ນ ລະບຸແຈ້ງທິດທາງ “ສືບຕໍ່ປ່ຽນແປງໃໝ່ ການຈັດຕັ້ງແລະການເຄື່ອນໄຫວ ຂອງສະພາແຫ່ງຊາດ, ຮັບປະກັນໃຫ້ສະພາແຫ່ງຊາດເປັນອົງການຕົວແທນສູງສຸດ ຂອງປະຊາຊົນຢ່າງແທ້ຈິງ, ເປັນອົງການອຳນາດລັດສູງສຸດ. ສະພາແຫ່ງຊາດປະຕິບັດພາລະບົດບາດນິຕິບັນຍັດ, ຕັດສິນຕົກລົງບັນດາບັນຫາທີ່ສຳຄັນຂອງປະເທດ ແລະ ຕິດຕາມກວດກາສູງສຸດ ໃຫ້ໄດ້ເປັນຢ່າງດີ, ໂດຍສະເພາະແມ່ນ ການຄຸ້ມຄອງແລະນຳໃຊ້ຊັບພະຍາກອນຂອງປະເທດ... ປັບປຸງກົນໄກໃຫ້ສົມບູນແບບ ເພື່ອຍົກສູງຄຸນນະພາບ ແລະ ປະສິດທິຜົນການເຄື່ອນໄຫວ ຂອງບັນດາອົງການໂດຍປະຊາຊົນເລືອກຕັ້ງ, ໂດຍສະເພາະແມ່ນ ການເຄື່ອນໄຫວນິຕິບັນຍັດ ຂອງສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ, ກົນໄກຕິດຕາມກວດກາ ແລະ ປະເມີນຜົນ ສຳລັບຜູ້ດຳລົງຕຳແໜ່ງທີ່ໄດ້ຮັບເລືອກຫຼືຮັບຮອງຈາກສະພາແຫ່ງຊາດ ຫຼື ສະພາປະຊາຊົນ. ເພີ່ມທະວີການເຊື່ອມໂຍງລະຫວ່າງການຕິດຕາມກວດກາຂອງສະພາແຫ່ງຊາດ ກັບການກວດກາ, ຕິດຕາມກກວດກາຂອງພັກ, ແນວໂຮມປະເທດຊາດ, ບັນດາອົງການການເມືອງ-ສັງຄົມ ແລະ ການຕິດຕາມກວດກາຂອງປະຊາຊົນ”(6).
ສືບທອດແລະພັດທະນາ ທັດສະນະທີ່ໄດ້ກຳນົດໄວ້ ໃນເອກະສານກອງປະຊຸມໃຫຍ່ຂອງພັກ ໃນໄລຍະຜ່ານມາ ກ່ຽວກັບການກໍ່ສ້າງແລະປັບປຸງບູລະນະ ລັດແຫ່ງອຳນາດກົດໝາຍສັງຄົມນິຍົມ, ໃນນັ້ນ ມີໜ້າທີ່ປ່ຽນແປງໃໝ່ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສະພາແຫ່ງຊາດ, ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໄດ້ເນັ້ນໜັກວ່າ ຕ້ອງການ “ປ່ຽນແປງໃໝ່ແບບວິທີ, ຍົກສູງຄຸນນະພາບ ແລະ ປະສິດທິຜົນການເຄື່ອນໄຫວ, ເສີມຂະຫຍາຍປະຊາທິປະໄຕ ແລະ ລະບຽບກົດໝາຍ, ເພີ່ມຄວາມເປັນມືອາຊີບໃນການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສະພາແຫ່ງຊາດ, ໃນການປະຕິບັດພາລະບົດບາດນິຕິບັນຍັດ, ການຕັດສິນຕົກລົງບັນດາບັນຫາສຳຄັນຂອງປະເທດ ແລະ ການຕິດຕາມກວດກາສູງສຸດ...; ປັບປຸງບູລະນະກົນໄກປົກປ້ອງລັດຖະທຳມະນູນ, ກົນໄກຕິດຕາມກວດກາ, ເອົາຄະແນນສຽງ, ລົງຄະແນນສຽງໄວ້ວາງໃຈໃນຜູ້ດຳລົງຕຳແໜ່ງທີ່ໄດ້ຮັບເລືອກຫຼືຮັບຮອງ ຈາກສະພາແຫ່ງຊາດ ຫຼື ສະພາປະຊາຊົນ”(7). ໃນພິທີໄຂກອງປະຊຸມຄັ້ງທຳອິດ, ສະພາແຫ່ງຊາດຊຸດທີ 15, ສະຫາຍເລຂາທິການໃຫຍ່ ຫງວຽນ ຝູຈ້ອງ ໄດ້ຊີ້ນຳວ່າ: “ສືບຕໍ່ປ່ຽນແປງໃໝ່, ຍົກສູງປະສິດທິພາບແລະປະສິດທິຜົນ ຂອງການເຄື່ອນໄຫວຕິດຕາມກວດກາຕາມຫົວຂໍ້ສະເພາະ ແລະ ຂອງການເຄື່ອນໄຫວຊັກຖາມ”, “ສຸມໃສ່ຕິດຕາມກວດກາການປະຕິບັດບົດສະຫຼຸບ ແລະ ຂໍ້ສະເໜີແນະພາຍຫຼັງການຕິດຕາມກວດກາ”.
ໂດຍປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ແລະ ຊາບຊຶມຄຳຊີ້ນຳຂອງສະຫາຍເລຂາທິການໃຫຍ່, ການປ່ຽນແປງໃໝ່ ແລະ ການຍູ້ແຮງວຽກງານຕິດຕາມກວດກາ ຖືກກຳນົດວ່າເປັນຂັ້ນຕອນກຸນແຈແລະສຳຄັນ ເພື່ອຍົກສູງປະສິດທິພາບແລະປະສິດທິຜົນ ການເຄື່ອນໄຫວຂອງສະພາແຫ່ງຊາດ. ການເຄື່ອນໄຫວຕິດຕາມກວດກາສູງສຸດເວົ້າສະເພາະ ແລະ ການເຄື່ອນໄຫວຕິດຕາມກວດກາລວມຂອງສະພາແຫ່ງຊາດເວົ້າລວມ ຈຳເປັນຕ້ອງຕິດຕາມຢ່າງໃກ້ຊິດ ກັບບັນດາໜ້າທີ່ສຳຄັນທີ່ກຳນົດໄວ້ໃນ ເອກະສານຂອງກອງປະຊຸມໃຫຍ່ຄັ້ງທີ 13, ບັນດາມະຕິແລະຄຳສັ່ງຂອງຄະນະບໍລິຫານງານສູນກາງ, ກົມການເມືອງສູນກາງ, ຄະນະເລຂາທິການສູນກາງ, ໂດຍສະເພາະແມ່ນ ບັນດາບັນຫາໃຫຍ່ທີ່ໄດ້ຮັບຄວາມສົນໃຈຫຼາຍເຊັ່ນ: ຮູບແບບການເຕີບໂຕ, ສະຖຽນລະພາບຂອງເສດຖະກິດມະຫາພາກ, ການປັບໂຄງສ້າງເສດຖະກິດ, ການປະຕິບັດບັນດາໂຄງການສຳຄັນຂອງຊາດ, ການປະຕິຮູບດ້ານບໍລິຫານ, ການຈັດຕັ້ງແລະປັບປຸງກົງຈັກລັດ, ບັນດາຫົວໜ່ວຍບໍລິການສາທາລະນະ, ບັນຫາວັດທະນະທຳ, ການປະກັນສັງຄົມ, ການເຊື່ອມໂຍງ ແລະ ການຮ່ວມມືເສດຖະກິດສາກົນ, ຮັບປະກັນການປ້ອງກັນປະເທດ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດຕ້ອງຕິດພັນແລະຕອບສະໜອງຢ່າງທັນການ ກັບຄວາມຕ້ອງການຂອງສັງຄົມ, ຄວາມຄິດຈິດໃຈ ຄວາມມຸ່ງມາດປາຖະໜາຂອງປະຊາຊົນ ແລະ ຂອງຜູ້ມີສິດເລືອກຕັ້ງ, ພ້ອມກັນນັ້ນ ຕ້ອງຕິດພັນກັບວຽກການການສ້າງກົດໝາຍ, ສະໜອງຂໍ້ມູນພາກປະຕິບັດ ເພື່ອປັບປຸງນະໂຍບາຍແລະກົດໝາຍໃຫ້ສົມບູນ, ຍົກສູງຄວາມຮັບຜິດຊອບຂອງອົງການຈັດຕັ້ງແລະບຸກຄົນ ໃນການປະຕິບັດກົດໝາຍ, ເພີ່ມທະວີປະສິດທິຜົນການດໍາເນີນງານ ຂອງອົງການຈັດຕັ້ງ ແລະ ບຸກຄົນພາຍໃຕ້ການຕິດຕາມກວດກາ(8).
ດັ່ງນັ້ນ ສາມາດຢືນຢັນໄດ້ວ່າ: ການຍົກສູງປະສິດທິຜົນການເຄື່ອນໄຫວຕິດຕາມກວດກາສູງສຸດ ຂອງສະພາແຫ່ງຊາດ ແລະ ການຕິດຕາມກວດກາຂອງບັນດາອົງການຂອງສະພາແຫ່ງຊາດ ແມ່ນເນື້ອໃນທີ່ສຳຄັນ ໃນຂະບວນການປ່ຽນແປງໃໝ່ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສະພາແຫ່ງຊາດຫວຽດນາມ ຕາມທັດສະນະແລະແນວທາງຂອງພັກ ກ່ຽວກັບການກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ.
2- ໜຶ່ງໃນບັນດາຄວາມຮຽກຮ້ອງຕ້ອງການ ຂອງການກໍ່ສ້າງລັດແຫ່ງອຳນາດກົດໝາຍແມ່ນ ຕ້ອງມີລະບົບກົດໝາຍທີຄົບຊຸດ, ໃນນັ້ນ ອຳນາດສູງສຸດຂອງລັດຖະທຳມະນູນໄດ້ຮັບການຮັບປະກັນ ແລະ ມີກົນໄກຄວບຄຸມການເຄື່ອນໄຫວ ຂອງບັນດາອົງການຂອງລັດ ຢ່າງມີປະສິດທິຜົນ ເຊິ່ງກ່ອນອື່ນໝົດແມ່ນ ເສີມຂະຫຍາຍບົດບາດ ພາລະໜ້າທີ່ຕິດຕາມກວດກາສູງສຸດ ຂອງສະພາແຫ່ງຊາດ ເຊິ່ງເປັນອົງການອຳນາດລັດສູງສຸດຂອງປະເທດ.
ລັດຖະທຳມະນູນສະບັບທຳອິດປີ 1946 ກຳນົດ “ລັດຖະສະພາແມ່ນອົງການທີ່ມີອຳນາດສູງສຸດ ຂອງປະເທດສາທາລະນະລັດ ປະຊາທີປະໄຕ ຫວຽດນາມ”, ແຕ່ອຳນາດຕິດຕາມກວດກາສູງສຸດຍັງບໍ່ທັນສະແດງອອກຢ່າງຈະແຈ້ງເທື່ອ ເຊິ່ງພຽງແຕ່ກໍານົດສິດຂອງສະພາແຫ່ງຊາດໃນການ “ຄວບຄຸມແລະວິພາກວິຈານລັດຖະບານ” (ມາດຕາ 36). ຄຽງຄູ່ກັບນັ້ນ, ມີບັນດາລະບຽບການກ່ຽວກັບສະຖານະທາງກົດໝາຍ, ການພົວພັນລະຫວ່າງອົງການນິຕິບັນຍັດ, ອົງການບໍລິຫານ ແລະ ອົງການຕຸລາການ ໃນກົນໄກດຳເນີນງານຂອງອຳນາດລັດ ຕາມຈິນຕະນາການ “ປະຕິບັດລັດຖະບານທີ່ເຂັ້ມແຂງແລະສະຫຼາດສ່ອງໃສຂອງປະຊາຊົນ” (ຄຳນຳຂອງລັດຖະທຳມະນູນປີ 1946) ມີບົດບາດທີ່ແນ່ນອນ ໃນການປະກອບສ່ວນຄວບຄຸມອຳນາດລັດ.
ລັດຖະທຳມະນູນປີ 1959 ມີບາດກ້າວພັດທະນາ ໃນອຳນາດຕິດຕາມກວດກາ ຂອງສະພາແຫ່ງຊາດຫວຽດນາມ ດ້ວຍຂໍ້ກຳນົດ: “ສະພາແຫ່ງຊາດແມ່ນອົງການອຳນາດລັດສູງສຸດ ຂອງປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ” (ມາດຕາ 43) ແລະ“ສະພາແຫ່ງຊາດແມ່ນອົງການໜຶ່ງດຽວ ທີ່ມີອຳນາດນິຕິບັນຍັດ ຂອງປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ” (ມາດຕາ 44). ເຖິງວ່າອຳນາດຕິດຕາມກວດກາຍັງບໍ່ໄດ້ຖືວ່າ ເປັນພາລະບົດບາດທີ່ສຳຄັນ ຂອງສະພາແຫ່ງຊາດ ຄືໃນລັດຖະທຳມະນູນສະບັບຫຼັງກໍ່ຕາມ, ແຕ່ລັດຖະທຳມະນູນປີ 1959 ກໍ່ໄດ້ກຳນົດລັກສະນະ ແລະ ຕຳແໜ່ງ ຂອງສະພາແຫ່ງຊາດ ໃນການຈັດຕັ້ງອົງການລັດຂອງປະເທດເຮົາ ໃນເວລານັ້ນ ເຊິ່ງໄດ້ລະບຸຂອບເຂດທີ່ຈະແຈ້ງ ແລະເປົ້າໝາຍທີ່ກວ້າງກວ່າ, ເຊັ່ນ ກຳນົດກ່ຽວກັບການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ ຕໍ່ວຽກງານຂອງຄະນະລັດຖະບານ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ (ມາດຕາ 53). ເຖິງວ່າລັກສະສູງສຸດ ຂອງອຳນາດຕິດຕາມກວດກາ ຂອງສະພາແຫ່ງຊາດ ບໍ່ໄດ້ລະບຸໂດຍກົງ ໃນພາສາຂອງລັດຖະທຳມະນູນກໍ່ຕາມ, ແຕ່ບັນດາຂໍ້ກຳນົດຂອງລັດຖະທຳມະນູນ ວ່າດ້ວຍອຳນາດຕິດຕາມກວດການີ້ ໄດ້ຖືວ່າມີຄວາມໝາຍສູງສຸດ ແລະ ຂອບເຂດຂອງການຕິດຕາມກວດກາ ໄດ້ເລີ່ມກວມລວມບັນດາການເຄື່ອນໄຫວຂອງລັດ.
ຮອດລັດຖະທຳມະນູນປີ 1980 ແລະ ໂດຍສະເພາະແມ່ນ ລັດຖະທຳມະນູນປີ 1992, ການທີ່ “ສະພາແຫ່ງຊາດປະຕິບັດອຳນາດຕິດຕາມກວດກາສູງສຸດ ຕໍ່ການເຄື່ອນໄຫວທັງໝົດຂອງລັດ” (9) ໄດ້ຮັບການຢືນຢັນຢ່າງເປັນທາງການ. ບົນພື້ນຖານນັ້ນ, ເນື້ອໃນຂອງອຳນາດຕິດຕາມກວດກາສູງສຸດ ຂອງສະພາແຫ່ງຊາດ ກໍໍຄືບັນດາຮູບການ ເພື່ອໃຫ້ສະພາແຫ່ງຊາດໃຊ້ສິດນີ້ ໄດ້ຖືກຫັນເປັນຮູບປະທຳ ຜ່ານບັນດາຂໍ້ກຳນົດຂອງລັດຖະທຳມະນູນ, ກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ, ກົດໝາຍວ່າດ້ວຍການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນ ແລະ ເອກະສານອື່ນອີກຈຳນວນໜຶ່ງ. ສາມາດເວົ້າໄດ້ວ່າ, ລັດຖະທຳມະນູນປີ 1980 ແລະ ລັດຖະທຳມະນູນປີ 1992 ບໍ່ພຽງແຕ່ສະແດງເຖິງການພັດທະນາທີ່ສຳຄັນ ກ່ຽວກັລອຳນາດຕິດຕາມກວດກາຂອງສະພາແຫ່ງຊາດເທົ່ານັ້ນ ແຕ່ຍັງຍົກລະດັບຂຶ້ນສູ່ລະດັບໃໝ່. ຕາມຂໍ້ກຳນົດຂອງລັດຖະທຳມະນູນປີ 1980 ແລະ ລັດຖະທຳມະນູນປີ 1992, ການຕິດຕາມກວດກາສູງສຸດຕໍ່ການເຄື່ອນໄຫວທັງໝົດຂອງລັດ ບໍ່ພຽງແຕ່ແມ່ນອຳນາດສູງສຸດເທົ່ານັ້ນ, ແຕ່ຍັງເປັນພາລະບົດບາດພິເສດຕາມລັດຖະທຳມະນູນ ຂອງສະພາແຫ່ງຊາດຫວຽດນາມ ອີກດ້ວຍ.
ໂດຍສືບທອດແລະພັດທະນາບັນດາຄຸນຄ່າຫຼັກ ຈາກລັດຖະທຳມະນູນສະບັບກ່ອນ, ລັດຖະທຳມະນູນປີ 2013 ໄດ້ສະແດງໃຫ້ເຫັນຢ່າງເໝາະສົມ ເຖິງພາລະບັດບາດຕິດຕາມກວດກາສູງສຸດ ຂອງສະພາແຫ່ງຊາດ ຕາມຈິດໃຈ: “ປະຕິບັດອຳນາດຕິດຕາມກວດກາສູງສຸດຕໍ່ການປະຕິບັດຕາມລັດຖະທຳມະນູນ, ກົດໝາຍ ແລະ ມະຕິຂອງສະພາແຫ່ງຊາດ” (ມາດຕາ 70). ສຳລັບຂັ້ນແຂວງແລະຕ່ຳກວ່ານັ້ນ, ຕາມກົດໝາຍວ່າດ້ວຍການຈັດຕັ້ງ ສະພາແຫ່ງຊາດປີ 2014, ຄະນະປະຈຳສະພາແຫ່ງຊາດ ແມ່ນອົງການທີ່ມີອໍານາດຕິດຕາມກວດກາຕໍ່ການເຄື່ອນໄຫວຂອງສະພາປະຊາຊົນ; ສະພາຊົນເຜົ່າ ແລະ ຄະນະກຳມະການຂອງສະພາແຫ່ງຊາດ ມີອຳນາດຕິດຕາມກວດກາກ່ຽວກັບການເຄື່ອນໄຫວຂອງທ້ອງຖິ່ນໃນວຽກງານຈຳນວນໜຶ່ງ ແລະ ຂົງເຂດສະເພາະ(10). ຕາມກົດໝາຍວ່າດ້ວຍການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນປີ 2015, ຄະນະກຳມະການປະຈຳສະພາແຫ່ງຊາດ ຕິດຕາມກວດກາກາການເລືອກຕັ້ງຜູ້ແທນສະພາປະຊາຊົນ, ຄະນະຜູ້ແທນສະພາແຫ່ງຊາດ ດຳເນີນການເຄື່ອນໄຫວຕິດຕາມກວດກາຫົວຂໍ້ສະເພາະ ກ່ຽວກັບການປະຕິບັດກົດໝາຍຢູ່ທ້ອງຖິ່ນ ແລະອື່ໆ.
ເປັນຄັ້ງທຳອິດໃນປະຫວັດສາດການສ້າງລັດຖະທຳມະນູນ, ລັດຖະທຳມະນູນປີ2013 ກຳນົດບັນຫາຄວບຄຸມອຳນາດຕາມຫຼັກການ: “ອຳນາດລັດແມ່ນເປັນເອກະພາບ ໂດຍມີການແບ່ງງານ, ການປະສານງານ, ການກວດກາລະຫວ່າງບັນດາອົງການລັດ ໃນການປະຕິບັດອຳນາດນິຕິບັນຍັດ, ອຳນາດບໍລິຫານ, ອຳນາດຕຸລາການ” (ຂໍ້ 3, ມາດຕາ 2); ຮັບປະກັນການສືບຕໍ່ກໍ່ສ້າງແລະປັບປຸງບູລະນະ ລັດແຫ່ງອຳນາດກົດໝາຍສັງຄົມນິຍົມ, ປະກອບສ່ວນປ້ອງກັນ ແລະ ກິດກັ້ນການສວຍໃຊ້ອຳນາດ, ການລ່ວງອຳນາດ, ການໃຊ້ອຳນາດເກີນກວ່າການມອບໝາຍຂອງປະຊາຊົນ.
ບົນພື້ນຖານຂໍ້ກຳນົດຂອງລັດຖະທຳມະນູນ, ລະບົບກົດໝາຍກ່ຽວກັບການຕິດຕາມກວດກາໄດ້ຮັບການສ້າງຂຶ້ນ ແລະ ປັບປຸງໃຫ້ສົມບູນເທື່ອລະກ້າວ, ພິເສດແມ່ນ ກົດໝາຍວ່າດ້ວຍການເຄື່ອນໄຫວຕິດຕາມກວດກາ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນ, “ກົດລະບຽບວ່າດ້ວຍການຈັດຕັ້ງປະຕິບັດການເຄື່ອນໄຫວຕິດຕາມກວດກາຈຳນວນໜຶ່ງ ຂອງສະພາແຫ່ງຊາດ, ຄະນະກຳມະການປະຈຳສະພາແຫ່ງຊາດ, ສະພາຊົນເຜົ່າ, ບັນດາຄະນະກຳມະການຂອງສະພາແຫ່ງຊາດ, ບັນດາຄະນະຜູ້ແທນສະພາແຫ່ງຊາດ, ສະມາຊິດສະພາແຫ່ງຊາດ”(11) ແມ່ນຮາກຖານກົດໝາຍທີ່ເປັນພື້ນຖານ ແລະ ຈຳເປັນທີ່ສຸດ ເພື່ອປະຕິບັດການຕິດຕາມກວດກາສູງສຸດ ຂອງສະພາແຫ່ງຊາດ, ການຕິດຕາມກວດກາຂອງຄະນະກຳມະການປະຈຳສະພາແຫ່ງຊາດ ແລະ ບັນດາອົງການດັງກ່າວຂ້າງເທິງ ຢ່າງເປັນເອກະພາບແລະມີປະສິດທິຜົນ. ຄຽງຄູ່ກັນນັ້ນ, ສະພາແຫ່ງຊາດໄດ້ຮ່າງກົນໄກຄວບຄຸມອຳນາດຕາມລັດຖະທຳມະນູນ ອອກເປັນກົດໝາຍວ່າດ້ວຍການຈັດຕັ້ງກົງຈັກຂອງລັດ ແລະ ກົດໝາຍສະເພາະອື່ນໆ ເຊັ່ນ: ກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ, ກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ, ກົດໝາຍວ່າດ້ວຍການຈັດຕັ້ງສານປະຊາຊົນ, ກົດໝາຍວ່າດ້ວຍການຈັດຕັ້ງອົງການໄອຍະການປະຊາຊົນ, ກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ, ກົດໝາຍວ່າດ້ວຍການກວດສອບແຫ່ງລັດ, ກົດໝາຍວ່າດ້ວຍການເລືອກຕັ້ງຜູ້ແທນສະພາແຫ່ງຊາດ ແລະ ຜູ້ແທນສະພາປະຊາຊົນ, ກົດໝາຍວ່າດ້ວຍການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ ແລະອື່ນໆ. ຜ່ານນັ້ນ, ສະພາແຫ່ງຊາດກຳນົດຢ່າງລະອຽດໜ້າທີ່, ສິດຂອບເຂດ ແລະ ການຈັດຕັ້ງກົງຈັກຂອງອົງການເຫຼົ່ານີ້ ເພື່ອປະກອບສ່ວນເຂົ້າໃນການກໍ່ຕັ້ງເທື່ອລະກ້າວ ກົນໄກຄວບຄຸມອຳນາດສະເພາະທີ່ເໝາະສົມກັບທີ່ຕັ້ງ ແລະ ລັກສະນະຂອງສະຖາບັນອຳນາດແຕ່ລະແຫ່ງ.
3- ຊາບຊຶມບັນດາທັດສະນະ, ແນວທາງຂອງພັກ, ຂໍ້ກຳນົດຂອງລັດຖະທຳມະນູນ ກົດໝາຍ, ພິເສດແມ່ນ ປະຕິບັດຄຳຄິດທິດທາງ ຂອງສະຫາຍເລຂາທິການໃຫຍ່ ຫງວຽນ ຝູຈ້ອງ ໃນພິທີໄຂກອງປະຊຸມຄັ້ງທຳອິດ, ສະພາແຫ່ງຊາດຊຸດທີ 15: “ສືບຕໍ່ປ່ຽນແປງໃໝ່, ຍົກສູງປະສິດທິພາບແລະປະສິດທິຜົນ ຂອງການເຄື່ອນໄຫວຕິດຕາມກວດກາ, ໂດຍສະເພາະແມ່ນ ການຕິດຕາມກວດກາຕາມຫົວຂໍ້ສະເພາະ, ການເຄື່ອນໄຫວຊັກຖາມ, ເສີມຂະຫຍາຍປະຊາທິປະໄຕ, ເພີ່ມການສົນທະນາ ໂຕ້ວາທີ ການວິເຄາະເລິກ, ຊີ້ແຈງຜົນສຳເລັດ, ຂໍ້ດີ, ຂໍ້ຄົງຄ້າງ, ຂໍ້ຂາດຕົກບົກຜ່ອງ, ຊອກຫາສາຍເຫດ, ຖອດຖອນບົດຮຽນ ແລະ ສະເໜີວິທີແກ້ໄຂທີ່ເໝາະສົມ ແລະ ເປັນໄປໄດ້. ເອົາໃຈໃສ່ຕິດຕາມກວດກາການປະຕິບັດບົດສະຫຼຸບ ແລະ ຂໍ້ສະເໜີແນະພາຍຫຼັງການຕິດຕາມກວດກາ”, ການເຄື່ອນໄຫວຂອງສະພາແຫ່ງຊາດເວົ້າລວມ ແລະ ການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດເວົ້າສະເພາະ ໄດ້ສະແດງໃຫ້ເຫັນແຈ້ງເຖິງຈິດໃຈປ່ຽນແປງໃໝ່, ປະດິດສ້າງ, ການກະທຳເພື່ອຜົນປະໂຫຍດຂອງປະຊາຊົນ, ຂອງປະເທດຊາດ.
ບົນຈິດໃຈນັ້ນ, ອຳນາດຕິດຕາກວດກາສູງສຸດ ໃນກອງປະຊຸມສະພາແຫ່ງຊາດ ໄດ້ຮັບການເພີ່ມທະວີ ຜ່ານການເຄື່ອນໄຫວພິຈາລະນາບົດລາຍງານ, ຕິດຕາມກວດກາຫົວຂໍ້ສະເພາະ, ການຊັກຖາມ ແລະ ການຕອບຄຳຊັກຖາມ, ການລົງຄະແນນສຽງໄວ້ວາງໃຈແລະອື່ນໆ. ພ້ອມກັນກັບຜົນການເຄື່ອນໄຫວຕິດຕາມກວດກາ ຂອງຄະນະກຳມະການປະຈຳສະພາແຫ່ງຊາດ, ສະພາຊົນເຜົ່າ, ບັນດາຄະນະກຳມະການຂອງສະພາແຫ່ງຊາດ, ຄະນະຜູ້ແທນສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ໂດຍມີຂອບເຂດການຕິດຕາມກວດກາສຸມໃສ່ບັນຫາໃຫຍ່, ສຳຄັນ ຫຼືຮີບດ່ວນຂອງຊີວິດ, ກວມເອົາເກືອບໝົດທຸກຂົງເຂດ. ຜ່ານການເຄື່ອນໄຫວຕິດຕາມກວດກາ ໄດ້ຢືນຢັນຄວາມຖືກຕ້ອງຂອງນະໂຍບາຍ ກົດໝາຍ, ກໍ່ຄືກວດພົບຂໍ້ຈໍາກັດ ແລະຄວາມບໍ່ພຽງພໍ ໃນທັນທີ ເພື່ອສະເໜີແນະເພີ່ມເຕີມ ແລະ ປັບປຸງນະໂຍບາຍແລະກົດໝາຍ, ເປັນພື້ນຖານໃຫ້ແກ່ການຕັດສິນຕົກລົງ ບັນດາບັນຫາສຳຄັນຂອງປະເທດ; ພ້ອມກັນນັ້ນ, ສະເໜີຄວາມຮັບຜິດຊອບທາງດ້ານການເມືອງ ຂອງອົງການຈັດຕັ້ງ ແລະ ບຸກຄົນ, ຮັບປະກັນລະບຽບວິໄນ, ຈາກນັ້ນ, ບັນດາອົງການທີ່ກ່ຽວຂ້ອງ ຈະມີຄວາມຮັບຮູ້ຢ່າງເຕັມສ່ວນ ເຖິງຄວາມຮັບຜິດຊອບ ແລະ ປະຕິບັດໜ້າທີ່ຂອງຕົນ ໃຫ້ໄດ້ດີກວ່າອີກ. ປະສິດທິຜົນການຕິດຕາມກວດກາສູງສຸດ ຂອງສະພາອຫ່ງຊາດ ໄດ້ສະແດງອອກຢ່າງຈະແຈ້ງ ໃນແຕ່ລະການເຄື່ອນໄຫວຕິດຕາມກວດກາ, ໂດຍສະເພາະ:
ທີໜຶ່ງ, ການພິຈາລະນາບົດລາຍງານຂອງອົງການຕ່າງໆ ໄດ້ຮັບການປະຕິບັດຢ່າງມີເນື້ອໃນແທ້ຈິງ, ມີຄວາມຮັບຜິດຊອບ, ມີປະສິດທິຜົນ, ມີຄວາມໝາຍສຳຄັນ ໃນການປະກອບສ່ວນຄວບຄຸມອຳນາດ ຕໍ່ການເຄື່ອນໄຫວຂອງປະທານປະເທດ, ລັດຖະບານ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ. ລາຍງານກ່ຽວກັບສະພາບການເສດຖະກິດ-ສັງຄົມ, ວຽກງານປ້ອງກັນແລະຕ້ານອາຊະຍາກຳ ແລະ ການລະເມີດກົດໝາຍ, ວຽກງານບັງຄັບຄະດີ, ວຽກງານປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ວຽກງານການແກ້ໄຂຄໍາຮ້ອງຮຽນແລະການປະນາມ ແລະ ການສັງລວມຄວາມຄິດເຫັນແລະຂໍ້ສະເໜີແນະ ຂອງຜູ້ມີສິດເລືອກຕັ້ງ... ໄດ້ປຶກສາຫາລືຢ່າງລະອຽດ. ບັນດາຂົງເຂດທີ່ຖືວ່າມີຄວາມອ່ອນໄຫວ, ມັກມີຄວາມສ່ຽງສູງທີ່ຈະນຳໄປສູ່ການລ່ວງອຳນາດ, ການສວຍໃຊ້ອຳນາດ, “ກຸ່ມຜົນປະໂຫຍດ”, ລະເມີດສິດທິພື້ນຖານຂອງພົນລະເມືອງ ໄດ້ຮັບການພິຈາລະນາໂດຍສະພາແຫ່ງຊາດ ແລະ ໄດ້ຖ່າຍທອດສົດທາງວິທະຍຸແລະໂທລະທັດ, ສະແດງໃຫ້ເຫັນຄວາມເປີດເຜີຍ ແລະຄວາມໂປ່ງໃສ ໃນການດໍາເນີນງານ ຂອງອົງການລັດ. ໃນເວລາສະພາແຫ່ງຊາດພິຈາລະນາບົດລາຍງານນັ້ນ ໄດ້ມີການປ່ຽນແປງຫຼາຍຢ່າງ ດ້ວຍການໃຊ້ຮູບແບບການອະທິບາຍ, ການໂຕ້ວາທີ ແລະ ການປະກອບຄຳເຫັນແບບວິພາກວິຈານ ເຊິ່ງໄດ້ສ້າງບັນຍາກາດສົນທະນາຢ່າງຟົດຟື້ນ, ເຮັດໃຫ້ການພິຈາລະນາແລະປະເມີນເນື້ອໃນຂອງບົດລາຍງານ ມີລັກສະນະແທດຈິງ ແລະ ມີປະສິດທິຜົນ. ຜ່ານນັ້ນ ຊ່ວຍໃຫ້ນະໂຍບາຍ ກົດໝາຍເຂົ້າສູ່ຊີວິດ, ສອດຄ່ອງກັບພຶດຕິກຳຕົວຈິງ, ບັງຄັບໃຫ້ບັນດາອົງການຂອງລັດຕ້ອງໃຊ້ອຳນາດທີ່ໄດ້ຮັບມອບໝາຍໃຫ້ຖືກຕ້ອງ, ເຂັ້ມງວດ ແລະ ເປັນທຳ; ແກ້ໄຂແລະຜ່ານພົ້ນຢ່າງທັນການ ຂໍ້ຂາດຕົກບົກພ່ອງໃນຂະບວນການຈັດຕັ້ງປະຕິບັດ; ພ້ອມກັນນັ້ນ, ເປັນຫຼັກຖານເພື່ອໃຫ້ສະພາແຫ່ງຊາດປະເມີນປະສິດທິພາບແລະປະສິດທິຜົນການເຄື່ອນໄຫວຂອງອົງການ ແລະ ຕຳແໜ່ງທີ່ສະພາແຫ່ງຊາດເລືອກຕັ້ງ ຫຼື ຮັບຮອງ.
ທີສອງ, ການເຄື່ອນໄຫວຊັກຖາມໄດ້ຮັບການປ່ຽນແປງໃໝ່ແລະປັບປຸງບູລະນະຢ່າງບໍ່ຢຸດຢັ້ງ, ກາຍເປັນຮູບການຕິດຕາມກວດກາສູງສຸດໜຶ່ງທີ່ມີປະສິດທິຜົນ ໃນການເຄື່ອນໄຫວຂອງສະພາແຫ່ງຊາດ, ດຶງດູດຄວາມສົນໃຈແລະການຕິດຕາມ ຂອງປະຊາຊົນທຸກຊັ້ນຄົນສະເໝີ. ດ້ວຍຈິດໃຈສ້າງສັນ, ຄວາມຮັບຜິດຊອບ, ເພີ່ມທະວີການໂຕ້ວາທີ ປຶກສາຫາລື, ຮັບປະກັນປະຊາທິປະໄຕແລະເປີດເຜີຍ, ການເຄື່ອນໄຫວຊັກຖາມໄດ້ສົ່ງຜົນກະທົບຢ່າງແຮງ ຕໍ່ການເຄື່ອນໄຫວຂອງອົງການລັດ ແລະ ຫົວໜ້າອົງການລັດ, ຊຸກຍູ້ການປະຕິບັດແນວທາງ ແຜນນະໂຍບາຍຂອງພັກ, ນະໂຍບາຍ ກົດໝາຍຂອງລັດ ໃຫ້ມີປະສິດທິຜົນ. ຜ່ານການຊັກຖາມ, ຂໍ້ບົກຜ່ອງແລະຂໍ້ຈຳກັດໃນການບໍລິຫານຄຸ້ມຄອງຂອງລັດ ຕະຫຼອດຈົນຄວາມຮັບຜິດຊອບຂອງອົງການແລະບຸກຄົນທີ່ກ່ຽວຂ້ອງ ໄດ້ຮັບການວິເຄາະ ແລະ ຊີ້ແຈງ.
ເມື່ອເຂົ້າສູ່ສະໄໝສະພາແຫ່ງຊາດຊຸດທີ 15, ດ້ວຍຈິດໃຈກະກຽມ “ແຕ່ຕົ້ນ, ຈາກໄກ”, ຄະນະກຳມະການປະຈຳສະພາແຫ່ງຊາດ ແລະ ການນຳຂອງສະພາແຫ່ງຊາດ ຍາມໃດກໍ່ປະກອບຄຳເຫັນຢ່າງຕັ້ງໜ້າໃນເບື້ອງຕົ້ນ ກ່ຽວກັບວິທີການຈັດຕັ້ງການຊັກຖາມ, ລຳດັບ ແລະ ຂັ້ນຕອນໃນການເລືອກກຸ່ມຄຳຖາມ ແລະ ການອອກມະຕິກ່ຽວກັບການຊັກຖາມ. ມະຕິກ່ຽວກັບການເຄື່ອນໄຫວຊັກຖາມ ໄດ້ຮັບການສ້າງຂຶ້ນດ້ວຍຄວາມຕ້ອງການແລະວິທີແກ້ໄຂບັນຫາຫຼາຍຢ່າງ ແລະ ມີກໍານົດເວລາສະເພາະສໍາລັບການສໍາເລັດ ແມ່ນຈຸດປະດິດສ້າງທີ່ສຳຄັນ, ຊ່ວຍໃຫ້ການຕິດຕາມກວດກາປະຕິບັດຄຳໝັ້ນສັນຍາ ແລະຄວາມຮຽກຮ້ອງຕ້ອງການ ຂອງສະພາແຫ່ງຊາດພາຍຫຼັງການຊັກຖານ ໄດ້ຢ່າງທັນການ ເປັນໄປໄດ້ ແລະ ມີຫຼັກຖານ. ການເລືອກບັນຫາຈະຊັກຖາມ ແລະ ການປ່ຽນແປງໃໝ່ວິທີການຊັກຖາມ ໃນກອງປະຊຸມສະພາແຫ່ງຊາດ ໄດ້ປະກອບສ່ວນຍົກສູງຄຸນນະພາບຂອງການເຄື່ອນໄຫວຊັກຖາມ, ຮັບປະກັນບັນດາເນື້ອໃນການຊັກຖາມ ມຸ່ງໄປເຖິງຈຸດສຸມທີ່ຖືກຕ້ອງ, ຄ່ອຍໆກາຍເປັນວັດທະນະທຳລັດຖະສະພາ, ຜ່ານນັ້ນ, ຊ່ວຍໃຫ້ສະມາຊິກສະພາແຫ່ງຊາດປະເມີນຄວາມສາມາດຂອງຜູ້ຕອບຄຳຖາມ ໃນການປະຕິບັດສິດອຳນາດຕາມອຳນາດທີ່ໄດ້ຮັບມອບໝາຍ. ຜົນການຊັກຖາມສະແດງໃຫ້ເຫັນເຖິງຈິດໃຈໃກ້ຊິດກັບຄວາມເປັນຈິງ, ການປະຕິບັດຈິງ, ຄວາມກະຕືລືລົ້ນ, ຄວາມກົງໄປກົງມາ, ຄວາມຮັບຜິດຊອບສູງ ຂອງຜູ້ຊັກຖາມແລະຜູ້ຕອບ ເຊິ່ງໄດ້ຮັບການຍອມຮັບແລະຕີລາຄາສູງ ຈາກສະມາຊິກສະພາແຫ່ງຊາດ, ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໃນປະເທດຈຳນວນຫຼາຍ.
ທີສາມ, ການພິຈາລະນາບົດລາຍງານການຕິດຕາມກວດກາຫົວຂໍ້ສະເພາະນັ້ນ ໄດ້ຮັບຄວາມເອົາໃຈໃສ່ ບົນພື້ນຖານຜົນການຕິດຕາມກວດຕາ ຂອງຄະນະກວດກາທີ່ສະພາແຫ່ງຊາດຈັດຕັ້ງຂຶ້ນ. ໃນກອງປະຊຸມ, ສະພາແຫ່ງຊາດໄດ້ຈັດສັນເວລາຢ່າງພຽງພໍ ເພື່ອພິຈາລະນາແລະປຶກສາຫາລື ກ່ຽວກັບບົດລາຍງານຜົນການຕິດຕາມກວດກາ ຂອງຄະນະກວດກາ ແລະ ສ່ວນໃຫຍ່ມີການຖ່າຍທອດສົດທາງວິທະຍຸແລໂທລະທັດ ເພື່ອໃຫ້ຜູ້ມີສິດເລືອກຕັ້ງ ແລະປະຊາຊົນ ຕິດຕາມ ແລະ ກວດກາ. ໃນເວລາທີ່ຜ່ານມາ, ການເຄື່ອນໄຫວຕິດຕາມກວດກາຫົວຂໍ້ສະເພາະ ສືບຕໍ່ໄດ້ຮັບການປັບປຸງ, ມີສ່ວນຊ່ວຍຊີ້ແຈງຫຼາຍບັນຫາ, ໂດຍສະເພາະແມ່ນ ບັນດາຂໍ້ຈຳກັດ ຈຸດອ່ອນ, ການລະເມີດໃນການບັງຄັບໃຊ້ກົດໝາຍ ກ່ຽວກັບບັນດາຂົງເຂດຂອງຊີວິດສັງຄົມ. ຫຼາຍຫົວຂໍ້ສະເພາະທີ່ມີຂອບເຂດກວ້າງ, ປົກຄຸມການເຄື່ອນໄຫວເສດຖະກິດ ແລະ ຊີວິສັງຄົມ ໄດ້ຖືກສະພາແຫ່ງຊາດຄັດເລືອກ ແລະ ດຳເນີນການຕິດຕາມກວດກາ, ເຊັ່ນ: ການປະຕິຮູບການຈັດຕັ້ງອົງການບໍລິຫານຂອງລັດ; ການຄຸ້ມຄອງ ແລະການໃຊ້ເງິນທຶນແລະຊັບສິນຂອງລັດ ໃນວິສາຫະກິດ ແລະ ການຫັນວິສາຫະກິດຂອງລັດເປັນຫຸ້ນສ່ວນ; ການວາງແຜນ, ຄຸ້ມຄອງ ແລະ ນຳໃຊ້ທີ່ດິນໃນຕົວເມືອງ; ວຽກງານວາງແຜນແມ່ບົດ; ວຽກງານປະຕິບັດການປະຢັດ, ຕ້ານການໃຊ້ຈ່າຍຟຸມເຟືອຍແລະອື່ນໆ.
ໃນກອງປະຊຸມຕິດຕາມກວດກາສູງສຸດຂອງສະພາແຫ່ງຊາດ, ການນໍາສະເໜີພາບລວມ ກັບການນໍາສະເໜີບົດລາຍງານ ຂອງຄະນະຕິດຕາມ ແມ່ນວິທີການໃໝ່, ສະໜອງຂໍ້ມູນຫຼາຍຂຶ້ນ, ມີຫຼັກຖານທີ່ຊັດເຈນ, ສ້າງຜົນກະທົບທາງບວກ; ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ສະມາຊິກສະພາແຫ່ງຊາດ ພິຈາລະນາ, ປຶກສາຫາລື ແລະ ປະເມີນເນື້ອໃນການຕິດຕາມກວດກາ ຢ່າງເລິກເຊິ່ງ ແລະ ຮອບດ້ານ. ບົນພື້ນຖານນັ້ນ, ສະພາແຫ່ງຊາດອອກມະຕິກ່ຽວກັບຜົນການຕິດຕາມກວດກາ ເປັນພື້ນຖານອັນສຳຄັນ ເພື່ອຊ່ວຍໃຫ້ລັດຖະບານ, ບັນດາກະຊວງ, ຂະແໜງການ, ອົງການຕຸລາການ ແລະ ອົງການທີ່ກ່ຽວຂ້ອງ ສາມາດດັດແກ້ຢ່າງເໝາະສົມໃນວຽກງານການຊີ້ນຳ, ການບໍລິຫານ ແລະ ຜ່ານຜ່າຂໍ້ຈຳກັດ ຄວາມບໍ່ພຽງພໍ, ເພີ່ມທະວີປະສິດທິພາບແລະປະສິດທິຜົນການຄຸ້ມຄອງລັດ, ຊີ້ແຈງຄວາມຮັບຜິດຊອບ ຂອງອົງການແລະບຸກຄົນ ຕໍ່ການລະເມີດ ເພື່ອມີມາດຕະການຈັດການແກ້ໄຂຢ່າງເໝາະສົມ ແນໃສ່ເພີ່ມທະວີລະບຽບວິໄນຂອງລັດຢ່າງຕໍ່ເນື່ອງ; ພ້ອມກັນນັ້ນ, ຊ່ວຍສະພາແຫ່ງຊາດໃນການປະເມີນ ທົດສອບ ເພີ່ມເຕີມ ແລະ ເຮັດໃຫ້ນະໂຍບາຍແລະກົດໝາຍທີ່ກ່ຽວຂ້ອງ ສົມບູນຍິ່ງຂຶ້ນ, ປະກອບສ່ວນປະຕິບັດເປັນຢ່າງດີ ພາລະບົດບາດນິຕິບັນຍັດ ແລະ ການຕັດສິນຕົດລົງບັນດາບັນຫາສຳຄັນຂອງປະເທດ.
ທີສີ່, ບັນດາເອກະສານທາງກົດໝາຍໄດ້ຮັບການພິຈາລະນາກວດຄືນ ເພື່ອແກ້ໄຂ, ປັບປຸງເພີ່ມເຕີມ ແລະ ປະກາດໃຊ້ຢ່າງທັນການ, ສອດຄ່ອງກັບລັດຖະທຳມະນູນ ກົດໝາຍແລະມະຕິຂອງສະພາແຫ່ງຊາດ, ດຳລັດແລະມະຕິຂອງຄະນະກຳມະການປະຈຳສະພາແຫ່ງຊາດ. ມາເຖິງປະຈຸບັນ, ເຖິງວ່າສະພາແຫ່ງຊາດຍັງບໍ່ທັນໄດ້ດຳເນີນຂະບວນການຕ່າງຫາກ ໃນການໃຊ້ອຳນາດຕິດຕາມກວດກາສູງສຸດ ເພື່ອພິຈາລະນາເອກະສານນິຕິກຳທີ່ມີສັນຍານຂັດກັບລັດຖະທຳມະນູນ, ກົດໝາຍ, ມະຕິຂອງສະພາແຫ່ງຊາດ ໃນກອງປະຊຸມສະພາແຫ່ງຊາດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 14 ຂອງກົດໝາຍວ່າດ້ວຍການເຄື່ອນໄຫວຕິດຕາມກວດກາ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນກໍຕາມ, ແຕ່ ຜ່ານການປະຕິບັດບັນດາຫົວຂໍ້ຕິດຕາມກວດກາ, ຄະນະກວດກາຂອງສະພາແຫ່ງຊາດ ໄດ້ຊີ້ໃຫ້ເຫັນເຖິງຂໍ້ຈຳກັດ ຂອງລະບົບກົດໝາຍທີ່ກ່ຽວຂ້ອງກັບຫົວຂໍ້ທີ່ໄດ້ຕິດຕາມກວດກາ, ບົນພື້ນຖານນັ້ນ, ສະເໜີໃຫ້ອົງການທີ່ມີອຳນາດ ດຳເນີນການປັບປຸງບູລະນະນະໂຍບາຍ ກົດໝາຍທີ່ກ່ຽວຂ້ອງ, ປະກອບສ່ວນຮັບປະກັນຄວາມຄົບຊຸດ ຄວາມສົມບູນ ແລະ ທັນການ, ຍົກສູງຄຸນນະພາບຂອງເອກະສານທາງກົດໝາຍ. ບົນພື້ນຖານບົດລາຍງານການຕິດຕາມກວດກາຂອງຄະນະກວດກາ, ສະພາແຫ່ງຊາດໄດ້ອອກມະຕິ ເພື່ອແກ້ໄຂຜ່ານຜ່າບັນດາຂໍ້ຈຳກັດ, ຂໍ້ຄ້າງຄາ ແລະ ຄວາມຕິດຂັດທີ່ກ່າວມາໃນທັນທີ, ໃນນັ້ນ ມີບັນດາໜ້າທີ່ແລະວິທີແກ້ໄຂຕົ້ນຕໍ ໃນການເລັ່ງທົບທວນລະບົບເອກະສານທາງກົດໝາຍ. ຄຽງຄູ່ກັນນັ້ນ, ເພື່ອໃຫ້ການເຄື່ອນໄຫວຕິດຕາມກວດກເອກະສານທາງກົດໝາຍດຳເນີນໄປຢ່າງເປັນປົກກະຕິ ຕໍ່ເນື່ອງ ແລະ ຮັບປະກັນຄວາມເປັນເອກະພາບ ແລະ ເປັນລະບົບນັ້ນ ຄະນະກຳມະການປະຈຳສະພາແຫ່ງຊາດ ໄດ້ອອກມະຕິສະບັບເລກທີ 560/NQ-UBTVQH15 ຊີ້ນຳການຈັດຕັ້ງປະຕິບັດ ວຽກງານຕິດຕາມກວດກາເອກະສານທາງກົດໝາຍ ຂອງສະພາຊົນເຜົ່າ ແລະ ບັນດາຄະນະກຳມະການຂອງສະພາແຫ່ງຊາດ; ຕາມນັ້ນ, ສະພາຊົນເຜົ່າ ແລະ ຄະນະກຳມະການຂອງສະພາແຫ່ງຊາດ ຈະຈັດຕັ້ງການຂຽນບົດລາຍງານປະຈຳປີກ່ຽວກັບຜົນການຕິດຕາມກວດກາເອກະສານທາງກົດໝາຍ (ແຕ່ວັນທີ 1 ມັງກອນ ຮອດສິ້ນສຸດວັນທີ 31 ທັນວາ) ເພື່ອລາຍງານຕໍ່ຄະນະກຳມະການປະຈຳສະພາແຫ່ງຊາດ ໃນກອງປະຊຸມເດືອນເມສາ ກ່ອນທີ່ຈະຍື່ນສະເໜີຕໍ່ສະພາແຫ່ງຊາດ ໃນກອງປະຊຸມປະຈຳເດືອນພຶດສະພາ.
ທີຫ້າ, ການເຄື່ອນໄຫວຕິດຕາມກວດກາໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ, ສະແດງອອກໃນການຕິດຕາມແລະກວດກາຈົນສຸດການປະຕິບັດມະຕິຂອງສະພາແຫ່ງຊາດ, ຍົກສູງຄວາມຮັບຜິດຊອບຂອງຜູ້ຖືກຊັກຖາມ, ພິເສດແມ່ນຫົວໜ້າ, ຫຼາຍບັນຫາທີ່ຮ້ອນເຄືອງຂອງຊີວິດເສດຖະກິດ-ສັງຄົມ ສືບຕໍ່ໄດ້ຮັບການວິເຄາະ ແລະພິຈາລະນາ ຢ່າງຖີ່ຖ້ວນຈາກຫຼາຍແງ່ມຸມ. ຜ່ານັ້ນ, ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດ ສາມາດເຫັນໄດ້ຄວາມມານະພະຍາຍາມ ແລະ ຄວາມຮັບຜິດຊອບຂອງລັດຖະບານ, ບັນດາກະຊວງ, ຂະແໜງການ ໃນການຊີ້ນຳ, ບໍລິຫານ ແລະ ຄວາມຮັບຜິດຊອບ ຂອງບັນດາຜູ້ແທນໃນການຕິດຕາມກວດກາ ການປະຕິບັດບັນດາຂໍ້ກຳນົດ ຂອງສະພາແຫ່ງຊາດ. ໃນໄລຍະກາງແລະທ້າຍຂອງສະໄໝສະພາ, ສະພາແຫ່ງຊາດຈັດຕັ້ງການຕິດຕາມກວດກາບັນດາສະມາຊິກລັດຖະບານ ກ່ຽວກັບການປະຕິບັດມະຕິກ່ຽວກັບການຕິດຕາມກວດກາຕາມຫົວຂໍ້ສະເພາະ, ມະຕິກ່ຽວກັບການຊັກຖາມ ຕັ້ງແຕ່ຕົ້ນວາລະ ຈົນເຖິງເວລາທີ່ດຳເນີນການຕິດຕາມກວດກາ ເພື່ອປະເມີນການປະຕິບັດຄຳໝັ້ນສັນຍາ ຂອງບັນດາອົງການທີ່ຢູ່ພາຍໃຕ້ການຕິດຕາມກວດກາ.
ທີຫົກ, ການລົງຄະແນນສຽງໄວ້ວາງໃຈຕໍ່ຜູ້ດຳລົງຕຳແໜ່ງທີ່ໄດ້ຮັບການເລືອກຫຼືຮັບຮອງໂດຍສະພາແຫ່ງຊາດນັ້ນ ຍັງຄົງເປັນເນື້ອໃນຕິດຕາມກວດກາທີ່ສຳຄັນພິເສດ, ສະແດງລະດັບຄວາມໄວ້ວາງໃຈ ແລະ ການຍອມຮັບ, ການປະເມີນຢ່າງຍຸດຕິທໍາ ແລະ ພາວະວິໄສ ຕໍ່ຄວາມພະຍາຍາມ ແລະຜົນງານທີ່ບັນລຸໂດຍຜູ້ທີ່ໄດ້ຮັບການລົງຄະແນນສຽງໄວ້ວາງໃຈ. ຜ່ານນັ້ນ, ຊ່ວຍໃຫ້ຜູ້ທີ່ໄດ້ຮັບຄະແນນສຽງໄວ້ວາງໃຈ ເຫັນໜ້າທີ່ຄວາມຮັບຜິດຊອບຂອງຕົນໄດ້ຈະແຈ້ງກວ່າ, ມີທິດທາງແກ້ໄຂຂໍ້ຂາດຕົກບົກຜ່ອງ, ສູ້ຊົນຝຶກຝົນຍົກສູງຄວາມສາມາດ, ປະສິດທິຜົນໃນການປະຕິບັດໜ້າທີ່ທີ່ຕົນໄດ້ຮັບມອບໝາຍໃຫ້ດີ. ນີ້ກໍ່ແມ່ນວິທີການຄວບຄຸມອຳນາດໂດຍກົງ ຕໍ່ພະນັກງານນຳພາ, ໃນນັ້ນມີຜູ້ນຳສຳຄັນ ແລະ ພະນັກງານຊັ້ນສູງ. ຜົນການລົງຄະແນນສຽງໄວ້ວາງໄຈແມ່ນ “ຕົວຊີ້ວັດ” ປະສິດທິຜົນການເຄື່ອນໄຫວຂອງຜູ້ດຳລົງຕຳແໜ່ງທີ່ໄດ້ຮັບເລືອກ ຫຼືຮັບຮອງ ໂດຍສະພາແຫ່ງຊາດ; ພ້ອມກັນນັ້ນ ກໍ່ແມ່ນແຫຼ່ງລະດົມກຳລັງໃຈໃຫ້ບັນດາຜູ້ທີ່ໄດ້ຮັບຄວາມໄວ້ວາງໃຈສູງ ສືບຕໍ່ເສີມຂະຫຍາຍແລະປະກອບສ່ວນເຂົ້າໃນວຽກງານ, ຜູ້ທີ່ບໍ່ໄດ້ຮັບຄວາມໄວ້ວາງໃຈສູງ ຈະມານະພະຍາຍາມແກ້ໄຂຂໍ້ຂາດຕົກບົກຜ່ອງ ແລະ ປັບປຸງປະສິດທິພາບວຽກງານຂອງຕົນ.
ຄຽງຄູ່ກັບບັນດາຜົນງານທີ່ບັນລຸໄດ້ນັ້ນ ການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດຍັງມີຂໍ້ຈຳກັດຈຳນວນໜຶ່ງ ທີ່ຕ້ອງລະບຸ ເພື່ອແກ້ໄຂຜ່ານຜ່າໃນອະນາຄົດອັນໃກ້ນີ້ ເພື່ອຕອບສະໜອງຄວາມຄາດຫວັງຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດ ໃຫ້ດີຂຶ້ນ. ສາມາດຢືນຢັນວ່າ, ການປ່ຽນແປງໃໝ່ການຕິດຕາມກວດກາສູງສຸດຂອງສະພາແຫ່ງຊາດ ແມ່ນບັນຫາສຳຄັນແລະຮີບດ່ວນທີ່ສຸດ ໃນສະພາບການທີ່ພັກ ແລະ ລັດຫວຽດນາມ ກຳລັງເນັ້ນໜັກບັນຫາຄວບຄຸມອຳນາດ ເພື່ອກໍ່ສ້າງແລະປັບປຸງ ລັດແຫ່ງອຳນາດກົດໝາຍສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ.
4- ເພື່ອສືບຕໍ່ປ່ຽນແປງໃໝ່, ຍົກສູງກວ່າອີກ ຄຸນນະພາບການຕິດຕາມກວດກາຂອງສະພາແຫ່ງຊາດ ຕາມທິດສຸມໃສ່ການຕິດຕາມກວດກາການເຄື່ອນໄຫວຂອງອົງການບໍລິຫານ, ອົງການຕຸລາການ ແລະ ອົງການອື່ນໆ ທີ່ສະພາແຫ່ງຊາດຈັດຕັ້ງຂຶ້ນ, ຜູ້ດຳລົງຕຳແໜ່ງທີ່ໄດ້ຮັບເລືອກຫຼືຮັບຮອງ ໂດຍສະພາແຫ່ງຊາດ, ປະກອບສ່ວນຄວບຄຸມອຳນາດ ແລະ ຈັດຕັ້ງປະຕິບັດແນວທາງ ແຜນນະໂຍບາຍຂອງພັກ, ນະໂຍບາຍ ກົດໝາຍຂອງລັດໃຫ້ມີປະສິດທິຜົນນັ້ນ, ສະພາແຫ່ງຊາດຈະຕ້ອງເອົາໃຈໃສ່ປະຕິບັດບັນດາເນື້ອໃນຕໍ່ໄປນີ້ໃຫ້ໄດ້ເປັນຢ່າງດີ:
ທີໜຶ່ງ, ຍົກສູງຄວາມຮັບຮູ້ກ່ຽວກັບການເພີ່ມທະວີການນຳພາຂອງພັກ ຕໍ່ການເຄື່ອນໄຫວຂອງສະພາແຫ່ງຊາດ, ໃນນັ້ນ ຕ້ອງຮັບຮູ້ຢ່າງຖືກຕ້ອງ ກ່ຽວກັບທີ່ຕັ້ງແລະບົດບາດນຳພາຂອງພັກ ຕໍ່ການເຄື່ອນໄຫວຕິດຕາມກວດກາ ຂອງສະພາແຫ່ງຊາດ ເວົ້າລວມ ແລະ ການຕິດຕາມກວດກາສູງສຸດ ຂອງສະພາແຫ່ງຊາດ ເວົ້າສະເພາະ.
ຍົກສູງຄວາມຮັບຮູ້ກ່ຽວກັບທີ່ຕັ້ງ, ບົດບາດ ແລະ ຄວາມສຳຄັນຂອງການຕິດຕາມກວດກາ ຂອງສະພາແຫ່ງຊາດ ຕາມທິດ: ກຳນົດການປ່ຽນແປງໃໝ່ແລະການຍູ້ແຮງວຽກງານຕິດຕາມກວດກາ ແມ່ນຂັ້ນຕອນຫຼັກແລະສຳຄັນ ເພື່ອຍົກສູງປະສິດທິພາບ ແລະ ປະສິດທິຜົນຂອງການເຄື່ອນໄຫວ ຂອງສະພາແຫ່ງຊາດ. ການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ ຕ້ອງຕິດແໜ້ນກັບໜ້າທີ່ຈຸດໜັກໃຈກາງ ທີ່ກຳນົດໄວ້ໃນເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ, ບັນດາມະຕິແລະຄຳສັ່ງຂອງຄະນະບໍລິຫານງານສູນກາງ, ກົມການເມືອງສູນກາງ, ຄະນະເລຂາທິການສູນກາງ ແລະ ຄຳເຫັນຊີ້ນຳຂອງສະຫາຍເລຂາທິການໃຫຍ່; ຕິດແໜ້ນກັບສະພາບຕົວຈິງຂອງປະເທດ ແລະ ບັນຫາພາກປະຕິບັດທີ່ເກີດຂຶ້ນ, ຕອບສະໜອງຄວາມຕ້ອງການຂອງສັງຄົມຢ່າງທັນການ, ສະທ້ອນຄວາມຄິດ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງ ໃນທົ່ວປະເທດ. ການເຄື່ອນໄຫວຕິດຕາມກວດກາຕ້ອງສະໜອງຂໍ້ມູນທີ່ເປັນປະໂຫຍດ ເພື່ອປັບປຸງນະໂຍບາຍ ກົດໝາຍ, ຍົກສູງຄວາມຮັບຜິດຊອບຂອງອົງການແລະບຸກຄົນ ໃນການປະຕິບັດຂໍ້ກຳນົດຂອງກົດໝາຍ, ເພີ່ມທະວີປະສິດທິຜົນການເຄື່ອນໄຫວຂອງບັນດາອົງການແລະບຸກຄົນທີ່ຢູ່ພາຍໃຕ້ການຕິດຕາມກວດກາ.
ຮັບຮູ້ແຈ້ງເຖິງທີ່ຕັ້ງ ແລະ ບົດບາດຂອງການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ - ໜຶ່ງໃນບັນດາວິທີການຄວບຄຸມອຳນາດ, ແລະເຂົ້າໃຈແຈ້ງເຖິງສາຍພົວພັນລະຫວ່າງການເຄື່ອນໄຫວຕິດຕາມກວດກາສູງສຸດ ຂອງສະພາແຫ່ງຊາດ ກັບການເຄື່ອນໄຫວຕິດຕາມກວດກາ ຂອງບັນດາອົງການຂອງສະພາແຫ່ງຊາດ, ຄະນະຜູ້ແທນສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ; ໃນນັ້ນ, ການຕິດຕາມກວດກາສູງສຸດຂອງສະພາແຫ່ງຊາດມີທີ່ຕັ້ງສູນກາງ. ພ້ອມກັນນັ້ນ, ຍົກສູງຄວາມຮັບຮູ້ກ່ຽວກັບສາຍພົວພັນສັດຈະວິພາກ ລະຫວ່າງພາລະບົດບາດຕິດຕາມກວດກາ ກັບພາລະບົດບາດນິຕິບັນຍັດ, ຕັດສິນຕົກລົງບັນດາບັນຫາສຳຄັນຂອງປະເທດ; ສາຍພົວພັນສັດຈະວິພາກລະຫວ່າງການເຄື່ອນໄຫວຕິດຕາມກວດກາ ກັບການສ້າງກົດໝາຍແລະບັງຄັບໃຊ້ກົດໝາຍ, ໂດຍສະເພາະແມ່ນ ໃນບັນດາຂົງເຂດທີ່ມີບັນຫາແລະຄວາມຂາດຕົກບົກພ່ອງ; ເຊື່ອມຕໍ່ຢ່າງແໜ້ນແຟ້ນ, ຮັບປະກັນການເຊື່ອມໂຍງແລະສືບທອດຢ່າງມີປະສິດທິຜົນ ລະຫວ່າງຜົນຂອງການເຄື່ອນໄຫວຕິດຕາມກວດກາເອກະສານທາງກົດໝາຍ ທີ່ດຳເນີນການໂດຍສະພາແຫ່ງຊາດ ກັບຜົນຂອງການເຄື່ອນໄຫວກວດກາ ກວດສອບຄຸນນະພາບຂອງເອກະສານທາງກົດໝາຍ ທີ່ດຳເນີນການໂດຍລັດຖະບານ. ສືບຕໍ່ຍູ້ແຮງວຽກງານການອົບຮົມສຶກສາ ຝຶກອົບຮົມ ບຳລຸງສ້າງ ແລະ ໂຄສະນາເຜີຍແຜ່ ເພື່ອໃຫ້ຜູ້ຕິດຕາມກວດກາ ແລະ ຜູ້ຖືກຕິດຕາມກວດກາ ມີຄວາມຮັບຮູ້ຖືກຕ້ອງກ່ຽວກັບທີ່ຕັ້ງ ບົດບາດ ແລະ ຄວາມສຳຄັນ ຂອງການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ.
ທີສອງ, ຄົ້ນຄວ້າກຳນົດຢ່າງຈະແຈ້ງກວ່າອີກ ກ່ຽວກັບຂອບເຂດ ເປົ້າໝາຍ ວິທີການ ແລະ ຮູບການຕິດຕາມກວດກາສູງສຸດ ຂອງສະພາແຫ່ງຊາດ; ຈັດຕັ້ງປະຕິບັດຂໍ້ກຳນົດຂອງກົດໝາຍວ່າດ້ວຍການຕິດຕາມກວດກາ ຢ່າງມີປະສິດທິຜົນ, ເພີ່ມທະວີລະບຽບວິໄນໃນການຜັນຂະຫຍາຍການຕິດຕາມກວດກາ ໂດຍສຸມໃສ່ເນື້ອໃນສະເພາະຈຳນວນໜຶ່ງຄື: ຍົກສູງຄຸນນະພາບການສ້າງໂຄງການຕິດຕາມກວດກາ ຂອງສະພາແຫ່ງຊາດ ແລະ ຂອງຄະນະກຳມະການປະຈຳສະພາແຫ່ງຊາດ; ເສີມຂະຫຍາຍບົດບາດຊີ້ນຳ ຄຸ້ມຄອງ ແລະ ປະສານສົມທົບວຽກງານຕິດຕາມກວດກາ ຂອງຄະນະກຳມະການປະຈຳສະພາແຫ່ງຊາດ ຢ່າງມີປະສິດທິຜົນ ຕາມທິດເປັນເຈົ້າການ ເປັນເອກະພາບ, ຫຼີກລ່ຽງການຊໍ້າຊ້ອນ, ສອດຄ່ອງກັບເງື່ອນໄຂແລະສະພາບແວດລ້ອມຕົວຈິງ, ເສີມຂະຫຍາຍປະສິດທິຜົນການເຄື່ອນໄຫວຕິດຕາມກວດກາໄດ້; ເພີ່ມທະວີການສົນທະນາ ໂຕ້ວາທີ, ລົງເລິກການຊີ້ແຈງບັນຫາ, ຄວາມຮັບຜິດຊອບໃນການສົນທະນາ, ພິຈາລະນາບົດລາຍງານ; ສືບຕໍ່ຍົກສູງຄຸນນະພາບຂອງການເຄື່ອນໄຫວຕິດຕາມກວດກາຫົວຂໍ້ສະເພາະ, ໃນນັ້ນ ໃຫ້ຄວາມສຳຄັນກັບການນຳໃຊ້ຂໍ້ມູນຈາກອົງການກວດກາ, ກວດສອບ, ກວດບັນຊີ, ຜູ້ຊ່ຽວຊານ, ນັກຄົ້ນຄວ້າ ໃນການສ້າງບົດລາຍງານ ແລະ ມະຕິການຕິດຕາມກວດກາ, ຍູ້ແຮງການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ໃນກິດຈະກໍາການຕິດຕາມກວດກາຫົວຂໍ້ສະເພາະ; ສືບຕໍ່ປ່ຽນແປງໃໝ່ແບບວິທີແລະວິທີການຈັດຕັ້ງການຊັກຖາມ ແລະ ການຕອບຄຳຊັກຖາມ; ເພີ່ມທະວີການເຄື່ອນໄຫວຊັກຖາມ ໃນກອງປະຊຸມຂອງຄະນະກຳມະການປະຈຳສະພາແຫ່ງຊາດ, ໃນນັ້ນ ໃຫ້ຄວາມສຳຄັນກັບການພິຈາລະນາ ແລະ ອອກມະຕິ ກ່ຽວກັບການຊັກຖາມ ເພື່ອຊີ້ແຈງແລະຈັດການແກ້ໄຂ ຂໍ້ຊັກຖາມຢ່າງທັນການ ແລະ ເປັນພື້ນຖານ ໃນການຕິດຕາມການປະຕິບັດ; ເພີ່ມທະວີການກວດກາຂໍ້ສະເໜີແນະທີ່ຍັງບໍ່ທັນໄດ້ຮັບການປະຕິບັດ, ຖືວ່າ ນີ້ແມ່ນໜ້າທີ່ປະຈຳຂອງສະພາແຫ່ງຊາດ ແລະ ບັນດາອົງການຂອງສະພາແຫ່ງຊາດ; ຕິດຕາມກວດກາເອກະສານທາງກົດໝາຍຢ່າງເປັນປະຈຳ, ລາຍງານປະຈຳປີຕໍ່ສະພາແຫ່ງຊາດ, ເປີດກວ້າງແລະຕິດແໜ້ນການຕິດຕາມກວດກາເອກະສານທາງກົດໝາຍ ກັບການຕິດຕາມກວດກາການປະຕິບັດນະໂຍບາຍ, ຜ່ານນັ້ນ, ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງສະພາແຫ່ງຊາດສູງກວ່າອີກ, ຮັບປະກັນໃຫ້ກົດໝາຍທີ່ໄດ້ປະກາດໃຊ້ນັ້ນ ມີຜົນບັງຄັບໃຊ້ໃນຊີວິດສັງຄົມ.
ເພີ່ມທະວີການຕິດຕາມກວດກາການປະຕິບັດບັນດາເນື້ອໃນທີ່ກ່ຽວຂ້ອງເຖິງວຽກງານການຕ່າງປະເທດ, ຄວາມໝັ້ນຄົງ, ການປ້ອງກັນຊາດ, ການປົກປັກຮັກສາເອກະລາດອະທິປະໄຕຂອງປະເທດ; ປະຕິບັດແນວທາງການຕ່າງປະເທດ, ເປີດກວ້າງການຮ່ວມມືສາກົນ, ດຶງດູດການລົງທຶນຈາກຕ່າງປະເທດ, ປະກອບສ່ວນຍົກສູງຖານະຕຳແໜ່ງ, ບົດບາດ ແລະ ສ່ວນປະກອບຂອງສະພາແຫ່ງຊາດຫວຽດນາມ ໃນເວທີປາໄສສາກົນ ແລະພາກພື້ນ.
ທີສາມ, ເພີ່ມທະວີການຕິດຕາມກວດກາຂອງສະພາແຫ່ງຊາດໃນການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ຄວາມຫຍໍ້ທໍ້, ການໃຊ້ຈ່າຍຟຸມເຟືອຍ ຕາມທິດ: ຜັນຂະຫຍາຍບັນດາການເຄື່ອນໄຫວຕິດຕາມກວດກາ (ການຊັກຖາມ, ການຕິດຕາມກວດກາຫົວຂໍ້ສະເພາະ, ການອະທິບາຍລາຍງານ, ການຕິດຕາມກວດກາເອກະສານທາງກົດໝາຍ, ຕິດຕາມກວດກາການແກ້ໄຂຄໍາຮ້ອງທຸກ ແລະ ການປະນາມ ຂອງພົນລະເມືອງ, ຄຳສະເໜີແນະຂອງຜູ້ມີສິດເລືອກຕັ້ງ ແລະອື່ນໆ), ສະພາແຫ່ງຊາດ, ຄະນະກຳມະການປະຈຳສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດ, ບັນດາຄະນະຜູ້ແທນສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ຕ້ອງໃຫ້ຄວາມສຳຄັນກັບເນື້ອໃນປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ຄວາມຫຍໍ້ທໍ້, ການໃຊ້ຈ່າຍຟຸມເຟືອຍ, ຖືວ່ານີ້ແມ່ນໜ້າທີ່ສຳຄັນ ເປັນປະຈຳ ແລະ ໄດ້ດຳເນີນຢ່າງຮອບດ້ານ ແລະ ເປີດເຜີຍ, ມີຈຸດໜັກໃຈກາງ; ສຸມໃສ່ບັນດາຂົງເຂດທີ່ມັກເກີດຄວາມສ່ຽງໃນທາງລົບ, ຄວາມວິຕົກກັງວົນຂອງປະຊາຊົນກ່ຽວກັບການສໍ້ລາດບັງຫຼວງ, ຄວາມຫຍໍ້ທໍ້, ຄວາມເສື່ອມໂຊມດ້ານແນວຄິດການເມືອງ, ຄຸນສົມບັດສິນທຳ, ວິຖີຊີວິດ. ເສີມຂະຫຍາຍກົນໄກເຂົ້າຮ່ວມຂອງຄະນະຊີ້ນຳສູງກາງກ່ຽວກັບການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ ຕ້ານຄວາມຫຍໍ້ທໍ້, ບັນດາຄະນະຊີ້ນຳຂັ້ນແຂວງ, ແນວໂຮມປະເທດຊາດຫວຽດນາມ, ບັນດາອົງການຈັດຕັ້ງການເມືອງ-ສັງຄົມທຸກຂັ້ນ, ປະຊາຊົນ ແລະ ອົງການຖະແຫຼງຂ່າວ ສື່ມວນຊົນ ໃນການເຄື່ອນໄຫວຕິດຕາມກວດກາ, ໃນນັ້ນມີການຕິດຕາມກວດກາ ການປະຕິບັດກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ ແລະ ຄວາມຫຍໍ້ທໍ້.
ອີງໃສ່ສະພາບການຕົວຈິງ, ຄົ້ນຄວ້າການລວມເນື້ອໃນກ່ຽວກັບການປ້ອງກັນແລະຕ້ານຄວາມຫຍໍ້ທໍ້ ໃນບົດລາຍງານກ່ຽວກັບວຽກງານປ້ອງກັນແລະຕ້ານການສໍ້ລາດບັງຫຼວງ. ຕາມນັ້ນ, ທຸກໆປີ, ລັດຖະບານ, ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ຕ້ອງລາຍງານຕໍ່ສະພາແຫ່ງຊາດກ່ຽວກັບເນື້ອໃນນີ້, ຄະນະກຳມະການຕຸລາການຂອງສະພາແຫ່ງຊາດ ຈະຮັບຜິດຊອບຕົ້ນຕໍ, ປະສານສົມທົບກັບສະພາຊົນເຜົ່າ ແລະ ຄະນະກຳມະການອື່ນໆ ຂອງສະພາແຫ່ງຊາດ ໃນການກວດສອບ. ໃນກອງປະຊຸມທ້າຍປີ, ໃນກໍລະນີຈຳເປັນ, ອາດຈະຈັດໃຫ້ສະພາແຫ່ງຊາດທົບທວນບົດລາຍງານກ່ຽວກັບວຽກງານປ້ອງກັນແລະຕ້ານການສໍ້ລາດບັງຫຼວງ ແລະ ຄວາມຫຍໍ້ທໍ້, ພ້ອມກັບການທົບທວນບົດລາຍງານກ່ຽວກັບການປະຕິບັດການປະຢັດ, ຕ້ານການໃຊ້ຈ່າຍຟຸມເຟືອຍ.
ທີສີ່, ປັບປຸງບູລະນະກົນໄກສົມທົບລະຫວ່າງສະພາແຫ່ງຊາດ ກັບບັນດາອົງການພັກ, ແນວໂຮມປະເທດຊາດຫວຽດນາມ, ບັນດາອົງການຈັດຕັ້ງການເມືອງ-ສັງຄົມ ໃນການເຄື່ອນໄຫວຕິດຕາມກວດກາ ເພື່ອເສີມຂະຫຍາຍບົດບາດຕິດຕາມກວດກາຂອງແຕ່ລະອົງການ ພ້ອມກັນສ້າງແຮງສະທ້ອນຊຸກຍູ້ ແລະ ຍົກສູງຄຸນນະພາບແລະປະສິດທິຜົນ ຂອງການຄວບຄຸມອຳນາດ. ເພີ່ມທະວີການພົວພັນປະສານງານ ແລະ ສະໜອງຂໍ້ມູນຂ່າວສານ ລະຫວ່າງສະພາແຫ່ງຊາດ ກັບຄະນະກຳມະການກວດກາທຸກຂັ້ນຂອງພັກ, ແນວໂຮມປະເທດຊາດຫວຽດນາມ, ອົງການກວດສອບແຫ່ງລັດ ໃນການເຄື່ອນໄຫວຄວບຄຸມອຳນາດ. ເພີ່ມທະວີການເຊື່ອມຕໍ່ ແລະ ຄັດແຍກຈະແຈ້ງ ເນື້ອໃນຕິດຕາມກວດກາລະຫວ່າງການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ ກັບການຕິດຕາມກວດກາຂອງສະພາປະຊາຊົນ, ການຕິດຕາມກວດກາສັງຄົມຂອງແນວໂຮມປະເທດຊາດ ແລະ ບັນດາອົງການການເມືອງ-ສັງຄົມ, ການຕິດຕາມກວດກາໂດຍກົງຂອງປະຊາຊົນ.
ທີຫ້າ, ກວດຄືນ, ສະຫຼຸບສັງລວມ, ປະເມີນ ແລະ ຄົ້ນຄວ້າສະເໜີການແກ້ໄຂ ແລະເພີ່ມເຕີມ ຂໍ້ກຳນົດທາງກົດໝາຍຈຳນວນໜຶ່ງ ກ່ຽວກັບການເຄື່ອນໄຫວຕິດຕາມກວດກາ, ພິເສດແມ່ນ ກົດໝາຍວ່າດ້ວຍການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ ແລະສະພາປະຊາຊົນ ເພື່ອໃຫ້ສອດຄ່ອງກັບຄວາມຕ້ອງການຄວບຄຸມອຳນາດ ໃນສະຖານະການໃໝ່. ຮັບປະກັນລັກສະນະສູງສຸດໃນການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ ຕໍ່ການເຄື່ອນໄຫວຂອງກົງຈັກແຫ່ງລັດ; ສືບຕໍ່ປ່ຽນແປງໃໝ່ການລົງຄະແນນສຽງໄວ້ວາງໃຈ, ການລົງຄະແນນສຽງໄວ້ວາງໃຈຕໍ່ຜູ້ດຳລົງຕຳແໜ່ງທີ່ສະພາແຫ່ງຊາດເລືອກຕັ້ງຫຼືຮັບຮອງ; ປະຕິບັດການຈັດຕັ້ງຄະນະກຳມະການຊົ່ວຄາວ ເມື່ອມີຄວາມຈຳເປັນຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ.
ເລີ່ມຈາກການພິຈາລະນາຢ່າງຮອບດ້ານກ່ຽວກັບຫຼັກການຈັດຕັ້ງອຳນາດລັດ ແລະ ບົດບາດຕິດຕາມກວດກາສູງສຸດຂອງສະພາແຫ່ງຊາດ ໃນກົນໄກຄວບຄຸມອຳນາດລັດ, ສາມາດເຫັນໄດ້ວ່າ, ການປ່ຽນແປງໃໝ່ແລະການຍົກສູງຄຸນນະພາບຂອງການເຄື່ອນໄຫວຕິດຕາມກວດກາສູງສຸດ ຂອງສະພາແຫ່ງຊາດ ແມ່ນບັນຫາທີ່ສະພາແຫ່ງຊາດໄດ້ແລະກຳລັງຜັນຂະຫຍາຍປະຕິບັດ ແລະ ສະແດງອອກຜ່ານການປ່ຽນແປງໃນຈິນຕະນາການແລະວິທີດຳເນີນການ ເພື່ອປະກອບສ່ວນເຂົ້າໃນການຄວບຄຸມອຳນາດລັດ, ການຈັດຕັ້ງປະຕິບັດແນວທາງ ແຜນນະໂຍບາຍຂອງພັກ, ນະໂຍບາຍ ກົດໝາຍຂອງລັດຢ່າງມີປະສິດທິຜົນ. ການຕິດຕາມກວດກາຕ້ອງອີງໃສ່ຈິດໃຈທີ່ສ້າງສັນຫຼາຍ; ລະຫວ່າງ “ການສ້າງ” ແລະ “ການຕ້ານ” ນັ້ນ ຕ້ອງຖືເອົາການສ້າງເປັນພື້ນຖານ ຍາວນານ; ການຕ້ານຕ້ອງເດັດດ່ຽວ, ເຖິງຖອງ, ຮີບດ່ວນ; ຕ້ອງສົ່ງເສີມບັນດາຮູບແບບໃໝ່, ບັນດາວິທີເຮັດທີ່ດີ, ແບບຢ່າງຂອງວຽກດີ ຄົນເດັ່ນ; ການປະເມີນທີ່ສົມດຸນແລະພາວະວິໄສ ເພື່ອສືບຕໍ່ປັບປຸງສະຖາບັນ ແລະ ລະບົບກົດໝາຍ, ສືບຕໍ່ຍົກສູງປະສິດທິຜົນຂອງຂັ້ນຕອນການຈັດຕັ້ງປະຕິບັດໃຫ້ທຸກວຽກງານດີຂຶ້ນ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ແລະ ກໍ່ສ້າງປະເທດ. ສະພາແຫ່ງຊາດຕ້ອງປ່ຽນໃໝ່ຕົວເອງສະເໝີ, ແຕ່ລະອົງການຂອງສະພາແຫ່ງຊາດຕ້ອງປະຕິບັດການຕິດຕາມກວດກາຕົນເອງເປັນຢ່າງດີ, ສະມາຊິກສະພາແຫ່ງຊາດແຕ່ລະຄົນ ຕ້ອງຄວບຄຸມການເຄື່ອນໄຫວຂອງຕົນໃນການປະຕິບັດໜ້າທີ່, ສິດຂອບເຂດ ແລະ ຄວາມຮັບຜິດຊອບຕໍ່ໜ້າຜູ້ມີສິດເລືອກຕັ້ງ ເພື່ອ “ເປີດໄລຍະໃໝ່ທີ່ເຕັມໄປດ້ວຍແງ່ຫວັງທີ່ດີ ໃນການເຄື່ອນໄຫວຂອງສະພາແຫ່ງຊາດ”./.
-------------------
(1), (2), (3) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 10, ສພຈ ການເມືອງແຫ່ງຊາດ, ຮ່າໂນ້ຍ, 2006, ໜ້າ 126.
(4), (5) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ໜ້າ 247, 248–249.
(6) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12, ຫ້ອງການສູນກາງພັກ, ຮ່າໂນ້ຍ, 2016, ໜ້າ 177–178.
(7) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 175–176.
(8) ຂໍ້ຕັດສິນຕົກລົງເລກທີ 2362-QĐ/ĐĐQH14, ລົງວັນທີ 24 ມິຖຸນາ 2021, ຂອງຄະນະກຳມະການພັກສະພາແຫ່ງຊາດ, ວ້າດ້ວຍ “ການປະກາດໃຊ້ແຜນປະຕິບັດການຂອງຄະນະກຳມະການພັກສະພາແຫ່ງຊາດ ເພື່ອປະຕິບັດມະຕິຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ”.
(9) ມາດຕາ 82 ຂອງລັດຖະທຳມະນູນປີ 1980 ແລະ ມາດຕາ 83 ຂອງລັດຖະທຳມະນູນປີ 1992.
(10) ຕົວຢ່າງເຊັ່ນ, ສະພາຊົນເຜົ່າຕິດຕາມກວດກາການປະຕິບັດນະໂຍບາຍຊົນເຜົ່າ, ໂຄງການ, ແຜນການພັດທະນາເສດຖະກິດ-ສັງຄົມໃນເຂດຊົນເຜົ່າສ່ວນນ້ອຍ ແລະ ເຂດພູດອຍ; ຄະນະກໍາມະການວັດທະນະທໍາ, ການສຶກສາ, ຊາວໜຸ່ມ, ເຍົາວະຊົນແລະເດັກ ຕິດຕາມກວດກາການປະຕິບັດນະໂຍບາຍສຳລັບຊາວໜຸ່ມ, ເຍົາວະຊົນແລະເດັກ; ຄະນະກຳມະການການຕ່າງປະເທດຕິດຕາມກວດກາການເຄື່ອນໄຫວພົວພັນຕ່າງປະເທດ, ເສດຖະກິດການຕ່າງປະເທດຂອງບັນດາຂະແໜງການແລະທ້ອງຖິ່ນ, ຕິດຕາມກວດກາການເຄື່ອນໄຫວເຊັນສັນຍາສາກົນ, ການເຂົ້າຮ່ວມແລະປະຕິບັດຂໍ້ຕົກລົງສາກົນ ແລະອື່ນໆ.
(11) ມະຕິສະບັບເລກທີ 334/2017/UBTVQH14, ລົງວັນທີ 11 ມັງກອນ 2017, ຂອງຄະນະກຳທະການປະຈຳສະພາແຫ່ງຊາດ, “ປະກາດໃຊ້ລະບຽບການຈັດຕັ້ງປະຕິບັດກິດຈະກຳຕິດຕາມກວດກາຈຳນວນໜຶ່ງ ຂອງສະພາແຫ່ງຊາດ, ຄະນະກຳມະການປະຈຳສະພາແຫ່ງຊາດ, ສະພາຊົນເຜົ່າ, ຄະນະກຳມະການຂອງສະພາປຫ່ງຊາດ, ຄະນະຜູ້ແທນສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ”.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 997 (ເດືອນກັນຍາ 2022)