ກະຈາຍຄວາມເຊື່ອແລະຄວາມປາຖະໜາ ກ່ຽວກັບລັດທິສັງຄົມນິຍົມ
ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມ ຢູ່ຫວຽດນາມ
ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມ ຢູ່ຫວຽດນາມ
ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ (ຜູ້ຢືນກາງ) ໂອ້ລົມກັບພີ່ນ້ອງຊົນເຜົ່າສ່ວນນ້ອຍບ້ານດັກມຸດ, ຕາແສງດັກມາ, ເມືອງດັກຮ່າ, ແຂວງກອນຕູມ _ພາບ: TTXVN
ຊີ້ແຈງແລະເພີ່ມຄຸນຄ່າທາງທິດສະດີຫຼັກ ກ່ຽວກັບລັດທິສັງຄົມນິຍົມ
ດ້ວຍວິທີການວິທະຍາສາດ ແລະ ການນໍາສະເໜີຢ່າງຕັກກະ, ໃນປຶ້ມ “ບາງບັນຫາທິດສະດີແລະພຶດຕິກຳ ກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ”, ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ໄດ້ໄຈ້ແຍກ, ຈັດເປັນລະບົບ ແລະ ນຳສະເໜີ ທັດສະນະ ແນວຄິດ ຄວາມຮັບຮູ້ໃໝ່ໃນລະດັບທິດສະດີ ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມ. ເນື້ອໃນຫຼັກແມ່ນ:
ກ່ຽວກັບລັດທິສັງຄົມນິຍົມ: “ສັງຄົມສັງຄົມນິຍົມທີ່ປະຊາຊົນຫວຽດນາມກຳລັງສູ້ຊົນເພື່ອກໍ່ສ້າງນັ້ນ ແມ່ນສັງຄົມທີ່ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ມີປະຊາທິປະໄຕ ຍຸຕິທຳ ແລະ ອາລະຍະທຳ; ໂດຍປະຊາຊົນເປັນເຈົ້າຂອງ”(1) ແມ່ນເປົ້າໝາຍພື້ນຖານຂອງລັດທິສັງຄົມນິຍົມທີ່ຫວຽດນາມມຸ່ງໄປເຖິງ. ບົນພື້ນຖານໄຈ້ແຍກຈຸດດີ, ຈຸດອ່ອນ ຂໍ້ຄົງຄ້າງ, ຂໍ້ຂັດແຍ້ງພາຍໃນ, ພິເສດແມ່ນວິກິດການຕ່າງໆ ຂອງໂລກເວົ້າລວມ ແລະ ລັດທິທຶນນິຍົມເວົ້າສະເພາະ, ປຶ້ມໄດ້ຢືນຢັນທາດແທ້ຂູດຮີດຂອງລັດທິທຶນນິຍົມ ເປັນສິ່ງທີ່ບໍ່ສາມາດປົກປິດໄດ້, ຄວາມຂັດແຍ້ງທີ່ມີມາແຕ່ກຳເນີດ ຕະຫຼອດຈົນວິກິດການຕ່າງໆທີ່ “ບໍ່ສາມາດແກ້ໄຂໄດ້ຢ່າງສິ້ນເຊີງ ພາຍໃນຂອບເຂດຂອງລະບົບທຶນນິຍົມ”(2). “ມີພຽງລັດທິສັງຄົມນິຍົມ, ລັດທິກອມມູນິດເທົ່ານັ້ນ ຈຶງສາມາດແກ້ໄຂບັນຫາເອກະລາດຂອງຊາດໄດ້ຢ່າງສົມບູນ, ຈຶງສາມາດນຳເອົາເສລີພາບ ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຜາສຸກອັນແທ້ຈິງ ມາໃຫ້ປະຊາຊົນ ແລະ ທຸກຊາດ”(3).
ກ່ຽວກັບໄລຍະຂ້າມຜ່ານຂຶ້ນສູ່ສັງຄົມນິຍົມ ແລະ ສະຖາບັນການເມືອງ: ນີ້ແມ່ນພາລະກິດທີ່ຍາວນານ, ຕ້ອງສ້າງການປ່ຽນແປງຢ່າງເລິກເຊິ່ງທາງດ້ານຄຸນນະພາບໃນທຸກຂົງເຂດຂອງຊີວິດສັງຄົມ ດ້ວຍຫຼາຍບາດກ້າວ, ຫຼາຍຮູບການຈັດຕັ້ງເສດຖະກິດ ແລະສັງຄົມທີ່ແຊກຊ້ອນກັນ, ມີການຕໍ່ສູ້ລະຫວ່າງອັນເກົ່າກັບອັນໃໝ່. ຮູບແບບການເມືອງ ແລະ ກົນໄກດຳເນີນງານທົ່ວໄປໃນຫວຽດນາມແມ່ນ: ພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າຂອງ. ປະຊາທິປະໄຕແມ່ນທາດແທ້ຂອງລະບອບສັງຄົມນິຍົມ, ທັງເປັນເປົ້າໝາຍ ທັງເປັນກຳລັງໜູນຂອງພາລະກິດການກໍ່ສ້າງສັງຄົມນິຍົມ. ໃນນັ້ນ, ລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ແມ່ນລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ; ລັດຕາງໜ້າໃຫ້ສິດເປັນເຈົ້າຂອງຂອງປະຊາຊົນ, ພ້ອມທັງເປັນຜູ້ຈັດຕັ້ງປະຕິບັດແນວທາງຂອງພັກ; ມີກົນໄກເພື່ອໃຫ້ປະຊາຊົນປະຕິບັດສິດເປັນເຈົ້າໂດຍກົງ ແລະ ເປັນເຈົ້າໂດຍຕົວແທນໃນທຸກຂົງເຂດຂອງຊີວິດສັງຄົມ ແລະ ເຂົ້າຮ່ວມການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ.
ນິພົນດັ່ງກ່າວໄດ້ພັດທະນາໃນແງ່ຂອງຄວາມເຂົ້າໃຈທາງທິດສະດີ ກ່ຽວກັບການບໍ່ຜ່ານລະບອບທຶນນິຍົມ ເຊິ່ງແມ່ນການບໍ່ຜ່ານລະບອບການກົດຂີ່ຂົ່ມເຫັງ ຄວາມບໍ່ຍຸຕິທໍາ ການຂູດຮີດ, ບໍ່ຜ່ານລະບຽບລະບອບ ແລະ ສະຖາບັນການເມືອງທີ່ບໍ່ສອດຄ່ອງກັບລະບອບສັງຄົມນິຍົມ, ແຕ່ບໍ່ແມ່ນການປະຂ້າມບັນດາຜົນສໍາເລັດ ແລະ ຄຸນຄ່າຂອງອາລະຍະທໍາທີ່ມະນຸດຊາດບັນລຸໄດ້ ໃນໄລຍະການພັດທະນາທຶນນິຍົມ. ການສືບທອດຜົນສໍາເລັດຕ້ອງໄດ້ຮັບການຄັດເລືອກ ຕາມທັດສະນະຂອງວິທະຍາສາດ ແລະ ການພັດທະນາ.
ເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ: ນີ້ແມ່ນເນື້ອໃນສຳຄັນພິເສດ ໃນປຶ້ມເຫຼັ້ມນີ້. ຕາມນັ້ນ, ເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມແມ່ນລະບົບເສດຖະກິດຕະຫຼາດທີ່ທັນສະໄໝ, ເຊື່ອມໂຍງເຂົ້າກັບສາກົນ, ດໍາເນີນງານຢ່າງເຕັມຮູບແບບແລະຄົບຊຸດ ຕາມບັນດາກົດເກນຂອງເສດຖະກິດຕະຫຼາດ, ມີການຄຸ້ມຄອງຂອງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ນຳພາໂດຍພັກກອມມູນິດຫວຽດນາມ ເພື່ອບັນລຸເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ ມີປະຊາທິປະໄຕ ຍຸຕິທຳ ແລະ ອາລະຍະທຳ”. ຮູບແບບການຈັດຕັ້ງເສດຖະກິດນີ້ ທັງປະຕິບັດຕາມບັນດາກົດເກນຂອງເສດຖະກິດຕະຫຼາດ, ທັງອີງໃສ່ແລະໄດ້ຮັບການຊີ້ນໍາໂດຍຫຼັກການພື້ນຖານ ແລະ ທາດແທ້ ຂອງລັດທິສັງຄົມນິຍົມ, ສະແດງອອກໃນທັງສາມດ້ານ: ການກຳມະສິດ, ການຈັດຕັ້ງຄຸ້ມຄອງ ແລະ ການແຈກຢາຍ.
ບົນພື້ນຖານຫຼັກພິນິດວິທະຍາສາດ ແລະ ການສະຫຼຸບສັງລວມພຶດຕິກຳ, ປຶ້ມ “ບາງບັນຫາທິດສະດີແລະພຶດຕິກຳ ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ” ໄດ້ຊີ້ແຈ້ງທາດແທ້, ສະຖາບັນ, ໂຄງສ້າງ, ກົນໄກດຳເນີນງານ, ເປົ້າໝາຍ, ລັກສະນະພື້ນຖານ, ຄຸນລັກສະເພາະແມ່ນ ທິດທາງສັງຄົມນິຍົມໃນລະບົບເສດຖະກິດຕະຫຼາດ. ການພັດທະນາເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ ແມ່ນການບຸກທະລຸທີ່ເປັນພື້ນຖານ ແລະ ການປະດິດສ້າງທິດສະດີທີ່ສຳຄັນ ຂອງພັກກອມມູນິດຫວຽດນາມ, ທີ່ເລີ່ມຈາກພຶດຕິກຳຕົວຈິງໃນປະເທດ ແລະ ການເລືອກດູດຊຶມປະສົບການບົດຮຽນຂອງໂລກ.
ທາງດ້ານວັດທະນະທຳ - ສັງຄົມ: “ວັດທະນະທໍາແມ່ນເວົ້າເຖິງສິ່ງຍອດຍິ່ງ ແກ່ນສານທີ່ສຸດ, ທີ່ຜ້ານການກັ່ນຕອງ, ຕົກຜະລຶກ, ຫຼໍ່ຫຼອມເປັນຄຸນຄ່າທີ່ດີງາມສູງສົ່ງ, ເອກະລັກທີ່ສຸດ, ມີມະນຸດສະທຳ, ຄວາມຮັກແພງ, ຄວາມເມດຕາກະລຸນາ”(4). ວັດທະນະທຳແມ່ນພື້ນຖານຈິດໃຈຂອງສັງຄົມ, ແມ່ນກຳລັງແຮງພາຍໃນ, ກຳລັງໜູນໃນການພັດທະນາປະເທດ ແລະ ປົກປັກຮັກສາປະເທດຊາດ. ນັ້ນແມ່ນພື້ນຖານວັດທະນະທຳທີ່ກ້າວໜ້າ ແລະ ເຕັມໄປດ້ວຍເອກະລັກປະຈຳຊາດ, ພື້ນຖານວັດທະນະທໍາທີ່ເປັນເອກະພາບໃນຄວາມຫຼາກຫຼາຍ ໂດຍອີງໃສ່ຄຸນຄ່າທີ່ກ້າວໜ້າ ແລະ ມະນຸດອາລະຍະທຳ; ລັດທິມາກ-ເລນິນ ແລະ ແນວຄິດໂຮ່ຈີມິນ ມີບົດບາດນຳພາ ໃນຊີວິດຈິດວິນຍານທາງສັງຄົມ, ສືບທອດແລະເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳປະເພນີອັນດີງາມຂອງຊາດ, ພ້ອມກັນນັ້ນ ຄັດເລືອກດູດຊຶມເອົາຜົນສໍາເລັດ ແລະ ແກນສານວັດທະນະທໍາຂອງມະນຸດຊາດ.
ເນື້ອໃນຂອງປື້ມໄດ້ອະທິບາຍຢ່າງຊັດເຈນວ່າ: “ສັງຄົມສັງຄົມນິຍົມແມ່ນສັງຄົມທີ່ມຸ່ງໄປສູ່ຄວາມກ້າວໜ້າ ແລະ ມະນຸດສະທຳ, ອີງບົນພື້ນຖານຜົນປະໂຫຍດລວມຂອງທົ່ວສັງຄົມ ທີ່ສອດຄ່ອງກັບຜົນປະໂຫຍດອັນຊອບທຳຂອງຜູ້ຄົນ, ມັນແຕກຕ່າງທາງດ້ານຄຸນທາດຈາກສັງຄົມທີ່ແກ່ງແຍ້ງກັນ ເພື່ອຜົນປະໂຫຍດສ່ວນຕົວ ລະຫວ່າງບັນດາບຸກຄົນແລະໝູ່ພວກ, ດັງນັ້ນຈຶງມີຄວາມຈຳເປັນແລະມີເງື່ອນໄຂ ເພື່ອສ້າງຄວາມເຫັນດີເຫັນພ້ອມທາງສັງຄົມ ແທນທີ່ຈະມີການຄັດຄ້ານທາງສັງຄົມ ແລະ ການເປັນສັດຕູກັນ”(5). ພ້ອມກັນນັ້ນກໍກຳນົດວ່າ: ມະຫາສາມັກຄີປວງຊົນທັງຊາດແມ່ນແຫຼ່ງກຳລັງແຮງ ແລະ ເປັນປັດໄຈຕັດສິນເພື່ອຮັບປະກັນໄຊຊະນະທີ່ຍືນຍົງ ຂອງການປະຕິວັດຢູ່ຫວຽດນາມ; ຊຸກຍູ້ຄວາມສະເໝີພາບ ແລະ ຄວາມສາມັກຄີລະຫວ່າງຊາດ, ສາສະໜາ ຢ່າງບໍ່ຢຸດຢັ້ງ.
ກ່ຽວກັບກາຍປ້ອງກັນປະເທດ ແລະ ຄວາມໝັ້ນຄົງ: “ເປັນເຈົ້າການໃນການປ້ອງກັນຄວາມສ່ຽງຂອງສົງຄາມ ແລະ ການປະທະກັນຕັ້ງແຕ່ຕົ້ນ, ຈາກໄລຍະໄກ; ປົກປັກຮັກສາເອກະລາດ ອະທິປະໄຕ ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດຢ່າງເດັດດ່ຽວແລະໜຽວແໜ້ນ; ຮັບປະກັນຄວາມໝັ້ນຄົງຂອງຊາດ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ”(6). ສົມທົບຢ່າງແໜ້ນແຟ້ນການພັດທະນາເສດຖະກິດ-ສັງຄົມ ກັບການປັບປຸງ, ເພີ່ມທະວີການປ້ອງກັນປະເທດ, ຄວາມໝັ້ນຄົງ. ສືບຕໍ່ກໍ່ສ້າງກອງທັບປະຊາຊົນ, ຕຳຫຼວດປະຊາຊົນທີ່ປະຕິວັດ, ເປັນລະບຽບຫຼວງ, ຊຳນານການຮົບ ແລະ ທັນສະໄໝເທື່ອລະກ້າວ, ມີເຫຼົ່າທັບ, ເຫຼົ່າທະການ, ກອງກຳລັງຈຳນວນໜຶ່ງກ້າວຂຶ້ນທັນສະໄໝໂດຍກົງ. ຮອດປີ 2025, ສາມາດກໍ່ສ້າງກອງທັບ ແລະ ກອງຕຳຫຼວດທີ່ຮຽບຮ້ອຍ ກະທັດລັດ ແລະ ເຂັ້ມແຂງແຮງກ້າໄດ້ໂດຍພື້ນຖານ, ສ້າງປະຖົມປັດໄຈທີ່ໜັກແໜ້ນ ເພື່ອສູ້ຊົນເຖິງປີ 2030, ກໍ່ສ້າງກອງທັບປະຊາຊົນ, ຕຳຫຼວດປະຊາຊົນທີ່ປະຕິວັດ, ເປັນລະບຽບຫຼວງ, ຊຳນານການຮົບ ແລະ ທັນສະໄໝ. ກໍ່ສ້າງທ່າສະໜາມຮົບໃນໃຈປະຊາຊົນ, ທ່າສະໜາມປ້ອງກັນປະເທດທົ່ວປວງຊົນ, ທ່າສະໜາມຮັກສາຄວາມໝັ້ນຄົງປະຊາຊົນທີ່ໝັ້ນແກ່ນ ເພື່ອເປັນຮາກຖານໃຫ້ແກ່ການປົກປັກຮັກສາປະເທດຊາດ. “ກວດພົບທັນເວລາ, ເປັນເຈົ້າການໃນການຈັດການກໍລະນີຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍທີ່ສັບສົນ ຢ່າງມີປະສິດທິຜົນ, ບໍ່ປ່ອຍໃຫ້ “ຈຸດຮ້ອນ” ເກີດຂຶ້ນ. ຕໍ່ສູ້ຢ່າງທັນທ່ວງທີ ແລະ ປາບປາມອາຊະຍາກຳທຸກປະເພດ ຢ່າງມີປະສິດທິພາບ, ໂດຍສະເພາະ ອາຊະຍາກຳທີ່ມີການຈັດຕັ້ງ, ອາຊະຍາກຳຂ້າມຊາດ, ອາຊະຍາກຳໃຊ້ເຕັກໂນໂລຊີສູງ ແລະ ກຸ່ມຄ້າຢາເສບຕິດ”(7).
ກ່ຽວກັບການຕ່າງປະເທດ: “ການຕ່າງປະເທດໃນປະຈຸບັນ ບໍ່ໄດ້ເປັນພຽງຄວາມຕໍ່ເນື່ອງຂອງນະໂຍບາຍພາຍໃນປະເທດເທົ່ານັ້ນ ແຕ່ຍັງເປັນພະລັງຂັບເຄື່ອນທີ່ແຂງແຮງໃນການພັດທະນາຊາດແລະປະເທດຊາດ”(8). ຕາມນັ້ນ, ຕ້ອງຍູ້ແຮງແລະຍົກສູງປະສິດທິຜົນຂອງວຽກງານການຕ່າງປະເທດ; ຍົດສູງຄວາມສາມາເຊື່ອມໂຍງສາກົນ, ໂດຍສະເພາະແມ່ນໃນລະດັບພາກ ແລະ ທ້ອງຖິ່ນ, ວິສາຫະກິດ; ໃຊ້ໂອກາດໃຫ້ເກີດປະໂຫຍດສູງສຸດຈາກຂະບວນການເຊື່ອມໂຍງ, ໂດຍສະເພາະແມ່ນໂອກາດຈາກບັນດາສັນຍາການຄ້າເສລີທີ່ໄດ້ລົງນາມ. ກໍ່ສ້າງການທູດທີ່ທັນສະໄໝ ໂດຍເນັ້ນການສົ່ງເສີມການທູດດ້ານການປ້ອງກັນປະເທດແລະຄວາມໝັ້ນຄົງ ເພື່ອປົກປັກຮັກສາປະເທດຊາດຕັ້ງແຕ່ຕົ້ນ, ຈາກໄລຍະໄກ. ເພີ່ມທະວີການທູດທາງເສດຖະກິດ ເພື່ອຮັບໃຊ້ການພັດທະນາ; ເປີດກວ້າງ ແລະ ຍົກສູງປະສິດທິຜົນຂອງການທູດທາງວັດທະນະທຳ, ປະກອບສ່ວນແທດຈິງເຂົ້າໃນການໂຄສະນາເຜີຍແຜ່ພາບພົດ ແລະ ເຄື່ອງໝາຍການຄ້າແຫ່ງຊາດ, ແລະ ເພີ່ມທະວີກຳລັງແຮງສັງລວມໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ປຸກຕື່ນຄວາມມຸ່ງມາດປາຖະໜາ ປະຕິບັດລັດທິສັງຄົມນິຍົມໃຫ້ເປັນຈິງ ໃນຫວຽດນາມ
ນິພົນ “ບາງບັນຫາທິດສະດີແລະພຶດຕິກຳ ກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ” ມີກຳລັງແຮງໃນການເຄື່ອນຍ້າຍ, ແຜ່ກະຈາຍ, ສ້າງແຮງບັນດານໃຈ ແລະ ມີອິດທິພົນຢ່າງໃຫຍ່ຫຼວງຕໍ່ແນວຄິດ, ຄວາມເຊື່ອຖື ແລະ ການກະທຳຂອງແຕ່ລະອົງການພັກ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນວັນນະ.
ໃນທາງທິດສະດີ, ຄວາມຮູ້ຄວາມເຂົ້າໃຈ, ທັນທີຫຼັງຈາກການປະກາດ (ວັນທີ 9 ກຸມພາ 2022) ນິພົນດັງກ່າວໄດ້ຮັບຄວາມສົນໃຈ ແລະ ຕອບຮັບຈາກປະຊາຊົນ, ພະນັກງານ, ສະມາຊິກພັກ, ນັກວິທະຍາສາດ ແລະ ນັກຄົ້ນຄ້ວາທິດສະດີເປັນຈໍານວນຫຼວງຫຼາຍ. ນິພົນໄດ້ກ່າວເຖິງບັນຫາພື້ນຖານແລະສັບສົນໂດຍກົງ ດ້ວຍຫຼັກຖານທີ່ຊັດເຈນແລະເປັນວິທະຍາສາດ; ຈາກນັ້ນ, ຢືນຢັນຄຸນຄ່າທີ່ຍືນຍົງ ແລະ ພັດທະນາ ເຮັດໃຫ້ທິດສະດີຂອງລັດທິມາກ - ເລນິນ ແລະ ແນວຄິດໂຮ່ຈິມິນ ອຸດົມສົມບູນຂຶ້ນ ແລະ ໝູນໃຊ້ມັນເຂົ້າໃນການປ່ຽນແປງໃໝ່, ກໍ່ສ້າງແລະປົກປັກຮັກສາປະເທດຊາດ, ນຳປະເທດຊາດເຂົ້າສູ່ໄລຍະການພັດທະນາໃໝ່.
ໃນດ້ານແນວຄິດການເມືອງ, ນິພົນນີ້ໄດ້ປະກອບສ່ວນສຳຄັນໃນການປັບປຸງຄວາມເຊື່ອໝັ້ນໃນລັດທິສັງຄົມນິຍົມ ແລະ ເສັ້ນທາງສູ່ສັງຄົມນິຍົມຢ່າງໝັ້ນຄົງ ສຳລັບພະນັກງານ, ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນວັນນະ. ລັດທິມາກ-ເລນິນໄດ້ກຳເນີດຂຶ້ນ, ລັດທິສັງຄົມນິຍົມຕົວຈິງໄດ້ມີໄລຍະພັດທະນາ, ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການໄຫຼວຽນຂອງປະຫວັດສາດມະນຸດໃນສະຕະວັດທີ 20. ການພັງທະລາຍຂອງຮູບແບບສັງຄົມນິຍົມຕົວຈິງໃນສະຫະພາບໂຊວຽດ ແລະ ບັນດາປະເທດເອີຣົບຕາເວັນອອກ ເປັນເຫດການທີ່ສົ່ງຜົນກະທົບຢ່າງເລິກເຊິ່ງ ຕໍ່ຄວາມເຊື່ອຂອງຫຼາຍຄົນທີ່ບໍ່ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບລັດທິສັງຄົມນິຍົມ. ພະນັກງານ ແລະ ສະມາຊິກພັກບາງຄົນໄດ້ສະແດງຄວາມສົງໄສ, ລັ່ງເລໃຈໃນຫຼັກໝັ້ນແນວຄິດ, ຊ້ຳຍັງນຳໄປສູ່ຄວາມເສື່ອມໂຊມທາງດ້ານແນວຄິດການເມືອງ. ມາຮອດປະຈຸບັນ, ລັດທິສັງຄົມນິຍົມ ແລະ ເສັ້ນທາງໄປສູ່ສັງຄົມນິຍົມ ຍັງຄົງເປັນຫົວຂໍ້ທາງທິດສະດີ ແລະ ພາກປະຕິບັດທີ່ພື້ນຖານ, ສຳຄັນທີ່ສຸດ. ນັບຕັ້ງແຕ່ການກໍ່ຕັ້ງຈົນເຖິງປະຈຸບັນ, ທິດສະດີສັງຄົມນິຍົມວິທະຍາສາດມັກປະເຊີນກັບການຕໍ່ຕ້ານຈາກແນວຄິດທີ່ເປັນສັດຕູແລະປະຕິປັກ. ສວຍໃຊ້ການພັງທະລາຍຂອງຮູບແບບສັງຄົມນິຍົມຕົວຈິງໃນສະຫະພາບໂຊວຽດ ແລະ ບັນດາປະເທດເອີຣົບຕາເວັນອອກ, ບັນດາອິກທິກຳລັງສັດຕູໄດ້ດຳເນີນການເຄື່ອນໄຫວຕໍ່ຕ້ານທຳລາຍຢ່າງດຸເດືອດຮຸນແຮງ. ໃນເວລາມໍ່ໆມານີ້, ນັກວິຊາການຈຳນວນໜຶ່ງທີ່ມີໂລກກະທັດແບບຊົນຊັ້ນນາຍທຶນ, ພວກ “ສວຍໂອກາດທາງການເມືອງ” ແລະ “ປະຕິການ” ໄດ້ພະຍາຍາມໂຈມຕີ, ຕໍ່ຕ້ານຄັດຄ້ານພັກ ແລະ ເສັ້ນທາງໄປສູ່ສັງຄົມນິຍົມ, ຜິປອງຊຸກຍູ້ “ການຫັນປ່ຽນຕົນເອງ”, “ການປ່ຽນແປງຕົນເອງ” ຢູ່ພາຍໃນ... ແຕ່ວ່າ, ບັນດາຜົນສຳເລັດທີ່ຍິ່ງໃຫຍ່ ມີຄວາມສຳຄັນທາງປະຫວັດສາດຜ່ານການຕໍ່ສູ້ ແລະ ການປ່ຽນແປງໃໝ່ປະເທດ ໄດ້ພິສູດວ່າ: “ມີພຽງລັດທິສັງຄົມນິຍົມ ແລະ ລັດທິກອມມູນິດເທົ່ານັ້ນ ຈຶງສາມາດແກ້ໄຂບັນຫາເອກະລາດຂອງຊາດໄດ້ຢ່າງສົມບູນ, ຈຶງສາມາດນຳເອົາເສລີພາບ ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຜາສຸກອັນແທ້ຈິງ ມາໃຫ້ປະຊາຊົນ ແລະ ທຸກຊາດ”. ນິພົນດັງກ່າວບໍ່ພຽງແຕ່ອະທິບາຍບັນຫາທາງທິດສະດີແລະພຶດຕິກຳຢ່າງເປັນລະບົບ ແລະ ວິທະຍາສາດເທົ່ານັ້ນ, ຫາກຍັງເຜີຍແຜ່ກະຈາຍຄວາມເຊື່ອຖື ແລະ ຄວາມມຸ່ງມາດປາຖະໜາຂອງຊາດ, ປັບປຸງແນວຄິດການເມືອງອັນໝັ້ນຄົງຂອງພະນັກງານ ສະມາຊິກພັກ ແລະ ປະຊາຊົນ ໃນເສັ້ນທາງທີ່ປະເທດຊາດກຳລັງມຸ່ງໄປເຖິງ.
ໃນດ້ານພຶດຕະກຳຕົວຈິງ, ການແຜ່ກະຈາຍຈິດໃຈແລະແນວຄິດໃນນິພົນຊ່ວຍປັບປຸງຄວາມສາມັກຄີ, ເປັນເອກະພາບສູງທາງດ້ານແນວຄິດ ແລະ ການກະທຳ, ພັດທະນາເສດຖະກິດ-ສັງຄົມ, ຍູ້ແຮງພາລະກິດການປ່ຽນແປງໃໝ່, ຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ສູ້ຊົນປະຕິບັດຄວາມມຸ່ງມາດປາຖະໜາ ທີ່ຈະນຳພາປະເທດຊາດໃຫ້ພັດທະນາ ຈະເລີນຮຸ່ງເຮືອງ, ມີຄວາມຜາສຸກ ແລະ ກ້າວໄປສູ່ສັງຄົມນິຍົມຢ່າງໝັ້ນຄົງ.
ບົນພື້ນຖານຊາບຊຶມແລະຮັບຮູ້ຢ່າງເລິກເຊິ່ງເຖິງແນວຄິດ, ທັດສະນະຊີ້ນຳໃນນິພົນຂອງສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ, ເພື່ອປະກອບສ່ວນປະຕິບັດທີ່ປະສົບຄວາມສຳເລັດ ໃນການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທາງສັງຄົມ, ໃນໄລຍະຈະມາເຖິງ, ກອງກຳລັງຕຳຫຼວດປະຊາຊົນ ຕ້ອງປະຕິບັດເປັນຢ່າງດີ ບັນດາບັນຫາພື້ນຖານແລະສຳຄັນດັ່ງນີ້:
ທີໜຶ່ງ, ສືບຕໍ່ຮັບປະກັນການນຳພາຢ່າງເດັດຂາດ, ໂດຍກົງໃນທຸກດ້ານຂອງພັກ ໃນວຽກງານຕໍ່ສູ້ ແລະ ກໍ່ສ້າງກຳລັງຕຳຫຼວດປະຊາຊົນ. ຄະນະພັກ, ອົງການຈັດຕັ້ງພັກທຸກຂັ້ນໃນກອງກຳລັງຕຳຫຼວດປະຊາຊົນ ຕ້ອງປະຕິບັດໂຄງການການເມືອງ, ກົດລະບຽບຂອງພັກ, ບັນດາມະຕິ ຄຳສັ່ງ ຂໍ້ກຳນົດ ລະບຽບການຂອງພັກ, ນະໂຍບາຍແລະກົດໝາຍຂອງລັດຢ່າງຂັ້ມງວດ; ຈົງຮັກພັກດີຕໍ່ພັກ, ລັດ, ປະເທດຊາດ ແລະ ປະຊາຊົນຢ່າງແທ້ຈິງ. ຮັບຮູ້ຢ່າງເລິກເຊິ່ງ, ໝູນໃຊ້ຢ່າງປະດິດສ້າງໃນການນຳພາ ຊີ້ນຳການປະຕິບັດໜ້າທີ່ປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ຄວາມປອດໄພທາງສັງຄົມ ແລະ ການກໍ່ສ້າງກຳລັງ, ປະກອບສ່ວນປະຕິບັດໜ້າທີ່ການເມືອງທີ່ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້ ຢ່າງສຳເລັດມີໄຊ.
ທີສອງ, ເດັດຂາດບໍ່ເປັນອັດຕະວິໄສ ລະເລີຍ, ບໍ່ຖືກຢູ່ໃນທ່າຮັບທີ່ບໍ່ຄາດຄິດ,ຮັກສາຄວາມໝັ້ນຄົງແຫ່ງຊາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທາງສັງຄົມ ໃນທຸກສະຖານະການ. ເປັນເຈົ້າການໃນການຄາດຄະເນລ່ວງໜ້າ, ຕີລາຄາສະຖານະການຢ່າງເໝາະສົມ; ລະບຸຢ່າງຊັດເຈນເຖິງຄວາມສ່ຽງແລະໄພຂົ່ມຂູ່ຕໍ່ຜົນປະໂຫຍດຂອງຊາດ-ປະເທດຊາດ, ຄວາມໝັ້ນຄົງທາງການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທາງສັງຄົມ; ໃຫ້ຄຳແນະນຳແກ່ພັກ ແລະ ລັດ ໂດຍທັນທີກ່ຽວກັບແຜນນະໂຍບາຍຍຸດທະສາດ, ນະໂຍບາຍ ແລະ ວິທີແກ້ໄຂສຳຄັນ ໃນການແກ້ໄຂບັນຫາຄວາມໝັ້ນຄົງ ແລະ ຄວາມເປັນລະບຽບຮຽບ. ປ່ຽນແປງໃໝ່ ປັບປຸງວຽກງານທຸກດ້ານຢ່າງບໍ່ຢຸດຢັ້ງ ເພື່ອເປັນເຈົ້າການໃນການປ້ອງກັນ, ຕໍ່ສູ້ ແລະ ຢຸດຕິບັນດາກົນອຸບາຍ ແລະ ການເຄື່ອນໄຫວຂອງກຳລັງສັດຕູ, ຕອບໂຕ້ຢ່າງມີປະສິດທິຜົນ ຕໍ່ໄພຂົ່ມຂູ່ດ້ານຄວາມປອດໄພທີ່ບໍ່ເປັນແບບດັ້ງເດີມ ແລະ ບັນຫາທີ່ສັບສົນດ້ານຄວາມໝັ້ນຄົງ ແລະ ຄວາມເປັນລະບຽບຮຽບຮ້ອຍ. ປະຕິບັດເປັນຢ່າງດີ ໜ້າທີ່ປ້ອງກັນ, ຕໍ່ສູ້, ໂຈມຕີ, ປາບປາມ, ສະກັດກັ້ນ, ຈັດການປາບປາມການກະທຳຜິດກົດໝາຍ ແລະ ອາຊະຍາກຳ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ຄວາມມີວິໄນ ຄວາມສະຫງົບສຸກ ຄວາມປອດໄພ ແລະ ຄວາມຜາສຸກຂອງປະຊາຊົນ.
ທີສາມ, ສຸມໃສ່ຊີ້ນຳ ແລະ ປະຕິບັດບັນດາມາດຕະການແກ້ໄຂຢ່າງແຮງແລະຄົບຊຸດ ເພື່ອສ້າງກອງກຳລັງຕຳຫຼວດປະຊາຊົນທີ່ປະຕິວັດ, ເປັນລະບຽບຫຼວງ, ຊຳນານການຮົບ ແລະ ທັນສະໄໝເທື່ອລະກ້າວ, ບາງເຫຼົ່າຕຳຫຼວດ ບາງກອງກຳລັງຈະກ້າວຂຶ້ນທັນສະໄໝໂດຍກົງ. ກໍ່ສ້າງແລະປະຕິບັດຢ່າງມີປະສິດທິພາບ ໂຄງການກໍ່ສ້າງກອງກຳລັງຕຳຫຼວດປະຊາຊົນທີ່ຮຽບຮ້ອຍ ກະທັດລັດ ແລະ ເຂັ້ມແຂງແຮງກ້າພາຍໃນປີ 2025. ສ້າງປະຖົມປັດໄຈທີ່ໝັ້ນຄົງ, ສູ້ຊົນເພື່ອເຖິງປີ 2030, ກໍ່ສ້າງກອງກຳລັງຕຳຫຼວດປະຊາຊົນທີ່ປະຕິວັດ, ເປັນລະບຽບຫຼວງ, ຊຳນານການຮົບ ແລະ ທັນສະໄໝ. ພະນັກງານ, ນັກຮົບ, ສະມາຊິກພັກຕຳຫຼວດປະຊາຊົນ ຕ້ອງເປັນແບບຢ່າງທາງດ້ານແນວຄິດການເມືອງ ຄຸນສົມບັດສິນທຳ ແລະ ວິຖີຊີວິດ, ກວດກາຕົນເອງ ແກ້ໄຂຕົນເອງ ແລະ ຝຶກຝົນຫຼໍ່ຫຼອມຕົນເອງຢ່າງສະໝ່ຳສະເໝີ, ຍົກສູງຄວາມສາມາດ ແລະ ປະສິດທິຜົນວຽກງານຕຳຫຼວດຂອງຕົນຢ່າງບໍ່ຢຸດຢັ້ງ, ສູ້ຊົນປະຕິບັດທຸກວຽກງານທີ່ໄດ້ຮັບມອບໝາຍໃຫ້ສຳເລັດຢ່າງຈົບງາມ./.
-----------------
(1), (2), (3) ຫງວຽນ ຝູ ຈ້ອງ: ບາງບັນຫາທິດສະດີແລະພຶດຕິກຳ ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2022, ໜ້າ 24, 20, 22.
(4) ຫງວຽນ ຝູ ຈ້ອງ: ບາງບັນຫາທິດສະດີແລະພຶດຕິກຳ ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ, ປຶ້ມທີ່ໄດ້ແນະນຳ, ໜ້າ 158 - 159.
(5), (6), (7), (8) ຫງວຽນ ຝູ ຈ້ອງ: ບາງບັນຫາທິດສະດີແລະພຶດຕິກຳ ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ, ປຶ້ມທີ່ໄດ້ແນະນຳ, ໜ້າ 28, 54, 61, 180.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 999 (ເດືອນຕຸລາ 2022)