ການຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດ
ໃນເງື່ອນໄຂການພັດທະນາເສດຖະກິດຕະຫຼາດ,
ການເຊື່ອມໂຍງສາກົນ ແລະການປະຕິວັດອຸດສາຫະກຳຄັ້ງທີສີ່
ໃນເງື່ອນໄຂການພັດທະນາເສດຖະກິດຕະຫຼາດ,
ການເຊື່ອມໂຍງສາກົນ ແລະການປະຕິວັດອຸດສາຫະກຳຄັ້ງທີສີ່
ການຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດ - ບັນຫາທີ່ສຳຄັນ
ໃນສະພາບການພັດທະນາເສດຖະກິດການຕະຫຼາດຕາມທິດສັງຄົມນິຍົມ
ໂດຍຮູ້ດີກ່ຽວກັບຄວາມສ່ຽງ, ສິ່ງທ້າທາຍ ແລະ ໄພຂົ່ມຂູ່ຕໍ່ລະບົບເສດຖະກິດ ໃນເງື່ອນໄຂຂອງເສດຖະກິດຕະຫຼາດແລະການເຊື່ອມໂຍງເຂົ້າກັບສາກົນ, ພັກແລະລັດຫວຽດນາມຍາມໃດກໍ່ເອົາໃຈໃສ່ເຖິງ ການຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດ. ສິ່ງດັ່ງກ່າວສະແດງອອກຢ່າງຈະແຈ້ງ ໃນບັນດາເອກະສານຂອງກອງປະຊຸມໃຫຍ່ຂອງພັກ ຕັ້ງແຕ່ກອງປະຊຸມໃຫຍ່ຄັ້ງທີ 6 ເຖິງ 12 ຕະຫຼອດຈົນຄຳສັ່ງຕ່າງໆ ຂອງກົມການເມືອງ ແລະ ເອກະສານຂອງລັດຖະບານ(1). ເຖິງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ບົນພື້ນຖານການສະຫຼຸບສັງລວມການປ່ຽນແປງໃໝ່ໃນ 35 ປີ, ບັນຫາຄວາມໝັ້ນຄົງດ້ານເສດຖະກິດ ໄດ້ກ່າວຢ່າງເປັນທາງການ ໃນທິດທາງແລະໜ້າທີ່ຮັກສາຄວາມໝັ້ນຄົງ, ສ້າງພື້ນຖານທີ່ສຳຄັນໃຫ້ແກ່ຄວາມຮັບຮູ້ ແລະ ການກະທຳທີ່ເປັນເອກະພາບ ໃນທົ່ວພັກ, ທົ່ວປວງຊົນ ແລະ ກອງທັບ, ເພື່ອຮັບປະກັນການຍູ້ຖອຍ, ສະກັດກັ້ນ ແລະ ກຳຈັດບັນດາຄວາມສ່ຽງ, ສິ່ງທ້າທາຍທີ່ເກີດຂຶ້ນໃນຄວາມໝັ້ນຄົງດ້ານເສດຖະກິດ ໃນສະພາບການພັດທະນາເສດຖະກິດຕາມທິດສັງຄົມນິຍົມ, ການເຊື່ອມໂຍງເຂົ້າກັບສັງຄົມຢ່າງຮອບດ້ານ, ເລິກເຊິ່ງ ແລະ ການພັດທະນາຢ່າງແຂງແຮງຂອງການປະຕິວັດອຸດສາຫະກຳຄັ້ງທີສີ່.
ຊາບຊຶມແລະຈັດຕັ້ງປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ບັນດາຄະນະພັກ, ອຳນາດກາປົກຄອງ, ອົງຄະນະມະຫາຊົນ, ອົງການຈັດຕັ້ງເສດຖະກິດ, ຫົວໜ່ວຍອາຊີບ,... ແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ເພື່ອກຳນົດຢ່າງຊັດເຈນຄວາມຮັບຜິດຊອບໃນການຊີ້ນຳ ແລະ ຈັດຕັ້ງປະຕິບັດໜ້າທີ່ ສົມທົບຢ່າງແໜ້ນແຟ້ນລະຫວ່າງເສດຖະກິດ ກັບການປ້ອງກັນປະເທດແລະຄວາມໝັ້ນຄົງ; ແກ້ໄຂຜ່ານຜ່າສ່ວນໜຶ່ງ ຂໍ້ຈໍາກັດທາງດ້ານຄວາມຮັບຮູ້ ແລະ ວິທີເຮັດເສດຖະກິດລ້ວນໆ ທີ່ບໍ່ສົນໃຈການຮັບປະກັນຄວາມໝັ້ນຄົງ; ໃນເບື້ອງຕົ້ນລະດົມກຳລັງແຮງຂອງລະບົບການເມືອງທັງໝົດ ໃນການຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດ. ຍ້ອນແນວນັ້ນ, ເສດຖະກິດມະຫາພາກມີສະຖຽນລະພາບ, ຂະໜາດ ແລະ ທ່າແຮງຂອງລະບົບເສດຖະກິດນັບມື້ນັບເພີ່ມຂຶ້ນ, ນັບທັງໃນສະພາບການການແຜ່ລະບາດຂອງໂຄວິດ-19 ຜັນແປຢ່າງສັບສົນ. ຄວາມສາມາດເປັນເຈົ້າການໃນການຜະລິດພາຍໃນປະເທດດີຂຶ້ນ. ຄວາມເປັນເອກະລາດ, ເປັນເຈົ້າຕົນເອງຂອງລະບົບເສດຖະກິດການຕະຫຼາດຕາມທິດສັງຄົມນິຍົມຢູ່ປະເທດເຮົານັ້ນ ໄດ້ຮັບການຮັກສາ. ການດຶງດູດການລົງທຶນຈາກຕ່າງປະເທດເພີ່ມຂຶ້ນທຸກປີ ແລະ ບັນລຸໄດ້ໃນລະດັບສູງໃນຊຸມປີທີ່ຜ່ານມາ, ຄວາມປອດໄພທາງສັງຄົມ ແລະ ສະຫວັດດີການສັງຄົມໄດ້ຮັບປະກັນ.
ລະບົບກົນໄກ, ນະໂຍບາຍ, ກົດໝາຍກ່ຽວກັບການຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດນັ້ນ ໄດ້ຮັບການເພີ່ມເຕີມ, ປັບປຸງໃຫ້ສົມບູນເທື່ອລະກ້າວ. ບັນດາຍຸດທະສາດ, ແຜນກຳນົດ, ແຜນການ, ໂຄງການ, ແຜນງານພັດທະນາເສດຖະກິດ-ສັງຄົມ ໃນລະດັບຊາດ, ແຕ່ລະຂະແໜງການ, ແຕ່ລະຂົງເຂດ ແລະ ແຕ່ລະທ້ອງຖິ່ນ ໄດ້ຮັບການກໍ່ສ້າງໂດຍພື້ນຖານ ແລະ ການປະເມີນຢ່າງເຂັ້ມງວດ, ຕອບສະໜອງຄວາມຕ້ອງການຂອງການພັດທະນາເສດຖະກິດ ແລະ ການເພີ່ມທະວີການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ. ບັນດາແຜນການ, ໂຄງການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພຂອງລະບົບທະນາຄານ, ການເງິນ, ເງິນຕາ, ການສຳຮອງງົບປະມານແຫ່ງລັດ, ໜີ້ສາທາລະນະ... ໄດ້ຮັບການກໍ່ສ້າງຢ່າງຕັ້ງໜ້າ. ແຜນການຮັບມືກັບຜົນກະທົບເສດຖະກິດ ແລະ “ແຮງສັ່ນສະເທືອນ” ຈາກພາຍນອກ ແມ່ນມີລັກສະນະຕັ້ງໜ້າກວ່າ; ບັນດາມາດຕະການສະກັດກັ້ນການຄ້າ, ສະກັດກັ້ນບັນດາການເຄື່ອນໄຫວທີ່ສວຍໃຊ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການທ່ອງທ່ຽວ ແລະ ການລົງທຶນທີ່ເປັນອັນຕະລາຍຕໍ່ຄວາມໝັ້ນຄົງດ້ານເສດຖະກິດ ແລະ ຜົນປະໂຫຍດຂອງຊາດ ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ. ບັນດາມາດຕະການປ້ອງກັນການຄ້າ, ກີດກັ້ນການເຄື່ອນໄຫວສວຍໃຊ້ການຮ່ວມມືດ້ານເສດຖະກິດ ການຄ້າ ການທ່ອງທ່ຽວ ການລົງທຶນ ເພື່ອທຳລາຍຄວາມໝັ້ນຄົງດ້ານເສດຖະກິດ ແລະ ຜົນປະໂຫຍດຂອງຊາດນັ້ນ ໄດ້ຮັບການປະຕິບັດຢ່າງຕັ້ງໜ້າ.
ກອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ເສີມຂະຫຍາຍບົດບາດຫຼັກແຫຼ່ງ
ໃນການຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດ
ໂດຍເລີ່ມຕົ້ນຈາກທີ່ຕັ້ງ ແລະ ພາລະໜ້າທີ່ໃນການຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດຂອງປະເທດ, ກອງກຳລັງປ້ອງກັນຄວາມສະຫງົບປະຊາຊົນໄດ້ເປັນເຈົ້າການໃນການປ້ອງກັນ, ກວດຈັບ, ກີດກັ້ນ, ຕໍ່ສູ້ເພື່ອເອົາຊະນະກົນອຸບາຍ, ການເຄື່ອນໄຫວລະເມີດຄວາມໝັ້ນຄົງດ້ານເສດຖະກິດ, ອາຊະຍາກຳທຸກປະເພດໃນຂົງເຂດເສດຖະກິດ; ຕ້ານການສໍ້ລາດບັງຫຼວງ, ຄວາມຫຍໍ້ທໍ້ໃນຂະແໜງເສດຖະກິດຕ່າງໆ. ກອງກຳລັງຕຳຫຼວດໄດ້ເພີ່ມທະວີການກຳແໜ້ນສະພາບການ, ເປັນເຈົ້າການໃຫ້ຄຳແນະນຳ ແລະ ສະເໜີແນະນະໂຍບາຍແລະວິທີແກ້ໄຂຕ່າງໆ ຕໍ່ພັກແລະລັດ ໃນການຄຸ້ມຄອງເສດຖະກິດມະຫາພາກ, ການປັບໂຄງສ້າງລະບົບເສດຖະກິດ, ການເຊື່ອມໂຍງເຂົ້າກັບສາກົນ, ດຶງດູດການລົງທຶນຈາກຕ່າງປະເທດ, ຮັບປະກັນຜົນຂອງຊາດ-ປະເທດຊາດ ແລະ ຮັບປະກັນຄວາມໝັ້ນຄົງຂອງປະເທດ ໃນການເຈລະຈາ, ລົງນາມ, ປະຕິບັດບັນດາສັນຍາການຄ້າເສລີສອງຝ່າຍ, ຫຼາຍຝ່າຍ. ຕັ້ງໜ້າໃນການໃຫ້ຄຳປຶກສາປັບປຸງລະບົບກົດໝາຍໃຫ້ສົມບູນ, ປະກອບສ່ວນເພີ່ມທະວິປະສິດທິພາບຂອງການຄຸ້ມຄອງລັດທາງດ້ານເສດຖະກິດ, ອຳນວຍຄວາມສະດວກໃຫ້ແກ່ການຂະຫຍາຍການຜະລິດແລະທຸລະກິດ. ຄົ້ນພົບ, ສະເໜີແນະໃຫ້ແກ້ໄຂຊ່ອງຫວ່າງໃນການຄຸ້ມຄອງ, ຈັດການກັບການລະເມີດຂອງບໍລິສັດ, ສະຫະບໍລິສັດ, ລັດວິສາຫະກິດ, ສະຖາບັນສິນເຊື່ອ, ປະກອບສ່ວນສ້າງຄວາມໂປ່ງໃສໃນການເຄື່ອນໄຫວຂອງວິສາຫະກິດ, ໂດຍສະເພາະແມ່ນລະບົບທະນາຄານ. ປະສານງານ ແລະ ແນະນຳໃຫ້ກະຊວງ, ຂະແໜງການ, ທ້ອງຖິ່ນຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນການເຄື່ອນໄຫວເສດຖະກິດ, ໂດຍສະເພາະແມ່ນຂະບວນການປັບໂຄງສ້າງລັດວິສາຫະກິດ, ພັດທະນາບັນດາເຂດເສດຖະກິດ, ເຂດອຸດສາຫະກຳ, ເຂດຜະລິດອຸດສາຫະກຳສົ່ງອອກ, ເຂດເຕັກໂນໂລຊີສູງ. ກໍ່ສ້າງ ແລະ ຜັນຂະຫຍາຍມາດຕະການຕ່າງໆ ເພື່ອຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານສິ່ງແວດລ້ອມ, ຄວາມໝັ້ນຄົງໃນໂຄງການ ກິດຈະການກໍ່ສ້າງທີ່ສຳຄັນ ແລະ ເປົ້າໝາຍເສດຖະກິດຈຸດສຸມ, ຄວາມໝັ້ນຄົງດ້ານການທ່ອງທ່ຽວ, ຄວາມໝັ້ນຄົງດ້ານສະບຽງອາຫານ, ຄວາມໝັ້ນຄົງດ້ານການກະເສດ ປ່າໄມ້ ແລະ ເສດຖະກິດທະເລ. ຕໍ່ສູ້ປ້ອງກັນແລະຕ້ານກົນອຸບາຍແລະການກະທຳມ້າງເພທຳລາຍຂອງບັນດາອິດທິກຳລັງສັດຕູ ປະຕິການ, ປ້ອງກັນອາດຊະຍາກຳທາງເສດຖະກິດ. ເປີດຄື້ນສູງເປັນປະຈຳເພື່ອໂຈມຕີແລະປາບປາມອາດຊະຍາກໍາທົ່ວໄປ, ອາດຊະຍາກຳເສດຖະກິດ, ການລັກລອບນຳເຂົ້າ, ການສໍ້ໂກງທາງການຄ້າ, ສິນຄ້າປອມ, ສ້າງສະພາບແວດລ້ອມທີ່ປອດໄພແລະໂປ່ງໃສ ສໍາລັບການຜະລິດແລະທຸລະກິດ.
ໃນສະພາບການຍູ້ແຮງການພັດທະນາເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ ແລະການເຊື່ອມໂຍງເຂົ້າກັບສາກົນ, ຕໍ່ໜ້າການພັດທະນາຢ່າງແຂງແຮງ ຂອງການປະຕິວັດອຸດສາຫະກຳຄັ້ງທີສີ່, ປະເທດມີໂອກາດແລະຄວາມສະດວກດີຫຼາຍຢ່າງເພື່ອພັດທະນາຢ່າງແຂງແຮງ, ແຕ່ກໍຕ້ອງປະເຊີນກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ. ໄພອັນຕະລາຍຂອງການບ່ຽງເບນຈາກສັງຄົມນິຍົມຍັງບໍ່ຖືກກຳຈັດ, ບັນດາອິດທິກຳລັງສັດຕູຍັງບໍ່ເລີກລົ້ນແຜນການທີ່ຈະ “ຫັນປ່ຽນ” ແນວທາງ, ນະໂຍບາຍເສດຖະກິດຂອງປະເທດເຮົາ, ພວກເຂົາເຈົ້າໄດ້ສວຍໃຊ້ການເຈລະຈາ, ລົງນາມໃນສັນຍາການຄ້າເສລີຮຸ່ນໃໝ່ຂອງຫວຽດນາມ ເພື່ອບັງຄັບແລະກົດດັນໃຫ້ເຮົາຍອມຮັບບັນດາເງື່ອນໄຂທີ່ກ່ຽວຂ້ອງເຖິງການເມືອງ, ພະຍາຍາມນຳທາງ ເຈາະເລິກພາຍໃນ ເກັບກຳຄວາມລັບຂອງລັດໃນດ້ານເສດຖະກິດ.
ການແກ່ງແຍ້ງຍຸດທະສາດ, ຄວາມຂັດແຍ່ງດ້ານເສດຖະກິດແລະການຄ້າລະຫວ່າງບັນດາປະເທດໃຫຍ່ ແລະ ທ່າອ່ຽງເພີ່ມການປົກປ້ອງການຄ້າ ໄດ້ສ້າງຄວາມຫຍຸ້ງຍາກ ສິ່ງທ້າທາຍຫຼາຍປະການໃຫ້ແກ່ລະບົບເສດຖະກິດ ແລະ ການຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດ, ພິເສດແມ່ນໃນສະພາບການທີ່ເສດຖະກິດຫວຽດນາມເປີດກວ້າງ ແລະ ອີງໃສ່ການສົ່ງອອກເປັນຢ່າງຫຼາຍ. ຄວາມສ່ຽງ ແລະ ສິ່ງທ້າທາຍເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງດ້ານເສດຖະກິດຂອງປະເທດ, ເຊັ່ນ: ການເພິ່ງພາອາໄສຕ່າງປະເທດຫຼາຍຂຶ້ນ ໂດຍຜ່ານບັນດາໂຄງການຮ່ວມມືສະເພາະໃນຂະບວນການເຂົ້າຮ່ວມຍຸດທະສາດ ແລະ ຂໍ້ລິເລີ່ມຂອງບັນດາປະເທດ ທີ່ປະຕິບັດຢູ່ໃນພາກພື້ນອາຊີ-ປາຊີຟິກເວົ້າລວມ ແລະ ອາຊີຕາເວັນອອກສຽງໃຕ້ເວົ້າສະເພາະ, ຄວາມຫຼ້າຫຼັງທາງດ້ານເສດຖະກິດ; ຂາດຄວາມສາມາດໃນການເປັນເຈົ້າຕົນເອງທາງຍຸດທະສາດ ແລະ ຄວາມຢືດຢຸ່ນຕໍ່ການກະທົບຈາກພາຍນອກ, ການຫຼຸດລົງຂອງທ່າແຮງ ແລະ ການພັດທະນາຊ້າລົງ...
ລະບົບເສດຖະກິດຫວຽດນາມຍັງມີຫຼາຍປັດໄຈພັດທະນາທີ່ບໍ່ຍືນຍົງ ແລະ ມີຄວາມສ່ຽງຕໍ່ຄວາມບໍ່ສົມດຸນຂອງມະຫາພາກ. ດ້ານລົບຂອງເສດຖະກິດຕະຫຼາດແລະການເຊື່ອມໂຍງເສດຖະກິດສາກົນ ສືບຕໍ່ສົ່ງຜົນສະທ້ອນບໍ່ດີເຖິງສະຖຽນລະພາບຂອງເສດຖະກິດພາຍໃນປະເທດ, ໂດຍສະເພາະບັນດາຄວາມທ້າທາຍລະດັບໂລກ, ເຊັ່ນ: ຄວາມປອດໄພທາງອິນເຕີເນັດ, ວິກິດການການເງິນ, ພະລັງງານ, ອາຫານ, ອາຊະຍາກໍາຂ້າມຊາດ, ອາຊະຍາກໍາເຕັກໂນໂລຢີສູງ, ການຜະລິດ ການຄ້າເງິນປອມ, ການສໍ້ໂກງທາງການຄ້າ, ການລັກລອບນຳເຂົ້າ, ການສໍ້ໂກງທາງເສດຖະກິດ, ການຫຼົບໜີພາສີ, ການໂອນລາຄາ..., ບັນດາສິ່ງທ້າທາຍແລະຄວາມຫຍຸ້ງຍາກໃນເມື່ອປະຕິບັດຄຳໝັ້ນສັນຍາເຊື່ອມໂຍງສາກົນ, ໂດຍສະເພາະແມ່ນບັນດາສັນຍາການຄ້າເສດລີຮຸ່ນໃໝ່; ຜົນກະທົບຈາກວິກິດການເສດຖະກິດໂລກພາໄປສູ່ວິກິດການທາງເສດຖະກິດ - ການເມືອງ, ສັງຄົມຢູ່ບັນດາປະເທດ ແລະ ສົ່ງຜົນກະທົບຕໍ່ຫວຽດນາມ; ສວຍໃຊ້ການເຊື່ອມໂຍງທາງເສດຖະກິດເພື່ອສ້າງແຮງກົດດັນຕໍ່ການເມືອງ, ການປ້ອງກັນປະເທດ ແລະ ຄວາມໝັ້ນຄົງໃຫ້ທະວີຄວາມສັບສົນ. ສະຖານະການນັດຢຸດງານໃນເຂດເສດຖະກິດ, ສວນອຸດສາຫະກຳ, ວິສາຫະກິດທີ່ມີການລົງທຶນໂດຍກົງຈກຕ່າງປະເທດ; ຂໍ້ຂັດແຍ່ງ ແລະ ການຟ້ອງຮ້ອງ ທີ່ກ່ຽວຂ້ອງກັບທີ່ດິນ, ການເກັບກູ້ສະຖານທີ່ເພື່ອຈັດຕັ້ງປະຕິບັດໂຄງການ; ການປະທ້ວງ, ການລົບກວນຄວາມປອດໄພ ແລະ ຄວາມສະຫງົບຮຽບຮ້ອຍ ຍ້ອນມົນລະພິດສິ່ງແວດລ້ອມຈາກການຜະລິດ ແລະ ກິດຈະກຳທາງທຸລະກິດຂອງວິສາຫະກິດ, ພິເສດແມ່ນບັນດາວິສາຫະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດ,... ແມ່ນເຫດຜົນໃຫ້ບັນດາອິດທິກຳລັງສັດຕູແລະປະຕິການ ສວຍໃຊ້ສຸດຂີດເພື່ອເຕົ້າໂຮມກຳລັງ ແລະ ຝຶກຝົນ “ການປະຕິວັດສີ”.
ຄວາມແຕກໂຕນດ້ານມາດຕະຖານການຄອງຊີບລະຫວ່າງບັນດາຂົງເຂດ, ການຜັນແຍກຄົນຮັ່ງມີ-ຄົນທຸກຍາກ, ການແບ່ງຂົ້ວທາງສັງຄົມ ສືບຕໍ່ເກີດຂຶ້ນ. ບາງບັນຫາສັງຄົມທີ່ເຄັ່ງຮ້ອນເຊັ່ນ: ແຮງງານ, ວຽກເຮັດງານທຳ, ລາຍໄດ້, ໄດ້ຮັບການແກ້ໄຂຢ່າງຊັກຊ້າ; ສະພາບການສໍ້ລາດບັງຫຼວງ, ອາດຍາສິດ, ຄວາມບໍ່ສະເໝີພາບທາງສັງຄົມ ບໍ່ໄດ້ຖືກລົບລ້າງ; ຄວາມເລີ່ນເລີ່ເຜີຕົວແລະຂໍ້ບົກຜ່ອງໃນການປະຕິບັດນະໂຍບາຍພັດທະນາເສດຖະກິດ, ໂດນສະເພາະແມ່ນການປັບໂຄງສ້າງລະບົບເສດຖະກິດ, ການຫັນລັດວິສາຫະກິດເປັນບໍລິສັດຫຸ້ນສ່ວນ, ການນຳໃຊ້ຊັບພະຍາກອນທີ່ດິນ, ປ່າໄມ້, ທະເລ ເພື່ອພັດທະນາເສດຖະກິດ - ສັງຄົມ ເຊິ່ງເພີ່ມຄວາມສ່ຽງໃນການສູນເສຍຊັບສິນຂອງລັດ, ຫຼຸດຜ່ອນກຳລັງແຮງຂອງຊາດ, ກີດຂວາງການພັດທະນາເສດຖະກິດ - ສັງຄົມ, ຫຼຸດຜ່ອນຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ພັກແລະລັດ, ຂົ່ມຂູ່ຕໍ່ການພັດທະນາຢ່າງວ່ອງໄວ ແລະ ຍືນຍົງຂອງປະເທດ. ບັນດາຄວາມໝັ້ນຄົງທີ່ບໍ່ເປັນແບບດັ້ງເດີມ, ໂດຍສະເພາະການປ່ຽນແປງສະພາບອາກາດ, ໂລກລະບາດ ຈະສືບຕໍ່ສ້າງຄວາມເສຍຫາຍອັນໃຫຍ່ຫຼວງໃນໄລຍະຍາວ, ກາຍເປັນສິ່ງທ້າທາຍ ທີ່ຂົ່ມຂູ່ການພັດທະນາເສດຖະກິດ-ສັງຄົມແບບຍືນຍົງ ແລະເປົ້າໝາຍຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ. ອາຊະຍາກຳ ແລະ ການລະເມີດກົດໝາຍເສດຖະກິດຍັງສັບສົນຫຼາຍ, ອາຊະຍາກຳໃໝ່ຈຳນວນຫຼາຍປະກົດຂຶ້ນໃນຂະບວນການພັດທະນາເສດຖະກິດດິຈິຕອນ ເຊິ່ງເປັນອຸປະສັກຕໍ່ການພັດທະນາເສດຖະກິດຂອງປະເທດ.
ການຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດ
ຕອບສະໜອງຄວາມຕ້ອງການຂອງການພັດທະນາໃນຍຸກໃໝ່
ເພື່ອເພີ່ມທະວີການປົກປັກຮັກສາຄວາມໝັ້ນຄົງດ້ານເສດຖະກິດ ໃນສະພາບການພັດທະນາລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ, ການເຊື່ອມໂຍງເຂົ້າກັບສາກົນ ແລະ ການປະຕິວັດອຸດສາຫະກຳຄັ້ງທີສີ່, ຍຶດໝັ້ນແຜນນະໂຍບາຍແລະແນວທາງຂອງພັກ ກ່ຽວກັບການຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດ, ຈຳເປັນຕ້ອງຊາບຊຶມທັດສະນະທີ່ເປັນຫຼັກການຈຳນວນໜຶ່ງ ແລະ ປະຕິບັດໜ້າທີ່ຈຸດໜັກໃຈກາງຈຳນວນໜຶ່ງຕໍ່ໄປນີ້:
ທີໜຶ່ງ, ຈຳເປັນຕ້ອງຊາບຊຶມແລະເຫັນດີເປັນເອກະພາບກັບທັດສະນະທີ່ວ່າ: ຄວາມໝັ້ນຄົງທາງດ້ານເສດຖະກິດແມ່ນມາດຕະເກນທີ່ກວ້າງຂວາງຫຼາຍ, ລວມທັງຄວາມໝັ້ນຄົງດ້ານພະລັງງານ, ການເງິນ, ທະນາຄານ, ໂທລະຄົມມະນາຄົມ, ສະບຽງອາຫານ, ແຫຼ່ງນ້ຳ..., ໃນນັ້ນ ມີທັງຄວາມໝັ້ນຄົງດັ້ງເດີມ ແລະ ຄວາມໝັ້ນຄົງທີ່ບໍ່ເປັນແບບດັ້ງເດີມ. ວຽກງານຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດມີບົດບາດສຳຄັນ, ແມ່ນສູນກາງຂອງການຮັບປະກັນຄວາມໝັ້ນຄົງຂອງປະເທດຊາດ; ແມ່ນການປົກປັກຮັກສາ ແລະ ປະຕິບັດແນວທາງ ແລະ ນະໂຍບາຍພັດທະນາລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ, ເປີດການພົວພັນເສດຖະກິດລະຫວ່າງປະເທດຢ່າງຫຼາກຫຼາຍແລະຫຼາຍຝ່າຍ; ຕິດພັນການເຊື່ອມໂຍງສາກົນ ກັບການກໍ່ສ້າງລະບົບເສດຖະກິດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ ແລະ ບົດບາດເປັນເຈົ້າພາທາງຂອງເສດຖະກິດແຫ່ງລັດ; ສົມທົບຢ່າງແໜ້ນແຟ້ນລະຫວ່າການພັດທະນາເສດຖະກິດ ກັບການຮັບປະກັນການປ້ອງກັນປະເທດ, ການປ້ອງກັນຄວາມໝັ້ນຄົງ ແລະ ການຕ່າງປະເທດ.
ການຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດແມ່ນໜ້າທີ່ເປັນປະຈຳຂອງບັນດາຄະນະພັກ, ຂະແໜງການ, ຂັ້ນຕ່າງໆ ແລະ ທົ່ວປວງຊົນ, ໃນນັ້ນ, ຄວາມຮັບຜິດຊອບຕົ້ນຕໍແມ່ນຄະນະກໍາມະການພັກ, ຫົວໜ້າຄະນະ, ກະຊວງ, ຂະແໜງການ, ອຳນາດການປົກຄອງແຂວງ ນະຄອນຂຶ້ນສັງກັດສູນກາງ, ວິສາຫະກິດ ແລະ ຜູ້ປະກອບການ ພາຍໃຕ້ການນໍາພາຂອງພັກ, ການບໍລິຫານຂອງລັດຖະບານ, ກອງກໍາລັງຕໍາຫຼວດມີບົດບາດໃນການໃຫ້ຄໍາປຶກສາແລະເປັນຫຼັກແຫຼ່ງ; ແມ່ນເງື່ອນໄຂ “ຕັດສິນເບື້ອງຕົ້ນ” ທີ່ປະກອບສ່ວນໃນການສ້າງປະຖົມປັດໄຈ, ສະພາບແວດລ້ອມທີ່ດີ, ຄວາມໝັ້ນຄົງ, ຄວາມປອດໄພ ສໍາລັບການເລີ່ມຕົ້ນທຸລະກິດ, ການພັດທະນາຢ່າງໄວວາແລະຍືນຍົງຂອງລະບົບເສດຖະກິດ, ຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ, ຊຸກຍູ້ການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ ແລະ ການເຊື່ອມໂຍງສາກົນຂອງປະເທດ. ການຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດ ຕິດແໜ້ນກັບການຮັບປະກັນຄວາມໝັ້ນຄົງທາງການເມືອງພາຍໃນ, ການປົກປ້ອງພະນັກງານແລະສະມາຊິກພັກ, ການປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້.
ທີສອງ, ກຳນົດຄວາມຕ້ອງການຂອງການຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດຢ່າງຈະແຈ້ງ. ເພີ່ມທະວີການນຳພາຂອງພັກ ຕໍ່ວຽກງານຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດ ໃນເງື່ອນໄຂເສດຖະກິດຕະຫຼາດ, ການເຊື່ອມໂຍງເຂົ້າກັບສາກົນ ແລະ ການປະຕິວັດອຸດສາຫະກຳຄັ້ງທີສີ່ ເພື່ອພັດທະນາເສດຖະກິດຢ່າງໄວແລະຍືນຍົງ, ຮັບປະກັນຄວາມປອດໄພທາງສັງຄົມ, ການປ້ອງກັນປະເທດ, ການປ້ອງກັນຄວາມໝັ້ນຄົງ ແລະ ການຕ່າງປະເທດ. ສ້າງການຫັນປ່ຽນທາງດ້ານຄວາມຮັບຮູ້ ແລະຄວາມຮັບຜິດຊອບຂອງຄະນະພັກ, ຂອງບັນດາຄະນະ. ກະຊວງ, ຂະແໜງການ, ວິສາຫະກິດ, ອຳນາດການປົກຄອງທ້ອງຖິ່ນ ແລະ ພະນັກງານ ສະມາຊິດພັກ, ເປັນເຈົ້າການໃນການຄົ້ນພົບ, ປະສານສົມທົບການຕໍ່ສູ້ ເພື່ອເອົາຊະນະທຸກກົນອຸບາຍ, ການເຄື່ອນໄຫວມ້າງເພທຳລາຍຂອງບັນດາອິດທິກຳລັງສັດຕູ ພວກປະຕິການ ແລະ ອາຊະຍາກຳທາງເສດຖະກິດ. ຍົກສູງປະສິດທິພາບຂອງວຽກງານການຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດຂອງບັນດາອົງການທີ່ກ່ຽວຂ້ອງ, ສ້າງເງື່ອນໄຂສະດວກໃຫ້ແກ່ການດຳເນີນງານເປັນປົກກະຕິຂອງວິສາຫະກິດ ແລະ ນັກທຸລະກິດ.
ທີສາມ, ສົມທົບຢ່າງແໜ້ນແຟ້ນ, ກົມກຽວລະຫວ່າງການພັດທະນາເສດຖະກິດ-ສັງຄົມ, ການເຊື່ອມໂຍງສາກົນ ກັບການຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດ. ຕາມນັ້ນ, ໃນຂະບວນການປະຕິບັດແຜນນະໂຍບາຍການພັດທະນາເສດຖະກິດ-ສັງຄົມ ແລະດຶງດູດການລົງທຶນນັ້ນ ຕ້ອງເອົາໃຈໃສ່ເຖິງການຮັບປະກັນຄວາມໝັ້ນຄົງ ແລະ ຄວາມເປັນລະບຽບຮຽບຮ້ອຍ; ການຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດເປັນສ່ວນໜຶ່ງທີ່ສຳຄັນຂອງແຕ່ລະນະໂຍບາຍ, ບາດກ້າວ, ແຜນການ ແລະ ໃນແຕ່ລະໂຄງການການລົງທຶນພັດທະນາເສດຖະກິດ. ໃຫ້ຄວາມສຳຄັນກັບການປະເມີນໂຄງການການຮ່ວມມືສາກົນ, ການລົງທຶນຈາກຕ່າງປະເທດໃນບັນດາພື້ນທີ່ຍຸດທະສາດກ່ຽວກັບການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ; ຕິດຕາມກວດກາການປະຕິບັດໂຄງການໃນພື້ນທີ່ອ່ອນໄຫວ, ເຂດຊາຍແດນ, ຕຳແໜ່ງທີ່ຕັ້ງສຳຄັນ ນັບແຕ່ການປະເມີນ, ການອອກໃບອະນຸຍາດ, ການກໍ່ສ້າງ.
ທີສີ່, ສືບຕໍ່ຊຸກຍູ້ວຽກງານການອົບຮົມສຶກສາແນວຄິດ ການເມືອງໃນພະນັກງານ ສະມາຊິກພັກ, ກຳນົດແຈ້ງ ການສົມທົບຢ່າງແໜ້ນແຟ້ນເສດຖະກິດ ກັບການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ ແລະ ການຕ່າງປະເທດ ໃນທຸກໆກິດຈະກຳເສດຖະກິດ; ຮັບປະກັນຄວາມບໍລິສຸດ, ຄວາມເຂັ້ມແຂງ, ຄວາມສາມັກຄີ, ຄວາມເຫັນດີເປັນເອກະສັນຂອງອົງການຈັດຕັ້ງພັກ ແລະ ພະນັກງານຂອງບັນດາອົງການ, ການຈັດຕັ້ງເສດຖະກິດ. ຍົກສູງລະດັບທິດສະດີການເມືອງ, ເສດຖະກິດ, ກົດໝາຍ, ວິຊາສະເພາະ, ວິຊາຊີບ, ຊີວິດດ້ານວັດຖຸ ແລະ ຈິດວິນຍານຂອງຜູ້ອອກແຮງງານ. ໂຄສະນາ, ອົບຮົມສຶກສາ, ຂົນຂວາຍ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍ, ການເຄື່ອນໄຫວມ້າງເພທຳລາຍເສດຖະກິດຂອງອິດທິກຳລັງສັດຕູ, ພວກປະຕິການ. ຄວບຄຸມຢ່າງແໜ້ນແຟ້ນຕໍ່ຂໍ້ມູນຂ່າວສານແລະຄວາມຄິດເຫັນຂອງປະຊາຊົນທີ່ສົ່ງຜົນກະທົບທາງລົບຕໍ່ເສດຖະກິດ, ໂດຍສະເພາະແມ່ນບັນດາຂະແໜງການຜະລິດ ທຸລະກິດທີ່ສຳຄົນ. ເພີ່ມທະວີການປົກປ້ອງຖັນແຖວພະນັກງານ ສະມາຊິກພັກ, ປົກປ້ອງຄວາມລັບຂອງລັດໃນຂົງເຂດເສດຖະກິດ, ໂດຍເອົາໃຈໃສ່ເປັນພິເສດເຖິງບັນດາອົງການທີ່ກຳນົດນະໂຍບາຍ.
ທີຫ້າ, ເພີ່ມທະວີການຕໍ່ສູ້ປ້ອງກັນແລະຕ້ານກົນອຸບາຍແລະເລ່ຫຼ່ຽມຂອງອິດທິກຳລັງສັດຕູທີ່ສວຍໃຊ້ເສດຖະກິດເພື່ອສ້າງຄວາມເສຍຫາຍ, ຫຼຸດຜ່ອນຄວາມເປັນເອກະລາດແລະການເປັນເຈົ້າຕົນເອງທາງເສດຖະກິດ, ປ່ຽນແປງການເມືອງ, ສ້າງການຂຶ້ນກັບພາຍນອກ, ລະເມີດຜົນປະໂຫຍດຂອງຊາດ-ປະເທດຊາດ ແລະ ຄວາມໝັ້ນຄົງຂອງຊາດ; ກວດຈັບແລະຈັດການກັບອາຊະຍາກຳທຸກປະເພດໃນຂົງເຂດເສດຖະກິດຢ່າງທັນການໂດຍເຊື່ອມໂຍງກັບການຍົກສູງປະສິດທິພາບແລະປະສິດທິຜົນຂອງການຄຸ້ມຄອງຄວາມໝັ້ນຄົງທາງດ້ານເສດຖະກິດຂອງລັດ. ຮັບປະກັນການປະຕິບັດຢ່າງເຂັ້ມງວດບັນດາຂໍ້ກຳນົດຂອງກົດໝາຍກ່ຽວກັບການຄຸ້ມຄອງງົບປະມານ, ການລົງທຶນພາກລັດ, ຊັບສິນສາທາລະນະ, ຮັບປະກັນຄວາມປອດໄພຂອງໜີ້ສາທາລະນະ, ຄວາມໝັ້ນຄົງທາງການເງິນຂອງປະເທດ, ຄວາມປອດໄພຂອງຂໍ້ມູນ, ຄວາມປອດໄພຂອງເຄືອຂ່າຍ, ຄຸ້ມຄອງຮັກສາຄວາມລັບຂອງລັດໃນດ້ານເສດຖະກິດ. ເພີ່ມທະວີການເຄື່ອນໄຫວຕິດຕາມກວດກາຂອງບັນດາອົງການໂດຍປະຊາຊົນເລືອກຕັ້ງຕໍ່ການປະຕິບັດນະໂຍບາຍ ແລະ ກົດໝາຍວ່າດ້ວຍການຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດ. ສືບຕໍ່ການປັບປຸງນະໂຍບາຍ ກົດໝາຍໃຫ້ສົມບູນ, ຍົກສູງຄວາມສາມາດໃນການປະຕິບັດກົດໝາຍວ່າດ້ວຍການປ້ອງກັນຄວາມໝັ້ນຄົງດ້ານເສດຖະກິດ, ໂດຍສະເພາະບັນດາບັນຫາທີ່ກ່ຽວຂ້ອງກັບສິ່ງແວດລ້ອມ, ທີ່ດິນ, ການຮັບມືກັບການປ່ຽນແປງສະພາບອາກາດ./.
-------------------------
(1) ຄຳສັ່ງຂອງກົມການເມືອງສູນກາງພັກສະບັບເລກທີ 05-CT/TW, ລົງວັນທີ 14 ຕຸລາ 2006, ວ່າດ້ວຍ “ການເພີ່ມທະວີການນຳພາວຽກງານຮັບປະກັນຄວາມໝັ້ນຄົງຂອງຊາດໃນສະພາບການໃໝ່”, ຄຳສັ່ງຂອງກົມການເມືອງສູນກາງພັກສະບັບເລກທີ 46-CT/TW, ລົງວັນທີ 22 ມິຖຸນາ 2015, ວ່າດ້ວຍ “ເພີ່ມທະວີການນຳພາຂອງພັກຕໍ່ວຽກງານຮັບປະກັນຄວາມໝັ້ນຄົງ ແລະ ຄວາມເປັນລະບຽບລຽບລ້ອຍ ໃນສະພາບການໃໝ່”, ຄຳສັ່ງຂອງກົມການເມືອງສູນກາງພັກສະບັບເລກທີ 12-CT/TW, ລົງວັນທີ 5 ມັງກອນ 2017, ວ່າດ້ວຍ “ເພີ່ມທະວີການນຳພາຂອງພັກຕໍ່ວຽກງານຮັບປະກັນຄວາມໝັ້ນຄົງທາງດ້ານເສດຖະກິດ ໃນເງື່ອນໄຂການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ແລະ ການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ”. ລັດຖະບານປະກາດໃຊ້ມະຕິຕົກລົງເລກທີ 88/NQ-CP, ລົງວັນທີ 13 ກັນຍາ 2017, ກ່ຽວກັບການປະກາດໃຊ້ແຜນການເຄື່ອນໄຫວຂອງລັດຖະບານ ເພື່ອປະຕິບັດຄຳສັ່ງເລກທີ 12-CT/TW ວ່າດ້ວຍ “ເພີ່ມທະວີການນຳພາຂອງພັກຕໍ່ວຽກງານຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດ ໃນເງື່ອນໄຂການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ແລະ ການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ”....
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1002 (ເດືອນພະຈິກ 2022)