ວິທີການຮັບປະກັນສະຖຽນລະພາບ ແລະ
ການພັດທະນາລະບອບການເມືອງຢູ່ຫວຽດນາມຢ່າງຍືນຍົງ
ການພັດທະນາລະບອບການເມືອງຢູ່ຫວຽດນາມຢ່າງຍືນຍົງ
ສະຫາຍ ຫງວຽນ ຝູ ຈ້ອງ, ເລຂາທິການໃຫຍ່ ໂອ້ລົມກັບປະຊາຊົນຢູ່ຕາແສງ ຊົງຈ່າ, ເມືອງຮຽບດຶກ, ແຂວງກວ໋າງນາມ _ພາບ: TTXVN
ຖ້າຫາກເຮົາຖືວ່າ ການເຄື່ອນໄຫວເປັນຄຸນລັກສະນະ ແລະ ຮູບແບບຂອງການດຳລົງຢູ່ຂອງວັດຖຸ, ສະຖຽນລະພາບ ແລະ ການພັດທະນາກໍ່ແມ່ນສອງສະຖານະຂອງການເຄື່ອນທີ່ຂອງສິ່ງການແລະປະກົດການໃນສັງຄົມ. ການຮັກສາສະຖຽນລະພາບ ແລະ ການພັດທະນາລະບອບການເມືອງຢ່າງຍືນຍົງ ລ້ວນແຕ່ແມ່ນບັນດາຮູບແບບການເຄື່ອນໄຫວທາງສັງຄົມ, ບໍ່ພຽງແຕ່ບົ່ງບອກເຖິງສະຖານະຂອງການເຄື່ອນໄຫວເທົ່ານັ້ນ, ແຕ່ຍັງລວມເຖິງທ່າອ່ຽງການເຄື່ອນໄຫວ ແລະ ຄຸນນະພາບການພັດທະນາອີກນຳ.ສະຖຽນລະພາບທາງການເມືອງແມ່ນຮູບແບບພິເສດ ຂອງການເຄື່ອນໄຫວສັງຄົມ - ການເຄື່ອນໄຫວຕາມລຳດັບ ແລະ ລະບຽບວິໄນ, ຮັບປະກັນໃຫ້ໂຄງສ້າງ ແລະ ໜ້າທີ່ທີ່ເປັນລັກສະນະລະບອບການເມືອງ ໄດ້ຮັບການຮັກສາ ແລະ ເພີ່ມທະວີ, ບໍ່ໃຫ້ເກີດຄວາມວຸ້ນວາຍຫຼືຄວາມບໍ່ໝັ້ນຄົງ, ສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ເພື່ອຊຸກຍູ້ການເຄື່ອນໄຫວທາງສັງຄົມຕາມທ່າອ່ຽງເພີ່ມຂຶ້ນ.
ການພັດທະນາລະບອບການເມືອງຢ່າງຍືນຍົງ ຖືເອົາຄຸນນະພາບເປັນພື້ນຖານ, ຮັບປະກັນການຄຸ້ມຄອງການພັດທະນາໃນໄລຍະສັ້ນແລະກາງ ມີບົດບາດປັບປຸງແລະ ສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ການພັດທະນາໃນໄລຍະຍາວ. ການພັດທະນາທີ່ຍືນຍົງ, ບໍ່ວ່າຈະເປັນລໍາດັບຫຼືກ້າວກະໂດດ, ຄວາມສ່ຽງທາງການເມືອງຖືກຄວບຄຸມຢູ່ສະເໝີ, ຄຸນຄ່າທີ່ດີນັບມື້ນັບໄດ້ຮັບການປັບປຸງ ເພີ່ມພູນ ແລະ ເພີ່ມທະວີ, ເຮັດໃຫ້ລະບອບການເມືອງຄົງຕົວຖາວອນ. ຫຼືຢ່າງທີ່ເວົ້າກັນທົ່ວໄປວ່າ: ການພັດທະນາທີ່ຕອບສະໜອງຄວາມຕ້ອງການໃນປະຈຸບັນ ບໍ່ເປັນຜົນຮ້າຍຕໍ່ຄວາມສາມາດຕອບສະໜອງຄວາມຕ້ອງການຂອງຄົນລຸ້ນຕໍ່ໄປໃນອະນາຄົດ. ຕາມນັ້ນ, ການພັດທະນາທີ່ຍືນຍົງຂອງລະບອບບການເມືອງ ເປັນສ່ວນປະກອບຂອງການພັດທະນາທີ່ຍືນຍົງຂອງປະເທດ.
ການພັດທະນາທີ່ຍືນຍົງຂອງລະບອບການເມືອງລວມມີທັງອົງປະກອບຂອງສະຖຽນລະພາບ, ຊຶ່ງໝາຍຄວາມວ່າ ຈະບໍ່ປ່ອຍໃຫ້ເກີດວຸ້ນວາຍທາງການເມືອງ ທີ່ຂົ່ມຂູ່ຜົນປະໂຫຍດ ຂອງສະມາຊິກທຸກຄົນໃນສັງຄົມ ລວມເຖິງຄວາມສາມາດໃນການພັດທະນາປະເທດໃນປັດຈຸບັນ ແລະ ອະນາຄົດ. ບົດຮຽນປະສົບການປະຫວັດສານໃຫ້ເຫັນວ່າ ຄວາມບໍ່ໝັ້ນຄົງທາງເສດຖະກິດສາມາດແກ້ໄຂໄດ້ ດ້ວຍການປະຕິບັດແຜນການໄລຍະສັ້ນຫຼືໄລຍະກາງ, ສ່ວນການແກ້ໄຂຄວາມບໍ່ໝັ້ນຄົງທາງການເມືອງນັ້ນ ຍາກກວ່າຫຼາຍ, ບໍ່ພຽງແຕ່ຕ້ອງການໃຊ້ເວລາດົນກວ່າແລະຊັບພະຍາກອນຫຼາຍເທົ່ານັ້ນ, ແຕ່ຍັງຕ້ອງຈັດການກັບບັນຫາທາງການເມືອງ, ເສດຖະກິດ, ວັດທະນະທຳ ແລະ ສັງຄົມທີ່ສັບສົນຢ່າງຫຼາຍອີກ. ເບື້ອງຫຼັງຂອງຄວາມບໍ່ມັ້ນຄົງທາງການເມືອງ ແມ່ນການແຕກແຍກຂອງເນື້ອເຍື່ອຄວາມສາມັກຄີສັງຄົມ, ນັບທັງບັນດາກຳລັງການເມືອງ, ຊົນຊັ້ນສັງຄົມ ກໍ່ຈົມຢູ່ໃນຄວາມຂັດແຍ່ງ, ສົງຄາມ, ບັ່ນທອນສິ້ນເປືອງຊັບພະຍາກອນຂອງຊາດ, ໃຈປະຊາຊົນແຕກແຍກ, ແບ່ງແຍກປະເທດ, ກອງກຳລັງພາຍນອກເຂົ້າແຊກແຊງເອກະລາດ ແລະ ອະທິປະໄຕຂອງຊາດ, ເສຍໂອກາດໃນການພັດທະນາ.
ສະຖຽນລະພາບທາງການເມືອງຍາມໃດກໍມີລັກສະນະປະຫວັດສາດ-ສະເພາະ ເຊິ່ງຖືກກຳນົດໂດຍປັດໄຈຍຸກສະໄໝ, ຮູບແບບການເມືອງ, ລະດັບການພັດທະນາເສດຖະກິດ ແລະ ສັງຄົມ... ບໍ່ມີຄວາມເປັນເອກະສັນກັນກ່ຽວກັບສະຖຽນລະພາບທາງການເມືອງ ລະຫວ່າງລະບອບການເມືອງຫຼາຍພັກ ແລະ ລະບອບພັກດຽວກຳອຳນາດການປົກຄອງ, ລະຫວ່າງປະເທດທີ່ຫາກໍ່ຫຼຸດພົ້ນຈາກການປົກຄອງຂອງພວກລ່າເມືອງຂຶ້ນ ແລະ ປະເທດທຶນນິຍົມຈັກກະພັດ, ລະຫວ່າງປະເທດທີ່ປ້ອງກັນຕົວເອງ ແລະ ປະເທດທີ່ເດີນຕາມແນວຄິດຈັກກະພັດ, ລະຫວ່າງປະເທດມະຫາອຳນາດ ແລະ ປະເທດຂະໜາດກາງ, ປະເທດອ່ອນນ້ອຍ. ການຮັກສາສະຖຽນລະພາບ ແລະ ການພັດທະນາລະບອບການເມືອງຢ່າງຍືນຍົງ ຍາມໃດກໍ່ຕິດພັນກັບລະດັບການພັດທະນາເສດຖະກິດ, ເນື່ອງຈາກ ເສດຖະກິດເປັນຮາກຖານໃຫ້ແກ່ການເມືອງ, ການເມືອງເປັນການສະແດງອອກລວມສູນຂອງເສດຖະກິດ. ບໍ່ມີສະຖຽນລະພາບທາງການເມືອງໃດທີ່ຈະຫຼີກໜີຈາກເງື່ອນໄຂທີ່ເປັນຈິງ ແລະ ສະພາວະສະເພາະທາງປະຫວັດສາດໄດ້.
ສະຖຽນລະພາບ ແລະ ການພັດທະນາລະບອບການເມືອງຢູ່ຫວຽດນາມຢ່າງຍືນຍົງ ຖືກກຳນົດໂດຍລັກສະນະ 4 ປະການຕໍ່ໄປນີ້: 1- ພັກດຽວທີ່ກຳອຳນາດ ແລະ ການເມືອງເຄົ້າດຽວ, ຖືເອົາລັດທິມາກ-ເລນິນ, ແນວຄິດໂຮ່ຈີມິນເປັນພື້ນຖານແນວຄິດ,ເປັນທິດທາງໃນການປະຕິບັດ; 2- ເປັນປະເທດທີ່ຫຼຸດພົ້ນອອກຈາກການປົກຄອງຂອງລັດທິອານານິຄົມ, ລຸກຂຶ້ນກາຍເປັນປະເທດທີ່ມີລາຍຮັບປານກາງ, ປະຊາຊົນມີເຈດຈຳນົງແລະຄວາມປາຖະໜາຢ່າງແຮງກ້າທີ່ຈະເປັນເອກະລາດ, ເປັນເຈົ້າຕົນເອງ ແລະ ການພັດທະນາ; 3- ມັກຈະປະເຊີນກັບຄວາມທ້າທາຍພາຍນອກທີ່ນາບຂູ່ເຖິງເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດ; 4- ບັນດາບັນຫາຊາດ, ສາສະໜາ,... ປະກອບດ້ວຍຫຼາຍປັດໄຈທີ່ສັບສົນສະເໝີ; 5- ທີ່ຕັ້ງພູມສາດເຮັດໃຫ້ປະເທດເຮົາຢູ່ຕໍ່ໜ້າຄວາມທ້າທາຍ ຂອງການຂັດຖູແລະການແກ່ງແຍ້ງທາງຍຸດທະສາດ ລະຫວ່າງປະເທດມະຫາອຳນາດສະເໝີ. ລັກສະນະທັງ 5 ປະການເທິງນີ້ ຄວບຄຸມຄວາມຕ້ອງການ, ເງື່ອນໄຂ, ລັກສະນະ ແລະ ວິທີການຮັບປະກັນສະຖຽນລະພາບ ແລະ ການພັດທະນາລະບອບການເມືອງຢູ່ຫວຽດນາມຢ່າງຍືນຍົງ. ໃນເງື່ອນໄຂຕົວຈິງຂອງຫວຽດນາມ, ສະຖຽນລະພາບທາງການເມືອງແມ່ນເງື່ອນໄຂທີ່ຂາດບໍ່ໄດ້ ສຳລັບການປົກປັກຮັກສາເອກະລາດຂອງຊາດ ແລະ ຕອບສະໜອງຄວາມທ້າທາຍພາຍໃນ ແລະ ຕ່າງປະເທດ; ການປົກປັກຮັກສາປະເທດຊາດມີເນື້ອໃນພື້ນຖານແມ່ນປົກປັກຮັກສາລະບອບສັງຄົມນິຍົມ, ຮັກສາສະຖຽນລະພາບທາງການເມືອງ. ນອກຈາກນີ້ ຍັງຄວນເພີ່ມເຕີມອີກວ່າ, ບັນດາອິດທິກຳລັງສັດຕູ, ພວກປະຕິການ ແລະ ພາກສ່ວນສວຍໂອກາດທາງການເມືອງ ມັກຈະຫາອຸບາຍ, ເລ່ຫຼ່ຽມ ແລະ ຈັດການເຄື່ອນໄຫວຕ່າງໆ ເພື່ອທຳລາຍກ້ອນກຳລັງສາມັກຄີແຫ່ງຊາດທີ່ຍິ່ງໃຫຍ່, ແບ່ງແຍກສາຍພົວພັນລະຫວ່າງປະຊາຊົນ, ພັກແລະລັດ, ສົ່ງເສີມ “ການບໍ່ເຊື່ອຟັງພົນລະເຮືອນ”, ສ້າງຄວາມໄຮ້ສະຖຽນລະພາບທາງການເມືອງ, ຜິປອງປ່ຽນລະບອບການເມືອງຢູ່ຫວຽດນາມ. ສຳລັບຫວຽດນາມ, ຄວາມບໍ່ໝັ້ນຄົງທາງການເມືອງໝາຍເຖິງການຍູ້ປະເທດເຂົ້າໃນຄວາມວຸ້ນວາຍ, ຈິດໃຈຂອງປະຊາຊົນຖືກແຕກແຍກ, ການແບ່ງແຍກຊົນເຜົ່າ ແລະ ການປະທະກັນທາງສັງຄົມ, ເຊິ່ງເປັນການສ້າງໂອກາດໃຫ້ກອງກຳລັງຕ່າງປະເທດເຂົ້າແຊກແຊງ, ຢຶດຄອງ ແລະ ຮຸກຮານດ້ວຍຮູບການທີ່ຕ່າງກັນ. ດັ່ງນັ້ນ, ການຮັກສາສະຖຽນລະພາບ ແລະ ການພັດທະນາລະບອບການເມືອງຢ່າງຍືນຍົງ ແມ່ນຜົນປະໂຫດຍຸດທະສາດປະເພດໜຶ່ງ ຂອງຊາດ-ປະເທດຊາດ ໃນຂະບວນວິວັດແຫ່ງການປ່ຽນແປງໃໝ່. ພ້ອມກັນນັ້ນ, ການປົກປັກຮັກສາປະເທດຊາດລວມມີຄວາມຮຽກຮ້ອງຕ້ອງການຮັກສາສະພາບແວດລ້ອມສັນຕິພາບ ແລະ ສະຖຽນລະພາບ ເພື່ອການພັດທະນາປະເທດ ເຊິ່ງສະຖຽນລະພາບທາງການເມືອງມີບົດບາດອັນໃຫຍ່ຫຼວງ ແລະ ມີຄວາມສຳຄັນເປັນພິເສດ.
ສະຖຽນລະພາບ ແລະ ການພັດທະນາລະບອບການເມືອງຢູ່ຫວຽດນາມຢ່າງຍືນຍົງ ໄດ້ຮັບການຮັບປະກັນດ້ວຍວິທີການ ພື້ນຖານດັ່ງຕໍ່ໄປນີ້:
ທີໜຶ່ງ, ເພີ່ມທະວາການກໍ່ສ້າງພັກ ແລະ ລະບົບການເມືອງໃຫ້ປອດໃສ ແລະ ໝັ້ນຄົງເຂັ້ມແຂງ - ປັດໄຈຕັດສິນຊີ້ຂາດໃນການຮັບປະກັນສະຖຽນລະພາບ ແລະ ການພັດທະນາລະບອບການເມືອງຢ່າງຍືນຍົງ.
ສະຖຽນລະພາບ ແລະ ການພັດທະນາລະບອບການເມືອງຢ່າງຍືນຍົງ ໄດ້ຮັບການຮັບປະກັນກ່ອນອື່ນໝົດດ້ວຍການຢຶດໝັ້ນລັດທິມາກ - ເລນິນ ແລະ ແນວຄິດໂຮ່ຈີມິນ; ຢຶດໝັ້ນໃນເປົ້າໝາຍເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ; ຢຶດໝັ້ນແນວທາງການປ່ຽນແປງໃໝ່; ຢຶດໝັ້ນໃນບົດບາດການນຳພາ ແລະ ກຳອຳນາດການປົກຄອງ ຂອງພັກກອມມູນິດຫວຽດນາມ ແລະ ບັນດາຫຼັກການຈັດຕັ້ງແລະເຄື່ອນໄຫວຂອງພັກ; ຢຶດໝັ້ນໃນຜົນປະໂຫຍດສູງສຸດຂອງຊາດ-ປະເທດຊາດ ທີ່ສອດຄ່ອງກັບກົດໝາຍສາກົນ. ພັກກອມມູນິດຫວຽດນາມແມ່ນພັກກຳອຳນາດການປົກຄອງ, ເປັນແກນນຳຂອງລະບົບການເມືອງ, ຕ້ອງໄດ້ຮັບການກໍ່ສ້າງໃຫ້ປອດໃສ ໝັ້ນຄົງເຂັ້ມແຂງ, ເຮັດໃຫ້ການເມືອງສະຫຼາດສ່ອງໃສ, ແນວຄິດອຸດົມຄະຕິໜັກແໜ້ນ, ຄຸນສົມບັດຊື່ສັດທ່ຽງທຳ, ການຈັດຕັ້ງແໜ້ນແຟ້ນ, ພະນັກງານມີຄຸນທຳແລະມີຄວາມສາມາດຢ່າງແທ້ຈິງ. ສຸມໃສ່ການກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມທີ່ເປັນຂອງປະຊາດຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ, ແລະ ມີກຳລັງແຮງຢ່າງພຽງພໍໃນຫານຄຸ້ມຄອງສັງຄົມ, ຮັບປະກັນແລະປົກປ້ອງສິດທິມະນຸດ, ສິດພົນລະເມືອງ ແລະ ຄຸ້ມຄອງອຳນາດຢ່າງມີປະສິດທິຜົນ. ເສີມຂະຫຍາຍກຳລັງແຮງຂອງກ້ອນມະຫາສາມັກຄີປວງຊົນທັງຊາດ ແລະ ປະຊາທິປະໄຕສັງຄົມນິຍົມຢ່າງບໍ່ຢຸດຢັ້ງ, ໃຊ້ກຳລັງຂອງປະຊາຊົນເພື່ອປະໂຫຍດຂອງປະຊາຊົນ, ອີງໃສ່ປະຊາຊົນເພື່ອກໍ່ສ້າງພັກ ແລະ ລະບົບການເມືອງ, ຮັບປະກັນສະຖຽນລະພາບ ແລະ ການພັດທະນາລະບອບການເມືອງຢ່າງຍືນຍົງ ຈາກ “ແນວລົບນ້ຳໃຈປະຊາຊົນ", ຈາກຄວາມຮັກແລະສັດທາຂອງປະຊາຊົນ.
ທີສອງ, ຄວບຄຸມອຳນາດຢ່າງມີປະສິດທິຜົນ, ປ້ອງກັນແລະສະກັດກັ້ນຄວາມສ່ຽງຂອງການເສື່ອມອຳນາດການເມືອງ ແລະ ອຳນາດລັດ. ໄພຂົ່ມຂູ່ສະຖຽນລະພາບທາງການເມືອງບໍ່ພຽງແຕ່ມາຈາກພາຍນອກເທົ່ານັ້ນ, ແຕ່ຍັງມາຈາກພາຍໃນອີກດ້ວຍ, ຍ້ອນຄວາມເສື່ອມ ຄວາມແຕກແຍກຂອງອຳນາດທາງການເມືອງ, ອຳນາດລັດ ແລະ ຄວາມເສື່ອມໂຊມຂອງພະນັກງານ, ສະມາຊິກພັກ. ດັ່ງນັ້ນ, ຕ້ອງປັບປຸງບູລະນະກົນໄກຄວບຄຸມອຳນາດການເມືອງ, ອຳນາດລັດໃຫ້ມີປະສິດທິຜົນ ຕິດພັນກັບການຕໍ່ສູ້ເພື່ອປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ຄວາມຫຍໍ້ທໍ້.
ການຄວບຄຸມອຳນາດໄດ້ຮັບການປະຕິບັດໂດຍການເພີ່ມທະວີ ແລະ ເສີມສ້າງບັນດາເຄື່ອງມືກວດກາ, ຕິດຕາມກວດກາ ແລະ ລະບຽບວິໄນຂອງພັກ; ດ້ວຍການກວດກາຕົນເອງຂອງແຕ່ລະອົງການຈັດຕັ້ງພັກ ແລະ ສະມາຊິກພັກ ອີງໃສ່ການປະຕິບັດຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ, ການຕິຊົມຕົນເອງແລະຕິຊົມ, ຍົກສູງຈັນຍາບັນການກຳອຳນາດ, ການຝຶກອົບຮົມຄວາມຊື່ສັດໃນການບໍລິການສາທາລະນະ, ຫຼີກລ້ຽງສິ່ງຈອບອອຍ ລໍ້ລວງທັງຫມົດ; ດ້ວຍການຮັບປະກັນໃຫ້ອຳນາດລັດເປັນເອກະພາບ, ມີການແບ່ງງານຢ່າງຈະແຈ້ງ, ການປະສານສົມທົບຢ່າງແໜ້ນແຟ້ນ ແລະ ການຄວບຄຸມຢ່າງມີປະສິດທິຜົນ ລະຫວ່າງບັນດາອົງການລັດ ໃນການປະຕິບັດບັນດາອຳນາດນິຕິບັນຍັດ, ອຳນາດບໍລະຫານ ແລະ ອຳນາດຕຸລາການ; ດ້ວຍການກວດກາພາຍໃນແຕ່ລະອົງການຂອງລະບົບການເມືອງ ແລະ ການກວດກາຈາກພາຍນອກ, ໂດຍສະເພາະການເສີມຂະຫຍາຍບົດບາດຕິດຕາມກວດກາ ແລະ ວິຈານສັງຄົມຂອງແນວໂຮມປະເທດຊາດ, ບັນດາອົງການການເມືອງ-ສັງຄົມ ແລະ ການຕິດຕາມກວດກາໂດຍກົງຂອງປະຊາຊົນ; ດ້ວຍສະຖາບັນລັດຖະທໍາມະນູນທີ່ມີອໍານາດໃນການປົກປັກຮັກສາຜົນປະໂຫຍດສາທາລະນະ (ເຊັ່ນ ອົງການກວດສອບແຫ່ງລັດ); ດ້ວຍການຈຳກັດອຳນາດຕາມສິດອຳນາດ, ການຜູກອຳນາດຕໍ່ຄວາມຮັບຜິດຊອບ, ເຊັ່ນ ລະຫວ່າງສູນກາງແລະທ້ອງຖິ່ນ, ລະຫວ່າງບຸກຄົນແລະໝູ່ຄະນະ, ລະຫວ່າງຂັ້ນນີ້ ແລະ ຂັ້າອື່ນ, ລະຫວ່າງວາລະນີ້ ແລະວາລະອື່ນ; ດ້ວຍການປະຕິບັດການເປີດເຜີຍ ໂປ່ງໃສ ແລະ ຄວາມຮັບຜິດຊອບໃນການອະທິບາຍລາຍງານ ຂອງອົງການຂອງລັດ; ດ້ວຍການເຊີດຊູຫຼັກການອຳນາດກົດໝາຍ, ຈິດໃຈເຄົາລົບລັດຖະທຳມະນູນ ແລະ ກົດໝາຍ ສຳລັບທຸກອົງການແລະບຸກຄົນ; ດ້ວຍການຮັບປະກັນແລະປົກປ້ອງສິດທິມະນຸດ, ສິດທິພົນລະເມືອງ ໂດຍຕິດກັບການປັບປຸງກົນໄກການຮັບປະຊາຊົນໃຫ້ສົມບູນ, ການຈັດການກັບຄຳຮ້ອງຮຽນ ແລະ ການປະນາມຂອງປະຊາຊົນຢ່າງມີປະສິດທິຜົນ.
ທີສາມ, ປ້ອງກັນ, ກີດກັ້ນ, ຕໍ່ສູ້ຕ້ານຄວາມເສື່ອມໂຊມທາງດ້ານແນວຄິດການເມືອງ, ຄຸນສົມບັດ, ວິຖີຊີວິດ, ບັນດາປະກົດການ “ຫັນປ່ຽນຕົນເອງ”, “ປ່ຽນແປງຕົນເອງ” ໃນຖັນແຖວພະນັກງານ ສະມາຊິກພັກ.
ຄວາມບໍ່ໝັ້ນຄົງທາງການເມືອງອາດຈະເກີດຂຶ້ນໄດ້ຈາກຄວາມເສື່ອມໂຊມດ້ານອຸດົມການການເມືອງ, ຄຸນສົມບັດສິນທຳ, ວິຖີຊີວິດ ແລະ ບັນດາປະກົດການ “ຫັນປ່ຽນຕົນເອງ”, “ປ່ຽນແປງຕົນເອງ” ຂອງພະນັກງານ ແລະ ສະມາຊິກພັກ. ຄວາມເສື່ອມໂຊມດ້ານອຸດົມການການເມືອງບໍ່ພຽງແຕ່ສ້າງຄວາມເສຍຫາຍໃຫ້ແກ່ພະນັກງານ ແລະ ສະມາຊິກພັກແຕ່ລະຄົນເທົ່ານັ້ນ, ແຕ່ຍັງທຳລາຍອົງການຈັດຕັ້ງ ແລະ ຫຼຸດຜ່ອນຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ລະບອບການປົກຄອງ. ດັ່ງນັ້ນ, ການປ້ອງກັນແລະກີດກັ້ນສະພາບຄວາມເສື່ອມໂຊມດ້ານອຸດົມການການເມືອງ, ຄຸນສົມບັດມິນທຳ ແລະ ວິຖີຊີວິດໃນຖັນແຖວພະນັກງານ ສະມາຊິກພັກ ຕ້ອງເລີ່ມຈາກການປັບປຸງພັກທາງດ້ານແນວຄິດການເມືອງ, ເຮັດໃຫ້ຮາກຖານອຸດົມການໝັ້ນຄົງ, ບໍ່ເອນອຽງ, ບໍ່ຫວັ່ນໄຫວໃນທຸກສະຖານະການ; ເຮັດໃຫ້ສິນລະທໍາ ແລະ ວິຖີຊີວິດແຂງແຮງ, ສົມຄວນແກ່ຄວາມຮັກແລະຄວາມໄວ້ວາງໃຈຂອງປະຊາຊົນ; ພ້ອມກັນນັ້ນ, ຕໍ່ສູ້ຢ່າງເດັດດ່ຽວກັບການສໍ້ລາດບັງຫຼວງ, ພະຍາດອາດຍາສາດ, ຄວາມຫຍໍ້ທໍ້, ການຟຸມເຟືອຍ, ການໃຊ້ຈ່າຍສິ້ນເປືອງ. “ການຫັນປ່ຽນຕົນເອງ”, “ປານປ່ຽນແປງຕົນເອງ” ເຮັດໃຫ້ພະນັກງານ ສະມາຊິກພັກເສຍຄຸນປ່ຽນທາດ, ກາຍເປັນ “ພັນທະມິດທໍາມະຊາດ” ຂອງ “ການຫັນປ່ຽນໂດຍສັນຕິ”, ເຊິ່ງກໍ່ໃຫ້ເກີດອັນຕະລາຍທີ່ບໍ່ສາມາດຄິດໄລ່ໄດ້ ຕໍ່ການດຳລົງຄົງຢູ່ຂອງລະບອບການເມືອງ. ດັ່ງນັ້ນ, ຕ້ອງກຳແໜ້ນພັດທະນາການທາງອຸດົມການທັນທີ, ກວດພົບການລະເມີດວິໄນຕັ້ງແຕ່ຕົ້ນ ຈາກຮາກເຫງົ້າ ແຕ່ໄກ, ເພື່ອມີມາດຕະການປ້ອງກັນ ແກ້ໄຂ ແລະ ຈັດການກັບການລະເມີດຢ່າງເຂັ້ມງວດ, ເຮັດໃຫ້ພັກຂອງພວກເຮົາມີຄວາມປອດໃສ ແລະ ໝັ້ນຄົງເຂັ້ມແຂງຢ່າງແທ້ຈິງ, ລົບລ້າງການສວຍໂອກາດທາງການເມືອງ, ພະຍາດຝັກຝ່າຍ ໝູ່ພວກ ທີ່ກໍ່ໃຫ້ເກີດຄວາມປັ່ນປ່ວນທາງອຸດົມການ, ການແບ່ງແຍກອົງການຈັດຕັ້ງ, ທຳລາຍຄວາມສາມັກຄີເປັນເອກະພາບພາຍໃນພັກ.
ທີສີ່, ກໍ່ສ້າງເສດຖະກິດແຫ່ງຊາດໃຫ້ເຂັ້ມແຂງ, ມີຄວາມສາມາດພຽງພໍເພື່ອຮັກສາສະຖຽນລະພາບ ແລະ ການພັດທະນາລະບອບການເມືອງຢ່າງຍືນຍົງ.
ການເມືອງທີ່ໝັ້ນຄົງແລະພັດທະນາ ຕ້ອງມີພື້ນຖານເສດຖະກິດທີ່ເຂັ້ມແຂງສະເໝີ, ເພາະວ່າ ການເມືອງແມ່ນການສະແດງອອກທີ່ເຂັ້ມຂົ້ນຂອງເສດຖະກິດ. ຕັ້ງແຕ່ເມື່ອເລີ່ມຕົ້ນເຂົ້າສູ່ການປ່ຽນແປງໃໝ່, ພັກກອມມູນິດຫວຽດນາມໄດ້ກຳນົດວ່າ ການປ່ຽນແປງໃໝ່ທາງດ້ານເສດຖະກິດແມ່ນຈຸດໜັກໃຈກາງ ເພື່ອແນໃສ່ບໍ່ພຽງແຕ່ນຳປະເທດຊາດຫຼຸດພົ້ນອອກຈາກວິກິດການເສດຖະກິດ - ສັງຄົມເທົ່ານັ້ນ ແຕ່ຍັງສ້າງພື້ນຖານເສດຖະກິດໃຫ້ແກ່ການປ່ຽນແປງໃໝ່ດ້ານການເມືອງ. ມະຕິຂອງກົມການເມືອງສູນກາງພັກສະບັບເລກທີ 13-NQ/TW, ລົງວັນທີ 20 ພຶດສະພາ 1988 ວ່າດ້ວຍ “ໜ້ທີ່ແລະນະໂຍບາຍການຕ່າງປະເທດໃນສະພາບການໃໝ່” ໄດ້ເນັ້ນໜັກວ່າ, ການປົກປັກຮັກສາປະເທດຊາດໃນສະພາບການໃໝ່ ອີງບົນພື້ນຖານເສດຖະກິດທີ່ເຂັ້ມແຂງ, ການປ້ອງກັນປະເທດທີ່ເຂັ້ມແຂງພຽງພໍ ແລະ ການພົວພັນສາກົນທີ່ເປີດກວ້າງ. ເສດຖະກິດທີ່ເຂັ້ມແຂງໄດ້ຮັບປະກັນໂດຍສະຖຽນລະພາບຂອງເສດຖະກິດມະຫາພາກ, ການຄວບຄຸມອັດຕາເງິນເຟີ້, ມີພື້ນຖານການຜະລິດເພື່ອຕອບສະໜອງຄວາມຕ້ອງການທັງໃນປະເທດ ແລະ ສົ່ງອອກ, ຮັບປະກັນຄວາມສົມດຸນທີ່ສຳຄັນຂອງເສດຖະກິດ, ສ້າງພື້ນຖານເສດຖະກິດທີ່ເປັນເອກະລາດ ແລະ ເປັນເຈົ້າຕົນເອງ ເຊິ່ງຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນຢ່າງກວ້າງຂວາງ ແລະ ມີປະສິດທິຜົນ. ຕັ້ງໝັ້ນໃນການຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ ຜ່ານມາດຕະການຕ່າງໆຫຼາຍຢ່າງເຊັ່ນ ຄວບຄຸມອັດຕາເງິນເຟີ້, ອັດຕາແລກປ່ຽນເງິນຕາຕ່າງປະເທດ, ໜີ້ສາທາລະນະ, ຄັງສຳຮອງເງິນຕາຕ່າງປະເທດພຽງພໍຕໍ່ຄວາມຕ້ອງການ, ການເຕີບໂຕເສດຖະກິດສູງຢ່າງຕໍ່ເນື່ອງ, ລາຍຮັບ-ລາຍຈ່າຍງົບປະມານສົມດຸນ, ການໃຊ້ເຄື່ອງມືງົບປະມານແລະສິນເຊື່ອຢ່າງຮອບຄອບ ແໜ້ນແຟ້ນ ໄຫວພິບ ແລະ ມີປະສິດທິຜົນ, ແກ້ໄຂວຽກເຮັດງານທຳ. ຮັບປະກັນຄວາມສົມດຸນທີ່ສຳຄັນລະຫວ່າງການສະໜອງ-ຄວາມຕ້ອງການ, ການສົ່ງອອກ-ການນຳເຂົ້າ, ການສະສົມ-ການຊົມໃຊ້, ໂດຍສະເພາະແມ່ນ ຮັບປະກັນຄວາມໝັ້ນຄົງດ້າງພະລັງງານ, ຄວາມໝັ້ນຄົງດ້ານສະບຽງອາຫານ, ລະບົບຕ່ອງໂສ້ການສະໜອງສິນຄ້າທີ່ຈຳເປັນ,... ຄືແນວນັ້ນ ເສດຖະກິດຈຶ່ງສາມາດເຕີບໂຕ, ແຂງແຮງພໍທີ່ຈະຮັບແຮງກະແທກຈາກພາຍນອກໄດ້. ພື້ນຖານເສດຖະກິດທີ່ເຂັ້ມແຂງຍັງສະແດງອອກຢູ່ທີ່ວິສາຫະກິດໃນປະເທດມີຄວາມສາມາດແຂ່ງຂັນສູງ, ເຊື່ອມຕໍ່ຢ່າງມີປະສິດທິຜົນ ກັບວິສາຫະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດ (FDI); ມີຈິດໃຈຊາດ, ມີຄວາມຊື່ສັດໃນການທຸລະກິດ, ມີຄວາມຮັບຜິດຊອບທາງສັງຄົມ, ປະກອບສ່ວນແກ້ໄຂບັນດາບັນຫາສັງຄົມຈາກທຸລະກິດ, ເຊັ່ນ ເງິນເດືອນ, ສະຫວັດດີການຂອງວິສາຫະກິດ, ແກ້ໄຂຄວາມສຳພັນລະຫວ່າງນາຍຈ້າງກັບລູກຈ້າງຢ່າງກົມກຽວ. ພັດທະນາຮູບແບບການຜະລິດທີ່ຫຼາກຫຼາຍເຊັ່ນ ວິສາຫະກິດສັງຄົມ, ສະຫະກອນ, ໜ່ວຍຮ່ວມມືການຜະລິດ,... ເຊິ່ງຢູ່ນັ້ນ ມີຄວາມສາມາດເຂົ້າຮ່ວມ ແລະ ແກ້ໄຂຫຼາຍບັນຫາສັງຄົມຢ່າງເປັນເຈົ້າການ, ປະກອບສ່ວນຮັກສາໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ມີລະບຽບວິໄນ ແລະ ພັດທະນາຢ່າງກົມກຽວແລະໝັ້ນຄົງ.
ທີຫ້າ, ສ້າງການພົວພັນທາງສັງຄົມທີ່ກົມກຽວ, ສາມັກຄີ, ເຫັນດີເຫັນພ້ອມກັນ ບົນພື້ນຖານການປະຕິບັດປະຊາທິປະໄຕ ແລະ ເສີມຂະຫຍາຍກຳລັງແຮງຂອງປະຊາຊົນຢ່າງຄົບຖ້ວນ.
ແກນຫຼັກຂອງວິທີການນີ້ແມ່ນການຊຸກຍູ້ຄວາມຍຸຕິທຳສັງຄົມຢ່າງຮອບດ້ານ, ໃນນັ້ນ ມີຄວາມສະເໝີພາບດ້ານກາລະໂອກາດ, ເງື່ອນໄຂການພັດທະນາ ແລະ ການແຈກຢາຍຜົນຜະລິດ ຈົນເຖິງຄວາມສະເໝີພາບດ້ານສິດ ແລະ ພັນທະ. ມີວິທີແກ້ໄຂບັນຫາເພື່ອຜ່ານຜ່າຄວາມແຕກໂຕນກັນລະຫວ່າງຄົນຮັ່ງມີແລະຜູ້ທຸກຍາກ ໂດຍເນັ້ນໄປທີ່ການຫຼຸດຄວາມທຸກຍາກຫຼາຍມິຕິຢ່າງຍືນຍົງ, ສົ່ງເສີມການສ້າງຄວາມຮັ່ງມີທີ່ຖືກກົດໝາຍ, ຕໍ່ສູ້ກັບການສະແຫວງຫາຄວາມຮັ່ງມີດ້ວຍວິທີຜິດກົດໝາຍ, ຂະຫຍາຍຊັ້ນຄົນຮັ່ງມີ; ບຸລິມະສິດການພັດທະນາໃນເຂດຫ່າງໄກສອກຫຼີກ, ເຂດຊົນເຜົ່າສ່ວນໜ້ອຍ, ຄ່ອຍໆຫຼຸດຜ່ອນຊ່ອງຫວ່າງໃນລະດັບການພັດທະນາລະຫວ່າງເຂດ, ພາກ. ກໍ່ສ້າງກ້ອນມະຫາສາມັກຄີປວງຊົນທັງຊາດ ອີງບົນພື້ນຖານການປະຕິບັດທີ່ດີຕາມຫຼັກການສະເໝີພາບ, ສາມັກຄີ, ເຄົາລົບ ແລະ ຊ່ວຍເຫຼືອກັນພັດທະນາ ລະຫວ່າງບັນດາຊົນເຜົ່າ; ຮັບປະກັນເສລີພາບໃນຄວາມເຊື່ອແລະສາສະໜາ ແລະ ເສລີພາບໃນການບໍ່ເຊື່ອແລະສາສະໜາ; ເສລີພາບທາງເພດ; ອອກແຮງຂົນຂວາມແລະເຕົ້າໂຮມຊາວຫວຽດນາທີ່ອາໄສຢູ່ຕ່າງປະເທດ; ເບິ່ງແຍງການພັດທະນາຜູ້ຄົນຢ່າງຮອບດ້ານ. ເພີ່ມທະວີຄວາມສາມັກຄີແຫ່ງຊາດອີງໃສ່ການຊຸກຍູ້ປະຊາທິປະໄຕຢ່າງກວ້າງຂວາງ, ລະດົມກຳລັງແຮງທົ່ວປວງຊົນ ເພື່ອປະຕິບັດເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ອາລະຍະທຳ. ປ້ອງກັນ, ກີດກັ້ນ, ຕໍ່ສູ້, ລົງໂທດຢ່າງເຂັ້ມງວດຕໍ່ທຸກການກະທຳແບ່ງແຍກກ້ອນມະຫາສາມັກຄີປວງຊົນທັງຊາດ, ການກະທຳເຮັດໃຫ້ກຳລັງແຮງຂອງປະເທດອ່ອນແອລົງ, ກໍ່ໃຫ້ເກີດຄວາມຂັດແຍ້ງທາງການເມືອງແລະສັງຄົມ.
ທີຫົກ, ສ້າງວັດທະນະທຳຫວຽດນາມທີ່ກ້າວໜ້າ, ເຂັ້ມຂົ້ນໄປດ້ວຍເອກະລັກປະຈຳຊາດ, ເປັນເອກະພາບໃນຄວາມຫຼາກຫຼາຍ, ຕ້ານທານຢ່າງມີປະສິດທິຜົນຕໍ່ການຮຸກຮານທາງວັດທະນະທຳທັງໝົດ, ໄພຂົ່ມຂູ່ຕໍ່ສະຖຽນລະພາບທາງການເມືອງແລະສັງຄົມມາຈາກປັດໄຈທີ່ຕໍ່ຕ້ານວັດທະນະທໍາ ແລະບໍ່ແມ່ນວັດທະນະທໍາ.
ການປັບປຸງແລະເພີ່ມຄຸນຄ່າເອກະລັກທາງວັດທະນະທຳຂອງຊາດໃນການເຊື່ອມໂຍງສາກົນ ມີຄວາມໝາຍເພີ່ມທະວີພະລັງຂອງຊາດ, ສ້າງແຮງຕ້ານທານກັບການກະທຳຮຸກຮານທາງວັດທະນະທຳທັງໝົດ. ພ້ອມກັນກັບການສືບທອດ, ເສີມຂະຫຍາຍ ແລະ ພັດທະນາບັນດາຄຸນຄ່າວັດທະນະທຳມູນເຊື້ອອັນດີງາມຂອງຊາດນັ້ນ ແມ່ນການໃຫ້ຄວາມສຳຄັນກັບການເລືອກເຟັ້ນ ແລະ ປັບໃຊ້ແກ່ນແທ້ຂອງວັດທະນະທຳມະນຸດ ເພື່ອສ້າງແລະເພີ່ມຄຸນຄ່າວັດທະນະທຳຫວຽດນາມທີ່ກ້າວໜ້າ ແລະ ເຂັ້ມຂົ້ນໄປດ້ວຍເອກະລັກປະຈຳຊາດ. ຄຽງຄູ່ກັບການສ້າງພະລັງພາຍໃນທາງວັດທະນະທຳທີ່ເຂັ້ມແຂງພໍທີ່ຈະສ້າງການຕ້ານທານຢ່າງມີປະສິດທິຜົນນັ້ນ ແມ່ນການຕໍ່ສູ້ກັບການສະແດງອອກຂອງ ສິ່ງທີ່ຝືນວັດທະນະທຳ, ສິ່ງທີ່ໄຮ້ວັດທະນະທຳ, ວິຖີຊີວິດຊອດກະຈາ, ບໍ່ສອດຄ່ອງກັບຮີດຄອງປະເພນີອັນດີງາມ, ມີຄວາມສ່ຽງທີ່ຈະທຳລາຍບັນດາຄຸນຄ່າຮີດຄອງປະເພນີອັນດີງາມຂອງຊາດ ເຊິ່ງເປັນທີ່ມາຂອງຄວາມຂັດແຍ້ງທາງສັງຄົມ ເມື່ອຮາກຖານທາງວັດທະນະທຳອ່ອນແອ, ສັ່ນຄອນ, ຕິດເຊື້ອຈາກຄວາມເຊື່ອລາງຖືຜີ ແລະ ຄວາມຄິດທີ່ເປັນພິດ.
ສະຖຽນລະພາບ ແລະ ການພັດທະນາລະບອບການເມືອງຢ່າງຍືນຍົງ ໄດ້ຮັບປະກັນໂດຍພື້ນຖານວັດທະນະທຳທີ່ເປັນເອກະພາບໃນຄວາມຫຼາກຫຼາຍ. ລັກສະນະເປັນເອກະພາບໃນຄວາມຫຼາກຫຼາຍຂອງວັດທະນະທຳ ໝາຍເຖິງຄວາມເປັນເອກະພາບທາງດ້ານຈິດໃຈ ແລະ ຫົວໃຈຂອງຜູ້ຄົນ ເມື່ອປະຊາຊົນທຸກຄົນມີຄວາມຮູ້ສຶກເລິກເຊິ່ງ ແລະ ເຕັມສ່ວນໃນເອກະລັກທາງວັດທະນະທຳຂອງຊາດ, ດັ່ງນັ້ນຈຶງເຮັດໃຫ້ລະບອບການເມືອງມີສະຖຽນລະພາບ ແລະ ພັດທະນາຢ່າງຍືນຍົງ ມີຮາກຖານທາງວັດທະນະທຳທີ່ໝັ້ນຄົງ; ເຮັດໃຫ້ບັນດາຄຸນຄ່າວັດທະນະທຳຂອງຊົນເຜົ່າ, ທ້ອງຖິ່ນ, ເຂດ ພາກ ໄດ້ຮັບຄວາມເຄົາລົບ ປຸກຕື່ນ ແລະ ເພີ່ມທະວີຄວາມເຊື່ອໝັ້ນທາງວັດທະນະທຳ ເພື່ອສ້າງປະເທດທີ່ຮັ່ງມີແລະເຂັ້ມແຂງ, ປະກອບສ່ວນກໍ່ສ້າງລະບົບຄຸນຄ່າແຫ່ງຊາດ, ລະບົບຄຸນຄ່າວັດທະນະທຳ ແລະ ມາດຕະຖານມະນຸດຂອງຫວຽດນາມ.
ສະຖຽນລະພາບ ແລະ ການພັດທະນາລະບອບການເມືອງຢ່າງຍືນຍົງ ຍັງໄດ້ຮັບປະກັນເມື່ອບັນດາຄຸນຄ່າວັດທະນະທຳ ແລະ ຄຸນສົມບັດສິນທຳອັນດີ ຊຶມເຂົ້າທຸກດ້ານຂອງຊີວິດສັງຄົມ, ກ່ອນອື່ນໝົດແມ່ນວັດທະນະທຳການນຳພາ ແລະ ຈັນຍາບັນໃນການປົກຄອງ, ສ້າງເປັນຮາກຖານທາງຈິດໃຈທີ່ໝັ້ນຄົງໃຫ້ແກ່ການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ. ປະຊາຊົນທຸກຊັ້ຍຄົນເມື່ອໄດ້ຮັບສະຫວັດດີການທາງວັດທະນະທຳ, ມີຄວາມຮູ້ສຶກເລິກເຊິ່ງໃນເອກະລັກທາງວັດທະນະທຳຂອງຊາດ, ມີຄວາມເຊື່ອໝັ້ນໃນວັດທະນະທຳ ແລະ ມີຄວາມເຊື່ອທີ່ດີຕໍ່ລະບອບການເມືອງ ຈະສ້າງພະລັງທາງວັດທະນະທຳພາຍໃນທີ່ເຂັ້ມແຂງ, ເຕີມເຕັມ “ຊ່ອງຫວ່າງ” ທີ່ຖືກສວຍໃຊ້ແລະຕິດເຊື້ອໄດ້ງ່າຍຈາກພາຍນອກ, ດ້ວຍເຫດນີ້, ຈຶ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການຮັກສາສະຖຽນລະພາບ ແລະ ການພັດທະນາທີ່ຍືນຍົງຂອງລະບອບການເມືອງຕັ້ງແຕ່ຮາກຖານຂອງວັດທະນະທຳທາງຈິດໃຈ.
ທີເຈັດ, ເພີ່ມທະວີການຕໍ່ສູ້ເພື່ອປົກປ້ອງຄວາມໝັ້ນຄົງແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍແລະຄວາມປອດໄພທາງສັງຄົມ, ຈັດການແລະກຳຈັດປັດໄຈຄວາມສ່ຽງທີ່ກໍ່ຄວາມບໍ່ໝັ້ນຄົງທາງການເມືອງຕັ້ງແຕ່ຕົ້ນ ແຕ່ຮາກເຫງົ້າ ແຕ່ໄກ.
ສາເຫດຂອງຄວາມບໍ່ໝັ້ນຄົງທາງການເມືອງອາດຈະມາຈາກໄພຄຸກຄາມຕໍ່ຄວາມໝັ້ນຄົງຂອງປະເທດ, ຄວາມເປັນລະບຽບຮຽບຮ້ອຍແລະຄວາມປອດໄພທາງສັງຄົມ, ລວມທັງປັດໄຈພາຍນອກແລະພາຍໃນ, ໄພຂົ່ມຂູ່ແບບດັ້ງເດີມແລະບໍ່ແມ່ນແບບດັ້ງເດີມ. ດັ່ງນັ້ນ, ຢາກຮັກສາສະຖຽນລະພາບ ແລະ ການພັດທະນາທີ່ຍືນຍົງຂອງລະບອບການເມືອງ, ຕ້ອງມີສະຕິລະວັງຕົວ ແລະ ຕໍ່ສູ້ຢ່າງເດັດດ່ຽວກັບທຸກກົນອຸບາຍ ເລ່ຫຼ່ຽມ ການເຄື່ອນໄຫວທີ່ລະເມີດເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ, ຂົ່ມຂູ່ຄວາມໝັ້ນຄົງຂອງຊາດ, ບໍ່ວ່າຈະເປັນການຂົ່ມຂູ່ດ້ວຍອາວຸດຫຼືບໍ່ມີອາວຸດ.
ໃນເງື່ອນໄຂປະຈຸບັນ, ການໂຈມຕີຕອບໂຕ້ໂດຍບໍ່ໃຊ້ອາວຸດຖືກໃຊ້ຢ່າງກວ້າງຂວາງໂດຍກອງກໍາລັງສັດຕູ ພວກປະຕິການ ແລະ ພວກສວຍໂອກາດທາງການເມືອງ, ເຊິ່ງຮຽກຮ້ອງໃຫ້ພວກເຮົາເຕົ້າໂຮມກໍາລັງ ແລະ ກຳນົດແບບວິທີການຕໍ່ສູ້ທີ່ເໝາະສົມ, ໂດຍສະເພາະ ການຕໍ່ສູ້ເພື່ອປົກປ້ອງຮາກຖານແນວຄິດຂອງພັກກອມມູນິດຫວຽດນາມ, ປັດປະຕິເສດບັນດາທັດສະນະທີ່ຜິດພາດ ເປັນສັດຕູ, ປົກປ້ອງຄວາມໝັ້ນຄົງທາງການເມືອງ ແລະ ຄວາມໝັ້ນຄົງທາງວັດທະນະທຳ. ບັນດາປະກົດການທີ່ລະເມີດລະບຽບວິໄນ, ລະເມີດຄວາມປອດໄພທາງສັງຄົມ, ລະເມີດສິດປະຊາທິປະໄຕ ມັກຖືກອິດທິກຳລັງສັດຕູ ພວກປະຕິການ ພາກສ່ວນສວຍໂອກາດທາງການເມືອງ ສວຍໃຊ້ຢ່າງສຸດຂີດ ເພື່ອປຸກລະດົມໃຫ້ເກີດການຕ້ານຢັນທຳລາຍ ແລະ ຊຸກຍູ້ “ການບໍ່ເຊື່ອຟັງພົນລະເຮືອນ” ຕ້ານລັດ, ຍຸຍົງໃຫ້ເກີດການຟ້ອງຮ້ອງຂອງຄົນຈຳນວນຫຼາຍ... ສາມາດເຮັດໃຫ້ເກີດຄວາມບໍ່ໝັ້ນຄົງທາງດ້ານການເມືອງ-ສັງຄົມ. ໄພຂົ່ມຂູ່ຄວາມປອດໄພທີ່ບໍ່ເປັນແບບດັ້ງເດີມຕໍ່ຄວາມໝັ້ນຄົງ ແລະ ການພັດທະນາທີ່ຍືນຍົງຂອງລະບອບການເມືອງ ຈຳເປັນຕ້ອງໄດ້ຮັບການຮັບຮູ້ຢ່າງຄົບຖ້ວນ, ລະບຸຢ່າງຖືກຕ້ອງ ແລະ ຜ່ານນັ້ນ ກຳນົດວິທີການຄຸ້ມຄອງຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມທີ່ເຫມາະສົມ ແລະມີປະສິດທິພາບ. ດັ່ງນັ້ນ, ເພື່ອຮັກສາສະຖຽນລະພາບ ແລະ ພັດທະນາລະບອບການເມືອງຢ່າງຍືນຍົງ, ຕ້ອງເຮັດໜ້າທີ່ປົກປ້ອງຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທາງສັງຄົມໃຫ້ດີ, ຄຸ້ມຄອງເປັນຢ່າງດີ ບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງແບບດັ້ງເດີມ ແລະ ບໍ່ເປັນແບບດັ້ງເດີມ, ຈັດການກັບປັດໄຈທີ່ອາດຈະຂົ່ມຂູ່ສະຖຽນລະພາບທາງຄົງສັງຄົມໄດ້ຢ່າງມີປະສິດທິຜົນ, ສ້າງ “ທີ່ຕັ້ງໃນໃຈປະຊາຊົນ” ຢ່າງໝັ້ນຄົງ, ປ້ອງກັນ ກີດກັ້ນ ແລະ ກຳຈັດປັດເປົ່າການເຄື່ອນໄຫວມ້າງເພທຳລາຍ ຂອງບັນດາອິດທິກຳລັງສັດຕູ ພວກປະຕິການ ພາກສ່ວນສວຍໂອກາດທາງການເມືອງ ໃຫ້ເສັດສິ້ນ ຕັ້ງແຕ່ຕົ້ນ ແຕ່ຮາກເຫງົ້າ ແຕ່ໄກ.
ທີແປດ, ສ້າງກົນໄກ, ແບບວິທີການແກ້ໄຂຂໍ້ຂັດແຍ້ງ, ລົບລ້າງ “ຈຸດຮ້ອນ”, ຄຸ້ມຄອງຄວາມຂັດແຍ່ງກັນໃນສັງຄົມຢ່າງມີປະສິດທິຜົນ.
ຄວາມບໍ່ໝັ້ນຄົງທາງດ້ານການເມືອງອາດຈະເກີດຈາກຄວາມສາມາດໃນການຄຸ້ມຄອງສັງຄົມ, ຍ້ອນຂາດຄວາມສາມາດໃນການຄວບຄຸມຄວາມຂັດແຍ້ງ, ຂາດກົນໄກ ແລະ ແບບວິທີການໃນການຄຸ້ມຄອງຄວາມຂັດແຍ້ງທາງສັງຄົມ ທີ່ເກີດຂຶ້ນໃນຊີວິດປະຈໍາວັນ. ຄວາມຂັດແຍ້ງພາຍໃນປະຊາຊົນເມື່ອຖືກສວຍໃຊ້ ຫຼື ຖືກຊັກຈູງ ໂດຍອິດທິກຳລັງສັດຕິ ພວກປະຕິການ ພາກສ່ວນສວຍໂອກາດທາງການເມືອງ, ສາມາດລະເບີດຂຶ້ນ ແລະ ຫັນເປັນຄວາມຂັດແຍ່ງທາງການເມືອງ-ສັງຄົມໄດ້, ເຮັດໃຫ້ການແກ້ໄຂຫຍຸ້ງຍາກກວ່າ. ດັ່ງນັ້ນ ຕ້ອງປັບປຸງກົນໄກແລະແບບວິທີການຄຸ້ມຄອງຄວາມຂັດແຍ້ງທີ່ມີປະສິດທິຜົນ. ຈຳເປັນຕ້ອງປັບປຸງລະບົບເກັບກຳ ລວບລວມຄວາມຄິດເຫັນສາທາລະນະ, ປະເມີນສະຖານະທາງສັງຄົມ, ວັດປະຕິກິລິຍາທາງສັງຄົມ, ລະບຸທາດແທ້ຂອງຄວາມຂັດແຍ້ງຢ່າງຖືກຕ້ອງ,... ກ່ອນທີ່ຈະຕັດສິນໃຈເລືອກວິທີການແກ້ໄຂຄວາມຂັດແຍ້ງທາງສັງຄົມ.
ໃນສະຖານະການປະຈຸບັນ, ບັນດາບັນຫາທີ່ອາດຈະເກີດ “ຈຸດຮ້ອນ” ແມ່ນຂໍ້ຂັດແຍ່ງທີ່ດິນ, ມົນລະພິດສິ່ງແວດລ້ອມ, ການຟ້ອງຮ້ອງຂອງຄົນຈຳນວນຫຼາຍ, ການສວຍໃຊ້ບັນຫາຊົນເຜົ່າ, ສາສະໜາ ແລະ ອື່ນໆ, ດັ່ງນັ້ນ, ຕ້ອງມີການຕິດຕາມກວດກາ, ກຳສະພາບການເປັນປະຈຳ, ຈັດການຢ່າງມີປະສິດທິຜົນ.
ຄວາມຂັດແຍ້ງ, ການປະທະກັນພາຍໃນປະຊາຊົນຕ້ອງໄດ້ຖືກຄົ້ນພົບ, ກຳໄດ້ຢ່າງທັນການ ແລະ ຈັດການຢ່າງຂາດຕົວແລະມີປະສິດທິພາບ, ບໍ່ໃຫ້ຂະຫຍາຍອອກສູ່ “ວົງກວ້າງ”, ບໍ່ອະນຸຍາດໃຫ້ປ່ຽນລັກສະນະຈາກຂໍ້ຂັດແຍ່ງທາງສັງຄົມ ເປັນການປະທະກັນທາງການເມືອງ-ສັງຄົມ. ປັບປຸງບູລະນະກົນໄກຈັດການແລະລົບລ້າງ “ຈຸດຮ້ອນ” ທາງສັງຄົມ, ກຳຈັດຕັ້ງແຕ່ຕົ້ນ ແຕ່ໄກ ແຕ່ຮາກຫງົ້າ ບັນດາປັດໄຈທີ່ກອງກຳລັງຝ່າຍກົງຂ້້າມສາມາດສວຍໃຊ້ເພື່ອ “ຊູທຸງ”, ເຕົ້າໂຮມກຳລັງເພື່ອຕໍ່ຕ້ານພັກແລະລັດ, ກໍ່ໃຫ້ເກີດຄວາມບໍ່ໝັ້ນຄົງທາງການເມືອງ-ສັງຄົມ. ຍົກສູງສະຕິລະວັງຕົວ ແລະ ຕໍ່ສູ້ເພື່ອກີດກັ້ນບໍ່ໃຫ້ອິດທິກຳລັງສັດຕູພາຍນອກສວຍໃຊ້ທ່າໄດ້ປຽບເຂົ້າແຊກແຊງ, ຫັນບັນຫາເປັນສາກົນ ແລະ ສົ່ງຜົນເສຍຕໍ່ກຽດສັກສີ, ພາບພົດ ແລະ ການພົວພັນຕ່າງປະເທດຂອງຫວຽດນາມ. ຕໍ່ສູ້ເພື່ອລົບລ້າງປັດໄຈສ່ຽງທີ່ອາດຈະເກີດຂຶ້ນຈາກຄວາມຂັດແຍ້ງທາງສັງຄົມຕັ້ງແຕ່ຕົ້ນ.
ທີເກົ້າ, ເສີມຂະຫຍາຍບົດບາດຂອງແນວຮົບການຕ່າງປະເທດ ໃນການເປັນເຈົ້າການຮັກສາພາບການພາກພື້ນແລະສາກົນ ທີ່ເອື້ອອຳນວຍ; ຍົກສູງກຽດສັກສີ ຖານະຕຳແໜ່ງ ແລະ ພາບພົດຂອງປະເທດ; ຄວບຄຸມຄວາມຂັດແຍ້ງແລະການປະທະກັນ, ປົກປັກຮັກສາສະພາບແວດລ້ອມສັນຕິພາບແລະສະຖຽນລະພາບ ເພື່ອການພັດທະນາປະເທດຢ່າງຍືນຍົງ.
ສະຖຽນລະພາບແລະການພັດທະນາລະບອບການເມືອງຢ່າງຍືນຍົງ ມີການພົວພັນຢ່າງແໜ້ນແຟ້ນກັບການຮັກສາສະພາບແວດລ້ອມຍຸດທະສາດທີ່ໝັ້ນຄົງ ໃນການພົວພັນກັບພາກພື້ນ ແລະ ໂລກ. ເສີມຂະຫຍາຍບົດບາດເປັນເຈົ້າການແລະຕັ້ງໜ້າ ຂອງວຽກງານການຕ່າງປະເທດ, ຊຸກຍູ້ການພົວພັນສາກົນຕາມທິດນຳ ຫັນເປັນຫຼາຍຮູບແບບ, ຫຼາຍກ້ຳຫຼາຍຝ່າຍ, ຮັກສາສະພາບແວດລ້ອມທີ່ສັນຕິພາບ ສະຖຽນລະພາບ ເພື່ອການພັດທະນາ. ໃນຂະນະທີ່ຍາດແຍ່ງເວລາເພື່ອຊຸກຍູ້ການຮ່ວມມືກັບທຸກໆຄູ່ຮ່ວມມືນັ້ນ ພັກເຮົາຕ້ອງຕໍ່ສູ້ຢ່າງເດັດດ່ຽວ ໜຽວແໜ້ນ ກັບທຸກໆເປົ້າໝາຍ ເພື່ອປົກປ້ອງຜົນປະໂຫຍດສູງສຸດຂອງຊາດ-ປະເທດຊາດ, ປ້ອງກັນແລະກີດກັ້ນຄວາມສ່ຽງຂອງການຂັດແຍ່ງ ການແຊກແຊງ ການທໍາລາຍຕັ້ງແຕ່ຕົ້ນ ແຕ່ໄກ, ຮັກສາສະພາບແວດລ້ອມທີ່ສັນຕິພາບ ສະຖຽນລະພາບເພື່ອສ້າງສາ ແລະ ພັດທະນາປະເທດຊາດ. ເສີມຂະຫຍາຍທີ່ຕັ້ງ ແລະ ກຽດສັກສີຂອງປະເທດໃນເວທີສາກົນ, ໃຊ້ປະໂຫຍດຈາກເງື່ອນໄຂສາກົນທີ່ເອື້ອອຳນວຍເພື່ອຮັບໃຊ້ໃຫ້ແກ່ການພັດທະນາປະເທດ, ຖືການພັດທະນາປະເທດເປັນເງື່ອນໄຂພື້ນຖານໃນການຮັກສາສະຖຽນລະພາບທາງການເມືອງ. ຕໍ່ສູ້ຢ່າງເດັດດ່ຽວເພື່ອເອົາຊະນະທຸກກົນອຸບາຍ ເລ່ຫຼ່ຽມ ແລະ ການແຊກແຊງເຂົ້າວຽກງານພາຍໃນ, ຍຸຍົງໃຫ້ເກີດການຈະລາຈົນ ໂຄ່ນລົ້ມ, ຮັກສາສະພາບແວດລ້ອມທາງການເມືອງໃຫ້ໝັ້ນຄົງ, ປົກປັກຮັກສາລະບອບການປົກຄອງຢ່າງໝັ້ນຄົງ ຕິດພັນກັບການຊຸກຍູ້ການພັດທະນາປະເທດ ແລະ ຄວາມຍືນຍົງຂອງປະເທດຊາດ.
------------------------------------
ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1003 (ເດືອນທັນວາ 2022)