ວກ. - ພັກກອມມູນິດຫວຽດນາມຍາມໃດກໍ່ຢຶດໝັ້ນແນວທາງ ແຜນນະໂຍບາຍກ່ຽວກັບການກໍ່ສ້າງ ແລະ ພັດທະນາວັດທະນະທຳ ແລະ ຜູ້ຄົນຫວຽດນາມ. ໃນໄລຍະປະຈຸບັນ, ຈຳເປັນຕ້ອງສືບຕໍ່ຫັນແຜນນະໂຍບາຍ ທິດທາງຂອງພັກກ່ຽວກັບການກໍ່ສ້າງ ແລະ ພັດທະນາວັດທະນະທຳແລະຜູ້ຄົນຫວຽດນາມ ເປັນນິຕິກຳ, ເປັນຮູບປະທຳໃນນະໂຍບາຍແລະກົດໝາຍ ພາກປະຕິບັດຕົວຈິງ, ມີວິໄສທັດກວ້າງໄກ, ທຳລາຍ​ອຸປະສັກ, ກະຕູ້ນ​ຄວາມຄິດ​ປະດິດ​ສ້າງ, ປົດ​ປ່ອຍກຳລັງການ​ຜະລິດ ​ແລະ ຄວາມ​ສາມາດໃນການແຂ່ງຂັນ, ສ້າງແຮງຜັກດັນທີ່ຍິ່ງໃຫຍ່ ເພື່ອການ​ພັດທະນາ​ວັດທະນະທຳ.

ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ໂອ້ລົມກັບບັນດາຜູ້ແທນທີ່ມາຮ່ວມກອງປະຊຸມວັດທະນະທຳທົ່ວປະເທດ ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ _ແຫຼ່ງ: thanhnien.vn

ປະທານ​ໂຮ່ຈິີມິນ​ໄດ້​ສະຫຼຸບ​ວ່າ:ເພື່ອຄວາມຢູ່ລອດແລະຈຸດປະສົງຂອງຊີວິດ, ມະນຸດໄດ້ສ້າງສັນແລະປະດິດພາສາ, ການຂຽນ, ສິນທຳ, ກົດຫມາຍ, ວິທະຍາສາດ, ສາສະໜາ, ວັນນະຄະດີ, ສິລະປະ ແລະ ເຄື່ອງມືເຄື່ອງໃຊ້ໃນການດໍາລົງຊີວິດປະຈໍາວັນ ທັງເສື້ອຜ້າເຄື່ອງນຸ່ງຫົ່ມ, ອາຫານ, ທີ່ພັກ ແລະ ວິທີການນໍາໃຊ້. ການສ້າງສັນ ແລະ ສິ່ງປະດິດທັງໝົດນັ້ນ ແມ່ນວັດທະນະທຳ. ວັດທະນະທໍາແມ່ນການສັງເຄາະຮູບແບບການດໍາລົງຊີວິດທັງໝົດ ດ້ວຍການສະແດງອອກທີ່ມະນຸດຊາດສ້າງຂຶ້ນ ເພື່ອປັບໃຫ້ເຂົ້າກັບຄວາມຕ້ອງການຂອງຊີວິດ ແລະ ຄວາມຕ້ອງການໃນການຢູ່ລອດ(1). ພັກກອມມູນິດຫວຽດນາມຢືນຢັນວ່າ: “ວັດທະນະທຳ​ຫວຽດນາມ​ແມ່ນ​ໝາກຜົນ​ແຫ່ງ​ການ​ອອກ​ແຮງ​ງານ​ສ້າງສັນ​ນັບ​ພັນ​ປີ ​ແລະ ການ​ຕໍ່ສູ້​ຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ​ໃນ​ການ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ ຂອງຊຸມຊົນ​ເຜົ່າພັນຫວຽດນາມ, ແມ່ນຜົນຈາກການແລກປ່ຽນ ແລະ ດູດຊຶມແກ່ນແທ້ຂອງອາລະຍະທຳໂລກຈຳນວນ​ຫຼາຍ ​ເພື່ອ​ພັດທະນາ​ຕົນ​ເອງ​ຢ່າງ​ບໍ່​ຢຸດ​ຢັ້ງ. ວັດທະນະທຳ​ຫວຽດນາມຫຼໍ່ຫຼອມ​ຈິດ​ວິນ​ຍານ, ຄວາມ​ກ້າຫານ ​ແລະ ຄວາມພິລະອາດຫານ​ຂອງ​ຫວຽດນາມ, ​ເຮັດ​ໃຫ້​ປະຫວັດສາດ​ອັນ​ສະຫງ່າ​ງາມ​ຂອງ​ຊາດສົດໃສຂຶ້ນ(2)   

ພັກ​ກອມ​ມູນິດ​ຫວຽດນາມ ນັບ​ແຕ່ເມື່ອກໍ່​ຕັ້ງຂຶ້ນ ​ໄດ້​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງເຖິງ​ທີ່​ຕັ້ງ​ແລະຄວາມ​ສຳຄັນ​ຂອງ​ວັດທະນະທຳ ແລະ ໄດ້ສືບທອດບັນດາຄຸນຄ່າວັດທະນະທຳດັ້ງເດີມຂອງຊາດ, ດູດຊຶມເອົາແກ່ນສານທາງວັດທະນະທຳຂອງມະນຸດຊາດ, ຢຶດໝັ້ນແລະພັດທະນາແນວທາງ ແຜນນະໂຍບາຍການກໍ່ສ້າງແລະພັດທະນາວັດທະນະທຳ ແລະ ຜູ້ຄົນຫວຽດນາມຢ່າງບໍ່ຢຸດຢັ້ງ ໃນຂະບວນການນຳພາການປະຕິວັດຫວຽດນາມ. ໂຄງຮ່າງກ່ຽວກັບວັດທະນະທຳຫວຽດນາມ (ປີ 1943) ຕັ້ງແຜນພັດທະນະວັດທະນະທຳຫວຽດນາມທີ່ມີລັດສະນະດັ່ງນີ້: ຊາດ - ວິທະຍາສາດ - ມະຫາຊົນ; ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການປະຕິວັດໄດ້ທັນທ່ວງທີ, ກາຍເປັນຄັນທຸງເພື່ອເຕົ້າໂຮມແລະປຸກລະດົມປະຊາຊົນ, ໂດຍສະເພາະປັນຍາຊົນ, ນັກ​ປະພັນ ແລະ ​ສິລະ​ປິນ​, ເຂົ້າ​ຮ່ວມ​ການ​ປະຕິວັດຢ່າງຫ້າວຫັນ, ​ເສີມ​ຂະຫຍາຍ​ບົດບາດ​ວັດທະນະທຳ, ປຸກລະດົມ​ຄວາມ​ມຸ່ງ​ມາດ​ປາ​ຖະໜາ​ຂອງ​​ຊາດ ​ໃນ​ການ​ຕໍ່ສູ້​ເພື່ອ​ເອກະລາດ ​ແລະ ​ເສລີພາບ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ໄຊຊະນະ​ປະຫວັດສາດ​ຂອງ​ການ​ປະຕິວັດ​ເດືອນ​ສິງຫາປີ 1945, ໄຊຊະນະດ້ຽນບຽນຝູປີ 1954 ແລະ ໄຊຊະນະອັນຍິ່ງໃຫຍ່ໃນລະດູບານໃໝ່ປີ 1975, ປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະລາດ.   

ກ້າວເຂົ້າສູ່ສະໄໝແຫ່ງສັນຕິພາບ ເອກະລາດ ເອກະພາບ ການສ້າງສາແລະປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມ, ໂດຍສະເພາະແມ່ນ ນັບແຕ່ເມື່ອດຳເນີນການປ່ຽນແປງໃໝ່ປະເທດມາເຖິງປະຈຸບັນ, ພັກກອມມູນິດຫວຽດນາມໄດ້ສືບທອດ ແລະ ພັດທະນາຄວາມຄິດທິດສະດີກ່ຽວກັບວັດທະນະທຳ, ເອົາໃຈໃສ່ພັດທະນາວັດທະນະທຳ ແລະ ຜູ້ຄົນຫວຽດນາມ. ພັກໄດ້ອອກມະຕິ ຄຳສັ່ງ ແລະ ບົດສະຫຼຸບຫຼາຍສະບັບ ກ່ຽວກັບການສ້າງ ແລະ ພັດທະນວັດທະນາທຳແລະຜູ້ຄົນຫວຽດນາມ, ພິເສດແມ່ນ ມະຕິກອງປະຊຸມສູນກາງພັກຄັ້ງທີ 5 ສະໄໝທີ 8 “ວ່າດ້ວຍການສ້າງແລະພັດທະນາວັດທະນະທຳຫວຽດນາມທີ່ກ້າວໜ້າ ແລະ ເຂັ້ມຂົ້ນໄປດ້ວຍເອກະລັກປະຈຳຊາດ” ໂດຍມີຈຸດໜັກຄື ການສ້າງແນວຄິດ ຄຸນສົມບັດສິນທຳ ວິຖີຊີິດ ແລະ ສິ່ງແວດລ້ອມທາງວັດທະນະທຳທີ່ສົດໃສ. ໂຄງການການເມືອງກໍ່ສ້າງປະເທດຊາດໃນສະໄໝຂ້າມຜ່ານຂຶ້ນສູ່ສັງຄົມນິຍົມ (ສະບັບປັບປຸງ ເພີ່ມເຕີມປີ 2011) ສືບຕໍ່ກຳນົດວ່າ: “ການສ້າງແລະພັດທະນາວັດທະນະທຳຫວຽດນາມ ທີ່ກ້າວໜ້າ ແລະ ເຂັ້ມຂົ້ນໄປດ້ວຍເອກະລັກປະຈຳຊາດ, ພັດທະນາຢ່າງຮອບດ້ານ, ເປັນເອກະພາບໃນຄວາມຫຼາກຫຼາຍ, ເຊື່ອມຊຶມຈິດໃຈມະນຸດສະຍະທຳ ປະຊາທິປະໄຕ ແລະ ຄວາມກ້າວໜ້າຢ່າງເລິກເຊິ່ງ; ເຮັດໃຫ້ວັດທະນະທຳຕິດພັນຢ່າງແໜ້ນແຟ້ນ ແລະ ຊຶມເລິກໃນຊີວິດສັງຄົມທັງໝົດ, ກາຍເປັນຮາກຖານທາງຈິດໃຈທີ່ໝັ້ນຄົງ, ພະລັງພາຍໃນທີ່ສຳຄັນ ຂອງການພັດທະນາ(3).

ສະຫຼຸບຜົນ 15 ປີແຫ່ງການປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 5 ສະໄໝທີ 8, ຄະນະບໍລິຫານງານສູນກາງພັກສະໄໝທີ 11 ໄດ້ປະກາດໃຊ້ມະຕິສະບັບເລກທີ 33-NQ/TW, ລົງວັນທີ 9 ກໍລະກົດ 2014, “ວ່າດ້ວຍການສ້າງແລະພັດທະນາວັດທະນະທຳ ແລະ ຜູ້ຄົນຫວຽດນາມ ເພື່ອຕອບສະໜອງການພັດທະນາປະເທດແບບຍືນຍົງ”. ມະຕິສືບຕໍ່ເນັ້ນໜັກຄວາມຕ້ອງການທີ່ວ່າ: “ການສ້າງແລະພັດທະນາວັດທະນະທຳ ແລະ ຜູ້ຄົນຫວຽດນາມທີ່ຂະຫຍາຍຕົວຢ່າງຮອບດ້ານ, ມຸ່ງສູ່ຄວາມຈິງ - ຄວາມດີ - ຄວາມງາມ, ເຊື່ອມຊຶມຈິດໃຈຊາດ ມະນຸດສະຍະທຳ ປະຊາທິປະໄຕ ແລະ ວິທະຍາສາດ. ວັດທະນະທຳ​ກາຍ​ເປັນຮາກຖານ​ທາງ​​ຈິດ​ໃຈ​ອັນ​ໝັ້ນຄົງ​ຂອງ​ສັງຄົມຢ່າງແທ້ຈິງ, ​ເປັນພະລັງພາຍໃນທີ່​ສຳຄັນ​ ​ເພື່ອ​ຮັບປະກັນ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ການ​ປ້ອງ​ກັນ​ປະ​ເທດຊາດຢ່າງ​ໝັ້ນຄົງ​ ເພື່ອເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ ມີປະຊາທິປະໄຕ ຍຸຕິທຳ ແລະ ສີວິໄລ”. “ວັດທະນະທຳຕ້ອງໄດ້ຕັ້ງໃນລະດັບເທົ່າທຽມກັບເສດຖະກິດ, ການເມືອງ, ສັງຄົມ”. “ການສ້າງແລະພັດທະນາວັດທະນະທຳແມ່ນພາລະກິດຂອງທົ່ວປວງຊົນ ໂດຍພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນອັດຕະພາບທີ່ປະດິດສ້າງ, ຖັນແຖວປັນຍາຊົນມີບົດບາດສຳຄັນ(4)   

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກສືບຕໍ່ຢືນຢັນ ແລະ ເຊີດຊູບົດບາດທີ່ຕັ້ງສຳຄັນ ຂອງວັດທະນະທຳແລະຜູ້ຄົນ ຕໍ່ການພັດທະນາປະເທດຢ່າງໄວແລະຍືນຍົງ ໃນໄລຍະໃໝ່: “ປຸກຕື່ນຢ່າງແຂງແຮງນ້ຳໃຈຮັກຊາດ, ເຈດຈຳນົງສ້າງຄວາມເຂັ້ມແຂງຂອງຊາດ, ກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ ແລະ ຄວາມປາຖະໜາສ້າງສາພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງ ແລະມີຄວາມສຸກ(5). “ເສີມຂະຫຍາຍປັດໄຈມະນຸດໃຫ້ເກີດປະໂຫຍດສູງສຸດ ໂດຍຖືວ່າຄົນເປັນສູນກາງ, ອັດຕະພາບ ຊັບພະຍາກອນທີ່ສຳຄັນທີ່ສຸດ ແລະ ເປົ້າໝາຍຂອງການພັດທະນາ; ຖືເອົາຄຸນຄ່າງທາງວັດທະນະທຳ ແລະ ຄົນຫວຽດນາມເປັນຮາກຖານ, ພະລັງພາຍໃນທີ່ສຳຄັນ ເພື່ອຮັບປະກັນການພັດທະນາທີ່ຍືນຍົງ(6). “ພັດທະນາບັນດາຂົງເຂດວັດທະນະທຳຢ່າງຮອບດ້ານ ຄົບຊຸດ, ຮັບປະກັນການພັດທະນາບັນດາຄຸນຄ່າທີ່ດີງາມຂອງຊາດ, ທັງດູດຊຶມບັນດາແກ່ນສານທາງວັດທະນະທຳຂອງມະນຸດຊາດ ທັງສ້າງແຮງຜັກດັນການພັດທະນາເສດຖະກິດ-ສັງຄົມ ແລະ ການເຊື່ອມໂຍງສາກົນ(7)

ສາມາດເວົ້າໄດ້ວ່າ, ແນວທາງ ແຜນນະໂຍບາຍຂອງພັກກອມມູນິດຫວຽດນາມ ກ່ຽວກັບການສ້າງແລະພັດທະນາວັດທະນະທຳ ແລະ ຜູ້ຄົນຫວຽດນາມນັ້ນ ທັງມີຄວາມຢຶດໝັ້ນ ສະເໝີຕົ້ນສະເໝີປາຍ, ທັງຄ່ອຍໆເພີ່ມເຕີມ ພັດທະນາ ແລະ ປັບປຸງໃຫ້ສົມບູນແບບ ເລິກເຊິ່ງກວ່າເກົ່າ, ປະກອບສ່ວນສຳຄັນໃຫ້ພັກນຳພາການປະຕິວັດຫວຽດນາຢ່າງສຳເລັດມີໄຊ.  

ກ່ອນການປ່ຽນແປງໃໝ່ (ປີ 1986), ລະບົບວັດທະນະທຳປະຊາທິປະໄຕໃໝ່ - ວັດທະນະທຳກູ້ຊາດ ໂດຍມີລັກສະນະຊາດ ວິທະຍາສາດ ມະຫາຊົນ, ໄດ້ຮັບການສ້າງຕັ້ງຂຶ້ນໃນເບື້ອງຕົ້ນ, ບັນລຸຜົນສຳ​ເລັດ​ຫຼາຍ​ຢ່າງ ​ໃນ​ສົງຄາມ​ຕໍ່ຕ້ານ ​ແລະ ການ​ກໍ່ສ້າງ​ປະ​ເທດ​ຊາດ, ໄດ້ເສີມຂະຫຍາຍນ້ຳໃຈຮັກຊາດ ສະຕິປັນຍາ ແລະ ຄວາມສາມາດປະດິດສ້າງ ຂອງປະຊາຊົນໃນລະດັບສູງ, ສ້າງ​​ແຮງຈູງໃຈ​ທາງຈິດວິນຍານ​ອັນ​ສຳຄັນ​ ຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ, ປະກອບສ່ວນ​ຊຸກຍູ້​ການ​ຕໍ່​ຕ້ານ​ໄປສູ່​ໄຊຊະນະ; ປຸກລະດົມ​ແລະ​ໃຫ້ກຳລັງໃຈ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນນະ ​ໃຫ້ມີຄວາມຫ້າວຫັນໃນການແຂ່ງຂັນຮັກ​ຊາດ, ປະ​ກອບ​ສ່ວນ​ສ້າງ​ຊີ​ວິດ​ໃໝ່ ແລະ ຜູ້ຄົນໃໝ່​ສັງ​ຄົມ​ນິ​ຍົມ.  

ຫຼັງຈາກ​ການ​ປ່ຽນ​ໃໝ່ກວ່າ 35 ປີ, ແນວ​ທາງ ແຜນນະ​ໂຍບາຍ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ກ່ຽວ​ກັບ​ການ​ສ້າງ​ແລະພັດທະນາ​ວັດທະນະທຳ ​ແລະ ຜູ້ຄົນຫວຽດນາມ ​ໄດ້​ຮັບ​ການບັນຍັດໄວ້​ໃນ​ລັດຖະທຳ​ມະນູນ ​ແລະ ຫັນເປັນຮູບປະທຳໃນນະ​ໂຍບາຍ, ກົດໝາຍ​ຂອງ​ລັດ. ຊັບພະຍາກອນຂອງລັດແລະຂອງສັງຄົມທີ່ລົງທຶນພັດທະນາວັດທະນະທຳນັ້ນເພີ່ມຂຶ້ນ; ​ການ​ເຄື່ອນ​ໄຫວ​ແລກປ່ຽນ ​ແລະ ການຮ່ວມ​ມື​​ສາກົນດ້ານ​ວັດທະນະທຳ ​ໄດ້​ຮັບ​ການເປີດກວ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ; ຖັນແຖວພະນັກງານວັດທະນະທຳໄດ້ຮັບການຝຶກອົບຮົມ ແລະ ເອົາໃຈໃສ່ໃຫ້ຂະຫບາຍຕົວ. ຊີວິດທາງຈິດໃຈຂອງປະຊາຊົນແລະສັງຄົມ ມີຄວາມອຸດົມສົມບູນ ແລະ ຫຼາກຫຼາຍຂຶ້ນເລື້ອຍໆ, ລະດັບ​ຄວາມ​ເພີດເພີນທາງ​ວັດທະນະທຳ​ຂອງ​ປະຊາຊົນ​ ໄດ້​ຮັບ​ການຍົກສູງຂຶ້ນເທື່ອ​ລະ​ກ້າວ. ຄຸນຄ່າທາງວັດທະນະທຳດັ້ງເດີມຂອງຊຸມຊົນຊົນເຜົ່າຈຳນວນຫຼາຍ ໄດ້ຮັບການສົ່ງເສີມ ແລະ ໃນຂະນະດຽວກັນກໍ່ປາກົດຄຸນຄ່າງທາງວັດທະນະທຳໃໝ່ ທີ່ຄ່ອຍໆກໍ່ຕົວຂຶ້ນໃນຊີວິດ

ຢ່າງໃດກໍ່ຕາມ, ຄຽງຄູ່ກັບບັນດາຜົນງານທີ່ເປັນພື້ນຖານນັ້ນ, ຫວຽດນາມກໍ່ປະເຊີນກັບຄວາມຫຍຸ້ງຍາກ ແລະ ຂໍ້ຈຳກັດຫຼາຍຢ່າງ ເຊິ່ງຕ້ອງແກ້ໄຂຜ່ານຜ່າຢ່າງໄວ ໃນເວລາຕໍ່ໜ້ານີ້. ນັ້ນແມ່ນ: ສິ່ງແວດລ້ອມທາງວັດທະນະທຳຖືກມົນລະພິດ ແລະ ມີການຜັນປ່ຽນຢ່າງສັບສົນ. ຄຸນນະພາບຂອງການສ້າງຄຸນຄ່າທາງວັດທະນະທຳໃໝ່ ຍັງຖືກຈຳກັດ, ຜົນງານແລະບົດປະພັນທີ່ມີຄຸນຄ່າທາງແນວຄິດ ສິລະປະ ວິທະຍາສາດນັ້ນ ຍັງບໍ່ທັນສູງ. ປະສິດທິພາບແລະປະສິດທິຜົນຂອງການຄຸ້ມຄອງວັດທະນະທຳ ຍັງຖືກຈຳກັດໃນຫຼາຍດ້ານ, ບໍ່ທັນກັບການພັດທະນາ. ການຫັນແຜນນະໂຍບາຍ ທັດສະທະຂອງພັກເປັນນິຕິກຳ ເປັນຮູບປະທຳ ຍັງຊ້າແລະບໍ່ຄົບຊຸດ. ຖັນແຖວພະນັກງານນຳພາ, ຄຸ້ມຄອງວັດທະນະທຳໃນຂັ້ນຕ່າງໆ ບໍ່ທັນສົມຄູ່ກັບຄວາມຕ້ອງການ, ໜ້າທີ່ໃນໄລຍະໃໝ່. ຊັບພະຍາກອນທີ່ລົງທຶນພັດທະນາວັດທະນະທຳ ຍັງມີຈຳກັດ, ການລົງທຶນກະແຈກກະຈາຍ, ປະສິດທິຜົນຕ່ຳ. ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ເວົ້າ​ວ່າ: ຈຸດ​ອ່ອນ ​ແລະ ຂໍ້​ຂາດ​ຕົກ​ບົກພ່ອງ​ໃນ​ຂົງ​ເຂດ​ກໍ່ສ້າງ​ວັດທະນະທຳ ​ແລະ ຜູ້ຄົນຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ ​ໄດ້​ກໍ່ໃຫ້ເກີດ​ຜົນ​ສະທ້ອນ ​ແລະ ການກະທົບ​ບໍ່​ດີ ​ຕໍ່​ການ​ພັດທະນາ​ເສດຖະກິດ - ສັງຄົມ, ຕໍ່ການສ້າງຜູ້ຄົນ​ແລະສິ່ງ​ແວດ​ລ້ອມ​ທາງວັດທະນະທຳ​ ຂອງ​ພວກ​ເຮົາ(8)

ແຜນນະໂຍບາຍ ແລະ ທິດທາງຂອງພັກຕ້ອງໄດ້ຮັບການຫັນເປັນນິຕິກຳ, ເປັນຮູບປະທຳໃນນະໂຍບາຍ, ກົດໝາຍວ່າດ້ວຍວັດທະນະທຳທີ່ເຕັມໄປດ້ວຍການປະຕິບັດຈິງ ແລະ ມີວິໄສທັດກ້ວາງໄກ, ຜ່ານ​ນັ້ນ ​ທຳລາຍ​ບັນດາ​ສິ່ງ​ກີດຂວາງ, ຊຸກຍູ້​ການ​ປະດິດ​ສ້າງ, ປົດ​ປ່ອຍ​ກຳລັງການຜະລິດ ​ແລະ ຄວາມ​ສາມາດໃນການແຂ່​ງຂັນ, ສ້າງ​​ແຮງຜັກດັນທີ່ຍິ່ງ​ໃຫຍ່​ ໃຫ້​ແກ່​ການ​ພັດທະນາ​ວັດທະນະທຳ ຫວຽດນາມ.

ໃນເວລາທີ່ຈະມາເຖິງນີ້, ແນວທາງ ແຜນນະໂຍບາຍຂອງພັກກ່ຽວກັບການສ້າງແລະພັດທະນາວັດທະນະທຳ ແລະ ຜູ້ຄົນຫວຽດນາມ, ໂດຍສະເພາະ ບັນດາທັດສະນະທີ່ລະບຸໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີ່ 13 ຂອງພັກກອມມູນິດຫວຽດນາມວ່າດ້ວຍການສ້າງແລະພັດທະນາວັດທະນະທຳ ແລະ ຜູ້ຄົນຫວຽດນາມນັ້ນ ຕ້ອງໄດ້ຮັບການຊາບຊຶມຢ່າງເລິກເຊິ່ງ ຄົບຖ້ວນຕໍ່ໄປ. ຕາມນັ້ນ, ກຳນົດຢ່າງຈະແຈ້ງວ່າ ການສ້າງແລະພັດທະນາວັດທະນະທຳ ແລະ ຜູ້ຄົນຫວຽດນາມ ແມ່ນໜ້າທີ່ຈຸດໜັກໃຈກາງ; ຍູ້ແຮງການຄົ້ນຄວ້າ, ການກຳນົດ ແລະ ການຈັດຕັ້ງປະຕິບັດ ລະບົບຄຸນຄ່າແຫ່ງຊາດ, ລະບົບຄຸນຄ່າວັດທະນະທຳ, ລະບົບຄຸນຄ່າຄອບຄົວ ແລະ ລະບົບມາດຕະຖານຄົນຫວຽດນາມໃນຍຸກໃໝ່. ການເຊື່ອມ​ໂຍງ​ເປົ້າ​ໝາຍ​ ແລະ ໜ້າທີ່ການ​ພັດທະນາ​ວັດທະນະທຳ ​ແລະ ການພັດທະນາ​ຜູ້ຄົນ ເຂົ້າກັບ​ເປົ້າ​ໝາຍ ​ແລະ ໜ້າທີການ​ພັດທະນາ​ເສດຖະກິດ - ສັງຄົມ ຂອງ​ແຕ່ລະຂະແໜງການ, ​ເຂດ ​ແລະ ທ້ອງ​ຖິ່ນ, ​ແຕ່ລະ​ອົງການ, ຫົວໜ່ວຍ.  

ບັນດາເນື້ອໃນທີ່ໄດ້ຮັບຄວາມສົນໃຈມີດັ່ງນີ້:

ກ່ອນອື່ນໝົດຍູ້ແຮງການຫັນແນວທາງ ທັດສະນະ ແຜນນະໂຍບາຍຂອງພັກກ່ຽວກັບວັດທະນະທຳ ເປັນນິຕິກຳໃນກົດໝາຍ ແລະ ນະໂຍບາຍສະເພາະ ທີ່ເປັນໄປໄດ້. ສ້າງຄວາມຄິດ, ວິທີການຄຸ້ມຄອງວັດທະນະທຳ ເພື່ອລວມປະສິດທິພາບທາງສັງຄົມ ເຂົ້າກັບປະສິດທິພາບທາງເສດຖະກິດ ດ້ວຍເປົ້າໝາຍສູງສຸດຄື ການຮັບໃຊ້ຜົນປະໂຫຍດຂອງຊຸມຊົນ ແລະ ຜູ້ຄົນ. ປັບປຸງນະໂຍບາຍເສດຖະກິດວັດທະນະທຳໃຫ້ສົມບຸນ, ປະຕິບັດບັນດາມາດຕະການພື້ນຖານ ເພື່ອພັດທະນາຕະຫຼາດວັດທະນະທຳຢ່າງດີ ແລະ ພັດທະນາອຸດສາຫະກຳວັດທະນະທຳ. ສູ້​ຊົນ​ມີ​ບັນດາ​ຜະລິດ​ຕະພັນ​ວັດທະນະທຳ​ທີ່​ມີ​ຄຸນຄ່າ​ດ້ານ​ສິລະ​ປະ​ສູງ ​ແລະ ມີ​ແຮງຈູງໃຈ​ຢ່າງ​ໃຫຍ່​ຫຼວງ, ​ປຸກລະດົມ​ການປ່ຽນແປງໃໝ່​ ກໍ່ສ້າງ​ປະ​ເທດ​ຊາດ ແລະ ​ເຜີຍ​ແຜ່​ບັນດາ​ຄຸນຄ່າ​ອັນ​ດີງາມ​ຂອງ​ພັກ, ປະ​ເທດ ​ແລະ ປະຊາຊົນຫວຽດນາມ.    

ທີສອງສືບຕໍ່ຍົກສູງປະສິດທິພາບແລະປະສິດທິຜົນ ການຄຸ້ມຄອງລັດ ກ່ຽວກັບວັດທະນະທຳ ໂດຍສຸມໃສ່ການຫັນແຜນນະໂຍບາຍ ແລະ ທັດສະທະຂອງພັກ ເປັນໂຄງການ, ແຜນງານສະເພາະ ທີ່ແທດເໝາະກັບພາກປະຕິບັດ. ປ່ຽນແປງໃໝ່ແບບວິທີການນຳພາ ຄຸ້ມຄອງຢ່າງບໍ່ຢຸດຢັ້ງ ຕໍ່ພາລະກິດການພັດທະນາວັດທະນະທຳ, ກຳນົດ ແລະ ປະຕິບັດຍຸດທະສາດ ແລະ ມາດຕະການນຳພາ ຄຸ້ມຄອງຢ່າງປະດິດສ້າງ ແລະມີປະສິດທິຜົນ, ເໝາະ​ສົມກັບ​ແຕ່​ລະ​ກຸ່ມ​ເປົ້າ​ຫມາຍ​, ຂົງເຂດ, ພື້ນທີ່ ແລະ ພູມີພາກ. ຜັນຂະຫຍາຍການສ້າງ ແລະ ປະຕິບັດວັດທະນະທຳດິຈິຕອນ, ຕິດພັນກັບການ​ຫັນ​ເປັນ​ດິ​ຈິ​ຕອນ​ແຫ່ງ​ຊາດ​ 

ທີສາມເສີມຂະຫຍາຍແຫຼ່ງຊັບພະຍາກອນ​ວັດທະນະທຳ​ຢ່າງຮອບດ້ານ​ແລະ ຄົບ​ຖ້ວນ, ​ໃນ​ນັ້ນ​ມີ​ແຫຼ່ງຊັບພະຍາກອນ​ມະນຸດ, ຊັບພະຍາກອນການ​ເງິນ, ທຶນ​ງົບປະມານ​ແຫ່ງ​ລັດ ​ແລະ ເງິນທຶນ​​ຈາກ​ຂະ​ບວນການຫັນເປັນ​ສັງຄົມ, ການ​ປະກອບສ່ວນ​ຂອງ​ປະຊາ​ຄົມ​ວິ​ສາ​ຫະກິດ, ອົງການ ​ແລະ ບຸກຄົນ​ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ທີ່ເຂົ້າ​ຮ່ວມ​ໃນການ​ພັດທະນາ​ວັດທະນະທຳ. 

ສຳລັບ​ແຫຼ່ງຊັບພະຍາກອນ​ມະນຸດ, ຕ້ອງເອົາໃຈໃສ່ເຖິງວຽກງານການວາງແຜນ, ການຝຶກອົບຮົມ ແລະ ບຳລຸງສ້າງ ຖັນແຖວນັກຂຽນ, ສິລະປິນ, ຜູ້ມີຄວາມເກ່ງກ້າສາມາດດ້ານສິລະປະຂອງປະເທດ; ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ຖັນແຖວນັກຂຽນ, ສິລະປິນເຄື່ອນໄຫວ ແລະ ເສີມຂະຫຍາຍຄວາມຄິດສ້າງສັນທາງ​ສິລະ​ປະ, ສ້າງ​ຜົນງານ​ທີ່​ມີ​ຄຸນ​ນະພາ​ບສູງ. ສ້າງ​ນະ​ໂຍ​ບາຍ​ກ່ຽວ​ກັບ​ການ​ຝຶກ​ອົບ​ຮົມ ແລະ ນຳໃຊ້​ພະ​ນັກ​ງານ​ວັດ​ທະ​ນະ​ທຳ​ ທີ່​ເໝາະສົມ ແລະ ມີ​ຄຸນ​ວຸດ​ທິ​ວິ​ຊາ​ຊີບ​ສູງ, ມີ​ຄວາມ​ສາ​ມາດ​​ໃນ​ທຸກ​ຂັ້ນ.    

ສຳລັບຊັບພະຍາກອນການ​ເງິນ, ຕ້ອງສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ ແລະ ສິ່ງຄົງຄ້າງທາງດ້ານກົນໄກ, ນະໂຍບາຍການລົງທຶນດ້ານສິ່ງອຳນວຍຄວາມສະດວກ ແລະ ເງິນທຶນ ສຳລັບກິດຈະກຳທາງວັດທະນະທຳ. ເພີ່ມການລົງທຶນໃນວັດທະນະທຳ ແລະ ປ່ຽນແປງໃໝ່ກົນໄກການລົງທຶນ, ເພີ່ມ​ທະ​ວີ​ການ​ດຶງ​ດູດ​ແຫຼ່ງ​ທຶນ​ຈາກ​ບັນດາ​ຂະ​ແໜງ​ການແລະຂົງເຂດທີ່​ແຕກ​ຕ່າງ​ກັນ ເພື່ອ​ພັດ​ທະ​ນາ​ວັດ​ທະ​ນະ​ທໍາ​. ສຸມ​ໃສ່​ກໍ່ສ້າງ​ກິດຈະການ​ວັດທະນະທຳ-ສິລະ​ປະ​ທີ່​ສຳຄັນຈຳນວນໜຶ່ງ, ລົງທຶນ​ພັດທະນາ​ໂຮງຮຽນ​ວັດທະນະທຳແລະສິລະ​ປະ, ​ໂດຍ​ສຸມ​ໃສ່​ບັນດາ​ຂະ​ແໜງ​ການທີ່​ຍາກ, ຫາ​ຍາກ, ຍອດສູງ​ສຸດ ແລະ ດັ້ງເດີມ​ໃນ​ທົ່ວ​ປະ​ເທດ ​ຕາມ​ທ່າ​ອ່ຽງ​ໃໝ່, ວິທະຍາສາດ​ ທັນ​ສະ​ໄໝ, ເໝາະ​ສົມ​ກັບລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ. ປະຕິບັດ​ນະ​ໂຍບາຍ​ຫັນ​ເປັນ​ສັງຄົມຢ່າງປະດິດສ້າງ, ລະດົມ​ແຫຼ່ງ​ເງິນ​ລົງທຶນ​ພັດທະນາ​ວັດທະນະທຳ ສ້າງຜູ້ຄົນໃໝ່, ປົກ​ປັກ​ຮັກສາ ​ແລະ ເສີມຂະຫຍາຍ​ຄຸນຄ່າ​ມໍລະດົກ​ວັດທະນະທຳ.

ຄຽງຄູ່ກັບບັນດາແຫຼ່ງຊັບພະຍາກອນພາຍໃນປະເທດ, ຕ້ອງເປັນເຈົ້າການໃນການເຊື່ອມໂຍງສາກົນທາງດ້ານວັດທະນະທຳ, ຮັບເອົາແກ່ນສານທາງວັດທະນະທຳຂອງມະນຸດຊາດ, ເຮັດໃຫ້ວັດທະນະທຳຫວຽດນາມອຸດົມສົມບູນຂຶ້ນຕື່ມ. ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ຊາວຫວຽດນາມຢູ່ຕ່າງປະເທດ, ບັນດາອົງການຈັດຕັ້ງສາກົນ ລົງທຶນທາງປັນຍາ ແລະ ເງິນທຶນ ເພື່ອພັດທະນາວັດທະນະທໍາ. 

​ຕໍ່ໜ້າ​ຄວາມ​ຮຽກຮ້ອງ​ຕ້ອງການຂອງ​ຊີວິດ ​ແລະ ການພັດທະນາ​ປະ​ເທດ​ໃຫ້ຈະເລີນຮຸ່ງເຮືອງ ແລະ ມີ​ຄວາມ​ຜາ​ສຸກນັ້ນ, ວັດທະນະທຳຕ້ອງ​ເຄື່ອນ​ໄຫວ​ຢ່າງ​ແຂງ​ແຮງ ​ເພື່ອ​ປະຕິບັດ​ພາລະກິດ ສ່ອງ​​ທາງ​ໃຫ້​ປະ​ເທດ​ຊາດ”, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ປະ​ເທດ​ຢ່າງ​ວ່ອງ​ໄວ ແລະ ຍືນຍົງ. ດັ່ງ​ນັ້ນ, ການ​ພັດທະນາ​ວັດ​ທະ​ນະ​ທຳ​ຂອງ​ຊາດໃຫ້ຮຸ່ງເຮືອງຈຶງເປັນທັງ​ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ ແລະ ໜ້າທີ່​ການ​ເມືອງ​ທີ່​ຮີບ​ດ່ວນ​ໃນ​ປັດ​ຈຸ​ບັນ./.  

--------------------------

(1) ໂຮຈີມິນນິພົນຄົບຊຸດສພຈ ການເມືອງແຫ່ງຊາດ ສື້ເຖິດ, ຮ່າໂນ້ຍ, 2011, ເຫຼັ້ມ 3, ໜ້າ 458

(2) ມະຕິສະບັບເລກທີ 03-NQ/TW, ລົງວັນທີ 16 ກໍລະກົດ 1998, ຂອງກອງປະຊຸມສູນກາງພັກຄັ້ງທີ 5 ສະໄໝທີ 8, “ວ່າດ້ວຍການສ້າງແລະພັດທະນາວັດທະນະທຳຫວຽດນາມທີ່ກ້າວໜ້າ ແລະ ເຂັ້ມຂົ້ນໄປດ້ວຍເອກະລັກປະຈຳຊາດ

(3) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11, ສພຈ ການເມືອງແຫ່ງຊາດ ສື້ເຖິດ, ຮ່າໂນ້ຍ, 2011, ໜ້າ 75-76.

(4) ມະຕິສະບັບເລກທີ 33-NQ/TW, ລົງວັນທີ 9 ມິຖຸນາ 2014, ຂອງກອງປະຊຸມສູນກາງພັກຄັ້ງທີ 9 ສະໄໝທີ 11, “ວ່າດ້ວຍການສ້າງແລະພັດທະນາວັດທະນະທຳ, ຜູ້ຄົນຫວຽດນາມ ເພື່ອຕອບສະໜອງຄວາມຕ້ອງການພັດທະນາປະເທດແບບຍືນຍົງ

(5), (6), (7) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ສພຈ ການເມືອງແຫ່ງຊາດ ສື້ເຖິດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 110, 215-216, 262.

(8) ເບິ່ງ: ຫງວຽນ ຝູ ຈ້ອງ: “ອອກແຮງກໍ່ສ້າງ, ຮັກສາ ແລະ ເສີມຂະຫຍາຍ ບັນດາຄຸນຄ່າອັນເປັນເອກະລັກຂອງວັດທະນະທໍາຫວຽດນາມ ທີ່ກ້າວໜ້າ ແລະ ເຂັ້ມຂົ້ນໄປດ້ວຍເອກະລັກປະຈຳຊາດ, ວາລະສານກອມມູນິດ, ສະບັບທີ 979, ເດືອນທັນວາ 2021, ໜ້າ 9.

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1006 (ເດືອນມັງກອນ 2023)