ວກ. - ໂຄງຮ່າງກ່ຽວກັບວັດທະນະທຳຫວຽດນາມ ເປັນໂຄງຮ່າງທຳອິດຂອງພັກກອມມູນິດຫວຽດນາມກ່ຽວກັບວັດທະນະທຳ ເຊິ່ງບໍ່ພຽງແຕ່ສ້າງລະບົບວັດທະນະທຳໃໝ່ເທົ່ານັ້ນ ແຕ່ຍັງສະແດງໃຫ້ເຫັນເຖິງລັກສະນະສູ້ຮົບທີ່ແຂງແຮງຕາມທິດນຳທີ່ວ່າ ທຸກ​ສິ່ງ​​ຢ່າງ​ທີ່ຕ້ານ​ຊາດ, ຝືນ​ວິທະຍາສາດ, ຕ້ານມະຫາຊົນ ແມ່ນ​ຕ້ອງ​ຕໍ່ສູ້. ຄຸນຄ່າທາງທິດສະດີແລະພຶດຕິກຳຂອງໂຄງຮ່າງກ່ຽວກັບວັດທະນະທຳຫວຽດນາມ ສືບຕໍ່ສ່ອງແສງສະຫວ່າງໃຫ້ແກ່ການຕໍ່ສູ້ ເພື່ອປົກປ້ອງຮາກຖານແນວຄິດຂອງພັກ ແລະ ປະຕິເສດທັດສະນະທິ່ຜິດແລະບໍ່ເປັນມິດ ກ່ຽວກັບວັດທະນະທຳແລະສິລະປະ ໃນສະພາບການປະຈຸບັນ.
ແນວຄິດທາງວັດທະນະທໍາທີ່ຍິ່ງໃຫຍ່ມັກຈະເກີດໃນ “ຄືນກ່ອນ” ຂອງການປະຕິວັດ,  ເປັນການ​ບຸກທະລຸ​ທີ່​ສຳຄັນ​ໃນ​ການ​ປົດ​ປ່ອຍ​ວັດທະນະ​ທຳ ​ແລະ ສິລະ​ປະ​ຈາກ​ການ​ກັກຂັງ​ຂອງ​ແນວ​ຄິດ​ອະນຸລັກ​ນິຍົມແລະຄວາມຄິດທີ່ຫຼ້າຫຼັງ, ສ່ອງ​ແສງ​ໃຫ້​ເຫັນສິ່ງ​ໃໝ່, ສ້າງ​ຈິດ​ສຳນຶກແລະອຸດົມ​ການສຳລັບການ​ປະຕິວັດ​ສັງຄົມ. ການເປີດທາງໃຫ້ສິ່ງໃໝ່ແລະສິ່ງກ້າວໜ້າເກີດຂຶ້ນແລະພັດທະນານັ້ນ ຮຽກຮ້ອງໃຫ້ແນວຄິດແລະທິດສະດີທາງວັດທະນະທຳຕ້ອງສະແດງຈິດໃຈຕໍ່ສູ້ຕ້ານກັບຄວາມຊົ່ວ, ຄວາມໂຫດຮ້າຍ, ຄວາມຫຼ້າຫຼັງ ແລະ ການຖົດຖອຍ. ​ໂຄງຮ່າງກ່ຽວກັບ​ວັດທະນະທຳ​ຫວຽດນາມ (1) (ຕໍ່​ໄປ​ນີ້ຈະ​ເອີ້ນ​ວ່າ ໂຮງຮ່າງ)​ ກຳເນີດເກີດ​ຂຶ້ນ​ໃນ​ສະພາບ​ການ​ຕໍ່ສູ້​ເພື່ອປົດ​ປ່ອຍ​ຊາດ​ທີ່​ມີ​ການ​ປ່ຽນ​ແປງ​ຢ່າງ​ວ່ອງ​ໄວ, ມັນບໍ່​ພຽງ​ແຕ່​ມີຈຸດມຸ່ງໝາຍເພື່ອ​ສ້າງ​ວັດ​ທະ​ນະ​ທຳ​ປະ​ຕິ​ວັດ​ເທົ່າ​ນັ້ນ ແຕ່​ຍັງລວມເອົາ​ຈິດ​ໃຈ​ຕໍ່​ສູ້​ຕ້ານ​ນະ​ໂຍ​ບາຍ​ວັດ​ທະ​ນະ​ທໍາ​ຂອງລັດທິລ່າເມືອງຂຶ້ນແລະລັດທິຟາດຊິດ, ຕ້ານແນວຄິດຫຼືທິດສະດີປະຕິກິລິຍາ ແລະ ກະແສສິລະປະທີ່ບໍ່ເປັນປະໂຫຍດຕໍ່ພາລະກິດການປະຕິວັດແລະ ການປົດປ່ອຍຊາດໃນເວລານັ້ນ.

ປະທານໂຮ່ຈີມິນ ກັບບັນດາຜູ້ແທນທີ່ມາຮ່ວມກອງປະຊຸມໃຫຍ່ສິລະຫະທົ່ວປະເທດຄັ້ງທີ 3, ປີ 1962 _ແຫຼ່ງ: hochiminh.vn

1. ໂຄງຮ່າງ ກຳເນີດເກີດຂຶ້ນໃນປີ 1943 ເມື່ອການຕໍ່ສູ້ປົດປ່ອຍຊາດຂອງປະຊາຊົນຫວຽດນາມກໍາລັງກ້າວສູ່ຂັ້ນຕອນການກະກຽມໂດຍກົງ ສຳລັບການຕໍ່ສູ້ຢຶດອຳນາດການປົກຄອງ. ພວກລ່າເມືອງຂຶ້ນຝຣັ່ງ ແລະ ຟາດຊິດຍີ່ປຸ່ນ ໄດ້ພະຍາຍາມເກ້ຍກ່ອມ ແກ່ດຶງປັນຍາຊົນ, ນັກຂຽນ ແລະ ສິລະປິນ, ດຳເນີນນະໂຍບາຍເບື່ອເມົາທາງອຸດົມການ, ທໍາລາຍວັດທະນະທໍາຂອງຊາດ ດ້ວຍການຕໍ່ຕ້ານທີ່ເຂັ້ມຂົ້ນ ແລະ ກົນອຸບາຍອັນເລິກແລບແນບນຽນ ທີ່ຫວັງຈະ​ເຮັດ​ໃຫ້​ການ​ຕໍ່​ສູ້​ປົດ​ປ່ອຍ​​ຊາດຂອງປະຊາຊົນຫວຽດນາມ​ອ່ອນ​ແອ​ລົງ. ຕໍ່ໜ້ານະໂຍບາຍດັ່ງກ່າວຂອງຝຣັ່ງແລະຍີ່ປຸ່ນນັ້ນ, ປັນຍາຊົນແລະຊາວໜຸ່ມຫວຽດນາມເວົ້າລວມ ແລະ ໂດຍສະເພາະສິລະປິນ ໄດ້ຖືກແບ່ງແຍກອອກເປັນຫຼາຍພາກສ່ວນ: ພາກສ່ວນໜຶ່ງ ມີຄວາມຄິດເຄິ່ງໆກາງໆ ເມີນເສີຍກັບການເວລາ, ຝັງຫົວຢູ່ໃນ “ຫໍຄອຍງາຊ້າງສິລະປະ”, ຫຼີກເວັ້ນຄວາມຮັບຜິດຊອບທາງສັງຄົມຂອງນັກຂຽນ; ຄົນຈຳນວນໜຶ່ງຖືກດຶງດູດເຂົ້າໃນການຈັດຕັ້ງ ແລະ ກິດຈະກໍາຕ່າງໆ ທີ່ຝຣັ່ງແລະຍີ່ປຸ່ນຕັ້ງຂຶ້ນ, ໂດຍລືມພາລະກິດກອບກູ້ປະເທດ, ບາງຄົນເຖິງກັບມຸ່ງໝັ້ນທີ່ຈະເຮັດວຽກເປັນນັກຂຽນ ເປັນລູກແຫຼ້ງຕີນມືຂອງພວກເຂົາ; ພາກສ່ວນໜຶ່ງທີ່ບໍ່ໜ້ອຍ ມີ​ນ້ຳ​ໃຈ​ຮັກ​ຊາດ, ຕ້ານ​ຝຣັ່ງແລະຍີ່​ປຸ່ນ, ເຫັນ​ອົກ​ເຫັນ​ໃຈອົງການ​ຫວຽດມິນ. ມະຕິຂອງຄະນະປະຈຳສູນກາງພັກໃນເດືອນກຸມພາປີ 1943 ຊີ້ອອກຢ່າງຈະແຈ້ງວ່າ: “ວັດທະນະທຳຖືກກົດໜີບທີ່ສຸດ, ສິ່ງໃດກໍ່ຕາມທີ່ມີຈຸດປະສົງເຜີຍແຜ່ ແລະ ສ້າງຄວາມບັນເທິງໃຫ້ແກ່ສາທາລະນະຊົນ ລ້ວນແຕ່ຖືກກວດຫ້າມ. ບັນດານັກຂຽນຫົວກ້າວໜ້າຖືກຄຸມຂັງ ຫຼືຖືກຂົ່ມຂູ່. ແຕ່ກຸ່ມນັກຂຽນທີ່ເລຍສົ້ນເກີບຂອງລ່າເມືອງຂຶ້ນຝຣັ່ງ, ໄດ້ຮັບເງິນອຸດໜູນໃນການພິມໜັງສືພິມ, ກ່າວຄຳປະຈົບປະແຈງຍີ່ປຸ່ນ​ແລະຝຣັ່ງ, ຍ້ອງຍໍສັນລະເສີນປະເພນີສັກດິນາທີ່​ຖອຍຫຼັງ(2). ມະຕິຂອງຄະນະປະຈຳສູນກາງພັກກຳນົດວ່າ: “ເພື່ອດຳເນີນກິດຈະກຳວັດທະນະທຳພັກ​ຕ້ອງ​ສົ່ງ​ພະນັກງານ​ວິຊາ​ຊີບ​ໄປ​ເຮັດ​ວຽກ​ງານ​ວັດທະນະທຳ, ​ເຮັດ​ໃຫ້​ຂະ​ບວນການ​ວັດທະນະທຳ​ກ້າວໜ້າ, ວັດທະນະທຳ​ກູ້​ຊາດ​ຕ້ານ​ລັດທິ​ຟາດ​ຊິດທີ່​ຖອຍຫຼັງ. ຢູ່ໃນບັນດາຕົວເມືອງວັດທະນະທຳເຊັ່ນ ຮ່າໂນ້ຍ, ໄຊງ່ອນ, ເຫວ ແລະອື່ນໆ ຕ້ອງຈັດຕັ້ງອົງການວັດທະນະທຳກູ້ຊາດ ແລະ ຕ້ອງໃຊ້ບັນດາຮູບການເປີດເຜີຍ ຫຼືເຄິ່ງເປີດເຜີຍ ​ເພື່ອ​ເຕົ້າ​ໂຮມ​ບັນດາ​ນັກ​ວັດທະນະທຳ ​ແລະ ປັນຍາ​ຊົນ (ຕົວຢ່າງເຊັ່ນ ສາມາດຈັດ​ກຸ່ມ ວັດ​ທະ​ນະ​ທຳນຳໜ້າ”, “ກຸ່ມ​ຄົ້ນຄວ້າ​ລັດ​ທິມາກ”, “ກຸ່ມ​ຄົ້ນ​ຄ້ວາ​ປະຫວັດສາດ​ຫວຽດນາມ””(3).

ໂດຍໄດ້ຮັບແສງສະຫວ່າງຈາກຈິດໃຈດັ່ງກ່າວ, ການຕໍ່ສູ້ໃນຂົງເຂດແນວຄິດ ແລະ ວັດທະນະທຳກາຍເປັນແນວຮົບທີ່ຮ້ອນແຮງ, ກ່ຽວຂ້ອງໂດຍກົງ​ເຖິງພາລະກິດ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດທັງໝົດ. ການສ້າງລະບົບວັດທະນະທຳໃໝ່ ແລະ ການຕໍ່ສູ້ກັບນະໂຍບາຍວັດທະນະທຳ​ອາ​ນາ​ນິ​ຄົມ​ແລະປະ​ຕິການ ​ກາຍ​ເປັນ​ສອງດ້ານ​ຂອງ​ການ​ປະ​ຕິ​ວັດ​ວັດ​ທະ​ນະ​ທໍາ ທີ່ມີ​ການ​ພົວ​ພັນ​ຊຸກຍູ້​ເຊິ່ງ​ກັນ​ແລະ​ກັນ​. ຈະບໍ່ສາມາດສ້າງລະບົບວັດທະນະທຳໃໝ່ໄດ້ ຖ້າບໍ່ເລີ່ມຕົ້ນດ້ວຍການຕໍ່ສູ້, ເຜີຍແບນະໂຍບາຍວັດທະນະທຳປະຕິການ ຂອງອານານິຄົມແລະຟາດຊິດ ທີ່ແຜ່ເຊື້ອແລະສົ່ງເສີມແນວຄິດທີ່ຫຼ້າຫຼັງ, ເຊື່ອໂຊກລາງ, ເບື່ອເມົາຈິດໃຈຂອງປະຊາຊົນຂອງພວກເຮົາ. ການຕໍ່ສູ້ກັບບັນດາແນວຄິດແລະນະໂຍບາຍວັດທະນະທຳອານານິຄົມ, ການເຜີຍແບທາດແທ້ປະຕິການ​, ​ລັກສະນະ​ອັນຕະລາຍ ​ແລະ ເປັນ​ພິດ​ຂອງ​ມັນ ໄດ້​ກາຍ​ເປັນໜ້າທີ່​ອັນ​ຮີບ​ດ່ວນ​ໃນ​ການ​ປະຕິວັດ​ວັດທະນະທຳ. ດັ່ງນັ້ນ, ກ່ຽວກັບສາເຫດຂອງການກຳເນີດ, ເນື້ອ​ໃນ​ຂອງໂຄງຮ່າງ ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງຈິດ​ໃຈ​ຕໍ່​ສູ້​ຢ່າງ​ແຂງ​ແຮງກັບ​ແນວ​ຄິດ​ປະຕິ​ກິ​ລິ​ຍາ ​ແລະ ​ນະ​ໂຍ​ບາຍ​ວັດ​ທະ​ນະ​ທຳ​ ຂອງ​ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ, ຟາດຊິດຍີ່​ປຸ່ນ ແລະ​ ພວກລູກມືສັກດິນາຂອງມັນ. 

2. ໂຄງຮ່າງ ໄດ້ເຜີຍແບທາດແທ້ປະຕິການໃນນະໂຍບາຍວັດທະນະທຳຂອງ​ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງແລະຟາດຊິດຍີ່​ປຸ່ນ, ທີ່ຜິປອງທຳລາຍລະບົບວັດທະນະທຳແຫ່ງຊາດ, ເບື່ອເມົາປະຊາຊົນຫວຽດນາມ, ກ່ອມນອນ ປັນຍາຊົນ ນັກວັດນາຄະດີ ແລະ ສິລະປິນ, ຫວັງເຮັດໃຫ້ພວກເຂົາຫຼົງລືມຄວາມຮັບຜິດຊອບສັງຄົມຂອງຜູ້ກຳປາກກາ ໃນພາລະກິດການກອບກູ້ປະເທດ, ປົດປ່ອຍຊາດ. ໂຄງຮ່າງ ກຳນົດ​ຫຼັກ​ການ ຫັນເປັນປະ​ຊາ​ຊາດ”, “ຫັນເປັນມະ​ຫາ​ຊົນ”, “ຫັນເປັນວິ​ທະ​ຍາ​ສາດໃນ​ຂະ​ບວນ​ການ​ຕໍ່​ສູ້​ທາງແນວຄິດ​ແລະທິດ​ສະ​ດີ​ວັດ​ທະ​ນະ​ທຳ.    

​ໃນ​ສະພາບ​ການຂອງຂະບວນການ​ປົດ​ປ່ອຍ​ຊາດ​ນັບ​ມື້​ນັບ​ເພີ່ມ​ຂຶ້ນນັ້ນ, ຝຣັ່ງ​ແລະຍີ່​ປຸ່ນມີຄວາມວິຕົກ​ກັງວົນຫຼາຍຂຶ້ນເທົ່າໃດ ພວກເຂົາກໍ່ຍິ່ງ​ຫາ​ວິທີ​ຮັບ​ມືຫຼາຍຂຶ້ນ ​ເພີ່ມ​ທະວີ​ການ​ນຳ​ໃຊ້​ເຄື່ອງມືທາງ​ດ້ານແນວຄິດແລະວັດທະນະທຳ, ພະຍາຍາມຫັນປ່ຽນ ບິດເບືອນຄວາມຄິດເຫັນສາທາລະນະ, “ກ່ອມນອນປະຊາຊົນ, ດຳເນີນການຜັນແຍກ ດຶງດູດປັນຍາຊົນ ນັກຂຽນ ແລະ ສິລະປິນທີ່ຍັງລັ່ງເລໃຈ, ສັບສົນ ແລະ ປຶກຕັນຕໍ່ໜ້າການເວລາ. ຄວາມເຂັ້ມຂົ້ນຂອງການໃຊ້ເຄື່ອງມືທາງ​ດ້ານແນວຄິດແລະວັດທະນະທຳນັ້ນ ໄດ້ລະບຸໄວ້ຢ່າງຊັດເຈນໃນໂຄງຮ່າງ ທັງໃນການປາບປາມແລະການຫ້າມນັກວັດທະນະທຳທີ່ກ້າວໜ້າ ແລະ ການຈັດຕັ້ງສະຖານທີ່ເຜີຍແຜ່ຜະລິດຕະພັນທາງວັດທະນະທຳແລະກິລາ, ຈັດ​ຕັ້ງ​ການ​ວາງ​ສະ​ແດງ​, ການ​ບັນ​ຍາຍ​, ສະແດງລະ​ຄອນ​, ການ​ສາຍ​ຮູບ​ເງົາ​, ການ​ແລກ​ປ່ຽນ​ນັກ​ສຶກ​ສາ​ຕ່າງຊາດ.

ຖ້າຢູ່ໃນລະບອບອານານິຄົມ, ການເຜີຍແຜ່ແນວຄິດປະຕິການແມ່ນແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍແລະສອດຫ້ອຍຕະຫຼອດ, ມາໃນສະພາບຂອງອຳນາດການປົກຄອງອານານິຄົມຟາດຊິດ, ລັກສະນະປະຕິການສຸດຂົ້ວກໍ່ໄດ້ຖືກເປີດເຜີຍຫຼາຍຂຶ້ນ. ການປູກຝັງຄວາມຄິດ “ມະຫາອາຊີຕາເວັນອອກ” ຂອງຟາດຊິດຍີ່ປຸ່ນ ຫຼື ການສົ່ງເສີມຄວາມຄິດລຶກລັບ ຄວາມສົງໄສ ແລະ ຫວ່ານ​ຄວາມ​ບໍ່​ຫວັງ​ດີ​ໃນໝູ່​ປະຊາຊົນ ຂອງພວກລ່າເມືອງຂຶ້ນຝຣັ່ງ ກໍ່ບໍ່ແຕກຕ່າງຈາກການວາງ “ຢາພິດທາງຈິດວິນຍານ” ເຂົ້າໄປໃນຈິດໃຈຂອງຜູ້ຄົນ. ອັນຕະລາຍຂອງພວກຟາດຊິດຍີ່ປຸ່ນ ແມ່ນການສວຍໃຊ້ຄວາມກຽດຊັງຂອງປະຊາຊົນຫວຽດນາມ ແລະ ຈິດໃຈຕໍ່ຕ້ານຝະລັ່ງ ເພື່ອແນະນຳທິດສະດີ ອ້າຍໃຫຍ່ຜິວເຫຼືອງແລະ ການໂຄສະນາເຜີຍແຜ່ “ລັດທິອາຊີຕາເວັນອອກທີ່ຍິ່ງໃຫຍ່”, ເຮັດ​ໃຫ້​ປະຊາຊົນ​ຫຼາຍ​ຄົນເຂົ້າໃຈ​ຜິດ​ວ່າ ຍີ່ປຸ່ນ​ແມ່ນ ຜູ້​ກອບກູ້ສຳລັບຄົນ​ຜິວ​ເຫຼືອງ ແລະ ວັດທະນະທຳ​ຍີ່ປຸ່ນ​ກຳລັງ ສ່ອງ​ແສງແຫ່ງອາລະຍະທຳທີ່​ກ້າວໜ້າຂອງ​ເຜົ່າພັນມະຫາອາຊີຕາເວັນອອກ(4).

ໂຄງຮ່າງ ລະບຸຢ່າງຊັດເຈນວ່າ, ພວກ​ລ່າ​ເມືອງ​ຂຶ້ນ​ຝະລັ່ງ ​ແລະ ຟາດຊິດ​ຍີ່ປຸ່ນ​ບໍ່​ໄດ້ລະເວັ້ນເລ່ຫຼ່ຽມແລະກົນອຸບາຍໃດໆ​ເຊັ່ນ: ການ​ປາບ​ປາມ, ການ​ກໍ່​ການ​ຮ້າຍ, ການ​ຈັບ​ກຸມ, ການຄຸມ​ຂັງ, ການ​ຂົ່ມຂູ່, ການຊື້ຈ້າງຈອລອອຍ​ນັກ​ຄິດ​ ນັກຂຽນ ແລະ ​ສິລະ​ປິນທີ່ກ້າວໜ້າ, ການ​ແບ່ງ​ແຍກກອງກຳລັງຊາດ; ການກວດກາຜະລິດຕະພັນວັດທະນະທໍາຢ່າງເຂັ້ມງວດ; ການຊ່ວຍຊູ, ການສົມຮູ້ຮ່ວມຄົບກັບອົງການທາງສາສະໜາຫຼາຍແຫ່ງ ເພື່ອເຜີຍແຜ່ແນວຄິດຈິດຕະນິຍົມອັນລຶກລັບ ພ້ອມ​ກັບການຮັກສາ​ຮີດຄອງ​ປະ​ເພນີ​ທີ່​ບໍ່​ດີ, ​ສືບ​ຕໍ່ “​ກັກ​ຂັງຊາວ​ຫວຽດນາມ​ໃນ​ຄວາມ​ມືດ​ມົວ ​ແລະ ຫຼ້າຫຼັງ; ພວກເຂົາທໍາທ່າເອົາໃຈໃສ່ ເບິ່ງແຍງດູແລແບບປະຊານິຍົມ ໂດຍ​ການຈັດຕັ້ງ​ວິ​ທະ​ຍາ​ໄລພະລະ​ສຶກ​ສາ, ຈັດ​ຕັ້ງ “ຂະບວນການ​ກິ​ລາ”, ກິດ​ຈະ​ກໍາ​ລູກ​ເສືອ,.... ເຮັດ​ໃຫ້​ປະ​ຊາ​ຊົນ​ລືມຄວາມເປັນທາດ​ຂອງ​ຕົນ ແລະ ​ການ​ສູນ​ເສຍ​ປະ​ເທດ​. ການນຳເຂົ້າຜະລິດຕະພັນວັດທະນະທຳ​ທີ່​ສົ່ງ​ເສີມແນວຄິດໂຣແມນຕິກ, ແນວ​ຄວາມ​ຄິດ​ເບື່ອໜ່າຍໂລກ ແລະ​ອື່ນໆ​ ເພື່ອໂຄສະນາເຜີຍແຜ່ໃນໝູ່ຊາວໜຸ່ມ, ສົ່ງເສີມຄວາມສົງໃສ, ​ເຮັດ​ໃຫ້​ຜູ້ຄົນ​ຕົກ​ຢູ່​ໃນພາວະຊະງັກ, ​ເບິ່ງໂລກ​ໃນ​ແງ່​ຮ້າຍ, ສະຕິແຕກ, ​ບໍ່ເຫັນ​ທາງ​ອອກ ແລະ ທຳລາຍຂວັນກຳລັງໃຈຂອງ​ຊາດ.  

ຫຼັງຈາກລະບຸຫຼັກ​ການ ຫັນເປັນປະ​ຊາ​ຊາດ”, “ຫັນເປັນມະ​ຫາ​ຊົນ”, “ຫັນເປັນວິທະຍາສາດ ແລ້ວ, ໂຄງຮ່າງ ໄດ້ເປີດວົງເລັບເພື່ອອະທິບາຍເນື້ອໃນຂອງການຕໍ່ສູ້ກັບທຸກການສະແດງອອກຂອງການຕ້ານຊາດ, ຕ້ານມະຫາຊົນ ແລະ ຝືນວິທະຍາສາດ. ຄຳສັບ “ຫັນເປັນ” ມີຄວາມໝາຍກວ້າງກວ່າ ລວມທັງ “ການສ້າງ” ແລະ “ການຕ້ານ”, ແຕ່ການເປີດວົງເລັບເພື່ອອະທິບາຍວຽກງານ “ຕ້ານ” ມີຄວາມໝາຍໃນການຊີ້ໃຫ້ເຫັນເຖິງ ວຽກງານອັນຮີບດ່ວນ ຂອງວັດທະນະທໍາ ແລະ ສິລະປະໃນເວລານັ້ນ. ມີພຽງການຕໍ່ຕ້ານນະໂຍບາຍວັດທະນະທຳປະຕິການຂອງຝຣັ່ງ ແລະ ຍີ່ປຸ່ນ - ຜູ້ທີ່ທັງປົກຄອງທາງການເມືອງ, ກົດຂີ່ທາງສັງຄົມ ແລະ ທັງຜູກທາດທາງວັດທະນະທຳ - ເທົ່ານັ້ນ ຈຶ່ງ​ສາມາດ​ລົບ​ລ້າງ​ສິ່ງ​ກີດຂວາງ​ໃຫຍ່​​ທີ່​ສຸດ ພື້ນຖານທີ່ສຸດໄດ້ ​ເພື່ອ​ປູ​ທາງ​ໄປສູ່​ການ​ປະຕິວັດ​ວັດທະນະທຳ, ​ເຮັດ​ໃຫ້​ລະບົບວັດທະນະ​ທຳ​ໃໝ່​ ຈະເລີນຮຸ່ງ​ເຮືອງ​ແລະ​ພັດທະນາ.

ການຫັນເປັນປະ​ຊາ​ຊາດໃນກໍລະນີນີ້ ກົງກັນຂ້າມກັບ “ການລ່າອານານິຄົມ” ເຊິ່ງມີຈຸດມຸ່ງໝາຍໂດຍກົງທີ່ ຕໍ່ຕ້ານ​​ອິດ​ທິພົນ​ຂອງ​ການຜູກ​ທາດ ​ແລະ ການ​ລ່າ​ເມືອງ​ຂຶ້ນທັງໝົດ​ ເພື່ອ​ເຮັດ​ໃຫ້​ວັດທະນະທຳຫວຽດນາມ ພັດທະນາໄດ້​ຢ່າງອິດສະລະ(5). ໂຄງຮ່າງ ໄດ້ເວົ້າແຈ້ງເຖິງເລື່ອງນີ້ ໃນເມື່ອກຳນົດຈຸດປະສົງຂອງຊາດຫວຽດນາມແມ່ນຕ້ານວັດທະນະທຳຟາດຊິດ ສັກດິນາ ທີ່ຖອຍຫຼັງ ແລະ ເປັນທາດ, ວັດທະນະທຳທີ່ຫຼອກລວງ ແລະ ເຮັດໃຫ້ປະຊາຊົນໂງ່ຈ້າ. ເສີມຂະຫຍາຍວັດທະນະທຳໃໝ່ຂອງອິນດູຈີນ(6). ນີ້ແມ່ນບັນຫາທີ່ສົດໆຮ້ອນໆແລະຮີບດ່ວນ, ພາຍ​ໃນ​ວຽກ​ງານ​ລວມ​ຂອງ​ການ​ກູ້​ຊາດ ​ແລະ ​ການ​ປົດ​ປ່ອຍປະເທດ, ໃນນັ້ນມີການລົບລ້າງວັດທະນະທຳ​​​ຂ້າ​ທາດ​, ທໍາລາຍ​ໂສ້​ຄາທາງແນວຄິດ ແລະ ​ວັດ​ທະ​ນະ​ທໍາ ​ຂອງອານານິຄົມແລະຟາດຊິດທັງໝົດ. ຖ້າຄຳວ່າ ຫັນເປັນປົກກະຕິໝາຍເຖິງຂະບວນການຫັນປ່ຽນ ໂດຍປ່ຽນສິ່ງວັດຖຸໜຶ່ງ ຈາກຄຸນລັກສະນະນີ້ ໄປເປັນອີກຄຸນລັກສະນະອື່ນແລ້ວ, “ການຫັນເປັນປະຊາຊາດແມ່ນພາລະກິດທີ່ຍິ່ງໃຫຍ່ ແລະ ສັບສົນກວ່າ, ດຳເນີນການປະຕິວັດທາງວັດທະນະທຳ, ແທນທີ່ສິ່ງເກົ່າດ້ວຍສິ່ງໃໝ່, ກ່ອນອື່ນໝົດ ຜ່ານການປະຕິວັດທາງສັງຄົມ ເພື່ອໂຄ່ນ​ລົ້ມ​ລະ​ບອບ​ອາ​ນາ​ນິ​ຄົມ ​ແລະ ​ການ​ຟື້ນ​ຟູ​ເອ​ກະ​ລາດ​ຂອງ​ຊາດ. ດັ່ງນັ້ນ, “ການຫັນເປັນປະຊາຊາດ” ໃນ ໂຄງຮ່າງ ລວມທັງການຕໍ່ສູ້ຢ່າງເດັດດ່ຽວໃນຂົງເຂດແນວຄິດ ແລະ ວັດທະນະທຳ ເພື່ອ​ປົດ​ປ່ອຍ​ອານານິຄົມ, ລົບ​ລ້າງ​ບັນ​ດາ​ອົງ​ປະ​ກອບ​ທີ່​ຖົດຖອຍ, ຢືນ​ຢັນ ແລະ ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ທີ່​ມີ​ເອກະລັກປະຈຳ​ຊາດ. ເປົ້າໝາຍຂອງການຕໍ່ສູ້ບໍ່ພຽງແຕ່ແມ່ນແນວຄິດກ່ຽວກັບອານານິຄົມແລະຟາດຊິດເທົ່ານັ້ນ, ແຕ່ຍັງລວມທັງແນວຄິດທາງປັດຊະຍາ, ວັນນະຄະດີ ແລະ ສິລະປະ ທີ່ມີທ່າອ່ຽງສົງໄສ, ເບິ່ງໂລກໃນແງ່ຮ້າຍ ແລະ ເບື່ອໜ່າຍໂລກ ທີ່ກຳລັງຖືກລະບອບອານານິຄົມສວຍໃຊ້ເພື່ອ “ກ່ອມນອນ” ປະຊາຊົນ, ມັນເປັນອັນຕະລາຍຕໍ່ການກອບກູ້ປະເທດ ເຊິ່ງ​ຕ້ອງ​ຕໍ່ສູ້​ຢ່າງເດັດດ່ຽວ. ເວົ້າຢ່າງອື່ນ, ຈຸດສຸມຂອງ “ການຫັນເປັນປະຊາຊາດ” ທາງດ້ານວັດທະນະທຳໃນເວລານີ້ແມ່ນ ເອົາຊະນະແນວຄິດ ແລະ ນະໂຍບາຍ​ວັດທະນະທຳທັງໝົດ​ ຂອງ​ພວກ​ລ່າ​ເມືອງ​ຂຶ້ນ​ແລະຟາດ​ຊິດ ທີ່​ເປັນ​ພິດ​ຕໍ່​ປະຊາຊົນ​ຫວຽດນາມ, ສ້າງ​ຜົນ​ເສຍ​ຫາຍ​ໃຫ້​ແກ່​ພາລະກິດການ​ປົດ​ປ່ອຍ​ຊາດໃນສະເພາະໜ້າ ​ແລະ ຖິ້ມ​ຜົນຮ້າຍທີ່ຕາມມາໄລຍະ​ຍາວ​.

ການຫັນເປັນມະ​ຫາ​ຊົນ ເປັນສິ່ງທີ່ກົງກັນຂ້າມກັບການລວມສູນຜະເດັດການ, ການທະຫານ ແລະ ລັດທິຟາດຊິດ, ແມ່ນການຕ້ານກັບນະໂຍບາຍ ແລະ ການກະທໍາທັງໝົດ ທີ່ເຮັດໃຫ້ວັດທະນະທໍາຂັດຕໍ່ມວນຊົນ ຫຼືປອມແປງ, ຫຼອກລວງ, ຈອບອອຍປະຊາຊົນ, ບໍ່ເລີ່ມຈາກຄວາມຕ້ອງການທາງດ້ານວັດທະນະທໍາຂອງປະຊາຊົນ, ເປັນອັນຕະລາຍຕໍ່ປະເທດ. ນີ້​ແມ່ນ​ຫຼັກ​ການ​ທີ່​ກວມ​ເອົາ​ທັງ “ການ​ສ້າງ” ແລະ “ການຕ້ານ” ໃນ​ຂົງເຂດແນວຄິດ​ແລະ​ວັດ​ທະ​ນະ​ທໍາ​. ພິຈາລະນາດ້ານ “ການຕ້ານ”, ນັ້ນແມ່ນການເປີດໜ້າກາກ ແລະ ການຕໍ່ສູ້ຢ່າງບໍ່ປະນີປະນອມ ກັບທຸກແນວຄິດ, ທຸກກົນອຸບາຍເບື່ອເມົາຈິດໃຈຂອງປະຊາຊົນເຮົາ, ບັນດາກິດຈະກໍາໄຮ້ສາລະ ທີ່ເຊື່ອງຢູ່ໃຕ້ຮົ່ມເງົາຂອງວັດທະນະທໍາ, ການກິລາແລະກາຍະບໍລິຫານ ເພື່ອຫຼອກລວງ ແລະ “ກ່ອມນອນ” ປະຊາຊົນ. ການຫັນເປັນມະ​ຫາ​ຊົນ ສະແດງອອກໃນການສົ່ງເສີມກິດຈະກຳທາງວັດທະນະທໍາທີ່ແທ້ຈິງ ຂອງມະຫາຊົນ, ມີຄວາມດຶງດູດ ແລະ ແກ່ດຶງມະຫາຊົນ ໃຫ້ເຂົ້າຮ່ວມໃນຖານະຜູ້ສ້າງວັດທະນະທໍາ ແລະ ຜູ້ໄດ້ຮັບຜົນປະໂຫຍດທາງດ້ານວັດທະນະທໍາ. ໃນໄລຍະການປົກຄອງອານານິຄົມອັນໂຫດຮ້າຍນັ້ນ, ການນໍາໃຊ້ອົງການຈັດຕັ້ງມະຫາຊົນເພື່ອຊຸກຍູ້ການເຄື່ອນໄຫວວັດທະນະທຳທີ່ຖືກກົດໝາຍ ແລະ ເຄິ່ງຖືກກົດໝາຍ ມີຜົນກະທົບອັນໃຫຍ່ຫຼວງ ຕໍ່ການສຶກສາ ແລະ ການເຕົ້າໂຮມປະຊາຊົນ, ລວມທັງປັນຍາຊົນ, ນັກຂຽນ ແລະ ສິລະປິນ. ມີພຽງອົງການຈັດຕັ້ງທີ່ມີລັກສະນະມະຫາຊົນເລິກເຊິ່ງເທົ່ານັ້ນ ຈຶ່ງສາມາດນໍາເອົາຄຸນຄ່າໃນທາງບວກ ມາສູ່ມະຫາຊົນໄດ້. ສະມາຄົມ​​ເຜີຍ​ແຜ່​ພາສາປະຈຳຊາດ​ ແມ່ນ​ອົງການ​ວັດທະນະ​ທຳທີ່ມີລັກສະນະມວນຊົນ​ຢ່າງ​ເລິກ​ເຊິ່ງ, ​ຊ່ວຍ​ໃຫ້​ປະຊາຊົນ​ເຂົ້າໃຈກຳໄດ້ອັກສອນ​ປະຈຳ​ຊາດເທື່ອລະຂັ້ນຕອນ, ທັງ​ຍົກ​ສູງ​ລະດັບ​ສະຕິ​ປັນຍາ ​ແລະ ຄຸນສົມບັດ​ສິນ​ທຳ​ຂອງ​ປະຊາຊົນ, ພ້ອມ​ທັງ​ຢືນຢັນ​ລັກສະນະປະຈຳ​ຊາດ.

ຫັນເປັນວິທະຍາສາດ ແມ່ນການຕໍ່ຕ້ານສິ່ງທີ່ເຮັດໃຫ້ວັດທະນະທໍາຂັດແຍ້ງກັບວິທະຍາສາດ, ຕ້ານຄວາມກ້າວໜ້າ ເພື່ອມຸ່ງສູ່ອາລະຍະທໍາ. ​ໃນ​ສະພາບ​ການທີ່​ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ, ຟາດຊິດ​ຍີ່ປຸ່ນ​ ແລະ ​ອຳນາດການປົກຄອງລູກມືຂອງ​ພວກ​ເຂົາ ​ໄດ້​ສວຍ​ໃຊ້​ຄວາມ​ຄິດ​ລຶກລັບ, ຈິດຕະນິຍົມ ​ແລະ ຄວາມເຊື່ອລາງຖືຜີ ​ເພື່ອ​ກ່ອມຜູ້ຄົນນັ້ນ, ວັດທະນະທຳທີ່ມີ​ພາລະບົດບາດໃຫ້ຄວາມກະຈ່າງແຈ້ງ ​ຕ້ອງ​ກຳນົດ​ໜ້າທີ່​ຂອງ​ຕົນ ​ໃນ​ການ​ຕໍ່ສູ້​ຕ້ານຄວາມ​ຄິດ​ທີ່ຫຼ້າຫຼັງ, ​ເຮັດ​ໃຫ້ວັດທະນະທໍາມຸ່ງເນັ້ນຢ່າງແທ້ຈິງສູ່ຄຸນຄ່າແຫ່ງຄວາມຈິງ - ຄວາມດີ - ຄວາມງາມ. ໂຄງຮ່າງ ຕໍ່ສູ້ຢ່າງເດັດດ່ຽວກັບກະແສວັດທະນະທຳທີ່ຮັກສາເດີມ, ຜະສົມຜະສານ, ແປກປະຫຼາດ, ເບິ່ງໂລກໃນແງ່ຮ້າຍ, ລຶກລັບ, ຈິດຕະນິຍົມ ແລະອື່ນໆ. ວຽກ​ງານ​ທີ່​ຕ້ອງ​ເຮັດ​ໃນ​ປະຈຸ​ບັນ​ແມ່ນ​ ການຕໍ່ສູ້​ທາງດ້ານຫຼັກ​ຄຳ​ສອນ ​ແລະ ​ແນວ​ຄິດ, ລົບ​ລ້າງ​ຄວາມ​ນຶກ​ຄິດ​ທີ່​ຜິດ​ຂອງ​ປັດ​ຊະ​ຍາ​ເອີ​ຣົບ ແລະ ອາ​ຊີ ທີ່​ມີ​ຜົນ​ກະ​ທົບ​ຫຼາຍ​ຫຼື​ໜ້ອຍ​ຢູ່​ຫວຽດ​ນາມ, ເຮັດ​ໃຫ້​ທິດສະດິວັດ​ຖຸ​ນິຍົມສັດຈະວິພາກ ແລະ ວັດ​ຖຸ​ນິຍົມປະ​ຫວັດວິພາບ​ຊະ​ນະ; ການ​ຕໍ່ສູ້​​ກັບ​ນິກາຍສິລະປະເຊັ່ນ: ຕ້ານລັດທິ​ຄຼາ​ສສິກ, ລັດທິ​ໂຣແມນ​ຕິກ, ລັດທິ​ທຳ​ມະ​ຊາດນິຍົມ, ລັດທິ​ສັນຍະລັກ ແລະອື່ນໆ ​ເຮັດ​ໃຫ້ກະແສສັດຈະນິຍົມສັງຄົມ​ນິຍົມມີໄຊ. ການຕໍ່ສູ້ທາງດ້ານພາສາແລະການຂຽນເຊັ່ນ: ການລວມເປັນເອກະພາບແລະເສີມຂະຫຍາຍພາສາ, ການກໍານົດແບບແຜນວັນນະກຳ (ຫຼັກການ, ໂຄງປະກອບໄວຍາກອນ, ແບບພາສາ) ຂອງວັດທະນະທໍາ, ການປະຕິຮູບພາສາປະຈຳຊາດ.

3. ໂຄງຮ່າງ ຢືນຢັນວ່າ ພັກຕ້ອງນຳພາ ແລະ ຮັກສາບົດບາດນຳພາ; ນຳໃຊ້ແບບວິທີການຕໍ່ສູ້ໃນຂົງເຂດວັດທະນະທຳແລະວັນນະຄະດີ ຢ່າງຫຼາກຫຼາຍແລະໄຫວພິບ.

ໃນ “ການກຳນົດບັນຫາ” ຂອງໂຄງຮ່າງ ລະບຸຢ່າງຊັດເຈນເຖິງທັດສະນະຂອງພັກກອມມູນິດຫວຽດນາມຕໍ່ແນວຮົບວັດທະນະທຳ - ໜຶ່ງໃນສາມແນວຮົບ (ເສດຖະກິດ, ການເມືອງ, ວັດທະນະທຳ) ທີ່​ຊາວກອມ​ມູ​ນິດ​ຕ້ອງ​ດຳ​ເນີນ​ການ. ພັກ​ບໍ່​ພຽງ​ແຕ່​ຕ້ອງ​ເຮັດ​ການ​ປະ​ຕິ​ວັດທາງ​ການ​ເມືອງ​ເທົ່າ​ນັ້ນ, ແຕ່​ຍັງ​ຕ້ອງ​ເຮັດ​ການ​ປະ​ຕິ​ວັດ​ວັດ​ທະ​ນະ​ທຳ; ດ້ວຍ​ການ​ນຳ​ພາ​ຂະ​ບວນ​ການ​ວັດ​ທະ​ນະ​ທຳ, ພັກ​ຈຶ່ງສາ​ມາດ​ມີ​ອິດ​ທິ​ພົນ​ຕໍ່​ຄວາມ​ຄິດເຫັນ​ຂອງ​ປະ​ຊາ​ຊົນ ແລະ ການ​ໂຄ​ສະ​ນາຊວນເຊື່ອ​ຂອງ​ພັກ​ຈຶ່ງ​ມີ​ປະ​ສິດ​ທິ​ຜົນ. ວິທີການນໍາສະເໜີຂອງໂຄງຮ່າງ ສະແດງໃຫ້ເຫັນວ່າ ພັກ​ໄດ້​ນຳ​ໃຊ້​ຫຼາຍ​ວິທີ​ການ​ນຳພາ​ດ້ານ​ວັດທະນະທຳ​ເຊັ່ນ:​ການ​ນຳພາ​ໂດຍ​ຜ່ານ​ວຽກ​ງານ​ແນວຄິດ, ການນຳພາຜ່ານການຈັດຕັ້ງ, ການນຳພາໂດຍສະມາຊິກພັກແຕ່ລະຄົນ, ການນຳພາດ້ວຍການໂຄສະນາ ອົບຮົມສຶກສາ, ການ​ຊັກ​ຊວນ, ການປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​​ປັນຍາ​ຊົນ, ນັກ​ຂຽນ ​ແລະ ​ສິລະ​ປິນ; ບັນດາຮູບ​ແບບ​ການ​ຕໍ່ສູ້​ໂດຍ​ກົງ ​ແລະ ການຕໍ່ສູ້ທາງ​ອ້ອມ​ ຜ່ານ​ຂະບວນການ​ເຄື່ອນ​ໄຫວ​ຂອງ​ມະຫາຊົນ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ ແລະ ເຄິ່ງຖືກກົດໝາຍ.

ການຕໍ່ສູ້ໃນຂົງເຂດແນວຄິດແລະວັດທະນະທຳ ແມ່ນຂົງເຂດທີ່ສັບສົນທີ່ສຸດ, ພວກສັດຕູໃຊ້ກົນອຸບາຍ ເລ່ຫຼ່ຽມນັບພັນປະການ ທີ່ເລິກແລບແນບນຽນທີ່ສຸດ, ຖ້າພວກເຮົາຂາດພື້ນຖານວິທີວິທະຍາທີ່ຖືກຕ້ອງ, “ອາວຸດ” ດ້ານແນວຄິດແລະວັດທະນະທໍາ ຈະບໍ່ສາມາດມີປະສິດທິພາບໄດ້. ໂຄງຮ່າງ ຢືນຢັນ, ການຕໍ່ສູ້ກັບທິດສະດີ, ແນວຄິດ ແລະ ນິກາຍສິລະປະ ຕ້ອງອີງໃສ່ລັດທິວັດຖຸນິຍົມສັດຈະວິພາກ ແລະ ລັດທິວັດຖຸນິຍົມປະຫວັດວິພາກ. ພຽງແຕ່ອີງໃສ່ພື້ນຖານແນວຄິດ - ທິດສະດີວັດທະນະທຳ ສິລະປະກຳຂອງລັດທິມາກເທົ່ານັ້ນ ຈຶ່ງຈະສາມາດເຜີຍແບທາດແທ້ ກົນອຸບາຍຂອງລັດທິລ່າເມືອງຂຶ້ນຝຣັ່ງ ແລະ ຟາດຊິດຍີ່ປຸ່ນໄດ້; ຈັດການສາຍພົວພັນລະຫວ່າງວັດທະນະທຳ ແລະ ການເມືອງ ຢ່າງເໝາະສົມກັບພຶດຕິກຳການກອບກູ້ປະເທດ ແລະ ປົດປ່ອຍຊາດ; ແກ້ໄຂຢ່າງສົມເຫດສົມຜົນ ບັນດາວຽກງານຮີບດ່ວນສະເພາະໜ້າ ແລະ ໜ້າທີ່ຂອງການປະຕິວັດວັດທະນະທຳພາຍຫຼັງໄດ້​ຮັບ​ເອກະລາດ​ແຫ່ງ​ຊາດ; ປະເມີນຢ່າງຖືກຕ້ອງບັນດາດ້ານຄຸນຄ່າ ແລະ ຝືນຄຸນຄ່າ, ພາລະບົດບາດ ແລະ ຝືນພາລະບົດບາດ ຂອງຜະລິດຕະພັນວັດທະນະທໍາ ທີ່ໄດ້ເຜີຍແຜ່ ແລະ ສົ່ງຜົນກະທົບໃນເວລານັ້ນ. ​ໃນ​ສະພາບ​ທີ່​ນັກ​ປະພັນ ​ແລະ ​ສິລະ​ປິນ​ດ້ານວັດທະນະທຳ​ຫຼາຍ​ຄົນ​ ເສຍ​ທິດ​ທາງ ເຊັ່ນ: ສາຍວັນນະກຳສັດຈະນິຍົມວິພາກວິຈານໄດ້ສູນເສຍຄວາມສາມາດໃນການຕໍ່ສູ້, ຫຼຸດຄວາມສາມາດວິພາກວິຈານລົງ ແລະ ເຖິງຂັ້ນເຂົ້າສູ່​ບັນຫາ​ສະຖານະ​ການ​ສ່ວນ​ຕົວ​ຂອງ​ປະຊາຊົນ, ​ໃນ​ຂະນະ​ທີ່ ​ບັນຫາ​ໃຫຍ່​ນັ້ນ ພັດແມ່ນ​ການກອບກູ້​ປະ​ເທດ ​ແລະ ປົດ​ປ່ອຍ​ປະ​ເທດ​ຊາດ; ສາຍວັນນະກຳໂຣແມນຕິກ, ຫຼັງຈາກການພັດທະນາທີ່ເຂັ້ມແຂງມາໄລຍະໜຶ່ງກໍ່ຕົກຢູ່ໃນວິກິດການ ຢຸດຊະງັກ ແລະ ມີການປະກົດຕົວຂອງເຊື້ອພະຍາດ ທີ່ເປັນອັນຕະລາຍ​ຕໍ່​ການ​ປະ​ຕິ​ວັດ​, ຕໍ່​ປະ​ຊາ​ຊົນ... ຈາກ​ນັ້ນ​ ທັດ​ສະ​ນະ​ຂອງລັດທິມາກກໍ່​ຊ່ວຍ​ໃຫ້ນັກ​ປະ​ພັນ ​ແລະ ​ສິ​ລະ​ປິນດ້ານວັດທະນະທຳຫຼາຍຄົນ ​ຟື້ນຄືນ​ຈິດໃຈຂອງ​ຕົນເອງ​, ໄຕ່ຕອງເຖິງການເວລາ ແລະ ​ລະບຸ​ຄວາມ​ຮັບ​ຜິດ​ຊອບຕໍ່​ສັງ​ຄົມ​ຂອງ​ນັກຂຽນຢ່າງເໝາະສົມ. ອີງໃສ່ພື້ນຖານແນວຄິດ - ທິດສະດີຂອງໂຄງຮ່າງ, ບົດປະພັນ “​ວັນນະກຳແນວຄວາມ​ຄິດ ໂດຍດັ້ງທາຍມາຍ ​ພິມ​ຈຳໜ່າຍຫຼັງຈາກນັ້ນໜຶ່ງປີ, ໄດ້​ວິ​ເຄາະ ​ແລະ ອະທິບາຍ​ຫຼາຍ​ບັນຫາ​ວັນນະຄະດີຈາກ​ທັດສະນະ​ຂອງ​ລັດທິມາກ​ ຢ່າງເປັນ​ລະບົບ(7), ປະກອບສ່ວນ​ຊ່ວຍ​ໃຫ້​ນັກ​ຂຽນ​ຫຼາຍ​ຄົນ​ຫັນປ່ຽນ​ຈິດ​ໃຈ​ຂອງ​ຕົນເອງ, ຮັບ​ຮູ້​ໜ້າ​ທີ່​ຮັບຜິດຊອບ​ຕໍ່​ປະ​ເທດ​ຊາດ​ແລະສັງຄົມ ​ແລະ ​ແກ້ໄຂຜ່ານຜ່າປະກົດການຂອງການເບິ່ງໂລກໃນ​ແງ່​ຮ້າຍ, ຄວາມສົງໄສ ແລະ ຄວາມເສຍທິດທາງ​ໃນ​ເມື່ອ​ກ່ອນ.

ໂຄງຮ່າງ ກຳນົດການໃຊ້ວິທີຕ່າງໆໃນການຈັດຕັ້ງ, ຂົນຂວາຍ ແລະ ເຕົ້າໂຮມກຳລັງ ເພື່ອຕໍ່ສູ້ໃນຂົງເຂດວັດທະນະທຳ ແລະ ສິລະປະ. ແບບວິທີການຕໍ່ສູ້ໃນ “ສະໜານຮົບ” ແນວຄິດ ວັດທະນະທຳ ແລະ ສິລະປະ ທີ່ລະບຸໄວ້ຢ່າງຊັດເຈນໃນ ໂຄງຮ່າງ: ສວຍໃຊ້ຄວາມສາມາດເປີດເຜີຍ ແລະ ເຄິ່ງເປີດເຜີຍທັງໝົດ ເພື່ອໂຄສະນາ, ພິມຈຳໜ່າຍ, ຈັດຕັ້ງນັກຂຽນ, ຕໍ່ສູ້ຍາດເອົາສິດທິທີ່ແທ້ຈິງມາໃຫ້ນັກຂຽນ, ນັກຂ່າວ, ສິລະປິນ...; ປະສົມປະສານວິທີການລັບ ແລະ ເປີດເຜີຍ ເພື່ອລວມກິດຈະກໍາທາງວັດທະນະທໍາທີ່ກ້າວໜ້າທັງໝົດ ເຂົ້າຢູ່ພາຍໃຕ້ການນໍາພາຂອງພັກກຳມາຊີບມາກຊິດ(8). ຜົນສຳເລັດທີ່ໂດດເດັ່ນພາຍຫຼັງການນຳສະເໜີ ໂຄງຮ່າງ ແມ່ນການຈັດຕັ້ງສະມາຄົມວັດທະນະທຳກູ້ຊາດ ໂດຍການເຕົ້າໂຮມນັກວັດທະນະທຳ ແລະ ສິລະປິນທີ່ມີຊື່ສຽງຈຳນວນຫຼາຍ ມາເປັນແກນນຳຂອງຂະບວນການວັດທະນະທຳ ແລະ ສິລະປະ. ຜ່ານສະມາຄົນ, ພັກຂອງພວກເຮົາໄດ້ເຕົ້າໂຮມ, ອົບຮົມສຶກສາ ແລະ ຂົນຂວາຍນັກຂຽນ ແລະ ສິລະປິນ ໃຫ້ຈັດກິດຈະກຳວັດທະນະທຳ ແລະ ສິລະປະ ເພື່ອຮັບໃຊ້ໂດຍກົງໃນໜ້າທີ່ກອບກູ້ປະເທດ, ປົດປ່ອຍຊາດ. ເມື່ອພື້ນທີ່ການຕໍ່ສູ້ແບບເປີດເຜີຍບໍ່ຄືໄລຍະປີ 1936-1939 ອີກຕໍ່ໄປ, ພັກມີແຜນນະໂຍບາຍນຳໃຊ້ບັນດາຮູບແບບການຕໍ່ສູ້ທີ່ເໝາະສົມ, ໂດຍສະເພາະແມ່ນ ຊຸກຍູ້ການເຄື່ອນໄຫວຂອງສະມາຄົມເຜີຍແຜ່ພາສາແຫ່ງຊາດ ແລະ ສວຍໃຊ້ອົງການມວນຊົນທີ່ກໍ່ຕັ້ງໂດຍລ່າເມືອງຂຶ້ນຝຣັ່ງ ແລະ ຟາດຊິດຍີ່ປຸ່ນ ເພື່ອ​ມີ​ອິດ​ທິພົນ ​ແລະ ​ເຜີຍ​ແຜ່​ນ້ຳ​ໃຈ​ຮັກ​ຊາດ, ປຸກລຸກຄວາມຕື່ນຕົວ​ ແລະ ຊ່ວຍ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ໃຈອົງການຈັດຕັ້ງ​ຫວຽດມິນ, ຊຸກຍູ້​​ການ​ເຄື່ອນ​ໄຫວ​ທີ່​ມີ​ຜົນ​ປະ​ໂຫຍ​ດຕໍ່ການປະຕິວັດ ແລະ ຈຳກັດຜົນກະທົບທີ່ເປັນອັນຕະລາຍຈາກມາດຕະການຕອບໂຕ້ໃນຂົງເຂດແນວຄິດ ແລະ ວັດທະນະທຳ ​ຂອງ​ຝຣັ່ງແລະຍີ່ປຸ່ນ.    

4. ຄຸນຄ່າທິດສະດີແລະພຶດຕິກຳຂອງໂຄງຮ່າງ ສືບຕໍ່ສ່ອງແສງສະຫວ່າງໃນການຕໍ່ສູ້ເພື່ອປົກປ້ອງພື້ນຖານແນວຄິດຂອງພັກກອມມູນິດຫວຽດນາມ, ປະຕິ​ເສດ​ທັດສະນະ​ທີ່​ຜິດພາດ ​ແລະ ​ເປັນ​ສັດຕູ​ໃນ​ປະຈຸ​ບັນ.

ໂຄງ​ຮ່າງ​ ສະບັບນີ້ຖືກ​ຖື​ວ່າເປັນໂຄງການ​ວັດທະນະທຳ​ທີ່​ສ່ອງ​ແສງ​ທາງ, ຊີ້​ນຳ, ເສີມຂະຫຍາຍ​ແນວຮົບ​ດ້ານ​ວັດທະນະທຳ​ ໃນ​ພາລະກິດ​ແຫ່ງ​ການກອບກູ້ປະເທດ ​ປົດ​ປ່ອຍ​ຊາດ ແລະ ສ້າງ​ວັດທະນະ​ທຳ​ໃໝ່ ​ພາຍຫຼັງປະເທດເປັນ​ເອກະລາດ​ແລະ​ເອກະ​ພາບ. ​ເບິ່ງ​ຈາກ​ການ​ຕໍ່ສູ້​ປົກ​ປັກ​ຮັກສາ​ຮາກ​ຖານແນວຄິດ​ຂອງ​ພັກ​ໃນ​ປະຈຸ​ບັນ, ໂຄງຮ່າງ ຍັງຮ້ອນແຮງແລະເປັນປະເດັນສະເພາະ:

ໂຄງຮ່າງ ເກີດຂຶ້ນມາຈາກຄວາມຕ້ອງການຂອງການຕໍ່ສູ້ປົດປ່ອຍຊາດ ໃນໄລຍະເວລາທີ່​ມີ​ຄວາມ​ຫຍຸ້ງ​ຍາກ ​ແລະ ຄວາມ​ທ້າ​ທາຍ ​ທີ່​ເຄັ່ງ​ຄັດ​ຫຼາຍຢ່າງ​, ມັນ​ເຕັມ​ໄປ​ດ້ວຍ​ຄວາມຜ່າເຜີຍອົງອາດ​, ຄວາມ​ກ້າ​ຫານ ​ແລະ ​ຈິດ​ໃຈ​ຕໍ່​ສູ້​. ຈິດໃຈຂອງໂຄງຮ່າງ ໃຫ້ເຫັນວ່າ, ເມື່ອຄວາມຂັດແຍ້ງທາງຊົນຊັ້ນ ແລະ ຄວາມຂັດແຍ້ງທາງຜົນປະໂຫຍດຂອງຊາດ ຍັງມີຢູ່ ດັ່ງນັ້ນ ການຕໍ່ສູ້ໃນແນວຮົບອຸດົມການແລະວັດທະນະທຳ ຈຶ່ງເປັນອາວຸດວິພາກວິຈານທີ່ສຳຄັນ ທີ່​ພັກ​ຕ້ອງ​ກຳເອົາ​ແລະ​ນໍາ​ໃຊ້ ເພື່ອປົກປ້ອງສັດຈະທຳ ແລະ ຄວາມຖືກຕ້ອງ, ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ຊົນ​ຊັ້ນ​ແລະ​ຂອງຊາດ, ຕໍ່ສູ້​​ກັບ​ຄວາມຊົ່ວຊ້າ, ຄວາມ​ຊົ່ວ​ຮ້າຍ ​ແລະ ການຖົດຖອຍ, ​ສົ່ງເສີມແລະເຊີດ​ຊູ​ຄຸນຄ່າ​ຂອງ​ຄວາມ​ຈິງ - ຄວາມ​ດີ - ຄວາມ​ງາມ, ເປີດເສັ້ນທາງໃຫ້ແກ່ການ​ປະ​ຕິ​ວັດ​ສັງ​ຄົມ​. ແນວຄິດຊີ້ນຳທີ່ວ່າ ທຸກສິ່ງຢ່າງທີ່ຕ້ານຊາດ, ຕ້ານປະຊາຊົນ, ຝືນວິທະຍາສາດ ຈະຕ້ອງຕໍ່ຕ້ານ ແລະ ຕໍ່ສູ້ຢ່າງເດັດດ່ຽວນັ້ນ ຍັງຄົງມີຄຸນຄ່າຢູ່ສຳລັບວັນນີ້ແລະພາຍໜ້າ. ວິທີສ້າງລະບົບວັດທະນະທຳໃໝ່ທີ່ເລີ່ມຕົ້ນຈາກການຕໍ່ຕ້ານປະຕິການ ການຖົດຖອຍ, ເຊື່ອມໂຍງການປະຕິວັດວັດທະນະທຳ ກັບການປະຕິວັດສັງຄົມນັ້ນ ຍັງ​ສືບ​ຕໍ່​ສ່ອງ​ແສງ​ໃຫ້​ແກ່​ວຽກ​ງານແນວຄິດ ​ແລະ ວັດທະນະທຳ. ເລື່ອງນີ້ກໍ່ຮຽກຮ້ອງ​ໃຫ້​ວຽກ​ງານ​ກໍ່ສ້າງ​ວັດທະນະທຳ​​ກ້າວໜ້າ​ ທີ່ເຂັ້ມຂົ້ນໄປດ້ວຍ​ເອກະລັກ​ປະຈຳຊາດ ຈະ​ຕ້ອງວາງໜ້າທີ່​ຕໍ່ສູ້​ທາງແນວຄິດ ວັດທະນະທຳ​ໃຫ້ຢູ່​ໃນ​ລະດັບ​ທີ່​ເໝາະ​ສົມ, ໂດຍສະເພາະ ໃນສັງຄົມດິຈິຕອນ ທີ່ມີຜົນຜະລິດທາງວັດທະນະທຳຕ່າງປະ​ເທດ​ຈຳນວນຫຼາຍທີ່ບໍ່​ເໝາະ​ສົມກັບ​ການ​ສ້າງ ​ແລະ ອະນຸລັກ​ເອກະລັກ​ທາງ​ວັດທະນະທຳຂອງຊາດ ​ແລະ ຍັງ​ມີ​ຄວາມ​ສ່ຽງ​ຈາກການ​ບຸກ​ລຸກ​ທາງ​ວັດທະນະທຳ ທີ່ຂົ່ມຂູ່​ຜົນ​ປະ​ໂຫຍ​ດຂອງ​ຊາດ-ປະເທດຊາດ. ບໍ່​ພຽງ​ແຕ່ການຕໍ່ສູ້​ກັບ​ກອງ​ກຳລັງ​ສັດຕູແລະປະຕິການເທົ່ານັ້ນ ທີ່​ຕ້ອງໃຊ້​ອາວຸດທາງແນວຄິດແລະວັດທະນະທຳ, ​ຖ້າ​​ຢາກ​ມີ​ການ​ຮ່ວມ​ມື​ແລະການ​ເຊື່ອມ​ໂຍງທາງ​ດ້ານ​ວັດທະນະທຳຢ່າງມີປະສິດທິພາບ ກໍ່ຈຳເປັນຕ້ອງ​ມີການກຳນົດ​ທິດ​ທາງແນວຄິດ-ທິດ​ສະ​ດີທາງ​ວັດທະນະທຳ​ທີ່​ຖືກຕ້ອງ​ ແລະ ສະຫຼາດສ່ອງໃສ. ການຂາດໜັງສືວັນນະກຳແລະສິລະປະ ທີ່ຄູ່ຄວນກັບພາລະກິດການປ່ຽນແປງໃໝ່ນັ້ນ, ໃນຫຼາຍກໍລະນີບໍ່ໄດ້ເກີດຈາກການຂາດຊັບພະຍາກອນການລົງທຶນ, ແຕ່ທີ່ສໍາຄັນກວ່ານັ້ນແມ່ນ ຍ້ອນແນວຄິດ-ທິດສະດີວັດທະນະທຳແລະສິລະປະ ບໍ່ມີຄວາມສາມາດພຽງພໍທີ່ຈະຊີ້ນໍາແລະນໍາພາ. ຈາກຈິດໃຈຂອງໂຄງຮ່າງ ໃຫ້ເຫັນວ່າ, ຢາກພັດທະນະລະບົບບວັດທະນະທຳຂອງຊາດ ແມ່ນຕ້ອງເລີ່ມຈາກການຍົກລະດັບຂອງວຽກງານແນວຄິດ-ທິດສະດີວັດທະນະທຳແລະສິລະປະ, ເຮັດໃຫ້ມັນມີຄວາມສາມາດພຽງພໍ ໃນການກຳນົດທິດທາງ, ນຳພາ, ຕອບສະໜອງຄວາມຕ້ອງການ ຂອງການພັດທະນາປະເທດໃນໄລຍະໃໝ່.   

- ຄຸນຄ່າທິດສະດີແລະພຶດຕິກຳຂອງໂຄງຮ່າງ ໃຫ້ເຫັນວ່າ, ໜ້າທີ່ຕໍ່ສູ້ທາງດ້ານແນວຄິດ-ທິດສະດີວັດທະນະທຳແລະສິລະປະ ໄດ້ວາງອອກມາໃນທຸກໄລຍະເວລາ, ແຕ່​ອີງໃສ່ແຕ່​ລະ​ສະ​ພາບ​ການ, ຈຸດ​ໝາຍ ແລະ ໜ້າທີ່ການ​ປະ​ຕິ​ວັດ​ທີ່ສະ​ເພາະ ເພື່ອຈະເລືອກ​ເອົາ​ເນື້ອ​ໃນ​ການ​ຕໍ່​ສູ້​ທີ່​ເໝາະ​ສົມ. ໃນປະຈຸບັນ, ລັດທິຈັກກະພັດນິຍົມທາງວັດທະນະທຳຍັງມີຢູ່ໃນຮູບແບບທີ່ຫຼາກຫຼາຍແລະຊັບຊ້ອນ, ແຜ່ກະຈາຍຜ່ານຫຼັກຄຳສອນທາງການເມືອງ-ຄວາມໝັ້ນຄົງ, ຜ່ານພະລັງອ່ອນ, ຜ່ານການສຶກສາໃນຕ່າງປະເທດ, ຜ່ານການສົ່ງອອກແລະນຳເຂົ້າຜະລິດຕະພັນວັດທະນະທຳ, ຜ່ານເວທີດິຈິຕອນຂ້າມຊາຍແດນ ແລະອື່ນໆ. ບັນດາອິດທິກຳລັງສັດຕູ, ປະຕິການ, ສວຍໂອກາດທາງການເມືອງ ໃຊ້ທຸກວິທີການ ກົນອຸບາຍ ເພື່ອປະຕິເສດບັນ​ດາ​ຜົນ​ສຳ​ເລັດ​ຂອງ​ວັນ​ນະກຳ ແລະ ສິລະປະການ​ປະ​ຕິ​ວັດ, ບິດ​ເບືອນ​ແນວທາງ​ວັດ​ທະ​ນະ​ທຳ ແລະ ສິ​ລະ​ປະ ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ສົ່ງເສີມອັນ​ທີ່​ເອີ້ນ​ວ່າ ສິ​ລະ​ປະ​ທີ່ເປັນອິດ​ສະ​ລະ​ຈາກ​ການ​ເມືອງ”, ພະ​ຍາ​ຍາມກະຕູ້ນແລະແກ່ດຶງ​ປັນ​ຍາ​ຊົນ ແລະ ​ສິ​ລະ​ປິນ ຜ່ານທາງໄຊເບຣ໌ສະເປດ. ການ​ບຸກ​ໂຈມ​ຕີ​ຂອງ​ສັດຕູ​ໃນ​ຂົງ​ເຂດ​ແນວຄິດ, ວັດທະນະທຳ ​ແລະ ສິລະ​ປະ ​ແມ່ນ​ສັບສົນ​ຫຼາຍ; ມີການເຄື່ອນໄຫວທຳລາຍຢ່າງເປີດເຜີຍ ເປີດແປນ; ມີ​ການ​ເຄື່ອນ​ໄຫວບິດ​ເບືອນ ແລະ ​ທຳລາຍ​ທີ່ເລິດແລບແນບນຽນ ໂດຍ​ເຊື່ອງ​ຊ້ອນຢູ່ໃນເງົາຂອງຮູບພາບວັນນະຄະດີ ແລະ ສິລະປະ; ມີການເຄື່ອນໄຫວທຳລາຍຈາກພາຍໃນ ຫຼືຈາກພາຍນອກ; ມີ​ການເຄື່ອນໄຫວ​ສົມຮູ້ຮ່ວມຄິດແລະ ປະສານງານທັງ​ພາຍ​ໃນແລະພາຍນອກ ແລະອື່ນໆ. ຜູ້ຖືປາກກາຫຼາຍຄົນບໍ່ຕັດສິນໃຈ ເອນອຽງ ສັ່ນຄອນ; ບາງຄົນທີ່ເຄີຍເຂົ້າຮ່ວມການປະຕິວັດມາດຽວນີ້ໄດ້ຫັນໄປ “ຫັນທຸງ”, “ກັບໃຈ” ແລະ ເຖິງກັບປະຕິເສດທັງ “ລູກທາງຈິດວິນຍານ” ຂອງພວກເຂົາກ່ອນໜ້ານີ້. ຈາກຈິດໃຈຂອງໂຄງຮ່າງ ໃຫ້ເຫັນວ່າ, ຖ້າ​ຢາກ​ຕໍ່ສູ້​ຢ່າງ​ມີ​ປະສິດທິ​ຜົນ, ຕ້ອງລະບຸໃຫ້ຖືກຕ້ອງ​ເຖິງ​ການ​ປະກົດ​ຕົວ​ຂອງ​ການທຳລາຍ, ການສວຍ​ໂອກາດ ​ແລະ ​ການ​ເສື່ອມ​ໂຊມ​ທາງ​ແນວ​ຄິດ​ການ​ເມືອງ ຫຼື ພຶດຕິກຳທີ່ເປັນອັນຕະລາຍຕໍ່ແນວຄິດແລະວັດທະນະທຳ, ບົນພື້ນຖານນັ້ນ ສາມາດກຳນົດວິທີການຕໍ່ສູ້ທີ່ຖືກຕ້ອງ ຕໍ່ແຕ່ລະເປົ້າໝາຍໄດ້. ໂລກໄຊເບຣ໌ ກາຍ​ເປັນ ແນວຮົບຕົ້ນຕໍ​ຂອງ​ການ​ຕໍ່ສູ້ທາງແນວຄິດ, ວັດທະນະທຳ ​ແລະ ສິລະ​ປະ ທີ່​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ລັດຫວຽດນາມ ຕ້ອງກຳເອົາ ແລະ ຮັກສາຄວາມເປັນເຈົ້າການ ​ແລະ ຈັດ​ຕັ້ງກອງ​ກຳລັງ​ຕໍ່ສູ້​ທີ່​ເດັດດ່ຽວແລະຄົບຊຸດ ​ໂດຍ​ຜ່ານການຕໍ່ສູ້ທາງ​ການ​ເມືອງ, ແນວຄິດ, ວັດທະນະທຳ, ​ເສດຖະກິດ, ກົດໝາຍ, ການບໍລິຫານ...

- ແບບວິທີການນຳພາຂອງພັກມີບົດບາດສຳຄັນພິເສດ ໃນການຮັບປະກັນຜົນສຳເລັດຂອງການຕໍ່ສູ້ ໃນຂົງເຂດແນວຄິດແລະວັດທະນະທຳ. ໂຄງຮ່າງ ກຳເນີດຂຶ້ນມາເພື່ອກຳນົດ​ວິທີ, ຮູບ​ແບບ ​ແລະ ວິທີ​ການ​ນຳພາ​​ທີ່​ຫຼາກ​ຫຼາຍ​ແລະຍືດຫຍຸ່ນຂອງ​ພັກ ເຊິ່ງເໝາະ​ສົມ​ກັບ ​ຂົງ​ເຂດ​ວັດທະນະທຳແລະສິລະ​ປະ, ກາຍ​ເປັນ​ປັດ​ໄຈ​ຕັດສິນ​ຊີ້ຂາດ​ທີ່​ສຸດ​ເພື່ອ​ຮັບປະກັນ​ຜົນສຳ​ເລັດ​ຂອງ​ການ​ຕໍ່ສູ້. ການຕໍ່ສູ້ທາງດ້ານແນວຄິດກ່ອນອື່ນໝົດຕ້ອງໃຊ້ອາວຸດທາງແນວຄິດ-ທິດສະດີທີ່ແຫຼມຄົມ ເຊິ່ງສາມາດເປີດໂປງພື້ນຖານທາງເສດຖະກິດ, ການເມືອງ, ຈິດຕະວິທະຍາ ແລະ ສັງຄົມ ຂອງທິດສະດີທັງໝົດ ທີ່ມີອິດທິພົນຕໍ່ຄວາມຄິດຂອງນັກຂຽນ ດັ່ງທີ່ໂຄງຮ່າງ ລະບຸໄວ້ຢ່າງຊັດເຈນ; ​ຕ້ອງ​ການຜົນງານທາງ​ທິດ​ສະ​ດີ​ວັດ​ທະ​ນະ​ທຳ​ແລະ​ສິ​ລະ​ປະ​ທີ່ຄູ່ຄວນ, ​ສາ​ມາດ​ຊີ້​ນຳ ​ແລະ ​ນຳ​ພາ ​ການ​ສ້າງ​ວັດ​ທະ​ນະ​ທຳ​ ແລະ ​ສິ​ລະ​ປະ​ ຂອງປະ​ເທດ​ໃນ​ຍຸກ​ໃໝ່. ສືບ​ຕໍ່​ກໍ່ສ້າງ ​ແລະ ປ່ຽນແປງໃໝ່​ ບັນດາ​ຮູບ​ແບບ​ການຈັດ​ຕັ້ງ ​ໃຫ້​ເປັນ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ເຄື່ອນ​ໄຫວ ​ຂອງ​ບັນດາ​ຜູ້​ສ້າງ​ວັດທະນະທຳ ແລະ ສິລະ​ປະ - ທັງ​ສຳລັບ​ຊົນຊັ້ນສູງ​ແລະມວນ​ຊົນ - ຜ່ານ​ນັ້ນ ​ເຕົ້າ​ໂຮມ​ບັນດາ​ກຳລັງ​ຕໍ່ສູ້​ ໃນ​ຂົງ​ເຂດ​ແນວ​ຄິດ ​ແລະ ວັດທະນະທຳ. ໃນໄລຍະປະຈຸບັນ, ນັ້ນແມ່ນບັນດາອົງການຈັດຕັ້ງສັງຄົມ-ອາຊີບ ຂອງນັກຂຽນແລະສິລະປິນ, ມະຫາວິທະຍາໄລປົກຄອງຕົນເອງ ຫຼືສະຖາບັນຄົ້ນຄວ້າຂອງປັນຍາຊົນ, “think tank” ຂອງຜູ້ຊ່ຽວຊານ, ສະຖາບັນສື່ມວນຊົນ, ອົງການພິມຈຳໜ່າຍ, ເວທີປາໄສ, ລວມທັງກຸ່ມປະຕິບັດງານ ແລະ ຕໍ່ສູ້ໂດຍກົງໃນໂລກໄຊເບຮ໌. ຕິດກັບ​ການ​ກໍ່ສ້າງ​ບັນດາ​ສະ​ຖາ​ບັນ ​ແລະ ອົງການ​ຈັດ​ຕັ້ງນັ້ນ ​ແມ່ນ​ການເອົາ​ໃຈ​ໃສ່​ພັດທະນາ​ຖັນ​ແຖວ​ພະນັກງານ​ຫຼັກ​ແຫຼ່ງ ໃນ​ຂົງ​ເຂດ​ວັດທະນະທຳ ແລະ ສິລະ​ປະ, ພິ​ເສດ​ແມ່ນ​ປັນຍາ​ຊົນ, ສິລະ​ປິນ, ຜູ້ຊ່ຽວຊານ ແລະ ນັກ​ວິທະຍາສາດ ​ທີ່​ມີຫຼັກໝັ້ນທາງການເມືອງທີ່ເຂັ້ມແຂງ, ມີຄວາມສ້ຽມແຫຼມທາງທິດສະດີ, ມີປະສົບການໃນທາງ​ປະຕິບັດ ແລະ ມີ​ຊື່​ສຽງ​ໃນ​ດ້ານການ​ເຕົ້າ​ໂຮມ​ກຳລັງ​ສະຕິ​ປັນຍາ. ໂຄງຮ່າງ ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ເຖິງ​ຈິດ​ໃຈ​ບໍ່ ລວມທຸກ​​ຢ່າງ​ເຂົ້າ​ກັນທັງໝົດ, ໂດຍ​ແຍກ​ແນວ​ຄິດ​ວັດ​ທະ​ນະ​ທຳ​ປະຕິການ​ອອກຈາກ​ແນວ​ຄິດ​ທີ່​ມີ​ຜົນ​ກະທົບ​ຕໍ່​ການ​ເຄື່ອນ​ໄຫວ​ສ້າງສັນ​ຂອງ​ນັກ​ປະພັນ ແລະ ​ສິລະ​ປິນ ​ແຕ່​ບໍ່​ມີ​ປະໂຫຍດ​ຕໍ່​ວຽກ​ງານ​ປະຕິວັດ ​ໃນ​ໄລຍະເວລາ​​ສະ​ເພາະ; ພວກນັກຂຽນທີ່ເປັນລູກມື, ພວກທີ່ຕິດສົ້ນເທົ້າຂອງຊາວຕ່າງປະເທດ ແລະ ຜູ້ທີ່ລັງເລ, ລະແວງສົງໄສ, ສັ່ນຄອນ, ເອນອ່ຽງ; ຜູ້ທີ່ສະແດງຄວາມຮັບຜິດຊອບຕໍ່ສັງຄົມຂອງປັນຍາຊົນໂດຍການວິພາກວິຈານ ກັບຜູ້ທີ່ໃຊ້ຊື່ “ການວິພາກວິຈານ” ເພື່ອທຳລາຍ... ໜ້າທີ່ຂອງການຕໍ່ສູ້ໃນຂົງເຂດແນວຄິດ-ທິດສະດີທາງວັດທະນະທຳ ແລະ ສິລະປະ ແມ່ນທັບມ້າງນະໂຍບາຍ ແລະ ກົນອຸບາຍລ່າເມືອງຂຶ້ນທາງວັດທະນະທຳທັງໝົດ, ເຮັດໃຫ້ພວກປະຕິການ ພວກສວຍໂອກາດຖືກໂດດດ່ຽວ, ແຕ່ສຶກສາອົບຮົມ, ຊວນເຊື່ອ ແລະ ດຶງດູດຄົນທີ່ລັງເລໃຫ້ມາຢືນຢູ່ຂ້າງຊາດ ຮ່ວມກັບປະຊາຊົນ, ເພື່ອຄວາມຈິງ ແລະ ຄວາມຖືກຕ້ອງ. ຍ້ອນ​ໄດ້​ຮັບ​ການ​ຊີ້​ນຳ​ຂອງ​ໂຄງຮ່າງ, ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້ອົບຮົມສຶກສາ ​ແລະ ດຶງ​ດູດ​ນັກ​ວັດທະນະທຳ, ນັກ​ປະພັນ ​ແລະ ​ສິລະ​ປິນ​ຫຼາຍ​ຄົນ ​ທີ່ເມື່ອ​ກ່ອນ​ເຄີຍຢູ່ໂດດດ່ຽວແລະລົບ​ລີ້​​ຢູ່ໃນ “ຫໍຄອຍງາຊ້າງສິລະປະ” ​ໃຫ້​ຄ່ອຍໆ​ປ່ຽນ​ແປງຫຼັກໝັ້ນ, ເຂົ້າ​ຮ່ວມພາລະກິດການກອບກູ້ປະເທດ, ສະ​ແດງ​ໃຫ້​ເຫັນເຖິງ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ສັງ​ຄົມ​ຂອງ​ນັກ​ຂຽນ ແລະ ​ປະ​ກອບ​ສ່ວນ​ທີ່​ສຳ​ຄັນ​ຫຼາຍ​ຢ່າງ ​ເພື່ອ​ປະ​ຊາ​ຊົນ ແລະ ປະ​ເທດ​ຊາດ./.    

--------------------

(1) ໄດ້​ຮັບ​ການອະນຸມັດໃນ​ກອງ​ປະຊຸມ​ຄະນະ​ປະຈຳ​​ສູນ​ກາງ​ພັກ ​ເດືອນ​ກຸມພາ 1943, ປະຊຸມທີ່ ວ້ອງລາ, ດົງແອງ, ຝຸກອຽນ.

(2), (3) ເອກະສານຄົບຊຸດຂອງພັກ, ສພຈ. ການເມືອງແຫ່ງຊາດ, ຮ່າໂນ້ຍ, 2000, ເຫຼັ້ມ 7, ໜ້າ 283, 301.

(4), (5), (6) ເອກະສານຄົບຊຸດຂອງພັກ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 7, ໜ້າ 318, 319, 320.

(7) ເບິ່ງ: ຟ້ານ ກວາງ ລອງ: “ທີ່ຕັ້ງ ແລະ ບົດບາດຂອງວັດທະນະທຳໃນໄຊຊະນະຂອງການປະຕິວັດເດືອນສິງຫາປີ 1945”, ເວັບໄຊຂອງສະພາທິດສະດີສູນກາງ, ວັນທີ 30 ສິງຫາ 2018, https://hdll.vn/vi/nghien-cuu---trao-doi/vi-tri-va-vai-tro-cua-van-hoa-trong-thang-loi-cua-cach-mang-thang-tam-nam-1945.html

(8) ເບິ່ງເອກະສານຄົບຊຸດຂອງພັກ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 7, ໜ້າ 320-321

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1009 (ເດືອນມີນາ 2023)