ສຸມໃສ່ຄົ້ນຄວ້າ, ພັດທະນາ ແລະ ປັບປຸງບູລະນະທິດສະດີ
ກ່ຽວກັບການປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ຊາດ​ໃນໄລຍະໃໝ່

ໂດຍ ສຈ, ປອ ໂຕເລິມ
ພົນເອກ, ກຳມະການກົມການເມືອງສູນກາງ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ
02:08, 18-10-2023
ວກ. - ການພັດທະນາ ແລະ ປັບປຸງບູລະນະລະບົບທິດສະດີກ່ຽວກັບການປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ຊາດ ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ເກີດ​ຈາກ​ຄວາມ​ເປັນ​ຈິງ ເຊິ່ງພັກກອມມູນິດຫວຽກດນາມຖືວ່າແມ່ນ​ວຽກ​ງານ​ສຳຄັນ​ໃນ​ໄລຍະ​ໃໝ່. ມາເຖິງປະຈຸບັນ, ລະບົບທິດສະດີກ່ຽວກັບການປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງຂອງ​ຊາດ ໄດ້ຮັບການສ້າງຂຶ້ນຂ້ອນຂ້າງຮອບດ້ານ ແລະ ປະກອບສ່ວນ​ສຳຄັນ​ທີ່​ສຸດ​ໃຫ້​ແກ່​ໄຊຊະນະ​ໃນ​ການ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງຂອງ​ຊາດ.

ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ພ້ອມກັບບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຄະນະປະຈຳ ຄະນະກຳມະການພັກປ້ອງກັນຄວາມສະຫງົບສູນກາງ _ພາບ: TTXVN

ເອົາໃຈໃສ່ຊີ້ນໍາວຽກງານທິດສະດີ

ລັດທິມາກ-ເລນິນໄດ້ຊີ້ແຈ້ງວ່າ: “ຖ້າ​​ບໍ່​ມີ​ທິດ​ສະ​ດີ​​ປະ​ຕິ​ວັດ ກໍບໍ່​​ມີຂະບວນ​ການ​ປະ​ຕິ​ວັດເກີດຂຶ້ນໄດ້(1), ປະທານໂຮ່ຈີມິນກໍເຄີຍຢືນຢັນວ່າ: “ຖ້າບໍ່ມີທິດສະດີສັງຄົມນິຍົມວິທະຍາສາດ ກໍບໍ່ສາມາດມີຫຼັກໝັ້ນຊົນຊັ້ນທີ່ໜັກແໜ້ນໄດ້(2), ນັ້ນສະແດງໃຫ້ເຫັນເຖິງຄຸນຄ່າແລະຄວາມສຳຄັນອັນຍິ່ງໃຫຍ່ຂອງທິດສະດີ. ທ່ານ ກ.ມາກ ແລະ ຟ.ອັງແກນ ໄດ້ຕັ້ງຂໍ້ສັງເກດວ່າ: “ທິດສະດີຂອງພວກເຮົາແມ່ນທິດສະດີການພັດທະນາ, ບໍ່ແມ່ນຄຳພີທີ່ຜູ້ຄົນຈົດຈໍາແລະເຮັດຊ້ຳໂດຍອັດຕະໂນມັດ(3). ເລື່ອງນີ້ໝາຍຄວາມວ່າ, ການສຸມໃສ່ຄົ້ນຄວ້າ, ພັດທະນາ ແລະ ປັບປຸງບູລະນະທິດສະດີ, ຄວາມຈົງຮັກພັກດີ, ການໝູນໃຊ້ ແລະ ການພັດທະນາ ລັດທິສັງຄົມນິຍົມວິທະຍາສາດ ຢ່າງປະດິດສ້າງ ໃຫ້ສອດຄ່ອງກັບຄວາມເປັນຈິງ ແມ່ນສິ່ງທີ່ບັນດານັກຄລາສສິກຕ້ອງການບອກເລົ່າໃຫ້ລູກຫຼານຟັງ. ການປະຕິວັດຈະມີຄຸນຄ່າກໍຕໍ່ເມື່ອຮູ້ວິທີປ້ອງກັນຕົນເອງເທົ່ານັ້ນ(4) ແລະ ຖ້າຊາວກອມມູນິດ ບໍ່ຖືອາວຸດເພື່ອປົກປ້ອງສາທາລະນະລັດສັງຄົມນິຍົມ, ພວກເຮົາບໍ່ສາມາດຢູ່ລອດໄດ້(5). ໂດຍຊາບຊຶມທັດສະນະຂອງລັດທິມາກ-ເລນິນ, ພັກກອມມູນິດຫວຽດນາມຍາມໃດກໍກຳນົດວ່າ ໜ້າທີ່​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງຂອງ​ຊາດ ແມ່ນ​ຈຸດ​ສຳຄັນ​ໃນ​ພາລະກິດ​ປະຕິວັດ, ​ຈົງ​ຮັກ​ພັກດີ ແລະ ໝູນໃຊ້​ລັດທິມາກ-​ເລ​ນິນ​ ແລະ ແນວຄິດໂຮ່ຈີມິນ ຢ່າງ​ປະດິດ​ສ້າງ ເພື່ອຊີ້ນຳ ນຳພາພາລະກິດການ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງຂອງ​ຊາດ, ພ້ອມ​ກັນ​ນັ້ນ​ກໍ​ຢືນຢັນ​ຢ່າງ​ຈະ​ແຈ້ງ​ເຖິງ ​ຄວາມ​ສຳຄັນ​ຂອງ​ການ​ຄົ້ນ​ຄ້ວາ, ພັດທະນາ ​ແລະ ປັບປຸງບູລະນະທິດ​ສະ​ດີກ່ຽວກັບການ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ຊາດ.

ຕັ້ງແຕ່ວັນທຳອິດຂອງການສ້າງຕັ້ງ, ພັກຂອງພວກເຮົາ​ໄດ້​ອອກ​ຄຳສັ່ງແລະມະຕິເພື່ອ​ປົກ​ປັກ​ຮັກ​ສາ​ພັກ, ປົກ​ປັກ​ຮັກ​ສາ​ພື້ນ​ຖານ​ການປະ​ຕິ​ວັດ, ສ້າງ​ຕັ້ງ ຊີ້​ນຳ​ນຳ​ພາບັນດາໜ່ວຍປ້ອງກັນ​ຕົນ​ເອງສີແດງ, ໜ່ວຍປ້ອງກັນຕົນເອງກຳ​ມະ​ກອນຊາວນາ, ໜ່ວຍປ້ອງ​ກັນຕົນເອງກູ້ຊາດ, ກອງ​ກຽດ​ຕິຍົດກຳຈັດຜູ້ທໍລະຍົດ, ກອງກຽດຕິຍົດ​ຫວຽດມິນ ແລະອື່ນໆ, ຕໍ່ສູ້ເພື່ອປ້ອງກັນແລະ​ຕ້ານ​ພວກນັກ​ສືບສອດແນມ, ຜູ້​ແຈ້ງ​ຂ່າວ ​ແລະ ລູກນ້ອງປະຕິການ. ​ໃນ​ໄລຍະ​ຕໍ່ຕ້ານພວກລ່າເມືອງຂຶ້ນແລະຈັກກະພັດນິຍົມ, ກໍ່ສ້າງ​ລະບອບ​ສັງຄົມ​ນິຍົມ, ພັກຂອງພວກເຮົາໄດ້ຊີ້​ນຳ “​ເພີ່ມທະວີ​ກອງກຳລັງ​ຕຳຫຼວດ​ເປັນ​ເຄື່ອງ​ມືຜະເດັດການທີ່ຈົງຮັກ​ພັກ​ດີ​ຕໍ່​ພັກ, ມີ​ຄວາມ​ສະໜິດ​ຕິດ​ພັນ​ກັບ​ມະຫາຊົນ..., ທົ່ວ​ພັກ​ຕ້ອງ​ກຳ​ແໜ້ນກອງ​ກຳລັງ​ຕຳຫຼວດ ​ແລະ ຕ້ອງ​ຖື​ການ​ເພີ່ມທະວີ​ກອງກຳລັງ​ຕຳຫຼວດ​ເປັນໜ້າທີ່​ການ​ເມືອງທີ່​ສຳຄັນ(6); ຄຽງ​ຄູ່ກັນນັ້ນ ພັກຍັງມີແຜນ​ນະ​ໂຍບາຍ​ຕໍ່​ສູ້​ຕ້ານບັນດາອິດທິກຳລັງ​ສັດຕູ ແລະ ພວກປະຕິການ ​ທີ່​ວາງ​ແຜນກໍ່ການ​ຈະ​ລາຈົນ ​ແລະ ສົງຄາມ​ຈິດຕະສາດ; ປ້ອງ​ກັນ​ແລະ​ຕ້ານ​ການ​ເຄື່ອນ​ໄຫວ​ສອດ​ແນມ,​ ກອງປຸ້ນກອມມານໂດ, ການຕິດຕັ້ງສອດແນມ ໂຈມຕີພາຍ​ໃນ ​ແລະ ​ການທຳລາຍລະບຽບຄວາມ​ສະຫງົບ; ການອອກແຮງງານທຳການຜະລິດ ພັດທະນາເສດຖະະກິດ ແລະ ປຸກລະດົມຂະບວນການປົກປ້ອງຄວາມໝັ້ນຄົງ ​ແລະ ຄວາມສະຫງົບ​ຮຽບຮ້ອຍ​ໃນ​ພາກ​ເໜືອ. ໃນ​ສະໜາມ​ຮົບ​ພາກ​ໃຕ້, ພັກມີແຜນ​ຊີ້​ນຳ​ນຳພາການຕໍ່ສູ້ຢ່າງເດັດດ່ຽວເພື່ອຍຶດພື້ນທີ່, ໃກ້ຊິດຕິດແທດປະຊາຊົນ, ​ເຂົ້າ​ຮ່ວມໃນການກຳຈັດພວກຄົນຊົ່ວຮ້າຍ, ທຳລາຍການກົດຂີ່ຂົ່ມເຫັງ, ຕໍ່ສູ້​ເພື່ອ​ເອົາຊະນະ​ກິດຈະກຳຂ່າວກອງ, ການ​ເຄື່ອນ​ໄຫວສອດແນມ, ການປາບປາມ​ກວາດ​ລ້າງ, “ການປາບໃຫ້ສະຫງົບ”, “ການຮຽກຄືນ” ຂອງອາເມລິກາແລະພວກຫຸ່ນ; ປົກ​ປັກ​ຮັກ​ສາກົມ​ສູນ​ກາງພາກໃຕ້, ​ຖານທີ່ໝັ້ນການຕໍ່ຕ້ານ ແລະ ຂະບວນ​ການປະຕິວັດ, ປົກປັກຮັກສາປະຊາຊົນ, ປະກອບສ່ວນອັນ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປົດ​ປ່ອຍ​ພາກ​ໃຕ້ ​ແລະ ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ... ມະຕິ, ຄຳສັ່ງ ແລະ ແຜນນະ​ໂຍບາຍ​ຂອງ​ພັກ​ໃນ​ໄລຍະ​ນີ້​ ໄດ້​ຮັບ​ການສະຫຼຸບ​ສັງ​ລວມ​ເປັນ​ທັດສະນະ​ແລະທິດນຳ ເຊິ່ງເປັນການວາງ​ຮາກ​ຖານ​ສ້າງ​ທິດ​ສະ​ດີ ກ່ຽວກັບການ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ຊາດ ​ແລະ ວິທະຍາສາດ​ວຽກງານ​ປ້ອງ​ກັນ​ຄວາມ​ສະຫງົບ​ໃນອະນາຄົດ.

ເມື່ອເຂົ້າສູ່ສະໄໝແຫ່ງການປ່ຽນແປງໃໝ່, ວັນທີ 30 ສິງຫາ 1990, ກົມການເມືອງສູນກາງພັກໄດ້ອອກມະຕິຕົກລົງເລກທີ 110-QD/TW, ວ່າດ້ວຍ​ການ​ຈັດ​ຕັ້ງ​ຄະນະກຳມະການພັກປ້ອງກັນຄວາມສະຫງົບສູນກາງ ເຊິ່ງ​ຢູ່​ພາຍ​ໃຕ້​ການ​ນຳ​ໂດຍກົງຂອງ​ກົມ​ການ​ເມືອງສູນກາງ ໂດຍມີ​ບົດບາດ​ຊ່ວຍ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກໃນການ​ຄົ້ນຄວ້າ ​ແລະ ສະ​ເໜີ​ແນວທາງແລະນະ​ໂຍບາຍ​ປົກ​ປ້ອງ​ຄວາມ​ໝັ້ນຄົງຂອງ​ຊາດ. ໃນສະພາບການທີ່ລັດທິສັງຄົມນິຍົມໃນໂລກ ກຳລັງຖົດຖອຍລົງສູ່ວິກິດການຢ່າງເລິກເຊິ່ງ ທາງດ້ານຮູບແບບຕົວຈິງແລະທິດສະດີ, ວັນທີ 28 ມີນາ 1992, ກົມການເມືອງສູນກາງພັກໄດ້ອອກມະຕິເລກທີ 01-NQ/TW, “ວ່າດ້ວຍວຽກງານທິດສະດີໃນໄລຍະປະຈຸບັນ”, ກຳນົດທິດທາງຂອງວຽກງານທິດສະດີໃນສະໄໝຂ້າມຜ່ານຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ ເຊິ່ງໃນນັ້ນ ມີທິດສະດີກ່ຽວກັບການປ້ອງກັນຄວາມໝັ້ນຄົງ ແລະ ການປ້ອງກັນປະເທດ; ພ້ອມກັນນັ້ນ, ກອງປະຊຸມຄະນະບໍລິຫານງານສູນກາງພັກຄັ້ງທີ 3 ສະໄໝທີ VII ໄດ້ອອກມະຕິຢ່າງທັນການ “ວ່າດ້ວຍໜ້າທີ່ປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງຂອງຊາດ, ຕ້ານກົນອຸບາຍ “ຫັນປ່ຽນໂດຍສັນຕິ” ຂອງສັດຕູ”. ໂດຍສະເພາະຢ່າງຍິ່ງ, ຈາກການວິເຄາະໄຈ້ແຍກ ການປະເມີນ ແລະ ການພິນິດໄສຢ່າງຮອບດ້ານແລະເລິກເຊິ່ງ ກ່ຽວກັບສະພາບການໂລກແລະພາກພື້ນ, ສະຖານະການພາຍໃນປະເທດ ທີ່ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງຂອງຊາດ, ບົນ​ພື້ນຖານ​ການ​ສືບ​ທອດ ​ແລະ ພັດທະນາ​ມະຕິກ່ອນໜ້າ​ຂອງ​ພັກ, ວັນ​ທີ 17 ທັນວາ 1998, ກົມ​ການ​ເມືອງສູນກາງພັກ​ຊຸດ​ທີ VIII ​ໄດ້​ອອກ​ມະຕິ​ເລກທີ 08-NQ/TW, “ວ່າດ້ວຍ​ຍຸດ​ທະ​ສາດ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ”. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ອອກ​ມະຕິແຍກຕ່າງຫາກ​ກ່ຽວ​ກັບ​ຍຸດ​ທະ​ສາດຄວາມ​ໝັ້ນຄົງແຫ່ງຊາດ ​ເຊິ່ງມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ ​ຕໍ່ພາລະກິດປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງຂອງ​ຊາດ ແລະ ເປັນ​ພື້ນຖານ​ສຳລັບການກຳນົດທິດ​ສະ​ດີ​ຄວາມ​ໝັ້ນຄົງ​ຂອງ​ຊາດຢ່າງຊັດເຈນ ເຊິ່ງເປັນອັດຕະພາບເອກະລາດ, ເປັນອົງປະກອບທີ່ສໍາຄັນໃນລະບົບທິດສະດີການປົກປັກຮັກສາປະເທດຊາດ. ໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້ານຜ່ານຂຶ້ນສູ່ສັງຄົມນິຍົມ (ສະບັບເພີ່ມເຕີມ ພັດທະນາປີ 2011) ໄດ້ຢືນຢັນວ່າ “ພັດທະນາແນວທາງແລະສິລະປະການທະຫານ ສົງຄາມປະຊາຊົນ ແລະ ທິດສະດີ ວິທະຍາສາດຄວາມໝັ້ນຄົງປະຊາຊົນ(7). ເປັນຄັ້ງທໍາອິດໃນເອກະສານຂອງພັກກອມມູນິດຫວຽດນາມທີ່ມີການກ່າວເຖິງ “ວິທະຍາສາດຄວາມໝັ້ນຄົງ” ເຊິ່ງກຳນົດທີ່ຕັ້ງແລະບົດບາດສຳຄັນຂອງວິທະຍາສາດຄວາມໝັ້ນຄົງ ໃນທິດສະດີໂດຍລວມ ກ່ຽວກັບການປົກປັກຮັກສາປະເທດຊາດ, ກຳນົດທີ່ຕັ້ງແລະຄວາມສຳຄັນຂອງວຽກງານຄົ້ນຄວ້າ ພັດທະນາ ແລະ ປັບປຸງບູລະນະທິດສະດີກ່ຽວກັບການປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ຊາດ. ໂດຍຊາບຊຶມທັດສະນະພື້ນຖານຂອງພັກກ່ຽວກັບການສ້າງທິດສະດີກ່ຽວກັບການປົກປ້ອງປະເທດຊາດ ແລະປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ຊາດ, ຄະນະກຳມະການພັກປ້ອງກັນຄວາມສະຫງົບສູນກາງ ໄດ້ອອກມະຕິເລກທີ 08-NQ/ĐUCA, ລົງວັນທີ 6 ມິຖຸນາ 2012, ວ່າດ້ວຍ ວຽກ​ງານ​ທິດ​ສະ​ດີ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ປະ​ຊາ​ຊົນ​ໃນ​ສະ​ພາບ​ການ​ໃໝ່”.   

ບົນພື້ນຖານການສະຫຼຸບ 20 ປີແຫ່ງການປະຕິບັດມະຕິເລກທີ 08-NQ/TW, “ວ່າດ້ວຍ​ຍຸດ​ທະ​ສາດ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ແລະ ຂໍ້ສະເໜີຂອງຄະນະກຳມະການພັກປ້ອງກັນຄວາມສະຫງົບສູນກາງ, ວັນທີ 5 ກັນຍາ 2019, ກົມການເມືອງສູນກາງໄດ້ອອກມະຕິເລກທີ 51-NQ/TW, “ກ່ຽວ​ກັບ​ຍຸດ​ທະ​ສາດ​ປົກ​ປັກ​ຮັກ​ສາ​ຄວາມໝັ້ນຄົງຂອງ​ຊາດ”, ແມ່ນ​ມະ​ຕິ​ສະເພາະ​ທີ່ສຳ​ຄັນ​ທີ່​ສຸດ ເຊິ່ງສະຫຼຸບມະ​ຕິ​ເລກ​ທີ 28-NQ/TW, “ກ່ຽວ​ກັບ​ຍຸດ​ທະ​ສາດ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ສະ​ພາບ​ການ​ໃໝ່”. ມະຕິເລກທີ 51-NQ/TW, ມີຈຸດໃໝ່ຕ່າງໆ ກ່ຽວກັບເປົ້າໝາຍ, ທັດສະນະ, ຄຳຂວັນຊີ້ນຳ, ໜ້າທີ່ ແລະ ວິ​ທີ​ແກ້​ໄຂທີ່ລະອຽດ​ສະ​ເພາະ, ສະ​ແດງ​ໃຫ້​ເຫັນເຖິງ​ວິ​ໄສ​ທັດ ແລະ ​ຍຸດ​ທະ​ສາດ​ຂອງ​ພັກກ່ຽວກັບ​ສະ​ພາບ​ແວດ​ລ້ອມ​ດ້ານຄວາມໝັ້ນຄົງ ແລະ ການ​ພັດ​ທະ​ນາ​ຂອງ​ປະ​ເທດ ໂດຍເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນໃນ “ການປັບປຸງບູລະນະລະບົບທິດສະດີກ່ຽວກັບການປົກ​ປັກ​ຮັກ​ສາ​ຄວາມໝັ້ນຄົງຂອງ​ຊາດ”. ບັນຫານີ້ສືບຕໍ່ໄດ້ຮັບການຢືນຢັນໃນເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ: ສືບຕໍ່ຄົ້ນຄວ້າແລະພັດທະນາທິດສະດີກ່ຽວກັບການປ້ອງກັນປະເທດ, ການທະຫານ, ຄວາມໝັ້ນຄົງ, ສິລະປະການທະຫານ, ສິລະປະການປົກ​ປັກ​ຮັກ​ສາ​ຄວາມໝັ້ນຄົງຂອງ​ຊາດ, ຄວາມໝັ້ນຄົງທາງສັງຄົມ ໃນສະຖານະການໃໝ່(8). ໂດຍປະຕິບັດມະຕິເລກທີ 51-NQ/TW ແລະ ຊາບຊຶມຈິດໃຈຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ຄະນະກຳມະການພັກປ້ອງກັນຄວາມສະຫງົບສູນກາງ, ກະຊວງປ້ອງກັນຄວາມສະຫງົບ ໄດ້ສະຫຼຸບວຽກງານທິດສະດີປ້ອງ​ກັນ​ຄວາມ​ສະ​ຫງົບ​ປະ​ຊາ​ຊົນ​ໄລ​ຍະ 2011-2021 ປະກາດໃຊ້ມະຕິເລກທີ 10-NQ/ĐUCA ແລະ ຄຳສັ່ງເລກທີ 05-CT/BCA, ລົງວັນທີ 1 ມິຖຸນາ 2022, ກ່ຽວກັບຍູ້​ແຮງ​ວຽກ​ງານ​ດ້ານ​ທິດ​ສະ​ດີ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ປະຊາຊົນ​ຮອດ​ປີ 2030 ໂດຍມີວິໄສທັດ​ເຖິງ​ປີ 2035”.

ລະບົບທິດສະດີກ່ຽວກັບການປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ຊາດ
ໄດ້ຮັບການປັບປຸງໃຫ້ສົມບູນແບບເທື່ອລະກ້າວ

ຈາກພຶດຕິກຳການປະຕິວັດ ແລະ ການສະຫຼຸບສັງ​ລວມ​ທິດ​ສະ​ດີ​ກ່ຽວກັບການກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ແລະ ຈາກການຊາບຊຶມບັນດາທັດສະນະຂອງພັກ​ຢ່າງ​ເລິກ​ເຊິ່ງຮອບດ້ານ, ​​ລະບົບ​ທິດ​ສະ​ດີກ່ຽວກັບການ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ຊາດໄດ້ຮັບການສ້າງຂຶ້ນ, ຄົ້ນຄວ້າ​ເພີ່ມ​ເຕີມ, ພັດທະນາ ​ແລະ ປັບປຸງບູລະນະ. ຄວາມໝັ້ນຄົງຂອງຊາດໃນຂັ້ນຕົ້ນຖືກລະບຸວ່າ ແມ່ນ​ຄວາມ​ໝັ້ນຄົງ​ທາງ​ດ້ານ​ການ​ເມືອງ, ການ​ປົກ​ປ້ອງ​ຄວາມ​ໝັ້ນຄົງ​ຂອງ​ຊາດ ​ຕົ້ນຕໍ​ແມ່ນ​ການ​ປ້ອງ​ກັນແລະຕໍ່ສູ້ຕ້ານ​ການ​ກໍ່​ການ​ຮ້າຍ, ການ​ເຄື່ອນໄຫວທຳລາຍຂອງ​ກຳລັງ​ສັດຕູ​ແລະ​ປະຕິກິລິຍາ. ມະຕິເລກທີ່ 51-NQ/TW, ຂອງກົມການເມືອງສູນກາງ, “​ຍຸດ​ທະ​ສາດປົກປັກຮັກສາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ໄດ້ຂະຫຍາຍແນວຄວາມຄິດ: ຄວາມໝັ້ນຄົງຂອງຊາດແມ່ນຄວາມເຂັ້ມແຂງ ແລະ ຄວາມຍືນຍົງຂອງພັກ, ຄວາມໝັ້ນຄົງ ແລະ ການພັດທະນາຢ່າງຍືນຍົງໃນທຸກດ້ານຂອງປະເທດ, ລະບອບສັງຄົມນິຍົມ ແລະ ລັດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ; ແມ່ນຄວາມໝັ້ນຄົງທາງດ້ານການເມືອງ, ຄວາມໝັ້ນຄົງຊາຍແດນ, ອະທິປະໄຕໃນດິນແດນ, ຄວາມໝັ້ນຄົງແລະຄວາມປອດໄພທາງສັງຄົມ. ມະຕິເລກທີ 51-NQ/TW ກໍໄດ້ໃຫ້ເຫັນວ່າ ຈິນຕະນາການຄວາມໝັ້ນຄົງຂອງຊາດ ບໍ່​ພຽງ​ແຕ່ແມ່ນສະຖານະ​ທີ່​ເຂັ້ມ​ແຂງ​ແລະໝັ້ນຄົງ​ຂອງລັດການ​​ເມືອງທີ່ເປັນ​ເອກະລາດ ແລະ ມີອຳນາດອະທິປະໄຕໃນການພົວພັນສາກົນເທົ່ານັ້ນ ແຕ່ຍັງລວມເຖິງກຳລັງແຮງສັງລວມ ແລະ ຄວາມສາມາດຂອງປະເທດ ໃນການຮັບມືກັບໄພຂົ່ມຂູ່ພາຍໃນແລະພາຍນອກຢ່າງຍືດຫຍຸ່ນ ເພື່ອຮັບປະກັນສະຖານະເຂັ້ມແຂງແລະໝັ້ນຄົງຂອງປະເທດ ພາກພື້ນ ແລະ ທົ່ວໂລກ. ຈາກນັ້ນ, ເນື້ອໃນຂອງການປົກປັກຮັກສາຄວາມໝັ້ນຄົງຂອງຊາດໄດ້ຂະຫຍາຍອອກ ເຊິ່ງບໍ່ພຽງແຕ່ແມ່ນການປ້ອງກັນແລະຕ້ານກົນອຸບາຍ ການເຄື່ອນໄຫວຂອງບັນດາອິດທິກຳລັງສັດຕູເທົ່ານັ້ນ ແຕ່ຍັງລວມທັງການເປັນເຈົ້າການສ້າງກຳລັງບົ່ມຊ້ອນຂອງຄວາມໝັ້ນຄົງຂອງຊາດ; ຄວາມສາມາດທາງດ້ານກຳລັງຄົນ, ກຳລັງວັດຖຸ, ການເງິນ ແລະ ຈິດໃຈ ຢູ່ໃນປະເທດແລະຕ່າງປະເທດ ທີ່ສາມາດລະດົມໄດ້ ເພື່ອຮັບປະກັນ​ຄວາມ​ສະຫງົບ​ສຸກຂອງ​ປະ​ເທດ ​ແລະ ສະຖຽນ​ລະ​ພາບຄວາມໝັ້ນຄົງ​ຂອງ​ລະບອບ. ຈິນຕະນາການກ່ຽວກັບຂອບເຂດແລະເປົ້າໝາຍການປົກປັກຮັກສາຄວາມໝັ້ນຄົງຂອງຊາດບໍ່ພຽງແຕ່ຈຳກັດໃນບັນດາບັນຫາຄວາມໝັ້ນຄົງທາງການເມືອງແລະການທະຫານແບບດັ້ງເດີນເທົ່ານັ້ນ ແຕ້ຍັງລວມທັງບັນດາບັນຫາຄວາມໝັ້ນຄົງທີ່ບໍ່ເປັນແບບດັ້ງເດີມອີກນຳ. ຈິນຕະນາການກ່ຽວກັບການປົກປັກຮັກສາຄວາມໝັ້ນຄົງຂອງຊາດໃນປະຈຸບັນໄດ້ປ່ຽນຈາກຄວາມຄິດແບບທ່າຮັບ, ຄັບແຄບ, ປິດ ແລະ ​ໂດດ​ດ່ຽວ ມາສູ່ຄວາມ​ຄິດ​ທີ່​ເປັນເຈົ້າການ, ຮ່ວມ​ມື ແລະ ​ພັດ​ທະ​ນາ; ເປັນເຈົ້າການໃນການປົກປັກຮັກສາຄວາມໝັ້ນຄົງຂອງຊາດຕັ້ງແຕ່ຕົ້ນ ຈາກ​ໄລຍະ​ໄກ ລ່ວງ​ໜ້າ, ສ້າງຂອບ​ເຂດການຮັກສານ​ຄວາມ​ໝັ້ນຄົງ​ຈາກນອກອານາເຂດ, ຂອບ​ເຂດ​ຊາຍ​ແດນ​ແຫ່ງ​ຊາດ, ການປົກ​ປັກ​ຮັກ​ສາ​ຄວາມໝັ້ນຄົງ​ທາງໄຊເບີສະເປດ, ທ້ອງຟ້າ ແລະ ພື້ນທີ່​ໃຕ້​ດິນ.    

ແນວຄິດກ່ຽວກັບການເສີມຂະຫຍາຍກຳລັງແຮງສັງລວມນັ້ນ ໄດ້ຫັນເປັນຮູບປະທຳໃນຈິນຕະນາການທິດສະດີກ່ຽວກັບການປົກປັກຮັກສາຄວາມໝັ້ນຄົງຂອງຊາດ. ນັ້ນແມ່ນກຳລັງແຮງສັງລວມຂອງລະບົບການເມືອງ, ຂອງປວງຊົນ, ສົມທົບກັບກຳລັງແຮງຂອງຍຸກສະໄໝ, ລະດົມກຳລັງແຮງໃນປະເທດແລະຕ່າງປະເທດ ເພື່ອປົກປັກຮັກສາຄວາມໝັ້ນຄົງຂອງຊາດ; ເອົາໃຈໃສ່ສ້າງລະບົບ​ຄວາມ​ໝັ້ນຄົງ​ປະ​ຊາ​ຊົນ, ທ່າ​ປ້ອງ​ກັນ​ຄວາມໝັ້ນຄົງ​ປະ​ຊາ​ຊົນ, ນ້ຳ​ໃຈ​ປະ​ຊາ​ຊົນທີ່ໝັ້ນຄົງ. ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມສືບຕໍ່ຢືນຢັນ: “ຮັກສາແລະເພີ່ມທະວີການນຳພາໂດຍກົງ, ເດັດຂາດ ໃນທຸກດ້ານຂອງພັກ, ການຄຸ້ມຄອງຢ່າງລວມສູນ ເປັນເອກະພາບຂອງລັດ ຕໍ່ກອງທັບປະຊາຊົນ, ກອງກຳລັງຕຳຫຼວດປະຊາຊົນ ແລະ ພາລະກິດປ້ອງກັນປະເທດ ແລະ ປ້ອງກັນຄວາມໝັ້ນຄົງ(9). ພ້ອມກັນນັ້ນ, ຈິນຕະນາການກ່ຽວກັບບົດບາດຂອງປະຊາຊົນ ໃນການຮັບປະກັນຄວາມໝັ້ນຄົງຂອງຊາດ ໄດ້ຮັບການຢືນຢັນຢ່າງຈະແຈ້ງວ່າ: ການ​ເອົາ​ໃຈ​ໃສ່​ເຖິງ​ຄວາມໝັ້ນຄົງ​ແລະຄວາມ​ປອດ​ໄພ​ແມ່ນ​ໜຶ່ງ​ໃນ​ບັນດາ​ປັດ​ໄຈ​ນຳ​ໜ້າ​ໃນ​ຊີວິດ​ຂອງ​ປະຊາຊົນ. ປະຊາຊົນແມ່ນຈຸດໝາຍແລະເປົ້າໝາຍສູງສຸດ ໃນການຮັບໃຊ້ສຳລັບພາລະກິດປົກປັກຮັກສາຄວາມໝັ້ນຄົງຂອງຊາດ. ຫຼາຍ​ບັນຫາ​ທິດ​ສະ​ດີ​ໃໝ່​ໄດ້​ຮັບ​ການ​ຄົ້ນຄວ້າ ​ແລະ ຜັນ​ຂະຫຍາຍ​ໃຫ້​ສອດຄ່ອງ​ກັບ​ສະພາບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ນັບ​ມື້​ນັບ​ເລິກ​ເຊິ່ງ ເຊັ່ນ: ທິດສະດີກ່ຽວກັບການປົກປ້ອງຄວາມໝັ້ນຄົງໃນຂົງເຂດການຕ່າງປະເທດ, ຄວາມໝັ້ນຄົງທາງສັງຄົມ; ທິດສະດີກ່ຽວກັບການຮັບປະກັນຄວາມໝັ້ນຄົງທາງເສດຖະກິດ, ຄວາມໝັ້ນຄົງທາງວັດທະນະທຳແລະແນວຄິດທີ່ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ເໝາະ​ສົມ​ກັບ​ສະ​ພາບ​ການ​ໃໝ່; ທິດສະດີກ່ຽວກັບການສ້າງລະບົບຄວາມໝັ້ນຄົງປະຊາຊົນ, ສ້າງສະໜາມຮົບປົກປ້ອງຄວາມໝັ້ນຄົງປະຊາຊົນ, ທ່າສະໜາມຮົບໃນໃຈປະຊາຊົນ; ທິດສະດີກ່ຽວກັບການຮັບມືກັບໄພຂົ່ມຂູ່ຄວາມໝັ້ນຄົງທີ່ບໍ່ແມ່ນແບບດັ້ງເດີມ; ການຮັບປະກັນຄວາມປອດໄພຂອງມະນຸດໄດ້ຖືກຄົ້ນຄວ້າຢ່າງເປັນລະບົບ ແລະ ບັນລຸໄດ້ໝາກຜົນສຳຄັນ. ໄພຂົ່ມຂູ່ດ້ານຄວາມໝັ້ນຄົງທີ່ບໍ່ແມ່ນແບບດັ້ງເດີມຈໍານວນໜຶ່ງ ພ້ອມກັບລະບົບວິທີການແລະມາດຕະການຮັບມືຕອບໂຕ້ ໄດ້ຖືກຄົ້ນຄ້ວາແລະຕີຄວາມໝາຍ ຈາກຫຼາຍແງ່ມຸມແລະວິທີການເຂົ້າເຖິງ, ເຊັ່ນ ການປ່ຽນແປງສະພາບດິນຟ້າອາກາດ, ມົນລະພິດຕໍ່ສິ່ງແວດລ້ອມ, ຄວາມຂາດແຄນດ້ານແຫຼ່ງນ້ຳ, ພະຍາດລະບາດ; ວິກິດການການເງິນ, ຄວາມປອດໄພຂອງເຄືອຂ່າຍ, ອາຊະຍາກຳຂ້າມຊາດ; ລັດທິກໍ່ການຮ້າຍ, ການປະທະກັນດ້ານຊົນເຜົ່າ, ສາສະໜາ, ວັດທະນະທຳ ແລະອື່ນໆ. 

ທິດທາງຄົ້ນຄວ້າ ແລະ ປັບປຸງບູລະນະທິດສະດີ
ກ່ຽວກັບການປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ຊາດ​ໃນໄລຍະໃໝ່

ໃນສະພາບການໂລກາພິວັດແລະການເຊື່ອມໂຍງສາກົນ, ບັນດາ​ກາລະ​ໂອກາດ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໄດ້​ເກີດ​ຂຶ້ນ, ພ້ອມ​ກັນ​ນັ້ນ, ບັນດາ​ສິ່ງ​ທ້າ​ທາຍ​ທີ່ໃຫຍ່​ຫຼວງ​ກໍ່​ເກີດ​ຂຶ້ນ​ສຳລັບໜ້າທີ່ການ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ຊາດ; ຄຽງຄູ່ກັບ​ບັນຫາ​ຄວາມ​ໝັ້ນຄົງ​ແບບ​ດັ້ງ​ເດີມ​ທີ່ເປັນ​ທັງ​ພື້ນຖານ​ແລະ​ຮີບ​ດ່ວນ​ນັ້ນ ຍັງມີບັນຫາໃໝ່​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ກ່ຽວກັບຄວາມໝັ້ນຄົງທີ່ບໍ່ແມ່ນແບບດັ້ງເດີມ ​ຫຼາຍ​ຢ່າງກໍ​ໄດ້​ປະກົດ​ຂຶ້ນ. ພຶດຕິກຳຕົວຈິງກຳນົດໃຫ້ການຄົ້ນຄວ້າແລະປັບປຸງບູລະນະທິດສະດີກ່ຽວກັບການປົກປັກຮັກສາຄວາມໝັ້ນຄົງຂອງຊາດ ຕ້ອງຮັບປະກັນເປົ້າໝາຍພື້ນຖານດັ່ງຕໍ່ໄປນີ້: ທີໜຶ່ງ, ສ້າງພື້ນຖານການເມືອງເພື່ອເພີ່ມເຕີມແລະປັບປຸງບູລະນະແນວທາງຂອງພັກກ່ຽວກັບການປົກປັກຮັກສາຄວາມໝັ້ນຄົງຂອງຊາດໃນສະພາບການສາກົນໃໝ່; ປັບປຸງບູລະນະກົນ​ໄກ​ປະຕິບັດ​ການ​ນຳພາ​ໂດຍກົງ, ເດັດຂາດ, ​ໃນ​ທຸກ​ດ້ານຂອງພັກ ​ໃນ​ການ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ຊາດ ​ຢ່າງ​ເປັນ​ເອກະ​ພາບ ແລະ ຕະຫຼອດ​ແຕ່​ສູນ​ກາງ​ຮອດ​ຮາກ​ຖານ. ທີສອງ, ເສີມຂະຫຍາຍບົດບາດຊີ້ນຳນຳພາຂອງຄະນະກຳມະການພັກປ້ອງກັນຄວາມສະຫງົບສູນກາງ ໃນການປະຕິບັດໜ້າທີ່ປົກປັກຮັກສານຄວາມໝັ້ນຄົງຂອງຊາດ; ສ້າງແລະປັບປຸງບູລະນະກົນໄກປະສານງານລະຫວ່າງຄະນະກຳມະການພັກປ້ອງກັນຄວາມສະຫງົບສູນກາງ ກັບບັນດາຄະນະ, ກະຊວງ, ຂະແໜງການສູນກາງແລະທ້ອງຖິ່ນ ໃນການຊີ້ນຳນຳພາດ້ານ​ວຽກ​ງານ​ປ້ອງ​ກັນ​ຄວາມໝັ້ນຄົງ ຄວາມ​ສະຫງົບ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ແລະ ການກໍ່ສ້າງກອງ​ກຳລັງ​ຕຳຫຼວດ​ປະຊາຊົນ. ທີສາມ, ເສີມຂະຫຍາຍຄວາມຮັບຜິດຊອບຂອງຫົວໜ້າຄະນະພັກ, ອຳນາດການປົກຄອງທຸກຂັ້ນ ໃນການຊີ້ນຳນຳພາ ແນະນຳ ຊຸກຍູ້ ກວດກາ ຕິດຕາມກວດກາວຽກງານປົກປັກຮັກສາຄວາມໝັ້ນຄົງຂອງຊາດ; ຫົວໜ້າມີຄວາມຮັບຜິດຊອບຕົ້ນຕໍແລະກ່ອນ​ອື່ນ​ໝົດ ​ໃນ​ການ​ແກ້​ໄຂ​ບັນຫາ​ຄວາມ​ໝັ້ນຄົງ​ ໃນ​ຂົງ​ເຂດ, ທ້ອງ​ຖິ່ນ​ຂອງ​ຕົນ. ທີສີ່, ສ້າງພື້ນຖານເພື່ອສືບຕໍ່ຫັນແນວທາງປົກປ້ອງຄວາມໝັ້ນຄົງແຫ່ງຊາດຂອງພັກເປັນນິຕິກຳ, ຫັນລັດຖະທຳມະນູນກ່ຽວກັບການສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມເປັນຮູບປະທຳ ຕາມທິດເພີ່ມທະວີການຄວບຄຸມອຳນາດລັດໃນການປະຕິບັດບັນດາມາດຕະການຮັບປະກັນຄວາມໝັ້ນຄົງ ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ. ທີຫ້າ, ເພີ່ມທະວີປະສິດທິພາບແລະປະສິດທິຜົນ ຂອງການຄຸ້ມຄອງລັດ, ການຄຸ້ມຄອງຂອງອຳນາດການປົກຄອງທຸກຂັ້ນ, ຮັບປະກັນ​ການ​ປະຕິບັດ​ບັນດາ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ ​ແລະ ກົດໝາຍ​ວ່າ​ດ້ວຍ​ຄວາມ​ໝັ້ນຄົງ​ຂອງ​ຊາດຢ່າງເຂັ້ມງວດ. ທີຫົກ, ເຂົ້າໃຈແຈ້ງກວ່າອີກ ກ່ຽວກັບການສ້າງແລະການປັບປຸງລະບົບຄວາມໝັ້ນຄົງປະຊາຊົນ, ທ່າສະໜາມຮົບປ້ອງກັນຄວາມໝັ້ນຄົງປະຊາຊົນ ໂດຍປະສານສົມທົບຢ່າງແໜ້ນແຟ້ນກັບລະບົບປ້ອງກັນປະເທດທົ່ວປວງຊົນ, ທ່າສະໜາມຮົບປ້ອງກັນປະເທດທົ່ວປວງຊົນທີ່ໝັ້ນຄົງ; ສ້າງ​ທ່າ​ສະໜານຮົບປ້ອງກັນຄວາມໝັ້ນຄົງທີ່​ຕໍ່​ເນື່ອງທີເຈັດ, ສ້າງກອງ​ກຳລັງ​ຕຳຫຼວດ​ປະຊາຊົນ​ທີ່ປະຕິວັດ, ​ເປັນແບບຫຼວງ, ຊຳນິຊຳນານ ແລະ ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ, ກອງກຳລັງບາງສ່ວນກ້າວ​ໄປ​ສູ່​ທັນ​ສະ​ໄໝໂດຍກົງ.

ເພື່ອປະຕິບັດບັນດາເປົ້າໝາຍຂ້າງເທິງ, ການຄົ້ນຄວ້າແລະປັບປຸງບູລະນະທິດສະດີກ່ຽວກັບການປົກປັກຮັກສາຄວາມໝັ້ນຄົງຂອງຊາດໃນໄລຍະໃໝ່ ຕ້ອງສຸມໃສ່ບັນຫາຈຸດໜັກຈຳນວນໜຶ່ງດັງຕໍ່ໄປນີ້:

ທີໜຶ່ງສືບ​ຕໍ່ໝູນໃຊ້ຢ່າງປະດິດ​ສ້າງ ແລະ ພັດທະນາ​​ລັດທິມາກ-​ເລ​ນິນ, ແນວຄິດ​ໂຮ່ຈີມິນ, ທັດສະນະ​ຂອງ​ພັກ​ ໃນ​ການ​ຄົ້ນຄວ້າ ​ແລະ ປັບປຸງບູລະນະ​ທິດ​ສະ​ດີ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ.

.ອີ. ເລນິນ ໄດ້ຊີ້ໃຫ້ເຫັນແຈ້ງວ່າ: ທິດສະດີຂອງມາກພຽງແຕ່ວາງຮາກຖານສຳລັບວິທະຍາສາດທີ່ນັກສັງຄົມນິຍົມຈຳເປັນຕ້ອງພັດທະນາເພີ່ມເຕີມໃນທຸກດ້ານ ຖ້າພວກເຂົາບໍ່ຕ້ອງການທີ່ຈະຖອຍຫຼັງໃນຊີວິດ. ການປະຕິວັດອຸດສາຫະກຳຄັ້ງທີ 4 ພ້ອມກັນກັບຂະບວນການໂລກາພິວັດ ແລະ ເຊື່ອມໂຍງສາກົນ ພວມເປັນສອງທ່າອ່ຽງໃຫຍ່ ທີ່ແຊກຄຸມຢ່າງ​ເລິກ​ເຊິ່ງ​ຕໍ່ຂະບວນ​ການ​ພັດ​ທະ​ນາ​ຂອງ​ມະ​ນຸດຊາດ​ ເຊິ່ງເປີດສັກກະລາດ​ໃໝ່​ດ້ວຍ​ຄວາມກ້າວໜ້າທາງ​ເຕັກ​ໂນ​ໂລ​ຊີ​ຢ່າງ​ວ່ອງ​ໄວ​ໃນ​ຫຼາຍ​ຂົງ​ເຂດ, ຈະ​ສົ່ງ​ຜົນ​ກະ​ທົບ​ໂດຍ​ກົງ​ເຖິງ​ຜົນ​ປະ​ໂຫຍດ ແລະ ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ຫວຽດ​ນາມ. ສິ່ງນັ້ນສະແດງໃຫ້ເຫັນຫຼາຍກວ່າອີກເຖິງຄຸນຄ່າ ແລະ ຄວາມສຳຄັນຂອງການສືບຕໍ່ຍຶດໝັ້ນລັດທິມາກ-ເລນິນ ໃນຖານະເປັນເຂັມທິດໃນການຮັບຮູ້ສັດຈະທຳ, ການບໍ່ຢຸດຢັ້ງໃນການຄົ້ນຄວ້າແລະປັບປຸງບູລະນະທິດສະດີປົກປັກຮັກສາຄວາມໝັ້ນຄົງຂອນຊາດ, ຮັບປະກັນຄວາມສອດຄ່ອງກັບທ່າອ່ຽງຂອງຍຸກສະໄໝ, ກໍຄືຄວາມຕ້ອງການ ແລະ ໜ້າທີ່ປົກປັກຮັກສາຄວາມໝັ້ນຄົງຂອງຊາດໃນໄລຍະໃໝ່ ເພື່ອສຸມ​ໃສ່​ຄົ້ນ​ຄ້ວາເພີ່ມເຕີມ ແນວ​ຄວາມ​ຄິດດ້ານ​ຄວາມ​ໝັ້ນຄົງຮອບດ້ານ, ຄວາມ​ໝັ້ນຄົງ​ໂດຍລວມ ​ໃນ​ລະບົບ​ແນວຄວາມ​ຄິດ​ແລະມາດຕະເກນກ່ຽວກັບຄວາມ​ໝັ້ນຄົງ​ຂອງ​ຊາດ; ​ເອົາ​ໃຈ​ໃສ່​ຄົ້ນຄວ້າ ອະທິບາຍ​ຄວາມ​ຮັບ​ຮູ້​ໃໝ່, ຈິນຕະນາການໃໝ່ ​ກ່ຽວ​ກັບ​ຄວາມ​ໝັ້ນຄົງຂອງ​ຊາດ, ພັດທະນາ​ທິດ​ສະ​ດີ​ຮັກສາ​ຄວາມ​ໝັ້ນຄົງ, ສິລະ​ປະ​ປ້ອງ​ກັນ​ຄວາມ​ໝັ້ນຄົງ​ຂອງ​ຊາດ, ຄວາມໝັ້ນຄົງທາງ​ສັງຄົມ, ຄວາມ​ໝັ້ນຄົງ​ຂອງ​ມະນຸດ, ການສ້າງກອງ​ກຳລັງ​ພິເສດປ້ອງ​ກັນ​ຄວາມ​ໝັ້ນຄົງຂອງ​ຊາດ... ທີ່ກຳນົດ​ໄວ້ໃນ​ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ.

ທີສອງຄົ້ນຄວ້າ ເພີ່ມເຕີມ ແລະ ປັບປຸງບູລະນະທິດສະດີຮັກສາຄວາມໝັ້ນຄົງຂອງຊາດ ໂດຍຕິດແໜ້ນກັບການຄົ້ນຄວ້າທິດສະດີ, ການສະຫຼຸບສັງລວມຍຸດທະສາດການປ້ອງກັນປະເທດ, ການທະຫານ, ການທູດ ເຊິ່ງຈຸດສຸມແມ່ນການສະຫຼຸບສັງລວມ 10 ປີແຫ່ງການປະຕິບັດມະຕິຄັ້ງທີ 8 ຂອງສູນກາງພັກສະໄໝທີ XI ກ່ຽວກັບຍຸດທະສາດການປົກປ້ອງປະເທດໃນສະພາບການໃໝ່; ປະສານສົມທົບການເຂົ້າຮ່ວມໃນການສະຫຼຸບສັງລວມ, ການຄົ້ນຄວ້າທິດສະດີສະເພາະທາງໃນຂົງເຂດການເມືອງ, ເສດຖະກິດ, ວັດທະນະທຳແລະສັງຄົມ ເພື່ອເພີ່ມເຕີມ ແລະ ປັບປຸງບູລະນະທິດສະດີກ່ຽວກັບການປົກປ້ອງຄວາມໝັ້ນຄົງຂອງຊາດ.

ຊາບຊຶມແລະປະຕິບັດຢ່າງເຂັ້ມງວດຕາມທັດສະນະຊີ້ນຳຂອງກົມການເມືອງສູນກາງ, ບົດ​ແນະນຳ​ຂອງ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບການ​ສະຫຼຸບ 10 ປີ​ແຫ່ງ​ການປະຕິບັດ​ມະຕິ​​ຄັ້ງ​ທີ 8 ຂອງສູນກາງພັກສະໄໝທີ XI ກ່ຽວກັບຍຸດທະສາດຮັກສາຄວາມໝັ້ນຄົງຂອງຊາດໃນສະພາບການໃໝ່, ສຸມໃສ່ຄົ້ນຄວ້າພື້ນຖານທິດສະດີແລະພຶດຕິກຳກ່ຽວກັບບັນດາບັນຫາປ້ອງກັນປະເທດຊາດ, ປົກປ້ອງອຳນາດອະທິປະໄຕ, ເອກະພາບແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດ; ປົກປ້ອງຄວາມໝັ້ນຄົງຂອງຊາດ, ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງແລະສັງຄົມ ​ເພື່ອ​ຮັບ​ໃຊ້​ວຽກ​ງານ​ກໍ່ສ້າງ ​ແລະ ພັດທະນາ​ປະ​ເທດ​ ໃນ​ສະພາບ​ການ​ໃໝ່, ​ໄລຍະ​ໃໝ່. ການກຳນົດບົດບາດ ແລະ ຕຳແໜ່ງສຳຄັນພິເສດຂອງການຮັກສາຄວາມໝັ້ນຄົງຂອງຊາດ ໃນຍຸດທະສາດການປ້ອງກັນປະເທດຊາດ, ໃນສາຍພົວພັນສັດຈະວິພາກກ່ຽວກັບການສົມທົບລະຫວ່າງສອງໜ້າທີ່ ຮັກສາຄວາມໝັ້ນຄົງ ແລະ ການປ້ອງກັນປະເທດ, ເນື້ອ​ໃນ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ຊາດ​ໃນ​ຍຸດ​ທະ​ສາດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ ຕາມ​ທັດສະນະ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ​ກ່ຽວ​ກັບ ການປົກ​ປັກ​ຮັກສາ​ປະ​ເທດ​ຊາດຕັ້ງແຕ່ຕົ້ນ​ ແລະ ຈາກໄລຍະ​ໄກ; ຮັກສາປະເທດໃນຂະນະທີ່ຍັງບໍ່ທັນຕົກຢູ່ໃນອັນຕະລາຍ”. ສົ່ງເສີມການ​ຄົ້ນຄວ້າ​ທິດ​ສະ​ດີ​ໃນ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງ​ກັນ​ປະ​ເທດ, ການ​ທະຫານ ​ແລະ ການ​ຕ່າງປະ​ເທດ ​ເພື່ອ​ຈາກນັ້ນ ຖອດຖອນບັນດາບັນຫາທີ່ຈະຕ້ອງ​ເພີ່ມເຕີມ ​ແລະ ພັດທະນາ​ທິດ​ສະ​ດີ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງຂອງງ​ຊາດ​ໃນ​ໄລຍະ​ໃໝ່.

ທີສາມຄະນະກຳມະການພັກປ້ອງກັນຄວາມສະຫງົບສູນກາງພັກ, ກະຊວງປ້ອງກັນຄວາມສະຫງົບຈະສຸມໃສ່ຊາບຊຶມ ແລະ ຊີ້ນຳການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ​ຢ່າງ​ມີ​ປະສິດທິ​ຜົນ(10), ມະຕິເລກທີ 37-NQ/TW, ລົງວັນທີ 9 ທັນວາ 2014, ຂອງກົມການເມືອງສູນກາງກ່ຽວກັບວຽກງານທິດສະດີ ແລະ ທິດທາງຄົ້ນຄວ້າເຖິງປີ 2030”, ມະຕິເລກທີ 51-NQ/TW, ລົງວັນທີ 5 ກັນຍາ 2019 ຂອງກົມການເມືອງສູນກາງ ກ່ຽວກັບຍຸດທະສາດປົກປ້ອງຄວາມໝັ້ນຄົງຂອງຊາດ”, ມະຕິເລກທີ 10-NQ/ĐUCA, ລົງວັນທີ 1 ມິຖຸນາ 2022 ຂອງຄະນະກຳມະການພັກປ້ອງກັນຄວາມສະຫງົບສູນກາງ ກ່ຽວກັບການຊຸກຍູ້​​ວຽກ​ງານ​ທິດ​ສະ​ດີ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ປະ​ຊາ​ຊົນ​ຮອດ​ປີ 2030, ​ວິ​ໄສ​ທັດ​ຮອດ​ປີ 2035” ແລະ ຄຳສັ່ງເລກທີ 05/CT-BCA-V04, ລົງວັນທີ 1 ມິຖຸນາ 2022 ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ກ່ຽວກັບການຊຸກຍູ້​​ວຽກ​ງານ​ທິດ​ສະ​ດີ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ປະ​ຊາ​ຊົນ​ຮອດ​ປີ 2030, ​ວິ​ໄສ​ທັດ​ຮອດ​ປີ 2035”. ຈັດຕັ້ງການທົບທວນແລະປະເມີນສະຖານະປະຈຸບັນ ຂອງລະບົບທິດ​ສະ​ດີ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ປະ​ຊາ​ຊົນ ແລະ ທິດສະດີໃນແຕ່ລະສາຂາດ້ານຄວາມໝັ້ນຄົງ ຄວາມປອດໄພ ແລະ ຄວາມສະຫງົບຮຽບຮ້ອຍ, ປະສົມປະສານກັບການຄົ້ນຄວ້າຄາດຄະເນ, ການປະເມີນພຶດຕິກຳຕົວຈິງ, ການສ້າງຍຸດທະສາດໂດຍລວມໄລຍະຍາວ ໃນການພັດທະນາທິດສະດີປ້ອງ​ກັນ​ຄວາມ​ສະ​ຫງົບ​ປະ​ຊາ​ຊົນ, ຕາມທິດສຸມໃສ່ເພີ່ມເຕີມ ແລະ ປັບປຸງບູລະນະທິດສະດີກ່ຽວກັບການປົກປັກຮັກສານຄວາມໝັ້ນຄົງຂອງຊາດ ໂດຍຕິດແໜ້ນກັບການຜັນຂະຫຍາຍປະຕິບັດຢ່າງມີປະສິດທິຜົນ ມະຕິເລດທີ 12-NQ/TW, ລົງວັນທີ 6 ມີນາ 2022, ຂອງກົມການເມືອງສູນກາງສະໄໝທີ XIII “ກ່ຽວກັບການກໍ່ສ້າງກອງກຳລັງຕຳຫຼວດປະຊາຊົນທີ່ສະອາດ, ເຂັ້ມແຂງ, ເປັນແບບຫຼວງ, ຊຳນິຊຳນານ ແລະ ທັນສະໄໝຢ່າງແທ້ຈິງ, ​ຕອບ​ສະໜອງໄດ້ຕາມ​ຄວາມ​​ຕ້ອງການ ​ແລະ ໜ້າທີ່​ໃນ​ສະພາບ​ການ​ໃໝ່”.

ທີສີ່, ປັບປຸງບູລະນະທິດສະດີກ່ຽວກັບການປົກປັກຮັກສາຄວາມໝັ້ນຄົງຂອງຊາດ ຮັບໃຊ້ການເຊື່ອມໂຍງສາກົນຢ່າງເປັນເຈົ້າການ ແລະ ການເຂົ້າຮ່ວມເວທີປາໄສຫຼາຍຝ່າຍ ແລະກົນໄກການຮ່ວມມືດ້ານຄວາມໝັ້ນຄົງ ຢ່າງຕັ້ງໜ້າ.

​ຊາບຊຶມ​ທັດສະນະ​ຊີ້​ນຳ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ ຝູ ຈ້ອງ ໃນ​ກອງ​ປະຊຸມ​ການ​ຕ່າງປະ​ເທດ​ແຫ່ງ​ຊາດ ​ເພື່ອ​ຜັນ​ຂະຫຍາຍ​ປະຕິບັດມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ ເມື່ອ​ວັນ​ທີ 14 ທັນວາ 2021, ວ່າດ້ວຍໂຮງຮຽນການຕ່າງປະເທດແລະການທູດທີ່ມີຄວາມພິເສດແລະເອກະລັກສະເພາະແຫ່ງຍຸກໂຮ່ຈີມິນ ເຊິ່ງເຕັມໄປດ້ວຍເອກະລັກປະຈຳຊາດແບບໄມ້ໄຜ່ຫວຽດນາມ”, ຮາກແຂງ, ລຳຕົ້ນແຂງແຮງ, ກິ່ງກ້ານຍືດຫຍຸ່ນ”, ເຕັມປ່ຽມໄປດ້ວຍ​ຈິດ​ວິນ​ຍານ, ຄຸນ​ລັກ​ສະ​ນະ ແລະ ຄວາມຜ່າເຜີຍອົງອາດຂອງຊາດ​ຫວຽດ​ນາມ(11) ເພື່ອໝູນໃຊ້ຢ່າງຖືກຕ້ອງ ປະດິດສ້າງ ແລະ ຄົ້ນຄວ້າເພີ່ມເຕີມພັດທະນາ, ປັບປຸງບູລະນະທິດສະດີກ່ຽວກັບການປົກປັກຮັກສາຄວາມໝັ້ນຄົງຂອງຊາດໃນຂະບວນການເຊື່ອມໂຍງເຂົ້າກັບສາກົນ ດ້ວຍທິດນຳ “ເຂົ້າໃຈຄົນອື່ນ”, “ຮູ້ຈັກຕົນເອງ”, ເອົາ​ໃຈ​ໃສ່​ກັບ​ການ​ສຶກ​ສາ​ບົດ​ຮຽນ​​ແລະ​ປະ​ສົບ​ການສາກົນ​, ສຸມ​ໃສ່​ຊີ້​ແຈ້ງ​ຄວາມ​ໝາຍ, ຍຸດ​ທະ​ສາດ, ​ເນື້ອ​ໃນ, ວິທີ​ການ, “ເປົ້າໝາຍ”, “ຄູ່​ຮ່ວມ​ມື​ແລະ ບັນດາ​ບັນຫາ​ຄວາມ​ໝັ້ນຄົງທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມທົ່ວ​ໂລກ​ໃນ​ປະຈຸ​ບັນ, ເພື່ອ​ເປັນ​ພື້ນຖານ​ອັນ​ໜັກ​ແໜ້ນສຳລັບການ​ປະຕິບັດ​ວຽກງານການ​ຕ່າງປະ​ເທດ ​ແລະ ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນຄົງ​ໃນ​ໄລຍະ​ໃໝ່ຢ່າງມີປະສິດທິ​ຜົນ​./.

--------------------------

(1) ວ.ອີ ເລນິນນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2005, ເຫຼັ້ມ 6, ໜ້າ 30.

(2) ໂຮ່ຈີມິນນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 15, ໜ້າ 113.

(3) . ມາກ ແລະ ຟ. ອັງແກນນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 1999, ເຫຼັ້ມ 36, ໜ້າ 796.

(4) ວ.ອີ ເລນິນນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 37, ໜ້າ 145.

(5) ວ.ອີ ເລນິນນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 38, ໜ້າ 165.

(6) ມະຕິເລກທີ 40-NQ/TW, ລົງວັນທີ 20 ມັງກອນ 1962, ຂອງກົມການເມືອງສູນການສະໄໝທີ III, “ວ່າດ້ວຍການປັບປຸງແລະເພີ່ມທະວີກອງກຳລັງຕຳຫຼວດ

(7) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ໜ້າ 82.

(8) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1. ໜ້າ 159.

(9) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 160-161.

(10) ເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ຊີ້ແຈ້ງວ່າ: “ສືບຕໍ່ຄົ້ນຄວ້າ ແລະພັດທະນາທິດສະດີກ່ຽວກັບການປ້ອງກັນປະເທດ, ການທະຫານ, ຄວາມໝັ້ນຄົງ, ສິລະປະການທະຫານ, ສິລະປະການປົກປ້ອງຄວາມໝັ້ນຄົງຂອງຊາດ, ຄວາມໝັ້ນຄົງທາງສັງຄົມໃນສະພາບການໃໝ່”. ເບິ່ງ: ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 159.

(11) ຫງວຽນ ຝູ ຈ້ອງບາງບັນຫາທິດສະດີແລະພຶດຕິກຳກ່ຽວກັບລັດທິສັງຄົມນິຍົມແລະເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2022, ໜ້າ 14,

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1012 (ເດືອນເມສາ 2023)