ຍົກສູງຄຸນນະພາບສັງລວມແລະກຳລັງແຮງສູ້ຮົບ
ຂອງກອງທັບປະຊາຊົນຫວຽດນາມ ເພື່ອຕອບສະໜອງ
ຄວາມຕ້ອງການ ແລະ ໜ້າທີ່ໃນທຸກສະຖານະການ

ໂດຍ ເລືອງ ເກື່ອງ
ພົນເອກ, ກຳມະການກົມການເມືອງ, ກຳມະການປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ
08:10, 19-11-2023
ວກ. - ຄຸນນະພາບສັງລວມ ແລະ ກຳລັງແຮງສູ້ຮົບຂອງກອງທັບປະກອບດ້ວຍຫຼາຍປັດໄຈ ໂດຍສຸມໃສ່ທີ່ປັດໄຈມະນຸດ ອາວຸດ ອຸປະກອນທາງເຕັກນິກ ແລະ ສິລະປະການທະຫານ. ການຍົກສູງຄຸນນະພາບສັງລວມ ແລະ ກຳລັງແຮງສູ້ຮົບຂອງກອງທັບໃນສະພາບການໃໝ່ ແມ່ນຄວາມຕ້ອງການສູງ ເປັນປະຈຳ ແລະ ຮີບດ່ວນ.

ສະຫາຍ ຫງວຽນ ຝູ ຈ້ອງ ເລຂາທິການໃຫຍ່, ເລຂາຄະນະພັກການທະຫານສູນກາງ ມາຮ່ວມ ແລະ ກ່າວປາໄສທີ່ ກອງປະຊຸມການທະຫາການເມືອງທົ່ວກອງທັບປີ 2022 ຈັດຕັ້ງໂດຍຄະນະພັກການທະຫານສູນກາງ ແລະ ກະຊວງປ້ອງກັນປະເທດ _ພາບ: TTXVN

ຄຸນນະພາບສັງລວມ ແລະ ກຳລັງແຮງສູ້ຮົບຂອງກອງທັບແມ່ນປັດໄຈທາງວັດຖຸ ແລະຈິດໃຈ ທີ່ກຳນົດສະຖານະ ແລະ ຄວາມສາມາດ ໃນ​ການປະຕິບັດ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍທັງໝົດ​ ໃຫ້​ສຳ​ເລັດ​ຜົນ; ຖືກກຳນົດ​ໂດຍ​ປັດ​ໄຈ​ທັງ​ໝົດຄື: ສະພາບການເມືອງ-ຈິດໃຈ ສິລະປະການທະຫານ ໂຄງສ້າງການຈັດຕັ້ງ ລະດັບ​ການ​ຝຶກ​ອົບຮົມ ແລະ ຄວາມ​ພ້ອມຮົບຂອງ​ທະຫານ; ປະລິມານແລະຄຸນນະພາບຂອງອາວຸດ, ອຸປະກອນທາງເຕັກນິກ ແລະ ວັດຖຸອຸປະກອນອື່ນໆ; ລະດັບ​ການ​ພັດທະນາ​ວິທະຍາສາດ​ການ​ທະຫານ, ຄຸນສົມບັດ ​ແລະ ຄວາມ​ສາມາດ​ຂອງ​ນາຍທະຫານ​ແລະ​ທະຫານ ໂດຍສະເພາະ​ແມ່ນ​ ພະນັກງານ​ນຳພາແລະຜູ້ບັງຄັບບັນຊາ.

​​ຜ່ານ​ສົງຄາມ​ສອງຄັ້ງເພື່ອຕໍ່ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ​ ແລະ​ຈັກກະພັດ​ອາ​ເມ​ລິ​ກາຜູ້ຮຸກຮານ ກໍຄື​ໃນ​ພາລະກິດການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ພາຍ​ໃຕ້​ການ​ນຳພາໂດຍ​ເດັດຂາດ ແລະໂດຍກົງໃນທຸກດ້ານຂອງພັກ, ການຄຸ້ມຄອງຂອງລັດ, ການເບິ່ງແຍງດູແລ ຫຸ້ມຫໍ່ ຊ່ວຍເຫຼືອ ຂອງບັນດາຄະນະພັກ ອຳນາດການປົກຄອງ ແລະປະຊາຊົນ, ຄຸນນະພາບສັງລວມຂອງກອງທັບປະຊາຊົນຫວຽດນາມ ໄດ້ຮັບການຍົກສູງຢ່າງຕໍ່ເນື່ອງ. ນີ້ແມ່ນປັດໄຈສຳຄັນທີ່ສຸດ ເພື່ອໃຫ້ກອງທັບເຕີບໃຫຍ່ເຂັ້ມແຂງຢ່າງຕໍ່ເນື່ອງໃນທຸກດ້ານ, ເປັນກຳລັງ​ຫຼັກ​ແຫຼ່ງທີ່ແທ້ຈິງ​ ໃຫ້​ທົ່ວ​ປວງ​ຊົນ​ປະຕິບັດ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ​ໃນ​ເມື່ອ​ກ່ອນປະສົບຄວາມສຳເລັດ ​ແລະ ​ໃນ​ພາລະກິດ​ການສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ, ສົມຄວນ​ໄດ້​ຮັບ​ຄຳ​ຍ້ອງຍໍ​ສັນລະ​ເສີນ​ຂອງ​ປະທານ ​ໂຮ່ຈີ​ມິນ ທີ່​ວ່າ: “ກອງທັບເຮົາ​ຈົງ​ຮັກ​ພັກດີຕໍ່​ພັກ, ກະຕັນຍູຕໍ່​ປະຊາຊົນ, ກຽມພ້ອມສູ້ຮົບ ​ເສຍສະຫຼະ​ເພື່ອ​ເອກະລາດ, ອິດສະຫຼະພາບ​ຂອງ​ປະ​ເທດ​ຊາດ, ​ເພື່ອ​ສັງຄົມ​ນິຍົມ. ສຳ​ເລັດທຸກໜ້າທີ່, ຜ່ານຜ່າທຸກ​ຄວາມ​ຫຍຸ້ງ​ຍາກ, ຕີເອົາຊະນະສັດ​ຕູ​ທຸກໂຕ”(1). 

ໃນຊຸມປີທີ່ຜ່ານມາມໍ່ນີ້, ຄຽງຄູ່ກັບບັນດາຜົນສຳເລັດອັນໃຫຍ່ຫຼວງ ທີ່ມີຄວາມໝາຍປະຫວັດສາດຂອງປະເທດ, ພັກແລະລັດຫວຽດນາມ ໄດ້ສຸມໃສ່ກໍ່ສ້າງກອງທັບປະຊາຊົນຫວຽດນາມ ໃຫ້ເປັນກອງກຳລັງ “ປະຕິວັດ, ເປັນລະບຽບຫຼວງ, ຊຳນານການຮົບ, ທັນສະໄໝເທື່ອລະກ້າວ; ບາງເຫຼົ່າທັບ, ເຫຼົ່າທະຫານ, ກອງທະຫານ ຈະກ້າວໄປສູ່ຄວາມທັນສະໄໝໂດຍກົງ, ຕອບ​ສະໜອງ​ຄວາມ​​ຕ້ອງການ ​ແລະ ໜ້າທີ່​ປົກ​ປັກ​ຮັກສາ​ປະ​ເທດ​ຊາດໄດ້ດີຂຶ້ນເລື້ອຍໆ”(2). ອາໄສສິ່ງດັ່ງກ່າວ, ຄຸນນະພາບສັງລວມ ແລະ ກຳລັງແຮງສູ້ຮົບ ຂອງກອງທັບມີການພັດທະນາຄຸນນະພາບໃໝ່. ກອງທັບ​ປະຕິບັດ​ເປັນ​ຢ່າງ​ດີ ​ໜ້າ​ທີ່​ໃຫ້​ຄຳ​ແນະນຳ​ຍຸດ​ທະ​ສາດແກ່​ພັກ​ແລະລັດ ​ກ່ຽວ​ກັບ​ການ​ທະຫານ ​ແລະ ການປ້ອງ​ກັນ​ປະ​ເທດ; ເປັນເຈົ້າການໃນການກຳ, ປະ​ເມີນ ​ແລະ ຄາດ​ຄະ​ເນ​ສະຖານະ​ການ​ ຢ່າງ​ຖືກ​ຕ້ອງ, ຮັບມືກັບ​ສະ​ຖາ​ນະ​ການໄດ້​ຢ່າງທັນທ່ວງທີ່ ​ແລະ​ມີ​ປະ​ສິດ​ທິ​ຜົນ​, ບໍ່ໃຫ້ຖືກຕົກໃນທ່າຮັບ ຕົກຊະເງີ້; ເສີມຂະຫຍາຍເປັນຢ່າງດີ ບົດບາດຫຼັກໃນການສ້າງລະບົບການປ້ອງກະປະເທດທົ່ວປວງຊົນ ໂດຍຕິດກັບການກໍ່ສ້າງ ແລະປັບປຸງທ່າສະໜາມສົງຄາມປະຊາຊົນ; ​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ, ​ເອກະ​ພາບ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນຂອງປະເທດຢ່າງໝັ້ນຄົງ, ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ ​ເພື່ອ​ກໍ່ສ້າງ ​ແລະ ພັດທະນາ​ປະ​ເທດ. ພະນັກງາານ​ແລະ​ທະ​ຫານຂອງກອງທັບທັງໝົດ ເປັນກຳລັງຫຼັກແຫຼ່ງ, ປະຈັນບານ, ນຳໜ້າ ໃນການປ້ອງກັນ ຕໍ່ສູ້ຕ້ານ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດ, ພະຍາດລະບາດ, ໃນການຄົ້ນຫາກູ້ໄພ ກູ້ຊີບ; ຕັ້ງໜ້າຊ່ວຍເຫຼືອປະຊາຊົນໃນການລົບລ້າງຄວາມອຶດຫີວ, ຫຼຸດຜ່ອນຄວາມທຸກຍາກ, ກໍ່ສ້າງຊົນນະບົດໃໝ່, ປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດ. ວຽກ​ງານ​ການ​ຕ່າງປະ​ເທດ​ດ້ານ​ປ້ອງ​ກັນ​ປະ​ເທດ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ມີເນື້ອແທ້ ​ແລະ ກາຍ​ເປັນ​ເສົາຫຼັກໃນ​ການ​ສ້າງ ​ແລະ ​ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ, ປະກອບສ່ວນ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຕັ້ງແຕ່ຕົ້ນ, ຈາກໄລຍະ​ໄກ, ​ເສີມ​ຂະຫຍາຍ​ຖານະຕຳແໜ່ງ ​ແລະ ກຽດ​ສັກ​ສີ​ຂອງ​ກອງທັບ ​ແລະ ປະ​ເທດຫວຽດນາມ​ໃນ​ເວທີ​ສາກົນ. ຄະນະພັກກອງທັບຍາມ​ໃດ​ກໍ່​ມີ​ຄວາມ​ສະອາດ ແລະໝັ້ນຄົງ​ເຂັ້ມ​ແຂງ, ກອງທັບ​ມີ​ຄວາມ​ເຂັ້ມ​ແຂງ​ດ້ານ​ການ​ເມືອງ; ທາດແທ້ປະຕິວັດ ແລະມູນເຊື່ອອັນສະຫງ່າງາມຂອງກອງທັບ ໄດ້ຮັກສາແລະເສີມຂະຫຍາຍ; ຄຸນສົມບັດຂອງ “ທະຫານລຸງໂຮ່” ສືບຕໍ່ເປັ່ງປະກາຍ. ຕໍ່ໜ້າ​ການ​ຜັນ​ແປ​ທີ່​ສັບສົນ​ຂອງ​ສະຖານະ​ການ​ພາກ​ພື້ນ ​ແລະ ​ໂລກ, ພະນັກງານແລະນັກຮົບທົ່ວກອງທັບ ຍາມໃດກໍ່ໝັ້ນຄົງທະນົງແກ່ນ, ເດັດດ່ຽວໜຽວແໜ້ນ, ສາມັກຄີ, ເປັນເອກະພາບສູງ, ຈົງ​ຮັກ​ພັກດີ​ຕໍ່​ປະ​ເທດ​ຊາດ, ພັກ, ລັດ ​ແລະ ປະຊາຊົນຢ່າງເດັດຂາດ, ພ້ອມ​ແລ້ວ​ທີ່​ຈະ​ຮັບ​ເອົາ ​ແລະ ປະຕິບັດ​ສຳ​ເລັດ ​ທຸກໜ້າທີ່​ທີ່​ໄດ້​ຮັບ​ມອບ​ໝາຍ.

ໃນປະຈຸບັນ, ສັນຕິພາບ ການຮ່ວມມື ແລະ ການພັດທະນາ ຍັງຄົງແມ່ນທ່າອ່ຽງທີ່ສຳຄັນ, ແຕ່, ໂລກ​ພວມ​ປະ​ເຊີນ​ກັບ​ອຸປະສັກ, ຄວາມ​ຫຍຸ້ງຍາກ, ການຫັນປ່ຽນທີ່ໄວວາສັບສົນ ແລະ ຄາດເດົາໄດ້ຍາກ; ການແກ່ງແຍ້ງຍຸດທະສາດລະຫວ່າງປະເທດໃຫຍ່ ແລະ ການປະທະກັນໃນທ້ອງຖິ່ນຍັງສືບຕໍ່ເພີ່ມຂື້ນ. ບັນດາບັນຫາລະດັບໂລກເຊັ່ນ ສັນຕິພາບ, ຄວາມໝັ້ນຄົງດ້ານພະລັງງານ, ການແຂ່ງຂັນກັນປະກອບອາວຸດ ພ້ອມຄວາມທ້າທາຍຂອງຄວາມໝັ້ນຄົງທີ່ບໍ່ເປັນແບບດັ້ງເດີມ ແລະອື່ນໆ ສືບຕໍ່ເກີດຂຶ້ນດ້ວຍລັກສະນະ ຂະໜາດແລະຄວາມເຂັ້ມຂຸ້ນເພີ່ມຂຶ້ນ. ການປະຕິວັດອຸສາຫະກຳຄັ້ງທີສີ່ກຳລັງພັດທະນາຢ່າງແຂງແຮງ, ສ້າງການບຸກທະລຸໃນຫຼາຍຂົງເຂດ, ໂດຍສະເພາະ ໃນການທະຫານແລະການປ້ອງກັນປະເທດ. ສຳລັບຫວຽດນາມ, ຜ່ານ 35 ປີແຫ່ງການປ່ຽນແປງໃໝ່, ທ່າແລະພະລັງ, ກຳລັງແຮງສັງລວມຂອງຊາດ, ກຽດຊື່ສຽງສາກົນ, ຄວາມເຊື່ອໝັ້ນຂອງປະຊາຊົນນັບ​ມື້​ນັບ​ໄດ້​ຮັບ​ການຍົກສູງ, ສ້າງ​ປະຖົມປັກໄຈ​ສຳຄັນ​ໃນ​ການ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ຢ່າງໃດກໍຕາມ, ປະເທດຫວຽດນາມກໍ່ມີຄວາມຫຍຸ້ງຍາກ ແລະຄວາມທ້າທາຍໃໝ່ ແລະ ໜ້າທີ່ປົກປັກຮັກສາປະເທດຊາດມີຄວາມຕ້ອງການເພີ່ມຂຶ້ນ.

ຕໍ່ໜ້າສະພາບການດັ່ງກ່າວ, ພັກກອມມູນິດຫວຽດນາມກຳນົດວ່າ ຕ້ອງສືບຕໍ່: “ເສີມຂະຫຍາຍສູງສຸດ ກຳລັງແຮງສັງລວມຂອງທົ່ວປວງຊົນ, ຂອງລະບົບການເມືອງທັງໝົດ ສົມທົບກັບກຳລັງແຮງຂອງຍຸກສະໄໝ, ໃຊ້ປະໂຫຍດຈາກຄວາມເຫັນດີເຫັນພ້ອມ ແລະການສະໜັບສະໜູນນຂອງປະຊາຄົມສາກົນຢ່າງເຕັມທີ່ ເພື່ອປົກປ້ອງ​ເອກະລາດ ອະທິປະ​ໄຕ ​ເອກະ​ພາບ ແລະຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດຢ່າງໝັ້ນຄົງ, ປົກ​ປັກ​ຮັກສາ​ພັກ, ລັດ, ປະຊາຊົນ, ລະບອບ​ສັງຄົມ​ນິຍົມ, ວັດທະນະທຳ ​ແລະ ຜົນ​ປະ​ໂຫຍ​ດຂອງ​ຊາດ-ປະເທດຊາດ”(3); ໃນນັ້ນ, ກອງທັບປະຊາຊົນ ແລະ ຕຳຫຼວດປະຊາຊົນ ເປັນແກນຫຼັກ. ດັ່ງນັ້ນ, ການກໍ່ສ້າງກອງທັບໃຫ້ມີຄຸນນະພາບສັງລວມ ແລະກຳລັງແຮງສູ້ຮົບສູງ, ຕອບສະໜອງຄວາມຕ້ອງການ ແລະໜ້າທີ່ໃນທຸກສະຖານະການ ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ພື້ນຖານ, ​ເປັນ​ປົກກະຕິ ​ແລະ ຮີບ​ດ່ວນ ເຊິ່ງຮຽກຮ້ອງ​ໃຫ້​ສຸມ​ໃສ່​ປະຕິບັດຢ່າງຄົບຊຸດ​ບັນດາ​ແຜນນະ​ໂຍບາຍ ​ແລະ ວິທີ​ແກ້​ໄຂ​ຕົ້ນຕໍ ​ດັ່ງຕໍ່ໄປນີ້:

ທີ່ໜຶ່ງ, ຊຸກຍູ້ການກໍ່ສ້າງກອງທັບໃຫ້ມີຄວາມໝັ້ນຄົງເຂັ້ມແຂງທາງການເມືອງ, ເປັນພື້ນຖານເພື່ອຍົກສູງຄຸນນະພາບສັງລວມ ແລະ ກຳລັງແຮງສູ້ຮົບຂອງກອງທັບ.

ນີ້ແມ່ນຫຼັກການພື້ນຖານໃນການກໍ່ສ້າງກອງທັບແບບໃໝ່ ເຊິ່ງໄດ້ຮັບກາທົດສອບ ແລະຢືນຢັນໃນທາງປະຕິບັດແລ້ວ. ຍ້ອນຄວາມຈົງຮັກພັກດີ, ການໝູນໃຊ້ຢ່າງປະດິດສ້າງ ແລະ ຍາມໃດກໍ່ເອົາໃຈໃສ່ເຖິງການກໍ່ສ້າງກອງທັບໃຫ້ມີຄວາມໝັ້ນຄົງເຂັ້ມແຂງທາງການເມືອງ ດັ່ງນັ້ນ ກອງທັບທັງໝົດຈຶ່ງມີຄວາມຕື່ນຕົວທາງການເມືອງທີ່ເລິກເຊິ່ງ, ມີຄວາມຮັບຮູ້ແລະການກະທຳທີ່ເປັນເອກະພາບຢູ່ສະເໝີ; ຕັ້ງໝັ້ນ​ໃນ​ເປົ້າ​ໝາຍ ​ແລະ ອຸດົມ​ການ​ປະຕິວັດ, ​ສາມັກຄີ ​ແລະ ​ເປັນ​ເອກະ​ພາບ; ມີ​ຈິດ​ໃຈ​ຕໍ່ສູ້ທີ່​ກ້າຫານ, ພ້ອມ​ແລ້ວ​ທີ່​ຈະ​ເສຍສະຫຼະ​ເພື່ອ​ເອກະລາດ, ​ເສລີພາບ​ຂອງ​ປະ​ເທດ​ຊາດ, ​ເພື່ອ​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ.

ໃນການກໍ່ສ້າງກອງທັບໃຫ້ໝັ້ນຄົງເຂັ້ມແຂງທາງການເມືອງ ສິ່ງທີ່ເປັນແກນຫຼັກແມ່ນ ​ໃນ​ສະຖານະ​ການ​ໃດ​ກໍ​ຕາມ ກໍ່ຕ້ອງຮັບປະກັນການ​ນຳພາ​ເດັດຂາດ ໂດຍກົງ​​ໃນ​ທຸກ​ດ້ານ​ຂອງ​ພັກ​ຕໍ່​ກອງທັບ; ​ເສີມ​ຂະຫຍາຍ​ທາດແທ້​ຊົນ​ຊັ້ນ​ກຳມະກອນ, ລັກສະນະປະຊາຊົນ ​ແລະ ລັກສະນະ​ຊາດ​ຢ່າງ​ເລິກ​ເຊິ່ງ. ປ່ຽນແປງໃໝ່ ແລະເພີ່ມທະວີວຽກງານອົບຮົມສຶກສາທາງການເມືອງ, ຂໍ້ມູນຂ່າວສານ, ທິດທາງແນວຄິດ, ຍົກສູງຄວາມຮັບຮູ້ຂອງພະນັກງານແລະນັກຮົບ ກ່ຽວກັບລັດທະມາກ-ເລນິນ, ແນວຄິດໂຮ່ຈີມິນ, ແນວທາງ ແຜນນະໂຍບາຍຂອງພັກ, ທາດແທ້ ມູນເຊື້ອປະຕິວັດ ແລະໜ້າທີ່ຂອງກອງທັບ; ຮັບຮູ້ຢ່າງຈະແຈ້ງກ່ຽວກັບຄູ່ຮ່ວມມື, ເປົ້າໝາຍຕໍ່ສູ້ ແລະ ກົນອຸບາຍ ເລ່ຫຼ່ຽມຂອງບັນດາອິດທິກຳລັງສັດຕູ.

ເອົາໃຈໃສ່ກໍ່ສ້າງຄະນະພັກກອງທັບໃຫ້ມີຄວາມປອດໃສ, ໝັ້ນຄົງເຂັ້ມແຂງທາງການເມືອງ ແນວຄິດ ຄຸນສົມບັດສິນທຳ ການຈັດຕັ້ງ ແລະ ພະນັກງານ. ປະຕິບັດຕາມຫຼັກການການຈັດຕັ້ງແລະການດຳເນີນຊີວິດພັກຢ່າງເຂັ້ມງວດ, ກ່ອນອື່ນໝົດແມ່ນ ຫຼັກການລວມສູນປະຊາທິປະໄຕ, ການນຳພາເປັນໝູ່ຄະນະ ບຸກຄົນຮັບຜິດຊອບ, ການຕິຊົມຕົນເອງແລະຕິຊົມ. ເພີ່ມທະວີວຽກງານກວດກາ ຕິດຕາມກວດກາ ແລະ ປະຕິບັດວິໄນພັກ; ຈັດການຢ່າງເດັດດ່ຽວຕໍ່ພະນັກງານ ສະມາຊິກພັກທີ່ມີປະກົດການຂອງການເສື່ອມໂຊມທາງດ້ານແນວຄິດການເມືອງ, ຈັນຍາບັນ, ວິຖີ​ຊີວິດ, “ການຫັນປ່ຽນ​ຕົນ​ເອງ”, “ການປ່ຽນແປງຕົນເອງ”, ຝ່າຝືນ​ລະບຽບຂອງ​ພັກ, ກົດໝາຍ​ຂອງ​ລັດ, ລະບຽບ​ວິ​ໄນຂອງ​ກອງທັບ. ຍູ້ແຮງວຽກງານຂົນຂວາຍປະຊາຊົນ, ເພີ່ມທະວີຄວາມສາມັກຄີ ຄວາມພົວພັນໃກ້ຊິດສະໜິດສະໜົມກັບປະຊາຊົນ; ປະຕິບັດເປັນຢ່າງດີ ວຽກງານປົກປັກຮັກສາການເມືອງພາຍໃນ, ວຽກງານນະໂຍບາຍ ແລະ ວຽກງານພັກ, ວຽກງານການເມືອງໃນໜ້າທີ່ຕ່າງໆ, ເອົາໃຈໃສ່ກໍ່ສ້າງອົງການຈັດຕັ້ງມະຫາຊົນໃຫ້ມີຄວາມເຂັ້ມແຂງ.  

ທີ່ສອງ, ກໍ່ສ້າງການຈັດຕັ້ງກອງທັບໃຫ້ມີຄວາມກະທັດລັດຮັດກຸມ ແລະເຂັ້ມແຂງ, ສ້າງບາດກ້າວຫັນປ່ຽນໃໝ່ ໃນການຍົກສູງຄຸນນະພາບສັງລວມ ແລະກຳລັງແຮງສູ້ຮົບ ຂອງກອງທັບ.

ໃນເກືອບ 80 ປີແຫ່ງການກໍ່ສ້າງ, ສູ້ຮົບ ແລະ ເຕີບໃຫຍ່, ອີງໃສ່ສະພາບການ ຄວາມຮຽກຮ້ອງຕ້ອງການ ໜ້າທີ່ໃນແຕ່ລະສະໄໝ ໄລຍະການປະຕິວັດ, ກອງທັບ​ໄດ້​ປັບການຈັດ​ຕັ້ງ ​ແລະ ກຳລັງ​ຂອງ​ຕົນຫຼາຍຄັ້ງ. ໃນປະຈຸບັນ, ຕໍ່ໜ້າການປ່ຽນແປງຢ່າງໄວວາ ແລະສັບສົນຂອງສະຖານະການ ແລະ ການປ່ຽນແປງ ການພັດທະນາຢ່າງ​ແຂງ​ແຮງໃນຮູບ​ການ​ແລະວິທີ​ການດຳເນີນສົງຄາມ, ສະຖານະ​ການ​ປ້ອງ​ກັນ​ປະ​ເທດ, ເປົ້າໝາຍການຕໍ່ສູ້, ການສູ້ຮົບ, ດັ່ງນັ້ນ ການດັດປັບ​ການຈັດ​ຕັ້ງ​ກອງທັບຈຶ່ງເປັນ​ຄວາມ​ຮຽກຮ້ອງ​ຕ້ອງການ​ຈຳເປັນ ພາວະວິໄສ ແລະ​ຮີບ​ດ່ວນ. ນີ້ກໍແມ່ນແຜນນະໂຍບາຍ, ນະໂຍບາຍທີ່ສຳຄັນຂອງພັກແລະລັດ ເພື່ອປະຕິບັດເປົ້າໝາຍກໍ່ສ້າງກອງທັບທີ່ປະຕິວັດ, ເປັນລະບຽບຫຼວງ, ຊຳນານການຮົບ ແລະ ທັນສະໄໝຢ່າງສຳເລັດຜົນ.

ສືບຕໍ່ຈັດຕັ້ງກອງທັບໃຫ້ມີໂຄງສ້າງການຈັດຕັ້ງທີ່ຄົບຊຸດ ແລະ ສົມ​ເຫດ​ສົມ​ຜົນ​ລະຫວ່າງ​ບັນດາ​ອົງ​ປະກອບ​ກຳລັງ, ຫຼຸດ​ຜ່ອນ​ຕົວ​ກາງ ​ແລະ ໜ່ວຍ​ຮັບ​ປະ​ກັນ ​ແລະ​ບໍ​ລິ​ການ​, ສອດຄ່ອງ​ກັບ​ແນວທາງ​ປ້ອງ​ກັນ​ປະ​ເທດ​ທົ່ວ​ປວງ​ຊົນ ແລະສົງຄາມ​ປະຊາຊົນ, ຄວາມ​ສາມາດ​ຮັບປະກັນ​ອາວຸດ​ຍຸດ​ໂທ​ປະກອນ, ໃຫ້ບຸລິມະສິດ​ແກ່​ບັນດາກອງ​ກຳລັງ​ທີ່ກ້າວ​ໄປສູ່ຄວາມ​ທັນ​ສະ​ໄໝໂດຍກົງ; ສືບຕໍ່ຈັດຕັ້ງກົມກອງສຳຮອງຍຸດທະສາດຈຳນວນໜຶ່ງ; ກໍ່ສ້າງກອງກຳລັງສຳຮອງການທະຫານທີ່ເຂັ້ມແຂງແຮງກ້າ ແລະ ກອງກຳລັງທະຫານບ້ານປ້ອງກັນຕົນເອງທີ່ເຂັ້ມແຂງ ແລະແຜ່ຫຼາຍ.

ເພື່ອກໍ່ສ້າງ​ກົງຈັກ​ກອງທັບ​ໄລຍະປີ 2021-2030 ​ໃຫ້​ບັນລຸ​ເປົ້າໝາຍ ​ແລະ ຄວາມ​ຮຽກຮ້ອງ​ຕ້ອງການທີ່ໄດ້ວາງໄວ້, ຈຳເປັນຕ້ອງເພີ່ມທະວີວຽກງານການນຳພາ ຊີ້ນຳ; ຍູ້ແຮງການຊາບຊຶມ, ການສຶກສາອົບຮົມ, ສ້າງຄວາມເຫັນດີເຫັນພ້ອມ, ຄວາມຕັດສິນໃຈທາງການເມືອງ ແລະ ຄວາມເປັນເອກະພາບສູງ; ສ້າງ​ແຜນ​ການຈັດຕັ້ງ​ປະ​ຕິ​ບັດ​ດ້ວຍ​ມາດ​ຕະ​ການທີ່ຮອບດ້ານ, ຄົບຊຸດ ແລະ ສອດຄ່ອງກັບພຶດຕິກຳຕົວຈິງ; ເສີມຂະຫຍາຍກຳລັງແຮງສັງລວມຂອງກອງທັບທັງໝົດ ແລະ ຂອງລະບົບການເມືອງທັງໝົດ. ໃນຂະບວນການປັບໂຄງສ້າງການຈັດຕັ້ງ, ຈຳເປັນຕ້ອງປະສານງານຢ່າງແໜ້ນແຟ້ນ ລະຫວ່າງວຽກງານແນວຄິດ ກັບວຽກງານການຈັດຕັ້ງ ແລະວຽກງານນະໂຍບາຍ; ເອົາໃຈໃສ່ການປັບປຸງບຸລະນະ, ຍົກສູງຄວາມສາມາດນຳພາ ແລະກຳລັງແຮງສູ້ຮົບຂອງຄະນະພັກ, ອົງການຈັດຕັ້ງພັກ; ຮັກສາອຸດົມການອັນໝັ້ນຄົງຂອງພະນັກງານແລະນັກຮົບ. ກວດພົບຢ່າງທັນການ ​ແລະ ​ຕໍ່ສູ້ຢ່າງເດັດດ່ຽວ​ກັບ​ຖ້ອຍທຳນອງ​ທີ່​ຜິດພາດ ​ແລະ ການເຄື່ອນໄຫວທຳລາຍແລະ​ບິດ​ເບືອນ​ຂອງອີດທິ​ກຳລັງ​ສັດຕູ ​ແລະປະຕິການ; ແກ້ໄຂຜ່ານຜ່າ​ປະກົດການຂອງອັດຕະວິໄສ​, ຄວາມຮ້ອນຮົນຟ້າວຟັ່ງ​, ຮູບ​ການນິຍົມ​, ​ອະ​ນຸ​ລັກນິຍົມ​, ຄວາມຄອຍຫາເອື່ອຍອີງ​, ​ການຜັນຂະຫຍາຍ​ປະ​ຕິ​ບັດບໍ່ເດັດດ່ຽວ​.

ທີ​ສາມ, ສືບ​ຕໍ່​ປ່ຽນແປງໃໝ່, ຍົກ​ສູງ​ຄຸນ​ນະພາ​ບການຝຶກອົບຮົມ, ການສຶດສາ ບຳລຸງ​ສ້າງ, ສ້າງ​ຄວາມ​ເປັນ​ລະບຽບຫຼວງ ​ແລະ ບັງຄັບ​ໃຊ້​ລະບຽບ​ວິ​ໄນຂອງກອງທັບ.

ສິ່ງເຫຼົ່ານີ້​ແມ່ນ​ສ່ວນ​ສຳຄັນ​ຂອງ​ວຽກ​ງານ​ ມັນປະກອບສ່ວນ​ໂດຍ​ກົງ​ເຂົ້າ​ໃນ​ການ​ຍົກ​ສູງ​ຄຸນ​ນະພາ​ບສັງລວມ ​ແລະ ກຳລັງ​ແຮງສູ້​ຮົບ​ຂອງ​ແຕ່ລະ​ອົງການ, ກົມກອງ ​ແລະ ທົ່ວ​ກອງທັບ. ​ຊາບຊຶມເປັນ​ປະຈຳ, ຍົກ​ສູງ​ຄວາມ​ຮັບ​ຮູ້ ແລະ ກຳນົດ​ຢ່າງ​ຈະ​ແຈ້ງວ່າ: ການ​ຝຶກ​ອົບຮົມ​ແມ່ນ​ວຽກ​ງານ​ການ​ເມືອງ​ໃຈ​ກາງ, ​ເປັນ​ປະຈຳ​ໃນ​ຍາມ​ສັນຕິພາບ, ​ໂດຍພາຍໃຕ້​ການ​ຊີ້​ນຳ​ນຳພາ​ໂດຍກົງຂອງຄະນະ​ພັກ, ການຄຸ້ມ​ຄອງ ບໍລິຫານ​ຂອງ​ຜູ້​ບັນຊາ​ການ, ຫົວໜ້າການເມືອງ, ກຳມະການການເມືອງ​ທຸກ​ຂັ້ນ; ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ທຸກ​ອົງ​ການ​ຈັດ​ຕັ້ງ, ພະ​ນັກ​ງານ, ນັກຮົບ, ກຳມະກອນແລະລັດຖະກອນ​ປ້ອງ​ກັນ​ປະ​ເທດ, ທະ​ຫານ​ສຳຮອງ, ທະຫານບ້ານ​ປ້ອງ​ກັນ​ຕົນ​ເອງ. ຈັດຕັ້ງການຝຶກອົບຮົມຢ່າງຮອບດ້ານ, ໃກ້​ຊິດ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ ​ແລະ ວຽກ​ງານ​ຂອງ​ແຕ່​ລະ​ໜ່ວຍ​ງານ ​ໂດຍ​ມີ​ຈຸດ​ສຸມ ​ແລະ ຈຸດໜັກໃຈກາງ; ​ຊາບຊຶມ ​ແລະ ປະຕິບັດ​ຕາມຄຳ​ຂວັນ “ພື້ນຖານ - ແທດຈິງ - ໝັ້ນຄົງ” ເປັນຢ່າງ​ດີ, ​ເອົາ​ໃຈ​ໃສ່​ກັບ​ການ​ຝຶກ​ອົບ​ຮົມ​ຢ່າງຄົບຊຸດ, ເລິກເຊິ່ງ, ຕາມທິດທັນ​ສະ​ໄໝ. ປະສົມປະສານການຝຶກອົບຮົມເຂົ້າກັບການ​ສຶກສາທາງ​ການ​ເມືອງ, ການຝຶກຝົນຄວາມ​ກ້າຫານ​ທາງ​ການ​ເມືອງ ​ແລະ ວຽກ​ງານດ້ານ​ອື່ນໆ ຢ່າງແໜ້ນແຟ້ນ, ​ເອົາ​ໃຈ​ໃສ່​ເຖິງ​ການຖ່າຍທອດ​ປະສົບ​ການ​ການສູ້​ຮົບ ​ແລະ ການ​ຝຶກ​ອົບຮົມ​ຕົວ​ຈິງ. ເສີມຂະຫຍາຍກຳລັງແຮງສັງລວມ, ຈິດໃຈເປັນ​ເຈົ້າ​ຕົນ​ເອງ, ສ້າງຄວາມເຂັ້ມແຂງດ້ວຍ​ຕົນ​ເອງ, ເປັນເຈົ້າການ, ປະດິດສ້າງ​ ຂອງ​​ຜູ້​ບັນຊາ​ການ, ອົງການ, ພະນັກງານ, ນັກຮົບ; ໃຫ້ຄວາມສຳຄັນກັບການປະຕິບັດວຽກງານພັກ ແລະວຽກງານການເມືອງຢ່າງດີ, ​ເອົາ​ໃຈ​ໃສ່​ເຖິງ​ການ​ຮັບປະກັນ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ທະຫານ. ຜ່ານນັ້ນ, ​ປະກອບໃຫ້​ທະຫານ, ຜູ້​ບັນຊາ​ການ ​ມີ​ຄວາມ​ກ້າຫານ​ທາງ​ການ​ເມືອງທີ່ເດັດດ່ຽວແລະໜຽວແໜ້ນ; ມີຄວາມຮູ້ ທັກສະ ເຕັກນິກ, ມີລະດັບເຕັກນິກ ຍຸດທະວິທີ ແລະ ວິຊາຊີບທີ່ດີ, ຊ່ຽວຊານ, ທັນສະໄໝ, ມີຄວາມສາມາດຈິນຕະນາການສ້າງສັນ, ກ້າຕັດສິນໃຈ, ສາມາດປັບຕົວໄດ້ໄວ, ກະທຳການຢ່າງເດັດດ່ຽວ ແລະມີປະສິດທິຜົນ ໃນການຈັດການກັບສະຖານະການ, ສໍາເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍ.

ພ້ອມ​ກັນ​ນັ້ນ, ຈຳເປັນຕ້ອງ​ຍົກ​ສູງ​ຄຸນ​ນະພາ​ບການອົບຮົມ​ສຶກສາ ​ແລະ ບຳລຸງ​ສ້າງ​ພະນັກງານ, ນາຍທະຫານ, ພະນັກງານວິຊາການ ວີຊາສະເພາະ ຢູ່ສະຖາບັນ ໂຮງຮຽນຕ່າງໆ, ​ຕອບສະໜອງ​ຄວາມ​ຕ້ອງການ ​ແລະ ວຽກ​ງານ​ກໍ່ສ້າງ​ກອງທັບ​ໃນ​ໄລຍະ​ໃໝ່. ຊາບຊຶມຢ່າງເລິກເຊິ່ງຄຳ​ຂວັນທີ່ວ່າ “ຄຸນ​ນະພາ​ບການ​ສຶກສາ ​ແລະ ຝຶດອົບຮົມຂອງໂຮງຮຽນ​ ແມ່ນ​ຄວາມສາມາດກຽມ​ພ້ອມສູ້​ຮົບ​ຂອງກົມກອງທະຫານ”, ບົນ​ພື້ນຖານ​ນັ້ນ, ສະ​ເໜີ​ແຜນ​ນະ​ໂຍບາຍ ​ແລະ ວິທີ​ແກ້​ໄຂ​ທີ່​ແທດ​ຈິງ ​ແລະ ເປັນໄປໄດ້. ຄຽງຄູ່ກັບວຽກງານການຝຶກອົບຮົມ ແລະການສຶກສາ, ບັນດາອົງການ ກົມກອງຕ້ອງເພີ່ມທະວີການນຳພາ ຊີ້ນຳຍົກສູງລະດັບ ແລະຄວາມສາມາດກຽມພ້ອມສູ້ຮົບ, ປົກ​ປັກ​ຮັກ​ສາ​ເສັ້ນ​ຊາຍ​ແດນ​, ດິນແດນ​, ​ເຂດ​ນ່ານຟ້າ, ​ເຂດ​ທະ​ເລ ​ແລະ ອະທິປະ​ໄຕ​ທາງໄຊເບີສະເປດຂອງ​ປະ​ເທດຢ່າງໝັ້ນຄົງ, ກວດ​ພົບ​ທັນ​ທີ​ ແລະ ​ຈັດ​ການຢ່າງມີປະສິດທິຜົນ ກັບ​ສະ​ຖາ​ນະ​ການ​ທີ່​ເກີດ​ຂຶ້ນ​, ​ບໍ່ໃຫ້ຖືກຕົກໃນທ່າຮັບ ຕົກຊະເງີ້​. ພ້ອມກັນນັ້ນ, ໃຫ້ຄວາມສຳຄັນກັບການສ້າງເປັນລະບຽບຫຼວງ, ປະຕິບັດລະບຽບວິໄນຂອງກອງທັບ, ກົດໝາຍຂອງລັດ, ການ​ປະ​ຕິ​ຮູບ​ການ​ບໍ​ລິ​ຫານ​ການ​ທະ​ຫານ​, ກໍ່ສ້າງກົມກອງທີ່ເຂັ້ມແຂງຮອບດ້ານ, “ເປັນແບບຢ່າງທີ່ດີເດັ່ນ”..., ປະກອບສ່ວນຍົກສູງຄຸນນະພາບສັງລວມ ແລະກຳລັງແຮງສູ້ຮົບຊອງກອງທັບທັງໝົດ.

ທີສີ່, ເບິ່ງແຍງດູແລການກໍ່ສ້າງຖັນແຖວພະນັກງານ ໂດຍສະເພາະຜູ້ນຳ ແລະ ຜູ້​ບັນຊາ​ການ​ທຸກ​ຂັ້ນ ເຊິ່ງ​ເປັນ​ແກນ​ກາງ​ໃນ​ການ​ກໍ່ສ້າງ ​ແລະ ຍົກ​ສູງ​ຄຸນ​ນະພາ​ບສັງລວມ ​ແລະ ກຳລັງ​ແຮງສູ້​ຮົບ​ຂອງ​ກອງທັບ.

ໃນເວລາຍັງມີຊີວິດຢູ່, ປະທານໂຮ່ຈີມິນໄດ້ຢືນຢັນວ່າ: “ພະນັກງານແມ່ນກົກຮາກຂອງທຸກວຽກງານ”(4); “ວຽກງານທຸກຢ່າງຈະສຳເລັດຫຼືລົ້ມເຫຼວ, ລ້ວນແຕ່ແມ່ນຍ້ອນພະນັກງານດີ ຫຼືບໍ່ດີ”(5). ການ​ປະ​ຕິ​ບັດ​ໃນປະ​ຫວັດ​ສາດ​ ແລະ ມູນເຊື້ອ​ເກືອບ 80 ປີ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ ໄດ້​ສະ​ແດງ​ໃຫ້​ເຫັນ​ສິ່ງ​ດັ່ງກ່າວ​ຢ່າງ​ຈະ​ແຈ້ງ.

ລະດັບຄວາມສາມາດ ຄຸນສົມບັດ ແລະ ຄວາມກ້າຫານຂອງຖັນແຖວພະນັກງານໂດຍລວມ, ພະນັກງານນຳພາ ບັງຄັບບັນຊາ ຄຸ້ມຄອງທະຫານໂດຍກົງໂດຍສະເພາະ ແມ່ນມີອິດທິພົນຊີ້ຂາດຕໍ່ຄຸນນະພາບສັງລວມ ແລະກຳລັງແຮງສູ້ຮົບຂອງແຕ່ລະອົງການ, ກົມກອງ ແລະ ກອງທັບທັງໝົດ. ເພື່ອກໍ່ສ້າງຖັນແຖວພະນັກງານ ໂດຍສະເພາະພະນັກງານລະດັບຍຸດທະການ ແລະຍຸດທະສາດ ເພື່ອຕອບສະໜອງຄວາມຕ້ອງການ ແລະໜ້າທີ່, ບັນດາຄະນະພັກ, ພະນັກງານການນຳ, ອົງການການເມືອງ ແລະຖັນແຖວພະນັກງານທຸກຂັ້ນ ຕ້ອງສືບຕໍ່ຊາບຊຶມມະຕິ ຄຳສັ່ງຢ່າງເລິກເຊິ່ງ ແລະ ຜັນຂະຫຍາຍປະຕິບັດມະຕິ ຄຳສັ່ງ ຂໍ້ສະຫຼຸບ ກົດລະບຽບ ຂໍ້ບັງຄັບຂອງພັກ ແລະ ຄະນະພັກການທະຫານສູນກາງ ກ່ຽວກັບວຽກງານພະນັກງານ ຢ່າງເຄັ່ງຄັດ. ຊາບຊຶມແລະປະຕິບັດຫຼັກການລວມສູນປະຊາທິປະໄຕໃນວຽກງານພະນັກງານ ຢ່າງເຂັ້ມງວດ; ສຸມໃສ່ການນຳພາ ຊີ້ນຳການກໍ່ສ້າງຖັນແຖວພະນັກງານ ໃຫ້ມີຈຳນວນແລະໂຄງສ້າງທີ່ເໝາະສົມ ແລະມີຄຸນນະພາບສູງ, ຮັບປະກັນການຫັນປ່ຽນທີ່ໝັ້ນຄົງລະຫວ່າງລຸ້ນ; ດຳເນີນການປະເມີນ, ການວາງແຜນ, ຝືກອົບຮົມ, ຈັດວາງສັບຊ້ອນ ແລະ ນຳໃຊ້ພະນັກງານໃຫ້ໄດ້ເປັນຢ່າງດີ ໂດຍສະເພາະ ພະນັກງານການນຳແລະຜູ້ບັງຄັບບັນຊາທຸກຂັ້ນ ເພື່ອຮັບປະກັນຄຸນນະພາບ ແລະ ຄວາມສາມາດໃນການເຮັດວຽກ. ໃຫ້ຄວາມສຳຄັນກັບການຄົ້ນຫາ, ຝຶກອົບຮົມ ແລະບຳລຸງ​ສ້າງ ​ພະນັກງານ​ໜຸ່ມ, ພະນັກງານ​ຍິງ, ພະນັກງານ​ຊົນ​ເຜົ່າສ່ວນນ້ອຍ.

ຍົກສູງຄຸນນະພາບການຝຶກອົບຮົມ ແລະ ບຳລຸງສ້າງພະນັກງານ ໃຫ້ມີຄວາມຕໍ່ເນື່ອງແລະສືບ​ທອດ. ໃຫ້ຄວາມສຳຄັນກັບການຝຶກອົບຮົມເປັນປົກກະຕິ; ເຊື່ອມໂຍງການ​ຝຶກ​ອົບຮົມ ​ແລະ ບຳລຸງ​ສ້າງ​ພະນັກງານ​ຕາມ​ຕຳ​ແໜ່​ງ ກັບ​ລະດັບ​ການ​ສຶກສາ ​ແລະ ທິດ​ສະ​ດີ​ການ​ເມືອງທີ່ສອດຄ່ອງກັນ; ເປີດກວ້າງການຮ່ວມມືດ້ານການຝຶກອົບຮົມ ກັບບັນດາມະຫາວິທະຍາໄລ ໃນລະບົບການສຶກສາແຫ່ງຊາດ ​ໃນ​ຫຼາຍ​ຂົງ​ເຂດ​ທີ່​ກອງທັບ​ບໍ່​ມີ​ເງື່ອນ​ໄຂ​ຝຶກ​ອົບຮົມ, ພ້ອມກັນນັ້ນ ເປີດກວ້າງການຮ່ວມມືສາກົນໃນຂົງເຂດນີ້, ໂດຍສະເພາະບັນດາປະເທດເພື່ອນມິດດັ້ງເດີມ ທີ່ມີວິທະຍາສາດເຕັກນິກ ແລະເຕັກໂນໂລຊີການທະຫານພັດທະນາ. ຍູ້​ແຮງ​ການ​ກໍ່ສ້າງ ​ແລະ ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ດ້ານ​ການ​ທະຫານ​ ທີ່​ມີ​ຄຸນ​ນະພາ​ບສູງ; ໃຫ້​ບຸລິມະສິດ​ແກ່​ການ​ຝຶກ​ອົບຮົມພະນັກງານ​ຄົ້ນຄວ້າ​ວິທະຍາສາດ, ຄູອາຈານ, ຜູ້​ຊ່ຽວຊານ​ຊັ້ນນຳ, ນັກວິຊາການ​ອອກ​ແບບການຜະລິດ, ການ​ຄຸ້ມ​ຄອງ, ການ​ຂຸດ​ຄົ້ນ ເພື່ອເປັນເຈົ້າການໃນການຜະລິດ​ອາວຸດ​ ຍຸດ​ໂທ​ປະກອນ​ທີ່​ທັນ​ສະ​ໄໝ, ພະນັກງານ​ການ​ຕ່າງປະ​ເທດ ຕອບສະໜອງຄວາມຕ້ອງການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ດ້ານການ​ປ້ອງ​ກັນ​ປະ​ເທດ. ສ້າງຖັນແຖວນາຍທະຫານສຳຮອງທີ່ສອດຄ່ອງກັບຄວາມຕ້ອງການລະດົມພົນຕາມສະຖານະການປ້ອງກັນປະເທດ. ສືບຕໍ່ຄົ້ນຄວ້າ ເພີ່ມເຕີມ ປັບປຸງບູລະນະ ແລະ ປະຕິບັດລະບອບ ນະໂຍບາຍສຳລັບພະນັກງານເປັນຢ່າງດີ, ໂດຍສະເພາະ ນະໂຍບາຍເງິນເດືອນ, ທີ່ຢູ່ອາໄສ ແລະເງິນອຸດໜູນ; ນະໂຍບາຍສົ່ງເສີມພະນັກງານທີ່ເຮັດວຽກໃນສະຖານທີ່ທີ່ຫຍຸ້ງຍາກລຳບາກ, ຊາຍແດນ, ເຂດທະເລແລະເກາະຕ່າງໆ; ນະໂຍບາຍດຶງດູດຄົນເກັ່ງເຂົ້າຮັບໃຊ້ໃນກອງທັບ; ນະໂຍບາຍຕໍ່ແນວຫຼັງ ແລະຄອບຄົວຂອງພະນັກງານທະຫານ. ພ້ອມກັນນັ້ນ, ເອົາ​ໃຈ​ໃສ່​ຈັດ​ຕັ້ງ​ປະຕິບັດ​ລະບອບ ​ແລະ ນະ​ໂຍບາຍ​ຢ່າງເໝາະສົມ ສຳລັບຜູ້ທີ່​ມີ​ຄຸນງາມຄວາມດີ ​ແລະ ຄອບຄົວ​ຂອງນັກຮົບ​ເສຍອົງຄະ ສະຫຼະ​ຊີວິດ​ເພື່ອ​ຊາດ ​ແລະອື່ນໆ ຕາມເງື່ອໄຂການ​ພັດທະນາ​ເສດຖະກິດແລະສັງຄົມ​ຂອງ​ປະ​ເທດ.

ທີຫ້າ, ຍົກສູງຄຸນນະພາບຂອງວຽກງານວິທະຍາສາດການທະຫານ; ວຽກງານພະລາທິການ, ເຕັກນິກ ແລະ ອຸດສາຫະກຳການທະຫານ ເພື່ອຕອບສະໜອງຄວາມຕ້ອງການກໍ່ສ້າງກອງທັບໃນສະພາບການໃໝ່.

ວິ​ທະ​ຍາ​ສາດ​ການ​ທະ​ຫານ​ແມ່ນພາກສ່ວນ​ທີ່​ຂາດ​ບໍ່​ໄດ້ ​ຂອງ​ວິ​ທະ​ຍາ​ສາດແລະ​ເຕັກ​ໂນ​ໂລ​ຊີ​ຂອງ​ຊາດ ເຊິ່ງເປັນ​ປັດ​ໄຈ​ສຳ​ຄັນ​ໃນ​ການ​ກໍ່​ສ້າງ​ກອງ​ທັບ​ປະ​ຕິ​ວັດ, ເປັນລະບຽບຫຼວງ, ຊຳນານການຮົບ, ທັນ​ສະ​ໄໝ​ ຢູ່ພາບໃຕ້​ການ​ນຳພາຊີ້ນຳ​ຂອງ​ຄະ​ນະ​ພັກ, ອົງ​ການຈັດຕັ້ງພັກ ແລະ ຜູ້​ບັນ​ຊາ​ການທຸກລະດັບ. ພັດທະນາວິທະຍາສາດການທະຫານຢ່າງຄົບຊຸດ, ມີຈຸດສຸມ ຈຸດໜັກໃຈກາງ; ໃນນັ້ນ, ​ວິ​ທະ​ຍາ​ສາດສິລະປະ​ການ​ທະ​ຫານ​, ວິທະຍາສາດສັງຄົມ ແລະ ມະນຸດສາດ ມີ​ບົດ​ບາດ​ນຳ​ໜ້າ, ວິ​ທະ​ຍາ​ສາດ​ເຕັກ​ນິກ​ແລະ​ເຕັກ​ໂນ​ໂລ​ຊີ​ການ​ທະ​ຫານ ​ແມ່ນ​ກຸນແຈສຳ​ຄັນ, ການ​ສ້າງແລະພັດ​ທະ​ນາ​ທ່າ​ແຮງ​ດ້ານ​ວິ​ທະ​ຍາ​ສາດ​ການ​ທະ​ຫານ​ແມ່ນ​ພື້ນ​ຖານ. ຍົກສູງຄວາມສາມາດ ແລະ ປ່ຽນແປງໃໝ່ກົນໄກຄຸ້ມຄອງຢ່າງຄົບຊຸດ, ເປີດກວ້າງການຮ່ວມມືສາກົນ, ດຳເນີນການປ່ຽນດິຈິຕອນ ເພື່ອຊຸກຍູ້ການພັດທະນາວິທະຍາສາດການທະຫານ. ສຸມໃສ່ຄົ້ນຄວ້າພັດທະນາວິທະຍາສາດທິດສະດີການເມືອງ, ສະໜອງຂໍ້ຄິດວິທະຍາສາດໃຫ້ພັກ​ແລະລັດຢ່າງທັນການ ເພື່ອຮັບ​ໃຊ້​ການ​ວາງ​ແຜນນະໂຍບາຍ ​ແລະ ນະ​ໂຍບາຍ​ດ້ານການ​ທະຫານ ​ແລະ ການປ້ອງ​ກັນ​ປະ​ເທດ; ພັດທະນາລະບົບທິດສະດີສິລະປະການທະຫານຫວຽດນາມ; ​ຄາດ​ຄະ​ເນ​ແຜນການ ແລະກົນອຸບາຍ ຂອງບັນດາອິດທິ​ກໍາ​ລັງສັດຕູ ແລະ​ ບັນດາຮູບ​ແບບ​ສົງ​ຄາມ​ໃນ​ອະ​ນາ​ຄົດ​; ກໍ່ສ້າງ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ, ພືື້ນຖານປ້ອງ​ກັນ​ປະ​ເທດ​ທົ່ວ​ປວງ​ຊົນ, ການປະຕິບັດການໃນເຂດ​ປ້ອງ​ກັນ, ສິລະ​ປະ​ສົງຄາມ​ປະຊາຊົນ​​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່.

ວຽກງານພະລາທິການແລະເຕັກນິກ ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ຈຸດສຸມ ແລະ ​ເປັນ​ປັດ​ໄຈ​ສຳຄັນ​ ທີ່​ປະກອບສ່ວນ​ກຳນົດ​ກຳລັງແຮງ​ສູ້​ຮົບ​ຂອງ​ກອງທັບ. ສຳລັບວຽກງານນີ້, ຄະນະພັກແລະຜູ້ບັນຊາການທຸກລະດັບ ຕ້ອງເຊີດຊູຄວາມຮັບຜິດຊອບໃນການນຳພາຊີ້ນຳ; ພ້ອມກັນນັ້ນ, ຕ້ອງເຊີດຊູຈິໃຈເປັນເຈົ້າການ, ຄວາມຄິດ​ປະດິດ​ສ້າງ, ​ເປັນ​ເຈົ້າ​ຕົນ​ເອງ, ສ້າງຄວາມເຂັ້ມແຂງດ້ວຍ​ຕົນ​ເອງ, ​ເສີມ​ຂະຫຍາຍ​ກຳລັງ​ແຮງສັງ​ລວມຂອງ​ທຸກ​ຂັ້ນ, ຂະແໜງການ​ ຢູ່​ພາຍ​ໃນກອງທັບ ແລະນອກ​ກອງທັບ. ສົມທົບຢ່າງແໜ້ນແຟ້ນ ລະຫວ່າງພະລາທິການຂອງກອງທັບ ແລະພະລາທິການປະຊາຊົນ; ເປັນເຈົ້າການໃນການຄົ້ນຄວ້າ ຄາດຄະເນ ແລະ ກຳສະພາບການ; ປັບປຸງກົນໄກແລະວິທີການກໍ່ສ້າງ ແລະ ການເຄື່ອນໄຫວພະລາທິການໃນເຂດປ້ອງກັນ, ກໍ່ສ້າງທ່າສະໜາມພະລາທິການກອງທັບ ຕິດພັນກັບທ່າສະໜາມຮົບປ້ອງກັນປະເທດທົ່ວປວງຊົນ ໂດຍມີຄວາມຄົບຊຸດກັບແຜນກຳນົດການພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະທິດ ແຕ່ລະພື້ນທີ່, ສ້າງລະບົບທີ່ຕໍ່ເນື່ອງແລະໝັ້ນຄົງ; ຍູ້ແຮງການຜະລິດ, ຍົກສູງລະດັບຊີວິດຂອງທະຫານ. ການປະຕິບັດວຽກງານເຕັກນິກ ຕ້ອງຕັ້ງຢູ່ໃນການດຳເນີນການໂດຍລວມຂອງມະຕິ, ຍຸດທະສາດ ແລະ ໂຄງການ ກ່ຽວກັບການທະຫານ ແລະການປ້ອງກັນປະເທດ, ໂດຍສອດຄ່ອງກັບສະພາບເສດຖະກິດແລະສັງຄົມຂອງປະເທດ ແລະ ສິລະປະການທະຫານຂອງຫວຽດນາມ; ​ໃຫ້​ບຸລິມະສິດ​ການ​ລົງທຶນ​ດ້ານ​ຊັບພະຍາກອນ ​ແລະ ​ເປີດ​ກວ້າງ​ການ​ຮ່ວມ​ມື​ສາກົນ; ສົມທົບຢ່າງແໜ້ນແຟ້ນແລະຄົບຊຸດ ລະຫວ່າງການຄົ້ນຄວ້າ ແລະ ການຂຸດຄົ້ນອຸປະກອນເຕັກນິກ ເຕັກໂນໂລຊີສູງ ກັບການສ້ອມແປງ. ດັດແປງ ແລະ ນຳໃຊ້ອຸປະກອນເຕັກນິກທີ່ມີຢູ່ ຢ່າງມີປະສິດທິຜົນ, ຮັກສາຄ່າສຳປະສິດທາງເຕັກນິກ ຂອງອຸປະກອນຢ່າງແໜ້ນແຟ້ນ ແລະອື່ນໆ. ຜ່ານນັ້ນ, ຮັບປະກັນການພະລາທິການ, ອາວຸດ ແລະ ອຸປະກອນເຕັກນິກທີ່ດີ ສໍາລັບ​ການ​ຝຶກ​ຊ້ອມ, ການກຽມພ້ອມ​ສູ້​ຮົບ ​ແລະ ການ​ສູ້​ຮົບຂອງກອງທັບ. ກໍ່ສ້າງອຸດສາຫະກຳການປ້ອງກັນປະເທດຕາມທິດເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ທັນສະໄໝ ແລະ ໃຊ້ໄດ້ໃນສອງທາງ, ປະກອບສ່ວນຍົກສູງທ່າ​ແຮງຂອງປະເທດ, ກຳລັງ​ແຮງທາງທະຫານ ​ແລະ ການປ້ອງ​ກັນ​ປະ​ເທດ./.

-------------------------------

(1) ໂຮ່ຈີມິນນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 14, ໜ້າ 435

(2), (3) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 155-156.

(4), (5) ໂຮ່ຈີມິນນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 5, ໜ້າ 309, 280

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1013 (ເດືອນພຶດສະພາ 2023)