ສືບຕໍ່ຊຸກຍູ້ການປະຕິຮູບການບໍລິຫານລັດ,
ຕອບສະໜອງຄວາມຕ້ອງການຂອງການສ້າງລະບົບ
ການບໍລິຫານທີ່ປະຊາທິປະໄຕ ມືອາຊີບ ທັນສະໄໝ
ປະສິດທິພາບແລະປະສິດທິຜົນ

ໂດຍ ຟ້າມທິແທັງຈ່າ
ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງ, ລັດຖະມົນຕີກະຊວງພາຍໃນ, ຮອງຫົວໜ້າປະຈຳຄະນະຊີ້ນຳການປະຕິຮູບການບໍລິຫານຂອງລັດຖະບານ
04:38, 20-01-2024
ວກ. - ວຽກງານການປະຕິຮູບການບໍລິຫານຢູ່ຫວຽດນາມໃນຊຸມປີທີ່ຜ່ານມາ ໄດ້ຮັບຜົນງານທີ່ຮອບດ້ານ ແລະໂດດເດັ່ນຫຼາຍພໍຄວນ, ສ້າງແຮງຜັກດັນທີ່ແຂງແຮງໃນການພັດທະນາເສດຖະກິດແລະສັງຄົມ, ປະກອບສ່ວນສຳຄັນເຂົ້າໃນການຍົກສູງປະສິດທິພາບແລະປະສິດທິຜົນການເຄື່ອນໄຫວຂອງກົງຈັກບໍລິຫານຂອງລັດ ຕັ້ງແຕ່ສູນກາງຈົນເຖິງທ້ອງຖິ່ນ ແລະ ຍົກສູງຖານະຕຳແໜ່ງ ແລະຄວາມສາມາດໃນການແຂ່ງຂັນສາກົນ. ການສືບຕໍ່ຍູ້ແຮງການປະຕິຮູບການບໍລິຫານລັດ, ສ້າງລະບົບການບໍລິຫານທີ່ເປັນປະຊາທິປະໄຕ ມືອາຊີບ ທັນສະໄໝ ມີປະສິດທິພາບແລະປະສິດທິຜົນ ຖືເປັນຄວາມຮຽກຮ້ອງຕ້ອງການທີ່ຮີບດ່ວນ ຂອງປະເທດໃນເວລາທີ່ຈະມາເຖິງ.

ທ່ານຟ້າມມິງຈິ໊ງ ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ແລະບັນດາຜູ້ແທນປະຕິບັດພິທີເປີດຖານຂໍ້ມູນແຫ່ງຊາດ ກ່ຽວກັບພະນັກງານ ລັດຖະກອນ ແລະ ພາລະກອນ ໃນອົງການຂອງລັດ _Ảnh: TTXVN

ແຜນນະໂຍບາຍ ທັດສະນະຂອງພັກ ແລະການຜັນຂະຫຍາຍຂອງລັດຖະບານ
ກ່ຽວກັບການປະຕິຮູບການບໍລິຫານລັດ
, ຕອບສະໜອງຄວາມຕ້ອງການຂອງການສ້າງລະບົບ
ການບໍລິຫານທີ່ປະຊາທິປະໄຕ ມືອາຊີບ ທັນສະໄໝ ມີປະສິດທິພາບແລະປະສິດທິຜົນ

ການກໍ່ຕົວຂອງແຜນນະໂຍບາຍແລະທັດສະນະຂອງພັກກອມມູນິດຫວຽດນາມ ກ່ຽວກັບການສ້າງລະບົບການບໍລິຫານທີ່ປະຊາທິປະໄຕ ມືອາຊີບ ທັນສະໄໝ ຄ່ອງຕົວ ມີປະສິດທິພາບ ປະສິດທິຜົນ, ມີຄວາມສາມາດສ້າງການພັດທະນາ, ຊື່ສັດສຸຈະລິດ, ຮັບໃຊ້ປະຊາຊົນນັ້ນ ແມ່ນຂະບວນການຄົ້ນຫາ, ປ່ຽນແປງໃໝ່ຈິນຕະນາການ ແລະ ປະດິດສ້າງຢ່າງບໍ່ຢຸດຢັ້ງ ໃນແນວທາງການປ່ຽນແປງໃໝ່ປະເທດຢ່າງຮອບດ້ານ ເຊິ່ງໄດ້ເລີ່ມຕົ້ນແຕ່ກອງປະຊຸມໃຫຍ່ຄັ້ງທີ VI ຂອງພັກ (ປີ 1986). ຜ່ານບັນດາກອງປະຊຸມໃຫຍ່ຂອງພັກ, ການປະຕິຮູບການບໍລິຫານລັດ ໄດ້ຮັບການຢືນຢັນວ່າ ເປັນແຜນນະໂຍບາຍທີ່ສອດຄ່ອງກັນມາໂດຍຕະຫຼອດ ເຊິ່ງສະແດງໃຫ້ເຫັນເຖິງວິໄສທັດຍຸດທະສາດຂອງພັກ ໃນການນຳພາການຈັດຕັ້ງ ແລະການເຄື່ອນໄຫວຂອງລັດ. ໃນແຕ່ລະໄລຍະການພັດທະນາຂອງປະເທດ, ພັກແລະລັດມີມາດຕະການສະເພາະໃນການປະຕິຮູບ ແລະປ່ຽນແປງໃໝ່ລະບົບການບໍລິຫານລັດ ໃຫ້ສອດຄ່ອງກັບຄວາມຕ້ອງການຂອງຂະບວນການພັດທະນາແລະເຊື່ອມໂຍງສາກົນ. ໃນຂະບວນການນັ້ນ, ພັກໄດ້ອອກມະຕິສຳຄັນສະເພາະຫຼາຍສະບັບ ກ່ຽວກັບການປະຕິຮູບການບໍລິຫານ(1), ສ້າງຮາກຖານທາງແນວຄິດການເມືອງ ແລະວາງທິດທາງໃນການສ້າງລະບົບການບໍລິຫານລັດ ເພື່ອຕອບສະໜອງຄວາມຕ້ອງການໃນການພັດທະນາປະເທດ ໃນສະພາບການສົ່ງເສີມການເຊື່ອມໂຍງສາກົນ.

ພິເສດ, ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມໄດ້ວາງທິດທາງການພັດທະນາປະເທດເຖິງປີ 2030, ນັ້ນຄືສ້າງແລະປັບປຸງບູລະນະລັດແຫ່ງອຳນາດກົດໝາຍສັງຄົມນິຍົມທີ່ປອດໃສ ໝັ້ນຄົງເຂັ້ມແຂງ ຄ່ອງຕົວ, ເຄື່ອນໄຫວຢ່າງມີປະສິດທິພາບແລະປະສິດທິຜົນ, ຮັບໃຊ້ປະຊາຊົນ ແລະເພື່ອການພັດທະນາຂອງປະເທດ(2). ບົນພື້ນຖານນັ້ນ, ຍຸດທະສາດການພັດທະນາເສດຖະກິດ-ສັງຄົມໄລຍະປີ 2021-2030 ໄດ້ກຳນົດເນື້ອໃນບຸກທະລຸຍຸດທະສາດ 3 ປະການ(3), ໃນນັ້ນມີທິດທາງທີ່ສຳຄັນ 2 ປະການ ໃນການສ້າງລະບົບການບໍລິຫານລັດທີ່ມີປະສິດທິພາບ ປະສິດທິຜົນ ແລະສ້າງການພັດທະນາ: 1- ສືບຕໍ່ປັບປຸງສະຖາບັນທາງເສດຖະກິດໃຫ້ສົມບູນ ແລະຍົກສູງຄຸນນະພາບສະຖາບັນເສດຖະກິດຕະຫຼາດຕາມທິດສັງຄົມໃຫ້ສົມບູນ ຄົບຊຸດ ທັນສະໄໝ ແລະເຊື່ອມໂຍງ ໂດຍເນັ້ນຕະຫຼາດປັດໄຈການຜະລິດ ໂດຍສະເພາະ ຕະຫຼາດສິດທິການໃຊ້ທີ່ດິນ, ວິທະຍາສາດ, ເຕັກໂນໂລຊີ ແລະອື່ນໆ. ການປ່ຽນແປງໃໝ່​ການບໍລິຫານ​ປະ​ເທດ​ກ້າວ​ໄປ​ສູ່​ຄວາມ​ທັນ​ສະ​ໄໝ, ໂດຍສະເພາະ ​ການ​ຄຸ້ມ​ຄອງ​ການ​ພັດທະນາ ​ແລະ ການ​ຄຸ້ມ​ຄອງ​ສັງຄົມ. ກໍ່ສ້າງກົງຈັກຂອງລັດແຫ່ງອຳນາດກົດໝາຍສັງຄົມນິຍົມທີ່ມີຄວາມຄ່ອງຕົວ ມີປະສິດທິພາບ ແລະປະສິດທິຜົນ; ຊຸກຍູ້ການກະຈາຍອຳນາດ ແລະການແບ່ງຂັ້ນຄຸ້ມຄອງ ຮັບປະກັນການຄຸ້ມຄອງເປັນເອກະພາບ, ສົ່ງເສີມຄວາມເປັນເຈົ້າການ, ຄວາມຄິດປະດິດສ້າງ ແລະຄວາມຮັບຜິດຊອບຂອງທຸກຂັ້ນ ທຸກຂະແໜງການ; 2- ສືບຕໍ່ພັດທະນາແຫຼ່ງຊັບພະຍາກອນຢ່າງຮອບດ້ານ,... ໃຫ້ຄວາມສຳຄັນກັບການຝຶກອົບຮົມຊັບພະຍາກອນບຸກຄົນຄຸນນະພາບສູງ, ການຄົ້ນຫາແລະສົ່ງເສີມຜູ້ມີຄວາມສາມາດ; ມີນະໂຍບາຍທີ່ໂດດເດັ່ນໃນການດຶງດູດແລະໃຊ້ຜູ້ທີ່ມີຄວາມສາມາດ, ຜູ້ຊ່ຽວຊານທັງໃນແລະຕ່າງປະເທດ. ສ້າງຖັນແຖວພະນັກງານນຳພາ ຄຸ້ມຄອງ ແລະລັດຖະກອນທີ່ມີຄຸນສົມບັດດີ ມີວິຊາວີບເກັ່ງ ສຸດອົກສຸດໃຈຕໍ່ວຽກງານ ແລະຮັບໃຊ້ປະຊາຊົນ. ໃນເວລາມໍ່ໆມານີ້, ກອງປະຊຸມຄະນະບໍລິຫານງານສູນກາງພັກຄັ້ງທີ 6 ສະໄໝທີ XIII ໄດ້ອອກມະຕິສະເພາະຫຼາຍສະບັບ(4) ເຊິ່ງເປັນທິດທາງການເມືອງທີ່ສຳຄັນສຳລັບລັດຖະບານ ໃນການປະກາດໃຊ້ແຜນປະຕິບັດງານ, ຜັນຂະຫຍາຍການປະຕິບັດການປະຕິຮູບການບໍລິຫານລັດຂອງຫວຽດນາມເຖິງປີ 2030, ວິໄສທັດເຖິງປີ 2045.

ເພື່ອປະຕິບັດແຜນນະໂຍບາຍ ແລະແນວທາງຂອງພັກກ່ຽວກັບການປະຕິຮູບການບໍລິຫານ, ລັດຖະບານແລະນາຍົກລັດຖະມົນຕີໄດ້ປະກາດໃຊ້ບັນດາໂຄງການ ແຜນການປະຕິຮູບການບໍລິຫານທີ່ກວມລວມ ຮອບດ້ານ ຄົບຊຸດ, ຫຼືຕາມຫົວຂໍ້, ມີຈຸດໜັກໃຈກາງ ແລະ ຊີ້ນຳການຜັນຂະຫຍາຍປະຕິບັດຢ່າງແຂງແຮງ ແລະໂປ່ງໃສ ຈາກສູນກາງເຖິງອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ(5). ໂຄງການເຫຼົ່ານີ້ໄດ້ຫັນແຜນນະໂຍບາຍ ແລະແນວທາງຂອງພັກເປັນຮູບປະທຳ, ສືບຕໍ່ຄວາມຕັດສິນໃຈຂອງລັດຖະບານໃນການສ້າງລະບົບການບໍລິຫານທີ່ປະຊາທິປະໄຕ ມືອາຊີບ ທັນສະໄໝ ມີປະສິດທິພາບແລະປະສິດທິຜົນ. ໃນຂະບວນການຜັນຂະຫຍາຍໂຄງການປະຕິຮູບການບໍລິຫານໂດຍລວມ, ມີລັກສະນະຍຸດທະສາດ, ໃນແຕ່ລະໄລຍະ, ລັກຖະບານແລະນາຍົກລັດຖະມົນຕີໄດ້ອອກມະຕິ, ຂໍ້ຕັດສິນຕົກລົງ, ຄຳສັ່ງ ເພື່ອຜັນຂະຫຍາຍໜ້າທີ່ການປະຕິຮູບການບໍລິຫານ ໃນຂົງເຂດທີ່ສຳຄັນ ຮີບດ່ວນ ເຊັ່ນ ການປະຕິຮູບຂະບວນການບໍລິຫານ; ການປັບປຸງສະພາບແວດລ້ອມການລົງທຶນແລະທຸລະກິດ, ຍົກສູງຄວາມສາມາດໃນການແຂ່ງຂັນຂອງປະເທດ; ການປະຕິຮູບກົງຈັກການບໍລິຫານ; ການປະຕິຮູບລະບອບການງານສາທາລະນະ ແລະຂ້າລັດຖະການ; ພັດທະນາລັດຖະບານເອເລັກໂຕຣນິກ, ລັດຖະບານດິຈິຕອນ... ບົນພ້ານຖານນັ້ນ, ໄດ້ມີການດຳເນີນການປະຕິຮຸບການບໍລິຫານຢ່າງຮອບດ້ານ ຄົບຊຸດໃນທຸກດ້ານຂອງລະບົບການບໍລິຫານ ຕັ້ງແຕ່ສູນກາງຈົນເຖິງທ້ອງຖິ່ນ ແລະບັນລຸຜົນສຳເລັດຫຼາຍປະການ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດ ໃນສະພາບການເຊື່ອມໂຍງສາກົນນັບມື້ນັບກວ້າງຂວາງ ເລິກເຊິ່ງ, ຄ່ອຍໆສ້າງແລະປັບປຸງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມໃຫ້ສົມບູນເມື່ອລະກ້າວ.

ຜົນຂອງການປະຕິຮູບການບໍລິຫານມີສ່ວນຮ່ວມໃນການສ້າງລະບົບການບໍລິຫານ
ທີ່ປະຊາທິປະໄຕ ມືອາຊີບ ທັນສະໄໝ ມີປະສິດທິພາບແລະປະສິດທິຜົນ

ທີໜຶ່ງ, ການປະຕິຮູບສະຖາບັນໃນເວລາທີ່ຜ່ານມາໄດ້ຮັບການລະບຸວ່າເປັນຈຸດໜັກຂອງການປະຕິຮູບ ເຊິ່ງເປັນໜຶ່ງໃນສາມການບຸກທະລຸທາງຍຸດທະສາດ ເພື່ອການພັດທະນາປະເທດ ໂດຍຄ່ອຍໆຜັນຂະຫຍາຍເປົ້າໝາຍແລະທັດສະນະຂອງພັກ ໃນການສູ້ຊົນທີ່ຈະສ້າງລະບົບສະຖາບັນເສດຖະກິດຕະຫຼາດຕາມທິດສັງຄົມນິຍົມໃຫ້ສຳເລັດສົມບູນ ຕາມມາດຕະຖານທົ່ວໄປ ຂອງເສດຖະກິດຕະຫຼາດສະໄໝໃໝ່ ແລະການເຊື່ອມໂຍງສາກົນ. ລະບອບລະບຽບການກ່ຽວກັບການຈັດຕັ້ງກົງຈັດບໍລິຫານ; ພະນັກງານ ລັດຖະກອນ; ກ່ຽວກັບສາຍພົວພັນລັດກັບປະຊາຊົນ ໄດ້ຮັບການສ້າງແລະປັບປຸງໃຫ້ສົມບູນແບບ. ຕາມນັ້ນ, ມີການອອກນດຳລັດຈຳນວນຫຼາຍທີ່ຊີ້ນຳແນະນຳການປະຕິບັດກົດໝາຍແລະຂໍ້ບັນຍັດຕ່າງໆ; ຄຸນນະພາບຂອງການສ້າງແລະການປະກາດໃຊ້ເອກະສານທາງກົດໝາຍໄດ້ຮັບການຍົກສູງ, ຮັບປະກັນຄວາມຄົບຊຸດ, ຄວມເປັນເອກະພາບຂອງລະບົບກົດໝາຍ. ການປະຕິຮູບສະຖາບັນທີ່ມີຜົນງານສະເພາະ ໃນການສ້າງແລະປັບປຸງບູລະນະລະບົບກົດໝາຍ ແລະການຈັດຕັ້ງປະຕິບັດກົດໝາຍໃນເວລາທີ່ຜ່ານມາ, ໂດຍສະເພາະ ນັບຕັ້ງແຕ່ມີການດຳເນີນການຕາມລັດຖະທຳມະນູນປີ 2013 ໄດ້ປະກອບສ່ວນສຳຄັນໃນການປັບປຸງສະຖາບັນເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ, ການສ້າງລະບົບອົງການບໍລິຫານລັດ ຕັ້ງແຕ່ສູນກາງຈົນເຖິງຮາກຖານ ທີ່ຊ່ອງລ່ອງກັນ ສະອາດປອດໃສ ໝັ້ນຄົງເຂັ້ມແຂງ ຄ່ອງຕົວ ທັນສະໄໝ ມີປະສິດທິພາບແລະປະສິດທິຜົນ.

ທີສອງ, ໃນຫຼາຍປີທີ່ຜ່ານມາ, ການປະຕິຮູບຂັ້ນຕອນການບໍລິຫານໄດ້ຮັບການລະບຸວ່າເປັນຂັ້ນຕອນສຳຄັນ ທີ່ບຸກທະລຸ ແລະໄດ້ຮັບການຜັນຂະຫຍາຍຢ່າງແຂງແຮງ ໃນທຸກລະດັບການບໍລິຫານ ຕາມທິດທາງຂອງການເຮັດໃຫ້ງ່າຍຂຶ້ນ, ສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ແລະເປີດກວ້າງສຳລັບການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນຜົນປະໂຫຍດອັນຊອບທຳ ແລະສິດເປັນເຈົ້າຂອງປະຊາຊົນ. ການດຳເນີນການຕາມແຜນເພື່ອຫຼຸດຜ່ອນຄວາມຊັບຊ້ອນຂອງຂັ້ນຕອນການບໍລິຫານ; ການຕັດເງື່ອນໄຂທາງທຸລະກິດ ແລະການເຄື່ອນໄຫວກວດສອບສະເພາະທາງ; ການແບ່ງສິດອຳນາດໃນການແກ້ໄຂຂັ້ນຕອນການບໍລິຫານເລີ່ມໄດ້ຮັບຜົນທາງບວກຫຼາຍຢ່າງ. ຂັ້ນຕອນການບໍລິຫານໄດ້ຮັບການທົບທວນ, ຫຼຸດຄວາມຊັບຊ້ອນ, ປະເມີນຜົນກະທົບ ແລະໃຫ້ເປັນມາດຕະຖານຢ່າງສະໝ່ຳສິເໝີ; ປະກາດ ຊີ້ແຈງ ແລະເປີດເຜີຍຕໍ່ສາທາລະນະ. ການປ່ຽນແປງໃໝ່ດ້ວຍການປະຕິບັດກົນໄກປະຕູດຽວ, ປະຕູດຽວຄົບວົງຈອນ ໃນການແກ້ໄຂຂັ້ນຕອນການບໍລິຫານ ຕາມທິດທາງຫັນເປັນດິຈິຕອນ ໂດຍບໍ່ຄຳນຶງເຖິງຂອບເຂດການບໍລິຫານ ໄດ້ຮັບຄວາມເອົາໃຈໃສ່ແລະໃຫ້ຜົນເບື້ອງຕົ້ນ. ຕາມນັ້ນ, 53 ໃນ 63 ແຂວງໄດ້ເຊື່ອມໂຍງ​ປະຕູ​ບໍລິການ​ສາທາລະນະ ​ແລະລະບົບ​ຂໍ້​ມູນ​ຂ່າວສານ​​ເອ​ເລັກ​ໂຕຣນິກຄົບວົງຈອນ ໃນລະດັບແຂວງ​ແລະນະຄອນເຂົ້າດ້ວຍກັນ. ລະບົບຂໍ້ມູນຂ່າວສານແກ້ໄຂຂັ້ນຕອນການບໍລິຫານໜຶ່ງກຽວ, ພ້ອມກັນນັ້ນກໍ່ສະໜອງ ແລະ ປະສົມອຸ​ປະ​ກອນອັດສະລິຍະ​ຈໍາ​ນວນ​ຫຼາຍ, ຊ່ວຍໃຫ້ການຮັບເອກະສານ ແລະແກ້ໄຂຂັ້ນຕອນການບໍລິຫານໄດ້ຢ່າງວ່ອງໄວ ແລະສະດວກຫຼາຍຂຶ້ນ. ມີການສະເໜີແລະຜັນຂະຫຍາຍປະຕິບັດໂຄງການປະຕິຮູບຂັ້ນຕອນການບໍລິຫານຫຼາຍໂຄງການ ເຊິ່ງບັນລຸຜົນທາງບວກຫຼາຍຢ່າງ. ບັນດາ​ເນື້ອ​ໃນທີ່ເຊື່ອມຕໍ່ຢ່າງຄົບຊຸດລະຫວ່າງ​ການ​ປະຕິ​ຮູບ​ຂັ້ນຕອນການ​ບໍລິຫານ ​ແລະ ການ​ກໍ່ສ້າງ​ລັດຖະບານ​ເອ​ເລັກ​ໂຕຣນິກ ຍັງ​ສ້າງ​ເງື່ອນ​ໄຂ​ສະດວກ​ກວ່າ​ໃຫ້​ປະຊາຊົນ ​ແລະ ວິ​ສາ​ຫະກິດ​ເຂົ້າ​ເຖິງ​ອົງການ​ບໍລິຫານ​ຂອງ​ລັດ.

ທີສາມ, ໃນການປະຕິບັດແຜນນະໂຍບາຍ ແນວທາງຂອງພັກ ແລະນະໂຍບາຍ ກົດໝາຍຂອງລັດ, ການປະຕິຮູບການຈັດຕັ້ງກົງຈັກບໍລິຫານລັດ ໄດ້ຮັບການຜັນຂະຫຍາຍຢ່າງຮຸນແຮງແລະຄົບຊຸດ, ໃນນັ້ນສຸມໃສ່ບັນດາເນື້ອໃນເຊັ່ນ ການກວດຄືນ, ການປັບປຸງພາລະບົດບາດ ໜ້າທີ່ ແລະການຈັດຕັ້ງກົງຈັກ; ການກະຈາຍອຳນາດ ແລະແບ່ງຂັ້ນຄຸ້ມຄອງ ລະຫວ່າງສູນກາງແລະທ້ອງຖິ່ນ; ຫຼຸດຂະໜາດຂອງກຳລັງຄົນ; ປະຕິບັດກົນໄກເປັນເຈົ້າຕົນເອງ ແລະຄວາມຮັບຜິດຊອບດ້ວຍຕົນເອງ ຂອງໜ່ວຍບໍລິການສາທາລະນະ. ການປັບປຸງໂຄງສ້າງການຈັດຕັ້ງຂອງລັດຖະບານ, ການຈັດຕັ້ງກະຊວງຄຸ້ມຄອງຫຼາຍຂະແໜງການ ຫຼາຍຂົງເຂດ, ການທົບທວນແລະປັບປ່ຽນພາລະໜ້າທີ່ແລະການຈັດຕັ້ງພາຍໃນຂອງກະຊວງ, ອົງການລະດັບກະຊວງ ໄດ້ຮັບການປະຕິບັດຢ່າງແຂງແຮງ ຕາມທິດກຳນົດໜ້າທີ່ຮັບຜິດຊອບ ແລະສິດອຳນາດຂອງແຕ່ລະຂັ້ນ ຢ່າງຈະແຈ້ງ, ປ່ຽນແປງໃໝ່ການຈັດຕັ້ງ ແລະການເຄື່ອນໄຫວ ຂອງບັນດາ​ອົງການ​ລັດຖະບານ ໃຫ້ສອດຄ່ອງກັບຮູບ​ແບບ​ການ​ປົກຄອງ​ທັນ​ສະ​ໄໝ ​ແລະປະຕິບັດ​ກົນ​ໄກເປັນເຈົ້າ​ຕົນ​ເອງ ​ແລະ ​ຮັບຜິດຊອບດ້ວຍຕົນເອງ. ຜ່ານ​ການ​ປະຕິບັດ​ຕົວ​ຈິງ, ການຈັດ​ຕັ້ງກົງຈັກ​​ບໍລິຫານ ແລະໂຄງສ້າງການຈັດ​ຕັ້ງ​ຂອງ​ລັດຖະບານ ​ໃນ​ໄລຍະ​ຕໍ່​ໄປ​ມີ​ຄວາມ​ຄ່ອງ​ຕົວ ​ແລະສົມ​ເຫດ​ສົມ​ຜົນ​ກວ່າ​ໄລຍະ​ກ່ອນໜ້າ; ຈໍານວນອົງການວິຊາສະເພາະພາຍໃຕ້ຄະນະກໍາມະການປະຊາຊົນຂັ້ນແຂວງ, ເມືອງ ໄດ້ຫຼຸດລົງເທື່ອລະກ້າວ ຕາມເງື່ອນໄຂຂອງລັດຖະບານ. ການຈັດ​ຕັ້ງ​ກົງຈັກ​ບໍລິຫານ​ຂອງ​ລັດ ​ແລະ ໜ່ວຍ​ບໍລິການ​ພາກລັດ ​ຕັ້ງແຕ່​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ ຕາມຄວາມຄ່ອງຕົວ, ມີ​ປະສິດທິ​ພາບແລະປະສິດທິຜົນ ໃນເວລາທີ່ຜ່ານມາ​ໄດ້ບັນລຸຜົນ​ສຳເລັດທີ່ໜ້າຈົດຈຳ(6). ສາມາດເວົ້າໄດ້ວ່າ, ການທົບທວນແລະການຈັດໂຄງສ້າງອົງການມີສ່ວນຊ່ວຍໃນການແກ້ໄຂຜ່ານຜ່າສະຖານະການທີ່ທັບຊ້ອນກັນ, ລົບລ້າງຕົວກາງ, ຮັບປະກັນສອດຄ່ອງກັບຂໍ້ກຳນົດຂອງກົດໝາຍສະເພາະທາງ ແລະການມອບໝາຍຂອງລັດຖະບານ. ຄະນະກຳມະການປະຊາຊົນທຸກລະດັບ ແລະອົງການວິຊາສະເພາະຂັ້ນແຂວງແລະເມືອງ ໄດ້ຮັບການຈັດຕັ້ງແລະປັບປຸງ, ​ໂດຍ​ພື້ນຖານ​ຕາມ​ລະບຽບ​ການ, ​ໃນ​ເບື້ອງ​ຕົ້ນ​ໄດ້​ຄຳນຶງ​ເຖິງ​ຄຸນ​ລັກສະນະ​ຂອງ​ຫົວໜ່ວຍ​ບໍລິຫານ​ຢູ່​ຊົນນະບົດ, ຕົວ​ເມືອງ ​ແລະ ໝູ່​ເກາະ. ເນື້ອໃນໃໝ່ຈຳນວນໜຶ່ງ ໄດ້ຮັບແລະກຳລັງດຳເນີນການຕາມມະຕິຂອງສະພາແຫ່ງຊາດ ເຊັ່ນກ່ຽວ​ກັບ​ການ​ທົດ​ລອງ​ຮູບ​ແບບ​ການຈັດຕັ້ງອຳນາດການປົກຄອງ​ຕົວ​ເມືອງ ຢູ່ນະຄອນຮ່າໂນ້ຍ; ກ່ຽວ​ກັບ​ການ​ທົດ​ລອງ​ຮູບ​ແບບ​ການຈັດຕັ້ງອຳນາດການປົກຄອງ​ຕົວ​ເມືອງ ​ແລະ ​ບາງກົນ​ໄກ​ແລະນະ​ໂຍບາຍ​ສະ​ເພາະ​ ເພື່ອ​ພັດທະນາ​ນະຄອນ​ດ່າ​ນັງ; ກ່ຽວ​ກັບ​ການສັບຊ້ອນໜ່ວຍບໍລິຫານ​ງານ​ຂັ້ນ​ເມືອງ ​ແລະຕາແສງ​ໃນ​ນະຄອນ​ໂຮ່ຈີມິນ ແລະໃນນະຄອນຖູດຶກ ພາຍໃຕ້ນະຄອນໂຮ່ຈີມິນ. ການຫຼຸດຈຳນວນບຸກຄະລາກອນ ແລະການແກ້ໄຂບຸກຄະລາກອນທີ່ເຫຼືອຫຼັງຈາກການສັບຊ້ອນ ແລະ​ຈັດ​ຕັ້ງ​ໜ່ວຍ​ງານ​ບໍລິຫານ​ຄືນ​ໃໝ່​ ກໍ່ບັນລຸ​ຜົນສຳເລັດພົ້ນ​ເດັ່ນທີ່ໜ້າຈົດຈຳ.

ທີສີ່, ການສ້າງແລະປັບປຸງຍົກສູງຄຸນນະພາບຂອງຖັນແຖວພະນັກງານ ລັດຖະກອນ ພາລະກອນ ໄດ້ຮັບຄວາມເອົາໃຈໃສ່ຈາກພັກແລະລັດສະເໝີ. ລະບຽບລະບອບການງານສາທາລະນະ, ລັດຖະກອນ, ພາລະກອນ ໄດ້ຮັບການເພີ່ມເຕີມ ປັບປຸງບູລະນະ ແລະປ່ຽນແປງໃໝ່ ບົນພື້ນຖານກົດໝາຍວ່າດ້ວຍພະນັກງານ ລັດຖະກອນ ແລະກົດໝາຍວ່າດ້ວຍພາລະກອນ; ວຽກງານການສັນຫາ, ນຳ​ໃຊ້ ​ແລະ ຄຸ້ມ​ຄອງ​ພະນັກງານ ລັດຖະກອນ ​ແລະ ພາລະກອນ ​ໄດ້​ຮັບ​ການ​ປະຕິບັດ​ເຂັ້ມ​ງວດໂດຍພື້ນຖານ; ການຈັດວາງແຕ່ງຕັ້ງ​ລັດຖະກອນ​ຕາມ​ຕຳ​ແໜ່ງງານ ​ແລະ ມາດຕະຖານຕຳແໜ່ງ​ພະນັກງານ​ລັດຖະກອນ​ທີ່​ສອດຄ່ອງ​ກັບ​ວຽກ​ງານ ​ແລະຂອບ​ເຂດ​ຄວາມ​ສາມາດ​ຂອງ​ຕຳ​ແໜ່​ງ ​​ໄດ້​ຮັບ​ການ​ປະຕິບັດ​ເທື່ອ​ລະ​ກ້າວ. ເນື້ອໃນດ້ານການປະຕິຮູບແລະປ່ຽນແປງໃໝ່ບາງສ່ວນ ໄດ້ຮັບຜົນສຳເລັດເບື້ອງຕົ້ນເຊັ່ນ ການສັນຫາພະນັກງານ ລັດຖະກອນໂດຍໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ; ການດຶງດູດຜູ້ມີຄວາມສາມາດເຂົ້າເຮັດວຽກໃນອົງການຂອງລັດ; ການສອບແຂ່ງຂັນເພື່ອແຕ່ງຕັ້ງຕຳແໜ່ງຜູ້ນຳແລະຜູ້ບໍລິຫານ. ວຽກງານກາປະເມີນແລະແບ່ງປະເພດພະນັກງານ ລັດຖະກອນ ພາລະກອນ ມີການປ່ຽນແປງໃໝ່; ໄດ້ມີການກວດສອບເພື່ອຕັດໃບຮັບຮອງການຝຶກອົບຮົມຕາມທີ່ກຳນົດ. ລະບົບຖານຂໍ້ມູນແຫ່ງຊາດກ່ຽວກັບພະນັກງານ ລັດຖະກອນ ພາລະກອນ ໄດ້ຖືກເປີດນຳໃຊ້ແລ້ວ.

ທີຫ້າ, ສະຖາບັນ ນະໂຍບາຍ ແລະກົດໝາຍໃນດ້ານການເງິນສາທາລະນະເຊັ່ນ ການຈັດການໜີ້ສາທາລະນະ, ການຈັດສັນເພື່ອຫັນວິສາຫະກິດເປັນຫຸ້ນສ່ວນ, ການຄຸ້ມຄອງການເງິນແລະງົບປະມານ, ການສົ່ງເສີມການພັດທະນາວິສາຫະກິດ້ານວິທາຍາສາດແລະເຕັກໂນໂລຊີ ມີການປ່ຽນແປງທີ່ຊັດເຈນຫຼາຍຂຶ້ນ. ການຜັນຂະຫຍາຍນະໂຍບາຍຫັນເປັນສັງຄົມ ໃນບັນດາຂົງເຂດວັດທະນະທຳ ກິລາ ການທ່ອງທ່ຽວ ການສຶກສາແລະຝຶກອົບຮົມ ສາທາລະນະສຸກ ແລະອື່ນໆ ໄດ້ຮັບການປັບປຸງຍົກສູງຄຸນນະພາບການເຄື່ອນໄຫວເທື່ອລະກ້າວ, ຕອບສະໜອງຄວາມຕ້ອງການດ້ານວັດທະນະທຳແລະຈິດໃຈຂອງປະຊາຊົນ, ປະກອບສ່ວນຍົກສູງຄຸນນະພາບການບໍລິການດ້ານການສຶກສາ ແລະບໍລິການສຸຂະພາບສຳລັບປະຊາຊົນ. ການປ່ຽນແປງໃໝ່ກົນໄກການເງິນສຳລັບ​ອົງ​ການ​ບໍ​ລິ​ຫານ​, ກົນ​ໄກ​ເປັນເຈົ້ນຕົນເອງ ​ຮັບ​ຜິດ​ຊອບດ້ວຍ​ຕົນ​ເອງ​ ໃນ​ການ​ປະ​ຕິ​ບັດ​ວຽກ​ງານ​, ການຈັດຕັ້ງກົງຈັກ​ແລະ​ພະ​ນັກ​ງານ​ ​ແລະ ການ​ເງິນ​ ສຳລັບ​ໜ່ວຍງານ​ບໍລິການ​ພາກລັດ ​ແລະ ກົນ​ໄກ​ເປັນເຈົ້າຕົນເອງ ​ຮັບຜິດຊອບ​ດ້ວຍຕົນເອງ ຂອງ​ອົງການ​ວິທະຍາສາດ ​ແລະ​ເຕັກ​ໂນ​ໂລ​ຊີ ​ໄດ້​ຮັບ​ໝາກຜົນ​ດີຫຼາຍຢ່າງ.

ທີຫົກ, ກົນໄກ ນະໂຍບາຍກ່ຽວກັບການພັດທະນາລັດຖະບານເອເລັກໂຕຣນິກ, ລັດຖະບານດິຈິຕອນ ໄດ້ຮັບການປັບປຸງໃຫ້ສົມບູນເທື່ອລະກ້າວ, ປະກອບສ່ວນສ້າງລະບົບການບໍລິຫານທີ່ທັນສະໄໝ ມີປະສິດທິພາບແລະປະສິດທິຜົນ. ການສ້າງບັນດາຖານຂໍ້ມູນແຫ່ງຊາດ, ຖານຂໍ້ມູນສະເພາະຂະແໜງການ, ແກນ​ສື່ສານ​ເອກະສານ​ແຫ່ງ​ຊາດ, ປະຕູ​ບໍລິການ​ສາທາລະນະ​ແຫ່ງ​ຊາດ, ລະບົບ​ຂໍ້​ມູນ​ຂ່າວສານ​ເພື່ອການ​ປະຊຸມ ​ແລະ ການຈັດການວຽກ​ງານ​ຂອງ​ລັດຖະບານ... ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ມີສ່ວນຊ່ວຍໃນການຈັດສ້າງຖານຂໍ້ມູນ ເພື່ອຮັບໃຊ້ວຽກງານການຊີ້ນຳ ແລະການບໍລິຫານຂອງລັດຖະບານ. ພ້ອມກັນນັ້ນ ກໍ່ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການແກ້ໄຂຂັ້ນຕອນການບໍລິຫານສຳລັບປະຊາຊົນ ອົງການ ແລະວິສາຫະກິດ, ປັບປຸງຍົກສູງປະສິດທິພາບແລະປະສິດທິຜົນການຄຸ້ມຄອງຂອງກົງຈັກແຫ່ງລັດ. ບັນດາກະຊວງ ຂະແໜງການ ແລະທ້ອງຖິ່ນ ໄດ້ສຸມໃສ່ຊຸກຍູ້ການລົງທຶນ, ຍົກລະດັບໂຄງສ້າງພື້ນຖານທາງເຕັກນິກ, ຜັນຂະຫຍາຍການສ້າງຊອບແວ ຖານຂໍ້ມູນ ແພຼດຟອມ ແລະຊອບແວປະຍຸກຈຳນວນຫຼາຍ. ການໃຫ້ບໍລິການສາທາລະນະອອນໄລກໍ່ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ, ໃນປີ 2022, ອັດຕາສ່ວນຂອງບໍລິການສາທາລະນະທີ່ມີສິດໃຫ້ບໍລິການອອນໄລລະດັບ 4 ບັນລຸ 100%, ເພີ່ມຂຶ້ນ 4% ເມື່ອທຽບກັບປີ 2021; ອັດຕາສ່ວນຂອງບັນທຶກຂັ້ນຕອນການບໍລິຫານທີ່ປະມວນຜົນອອນໄລທັງໝົດ ບັນລຸ 52,80%, ເພີ່ມຂຶ້ນ 17,50% ເມື່ອທຽບກັບປີ 2021; ໂດຍພື້ນຖານແລ້ວ ໄດ້ສໍາເລັດການບໍລິການສາທາລະນະທີ່ຈຳເປັນ 21/25 (ຕາມໂຄງການ 06) ທີ່ດຳເນີນການໃນສະພາບແວດລ້ອມທາງເອເລັກໂຕຣນິກ ແລະການປະສົມປະສານແລະຈັດໃຫ້ມີໃນປະຕູບໍລິການສາທາລະນະແຫ່ງຊາດ.  

ທີເຈັດ, ລັດຖະບານ ນາຍົກລັດຖະມົນຕີ ແລະຫົວໜ້າອົງການບໍລິຫານລັດທຸກຂັ້ນເຄີຍສົນທະນາແລະຮັບຟັງຄວາມຄິດເຫັນ ຂໍ້ສະເໜີແນະຂອງປະຊາຊົນແລະພາກທຸລະກິດເປັນປະຈຳ. ສິ່ງນີ້ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈທີ່ຈະສ້າງລະບົບການບໍລິຫານທີ່ຂະຫຍັນຂັນເຄື່ອນ ແລະມີຄວາມຮັບຜິດຊອບຂອງກົງຈັກການບໍລະຫານແຫ່ງລັດທຸກຂັ້ນ. ບັນດາເຄື່ອງມືໃນການຕິດຕາມແລະປະເມີນຜົນການບໍລິຫານ ເຊັ່ນ ດັດຊະນີການປະຕິຮູບການບໍລິຫານ (PAR Index), ດັດຊະນີຄວາມເພີ່ງພໍໃຈຂອງປະຊາຊົນ ແລະອົງການຈັດຕັ້ງ ຕໍ່ກັບການບໍລິການ ຂອງອົງການບໍລິຫານຂອງລັດ (SIPAS); ການວັດຄວາມເພີ່ງພໍໃຈຂອງປະຊາຊົນຕໍ່ບໍລິການສາທາລະນະສຸກ ການສຶກສາຂອງປະຊາຊົນ... ໄດ້ດຳເນີນການແລ້ວ, ຜ່ານນັ້ນສະແດງໃຫ້ເຫັນແຈ້ງເຖິງຈິດໃຈແຫ່ງການສ້າງລະບົບການບໍລິຫານທີ່ເປັນປະຊາທິປະໄຕ ການຮັບໃຊ້ ແລະການມຸ່ງສູ່ຜົນປະໂຫຍດຂອງປະຊາຊົນ ແລະສັງຄົມ.

ສາມາດເຫັນໄດ້ວ່າ, ໃນເວລາທີ່ຜ່ານມາ, ວຽກງານການບໍລິຫານໄດ້ຮັບຜົນສຳຄັນຫຼາຍຢ່າງ, ສ້າງການປ່ຽນແປງອັນຕັ້ງໜ້າໃນການເຄື່ອນໄຫວຂອງລະບົບການບໍລິຫານ ແຕ່ຍັງມີຂໍ້ຈຳກັດບາງປະການ ທີ່ຕ້ອງໄດ້ຮັບຄວາມເອົາໃຈໃສ່ແລະແກ້ໄຂ. ການຈັດຕັ້ງປະຕິບັດກົດໝາຍໃນບາງຂົງເຂດບໍ່ໄດ້ເຂັ້ມງວດແລະມີປະສິດທິພາບ, ການປະຕິຮູບຂັ້ນຕອນການບໍລິຫານຍັງບໍ່ໄດ້ເປັນແຮງຜັກດັນໃນການສົ່ງເສີມການພັດທະນາເສດຖະກິດ-ສັງຄົມຢ່າງແທ້ຈິງ; ການຈັດຕັ້ງກົງຈັກການບໍລິຫານຍັງຫຍຸ້ງຍາກ, ມີລຳດັບຊັ້ນ ແລະບໍ່ມີປະສິດທິພາບ; ຄຸນນະພາບຂອງຖັນແຖວພະນັກງານ ລັດຖະກອນໃນບາງພື້ນທີ່ບໍ່ເທົ່າທຽມກັນແລະຍັງອ່ອນແອ; ສ່ວນໜຶ່ງຂອງພະນັກງານ ລັດຖະກອນ ພາລະກອນ, ເມື່ອຕ້ອງຮັບມືກັບວຽກງານທີ່ກ່ຽວຂ້ອງເຖິງການຈັດຕັ້ງແລະປະຊາຊົນ ຍັງບໍ່ທັນປະຕິບັດຄວາມຮັບຜິດຊອບຂອງຕົນ ແລະ ມີພຶດຕິກຳຫຍໍ້ທໍ້ຕ່າງໆ; ການສ້າງລັດຖະບານເອເລັກໂຕຣນິກ, ມຸ່ງສູ່ລັດຖະບານດິຈິຕອນ ສັງຄົມດິຈິຕອນ ຍັງບໍ່ທັນສອດຄ່ອງລະຫວ່າງກະຊວງ ແລະ ທ້ອງຖິ່ນ. ຂໍ້ຈຳກັດເຫຼົ່ານີ້ຈຳເປັນຕ້ອງໄດ້ຮັບການຄົ້ນຄວ້າແລະຈັດການແກ້ໄຂ ຢ່າງຈິງຈັງແລະເຖິງຖອງ ໃນຂະບວນການປະຕິບັດການປະຕິຮູບການບໍລິຫານໃນເວລາທີ່ຈະມາເຖິງ, ຕອບສະໜອງຄວາມຕ້ອງການແລະເປົ້າໝາຍຂອງການປະຕິຮູບການບໍລິຫານເນື້ອໃນສະເພາະແຕ່ລະເນື້ອໃນ ໃນໄລຍະປີ 2021-2030.

ວິມີແກ້ໄຂຈຳນວນໜຶ່ງເພື່ອຊຸກຍູ້ການປະຕີຮູບການບໍລິຫານລັດ, ສ້າງລະບົບ
ການບໍລິຫານທີ່ປະຊາທິປະໄຕ ມືອາຊີບ ທັນສະໄໝ ມີປະສິດທິພາບແລະປະສິດທິຜົນ

ເພື່ອປະຕິບັດຄວາມປາດຖະໜາໃນການພັດທະນາປະເທດໃຫ້ປະກົດເປັນຈິງ ດ້ວຍບັນດາເປົ້າໝາຍທີ່ສຳຄັນຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ວ່າ: “ເຖິງປີ 2030, ສະເຫຼີມສະຫຼອງ 100 ປີແຫ່ງການກໍ່ຕັ້ງພັກ: ໃຫ້ເປັນປະເທດກຳລັງພັດທະນາ ມີອຸດສາຫະກຳທັນສະໄໝ ມີລາຍໄດ້ປານກາງສູງ. ເຖິງປີ 2045, ສະເຫຼີມສະຫຼອງ 100 ປີແຫ່ງການສ້າງຕັ້ງປະເທດສາທາລະນະລັດ ປະຊາທິປະໄຕຫວຽດນາມ, ປະຈຸບັນແມ່ນສາທາລະນະລັດສັງຄົມນິຍົມຫວຽດນາມກາຍເປັນປະເທດທີ່ພັດທະນາແລ້ວ ມີລາຍໄດ້ສູງ(7), ເປົ້າໝາຍການສ້າງລະບົບການບໍລິຫານທີ່ປະຊາທິປະໄຕ ມືອາຊີບ ທັນສະໄໝ ມີປະສິດທິພາບແລະປະສິດທິຜົນ ຈະຕ້ອງໄດ້ຮັບການພິຈາລະນາໂດຍລວມແລະຮອບດ້ານ ຈາກການສະຫຼຸບສັງລວມທິດສະດີແລະພຶດຕິກຳ ເຖິງການສະເໜີທິດທາງ ໜ້າທີ່ ແລະ ວິທີແກ້ໄຂ ເພື່ອຕອບສະໜອງຄວາມຕ້ອງການພັດທະນາເສດຖະກິດ-ສັງຄົມ ແລະການເຊື່ອມໂຍງສາກົນໃນໄລຍະໃໝ່. ບົນພື້ນຖານນັ້ນ, ເພື່ອສືບຕໍ່ຊຸກຍູ້ການປະຕິຮູບການບໍລິຫານ, ຜັນຂະຫຍາຍການປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 6 ສະໄໝທີ່ XIII ຢ່າງເຂັ້ມງວດແລະມີປະສິດທິຜົນ:ວ່າດ້ວຍການສືບຕໍ່ສ້າງແລະປັບປຸງບູລະນະລັດແຫ່ງອຳນາດກົດໝາຍສັງຄົມນິຍົມໃນສະໄໝໃໝ່”, ຈຳເປັນຕ້ອງເປັນເອກະພາບທາງດ້ານຄວາມຮັບຮູ້ ແລະການກະທຳ ກ່ຽວກັບການປະຕິຮູບການບໍລິຫານໃນລະບົບການເມືອງທັງໝົດ. ຕາມນັ້ນ, ສືບຕໍ່ປະຕິບັດວິທີແກ້ໄຂຈຳນວນໜຶ່ງດັ່ງຕໍ່ໄປນີ້:

ທີໜຶ່ງ, ເພີ່ມທະວີການນຳພາຂອງພັກຕໍ່ວຽກງານການປະຕິຮູບການບໍລິຫານ. ການນຳພາຂອງພັກຕໍ່ວຽກງານການປະຕິຮູບການບໍລິຫານສະແດງອອກຜ່ານການຕັດສິນຕົກລົງເປົ້າໝາຍ ທັດສະນະ ແຜນນະໂຍບາຍ ແລະ ວິທີແກ້ໄຂທີ່ສຳຄັນ ກ່ຽນກັບການປະຕິຮູບການບໍລິຫານ; ນຳພາວຽກງານໂຄສະນາແລະອົບຮົມສຶກສາ ເພື່ອຮັບປະກັນຄວາມຮັບຮູ້ທີ່ເລິກເຊິ່ງ ແລະການກະທຳທີ່ເປັນເອກະພາບ ໃນບັນດາອົງການຈັດຕັ້ງພັກ, ໃນພະນັກງານ ສະມາຊິກພັກ, ຄວາມເຫັນດີເຫັນພ້ອມ ແລະສະໜັບສະໜູນຂອງປະຊາຊົນແລະສັງຄົມກ່ຽວກັບວຽກງານການປະຕິຮູບການບໍລິຫານ. ເພີ່ມທະວີການນຳພາ ການກວດກາ ການຊຸກຍູ້ ການສະຫຼຸບເບື້ອງຕົ້ນ ແລະ ດັດແກ້ຢ່າງທັນການ ໃນການປະຕິບັດແຜນນະໂຍບາຍແລະມະຕິຂອງພັກ ກ່ຽວກັບວຽກງານການປະຕິຮູບການບໍລິຫານ. ຄະນະພັກນຳພາອົງການອຳນາດການປົກຄອງໃນການສ້າງໂຄງການ ແຜນການປະຕິຮູບການບໍລິຫານ, ຜ່ານຜົນງານການປະຕິຮູບການບໍລິຫານເພື່ອພິຈາລະນາ ປະເມີນ ແລະໃຊ້ພະນັກງານ ສະມາຊິກພັກ. ສືບຕໍ່ປ່ຽນແປງໃໝ່ວິທີການເຮັດວຽກ ການຊີ້ນຳ ແລະການບໍລິຫານງານຂອງລັດຖະບານ, ນາຍົກລັດຖະມົນຕີ, ບັນດາກະຊວງ ແລະອົງການປົກຄອງທ້ອງຖິ່ນທຸກຂັ້ນ ໃນການປະຕິບັດພາລະບົດບາດ ໜ້າທີ່ ແລະສິດຂອບເຂດຂອງຕົນ ແລະໃນການຜັນຂະຫຍາຍວຽກງານການປະຕິຮູບການບໍລິຫານ. ເພີ່ມທະວີລະບຽບວິໄນໃນອົງການບໍລິຫານລັດທຸກຂັ້ນ ກ່ຽວກັບການຊຸກຍູ້ການປະຕິບັດໂຄງການໂດຍລວມ ກ່ຽວກັບການປະຕິຮູບການບໍລິຫານລັດໄລຍະປີ 2021-2030; ເອົາ​ຜົນ​ການ​ປະຕິ​ຮູບ​ການ​ບໍລິຫານ​ປະຈຳ​ປີ​ເປັນ​ມາດຖານ​ໃນການ​ຕີ​ລາຄາ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ຂອງ​ອົງການ, ຫົວໜ່ວຍ; ຍົກ​ສູງ​ຄຸນ​ນະພາ​ບການ​ຊີ້​ນຳ​ແລະການບໍລິຫານ​ງານຂອງ​ຫົວໜ້າ​ອົງການ, ຫົວໜ່ວຍ; ໃຫ້ຄວາມສຳຄັນກັບວຽກງານການແຂ່ງຂັນ, ການຍ້ອງຍໍໃຫ້ລາງວັນທີ່​ຕິດ​ພັນ​ກັບ​ໝາກຜົນ ​ແລະ ປະສິດທິ​ຜົນ​ຂອງ​ການ​ປະຕິ​ຮູບ​ການ​ບໍລິຫານ.

ທີສອງ, ສ້າງລະບົບກົດໝາຍທີ່ປະຊາທິປະໄຕ ຍຸຕິທຳ ມະນຸດສະທຳ ຄົບຖ້ວນ ທັນເວລາ ຄົບຊຸດ ເປັນເອກະພາບ ເປີດເຜີຍ ໂປ່ງໃສ ສະຖຽນລະພາບ ເປັນໄປໄດ້ ເຂົ້າເຖິງງ່າຍ ແລະສາມາດດັດສົມບັນດາການພົວພັນສັງຄົມ, ຖືເອົາສິດແລະຜົນປະໂຫຍດທີ່ຖືກກົດໝາຍ ຊອບທຳຂອງປະຊາຊົນ ອົງການຈັດຕັ້ງ ວິສາຫະກິດ ເປັນຈຸດໜັກໃຈກາງ, ຊຸກຍູ້ການປ່ຽນແປງໃໝ່ປະດິດສ້າງ. ສຸມໃສ່ປັບປຸງລະບົບກົດໝາຍໃນທຸກຂົງເຂດໃຫ້ສົມບູນ ເຊິ່ງຈຸກໜັກແມ່ນການປັບປຸງບູລະນະສະຖາບັນ ກົດໝາຍກ່ຽວກັບການຈັດຕັ້ງແລະການເຄື່ອນໄຫວຂອງກົງຈັກແຫ່ງລັດ ແລະລະບົບການເມືອງ; ເສີມຂະຫຍາຍປະຊາທິປະໄຕ, ຮັບປະກັນແລະປົກປ້ອງສິດທິມະນຸດ ແລະສິດພົນລະເມືອງ; ລະບຽບລະບອບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ. ເອົາໃຈໃສ່ຄຸນນະພາບຂອງການສ້າງລະບົບເອກະສານທາງກົດໝາຍ ຕາມທິດທາງຂອງການສ້າງສະພາບແວດລ້ອມທາງກົດໝາຍທີ່ສະເໝີພາບ ເປີດກວ້າງ ແລະເອື້ອອຳນວຍ, ສົ່ງເສີມການປ່ຽນແປງໃໝ່ປະດິດສ້າງ, ການແຂ່ງຂັນທີ່ດີຂອງບັນດາພາກສ່ວນເສດຖະກິດບົນພື້ນຖານການປະຕິບັດຕາມກົດໝາຍ.

ທີສາມ, ຍູ້ແຮງການປະຕິຮູບຂັ້ນຕອນການບໍລິຫານ ປະກອບສ່ວນຍົກສູງຄຸນນະພາບແລະປະສິດທິຜົນ ຂອງກິດຈະກຳສະໜອງບໍລິການສາທາລະນະ ຂອງກົງຈັກບໍລິຫານແຫ່ງລັດ ໃນສະພາບການເຊື່ອມໂຍງເສດຖະກິດຢ່າງເລິກເຊິ່ງ. ຫຼຸດຄວາມຊັບຊ້ອນຂອງຂັ້ນຕອນການບໍລິຫານ, ຕັດຂັ້ນຕອນທີ່ບໍ່ຈຳເປັນ ທີ່ສ້າງບັນຫາໃຫ້ກັບຜູ້ຄົນແລະວິສາຫະກິດ ແລະຂັດຂວາງການແຂ່ງຂັນ; ເພີ່ມທະວີການທົບທວນ, ຫຼຸດຜ່ອນ ແລະຫຼຸດຄວາມຊັບຊ້ອນຂອງຂະບວນການ ຂັ້ນຕອນການບໍລິຫານແລະກົດລະບຽບ ເງື່ອນໄຂທາງທຸລະກິດ, ຮັບຮອງເນື້ອແທ້ແລະປະສິດທິຜົນ ບົນພື້ນຖານຂອງການຍຶດຖືປະຊາຊົນແລະວິສາຫະກິດເປັນສູນກາງຂອງການປະຕິຮູບ, ພ້ອມກັນນັ້ນກໍ່ນຳໃຊ້ບໍລິການສາທາລະນະອອນໄລທີ່ມີປະສິດທິພາບ. ສຸມໃສ່ບຸລິມະສິດຊັບພະຍາກອນ ເພື່ອສົ່ງເສີມການຫັນບັນທຶກແລະຜົນ​ຂອງ​ການ​ແກ້​ໄຂ​ຂັ້ນ​ຕອນ​ການ​ບໍ​ລິ​ຫານ ເປັນດິຈິຕອນ. ປະກາດ​ໃຊ້​ບັນດາ​ມາດ​ຕະການ​ແກ້​ໄຂ​ສະ​ເພາະ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ປະຕິບັດ 25​ໂຄງການ​ບໍລິການ​ສາທາລະນະ​ທີ່​ສຳຄັນ​ກ່ຽວ​ກັບ​ປະຊາຊົນ ​ພາຍ​ໃຕ້​ໂຄງການ 06. ສືບຕໍ່ປ່ຽນແປງໃໝ່ ແລະຍົກສູງຄຸນນະພາບແລະປະສິດທິຜົນຂອງການປະຕິບັດກົນໄກປະຕູດຽວ, ປະຕູດຽວຄົບວົງຈອນ.

ທີສີ່, ສືບຕໍ່ປ່ຽນແປງໃໝ່ການຈັດຕັ້ງ ແລະການເຄື່ອນໄຫວຂອງລັດຖະບານ ແລະອົງການປົກຄອງທ້ອງຖິ່ນ ຕາມທິດທາງກະທັດລັດຮັດກຸມ, ເຄື່ອນໄຫວມີປະສິດທິພາບແລະປະສິດທິຜົນ; ຈັດຕັ້ງບັນດາກະຊວງ ອົງການສູນກາງ, ບັນດາອົງການວິຊາສະເພາະຢູ່ທ້ອງຖິ່ນ ແບບຫຼາຍຂະແໜງການ, ຫຼາຍຂົງເຂດ, ຈໍານວນພໍສົມຄວນ. ເສີມຂະຫຍາຍທີ່ຕັ້ງ ແລະບົດບາດຂອງລັດຖະບານຢ່າງເຕັມທີ່ ໃນຖານະອົງການບໍລິຫານແຫ່ງລັດສູງສຸດ ໃຊ້ອຳນາດບໍລິຫານ ແລະ​ເປັນ​ອົງການ​ບໍລິຫານ​ຂອງ​ສະພາ​ແຫ່ງ​ຊາດ; ກຳນົດສິດອຳນາດຂອງລັດຖະບານ ແລະນາຍົກລັດຖະມົນຕີຢ່າງຈະແຈ້ງ. ປ່ຽນແປງການ​ປົກຄອງ​ປະ​ເທດໃຫ້ມີ​ຄວາມ​ທັນ​ສະ​ໄໝ ມີປະສິດທິພາບ ປະສິດທິ​ຜົນ ​ແລະ ສຸມ​ໃສ່​ການ​ຄຸ້ມ​ຄອງ​ການ​ພັດທະນາ; ຮັບປະກັນເຄົາລົບລັດຖະທຳມະນູນ ແລະກົດໝາຍ, ເພີ່ມຄວາມໂປ່ງໃສ, ຄວາມຮັບຜິດຊອບ ໃນການອະທິບາຍລາຍງານ ແລະ ການເຂົ້າຮ່ວມຂອງປະຊາຊົນ. ປັບປຸງການຈັດຕັ້ງອົງການປົກຄອງທ້ອງຖິ່ນໃຫ້ເໝາະສົມກັບພື້ນທີ່ຕົວເມືອງ ຊົນນະບົດ ເຂດພູເຂົາ ເກາະ ແລະໜ່ວຍບໍລິການ-ເສດຖະກິດພິເສດ; ຫຼຸດຂັ້ນການປົກຄອງທີ່ເໝາະສົມໃນບາງທ້ອງຖິ່ນ; ສ້າງຮູບແບບການປົກຄອງທ້ອງຖິ່ນທີ່ສອດຄ່ອງກັບແຕ່ລະພື້ນທີ່, ຕິດພັນກັບຄວາມຕ້ອງການພັດທະນາຂອງພາກພື້ນ ແລະເຂດເສດຖະກິດ. ຊຸກຍູ້ການກະຈາຍອຳນາດ ແລະການແບ່ງຂັ້ນຄຸ້ມຄອງຢ່າງມີວິທະຍາສາດ ແລະສົມເຫດສົມຜົນ, ຄຽງຄູ່ກັບການຍົກສູງຄວາມຮັບຜິດຊອບ, ຕິດພັນກັບການຮັບຮອງຊັບພະຍາກອນ ແລະຄວາມສາມາດ ໃນການປະຕິບັດກົດໝາຍສຳລັບທ້ອງຖິ່ນ ແລະບັນດາກະຊວງ. ສືບຕໍ່ການປະຕິຮູບແລະຈັດລະບຽບໜ່ວຍ​ບໍລິການ​ສາທາລະນະ​ຄືນ​ໃໝ່ ​ຕາມ​ທິດ​ກະທັດລັດຮັດກຸມ, ຮັບປະກັນ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ. ປະຕິບັດການຖ່າຍໂອນໜ້າທີ່ແລະເນື້ອໃນວຽກງານທີ່ບໍ່ຢູ່ໃນພາລະໜ້າທີ່ຂອງລະບົບການບໍລິຫານ ໄປໃຫ້ອົງການສັງຄົມ, ອົງການບໍລິການພາກລັດ, ອົງການບໍລິການສາທາລະນະ, ອົງການແລະວິສາຫະກິດພາກເອກະຊົນ ເຂົ້າມາຮັບຜິດຊອບນັບມື້ນັບຫຼາຍ ຕາມທິດທາງຫັນເປັນສັງຄົມຢ່າງແຂງແຮງ.

ທີຫ້າ, ສືບຕໍ່ປັບປຸງບູລະນະສະຖາບັນແລະນະໂຍບາຍ ເພື່ອການບໍລິການສາທາລະນະທີ່ໂປ່ງໃສ ຮັບຜິດຊອບ ຍຸຕິທຳ ແລະຊື່ສັດ. ສ້າງຖັນແຖວພະນັກງານ ລັດຖະກອນ ພາລະກອນທີ່ເປັນມືອາຊີບ, ຊ່ຽວຊານດ້ານວິຊາຊີບ ແລະມີຄຸນສົມບັດປະຕິວັດ ຂະຫຍັນໝັ່ນພຽນ ປະຢັດ ຊື່ສັດ ທ່ຽງທຳ, ເຫັນແກ່ສ່ວນລວມບໍ່ເຫັນແກ່ສ່ວນຕົວ. ປັບປຸງບູລະນະລະບົບມາດຕະຖານຕຳແໜ່ງ, ຕຳແໜ່ງງານ, ມາດຕະຖານວິຊາຊີບ ແລະມາດຖານການປະເມີນພະນັກງານ ລັດຖະກອນ ພາລະກອນ ອີງໃສ່ຜົນການປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍດ້ວຍຜະລິດຕະພັນສະເພາະ ແລະຄວາມເພີ່ງພໍໃຈຊອງປະຊາຊົນແລະວິສາຫະກິດ. ການປະຍຸກວິທະຍາສາດແລະເຕັກໂນໂລຊີທັນສະໄໝ, ການປ່ຽນແປງດິຈິຕອນ ໃນການສ້າງລະບົບຂໍ້ມູນຂ່າວສານ ແລະຖານຂໍ້ມູນ ເພື່ອຮັບໃຊ້ວຽກງານການປະເມີນລັດຖະກອນ ຕາມຜົນການປະຕິບັດງານບໍລິການສາທາລະນະ. ກະຊັບວິໄນແລະລະບຽບວິໄນກາບໍລິຫານ ໃນຂະບວນການປະຕິບັດງານ ແລະໜ້າທີ່ລັດຖະການ ຂອງພະນັກງານ ລັດຖະກອນ ພາລະກອນ. ປັບປຸງຍົກສູງຄຸນນະພາບການຮັບໃຊ້ປະຊາຊົນຂອງພະນັກງານ ລັດຖະກອນ ພາລະກອນ ດ້ວຍຈິດໃຈຮັບຟັງ ຄ່ຽມຄົມ ຮັບຜິດຊອບ ແລະຮັບໃຊ້ປະຊາຊົນແລະວິສາຫະກິດ ຢ່າງສຸດອົກສຸດໃຈ..., ພ້ອມກັນນັ້ນ ກໍ່ກັ່ນກອງ ແລະປ່ຽນແທນໂດຍທັນທີ ຜູ້ທີ່ເຮັດວຽກບໍ່ສຳເລັດ, ລະເມີດກົດໝາຍ ວິໄນ ຈັນຍາບັນສາທາລະນະ ຈັນຍາບັນວິຊາຊີບ ແລະບໍ່ມີຄວາມໜ້າເຊື່ອຖືກັບປະຊາຊົນອີກຕໍ່ໄປ.

ທີຫົກ, ຍູ້ແຮງການ​ຜັນ​ຂະຫຍາຍ​ການ​ຫັນ​ເປັນ​ດິ​ຈິ​ຕອນ​ແຫ່ງ​ຊາດ, ກໍ່ສ້າງ​ລັດຖະບານ​ເອ​ເລັກ​ໂຕຣນິກ, ລັດ​ຖະບານ​ເອ​ເລັກ​ໂຕຣນິກມຸ່ງ​ສູ່​ລັດຖະບານ​ດິຈິ​ຕອນ, ອຳນາດການປົກຄອງ​ດິຈິຕອນ, ​ເສດຖະກິດ​ດິຈິຕອນ ​ແລະ ສັງຄົມ​ດິຈິ​ຕອນ ​ຕາມ​ແຜນງານ​ຂອງ​ລັດຖະບານ, ຮັບປະກັນ​ຈຸດ​ໜັກໃຈກາງ, ເໝາະ​ສົມ​ກັບ​ເງື່ອນ​ໄຂ​ປະຕິບັດ​ຂອງ​ບັນດາ​ອົງການ, ຫົວໜ່ວຍ ​ແລະ ທ້ອງຖິ່ນ. ໃນນັ້ນ, ຮີບ​ປັບປຸງບູລະນະ​ລະບົບ​ສະ​ຖາ​ບັນ​ແລະກົດໝາຍ ​ເພື່ອ​ຮັບ​ໃຊ້​ການ​ພັດທະນາ​ລັດຖະບານເອເລັກໂຕຣນິກ, ລັດຖະບານ​ດິຈິຕອນ. ເຕົ້າໂຮມຊັບພະຍາກອນເພື່ອການລົງທຶນກໍ່ສ້າງແລະພັດທະນາລະບົບໂຄງສ້າງພື້ນຖານ, ເວທີດິຈິຕອນ, ຖານຂໍ້ມູນແຫ່ງຊາດ, ຖານຂໍ້ມູນຂະແໜງການ ແລະຖານຂໍ້ມູນຂອງທ້ອງຖິ່ນ ໃຫ້ຄົບຊຸດ ຄົບວົງຈອນແລະຄ່ອງຕົວ. ພັດທະນາຂໍ້ມູນເປີດ, ຖານຂໍ້ມູນ ແລະເວທີດິຈິຕອນ ເພື່ອຮັບປະກັນການນໍາໃຊ້ເປັນເອກະພາບ ຄົບຊຸດ ແລະສອດຄ່ອງໃນທົ່ວປະເທດ ແລະ ໃນແຕ່ລະທ້ອງຖິ່ນ. ຂະຫຍາຍ ພັດທະນາ ແລະຍົກສູງປະສິດທິຜົນຂອງການໃຫ້ບໍລິການສາທາລະນະອອນໄລ ໃຫ້ແກ່ປະຊາຊົນແລະວິສາຫະກິດ. ພັດທະນາລະບົບສື່ສານເພື່ອຮັບໃຊ້ການຊີ້ນຳ ແລະບໍລິຫານຂອງລັດຖະບານ ແລະນາຍົກລັດຖະມົນຕີ, ພັດທະນາແອບພຼີເຄຊັນ ແລະບໍລິການວິຊາຊີບສະເພາະຂະແໜງ ເພື່ອຮັບໃຊ້ພາຍໃນ ແລະເຊື່ອມໂຍງ ແບ່ງປັນຂໍ້ມູນ ກັບບັນດາລະບົບຂໍ້ມູນພາຍໃນແລະພາຍນອກກະຊວງ, ຂະແໜງການ, ທ້ອງຖິ່ນ; ແອບພຼີເຄຊັນແລະບໍລິການເພື່ອຮັບໃຊ້ປະຊາຊົນແລະວິສາຫະກິດ, ຮັບປະກັນໃຫ້ທຸກຄົນເຫັນແຈ້ງແລະຊົມໃຊ້ໝາກຜົນຕົວຈິງຂອງການປ່ຽນແປງດິຈິຕອນ./.

------------------------

(1) ມະຕິເລກທີ 17-NQ/TW, ລົງວັນທີ 1 ສິງຫາ 2007, ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການຍູ້ແຮງການປະຕິຮູບການບໍລິຫາ, ຍົກສູງປະສິດທິພາບແລະປະສິດທິຜົນການຄຸ້ມຄອງຂອງກົງຈັກແຫ່ງລັດ”; ມະຕິເລກທີ 12-NQ/TW, ລົງວັນທີ 16 ມັງກອນ 2012, ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍບັນຫາຮີບດ່ວນຈຳນວນໜຶ່ງກ່ຽວກັບການກໍ່ສ້າງພັກໃນປະຈຸບັນ”; ມະຕິເລກທີ 04-NQ/TW, ລົງວັນທີ 30 ຕຸລາ 2016, ຂອງຄະນະບໍລິຫານງານສູນກາງພັກ, “ວ່າດ້ວຍການເພີ່ມທະວີການກໍ່ສ້າງແລະປັບປຸງພັກ; ກີດກັ້ນແລະຍູ້ຖອຍຄວາມເສື່ອມໂຊມທາງດ້ານແນວຄິດການເມືອງ, ຄຸນສົມບັດສິນທຳ, ວິຖີຊີວິດ, ບັນດາປະກົດການປ່ຽນແປງຕົນເອງ”, “ຫັນປ່ຽນຕົນເອງ ຢູ່ພາຍໃນແລະມະຕິທີ່ສຳຄັນຈຳນວນໜຶ່ງເຊັ່ນ ມະຕິເລກທີ 18-NQ/TW, ລົງວັນທີ 25 ຕຸລາ 2017, ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍບັນຫາຈຳນວນໜຶ່ງກ່ຽວກັບການສືບຕໍ່ການປ່ຽນແປງໃໝ່, ຈັດວາງສັບຊ້ອນການຈັດຕັ້ງກົງຈັກຂອງລະບົບການເມືອງໃຫ້ກະທັດລັດຮັດກຸມ, ເຄື່ອນໄຫວຢ່າງມີຫະສິດທິພາບແລະປະສິດທິຜົນ”; ມະຕິເລກທີ 19-NQ/TW, ລົງວັນທີ 25 ຕຸລາ 2017, ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍກາສືບຕໍ່ການປ່ຽນແປງໃໝ່ລະບົບການຈັດຕັ້ງແລະຄຸ້ມຄອງ, ຍົກສູງຄຸນນະພາບ ແລະປະສິດທິຜົນການເຄື່ອນໄຫວຂອງບັນດາໜ່ວມງານບໍລິການພາກລັດ”; ມະຕິເລກທີ 26-NQ/TW, ລົງວັນທີ 19 ພຶດສະພາ 2018, ຂອງຄະນະບໍລິຫານງານສູນກາງພັກ, “ວ່າດ້ວຍການສຸມໃສ່ກໍ່ສ້າງຖັນແຖວພະນັກງານທຸກລະດັບ, ໂດຍສະເພາະຂັ້ນຍຸດທະສາດ ໃຫ້ມີຄຸມທາດ ຄວາມສາມາດ ແລະຊື່ສຽງພຽງພໍ, ທຽບເທົ່າກັບລະດັບຂອງໜ້າທີ່”; ມະຕິເລກທີ 27-NQ/TW, ລົງວັນທີ 21 ພຶດສະພາ 2018, ຂອງຄະນະບໍລິຫານງານສູນກາງພັກວ່າດ້ວຍການປະຕິຮູບນະໂຍບາຍເງິນເດືອນສຳລັບພະນັກງານ ລັດຖະກອນ ພາລະກອນ, ກອງກຳລັງປະກອລອາວຸດ ແລະຜູ້ອອກແຮງງານໃນວິສາຫະກິດ”; ມະຕິເລກທີ 28-NQ/TW, ລົງວັນທີ 23 ພຶດສະພາ 2018, ຂອງຄະນະບໍລິຫານງານສູນກາງພັກວ່າດ້ວຍການປະຕິຮູບນະໂຍບາຍປະກັນສັງຄົມ”;...

(2), (3) ກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ຖິ້, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 118, 220-221

(4) ມະຕິເລກທີ 27-NQ/TW, ngày 9-11-2022, ຂອງຄະນະບໍລິຫານງານສູນກາງພັກວ່າດ້ວຍການສືບຕໍ່ການສ້າງແລະປັບປຸງບູລະນະລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມໃນໄລຍະໃໝ່”; ມະຕິເລກທີ 28-NQ/TW, ລົງວັນທີ 17 ພະຈິກ 2022, ຂອງຄະນະບໍລິຫານງານສູນກາງພັກວ່າດ້ວຍກາສືບຕໍ່ການປ່ຽນແປງໃໝ່ແບບວິທີການນຳພາ ແລະການກຳອຳນາດຂອງພັກ ຕໍ່ລະບົບການເມືອງໃນໄລຍະປະຈຸບັນ

(5) ມະຕິເລກທີ 38/CP, ລົງວັນທີ 4 ພຶດສະພາ 1994, ຂອງລັດຖະບານ ວ່າດ້ວຍການປະຕິຮູບຂັ້ນ​ຕອນ​ການ​ບໍລິຫານຂັ້ນຕອນໜຶ່ງ ​ໃນ​ການ​ຄຸ້ມ​ຄອງກິດຈະການ​ຂອງ​ພົນລະ​ເມືອງ ແລະ ອົງການ​ຈັດ​ຕັ້ງ”; ໂຄງການໂດຍລວມການປະຕິຮູບການບໍລິຫານແຫ່ງລັດໃນໄລຍະປີ 2001-2010 ໃນຂໍ້ຕັດສິນຕົກລົງເລກທີ 136/2001/QĐ-TTg, ລົງວັນທີ 17 ກັນຍາ 2001, ຂອງນາຍົກລັດຖະມົນຕີ; ໂຄງການໂດຍລວມການປະຕິຮູບການບໍລິຫານແຫ່ງລັດໃນໄລຍະປີ 2011-2020 ໃນມະຕິເລກທີ 30c/NQ-CP, ລົງວັນທີ 8 ພະຈິກ 2011, ຂອງລັດຖະບານ ແລະ ໂຄງການໂດຍລວມການປະຕິຮູບການບໍລິຫານແຫ່ງລັດໃນໄລຍະປີ 2021-2030 ໃນມະຕິເລກທີ 76/NQ-CP, ລົງວັນທີ 15 ກໍລະກົດ2021, ຂອງລັດຖະບານ.

(6) ໃນບັນດາກະຊວງແລະຂະແໜງການສູນກາງ, ໄດ້ຈັດໃຫ້ມີການຫຼຸດກົມໃຫຍ່ ແລະອົງການທຽບເທົ່າກົມໃຫຍ່ ທີ່ບໍ່ໄດ້ຕາມມາດຖານການສ້າງຕັ້ງຈຳນວນ 17 ແຫ່ງ; ຫຼຸດກົມ 8 ແຫ່ງ (ສັງກັດກົມໃຫຍ່ ແລະ ສັງກັດກະຊວງ); ຫຼຸດກົມແລະອົງການທຽບເທົ່າກົມຈຳນວນ 145 ແຫ່ງ (ສັງກັດກົມໃຫຍ່ ແລະສັງກັດກະຊວງ. ໃນລະດັບທ້ອງຖິ່ນ, ສະສົມເຖິງປະຈຸບານ, 63 ແຂວງແລະນະຄອນໄດ້ຈັດໃຫ້ມີການຫຼຸດຫ້ອງແລະໜ່ວຍງານທຽບເທົ່າຫ້ອງຈຳນວນ 2.159 ແຫ່ງ. ກ່ຽວກັບການຈັດຕັ້ງຫົວໜ່ວຍບໍລິການພາກລັດ, ມາຮອດປັດຈຸບັນທົ່ວປະເທດໄດ້ຫຼຸດຫົວໜ່ວຍບໍລິການພາກລັດແລ້ວ 7.469 ໜ່ວຍ (ບັນລຸ 13,5% ເມື່ອທຽບໃສ່ປີ 2016). ການຈັດໜ່ວຍ​ບໍລິຫານ​ງານ​ຂັ້ນ​ເມືອງ​ແລະຂັ້ນ​ຕາແສງ ​ຕາມ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ ສືບ​ຕໍ່​ໄດ້​ຮັບ​ໝາກຜົນ​ອັນ​ຕັ້ງໜ້າ, ຕາມ​ນັ້ນ​ແລ້ວ, ​ໃນ​ໄລຍະປີ 2019-2021 ​ໄດ້ຫຼຸດໜ່ວຍ​ບໍລິຫານ​ຂັ້ນ​ເມືອງ 8 ໜ່ວຍ (ຈາກ 713 ​ເມືອງເຫຼືອ 705 ເມືອງ) ແລະຫຼຸດໜ່ວຍບໍລິຫານຂັ້ນຕາແສງ 561 ໜ່ວຍ (ຈາກ 11.160 ຕາແສງເຫຼືອ 10.599 ຕາແສງ).

(7) ກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 112

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1019 (ເດືອນສິງຫາ 2023)