ເສີມຂະຫຍາຍມູນເຊື້ອສາມັກຄີ ແລະ
ຄວາມເຫັນດີເຫັນພ້ອມຂອງປະຊາຊົນທຸກຊັ້ນວັນນະ
ໂດຍຜ່ານບົດບາດຂອງຄະນະປະຕິບັດງານແນວໂຮມ
ຄວາມເຫັນດີເຫັນພ້ອມຂອງປະຊາຊົນທຸກຊັ້ນວັນນະ
ໂດຍຜ່ານບົດບາດຂອງຄະນະປະຕິບັດງານແນວໂຮມ
ກຳມະການກົມການເມືອງ, ປະທານປະເທດ ໂຕເລິມ ພົບປະຄະນະຜູ້ແທນ ຂອງຜູ້ທີ່ມີຊື່ສຽງໂດດເດັ່ນ ໃນຊາວຊົນເຜົ່າສ່ວນໜ້ອຍ ຢູ່ເຂດຊາຍແດນແລະເກາະທະເລ ເນື່ອງໃນໂອກາດເຂົ້າຮ່ວມໂຄງການ “ບ່ອນອີງຂອງໝູ່ບ້ານ” ຄັ້ງທີ 2, ຈັດໂດຍຄະນະບັນນາທິການວາລະສານກອມມູນິດ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແລະ ກອງບັນຊາການທະຫານຊາຍແດນ ທີ່ຮ່າໂນ້ຍ, ວັນທີ່ 14 ມິຖຸນາ 2024 _ພາບ: ເອກະສາ
1- ຢູ່ຫວຽດນາມ, ຮີດຄອງປະເພນີເຊື່ອມໂຍງເຂົ້າກັບປະຊາຄົມລະຫວ່າງບຸກຄົນ - ຄອບຄົວ - ບ້ານ - ປະເທດ ມີຄວາມຕິດພັນກັບປະຫວັດສາດອັນຍາວນານຂອງປະເທດຊາດ ແລະ ມີມາຮອດປະຈຸບັນ. ລັກສະນະຊຸມຊົນຢູ່ບັນດາເຂດທີ່ຢູ່ອາໄສແມ່ນພື້ນຖານສຳຄັນໃຫ້ແກ່ການພົວພັນປະຊາທິປະໄຕ ແລະ ສະເໝີພາບ, ແມ່ນຮາກຖານຂອງໂຄງປະກອບ ແລະ ການຈັດຕັ້ງຂອງບັນດາໝູ່ບ້ານຫວຽດນາມ. ສິ່ງດັ່ງກ່າວໄດ້ສະແດງອອກຜ່ານບັນດາບົດເພງ ແລະ ສຸພາສິດພື້ນເມືອງ ຄື: “ຄວາມຮັກແພງໝູ່ບ້ານແລະເພື່ອບ້ານ”, “ໃນຕອນກາງຄືນໄຟປິດໄຟຈະມີກັນແລະກັນ” - ນັ້ນແມ່ນພະລັງຊີວິດນິລັນດອນຂອງຊາດຫວຽດນາມ. ຄວາມໝັ້ນຄົງຍືນຍົງໄດ້ຮັບການຫຼອມລວມດ້ວຍລັກສະນະຊຸມຊົນທີ່ແໜ້ນແຟ້ນ, ເຊື່ອມໂຍງສະມາຊິກໃນຄອບຄົວ, ຕະກູນ ພ້ອມກັນດຳລົງຊີວິດ ແລະ ຜູກພັນກັນຢ່າງແໜ້ນແຟ້ນໃນບ້ານ, ໝູ່ບ້ານ, ຕາແສງ. ລັກສະນະຊຸມຊົນຂອງບັນດາຄົວເຮືອນທີ່ອາໄສຢູ່ໃນພື້ນທີ່ພັກອາໄສ ໄດ້ສະແດງອອກຢ່າງຊັດເຈນແລະຫຼາກຫຼາຍ, ກໍ່ໃຫ້ເກີດຈິດສຳນຶກຊຸມຊົນໂດຍອີງໃສ່ຊຸມຊົນທີ່ຢູ່ອາໄສ, ຊຸມຊົນທີ່ມີກຳມະສິດ ແລະຜົນປະໂຫຍດຮ່ວມກັນ, ຊຸມຊົນທາງຈິດວິນຍານ ແລະ ຊຸມຊົນທາງວັດທະນະທຳ; ສະມາຊິກແຕ່ລະຄົນໃນຊຸມຊົນ ນອກຈາກການເບິ່ງແຍງຕົນເອງ ແລະ ຄອບຄົວແລ້ວ, ຍັງມີຄວາມຮັບຜິດຊອບໃນການຮັບປະກັນຜົນປະໂຫຍດລວມຂອງສະມາຊິກອື່ນໆໃນຊຸມຊົນ.
ລະບົບການບໍລິຫານຢູ່ຫວຽດນາມຈັດເປັນ 4 ລະດັບຄື: ສູນກາງ, ແຂວງ, ເມືອງ, ແລະ ຕາແສງ. ສະນັ້ນ, ຕາແສງແມ່ນໜ່ວຍບໍລິຫານລະດັບຕ່ຳສຸດໃນລະບົບບໍລິຫານ; ຢ່າງໃດກໍ່ຕາມ, ເຂດທີ່ຢູ່ອາໄສແມ່ນຢູ່ໃກ້ກັບປະຊາຊົນທີ່ສຸດ. ປະຈຸບັນ, ໃນທົ່ວປະເທດ, ຢູ່ແຕ່ລະເຂດທີ່ຢູ່ອາໄສມີການສ້າງ “ແຂນຂະຫຍາຍ” ຂອງລະບົບການເມືອງ ລວມມີອົງການຈັດຕັ້ງພັກ (ໜ່ວຍພັກ, ຈຸພັກ); ການຈັດຕັ້ງອຳນາດການປົກຄອງ (ບ້ານ, ໝູ່ບ້ານ, ຄຸ້ມເມືອງ...); ການຈັດຕັ້ງແນວໂຮມ ແລະ ອົງຄະນະມະຫາຊົນ (ຄະນະປະຕິບັດງານແນວໂຮມ; ສາຂາສະມາຄົມແມ່ຍິງ; ສາຂາສະມາຄົມນັກຮົບເກົ່າ; ສາຂາສະມາຄົມຊາວໜຸ່ມ ແລະຊາວກະສິກອນ...). ອົງການຈັດຕັ້ງຂ້າງເທິງນີ້ປະຕິບັດໜ້າທີ່, ວຽກງານ ແລະ ກົດລະບຽບໃນການດຳເນີນງານ ເຊິ່ງທັງໝົດໄດ້ຮັບການຄວບຄຸມໂດຍກົດລະບຽບຂອງອົງການ; ປະຕິບັດຕາມກົດໝາຍ, ປະຊາທິປະໄຕ, ຄວາມເປີດກວ້າງ ແລະ ຄວາມໂປ່ງໃສ; ເສີມຂະຫຍາຍສິດເປັນເຈົ້າຂອງຂອງສະມາຊິກທີ່ສອດຄ່ອງກັບຂໍ້ກຳນົດຂອງກົດໝາຍ ເພື່ອເສີມຂະຫຍາຍສິດເປັນເຈົ້າຂອງຂອງຊຸມຊົນທີ່ຢູ່ອາໄສ, ບໍ່ຫຼົບໜີ ຫຼືແຍກຕົວອອກຈາກການບໍລິຫານຂອງລັດ ບົນພື້ນຖານຮັບປະກັນການນຳພາ ຊີ້ນຳຂອງຄະນະພັກ, ການຄຸ້ມຄອງຂອງນາຍບ້ານ, ບົດບາດໃນການເຕົ້າໂຮມແລະປຸກລະດົມຊຸມຊົນ ແລະ ການຊີ້ນຳຂອງຄະນະປະຕິບັດງານແນວໂຮມ ເພື່ອແນໃສ່ເສີມຂະຫຍາຍບົດບາດຄຸ້ມຄອງຕົນເອງຂອງປະຊາຊົນ ຕາມທິດນຳທີ່ວ່າ: “ນຳໃຊ້ກຳລັງແຮງຂອງປະຊາຊົນເພື່ອເບິ່ງແຍງຊີວິດການເປັນຢູ່ຂອງປະຊາຊົນ”.
ມາດຕາ 27 ກົດລະບຽບຂອງແນວໂຮມປະເທດຊາດຫວຽດນາມຊຸດທີ IX ກຳນົດຢ່າງລະອຽດກ່ຽວກັບຄະນະປະຕິບັດງານແນວໂຮມ ດັ່ງນີ້: “ຄະນະປະຕິບັດງານແນວໂຮມໄດ້ຮັບການສ້າງຕັ້ງຂຶ້ນຢູ່ບ້ານ, ໝູ່ບ້ານ, ຄຸ້ມເມືອງ... (ເອີ້ນລວມກັນວ່າເຂດທີ່ຢູ່ອາໄສ). ໂຄງປະກອບຂອງຄະນະປະຕິບັດງານແນວໂຮມລວມມີ: ສະມາຊິກຄະນະກຳມະການແນວໂຮມປະເທດຊາດຫວຽດນາມຂັ້ນຕາແສງຈຳນວນໜຶ່ງອາໄສຢູ່ເຂດທີ່ຢູ່ອາໄສ; ຜູ້ຕາງໜ້າຄະນະພັກ; ຫົວໜ້າສາຂາສະມາຄົມຜູ້ສູງອາຍຸ, ສາຂາສະມາຄົມນັກຮົບເກົ່າ, ສາຂາສະມາຄົມຊາວກະສິກອນ, ສາຂາສະມາຄົມແມ່ຍິງ, ໜ່ວຍຊາວໜຸ່ມ ສາຂາສະພາກາແດງ... ຜູ້ທີ່ເປັນຕົວແທນບາງຄົນຈາກຊັ້ນຄົນປະຊາຊົນ, ຊົນເຜົ່າ, ສາສະໜາ...”.
ຄະນະປະຕິບັດງານແນວໂຮມມີພາລະໜ້າທີ່ປະສານງານ ແລະເປັນເອກະພາບໃນການກະທຳລະຫວ່າງສະມາຊິກ; ປະສານງານກັບນາຍບ້ານ (ໝູ່ບ້ານ), ຫົວໜ້າຄຸ້ມເມືອງ... ເພື່ອປະຕິບັດໜ້າທີ່ສຳຄັນຂອງທ້ອງຖິ່ນ(1). ຄະນະປະຕິບັດງານແນວໂຮມຢູ່ເຂດທີ່ຢູອາໄສຖືກສ້າງຕັ້ງຂຶ້ນໂດຍແນວໂຮມປະເທດຊາດຫວຽດນາມຂັ້ນຕາແສງ, ແຕ່ຄະນະປະຕິບັດງານແນວໂຮມບໍ່ແມ່ນຂັ້ນໜຶ່ງຂອງແນວໂຮມ, ມັນແມ່ນອົງການຄຸ້ມຄອງຕົນເອງທີ່ປະຕິບັດໜ້າທີ່ “ຂະຫຍາຍແຂນ” ຂອງວຽກງານແນວໂຮມຢູ່ໃນບ້ານ, ໝູ່ບ້ານ, ຄຸ້ມເມືອງ,... ຄະນະປະຕິບັດງານແນວໂຮມມີບົດບາດສຳຄັນໃນການເປີດກວ້າງ ແລະຂະຫຍາຍຄວາມຫຼາກຫຼາຍຂອງຮູບການເຕົ້າໂຮມບັນດາຊັ້ນຄົນປະຊາຊົນ, ເສີມຂະຫຍາຍບົດບາດຂອງຜູ້ເປັນຕົວແທນ, ກໍ່ສ້າງຊຸມຊົນທີ່ຢູ່ອາໄສຄຸ້ມຄອງຕົນເອງທີ່ເຄື່ອນໄຫວບົນພື້ນຖານລະບຽບການ, ຂໍ້ກຳນົດຂອງໝູ່ບ້ານ; ລະດົມປະຊາຊົນເສີມຂະຫຍາຍສິດເປັນເຈົ້າຂອງ, ປະຕິບັດແນວທາງ ແຜນນະໂຍບາຍຂອງພັກ, ນະໂຍບາຍແລະກົດໝາຍຂອງລັດ, ຕິດຕາມກວດກາແລະວິຈານສັງຄົມ ຕາມລະບຽບການຂອງພັກ ແລະ ລັດ; ລວບລວມຄວາມຄິດເຫັນ, ຄວາມປາດຖະໜາຂອງປະຊາຊົນ ເພື່ອສະທ້ອນແລະສະເໜີແນະຕໍ່ພັກແລະລັດ. ປະຈຸບັນ, ທົ່ວປະເທດມີຄະນະປະຕິບັດງານແນວໂຮມ 129.896 ຄະນະຢູ່ເຂດທີ່ຢູ່ອາໄສ ໂດຍສະເລ່ຍແຕ່ລະຄະມີສະມາຊິກ 5 ຄົນ. ຈຳນວນສະມາຊິກຄະນະປະຕິບັດງານແນວໂຮມຢູ່ທ້ອງຖິ່ນທັງໝົດແມ່ນເກືອບ 650 ພັນຄົນ.
ເພື່ອປະຕິບັດໜ້າທີ່, ຫົວໜ້າຄະນະປະຕິບັດງານແນວໂຮມມີໜ້າທີ່ຮຽກໂຮມ, ເປັນປະທານກອງປະຊຸມປະຈຳເດືອນລະ 1 ຄັ້ງ, ກອງປະຊຸມວິສາມັນໃນເວລາມີຄວາມຈຳເປັນ, ແລະການຈັດຕັ້ງກອງປະຊຸມຂັ້ນບ້ານ, ຄຸ້ມເມືອງ ໂດຍໝູນໃຊ້ໃຫ້ສອດຄ່ອງກັບສະພາບການປະຕິບັດຢູ່ຂັ້ນຮາກຖານ. ຜູ້ເຂົ້າຮ່ວມກອງປະຊຸມພື້ນຖານແມ່ນຜູ້ມີສິດເລືອກຕັ້ງທີ່ເປັນຕົວແທນຂອງຄອບຄົວໃນບ້ານ, ຄຸ້ມເມືອງ. ຫຼາຍເນື້ອໃນສຳຄັນໄດ້ຮັບການປຶກສາຫາລືແລະລົງຄະແນນສຽງຈາກຜູ້ມີສິດເລືອກຕັ້ງໃນກອງປະຊຸມບ້ານ, ຄຸ້ມເມືອງ(2). ເນື້ອໃນການຄຸ້ມຄອງຕົນເອງຂອງຊຸມຊົນໃນເຂດທີ່ຢູ່ອາໄສ ເພື່ອປະຕິບັດວຽກງານການເມືອງກໍ່ສ້າງພັກ, ກໍ່ສ້າງອຳນາດການປົກຄອງ, ກໍ່ສ້າງສາຍພົວພັນທີ່ສະໜິດແໜ້ນລະຫວ່າງພັກແລະປະຊາຊົນ ຜ່ານບົດບາດ “ຂົວຕໍ່” ຂອງຄະນະປະຕິບັດງານແນວໂຮມໃນເຂດທີ່ຢູ່ອາໄສ. ໃນຫຼາຍປີທີ່ຜ່ານມາ, ບັນດາຂະບວນການ, ບັນດາການລະດົມຂົນຂວາຍ ລິເລີ່ມໂດຍແນວໂຮມປະເທດຊາດ ແລະອົງການສະມາຊິກ ຜ່ານທາງຄະນະປະຕິບັດງານແນວໂຮມ ແລະອົງການມວນຊົນໃນເຂດທີ່ຢູ່ອາໄສ ໄດ້ດຶງດູດຜູ້ຄົນຈຳນວນຫຼາຍມາຈາກທຸກຊັ້ນຄົນປະຊາຊົນໃຫ້ເຂົ້າຮ່ວມ ດ້ວຍຫຼາຍວິທີສ້າງສັນ, ເໝາະສົມກັບລັກສະນະ ແລະ ຈິດຕະສາດຂອງແຕ່ລະຊຸມຊົນ(3).
ໂດຍປະຕິບັດບັນດາໜ້າທີ່ຕາມກົດລະບຽບ, ບົນພື້ນຖານການສົມທົບກັບນາຍບ້ານ, ຄະນະປະຕິບັດງານແນວໂຮມຫຼາຍແຫ່ງ ໄດ້ສ້າງຕົວແບບຄຸ້ມຄອງຕົນເອງໃນຫຼາຍຂົງເຂດ, ເຕົ້າໂຮມ ດຶງດູດປະຊາຊົນເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ, ປຸກຕື່ນມູນເຊື້ອຮັກຊາດ, ເສີມຂະຫຍາຍສິດປະໂຫຍດ ແລະ ຄວາມຮັບຜິດຊອບ, ຮັບປະກັນສິດເປັນເຈົ້າຂອງຂອງປະຊາຊົນ, ປະກອບສ່ວນປັບປຸງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງຊຸມຊົນ, ຮັບປະກັນຄວາມປອດໄພທາງສັງຄົມ, ລົບລ້າງຮີດຄອງປະເພນີທີ່ບໍ່ດີ. ຄະນະປະຕິບັດງານແນວໂຮມໃນເຂດທີ່ຢູ່ອາໄສ ໄດ້ສົມທົບກັບບັນດາສາຂາສະມາຄົມ ໃນການຜັນຂະຫຍາຍການກໍ່ສ້າງຕົວແບບການຄຸ້ມຄອງຕົນເອງຢູ່ເຂດທີ່ຢູ່ອາໄສ ເພື່ອນຳເອົາ “ເຈດຈຳນົງຂອງພັກໄປສູ່ໃຈປະຊາຊົນ” ສູ່ສະມາຊິກແຕ່ລະຄົນໃນຊຸມຊົນ, ສ້າງກຳລັງຫຼັກແຫຼ່ງໃນການເຂົ້າໃຈຄວາມຄິດແລະຄວາມປາດຖະໜາຂອງປະຊາຊົນ, ກຳນົດທິດຫາງສຽງສັງຄົມ, ຊ່ວຍປັບປຸງຄວາມເຊື່ອໝັ້ນ, ປັບປຸງຍົກສູງຄວາມຮັບຮູ້ຂອງປະຊາຊົນ, ສະເໜີແນະແລະຈັດການແກ້ໄຂບັນຫາທີ່ສັບສົນຢູ່ຮາກຖານຢ່າງມີປະສິດທິພາບ, ຮັກສາຄວາມໝັ້ນຄົງທາງການເມືອງ, ຄວາມສະຫງົບຮຽບຮ້ອຍ ແລະຄວາມປອດໄພທາງສັງຄົມ, ໂດຍສະເພາະ ໃນເຂດຫ່າງໄກສອກຫຼີກ, ຊາຍແດນ, ເກາະທະເລ ແລະ ເຂດຈຸດສຸມທາງການປ້ອງກັນຄວາມໝັ້ນຄົງ-ປ້ອງກັນປະເທດ, ນຳເອົາຊີວິດທີ່ສະຫງົບສຸກມາໃຫ້ປະຊາຊົນ. ສະມາຊິກຫຼັກຂອງຮູບແບບການຄຸ້ມຄອງຕົນເອງໃນຊຸມຊົນທີ່ຢູ່ອາໄສສ່ວນຫຼາຍແມ່ນສະມາຊິກຂອງຄະນະປະຕິບັດງານແນວໂຮມ; ສາຂາອົງຄະນະມະຫາຊົນ; ບຸກຄົນທີ່ມີຊື່ສຽງໃນຊຸມຊົນເປັນຜູ້ນຳພາ, ເຕົ້າໂຮມ, ຂົນຂວາຍສະມາຊິກ, ສະມາຊິກສະຫະພັນ ແລະ ປະຊາຊົນໃນຊຸມຊົນ ໃຫ້ມີສ່ວນຮ່ວມຢ່າງມີສະຕິ, ສະໝັກໃຈ ແລະ ມີຄວາມກະຕືລືລົ້ນ ໃນການປະຕິບັດຮູບແບບໃໝ່ ແລະວິທີດີຫຼວງຫຼາຍ ຕາມຄຳຂວັນ “ຟັງປະຊາຊົນ, ເວົ້າໃຫ້ປະຊາຊົນຈະເຂົ້າໃຈ, ເຮັດໃຫ້ປະຊາຊົນເຊື່ອ”.
ຄະນະປະຕິບັດງານແນວໂຮມ ແລະ ບັນດາສາຂາອົງຄະນະມະຫາຊົນໃນເຂດທີ່ຢູ່ອາໄສທົ່ວປະເທດ ສ້າງຕັ້ງຮູບແບບຄຸ້ມຄອງຕົນເອງໄດ້ 637.534 ຮູບແບບ ໂດຍມີສະມາຊິກ 23.460.795 ຄົນເຂົ້າຮ່ວມ ດ້ວຍຊື່ຕ່າງໆໃນຂົງເຂດຕ່າງໆ(4). ໃນນັ້ນ, ຮູບແບບຄຸ້ມຄອງຕົນເອງທີ່ກ່ຽວຂ້ອງກັບເສດຖະກິດມີ 288.921 ຮູບແບບ ໂດຍມີສະມາຊິກ 8.956.551 ຄົນເຂົ້າຮ່ວມ (ໂດຍສະເລ່ຍມີສະມາຊິກ 31 ຄົນ/ 1 ຮູບແບບ); ຮູບແບບຄຸ້ມຄອງຕົນເອງທີ່ກ່ຽວຂ້ອງກັບການປົກປ້ອງຄວາມປອດໄພ ແລະຄວາມເປັນລະບຽບຮຽບຮ້ອມີ 186.935 ຮູບແບບ ໂດຍມີສະມາຊິກ 6.916.595 ຄົນເຂົ້າຮ່ວມ (ໂດຍສະເລ່ຍມີສະມາຊິກ 37 ຄົນ /1 ຮູບແບບ); ຮູບແບບຄຸ້ມຄອງຕົນເອງທີ່ກ່ຽວຂ້ອງກັບການປົກປ້ອງສິ່ງແວດລ້ອມມີ 87.345 ຮູບແບບ ໂດຍມີສະມາຊິກ 2.533.005 ຄົນເຂົ້າຮ່ວມ (ໂດຍສະເລ່ຍມີສະມາຊິກ 29 ຄົນ /1 ຮູບແບບ); ຮູບແບບຄຸ້ມຄອງຕົນເອງທີ່ກ່ຽວຂ້ອງກັບການປະຕິບັດວິຖີຊີວິດວັດທະນະທໍາ ແລະອາລະຍະທຳ ມີ 67.432 ຮູບແແບ ໂດຍມີສະມາຊິກ 4.585.376 ຄົນເຂົ້າຮ່ວມ (ໂດຍສະເລ່ຍມີສະມາຊິກ 68 ຄົນ /1 ຮູບແບບ); ຮູບແບບຄຸ້ມຄອງຕົນເອງທີ່ກ່ຽວຂ້ອງກັບຂົງເຂດການເຄື່ອນໄຫວອື່ນໆ ມີ 6.901 ຮູບແບບ ໂດຍມີສະມາຊິກ 469.268 ຄົນເຂົ້າຮ່ວມ (ໂດຍສະເລ່ຍມີສະມາຊິກ 68 ຄົນ /1 ຮູບແບບ)(5).
ບັນດາຜົນທີ່ໄດ້ຮັບໃນການເຄື່ອນໄຫວຄຸ້ມຄອງຕົນເອງຂອງຄະນະປະຕິບັດງານແນວໂຮມໃນເຂດທີ່ຢູ່ອາໄສ ໄດ້ປະກອບສ່ວນຊຸກຍູ້ຂະບວນການແຂ່ງຂັນຢ່າງກວ້າງຂວາງໃນປະຊາຊົນທຸກຊັ້ນວັນນະ; ປຸກລະດົມນ້ຳໃຈຮັກຊາດ, ແກ້ໄຂຜ່ານຜ່າຄວາມຫຍຸ້ງຍາກ, ເສີມຂະຫຍາຍປະຊາທິປະໄຕ ແລະ ກຳລັງແຮງພາຍໃນຂອງຊຸມຊົນທີ່ຢູ່ອາໄສ, ເບິ່ງແຍງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ, ສ້າງຄວາມເຫັນດີເຫັນພ້ອມທາງສັງຄົມ, ປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງກັນປະເທດແລະຄວາມໝັ້ນຄົງຂອງທ້ອງຖິ່ນ.
ນອກຈາກບັນດາໝາກຜົນທີ່ບັນລຸໄດ້ນັ້ນ, ການເຄື່ອນໄຫວຂອງຄະນະປະຕິບັດງານແນວໂຮມຢູ່ບາງທ້ອງຖິ່ນ ຍັງມີຂໍ້ຈຳກັດ ແລະ ຄວາມຫຍຸ້ງຍາກຄື: ການໃຫ້ຄຳປຶກສາແກ່ຄະນະພັກ ແລະ ໜ່ວຍພັກ ໃນການນຳພາການສ້າງ ແລະ ປະຕິບັດໂຄງການການປະສານງານແລະເປັນເອກະພາບໃນບາງພື້ນທີ່ ຍັງຂາດຄວາມລະອຽດສະເພາະ ແລະຄວາມເປັນເຈົ້າການ.
2- ເພື່ອສືບຕໍ່ຍົກສູງປະສິດທິພາບການເຄື່ອນໄຫວຂອງຄະນະປະຕິບັດງານແນວໂຮມ, ເສີມຂະຫຍາຍບົດບາດຄຸ້ມຄອງຕົນເອງ, ຄວາມສາມັກຄີ ແລະ ເຫັນດີເຫັນພ້ອມຂອງປະຊາຊົນແຕ່ລະຄົນ, ແຕ່ລະຄອບຄົວ, ແຕ່ລະຕະກຸນທີ່ດຳລົງຊີວິດໃນເຂດທີ່ຢູ່ອາໄສທົ່ວປະເທດ, ລະບົບການເມືອງທຸກຂັ້ນຕ້ອງເອົາໃຈໃສ່ປະຕິບັດບັນດາເນື້ອໃນດັ່ງນີ້:
ທີໜຶ່ງ, ສືບຕໍ່ຍົງສູງຄວາມຮັບຮູ້ ແລະຄວາມຮັບຜິດຊອບຂອງຄະນະພັກ, ອຳນາດການປົກຄອງທຸກຂັ້ນ, ແນວໂຮມປະເທດຊາດ, ບັນດາອົງຄະນະມະຫາຊົນ ແລະ ພະນັກງານ ສະທາຊິກພັກ ກ່ຽວກັບທີ່ຕັ້ງແລະບົດບາດຂອງຄະນະປະຕິບັດງານແນວໂຮມໃນເຂດທີ່ຢູ່ອາໄສ ເພື່ອສືບຕໍ່ຜັນຂະຫຍາຍ, ປະຕິບັດມະຕິ, ໂຄງການປະຕິບັດການຂອງກອງປະຊຸມໃຫຍ່ແນວໂຮມປະເທດຊາດຫວຽດນາມທຸກຂັ້ນໄລຍະ 2024-2029 ຢ່າງມີປະສິດທິພາບ. ລະບົບການເມືອງທັງໝົດ, ໂດຍສະເພາະລະບົບການເມືອງຂັ້ນຮາກຖານໃນຫຼາຍກວ່າ 10 ພັນຕາແສງທົ່ວປະເທດ ຕ້ອງເພີ່ມະວີວຽກງານນຳພາ, ຊີ້ນຳ, ຈັດຕັ້ງການເຄື່ອນໄຫວຄຸ້ມຄອງຕົນເອງໃນເຂດທີ່ຢູ່ອາໄສ ຜ່ານບົດບາດຂອງຫົວໜ້າຄະນະປະຕິບັດງານແນວໂຮມ ເພື່ອເຕົ້າໂຮມ ຂົນຂວາຍຄວາມຕື່ນຕົວ, ຄວາມສະໝັກໃຈ, ຄວາມຕັດສິນໃຈດ້ວຍຕົນເອງ, ຄວາມຮັບຜິດຊອບດ້ວຍຕົນເອງ, ຄວາມເປັນເອກະລາດທາງດ້ານການເງິນ, ສ້າງຄວາມເຫັນດີເຫັນພ້ອມໃນບັນດາສະມາຊິກຂອງຊຸມຊົນທີ່ຢູ່ອາໄສ. ກ່ຽວກັບຂະໜາດການຈັດຕັ້ງ, ຂອບເຂດ ແລະ ຂົງເຂດການເຄື່ອນໄຫວ ຈະມີຄວາມຍືດຫຍຸ່ນ ໂດຍແລ້ວແຕ່ເງື່ອນໄຂ ແລະ ສະພາບການປະຕິບັດຂອງແຕ່ລະທ້ອງຖິ່ນ; ເສີມຂະຫຍາຍຄວາມເປັນເຈົ້າການ, ຄວາມຍືດຫຍຸ່ນ ແລະຄວາມຄິດປະດິດສ້າງ ຂອງແຕ່ລະຊຸມຊົນທີ່ຢູ່ອາໄສ ໃນການສ້າງລະບຽບການ ຂໍ່ກຳນົດຂອງໝູ່ບ້ານ ເພື່ອສ້າງຄວາມເຫັນດີເຫັນພ້ອມຂອງແຕ່ລະຄົນ, ແຕ່ລະຄອບຄົວ, ແຕ່ລະຕະກຸນ ແລະ ຊຸມຊົນທັງໝົດ.
ທີສອງ, ສ້າງ, ປັບປຸງ ແລະ ບູລະນະການຈັດຕັ້ງຄະນະປະຕິບັດງານແນວໂຮມໃນເຂດທີ່ຢູ່ອາໄສ ໃຫ້ຮັບປະກັນທາງດ້ານປະລິມານ ແລະ ໂຄງປະກອບພາກສ່ວນຕາມກຳນົດ. ປ່ຽນແປງໃໝ່ເນື້ອໃນ ແລະແບບວິທີການເຄື່ອນໄຫວຂອງຄະນະປະຕິບັດງານແນວໂຮມຢ່າງເປັນປະຈຳ ເພື່ອຜັນຂະຫຍາຍບັນດາຂະບວນການແຂ່ງຂັນຢ່າງຍືດຫຍຸ່ນ, ປະດິດສ້າງ, ມີຈຸກໜັກໃຈກາງ ສອດຄ່ອງກັບສະພາບຄວາມເປັນຈິງຂອງທ້ອງຖິ່ນ, ດຶງດູດການເຂົ້າຮ່ວມຂອງປະຊາຊົນຢ່າງຫຼວງຫຼາຍ. ເປັນເຈົ້າການໃນການກຳສະພາບການຂອງປະຊາຊົນໃນເຂດທີ່ຢູ່ອາໄສ, ຄົ້ນພົບຂໍ້ຍັດແຍ່ງ ຄວາມຮ້ອນເຄື່ອງຂອງປະຊາຊົນຢ່າງທັນການ ເພື່ອມີມາດຕະການແກ້ໄຂ, ຜ່ານຜ່າ; ເປັນປະຈຳ "ໃກ້ຊິດກັບປະຊາຊົນ, ຕິດແທດກັບປະຊາຊົນ, ເຂົ້າໃຈປະຊາຊົນ, ເຄົາລົບປະຊາຊົນ, ຟັງປະຊາຊົນ, ເວົ້າກັບປະຊາຊົນ, ເຮັດໃຫ້ປະຊາຊົນເຊື່ອ”, ສ້າງຄວາມເປັນເອກະພາບລະຫວ່າງ “ເຈດຈຳນົງຂອງພັກແລະຈິກໃຈປະຊາຊົນ”, ເພີ່ມຄວາມສາມັກຄີ ຮັກແພງຫຸ້ມຫໍ່ກັນ, ຊ່ວຍເຫຼືອເຊິ່ງກັນແລະກັນ, ປຸກຊັບພະຍາກອນໃນໝູ່ປະຊາຊົນ “ໃຊ້ກຳລັງຂອງປະຊາຊົນເພື່ອສ້າງຊີວິດການເປັນຢູ່ຂອງປະຊາຊົນ”, ເອົາຄວາມສາມັກຄີເພື່ອເສີມຂະຫຍາຍກຳລັງແຮງຂອງທຸກອົງການແລະບຸກຄົນ, ຖືເອົາການປຸກລະດົມ, ການປະຕິບັດປະຊາທິປະໄຕ ແລະເປີດກວ້າງ ໂປ່ງໃສໃນຊຸມຊົນທີ່ຢູ່ອາໄສ ເປັນທິດນຳໃນການກະທຳ.
ທີສາມ, ສືບຕໍ່ຜັນຂະຫຍາຍປະຕິບັດຢ່າງມີປະສິດທິພາບ ມະຕິຮ່ວມໝາຍເລກ 88/2016/NQLT/ CP-ĐCTUBTWMTTQVN ລົງວັນທີ 7 ຕຸລາ 2016 ຂອງລັດຖະບານ ແລະ ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ວ່າດ້ວຍ “ສົມທົບປະຕິບັດການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ສ້າງຊົນນະບົດໃໝ່ ແລະ ຕົວເມືອງອາລະຍະທຳ” ແລະ ກົດດຳລັດເລກທີ 122/2018/NĐ-CP ລົງວັນທີ 17 ກັນຍາ 2018 ຂອງລັດຖະບານ “ກົດລະບຽບໃນການມອບນາມມະຍົດ “ຄອບຄົວວັດທະນະທຳ”, “ບ້ານວັດທະນະທຳ”, “ໝູ່ບ້ານວັດທະນະທຳ”, “ຄຸ້ມເມືອງວັດທະນະທຳ””; ແກ້ໄຂຄວາມຫຍຸ້ງຍາກ, ອຸປະສັດ, ຂໍ້ສະເໜີ, ສະເໜີແນະທີ່ກ່ຽວຂອ້ງກັບປະຊາຊົນຢ່າງທັນການ. ສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ຄະນະປະຕິບັດງານແນວໂຮມໃນເຂດທີ່ຢູ່ອາໄສ ຜັນຂະຫຍາຍປະຕິບັດເປັນຢ່າງດີການຈັດຕົ້ງ “ວັນບຸນມະຫາສາມັກຄີປວງຊົນທັງຊາດໃນເຂດທີ່ຢູ່ອາໄສ” ໃນວັັນທີ 18 ພະຈິກ ທຸກປີ ເພື່ອແນໃສ່ປະກອບສ່ວນເສີມຂະຫຍາຍປະຊາທິປະໄຕ, ກະຊັບຄວາມສາມັກຄີ, ຄວາມຜູກພັນ ແລະ ຄວາມເຫັນດີເຫັນພ້ອມທາງສັງຄົມລະຫວ່າງບັນດາຄອບຄົວໃນເຂດທີ່ຢູ່ອາໄສ; ກໍ່ສ້າງ, ຂະຫຍາຍ ແລະ ຍົກສູງຄຸນນະພາບຂອງການເຄື່ອນໄຫວຄຸ້ມຄອງຕົນເອງ ຕິດພັນກັບການປະເມີນ, ການພິຈາລະນາ, ການຍ້ອງຍໍ ແລະ ມອບນາມມະຍົດຄອບຄົວວັດທະນະທຳ ແລະ ເຂດທີ່ຢູ່ອາໄສວັດທະນະທຳ ໃນເຂດທີ່ຢູ່ອາໄສທົ່ວປະເທດ./.
-----------------------
(1) ໂຄສະນາ, ຂົນຂວາຍປະຊາຊົນປະຕິບັດແຜນນະໂຍບາຍແລະແນວທາງຂອງພັກ, ນະໂຍບາຍແລະກົດໝາຍຂອງລັດ; ມະຕິຂອງສະພາປະຊາຊົນ, ມະຕິຕົກລົງຂອງຄະນະກຳມະການປະຊາຊົນ; ໂຄງການປະຕິບັດການຂອງແນວໄຮມປະເທດຊາດຫວຽດນາທຸກຂັ້ນ; ສະທ້ອນຄວາມຄິດເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ແລະປະຊາຊົນໃນເຂດທີ່ຢູ່ອາໄສ ໃຫ້ກັບຄະນະພັກ ແລະ ຄະນະກຳມະການແນວໂຮມປະທດຊາດຫວຽດນາມຂັ້ນຕາແສງ; ປຸກລະດົມປະຊາຊົນຕິດຕາມກວດກາການເເຄື່ອນໄຫວຂອງອົງການລັດ, ຜູ້ແມນປະຊາຊົນ, ພະນັກງານ ລັດຖະກອນ; ສົມທົບປະຕິບັດກົດໝາຍກ່ຽວກັບປະຊາທິປະໄຕຢູ່ຮາກຖານ ແລະ ການເຄື່ອນໄຫວຄຸ້ມຄອງຕົນເອງໃນຊຸກຊົນທີ່ຢູ່ອາໄສ.
(2) ເຊັ່ນ: ແຜນພັດທະນາການຜະລິດ, ກໍ່ສ້າງໂຄງສ້າງພື້ນຖານ, ກິດຈະການສະຫວັດດີການສາທາລະນະ, ລົບລ້າງຄວາມອຶດຫິວ ແລະ ຫຼຸດຜ່ອນຄວາມທຸກຍາກ; ຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ ແລະ ສຸຂະອະນາໄມສິ່ງແວດລ້ອມ; ຮັກສາ ແລະ ສົ່ງເສີມຮີດຄອງປະເພນີອັນດີງາມຂອງທ້ອງຖິ່ນ; ກໍ່ສ້າງ, ຮັກສາ ແລະ ເສີມຂະຫຍາຍນາມມະຍົດ “ໝູ່ບ້ານວັດທະນະທຳ”, “ຄຸ້ມເມືອງວັດທະນະທຳ” “ເຂດທີ່ຢູ່ອາໄສທີ່ກ້າວໜ້າ”; “ຄອບຄົວວັດທະນະທໍາ"; ປ້ອງກັນແລະຕ້ານຄວາມຊົ່ວຮ້າຍທາງສັງຄົມ ແລະ ລົບລ້າງຮີດຄອງປະເພນີທີ່ບໍ່ດີ; ສ້າງແລະຈັດຕັ້ງປະຕິບັດລະບຽບການ, ຂໍ້ກຳນົດຂອງບ້ານ, ຄຸ້ມເມືອງ; ເຂົ້າຮ່ວມໃນການຂົນຂວາຍຕ່າງໆຂອງທ້ອງຖິ່ນ; ເລືອກຕັ້ງ, ເຜີກຖອນ, ແຕ່ງຕັ້ງນາຍບ້ານ, ຫົວໜ້າຄຸ້ມເມືອງ ແລະ ຮອງນາຍບ້ານ, ຮອງຫົວໜ້າຄຸ້ມເມືອງ, ສະມາຊິກຄະນະກວດກາປະຊາຊົນ ແລະ ຄະນະຕິດຕາມກວດກາການລົງທຶນຂອງຊຸມຊົນ.
(3) ບັນດາຂະບວນການ, ການຂົນຂວາຍທີ່ສຳຄັນຄື: “ທົ່ວປວງຊົນສາມັກຄີກໍ່ສ້າງຊີວິດວັດທະນະທຳຢູ່ເຂດທີ່ຢູ່ອາໄສ”, ປະຈຸບັນແມ່ນ “ທົ່ວປວງຊົນສາມັກຄີກໍ່ສ້າງຊົນນະບົດໃໝ່, ຕົວເມືອງອາລະຍະທຳ”, ການຂົນຂວາຍສ້າງກອງທຶນ “ເພື່ອຄົນທຸກຍາກ” ໂດຍຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມເປັນຜູ້ປຸກລະດົມ; ການຂົນຂວາຍ “ແຮງງານສ້າງສັນ” “ຮັບປະກັນຄວາມປອດໄພ ແລະ ສຸຂະອະນາໄມໃນການເຮັດວຽກ” ໂດຍສະຫະພັນແຮງງານຫວຽດນາມ ເປັນຜູ້ຈັດຕັ້ງຂຶ້ນ; ການຂົນຂວາຍ “ເຮັດວຽກຂອງປະເທດດີ, ເຮັດວຽກຢູ່ບ້ານດີ”, “ສີຂຽວ-ສະອາດ-ສວຍງາມ”, “ແມ່ຍິງຕັ້ງໜ້າຮໍ່າຮຽນ, ເຮັດວຽກຢ່າງມີຫົວຄິດປະດິດສ້າງ, ສ້າງຄອບຄົວທີ່ມີຄວາມສຸກ” ໂດຍສະຫະພັນແມ່ຍິງສູນກາງຫວຽດນາມ ປຸກລະດົມ...
(4) ເຊັ່ນ: “ເຂດທີ່ຢູ່ອາໃສຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພຂອງການຈະລາຈອນ”, “ເຂດທີ່ຢູ່ອາໄສປ້ອງກັນ ແລະ ຕ້ານອາດຊະຍາກຳ”, “ເຂດທີ່ຢູ່ອາໄສປົກປັກຮັກສາສິ່ງແວດລ້ອມ”, “ເຂດທີ່ຢູ່ອາໄສທີ່ສົດໃສ ປາດສະຈາກສິ່ງຊົ່ວຮ້າຍທາງສັງຄົມ ແລະອາດຊະຍາກຳ”; “ເຂດທີ່ຢູ່ອາໄສຕົວແບບ, ສວນຕົວແບບ”; “ບ້ານສະອາດ, ທົ່ງນາສວຍງາມ”; “ແສງໄຟບ້ານ”; “ຖະໜົນມີດອກໄມ້, ເຮືອນມີເລກ”; ຮູບແບບ “ກອງທຶນປະຢັດກໍ່ສ້າງຊົນນະບົດໃໝ່” ແລະ ບັນດາຕົວແບບເຊື່ອມໂຍງຄອບຄົວເຊັ່ນ “ກຸ່ມລະຫວ່າງຄອບຄົວ”, “ກຸ່ມຄຸ້ມຄອງຕົນເອງ”, “ກຸ່ມປອງດອງ”. “ຄອບຄົວ ແລະ ຕະກຸນບໍ່ມີຄົນກໍ່ອາດຊະຍາກຳ ຫຼືຕ້ອງທົນທຸກຈາກຄວາມຊົ່ວຮ້າຍທາງສັງຄົມ”, “ກຸ່ມປ້ອງກັນຄວາມສະຫງົບປະຊາຊົນ”, “ກຸ່ມແມ່ຍິງເກັບກຳ ແລະ ແບ່ງປະເພດສິ່ງເສດເຫຼືອ” ຮູບແບບ “ກຳຈັດຄວາມອຶດຫິວໃຫ້ 1 ຄອບຄົວ, ຫຼຸດຜ່ອນຄວາມທຸກຍາກໃຫ້ 1 ຄອບຄົວ”, ຮູບແບບ “ກ໋ອງເຂົ້າໃຫ້ຄົນທຸກຍາກ"
(5) ແຜນງານກໍ່ສ້າງຮູບແບບການຄຸ້ມຄອງຕົນເອງໃນເຂດທີ່ຢູ່ອາໄສຂອງຄະນະກຳມະການພັກແນວໂຮມປະເທດຊາດຫວຽດນາມປີ 2020
* ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1040 (ເດືອນມິຖຸນາ 2024)