ສືບຕໍ່ປັບປຸງບູລະນະລະບົບກົດໝາຍ, ກົນໄກ, ນະໂຍບາຍການປ້ອງກັນປະເທດ ເພື່ອຕອບສະໜອງຄວາມຕ້ອງການແລະໜ້າທີ່ ປົກປັກຮັກສາປະເທດຊາດໃນສະພາບການໃໝ່
04:22, 09-06-2020
ວກ.ອອນໄລ - ໂດຍຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄວາມສຳຄັນ ຂອງໜ້າທີ່ປັບປຸງການປ້ອງກັນປະເທດແລະປົກປັກຮັກສາປະເທດຊາດ, ໃນຊຸມປີທີ່ຜ່ານມາ, ພັກແລະລັດໄດ້ປະກາດໃຊ້ເອກະສານຫຼາຍສະບັບ ເພື່ອຊີ້ນຳນຳພາການກໍ່ສ້າງ ແລະປັບປຸງບູລະນະ ລະບົບກົດໝາຍ, ກົນໄກ, ນະໂຍບາຍ ກ່ຽວກັບການປ້ອງກັນປະເທດ, ແນໃສ່ຫັນທັດສະນະແລະແນວທາງການປ້ອງກັນປະເທດ, ປົກປັກຮັກສາປະເທດຊາດໃນສະພາບການໃໝ່ ໃຫ້ເປັນນິຕິກຳຢ່າງທັນການ. ນີ້ແມ່ນບາດກ້າວການພັດທະນາທີ່ສຳຄັນ ທາງດ້ານຄວາມຮັບຮູ້, ຈິນຕະນາການທິດສະດີ ແລະ ການຊີ້ນຳການເຄື່ອນໄຫວພຶດຕິກຳຂອງພັກ ກ່ຽວກັບໜ້າທີ່ການປ້ອງກັນປະເທດ, ປົກປັກຮັກສາປະເທດຊາດ.
ສະຫາຍຫງວຽນຝູຈ້ອງ, ເລຂາທິການໃຫຍ່, ປະທານປະເທດ, ເລຂາທິການຄະນະພັກທະຫານສູນກາງ ພົບປະສະໜິດສະໜົມກັບ ຄະນະຜູ້ແທນຂອງຜູ້ທີ່ເປັນແບບຢ່າງກ້າວໜ້າທົ່ວປະເທດ ໃນການກໍ່ສ້າງພື້ນຖານການປ້ອງກັນປະເທດທົ່ວປວງຊົນໃຫ້ເຂັ້ມແຂງ ໄລຍະປີ 2009-2019 _ພາບ: TTXVN
ທັດສະນະຂອງພັກກ່ຽວກັບການປ້ອງກັນປະເທດແລະປົກປັກຮັກສາປະເທດຊາດ ໄດ້ສະແດງອອກໃນໂຄງການການເມືອງ, ກົດລະບຽບຂອງພັກ, ບັນດາມະຕິ ຄຳສັ່ງຂອງພັກ ແລະ ໄດ້ຮັບການປັບປຸງໃຫ້ສົມບູນໂດຍກອງປະຊຸມໃຫຍ່ຂອງພັກ. ກອງປະຊຸມໃຫຍ່ຄັ້ງທີ XII ໄດ້ກຳນົດເປົ້າໝາຍສຳຄັນ ຂອງການປ້ອງກັນປະເທດ ແລະຮັກສາຄວາມໝັ້ນຄົງ: ເສີມຂະຫຍາຍຢ່າງແຂງແຮງ ກຳລັງແຮງສັງລວມ ຂອງປະເທດຊາດທັງໝົດ, ຂອງລະບົບການເມືອງທັງໝົດ, ຍາດແຍ່ງເອົາຄວາມເຫັນດີເຫັນພ້ອມ ແລະການສະໜັບສະໜູນຈາກປະຊາຄົມໂລກ ໃຫ້ໄດ້ຫຼາຍສຸດ, ຕໍ່ສູ້ຢ່າງເດັດດ່ຽວໝັ້ນໜຽວ ເພື່ອປົກປ້ອງເອກະລາດ, ອຳນາດອະທິປະໄຕ, ເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດຊາດໄວ້ ຢ່າງໝັ້ນຄົງ, ປົກປ້ອງພັກ, ລັດ, ປະຊາຊົນ ແລະລະບອບສັງຄົມນິຍົມ; ປົກປ້ອງກິດຈະການປ່ຽນແປງໃໝ່, ພາລະກິດການຫັນເປັນອຸດສາຫະກຳ ທັນສະໄໝ, ປົກປັກຮັກສາຜົນປະໂຫຍດຂອງຊາດ ຂອງປະເທດ; ປົກປັກຮັກສາວັດທະນະທຳ; ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາຍດ້ານການເມືອງ, ຄວາມໝັ້ນຄົງແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພທາງສັງຄົມ.
ເພື່ອຫັນເປົ້າໝາຍ, ທັດສະນະຂ້າງເທິງເປັນອັນລະອຽດ, ໃນຊຸມປີທີ່ຜ່ານມາມໍ່ນີ້, ພັກກອມມູນິດຫວຽດນາມໄດ້ປະກາດໃຊ້ເອກະສານກ່ຽວກັບຂົງເຂດການປ້ອງກັນປະເທດ ແລະການຮັກສາຄວາມໝັ້ນຄົງຫຼາຍສະບັບເຊັ່ນ: “ຍຸດທະສາດການປົກປັກຮັກສາປະເທດຊາດໃນສະພາບການໃໝ່”; “ຍຸດທະສາດການປ້ອງກັນປະເທດຫວຽດນາມ”; “ຍຸດທະສາດການທະຫານຫວຽດນາມ”; “ຍຸດທະສາດການປົກປັກຮັກສາປະເທດຊາດໃນໂລກໄຊເບີຣ໌”; “ຍຸດທະສາດການຮັກສາຄວາມໝັ້ນຄົງແຫ່ງຊາດ”; “ຍຸດທະສາດການປ້ອງກັນຊາຍແດນແຫ່ງຊາດ”. ພ້ອມກັນນັ້ນ, ລັດກໍ່ໄດ້ສ້າງ, ປະການໃຊ້ໃໝ່ ແລະ ປັບປຸງເພີ່ມເຕີມ ບູລະນະລະບົບກົດໝາຍກ່ຽວກັບການປ້ອງກັນຊາດ ແລະຮັກສາຄວາມໝັ້ນຄົງເຊັ່ນ: ກົດໝາຍວ່າດ້ວຍການປ້ອງກັນປະເທດ (ສະບັບປັບປຸງປີ 2018), ກົດໝາຍວ່າດ້ວຍຄວາມໝັ້ນຄົງແຫ່ງຊາດ, ກົດໝາຍວ່າດ້ວຍນາຍທະຫານກອງທັບປະຂາຂົນຫວຽດນາມ (ສະບັບປັບປຸງ ເພີ່ມເຕີມປີ 2014), ກົດໝາຍວ່າດ້ວຍຕຳຫຼວດປະຊາຊົນ (ສະບັບປັບປຸງປີ 2018), ກົດໝາຍວ່າດ້ວຍພັນທະການທະຫານປີ 2015, ກົດໝາຍວ່າດ້ວຍທະຫານລາດປ້ອງກັນຕົວ, ກົດໝາຍວ່າດ້ວຍການສຶກສາອົບຮົມການປ້ອງກັນປະເທດແລະຄວາມໝັ້ນຄົງ, ກົດໝາຍວ່າດ້ວຍການປ້ອງກັນແລະຕ້ານການກໍ່ການຮ້າຍ, ກົດໝາຍວ່າດ້ວຍທະຫານອາຊີບ, ກຳມະກອນແລະລັດຖະກອນປ້ອງກັນປະເທດ, ກົດໝາຍວ່າດ້ວຍຕຳຫຼວດທະເລຫວຽດນາມ, ກົດໝາຍວ່າດ້ວຍການເຂົ້າອອກແລະທີ່ຢູ່ອາໄສຂອງຄົນຕ່າງປະເທດຢູ່ຫວຽດນາມ, ກົດໝາຍວ່າດ້ວຍການຈັດຕັ້ງອົງການສືບສວນຄະດີອາຍາປີ 2015,...ນີ້ແມ່ນບາດກ້າວກ້າວໜ້າທີ່ສຳຄັນ, ເພື່ອຫັນບັນດາທັດສະນະຂອງພັກເປັນນິຕິກຳຢ່າງຄົບຊຸດ, ໂດຍສະເພາະແມ່ນຈິນຕະນາການແລະທັດສະນະໃໝ່ ກ່ຽວກັບການປ້ອງກັນປະເທດ, ຄວາມໝັ້ນຄົງ, ການປົກປັກຮັກສາປະເທດຊາດ ດ້ວຍບັນດາເອກະສານກົດໝາຍ - ພື້ນຖານທາງກົດໝາຍທີ່ສຳຄັນ ເພື່ອເພີ່ມທະວີກຳລັງແຮງໃນການປ້ອງກັນປະເທດ, ປົກປັກຮັກສາປະເທດຊາດ ໃນສະພາຍການໃໝ່, ປະກອບສ່ວນຍົກສູງປະສິດທິພາບ ແລະປະສິດທິຜົນຂອງການຄຸ້ມຄອງລັດ ໃນຂົງເຂດການປ້ອງກັນປະເທດ. ພ້ອມກັນນັ້ນ, ທັງແມ່ນພື້ນຖານສຳລັບການຊີ້ນຳທຸກຂັ້ນ, ທຸກຂະແໜງການ, ທຸກກຳລັງແລະທ້ອງຖິ່ນ ໃນການຜັນຂະຫຍາຍປະຕິບັດໜ້າທີ່ການທະຫານ, ການປ້ອງກັນປະເທດ, ການປົກປັກຮັກສາປະເທດຊາດ; ກໍ່ສ້າງແລະປະປຸງຄວາມໄວ້ວາງໃຈທາງຍຸດທະສາດກັບປະເທດຕ່າງໆ, ໂດຍສະເພາະແມ່ນ ບັນດາປະເທດໃກ້ຄຽງ, ບັນດາປະເທດໃຫຍ່, ປະເທດເພື່ອນມິດທີ່ເປັນມູນເຊື້ອ, ສ້າງທ່າແລະກຳລັງໃໝ່ ໃຫ້ແກ່ການປັບປຸງການປ້ອງກັນປະເທດ, ການປົກປັກຮັກສາປະເທດຊາດ.
ຫຼັກໝາຍໜຶ່ງທີ່ໜ້າສົນໃຈທີ່ສຸດຄື: ປີ 2013, ສະພາແຫ່ງຊາດຊຸດທີ XIII ໄດ້ຮັບຮອງຜ່ານລັດຖະທຳມະນູນສະບັບໃໝ່ (ລັດຖະທຳມະນູນປີ 2013) ເຊິ່ງໄດ້ກຳນົດຫຼາຍເນື້ອໃນໃໝ່ ກ່ຽວກັບໜ້າທີ່ການປົກປັກຮັກສາປະເທດຊາດ, ກໍ່ສ້າງພື້ນຖານການປ້ອງກັນປະເທດທົ່ວປວງຊົນ, ກໍ່ສ້າງກຳລັງປະກອບອາວຸດປະຊາຊົນ. ໃນນັ້ນ, ມີຂໍ້ກຳນົດກ່ຽວກັບການຕັດສິນຕົກລົງຈັດສົ່ງແລະສົ່ງກອງກຳລັງທະຫານ ໄປມີສ່ວນຮ່ວມໃນກິດຈະກຳຮັກສາສັນຕິພາບ ຢູ່ໃນພາກພື້ນແລະໃນໂລກ.
ອີງໃສ່ລັດຖະທຳມະນູນປີ 2013, ມະຕິສະບັບເລກທີ 28-NQ/TW ຂອງກອງປະຊຸມສູນກາງພັກຄັ້ງທີ 8 ສະໄໝທີ XI ກ່ຽວກັບ “ຍຸດທະສາດການປົກປັກຮັກສາປະເທດຊາດໃນສະພາບການໃໝ່” ແລະເພື່ອແກ້ໄຂຜ່ານຜ່າຂໍ້ຈຳກັດ, ຂໍ້ບົກພ່ອງ ພາຍຫຼັງ 10 ປີແຫ່ງການປະຕິບັດກົດໝາຍວ່າງດ້ວຍການປ້ອງກັນປະເທດປີ 2005, ລັດຖະບານໄດ້ມອບໃຫ້ກະຊວງການປ້ອງກັນປະເທດ ສ້າງໂຄງຮ່າງກົດໝາຍວ່າດ້ວຍການປ້ອງກັນປະເທດ (ສະບັບປັບປຸງ) ແລະຖືກຮັບຮອງເອົາໂດຍສະພາແຫ່ງຊາດຊຸດທີ XIV ໃນກອງປະຊຸມສະໄໝສາມັນເທື່ອທີຫ້າ, ວັນທີ 8 ມິຖຸນາ 2018. ໃນນັ້ນ, ມີເນື້ອໃນທີ່ສຳຄັນທີ່ໄດ້ຮັບການປັບປຸງເພີ່ມເຕີມເຊັ່ນ: ຢຶດໝັ້ນແລະຊີ້ແຈງຫຼັກການນຳພາຂອງພັກ, ການຄຸ້ມຄອງຂອງລັດ ຕໍ່ໜ້າທີ່ການປ້ອງກັນປະເທດ, ຢືນຢັນຫຼັກການການເຄື່ອນໄຫວປ້ອງກັນປະເທດ ຕ້ອງໄດ້ຕັ້ງຢູ່ພາຍໃຕ້ການນຳພາຢ່າງເດັດຂາດ, ໂດຍກົງໃນທຸກດ້ານຂອງພັກກອມມູນິດຫວຽດນາມ ແລະການຄຸ້ມຄອງລວມສູນ ເປັນເອກະພາບຂອງລັດ; ຂໍ້ກຳນົດກ່ຽວກັບສະພາການປ້ອງກັນປະເທດແລະຄວາມໝັ້ນຄົງ; ເພີ່ມເຕີມປັດໄຈວັດທະນະທຳແລະການຕ່າງປະເທດ ເຂົ້າໃນການກໍ່ສ້າງພື້ນຖານການປ້ອງກັນປະເທດທົ່ວປວງຊົນ ແລະ ທ່າແຮງຂອງພື້ນທີ່ປ້ອງກັນປະເທດ; ສົມທົບການປ້ອງກັນປະເທດກັບເສດຖະກິດ, ວັດທະນະທຳ, ສັງຄົມ, ແລະ ເສດຖະກິດ, ວັດທະນະທຳ, ສັງຄົມ ກັບການປ້ອງກັນປະເທດ; ຫັນທັດສະນະຂອງພັກກ່ຽວກັບການເຊື່ອມໂຍງສາກົນໃຫ້ເປັນນິຕິກຳ,... ນີ້ແມ່ນພື້ນຖານທາງກົດໝາຍທີ່ສຳຄັນ ເພື່ອສືບຕໍ່ສ້າງແລະແກ້ໄຂປັບປຸງກົດໝາຍສະເພາະຂະແໜງ, ແນໃສ່ຮັບປະກັນຄວາມເປັນເອກະພາບແລະຄົບຊຸດ ຂອງລະບົບເອກະສານທາງກົດໝາຍ ກ່ຽວກັບການປ້ອງກັນປະເທດ.
ພ້ອມກັນກັບການປັບປຸງບູລະນະເອກະສານທາງກົດໝາຍກ່ຽກັບການປ້ອງກັນປະເທດ, ກົນໄກພັກນຳພາ, ລັດຄຸ້ມຄອງຢ່າງລວມສູນແລະເປັນເອກະພາບ ຕໍ່ພາລະກິດການປ້ອງກັນປະເທດ ກໍ່ໄດ້ຮັບການປະຕິບັດຢ່າງເຂັ້ມງວດ; ປະສິດທິພາບແລະປະສິດທິຜົນຂອງການຄຸ້ມຄອງລັດໃນຂົງເຂດການປ້ອງກັນປະເທດ ໄດ້ຮັບການຍົກສູງ. ຫວຽດນາມໄດ້ປະຕິບັດນະໂຍບາຍການປ້ອງກັນປະເທດ ທີ່ມີລັກສະນະສັນຕິພາບແລະປ້ອງກັນຕົວເອງ ຢ່າງຕໍ່ເນື່ອງ, ສະແດງອອກໃນນະໂຍບາຍບໍ່ໃຊ້ກຳລັງອາວຸດ ຫຼືຂົ່ມຂູ່ຈະໃຊ້ກຳລັງອາວຸດ ໃນການພົວພັນສາກົນ, ແກ້ບັນຫາຄວາມຂັດແຍ້ງແລະຂໍ້ພິພາດກັບປະເທດອື່ນໆດ້ວຍວິທີສັນຕິ. ການກໍ່ສ້າງກຳລັງແຮງການປ້ອງກັນປະເທດທີ່ອີງໃສ່ກຳລັງແຮງສັງລວມຂອງທັງປະເທດ, ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນ, ຂອງລະບົບການເມືອງທັງໝົດ ພາຍໃຕ້ການນຳພາຂອງພັກ; ສົມທົບກຳລັງແຮງຂອງຊາດກັບກຳລັງແຮງຂອງຍຸກສະໄໝ, ກຳລັງແຮງຂອງກອງກຳລັງແລະທ່າສະໜາມຮົບການປ້ອງກັນປະເທດທົ່ວປວງຊົນ ກັບກຳລັງແຮງຂອງກອງກຳລັງແລະທ່າສະໜາມຮົບການຮັກສາຄວາມໝັ້ນຄົງປະຊາຊົນ.
ໃນປະຈຸບັນ, ສະພາບການໂລກແລະພາກພື້ນມີການຜັນປ່ຽນຢ່າງສັບສົນ ຄາດເດົາຍາກ, ໂລກາພິວັດ, ການເຊື່ອມໂຍງສາກົນ, ການປະຕິວັດອຸດສາຫະກຳຄັ້ງທີສີ່ ນັບມື້ນັບໄດ້ຮັບການຍູ້ແຮງ, ຄວາມຂັດແຍ້ງດ້ານອຳນາດອະທິປະໄຕໃນທະເລຕາເວັນອອກ ສືບຕໍ່ມີການຜັນປ່ຽນທີ່ສັບສົນ. ຢູ່ໃນປະເທດ, ຄຽງຂ້າງຄວາມສະດວກທີ່ເປັນພື້ນຖານ, ພວກເຮົາຍັງຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ. ບັນດາອິດທິກຳລັງປະຕິການຍັງຄົງເພີ່ມທະວີການເຄື່ອນໄຫວມ້າງເພທຳລາຍ, ໂດຍສະເພາະກ່ອນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ. ສະພາບການທີ່ກ່າວມາຂ້າງເທິງ ໄດ້ແລະພວມວາງຄວາມຮຽກຮ້ອງຕ້ອງການທີ່ສູງອອກມາ ຕໍ່ພາລະກິດການປັບປຸງການປ້ອງກັນປະເທດ, ການປົກປັກຮັກສາປະເທດຊາດ. ໃນຂະນະນັ້ນ, ລະບົບກົດໝາຍ, ກົນໄກ, ນະໂຍບາຍກ່ຽວກັບການປ້ອງກັນປະເທດ ເຖິງຈະໄດ້ຮັບການກໍ່ສ້າງຂ້ອນຂ້າງພຽງພໍກໍ່ຕາມ, ແຕ່ຍັງບໍ່ທັນສົມບູນ ບໍ່ທັນຄົບຊຸດ, ມີເນື້ອໃນບໍ່ເໝາະສົມ..., ເຊິ່ງຕ້ອງໄດ້ສືບຕໍ່ຄົ້ນຄວ້າ, ປັບປຸງໃຫ້ສົມບູນ, ສ້າງພື້ນຖານທາງກົດໝາຍໃຫ້ແກ່ການປະຕິບັດພາລະກິດປ້ອງກັນປະເທດ, ການປົກປັກຮັກສາປະເທດຊາດໃນສະພາບການໃໝ່.
ເພື່ອປະກອບສ່ວນປັບປຸງບູລະນະລະບົບກົດໝາຍ, ກົນໄກ, ນະໂຍບາຍກ່ຽວກັບການປ້ອງກັນປະເທດ, ຕອບສະໜອງຄວາມຕ້ອງການ, ໜ້າທີ່ການປົກປັກຮັກສາປະເທດຊາດໃນສະພາບການໃໝ່, ຈຳເປັນຕ້ອງຊາບຊຶມ ແລະປະຕິບັດຢ່າງຄົບຊຸດ ວິທີແກ້ໄຂຈຳນວນໜຶ່ງດັ່ງຕໍ່ໄປນີ້:
ທີໜຶ່ງ, ສືບຕໍ່ເພີ່ມທະວີການນຳພາເດັດຂາດ, ໂດຍກົງໃນທຸກດ້ານຂອງພັກ ຕໍ່ພາລະກິດການປ້ອງກັນປະເທດ, ການປົກປັກຮັກສາປະເທດຊາດ.
ທັດສະນະຂອງພັກກອມມູນິດຫວຽດນາມ ກ່ຽວກັບການປ້ອງກັນປະເທດ, ການປົກປັກຮັກສາປະເທດຊາດ ໄດ້ສະແດງອອກຢ່າງຈະແຈ້ງໃນໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານຂຶ້ນສູ່ລັດທິສັງຄົມນິຍົມ (ສະບັບປັບປຸງ, ພັດທະນາປີ 2011), ກົດລະບຽບຂອງພັກ ແລະ ບັນດາເອກະສານກອງປະຊຸມໃຫຍ່. ໃນນັ້ນ, ໄດ້ຍົກໃຫ້ເຫັນແຈ້ງເຖິງຫຼັກການ: “ພັກນຳພາເດັດຂາດ, ໂດຍກົງໃນທຸກດ້ານຕໍ່ພາລະກິດການປ້ອງກັນປະເທດແລະຮັກສາຄວາມໝັ້ນຄົງ”. ນີ້ແມ່ນຫຼັກການພື້ນຖານ, ກຳນົດພາລະບົດບາດການນຳພາຂອງພັກ ຕໍ່ພາລະກິດການປ້ອງກັນປະເທດແລະຮັກສາຄວາມໝັ້ນຄົງ, ຕັ້ງແຕ່ການສ້າງ, ວາງກຳນົດແລະຈັດຕົ້ງປະຕິບັດແນວທາງ, ແຜນນະໂຍບາຍຍຸດທະສາດ ກ່ຽວກັບການປ້ອງກັນປະເທດແລະຮັກສາຄວາມໝັ້ນຄົງ ຈົນເຖິງການສ້າງແຜນການທີ່ມີລັກສານະຍຸດທະສາດແຫ່ງຊາດ. ພາກປະຕິບັດປະຫວັດສາດຂອງຊາດຫວຽດນາມນັບແຕ່ເມື່ອພັກກອມມູນິດຫວຽດນາມເກີດຂຶ້ນມາເຖິງປະຈຸບັນໄດ້ຢັ້ງຢືນວ່າ, ພາຍໃຕ້ການນຳພາຢ່າງເດັດຂາດ, ໂດຍກົງຂອງພັກ ຕໍ່ພາລະກິດການປ້ອງກັນປະເທດ, ກອງທັບແລະປະຊາຊົນຫວຽດນາມ ໄດ້ຮັບໄຊຊະນະອັນສະຫງ່າງາມໃນສົງຄາມປົດປ່ອຍ, ໃນການປົກປັກຮັກສາປະເທດຊາດ ແລະ ປະຈຸບັນພວມນຳພາທົ່ວປວງຊົນ, ທົ່ວກອງທັບເຮົາ ປະຕິບັດໜ້າທີ່ການທະຫານ, ປ້ອງກັນປະເທດ, ສ້າງສາແລະປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມ. ດັ່ງນັ້ນ, ຈຳເປັນຕ້ອງຜັນຂະຫຍາຍແຜນນະໂຍບາຍ, ແນວທາງຂອງພັກເຂົ້າໃນການກໍ່ສ້າງພື້ນຖານການປ້ອງກັນປະເທດທົ່ວປວງຊົນ, ກໍ່ສ້າງກຳລັງປະກອບອາວຸດປະຊາຊົນຢ່າງເປັນລະບົບແລະຄົບຊຸດ, ເພື່ອຮັບປະກັນການນຳພາ, ຊີ້ນຳຢ່າງລວມສູນ, ເ6ປັນເອກະພາບ, ມີປະສິດທິຜົນ ຕັ້ງແຕ່ຂັ້ນສູນກາງຮອດທ້ອງຖິ່ນ.
ມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກຢືນຢັນໜ້າທີ່ສຳຄັນຂອງທົ່ວພັກ, ທົ່ວປວງຊົນແລະທົ່ວກອງທັບເຮົາວ່າ: “ຕໍ່ສູ້ຢ່າງເດັດດ່ຽວ ໝັ້ນໜຽວເພື່ອປົກປ້ອງເອກະລາດ, ອຳນາດອະທິປະໄຕ, ເອກະພາບແລະຜືນແຜ່ນດິນອັນຄົບຖ້ວນ, ປົກປັກຮັກສາຊາຍແດນແລະອຳນາດອະທິປະໄຕໃນທະເລ, ເກາະ ແລະເຂດຟ້າຂອງປະເທດຊາດໄວ້ຢ່າງໝັ້ນຄົງ; ພ້ອມກັນນັ້ນກໍ່ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຢ່າງຍືນຍົງ”(1). ເພື່ອປະຕິບັດໜ້າທີ່ນີ້ໃຫ້ດີ, ບັນຫາສຳຄັນອັນດັບໜຶ່ງແມ່ນຕ້ອງສືບຕໍ່ປັບປຸງບູລະນະລະບົບກົດໝາຍກ່ຽວກັບການປ້ອງກັນປະເທດ ເພື່ອຜັນຂະຫຍາຍປະຕິບັດທັດສະນະຂອງພັກກ່ຽວກັບໜ້າທີ່ການປ້ອງກັນປະເທດ, ການປົກປັກຮັກສາປະເທດຊາດ, ການກໍ່ສ້າງກອງທັບປະຊາຊົນທີ່ປະຕິວັດ, ເປັນລະບຽບຫຼວງ, ມີຄວາມສາມາດສູ້ຮົບເກັ່ງ, ເປັນທັນສະໄໝເທື່ອລະກ້າວ, ບຸລິມະສິດໃຫ້ບາງເຫຼົ່າທັບ, ກອງກຳລັງຈຳນວນໜຶ່ງ ກ້າວຂຶ້ນທັນສະໄໝໂດຍກົງ, ກຽມພ້ອມສູ້ຮົບ, ປົກປ້ອງເອກະລາດ, ອຳນາດອະທິປະໄຕ, ເອກະພາບແລະຜືນແຜ່ດິນອັນຄົວຖ້ວນຂອງປະເທດຊາດໄວ້ຢ່າງໝັ້ນຄົງ. ສືບຕໍ່ການປ່ຽນແປງໃໝ່, ປັບປຸງບູລະນະກົນໄກພັກນຳພາ, ລັດຄຸ້ມຄອງລວມສູນ ເປັນເອກະພາບ ຕໍ່ພາລະກິດການປ້ອງກັນປະເທດ; ຢືນຢັນນະໂຍບາຍການປ້ອງກັນປະເທດທີ່ບໍ່ມີການປ່ຽນແປງຂອງຫວຽດນາມ, ນັ້ນແມ່ນແກ້ໄຂທຸກຄວາມຂັດແຍ້ງ, ຂໍ້ພິພາດດ້ວຍວິທີສັນຕິ ອີງໃສ່ຫຼັກການເຄົາລົບເອກະລາດ, ອຳນາດອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວຍຂອງແຕ່ລະປະເທດ.
ການປັບປຸງການປ້ອງກັນປະເທດ, ຮັກສາຄວາມໝັ້ນຄົງແຫ່ງຊາດ, ສະຖຽນລະພາບທາງການເມືອງ, ຄວາມເປັນລະບຽບຮຽບຮ້ອຍແລະຄວາມປອດໄພທາງສັງຄົມ ແມ່ນໜ້າທີ່ທີ່ສຳຄັນ ເປັນປະຈຳຂອງພັກ, ລັດ, ຂອງລະບົບການເມືອງທັງໝົດ ແລະ ຂອງປວງຊົນ, ໃນນັ້ນກອງທັບປະຊາຊົນ ແລະກອງກຳລັງຕະຫຼວດປະຊາຊົນເປັນແກນສານ. ນີ້ແມ່ນທັດສະນະທີ່ສອດຮ້ອຍຕະຫຼອດໃນການນຳພາ ຊີ້ນຳພາລະກິດປະຕິວັດຂອງພັກ, ໂດຍສະເພາະ ໃນສະຖານະການ, ສະພາບການໃໝ່. ພັກກອມມູນິດຫວຽດນາມສືບຕໍ່ຢືນຢັນ ໜ້າທີ່ພັດທະນາເສດຖະກິດແມ່ນໃຈກາງ, ການກໍ່ສ້າງພັກແມ່ນກຸນແຈສຳຄັນ, ວັດທະນະທຳແມ່ນພື້ນຖານຈິດໃຈຂອງສັງຄົມ ແລະ ການປັບປຸງການປ້ອງກັນປະເທດແລະຮັກສາຄວາມໝັ້ນຄົງ ແມ່ນໜ້າທີ່ສຳຄັນ, ເປັນປະຈຳ. ບັນດາໜ້າທີ່ເຫຼົ່ານີ້ຕ້ອງຢູ່ໃນສາຍພົວພັນສັດຈະວິພາກ, ກະທົບ, ຊ່ວຍເຫຼືອ ແລະຊຸກຍູ້ເຊິ່ງກັນແລະກັນ. ໃນນັ້ນ, ການເພີ່ມທະວີທ່າແຮງດ້ານປ້ອງກັນປະເທດ, ຮັກສາຄວາມໝັ້ນຄົງ ເພື່ອສ້າງສະພາບແວດລ້ອມ ແລະປະຖົມປັດໄຈທີ່ໝັ້ນແກ່ນ ສຳລັບການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ; ກົງກັນຂ້າມ, ແຕ່ລະຜົນງານຂອງການປະຕິບັດໜ້າທີ່ສ້າງສາພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ ຈະສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ພາລະກິດການປ້ອງກັນປະເທດ ແລະຮັກສາຄວາມໝັ້ນຄົງຂອງຊາດ. ເພາະສະນັ້ນ, ຈຳເປັນຕ້ອງເພີ່ມທະວີການສຶກສາອົບຮົມໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ມີຄວາມຮັບຮູ້ຢ່າງເລິກເຊິ່ງກວ່າອີດ ກ່ຽວກັບພາລະກິດການປ້ອງກັນປະເທດ, ຮັສາຄວາມໝັ້ນຄົງ ໃນການສ້າງສາແລະການປົກປັກຮັກສາປະເທດຊາດໃນປະຈຸບັນ. ຜ່ານນັ້ນ, ຍົກສູງຄວາມຮັບຜິດຊອບຂອງລັດແລະສັງຄົມໃນການປັບປຸງບູລະນະລະບົບກົດໝາຍ, ກົນໄກ, ນະໂຍບາຍ ກ່ຽວກັບການປ້ອງກັນປະເທດ ແລະ ການຈັດຕັ້ງປະຕິບັດ.
ເພື່ອເພີ່ມທະວີການນຳພາຂອງພັກຕໍ່ຂົງເຂດການປ້ອງກັນປະເທດ, ຈຳເປັນຕ້ອງເອົາໃຈໃສ່ເປັນສຳຄັນເຖິງການກໍ່ສ້າງຄະນະພັກແລະອົງການຈັດຕັ້ງພັກທຸກຂັ້ນ ໃຫ້ມີຄວາມສະອາດປອດໃສ, ໝັ້ນຄົງເຂັ້ມແຂງ, ມີຄວາມສາມາດນຳພາຮອບດ້ານ ແລະ ມີກຳລັງແຮງສູ້ຮົບສູງ, ເປັນແກ່ນສານນຳພາທີ່ແທ້ຈິງໃນການປະຕິບັດໜ້າທີ່ການປ້ອງກັນປະເທດ, ປົກປັກຮັກສາປະເທດຊາດ ຢ່າງສຳເລັດຜົນ. ເພີ່ມທະວີຄວາມສາມັກຄີ ເປັນເອກະພາບພາຍໃນພັກ, ປະຕິບັດກົນໄກກວດກາ, ຕິດຕາມກວດກາຢ່າງເຂັ້ມງວດ; ສືບຕໍ່ປັບປຸງບູລະນະແບບວິທີການແລະກົນໄກການນຳພາຂອງພັກ ຕໍ່ພາລະກິດການປ້ອງກັນປະເທດ. ພ້ອມກັນນັ້ນ, ເອົາໃຈໃສ່ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ອົງການແລະຖັນແຖວພະນັກງານທີ່ເຮັດວຽກງານການປ້ອງກັນປະເທດຢູ່ກະຊວງ, ຂະແໜງການຕ່າງໆ; ເສີມຂະຫຍາຍບົດບາດຂອງແນວໂຮມປະເທດຊາດຫວຽດນາມ, ມີກົນໄກທີ່ເໝາະສົມເພື່ອປຸກລະດົມສົ່ງເສີມບັນດາອົງການການເມືອງ-ສັງຄົມ, ຜູ້ນຳທາງສາສະໜາ ໃຫ້ປະຕິບັດແນວທາງ, ທັດສະນະຂອງພັກກ່ຽວກັບການປ້ອງກັນປະເທດ, ການຮັກສາຄວາມໝັ້ນຄົງ, ການປົກປັກຮັກສາປະເທດຊາດ.
ທີສອງ, ຍົກສູງປະສິດທິພາບແລະປະສິດທິຜົນ ຂອງການຄຸ້ມຄອງລັດກ່ຽວກັບການປ້ອງກັນປະເທດ.
ການຄຸ້ມຄອງລັດກ່ຽວກັບການປ້ອງກັນປະເທດ ມີບົດບາດສຳຄັນທີ່ສຸດໃນການຍົກສູງຄຸນນະພາບແລະປະສິດທິຜົນ ຂອງພາລະກິດການກໍ່ສ້າງພື້ນຖານການປ້ອງກັນປະເທດທົ່ວປວງຊົນ, ທ່າສະໜາມຮົບການປ້ອງກັນປະເທດທົ່ວປວງຊົນ ຕິດກັບທ່າສະໜາມຮົບການຮັກສາຄວາມໝັ້ນຄົງປະຊາຊົນ ແລະ ກັບໜ້າທີ່ການປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມ. ບັນດາຄະນະພັກ, ອຳນາດການປົກຄອງ, ບັນດາອົງການຈັດຕັ້ງການເມືອງ-ສັງຄົມ ຕັ້ງແຕ່ສູນກາງຈົນເຖິງພື້ນຖານ ຕ້ອງກຳແໜ້ນຈຸດພິເສດ, ເປົ້າໝາຍ, ຄວາມຕ້ອງການແລະເນື້ອໃນ ຂອງການຄຸ້ມຄອງລັດກ່ຽວກັບການປ້ອງກັນປະເທດ; ວິທີການຄຸ້ມຄອງຕາມຂະແໜງການ, ທ້ອງຖິ່ນ, ສົມທົບການຄຸ້ມຄອງຕາມຂະແໜງການກັບການຄຸ້ມຄອງຕາມເຂດແດນ; ບັນດາມາດຕະການເພີ່ມທະວີການສຶກສາອົບຮົມກ່ຽວກັບການປ້ອງກັນປະເທດແລະການຮັກສາຄວາມໝັ້ນຄົງ. ປັບປຸງບູລະນະກົງຈັກ, ກົນໄກການຄຸ້ມຄອງລັດ, ລະບົບນະໂຍບາຍ, ກົດໝາຍເທື່ອລະກ້າວ ແລະ ຍົກສູງຄຸນນະພາບ, ປະສິດທິຜົນຂອງການຄຸ້ມຄອງລັດກ່ຽວກັບການປ້ອງກັນປະເທດ ຢ່າງບໍ່ຢຸດຢັ້ງ.
ໃນປະຈຸບັນແລະໃນເວລາຕໍ່ໄປ, ປະເທດຈະມີການປ່ຽນແປງຫຼາຍຢ່າງ, ເສດຖະກິດຈະພັດທະນາຢ່າງວ່ອງໄວ ເຮັດໃຫ້ໂຄງສ້າງທາງສັງຄົມມີການປ່ຽນແປງຢ່າງບໍ່ຢຸດຢັ້ງ ແລະ ເຊື່ອມໂຍງຢ່າງເລິກເຊິ່ງເຂົ້າກັບພາກພື້ນແລະໂລກ; ໜ້າທີ່ການປ້ອງກັນປະເທດເພີ່ມສູງຂຶ້ນເລື້ອຍໆ, ກຳລັງທີ່ເຂົ້າຮ່ວມການກໍ່ສ້າງພື້ນຖານການປ້ອງກັນປະເທດທົ່ວປວງຊົນ, ການປົກປັກຮັກສາປະເທດຊາດນັ້ນ ຈະມີຫຼາຍຮູບຫຼາຍແບບທີ່ສຸດ. ສິ່ງດັ່ງກ່າວຮຽກຮ້ອງໃຫ້ການຄຸ້ມຄອງລັດກ່ຽວກັບການປ້ອງກັນປະເທດ ຕ້ອງມີວິທະຍາສາດ, ຄົບຊຸດ ແລະ ມີລັກສະນະນິຕິທຳສູງທີ່ສຸດ. ດັ່ງນັ້ນ, ຕ້ອງສືບຕໍ່ສ້າງແລະປະກາດໃຊ້ບັນດາເອກະສານທາງກົດໝາຍກ່ຽວກັບການປ້ອງກັນປະເທດ, ການຮັກສາຄວາມໝັ້ນຄົງ ໃຫ້ນັບມື້ນັບສົມບູນແບບ, ສະແດງອອກໃນແຜນການໂດຍລວມ ແລະ ກຳນົດໄວ້ໃນແຜນການພັດທະນາເສດຖະກິດ-ສັງຄົມຂອງທົ່ວປະເທດ, ຂອງແຕ່ລະຂະແໜງການ, ທ້ອງຖິ່ນ ບົນພື້ນຖານທັດສະນະ ແນວທາງຂອງພັກ, ນະໂຍບາຍ ກົດໝາຍຂອງລັດ. ພ້ອມກັນນັ້ນ, ຕ້ອງມີການແບ່ງງານ, ແບ່ງຂັ້ນ, ກຳນົດຢ່າງລະອຽດຈະແຈ້ງ ກ່ຽວກັບສິດອຳນາດ, ຄວາມຮັບຜິດຊອບ ໃນການນຳພາ, ຄຸ້ມຄອງ ແລະ ການຜັນຂະຫຍາຍປະຕິບັດຂອງແຕ່ລະຂັ້ນ, ຂະແໜງການ, ທ້ອງຖິ່ນ; ສາຍພົວພັນລະຫວ່າງບັນດາຂັ້ນ, ບັນດາຂະແໜງການ; ກົນໄກນຳພາ, ຄຸ້ມຄອງບໍລິຫານ, ບັງຄັບບັນຊາໃນສະຖານະການ, ໃນແຕ່ລະພາລະກິດ.
ບົນພື້ນຖານຄວາມຮັບຮູ້ກ່ຽວກັບຈຸດໝາຍ, ຈຸດພິເສດຂອງການຄຸ້ມຄອງລັດກ່ຽວກັບການປ້ອງກັນປະເທດ, ຕ້ອງໄດ້ຊາບຊຶມແລະປະຕິບັດເປັນຢ່າງດີ ທັດສະນະຂອງພັກກ່ຽວກັບການປົກປັກຮັກສາປະເທດຊາດ, ເຊິ່ງເນື້ອຫາຫຼັກແມ່ນ: ປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດຢ່າງໝັ້ນຄົງ; ປົກປ້ອງພັກ, ລັດ, ປະຊາຊົນ ແລະລະບອບສັງຄົມນິຍົມ; ປົກປ້ອງພາລະກິດການປ່ຽນແປງໃໝ່, ພາລະກິດການຫັນເປັນອຸດສະຫະກຳ ທັນສະໄໝ, ປົກປັກຮັກສານຜົນປະໂຫຍດຂອງຊາດຂອງປະເທດ; ປົກປັກຮັກສາຄວາມໝັ້ນຄົງທາງການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ ແລະ ພື້ນຖານວັດທະນະທຳ; ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຕາມທິດທາງສັງຄົມນິຍົມ. ກຳລັງແຮງການປົກປັກຮັກສາປະເທດຊາດ ແມ່ນກຳລັງແຮງສັງລວມຂອງກຸ່ມກ້ອມມະຫາສາມັກຄີປວງຊົນທັງຊາດ, ຂອງລະບົບການເມືອງທັງໝົດ ພາຍໃຕ້ການນຳພາຂອງພັກ; ສົມທົບກຳລັງແຮງແຫ່ງຊາດ ກັບກຳລັງແຮງຂອງຍຸກສະໄໝ, ກຳລັງແຮງຂອງກອງກຳລັງແລະທ່າສະໜາມຮົບການປ້ອງກັນປະເທດທົ່ວປວງຊົນ ກັບກຳລັງແຮງຂອງກອງກຳລັງແລະທ່າສະໜາມຮົບການຮັກສາຄວາມໝັ້ນຄົງປະຊາຊົນ. ສົມທົບຢ່າງແໜ້ນແຟ້ນເສດຖະກິດ, ວັດທະນະທຳ, ສັງຄົມ ກັບການປ້ອງກັນປະເທດ, ການຮັກສາຄວາມໝັ້ນຄົງ, ແລະສົມທົບການປ້ອງກັນປະເທດ, ການຮັກສາຄວາມໝັ້ນຄົງ ກັບເສດຖະກິດ, ວັດທະນະທຳ, ສັງຄົມ ໃນບັນດາຍຸດທະສາດ, ແຜນກຳນົດ ແລະແຜນການພັດທະນາເສດຖະກິດ-ສັງຄົມ; ສົມທົບຢ່າງແໜ້ນແຟ້ນລະຫວ່າງການປ້ອງກັນປະເທດ, ການຮັກສາຄວາມໝັ້ນຄົງ ແລະການຕ່າງປະເທດ.
ທີສາມ, ສືບຕໍ່ການກໍ່ສ້າງ, ປັບປຸງບູລະນະລະບົບກົດໝາຍ, ກົນໄກ, ນະໂຍບາຍ ກ່ຽວກັບການປ້ອງກັນປະເທດ.
ລະບົບເອກະສານທາງກົດໝາຍກ່ຽວກັບການປ້ອງກັນປະເທດ, ການຮັກສາຄວາມໝັ້ນຄົງ, ການປົກປັກຮັກສາປະເທດຊາດ ສືບຕໍ່ໄດ້ຮັກການກໍ່ສ້າງ, ປັບປຸງບູລະນະ, ຮັບປະກັນຄວາມເປັນເອກະພາບ, ຄົບຊຸດໃນລະບົບກົດໝາຍຂອງລັດເຊັ່ນ: ການບໍລິຫານ, ການເງິນ, ທີ່ດິນ, ພົນລະເຮືອນ, ແຮງງານ, ອາດຊະຍາ, ການດຳເນີນຄະດີອາຍາ, ການດຳເນີນຄະດີແພ່ງ, ເສດຖະກິດ, ການປ້ອງກັນປະເທດ, ສາກົນ,... ການສ້າງກົດໝາຍໃນການຄຸ້ມຄອງລັດກ່ຽວກັບການປ້ອງກັນປະເທດ ຕ້ອງສອດຄ່ອງກັບຄວາມຕ້ອງການໃໝ່ ຂອງພາລະກິດການຫັນປະເທດເປັນອຸດສາຫກຳ ທັນສະໄມ ແລະ ຕ້ອງມີບາດກ້າວທີ່ເໝາະສົມ, ຄົບຊຸດ. ພ້ອມກັນກັບການປັບປຸງ ເພີ່ມມເຕີມກົດໝາຍ, ດຳລັດຈຳນວນໜຶ່ງກ່ຽວກັບການປ້ອງກັນປະເທດ, ໃນເວລາຕໍ່ໜ້າ, ສະພາແຫ່ງຊາດຈະໄດ້ສືບຕໍ່ພິຈາລະນາ, ປະກາດໃຊ້ກົດໝາຍຈຳນວນໜຶ່ງ ເຊິ່ງເນື້ອໃນຂອງມັນໄດ້ລະບຸໄວ້ໃນລັດຖະທຳມະນູນປີ 2013, ໃນມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ມະຕິເລກທີ 33-NQ/TW ຂອງກົມການເມືອງສູນກາງ ເຊັ່ນ: ກົດໝາຍວ່າດ້ວຍສະພາບສຸກເສີນ, ກົດໝາຍວ່າດ້ວຍອຸດສາຫະກຳການປ້ອງກັນປະເທດແລະຮັກສາຄວາມໝັ້ນຄົງ, ກົດໝາຍວ່າດ້ວຍການສົມທົບເສດຖະກິດກັບການປ້ອງກັນປະເທດ, ການປ້ອງກັນປະເທດກັບເສດຖະກິດ, ກົດໝາຍວ່າດ້ວຍການປ້ອງກັນພົນລະເຮືອນ, ກົດໝາຍວ່າດ້ວຍການປ້ອງກັນຊາຍແດນຫວຽດນາມ, ກົດໝາຍຫຼືມະຕິຂອງສະພາແຫ່ງຊາດວ່າດ້ວຍການເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ,... ໃນນັ້ນ, ກົດໝາຍວ່າດ້ວຍສະພາບສຸກເສີນ ຈະດັດສົມການປະຕິບັດໜ້າທີ່ປົກປັກຮັກສາປະເທດຊາດ, ປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພທາງສັງຄົມ ໃນສະຖານະການພິເສດ, ເຊິ່ງຕ້ອງໄດ້ຮັບການສ້າງຢ່າງຮີບດ່ວນ ເພື່ອສ້າງແລວທາງກົດໝາຍໃນໄວໆນີ້, ໂດຍສະເພາະໃນເງື່ອນໄຂປະຈຸບັນ ເມື່ອບັນດາສິດເສລີພາບ, ປະຊາທິປະໄຕຂອງພົນລະເມືອງ ໄດ້ຮັບການເປີດກວ້າງ, ບັນດາອິດທິກຳລັງສັດຕູພວມພະຍາຍາມປະຕິບັດຍຸດທະສາດ “ຫັນປ່ຽນໂດຍສັນຕິ”, ຊຸກຍູ້ການເຮັດໃຫ້ກອງທັບ “ບໍ່ກ່ຽວຂ້ອງກັບການເມືອງ”, “ເປັນພົນລະເຮືອນ” ເພື່ອມ້າງເພທຳລາຍຫວຽດນາມ. ປະກາດໃຊ້ ກົດໝາຍວ່າດ້ວຍອຸດສາຫະກຳການປ້ອງກັນປະເທດ, ຮັກສາຄວາມໝັ້ນຄົງ ສ້າງພື້ນຖານທາງກົດໝາຍໃຫ້ແກ່ການກໍ່ສ້າງແລະພັດທະນາອຸດສາຫະກຳການປ້ອງກັນປະເທດ, ຮັກສາຄວາມໝັ້ນຄົງ ໃຫ້ຖືກຕ້ອງຕາມທັດສະນະຂອງພັກ ເຊິ່ງໄດ້ກຳນົດໄວ້ໃນໂຄງານການເມືອງກໍ່ສ້າງປະເທດໃນສະໄໝແຫ່ງການຂ້າມຜ່ານຂຶ້ນສູ່ລັດທິສັງຄົມນິຍົມ (ສະບັບປັບປຸງ, ພັດທະນາປີ 2011). ປະກາດໃຊ້ກົດໝາຍວ່າດ້ວຍການສົມທົບເສດຖະກິດກັບການປ້ອງກັນປະເທດ, ການປ້ອງກັນປະເທດກັບເສດຖະກິດ ເພື່ອໃຫ້ມັນທັງສອດຄ່ອງກັບຄວາມຕ້ອງການຂອງການປ້ອງກັນປະເທດ, ປົກປັກຮັກສາປະເທດຊາດ, ສອດຄ່ອງກັບເສດຖະກິດຂອງປະເທດ, ທັງສືບຖອດແລະເສີມຂະຫຍາຍນະໂຍບາຍ “ຈັດໃຫ້ທະຫານຢູ່ໃນກະສິກຳ, ຊົນນະບົດ” ໃນປະຫວັດສາດແຫ່ງການກໍ່ຕັ້ງປະເທດແລະປົກປັກຮັກສາປະເທດຂອງຊາດ, ຫັນແຜນນະໂຍບາຍ, ຫຼັກການລັດຖະທຳມະນູນກ່ຽວກັບການສົມທົບເສດຖະກິດກັບການປ້ອງກັນປະເທດ, ການປ້ອງກັນປະເທດກັບເສດຖະກິດໃຫ້ເປັນລະອຽດ. ການປະກາດໃຊ້ກົດໝາຍວ່າດ້ວຍການປ້ອງກັນພົນລະເຮືອນ ແມ່ນສິ່ງຈຳເປັນຕ້ອງການ, ເພາະວ່າການປ້ອງກັນພົນລະເຮືອນແມ່ນໜຶ່ງໃນບັນດາເນື້ອໃນຕົ້ນຕໍແລະສຳຄັນ ຂອງການກໍ່ສ້າງພື້ນຖານການປ້ອງກັນປະເທດທົ່ວປວງຊົນ...
ການປັບປຸງບູລະນະລະບົບເອກະສານທາງກົດໝາຍກ່ຽວກັບການປ້ອງກັນປະເທດ, ປົກປັກຮັກສາປະເທດຊາດ ແມ່ນເນື້ອໃນທີ່ສຳຄັນທີ່ສຸດ ເພື່ອຕອບສະໜອງຄວາມຕ້ອງການແລະໜ້າທີ່ທີ່ວາງອອກມາໃນພາລະກິດການກໍ່ສ້າງແລະການປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມ. ຍິ່ງກວ່ານັ້ນ, ນີ້ກໍ່ແມ່ນເວລາທີ່ເໝາະສົມ ເພື່ອໃຫ້ລັດກໍ່ສ້າງແລະປັບປຸງລະບົບເອກະສານທາງກົດໝາຍທີ່ສົມບູນ ກ່ຽວກັບການປ້ອງກັນປະເທດ; ໃນນັ້ນ, ກຳນົດບັນດາບັນຫາກ່ຽວກັບການກໍ່ສ້າງພື້ນຖານການປ້ອງກັນປະເທດທົ່ວປວງຊົນ, ກໍ່ສ້າງກອງທັບປະຊາຊົນ, ທະຫານລາດປ້ອງກັນຕົວ ແລະຕຳຫຼວດປະຊາຊົນ, ສ້າງພື້ນຖານທາງກົດໝາຍທີ່ພຽງພໍ, ຄົບຊຸດ ແລະແໜ້ນແຟ້ນ ກ່ຽວກັບການປົກປັກຮັກສາປະເທດຊາດ, ປົກປ້ອງພັກ, ປົກປ້ອງປະຊາຊົນ ແລະ ປົກປັກຮັກສາລະບອບສັງຄົມນິຍົມ. ເພື່ອຍູ້ແຮງການສ້າງບັນດາໂຄງການກົດໝາຍດັ່ງກ່າວຂ້າງເທິງໃຫ້ສຳເລັດ, ບັນດາອົງການຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ໂດຍສະເພາະແມ່ນ ບັນດາກົມວິຊາສະເພາະ ພາຍໃຕ້ກອງເສນາທິການໃຫຍ່, ກົມໃຫຍ່ການເມືອງ, ກົມໃຫຍ່ອຸດສາຫະກຳປ້ອງກັນປະເທດ,... ຕ້ອງເປັນເຈົ້າການໃນການສົມທົບກັບບັນດາອົງການພາຍໃຕ້ຄະນະ, ຂະແໜງການສູນກາງທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າ, ຫັນເປັນລະອຽດພາລະໜ້າທີ່, ສາຍພົວພັນ, ບົດບາດການຊີ້ນຳນຳພາ ຂອງຄະນະພັກທະຫານສູນກາງ, ກະຊວງປ້ອງກັນປະເທດ ໃນການປະຕິບັດໜ້າທີ່ການປ້ອງກັນປະເທດໃນຂອບເຂດທົ່ວປະເທດ.
ກ່ຽວກັບກົນໄກດຳເນີນງານຂອງລະບົບການເມືອງຢູ່ໃນຂົງເຂດການປ້ອງກັນປະເທດແລະຮັກສາຄວາມໝັ້ນຄົງ, ແມ່ນຕ້ອງຊາບຊຶມທັດສະນະ: “ພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າຂອງ, ກຳລັງປະກອບອາວຸດເປັນແກນສານ”. ໃນນັ້ນ, ສືບຕໍ່ຄົ້ນຄວ້າກ່ຽວກັບການສ້າງຕັ້ງແລະການເຄື່ອນໄຫວຂອງກົນໄກ, ແບບວິທີການນຳພາຂອງພັກ ໃນການປະຕິບັດໜ້າທີ່ປ້ອງກັນປະເທດ, ຮັກສາຄວາມໝັ້ນຄົງ ຢູ່ໃນບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ, ຮັບປະກັນຄວາມເປັນເອກະພາບ, ຄົບຊຸດ, ຕິດແທດກັບເງື່ອນໄຂ, ຈຸດພິເສດ, ໜ້າທີ່, ການຈັດຕັ້ງ ແລະການເຄື່ອນໄຫວຂອງແຕ່ລະອົງການ, ໜ່ວຍງານ, ທ້ອງຖິ່ນ. ພ້ອມກັນນັ້ນ, ຄົ້ນຄວ້າການດັດສົມ, ເພີ່ມເຕີມ, ຫັນເປັນອັນລະອຽດຕໍ່ນະໂຍບາຍ, ກົດໝາຍໃນສະພາບການແລະສະຖານະການການປ້ອງກັນປະເທດ ຮັກສາຄວາມໝັ້ນຄົງ, ບັນດາລະບຽບການ ຂະບວນການ ຂັ້ນຕອນໃນການຊີ້ນຳ, ຄຸ້ມຄອງແລະບໍລິຫານ ຂອງທຸກຂັ້ນ, ສາຂາແລະທ້ອງຖິ່ນ ໃນການຈັດການກັບສະຖານະການສຸກເສີນກ່ຽວກັບການປ້ອງກັນປະເທດ ຮັກສາຄວາມໝັນຄົງ, ການປະທະກັນດ້ວຍອາວຸດ ຫຼື ສົງຄາມ; ປັບປຸງ ເພີ່ມເຕີມ ແລະປະກາດໃຊ້ໃໝ່ ເອກະສານທາງກົດໝາຍ, ນະໂຍບາຍການປ້ອງກັນປະເທດ ທີ່ສອດຄ່ອງເໝາະສົມກັບເງື່ອນໄຂ, ສະຖານະການ, ສິ່ງແວດລ້ອມໃນໄລຍະໃໝ່.
ທີສີ່, ຕິດຕາມໃກ້ຊິດກັບການພັດທະນາຂອງໜ້າທີ່ການປ້ອງກັນປະເທດ, ການປົກປັກຮັກສາປະເທດຊາດ, ເຮັດວຽກງານສະຫຼຸບສັງລວມພຶດຕິກຳ, ຄົ້ນຄວ້າທິດສະດີໃຫ້ໄດ້ເປັນຢ່າງດີ.
ຄະນະພັກທະຫານສູງກາງ, ກະຊວງການປ້ອງກັນປະເທດ, ກົມໃຫຍ່ການເມືອງ ສືບຕໍ່ຊີ້ນຳນຳພາບັນດາອົງການວິຊາສະເພາະ, ສູນຄົ້ນຄວ້າ, ລະບົບສະຖາບັນ ໂຮງຮຽນໃນກອງທັບ ໃຫ້ຍູ້ແຮງການຄົ້ນຄວ້າ, ເຂົ້າຮ່ວມການສະຫຼຸບສັງລວມພຶດຕິກຳ, ພັດທະນາທິດສະດີເວົ້າລວມ, ທິດສະດີກ່ຽວກັບຂົງເຂດການປ້ອງກັນປະເທດ, ການປົກປັກຮັກສາປະເທດຊາດເວົ້າສະເພາ, ເປັນພື້ນຖານເພື່ອປະກອບສ່ວນໃຫ້ແກ່ພັກແລະລັດ ກ່ຽວກັບບັນດາຂໍ້ຄິດທິດສະດີທີ່ສຳຄັນແລະແທດຈິງກັບວຽກງານການປ້ອງກັນປະເທດ, ການປົກປັກຮັກສາປະເທດຊາດ. ກະຊວງການປ້ອງກັນປະເທດຈະຕ້ອງພະຍາຍາມຄົ້ນຄວ້າ, ພັດທະນາຈິນຕະນາການກ່ຽວກັບການປົກປັກຮັກສາປະເທດຊາດ, ກໍ່ສ້າງພື້ນທີ່ປ້ອງກັນປະເທດ, ທ່າສະໜາມຮົບປ້ອງກັນປະເທດທົ່ວປວງຊົນ; ສ້າງຈິນຕະນາການແລະທັດສະນະໃໝ່ ທີ່ກ່ຽວຂ້ອງກັບພາລະກິດການກໍ່ສ້າງພື້ນຖານການປ້ອງກັນປະເທດທົ່ວປວງຊົນ ແລະ ການກໍ່ສ້າງກອງທັບປະຊາຊົນ, ສະໜອງຫຼັກຖານໃຫ້ແກ້ພັກແລະລັດເພື່ອສ້າງແຜນນະໂຍບາຍ, ແນວທາງ, ກົດໝາຍ, ກົນໄກ, ນະໂຍບາຍກ່ຽວກັບການປ້ອງກັນປະເທດໃນສະພາບການໃໝ່.
ຄວາມເປັນຈິງໄດ້ຜັນປ່ຽນແລະພັດທະນາສະເໝີ, ພາລະກິດການກໍ່ສ້າງກອງທັບ, ປັບປຸງການປ້ອງກັນປະເທດ, ການປົກປັກຮັກສາປະເທດຊາດ ພວມຢືນຢູ່ຕໍ່ໜ້າຫຼາຍບັນຫາໃໝ່ແລະສັບສົມ ເຊິ່ງແຊກຄຸມແລະກະທົບເຖິງຄວາມຮັບຮູ້, ຈິນຕະນາການທິດສະດິ, ເຖິງການກໍ່ສ້າງທ່າສະໜາມຮົບ, ກໍ່ສ້າງກຳລັງ..., ຕ້ອງໄດ້ຄົ້ນຄວ້າ, ຄາດຄະເນຢ່າງຮອບຄອບ ເພື່ອຖອດຖອນບັນຫາໃໝ່ອອກມາ, ເພື່ອສະເໜີ ໃຫ້ຄຳແນະນຳໃນການວາງແນວທາງ, ກໍ່ສ້າງແລະພັດທະນາລະບົບກົດໝາຍ, ກົນໄກ, ນະໂຍບາຍການປ້ອງກັນປະເທດ. ພ້ອມກັນນັ້ນ, ດຳເນີນການທົບທວນກວດຄືນລະບົບກົດໝາຍ, ກົນໄກ, ນະໂຍບາຍກ່ຽວກັບການປ້ອງກັນປະເທດ; ຕິດຕາມໃກ້ຊິດກັບພຶດຕິກຳແຫ່ງການກໍ່ສ້າງກອງທັບ, ປັບປຸງການປ້ອງກັນປະເທດ, ກຳແໜ້ນສະພາບການສາກົນ ແລະພາກພື້ນ, ໂດຍສະເພາະແມ່ນທະເລຕາເວັນອອກ; ຮັບຮູ້ຢ່າງຖືກຕ້ອງແລະແກ້ໄຂເປັນຢ່າງດີສາຍພົວພັນລະຫວ່າງຄູ່ຮວມງານ ແລະ ເປົ້າໝາຍຕໍ່ສູ້; ບັນດາບັນຫາກ່ຽວກັບຍຸດທະສາດການປ້ອງກັນປະເທດ; ການກໍ່ສ້າງກອງທັບໃນສະພາບການຂອງການປະຕິວັດອຸດສາຫະກຳຄັ້ງທີສີ່,... ເພື່ອຈະວິເຄາະໄຈ້ແຍກ, ອະທິບາຍຈະແຈ້ງ ບັນດາບັນຫາທີ່ຄວາມເປັນຈິງວາງອອກມາ, ໂດຍສະເພາະແມ່ນບັນຫາໃໝ່ທີ່ຫາກໍ່ເກີດຂຶ້ນມາ, ປັບປຸງເພີ່ມເຕີມບູລະນະແຜນນະໂຍບາຍ, ນະໂຍບາຍ, ກົດໝາຍຢ່າງທັນການ ໃຫ້ສອດຄ່ອງກັບຄວາມຕ້ອງການ, ໜ້າທີ່ປົກປັກຮັກສາປະເທດຊາດໃນສະພາບການໃໝ່. ບັນດາອົງການວິຊາສະເພາະ, ສູນຄົ້ນຄວ້າ, ລະບົບສະຖາບັນ ໂຮຽງຮຽນໃນກອງທັບ ຕ້ອງກຳແໜ້ນແນວທາງ, ທັດສະນະ, ມະຕິຂອງພັກ; ຊາບຊຶມການຊີ້ນຳຂອງຄະນະພັກທະຫານສູງກາງ, ກະຊວງການປ້ອງກັນປະເທດ, ກົມໃຫຍ່ການເມືອງ; ຍົກສູງຄວາມຮັບຜິດຊອບການເມືອງ, ສືບຕໍ່ເຮັດການສະຫຼຸບສັງລວມພຶດຕິກຳແລະຄົ້ນຄວ້າທິດສະດີເປັນຢ່າງດີ, ສ້າງພື້ນຖານເພື່ອສະເໜີຕໍ່ພັກແລະລັດໃນການວາງແນວທາງ, ກໍ່ສ້າງ, ພັດທະນາ ແລະບູລະນະລະບົບກົດໝາຍ, ກົນໄກ, ນະໂຍບາຍກ່ຽວກັບການປ້ອງກັນປະເທດ, ສອດຄ່ອງກັບການພັດທະນາຂອງການປົກປັກຮັກສາປະເທດຊາດໃນສະພາບການໃໝ່.
ລັດສາທາລະນະລັດສັງຄົມນິຍົມຫວຽດນາມ ແມ່ນລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ, ເຊິ່ງໄດ້ຮັບການຈັດຕັ້ງແລະເຄື່ອນໄຫວບົນພື້ນຖານຂອງລັດຖະທຳມະນູນ, ກົດໝາຍ. ດັ່ງນັ້ນ, ຈຳເປັນຕ້ອງມີລະບົບກົດໝາຍ ແລະນະໂຍບາຍການປ້ອງກັນປະເທດທີ່ຄົບຊຸດ ແລະໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ມີປະສິດທິຜົນ, ຕອບສະໜອງຄວາມຕ້ອງການປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດຢ່າງໝັ້ນຄົງ ໃນທຸກສະຖານະການ./.
------------------------------
(1) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII, ຫ້ອງການສູນກາງພັກ, ຮ່າໂນ້ຍ, 2016, ໜ້າ 148.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 932 (ເດືອນທັນວາ 2019)