ຫວຽດນາມຍູ້ແຮງການປະຕິຮູບດ້ານຕຸລາການ
ໃນສະພາບແວດລ້ອມແຫ່ງການປະຕິວັດອຸດສາຫະກໍາຄັ້ງທີສີ່
ໃນສະພາບແວດລ້ອມແຫ່ງການປະຕິວັດອຸດສາຫະກໍາຄັ້ງທີສີ່
ວກ. - ການປະຕິວັດອຸດສາຫະກໍາຄັ້ງທີສີ່ ນໍາມາເຊິ່ງກາລະໂອກາດແລະສິ່ງທ້າທາຍຫຼາຍຢ່າງ ມາໃຫ້ມວນມະນຸດເວົ້າລວມ, ເວົ້າສະເພາະແມ່ນຫວຽດນາມ. ບັນດາຜົນກະທົບຈາກການປະຕິວັດອຸດສາຫະກໍາຄັ້ງທີສີ່ ໄດ້ແລະກໍາລັງຕັ້ງຂຶ້ນ ຕໍ່ວຽກງານຕຸລາການ ກໍຄືບັນດາກົດບັນຍັດໃນພື້ນຖານຕຸລາການຫວຽດນາມ ກ່ຽວກັບກາລະໂອກາດ ແລະ ຄວາມຮຽກຮ້ອງຕ້ອງການ, ສິ່ງທ້າທາຍໃໝ່ ເຊິ່ງຂະບວນວິວັດການປະຕິຮູບດ້ານຕຸລາການຂອງຫວຽດນາມໃນຕໍ່ໜ້ານີ້ ຕ້ອງໄດ້ຄິດໄລ່ຄໍານວນ, ດັດປັບ ເພື່ອການກໍານົດທິດທາງການແກ້ໄຂດ້ວຍບາດກ້າວ, ຂັ້ນຕອນທີ່ສອດຄ່ອງ ແລະ ເໝາະສົມ.
ວັນທີ 13 ກໍລະກົດ 2018, ທ່ານ ຫງວຽນຊວັນຝຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍບັນດາຜູ້ແທນ ໄດ້ຕັດແຖບຜ້າເປີດເວທີຂັ້ນສູງ ແລະ ງານວາງສະແດງສາກົນ ດ້ານອຸດສາຫະກໍາ 4.0 _ພາບ: baochinhphu.vn
ສັງເຂບກ່ຽວກັບການປະຕິວັດອຸດສາຫະກໍາຄັ້ງທີສີ່
ການປະຕິວັດອຸດສາຫະກໍາຄັ້ງທີສີ່ ດ້ວຍບັນດາເທັກໂນໂລຊີທີ່ເປັນພື້ນຖານ ເຊັ່ນ: ຕ່ອງໂສ້ຂໍ້ມູນ (Blockchain), ປັນຍາປະດິດ (AI), ຂໍ້ມູນຂະໜາດໃຫຍ່ (Big Data), ຫຸ່ນຍົນ, ອິນເຕີເນັດເຊື່ອມຕໍ່ສັບພະສິ່ງ (IoT), ການປະມວນຜົນແບບກຸ່ມເມກ (Cloud Computing), ເຕັກໂນໂລຊີນາໂນ, ການຫັນເປັນອັດຕະໂນມັດ, ເຕັກໂນໂລຊີການພິມ 3 ມິຕິ,... ໄດ້ນຳເອົາກາລະໂອກາດ ແລະ ສິ່ງທ້າທາຍຢ່າງຫຼວງຫຼາຍ ມາໃຫ້ມວນມະນຸດ. ຕາມທັດສະນະຂອງທ່ານ Klaus Schwab, ຜູ້ກໍ່ຕັ້ງ ແລະ ທັງເປັນປະທານບໍລິຫານຂອງເວທີເສດຖະກິດໂລກ (WEF) ໄດ້ກ່າວວ່າ: “ການປະຕິວັດຄັ້ງນີ້ ຄາດວ່າຈະສ້າງການປ່ຽນແປງຢ່າງເລິກເຊິ່ງຕໍ່ກັບວິຖີການດຳລົງຊີວິດຂອງຄົນເຮົາ, ການເຮັດວຽກ, ການພົວພັນເຊິ່ງກັນແລະກັນ, ບັນດາການປ່ຽນແປງນີ້ ມີລັກສະນະປະຫວັດສາດ ທັງໃນດ້ານຂອງຂະໜາດ, ຄວາມໄວ ແລະ ຂອບເຂດ”(1).
ການປະຕິວັດອຸດສາຫະກຳຄັ້ງທີສີ່ ກຳລັງສົ່ງຜົນກະທົບຢ່າງແຂງແຮງ ຕໍ່ທຸກປະເທດ, ລັດຖະບານ, ວິສາຫະກິດ ແລະ ຜູ້ຄົນທົ່ວໂລກ, ເປັນການເປີດສັງກາດໃໝ່ແຫ່ງການລົງທຶນ, ການຍົກສູງປະສິດທິພາບ ແລະ ລະດັບການດຳລົງຊີວິດ ທີ່ອີງໃສ່ການປະດິດສ້າງຂອງມະນຸດ, ສົ່ງຜົນກະທົບຢ່າງເລິກເຊິ່ງ ຕໍ່ກັບແບບວິທີການຈັດຕັ້ງ ແລະ ການເຄື່ອນໄຫວຊີວິດທາງການເມືອງ, ສັງຄົມ, ເສດຖະກິດ ຂອງບັນດາປະເທດໃນໂລກ. ຫວຽດນາມເປັນໜຶ່ງໃນບັນດາປະເທດ ທີ່ມີກາລະໂອກາດອັນດີໃນການຂຸດຄົ້ນບັນດາຜົນສຳເລັດຕ່າງໆ ຂອງການປະຕິວັດອຸດສາຫະກຳ ຄັ້ງທີສີ່ ແນໃສ່ຍູ້ແຮງຂະບວນການຫັນເປັນອຸດສາຫະກຳ, ທັນສະໄໝ ແລະ ຫຼຸດຜ່ອນໄລຍະຫ່າງກັບບັນດາປະເທດທີ່ພັດທະນາແລ້ວ, ຍົກສູງລາຍໄດ້ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ. ຄຽງຄູ່ກັບບັນດາກາລະໂອກາດ, ການປະຕິວັດອຸດສາຫະກຳຄັ້ງທີສີ່ ຍັງສ້າງສິ່ງທ້າທາຍໃຫ້ແກ່ຂະບວນການພັດທະນາຂອງຫວຽດນາມ, ໃນນັ້ນ ຕ້ອງໄດ້ເວົ້າເຖິງຄວາມສ່ຽງທີ່ຈະຖືກຫຼ້າຫຼັງທາງດ້ານລະດັບວິທະຍາສາດ ແລະ ເຕັກໂນໂລຊີຂອງປະເທດ, ການລົ້ນເຫຼືອຂອງແຮງງານທີ່ມີລະດັບທັກສະສີມືຕໍ່າ ຈະທັບມ້າງໂຄງສ້າງຂອງຕະຫຼາດແຮງງານ, ຊຶ່ງອາດເຮັດໃຫ້ມີການເພີ່ມຂຶ້ນຂອງບັນດາການກະທໍາທີ່ເປັນການລະເມີດກົດໝາຍ, ອາດຊະຍາກຳໂດຍການນຳໃຊ້ເຕັກໂນໂລຊີຂັ້ນສູງ, ການລະເມີດຄວາມເປັນສ່ວນຕົວຂອງບຸກຄົນ, ການເພີ່ມຂຶ້ນຂອງການກະທໍາທີ່ສ້າງຜົນກະທົບບໍ່ດີເຖິງຄວາມໝັ້ນຄົງທາງການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພຂອງສັງຄົມ ແລະ ສິດທິ, ຜົນປະໂຫຍດອັນຊອບທຳ ຂອງອົງການຈັດຕັ້ງ ແລະບຸກຄົນ.
ໃນໄລຍະຜ່ານມາ, ພັກກອມມູນິດ ແລະ ລັດຖະບານຫວຽດນາມ ກໍໄດ້ເອົາໃຈໃສ່ຊີ້ນຳ, ນຳພາແຕ່ລະຂັ້ນ, ແຕ່ລະຂະແໜງການ ໃນການຍູ້ແຮງການນຳໃຊ້, ພັດທະນາວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳໃໝ່, ສາມາດ ກຳໄດ້ການຄົ້ນຄວ້າວິໄຈ, ຍົກສູງຄວາມອາດສາ ມາດໃນການເຂົ້າເຖິງ ແລະ ເປັນເຈົ້າການໃນການມີສ່ວນຮ່ວມການປະຕິວັດອຸດສາຫະກຳຄັ້ງທີສີ່. ໃນວັນທີ 27 ກັນຍາ 2019, ກົມການເມືອງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ປະກາດໃຊ້ມະຕິສະບັບເລກທີ 52-ມຕ/ສກ, ວ່າດ້ວຍ “ແຜນນະໂຍບາຍ ແລະ ນະໂຍບາຍຈຳນວນໜຶ່ງ ໃນການເປັນເຈົ້າການເຂົ້າຮ່ວມກັບການປະຕິວັດອຸດສາຫະກຳຄັ້ງທີສີ່”, ໂດຍມີເປົ້າໝາຍ: “ຮອດປີ 2025, ເສດຖະກິດດິຈິຕອນຈະມີອັດຕາສ່ວນກວມເອົາປະມານ 20% ຂອງຈີດີພີ ແລະ ໂດຍພື້ນຖານແລ້ວ ຕ້ອງສຳເລັດການຫັນປ່ຽນທາງດິຈິຕອນໃນບັນດາອົງການພັກກອມມູນິດ, ລັດຖະບານ, ແນວໂຮມແຫ່ງຊາດ, ບັນດາອົງການຈັດຕັ້ງທາງການເມືອງ-ສັງຄົມ ຢູ່ຫວຽດນາມ; ຮອດປີ 2030, ເສດຖະກິດດິຈິຕອນຈະມີອັດຕາສ່ວນກວມເອົາເຖິງ 30% ຂອງ ຈີດີພີ; ປະສິດທິພາບແຮງງານເພີ່ມຂຶ້ນສະເລ່ຍປະມານ 7,5%/ປີ ແລະ ສຳເລັດການສ້າງລັດຖະບານດິຈິຕອນ, ໂດຍການຮັກສາອັນດັບດັດຊະນີດ້ານນະວັດຕະກຳຂອງໂລກ (GII) ໃນກຸ່ມ 40 ປະເທດນຳໜ້າຂອງໂລກໄວ້. ຮອດປີ 2045, ຫວຽດນາມຈະກາຍເປັນໜຶ່ງໃນບັນດາສູນກາງການຜະລິດ ແລະ ການບໍລິການອັດສະລິຍະ, ສູນກາງແຫ່ງການເລີ່ມຕົ້ນທຸລະກິດໃໝ່, ນະວັດຕະກຳທີ່ຢູ່ໃນກຸ່ມນຳໜ້າຂອງພາກພື້ນທະວີບອາຊີ; ມີປະສິດທິພາບແຮງງານສູງ, ມີຄວາມອາດສາມາດພຽບພ້ອມໃນການເປັນເຈົ້າຂອງ ແລະ ການນຳໃຊ້ເຕັກໂນໂລຊີທັນສະໄໝໃນທຸກຂົງເຂດວຽກງານ”. ນາຍົກລັດຖະມົນຕີແຫ່ງປະເທດ ສສ ຫວຽດນາມ ໄດ້ປະກາດໃຊ້ຄຳສັ່ງ ສະບັບເລກທີ 16/ຄສ-ນຍ, ລົງວັນທີ 4 ພຶດສະພາ 2017, ວ່າດ້ວຍ “ການເພີ່ມທະວີຄວາມອາດສາມາດໃນການເຂົ້າເຖິງການປະຕິວັດອຸດສາຫະກຳຄັ້ງທີສີ່” ແລະ ອະນຸມັດຜ່ານໂຄງການ “ການຊຸກຍູ້ຮູບແບບເສດຖະກິດແຫ່ງການແບ່ງປັນ”. ບົນພື້ນຖານດັ່ງກ່າວ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໄດ້ແລະກຳລັງສ້າງ, ຜັນຂະຫຍາຍຈັດຕັ້ງປະຕິບັດນະໂຍບາຍຈຳນວນໜຶ່ງ ແນໃສ່ຊຸກຍູ້ການພັດທະນາຂະແໜງອຸດສາຫະກຳເຕັກໂນໂລຊີຂໍ້ມູນຂ່າວສານ, ເອເລັກໂຕຣນິກ - ໂທລະຄົມມະນາຄົມ. ພື້ນຖານໂຄງລ່າງໂທລະຄົມມະນາຄົມໄດ້ຮັບການກໍ່ສ້າງເປັນລະບົບຄົບຊຸດຫຼາຍສົມຄວນ. ເຖິງຢ່າງນັ້ນກໍຕາມ, ລະດັບຄວາມເປັນເຈົ້າການໃນການເຂົ້າຮ່ວມການປະຕິວັດອຸດສາຫະກຳຄັ້ງທີສີ່ ຂອງຫວຽດນາມຍັງບໍ່ທັນສູງ; ກົດບັນຍັດ, ນະໂຍບາຍ, ໂຄງສ້າງ ແລະ ຄຸນນະພາບຂອງຊັບພະຍາກອນມະນຸດ ພ້ອມດ້ວຍລະດັບຄວາມຮູ້ທາງດ້ານວິທະຍາສາດແລະເຕັກໂນໂລຊີ ຂອງປະເທດຍັງມີຂໍ້ຈຳກັດບໍ່ໜ້ອຍ, ບໍ່ພຽງພໍ. ດັ່ງນັ້ນ, ເພື່ອໝູນໃຊ້ບັນດາກາລະໂອກາດຕ່າງໆ ທີ່ເກີດຈາກການປະຕິວັດອຸດສາຫະກຳຄັ້ງທີສີ່ ຢ່າງສຸດຄວາມສາມາດ, ພ້ອມກັນຈັດຕັ້ງການບໍລິຫານຄຸ້ມຄອງ, ການຈັດການກັບບັນດາສິ່ງທ້າທາຍຢ່າງມີປະສິດທິພາບ, ການມີສ່ວນຮ່ວມຂອງປະຊາຊົນ, ວິສາຫະກິດ ແລະ ທັງລະບົບການເມືອງທີ່ເປັນລະບົບຄົບຊຸດ, ບັນດາອົງການຢູ່ໃນກົງຈັກລັດຖະບານ, ໃນນັ້ນມີບັນດາກົດບັນຍັດໃນພື້ນຖານຕຸລາການຂອງຫວຽດນາມ ແມ່ນມີຄວາມສຳຄັນເປັນຢ່າງຍິ່ງ.
ກາລະໂອກາດແລະສິ່ງທ້າທາຍທີ່ຕັ້ງຂຶ້ນຕໍ່ກັບພື້ນຖານຕຸລາການຫວຽດນາມ
ໃນສະພາບແວດລ້ອມຂອງການປະຕິວັດອຸດສາຫະກຳຄັ້ງທີສີ່
ການພັດທະນາຂອງພື້ນຖານເຕັກໂນໂລຊີຫຼາຍຢ່າງ ເຊັ່ນ: ຕ່ອງໂສ້ຂໍ້ມູນ, ປັນຍາປະດິດ, ຂໍ້ມູນຂະໜາດໃຫຍ່, ຫຸ່ນຍົນ, ອິນເຕີເນັດເຊື່ອມຕໍ່ສັບພະສິ່ງ, ການປະມວນຜົນແບບກຸ່ມເມກ ດ້ວຍແອບພຼີເຄຊັນຢ່າງຫຼວງຫຼາຍ ໄດ້ປະກອບສ່ວນຍົກສູງປະສິດທິພາບວຽກງານການຈັດຕັ້ງປະຕິບັດກົດໝາຍ. ການເຄື່ອນໄຫວຢ່າງກວ້າງຂວາງໃນການສຶກສາກົດໝາຍ; ການກວດກາ, ການແກ້ໄຂການລະເມີດກົດໝາຍ, ການຕິດຕາມການປະຕິບັດກົດໝາຍ ແມ່ນສາມາດນຳໃຊ້ເຕັກໂນໂລຊີໃໝ່ ຂອງການປະຕິວັດອຸດສາຫະກຳຄັ້ງທີສີ່ ເພື່ອສະກັດກັ້ນ, ຄົ້ນພົບ ແລະ ຈັດການແກ້ໄຂການລະເມີດກົດໝາຍຢ່າງທັນການໃນການຄຸ້ມຄອງລັດ, ແກ້ໄຂປາກົດການທີ່ບໍ່ເຄົາລົບຕໍ່ກົດໝາຍ ທີ່ຍັງມີທົ່ວໄປໃນບາງຂົງເຂດ ເຊິ່ງກຳລັງກໍ່ໃຫ້ເກີດຄວາມບໍ່ສະຫງົບໃນສັງຄົມ. ການນຳໃຊ້ເຕັກໂນໂລຊີເຫຼົ່ານີ້ ຍັງຊ່ວຍໃຫ້ອົງການຕຸລາການ, ບັນດາອົງການຈັດຕັ້ງ, ບຸກຄົນ ສາມາດເຊື່ອມຕໍ່ແລະປະຕິສຳພັນຢ່າງງ່າຍດາຍ. ລະບົບສານ, ອົງການໄອຍະການ, ໜ່ວຍງານປະຕິບັດຄຳຕັດສິນທາງແພ່ງ ແລະໜ່ວຍງານຊ່ວຍເຫຼືອດ້ານຕຸລາການ ສາມາດນຳໃຊ້ເຕັກໂນໂລຊີໃໝ່ ເພື່ອຫັນເປັນທັນສະໄໝດ້ານຂັ້ນຕອນການເຮັດວຽກ, ແບບວິທີການຈັດຕັ້ງປະຕິບັດວຽກງານ, ຕັ້ງແຕ່ການຍອມຮັບການຕັດສິນຂອງກົດໝາຍ, ການແກ້ໄຂ, ການເປີດເຜີຍຂໍ້ມູນທີ່ກ່ຽວຂ້ອງເຖິງການແກ້ໄຂຄະດີຄວາມ, ຊ່ວຍຍົກສູງປະສິດທິພາບວຽກງານ ແລະ ເພີ່ມຄວາມສາມາດໃນການເຂົ້າເຖິງຄວາມຍຸຕິທຳຂອງປະຊາຊົນ ແລະ ວິສາຫະກິດ. ການນຳໃຊ້ປັນຍາປະດິດຊ່ວຍໃຫ້ບັນດາໜ່ວຍງານສືບສວນເກັບກຳ, ປະມວນຜົນຂໍ້ມູນ ແລະ ຫຼັກຖານໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນກວ່າເກົ່າ, ການນຳໃຊ້ໂຄງການທົດລອງການສືບສວນໃນສະພາບແວດລ້ອມຈຳລອງ. ລະບົບສານສາມາດຄົ້ນຄວ້າການນຳໃຊ້ບັນດາຮູບແບບການພິພາກສາທາງອອນໄລ, ການນຳໃຊ້ແອບພຼີເຄຊັນ ເພື່ອຊ່ວຍຜູ້ພິພາກສາໃນການປະເມີນຫຼັກຖານ, ແນະນຳວິທີການແກ້ໄຂຄະດີທີ່ອີງໃສ່ແຫຼ່ງຂໍ້ມູນທີ່ປັນຍາປະດິດໄດ້ຈັດການ ຫຼື ການນຳໃຊ້ລ່າມອັດຕະໂນມັດໃນສານ. ໃນວຽກການກັກຕົວຄຸມຂັງ, ການດັດສ້າງຜູ້ຕ້ອງໂທດ ກໍສາມາດນຳໃຊ້ຜົນສຳເລັດທາງເຕັກໂນໂລຊີໃນການຕິດຕາມກວດກາ, ການຕິດຕາມດ້ວຍການໜູນໃຊ້ເຄື່ອງຈັກ ແລະ ອຸປະກອນໃໝ່.
ຄຽງຄູ່ກັບບັນດາກາລະໂອກາດຈາກການປະຕິວັດອຸດສາຫະກຳຄັ້ງທີສີ່, ຜົນກະທົບຂອງການປະຕິວັດອຸດສາຫະກຳຄັ້ງນີ້ ຕໍ່ກັບບັນດາຂົງເຂດຂອງຊີວິດເສດຖະກິດ-ສັງຄົມ ຍັງໄດ້ຕັ້ງຂຶ້ນບັນດາຄວາມຮຽກຮ້ອງຕ້ອງການ ແລະ ສິ່ງທ້າທາຍໃໝ່, ລະອຽດຄື:
ທີໜຶ່ງ, ເສດຖະກິດດິຈິຕອນໄດ້ຮັບການກໍ່ຮ່າງສ້າງຕົວຂຶ້ນ ແລະ ພັດທະນາຢ່າງວ່ອງໄວ, ນັບມື້ບັບກາຍເປັນອົງປະກອບທີ່ສຳຄັນຂອງພື້ນຖານເສດຖະກິດແຫ່ງຊາດ. ເຕັກໂນໂລຊີດິຈິຕອນຖືກນຳໄປໃຊ້ໃນບັນດາຂະແໜງອຸດສາຫະກຳ, ກະສິກຳ ແລະ ການບໍລິການ, ເຮັດໃຫ້ນັບມື້ນັບເກີດມີຫຼາຍຮູບແບບການຜະບິດ, ຮູບແບບທຸລະກິດ, ການບໍລິການໃໝ່, ຍິ່ງໄປກວ່ານັ້ນ ແມ່ນການຂ້າມຊາດ, ເຮັດໃຫ້ມີການປ່ຽນແປງແງ່ມຸມໃນແບບວິທີການລົງນາມ, ການປະຕິບັດບັນດາການທຸລະກຳທາງທຸລະກິດ ແລະ ການຄ້າ. ການຄ້າທາງອີເລັກໂຕຣນິກ ໄດ້ຂ້າມພົມແດນລະດັບຊາດ ແລະ ມີຄວາມສ່ຽງທາງກົດໝາຍທີ່ອາດເກີດຂຶ້ນຢ່າງຫຼວງຫຼາຍ, ຊຶ່ງຈຳເປັນຕ້ອງໄດ້ຮັບຮູ້ ແລະ ຄວບຄຸມດ້ວຍກົດໝາຍ. ຮູບແບບວິທີທາງທຸລະກິດໃໝ່ປາກົດຕົວຂຶ້ນຢ່າງຫຼວງຫຼາຍ, ພິເສດແມ່ນບັນດາຮູບແບບເສດຖະກິດແຫ່ງການແບ່ງປັນ, ບັນດາປະເພດເຕັກໂນໂລຊີທາງການເງິນ, ບັນດາປະເພດຊັບສິນດິຈິຕອນຍັງບໍ່ທັນມີກອບກົດໝາຍທີ່ສົມບູນເພື່ອຄວບຄຸມ, ກໍ່ໃຫ້ເກີດຄວາມຫຍຸ້ງຍາກ ແລະ ອຸປະສັກໃຫ້ແກ່ບັນດາການເຄື່ອນໄຫວໃນການເລີ່ມຕົ້ນທຸລະກິດໃໝ່, ນະວັດຕະກຳ ແລະ ທຸລະກິດ ກໍຄືການເຄື່ອນໄຫວການຄຸ້ມຄອງລັດ. ໃນສະພາບແວດລ້ອມດັ່ງກ່າວນັ້ນ, ບັນດາເຫດການທາງນິຕິກຳ, ຂໍ້ພິພາດ ຫຼື ຮູບແບບການລະເມີດໃໝ່ທີ່ເກີດຂຶ້ນ ຈະຖືກສົ່ງໄປຫາບັນດາໜ່ວຍງານທີ່ດຳເນີນຄະດີ, ໂດຍສະເພາະແມ່ນຕໍ່ສານເພື່ອແກ້ໄຂ.
ທີສອງ, ການສວຍໃຊ້ຄວາມກ້າວໜ້າຂອງເຕັກໂນໂລຊີ ແລະ ການເຊື່ອມຕໍ່ທີ່ໄຮ້ພົມແດນ, ບັນດາກຳລັງທີ່ເປັນປໍລະປັກ, ຕໍ່ຕ້ານ ແລະ ທຳລາຍຂອງບັນດາການເຄື່ອນໄຫວໂຄສະນາທຳລາຍອຸດົມການ, ການປຸກລະດົມໃຫ້ເກີດການເດີນຂະບວນປະທ້ວງ, ການຈະລາຈົນທາງພື້ນທີ່ອິນເຕີເນັດ ດ້ວຍຂໍ້ມູນທີ່ຜິດເປັນຈຳນວນຫຼາຍທີ່ນັບມື້ນັບເພີ່ມຂຶ້ນ, ມີຜົນກະ ທົບບໍ່ນ້ອຍຕໍ່ແນວຄິດທາງການເມືອງຂອງມະຫາຊົນ. ສິ່ງທີ່ຄວນເອົາໃຈໃສ່, ແມ່ນການສວຍໃຊ້ຈິດຕະສາດ ຢ່າງເລັ່ງດ່ວນຂອງປະຊາຊົນ ທີ່ກ່ຽວຂ້ອງເຖິງບັນດາບັນຫາເສດຖະກິດ, ສັງຄົມ ເຊັ່ນ: ມົນລະພິດສິ່ງແວດລ້ອມ, ການຖອນຄືນທີ່ດິນ, ການເກັບຄ່າທຳນຽມການຄົມມະນາຄົມຢູ່ບັນດາສະຖານີ BOT ..., ບັນດາບຸກຄົນທີ່ຕໍ່ຕ້ານ ບໍ່ອ່ອນຍອມ ໄດ້ນຳໃຊ້ພື້ນທີ່ທາງອິນເຕີເນັດຢ່າງສຸດຂີດ ເພື່ອໂຄສະນາ, ປຸກລະດົມເຕົ້າໂຮມຊຸມນຸມຜູ້ຄົນຈຳນວນຫຼາຍ, ການເດີນຂະບວນປະທ້ວງ, ກໍ່ໃຫ້ເກີດຄວາມວຸ້ນວາຍໃນການຮັກສາຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ໃນນັ້ນ ຫຼາຍກໍລະນີມີລັກສະນະຮ້າຍແຮງ. ນອກຈາກນັ້ນ, ການເຄື່ອນໄຫວໂຈມຕີ, ບຸກລຸກທີ່ຜິດກົດໝາຍເຂົ້າໃນພື້ນຖານຂອງຂໍ້ມູນ, ໜ້າເວບໄຊຂອງບັນດາໜ່ວຍງານ, ວິສາຫະກິດ ເພື່ອເກັບກຳເອົາຂໍ້ມູນ ແລະ ການຂົ່ມຂູ່ເພື່ອຮຽກເອົາຄ່າໄຖ່ ມີທ່າອ່ຽງເພີ່ມຂຶ້ນ. ລະບົບເຄື່ອຂ່າຍ ຂໍ້ມູນຂອງຫວຽດນາມ ນອນຢູ່ໃນກຸ່ມບັນດາປະເທດທີ່ຕ້ອງປະເຊີນໜ້າກັບລະຫັດທີ່ມີຄວາມເປັນອັນຕະລາຍອັນດັບໜຶ່ງຢ່າງຫຼວງຫຼາຍ ແລະ ຖືກໂຈມຕີທາງອິນເຕີເນັດໃນຂອບເຂດກວ້າງໃຫຍ່, ມີຄວາມເຂັ້ມສູງ, ມີລັກສະນະແນບນຽນ, ມີການຈັດຕັ້ງ ແລະ ນັບມື້ນັບອັນຕະລາຍ, ຮ້າຍແຮງຂຶ້ນເລື້ອຍໆ. ດ້ວຍຄວາມກ້າວໜ້າຂອງເຕັກໂນໂລຊີ, ບັນດາບຸກຄົນທີ່ນຳໃຊ້ໄວຣັດ (Virus) ແລະສະປາຍແວ (Spyware) ນັບມື້ນັບມີການເຂົ້າລະຫັດຢ່າງແນບນຽນ, ສັບສົນ ແຜ່ກະຈາຍຜ່ານທາງອີເມວ, ໜ້າເວບໄຊທີ່ບັນຈຸລະຫັດອັນຕະລາຍ, ເວທີສະແດງຄວາມຄິດເຫັນເຄື່ອຂ່າຍທາງສັງຄົມ, ແອບພຼີເຄຊັນໃນໂທລະສັບອັດສະລິຍະ (smartphone) ເພື່ອແຊກຊຶມເຂົ້າໄປລັກເອົາຂໍ້ມູນ ແລະ ທຳລາຍ(2). ສິ່ງເຫຼົ່ານີ້ ຮຽກຮ້ອງໃຫ້ບັນດາກົດບັນຍັດໃນພື້ນຖານຍຸຕິທຳ, ໂດຍສະເພາະແມ່ນໜ່ວຍງານສືບສວນ, ການລົງໂທດຕໍ່ການກະທຳຜິດ ຕ້ອງໄດ້ເພີ່ມທະວີຄວາມອາດສາມາດໃຫ້ສອດຄ່ອງເໝາະສົມ ເພື່ອທັນກັບສິ່ງທີ່ຄົ້ນພົບ ແລະ ການລົງໂທດຢ່າງເຄັ່ງຄັດຕໍ່ກັບພຶດຕິກຳທີ່ກະທຳຜິດແບບໃໝ່.
ທີສາມ, ໂດຍສວຍໃຊ້ເຕັກໂນໂລຊີໃໝ່ຂອງການປະຕິວັດອຸດສາຫະກຳຄັ້ງທີສີ່, ບາງບຸກຄົນໄດ້ອອກແບບ ແລະມີການເຄື່ອນໄຫວຜິດກົດໝາຍຈຳນວນໜຶ່ງ, ຊຶ່ງອາດສ້າງບັນຫາທີ່ສັບສົນຫຼາຍຢ່າງ ຕໍ່ກັບຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພຂອງສັງຄົມ, ຮຽກຮ້ອງໃຫ້ວຽກງານຕຸລາການຕ້ອງໄດ້ສືບຕໍ່ການປະຕິຮູບ ເພື່ອຕອບສະໜອງກັບຄວາມຕ້ອງການ. ຕົວຢ່າງເຊັ່ນ: ວຽກການຈັດຕັ້ງທຸລະກິດຫຼາຍຂັ້ນ, ການໃຫ້ກູ້ຢືມຜ່ານແອບພຼີເຄຊັນທີ່ມີການສໍ້ໂກງຫຼອກລວງ ເກີດຂຶ້ນຫຼາຍບ່ອນໃນທົ່ວປະເທດ, ໂດຍສະເພາະແມ່ນ ເຂດຫ່າງໄກສອກຫຼີກ, ເຂດທີ່ລະດັບຄວາມຮັບຮູ້ຂອງປະຊາຊົນຍັງມີຂໍ້ຈຳກັດຫຼາຍ, ພິເສດຈິດຕະ ສາດຕ້ອງການ “ຮັ່ງມີໄວດ້ວຍວິທີທີ່ງ່າຍດາຍ”. ໂດຍສວຍໃຊ້ຄວາມໂລບມາກໂລພາ, ພວກອາດຊະຍາກຳສາມາດແກ່ດຶງໄດ້ລູກຄ້າ ເຂົ້າຮ່ວມການລົງທຶນເປັນຈຳນວນຫຼວງຫຼາຍ ໂດຍສັນຍາວ່າຈະຈ່າຍຜົນກຳໄລ ແລະ ສ່ວນເງິນເປີເຊັນໃຫ້ຫຼາຍກວ່າເງິນລົງທຶນເລີ່ມຕົ້ນຫຼາຍເທົ່າ. ບາງຄົນຍັງແອບອ້າງເປັນສົງເຄາະ, ມະນຸດສະທຳ, ການລົບລ້າງຄວາມອຶດຫິວ, ການຫຼຸດຜ່ອນຄວາມທຸກຍາກ... ເພື່ອຫຼອກລວງສໍ້ໂກງ. ນອກຈາກນີ້, ການເຄື່ອນໄຫວທີ່ມີສັນຍານການຫຼອກລວງສໍ້ໂກງ ໄດ້ປະຕິບັດໃນຮູບແບບຂອງທຸລະກິດສະກຸນເງິນອີເລັກໂຕຣນິກ, ສະກຸນເງິນດິຈິຕອນ, ຕະຫຼາດຄຳທີ່ຜິດກົດໝາຍ ແລະ ການລະດົມທຶນທີ່ມີຄວາມສັບສົນຫຼາຍຢ່າງ. ໃນຫຼາຍກໍລະນີ, ພຽງແຕ່ໃນໄລຍະເວລາອັນສັ້ນເທົ່ານັ້ນ ເມື່ອຖືກຄົ້ນພົບກໍໄດ້ສ້າງຄວາມເສຍຫາຍຫຼາຍຮ້ອຍຕື້ດົ່ງ. ຄຽງຄູ່ກັນນັ້ນ, ຍັງມີການລະເມີດກົດໝາຍໃນຮູບແບບອື່ນໆອີກ ເຊັ່ນ: ການຈ່າວຂາຍເງິນປອມ, ບັນດາປະເພດປະກາດສະນີຍະບັດປອມ, ການຂາຍສິນຄ້າຜ່ານທາງອອນໄລແຕ່ສົ່ງສິນຄ້າທີ່ມີຄຸນນະພາຍຕໍ່າ, ບໍ່ຮູ້ແຈ້ງກ່ຽວກັບທີ່ມາ, ບໍ່ຖືກຕ້ອງຄືກັບທີ່ຕົກລົງກັນເພື່ອຍາດຊີງ ຫຼື ແຊກຊຶມ, ການຍາດຊີງບັນຊີທາງອີເມວ (email) ຂອງວິສາຫະກິດ, ປ່ຽນແປງຂໍ້ມູນຂອງຜູ້ຮັບເງິນ ເພື່ອຫຼອກລວງຍາດຊີງເອົາເງິນຄູ່ຮ່ວມມືຂອງວິສາຫະກິດສົ່ງໃຫ້. ພວກອາດຊະກຳຍັງຕິດຕໍ່ສ້າງເປັນລະບົບສາຍສົ່ງຂຶ້ນ, ເວທີສະແດງຄວາມຄິດເຫັນເທິງເຄືອຄ່າຍອິນເຕີເນັດທີ່ມີສະມາຊິກຫຼາຍສິບພັນຄົນທີ່ຢູ່ທັງພາຍໃນ ແລະ ຕ່າງປະເທດ, ມີການແບ່ງໜ້າທີ່ຮັບຜິດຊອບລະອຽດ, ແໜ້ນໜາໃນການຂະໂມຍ, ຊື້ຂາຍ, ແລກປ່ຽນ, ການນຳໃຊ້ຂໍ້ມູນບັດເຄຼດິດ (Credit card) ທີ່ບໍ່ໄດ້ຮັບອະນຸຍາດ ເພື່ອຊື້ຂາຍສິນຄ້າທີ່ມີມູນຄ່າສູງ ຫຼື ການຊໍາລະເງິນທີ່ບໍ່ຖືກຕ້ອງ. ສະພາບການທີ່ກຸ່ມຊາວຕ່າງຊາດເຂົ້າມາຫວຽດນາມເພື່ອເຮັດແລະນຳໃຊ້ບັດເຄຼດິດປອມ ໂດຍການຕິດຕໍ່ກັບບຸກຄົນຫວຽດນາມ ປະຕິບັດການຊໍາລະເງິນທີ່ບໍ່ຖືກຕ້ອງ ແລະ ການຄອບຄອງທີ່ຜິດກົດໝາຍ ມີທ່າອ່ຽງເພີ່ມຂຶ້ນ. ມີບຸກຄົນຈຳນວນບໍ່ໜ້ອຍທີ່ນຳໃຊ້ອຸປະກອນທີ່ເປັນລະບົບຄົບຊຸດ, ປະຕິບັດຢ່າງຄົບຖ້ວນບັນດາຂັ້ນຕອນການເຮັດບັດປອມ, ການເຮັດທຸລະກຳເພື່ອຖອນແລະຄອບຄອງເງິນ. ເຄື່ອນໄຫວຫຼິ້ນການພະນັນ ແລະ ການຈັດຕັ້ງການພະນັນຜ່ານທາງອອນໄລທີ່ນັບມື້ຍິ່ງມີຂອບເຂດກວ້າງໃຫຍ່, ກໍ່ຮ່າງສ້າງຕົວເປັນລະບົບເສັ້ນທາງຂ້າມຊາດຈຳນວນຫຼວງຫຼາຍຂຶ້ນ ດ້ວຍຈຳນວນເງິນໃນການພະນັນປະມານຫຼາຍລ້ານໂດລາສະຫະລັດຕໍ່ມື້; ຈຳນວນເງິນທີ່ໄດ້ໂອນອອກໄປຕ່າງປະເທດນັ້ນສູງເຖິງຫຼາຍພັນລ້ານດົ່ງຫວຽດນາມ. ເພື່ອຮັບມື ແລະ ຫຼີກລ່ຽງການຖືກກວດພົບຂອງອົງການທີ່ຮັບຜິດຊອບ, ພວກນີ້ມັກຈະຕັ້ງຄ່າເຊີບເວີ (Servers) ຢູ່ນອກປະເທດຫວຽດນາມ, ເຊົ່າເຄືອຂ່າຍອິນເຕີເນັດສາຍໃຍແກ້ວນຳແສງທີ່ມີຄວາມໄວສູງ ແລະ ຕັ້ງຄ່າເຄືອຂ່າຍສະເໝືອນທີ່ເຂົ້າລະຫັດທີ່ຊັບຊ້ອນ (VPN), ສ້າງຫຼາຍພັນເວບໄຊສະເພາະ ເພື່ອຈັດຕັ້ງການລົງພະນັນ, ຫຼິ້ນການພະນັນຂອງຄົນຫວຽດນາມ ແລະ ຕ່າງປະເທດ ດ້ວຍການຈົດທະບຽນເວບໄຊ, ທີ່ຢູ່ IP ທີ່ແຕກຕ່າງກັນ... ເພື່ອການໂຄສະນາ ແລະ ດຶງດູດເອົານັກພະນັນເຂົ້າຮ່ວມຢ່າງຫຼວງຫຼາຍ, ເມື່ອຖືກກຳລັງເຈົ້າໜ້າທີ່ຈັດການແກ້ໄຂ ແລະ ປິ້ນກັ້ນໜ້າເວບໄຊດັ່ງກ່າວ, ພວກນີ້ກໍສ້າງໜ້າເວບໄຊໃໝ່ ເພື່ອສືບຕໍ່ເຄື່ອນໄຫວຂຶ້ນໃໝ່. ສະພາບການແຜ່ກະຈາຍຂໍ້ຄວາມທີ່ຜູ້ຮັບບໍ່ໄດ້ຮ້ອງຂໍຜ່ານທາງລະບົບອີເລັກໂຕຣນິກ, ຂໍ້ຄວາມທີ່ຜູ້ຮັບບໍ່ໄດ້ຮ້ອງຂໍທີ່ມີເນື້ອໃນໂຄສະນາ ຫຼອກລວງ ນັບມື້ນັບເພີ່ມຂຶ້ນ ກໍ່ໃຫ້ເກີດຄວາມບໍ່ພໍໃຈໃຫ້ແກ່ຜູ້ຊົມໃຊ້.
ບັນຫາເຫຼົ່ານີ້ເປັນບັນຫາໃໝ່ ແລະ ຍັງບໍ່ເຄີຍມີມາກ່ອນໃນປະຫວັດສາດ. ດັ່ງນັ້ນ, ເພື່ອໃຫ້ມີຂໍ້ມູນແລະວິທີການຮັບມືທີ່ເໝາະສົມ ກໍຕ້ອງມີການຄົ້ນຄວ້າຮັບຮູ້, ຄາດຄະເນ, ເປັນເສນາທິການ ເພື່ອສະເໜີປັບປຸງແກ້ໄຂ, ເຮັດໃຫ້ບັນດານິຕິກຳໃນກອບກົດໝາຍສົມບູນແບບຍິ່ງຂຶ້ນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຕ້ານ ແລະ ສະກັດກັ້ນອາດຊະຍາກຳໃນສະພາບແວດລ້ອມຂອງການປະຕິວັດອຸດສາຫະກຳຄັ້ງທີສີ່.
ທີສີ່, ດ້ວຍລັກສະນະທີ່ແຜ່ຫຼາຍຂອງອຸປະກອນອັດສະລິຍະ ແລະ ການເຊື່ອມຕໍ່, ການແບ່ງປັນແບບບໍ່ຢຸດຢັ້ງໃນສະພາບແວດລ້ອມຂອງອິນເຕີເນັດ, ການເຄື່ອນໄຫວຂອງໜ່ວຍງານລັດຖະບານເວົ້າລວມ, ເວົ້າສະເພາະແມ່ນ ການເຄື່ອນໄຫວຕຸລາການຂອງຫວຽດນາມ ຈະໄດ້ຮັບຜົນກະທົບຢ່າງແຂງແຮງ ຈາກການຕິດຕາມກວດກາຂອງບັນດາການຈັດຕັ້ງ ແລະ ບຸກຄົນ. ໃນສະພາບແວດລ້ອມດັ່ງກ່າວ, ໄດ້ຮຽກຮ້ອງເຖິງຄຸນນະພາບຂອງການສືບສວນ, ການສັ່ງຟ້ອງ, ການພິພາກສາທາງອາຍາ ຫຼື ການແກ້ໄຂຄະດີຄວາມທາງແພ່ງ, ການປົກຄອງຈຳເປັນຕ້ອງໄດ້ປະຕິບັດໃຫ້ຮັບປະກັນຄວາມຖືກຕ້ອງ, ຖືກຕ້ອງຕາມກົດໝາຍ ແລະ ປາສະຈາກຂໍ້ຜິດພາດ. ດ້ວຍຈຳນວນໜ້າວຽກນັບມື້ນັບຫຼາຍຂຶ້ນ ແລະ ມີລັກສະນະນັບມື້ນັບສັບສົນ, ມີພຽງແຕ່ຈຳ ນວນໜ້ອຍທີ່ສຸດທີ່ຄະດີຄວາມມີຄວາມຜິດພາດ ສາມາດສົ່ງຜົນກະທົບເຖິງຄວາມໜ້າເຊື່ອຖືຂອງການເຄື່ອນໄຫວທາງຕຸລາການເວົ້າສະເພາະ, ຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ກັບຄວາມຍຸຕິທຳເວົ້າລວມ.
ທີຫ້າ, ການປະຕິວັດອຸດສາຫະກຳຄັ້ງທີສີ່ ຕິດພັນກັບບັນດາຜົນສຳເລັດທາງວິທະຍາສາດຄັ້ງໃໝ່ຂອງໂລກ ແລະ ຄວາມກ້າວໜ້າແບບກະໂດດຂັ້ນ, ຍ້ອນແນວນັ້ນ, ການກຳໄດ້ ແລະ ການນຳໃຊ້ຮຽກຮ້ອງໃຫ້ມີລະດັບຄວາມຮູ້ທາງດ້ານວິທະຍາສາດທີ່ສູງ. ຄວາມຈິງແລ້ວ ໃນໄລຍະເວລາທີ່ຜ່ານມາ ໄດ້ສະແດງໃຫ້ເຫັນວ່າ ວຽກການຈັດຕັ້ງກໍ່ສ້າງ, ບຳລຸງ, ຝຶກອົບຮົມໃຫ້ແກ່ພະ ນັກງານທີ່ເຮັດວຽກໃນຂົງເຂດການສ້າງ ແລະ ປະຕິບັດກົດໝາຍຢູ່ຫວຽດນາມ ບາງບ່ອນຍັງບໍ່ທັນນຳທັນກັບທ່າອ່ຽງລວມ ແລະ ມີບາງໄລຍະຍັງບໍ່ທັນການ, ບໍ່ທັນສາມາດຕອບສະໜອງກັບຄວາມຕ້ອງການຂອງການນຳໃຊ້ອຸປະກອນວິທະຍາສາດທີ່ຮັບໃຊ້ໃຫ້ແກ່ວຽກງານ, ອັນນຳໄປສູ່ການນຳໃຊ້ຜົນສຳເລັດທາງວິທະຍາສາດບັນລຸປະສິດທິຜົນ ຍັງບໍ່ທັນສະໝໍ່າສະເໝີ.
ທິດທາງການຍູ້ແຮງການປະຕິຮູບດ້ານຕຸລາການຢູ່ຫວຽດນາມ
ໃນສະພາບແວດລ້ອມຂອງການປະຕິວັດອຸດສາຫະກຳຄັ້ງທີສີ່
ມະຕິຕົກລົງສະບັບເລກທີ 49-ມຕ/ສກ, ລົງວັນທີ 2 ມິຖຸນາ 2005, ຂອງກົມການເມືອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝທີ IX, ວ່າດ້ວຍ “ຍຸດທະສາດການປະຕິຮູບດ້ານຕຸລາການ ຮອດປີ 2020”, ກຳນົດເປົ້າໝາຍຢ່າງຈະແຈ້ງ: “ການກໍ່ສ້າງພື້ນຖານຕຸລາການທີ່ໂປ່ງໃສ, ເຂັ້ມແຂງ, ປະຊາທິປະໄຕ, ເຄັ່ງຄັດທ່ຽງທຳ, ປົກປ້ອງຄວາມຍຸຕິທຳ, ກ້າວສູ່ຄວາມທັນສະໄໝເທື່ອລະກ້າວ, ຮັບໃຊ້ປະຊາຊົນ, ຮັບໃຊ້ປະເທດຊາດສັງຄົມນິຍົມຫວຽດນາມ; ການເຄື່ອນໄຫວດ້ານຕຸລາການ ເຊິ່ງຈຸດສຸມແມ່ນການເຄື່ອນໄຫວຕັດສິນຄະດີ ໄດ້ຮັບການດຳເນີນຢ່າງມີປະສິດທິຜົນແລະມີຜົນສັກສິດສູງ”. ມະຕິດັ່ງກ່າວໄດ້ກຳນົດ 5 ທັດສະນະ, 4 ທິດທາງ ແລະ 8 ໜ້າທີ່ ໃນການປະຕິຮູບຕຸລາການ. ພາຍຫຼັງ 15 ປີແຫ່ງການປະຕິບັດຕາມມະຕິດັ່ງກ່າວ, ສາມາດເວົ້າໄດ້ວ່າ ວຽກງານການປະຕິຮູບດ້ານຕຸລາການຂອງຫວຽດນາມບັນລຸໄດ້ຜົນສຳເລັດທີ່ສຳຄັນຫຼາຍຢ່າງ, ປະກອບສ່ວນເຂົ້າໃນການພັດທະນາ, ການປົກປັກຮັກສາປະເທດຊາດ, ກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມ ຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ. ແຕ່ວ່າ, ໃນສະພາບແວດລ້ອມຂອງການປະຕິວັດອຸດສາຫະກຳຄັ້ງທີສີ່, ໃນອະນາຄົດຂ້າງໜ້າ ເພື່ອສືບຕໍ່ປະຕິບັດການຍູ້ແຮງການປະຕິຮູບຕຸລາການຕາມແນວທາງຂອງພັກກອມມູນິດ, ຍົກສູງຄຸນນະພາບ ແລະ ປະສິດທິພາບຂອງວຽກງານຕຸລາການ, ຈຳເປັນຕ້ອງຮັບຮູ້ ແລະ ເຊື່ອມຊຶມໃນການປະຕິບັດບາງວິທີແກ້ໄຂຕໍ່ໄປນີ້:
ທີໜຶ່ງ, ບົນພື້ນຖານບັນດາແນວທາງຂອງພັກກອມມູນິດ ແລະ ນະໂຍບາຍ, ກົດໝາຍຂອງລັດຫວຽດນາມ ກ່ຽວກັບວິທີແກ້ໄຂ ແລະ ຄວາມເປັນເຈົ້າການໃນການເຂົ້າຮ່ວມການປະຕິວັດອຸດສາຫະກຳຄັ້ງທີສີ່, ໂດຍສະເພາະແມ່ນ ບັນດາເປົ້າໝາຍ, ໜ້າທີ່ທີ່ໄດ້ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກກອມມູນິດຫວຽດນາມ ແລະ ມໍ່ໆມານີ້ແມ່ນມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ມະຕິສະບັບເລກທີ 52-ມຕ/ສກ, ລົງວັນທີ 27 ກັນຍາ 2019, ຂອງກົມການເມືອງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ວ່າດ້ວຍ “ແຜນນະໂຍບາຍ ແລະ ນະໂຍບາຍຈຳນວນໜຶ່ງ ໃນການເປັນເຈົ້າການເຂົ້າຮ່ວມການປະຕິວັດອຸດສາຫະກຳຄັ້ງທີສີ່”, ຄຳສັ່ງສະບັບເລກທີ 16/ຄສ-ນຍ, ລົງວັນທີ 4 ພຶດສະພາ 2017, ຂອງນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ, ວ່າດ້ວຍ “ການເພີ່ມທະວີຄວາມອາດສາມາດ ໃນການເຂົ້າເຖິງການປະຕິວັດອຸດສາຫະກຳຄັ້ງທີສີ່”; ອົງຄະນະພັກຂອງບັນດາອົງການຕຸລາການ ຈຳເປັນຕ້ອງມີແຜນງານ ແລະ ແຜນການລະອຽດ ເພື່ອຜັນຂະຫຍາຍການຈັດຕັ້ງປະຕິບັດໃຫ້ສອດຄ່ອງເໝາະສົມກັບລັກສະນະ ແລະ ເງື່ອນໄຂຕົວຈິງ. ບັນດາແຜນງານແລະແຜນການນັ້ນ ຕ້ອງໃກ້ຊິດຕິດແທດກັບແຜນນະໂຍບາຍໃນການປະຕິຮູບດ້ານຕຸລາການ, ພ້ອມດຽວກັນນັ້ນ ກໍຕ້ອງຮັບປະກັນເປົ້າໝາຍຄວາມເປັນເຈົ້າການໃນການເຂົ້າຮ່ວມການປະຕິວັດອຸດສາຫະກຳຄັ້ງທີສີ່ ທີ່ໄດ້ຖືກກຳນົດໄວ້ໃນມະຕິສະບັບເລກທີ 52-ມຕ/ສກ, ຂອງກົມການເມືອງ.
ທີສອງ, ສືບຕໍ່ປັບປຸງບູລະນະລະບຽບກົດໝາຍ, ສ້າງຄວາມສະດວກໃຫ້ແກ່ການເປັນເຈົ້າການໃນການເຂົ້າຮ່ວມການປະຕິວັດອຸດສາຫະກຳຄັ້ງທີສີ່ ແລະ ຂະບວນການຫັນປ່ຽນທາງດິຈິຕອນແຫ່ງຊາດ, ການຫັນປ່ຽນທາງດິຈິຕອນໃນການເຄື່ອນໄຫວຂອງອົງການຕຸລາການ; ການປະຕິຮູບຕຸລາການໃນສະພາບແວດລ້ອມໃໝ່ ຕ້ອງຮັບປະກັນວິທີການແກ້ໄຂບັນດາປະເພດຂອງຂໍ້ຂັດແຍ່ງທີ່ເກີດຂຶ້ນໃໝ່ ຢ່າງວ່ອງໄວແລະມີປະສິດທິຜົນ. ຈໍາເປັນຕ້ອງກວດຄືນແລະຮັບຮູ້ຢ່າງຄົບຖ້ວນກ່ຽວກັບ ການກະທຳຜິດທາງກົດໝາຍ, ອາດຊະຍາກຳໃໝ່ ຫຼື ບັນດາແບບວິທີແລະເລ່ລ່ຽມໃໝ່ຂອງອາດຊະຍາກຳ ໃນສະພາບແວດລ້ອມຂອງການປະຕິວັດອຸດສາຫະກຳຄັ້ງທີສີ່. ຄົ້ນຄວ້າແລະສືບຕໍ່ປັບປຸງບູລະນະກົດໝາຍວ່າດ້ວຍການຈັດການແກ້ໄຂທາງການບໍລິຫານ, ທາງອາຍາ ຕາມທິດດັດແປງແກ້ໄຂ, ເພີ່ມເຕີມຂໍ້ກຳນົດກົດລະບຽບການຈັດການແກ້ໄຂການກະທຳຜິດກົດໝາຍ, ການກະທຳຜິດທາງອາຍາໃນໄຊເບີສະເປດ, ໃຊ້ເຕັກໂນໂລຊີຂັ້ນສູງ ຫຼືການນຳຜົນສຳເລັດຂອງການປະຕິວັດອຸດສາຫະກຳຄັ້ງທີສີ່ໄປໃຊ້ໃນການລະເມີດ, ໂດຍສະເພາະການລະເມີດຄວາມລັບ, ສິດເສລີພາບ, ປະຊາທິປະໄຕຂອງພົນລະເມືອງ, ສິດທິໃນການຕິດຕໍ່ສື່ສານ, ໂທລະສັບ, ໂທລະເລກ ຫຼື ຮູບແບບການແລກປ່ຽນຂໍ້ມູນຂ່າວສານທີ່ເປັນສ່ວນຕົວຂອງຜູ້ອື່ນ, ການຟອກເງິນ...
ກວດກາຄືນແລະປັບປຸງບູລະນະກົດໝາຍວ່າດ້ວຍຂະບວນການຍຸດຕິທຳ ເພື່ອໃຫ້ເຂົ້າກັນໄດ້ກັບເຕັກໂນໂລຊີຂອງການປະຕິວັດອຸດສາຫະກຳຄັ້ງທີສີ່, ເຊັ່ນ: ປັບປຸງກົດລະບຽບວ່າດ້ວຍຫຼັກຖານ ແລະ ການຮວບຮວມຫຼັກຖານທາງເອເລັກໂຕຣນິກ, ການຄົ້ນຄວ້ານຳໃຊ້ແບບຈຳລອງການແກ້ໄຂຂໍ້ຂັດແຍ່ງອອນໄລ ແລະ ວິທີການພິພາກສາຄະດີແບບໃໝ່ (ການພິຈາລະນາຄະດີອອນໄລ), ການນຳປັນຍາປະດິດມາໃຊ້ໃນກິດຈະການສືບສວນ, ອອກແບບຊອຟແວ (Software) ເພື່ອຕິດຕາມການຈັບກຸມ, ຄຸມຂັງ...; ການປະຢຸກໃຊ້ເຕັກໂນໂລຊີ ບຼ໊ອກເຊນ ໃນການເຄື່ອນໄຫວຕຸລາການ (ສຳມະໂນຄົວ, ທະບຽນສານ, ຢັ້ງຢືນຄວາມຖືກຕ້ອງ, ສຳເນົາເອກະສານການດຳເນີນຄະດີ...), ຍູ້ແຮງການນຳໃຊ້ຂໍ້ມູນຂະໜາດໃຫຍ່ໃນການເຄື່ອນໄຫວສືບສວນ, ການສັ່ງຟ້ອງ ແລະການພິພາກສາ ແນໃສ່ຍົກສູງປະສິດທິຜົນຂອງຂະບວນການດຳເນີນຄະດີ ແລະ ຮັບປະກັນຄວາມຍຸຕິທຳ.
ທີສາມ, ສືບຕໍ່ກໍ່ສ້າງຖັນແຖວພະນັກງານຕຸລາການໃນສະພາບແວດລ້ອມໃໝ່, ຮັບປະກັນຄວາມຊື່ສັດບໍລິສຸດ, ຄວາມທ່ຽງທຳ, ມີຈັນຍາບັນທາງການເມືອງ, ເກັ່ງໃນວິຊາສະເພາະ, ມີຄວາມສາມາດພຽບພ້ອມ, ມີຄຸນນະພາບທີ່ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່. ເອົາໃຈໃສ່ໃນການສ້າງທີມງານຜູ້ຊ່ຽວຊານໃນຂະແໜງການດ້ານກົດໝາຍ ແລະ ຕຸ ລາການ; ຖັນແຖວພະນັກງານໃນລະບອບກົດໝາຍ ແລະ ການຊ່ວຍເຫຼືອດ້ານຕຸລາການ,ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການປະຕິວັດອຸດສາຫະກຳຄັ້ງທີສີ່. ສືບຕໍ່ປະຕິບັດແຜນນະໂຍບາຍ ແລະ ການຜັນຂະຫຍາຍຕາມແຜນແມ່ບົດໃຫ້ສຳເລັດໂດຍພື້ນຖານ “ສ້າງໂຮງຮຽນມະຫາວິທະຍາໄລກົດໝາຍຮ່າໂນ້ຍ ແລະ ໂຮງຮຽນມະຫາວິທະຍາໄລກົດໝາຍນະຄອນໂຮ່ຈີມິນ ໃຫ້ກາຍເປັນສະຖານທີ່ກໍ່ສ້າງພະນັກງານດ້ານກົດໝາຍ” ຕາມຂໍ້ຕົກລົງສະບັບເລກທີ 549/ຂຕ-ສກ, ລົງວັນທີ 4 ເມສາ 2013, ຂອງນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ວາງອອກໃນສະພາບແວດລ້ອມໃໝ່ຂອງການປະຕິວັດອຸດສາຫະກຳຄັ້ງທີສີ່. ນີ້ແມ່ນໜ້າທີ່ທີ່ມະຕິສະບັບເລກທີ 49-ມຕ/ສກ ໄດ້ວາງອອກ ແລະ ໄດ້ຮັບການອະນຸມັດແຜນການ ຈາກນາຍົກລັດຖະມົນຕີ ເພື່ອແນໃສ່ກໍ່ສ້າງຖັນແຖວພະນັກງານດ້ານກົດໝາຍທີ່ຮັບປະກັນຄຸນນະພາບດ້ານການເມືອງ, ດ້ານກົດໝາຍ, ມີທັກສະທາງດ້ານວິຊາອາຊີບ. ຍົກສູງຄຸນນະພາບໃນການກໍ່ສ້າງ, ກວດກາຄືນການສັງລວມຢ່າງລະອຽດ, ການປ່ຽນແປງເນື້ອໃນ ແລະ ຫຼັກສູດການສຶກສາ, ການກໍ່ສ້າງລະບົບປະລິນຍາຕີຂະແໜງກົດໝາຍໃນບັນດາສະຖາບັນການກໍ່ສ້າງ ແລະ ການກໍ່ສ້າງບັນດາໜ້າທີ່ຕຳແໜ່ງຕຸລາການ ຕາມທິດພັດທະນາຄວາມອາດສາມາດໃນການເຂົ້າເຖິງ, ຄວາມຄິດສ້າງສັນ, ຄວາມສາມາດໃນການປັບຕົວເຂົ້າກັບສະພາບແວດລ້ອມທາງເຕັກໂນໂລຊີທີ່ພັດທະນາແລະປ່ຽນແປງຕະຫຼອດເວລາ. ບໍາລຸງແລະຝຶກອົບຮົມຢ່າງເປັນປະຈຳສຳລັບຖັນແຖວພະນັກງານຕຸລາການແລະຜູ້ຊ່ວຍກົດໝາຍ ກ່ຽວກັບຄວາມຮູ້ ແລະ ທັກສະການແກ້ໄຂບັນຫາໃນສະພາບແວດລ້ອມຂອງການປະຕິວັດອຸດສາຫະກຳຄັ້ງທີສີ່.
ທີສີ່, ຄົ້ນຄວ້າ, ພັດທະນາ ແລະ ປັບປຸງບູລະນະນະໂຍບາຍແລະແຜນງານຊຸກຍູ້ການປ່ຽນແປງທາງດິຈິຕອນໃນບັນດາໜ່ວຍງານປະຕິບັດການເຄື່ອນໄຫວຕຸລາການ, ຈຸດສຸມແມ່ນລະບົບສານ, ຮັບປະກັນຄວາມເປັນເອກະພາບ, ການເຊື່ອມຕໍ່ສອດຄ່ອງ ແລະ ເປັນລະບົບຄົບຊຸດ. ເພີ່ມທະວີການລົງທຶນ, ກໍ່ສ້າງລະບົບພື້ນຖານໂຄງລ່າງທາງເຕັກໂນໂລຊີທີ່ທັນສະໄໝສຳລັບລະບົບສານ ແນໃສ່ປະຕິຮູບຂະບວນການຍຸດຕິທຳ, ຫຍໍ້ສັ້ນເວລາແລະຍົກສູງປະສິດທິຜົນການເຄື່ອນໄຫວແກ້ໄຂຄະດີຄວາມ; ເພີ່ມທະວີການລົງທຶນດ້ານອຸປະກອນທີ່ທັນສະໄໝ ເພື່ອຮັບໃຊ້ໃຫ້ແກ່ວຽກການສືບສວນຄະດີອາຍາ ແລະ ການປະຕິບັດຄຳຕັດສິນ. ຍູ້ແຮງການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝຂອງການປະຕິວັດອຸດສາຫະກຳຄັ້ງທີສີ່ ໃນການຈັດຕັ້ງ, ເຄື່ອນໄຫວຕຸລາການ ແລະ ການຄຸ້ມຄອງລັດ ສຳລັບການເຄື່ອນໄຫວຊ່ວຍເຫຼືອດ້ານຕຸລາການ.
ທີຫ້າ, ເພີ່ມທະວີການປະສານງານລະຫວ່າງບັນດາຂະແໜງການ, ບັນດາອົງການໃນການປ້ອງກັນ ແລະ ສະກັດກັ້ນອາດຊະຍາກຳຂ້າມຊາດ, ອາດຊະຍາກຳໂດຍໃຊ້ເຕັກໂນໂລຊີສູງ, ໃນນັ້ນ, ໃຫ້ຄວາມສຳຄັນກັບການກຳສະພາບການ, ທົບທວນແລະກວດພົບຂໍ້ບົກພ່ອງໃນການຄຸ້ມຄອງລັດດ້ານການຄ້າ, ການລົງທຶນ, ການເງິນ, ການທະນາຄານ...ເພີ່ມທະວີການລົງທຶນໃສ່ພື້ນຖານທາງດ້ານວັດຖຸ, ພາຫະນະ, ເຄື່ອງມືຊ່ວຍເຫຼືອໃຫ້ແກ່ບັນດາອົງການຕຸລາການ, ພິເສດແມ່ນໜ່ວຍງານສືບສວນ, ໜ່ວຍງານສັນລະສູດ ເພື່ອຮັບປະກັນການປ້ອງກັນ ແລະ ສະກັດກັ້ນອາດຊະຍາກຳໄດ້ດີຍິ່ງຂຶ້ນ.
ທີຫົກ, ເພີ່ມທະວີການຮ່ວມມືສາກົນໃນຂົງເຂດຕຸລາການ ແນໃສ່ຍົກສູງປະສິດທິຜົນການປ້ອງກັນ ແລະ ຕໍ່ສູ້ກັບບັນດາປະເພດອາດຊະຍາກຳໃນຮູບແບບໃໝ່, ອາດຊະຍາກຳຂ້າມຊາດໃນສະພາບການໃໝ່. ສຶກສາຮໍ່າຮຽນ, ຄົ້ນຄວ້າ ແລະ ນຳໃຊ້ບັນດາປະສົບການທີ່ກ້າວໜ້າຂອງບັນດາປະເທດໃຫ້ເໝາະສົມກັບເງື່ອນໄຂຂອງຫວຽດນາມ ໃນການຈັດຕັ້ງ ແລະ ເຄື່ອນໄຫວຕຸລາການ, ໂດຍສະເພາະໃນການກໍ່ສ້າງພະນັກງານ, ການນຳໃຊ້ບັນດາເຕັກໂນໂລຊີໃໝ່ ໃນການເຄື່ອນໄຫວສືບສວນອາດຊະຍາກຳ, ເຄື່ອນໄຫວພິພາກສາຂອງສານ ແລະ ບັນດາເຕັກໂນໂລຊີທີ່ຊ່ວຍໃນການຕິດຕາກວດກາ, ຕິດຕາມ, ຊ່ວຍເຫຼືອວຽກງານປະຕິບັດຄຳຕັດສິນທາງອາຍາຢູ່ໃນຊຸມຊົນ.
ຫວຽດນາມຕ້ອງສືບຕໍ່ເຂົ້າຮ່ວມໃນການເຈລະຈາ, ການລົງນາມ, ເຂົ້າຮ່ວມບັນດາສັນຍາການໃຫ້ຄວາມຊ່ວຍເຫຼືອທາງດ້ານກົດໝາຍຮ່ວມກັນກັບບັນດາປະເທດອື່ນໆ ແນໃສ່ຍົກສູງປະສິດທິພາບໃນການຮ່ວມມືເຮັດໃຫ້ກົດໝາຍ ແລະ ຕຸລາການມີຄວາມສົມບູນແບບຍິ່ງຂຶ້ນ, ການສົ່ງຕົວອາດຊະຍາກອນຂ້າມແດນ ແລະ ການຕໍ່ສູ້ທີ່ມີປະສິດທິພາບຕໍ່ກັບບັນດາການກະທຳຜິດຮູບການໃໝ່ ໃນສະພາບແວດລ້ອມຂອງການປະຕິວັດອຸດສາຫະກຳຄັ້ງທີສີ່./.
--------------------------------
(1) Klaus Schwab: ການປະຕິວັດອຸດສາຫະກຳຄັ້ງທີສີ່, ສພຈ ການເມືອງແຫ່ງຊາດ ສື້ເຖິດ, ຮ່າໂນ້ຍ, 2018, ໜ້າ 11, 13.
(2) ອີງຕາມການລາຍງານຂອງບັນດາໜ່ວຍງານຮັກສາຄວາມລັບທີ່ມີຄວາມໜ້າເຊື່ອຖືໃນໂລກ ເຊັ່ນ: Symantec, Kaspersky Lab, Trend Micro,... ຫວຽດນາມລ້ວນແຕ່ຖືກຈັດເຂົ້າໃນກຸ່ມບັນດາປະເທດທີ່ມີໄພອັນຕະລາຍຖືກໂຈມຕີທາງອິນເຕີເນັດຫຼາຍທີ່ສຸດ, ມີອັດຕາການຖືກລະຫັດທີ່ເປັນອັນຕະລາຍສູງ, ຫຼາຍກວ່າສອງເທົ່າ ເມື່ອທຽບກັບອັດຕາສະເລ່ຍຂອງໂລກ (21%). ອີງຕາມກະຊວງຕຳຫຼວດ: “ສະພາບຕົວຈິງຂອງການຕໍ່ສູ້ກັບອາດຊະຍາກຳທາງອິນເຕີເນັດ ໃນສະພາບການຂອງການປະຕິວັດອຸດສາຫະກຳຄັ້ງທີສີ່”, ປຶ້ມບັນທຶກເນື້ອໃນສໍາຄັນຕົ້ນຕໍກອງປະຊຸມສຳມະນາວິທະຍາສາດລະດັບຊາດ: “ການປະຕິວັດອຸດສາຫະກຳຄັ້ງທີສີ່ ແລະ ບັນດາບັນຫານິຕິກຳທີ່ຕັ້ງຂຶ້ນຕໍ່ກັບວຽກການກໍ່ສ້າງ, ເຮັດໃຫ້ລະບົບກົດໝາຍຂອງຫວຽດນາມ ມີຄວາມສົມບູນແບບ” ຂອງກະຊວງຍຸຕິທຳ, ຮ່າໂນ້ຍ, 2019, ໜ້າ 257.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 958 (ເດືອນມັງກອນ 2021)