ຮັບປະກັນ​ສະ​ຫວັດດີການວັດທະນະທຳ​ຂອງ​ປະຊາຊົນ ​
ໃນ​ຂະ​ບວນການ​ເຊື່ອມ​ໂຍງ​ສາກົນ ​ແລະ ​ການພັດທະນາທີ່ຍືນ​ຍົງ
ຂອງ​ຫວຽດນາມ

ໂດຍ ສຈ, ປອ ຟ້າມຮົ່ງຕູງ
ສະຖາບັນຫວຽດນາມສຶກສາແລະວິທະຍາສາດການພັດທະນາ, ມະຫາວິທະຍາໄລແຫ່ງຊາດຫວຽດນາມ ຮ່າໂນ້ຍ
14:25, 28-08-2021

ວກ. - “ສະ​ຫວັດ​ດີກາ​ນວັດທະນະທຳ” ແມ່ນຫຼັກການດຳເນີນງານທີ່​ມີ​ຢູ່​ໃນ​ພື້ນຖານວັດທະນະທຳແຫ່ງຊາດຫວຽດນາມ, ເປັນຂໍ້​ພິນິດທິດສະດີທີ່ສຳຄັນ​ໃນ​ແນວທາງວັດທະນະທຳຂອງພັກກອມມູນິດຫວຽດນາມ ແລະໃນ​ແນວ​ຄິດ​ຂອງ​ໂຮ່ຈີ​ມິນ. ​ແຕ່​ບັນຫາ​ນີ້​ຍັງ​ຕ້ອງ​ໄດ້​ຮັບ​ການກວດ​ຊອບ​ຢ່າງ​ລະອຽດທັງ​ໃນ​ທາງ​ເສດຖະກິດ​ ແລະ ​ໃນ​ພາກ​ປະຕິບັດ,​ ພິ​ເສດແມ່ນຕ້ອງວາງໄວ້ໃນລະດັບທີ່ເໝາະສົມ​ໃນ​ຍຸດ​ທະ​ສາດ ​ແລະ​ນະ​ໂຍບາຍການພັດທະນາ, ​ໂດຍ​ສະ​ເພາະ​ໃນ​ນະ​ໂຍບາຍ​ຄວາມ​ປອດ​ໄພ​ທາງ​ສັງຄົມ ແລະ​ນະ​ໂຍບາຍ​ການ​ພັດທະນາ​ວັດທະນະທຳ-ຜູ້​ຄົນ ຕິດ​ກັບ​ຂະ​ບວນການ​ເຊື່ອມ​ໂຍງ​ສາກົນ​ ແລະ​ ການ​ພັດທະນາ​ທີ່​ຍືນ​ຍົງ​ຂອງ​ປະ​ເທດ​ຫວຽດນາມ. 

ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດແຫ່ງ ສສ ຫວຽດນາມ ຫງວຽນຝູຈ້ອງ ຖະຫວາຍທູບທຽນຢູ່ທີ່ຫໍ ກິງທຽນ ແລະ ປູກຕົ້ນໄມ້ທີ່ລະນຶກຢູ່ທີ່ພະລາຊະວັງ ທັງລອງ (ຮ່າໂນ້ຍ) _ພາບ: TTXVN

ບາງ​ທັດສະນະ​ທິດ​ສະ​ດີ ​ແລະ ປະສົບ​ການ​ທາງ​ປະຫວັດສາດ

“ສະຫວັດດີການ” ໃນຄວາມໝາຍທົ່ວໄປທີ່ສຸດ, ​ແມ່ນ​ຄວາມ​ພະຍາຍາມ​ຊ່ວຍ​ເຫຼືອ, ສະໜັບສະໜູນ, ສະໜອງ​ຂອງ​ລັດ​ໃຫ້​ແກ່ຜູ້​ຄົນ​ໃນສັງຄົມປະເທດນັ້ນ, ລວມທັງ​ພົນລະ​ເມືອງ​ຂອງ​ປະ​ເທດ​ນັ້ນ ​ແລະ ​ຄົນ​ຕ່າງປະ​ເທດ​ທີ່​ດຳລົງ​ຊີວິດ​ໃນ​ປະ​ເທດ​ນັ້ນ. “ສະຫວັດດີການ” ມັກ​ຈະ​ເຂົ້າໃຈວ່າ ເປັນການຄໍ້າປະກັນຄວາມ​ຕ້ອງການ​ຂັ້ນ​ພື້ນຖານ​ແລະຊີວິດ​ປະຈຳ​ວັນຂອງຄົນເຊັ່ນ: ອາຫານ, ​ເຄື່ອງນຸ່ງ​ຫົ່ມ, ທີ່ຢູ່​ອາ​ໄສ ​ແລະ ບໍລິການ​ທາງ​ສັງຄົມ​ທີ່​ຈຳ​ເປັນ​ບາງ​ຢ່າງ​ເຊັ່ນ: ການ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ, ການ​ສຶກສາ, ການ​ຝຶກ​ອາຊີບ,...​ໃນ​ລະດັບ​ຕ່ຳ​ສຸດ. ຕາມ​ວິທີ​ດັ່ງກ່າວ, “ສະຫວັດດີ​ການ” ມັກ​ຈະ​ເຂົ້າ​ໃຈຄວາມ​ໝາຍ​ທີ່​ສອດຄ່ອງ​ກັບ “ສະຫວັດ​ດິການ​ສັງຄົມ”, ນັ້ນ​ຄື​ການ​ແຈກ​ຢາຍນອກ​ແຮງ​ງານ ​ເພື່ອ​ຮັບປະກັນ​ຄວາມ​ຕ້ອງການທາງ​ດ້ານ​ວັດຖຸ​ແລະ​ຈິດ​ໃຈ​ທີ່ຈໍາເປັນ ພື້ນຖານ​ຂອງ​ຜູ້​ຄົນ.

ວັດທະນະທຳເປັນຜະລິດຕະພັນທີ່ສ້າງສັນຂອງມະນຸດ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ທີ່​ມີ​ລັກສະນະປະຫວັດສາດຂອງຊີວິດມະນຸດ. ບົນ​ພື້ນຖານ​ຄວາມ​ຮັບ​ຮູ້​ນັ້ນ, ວົງການຄົ້ນຄ້ວາສ່ວນໃຫຍ່ເຂົ້າ​ເຖິງສະຫວັດດີ​ການ​ວັດທະນະທຳຈາກ​ວິທີ​ການ​ມະນຸດ​ວິທະຍາວັດທະນະທຳ ​ແລະ ວິທີ​ເຂົ້າ​ເຖິງ​ການຜະລິດສິນລະປະ. ວິທີທຳອິດ​ເນັ້ນ​ໜັກໃສ່ອົງປະກອບທາງດ້ານວັດທະນະທຳ ທີ່ມີການແບ່ງປັນໄດ້ງ່າຍ​ໃນ​ຊຸມ​ຊົນ​ເຊັ່ນ: ທັດສະນະຄະຕິ, ຄວາມເຊື່ອ, ຮີດຄອງປະເພນີ, ຄ່ານິຍົມ, ປະສົບການ... ວິທີ​ເຂົ້າ​ເຖິງ​ທີ​ສອງເນັ້ນໜັກໃສ່ວັດຖຸວັດທະນະທຳ, ອົງການຈັດຕັ້ງ ​ແລະ ​ບັນດາ​ຂະ​ແໜງ​ອຸດສາຫະກຳວັດທະນະທຳ(1).

ໃນວັດທະນະທໍາດັ້ງ​ເດີມຂອງຫວຽດນາມ, ຄວາມ​ເພີດ​ເພີນ​ທາງ​ດ້ານ​ວັດທະນະທຳແມ່ນຖືກຮັບຮູ້ຢ່າງຈະແຈ້ງວ່າ ເປັນຄວາມຕ້ອງການຂອງ​ມະນຸດ​ໂດຍ​ທຳ​ມະ​ຊາດແລະຫຼີກລ່ຽງບໍ່ໄດ້. ທີ​ໜຶ່ງ, ການ​ປະກົດ​ຕົວ​ຂອງ​ກິດຈະກຳທາງ​ວັດທະນະທຳ​ຊຸມ​ຊົນທີ່ຫຼາກຫຼາຍແລະອຸດົມສົມບູນທີ່​ສຸດ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຕ້ອງການຊົມ​ໃຊ້​ວັດທະນະທຳຂອງ​ຊາດ​ຫວຽດນາມ​ແມ່ນສູງຫຼາຍ​ແລະຫຼາກຫຼາຍທີ່​ສຸດ ແລະ ຄວາມ​ຕ້ອງການ​ນັ້ນໄດ້ຖືກຮັບຮູ້ວ່າເປັນສ່ວນໜຶ່ງທີ່ຂາດບໍ່ໄດ້ໃນຊີວິດຂອງຊຸມຊົນ. ທີ​ສອງ, ຕັ້ງແຕ່ດົນນານມາແລ້ວ, ຊາວຫວຽດນາມຫຼາຍ​ເຊັ່ນ​ຄົນໄດ້ເອົາໃຈໃສ່ຈັດຕັ້ງການ​ເຄື່ອນ​ໄຫວວັດທະນະທຳ, ສິລະປະ ແລະ ຈິດວິນຍານທີ່ອຸດົມສົມບູນທີ່ສຸດ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຊຸມ​ຊົນ, ຂອງ​ປະຊາຊົນ​ທັງ​ໝົດ ​ໂດຍ​ບໍ່​ຈຳ​ແນ​ກຮັ່ງມີ​ຫຼືທຸກ​ຍາກ, ຜູ້​ຊາຍຫຼື​ຜູ້ຍິງ, ຜູ້​ເຖົ້າ​ແກ່​ຫຼືຜູ້​ໜຸ່ມ​ນ້ອຍ, ​ແລະ ​ກໍ່​ບໍ່​ຈຳ​ແນ​ກຄົນແປກໜ້າຫຼື ຄົນຮູ້ຈັກ. ເຖິງແມ່ນວ່າ ກິດຈະກໍາທາງວັດທະນະທໍາ ໃນຮູບແບບຂອງການນົບ​ໄຫວ້​ບູຊາ​ເທບພະ​ເຈົ້າ​ ກໍ່ຍັງມີຈຸດປະສົງຕອບສະໜອງຄວາມຕ້ອງການຂອງປະຊາຊົນ ​ເພື່ອ​ຄວາມເພີດເພີນທາງດ້ານວັດທະນະທໍາ.

ສາມາດຖືໄດ້ວ່າ ມະຫາຊົນ, ເປີດອົກ​ເປີດ​ໃຈ ແລະ ມະນຸດສະ​ທຳ ​ແມ່ນ​ຫຼັກການ, ​ແມ່ນ​ປັດ​ຊະ​ຍາ​ກ່ຽວ​ກັບ​ສະຫວັດ​ດີກາ​ນວັດທະນະທຳ​ຂອງ​ຊາດ​ຫວຽດນາມ ​ເຊິ່ງ​ໄດ້​ຝາກຝັງໃນງານບຸນ ແລະ ຮູບແບບອື່ນຂອງ​ກິດຈະກຳ​ວັດທະນະທຳ​ຂອງ​ຊຸມ​ຊົນ. ຍ້ອນຫຼັກປັດຊະຍານີ້, ຮູບແບບການເຄື່ອນໄຫວວັດທະນະທຳ​ເຫຼົ່າ​ນີ້​ ມີ​ຊີວິດຢ່າງ​ແຮງ​ກ້າແລະຍືນຍົງຄົງຢູ່ ກັບປະຊາຊົນຫວຽດນາມ, ເຖິງວ່າຕ້ອງປະສົບກັບ “ອາການ​ສັອກ” ຫຼາຍຄັ້ງ, ຄວາມກົດດັນ ກະທົບກະເທືອນຫຼາຍຢ່າງ ແລະ ການປ່ຽນແປງກໍ່​ຕາມ, ​ແຕ່ປັດຊະຍາແລະຈິດວິນຍານນັ້ນຍັງບໍ່ປ່ຽນແປງ.

​ໃນ​ປະຫວັດ​ສາ​ດຫວຽດນາມ, ມີ​ສາມ​ຊ່ວງ​ເວລາ​ທີ່​ປະ​ເທດ​ຫວຽດນາມ​ຖືກ​ຮຸກ​ຮານ​ແລະ​ຕົກ​ເປັນ​ອານາ​ນິຄົມ​ໂດຍ​ກອງກຳລັງ​ຕ່າງ​ຊາດ, ນັ້ນ​ແມ່ນ​ໄລຍະ​ການ​ປົກຄອງ​ຂອງ​ພາກ​ເໜືອ (ປະມານປີ 208 ກ່ອນ ຄ.ສ. - ປີ 938), ໄລຍະການ​ປົກຄອງ​ຂອງ​ລາຊະວົງ​ໝິງ (ປີ 1407 - 1427) ແລະໄລຍະອານານິຄົມຂອງຝຣັ່ງ (ປີ 1884 - 1945). ​ໃນ​ສອງ​ຄັ້ງ​ກ່ອນ​ໜ້າ​ນັ້ນ, ກອງກຳລັງ​ຕ່າງ​ຊາດພາກ​ເໜືອ​ພະຍາຍາມ​ທຳລາຍ​ວັດທະນະທຳຫວຽດນາມ​ດ້ວຍ​ກົນອຸບາຍ​ຕ່າງໆຫຼາຍຢ່າງ, ຊ້ຳຍັງ​ສັ່ງ​ໃຫ້​ທຳລາຍ​ສີ​ລາ​ຈາລຶກ, ​ເຜົາ​ໜັງສືປະຫວັດສາດ, ຈັບ​ກຸມ​ຜູ້​ມີ​ຄວາມ​ສາມາດ, ບັງຄັບ​​ໃຫ້ປະຊາຊົນ​ຫວຽດນາມ​ປ່ຽນຮີດຄອງ​ປະ​ເພນີຂອງ​ຕົນ ​ເພື່ອກືນ​ກິນຫວຽດນາມ, ​ແຕ່​ສຸດ​ທ້າຍ, ອິດ​ທິພົນ​ທາງ​ວັດທະນະທຳທີ່​ພວກ​ເຂົາ​ກຳນົດ​ນັ້ນ​ເປັນ​ພຽງ​ຜິວ​ເຜີນ​ເທົ່າ​ນັ້ນ, ຊາດ​ຫວຽດນາມບໍ່ພຽງແຕ່ຮັກສາ​ແກ່ນແທ້ຂອງວັດທະນະທຳຫວຽດນາມ​ໄດ້ເທົ່ານັ້ນ, ​ແຕ່​ຍັງ​ຮູ້​ວິທີເລືອກສິ່ງທີ່ເໝາະສົມ, ດີງາມຈາກຕ່າງປະເທດ ​ເພື່ອ​ການ​ດູດ​ຊຶມ​ແລະ​ເສີມ​ຂະຫຍາຍ​ແກ່ນແທ້ວັດທະນະທຳຂອງຕົນເອງ.

​ໃນ​ສະ​ໄໝ​ຝຣັ່ງປົກຄອງ, ​ໃນ​ນາມ​ດຳ​ເນີນ​ພາລະກິດການ “​ເຜີຍ​ແຜ່ອາລະຍະ​ທຳ”, ຄົນ​ຝຣັ່ງ​ໄດ້​ອອກ​ແຮງ​ປະຕິບັດ​ນະ​ໂຍບາຍ​ລ່າ​ເມືອງ​ຂຶ້ນທາງ​ວັດທະນະທຳ, ແນ​ໃສ່ສ້າງສະພາບ​ແວດ​ລ້ອມ​ວັດທະນະທຳຊອດ​ກະຈາ, ສູນເສຍຮາກ​ເຫງົ້າ​ໃນ​ອານາ​ນິຄົມ. ​ແຕ່​ວ່າ, ນອກແຜນການຄາດ​ຄິດຂອງພວກລ່າເມືອງຂຶ້ນຝຣັ່ງ, ຂະ​ບວນການ​ແລກປ່ຽນ, ສືບ​ທອດ​ວັດທະນະທຳທີ່​ຕໍ່​ເນື່ອງແລະເລິກເຊິ່ງ​ໄດ້​ເກີດ​ຂຶ້ນ​ໂດຍມີຜົນທີ່​ຕາມ​ມາ “ຜົນ​ຄູ່”: ດ້ານ​ໜຶ່ງ, ປະຊາຊົນຫວຽດນາມຍັງຄົງຮັກສາປະເພນີວັດທະນະທໍາທີ່ດີ, ​ແຕ່​ກັ່ນ​ຕອງ​ແລະຄ່ອຍໆ​ຂະ​ຈັດນິໄສທີ່ບໍ່ດີ, ຄວາມຊິນ​ເຄີຍ ແລະຮີດຄອງທີ່​ຫຼ້າ​ຫຼັງ; ດ້ານ​ອື່ນ, ​ເປັນ​ເຈົ້າ​ການ​ໃນ​ການ​ຄັດ​ເລືອກ​ເອົາຄວາມ​ສຳ​ເລັດ​ທາງ​ວັດທະນະທຳ​ແລະ​ອາລະຍະ​ທຳຕາ​ເວັນ​ຕົກ ​ ເພື່ອປັບປຸງກິດຈະກໍາທາງວັດທະນະທໍາດັ້ງ​ເດີມ​ຫຼາຍ​ຢ່າງ (ຕ່ວງ, ​ແຈ່ວ, ​ເດິ່ນກາ​ຕ່າຍ​ຕື໋) ​ແລະ ປະດິດ​ຄິດ​ສ້າງ​ສິລະ​ປະວັດ​ທະນະ​ທຳ​ໃໝ່​ຫຼາຍ​​ຮູບ​ແບບ (ກະວີ​ນິພົນ​ໃໝ່, ວັນນະຄະດີ​ໃໝ່, ລະຄອນ, ພາບພະຍົນ, ການ​ຖ່າຍຮູບ, ຈິດຕະກຳ...), ຜ່ານ​ນັ້ນ ສ້າງ​ຮາກ​ຖານ​ໃຫ້​ແກ່​ພື້ນຖານ​ວັດທະນະທຳຫວຽດນາມທີ່​ທັນ​ສະ​ໄໝ, ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຕ້ອງການ​ຊົມ​ໃຊ້​ຄວາມ​ເພີດ​ເພີນ​ຂອງ​ປະຊາຊົນ​ຫວຽດນາມ.

ມະຫາຊົນ, ເປີດອົກເປີດໃຈ ແລະ ມະນຸດສະທຳ ແມ່ນຫຼັກການ, ປັດຊະຍາກ່ຽວກັບສະຫວັດດີການວັດທະນະທຳຂອງຊາດຫວຽດນາມ ເຊິ່ງໄດ້ຝາກຝັງໃນງານບຸນ ແລະ ຮູບແບບອື່ນຂອງກິດຈະກຳວັດທະນະທຳຂອງຊຸມຊົນ (ໃນພາບ: ອະນຸຮັກແລະສົ່ງເສີມມໍລະດົກວັດທະນະທຳທີ່ບໍ່ມີຕົວຕົນຂອງເພງພື້ນເມືອງ ກວານຫໍ້ບັກນິງ) _ພາບ: ຂໍ້ມູນເອກະສານ

ຕັ້ງ​ແຕ່​ປີ 1943, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ສະ​ເໜີ​ໂຄງຮ່າງວັດທະນະທຳ​ຫວຽດນາມ, ​ໃນ​ນັ້ນ​ຢືນຢັນ​ສາມ​ຫຼັກການ​ຂອງ​ພື້ນຖານ​ວັດທະນະທຳ​ຫວຽດນາມຄື: “ກ- ຫັນ​ເປັນ​ຊາດ (ຕ້ານທຸກການກົດຂີ່ແລະອິດທິພົນຂອງອານານິຄົມ, ​ເຮັດໃຫ້ວັດທະນະ ທຳຫວຽດນາມພັດທະນາຢ່າງ​ອິດ​ສະລະ); ຂ- ຫັນ​ເປັນມະຫາຊົນ (ຄັດຄ້ານ​ກິດຈະການ ​ແລະ ການກະທຳທັງໝົດ ທີ່ເຮັດໃຫ້ວັດທະນະທຳຝືນ​ກັບ​ມວນ​ຊົນ ​ຫຼື​ຫ່າງ​ເຫີ​ນ​​ຈາກ​ຊຸມ​ຊົນ​ທີ່​ກວ້າງຂວາງ); ຄ- ຫັນ​ເປັນ​ວິທະຍາສາດ (ຕໍ່ຕ້ານ​ທຸກ​ສິ່ງ​ທີ່​ເຮັດ​ໃຫ້​ວັດທະນະທຳບໍ່​ເປັນ​​ໄປຕາມຫຼັກ​ວິທະຍາສາດ, ​ຝືນ​ກັບ​ຄວາມ​ກ້າວໜ້າ)”(2). ສາມ​ຫຼັກການ​ນີ້​ເຊື່ອມ​ໂຍງກັນຢ່າງ​ສະໜິດ​ແໜ້ນ, ​ໃນ​ນັ້ນ, ​ໂດຍ​ສະ​ເພາະ​ຫຼັກການ​ທີ​ສອງ - ຫຼັກການ “ຫັນ​ເປັນມະຫາຊົນ”, ​ໃດ້ຊີ້​ໃຫ້​ເຫັນ​ແຈ້​ງວ່າ ​ເຈົ້າ​ຂອງ​ຂອງ​ພື້ນຖານ​ວັດທະນະທຳ​ໃໝ່​ ຕ້ອງແມ່ນປະຊາຊົນ​ຫວຽດນາມ​ທັງ​ໝົດ, ​ແລະ ວັດທະນະທຳຕ້ອງ​ມຸ່ງ​ໄປ​ສູ່ການຮັບໃຊ້ປະຊາຊົນ, ຕອບ​ສະໜອງ​ຄວາມ​ຕ້ອງການ​ເພີດ​ເພີນວັດທະນະທຳ​ຂອງ “ມະຫາຊົນ”, ຂອງ​ປະຊາຊົນ​ຫວຽດນາມ​ທັງ​ໝົດ.

​ໃນ​ເວລາ​ດຽວ​ກັນ​ນີ້, ຜູ້ນຳ​ໂຮ່ຈີ​ມິນໄດ້ຊີ້ແຈງທັດສະນະຂອງຕົນກ່ຽວ​ກັບ​ວັດທະນະທຳ: “ເພື່ອຄວາມຢູ່ລອດ​ແລະຈຸດປະສົງຂອງຊີວິດ, ມະນຸດຊາດ​ໄດ້​ສ້າງ​ແລະ​ປະດິດພາສາ, ການຂຽນ, ສິນລະທໍາ, ກົດໝາຍ, ວິທະຍາສາດ, ສາສະໜາ, ສິລະ​ປະ, ວັນນະຄະດີ, ບັນດາ​ເຄື່ອງມື​​ໃນ​ການ​ດຳລົງ​ຊີວິດ​ປະຈຳ​ວັນທັງ​ໃນ​ດ້ານ​ເຄື່ອງນຸ່ງ​ຫົ່ມ, ອາຫານ, ທີ່ຢູ່​ອາ​ໄສ ​ແລະ ວິທີ​ການ​ນຳ​ໃຊ້. ການ​ສ້າງສັນ​ແລະ​ສິ່ງ​ປະດິດ​ທັງ​ໝົດ​ນັ້ນ​ແມ່ນ​ວັດທະນະທຳ. ວັດທະນະທຳ​ແມ່ນການສັງລວມທຸກຮູບແບບການດຳລົງ​ຊີວິດ ແລະ ການສະແດງອອກຂອງມັນ ​ເຊິ່ງມະນຸດຊາດໄດ້ສ້າງຂຶ້ນມາ ​ເພື່ອ​ປັບ​ໃຫ້​ເຂົ້າ​ກັບຄວາມຕ້ອງການຂອງຊີວິດ ແລະ ຄວາມຕ້ອງການຂອງການຢູ່ລອດ”(3). ຫຼາຍ​ຄົນຖື​ວ່າ ນີ້ແມ່ນນິຍາມວັດທະນະທຳຂອງໂຮ່ຈີມິນ. ດັ່ງ​ນັ້ນ, ວັດທະນະທຳບໍ່ໄດ້ຢູ່​ນອກ​ຊີວິດມະນຸດ ແລະ ຍັງມີຈຸດປະສົງເພື່ອຕອບສະໜອງຄວາມຕ້ອງການຂອງ​ຊີວິດ​ມະນຸດ.  

ທ່ານ​ໂຮ່ຈີ​ມິນ​ຍັງ​ຊີ້​ໃຫ້​ເຫັນ​: “ຫ້າຈຸດທີ່​ສຳຄັນ​ໃນ​ການສ້າງວັດທະນະທຳຂອງ​ຊາດ”, ​ໃນ​ນັ້ນ, ຈຸດ​ທີ່​ສາມລະບຸ​ວ່າ: 3. ການ​ກໍ່ສ້າງ​ສັງຄົມ: ທຸກ​ພາລະກິດ​ລ້ວນ​ແຕ່ກ່ຽວຂ້ອງກັບ​ສະຫວັດດີ​ການ​ຂອງ​ປະຊາຊົນ​ໃນ​ສັງຄົມ”(4), ໝາຍ​ຄວາມ​ວ່າ, ຕ້ອງ​ຖື​ວ່າ​ສະຫວັດດີ​ການ​ວັດທະນະທຳຂອງ​ປະຊາຊົນ ແມ່ນຈຸດຫຼັກຂອງທຸກ “ພາລະກິດ​ອັນ​ໃຫຍ່”. ນີ້​ແມ່ນ​ບັນດາ​ຂໍ້​ພິນິດ​ທິດ​ສະ​ດີ​ທີ່​ສຳຄັນ​ທີ່​ສຸດ ​ເພື່ອ​ໃຫ້ພັກ​ກອມ​ມູນິດແລະ​ລັດ​ຫວຽດນາມ ສ້າງ​ຍຸດ​ທະ​ສາດ, ນະ​ໂຍບາຍ​ການ​ພັດທະນາ​ວັດທະນະທຳ​ເວົ້າ​ລວມ ​ແລະ ພັດທະນາ​ສະຫວັດດີ​ການ​ວັດທະນະທຳ​ເວົ້າ​ສະ​ເພາະ.

ມະຫັດສະຈັນ​ແທ້, ​ແນວ​ຄິດ​ຂອງ​ໂຮ່ຈີ​ມິນ​ທີ່​ນຳ​ສະ​ເໜີ​ໃນ​ປີ 1943 ມີ​ທັງ​ສອງ​ວິທີ​ເຂົ້າ​ເຖິງຕົ້ນຕໍ​ຂອງ​ນັກ​ຄົ້ນຄວ້າ​ໂລກ​ໃນ​ປະຈຸ​ບັນ ​ກ່ຽວ​ກັບ​ສະຫວັດດີ​ການວັດທະນະທຳ (ວິທີ​ທາງ​ມະນຸດ​ວິທະຍາ​ວັດທະນະທຳ ​ແລະ ວິທີ​ເຂົ້າ​ເຖິງ​ການ​ຜະລິດ​ທາງ​ສິລະ​ປະ).

ສະຫວັດດີ​ການ​ວັດທະນະທຳທີ່ເຫັນໄດ້ ຈາກການປະຕິບັດຂອງຫວຽດນາມ
ໃນສະພາບການເສດຖະກິດຕະຫຼາດກຳນົດ​ທິດສັງຄົມນິຍົມ ແລະໂລກາພິວັດ
 

ປີ 1437, 10 ປີຫຼັງຈາກໄຊຊະນະອັນຍິ່ງໃຫຍ່ຂອງການລຸກຮືຂຶ້ນລາມ​ເຊີນ ນໍາເອົາຫວຽດນາມອອກຈາກການ​ຍຶດຄອງ​ຂອງ​ລາຊະວົງ​ໝິງ, ກະສັດ ​ເລ​ໄຖ​ຕົງ ສັ່ງ​ໃຫ້​ເສນາ​ບໍດີ ຫງວຽນ​ຈ້າຍ ​ແລະ​ເຈົ້າ​ໜ້າ​ທີ່​ຈຳນວນ​ໜຶ່ງ ມາ​ແຕ່ງ​ເຄື່ອງ​ດົນຕີ ​ແລະ​ສອນ​ດົນຕີ​ເຕັ້ນ​ລຳ. ​ຫຼັງຈາກ​ປະດິດ​ຂ້ອງ​ຫີນ​ແລ້ວ, ຫງວຽນຈ້າຍ ລາຍງານຕໍ່ກະສັດວ່າ ​ໃຫ້​ໃຊ້​ສິລະ​ປະການ​ຕໍ່ສູ້​ໃນ​ຍາ​ມສົງຄາມ ​ແລະ ສະໜັບສະໜູນ​ວັນນະຄະດີ​ໃນ​ຍາມ​ສະຫງົບ, ດຽວນີ້ເຖິງເວລາເຮັດພິທີດົນຕີ​ແລ້ວ. ​ແຕ່, ຖ້າ​ບໍ່​ມີ​ຮາກກໍ່​ບໍ່ສາມາດຢືນຢູ່ໄດ້, ບໍ່ມີວັນນະຄະດີກໍ່ບໍ່ສາມາດໝຸນວຽນໄດ້. ສັນຕິພາບ​ແມ່ນ​ຮາກ​ຂອງ​ດົນຕີ, ສຽງແມ່ນຕົວ ໜັງສືຂອງດົນຕີ.

ນີ້​ແມ່ນ​ແນວ​ຄິດ​ທີ່​ມີ​ລະດັບ​ຍຸກ​ສະ​ໄໝ​ແລະຜ່ານ​ການ​ເວລາ ​ຂອງ​ຫງວຽນ​ຈ້າຍ. ວັດທະນະທຳ​ເວົ້າ​ລວມ ​ແລະ ສິລະ​ປະ​ເວົ້າ​ສະ​ເພາະ​ ຕ້ອງ​ຖື​ເອົາ​ຄວາມສຸກ​ຂອງ​ປະຊາຊົນ​ເປັນ​ກົດ​ຮາກ. ສິລະ​ປະວັດ​ຖຸ​ແລະ​ງານ​ວັດທະນະທຳ​ເຖິງ​ວ່າ​ຈະ​ປະ​ເສີດ​ຫຼື​ໜ້າ​ສົນ​ໃຈ​ພຽງ​ໃດ, ​ແຕ່​ບໍ່​ກ່ຽວ​ໂຍງ​ກັບ​ຄວາມສຸກ ຄວາມ​ໂສກ​ເສົ້າ ຄວາມ​ທຸກ​ຂອງ​ປະຊາຊົນ ​ແລະ ບໍ່ໄດ້ຮັບຮູ້ໂດຍປະຊາຊົນ, ມັນ “ບໍ່ສາມາດຢືນຢູ່” ແລະ “ບໍ່ສາມາດໝຸນວຽນໄດ້". ອີກ​ເທື່ອ​ໜຶ່ງ​ທີ່​ພູມ​ປັນຍາ​ຫວຽດນາມ​ກ່ຽວກັບວັດທະນະທຳ ​ແລະ ສະຫວັດດີ​ການ​ວັດທະນະທຳ ສ່ອງ​ປະກາຍ​ໃນຈິນຕະນາການມະນຸດສະທໍາ, ອາລະຍະ​ທຳ​ຂອງທ່ານ ອຶກ​ຈາຍ ຜູ້​ລື​ຊື່ (ຫງວຽນ​ຈ້າຍ).

ວັນ​ທີ 2 ກັນຍາ 1945, ​ເມື່ອອ່ານຖະແຫຼງການເອກະລາດຕໍ່ໜ້າພີ່ນ້ອງ​ຮ່ວມ​ຊາດຫວຽດນາມ, ປະທານໂຮ່ຈີມິນໄດ້ອ້າງ “ຄໍາເວົ້າອະມະຕະ” ຢູ່ໃນຄຳ​ປະກາດ​ເອກະລາດສະຫະລັດອາ​ເມ​ລິ​ກາໃນປີ 1776, ​ໃນ​ນັ້ນ​ເນັ້ນ​ໜັກ​ສິດທິ​ສະ​ເໝີ​ພາບ, “ສິດທິ​ໃນ​ການ​ມີ​ຊີວິດ, ​ເສລີພາບ ​ແລະ ການສະ​ແຫວ​ງຫາ​ຄວາມສຸກ”(5).    

ພຽງ​ໜຶ່ງ​ເດືອນ​ຕໍ່​ມາ, ​ໃນ​ຈົດໝາຍ​ເຖິງ​ຄະນະ​ກຳມະການ​ປະຊາຊົນບັນດາ​ພາກ, ​ແຂວງ, ເມືອງ ແລະ ໝູ່ບ້ານ, ປະທານ​ໂຮ່ຈີ​ມິນ​ຂຽນ​ວ່າ: “ຖ້າ​ປະ​ເທດ​ເປັນ​ເອກະລາດ ​ແຕ່​ປະຊາຊົນບໍ່​ມີ​ຄວາມສຸກ​ແລະ​ເສລີພາບ, ຄວາມ​ເປັນ​ເອກະລາດ​ນັ້ນ​ບໍ່​ມີ​ຄວາມ​ໝາຍ​ຫຍັງ​ເລີຍ”(6). ​ເພິ່ນ​ຍັງ​ໄດ້​ກຳນົດ​ຫຼັກການ​ການ​ເມືອງ​ສຳລັບ​ອຳນາດ​ການ​ປົກຄອງ​ປະຕິວັດ: “ສິ່ງ​ທີ່​ເປັນ​ປະ​ໂຫຍ​ດຕໍ່​ປະຊາຊົນ, ​ເຮົາ​ຕ້ອງ​ເຮັດ​ໃຫ້​ດີ​ທີ່​ສຸດ. ສິ່ງ​ທີ່​ທຳຮ້າຍ​ປະຊາຊົນ, ​ເຮົາ​ຕ້ອງ​ພະຍາຍາມ​ຫຼີກ​ລ່ຽງ”(7).

ອີກ​ເທື່ອ​ໜຶ່ງ, ພູມ​ປັນຍາ​ຫວຽດນາມ​ກ່ຽວ​ກັບ​ວັດທະນະທຳ​ ແລະ ​ສະຫວັດດີ​ການ​ວັດທະນະທຳ ​ໄດ້​ສ່ອງ​ປະກາຍ​ໃນ​ແນວ​ຄິດ​ຂອງ​ປະທານ​ໂຮ່ຈີ​ມິນ, ນັ້ນ​ແມ່ນ​ການ​ຕັ້ງ​ບັນຫາ​ປະຊາຊົນ “ມີ​ຄວາມສຸກ​ເສລີພາບ” ຂຶ້ນ​ສູງ​ສຸດ, ​ເໜືອ​ຄວາມ​ເປັນ​ເອກະລາດ​ຂອງ​ຊາດ.

​ແນວ​ຄິດ​ນີ້, ປັດ​ຊະ​ຍາ​ນີ້ ສືບ​ຕໍ່​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ໃນ​ແນວທາງ​ວັດທະນະທຳ​ຂອງ​ພັກ​ກອມ​ມູນິດ ​ແລະ​ກົດໝາຍ​ຂອງ​ລັດ​ຫວຽດນາມ. ມະຕິ​ສະບັບ​ເລກທີ 33-NQ/TW, ວັນ​ທີ 9 ມິຖຸນາ 2014, ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ສະ​ໄໝ​ທີ XI, “ກ່ຽວກັບ​ການ​ກໍ່ສ້າງ​ແລະ​ພັດທະນາ​ວັດທະນະທຳ, ຜູ້​ຄົນ​ຫວຽດນາມ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ພັດທະນາ​ປະ​ເທດ​ຢ່າງ​ຍືນ​ຍົງ” ​ໄດ້​ຢືນຢັນ​ຢ່າງ​ຈະ​ແຈ້ງ​ເຖິງ​ທັດສະນະ “ພັດທະນາ​ວັດທະນະທຳ​ເພື່ອ​​ປັບປຸງບຸກຄະ​ລິກກະພາບ​ມະນຸດ​ໃຫ້​ສົມ​ບຸນ ​ແລະ ການ​ສ້າງ​ຜູ້​ຄົນ​ເພື່ອ​ພັດທະນາ​ວັດທະນະທຳ”. ພ້ອມ​ກັນ​ນັ້ນ, ມະຕິ​ກໍ່​ໄດ້​ກຳນົດ​ເປົ້າ​ໝາຍ​ຂອງ​ຍຸດ​ທະ​ສາດ ​ແລະ ນະ​ໄຍບາຍ​ວັດທະນະທຳ​ແມ່ນ: “ກໍ່​ສ້າງຕະຫຼາດ​ວັດທະນະທຳ​ທີ່ສົດ​ໃສ, ຍູ້​ແຮງ​ການ​ພັດທະນາ​ອຸດສາຫະກຳ​ວັດທະນະທຳ, ​ເພີ່ມ​ທະວີ​ການ​ເຜີຍ​ແຜ່​ວັດທະນະທຳ​ຫວຽດນາມ; ຫຼຸດຜ່ອນ​ເທື່ອ​ລະ​ກ້າວ​ຊ່ອງ​ຫວ່າງ​ທາງ​ດ້ານ​ການ​ຊົມ​ໃຊ້​ວັດທະນະທຳ ລະຫວ່າງ​ຕົວ​ເມືອງ​ແລະ​ຊົນນະບົດ, ລະຫວ່າງ​ບັນດາ​ພາກ ​ເຂ​ດ ​ແລະ ລະຫວ່າງ​ບັນດາ​ຊັ້ນ​ຄົນ​ສັງຄົມ. ກີດ​ກັ້ນ​ແລະ​ຍູ້​ຖອຍການ​ເຊື່ອມ​ໂຊມ​ຂອງ​ສິນ​ທຳ​ສັງຄົມ”.

ລັດຖະທຳ​ມະນູນ​ຂອງ​ປະ​ເທດ​ສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ​ປີ 2013, ​ໃນ​ຂໍ້ 2, ມາດຕາ 60 ​ກໍ່ໄດ້​ລະບຸວ່າ: “2. ລັດ, ສັງຄົມ​ພັດທະນາ​ສິລະ​ປະວັດນະ​ຄະດີ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ດ້ານ​ຈິດ​ໃຈ​ທີ່​ຫຼາກ​ຫຼາຍ​ ແລະ ​ສົດ​ໃສ​ຂອງ​ປະຊາຊົນ”.

ດັ່ງ​ນັ້ນ, ທັງດ້ານສິນທຳ, ທິດສະດີການເມືອງ ແລະ ອຳນາດ​ກົດໝາຍ, ບັນຫາ​ການ​ຮັບປະກັນສະຫວັດດີການວັດທະນະທຳຂອງປະຊາຊົນ, ຮັບປະກັນ​ສິດທິ​ໃນ​ການ​ຊົມ​ໃຊ້​ວັດທະນະທຳຂອງ​ປະຊາຊົນ ​ໄດ້​ເປັນອັນ​ຈະ​ແຈ້ງ​ທີ່​ສຸດ. ຄວາມ​ຮັບຜິດຊອບ​ໃຫ້​ປະຊາຊົນ​ມີ​ສິດ ​ແລະ ​ມີ​ເງື່ອນ​ໄຂປະຕິບັດ​ສິດ​ດັ່ງກ່າວ​ນັ້ນ​ ແມ່ນ​ຂອງ​ພັກ​ກອມ​ມູນິດ ​ແລະ ລັດ​ຫວຽດນາມ, ພ້ອມ​ກັນ​ນັ້ນ​ກໍ່​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ສັງຄົມ, ຂອງ​ປະຊາຊົນ​ເອງ. ​ເໜືອ​ສິ່ງ​ອື່ນ​ໃດ ນັ້ນ​ແມ່ນ​ຫຼັກການ​ການ​ເມືອງຂອງລະບອບ​ສັງຄົມ​ນິຍົມ, ແມ່ນສິນທຳຂອງຊາວຫວຽດນາມ.

ນັບ​ທັງ​ໃນ​ເງື່ອນ​ໄຂ​ທີ່​ດີ​ທີ່​ສຸດ, ການ​ຊົມ​ໃຊ້​ວັດທະນະທຳ​ຂອງ​ປະຊາຊົນມັກ​ມີ​ຄວາມ​ຂັດ​ແຍ້​ງ, ຂໍ້​ຈຳກັດ ​ແລະ ບັນຫາ​ທີ່​ແກ້​ໄຂ​ໄດ້​ຍາກ.   

ບັນຫາ​ທີ​ໜຶ່ງ​ແມ່ນ​ຄວາມ​ຂັດ​ແຍ້​ງ, ຊ່ອງ​ຫວ່າງ​ລະຫວ່າງ​ສິດທິ, ຄວາມ​ຕ້ອງການ​ໃນ​ການ​ຊົມ​ໃຊ້ ກັບຄວາມ​ສາມາດ​ຊົມ​ໃຊ້​ຂອງ​ປະຊາຊົນ. ​ເປັນ​ທີ່​ຊັດ​ເຈນ​ວ່າ, ຜູ້​ຄົນ​ມີ​ຂີດ​ຄວາມ​ສາມາດ​ບໍ່ເທົ່າ​ກັນ​ໃນ​ການ​ຊົ​ມ​ໃຊ້​ຜະລິດ​ຕະພັນ ​ແລະ ບໍລິການ​ທາງ​ວັດທະນະທຳ, ​ແມ່ນ​ແຕ່​ສຳລັບ​ຜະລິດ​ຕະພັນ ແລະ ບໍລິການທາງວັດທະນະທໍາທີ່​ໄດ້​ຮັບ​ຄວາມ​​ນິຍົມທີ່ສຸດ. ຜະລິດຕະພັນ ແລະ ບໍລິການທາງວັດທະນະທໍາສ່ວນຫຼາຍ ແມ່ນຜະລິດຕະພັນຂອງຄວາມຄິດສ້າງສັນ, ​ໂດຍ​ສະ​ເພາະ​ແມ່ນ​ງານ​ສິລະປະ, ​ໃນ​ນັ້ນ​ມີ​ຜົນງານ​ຫຼາຍ​ຢ່າງ​ທີ່​ມີ​ລັກ​ສະ​ນະ​ໂຮງຮຽນ, ລັກສະນະ​ສັນຍາ​ລັກ, ລັກສະນະ​ປຽບທຽບ ວິຊາ​ການ,...ສູງ​ຫຼາຍ, ມີແຕ່ຜູ້ທີ່ເຂົ້າໃຈພາສາສິລະປະທີ່ເໝາະສົມເທົ່ານັ້ນ ຈຶ່ງ​ສາມາດ​ຮັບຂໍ້ຄວາມແລະເພີດເພີນກັບຄຸນຄ່າແລະອາລົມທີ່ສິ່ງ​ຂອງ​ນັ້ນນໍາມາໃຫ້. ດັ່ງ​ນັ້ນ, ​ເພື່ອ​ຮັບປະກັນ​ສະຫວັດດີ​ກາ​ນວັດທະນະທຳ​ໃຫ້​ປະຊາຊົນ, ດ້ານ​ໜຶ່ງ, ຕ້ອງຊາບ​ຊຶມ​ທັດສະນະ “ຫັນ​ເປັນ​ມະຫາຊົນ”, ໝາຍ​ຄວາມ​ວ່າ​ຕ້ອງ​ມີ​ຂະ​ບວນການ “ຫັນ​ເປັນ​ສັງຄົມ” ທີ່​ເໝາະ​ສົມ, ຊ່ວຍ​ໃຫ້​ຜະລິດ​ຕະພັນ​ວັດທະນະທຳສາມາດເຂົ້າເຖິງໄດ້ກັບຄົນ ຈຳນວນຫຼວງຫຼາຍ, ເຮັດໃຫ້ເຂົາເຈົ້າເຂົ້າຫາແລະຊົມ​ໃຊ້​ຜະລິດ​ຕະພັນ​ວັດທະນະທຳ​ໄດ້​ງ່າຍ; ດ້ານອື່ນ, ຕ້ອງ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ປະຊາຊົນ​ຍົກ​ສູງຄວາມ​ສາມາດ​ໃນ​ການ​ຊົມ​ໃຊ້​ວັດທະນະທຳ ​ໂດຍ​ຜ່ານ​ຫຼາຍ​ວິທີ​ການ, ຕັ້ງ​​ແຕ່​ການ​ອົບຮົມ​ສຶກສາ​ວັດທະນະທຳ - ສຸນທະລີ​ຍະ​ສາດ - ສິລະ​ປະ​ໃນ​ໂຮງຮຽນ​ແລະ​ຄອບຄົວ ຈົນ​ເຖິງ​ການ​ສື່ສານ​ທາງ​ວັດທະນະທຳ​ໃນ​ສັງຄົມ. 

ສາວເຜົ່າມົ້ງໃນຊຸດອາພອນພື້ນເມືອງເດີນທາງໃນລະດູບານໃໝ່ເພື່ອຕ້ອນຮັບບຸນເຕັດ, ດ້ວຍພິທີການແລະຮີດຄອງປະເພນີທີ່ເປັນເອກະລັກແລະພິເສດ _ພາບ: TTXVN

ບັນຫາ​ທີ​ສອງ​ແມ່ນ​ຄວາມ​ແຕກ​ຕ່າງ​ໃນ​ການ​ເລືອກວັດທະນະທຳ​ແລະ​ຄວາມ​ມັກ​ສ່ວນ​ຕົວ. ​ໃນ​ປະຈຸ​ບັນຢູ່​ຫວຽດນາມມີຄວາມຈິງທີ່ວ່າ: ຫຼາຍຄົນ, ​ໂດຍ​ສະ​ເພາະ​ແມ່ນ​ໄວ​ໜຸ່ມ, ກຳລັງຫັນ​ຫຼັງ​ໃຫ້​ກັບ​ຜະລິດ​ຕະພັນວັດທະນະທຳດັ້ງ​ເດີມ​ຂອງ​ຊາດ (​ເຊັ່ນ ຂັບ​ແຈ່ວ, ຕ່ວງ, ກ໋າຍ​ເລືອ​ງ, ​ເພງ​ພື້ນ​ເມືອງ, ​ເກ​ມພື້ນ​ບ້ານ...) ​ເຮັດ​ໃຫ້​ກິດຈະກຳ​ວັດທະນະທຳຫຼາຍປະເພດຢຸດສະງັກ, ຜະລິດຕະພັນວັດທະນະທຳດັ້ງ​ເດີມຫຼາຍ​ອັນ​ຢຸດ​ນິ້ງ. ນອກຈາກ​ນັ້ນ, ສະພາບຄວາມ​ເມີນ​ເສີຍຂອງຄົນສ່ວນໜຶ່ງ, ​ໂດຍ​ສະ​ເພາະ​ໄວ​ໜຸ່ມ, ຕໍ່ກັບຜະລິດຕະພັນວັດທະນະທຳມູນ​ເຊື້ອ​ປະຕິວັດ. ມີຮູບເງົາກ່ຽວ​ກັບ​ເຫດການ​ປະຫວັດສາດ​ທີ່​ສຳຄັນຫຼາຍຂອງປະເທດຊາດຫວຽດນາມເຊັ່ນ: ບັ້ນຮົບດ້ຽນບຽນຟູ, ກ່ຽວກັບການປະຕິວັດເດືອນສິງຫາປີ 1945,...​ໄດ້​ຖືກ​ສ້າງ​ຂຶ້ນ​ແລະຜະລິດ​ຢ່າງ​ລະອຽດ​ຫຼາຍ ແຕ່ໄດ້ຮັບຄວາມສົນໃຈພຽງ​ໜ້ອຍ​ໜຶ່ງຈາກຜູ້ຊົມ​ເທົ່າ​ນັ້ນ. ພິພິດທະ​ພັນ​ຫຼາຍ​ແຫ່ງ, ຕັ້ງ​ແຕ່​ພິພິດທະພັນ​ປະຫວັດສາດ ຈົນ​ເຖິງ​ພິພິດທະພັນ​ວິຈິດ​ສິນ ລ້ວນ​ແຕ່​ຂາດ​ຜູ້​ເຂົ້າ​ຊົມ​ຊາວ​ຫວຽດນາມ. ​ໃນ​ຂະນະ​ນັ້ນ, ຊາວ​ຫວຽດນາມ​ນັບ​ລ້ານ​ຄົນ, ​ໂດຍ​ສະ​ເພາະ​ໄວ​ໜຸ່ມ, ມີຄວາມຫຼົງໄຫຼກັບຜະລິດຕະພັນວັດທະນະທຳຕ່າງປະເທດຫຼາຍຢ່າງ ເຊັ່ນ: ດົນຕີເກົາຫຼີ​​ໃຕ້, ຮູບເງົາເກົາຫຼີ​ໃຕ້, ດົນຕີອາເມລິກາ, ຮູບເງົາອາເມລິກາ, ຮູບ​ເງົາ​ຈີນ... ຊ້ຳບໍ່​ໜຳ, ບາງຄົນຍັງຕິດໃນຜະລິດຕະພັນວັດທະນະທຳທີ່ເສື່ອມຊາມ ຕ່ຳ​ຊ້າ.

ບັນຫາ​ຢູ່​ນີ້​ແມ່ນການ​ເລືອ​ກວັດທະນະທຳ.

ໜຶ່ງ​ໃນ​ບັນດາ​ປັດ​ໄຈ​ທີ່​ຕັດສິນ​ການ​ຄັດ​ເລືອກ​ນັ້ນ​ແມ່ນ ຄວາ​ມມັກ​. ຄວາມ​ມັກມີ​ທ່າ​ອຽງທີ່​ຈະ​ສ້າງ​ເປັນ​ກະ​ແສ, ຄວາມມັກສ່ວນຕົວແມ່ນການເລືອກຂອງ​ແຕ່​ລະ​ກໍລະນີ. ຄວາມ​ສຳຄັນ​ທີ່​ສຸດ​ຄື: ສຳລັບ​ຄວາມ​ມັກ, ​ເຂົາ​ເຈົ້າ​ພຽງ​ແຕ່​ສາມາດ​ກະທົບ​ໃສ່​ຄວາມ​ມັກ​ດ້ວຍການສ້າງອິດທິພົນ, ຊີ້ນຳ​ໂດຍທາງອ້ອມ ຢ່າງ​ຕໍ່​ເມື່ອ​ງ, ​ແຕ່​ບໍ່​ສາມາດ​ຊີ້​ຂາດຫຼື​ບັງຄັບໄດ້.

ບັນຫາ​ທີ​ສາມ​ແມ່ນ​ກົນ​ໄກ​ຕະຫຼາດ​ແລະ​ຄວາມ​ຂັດ​ແຍ້​ງລະຫວ່າງຄວາມ​ຕ້ອງການ ​ກັບ​ເງື່ອນ​ໄຂ, ລະຫວ່າງ​ການ​ທຸລະ​ກິດ ​ແລະ​ການ​ຮັບ​ໃຊ້​ສັງຄົມ.

ນີ້ອາດ​ຈະ​ແມ່ນ​ບັນຫາ​ທີ່​ຮ້ອນ​ເຄືອງ​ແລະ​ສັບສົນ​ທີ່​ສຸດ.

ຖ້າກ່ອນໜ້ານີ້, ກິດຈະກຳວັດທະນະທຳຊຸມຊົນສ່ວນ​ໃຫຍ່​ໄດ້​ຖືກ​ຈັດ​ຕັ້ງ​ບົນຫຼັກ​ກາບ​ມະຫາຊົນ, ບໍ່ໄດ້ເສຍຄ່າ ​ແລະ ​ໃຫ້​ຜູ້​ຊົມທຸກ​ຄົນ, ​ແຕ່ປະຈຸ​ບັນ​ນີ້ ຖ້າ​ຢາກ​ເຂົ້າ​ຮ່ວມ​ເຫດການ​ວັດທະນະທຳ ​ແລະ ຊົມ​ໃຊ້​ຜະລິດ​ຕະພັນ​ວັດທະນະທຳ ສ່ວນ​ໃຫຍ່​ຕ້ອງ​ໄດ້​ຈ່າຍ, ຊ້ຳ​ຍັງ​ຕ້ອງ​ຈ່າຍ​ເງິນ​ເປັນ​ຈຳນວນ​ຫຼາຍ. ຜະລິດຕະພັນທາງວັດທະນະທຳທີ່ “ນິຍົມ” ຫຼາຍເທົ່າໃດ, ຄ່າຄວາມມ່ວນຊື່ນກໍສູງຂຶ້ນ​ເທົ່າ​ນັ້ນ. ອາດ​ຈະ​ຖື​ວ່າ ນີ້​ເປັນ​ອຸປະສັກ​ໃນ​ການປະຕິບັດ​ສິດທິ​ສະ​ເໝີ​ພາບ​ໃນ​ການ​ຊົມ​ໃຊ້​ວັດທະນະທຳຂອງ​ປະຊາກອນ​ຫຼາຍ​ກຸ່ມ ​ແລະ ການຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ສະຫວັດດີ​ການ​ວັດທະນະທຳ​ຂອງຫຼາຍ​ລັດຖະບານ, ​ໃນ​ນັ້ນ​ມີ​ຫວຽດນາມ.

ຖ້າພວກເຮົາສືບຕໍ່ຮັກສາແລະຂະຫຍາຍຂອບເຂດຂອງກິດຈະກໍາວັດທະນະທຳ ມະຫາຊົນ ດ້ວຍຫຼາຍຜະລິດ​ຕະພັນລາຍການວັດທະນະທໍາທີ່ບໍ່ເສຍຄ່າ, ມັນ​ຈະ​ຊ່ວຍ​ໃຫ້​ຄົນຈໍານວນຫຼວງຫຼາຍມີໂອກາດເຂົ້າເຖິງກິດຈະກໍາ ​ແລະ​ເພີດ​ເພີນ​ກັບ​ຜົນ​ປະ​ໂຫຍ​ດທາງວັດທະນະທໍາ, ​ແຕ່, ສິ່ງ​ດັ່ງກ່າວ​ເປັນ​ການ​ຮັດ​ແຄບ​ຕະຫຼາດ​ຜະລິດ​ຕະພັນ​ແລະ​ບໍລິການ​ວັດທະນະທຳ, ສູນເສຍຄວາມໄດ້ປຽບ​ໃນ​ການ​ພັດທະນາ​ອຸດສາຫະກຳ ວັດທະນະທຳ, ຫຼຸດຜ່ອນຫຼືກໍາຈັດຊັບພະຍາກອນວັດທະນະທໍາຈຳນວນຫຼາຍ. ​ໃນປະຈຸ​ບັນ, ສິ່ງ​ນີ້ສາມາດ​ດຳ​ເນີນ​ຕໍ່​ໄປ​ໄດ້​ສະ​ເພາະ​ໃນ​ລະບອບ​ສັງຄົມ​ແລະ​ການ​ເມືອງ​ປິດ​ພິ​ເສດ​ເທົ່າ​ນັ້ນ. ຢູ່ໃນປະເທດທີ່ເຄີຍເປັນແລະກໍາລັງຜ່ານຂະບວນການໂລກາພິວັດ, ນະໂຍບາຍຂ້າງເທິງໝາຍເຖິງການເຮັດໃຫ້ກິດຈະກໍາແລະຜະລິດຕະພັນວັດທະນະທໍາພາຍໃນປະເທດນັບມື້ນັບຕົກ​ຕ່ຳ, ມີຄຸນນະພາບບໍ່ດີ ແລະ ບໍ່ເປັນຕາດຶງດູດໃຈ.

​ແຕ່, ຖ້າ “ປ່ອຍ” ກິດຈະກໍາວັດທະນະທໍາແລະສະພາບ​ແວດ​ລ້ອມ​ວັດທະ​ນຳ​ທັງ​ໝົດ​ໃຫ້ຕະຫຼາດເສລີ, ຈະ​ພາ​ໃຫ້​ເກີດສິ່ງທີ່ຫຼີກລ່ຽງບໍ່ໄດ້ຄື: ດ້ານ​ໜຶ່ງ, ປະຊາກອນສ່ວນ​ໃຫຍ່​ຈະ​ຖືກ​ກີດ​ກັນ​ຈາກ​ກິດ​ຈະ​ກຳ​ວັດທະນະທຳ​ແລະການດໍາລົງຊີວິດທາງ​ວັດ​ທະ​ນະທຳ ເນື່ອງຈາກບໍ່ມີເງິນພຽງພໍທີ່ຈະຈ່າຍສໍາລັບການບໍລິໂພກຜະລິດຕະພັນແລະການບໍລິການດ້ານວັດທະນະທໍາ; ເນື່ອງຈາກບໍ່ມີຄວາມສາມາດພຽງພໍໃນການຊົມ​ໃຊ້​ວັດທະນະທຳ; ເນື່ອງຈາກຄວາມບໍ່ເຂົ້າກັນກັບຄວາມມັກ; ດ້ານ​ອື່ນ, ປະຊາກອນ​ທີ່​ເຫຼືອຈະ​ມີ​ສ່ວນ​ກ່ຽວຂ້ອງຢ່າງເລິກເຊິ່ງກັບການເອື່ອຍອີງ ​ແລະ “ຕິດ” ກັບ​ຜະລິ​ຕະພັນວັດທະນະທຳ ຕ່າງປະ​ເທດ. ຜົນຄື, ປະ​ເທດ​ນັ້ນ​ຈະ​ຖືກ​ລະລາຍ​​ແລະຕົກ​ເປັນ​ທາດທາງ​ວັດທະນະທຳ ໂດຍຜ່ານຜົນກະທົບຂອງກົນໄກການຕະຫຼາດ ແລະການເຊື່ອມໂຍງ​ເຂົ້າ​ກັບໂລກ. ນີ້​ແມ່ນສະພາບ​ການທີ່​ເກີດ​ຂຶ້ນ​ຢູ່​ຫວຽດນາມ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​, ດ້ວຍ​ຄວາມ​ຮຸນ​ແຮງ​ເພີ່ມ​ຂຶ້ນ.

ຢູ່​ປະ​ເທດ​ຫວຽດນາມ, ສະຖານະການຂ້າງເທິງກາຍເປັນເລື່ອງສັບສົນ​ແລະ​ຮ້າຍ​ແຮງກວ່າເກົ່າເມື່ອບາງງານບຸນແລະກິດຈະກໍາວັດທະນະທໍາພື້ນເມືອງຖືກຄ້າຂາຍແລະການພັດທະນາການທ່ອງທ່ຽວໃນບາງບ່ອນຍັງບໍ່ມີຄວາມຮັບຜິດຊອບ. ​ເນື່ອງ​ຈາກ​ຄວາມ​ກົດ​ດັນ​ຂອງເສດຖະກິດຕະຫຼາດ, ກິດຈະກໍາທາງວັດທະນະທໍາຂອງ​ຊຸມ​ຊົນ​ພື້ນ​ເມືອງ, ລວມທັງງານບຸນຕ່າງໆ, ຈຶງຖືກ​ຫັນ​ເປັນການຄ້າ, ບໍ່ແມ່ນສະຖານ​ທີ່​ສຳລັບ​ຊາວບ້ານທັງເປັນຜູ້ຜະລິດແລະຜູ້ໄດ້ຮັບຜົນປະໂຫຍດຈາກ​ຜະລິດ​ຕະພັນ​ວັດທະນະທຳ ແຕ່ເປັນພຽງສະຖານທີ່ດຶງດູດນັກທ່ອງທ່ຽວ​ເພື່ອ​ສ້າງ​ລາຍ​ໄດ້. ​ເພື່ອ​ຈຸດປະສົງ​ນັ້ນ, ຜູ້​ຈັດ​ງານ​ໃນ​ບາງ​ແຫ່ງ ກໍ່​ພ້ອມ​ທີ່​ຈະ “ສະ​ແດງ​ລະຄອນ”, ຄັດ​ລອກ ​ແລະ​ ເພີ່ມ​ກິດຈະກຳ​ແປກປະຫຼາດ​ໃຫ້​ກັບ​ງານ​ບຸນ, ​ໂດຍ​ສະ​ເພາະ “​ເກ​ມມ່ວນ​ຊື່ນ” ​ໂຊກ​ລາງ ​ໄສຍະສາດ. ນັບ​ທັງພິທີລັບ, ພິທີໄຫວ້ບູຊາຄົນຕາຍ... ກໍ່​ກາຍ​ເປັນ​ສິນຄ້າ, ເປັນ “ການສະ​ແດງ” ​ເພື່ອດຶງ​ດູດ​ລູກ​ຄ້າ. ບູຮານສະຖານ  ​ທັດສະນີ​ຍະ​ພາບ​ບາງ​ແຫ່ງກໍ່ຖືກ “ເສື່ອມໂຊມ” ເນື່ອງຈາກການພັດທະນາການທ່ອງທ່ຽວທີ່ຂາດຄວາມຮັບຜິດຊອບ. ອົງການສື່ມວນຊົນຈຳນວນໜຶ່ງ​ໄດ້​ນຳ​ເຂົ້າຜະລິດຕະພັນວັດທະນະທຳ ຈາກ​ຕ່າງປະ​ເທດເພື່ອ “ຊວນ​ເຊື່ອ” ແລະເກັບເງິນຄ່າໂຄສະນາ. ປາກົດ​ການ “ການ​ລ່າ​ອານາ​ນິຄົມ​ທາງ​ວັດທະນະທຳ” ນີ້​ກຳລັງ​ສົ່ງ​ຜົນ​ກະທົບນັບ​ມື້​ນັບ​ແຮງ ຕໍ່ສະຫວັດດີ​ການ​ວັດທະນະທຳ ​ຂອງ​ປະຊາຊົນ​ຫວຽດນາມ, ກີດ​ກັນ​ໂອກາດ​ໃນ​ການ​ພັດທະນາ​ອຸດສາຫະກຳ​ວັດທະນະທຳ​ຂອງ​ຫວຽດນາມຕັ້ງ​ແຕ່​ຍັງ​ນ້ອຍ, ທຳລາຍ​ຄຸນຄ່າ​ວັດທະນະທຳອັນດີງາມຂອງ​ຊາດ​ຫວຽດນາມ.

ວິທີແກ້ໄຂບາງຢ່າງທີ່​ມຸ່ງ​ເນັ້ນອະນາຄົດ

​ເພື່ອຮັບປະກັນ​ສະຫວັດດີ​ການ​ວັດທະນະທຳ​ທີ່​ດີ​ ໃຫ້​ແກ່​ປະຊາຊົນ​ຫວຽດນາມ​ໃນ​ຂະ​ບວນການພັດທະນາແລະຍຶດໝັ້ນທິດທາງແລະການເຊື່ອມໂຍງເຂົ້າກັບສາກົນ, ຕ້ອງ​ຜັນ​ຂະຫຍາຍ​ບັນດາກຸ່ມວິທີແກ້ໄຂຕໍ່​ໄປ​ນີ້​ຢ່າງ​ຕໍ່​ເນື່ອງ, ຄົບ​ຊຸກ ​ແລະ ​ມີ​ປະສິດທິ​ຜົນ:

ທີ​ໜຶ່ງ, ໃນສະພາບການໃດໆ, ຂົງເຂດພື້ນ​ທີ່ວັດທະນະທຳໃດໆ ກໍ່​ຕ້ອງ​ຊາບ​ຊຶມປັດຊະຍາແລະຈັນຍາບັນຂອງຊາດຫວຽດນາມ ກ່ຽວກັບວັດທະນະທຳ​ແລະ​ສະຫວັດດີ​ການວັດທະນະທຳ, ນັ້ນແມ່ນ: ຖື​ເອົາ​ການ​ຮັບ​ໃຊ້​ປະຊາຊົນ, ປະກອບສ່ວນ​ເຮັດ​ໃຫ້​ປະຊາຊົນ​ໄດ້​ຊົມ​ໃຊ້​ຄຸນຄ່າ​ວັດທະນະທຳທີ່​ດີ​ທີ່​ສຸດ ​ເປັນ​ຫຼັກການ​ຕົ້ນຕໍ. ນີ້​ກໍ່​ແມ່ນສິ່ງທີ່ໄດ້ຂຽນໄວ້ໃນ ລັດຖະທຳມະນູນຂອງສາທາລະນະລັດສັງຄົມນິຍົມ ຫວຽດນາມປີ 2013, ອະນຸ​ສັນຍາ​ຂອງ​ອົງການ​ການ​ສຶກສາ ວິທະຍາສາດ ​ແລະ​ວັດທະນະທຳ​ແຫ່ງ​ສະຫະ​ປະຊາ​ຊາດ (UNESCO) ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ມໍລະດົກ​ທາງວັດທະນະທຳ ​ແລະ ​ທຳ​ມະ​ຊາດຂອງ​ໂລກ (​ໄດ້​ຮັບຮອງ​ເອົາ​ໃນ​ກອງ​ປະຊຸມ​ສະ​ໄໝສາມັນເທື່ອທີ 17 ຂອງສະມັດຊາໃຫຍ່ອົງການ UNESCO ທີ່ປາຣີໃນວັນທີ 16 ພະຈິກ 1972).

ນີ້ກໍ່​ແມ່ນ​ຫຼັກການ​ໃນການດໍາເນີນງານສະຖາບັນວັດທະນະທໍາທັງໝົດ, ຄວບ​ຄຸມ​ຊັບພະຍາກອນວັດທະນະທໍາ, ພັດທະນາ​ຕະຫຼາດ​ຜະລິດ​ຕະພັນ​ແລະ​ບໍລິການ​ວັດທະນະທຳ ​ໃນ​ສະພາບ​ການ​ປ່ຽນ​ແປງ​ໃໝ່, ​ເຊື່ອມ​ໂຍງ​ສາກົນ ​ແລະ ພັດທະນາ​ປະ​ເທດ​ຫວຽດນາມ​ຢ່າງ​ຍືນ​ຍົງ.

ທີ​ສອງ, ຄວາມ​ຮັບຜິດຊອບ​ພັດທະນາ​ສະຫວັດ​ດີກາ​ນວັກ​ທະນະ​ທຳ ກ່ອນ​ອື່ນ​ໝົດ​ແມ່ນ​ຂອງ​ພັກ​ກອມ​ມູນິດ​ແລະ​ລັດ​ຫວຽດນາມ. ພັກ​ກອມ​ມູນິດ​ກຳນົດ​ແຜນ​ນະ​ໂຍບາຍ, ​ແນວທາງ; ລັດ​ຫວຽດນາມ, ​ໂດຍ​ສະ​ເພາະ​ແມ່ນ​ລະບົບ​ອຳນາດ​ການ​ປົກຄອງ​ທຸກ​ລະດັບ ຮັບຜິດຊອບ​ຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ການ​ພັດທະນາ​ສະຫວັດດີ​ການ​ວັດທະນະທຳ ​ໂດຍ​ຜ່ານ​ການ​ກຳນົດ​ລະບຽບ​ກົດໝາຍ, ລະດົມ ​ແຈກ​ຢາຍ ​ແລະ ຄຸ້ມ​ຄອງບັນດາ​ແຫຼ່ງພະລັງ, ຈັດ​ຕັ້ງ​ແລະ​ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ພັດທະນາ​ອຸດສາຫະກຳ​ວັດທະນະທຳ ​ແລະ ພິ​ເສດ​ແມ່ນ​ການ​ບຳລຸງ​ແລະ​ພັດທະນາ​ຄວາມ​ສາມາດ​ໃນ​ການ​ເຂົ້າ​ຮ່ວມ​ແລະຊົມ​ໃຊ້​ສະຫວັດດີ​ການ​ວັດທະນະທຳ​ຂອງປະຊາຊົນ ​ແລະ​ຊຸມ​ຊົນ.

ທີ​ສາມ, ຊຸກຍູ້​ການ​ພັດທະນາ​ອຸດສາຫະກຳວັດທະນະທຳຢ່າງ​ໄວວາ, ​ແຂງ​ແຮງ ​ແລະ​ມີ​ປະສິດທິ​ຜົນ, ລວມທັງ​ການທ່ອງທ່ຽວ​ວັດທະນະທຳ, ຕາມ​ຫຼັກການ “ເສດຖະກິດສິນຄ້າກຳນົດ​ທິດ​ສັງຄົມ​ນິຍົມ”. ​ໃນ​ສະພາບ​ການ​ໂລກາ​ພິບັດ​ແລະ​ເສື່ອ​ມ​ໂຍງ​ສາກົນ, ນີ້​ແມ່ນ​ວິທີ​ແກ້​ໄຂທີ່ສໍາຄັນທີ່ສຸດສໍາລັບຫວຽດນາມ​ ເພື່ອ​ປັບປຸງ​ຄວາມ​ສາມາດ​ແຂ່ງຂັນລະດັບຊາດຂອງຕົນໃນດ້ານວັດທະນະທໍາ, ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ຂອງ​ບັນດາ​ແຫຼ່ງວັດທະນະທຳ ເພື່ອຟື້ນ​ຟູຕະຫຼາດວັດທະນະທໍາພາຍ​ໃນ​ປະ​ເທດ ແລະເວທີປາໄສທີ່ຖືກຮຸກຮານ​ໂດຍວັດທະນະທໍາຕ່າງປະເທດ; ໂຄສະນາພາບ​ພົດ​ປະ​ເທດ ຜູ້ຄົນ ແລະ ວັດທະນະທຳຫວຽດນາມຢູ່ຕ່າງປະເທດ.

​ໃນ​ເງື່ອນ​ໄຂ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ ແລະໂລກາພິວັດ, ມີພຽງອຸດສາຫະກຳວັດທະນະທຳທີ່ພັດທະນາຢ່າງດີເທົ່ານັ້ນ ທີ່ຈະສາມາດຈັດ​ຕັ້ງ​ປະຕິບັດ​ສະຫວັດດີການວັດທະນະທຳໄດ້ດີ ແລະ ຮັບປະກັນການພັດທະນາ​ທີ່​ຍືນ​ຍົງ​ຂອງ​ປະເທດ.

ອຸດສາຫະກຳ​ວັດທະນະທຳ​ແມ່ນ​ເຮືອ​ລຳ​ໃຫຍ່​ທີ່​ສົ່ງ​ເສີມ​ແລະ​ເຜີຍ​ແຜ່ຄຸນຄ່າ​ວັດທະນະທຳ​ຫວຽດນາມ ​ແລະ​ແກ່ນສານ​ທາງ​ວັດທະນະທຳ​ຂອງ​ມະນຸດຊາດ​ໄດ້​ດີ​ທີ່​ສຸດ, ມັນເປັນພື້ນຖານອັນສຳຄັນຂອງສະຫວັດດີການວັດທະນະທຳໃນຍຸກປະຈຸບັນ. ອຸດສາຫະກຳ​ວັດທະນະທຳຍັງຜະລິດຜະລິດຕະພັນ​-ສິນຄ້າວັດທະນະ​ທຳ​ໃໝ່​ຫຼາຍ​ຢ່າງ, ​ເຮັດ​ໃຫ້ການ​ຄັດ​ເລືອກ​ວັດທະນະທຳ ​ແລະ​ຊີວິດ​ວັດທະນະທຳ​ຂອງ​ປະຊາຊົນ ຜ່ານ​ຂ້າມຂອບ​ເຂດຂອງຮູບແບບການຄັດເລືອກແບບດັ້ງເດີມ ​ເພື່ອ​ມີຊີວິດ​ຊີວາ​ແລະ​ອຸດົມສົມບູນ​ຍິ່ງຂຶ້ນ. ອຸດສາຫະກຳ​ວັດທະນະທຳກໍ່​ໄດ້​ສ້າງ​ແຫຼ່ງພະລັງ​ການ​ເງິນ​ແລະ​ເຕັກ​ໂນ​ໂລ​ຊີອັນ​ມະຫາສານ ​ເຊິ່ງຈະ​ສ້າງ​ເງື່ອນ​ໄຂ​ເພີ່ມ​ຕີມ​ເພື່ອ​ພັດທະນາ​ສະຫວັດດີ​ການ​ວັດທະນະທຳ.

​ແນ່ນ​ອນວ່າ ​ຈະ​ຕ້ອງມີ​ນະ​ໂຍບາຍດັດ​ປັບສະ​ເພາະ ເພື່ອຫຼຸດຜ່ອນຜົນ​ກະທົບ​ທາງ​ລົບຂອງການພັດທະນາຕະຫຼາດຜະລິດຕະພັນແລະບໍລິການທາງວັດທະນະທໍາ. ນີ້​​ແມ່ນ​ເລື່ອງ​ທີ່​ບໍ່​ງ່າຍ, ​ໂດຍ​ສະ​ເພາະ​ໃນ​ເມື່ອ​ຫວຽດນາມ​ບໍ່​ມີ​ປະສົບ​ການ​ໃນ​ການ​ແກ້​ໄຂ​ບັນຫາ​ນີ້. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຫວຽດນາມສາມາດຮຽນ​ຮູ້​ຕາມ​ປະສົບ​ການ​ຂອງ​ບາງ​ປະ​ເທດ​ທີ່​ເຮັດ​ໄດ້​ດີ​ຫຼາຍ​ເຊັ່ນ: ສ.ເກົາຫຼີ, ຍີ່ປຸ່ນ, ເຢຍລະມັນ, ​ໂຮ​ນລັງ...

ທີ​ສີ່, ຍົກສູງ​ຄວາມ​ສາມາດ​ໃນ​ການ​ເຂົ້າ​ຮ່ວມ​ແລະ​ຊົມ​ໃຊ້ສະຫວັດດີ​ການ​ວັດທະນະທຳຂອງຜູ້ຄົນ​ ແລະ​ຊຸມ​ຊົນຫວຽດນາມ​. ນີ້​ແມ່ນ​ບັນຫາ​ພື້ນຖານ ມີ​ອິດ​ທິພົນ​ຕັດສິນຕໍ່ຄວາມຍືນຍົງ ແລະປະສິດທິຜົນ ຂອງສະຫວັດດີການວັດທະນະທຳ, ​ໄກ​ກວ່າ​ນັ້ນ​ແມ່ນ ຈະປະກອບສ່ວນຕັດສິນວ່າ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງຫວຽດນາມ​ປະສົບຜົນສໍາເລັດຫຼືບໍ່, ຫຼືວ່າມັນຖືກລະລາຍຜ່ານການເຊື່ອມໂຍງ. ຢູ່​ນີ້​ມີ​ບັນຫາ​ຈຳນວນ​ໜຶ່ງ​ທີ່​ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ:

ໜຶ່ງ​ຄື, ຮັບປະກັນ​ສິດທິ​ແລະ​ຄວາມ​ຮັບຜິດຊອບ​ໃນ​ການ​ເຂົ້າ​ຮ່ວມ, ການ​ຊົມ​ໃຊ້​ຂ​ອງປະຊາຊົນຕໍ່​ສະຫວັດດີ​ການ​ວັດທະນະທຳ, ໝາຍ​ຄວາມ​ວ່າ ​ຕ້ອງ​ປັບປຸງ​ສະ​ຖາ​ບັນ​ແລະ​ກົດໝາຍ​ທີ່​ກ່ຽວຂ້ອງ​ໃຫ້​ສົມ​ບຸນ​ແບບ.

ສອງ​ຄື, ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ເວລາ​ແລະ​ເງື່ອນ​ໄຂ​ວັດຖຸ​ໃຫ້ປະຊາຊົນ​ແລະ​ຊຸມ​ຊົນ​ສາມາດ​ເຂົ້າ​ຮ່ວມ​ແລະ​ຊົມ​ໃຊ້​ສະ​ຫວັດ​ດີກາ​ນວັດທະນະທຳ.

ສາມ​ຄື, ​ເພີ່ມ​ທະວີ​ການ​ອົບຮົມ​ສຶກສາ​ແລະ​ບຳລຸງ​ສ້າງ​ ເພື່ອ​ຍົກ​ສູງ​ຄວາມ​ສາມາດ​ໃນ​ການ​ເຂົ້າ​ຮ່ວມ​ແລະ​ຊົມ​ໃຊ້​ສະຫວັດດີ​ການ​ວັດທະນະທຳ​ຂອງ​ປະຊາຊົນ​ແລະ​ຊຸມ​ຊົນ, ຜ່ານ​ສິ່ງ​ດັ່ງກ່າວ​ແນະນຳ​ທິດ​ທາງ​ການ​ເລືອກ​ວັດທະນະທຳ​ຂອງ​ຊຸມ​ຊົນ​ແລະ​ປະຊາຊົນ ມຸ່ງ​ສູ່​ບັນດາ​ຄຸນຄ່າ, ກິດຈະກຳ, ຜະລິດ​ຕະພັນ​ແລະ​ລາຍການ​ວັດທະນະທຳ​ທີ່ສົດ​ໃສ, ກ້າວໜ້າ, ມະນຸດ​ອາລະຍະ​ທຳ​ຂອງຊາດ​ແລະ​ຂອງມະນຸດຊາດ./.

---------------------------

(1) Drogomir, Octavian (2020), “Cultural Goods and Cultural Welfare: Some Paxeological and Proprientarian Notes”,  http://www.themarketforideas.com/cultural-goods-and-cultural-welfare-some-praxeological-and-proprietarian-notes-a217/

(2) ພັກ​ກອມ​ມູນິດ​ຫວຽດນາມ, ເອກະສາ​ນຄົບ​ຊຸດ, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2000, ​ເຫຼັ້ມ 7, ໜ້າ 319.

(3), (4) ​ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ສພຈ. ການ​ເມືອງ​ແຫ່ງ​ຊາດ ສື້​ເຖິດ, ຮ່າ​ໂນ້ຍ, 2011, ​ເຫຼັ້ມ 3, ໜ້າ 458.

(5) ພັກ​ກອມ​ມູນິດ​ຫວຽດນາມ, ເອກະສາ​ນຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 7, ໜ້າ 434.

(6), (7) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 4, ໜ້າ 56, 57.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 959 (​ເດືອນ​ກຸມພາ 2021)