ທັດສະນະພື້ນຖານຂອງໂຮ່ຈີມິນກ່ຽວກັບການພັດທະນາສັງຄົມ -
ການກໍານົດທິດໃຫ້ແກ່ການຍົກສູງປະສິດທິຜົນ
ຂອງການຄຸ້ມຄອງພັດທະນາສັງຄົມຢູ່ຫວຽດນາມໃນປັດຈຸບັນ
ການກໍານົດທິດໃຫ້ແກ່ການຍົກສູງປະສິດທິຜົນ
ຂອງການຄຸ້ມຄອງພັດທະນາສັງຄົມຢູ່ຫວຽດນາມໃນປັດຈຸບັນ
ວກ - ທັດສະນະຂອງໂຮ່ຈີມິນກ່ຽວກັບການພັດທະນາສັງຄົມ ແມ່ນໜຶ່ງໃນພາກສ່ວນປະກອບຂອງແນວຄິດໂຮ່ຈີມິນ ເຊິ່ງບັນຈຸດ້ວຍບັນດາຄຸນຄ່າທີ່ກ້າວໜ້າ, ມະນຸດສະທໍາແລະການພັດທະນາ; ສືບຕໍ່ກໍານົດທິດ, ເຍືອງທາງໃຫ້ແກ່ພາລະກິດການສ້າງສາສັງຄົມຫວຽດນາມ ກາຍເປັນສັງຄົມທີ່ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ ມີປະຊາທິປະໄຕ ຍຸຕິທໍາ ສີວິໄລ, ຊຸກຍູ້ໃຫ້ການພັດທະນາຢ່າງຮອບດ້ານແລະກົມກຽມໃນໄລຍະປັດຈຸບັນ.
“ສັງຄົມ” ໃນຄວາມໝາຍແຄບແມ່ນແງ່ມຸມໜຶ່ງຂອງໂຄງສ້າງ “ສັງຄົມທັງໝົດ” (ເສດຖະກິດ, ການເມືອງ, ວັດທະນະທໍາ, ສັງຄົມ); ແມ່ນການເຕົ້າໂຮມບັນດາຊົນຊັ້ນ, ຊັ້ນຄົນ, ກຸ່ມສັງຄົມ, ຄອບຄົວ ແລະ ບຸກຄົນ. ທັດສະນະຂອງໂຮ່ຈີມິນກ່ຽວກັບການພັດທະນາສັງຄົມ ແມ່ນພາກສ່ວນຂອງແນວຄິດກ່ຽວກັບການປົດປ່ອຍຊາດ, ຊົນຊັ້ນ, ສັງຄົມແລະມະນຸດ; ສອດຄ່ອງກັບພຶດຕິກຕໍາການປະຕິວັດຫວຽດນາມ ແລະ ມີຄຸນຄ່າເໜືອການເວລາ; ມີຄວາມໝາຍໃນການກໍານົດທິດໃຫ້ແກ້ການສົ່ງເສີມ, ປົກປ້ອງສິດທິມະນຸດ ແລະ ສ້າງສາສັງຄົມໃຫ້ພັດທະນາ.
ປະທານໂຮ່ຈີມິນຢ້ຽມຢາມຫ້ອງບໍາລຸງວັດທະນະທໍາ ແລະ ເຕັກນິກພາກຄໍ່າ ຂອງກໍາມະກອນໂຮງງານລົດຍົນ 1 ພຶດສະພາ, ຄັນທຸງນໍາໜ້າຂອງຂະບວນການບໍາລຸງວັດທະນະທໍາຂະແໜງອຸດສາຫະກໍາຮ່າໂນ້ຍ (ປີ 1963) _ແຫຼ່ງຂໍ້ມູນ: hochiminh.vn
1. ໃນເວລາບໍ່ທັນຍາດໄດ້ເອກະລາດແຫ່ງຊາດ, ພູດລວມທີ່ຕັ້ງຂຶ້ນຕໍ່ກັບທຸກຊົນຊັ້ນ, ຊັ້ນຄົນ ແລະ ສະມາຊິກໃນສັງຄົມຫວຽດນາມ ແມ່ນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ສິດຂອງໝົດທຸກຄົນນອນລວມຢູ່ໃນການຕໍ່ສູ້ເພື່ອສິດແຫ່ງຊາດ. ການປົດປ່ອຍສັງຄົມຢູ່ທີ່ນີ້ແມ່ນການປົດປ່ອຍຊາດດ້ວຍຈຸດໝາຍ, ໜ້າທີ່ສະເພາະໜ້າ ນັ້ນແມ່ນການຂັບໄລ່ຈັກກະພັດລ່າເມືອງຂຶ້ນ, ຍາດເອົາອໍານາດການປົກຄອງມາມືປະຊາຊົນ. ດັ່ງນັ້ນ, ຖ້າບໍ່ສາມາດຍາດເອົາເອກະລາດແຫ່ງຊາດ ແມ່ນບໍ່ອາດສາມາດເວົ້າເຖິງສິດໃນການພັດທະນາຂອງແຕ່ລະຊົນຊັ້ນ, ຊັ້ນຄົນໃນສັງຄົມ ຫຼື ບຸກຄົນໃດທັງໝົດ.
ໂຮ່ຈີມິນໄດ້ຕໍາໜິຢ່າງເຄັ່ງຄັດຕໍ່ລັກສະນະຝືນພັດທະນາຂອງສັງຄົມລ່າເມືອງຂຶ້ນຢູ່ໃນບັນດາບົດນິພົນ, ບົດຂ່າວຫຼາຍໆບົດ ໃນທົດສະຕະວັດທີ 20 ຂອງສະຕະວັດທີ 20 ເຊັ່ນ: ສ່ວຍສາອາກອນທີ່ໜັກໜ່ວງ, ເບື່ອເມົາປະຊາຊົນດ້ວຍທາດເຫຼົ້າຢາຝິ່ນ, ການນໍາໃຊ້ພື້ນຖານການສຶກສາທີ່ເຮັດໃຫ້ປະຊາຊົນໂງ່ຈ້າ ແລະ ໜ່ວງໜ່ຽວບັນດາຮີດຄ່ອງປະເພນີທີ່ຫຼ້າຫຼັງ ເພື່ອຜູກມັດປະຊາຊົນ… ດ້ວຍເຫດນັ້ນ, ຖ້າຫາກບໍ່ລິເລີ່ມດ້ວຍພາລະກິດປົດປ່ອຍຊາດ ກໍບໍ່ອາດມີການພັດທະນາສັງຄົມ. ຕ້ອງກໍານົດໜ້າທີ່ປົດປ່ອຍຊາດກ່ອນສິ່ງໃດໝົດ, ກ່ອນອື່ນໝົດ, ສ່ວນໜ້າທີ່ການປົດປ່ອຍຊົນຊັ້ນ, ປົດປ່ອຍສັງຄົມ, ປົດປ່ອຍມະນຸດ ຕ້ອງປະຕິບັດຕາມໜ້າທີ່ການປົດປ່ອຍຊາດ. ເຖິງຢ່າງນັ້ນກໍຕາມ, ໃນຂອບເຂດລະບອບລ່າເມືອງຂຶ້ນດ້ວຍບັນດາເງື່ອນໄຂຈໍາກັດທີ່ແນ່ນອນ, ເວລາໃດໂຮ່ຈີມິນກໍຊອກຫາວິທີການເພື່ອປົວແປງຊີວິດການເປັນຢູ່ຂອງປະຊາຊົນຊາວຜູ້ອອກແຮງງານ. ແຜນນະໂຍບາຍສ້າງຕັ້ງບັນດາອົງການຈັດຕັ້ງສັງຄົມຂອງຊາວຜູ້ອອກແຮງງານ (ເຊັ່ນ: ສະມາຄົມກໍາມະບານແດງ, ສະມາຄົມຊາວນາແດງ, ສະມາຄົມປະຊາມິດ,…) ບໍ່ພຽງແຕ່ແນໃສ່ການເຕົ້າໂຮມກໍາລັງຕໍ່ສູ້ປົດປ່ອຍຊາດເທົ່ານັ້ນ, ຫາກກ່ອນອື່ນໝົດແມ່ນຜ່ານບັນດາການຈັດຕັ້ງເຫຼົ່ານີ້ ເພື່ອນໍາພາມະຫາຊົນອອກຕໍ່ສູ້ ທວງໃຫ້ມີການປົວແປງຊີວິດການເປັນຢູ່ໃນແຕ່ລະວັນ (ເຊັ່ນ: ຕ້ານການສ່ວຍສາອາກອນທີ່ໜັກໜ່ວງ, ທວງໃຫ້ຫຼຸດຜ່ອນອາກອນທີ່ດິນ, ຫຼຸດຜ່ອນດອກເບ້ຍ,… ໃຫ້ແກ່ຊາວນາ; ທວງໃຫ້ວັນງານເຮັດວຽກມື້ໜຶ່ງ 8 ຊົ່ວໂມງ, ຕໍ່ຕ້ານການທຸບຕີ, ເຈັບປ່ວຍຕ້ອງໄດ້ພັກຜ່ອນບໍາລຸງສຸຂະພາບ,… ຂອງກໍາ ມະກອນ), ຈາກສິ່ງເຫຼົ່ານັ້ນ ຈຶ່ງມີການເຕີບໃຫຍ່ຂະຫຍາຍຕົວທາງດ້ານການເມືອງເທື່ອລະກ້າວ. ດັ່ງນັ້ນ, ການພັດທະນາສັງຄົມໃນເງື່ອນໄຂລະບອບລ່າເມືອງຂຶ້ນ ຈຶ່ງຕິດພັນກັບການເຕີບໃຫຍ່ຂະຫຍາຍຕົວຂອງມະຫາຊົນຊາວຜູ້ອອກແຮງງານ, ບໍ່ຕັດແຍກຈາກການຕໍ່ສູ້ທວງເອົາຊີວິດການເປັນຢູ່, ສິດປະຊາທິປະໄຕໃນແຕ່ລະວັນ, ມັນໄດ້ນອນລວມຢູ່ໃນຂະບວນການແຫ່ງຊາດທີ່ກວ້າງໃຫຍ່.
ຕໍ່ກັບກຳມະກອນ, ໝາກຜົນການຕໍ່ສູ້ກັບນາຍຈ້າງໄດ້ພາໄປເຖິງບັນດາການປັບປຸງ, ປົວແປງທີ່ແນ່ນອນທາງດ້ານຊີວິດການເປັນຢູ່, ເຖິງວ່າຍັງຈໍາກັດທີ່ສຸດກໍຕາມ, ກ່ອນອື່ນໝົດແມ່ນການເພີ່ມເງິນເດືອນ, ຫຼຸດຜ່ອນຊົ່ວໂມງເຮັດວຽກ… ຕໍ່ກັບຊາວນາ, ເຖິງວ່າຈະຢຸດຢູ່ແຕ່ຄໍາຂວັນ “ຊາວນາມີນາຄາດໄຖ” ເພື່ອເຕົ້າໂຮມແກ່ຈຸດໝາຍການປົດປ່ອຍຊາດ, ແຕ່ໂຮ່ຈີມິນຍັງມີແຜນນະໂຍບາຍຮິບເອົາທີ່ດິນຂອງຈັກກະພັດ ແລະຄົນຫວຽດນາມທີ່ຂາຍຊາດ ເພື່ອແບ່ງປັນໃຫ້ຊາວນາທີ່ທຸກຍາກລໍາບາກ, ຕັ້ງໜ້າປຸກລະດົມເຈົ້າທີ່ດິນໃຫ້ຫຼຸດຜ່ອນຄ່າເຊົ່າທີ່ດິນ, ຫຼຸດຜ່ອນດອກເບ້ຍ, ແບ່ງປັນຈັດສັນນາຫຼວງຄືນໃໝ່. ໂດຍຜ່ານບັ້ນປຸກລະດົມປະຕິວັດຕ່າງໆ ເຊັ່ນ: ຂະບວນການເຜີຍແຜ່ພາສາຂອງຊາດ, ຊ່ວຍສົງເຄາະສັງຄົມໃນຍາມເກັບກ່ຽວບໍ່ໄດ້ຜົນດີ, ເກີດໄພທໍາມະຊາດ,… ເພື່ອເສີມຂະຫຍາຍນໍ້າໃຈຮັກແພງເອື້ອໜູນ, ແບ່ງປັນ, ຊ່ວຍເຫຼືອເຊິ່ງກັນແລະກັນ, ແບ່ງເບົາຄວາມລໍາບາກຍາກແຄ້ນ, ຄວາມໂຊກບໍ່ດີຕໍ່ຜູ້ທີ່ທົນຮັບຫຼາຍທີ່ສຸດຈາກການກົດຂີ່, ຄວາມບໍ່ຍຸຕິທໍາ ແລະ ດ້ອຍໂອກາດໃນສັງຄົມເມືອງຂຶ້ນ.
2. ໃນເວລາຫວຽດນາມຍາດໄດ້ເອກະລາດແຫ່ງຊາດ, ການພັດທະນາສັງຄົມ, ພັດທະນາຄົນ ແມ່ນໜ້າທີ່ໃຈກາງ ແລະ ໄດ້ຕັ້ງຂຶ້ນເປັນປະຈໍາຕໍ່ກັບພັກກອມມູນິດຫວຽດນາມ, ລັດຫວຽດນາມ. ມັນເປັນໄມ້ຫຼາວັດແທກທາດແທ້ແຫ່ງຄວາມດີງາມຂອງລະບອບໃໝ່, ຢືນຢັນລັກສະນະຄວາມຊອບທໍາຂອງຜູ້ກໍາອໍານາດຕໍ່ກັບປະຊາຊົນ. ບໍ່ແມ່ນບັງເອີນວ່າ ພຽງມື້ໜຶ່ງພາຍຫຼັງທີ່ປະກາດຕໍ່ປະຊາຊົນໃນປະເທດກ່ຽວກັບຄວາມເປັນເອກະລາດແຫ່ງຊາດ, ໃນວາລະການປະຊຸມຄັ້ງທໍາອິດຂອງສະພາລັດຖະບານຫວຽດ ນາມຊົ່ວຄາວ (ວັນທີ 3 ກັນຍາ 1945), 6 ໜ້າທີ່ຮີບດ່ວນ ທີ່ປະທານໂຮ່ຈີມິນໄດ້ຍົກຂຶ້ນນັ້ນ ລ້ວນແຕ່ແມ່ນບັນດາບັນຫາສັງຄົມທີ່ຮ້ອນລະອຸ, ກ່ຽວພັນເຖິງສິດຜົນປະໂຍດທີ່ຕິດແທດກັບຄົນ ເຊັ່ນ: ຕ້ານ “ສັດຕູອຶດຫິວ”, “ສັດຕູໂງ່ຈ້າ”, ລົບລ້າງບັນດາບ້ວງພາສີອາກອນທີ່ບໍ່ມີເຫດຜົນ, ລົບລ້າງລະບອບເບື່ອເມົາຄົນ ດ້ວຍຢາຝິ່ນແລະເຫຼົ້າສຸລາ, ຈັດຕັ້ງການເລືອກຕັ້ງທົ່ວປະເທດດ້ວຍຄວາມສະເໝີພາບ, ປະຕິບັດສິດເສລີພາບໃນການເຊື່ອຖື - ສາສະໜາ.
ໂຮ່ຈີມິນປາຖະໜາໃຫ້ຄົນຫວຽດນາມທຸກຄົນທີ່ເຖິງໄວຈະເລີນເຕີບໂຕລ້ວນແຕ່ມີວຽກເຮັດງານທໍາ, ມີລາຍໄດ້ທີ່ໝັ້ນຄົງ, ໄດ້ຮັບການປົວແປງ ແລະ ຍົກສູງຊີວິດການເປັນຢູ່ຢ່າງບໍ່ຢຸດຢັ້ງ. ແຮງງານ, ວຽກເຮັດງານທໍາ ບໍ່ພຽງແຕ່ຊ່ວຍໃຫ້ປະຊາຊົນສາມາດຮັບປະກັນດ້ານລາຍໄດ້ ແລະ ຊ່ວຍແກ້ໄຂຊີວິດການເປັນຢູ່ເທົ່ານັ້ນ, ຫາກຍັງເຮັດໃຫ້ຄົນຍັງສາມາດປັບປຸງ, ບູລະນະກິດຕິຄຸນຄວາມເປັນຄົນໃຫ້ສົມບູນແບບເທື່ອລະກ້າວ, ຮູ້ເຄົາລົບຮັກແພງຊັບສິນວັດຖຸ, ດໍາລົງຊີວິດຢ່າງມີຄວາມຮັບຜິດຊອບຕໍ່ສັງຄົມ, ຕໍ່ໝາກຜົນການອອກແຮງງານຂອງຕົນເອງ, ຢັ້ງຢືນເຖິງລັກສະນະດີເລີດຂອງລະບອບໃໝ່. ຍ້ອນແນວນັ້ນ, ໃນວັນທີ 2 ມີນາ 1945, ເພິ່ນໄດ້ລົງນາມເຊັນໃນລັດຖະບັນຍັດສະບັບເລກທີ 29 ວ່າດ້ວຍສິດຂອງແຮງງານຮັບຈ້າງ (ມີຄຸນຄ່າຄືກັບກົດໝາຍວ່າດ້ວຍແຮງງານ ໃນປັດຈຸບັນ), ບໍ່ພຽງແຕ່ມີຄວາມໝາຍດ້ານສະຖານະການໃນເວລານັ້ນ ຫາກຍັງສະແດງໃຫ້ເຫັນເຖິງທິດສະດີປັດຊະຍາໃນການພັດທະນາສັງຄົມ ນໍາອີກ.ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ອວຍພອນປີໃໝ່ແກ່ກໍາມະກອນບໍລິສັດຕົ້ນໄມ້ຂຽວ ຮ່າໂນ້ຍ ທີ່ປະຕິບັດວຽກງານຢູ່ຖະໜົນແທັງນຽນ _ພາບ: ເອກະສານຂໍ້ມູນ
ການຕ້ານ “ສັດຕູອຶດຫິວ”, “ສັດຕູໂງ່ຈ້າ” ທີ່ໂຮ່ຈີມິນໄດ້ລິເລີ່ມໃນປີ 1945 ເຊິ່ງເປັນໄລຍະເວລາທີ່ບັນດາປະເທດຕາເວັນຕົກແຮ່ນໍາບັນດາການຕໍ່ສູ້ເພື່ອຍາດຊີງແຫຼ່ງຊັບພະຍາກອນທໍາມະຊາດ ແລະ ຕະຫຼາດ, ຍັງບໍ່ທັນຮັບຮູ້ໄດ້ເຖິງຜົນຕາມມາຂອງຄວາມອຶດຫິວທຸກຍາກແລະການບໍ່ໄດ້ຮໍ່າຮຽນ ຕໍ່ກັບການພັດທະນາຂອງບັນດາປະເທດ - ປະຊາຊາດ ແລະ ມວນມະນຸດທັງປວງ. ການເຄື່ອນໄຫວປົກປັກຮັກສາສິ່ງແວດລ້ອມ, “ບຸນປູກຕົ້ນໄມ້” ເຊິ່ງເພິ່ນໄດ້ລິເລີ່ມໃນໄລຍະເວລາທີ່ມວນມະນຸດຍັງຮັກສາແບບວິທີດໍາລົງຄົງຕົວແລະຂະຫຍາຍຕົວ ດ້ວຍການຂູດຮີດບັນດາແຫຼ່ງຊັບພະຍາກອນທໍາມະຊາດ, ໂດຍບໍ່ທັນຮັບຮູ້ໄດ້ເຖິງການ “ແກ້ແຄ້ນຄືນ” ຂອງທໍາມະຊາດ ເມື່ອການຂຸດຄົ້ນບໍ່ໄປພ້ອມກັບການປົກປັກຮັກສາ ແລະສ້າງຄືນໃໝ່ບັນດາແຫຼ່ງຜົນປະໂຫຍດແກ່ທໍາມະຊາດ. ໂຮ່ຈີມິນ ມີຄວາມສໍານຶກທີ່ທັນສະໄໝ ແລະ ຢູ່ເໜືອການເວລາ, ນັບທັງອົງການອະນາໄມໂລກ (WHO), ເມື່ອຖືເອົາການເບິ່ງແຍງສຸຂະພາບຂອງປະຊາຊົນ ເປັນໜ້າທີ່ຍຸດທະສາດ, ໃນນັ້ນ ຂະແໜງສາທາລະນະສຸກມີບົດບາດສໍາຄັນຕົ້ນຕໍ.
ຜ່ານຫຼາຍທົດສະວັດຖັດມາ ບັນດາແນວຄິດດັ່ງກ່າວຈຶ່ງຖືກຮັບຮູ້ໄດ້ໃນທາດແທ້ ແລະ ກາຍເປັນແຜນການເຄື່ອນໄຫວໃນຂອບເຂດທົ່ວໂລກ ຕິດພັນກັບເປົ້າໝາຍສະຫັດສະວັດ ທີ່ອົງການສະຫະປະຊາຊາດເປັນຜູ້ລິເລີ່ມ.
3. ສັງຄົມມີເງື່ອນໄຂພັດທະນາຢ່າງຮອບດ້ານພຽງແຕ່ໃນສັງຄົມນິຍົມເທົ່ານັ້ນ ແລະ ບັນດາມາດຖານການພັດທະນາສັງຄົມ ມີຄວາມໝາຍກໍານົດເປັນຄຸນຄ່າສັງຄົມ ສັງຄົມນິຍົມ ໃນແຕ່ລະບາດກ້າວແຫ່ງການພັດທະນາປະເທດຊາດ. ຕາມທັດສະນະຂອງໂຮ່ຈີມິນ, ບັນດາລະບອບຂູດຮີດບໍ່ອາດພາໄປສູ່ການພັດທະນາສັງຄົມທີ່ແທ້ຈິງ, ບໍ່ອາດປົດປ່ອຍຢ່າງເຖິງຖອງຕໍ່ບັນດາຄວາມອາດສາມາດບົ່ມຊ້ອນ, ກໍາລັງແຮງຂອງມະນຸດ. ນັບແຕ່ເວລາກະກຽມການສ້າງຕັ້ງພັກກອມມູນິດຫວຽດນາມ, ເພິ່ນໄດ້ໄຈ້ແຍກຢ່າງເລິກເຊິ່ງວ່າ ບັນດາການປະຕິວັດປະຊາທິປະໄຕນາຍທຶນ ພຽງແຕ່ແນໃສ່ການປ່ຽນແທນລະບອບຂູດຮີດນີ້ດ້ວຍລະບອບຂູດຮີດອື່ນທີ່ສົມບູນແບບກວ່າເກົ່າ. ດ້ວຍຄວາມເຊື່ອໝັ້ນຢ່າງເຂັ້ມແຂງແຮງກ້າໃນທາດແທ້ອັນດີງາມຂອງສັງຄົມນິຍົມ, ໂຮ່ຈີມິນໄດ້ໃຫ້ທັດສະນະວ່າ ມີແຕ່ສັງຄົມນິຍົມເທົ່ານັ້ນຈຶ່ງສາມາດປົດປ່ອຍມະນຸດອອກຈາກທຸກການກົດຂີ່, ຄວາມບໍ່ຍຸຕິທໍາໄດ້ຢ່າງເຖິງຖອງ ແລະ ນໍາມາເຊິ່ງຊີວິດການເປັນຢູ່ທີ່ອີ່ມໜໍາສໍາລານ, ອິດສະຫຼະພາບ ແລະ ຄວາມຜາສຸກ; ສ້າງເງື່ອນໄຂໃຫ້ມະນຸດໄດ້ມີການພັດທະນາຢ່າງຮອບດ້ານ ທັງດ້ວຍຖານະບຸກຄົນ ແລະ ວົງຄະນາຍາດສັງຄົມ. ສັງຄົມນິຍົມໃນຄວາມສໍານຶກຂອງໂຮ່ຈີມິນ ແມ່ນສັງຄົມນິຍົມທີ່ຂະຫຍັນຂັນເຂື່ອນ, ມີການພັດທະນາ, ຫັນສູ່ຄວາມຕ້ອງການອັນຊອບທໍາຂອງປະຊາຊົນ, ແຕກຕ່າງກັບຮູບແບບສັງຄົມນິຍົມແບບຄໍາພີ, ແຂງກະດ້າງ, ຜິດແປກກັບຄວາມຕ້ອງການທີ່ແທດຈິງຂອງຊີວິດການເປັນຢູ່ຂອງປະຊາຊົນ. ເພິ່ນຖືເອົາມາດຖານສໍາຄັນອັນດັບໜຶ່ງຂອງສັງຄົມນິຍົມ ແມ່ນການພັດທະນາຄົນ, ພັດທະນາສັງຄົມ, ໂດຍການການພັນລະນາທີ່ລຽບງ່າຍ, ສະນິດສະໜົມ, ອັນສ່ອງແສງເຖິງບັນດາຄວາມຕ້ອງການທີ່ຈໍາເປັນຍິ່ງທາງດ້ານຄຸນນະພາບການດໍາລົງຊີວິດ ເຊິ່ງບໍ່ວ່າປະຊາຊົນໃດໆ ກໍ່ສາມາດຮັບຮູ້ໄດ້. ນັ້ນແມ່ນລະບອບສັງຄົມທີ່ “ທຸກຄົນມີຄວາມອີ່ມໜໍາສໍາລານ, ສະໜຸກສະບາຍ, ມີອິດສະຫຼະພາບ; ທຸກຄົນມີຄວາມສະຫຼາດຮອບຮູ້ແລະ ມີຄຸນສົມບັດ. ນັ້ນແມ່ນສັງຄົມທີ່ດີງາມ ແລະ ສະຫງ່າງາມ”(1); ນັ້ນແມ່ນສັງຄົມທີ່ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ”, “ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ວັດທະນະທໍາຂອງປະຊາຊົນ”. ເພິ່ນຍັງໃຫ້ທັດສະນະວ່າ “ບໍ່ມີລະບອບໃດທີ່ໃຫ້ຄວາມເຄົາລົບມະນຸດ, ເອົາໃຈໃສ່ ແລະ ໄຕ່ຕອງເຖິງບັນດາຜົນປະໂຫຍດສ່ວນບຸກຄົນທີ່ຖືກຕ້ອງ ແລະ ຮັບປະກັນໃຫ້ມັນໄດ້ຮັບການຕອບສະໜອງ ເທົ່າກັບລະບອບສັງຄົມນິຍົມອີກແລ້ວ”(2). ຍ້ອນແນວນັ້ນ, ການພັດທະນາສັງຄົມມີແຕ່ສາມາດບັນລຸໄດ້ບັນດາຄຸນຄ່າທີ່ແທ້ຈິງໃນສັງຄົມນິຍົມເທົ່ານັ້ນ. ການກໍ່ສ້າງສັງຄົມນິຍົມບໍ່ມີຈຸດປະສົງອື່ນໃດນອກຈາກການນໍາມາເຊິ່ງ ການພັດທະນາສັງຄົມຢ່າງຮອບດ້ານ, ຖືເອົາຄົນເປັນໃຈກາງຂອງການພັດທະນາ.
4. ພັດທະນາສັງຄົມບົນພື້ນຖານເສດຖະກິດທີ່ເຂັ້ມແຂງ, ຕິດພັນກັບໂຄງປະກອບເສດຖະກິດທີ່ແນ່ນອນ ແມ່ນໂຄງປະກອບສັງຄົມທີ່ສົມຄູ່. ນີ້ແມ່ນຈຸດທີ່ສໍາຄັນທີ່ສຸດ, ມີຄວາມໝາຍກໍານົດທິດການພັດທະນາສັງຄົມ ຕິດພັນກັບເງື່ອນໄຂຕົວຈິງຂອງຫວຽດນາມ. ຍ້ອນສະພາບແວດລ້ອມສົງຄາມ, ເຖິງແມ່ນຈະສຸມກໍາລັງກາຍ ແລະ ຈິດໃຈ, ກໍາລັງຄວາມຄິດໃນການນໍາພາການປະຕິວັດປົດປ່ອຍຊາດ, ເຕົ້າໂຮມຄວາມເປັນເອກະພາບຂອງປະເທດຊາດຫຼາຍປານໃດກໍຕາມ, ແຕ່ບໍ່ວ່າເວລາໃດໂຮ່ຈີມິນກໍຖືສໍາຄັນການສ້າງພື້ນ ຖານເສດຖະກິດແຫ່ງຊາດທີ່ເຂັ້ມແຂງ ທັງຮັບປະກັນກໍາລັງແຮງຂອງແນວຫຼັງໃຫ້ແກ່ແນວໜ້າ, ທັງຍົກສູງຊີວິດການເປັນຢູ່ຂອງປະຊາຊົນ. ຮັບຮູ້ໄດ້ຢ່າງຈະແຈ້ງເຖິງຈຸດພິເສດ “ໃຫຍ່ທີ່ສຸດ” ຂອງຫວຽດນາມໃນຍຸກສະໄໝຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ ແມ່ນປະເທດກະສິກໍາ, ທຸກຍາກ, ຫຼ້າຫຼັງ, ເສດຖະກິດດ້ອຍພັດທະນາ, ໂຮ່ຈີມິນ ແຕ່ຫົວທີໄດ້ມີແຜນນະໂຍບາຍດໍາເນີນການຫັນເປັນອຸດສາຫະກໍາຢູ່່ໃນພາກເໜືອ ແນໃສ່ພັດທະນາກໍາລັງການຜະລິດ, ຜະລິດຊັບສິນວັດຖຸທີ່ນັບມື້ຍິ່ງເຫຼືອລົ້ນ, ເພື່ອປົວແປງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນກວ່າເກົ່າ. ເພິ່ນເອີ້ນໂຄງປະກອບເສດຖະກິດນັ້ນວ່າ ໂຄງປະກອບ “ສອງຂາ” ຄື: ອຸດສາຫະກໍາ ແລະ ກະສິກໍາ.
ການປ່ຽນແປງໂຄງປະກອບເສດຖະກິດທີ່ຈໍາເປັນຈະພາໄປເຖິງການປ່ຽນແປງທາງດ້ານສັງຄົມ. ໜ້ອຍສຸດກໍຈົນເຖິງໄລຍະກ່ອນແຜນນະໂຍບາຍການດັດສ້າງສັງຄົມນິຍົມ (ປີ 1958), ໂຮ່ຈີມິນໄດ້ເນັ້ນໜັກເປັນປະຈໍາເຖິງຄວາມຮຽກຮ້ອງຕ້ອງການໃນການຮັກສາໄວ້ ແລະ ສົ່ງເສີມການພັດທະນາເສດຖະກິດສິນຄ້າຫຼາຍພາກສ່ວນ, ປະຕິບັດ “ລັດແລະເອກະຊົນຕ່າງກໍໄດ້ຮັບຜົນປະໂຫຍດ”. ເພິ່ນເຫັນໄດ້ຢ່າງຈະແຈ້ງເຖິງບົດບາດຂອງບັນດາຊັ້ນຄົນໃນສັງຄົມ ຕໍ່ກັບພາລະກິດການພັດທະນາເສດຖະກິດ ແລະ ພັດທະນາສັງຄົມ. ຍ້ອນແນວນັ້ນ, ຕ້ອງມີນະໂຍບາຍຊົນຊັ້ນທີ່ຖືກຕ້ອງ, ໂດຍສະເພາະແມ່ນບັນດາຊັ້ນຄົນທີ່ມີຊັບສິນທີ່ຍັງມີບົດບາດອັນແນ່ນອນໃນການຊຸກຍູ້ໃຫ້ເສດຖະກິດເຕີບໃຫຍ່ຂະຫຍາຍຕົວ,ໃນການແກ້ໄຂວຽກເຮັດງານທໍາ ແລະ ພັດທະນາສັງຄົມ. ຢູ່ໃນນິພົນຄວາມຮູ້ທົ່ວໄປກ່ຽວກັບການເມືອງ, ໂຮ່ຈີມິນໄດ້ໃຫ້ທັດສະນະວ່າ ເສດຖະກິດທຶນນິຍົມເອກະຊົນ “ພວກເຂົາຂູດຮີດກໍາມະກອນ, ແຕ່ພ້ອມດຽວກັນກໍປະກອບສ່ວນກໍ່ສ້າງເສດຖະກິດ”. ເພິ່ນນໍາສະເໜີທັດສະນະວ່າ ລັດແລະເອກະຊົນຕ່າງກໍໄດ້ຮັບຜົນປະໂຫຍດ, ນາຍຈ້າງລ້ວນແຕ່ມີຜົນກໍາໄລ. ສິ່ງນີ້ບໍ່ພຽງແຕ່ສ່ອງແສງເຖິງການພົວພັນລະຫວ່າງນາຍຈ້າງແລະກໍາມະກອນ ເທົ່ານັ້ນ. ເປັນອັນຈະແຈ້ງວ່າ ໃນເງື່ອນໄຂທີ່ອໍານາດການປົກຄອງໄດ້ຕົກມາມືປະຊາຊົນ, ໂດຍມີພັກກອມມູນິດເປັນຜູ້ນໍາພາ, ການພົວພັນຊົນຊັ້ນກໍບໍ່ຄືກັບໃນລະບອບເກົ່າອີກຕໍ່ໄປ. ເພິ່ນໄດ້ເນັ້ນໜັກວ່າ “ນາຍທຶນບໍ່ອາດຢຸດການຂູດຮີດ. ແຕ່ລັດຖະບານຕ້ອງຫ້າມປາມບໍ່ໃຫ້ພວກເຂົາຂູດຮີດກໍາມະກອນໜັກເກີນໄປ. ລັດຖະບານຕ້ອງປົກປ້ອງສິດ ແລະ ຜົນປະໂຫຍດຂອງກໍາມະກອນ. ພ້ອມກັນນັ້ນ, ເພື່ອຜົນປະໂຫຍດອັນຍາວນານ, ອ້າຍເອື້ອຍນ້ອງກໍາມະກອນກໍຕ້ອງປ່ອຍໃຫ້ນາຍຈ້າງໄດ້ຮັບຜົນກໍາໄລທີ່ສົມເຫດສົມຜົນ, ບໍ່ຮຽກຮ້ອງຈົນຫຼາຍເກີນໄປ”(3). ໂຮ່ຈີມິນສົ່ງເສີມໃຫ້ຊັ້ນຄົນພໍ່ຄ້າຊາວຂາຍ, ນັກທຸລະກິດ ສ້າງຄວາມຮັ່ງມີດ້ວຍຄວາມຊອບທໍາ ຖືກຕ້ອງຕາມກົດໝາຍ, ຕັ້ງໜ້າປະກອບສ່ວນໃຫ້ແກ່ການປະຕິວັດ. ກໍານົດຢູ່ໃນສະພາບແວດລ້ອມແນວຄິດອັດຕະວິໄສ, ຮີບຮ້ອນ, ຟ້າວຟັ່ງເລີກລົ້ມບັນດາພາກສ່ວນເສດຖະກິດທີ່ບໍ່ແມ່ນກໍາມະສິດສ່ວນລວມທີ່ຍັງຄອບງໍາຢູ່ບັນດາປະເທດທີ່ເດີນຕາມຮູບແບບສັງຄົມນິຍົມໂຊວຽດ ຈຶ່ງຈະເຫັນໄດ້ແນວຄິດທີ່ລື່ນລ້ຳ, ເຄົາລົບກົດເກນພາວະວິໄສຂອງໂຮ່ຈີມິນ.ເອົາໃຈໃສ່ພັດທະນາຊົນຊັ້ນກໍາມະກອນໃຫ້ເຂັ້ມແຂງ ສົມຄູ່ກັບບົດບາດຊົນຊັ້ນນໍາພາປະຕິວັດ; ມີຄວາມອາດສາມາດເປັນເຈົ້າໂຮງຈັກ, ໂຮງງານ, ບໍ່ແຮ່; ຜະລິດຊັບສິນວັດຖຸໃຫ້ແກ່ສັງຄົມຢ່າງຫຼວງຫຼາຍ (ໃນພາບ: ການປະກອບລົດຍົນຢູ່ໂຮງງານຂອງບໍລິສັດຟອດຫວຽດນາມ, ແຂວງຫ້າຍເຢືອງ) _ພາບ: TTXVN
ບັນດາຄຳແນະນຳຂ້າງເທິງຂອງໂຮ່ຈີມິນຍັງຄົງຄຸນຄ່າມາຈົນເຖິງປັດຈຸບັນ ໃນຂະນະທີ່ຫວຽດນາມຍັງຕ້ອງໄດ້ແກ້ໄຂບັນດາບັນຫາສັງຄົມຈໍານວນບໍ່ໜ້ອຍ ທີ່ເກີດຂຶ້ນຈາກພື້ນຖານເສດຖະກິດຕະຫຼາດ, ພິເສດແມ່ນບັນດາການພົວພັນທີ່ທັບຊ້ອນລະຫວ່າງນາຍຈ້າງ - ກໍາມະກອນ, ລະຫວ່າງຜູ້ບໍລິຫານ - ຊາວຜູ້ແຮງງານ, ມີທັງດ້ານການຮ່ວມມື ພັດທະນາວິສາຫະກິດ ເພື່ອນໍາເອົາຜົນປະໂຫຍດມາໃຫ້ທັງຜູ້ນໍາໃຊ້ແຮງງານ ຕະຫຼອດຮອດກະໂຕແຮງງານເອງ, ແລະດ້ານໜຶ່ງອີກແມ່ນການຕໍ່ສູ້ ບັງຄັບໃຫ້ຜູ້ນໍາໃຊ້ແຮງງານປະຕິບັດຖືກຕ້ອງຕາມຂໍ້ກໍານົດກົດໝາຍ, ຮັບປະກັນສິດຂອງຊາວຜູ້ອອກແຮງງານ, ເປີດກວ້າງສະຫວັດດີການບໍລິສັດຢ່າງບໍ່ຢຸດຢັ້ງ. ສິ່ງດັ່ງກ່າວນີ້ໄດ້ຕັ້ງຂຶ້ນຕໍ່ກັບຄວາມຮັບຮູ້ໃໝ່ກ່ຽວກັບການພົວພັນຊົນຊັ້ນໃນພື້ນຖານເສດຖະກິດຕະຫຼາດ ເມື່ອອໍານາດການປົກຄອງໄດ້ຕົກມາມືປະຊາຊົນ, ພັກກອມມູນິດໄດ້ກາຍເປັນພັກກໍາອໍານາດ, ຊົນຊັ້ນກໍາມະກອນ ແລະ ປະຊາຊົນຊາວຜູ້ອອກແຮງງານ ມີເຄື່ອງມືຫຼາຍຢ່າງເພື່ອປະຕິບັດສິດເປັນເຈົ້າຂອງຕົນ.
5. ການພັດທະນາສັງຄົມຕາມຫຼັກມູນບໍ່ຍົກເວັ້ນ, ຮັບປະກັນສິດພ້ອມກັນພັດທະນາຂອງສະມາຊິກໃນສັງຄົມທັງໝົດ. ໂຮ່ຈີມິນໃຫ້ຄວາມສໍານຶກວ່າ ບໍ່ວ່າປະຊາຊົນຄົນຫວຽດນາມ ຜູ້ໃດຫາກປະກອບສ່ວນໃຫ້ແກ່ຄວາມກ້າວໜ້າ ແລະ ການພັດທະນາຂອງປະເທດ-ປະຊາຊາດ ຕິດພັນກັບເງື່ອນໄຂປະຫວັດສາດ-ຕົວຈິງ ລ້ວນແຕ່ແມ່ນສະມາຊິກຂອງມວນຊົນ “ປະຊາຊົນ” ທີ່ກວ້າງໃຫຍ່ທັງຫຼາຍ, ເຊິ່ງພັກກອມມູນິດແລະລັດຫວຽດນາມ ໄດ້ຮັບປະກັນສິດໃນການພັດທະນາ. ນັ້ນແມ່ນບັນດານະໂຍບາຍການກໍ່ສ້າງຊົນຊັ້ນກໍາມະກອນ, ຊົນຊັ້ນຊາວນາ, ຖັນແຖວປັນຍາຊົນ,… ພ້ອມກັບບັນດາຊັ້ນຄົນສັງຄົມອື່ນໆ. ເພິ່ນຖືສໍາຄັນທີ່ສຸດໃນການເອົາໃຈໃສ່ຕໍ່ການພັດທະນາຊົນຊັ້ນກໍາມະກອນໃຫ້ເຂັ້ມແຂງ ສົມຄູ່ກັບບົດບາດຊົນຊັ້ນນໍາພາປະຕິວັດ; ມີຄວາມອາດສາມາດເປັນເຈົ້າໂຮງຈັກ, ໂຮງງານ, ບໍ່ແຮ່; ຜະລິດຊັບສິນວັດຖຸໃຫ້ແກ່ສັງຄົມ; ນໍາໜ້າທາງດ້ານແບບວິທີການຜະລິດ, ແບບແຜນດໍາລົງຊີວິດ, ວິໄນໃນການອອກແຮງງານຢ່າງແທ້ຈິງ ຕິດພັນກັບການກໍ່ສ້າງອົງການຈັດຕັ້ງກໍາມະບານ. ພ້ອມກັບການພັດທະນາຊົນຊັ້ນກໍາມະກອນ, ໂຮ່ຈີມິນ ໄດ້ໃຫ້ຄວາມຮັກແພງແລະເອົາໃຈໃສ່ຊາວນາເປັນພິເສດ ໂດຍຜ່ານບັນດານະໂຍບາຍນໍາເອົາສິດເປັນເຈົ້າດິນນາມາໃຫ້ຊາວນາ, ສົ່ງເສີມການກໍ່ສ້າງສະຫະກອນ, ໜ່ວຍຮ່ວມມືອອກແຮງງານ ເພື່ອໃຫ້ຊາວນາຮ່ວມແຮງກັນ ຜ່ານຜ່າຄວາມຫຍຸ້ງຍາກ, ເສີມຂະຫຍາຍກໍາລັງແຮງລວມໝູ່, ເປີດກວ້າງສະຫວັດດີການສັງຄົມຢູ່ຊົນນະບົດຢ່າງບໍ່ຢຸດຢັ້ງ, ກໍ່ສ້າງໝູ່ບ້ານສີວິໄລ, ຕີຖອຍບັນດາຮີດຄອງປະເພນີທີ່ຫຼ້າຫຼັງ. ເຂົ້າໃຈແຈ້ງເຖິງບັນດາການປະກອບສ່ວນ, ການເສຍສະຫຼະ, ຄວາມດ້ອຍໂອກາດ ຂອງຊາວນາໃນຄາວຕໍ່ຕ້ານ, ເວລາໃດເພິ່ນກໍຕັກເຕືອນອໍານາດການປົກຄອງແຕ່ລະຂັ້ນວ່າ ບໍ່ພຽງແຕ່ຮູ້ລະດົມກໍາລັງປະຊາຊົນເທົ່ານັ້ນ, ຫາກຕ້ອງອອກແຮງບໍາລຸງກໍາລັງແຮງປະຊາຊົນ ແລະ ໃຫ້ຄໍາໂອວາດວ່າ ພາຍຫຼັງທີ່ປະເທດເປັນເອກະພາບ ຕ້ອງຍົກເວັ້ນພາສີໃຫ້ຊາວນາ. ໂຮ່ຈີມິນ ຖືວ່າປັນຍາຊົນແມ່ນທຶນຮອນອັນລໍ້າຄ່າຂອງຊາດ ໃນພາລະກິດປະຕິວັດ, ຕ້ອງຖືສໍາຄັນໃນການນໍາໃຊ້ຜູ້ເກັ່ງກ້າສາມາດ, ສ້າງສິ່ງແວດລ້ອມ, ເງື່ອນໄຂເອື້ອອໍານວຍໃຫ້ປັນຍາຊົນໄດ້ປະກອບສ່ວນ ແລະ ອອກແຮງສູ້ຊົນ. ເຂົ້າໃຈແຈ້ງເຖິງຈຸດພິເສດຂອງປັນຍາຊົນ, ເພື່ອກໍ່ສ້າງຖັນແຖວດັ່ງກ່າວນີ້ໃຫ້ນັບມື້ຍິ່ງເຕີບໃຫຍ່ເຂັ້ມແຂງ, ມີການປະກອບສ່ວນອັນໃຫຍ່ຫຼວງແກ່ພາລະກິດປະຕິວັດຢູ່ຫວຽດນາມ, ເວລາໃດເພິ່ນກໍສະແດງໃຫ້ເຫັນເຖິງຄວາມຮູ້ສຶກທີ່ຈິງໃຈ, ນັບຖືຕໍ່ການອອກແຮງງານທາງດ້ານມັນສະໝອງ, ພະຍາຍາມເຕົ້າໂຮມ, ສ້າງຄວາມສາມັກຄີກັບປັນຍາຊົນເຂົ້າຮ່ວມໃນການປະຕິວັດ, ພ້ອມກັນສົມທົບເປັນສໍາພັນທະພາບລະຫວ່າງກໍາມະກອນ, ຊາວນາ ກັບປັນຍາຊົນ ໃຫ້ກາຍເປັນກ້ອນກໍາລັງທີ່ແໜ້ນແກ່ນ, ສ້າງເປັນຫຼັກແຫຼ່ງຂອງແນວໂຮມແຫ່ງຊາດທີ່ເປັນເອກະພາບ ຢູ່ຫວຽດນາມ. ໃນຂະນະທີ່ເອົາໃຈໃສ່ເປັນພິເສດຕໍ່ການພັດທະນາຊົນຊັ້ນກໍາມະກອນ, ຊົນຊັ້ນຊາວນາ ແລະຖັນແຖວປັນຍາຊົນ - ບັນດາຊັ້ນຄົນພື້ນຖານໃນສັງຄົມ - ໂຮ່ຈີມິນກໍມີການຮັບຮູ້, ການຕີລາຄາທີ່ຖືກຕ້ອງກ່ຽວກັບບົດບາດຂອງນາຍທຶນແຫ່ງຊາດ, ເຈົ້າຊັບນ້ອຍ ໃນໂຄງປະກອບສັງຄົມຢູ່ຫວຽດນາມ ທີ່ມີຫຼາຍຮູບຫຼາຍແບບ ເຊິ່ງຕ້ອງໄດ້ເສີມຂະຫຍາຍຢ່າງຄົບຖ້ວນ, ໄດ້ຮັບການແນະນໍາເພື່ອການພັດທະນາທີ່ສອດຄ່ອງກັບຜົນປະໂຫຍດຂອງປະເທດ ຊາດ ແລະ ທາດແທ້ຂອງລະບອບໃໝ່.
ທັດສະນະດັ່ງກ່າວນີ້ ກົງກັນຂ້າມກັບບັນດາແນວຄິດປະຊາທິປະໄຕນາຍທຶນທີ່ຂະຫຍາຍເກີນຈິງຕໍ່ບົດບາດຂອງ“ຊົນຊັ້ນຍິ່ງ” ແລະ ມີຊັບສິນ, ຖືເບົາບົດບາດຂອງປະຊາຊົນຊາວຜູ້ອອກແຮງງານ, ປະຖິ້ມຜູ້ທຸກຍາກລໍາບາກ, ຂາດການຮໍ່າຮຽນ ແລະດ້ອຍໂອກາດ ໄວ້ຂ້າງຫຼັງ. ມັນກໍຜິດແປກກັບລັດທິແຍກປ່ຽວອ່ຽງຊ້າຍ ທີ່ຄົງຕົວຢູ່ແຜ່ຫຼາຍທົ່ວໄປໃນຂະບວນການກອມມູນິດ ແລະ ກໍາມະກອນສາກົນກ່ອນນີ້ ເມື່ອໄດ້ຖືບົດບາດຂອງກໍາມະກອນ-ຊາວນາເປັນເດັດຖານ ແຕ່ຫາກບໍ່ເວົ້າເຖິງຄວາມສາມາດຂະຫຍາຍຕົວ ແລະການປະກອບສ່ວນແກ່ປະເທດຊາດຂອງຊັ້ນຄົນອື່ນໆ. ໂຮ່ຈີມິນມີການຮັບຮູ້ທີ່ສັດຈະວິພາກກ່ຽວກັບການແບ່ງຊັ້ນສັງຄົມທີ່ຖືກຕ້ອງ, ຍ້ອນບັນດາກົກເຄົ້າດ້ານເສດຖະກິດ-ສັງຄົມ, ປັດໄຈທາງຊີວະພາບ, ຄວາມສ່ຽງຕ່າງໆ,… ຂອງແຕ່ລະຄົນທີ່ໄດ້ພົບພໍ້ ອັນເຮັດໃຫ້ໂອກາດໃນການຮັບຮູ້ ແລະ ລັກສະນະປະສິດທິຜົນໃນການນໍາໃຊ້ແຫຼ່ງກໍາລັງແຮງການພັດທະນາລະຫວ່າງບັນດາສະມາຊິກໃນສັງຄົມບໍ່ຄືກັນ.
ຍ້ອນແນວນັ້ນ, ຕ້ອງຮັບປະກັນສິດພ້ອມກັນພັດທະນາ ຂອງສະມາຊິກໃນສັງຄົມທຸກຄົນ, ບໍ່ວ່າຜູ້ໃດໆ, ດ້ວຍທັດສະນະທີ່ວ່າ: “ເຮັດໃຫ້ຜູ້ທຸກຍາກມີຢູ່ມີກິນ. ຜູ້ມີຢູ່ມີກິນແລ້ວພໍຮັ່ງພໍມີ. ຜູ້ທີ່ພໍຮັ່ງພໍມີແລ້ວກໍຍິ່ງຮັ່ງມີຂຶ້ນຕື່ມ” (4). ທັດສະນະກ່າວມາຂ້າງເທິງໄດ້ສົ່ງເສີມໃຫ້ຜູ້ຮັ່ງມີ “ຮັ່ງມີຕື່ມ”, ການສ້າງຮັ່ງຄູນມີຂອງຄົນເຫຼົ່ານີ້ບໍ່ເປັນໄພຂົ່ມຂູ່ຕໍ່ໂອກາດພັດທະນາຂອງຄົນອື່ນ, ເປັນທໍາມະດາວ່າ ນັ້ນຕ້ອງເປັນການສ້າງຮັ່ງຄູນມີທີ່ສຸຈະລິດ, ຖືກຕ້ອງຕາມກົດໝາຍ; ສ່ວນຜູ້ທຸກຍາກ ກໍມີສິດພັດທະນາດ້ວຍຄວາມມານະພະຍາຍາມສູ້ຊົນບືນຕົວຂຶ້ນ “ໃຫ້ມີຢູ່ມີກິນ”, ແລ້ວກໍກ້າວຂຶ້ນ “ໃຫ້ພໍຢູ່ພໍກິນ”. ສິ່ງດັ່ງກ່າວນີ້ໄດ້ເປີດກວ້າງຫຼາຍສິ່ງຢ່າງກ່ຽວກັບການຄວບຄຸມກວດກາການແບ່ງຊັ້ນສັງຄົມຢູ່ຫວຽດນາມ ໃນປັດຈຸບັນ, ໂດຍສະເພາະແມ່ນ ການສົ່ງເສີມໃຫ້ສ້າງຮັ່ງຄູນມີທີ່ຊອບທໍາ, ຖືກຕ້ອງຕາມກົດໝາຍ ຕິດພັນກັບການຊຸກຍູ້ໃຫ້ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ກໍານົດໂຄງປະກອບສັງຄົມທີ່ມີການຂະຫຍາຍຕົວຢ່າງກົມກຽວ.ຮັບປະກັນໃຫ້ພຶດຕິກໍາຕົວຈິງເກີດມີສິດສະເໝີພາບ, ຄວາມສາມັກຄີ, ຄວາມເຄົາລົບນັບຖື, ການຊ່ວຍເຫຼືອກັນ ແລະ ພ້ອມກັນພັດທະນາ ລະຫວ່າງບັນດາຊົນເຜົ່າ ໂດຍຜ່ານການໜູນຊ່ວຍຂອງລັດ ແລະ ຄວາມມານະພຍາຍາມບືນຕົວກ້າວຂຶ້ນດ້ວຍຕົນເອງ ຂອງໝົດທຸກຄົນ, ທຸກຄອບຄົວ, ທຸກຊົນເຜົ່າ _ພາບ: ເອກະສານຂໍ້ມູນ
ເລີ່ມຕົ້ນຈາກພຶດຕິກໍາຕົວຈິງຂອງປະເທດທີ່ມີຫຼາຍຊົນເຜົ່າ, ໂຮ່ຈີມິນໃຫ້ຄວາມສໍານຶກກ່ຽວກັບການມີຫຼາຍຊົນເຜົ່າວ່າ ເປັນທຶນຮອນອັນລໍ້າຄ່າຂອງຫວຽດນາມ; ຕ້ອງຮັບປະກັນໃຫ້ພຶດຕິກໍາຕົວຈິງເກີດມີສິດເສລີພາບ, ຄວາມສາມັກຄີ, ຄວາມເຄົາລົບນັບຖື, ການຊ່ວຍເຫຼືອ ແລະ ພ້ອມກັນພັດທະນາ ລະຫວ່າງບັນດາຊົນເຜົ່າ ໂດຍຜ່ານການໜູນຊ່ວຍຂອງລັດ ແລະ ຄວາມມານະພະຍາຍາມບືນຕົວຂຶ້ນດ້ວຍຕົນເອງ ຂອງໝົດທຸກຄົນ, ທຸກຄອບຄົວ, ທຸກຊົນເຜົ່າ. ສິ່ງດັ່ງກ່າວນີ້ ກົງກັນຂ້າມກັບແນວຄິດຈໍາແນກເຊື້ອຊາດຜິວພັນ, ກັບແນວຄິດຊາດໃຫຍ່, ກັບນະໂຍບາຍ “ແບ່ງແຍກເພື່ອປົກຄອງ” ຂອງລັດທິລ່າເມືອງຂຶ້ນ. ໂຮ່ຈີມິນວາງແຜນນະໂຍບາຍວ່າ ຊົນເຜົ່າທີ່ມີເງື່ອນໄຂພັດທະນາຫຼາຍກວ່າ ຕ້ອງຄໍ້າຊູ, ຊ່ວຍເຫຼືອແກ່ບັນດາຊົນເຜົ່າທີ່ພັດທະນາຊ້າໃຫ້ພ້ອມກັນບືນຕົວກ້າວຂຶ້ນ. ເພິ່ນຖືສໍາຄັນເປັນພິເສດໃນການຊຸກຍູ້ໃຫ້ບັນດາເຂດທີ່ມີຊົນເຜົ່າສ່ວນໜ້ອຍອາໄສຈໍານວນຫຼາຍ, ເຂດພູດອຍ, ເຂດທີ່ໝັ້ນປະຕິວັດ ໄດ້ຮັບການພັດທະນາຢ່າງໄວວາ ແລະ ຢ່າງເຂັ້ມແຂງ. ການພັດທະນາບັນດາເຂດເຫຼົ່ານີ້ ບໍ່ພຽງແຕ່ມີຄວາມໝາຍຮັບປະກັນໃຫ້ແກ່ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບເທົ່ານັ້ນ, ຫາກສູງກວ່ານັ້ນ ແມ່ນການປະຕິບັດສິດພ້ອມກັນພັດທະນາລະຫວ່າງພາກ, ບັນດາຊົນເຜົ່າຕ່າງໆ.
ຫວຽດນາມເປັນປະເທດທີ່ມີຫຼາຍຄວາມເຊື່ອຖື ແລະ ມີຫຼາຍສາສະໜາ, ໂຮ່ຈີມິນ ໄດ້ເຊີດຊູຈິດໃຈເຄົາລົບສິດເສລີພາບໃນຄວາມເຊື່ອ ແລະ ການຖືສາສະໜາ; ຕີລາຄາຢ່າງພາວະວິໄສກ່ຽວກັບຄຸນຄ່າທາງວັດທະນະທໍາ, ຄຸນສົມບັດຂອງແຕ່ລະສາສາະໜາ; ສະແດງຄວາມຮູ້ສຶກເຄົາລົບນັບຖືຕໍ່ກັບບັນດາຜູ້ກໍ່ຕັ້ງສາສະໜາຕ່າງໆ; ມີຫຼາຍແນວທາງ, ນະໂຍບາຍ ເພື່ອສ້າງຄວາມສາມັກຄີລະຫວ່າງບັນດາສາສະໜາ, ຄວາມສາມັກຄີລະຫວ່າງຜູ້ຖືສາສະໜາເຢຊູແລະຜູ້ບໍ່ເຊື່ອຖືສາສະໜາ, ເຮັດໃຫ້ບັນດາສາສະໜາຢູ່ຫວຽດນາມຮ່ວມເດີນທາງໄປພ້ອມກັບຊົນຊາດ. ຍ້ອນແນວນັ້ນ, ການພັດທະນາສັງຄົມຈຶ່ງກວມເອົາທັງການເບິ່ງແຍງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ພີ່ນ້ອງປະຊາຊົນທີ່ເຊື່ອຖືສາສະໜາຕ່າງໆ, ເຮັດໃຫ້ພີ່ນ້ອງປະຊາຊົນທີ່ເຊື່ອຖືສາສະໜາຕ່າງໆ ຕິດພັນກັບຊົນຊາດ, ຮ່ວມເດີນທາງໄປພ້ອມກັບພາລະກິດການປົດປ່ອຍ ແລະ ພັດທະນາຊາດ. ເພິ່ນໄດ້ຕໍາໜິວິຈານ ແລະ ຕໍ່ສູ້ຢ່າງບໍ່ຜ່ອນສັ້ນຜ່ອນຍາວກັບທຸກການສະແດງອອກທີ່ເປັນການອະຄະຕິທາງສາສະໜາ, ລະເມີດສິດເສລີພາບໃນການເຊື່ອຖືສາສະໜາຂອງປະຊາຊົນ ກໍຄືບັນດາການກະທໍາທີ່ເປັນການສວຍໃຊ້ສາສະໜາເພື່ອເຮັດໃນສິ່ງທີ່ຂັດກັບຜົນປະໂຫຍດຂອງຊາດ, ສ້າງຄວາມເສຍຫາຍແກ່ພາລະກິດປະຕິວັດ.
ບັນດາຊັ້ນຄົນແລະກຸ່ມສັງຄົມທີ່ຂາດໂອກາດໃນການພັດທະນາ ປະສົບກັບຄວາມເສຍປຽບຫຼາຍຢ່າງໃນສັງຄົມຫວຽດນາມ, ກໍໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກປະທານໂຮ່ຈີມິນ. ຕໍ່ກັບແມ່ຍິງ, ຊັ້ນຄົນທີ່ສູນເສຍໂອກາດຫຼາຍໃນການພັດທະນາ ເນື່ອງຈາກຂໍ້ຈໍາກັດຂອງອຸດົມການສັກດິນາທີ່ຫຼ້າຫຼັງ, ເພິ່ນມີແຜນນະໂຍບາຍວ່າ ຕ້ອງດໍາ ເນີນການປະຕິວັດເພື່ອປົດປ່ອຍແມ່ຍິງ, ປະຕິບັດສິດສະເໝີພາບຍິງ-ຊາຍ, ສ້າງສະພາບແວດລ້ອມອຳນວຍຄວາມສະດວກ ເພື່ອໃຫ້ແມ່ຍິງມີໂອກາດເຂົ້າຮ່ວມໃນວຽກງານສັງຄົມ, ການສຶກສາຮໍ່າຮຽນ, ການສູ້ຊົນຕ່າງໆ ກໍຄືກັບການປະຕິບັດສໍາເລັດພາລະບົດບາດທໍາມະຊາດຂອງການເປັນແມ່, ເປັນເມຍ. ເພິ່ນໄດ້ໃຫ້ທັດສະນະວ່າ ຖ້າຍັງບໍ່ສາມາດປົດປ່ອຍແມ່ຍິງ ກໍເທົ່າກັບປົດປ່ອຍມະຫາຊົນໄດ້ພຽງເຄິ່ງໜຶ່ງເທົ່ານັ້ນ, ຍັງບໍ່ທັນສະແດງອອກເຖິງຄວາມສະເໝີພາບຍິງ-ຊາຍ ແລະ ສິດສະເໝີພາບຍິງ-ຊາຍ ກໍເປັນພຽງເຄິ່ງໜຶ່ງຂອງສັງຄົມນິຍົມເທົ່ານັ້ນ…. ຕໍ່ກັບເດັກນ້ອຍ, ເພິ່ນຖືເໝືອນດັ່ງ “ຍອດອ່ອນເທິງກິ່ງໄມ້”, ເວລາໃດກໍປຸກລະດົມ, ສົ່ງເສີມໃຫ້ພວກນ້ອງໄດ້ສຶກສາຮໍ່າຮຽນ, ເຝິກຝົນຫຼໍ່ຫຼອມ ເພື່ອເປັນປະໂຫຍດແກ່ຄອບຄົວ ແລະ ສັງຄົມ, ຮັບປະກັນແຫຼ່ງທຶນຮອນມະນຸດໃຫ້ແກ່ອານາຄົດຂອງປະເທດຊາດ, ຕ້ອງມີບັນດານະໂຍບາຍພັດທະນາຢ່າງຮອບດ້ານ ເຊັ່ນ: ກໍາລັງກາຍ, ກໍາລັງມັນສະໝອງ, ຄຸນສົມບັດ ແລະ ຄວາມງາມ. ຕໍ່ກັບຜູ້ສູງອາຍຸ, ໂຮ່ຈີມິນກໍໃຫ້ຄວາມເຄົາລົບນັບຖື, ເຊື່ອໝັ້ນ, ຍົກສູງ ແລະ ຮຽກຮ້ອງໃຫ້ມີນະໂຍບາຍໃນການເບິ່ງແຍງດູແລ, ປຸກລະດົມຢ່າງທັນການ, ເສີມຂະຫຍາຍບົດຮຽນ, ປະສົບການຊີວິດ ແລະ ຄວາມຮັບຜິດຊອບໃນການເປັນແບບຢ່າງໃຫ້ແກ່ລູກຫຼານ, ກ່ອນອື່ນໝົດແມ່ນໃນຄອບຄົວ, ວົງຕະກຸນ ແລະ ບ້ານເມືອງ. ຕໍ່ກັບທະຫານເສຍອົງຄະ, ນັກຮົບທີ່ເສຍສະຫຼະຊີວິດ, ຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ - ບັນດາຜູ້ທີ່ໄດ້ເສຍສະຫຼະ, ສູນເສຍໃນການຕໍ່ສູ້ເພື່ອເອກະລາດຂອງຊາດ - ຕ້ອງໄດ້ຮັບການເບິ່ງແຍງດູແລເປັນພິເສດ ໂດຍຜ່ານບັນດານະໂຍບາຍສັງຄົມພິເສດ. ຢູ່ໃນພິໄນກໍາ, ປະທານໂຮ່ຈີມິນໄດ້ຕັກເຕືອນໄວ້ວ່າ ພາຍຫຼັງທີ່ການປະຕິວັດໄດ້ຮັບໄຊຊະນະ, ວຽກງານທໍາອິດຕໍ່ກັບຄົນ ແມ່ນການເບິ່ງແຍງດູແລທະຫານເສຍອົງຄະ ແລະ ຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ; ກໍ່ສ້າງສວນດອກໄມ້, ສີລາຈາລຶກຄຸນງາມຄວາມດີເຫຼົ່າວິລະຊົນ, ຜູ້ເສຍສະຫຼະຊີວິດ; ເບິ່ງແຍງດູແລການກິນດື່ມ ບ່ອນຢູ່ອາໄສ, ເປີດສອນວິຊາຊີບ ເພື່ອໃຫ້ທະຫານເສຍອົງຄະ ແລະ ລູກເຕົ້າເຂົາເຈົ້າສາມາດ “ທໍາມາຫາກິນດ້ວຍຕົນເອງ”.
6. ພັດທະນາສັງຄົມບົນທັດສະນະຊຸກຍູ້ຄວາມຍຸຕິທໍາດ້ານໂອກາດພັດທະນາ ລະຫວ່າງບັນດາສະມາຊິກໃນສັງຄົມ, ຮັບປະກັນຄວາມກົມກຽວ ລະຫວ່າງສິດແລະພັນທະ, ລະຫວ່າງການປະກອບສ່ວນ ແລະ ການຊົມໃຊ້. ນີ້ແມ່ນທັດສະນະຄິດສໍາຄັນທີ່ສຸດ ເຊິ່ງຄອບງໍາໃນການອອກແບບສ້າງນະໂຍບາຍເສດຖະກິດແລະນະໂຍບາຍສັງຄົມ ເພື່ອມຸ່ງສູ່ຈຸດໝາຍການພັດທະນາທີ່ຍືນຍົງ. ຕາມທັດສະນະຂອງໂຮ່ຈີມິນ, ໂອກາດພັດທະນາຂອງແຕ່ລະຄົນ ກ່ອນອື່ນໝົດແມ່ນຕ້ອງໄດ້ດໍາລົງຊີວິດຢູ່ໃນສັນຕິພາບ, ຄວາມເປັນເອກະລາດ, ອິດສະຫຼະພາບ, ຄວາມສະຫງົບ ແລະ ຄວາມປອດໄພ. ຫາກປະເທດສູນເສຍເອກະລາດ, ອໍານາດອະທິປະໄຕ ແມ່ນປະຊາຊົນກໍບໍ່ອາດມີອິດສະຫຼະພາບ ແລະບໍ່ອາດມີໂອກາດພັດທະນາໄດ້. ປະເທດຊາດມີເອກະລາດ, ມີສະພາບແວດລ້ອມແຫ່ງສັນຕິພາບ, ສັງຄົມມີຄວາມສະຫງົບປອດໄພ ຈຶ່ງເປັນໂອກາດໃຫ້ ຄົນໄດ້ມີການພັດທະນາ, ເປັນເງື່ອນໄຂພື້ນຖານເພື່ອໃຫ້ສະມາຊິກໃນສັງຄົມທັງໝົດໄດ້ອອກແຮງພະຍາຍາມ, ສູ້ຊົນເພື່ອການພັດທະນາລວມ. ຈະມີໂອກາດພັດທະນາໄດ້ນັ້ນ ຍັງຕ້ອງອີງໃສ່ການເປີດກວ້າງລະບົບສະຫວັດດີການສັງຄົມ, ສ້າງພື້ນຖານໃຫ້ຄົນໄດ້ຮັບການພັດທະນາຢ່າງຮອດດ້ານ, ໂດຍສະເພາະແມ່ນການສຶກສາ, ວັດທະນະທໍາ, ສາທາລະນະສຸກ, ການຊ່ວຍເຫຼືອທາງສັງຄົມ. ໂຮ່ຈີມິນໄດ້ເອົາໃຈໃສ່ເປັນພິເສດເຖິງໂອກາດເພື່ອການພັດທະນາຕໍ່ກັບບັນດາເປົ້າໝາຍທີ່ດ້ອຍໂອກາດ, ໂຊກບໍ່ອໍານວຍໃນສັງຄົມ ເຊັ່ນ: ເດັກນ້ອຍ, ທະຫານເສຍອົງຄະ, ຄອບຄົວຜູ້ເສຍສະຫຼະຊີວິດ, ແມ່ຍິງ, ບັນດາຊົນເຜົ່າສ່ວນນ້ອຍ.ຈະມີໂອກາດພັດທະນາໄດ້ນັ້ນ ຍັງຕ້ອງອີງໃສ່ການເປີດກວ້າງລະບົບສະຫວັດດີການສັງຄົມ, ສ້າງພື້ນຖານໃຫ້ຄົນໄດ້ຮັບການພັດທະນາຢ່າງຮອດດ້ານ, ໂດຍສະເພາະແມ່ນການສຶກສາ, ວັດທະນະທໍາ, ສາທາລະນະສຸກ ແລະ ການຊ່ວຍເຫຼືອທາງສັງຄົມ (ໃນຮູບ: ພະນັກງານ, ນັກຮົບຄ້າຍທະຫານປ້ອງກັນຊາຍແດນດ່ານຊາຍແດນມາລູ່ທ່າງ ແຈກຢາຍຜ້າປິດປາກອະນາໄມໃຫ້ແກ່ປະຊາຊົນບ້ານຮຸ່ງແບ່ງ, ຕາແສງມາລີພໍ, ເມືອງຟອງໂຖ້, ແຂວງລາຍເຈົາ, ຫວຽດນາມ) _ພາບ: TTXVN
ຕາມທັດສະນະຂອງໂຮ່ຈີມິນ, ຄວາມຍຸຕິທໍາສັງຄົມ ແມ່ນຄວາມກົມກຽວລະຫວ່າງສິດແລະພັນທະ, ລະຫວ່າງການປະກອບສ່ວນແລະການຊົມໃຊ້. ເພິ່ນໄດ້ເນັ້ນໜັກວ່າ: “ການແຈກຢາຍຕ້ອງປະຕິບັດຕາມລະດັບການອອກແຮງງານ. ອອກແຮງງານຫຼາຍກໍໄດ້ຮັບການແຈກຢາຍຫຼາຍ, ອອກແຮງງານໜ້ອຍກໍໄດ້ຮັບການແຈກຢາຍໜ້ອຍ. ອອກແຮງງານຢ່າງຍາກລໍາບາກກໍໄດ້ຮັບການແຈກຢາຍຫຼາຍ, ອອກແຮງງານງ່າຍກໍໄດ້ຮັບການແຈກຢາຍໜ້ອຍ. ບໍ່ຄວນໃຫ້ມີສະພາບຄົນເກັ່ງ, ຄົນອ່ອນ, ວຽກຍາກ, ວຽກງ່າຍ ກໍຄິດໄລ່ແຮງງານຄືກັນ. ນັ້ນແມ່ນລັດທິສະເລ່ຍ. ຕ້ອງຫຼີກລ່ຽງລັດທິສະເລ່ຍ” (5). ເພິ່ນໄດ້ຕໍາໜິວິຈານຕໍ່ການຖືສິດຜົນປະໂຫຍດພິເສດ, ຍ້ອນວ່າການຖືສິດຜົນປະໂຫຍດພິເສດ ແມ່ນກົກເຄົ້າແຫ່ງການກໍ່ເກີດສະພາບຄວາມບໍ່ສະເໝີພາບ ໃນການແຈກຢາຍຜົນການຜະລິດ ກໍຄືການທໍາລາຍໂອກາດພັດທະນາໃນກຸ່ມສັງຄົມທີ່ດ້ອຍໂອກາດ. ເພິ່ນກໍຕໍາໜິວິຈານລັດທິສະເລ່ຍ, ຍ້ອນວ່າການແບ່ງສະເໝີ, ສະເລ່ຍ ແມ່ນບໍ່ຍຸຕິທໍາ, ມັນສ້າງຄວາມອະຍຸຕິທໍາຕໍ່ຜູ້ທີ່ເຮັດຫຼາຍ ຖ້າຫາກແຈກຢາຍບໍ່ລື່ນຫຍັງກັບຜູ້ທີ່ເຮັດໜ້ອຍ, ຍ້ອນແນວນັ້ນ ຈຶ່ງເປັນ ການດັບສູນກໍາລັງການພັດທະນາ. ຄວາມຍຸຕິທໍາສັງຄົມຕ້ອງໄດ້ຮັບການໄຈ້ແຍກທັງແຮງງານ “ຍາກ” ແລະ “ງ່າຍ” - ຫຼືຍັງເອີ້ນວ່າ ແຮງງານທີ່ສັບສົນ ແລະ ແຮງງານງ່າຍດາຍ. ບັນດາການສະແດງອອກທີ່ເປັນເອກະພາບ ລະຫວ່າງແຮງງານທີ່ສັບສົນກັບແຮງງານງ່າຍດາຍ ໃນການແຈກຢາຍຜົນການຜະລິດ ລ້ວນແຕ່ຜິດແປກກັບແນວຄິດໂຮ່ຈີມິນ, ມັນກົດໜ່ວງ ຫຼື ດັບສູນການປ່ຽນແປງໃໝ່ປະດິດສ້າງໃນການເຄື່ອນໄຫວຄຸ້ມຄອງ, ວິທະຍາສາດ, ວັນນະຄະດີ, ສິລະປະ… ຍ້ອນແນວນັ້ນ, ຈຶ່ງສ້າງເປັນລະບົບການແຈກຢາຍທີ່ສົມເຫດສົມຜົນ ເຊິ່ງບໍ່ພຽງແຕ່ເບິ່ງຈາກແງ່ມຸມສະຫວັດດີການສັງຄົມເທົ່ານັ້ນ, ຫາກຍັງຮັບການພິຈາລະນາທັງໃນແງ່ມຸມກໍາລັງດັນການພັດທະນາສັງຄົມນໍາອີກ. ນີ້ແມ່ນບັນຫາທີ່ມີຄວາມໝາຍໃນສະພາບການປັດຈຸບັນ ໃນເງື່ອນໄຂແຫ່ງການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ຢູ່ຫວຽດນາມໃນປັດຈຸບັນ.
7. ຫຼັກແຫຼ່ງແກ່ນສານຂອງການພັດທະນາສັງຄົມ ແມ່ນການປົດປ່ອຍຄົນອອກຈາກທຸກການກົດຂີ່, ຄວາມບໍ່ຍຸຕິທໍາ, ພັດທະນາຄົນຢ່າງຮອບດ້ານ, ເຄົາລົບສິດ ແລະ ຜົນປະໂຫຍດອັນຊອບທໍາ, ຖືກຕ້ອງຕາມກົດໝາຍຂອງປະຊາຊົນ; ສ້າງສັງຄົມທີ່ມີຄວາມສະຫງົບ, ປອດໄພ, ຮັບປະກັນໃຫ້ຄົນໄດ້ຈະເລີນເຕີບໃຫຍ່ຢ່າງປອດໃສ. ໂຮ່ຈີມິນໄດ້ໃຫ້ທັດສະນະວ່າ ການພັດທະນາສັງຄົມ ແມ່ນການປົດປ່ອຍຄົນອອກຈາກທຸກການກົດຂີ່, ຄວາມບໍ່ຍຸຕິທໍາ, ມີເງື່ອນໄຂພັດທະນາຢ່າງຮອບດ້ານ ທັງດ້ານກໍາລັງຮ່າງກາຍ, ກໍາລັງມັນສະໝອງ, ຄວາມງາມ ແລະ ຄຸນສົມບັດ. ລົບລ້າງບັນດາຮາກຖານເສດຖະກິດຂອງລະບອບຂູດຮີດ ນັ້ນແມ່ນການປົດປ່ອຍແຮງງານ, ນໍາເອົາອິດສະຫຼະພາບຄືນໃຫ້ມະນຸດ. ການພັດທະນາເສດຖະກິດບໍ່ມີຈຸດໝາຍໂດຍມັນເອງ ເຊິ່ງມຸ່ງສູ່ການປົວແປງຊີວິດການເປັນຢູ່ທາງດ້ານວັດຖຸ, ພັດທະນາກໍາລັງກາຍ, ຍົກສູງຄວາມຕ້ອງການຊົມໃຊ້ດ້ານວັດທະນະທໍາຂອງປະຊາຊົນ. ພື້ນຖານວັດທະນະທໍາໃໝ່, ຄຸນສົມບັດໃໝ່ໄດ້ຮັບການກໍ່ສ້າງຂຶ້ນ ຈະຊ່ວຍໃຫ້ຄົນເຮົາສາມາດກໍ່ຮ່າງສ້າງເປັນແບບແຜນດໍາລົງຊີວິດທີ່ກົມກຽວກັບສັງຄົມ, ກັບວົງຄະນາຍາດ, ກັບທໍາມະຊາດ ແລະ ກັບຕົນເອງ. ລະບົບການສຶກສາທີ່ກ້າວໜ້າ ຕ້ອງມີຄວາມສາມາດປຸກລຸກ, ເສີມຂະຫຍາຍສູງສຸດ ບັນດາຄວາມອາດສາມາດແລະຄຸນທາດທີ່ມີຢູ່ແລ້ວຂອງມະນຸດ ເພື່ອປັບປຸງບູລະນະຕົນເອງ ແລະ ປະກອບສ່ວນເປັນປະໂຫຍດແກ່ສັງຄົມ. ລະບອບການເມືອງປະຊາທິປະໄຕ ຕ້ອງສ້າງສະພາບແວດລ້ອມໃຫ້ຄົນມີອິດສະຫຼະພາບ, ເສີມຂະຫຍາຍຢ່າງສູງສຸດ ຄວາມອາດສາມາດເປັນເຈົ້າໃນທຸກດ້ານຂອງຊີວິດສັງຄົມ. ຈຸດໝາຍພັດທະນາເສດຖະກິດ, ການເມືອງ, ວັດທະນະທໍາ ຫຼືສັງຄົມ ລ້ວນແຕ່ມຸ່ງສູ່ການຕອບສະໜອງຄວາມຕ້ອງການທີ່ນັບມື້ນັບສູງຂຶ້ນຂອງປະຊາຊົນ, ຕອບສະໜອງສິດແລະຜົນປະ ໂຫຍດອັນຊອບທໍາ, ຖືກຕ້ອງຕາມກົດໝາຍຂອງປະຊາຊົນ.
ການພັດທະນາສັງຄົມໃນແນວຄິດໂຮ່ຈີມິນມີຫຼາຍຂັ້ນ, ຫຼາຍຊັ້ນ: ປວງຊົນທັງຊາດ - ພີ່ນ້ອງປະຊາຊົນ, ຊັ້ນຄົນ, ກຸ່ມສັງຄົມ, ຄອບຄົວ, ບຸກຄົນ. ໃນເວລາຍົກສູງບັນດາສິດທິອັນແທ້ຈິງຂອງສ່ວນບຸກຄົນ ເພິ່ນໄດ້ຕໍາໜິວິຈານແລະຕໍ່ສູ້ຢ່າງບໍ່ຜ່ອນສັ້ນຜ່ອນຍາວກັບລັດທິເອກະຊົນ. ຕາມທັດສະນະຂອງໂຮ່ຈີມິນ, ຜົນປະໂຫຍດສ່ວນຕົວທີ່ແທ້ຈິງຂອງມະນຸດບໍ່ກົງກັນຂ້າມກັບຜົນປະໂຫຍດສ່ວນລວມ, ຜົນປະໂຫຍດວົງຄະນາຍາດ, ແຕ່ຫາກວ່າ ລັດທິເອກະຊົນເອງທີ່ກົງກັນຂ້າມກັບຜົນປະໂຫຍດລວມ. ຕ້ອງກໍານົດທ່າທີທີ່ຖືກຕ້ອງກ່ຽວກັບສິດທິຂອງສ່ວນບຸກຄົນ, ພິເສດແມ່ນສິດຕ້ອງໄປພ້ອມກັບພັນທະ, ພ້ອມກັນນັ້ນ ກໍຕໍ່ສູ້ຕ້ານລັດທິເອກະຊົນ. ຖ້າຫາກສິດຂອງສ່ວນບຸກຄົນບໍ່ຕິດພັນກັບພັນທະແລະຄວາມຮັບຜິດຊອບແລ້ວ ກໍຈະພາໄປສູ່ຜົນປະໂຫຍດສ່ວນບຸກຄົນ, ເຫັນແກ່ຕົວ, ຂັດກັບຜົນປະໂຫຍດສ່ວນລວມ. ຄວາມຮັບຜິດຊອບຂອງພັກກອມມູນິດຫວຽດນາມ ແລະ ລັດຫວຽດນາມ ແມ່ນສຶກສາອົບຮົມ, ເພາະບົ່ມ, ເຮັດໃຫ້ບັນດາຄຸນຄ່າທີ່ດີງາມຂອງຄົນນັບມື້ຍິ່ງກໍາເນີດ ເຕີບໃຫຍ່ຂະຫຍາຍຕົວ; ສ້າງສະພາບແວດລ້ອມດ້ານລະບຽບຫຼັກການໃຫ້ແກ່ການເຕີບໃຫຍ່ຂະຫຍາຍຕົວທີ່ປອດໃສຂອງກິດຕິຄຸນມະນຸດ; ເຄົາລົບແລະປົກປ້ອງບັນດາສິດທິທີ່ຊອບທໍາ ຖືກຕ້ອງຕາມກົດໝາຍຂອງສ່ວນບຸກຄົນ; ຮັບປະກັນຄວາມກົມກຽວລະຫວ່າງຜົນປະໂຫຍດສ່ວນບຸກຄົນ ກັບຜົນປະໂຫຍດລວມໝູ່, ຜົນປະໂຫຍດວົງຄະນາຍາດສັງຄົມ. ພັດທະນາສັງຄົມທີ່ດີງາມ ເປັນເງື່ອນໄຂໃຫ້ທຸກຄົນສາມາດຈະເລີນເຕີບໃຫຍ່ຢ່າງປອດໃສ, ໄດ້ຮັບການຊ່ວຍເຫຼືອຢ່າງຕັ້ງໜ້າຈາກສັງຄົມ ເພື່ອຮັບປະກັນຄວາມສະຫງົບ, ຄວາມປອດໄພ ແລະ ຄວາມອາດສາມາດພັດທະນາດ້ວຍຕົນເອງ.
ບັນດາທັດສະນະພື້ນຖານຂອງໂຮ່ຈີມິນກ່ຽວກັບການພັດທະນາສັງຄົມ ຍັງຄົງມີຄຸນຄ່າໃນເງື່ອນໄຂປັດຈຸບັນ, ເຊິ່ງຕ້ອງໄດ້ຮັບການຄົ້ນຄວ້າ, ໝູນໃຊ້ຢ່າງປະດິດສ້າງເຂົ້າໃນການຄຸ້ມຄອງ ແລະ ພັດທະນາສັງຄົມ, ກໍານົດທິດການສ້າງສັງຄົມທີ່ມີການພັດທະນາ./.
-------------------
(1) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ ການເມືອງແຫ່ງຊາດ ສື້ເຖິດ, ຮ່າໂນ້ຍ, 2011, ເຫຼັ້ມ 8, ໜ້າ 294.
(2) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມໄດ້ແນະນໍາ, ເຫຼັ້ມ 11, ໜ້າ 610.
(3) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມໄດ້ແນະນໍາ, ເຫຼັ້ມ 8, ໜ້າ 267.
(4) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມໄດ້ແນະນໍາ, ເຫຼັ້ມ 5, ໜ້າ 81.
(5) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມໄດ້ແນະນໍາ, ເຫຼັ້ມ 13, ໜ້າທີ 216.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 963 (ເດືອນເມສາ 2021)