ບາງບັນຫາທິດສະດີແລະພຶດຕິກຳ ກ່ຽວກັບສັງຄົມນິຍົມ
ແລະເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ຫວຽດນາມ
ແລະເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ຫວຽດນາມ
ວກ - ເນື່ອງໃນໂອກາດວັນຄ້າຍວັນເກີດປະທານ ໂຮ່ຈີມິນ ຄົບຮອບ 131 ປີ (ວັນທີ 19 ພຶດສະພາ 1890 - ວັນທີ 19 ພຶດສະພາ 2021), ແລະ ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະພາປະຊາຊົນທຸກຂັ້ນ ໃນໄລຍະ 2021 - 2026 (ວັນທີ 23 ພຶດສະພາ 2021), ສະຫາຍຫງວຽນຝູຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ ໄດ້ມີບົດຂຽນທີ່ສຳຄັນ: “ບາງບັນຫາທິດສະດີແລະພຶດຕິກຳ ກ່ຽວກັບສັງຄົມນິຍົມ ແລະເສັ້ມທາງກ້າວຂຶ້ນສັງຄົມນິຍົມຢູ່ຫວຽດນາມ”. ວາລະສານກອມມູນິດຂໍເປັນກຽດນຳສະເໜີເນື້ອໃນທັງໝົດຂອງບົດຂຽນດັ່ງກ່າວ:
ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ _ພາບ: TTXVN
ສັງຄົມນິຍົມແລະເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ຫວຽດນາມ ເປັນຫົວຂໍ້ທິດສະດີແລະພຶດຕິກຳໜຶ່ງ ທີ່ເປັນພື້ນຖານ, ສໍາຄັນທີ່ສຸດ, ມີເນື້ອໃນກວ້າງຂວາງ, ອຸດົມສົມບູນ ແລະສັບຊ້ອນທີ່ສຸດ, ມີຫຼາຍວິທີສຶກສາຄົ້ນຄວ້າທີ່ແຕກຕ່າງກັນ, ຮຽກຮ້ອງໃຫ້ມີການສຶກສາຄົ້ນຄວ້າຢ່າງພິຖີພິຖັນ, ຈິງຈັງທີ່ສຸດ, ມີການສະຫຼຸບສັງລວມພຶດຕິກຳຕົວຈິງຢ່າງເລິກເຊິ່ງ ແລະ ມີວິທະຍາສາດ. ໃນຂອບເຂດຂອງບົດຂຽນນີ້, ຂ້າພະເຈົ້າພຽງແຕ່ຂໍສະເໜີເຖິງ ບາງແງ່ມຸມຈາກການຮັບຮູ້ໃນພຶດຕິກຳຕົວຈິງ ຂອງຫວຽດນາມເທົ່ານັ້ນ. ແລະ ພຽງແຕ່ສຸມໃສ່ການຕອບຄຳຖາມຈຳນວນໜຶ່ງ ເຊັ່ນ: ສັງຄົມນິຍົມແມ່ນຫຍັງ? ຍ້ອນຫຍັງຫວຽດນາມຈຶ່ງເລືອກເສັ້ນທາງສັງຄົມນິຍົມ? ເພື່ອກໍ່ສ້າງສັງຄົມນິຍົມຢູ່ຫວຽດນາມເທື່ອລະກ້າວໄດ້ນັ້ນ ຕ້ອງເຮັດແນວໃດ ແລະ ດ້ວຍວິທີໃດ? ພຶດຕິກຳພາກະລິດປ່ຽນແປງໃໝ່, ການກ້າວຂຶ້ນສັງຄົມນິຍົມຢູ່ຫວຽດນາມ ໃນໄລຍະຜ່ານມາ ມີຄວາມໝາຍຫຍັງ ແລະ ມີບັນຫາທີ່ຕັ້ງຂຶ້ນຫຍັງແດ່?
ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ ສັງຄົມນິຍົມມັກຖືກເຂົ້າໃຈໃນສາມຄຸນລັກສະນະ ຄື: ສັງຄົມນິຍົມແມ່ນທິດສະດີອັນໜຶ່ງ; ສັງຄົມນິຍົມແມ່ນຂະບວນການອັນໜຶ່ງ; ສັງຄົມນິຍົມແມ່ນລະບອບການເມືອງໜຶ່ງ. ແຕ່ລະຄຸນລັກສະນະເຫຼົ່ານີ້ ພັດມີການສະແດງອອກຫຼາຍຢ່າງທີ່ແຕກຕ່າງກັນ, ຂຶ້ນຢູ່ກັບໂລກະທັດ ແລະ ລະດັບຂອງການຂະຫຍາຍຕົວໃນແຕ່ລະໄລຍະປະຫວັດສາດຕົວຈິງ. ສັງຄົມນິຍົມທີ່ກ່າວເຖິງໃນທີ່ນີ້ ແມ່ນລັດທິສັງຄົມນິຍົມວິທະຍາສາດ ບົນພື້ນຖານທິດສະດີມາກ - ເລນິນ ໃນຍຸກປັດຈຸບັນ. ສະນັ້ນ, ພວກເຮົາຕ້ອງກໍານົດຮູບແບບສັງຄົມນິຍົມຄືແນວໃດ ແລະ ກຳນົດທິດກ້າວຂຶ້ນສັງຄົມນິຍົມຄືແນວໃດ ເພື່ອໃຫ້ເໝາະສົມກັບສະພາບແວດລ້ອມ, ຈຸດພິເສດຕົວຈິງຢູ່ຫວຽດນາມ?
ເມື່ອກ່ອນ, ໃນເວລາທີ່ສະຫະພາບໂຊວຽດ ແລະ ລະບົບບັນດາປະເທດສັງຄົມນິຍົມແຫ່ງໂລກ ຍັງຄົງຕົວຢູ່ນັ້ນ ບັນຫາການກ້າວຂຶ້ນສັງຄົມນິຍົມຢູ່ຫວຽດນາມ ເບິ່ງຄືບໍ່ມີຫຍັງຕ້ອງປຶກສາຫາລື, ມັນຖືກເບິ່ງຄືວ່າ ໄດ້ຮັບການຢືນຢັນໂດຍປະລິຍາຍ. ແຕ່ພາຍຫຼັງທີ່ຕົວແບບສັງຄົມນິຍົມຢູ່ສະຫະພາບໂຊວຽດ ແລະ ຫຼາຍປະເທດໃນເອີຣົບຕາເວັນອອກ ໄດ້ພັງທະລາຍລົງ, ການປະຕິວັດໂລກຕົກສູ່ພາວະເສື່ອມຖອຍ, ບັນຫາການກ້າວຂຶ້ນສັງຄົມນິຍົມໄດ້ຖືກຕັ້ງຂຶ້ນ ແລະ ກາຍເປັນປະເດັນດຶງດູດທຸກການສົນທະນາ, ຊໍ້າບໍ່ໜໍາ ໄດ້ມີການຖົກຖຽງກັນຢ່າງດຸເດືອດ. ບັນດາອິດທິກຳລັງຕ້ານກອມມູນິດ, ພວກສວຍໂອກາດທາງການເມືອງ ກໍກະເຈິກກະເຈີກ, ດີໃຈ, ຖືເອົາໂອກາດພະຍາຍາມບິດເບືອນ, ຕ້ານ ແລະ ທໍາລາຍ. ຢູ່ໃນຖັນແຖວປະຕິວັດກໍມີຜູ້ເບິ່ງໂລກໃນແງ່ຮ້າຍ, ຫວັ່ນໄຫວຄອນແຄນ, ລະແວງສົງໄສໃນລັກສະນະຖືກຕ້ອງ ແລະ ວິທະຍາສາດຂອງລັດທິສັງຄົມນິຍົມ, ສະຫຼຸບສາເຫດການພັງທະລາຍຂອງສະຫະພາບໂຊວຽດ ແລະ ປະເທດສັງຄົມນິຍົມ ເອີຣົບຕາເວັນອອກຈຳນວນໜຶ່ງວ່າ ເປັນຍ້ອນຄວາມຜິດພາດຂອງລັດທິມາກ - ເລນິນ ແລະ ການເລືອກເສັ້ນທາງກໍ່ສ້າງສັງຄົມນິຍົມ. ຈາກນັ້ນ, ພວກເຂົາກໍໃຫ້ທັດສະນະວ່າ ໄດ້ເລືອກເສັ້ນທາງຜິດ ແລະ ຕ້ອງເດີນຕາມເສັ້ນທາງອື່ນ. ມີຄົນຈໍານວນໜຶ່ງກໍເຫັນພ້ອມກັບຖ້ອຍທໍານອງສັດຕູ, ໂຈມຕີ, ທັບຖົມລັດທິສັງຄົມນິຍົມ, ສັນລະເສີນແຕ່ລັດທິທຶນນິຍົມດ້ານດຽວ. ຊໍ້າບໍ່ໜໍາ ຍັງມີຜູ້ກັບໃຈກິນແໜງທີ່ໄລຍະເວລາໜຶ່ງຫຼົງເຊື່ອຕາມລັດທິມາກ - ເລນິນ ແລະ ເສັ້ນທາງສັງຄົມນິຍົມ! ພຶດຕິກໍາຕົວຈິງເປັນຄືແນວນັ້ນບໍ່? ພຶດຕິກໍາຕົວຈິງແມ່ນບໍ່ວ່າ ປັດຈຸບັນລັດທິທຶນນິຍົມ ນັບທັງບັນດາປະເທດທຶນນິຍົມທີ່ມີອາຍຸເກົ່າແກ່ ກໍຍັງພັດທະນາຈົບງາມຢູ່ບໍ? ແມ່ນບໍ່ວ່າ ຫວຽດນາມພວກເຮົາໄດ້ເລືອກເສັ້ນທາງຜິດ?
ພວກເຮົາຍອມຮັບວ່າ ລັດທິທຶນນິຍົມບໍ່ເຄີຍມີລັກສະນະກວມໂລກຄືໃນປັດຈຸບັນ ແລະ ກໍສາ ມາດບັນລຸໄດ້ຜົນສໍາເລັດທີ່ໃຫຍ່ຫຼວງ, ໂດຍສະເພາະແມ່ນໃນຂົງເຂດການປົດປ່ອຍ ແລະຂະຫຍາຍກໍາລັງການຜະລິດ, ພັດທະນາວິທະຍາສາດ - ເຕັກໂນໂລຊີ. ປະເທດທຶນນິຍົມພັດທະນາຫຼາຍປະເທດ, ບົນພື້ນຖານເງື່ອນໄຂເສດຖະກິດທີ່ສູງ ແລະ ຍ້ອນໝາກຜົນການຕໍ່ສູ້ຂອງຊົນຊັ້ນກໍາມະກອນ ແລະ ປະຊາຊົນຊາວຜູ້ອອກແຮງງານ, ໄດ້ມີບັນດາມາດຕະການປັບປຸງ, ກໍ່ຮ່າງສ້່າງເປັນບັນດາລະບອບນະໂຍບາຍສັງຄົມທີ່ກ້າວໜ້າຈໍານວນບໍ່ໜ້ອຍ ເມື່ອທຽບກັບເມື່ອກ່ອນ. ແຕ່ລະຫວ່າງທົດສະວັດທີ 70 ແລະ ໂດຍສະເພາະແມ່ນ ພາຍຫຼັງທີ່ສະຫະພາບໂຊວຽດພັງທະລາຍລົງ, ເພື່ອໃຫ້ເໝາະສົມກັບເງື່ອນໄຂໃໝ່, ລັດທິທຶນນິຍົມແຫ່ງໂລກໄດ້ພະຍາຍາມປັບປຸງຕົນເອງ, ກະຕຸກຊຸກຍູ້ບັນດານະໂຍບາຍ “ເສລີໃໝ່” ໃນຂອບເຂດທົ່ວໂລກ; ແລະອາໄສສິ່ງດັ່ງກ່າວ ເຮັດໃຫ້ໃນປັດຈຸບັນຍັງເຕັມດ້ວຍຄວາມສາມາດບົ່ມຊ້ອນຂະຫຍາຍຕົວ. ແຕ່ວ່າ ລັດທິທຶນນິຍົມຍັງບໍ່ສາມາດແກ້ໄຂບັນດາຂໍ້ຂັດແຍ່ງພື້ນຖານທີ່ມີຢູ່ໃນຕົວຂອງມັນ. ບັນດາວິກິດການຍັງສືບຕໍ່ເກີດຂຶ້ນຢູ່ເລື້ອຍໆ. ພິເສດແມ່ນໃນລະຫວ່າງປີ 2008 - 2009, ພວກເຮົາໄດ້ເຫັນວິກິດການດ້ານການເງິນ, ການຊຸດໂຊມທາງເສດຖະກິດທີ່ເລີ່ມຕົ້ນຈາກປະເທດອາເມລິກາ, ແລ້ວກໍແຜ່ລາມອອກສູ່ບັນດາສູນກາງທຶນນິຍົມອື່ນໆ ຢ່າງໄວວາ ແລະ ກະທົບເຖິງບັນດາປະເທດໃນໂລກທັງໝົດ. ບັນດາປະເທດ, ລັດຖະບານນາຍທຶນຢູ່ຕາເວັນຕົກ ໄດ້ຈັດສັນເງິນຈໍານວນມະຫາສານ ເພື່ອກອບກູ້ເອົາບັນດາກຸ່ມເສດຖະກິດຂ້າມຊາດ, ບັນດາກຸ່ມອຸດສາຫະກໍາ, ການເງິນ, ການທະນາຄານ, ຕະຫຼາດຫຼັກຊັບ,ແຕ່ກໍບໍ່ສໍາເລັດຜົນ. ແລະ ໃນມື້ນີ້, ພວກເຮົາກໍໄດ້ເຫັນບັ້ນວິກິດການໃນຫຼາຍໆດ້ານ, ທັງໃນດ້ານສາທາລະນະສຸກ, ສັງຄົມ ຕະຫຼອດຮອດການເມືອງ, ເສດຖະກິດ ທີ່ກໍາລັງເກີດຂຶ້ນພາຍໃຕ້ຜົນກະທົບຂອງພະຍາດລະບາດໂຄວິດ-19 ແລະ ການປະຕິວັດອຸດສາຫະກໍາຄັ້ງທີສີ່. ເສດຖະກິດທີ່ຖົດຖອຍໄດ້ເຜີຍແບຄວາມຈິງຂອງບັນດາຄວາມບໍ່ຍຸຕິທໍາໃນສັງຄົມ ຢູ່ໃນບັນດາສັງຄົມທຶນນິຍົມ: ຊີວິດການເປັນຢູ່ຂອງພົນລະເມືອງ ຜູ້ອອກແຮງງານຖືກຊຸດໂຊມລົງຢ່າງໜັກໜ່ວງ, ໄພວ່າງງານເພີ່ມຂຶ້ນ; ຄວາມແຕກໂຕນຮັ່ງມີ - ທຸກຈົນນັບມື້ຍິ່ງເພີ່ມຂຶ້ນ, ອັນເຮັດໃຫ້ຂໍ້ຂັດແຍ່ງ, ການປະທະກັນລະຫວ່າງຊົນເຜົ່າຕ່າງໆ ຍິ່ງຮ້າຍແຮງຂຶ້ນກວ່າເກົ່າ. ບັນດາສະຖານະການ “ພັດທະນາທີ່ບໍ່ດີ”, ບັນດາຂໍ້ຄິດຂັດແຍ່ງ “ກີດຂວາງການພັດທະນາ”, ນັບແຕ່ຂະແໜງເສດຖະກິດ-ການເງິນ ໄດ້ແຜ່ລາມໄປສູ່ຂົງເຂດສັງຄົມ, ເຮັດໃຫ້ເກີດການປະທະທາງສັງຄົມ, ແລະຢູ່ໃນຫຼາຍໆບ່ອນ ກໍເລີ່ມຈາກສະຖານະການທາງເສດຖະກິດ ໄດ້ກາຍເປັນສະຖານະການທາງການເມືອງ ດ້ວຍບັນດາກະແສການປະທ້ວງ, ການຢຸດງານ, ເຮັດໃຫ້ເກີດການສັ່ນສະເທືອນໄປທົ່ວທັງລະບົບ. ຄວາມເປັນຈິງໄດ້ໃຫ້ເຫັນວ່າ ກະໂຕຕະຫຼາດເສລີຂອງທຶນນິຍົມ ບໍ່ອາດຊ່ວຍແກ້ໄຂບັນດາຄວາມຫຍຸ້ງຍາກໄດ້, ແລະ ຢູ່ໃນຫຼາຍກໍລະນີ ຍັງສ້າງຄວາມເສຍຫາຍທີ່ຮ້າຍແຮງໃຫ້ແກ່ບັນດາປະເທດທຸກຍາກນໍາອີກ; ຍິ່ງເຮັດໃຫ້ຂໍ້ຂັດແຍ່ງລະຫວ່າງແຮງງານ ແລະ ນາຍທຶນໃນທົ່ວໂລກ ທະວີຄວາມເລິກເຊິ່ງຕື່ມອີກ. ຄວາມເປັນຈິງດັ່ງກ່າວ ກໍເຮັດໃຫ້ບັນດາທິດສະດີທາງເສດຖະກິດ ຫຼື ຕົວແບບການພັດທະນາ ເຊິ່ງຕັ້ງແຕ່ໃດໆມາ ຖືກຖືເປັນສະໄໝນິຍົມ, ທີ່ບັນດານັກການເມືອງນາຍທຶນໄດ້ໃຫ້ການສັນລະເສີນ, ເຫຼົ່າບັນດາຜູ້ຊ່ຽວຊານຂອງພວກເຂົາຖືວ່າດີທີ່ສຸດ ແລະ ສົມເຫດສົມຜົນທີ່ສຸດ.
ພ້ອມກັບວິກິດການດ້ານເສດຖະກິດ - ການເງິນ ແມ່ນວິກິດການດ້ານພະລັງງານ, ສະບຽງອາ ຫານ, ການບົກແຫ້ງທາງດ້ານຊັບພະຍາກອນທໍາມະຊາດ, ການຊຸດໂຊມຂອງລະບົບນິເວດ, ສິ່ງແວດລ້ອມ,… ພວມກາຍເປັນສິ່ງທ້າທາຍອັນໃຫຍ່ຫຼວງທີ່ສຸດ ຕໍ່ການຄົງຕົວແລະຂະຫຍາຍຕົວຂອງມະນຸດຊາດ. ນັ້ນແມ່ນຜົນຕາມມາຂອງຂະບວນວິວັດການພັດທະນາເສດຖະກິດ - ສັງຄົມ ທີ່ຖືຜົນກໍາໄລເປັນຈຸດໝາຍສູງສຸດ, ຖືເອົາກໍາມະສິດຊັບສິນ ແລະ ການຊົມໃຊ້ວັດຖຸທີ່ນັບມື້ຍິ່ງເພີ່ມຂຶ້ນ ເປັນໄມ້ຫຼາວັດແທກຄວາມສີວິໄລ, ຖືເອົາຜົນປະໂຫຍດສ່ວນຕົວເປັນເສົາຄໍ້າຂອງສັງຄົມ. ນັ້ນແມ່ນບັນດາຄຸນລັກສະນະຈໍາເພາະຕົ້ນຕໍ ຂອງແບບວິທີການຜະລິດ ແລະ ການຊົມໃຊ້ທຶນນິຍົມ. ບັນດາວິກິດການທີ່ພວມເກີດຂຶ້ນ ໄດ້ພິສູດອີກເທື່ອໜຶ່ງເຖິງລັກສະນະຄວາມບໍ່ໝັ້ນຄົງ ທັງທາງດ້ານເສດຖະກິດ, ສັງຄົມ ແລະ ລະບົບນິເວດ, ສິ່ງແວດລ້ອມຂອງມັນ. ຕາມທັດສະນະຂອງນັກວິທະຍາສາດຫຼາຍທ່ານໄດ້ວິໄຈ, ບັນດາວິກິດການໃນປັດຈຸບັນ ບໍ່ອາດແກ້ໄຂໄດ້ຢ່າງເດັດຂາດ ໃນກອບຂອງລະບອບທຶນນິຍົມ.
ບັນດາຂະບວນການຕ້ານສັງຄົມ ໄດ້ລະເບີດຂຶ້ນຢ່າງເຂັ້ມແຂງໃນຫຼາຍປະເທດທຶນນິຍົມທີ່ຂະຫຍາຍຕົວໃນໄລຍະເວລາທີ່ຜ່ານມາ ຍິ່ງເປັນການເຜີຍແບໃຫ້ເຫັນຢ່າງຈະແຈ້ງ ເຖິງຄວາມເປັນຈິງກ່ຽວກັບທາດແທ້ຂອງລະບອບການເມືອງທຶນນິຍົມ. ໃນພຶດຕິກໍາຕົວຈິງແລ້ວ ແມ່ນບັນດາລະບອບປະຊາທິປະໄຕຕາມເກນຕໍາລາ “ປະຊາທິປະໄຕເສລີ” ທີ່ຕາເວັນຕົກພະຍາຍາມໂຄສະນາ, ບັງຄັບໃຊ້ໃນທົ່ວໂລກນັ້ນ ແມ່ນບໍ່ຮ່ອນຮັບປະກັນເພື່ອໃຫ້ສິດອໍານາດທີ່ແທ້ຈິງຂຶ້ນກັບປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ - ອັນເປັນປັດໄຈທາດແທ້ທີ່ສຸດຂອງປະຊາທິປະໄຕ. ລະບົບສິດອໍານາດດັ່ງກ່າວ ຕົ້ນຕໍແລ້ວແມ່ນຍັງຂຶ້ນກັບພວກຮັ່ງມີຈໍານວນສ່ວນໜ້ອຍ ແລະ ຮັບໃຊ້ໃຫ້ແກ່ຜົນປະໂຫຍດຂອງບັນດາກຸ່ມນາຍທຶນໃຫຍ່. ພາກສ່ວນທີ່ໜ້ອຍທີ່ສຸດ, ຊໍ້າບໍ່ໜໍາ ມີພຽງແຕ່ 1% ຂອງປະຊາກອນເທົ່ານັ້ນ, ແຕ່ຊໍ້າພັດຖືກໍາມະສິດສ່ວນຫຼວງຫຼາຍຂອງຊັບສິນ, ພາຫະນະການຜະລິດ, ຄວບຄຸມເອົາເຖິງ 3/4 ຂອງແຫຼ່ງການເງິນ, ພູມປັນຍາ ແລະ ບັນດາພາຫະນະຂ່າວສານມວນຊົນຕົ້ນຕໍ ແລະ ດ້ວຍເຫດນັ້ນ ຈຶ່ງຄອບງໍາໃນທົ່ວສັງຄົມ. ນີ້ແມ່ນສາເຫດອັນເລິກເຊິ່ງ ພາໄປສູ່ຂະບວນການ “99 ສູ້ຢັນ 1” ເກີດຂຶ້ນຢູ່ອາເມລິກາ ໃນຕົ້ນປີ 2011 ແລະໄດ້ແຜ່ລາມຢ່າງກວ້າງຂວາງໃນບັນດາປະເທດທຶນນິຍົມ. ການຕີຄ້ອງຮ້ອງປ່າວເຖິງຄວາມສະເໝີພາບດ້ານສິດທິ ແຕ່ຫາກບໍ່ມີຄວາມສະເໝີພາບທາງດ້ານເງື່ອນໄຂເພື່ອປະຕິບັດບັນດາສິດທິດັ່ງກ່າວ ອັນພາໄປເຖິງການມີປະຊາທິປະໄຕທີ່ເປັນພຽງຮູບການ, ເປົ່າແປນ ໂດຍບໍ່ມີທາດແທ້ໃດ. ໃນຊີວິດທາງການເມືອງ, ເມື່ອອໍານາດຂອງເງິນໄດ້ຄອບງໍາແລ້ວ ອໍານາດຂອງປະຊາຊົນກໍຈະຖືກບັງບຽດໄປ. ສະນັ້ນ, ຢູ່ບັນດາປະເທດທຶນນິຍົມພັດທະນາ, ບັນດາການເລືອກຕັ້ງທີ່ເອີ້ນວ່າ “ເສລີ”, “ປະຊາທິປະໄຕ” ນັ້ນ ເຖິງແມ່ນຈະສາມາດປ່ຽນແປງລັດຖະບານໄດ້ກໍຕາມ ແຕ່ມັນບໍ່ອາດປ່ຽນແປງບັນດາລະບອບການປົກຄອງ; ໃນພຶດຕິກໍາຕົວຈິງແລ້ວ, ເບື້ອງຫຼັງຂອງລະບົບຫຼາຍພັກ ຍັງເປັນການຜະເດັດການຂອງບັນດາກຸ່ມນາຍທຶນຢູ່ຄືເກົ່າ.
ພວກເຮົາຕ້ອງການສັງຄົມໜຶ່ງ ທີ່ໃນນັ້ນ ການພັດທະນາແມ່ນເພື່ອມະນຸດຢ່າງແທ້ຈິງ, ຫາກບໍ່ແມ່ນເພື່ອຜົນກໍາໄລແລ້ວຂູດຮີດ ແລະ ຢຽບຍໍ່າກຽດສັກສີຄວາມເປັນມະນຸດ. ພວກເຮົາຕ້ອງການການພັດທະນາດ້ານເສດຖະກິດ ໄປຄຽງຄູ່ກັບຄວາມກ້າວໜ້າ ແລະ ຄວາມຍຸຕິທໍາທາງສັງຄົມ, ຫາກບໍ່ແມ່ນເພີ່ມຄວາມແຕກໂຕນກັນ ລະຫວ່າງຄວາມຮັ່ງມີກັບຄວາມທຸກຈົນ ແລະ ຄວາມສະເໝີພາບໃນສັງຄົມ. ພວກເຮົາຕ້ອງການສັງຄົມທີ່ມີຄວາມເມດຕາ, ສາມັກຄີ, ຊ່ວຍເຫຼືອເຊິ່ງກັນແລະກັນ, ກ້າວສູ່ບັນດາຄຸນຄ່າທີ່ກ້າວໜ້າ, ມີມະນຸດສະທໍາ, ຫາກບໍ່ແມ່ນຕ້ອງແກ່ງແຍ້ງ ແລະອະຍຸຕິທໍາ, “ປາໃຫຍ່ກິນປານ້ອຍ” ເພື່ອຜົນປະໂຫຍດທີ່ເຫັນແຕ່ຕົວຂອງບຸກຄົນ ແລະ ກຸ່ມກ້ອນຈໍານວນໜຶ່ງ. ພວກເຮົາຕ້ອງການການພັດທະນາທີ່ຍືນຍົງ, ກົມກຽວກັບທໍາມະຊາດ ເພື່ອຮັບປະກັນດ້ານທີ່ຢູ່ອາໄສທໍາມະຊາດທີ່ປອດໂປ່ງ ໃຫ້ແກ່ບັນດາຮຸ່ນຄົນໃນປັດຈຸບັນ ແລະ ອະນາຄົດ, ຫາກບໍ່ແມ່ນເພື່ອຂຸດຄົ້ນ, ຍາດຊີງຊັບພະຍາກອນ, ຊົມໃຊ້ວັດຖຸຢ່າງບໍ່ມີຂອບເຂດ ແລະ ທໍາລາຍສິ່ງແວດລ້ອມ. ແລະພວກເຮົາຕ້ອງການລະບົບການເມືອງໜຶ່ງທີ່ອໍານາດຂຶ້ນກັບປະຊາຊົນ, ໂດຍປະຊາຊົນ ແລະ ຮັບໃຊ້ແກ່ຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ, ຫາກບໍ່ແມ່ນພຽງເພື່ອຄົນຈຳນວນສ່ວນໜ້ອຍທີ່ຮັ່ງມີເທົ່ານັ້ນ. ແມ່ນບໍ່ວ່າ ບັນດາຄວາມມຸ່ງຫວັງທີ່ດີງາມດັ່ງກ່າວ ແມ່ນບັນດາຄຸນຄ່າທີ່ແນ່ຊັດຂອງສັງຄົມນິຍົມ ແລະ ກໍເປັນຈຸດໝາຍ, ເປັນເສັ້ນທາງທີ່ປະທານ ໂຮ່ຈີມິນ, ພັກເຮົາແລະປະຊາຊົນເຮົາ ໄດ້ເລືອກເຟັ້ນ ແລະ ພວມເດີນຕາມຢ່າງເດັດດ່ຽວ ໝັ້ນໜຽວ.
* * *
ດັ່ງທີ່ພວກເຮົາລ້ວນແຕ່ຮູ້ວ່າ ປະຊາຊົນຫວຽດນາມໄດ້ຜ່ານຂະບວນວິວັດການຕໍ່ສູ້ປະຕິວັດທີ່ຍືດເຍື້ອຍາວນານ, ທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ, ທຸກຍາກລໍາບາກ ແລະ ການເສຍສະຫຼະເພື່ອສູ້ຢັນແອກປົກຄອງ ແລະ ການຮຸກຮານຂອງພວກລ່າເມືອງຂຶ້ນ ແລະ ຈັກກະພັດ ເພື່ອປົກປ້ອງຄວາມເປັນເອກະລາດແຫ່ງຊາດ ແລະ ອໍານາດອະທິປະໄຕທີ່ສັກກະລະບູຊາຂອງຊາດ, ເພື່ອອິດສະຫຼະພາບ ແລະຄວາມຜາສຸກຂອງປະຊາຊົນ ດ້ວຍຈິດໃຈ “ບໍ່ມີສິ່ງໃດປະເສີດກວ່າຄວາມເປັນເອກະລາດ, ອິດສະຫຼະພາບ”.
ເອກະລາດແຫ່ງຊາດຕິດພັນກັບສັງຄົມນິຍົມ ແມ່ນແນວທາງພື້ນຖານ ແລະ ສອດຫ້ອຍຕະຫຼອດຂອງການປະຕິວັດຫວຽດນາມ ແລະ ກໍເປັນຈຸດສໍາຄັນຕົ້ນຕໍ ໃນມໍລະດົກທາງດ້ານແນວຄິດຂອງປະທານ ໂຮ່ຈີມິນ. ດ້ວຍປະສົບການຕົວຈິງທີ່ອຸດົມສົມບູນຂອງຕົນ ສົມທົບກັບທິດສະດີປະຕິວັດ, ວິທະຍາສາດຂອງລັດທິມາກ - ເລນິນ, ໂຮ່ຈີມິນ ໄດ້ໃຫ້ຄໍາສະຫຼຸບທີ່ເລິກເຊິ່ງວ່າ ມີແຕ່ລັດທິສັງຄົມນິຍົມ ແລະ ລັດທິກອມມູນິດເທົ່ານັ້ນ ຈຶ່ງຈະສາມາດແກ້ໄຂໄດ້ຢ່າງເດັດຂາດ ຕໍ່ບັນຫາເອກະລາດຂອງຊາດ, ຈຶ່ງຈະສາມາດນໍາເອົາຊີວິດການເປັນຢູ່ທີ່ມີອິດສະຫຼະພາບ, ອີ່ມໜໍາສຳລານ ແລະ ຜາສຸກຢ່າງແທ້ຈິງ ມາໃຫ້ແກ່ໝົດທຸກຄົນ, ໃຫ້ແກ່ຊາດຕ່າງໆທັງໝົດ.
ນັບແຕ່ເວລາທີ່ໄດ້ກໍາເນີດຂຶ້ນ ແລະ ໃນຕະຫຼອດໄລຍະຂະບວນວິວັດແຫ່ງການຕໍ່ສູ້ປະຕິວັດ, ພັກກອມມູນິດຫວຽດນາມ ເວລາໃດກໍຢືນຢັນວ່າ: ສັງຄົມນິຍົມເປັນຈຸດໝາຍ, ເປັນອຸດົມການຂອງພັກກອມມູນິດ ແລະ ປະຊາຊົນຫວຽດນາມ; ການກ້າວຂຶ້ນສັງຄົມນິຍົມ ເປັນຄວາມຮຽກຮ້ອງຕ້ອງການອັນພາວະວິໄສ, ເປັນເສັ້ນທາງທີ່ຈໍາເປັນຂອງການປະຕິວັດຫວຽດນາມ. ປີ 1930, ຢູ່ໃນໂຄງການການເມືອງຂອງຕົນ, ພັກກອມມູນິດຫວຽດນາມໄດ້ມີແຜນນະໂຍບາຍ: “ດໍາເນີນການປະຕິວັດຊາດ ປະຊາທິປະໄຕ ປະຊາຊົນ ໂດຍມີຊົນຊັ້ນກໍາມະກອນເປັນຜູ້ນໍາພາ, ກ້າວຂຶ້ນສັງຄົມນິຍົມ, ຂ້າມຜ່ານໄລຍະທຶນນິຍົມ”. ໃນຊຸມປີທ້າຍສະຕະວັດທີ XX, ເຖິງວ່າໃນໂລກ, ລັດທິສັງຄົມນິຍົມເປັນຈິງໄດ້ພັງທະລາຍລົງເປັນວົງກວ້າງ, ລະບົບບັນດາປະເທດສັງຄົມນິຍົມບໍ່ຫຼົງເຫຼືອຢູ່ອີກ, ຂະບວນການສັງຄົມນິຍົມໄດ້ຕົກໃນໄລຍະວິກິດການ, ຖົດຖອຍ, ພົບພໍ້ຄວາມຫຍຸ້ງຍາກນາໆ ປະການ, ພັກກອມມູນິດຫວຽດນາມ ຍັງສືບຕໍ່ຢືນຢັນວ່າ: “ພັກ ແລະ ປະຊາຊົນເຮົາເດັດດ່ຽວສ້າງສາປະເທດຊາດຕາມເສັ້ນທາງສັງຄົມນິຍົມ ບົນພື້ນຖານລັດທິມາກ - ເລນິນ ແລະ ແນວຄິດ ໂຮ່ຈີມິນ”. ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ (ເດືອນມັງກອນ 2011), ຢູ່ໃນໂຄງການການເມືອງກໍ່ສ້າງປະເທດຊາດໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ (ສະບັບເພີ່ມເຕີມ ຂະຫຍາຍ ປີ 2011), ໄດ້ຢືນຢັນອີກເທື່ອໜຶ່ງວ່າ: “ກ້າວຂຶ້ນສັງຄົມນິຍົມ ແມ່ນຄວາມມຸ່ງມາດປາຖະໜາຂອງປະຊາຊົນເຮົາ, ເປັນການເລືອກເຟັ້ນທີ່ຖືກຕ້ອງ ຂອງພັກກອມມູນິດຫວຽດນາມ ແລະປະທານ ໂຮ່ຈີມິນ, ເໝາະສົມກັບທ່າອ່ຽງການຂະຫຍາຍຕົວຂອງປະຫວັດສາດ”.
ແຕ່ວ່າ, ສັງຄົມນິຍົມແມ່ນຫຍັງ ແລະ ກ້າວຂຶ້ນສັງຄົມນິຍົມດ້ວຍວິທີໃດ? ນັ້ນແມ່ນສິ່ງທີ່ພັກ ກອມມູນິດຫວຽດນາມ ເວລາໃດກໍຄິດໜ້າຄິດຫຼັງ, ນຶກຄິດໄຕ່ຕອງ, ຊອກຄົ້ນ, ເລືອກເຟັ້ນ ເພື່ອປັບປຸງບູລະນະແນວທາງ, ທັດສະນະ ແລະ ການຈັດຕັ້ງປະຕິບັດເທື່ອລະກ້າວ, ເພື່ອເຮັດແນວໃດໃຫ້ທັງຖືກຕ້ອງຕາມກົດເກນທົ່ວໄປລວມ, ທັງເໝາະສົມກັບເງື່ອນໄຂຕົວຈິງຂອງຫວຽດນາມ.
ໃນຊຸມປີທີ່ດໍາເນີນພາລະກິດປ່ຽນແປງໃໝ່, ຈາກການສະຫຼຸບສັງລວມພຶດຕິກໍາ ແລະ ຄົ້ນຄວ້າທິດສະດີ, ພັກກອມມູນິດຫວຽດນາມ ນັບມື້ຍິ່ງສາມາດຮັບຮູ້ຢ່າງຖືກຕ້ອງ, ເລິກເຊິ່ງກວ່າເກົ່າ ກ່ຽວກັບສັງຄົມນິຍົມ ແລະ ໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ; ຄ່ອຍໆດັດແກ້ຄວາມສໍານຶກແບບງ່າຍດາຍຈໍານວນໜຶ່ງໃນເມື່ອກ່ອນນີ້ ເຊັ່ນ: ການຖືຈຸດໝາຍສຸດທ້າຍຂອງສັງຄົມນິຍົມເປັນອັນໜຶ່ງອັນດຽວກັບໜ້າທີ່ຂອງໄລຍະສະເພາະໜ້າ; ເນັ້ນໜັກດ້ານດຽວໃນການພົວພັນການຜະລິດ, ລະບອບການແຈກຢາຍສະເລ່ຍ, ບໍ່ສາມາດເຫັນໄດ້ຢ່າງຄົບຖ້ວນ ຕໍ່ຄວາມຮຽກຮ້ອງຕ້ອງການຂະຫຍາຍກໍາລັງການຜະລິດໃນໄລຍະຂ້າມຜ່ານ, ບໍ່ຮັບຮູ້ການຄົງຕົວຂອງບັນດາພາກສ່ວນເສດຖະກິດ; ການຖືເສດຖະກິດຕະຫຼາດເປັນອັນໜຶ່ງອັນດຽວກັບທຶນນິຍົມ; ການຖືລັດແຫ່ງອໍານາດກົດໝາຍເປັນອັນໜຶ່ງອັນດຽວກັບລັດນາຍທຶນ…
ມາຮອດປັດຈຸບັນ, ເຖິງວ່າຍັງມີບັນຫາຈໍານວນໜຶ່ງທີ່ຕ້ອງໄດ້ສືບຕໍ່ຄົ້ນຄວ້າຢ່າງເລິກເຊິ່ງ, ແຕ່ພັກກອມມູນິດຫວຽດນາມ ກໍໄດ້ກໍ່ຮ່າງສ້າງຄວາມຮັບຮູ້ໂດຍສັງເຂບ ເຊັ່ນ: ສັງຄົມສັງຄົມນິຍົມທີ່ ປະຊາຊົນຫວຽດນາມພວມສູ້ຊົນກໍ່ສ້າງນັ້ນ ແມ່ນສັງຄົມທີ່ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ມີປະຊາທິປະໄຕ, ຍຸຕິທໍາ, ສີວິໄລ; ໂດຍປະຊາຊົນເປັນເຈົ້າ; ມີພື້ນຖານເສດຖະກິດຂະຫຍາຍຕົວສູງ, ອີງໃສ່ກໍາລັງການຜະລິດທີ່ທັນສະໄໝ ແລະ ການພົວພັນການຜະລິດທີ່ກ້າວໜ້າ, ເໝາະສົມ; ມີພື້ນ ຖານວັດທະນະທໍາທີ່ກ້າວໜ້າ, ເຕັມດ້ວຍເອກະລັກຂອງຊາດ; ປະຊາຊົນມີຊີວິດການເປັນຢູ່ທີ່ອີ່ມໜໍາສຳລານ, ມີເສລີພາບ, ມີຄວາມຜາສຸກ, ມີເງື່ອນໄຂພັດທະນາຢ່າງຮອດດ້ານ; ບັນດາຊົນເຜົ່າໃນວົງຄະນາຍາດຫວຽດນາມມີຄວາມສະເໝີພາບ, ສາມັກຄີ, ເຄົາລົບນັບຖື ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ພ້ອມກັນພັດທະນາ; ມີລັດແຫ່ງອໍານາດກົດໝາຍສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ ເຊິ່ງມີພັກກອມມູນິດເປັນຜູ້ນໍາພາ; ມີການພົວພັນມິດຕະພາບ ແລະ ການຮ່ວມມື ກັບບັນດາປະເທດໃນໂລກ.ສັງຄົມສັງຄົມນິຍົມ ທີ່ປະຊາຊົນຫວຽດນາມພວມສູ້ຊົນກໍ່ສ້າງນັ້ນ ແມ່ນສັງຄົມທີ່ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ມີປະຊາທິປະໄຕ, ຍຸຕິທໍາ, ສີວິໄລ; ໂດຍປະຊາຊົນເປັນເຈົ້າ (ໃນພາບ: ເລຂາທິການໃຫຍ່ ຫງວຽນຝູຈ້ອງ ໂອ້ລົມກັບປະປະຊາຊົນທີ່ມາຢ້ຽມຢາມບ່ອນຢູ່ ແລະ ເຮັດວຽກຂອງປະທານ ໂຮ່ຈີມິນ) _ພາບ: TTXVN
ເພື່ອໃຫ້ສາມາດຈັດຕັ້ງປະຕິບັດຈຸດໝາຍດັ່ງກ່າວໄດ້ນັ້ນ, ຕ້ອງ: ຍູ້ແຮງການຫັນປະເທດເປັນອຸດສາຫະກໍາ, ທັນສະໄໝ ຕິດພັນກັບການພັດທະນາເສດຖະກິດພູມປັນຍາ; ພັດທະນາພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ; ກໍ່ສ້າງພື້ນຖານວັດທະນະທໍາທີ່ກ້າວໜ້າ, ເຕັມດ້ວຍເອກະລັກຂອງຊາດ, ກໍ່ສ້າງຄົນ, ຍົກສູງຊີວິດເປັນຢູ່ຂອງປະຊາຊົນ, ປະຕິບັດຄວາມກ້າວໜ້າ ແລະ ຄວາມຍຸຕິທໍາທາງສັງຄົມ; ຮັບປະກັນວຽກງານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ຂອງຊາດ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ; ປະຕິບັດແນວທາງການຕ່າງປະເທດທີ່ເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ສັນຕິພາບ, ມິດຕະພາບ, ຮ່ວມມືແລະພັດທະນາ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງສາກົນ; ກໍ່ສ້າງລະບອບປະຊາທິປະໄຕສັງຄົມນິຍົມ, ເສີມຂະຫຍາຍເຈດຈໍານົງ ແລະ ກ້ອນກໍາລັງມະຫາສາມັກຄີປວງຊົນທັງຊາດ, ສົມທົບກັບກໍາລັງແຮງຍຸກສະໄໝ; ກໍ່ສ້າງລັດແຫ່ງອໍານາດກົດໝາຍສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ; ກໍ່ສ້າງພັກ ແລະ ລະບົບການເມືອງທີ່ປອດໃສ, ເຂັ້ມແຂງຮອບດ້ານ.
ຍິ່ງກ້າວເຂົ້າສູ່ການຊີ້ນໍາພຶດຕິກໍາຕົວຈິງ, ພັກກອມມູນິດຫວຽດນາມຍິ່ງຮັບຮູ້ໄດ້ວ່າ ການຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ ແມ່ນພາລະກິດທີ່ຍືດເຍື້ອຍາວນານ, ຫຍຸ້ງຍາກລໍາບາກ ແລະ ສັບສົນທີ່ສຸດ, ຍ້ອນວ່າມັນຕ້ອງໄດ້ສ້າງການປ່ຽນແປງຢ່າງເລິກເຊິ່ງທາງດ້ານຄຸນນະພາບໃນທຸກຂົງເຂດຂອງຊີວິດສັງຄົມ. ຫວຽດນາມກ້າວຂຶ້ນສັງຄົມນິຍົມຈາກປະເທດກະສິກໍາຫຼ້າຫຼັງ, ຂ້າມຜ່ານລະບອບທຶນນິຍົມ, ກໍາລັງການຜະລິດຍັງຕໍ່າທີ່ສຸດ, ຊໍ້າພັດຍັງຜ່ານໄລຍະສົງຄາມເປັນເວລາຫຼາຍສິບປີ, ຜົນຮ້າຍຈາກສົງຄາມກໍຍັງໜັກໜ່ວງທີ່ສຸດ; ບັນດາອິດທິກໍາລັງປໍລະປັກເວລາໃດກໍຊອກຫາວິທີມ້າງເພທໍາລາຍເປັນປະຈໍາ ສະນັ້ນມັນຍິ່ງມີຄວາມຫຍຸ້ງຍາກ ແລະ ສັບສົນກວ່າເກົ່າ ເຊິ່ງຈໍາເປັນຕ້ອງຜ່ານໄລຍະເວລາຂອງສະໄໝຂ້າມຜ່ານທີ່ຍືດເຍື້ອຍາວນານດ້ວຍຫຼາຍບາດກ້າວ, ຫຼາຍຮູບການຈັດຕັ້ງເສດຖະກິດ, ສັງຄົມທີ່ສະຫຼັບກັນໄປ, ມີການຕໍ່ສູ້ລະຫວ່າງອັນເກົ່າ ແລະ ອັນໃໝ່. ເວົ້າວ່າຂ້າມຜ່ານລະບອບທຶນນິຍົມ ແມ່ນຂ້າມຜ່ານລະບອບການກົດຂີ່, ຄວາມບໍ່ຍຸຕິທໍາ, ການຂູດຮີດທຶນນິຍົມ; ຂ້າມຜ່ານບັນດາຄວາມຊິນເຄີຍທີ່ບໍ່ດີ, ບັນດາລະບຽບ, ລະບອບການເມືອງທີ່ບໍ່ສອດຄ່ອງກັບລະບອບສັງຄົມນິຍົມ, ຫາກບໍ່ແມ່ນຂ້າມຜ່ານທັງໝົດຜົນສໍາເລັດ, ຄຸນຄ່າສີວິໄລທີ່ມວນມະນຸດສາມາດບັນລຸໄດ້ ໃນໄລຍະການຂະຫຍາຍຕົວຂອງລັດທິທຶນນິຍົມ. ເປັນທໍາມະດາວ່າ ການສືບທອດບັນດາຜົນສໍາເລັດດັ່ງກ່າວກໍຕ້ອງມີການເລືອກເຟັ້ນ ບົນທັດສະນະວິທະຍາສາດ ແລະ ການພັດທະນາ.
ນໍາສະເໜີຄວາມສໍານຶກກ່ຽວກັບການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມແມ່ນ ບາດກ້າວບຸກທະລຸ ທາງດ້ານທິດສະດີ ທີ່ປະດິດສ້າງ ແລະ ເປັນພື້ນຖານທີ່ສຸດ ຂອງພັກກອມມູນິດຫວຽດນາມ, ເປັນໝາກຜົນທາງດ້ານທິດສະດີທີ່ສໍາຄັນ ຜ່ານໄລຍະເວລາ 35 ປີແຫ່ງການປະຕິບັດແນວທາງປ່ຽນແປງໃໝ່, ອັນເລີ່ມຈາກພຶດຕິກໍາຂອງຫວຽດນາມ ແລະ ການຮັບເອົາຢ່າງມີການເລືອກເຟັ້ນຈາກບົດຮຽນປະສົບການຂອງໂລກ. ຕາມຄວາມຮັບຮູ້ຂອງຫວຽດນາມ, ເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ ແມ່ນພື້ນຖານເສດຖະກິດຕະຫຼາດທີ່ທັນສະໄໝ, ມີການເຊື່ອມໂຍງສາກົນ, ມີກົນໄກຂັບເຄື່ອນທີ່ເປັນລະບົບ, ຄົບຊຸດ ຕາມກົດເກນຂອງເສດຖະກິດຕະຫຼາດ, ມີການຄຸ້ມຄອງຂອງລັດແຫ່ງອໍານາດກົດໝາຍສັງຄົມນິຍົມ, ໂດຍມີພັກກອມມູນິດຫວຽດນາມເປັນຜູ້ນໍາພາ; ຮັບປະກັນທິດສັງຄົມນິຍົມ, ແນໃສ່ຈຸດໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມມີຄວາມຍຸຕິທໍາ, ມີປະຊາທິປະໄຕ, ສີວິໄລ. ນັ້ນແມ່ນຮູບແບບເສດຖະກິດຕະຫຼາດແບບໃໝ່ໃນປະຫວັດການຂະຫຍາຍຕົວຂອງເສດຖະກິດຕະຫຼາດ; ຮູບແບບຈັດຕັ້ງເສດຖະກິດທີ່ທັງປະຕິບັດຕາມບັນດາກົດເກນຂອງເສດຖະກິດຕະຫຼາດ ທັງອີງໃສ່ພື້ນຖານແລະໄດ້ຮັບການຊັກນໍາ, ຄອບງໍາດ້ວຍບັນດາຫຼັກການ ແລະ ທາດແທ້ຂອງສັງຄົມນິຍົມ, ສະແດງອອກໃນທັງສາມດ້ານ: ກໍາມະສິດ, ການຈັດຕັ້ງຄຸ້ມຄອງ ແລະ ການແຈກຢາຍ. ອັນນີ້ບໍ່ແມ່ນພື້ນຖານເສດຖະກິດຕະຫຼາດທຶນນິຍົມ ແລະ ກໍບໍ່ທັນແມ່ນພື້ນຖານເສດຖະກິດຕະຫຼາດສັງຄົມນິຍົມຢ່າງຄົບຖ້ວນເທື່ອ (ຍ້ອນວ່າ ຫວຽດນາມຍັງຢູ່ໃນໄລຍະຂ້າມຜ່ານ).
ຢູ່ໃນພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ມີຫຼາຍຮູບການກໍາມະສິດ, ຫຼາຍພາກສ່ວນເສດຖະກິດ. ບັນດາພາກສ່ວນເສດຖະກິດທີ່ເຄື່ອນໄຫວຕາມລະບຽບກົດໝາຍ ລ້ວນແຕ່ເປັນພາກສ່ວນປະກອບທີ່ສໍາຄັນ ຂອງພື້ນຖານເສດຖະກິດ, ສະເໝີພາບຕໍ່ໜ້າກົດໝາຍ ພ້ອມກັນຂະຫຍາຍຕົວຢ່າງຍາວນານ, ມີການຮ່ວມມື ແລະ ແຂ່ງຂັນທີ່ປອດໃສ. ໃນນັ້ນ, ເສດຖະກິດແຫ່ງລັດຮັກສາບົດບາດເປັນເຈົ້າພາທາງ; ເສດຖະກິດລວມໝູ່, ເສດຖະກິດປະສົມ ໄດ້ຮັບການປັບປຸງ ແລະ ພັດທະນາ ຢ່າງຕໍ່ເນື່ອງ; ເສດຖະກິດເອກະຊົນ ແມ່ນໜຶ່ງໃນກໍາລັງຜັກດັນທີ່ສໍາຄັນຂອງພື້ນຖານເສດຖະກິດ; ເສດຖະກິດມີການລົງທຶນຂອງຕ່າງປະເທດ ໄດ້ຮັບການສົ່ງເສີມໃຫ້ຂະຫຍາຍຕົວສອດຄ່ອງກັບຍຸດທະສາດ, ແຜນກໍານົດການພັດທະນາເສດຖະກິດ - ສັງຄົມ. ການພົວພັນການແຈກຢາຍຮັບປະກັນຄວາມຍຸຕິທໍາ ແລະ ສ້າງເປັນກໍາລັງຜັກດັນໃຫ້ແກ່ການພັດທະນາ; ປະຕິບັດລະບອບການແຈກຢາຍຕາມໝາກຜົນການອອກແຮງງານ, ປະສິດທິຜົນທາງເສດຖະກິດເປັນຕົ້ນຕໍ, ພ້ອມນັ້ນ ກໍແຈກຢາຍຕາມລະດັບການປະກອບສ່ວນທຶນຮອນ ພ້ອມກັບບັນດາແຫຼ່ງພະລັງອື່ນໆ ແລະ ແຈກຢາຍຜ່ານລະບົບປະກັນສັງຄົມ, ສະຫວັດດີການສັງຄົມ. ລັດຄຸ້ມຄອງພື້ນຖານເສດຖະກິດດ້ວຍລະບຽບກົດໝາຍ, ຍຸດທະສາດ, ແຜນກໍານົດ, ແຜນການ, ນະໂຍບາຍ ແລະ ກໍາລັງວັດຖຸ ເພື່ອກໍານົດທິດທາງ, ດັດສົມ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ.
ຄຸນລັກສະນະຈໍາເພາະທີ່ເປັນພື້ນຖານອັນໜຶ່ງ, ຄຸນລັກສະນະທີ່ສໍາຄັນອີກອັນໜຶ່ງ ຂອງທິດທາງສັງຄົມນິຍົມໃນເສດຖະກິດຕະຫຼາດຢູ່ຫວຽດນາມ ແມ່ນຕ້ອງຕິດພັນລະຫວ່າງເສດຖະກິດກັບສັງຄົມ, ເອກະພາບລະຫວ່າງນະໂຍບາຍເສດຖະກິດກັບນະໂຍບາຍສັງຄົມ, ການເຕີບໂຕທາງດ້ານເສດຖະກິດໄປຄວບຄູ່ກັບການປະຕິບັດຄວາມກ້າວໜ້າ ແລະ ຄວາມຍຸຕິທໍາທາງສັງຄົມ ໃນກະໂຕແຕ່ລະບາດກ້າວ, ແຕ່ລະນະໂຍບາຍ ແລະ ໃນຕະຫຼອດຂະບວນວິວັດແຫ່ງການຂະຫຍາຍຕົວ. ສິ່ງດັ່ງກ່າວມີຄວາມໝາຍວ່າ: ບໍ່ລໍຖ້າໃຫ້ຮອດເວລາທີ່ເສດຖະກິດບັນລຸເຖິງລະດັບການຂະຫຍາຍຕົວສູງແລ້ວຈຶ່ງປະຕິບັດຄວາມກ້າວໜ້າ ແລະ ຄວາມຍຸຕິທໍາທາງສັງຄົມ, ຍິ່ງບໍ່ “ເສຍສະຫຼະ” ຄວາມກ້າວໜ້າ ແລະ ຄວາມຍຸຕິທໍາທາງສັງຄົມ ເພື່ອແລ່ນນໍາການເຕີບໂຕທາງດ້ານເສດຖະກິດພຽງຢ່າງດຽວ. ກົງກັນຂ້າມ, ໃນນະໂຍບາຍເສດຖະກິດແຕ່ລະນະໂຍບາຍ ລ້ວນແຕ່ຕ້ອງຫັນສູ່ຈຸດໝາຍພັດທະນາສັງຄົມ; ນະໂຍບາຍສັງຄົມແຕ່ລະນະໂຍບາຍ ຕ້ອງສ້າງກໍາລັງຜັກດັນຊຸກຍູ້ແກ່ການພັດທະນາເສດຖະກິດ; ການສົ່ງເສີມການສ້າງຮັ່ງຄູນມີທີ່ຖືກຕ້ອງຕາມກົດໝາຍ ຕ້ອງໄປຄຽງຄູ່ກັບການລົບລ້າງຄວາມທຸກຍາກແບບຍືນຍົງ, ເບິ່ງແຍງດູແລຕໍ່ຜູ້ທີ່ມີຄຸນງານຄວາມດີ, ຜູ້ທີ່ມີສະພາບຫຍຸ້ງຍາກ. ນີ້ແມ່ນຄວາມຮຽກຮ້ອງຕ້ອງການທີ່ມີລັກສະນະຫຼັກການ ເພື່ອຮັບປະກັນໃຫ້ແກ່ການພັດທະນາທີ່ປອດໃສ, ຍືນຍົງ, ຕາມທິດສັງຄົມນິຍົມ.
ຫວຽດນາມຖືເອົາວັດທະນະທໍາເປັນພື້ນຖານທາງດ້ານຈິດໃຈຂອງສັງຄົມ, ເປັນກໍາລັງແຮງທີ່ເກີດຂຶ້ນຈາກພາຍໃນ, ກໍາລັງຜັກດັນການພັດທະນາ ແລະ ປົກປ້ອງປະເທດຊາດ; ກໍານົດທິດການພັດທະນາວັດທະນະທໍາຢ່າງເປັນລະບົບຄົບຊຸດ, ກົມກຽວກັບການເຕີບໂຕຂອງເສດຖະກິດ ແລະ ຄວາມກ້າວໜ້າ ຄວາມຍຸຕິທໍາສັງຄົມ ແມ່ນການກໍານົດອັນພື້ນຖານ ຂອງຂະບວນວິວັດແຫ່ງການສ້າງສາສັງຄົມນິຍົມຢູ່ຫວຽດນາມ. ພື້ນຖານວັດທະນະທໍາທີ່ຫວຽດນາມກໍ່ສ້າງ ແມ່ນພື້ນຖານວັດທະນະທໍາທີ່ກ້າວໜ້າ, ເຕັມດ້ວຍເອກະລັກຂອງຊາດ, ພື້ນຖານວັດທະນະທໍາທີ່ເປັນເອກະພາບໃນຄວາມຫຼາຍຮູບຫຼາຍແບບ, ອີງໃສ່ບັນດາຄຸນຄ່າທີ່ກ້າວໜ້າ, ມະນຸດສະທໍາ; ລັດທິມາກ - ເລນິນ ແລະ ແນວຄິດ ໂຮ່ຈີມິນ ມີບົດບາດເປັນເຈົ້າພາທາງໃນຊີວິດຈິດໃຈສັງຄົມ, ສືບທອດ ແລະ ເສີມຂະຫຍາຍບັນດາຄຸນຄ່າທີ່ເປັນມູນເຊື້ອອັນດີງາມ ຂອງບັນດາຊົນເຜົ່າພາຍໃນປະເທດ, ຮັບເອົາບັນດາຜົນສໍາເລັດ, ສິ່ງຍອດຍິ່ງທາງວັດທະນະທໍາຂອງມວນມະນຸດ, ສູ້ຊົນກໍ່ສ້າງສັງຄົມທີ່ສີວິໄລ, ປອດໃສ ເພື່ອຜົນປະໂຫຍດອັນແທ້ຈິງ ແລະ ກຽດສັກສີຄວາມເປັນມະນຸດ, ດ້ວຍລະດັບພູມປັນຍາຄວາມຮູ້, ຄຸນສົມບັດ, ກໍາລັງກາຍ, ວິຖີດໍາລົງຊີວິດ ແລະ ຄວາມງາມທີ່ນັບມື້ຍິ່ງສູງຂຶ້ນ. ຫວຽດນາມກໍານົດວ່າ: ຄົນເປັນທີ່ຕັ້ງໃຈກາງໃນຍຸດທະສາດການພັດທະນາ; ການພັດທະນາວັດທະນະທໍາ, ກໍ່ສ້າງຄົນ ທັງເປັນຈຸດໝາຍ, ທັງເປັນກໍາລັງຜັກດັນຂອງພາລະກິດປ່ຽນແປງໃໝ່; ການພັດທະນາການສຶກສາ - ຝຶກອົບຮົມ ແລະ ວິທະຍາສາດ - ເຕັກໂນໂລຊີ ແມ່ນນະໂຍບາຍແຫ່ງລັດອັນດັບໜຶ່ງ; ການປົກປ້ອງສິ່ງແວດລ້ອມແມ່ນໜຶ່ງໃນບັນດາບັນຫາເປັນຕາຍ, ເປັນມາດຖານເພື່ອການພັດທະນາແບບຍືນຍົງ; ການກໍ່ສ້າງຄອບຄົວທີ່ມີຄວາມຜາສຸກ, ກ້າວໜ້າ ເປັນຈຸລັງທີ່ປອດໃສ, ແໜ້ນແກ່ນຂອງສັງຄົມ, ປະຕິບັດຄວາມສະເໝີພາບທາງເພດ ເປັນມາດຖານຂອງຄວາມກ້າວໜ້າ ແລະ ຄວາມສີວິໄລ.
ສັງຄົມສັງຄົມນິຍົມ ແມ່ນສັງຄົມທີ່ຫັນໄປສູ່ບັນດາຄຸນຄ່າທີ່ກ້າວໜ້າ ແລະ ມີມະນຸດສະທໍາ, ອີງໃສ່ບົນພື້ນຖານຜົນປະໂຫຍດລວມຂອງທົ່ວສັງຄົມ ກົມກຽວກັບຜົນປະໂຫຍດອັນຊອບທໍາຂອງມະນຸດ, ທາງດ້ານທາດແທ້ແມ່ນມີຄວາມແຕກຕ່າງຢ່າງສິ້ນເຊີງ ເມື່ອທຽບກັບບັນດາສັງຄົມທີ່ແກ່ງແຍ້ງແຂ່ງຂັນເພື່ອຍາດຊີງຜົນປະໂຫຍດສ່ວນຕົວລະຫວ່າງບຸກຄົນ ແລະ ກຸ່ມຄົນ. ດ້ວຍເຫດນັ້ນ, ສັງຄົມສັງຄົມນິຍົມ ຕ້ອງແລະມີເງື່ອນໄຂເພື່ອສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ ແທນທີ່ການຄັດຄ້ານ, ປໍລະປັກໃນສັງຄົມ. ຢູ່ໃນລະບອບການເມືອງສັງຄົມນິຍົມ, ສາຍພົວພັນລະຫວ່າງພັກ, ລັດ ແລະ ປະຊາຊົນ ແມ່ນສາຍພົວພັນບັນດາອັດຕະພາບທີ່ເປັນເອກະພາບດ້ານຈຸດໝາຍ ແລະ ຜົນປະໂຫຍດ; ທຸກແນວທາງຂອງພັກ, ນະໂຍບາຍ ລະບຽບກົດໝາຍ ແລະ ການເຄື່ອນໄຫວຂອງລັດ ລ້ວນແຕ່ເພື່ອຜົນປະໂຫຍດຂອງປະຊາຊົນ, ຖືເອົາຄວາມຜາສຸກຂອງປະຊາຊົນເປັນຈຸດໝາຍສູ້ຊົນ. ຮູບແບບການເມືອງ ແລະ ກົນໄກຂັບເຄື່ອນທົ່ວໄປແມ່ນ ພັກເປັນຜູ້ນໍາພາ, ລັດຄຸ້ມຄອງ ແລະ ປະຊາຊົນເປັນເຈົ້າ. ປະຊາທິປະໄຕແມ່ນທາດແທ້ຂອງລະບອບສັງຄົມນິຍົມ. ປະຊາທິປະໄຕທັງເປັນຈຸດໝາຍ, ທັງເປັນກໍາລັງຜັກດັນ ຂອງພາລະກິດການສ້າງສາສັງຄົມນິຍົມ. ການກໍ່ສ້າງພື້ນຖານປະຊາທິປະໄຕສັງຄົມນິຍົມ, ຮັບປະກັນອໍານາດຂຶ້ນກັບປະຊາຊົນຢ່າງແທ້ຈິງ ແມ່ນໜ້າທີ່ສໍາຄັນເປັນຢ່າງຍິ່ງ ແລະ ຍາວນານຂອງການປະຕິວັດຫວຽດນາມ. ພັກກອມມູນິດຫວຽດນາມ ມີແຜນນະໂຍບາຍເສີມຂະຫຍາຍປະຊາທິປະໄຕຢ່າງບໍ່ຢຸດຢັ້ງ, ກໍ່ສ້າງລັດແຫ່ງອໍານາດກົດໝາຍສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ, ບົນພື້ນຖານສໍາພັນທະພາບລະຫວ່າງກໍາມະກອນ, ຊາວນາ ແລະ ປັນຍາຊົນ ໂດຍມີພັກກອມມູນິດຫວຽດນາມເປັນຜູ້ນໍາພາ. ລັດເປັນຕົວແທນໃຫ້ແກ່ສິດເປັນເຈົ້າຂອງປະຊາຊົນ, ພ້ອມກັນນັ້ນ ກໍເປັນຜູ້ຈັດຕັ້ງປະຕິບັດແນວທາງຂອງພັກ; ມີກົນໄກເພື່ອໃຫ້ປະຊາຊົນປະຕິບັດສິດເປັນເຈົ້າໂດຍກົງ ແລະ ປະຊາທິປະໄຕຕົວແທນ ໃນທຸກຂົງເຂດຂອງຊີວິດສັງຄົມ, ເຂົ້າຮ່ວມໃນການຄຸ້ມຄອງສັງຄົມ. ລັດແຫ່ງອຳນາດກົດໝາຍສັງຄົມນິຍົມມີທາດແທ້ທີ່ຕ່າງຈາກລັດແຫ່ງອໍານາດກົດໝາຍນາຍທຶນ ຢູ່ບ່ອນວ່າ: ອຳນາດກົດໝາຍພາຍໃຕ້ລະບອບທຶນນິຍົມ ໂດຍເນື້ອແທ້ແລ້ວ ແມ່ນເຄື່ອງມືປົກປ້ອງ ແລະ ຮັບໃຊ້ໃຫ້ແກ່ຜົນປະໂຫຍດຂອງຊົນຊັ້ນນາຍທຶນ, ສ່ວນອໍານາດກົດໝາຍພາຍໃຕ້ລະບອບສັງຄົມນິຍົມແມ່ນເຄື່ອງມືທີ່ສະແດງອອກ ແລະ ປະຕິບັດສິດເປັນເຈົ້າຂອງປະຊາຊົນ, ຮັບປະກັນ ແລະ ປົກປ້ອງຜົນປະໂຫຍດຂອງປະຊາຊົນຈໍານວນສ່ວນຫຼາຍ. ໂດຍຜ່ານການປະຕິບັດກົດໝາຍ, ລັດຮັບປະກັນບັນດາເງື່ອນໄຂຕ່າງໆ ເພື່ອໃຫ້ປະຊາຊົນໄດ້ເປັນອັດຕະພາບຂອງອໍານາດການເມືອງ, ປະຕິບັດອໍານາດຜະເດັດການ ກັບທຸກການກະທໍາທີ່ກໍ່ຄວາມເສຍຫາຍແກ່ຜົນປະໂຫຍດຂອງຊາດ ແລະ ປະຊາຊົນ. ພ້ອມກັນນັ້ນ, ພັກກອມມູນິດຫວຽດນາມ ຍັງໄດ້ກໍານົດວ່າ: ກ້ອນມະຫາສາມັກຄີທົ່ວປວງຊົນ ເປັນແຫຼ່ງກໍາລັງແຮງ ແລະ ເປັນປັດໄຈທີ່ມີຄວາມໝາຍຕັດສິນ, ຮັບປະກັນໃຫ້ແກ່ໄຊຊະນະອັນຍືນຍົງ ຂອງພາລະກິດການປະຕິວັດຢູ່ຫວຽດນາມ; ກະຕຸກຊຸກຍູ້ຄວາມສະເໝີພາບ ແລະຄວາມສາມັກຄີ ລະຫວ່າງບັນດາຊົນເຜົ່າ ແລະ ສາສະໜາ ຢ່າງບໍ່ຢຸດຢັ້ງ.
ຮັບຮູ້ຢ່າງເລິກເຊິ່ງວ່າ ການນໍາພາຂອງພັກກອມມູນິດ ແມ່ນປັດໄຈຕັດສິນໄຊຊະນະຂອງພາລະກິດປ່ຽນແປງໃໝ່ ແລະ ຮັບປະກັນໃຫ້ປະເທດຊາດພັດທະນາຖືກຕາມທິດສັງຄົມນິຍົມ, ສະນັ້ນ ວຽກງານກໍ່ສ້າງ, ປັບປຸງພັກ ຈຶ່ງໄດ້ຮັບຄວາມເອົາໃຈໃສ່ເປັນສໍາຄັນພິເສດ. ວຽກງານກໍ່ສ້າງ, ປັບປຸງພັກ ຖືກກໍານົດເປັນໜ້າທີ່ຂໍກະແຈ, ມີຄວາມໝາຍເປັນຕາຍຕໍ່ກັບພັກ ແລະ ລະບອບສັງຄົມນິຍົມ. ພັກກອມມູນິດຫວຽດນາມ ແມ່ນກອງປະຈັນບານຂອງຊົນຊັ້ນກໍາມະກອນຫວຽດນາມ; ພັກກໍາເນີດຂຶ້ນ, ຄົງຕົວ ແລະ ຂະຫຍາຍຕົວ ແມ່ນເພື່ອຜົນປະໂຫຍດຂອງກໍາມະກອນ, ປະຊາຊົນຊາວຜູ້ອອກແຮງງານ ແລະ ທົ່ວປວງຊົນທັງຊາດ. ເມື່ອພັກກໍາອໍານາດ, ນໍາພາທັງຊາດ, ໄດ້ຮັບການຍອມຮັບຈາກທົ່ວປວງຊົນວ່າ ເປັນກອງປະຈັນບານນໍາພາຂອງຕົນ ແລະ ດ້ວຍເຫດນັ້ນ ພັກກໍເປັນກອງປະຈັນບານຂອງຊົນຊັ້ນກໍາມະກອນ, ພ້ອມກັນນັ້ນ ກໍເປັນກອງປະຈັນບານຂອງປະຊາຊົນຊາວຜູ້ອອກແຮງງານ ແລະ ຂອງຊາດຫວຽດນາມທັງໝົດ. ເວົ້າຄືແນວນັ້ນ ບໍ່ໝາຍຄວາມວ່າເປັນການເຮັດໃຫ້ທາດແທ້ຊົນຊັ້ນຂອງພັກຫຼຸດຕໍ່າລົງ, ຫາກເປັນການສະແດງເຖິງຄວາມຮັບຮູ້ທາດແທ້ຂອງພັກຢ່າງເລິກເຊິ່ງ ແລະ ຄົບຖ້ວນກວ່າເກົ່າ, ຍ້ອນວ່າ ຊົນຊັ້ນກໍາມະກອນເປັນຊົນຊັ້ນທີ່ມີຜົນປະໂຫຍດເອກະພາບກັບຜົນປະໂຫຍດຂອງປະຊາຊົນຊາວຜູ້ອອກແຮງງານ ແລະ ທົ່ວປວງຊົນທັງຊາດ. ພັກກອມມູນິດຫວຽດນາມໄດ້ຍຶດຖືເອົາລັດທິມາກ - ເລນິນ ແລະ ແນວຄິດ ໂຮ່ຈີມິນ ເປັນພື້ນຖານແນວຄິດ ແລະ ເປັນເຂັມທິດໃຫ້ແກ່ການເຄື່ອນໄຫວປະຕິວັດ, ຖືເອົາການລວມສູນປະຊາທິປະໄຕເປັນຫຼັກການຈັດຕັ້ງພື້ນຖານ. ພັກນໍາພາດ້ວຍໂຄງການການເມືອງ, ຍຸດທະສາດ, ບັນດາການກໍານົດທິດທາງດ້ານນະໂຍບາຍ ແລະ ແຜນນະໂຍບາຍໃຫຍ່; ດ້ວຍວຽກງານໂຄສະນາ, ຊວນເຊື່ອ, ປຸກລະດົມ, ຈັດຕັ້ງ, ກວດກາ, ຕິດຕາມ ແລະ ດ້ວຍຄວາມເປັນແບບຢ່າງຂອງສະມາຊິກພັກ; ເປັນເອກະພາບໃນວຽກງານຈັດຕັ້ງພະນັກງານ. ພັກກໍາອໍານາດຕ້ອງມີສະຕິຕໍ່ໄພອັນຕະລາຍຕ່າງໆ ເຊັ່ນ: ການສໍ້ລາດບັງຫຼວງ, ອາດຍາສິດ, ການເສື່ອມຄຸນປ່ຽນທາດ…, ໂດຍສະເພາະແມ່ນ ໃນເງື່ອນໄຂເສດຖະກິດຕະຫຼາດ, ພັກກອມມູນິດຫວຽດນາມຮຽກຮ້ອງໃຫ້ປ່ຽນແປງໃໝ່ດ້ວຍຕົນເອງ, ປັບປຸງຕົນເອງເປັນປົກກະຕິ, ຕໍ່ສູ້ຕ້ານລັດທິສວຍໂອກາດ, ລັດທິເອກະຊົນ, ຕ້ານການສໍ້ລາດບັງຫຼວງ, ອາດຍາສິດ, ຟຸມເຟືອຍ, ເສື່ອມຄຸນປ່ຽນທາດ… ຢູ່ພາຍໃນພັກ ແລະ ໃນທົ່ວລະບົບການເມືອງ.
ພາລະກິດປ່ຽນແປງໃໝ່, ໃນນັ້ນມີການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ເຊິ່ງໄດ້ນໍາເອົາບັນດາການປ່ຽນແປງອັນໃຫຍ່ຫຼວງຢ່າງແທ້ຈິງ, ດີງາມທີ່ສຸດມາໃຫ້ແກ່ປະເທດຊາດໃນຕະຫຼອດໄລຍະ 35 ປີທີ່ຜ່ານມາ.ນະຄອນໂຮ່ຈີມິນ ພາຍຫຼັງ 35 ປີແຫ່ງການປ່ຽນແປງໃໝ່ _ພາບ: ສາລະຄະດີ
ກ່ອນການປ່ຽນແປງໃໝ່ (ປີ 1986), ຫວຽດນາມເປັນປະເທດທີ່ທຸກຍາກ ທັງຖືກສົງຄາມມ້າງເພທໍາລາຍຢ່າງໜັກໜ່ວງທີ່ສຸດ, ປະຜົນກະທົບທີ່ໃຫຍ່ຫຼວງທີ່ສຸດ ທັງທາງດ້ານຊີວິດ, ທາງດ້ານຊັບສິນ ແລະ ລະບົບນິເວດສິ່ງແວດລ້ອມ. ຂ້າພະເຈົ້າພຽງແຕ່ຂໍຍົກຕົວຢ່າງເທົ່ານັ້ນ, ມາຮອດປະຈຸບັນ ກໍຍັງມີຄົນຈໍານວນຫຼາຍລ້ານຄົນ ທີ່ຕ້ອງທົນຮັບກັບບັນດາພະຍາດອັດຕະຄັດ ແລະ ເດັກນ້ອຍຈໍານວນຫຼາຍແສນຄົນ ຕ້ອງເປັນຄົນພິການແຕ່ກໍາເນີດ ຍ້ອນຜົນກະທົບຂອງຝົນເຫຼືອງ/ດີໂອຊິນ ທີ່ກອງທັບອາເມລິກາໄດ້ນໍາໃຊ້ ໃນສະໄໝສົງຄາມຢູ່ຫວຽດນາມ. ຕາມທັດສະນະຂອງບັນດານັກຊ່ຽວຊານໃຫ້ຮູ້ວ່າ ຫວຽດນາມຕ້ອງໃຊ້ເວລາອີກຫຼາຍກວ່າ 100 ປີ ຈຶ່ງຈະສາມາດເກັບກູ້ລູກລະເບີດທີ່ຍັງຕົກຄ້າງພາຍຫຼັງສົງຄາມ. ຫຼັງສົງຄາມ, ອາເມລິກາ ແລະ ບັນດາປະເທດຕາເວັນຕົກ ໄດ້ຈໍາວາງການຂວໍ້າບາດທາງດ້ານເສດຖະກິດຕໍ່ຫວຽດນາມ ໃນຕະຫຼອດໄລຍະເວລາເກືອບ 20 ປີ. ສະພາບການໃນພາກພື້ນແລະສາກົນ ກໍມີການປ່ຽນແປງຢ່າງສັບສົນ, ສ້າງຄວາມບໍ່ສະດວກແກ່ຫວຽດນາມ. ສະບຽງອາຫານ, ສິນຄ້າທີ່ຈໍາເປັນກໍຂາດເຂີນທີ່ສຸດ, ຊີວິດການເປັນຢູ່ຂອງປະຊາຊົນມີຄວາມຫຍຸ້ງຍາກລໍາບາກທີ່ສຸດ, ປະມານ 3/4 ຂອງພົນລະເມືອງດໍາລົງຊີວິດຕໍ່າກວ່າລະດັບຄວາມທຸກຍາກລໍາບາກ.
ຍ້ອນມີການປະຕິບັດແນວທາງປ່ຽນແປງໃໝ່, ພື້ນຖານເສດຖະກິດເລີ່ມມີການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນຈັ່ງຫວະທີ່ຂ້ອນຂ້າງສູງ ໃນຕະຫຼອດໄລະຍະ 35 ປີທີ່ຜ່ານມາ ດ້ວຍລະດັບການເຕີບໂຕສະເລ່ຍປະມານ 7% ໃນແຕ່ລະປີ. ຂະໜາດ ຈີດີພີ ໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງ, ປີ 2020 ບັນລຸ 342,7 ຕື້ ໂດລາສະຫະລັດ, ກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບທີສີ່ໃນອາຊຽນ. ລາຍຮັບສະເລ່ຍຕໍ່ຫົວຄົນເພີ່ມຂຶ້ນປະມານ 17 ເທື່ອ, ເພີ່ມຂຶ້ນເຖິງ 3.512 ໂດລາສະຫະລັດ; ຫວຽດນາມໄດ້ຫຼຸດພົ້ນອອກຈາກກຸ່ມບັນດາປະເທດທີ່ມີລາຍຮັບສະເລ່ຍຕໍ່ານັບແຕ່ປີ 2008. ຈາກປະເທດໜຶ່ງທີ່ຂາດເຂີນສະບຽບອາຫານຢ່າງຕິດຕໍ່ນໍ່ເນືອງ, ມາຮອດປັດຈຸບັນ, ຫວຽດນາມບໍ່ພຽງແຕ່ສາມາດຮັບປະກັນຄວາມປອດໄພດ້ານສະບຽງອາຫານເທົ່ານັ້ນ ຫາກຍັງກາຍເປັນປະເທດທີ່ສົ່ງອອກເຂົ້າ ແລະ ຜະລິດຕະພັນກະສິກໍາອື່ນໆ ຈໍານວນຫຼວງຫຼາຍ ເຊິ່ງຈັດຢູ່ໃນອັນດັບແຖວໜ້າຂອງໂລກ. ອຸດສາຫະກໍາຂະຫຍາຍຕົວຢ່າງໄວວາ, ອັດຕາສ່ວນອຸດສາຫະກໍາ ແລະ ການບໍລິການໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ໃນປັດຈຸບັນ ກວມເອົາປະມານ 85% ຂອງຈີດີພີ. ລວມຍອດມູນຄ່າການສົ່ງອອກ - ນໍາເຂົ້າເພີ່ມຂຶ້ນຢ່າງແຂງແຮງ, ໃນປີ 2020 ສາມາດບັນລຸໄດ້ຫຼາຍກວ່າ 540 ຕື້ໂດລາສະຫະລັດ, ໃນນັ້ນ, ລວມຍອດມູນຄ່າການສົ່ງອອກບັນລຸເຖິງ 280 ຕື້ໂດລາສະຫະລັດ. ການສໍາຮອງເງິນຕາຕ່າງປະເທດເພີ່ມຂຶ້ນຢ່າງແຂງແຮງ, ບັນລຸ 100 ຕື້ໂດລາສະຫະລັດ ໃນປີ 2020. ການລົງທຶນຂອງຕ່າງປະເທດເພີ່ມຂຶ້ນຢ່າງໄວວາ, ທຶນຈົດທະບຽນບັນລຸເກືອບ 395 ຕື້ໂດລາສະຫະລັດ ໃນທ້າຍປີ 2020. ດ້ານໂຄງປະກອບພື້ນຖານເສດຖະກິດ ຫາກພິຈາລະນາບົນແງ່ມຸມການພົວພັນກໍາມະສິດແລ້ວ ເຫັນວ່າ ລວມຍອດຜະລິດຕະພັນພາຍໃນຂອງຫວຽດນາມປັດຈຸບັນ ກວມເອົາປະມານ 27% ຈາກເສດຖະກິດແຫ່ງລັດ, 4% ຈາກເສດຖະກິດລວມໝູ່, 30% ຈາກເສດຖະກິດຄອບຄົວ, 10% ຈາກເສດຖະກິດເອກະຊົນພາຍໃນປະເທດ ແລະ 20% ຈາກຂົງເຂດທີ່ມີການລົງທຶນຂອງຕ່າງປະເທດ.
ປັດຈຸບັນຫວຽດນາມມີພົນລະເມືອງຫຼາຍກວ່າ 97 ລ້ານຄົນ, ປະກອບດ້ວຍ 54 ຊົນເຜົ່າອ້າຍນ້ອງ, ໃນນັ້ນພົນລະເມືອງຫຼາຍກວ່າ 60% ດໍາລົງຊີວິດຢູ່ຊົນນະບົດ. ການພັດທະນາເສດຖະກິດໄດ້ຊ່ວຍໃຫ້ປະເທດຫວຽດນາມຫຼຸດພົ້ນອອກຈາກສະພາບວິກິດການທາງດ້ານເສດຖະກິດ - ສັງຄົມ ໃນຊຸມປີ 80 ແລະ ໄດ້ປົວແປງຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນຫຼາຍສົມຄວນ. ອັດຕາສ່ວນຄອບຄົວທຸກຍາກສະເລ່ຍ ໃນແຕ່ລະປີຫຼຸດລົງປະມານ 1,5%; ຫຼຸດຈາກ 58% ໃນປີ 1998 ລົງເຫຼືອ 5,8% ໃນປີ 2016 ຕາມມາດຕະຖານຄວາມທຸກຍາກຂອງລັດຖະບານ ແລະ ຫຼຸດລົງຕໍ່າກວ່າ 3% ໃນປີ 2020 ຕາມມາດຕະຖານຄວາມທຸກຍາກແບບຫຼາຍມິຕິ (ມາດຕະຖານທີ່ສູງກວ່າເມື່ອກ່ອນ). ມາຮອດປັດຈຸບັນ, ຫຼາຍກວ່າ 60% ຂອງຕາແສງໃນທົ່ວປະເທດສາມາດບັນລຸມາດຕະຖານຊົນນະບົດໃໝ່; ເກືອບວ່າທຸກຕາແສງລ້ວນແຕ່ມີເສັ້ນທາງລົດແລ່ນເຂົ້າເຖິງໃຈກາງ, ມີຕາຂ່າຍໄຟຟ້າແຫ່ງຊາດ, ໂຮງຮຽນຊັ້ນປະຖົມສຶກສາ ແລະ ໂຮງຮຽນຊັ້ນມັດທະຍົມສຶກສາຕອນຕົ້ນ, ສຸກສາລາ ແລະ ລະບົບໂທລະສັບ. ໃນເວລາທີ່ຍັງບໍ່ທັນມີເງື່ອນໄຂເພື່ອຮັບປະກັນການສຶກສາແບບບໍ່ເສຍຄ່າສໍາລັບທຸກຄົນໃນທຸກຊັ້ນຮຽນນັ້ນ, ຫວຽດນາມສຸມໃສ່ການເຮັດສໍາເລັດວຽກງານລົບລ້າງການກືກໜັງສື, ການສຶກສາພາກບັງຄັບຂັ້ນປະຖົມສຶກສາໃນປີ 2000 ແລະ ການສຶກສາພາກບັງຄັບຂັ້ນມັດຖະຍົມສຶກສາຕອນຕົ້ນໃນປີ 2010; ຈໍານວນນັກສຶກສາທີ່ເຂົ້າຮຽນລະດັບວິທະຍາໄລ, ມະຫາວິທະຍາໄລ ເພີ່ມຂຶ້ນ 17 ເທື່ອ ໃນໄລຍະເວລາ 35 ປີທີ່ຜ່ານມາ. ປັດຈຸບັນ, ຫວຽດນາມມີຈໍານວນຜູ້ໃຫຍ່ທີ່ຮູ້ອ່ານ, ຮູ້ຂຽນເຖິງ 95%. ໃນເວລາທີ່ຍັງບໍ່ສາມາດປະຕິບັດວຽກງານຮັບປະກັນ ການສະໜອງການບໍລິການດ້ານສາທາລະນະສຸກແບບບໍ່ເສຍຄ່າສໍາລັບທົ່ວປວງຊົນນັ້ນ, ຫວຽດນາມໄດ້ສຸມໃສ່ການເພີ່ມທະວີວຽກງານສາທາລະນະສຸກປ້ອງກັນ, ສະກັດກັ້ນ, ຕ້ານພະຍາດ, ຊ່ວຍເຫຼືອບັນດາເປົ້າໝາຍທີ່ມີສະພາບຫຍຸ້ງຍາກ. ພະຍາດຫຼາຍຊະນິດທີ່ເຄີຍມີຢູ່ຢ່າງແຜ່ຫຼາຍເມື່ອກ່ອນນີ້ ໄດ້ຖືກຄວບຄຸມສໍາເລັດ. ຄົນທຸກ, ເດັກນ້ອຍອາຍຸຕໍ່າກວ່າ 6 ປີ ແລະ ຜູ້ສູງອາຍຸ ໄດ້ຮັບການຮັບປະກັນສຸຂະພາບແບບບໍ່ເສຍຄ່າ. ອັດຕາການຂາດສານອາຫານຂອງເດັກ ແລະ ອັດຕາການຕາຍຂອງເດັກເກີດໃໝ່ ຫຼຸດລົງ 3 ເທື່ອ. ອາຍຸຍືນສະເລ່ຍຂອງພົນລະເມືອງໄດ້ເພີ່ມຂຶ້ນຈາກ 62 ປີ ໃນປີ 1990 ມາເປັນ 73,7 ປີ ໃນປີ 2020. ກໍຍ້ອນການທີ່ເສດຖະກິດມີບາດກ້າວຂະຫຍາຍຕົວ ສະນັ້ນພວກເຮົາຈຶ່ງສາມາດມີເງື່ອນໄຂ ເພື່ອເບິ່ງແຍງໄດ້ດີກວ່າເກົ່າ ຕໍ່ຜູ້ທີ່ມີຄຸນງາມຄວາມດີ, ເບິ່ງແຍງລ້ຽງດູບັນດາແມ່ຫວຽດນາມວິລະຊົນ, ຫ່ວງໃຍນໍາຂຸມສົບຂອງເຫຼົ່ານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ. ຊີວິດວັດທະນະທໍາກໍໄດ້ຮັບການປົວແປງດີຂຶ້ນ; ການເຄື່ອນໄຫວວັດທະນະທໍາມີຄວາມອຸດົມສົມບູນ, ຫຼາຍຮູບຫຼາຍແບບ. ປັດຈຸບັນ, ຫວຽດນາມມີພົນລະເມືອງທີ່ນຳໃຊ້ອິນເຕີເນັດປະມານ 70% ຂອງປະຊາກອນທັງໝົດ, ເປັນໜຶ່ງໃນບັນດາປະເທດທີ່ມີລະດັບການພັດທະນາດ້ານເຕັກໂນໂລຊີຄອມພິວເຕີທີ່ສູງທີ່ສຸດຂອງໂລກ. ສະຫະປະຊາຊາດໄດ້ຮັບຮອງເອົາຫວຽດນາມ ເປັນໜຶ່ງໃນບັນດາປະເທດທີ່ນໍາໜ້າ ໃນການປະຕິບັດບັນດາເປົ້າໝາຍສະຫັດສະວັດ. ປີ 2019, ດັດຊະນີການພັດທະນາມະນຸດ (HDI) ຂອງຫວຽດນາມ ບັນລຸລະດັບ 0,704, ຈັດຢູ່ໃນກຸ່ມປະເທດທີ່ມີດັດຊະນີການພັດທະນາມະນຸດສູງຂອງໂລກ, ໂດຍສະເພາະ ເມື່ອທຽບກັບບັນດາປະເທດທີ່ຢູ່ຮ່ວມລະດັບການພັດທະນາດຽວກັນ.
ສະນັ້ນ, ຈຶ່ງສາມາດເວົ້າໄດ້ວ່າ ການປະຕິບັດແນວທາງປ່ຽນແປງໃໝ່ໄດ້ນໍາມາເຊິ່ງບັນດາການປ່ຽນແປງຢ່າງຈະແຈ້ງ, ເລິກເຊິ່ງ ແລະ ຕັ້ງໜ້າທີ່ສຸດ ຢູ່ຫວຽດນາມ: ເສດຖະກິດຂະຫບາຍຕົວ, ກໍາລັງການຜະລິດມີຄວາມເຂັ້ມແຂງ; ຈຳນວນຜູ້ທຸກຍາກລໍາບາກຫຼຸດລົງຢ່າງໄວວາ, ຕໍ່ເນື່ອງ; ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງດີຂຶ້ນ, ບັນຫາສັງຄົມຫຼາຍຢ່າງໄດ້ຮັບການແກ້ໄຂ; ການເມືອງ, ສັງຄົມມີສະຖຽນລະພາບ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັບປະກັນ; ວຽກງານການຕ່າງປະເທດ ແລະ ການເຊື່ອມໂຍງສາກົນ ນັບມື້ຍິ່ງໄດ້ຮັບການເປີດກວ້າງ; ຖານະບົດບາດຂອງຊາດໄດ້ຮັບການຍົກສູງຂຶ້ນ; ຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ການນໍາພາຂອງພັກໄດ້ຮັບການປັບປຸງ. ໃນການສະຫຼຸບສັງລວມ 20 ປີແຫ່ງການປ່ຽນແປງໃໝ່, ກອງປະຊຸມໃຫຍ່ຂອງພັກຄັ້ງທີ X (ປີ 2006) ໄດ້ພິນິດໃສວ່າ ພາລະກິດປ່ຽນແປງໃໝ່ສາມາດຍາດໄດ້ “ບັນດາຜົນສໍາເລັດອັນໃຫຍ່ຫຼວງທີ່ມີຄວາມໝາຍທາງປະຫວັດສາດ”. ໃນພຶດຕິກໍາຕົວຈິງ ພິຈາລະນາຈາກຫຼາຍແງ່ມຸມແລ້ວເຫັນວ່າ ໃນປັດຈຸບັນ ປະຊາຊົນຫວຽດນາມພວມມີບັນດາເງື່ອນໄຂໃນການດໍາລົງຊີວິດທີ່ດີກວ່າເກົ່າ ເມື່ອທຽບກັບບໍ່ວ່າສະໄໝໃດໆກ່ອນນີ້. ນັ້ນແມ່ນໜຶ່ງໃນບັນດາເຫດຜົນເພື່ອຊີ້ແຈງວ່າ ຍ້ອນຫຍັງພາລະກິດປ່ຽນແປງໃໝ່ທີ່ພັກກອມມູນິດຫວຽດນາມເປັນຜູ້ລິເລີ່ມ ແລະນໍາພາ ຈຶ່ງໄດ້ຮັບຄວາມເປັນໃຈ, ຕອບສະໜອງ ແລະ ຕັ້ງໜ້າສູ້ຊົນປະຕິບັດຂອງທົ່ວປວງຊົນ. ບັນດາຜົນສໍາເລັດຂອງການປ່ຽນແປງໃໝ່ຢູ່ຫວຽດນາມ ໄດ້ພິສູດໃຫ້ເຫັນວ່າ ການພັດທະນາຕາມທິດສັງຄົມນິຍົມ ບໍ່ພຽງແຕ່ມີປະສິດທິຜົນທີ່ຕັ້ງໜ້າທາງດ້ານເສດຖະກິດເທົ່ານັ້ນ ຫາກຍັງສາມາດແກ້ໄຂບັນດາບັນຫາສັງຄົມໄດ້ດີກວ່າເກົ່າ ເມື່ອທຽບກັບບັນດາປະເທດທຶນນິຍົມທີ່ຢູ່ໃນລະດັບການພັດທະນາເສດຖະກິດດຽວກັນ. ບັນດາໝາກຜົນ, ຜົນງານອັນພິເສດທີ່ສາມາດບັນລຸໄດ້ຂອງຫວຽດນາມ ໃນສະພາບແວດລ້ອມການລະບາດຂອງໂຄວິດ-19 ແລະ ການຖົດຖອຍຂອງເສດຖະກິດທົ່ວໂລກ ທີ່ເລີ່ມຕົ້ນແຕ່ຕົ້ນປີ 2020 ໄດ້ຮັບການຍອມຮັບແລະຕີລາຄາສູງ ຈາກປະຊາຊົນ ແລະເພື່ອນມິດສາກົນ ອັນສະແດງເຖິງລັກສະນະດີເລີດຂອງລະບອບສັງຄົມນິຍົມ ຢູ່ຫວຽດນາມ. ໃນມໍ່ໆມານີ້, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ, ໄດ້ຢືນຢັນ ແລະ ເນັ້ນໜັກອີກເທື່ອໜຶ່ງວ່າ: “ຜ່ານໄລຍະເວລາ 35 ປີແຫ່ງການດໍາເນີນພາລະກິດປ່ຽນແປງໃໝ່, 30 ປີແຫ່ງການປະຕິບັດໂຄງການການເມືອງກໍ່ສ້າງປະເທດຊາດໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ, ທິດສະດີກ່ຽວກັບເສັ້ນທາງປ່ຽນແປງໃໝ່, ກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມປະເທດເຮົາ ນັບມື້ຍິ່ງໄດ້ຮັບການບູລະນະ ແລະ ຫັນເປັນຈິງເທື່ອລະກ້າວ. ພວກເຮົາບັນລຸໄດ້ບັນດາຜົນສໍາເລັດອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ, ມີການຂະຫຍາຍຕົວທີ່ເຂັ້ມແຂງ, ຮອບດ້ານກວ່າເກົ່າ ເມື່ອທຽບກັບຊຸມປີກ່ອນການປ່ຽນແປງໃໝ່. ດ້ວຍຄວາມອ່ອນນ້ອມຖ່ອມຈຽມຕົນ, ພວກເຮົາຍັງສາມາດເວົ້າໄດ້ວ່າ: ປະເທດພວກເຮົາຍັງບໍ່ເຄີຍບັນລຸພາລະກິດທີ່ໃຫຍ່ຫຼວງ, ກໍາລັງບົ່ມຊ້ອນ, ຖານະບົດບາດ ແລະ ອິດທິພົນເທິງເວທີສາກົນຄືໃນປັດຈຸບັນນີ້. ບັນດາຜົນສໍາເລັດດັ່ງກ່າວ ແມ່ນຜະລິດຕະພັນບັນຈຸກໍາລັງຫົວຄິດປະດິດສ້າງ, ແມ່ນໝາກຜົນຂອງທັງໝົດ ຄວາມມານະພະຍາຍາມສູ້ຊົນຢ່າງທົນທານ, ເນື່ອງນິດຜ່ານຫຼາຍສະໄໝຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບພວກເຮົາ; ສືບຕໍ່ຢືນຢັນວ່າ ເສັ້ນທາງກ້າວຂຶ້ນສັງຄົມນິຍົມຂອງພວກເຮົາແມ່ນຖືກຕ້ອງ, ສອດຄ່ອງກັບກົດເກນພາວະວິໄສ, ກັບພຶດຕິກໍາຂອງຫວຽດນາມ ແລະ ທ່າອ່ຽງຂະຫຍາຍຕົວຂອງຍຸກສະໄໝ; ເສັ້ນທາງປ່ຽນແປງໃໝ່ຂອງພັກເຮົາ ແມ່ນຖືກຕ້ອງ ແລະປະດິດສ້າງ; ການນໍາພາຂອງພັກແມ່ນປັດໄຈແຖວໜ້າ ຕັດສິນທຸກໄຊຊະນະຂອງການປະຕິວັດຫວຽດນາມ. ໂຄງການການເມືອງຂອງພັກສືບຕໍ່ເປັນຄັນທຸງດ້ານແນວຄິດ, ທິດສະດີນໍາພາຊາດເຮົາ ສືບຕໍ່ຍູ້ແຮງຢ່າງຮອບດ້ານ, ເປັນລະບົບຄົບຊຸດ ຕໍ່ພາລະກິດປ່ຽນແປງໃໝ່ຢ່າງໝັ້ນຄົງ; ເປັນພື້ນຖານເພື່ອໃຫ້ພັກເຮົາປະຕິບັດສໍາເລັດ ເສັ້ນທາງການສ້າງສາ ແລະ ປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມໃນໄລຍະໃໝ່”(1).ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ ໄດ້ຢືນຢັນ ແລະ ເນັ້ນໜັກອີກເທື່ອໜຶ່ງວ່າ: ປະເທດພວກເຮົາຍັງບໍ່ເຄີຍບັນລຸພາລະກິດທີ່ໃຫຍ່ຫຼວງ, ກໍາລັງບົ່ມຊ້ອນ, ຖານະບົດບາດ ແລະ ອິດທິພົນເທິງເວທີສາກົນຄືໃນປັດຈຸບັນນີ້ _ພາບ: TTXVN
ຄຽງຄູ່ກັບບັນດາຜົນສໍາເລັດ ແລະ ດ້ານຕັ້ງໜ້າທີ່ເປັນພື້ນຖານ, ກໍຍັງມີດ້ານອ່ອນ ຄົງຄ້າງ, ຂໍ້ຈໍາກັດຈໍານວນບໍ່ໜ້ອຍ ແລະ ພວມຕ້ອງປະເຊີນກັບບັນດາສິ່ງທ້າທາຍໃໝ່ ໃນຂະບວນວິວັດແຫ່ງການພັດທະນາປະເທດຊາດ.
ດ້ານເສດຖະກິດ, ຄຸນນະພາບການເຕີບໂຕ, ຄວາມສາມາດແຂ່ງຂັນຍັງຕໍ່າ, ບໍ່ມີຄວາມຍືນຍົງ; ໂຄງສ້າງພື້ນຖານໂຄງລ່າງບໍ່ເປັນລະບົບຄົບຊຸດ; ປະສິດທິຜົນແລະຄວາມອາດສາມາດຂອງຫຼາຍວິສາຫະກິດ, ໃນນັ້ນມີລັດວິສາຫະກິດ ຍັງຈໍາກັດ; ສິ່ງແວດລ້ອມຖືກມົນລະພິດຢູ່ໃນຫຼາຍບ່ອນ; ວຽກງານຄຸ້ມຄອງ, ດັດສົມຕະຫຼາດຍັງພົບພໍ້ບັນຫາຫຼາຍຢ່າງ. ໃນຂະນະທີ່, ການແກ່ງແຍ້ງແຂ່ງຂັນໃນຍຸກໂລກາພິວັດ ແລະ ການເຊື່ອມໂຍງສາກົນທີ່ພວມເກີດຂຶ້ນນັ້ນ ຍິ່ງທະວີຄວາມດຸເດືອດກວ່າເກົ່າ.
ດ້ານສັງຄົມ, ຄວາມແຕກໂຕນລະຫວ່າງຮັ່ງມີແລະທຸກຈົນຍັງເພີ່ມຂຶ້ນ; ຄຸນນະພາບການສຶກສາ, ການເບິ່ງແຍງສຸຂະພາບ ແລະ ການບໍລິການປະໂຫຍດສ່ວນລວມ ຍັງຈໍາກັດຫຼາຍຢ່າງ; ວັດທະນະທໍາ, ຄຸນສົມບັດທາງສັງຄົມມີດ້ານເສື່ອມໂຊມ; ອາດຊະຍາກໍາແລະໄພສັງຄົມຕ່າງໆ ເກີດຂຶ້ນຢ່າງສັບສົນ. ພິເສດແມ່ນ, ສະພາບການສໍ້ລາດບັງຫຼວງ, ຄວາມຟຸມເຟືອຍ, ເສື່ອມຖອຍດ້ານແນວຄິດການເມືອງ ແລະ ຄຸນສົມບັດ, ແບບແຜນດໍາລົງຊີວິດ ຍັງເກີດຂຶ້ນຢູ່ໃນພະນັກງານ, ສະມາຊິກພັກຈໍານວນໜຶ່ງ. ໃນຂະນະນັ້ນ, ບັນດາອິດທິກໍາລັງປໍລະປັກ, ສັດຕູ ເວລາໃດກໍຊອກຫາທຸກອຸບາຍເລ່ລ່ຽມເພື່ອຫວັງແຊກແຊງ, ຕ້ານ ແລະ ທໍາລາຍ, ກໍ່ຄວາມບໍ່ສະຫງົບ, ດໍາເນີນອຸບາຍ “ຫັນປ່ຽນໂດຍສັນຕິ” ແນໃສ່ລົບລ້າງລະບອບສັງຄົມນິຍົມຢູ່ຫວຽດນາມ.
ພັກກອມມູນິດຫວຽດນາມຮັບຮູ້ໄດ້ວ່າ ປັດຈຸບັນຫວຽດນາມພວມຢູ່ໃນຂະບວນວິວັດແຫ່ງການ ກໍ່ສ້າງ, ຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ. ໃນສະໄໝຂ້າມຜ່ານ, ບັນດາປັດໄຈສັງຄົມນິຍົມໄດ້ກໍ່ຮ່າງສ້າງຕົວຂຶ້ນ, ມີການກໍານົດ ແລະ ຂະຫຍາຍຕົວສະຫຼັບສັບກັນ, ແກ່ງແຍ້ງ ກັບບັນດາປັດໄຈທີ່ບໍ່ແມ່ນສັງຄົມນິຍົມ, ລວມເອົາທັງບັນດາປັດໄຈທຶນນິຍົມຢູ່ໃນບາງຂົງເຂດ. ການສະຫຼັບສັບກັນ, ການແກ່ງແຍ້ງດັ່ງກ່າວນີ້ ນັບມື້ຍິ່ງມີຄວາມສັບສົນແລະດຸເດືອດກວ່າເກົ່າ ໃນເງື່ອນໄຂກົນໄກເສດຖະກິດຕະຫຼາດ ແລະ ເປີດປະຕູ, ເຊື່ອມໂຍງສາກົນ. ຄຽງຄູ່ກັບບັນດາຜົນສໍາເລັດ, ດ້ານຕັ້ງໜ້ານັ້ນ ເວລາໃດກໍມີບັນດາດ້ານຫຍໍ້ທໍ້, ສິ່ງທ້າທາຍ ເຊິ່ງຕ້ອງໄດ້ພິຈາລະນາຢ່າງສ່ອງໃສ ແລະ ມີການແກ້ໄຂຢ່າງທັນການ, ມີປະສິດທິຜົນ. ນັ້ນແມ່ນການຕໍ່ສູ້ທີ່ດຸເດືອດ, ຫຍຸ້ງຍາກລໍາຍາກທີ່ສຸດ, ຮຽກຮ້ອງໃຫ້ມີວິໄສທັດໃໝ່, ຄຸນນະທາດໃໝ່ ແລະ ຫົວຄິດປະດິດສ້າງໃໝ່. ກ້າວຂຶ້ນຕາມທິດສັງຄົມນິຍົມ ແມ່ນຂະບວນວິວັດແຫ່ງການປັບປຸງ, ເພີ່ມທະວີ, ເສີມຂະຫຍາຍບັນດາປັດໄຈສັງຄົມນິຍົມຢ່າງບໍ່ຢຸດຢັ້ງເພື່ອເຮັດໃຫ້ບັນດາປັດໄຈດັ່ງກ່າວນັບມື້ຍິ່ງແຊກຄຸມ, ຄອບງໍາ ແລະ ຍາດໄດ້ໄຊຊະນະ. ຈະປະສົບຜົນສໍາເລັດຫຼືປະລາໄຊ ກ່ອນອື່ນໝົດແມ່ນຂຶ້ນກັບຄວາມຖືກຕ້ອງຂອງແນວທາງ, ທາດແທ້ການເມືອງ, ກໍາລັງຄວາມສາມາດໃນການນໍາພາ ແລະ ກໍາລັງສູ້ຮົບຂອງພັກ.
ປັດຈຸບັນ, ຫວຽດນາມພວມສືບຕໍ່ຍູ້ແຮງການປ່ຽນແປງໃໝ່ຮູບແບບການເຕີບໂຕ, ປັບໂຄງສ້າງພື້ນຖານເສດຖະກິດຄືນໃໝ່ ຕາມທິດໃຫ້ຄວາມສໍາຄັນກວ່າເກົ່າໃນຄຸນນະພາບ ແລະ ເພີ່ມທະວີຄວາມຍືນຍົງ ດ້ວຍຂອດບຸກທະລຸຕ່າງໆ ເຊັ່ນ: ປັບປຸງລະບອບລະບຽບການພັດທະນາຢ່າງເປັນລະບົບຄົບຊຸດ, ກ່ອນອື່ນໝົດແມ່ນລະບຽບການພັດທະນາພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ; ການພັດທະນາຊັບພະຍາກອນມະນຸດ, ກ່ອນອື່ນໝົດແມ່ນຊັບພະຍາກອນມະນຸດຄຸນນະພາບສູງ; ກໍ່ສ້າງພື້ນຖານໂຄງລ່າງເປັນລະບົບຄົບຊຸດ, ທັນສະໄໝທັງດ້ານເສດຖະກິດ - ສັງຄົມ(2). ດ້ານສັງຄົມ, ສືບຕໍ່ຍູ້ແຮງວຽກງານລົບລ້າງຄວາມທຸກຍາກແບບຍືນຍົງ, ຍົກສູງຄຸນນະພາບສາທາລະນະສຸກ, ການສຶກສາ ແລະ ບັນດາການບໍລິການປະໂຫຍດສ່ວນລວມອື່ນໆ, ຍົກສູງຊີວິດດ້ານວັດທະນະທໍາໃຫ້ປະຊາຊົນດີຂຶ້ນກວ່າເກົ່າ. ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ໄດ້ອອກແຮງຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນ ໂຮ່ຈີມິນ ດ້ວຍຄວາມຕັດສິນໃຈສະກັດກັ້ນ ແລະ ຕີຖອຍສະພາບການເສື່ອມຖອຍດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນດໍາລົງຊີວິດຂອງພະນັກງານ, ສະມາຊິກພັກຈໍານວນໜຶ່ງ, ກ່ອນອື່ນໝົດແມ່ນພະນັກງານນໍາພາ, ຄຸ້ມຄອງແຕ່ລະຂັ້ນ, ປະຕິບັດໃຫ້ໄດ້ດີກວ່າເກົ່າ ບັນດາຫຼັກການຈັດຕັ້ງກໍ່ສ້າງພັກ, ແນໃສ່ເຮັດໃຫ້ການຈັດຕັ້ງພັກ ແລະ ກົງຈັກລັດ ນັບມື້ຍິ່ງມີຄວາມປອດໃສ, ເຂັ້ມແຂງ, ຮັກສາໄດ້ທາດແທ້ປະຕິວັດ, ຍົກສູງຄວາມອາດສາມາດນໍາພາ ແລະ ກໍາລັງຕໍ່ສູ້ຂອງພັກ.
ທັງທິດສະດີແລະພຶດຕິກໍາ ລ້ວນແຕ່ໃຫ້ເຫັນວ່າ ການກໍ່ສ້າງສັງຄົມນິຍົມແມ່ນການສ້າງຕົວແບບສັງຄົມໃໝ່ທາງດ້ານຄຸນນະພາບ, ບໍ່ແມ່ນເລື່ອງທີ່ງ່າຍດາຍເລີຍ. ມັນແມ່ນຜົນແຫ່ງພາລະກິດປະດິດສ້າງທີ່ຍິ່ງໃຫຍ່, ເຕັມໄປດ້ວຍບົດທົດສອບ, ຄວາມຫຍຸ້ງຍາກນາໆປະການ, ພາລະກິດທີ່ເຕັມໄປດ້ວຍສະຕິຕື່ນຕົວ, ຕໍ່ເນື່ອງລຽນຕິດ, ມີເປົ້າໝາຍທີ່ຍາວນານ, ບໍ່ອາດຮີບຮ້ອນຟ້າວຟັ່ງ. ສະນັ້ນ, ຄຽງຄູ່ກັບການກໍານົດແຜນນະໂຍບາຍ, ແນວທາງທີ່ຖືກຕ້ອງ, ຮັບປະກັນບົດບາດນໍາພາຂອງພັກ, ກໍຕ້ອງເສີມຂະຫຍາຍຢ່າງແຂງແຮງ ບົດບາດຫົວຄິດປະດິດສ້າງ, ການສະໜັບສະໜູນ ແລະ ການເຂົ້າຮ່ວມຢ່າງຕັ້ງໜ້າຂອງປະຊາຊົນ. ປະຊາຊົນຮັບເອົາ, ໃຫ້ການສະໜັບສະໜູນ ແລະ ໝົດຈິດໝົດໃຈເຂົ້າຮ່ວມການຈັດຕັ້ງປະຕິບັດແນວທາງຂອງພັກ ຍ້ອນເຫັນວ່າແນວທາງດັ່ງກ່າວຕອບສະໜອງຖືກກັບຄວາມຮຽກຮ້ອງຕ້ອງການ ແລະ ຄວາມມຸ່ງມາດປາຖະໜາຂອງຕົນ. ກໍາລັງແຮງຂອງປະຊາຊົນແມ່ນກົກເຄົ້າເຫງົ້າຕໍອັນເລິກເຊິ່ງຂອງໄຊຊະນະ ແລະ ການພັດທະນາ.
ດ້ານອື່ນອີກ, ພັກນໍາພາແລະກໍາອໍານາດ, ໃນເວລາກໍານົດທິດທາງການເມືອງ ແລະ ວາງນະໂຍບາຍຊີ້ຂາດ, ບໍ່ອາດພຽງແຕ່ເລີ່ມຈາກພຶດຕິກໍາຂອງປະເທດ ແລະ ຊົນຊາດຕົນເທົ່ານັ້ນ, ຫາກຍັງຕ້ອງໄດ້ຄົ້ນຄວ້າ, ສຶກສາຮໍ່າຮຽນຈາກປະສົບການພຶດຕິກໍາຂອງໂລກ ແລະ ຍຸກສະໄໝ. ຢູ່ໃນໂລກແຫ່ງຍຸກໂລກາພິວັດຄືໃນປັດຈຸບັນ, ການພັດທະນາຂອງແຕ່ລະປະເທດ - ຊົນຊາດ ແມ່ນບໍ່ອາດຈະຢູ່ຢ່າງໂດດດ່ຽວ, ຢືນຢູ່ນອກບັນດາຜົນກະທົບຂອງໂລກ ແລະ ຍຸກສະໄໝ, ຂອງສະພາບການ ແລະ ສະຖານະພາບຂອງມັນ. ຍ້ອນແນວນັ້ນ, ຫວຽດນາມຕ້ອງເປັນເຈົ້າການ ແລະ ຕັ້ງໜ້າໃນການເຊື່ອມໂຍງສາກົນ, ປະຕິບັດແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ, ຫັນການພົວພັນສາກົນເປັນຫຼາຍທິດຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ ບົນພື້ນຖານການເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ບໍ່ແຊກແຊງເຂົ້າໃນວຽກງານພາຍໃນຂອງກັນ, ສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ.
ແລະສິ່ງສໍາຄັນທີ່ສຸດແມ່ນ ເວລາໃດກໍຕ້ອງເດັດດ່ຽວ ແລະ ຍຶດໝັ້ນບົນພື້ນຖານແນວຄິດທິດສະດີຂອງລັດທິມາກ-ເລນິນ - ທິດສະດີວິທະຍາສາດ ແລະ ການປະຕິວັດຂອງຊົນຊັ້ນກໍາມະກອນ ແລະ ມະຫາຊົນຊາວຜູ້ອອກແຮງງານ. ລັກສະນະວິທະຍາສາດ ແລະ ປະຕິວັດທີ່ເຖິງຖອງຂອງລັດທິມາກ-ເລນິນ, ແນວຄິດໂຮ່ຈີມິນ ແມ່ນບັນດາຄຸນຄ່າທີ່ໝັ້ນຄົງ, ໄດ້ແລະພວມຖືກບັນດານັກປະຕິວັດເດີນຕາມ ແລະ ຈັດຕັ້ງປະຕິບັດ. ມັນຈະສືບຕໍ່ຂະຫຍາຍຕົວແລະມີກໍາລັງຄົງຕົວ ຢູ່ໃນພຶດຕິກໍາການປະຕິວັດ ກໍຄືໃນພຶດຕິກໍາແຫ່ງການຂະຫຍາຍຕົວຂອງວິທະຍາສາດ. ຫວຽດນາມຕ້ອງຮັບເອົາແລະເພີ່ມເຕີມ ບັນດາຜົນສໍາເລັດອັນໃໝ່ທີ່ສຸດທາງດ້ານແນວຄິດແລະວິທະຍາສາດ ຢ່າງມີການເລືອກເຟັ້ນ ບົນຈິດໃຈຕໍານິວິຈານ ປະດິດສ້າງ ເພື່ອເຮັດໃຫ້ລັດທິ, ທິດສະດີຂອງພວກເຮົາເວລາໃດກໍມີຄວາມສົດໃໝ່, ເວລາໃດກໍໄດ້ຮັບພະລັງຊີວິດໃໝ່, ມີລົມຫາຍໃຈຂອງຍຸກສະໄໝ, ບໍ່ຕົກໃນຄວາມແຂງກະດ້າງ, ສະງັກຊັກຊ້າ, ຫຼ້າຫຼັງ ເມື່ອທຽບກັບຊີວິດການເປັນຢູ່./.
-----------------------
(1) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII, ເຫຼັ້ມ I, ສພຈ ການເມືອງ ແຫ່ງຊາດສື້ເຖິດ, ຮ່າໂນ້ຍ, 2021, ໜ້າ 25-26.
(2) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII, ເຫຼັ້ມ 2, ໜ້າ 337 - 338.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ, ສະບັບທີ 966 (ເດືອນພຶດສະພາ 2021)