ຄວາມຮັບຮູ້ໃໝ່ ແລະ ການກຳນົດທິດຂອງກອງປະຊຸມໃຫຍ່ຄັ້ງທີ 13
ຂອງພັກກອມມູນິດຫວຽດນາມ ກ່ຽວກັບວຽກງານການຈັດຕັ້ງກໍ່ສ້າງພັກ
ຂອງພັກກອມມູນິດຫວຽດນາມ ກ່ຽວກັບວຽກງານການຈັດຕັ້ງກໍ່ສ້າງພັກ
ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ພ້ອມກັບບັນດາສະຫາຍການນຳຂອງພັກ-ລັດ ແລະ ບັນດາຜູ້ແທນ ໃນການປະຊຸມປຶກສາຫາລືບັນດາເອກະສານເພື່ອຍື່ນສະເໜີຕໍ່ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ (ເດືອນມັງກອນ 2021) _ພາບ: TTXVN
ຍົກສູງຄວາມຮັບຮູ້ກ່ຽວກັບວຽກງານການຈັດຕັ້ງກໍ່ສ້າງພັກ
ຕິດພັນກັບຄວາມຕ້ອງການໃນການຍົກສູງຄວາມສາມາດນຳພາ
ກຳອຳນາດ ແລະ ກຳລັງແຮງສູ້ຮົບຂອງພັກກອມມູນິດຫວຽດນາມ.
ໃນໜ້າທີ່ການກໍ່ສ້າງແລະປັບປຸງພັກທັງໝົດ, ບັນດາບັນຫາກ່ຽວກັບວຽກງານຈັດຕັ້ງກໍ່ສ້າງພັກ ໄດ້ຮັບການເອົາໃຈໃສ່ແລະໃຫ້ຄວາມສຳຄັນ ໃນຕະຫຼອດຂະບວນການສະຫຼຸບສັງລວມຢ່າງຮອບດ້ານແລະເລິກເຊິ່ງ ທີ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ຕິດພັນກັບການຕີລາຄາ 35 ປີແຫ່ງການດຳເນີນການປ່ຽນແປງໃໝ່, 30 ປີແຫ່ງການປະຕິບັດໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານຂຶ້ນສູ່ສັງຄົມນິຍົມ (ປີ 1991) ແລະ 10 ປີແຫ່ງການປະຕິບັດໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານຂຶ້ນສູ່ສັງຄົມນິຍົມ (ສະບັບເພີ່ມເຕີມ, ພັດທະນາປີ 2011), ສະແດງໃຫ້ເຫັນເຖິງການສົມທົບຢ່າງກົມກຽວ ລະຫວ່າງທິດສະດີແລະພຶດຕິກຳ, ລະຫວ່າງການຕັ້ງໝັ້ນແລະການປ່ຽນແປງໃໝ່, ລະຫວ່າງການສືບທອດແລະການພັດທະນາ. ພິເສດ, ລາຍງານການເມືອງ ແລະ ລາຍງານກ່ຽວກັບການສະຫຼຸບສັງລວມ ວຽກງານການກໍ່ສ້າງພັກ ແລະ ການປະຕິບັດກົດລະບຽບຂອງພັກ ຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມສະໄໝທີ 12 ມີຈຸດເນັ້ນທີ່ສຳຄັນຫຼວງຫຼາຍ, ສະແດງໃຫ້ເຫັນບາດກ້າວພັດທະນາຄວາມຮັບຮູ້ເຖິງຄວາມສຳຄັນ, ເປົ້າໝາຍ ແລະ ທິດທາງໜ້າທີ່ສຳຄັນ ຂອງວຽກງານກໍ່ສ້າງພັກ, ຕິດພັນກັບຄວາມຮຽກຮ້ອງຕ້ອງການສູງ ໃນການຍົກສູງຄວາມສາມາດນໍາພາຂອງພັກ, ຄວາມສາມາດກຳອຳນາດ ແລະ ກໍາລັງແຮງສູ້ຮົບຂອງພັກ ໃນສະພາບການໃໝ່ ແລະ ປະຕິບັດເປົ້າໝາຍການພັດທະນາປະເທດຢ່າງໄວວາແລະຍືນຍົງ.
ຈາກຈຸດປະສົງທີ່ກຳນົດໄວ້ໃນມະຕິກອງປະຊຸມຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກຊຸດທີ 12: “ແກ້ໄຂຈຸດອ່ອນໃນວຽກງານພະນັກງານ ແລະ ການຄຸ້ມຄອງພະນັກງານ ຢ່າງເດັດດ່ຽວ; ສ້າງຖັນແຖວພະນັກງານ ສະມາຊິກພັກ, ໂດຍສະເພາະແມ່ນ ພະນັກງານການກຳ ພະນັກງານຄຸ້ມຄອງທຸກລະດັບ ໃຫ້ມີຫຼັກໝັ້ນການເມືອງທີ່ໝັ້ນຄົງ, ມີຄຸນສົມບັດສິນທຳ ຄວາມຮັບຜິດຊອບ ຄວາມສາມາດ ແລະ ມີສິ່ງຊຸກຍູ້ທີ່ຖືກຕ້ອງ, ນຳໜ້າເປັນແບບຢ່າງຢ່າງແທ້ຈິງ, ຍາມໃດກໍຕັ້ງຜົນປະໂຫຍດຂອງໝູ່ຄະນະ ຂອງຊາດ ຂອງປະເທດ ເໝືອກວ່າຜົນປະໂຫຍດສ່ວນຕົວ, ເປັນພະນັກງານຂອງປະຊາຊົນ ແລະ ຮັບໃຊ້ປະຊາຊົນຢ່າງຈິງຈັງ. ປັບປຸງຄວາມເຊື່ອໝັ້ນຂອງປະຊາຊົນໃນພັກ”, ລາຍງານການເມືອງທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ພັກກອມມູນິດຫວຽດນາມ ໄດ້ມີບາດກ້າວພັດທະນາທີ່ສຳຄັນທາງດ້ານທັດສະນະແລະຄວາມຮັບຮູ້ ເມື່ອເນັ້ນໜັກເຖິງປັດໄຈທຳອິດໃນຈຸດໝາຍພັດທະນາລວມໃນຊຸມປີຕໍ່ໜ້າ: “ຍົກສູງຄວາມສາມາດນໍາພາ, ຄວາມສາມາດກຳອຳນາດ ແລະ ກໍາລັງແຮງສູ້ຮົບຂອງພັກ; ກໍ່ສ້າງພັກແລະລະບົບການເມືອງໃຫ້ສະອາດປອດໃສ ແລະ ໝັ້ນຄົງເຂັ້ມແຂງ ຢ່າງຮອບດ້ານ”(2), ຢ່າງຄົບຊຸດ ກັບການເນັ້ນໜັກແລະຈັດເນື້ອໃນ “ເພີ່ມທະວີການກໍ່ສ້າງ ປັບປຸງພັກ ແລະ ລະບົບການເມືອງໃຫ້ສະອາດປອດໃສ, ໝັ້ນຄົງເຂັ້ມແຂງ” ເປັນອົງປະກອບທຳອິດໃນຫົວຂໍ້ຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ.
ນີ້ແມ່ນບາດກ້າວການພັດທະນາໃໝ່ທາງແນວຄິດ, ສືບຕໍ່ຊີ້ແຈ້ງທິດທາງການສ້າງຄວາມສາມາດໃນການນຳພາ, ຄວາມສາມາດກຳອຳນາດຂອງພັກກອມມູນິດຫວຽດນາມ ເຊິ່ງໄດ້ລະບຸໄວ້ໃນໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານຂຶ້ນສູ່ສັງຄົມນິຍົມ (ສະບັບເພີ່ມເຕີມ, ພັດທະນາປີ 2011): “ພັກກອມມູນິດຫວຽດນາມແມ່ນພັກກຳອຳນາດແລະ ນຳພາລັດແລະສັງຄົມ... ພັກຍົກສູງຄວາມສາມາດໃນການກຳອຳນາດ ແລະປະສິດທິຜົນການນຳພາຂອງຕົນ ຢ່າງເປັນປະຈຳ”(3). ເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໄດ້ສະແດງໃຫ້ເຫັນຢ່າງຄົບຖ້ວນແລະເລິກເຊິ່ງ ເຖິງຄວາມສຳຄັນຂອງວຽກງານການກໍ່ສ້າງພັກ ໃນເງື່ອນໄຂພັກກຳອຳນາດ ແລະກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ການພັດທະນາພື້ນຖານເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ ແລະ ເປັນເຈົ້າການ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງກວ້າງຂວາງເລິກເຊິ່ງ.
ລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກຊຸດທີ 12 ກ່ຽວກັບການສະຫຼຸບສັງລວມວຽກງານການກໍ່ສ້າງພັກ ແລະ ປະຕິບັດກົດລະບຽບຂອງພັກ ໄດ້ຍົກອອກ 5 ບົດຮຽນ; ໃນນັ້ນ, ບົດຮຽນທີ 3 ເນັ້ນໜັກວ່າ: “ຕ້ອງເຊື່ອມຊຶມທັດສະນະທີ່ວ່າ ວຽກງານພະນັກງານແມ່ນໜ້າທີ່ “ກຸນແຈ” ຂອງວຽກງານກໍ່ສ້າງພັກ, ມັນກ່ຽວຂ້ອງກັບການ ດຳລົງຄົງຕົວຂອງພັກ ແລະ ຊະຕາກຳຂອງລະບອບການປົກຄອງ; ພະນັກງານແມ່ນຮາກເຫງົ້າຂອງວຽກງານທັງໝົດ, ແມ່ນປັດໄຈຕັດສິນຄວາມສຳເລັດຫຼືຄວາມລົ້ມເຫຼວຂອງການປະຕິວັດ”(4). ໂດຍເປັນໜຶ່ງໃນບັນດາແບບວິທີການນຳພາຂອງພັກກອມມູນິດຫວຽດນາມ, ວຽກງານຈັດຕັ້ງກໍ່ສ້າງພັກ ຕ້ອງເຮັດໃຫ້ດີ ໃນການແນະນຳໃຫ້ຄຳປຶກສາດ້ານການຈັດຕັ້ງກົງຈັກຂອງລະບົບການເມືອງ ແລະ ຍົກສູງປະສິດທິພາບແລະປະສິດທິຜົນການເຄື່ອນໄຫວ, ກໍ່ສ້າງຖັນແຖວພະນັກງານທີ່ມີຄົບເງື່ອນໄຂແລະມາດຕະຖານໃຫ້ພັກ, ເພື່ອຮັບປະກັນການປະຕິບັດເປົ້າໝາຍກໍ່ສ້າງພັກແລະລະບົບການເມືອງທີ່ປອດໃສ, ເຂັ້ມແຂງ ແລະ ຮອບດ້ານ, ກໍ່ສ້າງກົງຈັກລັດທີ່ກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິພາບແລະປະສິດທິຜົນ. ເວົ້າອີກຢ່າງໜຶ່ງ, ການເຮັດວຽກງານຈັດຕັ້ງກໍ່ສ້າງພັກໄດ້ດີແມ່ນໄດ້ປະກອບສ່ວນທີ່ສຳຄັນ ເຂົ້າໃນການຍົກສູງຖານະຕຳແໜ່ງກຳອຳນາດ, ຢືນຢັນບົດບາດນຳພາ ແລະ ສະແດງໃຫ້ເຫັນເຖິງແນວທາງທີ່ຖືກຕ້ອງຂອງພັກກອມມູນິດຫວຽດນາມ, ແມ່ນເງື່ອນໄຂທີ່ສຳຄັນເພື່ອຮັບປະກັນການປະຕິບັດບັນດາເປົ້າໝາຍການພັດທະນາຮອດປີ 2025, ປີ 2030 ແລະ ປີ 2045 ທີ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມໄດ້ວາງໄວ້.
ທິດທາງໜ້າທີ່ຈຸດສຸມຂອງວຽກງານຈັດຕັ້ງກໍ່ສ້າງພັກ
ຂອງພັກກອມມູນິດຫວຽດນາມ ໃນສະພາບການໃໝ່
ບົນພື້ນຖານການສະຫຼຸບສັງລວມ ແລະ ຕີລາຄາວຽກງານການກໍ່ສ້າງປັບປຸງພັກຢ່າງຮອບດ້ານ ເລິກເຊິ່ງ ໃນສະໄໝກອງປະຊຸມໃຫຍ່ຄັ້ງທີ 12 ແລະ ຄາດການສະພາບການ, ກຳນົດຄວາມຕ້ອງການຂອງໜ້າທີ່ວຽກງານທີ່ຈະມາເຖິງ, ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໄດ້ກຳນົດວ່າ ຕ້ອງເອົາໃຈໃສ່ເປັນພິເສດ ແລະ ຊຸກຍູ້ການກໍ່ສ້າງປັບປຸງພັກຢ່າງຮອບດ້ານ ທາງດ້ານການເມືອງ ແນວຄິດ ຄຸນສົມບັດ ການຈັດຕັ້ງ ແລະ ພະນັກງານ; ພ້ອມກັນນັ້ນ, ໄດ້ລະບຸ 10 ໜ້າທີ່ແລະວິທີແກ້ໄຂກ່ຽວກັບການສືບຕໍ່ກໍ່ສ້າງແລະປັບປຸງພັກ; ໃນນັ້ນ, ໄດ້ວາງທິດທາງປົກຫຸ້ມໃນທຸກດ້ານຂອງວຽກງານການຈັດຕັ້ງກໍ່ສ້າງພັກໃນສະພາບການໃໝ່, ຄື:
ທີໜຶ່ງ, ສືບຕໍ່ປ່ຽນແປງໃໝ່ແລະປັບປຸງບູລະນະການຈັດຕັ້ງກົງຈັກ, ຍົກສູງປະສິດທິພາບ ແລະ ປະສິດທິຜົນ ການເຄື່ອນໄຫວຂອງລະບົບການເມືອງ.
ໃນສະໄໝກອງປະຊຸມໃຫຍ່ຄັ້ງທີ່ 12 ຂອງພັກ, ການຈັດຕັ້ງກົງຈັກຂອງລະບົບການເມືອງໄດ້ຮັບການຈັດໃຫ້ກະທັດລັດຮັດກຸມຫຼາຍຂຶ້ນ; ຫຼຸດຜ່ອນຫົວເງື່ອນ, ຂັ້ນລະຫວ່າງກາງ, ຈໍານວນພະນັກງານນໍາພາຄຸ້ມຄອງ ແລະ ຫຼຸດຜ່ອນການບັນຈຸພະນັກງານ; ແກ້ໄຂຜ່ານຜ່າເທື່ອລະກ້າວ ຄວາມຊໍ້າຊ້ອນແລະໄຂວ່ຂ້າມກັນທາງດ້ານພາລະບົດບາດ, ໜ້າທີ່ຂອງໜ່ວຍງານ ອົງການຈັດຕັ້ງ, ໂດຍສະເພາະແມ່ນ ບັນດາອົງການບໍລິຫານລັດ; ບາງຕົວແບບທົດລອງກ່ຽວກັບການຈັດຕັ້ງກົງຈັກ ໄດ້ຮັບຜົນທາງບວກໃນເບື້ອງຕົ້ນ. ເຖິງຢ່າງໃດກໍຕາມ, ຍັງມີຂໍ້ຈຳກັດແລະບົກພ່ອງໃນການປ່ຽນແປງໃໝ່, ການຈັດຕັ້ງກົງຈັກ, ການຫຼຸດຈຳນວນພະນັກງານ... ດັ່ງນັ້ນ, ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໄດ້ກຳນົດທິດທາງ: “ສືບຕໍ່ປັບປຸງບູລະນະຮູບແບບການຈັດຕັ້ງຂອງລະບົບການເມືອງ. ສະຫຼຸບບັນດາຕົວແບບທົດລອງ... ຍູ້ແຮງການຫຼຸດຜ່ອນຈຳນວນພະນັກງານ ຕິດກັບການປັບໂຄງສ້າງຂອງຖັນແຖວພະນັກງານ ລັດຖະກອນ ແລະ ພາລະກອນ ຕາມຕໍາແໜ່ງການເຮັດວຽກ”(5); ໃນນັ້ນ, ເນັ້ນໜັກເນື້ອໃນຕົ້ນຕໍຈຳນວນໜຶ່ງຄື:
- ກ່ຽວກັບການຈັດຕົ້ງກົງຈັກ, ສືບຕໍ່ປ່ຽນແປງໃໝ່ແລະປັບການຈັດຕັ້ງກົງຈັກຂອງພັກແລະລະບົບການເມືອງໃຫ້ກະທັດລັດຮັດກຸມ, ດຳເນີນງານຢ່າງມີປະສິດທິພາບແລະປະສິດທິຜົນ, ຢ່າງຄົບຊຸດກັບການປ່ຽນແປງໃໝ່ເສດຖະກິດ, ຕອບສະໜອງໄດ້ກັບຄວາມຕ້ອງການຍົກສູງຄວາມສາມາດນຳພາ ແລະການກຳອຳນາດຂອງພັກ. ກຳນົດຢ່າງຈະແຈ້ງພາລະບົດບາດ ໜ້າທີ່ ແລະ ກົນໄກດຳເນີນງານ ຂອງບັນດາອົງການຈັດຕັ້ງໃນລະບົບການເມືອງ; ປ່ຽນແປງໃໝ່ການເຄື່ອນໄຫວຂອງແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງການເມືອງ-ສັງຄົມ. ຈັດວາງ ປັບໂຄງສ້າງການຈັດຕັ້ງກົງຈັກຂອງໜ່ວຍງານ, ອົງການຢູ່ສູນກາງ ໃຫ້ກະທັດລັດຕາມແຜນງານ; ສໍາລັບໜ່ວຍງານບໍລິຫານຂັ້ນເມືອງແລະຂັ້ນຕາແສງ ແລະ ການຄົ້ນຄວ້າເພື່ອຜັນຂະຫຍາຍປະຕິບັດໃນຂັ້ນແຂວງນັ້ນ ແມ່ນດຳເນີນໃຫ້ສອດຄ່ອງກັບການວາງແຜນແມ່ບົດຂອງໜ່ວຍງານບໍລິຫານທຸກຂັ້ນ. ຍູ້ແຮງການຈັດວາງ, ປັບໂຄງສ້າງຂອງໜ່ວຍພາລະກິດພາກລັດ ໃຫ້ກະທັດລັດ ແລະ ຫັນການບໍລິການສາທາລະນະເປັນສັງຄົມ ຢູ່ບ່ອນທີ່ມີເງື່ອນໄຂພຽງພໍ. ສະຫຼຸບເບື້ອງຕົ້ນ ແລະ ສະຫຼຸບສັງລວມ ບັນດາຕົວແບບທົດລອງ ແລະ ຂະຫຍາຍຕົວແບບໃໝ່ທີ່ມີປະສິດທິຜົນ; ຕີລາຄາແລະປັບປຸງບູລະນະ ຕົວແບບການຈັດຕັ້ງພັກຕາມຂະແໜງການ, ຂົງເຂດ ແລະ ຢູ່ບ່ອນທີ່ມີຈຸດພິເສດສະເພາະ.
- ກ່ຽວກັບການຫຼຸດການບັນຈຸພະນັກງານ ແລະ ການປັບໂຄງສ້າງຖັນແຖວພະນັກງານ ລັດຖະກອນ ພາລະກອນ, ຕ້ອງສືບຕໍ່ປະຕິບັດມະຕິເລກທີ 18-NQ/TW, ລົງວັນທີ 25 ຕຸລາ 2017, ຂອງຄະນະບໍລິຫານງານສູນກາງພັກຊຸດທີ 12: “ບາງບັນຫາກ່ຽວກັບການສືບຕໍ່ປ່ຽນແປງໃໝ່, ຈັດວາງສັບຊ້ອນການຈັດຕັ້ງກົງຈັກຂອງລະບົບການເມືອງໃຫ້ກະທັດລັດຮັດກຸມ, ດຳເນີນງານຢ່າງມີປະສິດທິພາບ ແລະປະສິດທິຜົນ” ແລະ ມະຕິເລກທີ 19-NQ/TW, ລົງວັນທີ 25 ຕຸລາ 2017, ຂອງຄະນະບໍລິຫານງານສູນກາງພັກຊຸດທີ 12: “ກ່ຽວກັບການສືບຕໍ່ການປ່ຽນແປງໃໝ່ລະບົບການຈັດຕັ້ງແລະຄຸ້ມຄອງ, ຍົກສູງຄຸນນະພາບ ແລະປະສິດທິຜົນ ການເຄື່ອນໄຫວຂອງອົງການພາລະກິດພາກລັດ”, ເພື່ອກັ່ນຕອງ, ຫຼຸດຜ່ອນ, ປັບໂຄງສ້າງຖັນແຖວພະນັກງານ ລັດຖະກອນ ພາລະກອນຕາມຕຳແໜ່ງງານ; ເຊື່ອມຕິດກັບການຍົກສູງຄຸນນະພາບຂອງຖັນແຖວພະນັກງານ, ດຶງດູດແລະນຳໃຊ້ຜູ້ທີ່ມີຄຸນສົມບັດ ຄວາມສາມາດ; ດຳເນີນຢ່າງຄົບຊຸດກັບການປະຕິບັດການປະຕິຮູບນະໂຍບາຍເງິນເດືອນ.
ທີສອງ, ຍົກສູງຄວາມສາມາດນຳພາ ແລະ ກຳລັງແຮງສູ້ຮົບ ຂອງອົງການຈັດຕັ້ງພັກຮາກຖານ ແລະ ຄຸນນະພາບຂອງຖັນແຖວສະມາຊິກພັກ.
ປະທານໂຮ່ຈີມິນເຄີຍເນັ້ນວ່າ: “ເພື່ອນຳພາການປະຕິວັດ, ພັກຕ້ອງເຂັ້ມແຂງ. ພັກເຂັ້ມແຂງແມ່ນຍ້ອນໜ່ວຍພັກດີ. ໜ່ວຍພັກດີແມ່ນຍ້ອນສະມາຊິກພັກທຸກຄົນດີ”(6). ໂດຍຊາບຊຶມຄຳສັ່ງສອນຂອງເພິ່ນຢ່າງເລິກເຊິ່ງ, ໃນຕະຫຼອດຂະບວນການພະຍາຍາມແລະຕັ້ງໝັ້ນໃນການກໍ່ສ້າງປັບປຸງພັກໃນຊຸມປີທີ່ຜ່ານມາ, ພັກກອມມູນິດຫວຽດນາມໄດ້ໃຫ້ຄວາມສຳຄັນທີ່ສຸດກັບການກໍ່ສ້າງ ປັບປຸງ ຍົກສູງຄວາມສາມາດນຳພາ ແລະ ກຳລັງແຮງສູ້ຮົບຂອງອົງການຈັດຕັ້ງພັກຮາກຖານ ແລະ ຄຸນນະພາບຂອງຖັນແຖວສະມາຊິກພັກ. ກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກສືບຕໍ່ເນັ້ນໜັກບັນດາໜ້າທີ່ທີ່ຕ້ອງສຸມໃສ່ປະຕິບັດ, ນັ້ນແມ່ນ:
- ສືບຕໍ່ເສີມສ້າງແລະປັບປຸງອົງການພັກຮາກຖານປະເພດຕ່າງໆໃຫ້ເໝາະສົມກັບການປ່ຽນແປງໃໝ່ ແລະ ການປັບໂຄງສ້າງກົງຈັກຂອງລະບົບການເມືອງ ເພື່ອຮັບປະກັນການນຳພາຮອບດ້ານຂອງພັກຢູ່ຮາກຖານ. ກວດຄືນ, ເພີ່ມເຕີມ, ແກ້ໄຂດັດແປງ, ບູລະນະພາລະບົດບາດ ໜ້າທີ່ ຄວາມສຳພັນໃນການເຮັດວຽກ ແລະ ລະບຽບການເຮັດວຽກຂອງອົງການຈັດຕັ້ງພັກຮາກຖານປະເພດຕ່າງໆ, ຮັບປະກັນບົດບາດນຳພາໂດຍກົງແລະຮອບດ້ານຂອງພັກຢູ່ຮາກຖານ.
- ຍົກສູງຄວາມກ້າຫານທາງການເມືອງ, ຄວາມສາມາດນຳພາ, ທັກສະແລະລະດັບອາຊີບໃນວຽກງານພັກ ໃຫ້ແກ່ຖັນແຖວກຳມະການຄະນະບໍລິຫານງານພັກຮາກຖານ, ໂດຍສະເພາະແມ່ນ ເລຂາຄະນະພັກ. ປະຕິບັດຢ່າງເປັນເອກະພາບ ແຜນນະໂຍບາຍໃຫ້ເລຂາທິການຄະນະພັກເປັນຫົວໜ້າອົງການຫຼືໜ່ວຍງານ; ປະຕິບັດຮູບແບບທີ່ເລຂາທິການຄະນະພັກເປັນປະທານສະພາປະຊາຊົນ ຫຼື ເລຂາທິການຄະນະພັກເປັນປະທານຄະນະກຳມະການປະຊາຊົນ ຢູ່ທ້ອງຖິ່ນທີ່ມີເງື່ອນໄຂສະດວກ; ເລຂາໜ່ວຍພັກເປັນຜູ້ໃຫຍ່ບ້ານ, ຫົວໜ້າຄຸ້ມຊຸມຊົນ ຫຼືຫົວໜ້າໜ່ວຍງານແນວໂຮມ.
- ສືບຕໍ່ປ່ຽນແປງໃໝ່ແລະຍົກສູງຄຸນນະພາບການດຳເນີນຊີວິດຂອງໜ່ວຍພັກ ຕາມທິດ “ລຽບງ່າຍທາງດ້ານຮູບການ, ມີເນື້ອໃນທີ່ອຸດົມສົມບູນ ເລິກເຊິ່ງ ແທດຈິງ, ຮັບປະກັນລັກສະນະນຳພາ, ອົບຮົມສຶກສາ, ລັກສະນະສູ້ຮົບ ແລະ ປະສິດທິຜົນ”. ເພີ່ມທະວີການກວດກາ, ຕິດຕາມກວດກາ, ຈັດການແກ້ໄຂຢ່າງທັນການ ເຂັ້ມງວດ ຕໍ່ໜ່ວຍພັກ ສະມາຊິກພັກທີ່ລະເມີດວິໄນ ຝ່າຝືນຫຼັກການດຳເນີນຊີວິດພັກ. ປະຕິບັດການຕິຊົມຕົນເອງແລະຕິຊົມກັນຢ່າງເຂັ້ມງວດແລະມີປະສິດທິຜົນ, ຕີລາຄາແລະຈັດອັນດັບຄຸນນະພາບຂອງອົງການຈັດຕັ້ງພັກ ແລະ ສະມາຊິກພັກ.
- ເດັດດ່ຽວ ໝັ້ນໜຽວໃນການປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 4 ສະໄໝທີ 11, ແລະສະໄໝທີ 12 ກ່ຽວກັບການກໍ່ສ້າງແລະປັບປຸງພັກ, ຕິດກັບການຍູ້ແຮງການຮ່ຳຮຽນ, ປະຕິບັດຕາມແນວຄິດ ຄຸນສົມບັດ ແບບແຜນໂຮ່ຈີມິນ ແລະ ຄວາມຮັບຜິດຊອບໃນການເປັນແບບຢ່າງ ຂອງພະນັກງານ ສະມາຊິກພັກ, ສ້າງການຫັນປ່ຽນຢ່າງແທ້ຈິງ ໃນການກີດກັ້ນແລະຍູ້ຖອຍຄວາມເສື່ອມໂຊມທາງດ້ານແນວຄິດການເມືອງ ຄຸນສົມບັດ ແບບແຜນດຳລົງຊີວິດ, ບັນດາປະກົດການຂອງ “ການປ່ຽນແປງຕົນເອງ”, “ການຫັນປ່ຽນຕົນເອງ” ຢູ່ພາຍໃນ. ເພີ່ມທະວີການອົບຮົມສຶກສາດ້ານການເມືອງ ແນວຄິດ, ເສີມສ້າງອຸດົມຄະຕິແລະຊີວະທັດປະຕິວັດ ໃຫ້ຖັນແຖວສະມາຊິກພັກ. ເອົາໃຈໃສ່ເປັນສຳຄັນເຖິງການຍົກສູງຄຸນນະພາບຂອງວຽກງານການຮັບເອົາສະມາຊິກໃໝ່ເຂົ້າພັກ; ເອົາໃຈໃສ່ເຖິງການຄົ້ນພົບ ບຳລຸງສ້າງ ແລະ ຮັບເອົາ ສະມາຊິກຊາວໜຸ່ມທີ່ດີເດັ່ນ ແລະ ກຳມະກອນ ປັນຍາຊົນ ນັກທຸລະກິດ ທີ່ມີຄວາມກ້າວໜ້າໃນການເຮັດວຽກ, ການອອກແຮງງານ ແລະ ການສຶກສາ ເຂົ້າເປັນສະມາຊິກພັກ ເພື່ອສ້າງແຫຼ່ງພະນັກງານໃຫ້ລະບົບການເມືອງ ໃນເວລາສະເພາະໜ້າແລະຍາວນານ. ເພີ່ມທະວີວຽກງານຄຸ້ມຄອງສະມາຊິກພັກ; ດຳເນີນການສຳຫຼວດ ຄັດກອງ ແລະ ກຳຈັດສະມາຊິກພັກທີ່ລະເມີດວິໄນຂອງພັກອອກຈາກພັກຢ່າງເປັນປະຈຳ.
ທີສາມ, ສຸມໃສ່ກໍ່ສ້າງຖັນແຖວພະນັກງານທຸກລະດັບ, ໂດຍສະເພາະແມ່ນພະນັກງານລະດັບຍຸດທະສາດ ແລະ ຫົວໜ້າ.
ກຳນົດຄວາມສຳຄັນຂອງວຽກງານພະນັກງານ, ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມໄດ້ແຍກບັນຫາພະນັກງານ ໃນເນື້ອໃນກໍ່ສ້າງພັກທາງດ້ານການຈັດຕັ້ງ ອອກເປັນເນື້ອໃນສະເພາະ ເພື່ອສຸມໃສ່ນຳພາຊີ້ນຳ; ໃນນັ້ນ, ເອົາໃຈໃສ່ເປັນພິເສດເຖິງບັນຫາກໍ່ສ້າງຖັນແຖວພະນັກງານລະດັບຍຸດທະສາດແລະຫົວໜ້າ. ບັນດາໜ້າທີ່ທີ່ຕ້ອງສຸມໃສ່ປະຕິບັດມີດັ່ງນີ້:
- ສຸມໃສ່ການກໍ່ສ້າງຖັນແຖວພະນັກງານທຸກລະດັບ, ໂດຍສະເພາະແມ່ນລະດັບຍຸດທະສາດໃຫ້ມີຄຸນນະພາບ ຄວາມສາມາດ ແລະ ມີຊື່ສຽງຢ່າງພຽງພໍ, ທຽບເທົ່າກັບໜ້າທີ່; ຮັບປະກັນການສືບທອດ ປ່ຽນຜ່ານຢ່າງຕໍ່ເນື່ອງ ແລະສະໝ່ຳສະເໝີ ລະຫວ່າງລຸ້ນ. ໃຫ້ຄວາມສຳຄັນກັບການສ້າງໂຄງປະກອບພະນັກງານທີ່ສົມເຫດສົມຜົນ, ຄົ້ນພົບ ຝຶກອົບຮົມ ບຳລຸງສ້າງພະນັກງານໜຸ່ມນ້ອຍ, ພະນັກງານເພດຍິງ, ພະນັກງານທີ່ເປັນຄົນຊົນເຜົ່າສ່ວນນ້ອຍໃຫ້ໄດ້ໂດຍໄວ.
- ດຳເນີນການກວດຄືນ, ແກ້ໄຂດັດແປງ, ປັບປຸງບູລະນະການປະຕິບັດແລະຫັນເປັນນິຕິກຳຕໍ່ຫຼັກການ “ພັກຊີ້ນຳນຳພາວຽກງານພະນັກງານ ແລະ ຄຸ້ມຄອງຖັນແຖວພະນັກງານໃນລະບົບການເມືອງ ຢ່າງເປັນເອກະພາບ ໂດຍກົງ ແລະ ຮອບດ້ານ”, ປະຕິຮູບລະບຽບການບໍລິຫານ, ຍູ້ແຮງການການແບ່ງຂັ້ນ ແບ່ງຂອບເຂດອຳນາດກ່ຽວກັບວຽກງານພະນັກງານ; ໃຫ້ຄວາມສຳຄັນແລະສຸມໃສ່ຈັດການແກ້ໄຂບັນຫາໃໝ່ ບັນຫາຍາກທີ່ວາງອອກມາ ໃນພຶດຕິກຳຕົວຈິງເຊັ່ນ: ກົນໄກຄົ້ນພົບ ຄັດເລືອກ ດຶງດູດ ນຳໃຊ້ຜູ້ມີຄວາມເກັ່ງກ້າສາມາດ; ການປົກປ້ອງພະນັກງານທີ່ມີຄວາມຂະຫຍັນຂັນແຂງ ປະດິດສ້າງ ກ້າຄິດ ກ້າເຮັດ ກ້າຮັບຜິດຊອບເພື່ອຜົນປະໂຫຍດສ່ວນລວມ; ແບ່ງຂັ້ນຄຸ້ມຄອງພະນັກງານ, ແຕ່ງຕັ້ງ, ແນະນຳພະນັກງານໃຫ້ສະໝັກຮັບເລືອກຕັ້ງ; ຢຸດການດຳລົງຕຳແໜ່ງ, ໃຫ້ອອກຈາກຕຳແໜ່ງ, ລາອອກຈາກຕຳແໜ່ງ; ການກຳນົດກ່ຽວກັບວຽກງານວາງແຜນພະນັກງານ...
- ປ່ຽນແປງໃໝ່ແລະຍົກສູງຄຸນນະພາບຂອງວຽກງານພະນັກງານຕາມທິດທາງເພີ່ມທະວີການແບ່ງຂັ້ນຄຸ້ມຄອງພະນັກງານ, ກຳນົດສິດຂອບເຂດ ແລະ ຄວາມຮັບຜິດຊອບຂອງຄະນະພັກ, ອົງການຈັດຕັ້ງພັກ, ຫົວໜ້າໃນການຄຸ້ມຄອງພະນັກງານ ແລະວຽກງານພະນັກງານ. ປ່ຽນແປງໃໝ່ຢ່າງແຂງແຮງວຽກງານຕີລາຄາພະນັກງານ ຕາມທິດທາງເຮັດໄປຕະຫຼອດ, ຕໍ່ເນື່ອງ, ຫຼາຍມິຕິ, ຖືກຕາມມາດຖານ; ເອົາໃຈໃສ່ການປະເມີນຄຸນນະພາບ ປະສິດທິຜົນ, ມີຜະລິດຕະພັນຕົວຈິງ ຕາມຄວາມຮັບຜິດຊອບແລະໜ້າທີ່ທີ່ໄດ້ຮັບມອບໝາຍ ແລະ ເຊີດຊູຄວາມຮັບຜິດຊອບຂອງຫົວໜ້າ.
- ຈັດຕັ້ງປະຕິບັດເປັນຢ່າງດີ ຂໍ້ກຳນົດກ່ຽວກັບການຄວບຄຸມອຳນາດໃນວຽກງານພະນັກງານ, ຕ້ານການວິ້ງເຕັ້ນຫາຕຳແໜ່ງ ການວິ້ງເຕັ້ນຫາອຳນາດ; ດຳເນີນການກວດກາ ຕິດຕາມກວດກາຢ່າງເປັນປະຈຳ, ຄົ້ນພົບແລະຈັດການແກ້ໄຂຄວາມຜິດພາດໃນວຽກງານພະນັກງານຢ່າງທັນການ; ຈັດການແກ້ໄຂຢ່າງເຂັ້ມງວດແລະຄົບຊຸດ ຕາມວິໄນຂອງພັກ, ວິໄນການບໍລິຫານ ແລະ ຈັດການລົງໂທດຕາມກົດໝາຍ ຕໍ່ພະນັກງານທີ່ກະທຳຜິດ ຝ່າຝືນກົດໝາຍ, ເຖິງແມ່ນວ່າພວກເຂົາໄດ້ປ່ຽນວຽກຫຼືບໍານານ.
- ການຍົກສູງຄຸນນະພາບຂອງການວາງແຜນພະນັກງານ ແລະ ຕ້ອງເຊື່ອມຕໍ່ຢ່າງແທ້ຈິງກັບບັນດາຂອດອື່ນໃນວຽກງານພະນັກງານເຊັ່ນ: ການຕີລາຄາ, ການກໍ່ສ້າງ ຝຶກອົບຮົມ, ການຍົກຍ້າຍໝູນວຽນ, ການຈັດວາງ ສັບຊ້ອນພະນັກງານ,... ວາງແຜນພະນັກງານຕາມທິດນຳ “ເໜັງ” ແລະ “ເປີດ”; ດຳເນີນງານຢ່າງຄົບຊຸດ ຕັ້ງແຕ່ຂັ້ນເທິງຈົນເຖິງຂັ້ນລຸ່ມ, ຖືເອົາແຜນກຳນົດພະນັກງານຂັ້ນລຸ່ມເປັນພື້ນຖານໃຫ້ແກ່ການວາງແຜນພະນັກງານຂັ້ນເທິງ, ແຜນກຳນົດຂັ້ນເທິງຊຸກຍູ້ແຜນກຳນົດຂັ້ນລຸ່ມ. ເອົາໃຈໃສ່ເຖິງການຄົ້ນພົບພະນັກງານທີ່ມີກຳລັງຄວາມສາມາດໂດດເດັ່ນ, ພອນສະຫວັນໜຸ່ມນ້ອຍ ເພື່ອມີແຜນການອົບຮົມສຶກສາ, ຝຶກຝົນກໍ່ສ້າງຜູ້ເກັ່ງກ້າສາມາດໃຫ້ປະເທດ.
ປະຕິບັດລະບຽບການກ່ຽວກັບການໝູນວຽນພະນັກງານຢ່າງມີປະສິດທິຜົນ, ຮັບປະກັນລັກສະນະລວມ, ຄົບຊຸດ, ເຊື່ອມໂຍງເຂົ້າກັນ, ເປັນປົກກະຕິ ແລະ ຕໍ່ເນື່ອງ; ເຊື່ອມຕໍ່ຢ່າງແໜ້ນແຟ້ນກັບການວາງແຜນ, ອົບຮົມສຶກສາ, ບຳລຸງສ້າງ, ຕີລາຄາ, ຈັດວາງສັບຊ້ອນ, ນຳໃຊ້ພະນັກງານ. ຮັບປະກັນຄວາມສົມດຸນ ແລະ ຄວາມກົມກຽວ ລະຫວ່າງການໝູນວຽນພະນັກງານ ກັບການພັດທະນາແຫຼ່ງພະນັກງານກັບທີ່; ແກ້ໄຂຜ່ານຜ່າສະພາບການບ່ອນເຫຼືອເຟືອ ບ່ອນຂາດແຄນພະນັກງານ ແລະ ພາກສ່ວນ, ອັດແຈບໃນວຽກງານພະນັກງານ. ສົມທົບການໝູນວຽນພະນັກງານກັບການປະຕິບັດແຜນນະໂຍບາຍ, ຂໍ້ກຳນົດຈຳນວນໜຶ່ງ ກ່ຽວກັບການຈັດຕຳແໜ່ງຜູ້ນຳທີ່ສຳຄັນຈຳນວນໜຶ່ງຢູ່ຂັ້ນແຂວງແລະຂັ້ນເມືອງທີ່ບໍ່ແມ່ນຄົນທ້ອງຖິ່ນ, ພະນັກງານຈະບໍ່ໄດ້ດຳລົງຕຳແໜ່ງຫຼາຍກວ່າສອງສະໄໝຕິດຕໍ່ກັນ ແລະ ເພີ່ມທະວີພະນັກງານໃຫ້ບັນດາຂົງເຂດສຳຄັນ ແລະ ເຂດປະສົບກັບຄວາມຫຍຸ້ງຍາກ.
- ສືບຕໍ່ປັບປຸງບູລະນະກົນໄກ, ນະໂຍບາຍສ້າງສິ່ງຊຸກຍູ້ໃຫ້ພະນັກງານສູ້ຊົນ, ສຸດອົກສຸດໃຈກັບການເຮັດວຽກ. ສ້າງແລະປະຕິບັດຢ່າງມີປະຈິດທິຜົນຍຸດທະສາດແຫ່ງຊາດກ່ຽວກັບການດຶງດູດແລະນຳໃຊ້ຜູ້ທີ່ເກັ່ງກ້າສາມາດ; ໂຄງການແຫ່ງຊາດກ່ຽວກັບການອົບຮົມສຶກສາ, ກໍ່ສ້າງພະນັກງານ; ໃຫ້ຄວາມສຳຄັນເຖິງການເພີ່ມເຕີມ, ອັບເດດບັນດາເນື້ອໃນໃໝ່ກ່ຽວກັບແນວທາງ ແຜນນະໂຍບາຍຂອງພັກ ແລະ ນະໂຍບາຍ ກົດໝາຍຂອງລັດ; ກ່ຽວກັບຄວາມຮູ້ໃນການນຳພາ ຄຸ້ມຄອງ ແລະ ທັກສະໃນການແກ້ໄຂບັນຫາເຊິ່ງສະພາບຄວາມເປັນຈິງໄດ້ວາງອອກມາ; ສົມທົບຢ່າງແໜ້ນແຟ້ນແລະມີປະສິດທິຜົນ ລະຫວ່າງການຮ່ຳຮຽນທິດສະດີ ກັບການຝຶກຝົນ, ທົດສອບພະນັກງານໃນພາກປະຕິບັດ.
ທີສີ່, ໃຫ້ຄວາມສຳຄັນ ແລະ ເຮັດວຽກງານປົກປ້ອງພະນັກງານ ແລະ ປົກປ້ອງການເມືອງພາຍໃນຢ່າງດີ.
ການປົກປ້ອງການເມືອງພາຍໃນແມ່ນໜ້າທີ່ສຳຄັນຂອງວຽກງານກໍ່ສ້າງ ປັບປຸງພັກ, ກ່ຽວຂ້ອງກັບການຢູ່ລອດຂອງພັກ ແລະ ລະບອບການປົກຄອງ, ເຊິ່ງປະກອບດ້ວຍການເຄື່ອນໄຫວຕົ້ນຕໍດັ່ງນີ້: 1- ປົກປ້ອງຮາກຖານແນວຄິດຂອງຂອງພັກ, ປົກປ້ອງລັດທິມາກ-ເລນິນ, ແນວຄິດໂຮ່ຈີມິນ ແລະ ໂຄງການການເມືອງ, ກົດລະບຽບຂອງພັກ, ແນວທາງ ຫຼັກການຈັດຕັ້ງຂອງພັກ; 2- ປົກປ້ອງຄວາມປອດໃສ ຄວາມໝັ້ນຄົງເຂັ້ມແຂງຂອງບັນດາອົງການຈັດຕັ້ງພັກ ແລະ ຄວາມສາມັກຄີ ຄວາມເປັນເອກະພາບພາຍໃນພັກ; 3- ປົກປ້ອງພະນັກງານ ສະມາຊິກພັກ; 4- ປົກປ້ອງຄວາມລັບຂອງພັກ ແລະ ຂອງລັດ; 5- ເປັນເຈົ້າການໃນການປ້ອງກັນແລະຕ້ານການເຄື່ອນໄຫວທຳລາຍລ້າງຂອງບັນດາກຳລັງສັດຕູ, ບັນດາອົງການປະຕິກິລິຍາ, ບັນດາພາກສ່ວນສວຍໂອກາດ ແລະ ພວກທີ່ບໍ່ພໍໃຈທາງການເມືອງ ຢ່າງມີປະສິດທິພາບ.
ໃນວຽກງານຈັດຕັ້ງກໍ່ສ້າງພັກໃນປະຈຸບັນ, ວຽກງານການປົກປ້ອງການເມືອງພາຍໃນຮຽກຮ້ອງໃຫ້ພັກຕ້ອງກຳສະຖານະການຢ່າງແນ່ວແນ່; ເດັດດ່ຽວປ້ອງກັນແລະຕ້ານບັນດາປະກົດການຂອງການດຶງພັກດຶງພວກ, “ຜົນປະໂຫຍດໝູ່ພວກ” ແລະ ການກະທຳຍຸຍົງ ກໍ່ກວນ ແບ່ງແຍກ, ເຮັດໃຫ້ເກີດຄວາມແຕກແຍກພາຍໃນ; ສອບສວນແລະກວດສອບບັນຫາການເມືອງພາຍໃນຢ່າງທັນທ່ວງທີ; ກວດກາ, ຕີລາຄາ ກວດສອບ ແລະ ສະຫຼຸບບັນດາມາດຕະການດ້ານການເມືອງຂອງພະນັກງານ ສະມາຊິກພັກ ຢ່າງເຂັ້ມງວດ, ໃກ້ຊິດ ແລະລະອຽດຖີ່ຖ້ວນ, ໂດຍສະເພາະໃນເວລາຈັດວາງສັບຊ້ອນ, ແຕ່ງຕັ້ງເລື່ອນຊັ້ນພະນັກງານ.
ຊາບຊຶມແລະປະຕິບັດຍຸດທະສາດການປ້ອງກັນຄວາມໝັ້ນຄົງແຫ່ງຊາດໃນສະພາບການໃໝ່ ແລະ ບັນດາຂໍ້ກຳນົດ ບົດແນະນຳຂອງສູນກາງກ່ຽວກັບວຽກງານປົກປ້ອງການເມືອງພາຍໃນ ຢ່າງເຂັ້ມງວດແລະມີປະສິດທິຜົນ. ຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບຂອງຄະນະພັກ, ອົງການຈັດຕັ້ງພັກ ແລະ ຫົວໜ້າ; ເຊີດຊູບົດບາດ ຄວາມຮັບຜິດຊອບຂອງຄະນະພັກ ອົງການຈັດຕັ້ງພັກ ໃນວຽກງານຄຸ້ມຄອງພະນັກງານ ສະມາຊິກພັກ. ເພີ່ມທະວີການສົມທົບຢ່າງແໜ້ນແຟ້ນ ລະຫວ່າງບັນດາອົງການ ໜ່ວຍງານທີ່ກ່ຽວຂ້ອງໃນວຽກງານປົກປ້ອງການເມືອງພາຍໃນ.
ທີຫ້າ, ເບິ່ງແຍງດູແລການສ້າງຖັນແຖວພະນັກງານເຮັດວຽກງານການຈັດຕັ້ງກໍ່ສ້າງພັກ.
ວຽກງານການກໍ່ສ້າງພັກໃນສະພາບການໃໝ່ ຮຽກຮ້ອງຕ້ອງການສ້າງໃຫ້ໄດ້ຖັນແຖວພະນັກງານເຮັດວຽກງານກໍ່ສ້າງພັກທີ່ “ສາມັກຄີ, ຈົງຮັກພັກດີ ຊື່ສັດ ປອດໃສ ເປັນແບບຢ່າງ, ມີປັນຍາຄວາມຮູ້ ແລະ ເປັນມືອາຊີບ”(7); ໃນນັ້ນ, ຖັນແຖວພະນັກງານເຮັດວຽກງານຈັດຕັ້ງກໍ່ສ້າງພັກມີບົດບາດສຳຄັນ ໃນການເປັນທີ່ປຶກສາ ໃຫ້ຄະນະພັກ ອົງການຈັດຕັ້ງພັກ ກ່ຽວກັບວຽກງານການຈັດຕັ້ງພະນັກງານ, ໂດຍສະເພາະແມ່ນພະນັກງານລະດັບຍຸດທະສາດ. ດ້ານໜຶ່ງ, ຜູ້ທີ່ເຮັດວຽກງານການຈັດຕັ້ງກໍ່ສ້າງພັກ ຕ້ອງຊາບຊຶມແນວທາງ ທັດສະນະຂອງພັກຢ່າງເລິກເຊິ່ງ, ຕ້ອງຝຶກຝົນຫຼັກໝັ້ນ ຄວາມກ້າຫານການເມືອງໃຫ້ໜັກແໜ້ນ, ຕັ້ງໜ້າພະຍາມຮ່ຳຮຽນຢ່າງຕໍ່ເນື່ອງ ເພື່ອຍົກສູງລະດັບໃນທຸກດ້ານ; ຝຶກຝົນຫຼໍ່ຫຼອມຢ່າງເປັນປະຈຳ ເພື່ອຍົກສູງຄຸນນະພາບການເມືອງ ຄຸນສົມບັດ ແບບແຜນດຳລົງຊີວິດ ແລະ ເອົາໃຈໃສ່ສະຫຼຸບຖອດຖອນບົດຮຽນຈາກພຶດຕິກຳວຽກງານ; ທັງຕ້ອງຕອບສະໜອງມາດຕະຖານລວມຂອງພັກ, ທັງຕ້ອງຕອບສະໜອງຄວາມຕ້ອງການ ໜ້າທີ່ ຄວາມຮັບຜິດຊອບທີ່ໄດ້ຮັບມອບໝາຍ, ລະອຽດແມ່ນວຽກງານການຈັດຕັ້ງ ພະນັກງານ; ອີກດ້ານໜຶ່ງ, ຖັນແຖວພະນັກງານເຮັດວຽກງານການຈັດຕັ້ງກໍ່ສ້າງພັກ ຕ້ອງມີຄວາມໜັກແໜ້ນທາງດ້ານທັດສະນະ; ມີຄວາມຊຳນານດ້ານວິຊາວີບ ວິຊາສະເພາະ; ມີຄວາມພາວະວິໄສ, ຄວາມຍຸດຕິທຳ, ຄວາມໂປ່ງໃສໃນການເຮັດວຽກ ແລະ ເປັນແບບຢ່າງໃນຊີວິດ. ຖ້າຫາກບໍ່ໄດ້ຕາມມາດຕະຖານເຫຼົ່ານີ້, ຜູ້ທີ່ເຮັດວຽກງານການຈັດຕັ້ງພະນັກງານ ຈະບໍ່ສາມາດເຮັດວຽກງານທີ່ປຶກສາໃຫ້ພັກໄດ້ດີ, ບໍ່ໄດ້ຮັບຄວາມໄວ້ວາງໃຈ ແລະຄວາມສາມາດຊັກຊວນສູງ ໃນຂະບວນການປະຕິບັດໜ້າທີ່; ແລະ ສິ່ງສຳຄັນກວ່ານັ້ນແມ່ນ, ຄວາມໄວ້ເນື້ອເຊື່ອໃຈຂອງລະບົບການເມືອງ, ຂອງພະນັກງານ ສະມາຊິກພັກ ແລະ ປະຊາຊົນ ທີ່ມີຕໍ່ວຽກງານການຈັດຕັ້ງພະນັກງານຂອງພັກ ຈະຖືກຜົນກະທົບທາງລົບ./.
----------------------
(1) ຫງວຽນຝູຈ້ອງ: “ກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກເປັນຢ່າງດີ; ນຳປະເທດເຂົ້າສູ່ໄລຍະພັດທະນາໃໝ່”, ວາລະສານກອມມູນິດ, ສະບັບທີ 949, ເດືອນກັນຍາ 2020, ໜ້າ 6.
(2) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ I, ໜ້າ 111.
(3) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ໜ້າ 88 – 89.
(4) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ II, ໜ້າ 226.
(5) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ I, ໜ້າ 185.
(6) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 15, ໜ້າ 113.
(7) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ II, ໜ້າ 245.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 973 (ເດືອນກັນຍາ 2021)