ຫວຽດນາມສຸມໃສ່ການຟື້ນຟູແລະການພັດທະນາໃໝ່
ຕ່ອງໂສ້ການສະໜອງ ແລະ ຕ່ອງໂສ້ຄຸນຄ່າ
ຢູ່ໃນແລະຫຼັງຈາກການລະບາດຂອງໂຄວິດ-19
ຕ່ອງໂສ້ການສະໜອງ ແລະ ຕ່ອງໂສ້ຄຸນຄ່າ
ຢູ່ໃນແລະຫຼັງຈາກການລະບາດຂອງໂຄວິດ-19
ວກ. - ການລະບາດຂອງໂຄວິດ-19 ສືບຕໍ່ຜັນປ່ຽນຢ່າງສັບສົນຫຼາຍ ເຊິ່ງໄດ້ສົ່ງຜົນກະທົບຢ່າງຮອບດ້ານແລະເລິກເຊິ່ງຕໍ່ທຸກປະເທດໃນໂລກ. ລະບົບເສດຖະກິດໂລກຕົກເຂົ້າສູ່ສະພາວະຖົດຖອຍຢ່າງຮ້າຍແຮງ. ເສດຖະກິດຫວຽດນາມດ້ວຍລະດັບການເປີດປະຕູກວ້າງ, ການເຊື່ອມໂຍງສາກົນເລິກເຊິ່ງ, ກໍໄດ້ແລະກຳລັງຖືກຜົນກະທົບຫຼາຍຈາກການລະບາດຂອງໂຄວິດ-19. ທຸກຂົງເຂດເສດຖະກິດ-ສັງຄົມລ້ວນແຕ່ຖືກຜົນກະທົບຢ່າງຮ້າຍແຮງ, ຂັດຂວາງລະບົບຕ່ອງໂສ້ການສະໜອງ ແລະກະແສການຄ້າ, ເຮັດໃຫ້ການເຄື່ອນໄຫວຜະລິດ, ທຸລະກິດ ແລະ ບໍລິການ ຖືກຢຸດຊະງັກຊັກຊ້າ,… ດັ່ງນັ້ນ, ຫວຽດນາມຈຶງຕັດສິນໃຈວ່າ, ຈະຕ້ອງເປັນເຈົ້າການໃນການຜັນຂະຫຍາຍມາດຕະການຕ່າງໆ ເພື່ອໃຊ້ປະໂຫຍດຈາກໂອກາດທາງຕະຫຼາດ, ຫຼຸດຄວາມຫຍຸ້ງຍາກ, ຟື້ນຟູຕ່ອງໂສ້ການສະໜອງແລະຕ່ອງໂສ້ຄຸນຄ່າທີ່ຖືກຂາດຕອນ, ສ້າງແລະພັດທະນາຕ່ອງໂສ້ການສະໜອງແລະຕ່ອງໂສ້ຄຸນຄ່າໃໝ່, ຈາກນັ້ນ, ກໍ່ຮ່າງສ້າງຕຳແໜ່ງໃໝ່ຂອງຫວຽດນາມໃນຕ່ອງໂສ້ການສະໜອງທົ່ວໂລກ.
ກຳມະການກົມການເມືອງ, ເລຂາຄະນະພັກນະຄອນຮ່າໂນ້ຍ ເວືອງດິ່ງເຫວ້ ຢ້ຽມຊົມສາຍການຜະລິດທີ່ບໍລິສັດຫຸ້ນສ່ວນກຸ່ມ SUNHOUSE (ຕາແສງງ້ອກລ້ຽບ, ເມືອງກວັກອວາຍ, ນະຄອນຮ່າໂນ້ຍ) _ພາບ: TTXVN
ການຢຸດຊະງັກທາງເສດຖະກິດແລະສັງຄົມທີ່ເກີດຈາກການລະບາດຂອງໂຄວິດ-19 ເຮັດໃຫ້ການຄ້າໂລກຫຼຸດລົງຢ່າງຫຼາຍ. ລະບົບການຄ້າຫຼາຍຝ່າຍ ແລະ ເຊື່ອມຕໍ່ເສດຖະກິດສາກົນປະສົບຄວາມຫຍຸ້ງຍາກ. ເດືອນຕຸລາ 2020, ອົງການການຄ້າໂລກ (WTO) ຄາດຄະເນວ່າໃນປີ 2020 ການຄ້າສິນຄ້າທົ່ວໂລກຈະຫຼຸດລົງປະມານ 9,2%, ຕ່ຳກວ່າທຽບກັບທ່າອຽງກ່ອນເມື່ອເກີດການລະບາດຂອງໂຄວິດ-19. ໃນເດືອນຕຸລານັ້ນ, ກອງທຶນການເງິນສາກົນ (IMF) ກໍໄດ້ຄາດຄະເນວ່າການຄ້າທົ່ວໂລກຈະຫຼຸດລົງ 10% ໃນປີ 2020, ຕົວເລກທີ່ຄ້າຍຄືກັນໃນໄລຍະວິກິດການການເງິນປີ 2009. ໃນຂະນະນັ້ນ, ກອງປະຊຸມຂອງສະຫະປະຊາຊາດກ່ຽວກັບການຄ້າ ແລະການພັດທະນາ (UNCTAD) ເດືອນທັນວາ 2020 ຄາດຄະເນວ່າ ມູນຄ່າການຄ້າທົ່ວໂລກຫຼຸດລົງ 5,6% ເມື່ອທຽບກັບປີ 2019. ນີ້ແມ່ນປີທີ່ມູນຄ່າການຄ່າສິນຄ້າທົ່ວໂລກຫຼຸດລົງຫຼາຍທີ່ສຸດນັບແຕ່ປີ 2009.
ພ້ອມກັນກັບການແຂ່ງຂັນຍຸດທະສາດທີ່ດຸເດືອດລະຫວ່າງປະເທດໃຫຍ່, ການລະບາດຂອງໂຄວິດ-19 ເຮັດໃຫ້ຫຼາຍປະເທດຕ້ອງປະເມີນຄືນໃໝ່ ການເພິ່ງພາອາໃສກັນດ້ານເສດຖະກິດຂອງເຂົາເຈົ້າ, ເພີ່ມທະວີຄວາມສາມາດເປັນເຈົ້າຕົນເອງ; ລັດທິຊາດນິຍົມ, ທ່າອຽງຫັນສູ່ພາຍໃນແລະການປົກປ້ອງສືບຕໍ່ເພີ່ມຂຶ້ນ. ການຍົກຍ້າຍການລົງທຶນ, ການຈັດລະບົບຕ່ອງໂສ້ການສະໜອງແລະຕ່ອງໂສ້ມູນຄ່າທົ່ວໂລກຄືນໃໝ່ ສືບຕໍ່ໄດ້ຮັບການສົ່ງເສີມດ້ວຍກຳລັງໜູນຫຼັກ ເພື່ອກະແຈກກະຈາຍ ຫຼືຫຼຸດຜ່ອນຄວາມສ່ຽງ. ໃນເວລາທີ່ຈະມາເຖິງ, ການແຂ່ງຂັນກັນເພື່ອດຶງດູດການລົງທຶນແລະເຂົ້າຮ່ວມຕ່ອງໂສ້ການສະໜອງ ຈະເກີດຂຶ້ນຢ່າງດຸເດືອດກວ່າເກົ່າ, ໂດຍສະເພາະແມ່ນລະຫວ່າງບັນດາປະເທດກຳລັງພັດທະນາທີ່ມີຄວາມຄ້າຍຄືກັນທາງດ້ານຕະຫຼາດ, ລະດັບການພັດທະນາ, ເຕັກໂນໂລຊີແລະແຮງງານເຊັ່ນ ບັນດາປະເທດໃນອາຊີຕາເວັນອອກສຽງໃຕ້, ອິນເດຍ, ເມັກຊິກ, ຕວັກກີ...
ປີ 2020, ລວມຍອດຜະລິດຕະພັນພາຍໃນປະເທດ (ຈີດີພີ) ເພີ່ມຂຶ້ນ 2,91%. ການເພີ່ມຂຶ້ນນີ້ແມ່ນຕໍ່າສຸດໃນໄລຍະປີ 2011-2020, ແຕ່ໃນສະພາບການສັບສົນຂອງການແຜ່ລະບາດຂອງໂຄວິດ-19 ທີ່ສົ່ງຜົນກະທົບຕໍ່ທຸກຂົງເຂດຂອງຊີວິດ ໂດຍສະເພາະແມ່ນສະຖານະການເສດຖະກິດ-ສັງຄົມ, ນີ້ເປັນຜົນສໍາເລັດອັນໂດດເດັ່ນຂອງຫວຽດນາມ ແລະ ອັດຕາການເຕີບໂຕນີ້ຢູ່ໃນກຸ່ມທີ່ສູງທີ່ສຸດໃນໂລກໃນປີ 2020.
ໃນສະພາບການການແຜ່ລະບາດຂອງໂຄວິດ-19 ຍັງມີການຜັນປ່ຽນທີ່ສັບສົນຢູ່ໃນຫຼາຍປະເທດທົ່ວໂລກນັ້ນ, ການສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງແລະສັງຄົມ, ຊຸກຍູ້ການພັດທະນາເສດຖະກິດໄປຄຽງຄູ່ກັບການປ້ອງກັນແລະຕ້ານໂລກລະບາດຢ່າງມີປະສິດທິຜົນ ໄດ້ສ້າງໂອກາດ “ທອງຄຳ” ໃຫ້ແກ່ຫວຽດນາມ ເພື່ອສືບຕໍ່ເສີມຂະຫຍາຍບົດບາດ, ສຽງເວົ້າ ແລະ ຖານະບົດບາດຂອງຕົນໃນເວທີສາກົນ, ພ້ອມທັງເປັນຈຸດໝາຍປາຍທາງການລົງທຶນທີ່ປອດໄພສຳລັບເງິນທຶນໄຫຼເຂົ້າຫວຽດນາມ.
ໃນເວລາທີ່ຈະມາເຖິງ, ການແຂ່ງຂັນກັນເພື່ອດຶງດູດການລົງທຶນແລະເຂົ້າຮ່ວມຕ່ອງໂສ້ການສະໜອງ ຈະເກີດຂຶ້ນຢ່າງດຸເດືອດກວ່າເກົ່າ, ໂດຍສະເພາະແມ່ນລະຫວ່າງບັນດາປະເທດກຳລັງພັດທະນາທີ່ມີຄວາມຄ້າຍຄືກັນທາງດ້ານຕະຫຼາດ, ລະດັບການພັດທະນາ, ເຕັກໂນໂລຊີ ແລະແຮງງານ (ໃນພາບ: ການປະກອບລົດຢູ່ໂຮງງານຂອງບໍລິສັດ Ford ຫວຽດນາມ, ແຂວງຫາຍເຢືອງ) _ພາບ: TTXVN
ນອກຈາກການຍາດເອົາໂອກາດແລ້ວ, ຫວຽດນາມກໍຕ້ອງປະເມີນຜົນກະທົບຂອງການແຜ່ລະບາດຂອງໂຄວິດ-19 ຕໍ່ບັນດາຂະແໜງການຜະລິດ, ການຄ້າ ເພື່ອເຫັນແຈ້ງຄວາມຫຍຸ້ງຍາກ, ຂໍ້ຈຳກັດຂອງພື້ນຖານເສດຖະກິດ ເຊັ່ນ: ກຳລັງແຮງພາຍໃນຂອງບັນດາຂະແໜງການຜະລິດຍັງຈຳກັດ, ຕ້ອງເພິ່ງພາອາໃສບັນດາຕ່ອງໂສ້ການສະໜອງຕ່າງປະເທດ, ຍັງບໍ່ພຽງພໍຕໍ່ປັດໄຈປ້ອນເຂົ້າຂອງການຜະລິດໃນຫຼາຍຂະແໜງການ, ນໍາໄປສູ່ສະຖານະການຕ້ອງເພິ່ງພາສ່ວນປະກອບ, ອຸປະກອນເສີມ, ວັດຖຸດິບ ແລະ ວັດສະດຸທີ່ນໍາເຂົ້າຈາກຕ່າງປະເທດເປັນສ່ວນໃຫຍ່ ແລະ ເຮັດໃຫ້ມູນຄ່າເພີ່ມຂອງບັນດາຂະແໜງການອຸດສາຫະກຳພາຍໃນປະເທດຕ່ຳ; ການນໍາເຂົ້າວັດຖຸດິບ, ນໍ້າມັນເຊື້ອໄຟແລະວັດສະດຸ ເພື່ອຜະລິດຢູ່ໃນບາງຂະແໜງການຕ້ອງຂຶ້ນກັບບາງຕະຫຼາດ. ດັ່ງນັ້ນ, ການພັດທະນາການຜະລິດແລະທຸລະກິດມີຄວາມສ່ຽງຈາກຄວາມຜັນຜວນທາງການເມືອງ ເສດຖະກິດ ແລະ ສັງຄົມ ທັງໃນແລະຕ່າງປະເທດ.
ຈາກຄວາມເປັນຈິງດັ່ງກ່າວ, ພັກກອມມູນິດຫວຽດນາມໄດ້ວາງແຜນນະໂຍບາຍແກ້ໄຂຜ່ານຜ່ານຜົນກະທົບຂອງການແຜ່ລະບາດຂອງໂຄວິດ-19 ເພື່ອຟື້ນຟູແລະພັດທະນາເສດຖະກິດຂອງປະເທດ, ກຳນົດບັນດາທິດທາງແລະວິທີແກ້ໄຂອັນຮີບດ່ວນທີ່ຈະຕ້ອງປະຕິບັດໃນທັນທີ ກໍຄືບັນດາວິທີແກ້ໄຂໃນໄລຍະຍາວ. ຕາມນັ້ນ, ກະຊວງອຸດສາຫະກຳແລະການຄ້າສຸມໃສ່ຜັນຂະຫຍາຍວິທີການແກ້ໄຂຢ່າງຮີບເຮັ່ງແລະຄົບຊຸດ ເພື່ອຟື້ນຟູແລະພັດທະນາຕ່ອງໂສ້ການສະໜອງແລະຕ່ອງໂສ້ຄຸນຄ່າໃໝ່; ສ້າງຄວາມຫຼາກຫຼາຍຂອງຕະຫຼາດ, ຫຼີກລ່ຽງການເພິ່ງພາຕະຫຼາດດຽວທັງການສົ່ງອອກແລະນຳເຂົ້າ; ເພີ່ມທະວີການສົ່ງອອກ. ລະອຽດຄື:
ທີໜຶ່ງ, ປັບປຸງແລະຈັດຕັ້ງຄືນໃໝ່ບັນດາຕ່ອງໂສ້ການສະໜອງໃຫ້ການຜະລິດອຸດສາຫະກຳ, ສ້າງຄວາມຍືນຍົງ, ຄວາມຍືດຍຸ່ນຫຼາຍຂຶ້ນ, ພັດທະນາບັນດາຕ່ອງໂສ້ການສະໜອງໃໝ່.
ກະຊວງອຸດສາຫະກຳແລະການຄ້າໄດ້ແລະກຳລັງສຸມໃສ່ຊຸກຍູ້ການປັບໂຄງສ້າງຂອງຂົງເຂດການຜະລິດອຸດສາຫະກຳຄືນໃໝ່, ກຳນົດຈຸດສຸມຫຼັກແມ່ນການສະໜັບສະໜູນ ການພັດທະນາອຸດສາຫະກໍາສະໜັບສະໜູນ, ເປັນເຈົ້າຕົນເອງເທື່ອລະກ້າວກ່ຽວກັບແຫຼ່ງວັດຖຸດິບ, ວັດສະດຸ, ສ່ວນປະກອບ ແລະອຸບປະກອນພາຍໃນປະເທດ ເພື່ອການພັດທະນາແບບຍືນຍົງຂອງອຸດສາຫະກຳຫວຽດນາມໃນໄລຍະຍາວ. ພ້ອມກັນນັ້ນ, ນະໂຍບາຍສຳລັບບັນດາຂະແໜງອຸດສາຫະກຳຕອນລຸ່ມ ແນໃສ່ສ້າງຂີດຄວາມສາມາດທາງການຕະຫຼາດເພື່ອພັດທະນາອຸດສາຫະກຳສະໜັບສະໜູນໃນປະເທດ ແລະ ດຶງດູດການລົງທຶນ ກໍໄດ້ຮັບຄວາມເອົາໃຈໃສ່ສ້າງຂຶ້ນມາໂດຍກະຊວງອຸດສາຫະກຳແລະການຄ້າ, ເຊັ່ນ ຍຸດທະສາດການພັດທະນາຂະແໜງການອຸດສາຫະກຳສິ່ງທໍ ເຄື່ອງໜັງ ແລະເກີບ ຮອດປີ 2030, ກຳນົດທິດຮອດປີ 2035; ສ້າງແຜນງານເພື່ອການພັດທະນາຂະແໜງການສິ່ງທໍ ເຄື່ອງໜັງ ແລະ ເກີບ ຢ່າງຍືນຍົງໃນໄລຍະແຕ່ປີ 2021 ຫາ 2030 ເພື່ອກໍາຈັດ “ອຸປະສັກ” ໃນດ້ານວັດຖຸດິບ ແລະ ວັດສະດຸຊ່ວຍ, ສະໜັບສະໜູນການຝຶກອົບຮົມບຸກຄະລາກອນ ແລະການນຳໃຊ້ເຕັກໂນໂລຍີຂອງການປະຕິວັດອຸດສາຫະກຳຄັ້ງທີສີ່ເຂົ້າໃນການອອກແບບ ແລະ ຜະລິດ; ເຮັດໃຫ້ຂະແໜງການອຸດສາຫະກຳສິ່ງທໍ ເຄື່ອງໜັງແລະເກີບ ເປັນສີຂຽວ ເພື່ອຍົກສູງຄວາມສາມາດແຂ່ງຂັນຂອງຂະແໜງການນີ້; ພ້ອມກັນນັ້ນ, ໃຊ້ປະໂຫຍດສູງສຸດຈາກບັນດາສັນຍາການຄ້າເສລີຮຸ່ນໃໝ່ເຊັ່ນ ສັນຍາຄູ່ຮ່ວມມືຮອບດ້ານແລະກ້າວໜ້າຂ້າມປາຊີຟິກ (CPTPP), ສັນຍາການຄ້າເສລີລະຫວ່າງຫວຽດນາມແລະສະຫະພາບເອີຣົບ (EVFTA) ເພື່ອນຳເອົາຂະແໜງການສິ່ງທໍ ເຄື່ອງໜັງແລະເກີບເຂົ້າຮ່ວມເລິກໃນຕ່ອງໂສ້ການສະໜອງແລະຕ່ອງໂສ້ຄຸນຄ່າທົ່ວໂລກ; ສ້າງດຳລັດວ່າດ້ວຍການພັດທະນາອຸດສາຫະກຳວິສະວະກຳກົນຈັກທີ່ສຳຄັນ; ເພີ່ມທະວີແລະຍົກສູງປະສິດທິຜົນໃນການເຄື່ອນໄຫວຂອງ 2 ສູນເຕັກນິກສະໜັບສະໜູນການພັດທະນາອຸດສາຫະກຳພາກເໜືອ ແລະ ພາກໃຕ້. ບັນດາສູນເຕັກນິກນີ້ໄດ້ແລະກຳລັງຮ່ວມມືຢ່າງຕັ້ງໜ້າກັບບັນດາບໍລິສັດຂ້າມຊາດທີ່ຢູ່ໃນຫວຽດນາມເຊັ່ນ Toyota, Mitsubishi, Canon,... ເພື່ອຈັດໂຄງການຕ່າງໆເພື່ອຊອກຫາແລະເຊື່ອມຕໍ່ຜູ້ສະໜອງທີ່ເໝາະສົມໃຫ້ເຂົ້າຮ່ວມໃນຕ່ອງໂສ້ຄຸນຄ່າຂອງບໍລິສັດເຫຼົ່ານີ້.ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ຫງວຽນຊວັນຝຸກ, ປະທານ ອາຊຽນ 2020 ແລະ ກຳມະການສູນກາງພັກ, ລັດຖະມົນຕີກະຊວງອຸດສາຫະກຳແລະການຄ້າ ເຈິ່ນຕວັ໋ນແອັງ ເຂົ້າຮ່ວມພິທີລົງນາມສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ RCEP, ວັນທີ 15 ພະຈິກ 2020, ທີ່ນະຄອນຮ່າໂນ້ຍ _ພາບ: TTXVN
ພ້ອມກັນນັ້ນ, ທ້ອງຖິ່ນຕ່າງໆກໍໄດ້ຮັບການສະໜັບສະໜູນ, ຊ່ວຍເຫຼືອ ເພື່ອມີທິດທາງທີ່ດີກວ່າອີກໃນການພັດທະນາບັນດາຂະແໜງການອຸດສາຫະກຳທ້ອງຖິ່ນ. ຈາກນັ້ນ, ຊຸກຍູ້ການເຊື່ອມຕໍ່ພາຍໃນເຂດ, ລະຫວ່າງເຂດ ແລະ ສາກົນ, ສ້າງພື້ນຖານເພື່ອພັດທະນາຮູບແບບການຈັດຕັ້ງອານາເຂດ, ການຈັດຕັ້ງການຜະລິດ ທຸລະກິດໃໝ່; ປະກອບເປັນກຸ່ມຂະແໜງການ, ຕ່ອງໂສ້ຄຸນຄ່າການຜະລິດແລະການສະໜອງທີ່ເຊື່ອມໂຍງເຖິງກັນ; ສ້າງພື້ນທີ່ການພັດທະນາໃໝ່, ຕ່ອງໂສ້ການສະໜອງໃໝ່.
ນອກຈາກນັ້ນ, ລະບົບຖານຂໍ້ມູນອຸດສາຫະກຳປຸງແຕ່ງ, ຜະລິດ ແລະ ອຸດສາຫະກຳສະໜັບສະໜູນ ກໍໄດ້ຖືກສ້າງຂຶ້ນແລະເປີດນຳໃຊ້ຢ່າງເປັນທາງການ ໂດຍກະຊວງອຸດສາຫະກຳແລະການຄ້າ. ນີ້ແມ່ນຂີດໝາຍສຳຄັນເພື່ອແກ້ໄຂຄວາມຕ້ອງການໃນການສ້າງເຄືອຂ່າຍເຊື່ອມຕໍ່ວິສາຫະກິດກັບວິສາຫະກິດຢູ່ໃນແລະຕ່າງປະເທດ, ຊ່ວຍວິສາຫະກິດແລະນັກລົງທຶນຊອກຫາຂໍ້ມູນໄດ້ຢ່າງໄວວາແລະຊັດເຈນ, ຕອບສະໜອງຄວາມຕ້ອງການເຊື່ອມຕໍ່ການລົງທຶນ, ເພີ່ມໂອກາດຮ່ວມມືລະຫວ່າງວິສາຫະກິດຂອງຫວຽດນາມ ແລະ ວິສາຫະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດແລະບໍລິສັດຂ້າມຊາດ. ພິເສດແມ່ນໃນສະພາບການການລະບາດຂອງໂຄວິດ-19, ການເຄື່ອນໄຫວການຄ້າໂດຍກົງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ລະບົບນີ້ມີບົດບາດສຳຄັນກວ່າອີກ, ມັນຊ່ວຍໃຫ້ວິສາຫະກິດເຊື່ອມຕໍ່ການຮ່ວມມືໃນການລົງທຶນ ທຸລະກິດ, ນຳເອົາຜະລິດຕະພັນເຂົ້າຮ່ວມໃນຕ່ອງໂສ້ການສະໜອງ, ຕ່ອງໂສ້ຄຸນຄ່າທົ່ວໂລກເທື່ອລະກ້າວ.
ທີສອງ, ສຸມໃສ່ປະຕິບັດການປັບໂຄງສ້າງປະເພດສິນຄ້າສົ່ງອອກ, ຕະຫຼາດສົ່ງອອກ ແລະ ນຳເຂົ້າ, ສ້າງຄວາມຫຼາກຫຼາຍແລະໃຊ້ປະໂຫຍດຕະຫຼາດຕ່າງປະເທດໃຫ້ໄດ້ເປັນຢ່າງດີ, ຫຼີກລ່ຽງການຂຶ້ນກັບບາງຕະຫຼາດໃນສະຖານະການໃໝ່.
ແຜນການຂຸດຄົ້ນ, ພັດທະນາຕະຫຼາດສົ່ງອອກນຳເຂົ້າ ຕາມກຸ່ມສິນຄ້າທີ່ຫວຽດນາມມີທ່າໄດ້ປຽບ, ໂດຍສະເພາະບັນດາຕະຫຼາດທີ່ຫວຽດນາມໄດ້ລົງນາມໃນສັນຍາການຄ້າເສລີ, ໄດ້ຮັບການທົບທວນແລະສ້າງຂຶ້ນ. ກິດຈະກຳຄົ້ນຄ້ວາກ່ຽວກັບຄວາມນິຍົມ, ຂະໜາດຂອງຕະຫຼາດ, ກຳລັງການຜະລິດພາຍໃນປະເທດ... ລະອຽດ ສຳລັບແຕ່ລະລາຍການທີ່ຫວຽດນາມມີຈຸດດີ ແລະ ໄດ້ຮັບບຸລິມະສິດທາງພາສີອາກອນ ເຊິ່ງໄດ້ຮັບການປະຕິບັດໃນທັນທີ. ກະຊວງອຸດສາຫະກຳແລະການຄ້າໄດ້ເຮັດວຽກກັບແຕ່ລະສະມາຄົມອາຊີບແລະຂະແໜງສິນຄ້າລະອຽດ ເພື່ອກຳນົດແຈ້ງປະເພດສິນຄ້າທີ່ຫວຽດນາມມີທ່າແຮງ ກໍຄືບັນດາມາດຕະການແລະວິທີການທີ່ຈຳເປັນຕ້ອງກຳເນີນການແກ້ໄຂ ເພື່ອສະໜັບສະໜູນການພັດທະນາຂະແໜງການແລະຂົງເຂດທີ່ມີຄວາມສາມາດບົ່ມຊ້ອນແລະໄດ້ປຽບໃນການເຂົ້າຮ່ວມຢ່າງເລິກເຊິ່ງໃນຕ່ອງໂສ້ຄຸນຄ່າ.
ໃນເວລາດຽວກັນ, ມີການປະສານງານຢ່າງຫ້າວຫັນລະຫວ່າງບັນດາກະຊວງ, ຂະແໜງການ, ອົງການທີ່ກ່ຽວຂ້ອງ ແນໃສ່ກະກຽມເງື່ອນໄຂທີ່ຈຳເປັນເພື່ອຜັນຂະຫຍາຍການປະຕິບັດສັນຍາ EVFTA ຢ່າງມີປະສິດທິຜົນ, ເຊັ່ນ ຫັນສັນຍາເປັນກົດໝາຍພາຍໃນຫະເທດ; ໂຄສະນາ, ເຜີຍແຜ່, ແນະນຳທ້ອງຖິ່ນແລະຊຸມຊົນທຸລະກິດກ່ຽວກັບສັນຍາສະບັບນີ້ ດ້ວຍການຈັດກອງປະຊຸມເພື່ອສະໜັບສະໜູນວິສາຫະກິດຂະໜາດນ້ອຍແລະກາງ ເພື່ອສວຍໃຊ້ໂອກາດແລະຈັດຕັ້ງປະຕິບັດ EVFTA ຢ່າງມີປະສິດທິຜົນ; ແນະນຳໃຫ້ວິສາຫະກິດສົ່ງອອກຜະລິດຕະພັນກະເສດ, ປ່າໄມ້ແລະການປະມົງຂອງຫວຽດນາມໄປຍັງຕະຫຼາດສະຫະພາບເອີຣົບ (EU); ຈັດຕັ້ງກອງປະຊຸມແນະນຳວິສາຫະກິດໃຊ້ປະໂຫຍດຈາກ EVFTA ແລະ ເຜີຍແຜ່ຂໍ້ມູນທີ່ເປັນປະໂຫຍດກ່ຽວກັບຄໍາໝັ້ນສັນຍາທີ່ກ່ຽວຂ້ອງກັບອັດຕາພາສີຂອງ EVFTA ເພື່ອໃຫ້ວິສາຫະກິດເປັນເຈົ້າການໃນການວາງແຜນການລົງທຶນ, ຜະລິດ, ກຽມພ້ອມສິນຄ້າສົ່ງອອກໄປຍັງຕະຫຼາດເຫຼົ່ານີ້ ທັນທີຫຼັງຈາກທີ່ສັນຍາສະບັບນີ້ມີຜົນບັງຄັບໃຊ້, ໂດຍສະເພາະການໃຊ້ປະໂຫຍດຈາກໂອກາດທັນທີທີ່ການລະບາດຂອງພະຍາດຢູ່ພາຍໃຕ້ການຄວບຄຸມ, ພື້ນທີ່ຕະຫຼາດເຫຼົ່ານີ້ຈະຟື້ນຕົວຄືນເພື່ອດຶງດູດສິນຄ້າໄດ້ເປັນຈໍານວນຫຼວງຫຼາຍ. ນີ້ກໍແມ່ນໂອກາດໃຫ້ສິນຄ້າຂອງຫວຽດນາມເຂົ້າເຖິງ ແລະ ເຂົ້າຮ່ວມເລິກເຊິ່ງກວ່າໃນຕ່ອງໂສ້ການສະໜອງຂອງພາກພື້ນບັນດາປະເທດເອີຣົບ.
ພ້ອມກັນນັ້ນ, ເວັບໄຊທີ່ມີຄວາມເລິກເຊິ່ງກ່ຽວກັບ EVFTA (ທີ່ http://evfta.moit.gov.vn) ໄດ້ຖືກສ້າງຕັ້ງຂຶ້ນ ເພື່ອສະໜອງຂໍ້ມູນ, ອະທິບາຍຄຳໝັ້ນສັນຍາ ພ້ອມທັງເຊື່ອມຕໍ່ກັບປະຊາຊົນແລະວິສາຫະກິດກ່ຽວກັບ EVFTA. ກະຊວງອຸດສາຫະກຳແລະການຄ້າໄດ້ປະກາດໃຊ້ “ກົດລະບຽບວ່າດ້ວຍແຫຼ່ງກຳເນີດສິນຄ້າໃນ EVFTA”. ນີ້ແມ່ນພື້ນຖານກົດໝາຍທີ່ສຳຄັນ ເພື່ອໃຫ້ສິນຄ້າທີ່ສົ່ງອອກໄປສະຫະພາບເອີຣົບຈະໄດ້ຮັບໃບຮັບຮອງແຫຼ່ງກໍາເນີດສິນຄ້າພິເສດ (C/O) ທັນທີທີ່ສັນຍາມີຜົນບັງຄັບໃຊ້. ສັນຍາ EVFTA ມີຜົນບັງຄັບໃຊ້ສ້າງຄວາມໄດ້ປຽບໃຫ້ກັບວິສາຫະກິດຫວຽດນາມໃນການເຂົ້າຮ່ວມໃນຕ່ອງໂສ້ຄຸນຄ່າທົ່ວໂລກ, ປ່ຽນແປງໃໝ່ເຄື່ອງປະກອບ, ອຸປະກອນ, ເຕັກໂນໂລຊີ ດ້ວຍຕົ້ນທຶນທີ່ມີປະສິດທິຜົນກວ່າ ເພື່ອຍົກສູງຄວາມສາມາດແລະກຳລັງແຮງແຂ່ງຂັນໃນເວລາຕໍ່ໄປ.
ກຳມະກອນໂຮງງານ Lavifood (ເມືອງເບ໊ນລຶກ, ແຂວງລອງອານ) ດຳ ເນີນການປຸງແຕ່ງໝາກແກ້ວມັງກອນເພື່ອສົ່ງອອກໄປຕະຫຼາດ EU _ພາບ: TTXVN
ພ້ອມກັນນັ້ນ, ມີຫຼາຍມາດຕະການເຊື່ອມຕໍ່ຕະຫຼາດໄດ້ຖືກຈັດຕັ້ງປະຕິບັດໃນຮູບແບບທີ່ຕ່າງກັນ ເພື່ອປະຕິບັດຄວາມຮຽກຮ້ອງຕ້ອງການໃນສະພາບການໃໝ່ໃຫ້ໄດ້ເປັນຢ່າງດີເຊັ່ນ: ຮັກສາແລະສົ່ງເສີມການພົວພັນການຄ້າສອງຝ່າຍຜ່ານການຈັດຕັ້ງການໂອ້ລົມທາງໂທລະສັບໂດຍກົງລະຫວ່າງລັດຖະມົນຕີກະຊວງອຸດສາຫະກຳແລະການຄ້າຫວຽດນາມ ແລະ ລັດຖະມົນຕີຄຸ້ມຄອງການຄ້າ, ກຳມາທິການການຄ້າຂອງຕະຫຼາດຫຼັກເຊັ່ນ ອົດສະຕຣາລີ, ຈີນ, ອີຢູ, ການາດາ, ສະມາຄົມບັນດາປະເທດອາຊີຕາເວັນອອກສຽງໃຕ້ (ອາຊຽນ) ເພື່ອແລກປ່ຽນກ່ຽວກັບສະພາບການການຮ່ວມມືດ້ານການຄ້າ, ຜ່ານນັ້ນ, ແກ້ໄຂຄວາມຫຍຸ້ງຍາກກ່ຽວກັບການເປີດຕະຫຼາດ. ຄຽງຄູ່ກັບການທົບທວນແລະປັບປຸງຂໍ້ມູນຂ່າວສານຢ່າງຕໍ່ເນື່ອງ ກ່ຽວກັບການສະໜອງ - ຄວາມຕ້ອງການສິນຄ້າ, ຄວາມຕ້ອງການນໍາເຂົ້າຂອງບັນດາປະເທດຕໍ່ໜ້າການພັດທະນາໃໝ່ຂອງສະຖານະການການລະບາດຂອງໂຄວິດ-19; ເຊື່ອມຕໍ່ບັນດາສະມາຄົມຜູ້ຊື້ສິນຄ້າ, ຜູ້ນໍາເຂົ້າ ແລະ ຜູ້ສະໜອງໃນປະເທດອື່ນ ກັບວິສາຫະກິດຢູ່ໃນປະເທດ, ແມ່ນການສ້າງຕັ້ງວິທີການໃໝ່ຢ່າງໄວ ໃນການໂຄສະນາສົ່ງເສີມຕະຫຼາດອອນໄລ, ຜັນຂະຫຍາຍການເຄື່ອນໄຫວເຊື່ອມຕໍ່ການຄ້າອອນໄລ ລະຫວ່າງວິສາຫະກິດຫວຽດນາມກັບຄູ່ຮ່ວມມືທີ່ມີຄວາມຕ້ອງການນຳເຂົ້າສິນຄ້າ, ເພື່ອເປີດກວ້າງຕະຫຼາດໃຫ້ສິນຄ້າຂອງຫວຽດນາມ, ສ້າງຕ່ອງໂສ້ການສະໜອງໃໝ່.
ພິເສດ, ປີ 2020, ຫວຽດນາມໄດ້ປະສົບຄວາມສຳເລັດໃນການລົງນາມສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ເຊິ່ງແມ່ນສັນຍາການຄ້າເສລີທີ່ມີການເຂົ້າຮ່ວມຂອງ 10 ພື້ນຖານເສດຖະກິດອາຊຽນ ແລະ 5 ປະເທດທີ່ອາຊຽນໄດ້ມີສັນຍາການຄ້າເສລີແລ້ວ. ດ້ວຍພື້ນທີ່ຕະຫຼາດທີ່ໃຫຍ່ທີ່ສຸດໃນໂລກໃນດ້ານຈຳນວນປະຊາກອນ, ຂະໜາດ ຈິດີພີ ແມ່ນປະມານ 1/3 ຂອງ ຈີດີພີ ທັງໝົດຂອງໂລກ - ສັນຍາ RCEP ຄາດວ່າຈະນຳມາເຊິ່ງກາລະໂອກາດຫຼາຍຢ່າງ ໃຫ້ແກ່ການຄ້າສິນຄ້າຂອງຫວຽດນາມ ກໍ່ຄືບັນດາປະເທດອາຊຽນ ແລະ ບັນດາຄູ່ຮ່ວມມືໃນເວລາຕໍ່ໜ້າ. ພ້ອມກັນກັບສັນຍາ CPTPP, EVFTA, ສັນຍາ RCEP ຄາດຫວັງວ່າຈະເປັນໂອກາດທີ່ດີສຳລັບທຸກປະເທດທີ່ເຂົ້າຮ່ວມໃນສັນຍາ ກໍຄືວິສາຫະກິດຂອງບັນດາປະເທດໃນສັນຍາ ໃນການປັບໂຄງສ້າງ, ປັບຕຳແໜ່ງຕ່ອງໂສ້ການສະໜອງ ແລະການເຂົ້າຮ່ວມລະບົບຕ່ອງໂສ້ຄຸນຄ່າລະດັບໂລກ ຫຼັງຈາກການລະບາດຂອງໂຄວິດ-19 ສິ້ນສຸດລົງ. ດັ່ງນັ້ນ, ຫວຽດນາມໃນຖານະຂອງພື້ນຖານເສດຖະກິດທີ່ເປີດກວ້າງ ຈະສາມາດຂຸດຄົ້ນຕໍາແໜ່ງໃໝ່່ໄດ້ດີກວ່າ, ຈາກນັ້ນ, ສ້າງຕໍາແໜ່ງໃນແຜນທີ່ຂອງຕ່ອງໂສ້ການສະໜອງທົ່ວໂລກ.
ທີສາມ, ສ້າງແລະພັດທະນາຕ່ອງໂສ້ການສະໜອງສິນຄ້າພາຍໃນປະເທດ.
ບັນດາມາດຕະການສ້າງແລະພັດທະນາຕ່ອງໂສ້ການສະໜອງສິນຄ້າໄດ້ຮັບການຜັນຂະຫຍາຍຢ່າງຕໍ່ເນື່ອງ, ກ່ອນອື່ນໝົດແມ່ນບັນດາມາດຕະການພັດທະນາຕ່ອງໂສ້ການສະໜອງຜະລິດຕະພັນກະສິກໍາແລະອາຫານທີ່ຈໍາເປັນຂອງຕະຫຼາດພາຍໃນປະເທດ, ສົ່ງເສີມການເຊື່ອມໂຍງຕ່ອງໂສ້, ເພີ່ມທະວີການເຊື່ອມໂຍງລະຫວ່າງວິສາຫະກິດການຜະລິດ ກັບວິສາຫະກິດການຈຳໜ່າຍ, ຂາຍຍ່ອຍ ແລະ ຍູ້ແຮງການເຊື່ອມໂຍງໃນຕ່ອງໂສ້ການສະໜອງທັງໝົດ, ຕິດກັບການປະຕິບັດເປັນຢ່າງດີ ຂໍ້ກຳນົດຕ່າງໆ ກ່ຽວກັບຄຸນນະພາບ, ຄວາມປອດໄພຂອງອາຫານ, ການກວດສອບທີ່ມາຂອງສິນຄ້າ. ກໍ່ຕັ້ງລະບົບຕ່ອງໂສ້ບໍລິສຸດຫວຽດນາມທີ່ເປັນໄປຕາມລະບຽບການແລະມາດຕະຖານ ສອດຄ່ອງກັບການປະຕິບັດສາກົນ. ພ້ອມກັນນັ້ນ, ເພີ່ມທະວີສົ່ງເສີມຄວາມຄິດລິເລີ່ມກ່ຽວກັບການເຊື່ອມໂຍງການສະໜອງ - ຄວາມຕ້ອງການໃນຕະຫຼາດພາຍໃນປະເທດ; ສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວເຊື່ອມຕໍ່ການສະໜອງ - ຄວາມຕ້ອງການສິນຄ້າ, ກະຕູ້ນການບໍລິໂພກພາຍໃນປະເທດ ເພື່ອອຳນວຍຄວາມສະດວກໃນການບໍລິໂພກສິນຄ້າທີ່ຜະລິດໃນປະເທດໃນຊ່ອງທາງການຈຳໜ່າຍແບບດັ້ງເດີມແລະສະໄໝໃໝ່.
ສຸມໃສ່ການຟື້ນຟູແລະການມີສ່ວນຮ່ວມຢ່າງເລິກເຊິ່ງ ໃນເຄືອຂ່າຍການຜະລິດ ໃນຕ່ອງໂສ້ຄຸນຄ່າທົ່ວໂລກ; ພ້ອມກັນນັ້ນ, ຍົກສູງຄວາມເປັນເອກະລາດ, ເປັນເຈົ້າຕົນເອງໃນການພັດທະນາເສດຖະກິດຂອງປະເທດເຮົາໃນເວລາທີ່ຈະມາເຖິງ, ນີ້ແມ່ນທັງຄວາມຮຽກຮ້ອງຕ້ອງການ ແຕ່ຍັງເປັນທິດນຳແລະວິທີເພື່ອໃຫ້ຫວຽດນາມຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະ ໃຊ້ປະໂຫຍດຈາກໂອກາດທີ່ຈະບັນລຸເປົ້າໝາຍການພັດທະນາຢ່າງໄວວາແລະຍືນຍົງໃນໄລຍະການພັດທະນາທີ່ຈະມາເຖິງ./.
---------------------------------
ບົດນີ້ໄດ້ລົງພິມໃນວາລະສານກອມມູນິດສະບັບທີ 962 (ເດືອນມີນາ 2021)