ສຸມໃສ່ການແກ້ໄຂຜົນຮ້າຍຢ້ອນຫຼັງຂອງການແຜ່ລະບາດຂອງພະຍາດໂຄວິດ-19, ພະຍາຍາມສຸດຄວາມສາມາດໃນການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ຂອງປະເທດ
ວກ. - ພວກເຮົາກຳລັງຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-9 ດ້ວຍທັດສະນະໃນການປະຕິບັດ “ໜ້າທີ່ຄູ່”: ທັງຮັບປະກັນຄວາມປອດໄພໃຫ້ແກ່ຊີວິດແລະສຸຂະພາບຂອງປະຊາຊົນ; ທັງຮັກສາການຜະລິດ ທຸລະກິດ ແລະຮັບປະກັນຄວາມປອດໄພທາງສັງຄົມ, ຫຼຸດຜ່ອນຄວາມເສຍຫາຍໃຫ້ໜ້ອຍທີ່ສຸດ; ລະບົບການເມືອງທັງໝົດແລະປະຊາຊົນຫວຽດນາມ ໄດ້ຜັນຂະຫຍາຍວິທີແກ້ໄຂຕ່າງໆຢ່າງຂຸ້ນຂ້ຽວແລະຄົບຊຸດ ເພື່ອກີດກັ້ນ, ຄວບຄຸມພະຍາດ ແລະ ກຳຈັດຄວາມຫຍຸ້ງຍາກໃນການຜະລິດແລະທຸລະກິດ. ຜົນທີ່ໄດ້ຮັບໃນ 6 ເດືອນຕົ້ນປີ 2020 ແມ່ນຈະແຈ້ງໃນທາງບວກ; ແຕ່ວ່າ ໃນສະພາບການແຜຣລະບາດຂອງພະຍາດທີ່ສັບສົນທີ່ສຸດ, ປະຊາຊົນແລະວິສາຫະກິດປະສົບຄວາມຫຍຸ້ງຍາກຫຼາຍຢ່າງ; ເປັນອັນຈະແຈ້ງວ່າ, ພວກເຮົາຍັງມີຫຼາຍວຽກທີ່ສຸດທີ່ຕ້ອງເຮັດ. ໃນຖານະຫົວໜ້າລັດຖະບານ, ຂ້າພະເຈົ້າຂໍແບ່ງປັນແລະປາດຖະໜາວ່າ ພວກເຮົາພ້ອມກັນຕັດສິນໃຈ ພ້ອມກັນຈັດຕັ້ງປະຕິບັດ ເພື່ອສາມາດຍາດແຍ່ງກາລະໂອກາດ ແລະຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຕ່າງໆ, ບັນລຸໝາກຜົນດີທີ່ສຸດໃນປີນີ້ແລະຊຸມປີຕໍ່ໄປ.
ການນຳແຂວງດົ່ງນາຍ ແລະບັນດາຫົວໜ່ວຍທີ່ກ່ຽວຂ້ອງ ໃຫ້ຄຳໝັ້ນສັນຍາຕໍ່ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຝຸດ ວ່າຈະປະຕິບັດໂຄງການສະໜາມບິນສາກົນ ລອງແທ່ງ ຕາມກຳ ນົດເວລາ, ວັນທີ 21 ກໍບະກົດ 2020) _ແຫຼ່ງ: vietnamplus.vn
ຍູ້ຖອຍແລະຄວບຄຸມການລະບາດຂອງພະຍາດໂຄວິດ-19
ນັບຕັ້ງແຕ່ກໍລະນີຕິດເຊື້ອໂລກໂຄວິດ -19 ທຳອິດຂອງໂລກຖືກຄົ້ນພົບໃນເດືອນທັນວາ 2019 ແລະອົງການອະນາໄມໂລກໄດ້ລະບຸວ່າ ໂຄວິດ-19 ເປັນໂລກລະບາດໃນວັນທີ 11 ມີນາ 2020, ຫວຽດນາມແລະໂລກໄດ້ປະຕິບັດຫຼາຍມາດຕະການ ເພື່ອຮັບມືກັບການລະບາດຂອງພະຍາດໂຄວິດ-19. ມາຮອດວັນທີ 13 ກໍລະກົດ 2020, ໃນຂະນະທີ່ຫຼາຍປະເທດປະສົບກັບຄວາມຫຍຸ້ງຍາກໃນການປ້ອງກັນແລະຄວບຄຸມພະຍາດ, ໂດຍມີຫຼາຍກວ່າ 13 ລ້ານກໍລະນີຕິດເຊື້ອ, ມີຜູ້ເສຍຊີວິດຫຼາຍກວ່າ 571.000 ຄົນ ແລະຍັງມີການຂະຫຍາຍຕົວຢ່າງໄວວາໃນແຕ່ລະມື້, ຫວຽດນາມມີພຽງ 372 ກໍລະນີຕິດເຊື້ອ, ໃນນັ້ນມີຄົນເຈັບ 350 ຄົນທີ່ຖືກປົດອອກຈາກໂຮງໝໍ ແລະ ບໍ່ມີການບັນທຶກຜູ້ເສຍຊີວິດ. ບັນລຸຜົນສຳເລັດທີ່ສຳຄັນນີ້ແມ່ນຍ້ອນພວກເຮົາຮັບຮູ້ໄດ້ຢ່າງຖືກຕ້ອງ, ມາວິທີແກ້ໄຂທີ່ເໝາະສົມ, ທັນການ, ສຸມການຊີ້ນຳຢ່າງຕໍ່ເນື່ອງ, ມີການກະທຳຢ່າງຂຸ້ນຂ້ຽວ, ຄົບຊຸດແລະມີປະສິດທິຜົນ ດ້ວຍຄວາມຕັດສິນໃຈ, ຄວາມສາມັກຄີ, ພ້ອມຈິດພ້ອມໃຈ ດ້ວຍກຳລັງຂອງທັງຊາດ, ການສະໜັບສະໜູນແລະການເຂົ້າຮ່ວມໃນການກະທຳຂອງທົ່ວປວງຊົນ ພາຍໃຕ້ການນຳພາຂອງພັກ.
ມາຮອດດຽວນີ້, ຫວຽດນາມໄດ້ຍູ້ຖອຍແລະຄວບຄຸມພະຍາດໄດ້, ສະກັດກັ້ນການແຜ່ລະບາດຂອງພະຍາດໃນຊຸມຊົນ ແລະກຳລັງຫັນປ່ຽນຢ່າງເປັນເຈົ້າການແລະຕັ້ງໜ້າ ເພື່ອເອົາຊະນະຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ເພື່ອຟື້ນຟູແລະພັດທະນາເສດຖະກິດ - ສັງຄົມຂອງປະເທດ. ບັນດາອົງການຈັດຕັ້ງສາກົນເຊັ່ນ ສະຫະປະຊາຊາດ, ອົງການອະນາໄມໂລກ,... ຫຼາຍປະເທດແລະຫຼາຍບໍລິສັດສື່ມວນຊົນສຳຄັນແລະມີຊື່ງສຽງໃນໂລກ ໄດ້ຕີລາຄາວ່າ ປະເທດຫວຽດນາມແມ່ນຮູບແບບການຕ້ານການລະບາດຂອງພະຍາດໂຄວິດ-19 ທີ່ເໝາະສົມ, ມີປະສິດທິຜົນ, ເສຍຄ່າໃຊ້ຈ່າຍຕ່ຳ, ໄດ້ຮັບການສະໜັບສະໜູນຈາກປະຊາຊົນແລະວິສາຫະກິດ.
ປັດໄຈທີ່ຕັດສິນຄວາມສຳເລັດນີ້ ແມ່ນຍ້ອນມີການຊີ້ນຳທີ່ຖືກຕ້ອງ, ເປັນປະຈຳຂອງກົມການເມືອງສູນກາງ, ຄະນະເລຂາທິການສູນກາງ, ສະພາແຫ່ງຊາດ, ຄະນະກຳມະການປະຈຳສະພາແຫ່ງຊາດ, ລັດຖະບານ, ນາຍົກລັດຖະມົນຕີ; ຄວາມເປັນເອກະພາບທາງດ້ານຄວາມຮັບຮູ້ແລະການຊີ້ນຳຢ່າງໃກ້ຊິດ, ການຜັນຂະຫຍາຍການກະທຳຢ່າງທັນການ ຂອງລະບົບການເມືອງທັງໝົດ; ການປະສານສົມທົບຢ່າງແໜ້ນແຟ້ນ, ເຂົ້າແກັບເຂົ້າເກຍ ຂອງຄະນະຊີ້ນຳການປ້ອງກັນແລະຕ້ານໂລກລະບາດໂຄວິດ-19 ທຸກຂັ້ນ, ທຸກຂະແໜງການ; ຄວາມເຫັນດີເຫັນພ້ອມ, ການສະໜັບສະໜູນ ແລະຮ່ວມແຮງຮ່ວມການກະທຳຂອງປະຊາຊົນແລະຊຸມຊົນວິສາຫະກິດ, ພິເສດແມ່ນ ຄວາມຕັດສິນໃຈສູງ, ຄວາມພະຍາຍາອັນໃຫຍ່ຫຼວງ, ຄວາມໃກ້ຂິດຕິດແທດຂອງຄະນະພັກ, ອຳນາດການປົກຄອງທຸກຂັ້ນ. ສິ່ງດັ່ງກ່າວໄດ້ສ້າງນ້ຳໃຈສາມັກຄີແຫ່ງຊາດຢ່າງແທ້ຈິງ, ເສີມຂະຫຍາຍກຳລັງແຮງສັງລວມ, ແຫຼ່ງພະລັງ, ສະຕິປັນຍາຂອງທົ່ວທັງປະເທດ, ສົ່ງເສີມນ້ຳໃຈຮັກຊາດ, ຄວາມຮັກແພງຊ່ວຍເຫຼືອຊຶ່ງກັນແລະກັນ ຂອງປະຊາຊົນທຸກຄົນ, ປະກອບສ່ວນປັບປູງຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ການນຳພາ, ຄຸ້ມຄອງຢ່າງສະຫຼາດສ່ອງໃສຂອງພັກແລະລັດ ແລະ ຢືນຢັນທາດແທ້ທີ່ໂດດເດັ່ນແລະດີງາມ ຂອງລະບອບການເມືອງຂອງພວກເຮົາ. ຫວຽດນາມກໍໄດ້ຮັບການສະໜັບສະໜູນ ແລະຊ່ວຍເຫຼືອຫຼາຍຢ່າງ ຈາກເພື່ອນມິດແລະປະຊາຄົມໂລກ; ພ້ອມກັນນັ້ນ, ຕອບສະໜອງຄຳສະເໜີຂອງຜູ້ນຳບາງປະເທດ, ພວກເຮົາກໍໄດ້ຮວມມື, ແບ່ງປັນບົດຮຽນ, ສະໜັບສະໜູນເຄື່ອງໃຊ້ ແລະອຸປະກອນການແພດຈຳນວນໜຶ່ງ, ສະແດງຄວາມຮັກແພງຢ່າງຈິງໃຈຕໍ່ຫຼາຍໆປະເທດ, ເພື່ອນມິດ ແລະຄູ່ຮ່ວມງານ, ສົ່ງເສີມບົດບາດຂອງປະທານອາຊຽນ, ສະມາຊິດບໍ່ຖາວອນຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ.
ຜົນກະທົບຂອງການລະບາດຂອງພະຍາດໂຄວິດ-19 ຕໍ່ການພັດທະນາເສດຖະກິດ - ສັງຄົມຂອງປະເທດ
ໃນສະພາບການເສດຖະກິດຫວຽດນາມມີການເປີດປະຕູຢ່າງກວ້າງ; ການເຊື່ອມໂຍງເສດຖະກິດສາກົນນັບມື້ນັບກວ້າງຂວາງເລິກເຊິ່ງ; ຂະບວນການປັບໂຄງສ້າງເສດຖະກິດຍັງຊ້າ; ຄວາມເປັນເຈົ້າຕົນເອງແລະຄວາມຍືດຫຍຸ່ນຂອງເສດຖະກິດຕໍ່ການປ່ຽນແປງທີ່ຜິດປົກກະຕິຂອງໂລກ ຍັງຈຳກັດຢູ່..., ການລະບາດຂອງພະຍາດໂຄວິດ-19 ບໍ່ພຽງແຕ່ ສ້າງຄວາມເສຍຫາຍຢ່າງໜັກ ໃຫ້ແກ່ເກືອບທຸກຂະແໜງການ, ຂົງເຂດເສດຖະກິດ - ສັງຄົມ, ໂດຍສະເພາະແມ່ນ ບັນດາຂົງເຂດເຊັ່ນ ບໍລິການ, ການທ່ອງທ່ຽວ, ການຂົນສົ່ງ (ໂດຍສະເພາະການບິນ), ການຮັບປະທານອາຫານ, ທີ່ພັກ, ການບັນເທີງ,… ລະບົບຕ່ອງໂສ້ການສະໜອງແລະການຄ້າກໍ່ຖືກຂັດຂວາງ, ແຕ່ມັນຍັງສົ່ງຜົນກະທົບຢ່າງໜັກ ຕໍ່ຈິດຕະສາດ ແລະຊີວິດຂອງປະຊາຊົນ.
ຍອດປະລິມານການຜະລິດພາຍໃນປະເທດ (GDP - ຈີດີພີ) ໃນໄຕມາດທີ II-2020 ເພີ່ມຂຶ້ນພຽງ 0,36% ເມື່ອທຽບກັບໄລຍະດຽວກັນຂອງປີກ່ອນ, ແມ່ນລະດັບການເພີ່ມທີ່ຕ່ຳທີ່ສຸດໃນໄຕມາດທີ II ຂອງຊຸມປີ 2011 - 2020. ຈີດີພີ 6 ເດືອນຕົ້ນປີ 2020 ເພີ່ມຂຶ້ນ 1,81%, ແມ່ນລະດັບການເພີ່ມທີ່ຕ່ຳທີ່ສຸດຂອງ 6 ເດືອນຕົ້ນຊຸມປີ ໃນໄລຍະ 2011 - 2020, ເຖິງຢ່າງໃດກໍຕາມ ມັນຍັງແມ່ນລະດັບການເຕີບໂຕສູງທີ່ສຸດໃນອາຊີ.
ໃນ 6 ເດືອນຕົ້ນປີ, ໃນທົ່ວປະເທດມີວິສາຫະກິດຫຼາຍກວ່າ 62.000 ແຫ່ງ ລົງທະບຽນຈັດຕັ້ງໃໝ່ ດ້ວຍທຶນຈົດທະບຽນ 697.000 ຕື້ດົ່ງ ແລະຈຳນວນແຮງງານຈົດທະບຽນແມ່ນ 507.200 ຄົນ, ຈຳນວນວິສາຫະກິດຫຼຸດລົງ 7,3%, ຈຳນວນທຶນຈົດທະບຽນຫຼຸດລົງ 19% ແລະຈຳນວນແຮງງານຫຼຸດລົງ 21,8% ເມື່ອທຽບກັບໄລຍະດຽວກັນຂອງປີກ່ອນ. ຈຳນວນທຶນຈົດທະບຽນສະເລ່ຍຂອງວິສາຫະກິດສ້າງຕັ້ງໃໝ່ແຫ່ງໜຶ່ງໃນ 6 ເດືອນຕົ້ນປີ 2020 ແມ່ນ 11,2 ຕື້ດົ່ງ, ຫຼຸດລົງ 12,5% ທຽບກັບໄລຍະດຽວກັນຂອງປີກ່ອນ. ພ້ອມກັນນັ້ນ, ມີວິສາຫະກິດ 29.200 ແຫ່ງໄດ້ໂຈະການເຄື່ອນໄຫວທຸລະກິດ, ເພີ່ມຂຶ້ນ 38,2% ທຽບກັບໄລຍະດຽວກັບຂອງປີກ່ອນ. ການລົມທຶນສັງຄົມທີ່ປະຕິບັດຕົວຈິງໃນ 6 ເດືອນຕົ້ນປີ 2020 ເພີ່ມຂຶ້ນ 3,4% ທຽບກັບໄລຍະດຽວກັນຂອງປີ 2019, ແມ່ນລະດັບການເພີ່ມຂຶ້ນຕ່ຳສຸດ ໃນໄລຍະ 2016 - 2020.
ຫຼາຍວິສາຫະກິດປະສົບຄວາມຫຍຸ້ງຍາກ, ແຫຼ່ງສະໜອງອຸປະກອນວັດຖຸດິບສົ້ນເຂົ້າ ຖືກຂັດຂວາງ, ຂາດແຄນ ແລະຕະຫຼາດສົ້ນອອກຖືກຫຼຸດລົງຢ່າງແຮງ, ໂດຍສະເພາະແມ່ນຕະຫຼາດສົ່ງອອກ. ໃນສະພາບການນັ້ນ, ຄ່າໃຊ້ຈ່າຍເພື່ອຮັກສາການເຄື່ອນໄຫວຂອງວິສາຫະກິດກາຍເປັນແບກຫາບທີ່ໜັກໜ່ວງ ໃນຂະນະທີ່ກະແສເງິນຄ່ອຍໆຂາດເຂີນ, ໂດຍສະເພາະ ການຂາດເງິນທຶນໝູນວຽນໃນການຈ່າຍຄ່າຈ້າງແຮງງານ (ນີ້ແມ່ນແບກຫາບໃຫຍ່ທີ່ສຸດ), ດອກເບັ້ຍເງິນກູ້, ຄ່າເຊົ່າເຮືອນໂຮງ ແລະຄ່າໃຊ້ຈ່າຍໃນການດຳເນີນງານອື່ນໆ; ລາຍໄດ້ຫຼຸດລົງ ຊ້ຳຍັງຖືກຂາດທຶນ, ແຕ່ວິສາຫະກິດຫຼາຍແຫ່ງມີຄວາມຄ່ອງແຄ້ວ, ຄວາມພະຍາຍາມ ແລະປ່ຽນແປງໄດ້ໃນການຜະລິດ, ປົກປ້ອງຜູ້ອອກແຮງງານເປັນສິ່ງທີ່ໜ້າຊົມເຊີຍແລະເຄົາລົບນັບຖື. ເຖິງຢ່າງໃດກໍຕາມ, ຄວາມສາມາດຮັກສາການຜະລິດຂອງວິສາຫະກິດ, ໂດຍສະເພາະແມ່ນ ວິສາຫະກິດຂະໜາດກາງ, ຂະໜາດນ້ອຍແລະນ້ອຍທີ່ສຸດນັ້ນຖືກຈຳກັດ.
ການເຄື່ອນໄຫວການສຶກສາ - ຝຶກອົບຮົມປະສົບຄວາມຫຍຸ້ງຍາກຫຼາຍຢ່າງ. ການຕັດສິນແຍກຫ່າງສັງຄົມ ໃຫ້ນັກຮຽນນັກສຶກສາ 21 ລ້ານຄົນຢຸດການຮຽນ ຖືເປັນການຕັດສິນທີ່ສຳຄັນແລະທັນການທີ່ສຸດ ໃນການປ້ອງກັນແລະຕ້ານການແຜ່ລະບາດຂອງພະຍາດ, ແຕ່ເລື່ອງນີ້ບໍ່ພຽງແຕ່ສົ່ງຜົນກະທົບເຖິງແຜນການ, ແນວປະຕິບັດການຮຽນການສອນຂອງໂຮງຮຽນ, ນັກຮຽນແລະນັກສຶກສາເທົ່ານັ້ນ, ແຕ່ຍັງສົ່ງຜົນກະທົບຕໍ່ພໍ່ແມ່ຂອງນັກຮຽນ, ໂດຍສະເພາະພໍ່ແມ່ຂອງນັກຮຽນລະດັບອະນຸບານແລະປະຖົມ.
ໃນສະພາບການດັ່ງກ່າວ, ບັນດາມາດຕະການຂຸ້ນຂ້ຽວໃນການປ້ອງກັນແລະຕ້ານການແຜ່ລະບາດຂອງພະຍາດ ແລະຟື້ນຟູການເຄື່ອນໄຫວເສດຖະກິດ - ສັງຄົມ, ຫຼຸດຜ່ອນການສູນເສຍໃນເວລາທີ່ຜ່ານມາ ໄດ້ສ້າງຜົນກະທົບທາງບວກທີ່ດີ ຕໍ່ເສດຖະກິດຫວຽດນາມໃນຫຼາຍດ້ານ ແລະເປີດໂອກາດການພັດທະນາໃໝ່ຫຼາຍຢ່າງ: 1- ຄວາມສາມາດໃນການຮັບມືກັບໂລກລະບາດໃນທຸກລະດັບໄດ້ຮັບການເພີ່ມທະວີ, ຄວາມສາມາດຂອງຂະແໜງການສາທາລະນະສຸກ, ໂດຍສະເພາະແມ່ນສາທາລະນະສຸກຊຸມຊົນ ໄດ້ຮັບການປັບປຸງ; 2- ຄວາມເຊື່ອໝັ້ນຂອງປະຊາຊົນແລະວິສາຫະກິດໃນການນຳພາ, ຄຸ້ມຄອງຂອງພັກແລະລັດ ກໍຄືຄວາມທະນົງໃຈແຫ່ງຊາດ ເພີ່ມຂຶ້ນສູງທີ່ສຸດ; 3- ການພົວພັນຕ່າງປະເທດຂອງຫວຽດນາມໄດ້ຮັບການເພີ່ມທະວີ ໂດຍຜ່ານຄວາມພະຍາຍາມຮ່ວມມືສາກົນເພື່ອຮັບມືກັບໂລກລະບາດໂຄວິດ-19; 4- ການສົ່ງອອກ, ນຳເຂົ້າເຖິງວ່າມີຄວາມຫຍຸ້ງຍາກຫຼາຍຢ່າງກໍຕາມ ແຕ່ຫຼຸດລົງພຽງໜ້ອຍໜຶ່ງ ແລະ ເກີນດຸນການຄ້າເຖິງ 4 ຕື້ໂດລາສະຫະລັດ (ລະດັບສູງສຸດໃນໄລຍະດຽວກັນຂອງ 4 ປີທີ່ຜ່ານມາ); ສິນຄ້າຫຼາຍປະເພດເຊັ່ນ: ອຸປະກອນການແພດ, ເຂົ້າສານ, ຜະລິດຕະພັນກະສິກຳ,... ໄດ້ມີໂອກາດແຊກຊຶມເຂົ້າໃນຕະຫຼາດໃໝ່; 5- ຂະບວນການຫັນປ່ຽນດິຈິຕອນໄດ້ຮັບການບຸລິມະສິດໃຫ້ພັດທະນາໃນທຸກແຫ່ງຫົນໃນໂລກ, ລວມທັງຫວຽດນາມ, ຊຸກຍູ້ການພັດທະນາຂອງການຄ້າເອເລັກໂຕຣນິກ, ການທຸລະກິດດິຈິຕອນ, ລັດຖະບານເອເລັກໂຕຣນິກ, ການເຄື່ອນໄຫວວິທະຍາສາດ-ເຕັກໂນໂລຊີ ຕິດກັບວຽກງານການປ້ອງກັນແລະຕ້ານໂລກລະບາດ ໄດ້ຮັບການຍູ້ແຮງ.
ພ້ອມກັນນັ້ນ, ການຈັດລຽງລະບົບຕ່ອງໂສ້ການຜະລິດແລະການສະໜອງທົ່ວໂລກ ໃນທິດທາງທີ່ຫຼາກຫຼາຍ, ຫຼຸດຜ່ອນການເອື່ອຍອີງໃສ່ບາງຕະຫລາດ ຈະເປັນໂອກາດສຳ ລັບບັນດາປະເທດເຊັ່ນຫວຽດນາມ, ຖ້າພວກເຮົາປະສົບຜົນສຳເລັດໃນການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະຢືນຢັນຄວາມສາມາດການຜະລິດ, ການສະໜອງວັດຖຸດິບ ພ້ອມກັບການຮັບປະກັນຊັບພະຍາກອນມະນຸດ, ພື້ນຖານໂຄງລ່າງ,... ມັນຈະເປັນໂອກາດແລະເງື່ອນໄຂທີ່ດີເພື່ອດຶງດູນການລົງທຶນທີ່ມີຄຸນນະພາບ, ປັບປຸງພື້ນຖານເພື່ອການພັດທະນາຢ່າງໄວວາແລະຍືນຍົງ.
ປະຈຸບັນ, ຫວຽດນາມໄດ້ຍູ້ຖອຍ ແລະຄວບຄຸມໂລກລະບາດໂຄວິດ-19 ໄດ້ດີ, ບັນດາການເຄື່ອນໄຫວເສດຖະກິດ - ສັງຄົມພວມສ້າງສະພາບປົກກະຕິໃໝ່ຢ່າງໄວວາ. ປະເທດກຳລັງຢືນຕໍ່ໜ້າໂອກາດໃໝ່ແລະເງື່ອນໄຂໃໝ່ ໃນເວລາທີ່ລະບຽບໂລກ, ແບວິທີການຜະລິດ, ທຸລະກິດ, ການຊົມໃຊ້, ພຶດຕິກຳ ແລະຈິດຕະສາດຂອງຜູ້ຄົນແລະນັກທຸລະກິດ ໄດ້ມີການປ່ຽນແປງຢ່າງໃຫຍ່ຫຼວງ. ການແຜ່ລະບາດຂອງພະຍາດໂຄວິດ-19 ກໍໄດ້ສ້າງໂອກາດໃຫ້ຫວຽດນາມເຂົ້າຮ່ວມຕັ້ງແຕ່ຕົ້ນ ໃນບັນດາຕ່ອງໂສ້ຄຸນຄ່າໃໝ່ທີ່ຖືກສ້າງຂຶ້ນ ຫຼືສ້າງຕັ້ງຂຶ້ນໃໝ່ ດ້ວຍຕຳແໜ່ງທີ່ຫ້າວຫັນ, ເຂົ້າຮ່ວມໃນການຈັດຕັ້ງສັນຍາຕ່າງໆໃນຕ່ອງໂສ້ຄຸນຄ່າເຫຼົ່ານີ້, ໂດຍສະເພາະໃນຕະຫຼາດໃຫຍ່, ເຊັ່ນບັນດາປະເທດໃນຂອບເຂດສັນຍາຄູ່ຮ່ວມມືຮອບດ້ານແລະກ້າວໜ້າຂ້າມປາຊີຟິກ (CPTPP), ສັນຍາການຄ້າເສລີລະຫວ່າງສະຫະພາບເອີຣົບແລະຫວຽດນາມ (EVFTA). ຜ່ານຜົນສຳເລັດຂອງການປ້ອງກັນແລະຕ້ານໂລກລະບາດໂຄວິດ-19, ພາບພົດຂອງຫວຽດນາມກຳລັງໄດ້ຮັບການເສີມຂະຫຍາຍ, ພ້ອມກັບບັນດາເງື່ອນໄຂສະຖຽນລະພາບທາງດ້ານການເມືອງແລະເສດຖະກິດມະຫາພາກ, ສະພາບແວດລ້ອມການລົງທຶນ ທຸລະກິດກຳລັງໄດ້ຮັບການປັບປຸງຢ່າງແຂງແຮງ; ຫວຽດນາມເປັນຈຸດໝາຍປາຍທາງທີ່ໜ້າເຊື່ອຖືສຳລັບນັກທ່ອງທ່ຽວຈາກຕ່າງປະເທດ, ນັກລົງທຶນໃນປະເທດແລະຕ່າງປະເທດ.
ການປະຕິບັດໜ້າທີ່ຄູ່: ທັງປ້ອງກັນແລະຕ້ານໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ,
ທັງພັດທະນາເສດຖະກິດ-ສັງຄົມຂອງປະເທດ
ໂລກລະບາດໂຄວິດ-19 ໃນປີ 2020 ແມ່ນປະສົບການໃຫຍ່ກ່ຽວກັບການຮັບມືກັບການແຜ່ລະບາດຂອງພະຍາດ ຂອງປະເທດຕ່າງໆ. ປະເທດທີ່ແກ້ໄຂຜ່ານຜ່າໄດ້ແມ່ນປະເທດທີ່ຮູ້ວິທີການປັບຕົວ ແລະຄວບຄຸມການລະບາດໄດ້ດີ, ຟື້ນຟູເສດຖະກິດ - ສັງຄົມຢ່າງໄວວາ, ສວຍໃຊ້ໂອກາດໃໝ່ໄດ້ດີ ໃນກໍລະນີທີ່ບໍ່ມີຢາວັກຊີນແລະຢາພິເສດ ສຳລັບພະຍາດນີ້.
ເປົ້າໝາຍຂອງຫວຽດນາມໃນປະຈຸບັນແມ່ນ ຕ້ອງຄວບຄຸມໂລກລະບາດໂຄວິດ-19 ໃຫ້ໄດ້ເປັນຢ່າງດີ, ບໍ່ໃຫ້ມັນແຜ່ລະບາດໃນຊຸມຊົນ, ພ້ອມກັນນັ້ນກໍກະກຽມສະຖານະການ, ແຜນງານ, ແຜນການໃນການຟື້ນຟູຢ່າງໄວວາ ແລະການພັດທະນາເສດຖະກິດ -ສັງຄົມແບບຍືນຍົງ ໃນລະຫວ່າງແລະທັນທີຫຼັງຈາກສິ້ນສຸດໂລກລະບາດໂຄວິດ-19. ຜ່ານຜ່ານແລະແກ້ໄຂຢ່າງໄວວາກັບຄວາມຫຍຸ້ງຍາກໃນການຜະລິດ ທຸລະກິດ; ຮັບປະກັນຄວາມປອດໄພທາງສັງຄົມ, ຊີວິດການເປັນຢູ່ ແລະວຽກເຮັກງານທຳ ຂອງຜູ້ອອກແຮງງານ, ຜູ້ທຸກຍາກ, ຜູ້ດ້ອຍໂອກາດ. ຊອກຫາແລະເສີມຂະຫຍາຍບັນດາກຳລັງໜູນການເຕີບໂຕໃໝ່ ສາມາດທົດແທນຊົດເຊີຍການສູນເສຍທີ່ເກີດຈາກພະຍາດໄດ້. ສ້າງນະໂຍບາຍພິເສດ, ກະກຽມແຫຼ່ງພະລັງເພື່ອສະໜັບສະໜູນຂະແໜງການເສດຖະກິດຈຳນວນໜຶ່ງ ແນໃສ່ປັບປຸງແລະຍົກສູງຄວາມສາມາດແຂ່ງຂັນ, ໃຊ້ປະໂຫຍດຈາກໂອກາດທີ່ຈະຄອບງຳຕະຫຼາດ. ກຳນົດແຈ້ງໂອກາດແລະສິ່ງທ້າທາຍ ເພື່ອວາງມາດຕະການໃນການໃຊ້ປະໂຫຍດ, ຫັນປ່ຽນໂອກາດແລະສິ່ງທ້າທາຍເປັນກຳລັງຊຸກດັນການເຕີບໂຕ, ຊຸກຍູ້ຂະບວນການປັບໂຄງສ້າງເສດຖະກິດໃຫ້ໄວກວ່າອີກ, ໃນນັ້ນມີການຫັນປ່ຽນດິຈິຕອນ. ຍົກສູງຄວາມສາມາດພາຍໃນແລະກຳລັງແຮງແຂ່ງຂັນຂອງເສດຖະກິດ, ຍົກສູງລະດັບແລະປັບປຸງການຈັດອັນດັບລະດັບຊາດ ກ່ຽວກັບບາງຂະແໜງການແລະຂົງເຂດ.
ໂລກລະບາດໂຄວິດ-19 ແລະການກະທົບຂອງມັນແມ່ນບໍ່ເຄີນມີມາກ່ອນໃນໂລກ, ໃນບັນດາປະເທດ, ນັບທັງບັນດາປະເທດມະຫາອຳນາດທາງເສດຖະກິດກໍຍັງໃຊ້ມາດຕະການທີ່ເຂັ້ມແຂງ ນອກເໜືອຈາກກົດລະບຽບປົກກະຕິ. ສຳລັບຫວຽດນາມໃນເວລາຕໍ່ໜ້າ, ຕ້ອງຜັນຂະຫຍາຍການປະຕິບັດຢ່າງເຂັ້ມງວດ, ຂຸ້ນຂ້ຽວ, ຄົບຊຸດ, ມີປະສິດທິຜົນ ກ່ຽວກັບແຜນນະໂຍບາຍ, ແນວທາງ, ໜ້າທີ່, ວິທີແກ້ໄຂທີ່ລະບຸໃນ ຄຳຮຽກຮ້ອງຂອງເລຂາທິການໃຫຍ່, ປະທານປະເທດ ກ່ຽວກັບການປ້ອງກັນແລະຕ້ານໂລກລະບາດໂຄວິດ-19, ການຊີ້ນຳຂອງກົມການເມືອງສູນກາງ, ຄະນະເລຂາທິການສູນກາງ, ສະພາແຫ່ງຊາດ, ຄະນະກຳມະການປະຈຳສະພາແຫ່ງຊາດ, ລັດຖະບານ, ນາຍົກລັດຖະມົນຕີ; ໃນນັ້ນ ຕ້ອງປະຕິບັດໃນທັນທີທັນໃດ ບັນດານະໂຍບາຍ, ວິທີແກ້ໄຂທີ່ເຂັ້ມແຂງ, ນຳໃຊ້ຂັ້ນຕອນແລະລະບຽບການສະເພາະ ໃນສະພາບການແຜ່ລະບາດຂອງໂຄວິດ-19; ດ້ວຍໜ້າວຽກທີ່ສຳຄັນຕໍ່ໄປນີ້:
ທີໜຶ່ງ, ຕ້ອງສຸມໃສ່ຍູ້ແຮງຄວາມຄືບໜ້າ ແລະ ຈັດຕັ້ງປະຕິບັດບັນດາຊຸດສະໜັບສະໜູນຢ່າງມີປະສິດທິຜົນ, ປະກອບດ້ວຍຊຸດນະໂຍບາຍເງິນຕາ-ສິນເຊື່ອ, ຊຸດສະ ໜັບສະໜູນການເງິນ, ຊຸດສະໜັບສະໜູນຄວາມປອດໄພທາງສັງຄົມ. ຊຸດສະໜັບສະໜູນເຫຼົ່ານີ້ກຳລັງໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ, ແຕ່ຍັງຊ້າ, ຍັງມີອຸປະສັກຫຼາຍຢ່າງ; ດັ່ງນັ້ນຈຶ່ງຕ້ອງແກ້ໄຂຈຸດອຸດຕັນໃນທັນທີ, ສະເໜີການຂະຫຍາຍຊຸດສະໜັບສະໜູນການເງິນທີ່ເໝາະສົມ, ເພີ່ມຄວາມສາມາດເຂົ້າເຖິງກັບທຶນ, ສະໜບັສະໜູນທັງວິສາຫະກິດຂະໜາດນ້ອຍ, ນ້ອຍສຸດ ແລະວິສາຫະກິດຂະໜາດໃຫຍ່ທີ່ມີສ່ວນຮ່ວມ, ແຜ່ກະຈາຍ, ສ້າງວຽກເຮັດງານທຳ. ບໍ່ປ່ອຍໃຫ້ຄວາມຊັກຊ້າແລະພຶດຕິກຳສະແຫວງຫາຜົນປະໂຫຍດສ່ວນຕົວໃນວຽກງານທີ່ເລັ່ງດ່ວນນີ້ຢ່າງເດັດຂາດ.
ທີສອງ, ສົ່ງເສີມກົນໄກການເຕີບໂຕທາງເສດຖະກິດຂອງຫວຽດນາມຢ່າງແຂງແຮງ ປຽບເໝືອນດັ່ງລົດມ້າສາມໂຕ ເຊິ່ງລວມມີ ການສົ່ງອອກ, ການລົງທຶນ ແລະການບໍລິໂພກ; ເຮັດຄືແນວໃດໃຫ້ພາກສ່ວນເຫຼົ່ານີ້ດຶງກົນໄກການເຕີບໂຕໃຫ້ບັນລຸລະດັບສູງທີ່ສຸດ.
ຕາມນັ້ນ, ຕ້ອງຍູ້ແຮງການສົ່ງອອກ, ໂດຍສະເພາະ ຕະຫຼາດທີ່ມີພື້ນທີ່ເຫຼືອເຟືອຫຼັງການລະບາດຂອງພະຍາດໂຄວິດ-19, ເຊັ່ນສະຫະລັດອາເມລິການ, ສະຫະພາບເອີຣົບ, ສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ຍີ່ປຸ່ນ, ຈີນ ແລະ ສ.ເກົາຫຼີ. ນີ້ແມ່ນ 6 ຕະຫຼາດທີ່ກວມເອົາ 80% ຂອງມູນຄ່າການສົ່ງອອກທັງໝົດຂອງຫວຽດນາມ; ໂດຍສະເພາະແມ່ນ ຕະຫຼາດຂອງບັນດາປະເທດໃນ CPTPP ແລະ EVFTA (ມີຜົນບັງຄັບໃຊ້ແຕ່ວັນທີ 1 ສິງຫາ 2020).ການປຸງແຕ່ງກຸ້ງເພື່ອສົ່ງອອກໄປເອີຣົບ _ແຫຼ່ງ: vietnamplus.vn
ພ້ອມັນນັ້ນ, ຍູ້ແຮງການເບີກຈ່າຍເງິນແລະຍົກສູງປະສິດທິຜົນການນຳໃຊ້ແຫຼ່ງເງິນລົງທຶນຂອງລັດ. ເລັ່ງແກ້ໄຂການບຸກເບີກພື້ນທີ່, ຈັດສັນແຫຼ່ງທຶນສົມທົບຢ່າງທັນເວລາ ແລະຍູ້ແຮງການເບີກຈ່າຍເງິນທຶນຊ່ວຍເຫລືອທາງການເພື່ອການພັດທະນາ (ODA), ຕິດແໜ້ນຕົວຊີ້ວັດການເບີກຈ່າຍເງິນລົງທຶນຂອງລັດຢ່າງມີປະສິດທິຜົນ ກັບການປະເມີນການສຳເລັດໜ້າທີ່ຂອງຜູ້ເປັນຫົວໜ້າ. ການທົບທວນຂໍກຳນົດກ່ຽວກັບການຂາດດຸນງົບປະມານຂອງລັດ, ໜີ້ສາທາລະນະ, ໜີ້ສິນຂອງລັດຖະບານ ແລະໜີ້ຕ່າງປະເທດ,… ພິຈາລະນາຂໍ້ກຳນົກກ່ຽວກັບອັດຕາສ່ວນໜີ້ສາທາລະນະ / ຈີດີພີ ທີ່ເໝາະສົມ ເພື່ອເພີ່ມແຫຼ່ງຊັບພະຍາກອນສຳລັບການລົງທຶນ ໄປຄຽງຄູ່ກັບການເພີ່ມທະວີການກວດກາປະສິດທິຜົນການລົງທຶນພາກລັດຢ່າງແໜ້ນແຟ້ນ. ກະກຽມແລະກໍ່ສ້າງແຜນການໄລຍະກາງສຳລັບການລົງທຶນພາກລັດໄລຍະປີ 2021 - 2025, ຮັບໃຊ້ທິດທາງ, ເປົ້າໝາຍການພັດທະນາເສດຖະກິດ - ສັງຄົມ ຕາມຈິດໃນມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ; ໃນນັ້ນ ຈະເຕົ້າໂຮມແຫຼ່ງທຶນເພື່ອລົງທຶນໃນກິດຈະການຈຸດໜັກໃນກາງ, ມີແຮງແຜ່ຂະຫຍາຍຫຼາຍ, ແກ້ໄຂຈຸດອຸດຕັນໃນໂຄງສ້າງພື້ນຖານ, ຮັບມືກັບການປ່ຽນແປງສະພາບອາກາດ, ດິນເຈື່ອນ, ນ້ຳເຄັມຄຸກຄາມ ແລະ ແກ້ໄຂບັນດາບັນຫາການພັດທະນາຂອງປະເທດ, ເຂດ ແລະລະຫວ່າງເຂດ, ອຳນວຍຄວາມສະດວກໃຫ້ແກ່ການລົງທຶນຂອງເອກະຊົນ ແລະການລົງທຶນໂດຍກົງຈາກຕ່າງປະເທດ (FDI); ສືບຕໍ່ພິຈາລະນາ, ຫັນປ່ຽນຮູບການລົງທຶນສຳລັບບາງໂຄງການ ຈາກຮູບແບບການຮ່ວມມືພາກລັດ - ເອກະຊົນ (PPP) ໄປເປັນການລົງທຶນທັງໝົດຈາກງົບປະມານຂອງລັດ ແລະ ໃນທາງກົງກັນຂ້າມ, ຮັບປະກັນຄວາມເປີດເຜີຍ, ໂປ່ງໃສ; ມີກົນໄກກວດກາ, ຄຸ້ມຄອງ ແລະ ການໃຊ້ເງິນລົງທຶນຢ່າງມີປະສິດທິຜົນສຳລັບແຕ່ລະໂຄງການ. ອາດຈະຖືວ່າການເບິກຈ່າຍເງິນລົງທຶນພາກລັດ (ນັບທັງທຶນຊ່ວຍເຫຼືອການພັດທະນາຢ່າງເປັນທາງການ - ODA) ແມ່ນໜ້າທີ່ຮີບດ່ວນເຊິ່ງບັນດາຂະແໜງການ, ບັນດາຂັ້ນຕ້ອງສຸມໃສ່ການຊີ້ນຳເພື່ອໃຫ້ໄດ້ຜົນ. ລັດຖະບານຊຸກຍູ້ຢ່າງແຂງແຮງ ແລະໃຊ້ມາດຕະການແກ້ໄຂຢ່າງເດັດຂາດ, ທັນເວລາ.
ສຳລັບການດຶງດູດການລົງທຶນໃໝ່, ຕ້ອງກຽມບັນດາເງື່ອນໄຂທີ່ຈຳເປັນຢ່າງຮອບຄອບເຊັ່ນ ໂຄງສ້າງພື້ນຖານ (ໂດຍສະເພາະແມ່ນໂຄງສ້າງພື້ນຖານເຂດອຸດສາຫະກຳ, ພ້ອມບໍລິການທີ່ມາພ້ອມ, ໂຄງສ້າງພື້ນຖານດ້ານໂທລະຄົມມະນາຄົມ), ພື້ນດິນ; ນະໂຍບາຍ, ລະບຽບການບໍລິຫານທີ່ວ່ອງໄວ, ສອດຄ່ອງ, ບໍ່ຄ່ອຍມີການປ່ຽນແປງ; ພັດທະນາແຫຼ່ງບຸກຄະລາກອນທີ່ມີທັກສະ; ສ້າງນະໂຍບາຍແລະຊຸດກັ່ນກອງມາດຖານ ເພື່ອດຶງດູດການລົງທຶນສະເພາະ, ຕິດກັບຍຸດທະສາດການພັດທະນາປະເທດ, ເຂດແລະທ້ອງຖິ່ນ; ຜັນຂະຫຍາຍປະຕິບັດມະຕິເລດທີ 50-NQ/TW, ລົງວັນທີ 20 ສິງຫາ 2019, ຂອງກົມການເມືອງສູນກາງ, “ກ່ຽວກັບທິດທາງການປັບປຸງບູລະນະລະບຽບກົດໝາຍ, ນະໂຍບາຍ, ຍົກສູງຄຸນນະພາບແລະປະສິດທິຜົນ ຂອງການຮ່ວມມືລົງທຶນຈາກຕ່າງປະເທດຮອດປີ 2030”.
ຊຸກຍູ້ປຸກກະຕູ້ນການຊົມໃຊ້ພາຍໃນປະເທດ; ດ້ວຍຂະໜາດການບໍລິໂພກສ່ວນຕົວຂອງຫວຽດນາມເທົ່າກັບ 82% ຂອງ ຈີດີພີ ແລະປະກອບສ່ວນປະມານ 12% ຂອງ ຈີດີພີ, ມັນຈຳເປັນຕ້ອງຄົ້ນຄວ້າສຸມໃສ່ການກະຕູ້ນຄວາມຕ້ອງການຂອງບາງຂະແໜງການແລະຂົງເຂດເຊັ່ນ ການທ່ອງທ່ຽວ, ການຂາຍຍ່ອຍ, ການຂົນສົ່ງ, ທີ່ພັກ, ການກິນດື່ມ, ການເບິ່ງແຍງສຸຂະພາບ,…; ຄຽງຄູ່ກັບການພັດທະນາຕະຫຼາດສິນເຊື່ອຜູ້ບໍລິໂພກຢ່າງສົດໃສແລະມີປະສິດທິຜົນ, ຫຼຸດຜ່ອນການປ່ອຍສິນເຊື່ອດຳ.
ທີສາມ, ສືບຕໍ່ຍູ້ແຮງການປະຕິຮູບແລະປັບປຸງບູລະນະລະບຽບກົດໝາຍ ເພື່ອແກ້ຈຸດອຸດຕັນ, ປົດປ່ອຍແຫຼ່ງກຳລັງການພັດທະນາ ແລະຍົກສູງຄວາມສາມາດໃນການປົກຄອງຂອງຊາດ.
ປ່ຽນແປງໃໝ່ຢ່າງແຂງແຮງ, ຍົກສູງປະສິດທິຜົນຂອງວຽກງານສ້າງແລະປະຕິບັດກົດໝາຍ; ແກ້ສິ່ງທີ່ຄ້າງຄາໃນຂັ້ນຕອນການບໍລິຫານ, ເລັ່ງຂັ້ນຕອນໃນການອະນຸມັດ, ດັດປັບນະໂຍບາຍໃໝ່, ໂດຍສະເພາະຂັ້ນຕອນການເລີ່ມຕົ້ນ, ຈັດຕັ້ງປະຕິບັດໃນທັນທີໂຄງການຂະໜາດໃຫຍ່ທີ່ສຳຄັນ, ມີຄຸນປະໂຫຍດແຜ່ກະຈາຍເຖິງການພັດທະນາເສດຖະກິດ - ສັງຄົມໃນທ້ອງຖິ່ນ, ເຂດ ພາກ ແລະຂະແໜງການ, ຂົງເຂດຕ່າງໆ.
ດຳເນີນການປະຕິຮູບລະບຽບການບໍລິຫານຢ່າງສະໝ່ຳສະເໝີແລະທົ່ວເຖິງ, ປັບປຸງສະພາບແວດລ້ອມການລົງທຶນທຸລະກິດຢ່າງແທ້ຈິງ; ສຸມໃສ່ແກ້ໄຂຈຸດອຸດຕັນ, ຂໍ້ບົກພ່ອງທີ່ເປັນອຸປະສັກຕໍ່ການພັດທະນາຂອງວິສາຫະກິດ, ໂດຍສະເພາະແມ່ນຂົງເຂດເສດຖະກິດເອກະຊົນ. ສືບຕໍ່ກວດຄືນ, ລົບລ້າງເງື່ອນໄຂທາງທຸລະກິດແລະຂັ້ນຕອນການບໍລິຫານທີ່ບໍ່ ຈຳເປັນ, ຄ່າທຳນຽມທີ່ບໍ່ເປັນທາງການຢ່າງເດັດຂາດ. ຍູ້ແຮງການຈັດຕັ້ງປະຕິບັດກົນໄກປະຕູດຽວແຫ່ງຊາດ ຕິດກັບການປະຢຸກໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ສະໜອງການບໍລິການສາທາລະນະທາງອອນໄລ, ປະກອບສ່ວນຫຼຸດຜ່ອນເວລາ, ຄ່າໃຊ້ຈ່າຍໃຫ້ວິສາຫະກິດແລະນັກລົງທຶນ. ປະຕິບັດການຫັນປ່ຽນກົນໄກກວດກາແລະຕິດຕາມກວດກາຢ່າງເໝາະສົມ ຈາກການກວດກາກ່ອນ ໄປເປັນການກວດກາຕາມຫຼັງ, ຕິດກັບຄວາມໂປ່ງໃສຂອງມາດຕະການລົງໂທດພໍທີ່ຈະກ່າວເຕືອນຢ່າງເຄັ່ງຄັດ; ຫຼຸດຜ່ອນຈຳນວນ, ຫຼີກລ່ຽງການທັບຊ້ອນໃນການກວດກາ, ກວດການ, ກວດສອບ. ຈັດການຢ່າງເດັດຂາດແລະທັນການຕໍ່ກໍລະນີຂອງການກໍ່ຄວາມຫຍຸ້ງເຫຍີງແລະການຈັດການໃນຂະນະປະຕິບັດໜ້າທີ່, ການລະເມີດກົດໝາຍ, ເຮັດໃຫ້ເວລາແລະຄວາມຄືບໜ້າຂອງວຽກທີ່ຖືກມອບໝາຍຊ້າລົງ; ປ່ຽນແທນພະນັກງານ, ລັດຖະກອນທີ່ມີຄວາມສາມາດຄຸນສົມບັດບໍ່ພຽງພໍ ແລະບໍ່ສາມາດປະຕິບັດຕາມຂໍ້ກຳນົດໄດ້.
ຍູ້ແຮງການສ້າງນະໂຍບາຍ, ກົດໝາຍກ່ຽວກັບການກໍ່ສ້າງອຳນາດການປົກຄອງເອເລັກໂຕຣນິກ ມຸ່ງສູ່ລັດຖະບານດີິຈິຕອນ, ປັບປຸງບູລະນະກອບກົດໝາຍສຳລັບບັນດາຮູບແບບການທຸລະກິດໃໝ່ ບົນພື້ນຖານເຕັກໂນໂລຊີດິຈິຕອນ, ເຕັກໂນໂລຊີສູງ, ຮູບແບບເສດຖະກິດແບ່ງປັນ, ແລກປ່ຽນແລະຄຸ້ມຄອງຊັບສິນເຕັກນິກດິຈິຕອນ, ເງິນເອເລັກໂຕຣນິກ, ວິທີການຊຳລະເງິນໃໝ່, ລະບົບລະບຸແລະຮັບຮອງຄວາມຖືກຕ້ອງທາງເອເລັກໂຕຣນິກ,... ໃນນັ້ນ, ຕ້ອງເອົາໃຈໃສ່ທີ່ສຸດເຖິງບັນດານະໂຍບາຍການເງິນ (ພາສີ, ຄ່າທຳນຽມ, ການເຂົ້າເຖິງຕະຫຼາດທຶນເພື່ອລິເລີ່ມການທຸລະກິດ, ການລົງທຶນທີ່ມີຄວາມສ່ຽງ, ພັນທະບັດຂອງບໍລິສັດ, ການຄ້ຳປະກັນສິນເຊື່ອສຳລັບວິສາຫະກິດຂະໜາດກາງແລະຂະໜາດນ້ອຍ...), ນະໂຍບາຍສິນເຊື່ອ (ເພີ່ມຄວາມສາມາດເຂົ້າເຖິງສິນເຊື່ອ, ໂດຍສະເພາະແມ່ນບັນດາຂົງເຂດບຸລິມະສິດ, ບັນດາຂົງເຂດທຸລະກິດໃໝ່...); ຖືວ່ານີ້ເປັນເຄື່ອງມື, ໄມ້ງັດ ເພື່ອຊຸກຍູ້ການພັດທະນາຮູບແບບການທຸລະກິດໃໝ່, ພັດທະນາວັດສະດຸໃໝ່, ພະລັງງານໃໝ່ ແລະ ນັບທັງບັນດາກຳລັງຊຸກດັນການເຕີບໂຕໃໝ່.
ທີສີ່, ຊຸກຍູ້ຂະບວນການປັບໂຄງສ້າງຂອງພື້ນຖານເສດຖະກິດ ແລະໃນແຕ່ລະຂະແໜງການ, ຂົງເຂດ, ຕິດກັບຄວາມຮຽກຮ້ອງຕ້ອງການໃນການກໍ່ສ້າງພື້ນຖານເສດຖະກິດທີ່ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວນຕົນເອງ, ຍົກສູງຄວາມສາມາດຄ່ອງຕົວ ແລະ ຄວາມຕ້ານທານຂອງເສຖະກິດ.
ໃນສະພາວະໃໝ່ຂອງເສດຖະກິດ, ຕ້ອງສຸມໃສ່ຟື້ນຟູຕ່ອງໂສ້ການສະໜອງ, ຕ່ອງໂສ້ຄຸນຄ່າທີ່ຖືກຂາດຕອນ, ເປັນເຈົ້າການໃນການເຂົ້າຮ່ວມການກໍ່ສ້າງແລະພັດທະນາຕ່ອງໂສ້ຄຸນຄ່າໃໝ່. ເອົາໃຈໃສ່ທີ່ສຸດເຖິງການພັດທະນາອຸດສາຫະກຳສະໜັບສະໜູນຢູ່ໃນປະເທດ, ທັງເພີ່ມຄວາມເປັນເຈົ້າການທາງດ້ານວັດຖຸດິບແລະວັດສະດຸສົ້ນເຂົ້າ, ທັງແທນທີ່ແຫຼ່ງນຳເຂົ້າສ່ວນໜຶ່ງ, ເພີ່ມຄວາມສາມາດເຊື່ອມຕິດກັບບັນດາວິສາຫະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດ. ປັບໂຄງສ້າງຕະຫຼາດສົ່ງອອກຕາມທິດເປີດຄວາມຫຼາກຫຼາຍຂອງຕະຫຼາດ, ຫຼີກລ່ຽງການເພິ່ງພາຕະຫຼາດດຽວ; ເພີ່ມການສົ່ງອອກຜ່ານຊ່ອງທາງທາງການ, ຕອບສະໜອງຕາມມາດຕະຖານສິນຄ້າ, ຂໍ້ກຳນົດກ່ຽວກັບການກວດແຫຼ່ງກຳເນີດ ແລະການບົ່ງຊີ້ທາງພູມສາດ; ໃນນັ້ນ, ຄວນເອົາໃຈໃສ່ເຖິງການສ້າງແລະຜັນຂະຫຍາຍລະບົບການກວດແຫຼ່ງກຳເນີດສິນຄ້າ, ຕອບສະໜອງຂໍ້ກຳນົດ, ມາດຕະຖານຖືກຕ້ອງຕາມພາກປະຕິບັດສາກົນ, ເພື່ອຕອບສະໜອງຕໍ່ແຜນການປ່ຽນທິດທາງການສົ່ງອອກ ໄປຍັງຕະຫຼາດໃໝ່ໃນທັນທີ.
ພ້ອມກັນນັ້ນ, ຕ້ອງຍົກສູງຄວາມສາມາດແຂ່ງຂັນຂອງປະເທດແລະວິສາຫະກິດ; ໃນນັ້ນ, ຕ້ອງເອົາໃຈໃສ່ຍົກສູງຄວາມສາມາດປ່ຽນແປງໃໝ່, ປະດິດສ້າງ, ຄວາມຄ່ອງຕົວ, ຄວາມສາມາດຜະລິດແລະພັດທະນາຕະຫຼາດການບໍລິໂພກພາຍໃນປະເທດ; ພັດທະນາກຳລັງຜູ້ອອກແຮງງານທີ່ມີລະດັບວິຊາສະເພາະສູງ; ສືບຕໍ່ເພີ່ມຄັງສຳຮອງເງິນຕາຕ່າງປະເທດ; ປັບປຸງລະບົບການເງິນທີ່ດີ, ໃນນັ້ນເອົາໃຈໃສ່ພັດທະນາຕະຫຼາດທຶນ, ປັບປຸງແລວທາງກົດໝາຍໃຫ້ສົມບູນ ເພື່ອໃຫ້ວິສາຫະກິດສາມາດໃຊ້ບັນດາເຄື່ອງມືເພື່ອປ້ອງກັນຄວາມສ່ຽງດ້ານອັດຕາແລກປ່ຽນ, ອັດຕາດອກເບ້ຍ ແລະການຜັນປວນຂອງຕະຫຼາດ,...ແຕ່ລະກະຊວງ, ຂະແນງການ, ທ້ອງຖິ່ນ, ວິສາຫະກິດ ຕ້ອງເປັນເຈົ້າການໃນການຍົກສູງຄວາມສາມາດແຂ່ງຂັນ, ປັບປຸງຕົວຊີ້ວັດຕ່າງໆຢ່າງແຂງແຮງ ເພື່ອສະແດງຄວາມສາມາດໃນການຄຸ້ມຄອງບໍລິຫານ (ເຊັ່ນ ດັດຊະນີຄວາມສາມາດໃນການແຂ່ງຂັນລະດັບແຂວງ - PCI, ດັດຊະນີການຄຸ້ມຄອງແລະການບໍລິຫານພາກລັດລະດັບແຂວງ - PAPI, ດັດຊະນີການຄຸ້ມຄອງວິສາຫະກິດ - CGI...); ກຳຜົນກະທົບຂອງສະພາບແວດລ້ອມໃນການດຳເນີນງານ ທີ່ມີຕໍ່ເສດຖະກິດ ແລະ ຕໍ່ແຕ່ລະທ້ອງຖິ່ນ, ຂະແໜງການ ແລະພາກຜະລິດ ທຸລະກິດສະເພາະ; ເພີ່ມຄວາມສາມາດໃນການສັງເຄາະ, ວິເຄາະ, ຄາດຄະເນ ແລະ ສ້າງແຜນງານຕອບສະໜອງທີ່ເໝາະສົມເມືອເກີດການຊ໊ອກ.
ທີຫ້າ, ຮັບປະກັນຄວາມປອດໄພທາງສັງຄົມ, ແກ້ໄຂວຽກເຮັດງານທຳ, ຝຶກອົບຮົມຊັບພະຍາກອນມະນຸດໃນສະພາບການໃໝ່.
ປະຕິບັດບັນດານະໂຍບາຍຊ່ວຍເຫຼືອຄວາມປອດໄພທາງສັງຄົມຢ່າງມີປະສິດທິຜົນ, ເປີດເຜີຍ, ໂປ່ງໃສ, ບໍ່ໃຫ້ເກີດການສວຍໃຊ້ປະໂຫຍດຈາກນະໂຍບາຍ, ໃນນັ້ນມີມະຕິເລກທີ 42/NQ-CP, ລົງວັນທີ 9 ເມສາ 2020, ຂອງລັດຖະບານ, “ກ່ຽວກັບບັນດາມາດຕະການຊ່ວຍເຫຼືອຜູ້ປະສົບກັບຄວາມຫຍຸ້ງຍາກທີ່ເກີດຈາກການລະບາດຂອງພະຍາດໂຄວິດ-19” ແລະຂໍ້ຕັດສິນຕົກລົງເລກທີ 15/2020/QĐ-TTg, ລົງວັນທີ 24 ເມສາ 2020, ຂອງນາຍົກລັດຖະມົນຕີ, ບົດບັນຍັດກ່ຽວກັບການປະຕິບັດບັນດານະໂຍບາຍຊ່ວຍເຫຼືອຜູ້ປະສົບຄວາມຫຍຸ້ງຍາກທີ່ເກີດຈາກການລະບາດຂອງພະຍາດໂຄວິດ-19. ສຸມໃສ່ດັດປັບນະໂຍບາຍ, ແກ້ໄຂຂໍ້ຄົງຄ້າງຢ່າງທັນການ; ແກ້ໄຂບັນຫາວຽກເຮັດງານທຳໃຫ້ຜູ້ອອກແຮງງານ, ຮັບປະກັນມີກຳລັງຜູ້ອອກແຮງງານຢ່າງພຽງພໍ ເພື່ອພັດທະນາການຜະລິດ ທຸລະກິດໃນໄລຍະຫຼັງການລະບາດຂອງພະຍາດ.
ຍູ້ແຮງການຝຶກອົບຮົມ, ພັດທະນາຊັບພະຍາກອນມະນຸດຄຸນນະພາບສູງ ໃນບັນດາຂະແໜງການ, ຂົງເຂດທີ່ສຳຄັນ, ຕິດກັບຕະຫຼາດ, ຕອບສະໜອງຄວາມຕ້ອງການຂອງການປະຕິວັດອຸດສາຫະກຳຄັ້ງທີສີ່ ດ້ວຍການເຄື່ອນຍ້າຍຂອງກະແສເງິນລົງທຶນ, ການປ່ຽນແປງໂຄງສ້າງຂອງເສດຖະກິດໂລກ. ສຸມໃສ່ຊ່ວຍເຫຼືອຜູ້ຈ້າງງານໃນການຝຶກອົບຮົມແລະຝຶກອົບຮົມຜູ້ອອກແຮງງານຄືນໃໝ່ ເພື່ອຕອບສະໜອງຄວາມຕ້ອງການໃໝ່.
ລະດົມແລະນຳໃຊ້ແຫຼ່ງພະລັງຕ່າງໆຢ່າງມີປະສິດທິຜົນ, ປະຕິບັດບັນດາວິທີການເພື່ອພັດທະນາຕະຫຼາດແຮງງານຢ່າງສົດໃສ, ຄົບຊຸດ, ໂປ່ງໃສ, ແຂ່ງຂັນ ແລະ ຍືນຍົງ, ໄປຄຽງຄູ່ກັບການເພີ່ມທະວີ, ຍົກສູງບົດບາດຂອງລັດໃນການຄຸ້ມຄອງ ແລະດັດປັບການສະໜອງ - ຄວາມຕ້ອງການຂອງຕະຫຼາດແຮງງານ. ປັບປຸງລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ; ຍູ້ແຮງການເຊື່ອຕໍ່ການສະໜອງກັບຄວາມຕ້ອງການກ່ຽວກັບກຳລັງຄົນໃນຂອບເຂດທົ່ວປະເທດ ຕິດກັບຕະຫຼາດແຮງງານສາກົນ. ພ້ອມກັນນັ້ນ, ຕ້ອງປ່ຽນແປງໃໝ່ວຽກງານການວາງແຜນ ແລະການຝຶກອົບຮົມວິຊາຊີບຢ່າງແຂງແຮງ, ລວມທັງການເງິນເພື່ອລະດົມແຫຼ່ງທຶນຂອງສູນກາງແລະທ້ອງຖິ່ນ.
ທີຫົກ, ຍູ້ແຮງການພັດທະນາບັນດາເຂດເສດຖະກິດຈຸດໜັກ, ມຸ່ງສູ່ການເສີມຂະຫຍາຍທ່າໄດ້ປຽບ, ຊຸກຍູ້ພະລັງພາຍໃນ ແລະການເຊື່ອມຕໍ່ລະຫວ່າງເຂດ. ຂະຫຍາຍກຳລັງຂັບເຄື່ອນການເຕີບໂຕໃໝ່, ພັດທະນາເສດຖະກິດຕົວເມືອງທີ່ສະດວກດີຕາມແຜນກຳນົດ.
ເສີມຂະຫຍາຍທ່າແຮງຂອງບັນດາເຂດເສດຖະກິດຈຸດໜັກ, ຕົວເມືອງໃຫຍ່ແມ່ນຫົວລົດໄຟໃນການພັດທະນາເສດຖະກິດ - ສັງຄົມ, ເປັນສູນກາງໃນການສ້າງແລະປະຕິບັດນະໂຍບາຍການພັດທະນາເຂດແບບຍືນຍົງແລະເປັນລະບົບຄົບຊຸດ, ສ້າງການກະທົບແຜ່ກວ້າງ; ໂດຍສະເພາະແມ່ນ ບັນດານະຄອນທີ່ສຳຄັນ, ນະຄອນທີ່ມີຖານະໃຈກາງໃນເຂດສາມຫຼ່ຽມ, ສີ່ຫຼ່ຽມເສດຖະກິດ.
ຊຸກຍູ້ການເຊື່ອມຕໍ່ໃນເຂດ, ລະຫວ່າງເຂດ ແລະສາກົນ, ຈັດຕັ້ງຮູບແບບການຜະລິດ ທຸລະກິດໃໝ່, ສ້າງຕັ້ງບັນດາກຸ່ມ ຂະແໜງການ, ບັນດາຕ່ອງໂສ້ຄຸນຄ່າການຜະລິດແລະການສະໜອງ; ສ້າງພື້ນທີ່ການພັດທະນາໃໝ່ທີ່ສອດຄ່ອງກັບເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ. ຕາມນັ້ນ, ຕ້ອງສຳເລັດການເຊື່ອມຕໍ່ລະຫວ່າງເຂດຕາມທິດມີປະສິດທິຜົນ, ໂປ່ງໃສ, ເປັນໄປໄຕ້; ພັດທະນາໂຄງສ້າງພື້ນຖານຄົມມະນາຄົມ, ບັນດາໂຄງການທີ່ມີລັກສະນະເຊື່ອມຕໍ່ເຂດ, ເຊື່ອມຕໍ່ການລົງທຶນ - ການພັດທະນາ, ລວມທັງເຊື່ອມຕໍ່ການລົງທຶນລະຫວ່າງວິສາຫະກິດ - ສະຫະກອນ - ຄົວເຮືອນ ແລະຕາມຕ່ອງໂສ້ການຜະລິດ, ຕ່ອງໂສ້ຄຸນຄ່າ. ໃນສະເພາະໜ້າ, ຕ້ອງມີກົນໄກທົດລອງຂະຫຍາຍການເຊື່ອມຕໍ່ລະຫວ່າງເຂດ, ຂະແໜງການ ແລະຕ່ອງໂສ້; ມີການປະເມີນຜົນ, ສະຫຼຸບສັງລວມ ແລະຂະຫຍາຍກວ້າງຕາມເສັ້ນທາງທີ່ເໝາະສົມ. ພ້ອມກັນນັ້ນ, ເປີດກວ້າງແລະຊຸກຍູ້ບັນດາກຳລັງຂັບເຄື່ອນການເຕີບໂຕໃໝ່ເຊັ່ນ ເສດຖະກິດຕົວເມືອງ, ເສດຖະກິດດິຈິຕອນ, ເສດຖະກິດກາງຄືນ, ບັນດາຂະແໜງວັດສະດຸໃໝ່, ພະລັງງານໃໝ່,.. ບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງທີ່ຫວຽດນາມຕ້ອງການປັບປຸງແລະເສີມຂະຫຍາຍ./.
------------------------------
ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 946 (ເດືອນກໍລະກົດ 2020)