ການທູດຂອງຫວຽດນາມໃນປີ 2023:
ເກັບກ່ຽວຄວາມສຳເລັດໃໝ່ທີ່ມີຄວາມສຳຄັນທາງປະຫວັດສາດ
ເກັບກ່ຽວຄວາມສຳເລັດໃໝ່ທີ່ມີຄວາມສຳຄັນທາງປະຫວັດສາດ
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະບັນດາຜູ້ແທນຢ້ຽມຊົມການວາງສະແດງພາບຖ່ານການທູດຫວຽດນາມ ໃນກອງປະຊຸມທາງການທູດຄັ້ງທີ 32 ໃນຫົວຂໍ້: “ເສີມຂະຫຍາຍບົດບາດນຳໜ້າ ໃນການສ້າງການທູດທີ່ຮອບດ້ານ ທັນສະໄໝ ແລະເຂັ້ມແຂງ ເພື່ອປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງສຳເລັດມີໄຊ” _ພາບ: TTXVN
ໂລກກໍາລັງປະເຊີນກັບຈຸດປ່ຽນ ແລະການປ່ຽນແປງໃໝ່
ປີ 2023, ໂລກຍັງສືບຕໍ່ມີການປ່ຽນແປງຫຼາຍຢ່າງ, ມີຈຸດປ່ຽນທີ່ກ້າວໄປສູ່ສະຖານະການໃໝ່, ຫຼາຍຂົ້ວ, ຫຼາຍສູນກາງ ແລະຫຼາຍລະດັບ. ໃນຂະບວນການນັ້ນ, ຄວາມບໍ່ໝັ້ນຄົງແລະບໍ່ແນ່ນອນກຳລັງເພີ່ມຂຶ້ນ. ສັນຕິພາບ ການຮ່ວມມື ແລະການພັດທະນາແບບຍືນຍົງ ຍັງຄົງເປັນຄວາມປາດຖະໜາ ແລະເປົ້າໝາຍຮ່ວມກັນ ທີ່ປະເທດແລະປະຊາຊົນສ່ວຍຫຼາຍຕັ້ງເປົ້າໄວ້, ແຕ່ຕ້ອງປະເຊີນກັບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍຢ່າງ.
ການແຂ່ງຂັນທາງຍຸດທະສາດລະຫວ່າງບັນດາປະເທດໃຫຍ່ທະວີຄວາມຮຸນແຮງແລະສັບສົນຫຼາຍຂຶ້ນ, ການເມືອງອຳນາດບາດໃຫຍ່ ແລະການນຳໃຊ້ກຳລັງໃນການພົວພັນສາກົນນັບມື້ນັບເພີ່ມຂຶ້ນ. ນອກຈາກການປະທະກັນລະຫວ່າງລັດດເຊຍ-ຢູແກຼນ ທີ່ກຳລັງເກີດຂຶ້ນຢ່າງຕໍ່ເນື່ອງແລ້ວ, ຈຸດຮ້ອນຂອງການປະທະກັນຫຼາຍແຫ່ງໄດ້ເກີດຂຶ້ນຢູ່ພາກຕາເວັນອອກກາງແລະອາຟຣິກກາ. ການຮ່ວມມືແລະການຕໍ່ສູ້ໃນເວທີພະຫຸພາຄີ ແລະ ກຸ່ມກອງກຳລັງລະຫວ່າງປະເທດທີ່ເຊື່ອມໂຍງກັນ ມີຄວາມສັບສົນຫຼາຍຂຶ້ນ. ຄວາມທ້າທາຍດ້ານຄວາມໝັ້ນຄົງໃນຮູບແບບໃໝ່, ໂດຍສະເພາະການປ່ຽນແປງສະພາບພູມອາກາດ, ຄວາມໝັ້ນຄົງຂອງມະນຸດ, ຄວາມໝັ້ນຄົງດ້ານແຫຼ່ງນ້ຳ, ຄວາມໝັ້ນຄົງດ້ານພະລັງງານ ແລະຄວາມໝັ້ນຄົງທາງໄຊເບີຣ໌ ກຳລັງເກີດຂຶ້ນຢ່າງດຸເດືອດຫຼາຍຂຶ້ນເລື້ອຍໆ.
ເສດຖະກິດໂລກສືບຕໍ່ຟື້ນຕົວ, ແຕ່ຍັງຄົງປະເຊີນອຸປະສັກແລະຄວາມບໍ່ແນ່ນອນຫຼວງຫຼາຍ. ບັນດາການເຊື່ອມໂຍງທາງເສດຖະກິດ, ໂດຍສະເພາະ ການເຊື່ອມໂຍງໃນລະດັບພາກພື້ນແລະອະນຸພາກພື້ນ, ພ້ອມດ້ວຍຂະບວນການປັບໂຄງສ້າງຕ່ອງໂສ້ການສະໜອງ ແລະເຄືອຂ່າຍການຜະລິດທົ່ວໂລກ, ການກຳນົດມາດຕະຖານທາງເສດຖະກິດແລະເຕັກໂນໂລຊີໃໝ່ທີ່ໄດ້ຮັບການສົ່ງເສີມໃຫ້ແຂງແຮງຂຶ້ນ. ທ່າອ່ຽງຂອງຄວາມເປັນເຈົ້າການທາງຍຸດທະສາດ, ການປ່ຽນແປງທາງດິຈິຕອນ ແລະການເຕີບໂຕສີຂຽວ ຍັງເກີດຂຶ້ນຢ່າງຕໍ່ເນື່ອງ, ສ້າງໂອກາດແລະແຮງຜັກດັນໃນການປ່ຽນແປງໃໝ່ຮູບແບບ ແລະວິທີການພັດທະນາ ໃນຫຼາຍປະເທດ ແລະວິສາຫະກິດ.
ໃນສະພາບການສາກົນທີ່ສັບສົນນັ້ນ, ຄວາມຮຽກຮ້ອງຕ້ອງການທີ່ວາງອອກມາສຳລັບການຕ່າງປະເທດແມ່ນ ການໃຊ້ປະໂຫຍດຈາກໂອກາດ ແລະປັດໄຈສາກົນທີ່ເອື້ອອຳນວຍຢ່າງເຕັມທີ່, ແກ້ໄຂຄວາມທ້າທາຍແລະຄວາມຫຍຸ້ງຍາກ, ປັບປຸງສະຖານະການການຕ່າງປະເທດທີ່ເຂັ້ມແຂງກວ່າເກົ່າ ເຊິ່ງອຳນວຍຄວາມສະດວກໃຫ້ແກ່ພາລະກິດການປ່ຽນແປງໃໝ່, ການພັດທະນາປະເທດ ແລະ ການປົກປັກຮັກສາປະເທດຊາດ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງສຳລັດມີໄຊ.
ຜົນສຳເລັດດ້ານນະໂຍບາຍການຕ່າງປະເທດມີຄວາມໝາຍປະຫວັດສາດ
ຕໍ່ໜ້າການຜັນແປທີ່ສັບສົນໃນສະຖານະການສາກົນ, ແນວທາງການຕ່າງປະເທດທີ່ລະບຸໄວ້ໃນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ສືບຕໍ່ໄດ້ຮັບການຊາບຊຶມຢ່າງເລິກເຊິ່ງ ແລະໄດ້ຮັບການຈັດຕັ້ງປະຕິບັດຢ່າງມີວິທະຍາສາດ ປະສິດທິຜົນ ແລະ ໄດ້ຮັບການຜັນຂະຫຍາຍເປັນຮູບປະທຳ ໃນບັນດາໂຄງການ ໜ້າທີ່ ແລະ ວິທີແກ້ທີ່ຮອບດ້ານແລະຍາວນານ ໃນແຕ່ລະຂົງເຂດ ແລະຄູ່ຮ່ວມມືທັງໝົດ ເພື່ອຕອບສະໜອງຄວາມຕ້ອງການຂອງປະເທດ. ປີ 2023, ສູນກາງພັກ, ກົມການເມືອງສູນກາງ ແລະ ຄະນະເລຂາທິການສູນກາງ ໄດ້ອອກມະຕິແລະຂໍ້ສະຫຼຸບຫຼາຍສະບັບ ແລະ ອະນຸມັດໂຄງການການຕ່າງປະເທດທີ່ສຳຄັນຫຼາຍໂຄງການ, ໂດຍສະເພາະ ມະຕິໝາຍເລກ 28-NQ/TW ລົງວັນທີ 25 ທັນວາ 2013 ຂອງກອງປະຊຸມສູນກາງພັກຄັ້ງທີ 8 ສະໄໝທີ XI “ວ່າດ້ວຍຍຸດທະສາດການປົກປັກຮັກສາປະເທດຊາດໃນສະພາບການໃໝ່”, ມະຕິໝາຍເລກ 34/NQ-TW ລົງວັນທີ 9 ມັງກອນ 2023 ຂອງກົມການເມືອງສູນກາງພັກ “ກ່ຽວກັບທິດທາງແລະແຜນນະໂຍບາຍສຳຄັນບາງປະການ ໃນການຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ”, ຄຽງຄູ່ນັ້ນ ຍັງມີບັນດາຂໍ້ສະຫຼຸບກ່ຽວກັບການພັດທະນາການພົວພັນກັບຄູ່ຮ່ວມມືທີ່ສຳຄັນຫຼາຍປະເທດ, ການພົວພັນກັບປະເທດໃນສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ (ອາຊຽນ), ການຮ່ວມມືອະນຸພາກພື້ນລຸ່ມນ້ຳຂອງ, ແຜນນະໂຍບາຍໃນການຈັດການກັບຂໍ້ລິເລີ່ມການເຊື່ອມໂຍງສາກົນຂອງບັນດາປະເທດທີ່ສຳຄັນ,… ນີ້ກໍ່ແມ່ນພື້ນຖານເພື່ອໃຫ້ທຸກຂັ້ນ ແລະທຸກຂະແໜງການ ໃນການຜັນຂະຫຍາຍເປັນໂຄງການ ແຜນການ ແລະ ວິທີແກ້ໄຂສະເພາະ, ສ້າງຄວາມເຫັນດີເຫັນພ້ອມ ແລະຄວາມເປັນເອກະພາບທາງດ້ານການຮັບຮູ້ ແລະການກະທຳ ໃນການຜັນຂະຫຍາຍປະຕິບັດນະໂຍບາຍການຕ່າງປະເທດ.
ຕິດຕາມແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ບັນດາມະຕິ ຂໍ້ສະຫຼຸບ ແລະຄຳສັ່ງການຕ່າງປະເທດຂອງສູນກາງ ກົມການເມືອງສູນກາງ ຄະນະເລຂາທິການສູນກາງພັກ ແລະ ການຊີ້ນຳຂອງບັນດາຜູ້ນຳພັກແລະລັດ, ການເຄື່ອນໄຫວວຽກງານການຕ່າງປະເທດໃນປີ 2023, ພິເສດແມ່ນ ວຽກງານການຕ່າງປະເທດຂັ້ນສູງ, ໄດ້ດຳເນີນໄປຢ່າງຟົດຟື້ນໃນທົ່ວທຸກທະວີບ ແລະ ໃນເວທີປາໄສແລະກົນໄກພະຫຸພາຄີທີ່ສຳຄັນ. ໃນປີ 2023, ຫວຽດນາມປະສົບຄວາມສຳເລັດໃນການຈັດຕັ້ງການຢ້ຽມຢາມຂອງບັນດາການນຳສຳຄັນ ໃນປະເທດເພື່ອນບ້ານ, ປະເທດຄູ່ຮ່ວມສຳຄັນ ແລະ ເພື່ອນມິດທີ່ເປັນມູນເຊື້ອ ຈຳນວນ 22 ຄັ້ງ, ແລະ ຕ້ອນຮັບການຢ້ຽມຢາມຫວຽດນາມຂອງຜູ້ນຳຂັ້ນສູງຂອງປະເທດຕ່າງໆ ຈຳນວນ 28 ຄັ້ງ ພ້ອມດ້ວຍການພົບປະຂັ້ນສູງນັບຮ້ອຍຄັ້ງ ຢູ່ບັນດາເວທີປາໄສ ແລະກອງປະຊຸມຫຼາຍຝ່າຍ. ໃນນັ້ນ, ມີການຢ້ຽມຢາມທີ່ມີຄວາມສຳຄັນທາງປະຫວັດສາດ ເຊັ່ນ ການຢ້ຽມຢາມຫວຽດນາມຂອງ ເລຂາທິການໃຫຍ່ ແລະປະທານປະເທດຈີນ ສີ ຈິ້ນຜິງ, ປະທານາທິບໍດີ ໂຈ ໄບເດັນ ແຫ່ງສະຫະລັດອາເມລິກາ, ການພົບປະລະດັບສູງລະຫວ່າງສາມພັກ ຫວຽດນາມ - ກຳປູເຈຍ - ລາວ,...
ພ້ອມກັນນັ້ນ, ການພົວພັນກັບປະເທດເພື່ອນບ້ານ ປະເທດຄູ່ຮ່ວມສຳຄັນ ແລະ ປະເທດມິດສະຫາຍດັ້ງເດີມ ກໍ່ເລິກເຊິ່ງຍິ່ງຂຶ້ນ, ຄວາມໄວ້ວາງໃຈທາງການເມືອງກັບຫຼາຍປະເທດ ໄດ້ຮັບການປັບປຸງຢ່າງໝັ້ນຄົງ, ການຮ່ວມມືໄດ້ຮັບການເປີດກວ້າງ ມີເນື້ອແທ້ ແລະ ມີປະສິດທິຜົນ. ພິເສດແມ່ນ ການພົວພັນກັບຄູ່ຮ່ວມມືທີ່ສຳຄັນ ໄດ້ຮັບການຍົກລະດັບຂຶ້ນສູ່ລະດັບໃໝ່; ໂດຍສະເພາະຢ່າງຍິ່ງ, ຫວຽດນາມແລະຈີນຕົກລົງທີ່ຈະຮ່ວມກັນສ້າງ “ປະຊາຄົມແຫ່ງອະນາຄົດຮ່ວມກັນມີຄວາມສໍາຄັນຍຸດທະສາດ”, ການພົວພັນກັບສະຫະລັດອາເມລິການ ແລະ ຍີ່ປຸ່ນ ໄດ້ຮັບການຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ພ້ອມກັນນັ້ນ, ຫວຽດນາມໄດ້ສະຖາປະນາການພົວພັນທາງການທູດກັບ 3 ປະເທດຄື ບາຮາມາດ, ຕຣີນິດາດແລະໂຕເບໂກ ແລະ ຕອງກາ, ສົ່ງຜົນໃຫ້ຈຳນວນປະເທດທີ່ຫວຽດນາມສະຖາປະນາການພົວພັນທາງການທູດເຖິງ 193 ປະເທດ. ອາດຈະເວົ້າໄດ້ວ່າ, ບັນດາການເຄື່ອນໄຫວວຽກງານການຕ່າງປະເທດທີ່ຟົດຟື້ນໃນປີ 2023 ໄດ້ສ້າງການພັດທະນາຄຸນນະພາບໃໝ່ ດ້ານການຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນ, ນັ້ນແມ່ນຄັ້ງທຳອິດທີ່ຫວຽດນາມໄດ້ສ້າງການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບທັງໝົດ 5 ປະເທດສະມາຊິກຖາວອນ ຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ, 6 ໃນ 7 ປະເທດໃນກຸ່ມປະເທດທີ່ມີການພັດທະນາອຸດສາຫະກຳອັນດັບໜຶ່ງຂອງໂລກ (G-7),...
ໃນສະພາບການນະໂຍບາຍການຕ່າງປະເທດລວມນັ້ນ, ທີ່ຕັ້ງ ກຽດສັກສີ ແລະ ສຽງຂອງຫວຽດນາມ ສືບຕໍ່ໄດ້ຮັບການຢືນຢັນໃນຫຼາຍເວທີປາໄສ ແລະ ກົນໄກພະຫຸພາຄີທີ່ສຳຄັນ ເຊັ່ນ ອາຊຽນ, ສະຫະປະຊາຊາດ, ອະນຸພາກພື້ນລຸ່ມນ້ຳຂອງ, ເວທີປາໄສການຮ່ວມມືທາງເສດຖະກິດອາຊີ-ປາຊີຟິກ (APEC), ສະພາລະຫວ່າງລັດຖະສະພາອາຊຽນ (AIPA), ສະຫະພັນລັດຖະສະພາລະຫວ່າງປະເທດ (IPU), ກອງປະຊຸມພາຄີກອບອະນຸສັນຍາສະຫະປະຊາຊາດ ວ່າດ້ວຍການປ່ຽນແປງສະພາບດິນຟ້າອາກາດ (UNFCCC) ຄັ້ງທີ 28 (ກອງປະຊຸມ COP-28), ເວທີປາໄສລະດັບສູງແລວທາງແລະເສັ້ນທາງ… ນອກຈາກນັ້ນ, ຫວຽດນາມປະສົບຄວາມສຳເລັດໃນການດຳລົງຕຳແໜ່ງຮອງປະທານສະມັດຊາໃຫຍ່ແຫ່ງສະຫະປະຊາຊາດຄັ້ງທີ 77, ປະຕິບັດໜ້າທີ່ຢ່າງດີ ໃນຖານະສະມາຊິກຂອງສະພາສິດທິມະນຸດແຫ່ງສະຫະປະຊາຊາດໄລຍະປີ 2023-2025 ແລະ ຄະນະກຳມະການກົດໝາຍສາກົນ; ພ້ອມກັນນັ້ນ, ຫວຽດນາມຍັງໄດ້ຮັບຄວາມໄວ້ວາງໃຈຈາກປະຊາຄົມສາກົນແລະໄດ້ຮັບເລືອກໃຫ້ດຳລົງຕຳແໜ່ງສຳຄັນຫຼາຍຕຳແໜ່ງ ໃນອົງການສາກົນ; ປະສົບຄວາມສຳເລັດໃນການຈັດຕັ້ງກອງປະຊຸມສາກົນທີ່ສຳຄັນ ເຊັ່ນ ກອງປະຊຸມສະມາຊິກລັດຖະສະພາເຍົາວະຊົນໂລກຄັ້ງທີ 9, ກອງປະຊຸມ IPU ກ່ຽວກັບຄວາມໝັ້ນຄົງດ້ານແຫຼ່ງນ້ຳ,... ບົນຈິດໃຈສະເໝີພາບ, ການປະສານຜົນປະໂຫຍດ, ການແບ່ງປັນຄວາມຫຍຸ້ງຍາກ ແລະການສະໜັບສະໜູນເຊິ່ງກັນແລະກັນ, ຫວຽດນາມໄດ້ສະເໜີຫຼາຍຂໍ້ຄິດລິເລີ່ມ ແລະວິທີແກ້ໄຂ ເພື່ອຊຸກຍູ້ການຮ່ວມມື ແລະ ປະກອບສ່ວນຢ່າງມີຄວາມຮັບຜິດຊອບຕໍ່ບັນດາບັນຫາທົ່ວໂລກ ເຊັ່ນ: ການປ້ອງກັນແລະຄວບຄຸມພະຍາດ, ໄພທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດ, ຄວາມໝັ້ນຄົງທາງອາຫານ, ຄວາມໝັ້ນຄົງດ້ານແຫຼ່ງນ້ຳ, ການຮັກສາສັນຕິພາບໃນອາຟຮິກກາ, ການສົ່ງກອງກຳລັງເພື່ອຊ່ວຍແກ້ໄຂຜົນທີ່ຕາມມາຂອງແຜ່ນດິນໄຫວໃນຕວກກີ... ສາມາດເວົ້າໄດ້ວ່າ ຖານະບົດບາດ ກຽດສັກສີ ແລະ ພາບພົດຂອງຫວຽດນາມໃນຖານະປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ພັດທະນາຢ່າງຂະຫຍັນຂັນເຄື່ອນ, ເປັນເພື່ອນທີ່ຊື່ສັດແລະຈິງໃຈ, ເປັນຄູ່ຮ່ວມມືທີ່ເຊື່ອຖືໄດ້, ເປັນສະມາຊິກທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບ ຂອງປະຊາຄົມໂລກ ໄດ້ໂດດເດັ່ນໃນເວທີສາກົນໃນປະຈຸບັນ.
ເມື່ອປະເຊີນກັບຄວາມຜັນຜວນທີ່ສັບສົນໃນສະພາບການສາກົນ, ຫວຽດນາມໄດ້ຈັດການຄວາມສຳພັນກັບປະເທດຄູ່ຮ່ວມຢ່າງເໝາະສົມ ບົນພື້ນຖານຂອງການຍຶດໝັ້ນໃນຫຼັກການ, ຍຸດໂທບາຍທີ່ຍືດຫຍຸ່ນ, ປົກປັກຮັກສາເອກະລາດ ອຳນາດອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຢ່າງເດັດດ່ຽວແລະໜຽວແໜ້ນ, ພ້ອມກັນນັ້ນ ກໍ່ຮັກສາສະພາບແວດລ້ອມສັນຕິພາບ ແລະຄວາມໝັ້ນຄົງ. ການເຈລະຈາເພື່ອແກ້ໄຂບັນຫາຊາຍແດນທາງບົກ ແລະທາງທະເລ ກໍ່ມີຄວາມກ້າວໜ້າທີ່ສຳຄັນ. ຍ້ອນເຫດນັ້ນ, ປະກອບສ່ວນປັບປຸງເສັ້ນຊາຍແດນແຫ່ງສັນຕິພາບ ແລະມິດຕະພາບ ກັບບັນດາປະເທດບ້ານໃກ້ເຮືອນຄຽງ ໃຫ້ແໜ້ນແຟ້ນກ່ວາອີກ, ສ້າງເງື່ອນໄຂສະດວກໃຫ້ແກ່ການແລກປ່ຽນ ແລະການຮ່ວມມືເພື່ອການພັດທະນາ.
ການທູດທາງເສດຖະກິດສືບຕໍ່ໄດ້ຮັບການສົ່ງເສີມບົນພື້ນຖານຂອງຄຳສັ່ງໝາຍເລກ 15-CT/TW ລົງວັນທີ່ 10 ສິງຫາ 2022 ຂອງຄະນະເລຂາທິການສູນກາງ “ກ່ຽວກັບການທູດທາງເສດຖະກິດເພື່ອຮັບໃຊ້ການພັດທະນາປະເທດເຖິງປີ 2030” ໂດຍຖືເອົາທ້ອງຖິ່ນ ວິສາຫະກິດ ແລະປະຊາຊົນ ເປັນສູນກາງຂອງການຮັບໃຊ້. ການຮ່ວມມືທາງເສດຖະກິດ ການຂະຫຍາຍຕະຫຼາດ ແລະ ການດຶງດູດເງິນລົງທຶນທີ່ມີຄຸນນະພາບ ຖືເປັນເນື້ອໃນຫຼັກໃນກິດຈະກຳການຕ່າງປະເທດ, ໂດຍສະເພາະ ການຕ່າງປະເທດລະດັບສູງ. ຄຽງຄູ່ກັບການໃຊ້ປະໂຫຍດຈາກເຄືອຂ່າຍສັນຍາການຄ້າເສລີ (FTA) 16 ສະບັບທີ່ໄດ້ລົງນາມແລ້ວ, ຫວຽດນາມສືບຕໍ່ເປັນເຈົ້າການແລະຕັ້ງໜ້າ ໃນການເຊື່ອມໂຍງທາງເສດຖະກິດໃໝ່ ແລະຊຸກຍູ້ການຮ່ວມມືກັບຫຼາຍຄູ່ຮ່ວມມືທີ່ມີທ່າແຮງ. ໃນປີ 2023, ມີການລົງນາມເອກະສານການຮ່ວມມືຂອງກະຊວງ, ຂະແໜງການຫຼາຍກວ່າ 70 ສະບັບ, ເອກະສານຂອງທ້ອງຖິ່ນປະມານ 150 ສະບັບ ແລະເອກະສານການຮ່ວມມືຂອງວິສາຫະກິດຫຼາຍຮ້ອຍສະບັບ ໃນໂອກາດການຢ້ຽມຢາມລະດັບສູງ ແລະການເຄື່ອນໄຫວການຕ່າງປະເທດທີ່ສຳຄັນ. ຜົນທີ່ໄດ້ຮັບຄື, ການທູດທາງເສດຖະກິດໄດ້ປະກອບສ່ວນຫຼຸດຜ່ອນຜົນກະທົບດ້ານລົບຈາກການປ່ຽນແປງໃນໂລກ, ສວຍໃຊ້ກາລະໂອກາດເພື່ອປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການເຕີບໂຕເສດຖະກິດ, ສູ້ຊົນນຳມູນຄ່າການສົ່ງອອກແລະນຳເຂົ້າໃນປີ 2023 ບັນລຸກວ່າ 680 ຕື້ໂດລາສະຫະລັດ, ດຶງດູດການລົງທຶນໂດຍກົງຈາກຕ່າງປະເທດໃຫ້ບັນລຸ 36,6 ຕື້ໂດລາສະຫະລັດ (ເພີ່ມຂຶ້ນ 32,8%), ບໍລິສັດເຕັກໂນໂລຊີຊັ້ນນຳຂອງໂລກຫຼາຍບໍລິສັດໄດ້ໃຫ້ຄຳໝັ້ນສັນຍາທີ່ຈະລົງທຶນຍາວນານໃນຫວຽດນາມ...
ບັນດາຂົງເຂດຖະແຫຼງຂ່າວການຕ່າງປະເທດ, ການທູດທາງວັດທະນະທຳ, ວຽກງານຊາວຫວຽດນາມຢູ່ຕ່າງປະເທດ ແລະ ການຄຸ້ມຄອງພົນລະເມືອງ ກໍ່ບັນລຸຜົນສຳເລັດທີ່ສຳຄັນຫຼາຍຢ່າງ. ໃນປີ 2023, ອ່າວຮ້າລອງ-ໝູ່ເກາະກ້າດບ່າ ໄດ້ຮັບການຍອມຮັບຈາກອົງການການສຶກສາ ວິທະຍາສາດ ແລະວັດທະນະທຳແຫ່ງສະຫະປະຊາຊາດ (UNESCO) ໃຫ້ເປັນມໍລະດົກທາງທຳມະຊາດຂອງໂລກ, ໂດຍມີເມືອງເພີ່ມເຕີມອີກ 2 ເມືອງຄື ດາລ້າດ ແລະ ໂຮ້ຍອັນ ໄດ້ຮັບການຮັບຮອງວ່າເປັນການສ້າງສັນຂອງ UNESCO. ນັບເປັນຄັ້ງທຳອິດທີ່ຫວຽດນາມໄດ້ຮັບເລືອກໃຫ້ດຳລົງຕຳແໜ່ງສຳຄັນໃນອົງການ UNESCO ເຊັ່ນ ຮອງປະທານສະມັດຊາໃຫຍ່ຂອງ UNESCO, ຮອງປະທານຄະນະກຳມະການລະຫວ່າງລັດຖະບານສຳລັບອະນຸສັນຍາວ່າດ້ວຍການຄຸ້ມຄອງມໍລະດົກທາງວັດທະນະທຳທີ່ບໍ່ມີຕົວຕົນ, ສະມາຊິກຂອງຄະນະກໍາມະການມໍລະດົກໂລກ,... ຄຽງຄູ່ກັບວຽກງານການທູດທາງວັດທະນະທຳ, ວຽກງານຖະແຫຼງຂ່າວການຕ່າງປະເທດມີການປ່ຽນແປງໃໝ່ທີ່ດີ ຕັ້ງໜ້າ ແລະ ມີປະສິດທິຜົນ, ສືບຕໍ່ໂຄສະນາຢ່າງກວ້າງຂວາງກ່ຽວກັບແຜນນະໂຍບາຍ, ແນວທາງ ແລະນະໂຍບາຍຂອງພັກແລະລັດ, ເຜີຍແຜ່ຄວາມສຳເລັດໃນການພັດທະນາປະເທດ, ເອກະລັກທາງວັດທະນະທຳຂອງຊາດ ແລະຄຸນນະພາບທີ່ດີງາມຂອງຄົນຫວຽດນາມ ສູ່ເພື່ອນມິດໃນທົ່ວໂລກ. ຊາວປະມົງຫວຽດນາມຫຼາຍຮ້ອຍຄົນໄດ້ຮັບການຄຸ້ມຄອງທັນທີ, ຊາວຫວຽດນາມຫຼາຍພັນຄົນທີ່ອາໄສຢູ່ໃນພື້ນທີ່ທີ່ກຳລັງປະສົບກັບຄວາມຂັດແຍ້ງ ແລະໄພພິບັດທາງທຳມະຊາດ ໄດ້ຮັບການນຳກັບບ້ານຢ່າງປອດໄພ ເຊັ່ນຈາກມຽນມາ, ອິດສະຣາແອນ... ສະຖານະທາງກົດໝາຍຂອງເພື່ອນຮ່ວມຊາດຫວຽດນາມໃນຕ່າງປະເທດ ໄດ້ຮັບການປະກັນ, ມີສະຖຽນລະພາບຫຼາຍຂຶ້ນ, ມີການບູລະນາການແລະພັດທະນາ, ປະກອບສ່ວນອັນຕັ້ງໜ້າເຂົ້າໃນການພັດທະນາຂອງປະເທດເຈົ້າບ້ານ ແລະມີການເຄື່ອນໄຫວທີ່ຫຼາກຫຼາຍເຊິ່ງມີສ່ວນຊ່ວຍໃນການສ້າງສາ ພັດທະນາ ແລະ ປົກປັກຮັກສາປະເທດຊາດຫວຽດນາມ.
ວັນທີ 19 ທັນວາ 2023, ໃນກອງປະຊຸມທາງການທູດຄັ້ງທີ 32 ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ປະເມີນໂດຍລວມກ່ຽວກັບວຽກງານການຕ່າງປະເທດ ແລະການທູດ ຕັ້ງແຕ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ຈົນເຖິງປະຈຸບັນ, ໃນນັ້ນປີ 2023 ມີຄວາມໂດດເດັ່ນຫຼາຍ ເຊິ່ງໄດ້ “ບັນລຸຄວາມສຳເລັດແລະຜົນງານທີ່ສຳຄັນ ແລະມີຄວາມໝາຍປະຫວັດສາດຫຼາຍຢ່າງ, ກາຍເປັນຈຸດສະຫວ່າງທີ່ໜ້າປະທັບໃຈໃນບັນດາຄວາມສຳເລັດ ແລະຜົນງານໂດຍລວມ ຂອງປະເທດ”. ຄວາມສຳເລັດອັນຍິ່ງໃຫຍ່ເຫຼົ່ານີ້ ແມ່ນຫຼັກຖານຊັດເຈນທີ່ຢືນຢັນ ແນວທາງການປ່ຽນແປງໃໝ່ ແລະນະໂຍບາຍການຕ່າງປະເທດທີ່ຖືກຕ້ອງຂອງພັກ, ຕິດພັນກັບການນຳພາ ແລະ ທິດທາງຢ່າງໃກ້ຊິດ. ຕິດພັນກັບການຊີ້ນຳນຳພາຢ່າງໃກ້ຊິດ ແລະ ການຕັດສິນໃຈທີ່ສະຫຼາດແລະທັນການ ຂອງຄະນະບໍລິຫານງານສູນກາງພັກ ກົມການເມືອງສູນກາງ ຄະນະເລຂາທິການສູນກາງ ນຳໂດຍທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ບັນດາຜູ້ນໍາຂອງພັກແລະລັດ. ພ້ອມກັນນັ້ນ, ຢືນຢັນວ່າ ການຕ່າງປະເທດແລະການທູດທີ່ອຸດົມໄປດ້ວຍເອກະລັກຂອງ “ໄມ້ໄຜ່ຫວຽດນາມ” ນັ້ນເໝາະສົມຢ່າງສົມບູນກັບເງື່ອນໄຫວ ແລະສະພາບການຂອງຫວຽດນາມ ເຊິ່ງຕອບສະໜອງຄວາມຕ້ອງການຂອງການພັດທະນາປະເທດ ແລະປົກປັກຮັກສາປະເທດຊາດໃນໄລຍະໃໝ່. ຜົນສຳເລັດດ້ານການຕ່າງປະເທດພ້ອມກັບຜົນສຳເລັດໃນການພັດທະນາເສດຖະກິດ-ສັງຄົມ ໄດ້ກະຕຸ້ນຄວາມພາກພູມໃຈໃນໂຊກລາບ, ທ່າແຮງ ແລະ ຖານະໃໝ່ຂອງປະເທດ, ທັງເປັນການປະກອບສ່ວນເສີມສ້າງຄວາມເຊື່ອໝັ້ນຂອງປວງຊົນຕໍ່ພາລະກິດການປ່ຽນແປງໃໝ່ປະເທດຊາດ ພາຍໃຕ້ການນຳພາທີ່ຖືກຕ້ອງຂອງພັກກອມມູນິດຫວຽດນາມ.
ບັນດາການເຄື່ອນໄຫວການຕ່າງປະເທດໃນປີ 2023 ສືບຕໍ່ເຮັດໃຫ້ບັນດາບົດຮຽນອັນລ້ຳຄ່າກ່ຽວກັບການຕ່າງປະເທດມີຄວາມອຸດົທສົມບູນແລະເລິກເຊິ່ງຍິ່ງຂຶ້ນ. ນັ້ນຄື: 1- ຕິດຕາມມະຕິແລະແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງໃກ້ຊິດ, ຕັ້ງໝັ້ນ ກ້າຫານ ແລະ ສ່ອງໃສທຸ່ນທ່ຽງ ເມື່ອປະເຊີນກັບສະພາບການທີ່ສັບສົນ ແລະການຜັນປ່ຽນໃນສະຖານະການສາກົນ, “ຮູ້ຈັກຕົນເອງ, ຮູ້ຈັຜູ້ຄົນ, “ຮູ້ການເວລາ, ຮູ້ສະຖານະການ”, ການລະບຸຕົວຕົນທີ່ຖືກຕ້ອງ ຄວບຄູ່ກັບການໃຊ້ປະໂຫຍດຈາກໂອກາດໄດ້ດີ; 2- ເສີມຂະຫຍາຍສຸດຂີດທ່າແລະກຳລັງໃໝ່ຂອງປະເທດ ແລະການທູດທີ່ເຕັມໄປດ້ວຍເອກະລັກຂອງ “ໄມ້ໄຜ່ຫວຽດນາມ”; ຍຶດໝັ້ນໃນເອກະລາດ ຄວາມເປັນເຈົ້າຕົນເອງ, ກາພົວພັນຫຼາຍກ້ຳຫຼາຍຝ່າຍ ແລະຄວາມຫຼາກຫຼາຍ ເພື່ອຜົນປະໂຫຍດຂອງຊາດ-ປະເທດຊາດ, ພ້ອມກັນນັ້ນ ກໍ່ຕ້ອງມີຄວາມຄິດປະດິດສ້າງ ຍືດຫຍຸ່ນ ຄ່ອງຕົວໃນຍຸດໂທບາຍ, ໄຫວພິບໃນພຶດຕິກຳ ດ້ວຍຄະຕິປະຈຳໃຈທີ່ວ່າ “ເອົາຫຼັກການເປັນພື້ນເພື່ອໝູນໃຊ້ຢ່າງໄຫວພິບ”; 3- ປະສານງານແລະປະສົມປະສານຢ່າງແໜ້ນແຟ້ນແລະກົມກຽວ ລະຫວ່າງການຕ່າງປະເທດຂອງພັກ ການທູດຂອງລັດ ແລະ ການຕ່າງປະເທດປະຊາຊົນ; ລະຫວ່າງການຕ່າງປະເທດ ການທູດ ກັບການປ້ອງກັນປະເທດ ຄວາມໝັ້ນຄົງ ເສດຖະກິດ ວັດທະນະທຳ-ສັງຄົມ; ລະຫວ່າງການຕ່າງປະເທດແລະວຽກງານພາຍໃນປະເທດ; ລະຫວ່າງການທູດທາງການເມືອງ ການທູດທາງເສດຖະກິດ ການທູດວັດທະນະທຳ ແລະ ບັນດາກອງກຳລັງການຕ່າງປະເທດ; ລະຫວ່າງທະວິພາຄີແລະພະຫຸພາຄີ ເພື່ອເສີມຂະຫຍາຍກຳລັງແຮງສັງລວມ ຂອງພື້ນຖານການທູກຫວຽດນາມ; 4- ປ່ຽນແປງໃໝ່ ແລະປະດິດສ້າງຢ່າງບໍ່ຢຸດຢັ້ງ, ປັບຕົວເຂົ້າກັບສະຖານະການໃໝ່, ກ້າທີ່ຈະກ້າວຂ້າມຄວາມຄິດແລະວິທີການດັ້ງເດີມ ເພື່ອຄົ້ນຫາວິທີການໃໝ່ ທິດທາງໃໝ່ ຂົງເຂດໃໝ່ ແລະ ຄູ່ຮ່ວມມືໃໝ່ ທີ່ມີປະສິດທິຜົນຫຼາຍກວ່າ ໂດຍຍຶດຖືແລະກຳແໜ້ນສະພາບການສາກົນ, ຄວາມເປັນຈິງແລະຄວາມຕ້ອງການໃນການພັດທະນາຂອງປະເທດ; 5- ໃຫ້ຄວາມສົນໃຈເປັນພິເສດຕໍ່ວຽກງານການສ້າງແລະປັບປຸງພັກຢ່າງຮອບດ້ານ ທັງການເມືອງ ແນວຄິດ ຄຸນສົມບັດສິນທຳ ການຈັດຕັ້ງ ແລະພະນັກງານໃນຂະແໜງການທູດ; ຜັນຂະຫຍາຍຢ່າງຄົບຊຸດ ບັນດາໜ້າທີ່ການຕ່າງປະເທດ ແລະການສ້າງແລະພັດທະນາພື້ນຖານການທູດທີ່ຮອບດ້ານແລະທັນສະໄໝ.
ສືບຕໍ່ປະຕິບັດນະໂຍບາຍການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງສຳເລັດຜົນ
ປີ 2024 ມີຄວາມໝາຍສຳຄັນທີ່ສຸດ ໃນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ່ XIII ຂອງພັກ ແລະ ແຜນການພັດທະນາເສດຖະກິດ-ສັງຄົມໃນໄລຍະປີ 2021-2025 ໃຫ້ສຳເລັດຜົນ. ໃນຂະນະນັ້ນ, ຄວາມບໍ່ໝັ້ນຄົງແລະຄວາມບໍ່ແນ່ນອນຂອງສະຖານະການສາກົນ ຈະຍັງຄົງດຳເນີນຕໍ່ໄປ ແລະ ບັນດາປັດໄຈທີ່ສັບສົນ ກໍ່ອາດຈະປະກົດຂຶ້ນ. ໂອກາດໂຊກລາບ, ທ່າແຮງ, ທີ່ຕັ້ງ, ຊື່ສຽງສາກົນຂອງປະເທດ, ຜົນງານດ້ານການຕ່າງປະເທດທີ່ບັນລຸໄດ້ໃນຊຸມປີທີ່ຜ່ານມາ ພ້ອມດ້ວຍເອກະລັກສະເພາະ ແລະມູນເຊື້ອອັນສະຫງ່າງາມຂອງການທູດປະຕິວັດຂອງຫວຽດນາມ ເປັນພື້ນຖານ ຮາກຖານທີ່ໝັ້ນຄົງ ໃຫ້ຂະແໜງການການຕ່າງປະເທດແລະການທູດຫວຽດນາມ ສືບຕໍ່ເກັບກ່ຽວຄວາມສຳເລັດໃໝ່, ປະກອບສ່ວນເຂົ້າໃນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງສຳເລັດມີໄຊ.
ບົນພື້ນຖານຂອງການຈັດຕັ້ງປະຕິບັດເປັນຢ່າງດີ ແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ບັນດາມະຕິ ຂໍ້ສະຫຼຸບ ແລະຄຳສັ່ງກ່ຽວກັບການຕ່າງປະເທດທີ່ຄະນະບໍລິຫານງານສູນກາງ, ກົມການເມືອງສູນກາງ ແລະ ຄະນະເລຂາທິການສູນກາງ ໄດ້ອອກຕັ້ງແຕ່ຕົ້ນວາລະຈົນເຖິງປະຈຸບັນ ແລະ ໃນແຜນປະຕິບັດການ ຂອງກອງປະຊຸມທາງການທູດຄັ້ງທີ 32, ຂະແໜງການການທູດຈະສຸມໃສ່ບັນຫາຈຳນວນໜຶ່ງຕໍ່ໄປນີ້:
ທີໜຶ່ງ, ສືບຕໍ່ຊຸກຍູ້ການປ່ຽນແປງໃໝ່ແນວຄວາມຄິດກ່ຽວກັບການຕ່າງປະເທດ. ດ້ວຍທ່າແຮງແລະກຳລັງແຮງໃໝ່ຂອງປະເທດເຮົາ, ເຮົາຕ້ອງກ້າກ້າວຂ້າມແນວຄວາມຄິດເດີມ ແລະຄົ້ນຫາວິທີການໃໝ່ໆ ເພື່ອຜົນປະໂຫຍດຂອງຊາດ-ປະເທດຊາດ. ຢາກໄດ້ຄືແນວນັ້ນ, ຈຳເປັນຕ້ອງຍູ້ແຮງການຈັດຕັ້ງຜັນຂະຫຍາຍການຄົ້ນຄ້ວາ, ການປຶກສາໃຫ້ຄຳແນະນຳ ແລະ ການຄາດຄະເນຍຸດທະສາດ ກ່ຽວກັບການຕ່າງປະເທດຢ່າງຄົບຊຸດ; ມີຄວາມສຳພັດໄວໃນການຄົ້ນພົບບັນຫາໃໝ່ແລະທ່າອ່ຽງໃໝ່, ລະບຸໂອກາດຢ່າງຖືກຕ້ອງ, ວາງຕຳແໜ່ງຍຸດທະສາດຂອງປະເທດຢ່າງຖືກຕ້ອງ ແລະໃຊ້ປະໂຫຍດຈາກທ່າອ່ຽງສາກົນໄດ້ເປັນຢ່າງດີ ເພື່ອກຳນົດແຜນນະໂຍບາຍ, ການຕັດສິນໃຈ ແລະຂັ້ນຕອນນະໂຍບາຍການຕ່າງປະເທດທີ່ເໝາະສົມ. ຂະແໜງການທູດພ້ອມກັບບັນດາຂະແໜງການ ແລະຂັ້ນຕ່າງໆ ເສີມຂະຫຍາຍສະຕິປັນຍາ ເພື່ອປະກອບສ່ວນເຂົ້າໃນໜ້າທີ່ສະຫຼຸບສັງລວມ 40 ປີແຫ່ງການປະຕິບັດແນວທາງການຕ່າງປະເທດໃນສະໄໝແຫ່ງການປ່ຽນແປງໃໝ່ ແລະ ກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ.
ທີສອງ, ເສີມຂະຫຍາຍບົດບາດບຸກເບີກຂອງການຕ່າງປະເທດ, ປະສານງານຢ່າງໃກ້ຊິດກັບການຕ່າງປະເທດຂອງພັກ, ການຕ່າງປະເທດຂອງປະຊາຊົນ ພ້ອມກັນກັນບັນດາຂະແໜງການແລະຂັ້ນຕ່າງໆ ເພື່ອແນໃສ່ຮັດແໜ້ນສະພາບການການຕ່າງປະເທດທີ່ສະດວກ ເພື່ອຮັກສາສະພາບແວດລ້ອມສັນຕິພາບ ແລະສະຖຽນລະພາບ, ປົກປັກຮັກສາປະເທດຊາດຕັ້ງແຕ່ຕົ້ນ ຈາກໄລຍະໄກ, ລະດົມແຫຼ່ງກຳລັງໃໝ່ຈາກພາຍນອກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະປັບປຸງຍົກສູງຖານະຕຳແໜ່ງ ແລະກຽດສັກສີຂອງປະເທດ. ຈຸດສຸມແມ່ນສືບຕໍ່ພັດທະນາການພົວພັນມິດຕະພາບຢ່າງຮອບດ້ານກັບບັນດາປະເທດເພື່ອນບ້ານ; ເສີມຂະຫຍາຍຂອບການພົວພັນທີ່ຫາກໍ່ໄດ້ຮັບການປັບປຸງໃນປີ 2023, ປະຕິບັດບັນດາສັນຍາຮ່ວມມືທີ່ໄດ້ລົງນາມຢ່າງດີ, ພ້ອມກັນນັ້ນ ສືບຕໍ່ລົງເລິກແລະເພີ່ມທະວີການພົວພັນຮ່ວມມືກັບບັນດາຄູ່ຮ່ວມມືອື່ນໆ ເພື່ອຂະຫຍາຍຕະຫຼາດ, ດຶງດູດການລົງທຶນຄຸນນະພາບສູງ, ຖ່າຍທອດເຕັກໂນໂລຊີໃໝ່, ສ້າງພື້ນທີ່ການພັດທະນາໃໝ່ໃຫ້ກັບປະເທດ, ທ້ອງຖິ່ນ, ວິສາຫະກິດ ແລະປະຊາຊົນ. ຄຽງຄູ່ນັ້ນ, ເສີມຂະຫຍາຍຢ່າງແຂງແຮງຖານະບົດບາດ ແລະຕຳແໜ່ງໃໝ່ ຂອງຫວຽດນາມ ໃນບັນດາເວທີປາໄສ ແລະກົນໄກພະຫຸພາຄີທີ່ມີຄວາມສຳຄັນທາງຍຸດທະສາດ; ປະຕິບັດຄວາມຮັບຜິດຊອບລະດັບສາກົນຢ່າງດີ, ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ ຕໍ່ສະຫະປະຊາຊາດ, ອາຊຽນ, ເອເປກ ແລະ ອະນຸພາກພື້ນລຸ່ມນ້ຳຂອງ...; ສະແດງໃຫ້ເຫັນເຖິງຫຼັກໝັ້ນການຕ່າງປະເທດທີ່ຕັ້ງໜ້າ ແລະສຽງທີ່ແຂງແຮງກວ່າ, ສອດຄ່ອງກັບທ່າແລະກຳລັງແຮງໃໝ່ຂອງປະເທດ, ພິເສດແມ່ນ ໃນບັນດາບັນຫາຜົນປະໂຫຍຫຼັກ ແລະ ຍຸດທະສາດຂອງຫວຽດນາມ.
ທີສາມ, ຜັນຂະຫຍາຍຢ່າງຮອບດ້ານ ແລະ ເຊື່ອມໂຍງບັນດາເສົາຫຼັກແລະສາຂາທາງການທູດຢ່າງແໜ້ນແຟ້ນ, ສົ່ງຜົນໃຫ້ການຕ່າງປະເທດແລະການທູດກາຍເປັນພະລັງຂັບເຄື່ອນທີ່ແຂງແຮງໃນຂະບວນການພັດທະນາຢ່າງໄວແລະຍືນຍົງຂອງປະເທດ. ຈັດຕັ້ງຜັນຂະຫຍາຍປະຕິບັດຢ່າງມີປະສິດທິພາບ ຄຳສັ່ງໝາຍເລກ 15-CT/TW ລົງວັນທີ 10 ສິງຫາ 2022 ຂອງຄະນະເລຂາທິການສູນກາງ ກ່ຽວກັບວຽກງານການທູດດ້ານເສດຖະກິດເພື່ອຮັບໃຊ້ການພັດທະນາປະເທດເຖິງປີ 2030. ຈຸດສຸມແມ່ນ ການສົ່ງເສີມການຂະຫຍາຍຕະຫຼາດ ແລະປັບປຸງຍົກສູງຄຸນນະພາບການສົ່ງອອກຕໍ່ໄປ, ການດຶງດູດແຫຼ່ງເງິນທຶນທີ່ກ່ຽວຂ້ອງກັບເຕັກໂນໂລຊີຂັ້ນສູງ ແລະປະສົມປະສານກັບຊັບພະຍາກອນພາຍໃນປະເທດຢ່າງມີປະສິດທິພາບ. ໃຊ້ປະໂຫຍດຈາກບັນດາສັນຍາ ແລະ FTA ທີ່ມີຜົນບັງຄັບໃຊ້; ເປັນເຈົ້າການໃນການເຂົ້າຮ່ວມການເຊື່ອມໂຍງທາງເສດຖະກິດ ແລະ ຄວາມຄິດລິເລີ່ມການເຊື່ອມໂຍງທີ່ເໝາະສົມກັບຜົນປະໂຫຍດ ແລະເງື່ອນໄຂຂອງຫວຽດນາມ. ສືບຕໍ່ຜັນຂະຫຍາຍການທູດທາງວັດທະນະທຳ, ຂໍ້ມູນຂ່າວສານການຕ່າງປະເທດ, ວຽກງານສຳລັບຊາວຫວຽດນາມຢູ່ຕ່າງປະເທດ, ການຄຸ້ມຄອງພົນລະເມືອງ ແລະ ການປົກປ້ອງສິດ ແລະຜົນປະໂຫຍດອັນຊອບທຳ ຖືກກົດໝາຍ ຂອງບັນດາອົງການແລະບຸກຄົນຊາວຫວຽດນາມ ໃນການເຊື່ອມໂຍງເຂົ້າກັບສາກົນ ຢ່າງຮອບດ້ານແລະເຂັ້ມແຂງຍິ່ງຂຶ້ນ.
ທີສີ່, ສຸມໃສ່ສ້າງຄວາມກ້າວໜ້າໃໝ່ ໃນການສ້າງແລະພັດທະນາຂະແໜງການການທູດທີ່ເຂັ້ມແຂງ ຮອບດ້ານ ແລະທັນສະໄໝ. ນີ້ກໍ່ແມ່ນໜຶ່ງໃນບັນດາໜ້າທີ່ທີ່ສຳຄັນທີ່ສຸດ; ໃນນັ້ນ, ຈຸດສຸມແມ່ນການຈັດຕັ້ງປະຕິບັດບັນດາໂຄງການແລະແຜນການກ່ຽວກັບການປ່ຽນແປງໃໝ່ການຝຶກອົບຮົມ ການບຳລຸງສ້າງ ການວາງແຜນ ແລະການຈັດວາງພະນັກງານຢ່າງເໝາະສົມ; ຄ່ອຍໆປັບປຸງພື້ນຖານວັດຖຸ ກົນໄກ ແລະ ນະໂຍບາຍສະລັບວຽກງານການຕ່າງປະເທດ; ສືບຕໍ່ປ່ຽນແປງໃໝ່ແນວຄິດ, ວິທີການບໍລິຫານ ແລະ ແບບແຜນການເຮັດວຽກ ຢ່າງເປັນມືອາຊີບ, ມີປະສິດທິຜົນ ແລະ ທັນສະໄໝ,... ຕະຫຼອດພາລະກິດເຫຼົ່ານັ້ນແມ່ນ ການກໍ່ສ້າງແລະພັດທະນາຖັນແຖວພະນັກງານການທູດ ທີ່ມີຄວາມຈົງຮັກພັກດີ, ອຸທິດຕົນເພື່ອຮັບໃຊ້ພັກ ປະເທດຊາດ ແລະ ປະຊາຊົນ, ມີຄຸນນະພາບທີ່ໜ້າເຊື່ອຖື, ອ່ອນໄຫວຕໍ່ຍຸກສະໄໝ, ເລິກເຊິ່ງໃນຍຸດທະສາດ, ມີຫົວຄິດປະດິດສ້າງໃນຍຸດໂທບາຍ, ມີຄວາມຊ່ຽວຊານດ້ານວິຊາຊີບ ວິຊາສະເພາະ ພາສາຕ່າງປະເທດ ແລະ ຮູບແບບຄວາມເປັນມືອາຊີບ ເພື່ອຕອບສະໜອງຄວາມຕ້ອງການ ແລະໜ້າທີ່ການຕ່າງປະເທດໃນໄລຍະການພັດທະນາໃໝ່ ຂອງຂະແໜງການການທູດໂດຍສະເພາະ ແລະປະເທດໂດຍລວມ./.
--------------------------------------------
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1031 (ເດືອນກຸມພາ 2024)