ຜົນສຳເລັດໃນການພັດທະນາເສດຖະກິດຕະຫຼາດ
ຕາມທິດສັງຄົມນິຍົມຢູ່ຫວຽດນາມ
ໃນໄລຍະ 35 ປີແຫ່ງການປ່ຽນແປງໃໝ່
ຕາມທິດສັງຄົມນິຍົມຢູ່ຫວຽດນາມ
ໃນໄລຍະ 35 ປີແຫ່ງການປ່ຽນແປງໃໝ່
ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ຊົມຜະລິດຕະພັນຊາ ຂອງໂຮງງານຊາແຊນຈ່າ, ບໍລິສັດຫຸ້ນສ່ວນລົງທຶນພັດທະນາຊາ ຕາມເຢືອງ, ຢູ່ຕາແສງບ້ານບໍ, ເມືອງຕາມເຢືອງ, ແຂວງລາຍເຈົາ _ພາບ: TTXVN
1- ບົນພື້ນຖານຄວາມຮັບຮູ້ທາງທິດສະດີ, ທັດສະນະ ແລະ ແຜນນະໂຍບາຍຂອງພັກກອມມູນິດຫວຽດນາມ ກ່ຽວກັບການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ, ລັດຫວຽດນາມໄດ້ຫັນເປັນນິຕິກຳໃນກົດໝາຍ, ຍຸດທະສາດ, ແຜນກຳນົດ, ແຜນການພັດທະນາເສດຖະກິດຂອງປະເທດ, ຂະແໜງການ ແລະ ຂົງເຂດ ໂດຍມີບັນດາຜົນສຳເລັດອັນໃຫຍ່ຫຼວງດັ່ງຕໍ່ໄປນີ້:
ທີໜຶ່ງ, ລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມສືບຕໍ່ພັດທະນາ; ເສດຖະກິດມະຫາພາກມີສະຖຽນລະພາບກວ່າແຕ່ກ່ອນ, ບັນດາຄວາມສົມດຸນທີ່ສຳຄັນຂອງລະບົບເສດຖະກິດ ໄດ້ຮັບປະກັນໂດຍພື້ນຖານ, ອັດຕາການເຕີບໂຕໄດ້ຮັບການຮັກສາໃນລະດັບສູງພໍຄວນ; ຂະໜາດ ແລະ ທ່າແຮງຂອງເສດຖະກິດເພີ່ມຂຶ້ນ, ຄຸນນະພາບຂອງການເຕີບໂຕໄດ້ຮັບການປັບປຸງດີຂຶ້ນ. ຄວາມຮັບຮູ້ກ່ຽວກັບລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມນັບມື້ນັບຄົບຖ້ວນ. ລະບົບກົດໝາຍ, ກົນໄກ, ນະໂຍບາຍສືບຕໍ່ໄດ້ຮັບການປັບປຸງໃຫ້ສົມບູນແບບ ສອດຄ່ອງກັບຄວາມຕ້ອງການຂອງການກໍ່ສ້າງລະບົບເສດຖະກິດຕະຫຼາດທີ່ທັນສະໄໝ ແລະ ການເຊື່ອມໂຍງເຂົ້າກັບສາກົນ.
ບັນດາປັດໄຈຕະຫຼາດ ແລະ ປະເພດຂອງຕະຫຼາດ ຄ່ອຍໆພັດທະນາຢ່າງຄົບຊຸດ ໂດຍຕິດພັນກັບຕະຫຼາດພາກພື້ນ ແລະ ຕະຫຼາດໂລກ. ຕະຫຼາດບາງປະເພດເຕີບໂຕຢ່າງແຂງແຮງ ແລະ ດຳເນີນການຢ່າງຄ່ອງຕົວ, ເຊັ່ນ: ຕະຫຼາດສິນຄ້າ, ບໍລິການ ແລະ ຕະຫຼາດຫຼັກຊັບ. ຂະໜາດແລະຂອບເຂດຂອງການເປີດເສລີຕະຫຼາດ ມີການຂະຫຍາຍຕົວຂຶ້ນເລື້ອຍໆ,... ອົງປະກອບພື້ນຖານຂອງຕະຫຼາດການເງິນເຊັ່ນ: ຕະຫຼາດສິນເຊື່ອທະນາຄານ, ຕະຫຼາດຫຼັກຊັບ, ຕະຫຼາດປະກັນໄພ ພ້ອມດ້ວຍເຄື່ອງມືທາງການເງິນ ແລະ ເອກະສານທີ່ມີຄ່າຫຼາຍຊະນິດ ໄດ້ກໍ່ຕົວຂຶ້ນຂ້ອນຂ້າງສົມບູນ ແລະ ກຳລັງຖືກນຳໄປໃຊ້ ເຊິ່ງປະກອບສ່ວນສ້າງເງື່ອນໄຂທີ່ເອື້ອອຳນວຍຕໍ່ການດຶງດູດ ແລະ ສ້າງແຫຼ່ງທຶນ ເພື່ອພັດທະນາເສດຖະກິດ ແລະ ສັງຄົມຂອງປະເທດ. ຕະຫຼາດເງິນຕາໄດ້ພັດທະນາດ້ວຍຂະໜາດທຸລະກຳທີ່ເພີ່ມຂຶ້ນ, ສິນຄ້າຂອງຕະຫຼາດເງິນຕານັບມື້ນັບມີຄວາມຫຼາກຫຼາຍ, ການເຄື່ອນໄຫວຂອງຕະຫຼາດໄດ້ປະກອບສ່ວນຊຸກຍູ້ກົນໄກດັດປັບທຶນໃນໄລຍະສັ້ນທີ່ຄ່ອງຕົວ ພາຍໃນຂອບເຂດຂອງລະບົບທະນາຄານທັງໝົດ, ດັ່ງນັ້ນຈຶ່ງໄດ້ຊຸກຍູ້ປະສິດທິຜົນການນຳໃຊ້ເງິນກອງທຶນຂອງທະນາຄານການຄ້າ.
ປະສິດທິພາບການຄຸ້ມຄອງຂອງລັດ ໃນການພັດທະນາປັດໄຈຕະຫຼາດ ແລະ ປະເພດຂອງຕະຫຼາດ ນັບມື້ນັບໄດ້ຮັບການຍົກສູງ, ຂັ້ນຕອນການບໍລິຫານໄດ້ຮັບການປັບປຸງເທື່ອລະກ້າວ ເພື່ອຕອບສະໜອງຄວາມຕ້ອງການຂອງການພັດທະນາຕະຫຼາດທຸກປະເພດ. ສິ່ງກີດຂວາງຫຼາຍອັນໃນການເຂົ້າສູ່ຕະຫຼາດຖືກຂະຈັດອອກໄປ; ສະພາບແວດລ້ອມແຫ່ງການລົງທຶນ ແລະ ການດຳເນີນທຸລະກິດ ໄດ້ຮັບການປັບປຸງຢ່າງຈະແຈ້ງ, ການເລີ່ມຕົ້ນທີ່ສ້າງສັນ ແລະ ການພັດທະນາທຸລະກິດນັ້ນ ຂ້ອນຂ້າງມີຊີວິດຊີວາ.
ລັດວິສາຫະກິດໄດ້ຮັບການສັບຊ້ອນ ແລະ ຈັດຕັ້ງຄືນໃໝ່ຢ່າງມີປະສິດທິຜົນ;ເສດຖະກິດເອກະຊົນນັບມື້ນັບຢືນຢັນຄວາມເປັນກຳລັງໜູນທີ່ສຳຄັນຂອງລະບົບເສດຖະກິດ; ເສດຖະກິດລວມໝູ່ໄດ້ຮັບການປ່ຽນແປງໃໝ່ເທື່ອລະກ້າວ ໂດຍຕິດພັນກັບກົນໄກຕະຫຼາດ; ເສດຖະກິດທີ່ມີການລົງທຶນຈາກຕ່າງປະເທດພັດທະນາຢ່າງໄວ ແລະ ເປັນພາກສ່ວນທີ່ສຳຄັນຂອງລະບົບເສດຖະກິດ.
ການເຊື່ອມໂຍງເຂົ້າກັບເສດຖະກິດສາກົນໄດ້ຂະຫຍາຍຕົວຢ່າງກວ້າງຂວາງໃນຫຼາຍລະດັບ ແລະ ມີຮູບການທີ່ຫຼາກຫຼາຍ, ສັນຍາການຄ້າເສລີສອງຝ່າຍແລະຫຼາຍຝ່າຍລຸ້ນໃໝ່ຫຼາຍສະບັບ ໄດ້ຮັບການລົງນາມ; ມູນຄ່າການຄ້າສົ່ງອອກແລະນຳເຂົ້າ ແລະ ການດຶງດູດເງິນລົງທຶນຈາກຕ່າງປະເທດ ເພີ່ມຂຶ້ນຢ່າງແຂງແຮງ, ປະກອບສ່ວນທີ່ສຳຄັນ ເຂົ້າໃນການເຕີບໂຕເສະຖະກິດ ແລະ ການພັດທະນາຂອງປະເທດ.
ທີສອງ, ການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມໄດ້ນຳມາເຊິ່ງການປ່ຽນແປງທີ່ໃຫຍ່ຫຼວງ ສຳລັບຫວຽດນາມໃນພາລະກິດການປ່ຽນແປງໃໝ່.
ດ້ວຍອັດຕາການເຕີບໂຕສະເລ່ຍປະມານ 7% ຕໍ່ປີ, ຫວຽດນາມໄດ້ອອກຈາກກຸ່ມປະເທດມີລາຍໄດ້ຕ່ຳນັບແຕ່ປີ 2008. ຂະໜາດຂອງ ຈີດີພີ ຕາມລາຄາປະຈຸບັນໃນປີ 2022 ແມ່ນປະມານ 9.513 ລ້ານຕື້ດົ່ງ, ຫຼືເທົ່າກັບ 409 ຕື້ໂດລາສະຫະລັດ. ຈີດີພີ ຕໍ່ຫົວຄົນໃນປີ 2022 ຕາມລາຄາປະຈຸບັນປະມານ 95,6 ລ້ານດົ່ງ/ຄົນ, ເທົ່າກັບ 4.110 ໂດລາສະຫະລັດ(1). ໂຄງປະກອບຂອງລວມຍອດຜະລິດຕະພັນພາຍໃນໃນດ້ານການພົວພັນເຈົ້າຂອງກຳມະສິດນັ້ນ ລວມມີ: ເສດຖະກິດຂອງລັດປະມານ 27%,ເສດຖະກິດລວມໝູ່ 4%, ເສດຖະກິດຄົວເຮືອນ 30%, ເສດຖະກິດເອກະຊົນພາຍໃນປະເທດ 10% ແລະ 20% ຈາກພາກການລົງທຶນຂອງຕ່າງປະເທດ(2).
ພິເສດ, ຫຼັງຈາກຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ໂດຍພື້ນຖານແລ້ວ, ນັບແຕ່ໄຕມາດທີ 4 ຂອງປີ 2021, ເສດຖະກິດຂອງຫວຽດນາມໄດ້ຟື້ນຟູຄືນໃໝ່ ແລະ ເຕີບໂຕຢ່າງແຂງແຮງ. ປີ 2022, ອັດຕາການເຕີບໂຕຂອງ ຈີດີພີ ບັນລຸ 8,02%, ອັດຕາເງິນເຟີ້ພື້ນຖານສະເລ່ຍເພີ່ມຂຶ້ນ 2,59% ເມື່ອທຽບກັບປີ 2021, ມູນຄ່າການສົ່ງອອກສິນຄ້າບັນລຸ 371,85 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 10,6% ເມື່ອທຽບກັບປີຜ່ານມາ; ມູນຄ່າການນຳເຂົ້າສິນຄ້າບັນລຸ 360,65 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 8,4% ເມື່ອທຽບກັບປີຜ່ານມາ. ດຸນການຄ້າເກີນດຸນ 11,2 ຕື້ໂດລາສະຫະລັດ. ມູນຄ່າເງິນລົງທຶນໂດຍກົງຈາກຕ່າງປະເທດໃນຫວຽດນາມບັນລຸ 22,4 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 13,5% ເມື່ອທຽບກັບປີທີ່ຜ່ານມາ. ການປະກັນສັງຄົມບັນລຸຜົນສຳເລັດທີ່ສຳຄັນຫຼາຍປະການ ໂດຍສະເພາະດ້ານການສຶກສາ, ສາທາລະນະສຸກ ແລະ ການໜູນຊ່ວຍຜູ້ປະສົບຄວາມຫຍຸ້ງຍາກ. ພະຍາດຫຼາຍຊະນິດທີ່ເຄີຍເກີດຂຶ້ນໃນອະດີດໄດ້ຖືກຄວບຄຸມຢ່າງສໍາເລັດຜົນ. ຜູ້ທຸກຍາກ, ເດັກອາຍຸຕ່ຳກວ່າ 6 ປີ ແລະ ຜູ້ສູງອາຍຸ ໄດ້ຮັບການປະກັນສຸຂະພາບໂດຍບໍ່ເສຍຄ່າ. ອັດຕາການຂາດສານອາຫານໃນເດັກ ແລະ ອັດຕາການຕາຍຂອງແອນ້ອຍ ຫຼຸດລົງເກືອບສາມເທົ່າ. ເຖິງເດືອນເມສາ 2022, ໃນທົ່ວປະເທດມີ 5.706 ຕາແສງໃນ 8.227 ຕາແສງ ບັນລຸມາດຕະຖານຊົນນະບົດໃໝ່ ເຊິ່ງໃນນັ້ນ 663 ຕາແສງໄດ້ມາດຕະຖານຂັ້ນສູງ ແລະ 71 ຕາແສງໄດ້ມາດຕະຖານຕົວແບບ(3); ຊຸມຊົນຕາແສງໃນເຂດຊົນນະບົດສ່ວນຫຼາຍ ມີເສັ້ນທາງສຳລັບລົດໂອໂຕໄປເຖິງສູນກາງ, ມີໄຟຟ້າຕາຂ່າຍແຫ່ງຊາດ, ໂຮງຮຽນປະຖົມ ແລະ ມັດທະຍົມ, ສະຖານີທາງການແພດ ແລະ ໂທລະສັບ.
ຍ້ອນການພັດທະນາທາງເສດຖະກິດ, ຫວຽດນາມມີເງື່ອນໄຂເພື່ອດູແລຜູ້ທີ່ມີຄຸນງາມຄວາມດີ, ເບິ່ງແຍງດູແລແມ່ວິລະຊົນຫວຽດນາມ ແລະ ເບິ່ງແຍງສຸສານຂອງຜູ້ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ. ຊີວິດທາງວັດທະນະທໍາກໍໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຫຼວງຫຼາຍ; ກິດຈະກໍາທາງວັດທະນະທໍາພັດທະນາອຸດົມສົມບູນ ແລະ ຫຼາກຫຼາຍ. ປະຈຸບັນ, ຫວຽດນາມມີຜູ້ໃຊ້ອິນເຕີເນັດປະມານ 70% ຂອງປະຊາກອນ, ແມ່ນໜຶ່ງໃນບັນດາປະເທດທີ່ມີຄວາມໄວໃນການການພັດທະນາອິນເຕີເນັດສູງທີ່ສຸດໃນໂລກ. ອົງການສະຫະປະຊາຊາດໄດ້ຍອມຮັບໃຫ້ຫວຽດນາມເປັນໜຶ່ງໃນບັນດາປະເທດນຳໜ້າໃນການບັນລຸເປົ້າໝາຍການພັດທະນາແຫ່ງສະຫັດສະວັດ.
ອາດຈະເວົ້າໄດ້ວ່າ, ການປະຕິບັດແນວທາງການປ່ຽນແປງໃໝ່, ພັດທະນາລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ໄດ້ສ້າງການຫັນປ່ຽນທີ່ຈະແຈ້ງ, ເລິກເຊິ່ງ ແລະ ຕັ້ງໜ້າທີ່ສຸດ ຢູ່ຫວຽດນາມ: ເສດຖະກິດມີການພັດທະນາ, ກຳລັງການຜະລິດໄດ້ຮັບການເພີ່ມທະວີ; ຄວາມທຸກຍາກຫຼຸດລົງຢ່າງໄວແລະຕໍ່ເນື່ອງ; ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງໃຫ້ດີຂຶ້ນ, ບັນຫາສັງຄົມຫຼາຍບັນຫາ ໄດ້ຮັບການແກ້ໄຂ; ການເມືອງ ສັງຄົມມີສະຖຽນລະພາບ, ການປ້ອງກັນປະເທດ ແລະ ການປ້ອງກັນຄວາມສະຫງົບ ໄດ້ຮັບການຮັບປະກັນ; ການຕ່າງປະເທດ ແລະ ການເຊື່ອມໂຍງສາກົນ ນັບມື້ນັບໄດ້ຮັບການເປີດກວ້າງ; ທ່າແລະພະລັງຂອງປະເທດ ໄດ້ຮັບການເພີ່ມທະວີ; ຄວາມເຊື່ອໝັ້ນຂອງປະຊາຊົນໃນການນຳພາຂອງພັກ ໄດ້ຮັບການປັບປຸງ.
2- ຈາກຜົນງານແລະຄວາມສຳເລັດທີ່ບັນລຸໄດ້ໃນພາກປະຕິບັດ, ສາມາດສະຫຼຸບບາງບັນຫາທາງທິດສະດີ ແລະ ບົດຮຽນໃນການກໍ່ສ້າງ ແລະ ພັດທະນາລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ຢູ່ຫວຽດນາມ.
ຄວາມຮັບຮູ້ຢ່າງເລິກເຊິ່ງ ກ່ຽວກັບບາງທັດສະນະທິດສະດີ:
- ເສດຖະກິດຕະຫຼາດຕາມທິດສັງຄົມນິຍົມຢູ່ຫວຽດນາມແມ່ນເສຖະກິດຕະຫຼາດແບບໃໝ່ ທີ່ບໍ່ເຄີຍມີມາກ່ອນ ໃນປະຫວັດສາດ. ມັນບໍ່ແມ່ນລະບົບເສດຖະກິດຕະຫຼາດທຶນນິຍົມ ແລະ ກໍຍັງບໍ່ທັນເປັນລະບົບເສດຖະກິດຕະຫຼາດສັງຄົມນິຍົມທີ່ສົມບູນ, ແຕ່ແມ່ນລະບົບເສດຖະກິດທີ່ມີການໝູນໃຊ້ລັດທິມາກ-ເລນິນ ແລະ ແນວຄິດໂຮ່ຈີມິນ ຢ່າງປະດິດສ້າງ ເຂົ້າໃນເງື່ອນໄຂ, ສະພາບແວດລ້ອມຕົວຈິງ ຂອງຫວຽດນາມ; ການເລືອກດູດຊຶມຕາມທັດສະນວິທະຍາສາດ ເອົາຄວາມສຳເລັດ ແລະ ຄຸນຄ່າອາລະຍະທຳທີ່ມະນຸດບັນລຸໄດ້ ລວມທັງຂອງລັດທິທຶນນິຍົມ ໂດຍສະເພາະວິທະຍາສາດ, ເຕັກໂນໂລຊີ, ປະສົບການໃນການຄຸ້ມຄອງ ແລະອື່ນໆ.
- ກ່ຽວກັບໂຄງສ້າງ, ເສດຖະກິດຕະຫຼາດຕາມທິດສັງຄົມນິຍົມຫວຽດນາມມີຫຼາຍຮູບການກຳມະສິດ, ຫຼາຍພາກສ່ວນເສດຖະກິດ; ບັນດາຮູບການກຳມະສິດ, ບັນດາພາກສ່ວນເສດຖະກິດ ມີອາຍຸຍືນຍາວ, ເປັນລັກສະນະພິເສດ ຂອງລະບົບເສດຖະກິດໃນໄລຍະຂ້າມຜ່ານຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ. ບັນດາວິສາຫະກິດຂອງທຸກພາກສ່ວນເສດຖະກິດ ມີຄວາມເປັນເຈົ້າຕົນເອງ, ຮ່ວມມື ແລະ ແຂ່ງຂັນກັນ ຢ່າງສະເໝີພາບຕາມກົດໝາຍ. ບັນດາພາກສ່ວນເສດຖະກິດມີທີ່ຕັ້ງ, ບົດບາດ ແລະ ໜ້າທີ່ທີ່ແຕກຕ່າງກັນ ໃນລະບົບເສດຖະກິດໂດຍລວມ: ເສດຖະກິດຂອງລັດມີບົດບາດເປັນເຈົ້ານຳພາ; ເສດຖະກິດລວມໝູ່, ເສດຖະກິດຮ່ວມມື ໄດ້ຮັບການປັບປຸງແລະພັດທະນາຢ່າງຕໍ່ເນື່ອງ; ເສດຖະກິດເອກະຊົນເປັນພະລັງຂັບເຄື່ອນທີ່ສຳຄັນຂອງລະບົບເສດຖະກິດ; ເສດຖະກິດທີ່ມີເງິນລົງທຶນຈາກຕ່າງປະເທດ ໄດ້ຮັບການສົ່ງເສີມໃຫ້ພັດທະນາ ສອດຄ່ອງກັບຍຸດທະສາດ, ແຜນການພັດທະນາເສດຖະກິດແລະສັງຄົມ.
- ແມ່ນ “ລະບົບເສດຖະກິດຕະຫຼາດທີ່ທັນສະໄໝ, ເຊື່ອມໂຍງສາກົນ, ດໍາເນີນງານຢ່າງເຕັມທີ່ ແລະ ຄົບຊຸດ ຕາມບັນດາກົດເກນຂອງເສດຖະກິດຕະຫຼາດ ໂດຍມີການຄຸ້ມຄອງຂອງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ”(4). ຄວາມທັນສະໄໝ ແລະ ການເຊື່ອມໂຍງສາກົນ ຂອງລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ສະແດງອອກໃນຫຼາຍເນື້ອໃນ ແລະ ຕົວຊີວັດທີ່ແຕກຕ່າງກັນເຊັ່ນ: ຄວາມທັນສະໄໝ, ລະດັບຄວາມສອດຄ່ອງກັບແນວປະຕິບັດສາກົນຂອງສະຖາບັນ ກົດໝາຍ ກົນໄກ ນະໂຍບາຍ; ຄວາມທັນສະໄໝຂອງການບໍລິຫານປົກຄອງປະເທດ; ການປະສານແລະເຊື່ອມໂຍງ ກັບຕະຫຼາດພາກພື້ນ ແລະ ຕະຫຼາດໂລກ ຂອງລະບົບປະເພດຕະຫຼາດ, ປັດໄຈຕະຫຼາດໃນລະບົບເສດຖະກິດ ແລະອື່ນໆ; ການດຳເນີນງານຢ່າງເຕັມທີ່ ແລະ ຄົບຊຸດ ຕາມກົດເກນຂອງເສດຖະກິດຕະຫຼາດ ໂດຍມີການຄຸ້ມຄອງຂອງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ສະແດງເຖິງການພັດທະນາຢ່າງເຕັມທີ່ແລະຄົບຊຸດ ຂອງບັນດາປັດໄຈຕະຫຼາດ, ບັນດາປະເພດຕະຫຼາດ ໃນລະບົບເສດຖະກິດ ແລະ ສະແດງເຖິງການຈັດການສາຍພົວພັນລະຫວ່າງລັດ, ຕະຫຼາດ ແລະ ສັງຄົມ ໃນການຄວບຄຸມ ແລະ ການດຳເນີນງານ ຂອງລະບົບເສດຖະກິດ.
ໃນລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ, ລາຄາສິນຄ້າຖືກປະຕິບັດຕາມກົນໄກຕະຫຼາດ ພາຍໃຕ້ການຄຸ້ມຄອງຂອງລັດ. ສິດເສລີພາບໃນການດຳເນີນທຸລະກິດ, ສິດເສລີພາບໃນການໝູນວຽນສິນຄ້າ ແລະ ການແຂ່ງຂັນທີ່ສະເໝີພາບ ລະຫວ່າງວິສາຫະກິດຂອງທຸກພາກສ່ວນເສດຖະກິດ ລ້ວນແຕ່ໄດ້ຮັບການຍອມຮັບ ແລະ ປົກປ້ອງດ້ວຍກົດໝາຍ. ລາຄາຂອງການບໍລິການສັງຄົມພື້ນຖານເຊັ່ນ: ການດູແລສຸຂະພາບ ແລະ ການສຶກສາ ກໍຄ່ອຍໆປ່ຽນໄປເປັນກົນໄກຕະຫຼາດ ໂດຍມີການຄຸ້ມຄອງຂອງລັດ. ການພັດທະນາຕະຫຼາດສິນຄ້າ ແລະ ບໍລິການທີ່ຫຼາກຫຼາຍ, ປົກປ້ອງຜົນປະໂຫຍດຂອງຜູ້ບໍລິໂພກ (ທາງດ້ານລາຄາ, ຄຸນນະພາບສິນຄ້າ, ສຸຂະອະນາໄມ, ຄວາມປອດໄພຂອງອາຫານ ແລະອື່ນໆ), ໃຫ້ຄວາມສຳຄັນກັບວິທີການຈັດຕັ້ງການທຸລະກໍາທີ່ມີອາລະຍະທຳ, ທັນສະໄໝ, ເຊື່ອມໂຍງເຂົ້າກັບສາກົນໃນຕະຫຼາດສິນຄ້າ ແລະ ບໍລິການ. ພັດທະນາຕະຫຼາດວິທະຍາສາດ ແລະ ເຕັກໂນໂລຊີ ຢ່າງແຂງແຮງ.
- ໃນລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມນັ້ນ ລະຫວ່າງລັດ ຕະຫຼາດ ແລະ ສັງຄົມ ມີການພົວພັນຢ່າງແໜ້ນແຟ້ນ, ເພີ່ມເຕີມໃຫ້ແກ່ກັນ ແລະ ຊົດເຊີຍຂໍ້ບົກພ່ອງຂອງກັນແລະກັນ ໃນການດຳເນີນງານຂອງລະບົບເສດຖະກິດ. ລັດສ້າງແລະປັບປຸງບູລະນະລະບອບລະບຽບການ, ປົກປ້ອງສິດທິໃນຊັບສິນ, ສິດດຳເນີນທຸລະກິດ, ຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ ແລະ ຄວາມສົມດຸນທີສຳຄັນຂອງລະບົບເສດຖະກິດ; ສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ເປີດເຜີຍ ໂປ່ງໃສ ໃຫ້ແກ່ການເຄື່ອນໄຫວຂອງວິສາຫະກິດ, ບັນດາອົງການຈັດຕັ້ງສັງຄົມ ແລະ ຕະຫຼາດ; ຄວບຄຸມ, ກຳນົດທິດທາງ ແລະ ຊຸກຍູ້ການພັດທະນາເສດຖະກິດ, ເຊື່ອມໂຍງການພັດທະນາເສດຖະກິດ ກັບການພັດທະນາວັດທະນະທຳແລະສັງຄົມ, ຮັບປະກັນຄວາມປອດໄພທາງສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ປົກປ້ອງສະພາບແວດລ້ອມ, ຮັບປະກັນການປ້ອງກັນປະເທດ ແລະ ປ້ອງກັນຄວາມໝັ້ນຄົງ. ຕະຫຼາດມີບົດບາດຕັດສິນໃນການກຳນົດລາຄາສິນຄ້າແລະບໍລິການ; ສ້າງແຮງຈູງໃຈໃນການລະດົມ ແລະ ຈັດສັນແຫຼ່ງກຳລັງຢ່າງມີປະສິດທິຜົນ; ດັດສົມການຜະລິດແລະການໝູນວຽນສິນຄ້າ; ດັດສົມການເຄື່ອນໄຫວຂອງວິສາຫະກິດ, ກໍາຈັດວິສາຫະກິດທີ່ອ່ອນແອ. ບັນດາອົງການຈັດຕັ້ງສັງຄົມມີບົດບາດໃນການເຊື່ອມໂຍງ, ປະສານການເຄື່ອນໄຫວ, ແກ້ບັນຫາທີ່ເກີດຂຶ້ນລະຫວ່າງສະມາຊິກ; ເປັນຕົວແທນ ແລະ ປົກປ້ອງຜົນປະໂຫຍດຂອງສະມາຊິກ ໃນການພົວພັນກັບອັດຕະພາກແລະຄູ່ຮ່ວມງານອື່ນ; ໃຫ້ບໍລິການສະໜັລສະໜູນສະມາຊິກ; ສະທ້ອນຄວາມມຸ່ງມາດປາຖະໜາ ແລະ ຜົນປະໂຫຍດຂອງປະຊາຊົນທຸກຊັ້ນວັນນະທີ່ມີຕໍ່ລັດ ແລະ ເຂົ້າຮ່ວມການວິພາກວິຈານກົດໝາຍ, ກົນໄກ ແລະ ນະໂຍບາຍຂອງລັດ, ຕິດຕາມກວດກາບັນດາອົງການ ແລະ ພະນັກງານ, ລັດຖະກອນ ໃນການປະຕິບັດກົດໝາຍ.
- ໃນລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມຫວຽດນາມມີການເຊື່ອມໂຍງຢ່າງແໜ້ນແຟ້ນ ລະຫວ່າງການພັດທະນາເສດຖະກິດ ກັບການພັດທະນາສັງຄົມ, ປະຕິບັດເປົ້າໝາຍ ທັງໝົດເພື່ອການພັດທະນາມະນຸດ: “ຄຸນນະສົມບັດພື້ນຖານໜຶ່ງ, ຄຸນລັກສະນະທີ່ສໍາຄັນ ຂອງທິດທາງສັງຄົມນິຍົມໃນເສດຖະກິດຕະຫຼາດຢູ່ຫວຽດນາມແມ່ນຕ້ອງເຊື່ອມຕິດເສດຖະກິດກັບສັງຄົມ, ລວມນະໂຍບາຍເສດຖະກິດເຂົ້າເປັນເອກະພາບກັບນະໂຍບາຍສັງຄົມ, ການເຕີບໂຕທາງດ້ານເສດຖະກິດ ໄປຄຽງຄູ່ກັບການປະຕິບັດຄວາມກ້າວໜ້າ ແລະ ຄວາມຍຸຕິທຳທາງສັງຄົມ ໃນແຕ່ລະບາດກ້າວ, ແຕ່ລະນະໂຍບາຍ ແລະ ໃນຕະຫຼອດຂະບວນການພັດທະນາ”(5).
- ການກຳນົດທິດທາງສັງຄົມນິຍົມຂອງເສດຖະກິດຕະຫຼາດສະແດງໃຫ້ເຫັນໃນຈຸດທີ່ສຳຄັນຕໍ່ໄປນີ້:
ທີໜຶ່ງ, ເປົ້າໝາຍການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມຫວຽດນາມ ແມ່ນ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ ມີປະຊາທິປະໄຕ ຍຸຕິທຳ ແລະ ອາລະຍະທຳ”. ເປົ້າໝາຍນີ້ຍັງສະແດງເຖິງຜົນປະໂຫຍດຂອງປະຊາຊົນ ແລະເພື່ອປະຊາຊົນ.
ທີສອງ, ການພັດທະນາລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມໂດຍມີການນຳພາຂອງພັກກອມມູນິດຫວຽດນມ, ມີການຄຸ້ມຄອງຂອງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ, ມີການເຂົ້າຮ່ວມ ແລະ ການຕິດຕາມກວດກາ ຂອງປະຊາຊົນ ແລະ ສັງຄົມ, ເສີມຂະຫຍາຍບົດບາດເປັນເຈົ້າຂອງຂອງປະຊາຊົນ ໃນການພັດທະນາເສດຖະກິດແລະສັງຄົມ. ໃນນັ້ນ, ການນຳພາຂອງພັກກອມມູນິດຫວຽດນາມ ແມ່ນປັດໄຈຕັດສິນຊີ້ຂາດ, ຮັບປະກັນທິດທາງສັງຄົມນິຍົມ ໃນການພັດທະນາເສດຖະກິດຕະຫຼາດ, ສອດຄ່ອງກັບແຕ່ລະໄລຍະການພັດທະນາຂອງປະເທດ.
ທີສາມ, ຫຼັກການແຈກຢາຍໃນລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມທັງຮັບປະກັນສ້າງແຮງຈູງໃຈ ແລະ ສົ່ງເສີມການແຂ່ງຂັນ, ທັງຮັບປະກັນການແກ້ບັນຫາສັງຄົມໄດ້ດີ: ການແຈກຢາຍສ່ວນໃຫຍ່ແມ່ນອີງຕາມຜົນຂອງແຮງງານ ແລະ ປະສິດທິຜົນທາງດ້ານເສດຖະກິດ, ພ້ອມກັນນັ້ນ ກໍ່ອີງຕາມລະດັບການປະກອບສ່ວນທຶນຮອນ ແລະ ຊັບພະຍາກອນອື່ນໆ ແລະ ແຈກຢາຍຜ່ານລະບົບປະກັນສັງຄົມ ແລະ ສະຫວັດດີການສັງຄົມ.
ທີສີ່, ການເຊື່ອມໂຍງຢ່າງແໜ້ນແຟ້ນລະຫວ່າງການພັດທະນາເສດຖະກິດກັບການພັດທະນາວັດທະນະທຳ ສັງຄົມ ແລະ ປົກປັກຮັກສາສະພາບແວດລ້ອມ; ລວມນະໂຍບາຍເສດຖະກິດເຂົ້າເປັນເອກະພາບກັບນະໂຍບາຍສັງຄົມ, ການເຕີບໂຕທາງດ້ານເສດຖະກິດໄປຄຽງຄູ່ກັບການປະຕິບັດຄວາມກ້າວໜ້າ ແລະ ຄວາມຍຸຕິທຳທາງສັງຄົມໃນແຕ່ລະບາດກ້າວ, ແຕ່ລະນະໂຍບາຍ ແລະ ໃນຕະຫຼອດຂະບວນການພັດທະນາ; ສົ່ງເສີມການສ້າງຄວາມຮັ່ງມີທີ່ຖືກກົດໝາຍ ໄປຄຽງຄູ່ກັບການຫຼຸດຜ່ອນຄວາມທຸກຍາກ; ເສີມຂະຫຍາຍບົດບາດເປັນເຈົ້າຂອງຂອງປະຊາຊົນໃນການພັດທະນາເສດຖະກິດແລະສັງຄົມ.
ບັນດາບົດຮຽນປະສົບການ:
ບົນພື້ນຖານສະພາບຕົວຈິງຂອງການພັດທະນາລະບົບເສດຖະກິດການຕະຫຼາດຕາມທິດສັງຄົມນິຍົມຢູ່ຫວຽດນາມ ໃນໄລຍະ 35 ປີແຫ່ງການປ່ຽນໃໝ່, ພັກກອມມູນິດຫວຽດນາມ ໄດ້ຖອດຖອນບົດຮຽນປະສົບການຈຳນວນໜຶ່ງດັ່ງນີ້:
ທີໜຶ່ງ, ຮັບປະກັນການນຳພາເປັນເອກະພາບຂອງພັກ ແລະ ຍົກສູງຄວາມສາມາດໃນການນຳພາຂອງພັກ, ຮັບປະກັນປະສິດທິພາບແລະປະສິດທິຜົນໃນການຄຸ້ມຄອງຂອງລັດ, ເສີມຂະຫຍາຍກຳລັງແຮງຂອງລະບົບການເມືອງທັງໝົດ ເພື່ອພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ. ສືບຕໍ່ຄົ້ນຄວ້າທິດສະດີແລະສະຫຼຸບສັງລວມພຶດຕິກຳ, ໝູນໃຊ້ບັນດາທັດສະນະຂອງລັດທິມາກ-ເລນິນ, ແນວຄິດໂຮ່ຈີມິນກ່ຽວກັບການພັດທະນາເສດຖະກິດຕະຫຼາດ ຢ່າງປະດິດສ້າງ; ຮຽນຮູ້ແລະເລືອກຮັບເອົາຄວາມຄິດເຫັນ ທັດສະນະ ແລະ ບົດຮຽນປະສົບການ ຈາກການພັດທະນາເສດຖະກິດຕະຫຼາດຂອງບັນດາປະເທດໃນທົ່ວໂລກ; ສະຫຼຸບສັງລວມບັນດາຮູບແບບໃໝ່, ແນວປະຕິບັດທີ່ດີ ແລະ ແບບຢ່າງຂອງການພັດທະນາເສດຖະກິດໃນປະເທດ ເພື່ອຍົກສູງຄວາມສາມາດໃນການວາງແນວທາງ ແຜນນະໂຍບາຍຂອງພັກ, ຊີ້ນຳແລະບໍລິຫານກິດຈະກຳໃນລະບົບເສດຖະກິດຢ່າງທັນການ.
ທີສອງ, ສ້າງຄວາມເຫັນດີເຫັນພ້ອມທາງດ້ານຄວາມຮັບຮູ້ ແລະ ການກະທຳ ໃນລະບົບການເມືອງທັງໝົດ ແລະ ທົ່ວປວງຊົນ ກ່ຽວກັບການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ. ເສດຖະກິດຕະຫຼາດຕາມທິດສັງຄົມນິຍົມແມ່ນຮູບແບບເສດຖະກິດໂດຍລວມ ໃນສະໄໝຂ້າມຜ່ານ ຂຶ້ນສູ່ສັງຄົມນິຍົມ ຢູ່ຫວຽດນາມ; ແມ່ນໜຶ່ງໃນສາມເສົາຫຼັກແຫ່ງການພັດທະນາ ໃນສະໄໝຂ້າມຜ່ານ ຂຶ້ນສູ່ສັງຄົມນິຍົມ ຢູ່ຫວຽດນາມ - ນັ້ນແມ່ນລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ, ປະຊາທິປະໄຕສັງຄົມນິຍົມ ແລະ ລັດແຫ່ງອຳນາດກົດໝາຍສັງຄົມນິຍົມ. ລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ແມ່ນລະບົບເສດຖະກິດຕະຫຼາດທີ່ທັນສະໄໝ, ເຊື່ອມໂຍງສາກົນ, ດຳເນີນການຢ່າງເຕັມທີ່ແລະຄົບຊຸດ ຕາມບັນດາກົດເກນຂອງເສດຖະກິດຕະຫຼາດ ໂດຍມີການຄຸ້ມຄອງຂອງລັດແຫ່ງອຳນາດກົດໝາຍ ພາຍໃຕ້ການນຳພາຂອງພັກກອມມູນິດ; ຮັບປະກັນທິດທາງສັງຄົມນິຍົມ ເພື່ອເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ ມີປະຊາທິປະໄຕ ຍຸຕິທຳ ແລະ ອາລະຍະທຳ” ສອດຄ່ອງກັບແຕ່ລະໄລຍະແຫ່ງການພັດທະນາຂອງປະເທດ.
ທີສາມ, ເຊີດຊູບົດບາດແລະຜົນປະໂຫຍດຂອງປະຊາຊົນ, ເພື່ອປະຊາຊົນໃນການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ. ຖືເອົາຄວາມສຸກແລະຄວາມອິ່ມຫນຳສຳລານຂອງປະຊາຊົນ ເປັນເປົ້າໝາຍຂອງການສ້າງ, ການວາງແຜນການ ແລະ ການຈັດຕັ້ງປະຕິບັດທັດສະນະ ແລະ ນະໂຍບາຍພັດທະນາເສດຖະກິດ. ເຊື່ອມໂຍງນະໂຍບາຍເສດຖະກິດ ກັບນະໂຍບາຍສັງຄົມ, ທຸກນະໂຍບາຍເສດຖະກິດຕ້ອງມຸ່ງສູ່ເປົ້າໝາຍພັດທະນາສັງຄົມ; ທຸກນະໂຍບາຍສັງຄົມຕ້ອງແນໃສ່ສ້າງແຮງຜັກດັນຊຸກຍູ້ການພັດທະນາເສດຖະກິດ. ຮັບປະກັນສິດເປັນເຈົ້າໃນການເຄື່ອນໄຫວເສດຖະກິດຂອງປະຊາຊົນ ຕາມຂໍ້ກຳນົດຂອງລັດຖະທຳມະນູນ ແລະ ກົດໝາຍ; ເສີມຂະຫຍາຍບົດບາດຂອງແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງການເມືອງ-ສັງຄົມ ໃນການສ້າງ ແລະ ຕິດຕາມກວດກາການປະຕິບັດແນວທາງ, ແຜນນະໂຍບາຍ ແລະ ກົດໝາຍ ກ່ຽວກັບເສດຖະກິດ ກໍຄືໃນການພັດທະນາເສດຖະກິດ-ສັງຄົມ.
ທີສີ່, ຕິດຕາມສະພາບຄວາມເປັນຈິງຂອງເສດຖະກິດຂອງປະເທດ ແລະ ຂອງໂລກ; ພ້ອມກັນນັ້ນ, ກໍາແໜ້ນ ແລະ ຄາດຄະເນການພັດທະນາໃໝ່ໃນພາກພື້ນແລະ ໂລກໄດ້ຢ່າງຖືກຕ້ອງແລະທັນທ່ວງທີ ເພື່ອກຳນົດເປົ້າໝາຍ, ແຜນງານ, ຂັ້ນຕອນ, ທັດສະນະ ແລະ ນະໂຍບາຍທີ່ເໝາະສົມ ໃນການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ. ແກ້ໄຂສາຍພົວພັນທີ່ສຳຄັນຕ່າງໆຢ່າງກົມກຽວ, ສົມດຸນ ແລະ ສົມເຫດສົມຜົນເຊັ່ນ: ສາຍພົວພັນລະຫວ່າງການປະຕິບັດຕາມກົດເກນຕະຫຼາດ ແລະ ການຮັບປະກັນທິດທາງສັງຄົມນິຍົມ; ລະຫວ່າງການເຕີບໂຕດ້ານເສດຖະກິດ ແລະ ການພັດທະນາວັດທະນະທໍາ, ປະຕິບັດຄວາມກ້າວໜ້າ ແລະ ຄວາມຍຸດຕິທໍາທາງສັງຄົມ ແລະອື່ນໆ.
ທີຫ້າ, ເຂົ້າໃຈຢ່າງຄົບຖ້ວນກ່ຽວກັບກົດເກນເສດຖະກິດຕະຫຼາດ, ເຄົາລົບ ແລະ ໝູນໃຊ້ກົດເກນເສດຖະກິດຕະຫຼາດຢ່າງຖືກຕ້ອງ, ສອດຄ່ອງກັບເງື່ອນໄຂການພັດທະນາຂອງຫວຽດນາມ. ຮັບປະກັນຄວາມຄົບຊຸດ ລະຫວ່າງບັນດາສ່ວນປະກອບຂອງລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິ, ລະຫວ່າງບັນດາປັດໄຈຕະຫຼາດ ແລະ ປະເພດຕະຫຼາດ, ລະຫວ່າງສະຖາບັນເສດຖະກິດ ກັບສະຖາບັນການເມືອງ ແລະ ສະຖາບັນສັງຄົມ; ລະຫວ່າງລັດ, ຕະຫຼາດ ແລະ ສັງຄົມ.
ທີຫົກ, ຊີ້ນຳຢ່າງແຂງຂັນ ຕໍ່ເນື່ອງ ແລະ ມີຫົວຄິດປະດິດສ້າງ ເພື່ອຈັດຕັ້ງປະຕິບັດແຜນນະໂຍບາຍທີ່ຖືກຕ້ອງຂອງພັກ ກ່ຽວກັບການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ໃຫ້ປະສົບຄວາມສຳເລັດ. ເພີ່ມທະວີການນຳພາການຫັນເປັນນິຕິກຳ ແລະ ການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ ກ່ຽວກັບການພັດທະນາເສດຖະກິດການຕະຫຼາດຕາມທິດສັງຄົມນິຍົມ ເຊິ່ງສຸມໃສ່ນຳພາລັດໃນການປັບປຸງລະບອບລະບຽບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ໃຫ້ສົມບູນ, ສ້າງສະພາບແວດລ້ອມການລົງທຶນ, ທຸລະກິດທີ່ເອື້ອອຳນວຍ, ສົດໃສ ແລະ ຍຸດຕິທຳ ສຳລັບທຸກພາກສ່ວນເສດຖະກິດ ແລະ ຊຸກຍູ້ການປ່ຽນແປງໃໝ່ປະດິດສ້າງ.
ທີເຈັດ, ເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນຢ່າງຕັ້ງໜ້າ ເຊິ່ງຈຸດໜັກແມ່ນການເຊື່ອມໂຍງສາກົນທາງດ້ານເສດຖະກິດ, ເຊື່ອມຕໍ່ເສດຖະກິດຫວຽດນາມກັບເສດຖະກິດຂອງພາກພື້ນແລະໂລກ; ເສີມຂະຫຍາຍກຳລັງແຮງພາຍໃນ ແລະ ຄວາມເປັນເຈົ້າການຂອງລະບົບເສດຖະກິດ ຢ່າງສຸດຂີດ, ໃຊ້ປະໂຫຍດຈາກກຳລັງແຮງພາຍນອກເພື່ອພັດທະນາປະເທດ.
3- ໃນເວລາຕໍ່ໄປ, ຄາດຄະເນວ່າ ສະພາບການສາກົນຈະສືບຕໍ່ຜັນແປໄປຢ່າງຄາດເດົາບໍ່ໄດ້, ເກີດມີບັນຫາໃໝ່ຫຼາຍຢ່າງຂຶ້ນ, ສ້າງທັງຂໍ້ດີແລະຂໍ້ເສຍ, ໂອກາດແລະສິ່ງທ້າທາຍ. ການປະຕິວັດອຸດສາຫະກຳຄັ້ງທີສີ່ ພັດທະນາຢ່າງວ່ອງໄວ ແລະ ເລິກເຊິ່ງ; ສະຖານະການໂລກແລະພາກພື້ນປ່ຽນແປງຢ່າງໄວ, ມີການປ່ຽນແປງຫຼາຍຢ່າງ, ໂດຍສະເພາະແມ່ນການປະທະກັນລະຫວ່າງລັດເຊຍກັບອູແກຣນ; ຜົນກະທົບຮອບດ້ານ ແລະ ແຂງແຮງ ຂອງສະພາບເສດຖະກິດຖົດຖອຍ ແລະ ວິກິດການເສດຖະກິດໂລກ; ການຫຼຸດລົງຂອງການຄ້າແລະການລົງທຶນລະຫວ່າງປະເທດ; ໜີ້ສິນສາທາລະນະທົ່ວໂລກເພີ່ມຂຶ້ນ, ຄວາມສ່ຽງໃນຕະຫຼາດເງິນຕາແລະການເງິນສາກົນ ເພີ່ມຂຶ້ນ; ບັນຫາຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງທີ່ບໍ່ເປັນແບບດັ້ງເດີມ, ການປ່ຽນແປງຂອງດິນຟ້າອາກາດ, ລະດັບນ້ຳທະເລສູງຂຶ້ນ, ປະຊາກອນສູງອາຍຸ, ມົນລະພິດສິ່ງແວດລ້ອມ... ມີຄວາມສັບສົນກວ່າອີກ, ໃນສະເພາະໜ້າແມ່ນຜົນສະທ້ອນຈາກການແຜ່ລະບາດຂອງໂຄວິດ-19.
ເປົ້າໝາຍຂອງຫວຽດນາມແມ່ນ ເຖິງປີ 2025, ສູ້ຊົນທີ່ຈະ: ເປັນປະເທດກຳລັງພັດທະນາທີ່ມີອຸດສາຫະກຳຕາມທິດທັນສະໄໝ, ກ້າວຂ້າມລະດັບລາຍໄດ້ປານກາງຕ່ຳ;ເຖິງປີ 2030: ເປັນປະເທດກຳລັງພັດທະນາທີ່ມີອຸດສາຫະກຳທັນສະໄໝ, ມີລາຍໄດ້ປານກາງສູງ ແລະ ເຖິງປີ 2045, ກາຍເປັນປະເທດທີ່ພັດທະນາ, ມີລາຍໄດ້ສູງ. ດັ່ງນັ້ນ, ການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມມີບົດບາດສຳຄັນ, ເປັນໜຶ່ງໃນເສົາຫຼັກ ແລະ ໜ້າທີ່ຈຸດໜັກໃຈກາງ ເຊິ່ງຕ້ອງໄດ້ຮັບການຊາບຊຶມຢ່າງເລິກເຊິ່ງທັງດ້ານການຮັບຮູ້ ແລະ ການກະທຳ.
ທີໜຶ່ງ, ສືບຕໍ່ຍົກສູງບົດບາດ, ຄຸນນະພາບ ແລະ ປະສິດທິຜົນການນຳພາຂອງ ພັກກອມມູນິດຫວຽດນາມ ໃນການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ. ຍົກສູງຄວາມສາມາດຂອງພັກໃນການວາງກຳນົດແນວທາງ, ແຜນນະໂຍບາຍພັດທະນາເສດຖະກິດ; ເພີ່ມທະວີການນຳພາການຫັນເປັນນິຕິກຳ ແລະ ການຈັດຕັ້ງປະຕິບັດແນວທາງແລະແຜນນະໂຍບາຍຂອງພັກ, ນະໂຍບາຍແລະກົດໝາຍຂອງລັດ ກ່ຽວກັບເສດຖະກິດແລະສັງຄົມ. ເພີ່ມທະວີວຽກງານກວດກາ, ຕິດຕາມກວດກາ, ສະຫຼຸບເບື້ອງຕົ້ນ, ສະຫຼຸບສັງລວມ, ຜ່ານການກວດກາ ແລະ ຕິດຕາມກວດກາເພື່ອກີດກັ້ນຄວາມຜິດພາດ, ພ້ອມກັນນັ້ນກໍເພີ່ມເຕີມ, ປັບປຸງແນວທາງແລະແຜນນະໂຍບາຍຂອງພັກໃຫ້ສົມບູນແບບ. ປັບປຸງໃຫ້ສຳເລັດການສັບຊ້ອນພະນັກງານ ແລະ ຊີ້ນຳນຳພາການປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຖັນແຖວພະນັກງານ ໃນຂົງເຂດເສດຖະກິດ - ສັງຄົມ; ປະຕິບັດຍຸດທະສາດພະນັກງານໃນສະໄໝແຫ່ງການຍູ້ແຮງການຫັນເປັນອຸດສາຫະກຳ ທັນສະໄໝ; ປ່ຽນແປງໃໝ່ຈິນຕະນາການ, ວິທີເຮັດວຽກ, ແກ້ໄຂຜ່ານຜ່າຈຸດອ່ອນ ໃນແຕ່ລະຂອດຂອງວຽກງານພະນັກງານ.
ທີສອງ, ເປັນເອກະພາບແລະຍົກສູງຄວາມຮັບຮູ້ກ່ຽວກັບການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ. ຈຳເປັນຕ້ອງສືບຕໍ່ເປັນເອກະພາບ ແລະ ຍົກສູງຄວາມຮັບຮູ້ກ່ຽວກັບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ, ເຊັ່ນບັນດາເນື້ອໃນຂອງມາດຖານທີ່ທັນສະໄຫມ, ການເຊື່ອມໂຍງກັບສາກົນ; ກ່ຽວກັບກົນໄກການດຳເນີນງານຢ່າງເຕັມທີແລະຄົບຊຸດ ຕາມກົດເກນຂອງເສດຖະກິດຕະຫຼາດ, ມີການຄຸ້ມຄອງຂອງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ໂດຍພັກກອມມູນິດຫວຽດນາມເປັນຜູ້ນຳພາ; ກ່ຽວກັບການຮັບປະກັນທິດທາງສັງຄົມນິຍົມເພື່ອເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ ມີປະຊາທິປະໄຕ ຍຸຕິທຳ ແລະ ອາລະຍະທຳ”, ສອດຄ່ອງກັບແຕ່ລະໄລຍະການພັດທະນາຂອງປະເທດ; ກ່ຽວກັບທີ່ຕັ້ງ ແລະ ບົດບາດຂອງບັນດາພາກສ່ວນເສດຖະກິດ; ກ່ຽວກັບສາຍພົວພັນລະຫວ່າງລັດ, ຕະຫຼາດ ແລະ ສັງຄົມ... ເພື່ອຈາກນັ້ນ ຈະເປັນເອກະພາບໃນຄວາມເຂົ້າໃຈແລະການປະຕິບັດ.
ສົ່ງເສີມການໂຄສະນາເຜີຍແຜ່ໃຫ້ບັນດາພະນັກງານ, ສະມາຊິກພັກ, ລັດຖະກອນ, ພາລະກອນ, ທຸກຂັ້ນ, ທຸກຂະແໜງການ ແລະ ປະຊາຊົນທຸກຊັ້ນຄົນ ກ່ຽວກັບບັນດາເນື້ອໃນ ແລະ ທິດທາງການພັດທະນາລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມຂອງຫວຽດນາມ. ຍູ້ແຮງການຄົ້ນຄວ້າທິດສະດີ, ຜັນຂະຫຍາຍທັດສະນະ, ເນື້ອໃນ, ທາດແທ້ ແລະ ຄຸນລັກສະນະ ຂອງລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມຂອງຫວຽດນາມ. ໃຫ້ຄວາມສຳຄັນກັບການສະຫຼຸບສັງລວມພຶດຕິກຳກ່ຽວກັບການສ້າງແລະພັດທະນາເສດຖະກິດ ເພື່ອເພີ່ມເຕີມ ແລະ ຊີ້ແຈງບັນຫາພາກປະຕິບັດທີ່ເກີດຂຶ້ນ, ຊີ້ແຈງບັນດາຮູບແບບໃໝ່ ແລະ ບົດຮຽນທີ່ດີ ໃນການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມຫວຽດນາມ.
ທີສາມ, ສືບຕໍ່ປັບປຸງບູລະນະລະບອບລະບຽບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ, ສຸມໃສ່ແກ້ໄຂຈຸດອຸດຕັນ. ຍົກສູງຄຸນນະພາບ ແລະ ປະສິດທິພາບ ການບໍລິຫານປະເທດ, ສ້າງແລະປະຕິບັດກົດໝາຍ, ຍຸດທະສາດ, ແຜນກຳນົດແລະແຜນການ. ໃນຂະບວນການຫັນໄປສູ່ການພັດທະນາລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ, ໜຶ່ງໃນ “ຈຸດອຸດຕັນ” ແມ່ນລະບົບກົດໝາຍທີ່ຍັງບໍ່ທັນສົມບູນແບບ, ຍັງທັບຊ້ອນກັນ. ພ້ອມກັນນັ້ນ, ຕໍ່ໜ້າຄວາມຕ້ອງການຂອງການພັດທະນາໃໝ່, ໂດຍສະເພາະຜົນກະທົບຂອງການປະຕິວັດອຸດສາຫະກຳຄັ້ງທີສີ່, ຫຼາຍຂະແໜງການ ແລະ ອາຊີບໃໝ່ເກີດມີຂຶ້ນ, ຈຳເປັນຕ້ອງມີສະພາບແວດລ້ອມທາງດ້ານກົດໝາຍ ເພື່ອຮັບປະກັນການພັດທະນາ. ດັ່ງນັ້ນ, ຈຳເປັນຕ້ອງສ້າງກອບກົດໝາຍ, ສະພາດແວດລ້ອມທີ່ເອື່ອອຳນວຍ ເພື່ອຊຸກຍູ້ການພັດທະນາ, ການລິເລິ່ມທຸລະກິດ, ການປ່ຽນແປງໃໝ່ປະດິດສ້າງ, ການຫັນປ່ຽນດິຈິຕອນ, ການພັດທະນາເສດຖະກິດດິຈິຕອນ, ການສະໜັບສະໜູນ ສົ່ງເສີມການເກີດໃໝ່ ແລະ ການເຄື່ອນໄຫວຂອງຂົງເຂດໃໝ່, ຮູບແບບທຸລະກິດໃໝ່. ສຸມໃສ່ແກ້ໄຂຂໍ້ກຳນົດກົດໝາຍທີ່ຂັດແຍ້ງ, ທັບຊ້ອນ ແລະ ເປັນອຸປະສັກ ຕໍ່ການພັດທະນາເສດຖະກິດ. ສືບຕໍ່ຍູ້ແຮງການປະຕິຮູບດ້ານບໍລິຫານຢ່າງຕັ້ງໜ້າ, ສອດຄ່ອງ ແລະ ມີປະສິດທິຜົນ, ປັບປຸງແລະຍົກສູງຄຸນນະພາບສະພາບແວດລ້ອມທາງທຸລະກິດ, ຮັບປະກັນການແຂ່ງຂັນທີ່ຍຸດຕິທຳ, ສະເໝີພາບ ແລະ ໂປ່ງໃສ.
ປັບປຸງບູລະນະລະບອບລະບຽບກ່ຽວກັບການລະດົມ ແລະ ການຈັດສັນແຫຼ່ງກຳລັງ, ກ່ຽວກັບການຄຸ້ມຄອງ ແລະ ການນຳໃຊ້ທີ່ດິນ, ຊັບພະຍາກອນທຳມະຊາດ, ແຫຼ່ງເງິນລົງທຶນຂອງລັດ ເພື່ອໃຫ້ການຈັດແບ່ງຊັບພະຍາກອນຂອງລັດ ດຳເນີນໄປຕາມກົນໄກຕະຫຼາດ, ຜ່ານການປະມູນຢ່າງເປີດເຜີຍ, ໂປ່ງໃສ ໂດຍມີການເຂົ້າຮ່ວມຂອງວິສາຫະກິດທຸກພາກສ່ວນເສດຖະກິດ. ປັບປຸງບູລະນະລະບອບລະບຽບການພັດທະນາປັດໄຈຕະຫຼາດ ແລະ ປະເພດຕະຫຼາດ ຢ່າງຄົບຊຸດ. ໃຊ້ກົນໄກລາຄາຕະຫຼາດຢ່າງຕໍ່ເນື່ອງກັບສິຄ້າ ແລະ ບໍລິການ, ນັບທັງລາຄາຂອງບໍລິການສາທາລະນະຂັ້ນພື້ນຖານ, ຮັດແຄບລາຄາທີ່ລັດກຳນົດ. ພັດທະນາຢ່າງຄົບຊຸດ, ດ້ວຍໂຄງສ້າງພື້ນຖານ ແລະ ວິທີການທຸລະກຳທີ່ທັນສະໄໝ, ຕະຫຼາດສິນຄ້າແລະບໍລິການ, ຕະຫຼາດການເງິນແລະເງິນຕາ, ຕະຫຼາດວິທະຍາສາດແລະເຕັກໂນໂລຢີ, ຕະຫຼາດແຮງງານ, ຕະຫຼາດອະສັງຫາລິມະຊັບ ເພື່ອໃຫ້ຕະຫຼາດດຳເນີນໄປຢ່າງສະດວກ ໂດຍເຊື່ອມໂຍງຕະຫຼາດພາຍໃນປະເທດກັບຕະຫຼາດໂລກ.
ທີສີ່, ແກ້ໄຂສາຍພົວພັນລະຫວ່າງລັດ ຕະຫຼາດ ແລະ ສັງຄົມຢ່າງກົມກຽວ ໃນການພັດທະນາລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ. ເສີມຂະຫຍາຍບົດບາດຂອງຕະຫຼາດຢ່າງເຕັມທີ່ ໃນການຈັດສັນແຫຼ່ງກຳລັງການຜະລິດ, ຄວບຄຸມການຜະລິດແລະ ການຈໍລະຈອນສິນຄ້າ, ຄຸ້ມຄອງການເຄື່ອນໄຫວຂອງວິສາຫະກິດ ແລະ ກຳຈັດວິສາຫະກິດທີ່ອ່ອນແອ. ພ້ອມກັນນັ້ນ, ສືບຕໍ່ປ່ຽນແປງໃໝ່, ຍົກສູງປະສິດທິຜົນການຄຸ້ມຄອງເສດຖະກິດຂອງລັດ, ສຸມໃສ່ການຍົກສູງຄຸນນະພາບການສ້າງແລະປະຕິບັດກົດໝາຍ, ນະໂຍບາຍ, ຍຸດທະສາດ, ແຜນກຳນົດແລະແຜນການ; ຍຸ້ແຮງການປະຕິຮູບການບໍລິຫານ; ຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ, ສ້າງການພັດທະນາ. ສ້າງເງື່ອນໄຂແລະເສີມຂະຫຍາຍບົດບາດຂອງບັນດາອົງການຈັດຕັ້ງການເມືອງ-ສັງຄົມໃນການປົກປ້ອງສິດທິແລະຜົນປະໂຫຍດຂອງສະມາຊິກ ແລະ ສະມາຊິກ, ວິພາກວິຈານ ແລະ ປະກອບຄຳເຫັນຕໍ່ກົດໝາຍ ແລະ ນະໂຍບາຍຂອງລັດ, ຕິດຕາມກວດກາວິສາຫະກິດ, ອົງການ ແລະ ພະນັກງານ, ລັດຖະກອນ, ພາລະກອນຂອງລັດ ໃນການປະຕິບັດກົດໝາຍ.
ທີຫ້າ, ສືບຕໍ່ຊຸກຍູ້ການພັດທະນາ, ຍົກສູງປະສິດທິຜົນການເຄື່ອນໄຫວຂອງວິສາຫະກິດ. ສຳລັບລັດວິສາຫະກິດ, ໜ້າທີ່ຈຸດໜັກໃຈກາງແມ່ນຍູ້ແຮງການຈັດການກັບໜີ້ເສຍ, ການຖອນທຶນ, ການຫັນເປັນຫຸ້ນສ່ວນ, ການປັບໂຄງສ້າງວິສາຫະກິດ, ການຊຸກຍູ້ການປ່ຽນແປງໃໝ່, ການຍົກສູງລະດັບເຕັກໂນໂລຊີ ແລະ ນຳໃຊ້ການຄຸ້ມຄອງບໍລິສັດທີ່ທັນສະໄໝ. ດຳເນີນການກວດກາແລະຕິດຕາມກວດກາຢ່າງແໜ້ນແຟ້ນ, ບໍ່ໃຫ້ສູນເສຍ ຫຼືສິ້ນເປືອງທຶນແລະຊັບສິນຂອງລັດ. ລັດສະໜັບສະໜູນແລະສົ່ງເສີມການພັດທະນາບັນດາຮູບແບບເສດຖະກິດຮ່ວມມື, ສະຫະກອນ, ວິສາຫະກິດຂະໜາດນ້ອຍແລະຂະໜາດກາງ, ເສດຖະກິດຄົວເຮືອນ, ຟາມໃນການກະສິກໍາ. ປັບປຸງບູລະນະກົນໄກ, ນະໂຍບາຍຊຸກຍູ້ການພັດທະນາເສດຖະກິດເອກະຊົນ, ຖືເສດຖະກິດເອກະຊົນເປັນໜຶ່ງໃນກຳລັງໜູນທີ່ສຳຄັນຂອງລະບົບເສດຖະກິດ. ພັດທະນາວິສາຫະກິດພາກເອກະຊົນຫວຽດນາມໃຫ້ເຂັ້ມແຂງ, ຍົກສູງລະດັບເຕັກໂນໂລຊີ, ພັດທະນາແຫຼ່ງກຳລັງຄົນ, ເປີດກວ້າງຕະຫຼາດ, ປັບປຸງລາຍໄດ້ ແລະ ເງື່ອນໄຂເຮັດວຽກ ຂອງຜູ້ອອກແຮງງານ ແລະ ເຂົ້າຮ່ວມການເຄື່ອນໄຫວສັງຄົມ, ປົກປ້ອງສິ່ງແວດລ້ອມ, ປະຕິບັດຄວາມຮັບຜິດຊອບທາງສັງຄົມ. ຍົກສູງປະສິດທິຜົນຂອງບັນດາໂຄງການຮ່ວມມືພາກລັດ - ເອກະຊົນ ໃນຂົງເຂດກໍ່ສ້າງໂຄງສ້າງພື້ນຖານ. ໃຫ້ບຸລິມະສິດແກ່ໂຄງການລົງທຶນຈາກຕ່າງປະເທດທີ່ມີລະດັບເຕັກໂນໂລຊີສູງ, ພ້ອມແລ້ວທີ່ຈະມອບໂອນເຕັກໂນໂລຊີ, ສ້າງເງື່ອນໄຂໃຫ້ວິສາຫະກິດພາຍໃນປະເທດພັດທະນາ ແລະ ເຂົ້າຮ່ວມຢ່າງມີປະສິດທິຜົນໃນຕ່ອງໂສ້ມູນຄ່າທົ່ວໂລກ.
ທີຫົກ, ຍົກສູງປະສິດທິຜົນການເຊື່ອມໂຍງເສດຖະກິດສາກົນ. ປະສົມປະສານຍຸດທະສາດເຊື່ອມໂຍງເສດຖະກິດສາກົນ ເຂົ້າກັບຍຸດທະສາດພັດທະນາເສດຖະກິດ-ສັງຄົມ. ຍົກສູງຄວາມສາມາດໃນການເຊື່ອມໂຍງ, ປະຕິບັດບຄຳໝັ້ນສັນຍາສາກົນ ແລະ ສັນຍາການຄ້າເສລີ ຢ່າງມີປະສິດທິຜົນ. ນຳໃຊ້ແລະເສີມຂະຫຍາຍປັດໄຈທີ່ເກີດຈາກການເຊື່ອມໂຍງເສດຖະກິດສາກົນ ຢ່າງມີປະສິດທິພາບ, ປ່ຽນເປັນພະລັງຂັບເຄື່ອນການປ່ຽນແປງໃໝ່ ແລະ ຊັບພະຍາກອນວັດຖຸ ເພື່ອການພັດທະນາປະເທດ. ສືບຕໍ່ການສ້າງແລະປັບປຸງບູລະນະລະບົບກົດໝາຍ ແລະ ນະໂຍບາຍ ເພື່ອປະຕິບັດບັນດາຄຳໝັ້ນສັນຍາເຊື່ອມໂຍງເສດຖະກິດສາກົນ ຢ່າງຄົບຖ້ວນ ຕາມແຜນທີ່ໄດ້ວາງໄວ້, ຮັບປະກັນຄວາມຄົບຊຸດ ແລະ ປະສິດທິຜົນ, ຮັກສາສະພາບແວດລ້ອມການລົງທຶນແລະທຸລະກິດທີ່ໝັ້ນຄົງ, ໂດຍບໍ່ກໍ່ໃຫ້ເກີດການລົບກວນ ກະທົບຕໍ່ຜົນປະໂຫຍດຂອງວິສາຫະກິດທີ່ມີຢູ່ ແລະ ນັກລົງທຶນໃໝ່./.
-------------------------
(1) ກົມໃຫຍ່ສະຖິຕິ: “ລາຍງານສະພາບເສດຖະກິດ - ສັງຄົມໃນໄຕມາດທີ IV ແລະ ປີ 2022”, ເວັບໄຊທ໌ຂອງກົມໃຫຍ່ສະຖິຕິ, https://www.gso.gov.vn/bai-top/2022/12/bao-cao-tinh-hinh-kinh-te-xa-hoi-quy-iv-va-nam-2022/
(2) ຫງວຽນ ຝູ ຈ້ອງ: ບາງບັນຫາທິດສະດີ ແລະ ພຶດຕິກຳກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2022, ໜ້າ 31.
(3) ກະຊວງກະສິກຳແລະພັດທະນາຊົນນະບົດ: ລາຍງານການປະຊຸມອອນໄລນ໌ທົ່ວປະເທດ ເພື່ອຜັນຂະຫຍາຍປະຕິບັດ ໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ ແລະ ໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການຫຼຸດຜ່ອນຄວາມທຸກຍາກຢ່າງຍືນຍົງ, ວັນທີ 21 ເມສາ 2022.
(4) ຫງວຽນ ຝູ ຈ້ອງ: ບາງບັນຫາທິດສະດີ ແລະ ພຶດຕິກຳກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ, ປຶ້ມທີ່ໄດ້ແນະນຳ, ໜ້າ 25-26.
(5) ຫງວຽນ ຝູ ຈ້ອງ: ບາງບັນຫາທິດສະດີ ແລະ ພຶດຕິກຳກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ, ປຶ້ມທີ່ໄດ້ແນະນຳ, ໜ້າ 25-27.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1008 (ເດືອນກຸມພາ 2023)