ບັນດາຜົນງານດ້ານທິດສະດີທີ່ຍິ່ງໃຫຍ່ຂອງພັກກອມມູນິດຫວຽດນາມ
ຜ່ານເກືອບ 40 ປີແຫ່ງການປ່ຽນແປງໃໝ່
ຜ່ານເກືອບ 40 ປີແຫ່ງການປ່ຽນແປງໃໝ່
ພາຍຫຼັງເກືອບ 40 ປີແຫ່ງການດຳເນີນຂະບວນການປ່ຽນແປງໃໝ່, ກວ່າ 30 ປີແຫ່ງການປະຕິບັດໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານສູ່ສັງຄົມນິຍົມ (ປີ 1991), ທິດສະດີກ່ຽວກັບແນວທາງການປ່ຽນແປງໃໝ່, ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ມທາງໄປສູ່ສັງຄົມນິຍົມຢູ່ຫວຽດນາມ ນັບມື້ນັບໄດ້ຮັບການພັດທະນາ ແລະ ປັບປຸງໃຫ້ສົມບູນແບບ. ພາລະກິດການປ່ຽນແປງໃໝ່, ກໍ່ສ້າງແລະພັດທະນາປະເທດຕາມເສັ້ນທາງສັງຄົມນິຍົມ ທີ່ລິເລີ່ມໂດຍພັກກອມມູນິດຫວຽດນາມຕັ້ງແຕ່ປີ 1986 ບັນລຸໄຊຊະນະອັນຍິ່ງໃຫຍ່ ແລະຄວາມສຳເລັດທີ່ມີຄວາມສຳຄັນທາງປະຫວັດສາດ; ນຳຫວຽດນາມຈາກປະເທດທຸກຍາກໃນໂລກ ມາເປັນປະເທດກຳລັງພັດທະນາ ທີ່ມີລາຍໄດ້ປານກາງ. ປະເທດຫວຽດນາມພວມໄດ້ຮັບການກໍ່ສ້າງໃຫ້ຈະເລີນຂຶ້ນເລື້ອຍໆ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງຂັ້ນພື້ນຖານແລະທົ່ວເຖິງຫຼາຍຂຶ້ນ, ຖານະບົດບາດຂອງປະເທດໃນເວທີສາກົນນັບມື້ນັບໄດ້ຮັບການປັບປຸງຍົກສູງ. ຜົນສຳເລັດອັນໃຫຍ່ຫຼວງແລະໜ້າພາກພູມໃຈເຫຼົ່ານີ້ ແມ່ນຍ້ອນເຫດຜົນຫຼາຍປະການ, ແຕ່ເຫດຜົນສຳຄັນໜຶ່ງແມ່ນ ພັກກອມມູນິດຫວຽດນາມໄດ້ໝູນໃຊ້ທິດສະດີລັດທິມາກ-ເລນິນ ແລະແນວຄິດໂຮ່ຈີມິນ ຢ່າງປະດິດສ້າງ ເຂົ້າໃນພຶດຕິກຳຕົວຈິງຂອງການກໍ່ສ້າງສັງຄົມນິຍົມຢູ່ຫວຽດນາມ; ດຳເນີນການສະຫຼຸບສັງລວມພຶດຕິກຳ ແລະພັດທະນາທິດສະດີ ກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງໄປສູ່ສັງຄົມນິຍົມຢູ່ຫວຽດນາມ ໃຫ້ສອດຄ່ອງກັບຄວາມເປັນຈິງແຫ່ງການພັດທະນາໃນແຕ່ລະໄລຍະ, ນຳປະເທດຜ່ານຜ່າຄວາມຫຍຸ້ງຍາກແລະສິ່ງທ້າທາຍທັງໝົດຢ່າງປອດໄພ, ສົ່ງເສີມຂະບວນການປ່ຽນແປງໃໝ່ຢ່າງຮອບດ້ານແລະຄົບຊຸດ, ປຸກຕື່ນຈິດໃຈຮັດຊາດຢ່າງແຂງແຮງ ແລະ ຄວາມປາດຖະໜາທີ່ຈະພັດທະນາປະເທດໃຫ້ເຂັ້ມແຂງ ຈະເລີນຮຸ່ງເຮືອງ ແລະມີຄວາມສຸກ.
ຈາກຄວາມເປັນຈິງຂອງການກໍ່ສ້າງ ແລະ ພັດທະນາປະເທດ ແລະ ຂະບວນການຮັບຮູ້ທາງທິດສະດີຂອງພັກກອມມູນິດຫວຽດນາມຕະຫຼອດໄລຍະເວລາເກືອບ 40 ປີແຫ່ງການປ່ຽນແປງໃໝ່, ກໍ່ສ້າງ ແລະ ພັດທະນາປະເທດຕາມເສັ້ນທາງສັງຄົມນິຍົມ, ສາມາດສະຫຼຸບບັນດາຜົນງານທາງທິດສະດີທີ່ສຳຄັນຂອງພັກກອມມູນິດຫວຽດນາມໄດ້ ດ້ວຍເນື້ອໃນຕົ້ນຕໍດັ່ງຕໍ່ໄປນີ້:
ທີໜຶ່ງ, ລະບຸ, ເພີ່ມເຕີມ ແລະ ກຳນົດຮູບແບບເນື້ອໃນລັກສະນະຂອງລັດທິສັງຄົມນິຍົມຫວຽດນາມໃຫ້ຊັດເຈນຍິ່ງຂຶ້ນເລື້ອຍໆ ບົນພື້ນຖານຂອງຄວາມເຂົ້າໃຈທີ່ຖືກຕ້ອງ ກ່ຽວໄລຍະຂ້ານຜ່ານໄປສູ່ລັດທິສັງຄົມນິຍົມ ໃນເງື່ອນໄຂສະເພາະຂອງຫວຽດນາມ.
ໃນຂະບວນການປ່ຽນແປງໃໝ່, ພັກໄດ້ກຳນົດວ່າ ຮູບແບບສັງຄົມນິຍົມປະກອບດ້ວຍຄຸນລັກສະນະ 6 ປະການ, ຈາກນັ້ນ ຈຶງເສີມແລະພັດທະນາຕໍ່ໄປເປັນ 8 ລັກສະນະ ທີ່ສະແດງໃຫ້ເຫັນເຖິງການພັດທະນາຢ່າງຕໍ່ເນື່ອງ ໃນການຮັບຮູ້ທາງທິດສະດີຂອງພັກ ກ່ຽວກັບຮູບແບບລັດທິສັງຄົມນິຍົມ ແລະພ້ອມກັນນັ້ນ ກໍ່ແມ່ນເປົ້າໝາຍຂອງລັດທິສັງຄົມນິຍົມໃນຫວຽດນາມ.
ໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານໄປສູ່ລັດທະສັງຄົມນິຍົມ (ສະບັບເພີ່ມເຕີມແລະພັດທະນາປີ 2011) ໄດ້ຮັບການຮັບຮອງຜ່ານໃນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກກອມມູນິດຫວຽດນາມ, ພັກໄດ້ກຳນົດວ່າ ສັງຄົມສັງຄົມນິຍົມທີ່ຫວຽດນາມກໍ່ສ້າງນັ້ນ ແມ່ນສັງຄົມໜຶ່ງທີ່: 1- ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ມີປະຊາທິປະໄຕ ຍຸດຕິທຳ ແລະ ອາລະຍະທຳ; 2- ໂດຍປະຊາຊົນເປັນເຈົ້າຂອງ; 3- ມີເສດຖະກິດທີ່ພັດທະນາໃນລະດັບສູງ ໂດຍອີງໃສ່ກຳລັງການຜະລິດທີ່ທັນສະໄໝ ແລະການພົວພັນການຜະລິດທີ່ກ້າວໜ້າເໝາະສົມ; 4- ມີວັດທະນະທຳທີ່ກ້າວໜ້າ ແລະ ອຸດົມດ້ວຍເອກະລັກປະຈຳຊາດ; 5- ປະຊາຊົນມີຊີວິດການເປັນຢູ່ທີ່ຮັ່ງມີ, ເສລີ, ມີຄວາມສຸກ ແລະ ມີເງື່ອນໄຂເພື່ອພັດທະນາຢ່າງເຕັມທີ່; 6- ບັນດາເຜົ່າໃນປະຊາຄົມຊາວຫວຽດນາມ ລ້ວນແຕ່ສະເໝີພາບ, ສາມັກຄີກັນ ແລະ ເຄົາລົບນັບຖືກັນ; 7- ມີລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ພາຍໃຕ້ການນຳພາຂອງພັກກອມມູນິດ; 8- ມີການພົວພັນມິດຕະພາບ ແລະ ການຮ່ວມມືກັບບັນດາປະເທດໃນທົ່ວໂລກ.
ດ້ວຍຈິດໃຈແລະຈິນຕະນາການສັດຈະວິພາກກ່ຽວກັບການພັດທະນາສັງຄົມ, ພັກກອມມູນິດຫວຽດນາມເຊື່ອວ່າ: ການກ້າວຂຶ້ນສູ່ລັດທິສັງຄົມນິຍົມແມ່ນຂະບວນການເຄື່ອນໄຫວ ການປ່ຽນແປງ ແລະ ການພັດທະນາຢ່າງຕໍ່ເນື່ອງ, ຈາກລະດັບຕ່ຳໄປສູ່ລະດັບສູງ, ຈາກທີ່ບໍ່ສົມບູນໄປສູ່ຄວາມສົມບູນແບບຫຼາຍຂຶ້ນ. ບັນດາຄຸນລັກສະນະຂອງສັງຄົມສັງຄົມນິຍົມທີ່ຫວຽດນາມສູ້ຊົນກໍ່ສ້າງ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມນັ້ນ ຈະມີການເຄື່ອນໄຫວ ການປ່ຽນແປງ ແລະ ການພັດທະນຢ່າງບໍ່ຢຸດຢັ້ງ. ດັ່ງນັ້ນ, ຕັ້ງແຕ່ເວລານີ້ຈົນເຖິງປີ 2030 ແລະປີ 2045, ບັນດາຄຸນລັກສະນະຂອງສັງຄົມສັງຄົມນິຍົມຫວຽດນາມ ຈະມີການເພີ່ມເຕີມດ້ານຄຸນນະພາບໃໝ່ຢ່າງແນ່ນອນ, ເພື່ອຕອບສະໜອງຄວາມຕ້ອງການ ແລະໜ້າທີ່ຂອງພາລະກິດການກໍ່ສ້າງລັດທິສັງຄົມນິຍົມໃນລະດັບທີ່ສູງກວ່າຫຼາຍ.
ການສ້າງຄຸນລັກສະນະຂອງຮູບແບບສັງຄົມນິຍົມພິເສດສະເພາະຂອງຫວຽດນາມຢ່າງຖືກຕ້ອງນັ້ນ ແມ່ນມາຈາກການຮັບຮູ້ຢ່າງເລິກເຊິ່ງ ກ່ຽວກັບສະໄໝຂ້າມຜ່ານໄປສູ່ລັດທິສັງຄົມນິຍົມ ໃນເງື່ອນໄຂປະຫວັດສາດສະເພາະຂອງຫວຽດນາມ. ຜ່ານຜ່າບັນດາຄຳສອນແລະຂໍ້ຈຳກັດ ອັນເນື່ອງຈາກເງື່ອນໄຂພາວະວິໄສໃນໄລຍະແຫ່ງການເກື້ອກູນອຸດໜູນ, ດ້ວຍທັດສະນະເບິ່ງກົງໄປທີ່ຄວາມຈິງ ແລະ ຕີລາຄາຄວາມຈິງຢ່າງຖືກຕ້ອງ, ພັກກອມມູນິດຫວຽດນາມ ໄດ້ກັບຄືນສູ່ຮາກຖານຂອງລັດທິມາກ-ເລນິນ ແລະ ແນວຄິດໂຮ່ຈີມິນ, ຕີລາຄາຢ່າງພາວະວິໄສ ກ່ຽວກັບບັນຫາພາກປະຕິບັດທີ່ໄດ້ຮັບການຍົກຂຶ້ນມາ ເພື່ອກຳນົດເນື້ອໃນຄວາມຮັບຮູ້ທາງທິດສະດີທີ່ສຳຄັນ ກ່ຽວກັບສະໄໝຂ້າມຜ່ານໄປສູ່ລັດທິສັງຄົມນິຍົມຢູ່ຫວຽດນາມ. ນັ້ນແມ່ນພື້ນຖານເພື່ອໃຫ້ພັກກອມມູນິດຫວຽດນາມຕັດສິນໃຈກ່ຽວກັບແນວທາງທີ່ສະແດງໃນບັນດາຄຸນລັກສະນະຂອງຮູບແບບສັງຄົມນິຍົມຫວຽດນາມ, ໃນນັ້ນມີບັນດາບັນຫາແລະເນື້ອໃນທີ່ກ້າວໜ້າ ເຊັ່ນ ລັກສະນະທົ່ວໄປ, ລັກສະນະທາງເສດຖະກິດ ແລະ ລັກສະນະສະເພາະຂອງລັດ.
ທີສອງ, ເຮົາໄດ້ດຳເນີນການປ່ຽນແປງໃໝ່ຈິນຕະນາການ, ນຳໃຊ້ທິດສະດີສັງຄົມນິຍົມວິທະຍາສາດ ແລະ ແນວຄິດໂຮ່ຈີມິນຢ່າງປະດິດສ້າງ ເຂົ້າໃນຂະບວນການປ່ຽນແປງໃໝ່ປະເທດ ແລະ ກຳນົດເປົ້າໝາຍການພັດທະນາ ໃນການສ້າງສັງຄົມນິຍົມ.
ການພັດທະນາຄວາມຮັບຮູ້ທາງທິດສະດີຂອງພັກກອມມູນິດຫວຽດນາມ ກ່ຽວກັບສະໄໝຂ້າມຜ່ານໄປສູ່ລັດທະສັງຄົມນິຍົມ ແມ່ນຜົນມາຈາກຂະບວນການປ່ຽນແປງໃໝ່ຄວາມນຶກຄິດ, ການສະຫຼຸບສັງລວມພຶດຕິກຳ ແລະ ການນຳໃຊ້ທິດສະດີວິທະຍາສາດສັງຄົມນິຍົມ ແລະ ບັນດາຂໍ້ຄິດວິທະຍາທີ່ສຳຄັນໃນແນວຄິດຂອງໂຮ່ຈີມິນ ຢ່າງປະດິດສ້າງ ເຂົ້າໃນເງື່ອນໄຂສະເພາະຂອງຫວຽດນາມ ໃນແຕ່ລະໄລຍະການພັດທະນາ.
ກອງປະຊຸມໃຫຍ່ຄັ້ງທີ VI ພັກກອມມູນິດຫວຽດນາມ ແມ່ນຂີດໝາຍປະຫວັດສາດທີ່ສຳຄັນ ໃນການປະຕິວັດສັງຄົມນິຍົມຂອງປະຊາຊົນຫວຽດນາມ. ບົນພື້ນຖານບັນດາຜົນງານການປ່ຽນແປງໃໝ່ ຕັ້ງແຕ່ກອງປະຊຸມໃຫຍ່ຄັ້ງທີ VI ຂອງພັກ, ກອງປະຊຸມໃຫຍ່ຄັ້ງທີ VII ຂອງພັກ (ເດືອນມິຖຸນາ 1991) ໄດ້ຮັບຮອງເອົາໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານໄປສູ່ລັດທິສັງຄົມນິຍົມ (ປີ 1991). ນີ້ແມ່ນເອກະສານສໍາຄັນທີ່ມີທິດທາງຍຸດທະສາດ. ກິດຈະກຳການປ່ຽນແປງໃໝ່ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມຕັ້ງແຕ່ປີ 1986 ມາຮອດປະຈຸບັນ ສືບຕໍ່ສອດຄ່ອງກັບເປົ້າໝາຍ ແລະ ເສັ້ນທາງດັ່ງກ່າວ; ໝູນໃຊ້ແລະພັດທະນາທິດສະດີລັດທິມາກ-ເລນິນ ແລະ ແນວຄິດໂຮ່ຈີມິນຢ່າງປະດິດສ້າງ ເພື່ອສ້າງແລະຜັນຂະຫຍາຍຄວາມຮັບຮູ້ໃໝ່ ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງໄປສູ່ສັງຄົມນິຍົມຢູ່ຫວຽດນາມ ໃຫ້ເໝາະສົມກັບສະຖານະການຂອງຊາດ ແລະຍຸກປະຈຸບັນ. ຜ່ານກອງປະຊຸມໃຫຍ່ແຕ່ລະຄັ້ງ, ພັກກອມມູນິດຫວຽດນາມ ໄດ້ມີບັນດາບາດກ້າວການພັດທະນາໃໝ່ ກ່ຽວກັບບັນດາບັນຫາພື້ນຖານນີ້ ບົນພື້ນຖານສະຫຼຸບສັງລວມການປະຕິບັດເປົ້າໝາຍສັງຄົມນິຍົມ ແລະ ຮັບປະກັນຕາມທິດສັງຄົມນິຍົມ, ການກຳນົດເປົ້າໝາຍແລະຄຸນຄ່າຂອງລັດທິສັງຄົມນິຍົມເທື່ອລະກ້າວ ໃນຂະບວນການປ່ຽນແປງໃໝ່ ແລະ ການພັດທະນາປະເທດຊາດ. ການປະເມີນທົ່ວໄປກ່ຽວກັບ 30 ປີແຫ່ງການປະຕິບັດໂຄງການການເມືອງ ປີ 1991 ແລະ 35 ປີແຫ່ງການປະຕິບັດຂະບວນການປ່ຽນແປງໃໝ່, ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມໄດ້ໃຫ້ຄຳເຫັນວ່າ: “ເມື່ອເບິ່ງຄືນເມື່ອ 35 ປີແຫ່ງການປະຕິບັດຂະບວນການປ່ຽນແປງໃໝ່, 30 ປີແຫ່ງການປະຕິບັດໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານໄປສູ່ລັດທິສັງຄົມນິຍົມ, ທິດສະດີກ່ຽວກັບແນວທາງການປ່ຽນແປງໃໝ່ ແລະ ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງໄປສູ່ສັງຄົມນິຍົມຂອງຫວຽດນາມນັບມື້ນັບສົມບູນແບບ ແລະ ເປັນຮູບປະທຳເທື່ອລະກ້າວ”(1).
ກອງປະຊຸມໃຫຍ່ຄັ້ງທີ XIII ພັກກອມມູນິດຫວຽດນາມຕັ້ງເປົ້າເຖິງກາງສະຕະວັດທີ XXI, ສູ້ຊົນທີ່ຈະປ່ຽນຫວຽດນາມໃຫ້ເປັນປະເທດທີ່ພັດທະນາແລ້ວ ຕາມທິດສັງຄົມນິຍົມ ໂດຍກຳນົດເປົ້າໝາຍ ແລະໜ້າທີ່ສະເພາະທີ່ຈະຕ້ອງສຳເລັດໃນແຕ່ລະໄລຍະ. ບັນດາເປົ້າໝາຍມຸ່ງໄປເຖິງເຫດການສຳຄັນໃນການພັດທະນາຂອງປະເທດ ໃນທົດສະວັດຕໍ່ໆໄປ: ເຖິງປີ 2025, ປີສະເຫຼີມສະຫຼອງການປົດປ່ອຍພາກໃຕ້ ແລະຮ່ວມປະເທດຊາດເປັນເອກະພາບຄົບຮອບ 50 ປີ, ຫວຽດນາມເປັນປະເທດກຳລັງພັດທະນາ, ມີອຸດສາຫະກຳຕາມທິດທັນສະໄໝ, ມີລາຍໄດ້ໃນລະດັບປານກາງຕ່ຳ. ເຖິງປີ 2030, ປີສະເຫຼີມສະຫຼອງການສ້າງຕັ້ງ ພັກກອມມູນິດຫວຽດນາມຄົບຮອບ 100 ປີ, ຫວຽດນາມເປັນປະເທດກຳລັງພັດທະນາ, ມີອຸດສາຫະກຳທັນສະໄໝ, ມີລາຍໄດ້ປານກາງສູງ. ເຖິງປີ 2045, ປີສະເຫຼີມສະຫຼອງການສ້າງຕັ້ງປະເທດສາທາລະນະລັດປະຊາທິປະໄຕຫວຽດນາມ (ປະຈຸບັນແມ່ນປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ) ຄົບຮອບ 100 ປີ, ຫວຽດນາມກາຍເປັນປະເທດພັດທະນາແລ້ວ ແລະມີລາຍໄດ້ສູງ.ທີສາມ, ການສະຫຼຸບສັງລວມ, ສືບທອດ, ຊີ້ແຈງທິດທາງສ້າງປະເທດ ໃນສະໄໝຂ້າມຜ່ານໄປສູ່ລັດທິສັງຄົມນິຍົມ.
ໂຄງການການເມືອງ ປີ 1991 ໄດ້ກຳນົດທິດທາງພື້ນຖານ 7 ປະການ ແລະກໍ່ແມ່ນເນື້ອໃນທີ່ຈຳເປັນຂອງການປະຕິວັດສັງຄົມນິຍົມ ແລະການກໍ່ສ້າງລັດທິສັງຄົມນິຍົມ ໃນຍຸກແຫ່ງການປ່ຽນແປງໃໝ່. ວິທີການກຳນົດທິດທາງພື້ນຖານ ກ່ຽວກັບການກໍ່ສ້າງປະເທດ ໃນສະໄໝຂ້າມຜ່ານໄປສູ່ລັດທິສັງຄົມນິຍົມ ທີ່ລະບຸໄວ້ໃນໂຄງການການເມືອງ ປີ 1991 ເຊິ່ງລວມທັງທິດທາງການພັດທະນາ. ຫຼັງຈາກນັ້ນ, ກອງປະຊຸມໃຫຍ່ຄັ້ງທີ X ພັກກອມມູນິດຫວຽດນາມ (ປີ 2006) ຜ່ານການສະຫຼຸບສັງລວມ 20 ປີແຫ່ງການປ່ຽນແປງໃໝ່, ໄດ້ຊັ່ງຊາ ແລະກຳນົດ 8 ທິດທາງທີ່ຮັດກຸມກວ່າອີກ(2).
ສືບຕໍ່ຈິດໃຈເນື້ອໃນຂອງກອງປະຊຸມໃຫຍ່ຄັ້ງທີ X ແລະກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານໄປສູ່ລັດທິສັງຄົມນິຍົມ, (ສະບັບເພີ່ມເຕີມແລະພັດທະນາປີ 2011) ໄດ້ກຳນົດຢ່າງຈະແຈ້ງກ່ຽວກັບເປົ້າໝາຍແລະເສັ້ນທາງໄປສູ່ລັດທິສັງຄົມນິຍົມຢູ່ຫວຽດນາມ ໂດຍຮັບຮອງຜ່ານການເພີ່ມເຕີມ ແລະພັດທະນາບັນດາທິດທາງພື້ນຖານ. ໂຄງການການເມືອງ ປີ 2011 ຂຽນວ່າ: “ເພື່ອປະຕິບັດບັນດາເປົ້າໝາຍຂ້າງເທິງໃຫ້ສຳເລັດຜົນ, ທົ່ວພັກ ແລະ ປະຊາຊົນຂອງພວກເຮົາຕ້ອງເຊີດຊູຈິດໃຈບຸກໂຈມຕີປະຕິວັດ, ເຈດຈຳນົງແຫ່ງການເປັນເຈົ້າຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເສີມຂະຫຍາຍຄວາມສາມາດແລະສະຕິປັນຍາທັງໝົດ, ໃຊ້ປະໂຫຍດຈາກໂອກາດ ແລະ ຜ່ານຜ່າສິ່ງທ້າທາຍທຸກຢ່າງ, ຊາບຊຶມແລະປະຕິບັດເປັນຢ່າງດີ ບັນດາທິດທາງພື້ນຖານ ດັ່ງຕໍ່ໄປນີ້: ທີໜຶ່ງ, ຍູ້ແຮງການຫັນປະເທດເປັນອຸສາຫະກຳ ແລະທັນສະໄໝ ໂດຍຕິດກັບການພັດທະນາເສດຖະກິດພູມປັນຍາ, ການປົກປ້ອງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ. ທີສອງ, ການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ. ທີສາມ, ການສ້າງວັດທະນະທຳທີ່ກ້າວໜ້າແລະອຸດົມໄປດ້ວຍເອກະລັກປະຈຳຊາດ; ການສ້າງຜູ້ຄົນແລະປັບປຸງຍົກສູງຊີວິດຂອງປະຊາຊົນ, ປະຕິບັດຄວາມກ້າວໜ້າ ແລະຄວາມສະເໝີພາບທາງສັງຄົມ. ທີສີ່, ຮັບປະກັນການປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທາງສັງຄົມ. ທີຫ້າ, ປະຕິບັດແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາ; ເປັນເຈົ້າການແລະຕັ້ງໜ້າໃນການເຊື່ອມໂຍງເຂົ້າກັບສາກົນ. ທີຫົກ, ສ້າງປະຊາທິປະໄຕສັງຄົມນິຍົມ, ປະຕິບັດຄວາມສາມັກຄີແຫ່ງຊາດອັນຍິ່ງໃຫຍ່, ເພີ່ມທະວີ ແລະ ຂະຫຍາຍແນວໂຮມປະເທດຊາດ. ທີເຈັດ, ການສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພີ່ອປະຊາຊົນ. ທີແປດ, ສ້າງພັກທີ່ປອດໃສ, ເຂັ້ມແຂງ”(3).
ທິດທາງພື້ນຖານທັງ 8 ປະການທີ່ໄດ້ກ່າວມາຂ້າງເທິງສະແດງໃຫ້ເຫັນລັກສະນະເປັນລະບົບ ແລະສອດຄ່ອງກັນ ຂອງເສັ້ນທາງກ້າວໄປສູ່ລັດທິສັງຄົມນິຍົມຢູ່ຫວຽດນາມ, ທັງຖືກຕາມກະແສຂອງຍຸກສະໄໝ, ສອດຄ່ອງກັບຄວາມເປັນຈິງຂອງຫວຽດນາມ ແລະ ສືບຕໍ່ໄດ້ຮັບການເພີ່ມເຕີມ ແລະຫັນເປັນອັນລະອຽດສະເພາະ ໃນເອກະສານຂອງກອງປະຊຸມໃຫຍ່ຄັ້ງທີ XII ແລະ XIII ຂອງພັກ.
ສັງລວມທິດທາງພື້ນຖານທັງໝົດຂອງການກໍ່ສ້າງສັງຄົມນິຍົມໃນເກືອບ 40 ປີແຫ່ງການປ່ຽນແປງໃໝ່ ໄດ້ສະແດງໃຫ້ເຫັນວ່າ, ພາຍຫຼັງກອງປະຊຸມໃຫຍ່ແຕ່ລະຄັ້ງ, ບົນພື້ນຖານການປະຕິບັດຕົວຈິງຕາມທິດທາງກໍ່ສ້າງສັງຄົມນິຍົມ ໃນແຕ່ລະຂົງເຂດພື້ນຖານ, ພັກກອມມູນິດຫວຽດນາມ ໄດ້ເພີ່ມເຕີມ ແລະພັດທະນາທິດສະດີທິດຢ່າງຈະແຈ້ງ ແລະນັບມື້ນັບເລິກເຊິ່ງ, ສົມບູນ ແລະ ຮອບດ້ານໃນທຸກຂົງເຂດ. ນີ້ແມ່ນການຂຸດຄົ້ນ, ປະດິດສ້າງ ແລະ ທິດສະດີຂອງພັກ ເພື່ອແນໃສ່ຮັບໃຊ້ປະເທດຊາດຫວຽດນາມສັງຄົມນິຍົມ ແລະ ປະຊາຊົນໃນສະພາບການໃໝ່. ນີ້ແມ່ນການຊອກຫາຄົ້ນຄວ້າ, ການປ່ຽນແປງໃໝ່ ແລະ ການອຸທິດທາງທິດສະດີຂອງພັກ ໂດຍມີເປົ້າໝາຍເພື່ອຮັບໃຊ້ປະເທດຊາດຫວຽດນາມສັງຄົມນິຍົມ ແລະຮັບໃຊ້ປະຊາຊົນໃນສະພາບການໃໝ່.
ທີສີ່, ການຄົ້ນພົບ ແລະ ກຳນົດສາຍພົວພັນສຳຄັນທີ່ຕ້ອງໄດ້ຮັບການແກ້ໄຂໃນຂະບວນການປະຕິບັດທິດທາງການກໍ່ສ້າງ ແລະ ພັດທະນາປະເທດ.
ນອກຈາກບັນດາທິດທາງກໍ່ສ້າງປະເທດໃນສະໄໝຂ້າມຜ່ານໄປສູ່ລັດທິສັງຄົມນິຍົມ,ໂຄງການການເມືອງ ປີ 2011 ຍັງໄດ້ເພີ່ມເນື້ອໃນກ່ຽວກັບການກຳແໜ້ນ ແລະ ແກ້ໄຂບັນດາສາຍພົວພັນທີ່ສຳຄັນຢ່າງດີ: “ການພົວພັນລະຫວ່າງການປ່ຽນແປງໃໝ່, ຄວາມໝັ້ນຄົງ ແລະ ການພັດທະນາ; ລະຫວ່າງການປ່ຽນແປງໃໝ່ທາງເສດຖະກິດ ແລະ ການປ່ຽນແປງໃໝ່ທາງດ້ານການເມືອງ; ລະຫວ່າງເສດຖະກິດຕະຫຼາດ ແລະ ທິດທາງສັງຄົມນິຍົມ; ລະຫວ່າງການພັດທະນາກໍາລັງການຜະລິດ ແລະ ການກໍ່ສ້າງແລະປັບປຸງການພົວພັນການຜະລິດສັງຄົມນິຍົມໃຫ້ສົມບູນແບບເທື່ອລະກ້າວ; ລະຫວ່າງການເຕີບໂຕດ້ານເສດຖະກິດ ແລະການພັດທະນາວັດທະນະທຳ, ປະຕິບັດຄວາມກ້າວໜ້າທາງສັງຄົມແລະຄວາມຍຸຕິທຳ; ລະຫວ່າງການສ້າງສາສັງຄົມນິຍົມ ແລະ ການປົກປັກຮັກສາປະເທດຊາດສັງຄົມນິຍົມ; ລະຫວ່າງເອກະລາດ, ຄວາມເປັນເຈົ້າຕົນເອງ ແລະ ການເຊື່ອມໂຍງສາກົນ; ລະຫວ່າງການນຳພາຂອງພັກ, ການຄຸ້ມຄອງຂອງລັດ ແລະ ການເປັນເຈົ້າຂອງຂອງປະຊາຊົນ”(4).
ເຖິງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກກອມມູນິດຫວຽດນາມ (ປີ 2016), ພັກໄດ້ເພີ່ມຄວາມສຳພັນສຳຄັນທີ່ຕ້ອງໄດ້ຮັບການແກ້ໄຂ ໃນຂະບວນການສ້າງລັດທິສັງຄົມນິຍົມ ໃນສະໄໝຂ້າມຜ່ານ, ນັ້ນແມ່ນການພົວພັນລະຫວ່າງລັດແລະຕະຫຼາດ; ພ້ອມກັນນັ້ນ, ການພົວພັນລະຫວ່າງເສດຖະກິດຕະຫຼາດ ແລະທິດທາງສັງຄົມນິຍົມ ໄດ້ຮັບການປັບປ່ຽນເປັນການພົວພັນລະຫວ່າງການປະຕິບັດຕາມກົດເກນຂອງຕະຫຼາດ ແລະ ການຮັບປະກັນທິດທາງສັງຄົມນິຍົມ; ຈົນເຖິງກອງປະຊຸມສູນກາງພັກຄັ້ງທີ 5 (ສະໄໝທີ XII), ການພົວພັນລະຫວ່າງລັດແລະຕະຫຼາດ ໄດ້ຮັບການເພີ່ມເຕີມເປັນການພົວພັນລະຫວ່າງລັດ, ຕະຫຼາດ ແລະ ສັງຄົມ. ຮອດກອງປະຊຸມໃຫຍ່ຄັ້ງທີ XIII (ປີ 2021), ພັກກອມມູນິດຫວຽດນາມເພີ່ມເຕີມການພົວພັນສຳຄັນທີສິບ ຄືການພົວພັນລະຫວ່າງການປະຕິບັດຕາມລະບອບປະຊາທິປະໄຕ ແລະ ການເພີ່ມທະວີຫຼັກນິຕິທຳ, ຮັບປະກັນວິໄນທາງສັງຄົມ.
ມາຮອດປະຈຸບັນ, ພັກກອມມູນິດຫວຽດນາມໄດ້ກຳນົດການພົວພັນໃຫຍ່ 10 ປະການ ທີ່ຈຳເປັນຕ້ອງກຳແໜ້ນ ແລະຈັດການຢ່າງດີ ໃນຂະບວນການກໍ່ສ້າງສັງຄົມນິຍົມຢູ່ຫວຽດນາມ ເຊິ່ງລະອຽດຄືບັນດາການພົວພັນ: 1- ລະຫວ່າງຄວາມໝັ້ນຄົງ ການປ່ຽນແປງໃໝ່ ແລະ ການພັດທະນາ; 2- ລະຫວ່າງການປ່ຽນແປງໃໝ່ທາງດ້ານເສດຖະກິດ ແລະ ການປ່ຽນແປງໃໝ່ທາງດ້ານການເມືອງ; 3- ລະຫວ່າງການປະຕິບັດຕາມບັນດາກົດເກນການຕະຫຼາດ ແລະ ການຮັບປະກັນທິດທາງສັງຄົມນິຍົມ; 4- ລະຫວ່າງການພັດທະນາກຳລັງການຜະລິດ ແລະ ການສ້າງແລະປັບປຸງການພົວພັນການຜະລິດສັງຄົມນິຍົມໃຫ້ສົມບູນເທື່ອລະກ້າວ; 5- ລະຫວ່າງລັດ ຕະຫຼາດ ແລະ ສັງຄົມ; 6- ລະຫວ່າງການເຕີບໂຕທາງດ້ານເສດຖະກິດ ແລະ ການພັດທະນາວັດທະນະທຳ, ປະຕິບັດຄວາມກ້າວໜ້າແລະຄວາມຍຸຕິທຳທາງສັງຄົມ, ການຮັກສາສິ່ງແວດລ້ອມ; 7- ລະຫວ່າງການສ້າງສາ ແລະ ການປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມ; 8- ລະຫວ່າງຄວາມເປັນເອກະລາດ ຄວາມເປັນເຈົ້າຕົນເອງ ແລະ ການເຊື່ອມໂຍງເຂົ້າກັບສາກົນ; 9- ລະຫວ່າງພັກນຳພາ ລັດຄຸ້ມຄອງ ແລະ ປະຊາຊົນເປັນເຈົ້າຂອງ; 10- ລະຫວ່າງການປະຕິບັດຕາມລະບອບປະຊາທິປະໄຕ ແລະ ການເພີ່ມທະວີຫຼັກນິຕິທຳ, ຮັບປະກັນວິໄນທາງສັງຄົມ(5).
ເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກໍ່ໄດ້ເນັ້ນໜັກວ່າ ການພົວພັນເຫຼົ່ານັ້ນແມ່ນການພົວພັນໃຫຍ່ ທີ່ສ່ອງແສງເຖິງບັນດາກົດເກນສັດຈະວິພາກ ແລະບັນຫາທິດສະດີຫຼັກ ກ່ຽວກັບແນວທາງການປ່ຽນແປງໃໝ່ ຂອງພັກກອມມູນິດຫວຽດນາມ ເຊິ່ງຈຳເປັນຕ້ອງສືບຕໍ່ເພີ່ມເຕີມໃຫ້ສົມບູນ ແລະ ພັດທະນາໃຫ້ສອດຄ່ອງກັບການປ່ຽນແປງໃນພຶດຕິກຳຕົວຈິງ; ຕ້ອງໄດ້ຮັບຄວາມເຂົ້າໃຈຢ່າງຖືກຕ້ອງ ຄົບຖ້ວນ, ຕ້ອງຊາບຊຶມຢ່າງເລິກເຊິ່ງ ແລະ ປະຕິບັດຢ່າງດີ ມີປະສິດທິຜົນ(6). ການພົວພັນໃຫຍ່ 10 ປະການແມ່ນການສັງລວມຄວາມຮັບຮູ້ທາງທິດສະດີສູງ ຂອງພັກກອມມູນິດຫວຽດນາມ ກ່ຽວກັບສະໄໝຂ້າມຜ່ານໄປສູ່ລັດທິສັງຄົມນິຍົມ, ປະກອບສ່ວນຊີ້ແຈ້ງບັນດາກົດເກນການກໍ່ສ້າງສັງຄົມນິຍົມຫວຽດນາມເວົ້າລວມ, ກົດເກນແຫ່ງການກຳອຳນາດຢ່າງມີວິທະຍາສາດ ຂອງພັກກອມມູນິດຫວຽດນາມເວົ້າສະເພາະ.
ທີຫ້າ, ການເປັນຮູບເປັນຮ່າງຂອງແນວຄວາມຄິດ “ເສດຖະກິດການຕະຫຼາດຕາມທິດສັງຄົມນິຍົມ” ແມ່ນການປ່ຽນແປງໃໝ່ຄວາມຮັບຮູ້ໂດຍພື້ນຖານ, ການບຸກທະລຸໃນຈິນຕະນາການທິດສະດີ ແລະ ພຶດຕິກຳການນຳພາພາລະກິດການປ່ຽນແປງໃໝ່ ແລະ ກໍ່ສ້າງສັງຄົມນິຍົມຢູ່ຫວຽດນາມ.
ຈິດໃຈແຫ່ງການປ່ຽນແປງໃໝ່ໄດ້ສະແດງອອກໃນໂຄງການການເມືອງປີ 1991 ແລະໃນເອກະສານກອງປະຊຸມໃຫຍ່ຄັ້ງທີ VII ຂອງພັກ ເມື່ອພັກຊີ້ອອກຢ່າງຈະແຈ້ງວ່າ: ການສ້າງພື້ນຖານເສດຖະກິດສິນຄ້າຫຼາຍພາກສ່ວນຕາມທິດສັງຄົມນິຍົມ, ດຳເນີນການຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດ; ພ້ອມກັນນັ້ນ, ຍັງໄດ້ລະບຸແນວຄວາມຄິດລະບອບກຳມະສິດສ່ວນລວມ ໂດຍກຳນົດຈະແຈ້ງວ່າ ນັ້ນແມ່ນກຳມະສິດສ່ວນລວມ “ກ່ຽວກັບບັນດາປັດໄຈການຜະລິດຕົ້ນຕໍ”. ເຖິງກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ, ແນວຄວາມຄິດ “ພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ” ໄດ້ຮັບການຢືນຢັນຢ່າງໝັ້ນຄົງດ້ວຍທັດສຳນຶກວ່າ “ພື້ນຖານເສດຖະກິດສິນຄ້າຫຼາຍພາກສ່ວນ ດຳເນີນການຕາມກົນໄກຕະຫຼາດ ໂດຍມີການຄຸ້ມຄອງບໍລິຫານຂອງລັດ ຕາມທິດທາງສັງຄົມນິຍົມ; ນັ້ນແມ່ນພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ”(7).
ໃນສະໄໝຂ້າມຜ່ານໄປສູ່ລັດທິສັງຄົມນິຍົມ, ຫວຽດນາມປະຕິບັດພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ທີ່ມີຫຼາຍຮູບແບບກຳມະສິດ, ຫຼາຍພາກສ່ວນເສດຖະກິດ; ໃນນັ້ນ ເສດຖະກິດຂອງລັດມີີບົດບາດເປັນເຈົ້ານຳພາ, ເສດຖະກິດຂອງລັດພ້ອມກັນກັບເສດຖະກິດລວມໝູ່ ນັບມື້ນັບກາຍເປັນຮາກຖານທີ່ໝັ້ນຄົງ ຂອງເສດຖະກິດແຫ່ງຊາດ.
ພາຍຫຼັງເກືອບ 40 ປີແຫ່ງການປ່ຽນແປງໃໝ່, ຫວຽດນາມພວມກ້າວເຂົ້າສູ່ໄລຍະການພັດທະນາໃໝ່, ຄ່ອຍໆປັບປຸງພື້ນຖານເສດຖະກິດຕະຫຼາດທີ່ທັນສະໄໝ ດຳເນີນໄປຢ່າງຄົບຖ້ວນ ແລະ ສອດຄ່ອງກັບທິດທາງສັງຄົມນິຍົມ, ກໍ່ສ້າງລະບອບປະຊາທິປະໄຕສັງຄົມນິຍົມ, ກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ຂອງປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ ແລະ ການເຊື່ອມໂຍງສາກົນນັບມື້ນັບເລິກເຊິ່ງ; ອາໄສສິ່ງດັ່ງກ່າວ, ລະດັບຊີວິດແລະຄຸນນະພາບຊີວິດຂອງປະຊາຊົນ ໄດ້ຮັບການປັບປຸງຍົກສູງຫຼາຍເທື່ອເມື່ອທຽບກັບສອງສາມທົດສະວັດກ່ອນ.
ທີຫົກ, ຄວາມຮັບຮູ້ທີ່ຮອບດ້ານ ແລະ ເລິກເຊິ່ງກ່ວາອີກ ກ່ຽວກັບບັນດາແຮງຂັບເຄື່ອນ ແລະ ຊັບພະຍາກອນ ໃນການສ້າງສັງຄົມນິຍົມທີ່ມີລັກສະນະສະເພາະຂອງຫວຽດນາມ, ພິເສດແມ່ນ ການເຊີດຊູບົດບາດຂອງວັດທະນະທຳ ໃນຖານະກຳລັງແຮງພາຍໃນ ແລະ ແຮງກະຕູ້ນທີ່ສຳຄັນ ຂອງຂະບວນການພັດທະນາຂອງປະເທດ.
ບົນພື້ນຖານທັດສະນະຂອງລັດທິມາກ-ເລນິນ ແລະ ແນວຄິດໂຮ່ຈີມິນ, ໃນເກືອນ 40 ປີແຫ່ງການປ່ຽນແປງໃໝ່, ພັກກອມມູນິດຫວຽດນາມໄດ້ກຳນົດແລະຊີ້ແຈງ ບັນດາແຮງຂັບເຄື່ອນຕົ້ນຕໍ ເພື່ອກໍ່ສ້າງລັດທິສັງຄົມນິຍົມຢູ່ຫວຽດນາມ, ລວມທັງການເສີມຂະຫຍາຍລະບອບປະຊາທິປະໄຕສັງຄົມນິຍົມ; ມະຫາສາມັກຄີປວງຊົນທັງຊາດ; ວັດທະນະທຳ (ເຊິ່ງແກນກາງຄືການເສີມຂະຫຍາຍປັດໄຈມະນຸດ); ການປະສານສົມທົບຢ່າງກົມກຽວຜົນປະໂຫຍດສັງຄົມ ກັບຜົນປະໂຫຍດລວມໝູ່ ແລະຜົນປະໂຫຍດຂອງບຸກຄົນ, ການເອົາໃຈໃສ່ເຖິງຜົນປະໂຫຍດທີ່ແທດຈິງຂອງປະຊາຊົນ; ການສຶກສາແລະຝຶກອົບຮົມ, ວິທະຍາສາດແລະເຕັກໂນໂລຊີ; ຄວາມຍຸຕິທຳທາງສັງຄົມ, ການປ່ຽນແປງໃໝ່ປະດິດສ້າງ. ນັ້ນແມ່ນຜົນຂອງຂະບວນການຊອກຫາ ຄົ້ນຄວ້າທິດສະດີ ທີ່ຕິດພັນກັບການສະຫຼຸບສັງລວມພຶດຕິກຳຕົວຈິງໃນການກໍ່ສ້າງສັງຄົມນິຍົມ ເພື່ອດັດປັບຄວາມຮັບຮູ້, ເພີ່ມເຕີມ ແລະ ພັດທະນາທິດສະດີ ໃຫ້ສອດຄ່ອງເໝາະສົມກັບໄລຍະການພັດທະນາໃໝ່.
ຈິດໃຈດັ່ງກ່າວສືບຕໍ່ໄດ້ຮັບການສືບທອດ ຢືນຢັນ ແລະ ຫັນເປັນຮູບປະທຳ ຜ່ານບັນດາກອງປະຊຸມໃຫຍ່ຄັ້ງທີ XI ແລະ XII ຂອງພັກ. ເຖິງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ທັດສະນະກ່ຽວກັບແຮງຂັບເຄື່ອນການພັດທະນາ 3 ປະການຖືເປັນໜຶ່ງໃນຈຸດໃໝ່ທີ່ໂດດເດັ່ນ. ຕາມນັ້ນ, ພັກກອມມູນິດຫວຽດນາມເນັ້ນໜັກເຖິງ “ການປຸກລະດົມຈິດໃຈຮັກຊາດຢ່າງແຂງແຮງ, ເຈດຈຳນົງແຫ່ງການສ້າງຊາດໃຫ້ເຂັ້ມແຂງ, ກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ ແລະ ຄວາມມຸ່ງມາດປາດຖະໜາທີ່ຈະພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງ ແລະມີຄວາມສຸກ”(8); ເສີມຂະຫຍາຍລະບອບປະຊາທິປະໄຕສັງຄົມນິຍົມ, ກຳລັງແຮງສັງລວມຂອງລະບົບການເມືອງທັງໝົດ ແລະ ຂອງພື້ນຖານວັດທະນະທຳແລະຜູ້ຄົນຫວຽດນາມ, ບຳລຸງຫຼໍ່ລ້ຽງກຳລັງແຮງຂອງປະຊາຊົນ, ປັບປຸງຍົກສູງຄຸນນະພາບຊັບພະຍາກອນມະນຸດ, ມີກົນໄກໃນການດຶງດູດແລະໃຊ້ຜູ້ທີ່ມີຄວາມເກ່ງກ້າສາມາດ, ຊຸກຍູ້ການປ່ຽນແປງໃໝ່ປະດິດສ້າງ, ປະຍຸກວິທະຍາສາດແລະເຕັກໂນໂລຊີຢ່າງແຂງແຮງ ໂດຍສະເພາະ ຜົນສຳເລັດຂອງການປະຕິວັດອຸດສາຫະກຳຄັ້ງທີສີ່; ສົມທົບກຳລັງແຮງຂອງຊາດ ກັບກຳລັງແຮງຂອງຍຸກສະໄໝ; ໃຊ້ຊັບພະຍາກອນພາຍໃນໃຫ້ເກີດປະໂຫຍດສູງສຸດ ແລະ ໃຊ້ປະໂຫຍດຈາກຊັບພະຍາກອນພາຍນອກ, ສ້າງແຮງຂັບເຄື່ອນໃໝ່ໃຫ້ແກ່ການພັດທະນາປະເທດຢ່າງໄວແລະຍືນຍົງ.
ນັບແຕ່ເມື່ອດຳເນີນການປ່ຽນແປງໃໝ່ (ປີ 1986) ມາຮອດປະຈຸບັນ, ແນວຄວາມຄິດທິດສະດີຂອງພັກກອມມູນິດຫວຽດນາມ ກ່ຽວກັບແຫຼ່ງຊັບພະຍາກອນພາຍໃນ ໄດ້ພັດທະນາໃນທິດທາງເນັ້ນໜັກເຖິງບົດບາດນັບມື້ນັບໃຫຍ່ຫຼວງ ຂອງວັດທະນະທຳໃນການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດ. ວັນທຳນະທຳແມ່ນຮາກຖານທາງຈິດໃຈຂອງສັງຄົມ ທັງເປັນເປົ້າໝາຍ ແລະ ແຮງຂັບເຄື່ອນຊຸກຍູ້ການພັດທະນາປະເທດຢ່າງຍືນຍົງ. ເປັນຄັ້ງທຳອິດ ທີ່ໃນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ຄຸນຄ່າວັດທະນະທຳກາຍເປັນເນື້ອໃນທີ່ສຳຄັນ ໃນສາມເນື້ອໃນຂອງ “ການບຸກທະລຸທາງຍຸດທະສາດ”, ແມ່ນຈຸດທີ່ແຕກຕ່າງຈາກເມື່ອກ່ອນ ທີ່ພຽງແຕ່ກ່າວເຖິງການບຸກທະລຸທາງດ້ານເສດຖະກິດເທົ່ານັ້ນ. ພິເສດ, ເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໄດ້ຊີ້ໃຫ້ເຫັນເຖິງໜ້າທີ່ໃໝ່ທີ່ຕ້ອງໄດ້ປະຕິບັດ ເຊິ່ງກ່ອນໜ້ານີ້ຢຸດພຽງຂໍ້ສະເໜີແນະ ແລະທິດທາງເທົ່ານັ້ນ, ນັ້ນແມ່ນ “ສຸມໃສ່ການຄົ້ນຄວ້າ ກຳນົດ ແລະ ຜັນຂະຫຍາຍ ການກໍ່ສ້າງລະບົບຄຸນຄ່າຂອງຊາດ, ລະບົບຄຸນຄ່າທາງວັດທະນະທຳ ແລະ ມາດຕະຖານຂອງມະນຸດທີ່ຕິດພັນກັບການຮັກສາ ແລະ ພັດທະນາລະບົບຄຸນຄ່າຄອບຄົວຫວຽດນາມໃນຍຸກໃໝ່”(9).
ທີເຈັດ, ສຸມໃສ່ການກຳນົດເປົ້າໝາຍ ແລະ ລະບົບຄຸນຄ່າມະນຸດສະທຳຂອງລັດທິສັງຄົມນິຍົມຫວຽດນາມ ໃນສະພາບການໃໝ່; ຈັດການຄວາມສຳພັນລະຫວ່າງການເຕີບໂຕທາງເສດຖະກິດ ຕິດພັນກັບຄວາມກ້າວໜ້າ, ຄວາມຍຸຕິທຳທາງສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມ ໃນທຸກຂັ້ນຕອນຂອງການພັດທະນາ ຢ່າງກົມກຽວແລະສົມເຫດສົມຜົນ.
ໃນບົດຄວາມທີ່ສຳຄັນ “ບາງບັນຫາທິດສະດີແລະພຶດຕິກຳກ່ຽວກັບລັດທິສົງຄົມນິຍົມ ແລະ ເສັ້ນທາງໄປສູ່ສັງຄົມນິຍົມຢູ່ຫວຽດນາມ”, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຊີ້ໃຫ້ເຫັນຢ່າງໜ້າເຊື່ອຖືເຖິງເປົ້າໝາຍ ແລະ ພ້ອມກັນນັ້ນກໍ່ແມ່ນບັນດາຄຸນຄ່າມະນຸດສະທຳແລະແທ້ຈິງ ຂອງລັດທິສັງຄົມນິຍົມຫວຽດນາມ: “ພວກເຮົາຕ້ອງການສັງຄົມທີ່ການພັດທະນາມີໄວ້ເພື່ອຜູ້ຄົນຢ່າງແທ້ຈິງ, ບໍ່ແມ່ນເພື່ອຜົນກຳໄລດ້ວຍການຂູດຮີດແລະຢຽບຢ່ຳກຽດສັກສີຂອງມະນຸດ. ພວກເຮົາຕ້ອງການການພັດທະນາເສດຖະກິດໄປຄຽງຄູ່ກັບຄວາມກ້າວໜ້າ ແລະ ຄວາມຍຸຕິທຳທາງສັງຄົມ, ບໍ່ແມ່ນການເພີ່ມຊ່ອງຫວ່າງລະຫວ່າງຄົນຮັ່ງມີກັບຄົນທຸກຍາກ ແລະ ຄວາມບໍ່ສະເໝີພາບທາງສັງຄົມ. ພວກເຮົາຕ້ອງການສັງຄົມທີ່ມີຄວາມເມດຕາ, ຄວາມສາມັກຄີ ແລະ ການຊ່ວຍເຫຼືອເຊິ່ງກັນແລະກັນ, ມຸ່ງສູ່ຄວາມກ້າວໜ້າແລະຄຸນຄ່າຂອງມະນຸດ, ບໍ່ແມ່ນການແຂ່ງຂັນທີ່ບໍ່ຍຸດຕິທໍາ ແບບ "ປາໃຫຍ່ກິນປານ້ອຍ" ເພື່ອຜົນປະໂຫຍດທີ່ເຫັນແກ່ຕົວຂອງບຸກຄົນແລະກຸ່ມນ້ອຍໆ. ພວກເຮົາຕ້ອງການການພັດທະນາແບບຍືນຍົງທີ່ສອດຄ່ອງກັບທຳມະຊາດ ເພື່ອຮັບປະກັນຊີວິດການເປັນຢູ່ທີ່ສົດໃສ ສຳລັບຄົນລຸ້ນປະຈຸບັນແລະລຸ້ນອະນາຄົດ, ບໍ່ແມ່ນເພື່ອສະແຫວງຫາຜົນປະໂຫຍດ, ໃຊ້ຊັບພະຍາກອນແລະບໍລິໂພກວັດສະດຸຢ່າງບໍ່ມີກຳນົດ ແລະ ທຳລາຍສິ່ງແວດລ້ອມ”(10).
ພັກກອມມູນິດຫວຽດນາມຕັ້ງໜ້າ “ປະຕິບັດຄວາມກ້າວໜ້າ ແລະ ຄວາມຍຸຕິທຳທາງສັງຄົມ ໃນແຕ່ລະບາດກ້າວການພັດທະນາ ແລະ ແຕ່ລະນະໂຍບາຍ” ໃນຂະບວນການສ້າງສາແລະພັດທະນາປະເທດ. ຄວາມຮຽກຮ້ອງຕ້ອງການໃນ “ຄວາມກ້າວໜ້າແລະຄວາມຍຸຕິທຳ” ໄດ້ຮັບການປະຕິບັດຢ່າງຄົບຖ້ວນໃນທົ່ວທຸກຂົງເຂດສັງຄົມ ນັບແຕ່ການສຶກສາ, ສາທາລະນະສຸກ, ຄອບຄົວ, ສິ່ງແວດລ້ອມ, ການລົບລ້າງຄວາມອຶດຫີວ ຫຼຸດຜ່ອນຄວາມທຸກຍາກ, ຈົນເຖິງການປະກັນສັງຄົມແລະສະຫວັດດີການ, ການສຶກສາທາງຮ່າງກາຍ-ກິລາ, ວັດທະນະທໍາການບັນເທີງ, ຄວາມເປັນລະບຽບຮຽບຮ້ອຍແລະຄວາມປອດໄພທາງສັງຄົມ, ການຮັບປະກັນສິດທິມະນຸດ, ການປ້ອງກັນແລະຕ້ານອາຊະຍາກໍາແລະຄວາມຊົ່ວຮ້າຍທາງສັງຄົມ. ລັດມີບົດບາດສຳຄັນໃນການລະດົມທຸກແຫຼ່ງກຳລັງຂອງສັງຄົມໃຫ້ເຂົ້າຮ່ວມການແກ້ໄຂບັນຫາສັງຄົມ, ຮັບປະກັນໃຫ້ປະຊາຊົນທຸກຄົນ ສາມາດຊົມໃຊ້ຄວາມສຳເລັດຂອງການພັດທະນາແລະການປ່ຽນແປງໃໝ່ໄດ້ ຢ່າງຄຸ້ມຄ່າແລະເທົ່າທຽມກັນ, ສ້າງສັງຄົມທີ່ມີອາລະຍະທຳແລະຖືກຕ້ອງປອງດອງ, ສູ້ຊົນທີ່ຈະນຳຄວາມຜາສຸກແລະຄວາມຈະເລີນພັດທະນາມາໃຫ້ປະຊາຊົນ.
ທີແປດ, ພັດທະນາທິດສະດີກ່ຽວກັບຊາດ-ປະເທດຊາດສະໄໝໃໝ່ ແລະ ການປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະ ໜ້າທີ່ທີ່ໜັກໜ່ວງແລະສັບສົນຫຼາຍຂຶ້ນ ໃນໄລຍະການພັດທະນາໃໝ່.
ຜົນສຳເລັດໃນການພັດທະນາທິດສະດີຂອງພັກກອມມູນິດຫວຽດນາມ ກ່ຽວກັບທິດທາງພື້ນຖານຂອງການກ້າວໄປສູ່ລັດທິສັງຄົມນິຍົມຢູ່ຫວຽດນາມ ແລະ ບັນດາການພົວພັນໃຫຍ່ທີ່ຈຳເປັນຕ້ອງເຂົ້າໃຈ ແລະ ແກ້ໄຂຢ່າງດີ ໃນຂະບວນການປ່ຽນແປງໃໝ່, ໃນສະໄໝແຫ່ງການຂ້າມຜ່ານໄປສູ່ລັດທິສັງຄົມນິຍົມ ເຊິ່ງໄດ້ລະບຸແລະໝູນໃຊ້ເຂົ້າໃນການວາງກຳນົດ ແລະປະຕິບັດແນວທາງ ແລະນະໂຍບາຍຂອງພັກແລະລັດ ຜ່ານແຕ່ລະໄລຍະເວລາສະເພາະ ຂອງສະໄໝແຫ່ງການປ່ຽນແປງໃໝ່ ແລະ ນຳມາເຊິ່ງຜົນສຳເລັດຢ່າງມະຫາສານໃນການກໍ່ສ້າງ ພັດທະນາປະເທດ ແລະ ປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມ.
ໜຶ່ງໃນບັນດາຜົນສຳເລັດທາງທິດສະດີທີ່ໂດດເດັ່ນ ຂອງພັກກອມມູນິດຫວຽດນາມ ໃນຂົງເຂດນີ້ແມ່ນກ່ຽວກັບ “ຄູ່ຕໍ່ສູ້” ແລະ “ຄູ່ຮ່ວມມື”. ໃນສະພາບການໃໝ່ ຄູ່ຕໍ່ສູ້ແລະຄູ່ຮ່ວມມື ກໍ່ມີການປ່ຽນແປງຕາມການພັດທະນາຂອງສະຖານະການ, ໃນຄູ່ຮ່ວມມືອາດຈະມີຈຸດທີ່ຕ້ອງຕໍ່ສູ້, ໃນຄູ່ຕໍ່ສູ້ກໍມີຈຸດທີ່ສາມາດຮ່ວມມືໄດ້. ຕໍ່ສູ້ເພື່ອຊຸກຍູ້ການຮ່ວມມື, ຫຼຸດຜ່ອນຄວາມແຕກຕ່າງ ແລະຂໍ້ຂັດແຍ່ງ; ຮ່ວມມືດ້ວຍຄວາມຈິງໃຈ, ເຄົາລົບຜົນປະໂຫຍດອັນຊອບທຳ ແລະ ປະຕິບັດຕາມກົດໝາຍສາກົນ, ແຕ່ຕ້ອງລະວັງຕໍ່ການປະນີປະນອມລະຫວ່າງບັນດາປະເທດໃຫຍ່ ທີ່ສ້າງຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງຫວຽດນາມ. ການຕໍ່ສູ້ຕ້ອງຕັ້ງໝັ້ນແລະເດັດດ່ຽວ, ແຕ່ຍືດຫຍຸ່ນແລະຄ່ອງແຄ້ວ ໂດຍໃຊ້ຫຼາຍວິທີທີ່ແຕກຕ່າງກັນ ດ້ວຍຈຸດປະສົງແມ່ນເພື່ອຮັກສາສັນຕິພາບ, ຊຸກຍູ້ການຮ່ວມມື, ຮັບປະກັນຜົນປະໂຫຍດສູງສຸດຂອງຊາດ-ປະເທດຊາດ.
ພັກກອມມູນິດຫວຽດນາມໄດ້ສະຫຼຸບສັງລວມພຶດຕິກຳເພື່ອກຳນົດຍຸດທະສາດ: ປົກປັກຮັກສາປະເທດຊາດຕັ້ງແຕ່ຕົ້ນ, ຈາກໄລຍະໄກ, ເມື່ອປະເທດບໍ່ຕົກຢູ່ໃນອັນຕະລາຍ, ອີງໃສ່ກຳລັງແຮງສັງລວມຂອງຫວຽດນາມ. ກຳລັງແຮງສັງລວມແມ່ນກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ; ກຳລັງແຮງຂອງກອງທັບປະຊາຊົນ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຊາຊົນທີ່ເປັນຫຼັກແຫຼ່ງ ແລະ ໄດ້ຮັບການກໍ່ສ້າງໃຫ້ເປັນກອງກຳລັງຫຼວງ, ຊຳນານການຮົບ ແລະ ທັນສະໄໝເທື່ອລະກ້າວ, ສ້າງຄວາມສາມາດສະກັດກັ້ນທີ່ຈຳເປັນ, ຮັບປະກັນການກຳຈັດໄພນາບຂູ່ຕັ້ງແຕ່ຕົ້ນ, ຈາກໄລຍະໄກ, ຈາກແຫຼ່ງກຳເນີດ, ປົກປັກຮັກສາສັນຕິພາບ ແລະ ປ້ອງກັນສົງຄາມ; ຄວາມເຂັ້ມແຂງຂອງວັດທະນະທໍາຫວຽດນາມ; ຄວາມເຂັ້ມແຂງຂອງເສດຖະກິດຍັງຄົງເຕີບໂຕຢ່າງຕໍ່ເນື່ອງ; ພະລັງແຫ່ງຄວາມຍຸຕິທຳ, ການໃຊ້ປະໂຫຍດ ແລະຍາດແຍ່ງບັນດາກອງກຳລັງທີ່ກ້າວໜ້າ, ຮັກສັນຕິພາບ, ປົກປ້ອງຄວາມຍຸຕິທຳ ແລະ ປົກປັກຮັກສາກົດໝາຍສາກົນໃນໂລກ.
ທີເກົ້າ, ທິດສະດີກ່ຽວກັບການກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ທີ່ນັບມື້ນັບໄດ້ຮັບການປັບປຸງແລະພັດທະນາ ເພື່ອປັບປຸງຍົກສູງປະສິດທິພາບແລະປະສິດທິຜົນ ໃນການເຄື່ອນໄຫວຂອງລັດ, ເພີ່ມທະວີການປະຕິບັດລະບອບປະຊາທິປະໄຕ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະໜ້າທີ່ ຂອງການປ່ຽນແປງໃໝ່ ແລະ ການພັດທະນາປະເທດຕາມທິດທາງສັງຄົມນິຍົມ.
ລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມ ຖືກກຳນົດໂດຍຄຸນລັກສະນະທີ່ສຳຄັນ ເຊິ່ງກາຍເປັນຫຼັກການໃນການອອກແບບລັດຫວຽດນາມ, ຄື: ອຳນາດທັງໝົດເປັນຂອງປະຊາຊົນ ຂຶ້ນກັບປະຊາຊົນ. ອຳນາດລັດຖືກລວມສູນແລະເປັນເອກະພາບໂດຍປະຊາຊົນ, ໂດຍບໍ່ມີການແບ່ງແຍກອຳນາດ, ບໍ່ແມ່ນແຕ່ “ການໃຊ້ອຳນາດຖ່ວງດຸນອຳນາດ”. ອຳນາດລວມສູນເປັນເອກະພາບ ແລະ ບໍ່ມີການແບ່ງແຍກ, ແຕ່ພາຍໃນໂຄງປະກອບອຳນາດລັດຕ້ອງມີ ການແບ່ງງານ, ການປະສານສົມທົບ ແລະ ການຄວບຄຸມ ລະຫວ່າງບັນດາອົງການຂອງລັດ ໃນການປະຕິບັດອຳນາດນິຕິບັນຍັດ, ອຳນາດບໍລິຫານ ແລະ ອຳນາດຕຸລາການ ເພື່ອຮັບປະກັນຄວາມເປັນເອກະພາບ ແລະການບັນຈົບກັນໄປສູ່ເປົ້າໝາຍ “ການປະຕິບັດ ແລະ ປົກປັກຮັກສາອຳນາດຂອງປະຊາຊົນ". ເປົ້າໝາຍພື້ນຖານຂອງຂະບວນການປ່ຽນແປງໃໝ່ເວົ້າລວມ, ຂອງການປ່ຽນແປງໃໝ່ດ້ານການເມືອງ ແລະ ການປ່ຽນແປງໃໝ່ລະບົບການເມືອງເວົ້າສະເພາະຂອງຫວຽດນາມ ແມ່ນການກໍ່ສ້າງປະຊາທິປະໄຕສັງຄົມນິຍົມ, ເສີມຂະຫຍາຍສິດເປັນເຈົ້າຂອງ ຂອງປະຊາຊົນ. ຕາມນັ້ນ, ການກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ແມ່ນໜຶ່ງໃນບັນດາເງື່ອນໄຂຕັດສິນເບື້ອງຕົ້ນ ເພື່ອປະຕິບັດ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງຂອງປະຊາຊົນ.
ແນວຄວາມຄິດ "ລັດແຫ່ງອຳນາດກົດໝາຍ" ຖືກນໍາໃຊ້ຄັ້ງທໍາອິດໃນເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດກາງສະໄໝທີ VII ຂອງພັກກອມມູນິດຫວຽດນາມ (ປີ 1994). ຢ່າງໃດກໍຕາມ, ເຖິງກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ (ປີ 2001), “ການກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ” ຈຶ່ງຖືກຖືວ່າແມ່ນໜຶ່ງໃນບັນດາໜ້າທີ່ທີ່ມີລັກສະນະຍຸດທະສາດ ແລະສອດຫ້ອຍຕະຫຼອດສະໄໝຂ້າມຜ່ານໄປສູ່ລັດທິສັງຄົມນິຍົມ. ຈິດໃຈນີ້ໄດ້ຮັບການຢືນຢັນໃນເອກະສານກອງປະຊຸມໃຫຍ່ຄັ້ງທີ X, XI ແລະ XII ຂອງພັກກອມມູນິດຫວຽດນາມ, ເມື່ອພັກຖືວ່າ “ລັດແຫ່ງອຳນາດກົດໝາຍສັງຄົມນິຍົມຂອງປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ, ໂດຍພັກກອມມູນິດເປັນຜູ້ນໍາພາ” ແມ່ນໜຶ່ງໃນ 8 ຄຸນລັກສະນະຂອງສັງຄົມສັງຄົມນິຍົມທີ່ຊາວຫວຽດນາມກຳລັງກໍ່ສ້າງ. ບັນດາເນື້ອໃນຂອງການກໍ່ສ້າງລັດໄດ້ຮັບການຮັບຮອງເອົາໃນລັດຖະທຳມະນູນປີ 2013 ສະແດງໃຫ້ເຫັນເຖິງຄວາມກ້າວໜ້າທີ່ສຳຄັນຂອງພັກກອມມູນິດຫວຽດນາມ ໃນດ້ານທັດສະນະ ແລະ ຄວາມຮັບຮູ້ທາງທິດສະດີກ່ຽວກັບການກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ. ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢືນຢັນວ່າ “ສືບຕໍ່ການກໍ່ສ້າງແລະປັບປຸງບູລະນະ ລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມ ຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ພາຍໃຕ້ການນຳພາຂອງພັກ ແມ່ນໜ້າທີ່ຈຸດໜັກໃຈກາງຂອງການປ່ຽນແປງໃໝ່ລະບົບການເມືອງ”(11). ກອງປະຊຸມສູນກາງພັກຄັ້ງທີ 6 ສະໄໝທີ XIII ປະເມີນວ່າ: “ຮູບແບບລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມໄດ້ຮັບການປັບປຸງໃຫ້ສົມບູນແບບຢ່າງຕໍ່ເນື່ອງ ແລະດຳເນີນການຕາມກົນໄກ “ພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າຂອງ”, ປະກອບສ່ວນສຳຄັນເຂົ້າໃນບັນດາຜົນສຳເລັດອັນຍິ່ງໃຫຍ່ ແລະມີຄວາມໝາຍທາງປະຫວັດສາດຂອງພາລະກິດການປ່ຽນແປງໃໝ່, ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ”(12).
ທີສິດ, ພັດທະນາທິດສະດີກ່ຽວກັບບົດບາດ ແລະພາລະກຳຂອງພັກກອມມູນິດຫວຽດນາມ, ພິເສດແມ່ນ ໃນການກໍ່ສ້າງແລະປັບປຸງພັກ ແລະ ລະບົບການເມືອງໃຫ້ສະອາດປອດໃສ ແລະໝັ້ນຄົງເຂັ້ມແຂງ, ແນໃສ່ຮັບປະກັນການນຳພາທີ່ຖືກຕ້ອງ, ສະຫຼາດສ່ອງໃສຂອງພັກ ຕໍ່ພາລະກິດການປ່ຽນແປງໃໝ່ປະເທດ, ສ້າງສາແລະປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມ.
ຜ່ານເກືອບ 40 ປີແຫ່ງການປ່ຽນແປງໃໝ່, ລະບົບທິດສະດີຂອງພັກໄດ້ກຳນົດທີ່ຕັ້ງ ແລະ ບົດບາດຂອງແຕ່ລະຂົງເຂດ ໃນແນວທາງໂດຍລວມ ຂອງການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ ຢ່າງຈະແຈ້ງຍິ່ງຂຶ້ນ: ການພັດທະນາເສດຖະກິດແມ່ນໜ້າທີ່ຈຸດໜັກໃຈກາງ; ວັດທະນະທຳແມ່ນພື້ນຖານທາງຈິດໃຈຂອງສັງຄົມ; ການຮັບປະກັນການປ້ອງກັນປະເທດແລະຄວາມໝັ້ນຄົງແມ່ນໜ້າທີ່ປະຈຳທີ່ສຳຄັນ; ການກໍ່ສ້າງພັກແມ່ນໜ້າທີກຸນແຈ. ເຫດຜົນທີ່ການກໍ່ສ້າງພັກແມ່ນໜ້າທີ່ກຸນແຈແມ່ນຍ້ອນ ພຽງແຕ່ກໍ່ສ້າງພັກທີ່ສະອາດປອດໃສ ໝັ້ນຄົງເຂັ້ມແຂງ, ມີຄວາມສາມາດນຳພາ ແລະ ກຳລັງແຮງສູ້ຮົບສູງເທົ່ານັ້ນ ພັກຈຶ່ງສາມາດສະເໜີ ແລະ ຈັດຕັ້ງຜັນຂະຫຍາຍແນວທາງການເມືອງທີ່ຖືກຕ້ອງ, ຈັດການແກ້ໄຂບັນດາບັນຫາທີ່ເກີດຈາກຂະບວນການປ່ຽນແປງໃໝ່ປະເທດ ຢ່າງເໝາະສົມ ແລະທັນທ່ວງທີ, ສົມກັບບົດບາດຂອງພັກດຽວທີ່ກຳອຳນາດ ແລະ ຮັກສາຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ພັກ.
ມີບົົດບາດກຸນແຈສຳຄັນ, ດັ່ງນັ້ນ ການສ້າງພັກທີ່ປະສົບຜົນສຳເລັດເປັນສິ່ງຕັດສິນຊີ້ຂາດເຖິງຄວາມເຂັ້ມແຂງທັງໝົດຂອງລະບົບການເມືອງ ແລະ ເຖິງພາລະກິດການປ່ຽນແປງໃໝ່ທັງໝົດ ແລະ ການຮັກສາທິດທາງສັງຄົມນິຍົມ. ການກໍ່ສ້າງພັກຈຶ່ງກາຍເປັນບາດກ້າວບຸກທະລຸ, ປູທາງໄປສູ່ການປ່ຽງແປງໃໝ່ທັງໝົດໃນຂົງເຂດອື່ນໆ.
ທິດສະດີກ່ຽວກັບພັກນຳພາແລະກຳອຳນາດໄດ້ຮັບການຊີ້ແຈງ ແລະຫັນເປັນອັນລະອຽດຕື່ມອີກ ໂດຍຜ່ານເນື້ອໃນແລະແງ່ມຸມຕົ້ນຕໍດັ່ງນີ້: 1- ພັກນຳພາໃນຕະຫຼອດທຸກຍຸກສະໄໝຂອງການປະຕິວັດ, ພັກກຳອຳນາດພຽງແຕ່ໃນໄລຍະທີ່ພັກຍາດໄດ້ອຳນາດ ກຳອຳນາດລັດ ແລະ ໃຊ້ລັດຖະບານ ເພື່ອບັນລຸວັດຖຸປະສົງ ແລະ ອຸດົມການຂອງຕົນເທົ່ານັ້ນ; 2- ການນຳພາຂອງພັກຕົ້ນຕໍແລະກ່ອນອື່ນໝົດແມ່ນ ດ້ວຍບົດບາດ ແລະພາລະກຳນຳໜ້າ, ຊີ້ທິດ ພາທາງ ໂດຍອາໄສສະຕິປັນຍາທີ່ສະຫຼາດສ່ອງໃສ, ຄຸນສົມບັດສິນທຳທີ່ຜ່ອງໃສ, ແນວທາງທີ່ມີວິທະຍາສາດ ແລະ ການຈັດຕັ້ງທີ່ໜັກແໜ້ນ; ພັກກຳອຳນາດແມ່ນການເຄື່ອນໄຫວທີ່ພັກຍຶດຖື ປະຕິບັດ ແລະ ຄວບຄຸມອຳນາດ, ກ່ອນອື່ນໝົດແມ່ນ ອຳນາດລັດ, ເພື່ອບັນລຸເປົ້າໝາຍ ແລະ ອຸດົມຄະຕິ; 3- ຈັດແຍກແລະກຳນົດຢ່າງຊັດເຈນລະຫວ່າງພາລະໜ້າທີ່ນຳພາແລະກຳອຳນາດຂອງພັກ ກັບພາລະໜ້າທີ່ຄຸ້ມຄອງບໍລິຫານຂອງລັດ, ໜ້າທີ່ໃນການເປັນຕົວແທນ ແລະ ປົກປ້ອງສິດທິແລະຜົນປະໂຫຍດທີ່ຊອບທຳ ຖືກກົດໝາຍ ຂອງອົງການຈັດຕັ້ງທາງການເມືອງ-ສັງຄົມສຳລັບແຕ່ລະຊົນຊັ້ນທາງສັງຄົມ.
ທິດສະດີໂຄງປະກອບວຽກງານກໍ່ສ້າງພັກນັບມື້ນັບໄດ້ຮັບການພັດທະນາ ແລະເປັນຮູບປະທຳ. ຈາກການກຳນົດວ່າ ວຽກງານການກໍ່ສ້າງພັກປະກອບດ້ວຍ 3 ດ້ານຄື: ການເມືອງ ແນວຄິດ ແລະ ການຈັດຕັ້ງ, ໄດ້ແບ່ງແລະຂະຫຍາຍເປັນ 5 ດ້ານຄື: ການເມືອງ, ແນວຄິດ, ຈະລິຍະທຳ, ການຈັດຕັ້ງ ແລະ ພະນັກງານ. ການທີ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກກຳນົດໃຫ້ການກໍ່ສ້າງພັກທາງດ້ານຄຸນສົມບັດສິນທຳເປັນເນື້ອໃນໂຄງປະກອບວຽກງານກໍ່ສ້າງພັກນັ້ນ ແມ່ນອີງໃສ່ພື້ນຖານແນວຄິດຂອງປະທານໂຮ່ຈິີມິນ ກ່ຽວກັບຈະລິຍະທຳ, ທິດສະດີຈະລິຍະທຳໃນການປົກຄອງ ແລະ ວັດທະນະທຳການເມືອງຂອງພັກ; ປະກອບສ່ວນເພີ່ມເຕີມແລະຊີ້ແຈງບົດບາດ, ຂະໜາດ ແລະ ລັກສະນະນຳໜ້າຂອງພັກ. ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຍັງໄດ້ແຍກວຽກງານການກໍ່ສ້າງພັກທາງດ້ານພະນັກງານ ອອກຈາກວຽກງານການກໍ່ສ້າງພັກທາງດ້ານການຈັດຕັ້ງ; ພ້ອມກັນນັ້ນ, ໄດ້ສະຫຼຸບບົດຮຽນໃຫຍ່ 5 ບົດ, ໃນນັ້ນ ບົດຮຽນຕົ້ນຕໍແມ່ນກ່ຽວກັບການກໍ່ສ້າງແລະປັບປຸງພັກ. ພິເສດ, ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກສືບຕໍ່ເພີ່ມຄວາມຮັບຮູ້ໃໝ່ທີ່ສຳຄັນ ກ່ຽວກັບວຽກງານການກໍ່ສ້າງແລະປັບປຸງພັກ; ເນັ້ນໜັກເຖິງການເຊື່ອມຕໍ່ການກໍ່ສ້າງແລະປັບປຸງພັກ ກັບການກໍ່ສ້າງລະບົບການເມືອງທີ່ສະອາດປອດໃສ ແລະໝັ້ນຄົງເຂັ້ມແຂງ. ນີ້ກໍ່ແມ່ນໜ້າທີ່ແລະທິດທາງຈຸດສຸມໃນໄລຍະຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ຊຸມປີຕໍ່ໄປ.
***
ບັນດາຜົນງານອັນຍິ່ງໃຫຍ່ໃນການພັດທະນາທິດສະດີ ຂອງພັກກອມມູນິດຫວຽດນາມ ຕະຫຼອດໄລຍະເວລາເກືອບ 40 ປີແຫ່ງການປ່ຽນແປງໃໝ່ ໄດ້ສະແດງໃຫ້ເຫັນເຖິງຄວາມຍຶດໝັ້ນເປົ້າໝາຍການກໍ່ສ້າງສັງຄົມນິຍົມ, ການພັດທະນາລັດທິມາກ-ເລນິນແລະແນວຄິດໂຮ່ຈີມິນຢ່າງປະດິດສ້າງ ໃນສະພາບປະຫວັດສາດສະເພາະຂອງຫວຽດນາມ, ມີບົດບາດແລະຄວາມໝາຍຕັດສິນຊີ້ຂາດ ໃນຄວາມສຳເລັດທີ່ຍິ່ງໃຫຍ່ ແລະສຳຄັນທາງປະຫວັດສາດຂອງການກໍ່ສ້າງ ແລະ ພັດທະນາປະເທດເຮົາໃນເກືອບ 40 ປີທີ່ຜ່ານມາ. ນີ້ກໍ່ແມ່ນພື້ນຖານທາງວິທະຍາສາດແລະພຶດຕິກຳທີ່ສຳຄັນ ທີ່ຊ່ວຍໃຫ້ພັກກອມມູນິດຫວຽດນາມວາງກຳນົດແນວທາງແລະແຜນນະໂຍບາຍການກໍ່ສ້າງ ແລະ ພັດທະນາປະເທດໃນສະໄໝໃໝ່, ມຸ່ງສູ່ການປະຕິບັດເປົ້າໝາຍໃຫ້ສຳເລັດພາຍໃນກາງສະຕະວັດທີ XXI ຫວຽດນາມຈະກາຍເປັນປະເທດທີ່ພັດທະນາແລ້ວ ຕາມທິດທາງສັງຄົມນິຍົມ./.
----------------------
* ບົດຄວາມນີ້ແມ່ນຜົນງານຂອງຫົວຂໍ້ວິທະຍາສາດລະດັບຊາດ: “ບັນດາຜົນງານໃນການພັດທະນາທິດສະດີຂອງພັກກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງໄປສູ່ສັງຄົມນິຍົມຢູ່ຫວຽດນາມຜ່ານເກືອບ 40 ປີແຫ່ງການປ່ຽນແປງໃໝ່”, ລະຫັດ: KX.04.02/21-25
(1) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 103.
(2) ເບິ່ງ: ເອກະສານຄົບຊຸດຂອງພັກ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2018, ເຫຼັ້ມ 65, ໜ້າ 139-140.
(3), (4) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI, ສພຈ. ການເມືອງແຫ່ງຊາດ ສື້ເຖິດ, ຮ່າໂນ້ຍ, 2011, ໜ້າ 71-72, 72-73.
(5), (6) ເບິ່ງ: ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 119, 39.
(7) ເອກະສານຄົບຊຸດຂອງພັກ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2016, ເຫຼັ້ມ 60, ໜ້າ 181.
(8) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 34.
(9) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 143.
(10) ຫງວຽນຝູຈ້ອງ: “ບາງບັນຫາທິດສະດີແລະພຶດຕິກຳກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງໄປສູ່ສັງຄົມນິຍົມຢູ່ຫວຽດນາມ”, ວາລະສານກອມມູນິດ, ສະບັບທີ 966 (ເດືອນພຶດສະພາ 2021), ໜ້າ 5-6.
(11) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 174.
(12) ເອກະສານກອງປະຊຸມຄະນະບໍລິຫານງານສູນກາງພັກຄັ້ງທີ 6 ສະໄໝທີ XIII, , ສພຈ. ການເມືອງແຫ່ງຊາດ ສື້ເຖິດ, ຮ່າໂນ້ຍ, 2022, ໜ້າ 36.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1033 (ເດືອນມີນາ 2024)