ອີງໃສ່ປະຊາຊົນເພື່ອກໍ່ສ້າງ ແລະ ປັບປຸງພັກ
ຕາມຈິດໃຈຂອງກອງປະຊຸມໃຫຍ່ຄັ້ງທີ XIII
ຂອງພັກກອມມູນິດຫວຽດນາມ
ຕາມຈິດໃຈຂອງກອງປະຊຸມໃຫຍ່ຄັ້ງທີ XIII
ຂອງພັກກອມມູນິດຫວຽດນາມ
ທ່ານເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ພ້ອມກັບປະຊາຊົນບັນດາເຜົ່າຢູ່ບ້ານ ເຕິງຈູ, ຕາແສງ ເອີກາວ, ນະຄອນ ບວນມາທວດ, ແຂວງ ດັກລັກ _ ພາບ: TTXVN
ການໝູນໃຊ້ແນວຄິດໂຮ່ຈິມິນ ຢ່າງປະດິດສ້າງ ກ່ຽວກັບການເສີມຂະຫຍາຍ
ບົດບາດຂອງປະຊາຊົນ ໃນພາລະກິດປະຕິວັດ ຂອງພັກກອມມູນິດຫວຽດນາມ
ເສີມຂະຫຍາຍບົດບາດຂອງປະຊາຊົນ ແລະ ອີງໃສ່ປະຊາຊົນເພື່ອກໍ່ສ້າງພັກ ແມ່ນຫຼັກການກໍ່ສ້າງພັກຈາກທັດສະນະຂອງລັດທິມາກ-ເລນິນ. ເພາະວ່າພັກກອມມູນິດຫວຽດນາມບໍ່ມີຈຸດປະສົງອື່ນໃດນອກຈາກຮັບໃຊ້ປະເທດຊາດ ແລະ ຮັບໃຊ້ປະຊາຊົນ. ປະຊາຊົນແມ່ນກຳລັງໜູນອັນໜັກແໜ້ນຂອງພັກ. ສຳລັບພັກ “ແນວທາງ, ນະໂຍບາຍທັງໝົດຕ້ອງມາຈາກຊີວິດ, ຄວາມມຸ່ງມາດປາດຖະໜາ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ຖືເອົາຄວາມຜາສຸກ ແລະ ຄວາມຈະເລີນຮຸ່ງເຮືອງຂອງປະຊາຊົນເປັນເປົ້າໝາຍສູ້ຊົນ”(1).
ດັ່ງນັ້ນ, ຕາມທ່ານປະທານໂຮ່ຈິມິນ, ທັດສະນະພື້ນຖານຂອງການເພິ່ງພາປະຊາຊົນເພື່ອກໍ່ສ້າງພັກແມ່ນ “ຕາມເສັ້ນທາງປະຊາຊົນ”, ດ້ວຍ 6 ເນື້ອໃນພື້ນຖານຄື: “ເອົາຜົນປະໂຫຍດຂອງປະຊາຊົນ ກ່ອນ; ໃກ້ຊິດຕິດແທດກັບປະຊາຊົນ;/ ສົນທະນາທຸກຢ່າງກັບປະຊາຊົນ, ອະທິບາຍໃຫ້ປະຊາຊົນ ເຂົ້າໃຈແຈ້ງ;/ ຖ້າເຮົາມີຂໍ້ບົກຜ່ອງ ຈົງຕິຊົມຕົນເອງຢ່າງຊື່ສັດຕໍ່ໜ້າປະຊາຊົນ, ແລະຍິນດີໃຫ້ປະຊາຊົນ ວິພາກວິຈານເຮົາ;/ ກຽມພ້ອມທີ່ຈະຮຽນຮູ້ຈາກປະຊາຊົນ;/ ເຮົາຕ້ອງເປັນຕົວຢ່າງຄວາມດຸໝັ່ນ ປະຢັດ ແລະສັດຊື່ໃຫ້ປະຊາຊົນ ປະຕິບັດຕາມ”(2).
ກຳລັງແຮງຂອງພັກແມ່ນມາຈາກກໍາລັງຂອງປະຊາຊົນ. ວຽກງານກໍ່ສ້າງ ແລະປັບປຸງພັກໃຫ້ນັບມື້ນັບບໍລິສຸດແລະເຂັ້ມແຂງ, ປັບປຸງຍົກສູງຄວາມສາມາດນຳພາ ກຳອຳນາດ ແລະ ກຳລັງແຮງສູ້ຮົບຂອງພັກ ບໍ່ພຽງແຕ່ແມ່ນວຽກງານຂອງພັກເທົ່ານັ້ນ, ແຕ່ຍັງແມ່ນຄວາມຮັບຜິດຊອບຂອງປະຊາຊົນອີກດ້ວຍ, ເພາະພັກເປັນຂອງປະເທດຊາດ; ພັກບໍ່ມີເປົ້າໝາຍອື່ນໃດນອກຈາກການຮັບໃຊ້ປະເທດຊາດ ແລະ ຮັບໃຊ້ປະຊາຊົນ. ເຮັດໄດ້ຄືແນວນັ້ນ, ພັກຕ້ອງຕິດພັນກັບປະຊາຊົນ, ຊຸກຍູ້ປະຊາທິປະໄຕ, ຮັບປະກັນບົດບາດເປັນເຈົ້າຂອງຂອງປະຊາຊົນ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ປະຊາຊົນເຂົ້າຮ່ວມການກໍ່ສ້າງ ແລະ ປັບປຸງພັກຢ່າງແທດຈິງແລະມີປະສິດທິຜົນ.
ໃນຂະບວນການນຳພາການປະຕິວັດ, ພັກກອມມູນິດຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ເອົາໃຈໃສ່ນຳການນຳໃຊ້ ແລະ ພັດທະນາແນວຄິດໂຮ່ຈີມິນຢ່າງມີຫົວຄິດປະດິດສ້າງ ໃນການເຊີດຊູບົດບາດຂອງປະຊາຊົນ, ອີງໃສ່ປະຊາຊົນເພື່ອກໍ່ສ້າງພັກ. ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໄດ້ຕີລາຄາສູງ ບົດບາດຂອງປະຊາຊົນ ໃນການກໍ່ສ້າງ ແລະ ປັບປຸງພັກ, ພ້ອມກັນນັ້ນ ກຳນົດທິດທາງ, ໜ້າທີ່ ແລະ ວິທີແກ້ໄຂ ເພື່ອແນໃສ່ປະຕິບັດໜ້າທີ່ສຳຄັນໃນໄລຍະຈະມາເຖິງ, ພິເສດແມ່ນການໝູນໃຊ້ບັນດາເນື້ອໃນແລະວິທີການເສີມຂະຫຍາຍບົດບາດຂອງປະຊາຊົນແລະອີງໃສ່ປະຊາຊົນໃນການກໍ່ສ້າງແລະປັບປຸງພັກ ຢ່າງຄົບຖ້ວນ, ຮອບດ້ານ, ປະດິດສ້າງ ແລະ ນັບມື້ນັບເລິກເຊິ່ງ.
ການເພິ່ງພາປະຊາຊົນເພື່ອກໍ່ສ້າງແລະປັບປຸງພັກ ແມ່ນແຜນນະໂຍບາຍທີ່ສອດຄ່ອງ ແລະ ສະໝ່ຳສະເໝີພັກກອມມູນິດຫວຽດນາມ ນັບແຕ່ມື້ສ້າງຕັ້ງພັກ, ແລະ ເປັນປະສົບການອັນມີຄ່າຂອງພັກໃນຂະບວນການນຳພາການປະຕິວັດຫວຽດນາມ. ກອງປະຊຸມໃຫຍ່ຄັ້ງກ່ອນຂອງພັກ ລ້ວນແຕ່ໄດ້ຍົກບັນຫາການອີງໃສ່ປະຊາຊົນເພື່ອກໍ່ສ້າງພັກ, ທັງໃນກົດລະບຽບຂອງພັກ ແລະ ໃນການສະຫຼຸບຖອດຖອນບົດຮຽນ. ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໄດ້ສະແດງໃຫ້ເຫັນເຖິງແນວຄິດໃໝ່ ແລະ ຄວາມຕັດສິນໃຈທາງດ້ານການເມືອງສູງໃນການ “ສ້ອມແປງ” ແນວຄິດພາຍໃນ ເພື່ອກໍ່ສ້າງພັກທີ່ບໍລິສຸດ ແລະ ໝັ້ນຄົງເຂັ້ມແຂງຢ່າງແທ້ຈິງ. ກອງປະຊຸມໃຫຍ່ໄດ້ຮຽກຮ້ອງໃຫ້ເພີ່ມທະວີບົດບາດສຳຄັນ ແລະ ການເຂົ້າຮ່ວມຢ່າງມີປະສິດທິຜົນ ຂອງປະຊາຊົນໃນການສ້າງ, ປະກາດໃຊ້, ການຈັດຕັ້ງປະຕິບັດ ແຜນນະໂຍບາຍ ແນວທາງຂອງພັກ ແລະ ນະໂຍບາຍ ກົດໝາຍຂອງລັດ; ບົນພື້ນຖານການຮັບປະກັນຜົນປະໂຫຍດທີ່ກົມກຽວ ລະຫວ່າງລັດ, ວິສາຫະກິດ ແລະ ປະຊາຊົນ, ລະຫວ່າງບັນດາເຂດ, ພາກພື້ນ ແລະ ທ້ອງຖິ່ນ; ເອົາໃຈໃສ່ຕໍ່ກຸ່ມຄົນດ້ອຍໂອກາດໃນສັງຄົມ. ມະຕິເລກທີ 23-QD/TW, ລົງວັນທີ 30 ກໍລະກົດ 2021 ຂອງກົມການເມືອງສູນກາງພັກ “ກ່ຽວກັບການປະກາດໃຊ້ກົດລະບຽບການຂົນຂວາຍປະຊາຊົນຂອງລະບົບການເມືອງ”, ສືບຕໍ່ປັບປຸງບູລະນະ ຫັນເປັນຮູບປະທຳ ແລະ ປະຕິບັດກົນໄກ “ພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າຂອງ" ແລະທິດນຳ "ປະຊາຊົນຮູ້, ປະຊາຊົນສົນທະນາ, ປະຊາຊົນເຮັດ, ປະຊາຊົນກວດກາ, ປະຊາຊົນຕິດຕາມກວດກາ, ປະຊາຊົນຊົມໃຊ້". ຈັດຕັ້ງການເຂົ້າຮ່ວມຂອງປະຊາຊົນ ໃນການຕິດຕາມກວດກາ ແລະ ປະເມີນຜົນການປະຕິບັດງານ ຂອງບັນດາອົງການໃນລະບົບການເມືອງ ຢ່າງມີປະສິດທິຜົນແລະແທດຈິງ; ຍົກສູງຄຸນນະພາບ ແລະ ຄວາມສາມາດຂອງພະນັກງານ, ສະມາຊິກພັກ. ຖືເອົາໝາກຜົນການປະຕິບັດງານ, ຄວາມເພິ່ງພໍໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຜາສຸກຂອງປະຊາຊົນ ເປັນມາດຖານສຳຄັນ ໃນການປະເມີນຄຸນນະພາບຂອງກົງຈັກການຈັດຕັ້ງ ແລະ ຄຸນນະພາບຂອງພະນັກງານ ແລະ ສະມາຊິກພັກ.
ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໄດ້ກຳນົດເອົາໃຈໃສ່ເປັນພິເສດ ແລະ ເພີ່ມທະວີວຽກງານກໍ່ສ້າງ ແລະ ປັບປຸງພັກ ຢ່າງຮອບດ້ານໃນດ້ານການເມືອງ, ແນວຄິດ, ຄຸນສົມບັດສິນທຳ, ການຈັດຕັ້ງແລະພະນັກງານ, ຄວາມຮັບຜິດຊອບເປັນແບບຢ່າງຂອງພະນັກງານ, ສະມາຊິກພັກ, ໂດຍສະເພາະຜູ້ນໍາ. ພັກກຳນົດ 10 ໜ້າທີ່ ແລະ ວິທີແກ້ໄຂວຽກງານກໍ່ສ້າງພັກ ແລະ ປັບປຸງພັກ(3); ໃນນັ້ນ, ໄດ້ເນັ້ນໜັກເຖິງການສົມທົບກັນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນ ໃນການປະຕິບັດບັນດາໜ້າທີ່ ແລະ ວິທີແກ້ໄຂຄື: “ເພີ່ມທະວີການພົວພັນໃກ້ຊິດສະນິດແໜ້ນລະຫວ່າງພັກ ແລະ ປະຊາຊົນ, ເພິ່ງພາປະຊາຊົນເພື່ອກໍ່ສ້າງພັກ”(4).
ທັດສະນະຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກແມ່ນຈຳເປັນຕ້ອງມີຄວາມຮັບຮູ້ຢ່າງເລິກເຊິ່ງ ແລະ ຊັດເຈນກວ່າອີກ ກ່ຽວກັບບົດບາດ ແລະ ເນື້ອໃນຂອງວຽກງານຂົນຂວາຍປະຊາຊົນ; ບໍ່ຄວນເຂົ້າໃຈວ່າ ການຂົນຂວາຍປະຊາຊົນເປັນພຽງການເຄື່ອນໄຫວທາງດຽວຈາກພັກ, ແນໃສ່ດຶງດູດມະຫາຊົນ, ໂຄສະນາຂົນຂວາຍ, ຈັດຕັ້ງໃຫ້ປະຊາຊົນປະຕິບັດໂຄງການການເມືອງ ແລະແນວທາງຂອງພັກ, ນະໂຍບາຍ ກົດໝາຍຂອງລັດ, ແຕ່ຍັງຕ້ອງຊີ້ແຈງຕື່ມອີກ ກ່ຽວກັບບົດບາດຂອງປະຊາຊົນໃນການເຂົ້າຮ່ວມການກໍ່ສ້າງພັກ, ສະໜັບສະໜູນ ແລະ ປົກປັກຮັກສາພັກ.
ກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIII ສືບຕໍ່ຢືນຢັນບົດບາດ, ຄວາມສຳຄັນຂອງປະຊາຊົນໃນວຽກງານກໍ່ສ້າງ ແລະ ປັບປຸງພັກ. ໃນບັນດາໜ້າທີ່ແລະວິທີແກ້ໄຂຕົ້ນຕໍ ຂອງກອງປະຊຸມຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIII ມີເນື້ອໃນ: “ເສີມຂະຫຍາຍບົດບາດ ແລະ ຄວາມຮັບຜິດຊອບຂອງບັນດາອົງການໂດຍປພຊາຊົນເລືອກຕັ້ງ, ແນວໂຮມປະເທດຊາດ ຫວຽດນາມ, ບັນດາອົງການການເມືອງ - ສັງຄົມ; ອີງໃສ່ປະຊາຊົນຢ່າງແທ້ຈິງ ໃນການກໍ່ສ້າງ ປັບປຸງພັກ ແລະ ລະບົບການເມືອງ ໃຫ້ປອດໃສ ແລະ ໝັ້ນຄົງເຂັ້ມແຂງ”(5).
ທັດສະນະຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກແມ່ນ ການກໍ່ສ້າງພັກຕິດພັນກັບການກໍ່ສ້າງ ແລະ ປັບປຸງລະບົບການເມືອງໃຫ້ສົມບູນແບບ. ດັ່ງນັ້ນ, ການເຂົ້າຮ່ວມຂອງປະຊາຊົນ ໃນການກໍ່ສ້າງພັກກໍ່ແມ່ນການປະກອບສ່ວນສຳຄັນ ເຂົ້າໃນການກໍ່ສ້າງລັດ, ກໍ່ສ້າງແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການການເມືອງ-ສັງຄົມ.ປະຊາຊົນເສີມຂະຫຍາຍສິດເປັນເຈົ້າຕົນເອງໄດ້ຢ່າງແທ້ຈິງ, ຕັ້ງໜ້າ, ເປັນເຈົ້າການ ແລະ ສະໝັກໃຈ ເຂົ້າຮ່ວມໃນການກໍ່ສ້າງພັກແລະລະບົບການເມືອງທີ່ສະອາດ ແລະ ໝັ້ນຄົງເຂັ້ມແຂງ ແມ່ນຄວາມຮຽກຮ້ອງຕ້ອງການ, ຮັບປະກັນການປັບປຸງ ແລະ ຮັກສາທາດແທ້ຊົນຊັ້ນກຳມະກອນ, ທາດແທ້ປະຊາຊົນ ຂອງພັກກອມມູນິດຜູ້ກຳອຳນາດ ນຳພາປະເທດ ແລະ ກໍ່ສ້າງສັງຄົມນິຍົມຢູ່ຫວຽດນາມ.
ພາກປະຕິບັດຕົວຈິງແຫ່ງການເສີມຂະຫຍາຍບົດບາດຂອງປະຊາຊົນ,
ອີງໃສ່ປະຊາຊົນເພື່ອກໍ່ສ້າງພັກ ແລະ ບາງບັນຫາໃນປະຈຸບັນ
ໃນຊຸມປີທີ່ຜ່ານມາມໍ່ນີ້, ຄະນະບໍລິຫານງານສູນກາງ, ກົມການເມືອງສູນກາງ, ຄະນະເລຂາທິການສູນກາງພັກ ໄດ້ອອກເອກະສານແນະນຳຍຸດທະສາດຫຼາຍສະບັບ ກ່ຽວກັບວຽກງານກໍ່ສ້າງແລະປັບປຸງພັກ ແລະ ກ່ຽວກັບວຽກງານຂົນຂວາຍປະຊາຊົນ ໃນການຕິດຕາມກວດກາ ແລະ ເຂົ້າຮ່ວມການກໍ່ສ້າງພັກ ແລະລະບົບການເມືອງ ໃຫ້ປອດໃສ ແລະ ໝັ້ນຄົງເຂັ້ມແຂງ. ເພື່ອປະຕິບັດແຜນນະໂຍບາຍແລະມະຕິຂອງພັກ, ລັດສືບຕໍ່ຈັດຕັ້ງ ແລະ ຜັນຂະຫຍາຍການເສີີມຂະຫຍາຍສິດເປັນເຈົ້າຂອງຂອງປະຊາຊົນ. ຄວາມມານະພະຍາຍາມເຫຼົ່ານັ້ນ ທັງເສີມຂະຫຍາຍເປັນຢ່າງດີ ລະບອບປະຊາທິປະໄຕຕົວແທນ, ຍົກສູງຄຸນນະພາບ, ປະສິດທິພາບ, ປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ, ລັດຖະບານ, ສະພາປະຊາຊົນ ແລະ ຄະນະກຳມະການປະຊາຊົນທຸກຂັ້ນ, ທັງປະຕິບັດເປັນຢ່າງດີ ລະບອບປະຊາທິປະໄຕຢູ່ຮາກຖານ, ໃຫ້ປະຊາຊົນປຶກສາຫາລືແລະຕັດສິນໃຈ ໂດຍກົງ ກ່ຽວກັບວຽກງານທີ່ສຳຄັນ, ແທດຈິງ, ຕິດແໜ້ນກັບການພັດທະນາເສດຖະກິດ-ສັງຄົມ; ພ້ອມກັນນັ້ນ, ຜັນຂະຫຍາຍບັນດາຮູບແບບ ແລະ ມາດຕະການສົ່ງເສີມບົດບາດຂອງປະຊາຊົນໃນການເຂົ້າຮ່ວມການກໍ່ສ້າງພັກ ແລະ ລະບົບການເມືອງທີ່ປອດໃສ ແລະ ໝັ້ນຄົງເຂັ້ມແຂງ, ລະອຽດຄື:
ທີໜຶ່ງ, ພັກອີງໃສ່ປະຊາຊົນເຂົ້າຮ່ວມໂດຍກົງໃນການກໍ່ສ້າງ ແລະ ປັບປຸງພັກ..
ປະຊາຊົນສ່ອງແສງແລະສະເໜີແນະໂດຍກົງຕໍ່ຄະນະພັກ ກ່ຽວກັບວຽກງານພະນັກງານ, ແຜນນະໂຍບາຍ ແລະແນວທາງຂອງພັກ. ປະຊາຊົນມີສິດທີ່ຈະສະແດງຄວາມຄິດເຫັນແລະຂໍ້ສະເໜີແນະ ໃຫ້ອົງການພັກແລະອຳນາດການປົກຄອງ, ກວດສອບຈຸດອ່ອນແລະຂໍ້ບົກຜ່ອງ ຂອງອົງການ ແລະ ບຸກຄົນພະນັກງານ ສະມາຊິກພັກ, ໂດຍສະເພາະແມ່ນການກະທຳທາງລົບ, ການສໍ້ລາດບັງຫຼວງ ແລະ ການໃຊ້ຈ່າຍຟຸມເຟືອຍ, “ຜົນປະໂຫຍດກຸ່ມ”; ຫຼືຈັດຕັ້ງປະຊາຊົນເຂົ້າຮ່ວມການກໍ່ສ້າງແລະປັບປຸງພັກ ຜ່ານການເຄື່ອນໄຫວຂອງທຸກຂັ້ນ ທຸກສາຂາ, ການຕ້ອນຮັບແລະສົນທະນາກັບພົນລະເມືອງ, ການຮັບເອົາແລະຊີ້ນຳການຈັດການໃບຮ້ອງທຸກ, ຄໍາຮ້ອງຮຽນ ແລະການປະນາມໂດຍທັນທີ່, ແກ້ໄຂຄຳສະເໜີແນະ ຂໍ້ຮ້ອງຮຽນທີ່ຖືກຕ້ອງຕາມກົດໝາຍຂອງປະຊາຊົນ ລວມທັງບັນຫາທີ່ກ່ຽວຂ້ອງເຖິງຄຸນສົມບັດສິນທຳ ແລະ ວິຖີຊີວິດຂອງພະນັກງານ ແລະ ສະມາຊິກພັກ.
ບັນດາບັ້ນຂົນຂວາຍປະຊາຊົນເຂົ້າຮ່ວມການສະແດງຄວາມຄິດເຫັນໃນການສ້າງແຜນນະໂຍບາຍ ແນວທາງຂອງພັກ, ນະໂຍບາຍ ກົດໝາຍຂອງລັດ ໄດ້ຮັບການປະຕິບັດຢ່າງມີປະສິດທິຜົນ, ໂດຍສະເພາະການລວບລວມຄວາມຄິດເຫັນຂອງປະຊາຊົນກ່ຽວກັບຮ່າງເອກະສານກອງປະຊຸມໃຫຍ່ຂອງພັກທຸກຂັ້ນ, ຮ່າງເອກະສານທີ່ຍື່ນຕໍ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ,... ໄດ້ກາຍເປັນເຫດການການເມືອງທີ່ແຜ່ຫຼາຍໃນທົ່ວປະເທດ. ບັນຍາກາດປະຊາທິປະໄຕໃນພັກ ແລະ ໃນສັງຄົມໄດ້ຮັບການເປີດກວ້າງ, ຕິດພັນກັບການເພີ່ມທະວີລະບຽບວິໄນໃນພັກ ແລະ ບັນດາໝາກຜົນທາງບວກໃນວຽກງານກໍ່ສ້າງແລະປັບປຸງພັກ; ການປ້ອງກັນແລະຕ້ານພະຍາດອາດຍາສິດ, ຕ້ານການສໍ້ລາດບັງຫຼວງ ແລະການໃຊ່ຈ່າຍຟຸມດຟືອນ ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈ, ຄວາມເຫັນດີເຫັນພ້ອມໃນສັງຄົມ, ປັບປຸງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ, ການສ້າງແລະປົກປັກຮັກສາປະເທດຊາດສັງຄົມນິຍົມຫວຽດນາມ ໃນສະພາບການໃໝ່.
ວັນທີ 30 ກໍລະກົດ 2020, ຄະນະຂົນຂວາຍປະຊາຊົນສູນກາງ ໄດ້ອອກແຜນການສະບັບທີ 21/KHBDVTW, “ການລວບລວມຄວາມຄິດເຫັນຂອງປະຊາຊົນ ກ່ຽວກັບຮ່າງເອກະສານທີ່ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ”; ຕາມນັ້ນ, ຄະນະຂົນຂວາຍປະຊາຊົນສູນກາງ ໄດ້ສົມທົບກັບຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ອົງການການເມືອງ-ສັງຄົມຢູ່ສູນກາງ ເພື່ອຈັດການລວບລວມຄວາມຄິດເຫັນຂອງປະຊາຊົນ, ຄວາມຄິດເຫັນຈາກຈາກຕົວແທນອົງການສະມາຊິກຂອງແນວໂຮມປະເທດຊາດຫວຽດນາມ, ຜູ້ຊົງຄຸນວຸດທິ, ປັນຍາຊົນ, ນັກທຸລະກິດ, ບຸກຄົນສຳຄັນທາງສາສະໜາ, ຊົນເຜົ່າສ່ວນໜ້ອຍ, ຊາວຫວຽດນາມຢູ່ຕ່າງປະເທດ, ກຳມະກອນ, ຊາວນາ, ຊາວໜຸ່ມ, ແມ່ຍິງ, ນັກຮົບເກົ່າ, ຜູ້ເຖົ້າ. ສິ່ງດັ່ງກ່າວສະແດງໃຫ້ເຫັນເຖິງຄວາມພິຖີພິຖັນ, ຄວາມເປັນແບບສະບັບ, ສະຕິປັນຍາ, ປະຊາທິປະໄຕ ແລະ ຄວາມຄ່ຽວຄົມ ໃນການຜັນຂະຫຍາຍເອກະສານ ແລະ ມະຕິຂອງກອງປະຊຸມໃຫຍ່, ໄດ້ສະແດງໃຫ້ເຫັນເຖິງຄວາມເຊື່ອມໂຍງຢ່າງໃກ້ຊິດລະຫວ່າງ “ເຈດຈຳນົງຂອງພັກ” ແລະ “ໃຈປະຊາຊົນ”. ຄວາມຄິດເຫັນຂອງຜູ້ແທນທຸກສາຂາອາຊີບ ສະແດງໃຫ້ເຫັນເຖິງຄວາມກະຕືລືລົ້ນ, ກົງໄປກົງມາ ແລະ ມີຄວາມຮັບຜິດຊອບຢ່າງສູງຕໍ່ພັກ, ປະຊາຊົນ ແລະ ປະເທດຊາດ. ສິ່ງນີ້ສະແດງໃຫ້ເຫັນເຖິງຄວາມຜູກພັນສະໜິດແໜ້ນລະຫວ່າງພັກກັບປະຊາຊົນ, ລະຫວ່າງປະຊາຊົນກັບພັກ, ເສີມຂະຫຍາຍນ້ຳໃຈສາມັກຄີອັນຍິ່ງໃຫຍ່ຂອງຊາດ; ຜ່ານນັ້ນ, ລະດົມກຳລັງສະຕິປັນຍາຂອງທົ່ວປວງຊົນ ເພື່ອສ້າງ ແລະ ປະກອບເອກະສານສຳຄັນຂອງພັກແລະລັດໃຫ້ສົມບູນ.
ຮູບແບບການປະກອບຄວາມຄິດເຫັນໃຫ້ພັກ ແລະ ການຕິດຕາມກວດກາພະນັກງານ ສະມາຊິກພັກ ໄດ້ຮັບຄວາມເອົາໃຈໃສ່ຫຼາຍຂຶ້ນ. ຕາມຂໍ້ສະຫຼຸບໝາຍເລກ54-KL/TW, ລົງວັນທີ 9 ພຶດສະພາ 2023, ຂອງຄະນະເລຂາທິການສູນກາງ, ວ່າດ້ວຍ “ການສືບຕໍ່ປະຕິບັດມະຕິຕົກລົງສະບັບເລກທີ 99-QD/TW, ລົງວັນທີ 3 ຕຸລາ 2017 ຂອງຄະນະເລຂາທິການສູນກາງ ວ່າດ້ວຍການສືບຕໍ່ເສີມຂະຫຍາຍບົດບາດຂອງປະຊາຊົນໃນການຕໍ່ສູ້ ເພື່ອສະກັດກັ້ນແລະຍູ້ຖອຍການເສື່ອມໂຊມ, “ການປ່ຽນແປງຕົນເອງ” ແລະ “ການຫັນປ່ຽນຕົນເອງ” ຢູ່ພາຍໃນ; ໃນຫຼາຍພື້ນທີ່ ໄດ້ມີລະບຽບ, ເປັນປະຈຳ, ເປັນປົກກະຕິ, ເປີດເຜີຍ ແລະ ໂປ່ງໃສ ໃນການເນະນຳແລະຈັດຕັ້ງໃຫ້ປະຊາຊົນເຂົ້າຮ່ວມການປຶກສາຫາລື ເພື່ອສ້າງແນວທາງ ແຜນນະໂຍບາຍຂອງພັກ, ນະໂຍບາຍ ກົດໝາຍຂອງລັດ, ທິດທາງ ໜ້າທີ່ວຽກງານຂອງທ້ອງຖິ່ນ, ອົງການ ແລະຫົວຫນ່ວຍ; ລະດົມສົ່ງເສີມໃຫ້ປະຊາຊົນເຂົ້າຮ່ວມໃນການຕິດຕາມກວດກາການເຄື່ອນໄຫວຂອງອົງການພັກ, ພະນັກງານ ແລະສະມາຊິກພັກ.
ການຈັດຕັ້ງສົນທະນາໂດຍກົງລະຫວ່າງຫົວໜ້າຄະນະພັກ ແລະ ປະຊາຊົນ; ການຈັດການແກ້ໄຂຄຳຮ້ອງຮຽນ, ໃບຮ້ອງທຸກ, ຄຳກ່າວປະນາມ ແລະ ຄຳຮ້ອງຟ້ອງທີ່ຊອບທຳ ຖືກຕ້ອງຕາມກົດໝາຍ ຂອງປະຊາຊົນ, ວິສາຫະກິດ ໄດ້ຮັບການເອົາໃຈໃສ່ ແລະ ໄດ້ຮັບການຊີ້ນຳໃຫ້ປະຕິບັດ. ປະກົດການຫຍໍ້ທໍ້, ການສໍ້ລາດບັງຫຼວງ, ການໃຊ້ຈ່າຍຟຸມເຟືອຍ, ປະກົດການລະເມີດຈັນຍາບັນການບໍລິການສາທາລະນະ ແລະ ວັດທະນະທຳດັ້ງເດີມຫຼາຍເຫດການ ໄດ້ຖືກຄົ້ນພົບ, ສະທ້ອນ ແລະ ກ່າວປະນາມ ຈາກສື່ມວນຊົນສັງຄົມ, ຊ່ວຍໃຫ້ເຈົ້າໜ້າທີ່ດຳເນີນການກວດກາ ແລະ ແກ້ໄຂຄະດີຢ່າງເຂັ້ມງວດ ແລະ ຖືກຕ້ອງຕາມກົດໝາຍ. ການຈັດຕັ້ງເກັບກຳຄວາມຄຳເຫັນຂອງປະຊາຊົນຢູ່ສະຖານທີ່ຢູ່ອາໄສ (ບ້ານ, ໝູ່ບ້ານ, ຊຸມຊົນ) ກ່ຽວກັບພະນັກງານ, ສະມາຊິກພັກ ກ່ອນທີ່ຈະມີການສຳຫຼວດກວດກາຄະນະພັກ, ອົງການຈັດຕັ້ງພັກ ແລະ ສະມາຊິກພັກເປັນໄລຍະນັ້ນ ໄດ້ດຳເນີນປະຕິບັດຢ່າງເຂັ້ມງວດ. ການລົງຄະແນນສຽງໄວ້ວາງໃຈໃນພັກ, ສະພາແຫ່ງຊາດ, ສະພາປະຊາຊົນ ແມ່ນວິທີທີ່ມີປະສິດທິຜົນ ເພື່ອໃຫ້ປະຊາຊົນຕິດຕາມກວດກາການປະຕິບັດໜ້າທີ່ຮັບຜິດຊອບຂອງພະນັກງານນຳພາ.
ການເຄື່ອນໄຫວຂອງກຸ່ມຄຸ້ມຄອງຕົນເອງຂອງປະຊາຊົນຢູ່ຮາກຖານ, ຄະນະກວດກາປະຊາຊົນ, ກຸ່ມກວດກາຊຸມຊົນ ຖືເປັນວິທີສຳຄັນເພື່ອໃຫ້ປະຊາຊົນເຂົ້າຮ່ວມໃນການກໍ່ສ້າງແລະປັບປຸງພັກ. ເພື່ອປະຕິບັດບັນດາເນື້ອໃນນີ້, ໃນຊຸມປີທີ່ຜ່ານມາ, ພັກ ແລະ ລັດໄດ້ມີຫຼາຍນະໂຍບາຍແລະມາດຕະການ ເພີ່ມທະວີບົດບາດຂອງປະຊາຊົນໃນການເຂົ້າຮ່ວມໂດຍກົງ ໃນການກໍ່ສ້າງແລະປັບປຸງພັກຢ່າງມີປະສິດທິຜົນ. ຄຽງຄູ່ກັບການປະກາດໃຊ້ລັດຖະທຳມະນູນປີ 2013, ຫຼາຍຂໍ້ກຳນົດໄດ້ຮັບການດັດແປງແລະເພີ່ມເຕີມເພື່ອເສີມຂະຫຍາຍສິດເປັນເຈົ້າຂອງຂອງປະຊາຊົນ, ສ້າງພື້ນຖານນິຕິກຳທີ່ໜັກແໜ້ນເພື່ອປະຕິບັດຄຳຂວັນທີ່ວ່າ: ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນກວດກາ, ປະຊາຊົນຕິດຕາກທກວດກາ, ປະຊາຊົນຊົມໃຊ້"(6). ບັນດາລະບຽບການດັ່ງກ່າວປະກອບສ່ວນເພີ່ມທະວີກາລະໂອກາດໃຫ້ປະຊາຊົນປະກອບສ່ວນກໍ່ສ້າງ ແລະ ປັບປຸງແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ; ຕິດຕາມກວດກາຖັນແຖວສະມາຊິກພັກ, ພະນັກງານ, ລັດຖະກອນ ແລະ ພາລະກອນ ເພື່ອເຂົ້າຮ່ວມການກໍ່ສ້າງ ແລະ ປັບປຸງພັກ ແລະ ລະບົບການເມືອງທີ່ສະອາດປອດໃສ ແລະ ໝັ້ນຄົງເຂັ້ມແຂງ.
ທີສອງ, ປະຊາຊົນເຂົ້າຮ່ວມທາງອ້ອມໃນການກໍ່ສ້າງ ແລະ ປັບປຸງພັກ ຜ່ານການເຄື່ອນໄຫວຂອງສະພາແຫ່ງຊາດ, ສະພາປະຊາຊົນທຸກຂັ້ນ ແລະ ຜູ້ແທນທີ່ປະຊາຊົນເລືອກຕັ້ງ; ຜ່ານບັນດາອົງການແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການການເມືອງ-ສັງຄົມ.
ປະຊາຊົນແມ່ນຜູ້ຄັດເລືອກ ແລະ ເລືອກຕັ້ງຜູ້ແທນເຂົ້າຮ່ວມສະພາແຫ່ງຊາດ, ສະພາປະຊາຊົນທຸກຂັ້ນ ແລະ ບັນດາອົງການເລືອກຕັ້ງ. ຜ່ານການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ, ແນວຄິດຈິດໃຈ ແລະ ຄວາມມຸ່ງມາດປາດຖະໜາອັນຊອບທຳຂອງປະຊາຊົນ ໄດ້ສົ່ງເຖິງສະພາແຫ່ງຊາດ, ບັນຫາທີ່ປະຊາຊົນເອົາໃຈໃສ່, ກັງວົນ, ບັນຫາຕ້ອງແກ້ໄຂກ່ຽວກັບກົນໄກ, ນະໂຍບາຍ, ກົດໝາຍ ແລະອື່ນໆ ໄດ້ຮັບການປຶກສາຫາລືຢ່າງເປີດເຜີຍ, ປະຊາທິປະໄຕ, ແລະ ຈັດການຢ່າງເໝາະສົມ; ຜ່ານນັ້ນ, ປະກອບສ່ວນຍົກສູງປະສິດທິພາບແລະປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ ກໍ່ຄືຂອງບັນດາອົງການໂດຍປະຊາຊົນເລືອກຕັ້ງ.
ຜ່ານການເຄື່ອນໄຫວຂອງແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການການເມືອງ-ສັງຄົມ, ແຕ່ລະພະນັກງານ, ສະມາຊິກພັກ ພ້ອມກັບປະຊາຊົນເຂົ້າຮ່ວມຢ່າງຕັ້ງໜ້າ ໃນການຕິດຕາມກວດກາອົງການ, ການຈັດຕັ້ງພັກ ໃນການປະຕິບັດວຽກງານຕາມໜ້າທີ່ ແລະສິດອຳນາດຂອງອົງການ, ຫົວໜ່ວຍ; ເຂົ້າຮ່ວມການຕິດຕາມກວດກາຖັນແຖວພະນັກງານ, ສະມາຊິກພັກ, ໂດຍສະເພາະແມ່ນ ສະມາຊິກພັກທີ່ມີຕຳແໜ່ງ ມີສິດອຳນາດ, ຜູ້ທີ່ເຮັດວຽກໃນຂະແໜງທີ່ອ່ອນໄຫວ, ມີຄວາມສ່ຽງໃນການລະເມີດ,ແລະອື່ນໆ; ຜ່ານນັ້ນ, ປະກອບສ່ວນຍົກສູງຄຸນນະພາບ ແລະ ປະສິດທິຜົນຫຼາຍດ້ານໃນວຽກງານກໍ່ສ້າງພັກ, ວຽກງານພະນັກງານ, ກວດກາ ແລະ ຕິດຕາມກວດກາການປະຕິບັດ ແລະ ຈັດຕັ້ງປະຕິບັດແຜນນະໂຍບາຍ, ມະຕິຂອງພັກ.
ວຽກງານຕິດຕາມກວດກາ ແລະ ວິຈານທາງສັງຄົມ ໄດ້ຮັບການຜັນຂະຫຍາຍປະຕິບັດຢ່າງຄົບຊຸດໃນທົ່ວລະບົບແນວໂຮມປະເທດຊາດຫວຽດນາມ. ຄະນະກຳມະການແນວໂຮມປະເທດຊາດຫວຽດນາມໃນທຸກຂັ້ນ ໄດ້ຈັດຕັ້ງຄະນະຕິດຕາມກວດກາ 16.770 ຄະນະ, ຄົ້ນຄ້ວາ ພິຈາລະນາເອກະສານ 19.264 ສະບັບ, ເຂົ້າຮ່ວມການຕິດຕາມກວດກາ 28.031 ຄັ້ງ; ເປັນປະທານຈັດການປະຊຸມວິຈານສັງຄົມກ່ຽວກັບຮ່າງກົດໝາຍສໍາຄັນ 5 ຄັ້ງ(7); ປະກອບຄຳເຫັນໃສ່ເອກະສານນິຕິກຳ 58 ສະບັບ, ຈັດຕັ້ງກອງປະຊຸມວິຈານສັງຄົມ 5.618 ສະບັບ, ສົ່ງເອກະສານວິຈານ 10.402 ສະບັບ; ໄດ້ຈັດຕັ້ງກອງປະຊຸມສົນທະນາໂດຍກົງ 520 ຄັ້ງ. ໃນປີ 2022, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມບັນດາແຂວງ, ນະຄອນ ໄດ້ອອກບົດລາຍງານກ່ຽວກັບສະພາບການປະຊາຊົນ 25.575 ສະບັບ; ຈັດຕັ້ງກອງປະຊຸມ 43.844 ຄັ້ງ ເພື່ອຮັບຟັງຄວາມຄິດເຫັນແລະຄວາມມຸ່ງຫວັງອັນຊອບທໍາຂອງປະຊາຊົນຈາກທຸກຊັ້ນຄົນ(8).
ສືບຕໍ່ປະຕິບັດແຜນນະໂຍບາຍອີງໃສ່ປະຊາຊົນເພື່ອກໍ່ສ້າງແລະປັບປຸງພັກ
ຢ່າງມີປະສິດທິຜົນ ຕາມຈິດໃຈຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ
ຄັ້ງທີ XIII ຂອງພັກ ໃນໄລຍະຈະມາເຖິງ
ເພື່ອປະຕິບັດແຜນນະໂຍບາຍອີງໃສປະຊາຊົນເພື່ອກໍ່ສ້າງ ແລະ ປັບປຸງພັກ ໃຫ້ປອດໃສ ແລະ ໝັ້ນຄົງເຂັ້ມແຂງ, ໃນໄລຍະຈະມາເຖິງ, ຕ້ອງສຸມໃສ່ປະຕິບັດບັນດາໜ້າທີ່ຕົ້ນຕໍຄື:
ທີໜຶ່ງ, ກ່ອນອື່ນໝົດແມ່ນສຸມໃສ່ໂຄສະນາເຜີຍແຜ່, ສຶກສາອົບຮົມ, ຍົກສູງຄວາມຮັບຮູ້ກ່ຽວກັບສິດເປັນເຈົ້າຂອງປະຊາຊົນ ແລະ ຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ເຂົ້າຮ່ວມການກໍ່ສ້າງພັກ ແລະ ລະບົບການເມືອງທີ່ປອດໃສ ແລະໝັ້ນຄົງເຂັ້ມແຂງ. ໂຄສະນາເຜີຍແຜ່ບັນດາເນື້ອໃນພື້ນຖານ ແລະ ສຳຄັນຂອງການກໍ່ສ້າງພັກໃນດ້ານການເມືອງ, ແນວຄິດ, ຄຸນສົມບັດສິນທຳ, ການຈັດຕັ້ງແລະພະນັກງານ, ເນື້ອໃນກໍ່ສ້າງ ແລະ ປັບປຸງລະບົບການເມືອງໃຫ້ສົມບູນແບບ. ຊີ້ແຈ້ງຄຸນຄ່າຂອງມາດຕະຖານຄຸນສົມບັດປະຕິວັດຂອງພັກ, ຕິດພັນກັບຄົ້ນຄວ້າຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດສິນທຳ ແລະ ແບບແຜນຂອງໂຮ່ຈີມິນ ໃນພັກແລະທົ່ວສັງຄົມ, ຍົກສູງຄວາມຮັບຜິດຊອບເປັນແບບຢ່າງຂອງພະນັກງານ, ສະມາຊິກພັກ. ເຮັດໃຫ້ປະຊາຊົນມີຄວາມເຂົ້າໃຈເຖິງການເຄື່ອນໄຫວຂອງລະບົບການຈັດຕັ້ງຂອງພັກ, ກໍຄືກ່ຽວກັບຄວາມສາມາດໃນການນຳພາ ແລະ ກຳອຳນາດຂອງພັກ; ເຂົ້າໃຈຢ່າງຈະແຈ້ງກ່ຽວກັບແບບວິທີການນຳພາ ແລະ ການກຳອຳນາດຂອງພັກ ແລະ ຂໍ້ກຳນົດແລະມາດຕະຖານຂອງພັກ ໃນການສ້າງຖັນແຖວພະນັກງານນຳພາ-ຄຸ້ມຄອງທຸກຂັ້ນ, ໂດຍສະເພາະແມ່ນ ພະນັກງານຂັ້ນຍຸດທະສາດ.
ພົນລະເມືອງທຸກຄົນຕ້ອງຮັບຮູ້ຢ່າງຈະແຈ້ງວ່າ: ເມື່ອປະຕິບັດໜ້າທີ່ເຂົ້າຮ່ວມການກໍ່ສ້າງແລະປັບປຸງພັກ ແມ່ນຊ່ວຍໃຫ້ພັກ ແລະ ລະບົບການເມືອງມີຄວາມສະອາດ ແລະ ເຂັ້ມແຂງຮອບດ້ານ, ເປັນການປົກປັກຮັກສາສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ຊາດ ແລະ ປະເທດຊາດ.
ທີ່ສອງ, ສືບຕໍ່ຢືນຢັນບົດບາດໃຈກາງ ແລະ ທີ່ຕັ້ງຂອງມະຫາຊົນໃນຂະບວນການກໍ່ສ້າງ, ພັດທະນາ ແລະ ປົກປັກຮັກສາປະເທດຊາດ; ປະຕິບັດປະຊາທິປະໄຕຢ່າງກວ້າງຂວາງ ແລະ ເປີດເຜີຍ, ກ່ອນອື່ນໝົດແມ່ນ ປະຊາທິປະໄຕພາຍໃນພັກ. ການເສີມຂະຫຍາຍປະຊາທິປະໄຕຕ້ອງຖືວ່າແມ່ນໜຶ່ງໃນບັນດາປັດໄຈສຳຄັນທີ່ສຸດ ເພື່ອໃຫ້ປະຊາຊົນເຂົ້າຮ່ວມການກໍ່ສ້າງພັກ ແລະ ລະບົບການເມືອງຢ່າງມີປະສິດທິຜົນ, ແມ່ນພື້ນຖານສຳຄັນ ເພື່ອໃຫ້ພັກຕ້ອງເພິ່ງພາປະຊາຊົນໃນການກໍ່ສ້າງພັກ ແລະ ປັບປຸງພັກ. ເປັນເຈົ້າການໃນການກວດກາຄືນ, ເພີ່ມເຕີມ ແລະ ເພີ່ມທະວີບັນດາເນື້ອໃນ ຊຸກຍູ້ປະຊາທິປະໄຕ ທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ, ກົດໝາຍ, ເອກະສານຂອງພັກ ແລະ ໃນລະບົບການເມືອງ.
ທີສາມ, ກໍ່ສ້າງບັນດາກົນໄກທີ່ເໝາະສົມ (ກົນໄກປຶກສາຫາລື ແລະ ຮັບຟັງຄຳເຫັນຂອງປະຊາຊົນ), ສ້າງເງື່ອນໄຂສະດວກໃຫ້ປະຊາຊົນເຂົ້າຮ່ວມໃນການກໍ່ສ້າງ ແລະ ປັບປຸງພັກຢ່າງມີປະສິດທິຜົນ. ພັກແລະລັດ ຍາມໃດກໍ່ກຳນົດວ່າ “ປະຊາຊົນແມ່ນຮາກຖານ”, ຍາມໃດກໍ່ໄວ້ເນື້ອເຊື່ອໃຈ, ເຄົາລົບ ແລະ ເຊີດຊູສິດອຳນາດຂອງປະຊາຊົນ ບົນຈິດໃຈຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ: “ເສີມຂະຫຍາຍບົດບາດ ແລະ ການມີສ່ວນຮ່ວມຂອງປະຊາຊົນໃນການສ້າງ, ປະກາດໃຊ້, ຈັດຕັ້ງຜັນຂະຫຍາຍແນວທາງ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ ບົນພື້ນຖານຮັບປະກັນຜົນປະໂຫຍດຂອງລັດ, ຂອງວິສາຫະກິດແລະປະຊາຊົນ, ລະຫວ່າງບັນດາທ້ອງຖິ່ນ ແລະ ທ້ອງຖິ່ນ; ເອົາໃຈໃສ່ຕໍ່ກຸ່ມຄົນດ້ອຍໂອກາດໃນສັງຄົມ. ສືບຕໍ່ປັບປຸງບູລະນະ, ຫັນເປັນຮູບປະທຳ ແລະ ຜັນຂະຫຍາຍປະຕິບັດຢ່າງດີ ກົນໄກ “ພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າຂອງ” ແລະ ຄຳຂວັນ “ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນກວດກາ, ປະຊາຊົນຕິດຕາມ, ປະຊາຊົນຊົມໃຊ້””(9).
ຄ່ອຍໆປັບປຸງໃຫ້ສົມບູບແບບ ແລະ ຊຸກຍູ້ການປະຕິບັດກົດໝາຍວ່າດ້ວຍການປະຕິບັດປະຊາທິປະໄຕຢູ່ຮາກຖານ, ກົດລະບຽບການຕິດຕາມກວດກາ ແລະ ວິພາກວິຈານຂອງແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການການເມືອງ-ສັງຄົມ ຕໍ່ບັນດາເອກະສານກົດໝາຍ ກ່ຽວກັບສິດອຳນາດຂອງປະຊາຊົນ, ປະຕິບັດປະຊາທິປະໄຕຢູ່ຮາກຖານ ແລະອື່ນໆ. ຈຳເປັນຕ້ອງເສີມຂະຫຍາຍບົດບາດຂອງປະຊາຊົນໃນການຕີລາຄາ, ຕິດຕາມກວດກາພະນັກງານ, ສະມາຊິກພັກ ໃນການປະຕິບັດໜ້າທີ່ຮັບຜິດຊອບ, ວຽກງານ, ເນື້ອໃນທີ່ກ່ຽວຂ້ອງເຖິງຄຸນນະພາບ, ຄຸນສົມບັດສິນທຳ, ວິຖີຊີວິດ ແລະອື່ນໆ.
ທີສີ່, ພັກແລະລັດ ສືບຕໍ່ປະຕິບັດແຜນນະໂຍບາຍ, ນະໂຍບາຍຢ່າງດີ ເພື່ອຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳ ແລະ ຄວາມມຸ່ງມາດປາດຖະໜາອັນຊອບທຳຂອງປະຊາຊົນ; ຍົກສູງຄຸນນະພາບຊີວິດການເປັນຢູ່ໃນທຸກດ້ານໃຫ້ແກ່ປະຊາຊົນ, ຮັດແຄບຊ່ອງຫວ່າງລະຫວ່າງຄົນຮັ່ງມີແລະທຸກຍາກ, ຮັບປະກັນຊີວິດສັງຄົມ, ແກ້ໄຂບັນຫາທີ່ຮ້ອນເຄືອງໃນປະຈຸບັນ. ການປັບປຸງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ຈະປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ຕໍ່ການນໍາພາຂອງພັກ ແລະ ການຄຸ້ມຄອງລັດ; ຜ່ານນັ້ນ, ປະກອບສ່ວນຍົກສູງບົດບາດຂອງປະຊາຊົນ, ຍົກສູງປະສິດທິຜົນ ແລະ ຄຸນນະພາບການປະກອບສ່ວນຂອງປະຊາຊົນເຂົ້າຮ່ວມໃນການກໍ່ສ້າງລະບອບການເມືອງຂອງພັກໃຫ້ປອດໃສ ແລະ ເຂັ້ມແຂງ.
ທີຫ້າ, ປ່ຽນແປງໃໝ່ແບບວິທີການນຳພາຂອງພັກຕໍ່ແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາອົງການການເມືອງ-ສັງຄົມ. ແນວໂຮມປະເທດຊາດ ແລະ ບັນດາອົງການການເມືອງສັງຄົມ ຕ້ອງໃກ້ຊິດສະໜິດສະໜົມກັບປະຊາຊົນຢ່າງແທ້ຈິງ, ໃກ້ຊິດກັບປະຊາຊົນ, ເປັນຂົວຕໍ່ລະຫວ່າງປະຊາຊົນກັບພັກ, ມີບົດບາດສຳຄັນໃນການສ້າງກ້ອນກຳລັງມະຫາສາມັກຄີປວງຊົນທັງຊາດ; ເບິ່ງແຍງ ແລະ ປົກປັກຮັກສາສິດ ແລະ ຜົນປະໂຫຍດອັນຊອບທຳ ແລະ ຄວາມມຸ່ງມາດປາດຖະໜາອັນຊອບທຳຂອງປະຊາຊົນ, ຕັ້ງໜ້າຂົນຂວາຍປະຊາຊົນປະກອບຄຳເຫັນ, ປະກອບສ່ວນກໍ່ສ້າງ ແລະ ພັດທະນາປະເທດຢ່າງວ່ອງໄວ ແລະ ໝັ້ນຄົງ ໃນສະພາບການໃໝ່.
ແນວໂຮມປະເທດຊາດ ແລະ ບັນດາອົງການການເມືອງສັງຄົມ ຈະຕ້ອງເປັນເຈົ້າການ, ຕັ້ງໜ້າ ແລະ ປະດິດສ້າງຫຼາຍກວ່າອີກ ໃນການເສີມຂະຫຍາຍບົດບາດຂອງປະຊາຊົນ, ປະຊາທິປະໄຕ, ສ້າງເງື່ອນໄຂສະດວກໃຫ້ປະຊາຊົນເຂົ້າຮ່ວມ, ປະກອບຄຳເຫັນເພື່ອກໍ່ສ້າງພັກ ແລະ ລະບົບການເມືອງໃຫ້ປອດໃສ ແລະເຂັ້ມແຂງ, ໂດຍສະເພາະແມ່ນ ບົດບາດຂອງປະຊາຊົນໃນການເຂົ້າຮ່ວມການຕິດຕາມກວດກາ ບັນດາອົງການພັກ, ອົງການຈັດຕັ້ງຂອງລະບົບການເມືອງ ເພື່ອປະຕິບັດໜ້າທີ່ ແລະ ວຽກງານຂອງຕົນໃຫ້ຖືກຕ້ອງ; ເພີ່ມທະວີການກວດກາພະນັກງານ, ສະມາຊິກພັກ, ໂດຍສະເພາະແມ່ນພະນັກງານ, ສະມາຊິກພັກທີ່ມີຕຳແໜ່ງ ມີສິດອຳນາດ. ສຸມໃສ່ຕິດຕາມກວດກາ ແລະ ວິພາກວິຈານສັງຄົມ ໃນຂະບວນການຜັນຂະຫຍາຍບັນດາແຜນນະໂຍບາຍ, ມະຕິ ແລະ ແນວທາງຂອງພັກ; ໃນການປະກາດໃຊ້ບັນດານະໂຍບາຍ ແລະ ແຜນການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ, ຮັບປະກັນຄວາມໃກ້ຊິດສະໜິດສະໜົມ, ສະແດງໃຫ້ເຫັນຄວາມປອງດອງ ແລະ ແໜ້ນແຟ້ນ ລະຫວ່າງ “ເຈດຈຳນົງຂອງພັກ” ແລະ “ນ້ຳໃຈປະຊາຊົນ”, ສ້າງຄວາມເຫັນດີເຫັນພ້ອມໃນທົ່ວສັງຄົມ.
ທີຫົກ, ສຸມໃສ່ກໍ່ສ້າງຖັນແຖວພະນັກງານທຸກຂັ້ນ, ໂດຍສະເພາະແມ່ນສຸມໃສ່ກໍ່ສ້າງຖັນແຖວພະນັກງານຫຼັກແຫຼ່ງໃຫ້ມີຄຸນນະພາບ, ຄວາມສາມາດ, ກຽດສັກສີຢ່າງພຽງພໍ; ເຄົາລົບປະຊາຊົນຢ່າງແທ້ຈິງ, ໃກ້ຊິດກັບປະຊາຊົນ, ເຂົ້າໃຈປະຊາຊົນ; ມີຄວາມຮັບຜິດຊອບ, ຮູ້ວິທີເສີມຂະຫຍາຍບົດບາດແລະຄວາມເປັນເຈົ້າການຂອງປະຊາຊົນ, ຮັບໃຊ້ປະເທດຊາດ ແລະ ປະຊາຊົນຢ່າງສຸດອົກສຸດໃຈ. ພະນັກງານ, ສະມາຊິກພັກ, ອົງການຈັດຕັ້ງພັກທຸກຂັ້ນ ຕ້ອງຕໍ່ສູ້, ສະກັດກັ້ນ ແລະ ຕ້ານປະກົດການເສື່ອມໂຊມທາງດ້ານແນວຄິດການເມືອງ, ຄຸນສົມບັດສິນທຳ, ວິຖີຊີວິດ, ປະກົດການ “ຫັນປ່ຽນຕົນເອງ” ແລະ “ປ່ຽນແປງຕົນເອງ” ພາຍໃນ; ສ້າງພື້ນຖານດ້ານການເມືອງ-ກົດໝາຍ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຢ່າງແໜ້ນແຟ້ນໃນພັກ, ຮ່ວມມືກັບປະຊາຊົນກໍ່ສ້າງ ແລະ ປັບປຸງພັກໃຫ້ປອດໃສແລະໝັ້ນຄົງເຂັ້ມແຂງ ຕາມຄວາມຮຽກຮ້ອງຕ້ອງການ ແລະ ວຽກງານທີ່ນັບມື້ນັບໜັກໜ່ວງ ແລະ ສັບສົນໃນໄລຍະພັດທະນາໃໝ່ຂອງປະເທດ./.
-----------------------------
-
(1) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 28
(2) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ. ການເມືອງແຜ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 7, ໜ້າ 177
(3) ນັ້ນແມ່ນ: ກໍ່ສ້າງພັກທາງດ້ານການເມືອງ; ກໍ່ສ້າງພັກທາງດ້ານແນວຄິດ; ກໍ່ສ້າງພັກທາງດ້ານຄຸນສົມບັດສິນທຳ; ກໍ່ສ້າງພັກທາງດ້ານການຈັດຕັ້ງກົງຈັກ, ຍົກສູງປະສິດທິພາບການເຄື່ອນໄຫວຂອງລະບົບການເມືອງ; ຈັດຕັ້ງຮາກຖານຂອງພັກ ແລະ ສະມາຊິກພັກ; ພະນັກງານແລະຜູ້ນໍາ; ວຽກງານກວດກາ, ຕິດຕາມກວດກາ ແລະ ປະຕິບັດວິໄນ; ການພົວພັນລະຫວ່າງພັກກັບປະຊາຊົນ; ຕໍ່ສູ້ເພື່ອປ້ອງກັນແລະຕ້ານການສໍ້ລາດບັງຫຼວງ; ປ່ຽນແປງໃໝ່ແບບວິທີການນຳພາຂອງພັກຢ່າງແຂງແຮງ.
(4) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 191
(5) ເອກະສານກອງປະຊຸມຄົບຄະນະຄັ້ງທີສີ່ ຄະນະບໍລິຫານງານສູນກາງພັກສະໄໝທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 2021, tr. 105
(6) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 105
(7) ກົດໝາຍວ່າດ້ວຍການກວດກາ (ສະບັບປັບປຸງ), ກົດໝາຍວ່າດ້ວຍການປະຕິບັດປະຊາທິປະໄຕຢູ່ຮາກຖານ, ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ), ແຜນແມ່ບົດແຫ່ງຊາດໄລຍະປີ 2021-2030, ວິໄສທັດຮອດປີ 2050; ລັດຖະດຳລັດຂອງລັດຖະບານກຳນົດການລົງໂທດຕໍ່ການລະເມີດທາງບໍລິຫານໃນຂົງເຂດຄວາມເຊື່ອ ແລະ ສາສະໜາ
(8) ຕາມບົດລາຍງານສະບັບເລກທີ 220-BC/BDVTW, ລົງວັນທີ 28 ກຸມພາ 2023, ຂອງຄະນະຂົນຂວາຍປະຊາຊົນສູນກາງ, “ກ່ຽວກັບໝາກຜົນຂອງວຽກງານຂົນຂວາຍປະຊາຊົນ ຂອງແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການການເມືອງ-ສັງຄົມຢູ່ສູນກາງ ໃນປີ 2022, ໜ້າທີ່ຈຸດໜັກໃຈກາງໃນປີ 2023"
(9) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 191-192
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1015 (ເດືອນມິຖຸນາ 2023)