ວຽກງານກວດກາ, ຕິດຕາມກວດກາທີ່ປະກອບສ່ວນເຂົ້າໃນການສ້າງຖັນແຖວພະນັກງານຂອງຄະນະພັກທຸກຂັ້ນ, ກ້າວໄປເຖິງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ
ວກ. - ການກໍ່ສ້າງຖັນແຖວພະນັກງານທີ່ມີຄຸນນະທຳແລະຄວາມສາມາດແມ່ນຂອດກຸນແຈສຳຄັນໃນການກໍ່ສ້າງພັກ, ແມ່ນປັດໄຈຕັດສິນຊີ້ຂາດໄຊຊະນະຂອງການປະຕິວັດ, ມັນຕິດແໜ້ນກັບຊະຕາກຳຂອງພັກ, ຂອງລະບອບການເມືອງແລະປະເທດ. ຕໍ່ໜ້າໜ້າທີ່ສຳຄັນນີ້, ດ້ວຍບົດບາດແລະຖານະຕຳແໜ່ງຂອງຕົນ, ຄະນະກຳມະການກວດກາ ແລະພະນັກງານກວດກາທຸກຂັ້ນ ຕ້ອງກຳນົດຄວາມຕັດສິນໃຈ, ເສີມຂະຫຍາຍສຸດຂີດບົດບາດແລະຄວາມຮັບຜິດຊອບ, ສູ້ຊົນປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ສຳເລັດຢ່າງດີເດັ່ນ, ຕັ້ງໜ້າເຂົ້າຮ່ວມໃນການກໍ່ສ້າງພະນັກງານຂອງຄະນະພັກທຸກຂັ້ນ ທີ່ມີຄຸນສົມບັດ ຄວາມສາມາດເໝາະສົມ, ມີຊື່ສຽງ, ບໍລິສຸດແລະເຂັ້ມແຂງຢ່າງແທ້ຈິງ, ປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມໃຫຍ່ຄະນະພັກທຸກຂັ້ນ ກ້າວໄປສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ.
ສະຫາຍເຈິ່ນເກີ້ມຕູ໋ ເລຂາທິການສູນກາງ, ປະທານຄະນະກຳມະການກວດກາສູນກາງ ເຮັດວຽກກັບ ຄະນະປະຈຳພັກແຂວງ ດ້ຽນບຽນ ກ່ຽວກັບສະພາບການ ແລະ ຜົນການປະຕິບັດຄຳສັ່ງເລກທີ 35-CT/TW, ລົງວັນທີ 30 ພຶດສະພາ 2019, ຂອງກົມການເມືອງສູນກາງ ວ່າດ້ວຍກອງປະຊຸມໃຫຍ່ຄະນະພັກທຸກຂັ້ນ, ກອງປະຊຸມໃຫຍ່ອົງຄະນະພັກແຂວງດ້ຽນບຽນ ຄັ້ງທີ XIV, ໄລຍະປີ 2020 - 2025, ວັນທີ 2 ກໍລະກົດ 2020 _ແຫຼ່ງ: TTXVN
1- ວຽກງານພະນັກງານມີຕຳແໜ່ງ, ບົດບາດ ແລະຄວາມສຳຄັນເປັນພິເສດ ສຳລັບການນຳພາຂອງພັກ, ແມ່ນຂອດ “ກຸນແຈ” ໃນວຽກງານກໍ່ສ້າງພັກ ແລະລະບົບການເມືອງ. ເມື່ອຍັງມີຊີວິດຢູ່, ປະທານໂຮ່ຈີມິນມັກບອກວ່າ: “ພະນັກງານແມ່ນກົກເຄົ້າຂອງວຽກງານ”(1), “ຢາກປະສົບຄວາມສຳເລັດຫຼືປະລາໄຊ, ລ້ວນແຕ່ແມ່ນຍ້ອນພະນັກງານທີ່ດີ ຫຼືບໍ່ດີ”(2). ເພິ່ນກໍໄດ້ເວົ້າວ່າ: “ເມື່ອມີນະໂຍບາຍຖືກຕ້ອງແລ້ວ, ຄວາມສຳເລັດຫຼືຄວາມລົ້ມເຫຼວຂອງນະໂຍບາຍນັ້ນ ແມ່ນຍ້ອນວິທີການຈັດຕັ້ງວຽກງານ, ການຄັດເລືອກພະນັກງານ ແລະ ຍ້ອນການກວດກາ. ຖ້າເຮັດສາມສິ່ງນັ້ນຢ່າງຜິວເຜີນ, ນະໂຍບາຍທີ່ຖືກຕ້ອງ ກໍຈະບໍ່ມີປະໂຫຍດ”(3). ໃນຂະບວນການນຳພາການປະຕິວັດ, ພັກກອມມູນິດຫວຽດນາມຍາມໃດກໍເອົາໃຈໃສ່ເຖິງວຽກງານພະນັກງານ; ເບິ່ງແຍງດູແລການກໍ່ສ້າງແລະຝຶກອົບຮົມພະນັກງານ ໃຫ້ມີຄຸນນະທຳແລະຄວາມສາມາດ; ສົມກັບເປັນຜູ້ນຳພາ, ຜູ້ຮັບໃຊ້ທີ່ຈົງຮັກພັກດີຂອງປະຊາຊົນ.
ໃນຊຸມປີທີ່ຜ່ານມາ, ສູນກາງພັກກອມມູນິດຫວຽດນາມ ໄດ້ອອກມະຕິ, ຂໍ້ສະຫລຸບ, ຄຳສັ່ງ, ຂໍ້ກຳນົດ ຫຼາຍສະບັບ ເພື່ອປ່ຽນແປງໃໝ່ ແລະຍົກສູງຄຸນນະພາບວຽກງານພະນັກງານຢ່າງບໍ່ຢຸດຢັ້ງ. ເພື່ອຜັນຂະຫຍາຍແນວທາງຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກເປັນຮູຍປະທຳ, ກອງປະຊຸມສູນກາງພັກຄັ້ງທີ 7 ສະໄໝທີ XII ໄດ້ອອກມະຕິເລກທີ 26-NQ/TW, ວັນທີ 19 ພຶດສະພາ 2018, “ກ່ຽວກັບການສຸມໃສ່ກໍ່ສ້າງຖັນແຖວພະນັກງານທຸກຂັ້ນ, ໂດຍສະເພາະແມ່ນພະນັກງານຂັ້ນຍຸດທະສາດ ທີ່ມີຄຸນນະທຳ ຄວາມສາມາດແລະຊື່ສຽງຢ່າງພຽງພໍ, ທຽບເທົ່າກັບລະດັບພາລະກິດ”. ມະຕິໄດ້ລະບຸວ່າ: “ພະນັກງານຈຳນວນບໍ່ໜ້ອຍ ໄດ້ຖືກຈືດຈາງໃນອຸດົມຄະຕິ ແລະ ເຈດຈຳນົງຫຼຸດລົງ,..., ເສື່ອມໂຊມທາງດ້ານແນວຄິດການເມືອງ, ຄຸນສົມບັດສິນທຳ ແລະວິຖີຊີວິດ, ມີປະກົດການ “ປ່ຽນແປງຕົວເອງ”, “ຫັນປ່ຽນຕົວເອງ”. ພະນັກງານນຳພາ, ຄຸ້ມຄອງຈຳນວນໜຶ່ງ, ລວມທັງພະນັກງານຂັ້ນຍຸດທະສາດ, ຂາດຄວາມເປັນແບບຢ່າງ, ຊື່ສຽງຕ່ຳ,...,ກະທຳຜິດທາງການສໍ້ລາດບັງຫຼວງ, ໃຊ້ຈ່າຍຟຸມເຟືອຍ, ຫຍໍ້ທໍ້ເລວຊາມ, ຜົນປະໂຫຍດໝູ່ພວກ... ສະຖານະການວິ້ງເຕັ້ນຫາຕຳແໜ່ງ, ວິ້ງເຕັ້ນຫາອຳນາດ, ວິ້ງເຕັ້ນເພື່ອຕໍ່ອາຍຸການເຮັດວຽກ, ວິ້ງເຕັ້ນເພື່ອໄດ້ຢູ່ໃນແຜນການພະນັກງານ ເພື່ອໄດ້ແຕ່ງຕັ້ງຍົກຍ້າຍ, ວິ້ງເຕັ້ນຫາປະກາດສະນິຍະບັດ,..., ລວມທັງພະນັກງານຂັ້ນສູງ, ເຊິ່ງສະຖານະການນີ້ຖືກສະກັດກັ້ນແລະຍູ້ຖອຍຢ່າງຊັກຊ້າ”(4). ຈາກສະພາບການດັ່ງກ່າວ, ມະຕິໄດ້ວາງວິທີການແກ້ໄຂທີ່ສຳຄັນຄື “ຍູ້ແຮງວຽກງານກວດກາ ຕິດຕາມກວດກາ”, “ຈັດການແກ້ໄຂຢ່າງທັນການ, ເຂັ້ມງວດ ຕໍ່ອົງການຈັດຕັ້ງ, ບຸກຄົນທີ່ລະເມີດວິໄນຂອງພັກ, ກົດໝາຍຂອງລັດ; ສວຍໃຊ້ອຳນາດເພື່ອກະທຳຜິດໃນວຽກງານພະນັກງານ ຫຼືສະໜັບສະໜູນການວິ້ງເຕັ້ນຫາຕຳແໜ່ງ, ວິ້ງເຕັ້ນຫານອຳນາດ”(5).
ເບິ່ງຍ້ອນຫລັງຈາກການເລີ່ມຕົ້ນຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ຈົນເຖິງປະຈຸບັນ, ບັນດາຄະນະພັກ, ອົງການຈັກຕັ້ງພັກ, ຄະນະກຳມະການກວດກາທຸກຂັ້ນ ໄດ້ເພີ່ມທະວີການນຳພາ, ຊີ້ນຳ ແລະຈັດຕັ້ງປະຕິບັດ ວຽກງານກວດກາ ຕິດຕາມກວດກາ ເຊິ່ງໄດ້ບັນລຸຜົນທີ່ສຳຄັນຫຼາຍຢ່າງ. ຄວາມຮັບຮູ້ຂອງຄະນະພັກ, ອົງການຈັດຕັ້ງພັກ, ສະມາຊິດພັກ, ກ່ອນອື່ນແມ່ນຄະນະພັກ, ກ່ຽວກັບຖານະບົດບາດ, ຈຸດປະສົງ, ຄວາມໝາຍ, ຄວາມສຳຄັນຂອງວຽກງານກວດກາ ຕິດຕາມກວດກາ ໄດ້ຮັບການຍົກສູງຂຶ້ນຢ່າງຈະແຈ້ງ. ລະບົບເອກະສານນິຕິກຳຕ່າງໆຂອງພັກແລະລັດທີ່ໄດ້ປະກາດໃຊ້ນັ້ນ ຂ້ອນຂ້າງສົມບູນ, ຄົບຊຸດແລະເປັນເອກະພາບ. ວຽກງານກວດກາ ຕິດຕາມກວດກາ ໄດ້ຮັບການຮັກສາ, ຍູ້ແຮງ ແລະມີການປ່ຽນແປງໃໝ່ຫຼາຍຢ່າງ; ຄຸນນະພາບ ແລະ ປະສິດທິຜົນຂອງວຽກງານນີ້ ນັບມື້ນັບໄດ້ຮັບການຍົກສູງຂຶ້ນ. ຫຼາຍກໍລະນີ, ຄະດີໃໝ່ທີ່ຫຍຸ້ງຍາກ, ສັບສົນ, ອ່ອນໄຫວ, ດຶງດູດຄວາມສົນໃຈຂອງສັງຄົມ ໄດ້ຮັບການພິຈາລະນາ, ສະຫຼຸບຢ່າງຈະແຈ້ງ ແລະ ໄດ້ປະຕິບັດວິໄນຢ່າງເຂັ້ມງວດແລະທັນການ ຕໍ່ຫຼາຍອົງການຈັດຕັ້ງພັກແລະສະມາຊິດພັກທີ່ລະເມີດກົດໝາຍ, ໃນນັ້ນມີພະນັກງານຂັ້ນສູງຂອງພັກ, ລັດ, ພະນັກງານບຳນານ, ນາຍທະຫານຊັ້ນສູງໃນກອງກຳລັງປະກອບອາວຸດ, ດ້ວຍຈິດໃຈເຮັດຢ່າງເຂັ້ມງວດແຕ່ເທິງລົງ, ບໍ່ມີເຂດຫວງຫ້າມ, ບໍ່ມີການຍົກເວັ້ນ. ສະພາບການເສື່ອມໂຊມທາງດ້ານແນວຄິດການເມືອງ, ຄຸນສົມບັດສິນທຳ, ວິຖີຊີວິດ ຂອງພະນັກງານ ສະມາຊິກພາກສ່ວນໜຶ່ງທີ່ບໍ່ໜ້ອຍນັ້ນ ໄດ້ຖືກຮັບຮູ້ແຈ້ງເທື່ອລະກ້າວ ແລະຈັດການແກ້ໄຂຢ່າງເຂັ້ມງວດ, ໂດຍສະເພາະບັນດາກໍລະນີ ຄະດີທີ່ກໍ່ໃຫ້ເກີດຄວາມຮ້ອນເຄືອງໃນສັງຄົມ; ບັນດາປະກົດການເສື່ອມໂຊມ, “ປ່ຽນແປງຕົວເອງ”, “ຫັນປ່ຽນຕົວເອງ” ຢູ່ພາຍໃນ, ສະພາບການຫຍໍ້ທໍ້ເລວຊາມ, ອາດຍາສິດ, ຫ່າງເຫີນປະຊາຊົນໃນພະນັກງານ, ລັດຖະກອນພາກສ່ວນໜຶ່ງ ມີທ່າອຽງຫຼຸດລົງ. ຫຼາຍທ້ອງຖິ່ນ, ສຳນັກງານອົງການ, ໜ່ວຍງານ ພາຍຫຼັງການກວດກາ ໄດ້ຕັດສິນໃຈແກ້ໄຂຂໍ້ຜິດພາດ, ຮັດແໜ້ນຖັນແຖວພະນັກງານ; ຈາກນັ້ນ, ຂະບວນການຕ່າງໆໄດ້ມີການປ່ຽນແປງຫຼາຍຢ່າງ ແລະນຳມາເຊິ່ງຜົນງານທີ່ຈະແຈ້ງໃນທຸກດ້ານ.
ບັນດາຜົນສຳເລັດເທິງນີ້ໄດ້ປະກອບສ່ວນທີ່ສຳຄັນເຂົ້າໃນວຽກງານກໍ່ສ້າງແລະປັບປຸງພັກ, ໂດຍສະເພາະແມ່ນໄດ້ກີດກັ້ນ, ຍູ້ຖອຍ ແລະແກ້ໄຂຜ່ານຜ່າຊ່ອງຫວ່າງ, ຈຸດອ່ອນ, ຂໍ້ບົກພ່ອງໃນວຽກງານພະນັກງານ. ສາມາດເຫັນແຈ້ງວ່າ, ວຽກງານພະນັກງານ ແລະ ການຄຸ້ມຄອງຖັນແຖວພະນັກງານໃນເວລາທີ່ຜ່ານມາ ໄດ້ມີການປ່ຽນແປງທີ່ດີໃນທາງບວກ ດ້ວຍການປ່ຽນແປງໃໝ່ຫຼາຍຢ່າງ, ເປັນລະບຽບ ແລະ ຮັບປະກັນໃຫ້ແໜ້ນແຟ້ນກວ່າເກົ່າ. ການແຕ່ງຕັ້ງ, ຍົກຍ້າຍ, ຜັດປ່ຽນ, ພິຈາລະນາເລື່ອນຊັ້ນ, ປະຕິບັດນະໂຍບາຍຕໍ່ພະນັກງານ ໄດ້ປະຕິບັດຕາມມາດຕະຖານ, ເງື່ອນໄຂ ແລະຂັ້ນຕອນຕ່າງໆຕາມທີ່ໄດ້ກຳນົດໄວ້. ຄຸນນະພາບຂອງຖັນແຖວພະນັກງານໄດ້ຮັບການຍົກສູງສູງຂຶ້ນໜຶ່ງຂັ້ນ; ພະນັກງານສ່ວນໃຫຍ່, ໂດຍສະເພາະແມ່ນພະນັກງານນຳພາ ຄຸ້ມຄອງທຸກຂັ້ນ ມີຄວາມກ້າຫານທາງການເມືອງທີ່ເຂັ້ມແຂງ, ຮັກສາຄຸນນະພາບສິນທຳຂອງສະມາຊິກພັກ, ປະຕິບັດວິຖີຊີວິດທີ່ສະອາດ, ມີຄວາມສາມາດໃນການເຮັດວຽກທີ່ດີ, ເປັນແບບຢ່າງໃນການຝຶກຝົນຫຼໍ່ຫຼອມຕົວເອງ, ໂດຍພື້ນຖານແລ້ວ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການປ່ຽນແປງໃໝ່ ແລະການພັດທະນາຂອງຊາດ.
ໃນປະຈຸບັນ, ຫວຽດນາມກຳລັດດຳເນີນກອງປະຊຸມໃຫຍ່ຂັ້ນຕ່າງໆ ກ້າວໄປສູ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໃນຕົ້ນປີ 2021 - ເຫດການການເມືອງທີ່ມີຄວາມໝາຍສຳຄັນທີ່ສຸດຂອງປະເທດ. ໃນບັນດາວຽກງານການກະກຽມໃຫ້ແກ່ກອງປະຊຸມໃຫຍ່ນັ້ນ ວຽກງານບຸກຄະລາກອນຂອງຄະນະບໍລິຫານງານພັກຊຸດໃໝ່ ແມ່ນວຽກທີ່ສຳຄັນພິເສດ, ແມ່ນປັດໄຈທີ່ຮັບປະກັນຄວາມສຳເລັດຂອງກອງປະຊຸມໃຫຍ່ ກໍຄືການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກທຸກຂັ້ນຢ່າງສຳເລັດຜົນໃນໄລຍະໃໝ່. ຄຳສັ່ງເລກທີ 35-CT/TW, ລົງວັນທີ 30 ພຶດສະພາ 2019, ຂອງກົມການເມືອງສູນກາງ, “ກ່ຽວກັບກອງປະຊຸມໃຫຍ່ຄະນະພັກຂັ້ນຕ່າງໆ ກ້າວເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ” ໄດ້ວາງຄຳຮຽກຮ້ອງຕ້ອງການ: ຕ້ອງກັ່ນກອງຢ່າງເດັດຂາດ, ບໍ່ປ່ອຍໃຫ້ຜູ້ທີ່ຂາດມາດຕະຖານເລັດລອດເຂົ້າໃນຄະນະບໍລິຫານງານພັກຊຸດໃໝ່ເຊັ່ນ: ຜູ້ທີ່ຄວາມກ້າຫານທາງການເມືອງບໍ່ໝັ້ນຄົງ; ຄຸນນະພາບ, ຄວາມສາມາດ ແລະຊື່ສຽງຫຼຸດລົງ; ຂາດຄວາມເປັນແບບຢ່າງ, ຂາດຄວາມສາມັກຄີ, ພາກສ່ວນພັກພວກນິຍົມ, ສວຍໂອກາດ,...; ຜູ້ທີ່ມີປະກົດການເສື່ອມໂຊມທາງດ້ານແນວຄິດການເມືອງ, ຄຸນສົມບັດສິນທຳ, ວິຖີຊີວິດ, “ປ່ຽນແປງຕົວເອງ”, “ຫັນປ່ຽນຕົວເອງ” ຢູ່ພາຍໃນ; ຜູ້ທີ່ວິ້ງເຕັ້ນຫາຕຳແໜ່ງ, ວິ້ງເຕັ້ນຫາອຳນາດ, ສໍ້ລາດບັງຫຼວງ, ມີຄວາມຫຍໍ້ທໍ້ເລວຊາມ, “ຜົນປະໂຫຍດພັກພວກ”; ຜູ້ທີ່ລະເມີດຫຼັກການລວມສູນປະຊາທິປະໄຕ, ລະເມີດກົດລະບຽບ ຂໍ້ກຳນົດຂອງພັກ, ລັດ. ຂໍ້ກຳນົດຂ້າງເທິງນີ້ເປັນໜ້າທີ່ໃຫຍ່ທີ່ສຸດ ສຳລັບວຽກງານກວດກາ ຕິດຕາດກວດກາຂອງພັກ.
2- ເພື່ອປະກອບສ່ວນກໍ່ສ້າງຖັນແຖວພະນັກງານ, ໂດຍສະເພາະພະນັກງານຄະນະພັກທຸກຂັ້ນ ໃຫ້ມີຄວາມສາມາດແລະຄຸນນະພາບຢ່າງພຽງພໍ, ມີຊື່ສຽງ ບໍລິສຸດ ແລະເຂັ້ມແຂງ, ປະກອບສ່ວນເຂົ້າໃນຄວາມສຳເລັດຂອງກອງປະຊຸມໃຫຍ່ຄະນະພັກທຸກຂັ້ນ ກ້າວເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ວຽກງານກວດກາ ຕິດຕາມກວດກາຂອງພັກໃນເວລາຕໍ່ໜ້າຕ້ອງໄດ້ສືບຕໍ່ປ່ຽນແປງໃໝ່, ຍົກສູງຄຸນນະພາບ, ປະສິດທິພາບ, ປະສິດທິຜົນກວ່າອີກ, ໃນນັ້ນສຸມໃສ່ບາງເນື້ອໃນຫຼັກດັ່ງນີ້:
ທີໜຶ່ງ, ສືບຕໍ່ສ້າງໃຫ້ມີການຫັນປ່ຽນຢ່າງແຂງແຮງໃນຄວາມຮັບຮູ້, ຄວາມຮັບຜິດຊອບ ແລະ ຄວາມຕັດສິນໃຈການເມືອງ ຂອງບັນດາຄະນະພັກ, ອົງການຈັດຕັ້ງພັກ ກ່ຽວກັບວຽກງານກວດກາ ຕິດຕາມກວດກາ.
ໃນເວລາທີ່ຜ່ານມາ, ວຽກງານກວດກາ ຕິດຕາມກວດກາຂອງພັກໄດ້ຮັບການຍູ້ແຮງ ແລະບັນລຸຜົນທີ່ສຳຄັນຫຼາຍຢ່າງ, ສ້າງຂີດໝາຍແລະການແຜ່ກະຈາຍໃນສັງຄົມ. ເຖິງຢ່າງໃດກໍຕາມ, ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການແລະໜ້າທີ່ກໍ່ສ້າງ, ປັບປຸງພັກ, ກໍ່ສ້າງຖັນແຖວພະນັກງານແລ້ວ ວຽກງານກວດກາ ຕິດຕາມກວດກາຍັງມີຈຸດອ່ອນ, ຂໍ້ຈຳກັດ. ບາງຄະນະພັກ ອົງການຈັດຕັ້ງພັກ ແລະ ຫົວໜ້າຄະນະພັກບາງຄົນ ຍັງບໍ່ທັນເຂົ້າໃຈແຈ້ງ, ບໍ່ເອົາໃຈໃສ່ ແລະໃຫ້ຄວາມສຳຄັນເຖິງການກວດກາ ຕິດຕາມກວດກາ ແລະ ບໍ່ໄດ້ນຳພາ, ຊີ້ນຳ, ຈັດຕັ້ງປະຕິບັດວຽກງານກວດກາ ຕິດຕາມກວກາຢ່າງທັນການ, ໂດຍສະເພາະແມ່ນກວດກາ ຕິດຕາມກວດກາ ກ່ຽວກັບວຽກງານພະນັກງານ; ບາງແຫ່ງບໍ່ໄດ້ສ້າງເງື່ອນໄຂ ໃຫ້ຄະນະກຳມະການກວດກາປະຕິບັດພາລະບົດບາດ, ໜ້າທີ່, ສິດອຳນາດ ຢ່າງເຕັມສ່ວນ ຕາມຂໍ້ກຳນົດຂອງກົດລະບຽບຂອງພັກ.
ຕ້ອງໄດ້ຮັບຮູ້ຢ່າງຄົບຖ້ວນແລະເລິກເຊິ່ງວ່າ, ການກວດກາ ຕິດຕາມກວດກາແມ່ນພາລະໜ້າທີ່ນຳພາຂອງພັກ, ພາກສ່ວນໜຶ່ງທີ່ສຳຄັນໃນວຽກງານກໍ່ສ້າງພັກທັງໝົດ. ດັ່ງນັ້ນ, ການກວດກາ ຕິດຕາມກວດກາ ແມ່ນໜ້າທີ່ຂອງທົ່ວພັກ, ຂອງທຸກໜ່ວຍພັກ ແລະສະມາຊິກພັກທຸກຄົນ, ເຊິ່ງກ່ອນອື່ນແມ່ນຂອງຄະນະພັກ, ຫົວໜ້າຄະນະພັກ. ພິຈາລະນາຈົນສຸດແລ້ວ, ການກວດກາ ຕິດຕາມກວດກາ ແມ່ນເພື່ອກໍ່ສ້າງຖັນແຖວພະນັກງານຂອງພັກ, ເພື່ອຕັກເຕືອນ ກີດກັ້ນ ປ້ອງກັນຢ່າງທັນການ ຕໍ່ພະນັກງານ ສະມາຊິກພັກທີ່ລະເມີດແຜນນະໂຍບາຍ ແນວທາງຂອງພັກ, ນະໂຍບາຍ ກົດໝາຍຂອງລັດ, ຂາດຄວາມເປັນແບບຢ່າງໃນຊີວິດ; ເພື່ອຈັດການຢ່າງເຂັ້ມງວດຕໍ່ອົງການຈັດຕັ້ງ, ບຸກຄົນທີ່ຕັ້ງໃຈກະທຳຜິດ, ສົ່ງຜົນສະທ້ອນເຖິງກຽດສັກສີຂອງພັກ ແລະການພັດທະນາຂອງປະເທດ. ປະທານໂຮ່ຈີມິນເຄີຍເວົ້າວ່າ: “ຖ້າຈັດຕັ້ງການກວດກາຢ່າງຮອບຄອບ ກໍຄືກັນກັບມີ “ໄຟໜ້າ”. ມີສະຖານະການຫຼາຍປານໃດ, ມີຈຸດດີແລະຈຸດອ່ອນຫຼາຍປານໃດ, ມີພະນັກງານຈຳນວນເທົ່າໃດ ພວກເຮົາທຸກຄົນກໍເຫັນໄດ້ຢ່າງຈະແຈ້ງ. ສາມາດເວົ້າວ່າ: ເກົ້າສ່ວນສິບຂອງຂໍ້ບົກພ່ອງໃນວຽກງານຂອງພວກເຮົາແມ່ນຍ້ອນຂາດການກວດກາ”(6).
ດັ່ງນັ້ນ, ຢາກມີຖັນແຖວພະນັກງານທີ່ດີ, ຄະນະພັກ, ອົງການຈັດຕັ້ງພັກທຸກຂັ້ນຕ້ອງຍົກສູງຄວາມຮັບຮູ້ ແລະຄວາມຮັບຜິດຊອບ ກ່ຽວກັບການກວດກາ ຕິດຕາມກວດກາ ແລະ ຕ້ອງດຳເນີນການກວດກາ ຕິດຕາມກວດກາ ຢ່າງເປັນປະຈຳ ເພື່ອຄົ້ນພົບແລະເສີມຂະຫຍາຍບັນດາປັດໄຈທີ່ຕັ້ງໜ້າຢ່າງທັນການ, ພ້ອມກັນນັ້ນກໍກັ່ນຕອງ, ເຮັດຄວາມສະອາດແລະອະນາໄມໃຫ້ພະນັກງານ ສະມາຊິກພັກໃນແຕ່ລະຄະນະພັກ, ອົງການຈັດຕັ້ງພັກ ແລະອົງການຂອງລັດ; ເດັດຂາດປະຕິບັດວິໄນໄລ່ອອກຈາພັກ ຕໍ່ບັນດາພະນັກງານ, ສະມາຊິກພັກທີ່ລ່ວງອຳນາດ, ເສື່ອມໂຊມ, ສໍ້ລາດບັງຫຼວງຢ່າງຮ້າຍແຮງ, ຝືນຕໍ່ຜົນປະໂຫຍດຂອງປະຊາຊົນ, ບໍ່ສົມຄວນທີ່ຈະເປັນສະມາຊິກພັກ.
ທີສອງ, ຄົ້ນຄວ້າທິດສະດີ, ສະຫຼຸບສັງລວມພຶດຕິກຳ, ປັບປຸງບູລະນະຂໍ້ກຳນົດຕ່າງໆຂອງພັກ ກ່ຽວກັບວຽກງານພະນັກງານ ແລະ ການກວດກາ ຕິດຕາມກວດກາວຽກງານພະນັກງານ.
ສາເຫດໜຶ່ງຂອງຂໍ້ຈຳກັດແລະຂໍ້ບົກພ່ອງໃນວຽກງານພະນັກງານໃນເວລາທີ່ຜ່ານມາແມ່ນຍ້ອນພວກເຮົາຍັງຊັກຊ້າໃນການປ່ຽນແປງໃໝ່ກົນໄກ, ວິທີການ, ຂັ້ນຕອນ ໃນການກວດກາ ຕິດຕາມກວດກາວຽກງານພະນັກງານຢ່າງເຂັ້ມງວດ. ຂໍ້ກຳນົດຈຳນວນໜຶ່ງບໍ່ໄດ້ໃກ້ຊິດກັບຄວາມເປັນຈິງ, ຂາດຄວາມເປັນໄປໄດ້, ຊ້ຳພັກຍັງມີ “ຊ່ອງຫວ່າງ”, ຂໍ້ບົກຜ່ອງ ແລະ ຂາດບົດລົງໂທດທີ່ຈະຈັດການ, ກ່າວເຕືອນຕໍ່ການປະທຳຜິດ, ໂດຍສະເພາະແມ່ນ ການວິ້ງເຕັ້ນຫາຕຳແໜ່ງ, ການວິ້ງເຕັ້ນຫາອຳນາດ, ກໍຄືການປົກປິດ ສະໜັບສະໜູນການວິ້ງເຕັ້ນຫາຕຳແໜ່ງ, ການວິ້ງເຕັ້ນຫາອຳນາດ ແລະບັນດາຄວາມຫຍໍ້ທໍ້ເລວຊາມໃນວຽກງານພະນັກງານ.
ໂດຍຮັບຮູ້ແຈ້ງສິ່ງດັ່ງກ່າວ, ຕັ້ງແຕ່ຕົ້ນວາລະກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກກອມມູນິດຫວຽດນາມມາເຖິງປະຈຸບັນ, ກົມການເມືອງສູນກາງ, ຄະນະເລຂາທິການສູນກາງ, ຄະນະພັກທຸກຂັ້ນ ໄດ້ສຸມໃສ່ການຄົ້ນຄວ້າດັດແປງ, ເພີ່ມເຕີມ ແລະ ປະກາດໃຊ້ເອກະສານທີ່ສຳຄັນຫຼາຍສະບັບ ເພື່ອປ້ອງກັນແລະແກ້ໄຂຂໍ້ຈຳກັດ ແລະຊ່ອງຫວ່າງໃນວຽກງານຂອງພະນັກງານ. ຄວາມພະຍາຍາມເຫຼົ່ານັ້ນ ແມ່ນພື້ນຖານທີ່ໜັກແໜ້ນ ເພື່ອໃຫ້ຄະນະພັກ, ຄະນະກຳມະການກວດກາທຸກຂັ້ນ ປະຕິບັດພາລະບົດບາດ ແລະໜ້າທີ່ຂອງຕົນ, ເຊັ່ນ ຂໍ້ກຳນົດກ່ຽວກັບການແບ່ງຂັ້ນຄຸ້ມຄອງພະນັກງານ, ການແຕ່ງຕັ້ງ, ແນະນຳພະນັກງານສະໝັກຮັບເລືອກຕັ້ງ (7); ຂໍ້ກຳນົດກ່ຽວກັບການຄວບຄຸມອຳນາດໃນວຽກງານພະນັກງານ ແລະການຕໍ່ສູ້ຕ້ານການວິ້ງເຕັ້ນຫາຕຳແໜ່ງ, ວິ້ງເຕັ້ນຫາອຳນາດ (8); ຂໍ້ກຳນົດກ່ຽວກັບການກວດກາການຝຶກຝົນຫຼໍ່ຫຼອມຄຸນສົມບັດ, ວິຖີຊີວິດຂອງພະນັກງານ ສະມາຊິດພັກ (9); ຂໍ້ກຳນົດກ່ຽວກັບລະບອບການກວດກາ ຕິດຕາມກວດກາວຽກງານພະນັກງານ(10); ຂໍ້ກຳນົດກ່ຽວກັບການປະຕິບັດວິໄນຕໍ່ອົງການຈັດຕັ້ງພັກ, ສະມາຊິກພັກ ທີ່ລະເມີດ (11)...
ໃນໄລຍະຈະມາເຖິງ, ໂດຍສະເພາະ ພາຍຫຼັງກອງປະຊຸມໃຫຍ່ຄະນະພັກທຸກຂັ້ນ ແລະກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ບັນດາຄະນະພັກ, ອົງການຈັດຕັ້ງພັກທີ່ມີສິດອຳນາດຂັ້ນຕ່າງໆ ຈະຕ້ອງສືບຕໍ່ກວດຄືນ, ດັດແປງ, ເພີ່ມເຕີມ ແລະບູລະນະຂໍ້ກຳນົດ, ກົດລະບຽບ ເພື່ອປ່ຽນແປງໃໝ່, ຍົກສູງຄຸນນະພາບ ແລະ ປະສິດທິຜົນການເຄື່ອນໄຫວ ຕິດກັບການຮັດແໜ້ນລະບຽບວິໄນ ແລະການຄວບຄຸມອຳນາດຢ່າງແໜ້ນແຟ້ນ ໃນວຽກງານພະນັກງານ. ສືບຕໍ່ຜັນຂະຫຍາຍຂະບວນການແລະຂັ້ນຕອນຕ່າງໆ, ຮັບປະກັນປະຊາທິປະໄຕ, ພາວະວິໄສ, ເປີດເຜີຍ, ໂປ່ງໃສແລະເຂັ້ມງວດ; ພ້ອມກັນນັ້ນ, ກຳນົດຢ່າງຈະແຈ້ງຄວາມຮັບຜິດຊອບຂອງຄະນະພັກ ແລະຫົວໜ້າ ໃນການສະເໜີ, ແນະນຳ, ປະເມີນຜົນແລະຕັດສິນຕົກລົງ ໃນຂັ້ນຕອນຕ່າງໆຂອງວຽກງານພະນັກງານ, ຕັ້ງແຕ່ການຄັດເລືອກ, ວາງແຜນ, ຜັດປ່ຽນ, ຝຶກອົບຮົມ, ບຳລຸງສ້າງ, ປະເມີນຜົນ, ແນະນຳຜູ້ສະໝັກຮັບເລືອກຕັ້ງ ຈົນເຖິງການແຕ່ງຕັ້ງ, ເລື່ອນຊັ້ນ, ນຳໃຊ້ ແລະປະຕິບັດນະໂຍບາຍພະນັກງານ. ບູລະນະກົນໄກການກວດກາ ຕິດຕາມກວດກາ ການໃຊ້ອຳນາດຂອງຜູ້ມີຕຳແໜ່ງ, ມີອຳນາດ, ຕໍ່ສູ້ຕ້ານການວິ້ງເຕັ້ນຫາຕຳແໜ່ງ, ວິ້ງເຕັ້ນຫາອຳນາດ, ຂໍລາງວັນ; ຕໍ່ສູ້ປ້້ອງກັນແລະຕ້ານຄວາມເສື່ອມໂຊມທາງດ້ານແນວຄິດການເມືອງ, ຄຸນສົມບັດສິນທຳ, ວິຖິຊີວັດ, “ການປ່ຽນແປງຕົວເອງ”, “ການຫັນປ່ຽນຕົວເອງ” ຢູ່ພາຍໃນ, ການສໍ້ບາດບັງຫຼວງ, ການໃຊ້ຈ່າຍຟຸມເຟືອຍ, “ຜົນປະໂຫຍດໝູ່ພວກ”. ສ້າງກົນໄກສົ່ງເສີມແລະປົກປ້ອງພະນັກງານ ສະມາຊິດພັກ, ຫົວໜ້າຄະນະພັກ ທີ່ກ້າຄິດ, ກ້າເຮັກ, ກ້າຮັບຜິດຊອບ ເພື່ອຜົນປະໂຫຍດລວມ ແລະ ເພື່ອການພັດທະນາຂອງປະເທດ; ເພີ່ມທະວີການປະສານງານລະຫວ່າງ ການກວດກາ ຕິດຕາມກວດກາຂອງພັກ ກັບການກວດກາ, ກວດສອບ, ສືບສວນ, ຟ້ອງສານ, ພິພາກສາຂອງລັດ; ເສີມຂະຫຍາຍບົດບາດຂອງແນວໂຮມປະເທດຊາດຫວຽດນາມ, ບັນດາອົງການຈັດຕັ້ງການເມືອງ-ສັງຄົມ, ອົງການຂ່າວສານ, ສື່ມວນຊົນ ແລະ ປະຊາຊົນ ໃນວຽກງານການກວດກາ ຕິດຕາມກວດກາ.
ທີສາມ, ຍົກສູງຄຸນນະພາບແລະປະສິດທິຜົນຂອງວຽກງານກວດກາ ຕິດຕາມກວດກາ, ຮັບໃຊ້ເປັນຢ່າງດີ ໃຫ້ແກ່ວຽກງານບຸກຄະລາກອນ ຂອງກອງປະຊຸມໃຫຍ່ຂັ້ນຕ່າງໆ ກ້າວເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ .
ເປົ້າໝາຍຂອງວຽກງານການກວດກາ ຕິດຕາມກວດກາ ແມ່ນປະກອບສ່ວນກໍ່ສ້າງພັກໃຫ້ສະອາດປອດໃສ, ໝັ້ນຄົງເຂັ້ມແຂງ, ມີການຈັດຕັ້ງທີ່ໜັກແໜ້ນ, ເປັນເອກະພາບທາງດ້ານເຈດຈຳນົງແລະການກະທຳ. ວຽກງານການກວດກາ ຕິດຕາມກວດກາ ຕ້ອງເລີ່ມຈາກໜ້າທີ່ການເມືອງ, ຮັບໃຊ້ໃຫ້ແກ່ໜ້າທີ່ການເມືອງ ແລະວຽກງານກໍ່ສ້າງພັກໃນແຕ່ລະໄລຍະ. ດັ່ນນັ້ນ, ໄລຍະເວລາຈາກດຽວນີ້ຈົນເຖິງສິ້ນສຸດວາລະ, ພ້ອມກັນກັບໜ້າທີ່ເປັນປົກກະຕິຕາມກົດລະບຽບຂອງພັກນັ້ນ ການຮັບໃຊ້ກອງປະຊຸມໃຫຍ່ຄະນະພັກຂັ້ນຕ່າງໆ, ໂດຍສະເພາະ ການເຂົ້າຮ່ວມກໍ່ສ້າງຄະນະບໍລິຫານງານພັກຊຸດໃໝ່ ແມ່ນໜ້າທີ່ໃຈກາງທີ່ສຳຄັນສຳລັບວຽກງານການກວດກາ ຕິດຕາມກວດກາ ຂອງພັກ.
ກ່ອນອື່ນໝົດ, ບັນດາຄະນະພັກ, ອົງການຈັດຕັ້ງພັກຕ້ອງກວດກາແລະທົບທວນ ວຽກງານພະນັກງານດ້ວຍຕົນເອງ ເພື່ອຊີ້ໃຫ້ເຫັນຂໍ້ດີໃນການສົ່ງເສີມທັນທີ; ຄົ້ນເຜີຍຂໍ້ຈຳກັດແລະຂໍ້ບົກພ່ອງ ເພື່ອຈະເປັນເຈົ້າການໃນການດັດແຜງ ແກ້ໄຂ; ໂດຍສະເພາະໃນການປະຕິບັດຂໍ້ກຳນົດ, ຂັ້ນຕອນ, ມາດຕະຖານ, ເງື່ອນໄຂກ່ຽວກັບວຽກງານພະນັກງານ. ຕ້ອງຮັບຮູ້ຢ່າງຈະແຈ້ງແລະຕໍ່ສູ້ຢ່າງເດັດດ່ຽວກັບປະກົດການຫຍໍ້ທໍ້ເລວຊາມ, “ພາກສ່ວນ”, “ຄຸ້ນເຄີຍກັນ”, “ຜົນປະໂຫຍດໝູ່ພວກ”, ສູນເສຍປະຊາທິປະໄຕ, ຂາດຄວາມເປັນແບບຢ່າງ, “ຈົ່ງຈຽມ, ງ່າຍດາຍ”, “ວິ້ງເຕັ້ນ ຂົນຂວາຍ, ສວຍໃຊ້ເຊິ່ງກັນແລະກັນ” ໃນວຽກງານວາງແຜນພະນັກງານ, ສັບຊ້ອນ, ແຕ່ງຕັ້ງ, ເລື່ອນຊັ້ນ ເລື່ອນຍົດ, ປະຕິບັດນະໂຍບາຍສຳລັບພະນັກງານ.
ຄະນະພັກ, ອົງການຈັດຕັ້ງພັກ, ຄະນະກຳມະການກວດກາທຸກຂັ້ນ ເພີ່ມທະວີການຕິດຕາມກວດກາບັນດາອົງການຈັດຕັ້ງພັກທີ່ຂຶ້ນກັບ, ໂດຍສະເພາະແມ່ນ ບ່ອນທີ່ມີສັນຍານຂອງຄວາມແຕກແຍກພາຍໃນ, ມີການສະແດງອອກເຖິງຄວາມຜິດພາດ, ມີບັນຫາທີ່ສັບສົນເກີດຂຶ້ນ, ມີບັນຫາຮີບດ່ວນທີ່ພະນັກງານ ສະມາຊິກພັກແລະປະຊາຊົນ ສົນໃຈ; ພ້ອມກັນນັ້ນ ກໍໄດ້ກຳແໜ້ນສະພາບການສະມາຊິກພັກ, ສຸມໃສ່ເປົ້າໝາຍທີ່ເປັນກຳມະການຄະນະພັກແລະພະນັກງານ ພາຍໃຕ້ການຄຸ້ມຄອງຂອງຄະນະພັກໃນຂັ້ນດຽວກັນ, ກ່ອນອື່ນໝົດແມ່ນພະນັກງານຫຼັກແຫຼ່ງ, ສະມາຊິກພັກທີ່ຢູ່ໃນແຜນການເຂົ້າຮ່ວມໃນຄະນະບໍລິຫານງານພັກຊຸດໃໝ່ ແລະຄາດວ່າຈະໄດ້ຮັບມອບໝາຍໃຫ້ເຂົ້າຮ່ວມກອງປະຊຸມໃຫຍ່ຂອງຄະນະພັກຂັ້ນເທິງ. ເອົາໃຈໃສ່ເປີດກວ້າງການຕິດຕາມກວດກາຕໍ່ທຸກຂັ້ນຕອນໃນວຽກງານພະນັກງານ ແລະ ການປະຕິບັດຂັ້ນຕອນແນະນຳບຸກຄະລາກອນຂອງຄະນະບໍລິຫານງານພັກ, ເພື່ອປ້ອງກັນຂໍ້ບົກພ່ອງຕ່າງໆຕັ້ງແຕ່ເລີ່ມຕົ້ນ, ບໍ່ປ່ອຍໃຫ້ຂໍ້ບົກຜ່ອງກາຍເປັນການລະເມີດ, ຈາກການລະເມີດນ້ອຍ ກາຍເປັນການລະເມີດທີ່ຮ້າຍແຮງ.
ສຸມໃສ່ກວດກາບັນດາອົງການຈັດຕັ້ງພັກທີ່ສະແດງອາການລະເມີດຫຼັກການລວມສູນປະຊາທິປະໄຕ ແລະລະບຽບການເຮັດວຽກ, ລະເມີດມະຕິ ຄຳສັ່ງ ຂໍ້ກຳນົດຂອງພັກ, ລະເມີດນະໂຍບາຍ ກົດໝາຍຂອງລັດ; ພ້ອມກັນນັ້ນ, ກວດກາພະນັກງານ ສະມາຊິກພັກ ທີ່ມີປະກົດການເສື່ອມໂຊມທາງດ້ານແນວຄິດການເມືອງ, ຄຸນສົມບັດ, ວິຖີຊີວິດ, “ການປ່ຽນແປງຕົວເອງ”, “ການຜັນປ່ຽນຕົວເອງ”; ລະເມີດກ່ຽວກັບມາດຕະຖານພະນັກງານ, ມາດຕະຖານກຳມະການຄະນະພັກ, ກ່ຽວກັບການແຈ້ງຊັບສິນແລະລາຍໄດ້ ແລະ ຄວາມໂປ່ງໃສຂອງຊັບສິນແລະລາຍໄດ້; ກ່ຽວກັບການກະທຳສໍ້ລາດບັງຫຼວງ, ໃຊ້ຈ່າຍຟຸມເຟືອຍ, “ຜົນປະໂຫຍດໝູ່ພວກ”; ມີປະກົດການຂອງລັດທິເອກະຊົນ, ແບ່ງພັກແຍກພວກ, ສວຍໂອກາດ, ຜົນປະໂຫຍດນິຍົມ; ສວຍໃຊ້ອຳນາດເພື່ອກະທຳຜິດໃນວຽກງານພະນັກງານ, ຫຼືສະໜັບສະໜູນການວິ້ງເຕັ້ນຫາຕຳແໜ່ງ, ວິ້ງເຕັ້ານຫາອຳນາດ.
ຜ່ານການກວດກາ, ຕ້ອງໄດ້ຍົກເລີກ, ຖອນຄືນຢ່າງເດັດຂາດ ຂໍ້ຕົກລົງໃນການອະນຸມັດການວາງແຜນ, ຜັດປ່ຽນ, ຍົກຍ້າຍ, ແຕ່ງຕັ້ງ, ເລື່ອນຊັ້ນ, ແຕ່ງຕັ້ງຄືນໃໝ່, ແນະນຳຜູ້ສະໝັກ ສຳລັບກໍລະນີທີ່ມີການລະເມີດຮ້າຍແຮງ; ພ້ອມກັນນັ້ນ, ສຳຫຼວດກວດກາ, ຊີ້ແຈງຄວາມຮັບຜິດຊອບ ແລະຈັດການຢ່າງເຂັ້ມງວດຕໍ່ຄະນະພັກ, ອົງການຈັດຕັ້ງພັກ, ຄະນະນຳຂອງອົງການທີ່ປຶກສາ, ພະນັກງານທີ່ປຶກສາ ແລະ ອົງການແລະບຸກຄົນທີ່ກ່ຽວຂ້ອງ. ຫົວໜ້າຕ້ອງຮັບຜິດຊອບຕົ້ນຕໍໃນເວລາທີ່ມີການລະເມີດ ຫຼືບໍ່ໄດ້ຊີ້ນຳການຈັດການແກ້ໄຂ ເມື່ອມີສັນຍານການລະເມີດເກີດຂຶ້ນ ໃນວຽກງານພະນັກງານຂອງອົງການ ສຳນັກງານ, ໜ່ວຍງານ, ທ້ອງຖິ່ນພາຍໃຕ້ຂອບເຂດການນຳ ພາແລະການຄຸ້ມຄອງໂດຍກົງ.
ທີສີ່, ແກ້ໄຂທັນທີການກ່າວປະນາມຕໍ່ອົງການຈັດຕັ້ງພັກ, ສະມາຊິກພັກ, ກ່ອນອື່ນໝົດແມ່ນ ຄຳກ່າວປະນາມທີ່ກ່ຽວຂ້ອງກັບກອງປະຊຸມໃຫຍ່ຂອງຄະນະພັກທຸກຂັ້ນ.
ມີການຄາດຄະເນວ່າ ນັບແຕ່ນີ້ຈົນເຖິງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ຈະມີຄຳຮ້ອງທຸກ, ຈົດໝາຍກ່າວຫາຫຼາຍໆຢ່າງ. ດັ່ງນັ້ນ, ຄະນະກຳມະການກວດກາຂັ້ນຕ່າງໆ ຕ້ອງອີງໃສ່ເນື້ອໃນ ເປົ້າໝາຍຂອງການກ່າວປະນາມ ແລະ ຂໍ້ກຳນົດກ່ຽວກັບການແບ່ງຂັ້ນຄຸ້ມຄອງພະນັກງານ ເພື່ອກຳນົດຢ່າງລະອຽດແລະຄົບຖ້ວນກ່ຽວກັບການປະນາມພາຍໃຕ້ອຳນາດຕັດສິນການຂອງຕົນ ເພື່ອເຕົ້າໂຮມກຳລັງແລະປະສານສົມທົບກັບບັນດາອົງການ, ການຈັດຕັ້ງທີ່ກ່ຽວຂ້ອງ ໃນການແກ້ໄຂຢ່າງທັນການ, ກ່ອນອື່ນໝົດແມ່ນ ການກ່າວປະນາມທີ່ກ່ຽວຂ້ອງກັບການຈັດຕັ້ງກອງປະຊຸມໃຫຍ່ຂອງພັກ, ກ່ຽວຂ້ອງກັບບຸກຄະລາກອນຂອງຄະນະບໍລິຫານງານຊຸດໃໝ່ ແລະ ຜູ້ແທນທີ່ໄປຮ່ວມກອງປະຊຸມໃຫຍ່ຂັ້ນເທິງ. ຜ່ານການແກ້ໄຂການກ່າວປະນາມ, ດ້ານໜຶ່ງ, ຕ້ອງຈັດການຢ່າງເຂັ້ມງວດຕໍ່ກໍລະນີທີ່ສະຫຼຸບວ່າມີການລະເມີດ; ດ້ານອື່ນ, ຕໍ່ສູ້ຢ່າງເດັດດ່ຽວກັບສະພາບການສວຍໂອກາດຈັດຕັ້ງກອງປະຊຸມໃຫຍ່ຂອງພັກທຸກຂັ້ນ ເພື່ອກ່າວປະນາມຄວາມບໍ່ຈິງ, ການກໍ່ໃຫ້ເກີດຄວາມແຕກແຍກພາຍ, ສົ່ງຜົນກະທົບເຖິງບຸກຄະລາກອນຂອງກອງປະຊຸມໃຫຍ່.
ຜູ້ແທນປ່ອນບັດເລືອກຕັ້ງຄະນະບໍລິຫານງານ ຂອງອົງການ ຄະນະກຳມະການກວດກາສູນກາງ ໄລຍະປີ 2020-2025 _ແຫຼ່ງ: TTXVN
ທີຫ້າ, ສືບຕໍ່ປັບປຸງ, ຍົກສູງຄຸນນະພາບຂອງຖັນແຖວພະນັກງານກວດກາ ຂອງພັກ.
ວຽກງານການກວດກາ ຕິດຕາມກວດກາຂອງພັກ, ໂດຍສະເພາະແມ່ນການກວດກາ ຕິດຕາມກວດກາກ່ຽວກັບວຽກງານພະນັກງານ, ແມ່ນໜ້າທີ່ລະອຽດອ່ອນແລະຫຍຸ້ງຍາກທີ່ສຸດ ເພາະມັນກ່ຽວຂ້ອງກັບການຈັດຕັ້ງແລະມະນຸດ. ເພື່ອສຳເລັດເປັນຢ່າງດີໜ້າທີ່ທີ່ພັກແລະປະຊາຊົນມອບໝາຍໃຫ້, ຈຳເປັນຕ້ອງສ້າງຖັນແຖວພະນັກງານກວດກາທຸກຂັ້ນ ທີ່ມີຄຸນນະພາບ ຄວາມສາມາດ ປັນຍາຄວາມຮູ້, ຊຳນິຊຳນານໃນວິຊາຊີບ, ມີຄວາມຮູ້ໃນຫຼາຍຂົງເຂດ, ໂດຍສະເພາະແມ່ນວຽກງານພະນັກງານ; ພິເສດ, ຕ້ອງມີຄວາມຍຸດຕິທຳ, ພາວະວິໄສ, ກ້າຫານ, ບໍ່ຈົ່ງຈຽມ ຫຼີກລ່ຽງ, ກຽມພ້ອມທີ່ຈະປະເຊີນກັບຄວາມຫຍຸ້ງຍາກແລະສິ່ງທ້າທາຍທັງໝົດ, ໂດຍສະເພາະແມ່ນ ໃນການປະຕິບັດໜ້າທີ່ກວດກາເມື່ອມີສັນຍານການລະເມີດ, ແກ້ໄຂການກ່າວປະນາມຕໍ່ກຳມະການຄະນະບໍລິຫານງານ, ສະມາຊິກພັກ ທີ່ເປັນພະນັກງານນຳພາຄຸ້ມຄອງ ກ່ຽວກັບການກະທຳລ່ວງອຳນາດ, ວິ້ງເຕັ້ນຫາຕຳແໜ່ງ, ວິ້ງເຕັ້ນຫາອຳນາດ, ຫຍໍ້ທໍ້ເລວຊາມ, ສໍ້ລາດບັງຫຼວງ, “ຜົນປະໂຫຍດໝູ່ພວກ”.
ສຳເລັດເປັນຢ່າງດີວຽກງານຂ້າງເທິງ, ຄະນະກຳມະການກວດກາແລະຖັນແຖວພະນັກງານກວດກາທຸກລະດັບ ໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງຖັນແຖວພະນັກງານຄະນະພັກທຸກຂັ້ນ ໃຫ້ມີຄຸນນະພາບ, ຄວາມສາມາດ ແລະຊື່ສຽງຢ່າງຄົບຖ້ວນ, ສະອາດປອດໃສແລະເຂັ້ມແຂງຢ່າງແທ້ຈິງ, ປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມໃຫຍ່ຂອງຄະນະພັກທຸກຂັ້ນ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ./.
---------------------------
(1) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດສື້ເຖິດ, ຮ່າໄນ້ຍ, 2011, ເຫຼັ້ມ 5, ໜ້າ 309.
(2), (3) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 5, ໜ້າ 280, 636.
(4), (5) ເອກະສານກອງປະຊຸມຄັ້ງທີເຈັດ ຄະນະບໍລິຫານງານສູນກາງພັກສະໄໝທີ XII, ຫ້ອງການສູນກາງພັກ, ຮ່າໂນ້ຍ, 2018, ໜ້າ 47-48, 73.
(6) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 5, ໜ້າ 637.
(7) ຂໍ້ກຳນົດເລກທີ 105-QĐ/TW, ລົງວັນທີ 19 ທັນວາ 2017, ຂອງກົມການເມືອງສູນກາງ, “ກ່ຽວກັບການແບ່ງຂັ້ນຄຸ້ມຄອງພະນັກງານ ແລະ ການແຕ່ງຕັ້ງ, ແນະນຳພະນັກງານສະໝັກຮັບເລືອກຕັ້ງ”
(8) ຂໍ້ກຳນົດເລກທີ 205-QĐ/TW, ລົງວັນທີ 23 ກັນຍາ 2019, ຂອງກົມການເມືອງສູນກາງ, “ກ່ຽວກັບການຄວບຄຸມອຳນາດໃນວຽກງານພະນັກງານ ແລະ ການຕໍ່ສູ້ຕ້ານການວິ້ງເຕັ້ນຫາຕຳແໜ່ງ, ການວິ້ງເຕັ້ນຫາອຳນາດ”
(9) ຂໍ້ກຳນົດເລກທີ 109-QĐ/TW, ລົງວັນທີ 3 ມັງກອນ 2018, ຂອງຄະນະເລຂາທິການສູນກາງ, “ກ່ຽວກັບວຽກງານການກວດກາຂອງອົງການຈັດຕັ້ງພັກ ຕໍ່ການຝຶກຝົນຫຼໍ່ຫຼອມ, ບຳລຸງສ້າງຄຸນສົມບັດ, ວິຖີຊີວິດຂອງພະນັກງານ, ສະມາຊິກພັກ”
(10) ຂໍ້ກຳນົດເລກທີ 179-QĐ/TW, ລົງວັນທີ 25 ກຸມພາ 2019, ຂອງກົມການເມືອງສູນກາງ, “ກ່ຽວກັບລະບອບການກວດກາ ຕິດຕາມກວດກາວຽກງານພະນັກງານ”
(11) ຂໍ້ກຳນົດເລກທີ 07-QĐi/TW, ລົງວັນທີ 28 ສິງຫາ 2018, ຂອງກົມການເມືອງສູນກາງ ກ່ຽວກັບ “ການຈັດການທາງວິໄນຕໍ່ອົງການຈັດຕັ້ງພັກທີ່ລະເມີດ” ແລະ ຂໍ້ກຳນົດເລກທີ 102-QĐ/TW, ລົງວັນທີ 15 ພະຈິກ 2017, ຂອງກົມການເມືອງສູນກາງ ກ່ຽວກັບ “ການຈັດການທາງວິໄນຕໍ່ສະມາຊິກພັກທີ່ລະເມີດ”.
* ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 944 (ເດືອນກໍລະກົດ 2020).