ຍູ້ແຮງການປະຕິບັດປະຊາທິປະໄຕ, ສືບຕໍ່ເສີມຂະຫຍາຍ
ກຳລັງແຮງຂອງປະຊາຊົນໃນການກໍ່ສ້າງ ແລະ ພັດທະນາປະເທດ
ກຳລັງແຮງຂອງປະຊາຊົນໃນການກໍ່ສ້າງ ແລະ ພັດທະນາປະເທດ
ວກ. - ໃນຂະບວນການນຳພາການປະຕິວັດຫວຽດນາມ ປະທານໂຮ່ຈີມິນແລະພັກກອມມູນິດຫວຽດນາມ ຍາມໃດກໍ່ໃຫ້ຄວາມສຳຄັນ ແລະສົ່ງເສີມບົດບາດ ແລະກຳລັງແຮງຂອງປະຊາຊົນ, ຖືວ່ານັ້ນແມ່ນຕົ້ນກຳເນີດຂອງໄຊຊະນະທັງໝົດຂອງການປະຕິວັດ. ໃນໄລຍະປະຈຸບັນ, ການຍູ້ແຮງການປະຕິບັດປະຊາທິປະໄຕ ແລະເສີມຂະຫຍາຍກຳລັງແຮງຂອງປະຊາຊົນ, ສ້າງແຮງຜັກດັນການກໍ່ສ້າງແລະພັດທະນາປະເທດ ແມ່ນໜຶ່ງໃນບັນດາໜ້າທີ່ສຳຄັນອັນດັບໜຶ່ງ ເຊິ່ງພັກກອມມູນິດຫວຽດນາມສືບຕໍ່ເອົາໃຈໃສ່ນຳພາ ແລະຈັດຕັ້ງປະຕິບັດຢ່າງແຂງຂັນ.
ບົດບາດສຳຄັນຂອງການປະຕິບັດປະຊາທິປະໄຕ
ແລະການເສີມຂະຫຍາຍກຳລັງແຮງຂອງປະຊາຊົນໃນພາລະກິດການປະຕິວັດ
ພາກປະຕິບັດຕົວຈິງໄດ້ພິສູດໃຫ້ເຫັນວ່າ ການເຕົ້າໂຮມນ້ຳໃຈປະຊາຊົນ ແລະການເສີມຂະຫຍາຍກຳລັງແຮງຂອງປະຊາຊົນ ແມ່ນເຫດຜົນຕັດສິນຊີ້ຂາດ ສຳລັບໄຊຊະນະທັງໝົດຂອງການປະຕິວັດຫວຽດນາມ. ກຳລັງແຮງຂອງປະຊາຊົນແມ່ນບໍ່ເກີດ ແລະບ່ອນອີງທີ່ໝັ້ນຄົງ ເພື່ອການພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງແລະຍືນຍົງ. ກຳລັງແຮງຂອງປະຊາຊົນຈະໄດ້ຮັບການເສີມຂະຫຍາຍແລະທະວີຄູນ ຖ້າຫາກປະຊາຊົນເຊື່ອມໂຍງກັນເປັນກຸ່ມເອກະພາບພາຍໃຕ້ການນຳພາຂອງພັກ.
ປະທານໂຮ່ຈີມິນເນັ້ນໜັກວ່າ: ປະຊາຊົນແມ່ນຮາກຖານຂອງປະເທດ, ແມ່ນພື້ນຖານຂອງໄຊຊະນະທັງໝົດ ແລະເປັນກອງກຳລັງທີ່ສ້າງຊັບສິນທາງດ້ານວັດຖຸແລະຈິດໃຈທັງໝົດ. ການຖືວ່າ “ປະຊາຊົນແມ່ນຮາກຖານ” ໝາຍເຖິງຄວາມເຊື່ອໝັ້ນໃນປະຊາຊົນ, ໃກ້ຊິດປະຊາຊົນ, ເຄົາລົບປະຊາຊົນ ແລະ ຮູ້ອີງໃສ່ປະຊາຊົນ, ມີຄວາມຮັບຮູ້ຢ່າງຈະແຈ້ງວ່າ: “ມີກຳລັງແຮງຂອງປະຊາຊົນ, ບໍ່ວ່າວຽກງານໃຫຍ່ຫຼືຍາກປານໃດເຮົາກໍ່ເຮັດໄດ້. ຖ້າບໍ່ມີມັນ ກໍ່ບໍ່ສາມາດເຮັດຫຍັງໄດ້”(1). ສາມາດເຫັນໄດ້ວ່າ, ແນວຄິດຂອງປະທານໂຮ່ຈີມິນກ່ຽວກັບການເສີມຂະຫຍາຍກຳລັງແຮງຂອງປະຊາຊົນ ສະແດງອອກຢ່າງລວມສູນໃນຈຸດທີ່ວ່າ ແນວທາງແລະແຜນນະໂຍບາຍທັງໝົດຈະຕ້ອງຊາບຊຶມທັດສະນະສຳຄັນຄື: ປະຊາຊົນແມ່ນຮາກຖານ. ບັນຫາຫຼັກ ກຸນແຈສຳຄັນ ເພື່ອປະຕິບັດແນວຄິດດັ່ງກ່າວຂອງປະທານໂຮ່ຈີມິນ ແມ່ນ ການປະຕິບັດປະຊາທິປະໄຕ, ເສີມຂະຫຍາຍສິດທິ, ພັນທະ, ຄວມຮັບຜິດຊອບຂອງ “ເຈົ້າຂອງ” ແລະ “ການເປັນເຈົ້າຂອງ” ຂອງປະຊາຊົນ ໃນການກໍ່ສ້າງແລະພັດທະນາປະເທດ.
ທັນທີທີ່ປະເທດຫວຽດນາມໄດ້ຮັບເອກະລາດ, ເພື່ອຫັນແນວຄິດປະຊາຊົນແມ່ນຮາກຖານ ເປັນນິຕິກຳ, ປະທານໂຮ່ຈີມິນໄດ້ຊີ້ນຳການສ້າງລັດຮູບແບບໃໝ່ທີ່ເປັນຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ. ໃນຖານະຫົວໜ້າພັກແລະລັດ, ປະທານໂຮ່ຈີມິນໄດ້ສ້າງແລະຖ່າຍທອດມໍລະດົກອັນຍິ່ງໃຫຍ່ ກ່ຽວກັບການຈັດຕັ້ງ ແລະ ສ້າງລັດປະຊາທິປະໄຕໃໝ່ໃນຫວຽດນາມ ໃຫ້ກັບພວກເຮົາ. ແນວຄິດຂອງປະທານໂຮ່ຈີມິນກ່ຽວກັບການກໍ່ສ້າງລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ແມ່ນການໝູນໃຊ້ທິດສະດີລັດ ຂອງລັດທິມາກ-ເລນິນ” ຢ່າງປະດິດສ້າງ; ພ້ອມກັນນັ້ນ, ການເລືອກແລະສືບທອດແກ່ນສານທາງອຸດົມການກ່ຽວກັບການກໍ່ສ້າງລັດໃນປະຫວັດສາດຂອງຊາດຫວຽດນາມ ແລະມະນຸດຊາດ
ປະທານໂຮ່ຈີມິນເຊື່ອວ່າ ລັດທີ່ເຂັ້ມແຂງແລະມີປະສິດທິພາບ ຕ້ອງແມ່ນລັດແຫ່ງອຳນາດກົດໝາຍທີ່ “ເຂັ້ມແຂງແລະສະຫຼາດສ່ອງໃສ”, ລັດນັ້ນ “ຕ້ອງອີງໃສ່ປະຊາຊົນ, ຕິດຕໍ່ກັບປະຊາຊົນຢ່າງໃກ້ຊິດ, ຮັບຟັງຄວາມຄິດເຫັນຂອງປະຊາຊົນ ແລະຖືກຄວບຄຸມໂດຍປະຊາຊົນ”(2), ປະຕິບັດຕາມຈິດໃຈທີ່ວ່າ “ປະຊາຊົນເປັນເຈົ້າຂອງ ແລະ ລັດຖະບານເປັນຜູ້ຮັບໃຊ້ທີ່ຈົງຮັກພັກດີຂອງປະຊາຊົນ”(3). ລັດຕ້ອງເສີມຂະຫຍາຍປະຊາທິປະໄຕ, ຕ້ອງເຮັດໃຫ້ການປະຕິບັດປະຊາທິປະໄຕປະກົດຕົວ ແລະ ຊຶມເລິກເຂົ້າໃນທຸກຂົງເຂດຂອງຊີວິດສັງຄົມ, ເພາະວ່າ “ການປະຕິບັດປະຊາທິປະໄຕແມ່ນກຸນແຈອະເນກປະສົງທີ່ສາມາດແກ້ໄຂຄວາມຫຍຸ້ງຍາກທຸກຢ່າງໄດ້ດີ”(4). “ປະເທດຂອງເຮົາເປັນປະເທດປະຊາທິປະໄຕ / ຜົນປະໂຫຍດທັງໝົດມີໄວ້ເພື່ອປະຊາຊົນ./ ສິດອຳນາດທັງໝົດເປັນຂອງປະຊາຊົນ... ອຳນາດການປົກຄອງຕັ້ງແຕ່ຂັ້ນຕາແສງ ຈົນເຖິງລັດຖະບານກາງໄດ້ຮັບການເລືອກຕັ້ງໂດຍປະຊາຊົນ”(5), “ອຳນາດທັງໝົດໃນປະເທດສາທາລະນະລັດປະຊາທິປະໄຕຫວຽດນາມແມ່ນຂອງປະຊາຊົນ”(6).
ປະທານໂຮ່ຈີມິນຊີ້ໃຫ້ເຫັນວ່າ: “ໃນປະເທດເຮົາອຳນາດການປົກຄອງແມ່ນຂອງປະຊາຊົນ, ໂດຍປະຊາຊົນເປັນເຈົ້າຂອງ. ປະຊາຊົນເລືອກຕັ້ງສະພາປະຊາຊົນ, ຄະນະກຳມະການຕໍ່ຕ້ານແລະບໍລິຫານທ້ອງຖິ່ນ, ສະພາແຫ່ງຊາດແລະລັດຖະບານກາງ... ປະຊາຊົນແມ່ນເຈົ້າຂອງ ທີ່ກຳອຳນາດການປົກຄອງ. ປະຊາຊົນເລືອກຜູ້ແທນເພື່ອໃຊ້ລັດຖະບານນັ້ນແທນຕົນ. ນັ້ນແມ່ນປະຊາທິປະໄຕ”(7). ພາຍໃຕ້ລະບອບສາທາລະນະລັດປະຊາທິປະໄຕ, ປະຊາຊົນມີໜ້າທີ່ ພ້ອມກັນນັ້ນກໍມີສິດຜົນປະໂຫຍດ; ແມ່ຍິງມີສິດທິເທົ່າທຽມກັນກັບຜູ້ຊາຍທຸກດ້ານ; ບັນດາຊົນເຜົ່າໃນປະເທດມີສິດທິເທົ່າທຽມກັນ.
ປະຊາທິປະໄຕຄວນໄປຄຽງຄູ່ກັບກົນໄກທີ່ຮັບປະກັນປະຊາທິປະໄຕ ເຊິ່ງກົນໄກນີ້ຕ້ອງໄດ້ຫັນເປັນກົດໝາຍ. ການພົວພັນລະຫວ່າງກົດໝາຍແລະປະຊາທິປະໄຕໃນລັດແຫ່ງອຳນາດໝາຍນັ້ນ ປາກົດໃຫ້ເຫັນໃນຄວາມຈິງທີ່ວ່າ ເພື່ອປະຕິບັດລະບອບປະຊາທິປະໄຕ ຈຳເປັນຕ້ອງມີຫຼັກປະກັນທາງກົດໝາຍ; ກົດໝາຍຕ້ອງໄດ້ຮັບການສ້າງ ແລະ ປະຕິບັດຕາມກົນໄກປະຊາທິປະໄຕ ແລະ ສະເໝີພາບ. ຂະບວນການສັງຄົມປະຊາທິປະໄຕກໍ່ແມ່ນຂະບວນການສ້າງແລະປັບປຸງກົດໝາຍຂອງລັດໃຫ້ສົມບູນຢ່າງຕໍ່ເນື່ອງ. ປະຊາທິປະໄຕຍິ່ງສູງ, ກົດໝາຍກໍ່ຈະຍິ່ງເຂັ້ມງວດ ແລະ ເປັນວິທະຍາສາດຫຼາຍຂຶ້ນ. ກົດໝາຍວ່າດ້ວຍການປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານ ແມ່ນການເຮັດໃຫ້ທັດສະນະ ແລະ ນະໂຍບາຍຂອງພັກກ່ຽວກັບບັນຫານີ້ເປັນຮູບປະທຳ, ກຳນົດແລະຜັນຂະຫຍາຍບັນດາເນື້ອໃນ “ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນກວດກາ, ປະຊາຊົນຕິດຕາມກວດກາ, ປະຊາຊົນຊົມໃຊ້”; ກຳນົດລະບຽບການແລະວິທີການ ເພື່ອໃຫ້ປະຊາຊົນສະແດງສິດໃນການເປັນເຈົ້າຂອງຂອງຕົນ.
ປະຊາທິປະໄຕສັງຄົມນິຍົມແມ່ນປະຊາທິປະໄຕຂອງປະຊາຊົນສ່ວນຫຼາຍ ທີ່ກ່ຽວຂ້ອງກັບການປະຕິບັດບັນດາສິດຂອງປະຊາຊົນໃນທຸກຂົງເຂດຂອງຊີວິດສັງຄົມ ຊຶ່ງຮັບຮອງໂດຍກົດໝາຍພາຍໃຕ້ການນຳພາຂອງພັກ; ແມ່ນຮູບແບບໜຶ່ງຂອງການສະແດງອອກເຖິງເສລີພາບ ແລະຄວາມສະເໝີພາບຂອງພົນລະເມືອງ ໂດຍລະບຸວ່າ ປະຊາຊົນແມ່ນເຈົ້າຂອງຂອງອຳນາດລັດ. ປະຊາທິປະໄຕສັງຄົມນິຍົມສະແດງໃຫ້ເຫັນເຖິງທາດແທ້ທີ່ດີງາມຂອງລະບອບການປົກຄອງ ຊຶ່ງເປັນທັງເປົ້າໝາຍ ແລະແຮງຜັກດັນ ໃນການສ້າງລັດທິສັງຄົມນິຍົມ; ດັ່ງນັ້ນ, ການສ້າງພື້ນຖານປະຊາທິປະໄຕສັງຄົມນິຍົມ ແລະຮັບປະກັນວ່າອຳນາດລັດທັງໝົດເປັນຂອງປະຊາຊົນຢ່າງແທ້ຈິງ ຈຶງເປັນພາລະກິດສຳຄັນໃນໄລຍະຍາວຂອງການປະຕິວັດຫວຽດນາມ. ລັດເຄົາລົບແລະຮັບປະກັນສິດທິມະນຸດ ແລະສິດທິພົນລະເມືອງທັງໝົດ ເຊັ່ນ ເສລີພາບໃນການສື່ຂ່າວ, ການຊຸມນຸມ, ການເຄື່ອນໄຫວ, ເສລີພາບໃນການເຊື່ອຖືສາສະໜາ, ນັບຖືຫຼືບໍ່ນັບຖືສາສະໜາໃດ, ສິດທິທີ່ຈະລະເມີດບໍ່ໄດ້ທາງຮ່າງກາຍ, ສິດທິໃນການມີທີ່ຢູ່ອາໄສຕາມກົດຫມາຍ, ການສຶກສາ ແລະອື່ນໆ. ປະຊາທິປະໄຕຕິດພັນກັບລະບຽບວິໄນ, ສິດທິແລະໜ້າທີ່ຂອງພົນລະເມືອງ ທີ່ກຳນົດໂດຍລັດຖະທຳມະນູນແລະກົດໝາຍ. ລັດໄດ້ຮັບການຈັດຕັ້ງແລະເຄື່ອນໄຫວຕາມບົດບັນຍັດຂອງລັດຖະທຳມະນູນແລະກົດໝາຍ, ບໍລິຫານຈັດການສັງຄົມຕາມກົດໝາຍ ແລະປະຕິບັດຫຼັກການລວມສູນປະຊາທິປະໄຕ. ແກ່ນແທ້ຂອງປະຊາທິປະໄຕສັງຄົມນິຍົມ ແມ່ນການຢືນຢັນອຳນາດຂອງປະຊາຊົນ, ການແກ້ໄຂສາຍພົວພັນລະຫວ່າງສິດແລະຜົນປະໂຫຍດ, ສິດແລະພັນທະ, ຜົນປະໂຫຍດແລະຄວາມຮັບຜິດຊອບຂອງພົນລະເມືອງ ຢ່າງກົມກຽວ.
ດ້ວຍແນວຄວາມຄິດ “ປະຊາທິປະໄຕ” ໝາຍຄວາມວ່າ “ປະຊາຊົນເປັນເຈົ້າ” ແລະ “ປະຊາຊົນເປັນເຈົ້າຂອງ”, ປະທານໂຮ່ຈີມິນ ບໍ່ພຽງແຕ່ໃຫ້ປະຊາຊົນຢູ່ໃນຖານະອັດຕະພາບສັງຄົມເທົ່ານັ້ນ, ແຕ່ຍັງຊີ້ໃຫ້ເຫັນຢ່າງຈະແຈ້ງເຖິງສາຍພົວພັນທີ່ໃກ້ຊິດ ແລະບໍ່ອາດຈະແຍກອອກຈາກກັນໄດ້ ລະຫວ່າງຖານະຕຳແໜ່ງນັ້ນ ກັບການກະທຳເປັນເຈົ້າສັງຄົມຢ່າງແທ້ຈິງຂອງປະຊາຊົນ. ປະຊາທິປະໄຕແລະການປະຕິບັດປະຊາທິປະໄຕ ບໍ່ພຽງແຕ່ເປັນເປົ້າໝາຍ ແລະພະລັງຂັບເຄື່ອນຂອງການປະຕິວັດເທົ່ານັ້ນ, ແຕ່ພ້ອມກັນກັບການລວມສູນ ຈະກາຍເປັນແບບແຜນແລະວິທີການ ໃນການແກ້ໄຂຄວາມຫຍຸ້ງຍາກແລະອຸປະສັກທັງໝົດ ຂອງພາລະກິດການປະຕິວັດ. ປະທານໂຮ່ຈີມິນແນະນຳໃຫ້ພັກຖືວ່າ ການປັບປຸງແລະເພີ່ມທະວີການພົວພັນອັນສະໜິດແໜ້ນລະຫວ່າງພັກ, ລັດ ແລະປະຊາຊົນ ແມ່ນໜ້າທີ່ສຳຄັນທີ່ສຸດ, ມັນຮັບປະກັນການນຳພາຮອບດ້ານຂອງພັກ ແລະຄວາມໝັ້ນຄົງຂອງລະບອບການປົກຄອງ. ປະຊາຊົນແມ່ນ “ບໍ່ເກີດ” ແຫ່ງພາລະກິດການປະຕິວັດຂອງພັກ, ເມື່ອລະດົມ ຈັດຕັ້ງ ແລະເຕົ້າໂຮມກຳລັງແຮງຂອງປະຊາຊົນພາຍໃຕ້ການນຳພາຂອງພັກແລ້ວ ກໍ່ຈະກາຍເປັນກຳລັງແຮງມະຫາສານທີ່ຊະນະເລີດ.
ຕາມນັ້ນ, ເພື່ອປະຕິບັດປະຊາທິປະໄຕຕ້ອງໄດ້ຮັບການປະຕິບັດໃນຫຼາຍດ້ານ, ໂດຍມີການເຂົ້າຮ່ວມຂອງຫຼາຍອັດຕະພາບທີ່ມີຕຳແໜ່ງ, ບົດບາດ, ສິດທິ, ພັນທະ ແລະ ຄວາມຮັບຜິດຊອບທີ່ແຕກຕ່າງກັນ ເພື່ອຮັບປະກັນການປະຕິບັດສິດຂອງປະຊາຊົນ ເຊັ່ນ ສິດໃນການໃຊ້ບັດລົງຄະແນນໃນການເລືອກຕັ້ງຜູ້ແທນໃຫ້ກັບໜ່ວຍງານ ອົງການຂອງລັດ ແລະອົງການທາງສັງຄົມແລະການເມືອງ; ສິດໃນການຕັດສິນຕົກລົງບັນຫາສຳຄັນຂອງປະເທດ; ສິດໃນການເຂົ້າຮ່ວມໃນກິດຈະກຳທາງສັງຄົມແລະການເມືອງ, ສະແດງອອກເຖິງເຈດຈຳນົງ ຄວາມປາດຖະໜາ ແລະ ຄວາມຄິດເຫັນທາງການເມືອງໃນການກຳນົດແລະດຳເນີນນະໂຍບາຍແລະກົດໝາຍ; ສິດໃນການເຂົ້າຮ່ວມການເຄື່ອນໄຫວຕິດຕາມກວດກາ ແລະວິພາກວິຈານສັງຄົມ. ໃນການໃຊ້ສິດທິເຫຼົ່ານີ້ ປະຊາຊົນຈະຕ້ອງມີຄວາມເຂົ້າໃຈທີ່ຖືກຕ້ອງແລະຄົບຖ້ວນ ກ່ຽວກັບເສລີພາບແລະສິດທິໃນລະບອບປະຊາທິປະໄຕຂອງຕົນ; ປັບປຸງຍົກສູງຄວາມຮັບຮູ້ກ່ຽວກັບຄວາມສຳຄັນຂອງການປະຕິບັດ ແລະເສີມຂະຫຍາຍປະຊາທິປະໄຕ, ເປັນເຈົ້າການແລະຕັ້ງໜ້າ ໃນການປະຕິບັດແລະການໃຊ້ສິດທິປະຊາທິປະໄຕ, ຝຶກຝົນວິທີການປະຕິບັດປະຊາທິປະໄຕ ແລະມີຄວາມກ້າຫານໃນການປະຕິບັດຕາມລະບອບປະຊາທິປະໄຕ, ປະຕິບັດສິດເປັນເຈົ້າຂອງຢ່າງແທ້ຈິງ.ທ່ານ ໂດ້ ວັນ ຈ໊ຽນ ເລຂາທິການສູນກາງພັກ, ປະທານຄະນະກຳມະການກາງແນວໂຮມປະເທດຊາດຫວຽດນາມ ສະແດງຄວາມຍິນດີກັບປະຊາຊົນຕາແສງ ກວີມົງ, ເມືອງ ເຈິ໊ນອຽນ (ແຂວງອຽນບ໊າຍ) ທີ່ບັນລຸມາດຕະຖານຊົນນະບົດໃໝ່ຊັ້ນສູງ _ແຫຼ່ງ: baotainguyenmoitruong.vn
ຜົນງານທີ່ໂດດເດັ່ນບາງຢ່າງໃນການປະຕິບັດປະຊາທິປະໄຕ
ແລະເສີມຂະຫຍາຍກຳລັງແຮງຂອງປະຊາຊົນຜ່ານເກືອບ 40 ປີແຫ່ງການປ່ຽນແປງໃໝ່
ຜ່ານບັນດາກອງປະຊຸມໃຫຍ່, ພັກກອມມູນິດຫວຽດນາມໄດ້ຮັບຮູ້ກ່ຽວກັບປະຊາທິປະໄຕ ແລະ ການປະຕິບັດປະຊາທິປະໄຕຢ່າງເລິກເຊິ່ງ ແລະລະອຽດກ່ວາອີກ. ພາຍຫຼັງທີ່ປະເທດໂຮມເປັນເອກະພາບ, ໃນກອງປະຊຸມໃຫຍ່ຄັ້ງທີ IV, ພັກກອມມູນິດຫວຽດນາມ ຢືນຢັນວ່າ, ເພື່ອນຳພາການປະຕິວັດສັງຄົມນິຍົມໄປສູ່ໄຊຊະນະ, ໜຶ່ງໃນເງື່ອນໄຂຕັດສິນຊີ້ຂາດຄື ການສະຖາປະນາແລະເພີ່ມທະວີຜະເດັດການກຳມາຊີບຢ່າງບໍ່ຢຸດຢັ້ງ, ປະຕິບັດແລະເສີມຂະຫຍາຍສິດເປັນເຈົ້າຂອງຂອງປະຊາຊົນຜູ້ອອກແຮງງານຢ່າງບໍ່ຢຸດຢັ້ງ. ບັນດາກອງປະຊຸມໃຫຍ່ຂອງພັກຄັ້ງຕໍ່ມາ ໄດ້ເນັ້ນໜັກເຖິງທັດສະນະຊີ້ນຳກ່ຽວກັບປະຊາທິປະໄຕ ແລະ ສິດເປັນເຈົ້າຂອງຂອງປະຊາຊົນ.
ໂຄງການການເມືອງກໍ່ສ້າງປະເທດ ໃນສະໄໝຂ້າມຜ່ານຂຶ້ນສູ່ລັດທິສັງຄົມນິຍົມ (ສະບັບເພີ່ມເຕີມ, ພັດທະນາປີ 2011) ຢືນຢັນວ່າ: ປະຊາທິປະໄຕສັງຄົມນິຍົມແມ່ນທາດແທ້ຂອງລະບອບການປົກຄອງຂອງພວກເຮົາ, ມັນເປັນທັງເປົ້າໝາຍແລະພະລັງຂັບເຄື່ອນການພັດທະນາປະເທດ. ການສ້າງແລະຄ່ອຍໆພັດທະນາປະຊາທິປະໄຕສັງຄົມນິຍົມໃຫ້ສົມບູນແບບ, ຮັບປະກັນໃຫ້ປະຊາທິປະໄຕໄດ້ຮັບການນຳໃຊ້ໃນຊີວິດຈິງ ໃນທຸກຂົງເຂດ ແມ່ນໜ້າທີ່ທີ່ສຳຄັນ. ປະຊາທິປະໄຕກ່ຽວຂ້ອງກັບວິໄນແລະລະບຽບວິໄນ ແລະຕ້ອງໄດ້ຮັບການຫັນເປັນນິຕິກຳດ້ວຍກົດໝາຍ ແລະ ຄ້ຳປະກັນໂດຍກົດໝາຍ.
ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ຢືນຢັນອີກຄັ້ງວ່າ: ພັກແລະລັດໄດ້ປະກາດແນວທາງ, ແຜນນະໂຍບາຍ, ນະໂຍບາຍ ແລະກົດໝາຍ ເພື່ອສ້າງຮາກຖານທາງການເມືອງແລະກົດໝາຍ, ເຄົາລົບ ຮັບຮອງ ແລະປົກປ້ອງສິດໃນການເປັນເຈົ້າຂອງຂອງປະຊາຊົນ; ສົ່ງເສີມບົດບາດເຈົ້າຂອງ ແລະຕຳແໜ່ງສູນກາງຂອງປະຊາຊົນ ໃນຂະບວນການທັງໝົດ ໃນການສ້າງສາແລະປົກປັກຮັກສາປະເທດຊາດ.
ທັດສະນະຊີ້ນຳຂອງພັກໃນໄລຍະເວລາຕ່າງໆລ້ວນແຕ່ເປັນເອກະພາບ ໂດຍຢືນຢັນທາດແທ້ຂອງລະບອບສັງຄົມທີ່ “ປະຊາຊົນແມ່ນເຈົ້າຂອງ” ແລະ “ປະຊາຊົນເປັນເຈົ້າ”, ກາຍເປັນຄຸນລັກສະນະໜຶ່ງຂອງລະບອບສັງຄົມສັງຄົມນິຍົມທີ່ປະຊາຊົນຫວຽດນາມສ້າງຂຶ້ນ. ຜົນງານການປະຕິວັດທີ່ບັນລຸໄດ້ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມຕະຫຼອດ 94 ປີຜ່ານມານັ້ນ ແມ່ນຍ້ອນຄວາມສາມາດຂອງພັກເຮົາ ທີ່ຮູ້ວິທີສືບທອດ ແລະ ເສີມຂະຫຍາຍກຳລັງແຮງຂອງມະຫາຊົນໃນພາລະກິດປົດປ່ອຍຊາດ, ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ, ໃນການກໍ່ສ້າງແລະປັບປຸງພັກ ແລະລະບົບການເມືອງ. ກົນໄກ “ພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າຂອງ” ໄດ້ຮັບການປັບປຸງໃຫ້ສົມບູນຂຶ້ນເລື້ອຍໆ.
ຈຸດເດັ່ນແລະຄວາມສຳເລັດຂອງພັກກອມມູນິດຫວຽດນາມໃນການສ້າງປະຊາທິປະໄຕສັງຄົມນິຍົມ ແມ່ນຄວາມຮັບຮູ້ທີ່ນັບມື້ນັບເລິກເຊິ່ງກ່ຽວກັບປະຊາທິປະໄຕ ເພື່ອໃຫ້ມີແຜນນະໂຍບາຍ, ແນວທາງ, ນະໂຍບາຍ ແລະກົດໝາຍທີ່ເໝາະສົມ; ແມ່ນການປະສົມປະສານຢ່າງກົມກຽວ ລະຫວ່າງທິດສະດີປະຊາທິປະໄຕ ແລະການປະຕິບັດປະຊາທິປະໄຕ ໃນທຸກດ້ານຂອງຊີວິດສັງຄົມ. ການປະຕິບັດປະຊາທິປະໄຕແມ່ນການສ້າງກົນໄກ, ນະໂຍບາຍ, ກົດລະບຽບ, ຫຼັກການ ແລະມາດຕະການທີ່ມີປະສິດທິພາບ ເພື່ອຮັບປະກັນໃຫ້ປະຊາຊົນທຸກຄົນໃຊ້ສິດປະຊາທິປະໄຕຂອງຕົນ, ເຮັດໃຫ້ຄຳຂວັນທີ່ພັກວາງໄວ້ເປັນຮູບປະທຳ. ເນື້ອແທ້ຂອງການປະຕິບັດປະຂາທິປະໄຕສັງຄົມນິຍົມແມ່ນການເສີມຂະຫຍາຍບົດບາດເຈົ້າພາບຂອງພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ, ບັນດາອົງການຈັດຕັ້ງການເມືອງ-ສັງຄົມ ແລະ ປະຊາຊົນ ໃນການລະດົມຊັບພະຍາກອນທັງໝົດ ເພື່ອສ້າງສາແລະປົກປັກຮັກສາປະເທດຂາດ; ຜ່ານນັ້ນ, ທັງເສີມຂະຫຍາຍປະຊາທິປະໄຕແບບຕົວແທນ, ປັບປຸງຍົກສູງຄຸນນະພາບແລະປະສິດທິພາບການເຄື່ອນໄຫວຂອງສະພາແຫ່ງຊາດ, ລັດຖະບານ, ສະພາປະຊາຊົນ ແລະຄະນະກຳມະການປະຊາຊົນທຸກຂັ້ນ, ທັງປະຕິບັດເປັນຢ່າງດີ ລະບອບປະຊາທິປະໄຕໂດຍກົງໃນລະດັບພື້ນຖານ ເພື່ອໃຫ້ປະຊາຊົນໄດ້ປຶກສາຫາລືແລະຕັດສິນຕົກລົງໂດຍກົງ ກ່ຽວກັບວຽກງານທີ່ສຳຄັນແລະແທດຈິງ, ທີ່ກ່ຽວຂ້ອງກັບການພັດທະນາເສດຖະກິດ-ສັງຄົມ, ເຂົ້າຮ່ວມການກໍ່ສ້າງພັກ ແລະລະບົບການເມືອງທີ່ສະອາດແລະໝັ້ນຄົງເຂັ້ມແຂງ.
ບັນດາໝາກຜົນທີ່ບັນລຸໄດ້ພາຍຫຼັງເກືອບ 40 ປີແຫ່ງການປ່ຽນແປງໃໝ່ໃນດ້ານການປະຕິບັດປະຊາທິປະໄຕເຮັດໃຫ້ມີຄວາມຄືບໜ້າທີ່ສຳຄັນຫຼາຍ ເຊິ່ງສາມາດສະຫຼຸບໄດ້ໃນຈຸດເດັ່ນດັ່ງຕໍ່ໄປນີ້:
1- ການປະຕິບັດປະຊາທິປະໄຕໃນພັກມີພັດທະນາການໃໝ່, ສົ່ງເສີມຄວາມຮັບຜິດຊອບຂອງຄະນະພັກ, ຄວາມເປັນແບບຢ່າງຂອງພະນັກງານ ສະມາຊິກພັກ ໂດຍສະເພາະຜູ້ນຳທຸກລະດັບ; ເສີມຂະຫຍາຍປະຊາທິປະໄຕ; ເພີ່ມທະວີຄວາມສາມັກຄິເປັນເອກະພາບພາຍໃນພັກ; ເຄົາລົບຄວາມແຕກຕ່າງໃນທັດສະນະ ແລະຄວາມຄິດເຫັນສ່ວນຕົວ ບົນຈິດໃຈຂອງການກໍ່ສ້າງພັກ.
2- ການປະຕິບັດປະຊາທິປະໄຕໃນການສ້າງແລະປັບປຸງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມໃຫ້ສົມບູນແບບນັ້ນ ໄດ້ຮັບການເພີ່ມທະວີ. ການເຄື່ອນໄຫວຂອງສະພາແຫ່ງຊາດໃນການໃຊ້ອຳນາດ ສ້າງລັດຖະທຳມະນູນແລະກົດໝາຍ, ການຕັດສິນຕົກລົງບັນດາບັນຫາສຳຄັນຂອງປະເທດ ແລະ ການຕິດຕາມກວດກາສູງສຸດນັ້ນ ໄດ້ມີການປ່ຽນແປງໃໝ່ຫຼາຍຢ່າງ, ຄຸນນະພາບແລະປະສິດທິຜົນໄດ້ຮັບການຍົກສູງຂຶ້ນ. ການເຄື່ອນໄຫວຂອງລັດຖະບານໄດ້ຮັບການປ່ຽນແປງໃໝ່ ຕາມທິດທາງກໍ່ສ້າງລັດຖະບານທີ່ສ້າງສັນ, ເສີມຂະຫຍາຍປະຊາທິປະໄຕໃນການບໍລິຫານສາທາລະນະ. ອົງການຕຸລາການສືບຕໍ່ໄດ້ຮັບການປັບປຸງໃຫ້ສົມບູນ ແລະລະບົບກົດໝາຍໄດ້ຮັບການປັບປຸງຂັ້ນພື້ນຖານ. ບົດບາດຂອງກົດໝາຍ ແລະ ການປະຕິບັດກົດໝາຍ ນັບມື້ນັບໄດ້ຮັບການເນັ້ນໜັກໃນການຈັດຕັ້ງ ແລະ ການເຄື່ອນໄຫວຂອງລັດ ແລະ ຊີວິດສັງຄົມ, ຮັບປະກັນການເຄົາລົບປະຕິບັດຕາມກົດໝາຍ, ການເປີດກວ້າງ ຄວາມໂປ່ງໃສ ແລະ ຄວາມຮັບຜິດຊອບໃນການອະທິບາຍລາຍງານ.
3- ການປະຕິບັດປະຊາທິປະໄຕໃນກິດຈະກຳຂອງແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງການເມືອງ-ສັງຄົມ ໄດ້ຮັບຄວາມເອົາໃຈໃສ່ ແລະນັບມື້ນັບມີເນື້ອແທ້; ເສີມຂະຫຍາຍເປັນຢ່າງດີ ບົດບາດເປັນຕົວແທນຂອງສິດແລະຜົນປະໂຫຍດທີ່ຊອບທຳ ຖືກກົດໝາຍ ຂອງສະມາຊິກສະມາຄົມ ສະມາຊິກ ແລະປະຊາຊົນ; ເປັນເຈົ້າການໃນການເຂົ້າຮ່ວມການຕິດຕາມກວກາ ແລະການວິຈານສັງຄົມ; ມີບົດບາດເປັນຂົວຕໍ່ທີ່ດີລະຫວ່າງພັກ, ລັດ ແລະປະຊາຊົນ; ເຂົ້າຮ່ວມການກໍ່ສ້າງພັກ, ລັດ ແລະ ລະບົບການເມືອງ.
ພາກປະຕິບັດຕົວຈິງຂອງການກໍ່ສ້າງແລະເສີມຂະຫຍາຍປະຊາທິປະໄຕສັງຄົມນິຍົມ ໄດ້ຢືນຢັນວ່າ: ຄຳຂວັນ “ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນກວດກາ, ປະຊາຊົນຊົມໃຊ້” ຍາມໃດກໍ່ແມ່ນເຂັມທິດຊີ້ນຳການເຄື່ອນໄຫວທັງໝົດຂອງພັກ, ໄດ້ຮັບການສະໜັບສະໜູນຈາກປະຊາຊົນທຸກຊົນຊັ້ນ ແລະນັບມື້ນັບມີປະສິດທິຜົນໃນທາງປະຕິບັດ. ລະບຽບລະບອບການປະຕິບັດສິດທິໃນການເປັນເຈົ້າຂອງຂອງປະຊາຊົນ ໄດ້ຮັບການສ້າງຕັ້ງ ຫັນເປັນຮູບປະທຳ ແລະນໍາເຂົ້າໃນຊີວິດ. ດ້ວຍກົນໄກປະຊາທິປະໄຕໂດຍກົງ ແລະ ປະຊາທິປະໄຕແບບຕົວແທນ, ບົດບາດຂອງປະຊາຊົນໃນການ “ກວດກາ ແລະຕິດຕາມກວດກາ” ມີປະສິດທິຜົນສູງຢ່າງແທ້ຈິງ ໃນການກວດຈັບການລະເມີດຈຳນວນໜຶ່ງ ຂອງອົງການຂອງລັດ, ພະນັກງານ ແລະສະມາຊິກພັກ, ປະກອບສ່ວນຍົກສູງປະສິດທິຜົນຂອງວຽກງານກວດກາ ແລະຕິດຕາມກວດກາຂອງພັກ. ຈາກນັ້ນ, ຄວາມໄວ້ວາງໃຈຂອງປະຊາຊົນຕໍ່ພັກແລະລັດ ກໍ່ໄດ້ຮັບການປັບປຸງ ແລະ ການພົວພັນລະຫວ່າງພັກກັບປະຊາຊົນ ນັບມື້ນັບໝັ້ນຄົງເຂັ້ມແຂງ.
ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ສະຫຼຸບວ່າ: ກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດໄດ້ຮັບການປັບປຸງ; ປະຊາທິປະໄຕສັງຄົມນິຍົມສືບຕໍ່ໄດ້ຮັບການເສີມຂະຫຍາຍ, ການໃຊ້ສິດເປັນເຈົ້າຂອງຂອງປະຊາຊົນ ໃນການຕັດສິນຕົກລົງບັນຫາໃຫຍ່ແລະສຳຄັນຂອງປະເທດນັ້ນ ດີຂຶ້ນເລື້ອຍໆ. ເຄົາລົບ ຮັບຮອງ ແລະປົກປ້ອງ ສິດທິມະນຸດ, ສິດທິແລະພັນທະຂອງພົນລະເມືອງ ຕາມລັດຖະທຳມະນູນປີ 2013; ເຊື່ອມໂຍງສິດທິຂອງພົນລະເມືອງ ກັບພັນທະແລະຄວາມຮັບຜິດຊາບຂອງພົນລະເມືອງຕໍ່ສັງຄົມ. ໃຫ້ຄວາມສຳຄັນກັບການປະຕິບັດປະຊາທິປະໄຕໂດຍກົງ ແລະປະຊາທິປະໄຕແບບຕົວແທນ, ໂດຍສະເພາະແມ່ນຢູ່ຮາກຖານ, ຮັບປະກັນຄວາມເປີດເຜີຍ ຄວາມໂປ່ງໃສ ແລະຄວາມຮັບຜິດຊອບໃນການອະທິບາຍລາຍງານ. ຜູ້ນຳໃນຄະນະພັກແລະອຳນາດການປົກຄອງຫຼາຍແຫ່ງ ໄດ້ເພີ່ມທະວີການຕິດຕໍ່, ການສົນທະນາ, ການຮັບຟັງ, ການຮັບເອົາ ແລະການແກ້ໄຂຂໍ້ກັງວົນ ແລະຄວາມປາດຖະໜາອັນຊອບທຳຂອງປະຊາຊົນ.
ແນວທາງແກ້ໄຂເພື່ອຍູ້ແຮງການປະຕິບັດປະຊາທິປະໄຕ,
ເສີມຂະຫຍາຍກຳລັງແຮງຂອງປະຊາຊົນໃນສະພາບການໃໝ່
ພາຍຫຼັງເກືອບ 40 ປີແຫ່ງການປ່ຽນແປງໃໝ່, ຫວຽດນາມບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງທີ່ມີຄວາມໝາຍປະຫວັດສາດ, ຖານະທີ່ຕັ້ງ, ກຳລັງແຮງສັງລວມ ແລະ ກຽດສັກສີໃນເວທີສາກົນ ໄດ້ຮັບການຍົກສູງຂຶ້ນ. ຢ່າງໃດກໍຕາມ, ປະເທດຍັງຕ້ອງປະເຊີນກັບຄວາມຫຍຸ້ງຍາກແລະສິ່ງທ້າທາຍຫຼາຍຢ່າງ: ສະຖານະການໂລກຍັງສືບຕໍ່ພັດທະນາຢ່າງໄວວາ, ສັບສົນ ແລະຍາກທີ່ຈະຄາດການ. ຄວາມສ່ຽງສີ່ປະການທີ່ພັກໄດ້ຊີ້ໃຫ້ເຫັນນັ້ນຍັງມີຢູ່ ແລະ ຮ້າຍແຮງກວ່າເກົ່າ; ໄພຂົ່ມຂູ່ຕໍ່ເອກະລາດ, ອະທິປະໄຕ ແລະ ຜົນປະໂຫຍດຍຸດທະສາດຂອງປະເທດ, ໂດຍສະເພາະຢູ່ທະເລຕາເວັນອອກ; ບັນຫາຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມ, ການປ່ຽນແປງຂອງດິນຟ້າອາກາດ, ມົນລະພິດສິ່ງແວດລ້ອມ, ພະຍາດລະບາດ, ຊັບພະຍາກອນທີ່ຂາດເຂີນ ແລະ ທ່າອ່ຽງການສູງອາຍຸຂອງປະຊາກອນ; ສະພາບການເສື່ອມໂຊມທາງດ້ານສິນທໍາ, “ການປ່ຽນແປງຕົນເອງ" ແລະ “ການຫັນປ່ຽນຕົນເອງ” ພາຍໃນ; ການຄັດຄ້ານຕ້ານຢັນຢ່າງດຸເດືອດຂອງບັນດາອິດທິກຳລັງສັດຕູ, ບັນດາອົງການປະຕິກິລິຍາ... ຍັງມີຢູ່.
ສະຖານະການຂ້າງເທິງສະແດງໃຫ້ເຫັນວ່າ, ພວກເຮົາຕ້ອງເອົາໃຈເປັນພິເສດ ແລະຍູ້ແຮງວຽກງານກໍ່ສ້າງພັກ ແລະລະບົບການເມືອງ ໃຫ້ມີຄວາມສະອາດ ແລະເຂັ້ມແຂງຢ່າງແທ້ຈິງ ເພື່ອນຳພາປະເທດພັດທະນາຢ່າງວ່ອງໄວ ແລະຍືນຍົງໃນປີຕໍ່ໆໄປ; ໃນນັ້ນ, ການເສີມຂະຫຍາຍກຳລັງແຮງຂອງປະຊາຊົນ ແລະການປະຕິບັດປະຊາທິປະໄຕຈະຕ້ອງຖືເປັນໜ້າທີ່ “ແກນກາງ”.
ກຳລັງແຮງຂອງປະຊາຊົນຈະເສີມຂະຫຍາຍໄດ້ກໍ່ຕໍ່ເມື່ອພັກປະເມີນຄວາມສາມາດບົ່ມຊ້ອນອັນຍິ່ງໃຫຍ່ຂອງປະຊາຊົນຢ່າງຖືກຕ້ອງ, ເຄົາລົບປະຊາຊົນ, ໃກ້ຊິດປະຊາຊົນ ແລະເສີມຂະຫຍາຍສິດເປັນເຈົ້າຂອງຂອງປະຊາຊົນຢ່າງແຂງແຮງ. ຖ້າພັກຢາກຈະເຂັ້ມແຂງກໍ່ຕ້ອງອີງໃສ່ປະຊາຊົນ; ພະລັງໃຈປະຊາຊົນຈະສ້າງຄວາມເຂັ້ມແຂງໃຫ້ພັກ; ຈາກນັ້ນ, ບັນດາປັດໄຈທີ່ໝັ້ນຄົງໄດ້ຖືກສ້າງຂຶ້ນ ເພື່ອຮັບປະກັນການເຄື່ອນໄຫວແລະການພັດທະນາຂອງພັກ ແລະຂອງການປະຕິວັດຫວຽດນາມ. ນັ້ນໝາຍຄວາມວ່າ, ກຳລັງແຮງພາຍໃນຂອງພັກຕ້ອງມາຈາກປະຊາຊົນ ເພື່ອປະຊາຊົນ “ນຳຊັບພະຍາກອນຂອງປະຊາຊົນ, ຊັບສິນຂອງປະຊາຊັນ ແລະກຳລັງແຮງຂອງປະຊາຊົນ ເພື່ອສ້າງຜົນປະໂຫຍດໃຫ້ກັບປະຊາຊົນ”.
ໜຶ່ງໃນ 5 ບົດຮຽນທີ່ພັກກອມມູນິດຫວຽດນາມສະຫຼຸບໃນກອງປະຊຸມໃຫຍ່ຄັ້ງທີ XIII ແມ່ນ: ໃນວຽກງານທັງໝົດຂອງພັກແລະລັດ, ເຮົາຕ້ອງເຂົ້າໃຈແນວຄິດຢ່າງເລິກເຊິ່ງສະເໝີວ່າ ປະຊາຊົນເປັນຮາກຖານ; ເຊື່ອໝັ້ນ, ເຄົາລົບ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງຂອງປະຊາຊົນຢ່າງແທ້ຈິງ, ຕັ້ງໝັ້ນໃນການປະຕິບັດທິດນຳທີ່ວ່າ “ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນກວດກາ, ປະຊາຊົນຕິດຕາມກວດກາ, ປະຊາຊົນຊົມໃຊ້”.
ທັດສະນະຊີ້ນຳໃນມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກແມ່ນ: ປຸກລະດົມຈິດໃຈຮັກຊາດຢ່າງແຂງແຮງ, ສົ່ງເສີມເຈດຈຳນົງສ້າງຄວາມເຂັ້ມແຂງຂອງຊາດ, ກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ ແລະຄວາມມຸ່ງມາດປາຖະໜາທີ່ຈະພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງແລະມີຄວາມສຸກ; ເສີມຂະປຍາຍປະຊາທິປະໄຕສັງຄົມນິຍົມ, ກຳລັງແຮງສັງລວມທັງໝົດ ຂອງລະບົບການເມືອງ, ຂອງພື້ນຖານວັດທະນະທຳແລະປະຊາຊົນຫວຽດນາມ, ເສີມສ້າງຄວາມເຂັ້ມແຂງຂອງປະຊາຊົນ... ສ້າງແຮງຜັກດັນໃໝ່ເພື່ອການພັດທະນາປະເທດຢ່າງວ່ອງໄວແລະຍືນຍົງ. ສູ້ຊົນຮອດກາງສະຕະວັດທີ 21, ປະເທດເຮົາຈະກາຍເປັນປະເທດທີ່ພັດທະນາແລ້ວ, ຕາມທິດທາງສັງຄົມນິຍົມ.
ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກເນັ້ນໜັກວ່າ: ປະຊາຊົນມີບົດບາດເປັນເຈົ້າພາບ ໂດຍດຳລົງຕຳແໜ່ງສູນກາງໃນຍຸດທະສາດການພັດທະນາປະເທດ. ເສີມຂະຫຍາຍຄວາມຕັ້ງໜ້າ, ສິດທິແລະຄວາມຮັບຜິດຊອບຂອງປະຊາຊົນໃນການເຂົ້າຮ່ວມການກໍ່ສ້າງແລະປັບປຸງພັກ, ການກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ, ແນວໂຮມປະເທດຊາດຫວຽດນາມ ແລະບັນດາອົງການຈັດຕັ້ງການເມືອງ-ສັງຄົມ, ການກໍ່ສ້າງຖັນແຖວສະມາຊິກພັກ ພະນັກງານ ແລະລັດຖະກອນ. ພ້ອມກັນນັ້ນ, ຈຸດໃໝ່ໃນການຊີ້ນຳຂອງພັກ ສຸມໃສ່ບັນດາບັນຫາ ແລະ ເນື້ອໃນດັ່ງຕໍ່ໄປນີ້:
ທີໜຶ່ງ, ປະຕິບັດທິດນຳທີ່ວ່າ “ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນກວດກາ, ປະຊາຊົນຕິດຕາມກວດກາ, ປະຊາຊົນຊົມໃຊ້”. ສືບຕໍ່ຜັນຂະຫຍາຍ ແລະ ປັບປຸງສະຖາບັນປະຕິບັດປະຊາທິປະໄຕໃຫ້ສົມບູນແບບ ຕາມໂຄງການການເມືອງກໍ່ສ້າງປະເທດ ໃນສະໄໝຂ້ານຜ່ານຂຶ້ນສູ່ລັດທິສັງຄົມນິຍົມ (ສະບັບເພີ່ມເຕີມ, ພັດທະນາປີ 2011) ແລະ ລັດຖະທຳມະນູນປີ 2013, ຮັບປະກັນວ່າ ອຳນາດລັດທັງໝົດເປັນຂອງປະຊາຊົນ.
ທີສອງ, ກຳນົດບົດບາດຂອງບັນດາອັດຕະພາບໃຫ້ຈະແຈ້ງກວ່າອີກ ເມື່ອພັກນຳພາ, ລັດຄຸ້ມຄອງ, ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງການເມືອງ-ສັງຄົມເປັນແກນຫຼັກ ເພື່ອໃຫ້ປະຊາຊົນເປັນເຈົ້າຂອງ. ພັກແລະລັດປະກາດໃຊ້ແນວທາງ, ແຜນນະໄຍບາຍ, ນະໂຍບາຍ ແລະກົດໝາຍ ເພື່ອສ້າງຮາກຖານທາງການເມືອງແລະກົດໝາຍ ໂດຍເຄົາລົບແລະຮັບປະກັນສິດເປັນເຈົ້າຂອງຂອງປະຊາຊົນ.
ທີສາມ, ຢືນຢັນບົດບາດເປັນເຈົ້າ ແລະ ໃຈກາງຂອງປະຊາຊົນ ໃນຍຸດທະສາດການພັດທະນາປະເທດ, ໃນຂະບວນການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ. ການເສີມຂະຫຍາຍສະຕິປັນຍາ, ຄວາມຂະຫຍັນຂັນເຄື່ອນ, ສິດທິແລະຄວາມຮັບຜິດຊອບຂອງປະຊາຊົນໃນການກໍ່ສ້າງພັກ, ລັດແຫ່ງອຳນາດກົດໝາຍສັງຄົມນິຍົມ, ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງການເມືອງ-ສັງຄົມ.
ທີສີ່, ຄະນະພັກ, ອົງການຈັດຕັ້ງພັກ ແລະ ບັນດາອົງການຈັດຕັ້ງໃນລະບົບການເມືອງ, ຖັນແຖວສະມາຊິກພັກ ພະນັກງານ ລັດຖະກອນ ແລະພາລະກອນຕ້ອງເປັນແບບຢ່າງໃນການປະຕິບັດປະຊາທິປະໄຕ, ປະຕິບັດຕາມກົດໝາຍ ແລະ ເຊີດຊູສິນທຳທາງສັງຄົມ. ຈັດການຢ່າງທັນການແລະເຂັ້ມງວດກັບ ອົງການແລະບຸກຄົນທີ່ໃຊ້ປະໂຫຍດຈາກປະຊາທິປະໄຕ, ກໍ່ໃຫ້ເກີດຄວາມວຸ່ນວາຍພາຍໃນ, ທຳລາຍສະຖຽນລະພາບທາງການເມືອງ-ສັງຄົມ ຫຼືລະເມີດປະຊາທິປະໄຕ, ສົ່ງຜົນເສຍຕໍ່ສິດທິໃນການເປັນເຈົ້າຂອງຂອງປະຊາຊົນ.
ບົນຈິດໃຈດັ່ງກ່າວ, ເພື່ອຍູ້ແຮງການປະຕິບັດປະຊາທິປະໄຕ, ເສີມຂະຫຍາຍກຳລັງແຮງຂອງປະຊາຊົນໃນການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມໃນສະພາບການໃໝ່, ດ້ວຍເປົ້າໝາຍ “ສືບຕໍ່ເສີມຂະຫຍາຍມູນເຊື້ອແຫ່ງມະຫາສາມັກຄີປວງຊົນທັງຊາດ, ສ້າງຄວາມເຫັນດີເຫັນພ້ອມທາງສັງຄົມ, ປຸກລະດົມຈິດໃຈຮັກຊາດ, ເຈດຈຳນົງສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງຊາດ, ຄວາມເຊື່ອໝັ້ນ ຄວາມປາດຖະໜາຢາກປະກອບສ່ວນ ແລະ ສ້າງສາປະເທດຊາດໃຫ້ນັບມື້ນັບຮັ່ງມີ ຈະເລີນຮຸ່ງເຮືອງ ວັດທະນາຖາວອນ ແລະ ມີຄວາມຜາສຸກ ເພື່ອບັນລຸເປົ້າໝາຍພາຍໃນປີ 2030 ຫວຽດນາມຈະເປັນປະເທດກຳລັງພັດທະນາທີ່ມີອຸດສາຫະກຳທັນສະໄໝ ແລະມີລາຍໄດ້ປານກາງສູງ; ຮອດປີ 2045 ຈະກາຍເປັນປະເທດທີ່ພັດທະນາແລ້ວ ແລະມີລາຍໄດ້ສູງ; ສູ້ຊົນເຖິງກາງສະຕະວັດທີ 21, ຫວຽດນາມກາຍເປັນປະເທດທີ່ພັດທະນາ ຕາມທິດທາງສັງຄົມນິຍົມ”(9) ຈຳເປັນຕ້ອງສຸມໃສ່ດຳເນີນການແກ້ໄຂບັນດາບັນຫາຕໍ່ໄປນີ້:
ທີໜຶ່ງ, ເພີ່ມທະວີວຽກງານໂຄສະນາເຜີຍແຜ່, ອົບຮົມສຶກສາ ແລະ ຍົກສູງຄວາມຮັບຮູ້ແລະຄວາມເຂົ້າໃຈຂອງພະນັກງານ ສະມາຊິກພັກ ແລະ ປະຊາຊົນ ກ່ຽວກັບປະຊາທິປະໄຕ. ຍູ້ແຮງວຽກງານໂຄສະນາຊວນເຊື່ອ ເຜີຍແຜ່ ແລະ ປະຕິບັດແຜນນະໂຍບາຍຂອງພັກ ກ່ຽວກັບການເສີມຂະຫຍາຍປະຊາທິປະໄຕ ແລະ ສິດປະຊາທິປະໄຕຂອງປະຊາຊົນ ໂດຍຕິດກັບການເສີມຂະຫຍາຍບົດບາດຂອງປະຊາຊົນໃນການກໍ່ສ້າງພັກ ແລະລະບົບການເມື່ອງໃຫ້ສະອາດປອດໃສ ແລະໝັ້ນຄົງເຂັ້ມແຂງ. ປ່ຽນແປງໃໝ່ແລະຂະຫຍາຍຄວາມຫຼາກຫຼາຍຂອງຮູບການໂຄສະນາ ແລະ ເຜີຍແຜ່ແຜນນະໂຍບາຍເສີມຂະຫຍາຍປະຊາທິປະໄຕຂອງພັກໃຫ້ສອດຄ່ອງກັບສະຖານະການໃໝ່ໃນປະຈຸບັນ.
ທີສອງ, ເຮັດໜ້າທີ່ຢ່າງດີ ໃນການຫັນເປັນນິຕິກຳ ແລະ ຜັນຂະຫຍາຍທິດນຳທີ່ວ່າ “ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ກະຊາຊົນກວດກາ, ປະຊາຊົນຕິດຕາມກວດກາ, ປະຊາຊົນຊົມໃຊ້” ໃຫ້ເປັນກົດລາບຽບທີ່ເຂັ້ມງວດ, ຄົບຊຸດ ແລະສະເພາະເຈາະຈົງໃນລະບົບກົດໝາຍ. ປະຕິບັດປະຊາທິປະໄຕໂດຍກົງ, ປະຊາທິປະໄຕແບບຕົວແທນຢ່າງຖືກຕ້ອງແລະມີປະສິດທິຜົນ, ໂດຍສະເພາະແມ່ນ ປະຊາທິປະໄຕຢູ່ຮາກຖານ. ສິດເປັນເຈົ້າຂອງຂອງປະຊາຊົນ ໄດ້ຮັບການສະແດງອອກໃນທຸກຂົງເຂດທີ່ສຳຄັນຂອງປະເທດ ເຊັ່ນ ການເຂົ້າຮ່ວມໃນການກໍ່ສ້າງ ປັບປຸງພັກ ແລະລະບົບການເມືອງ; ການກໍ່ສ້າງຖັນແຖວສະມາຊິກພັກ ພະນັກງານ ລັດຖະກອນ; ການພັດທະນາເສດຖະກິດ; ການຄຸ້ມຄອງສັງຄົມແລະຄຸ້ມຄອງຕົນເອງ; ການສ້າງ ການຄຸ້ມຄອງວັດທະນະທຳ ແລະ ການຊົມໃຊ້ວັດທະນະທຳ; ການກໍ່ສ້າງພື້ນຖານການປ້ອງກັນປະເທດທົ່ວປວງຊົນ, ປ້ອງກັນຄວາມສະຫງົບປະຊາຊົນ, ການທູດປະຊາຊົນ ຕິດພັນກັບທ່າສະໜານຮົບປ້ອງກັນປະເທດທົ່ວປວງຊົນ, ທ່າສະໜາມຮົບປ້ອງກັນຄວາມສະຫງົບປະຊາຊົນ, “ທ່າສະໜາມຮົບໃນໃຈປະຊາຊົນ”.
ສືບຕໍ່ຫັນກົນໄກ “ພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າຂອງ” ໃຫ້ເປັນນິຕິກຳ ເປັນຮູບປະທຳ. ປະຕິບັດກົດລະບຽບວ່າດ້ວຍປະຊາທິປະໄຕຢູ່ຮາກຖານທຸກປະເພດໃຫ້ດີ ຕາມຄຳສັ່ງເລກທີ 30-CT/TW ລົງວັນທີ 18 ກຸມພາ 1998 ຂອງກົມການເມືອງສູນກາງພັກ “ກ່ຽວກັບການກໍ່ສ້າງ ແລະ ປະຕິບັດກົດລະບຽບວ່າດ້ວຍປະຊາທິປະໄຕຢູ່ຮາກຖານ”; ບົດສະຫຼຸບເລກທີ 120-KL/TW ລົງວັນທີ 7 ມັງກອນ 2016 ຂອງກົມການເມືອງສູນກາງພັກ “ກ່ຽວກັບການສືບຕໍ່ຊຸກຍູ້, ປັບປຸງຍົກສູງຄຸນນະພາບແລະປະສິດທິພາບ ຂອງການສ້າງແລະປະຕິບັດກົດລະບຽບວ່າດ້ວຍປະຊາທິປະໄຕຢູ່ຮາກຖານ”; ກົດໝາຍວ່າດ້ວຍການປະຕິບັດປະຊາທິປະໄຕຢູ່ຮາກຖານ (ປີ 2022).
ເພີ່ມທະວີການເປີດເຜີຍແລະຄວາມໂປ່ງໃສ, ອີງໃສ່ປະຊາຊົນເພື່ອກວດກາ, ຕິດຕາມກວດກາ ແລະປະເມີນຜົນ, ແນໃສ່ຄັດເລືອກແລະສ້າງຖັນແຖວພະນັກງານ ສະມາຊິກພັກທີ່ສົມຄວນເປັນຜູ້ນຳ ແລະຜູ້ຮັບໃຊ້ທີ່ຈົງຮັກພັກດີຂອງປະຊາຊົນຢ່າງແທ້ຈິງ, “ເວົ້າຄວບຄູ່ກັບເຮັດ”, “ເຊື່ອໝັ້ນປະຊາຊົນ, ເຄົາລົບປະຊາຊົນ, ໃກ້ຊິດປະຊາຊົນ, ເຂົ້າໃຈປະຊາຊົນ, ຮຽນຮູ້ຈາກປະຊາຊົນ, ອີງໃສ່ປະຊາຊົນ, ມີຄວາມຮັບຜິດຊອບຕໍ່ປະຊາຊົນ”.
ທີສາມ, ແນວໂຮມປະເທດຊາດຫວຽດນາມ ແລະບັນດາອົງການຈັດຕັ້ງການເມືອງ-ສັງຄົມສືບຕໍ່ປ່ຽນແປງໃໝ່ເນື້ອໃນ ແລະວິທີການເຄື່ອນໄຫວ, ເສີມຂະຫຍາຍບົດບາດຂອງພວກເຂົາໃນການເບິ່ງແຍງດູແລ ແລະ ປົກປ້ອງສິດແລະຜົນປະໂຫຍດທີ່ຖືກກົດໝາຍ ຊອບທຳຂອງສະມາຊິກແນວໂຮມ ສະມາຊິກ ແລະ ປະຊາຊົນ; ເປັນເຈົ້າການໃນການເຂົ້າຮ່ວມການຕິດຕາມກວດກາ ແລະການວິຈານສັງຄົມ, ເຮັດບົດບາດເປັນຂົວຕໍ່ທີ່ດີ, ຮັບປະກັນສິດເປັນເຈົ້າຂອງຂອງປະຊາຊົນ, ເສີມຂະຫຍາຍບົດບາດຂອງປະຊາຊົນຜ່ານກົນໄກ ພັກນຳພາ, ລັດຄຸ້ມຄອງ, ແນວໂຮມປະເທດຊາດຫວຽດນາມ ແລະບັນດາອົງການຈັດຕັ້ງການເມືອງ-ສັງຄົມເປັນແກນຫຼັກໃຫ້ປະຊາຊົນເປັນເຈົ້າຂອງ, ສ້າງເງື່ອນໄຂໃຫ້ປະຊາຊົນໃຊ້ສິດທິປະຊາທິປະໄຕແບບຕົວແທນ ແລະປະຊາທິປະໄຕໂດຍກົງ ໃນການກໍ່ສ້າງ ປັບປຸງພັກ ແລະ ລະບົບການເມືອງ.
ທີສີ, ເສີມຂະຫຍາຍປະຊາທິປະໄຕໄປຄຽງຄູ່ກັບການເພີ່ມທະວີລະບຽບວິໄນໃນພັກແລະໃນສັງຄົມ; ເພີ່ມທະວີການປົກປ້ອງຮາກຖານແນວຄິດຂອງພັກ, ຕໍ່ສູ້ຢ່າງເດັດດ່ຽວແລະສະໝ່ຳສະເໝີ ເພື່ອວິພາກວິຈານແລະປັດປະຕິເສດບັນດາຖ້ອຍທຳນອງທີ່ຜິດແລະເປັນສັດຕູ; ຕໍ່ສູ້ປ້ອງກັນ ກີດກັ້ນ ແລະຂັບໄລ່ຄວາມເສື່ອມໂຊມທາງດ້ານແນວຄິດການເມືອງ, ຄຸນສົມບັດສິນທຳ, ວິຖີຊີວິດ, ບັນດາປະກົດການຂອງ “ການປ່ຽນແປງຕົນເອງ”, “ການຫັນປ່ຽນຕົນເອງ” ຢູ່ພາຍໃນ. ກໍ່ສ້າງລັດແຫ່ງອຳນາດດກົດໝາຍສັງຄົມນິຍົມ ທີ່ເປັນຂອງປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ, ຕິດພັນກັບການເພີ່ມທະວີການປະຕິຮູບການບໍລິຫານ, ຫຼຸດຜ່ອນຄວາມບໍ່ສະດວກໃຫ້ກັບປະຊາຊົນ; ເອົາໃຈໃສ່ໃນການຮັບຟັງແລະແກ້ໄຂຂໍ້ຂ້ອງຂັດໃຈ ແລະຄຳແນະນຳທີ່ຖືກຕ້ອງຕາມກົດໝາຍຂອງປະຊາຊົນໂດຍທັນທີ ແລະມີປະສິດທິພາບ; ປະຕິບັດແຜນນະໂຍບາຍແລະນະໂຍບາຍທີ່ “ຖືກໃຈປະຊາຊົນ”, ເບິ່ງແຍງດູແລຊີວິດທາງວັດຖຸແລະຈິດໃຈຂອງປະຊາຊົນ, ໂດຍສະເພາະໃນເຂດທີ່ຍັງປະເຊີນກັບຄວາມຫຍຸ້ງຍາກລຳບາກຫຼາຍຢ່າງ. ຍູ້ແຮງການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງ ແລະຄວາມຫຍໍ້ທໍ້, ປັບປຸງຄວາມໄວ້ວາງໃຈຂອງປະຊາຊົນຕໍ່ພັກ ລັດ ແລະລະບອບການປົກຄອງ./.
---------------------
(1) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ. ການເມືອງປຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 5, ໜ້າ 335
(2) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 12, ໜ້າ 375
(3) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 9, ໜ້າ 382
(4) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 15, ໜ້າ 325
(5) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 6, ໜ້າ 232
(6) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 12, ໜ້າ 375
(7) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 8, ໜ້າ 263
(8) ບັນດາເອກະສານທີ່ສຳຄັນຂອງພັກ ລັດ ແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງການເມືອງ-ສັງຄົມ ໄດ້ຮັບການປະກາດໃຊ້ ໂດຍມີຈຸດໃໝ່ໆຫຼວງຫຼາຍ ກ່ຽວກັບປະຊາທິປະໄຕ ແລະສິດເປັນເຈົ້າຂອງຂອງປະຊາຊົນ. ກົມການເມືອງສູນກາງພັກໄດ້ອອກ “ກົດລະບຽບວ່າດ້ວຍການຕິດຕາມກວດກາ ແລະການວິພາກວິຈານທາງສັງຄົມ ຂອງແນວໂຮມປະເທດຊາດ ແລະບັນດາອົງການຈັດຕັ້ງການເມືອງ-ສັງຄົມ” ແລະ “ຂໍ້ກຳນົດກ່ຽວກັບແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງການເມືອງ-ສັງຄົມ ແລະປະຊາຊົນ ເຂົ້າຮ່ວມໃນການປະກອບຄວາມຄິດຄວາມເຫັນເພື່ອກໍ່ສ້າງພັກ ແລະກໍ່ສ້າງອຳນາດການປົດຄອງ”.
(9) “ມະຕິເລກທີ 43-NQ/TW ລົງວັນທີ 24 ພະຈິກ 2023 ຂອງກອງປະຊຸມຄະນະບໍລິຫານງານສູນກາງພັກຄັ້ງທີແປດ ສະໄໝທີ XIII ວ່າດ້ວຍການສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະກຳລັງແຫງແຫ່ງມະຫາສາມັກຄີປວງຊົນທັງຊາດ ເພື່ອກໍ່ສ້າງປະເທດເຮົາໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ ແລະ ມີຄວາມສຸກ”, ໜັງສືພິມເອເລັກໂຕຣນິກ ຂອງພັກກອມມູນິດຫວຽດນາມ, ອອກວັນທີ 2 ທັນວາ 2023, https://tulieuvankien.dangcongsan.vn/van-kien-tu-lieu-ve-dang/hoi-nghi-bch-trung-uong/khoa-xiii/nghi-quyet-so-43-nqtw-ngay-24112023-hoi-nghi-lan-thu-tam-ban-chap-hanh-trung-uong-dang-khoa-xiii-ve-tiep-tuc-phat-huy-truyen-4021
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1029 (ເດືອນມັງກອນ 2024)