ພັກ​ກອມ​ມູນິດ​ຫວຽດນາມ:
95 ປີ​ແຫ່ງ​ການ​ບຸກ​ເບີກ​ເພື່ອປະ​ເທດ​ຊາດ ​ແລະ ປະຊາຊົນ

ໂດຍ ສຈ, ປອ ໂຕ ເລິມ
ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ
14:47, 25-06-2025
ວກ. - ໃນລະດູບານໃໝ່ປີ 1930, ພັກກອມມູນິດຫວຽດນາມໄດ້ຖືກກໍ່ຕັ້ງຂຶ້ນ ເຊິ່ງເປັນເຫດການສຳຄັນໃນປະຫວັດສາດແຫ່ງການປະຕິວັດ ແລະ ປະຫວັດສາດຂອງຊາດຫວຽດນາມ. ໃນ​ໄລຍະ 95 ປີ​ທີ່ຜ່ານ​ມາ, ພັກ​ຍາມ​ໃດ​ກໍສຸມກຳລັງ ຈິດໃຈ ​ແລະ ສະຕິປັນຍາທັງໝົດ ເພື່ອຮັບ​ໃຊ້​ປະ​ເທດ​ຊາດ ຮັບໃຊ້ປະຊາຊົນ, ເຕັມ​ໃຈ​ທີ່ຈະຍອມຮັບ​​ການ​ເສຍສະຫຼະແລະຄວາມ​ເສຍ​ຫາຍ, ​ເດັດດ່ຽວ​ຜ່ານ​ຜ່າຄວາມ​ຫຍຸ້ງຍາກ ແລະ​ສິ່ງ​ທ້າ​ທາຍທຸກຢ່າງ, ຫຼໍ່ຫຼອມໃຫ້ເກີດ “ໜ້າປະຫວັດສາດ​ທອງຄຳ” ແລະ ​ເປີດ​ສັກກະລາດໃໝ່ ໃນ​ປະຫວັດສາດ​ຂອງ​ຊາດ. ນັ້ນ​ແມ່ນ​ຍຸກ​ແຫ່ງ​ເອກະລາດ​ຂອງ​ຊາດ, ​ການໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ ​ດ້ວຍ​ໄຊຊະນະ​ອັນໂດ່ງດັງ​ຕໍ່​ລັດທິ​ຟາດ​ຊິດ, ລັດທິ​ລ່າເມືອງຂຶ້ນທັງແບບ​ເກົ່າແລະ​ໃໝ່; ຍຸກ​ແຫ່ງ​ສັນຕິພາບ, ການກໍ່ສ້າງ​ສັງຄົມ​ນິຍົມ, ການປ່ຽນແປງໃໝ່ ແລະ ການ​ເຊື່ອມ​ໂຍງສາກົນ ດ້ວຍ​ບັນດາ​ຜົນງານອັນຍິ່ງໃຫຍ່ ​ທີ່​ມີ​ຄວາມ​ໝາຍ​ປະຫວັດສາດ. ນີ້​ແມ່ນ​ພື້ນຖານທີ່ໝັ້ນຄົງ ເພື່ອສ້າງ​ຄວາມເຊື່ອໝັ້ນ​​ອັນຍິ່ງ​ໃຫຍ່ ໃຫ້ກັບ​ພັກ​ກອມ​ມູນິດ​ຫວຽດນາມ ໃນການສືບ​ຕໍ່​ເສີມ​ຂະຫຍາຍຄວາມກ້າຫານ, ສະຕິ​ປັນຍາ, ກຳລັງແຮງ​ຕໍ່ສູ້, ນຳພາ​ປະ​ເທດ​ຊາດ​ກ້າວ​ເຂົ້າ​ສູ່​ຍຸກໃໝ່​ແຫ່ງການ​ພັດທະນາຢ່າງໝັ້ນຄົງ.

ພັກ​ເດັດ​ດ່ຽວ​ນຳ​ພາ​ປະ​ຊາ​ຊົນ​ຫວຽດ​ນາມ​ປະຕິບັດ​ຄວາມປາດ​ຖະ​ໜາໃນ​ເອ​ກະ​ລາດ,
ເສລີພາບ ແລະ ການກໍ່ສ້າງ​ລັດທິ​ສັງ​ຄົມ​ນິ​ຍົມ.

ເກືອບໜຶ່ງສະຕະວັດກ່ອນໜ້ານີ້, ໂລກໄດ້ຕົກເຂົ້າໄປໃນວິກິດການເສດຖະກິດທີ່ຮ້າຍແຮງ. ລັດທິຈັກກະພັດໄດ້ເພີ່ມທະວີການກົດຂີ່ຂົ່ມເຫັງ ແລະ ການຂູດຮີດ, ເຮັດໃຫ້ຊີວິດການເປັນຢູ່ຂອງຜູ້ອອກແຮງງານທົ່ວໂລກຕ້ອງທຸກ​ຍາກ​ລຳບາກ. ຄວາມຂັດແຍ້ງລະຫວ່າງປະເທດເມືອງຂຶ້ນ ກັບລັດທິລ່າເມືອງຂຶ້ນ ກາຍເປັນຮຸນແຮງຂຶ້ນ. ຂະບວນການຕໍ່ສູ້​ປົດ​ປ່ອຍ​ຊາດ​ໄດ້​ດຳ​ເນີນ​ຢ່າງ​ແຂງ​ແຮງ ​ຢູ່​ບັນ​ດາ​ປະ​ເທດເມືອງຂຶ້ນ, ໃນ​ນັ້ນ​ມີ​ຫວຽດ​ນາມ. ຢ່າງໃດກໍຕາມ, ບັນດາການຕໍ່ສູ້ພາຍໃນປະເທດຫວຽດນາມລ້ວນແຕ່ຖືກປາບປາມຢ່າງໂຫດຮ້າຍ ໂດຍລັດຖະບານຂອງພວກລ່າເມືອງຂຶ້ນແລະສັກດິນາ. ​ໃນ​ສະພາບ​ການ​ນັ້ນ, ການ​ກຳ​ເນີດ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແມ່ນ​ໝາກຜົນ​ແຫ່ງ​ການ​ນຳ​ໃຊ້​ລັດທິມາກ-ເລ​ນິນ ຢ່າງປະດິດສ້າງ ເຂົ້າ​ກັບ​ສະພາບ​ຕົວ​ຈິງ​ຂອງ​ຫວຽດນາມ ເຊິ່ງ​ເປັນປະເທດເມືອງຂຶ້ນ​ຕາ​ເວັນ​ອອກ​ທີ່ຫຼ້າຫຼັງ ແລະມີ​ຊົນ​ຊັ້ນ​ກຳມະກອນຈຳນວນ​ນ້ອຍ; ​ແມ່ນຜົນ​ຈາກ​ການ​ປະສານສົມທົບ​ຢ່າງກົມກຽວລະຫວ່າງ​ລັດທິມາກ-​ເລ​ນິນ ກັບ​ຂະ​ບວນການ​ກຳມະກອນ ​ແລະ ຂະບວນການ​ຮັກ​ຊາດ​ຢູ່ຫວຽດນາມ; ​ເຊື່ອມ​ໂຍງ​ຢ່າງ​ແໜ້ນ​ແຟ້ນ​ກັບແນວຄິດ ​ແລະ ຄຸນງາມຄວາມດີ​ອັນ​ໃຫຍ່​ຫຼວງ​ຂອງ​ຜູ້​ນຳ ຫງວຽນ ອ໋ຽຍ​ ກ້ວກ. ການ​ກຳ​ເນີດ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ຍຸດຕິ​ວິ​ກິດ​ການ​ທີ່​ແກ່​ຍາວ​ດ້ານແນວ​ທາງ​ກູ້​ຊາດ ແລະ ຊົນຊັ້ນ​ຜູ້​ນຳ​ການປະ​ຕິ​ວັດ. ຈາກ​ນີ້, ການ​ປະຕິວັດ​ຫວຽດນາມ ​ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ວົງ​ໂຄຈອນ​ຂອງ​ການ​ປະຕິວັດກຳມາຊີບ, ປະຕິບັດສັດຈະທຳອັນ​ຍິ່ງ​ໃຫຍ່​ຂອງ​ຍຸກ​ສະ​ໄໝຄື: ເອກະລາດ​ແຫ່ງ​ຊາດ​ຕິດ​ພັນ​ກັບ​ລັດທິ​ສັງຄົມ​ນິຍົມ, ການ​ຕໍ່ສູ້​ປົດ​ປ່ອຍ​ຊາດຕິດ​ພັນ​ກັບ​ການ​ປົດ​ປ່ອຍ​ຊົນ​ຊັ້ນ, ປົດ​ປ່ອຍ​ມະນຸດ ພາຍໃຕ້ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ.   

ກອງປະຊຸມສ້າງຕັ້ງພັກກອມມູນິດຫວຽດນາມ ວັນທີ 3 ກຸມພາ 1930 (ພາບແຕ້ມໂດຍຈິດຕະກອນຟານ ເກ໋ ບິ໊ງ) _ແຫຼ່ງ: ຫໍພິພິທະພັນ ໂຮ່ຈີມິນ

ເພື່ອ​ບັນລຸ​ເປົ້າ​ໝາຍ​ສຳຄັນ​ໃນ​ການ​ລົບ​ລ້າງ​ລະບອບ​ກົດ​ຂີ່​ຂູດ​ຮີດ ​ຂອງ​ພວກລ່າເມືອງຂຶ້ນ ​ແລະ ສັກດິນາ, ກາຍ​ເປັນ​ປະ​ເທດ​ເອກະລາດ ແລະ ກ້າວ​ໄປຂ້າງ​ໜ້າ​ໃນ​ການ​ກໍ່ສ້າງ​ລະບອບ​ສັງຄົມ​ໃໝ່, ນັບ​ແຕ່ເລີ່ມກໍ່​ຕັ້ງ​ແລະ​ຕໍ່ເນື່ອງມາເປັນເວລາ 15 ປີ​, ພັກ​ກອມ​ມູນິດ​ຫວຽດນາມໄດ້ປຸກລະດົມ ແລະ ຈັດ​ຕັ້ງ​ບັນດາຂະ​ບວນການ​ເຄື່ອນ​ໄຫວຂະໜາດ​ໃຫຍ່​ຄື: ຂະບວນການປະຕິວັດປີ 1930-1931 ເຊິ່ງຈຸດສູງສຸດແມ່ນ ໂຊວຽດ-ເງ້ຕິ໊ງ; ຂະບວນການປະຊາທິປະໄຕທົ່ວອິນດູຈີນ ປີ 1936-1939; ຂະບວນການປົດປ່ອຍຊາດປີ 1939-1945 ເຊິ່ງຈຸດສູງສຸດແມ່ນ ການເຄື່ອນໄຫວປົດປ່ອຍຊາດຕ້ານຍີ່ປຸ່ນ, ນຳໄປສູ່ໄຊຊະນະໂດຍກົງໃນການປະຕິວັດເດືອນສິງຫາ ປີ 1945 ທີ່ “ສັ່ນສະເທືອນໂລກ”. ເຖິງ​ວ່າ​ຈະ​ຕ້ອງ​ປະເຊີນ​ກັບ​ອັນຕະລາຍ, ຄວາມ​ຫຍຸ້ງຍາກລຳບາກ ແລະ ການ​ເສຍ​ຫາຍຫຼາຍຢ່າງ, ແຕ່ດ້ວຍ​ພາລະກິດ​ອັນ​ສູງ​ສົ່ງ​ຕໍ່​ປະ​ເທດ​ຊາດ​ແລະປະຊາຊົນ, ພັກ​ກອມ​ມູນິດ​ຫວຽດນາມຍາມໃດກໍ່​ສະ​ແດງ​ໃຫ້​ເຫັນເຖິງ ​ບົດບາດ​ນຳພາທີ່ບໍ່ອາດທົດແທນໄດ້ ແລະ ເຈດຈຳນົງ​ທາງ​ການ​ເມືອງ​ທີ່​ອົງອາດກ້າແກ່ນ ​ເພື່ອ​ເອກະລາດ ​ແລະ ​ເສລີ​ພາບຂອງປະເທດຊາດ. ດ້ວຍ​ຄວາມ​ກ້າຫານ, ສະຕິ​ປັນຍາ ແລະ ກຳລັງແຮງ​ຕໍ່​ສູ້​ທີ່​ບໍ່​ມີ​ໃຜ​ທຽບ​ໄດ້, ພັກ​ໄດ້​ນຳ​​ຊາດຫວຽດນາມອອກ​ຈາກ​ຄວາມທຸກ​ຍາກ, ນຳ​ປະຊາຊົນ​ຂຶ້ນ​ສູ່​ຕຳ​ແໜ່​ງຜູ້​ເປັນເຈົ້າ​ຂອງ​ປະ​ເທດ ແລະ ສ້າງ​ໄຊຊະນະ​ທີ່​ມີ​ຄວາມສຳຄັນທາງ​ປະຫວັດສາດ ​ແລະ ຄວາມໝາຍຍຸກ​ສະ​ໄໝ. ເປັນຄັ້ງທຳອິດໃນປະຫວັດສາດໂລກທີ່ລັດທິມາກ-ເລນິນຖືກນຳໃຊ້ຢ່າງປະດິດສ້າງ, ນຳໄປສູ່ຄວາມສຳເລັດຂອງການປະຕິວັດປົດປ່ອຍຊາດໃນຫົວເມືອງຂຶ້ນ, ໂຄ່ນລົ້ມລະບອບລ່າເມືອງຂຶ້ນ ສັກດິນາ, ຍາດເອົາເອກະລາດແຫ່ງຊາດ ແລະ ພ້ອມກັນນັ້ນກໍສ້າງປະຊາທິປະໄຕຮູບແບບໃໝ່, ສ້າງຕັ້ງລັດປະຊາທິປະໄຕປະຊາຊົນແຫ່ງທຳອິດໃນອາຊີຕາເວັນອອກສ່ຽງໃຕ້. ການປະຕິວັດເດືອນສິງຫາປີ 1945 ແມ່ນຕົວສະແດງແຫ່ງກຳລັງແຮງຂອງຫວຽດນາມໃນຍຸກໃໝ່ ເຊິ່ງແກນຫຼັກແມ່ນກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ ດ້ວຍການເຂົ້າຮ່ວມຂອງປະຊາຊົນຜູ້ຮັກຊາດທຸກຊົນຊັ້ນ. ປະຊາຊົນຫວຽດນາມ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ໄດ້ “ໃຊ້ກຳລັງຂອງພວກເຮົາເອງເພື່ອປົດປ່ອຍຕົນເອງ” ແລະ ພ້ອມກັນນັ້ນ ກໍສົມທົບກັບກຳລັງແຮງຂອງຍຸກສະໄໝ ແລະ ຍາດໂອກາດທາງປະຫວັດສາດເມື່ອລັດທິຟາດຊິດພັງທະລາຍລົງ. ຈາກ​ຈຸດ​ນີ້, ພັກຂອງເຮົາໄດ້​ກາຍ​ເປັນ​ພັກ​ກຳ​ອຳນາດ.  

​ເພື່ອ​ປົກ​ປັກ​ຮັກສາ​ເອກະລາດ, ​ເສລີພາບ, ​ເອກະ​ພາບ ​ແລະ ກໍ່ສ້າງ​ລະບອບ​ໃໝ່, ໃນ 30 ປີ​ແຫ່ງ​ຄວາມ​ມານະ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ, ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ນຳພາ​ປະຊາຊົນທັງຊາດ​ຜ່ານ​ຜ່າ​ສະຖານະການ​ອັນຕະລາຍ​ຫຼາຍ​ຢ່າງ ແບບ “ພັນປອນແຂວນຢູ່ບົນເສັ້ນຜົມ” ແລະ ​ສາມາດເອົາ​ຊະນະ​ສັດຕູ​ທີ່​ມີພະລັງແຂງແຮງ​ໃນ​ໂລກໄດ້. ເມື່ອປະເທດ​ຫາກໍ່ໄດ້​ຮັບ​ເອກະລາດ, ພັກ​ໄດ້​ນຳພາ​ປະຊາຊົນ​ຕໍ່ສູ້​ຕ້ານ “ຄວາມ​ອຶດ​ຫີ​ວ”, “ຄວາມ​ໂງ່​ຈ້າ” ແລະ ຕ້ານ “ສັດຕູ​ພາຍ​ໃນ​ແລະ​ພາຍ​ນອກ”. ​ເມື່ອ​ບໍ່​ມີ​ໂອກາດເຈລະຈາ​ສັນຕິພາບ​ອິດຕໍ່ໄປ ປະຊາຊົນເຮົາຈຶງຕ້ອງດຳເນີນສົງຄາມຕໍ່ຕ້ານອັນຍາວນານ. “ເກົ້າປີສ້າງໄຊຊະນະດ້ຽນບຽນຝູ. ເປັນພວງມາໄລສີແດງ, ເປັນໜ້າປະຫວັດສາດທອງຄຳ”, ​ສຳເລັດສິ້ນສຸດສົງຄາມຕໍ່ຕ້ານລັດທິລ່າເມືອງຂຶ້ນຝຣັ່ງຢ່າງມີໄຊ ນຳໄປສູ່ການ​ລົງ​ນາມ​ໃນ​ສັນຍາ​ເຊີແນວ​ ວ່າ​ດ້ວຍ​ການ​ຢຸດຕິ​ສົງຄາມ​ ແລະ ​​ຟື້ນ​ຟູ​ສັນຕິພາບ​ໃນ​ອິນ​ດູ​ຈີນ. ​ເມື່ອ​ລັດທິ​ລ່າເມືອງຂຶ້ນແບບໃໝ່​ເຂົ້າມາ​ແຊກ​ແຊງ, ສົ່ງ​ທະຫານ​ເຂົ້າມາຮຸກຮານ ຫວັງ​ແບ່ງ​ແຍກ​ປະເທດຫວຽດນາມ, ພັກກອມມູນິດຫວຽດນາມ ​ໄດ້​ຕັດສິນ​ໃຈ​ນຳພາ​ປະຊາຊົນ​ທົ່ວ​ປະ​ເທດ​ຕໍ່ສູ້​ຢ່າງ​ທໍລະຫົດອົດທົນ, ດຳ​ເນີນ​ສົງຄາມ​ປະຕິວັດ, ເອົາຊະນະຍຸດທະສາດການສົງຄາມຂອງຈັກກະພັດອາເມລິກາຢ່າງສຳເລັດຕິດຕໍ່ກັນ, ນຳ​ໄປ​ສູ່​ໄຊຊະນະຄັ້ງ​ໃຫຍ່ໃນ​ລະດູບານ​ໃໝ່​ປີ 1975, ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ. ໄຊຊະນະດັ່ງກ່າວ “ຖືກບັນທຶກໄວ້ໃນປະຫວັດສາດຂອງຊາດພວກເຮົາຕະຫຼອດໄປ ໃນຖານະໜຶ່ງໃນໜ້າປະຫວັດສາດທີ່ສວຍງາມທີ່ສຸດ, ສັນຍາລັກອັນເຫລື້ອມໃສແຫ່ງໄຊຊະນະທີ່ສົມບູນແບບ ຂອງຄວາມກ້າຫານປະຕິວັດ ແລະ ສະຕິປັນຍາຂອງມະນຸດຊາດ, ແລະ ໄດ້ຖືກບັນທຶກໄວ້ໃນປະຫວັດສາດໂລກ ໃນຖານະໄຊຊະນະອັນຍິ່ງໃຫຍ່ຂອງສັດຕະວັດທີ 20, ເປັນເຫດການທີ່ມີຄວາມສຳຄັນລະດັບສາກົນ ແລະ ມີຄວາມໝາຍສຳຄັນອັນເລິກເຊິ່ງໃນຍຸກສະໄໝ”(1).

ຍຸກ​ແຫ່ງ​ການຍາດເອົາເອກະລາດຂອງ​ຊາດ ​ແລະ ການສ້າງລັດ​ສັງຄົມ​ນິຍົມ (1930–1975) ເກີດ​ຂຶ້ນຈາກ​ໄຊຊະນະ​ອັນສະຫງ່າ​ອົງອາດ​ຂອງ​ປະຊາຊົນ​ຫວຽດນາມ​ຕໍ່​ລັດທິ​ຟາ​ຊິດ, ລັດທິ​ລ່າເມືອງຂຶ້ນແບບ​ເກົ່າ ​ແລະ ລັດທິ​ລ່າເມືອງຂຶ້ນແບບ​ໃໝ່. ​ທຸກ​ຄັ້ງ​ທີ່​ການ​ປະ​ຕິ​ວັດ​ປະ​ເຊີນ​ກັບຄວາມ​ທ້າ​ທາຍ​ທີ່​ຮ້າຍ​ແຮງ ​ແລະ ​ສະ​ຖາ​ນະ​ການ​ອັນ​ຕະ​ລາຍ ​ແມ່ນ​ແຕ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະ​ຫວັດ​ສາດ ​ແລະ ຖືກ​ເສຍ​ຫາຍ​ຢ່າງ​ໃຫຍ່​ຫຼວງ, ​ໃນ​ເວລາ​ນັ້ນ, ​ພັກ​ກອມ​ມູນິດ​ຫວຽດນາມໄດ້ເສີມຂະຫຍາຍຄວາມກ້າຫານ, ຄວາມ​ອົງອາດກ້າແກ່ນ ​ແລະ ສະຕິ​ປັນຍາ​ຂອງ​ຫວຽດນາມຢ່າງແຂງແຮງ, ນຳພາ​ທົ່ວ​ປວງ​ຊົນ​ຮັກສາ​ຈິດ​ໃຈ​ປະຕິວັດບຸກໂຈມຕີ ​ດ້ວຍ​ກຳລັງ​ຕໍ່ສູ້​ທີ່​ບໍ່​ມີ​ໃຜ​ທຽບ​ໄດ້. ພາລະກິດອັນຍິ່ງໃຫຍ່ຂອງປະເທດໄດ້ເປີດຂຶ້ນດ້ວຍຄວາມເປັນເອກະລາດ ແລະເອກະພາບທີ່ໄດ້ຮັບການເສີທສ້າງຢ່າງໝັ້ນຄົງ; ລັດທິສັງຄົມນິຍົມໄດ້ຮັບການກໍ່ສ້າງເບື້ອງຕົ້ນໃນເງື່ອນໄຂສົງຄາມ ແລະ ປະຕິບັດໜ້າທີ່ຂອງແນວຫຼັງທີ່ກວ້າງໃຫຍ່ ເຊິ່ງຍັງບັນລຸຜົນສຳເລັດທີ່ຍິ່ງໃຫຍ່, ເປັນປະຖົມປັດໄຈແລະພື້ນຖານຂອງການສ້າງສາສັງຄົມນິຍົມໃນທົ່ວປະເທດ.

ພັກ​ນຳພາ​ປະ​ເທດດຳເນີນ​ພາລະກິດການ​ສ້າງສາ ​ແລະ ປົກປັກຮັກສາ​ປະ​ເທດ,
ດຳເນີນການປ່ຽນແປງໃໝ່ ​ແລະ ​ເຊື່ອມ​ໂຍງສາກົນ ຢ່າງສຳເລັດຜົນ

ທັນທີພາຍຫຼັງ​ປະ​ເທດ​ເປັນ​ເອກະ​ພາບ, ການ​ປະຕິວັດ​ຫວຽດນາມຕ້ອງ​ປະເຊີນ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ທີ່ບໍ່ເຄີຍເກີດຂຶ້ນມາກ່ອນຫຼວງຫຼາຍຄື: ຜົນທີ່ຕາມມາຈາກ​ສົງຄາມນັ້ນ​ຮຸນແຮງຫຼາຍ ​ແລະ ຈະຕ້ອງ​ແກ້ໄຂຜ່ານ​ຜ່າໃນ​ໄລຍະເວລາອັນ​ຍາວນານ; ອຳນາດອະທິປະໄຕຊາຍແດນແຫ່ງຊາດຖືກນາບຂູ່ຢ່າງຮ້ານແຮງ ແລະຈະຕ້ອງໄດ້ຮັບການປົກປ້ອງ ແລະເສີມສ້າງຢ່າງເດັດດ່ຽວ; ບັນດາອິດທິກໍາລັງ​ສັດຕູ​ໄດ້ປິດລ້ອມ ​ແລະ ຂວ້ຳບາດຈາກ​ທຸກ​ດ້ານ ​ແລະຈະຕ້ອງ​ຕໍ່ສູ້​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ກຳຈັດພາວເຂົາອອກ​ໄປ; ແນວຄິດອັດຕະວິໄສ, ເຈດຈຳນົງນິຍົມ ແລະ ຮ້ອນຮົນໃນການຄຸ້ມຄອງເສດຖະກິດ-ສັງຄົມ, ບວກກັບຂໍ້ຈຳກັດ ແລະ ຂໍ້ບົກຜ່ອງຂອງເສດຖະກິດນັ້ນ ນັບມື້ນັບເຫັນໄດ້ຊັດ ແລະ ຕ້ອງໄດ້ຮັບການປ່ຽນແປງໃໝ່; ວິ​ກິດ​ການ​ເສດ​ຖະ​ກິດ-ສັງ​ຄົມ​ໄດ້​ປະກົດ​ຂຶ້ນ ​ແລະ​ຮ້າຍ​ແຮງ​ຂຶ້ນ​ເລື້ອຍໆ ເຊິ່ງ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ແລະຜ່ານພົ້ນ. ໃນເວລາດຽວກັນນັ້ນ ​ສະພາບ​ການ​ໂລກ​​ກໍ່ເລີ່ມບໍ່ເອື້ອອຳນວຍ​ການ​ປະຕິວັດ​ຫວຽດນາມ. ສະຫະພາບ​ໂຊ​ວຽດ ​ແລະ ​ບັນດາ​ປະ​ເທດ​ສັງຄົມ​ນິຍົມ​ໃນ​ເອີຣົບຕາ​ເວັນ​ອອກ​ ຕົກ​ຢູ່​ໃນ​ວິ​ກິດ​ການ​ຢ່າງຮອບດ້ານ. ບາງ​ພັກ​ກອມ​ມູນິດ​ທີ່ກຳອຳນາດ​ໃນ​ບັນດາ​ປະ​ເທດ​ສັງຄົມ​ນິຍົມ​ໄດ້​ສະໜັບສະໜູນ​ການ​ປະຕິ​ຮູບ, ​ເປີດປະຕູປະເທດ ​ແລະ ​ສ້າງ​ໂຄງ​ປະກອບ​ຄືນ​ໃໝ່. ​ຕໍ່​ໜ້າ​​ຄວາມ​ຮຽກຮ້ອງ​ຕ້ອງການ​ອັນ​ຮີບ​ດ່ວນ​ທີ່​ວ່າ “ການ​ປ່ຽນແປງໃໝ່ແມ່ນ​ບັນຫາທີ່ມີ​ຄວາມ​​ສຳຄັນຢ່າງຍິ່ງຕໍ່ງ​ພັກ, ປະ​ເທດ ​ແລະ ລະບອບການປົກຄອງ”, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງຊັດເຈນເຖິງເຈດຈຳນົງ​ທາງ​ການ​ເມືອງທີ່ໝັ້ນຄົງ ກ້າຫານ “ເບິ່ງຄວາມຈິງຢ່າງ​ກົງ​ໄປ​ກົງ​ມາ, ປະເມີນ​ຄວາມ​ຈິງ​ຢ່າງ​ຖືກຕ້ອງ ​ແລະ ເວົ້າ​ຄວາມ​ຈິງຢ່າງຈະແຈ້ງ”, ຕັ້ງໜ້າສະຫຼຸບ​ສັງ​ລວມພຶດຕິກຳ, ​ເຊື່ອ​ໝັ້ນ​ໃນ​ກຳລັງ​ແຮງ​ຂອງ​ປະຊາຊົນ, ກ້າຫານ​ປະ​ຖິ້ມ​ແນວ​ຄິດເກົ່າ ​ແລະວິທີປະຕິບັດທີ່ບໍ່ເໝາະສົມ, ໝູນໃຊ້ລັດທິມາກ​-ເລນິນຢ່າງປະດິດສ້າງ ເຂົ້າໃນເງື່ອນໄຂສະເພາະຂອງປະເທດ, ຕັດສິນໃຈລິ​ເລີ່​ມ​ການ​ປ່ຽນ​ແປງ​ໃໝ່​ຢ່າງຮອບດ້ານ, ຊອກ​ຫາ​ເສັ້ນທາງ​ທີ່​ເໝາະ​ສົມ ​ເພື່ອກ້າວໄປສູ່ລັດທິ​ສັງຄົມ​ນິຍົມ​ຢູ່​ຫວຽດນາມ, ຮັກສາ​ສະຖຽນ​ລະ​ພາບ ​ແລະ ພັດທະນາ​ປະ​ເທດ. ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI ຂອງ​ພັກ​ໃນ​ປີ 1986 ​ໄດ້​ກຳນົດແນວທາງການປ່ຽນແປງໃໝ່, ​ເປັນ​ຂີດ​ໝາຍ​ບາດ​ລ້ຽວ​ສຳຄັນ ​ໃນ​ວິວັດທະນາການຂ້າມຜ່ານໄປສູ່ລັດທິ​ສັງຄົມ​ນິຍົມ​ຢູ່​ຫວຽດນາມ.

ເມື່ອສັງຄົມນິຍົມທີ່ແທ້ຈິງໃນເອີຣົບຕາເວັນອອກ ແລະ ສະຫະພາບໂຊວຽດລົ້ມສະຫຼາຍ, ຄວາມເຊື່ອໝັ້ນໃນເສັ້ນທາງໄປສູ່ສັງຄົມນິຍົມກໍ່ຫຼຸດລົງຢ່າງຫຼາຍ. ດ້ວຍ​ລະດັບ​ສະຕິ​ປັນຍາທີ່ສູງ, ເຈດຈຳນົງທາງ​​ການ​ເມືອງທີ່ເຂັ້ມແຂງ ​ແລະ ຄວາມ​ອ່ອນ​ໄຫວ​ຕໍ່​ເຫດການ​​ປະຈຸ​ບັນ, ພັກ​ກອມ​ມູນິດ​ຫວຽດນາມຍັງຄົງຍຶດໝັ້ນໃນການປ່ຽນແປງໃໝ່ ຕາມທິດທາງສັງຄົມ​ນິຍົມ, ບົນ​ພື້ນຖານການໝູນໃຊ້ລັດທິມາກ-ເລ​ນິນຢ່າງປະດິດສ້າງ ​ເຂົ້າ​ໃນ​ເງື່ອນ​ໄຂ​ສະ​ເພາະ​ຂອງ​ຫວຽດນາມ. ຄວາມຕັດສິນໃຈຂອງພັກສະ​ແດງອອກ​ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VII (ປີ 1991), ​ເມື່ອ​ໄດ້​ຢືນຢັນ​ຢ່າງ​ໜັກ​ແໜ້ນ​ວ່າ: “ສຳລັບ​ປະ​ເທດຂອງ​ເຮົາ, ບໍ່​ມີ​ເສັ້ນທາງ​ອື່ນ​ໃດ​ທີ່​ຈະ​ບັນລຸ​ເອກະລາດ​ແຫ່ງ​ຊາດຢ່າງແທ້ຈິງ ແລະ ​ເສລີພາບ ແລະ ຄວາມ​ສຸກ​ຂອງ​ປະຊາຊົນ. ເຮົາຕ້ອງ​ເນັ້ນ​ໜັກ​ວ່າ, ນີ້​ແມ່ນທາງ​ເລືອກຂອງປະຫວັດສາດ​ເອງ ເຊິ່ງ​ເປັນທາງ​ເລືອກທີ່ເດັດຂາດ​ຕັ້ງ​​ແຕ່​ປີ 1930 ດ້ວຍ​ການ​ກຳ​ເນີ​ດຂອງ​ພັກ”(2). ຂະ​ບວນ​ການ​ປ່ຽນ​ແປງໃໝ່​ສືບ​ຕໍ່​ໄດ້​ຮັບ​ການ​ປະ​ຕິ​ບັດ ​ດ້ວຍຄວາມຍຶດໝັ້ນໃນ​ເປົ້າ​ໝາຍເອກະລາດແຫ່ງ​ຊາດ ແລະ ລັດ​ທິ​ສັງ​ຄົມ​ນິ​ຍົມ ​ບົນ​ພື້ນ​ຖານ​ລັດ​ທິ​ມາກ-ເລນິນ ແລະ ແນວ​ຄິດ​ໂຮ່​ຈີມິນ. ​ນັບຕັ້ງແຕ່​ນັ້ນເປັນຕົ້ນ​ມາ, ຫວຽດນາມໄດ້ບັນລຸ​ໝາກຜົນ​ທີ່ໜ້າຍິນດີ, ສ້າງ​ຮາກຖານທີ່​ສຳຄັນໃນການກ້າວໄປ​ສູ່​ໄລຍະ​ໃໝ່ ເຊິ່ງເປັນ​ໄລຍະຂອງການຍູ້ແຮງ​ການ​ຫັນ​ເປັນ​ອຸດສາຫະກຳ ຫັນເປັນທັນ​ສະ​ໄໝ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ພາຍຫຼັງເກືອບ 40 ປີແຫ່ງການປ່ຽນແປງໃໝ່ຢ່າງຮອບດ້ານ, ປະເທດໄດ້ບັນລຸບັນດາຜົນງານອັນໃຫຍ່ຫຼວງ ແລະມີຄວາມໝາຍປະຫວັດສາດຄື: ປະເທດໄດ້ພົ້ນຈາກວິກິດການເສດຖະກິດ-ສັງຄົມ; ຊຸກຍູ້​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ; ກາຍ​ເປັນ​ປະ​ເທດກຳລັງພັດທະນາ​ທີ່​ມີ​ລາຍ​ຮັບ​ປານ​ກາງ, ເສດ​ຖະ​ກິດ​ໄດ້​ຮັບ​ການ​ຍົກລະດັບ​ຂຶ້ນ ແລະມີການພັດ​ທະ​ນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ. ຫວຽດນາມ​ໄດ້ກ້າວຂຶ້ນມາຢູ່ໃນ​ກຸ່ມ 40 ປະເທດ​ເສດຖະກິດ​ແຖວ​ໜ້າ​ຂອງ​ໂລກ ແລະ ​ກຸ່ມ 20 ປະເທດ​ເສດຖະກິດ​ທີ່​ມີມູນຄ່າການ​ຄ້າສູງສຸດ​ໃນ​ໂລກ. ຂະ​ໜາດ​​ເສດ​ຖະ​ກິດ​ຂອງ​ປະ​ເທດ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ຮ້ອຍ​ເທົ່າ​ເມື່ອ​ທຽບ​ກັບ​ປີ​ທໍາ​ອິດ​ຂອງ​ການປ່ຽນແປງໃໝ່​. ຫວຽດນາມບໍ່​ພຽງ​ແຕ່​ໄດ້ມ້າງເພ​ການ​ປິດ​ລ້ອມ ​ແລະຂວ້ຳບາດ​ເທົ່າ​ນັ້ນ, ແຕ່ຍັງ​ໄດ້​ຕັ້ງໜ້າ​ແລະເປັນເຈົ້າການໃນການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ປະຊາ​ຄົມ​ໂລກ, ສ້າງ​ການ​ພົວພັນ​ທາງ​ການ​ທູດ​ກັບ 194 ປະ​ເທດ, ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ ຄູ່​ຮ່ວມ​ມື​ຮອບດ້ານ ​ກັບ​ບັນດາ​ປະ​ເທດ​ໃຫຍ່ ​ແລະ 5 ປະເທດສະມາຊິກ​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງສະຫະ​ປະຊາ​ຊາດ, ​​ເປັນ​ສະມາຊິກ​ທີ່​ຕັ້ງໜ້າ​ຂອງ​ອາ​ຊຽນ ​ແລະຫຼາຍກວ່າ 70 ​ອົງການ​ຈັດ​ຕັ້ງ​ພາກ​ພື້ນ ​ແລະ ສາກົນ, ມີ​ການ​ພົວພັນ​ທາງການຄ້າກັບ 230 ຕະຫຼາດ​ໃນ​ທະວີບຕ່າງໆ, ​​ເປັນຈຸດ​ເຊື່ອມໂຍງ​ສຳຄັນ​ໃນສັນຍາ​ການ​ຄ້າ​ເສລີ (FTA) ຈຳນວນ 17 ສະບັບທີ່​ມີ​ຜົນບັງຄັບໃຊ້ ໃນການ​ເຊື່ອມ​ໂຍງ​ກັບ​ພື້ນຖານ​ເສດຖະກິດ​ສຳຄັນ​ໃນ​ພາກ​ພື້ນ​ແລະທົ່ວ​ໂລກ. ຫວຽດນາມ​ໄດ້​ກາຍ​ເປັນ​ສັນຍາ​ລັກແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ, ມິດຕະພາບ ແລະ ກາຍເປັນຈຸດໝາຍປາຍທາງສຳລັບນັກລົງທຶນ, ນັກ​ທ່ອງ​ທ່ຽວ ແລະ ເພື່ອນມິດສາກົນ.

ເປົ້າ​ໝາຍ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມໃນການສູ້ຊົນເພື່ອ​ຄວາມ​​ສຸກແລະຄວາມຈະເລີນຮຸ່ງເຮືອງຂອງ​ປະຊາຊົນ​ໄດ້ບັນລຸ​ໝາກຜົນ​ທີ່ສຳຄັນ. ບັນດາຂົງ​ເຂດ​ການ​ສຶກສາ-ຝຶກອົບຮົມ, ວິທະຍາສາດ-​ເຕັກ​ໂນ​ໂລ​ຢີ, ສາທາລະນະ​ສຸກ ແລະອື່ນໆ ລ້ວນ​ແຕ່​ມີ​ການ​ພັດທະນາ​ຢ່າງ​ກ້າວກະໂດດ; ການພັດທະນາ​ວັດທະນະທຳ-ສັງຄົມ ແລະ ພັດທະນາຄົນໄດ້​ຮັບ​ຄວາມ​ກ້າວໜ້າຫຼາຍ​ຢ່າງ; ລະ​ບົບ​ຄຸນ​ຄ່າ​ແຫ່ງ​ຊາດ, ລະ​ບົບຄຸນ​ຄ່າ​ວັດ​ທະ​ນະ​ທຳ, ລະ​ບົບ​ຄຸນ​ຄ່າ​ຄອບ​ຄົວ ແລະ ມາດ​ຕະ​ຖານ​ມະ​ນຸດ​ຫວຽດ​ນາມ ໄດ້​ຮັບ​ການລະບຸຢ່າງ​ຈະ​ແຈ້ງ. ຫວຽດນາມ​ຖືກສະຫະ​ປະຊາ​ຊາດ ​ແລະ ບັນດາ​ເພື່ອນ​ມິດສາ​ກົນ ຖືວ່າເປັນ​ຈຸດ​ສະຫວ່າງ​ໃນ​ການ​ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ປັບປຸງ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ກໍາລັງແຮງສັງລວມຂອງ​ປະ​ເທດ​ໄດ້ຮັບການປັບປຸງ ​ແລະ ​ເພີ່ມ​ທະວີຢ່າງຕໍ່ເນື່ອງ; ການຮັກສາເອກະລາດ, ອຳນາດອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ ແລະ ທິດທາງສັງຄົມນິຍົມໄດ້ຢ່າງໝັ້ນຄົງ; ຮັກສາ​ບົດບາດ​ນຳພາ ​ແລະ ກຳອຳນາດ​ການ​ປົກຄອງ​ຂອງ​ພັກ, ຮັບປະກັນ​ບົດບາດ​ຄຸ້ມ​ຄອງ​ຢ່າງ​ມີ​ປະສິດທິ​ຜົນ ຂອງລັດແຫ່ງອຳນາດກົດໝາຍ​ສັງຄົມ​ນິຍົມຫວຽດນາມ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງຂອງປະຊາຊົນຢ່າງແຂງແຮງ; ຮັບປະກັນ​ຜົນ​ປະ​ໂຫຍ​ດສູງ​ສຸດ​ຂອງ​ຊາດ-ປະເທດຊາດ​ ບົນ​ພື້ນຖານ​ບັນດາຫຼັກການ​ພື້ນຖານ​ຂອງ​ກົດ​ບັດ​ສະຫະ​ປະຊາ​ຊາດ ​ແລະ ກົດໝາຍ​ສາກົນ, ຄວາມ​ສະ​ເໝີ​ພາບ, ການ​ຮ່ວມ​ມື​ແລະ ​ຜົນ​ປະ​ໂຫຍ​ດຮ່ວມກັນ.

ກຳລັງແຮງດ້ານ​ການ​ເມືອງ, ຈິດ​ໃຈ, ​ເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງ​ກັນປະເທດ ປ້ອງກັນ​ຄວາມໝັ້ນຄົງ ​ໄດ້​ຮັບ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ; ບັນດາ​ແຜນການຮ້າຍ ແລະ ກົນອຸບາຍມ້າງເພທຳລາຍ ຂອງອິດທິ​ກຳລັງ​ສັດຕູທັງໝົດ​ ໄດ້​ຮັບ​ການປາບປາມ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ຂະ​ບວນການ​ສ້າງຊາດ ​ແລະປົກປັກຮັກສາ​ປະ​ເທດຊາດ; ທີ່​ຕັ້ງ​ແລະກຽດ​ສັກ​ສີ​ຂອງ​ຫວຽດນາມ​ໃນ​ເວທີ​ສາກົນ​ໄດ້​ຮັບ​ການ​ຢືນຢັນ ​ແລະຍົກລະດັບເພີ່ມຂຶ້ນ.   

ທິດ​ສະ​ດີກ່ຽວກັບແນວທາງ​ການ​ປ່ຽນ​ແປງ​ໃໝ່, ກ່ຽວກັບລັດທິ​ສັງຄົມ​ນິຍົມ ​ແລະ ​ເສັ້ນທາງກ້າວໄປ​ສູ່ລັດທິສັງຄົມ​ນິຍົມ​ຢູ່​ປະ​ເທດ​ເຮົາ ນັບ​ມື້​ນັບ​ໄດ້​ຮັບ​ການ​ເສີມ​ສ້າງ ​ແລະປັບປຸງໃຫ້ສົມບູນ​ແບບ. ພັກ​ກອມ​ມູນິດ​ຫວຽດນາມຍຶດໝັ້ນ ແລະ ໝູນໃຊ້​ທິດ​ສະ​ດີຂອງ​ລັດທິ​ມາກ-​ເລ​ນິນ​ແລະ​ແນວ​ຄິດ​ໂຮ່ຈີ​ມິນ ເຂົ້າກັບແນວທາງການສ້າງລັດທິສັງຄົມນິຍົມໃນຫວຽດນາມ ຢ່າງ​ຕໍ່ເນື່ອງ​ແລະ​ປະດິດ​ສ້າງ; ສະຫຼຸບ​ສັງ​ລວມພຶດຕິກຳ, ​ເພີ່ມເຕີມ​ແລະພັດທະນາ​ທິດ​ສະ​ດີກ່ຽວກັບລັດທິ​ສັງຄົມ​ນິຍົມ ​ແລະ ​ເສັ້ນທາງ​ກ້າວ​ໄປ​ສູ່ລັດທິ​ສັງຄົມ​ນິຍົມໃນຫວຽດນາມຢ່າງສະໝ່ຳສະເໝີ​ ໃຫ້​ເໝາະ​ສົມ​ກັບ​ພາກປະຕິບັດ​​ພັດທະນາ​ໃນໄລຍະເວລາ. ບົນ​ພື້ນຖານ​ນັ້ນ, ພັກນຳພາ​ປະ​ເທດກ້າວ​ຢ່າງ​ໜັກ​ແໜ້ນ ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ແລະສິ່ງທ້າ​ທາຍທັງໝົດ, ຊຸກຍູ້​ຂະ​ບວນການປ່ຽນແປງໃໝ່​ຢ່າງ​ຮອບດ້ານຄົບຊຸດແລະບໍ່ຢຸດຢັ້ງ, ​ປຸກຕື່ນ​ຈິດ​ໃຈ​ຮັກ​ຊາດ ແລະ ຄວາມປາດຖະໜາທີ່ຈະພັດທະນາປະເທດ​ໃຫ້​ຈະເລີນຮຸ່ງເຮືອງ, ຮັ່ງມີ​ເຂັ້ມ​ແຂງ ແລະມີຄວາມສຸກ. ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ ​ແລະ ມີຄວາມໝາຍປະຫວັດສາດ​ຂອງ​ປະ​ເທດ​ໃນ​ໄລຍະ​ເກືອບ 40 ປີ​ແຫ່ງ​ການ​ປະຕິບັດ​ຂະ​ບວນການ​ປ່ຽນແປງໃໝ່ນັ້ນ ​ໄດ້​ສ້າງ​ພື້ນຖານ ​ແລະ ກຳລັງ​ແຮງຜັກດັນ​ໃຫ້​ການ​ພັດທະນາ​ປະເທດ​ກ້າວ​ກະ​ໂດດຂຶ້ນສູ່ລະດັບສູງ.

ຕະຫຼອດ​ຂະ​ບວນ​ການ​ປະ​ຕິ​ວັດ​ຂອງ​ຫວຽດ​ນາມ, ພັກ​ກອມ​ມູ​ນິດ​ຫວຽດ​ນາມໄດ້​ຝຶກ​ອົບ​ຮົມເຈດຈຳນົງແລະຄວາມກ້າຫານທາງ​ການ​ເມືອງ​, ຍົກ​ສູງ​ຄວາມ​ສາ​ມາດ​ນຳ​ພາ ​ແລະ​ກຳ​ລັງແຮງ​ຕໍ່​ສູ້ຢ່າງ​ບໍ່​ຢຸດ​ຢັ້ງ.​ ໃນ​ທຸກ​ສະຖານະການ, ພັກ​ເຊື່ອ​ໝັ້ນ​ຢ່າງໝັ້ນຄົງສະເໝີໃນຄວາມ​ຖືກຕ້ອງ, ລັກສະນະ​ວິທະຍາສາດ, ຈິດ​ໃຈ​ຊະນະເລີດ​ ຂອງ​ລັດທິມາກ-​ເລ​ນິນ ​ແລະ ​ແນວ​ຄິດ​ໂຮ່ຈິີມິນ; ​ເຊື່ອ​ໝັ້ນໃນ​ໄຊຊະນະ​ທີ່ຫຼີກລ້ຽງ​ບໍ່​ໄດ້​ ຂອງພາລະກິດ​ການ​ປະຕິວັດ​ ທີ່​ພັກເຮົາ, ປະຊາຊົນເຮົາ ​ແລະ ປະທານ​ໂຮ່ຈີ​ມິນ ​ໄດ້​ເລືອກ. ເຖິງ​ວ່າ​ຈະ​ປະເຊີນ​ກັບ​ຄວາມ​ຫຍຸ້ງຍາກລຳບາກ ​ແລະ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ກໍ່ຕາມ, ​ແຕ່​ພັກ​ກອມ​ມູນິດ​ຫວຽດນາມ ຍາມ​ໃດ​ກໍ່​ເຊື່ອ​ໝັ້ນ​ໃນ​ກຳລັງ​ແຮງ​ຂອງ​ປະຊາຊົນ, ພ້ອມ​ແລ້ວ​ທີ່​ຈະ​ຕໍ່ສູ້​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ ​ແລະ ມີ​ວິທີ​ເຕົ້າ​ໂຮມ ​ແລະ ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ປະຊາຊົນ. ການມີເຈດຈຳນົງອັນ​ໝັ້ນຄົງກ້າແກ່ນນັ້ນກໍໍມາຈາກການທີ່ພັກໄດ້ຝຶກຝົນເຈດຈຳນົງ​ປະຕິວັດຢ່າງບໍ່ຢຸດຢັ້ງ, ປັບປຸງແລະປ່ຽນແປງໃໝ່ການຈັດຕັ້ງຢ່າງເປັນປະຈຳ ແລະ​ ເພີ່ມ​ທະວີ​ຄວາມ​ສາມັກ​ຄີເປັນເອກະພາບ​ໃນ​ພັກ ​ແລະ ຄວາມສາມັກຄີຂອງ​ປວງ​ຊົນ​ທັງ​ຊາດ. ຜ່ານ​ບັນດາ​ໄລຍະ​ແຫ່ງ​ການ​ປະຕິວັດ, ພັກ​ໄດ້ສະຫຼຸບ​ປະສົບ​ການການ​ຕໍ່ສູ້​ຢ່າງ​ທັນ​ການ​ແລະ​ແທດ​ຈິງ, ຜ່ານ​ນັ້ນ​ ໄດ້​ຝຶກ​ຝົນ​ຫຼໍ່​ຫຼອມ​ເຈດຈຳນົງ ແລະຈິດ​ໃຈ​ປະຕິວັດ ​ຂອງ​ສະມາຊິກ​ພັກ ​ແລະ ມະຫາ​ຊົນ, ສ້າງ​ຄວາມເປັນເຈົ້າການ​ໃນ​ສະຖານະ​ການ​ໃໝ່ໆ ແລະ ພ້ອມທີ່ຈະ​ປະເຊີນ​ກັບ​ສິ່ງ​ທ້າ​ທາຍ​ໃໝ່. ເຈດຈຳນົງອັນໝັ້ນຄົງກ້າແກ່ນຂອງພັກກອມມູນິດຫວຽດນາມ ຍັງສະແດງອອກ ແລະ ເກີດຈາກຄວາມຈິງທີ່ວ່າ ພັກຍາມໃດກໍເອົາໃຈໃສ່ເຖິງການປ່ຽນແປງໃໝ່ແລະດັດແກ້ດ້ວຍຕົນເອງ, ຍອມຮັບຮູ້ຢ່າງຈິງຈັງ ແລະ ຕໍ່ສູ້ຢ່າງເດັດດ່ຽວ ກັບຂໍ້ຈຳກັດໃນການວາງແຜນ ແລະ ການຈັດຕັ້ງປະຕິບັດແນວທາງປະຕິວັດ; ຕໍ່ສູ້​ຢ່າງບໍ່ປະນີປະນອມກັບ​ປະກົດ​ການ​ຫຍໍ້​ທໍ້​ຕ່າງໆ​ພາຍ​ໃນ​ພັກ, ຂັບ​ໄລ່​ຜູ້​ທີ່​ບໍ່​ຮັກສາ​ຄຸນທຳ ຄຸນສົມບັດປະຕິວັດ ​ແລະ ບໍ່​ກະຕືລືລົ້ນທີ່ຈະ​ຕໍ່ສູ້ອີກຕໍ່ໄປ ອອກຈາກພັກ.

ພັກ​ກອມ​ມູນິດ​ຫວຽດນາມນຳພາ​ປະ​ເທດ​​ກ້າວຢ່າງໝັ້ນຄົງ​ສູ່​ຍຸກ​ໃໝ່ ຍຸກ​ແຫ່ງ​ການກ້າວໜ້າ
ພັດທະນາ​ຢ່າງໝັ້ນຄົງ​ແລະ​ເຂັ້ມ​ແຂງ
, ​ຄຽງບ່າຄຽງໄຫຼ່​ກັບປະ​ເທດ​ມະຫາ​ອຳນາດ​ໃນ​ໂລກ

ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ທີ່​ໄດ້​ຮັບ​ໃນ​ຕະຫຼອດ 95 ປີຜ່ານມາ​ ແມ່ນ​ມາ​ຈາກ​ເສັ້ນທາງ​ການ​ປະຕິວັດ​ອັນ​ຖືກຕ້ອງ ​ທີ່​ພັກ​ກອມ​ມູນິດ​ຫວຽດນາມ, ປະຊາຊົນ​ຫວຽດນາມ ​ແລະ ປະທານ​ໂຮ່ຈີມິນ ​ໄດ້​ເລືອກ​ເອົາ; ຈາກຄວາມສາມາດທາງ​ການ​ເມືອງ ​ແລະ ການ​ນຳພາ​ທີ່​ເກ່ງກ້າສາມາດ ​ແລະສະຫຼາດສ່ອງໃສ ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ເຊິ່ງເປັນພັກ​ທີ່ຍຶດ​ຖື​ການ​ຮັບ​ໃຊ້​ປະຊາຊົນ​ເປັນວິຖີ​ຊີວິດ​ ແລະ​ເປົ້າ​ໝາຍສູ້ຊົນຂອງຕົນ, ຍາມ​ໃດ​ກໍ່​ຈົງ​ຮັກ​ພັກດີ​ຕໍ່​ຜົນ​ປະ​ໂຫຍ​ດຂອງ​​ຊາດ​ແລະປະຊາຊົນ ຢ່າງແທ້ຈິງແລະບໍ່ມີທີ່ສິ້ນສຸດ; ຈາກ​ກຳລັງ​ແຮງ​ອັນ​ໃຫຍ່​ຫຼວງ​ຂອງ​ນ້ຳ​ໃຈ​ຮັກ​ຊາດ, ຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ປວງຊົນທັງ​ຊາດ; ຈາກ​ຄວາມ​ມານະ​ພະຍາຍາມ ​ແລະ ຄວາມ​ຕັດສິນ​ໃຈ, ເຈດຈຳນົງອີງໃສ່ຕົນເອງສ້າງຄວາມເຂັ້ມແຂງດ້ວຍ​ຕົນ​ເອງ, ຄວາມປາຖະໜາອັນແຮງກ້າເພື່ອເອກະລາດ, ເສລີພາບ ແລະ ຄວາມສຸກຂອງພັກ, ລັດ ແລະປະຊາຊົນຫວຽດນາມ; ຈາກ​ການສະໜັບສະ​ໜູນແລະການ​ຊ່ວຍເຫຼືອ​ອັນ​ລ້ຳ​ຄ່າ ​ທີ່ເພື່ອນ​ມິດ​ສາ​ກົນ ແລະ ປະ​ຊາ​ຊົນທົ່ວ​ໂລກ​ມອບ​ໃຫ້​ຫວຽດ​ນາມ.

ຜົນງານການປະຕິວັດອັນຍິ່ງໃຫຍ່ນັ້ນ ຍັງມາຈາກການເສຍສະຫຼະຂອງວີລະບຸລຸດ ແລະຜູ້ສະຫຼະຊີວິດນັບລ້ານຄົນທີ່ລົ້ມຕາຍເພື່ອເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດຫວຽດນາມ ແລະ ພັນທະສາກົນອັນສູງສົ່ງ; ​ການ​ປະກອບສ່ວນ​ອັນຍິ່ງ​ໃຫຍ່​ຂອງ​ປະຊາຊົນ​ເຊິ່ງ​ຜ່ານ​ຄວາມ​ຫຍຸ້ງຍາກ​ລຳບາກ​ຫຼາຍ​ຢ່າງ ທັງ​ໃນ​ການ​ອອກ​ແຮງ​ງານແລະຄວາມຄິດ​ປະດິດສ້າງ ​ໃນການ​ກໍ່ສ້າງ​ ແລະປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມຫວຽດນາມນັ້ນ ສົມຄວນໄດ້ຮັບການ​ເຄົາລົບ ​ແລະຄວາມ​ພາກພູມ​ໃຈສູງສຸດ. ນີ້ແມ່ນແຫຼ່ງແຮງບັນດານໃຈອັນຍິ່ງໃຫຍ່ ແລະ ໃນເວລາດຽວກັນກໍຮຽກຮ້ອງໃຫ້ທຸກຄົນດໍາລົງຊີວິດ ແລະເຮັດວຽກ ຢ່າງມີຄວາມຮັບຜິດຊອບຫຼາຍຂຶ້ນ; ພວກ​ເຮົາ​ຕ້ອງ​ບໍ່​ເພີງພໍ​ໃຈ​ກັບ​ຜົນ​ສໍາ​ເລັດ ແລະ ແນ່ນອນວ່າ ​ບໍ່​ຍອມ​ໃຫ້​ຕົນ​ເອງມີສິດທີ່ຈະເພີດເພີນກັບຜົນແຫ່ງ​ຄວາມ​ລໍາ​ບາກ​ ແລະ​ການ​ເສຍ​ສະຫຼະ ​ຂອງ​ບັນພະບຸລຸດຫຼາຍລຸ້ນ ຢ່າງບໍ່ຮັບຜິດຊອບ. ຊາວ​ຫວຽດ​ນາມ​ທຸກ​ຄົນ​ຕ້ອງສືບ​ທອດ, ​ສືບ​ຕໍ່, ເສີມຂະຫຍາຍ ແລະ ​ເຜີຍ​ແຜ່​ຄຸນ​ຄ່າມູນເຊື້ອ​ຂອງ​ຊາດແລະການ​ປະ​ຕິ​ວັດ ​ໃນ​ສະ​ພາບ​ການ​ໃໝ່.

ປະຈຸ​ບັນ, ໂລກ​ພວມ​ຢູ່​ໃນ​ໄລຍະ​ແຫ່ງ​ການ​ປ່ຽນ​ແປງທີ່ມີລັກສະນະຍຸກສະໄໝ. ສະພາບ​ແວດ​ລ້ອມດ້ານ​ຄວາມ​ໝັ້ນຄົງ​ສາກົນ​ນັບ​ມື້​ນັບ​ເຄັ່ງ​ຕຶງ​ແລະສັບສົນ; ການຕໍ່ສູ້ແລະການແຂ່ງຂັນລະຫວ່າງປະເທດມີຄວາມຮຸນແຮງຫຼາຍຂຶ້ນ; ​ກຳລັງ​ຝ່າຍ​ຊ້າຍ, ກຳລັງ​ທີ່​ກ້າວໜ້າ ​ແລະ ຂະບວນການ​ສັງຄົມ​ນິຍົມ​ ສືບ​ຕໍ່​ພັດທະນາ ​ແຕ່​ຍັງ​ປະເຊີນ​ກັບ​ຄວາມ​ຫຍຸ້ງຍາກ; ບັນດານອິດທິກໍາລັງສັດຕູແລະປະຕິການ ກໍາລັງປະຕິບັດຍຸດທະສາດ "ການຫັນປ່ຽນໂດຍສັນຕິ" ຢ່າງຂຸ້ນຂ້ຽວ ດ້ວຍກົນອຸບາຍທີ່ເລິກແລບແນບບຽນ ແລະ ອັນຕະລາຍ. ການ​ປະຕິວັດອຸດສາຫະກຳ​ຄັ້ງທີ 4, ການ​ເປັນຮູບເປັນຮ່າງຂອງ​ພື້ນຖານ​ເສດຖະກິດ​ພູມປັນຍາ ແລະສັງຄົມແຫ່ງ​ຄວາມ​ຮູ້, ​ຮຽກຮ້ອງໃຫ້ມີການປ່ຽນແປງຮູບແບບ​ເສດຖະກິດ​ ຈາກ​ລວງ​ກວ້າງໄປສູ່ລວງ​ເລິກ, ປັບໂຄງສ້າງ​ເສດຖະກິດ​ຄືນ​ໃໝ່​ໃຫ້​ມີ​ຄຸນ​ນະພາ​ບ, ປະສິດທິພາບ, ມີຄວາມ​ສາມາດໃນການແຂ່ງຂັນສູງ... ທັງສ້າງໂອກາດແລະຄວາມສະດວກດີ ທັງນຳມາເຊິ່ງຄວາມທ້າທາຍອັນໃຫຍ່ຫຼວງ ຕໍ່ພາລະກິດສ້າງສາ ແລະ ປົກປັກຮັກສາປະ​ເທດ​ຊາດ.

ບົດຮຽນແຫ່ງການ​ນຳພາ​ການ​ປະຕິວັດ​ໃນເກືອບໜຶ່ງ​ສະຕະວັດ​ຜ່ານ​ມາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​​ສະ​ແດງ​ໃຫ້​ເຫັນ​ວ່າ: ​ໂອກາດ​ບໍ່​ໄດ້​ມາ​ໂດຍ​ຕົວຂອງມັນ​ເອງ ​ແຕ່ເນື່ອງມາຈາກ​ປະ​ເທດມີຄວາມກຽມພ້ອມຕໍ່​ໂອກາດ ແລະ ມີຄວາມອ່ອນໄຫວໃນການກຳ​ເອົາ​ໂອກາດ​ທີ່ຖືກຕ້ອງ; ການຜ່ານຜ່າຄວາມ​ທ້າ​ທາຍ​ແມ່ນ​ໂອ​ກາດ​ທີ່​ໃຫຍ່​ທີ່​ສຸດ​. ສະພາບ​ການ​ໂລກ​ຮຽກຮ້ອງ ​ແລະ ສ້າງ​ກາລະ​ໂອກາດ​ເພື່ອ​ໃຫ້ຫວຽດນາມສືບ​ຕໍ່ພາລະກິດການປ່ຽນແປງໃໝ່​ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ທີ່ຍິ່ງໃຫຍ່​ກວ່າ, ບາດກ້າວທີ່ໜັກແໜ້ນກວ່າ, ຄວາມໄວທີ່​ໄວ​ກ່ວາ, ຄວາມຕັດສິນໃຈ​ບຸກທະລຸທີ່ແຂງແຮງກວ່າ. ພ້ອມ​ກັນ​ນັ້ນ, ຍຸກ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ການພັດທະນາ ​ແລະ ການ​ເຊື່ອມ​ໂຍງສາກົນ ​ໄດ້​ຍົກສູງ​ກຳລັງ​ແຮງ, ບົດບາດທີ່​ຕັ້ງ​ຂອງ​ປະ​ເທດ ແລະ ​ເພີ່ມ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ, ສ້າງ​ກຳລັງ​ແຮງ​ໃຫ້​ແກ່​ປະ​ເທດ. ນີ້​ແມ່ນ​ເວລາ​ທີ່​ຄຸນຄ່າ​ຂອງ​ຊາດ​ແລະຍຸກ​ສະ​ໄໝ, ຂອງມູນເຊື່ອ​ແລະຄວາມຮ່ວມສະໄໝ, ຂອງວັດຖຸ​ແລະຈິດ​ວິນ​ຍານ ມາບັນຈວບກັນ; ເຈດຕະນາລົມ​ຂອງ​ພັກກຳລັງປະສານກັບຈິດໃຈຂອງ​ປະ​ຊາ​ຊົນ​ໃນການມຸ່ງຫວັງ​ພັດ​ທະ​ນາ​ປະ​ເທດ​ໃຫ້​ຈະເລີນເຂັ້ມ​ແຂງ. ຍຸກໃໝ່ກຳລັງເລີ່ມຕົ້ນຂຶ້ນ, ຄວາມຊັກຊ້າກຳລັງເຮັດໃຫ້ສູນເສຍໂອກາດໃນການພັດທະນາ. ໃນເວລາທີ່ສຳຄັນນີ້, ຈຳເປັນທີ່ຈະຕ້ອງ​ເສີມຂະຫຍາຍ​ຈິດ​ໃຈ “​ເປັນ​ເຈົ້າ​ຕົນ​ເອງ, ໝັ້ນ​ໃຈ​ໃນຕົນ​ເອງ, ​ອີງໃສ່​ຕົນ​ເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຊາດ”, ຖື​ເອົາ​ຄວາມ​ສາມັກຄີ​ແຫ່ງ​ຊາດ ​ແລະ ຄວາມສາມັກຄີ​ສາກົນອັນ​ບໍລິສຸດ​ຜຸດຜ່ອງ​ ເປັນ​ກຳລັງ​ຂັບເຄື່ອນ, ການລະດົມ​ກຳລັງ​ແຮງ​ຂອງ​ປະຊາຊົນ ແລະ ​ການເຊື່ອມ​ໂຍງຢ່າງແໜ້ນແຟ້ນລະຫວ່າງເຈດຕະນາລົມຂອງພັກກັບຈິດໃຈ​ປະຊາຊົນ​ ເປັນ​ຮາກ​ຖານ, ນຳ​ປະ​ເທດເຂົ້າສູ່​ຍຸກ​​ໃໝ່ ເຊິ່ງແມ່ນຍຸກແຫ່ງການພັດທະນາທີ່ຈະເລີນຮຸ່ງເຮືອງ, ​ຄຽງ​ບ່າຄຽງໄຫຼ່​ກັບ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ໃນ​ໂລກ, ມານະ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ, ປະກອບສ່ວນ​ຫຼາຍ​ກວ່າ​ອີກ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ ໃນ​ພາກ​ພື້ນແລະ​ໃນ​ໂລກ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກ, ທົ່ວພັກແລະປະຊາຊົນຫວຽດນາມທັງໝົດ ກຳລັງອອກແຮງສູ້ຊົນເລັ່ງລັດດຳເນີນການ ແລະ ບັນລຸເສັ້ນໄຊໃນການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກຢ່າງສຳເລັດຜົນ ໂດຍມຸ່ງສູ່ການຄົບຮອບ 80 ປີແຫ່ງການປະກາດເອກະລາດ ແລະ ການສະຖາປະນາສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ເຊິ່ງປະຈຸບັນແມ່ນສາທາລະນະລັດ ສັງຄົມນິຍົມຫວຽດນາມ ແລະ ຄົບຮອບ 50 ປີແຫ່ງການໂຮມປະເທດເປັນເອກະພາບ; ຕັດສິນໃຈປະຕິບັດໃຫ້ບັນລຸເປົ້າໝາຍການພັດທະນາຮອດປີ 2030, ຄົບຮອບ 100 ປີແຫ່ງວັນສ້າງຕັ້ງພັກ ແລະ ປີ 2045, ຄົບຮອບ 100 ປີແຫ່ງວັນສະຖາປະນາສາທາລະນະລັດ ປະຊາທິປະໄຕຫວຽດນາມ ເຊິ່ງປະຈຸບັນແມ່ນ ສາທາລະນະລັດສັງຄົມນິຍົມຫວຽດນາມ, ເຮັດໃຫ້ຫວຽດນາມກາຍເປັນປະເທດທີ່ພັດທະນາແລ້ວ ມີລາຍຮັບສູງ, ປະຊາຊົນມີຊີວິດການເປັນຢູ່ທີ່ອີ່ມໜຳສຳລານ ແລະຜາສຸກ, ອາໄສຢູ່ໃນສະພາບແວດລ້ອມທີ່ໝັ້ນຄົງ, ປອດໄພ, ສະບາຍໃຈ ແລະ ບໍ່ມີໃຜຖືກປະໄວ້ຂ້າງຫຼັງ. ຕໍ່ໜ້າ​ບັນດາ​ເຫດການທີ່ສຳຄັນເຫຼົ່ານັ້ນ, ພະນັກງານ, ສະມາຊິກ​ພັກ​ ແລະປະຊາຊົນ​ ກໍາລັງລໍຖ້າ ແລະ ມີ​ຄວາມຄາດຫວັງ​ອັນ​ໃຫຍ່​ຫຼວງ ຕໍ່ການ​ຕັດສິນ​ໃຈ​ນະໂຍບາຍໃໝ່ທີ່​ເຂັ້ມ​ແຂງ ສະຫຼາດສ່ອງໃສ ແລະ ມີລັກສະນະບຸກທະລຸຂອງ​ພັກ.

ບົດຮຽນປະສົບການການນຳພາການປະຕິວັດເກືອບໜຶ່ງສະຕະວັດທີ່ຜ່ານມາ ຍັງສະແດງໃຫ້ເຫັນວ່າ ໃນເວລາສຳຄັນນີ້, ຍິ່ງກວ່າເວລາໃດໝົດ, ພັກກອມມູນິດຫວຽດນາມ ຈຳເປັນຕ້ອງປັບປຸງເຈດຈຳນົງອັນກ້າແກ່ນ, ພັດທະນາສະຕິປັນຍາ ແລະ ເສີມຂະຫຍາຍກຳລັງແຮງຕໍ່ສູ້ ເພື່ອຕອບສະໜອງຄວາມຕ້ອງການ ແລະ ໜ້າທີ່ຂອງການປະຕິວັດ. ຕ້ອງສຸມໃສ່ສືບຕໍ່ຊຸກຍູ້ວຽກງານກໍ່ສ້າງແລະປັບປຸງພັກ ແລະ ລະບອບການເມືອງ ໃຫ້ມີຄວາມສະອາດແລະໝັ້ນຄົງເຂັ້ມແຂງ ຢ່າງແທ້ຈິງ; ຝຶກ​ຝົນ​ຫຼໍ່​ຫຼອມເຈດຈຳນົງກ້າແກ່ນ​ດ້ານ​ການ​ເມືອງ​ຢ່າງ​ບໍ່​ຢຸດ​ຢັ້ງ, ຍົກ​ສູງ​ຄວາມ​ສາມາດ​ນຳພາ ​ແລະ ຄວາມສາມາດກຳອຳນາດ​ຂອງ​ພັກ; ​ເດັດດ່ຽວໜຽວແໜ້ນໃນການປ້ອງກັນແລະຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ຄວາມຫຍໍ້ທໍ້ ​ແລະ ຄວາມສິ້ນເປືອງ. ພັກນຳພາການຈັດຕັ້ງປະຕິບັດບັນດາບັນຫາທີ່ໄດ້ວາງອອກມາ ແລະ ພວມໄດ້ວາງອອກມາ ຢ່າງມີປະສິດທິຜົນ, ພ້ອມກັນນັ້ນກໍສ້າງພື້ນທີ່ພັດທະນາໃໝ່ ດ້ວຍການສະຫຼຸບສັງລວມ ແລະ ສືບທອດແກ່ນແທ້ຂອງມູນເຊື້ອ, ຢຶດຖື ແລະ ເສີມຂະຫຍາຍຄຸນຄ່າແຫ່ງຍຸກສະໄໝ ແລະ ໂອກາດໃໝ່ໆແຫ່ງຍຸກສະໄໝ; ຕ້ອງ​ສ້າງ​ພັກ​ໃຫ້ໝັ້ນຄົງ​ເຂັ້ມ​ແຂງ ແລະ ພັກ​ຕ້ອງ​ກາຍ​ເປັນ​ອົງ​ການ​ຈັດ​ຕັ້ງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ເທດ​ຊາດ; ພັກ​ແມ່ນ​ຄຸນສົມບັດ​ສິນ​ທຳ ແລະມີອາລະຍະທຳ, ​ເປັນ​ສັນຍາ​ລັກ​ແຫ່ງ​ສະຕິ​ປັນຍາ ແລະ ເຈດຈຳນົງກ້າແກ່ນ​ຂອງ​ຊາດ, ​ເປັນຜູ້ນຳໜ້າ ນຳພາ​ທົ່ວ​ປວງ​ຊົນ​ດ້ວຍ​ຈິດ​ໃຈ​ກ້າ​ຄິດ, ກ້າ​ເວົ້າ, ​ກ້າ​ເຮັດ, ກ້າ​​ຮັບຜິດຊອບ ແລະ ນຳໜ້າບຸກ​ເບີກ.

ພຶດຕິກຳຕົວຈິງ​ຂອງການປະຕິວັດ​ຫວຽດ​ນາມສະ​ແດງ​ໃຫ້​ເຫັນ​ວ່າ ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່ແຕ່​ລະ​ຄັ້ງ​ລ້ວນ​ແຕ່​ເປີດ​ໄລ​ຍະ​ການ​ພັດ​ທະ​ນາ​ໃໝ່ ດ້ວຍຄວາມສະດວກດີຫຼາຍ​ຢ່າງ ແລະ ໃນເວລາດຽວກັນນັ້ນ ​ກໍສ້າງ​ຄວາມ​ຮັບ​ຜິດ​ຊອບ​ໃໝ່ ແລະ ສູງຂຶ້ນ ໃຫ້ກັບ​ທົ່ວ​ພັກ ແລະ ທົ່ວ​ປວງ​ຊົນ. ເພື່ອສືບຕໍ່ເພີ່ມທະວີຄວາມກ້າແກ່ນດ້າງການເມືອງ, ຄວາມສາມາດນຳພາ, ຄວາມສາມາດກຳອຳນາດ ແລະ ກຳລັງແຮງຕໍ່ສູ້ຂອງພັກ, ​ນຳພາພາລະກິດການ​ປະຕິ​ວັດກ້າວໄປຂ້າງໜ້າຢ່າງໝັ້ນຄົງ​ໃນ​ຍຸກ​ໃໝ່, ຈຳເປັນຕ້ອງ​ໃຫ້​ພັກ​ຍຶດໝັ້ນ​ເປົ້າໝາຍ​ເອກະລາດ​ແຫ່ງ​ຊາດ ​ແລະ ລັດທິສັງຄົມ​ນິຍົມ ບົນ​ພື້ນຖານຂອງ​ລັດທິມາກ-​ເລ​ນິນ ​ແລະ ​ແນວ​ຄິດ​ໂຮ່ຈີມິນ; ເພິ່ງພາ​ກຳລັງ​ແຮງຂອງປະຊາຊົນ​ຢ່າງໝັ້ນຄົງ, ເສີມຂະຫຍາຍປະຊາທິປະ​ໄຕ, ​ເຕົ້າ​ໂຮມ​ກຳລັງແຮງຂອງ​ປະຊາຊົນ​ໃຫ້ສູງ ​ເພື່ອເປົ້າໝາຍໃນການ​ນຳ​ຜົນ​ປະ​ໂຫຍ​ດແລະຄວາມ​​ສຸກ ມາ​ໃຫ້​ປະຊາຊົນ; ປະສານສົມທົບ​ ແລະເສີມຂະຫຍາຍໃນລະດັບ​ສູງ ​ກຳລັງ​ແຮງ​ຂອງ​​ຊາດ ແລະກຳລັງ​ແຮງ​ຂອງ​ຍຸກສະໄໝ ໃນຍຸກ​ໃໝ່; ຮັບປະກັນ​ການ​ຮັກສາ​ເອກະລາດ, ຄວາມເປັນເຈົ້າຕົນເອງ ​ແລະ ອຳນາດອະທິປະ​ໄຕ​ຂອງ​ຊາດ ​ໃນ​ທຸກ​ສະຖານະການ. ພ້ອມ​ກັນ​ນັ້ນ, ພັກ​ຕ້ອງ​ເພີ່ມ​ທະວີ​ຄວາມກ້າແກ່ນ, ​ເຈດ​ຈຳນົງ ​ແລະ ​ຈິດໃຈເດັດດ່ຽວ​​ໃນ​ການ​ເຄື່ອນ​ໄຫວ​ຂອງ​ພະນັກງານ, ສະມາຊິກ​ພັກ ​ໃນ​ແຕ່​ລະ​ຕຳ​ແໜ່​ງການງານຂອງຕົນ; ຕໍ່ສູ້​ຢ່າງ​ເດັດດ່ຽວຕ້ານບັນດາ​ສັນຍານ​ແຫ່ງຄວາມ​ຊຸດ​ໂຊມ​ດ້ານແນວຄິດ​ການ​ເມືອງ, ຄຸນສົມບັດສິນທຳ, ວິຖີ​ຊີວິດ, ການຂາດສັດທາ ​ແລະ ຄວາມ​ປາດ​ຖະໜາໃນການ​ພັດທະນາ.

ການສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກ ກໍແມ່ນໂອກາດເພື່ອໃຫ້ປະຊາຊົນຫວຽດນາມທຸກຄົນໄດ້ຫວນຄືນບັນດາໄລຍະທາງເກືອບໜຶ່ງສະຕະວັດຂອງການປະຕິວັດຫວຽດນາມ, ຫວນຄືນເບິ່ງແຕ່ລະຍຸກສະໄໝອັນຮຸ່ງເຮືອງເຫຼືອງເຫຼື້ອມ ທີ່ໄດ້ເປີດໂອກາດໃຫ້ປະຊາຊົນຫວຽດນາມ ພາຍໃຕ້ການນຳພາຂອງພັກ. ຄວາມເອກອ້າງທະນົງໃຈຕໍ່ພັກທີ່ສະຫງ່າລາສີ, ຊາດຫວຽດນາມທີ່ວີລະອາດຫານ, ລຸງໂຮ່ຜູ້ຍິ່ງໃຫຍ່ ໄດ້ສ້າງແຮງບັນດານໃຈໃຫ້ພະນັກງານ, ສະມາຊິກພັກພວກເຮົາທຸກຄົນ ມີເຈດຈຳນົງອັນສຸງສົ່ງ, ຄວາມເປັນຈິດໜຶ່ງໃຈດຽວກັນ ພ້ອມກັນກັບທົ່ວພັກແລະປະຊາຊົນທັງຊາດ ກ້າວເດີນຢ່າງໝັ້ນຄົງສູ່ຄວາມສຳເລັດ ໃນຍຸກສະໄໝແຫ່ງການພັດທະນາຢ່າງຈະເລີນຮຸ່ງເຮືອງ, ຄຽງບ່າຄຽງໄຫຼ່ກັບບັນດາປະເທດມະຫາອຳນາດໃນຫ້າທະວີບ ຕາມຄວາມປາດຖະໜາຂອງປະທານ ໂຮ່ຈີມິນ ທີ່ເຄົາລົບຮັກ - ຜູ້ກໍ່ຕັ້ງ ແລະ ຝຶກຝົນຫຼໍ່ຫຼອມພັກກອມມູນິດຫວຽດນາມທີ່ສະຫງ່າລາສີ./.

---------------------------

(1) ເອກະສານຄົບຊຸດຂອງພັກ, ສພຈ. ການເມືອງແຫ່ງຊາດ, ຮ່າໂນ້ຍ, 2004, ເຫຼັ້ມ 37, ໜ້າ 471.
(2) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 1991, ໜ້າ 109.