ພັກກອມມູນິດຫວຽດນາມ:
95 ປີແຫ່ງການບຸກເບີກເພື່ອປະເທດຊາດ ແລະ ປະຊາຊົນ
95 ປີແຫ່ງການບຸກເບີກເພື່ອປະເທດຊາດ ແລະ ປະຊາຊົນ
ພັກເດັດດ່ຽວນຳພາປະຊາຊົນຫວຽດນາມປະຕິບັດຄວາມປາດຖະໜາໃນເອກະລາດ,
ເສລີພາບ ແລະ ການກໍ່ສ້າງລັດທິສັງຄົມນິຍົມ.
ກອງປະຊຸມສ້າງຕັ້ງພັກກອມມູນິດຫວຽດນາມ ວັນທີ 3 ກຸມພາ 1930 (ພາບແຕ້ມໂດຍຈິດຕະກອນຟານ ເກ໋ ບິ໊ງ) _ແຫຼ່ງ: ຫໍພິພິທະພັນ ໂຮ່ຈີມິນ
ເພື່ອບັນລຸເປົ້າໝາຍສຳຄັນໃນການລົບລ້າງລະບອບກົດຂີ່ຂູດຮີດ ຂອງພວກລ່າເມືອງຂຶ້ນ ແລະ ສັກດິນາ, ກາຍເປັນປະເທດເອກະລາດ ແລະ ກ້າວໄປຂ້າງໜ້າໃນການກໍ່ສ້າງລະບອບສັງຄົມໃໝ່, ນັບແຕ່ເລີ່ມກໍ່ຕັ້ງແລະຕໍ່ເນື່ອງມາເປັນເວລາ 15 ປີ, ພັກກອມມູນິດຫວຽດນາມໄດ້ປຸກລະດົມ ແລະ ຈັດຕັ້ງບັນດາຂະບວນການເຄື່ອນໄຫວຂະໜາດໃຫຍ່ຄື: ຂະບວນການປະຕິວັດປີ 1930-1931 ເຊິ່ງຈຸດສູງສຸດແມ່ນ ໂຊວຽດ-ເງ້ຕິ໊ງ; ຂະບວນການປະຊາທິປະໄຕທົ່ວອິນດູຈີນ ປີ 1936-1939; ຂະບວນການປົດປ່ອຍຊາດປີ 1939-1945 ເຊິ່ງຈຸດສູງສຸດແມ່ນ ການເຄື່ອນໄຫວປົດປ່ອຍຊາດຕ້ານຍີ່ປຸ່ນ, ນຳໄປສູ່ໄຊຊະນະໂດຍກົງໃນການປະຕິວັດເດືອນສິງຫາ ປີ 1945 ທີ່ “ສັ່ນສະເທືອນໂລກ”. ເຖິງວ່າຈະຕ້ອງປະເຊີນກັບອັນຕະລາຍ, ຄວາມຫຍຸ້ງຍາກລຳບາກ ແລະ ການເສຍຫາຍຫຼາຍຢ່າງ, ແຕ່ດ້ວຍພາລະກິດອັນສູງສົ່ງຕໍ່ປະເທດຊາດແລະປະຊາຊົນ, ພັກກອມມູນິດຫວຽດນາມຍາມໃດກໍ່ສະແດງໃຫ້ເຫັນເຖິງ ບົດບາດນຳພາທີ່ບໍ່ອາດທົດແທນໄດ້ ແລະ ເຈດຈຳນົງທາງການເມືອງທີ່ອົງອາດກ້າແກ່ນ ເພື່ອເອກະລາດ ແລະ ເສລີພາບຂອງປະເທດຊາດ. ດ້ວຍຄວາມກ້າຫານ, ສະຕິປັນຍາ ແລະ ກຳລັງແຮງຕໍ່ສູ້ທີ່ບໍ່ມີໃຜທຽບໄດ້, ພັກໄດ້ນຳຊາດຫວຽດນາມອອກຈາກຄວາມທຸກຍາກ, ນຳປະຊາຊົນຂຶ້ນສູ່ຕຳແໜ່ງຜູ້ເປັນເຈົ້າຂອງປະເທດ ແລະ ສ້າງໄຊຊະນະທີ່ມີຄວາມສຳຄັນທາງປະຫວັດສາດ ແລະ ຄວາມໝາຍຍຸກສະໄໝ. ເປັນຄັ້ງທຳອິດໃນປະຫວັດສາດໂລກທີ່ລັດທິມາກ-ເລນິນຖືກນຳໃຊ້ຢ່າງປະດິດສ້າງ, ນຳໄປສູ່ຄວາມສຳເລັດຂອງການປະຕິວັດປົດປ່ອຍຊາດໃນຫົວເມືອງຂຶ້ນ, ໂຄ່ນລົ້ມລະບອບລ່າເມືອງຂຶ້ນ ສັກດິນາ, ຍາດເອົາເອກະລາດແຫ່ງຊາດ ແລະ ພ້ອມກັນນັ້ນກໍສ້າງປະຊາທິປະໄຕຮູບແບບໃໝ່, ສ້າງຕັ້ງລັດປະຊາທິປະໄຕປະຊາຊົນແຫ່ງທຳອິດໃນອາຊີຕາເວັນອອກສ່ຽງໃຕ້. ການປະຕິວັດເດືອນສິງຫາປີ 1945 ແມ່ນຕົວສະແດງແຫ່ງກຳລັງແຮງຂອງຫວຽດນາມໃນຍຸກໃໝ່ ເຊິ່ງແກນຫຼັກແມ່ນກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ ດ້ວຍການເຂົ້າຮ່ວມຂອງປະຊາຊົນຜູ້ຮັກຊາດທຸກຊົນຊັ້ນ. ປະຊາຊົນຫວຽດນາມ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ໄດ້ “ໃຊ້ກຳລັງຂອງພວກເຮົາເອງເພື່ອປົດປ່ອຍຕົນເອງ” ແລະ ພ້ອມກັນນັ້ນ ກໍສົມທົບກັບກຳລັງແຮງຂອງຍຸກສະໄໝ ແລະ ຍາດໂອກາດທາງປະຫວັດສາດເມື່ອລັດທິຟາດຊິດພັງທະລາຍລົງ. ຈາກຈຸດນີ້, ພັກຂອງເຮົາໄດ້ກາຍເປັນພັກກຳອຳນາດ.
ເພື່ອປົກປັກຮັກສາເອກະລາດ, ເສລີພາບ, ເອກະພາບ ແລະ ກໍ່ສ້າງລະບອບໃໝ່, ໃນ 30 ປີແຫ່ງຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງ, ພັກກອມມູນິດຫວຽດນາມ ໄດ້ນຳພາປະຊາຊົນທັງຊາດຜ່ານຜ່າສະຖານະການອັນຕະລາຍຫຼາຍຢ່າງ ແບບ “ພັນປອນແຂວນຢູ່ບົນເສັ້ນຜົມ” ແລະ ສາມາດເອົາຊະນະສັດຕູທີ່ມີພະລັງແຂງແຮງໃນໂລກໄດ້. ເມື່ອປະເທດຫາກໍ່ໄດ້ຮັບເອກະລາດ, ພັກໄດ້ນຳພາປະຊາຊົນຕໍ່ສູ້ຕ້ານ “ຄວາມອຶດຫີວ”, “ຄວາມໂງ່ຈ້າ” ແລະ ຕ້ານ “ສັດຕູພາຍໃນແລະພາຍນອກ”. ເມື່ອບໍ່ມີໂອກາດເຈລະຈາສັນຕິພາບອິດຕໍ່ໄປ ປະຊາຊົນເຮົາຈຶງຕ້ອງດຳເນີນສົງຄາມຕໍ່ຕ້ານອັນຍາວນານ. “ເກົ້າປີສ້າງໄຊຊະນະດ້ຽນບຽນຝູ. ເປັນພວງມາໄລສີແດງ, ເປັນໜ້າປະຫວັດສາດທອງຄຳ”, ສຳເລັດສິ້ນສຸດສົງຄາມຕໍ່ຕ້ານລັດທິລ່າເມືອງຂຶ້ນຝຣັ່ງຢ່າງມີໄຊ ນຳໄປສູ່ການລົງນາມໃນສັນຍາເຊີແນວ ວ່າດ້ວຍການຢຸດຕິສົງຄາມ ແລະ ຟື້ນຟູສັນຕິພາບໃນອິນດູຈີນ. ເມື່ອລັດທິລ່າເມືອງຂຶ້ນແບບໃໝ່ເຂົ້າມາແຊກແຊງ, ສົ່ງທະຫານເຂົ້າມາຮຸກຮານ ຫວັງແບ່ງແຍກປະເທດຫວຽດນາມ, ພັກກອມມູນິດຫວຽດນາມ ໄດ້ຕັດສິນໃຈນຳພາປະຊາຊົນທົ່ວປະເທດຕໍ່ສູ້ຢ່າງທໍລະຫົດອົດທົນ, ດຳເນີນສົງຄາມປະຕິວັດ, ເອົາຊະນະຍຸດທະສາດການສົງຄາມຂອງຈັກກະພັດອາເມລິກາຢ່າງສຳເລັດຕິດຕໍ່ກັນ, ນຳໄປສູ່ໄຊຊະນະຄັ້ງໃຫຍ່ໃນລະດູບານໃໝ່ປີ 1975, ໂຮມປະເທດເປັນເອກະພາບ. ໄຊຊະນະດັ່ງກ່າວ “ຖືກບັນທຶກໄວ້ໃນປະຫວັດສາດຂອງຊາດພວກເຮົາຕະຫຼອດໄປ ໃນຖານະໜຶ່ງໃນໜ້າປະຫວັດສາດທີ່ສວຍງາມທີ່ສຸດ, ສັນຍາລັກອັນເຫລື້ອມໃສແຫ່ງໄຊຊະນະທີ່ສົມບູນແບບ ຂອງຄວາມກ້າຫານປະຕິວັດ ແລະ ສະຕິປັນຍາຂອງມະນຸດຊາດ, ແລະ ໄດ້ຖືກບັນທຶກໄວ້ໃນປະຫວັດສາດໂລກ ໃນຖານະໄຊຊະນະອັນຍິ່ງໃຫຍ່ຂອງສັດຕະວັດທີ 20, ເປັນເຫດການທີ່ມີຄວາມສຳຄັນລະດັບສາກົນ ແລະ ມີຄວາມໝາຍສຳຄັນອັນເລິກເຊິ່ງໃນຍຸກສະໄໝ”(1).
ຍຸກແຫ່ງການຍາດເອົາເອກະລາດຂອງຊາດ ແລະ ການສ້າງລັດສັງຄົມນິຍົມ (1930–1975) ເກີດຂຶ້ນຈາກໄຊຊະນະອັນສະຫງ່າອົງອາດຂອງປະຊາຊົນຫວຽດນາມຕໍ່ລັດທິຟາຊິດ, ລັດທິລ່າເມືອງຂຶ້ນແບບເກົ່າ ແລະ ລັດທິລ່າເມືອງຂຶ້ນແບບໃໝ່. ທຸກຄັ້ງທີ່ການປະຕິວັດປະເຊີນກັບຄວາມທ້າທາຍທີ່ຮ້າຍແຮງ ແລະ ສະຖານະການອັນຕະລາຍ ແມ່ນແຕ່ບໍ່ເຄີຍມີມາກ່ອນໃນປະຫວັດສາດ ແລະ ຖືກເສຍຫາຍຢ່າງໃຫຍ່ຫຼວງ, ໃນເວລານັ້ນ, ພັກກອມມູນິດຫວຽດນາມໄດ້ເສີມຂະຫຍາຍຄວາມກ້າຫານ, ຄວາມອົງອາດກ້າແກ່ນ ແລະ ສະຕິປັນຍາຂອງຫວຽດນາມຢ່າງແຂງແຮງ, ນຳພາທົ່ວປວງຊົນຮັກສາຈິດໃຈປະຕິວັດບຸກໂຈມຕີ ດ້ວຍກຳລັງຕໍ່ສູ້ທີ່ບໍ່ມີໃຜທຽບໄດ້. ພາລະກິດອັນຍິ່ງໃຫຍ່ຂອງປະເທດໄດ້ເປີດຂຶ້ນດ້ວຍຄວາມເປັນເອກະລາດ ແລະເອກະພາບທີ່ໄດ້ຮັບການເສີທສ້າງຢ່າງໝັ້ນຄົງ; ລັດທິສັງຄົມນິຍົມໄດ້ຮັບການກໍ່ສ້າງເບື້ອງຕົ້ນໃນເງື່ອນໄຂສົງຄາມ ແລະ ປະຕິບັດໜ້າທີ່ຂອງແນວຫຼັງທີ່ກວ້າງໃຫຍ່ ເຊິ່ງຍັງບັນລຸຜົນສຳເລັດທີ່ຍິ່ງໃຫຍ່, ເປັນປະຖົມປັດໄຈແລະພື້ນຖານຂອງການສ້າງສາສັງຄົມນິຍົມໃນທົ່ວປະເທດ.
ພັກນຳພາປະເທດດຳເນີນພາລະກິດການສ້າງສາ ແລະ ປົກປັກຮັກສາປະເທດ,
ດຳເນີນການປ່ຽນແປງໃໝ່ ແລະ ເຊື່ອມໂຍງສາກົນ ຢ່າງສຳເລັດຜົນ
ທັນທີພາຍຫຼັງປະເທດເປັນເອກະພາບ, ການປະຕິວັດຫວຽດນາມຕ້ອງປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທີ່ບໍ່ເຄີຍເກີດຂຶ້ນມາກ່ອນຫຼວງຫຼາຍຄື: ຜົນທີ່ຕາມມາຈາກສົງຄາມນັ້ນຮຸນແຮງຫຼາຍ ແລະ ຈະຕ້ອງແກ້ໄຂຜ່ານຜ່າໃນໄລຍະເວລາອັນຍາວນານ; ອຳນາດອະທິປະໄຕຊາຍແດນແຫ່ງຊາດຖືກນາບຂູ່ຢ່າງຮ້ານແຮງ ແລະຈະຕ້ອງໄດ້ຮັບການປົກປ້ອງ ແລະເສີມສ້າງຢ່າງເດັດດ່ຽວ; ບັນດາອິດທິກໍາລັງສັດຕູໄດ້ປິດລ້ອມ ແລະ ຂວ້ຳບາດຈາກທຸກດ້ານ ແລະຈະຕ້ອງຕໍ່ສູ້ຢ່າງບໍ່ຢຸດຢັ້ງ ເພື່ອກຳຈັດພາວເຂົາອອກໄປ; ແນວຄິດອັດຕະວິໄສ, ເຈດຈຳນົງນິຍົມ ແລະ ຮ້ອນຮົນໃນການຄຸ້ມຄອງເສດຖະກິດ-ສັງຄົມ, ບວກກັບຂໍ້ຈຳກັດ ແລະ ຂໍ້ບົກຜ່ອງຂອງເສດຖະກິດນັ້ນ ນັບມື້ນັບເຫັນໄດ້ຊັດ ແລະ ຕ້ອງໄດ້ຮັບການປ່ຽນແປງໃໝ່; ວິກິດການເສດຖະກິດ-ສັງຄົມໄດ້ປະກົດຂຶ້ນ ແລະຮ້າຍແຮງຂຶ້ນເລື້ອຍໆ ເຊິ່ງຕ້ອງໄດ້ຮັບການແກ້ໄຂແລະຜ່ານພົ້ນ. ໃນເວລາດຽວກັນນັ້ນ ສະພາບການໂລກກໍ່ເລີ່ມບໍ່ເອື້ອອຳນວຍການປະຕິວັດຫວຽດນາມ. ສະຫະພາບໂຊວຽດ ແລະ ບັນດາປະເທດສັງຄົມນິຍົມໃນເອີຣົບຕາເວັນອອກ ຕົກຢູ່ໃນວິກິດການຢ່າງຮອບດ້ານ. ບາງພັກກອມມູນິດທີ່ກຳອຳນາດໃນບັນດາປະເທດສັງຄົມນິຍົມໄດ້ສະໜັບສະໜູນການປະຕິຮູບ, ເປີດປະຕູປະເທດ ແລະ ສ້າງໂຄງປະກອບຄືນໃໝ່. ຕໍ່ໜ້າຄວາມຮຽກຮ້ອງຕ້ອງການອັນຮີບດ່ວນທີ່ວ່າ “ການປ່ຽນແປງໃໝ່ແມ່ນບັນຫາທີ່ມີຄວາມສຳຄັນຢ່າງຍິ່ງຕໍ່ງພັກ, ປະເທດ ແລະ ລະບອບການປົກຄອງ”, ພັກກອມມູນິດຫວຽດນາມໄດ້ສະແດງໃຫ້ເຫັນຢ່າງຊັດເຈນເຖິງເຈດຈຳນົງທາງການເມືອງທີ່ໝັ້ນຄົງ ກ້າຫານ “ເບິ່ງຄວາມຈິງຢ່າງກົງໄປກົງມາ, ປະເມີນຄວາມຈິງຢ່າງຖືກຕ້ອງ ແລະ ເວົ້າຄວາມຈິງຢ່າງຈະແຈ້ງ”, ຕັ້ງໜ້າສະຫຼຸບສັງລວມພຶດຕິກຳ, ເຊື່ອໝັ້ນໃນກຳລັງແຮງຂອງປະຊາຊົນ, ກ້າຫານປະຖິ້ມແນວຄິດເກົ່າ ແລະວິທີປະຕິບັດທີ່ບໍ່ເໝາະສົມ, ໝູນໃຊ້ລັດທິມາກ-ເລນິນຢ່າງປະດິດສ້າງ ເຂົ້າໃນເງື່ອນໄຂສະເພາະຂອງປະເທດ, ຕັດສິນໃຈລິເລີ່ມການປ່ຽນແປງໃໝ່ຢ່າງຮອບດ້ານ, ຊອກຫາເສັ້ນທາງທີ່ເໝາະສົມ ເພື່ອກ້າວໄປສູ່ລັດທິສັງຄົມນິຍົມຢູ່ຫວຽດນາມ, ຮັກສາສະຖຽນລະພາບ ແລະ ພັດທະນາປະເທດ. ກອງປະຊຸມໃຫຍ່ຄັ້ງທີ VI ຂອງພັກໃນປີ 1986 ໄດ້ກຳນົດແນວທາງການປ່ຽນແປງໃໝ່, ເປັນຂີດໝາຍບາດລ້ຽວສຳຄັນ ໃນວິວັດທະນາການຂ້າມຜ່ານໄປສູ່ລັດທິສັງຄົມນິຍົມຢູ່ຫວຽດນາມ.
ເມື່ອສັງຄົມນິຍົມທີ່ແທ້ຈິງໃນເອີຣົບຕາເວັນອອກ ແລະ ສະຫະພາບໂຊວຽດລົ້ມສະຫຼາຍ, ຄວາມເຊື່ອໝັ້ນໃນເສັ້ນທາງໄປສູ່ສັງຄົມນິຍົມກໍ່ຫຼຸດລົງຢ່າງຫຼາຍ. ດ້ວຍລະດັບສະຕິປັນຍາທີ່ສູງ, ເຈດຈຳນົງທາງການເມືອງທີ່ເຂັ້ມແຂງ ແລະ ຄວາມອ່ອນໄຫວຕໍ່ເຫດການປະຈຸບັນ, ພັກກອມມູນິດຫວຽດນາມຍັງຄົງຍຶດໝັ້ນໃນການປ່ຽນແປງໃໝ່ ຕາມທິດທາງສັງຄົມນິຍົມ, ບົນພື້ນຖານການໝູນໃຊ້ລັດທິມາກ-ເລນິນຢ່າງປະດິດສ້າງ ເຂົ້າໃນເງື່ອນໄຂສະເພາະຂອງຫວຽດນາມ. ຄວາມຕັດສິນໃຈຂອງພັກສະແດງອອກໃນກອງປະຊຸມໃຫຍ່ຄັ້ງທີ VII (ປີ 1991), ເມື່ອໄດ້ຢືນຢັນຢ່າງໜັກແໜ້ນວ່າ: “ສຳລັບປະເທດຂອງເຮົາ, ບໍ່ມີເສັ້ນທາງອື່ນໃດທີ່ຈະບັນລຸເອກະລາດແຫ່ງຊາດຢ່າງແທ້ຈິງ ແລະ ເສລີພາບ ແລະ ຄວາມສຸກຂອງປະຊາຊົນ. ເຮົາຕ້ອງເນັ້ນໜັກວ່າ, ນີ້ແມ່ນທາງເລືອກຂອງປະຫວັດສາດເອງ ເຊິ່ງເປັນທາງເລືອກທີ່ເດັດຂາດຕັ້ງແຕ່ປີ 1930 ດ້ວຍການກຳເນີດຂອງພັກ”(2). ຂະບວນການປ່ຽນແປງໃໝ່ສືບຕໍ່ໄດ້ຮັບການປະຕິບັດ ດ້ວຍຄວາມຍຶດໝັ້ນໃນເປົ້າໝາຍເອກະລາດແຫ່ງຊາດ ແລະ ລັດທິສັງຄົມນິຍົມ ບົນພື້ນຖານລັດທິມາກ-ເລນິນ ແລະ ແນວຄິດໂຮ່ຈີມິນ. ນັບຕັ້ງແຕ່ນັ້ນເປັນຕົ້ນມາ, ຫວຽດນາມໄດ້ບັນລຸໝາກຜົນທີ່ໜ້າຍິນດີ, ສ້າງຮາກຖານທີ່ສຳຄັນໃນການກ້າວໄປສູ່ໄລຍະໃໝ່ ເຊິ່ງເປັນໄລຍະຂອງການຍູ້ແຮງການຫັນເປັນອຸດສາຫະກຳ ຫັນເປັນທັນສະໄໝ ແລະ ການເຊື່ອມໂຍງເຂົ້າກັບສາກົນ.
ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ພາຍຫຼັງເກືອບ 40 ປີແຫ່ງການປ່ຽນແປງໃໝ່ຢ່າງຮອບດ້ານ, ປະເທດໄດ້ບັນລຸບັນດາຜົນງານອັນໃຫຍ່ຫຼວງ ແລະມີຄວາມໝາຍປະຫວັດສາດຄື: ປະເທດໄດ້ພົ້ນຈາກວິກິດການເສດຖະກິດ-ສັງຄົມ; ຊຸກຍູ້ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ; ກາຍເປັນປະເທດກຳລັງພັດທະນາທີ່ມີລາຍຮັບປານກາງ, ເສດຖະກິດໄດ້ຮັບການຍົກລະດັບຂຶ້ນ ແລະມີການພັດທະນາຢ່າງຂະຫຍັນຂັນເຄື່ອນ. ຫວຽດນາມໄດ້ກ້າວຂຶ້ນມາຢູ່ໃນກຸ່ມ 40 ປະເທດເສດຖະກິດແຖວໜ້າຂອງໂລກ ແລະ ກຸ່ມ 20 ປະເທດເສດຖະກິດທີ່ມີມູນຄ່າການຄ້າສູງສຸດໃນໂລກ. ຂະໜາດເສດຖະກິດຂອງປະເທດໄດ້ເພີ່ມຂຶ້ນຫຼາຍຮ້ອຍເທົ່າເມື່ອທຽບກັບປີທໍາອິດຂອງການປ່ຽນແປງໃໝ່. ຫວຽດນາມບໍ່ພຽງແຕ່ໄດ້ມ້າງເພການປິດລ້ອມ ແລະຂວ້ຳບາດເທົ່ານັ້ນ, ແຕ່ຍັງໄດ້ຕັ້ງໜ້າແລະເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບປະຊາຄົມໂລກ, ສ້າງການພົວພັນທາງການທູດກັບ 194 ປະເທດ, ສ້າງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຄູ່ຮ່ວມມືຍຸດທະສາດ ແລະ ຄູ່ຮ່ວມມືຮອບດ້ານ ກັບບັນດາປະເທດໃຫຍ່ ແລະ 5 ປະເທດສະມາຊິກຖາວອນຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ, ເປັນສະມາຊິກທີ່ຕັ້ງໜ້າຂອງອາຊຽນ ແລະຫຼາຍກວ່າ 70 ອົງການຈັດຕັ້ງພາກພື້ນ ແລະ ສາກົນ, ມີການພົວພັນທາງການຄ້າກັບ 230 ຕະຫຼາດໃນທະວີບຕ່າງໆ, ເປັນຈຸດເຊື່ອມໂຍງສຳຄັນໃນສັນຍາການຄ້າເສລີ (FTA) ຈຳນວນ 17 ສະບັບທີ່ມີຜົນບັງຄັບໃຊ້ ໃນການເຊື່ອມໂຍງກັບພື້ນຖານເສດຖະກິດສຳຄັນໃນພາກພື້ນແລະທົ່ວໂລກ. ຫວຽດນາມໄດ້ກາຍເປັນສັນຍາລັກແຫ່ງສັນຕິພາບ, ສະຖຽນລະພາບ, ມິດຕະພາບ ແລະ ກາຍເປັນຈຸດໝາຍປາຍທາງສຳລັບນັກລົງທຶນ, ນັກທ່ອງທ່ຽວ ແລະ ເພື່ອນມິດສາກົນ.
ເປົ້າໝາຍຂອງພັກກອມມູນິດຫວຽດນາມໃນການສູ້ຊົນເພື່ອຄວາມສຸກແລະຄວາມຈະເລີນຮຸ່ງເຮືອງຂອງປະຊາຊົນໄດ້ບັນລຸໝາກຜົນທີ່ສຳຄັນ. ບັນດາຂົງເຂດການສຶກສາ-ຝຶກອົບຮົມ, ວິທະຍາສາດ-ເຕັກໂນໂລຢີ, ສາທາລະນະສຸກ ແລະອື່ນໆ ລ້ວນແຕ່ມີການພັດທະນາຢ່າງກ້າວກະໂດດ; ການພັດທະນາວັດທະນະທຳ-ສັງຄົມ ແລະ ພັດທະນາຄົນໄດ້ຮັບຄວາມກ້າວໜ້າຫຼາຍຢ່າງ; ລະບົບຄຸນຄ່າແຫ່ງຊາດ, ລະບົບຄຸນຄ່າວັດທະນະທຳ, ລະບົບຄຸນຄ່າຄອບຄົວ ແລະ ມາດຕະຖານມະນຸດຫວຽດນາມ ໄດ້ຮັບການລະບຸຢ່າງຈະແຈ້ງ. ຫວຽດນາມຖືກສະຫະປະຊາຊາດ ແລະ ບັນດາເພື່ອນມິດສາກົນ ຖືວ່າເປັນຈຸດສະຫວ່າງໃນການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ປັບປຸງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນຢ່າງບໍ່ຢຸດຢັ້ງ.
ກໍາລັງແຮງສັງລວມຂອງປະເທດໄດ້ຮັບການປັບປຸງ ແລະ ເພີ່ມທະວີຢ່າງຕໍ່ເນື່ອງ; ການຮັກສາເອກະລາດ, ອຳນາດອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ ແລະ ທິດທາງສັງຄົມນິຍົມໄດ້ຢ່າງໝັ້ນຄົງ; ຮັກສາບົດບາດນຳພາ ແລະ ກຳອຳນາດການປົກຄອງຂອງພັກ, ຮັບປະກັນບົດບາດຄຸ້ມຄອງຢ່າງມີປະສິດທິຜົນ ຂອງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງຂອງປະຊາຊົນຢ່າງແຂງແຮງ; ຮັບປະກັນຜົນປະໂຫຍດສູງສຸດຂອງຊາດ-ປະເທດຊາດ ບົນພື້ນຖານບັນດາຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ, ຄວາມສະເໝີພາບ, ການຮ່ວມມືແລະ ຜົນປະໂຫຍດຮ່ວມກັນ.
ກຳລັງແຮງດ້ານການເມືອງ, ຈິດໃຈ, ເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງກັນປະເທດ ປ້ອງກັນຄວາມໝັ້ນຄົງ ໄດ້ຮັບການປັບປຸງ ແລະ ເພີ່ມທະວີ; ບັນດາແຜນການຮ້າຍ ແລະ ກົນອຸບາຍມ້າງເພທຳລາຍ ຂອງອິດທິກຳລັງສັດຕູທັງໝົດ ໄດ້ຮັບການປາບປາມ, ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດຂອງຂະບວນການສ້າງຊາດ ແລະປົກປັກຮັກສາປະເທດຊາດ; ທີ່ຕັ້ງແລະກຽດສັກສີຂອງຫວຽດນາມໃນເວທີສາກົນໄດ້ຮັບການຢືນຢັນ ແລະຍົກລະດັບເພີ່ມຂຶ້ນ.
ທິດສະດີກ່ຽວກັບແນວທາງການປ່ຽນແປງໃໝ່, ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງກ້າວໄປສູ່ລັດທິສັງຄົມນິຍົມຢູ່ປະເທດເຮົາ ນັບມື້ນັບໄດ້ຮັບການເສີມສ້າງ ແລະປັບປຸງໃຫ້ສົມບູນແບບ. ພັກກອມມູນິດຫວຽດນາມຍຶດໝັ້ນ ແລະ ໝູນໃຊ້ທິດສະດີຂອງລັດທິມາກ-ເລນິນແລະແນວຄິດໂຮ່ຈີມິນ ເຂົ້າກັບແນວທາງການສ້າງລັດທິສັງຄົມນິຍົມໃນຫວຽດນາມ ຢ່າງຕໍ່ເນື່ອງແລະປະດິດສ້າງ; ສະຫຼຸບສັງລວມພຶດຕິກຳ, ເພີ່ມເຕີມແລະພັດທະນາທິດສະດີກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງກ້າວໄປສູ່ລັດທິສັງຄົມນິຍົມໃນຫວຽດນາມຢ່າງສະໝ່ຳສະເໝີ ໃຫ້ເໝາະສົມກັບພາກປະຕິບັດພັດທະນາໃນໄລຍະເວລາ. ບົນພື້ນຖານນັ້ນ, ພັກນຳພາປະເທດກ້າວຢ່າງໜັກແໜ້ນ ຜ່ານຜ່າຄວາມຫຍຸ້ງຍາກ ແລະສິ່ງທ້າທາຍທັງໝົດ, ຊຸກຍູ້ຂະບວນການປ່ຽນແປງໃໝ່ຢ່າງຮອບດ້ານຄົບຊຸດແລະບໍ່ຢຸດຢັ້ງ, ປຸກຕື່ນຈິດໃຈຮັກຊາດ ແລະ ຄວາມປາດຖະໜາທີ່ຈະພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງ, ຮັ່ງມີເຂັ້ມແຂງ ແລະມີຄວາມສຸກ. ບັນດາຜົນງານອັນໃຫຍ່ຫຼວງ ແລະ ມີຄວາມໝາຍປະຫວັດສາດຂອງປະເທດໃນໄລຍະເກືອບ 40 ປີແຫ່ງການປະຕິບັດຂະບວນການປ່ຽນແປງໃໝ່ນັ້ນ ໄດ້ສ້າງພື້ນຖານ ແລະ ກຳລັງແຮງຜັກດັນໃຫ້ການພັດທະນາປະເທດກ້າວກະໂດດຂຶ້ນສູ່ລະດັບສູງ.
ຕະຫຼອດຂະບວນການປະຕິວັດຂອງຫວຽດນາມ, ພັກກອມມູນິດຫວຽດນາມໄດ້ຝຶກອົບຮົມເຈດຈຳນົງແລະຄວາມກ້າຫານທາງການເມືອງ, ຍົກສູງຄວາມສາມາດນຳພາ ແລະກຳລັງແຮງຕໍ່ສູ້ຢ່າງບໍ່ຢຸດຢັ້ງ. ໃນທຸກສະຖານະການ, ພັກເຊື່ອໝັ້ນຢ່າງໝັ້ນຄົງສະເໝີໃນຄວາມຖືກຕ້ອງ, ລັກສະນະວິທະຍາສາດ, ຈິດໃຈຊະນະເລີດ ຂອງລັດທິມາກ-ເລນິນ ແລະ ແນວຄິດໂຮ່ຈິີມິນ; ເຊື່ອໝັ້ນໃນໄຊຊະນະທີ່ຫຼີກລ້ຽງບໍ່ໄດ້ ຂອງພາລະກິດການປະຕິວັດ ທີ່ພັກເຮົາ, ປະຊາຊົນເຮົາ ແລະ ປະທານໂຮ່ຈີມິນ ໄດ້ເລືອກ. ເຖິງວ່າຈະປະເຊີນກັບຄວາມຫຍຸ້ງຍາກລຳບາກ ແລະ ສິ່ງທ້າທາຍຫຼາຍຢ່າງກໍ່ຕາມ, ແຕ່ພັກກອມມູນິດຫວຽດນາມ ຍາມໃດກໍ່ເຊື່ອໝັ້ນໃນກຳລັງແຮງຂອງປະຊາຊົນ, ພ້ອມແລ້ວທີ່ຈະຕໍ່ສູ້ເພື່ອຜົນປະໂຫຍດຂອງປະຊາຊົນ ແລະ ມີວິທີເຕົ້າໂຮມ ແລະ ເສີມຂະຫຍາຍກຳລັງແຮງຂອງປະຊາຊົນ. ການມີເຈດຈຳນົງອັນໝັ້ນຄົງກ້າແກ່ນນັ້ນກໍໍມາຈາກການທີ່ພັກໄດ້ຝຶກຝົນເຈດຈຳນົງປະຕິວັດຢ່າງບໍ່ຢຸດຢັ້ງ, ປັບປຸງແລະປ່ຽນແປງໃໝ່ການຈັດຕັ້ງຢ່າງເປັນປະຈຳ ແລະ ເພີ່ມທະວີຄວາມສາມັກຄີເປັນເອກະພາບໃນພັກ ແລະ ຄວາມສາມັກຄີຂອງປວງຊົນທັງຊາດ. ຜ່ານບັນດາໄລຍະແຫ່ງການປະຕິວັດ, ພັກໄດ້ສະຫຼຸບປະສົບການການຕໍ່ສູ້ຢ່າງທັນການແລະແທດຈິງ, ຜ່ານນັ້ນ ໄດ້ຝຶກຝົນຫຼໍ່ຫຼອມເຈດຈຳນົງ ແລະຈິດໃຈປະຕິວັດ ຂອງສະມາຊິກພັກ ແລະ ມະຫາຊົນ, ສ້າງຄວາມເປັນເຈົ້າການໃນສະຖານະການໃໝ່ໆ ແລະ ພ້ອມທີ່ຈະປະເຊີນກັບສິ່ງທ້າທາຍໃໝ່. ເຈດຈຳນົງອັນໝັ້ນຄົງກ້າແກ່ນຂອງພັກກອມມູນິດຫວຽດນາມ ຍັງສະແດງອອກ ແລະ ເກີດຈາກຄວາມຈິງທີ່ວ່າ ພັກຍາມໃດກໍເອົາໃຈໃສ່ເຖິງການປ່ຽນແປງໃໝ່ແລະດັດແກ້ດ້ວຍຕົນເອງ, ຍອມຮັບຮູ້ຢ່າງຈິງຈັງ ແລະ ຕໍ່ສູ້ຢ່າງເດັດດ່ຽວ ກັບຂໍ້ຈຳກັດໃນການວາງແຜນ ແລະ ການຈັດຕັ້ງປະຕິບັດແນວທາງປະຕິວັດ; ຕໍ່ສູ້ຢ່າງບໍ່ປະນີປະນອມກັບປະກົດການຫຍໍ້ທໍ້ຕ່າງໆພາຍໃນພັກ, ຂັບໄລ່ຜູ້ທີ່ບໍ່ຮັກສາຄຸນທຳ ຄຸນສົມບັດປະຕິວັດ ແລະ ບໍ່ກະຕືລືລົ້ນທີ່ຈະຕໍ່ສູ້ອີກຕໍ່ໄປ ອອກຈາກພັກ.
ພັກກອມມູນິດຫວຽດນາມນຳພາປະເທດກ້າວຢ່າງໝັ້ນຄົງສູ່ຍຸກໃໝ່ ຍຸກແຫ່ງການກ້າວໜ້າ
ພັດທະນາຢ່າງໝັ້ນຄົງແລະເຂັ້ມແຂງ, ຄຽງບ່າຄຽງໄຫຼ່ກັບປະເທດມະຫາອຳນາດໃນໂລກ
ບັນດາຜົນງານອັນໃຫຍ່ຫຼວງທີ່ໄດ້ຮັບໃນຕະຫຼອດ 95 ປີຜ່ານມາ ແມ່ນມາຈາກເສັ້ນທາງການປະຕິວັດອັນຖືກຕ້ອງ ທີ່ພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ແລະ ປະທານໂຮ່ຈີມິນ ໄດ້ເລືອກເອົາ; ຈາກຄວາມສາມາດທາງການເມືອງ ແລະ ການນຳພາທີ່ເກ່ງກ້າສາມາດ ແລະສະຫຼາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ເຊິ່ງເປັນພັກທີ່ຍຶດຖືການຮັບໃຊ້ປະຊາຊົນເປັນວິຖີຊີວິດ ແລະເປົ້າໝາຍສູ້ຊົນຂອງຕົນ, ຍາມໃດກໍ່ຈົງຮັກພັກດີຕໍ່ຜົນປະໂຫຍດຂອງຊາດແລະປະຊາຊົນ ຢ່າງແທ້ຈິງແລະບໍ່ມີທີ່ສິ້ນສຸດ; ຈາກກຳລັງແຮງອັນໃຫຍ່ຫຼວງຂອງນ້ຳໃຈຮັກຊາດ, ຂອງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ; ຈາກຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈ, ເຈດຈຳນົງອີງໃສ່ຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມປາຖະໜາອັນແຮງກ້າເພື່ອເອກະລາດ, ເສລີພາບ ແລະ ຄວາມສຸກຂອງພັກ, ລັດ ແລະປະຊາຊົນຫວຽດນາມ; ຈາກການສະໜັບສະໜູນແລະການຊ່ວຍເຫຼືອອັນລ້ຳຄ່າ ທີ່ເພື່ອນມິດສາກົນ ແລະ ປະຊາຊົນທົ່ວໂລກມອບໃຫ້ຫວຽດນາມ.
ຜົນງານການປະຕິວັດອັນຍິ່ງໃຫຍ່ນັ້ນ ຍັງມາຈາກການເສຍສະຫຼະຂອງວີລະບຸລຸດ ແລະຜູ້ສະຫຼະຊີວິດນັບລ້ານຄົນທີ່ລົ້ມຕາຍເພື່ອເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດຫວຽດນາມ ແລະ ພັນທະສາກົນອັນສູງສົ່ງ; ການປະກອບສ່ວນອັນຍິ່ງໃຫຍ່ຂອງປະຊາຊົນເຊິ່ງຜ່ານຄວາມຫຍຸ້ງຍາກລຳບາກຫຼາຍຢ່າງ ທັງໃນການອອກແຮງງານແລະຄວາມຄິດປະດິດສ້າງ ໃນການກໍ່ສ້າງ ແລະປົກປັກຮັກສາປະເທດຊາດສັງຄົມນິຍົມຫວຽດນາມນັ້ນ ສົມຄວນໄດ້ຮັບການເຄົາລົບ ແລະຄວາມພາກພູມໃຈສູງສຸດ. ນີ້ແມ່ນແຫຼ່ງແຮງບັນດານໃຈອັນຍິ່ງໃຫຍ່ ແລະ ໃນເວລາດຽວກັນກໍຮຽກຮ້ອງໃຫ້ທຸກຄົນດໍາລົງຊີວິດ ແລະເຮັດວຽກ ຢ່າງມີຄວາມຮັບຜິດຊອບຫຼາຍຂຶ້ນ; ພວກເຮົາຕ້ອງບໍ່ເພີງພໍໃຈກັບຜົນສໍາເລັດ ແລະ ແນ່ນອນວ່າ ບໍ່ຍອມໃຫ້ຕົນເອງມີສິດທີ່ຈະເພີດເພີນກັບຜົນແຫ່ງຄວາມລໍາບາກ ແລະການເສຍສະຫຼະ ຂອງບັນພະບຸລຸດຫຼາຍລຸ້ນ ຢ່າງບໍ່ຮັບຜິດຊອບ. ຊາວຫວຽດນາມທຸກຄົນຕ້ອງສືບທອດ, ສືບຕໍ່, ເສີມຂະຫຍາຍ ແລະ ເຜີຍແຜ່ຄຸນຄ່າມູນເຊື້ອຂອງຊາດແລະການປະຕິວັດ ໃນສະພາບການໃໝ່.
ປະຈຸບັນ, ໂລກພວມຢູ່ໃນໄລຍະແຫ່ງການປ່ຽນແປງທີ່ມີລັກສະນະຍຸກສະໄໝ. ສະພາບແວດລ້ອມດ້ານຄວາມໝັ້ນຄົງສາກົນນັບມື້ນັບເຄັ່ງຕຶງແລະສັບສົນ; ການຕໍ່ສູ້ແລະການແຂ່ງຂັນລະຫວ່າງປະເທດມີຄວາມຮຸນແຮງຫຼາຍຂຶ້ນ; ກຳລັງຝ່າຍຊ້າຍ, ກຳລັງທີ່ກ້າວໜ້າ ແລະ ຂະບວນການສັງຄົມນິຍົມ ສືບຕໍ່ພັດທະນາ ແຕ່ຍັງປະເຊີນກັບຄວາມຫຍຸ້ງຍາກ; ບັນດານອິດທິກໍາລັງສັດຕູແລະປະຕິການ ກໍາລັງປະຕິບັດຍຸດທະສາດ "ການຫັນປ່ຽນໂດຍສັນຕິ" ຢ່າງຂຸ້ນຂ້ຽວ ດ້ວຍກົນອຸບາຍທີ່ເລິກແລບແນບບຽນ ແລະ ອັນຕະລາຍ. ການປະຕິວັດອຸດສາຫະກຳຄັ້ງທີ 4, ການເປັນຮູບເປັນຮ່າງຂອງພື້ນຖານເສດຖະກິດພູມປັນຍາ ແລະສັງຄົມແຫ່ງຄວາມຮູ້, ຮຽກຮ້ອງໃຫ້ມີການປ່ຽນແປງຮູບແບບເສດຖະກິດ ຈາກລວງກວ້າງໄປສູ່ລວງເລິກ, ປັບໂຄງສ້າງເສດຖະກິດຄືນໃໝ່ໃຫ້ມີຄຸນນະພາບ, ປະສິດທິພາບ, ມີຄວາມສາມາດໃນການແຂ່ງຂັນສູງ... ທັງສ້າງໂອກາດແລະຄວາມສະດວກດີ ທັງນຳມາເຊິ່ງຄວາມທ້າທາຍອັນໃຫຍ່ຫຼວງ ຕໍ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ບົດຮຽນແຫ່ງການນຳພາການປະຕິວັດໃນເກືອບໜຶ່ງສະຕະວັດຜ່ານມາຂອງພັກກອມມູນິດຫວຽດນາມ ສະແດງໃຫ້ເຫັນວ່າ: ໂອກາດບໍ່ໄດ້ມາໂດຍຕົວຂອງມັນເອງ ແຕ່ເນື່ອງມາຈາກປະເທດມີຄວາມກຽມພ້ອມຕໍ່ໂອກາດ ແລະ ມີຄວາມອ່ອນໄຫວໃນການກຳເອົາໂອກາດທີ່ຖືກຕ້ອງ; ການຜ່ານຜ່າຄວາມທ້າທາຍແມ່ນໂອກາດທີ່ໃຫຍ່ທີ່ສຸດ. ສະພາບການໂລກຮຽກຮ້ອງ ແລະ ສ້າງກາລະໂອກາດເພື່ອໃຫ້ຫວຽດນາມສືບຕໍ່ພາລະກິດການປ່ຽນແປງໃໝ່ດ້ວຍຄວາມມຸ່ງມາດປາດຖະໜາທີ່ຍິ່ງໃຫຍ່ກວ່າ, ບາດກ້າວທີ່ໜັກແໜ້ນກວ່າ, ຄວາມໄວທີ່ໄວກ່ວາ, ຄວາມຕັດສິນໃຈບຸກທະລຸທີ່ແຂງແຮງກວ່າ. ພ້ອມກັນນັ້ນ, ຍຸກແຫ່ງການປ່ຽນແປງໃໝ່, ການພັດທະນາ ແລະ ການເຊື່ອມໂຍງສາກົນ ໄດ້ຍົກສູງກຳລັງແຮງ, ບົດບາດທີ່ຕັ້ງຂອງປະເທດ ແລະ ເພີ່ມຄວາມມຸ່ງມາດປາດຖະໜາ, ສ້າງກຳລັງແຮງໃຫ້ແກ່ປະເທດ. ນີ້ແມ່ນເວລາທີ່ຄຸນຄ່າຂອງຊາດແລະຍຸກສະໄໝ, ຂອງມູນເຊື່ອແລະຄວາມຮ່ວມສະໄໝ, ຂອງວັດຖຸແລະຈິດວິນຍານ ມາບັນຈວບກັນ; ເຈດຕະນາລົມຂອງພັກກຳລັງປະສານກັບຈິດໃຈຂອງປະຊາຊົນໃນການມຸ່ງຫວັງພັດທະນາປະເທດໃຫ້ຈະເລີນເຂັ້ມແຂງ. ຍຸກໃໝ່ກຳລັງເລີ່ມຕົ້ນຂຶ້ນ, ຄວາມຊັກຊ້າກຳລັງເຮັດໃຫ້ສູນເສຍໂອກາດໃນການພັດທະນາ. ໃນເວລາທີ່ສຳຄັນນີ້, ຈຳເປັນທີ່ຈະຕ້ອງເສີມຂະຫຍາຍຈິດໃຈ “ເປັນເຈົ້າຕົນເອງ, ໝັ້ນໃຈໃນຕົນເອງ, ອີງໃສ່ຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຄວາມເອກອ້າງທະນົງໃຈຂອງຊາດ”, ຖືເອົາຄວາມສາມັກຄີແຫ່ງຊາດ ແລະ ຄວາມສາມັກຄີສາກົນອັນບໍລິສຸດຜຸດຜ່ອງ ເປັນກຳລັງຂັບເຄື່ອນ, ການລະດົມກຳລັງແຮງຂອງປະຊາຊົນ ແລະ ການເຊື່ອມໂຍງຢ່າງແໜ້ນແຟ້ນລະຫວ່າງເຈດຕະນາລົມຂອງພັກກັບຈິດໃຈປະຊາຊົນ ເປັນຮາກຖານ, ນຳປະເທດເຂົ້າສູ່ຍຸກໃໝ່ ເຊິ່ງແມ່ນຍຸກແຫ່ງການພັດທະນາທີ່ຈະເລີນຮຸ່ງເຮືອງ, ຄຽງບ່າຄຽງໄຫຼ່ກັບບັນດາປະເທດມະຫາອຳນາດໃນໂລກ, ມານະພະຍາຍາມຢ່າງບໍ່ຢຸດຢັ້ງ, ປະກອບສ່ວນຫຼາຍກວ່າອີກເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ໃນພາກພື້ນແລະໃນໂລກ.
ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກ, ທົ່ວພັກແລະປະຊາຊົນຫວຽດນາມທັງໝົດ ກຳລັງອອກແຮງສູ້ຊົນເລັ່ງລັດດຳເນີນການ ແລະ ບັນລຸເສັ້ນໄຊໃນການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກຢ່າງສຳເລັດຜົນ ໂດຍມຸ່ງສູ່ການຄົບຮອບ 80 ປີແຫ່ງການປະກາດເອກະລາດ ແລະ ການສະຖາປະນາສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ເຊິ່ງປະຈຸບັນແມ່ນສາທາລະນະລັດ ສັງຄົມນິຍົມຫວຽດນາມ ແລະ ຄົບຮອບ 50 ປີແຫ່ງການໂຮມປະເທດເປັນເອກະພາບ; ຕັດສິນໃຈປະຕິບັດໃຫ້ບັນລຸເປົ້າໝາຍການພັດທະນາຮອດປີ 2030, ຄົບຮອບ 100 ປີແຫ່ງວັນສ້າງຕັ້ງພັກ ແລະ ປີ 2045, ຄົບຮອບ 100 ປີແຫ່ງວັນສະຖາປະນາສາທາລະນະລັດ ປະຊາທິປະໄຕຫວຽດນາມ ເຊິ່ງປະຈຸບັນແມ່ນ ສາທາລະນະລັດສັງຄົມນິຍົມຫວຽດນາມ, ເຮັດໃຫ້ຫວຽດນາມກາຍເປັນປະເທດທີ່ພັດທະນາແລ້ວ ມີລາຍຮັບສູງ, ປະຊາຊົນມີຊີວິດການເປັນຢູ່ທີ່ອີ່ມໜຳສຳລານ ແລະຜາສຸກ, ອາໄສຢູ່ໃນສະພາບແວດລ້ອມທີ່ໝັ້ນຄົງ, ປອດໄພ, ສະບາຍໃຈ ແລະ ບໍ່ມີໃຜຖືກປະໄວ້ຂ້າງຫຼັງ. ຕໍ່ໜ້າບັນດາເຫດການທີ່ສຳຄັນເຫຼົ່ານັ້ນ, ພະນັກງານ, ສະມາຊິກພັກ ແລະປະຊາຊົນ ກໍາລັງລໍຖ້າ ແລະ ມີຄວາມຄາດຫວັງອັນໃຫຍ່ຫຼວງ ຕໍ່ການຕັດສິນໃຈນະໂຍບາຍໃໝ່ທີ່ເຂັ້ມແຂງ ສະຫຼາດສ່ອງໃສ ແລະ ມີລັກສະນະບຸກທະລຸຂອງພັກ.
ບົດຮຽນປະສົບການການນຳພາການປະຕິວັດເກືອບໜຶ່ງສະຕະວັດທີ່ຜ່ານມາ ຍັງສະແດງໃຫ້ເຫັນວ່າ ໃນເວລາສຳຄັນນີ້, ຍິ່ງກວ່າເວລາໃດໝົດ, ພັກກອມມູນິດຫວຽດນາມ ຈຳເປັນຕ້ອງປັບປຸງເຈດຈຳນົງອັນກ້າແກ່ນ, ພັດທະນາສະຕິປັນຍາ ແລະ ເສີມຂະຫຍາຍກຳລັງແຮງຕໍ່ສູ້ ເພື່ອຕອບສະໜອງຄວາມຕ້ອງການ ແລະ ໜ້າທີ່ຂອງການປະຕິວັດ. ຕ້ອງສຸມໃສ່ສືບຕໍ່ຊຸກຍູ້ວຽກງານກໍ່ສ້າງແລະປັບປຸງພັກ ແລະ ລະບອບການເມືອງ ໃຫ້ມີຄວາມສະອາດແລະໝັ້ນຄົງເຂັ້ມແຂງ ຢ່າງແທ້ຈິງ; ຝຶກຝົນຫຼໍ່ຫຼອມເຈດຈຳນົງກ້າແກ່ນດ້ານການເມືອງຢ່າງບໍ່ຢຸດຢັ້ງ, ຍົກສູງຄວາມສາມາດນຳພາ ແລະ ຄວາມສາມາດກຳອຳນາດຂອງພັກ; ເດັດດ່ຽວໜຽວແໜ້ນໃນການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ຄວາມຫຍໍ້ທໍ້ ແລະ ຄວາມສິ້ນເປືອງ. ພັກນຳພາການຈັດຕັ້ງປະຕິບັດບັນດາບັນຫາທີ່ໄດ້ວາງອອກມາ ແລະ ພວມໄດ້ວາງອອກມາ ຢ່າງມີປະສິດທິຜົນ, ພ້ອມກັນນັ້ນກໍສ້າງພື້ນທີ່ພັດທະນາໃໝ່ ດ້ວຍການສະຫຼຸບສັງລວມ ແລະ ສືບທອດແກ່ນແທ້ຂອງມູນເຊື້ອ, ຢຶດຖື ແລະ ເສີມຂະຫຍາຍຄຸນຄ່າແຫ່ງຍຸກສະໄໝ ແລະ ໂອກາດໃໝ່ໆແຫ່ງຍຸກສະໄໝ; ຕ້ອງສ້າງພັກໃຫ້ໝັ້ນຄົງເຂັ້ມແຂງ ແລະ ພັກຕ້ອງກາຍເປັນອົງການຈັດຕັ້ງອັນຍິ່ງໃຫຍ່ຂອງປະເທດຊາດ; ພັກແມ່ນຄຸນສົມບັດສິນທຳ ແລະມີອາລະຍະທຳ, ເປັນສັນຍາລັກແຫ່ງສະຕິປັນຍາ ແລະ ເຈດຈຳນົງກ້າແກ່ນຂອງຊາດ, ເປັນຜູ້ນຳໜ້າ ນຳພາທົ່ວປວງຊົນດ້ວຍຈິດໃຈກ້າຄິດ, ກ້າເວົ້າ, ກ້າເຮັດ, ກ້າຮັບຜິດຊອບ ແລະ ນຳໜ້າບຸກເບີກ.
ພຶດຕິກຳຕົວຈິງຂອງການປະຕິວັດຫວຽດນາມສະແດງໃຫ້ເຫັນວ່າ ໄຊຊະນະອັນຍິ່ງໃຫຍ່ແຕ່ລະຄັ້ງລ້ວນແຕ່ເປີດໄລຍະການພັດທະນາໃໝ່ ດ້ວຍຄວາມສະດວກດີຫຼາຍຢ່າງ ແລະ ໃນເວລາດຽວກັນນັ້ນ ກໍສ້າງຄວາມຮັບຜິດຊອບໃໝ່ ແລະ ສູງຂຶ້ນ ໃຫ້ກັບທົ່ວພັກ ແລະ ທົ່ວປວງຊົນ. ເພື່ອສືບຕໍ່ເພີ່ມທະວີຄວາມກ້າແກ່ນດ້າງການເມືອງ, ຄວາມສາມາດນຳພາ, ຄວາມສາມາດກຳອຳນາດ ແລະ ກຳລັງແຮງຕໍ່ສູ້ຂອງພັກ, ນຳພາພາລະກິດການປະຕິວັດກ້າວໄປຂ້າງໜ້າຢ່າງໝັ້ນຄົງໃນຍຸກໃໝ່, ຈຳເປັນຕ້ອງໃຫ້ພັກຍຶດໝັ້ນເປົ້າໝາຍເອກະລາດແຫ່ງຊາດ ແລະ ລັດທິສັງຄົມນິຍົມ ບົນພື້ນຖານຂອງລັດທິມາກ-ເລນິນ ແລະ ແນວຄິດໂຮ່ຈີມິນ; ເພິ່ງພາກຳລັງແຮງຂອງປະຊາຊົນຢ່າງໝັ້ນຄົງ, ເສີມຂະຫຍາຍປະຊາທິປະໄຕ, ເຕົ້າໂຮມກຳລັງແຮງຂອງປະຊາຊົນໃຫ້ສູງ ເພື່ອເປົ້າໝາຍໃນການນຳຜົນປະໂຫຍດແລະຄວາມສຸກ ມາໃຫ້ປະຊາຊົນ; ປະສານສົມທົບ ແລະເສີມຂະຫຍາຍໃນລະດັບສູງ ກຳລັງແຮງຂອງຊາດ ແລະກຳລັງແຮງຂອງຍຸກສະໄໝ ໃນຍຸກໃໝ່; ຮັບປະກັນການຮັກສາເອກະລາດ, ຄວາມເປັນເຈົ້າຕົນເອງ ແລະ ອຳນາດອະທິປະໄຕຂອງຊາດ ໃນທຸກສະຖານະການ. ພ້ອມກັນນັ້ນ, ພັກຕ້ອງເພີ່ມທະວີຄວາມກ້າແກ່ນ, ເຈດຈຳນົງ ແລະ ຈິດໃຈເດັດດ່ຽວໃນການເຄື່ອນໄຫວຂອງພະນັກງານ, ສະມາຊິກພັກ ໃນແຕ່ລະຕຳແໜ່ງການງານຂອງຕົນ; ຕໍ່ສູ້ຢ່າງເດັດດ່ຽວຕ້ານບັນດາສັນຍານແຫ່ງຄວາມຊຸດໂຊມດ້ານແນວຄິດການເມືອງ, ຄຸນສົມບັດສິນທຳ, ວິຖີຊີວິດ, ການຂາດສັດທາ ແລະ ຄວາມປາດຖະໜາໃນການພັດທະນາ.
ການສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກ ກໍແມ່ນໂອກາດເພື່ອໃຫ້ປະຊາຊົນຫວຽດນາມທຸກຄົນໄດ້ຫວນຄືນບັນດາໄລຍະທາງເກືອບໜຶ່ງສະຕະວັດຂອງການປະຕິວັດຫວຽດນາມ, ຫວນຄືນເບິ່ງແຕ່ລະຍຸກສະໄໝອັນຮຸ່ງເຮືອງເຫຼືອງເຫຼື້ອມ ທີ່ໄດ້ເປີດໂອກາດໃຫ້ປະຊາຊົນຫວຽດນາມ ພາຍໃຕ້ການນຳພາຂອງພັກ. ຄວາມເອກອ້າງທະນົງໃຈຕໍ່ພັກທີ່ສະຫງ່າລາສີ, ຊາດຫວຽດນາມທີ່ວີລະອາດຫານ, ລຸງໂຮ່ຜູ້ຍິ່ງໃຫຍ່ ໄດ້ສ້າງແຮງບັນດານໃຈໃຫ້ພະນັກງານ, ສະມາຊິກພັກພວກເຮົາທຸກຄົນ ມີເຈດຈຳນົງອັນສຸງສົ່ງ, ຄວາມເປັນຈິດໜຶ່ງໃຈດຽວກັນ ພ້ອມກັນກັບທົ່ວພັກແລະປະຊາຊົນທັງຊາດ ກ້າວເດີນຢ່າງໝັ້ນຄົງສູ່ຄວາມສຳເລັດ ໃນຍຸກສະໄໝແຫ່ງການພັດທະນາຢ່າງຈະເລີນຮຸ່ງເຮືອງ, ຄຽງບ່າຄຽງໄຫຼ່ກັບບັນດາປະເທດມະຫາອຳນາດໃນຫ້າທະວີບ ຕາມຄວາມປາດຖະໜາຂອງປະທານ ໂຮ່ຈີມິນ ທີ່ເຄົາລົບຮັກ - ຜູ້ກໍ່ຕັ້ງ ແລະ ຝຶກຝົນຫຼໍ່ຫຼອມພັກກອມມູນິດຫວຽດນາມທີ່ສະຫງ່າລາສີ./.
---------------------------
(1) ເອກະສານຄົບຊຸດຂອງພັກ, ສພຈ. ການເມືອງແຫ່ງຊາດ, ຮ່າໂນ້ຍ, 2004, ເຫຼັ້ມ 37, ໜ້າ 471.
(2) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 1991, ໜ້າ 109.