ສືບຕໍ່ປ່ຽນແປງໃໝ່ແບບວິທີການນຳພາ
ແລະກຳອຳນາດຂອງພັກ ຢ່າງແຂງແຮງ -
ຄວາມຕ້ອງການອັນຮີບດ່ວນຂອງໄລຍະການປະຕິວັດໃໝ່
ແລະກຳອຳນາດຂອງພັກ ຢ່າງແຂງແຮງ -
ຄວາມຕ້ອງການອັນຮີບດ່ວນຂອງໄລຍະການປະຕິວັດໃໝ່
1- ໃນຕະຫຼອດ 94 ປີແຫ່ງການນຳພາການປະຕິວັດ, ພັກກອມມູນິດຫວຽດນາມ ໄດ້ຊອກຫາຄົ້ນຄ້ວາ, ພັດທະນາ, ເພີ່ມເຕີມ ແລະ ປັບປຸງແບບວິທີການນຳພາໃຫ້ສົມບູນແບບ, ຍົກສູງຄວາມສາມາດນຳພາ ແລະຄວາມສາມາດກຳອຳນາດການປົກຄອງ. ນີ້ແມ່ນປັດໄຈສຳຄັນທີ່ຮັບປະກັນໃຫ້ພັກມີຄວາມບໍລິສຸດຜຸດຜ່ອງ, ເຂັ້ມແຂງ, ນຳພາກຳປັ່ນປະຕິວັດຜ່ານກະແສນ້ຳຕົກຕາດທັງໝົດ, ຍາດໄດ້ໄຊຊະນະຄັ້ງແລ້ວຄັ້ງລຸນ. ປະເທດພວມປະເຊີນໜ້າກັບໄລຍະປະຫວັດສາດໃໝ່, ຍຸກໃໝ່, ເປັນຍຸກແຫ່ງຄວາມກ້າວໜ້າຂອງປະເທດຊາດ, ຮຽກຮ້ອງໃຫ້ມີການປ່ຽນແປງໃໝ່ຢ່າງແຂງແຮງໃນແບບວິທີການນຳພາ, ການປັບປຸງຍົກສູງຄວາມສາມາດນຳພາ ແລະຄວາມສາມາດກຳອຳນາດການປົກຄອງ ເພື່ອຂັບເຄື່ອນປະເທດຊາດໃຫ້ກ້າວໄປຂ້າງໜ້າ ເຊິ່ງແມ່ນຄວາມຮຽກຮ້ອງຕ້ອງການທີ່ຮີບດ່ວນ.
ແນວຄວາມຄິດ “ພັກກຳອຳນາດການປົກຄອງ” ໄດ້້ນຳສະເໜີຄັ້ງທຳອິດໂດຍ ວ.ອີ.ເລນິນ ໃນປີ 1922. ແຕ່ຊຸມປີ 1925-1927, ໃນປຶ້ມເສັ້ນທາງປະຕິວັດ, ປະທານໂຮ່ຈີມິນ ໄດ້ກ່າວເຖິງພັກກຳອຳນາດ. ທ່ານຖືວ່າ ບັນຫາພັກກອມມູນິດຫວຽດນາມນຳພາລັດ ແລະ ສັງຄົມ ແມ່ນຫຼັກການທີ່ສະແດງໃຫ້ເຫັນເຖິງບົດບາດກຳອຳນາດຂອງພັກ; ພັກມີຄວາມຮັບຜິດຊອບອັນໃຫຍ່ຫຼວງ ນັ້ນ ເພາະວ່າຈຸດປະສົງຂອງພັກແມ່ນ ບໍ່ມີຫຍັງນອກເໜືອໄປຈາກ “ການນຳພາມະຫາຊົນທີ່ລຳບາກມາເປັນຊົນຊັ້ນໃນການຕໍ່ສູ້ເພື່ອລົບລ້າງລັດທິທຶນນິຍົມຈັກກະພັດນິຍົມ, ເຮັດໃຫ້ສັງຄົມກອມມູນິດເປັນຈິງ(1), “ນອກຈາກຜົນປະໂຫຍດຂອງຊາດ, ຂອງປະເທດຊາດແລ້ວ ພັກບໍ່ມີຜົນປະໂຫຍດອື່ນໃດ”(2), “ພັກບໍ່ແມ່ນອົງການທີ່ຈັດຕັ້ງໃຫ້ເຈົ້າໜ້າທີ່ຮັ່ງມີ. ມັນຕ້ອງເຮັດຫຼ້ອນໜ້າທີ່ປົດປ່ອຍປະເທດຊາດ, ເຮັດໃຫ້ປະເທດຊາດຮັ່ງມີເຂັ້ມແຂງ, ໃຫ້ພີ່ນ້ອງຮ່ວມຊາດມີຄວາມຜາສຸກ”(3). ໃນພິໄນກຳ, ປະທານໂຮ່ຈີມິນຂຽນວ່າ: “ພັກຂອງພວກເຮົາແມ່ນພັກກຳອຳນາດ”(4). ກ່ຽວກັບວິທີການນຳພາ, ໃນນິພົນດັດແກ້ວິທີເຮັດວຽກ, ປະທານໂຮ່ຈີມິນ ໄດ້ໃຊ້ສ່ວນສະເພາະໜຶ່ງ ເພື່ອຂຽນກ່ຽວກັບບັນຫານີ້. ເພິ່ນຕັ້ງຄຳຖາມວ່າ: ການນຳພາທີ່ແທ້ຈິງໝາຍຄວາມວ່າແນວໃດ? ແລະຕອບ: ການນຳພາທີ່ແທ້ຈິງໝາຍເຖິງ: 1- ຕ້ອງຕັດສິນທຸກບັນຫາໃຫ້ຖືກຕ້ອງ... 2- ຕ້ອງຈັດຕັ້ງປະຕິບັດໃຫ້ຖືກຕ້ອງ... 3- ຕ້ອງຈັດຕັ້ງການກວດກາ ຄວບຄຸມ...(5); ແລະເພື່ອເຮັດວຽກງານທັງສາມຢ່າງຖືກຕ້ອງ, ເພິ່ນເນັ້ນວ່າ, ພວກເຮົາຕ້ອງອີງໃສ່ປະຊາຊົນ.
ບົນພື້ນຖານທັດສະນະຂອງລັດທິມາກ-ເລນິນ ແລະແນວຄິດໂຮ່ຈິມິນ, ກອງປະຊຸມໃຫຍ່ຄັ້ງທີ VII ຂອງພັກກອມມູນິດຫວຽດນາມ ເປັນຄັ້ງທຳອິດທີ່ໄດ້ກ່າວເຖິງ “ການປ່ຽນແປງໃໝ່ເນື້ອໃນ ແລະ ແບບວິທີການນຳພາຂອງພັກ”(6), ເນັ້ນໜັກເຖິງຄວາມຕ້ອງການ “ກຳນົດຢ່າງລະອຽດກ່ຽວກັບ ການພົວພັນແລະແບບແຜນເຮັດວຽກ ລະຫວ່າງພັກ ແລະ ລັດ ແລະ ອົງການຈັດຕັ້ງປະຊາຊົນທຸກຂັ້ນ, ກ່ອນອື່ນໝົດແມ່ນຂັ້ນສູນກາງ”(7). ໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານໄປສູ່ລັດທິສັງຄົມນິຍົມ ປີ 1991 ໄດ້ກຳນົດແບບວິທີການນຳພາຂອງພັກ, ນັ້ນແມ່ນ: “ພັກນຳພາສັງຄົມດ້ວຍໂຄງການການເມືອງ, ຍຸດທະສາດ, ທິດທາງດ້ານນະໂຍບາຍ ແລະ ແຜນນະໂຍບາຍການງານ; ດ້ວຍວຽກງານການໂຄສະນາເຜີຍແຜ່, ຊັກຊວນ, ຂົນຂວາຍ, ຈັດຕັ້ງການກວດກາ ແລະ ດ້ວຍການເປັນແບບຢ່າງຂອງສະມາຊິກພັກ. ພັກແນະນຳສະມາຊິກພັກທີ່ດີເດັ່ນ, ມີຄວາມສາມາດ ແລະ ຄຸນນະພາບຢ່າງພຽງພໍ ເພື່ອເຮັດວຽກຢູ່ບັນດາອົງການນຳພາຂອງລັດຖະບານ ແລະອົງການຈັດຕັ້ງມະຫາຊົນ. ພັກບໍ່ເຮັດແທນວຽກງານຂອງອົງການອື່ນໃນລະບົບການເມືອງ”(8); “ພັກນຳພາລະບົບການເມືອງ, ພ້ອມກັນນັ້ນ ພັກກໍເປັນພາກສ່ວນໜຶ່ງຂອງລະບົບນັ້ນ. ພັກຕິດພັນກັບປະຊາຊົນຢ່າງສະໜິດສະໜົມ, ຍອມຮັບການຕິດຕາມກວດກາຂອງປະຊາຊົນ ແລະ ເຄື່ອນໄຫວໃນຂອບເຂດຂອງລັດຖະທຳມະນູນ ແລະ ກົດໝາຍ”(9). ກອງປະຊຸມຜູ້ແທນທົ່ວປະເທດກາງສະໄໝທີ VII ໄດ້ຢືນຢັນວ່າ: “ພັກນຳພາຕາມຫຼັກການລວມສູນປະຊາທິປະໄຕ, ໝູ່ຄະນະນຳພາ, ບຸກຄົນຮັບຜິດຊອບ; ການນຳພາໂດຍຜ່ານການອົງການຈັດຕັ້ງຂອງພັກ, ບໍ່ພຽງແຕ່ຜ່ານສະມາຊິກພັກແຕ່ລະຄົນ; ນຳພາໂດຍການຕັດສິນໃຈຂອງໝູ່ຄະນະ ແລະໂດຍການຕິດຕາມກວດກາ, ໃຫ້ຄວາມເຫັນຊີ້ນຳ, ກວດກາການປະຕິບັດ, ສົ່ງເສີມດ້ານດີ, ດັດແກ້ການກະທຳທີ່ຜິດເຂວ ເພື່ອແນໃສ່ເສີມຂະຫຍາຍບົດບາດ ແລະປະສິດທິພາບ ຂອງລັດຢ່າງແຂງແຮງ, ໂດຍບໍ່ບໍລິຫານຈັດການແທນທີລັດ”(10). ບັນດາກອງປະຊຸມໃຫຍ່ຄັ້ງທີ VIII, IX, X, XI ແລະ XII ລ້ວນແຕ່ສືບຕໍ່ເພີ່ມເຕີມ ແລະພັດທະນາທັດສະນະກ່ຽວກັບແບບວິທີການນຳພາຂອງພັກ; ກອງປະຊຸມໃຫຍ່ຄັ້ງທີ XIII ໄດ້ເນັ້ນໜັກວ່າ: “ສືບຕໍ່ປ່ຽນໃໝ່ຢ່າງແຂງແຮງແບບວິທີການນຳພາຂອງພັກໃນເງື່ອນໄຂໃໝ່(11). ບົນພື້ນຖານການສະຫຼຸບສັງລວມ 15 ປີແຫ່ງການຜັນຂະຫຍາຍມະຕິເລກທີ 15-NQ/TW ຂອງຄະນະບໍລິຫານງານສູນກາງພັກຊຸດທີ X, ກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກຊຸດທີ XIII ໄດ້ອອກມະຕິເລກທີ 28-NQ/TW ລົງວັນທີ 17 ພະຈິກ 2022, “ສືບຕໍ່ປ່ຽນແປງໃໝ່ແບບວິທີການນຳພາ ແລະການກຳອຳນາດຂອງພັກ ຕໍ່ລະບົບການເມືອງໃນໄລຍະໃໝ່. ບົດບາດນຳພາແລະກຳອຳນາດຂອງພັກ ຕໍ່ລັດແລະສັງຄົມ ໄດ້ຮັບການຢືນຢັນໃນລັດຖະທຳມະນູນແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ; ກົນໄກ “ພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າຂອງ”ກໍ່ໄດ້ຮັບການຢັ້ງຢືນຕັ້ງແຕ່ຕົ້ນ ແລະຜັນຂະຫຍາຍປະຕິບັດ ດ້ວຍບັນດາຂໍ້ກຳນົດທີ່ເຂັ້ມງວດໃນລັດຖະທຳມະນູນ, ກົດລະບຽບພັກ, ເອກະສານຂອງພັກ ແລະກົດຂໍ້ບັງຄັບຂອງກົດໝາຍ ກໍ່ຄືບັນດາຂໍ້ກຳນົດ ກົດລະບຽບຂອງບັນດາອົງການຈັດຕັ້ງອື່ນ ໃນລະບົບການເມືອງ ແລະສະມາຄົມມະຫາຊົນ.
ພາຍໃຕ້ການນຳພາຂອງພັກ ດ້ວຍແບບວິທີ ແລະວິທີການກຳອຳນາດທີ່ເປັນປະຊາທິປະໄຕ ແລະວິທະຍາສາດ, ປ່ຽນແປງໃໝ່ຢ່າງເປັນປົກກະຕິຕາມຄວາມຮຽກຮ້ອງຕ້ອງການ, ໜ້າທີ່ວຽກງານຂອງແຕ່ລະໄລຍະ, ໄດ້ຮັບການປ່ຽນແປງໃໝ່ຢ່າງສະໝ່ຳສະເໝີຕາມຄວາມຕ້ອງການແລະໜ້າທີ່ຂອງແຕ່ລະໄລຍະ, ພາລະກິດການປະຕິວັດຫວຽດນາມໂດຍທົ່ວໄປ, ພາລະກິດການປ່ຽນແປງໃໝ່ໂດຍສະເພາະ, ໄດ້ບັນລຸຄວາມສຳເລັດອັນມະຫັດສະຈັນ ແລະບັນດາຜົນງານອັນຍິ່ງໃຫຍ່. ຈາກປະເທດທີ່ບໍ່ມີຊື່ໃນແຜນທີ່ໂລກ, ຖືກສົງຄາມທຳລາຍຢ່າງໜັກໜ່ວງ, ຫວຽດນາມໄດ້ບືນຕົວຂຶ້ນກາຍເປັນສັນຍາລັກແຫ່ງສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ຈຸດໝາຍປາຍທາງຂອງນັກລົງທຶນ ແລະ ນັກທ່ອງທ່ຽວສາກົນ. ຈາກພື້ນຖານເສດຖະກິດທີ່ຫຼ້າຫຼັງ, ຫວຽດນາມໄດ້ບືນຕົວຂຶ້ນຢູ່ໃນກຸ່ມ 40 ປະເທດເສດຖະກິດແຖວໜ້າ, ໂດຍມີຂະໜາດການຄ້າຢູ່ໃນກຸ່ມ 20 ປະເທດອັນດັບໜຶ່ງຂອງໂລກ, ເຊິ່ງມີສ່ວນເຊື່ອມໂຍງສຳຄັນໃນສັນຍາການຄ້າເສລີ 16 ສະບັບ ທີ່ກ່ຽວຂ້ອງກັບ 60 ພື້ນຖານເສດຖະກິດຫຼັກໃນພາກພື້ນ ແລະທົ່ວໂລກ. ຈາກປະເທດຖືກປິດລ້ອມແລະໂດດດ່ຽວ, ຫວຽດນາມໄດ້ສ້າງຕັ້ງການພົວພັນທາງການທູດກັບ 193 ປະເທດ, ມີການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ຄູ່ຮ່ວມມືຮອບດ້ານກັບ 30 ປະເທດ, ລວມທັງບັນດາປະເທດໃຫຍ່, ແລະ ເປັນສະມາຊິກທີ່ຕັ້ງຫນ້າຂອງອົງການຈັດຕັ້ງພາກພື້ນ ແລະສາກົນກວ່າ 70 ແຫ່ງ. ສະຫະປະຊາຊາດ ແລະ ບັນດາປະເທດເພື່ອນມິດ ຖືວ່າ ຫວຽດນາມເປັນເລື່ອງລາວຕວາມສຳເລັດ, ເປັນຈຸດສະຫວ່າງໃນການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ ແລະ ປັບປຸງຊີວິດທາງດ້ານວັດຖຸ ແລະ ຈິດວິນຍານຂອງປະຊາຊົນຢ່າງບໍ່ຢຸດຢັ້ງ.
ພ້ອມກັນນັ້ນ, ຫວຽດນາມໄດ້ສ້າງສະຖາບັນທາງການເມືອງທີ່ໝັ້ນຄົງ ໂດຍມີກົນໄກ “ພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າຂອງ”. ລະບົບການຈັດຕັ້ງກົງຈັກຂອງພັກຜ່ານການປັບປຸງບູລະນະຫຼາຍຄັ້ງ, ເປັນຮູບເປັນຮ່າງເທື່ອລະກ້າວ, ພວມສືບຕໍ່ໄດ້ຮັບການປ່ຽນແປງໃໝ່ ແລະ ຈັດຕັ້ງຄືນໃໝ່. ລະບົບການເມືອງໄດ້ຮັບການກໍ່ສ້າງ, ປັບປຸງໃຫ້ສົມບູນແບບ, ຢືນຢັນບົດບາດການນຳພາ, ຄຸ້ມຄອງ, ບໍລິຫານຈັດການ ການເຄື່ອນໄຫວຂອງຊີວິດສັງຄົມ. ແນວໂຮມປະເທດຊາດຫວຽດນາມແມ່ນອົງການຕົວແທນທີ່ແທ້ຈິງຂອງປະຊາຊົນ ເຊິ່ງມີບົດບາດໃນການປົກປັກຮັກສາສິດແລະຜົນປະໂຫຍດອັນຊອບທຳຂອງປະຊາຊົນ; ເຕົ້າໂຮມແລະເສີມຂະຫຍາຍກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ, ປະຕິບັດປະຊາທິປະໄຕ, ເພີ່ມທະວີຄວາມເຫັນດີເຫັນພ້ອມທາງສັງຄົມ; ຕິດຕາມກວດກາ ແລະວິຈານສັງຄົມ; ເຂົ້າຮ່ວມການກໍ່ສ້າງພັກແລະລັດ. ບັນດາອົງການຈັດຕັ້ງທາງການເມືອງ-ສັງຄົມ ເປັນຕົວແທນໃຫ້ສິດແລະຜົນປະໂຫຍດຕາມກົດໝາຍແລະຊອບທຳຂອງຊົນຊັ້ນແລະຊັ້ນຄົນປະຊາຊົນ; ສາມັກຄີ, ເຕົ້າໂຮມ, ໂຄສະນາ, ຂົນຂວາຍປະຊາຊົນ ເພື່ອປະກອບສ່ວນອັນຕັ້ງໜ້າເຂົ້າໃນການປະຕິບັດແຜນນະໂຍບາຍ ແນວທາງຂອງພັກ. ສະຖາບັນດັ່ງກ່າວນັບມື້ນັບໄດ້ຮັບການຢັ້ງຢືນເຖິງຄວາມເໝາະສົມ ແລະຄວາມດີເລີດ, ໄດ້ຮັບຄວາມໄວ້ວາງໃຈ ແລະສະໜັບສະໜູນ ຈາກພະນັກງານ, ສະມາຊິກພັກ, ປະຊາຊົນທຸກຊັ້ນຄົນ ແລະ ໄດ້ຮັບການຕີລາຄາສູງຈາກເພື່ອນມິດສາກົນ.
ຢ່າງໃດກໍຕາມ, ການປ່ຽນແປງໃໝ່ແບບວິທີການນຳພາຂອງພັກຍັງມີຈຸດອ່ອນ ແລະ ຂໍ້ຈຳກັດຫຼາຍຢ່າງ. ຍັງມີສະພາບການອອກເອກະສານຫຼາຍສະບັບ, ບາງສະບັບມີລັກສະນະລວມໆ, ກະແຈກກະຈາຍ, ຊ້ຳຊ້ອນກັນ, ຊັກຊ້າໃນການເພີ່ມ ແກ້ໄຂ ແລະ ແທນທີ່. ບາງແຜນນະໂຍບາຍແລະແນວທາງສຳຄັນຂອງພັກ ຍັງບໍ່ທັນຫັນເປັນນິຕິກຳໄດ້ທັນທ່ວງທີ່ແລະຄົບຖ້ວນ ຫຼືໄດ້ຮັບການຫັນເປັນນິຕິກຳແລ້ວ, ແຕ່ຄວາມເປັນໄປໄດ້ບໍ່ສູງ. ຮູບແບບລວມຂອງລະບົບການເມືອງຍັງບໍ່ສົມບູນແບບ; ພາລະບົດບາດ, ໜ້າທີ່, ສິດຂອບເຂດ, ການພົວພັນເຮັດວຽກຂອງອົງການຈັດຕັ້ງ, ບຸກຄົນ, ຫົວໜ້າ ຍັງມີເນື້ອໃນທີ່ບໍ່ຈະແຈ້ງ; ການແບ່ງຂັ້ນ ແບ່ງອຳນາດບໍ່ເຂັ້ມແຂງ. ຮູບແບບການຈັດຕັ້ງຂອງພັກແລະລະບົບການເມືອງຍັງມີຂໍ້ບົກຜ່ອງ, ເຮັດໃຫ້ຂອບເຂດລະຫວ່າງການນຳພາ ແລະ ການຄຸ້ມຄອງນັ້ນ ແຍກກັນໄດ້ຍາກ, ນຳໄປສູ່ການອູ້ມວຽກເຮັດແທນ ຫຼືປ່ອຍປະລະເຫຼີງການນຳພາຂອງພັກ. ການປະຕິຮູບດ້ານບໍລິຫານ ແລະ ການປ່ຽນແປງໃໝ່ແບບແຜນແລະວິທີເຮັດວຽກຢູ່ໃນພັກ ຍັງຊັກຊ້າ; ຍັງມີການປະຊຸມຫຼາຍ.
2- ເພື່ອສືບຕໍ່ປ່ຽນໃໝ່ແບບວິທີການນຳພາຂອງພັກຢ່າງແຂງແຮງ, ປັບປຸງຍົກສູງຄວາມສາມາດນຳພາ, ຄວາມສາມາດອຳນາດ, ຮັບປະກັນໃຫ້ພັກເປັນຜູ້ນຳພາທີ່ຍິ່ງໃຫຍ່, ນຳພາປະຊາຊົນຫວຽດນາມກ້າວໄປຂ້າງໜ້າຢ່າງແຂງແຮງ, ຈຳເປັນຕ້ອງປະຕິບັດບາງໜ້າທີ່ສຳຄັນດັ່ງຕໍ່ໄປນີ້:
ທີໜຶ່ງ, ເປັນເອກະພາບທາງດ້ານຄວາມຮັບຮູ້ ແລະ ປະຕິບັດແບບວິທີການນຳພາ ແລະການກຳອຳນາດຂອງພັກຢ່າງເຂັ້ມງວດ, ຫ້າມບໍ່ໃຫ້ມີການອຸ້ມວຽກເຮັດແທນ ຫຼືປ່ອຍປະລະເຫຼີງການນຳພາຂອງພັກຢ່າງເດັດຂາດ. ພັກນຳພາລະບົບການເມືອງດ້ວຍໂຄງການການເມືອງ, ແນວທາງ, ນະໂຍບາຍ ແລະ ການນຳໜ້າເປັນແບບຢ່າງ, ການຕິຊົມແລະຕິຊົມຕົນເອງເປັນປົກກະຕິຂອງພະນັກງານ, ສະມາຊິກພັກ; ດ້ວຍການຜັນຂະຫຍາຍແຜນນະໂຍບາຍ, ແນວທາງ ແລະ ນະໂຍບາຍຂອງພັກເປັນກົດໝາຍຂອງລັດ; ການຂົນຂວາຍແລະຊັກຈູງປະຊາຊົນປະຕິບັດແນວທາງ ແລະ ນະໂຍບາຍຂອງພັກ, ການນຳຜູ້ແທນທີ່ດີເດັ່ນເຂົ້າໃນອົງການຈັດຕັ້ງລັດ ແລະ ຜ່ານວຽກງານກວດກາ-ຕິດຕາມກວດກາ. ຜ່ານການກຳອຳນາດການປົກຄອງດ້ວຍກົດໝາຍ, ພັກນຳພາການກຳນົດລັດຖະທຳມະນູນ ແລະ ກົດໝາຍ, ພ້ອມກັນນັ້ນ ພັກເຄື່ອນໄຫວໃນຂອບເຂດລັດຖະທຳມະນູນ ແລະ ກົດໝາຍ. ພະນັກງານແລະສະມາຊິກຂອງພັກປະຕິບັດຕາມກົດໝາຍ ແລະ “ເຄົາລົບ”ກົດໝາຍ. ພັກກຳອຳນາດ, ນຳພາລັດແລະສັງຄົມ; ອຳນາດຂອງພັກຜູ້ກຳອຳນາດ ແມ່ນອຳນາດໃນການກຳນົດແຜນນະໂຍບາຍ, ແນວທາງ, ສ່ວນອຳນາດຂອງລັດແມ່ນການປະກາດໃຊ້ກົດໝາຍ, ຈັດຕັ້ງ ແລະຄຸ້ມຄອງສັງຄົມບົນພື້ນຖານກົດໝາຍ. ການນຳພາຂອງພັກເພື່ອຮັບປະກັນໃຫ້ອຳນາດເປັນຂອງປະຊາຊົນຢ່າງແທ້ຈິງ, ລັດເປັນຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ. ພັກນຳພາປະເທດຢ່າງຮອບດ້ານ ແລະ ມີຄວາມຮັບຜິດຊອບຕໍ່ປະຊາຊົນຕໍ່ການຕັດສິນໃຈຂອງຕົນໃນພາລະກິດການສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ທີສອງ, ສຸມໃສ່ການປັບປຸງກົງຈັກໃຫ້ຄ່ອງຕົວ, ຈັດຕັ້ງບັນດາອົງການຂອງພັກ ໃຫ້ເປັນແກ່ນສານທາງປັນຍາຢ່າງແທ້ຈິງ, ແມ່ນ “ອົງການທີ່ປຶກສາຍຸດທະສາດ”, ກອງນຳໜ້າໃນການການນຳພາອົງການລັດ. ກໍ່ສ້າງບັນດາອົງການທີ່ປຶກສາຂອງຄະນະພັກຢ່າງແທດຈິງ; ພະນັກງານທີ່ປຶກສາມີຄຸນນະພາບດ້ານການເມືອງ, ມີຄວາມສາມາດ, ມີລະດັບວິຊາຊີບດີ, ມີຄວາມຊຳນານດ້ານວິຊາຊີບ, ມີຄວາມຮັບຜິດຊອບແລະຊຳນານງານ. ຄົ້ນຄວ້າແລະຊຸກຍູ້ການລວມໜ່ວຍງານທີ່ປຶກສາ ແລະຊ່ວຍເຫຼືອຈຳນວນໜຶ່ງຂອງພັກ; ຕີລາຄາຢ່າງຮອບດ້ານໂດຍໄວ ການດຳລົງຕຳແໜ່ງພັກແລະລະບົບການເມືອງໄປພ້ອມກັນ ເພື່ອມີການຕັດສິນຕົກລົງທີ່ເໝາະສົມ. ຮັບປະກັນໃຫ້ໜ້າທີ່ນຳພາຂອງພັກບໍ່ທັບຊ້ອນກັບໜ້າທີ່ຄຸ້ມຄອງ; ຈຳແນກແລະກຳນົດໜ້າທີ່ສະເພາະຂອງລະດັບການນຳໃນບັນດາຮູບແບບອົງການຈັດຕັ້ງຢ່າງຊັດເຈນ, ຫຼີກລ້ຽງສະຖານະການອຸ້ມວຽກເຮັດແທນ ຫຼືມີຄວາມຊ້ຳຊ້ອນ, ເຮັດແບບຮູບນອກ. ປ່ຽນແປງໃໝ່ແບບແຜນແລະວິທີເຮັດວຽກຢ່າງແຂງແຮງ ຕາມທິດວິທະຍາສາດ ແລະເປັນມືອາຊີບ, ດ້ວຍທິດນຳ “ບົດບາດທີ່ຖືກຕ້ອງ, ຮູ້ບົດຮຽນ”.
ທີສາມ, ປ່ຽນແປງໃໝ່ຢ່າງແຂງແຮງໃນການປະກາດໃຊ້ ການຊາບຊຶມ ແລະ ການປະຕິບັດມະຕິຂອງພັກ; ກໍ່ສ້າງບັນດາອົງການຈັດຕັ້ງພັກຮາກຖານທີ່ເປັນ “ແກນນຳການເມືອງຢູ່ຮາກຖານ” ແທ້ໆ. ມະຕິຂອງຄະນະພັກ ແລະ ອົງການຈັດຕັ້ງພັກ ຕ້ອງສັ້ນ, ຮັດກຸມ, ເຂົ້າໃຈງ່າຍ, ຈື່ຈຳງ່າຍ, ຮັບເອົາງ່າຍ ແລະ ງ່າຍໃນການປະຕິບັດ; ຕ້ອງກຳນົດຢ່າງຊັດເຈນແລະຖືກຕ້ອງຕາມຄວາມຮຽກຮ້ອງຕ້ອງການ, ໜ້າທີ່, ເສັ້ນທາງ ແລະ ວິທີການພັດທະນາຂອງປະເທດ, ຂອງຊາດ, ຂອງແຕ່ລະທ້ອງຖິ່ນ, ແຕ່ລະກະຊວງ, ຂະແໜງການ; ຕ້ອງມີວິໄສທັດ, ວິທະຍາສາດ, ພຶດຕິກຳຕົວຈິງ, ແທດຈິງ ແລະ ເປັນໄປໄດ້; ສ້າງຄວາມເບີກບານສຳລານໃຈ, ຄວາມເຊື່ອໝັ້ນ, ຄວາມປາດຖະໜາດີ ແລະ ແຮງຂັບເຄື່ອນຊຸກຍູ້ການກະທຳຂອງພະນັກງານ, ສະມາຊິກພັກ, ບັນດາພາກສ່ວນເສດຖະກິດ, ວິສາຫະກິດ ແລະ ປະຊາຊົນ ໃນການປະຕິບັດມະຕິຂອງພັກ. ການຊາບຊຶມແລະປະຕິບັດມະຕິຕ້ອງສ້າງຈິດສຳນຶກ ແລະ ປູກຝັງດ້ວຍຕົນເອງ, ພິເສດແມ່ນ ບັນດາທັດສະນະ, ແຜນນະໂຍບາຍ ແລະ ວິທີແກ້ໄຂໃໝ່. ເອົາໃຈໃສ່ກໍ່ສ້າງໜ່ວຍພັກດີ ແລະ ສະມາຊິກພັກດີ; ປັບປຸງຍົກສູງຄຸນນະພາບການດຳເນີນຊີວິດໜ່ວຍພັກ ແລະ ນຳເອົາແຜນນະໂຍບາຍ ແນວທາງຂອງພັກເຂົ້າສູ່ຊີວິດຕົວຈິງ.
ທີສີ່, ສືບຕໍ່ປ່ຽນແປງໃໝ່ວຽກງານກວດກາ ແລະ ຕິດຕາມກວດກາ; ຍູ້ແຮງການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການຫັນປ່ຽນດິຈິຕອນ ເຂົ້າໃນການເຄື່ອນໄຫວຂອງພັກ. ພັກກວດກາ, ຕິດຕາມກວດກາ ເພື່ອໃຫ້ວຽກງານດຳເນີນໄປດ້ວຍດີກວ່າເກົ່າ, ມະຕິຖືກຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ; ກົງຈັກຂອງພັກ ແລະ ລັດ ດຳເນີນງານຢ່າງມີປະສິດທິຜົນ ແລະ ມີປະສິດທິຜົນ, ສອດຄ່ອງກັບແຜນນະໂຍບາຍແລະແນວທາງ, ຖືກກັບຜູ້ຄົນ ແລະວຽກງານທີ່ຖືກຕ້ອງ; ຄົ້ນພົບປັດໄຈໃໝ່, ວິທີການທີ່ດີ ແລະມີຫົວຄິດປະດິດສ້າງໃນທັນທີ; ແກ້ໄຂແລະດັດປັບປະກົດການຜິດເຂວ, ຜິດອອກຈາກທິດໝາຍ ຫຼືສະກັດກັ້ນການກະທຳຜິດ, ລະເມີດລະບຽບວິໄນຂອງພັກ ແລະ ກົດໝາຍຂອງລັດ. ເສີມຂະຫຍາຍໃນລະດັບສູງ ບົດບາດກວດກາ ຕິດຕາມກວດກາຂອງຄະນະພັກ, ຄະນະກຳມະການກວດກາທຸກຂັ້ນ. ປະກາດໃຊ້ກົດລະບຽບການແບ່ງອຳນາດກວດກາ, ຕິດຕາມກວດກາ ຕິດພັນກັບການກວດຈັບແລະຈັດການການກະທຳທັງໝົດທີ່ເປັນການໃຊ້ປະໂຫຍດຈາກການກວດກາ, ຕິດຕາມກວດກາການສໍ້ລາດບັງຫຼວງ ແລະຄວາມຫຍໍ້ທໍ້. ສຸມໃສ່ການຫັນປ່ຽນດິຈິຕອນໃນວຽກງານພັກ; ກໍ່ສ້າງຖານຂໍ້ມູນຂອງອົງການຈັດຕັ້ງພັກຮາກຖານ, ສະມາຊິກພັກ ແລະ ເອກະສານຂອງພັກ, ເຊື່ອມຕໍ່ຈາກສູນກາງເຖິງຮາກຖານ, ເຊື່ອມໂຍງເຂົ້າກັບຖານຂໍ້ມູນແຫ່ງຊາດກ່ຽວກັບພົນລະເມືອງ ແລະ ບັນດາຖານຂໍ້ມູນອື່ນໆ, ຮັບໃຊ້ວຽກງານປົກປັກຮັກສາການເມືອງພາຍໃນຢ່າງມີປະສິດທິພາບ ແລະ ກໍ່ສ້າງພັກໃຫ້ປອດໃສແລະໝັ້ນຄົງເຂັ້ມແຂງ.
ວ.ອີ.ເລນິນ ສອນວ່າ: "ເມື່ອສະຖານະການປ່ຽນໄປແລະພວກເຮົາຕ້ອງແກ້ໄຂວຽກງານທີ່ແປກຕ່າງ, ພວກເຮົາບໍ່ຄວນເບິ່ງຄືນຫຼັງແລະໃຊ້ວິທີການຂອງມື້ວານນີ້"(11). ພຶດຕິກຳການປ່ຽນແປງໃໝ່ມີການເຄື່ອນໄຫວ ແລະພັດທະນາຢ່າງບໍ່ຢຸດຢັ້ງ, ຮຽກຮ້ອງໃຫ້ມີການປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ ໃນແບບວິທີການນຳພາ ແລະກຳອຳນາດຂອງພັກ ບົນພື້ນຖານການຍຶດໝັ້ນບັນດາຫຼັກການຂອງພັກ; ໂດຍຊາບຊຶມຄຳສັ່ງສອນຂອງສະຫາຍເລຂາທິການໃຫຍ່ ເລຢ໋ວນ: ຕ້ອງນຳພາຢ່າງເຄັ່ງຄັດ ແລະດ້ວຍຫຼັກການ, ບໍ່ຫວັ່ນໄຫວຕໍ່ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຂອງການປະຕິວັດ./.
---------------------
(1) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 3, ໜ້າ 5.
(2), (3) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ. ເຫຼັ້ມ 5, ໜ້າ 290, 289
(4) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ. ເຫຼັ້ມ 15, ໜ້າ 622
(5) ເບິ່ງ: ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ. ເຫຼັ້ມ 5, ໜ້າ 325
(6), (7), (8), (9) ເອກະສານກອງປະຊຸມໃຫຍ່ຂອງພັກໃນສະໄໝແຫ່ງການປ່ຽນແປງໃໝ່, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2005, tr. 301, 301, 329, 330
(10) ເອກະສານກອງປະຊຸມຜູ້ແທນທົ່ວປະເທດກາງສະໄໝຊຸດທີ VII, ເອກະສານກອງປະຊຸມໃຫຍ່ຂອງພັກໃນສະໄໝແຫ່ງການປ່ຽນແປງໃໝ່, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2005, tr. 438, 439
(11) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 196
(12) ວ.ອີ. ເລນິນ: ນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2006, ເຫຼັ້ມ 44, ໜ້າ 398