ການຫັນປ່ຽນດິຈິຕອນໃນການແພດຊ່ວຍເພີ່ມຜົນປະໂຫຍດ
ໃຫ້ກັບປະຊາຊົນໃນການຄຸ້ມຄອງແລະດູແລສຸຂະພາບຢ່າງຮອບດ້ານ
ໃຫ້ກັບປະຊາຊົນໃນການຄຸ້ມຄອງແລະດູແລສຸຂະພາບຢ່າງຮອບດ້ານ
ວກ. - ຂະບວນການຫັນເປັນດິຈິຕອນໃນການດູແລສຸຂະພາບແມ່ນຄວາມຕ້ອງການທີ່ຫຼີກລ່ຽງບໍ່ໄດ້, ທັງເປັນພື້ນຖານ ແລະ ແຮງຂັບເຄື່ອນໃຫ້ແກ່ການພັດທະນາຂະແໜງການແພດໃນຍຸກໃໝ່. ໂດຍຖືກລະບຸວ່າເປັນຂົງເຂດທີ່ມີຜົນກະທົບທາງສັງຄົມຢ່າງຫຼວງຫຼາຍ ແລະມີຄວາມກ່ຽວຂ້ອງກັບປະຊາຊົນປະຈໍາວັນ, ການດູແລສຸຂະພາບໄດ້ຮັບຄວາມເອົາໃຈໃສ່ໃຫ້ຫັນເປັນດິຈິຕອນກ່ອນ.
ແຜນນະໂຍບາຍຂອງພັກ ແລະ ລັດຫວຽດນາມ
ກ່ຽວກັບການຫັນເປັນດີຈີຕອນໃນການແພດ
ກະຊວງສາທາລະນະສຸກໄດ້ກຳນົດວ່າ ເປົ້າໝາຍການຫັນເປັນດິຈິຕອນແຫ່ງຊາດຮອດປີ 2025, ວິໄສທັດຮອດປີ 2030 ຄື: 1- ຍົກສູງຄວາມສາມາດແລະປະສິດທິພາບການຄຸ້ມຄອງ, ການເຄື່ອນໄຫວວິຊາສະເພາະ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການປະຕິບັດໂຄງການຫັນເປັນດິຈິຕອນແຫ່ງຊາດຮອດປີ 2025. ທິດທາງຂອງລັດຖະບານຮອດປີ 2030, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ປະຊາຊົນ ແລະ ນັກທຸລະກິດເຂົ້າເຖິງການບໍລິການດ້ານການແພດຢ່າງທັນການ ແລະ ມີປະສິດທິຜົນ; 2- ການຄຸ້ມຄອງ ແລະ ບໍລິຫານຂອງກະຊວງສາທາລະນະສຸກ ແລະ ຫົວໜ່ວຍການແພດ ໃນຂະແໜງການສາທາລະນະສຸກ ຕ້ອງໄດ້ຫັນປ່ຽນ ແລະ ດຳເນີນໄປສູ່ສະພາບແວດລ້ອມດິຈິຕອນ. ກໍ່ສ້າງ ແລະ ຈັດຕັ້ງປະຕິບັດການຫັນເປັນດິຈິຕອນ ບົນພື້ນຖານຂອງຂໍ້ມູນທັນສະໄໝ ແລະ ເຕັກໂນໂລຊີດິຈິຕອນ ໂດຍຜ່ານການຫັນເປັນດິຈິຕອນທັງໝົດ: ການຄຸ້ມຄອງລະບົບຊັບພະຍາກອນບຸກຄົນ; ການອອກໃບອະນຸຍາດ ແລະ ເລກທະບຽນ; ການເຮັດວຽກງານດູແລແລະປົກປ້ອງສຸຂະພາບຂອງປະຊາຊົນ ໃນສະພາບແວດລ້ອມເຄືອຂ່າຍ ແມ່ນຮັບປະກັນຄວາມປອດໄພ ແລະຄວາມໝັ້ນຄົງຂອງຂໍ້ມູນ.
ຄົນເຈັບລົງທະບຽນເຂົ້າກວດສຸຂະພາບຢູ່ກະດານຂໍ້ມູນຂ່າວສານທາງເອເລັກໂຕຣນິກຂອງໂຮງໝໍ ຖົ້ງເຍີດ, ນະຄອນໂຮ່ຈີມິນ_ພາບ: TTXVN
ດ້ວຍທັດສະນະຖືປະຊາຊົນເປັນໃຈກາງ, ບັນດາອົງການທີ່ເຄື່ອນໄຫວຫັນເປັນດິຈິຕອນໃນການແພດໄດ້ສະເໜີບັນດາເນື້ອໃນ ກ່ຽວກັບການພັດທະນາພື້ນຖານສຳລັບການຫັນເປັນດິຈິຕອນ ໃນຂະແໜງການສາທາລະນະສຸກ, ການພັດທະນາເສດຖະກິດດິຈິຕອນໃນຂະແຫນງການສາທາລະນະສຸກ ແລະການພັດທະນາສັງຄົມດິຈິຕອນໃນຂະແໜງການສາທາລະນະສຸກ. ລະອຽດຄື:
ທີ່ໜຶ່ງ, ກ່ຽວກັບການສ້າງຮາກຖານຂອງການຫັນເປັນດິຈິຕອນ. ເນື້ອໃນນີ້ປະກອບມີຫຼາຍກິດຈະກໍາ, ເຊັ່ນ: ການຫັນປ່ຽນຄວາມຮັບຮູ້; ການສ້າງສະຖາບັນ; ການສ້າງກົນໄກການຈ້າງງານບໍລິການສຸຂະພາບດິຈິຕອນ; ການພັດທະນາໂຄງສ້າງພື້ນຖານດິຈິຕອນທາງການແພດ; ການພັດທະນາຂໍ້ມູນດິຈິຕອນທາງການແພດ; ການພັດທະນາຖານຂໍ້ມູນຮ່ວມກັນໃນຂະແໜງການແພດ, ການພັດທະນາແພລດຟອຣ໌ມດິຈິຕອນດ້ານການດູແລສຸຂະພາບ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພຂອງເຄືອຂ່າຍ, ການຮ່ວມມືສາກົນ, ການຄົ້ນຄວ້າ, ການພັດທະນາແລະການປ່ຽນແປງໃໝ່ປະດິດສ້າງໃນສະພາບແວດລ້ອມດິຈິຕອນແລະການພັດທະນາຊັບພະຍາກອນບຸກຄະລາກອນ.
ທີສອງ, ກ່ຽວກັບການພັດທະນາລັດຖະບານດິຈິຕອນໃນຂະແໜງສາທາລະນະສຸກ: ສຸມໃສ່ພັດທະນາ ແລະ ຍົກລະດັບລະບົບຂໍ້ມູນຂ່າວສານດ້ານສຸຂະພາບໃນແພລດຟອຣ໌ມດິຈິຕອນລ່າສຸດ ເພື່ອສະໜອງຂໍ້ມູນ ແລະ ບໍລິການດ້ານສຸຂະພາບດ້ວຍວິທີງ່າຍດາຍ ແລະ ສະດວກໃນອຸປະກອນເຄື່ອນທີ່. ພ້ອມກັນນັ້ນ, ນຳໃຊ້ການວິເຄາະຂໍ້ມູນໃຫຍ່, ປັນຍາປະດິດ, ຄວາມເປັນຈິງສະເໝືອນ/ຄວາມຈິງເສີມ (VR / AR) ເພື່ອຊຸກຍູ້ຂະບວນການຫັນເປັນດິຈິຕອນຢ່າງຮອບດ້ານ, ນໍາເອົາປະສົບການທີ່ດີທີ່ສຸດ ແລະເປັນມິດທີ່ສຸດໃຫ້ກັບຜູ້ໃຊ້.
ທີ່ສາມ, ກ່ຽວກັບການພັດທະນາເສດຖະກິດດິຈິຕອນໃນຂະແໜງສາທາລະນະສຸກ: ສຸມໃສ່ສົ່ງເສີມທຸລະກິດການແພດ ແລະ ສະຖານທີ່ກວດສຸຂະພາບແລະການປິ່ນປົວເພື່ອເພີ່ມການໃຊ້ເຕັກໂນໂລຊີດິຈິຕອນໃນການຄຸ້ມຄອງ ແລະ ໃຫ້ບໍລິການທາງການແພດ, ເພື່ອປັບປຸງປະສົບການ ແລະ ຄວາມສະດວກສະບາຍໃຫ້ກັບປະຊາຊົນ, ວິສາຫະກິດ ແລະ ພະນັກງານການແພດ. ສິ່ງນີ້ລວມມີການຊຸກຍູ້ການລົງທຶນໃນຂະແໜງການສຸຂະພາບດິຈິຕອນ, ເຊັ່ນດຽວກັນກັບການເພີ່ມການນໍາໃຊ້ເຕັກໂນໂລຢີດິຈິຕອນໃນການຜະລິດ, ການຄຸ້ມຄອງທຸລະກິດ ແລະການໃຫ້ບໍລິການອອນໄລນ໌ໃນອຸດສາຫະກໍາຢາ, ອາຫານ ແລະອຸປະກອນການແພດ. ນອກຈາກນັ້ນ, ໂຮງໝໍຍັງຕ້ອງການສົ່ງເສີມຄວາມກ້າວໜ້າໄປສູ່ໂຮງໝໍອັດສະລິຍະ ແລະການໃຫ້ບໍລິການໃນແພລດຟອຣ໌ໝດິຈິຕອນ. ວິສາຫະກິດເຕັກໂນໂລຍີການແພດ ຕ້ອງສ້າງການຄົ້ນຄວ້າ ແລະພັດທະນາແພລດຟອຣ໌ມດິຈິຕອນໃນດ້ານການດູແລສຸຂະພາບ, ເຊັ່ນດຽວກັນກັບເຕັກໂນໂລຊີຂໍ້ມູນຂະໜາດໃຫຍ່, ປັນຍາປະດິດ ແລະ ການປະເມີນຜົນແບບຄລາວດ໌ ເພື່ອສ້າງບໍລິການດິຈິຕອນທີ່ມີປະສິດທິພາບ.
ທີສີ່, ການພັດທະນາສັງຄົມດິຈິຕອນໃນຂະແໜງສາທາລະນະສຸກເພື່ອໜູນຊ່ວຍປະຊາຊົນ, ວິສາຫະກິດ ແລະ ຫົວໜ່ວຍສາທາລະນະສຸກ ໃນຂະບວນການຫັນເປັນດິຈິຕອນ.
ການຫັນປ່ຽນດິຈິຕອນດ້ານການດູແລສຸຂະພາບນໍາມາເຊິ່ງຜົນປະໂຫຍດທີ່ສໍາຄັນຫຼາຍຢ່າງແກ່ປະຊາຊົນ, ໂດຍສະເພາະໃນດ້ານການເພີ່ມການເຂົ້າເຖິງການບໍລິການທາງການແພດ, ການປັບປຸງຄຸນນະພາບຂອງບໍລິການທາງການແພດ, ການຫຼຸດຄ່າໃຊ້ຈ່າຍທາງການແພດ ແລະຄວາມສາມາດຂອງປະຊາຊົນ ໃນການດູແລສຸຂະພາບຂອງຕົນເອງ:
1, ຄວາມສະດວກແລະຄວາມເອື້ອອຳນວຍໃນການເຂົ້າເຖິງບໍລິການທາງການແພດ. ແທນທີ່ຈະຕ້ອງໄປໂຮງໝໍໂດຍກົງ, ປະຊາຊົນສາມາດກໍານົດເວລາການກວດອອນໄລນ໌ແລະປຶກສາແພດຜ່ານແອັບພລີເຄຊັນ ຫຼືເວັບໄຊທ໌ຂອງໂຮງໝໍໄດ້ຢ່າງງ່າຍດາຍ. ການດຳເນີນການຕ້ອນຮັບຜູ້ປ່ວຍ ເພື່ອກວດແລະປິ່ນປົວພະຍາດ ໂດຍໃຊ້ບັດປະຈຳຕົວປະຊາຊົນຝັງຊິບ ຫຼືຜ່ານແອັບພລິເຄຊັນລະບຸຕົວຕົນແບບເອເລັກໂຕຣນິກ (VNeID application) ຂອງກະຊວງປ້ອງກັນຄວາມສະຫງົບ ຍັງຊ່ວຍສ້າງຄວາມສະດວກສະບາຍໃຫ້ກັບປະຊາຊົນ. ນອກຈາກນັ້ນ, ການເບິ່ງຜົນການທົດສອບ ແລະການວິນິດໄສໄລຍະໄກ ຍັງເປັນຄຸນລັກສະນະສໍາຄັນຂອງການຫັນເປັນດິຈິຕອນທາງການແພດ.
2, ການຫັນເປັນດິຈິຕອນທາງການແພດຊ່ວຍປັບປຸງຄຸນນະພາບຂອງບໍລິການທາງການແພດ. ຄວາມສຳເລັດນີ້ເກີດຂຶ້ນໄດ້ດ້ວຍປື້ມສຸຂະພາບເອເລັກໂຕຣນິກ, ລະບົບຂໍ້ມູນການຄຸ້ມຄອງໂຮງໝໍ, ແອັບພລິເຄຊັນປັນຍາປະດິດ (AI) ແລະການສະໜັບສະໜູນການປິ່ນປົວໄລຍະໄກ (ການແພດທາງໄກ).
ບັນທຶກສຸຂະພາບເອເລັກໂຕຣນິກຊ່ວຍໃຫ້ຜູ້ຄົນຕິດຕາມຂໍ້ມູນຂອງຕົນເອງ, ຕັ້ງແຕ່ຜົນການທົດສອບ, ປະຫວັດທາງການແພດ ຈົນເຖິງຂໍ້ມູນກ່ຽວກັບຢາ ແລະພະຍາດທີ່ກ່ຽວຂ້ອງ. ປຶ້ມເຫຼັ້ມນີ້ຊ່ວຍໃຫ້ທ່ານໝໍມີຂໍ້ມູນທີ່ຄົບຖ້ວນ ແລະ ຖືກຕ້ອງໃນການວິນິດໄສ ແລະປິ່ນປົວພະຍາດຢ່າງມີປະສິດທິຜົນຫຼາຍຂຶ້ນ.
ລະບົບການຄຸ້ມຄອງໂຮງໝໍ (HIS) ຍັງຊ່ວຍຄຸ້ມຄອງບັນທຶກທາງການແພດ, ຕິດຕາມສຸຂະພາບ ແລະຊຳລະຄ່າຮັກສາພະຍາບານ. ລະບົບການຄຸ້ມຄອງໂຮງໝໍຊ່ວຍໃຫ້ອັບເດດຂໍ້ມູນສຸຂະພາບ ແລະຜົນການກວດໄດ້, ສະຫນັບສະຫນູນການວິນິດໄສ ແລະການປິ່ນປົວທີ່ມີປະສິດທິພາບຫຼາຍຂຶ້ນ. ນອກຈາກນັ້ນ, HIS ຍັງຊ່ວຍຄຸ້ມຄອງການຊໍາລະຄ່າທຳນຽມໂຮງໝໍໄດ້ຢ່າງງ່າຍດາຍ ແລະແມ່ນຢຳ.
ປັນຍາປະດິດແມ່ນເຕັກໂນໂລຊີໃໝ່ ທີ່ໃຊ້ໃນການແພດຊ່ວຍວິນິດໄສພະຍາດໄດ້ແມ່ນຢຳຫຼາຍຂຶ້ນ. ດ້ວຍການວິເຄາະຂໍ້ມູນແລະການຮຽນຮູ້ເຄື່ອງຈັກ, AI ສາມາດລະບຸອາການຂອງພະຍາດ ແລະໃຫ້ຄໍາແນະນໍາການປິ່ນປົວທີ່ຖືກຕ້ອງ. ປັນຍາປະດິດສາມາດຊ່ວຍຫຼຸດອັດຕາການວິນິດໄສຜິດພາດ ຫຼືກໍລະນີທີ່ພາດໂອກາດ, ຈາກນັ້ນຊ່ວຍເພີ່ມຄຸນນະພາບຂອງບໍລິການທາງການແພດໄດ້.
ການສະໜັບສະໜຸນການປິ່ນປົວທາງໄກຖືເປັນຄຸນລັກສະນະທີ່ສໍາຄັນໃນການຫັນເປັນດິຈິຕອນທາງການແພດ. ມັນຊ່ວຍເຊື່ອມໂຍງຜູ້ຄົນກັບຜູ້ຊ່ຽວຊານທາງການແພດຊັ້ນນໍາ, ເຮັດໃຫ້ເຂົ້າເຖິງບໍລິການທາງການແພດຄຸນນະພາບສູງໄດ້ງ່າຍຂຶ້ນ, ໂດຍສະເພາະໃນເຂດຫ່າງໄກ. ພິເສດແມ່ນ, ການໜູນຊ່ວຍວຽກງານກວດ ແລະ ປິ່ນປົວພະຍາດທາງໄກ (ສຸຂະພາບທາງໄກ), ຊ່ວຍຝຶກອົບຮົມ ແລະໃຫ້ການສະໜັບສະໜູນດ້ານເຕັກນິກແກ່ບຸກຄະລາກອນທາງການແພດໃນເຂດທີ່ຫຍຸ້ງຍາກ ເຊິ່ງຈະຊ່ວຍປັບປຸງຄຸນວຸດທິທາງວິຊາຊີບ ແລະຄຸນນະພາບຂອງການບໍລິການທາງການແພດ.
3, ການຫັນເປັນດິຈິຕອນຊ່ວຍຫຼຸດຄ່າໃຊ້ຈ່າຍດ້ານການດູແລສຸຂະພາບ. ມັນຊ່ວຍປະຫຍັດເວລາແລະຄ່າໃຊ້ຈ່າຍໃນການເດີນທາງຂອງຜູ້ຄົນ. ເຕັກໂນໂລຊີດິຈິຕອນຍັງຊ່ວຍຫຼຸດຄ່າໃຊ້ຈ່າຍໃນການຄຸ້ມຄອງບັນທຶກ, ການກວດ, ການທົດສອບ ແລະຂະບວນການປິ່ນປົວ, ເຊັ່ນ: ບັນທຶກທາງການແພດເອເລັກໂຕຣນິກ ທີ່ໃຊ້ແທນບັນທຶກທາງການແພດແບບເຈ້ບ, ການເອກຊເຣບ໌ໂດຍບໍ່ໃຊ້ຟີມພິມ ແລະລະບົບສັ່ງຢາເອເລັກໂຕຣນິກ ທົດແທນໃບສັ່ງຢາກະດາດ. ຜ່ານປື້ມສຸຂະພາບເອເລັກໂຕຣນິກ, ທ່ານໝໍສາມາດກວດສອບປະຫວັດທາງການແພດຂອງຄົນເຈັບ ແລະຜົນການທົດກວດສອບທີ່ຜ່ານມາ ເພື່ອຕັດສິນໃຈໃນການປິ່ນປົວໄດ້ຖືກຕ້ອງຫຼາຍຂຶ້ນ ເຊິ່ງຊ່ວຍປະຫຍັດຄ່າໃຊ້ຈ່າຍ ແລະຫຼີກລ່ຽງການທົດສອບຫຼືການປິ່ນປົວຊ້ຳໂດຍບໍ່ຈໍາເປັນ, ດັ່ງນັ້ນ ຊ່ວຍຫຼຸດພາລະທາງການເງິນຂອງປະຊາຊົນ.
4, ການຫັນປ່ຽນດິຈິຕອນທາງການແພດ ສ້າງເງື່ອນໄຂໃຫ້ຜູ້ຄົນເພີ່ມຄວາມສາມາດໃນການດູແລຕົນເອງ ຜ່ານການກວດຕິດຕາມສຸຂະພາບສ່ວນບຸກຄົນຜ່ານອຸປະກອນອັດສະລິຍະ, ການເຂົ້າເຖິງຂໍ້ມູນທາງການແພດທີ່ມີຊື່ສຽງ ແລະຖືກຕ້ອງ ຈາກແຫຼ່ງຂໍ້ມູນທີ່ເຊື່ອຖືໄດ້, ເຊັ່ນດຽວກັນກັບການເຂົ້າຮ່ວມໂຄງການການສຶກສາສຸຂະພາບອອນໄລນ໌. ສິ່ງນີ້ຈະຊ່ວຍເພີ່ມຄວາມຮູ້ ແລະຄວາມເຂົ້າໃຈດ້ານສຸຂະພາບຂອງປະຊາຊົນ, ດ້ວຍວິທີນີ້, ຊ່ວຍໃຫ້ພວກເຂົາດຳເນີນຊີວິດທີ່ມີສຸຂະພາບດີຂຶ້ນ ແລະປ້ອງກັນພະຍາດຕ່າງໆໄດ້.ໂຮງໝໍ ດຶກຢາງ ໃຊ້ QR Code ທີ່ອອກໃຫ້ຄົນເຈັບ ເພື່ອຊ່ວຍໃຫ້ພະຍາບານສາມາດເຂົ້າໃຈຂໍ້ມູນຄົນເຈັບຜ່ານອຸປະກອນສະແກນລະຫັດ ທີ່ສະແດງຢູ່ໜ້າຈໍຄອມພິວເຕີ ທີ່ວາງຢູ່ເທິງລັດເຂັນທາງການແພດ _ ພາບ: TTXVN
ຜົນໄດ້ຮັບທີ່ໂດດເດັ່ນໃນການຫັນເປັນດິຈິຕອນທາງການແພດ
ຫວ່າງມໍ່ໆມານີ້, ກະຊວງສາທາລະນະສຸກໄດ້ເຜີຍແຜ່ຂໍ້ມູນເປີດເຜີຍຢູ່ສອງເວັບໄຊຂໍ້ມູນເອເລັກໂຕຣນິກຄື: http://suckhoeviet.gov.vn ແລະ https://itrithuc.vn; ກໍາລັງສືບຕໍ່ສ້າງແລະສໍາເລັດບັນຊີລາຍຊື່ຂໍ້ມູນເປີດ; ສ້າງແພລດຟອຣ໌ມການແບ່ງປັນແລະເຊື່ອມໂຍງຂໍ້ມູນລະດັບກະຊວງສາທາລະນະສຸກ (LGSP) ໃຫ້ສຳເລັດສົມຍູນ, ເຊື່ອມຕໍ່ກັບແພລດຟອຣ໌ມການແບ່ງປັນແລະເຊື່ອມໂຍງຂໍ້ມູນແຫ່ງຊາດ, ຂະຫຍາຍການເຊື່ອມຕໍ່ກັບອົງການ, ກະຊວງ, ຂະແໜງການຕ່າງໆ ເຊັ່ນ: ສຳນັກງານລັດຖະບານ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງພາຍໃນ, ອົງການປະກັນສັງຄົມຫວຽດນາມ...
ກ່ຽວກັບການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການຄຸ້ມຄອງການກວດ ແລະ ປິ່ນປົວພະຍາດ, ການປະເມີນການຊຳລະຄ່າປະກັນສຸຂະພາບ, ການກວດກາ ແລະ ປິ່ນປົວທາງໄກ, ມາຮອດປະຈຸບັນ, ໄດ້ເຊື່ອມຕໍ່ບັນດາສະຖານທີ່ກວດ ແລະ ປິ່ນປົວພະຍາດໃນທົ່ວປະເທດໄດ້ 99,5%. ໂຮງໝໍ 100% ໄດ້ນຳໃຊ້ລະບົບຂໍ້ມູນຂ່າວສານຂອງໂຮງໝໍ (HIS); ໂຮງໝໍສ່ວນຫຼາຍໄດ້ນຳໃຊ້ຊອບແວການຈັດການຫ້ອງທົດລອງ (LIS); ໂຮງໝໍຫຼາຍແຫ່ງໃຊ້ລະບົບຈັດເກັບພາບທາງການແພດ ແລະການສື່ສານ (PACS) ທີ່ບໍ່ພິມຟິມ; ລະບົບສຸຂະພາບທາງໄກເຊື່ອມຕໍ່ກັບສະຖານພະຍາບານທຸກເມືອງ.
ແພລດຟອມສະໜັບສະໜູນການກວດສຸຂະພາບ ແລະໃຫ້ຄໍາປຶກສາການປິ່ນປົວທາງໄກ (VTelehealth), ລວມທັງພາລະໜ້າທີ່ພື້ນຖານ: ການຄຸ້ມຄອງຂໍ້ມູນນາຍແພດ (ຂໍ້ມູນສ່ວນບຸກຄົນ; ຂໍ້ມູນການປະຕິບັດ; ສະຖານະການໃຊ້ງານ...); ພາລະບົດບາດນີ້ອະນຸຍາດໃຫ້ຜູ້ຄົນລົງທະບຽນບັນຊີ, ໂທອອນໄລນ໌ (ວິດີໂອຄອນ) ກັບທ່ານໝໍ, ແລະຈັດການຜົນການໃຫ້ຄຳປຶກສາ; ພາລະບົດບາດນີ້ອະນຸຍາດໃຫ້ທ່ານໝໍສາມາດຮັບສາຍວິດີໂອ ແລະແນະນໍາຜູ້ຄົນ, ແລະ ປ້ອນຂໍ້ມູນກ່ຽວກັບຜົນການໃຫ້ຄຳປຶກສາໄດ້. Vtelehealth ໄດ້ຜັນຂະຫຍາຍການທົດສອບໃຫ້ແຂວງ ຈ່າວິງ, ແຂງຮວ່າ, ຫວິງຝຸກ ແລະ ໂຮງໝໍເດັກຢູ່ ຖາຍບິ່ງ. ຮອດວັນທີ 1 ກັນຍາ 2023, ມີແພດໝໍເຂົ້າຮ່ວມເກືອບ 1.000 ຄົນ; ມີໂປຣໄຟລ໌ຢູ່ໃນລະບົບຫຼາຍກວ່າ 100.000 ຄົນ, ມີບັນຊີຫຼາຍກວ່າ 67.000 ບັນຊີ ແລະເຮັດການກວດສອບ 880 ລາຍການ. ຄາດວ່າໃນປີ 2024 ຈະສືບຕໍ່ຜັນຂະຫຍາຍປະຕິບັດຕາມບັນດາແຂວງ, ນະຄອນໃນທົ່ວປະເທດ.
ກ່ຽວກັບແພລດຟອຣ໌ມບັນທຶກສຸຂະພາບເອເລັກໂຕຣນິກ, ລວມທັງອົງປະກອບດັ່ງຕໍ່ໄປນີ້: ຮູບພາບຂອງຄັງຂໍ້ມູນບັນທຶກສຸຂະພາບເອເລັກໂຕຣນິກ ຂອງກະຊວງສາທາລະນະສຸກ ບົນພື້ນຖານຂອງການຮັບຂໍ້ມູນກຸ່ມຂໍ້ມູນທາງການແພດພື້ນຖານ; ຊອບແວການຄຸ້ມຄອງບັນທຶກສຸຂະພາບສໍາລັບປະຊາຊົນ ແລະ ແອັບພິເຄຊັນມືຖືເພື່ອຊອກຫາບັນທຶກສຸຂະພາບສໍາລັບປະຊາຊົນ. ປະຈຸບັນ, ໂຄງສ້າງພື້ນຖານການຕິດຕັ້ງຂອງແພລດຟອຣ໌ມບັນທຶກສຸຂະພາບເອເລັກໂຕຣນິກ ໄດ້ຮັບການສະໜັບສະໜູນຈາກກະຊວງປ້ອງກັນຄວາມສະຫງົບ ໂດຍໃຊ້ໂຄງສ້າງພື້ນຖານຂອງສູນຂໍ້ມູນປະຊາກອນແຫ່ງຊາດ. ຄາດວ່າໃນປີ 2024, ແພລດຟອຣ໌ມບັນທຶກສຸຂະພາບເອເລັກໂຕຣນິກຈະຖືກນຳໃຊ້ສຳລັບແຂວງ/ນະຄອນ.
ມາຮອດປະຈຸບັນ, ບັນດາສະຖານທີ່ກວດສຸຂະພາບແລະປິ່ນປົວພະຍາດທຸກແຫ່ງທົ່ວປະເທດໄດ້ດຳເນີນການກວດສຸຂະພາບ ແລະ ປິ່ນປົວພະຍາດໂດຍໃຊ້ບັດປະກັນສຸຂະພາບດ້ວຍບັດປະຈຳຕົວປະຊາຊົນແບບຝັງຊິບ ຫຼືຜ່ານແອັບພລີເຄຊັນລະບຸຕົວຕົນແບບອີເລັກໂຕຣນິກ (ແອັບພລີເຄຊັນ VNeID) ຂອງກະຊວງປ້ອງກັນຄວາມສະຫງົບ ໂດຍປະສົບຄວາມສຳເລັດໃນການກວດກາສຸຂະພາບຫຼາຍກວ່າ 49,6 ລ້ານຄັ້ງ. ຂໍ້ມູນບັດປະກັນໄພໂດຍໃຊ້ບັດປະຈໍາຕົວປະຊາຊົນແບບຝັງຊິບ ເພື່ອຮັບໃຊ້ການກວດສຸຂະພາບ ແລະຂັ້ນຕອນການປິ່ນປົວ. ນອກນີ້, ກະຊວງສາທາລະນະສຸກກຳລັງທົດລອງການປະຍຸກໃຊ້ເຕັກໂນໂລຊີການຢືນຢັນຕົວຕົນດ້ວຍ ໄບໂອເມຕຣິກ ໃນການຮັບຄົນເຈັບ ເພື່ອກວດແລະປິ່ນປົວພະຍາດ.
ກ່ຽວກັບການຄຸ້ມຄອງບັນທຶກການແພດເອເລັກໂຕຣນິກຢູ່ສະຖານທີ່ປິ່ນປົວ ແລະບ່ອນກວດແລະປິ່ນປົວພະຍາດ: ມາຮອດປະຈຸບັນ, ມີໂຮງໝໍ 70 ແຫ່ງທີ່ປະຕິບັດບັນທຶກການແພດດ້ວຍເອເລັກໂຕຣນິກ ໂດຍບໍ່ຕ້ອງໃຊ້ເອກະສານການແພດແບບເຈ້ຍ. ກະຊວງສາທາລະນະສຸກໄດ້ໃຊ້ໂປແກມສັ່ງຢາເອເລັກໂຕຣນິກຢ່າງຕັ້ງໜ້າ ໂດຍພະແນກສາທາລະນະສຸກຂັ້ນແຂວງ 63 ແຫ່ງ ແລະ ຕົວເມືອງສູນກາງ 4.160 ແຫ່ງໄດ້ນຳໃຊ້ໃບສັ່ງຢາເອເລັກໂຕຣນິກ ແລະໃບສັ່ງຢາທີ່ເຊື່ອມໂຍງກັບລະບົບໃບສັ່ງຢາຂອງປະເທດ. ສືບຕໍ່ຊຸກຍູ້ການຊໍາລະຄ່າບໍລິການທາງກາແພດໂດຍທີ່ໃຊ້ເງິນສົດ ໂດຍສະຖານກວດແລະປິ່ນປົວພະຍາດ 100% ມີບໍລິການຊໍາລະເງິນທີ່ບໍ່ໃຊ້ເງິນສົດໃນຫຼາຍຮູບແບບທີ່ແຕກຕ່າງກັນ (ໂອນເງິນຜ່ານທະນາຄານ, ສະແກນ QR code, ບັດ e-wallet, ບັດກວດສຸຂະພາບແລະການປິ່ນປົວທີ່ເຊື່ອມຕໍ່ກັບທະນາຄານ, ແລະອື່ນໆ) ເພື່ອອຳນວຍຄວາມສະດວກໃຫ້ແກ່ປະຊາຊົນໃນການໄປກວດສຸຂະພາບແລະການປິ່ນປົວ.
ຄຽງຄູ່ກັນນັ້ນ, ກະຊວງສາທາລະນະສຸກຍັງໄດ້ປັບໃຊ້ແອັບພລິເຄຊັນເຕັກໂນໂລຊີຂໍ້ມູນຂ່າວສານ ເຂົ້າໃນການປ້ອງກັນພະຍາດ (ລະບົບຂໍ້ມູນການຄຸ້ມຄອງພະຍາດຕິດແປດ; ພະຍາດບໍ່ຕິດແປດ; ລະບົບຂໍ້ມູນການສັກຢາປ້ອງກັນລະດັບຊາດ), ພ້ອມກັນນັ້ນ ໄດ້ພັດທະນາລະບົບຄຸ້ມຄອງສະຖານີສາທາລະນະສຸກຂອງບ້ານຢ່າງເປັນເອກະພາບ; ມາຮອດປະຈຸບັນ, ສະຖານີການແພດຂອງຕາແສງ/ຄຸ້ມເມືອງ/ເມືອງ ສ່ວນໃຫຍ່ໄດ້ປັບໃຊ້ແອັບພລິດຄຊັນເຕັກໂນໂລຊີຂໍ້ມູນຂ່າວສານຢ່າງມີປະສິດທິຜົນ ເພື່ອຮັບໃຊ້ການຄຸ້ມຄອງ, ການກວດສຸຂະພາບແລະການປິ່ນປົວ, ການຊຳລະຄ່າປະກັນສຸຂະພາບ. ນອກນີ້, ກະຊວງສາທາລະນະສຸກຍັງໄດ້ຕິດຕັ້ງລະບົບອື່ນໆອີກຈຳນວນໜຶ່ງເຊັ່ນ: ລະບົບຖານຂໍ້ມູນຢາແຫ່ງຊາດ, ທະນາຄານຢາ ແລະ ລະບົບລາຍງານຂໍ້ມູນອົງການ ແລະ ຊັບພະຍາກອນບຸກຄົນຂອງປະເທດ...
ພິເສດ, ຂະແໜງສາທາລະນະສຸກໄດ້ປັບໃຊ້ແອັບພລິເຄຊັນ AI ຈຳນວນຫຼາຍ ໂດຍສ່ວນໃຫຍ່ສະໜັບສະໜູນການວິນິດໄສ ແລະ ປິ່ນປົວພະຍາດ ເຊັ່ນ ລະບົບສະໜັບສະໜູນການວິນິດໄສ ແລະ ແຜນການປິ່ນປົວສຳລັບມະເລັງ 13 ຊະນິດ ຢູ່ໂຮງໝໍບາງແຫ່ງ; ລະບົບສະຫນັບສະຫນູນການວິນິດໄສພະຍາດໂຄວິດ-19 ໂດຍໃຊ້ພາບເອກຊເຣຍ໌ ໜ້າເອິກພາຍໃນ ແລະສະຫນັບສະຫນູນການປະເມີນ ການຄາດຄະເນພະຍາດຂອງຄົນເຈັບ ສໍາລັບການປິ່ນປົວພະຍາດໂຄວິດ-19; ການກວດຄັດກອງພະຍາດຕ່ອມນ້ຳເຫຼືອງ, ການກວດຄັດກອງຫາພະຍາດທີ່ເກີດຈາກເຊື້ອເຫັດ; ການກວດແລະຈຳແນກພະຍາດຈໍປະສາດຕາ ແລະພະຍາດເບົາຫວານ; ການໃຊ້ຫຸ່ນຍົນໃນການຜ່າຕັດ, ມີການໃຊ້ຫຸ່ນຍົນທີ່ໂດດເດັ່ນ 4 ລະບົບ ໃນການແພດແຜນປະຈຸບັນຄື: ຫຸ່ນຍົນຜ່າຕັດສ່ອງກ້ອງດາວີນຊີ, ຫຸ່ນຍົນການຜ່າຕັດກະດູກສັນຫຼັງຍຸກ ເຣເນຊອງສ໌, ຫຸ່ນຍົນຜ່າຕັດຫົວເຂົ່າແລະສະໂພກ ມາໂຄພລາສຕີ້ ແລະ ຄຼິນິກສັນຍະກຳປະສາດໂຣຊ່າ
ຄວາມທ້າທາຍໃນການປະຕິບັດການຫັນເປັນດິຈິຕອນທາງການແພດ
ແລະ ໜ້າທີ່, ວິທີແກ້ໄຂໃນໄລຍະຈະມາເຖິງ
ທີ່ໜຶ່ງ, ຂອບກົດໝາຍເພື່ອຊຸກຍູ້ການຫັນເປັນດິຈິຕອນດ້ານການແພດ ແລະ ຊຸກຍູ້ການປ່ຽນແປງໃໝ່ຍັງຂາດເຂີນ ແລະ ບໍ່ສອດຄ່ອງ, ຈຳເປັນຕ້ອງໄດ້ຮັບການກວດກາ, ເພີ່ມເຕີມ ແລະ ປະກາດໃຊ້ຢ່າງບໍ່ຢຸດຢັ້ງ.
ທີ່ສອງ, ການເຊື່ອມໂຍງ ແລະ ເຊື່ອມຈອດລະຫວ່າງລະບົບຂໍ້ມູນຂ່າວສານໃນຂະແໜງສາທາລະນະສຸກ ແລະ ລະຫວ່າງຂະແໜງສາທາລະນະສຸກ ກັບຂະແໜງອຸດສາຫະກຳ ແລະ ຂະແໜງການອື່ນໆ ເພື່ອສ້າງເປັນລະບົບນິເວດດິຈິຕອນ, ການບໍລິການດ້ານສາທາລະນະສຸກທີ່ມີປະໂຫຍດຫຼາຍດ້ານ ຍັງຄົງມີສິ່ງທ້າທາຍຫຼາຍຢ່າງສຳລັບປະຊາຊົນ.
ທີ່ສາມ, ການກໍ່ສ້າງໂຄງສ້າງພື້ນຖານເຕັກໂນໂລຢີຂໍ້ມູນຂ່າວສານ ແລະການປັບໃຊ້ແອັບພລິເຄຊັນ ແລະແພລດຟອຣ໌ມດິຈິຈິຕອນ ໃນການດູແລສຸຂະພາບຕ້ອງໃຊ້ການລົງທຶນຈຳນວນຫຼາຍ.
ທີ່ສີ່, ບັນຫາຄວາມປອດໄພຂອງເຄືອຂ່າຍເນື່ອງຈາກຄວາມອ່ອນໄຫວຂອງຂໍ້ມູນທາງການແພດ. ນອກຈາກນັ້ນ, ປະຊາຊົນສ່ວນຫນຶ່ງ, ໂດຍສະເພາະໃນເຂດຊົນນະບົດ, ເຂດຫ່າງໄກສອກຫຼີກ ແລະຜູ້ສູງອາຍຸ ຍັງລັງເລທີ່ຈະເຂົ້າເຖິງແລະນໍາໃຊ້ບໍລິການດ້ານສຸຂະພາບໃນແພລດຟອຣ໌ມດິຈິຕອນ.
ທີ່ຫ້າ, ຂາດຜູ້ຊ່ຽວຊານແລະພະນັກງານທີ່ມີຄວາມສາມາດສູງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການຫັນປ່ຽນດິຈິຕອນທາງການແພດຢ່າງມືອາຊີບຢ່າງແທ້ຈິງໃນພາກພື້ນ ແລະ ສາກົນ.
ເພື່ອແກ້ບັນຫາຄວາມທ້າທາຍດັ່ງກ່າວ, ຂະແໜງສາທາລະນະສຸກໄດ້ສຸມໃສ່ປະຕິບັດບັນດາໜ້າທີ່ ແລະ ວິທີແກ້ໄຂ ດັ່ງນີ້:
ທີ່ໜຶ່ງ, ສືບຕໍ່ປັບປຸງກອບກົດໝາຍເພື່ອອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວຫັນເປັນດິຈິຕອນດ້ານການແພດ; ທົບທວນແລະປັບປຸງກົດລະບຽບທາງດ້ານກົດຫມາຍກ່ຽວກັບການເຊື່ອມຕໍ່, ການຂຸດຄົ້ນຂໍ້ມູນ ແລະຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງ ແລະຄວາມລັບໃນກິດຈະກໍາທາງການແພດໃນແພລດຟອຣ໌ມດິຈິຕອນ...
ທີ່ສອງ, ສືບຕໍ່ກໍ່ສ້າງ ແລະ ປັບປຸງໂຄງສ້າງພື້ນຖານດ້ານເຕັກໂນໂລຊີ ເພື່ອຮັບໃຊ້ການສະໜອງຜະລິດຕະພັນ ແລະ ບໍລິການດ້ານສຸຂະພາບດິຈິຕອນ; ຮັດແໜ້ນການເຊື່ອມຈອດ ແລະ ເຊື່ອມໂຍງລະຫວ່າງໜ່ວຍງານສາທາລະນະສຸກ ແລະ ລະຫວ່າງຂະແໜງສາທາລະນະສຸກ ກັບບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ເພື່ອໃຫ້ບໍລິການດ້ານສຸຂະພາບດິຈິຕອນທີ່ຫຼາກຫຼາຍ.
ທີ່ສາມ, ຊຸກຍູ້ການຮ່ວມມືສາກົນ, ຄົ້ນຄ້ວາ, ພັດທະນາ ແລະ ປະດິດສ້າງໃນສະພາບແວດລ້ອມດິຈິຕອນ.
ທີ່ສີ່, ສົ່ງເສີມຂໍ້ມູນຂ່າວສານ, ໂຄສະນາເຜີຍແຜ່, ປູກຈິດສຳນຶກ ແລະ ຄວາມເຂົ້າໃຈໃຫ້ປະຊາຊົນ ກ່ຽວກັບການໃຊ້ບໍລິການດ້ານສຸຂະພາຍໃນແພລດຟອຣ໌ມດິຈິຕອນຢ່າງປອດໄພ ແລະ ເໝາະສົມ; ພ້ອມກັນນັ້ນ, ຍົກສູງຄວາມຮັບຮູ້ຂອງບັນດາອົງການ, ຫົວໜ່ວຍ, ບຸກຄົນໃນຂະແໜງສາທາລະນະສຸກ ໃນການປະຍຸກເຕັກໂນໂລຊີຂໍ້ມູນຂ່າວສານເພື່ອຕອບສະໜອງຄວາມຕ້ອງການຂອງຂະບວນການຫັນເປັນດິຈິຕອນ.
ທີ່ຫ້າ, ລະດົມແຫຼ່ງກຳລັງເພື່ອລົງທຶນໃນການຫັນເປັນດິຈິຕອນດ້ານສຸຂະພາບ.
ທີ່ຫົກ, ສຸມໃສ່ຝຶກອົບຮົມ ແລະ ປັບປຸງຍົກສູງຄຸນນະພາບຂອງແຫຼ່ງຊັບພະຍາກອນບຸກຄົນຄຸນນະພາບສູງ, ໂດຍສະເພາະຜູ້ນຳ ແລະ ຜູ້ຊ່ຽວຊານຊັ້ນນຳໃນຂະແໜງການ
ບັນດາຂົງເຂດການຫັນເປັນດິຈິຕອນໃນຂະແໜງສາທາລະນະສຸກ ທີ່ຕ້ອງໄດ້ຮັບບຸລິມະສິດເພື່ອເພີ່ມຜົນປະໂຫຍດໃຫ້ແກ່ປະຊາຊົນລວມມີ:
ທີ່ໜຶ່ງ, ການຫັນເປັນດິຈິຕອນໃນຂົງເຂດຮັກສາສຸຂະພາບ ແລະ ການປ້ອງກັນພະຍາດ, ປະກອບສ່ວນປະຕິບັດໂຄງການສຸຂະພາບຂອງຫວຽດນາມ ໃຫ້ປະສົບຜົນສຳເລັດ. ຕາມນັ້ນ, ຕ້ອງສືບຕໍ່ຜັນຂະຫຍາຍປຶ້ມສຸຂະພາບເອເລັກໂຕຣນິກສຳລັບປະຊາຊົນທຸກຄົນ, ຮັບປະກັນໃຫ້ແຕ່ລະຄົນມີບັນທຶກສຸຂະພາບແບບເອເລັກໂຕຣນິກ ແລະ ຂໍ້ມູນສຸຂະພາບຂອງຜູ້ຄົນໄດ້ຮັບການອັບເດດໃນບັນທຶກໂດຍທັນທີ; ການພັດທະນາແອັບພລິເຄຊັນຕິດຕາມ ແລະພະຍາກອນພະຍາດຜ່ານເຕັກໂນໂລຊີການວິເຄາະຂໍ້ມູນຂະຫນາດໃຫຍ່ແລະປັນຍາປະດິດ; ການພັດທະນາແອັບພລິເຄຊັນອັດສະລິຍະທີ່ສາມາດໃຫ້ບໍລິການກວດສອບ, ການຊ່ວຍເຫຼືອດ້ານການດູແລສຸຂະພາບໄລຍະໄກ ແລະການເຊື່ອມຕໍ່ອອນໄລນ໌ລະຫວ່າງຄົນເຈັບ, ອຸປະກອນກວດສອບສຸຂະພາບ ແລະພະນັກງານການແພດ.
ຈັດຕັ້ງແລະຄວບຄຸມການລະບຸຜະລິດຕະພັນທາງການແພດ, ເຊັ່ນຢາ, ເວດຊະພັນ, ອຸປະກອນທາງການແພດ ແລະອາຫານເພື່ອສຸຂະພາບ ເພື່ອສະຫນັບສະຫນູນລະບົບກວດສອບຢ້ອນກັບ. ກໍ່ສ້າງ ແລະ ປັບໃຊ້ລະບົບຂໍ້ມູນຂ່າວສານ ແລະ ຖານຂໍ້ມູນຄວາມປອດໄພດ້ານສະບຽງອາຫານແຫ່ງຊາດ ທີ່ເຊື່ອມຕໍ່ກັບບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ເພື່ອເປັນເວທີສຳຄັນສຳລັບບັນດາອົງການຂອງລັດ ໃນການລົງທະບຽນປະຊາຊົນ ແລະ ວິສາຫະກິດທີ່ປະກາດຜະລິດຕະພັນອາຫານ.
ການພັດທະນາລະບົບຜູ້ຊ່ຽວຊານໃນສາຂາການແພດໃຫ້ປະຊາຊົນກວດວິນິດໄສພະຍາດເບື້ອງຕົ້ນໄດ້ດ້ວຍຕົນເອງ ໂດຍປ້ອນອາການເບື້ອງຕົ້ນຂອງຄົນເຈັບເຂົ້າສູ່ລະບົບຜູ້ຊ່ຽວຊານ, ສ້າງຜູ້ຊ່ວຍສະເໝືອນ ເບິ່ງແຍງດູແລປະຊາຊົນ. ປັບໃຊ້ແອັບພລິເຄຊັນແບບລວມທີ່ສາມາດກວດສອບຕົນເອງ ແລະກວດຈັບສະຖານະສຸຂະພາບຂອງຄົນດ້ວຍອຸປະກອນທີ່ສວມໃສ່ໃນຮ່າງກາຍ (ລວມທັງອຸປະກອນມືຖື).
ທີ່ສອງ, ການຫັນເປັນດິຈິຕອນໃນໂຮງຫມໍ. ຕາມນັ້ນ, ການໃຊ້ລະບົບຊອບແວຈຶງຮັບປະກັນຄວາມສາມາດໃນການເຊື່ອມຕໍ່, ແບ່ງປັນ ແລະ ເຊື່ອມໂຍງຂໍ້ມູນ, ພ້ອມທັງຮັບປະກັນຄວາມສາມາດໃນການເຊື່ອມຕໍ່ກັບອຸປະກອນທີ່ມີຢູ່ທັງໝົດໃນສະຖານພະຍາບານ. ກໍ່ສ້າງ "ໂຮງໝໍອັດສະລິຍະ" ແລະສືບຕໍ່ນໍາໃຊ້ບັນທຶກທາງການແພດເອເລັກໂທຣນິກໃນສະຖານກວດສຸຂະພາບແລະການປິ່ນປົວທຸກແຫ່ງ, ກ້າວໄປສູ່ການບໍ່ໃຊ້ບັນທຶກທາງການແພດແບບເຈ້ຍ, ແລະການຊໍາລະຄ່າທຳນຽມໂຮງໝໍທາງເອເລັກໂຕຣນິກທີ່ບໍ່ໃຊ້ເງິນສົດ. ຈັດຕັ້ງການກວດສຸຂະພາບ ແລະການໃຫ້ຄຳປຶກສາການປິ່ນປົວທາງໄກ; ລະບົບຄຸ້ມຄອງໃບສັ່ງຢາເອເລັກໂທຣນິກແຫ່ງຊາດຢູ່ສະຖານກວດ ແລະປິ່ນປົວທາງການແພດທັງພາກລັດ ແລະເອກະຊົນທຸກແຫ່ງທົ່ວປະເທດ. ການໃຊ້ປັນຍາປະດິດໃນການສະຫນັບສະຫນູນການວິນິດໄສ, ການສະຫນັບສະຫນູນການຕັດສິນໃຈທາງຄຼິນິກ, ກາສະຫນັບສະຫນູນການຜ່າຕັດ..../.