ນະໂຍບາຍສັງຄົມໃນການຮັບປະກັນແລະປົກປ້ອງສິດທິມະນຸດ,
ຊຸກຍູ້ຄວາມກ້າວໜ້າ ຄວາມຍຸຕິທຳທາງສັງຄົມ ແລະ
ການເຊື່ອມໂຍງເຂົ້າກັບສາກົນ ຢູ່ຫວຽດນາມ
ຊຸກຍູ້ຄວາມກ້າວໜ້າ ຄວາມຍຸຕິທຳທາງສັງຄົມ ແລະ
ການເຊື່ອມໂຍງເຂົ້າກັບສາກົນ ຢູ່ຫວຽດນາມ
ວກ. - ນະໂຍບາຍສັງຄົມ ແລະ ສິດທິມະນຸດມີຄວາມພົວພັນກັນຢ່າງແໜ້ນແຟ້ນ, ການປະຕິບັດນະໂຍບາຍສັງຄົມເປັນຢ່າງດີ ແມ່ນຂະບວນການປະຕິບັດສິດທິມະນຸດທີ່ໄດ້ຮັບການຮັບຮອງໃນລັດຖະທຳມະນູນ, ກົດໝາຍ ແລະ ມາດຕະຖານສາກົນ ກ່ຽວກັບສິດທິມະນຸດ. ໃນທາງກົງກັນຂ້າມ, ສິດທິມະນຸດໄດ້ຮັບການຮັບຮອງແລະປົກປ້ອງໂດຍຜ່ານການປະຕິບັດນະໂຍບາຍທາງສັງຄົມ ຈະສ້າງແຮງຂັບເຄື່ອນທີ່ຍິ່ງໃຫຍ່ ເພື່ອຊຸກຍູ້ຄວາມກ້າວໜ້າແລະຄວາມຍຸຕິທຳທາງສັງຄົມ, ຜັນຂະຫຍາຍບັນດາເປົ້າໝາຍແລະຄວາມມຸ່ງມາດປາດຖະໜາໃນການສ້າງປະເທດທີ່ຈະເລີນຮຸ່ງເຮືອງແລະມີຄວາມສຸກ ແລະ ປະສົບຄວາມສຳເລັດໃນການເຊື່ອມໂຍງເຂົ້າກັບສາກົນ.
ແນວຄວາມຄິດ ຈຸດພິເສດ ແລະ ບົດບາດຂອງນະໂຍບາຍສັງຄົມ
ໃນການຮັບປະກັນແລະປົກປ້ອງສິດທິມະນຸດ, ຊຸກຍູ້ຄວາມກ້າວໜ້າ ແລະ ຄວາມຍຸຕິທຳທາງສັງຄົມ
ປະຈຸບັນ, ມີຄວາມເຂົ້າໃຈ ແລະ ວິທີການເຂົ້າເຖິງທີ່ແຕກຕ່າງກັນຫຼາຍຢ່າງ ກ່ຽວກັບນະໂຍບາຍສັງຄົມ. ມີຄວາມເຫັນວ່າ ນະໂຍບາຍສັງຄົມເປັນສ່ວນໜຶ່ງຂອງນະໂຍບາຍສາທາລະນະ; ຫຼືນະໂຍບາຍສັງຄົມເປັນວິຊາສະຫະວິທະຍາ ແລະການປະຍຸກທີ່ກ່ຽວຂ້ອງກັບການວິເຄາະການຕອບສະໜອງຂອງສັງຄົມ ຕໍ່ຄວາມຕ້ອງການທາງສັງຄົມ; ຫຼືນະໂຍບາຍສັງຄົມແມ່ນນະໂຍບາຍສາທາລະນະ ແລະດຳເນີນການໃນບັນດາຂົງເຂດເບິ່ງແຍງດູແລສຸຂະພາບ, ການບໍລິການມະນຸດ, ຄວາມຍຸຕິທຳທາງອາຍາ, ຄວາມບໍ່ສະເໝີພາບ, ການສຶກສາແລະແຮງງານ... ເຖິງວ່າຈະເຂົ້າເຖິງໃນແງ່ມຸມໃດກໍຕາມ, ນະໂຍບາຍສັງຄົມຍາມໃດກໍແມ່ນລະບົບຫຼັກການແລະຄຳແນະນຳ ທີ່ສະແດງອອກມາເປັນລາຍຫຼັກອັກສອນ (ຂຶ້ນຢູ່ກັບສະຖາບັນທາງການເມືອງ ແລະກົດໝາຍຂອງແຕ່ລະປະເທດ) ໂດຍໃຊ້ຊື່ທີ່ແຕກຕ່າງກັນ ເຊັ່ນ ມະຕິ, ຂໍ້ຕົກລົງ, ຄຳສັ່ງ, ໜັງສືວຽນ, ດຳລັດ, ລັດຖະບັນຍັດ, ກົດໝາຍ, ຫຼືແຜນການ, ໂຄງການປະຕິບັດການ ທີ່ສະແດງເຖິງແນວທາງການເມືອງຂອງພັກຜູ້ກຳອຳນາດ ແລະ ລັດຖະບານ ໃນການແກ້ໄຂບັນຫາທີ່ເປັນຂອງການດຳລົງຊີບແຫ່ງຊາດແລະຊີີວິດຂອງປະຊາຊົນ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນໃນຊີວິດສັງຄົມ. ຈາກຄວາມເຂົ້າໃຈນີ້, ນະໂຍບາຍສັງຄົມເປັນສ່ວນສຳຄັນຂອງນະໂຍບາຍທົ່ວໄປ ຂອງພັກກອມມູນິດຫວຽດນາມ ແລະລັດຫວຽດນາມ ໃນການແກ້ໄຂບັນຫາ ແລະ ຄຸ້ມຄອງບັນຫາທາງສັງຄົມ ຄຽງຄູ່ກັບບັນດາບັນຫາທາງການເມືອງແລະເສດຖະກິດ. ເນື່ອງຈາກເປັນນະໂຍບາຍທົ່ວໄປ, ນະໂຍບາຍສາທາລະນະ, ດັ່ງນັ້ນ ນະໂຍບາຍສັງຄົມຈຶງມີຂອບເຂດກວ້າງຫຼາຍ ແລະ ກ່ຽວຂ້ອງກັບບັນດາເປົ້າໝາຍ, ຊົນຊັ້ນ, ບັນດາຂົງເຂດສັງຄົມ, ຕັ້ງແຕ່ສາທາລະນະສຸກ, ກາສຶກສາ, ປະກັນໄພ, ແຮງງານ, ວຽກເຮັດງານທຳ, ການຍ້າຍຖິ່ນຖານ, ສະຫວັດດີການສັງຄົມ...
ຢູ່ຫວຽດນາມປະຈຸບັນ, ນະໂຍບາຍສັງຄົມໄດ້ຮັບການວິໂຈແລະຍອມຮັບໃນສອງລະດັບ: ໃນຂອບເຂດທີ່ແຄບ, ນະໂຍບາຍສັງຄົມມັກຖືກເຂົ້າໃຈວ່າ ນຳໄປໃຊ້ກັບກຸ່ມຜູ້ອອກແຮງງານສັງຄົມທີ່ເອີ້ນວ່າ “ເປົ້າໝາຍນະໂຍບາຍ”, ລວມທັງນະໂຍບາຍສຳລັບຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ; ນະໂຍບາຍວຽກເຮັດງານທຳ; ນະໂຍບາຍລາຍໄດ້; ນະໂຍບາຍຫຼຸດຜ່ອນຄວາມທຸກຍາກທົ່ວປະເທດ; ນະໂຍບາຍປະກັນໄພສັງຄົມ; ນະໂຍບາຍຊ່ວຍເຫຼືອປະຊາຊົນໃນສະຖານະການທີ່ຍາກລຳບາກພິເສດ; ນະໂຍບາຍຮັບປະກັນການບໍລິການທາງສັງຄົມຂັ້ນພື້ນຖານໃຫ້ແກ່ປະຊາຊົນ... ແລະຜູ້ໄດ້ຮັບນະໂຍບາຍສັງຄົມ ເຊິ່ງເຄີຍສຸມໃສ່ຄອບຄົວທີ່ທຸກຍາກ, ຄອບຄົວທີ່ຍາກລຳບາກຫຼາຍ, ຄອບຄົວຊົນເຜົ່າສ່ວນໜ້ອຍ, ຄອບຄົວທີ່ມີຄຸນງາມຄວາມດີ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຄອບຄົວຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ... ໃນຂອບເຂດທີ່ກວ້າງ, ນະໂຍບາຍສັງຄົມໝາຍລວມເຖິງນະໂຍບາຍຕໍ່ປະຊາຊົນທຸກຊັ້ນວັນນະ ເຊັ່ນ ນະໂຍບາຍຕໍ່ກຳມະກອນ, ຊາວນາ, ຊາວໜຸ່ມ, ປັນຍາຊົນ,...
ນະໂຍບາຍສັງຄົມມີຈຸດພິເສດລວມຄື:
ທີໜຶ່ງ, ນະໂຍບາຍສັງຄົມຍຶດຖືປະຊາຊົນ, ສິດແລະຜົນປະໂຫຍດຂອງກຸ່ມໃນຊຸມຊົນເປັນເປົ້າໝາຍເພື່ອປະສົມປະສານຜົນປະໂຫຍດສັງຄົມ ແລະພັດທະນາມະນຸດຢ່າງຮອບດ້ານ.
ທີສອງ, ນະໂຍບາຍສັງຄົມແມ່ນມາດຕະຖານເພື່ອປະເມີນລະດັບການພັດທິນາເສດຖະກິດ ວັດທະນະທຳ ແລະສັງຄົມຂອງປະເທດ, ສະທ້ອນເຖິງມາດຕະຖານການດໍາລົງຊີວິດ, ລາຍຮັບ ແລະ ສະແດງອອກເຖິງທາດແທ້ຂອງລະບອບການປົກຄອງ ແລະ ສັງຄົມເພື່ອປະຊາຊົນ, ດັ່ງນັ້ນ, ນະໂຍບາຍສັງຄົມຈຶງມີລັກສະນະມະນຸດຊາດ ແລະມີມະນຸດສະທຳຢ່າງເລິກເຊິ່ງ.
ທີສາມ, ນະໂຍບາຍສັງຄົມແມ່ນເຄື່ອງມືເພື່ອປະສົມກົມກຽວຜົນປະໂຫຍດ, ລາຍຮັບ ແລະຕອບສະໜອງຄວາມຕ້ອງການພື້ນຖານຂອງກຸ່ມບຸກຄົນ, ໂດຍສະເພາະ ກຸ່ມເປົ້າໝາຍສັງຄົມ ເພື່ອຈຸດປະສົງປະຕິບັດສິດທິມະນຸດໃນຫວຽດນາມ.
ທີສີ່, ນະໂຍບາຍສັງຄົມມີຄວາມຮັບຜິດຊອບຕໍ່ສັງຄົມສູງ, ເອົາໃຈໃສ່ ແລະ ສ້າງເງື່ອນໄຂແລະໂອກາດທີ່ເອື້ອອຳນວຍໃຫ້ທຸກຄົນພັດທະນາ, ຊຸກຍູ້ຄວາມກ້າວໜ້າ ແລະຄວາມຍຸຕິທຳທາງສັງຄົມ.
ນະໂຍບາຍສັງຄົມມີ ບົດບາດ ສຳຄັນໃນການຮັບປະກັນແລະປົກປ້ອງສິດທິມະນຸດ, ຊຸກຍູ້ຄວາມກ້າວໜ້າ ແລະຄວາມຍຸຕິທຳທາງສັງຄົມ ເຊິ່ງສະແດງອອກດັ່ງຕໍ່ໄປນີ້:
ທີໜຶ່ງ, ນະໂຍບາຍສັງຄົມແມ່ນເຄື່ອງມືແລະມາດຕະການຂອງລັດ ໃນການບັນລຸເປົ້າໝາຍພັດທະນາມະນຸດຢ່າງຮອບດ້ານ. ນະໂຍບາຍສັງຄົມເສີມຂະຫຍາຍທ່າແຮງແລະຊັບພະຍາກອນມະນຸດ ໃນຖານະບຸກຄົນ ແລະໃນຖານະບຸກຄົນໃນຊຸມຊົນແລະກຸ່ມ; ປຸກຕື່ນຄວາມຂະຫຍັນຂັນແຂງ, ກະຕູ້ນເສດຖະກິດ, ປະກອບສ່ວນເຂົ້າໃນການຄຸ້ມຄອງການພົວພັນທາງສັງຄົມ ເພື່ອຮັບປະກັນແລະສ້າງສັງຄົມທີ່ຍຸຕິທຳ ແລະມີອາລະຍະທຳ ເພື່ອໃຫ້ຜູ້ຄົນທັງໃນຖານະບຸກຄົນ ແລະໃນຖານະລວມໝູ່ທຸກຄົນ ໄດ້ຮັບການເບິ່ງແຍງດູແລເພື່ອການພັດທະນາຢ່າງຮອບດ້ານ, ສົ່ງເສີມຄວາມກ້າວໜ້າ ແລະຄວາມຍຸຕິທຳທາງສັງຄົມ.
ທີສອງ, ນະໂຍບາຍສັງຄົມແມ່ນເຄື່ອງມືໃນການຄວບຄຸມຄວາມສຳພັນທາງສັງຄົມ, ຫຼຸດຜ່ອນການຜັນແຍກ ຄວາມຂັດແຍ້ງ ແລະ ຄວາມແຕກຕ່າງທາງສັງຄົມ, ຕໍ່ສູ້ຕ້ານຄວາມອະຍຸຕິທຳ ແລະຄວາມບໍ່ສະເໝີພາບທາງສັງຄົມ.
ທີສາມ, ນະໂຍບາຍສັງຄົມສ້າງຄວາມຕັ້ງໜ້າ ແລະຄວາມຂະຫຍັນຂັນແຂງທາງສັງຄົມ ເພື່ອເປົ້າໝາຍການພັດທະນາທົ່ວເຖິງ, ການພັດທະນາທີ່ຍືນຍົງ “ບໍ່ປະຜູ້ໃດໄວ້ຂ້າງຫຼັງ”.
ຄວາມເປັນຈິງແຫ່ງການປະຕິບັດນະໂຍບາຍສັງຄົມໃນການຮັບປະກັນແລະປົກປ້ອງສິດທິມະນຸດ,
ຊຸກຍູ້ຄວາມກ້າວໜ້າ ຄວາມຍຸຕິທຳທາງສັງຄົມ ແລະ ການເຊື່ອມໂຍງເຂົ້າກັບສາກົນຢູ່ຫວຽດນາມ
ຜົນສຳເລັດໃນການປະຕິບັດນະໂຍບາຍສັງຄົມເພື່ອຮັບປະກັນ ແລະ ປົກປ້ອງສິດທິມະນຸດ.
ທີໜຶ່ງ, ສະຖາບັນນະໂຍບາຍສັງຄົມໃນການຮັບປະກັນແລະປົກປ້ອງສິດທິມະນຸດຢູ່ຫວຽດນາມນັບມື້ນັບໄດ້ຮັບການປັບປຸງໃຫ້ສົມບູນ ດ້ວຍການສ້າງລະບົບກົດໝາຍແລະນະໂຍບາຍກ່ຽວກັບປະກັນສັງຄົມທີ່ມີຄວາມທັນທ່ວງທີ, ຄົບຊຸດ ແລະ ມີຄວາມເປັນໄປໄດ້ສູງ. ໃນບັນດາການເຄື່ອນໄຫວດ້ານນິຕິກຳ, ການປະກາດໃຊ້ລັດຖະທຳມະນູນປີ 2013 ແລະ ບັນດາກົດໝາຍ ເຊັ່ນປະມວນກົດໝາຍແພ່ງ, ປະມວນກົດໝາຍແຮງງານ, ກົດໝາຍປະກັນໄພສັງຄົມ, ກົດໝາຍປະກັນສຸຂະພາບ, ກົດໝາຍວ່າດ້ວຍເດັກ, ກົດໝາຍວ່າດ້ວຍຄົນພິການ, ກົດໝາຍວ່າດ້ວຍຜູ້ສູງອາຍຸ, ກົດໝາຍວ່າດ້ວຍການສຶກສາ, ກົດໝາຍວ່າດ້ວຍການຊ່ວຍເຫຼືອທາງກົດໝາຍ, ກົດໝາຍວ່າດ້ວຍການຈ້າງງານ... ມີຄວາມໝາຍສຳຄັນ, ສ້າງພື້ນຖານທາງກົດໝາຍທີ່ໝັ້ນຄົງ ເພື່ອຊ່ວຍໃຫ້ສິດປະກັນສັງຄົມເປັນຮູບປະທຳ, ຍົກສູງປະສິດທິຜົນການຮັບປະກັນສິດທິມະນຸດ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຕາມທິດຍືນຍົງ. ໃນການເຄື່ອນໄຫວສ້າງກອງທຶນ, ຈຸດສຸມຢູ່ທີ່ການຮັບປະກັນຄວາມປອດໄພທາງສັງຄົມໃຫ້ແກ່ປະຊາຊົນ, ຊ່ວຍເຫຼືອບັນດາກຸ່ມເປົ້າໝາຍທີ່ມີສະຖານະການທີ່ຫຍຸ້ງຍາກແລະເສຍປຽບຫຼາຍ ຢ່າງທັນການ ແລະ ມີປະສິດທິຜົນ, ຜ່ານນັ້ນ ປະຕິບັດນະໂຍບາຍ “ບໍ່ປະຜູ້ໃດໄວ້ຂ້າງຫຼັງ” ຂອງພັກກອມມູນິດຫວຽດນາມ ແລະ ລັດຫວຽດນາມຢ່າງຕໍ່ເນື່ອງ. ບັນດານະໂຍບາຍສະເພາະ ຄືການຄຸ້ມຄອງທາງສັງຄົມ, ການຫຼຸດຜ່ອນຄວາມທຸກຍາກຫຼາຍດ້ານ, ການພັດທະນາແບບຍືນຍົງແລະຮອບດ້ານ, ການໜູນຊ່ວຍຊາວຊົນເຜົ່າສ່ວນໜ້ອຍ, ຄົນພິການ, ເດັກນ້ອຍໃນສະຖານະການພິເສດ... ໄດ້ຄ່ອຍໆປະກອບສ່ວນປັບປຸງສະຫວັດດີການຂອງຜູ້ໄດ້ຮັບຜົນປະໂຫຍດຕາມນະໂຍບາຍສັງຄົມທີ່ກ່ຽວຂ້ອງ, ຮັບປະກັນແລະຕອບສະໜອງຢ່າງດີ ຄວາມຕ້ອງການຂັ້ນຕ່ຳຂອງພວກເຂົາ, ຊ່ວຍປ້ອງກັນແລະຫຼຸດຜ່ອນຄວາມສ່ຽງ ແລະເອົາຊະນະຄວາມສ່ຽງ, ນຳເອົາໂອກາດເທົ່າທຽມກັນທີ່ແທ້ຈິງມາໃຫ້ກຸ່ມຄົນດ້ອຍໂອກາດ ເພື່ອຊ່ວຍໃຫ້ພວກເຂົາບືນຕົວຂຶ້ນ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດໂດຍລວມ.
ພິເສດ, ໃນໄລຍະການແຜ່ລະບາດຂອງໂຄວິດ-19 ທີຜ່ານມາ, ລັດຖະບານຫວຽດນາມໄດ້ອອກນະໂຍບາຍທີ່ບໍ່ເຄີຍມີມາກ່ອນ ເພື່ອປະຕິບັດນະໂຍບາຍສັງຄົມ(1). ສິ່ງເຫຼົ່ານີ້ແມ່ນການຕັດສິນໃຈທີ່ສຳຄັນແລະທັນທ່ວງທີ່ ເພື່ອຊ່ວຍໃຫ້ຜູ້ຄົນຜ່ານຜ່າຄວາມຫຍຸ້ງຍາກໃນລະຫວ່າງການແຜ່ລະບາດຂອງພະຍາດ ດ້ວຍຊຸດສະຫວັດດີການທີ່ມີມູນຄ່ານັບໝື່ນຕື້ດົ່ງ, ຮັບປະກັນສິດທິມະນຸດຂັ້ນພື້ນຖານ, ພ້ອມກັນນັ້ນ ກໍເພີ່ມຄວາມສາມາດໃນການດໍາເນີນງານຂອງລະບົບປະກັນສັງຄົມ ເພື່ອຕອບສະໜອງຢ່າງມີປະສິດທິພາບກັບຄວາມທ້າທາຍລະດັບໂລກ ພ້ອມທັງສ້າງການຄ້ຳປະກັນທີ່ຈຳເປັນໃຫ້ແກ່ການພັດທະນາແບບຍືນຍົງ ດ້ວຍວິໄສທັດໄລຍະກາງ ແລະໄລຍະຍາວ.
ທີສອງ, ລະບົບປະກັນສັງຄົມໄດ້ຮັບການພັດທະນາເປັນເຄືອຂ່າຍປະກັນສັງຄົມ, ຂະຫຍາຍການປົກຫຸ້ມເປົ້າໝາຍຕ່າງໆຢ່າງບໍ່ຢຸດຢັ້ງ ແລະ ຕອບສະໜອງຄວາມຕ້ອງການຂອງບັນດາເປົ້າໝາຍປະກັນສັງຄົມ. ສິ່ງນີ້ສະທ້ອນໃຫ້ເຫັນຢ່າງຊັດເຈນໃນການປ່ຽນແປງທາງບວກໃນດ້ານຕໍ່ໄປນີ້: 1- ລະບົບປະກັນໄພສັງຄົມໄດ້ຮັບການອອກແບບ ຈັດຕັ້ງ ແລະ ດຳເນີນການພ້ອມກັນແລະເປັນເອກະພາບ ຕັ້ງແຕ່ສູນກາງຈົນເຖິງທ້ອງຖິ່ນ ເພື່ອເປັນ “ເຄື່ອງຊ່ວຍຊີບ” ໃຫ້ກັບປະຊາຊົນ ເມື່ອປະເຊີນກັບຄວາມສ່ຽງທີ່ຄາດເດົາບໍ່ໄດ້ (ເຊັ່ນ ການເຈັບປ່ວຍ, ໄພທຳມະຊາດ, ພະຍາດລະບາດ, ການຕົກງານຈາກອຸບັດເຫດແຮງງານ...), ຊ່ວຍໃຫ້ພວດເຂົາມີແຫຼ່ງລາຍໄດ້ ມີຄວາມໝັ້ນຄົງໃນການດຳລົງຊີວິດ; 2- ລະບົບໜູນຊ່ວຍການຈ້າງງານໄດ້ປະກອບສ່ວນສ້າງວຽກເຮັດງານທຳທີ່ຫຼາກຫຼາຍ, ຕອບສະໜອງຄວາມຕ້ອງການຂອງແຮງງານສ່ວນຫຼາຍ; ປະກອບສ່ວນຝຶກອົບຮົມອາຊີບ ແລະປັບປຸງຍົກສູງຄຸນນະພາບຊັບພະຍາກອນມະນຸດ; ຊ່ວຍເຊື່ອມໂຍງຜູ້ວ່າງງານກັບວິສາຫະກິດ; ຊ່ວຍໃຫ້ຄົນງານມີລາຍໄດ້ດີຂຶ້ນ, ຮັບປະກັນສິດຂອງປະຊາຊົນໃນການເຮັດວຽກ ຜ່ານນັ້ນປະກອບສ່ວນຫຼຸດຜ່ອນຄວາມທຸກຍາກຢ່າງມີປະສິດທິຜົນ; 3- ລະບົບຊ່ວຍເຫຼືອທາງສັງຄົມຊ່ວຍໃຫ້ຜູ້ຄົນເອົາຊະນະຄວາມສ່ຽງ ແລະເຫດການຕ່າງໆ ຜ່ານການອຸດໜູນໂດຍກົງເປັນເງິນສົດ ຫຼືໃນຮູບແບບເງິນທຶນທີ່ດຶງມາຈາກງົບປະມານຂອງລັດ; 4- ລະບົບນະໂຍບາຍບຸລິມະສິດໃຫ້ແກ່ຜູ້ທີ່ມີຄຸນງາມຄວາມດີຕໍ່ຊາດ, ໃຫ້ກຸ່ມສັງຄົມທີ່ເປາະບາງແລະດ້ອຍໂອກາດ ໄດ້ນຳຜົນປະໂຫຍດຫຼາຍພໍຄວນມາສູ່ກຸ່ມເຫຼົ່ານີ້, ປະກອບສ່ວນປະຕິບັດຄວາມຍຸຕິທຳທາງສັງຄົມຢ່າງມີປະສິດທິພາບທົ່ວປະເທດ; 5- ລະບົບການຮັບປະກັນການເຂົ້າເຖິງບໍລິການທາງສັງຄົມຂັ້ນພື້ນຖານ (ເຊັ່ນ ການສຶກສາ, ສາທາລະນະສຸກ, ທີ່ຢູ່ອາໄສ, ຂໍ້ມູນ, ນ້ຳສະອາດ...,) ນັບມື້ນັບໄດ້ຮັບການປັບປຸງໃນດ້ານຄຸນນະພາບ ແລະຂະໜາດຂອງການບໍລິການ ເພື່ອຕອບສະໜອງຄວາມຕ້ອງການການດຳລົງຊີວິດຂັ້ນຕ່ຳຂອງຄົນສ່ວນຫຼາຍ, ໂດຍສະເພາະກຸ່ມປະຊາກອນໃນເຂດຫ່າງໄກສອກຫຼີກ, ເຂດພູເຂົາ ໝູ່ເກາະ ແລະພື້ນທີ່ທີ່ມີຄວາມຫຍຸ້ງຍາກເປັນພິເສດ.
ທີສາມ, ຊີວິດຂອງຄົນສ່ວນຫຼາຍນັບມື້ນັບໄດ້ຮັບການປັບປຸງໃຫ້ດີຂຶ້ນໃນຫຼາຍດ້ານເສດຖະກິດ ວັດທະນະທຳ ແລະສັງຄົມ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ຍົກລະດັບຊື່ສຽງແລະຖານະຕຳແໜ່ງຂອງຫວຽດນາມໃນເວທີສາກົນ. ສາມາດເຫັນສິ່ງດັ່ງກ່າວຢ່າງຊັດເຈນໄດ້ ໃນການປັບປຸງຢ່າງຕໍ່ເນື່ອງຂອງຕົວຊີ້ວັດສຳຄັນທີ່ກ່ຽວຂ້ອງກັບມະນຸດ ເຊັ່ນ ດັດຊະນີການພັດທະນາມະນຸດ (HDI), ດັດຊະນີຄວາມສະເໝີພາບທາງເພດ (GEI), ອາຍຸຍືນສະເລ່ຍຕໍ່ຫົວຄົນ, ລາຍຮັບສະເລ່ຍຕໍ່ຫົວຄົນ... ນີ້ແມ່ນບັນດາຜົນງານທີ່ສຳຄັນ, ໂດຍສະເພາະແມ່ນ ໃນສະພາບທີ່ບັນດາຕົວຊີ້ວັດດັ່ງກ່າວຂອງຫຼາຍປະເທດໃນໂລກມີທ່າອ່ຽງຢຸດຊະງັກ, ຫຼືຖືກປິ້ນກັບ ຍ້ອນຄວາມຫຍຸ້ງຍາກດ້ານເສດຖະກິດ, ຄວາມບໍ່ໝັ້ນຄົງທາງການເມືອງ ເນື່ອງຈາກຄວາມທ້າທາຍດ້ານຄວາມໝັ້ນຄົງທີ່ບໍ່ເປັນແບບດັ້ງເດີມ... ຫວຽດນາມກໍ່ແມ່ນໜຶ່ງໃນບັນດາປະເທດທຳອິດ ທີ່ບັນລຸເປົ້າໝາຍການພັດທະນາແຫ່ງສະຫັດສະວັດ ຂອງສະຫະປະຊາຊາດ ເຊິ່ງແມ່ນປະຖົມປັດໄຈທີ່ຊ່ວຍໃຫ້ຫວຽດນາມມຸ່ງໄປເຖິງການປະຕິບັດບັນດາເປົ້າໝາຍການພັດທະນາແບບຍືນຍົງຂອງສະຫະປະຊາຊາດ (SDGs). ຕາມການຈັດອັນດັບການປະຕິບັດ SDGs ຂອງສະຫະປະຊາຊາດ ປີ 2020 ຫວຽດນາມຢູ່ໃນອັນດັບທີ່ 51/193 ປະເທດສະມາຊິກສະຫະປະຊາຊາດ ທີ່ປະສົບຄວາມສຳເລັດສູງກວ່າຫຼາຍປະເທດໃນພາກພື້ນ.
ຂໍ້ຈຳກັດບາງປະການໃນການປະຕິບັດນະໂຍບາຍສັງຄົມເພື່ອຮັບປະກັນແລະປົກປ້ອງສິດທິມະນຸດ.
ນອກຈາກຜົນໄດ້ຮັບຂ້າງເທິງນີ້, ການປະຕິບັດນະໂຍບາຍສັງຄົມເພື່ອຮັບປະກັນ ແລະປົກປ້ອງສິດທິມະນຸດຍັງເຜີຍໃຫ້ເຫັນຂໍ້ຈຳກັດບາງຢ່າງ:
ທີໜຶ່ງ, ບາງນະໂຍບາຍປະກັນສັງຄົມໄດ້ຮັບການຜັນຂະຫຍາຍແລ້ວ ແຕ່ຍັງບໍ່ໄດ້ຮັບຜົນຕາມທີ່ຄາດໄວ້. ນະໂຍບາຍປະກັນໄພສັງຄົມໄດ້ຮັບການຜັນຂະຫຍາຍຢ່າງແຂງແຮງ, ແຕ່ຄວາມຄອບຄຸມຍັງແຄບ, ອັດຕາສ່ວນຜູ້ອອກແຮງງານທີ່ເຂົ້າຮ່ວມການປະກັນໄພສັງຄົມ, ພິເສດແມ່ນ ໃນຂົງເຂດເສດຖະກິດນອກລະບົບຍັງຕ່ຳ. ນະໂຍບາຍການຫຼຸດຜ່ອນຄວາມທຸກຍາກຊ່ວຍໃຫ້ຫວຽດນາມບັນລຸຄວາມສຳເລັດໃນການຫຼຸດຜ່ອນຄວາມທຸກຍາກໃນຫຼາຍມິຕິໄດ້ຢ່າງໜ້າປະທັບໃຈ, ແຕ່ອັດຕາສ່ວນຄອບຄົວທີ່ທຸກຍາກແລະເກືອບທຸກຍາກມີທ່າອ່ຽງທີ່ຈະເພີ່ມຂຶ້ນ. ໃນຂະນະນັ້ນ, ລະດັບການສະໜັບສະໜູນປະກັນສັງຄົມສຳລັບຜູ້ທີ່ກ່ຽວຂ້ອງຍັງຢູ່ໃນລະດັບຕ່ຳ, ບໍ່ຮັບປະກັນມາດຕະຖານການດຳລົງຊີວິດຂັ້ນຕ່ຳຂອງປະຊາກອນກຸ່ມໜຶ່ງ, ນັບທັງໃນເມືອງໃຫຍ່ ກໍ່ຄືໃນບັນດາເຂດທີ່ຫ່າງໄກ ສອກຫຼີກ...
ຄຽງຄູ່ກັນນັ້ນ, ເຖິງວ່າບັນຫາຄວາມໝັ້ນຄົງຂອງມະນຸດໄດ້ຖືກກ່າວເຖິງຫຼາຍຄັ້ງໃນເອກະສານກອງປະຊຸມໃຫຍ່ຄັ້ງທີ XII ແລະ XIII ຂອງພັກ, ແຕ່ມາຮອດປັດຈຸບັນ, ການຫັນເປັນນິຕິກຳ ແລະ ການດຳເນີນການແກ້ໄຂບັນຫາຍັງບໍ່ສອດຄ່ອງກັນ ແລະ ຍັງມີຂໍ້ບົກຜ່ອງຫຼາຍຢ່າງ.
ທີສອງ, ຍັງບໍ່ທັນດຶງດູດການເຂົ້າຮ່ວມຢ່າງຕັ້ງໜ້າຂອງຜູ້ຖືສິດໃນຂະບວນການສ້າງກົດໝາຍ, ພິເສດແມ່ນ ບັນດານະໂຍບາຍສັງຄົມທີ່ກ່ຽວຂ້ອງກັບສິດທິມະນຸດ.
ທີສາມ, ຖັນແຖວພະນັກງານ ລັດຖະກອນທີ່ມີສ່ວນຮ່ວມໃນການຜັນຂະຫຍາຍນະໂຍບາຍປະກັນສັງຄົມຍັງອ່ອນແອ, ຂາດທັກສະທາງວິຊາຊີບ ແລະການຄຸ້ມຄອງ, ມີຄວາມເປັນມືອາຊີບຕ່ຳ, ຍັງບໍ່ທັນນຳເຕັກໂນໂລຊີດິຈິເຕິນມາປະຍຸກໃຊ້ກັບກິດຈະກຳທາງວິຊາຊີບຢ່າງມີປະສິດທິຜົນ, ຄວາມຮັບຮູ້ກ່ຽວກັບການປະຕິບັດສິດທິມະນຸດບໍ່ພຽງພໍ... ໃນຂະນະນັ້ນ, ຜູ້ໄດ້ຮັບຜົນປະໂຫຍດປະກັນສັງຄົມສ່ວນໜຶ່ງມີຄວາມຄິດລໍຄອຍ ແລະເພິ່ງພາການສະໜັບສະໜູນຈາກລັດ. ນອກຈາກນີ້, ຄຸນນະພາບຂອງບໍລິການປະກັນສັງຄົມຍັງບໍ່ສູງ, ປະເພດຂອງບໍລິການບໍ່ຫຼາກຫຼາຍ, ຂາດຄວາມຄິດປະດິດສ້າງແລະນະວັດຕະກຳ ເຊິ່ງສາເຫດຫຼັກມາຈາກແຫຼ່ງກຳລັງວັດສະດຸແລະເຕັກນິກທີ່ຈຳກັດ ໃນສະພາບການລະດັບວິທະຍາສາດ-ເຕັກນິກ ແລະເຕັກໂນໂລຊີ ຍັງມີຈຳກັດ.
ທີສີ່, ການນຳໃຊ້ວິທີສິດທິມະນຸດເຂົ້າໃນການວາງແຜນນະໂຍບາຍສັງຄົມຍັງບໍ່ທັນເປັນໄປຕາມຄາດໝາຍ.
ແນວທາງແກ້ໄຂເພື່ອປັບປຸງນະໂຍບາຍສັງຄົມທີ່ສົມບູນແບບໃນການຮັບປະກັນແລະປົກປ້ອງສິດທິມະນຸດ, ຊຸກຍູ້ຄວາມກ້າວໜ້າແລະຄວາມຍຸຕິທຳທາງສັງຄົມ ແລະປະຕິບັດການເຊື່ອມໂຍງເຂົ້າກັບສາກົນຢູ່ຫວຽດນາມ ໃນເວລາທີ່ຈະມາເຖິງ
ທີໜຶ່ງ, ຊາບຊຶມແລະປະຕິບັດຢ່າງດີ ແນວທາງແລະແຜນນະໂຍບາຍຂອງພັກກອມມູນິດຫວຽດນາມ, ນະໂຍບາຍແລະກົດໝາຍຂອງລັດຫວຽດນາມ ກ່ຽວກັບບົດບາດແລະຄວາມສຳຄັນຂອງນະໂຍບາຍສັງຄົມ ໃນການຮັບປະກັນແລະປົກປ້ອງສິດທິມະນຸດ.
ພັກກອມມູນິດຫວຽດນາມຢືນຢັນແຜນນະໂຍບາຍຂອງຕົນສະເໝີວ່າ: ບໍ່ລໍຖ້າຈົນກ່ວາເສດຖະກິດບັນລຸລະດັບການພັດທະນາສູງກ່ອນ ຈຶງຈະປະຕິບັດຄວາມກ້າວໜ້າທາງສັງຄົມແລະຄວາມຍຸຕິທໍາ ແລະບໍ່ໃຫ້ “ເສຍສະລະ” ຄວາມກ້າວໜ້າແລະຄວາມຍຸຕິທໍາທາງສັງຄົມເພື່ອຕິດຕາມການເຕີບໂຕທາງເສດຖະກິດແບບງ່າຍດາຍ. ໃນທາງກົງກັນຂ້າມ, ນະໂຍບາຍເສດຖະກິດທຸກນະໂຍບາຍຈະຕ້ອງມຸ່ງເປົ້າໄປທີ່ການພັດທະນາສັງຄົມ; ນະໂຍບາຍສັງຄົມທຸກນະໂຍບາຍຈະຕ້ອງມຸ່ງສູ່ການສ້າງແຮງຂັບເຄື່ອນຊຸກຍູ້ການພັດທະນາເສດຖະກິດ; ການສົ່ງເສີມການສ້າງຄວາມຮັ່ງມີຕາມກົດໝາຍ ຕ້ອງຄວບຄູ່ໄປກັບການລົບລ້າງຄວາມອຶດຫິວ ແລະຫຼຸດຜ່ອນຄວາມທຸກຍາກຢ່າງຍືນຍົງ, ເບິ່ງແຍງດູແລຜູ້ທີ່ມີຄຸນງາມຄວາມດີຕໍ່ຊາດ ແລະຜູ້ທີ່ຕົກໃນສະຖານະການທຸກຍາກລຳບາກ. ເພາະສະນັ້ນ, ຈຳເປັນຕ້ອງຍູ້ແຮງການໂຄສະນາ ເພື່ອໃຫ້ປະຊາຊົນທຸກຄົນມີຄວາມຮັບຮູ້ຢ່າງຖືກຕ້ອງເຖິງ ທັດສະນະຂອງພັກກ່ຽວກັບນະໂຍບາຍສັງຄົມ, ການປະຕິບັດນະໂຍບາຍສັງຄົມເພື່ອຮັບປະກັນແລະປົກປ້ອງສິດທິມະນຸດ. ຮັບປະກັນຄວາມສຳພັນທີ່ແຍກກັນບໍ່ອອກ ລະຫວ່າງຜູ້ຄົນໃນຖານະບຸກຄົນ ແລະ ຜູ້ຄົນໃນຊຸມຊົນ ກຸ່ມ ແລະ ໝູ່ຄະນະ: ມະນຸດແຕ່ລະຄົນຈະຕ້ອງໄດ້ຮັບການຮັບຮອງສິດທິ ແລະ ຜົນປະໂຫຍດຂອງຕົນຢ່າງດີທີ່ສຸດ; ເຮົາຕ້ອງຖືວ່າ ແຕ່ລະບຸກຄົນ, ພົນລະເມືອງແຕ່ລະຄົນ ເປັນອັດຕະພາບ, ເປັນແຮງຂັບເຄື່ອນຂອງນະໂຍບາຍສັງຄົມ. ກອງປະຊຸມຄະນະບໍລິຫານງານສູນກາງຄັ້ງທີ 8 ສະໄໝທີ XIII (ເດືອນພະຈິກ 2023) ຂອງພັກກອມມູນິດຫວຽດນາມ “ວ່າດ້ວຍການສືບຕໍ່ການປ່ຽນແປງໃໝ່, ປັບປຸງຍົກສູງຄຸນນະພາບຂອງນະໂຍບາຍສັງຄົມ, ຕອບສະໜອງຄວາມຕ້ອງການຂອງພາລະກິດການສ້າງສາແລະປົກປັກຮັກສາປະເທດຊາດໃນໄລຍະໃໝ່” ກຳນົດ: “ການສ້າງລະບົບນະໂຍບາຍສັງຄົມຕາມທິດທາງທີ່ຍືນຍົງ, ກ້າວໜ້າ ແລະ ສະເໝີພາບ, ປັບປຸງຊີວິດທາງວັດຖຸແລະຈິດໃຈຂອງປະຊາຊົນໃຫ້ດີຂຶ້ນຢ່າງຕໍ່ເນື່ອງ, ປະກອບສ່ວນເຂົ້າໃນພາລະກິດການສ້າງສາແລະປົກປັກຮັກສາປະເທດຊາດ. ສ້າງແລະປັບປຸງນະໂຍບາຍປະກັນສັງຄົມທີ່ຫຼາກຫຼາຍ, ຫຼາຍຊັ້ນ, ຮອບດ້ານ, ທັນສະໄໝ, ຄອບຄຸມ ແລະ ຍືນຍົງ; ສ້າງໂອກາດໃຫ້ປະຊາຊົນ ໂດຍສະເພາະຄົນທຸກຍາກ ຜູ້ຄົນທີ່ຢູ່ໃນສະຖານະການທີ່ຫຍຸ້ງຍາກ ແລະ ຜູ້ຄົນທີ່ອາໄສຢູ່ໃນເຂດທີ່ມີສະພາບເສດຖະກິດແລະສັງຄົມທີ່ຍາກລຳບາກຢ່າງຍິ່ງ ຈະສາມາດເຂົ້າເຖິງບໍລິການທາງສັງຄົມຂັ້ນພື້ນຖານໄດ້, ພິເສດແມ່ນ ດ້ານສາທາລະນະສຸກ, ການສຶກສາ, ທີ່ຢູ່ອາໄສ ແລະ ຂໍ້ມູນ. ການພັດທະນາຕະຫຼາດແຮງງານທີ່ຍືດຫຍຸ່ນ, ມີປະສິດທິຜົນ ແລະ ເຊື່ອມໂຍງສາກົນ ໂດຍຕິດພັນກັບວຽກເຮັດງານທຳທີ່ຍືນຍົງ; ປັບປຸງຄຸນນະພາບການຄຸ້ມຄອງການພັດທະນາສັງຄົມ ໂດຍຕິດພັນກັບການຮັບປະກັນສິດທິມະນຸດ ແລະສິດທິພົນລະເມືອງ”(2).
ທີສອງ, ໝູນໃຊ້ວິທີສິດທິມະນຸດໃນການປັບປຸງສະຖາບັນແລະນະໂຍບາຍສັງຄົມໃຫ້ສົມບູນແບບ ເພື່ອຊຸກຍູ້ຄວາມກ້າວໜ້າແລະຄວາມຍຸຕິທຳທາງສັງຄົມ ແລະການເຊື່ອມໂຍງເຂົ້າກັບສາກົນຢູ່ຫວຽດນາມໃນປະຈຸບັນ.
ການໝູນໃຊ້ວິທີສິດທິມະນຸດດ້ວຍທັດສະນະການພັດທະນາທົ່ວເຖິງໃນການສ້າງ ແລະປະຕິບັດນະໂຍບາຍສັງຄົມ ແມ່ນການຮັບປະກັນຄວາມເປັນເອກະພາບ ຄວາມເຊື່ອມໂຍງ ແລະ ການເພິ່ງພາເຊິ່ງກັນແລະກັນ ຂອງສິດທິມະນຸດ ເພື່ອໃຫ້ປະຊາຊົນສາມາດໃຊ້ສິດທິຂອງຕົນໃນຂະບວນການພັດທະນາໄດ້. ພ້ອມກັນນັ້ນກໍ່ຢືນຢັນວ່າ ປະຊາຊົນແມ່ນອັດຕະພາບຂອງສິດທິມະນຸດ ແລະມີສິດທິທີ່ຈະໄດ້ຮັບປະໂຫຍດຈາກຂະບວນການພັດທະນາທີ່ຕົນເອງສ້າງຂຶ້ນ. ຈາກວິທີການເຂົ້າເຖິງນີ້, ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມຢືນຢັນວ່າ: ປະຊາຊົນເປັນສູນກາງ ແລະເປັນເຈົ້າຂອງຂອງກິດຈະການປ່ຽນແປງໃໝ່, ການສ້າງສາແລະປົກປັກຮັກສາປະເທດຊາດ; ແຜນນະໂຍບາຍແລະນະໂຍບາຍທັງໝົດຈະຕ້ອງມາຈາກຊີວິດ ຄວາມປາດຖະໜາ ສິດແລະຜົນປະໂຫຍດອັນຊອບທຳຂອງປະຊາຊົນ ໂດຍຖືເອົາຄວາມສຸກ ແລະຄວາມຈະເລີນຮຸ່ງເຮືອງຂອງປະຊາຊົນເປັນເປົ້າໝາຍໃນການສູ້ຊົນ(3). ປະຕິບັດທັດສະນະນີ້, ຂະບວນການວາງກຳນົດນະໂຍບາຍສັງຄົມຈະຕ້ອງສຸມໃສ່ການຖືເອົາສິດແລະຜົນປະໂຫຍດອັນຊອບທຳຂອງຜູ້ຖືສິດເປັນພື້ນຖານ - ນັ້ນແມ່ນປະຊາຊົນ, ໃນນັ້ນຕ້ອງສຸມໃສ່ຜູ້ຖືສິດ ໃນເຂດຍຸດທະສາດ, ເຂດຈຸດສຸມ, ເຂດຫ່າງໄກສອກຫຼີກ, ເຂດຊົນເຜົ່າສ່ວນໜ້ອຍ.
ໃນເວລາທີ່ຈະມາເຖິງ, ລະບົບນະໂຍບາຍສັງຄົມຈະໄດ້ຮັບການປັບປຸງແລະເສີມຕໍ່ໄປໃນທິດທາງທີ່ມີປະສິດທິຜົນ, ຄອບຄຸມ, ຮອບດ້ານ ແລະຍືນຍົງ. ໂດຍສະເພາະ, ການຄົ້ນຄວ້າແລະແກ້ໄຂກົດໝາຍກ່ຽວກັບວຽກເຮັດງານທຳ, ກົດໝາຍປະກັນສຸຂະພາບ, ກົດໝາຍປະກັນໄພສັງຄົມ ແລະ ລັດຖະບັນຍັດວ່າດ້ວຍການບຸລິມະສິດໃຫ້ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ໃຫ້ສອດຄ່ອງກັບທິດທາງການພັດທະນາຂອງປະເທດ ໃນສະພາບການໃໝ່. ພ້ອມກັນນັ້ນ, ລັດຖະບານຈຳເປັນຕ້ອງສືບຕໍ່ປະກາດໃຊ້ແລະປະຕິບັດຢ່າງດີ ບັນດາໂຄງການ ແລະ ແຜນການປະຕິບັດການລະດັບຊາດທີ່ກ່ຽວຂ້ອງກັບກຸ່ມເປົ້າໝາຍທາງສັງຄົມແຕ່ລະກຸ່ມ.
ທີສາມ, ເຊື່ອມຕໍ່ເພື່ອຮັບປະກັນບັນດາສິດທິພົນລະເມືອງ ແລະສິດປະຊາທິປະໄຕ ຂອງປະຊາຊົນ ໃນຂະບວນການປ່ຽນແປງໃໝ່ແລະການພັດທະນາ ຕາມທິດທາງສັງຄົມນິຍົມ.
ປະການທີໜຶ່ງ, ສືບຕໍ່ປະຕິບັດວິທີການເຂົ້າເຖິງສິດທິມະນຸດ. ແຕ່ລະແຜນນະໂຍບາຍ, ນະໂຍບາຍ, ກົດໝາຍ ຈຳເປັນຕ້ອງ: 1- ເລີ່ມຈາກ ແລະ ວາງເປົ້າໄປຍັງຜູ້ຮັບຜົນປະໂຫຍດທີ່ຖືກຕ້ອງ; 2- ກຳນົດຢ່າງຈະແຈ້ງ ກຸ່ມຄົນທີ່ໄດ້ຮັບການຮັບປະກັນສິດແລະຜົນປະໂຫຍດ ແລະ ຜູ້ທີ່ມີພັນທະຮັບປະກັນການປະຕິບັດສິດທິ; 3- ດຶງດູດແລະລະດົມການເຂົ້າຮ່ວມຢ່າງເປັນເຈົ້າການ, ຕັ້ງໜ້າ ແລະ ເປັນຈຳນວນຫຼວງຫຼາຍ ຂອງປະຊາຊົນໃນການປະຕິບັດແຜນນະໂຍບາຍ, ນະໂຍບາຍ ແລະ ກົດໝາຍເຫຼົ່ານັ້ນ; 4- ຮັບປະກັນຄວາມເປີດເຜີຍ ແລະຄວາມໂປ່ງໃສ ໃນການຜັນຂະຫຍາຍ ແລະ ປະຕິບັດແຜນນະໂຍບາຍ, ນະໂຍບາຍ ແລະ ກົດໝາຍ.
ປະການທີສອງ, ເຄົາລົບ, ຮັບປະກັນ, ປົກປ້ອງສິດທິມະນຸດ, ສິດທິແລະພັນທະພົນລະເມືອງ, ຮັບຮອງວ່າ ອຳນາດລັດທັງໝົດເປັນຂອງປະຊາຊົນ; ເອົາການຮັບໃຊ້ປະຊາຊົນເປັນເປົ້າໝາຍສູງສຸດ ໃນການອອກແບບການບໍລິຫານລັດ. ພະນັກງານ ລັດຖະກອນ ແລະ ພາລະກອນ ຕ້ອງຊາບຊຶມຈິດໃຈຂອງການບໍລິຫານທີ່ຮັບໃຊ້ປະຊາຊົນ, ຖືສິດ ແລະ ຜົນປະໂຫຍດທີ່ຊອບທຳຖືກກົດໝາຍຂອງພົນລະເມືອງ ເປັນໃຈກາງ.
ປະການທີສາມ, ສືບຕໍ່ຫັນເປັນນິຕິກຳການຂະຫຍາຍກົນໄກຮັບປະກັນຊາທິປະໄຕ. ໂຄສະນາເຜີຍແຜ່ ແລະໃຫ້ຄວາມຮູ້ແກ່ທຸກຄົນ, ທຸກຂັ້ນ ແລະ ທຸກພາກສ່ວນຢ່າງລະອຽດກ່ຽວກັບຄວາມສຳຄັນຂອງກົດໝາຍວ່າດ້ວຍການປະຕິບັດປະຊາທິປະໄຕໃນຮາກຖານ; ຄົ້ນຄວ້າສ້າງຮ່າງກົດໝາຍວ່າດ້ວນຄວາມໂປ່ງໃສ ແລະຄວາມຮັບຜິດຊອບອະທິບາຍລາຍງານ ໃນກິດຈະກຳບໍລິການສາທາລະນະ.
ປະການທີສີ່, ຮັບປະກັນສິດທິປະກັນສັງຄົມທີ່ກ່ຽວຂ້ອງກັບຄວາມໝັ້ນຄົງຂອງມະນຸດ ແລະຄວາມໝັ້ນຄົງຂອງຊາດ. ປະສົບການຈາກການຈັດການພາວະວິກິດໃນເວລາເກີດການແຜ່ລະບາດຂອງຂອງພະຍາດໂຄວິດ-19 ທີ່ຜ່ານມາ ສະແດງໃຫ້ເຫັນວ່າ ເຮົາຕ້ອງເພີ່ມທະວີການຜັນຂະຫຍາຍ ແລະປະຕິບັດບັນດາມາດຕະການແກ້ໄຂທີ່ສຳຄັນ ເພື່ອຮັບປະກັນ ແລະປົກປ້ອງສິດທິມະນຸດ, ກ່ອນອື່ນໝົດແມ່ນສິດທິມະນຸດດ້ານສຸຂະພາບ, ການມີວຽກເຮັດງານທຳ, ລາຍຮັບ, ປະກັນໄພສັງຄົມ, ການຫຼຸດຜ່ອນຄວາມທຸກຍາກຫຼາຍດ້ານ ທົ່ວເຖິງແລະຍືນຍົງ...
ປະການທີຫ້າ, ການຮັບປະກັນສິດທິມະນຸດທີ່ກ່ຽວຂ້ອງກັບການພັດທະນາແບບທົ່ວເຖິງ. ໃນດ້ານຄວາມຮັບຮູ້: ການພັດທະນາແບບທົ່ວເຖິງ “ເພື່ອບໍ່ປະຜູ້ໃດໄວ້ຂ້າງຫຼັງ” ຈຳເປັນຕ້ອງເຂົ້າໃຈຢ່າງຖີ່ຖ້ວນໃນທຸກການເຄື່ອນໄຫວ ຕັ້ງແຕ່ການຜະລິດ ການບໍລິການ ການແຈກຢາຍ ແລະການບໍລິໂພກ; ໃນກິດຈະກຳການພັດທະນາເສດຖະກິດ-ສັງຄົມຂອງບັນດາພາກສ່ວນ ບັນດາຂົງເຂດເສດຖະກິດທີ່ຕ່າງກັນ; ໃນການເຄື່ອນໄຫວຂອງລັດ; ເຊື່ອມໂຍງຢ່າງແໜ້ນແຟ້ນລະຫວ່າງ ການຮັບປະກັນແລະປົກປ້ອງສິດທະມະນຸດ, ສິດທິພົນລະເມືອງ ກັບການພັດທະນາເສດຖະກິດ ສັງຄົມ ວັດທະນະທຳ ແລະ ການຮັກສາສິ່ງແວດລ້ອມ; ລະຫວ່າງແງ່ມຸມທີ່ເຊື່ອມໂຍງ ແລະເພິ່ງພາເຊິ່ງກັນແລະກັນຂອງສິດທິມະນຸດ; ການຮັບປະກັນສິດທິພົນລະເມືອງ ແລະສິດທາງດ້ານການເມືອງຢ່າງດີ ແມ່ນພື້ນຖານໃນການປະຕິບັດສິດທິທາງເສດຖະກິດ ສັງຄົມ ວັດທະນະທຳ, ແລະ ໃນທາງກົງກັນຂ້າມ... ກ່ຽວກັບການຜັນຂະຫຍາຍປະຕິບັດ: ກວດພົບຢ່າງທັນການແລະແກ້ໄຂຢ່າງເໝາະສົມ ບັນດາບັນຫາທີ່ເກີດຂຶ້ນໃນຂະບວນການພັດທະນາຢ່າງວ່ອງໄວແລະຍືນຍົງ ຕິດພັນກັບການພັດທະນາຕາມຕ່ອງໂສ້, ການພັດທະນາກວມລວມ ກັບການປະຕິວັດອຸດສາຫະກຳຄັ້ງທີ 4... ໃນໄລຍະຈະມາເຖິງ, ສຸມໃສ່ຊອກຫາວິທີຮັບປະກັນ ແລະປົກປ້ອງສິດທິມະນຸດ, ພິເສດແມ່ນ ສິດຂອງກຸ່ມຄົນທີ່ສ່ຽງຕໍ່ຜົນກະທົບຂອງການປ່ຽນແປງສະພາບດິນຟ້າອາກາດ, ຜົນກະທົບຂອງການປະຕິວັດອຸດສາຫະກຳຄັ້ງທີ 4... ເຊັ່ນ ບັນຫາສິດທິມະນຸດ ແລະປັນຍາປະດິດ; ສິດທິມະນຸດແລະການຫັນເປັນດິຈິຕອນ, ສິດທິມະນຸດແລະສິດທິໃນການເຮັດວຽກ...
ປະການທີຫົກ, ປະຍຸກໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການປະຕິບັດນະໂຍບາຍສັງຄົມ. ມີຄວາມຈຳເປັນຕ້ອງປະຕິບັດໂຄງການຢ່າງມີປະສິດທິຜົນ ເພື່ອສ້າງຖານຂໍ້ມູນແຫ່ງຊາດກ່ຽວກັບການປະກັນສັງຄົມ, ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ເພື່ອແກ້ໄຂນະໂຍບາຍປະກັນສັງຄົມຮອດປີ 2020 ແລະ ທິດທາງການພັດທະນາຮອດປີ 2030; ຫຼຸດຄວາມຊັບຊ້ອນຂອງຂັ້ນຕອນການບໍລິຫານ, ປັບປຸງຍົກສູງປະສິດທິຜົນຂອງການຄຸ້ມຄອງລັດ, ປ່ຽນແປງໃໝ່ການຈັດຕັ້ງ ແລະ ຊຸກຍູ້ການສະໜອງບໍລິການສາທາລະນະທາງອອນລາຍໃນຂົງເຂດປະກັນສັງຄົມ, ປະກອບສ່ວນເຂົ້າໃນການພັດທະນາລັດຖະບານເອເລັກໂຕຮນິກ; ເລັ່ງປັບປຸງລະບົບຖານຂໍ້ມູນຄົວເຮືອນ, ໝາຍເລກປະຈຳຕົວບຸກຄົນປະຊາຊົນ ແລະ ຊຸດຕົວຊີ້ວັດປະກັນສັງຄົມ ເພື່ອປັບປຸງຍົກສູງປະສິດທິພາບການຄຸ້ມຄອງ, ການຕິດຕາມກວດກາ ແລະ ການປະເມີນຜົນ ການຈັດຕັ້ງປະຕິບັດນະໂຍບາຍປະກັນສັງຄົມ. ຈຳເປັນຕ້ອງເອົາໃຈໃສ່ເຖິງກຸ່ມຄົນທີ່ຢູ່ກາງລະຫວ່າງການປະກັນສັງຄົມ ແລະການຊ່ວຍເຫຼືອທາງສັງຄົມ (ຜູ້ທີ່ມີມາດຕະຖານການຄອງຊີບຕ່ຳກວ່າຄ່າສະເຫຼ່ຍ, ບໍ່ມີປະກັນໄພສັງຄົມ, ແຕ່ບໍ່ໄດ້ຈັດວ່າທຸກຍາກ ຈຶງບໍ່ໄດ້ຮັບການຊ່ວຍເຫຼືອທາງສັງຄົມ); ຜູ້ອອກແຮງງານໃນຂົງເຂດບໍ່ເປັນທາງການ, ກຸ່ມຄົນດ້ອຍໂອກາດ...
ປະການທີເຈັດ, ປະຕິບັດນະໂຍບາຍສັງຄົມຢ່າງສະເໝີຕົ້ນສະເໝີປາຍ ຕິດພັນກັບນະໂຍບາຍເຄົາລົບໃຊ້, ປົກປ້ອງ ແລະຊຸກຍູ້ສິດທິມະນຸດ. ທັດສະນະທີ່ສອດຄ່ອງກັນຕະຫຼອດແນວທາງແລະແຜນນະໂຍບາຍຂອງພັກກອມມູນິດຫວຽດນາມ, ນະໂຍບາຍແລະກົດໝາຍຂອງລັດຫວຽດນາມ ແມ່ນເພື່ອປະຊາຊົນ, ຖືປະຊາຊົນເປັນສູນກາງ; ເຄົາລົບ, ຊຸກຍູ້ ແລະ ປົກປ້ອງສິດທິມະນຸດ, ຜັນຂະຫຍາຍແລະປະຕິບັດ ສົນທິສັນຍາສາກົນວ່າດ້ວຍສິດທິມະນຸດທີ່ຫວຽດນາມເປັນສະມາຊິກ ຢ່າງຕໍ່ເນື່ອງແລະມີປະສິດທິຜົນ.
ຕ້ອງສ້າງແຜນການແລະໂຄງການແຫ່ງຊາດ ກ່ຽວກັບສິດທິມະນຸດ; ປະເມີນຜົນກະທົບຕໍ່ຜູ້ທີ່ໄດ້ຮັບຜົນກະທົບໂດຍກົງຈາກຮ່າງກົດໝາຍກ່ອນການຜ່ານຮ່າງກົດໝາຍ; ການນຳເນື້ອໃນວິທີເຂົ້າເຖິງສິດທິມະນຸດ ເຂົ້າໃຊ້ໃນການຄຸ້ມຄອງການພັດທະນາສັງຄົມ, ການວາງແຜນ ແລະການປະຕິບັດນະໂຍບາຍ, ໂຄງການ, ແຜນການ ແລະຍຸດທະສາດ ເພື່ອພັດທະນາເສດຖະກິດ-ສັງຄົມ ຈະຕ້ອງໃຊ້ວິທີເຂົ້າເຖິງສິດທິມະນຸດຢ່າງມີປະສິດທິຜົນ; ຮັບປະກັນການປະຕິບັດເປັນຢ່າງດີ ສິດທິມະນຸດແລະສິດທິພົນລະເມືອງ ທີ່ໄດ້ລະບຸໄວ້ໃນລັດຖະທຳມະນູນປີ 2013 ແລະໃນຂໍ້ຜູກພັນສາກົນວ່າດ້ວຍສິດທິມະນຸດ ທີ່ຫວຽດນາມໄດ້ເຂົ້າຮ່ວມ./.
-------------
(1) ມະຕິໝາຍເລກ 68/NQ-CP ລົງວັນທີ 1 ກໍລະກົດ 2021, ຂອງລັດຖະບານ “ກ່ຽວກັບນະໂຍບາຍຈຳນວນໜຶ່ງ ເພື່ອສະໜັບສະໜູນຜູ້ອອກແຮງງານແລະຜູ້ຈ້າງງານ ທີ່ປະສົບຄວາມຫຍຸ້ງຍາກ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19”; ມະຕິໝາຍເລກ 116/NQ-CP ລົງວັນທີ 24-9-2021, ຂອງລັດຖະບານ “ກ່ຽວກັບນະໂຍບາຍສະໜັບສະໜູນຜູ້ອອກແຮງງານແລະຜູ້ຈ້າງງານ ທີ່ຖືກຜົນກະທົບຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ຈາກກອງທຶນປະກັນການວ່າງງານ”; ມະຕິໝາຍເລກ 128/NQ-CP ລົງວັນທີ 11 ກັນຍາ 2021, ຂອງລັດຖະບານປະກາດໃຊ້ກົດລະບຽບຊົ່ວຄາວ “ການປັບຕົວໄດ້ຢ່າງປອດໄພ, ຄ່ອງຕົວ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຢ່າງມີປະສິດທິພາບ”
(2) ເບິ່ງ: ຫ້ອງສະໝຸດກົດໝາຍ, https://thuvienphapluat.vn/van-ban/Van-hoa-Xa-hoi/Nghi-quyet-42-NQ-TW-2023-doi-moi-nang-cao-chat-luong-chinh-sach-xa-hoi-xay-dung-To-quoc-589023.aspx?anchor=muc_2,
(3) ເບິ່ງ: ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 27-28
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1033 (ເດືອນມີນາ 2024)