ການຮັກສາ ແລະ ເສີມຂະຫຍາຍບົດບາດຂອງກຸ່ມກ້ອນ
ມະຫາສາມັກຄີປວງຊົນທັງຊາດ, ມຸ່ງສູ່ເປົ້າໝາຍປະຊາຊົນຮັ່ງມີ,
ປະເທດຊາດເຂັ້ມແຂງ ມີປະຊາທິປະໄຕ ຍຸຕິທຳ ແລະ ອາລະຍະທຳ
ຕາມຈິດໃຈຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ
ມະຫາສາມັກຄີປວງຊົນທັງຊາດ, ມຸ່ງສູ່ເປົ້າໝາຍປະຊາຊົນຮັ່ງມີ,
ປະເທດຊາດເຂັ້ມແຂງ ມີປະຊາທິປະໄຕ ຍຸຕິທຳ ແລະ ອາລະຍະທຳ
ຕາມຈິດໃຈຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ
ວກ. - ມະຫາສາມັກຄີປວງຊົນທັງຊາດແມ່ນພື້ນຖານ ແລະເປັນຮາກຖານທີ່ສຳຄັນ ໃນການເສີມຂະຫຍາຍຄວາມເຂັ້ມແຂງທາງສະຕິປັນຍາ, ຄວາມຄິດປະດິດສ້າງ, ເຈດຈຳນົງເພີ່ງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມເຄົາລົບຕົນເອງ ແລະຄວາມພາກພູມໃຈແຫ່ງຊາດຢ່າງເຕັມທີ່ ແລະເປັນພະລັງຂັບເຄື່ອນທີ່ຍິ່ງໃຫຍ່ໃນການສ້າງສາແລະປົກປັກຮັກສາປະເທດຊາດ. ການຮັກສາ ແລະ ເສີມຂະຫຍາຍຄຸນຄ່າມູນເຊື້ອຂອງມະຫາສາມັກຄີເພື່ອເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ ມີປະຊາທິປະໄຕ ຍຸຕິທຳ ແລະ ອາລະຍະທຳ ຕາມຈິດໃຈຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກແມ່ນພາລະກິດທີ່ຍິ່ງໃຫຍ່ ແລະສະຫງ່າງາມ ຂອງພະນັກງານແລະປະຊາຊົນທຸກຄົນ, ຂອງລະບົບການເມືອງທັງໝົດ.
ທ່ານ ຟ້າມ ມິງ ຈິ໊ງ ກຳມະການກົມການເມືອງສູນກາງ, ນາຍົກລັດຖະມົນຕີ ເຂົ້າຮ່ວມການຟ້ອນເຊີ້ງກັບຊາວເຜົ່າ ເມືອງ ຊິນໂຮ່, ແຂວງ ລາຍເຈົາ ໃນວັນບຸນມະຫາສາມັກຄີປວງຊົນທັງຊາດ _ພາບ: TTXVN
ທັດສະນະ ແລະນະໂຍບາຍຂອງພັກແລະລັດ ກ່ຽວກັບການສ້າງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ
“ຄວາມສາມັກຄີແມ່ນມູນເຊື້ອອັນລ້ຳຄ່າຂອງຊາດຫວຽດນາມເຮົາ, ເປັນບໍ່ເກີດຂອງກຳລັງແຮງ ຄວາມເຂັ້ມແຂງ ເພື່ອໃຫ້ຊາດເຮົາຍືນຍົງຄົງຕົວແລະພັດທະນາຕະຫຼອດໄປ, ເປັນເສັ້ນດ້າຍສີແດງທີ່ສອດຫ້ອຍຕະຫຼອດ, ແມ່ນແນວທາງຍຸດທະສາດທີ່ມີຄວາມສຳຄັນຢ່າງຍິ່ງຂອງການປະຕິວັດຫວຽດນາມ”(1). ປະຫວັດສາດຫຼາຍພັນປີແຫ່ງການກໍ່ຕັ້ງປະເທດ ແລະການປົກປ້ອງປະເທດຂອງຊາດຫວຽດນາມ ໄດ້ຢືນຢັນວ່າ ເມື່ອປະເທດປະເຊີນກັບສະຖານະການທີ່ຫຍຸ້ງຍາກລຳບາກ ແລະຄວາມທ້າທາຍ ໃນໄລຍະຫົວລ້ຽວຫົວຕໍ່ “ຖ້າຮູ້ວິທີປຸກຕື່ນຈິດໃຈຮັກຊາດ, ຄວາມເອກອ້າງທະນົງໃຈຂອງຊາດ, ຄວາມເຄົາລົບຕົນເອງ, ເສີມຂະຫຍາຍກຳລັງແຮງອັນໃຫຍ່ຫຼວງຂອງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ, ປະສົມປະສານກຳລັງແຮງຂອງຊາດເຂົ້າກັບກຳລັງແຮງຂອງຍຸດສະໄໝ, ເຮືອປະຕິວັດຫວຽດນາມ ຈະຜ່ານຜ່າແກ່ງຕາດ ແລະ ພາຍຸລົມແດງທັງໝົດ ເພື່ອໄປຮອດຝັ່ງແຫ່ງຄວາມສະຫງ່າລາສີ”(2). ການເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ ແມ່ນແຜນນະໂຍບາຍທີ່ເປັນເອກະພາບແລະສອດຫ້ອຍຕະຫຼອດ ຂອງພັກກອມມູນິດຫວຽດນາມ ເຊິ່ງສະແດງອອກໃນເນື້ອໃນຂອງເອກະສານ, ມະຕິ, ມະຕິຕົກລົງ ແລະຄຳສັ່ງ ຫຼາຍສະບັບ ຕະຫຼອດໄລຍະເວລາການປະຕິວັດ. ມາເຖິງປະຈຸບັນ, ກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດນີ້ ນັບມື້ນັບໄດ້ຮັບການປັບປຸງໃຫ້ໝັ້ນຄົງ, ສ້າງໃຫ້ມີກຳລັງແຮງສັງລວມຂອງປະເທດ, ປະກອບສ່ວນຊຸກຍູ້ເສດຖະກິດພັດທະນາຢ່າງແຂງແຮງ, ຮັກສາຄວາມໝັ້ນຄົງທາງການເມືອງແລະສັງຄົມ. ໃນໄລຍະໃໝ່, ພັກກອມມູນິດຫວຽດນາມກຳນົດ: “ພະລັງຂັບເຄື່ອນ ແລະຊັບພະຍາກອນການພັດທະນາທີ່ສຳຄັນຂອງປະເທດ ແມ່ນການປຸກລະດົມຈິດໃຈຮັກຊາດ ແລະ ເຈດຈຳນົງສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງຊາດ ຢ່າງແຂງແຮງ, ເສີມຂະຫຍາຍກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ ແລະ ຄວາມປາດຖະໜາທີ່ຈະພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງແລະມີຄວາມສຸກ”(3). ເບິ່ງລວມແລ້ວ, ການເສີມຂະຫຍາຍກຳລັງແຮງຂອງລະບົບການເມືອງ ໃນການກໍ່ສ້າງກຸ່ມກ້ອນສາມັກຄີແຫ່ງຊາດນັ້ນ ສະແດງອອກໂດຍກົງໃນການເຊີດຊູບົດບາດຂອງພັກກອມມູນິດຫວຽດນາມ, ລັດສາທາລະນະລັດສັງຄົມນິຍົມຫວຽດນາມ, ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງທາງການເມືອງ-ສັງຄົມ, ດັ່ງຕໍ່ໄປນີ້:
ທີີໜຶ່ງ, ພັກກອມມູນິດຫວຽດນາມ ແມ່ນກຳລັງນຳພາລັດແລະສັງຄົມ, ແມ່ນກອງນຳໜ້າຂອງຊົນຊັ້ນກຳມະກອນ, ພ້ອມທັງເປັນກອງນຳໜ້າຂອງປະຊາຊົນຜູ້ອອກແຮງງານ ແລະຂອງຊາດຫວຽດນາມທັງໝົດ, ເປັນຕົວແທນທີ່ຈົງຮັກພັກດີຕໍ່ຜົນປະໂຫຍດຂອງຊົນຊັ້ນກຳທະກອນ, ປະຊາຊົນຜູ້ອອກແຮງງານ ແລະຂອງຊາດ. ຕາມນັ້ນ, ປັດໄຈທີ່ “ຕັດສິນຊີ້ຂາດຄວາມສຳເລັດ ຂອງພາລະກິດການສ້າງສາພັດທະນາປະເທດ ແລະປົກປັກຮັກສາປະເທດຊາດ ແມ່ນສືບຕໍ່ເພີ່ມທະວີການກໍ່ສ້າງແລະປັບປຸງພັກ, ຍົກສູງຄວາມສາມາດນຳພາ, ຄວາມສາມາດກຳອຳນາດ ແລະ ກຳລັງແຮງສູ້ຮົບຂອງພັກ; ກໍ່ສ້າງພັກ ແລະລະບົບການເມືອງໃຫ້ສະອາດປອດໄສ ແລະໝັ້ນຄົງເຂັ້ມແຂງຢ່າງຮອບດ້ານ, ສ້າງລັດທີ່ມີຄວາມຄ່ອງຕົວແລະດຳເນີນງານຢ່າງມີປະສິດທິພາບແລະປະສິດທິຜົນ; ສ້າງຖັນແຖວພະນັກງານ ສະມາຊິກ ໂດຍສະເພາະຖັນແຖວພະນັກງານຂັ້ນຍຸດທະສາດແລະຜູ້ນຳ ທີ່ມີຄຸນສົມບັດ ຄວາມສາມາດ ແລະສັກສີພຽງພໍ, ທຽບເທົ່າກັບລະດັບໜ້າທີ່”(4). ໃນເວລາທີ່ຜ່ານມາ, ການຈັດຕັ້ງອົງການພັກ ແລະ ລະບົບການເມືອງໄດ້ຮັບການປ່ຽນແປງໃໝ່ ປັບປຸງ ແລະດຳເນີນການຢ່າງມີປະສິດທິພາບແລະປະສິດທິຜົນ; ສຸມໃສ່ປັບປຸງຮູບແບບການຈັດຕັ້ງຂອງລະບົບການເມືອງໃຫ້ສົມບູນແບບ, ແກ້ໄຂການຊ້ຳຊ້ອນແລະຄວາມໄຮ້ເຫດຜົນ ເພື່ອປັບປຸງສະຖາບັນໃຫ້ສົມບູນແບບ, ຮັບປະກັນຄວາມຄົບຊຸດແລະການເຊື່ອມໂຍງລະຫວ່າງກົດລະບຽບຂອງພັກ ແລະກົດໝາຍຂອງລັດ ກ່ຽວກັບການຈັດຕັ້ງອົງການ; ແບບວິທີການນຳພາ, ຄວາມສາມາດໃນການຄາດຄະເນ, ວິໄສທັດຍຸດທະສາດໃນການວາງແນວທາງແລະແຜນນະໂຍບາຍໄດ້ຮັບການປ່ຽນແປງໃໝ່.
ດ້ານອື່ນ, ພັກດຳເນີນການກວດກາອົງການຈັດຕັ້ງພັກ, ໜ່ວຍງານຂອງລັດ ແລະອົງການສຳຄັນອື່ນໆ ໃນລະບົບການເມືອງ; ຄົ້ນເຜີຍ ແລະ ຈັດການກັບການສໍ້ໂກງ ສໍ້ລາດບັງຫຼວງ, ຄວາມເສື່ອມໂຊມປ່ຽນທາດ, ການລະເມີດຫຼັກການລວມສູນປະຊາທິປະໄຕ ຢ່າງທັນທ່ວງທີ; ຮັບປະກັນຄວາມບໍລິສຸດຂອງພັກ ແລະ ລະບົບການເມືອງ, ຮັກສາຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ.
ທີສອງ, ລັດແຫ່ງອຳນາດກົດໝາຍສາທາລະນະລັດສັງຄົມນິຍົມຫວຽດນາມ ມີບົດບາດສຳຄັນໃນການເສີມຂະຫຍາຍກຳລັງແຮງຂອງມະຫາສາມັກຄີປວງຊົນທັງຊາດ ມຸ່ງສູ່ເປົ້າໝາຍ ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ ມີປະຊາທິປະໄຕ ຍຸດຕິທຳ ແລະອາລະຍະທຳ. ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມຢືນຢັນ: “ການສ້າງແລະປັບປຸງບູລະນະລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ແລະ ສ້າງລະບົບການເມືອງທີ່ສະອາດປອດໃສ, ຄ່ອງຕົວ, ໝັ້ນຄົງເຂັ້ມແຂງ ແລະ ດຳເນີນງານຢ່າງມີປະສິດທິພາບແລະປະສິດທິຜົນ, ເພື່ອຮັບໃຊ້ປະຊາຊົນ ແລະ ເພື່ອການພັດທະນາປະເທດ”(5); ພ້ອມກັນນັ້ນ, ເນັ້ນໜັກວ່າ ນະໂຍບາຍທັງໝົດຈະຕ້ອງມາຈາກຄວາມຕ້ອງການ, ຄວາມປາດຖະໜາ, ສິດແລະຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງປະຊາຊົນຢ່າງແທ້ຈິງ ແລະ “ຖືເອົາຄວາມສຸກແລະຄວາມອິ່ມໜຳສຳລານຂອງປະຊາຊົນເປັນເປົ້າໝາຍໃນການສູ້ຊົນ”(6). ດ້ານອື່ນ, ລັດຈະຕ້ອງ “ປັບປຸງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນຢ່າງຮອບດ້ານ”(7) ຢ່າງຕໍ່ເນື່ອງ ແລະ ຍາມໃດກໍ່ເພື່ອເປົ້າໝາຍໃນການ “ພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງແລະມີຄວາມສຸກ; ປະເທດຊາດພັດທະນາຖາວອນແລະຍືນຍົງຕະຫຼອດໄປ ”(8).
ໃນເວລາທີ່ຜ່ານມາ, ກົງຈັກຂອງລັດໄດ້ຮັບການສ້າງຂຶ້ນໃນທິດທາງທີ່ຄ່ອງຕົວ ສະອາດປອດໃສ ແລະໝັ້ນຄົງເຂັ້ມແຂງ. ໃນດ້ານອື່ນ, ການປະຕິຮູບການບໍລິຫານລັດຖະການປະເທດໄລຍະປີ 2021-2030 ໄດ້ສຸມໃສ່ເນື້ອໃນພື້ນຖານຫົກປະການ ຄື: ການປະຕິຮູບສະຖາບັນ; ການປະຕິຮູບການບໍລິຫານ; ການປະຕິຮູບການຈັດຕັ້ງອົງການບໍລິຫານລັດ; ການປະຕິຮູບລະບອບລັດຖະການ; ປະຕິຮູບການເງິນພາກລັດ, ກໍ່ສ້າງແລະພັດທະນາລັດຖະບານອີເລັກໂຕຣນິກ ແລະ ລັດຖະບານດິຈິຕອນ.
ມາເຖິງປະຈຸບັນ, ໜ້າທີ່ການກໍ່ສ້າງແລະພັດທະນາລັດຖະບານອີເລັກໂຕຣນິກ ແລະ ລັດຖະບານດິຈິຕອນໄດ້ຮັບຄວາມເອົາໃຈໃສ່, ໂດຍຄ່ອຍໆດຳເນີນການສູນບໍລິການສາທາລະນະຢ່າງມີປະສິດທິຜົນ ເພື່ອຕອບສະໜອງຄວາມຕ້ອງການຂອງປະຊາຊົນແລະສັງຄົມ; ພ້ອມກັນນັ້ນ, ສືບຕໍ່ຜັນຂະຫຍາຍ ກົນໄກແບບຄົບວົງຈອນຢູ່ອົງການບໍລິຫານຂອງລັດໃນທ້ອງຖິ່ນ ຢ່າງມີປະສິດທິພາບ, ສ້າງເງື່ອນໄຂທີ່ເອື້ອຳນວຍໃຫ້ປະຊາຊົນ ແລະວິສາຫະກິດໃນການຈັດການຂັ້ນຕອນການບໍລິຫານ,... ຈາກນັ້ນ, ໄດ້ເສີມສ້າງຄວາມໄວ້ວາງໃຈໃນໝູ່ປະຊາຊົນຢ່າງຕໍ່ເນື່ອງ.
ທີສາມ, ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງທາງການເມືອງ-ສັງຄົມ ໄດ້ປ່ຽນແປງໃໝ່ຢ່າງຕໍ່ເນື່ອງ, ໄດ້ສ້າງສັນ ແລະ ກະຈາຍວິທີການລະດົມຂົນຂວາຍມະຫາຊົນ, ໃຫ້ຄວາມສຳຄັນກັບການເຄື່ອນໄຫວຕົວຈິງ.
ໃນປະຈຸບັນ, ການເຄື່ອນໄຫວຕິດຕາມກວດກາແລະວິຈານສັງຄົມຂອງປະຊາຊົນ ກຳລັງໄດ້ຮັບການສົ່ງເສີມ, ພ້ອມກັນນັ້ນ ສົມທົບຢ່າງແໜ້ນແຟ້ນການປັບປຸງຍົກສູງປະສິດທິຜົນວຽກງານກວດກາ, ຕິດຕາມກວດກາຂອງພັກ ກັບການກວດກາ ກວດສອບຂອງລັດ, ການຕິດຕາມກວດກາຂອງແນວໂຮມປະເທດຊາດ ແລະອົງການຈັດຕັ້ງທາງການເມືອງແລະສັງຄົມ. ດ້ານອື່ນ, ກົນໄກການເຄື່ອນໄຫວ, ການປັບປຸງໂຄງສ້າງກົງຈັກ ແລະການເສີມສ້າງຄວາມສາມາດຂອງຖັນແຖວພະນັກງານ ຂອງແນວໂຮມປະເທດຊາດຫວຽດນາມ ໄດ້ຮັບການປັບປຸງໃຫ້ສົມບູນເທື່ອລະກ້າວ; ມີການປຶກສາຫາລື ແລະການສົມທົບກັນເຄື່ອນໄຫວລະຫວ່າງແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການສະມາຊິກ ເພື່ອປຸກລະດົມ, ຜັນຂະຫຍາຍ ແລະ ຍົກສູງຄຸນນະພາບຂອງຂະບວນການແຂ່ງຂັນ, ລະດົມແຕ່ລະອົງການແລະຊົນຊັ້ນປະຊາຊົນ ມາເບິ່ງແຍງດູແລ ແລະ ປົກປັກຮັກສາສິດຜົນປະໂຫຍດອັນຊອບທຳຂອງສະມາຊິກສະຫະພັນ, ສ້າງຄວາມແຜ່ຫຼາຍ ແລະ ສ້າງຄວາມໄວ້ວາງໃຈຂອງປະຊາຊົນຕໍ່ພັກ ແລະ ລະບອບສັງຄົມນິຍົມ ບົນພື້ນຖານຈິດໃຈ “ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນກວດກາ, ປະຊາຊົນຕິດຕາມກວດກາ, ປະຊາຊົນຊົມໃຊ້ ”(9).
ກ່ຽວກັບການເສີມຂະຫຍາຍບົດບາດແກນກາງ ແລະ ຊີ້ຂາດຂອງມະຫາຊົນ
ໃນການສ້າງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ
ຄວາມເປັນຈິງສະແດງໃຫ້ເຫັນວ່າ ແຜນນະໂຍບາຍແລະນະໂຍບາຍທັງໝົດຂອງພັກ ແລະລັດ ຕ້ອງມາຈາກຄວາມຕ້ອງການ, ຄວາມປາຖະໜາ, ສິດແລະຜົນປະໂຫຍດອັນຊອບທຳແລະຖືກຕ້ອງຕາມກົດໝາຍຂອງປະຊາຊົນ, ນັບມື້ນັບຮັດແໜ້ນການພົວພັນໃກ້ຊິດກັບປະຊາຊົນ, ກຳນົດເປົ້າໝາຍຄວາມສຸກ ແລະຄວາມຈະເລີນຮຸ່ງເຮືອງຂອງປະຊາຊົນ ເປັນທາດແທ້ຂອງລະບອບສັງຄົມນິຍົມ ບົນພື້ນຖານທັດສະນະກໍ່ສ້າງ “ກົນໄກແລະນະໂຍບາຍເສີມຂະຫຍາຍ ຈິດໃຈອຸທິດຕົນເພື່ອປະເທດຊາດຂອງຊາວຫວຽດນາມທັງໝົດ”(11). ໃນເວລາທີ່ຈະມາເຖິງ, ເພື່ອເສີມຂະຫຍາຍບົດບາດຂອງມະຫາຊົນໃນການກໍ່ສ້າງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ, ຈຳເປັນຕ້ອງສຸມໃສ່ຄົ້ນຄວ້າ ແລະ ດັດປັບເນື້ອໃນແລະວິທີແກ້ໄຂຈຳນວນໜຶ່ງ ດັ່ງຕໍ່ໄປນີ້:
ທີໜຶ່ງ, ກຳນົດທີ່ຕັ້ງ, ບົດບາດ ແລະ ທາດແທ້ຂອງຊົນຊັ້ນກຳມະກອນຫວຽດນາມ ໃນປະຈຸບັນໃຫ້ຈະແຈ້ງກວ່າອີກ (ຊົນຊັ້ນທີ່ສ້າງຄວາມຮັ່ງມີທາງດ້ານວັດຖຸພື້ນຖານໃຫ້ແກ່ສັງຄົມ, ເຊິ່ງເຕົ້າໂຮມສະຕິປັນຍາ ແລະ ເຈດຈຳນົງປົດປ່ອຍປະເທດຊາດທັງໝົດ ເມື່ອຊາດຖືກກົດຂໍ່ຂົ່ມເຫັງທຸກຄັ້ງ; ຊົນຊັ້ນສູງ ເປັນຜູ້ນຳໜ້າໃນການພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງ ແລະ ມີຄວາມສຸກ). ດ້ານອື່ນ, ເສີມຂະຫຍາຍບົດບາດຂອງຊົນຊັ້ນຊາວນາ ໃນສະພາບການຫັນປ່ຽນຈາກແນວຄິດການຜະລິດກະສິກຳ ໄປສູ່ເສດຖະກິດກະສິກຳ, ການພັດທະນາເສດຖະກິດໝູນວຽນ, ເສດຖະກິດສີຂຽວ ຫຼືການເຂົ້າຮ່ວມໃນລະບົບຕ່ອງໂສ້ມູນຄ່າລະດັບໂລກໃນປະຈຸບັນ. ພິເສດແມ່ນ, ພະຍາຍາມພັດທະນານະໂຍບາຍຢ່າງຕໍ່ເນື່ອງ ເພື່ອແກ້ໄຂຜົນປະໂຫຍດຂອງປະຊາຊົນເປັນຢ່າງດີ ໃນຫຼາຍບັນຫາ ເຊັ່ນການຮຽກຄືນທີ່ດິນການຜະລິດ, ຊັບພະຍາກອນການລົງທຶນໃນການກະສິກໍາ ແລະການແກ້ໄຂແຮງງານ; ການລົງທຶນຊັບພະຍາກອນເພື່ອພັດທະນາກະສິກຳ ແລະ ແກ້ໄຂບັນຫາແຮງງານ; ການສ້າງເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ຊົນນະບົດນິເວດ, ຕົວເມືອງທັນສະໄໝ,...
ທີສອງ, ເສີມຂະຫຍາຍບົດບາດ ແລະຄວາມສາມາດຂອງຖັນແຖວປັນຍາຊົນ; ສຸມໃສ່ການລົງທຶນດ້ານການສຶກສາ ເພື່ອຈັດຕັ້ງຖັນແຖວປັນຍາຊົນທີ່ມີຈິດໃຈພຽງພໍ, ມີຄວາມສາມາດພຽງພໍ, ມີຄວາມກ້າຫານ,... ປະກອບສ່ວນຊຸກຍູ້ຈິດໃຈປ່ຽນແປງໃໝ່ ປະດິດສ້າງ ແລະ ສ້າງການປ່ຽນແປງອັນຕັ້ງໜ້າໃນດ້ານຄວາມຄິດການພັດທະນາ ແລະ ການຄຸ້ມຄອງບໍລິຫານປະເທດ. ມີຄວາມຈຳເປັນຕ້ອງອອກມະຕິ, ຄຳສັ່ງ ແລະການຕັດສິນໃຈໃໝ່ ກ່ຽວກັບລະບອບແລະນະໂຍບາຍການສະໜັບສະໜູນ ແລະໃຫ້ຄ່າຕອບແທນທີ່ດີ ເພື່ອດຶງດູດ ແລະເສີມຂະຫຍາຍບົດບາດຂອງປັນຍາຊົນໃນສະພາບການໃໝ່; ຍູ້ແຮງການລົງທຶນເພື່ອພັດທະນາວິທະຍາສາດແລະເຕັກໂນໂລຊີທີ່ທັນສະໄໝ, ຮັບໃຊ້ການປ່ຽນແປງໃໝ່ປະດິດສ້າງ. ເສີມຂະຫຍາຍບົດບາດການໃຫ້ຄຳປຶກສາ, ວິຈານ ແລະ ແນະນຳກ່ຽວກັບແຜນນະໂຍບາຍແລະນະໂຍບາຍຂອງຖັນແຖວປັນຍາຊົນ.
ທີສາມ, ເອົາໃຈໃສ່ກໍ່ສ້າງ “ຖັນແຖວນັກທຸລະກິດທີ່ເຂັ້ມແຂງທັງໃນດ້ານປະລິມານແລະຄຸນນະພາບ, ມີຈິດໃຈອຸທິດຕົນເພື່ອຊາດ, ມີມາດຕະຖານວັດທະນະທຳ ຄຸນສົມບັດທີ່ກ້າວໜ້າ, ມີຄວາມສາມາດຄຸ້ມຄອງແລະທຸລະກິດທີ່ດີ”(12). ສ້າງຍຸດທະສາດແຫ່ງຊາດເພື່ອພັດທະນາຖັນແຖວນັກທຸລະກິດຮອດປີ 2030, ວິໄສທັດຮອດປີ 2045. ສ້າງແລວທາງດ້ານກົດໝາຍ ແລະ ສະພາບແວດລ້ອມການລົງທຶນ ແລະທຸລະກິດທີ່ເອື້ອອຳນວຍ, ສະເໝີພາບ ແລະ ປອດໄພ ສຳລັບຜູ້ປະກອບການໃນການພັດທະນາ(13).
ທີສີ່, ເພີ່ມທະວີການອົບຮົມສຶກສາຄົນຮຸ່ນໃໝ່ກ່ຽວກັບອຸດົມຄະຕິການປະຕິວັດ, ຄຸນສົມບັດສິນທຳ, ວັດທະນະທຳ ແລະ ວິຖີຊີວິດ, ເສີມສ້າງນ້ຳໃນຮັກຊາດ ຄວາມເອກອ້າງທະນົງໃຈ ແລະຄວາມເຄົາລົບຕົນເອງຂອງຊາດ, ຫຼໍ່ລ້ຽງຄວາມຝັກໃຝ່ ຄວາມປາຖະໜາທີ່ຈະບືນຕົວຂຶ້ນ; ສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແຕ່ລະບຸກຄົນພັດທະນາຢ່າງແຂງແຮງ ຮອບດ້ານແລະກົມກຽວ ທັງທາງດ້ານປັນຍາ ຮ່າງກາຍ ແລະຄຸນຄ່າຄວາມງາມ,... ເບິ່ງແຍງການສ້າງແລະປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະເສີມຂະຫຍາຍບົດບາດຂອງແມ່ຍິງຫວຽດນາມໃນຍຸກສະໄໝໃໝ່. ພ້ອມກັນນັ້ນ, ໃຫ້ຄວາມເຄົາລົບ ແລະ ລະນຶກເຖິງຄຸນງາມຄວາມດີ, ການປະກອບສ່ວນຂອງບັນດານັກຮົບປະຕິວັດ, ນັກຮົບເກົ່າ, ພະນັກງານບໍານານ ແລະ ຜູ້ສູງອາຍຸຮຸ່ນຕໍ່ຮຸ່ນ ໃນການສ້າງແລະປົກປັກຮັກສາພັກ, ລັດ, ປະຊາຊົນ ແລະລະບອບສັງຄົມນິຍົມ. ເສີມຂະຫຍາຍບົດບາດຂອງນັກຮົບເກົ່າໃນການສຶກສາອົບຮົມນ້ຳໃຈຮັກຊາດ ແລະມູນເຊື້ອປະຕິວັດ ໃຫ້ແກ່ຄົນຮຸ່ນໃໝ່, ເສີມຂະຫຍາຍທາດແທ້ແລະມູນເຊື້ອຂອງ “ທະຫານລຸງໂຮ່”, ເຂົ້າຮ່ວມການສ້າງແລະປັບປຸງພື້ນຖານການເມືອງ, ປະກອບສ່ວນກໍ່ສ້າງພັກ ແລະລະບົບການເມືອງໃຫ້ສະອາດປອດໃສ ແລະໝັ້ນຄົງເຂັ້ມແຂງ; ຊ່ວຍເຫຼືອເຊິ່ງກັນແລະກັນໃນການເຮັດເສດຖະກິດ, ປັບປຸງແລະຍົກລະດັບຊີວິດ, ສ້າງຮັ່ງຄູນມີຢ່າງຖືກກົດໝາຍ, ປະກອບສ່ວນໃນການສ້າງແລະພັດທະນາປະເທດ(14). ໃນດ້ານອື່ນ, ຕັ້ງໜ້າໃນການຮັບເອົາ ແລະສົ່ງເສີມສະຕິປັນຍາ, ບົດຮຽນປະສົບການໃນການດຳລົງຊີວິດ ອອກແຮງງານ ສຶກສາຮ່ຳຮຽນ ແລະອື່ນໆ ຂອງຜູ້ສູງອາຍຸໃນສັງຄົມ, ຊຸມຊົນ ແລະຄອບຄົວ.
ທີຫ້າ, ຮັບປະກັນຄວາມສະເໝີພາບແລະຄວາມຍຸຕິທຳລະຫວ່າງບັນດາຊົນເຜົ່າ, ຕັ້ງໝັ້ນໃນເປົ້າໝາຍຂອງຄວາມສາມັກຄີ ຄວາມເຄົາລົບ ແລະຊ່ວຍເຫຼືອເຊິ່ງກັນແລະກັນ ເພື່ອພັດທະນາພ້ອມກັນ. ໃຫ້ຄວາມສົນໃຈກັບລັກສະນະສະເພາະ ຂອງແຕ່ລະເຂດຊົນເຜົ່າສ່ວນໜ້ອຍ ໃນການວາງແຜນ ແລະຈັດຕັ້ງປະຕິບັດນະໂຍບາຍຊົນເຜົ່າ; ການປ້ອງກັນແລະຕ້ານແນວຄິດຈຳແນກຊົນເຜົ່າ, ແນວຄິດຊົນເຜົ່າສຸດໂຕ່ງ ແລະ ແນວຄິດຊົນເຜົ່າຄັບແຄບ; ລົງໂທດຢ່າງເຂັ້ມງວດຕໍ່ທຸກກົນອຸບາຍ ແລະ ການກະທຳທີ່ຈະແບ່ງແຍກ ແລະ ທຳລາຍກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ.
ສືບຕໍ່ຂົນຂວາຍ, ເຕົ້າໂຮມ ແລະ ສາມັກຄີບັນດາອົງການແລະບຸກຄົນສຳຄັນທາງສາສະໜາ ແລະສາສະນິກະຊົນ ເພື່ອປະຕິບັດ “ຊີວິດທີ່ດີ, ສາສະໜາທີ່ຮຸ່ງເຮືອງ”, ປະກອບສ່ວນອັນຕັ້ງໜ້າເຂົ້າໃນວຽກງານກໍ່ສ້າງ ແລະປົກປັກຮັກສາປະເທດຊາດ; ພັດທະນາຄຸນຄ່າວັດທະນະທຳ, ຈັນຍາບັນອັນດີງາມ ແລະ ແຫຼ່ງຊັບພະຍາກອນຂອງສາສະໜາ ເພື່ອພັດທະນາປະເທດຊາດ.
ທີຫົກ, ປຸກລະດົມທຸກຄວາມສາມາດ ແລະ ຄວາມຄິດປະດິດສ້າງຂອງຊາວຫວຽດນາມທຸກຄົນ ເພື່ອປະກອບສ່ວນສ້າງສາປະເທດໃຫ້ຈະເລີນຮຸ່ງເຮືອງ ແລະມີຄວາມສຸກ. ຄຽງຄູ່ກັນນັ້ນ, ສືບຕໍ່ຄົ້ນຄວ້າແລະພັດທະນານະໂຍບາຍ ເພື່ອສ້າງສະຖານະທາງກົດໝາຍທີ່ໝັ້ນຄົງ, ພັດທະນາເສດຖະກິດແລະຊີວິດ ແລະ ເຊື່ອມໂຍງເຂົ້າກັບສັງຄົມຂອງປະເທດເຈົ້າພາບ ສຳລັບຊາວຫວຽດນາມຢູ່ຕ່າງປະເທດ; ປັບປຸງຍົກສູງປະສິດທິຜົນຂອງວຽກງານຄຸ້ມຄອງພົນລະເມືອງ, ຮັກສາເອກະລັກວັດທະນະທຳປະຈຳຊາດ, ເຊີດຊູຄວາມເອກອ້າງທະນົງໃຈ ຄວາມນັບຖືຕົນເອງ ແລະຄວາມເຄົາລົບຕົນເອງຂອງຊາດ; ປຸກລະດົມໃຫ້ພີ່ນ້ອງຮ່ວມຊາດຫັນໜ້າມາຫາປະເທດຊາດ. ຍູ້ແຮງການຂົນຂວາຍຊາວຫວຽດນາມຢູ່ຕ່າງປະເທດ, ໂດຍສະເພາະຄົນຮຸ່ນໃໝ່ ໃຫ້ຕິດພັນກັບບ້ານເກີດ ແລະ ກາຍເປັນຂົວຕໍ່ລະຫວ່າງຫວຽດນາມ ແລະ ປະເທດອື່ນໆ(15).
ແນວທາງແກ້ໄຂແລະໜ້າທີ່ໃນການເສີມຂະຫຍາຍບົດບາດຂອງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ
ເພື່ອກໍ່ສ້າງປະເທດໃຫ້ນັບມື້ນັບຮັ່ງມີ ເຂັ້ມແຂງ ແລະ ວັດທະນາຖາວອນ
ທີໜຶ່ງ, ເປັນເຈົ້າການແລະຕັ້ງໜ້າ ຊຸກຍູ້ວຽກງານຂໍ້ມູນຂ່າວສານ, ໂຄສະນາ ແລະ ເຜີຍແຜ່ຢ່າງກວ້າງຂວາງ ແນວທາງແລະນະໂຍບາຍຂອງພັກແລະລັດ ກ່ຽວກັບການສ້າງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ ເພື່ອສ້າງການປ່ຽນແປງຢ່າງເຂັ້ມແຂງໃນຄວາມຮັບຮູ້ ຄວາມຮັບຜິດຊອບ ແລະ ການກະທຳຂອງສຳນັກງານ ອົງການ ແລະກົມກອງຕ່າງໆ (ໂດຍສະເພາະອົງການຂອງລັດແລະອຳນາດການປົກຄອງທຸກຂັ້ນ, ຫົວໜ້າອົງການ, ພະນັກງານ ສະມາຊິກພັກ ແລະລັດຖະກອນ). ປັບປຸງຍົກສູງປະສິດທິພາບ ແລະ ສືບຕໍ່ປ່ຽນແປງໃໝ່, ສຸມໃສ່ລົງທຶນໃຫ້ຫຼາຍກວ່າເກົ່າ ໃນວຽກງານຂົນຂວາຍປະຊາຊົນ (ທາງດ້ານບຸກຄະລາກອນ, ຊັບພະຍາກອນ, ຍານພາຫະນາ,...) ເພື່ອພ້ອມທີ່ຈະ “ໄປກ່ອນກ້າວໜຶ່ງ”, ເຮັດໃຫ້ປະຊາຊົນເຂົ້າໃຈ ປະຊາຊົນເຊື່ອ ປະຊາຊົນສະໜັບສະໜູນ ຕາມທິດນຳທີ່ວ່າ “ປະຊາຊົນຮູ້ ປະຊາຊົນປຶກສາຫາລື ປະຊາຊົນເຮັດ ປະຊາຊົນກວດກາ ປະຊາຊົນຕິດຕາມກວດກາ ແລະ ປະຊາຊົນຊົມໃຊ້” ເພື່ອໃຫ້ຄວາມຄິດຂອງພັກຖືກໃຈປະຊາຊົນຢູ່ສະເໝີ.
ຄຽງຄູ່ກັນນັ້ນ, ປະຕິບັດແນວທາງແລະນະໂຍບາຍຂອງພັກແລະລັດ ໃນການຮັບປະກັນຄວາມປອດໄພທາງສັງຄົມ ແລະ ຍົກສູງຄຸນນະພາບຊີວິດຂອງປະຊາຊົນໃຫ້ດີ. ກະຈາຍຮູບແບບການຂົນຂວາຍມະຫາຊົນ, ຈັດຕັ້ງປະຕິບັດຂະບວນການແຂ່ງຂັນ “ຂົນຂວາຍປະຊາຊົນເກ່ງ” ຢ່າງກວ້າງຂວາງແລະມີປະສິດທິຜົນ; ຂະຫຍາຍຮູບແບບການຂົນຂວາຍປະຊາຊົນທີ່ດີແລະມີປະສິດທິພາບ ເພື່ອເຜີຍແຜ່ບັນດາຄຸນຄ່າທີ່ດີໄປທົ່ວສັງຄົມ. ແກ້ໄຂຄຳຮ້ອງທຸກ, ຂໍ້ສະເໜີ, ຄຳກ່າວປະນາມຂອງປະຊາຊົນຢູ່ພື້ນຖານຢ່າງທັນທ່ວງທີ່ແລະຖືກກົດໝາຍ, ໂດຍສະເພາະ ບັນຫາຮີບດ່ວນທາງສັງຄົມທີ່ໂດດເດັ່ນ ແລະຄະດີທີ່ສັບສົນໃນໄລຍະຍາວທີ່ອາດຈະມີຄວາມສ່ຽງຕໍ່ຄວາມສູນເສຍຄວາມໝັ້ນຄົງທາງການເມືອງ, ຄວາມປອດໄພ ແລະຄວາມສະຫງົບຮຽບຮ້ອຍທາງສັງຄົມ. ປະຕິບັດວຽກງານຕ້ອນຮັບປະຊາຊົນຢ່າງດີ, ເພີ່ມທະວີການສົນທະນາ ແລະ ແກ້ໄຂກໍລະນີຄະດີທີ່ສັບສົນຢ່າງແທດຈິງແລະເດັດຂາດ; ພ້ອມກັນນັ້ນ, ຈຳເປັນຕ້ອງສ້າງຖັນແຖວພະນັກງານທີ່ “ເຄົາລົບປະຊາຊົນ, ໃກ້ຊິດສະໜິດສະໜົມປະຊາຊົນ, ເຊື່ອປະຊາຊົນ, ເຂົ້າໃຈປະຊາຊົນ, ຮຽນຮູ້ຈາກປະຊາຊົນ, ອີງໃສ່ປະຊາຊົນ ແລະຮັບຜິດຊອບຕໍ່ປະຊາຊົນຢ່າງແທ້ຈິງ”.
ທີສອງ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນແລະກຳລັງແຮງຂອງປັດໄຈມະນຸດ, ປຸກລຸກຄວາມປາດຖະໜາ, ຈິດໃຈ ແລະ ເຈດຈຳນົງໃນການພັດທະນາ, ນ້ຳໃຈຮັກຊາດ, ຄວາມເອກອ້າງທະນົງໃຈ, ຄວາມເມດຕາ, ຄວາມສາມັກຄີ ແລະຄວາມເຫັນດີເຫັນພ້ອມຂອງຄົນທັງຊາດ. ເອົາໃຈໃສ່ພັດທະນາຄຸນຄ່າວັດທະນະທຳ, ຄວາມຕັ້ງໜ້າທາງການເມືອງ, ຄວາມສາມາດດ້ານແຮງງານ, ການອຸທິດສ່ວນຕົວ ແລະ ການປະດິດສ້າງຂອງຊາວ ຫວຽດນາມ; ເສີມສ້າງເຈດຈຳນົງເປັນເຈົ້າຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຂອງແຕ່ລະຄົນ ທີ່ຕ້ອງປະເຊີນກັບຊະຕາກຳ ແລະ ອະນາຄົດຂອງປະເທດ. ໃຫ້ຄວາມສຳຄັນກັບການເສີມຂະຫຍາຍແຮງຜັກດັນ ແລະພັດທະນາຊັບພະຍາກອນທະນຸດ, ໂດຍສະເພາະຊັບພະຍາກອນມະນຸດຄຸນນະພາບສູງ, ໃຫ້ບຸລິມະສິດກັບຂົງເຂດທີ່ສຳຄັນ; ສຸມໃສ່ການປັບປຸງ ແລະສ້າງການປ່ຽນແປງພື້ນຖານໃນດ້ານການສຶກສາແລະຝຶກອົບຮົມ, ສົ່ງເສີມການຖ່າຍທອດການປະຍຸກໃຊ້ ແລະການພັດທະນາວິທະຍາສາດ-ເຕັກໂນໂລຊີ ແລະການປ່ຽນແປງໃໝ່ປະດິດສ້າງ; ສ້າງນະໂຍບາຍໃໝ່ທີ່ມີລັກສະນະບຸກເບີກຫຼາຍຂຶ້ນ ເພື່ອດຶງດູດ, ນຳໃຊ້, ໃຫ້ຄ່າຕອບແທນ ແລະ ປະຕິບັດຕໍ່ຜູ້ທີ່ມີຄວາມເກ່ງກ້າສາມາດ....
ທີສາມ, ປະຕິບັດສິດເປັນເຈົ້າຂອງຂອງປະຊາຊົນໃນທຸກຂົງເຂດຂອງຊີວິດຢ່າງເຕັມທີ່, ຕັ້ງແຕ່ເສດຖະກິດ-ສັງຄົມ ຈົນເຖິງການເມືອງ, ວັດທະນະທຳ,...; ພັດທະນາຮູບແບບທີ່ເໝາະສົມ ເພື່ອໃຫ້ປະຊາຊົນສະແດງຄວາມຄິດເຫັນ; ຈັດຕັ້ງການເກັບກຳຂໍ້ຄວາມຄິດເຫັນຈາກທຸກຊັ້ນຄົນຢ່າງຈິງຈັງ, ຮັບປະກັນໃຫ້ປະຊາຊົນສາມາດປະກອບຄຳເຫັນຢ່າງກົງໄປກົງມາ; ຊຸກຍູ້ການແລກປ່ຽນແລະການອະພິປາຍສ້າງສັນ ໃນບັນຫາທີ່ມີຄວາມຄິດເຫັນຕ່າງກັນ. ແກ້ໄຂວຽກງານຄວບຄຸມເປັນຢ່າງດີໃນການຈັດຕັ້ງປະຕິບັດກົນໄກ “ພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າຂອງ”... ພ້ອມກັນນັ້ນ, ຕ້ອງຜ່ານຜ່າປະກົດການທັງໝົດຂອງ “ການກະທຳລະເມີດປະຊາທິປະໄຕ”, “ການບໍ່ເຄົາລົບປະຊາຊົນ” ຫຼື “ປະຊາທິປະໄຕແບບຮູບນອກ”; ເສີມຂິຫຍາຍປະຊາທິປະໄຕ, ສົ່ງເສີມກົດໝາຍແລະລະບຽບວິໄນທົ່ວທັງສັງຄົມ; ເພີ່ມທະວີການຕິດຕາມກວດກາ ແລະ ສະຫຼຸບການປະຕິບັດມະຕິ ແລະທິດທາງ.
ທີສີ່, ແກ້ໄຂຜົນປະໂຫຍດອັນພື້ນຖານຢ່າງກົມກຽວແລະເປັນເອກະພາບ, ຕົ້ນຕໍແມ່ນການພົວພັນທາງດ້ານຜົນປະໂຫຍດລະຫວ່າງຊົນຊັ້ນແລະຊັ້ນຄົນທາງສັງຄົມ, ລະຫວ່າງເຂດ ພາກພື້ນ, ລະຫວ່າງຊົນເຜົ່າ, ສາສະໜາ ເພື່ອສ້າງຄວາມເຫັນດີເຫັນພ້ອມແລະເປັນເອກະພາບກັນສູງໃນທົ່ວສັງຄົມ. ຜົນປະໂຫຍດນັ້ນຕ້ອງສະແດງອອກມາຜ່ານເປົ້າໝາຍຂອງເອກະລາດແຫ່ງຊາດ ແລະລັດທິສັງຄົມນິຍົມ; ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ ມີປະຊາທິປະໄຕ ຍຸຕິທຳ ແລະອາລະຍະທຳ. ເອົາໃຈໃສ່ປົກປ້ອງສິດທິແລະຜົນປະໂຫຍດທີ່ຖືກກົດໝາຍຊອບທຳ ຂອງປະຊາຊົນ, ປັບປຸງແລະຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນຢ່າງບໍ່ຢຸດຢັ້ງ. ຕາມນັ້ນ, ໃນທຸກທັດສະນະ ແນວທາງ ແລະນະໂຍບາຍຂອງພັກແລະລັດ ຕ້ອງຖືເອົາຜົນປະໂຫຍດຂອງປະຊາຊົນເປັນພື້ນຖານ, ຕ້ອງ “ໃຊ້ຄວາມສາມາດຂອງປະຊາຊົນ, ກໍາລັງແຮງຂອງປະຊາຊົນ, ຊັບສິນຂອງປະຊາຊົນ ໃຫ້ເກີດຜົນປະໂຫຍດແກ່ປະຊາຊົນ” ແລະ ຕ້ອງມີແຜນການພັດທະນາເສດຖະກິດ ແລະວັດທະນະທໍາທີ່ດີ ເພື່ອຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢ່າງຕໍ່ເນື່ອງ.
ທີຫ້າ, ຕໍ່ສູ້ຕ້ານກົນອຸບາຍແບ່ງແຍກ ແລະການທຳລາຍກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ. ໃນປະຈຸບັນ, ບັນດາກອງກຳລັງສັດຕູ ປະຕິການ ແລະພວກສວຍໂອກາດທາງການເມືອງ ລ້ວນແຕ່ໃຊ້ກົນອຸບາຍອັນຊົ່ວຮ້າຍເພື່ອດຳເນີນແຜນການ “ແບ່ງແຍກເພື່ອປົກຄອງ”; ພວກເຂົາສະແຫວງຫາທຸກວິທີທາງທີ່ຈະແບ່ງແຍກກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ ດ້ວຍກົນອຸບາຍ ແລະເລ່ຫຼ່ຽມທີ່ເລິກແລບແນບນຽນແລະ ໂຫດຮ້າຍ ເພື່ອທໍາລາຍປະເທດຂອງພວກເຮົາຈາກພາຍໃນ. ພິເສດ, ບັນດາອິດທິກຳລັງທີ່ເປັນສັດຕູ ແລະ ປະຕິການ ມັກຍຸຍົງປະຊາຊົນ, ເວົ້າເກີນຈິງແລະຂະຫຍາຍບັນຫາ “ອ່ອນໄຫວ” ໃນສັງຄົມ; ສວຍໃຊ້ການຕ້ານການສໍ້ລາດບັງຫຼວງ ແລະ ຄວາມອ່ອນແອໃນການຄຸ້ມຄອງຂອງລັດໃນບາງທ້ອງຖິ່ນ ເພື່ອໃສ່ຮ້າຍປ້າຍສີພັກແລະລັດ; ປະຕິບັດກົນອຸບາຍບິດເບືອນຄວາມຄິດເຫັນຂອງປະຊາຊົນ... ເຮັດໃຫ້ປະຊາຊົນເກີດຄວາມສົງໄສ, ສົ່ງຜົນໃຫ້ສູນເສຍຄວາມໄວ້ວາງໃຈຕໍ່ພັກແລະລະບອບສັງຄົມຫວຽດນາມ ແລະ ເຮັດໃຫ້ຈິດໃຈປະຕິວັດຂອງປະຊາຊົນອ່ອນແອລົງ. ດັ່ງນັ້ນ ຈຶງຈຳເປັນຕ້ອງເອົາໃຈໃສ່ຍົກສູງສະຕິລະວັງຕົວ, ຄວາມຮັບຜິດຊອບຂອງພົນລະເມືອງ, ຄວາມເຫັນດີເຫັນພ້ອມທາງສັງຄົມ, ຄວາມເປັນເຈົ້າຕົນເອງ ແລະການເພິ່ງພາຕົນເອງໃນການສ້າງສາ ແລະປົກປັກຮັກສາປະເທດຊາດ; ຕໍ່ສູ້ຕ້ານການສະແດງອອກຂອງແນວຄິດຄັບແຄບ, ພາກສ່ວນນິຍົມ, ລັດທິອັດຕະບຸກຄົນ... ເພື່ອປັບປຸງແລະພັດທະນາກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດຢ່າງບໍ່ຢຸດຢັ້ງ./.
----------------------------
(1), (2) ຫງວຽນຝູຈ້ອງ: ເສີມຂະຫຍາຍມູນເຊື່ອມະຫາສາມັກຄີປວງຊົນທັງຊາດ, ກໍ່ສ້າງປະເທດເຮົາໃຫ້ນັບມື້ນັບຮັ່ງມີ ເຂັ້ມແຂງ ແລະມີຄວາມສຸກ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2023, ໜ້າ 15, 17
(3), (4), (5), (6), (7) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 34, 34-35, 118, 96-97, 116, 46
(8), (9) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 46, 27
(10) ເບິ່ງ: ຫງວຽນຝູຈ້ອງ: “ຍົກສູງຈິດໃຈຮັບຜິດຊອບ, ເສີມຂະຫຍາຍຜົນສຳເລັດທີ່ໄດ້ຮັບແຕ່ຕົ້ນໄລຍະກອງປະຊຸມໃຫຍ່, ປະຕິບັດຕາມມະຕິຂອງກອງປະຊຸມເປັນຢ່າງດີ ແລະປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໃຫ້ປະສົບຜົນສຳເລັດ; ກະກຽມກອງປະຊຸມໃຫຍ່ຜູ້ແທນຄະນະພັກທຸກຂັ້ນໃຫ້ດີ ກ້າວໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV. ວາລະສານຄອມມູນິດ, ສະບັບທີ 1024 (ເດືອນຕຸລາ 2023), ຫນ້າ. 11-12
(11) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 46-47
(12) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 167-168
(13), (14) ເບິ່ງ: ມະຕິໝາຍເລກ 43-NQ/TW, ລົງວັນທີ 24 ພະຈິກ 2023, ຂອງຄະນະບໍລິຫານງານສູນກາງພັກ “ກ່ຽວກັບການສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ, ກໍ່ສ້າງປະເທດເຮົາໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ ແລະມີຄວາມສຸກ”
(15) ເບິ່ງ: ມະຕິໝາຍເລກ 43-NQ/TW, ລົງວັນທີ 24 ພະຈິກ 2023, ຂອງຄະນະບໍລິຫານງານສູນກາງພັກ “ກ່ຽວກັບການສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ, ກໍ່ສ້າງປະເທດເຮົາໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ ແລະມີຄວາມສຸກ”
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1027 (ເດືອນທັນວາ 2023)