ສະເໜີບາງມາດຕະຖານທາງວັດທະນະທຳແລະ
ໜ້າທີ່ການສ້າງວັດທະນະທຳການນຳພາຄຸ້ມຄອງ
ໜ້າທີ່ການສ້າງວັດທະນະທຳການນຳພາຄຸ້ມຄອງ
ວກ. - ວັດທະນະທຳການນຳພາຄຸ້ມຄອງມີບົດບາດສຳຄັນໃນການຊຸກຍູ້, ປັບປ່ຽນ ຍົກສູງຄຸນນະພາບແລະປະສິດທິພາບການເຄື່ອນໄຫວ, ກໍຄືປະສິດທິພາບການຈັດຕັ້ງແລະການດຳເນີນງານຂອງລະບົບ, ພ້ອມກັນນັ້ນ ກໍຈຳກັດຜົນກະທົບດ້ານລົບຂອງການປ່ຽນແປງທາງສັງຄົມ. ໃນຍຸກໃໝ່ປະຈຸບັນ, ມີຄວາມຈຳເປັນຕ້ອງສ້າງ ແລະ ປະຕິບັດມາດຕະຖານທາງວັດທະນະທຳການນຳພາຄຸ້ມຄອງ.
ໃນພາລະກິດການປ່ຽນແປງໃໝ່ ແລະການເຊື່ອມໂຍງເຂົ້າກັບສາກົນ, ຫວຽດນາມກຳລັງພະຍາຍາມກໍ່ສ້າງພື້ນຖານວັດທະນະທຳທີ່ກ້າວໜ້າ ແລະເຂັ້ມຂົ້ນໄປດ້ວຍເອກະລັກປະຈຳຊາດ ດ້ວຍຄຸນລັກສະນະຊົນຊາດ - ມະນຸດອາລະຍະທຳ - ປະຊາທິປະໄຕ ແລະ ວິທະຍາສາດ. ບັນດາຄຸນຄ່າ ແລະມາດຕະຖານທາງວັດທະນະທຳ ລວມທັງວັດທະນະທຳການນຳພາຄຸ້ມຄອງ ສະທ້ອນເຖິງລະບົບຄຸນຄ່າອັນເປັນເອກະລັກດັ່ງກ່າວ. ນອກຈາກນີ້ ຍັງສາມາດເຂົ້າໃຈໄດ້ວ່າ ນັ້ນແມ່ນບັນດາຫຼັກການແລະມາດຕະຖານ. ບັນດາມາດຕະຖານທາງວັດທະນະທຳການນຳພາຄຸ້ມຄອງຂອງພະນັກງານການນຳ, ພະນັກງານຄຸ້ມຄອງ ໃນຖານະອັດຕະພາບ ກໍ່ປະຕິບັດຕາມແລະສະແດງອອກເຖິງ ມາດຕະຖານເຫຼົ່ານັ້ນ.
ກ່ອນໜ້ານີ້ 80 ປີ, ໂຄງຮ່າງວັດທະນະທຳຫວຽດນາມ ຂອງພັກກອມມູນິດຫວຽດນາມໄດ້ລະບຸວ່າ ຊົນຊາດ - ວິທະຍາສາດ - ມະຫາຊົນ ແມ່ນພື້ນຖານຂອງວັດທະນະທຳຫວຽດນາມ.
ປະທານໂຮ່ຈີິມິນເນັ້ນໜັກວ່າ ວັດທະນະທຳຕ້ອງສ່ອງແສງທາງໃຫ້ແກ່ປະເທດຊາດ. ວັດທະນະທຳ ຢູ່ໃນ ເສດຖະກິດແລະການເມືອງ. ເພິ່ນກໍ່ໄດ້ຊີ້ນຳວ່າ ຕ້ອງເຮັດໃຫ້ການເມືອງຊຶມເລິກເຂົ້າໃນຊີວິດປະຊາຊົນ. ຢາກເຮັດໄດ້ແນວນັ້ນ, ການເມືອງຕ້ອງກາຍເປັນ ວັດທະທະນຳທາງການເມືອງ. ແນວຄິດທີ່ຍິ່ງໃຫຍ່ແລະທັນສະໄໝຂອງເພິ່ນປະກົດຢູ່ໃນຈຸດຫັນປ່ຽນໃນປະຫວັດສາດ ເມື່ອປະຊາຊົນຫວຽດນາມທັງຊາດໄດ້ຕັ້ງໃຈປົກປັກຮັກສາເອກະລາດແລະເສລີພາບ, “ຍອມເສຍສະຫຼະທຸກສິ່ງທຸກຢ່າງ ແຕ່ຈະບໍ່ສູນເສຍປະເທດຢ່າງແນ່ນອນ, ບໍ່ຍອມເປັນທາດໂດຍເດັດຂາດ”(1). ໃນບົດປາໄສທີ່ກ່າວໃນກອງປະຊຸມວັດທະນະທຳແຫ່ງຊາດຄັ້ງທີໜຶ່ງ, ວັນທີ 24 ພະຈິກ 1946, ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ ປະທານໂຮ່ຈີມິນ ກ່າວຢ່າງຈະແຈ້ງວ່າ: “ວັດທະນະທຳໃໝ່ຂອງຫວຽດນາມຕ້ອງເອົາຄວາມຜາສຸກຂອງປະຊາຊົນ ແລະ ປະເທດຊາດເປັນພື້ນຖານ, ຕ້ອງຮຽນຮູ້ສິ່ງທີ່ດີງາມຂອງວັດທະນະທຳຕ່າງປະເທດ, ສ້າງວັດທະນະທຳຫວຽດນາມ, ເຮັດໃຫ້ວັດທະນະທຳໃໝ່ສາມາດປັບປ່ຽນແກ້ໄຂການສໍ້ລາດບັງຫຼວງ, ຄວາມຂີ້ຄ້ານ, ຄວາມຟຸມເຟືອຍ ຫຼູຫຼາໄດ້, ຕ້ອງເຮັດໃຫ້ທຸກຄົນມີອຸດົມຄະຕິໃນການເປັນເຈົ້າຕົນເອງແລະເອກະລາດແຫ່ງຊາດ”(2). ວັດທະນະທຳໃໝ່ຂອງຫວຽດນາມ ຕ້ອງມີຄວາມສາມາດດູດດື່ມບັນດາສິ່ງທີ່ດີງາມຂອງທຸກວັດທະນະທຳໃນໂລກ ເພື່ອເສີມຂະຫຍາຍແລະເພີ່ມພະລັງໃຫ້ວັດທະນະທຳປະຈຳຊາດນັບມື້ນັບອຸດົມສົມບູນ, ພ້ອມກັນນັ້ນ ວັດທະນະທຳຫວຽດນາມກໍ່ຕ້ອງນຳເອົາສິ່ງທີ່ຍອດຍິ່ງຂອງຊາດຕົນເຂົ້າຮ່ວມການພັດທະນາຂອງວັດທະນະທຳມະນຸດຊາດ. ນັ້ນແມ່ນແນວຄິດກ່ຽວກັບ ການປະດິດສ້າງ, ການປ່ຽນແປງໃໝ່ ແລະ ການເຊື່ອມໂຍງສາກົນ ໂດຍໃຊ້ການປັບຕົວທາງວັດທະນະທຳເພື່ອການພັດທະນາ. ວັດທະນະທຳໃໝ່ຂອງຫວຽດນາມຈະຕ້ອງສະແດງໃຫ້ເຫັນເຖິງຄວາມມີຊີວິດວີຊາ, ຕໍ່ຕ້ານຄວາມອວດອົ່ງຈອງຫອງ, ຄວາມຟຸ່ມເຟືອຍຫຼູຫຼາ, ຕ້ານການປະພຶດແບບອາດຍາສິດ ແລະສໍ້ລາດບັງຫຼວງ. ດັ່ງນັ້ນ ການປະຕິບັດປະຊາທິປະໄຕ ໃນການສ້າງລະບອບການເມືອງ ແລະ ສັງຄົມເວົ້າລວມ ຕ້ອງມີລະດັບການປະຕິບັດວັດທະນະທຳ ໂດຍສະເພາະການປະຕິບັດວັດທະນະທຳການນຳພາຄຸ້ມຄອງ ເຊິ່ງຖັນແຖວພະນັກງານການນຳພາຄຸ້ມຄອງຕ້ອງເປັນຜູ້ບຸກເບີກ ນຳໜ້າ, ເປັນແກນສານໃນການເຮັດໃຫ້ວັດທະນະທຳມີລັກສະນະຊາດ ວິທະຍາສາດ ແລະ ມະຫາຊົນ, ເພື່ອປະຕິບັດບົດບາດເປັນພະລັງຂັບເຄື່ອນແລະເປົ້າໝາຍ ຂອງວັດທະນະທໍາ ໂດຍພິຈາລະນາຈາກມາດຕະຖານທາງວັດທະນະທໍາການນຳພາຄຸ້ມຄອງ.
ໝູນໃຊ້ແນວຄິດໂຮ່ຈີມິນກ່ຽວກັບວັດທະນະທຳແລະມະນຸດ ເປັນຂໍ້ຄວາມການພັດທະນາ, ໂດຍໃຊ້ເປັນພື້ນຖານເພື່ອກຳນົດມາດຕະຖານທາງວັດທະນະທຳການນຳພາຄຸ້ມຄອງ, ລະອຽດຄື:
ທີໜຶ່ງ, ມາດຕະຖານການສຶກສາ ແລະຄວາມຮູ້.
ຜູ້ນຳ ຜູ້ຄຸ້ມຄອງບໍລິຫານຕ້ອງເອົາໃຈໃສ່ເຖິງການປະຕິບັດຕົວຈິງແລະມີປະໂຫຍດ, ລະດັບຄວາມຄິດທິດສະດີ, ວິໄສທັດ, ຄວາມສາມາດໃນການສ້າງສິ່ງໃໝ່ໆ, ທ່າທີການກະທຳ ແລະຄວາມພ້ອມໃນການປ່ຽນແປງໃໝ່, ຕັ້ງໜ້າເຂົ້າຮ່ວມການປະດິດສ້າງ, ໄປຄຽງຄູ່ກັບປະເທດຊາດໃນການປ່ຽນແປງໃໝ່ ເພື່ອການພັດທະນາ. ຜູ້ນຳ ຜູ້ຄຸ້ມຄອງຕ້ອງເປັນແບບຢ່າງ, ຕໍ່ສູ້ຕ້ານລັດທິຄຳພີ ແນວຄິດອະນຸລັກນິຍົມ ຄວາມເຊື່ອຍແລະຄວາມຊັກຊ້າ, ພ້ອມກັນນັ້ນ ກໍຕໍ່ສູ້ກັບລັດທິຫົວຮຸນແຮງ, ລັດທິທຳລາຍລ້າງ, ການຫຼົບໜີຈາກຄວາມເປັນຈິງ, ປະຕິເສດປະເພນີ, ຕ້ານລັດທິຄຳພີໃໝ່ທີ່ເປັນການເອື່ອຍອີງຈາກພາຍນອກ, ມັນງ່າຍທີ່ຈະຕົກເຂົ້າໃນຄວາມສ່ຽງຂອງການສູນເສຍເອກະລັກແລະສູນເສຍທິດທາງ, ໂດຍສະເພາະທິດທາງການເມືອງ. ການສຶກສາ ແລະ ການຮຽນຮູ້ຕ້ອງຫັນເປັນວິທີການ, ມີນິໄສແລະຄວາມຕ້ອງການຮຽນຮູ້ດ້ວຍຕົນເອງ ແລະ ຝຶກອົບຮົມດ້ວຍຕົນເອງຕະຫຼອດຊີວິດ. ຜູ້ນຳ ຜູ້ຄຸ້ມຄອງຕ້ອງ “ປ່ຽນແປງໃໝ່” ຕົນເອງສະເໝີ ເພື່ອຊຸກຍູ້ການປ່ຽນແປງໃໝ່ສັງຄົມ, ຕ້ອງວັດແທກຈາກປະສິດທິພາບການເຮັດວຽກ.
ຮຽນແທ້ ໃຫ້ມີພະລັງຈິງ. ມີພະລັງ ເພື່ອມີຄວາມສາມາດທີ່ແທ້ຈິງ ທີ່ຕິດພັນກັບຄຸນສົມບັດສິນທຳ ແລະລະດັບວິຊາຊີບຕົວຈິງ ທີ່ສູງ. ຕ້ອງມີຄວາມສາມາດປະຕິບັດຕົວຈິງ, ຊາບຊຶມທິດສະດີເພື່ອປະຍຸກໃຊ້ທິດສະດີ. ຍຶດໝັ້ນໃນພຶດຕິກຳຕົວຈິງເພື່ອກວດສອບທິດສະດີ ແລະຄົ້ນພົບທິດສະດີໃໝ່. ຮູ້ຈັກໃຊ້ທິດສະດີເປັນວິທີການ, ຕາມແບບຢ່າງຂອງປະທານໂຮ່ຈີມິນ. ການນຳໃຊ້ວິທີການນັ້ນໃນການນຳພາແລະຄຸ້ມຄອງ, ເຫັນຄວາມພົວພັນແລະຜົນກະທົບລະຫວ່າງກັນຢ່າງຈະແຈ້ງ. ໜຶ່ງໃນເຄື່ອງວັດແທກຄວາມສາມາດໃນການນຳພາຄຸ້ມຄອງແມ່ນ ການເຮັດໃຫ້ສະພາບການປ່ຽນແປງໃນທິດທາງທີ່ດີ, ມີຜົນກະທົບຕໍ່ຜູ້ຄົນ, ສົ່ງຜົນກະທົບແຜ່ກະຈາຍເຂົ້າໃນວຽກງານ ແລະສະພາບແວດລ້ອມ, ນຳໄປສູ່ຄວາມພຶງພໍໃຈຂອງປະຊາຊົນ. ລະດັບການສຶກສາແລະຄວາມຮູ້ບໍ່ສອດຄ່ອງກັບການວັດແທກລະດັບປະລິນຍາ ແລະ ຍິ່ງບໍ່ສອດຄ່ອງກັບວັດທະນະທໍາ.
ໃນສະພາບການຂອງການປະຕິວັດອຸດສາຫະກໍາຄັ້ງທີ 4, ການສຶກສາແລະຄວາມຮູ້ຕ້ອງຕອບສະໜອງຄວາມຕ້ອງການໃໝ່ຂອງຍຸກສະໄໝ ແລະຈະຕ້ອງສາມາດທຽບເທົ່າກັບລະດັບສາກົນໄດ້. ຕ້ອງປັບຕົວໃຫ້ເຂົ້າກັບ “ພົນລະເມືອງໂລກ”, ເຊິ່ງຜູ້ນຳ ຜູ້ຄຸ້ມຄອງມີວິໄສທັດລະດັບໂລດ, ປັບຕົວເຂົ້າກັບການເຊື່ອມໂຍງສາກົນ ແລະ ຄົ້ນຄວ້າສ້າງສັນເສັ້ນທາງ ແລະວິທີການ ພັດທະນາຂອງຫວຽດນາມ.
ທີສອງ, ມາດຕະຖານດ້ານຄຸນສົມບັດສິນທຳ, ວິຖີຊີວິດ ແລະ ບຸກຄະລິກກະພາບ
ຜູ້ນຳ ຜູ້ຄຸ້ມຄອງຕ້ອງມີຄຸນສົມບັດທັງ 4 ປະການຄື: ຄວາມຂະຫຍັນໝັ່ນພຽນ, ຄວາມປະຢັດ, ຄວາມຊື່ສັດ, ຄວາມທ່ຽງທຳ, ພິເສດແມ່ນຄວາມຊື່ສັດແລະຄວາມທ່ຽງທຳ. ຈະຕ້ອງເປັນແບບຢ່າງໃນດ້ານຄວາມຊື່ສັດ ທ່ຽງທຳ, ມີຄວາມກ້າຫານ ແລະກ້າທີ່ຈະຕ້ານການລໍ້ລວງຂອງຊື່ສຽງແລະໂຊກລາບ, ສະແດງອອກໃນເງິນ, ສະຖານະພາບ ແລະອຳນາດທີ່ບໍ່ຍຸດຕິທໍາ. ເພາະຄວາມບໍ່ຊື່ສັດແລະບໍ່ທ່ຽງທຳ, ຄົນເຮົາຈຶ່ງບໍ່ຊື່ສັດ ແລະ ສູນເສຍກຽດສັກສີ ແລະຄວາມທ່ຽງທຳ, ບໍ່ເປັນແບບຢ່າງໃຫ້ກັບຜູ້ອື່ນ ແຕ່ຍັງກະຕຸ້ນແລະຫຼໍ່ລ້ຽງພຶດຕິກຳທີ່ບໍ່ດີ ຂອງຜູ້ຢູ່ໃຕ້ບັງຄັບບັນຊາຂອງຕົນ, ເຮັດໃຫ້ເຈົ້າໜ້າທີ່ສໍ້ລາດບັງຫຼວງ, ເຮັດໃຫ້ລະບອບອ່ອນແອລົງ, ເຮັດໃຫ້ທັງສະຖາບັນອ່ອນແອລົງ ແລະທ້າຍທີ່ສຸດກໍ່ທຳຮ້າຍປະຊາຊົນ ແລະ ສູນເສຍຄວາມໄວ້ວາງໃຈຂອງປະຊາຊົນ. ນີ້ແມ່ນການສູນເສຍທີ່ໃຫຍ່ທີ່ສຸດ ແລະອັນຕະລາຍທີ່ສຸດ. ການນຳພາແລະຄຸ້ມຄອງບໍລິຫານ ໂດຍບໍ່ມີ “ຮາກຖານ” ທີ່ໝັ້ນຄົງຈາກສິນທຳແລະກຽດສັກສີຂອງພະນັກງານ ໂດຍສະເພາະຜູ້ນຳ ຈະນຳໄປສູ່ຄວາມຊຸດໂຊມແລະຄວາມເສື່ອມຖອຍ, ນໍາໄປສູ່ການສໍ້ລາດບັງຫຼວງອໍານາດ ແລະ ພາລະກິດຈະລົ້ມສະຫຼາຍຢ່າງຫຼີກລ່ຽງບໍ່ໄດ້. ມາດຕະຖານຄຸນສົມບັດສິນທຳ, ວິຖີຊີວິດ ແລະບຸກຄະລິກກະພາບ ຕ້ອງໄດ້ຖືເປັນອັນດັບທີໜຶ່ງ ແລະເປັນຮາກຖານຂອງມາດຕະຖານທັງໝົດ. ມັນຕ້ອງເປັນຕົວແທນທີ່ໂດດເດັ່ນທີ່ສຸດຂອງວັດທະນະທຳການນຳພາຄຸ້ມຄອງ. ຄວາມສາມາດ ອາດຈະເຮັດໃຫ້ທຸກຄົນຍ້ອງຍໍຊົມເຊີຍ, ແຕ່ຄຸນທຳ ຈຶ່ງເຮັດໃຫ້ຄົນເຊື່ອຖື. ຜູ້ທີ່ມີຄວາມສາມາດແລະມີຄຸນທຳພຽງພໍເທົ່ານັ້ນ ຈຶ່ງສົມຄວນທີ່ຈະເປັນຜູ້ນໍາ ຜູ້ຄຸ້ມຄອງບໍລິຫານ.
ຜູ້ນໍາແລະຜູ້ຈັດການທຸກລະດັບ, ຕັ້ງແຕ່ສູນກາງຈົນເຖິງທ້ອງຖິ່ນ ແລະລະດັບຮາກຖານ ຈະຕ້ອງເປັນແບບຢ່າງແລະເປັນຕົວຢ່າງກ່ອນ ເພື່ອໃຫ້ຖັນແຖວພະນັກງານ ສະມາຊິກພັກ ແລະ ລັດຖະກອນຮັບໃຊ້ປະຊາຊົນ ແລະຮັບໃຊ້ປະເທດຊາດ ດ້ວຍຄວາມເຕັມໃຈແລະສຸດອົດສຸດໃຈ. ທັງໝົດເພື່ອຄວາມສຸກຂອງປະຊາຊົນ ບໍ່ແມ່ນຢຸ່ທີ່ຄຳປະກາດແລະຄຳຂວັນ ແຕ່ຕ້ອງກາຍເປັນການກະທຳທີ່ນຳມາເຊິ່ງປະສິດທິພາບຕົວຈິງໃນຊີວິດ ເພື່ອໃຫ້ທຸກຄົນສາມາດຮູ້ສຶກໄດ້ໂດຍກົງ ແລະຮູ້ສຶກສະໜຸກກັບມັນ ດ້ວຍການຊົມໃຊ້ໝາກຜົນ ແລະຜົນປະໂຫຍດປະຈຳວັນ. ນີ້ແມ່ນດັດຊະນີທີ່ກວມລວມໃນການວັດຄວາມສາມາດ, ຄຸນນະພາບ, ຄວາມກ້າຫານ ແລະ ຊື່ສຽງ ຂອງຜູ້ນຳແລະຜູ້ຈັດການທີ່ປະຊາຊົນເປັນຜູ້ປະເມີນແລະຮັບຮູ້.
ທີສາມ, ມາດຕະຖານກ່ຽວກັບການບຸກເບີກນຳໜ້າ, ການເປັນແບບຢ່າງ ແລະຄວາມຮັບຜິດຊອບ.
ປະທານໂຮ່ຈີມິນໄດ້ເວົ້າວ່າ ການເປັນແບບຢ່າງແມ່ນວິທີນຳພາທີ່ດີທີ່ສຸດ ແລະເປັນທີ່ຊື່ນຊົມຈາກປະຊາຊົນ, “ສະມາຊິດພັກໄປກ່ອນ, ບ້ານເມືອງຕາມຫຼັງ”. ຜູ້ນຳແລະຜູ້ຈັດການຕ້ອງເປັນແບບຢ່າງແລະນຳໜ້າໃນຖັນແຖວສະມາຊິກພັກ ແລະມະຫາຊົນ. ເປັນແບບຢ່າງໃນທຸກດ້ານ ຄຸນສົມບັດສິນທຳ, ວິຖີຊີວິດ, ທ່າທີ່ ແລະກິລິຍາທ່າທາງ ຕໍ່ປະຊາຊົນ ດ້ວຍຈິດໃຈແຫ່ງຄວາມເຄົາລົບປະຊາຊົນ, “ຄວາມເຄົາລົບແລະຄວາມສຸພາບຕໍ່ປະຊາຊົນ”. ເປັນແບບຢ່າງໃນທຸກວຽກງານ, ເປັນແບບຢ່າງໃນການຮຽນຮູ້ຕະຫຼອດຊີວິດ. ເປັນແບບຢ່າງໃນການຕິຊົມຕົນເອງແລະຕິຊົມ. ຊື່ສັດແລະຖ່ອມຕົວ. ການເວົ້າໄປຄວບຄູ່ກັບການເຮັດ ແລະດີທີ່ສຸດແມ່ນ ເວົ້າໜ້ອຍເຮັດຫຼາຍ. ເປັນແບບຢ່າງໃນແບບແຜນໃກ້ຊິດປະຊາຊົນ, ບໍ່ຫ່າງເຫີນປະຊາຊົນ, ບໍ່ປະພຶດແບບອາດຍາສິດ ແລະ ບໍ່ສໍ້ລາດບັງຫຼວງໂດຍເດັດຂາດ. ຄວາມບໍລິສຸດບົ່ງບອກເຖິງຄວາມດີ ຄວາມໂປ່ງໄສ ແລະ “ຄວາມທ່ຽງທຳຊອບທຳ” ຂອງຜູ້ນຳຜູ້ຈັດການ. ຕ້ອງປະຕິບັດແລະປະຕິບັດຕາມ “ການຖືເອົາຜົນປະໂຫຍດສ່ວນລວມກ່ອນ” ຕະຫຼອດຊີວິດ. ເພື່ອສ້າງໝູ່ຄະນະ ໜ່ວຍງານ ແລະ ສະພາບແວດລ້ອມທາງສັງຄົມ ທີ່ສາມັກຄີ, ມີຄວາມເປັນທຳ, ປະຊາທິປະໄຕ ແລະ ຄວາມສະເໝີພາບ, ຜູ້ນຳຜູ້ຈັດການຕ້ອງໃຊ້ການກະທຳຂອງຕົນ ເພື່ອສ້າງກອງກຳລັງແລະຫຼໍ່ລ້ຽງຂະບວນການ ເພື່ອລວບລວມ ເຕົ້າໂຮມກຳລັງແຮງ ແລະຄວາມຄິດສ້າງສັນທັງໝົດຂອງປະຊາຊົນ, ເມື່ອພະນັກງານເປັນແບບຢ່າງ ຊື່ສັດ ອຸທິດຕົນແລະຍອມເສຍສະຫຼະ ມະຫາຊົນຈະຕິດຕາມ ຮຽນແບບຕາມ ແລະປະຕິບັດຕາມ ນຳໄປສູ່ຊີວິດທີ່ສົດໃສແລະຕັ້ງໜ້າ. ປະຊາທິປະໄຕ - ຄວາມຄິດສ້າງສັນ - ການປ່ຽນແປງໃໝ່ ສ້າງພະລັງຊີວິດທີ່ຕັ້ງໜ້າທັງພາຍໃນແລະພາຍນອກສັງຄົມ. ເພື່ອສິ່ງດັ່ງກ່າວ, ຜູ້ນຳຜູ້ຈັດການຕ້ອງເປັນແບບຢ່າງ, ກ້າຄິດ ກ້າເວົ້າ ກ້າເຮັດ ກ້າຮັບຜິດຊອບ ກ້າຮັບມືກັບຄວາມຫຍຸ້ງຍາກ, ຕັດສິນໃຈປ່ຽນແປງໃໝ່ດ້ວຍຈຸດປະສົງແລະແຮງຈູງໃຈທີ່ບໍລິສຸດ ເພື່ອປະຊາຊົນ. ໃນສະຖານະການປະຈຸບັນ ແລະ ຕໍ່ໜ້າຄວາມຕ້ອງການຂອງການພັດທະນາໃໝ່, ມາດຕະຖານທາງວັດທະນະທຳການນຳພາຄຸ້ມຄອງ ຍິ່ງຮຽກຮ້ອງໃຫ້ເນັ້ນລັກສະນະນຳໜ້າ, ຄວາມເປັນແບບຢ່າງ ແລະ ຄວາມຮັບຜິດຊອບ.
ທີສີ່, ມາດຕະຖານກ່ຽວກັບການຝຶກຝົນຫຼໍ່ຫຼອມດ້ວຍຕົນເອງ, ຕິຊົມຕົນເອງ ແລະຕິຊົມ.
ນີ້ແມ່ນມາດຕະຖານຂອງການປະພຶດຕົນແລະພຶດຕິກຳຢ່າງມີວັດທະນະທຳຂອງຜູ້ນຳຜູ້ຈັດການ. ຝຶກຝົນຫຼໍ່ຫຼອມຕົນເອງຕະຫຼອດຊີວິດ, ກ່ອນອື່ນໝົດເປັນແບບຢ່າງໃຫ້ທຸກຄົນໃນການສຶກສາ ແລະການຮຽນຮູ້ດ້ວຍຕົນເອງ ທັງໃນດ້ານຄວາມຮູ້ ຄວາມຊ່ຽວຊານ ແລະວິຊາຊີບ, ໃນດ້ານການປະຕິຮູບ ແລະການປ່ຽນແປງໃໝ່ຢ່າງຕໍ່ເນື່ອງ ເພື່ອຊຸກຍູ້ການພັດທະນາ ແລະກ້າວໄປສູ່ການປ່ຽນແປງ, “ທຳລາຍສິ່ງເກົ່າເພື່ອສ້າງສິ່ງໃໝ່, ທຳລາຍຄວາມຊົ່ວເພື່ອສ້າງຄວາມດີ”(3). ຖ້າເຮົາຕິຊົມຕົນເອງຢ່າງຈິງໃຈແລະຈິງຈັງ ເຮົາຈຶ່ງສາມາດຕິຊົມຜູ້ອື່ນໄດ້ຢ່າງຈິງໃຈແລະກົງໄປກົງມາ ແລະ “ຕ້ອງມີນ້ຳໃຈສະຫາຍ ແລະ ຮັກແພງຊຶ່ງກັນແລະກັນ”(4). ເຂົ້າໃຈເຫດຜົນ, ບັນລຸເຖິງຄວາມຮັກແລະຄວາມສາມັກຄີ. ປະທານໂຮ່ຈີມິນໄດ້ແນະນຳໃຫ້ບັນດາພະນັກງານ, ສະມາຊິກພັກ, ຜູ້ນຳແລະຜູ້ຈັດການໃນທຸກວັນນີ້, ກ່ອນອື່ນໝົດຕ້ອງເຂັ້ມງວດຕໍ່ຕົນເອງ ແລະ ມີນ້ຳໃຈອະນຸໂລມຜ່ອນຜັນຕໍ່ຜູ້ອື່ນ(5). ມີຈິດໃຈເຫັນແກ່ຜູ້ອື່ນ, ມີຄວາມເມດຕາ ແລະ ຄວາມອະນຸໂລມ. “ຕຳໜິຕິຊົມວຽກງານ, ບໍ່ແມ່ນຕິຊົມຕົວບຸກຄົນ”(6). ຕິຊົມເພື່ອຄວາມສາມັກຄີ, ຮ່ວມມືເພື່ອຮັບຜິດຊອບຮ່ວມກັນ, “ການຮັກສາຄວາມສາມັກຄີເປັນເອກະພາບຂອງພັກຄືກັນກັບການຮັກສາແກ້ວຕາຂອງຕົນເອງ”(7).
ທີຫ້າ, ມາດຕະຖານກ່ຽວກັບຄວາມຫ່ວງໃຍຕໍ່ປະຊາຊົນ, ຕໍ່ຄວາມສຸກຂອງປະຊາຊົນ.
ຄວາມສຸກແມ່ນຈຸດທີ່ຄວາມພະຍາຍາມທັງໝົດຂອງຜູ້ນຳ ຜູ້ຈັດການມາບັນຈົບກັນ ເພື່ອຜູ້ຄົນ ເພື່ອຮັບໃຊ້ຊີວິດຂອງປະຊາຊົນ. ຜູ້ນຳ ຜູ້ຈັດການຈະຕ້ອງເປັນສູນລວມຂອງຄວາມເມດຕາ ຄວາມຮອບຄອບ ແລະຄວາມເຫັນອົກເຫັນໃຈຕໍ່ທຸກຄົນ ໂດຍສະເພາະ ຜູ້ທີ່ຢູ່ພາຍໃຕ້ອຳນາດຂອງຕົນ. ມີຄວາມຮັກ, ຄິດເຖິງ ແລະ ຫ່ວງໃຍຕໍ່ຜູ້ຄົນຢູ່ສະເໝີ, ທັງທາງດ້ານວັດຖຸ ແລະຈິດໃຈ. ມີຄວາມຕັ້ງໃຈ, ເຄັ່ງຄັດ ແຕ່ຍັງອົດທົນແລະໃຈກວ້າງ. ເດັດດ່ຽວ, ເຂັ້ມງວດ ແຕ່ຍັງອົດທົນແລະມີນ້ຳໃຈ. ແບບແຜນການນຳພາ ຄຸ້ມຄອງຕ້ອງເຮັດໃຫ້ຜູ້ຄົນໄວ້ວາງໃຈ, ມີຄວາມຫວັງ ແລະ ຮູ້ສຶກເຖິງ ຄວາມຍຸດຕິທຳ ແລະ ແງ່ຫວັງໃນໂອກາດ. ໂດຍພຶດຕິກໍາທາງວັດທະນະທໍາເຮັດໃຫ້ຜູ້ຄົນມີສັດທາ ແລະ ຄວາມຫວັງ, ມີຄວາມຜູກພັນກັນຍ້ອນໄດ້ຮັບການປະຕິບັດຢ່າງຍຸດຕິທໍາ, ໄດ້ຮັບການສົ່ງເສີມ ແລະໃຫ້ກຳລັງໃຈ. ອາໄສມາດຕະຖານທາງວັດທະນະທໍາທີ່ໄດ້ຮັບການປະຕິບັດ, ຜູ້ນໍາແລະຜູ້ຈັດການໄດ້ຮັບຄວາມໄວ້ວາງໃຈ ຄວາມເຊື່ອຖື ການສະໜັບສະໜູນ ແລະ ການປະຕິບັດຕາມໂດຍຊຸມຊົນ. ມາດຕະຖານທາງວັດທະນະທໍາຊ່ວຍໃຫ້ຜູ້ນໍາແລະຜູ້ຈັດການມີບຸກຄະລິກກະພາບທາງວັດທະນະທໍາ, ສ້າງພະລັງຂັບເຄື່ອນທາງຈິດໃຈສໍາລັບການພັດທະນາທີ່ສົດໃສໃນຊຸມຊົນແລະສັງຄົມ.
5 ມາດຕະຖານທາງວັດທະນະທໍາການນໍາພາຄຸ້ມຄອງທີ່ໄດ້ກ່າວມາຂ້າງເທິງນີ້ ແມ່ນຄໍາແນະນໍາແລະທິດທາງທີ່ສໍາຄັນ ໃນການກໍານົດບັນດາໜ້າທີ່ ຂອງການສ້າງວັດທະນະທໍາ ແລະ ວັດທະນະທຳການນຳພາຄຸ້ມຄອງ, ນັ້ນຄື:
ທີໜຶ່ງ, ຕ້ອງສ້າງການບຸກທະລຸ ເພື່ອກີດກັ້ນການຊຸດໂຊມແລະຄວາມເສື່ອມຖອຍໃນຄຸນສົມບັດສິນທຳທາງສັງຄົມ. ການບຸກທະລຸຈາກຈິດສຳນຶກ, ຄວາມຮັບຮູ້, ມະໂນທຳ ແລະ ກຽດສັກສີຂອງທຸກໆຄົນ, ໂດຍສະເພາະແມ່ນພະນັກງານ, ສະມາຊິກພັກ ຜູ້ນຳແລະຜູ້ຄຸ້ມຄອງບໍລິຫານ. ສ້າງຄວາມຄິດເຫັນສັງຄົມ ເພື່ອວິພາກວິຈານ ກ່າວປະນາມຄວາມຊົ່ວ, ຄວາມຊົ່ວຮ້າຍ ແລະ ຄວາມບໍ່ສົນໃຈຕໍ່ສັງຄົມ, ພ້ອມນັ້ນກໍ່ຊຸກຍູ້ ສົ່ງເສີມ ແລະ ປົກປັກຮັກສາຄວາມຖືກຕ້ອງ, ຄວາມດີ, ຄວາມກ້າວໜ້າ, ສົ່ງເສີມແລະປະຕິບັດຕາມປັດໄຈໃໝ່.
ເຊີດຊູກົດໝາຍ, ລົງໂທດພຶດຕິກຳຫຍໍໍ້ທໍ້ ຄວາມຊົ່ວ ແລະ ອາຊະຍາກຳຢ່າງເຄັ່ງຄັດ; ຟື້ນຟູການສຶກສາ, ຟື້ນຟູຄຸນສົມບັດສິນທຳ, ຟື້ນຟູວັດທະນະທຳ. ປະຕິບັດຕາມຄຳແນະນຳຂອງປະທານໂຮ່ຈີມິນ, ສົ່ງເສີມຄົນດີແລະການເຮັດຄວາມດີ, ແຂ່ງຂັນກັນຮັກຊາດ, ໃຫ້ກຽດຍົກຍ້ອງແບບຢ່າງທີ່ງ່າຍດາຍແຕ່ສູງສົ່ງ. ເພີ່ມທະວີການອົບຮົມສຶກສາຄຸນທຳຈາກຄອບຄົວ ໂຮງຮຽນ ສູ່ສັງຄົມ. ສຶກສາອົບຮົມຄວາມນັບຖືຕົນເອງ ແລະ ກຽດສັກສີພາຍໃນພັກ, ໃນຄະນະພັກ. ຈຳເປັນຕ້ອງລວມເນື້ອໃນຈັນຍາບັນ ເຂົ້າໃນກົດລະບຽບຂອງພັກ, ດຳເນີນການສຶກສາອົບຮົມຢ່າງບໍ່ຢຸດຢັ້ງ ແລະ ປະຕິບັດຢ່າງເດັດດ່ຽວ ຜ່ານລະບົບກົດລະບຽບທີ່ເຂັ້ມງວດ. ເຮົາຕ້ອງອີງໃສ່ປະຊາຊົນເພື່ອກໍ່ສ້າງແລະປັບປຸງພັກ, ຈາກນັ້ນກຳນົດມາດຕະຖານວັດທະນະທຳການນຳພາຄຸ້ມຄອງ ເພື່ອການປະຍຸກໃຊ້ແລະການປະຕິບັດ.
ທີສອງ, ລວມເນື້ອໃນຂອງມາດຕະຖານທາງວັດທະນະທໍາການນຳພາຄຸ້ມຄອງເຂົ້າໃນໂຄງການຝຶກອົບຮົມໃນລະບົບມະຫາວິທະຍາໄລແລະສະຖາບັນການສຶກສາ. ຝຶກອົບຮົມພະນັກງານ, ໂດຍສະເພາະແມ່ນພະນັກງານແຫຼ່ງ, ຜູ້ນຳແລະຜູ້ຄຸ້ມຄອງບໍລິຫານທີ່ອາຍຸນ້ອຍ ມີຄວາມສາມາດ ມີຄຸນທຳ ແລະ ມີແນວໂນ້ມໄລຍະຍາວ, ເອົາໃຈໃສ່ເປັນພິເສດເຖິງພະນັກງານການນຳ ພະນັກງານຄຸ້ມຄອງບໍລິຫານລະດັບຍຸດທະສາດ ຜ່ານໂຄງການຝຶກອົບຮົມທາງການເມືອງໃນລະບົບສະຖາບັນການສຶກສາຂອງພັກ, ຂອງກອງທັບ, ຕຳຫຼວດ ແລະອົງການທາງການເມືອງແລະສັງຄົມ ຕັ້ງແຕ່ສູນກາງຈົນເຖິງທ້ອງຖິ່ນ.
ທີສາມ, ການຄົ້ນຄວ້າທິດສະດີຕິດແໜ້ນກັບການສະຫຼຸບສັງລວມພຶດຕິກຳກ່ຽວກັບມາດຕະຖານທາງວັດທະສະທຳການນຳພາຄຸ້ມຄອງ ຕາມແນວຄິດແລະມໍລະດົກຂອງປະທານໂຮ່ຈີມິນ, ສ້າງສະພາບແວດລ້ອມທາງວັດທະນະທຳທີ່ສົມໃສໃນສັງຄົມ, ກ່ອນອື່ນໝົດແມ່ນໃນພັກ./.
-------------------------------
(1) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 4, ໜ້າ 534
(2) ໂຮ່ຈີມິນ - ຊີວະປະຫວັດຫຍໍ້, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2016, ເຫຼັ້ມ 3, ໜ້າ 321
(3) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 2, ໜ້າ 284
(4) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 15, ໜ້າ 611
(5) ເບິ່ງ: ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 2, ໜ້າ 280
(6) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 5, ໜ້າ 272
(7) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 15, ໜ້າ 611
* ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1024 (ເດືອນຕຸລາ2023)