ວກ. - ໄປສູ່​ທະ​ເລ, ເປັນ​ເຈົ້າ​ຂອງ​ທະ​ເລ, ປົກ​ປັກ​ຮັກ​ສາ ຂຸດ​ຄົ້ນ ແລະນຳ​ໃຊ້​ຊັບພະຍາກອນທະເລຢ່າງ​ຍືນ​ຍົງ ​ເພື່ອ​ສ້າງຄວາມຮັ່ງມີຈາກ​ທະ​ເລ ​ແມ່ນ​ທ່າ​ອ່ຽງທີ່ຫຼີກລ່ຽງບໍ່ໄດ້​ຂອງ​ມະ​ນຸດຊາດ​ ​ໃນ​ສະ​ຕະ​ວັດທີ່ XXI ເຊິ່ງກໍ່ຄືສະ​ຕະ​ວັດ​ແຫ່ງ​ມະ​ຫາ​ສະ​ມຸດ. ສຳ​ລັບ​ຫວຽດ​ນາມ, ບັນ​ຫາ​ໃຫຍ່​​ແມ່ນ ຈະ​ພັດ​ທະ​ນາ​​ເສດ​ຖະ​ກິດ​ທາງທະ​ເລ​ຢ່າງຍືນຍົງໄດ້ຄືແນວໃດ ໂດຍບໍ່​ສົ່ງ​ຜົນເສຍ​ຕໍ່​ລະ​ບົບ​ນິ​ເວດ, ທຳລາຍຄວາມຫຼາກຫຼາຍທາງຊີວະພາບ ຫຼື​ມົນ​ລະ​ຜິດຕໍ່ສິ່ງ​ແວດ​ລ້ອມທາງທະ​ເລ? ຈະເຮັດ​ແນວ​ໃດ​ເພື່ອ​ລະ​ດົມ​ການ​ຮ່ວມ​​ໄມ້​ຮ່ວມມື ແລະ ການເຂົ້າ​​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ຂອງ​ລັດ, ວິ​ສາ​ຫະ​ກິດ ແລະ ພາກສ່ວນ​ຕ່າງໆ ໂດຍສະເພາະ​ຊຸມ​ຊົນ​ຊາຍຝັ່ງ​ທະ​ເລ ໃຫ້​ເຂົ້າ​ຮ່ວມ​ໃນການ​ອະ​ນຸ​ລັກຮັກສາ​ທະ​ເລ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ​ທາງທະ​ເລທີ່ຍືນຍົງ?

ຈິນ​ຕະ​ນາ​ການຍຸດທະສາດ ແລະ ເປົ້າ​ໝາຍ​ຍຸດ​ທະ​ຈິນຕະນາການຍຸດທະສາດ ແລະ ເປົ້າໝາຍຍຸດທະສາດ

ໃນກອງປະຊຸມສູນກາງພັກຄັ້ງທີ 4 ສະໄໝທີ X, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ທີ່ໄດ້ປະກາດໃຊ້ມະຕິໝາຍເລກ 09-NQ/TW, ລົງວັນທີ 09 ກຸມພາ 2007 “ກ່ຽວກັບຍຸດທະສາດທາງທະເລຫວຽດນາມຮອດປີ 2020” ເຊິ່ງສະແດງໃຫ້ເຫັນເຖິງວິໄສທັດຍຸດທະສາດ ແລະ ຄວາມຕັດສິນໃຈໃນການນຳພາຫວຽດນາມໃຫ້ກາຍເປັນປະເທດທີ່ແຂງແຮງທາງທະເລ, ອຸດົມຮັ່ງມີຈາກທະເລ, ຮັບປະກັນຄວາມໝັ້ນຄົງຂອງອະທິປະໄຕແຫ່ງຊາດ ແລະ ສິດທິອະທິປະໄຕໃນທະເລ, ໝູ່ເກາະ,… ພາຍຫຼັງ 10 ປີແຫ່ງການປະຕິບັດມະຕິໝາຍເລກ 09-NQ/TW, ບົນພື້ນຖານຜົນງານທີ່ບັນລຸໄດ້, ການລະບຸແລະປະເມີນຂໍ້ຈຳກັດ ແລະສາເຫດຂອງຂໍ້ຈຳກັດຢ່າງຖືກຕ້ອງ; ດ້ວຍບາດກ້າວການພັດທະນາໃໝ່ໃນວິໄສທັດການພັດທະນາ ແລະແນວຄິດນຳພາຂອງກອງຜະຊຸມໃຫຍ່ຄັ້ງທີ XII (ປີ 2016), ທີ່ກອງປະຊຸມສູນກາງພັກຄັ້ງທີ 8 ສະໄໝທີ XII, ຄະນະບໍລິຫານງານສູນກາງພັກໄດ້ອອກມະຕິໝາຍເລກ 36-NQ/TW ລົງວັນທີ 22 ຕຸລາ 2018 “ກ່ຽວກັບຍຸດທະສາດການພັດທະນາເສດຖະກິດທາງທະເລຂອງຫວຽດນາມຢ່າງຍືນຍົງເຖິງປີ 2030 ວິໄສທັດເຖິງປີ 2045” (ມະຕິໝາຍເລກ 36).

ມະຕິໝາຍເລກ 36 ຢືນຢັນການພັດທະນາຄວາມຄິດ ແລະ ເປົ້າໝາຍຍຸດທະສາດໃໝ່ ຂອງພັກກອມມູນິດຫວຽດນາມ ໂດຍສະເພາະແມ່ນ ກ່ຽວກັບຄວາມຮຽກຮ້ອງຕ້ອງການພັດທະນາທີ່ຍືນຍົງ ຂອງເສດຖະກິດທາງທະເລ. ໜຶ່ງໃນຫ້າທັດສະນະທີ່ສອດຮ້ອຍຕະຫຼອດແມ່ນ: ການພັດທະນາທີ່ຍືນຍົງຂອງເສດຖະກິດທາງທະເລບົນ ພື້ນຖານຂອງການເຕີບໂຕສີຂຽວ, ການອະນຸລັກຄວາມຫຼາກຫຼາຍທາງຊີວະພາບ ແລະ ລະບົບນິເວດທະເລ; ຮັບປະກັນຄວາມສອດຄ່ອງ ລະຫວ່າງລະບົບນິເວດທາງເສດຖະກິດ ແລະ ທຳມະຊາດ, ລະຫວ່າງການອະນຸລັກ ແລະ ການພັດທະນາ, ລະຫວ່າງຜົນປະໂຫຍດຂອງທ້ອງຖິ່ນຊາຍຝັ່ງທະເລ ແລະ ທ້ອງຖິ່ນທີ່ບໍ່ມີທາງອອກສູ່ທະເລ. ພ້ອມກັນນັ້ນ, ມະຕິດັງກ່າວໄດ້ລະບຸກຸ່ມເປົ້າໝາຍສະເພາະຢ່າງຊັດເຈນພາຍໃນປີ 2030: 1- ກ່ຽວກັບເປົ້າໝາຍທົ່ວໄປ: ເປົ້າໝາຍກ່ຽວກັບການບໍລິຫານຄຸ້ມຄອງທະເລແລະມະຫາສະມຸດ ແລະ ການຄຸ້ມຄອງເຂດຊາຍຝັ່ງທະເລ ຕາມມາດຕະຖານສາກົນ ບັນລຸລະດັບປະເທດທີ່ມີຄ່າສະເລ່ຍສູງ ຫຼື ສູງກວ່າໃນໂລກ. ການເຄື່ອນໄຫວພັດທະນາເສດຖະກິດແລະສັງຄົມ ທີ່ກ່ຽວຂ້ອງກັບທະເລ ແລະ ໝູ່ເກາະສ່ວນຫຼາຍ ແມ່ນດຳເນີນໄປຕາມຫຼັກການຄຸ້ມຄອງລວມ ທີ່ເໝາະສົມກັບລະບົບນິເວດທະເລ; 2- ກ່ຽວກັບເສດຖະກິດທາງທະເລ: ບັນດາຂະແໜງການເສດຖະກິດທາງທະເລລ້ວນໆໄດ້ປະກອບສ່ວນປະມານ 10% ເຂົ້າໃນ ຈີດີຟີ ຂອງປະເທດ; ເສດຖະກິດຂອງ 28 ແຂວງແລະນະຄອນຊາຍຝັ່ງທະເລ ຄາດວ່າຈະສູງເຖິງ 65 – 70% ຂອງ ຈີດີຟີ ຂອງປະເທດ. ບັນດາຂະແໜງເສດຖະກິດທາງທະເລພັດທະນາຢ່າງຍືນຍົງ ຕາມມາດຕະຖານສາກົນ; ຄວບຄຸມການຂຸດຄົ້ນຊັບພະຍາກອນທຳມະຊາດທະເລ ພາຍໃຕ້ຄວາມຍືດຫຍຸ່ນຂອງລະບົບນິເວດທະເລ; 3- ດ້ານສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງສະພາບດິນຟ້າອາກາດ ແລະລະດັບນ້ຳທະເລທີ່ສູງຂຶ້ນ: ຕີລາຄາໄດ້ຄວາມສາມມາດບົ່ມຊ້ອນ ແລະຄູນຄ່າຂອງຊັບພະຍາກອນທາງທະເລທີ່ສຳຄັນ. ຢ່າງໜ້ອຍ 50% ຂອງພື້ນທີ່ທະເລຂອງຫວຽດນາມ ມີການສຳຫຼວດຊັບພະຍາກອນທາງທະເລ ແລະສິ່ງແວດລ້ອມຂັ້ນພື້ນຖານ ໃນລະດັບແຜນທີ່ 1:500.000 ແລະ ການສຳຫຼວດຂະໜາດໃຫຍ່ໃນບາງພື້ນທີ່ທີ່ສຳຄັນ. ສ້າງຖານຂໍ້ມູນດິຈິຕອນກ່ຽວກັບທະເລແລະໝູ່ເກາະ, ຮັບປະກັນການເຊື່ອມໂຍງ ແບ່ງປັນ ແລະ ອັບເດດ. ຄຸ້ມຄອງ ແລະ ປົກປັກຮັກສາລະບົບນິເວດທະເລ, ຊາຍຝັ່ງທະເລ ແລະໝູ່ເກາະຢ່າງດີ; ເພີ່ມພື້ນທີ່ຄຸ້ມຄອງທາງທະເລ ແລະຊາຍຝັ່ງ ເປັນຢ່າງໜ້ອຍ 6% ຂອງເນື້ອທີ່ທຳມະຊາດຂອງທະເລແຫ່ງຊາດ; ຟື້ນຟູພື້ນທີ່ປ່າຊາຍເລນຊາຍຝັ່ງທະເລ ໃຫ້ໄດ້ຢ່າງໜ້ອຍເທົ່າກັບລະດັບປີ 2.000. ພ້ອມກັນນັ້ນ, ມະຕິໝາຍເລກ 36 ລະບຸຂໍ້ກຳນົດສຳລັບກຸ່ມເປົ້າໝາຍທາງສັງຄົມ ວິທະຍາສາດ ເຕັກໂນໂລຊີ ແລະການພັດທະນາຊັບພະຍາກອນມະນຸດຢ່າງຈະແຈ້ງ. ມະຕິໝາຍເລກ 36 ຍັງຊີ້ແຈ້ງວ່າ: ຂະຫຍາຍເນື້ອທີ່ ແລະ ສ້າງເຂດອະນຸລັກທາງທະເລໃໝ່ ບົນພື້ນຖານຂອງການວາງແຜນກຳນົດເຂດທະເລແຫ່ງຊາດ; ສຸມໃສ່ການປົກປັກຮັກສາຄວາມຫຼາກຫຼາຍທາງຊີວະພາບ ແລະຟື້ນຟູລະບົບນິເວດ, ໂດຍສະເພາະ ແນວປະກາລັງ ຫຍ້າທະເລ ປ່າຊາຍເລນ ແລະ ປ່າຄຸ້ມຄອງຊາຍຝັ່ງ; ຮັບປະກັນຄວາມສົມບູນ ແລະ ຄວາມສຳພັນທາງທຳມະຊາດ ລະຫວ່າງລະບົບນິເວດທາງບົກ ແລະທາງທະເລ.

ການອະນຸລັກລະບົບນິເວດທະເລ ຢູ່ ຝູ ກວັ໋ກ ແຂວງ ກຽນຢາງ _ແຫຼ່ງ: nhiepanhdoisong.vn

ຜັນຂະຫຍາຍປະຕິບັດມະຕິຂອງພັກກອມມູນິດຫວຽດນາມ, ມາຮອດປະຈຸບັນ, ຫວຽດນາມໄດ້ເຂົ້າຮ່ວມຄຳໝັ້ນສັນຍາສາກົນຫຼາຍສະບັບທີ່ກ່ຽວຂ້ອງກັບການອະນຸລັກຮັກສາທະເລ, ເສດຖະກິດທາງທະເລສີຟ້າແລະຍືນຍົງ, ພິເສດແມ່ນ: 1- ເປົ້າໝາຍການພັດທະນາທີ່ຍືນຍົງໝາຍເລກ 14 (SDG-14): “ການອະນຸລັກ ແລະການນຳໃຊ້ມະຫາສະມຸດ ທະເລ ແລະ ຊັບພະຍາກອນທາງທະເລຢ່າງຍືນຍົງ ເພື່ອການພັດທະນາທີ່ຍືນຍົງ”; 2- ໃຫ້ຄໍາໝັ້ນສັນຍາທີ່ຈະ “ປ່ອຍມົນລະພິດສຸດທິເປັນສູນ” ພາຍໃນປີ 2050; 3- ເຂົ້າຮ່ວມ ພັນທະມິດມະຫາສະໝຸດທົ່ວໂລກ (GOA) ໂດຍມີເປົ້າໝາຍໃນການປົກປັກຮັກສາຢ່າງໜ້ອຍ 30% ຂອງມະຫາສະໝຸດໂລກພາຍໃນປີ 2030 ຜ່ານເຄືອຂ່າຍພື້ນທີ່ຄຸ້ມຄອງທາງທະເລ (MPAs) ແລະແນວປະຕິບັດການອະນຸລັກທີ່ມີປະສິດທິຜົນອື່ນໆ (OECMs); 4- ເຂົ້າຮ່ວມສັນຍາວ່າດ້ວຍ “ການອະນຸລັກແລະການໃຊ້ຄວາມຫຼາກຫຼາຍທາງຊີວະພາບຢ່າງຍືນຍົງ ໃນນ່ານນ້ຳທີ່ຢູ່ນອກເຂດອຳນາດສານຂອງປະເທດ” (ສັນຍາວ່າດ້ວຍທະເລຫຼວງ); 5- ຄໍາໝັ້ນສັນຍາເພື່ອການພັດທະນາການປະມົງແບບຍືນຍົງ ແລະ ມີຄວາມຮັບຜິດຊອບ; ກຳຈັດການຫາປາທີ່ຜິດກົດໝາຍ, ບໍ່ໄດ້ລາຍງານ ແລະບໍ່ມີລະບຽບ (IUU); 6- ສົນທິສັນຍາສາກົນທີ່ປະເທດຂອງເຮົາເປັນສະມາຊິກກ່ຽວຂ້ອງກັບພາລະກິດໃນການອະນຸລັກ ແລະ ການປົກປ້ອງທະເລ.

ການປະຕິບັດທັດສະນະ, ແຜນນະໂຍບາຍ ແລະ ແນວທາງຂອງພັກ ຄຽງຄູ່ກັບການປະຕິບັດບັນດາຄໍາໝັ້ນສັນຍາສາກົນຂ້າງເທິງນີ້ ມີຄວາມໝາຍສໍາຄັນໃນການຊຸກຍູ້ການອະນຸລັກຮັກສາທະເລ ໂດຍສຸມໃສ່ການອະນຸລັກຄວາມຫຼາຍຫຼາຍທາງຊີວະພາບທະເລ; ໃນນັ້ນມີການຈັດຕັ້ງ ແລະການຄຸ້ມຄອງເຂດທະເລ ເພື່ອພັດທະນາເສດຖະກິດທາງທະເລໃນຫວຽດນາມຢ່າງຍືນຍົງ.

ບົດບາດແລະສະຖານະປະຈຸບັນຂອງການອະນຸລັກທະເລໃນຫວຽດນາມ 

ແກນກາງຂອງການພັດທະນາເສດຖະກິດທາງທະເລທີ່ຍືນຍົງ ແມ່ນການພັດທະນາເສດຖະກິດ-ສັງຄົມ ໂດຍບໍ່ທຳລາຍຫຼືກໍ່ການຊຸດໂຊມຂອງລະບົບນິເວດ ແລະສິ່ງແວດລ້ອມທາງທະເລ. ພື້ນຖານສຳລັບເສດຖະກິດທາງທະເລ ແມ່ນຊັບພະຍາກອນທຳມະຊາດ ແລະລະບົບນິເວດຂອງມັນ ທີ່ເຮັດໜ້າທີ່ເປັນທຶນທາງທະເລຕາມທຳມະຊາດ. ບັນດາລະບົບນິເວດ ແລະ ຂະບວນການທາງນິເວດ ລວມເຖິງການປະຕິສຳພັນລະຫວ່າງສະພາບແວດລ້ອມທີ່ມີຊີວິດແລະບໍ່ມີຊີວິດ ເປັນເໝືອນໜ່ວຍພາລະບົດບາດ (ລະບົບນິເວດແນວປະກາລັງ, ລະບົບນິເວດປ່າຊາຍເລນ,…) ນັບມື້ນັບໄດ້ຮັບຄວາມເອົາໃຈໃສ່ຂອງຜູ້ຈັດການແລະນັກວິທະຍາສາດ ແລະ ຖືເປັນແຫຼ່ງສຳຄັນຂອງທຶນທະເລທາງທຳມະຊາດ ສຳລັບການພັດທະນາເສດຖະກິດທາງທະເລ.

ລະບົບນິເວດທາງທະເລແລະຊາຍຝັ່ງທະເລ ບໍ່ພຽງແຕ່ສະສົມ ແລະເກັບຮັກສາ ຄາຣ໌ບອນໄດອອກໄຊດ໌ ຈໍານວນຫຼວງຫຼາຍເທົ່ານັ້ນ, ແຕ່ຍັງປົກປ້ອງຝັ່ງທະເລ ແລະ ຊຸມຊົນຈາກຜົນກະທົບຂອງການປ່ຽນແປງສະພາບດິນຟ້າອາກາດອີກດ້ວຍ; ການສະໜອງສະບຽງອາຫານ, ໂອກາດທາງເສດຖະກິດ, ຢາປົວພະຍາດ ແລະ ການພັກຜ່ອນຢ່ອນອາລົມ, ທີ່ຢູ່ອາໄສ ແລະ ໜ້າທີ່ລະບົບນິເວດທີ່ຫຼາກຫຼາຍ ເພື່ອສະໜັບສະໜູນຊີວິດມະນຸດ. ວິທີການສະຫຼາດສັງລວມໃນການເຂົ້າເຖິງສະພາບດິນຟ້າອາກາດ ແລະ ສຸມໃສ່ບັນດາມາດຕະການ “ຕາມທຳມະຊາດ”, ການຂະຫຍາຍແລະການຄຸ້ມຄອງເຂດອະນຸລັກທະເລເປັນຢ່າງດີ, ພ້ອມກັນກັບການພັດທະນາພື້ນຖານໂຄງລ່າງຊາຍຝັ່ງທະເລທີ່ເໝາະສົມ ຈະເປັນປັດໄຈທີ່ສຳຄັນ ເພື່ອປົກປັກຮັກສາຊຸມຊົນຢູ່ຊາຍຝັ່ງທະເລ ແລະແຫຼ່ງທີ່ຢູ່ອາໄສທາງທະເລ. ສິ່ງດັ່ງກ່າວສາມາດສະໜັບສະໜູນການຜະລິດປະມົງທີ່ເພີ່ມຂຶ້ນ, ຊ່ວຍໃຫ້ສາມາດພັດທະນາເຕັກໂນໂລຊີການຢາ, ບັນເທົາ ແລະ ປັບຕົວຕໍ່ການປ່ຽນແປງສະພາບດິນຟ້າອາກາດໄດ້ດີຂຶ້ນ, ປົກປັກຮັກສາແລະຟື້ນຟູຄວາມຫຼາກຫຼາຍທາງຊີວະພາບ ແລະຄຸນຄ່າວັດທະນະທຳທາງທະເລໃນທ້ອງຖິ່ນ. ຢູ່ຫວຽດນາມ, ຊີວິດການເປັນຢູ່ຂອງປະຊາຊົນ ແລະ ຊາວປະມົງໃນເຂດຊາຍຝັ່ງທະເລ ແມ່ນຂຶ້ນໂດຍກົງກັບແຫຼ່ງທຶນທາງທະເລຕາມທຳມະຊາດ. ການບໍລິການລະບົບນິເວດທີ່ຫຼຸດລົງຈະສົ່ງຜົນກະທົບໂດຍກົງຕໍ່ພະລັງງານ, ອາຫານ, ຄວາມປອດໄພ ແລະການດໍາລົງຊີວິດ ຂອງປະຊາກອນສ່ວນໃຫຍ່ ໃນເຂດຊາຍຝັ່ງທະເລ.

ກົດໝາຍວ່າດ້ວຍການປະມົງປີ 2017 ກຳນົດວ່າ: “ພື້ນທີ່ຄຸ້ມຄອງທາງທະເລແມ່ນເຂດອະນຸລັກທຳມະຊາດປະເພດໜຶ່ງ ໂດຍມີການກຳນົດຂອບເຂດໃນທະເລ ເກາະ ໝູ່ເກາະ ແລະພື້ນທີ່ຊາຍຝັ່ງທະເລ ເພື່ອປົກປ້ອງຄວາມຫຼາກຫຼາຍທາງຊີວະພາບທະເລ”(1). ການອະນຸລັກຄວາມຫຼາກຫຼາຍທາງຊີວະພາບທະເລ ບໍ່ໄດ້ເປັນພຽງການຮັກສາ ແລະປົກປ້ອງແຫຼ່ງທີ່ຢູ່ອາໄສຂອງພັນສັດທະເລເທົ່ານັ້ນ, ແຕ່ຍັງມີບົດບາດສຳຄັນໃນການຊຸກຍູ້ການພັດທະນາເສດຖະກິດທາງທະເລທີ່ຍືນຍົງອີກນຳ.

ເຂດອະນຸລັກທະເລ ຖືເປັນ “ເຄື່ອງມື” ທີ່ມີປະສິດທິພາບໃນການປົກປັກຮັກສາຄວາມຫຼາກຫຼາຍທາງຊີວະພາບ, ເພີ່ມຄວາມສາມາດຟື້ນຟູລະບົບນິເວດ ແລະ ປົກປ້ອງສັດທີ່ໃກ້ຈະສູນພັນ. ນອກຈາກນັ້ນ, ພວກມັນຍັງມີບົດບາດສຳຄັນໃນການປົກປ້ອງ ແລະໃຫ້ໂອກາດແກ່ພັນສັດນ້ຳໃນການດຳລົງຊີວິດແລະສືບພັນ. ເນື່ອງຈາກ "ຜົນກະທົບຮົ່ວໄຫຼ", ຊັບພະຍາກອນນ້ຳເວົ້າສະເພາະ ແລະ ພັນສັດນ້ຳໂດຍທົ່ວໄປ ຈຶງໄດ້ຮັບການເສີມໃຫ້ກັບພື້ນທີ່ທະເລທີ່ຢູ່ຕິດກັບເຂດອະນຸລັກທາງທະເລ. ຍ້ອນແນວນັ້ນ, ຈຶງສາມາດຮັກສາການຂຸດຄົ້ນ ແລະການເພາະລ້ຽງສັດນ້ຳໃນທະເລໄດ້.

ເຂດອະນຸລັກທາງທະເລຍັງແມ່ນສະຖານທີ່ສຳລັບການສຶກສາ ແລະການຄົ້ນຄວ້າວິທະຍາສາດ; ຈັດກິດຈະກຳການທ່ອງທ່ຽວຈຳນວນຫຼາຍ ແລະຈັດຫາວິຖີຊີວິດໃຫ້ແກ່ຊຸມຊົນທ້ອງຖິ່ນ, ໂດຍສະເພາະ ຊຸມຊົນທີ່ອາໄສຢູ່ໃນແລະອອ້ມຂ້າງເຂດອະນຸລັກທາງທະເລ. ໃນສະພາບແວດລ້ອມການດຳລົງຊີວິດທີ່ຕຶງຄຽດຫຼາຍຂຶ້ນ ຍ້ອນບັນຫາທາງເສດຖະກິດແລະສິ່ງແວດລ້ອມ, ການກັບຄືນສູ່ທຳມະຊາກແລະທະເລ ຖືເປັນທ່າອຽງທີ່ຕັ້ງໜ້າ. ດັ່ງນັ້ນ, ຄູນຄ່າເສດຖະກິດຂອງເຂດອະນຸລັກທາງທະເລທີ່ນຳມາຈາກການທ່ຽວຊົມ ແລະກິດຈະກຳການທ່ອງທ່ຽວ ຈຶງມີຢ່າງຫຼວງຫຼາຍ. ການທ່ອງທ່ຽວທາງທະເລແມ່ນຂະແໜງການທີ່ສຳຄັນໃນເສດຖະກິດທາງທະເລໂດຍລວມຂອງຫວຽດນາມ, ບໍ່ພຽງແຕ່ມີສ່ວນຮ່ວມຢ່າງຫຼາຍໃນ ຈີດີຟີ ຂອງປະເທດເທົ່ານັ້ນ, ແຕ່ຍັງສ້າງວຽກເຮັດງານທຳໃຫ້ກັບຜູ້ອອກແຮງງານຈຳນວນຫຼາຍ, ລວມທັງຄົນງານມືອາຊີບໃນຂະແໜງການທ່ອງທ່ຽວ ແລະ ແຮງງານສັງຄົມທາງອອ້ມ(2). ການພັດທະນາການທ່ອງທ່ຽວທາງທະເລຍັງສ້າງເງື່ອນໄຂ ແລະໂອກາດໃນການປັບປຸງຍົກສູງລະດັບຄວາມຮູ້ໃນຂະແໜງການ, ປະກອບສ່ວນຫັນປ່ຽນໂຄງສ້າງເສດຖະກິດ, ແຮງງານ ແລະວຽກເຮັດງານທຳໃຫ້ແກ່ປະຊາຊົນຊາຍຝັ່ງທະເລ.

ປະຕິບັດທັດສະນະ, ແຜນນະໂຍບາຍ ແລະ ແນວທາງຂອງພັກ, ໃນຊຸມປີທີ່ຜ່ານມາ, ລະບົບນະໂຍບາຍແລະກົດໝາຍ ກ່ຽວກັບການອະນຸລັກທາງທະເລນັບມື້ນັບໄດ້ຮັບການປັບປຸງໃຫ້ສົມບູນແບບ, ໂດຍສະເພາະຢ່າງຍິ່ງ ການປະກາດໃຊ້ກົດໝາຍຕ່າງໆ ເຊັ່ນ ກົດໝາຍວ່າດ້ວຍຄວາມຫຼາກຫຼາຍທາງຊີວະພາບປີ 2008, ກົດໝາຍກ່ຽວກັບທະເລຫວຽດນາມ ປີ 2012, ກົດໝາຍວ່າດ້ວຍຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມທາງທະເລ ແລະໝູ່ເກາະ ປີ 2015, ກົດໝາຍວ່າດ້ວຍການປະມົງ (ປີ 2003 ແລະ 2017), ກົດໝາຍວ່າດ້ວຍການຄຸ້ມຄອງສິ່ງແວດລ້ອມ (ປີ 1993, 2005, 2014, 2020),… ໄດ້ສ້າງລະບຽງນິຕິກຳທີ່ສຳຄັນໃຫ້ແກ່ການເຄື່ອນໄຫວອະນຸລັກທະເລ ແລະ ການປົກປັກຮັກສາສິ່ງແວດລ້ອມທາງທະເລ. ປະຕິບັດຕາມມະຕິຕົກລົງເລກທີ 742/QĐ-TTg ລົງວັນທີ 26 ພຶດສະພາ 2010 ຂອງນາຍົກລັດຖະມົນຕີ “ກ່ຽວກັບການອະນຸມັດແຜນກຳນົດລະບົບເຂດອະນຸລັກທະເລຂອງຫວຽດນາມ ຮອດປີ 2020”, ເຖິງເດືອນມິຖຸນາ 2021, ມີເຂດທະເລ 9 ໃນ 16 ແຫ່ງ ທີ່ໄດ້ກຳນົດຂອບເຂດເພື່ອຄຸ້ມຄອງ ໃນລະບົບເຂດອະນຸລັກທຳມະຊາດ”(3).

ຕາມລາຍງານຂອງອົງການອະນຸລັກທຳມະຊາດໂລກ (IUCN)(4), ອັດຕາສ່ວນເນື້ອທີ່ທະເລຕາມທຳມະຊາດທີ່ໄດ້ຮັບການຄຸ້ມຄອງພາຍໃນປີ 2020 ຢູ່ຫວຽດນາມ (ລວມມີເຂດອະນຸລັກທາງທະເລ, ເຂດທີ່ຫ້າມຫາປາໃນໄລຍະເວລາຈຳກັດ, ເຂດຄຸ້ມຄອງຊັບພະຍາກອນທາງນ້ຳ ແລະເຂດທີ່ຢູ່ອາໄສທຽມຂອງສັດນ້ຳ) ແມ່ນ 6.840 ກມ2, ກວມເອົາປະມານ 0,684% ຂອງເນື້ອທີ່ທະເລແຫ່ງຊາດ. ໃນຂະນະດຽວກັນ, ໃນສອງທົດສະວັດກວ່າທີ່ຜ່ານມາ ເນື້ອທີ່ເຂດອະນຸລັກທະເລ (MPA) ທົ່ວໂລກໄດ້ເພີ່ມຂຶ້ນຫຼາຍກວ່າ 10 ເທື່ອ, ຂຶ້ນເປັນ 26.225.687 ຕາລາງກິໂລແມດ, ກວມເອົາ 7,2% ຂອງເນື້ອທີ່ມະຫາສະມຸດ(5). ເນື້ອທີ່ທັງໝົດທີ່ວາງແຜນໄວ້ເພື່ອການອະນຸລັກ ແລະປົກປັກຮັກສາໃນໄລຍະປີ 2021-2030 ຕາມຮ່າງແຜນການປົກປັກຮັກສາ ແລະການໃຊ້ປະໂຫຍດຈາກຊັບພະຍາກອນທາງນ້ຳໄລຍະປີ 2021-2030, ວິໄສທັດເຖິງປີ 2050 ແມ່ນປະມານ 2.791 ຕາລາງກີໂລແມດ, ກວມເອົາປະມານ 2,79% ຂອງເນື້ອທີ່ທຳມະຊາດຂອງທະເລແຫ່ງຊາດ, ເຊິ່ງຕ່ຳກວ່າເປົ້າໝາຍ 6% ທີ່ກຳນົກໄວ້ໃນມະຕິໝາຍເລກ 36 ແລະມະຕິໝາຍເລກ 48/NQ-CP ລົງວັນທີ 3 ເມສາ 2023 ຂອງລັດຖະບານ “ກ່ຽວກັບການອະນຸມັດຍຸດທະສາດການຂຸດຄົ້ນແລະນຳໃຊ້ຊັບພະຍາກອນທຳມະຊາດຢ່າງຍືນຍົງ ແລະການປົກປັກຮັກສາສິ່ງແວດລ້ອມທະເລ ແລະໝູ່ເກາະ ຮອດປີ 2030, ວິໄສທັດເຖິງປີ 2050”, ແລະຕ່ຳກວ່າຫຼາຍເມື່ອທຽບກັບໂຄງການລິເລີ່ມເປົ້າໝາຍ “30% ຂອງພື້ນທີ່ມະຫາສະໝຸດທີ່ໄດ້ຮັບການປົກປັກຮັກສາພາຍໃນປີ 2030” ທີ່ຫວຽດນາມເຂົ້າຮ່ວມ.

ດັ່ງນັ້ນ, ຈຶ່ງເຫັນໄດ້ວ່າ ລະບົບເຂດອະນຸລັກທາງທະເລນັບມື້ນັບໄດ້ຮັບການສ້າງຕັ້ງຂຶ້ນໃນທົ່ວປະເທດ, ບັນລຸເປົ້າໝາຍໃນການຮັກສາຄວາມຫຼາກຫຼາຍທາງຊີວະພາບ ແລະ ລະບົບນິເວດທະເລ. ການບັງຄັບໃຊ້ກົດໝາຍໃນເຂດອະນຸລັກທະເລນັບມື້ນັບໄດ້ຮັບຄວາມເອົາໃຈໃສ່ແລະສົ່ງເສີມ ແລະ ບັນລຸປະສິດທິຜົນທາງບວກ ໂດຍມີສ່ວນຊ່ວຍໃນການຂະຈັດການລະເມີດກົດໝາຍທີ່ກ່ຽວຂ້ອງກັບການຄຸ້ມຄອງເຂດອະນຸລັກທະເລເທື່ອລະກ້າວ. ບາງເຂດອະນຸລັກທະເລ ແລະ ອຸທະຍານແຫ່ງຊາດທີ່ມີພາກສ່ວນທະເລຫຼາຍແຫ່ງ ໃນເບື້ອງຕົ້ນໄດ້ເປັນເຈົ້າຕົນເອງທາງດ້ານການເງິນ, ດຳເນີນການບໍລິການສາທາລະນະ, ພັດທະນາການທ່ອງທ່ຽວທາງນິເວດຮ່ວມກັບການອະນຸລັກ, ສ້າງແຫຼ່ງເງິນທຶນເພື່ອເປັນເຈົ້າການຮັບໃຊ້ໃຫ້ແກ່ວຽກງານຄຸ້ມຄອງ, ອະນຸລັກຄວາມຫຼາກຫຼາຍທາງຊີວະພາບທະເລ. ການສືບສວນ ແລະ ການປະເມີນຊັບພະຍາກອນທາງນ້ຳ ແລະຄວາມຫຼາກຫຼາຍທາງຊີວະພາບທະເລ ແລະບັນລຸໝາກຜົນເບື້ອງຕົ້ນທີ່ສຳຄັນ. ໂຄງປະກອບການຈັດຕັ້ງ, ຊັບພະຍາກອນມະນຸດໃນການຄຸ້ມຄອງ ແລະ ການເຂົ້າຮ່ວມໃນການອະນຸລັກທະເລ ໄດ້ຮັບການກໍ່ສ້າງ ແລະ ເພີ່ມທະວີຄວາມເຂັ້ມແຂງ.

ຢ່າງໃດກໍ່ຕາມ, ຄວາມທ້າທາຍໃຫຍ່ບາງປະການທີ່ເຂດອະນຸລັກທະເລໃນຫວຽດນາມແລະພາກພື້ນ ກຳລັງປະເຊີນແມ່ນ: 1- ການສູນເສຍຄວາມຫຼາກຫຼາຍທາງຊີວະພາບ; 2- ການຂຸດຄົ້ນ ແລະ ການເພາະລ້ຽງສັດນ້ຳທີ່ບໍ່ຍືນຍົງ; 3- ບັນຫາການຫັນເປັນອາຊິດໃນມະຫາສະມຸດ; 4- ການອະນຸລັກ ແລະການຂະຫຍາຍຕົວຂອງຕົວເມືອງ; 5- ຄວາມກົດດັນດ້ານການທ່ອງທ່ຽວຕໍ່ສິ່ງແວດລ້ອມ ແລະ ລະບົບນິເວດ; 6- ມົນລະພິດຈາກຂີ້ເຫຍື້ອພຼາສະຕິກ. ຄຽງຄູ່ກັນນັ້ນ, ການອະນຸລັກທະເລຍັງມີຂໍ້ຈຳກັດ ແລະຄວາມບໍ່ພຽງພໍເຊັ່ນ: 1- ນະໂຍບາຍການລົງທຶນເພື່ອພັດທະນາເຄືອຂ່າຍເຂດອະນຸລັກທາງທະເລໃນຫວຽດນາມ ຍັງມີຈຳກັດຫຼາຍ, ບໍ່ສອດຄ່ອງກັບເປົ້າໝາຍ ແລະ ໜ້າທີ່; 2- ຮູບແບບການຈັດຕັ້ງກົນຈັກຄຸ້ມຄອງເຂດອະນຸລັກທາງທະເລຢູ່ທ້ອງຖິ່ນນັ້ນ ບໍ່ເປັນເອກະພາບກັນ; ຖັນແຖວພະນັກງານຍັງຂາດທາງດ້ານຈຳນວນ ແລະອ່ອນທາງດ້ານຄູນນະພາບ ແລະ ບໍ່ມີເງື່ອນໄຂໃນການຮັບການຝຶກອົບຮົມ ເພື່ອພັດທະນາຄຸນວຸດທິທາງວິຊາຊີບ ຫຼື ເຂົ້າຮັບການຝຶກອົບຮົມຫຼັກສູດຕາມຕຳແໜ່ງງານທີ່ເໝາະສົມກັບພຶດຕິກຳຕົວຈິງ; 3- ຄະນະຄຸ້ມຄອງເຂດອະນຸລັກທະເລຈຳນວນໜຶ່ງ ໄດ້ປະຕິບັດກົນໄກປົກຄອງຕົນເອງໃນການຈັດຕັ້ງ, ພະນັກງານ ແລະ ການເງິນ, ແຕ່ສ່ວນຫຼາຍຍັງຢູ່ໃນທ່າຮັບ, ຕົ້ນຕໍແມ່ນຍັງອີງໃສ່ງົບປະມານຂອງລັດ, ໃນຂະນະທີ່ຊັບພະຍາກອນງົບປະມານທ້ອງຖິ່ນຍັງຈຳກັດຫຼາຍ, ບໍ່ໃຫ້ບຸລິມະສິດແກ່ການອະນຸລັກຄວາມຫຼາກຫຼາຍທາງຊີວະພາບ; 4- ສິ່ງອໍານວຍຄວາມສະດວກທີ່ຈໍາເປັນ ແລະອຸປະກອນການລົງທຶນສໍາລັບຄະນະບໍລິຫານ ຍັງຂາດແຄນ ແລະບໍ່ຕອບສະໜອງຄວາມຕ້ອງການຕົວຈິງໄດ້; 5- ຜົນປະໂຫຍດທີ່ຂັດແຍ້ງກັນໃນການອະນຸລັກ ແລະ ການພັດທະນາການທ່ອງທ່ຽວແລະເສດຖະກິດ. ບາງທ້ອງຖິ່ນພຽງແຕ່ເອົາໃຈໃສ່ເຖິງໂຄງການພັດທະນາເສດຖະກິດເທົ່ານັ້ນ ໂດຍບໍ່ເອົາໃຈໃສ່ເຖິງວຽກງານອະນຸລັກ, ຊ້ຳບໍ່ໜຳມີທ້ອງຖິ່ນຍັງຈັດສັນທີ່ດິນແລະນ້ຳທະເລ ພາຍໃຕ້ການຄຸ້ມຄອງຂອງເຂດອະນຸລັກທາງທະເລ ໃຫ້ອົງການແລະບຸກຄົນທີ່ດຳເນີນທຸລະກິດການທ່ອງທ່ຽວ ເພື່ອສ້າງພື້ນຖານໂຄງລ່າງເພື່ອການພັດທະນາການທ່ອງທ່ຽວ; 6- ການປະສານງານລະຫວ່າງບັນດາໜ່ວຍງານບັງຄັບໃຊ້ກົດໝາຍໃນທະເລຍັງຈຳກັດ, ໂດຍສະເພາະແມ່ນການລາດຕະເວນ ການຄວບຄຸມ ການກວດຈັບ ແລະ ການຈັດການກັບການລະເມີດກົດໝາຍ ຍ້ອນຂາດກົນໄກໃນການປະສານງານ ແລະ ແຫຼ່ງເງິນທຶນ ເພື່ອດຳເນີນການ; 7- ຂອບເຂດຂອງເຂດອະນຸລັກທະເລບໍ່ໄດ້ກຳນົດໄວ້ຢ່າງຈະແຈ້ງໃນບາງສະຖານທີ່, ການປັບປ່ຽນດັງກ່າວຂາດພື້ນຖານທາງວິທະຍາສາດ ໂດຍມີເປົ້າໝາຍຫຼັກຄື ການພັດທະນາເສດຖະກິດ, ເອົາໃຈໃສ່ພຽງໜ້ອຍດຽວເຖິງບັນຫາອະນຸລັກຮັກສາທະເລ; 8- ສະພາບການລະເມີດກົດໝາຍໃນເຂດອະນຸລັກທາງທະເລແມ່ນຂ້ອນຂ້າງສັບສົນ ໂດຍສະເພາະການຂຸດຄົ້ນ, ການຂົນສົ່ງ ແລະການຄ້າປະກາລັງ, ສັດທະເລ ແລະ ພືດ.

ຂໍ້ສະເໜີ ແລະ ຂໍ້ສະເໜີແນະບາງປະການ
ເພື່ອປົກປ້ອງແລະອະນຸລັກຮັກສາຄວາມຫຼາກຫຼາຍທາງຊີວະພາບທະເລ
 

ເພື່ອປົກປ້ອງແລະອະນຸລັກຮັກສາຄວາມຫຼາກຫຼາຍທາງຊີວະພາບທະເລໃຫ້ບັນລຸເປົ້າໝາຍທີ່ກຳນົດໄວ້ໃນມະຕິໝາຍເລກ 36, ໃນເວລາຕໍ່ໄປນີ້, ບັນດາໜ້າທີ່ຕົ້ນຕໍ ແລະມາດຕະການແກ້ໄຂຕໍ່ໄປນີ້ຈະຕ້ອງດຳເນີນການພ້ອມກັນ:

ທີໜຶ່ງ, ສືບຕໍ່ເຊື່ອມຊືມທັດສະນະ ແຜນນະໂຍບາຍ ແລະ ແນວທາງຂອງພັກ ຢ່າງເລິກເຊິ່ງ, ຍົກສູງຄວາມຮັບຮູ້ ແລະ ປ່ຽນແປງໃໝ່ຈິນຕະນາການ ແລະວິທີເຂົ້າເຖິງໃນວຽກງານອະນຸລັກຮັກສາທະເລ ຕາມທິດຖືເອົາວຽກງານອະນຸລັກທະເລແມ່ນປະຖົມປັດໄຈ, ເປັນເງື່ອນໄຂຕັດສິນຊີ້ຂາດ ໃນການພັດທະນາທີ່ຍືນຍົງຂອງເສດຖະກິດທາງທະເລ, ຮັບປະກັບຄວາມກົມກຽວທາງດ້ານຜົນປະໂຫຍດ ລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງ ແລະ ລະຫວ່າງລຸ້ນຄົນ, ຫຼີກລ່ຽງຄວາມຂັດແຍ້ງທາງຜົນປະໂຫຍດ ລະຫວ່າງຂະແໜງການ ແລະ ທ້ອງຖິ່ນ ໃນການຂຸດຄົ້ນ ແລະການນຳໃຊ້ພື້ນທີ່ທາງທະເລ. ຄົ້ນຄວ້າແລະໝູນໃຊ້ວິທີໃໝ່ໃນການອະນຸລັກທະເລ ໂດຍສະເພາະແມ່ນໃນການຈັດຕັ້ງ ແລະ ການຄຸ້ມຄອງເຂດອະນຸລັກທະເລ ເຊັ່ນ ການຂະຫຍາຍ “ເຂດສີຟ້າ” ຂອງທະເລ, ການອະນຸລັກທະເລທີ່ເຊື່ອມໂຍງ ແບ່ງປັນ ແລະມີປະສິດທິພາບ (OECMs) ປະເພດອື່ນໆ, ເປີດກວ້າງການເຂົ້າຮ່ວມຂອງກອງກຳລັງ ແລະ ຂະແໜງການຕ່າງໆ ໃນການປົກປ້ອງແລະອະນຸລັກຮັກສາທະເລ ບົນຫຼັກການຮັບປະກັນປະສິດທິຜົນ ແລະສອດຄ່ອງກັບລັກສະນະ ແລະຈຸດພິເສດຂອງເຂດທະເລແຕ່ລະແຫ່ງ.

ທີສອງ, ເລັ່ງການຍື່ນຂໍອະນຸມັດແຜນການທາງທະເລແຫ່ງຊາດໄລຍະປີ 2021-2030, ວິໄສທັດເຖິງປີ 2050 ແລະ ການວາງແຜນຂຸດຄົ້ນ ແລະນຳໃຊ້ຊັບພະຍາກອນໃນເຂດຊາຍຝັ່ງທະເລຢ່າງຍືນຍົງ ໄລຍະປີ 2021-2030, ວິໄສທັດເຖິງປີ 2050. ໃນນັ້ນ, ມີຄວາມຈຳເປັນຕ້ອງແບ່ງພື້ນທີ່ບຸລິມະສິດ ສຳລັບການອະນຸລັກ ແລະປົກປັກຮັກສາຊັບພະຍາກອນໃນນ້ຳ ແລະຄວາມຫຼາກຫຼາຍທາງຊີວະພາບທະເລ, ມີໜ້າທີ່ແລະແນວທາງແກ້ໄຂເພື່ອສູ້ຊົນໃຫ້ບັນລຸເປົ້າໝາຍພື້ນທີ່ອະນຸລັກທະເລ ຕາມມະຕິໝາຍເລກ 36; ລະບຸແລະແບ່ງພື້ນທີ່ທາງທະເລສຳລັບເຂດທະເລແລະຊາຍຝັ່ງ 4 ແຫ່ງ ໃນພາກເໜືອ, ພາກກາງ, ເຂດຕາເວັນອອກຂອງພາກໃຕ້ ແລະ ເຂດຕາເວັນຕົກຂອງພາກໃຕ້ ເພື່ອການອະນຸລັກ ແລະການຂຸດຄົ້ນອາຫານທະເລ, ໃນນັ້ນມີເຂດຫ້າມຂຸດຄົ້ນ, ເຂດຂຸດຄົ້ນຕາມເງື່ອນໄຂ ເພື່ອການອະນຸລັກທາງທະເລ, ເຂດຂຸດຄົ້ນຕາມເງື່ອນໄຂເພື່ອການປົກປ້ອງ ແລະຟື້ນຟູຊັບພະຍາກອນທາງນ້ຳ ແລະ ເຂດທີ່ຕ້ອງການການປົກປັກຮັກສາເປັນພິເສດ ເພື່ອການອະນຸລັກທະເລ, ເຂດທີ່ຕ້ອງການການປົກປັກຮັກສາເປັນພິເສດຕໍ່ແຫຼ່ງທີ່ຢູ່ອາໄສທີ່ສໍາຄັນ ແລະເຂດທີ່ສົ່ງເສີມການພັດທະນາ.

ທີສາມ, ສືບຕໍ່ຕີລາຄາ, ທົບທວນ ແລະ ປັບປຸງລະບົບນະໂຍບາຍ ແລະກົດໝາຍກ່ຽວກັບການຄຸ້ມຄອງອະນຸລັກທະເລ ເພື່ອຮັບປະກັນຄວາມກ້າວໜ້າ, ຄວາມເປັນເອກະພາບ, ຄວາມເປັນໄປໄດ້ ແລະ ຄວາມເໝາະສົມກັບຄວາມເປັນຈິງ, ເຊິ່ງຕ້ອງມີການຄົ້ນຄວ້າ, ການທົບທວນ ແກ້ໄຂ ແລະ ເສີມກົດໝາຍວ່າດ້ວຍຄວາມຫຼາກຫຼາຍທາງຊີວະພາບ, ກົດໝາຍວ່າດ້ວຍຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມທາງທະເລ ແລະ ໝູ່ເກາະ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງ. ສ້າງລະບຽງນິຕິກຳທີ່ສະດວກໃນການລະດົມຊັບພະຍາກອນໃນປະເທດ ແລະຕ່າງປະເທດ ເພື່ອລົງທຶນໃນໂຄງສ້າງພື້ນຖານນ, ພັດທະນາວິທະຍາສາດ-ເຕັກໂນໂລຊີ ແລະ ຊັບພະຍາກອນມະນຸດ ເພື່ອການພັດທະນາທີ່ຍືນຍົງຂອງເຂດອະນຸລັກທະເລ.

ທີສີ່, ສືບຕໍ່ຍູ້ແຮງວຽກງານການສຳຫຼວດ, ການຕີລາຄີ ແລະ ການຈັດຕັ້ງຖານຂໍ້ມູນທີ່ຄົບຊຸດ, ດິຈິຕອນ, ທີ່ເຊື່ອມໂຍງ ເຊື່ອມຕໍ່ກັນ ແລະ ທັນສະໄໝ ກ່ຽວກັບຊັບພະຍາກອນທາງທະເລ ແລະ ຄວາມຫຼາກຫຼາຍທາງຊີວະພາບທະເລ ຂອງຫວຽດນາມ ເພື່ອປະສານລວມເຂົ້າກັບຖານຂໍ້ມູນທະເລແລະເກາະ ເຊິ່ງໃນນັ້ນ ເອົາໃຈໃສ່ເຖິງການປະເມີນດ້ານປະລິມານຂອງຄຸນຄ່າລະບົບນິເວດທະເລ, ເປັນພື້ນຖານໃຫ້ເຂດອະນຸລັກທະເລສ້າງແຜນການເກັບຄ່າທຳນຽມ ແລະ ດຳເນີນການຫັນວຽກງານການອະນຸລັກທະເລເປັນສັງຄົມ.

ສຸມໃສ່ຈັດຕັ້ງເຂດອະນຸລັກທະເລໃໝ່ ຫຼັງຈາກແຜນການປົກປ້ອງແລະຂຸດຄົ້ນຊັບພະຍາກອນທາງນ້ຳ ໄດ້ຮັບການອະນຸມັດຈາກນາຍົກລັດຖະມົນຕີ; ສຳເລັດການແບ່ງຂອບເຂດຂອງເຂດອະນຸລັກທະເລ ແລະ ມີມາດຕະການທີ່ມີປະສິດທິພາບເພື່ອປົກປ້ອງຂອບເຂດຂອງເຂດອະນຸລັກທະເລ; ລົງທຶນເພື່ອຟື້ນຟູລະບົບນິເວດທີ່ເສື່ອມໂຊມ, ພິເສດແມ່ນລະບົບນິເວດປະກາລັງ, ຫຍ້າທະເລ ແລະ ປ່າຊາຍເລນຊາຍຝັ່ງທະເລ.

ທີຫ້າ, ເພີ່ມທະວີວຽກງານໂຄສະນາ, ອົບຮົມສຶກສາ, ຍົກສູງຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ໃນຄວາມຮູ້ທາງວິຊາຊີບ, ນະໂຍບາຍ ແລະ ກົດໝາຍກ່ຽວກັບການອະນຸລັກທະເລ ໃຫ້ແກ່ປະຊາຊົນທຸກຊັ້ນວັນນະ, ໂດຍສະເພາະ ນັກຮຽນແລະນັກສຶກສາທຸກລະດັບ ແລະ ໃຫ້ຊຸມຊົນທີ່ອາໄສຢູ່ໃນ ແລະອອ້ມຂ້າງເຂດອະນຸລັກທະເລ. ສ້າງການຕິດຕໍ່ ແລະການປະສານງານຢ່າງໃກ້ຊິດ ລະຫວ່າງຄະນະຄຸ້ມຄອງເຂດອະນຸລັກທະເລ ກັບອຳນາດການປົກຄອງທ້ອງຖິ່ນແລະຊຸມຊົນ ເພື່ອຮັບປະກັນຄວາມເປັນເອກະພາບ ແລະການສະໜັບສະໜູນວຽກງານອະນຸລັກທະເລຢ່າງມີປະສິດທິຜົນກວ່າອີກ. ຈັດຕັ້ງການຝຶກອົບຮົມເພື່ອຍົກສູງລະດັບຄວາມຮູ້ດ້ານວິຊາຊີບ ໃຫ້ກັບບຸກຄະລາກອນດ້ານການອະນຸລັກທະເລໃນທ້ອງຖິ່ນ. 

ທີຫົກ, ຍູ້ແຮງການຮ່ວມມືສາກົນ, ປະສານສົມທົບກັບບັນດາອົງການ, ໜ່ວຍງານຄົ້ນຄວ້າ ແລະ ນັກວິທະຍາສາດດ້ານການອະນຸລັກຄວາມຫຼາກຫຼາຍທາງຊີວະພາບທະເລ ທັງໃນແລະຕ່າງປະເທດ ເພື່ອຄົ້ນຄວ້າໝູນໃຊ້ເຕັກໂນໂລຊີທີ່ກ້າວໜ້າ ແລະ ຕົວແບບຄຸ້ມຄອງທີ່ເໝາະສົມກັບການເຂົ້າຮ່ວມຂອງຝ່າຍຕ່າງໆ ເຂົ້າໃນວຽກງານຄຸ້ມຄອງເຂດອະນຸລັກຄວາມຫຼາກຫຼາຍທາງຊີວະພາບທະເລ. ປະຕິບັດຄຳໝັ້ນສັນຍາສາກົນກ່ຽວກັບທະເລ ແລະ ມະຫາສະໝຸດທີ່ຫວຽດນາມເຂົ້າຮ່ວມຢ່າງຕັ້ງໜ້າ ເພື່ອເພີ່ມທະວີຄວາມຮູ້, ເຕັກໂນໂລຊີ ແລະ ແຫຼ່ງກຳລັງໃນການອະນຸລັກຮັກສາ ແລະ ການພັດທະນາເສດຖະກິດທາງທະເລຂອງຫວຽດນາມຢ່າງຍືນຍົງ./.  
---------------------------

(1) ກົດໝາຍເລກທີ 18/2017/QH14, ກົດໝາຍວ່າດ້ວຍການປະມົງ, ຜ່ານສະພາແຫ່ງຊາດຊຸດທີ XIV ໃນສະໄໝປະຊຸມສາມັນຄັ້ງ 4 ເມື່ອວັນທີ 21 ພະຈິກ 2017.
(2) ຕາມສະຖີຕິຂອງກົມໃຫຍ່ການທ່ອງທ່ຽວ, ປີ 2019, ເຂດຊາຍຝັ່ງທະເລຂອງຫວຽດນາມ ມີສະຖານທີ່ທ່ອງທ່ຽວ 323 ແຫ່ງ, ກວມເອົາ 61,5% ຂອງສະຖານທີ່ທ່ອງທ່ຽວມັງໝົດຂອງປະເທດ. ລາຍຮັບຈາກການເດີນທາງແລະການທ່ອງທ່ຽວຂອງ 28 ແຂວງ, ນະຄອນຊາຍຝັ່ງທະເລຂອງຫວຽດນາມ ເພີ່ມຂຶ້ນຈາກ 21.900 ຕື້ດົ່ງໃນປີ 2015 ເປັນ 32.900 ຕື້ດົ່ງໃນປີ 2019.
(3) ລວມມີເຂດອະນຸລັກທະເລ 5 ແຫ່ງ: ແບັກລອງຫວີ (ນາຄອນຫາຍຟ່ອງ), ໂກ່ນເກາະ (ແຂວງ ກວ໋າງຈີ້), ຫຼີເຊີນ (ແຂວງ ກວ໋າງຫງາຍ), ຫ່ອນເກົາ (ແຂວງ ບິ່ງທ້ວນ), ຝູ ກວັ໋ກ (ແຂວງ ກຽນຢາງ); ເຂດທະເລ 4 ແຫ່ງ ທີ່ຂຶ້ນກັບອຸທະຍານແຫ່ງຊາດໃນລະບົບປ່າໃຊ້ປະໂຫຍດພິເສດ: ບ໋າຍຕື້ລອງ (ແຂວງ ກວ໋າງນິງ), ກ້າດບ່າ (ນະຄອນຫາຍຟອງ), ນູຍຈົ໋ວ (ແຂວງ ນິງທ້ວນ), ໂກນດ໋າວ (ແຂວງ ບ່າເຣ້ຍຫວຸງເຕົ່າ); ເຂດອະນຸລັກທະເລ 5 ແຫ່ງ ໄດ້ວາງແຜນໄວ້ຢ່າງລະອຽດ, ແຕ່ຍັງບໍ່ທັນໄດ້ຮັບການຈັດຕັ້ງຄື: ໂກໂຕ-ດ໋າວເຈີ່ນ (ແຂວງ ກວ໋າງນິງ), ຮ່ອນເມ (ແຂວງ ແທງຮ້ວາ), ນາມອ້ຽດ (ແຂວງ ແຂັງຮວ່າ), ຝູ ກວູຍ (ແຂວງ ບິ່ງທ້ວນ), ຫາຍເວິນ-ເຊີນຈ່າ (ນະຄອນດ່າໜັງ - ແຂວງເທື່ອທຽນເຫວ); ເຂດທະເລ 2 ແຫ່ງ ໄດ້ຮັບການຄຸ້ມຄອງ ແລະເຄື່ອນໄຫວແລ້ວ, ເຊັ່ນ ເຂດອະນຸລັກທະເລ ກູ່ລາວຈ່າມ (ແຂວງ ກວ໋າງນາມ), ອ່າວຍາຈາງ (ແຂວງ ແຂັງຮວ່າ), ແຕ່ຍັງບໍ່ທັນມີຂໍ້ຕົກລົງການຈັດຕັ້ງຂອງອົງການທີ່ມີອຳນາດ. 
(4) ລາຍງານໃນກອງປະຊຸມວ່າດ້ວຍການປົກປັກຮັກສາ ແລະ ພັດທະນາຊັບພະຍາກອນທາງນ້ຳ ເພື່ອຂະແໜງການປະມົງສີຂຽວ ແລະການພັດທະນາທີ່ຍືນຍົງ ເຊິ່ງຈັດຂຶ້ນໂດຍກະຊວງກະສິກຳ ແລະ ການພັດທະນາຊົນນະບົດ ເມື່ອວັນທີ 23 ທັນວາ 2023 ໃນນະຄອນ ໂຮ້ຍອານ, ແຂວງ ກວ໋າງນາມ.
(5) ນັບເຖິງເດືອນເມສາ 2023, ຕາມ Marine Protection Atlas (MPAs), https://mpatlas.org/. ໃນໂລກມີບັນດາເຂດອະນຸລກທະເລຂະໜາດໃຫຍ່ ໃນມະຫາສະມຸດອິນເດຍ, ປາຊີຟິກ ແລະ ແອດແລນຕິກ ພາຍໃນເຂດເສດຖະກິດຈຳເພາະບາງແຫ່ງຂອງ ອົດສະຕຣາລີ  ແລະ ດິນແດນໂພ້ນທະເລຂອງຝຣັ່ງເສດ, ສະຫະລາຊະອານາຈັກ ແລະ ສະຫະລັດອາເມຣີກາ, ໂດຍມີພື້ນທີ່ຂະໜາດໃຫຍ່ (990.000 ຕາລາງກິໂລແມັດຂຶ້ນໄປ) ຂະຫຍາຍອອກໄປຕັ້ງແຕ່ປີ 2012, ເຊັ່ນ  Natural Park of the Coral Sea,  Pacific Remote Islands Marine National Monument, Coral Sea Commonwealth Marine Reserve and South Georgia and the South Sandwich Islands Marine Protected Area, ກວມເອົາ 2,07% ຂອງມະຫາສະໝຸດໂລກ.
* ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1032 (ເດືອນກຸມພາ 2024)