ວກ. - ນະໂຍບາຍສັງຄົມ ແລະ ສິດທິມະນຸດມີຄວາມພົວພັນກັນຢ່າງແໜ້ນແຟ້ນ, ການປະຕິບັດນະໂຍບາຍສັງຄົມເປັນຢ່າງດີ ແມ່ນຂະບວນການປະຕິບັດ​ສິດທິ​ມະນຸດ​ທີ່​ໄດ້​ຮັບ​ການ​ຮັບຮອງ​ໃນ​ລັດຖະທຳ​ມະນູນ, ກົດໝາຍ ​ແລະ ມາດຕະຖານ​ສາກົນ​ ກ່ຽວ​ກັບ​ສິດທິ​ມະນຸດ. ໃນທາງກົງກັນຂ້າມ, ສິດ​ທິ​ມະ​ນຸດ​ໄດ້​ຮັບ​ການ​ຮັບ​ຮອງ​ແລະ​ປົກ​ປ້ອງ​ໂດຍ​ຜ່ານ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ທາງ​ສັງ​ຄົມ ​ຈະ​ສ້າງ​​ແຮງຂັບເຄື່ອນທີ່ຍິ່ງ​ໃຫຍ່ ​ເພື່ອ​ຊຸກ​ຍູ້​ຄວາມ​ກ້າວ​ໜ້າ​ແລະ​ຄວາມ​ຍຸ​ຕິ​ທຳ​ທາງ​ສັງ​ຄົມ, ຜັນ​ຂະ​ຫຍາຍ​ບັນ​ດາ​ເປົ້າ​ໝາຍ​ແລະ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ໃນ​ການ​ສ້າງ​ປະ​ເທດ​ທີ່​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ມີ​ຄວາມ​ສຸກ ແລະ ປະສົບຄວາມສຳເລັດໃນການເຊື່ອມໂຍງເຂົ້າກັບສາກົນ.

ສຸກສັນວັນແຕ່ງງານເປັນກຸ່ມຂອງຄູ່ບ່າວສາວກຳມະກອນ _ພາບ: ເອກະສາກ

ແນວຄວາມຄິດ ຈຸດພິເສດ ແລະ ບົດບາດຂອງນະໂຍບາຍສັງຄົມ
ໃນການ​ຮັບປະກັນແລະປົກ​ປ້ອງ​ສິດທິ​ມະນຸດ
, ຊຸກຍູ້​ຄວາມ​ກ້າວໜ້າ ແລະ ຄວາມ​ຍຸຕິ​ທຳ​ທາງສັງຄົມ

ປະຈຸບັນ, ມີ​ຄວາມ​ເຂົ້າ​ໃຈ ​ແລະ ວິທີ​ການເຂົ້າເຖິງ​ທີ່​ແຕກ​ຕ່າງ​ກັນ​ຫຼາຍ​ຢ່າງ ກ່ຽວກັບນະ​ໂຍບາຍ​ສັງຄົມ. ມີຄວາມເຫັນວ່າ ນະໂຍບາຍສັງຄົມເປັນສ່ວນໜຶ່ງຂອງນະໂຍບາຍສາທາລະນະ; ຫຼືນະໂຍບາຍສັງຄົມເປັນວິຊາສະຫະວິທະຍາ ແລະການປະຍຸກທີ່ກ່ຽວຂ້ອງກັບການວິເຄາະການຕອບສະໜອງຂອງສັງຄົມ ຕໍ່ຄວາມຕ້ອງການທາງສັງຄົມ; ຫຼືນະໂຍບາຍສັງຄົມແມ່ນນະໂຍບາຍສາທາລະນະ ແລະດຳເນີນການໃນບັນດາຂົງເຂດເບິ່ງແຍງດູແລສຸຂະພາບ, ການບໍລິການມະນຸດ, ຄວາມຍຸຕິທຳທາງອາຍາ, ຄວາມບໍ່ສະເໝີພາບ, ການສຶກສາແລະແຮງງານ... ເຖິງ​ວ່າ​ຈະ​ເຂົ້າເຖິງ​ໃນແງ່​ມຸມ​ໃດ​ກໍ​ຕາມ, ນະໂຍບາຍສັງຄົມຍາມໃດກໍແມ່ນລະບົບຫຼັກການແລະຄຳແນະນຳ ທີ່ສະແດງອອກມາເປັນລາຍຫຼັກອັກສອນ (ຂຶ້ນຢູ່ກັບສະຖາບັນທາງການເມືອງ ແລະກົດໝາຍຂອງແຕ່ລະປະເທດ) ໂດຍໃຊ້ຊື່ທີ່ແຕກຕ່າງກັນ ເຊັ່ນ ມະຕິ, ຂໍ້ຕົກລົງ, ຄຳສັ່ງ, ໜັງສືວຽນ, ດຳລັດ, ລັດຖະບັນຍັດ, ກົດໝາຍ, ຫຼືແຜນການ, ໂຄງການປະຕິບັດການ ທີ່ສະແດງເຖິງແນວທາງການເມືອງຂອງພັກຜູ້ກຳອຳນາດ ແລະ ລັດຖະບານ ໃນການ​ແກ້​ໄຂ​ບັນຫາ​ທີ່ເປັນຂອງການດຳລົງຊີບ​ແຫ່ງ​ຊາດແລະຊີີວິດຂອງປະຊາຊົນ ​ແລະ ​ແກ້​ໄຂ​ບັນຫາ​ທີ່​ເກີດ​ຂຶ້ນ​ໃນ​ຊີວິດ​ສັງຄົມ. ຈາກຄວາມເຂົ້າໃຈນີ້, ນະໂຍບາຍສັງຄົມເປັນສ່ວນສຳຄັນຂອງນະໂຍບາຍທົ່ວໄປ ຂອງພັກກອມມູນິດຫວຽດນາມ ແລະລັດຫວຽດນາມ ໃນການແກ້ໄຂບັນຫາ ແລະ ຄຸ້ມຄອງບັນຫາທາງສັງຄົມ ຄຽງຄູ່ກັບບັນດາບັນຫາທາງການເມືອງແລະເສດຖະກິດ. ເນື່ອງຈາກເປັນນະໂຍບາຍທົ່ວໄປ, ນະໂຍບາຍສາທາລະນະ, ດັ່ງນັ້ນ ນະໂຍບາຍສັງຄົມຈຶງມີຂອບເຂດກວ້າງຫຼາຍ ແລະ ກ່ຽວຂ້ອງກັບບັນດາເປົ້າໝາຍ, ຊົນຊັ້ນ, ບັນດາຂົງເຂດສັງຄົມ, ຕັ້ງແຕ່ສາທາລະນະສຸກ, ກາສຶກສາ, ປະກັນໄພ, ແຮງງານ, ວຽກເຮັດງານທຳ, ການຍ້າຍຖິ່ນຖານ, ສະຫວັດດີການສັງຄົມ... 

ຢູ່ຫວຽດນາມປະຈຸບັນ, ນະໂຍບາຍສັງຄົມໄດ້ຮັບການວິໂຈແລະຍອມຮັບໃນສອງລະດັບໃນຂອບເຂດທີ່ແຄບ, ນະໂຍບາຍສັງຄົມມັກຖືກເຂົ້າໃຈວ່າ ນຳໄປໃຊ້ກັບກຸ່ມຜູ້ອອກແຮງງານສັງຄົມທີ່ເອີ້ນວ່າ “ເປົ້າໝາຍນະໂຍບາຍ”, ລວມທັງນະໂຍບາຍສຳລັບຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ; ນະໂຍບາຍວຽກເຮັດງານທຳ; ນະໂຍບາຍລາຍໄດ້; ນະໂຍບາຍຫຼຸດຜ່ອນຄວາມທຸກຍາກທົ່ວປະເທດ; ນະໂຍບາຍປະກັນໄພສັງຄົມ; ນະ​ໂຍ​ບາຍຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ໃນ​ສະ​ຖາ​ນະ​ການ​ທີ່​ຍາກລຳບາກພິເສດ​; ນະ​ໂຍບາຍ​ຮັບປະກັນ​ການ​ບໍລິການ​ທາງສັງຄົມຂັ້ນ​ພື້ນຖານ​ໃຫ້​ແກ່​ປະຊາຊົນ... ແລະຜູ້ໄດ້ຮັບນະໂຍບາຍສັງຄົມ ເຊິ່ງເຄີຍສຸມໃສ່ຄອບຄົວທີ່ທຸກຍາກ, ຄອບຄົວທີ່ຍາກລຳບາກຫຼາຍ, ຄອບຄົວຊົນເຜົ່າສ່ວນໜ້ອຍ, ຄອບຄົວທີ່ມີຄຸນງາມຄວາມດີ, ທະຫານ​ເສຍ​ອົງຄະ, ທະຫານ​ເຈັບ​ປ່ວຍ, ຄອບຄົວ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ... ໃນຂອບເຂດທີ່ກວ້າງ, ນະໂຍບາຍສັງຄົມໝາຍລວມເຖິງນະໂຍບາຍຕໍ່ປະຊາຊົນທຸກຊັ້ນວັນນະ ເຊັ່ນ ນະໂຍບາຍຕໍ່ກຳມະກອນ, ຊາວນາ, ຊາວໜຸ່ມ, ປັນຍາຊົນ,...

ນະໂຍບາຍສັງຄົມມີຈຸດພິເສດລວມຄື:

ທີໜຶ່ງ, ນະໂຍບາຍສັງຄົມຍຶດຖືປະຊາຊົນ, ສິດແລະຜົນປະໂຫຍດຂອງກຸ່ມໃນຊຸມຊົນເປັນເປົ້າໝາຍເພື່ອປະສົມປະສານຜົນປະໂຫຍດສັງຄົມ ແລະພັດທະນາມະນຸດຢ່າງຮອບດ້ານ.

ທີສອງ, ນະໂຍບາຍສັງຄົມແມ່ນມາດຕະຖານເພື່ອປະເມີນລະດັບການພັດທິນາເສດຖະກິດ ວັດທະນະທຳ ແລະສັງຄົມຂອງປະເທດ, ສະທ້ອນເຖິງມາດ​ຕະ​ຖານ​ການ​ດໍາ​ລົງ​ຊີ​ວິດ​, ລາຍຮັບ ແລະ ສະແດງອອກເຖິງທາດແທ້ຂອງລະບອບການປົກຄອງ ແລະ ສັງຄົມເພື່ອປະຊາຊົນ, ດັ່ງນັ້ນ, ນະໂຍບາຍສັງຄົມຈຶງມີລັກສະນະມະນຸດຊາດ ແລະມີມະນຸດສະທຳຢ່າງເລິກເຊິ່ງ.

ທີສາມ, ນະໂຍບາຍສັງຄົມແມ່ນເຄື່ອງມືເພື່ອປະສົມກົມກຽວຜົນປະໂຫຍດ, ລາຍຮັບ ແລະຕອບສະໜອງຄວາມຕ້ອງການພື້ນຖານຂອງກຸ່ມບຸກຄົນ, ໂດຍສະເພາະ ກຸ່ມເປົ້າໝາຍສັງຄົມ ເພື່ອຈຸດປະສົງປະຕິບັດສິດທິມະນຸດໃນຫວຽດນາມ.

ທີສີ່, ນະໂຍບາຍສັງຄົມມີຄວາມຮັບຜິດຊອບຕໍ່ສັງຄົມສູງ, ເອົາໃຈໃສ່ ແລະ ສ້າງເງື່ອນໄຂແລະໂອກາດທີ່ເອື້ອອຳນວຍໃຫ້ທຸກຄົນພັດທະນາ, ຊຸກຍູ້ຄວາມກ້າວໜ້າ ແລະຄວາມຍຸຕິທຳທາງສັງຄົມ.

ນະໂຍບາຍສັງຄົມມີ ບົດບາດ ສຳຄັນໃນການຮັບປະກັນແລະປົກປ້ອງສິດທິມະນຸດ, ຊຸກຍູ້ຄວາມກ້າວໜ້າ ແລະຄວາມຍຸຕິທຳທາງສັງຄົມ ເຊິ່ງສະແດງອອກດັ່ງຕໍ່ໄປນີ້:

ທີໜຶ່ງນະໂຍບາຍສັງຄົມແມ່ນເຄື່ອງມືແລະມາດຕະການຂອງລັດ ໃນການບັນລຸເປົ້າໝາຍພັດທະນາມະນຸດຢ່າງຮອບດ້ານ. ນະໂຍບາຍສັງຄົມເສີມຂະຫຍາຍທ່າແຮງແລະຊັບພະຍາກອນມະນຸດ ໃນຖານະບຸກຄົນ ແລະໃນຖານະບຸກຄົນໃນຊຸມຊົນແລະກຸ່ມ; ປຸກຕື່ນຄວາມຂະຫຍັນຂັນແຂງ, ກະຕູ້ນເສດຖະກິດ, ປະກອບສ່ວນ​ເຂົ້າ​ໃນ​ການ​ຄຸ້ມ​ຄອງ​ການ​ພົວພັນ​ທາງ​ສັງຄົມ ​ເພື່ອ​ຮັບປະກັນ​ແລະສ້າງ​​ສັງຄົມ​ທີ່ຍຸຕິທຳ ​ແລະມີອາລະຍະທຳ ​ເພື່ອ​ໃຫ້ຜູ້ຄົນ​ທັງໃນຖານະ​ບຸກຄົນ ​ແລະໃນຖານະ​ລວມໝູ່​ທຸກຄົນ ໄດ້​ຮັບ​ການ​ເບິ່ງແຍງດູແລເພື່ອການ​ພັດທະນາຢ່າງ​ຮອບດ້ານ, ສົ່ງເສີມ​ຄວາມ​ກ້າວໜ້າ ​ແລະຄວາມຍຸຕິ​ທຳ​ທາງສັງຄົມ.

ທີສອງ, ນະໂຍບາຍສັງຄົມແມ່ນເຄື່ອງມືໃນການຄວບຄຸມຄວາມສຳພັນທາງສັງຄົມ, ຫຼຸດຜ່ອນການຜັນແຍກ ຄວາມຂັດແຍ້ງ ແລະ ຄວາມແຕກຕ່າງທາງສັງຄົມ, ຕໍ່ສູ້ຕ້ານຄວາມອະຍຸຕິທຳ ແລະຄວາມບໍ່ສະເໝີພາບທາງສັງຄົມ.

ທີສາມນະໂຍບາຍສັງຄົມສ້າງຄວາມຕັ້ງໜ້າ ແລະຄວາມຂະຫຍັນຂັນແຂງທາງສັງຄົມ ເພື່ອເປົ້າໝາຍການພັດທະນາທົ່ວເຖິງ, ການພັດທະນາທີ່ຍືນຍົງ “ບໍ່ປະຜູ້ໃດໄວ້ຂ້າງຫຼັງ”.

ຄວາມເປັນຈິງແຫ່ງການປະຕິບັດນະໂຍບາຍສັງຄົມໃນການຮັບປະກັນແລະປົກປ້ອງສິດທິມະນຸດ,
ຊຸກຍູ້ຄວາມກ້າວໜ້າ ຄວາມຍຸຕິທຳທາງສັງຄົມ ແລະ ການເຊື່ອມໂຍງເຂົ້າກັບສາກົນຢູ່ຫວຽດນາມ

ຜົນສຳເລັດໃນການປະຕິບັດນະໂຍບາຍສັງຄົມເພື່ອຮັບປະກັນ ແລະ ປົກປ້ອງສິດທິມະນຸດ.

ທີໜຶ່ງ, ສະຖາບັນນະໂຍບາຍສັງຄົມໃນການຮັບປະກັນແລະປົກປ້ອງສິດທິມະນຸດຢູ່ຫວຽດນາມນັບມື້ນັບໄດ້ຮັບການປັບປຸງໃຫ້ສົມບູນ ດ້ວຍການສ້າງລະບົບກົດໝາຍແລະນະໂຍບາຍກ່ຽວກັບປະກັນສັງຄົມທີ່ມີຄວາມທັນທ່ວງທີ, ຄົບຊຸດ ແລະ ມີຄວາມເປັນໄປໄດ້ສູງ. ໃນ​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ນິຕິ​ກຳ, ການ​ປະກາດ​ໃຊ້​ລັດຖະທຳ​ມະນູນ​ປີ 2013 ​ແລະ ບັນດາກົດໝາຍ ​ເຊັ່ນ​ປະມວນ​ກົດໝາຍ​ແພ່ງ, ປະມວນ​ກົດໝາຍ​ແຮງ​ງານ, ກົດໝາຍ​ປະກັນ​ໄພສັງຄົມ, ກົດໝາຍປະກັນສຸຂະພາບ, ກົດໝາຍວ່າດ້ວຍເດັກ, ກົດໝາຍວ່າດ້ວຍຄົນພິການ, ກົດໝາຍວ່າດ້ວຍຜູ້ສູງອາຍຸ, ກົດໝາຍ​ວ່າ​ດ້ວຍ​ການ​ສຶກສາ, ກົດໝາຍ​ວ່າ​ດ້ວຍ​ການ​ຊ່ວຍເຫຼືອທາງກົດໝາຍ, ກົດໝາຍ​ວ່າ​ດ້ວຍ​ການ​ຈ້າງ​ງານ... ມີຄວາມໝາຍສຳຄັນ, ສ້າງພື້ນຖານທາງກົດໝາຍທີ່ໝັ້ນຄົງ ເພື່ອຊ່ວຍໃຫ້ສິດປະກັນສັງຄົມເປັນຮູບປະທຳ, ຍົກ​ສູງ​ປະສິດທິ​ຜົນ​ການ​ຮັບປະກັນ​ສິດທິ​ມະນຸດ, ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຕາມທິດ​ຍືນ​ຍົງ. ​ໃນການ​ເຄື່ອນ​ໄຫວ​ສ້າງ​ກອງ​ທຶນ, ຈຸດ​ສຸມຢູ່ທີ່ການ​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ​ໃຫ້​ແກ່​ປະຊາຊົນ, ​ຊ່ວຍ​ເຫຼືອບັນດາກຸ່ມ​ເປົ້າ​ໝາຍ​ທີ່​ມີ​ສະ​ຖາ​ນະ​ການ​ທີ່​ຫຍຸ້ງ​ຍາກ​ແລະ​ເສຍປຽບຫຼາຍ ຢ່າງ​ທັນ​ການ ​ແລະ ມີ​ປະສິດທິ​ຜົນ, ຜ່ານ​ນັ້ນ ປະຕິບັດ​ນະ​ໂຍບາຍ ບໍ່​ປະ​ຜູ້ໃດ​ໄວ້ຂ້າງ​ຫຼັງຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ລັດຫວຽດນາມຢ່າງຕໍ່ເນື່ອງ. ບັນດາ​ນະ​ໂຍບາຍ​ສະ​ເພາະ ​ຄື​ການ​ຄຸ້ມຄອງທາງ​ສັງຄົມ, ການຫຼຸດຜ່ອນ​ຄວາມທຸກ​ຍາກ​ຫຼາຍ​ດ້ານ, ການພັດທະນາ​ແບບ​ຍືນ​ຍົງ​ແລະຮອບດ້ານ, ການໜູນ​ຊ່ວຍ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ຄົນ​ພິການ, ​ເດັກນ້ອຍ​ໃນ​ສະຖານະ​ການ​ພິ​ເສດ... ໄດ້ຄ່ອຍໆປະກອບສ່ວນປັບປຸງສະຫວັດດີການຂອງຜູ້ໄດ້ຮັບຜົນປະໂຫຍດຕາມນະໂຍບາຍສັງຄົມທີ່ກ່ຽວຂ້ອງ, ຮັບປະກັນແລະຕອບສະໜອງຢ່າງດີ ຄວາມຕ້ອງການຂັ້ນຕ່ຳຂອງພວກເຂົາ, ຊ່ວຍປ້ອງກັນແລະຫຼຸດຜ່ອນຄວາມສ່ຽງ ແລະເອົາຊະນະຄວາມສ່ຽງ, ​ນຳ​ເອົາ​ໂອກາດເທົ່າທຽມກັນທີ່ແທ້ຈິງມາໃຫ້​ກຸ່ມ​ຄົນ​ດ້ອຍ​ໂອກາດ ​ເພື່ອ​ຊ່ວຍ​ໃຫ້​ພວກເຂົາ​ບືນຕົວ​ຂຶ້ນ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດ​ໂດຍ​ລວມ.    

ພິເສດ, ໃນໄລຍະການແຜ່ລະບາດຂອງໂຄວິດ-19 ທີຜ່ານມາ, ລັດຖະບານຫວຽດນາມໄດ້ອອກນະໂຍບາຍທີ່ບໍ່ເຄີຍມີມາກ່ອນ ເພື່ອປະຕິບັດນະໂຍບາຍສັງຄົມ(1). ສິ່ງເຫຼົ່ານີ້ແມ່ນການຕັດສິນໃຈທີ່ສຳຄັນແລະທັນທ່ວງທີ່ ເພື່ອຊ່ວຍໃຫ້ຜູ້ຄົນຜ່ານຜ່າຄວາມຫຍຸ້ງຍາກໃນລະຫວ່າງການແຜ່ລະບາດຂອງພະຍາດ ດ້ວຍຊຸດ​ສະຫວັດດີ​ການ​ທີ່​ມີ​ມູນ​ຄ່ານັບໝື່ນ​ຕື້​ດົ່ງ, ຮັບປະກັນສິດທິມະນຸດຂັ້ນພື້ນຖານ, ພ້ອມກັນນັ້ນ ກໍເພີ່ມຄວາມສາມາດໃນການດໍາເນີນງານຂອງລະບົບປະກັນສັງຄົມ ເພື່ອຕອບສະໜອງຢ່າງມີປະສິດທິພາບກັບຄວາມທ້າທາຍລະດັບໂລກ ພ້ອມ​ທັງ​ສ້າງ​ການ​ຄ້ຳ​ປະ​ກັນ​ທີ່​ຈຳ​ເປັນ​ໃຫ້​ແກ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ດ້ວຍ​ວິ​ໄສ​ທັດ​ໄລ​ຍະ​ກາງ ແລະ​ໄລ​ຍະ​ຍາວ.

ທີສອງ, ລະບົບປະກັນສັງຄົມໄດ້ຮັບການພັດທະນາເປັນເຄືອຂ່າຍປະກັນສັງຄົມ, ຂະຫຍາຍ​ການປົກຫຸ້ມເປົ້າໝາຍຕ່າງໆ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງບັນດາເປົ້າໝາຍ​ປະກັນ​ສັງຄົມ. ສິ່ງນີ້ສະທ້ອນໃຫ້ເຫັນຢ່າງຊັດເຈນໃນການປ່ຽນແປງທາງບວກໃນດ້ານຕໍ່ໄປນີ້: 1- ລະບົບປະກັນໄພສັງຄົມໄດ້ຮັບການອອກແບບ ຈັດຕັ້ງ ແລະ ດຳເນີນການພ້ອມກັນແລະເປັນເອກະພາບ ຕັ້ງແຕ່ສູນກາງຈົນເຖິງທ້ອງຖິ່ນ ເພື່ອເປັນເຄື່ອງຊ່ວຍຊີບ ໃຫ້ກັບປະຊາຊົນ ເມື່ອປະເຊີນກັບຄວາມສ່ຽງທີ່ຄາດເດົາບໍ່ໄດ້ (ເຊັ່ນ ການເຈັບປ່ວຍ, ໄພທຳມະຊາດ, ພະຍາດລະບາດ, ການຕົກງານຈາກອຸບັດເຫດແຮງງານ...), ຊ່ວຍໃຫ້ພວດເຂົາມີແຫຼ່ງລາຍໄດ້ ມີຄວາມໝັ້ນຄົງໃນການດຳລົງຊີວິດ; 2- ລະບົບ​ໜູນ​ຊ່ວຍ​ການ​ຈ້າງ​ງານ​ໄດ້​ປະກອບສ່ວນ​ສ້າງ​ວຽກ​ເຮັດ​ງານ​ທຳ​ທີ່​ຫຼາກ​ຫຼາຍ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ແຮງ​ງານ​ສ່ວນ​ຫຼາຍ; ປະກອບສ່ວນຝຶກອົບຮົມອາຊີບ ແລະປັບປຸງຍົກສູງຄຸນນະພາບຊັບພະຍາກອນມະນຸດ; ຊ່ວຍເຊື່ອມໂຍງຜູ້ວ່າງງານກັບວິສາຫະກິດ; ຊ່ວຍໃຫ້ຄົນງານມີລາຍໄດ້ດີຂຶ້ນ, ຮັບປະກັນສິດຂອງປະຊາຊົນໃນການເຮັດວຽກ ຜ່ານນັ້ນປະກອບສ່ວນຫຼຸດຜ່ອນຄວາມທຸກຍາກຢ່າງມີປະສິດທິຜົນ; 3- ລະບົບຊ່ວຍເຫຼືອທາງສັງຄົມຊ່ວຍໃຫ້ຜູ້ຄົນເອົາຊະນະຄວາມສ່ຽງ ແລະເຫດການຕ່າງໆ ຜ່ານການອຸດໜູນໂດຍກົງເປັນເງິນສົດ ຫຼືໃນຮູບແບບເງິນທຶນທີ່ດຶງມາຈາກງົບປະມານຂອງລັດ; 4- ລະບົບນະໂຍບາຍບຸລິມະສິດໃຫ້ແກ່ຜູ້ທີ່ມີຄຸນງາມຄວາມດີຕໍ່ຊາດ, ໃຫ້ກຸ່ມສັງຄົມທີ່ເປາະບາງແລະດ້ອຍໂອກາດ ໄດ້ນຳຜົນປະໂຫຍດຫຼາຍພໍຄວນມາສູ່ກຸ່ມເຫຼົ່ານີ້, ປະກອບສ່ວນປະຕິບັດຄວາມຍຸຕິທຳທາງສັງຄົມຢ່າງມີປະສິດທິພາບທົ່ວປະເທດ; 5- ລະບົບການຮັບປະກັນການເຂົ້າເຖິງບໍລິການທາງສັງຄົມຂັ້ນພື້ນຖານ (ເຊັ່ນ ການສຶກສາ, ສາທາລະນະສຸກ, ທີ່ຢູ່ອາໄສ, ຂໍ້ມູນ, ນ້ຳສະອາດ...,) ນັບມື້ນັບໄດ້ຮັບການປັບປຸງໃນດ້ານຄຸນນະພາບ ແລະຂະໜາດຂອງການບໍລິການ ເພື່ອຕອບສະໜອງຄວາມຕ້ອງການການດຳລົງຊີວິດຂັ້ນຕ່ຳຂອງຄົນສ່ວນຫຼາຍ, ໂດຍສະເພາະກຸ່ມປະຊາກອນໃນເຂດຫ່າງໄກສອກຫຼີກ, ເຂດພູເຂົາ ໝູ່ເກາະ ແລະພື້ນທີ່ທີ່ມີຄວາມຫຍຸ້ງຍາກເປັນພິເສດ.

ທີສາມ, ຊີວິດຂອງຄົນສ່ວນຫຼາຍນັບມື້ນັບໄດ້ຮັບການປັບປຸງໃຫ້ດີຂຶ້ນໃນຫຼາຍດ້ານເສດຖະກິດ ວັດທະນະທຳ ແລະສັງຄົມ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ຍົກລະດັບຊື່ສຽງແລະຖານະຕຳແໜ່ງຂອງຫວຽດນາມໃນເວທີສາກົນ.    ສາມາດເຫັນສິ່ງດັ່ງກ່າວຢ່າງຊັດເຈນໄດ້ ໃນການປັບປຸງຢ່າງຕໍ່ເນື່ອງຂອງຕົວຊີ້ວັດສຳຄັນທີ່ກ່ຽວຂ້ອງກັບມະນຸດ ເຊັ່ນ ດັດຊະນີການພັດທະນາມະນຸດ (HDI), ດັດຊະນີຄວາມສະເໝີພາບທາງເພດ (GEI), ອາຍຸຍືນສະເລ່ຍຕໍ່ຫົວຄົນ, ລາຍຮັບສະເລ່ຍຕໍ່ຫົວຄົນ... ນີ້​ແມ່ນ​ບັນດາ​ຜົນງານ​ທີ່​ສຳຄັນ, ​ໂດຍ​ສະ​ເພາະ​ແມ່ນ ​ໃນ​ສະພາບ​ທີ່​ບັນດາ​ຕົວ​ຊີ້​ວັດ​ດັ່ງກ່າວ​ຂອງ​ຫຼາຍ​ປະ​ເທດ​ໃນ​ໂລກ​ມີ​ທ່າ​ອ່ຽງ​ຢຸດ​ຊະ​ງັກ, ​ຫຼື​ຖືກ​ປິ້ນ​ກັບ​ ​ຍ້ອນ​ຄວາມ​ຫຍຸ້ງຍາກ​ດ້ານ​ເສດຖະກິດ, ຄວາມ​ບໍ່​ໝັ້ນຄົງ​ທາງ​​ການ​ເມືອງ ເນື່ອງຈາກຄວາມ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນຄົງ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ... ຫວຽດນາມກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດທຳອິດ ທີ່ບັນລຸເປົ້າໝາຍການ​ພັດທະນາແຫ່ງ​ສະຫັດ​ສະ​ວັດ ​ຂອງ​ສະຫະ​ປະຊາ​ຊາດ ເຊິ່ງ​ແມ່ນປະຖົມປັດໄຈ​ທີ່​ຊ່ວຍ​ໃຫ້ຫວຽດນາມມຸ່ງ​ໄປ​ເຖິງ​ການ​ປະຕິບັດ​ບັນດາ​ເປົ້າໝາຍການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ສະຫະ​ປະຊາ​ຊາດ (SDGs). ຕາມ​ການ​ຈັດ​ອັນ​ດັບ​ການ​ປະຕິບັດ SDGs ຂອງ​ສະຫະ​ປະຊາ​ຊາດ ​ປີ 2020 ຫວຽດນາມຢູ່ໃນອັນ​ດັບທີ່ 51/193 ປະ​ເທດ​ສະມາຊິກ​ສະຫະ​ປະຊາ​ຊາດ ທີ່ປະສົບຄວາມສຳເລັດ​ສູງ​ກວ່າ​ຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ.

ຂໍ້ຈຳກັດບາງປະການໃນການປະຕິບັດນະໂຍບາຍສັງຄົມເພື່ອຮັບປະກັນແລະປົກປ້ອງສິດທິມະນຸດ.

ນອກ​ຈາກ​ຜົນ​ໄດ້​ຮັບ​ຂ້າງ​ເທິງ​ນີ້, ການ​ປະຕິບັດ​ນະ​ໂຍບາຍ​ສັງຄົມເພື່ອ​ຮັບປະກັນ ແລະປົກ​ປ້ອງ​ສິດທິ​ມະນຸດ​ຍັງ​​ເຜີຍໃຫ້ເຫັນ​ຂໍ້​ຈຳກັດ​ບາງ​ຢ່າງ:

ທີໜຶ່ງ, ບາງ​ນະ​ໂຍບາຍ​ປະກັນ​ສັງຄົມ​ໄດ້​ຮັບ​ການຜັນຂະຫຍາຍແລ້ວ ​ແຕ່ຍັງ​ບໍ່​ໄດ້​ຮັບຜົນ​ຕາມທີ່ຄາດໄວ້. ນະໂຍບາຍປະກັນໄພສັງຄົມ​ໄດ້​ຮັບ​ການ​ຜັນຂະຫຍາຍ​ຢ່າງ​ແຂງ​ແຮງ, ​ແຕ່​ຄວາມຄອບຄຸມຍັງແຄບ, ອັດຕາ​ສ່ວນ​ຜູ້​ອອກ​ແຮງ​ງານ​ທີ່ເຂົ້າ​ຮ່ວມ​ການ​ປະກັນ​ໄພສັງຄົມ, ພິ​ເສດ​ແມ່ນ ​ໃນ​ຂົງເຂດເສດຖະກິດ​ນອກ​ລະບົບ​ຍັງ​ຕ່ຳ. ນະໂຍບາຍການຫຼຸດຜ່ອນຄວາມທຸກຍາກຊ່ວຍໃຫ້ຫວຽດນາມບັນລຸຄວາມສຳເລັດໃນການຫຼຸດຜ່ອນຄວາມທຸກຍາກໃນຫຼາຍມິຕິໄດ້ຢ່າງໜ້າປະທັບໃຈ, ແຕ່ອັດຕາສ່ວນຄອບຄົວທີ່ທຸກຍາກແລະເກືອບທຸກຍາກມີທ່າອ່ຽງທີ່ຈະເພີ່ມຂຶ້ນ. ໃນຂະນະນັ້ນ, ລະດັບການສະໜັບສະໜູນປະກັນສັງຄົມສຳລັບຜູ້ທີ່ກ່ຽວຂ້ອງຍັງຢູ່ໃນລະດັບຕ່ຳ, ບໍ່ຮັບປະກັນມາດຕະຖານການດຳລົງຊີວິດຂັ້ນຕ່ຳຂອງປະຊາກອນກຸ່ມໜຶ່ງ, ນັບທັງໃນເມືອງໃຫຍ່ ກໍ່ຄືໃນບັນດາເຂດທີ່ຫ່າງໄກ ສອກຫຼີກ...

ຄຽງຄູ່ກັນນັ້ນ, ເຖິງວ່າບັນຫາຄວາມໝັ້ນຄົງຂອງມະນຸດໄດ້ຖືກກ່າວເຖິງຫຼາຍຄັ້ງໃນເອກະສານກອງປະຊຸມໃຫຍ່ຄັ້ງທີ XII ແລະ XIII ຂອງພັກ, ແຕ່ມາຮອດປັດຈຸບັນ, ການຫັນເປັນນິຕິກຳ ແລະ ການດຳເນີນການແກ້ໄຂບັນຫາຍັງບໍ່ສອດຄ່ອງກັນ ແລະ ຍັງມີຂໍ້ບົກຜ່ອງຫຼາຍຢ່າງ.  

ທີສອງ, ຍັງບໍ່​ທັນ​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ​ຜູ້​ຖື​ສິດ​ໃນ​ຂະ​ບວນການ​ສ້າງ​ກົດໝາຍ, ພິ​ເສດ​ແມ່ນ ​ບັນດາ​ນະ​ໂຍບາຍ​ສັງຄົມ​ທີ່​ກ່ຽວຂ້ອງກັບ​ສິດທິ​ມະນຸດ.

ທີສາມ, ຖັນແຖວພະນັກງານ ລັດຖະກອນທີ່ມີສ່ວນຮ່ວມໃນການຜັນຂະຫຍາຍນະໂຍບາຍປະກັນສັງຄົມຍັງອ່ອນແອ, ຂາດທັກສະທາງວິຊາຊີບ ແລະການຄຸ້ມຄອງ, ມີຄວາມເປັນມືອາຊີບຕ່ຳ, ຍັງບໍ່ທັນນຳເຕັກໂນໂລຊີດິຈິເຕິນມາປະຍຸກໃຊ້ກັບກິດຈະກຳທາງວິຊາຊີບຢ່າງມີປະສິດທິຜົນ, ຄວາມຮັບຮູ້ກ່ຽວກັບການປະຕິບັດສິດທິມະນຸດບໍ່ພຽງພໍ... ໃນຂະນະນັ້ນ, ຜູ້ໄດ້ຮັບຜົນປະໂຫຍດປະກັນສັງຄົມສ່ວນໜຶ່ງມີຄວາມຄິດລໍຄອຍ ແລະເພິ່ງພາການສະໜັບສະໜູນຈາກລັດ. ນອກຈາກນີ້, ຄຸນນະພາບຂອງບໍລິການປະກັນສັງຄົມຍັງບໍ່ສູງ, ປະເພດຂອງບໍລິການບໍ່ຫຼາກຫຼາຍ, ຂາດຄວາມຄິດປະດິດສ້າງແລະນະວັດຕະກຳ ເຊິ່ງສາເຫດຫຼັກມາຈາກແຫຼ່ງກຳລັງວັດສະດຸແລະເຕັກນິກທີ່ຈຳກັດ ໃນສະພາບການລະດັບວິທະຍາສາດ-ເຕັກນິກ ແລະເຕັກໂນໂລຊີ ຍັງມີຈຳກັດ.

ທີສີ່ການ​ນຳ​ໃຊ້​ວິທີ​ສິດທິ​ມະນຸດ​ເຂົ້າ​ໃນ​ການ​ວາງ​ແຜນ​ນະ​ໂຍບາຍ​ສັງຄົມ​ຍັງ​ບໍ່​ທັນ​ເປັນ​ໄປ​ຕາມ​ຄາດໝາຍ.

ແນວທາງ​ແກ້​ໄຂເພື່ອປັບປຸງ​ນະ​ໂຍ​ບາຍ​ສັງ​ຄົມ​ທີ່​ສົມ​ບູນ​ແບບ​ໃນ​ການ​ຮັບ​ປະ​ກັນ​ແລະ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ​, ຊຸກຍູ້ຄວາມກ້າວໜ້າແລະຄວາມຍຸຕິທຳທາງສັງຄົມ ແລະປະຕິບັດການເຊື່ອມໂຍງເຂົ້າກັບສາກົນຢູ່ຫວຽດນາມ ໃນເວລາທີ່ຈະມາເຖິງ

ທີໜຶ່ງ, ຊາບຊຶມແລະປະຕິບັດຢ່າງດີ ແນວທາງແລະແຜນນະໂຍບາຍຂອງພັກກອມມູນິດຫວຽດນາມ, ນະໂຍບາຍແລະກົດໝາຍຂອງລັດຫວຽດນາມ ກ່ຽວກັບບົດບາດແລະຄວາມສຳຄັນຂອງນະໂຍບາຍສັງຄົມ ໃນການຮັບປະກັນແລະປົກປ້ອງສິດທິມະນຸດ.

ພັກກອມມູນິດຫວຽດນາມຢືນຢັນແຜນນະໂຍບາຍຂອງຕົນສະເໝີວ່າ: ບໍ່ລໍຖ້າຈົນກ່ວາເສດຖະກິດບັນລຸລະດັບການພັດທະນາສູງກ່ອນ ຈຶງຈະປະຕິບັດຄວາມກ້າວໜ້າທາງສັງຄົມແລະຄວາມຍຸຕິທໍາ ແລະບໍ່ໃຫ້ “ເສຍສະລະ” ຄວາມກ້າວໜ້າແລະຄວາມຍຸຕິທໍາທາງສັງຄົມເພື່ອຕິດຕາມການເຕີບໂຕທາງເສດຖະກິດແບບງ່າຍດາຍ. ໃນທາງກົງກັນຂ້າມ, ນະໂຍບາຍເສດຖະກິດທຸກນະໂຍບາຍຈະຕ້ອງມຸ່ງເປົ້າໄປທີ່ການພັດທະນາສັງຄົມ; ນະໂຍບາຍສັງຄົມທຸກນະໂຍບາຍຈະຕ້ອງມຸ່ງສູ່ການສ້າງແຮງຂັບເຄື່ອນຊຸກຍູ້ການພັດທະນາເສດຖະກິດ; ການສົ່ງເສີມການສ້າງຄວາມຮັ່ງມີຕາມກົດໝາຍ ຕ້ອງຄວບຄູ່ໄປກັບການລົບລ້າງຄວາມອຶດຫິວ ແລະຫຼຸດຜ່ອນຄວາມທຸກຍາກຢ່າງຍືນຍົງ, ເບິ່ງແຍງດູແລຜູ້ທີ່ມີຄຸນງາມຄວາມດີຕໍ່ຊາດ ແລະຜູ້ທີ່ຕົກໃນສະຖານະການທຸກຍາກລຳບາກ. ເພາະສະນັ້ນ, ຈຳເປັນຕ້ອງຍູ້ແຮງການໂຄສະນາ ເພື່ອໃຫ້ປະຊາຊົນທຸກຄົນມີຄວາມຮັບຮູ້ຢ່າງຖືກຕ້ອງເຖິງ ທັດສະນະຂອງພັກກ່ຽວກັບນະໂຍບາຍສັງຄົມ, ການປະຕິບັດນະໂຍບາຍສັງຄົມເພື່ອຮັບປະກັນແລະປົກປ້ອງສິດທິມະນຸດ. ຮັບປະກັນຄວາມສຳພັນທີ່ແຍກກັນບໍ່ອອກ ລະຫວ່າງຜູ້ຄົນໃນຖານະບຸກຄົນ ແລະ ຜູ້ຄົນໃນຊຸມຊົນ ກຸ່ມ ແລະ ໝູ່ຄະນະ: ມະນຸດແຕ່ລະຄົນຈະຕ້ອງໄດ້ຮັບການຮັບຮອງສິດທິ ແລະ ຜົນປະໂຫຍດຂອງຕົນຢ່າງດີທີ່ສຸດ; ​ເຮົາ​ຕ້ອງຖືວ່າ ​ແຕ່​ລະ​ບຸກ​ຄົນ, ພົນ​ລະ​ເມືອງແຕ່ລະຄົນ ເປັນອັດຕະພາບ, ເປັນແຮງຂັບເຄື່ອນຂອງ​ນະ​ໂຍ​ບາຍ​ສັງ​ຄົມ. ກອງປະຊຸມຄະນະບໍລິຫານງານສູນກາງຄັ້ງທີ 8 ສະໄໝທີ XIII (ເດືອນພະຈິກ 2023) ຂອງພັກກອມມູນິດຫວຽດນາມວ່າດ້ວຍການສືບຕໍ່ການປ່ຽນແປງໃໝ່, ປັບປຸງຍົກສູງຄຸນນະພາບຂອງນະໂຍບາຍສັງຄົມ, ຕອບສະໜອງຄວາມຕ້ອງການຂອງພາລະກິດການສ້າງສາແລະປົກປັກຮັກສາປະເທດຊາດໃນໄລຍະໃໝ່ ກຳນົດ: “ການສ້າງລະບົບນະໂຍບາຍສັງຄົມຕາມທິດທາງທີ່ຍືນຍົງ, ກ້າວໜ້າ ແລະ ສະເໝີພາບ, ປັບປຸງຊີວິດທາງວັດຖຸແລະຈິດໃຈຂອງປະຊາຊົນໃຫ້ດີຂຶ້ນຢ່າງຕໍ່ເນື່ອງ, ປະກອບສ່ວນເຂົ້າໃນພາລະກິດການສ້າງສາແລະປົກປັກຮັກສາປະເທດຊາດ. ສ້າງແລະປັບປຸງນະໂຍບາຍປະກັນສັງຄົມທີ່ຫຼາກຫຼາຍ, ຫຼາຍຊັ້ນ, ຮອບດ້ານ, ທັນສະໄໝ, ຄອບຄຸມ ແລະ ຍືນຍົງ; ສ້າງໂອກາດໃຫ້ປະຊາຊົນ ໂດຍສະເພາະຄົນທຸກຍາກ ຜູ້ຄົນທີ່ຢູ່ໃນສະຖານະການທີ່ຫຍຸ້ງຍາກ ແລະ ຜູ້ຄົນທີ່ອາໄສຢູ່ໃນເຂດທີ່ມີສະພາບເສດຖະກິດແລະສັງຄົມທີ່ຍາກລຳບາກຢ່າງຍິ່ງ ຈະສາມາດເຂົ້າເຖິງບໍລິການທາງສັງຄົມຂັ້ນພື້ນຖານໄດ້, ພິເສດແມ່ນ ດ້ານສາທາລະນະສຸກ, ການສຶກສາ, ທີ່ຢູ່ອາໄສ ແລະ ຂໍ້ມູນ. ການພັດທະນາຕະຫຼາດແຮງງານທີ່ຍືດຫຍຸ່ນ, ມີປະສິດທິຜົນ ແລະ ເຊື່ອມໂຍງສາກົນ ໂດຍຕິດພັນກັບວຽກເຮັດງານທຳທີ່ຍືນຍົງ; ປັບປຸງຄຸນນະພາບການຄຸ້ມຄອງການພັດທະນາສັງຄົມ ໂດຍຕິດພັນກັບການຮັບປະກັນສິດທິມະນຸດ ແລະສິດທິພົນລະເມືອງ(2).  

ທີສອງ, ໝູນໃຊ້ວິທີສິດທິມະນຸດໃນການປັບປຸງສະຖາບັນແລະນະໂຍບາຍສັງຄົມໃຫ້ສົມບູນແບບ ເພື່ອຊຸກຍູ້ຄວາມກ້າວໜ້າແລະຄວາມຍຸຕິທຳທາງສັງຄົມ ແລະການເຊື່ອມໂຍງເຂົ້າກັບສາກົນຢູ່ຫວຽດນາມໃນປະຈຸບັນ.

ການໝູນໃຊ້ວິທີສິດທິມະນຸດດ້ວຍທັດສະນະການພັດທະນາທົ່ວເຖິງໃນການສ້າງ ແລະປະຕິບັດນະໂຍບາຍສັງຄົມ ແມ່ນການຮັບປະກັນຄວາມເປັນເອກະພາບ ຄວາມເຊື່ອມໂຍງ ແລະ ການເພິ່ງພາເຊິ່ງກັນແລະກັນ ຂອງສິດທິມະນຸດ ເພື່ອໃຫ້ປະຊາຊົນສາມາດໃຊ້ສິດທິຂອງຕົນໃນຂະບວນການພັດທະນາໄດ້. ພ້ອມກັນນັ້ນກໍ່ຢືນຢັນວ່າ ປະຊາຊົນແມ່ນອັດຕະພາບຂອງສິດທິມະນຸດ ແລະມີສິດທິທີ່ຈະໄດ້ຮັບປະໂຫຍດຈາກຂະບວນການພັດທະນາທີ່ຕົນເອງສ້າງຂຶ້ນ. ຈາກວິທີການເຂົ້າເຖິງນີ້, ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມຢືນຢັນວ່າ: ປະຊາຊົນເປັນສູນກາງ ແລະເປັນເຈົ້າຂອງຂອງກິດຈະການປ່ຽນແປງໃໝ່, ການສ້າງສາແລະປົກປັກຮັກສາປະເທດຊາດ; ແຜນນະໂຍບາຍແລະນະໂຍບາຍທັງໝົດຈະຕ້ອງມາຈາກຊີວິດ ຄວາມປາດຖະໜາ ສິດແລະຜົນປະໂຫຍດອັນຊອບທຳຂອງປະຊາຊົນ ໂດຍຖືເອົາຄວາມສຸກ ແລະຄວາມຈະເລີນຮຸ່ງເຮືອງຂອງປະຊາຊົນເປັນເປົ້າໝາຍໃນການສູ້ຊົນ(3). ປະຕິບັດທັດສະນະນີ້, ຂະບວນການວາງກຳນົດນະໂຍບາຍສັງຄົມຈະຕ້ອງສຸມໃສ່ການຖືເອົາສິດແລະຜົນປະໂຫຍດອັນຊອບທຳຂອງຜູ້ຖືສິດເປັນພື້ນຖານ - ນັ້ນແມ່ນປະຊາຊົນ, ໃນນັ້ນຕ້ອງສຸມໃສ່ຜູ້ຖືສິດ ໃນເຂດຍຸດທະສາດ, ເຂດຈຸດສຸມ, ເຂດຫ່າງໄກສອກຫຼີກ, ເຂດຊົນເຜົ່າສ່ວນໜ້ອຍ.

ໃນເວລາທີ່ຈະມາເຖິງ, ລະບົບນະໂຍບາຍສັງຄົມຈະໄດ້ຮັບການປັບປຸງແລະເສີມຕໍ່ໄປໃນທິດທາງທີ່ມີປະສິດທິຜົນ, ຄອບຄຸມ, ຮອບດ້ານ ແລະຍືນຍົງ. ໂດຍສະເພາະ, ການຄົ້ນຄວ້າແລະແກ້ໄຂກົດໝາຍກ່ຽວກັບວຽກເຮັດງານທຳ, ກົດໝາຍປະກັນສຸຂະພາບ, ກົດໝາຍປະກັນໄພສັງຄົມ ແລະ ລັດຖະບັນຍັດ​ວ່າ​ດ້ວຍ​ການບຸລິມະສິດໃຫ້​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ ໃຫ້​ສອດຄ່ອງ​ກັບ​ທິດ​ທາງ​ການ​ພັດທະນາ​ຂອງ​ປະ​ເທດ ​ໃນ​ສະພາບ​ການ​ໃໝ່. ພ້ອມກັນນັ້ນ, ລັດຖະບານຈຳເປັນຕ້ອງສືບຕໍ່ປະກາດໃຊ້ແລະປະຕິບັດຢ່າງດີ ບັນດາໂຄງການ ແລະ ແຜນການປະຕິບັດການລະດັບຊາດທີ່ກ່ຽວຂ້ອງກັບກຸ່ມເປົ້າໝາຍທາງສັງຄົມແຕ່ລະກຸ່ມ.

ທີສາມ, ເຊື່ອມຕໍ່ເພື່ອຮັບປະກັນບັນດາສິດທິພົນລະເມືອງ ແລະສິດປະຊາທິປະໄຕ ຂອງປະຊາຊົນ ໃນຂະບວນການປ່ຽນແປງໃໝ່ແລະການພັດທະນາ ຕາມທິດທາງສັງຄົມນິຍົມ.

ປະການທີໜຶ່ງສືບຕໍ່ປະຕິບັດວິທີການເຂົ້າເຖິງສິດທິມະນຸດ. ແຕ່ລະແຜນນະໂຍບາຍ, ນະໂຍບາຍ, ກົດໝາຍ ຈຳເປັນຕ້ອງ: 1- ເລີ່ມຈາກ ແລະ ວາງເປົ້າໄປຍັງຜູ້ຮັບຜົນປະໂຫຍດທີ່ຖືກຕ້ອງ; 2- ກຳນົດຢ່າງຈະແຈ້ງ ກຸ່ມຄົນທີ່ໄດ້ຮັບການຮັບປະກັນສິດແລະຜົນປະໂຫຍດ ແລະ ຜູ້ທີ່ມີພັນທະຮັບປະກັນການປະຕິບັດສິດທິ; 3- ດຶງດູດແລະລະດົມການເຂົ້າຮ່ວມຢ່າງເປັນເຈົ້າການ, ຕັ້ງໜ້າ ແລະ ເປັນ​ຈຳນວນ​ຫຼວງ​ຫຼາຍ ​ຂອງ​ປະຊາຊົນ​ໃນ​ການ​ປະຕິບັດແຜນນະໂຍບາຍ, ນະ​ໂຍບາຍ ແລະ ກົດໝາຍເຫຼົ່ານັ້ນ; 4- ຮັບປະກັນ​ຄວາມ​ເປີດ​ເຜີຍ ​ແລະຄວາມ​ໂປ່​ງ​ໃສ ​ໃນ​ການ​ຜັນຂະຫຍາຍ ​ແລະ ປະຕິບັດ​ແຜນນະໂຍບາຍ, ນະ​ໂຍບາຍ ​ແລະ ກົດໝາຍ.

ປະການທີສອງເຄົາລົບ, ຮັບປະກັນ, ປົກປ້ອງສິດທິມະນຸດ, ສິດທິແລະພັນທະພົນລະເມືອງ, ຮັບຮອງວ່າ ອຳນາດລັດທັງໝົດເປັນຂອງປະຊາຊົນ; ເອົາ​ການ​ຮັບ​ໃຊ້​ປະ​ຊາ​ຊົນ​ເປັນ​ເປົ້າໝາຍ​ສູງ​ສຸດ ​ໃນ​ການ​ອອກ​ແບບ​ການ​ບໍ​ລິ​ຫານ​ລັດ​. ພະນັກງານ ລັດຖະກອນ ແລະ ພາລະກອນ ຕ້ອງຊາບຊຶມຈິດໃຈຂອງການບໍລິຫານທີ່ຮັບໃຊ້ປະຊາຊົນ, ຖືສິດ ແລະ ຜົນປະໂຫຍດທີ່ຊອບທຳຖືກກົດໝາຍຂອງພົນລະເມືອງ ເປັນໃຈກາງ.

ປະການທີສາມສືບ​ຕໍ່​ຫັນເປັນນິຕິກຳ​ການ​ຂະ​ຫຍາຍ​ກົນ​ໄກ​ຮັບ​ປະ​ກັນ​ຊາ​ທິ​ປະ​ໄຕ. ໂຄສະນາເຜີຍແຜ່ ແລະໃຫ້ຄວາມຮູ້ແກ່ທຸກຄົນ, ທຸກຂັ້ນ ແລະ ທຸກພາກສ່ວນຢ່າງລະອຽດກ່ຽວກັບຄວາມສຳຄັນຂອງກົດໝາຍວ່າດ້ວຍການປະຕິບັດປະຊາທິປະໄຕໃນຮາກຖານ; ຄົ້ນຄວ້າສ້າງຮ່າງກົດໝາຍວ່າດ້ວນຄວາມໂປ່ງໃສ ແລະຄວາມຮັບຜິດຊອບອະທິບາຍລາຍງານ ໃນກິດຈະກຳບໍລິການສາທາລະນະ.

ປະການທີສີ່ຮັບປະກັນສິດທິປະກັນສັງຄົມທີ່ກ່ຽວຂ້ອງກັບຄວາມໝັ້ນຄົງຂອງມະນຸດ ແລະຄວາມໝັ້ນຄົງຂອງຊາດ. ປະສົບການຈາກການຈັດການພາວະວິກິດໃນເວລາເກີດການແຜ່ລະບາດຂອງຂອງພະຍາດໂຄວິດ-19 ທີ່ຜ່ານມາ ສະແດງໃຫ້ເຫັນວ່າ ເຮົາຕ້ອງເພີ່ມທະວີການຜັນຂະຫຍາຍ ແລະປະຕິບັດບັນດາ​ມາດ​ຕະການ​ແກ້​ໄຂ​ທີ່​ສຳຄັນ ​ເພື່ອ​ຮັບປະກັນ ​ແລະປົກ​ປ້ອງ​ສິດທິ​ມະນຸດ, ກ່ອນ​ອື່ນ​ໝົດ​ແມ່ນ​ສິດທິມະນຸດ​ດ້ານ​ສຸຂະພາບ, ການ​ມີ​ວຽກ​ເຮັດ​ງານ​ທຳ, ລາຍຮັບ, ​ປະກັນໄພ​ສັງຄົມ, ການຫຼຸດຜ່ອນ​ຄວາມທຸກ​ຍາກ​ຫຼາຍດ້ານ ທົ່ວເຖິງ​ແລະຍືນ​ຍົງ...

ປະການທີຫ້າການຮັບປະກັນສິດທິມະນຸດທີ່ກ່ຽວຂ້ອງກັບການພັດທະນາແບບທົ່ວເຖິງ. ໃນດ້ານຄວາມຮັບຮູ້: ການພັດທະນາແບບທົ່ວເຖິງ ເພື່ອບໍ່ປະຜູ້ໃດໄວ້ຂ້າງຫຼັງຈຳເປັນຕ້ອງເຂົ້າໃຈຢ່າງຖີ່ຖ້ວນໃນທຸກການເຄື່ອນໄຫວ ຕັ້ງແຕ່ການຜະລິດ ການບໍລິການ ການແຈກຢາຍ ແລະການບໍລິໂພກ; ໃນກິດຈະກຳການພັດທະນາເສດຖະກິດ-ສັງຄົມຂອງບັນດາພາກສ່ວນ ບັນດາຂົງເຂດເສດຖະກິດທີ່ຕ່າງກັນ; ໃນການເຄື່ອນໄຫວຂອງລັດ; ເຊື່ອມໂຍງຢ່າງແໜ້ນແຟ້ນລະຫວ່າງ ການຮັບປະກັນແລະປົກປ້ອງສິດທະມະນຸດ, ສິດທິພົນລະເມືອງ ກັບການພັດທະນາເສດຖະກິດ ສັງຄົມ ວັດທະນະທຳ ແລະ ການຮັກສາສິ່ງແວດລ້ອມ; ລະຫວ່າງແງ່ມຸມທີ່ເຊື່ອມໂຍງ ແລະເພິ່ງພາເຊິ່ງກັນແລະກັນຂອງສິດທິມະນຸດ; ການ​ຮັບປະກັນ​ສິດທິ​ພົນລະ​ເມືອງ ​ແລະສິດ​ທາງ​ດ້ານ​ການ​ເມືອງຢ່າງດີ ​ແມ່ນພື້ນຖານ​ໃນ​ການ​ປະຕິບັດ​ສິດທິທາງ​ເສດຖະກິດ ສັງຄົມ ວັດທະນະທຳ, ​ແລະ ໃນທາງກົງກັນຂ້າມ... ກ່ຽວກັບການຜັນຂະຫຍາຍປະຕິບັດ: ​ກວດພົບຢ່າງທັນການແລະ​ແກ້​ໄຂຢ່າງເໝາະສົມ ​ບັນດາບັນຫາທີ່​ເກີດຂຶ້ນ​ໃນ​ຂະ​ບວນການ​ພັດທະນາ​ຢ່າງ​ວ່ອງ​ໄວແລະຍືນ​ຍົງ ຕິດ​ພັນ​ກັບ​ການ​ພັດທະນາ​ຕາມ​ຕ່ອງ​ໂສ້, ການ​ພັດທະນາ​ກວມລວມ ກັບການ​ປະຕິວັດ​ອຸດສາຫະກຳ​ຄັ້ງທີ 4... ​ໃນ​ໄລຍະ​ຈະ​ມາ​ເຖິງ, ສຸມ​ໃສ່​ຊອກ​ຫາ​ວິທີ​ຮັບປະກັນ ​ແລະປົກປ້ອງສິດທິ​ມະນຸດ, ພິ​ເສດ​ແມ່ນ ​ສິດ​ຂອງ​ກຸ່ມ​ຄົນທີ່ສ່ຽງຕໍ່​ຜົນ​ກະທົບຂອງ​ການ​ປ່ຽນ​ແປງ​ສະພາບ​ດິນ​ຟ້າ​ອາກາດ, ຜົນກະທົບຂອງການປະຕິວັດອຸດສາຫະກຳຄັ້ງທີ 4... ເຊັ່ນ ບັນຫາສິດທິມະນຸດ ແລະປັນຍາປະດິດ; ສິດ​ທິ​ມະ​ນຸດ​ແລະ​ການ​ຫັນ​ເປັນ​ດິ​ຈິ​ຕອນ, ສິດ​ທິ​ມະ​ນຸດ​ແລະ​ສິດ​ທິ​ໃນ​ການ​ເຮັດ​ວຽກ...

ປະການທີຫົກປະຍຸກໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການປະຕິບັດນະໂຍບາຍສັງຄົມ. ມີຄວາມຈຳເປັນຕ້ອງ​ປະຕິບັດ​ໂຄງການ​ຢ່າງມີປະສິດທິຜົນ ເພື່ອສ້າງ​ຖານ​ຂໍ້​ມູນ​ແຫ່ງ​ຊາດກ່ຽວ​ກັບ​ການ​ປະກັນ​ສັງຄົມ, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ເພື່ອ​ແກ້​ໄຂ​ນະ​ໂຍບາຍ​ປະກັນ​ສັງຄົມ​ຮອດ​ປີ 2020 ​ແລະ ທິດ​ທາງການ​ພັດທະນາ​ຮອດ​ປີ 2030; ຫຼຸດຄວາມຊັບຊ້ອນຂອງຂັ້ນຕອນ​ການ​ບໍລິຫານ, ປັບປຸງຍົກສູງ​ປະສິດທິ​ຜົນ​ຂອງ​ການ​ຄຸ້ມ​ຄອງ​ລັດ, ປ່ຽນແປງໃໝ່​​ການຈັດ​ຕັ້ງ ​ແລະ ຊຸກຍູ້​ການ​ສະໜອງ​ບໍລິການ​ສາທາລະນະ​ທາງ​ອອນ​ລາຍ​ໃນ​ຂົງ​ເຂດ​ປະກັນ​ສັງຄົມ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ລັດຖະບານເອເລັກໂຕຮນິກ; ເລັ່ງປັບປຸງລະບົບຖານຂໍ້ມູນຄົວເຮືອນ, ໝາຍເລກປະຈຳຕົວບຸກຄົນປະຊາຊົນ ແລະ ຊຸດຕົວຊີ້ວັດປະກັນສັງຄົມ ເພື່ອປັບປຸງຍົກສູງປະສິດທິພາບການຄຸ້ມຄອງ, ການຕິດຕາມກວດກາ ແລະ ການປະເມີນຜົນ ການຈັດຕັ້ງປະຕິບັດນະໂຍບາຍປະກັນສັງຄົມ. ຈຳເປັນຕ້ອງເອົາໃຈໃສ່ເຖິງກຸ່ມຄົນ​ທີ່​ຢູ່​ກາງ​ລະຫວ່າງ​ການ​ປະກັນ​ສັງຄົມ ແລະການຊ່ວຍເຫຼືອທາງ​ສັງຄົມ (ຜູ້​ທີ່​ມີ​ມາດຕະຖານການຄອງຊີບ​​ຕ່ຳ​ກວ່າຄ່າສະເຫຼ່ຍ, ບໍ່​ມີ​ປະກັນໄພ​ສັງຄົມ, ​ແຕ່​ບໍ່ໄດ້ຈັດວ່າ​ທຸກ​ຍາກ ຈຶງ​ບໍ່​ໄດ້​ຮັບການຊ່ວຍເຫຼືອທາງສັງຄົມ); ຜູ້ອອກແຮງງານໃນຂົງເຂດ​ບໍ່​ເປັນ​ທາງ​ການ, ກຸ່ມຄົນ​ດ້ອຍ​ໂອກາດ...

ປະການທີເຈັດ, ປະຕິບັດນະໂຍບາຍສັງຄົມຢ່າງສະເໝີຕົ້ນສະເໝີປາຍ ຕິດພັນກັບນະໂຍບາຍເຄົາລົບໃຊ້, ປົກປ້ອງ ແລະຊຸກຍູ້ສິດທິມະນຸດ. ທັດສະນະ​ທີ່​ສອດຄ່ອງກັນຕະຫຼອດ​ແນວທາງ​ແລະແຜນນະ​ໂຍບາຍ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ນະ​ໂຍບາຍ​ແລະກົດໝາຍ​ຂອງ​ລັດ​ຫວຽດນາມ ​ແມ່ນ​ເພື່ອ​ປະຊາຊົນ, ຖືປະຊາຊົນເປັນສູນກາງ; ເຄົາລົບ, ຊຸກຍູ້ ແລະ ປົກປ້ອງສິດທິມະນຸດ, ຜັນຂະຫຍາຍແລະປະຕິບັດ ສົນທິສັນຍາສາກົນວ່າດ້ວຍສິດທິມະນຸດທີ່ຫວຽດນາມເປັນສະມາຊິກ ຢ່າງຕໍ່ເນື່ອງແລະມີປະສິດທິຜົນ.

ຕ້ອງສ້າງແຜນການແລະໂຄງການແຫ່ງຊາດ ກ່ຽວກັບສິດທິມະນຸດ; ປະເມີນຜົນກະທົບຕໍ່ຜູ້ທີ່ໄດ້ຮັບຜົນກະທົບໂດຍກົງຈາກຮ່າງກົດໝາຍກ່ອນການຜ່ານຮ່າງກົດໝາຍ; ການນຳເນື້ອໃນວິທີເຂົ້າເຖິງສິດທິມະນຸດ ເຂົ້າໃຊ້ໃນການຄຸ້ມຄອງການພັດທະນາສັງຄົມ, ການວາງແຜນ ແລະການປະຕິບັດນະໂຍບາຍ, ໂຄງການ, ແຜນການ ແລະຍຸດທະສາດ ເພື່ອພັດທະນາເສດຖະກິດ-ສັງຄົມ ຈະຕ້ອງໃຊ້ວິທີເຂົ້າເຖິງສິດທິມະນຸດຢ່າງມີປະສິດທິຜົນ; ຮັບປະກັນການປະຕິບັດເປັນຢ່າງດີ ສິດທິມະນຸດແລະສິດທິພົນລະເມືອງ ທີ່ໄດ້ລະບຸໄວ້ໃນລັດຖະທຳມະນູນປີ 2013 ແລະໃນຂໍ້ຜູກພັນສາກົນວ່າດ້ວຍສິດທິມະນຸດ ທີ່ຫວຽດນາມໄດ້ເຂົ້າຮ່ວມ./.

-------------

(1) ມະຕິໝາຍເລກ 68/NQ-CP ລົງວັນທີ 1 ກໍລະກົດ 2021, ຂອງລັດຖະບານກ່ຽວກັບນະໂຍບາຍຈຳນວນໜຶ່ງ ເພື່ອສະໜັບສະໜູນຜູ້ອອກແຮງງານແລະຜູ້ຈ້າງງານ ທີ່ປະສົບຄວາມຫຍຸ້ງຍາກ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19”; ມະຕິໝາຍເລກ 116/NQ-CP ລົງວັນທີ 24-9-2021, ຂອງລັດຖະບານ ກ່ຽວກັບນະໂຍບາຍສະໜັບສະໜູນຜູ້ອອກແຮງງານແລະຜູ້ຈ້າງງານ ທີ່ຖືກຜົນກະທົບຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ຈາກກອງທຶນປະກັນການວ່າງງານ; ມະຕິໝາຍເລກ 128/NQ-CP ລົງວັນທີ 11 ກັນຍາ 2021, ຂອງລັດຖະບານປະກາດໃຊ້ກົດລະບຽບຊົ່ວຄາວການປັບຕົວໄດ້ຢ່າງປອດໄພ, ຄ່ອງຕົວ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຢ່າງມີປະສິດທິພາບ

(2) ເບິ່ງ: ຫ້ອງສະໝຸດກົດໝາຍhttps://thuvienphapluat.vn/van-ban/Van-hoa-Xa-hoi/Nghi-quyet-42-NQ-TW-2023-doi-moi-nang-cao-chat-luong-chinh-sach-xa-hoi-xay-dung-To-quoc-589023.aspx?anchor=muc_2,

(3) ເບິ່ງ: ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 27-28

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1033 (ເດືອນມີນາ 2024)