ຍົກສູງຄວາມຮັບຮູ້ ແລະ ແກ້ໄຂໃຫ້ຖືກຕ້ອງ
ສາຍພົວພັນລະຫວ່າງ ການປະຕິບັດປະຊາທິປະໄຕ ແລະການເພີ່ມທະວີ
ລະບຽບກົດໝາຍ, ຮັບປະກັນວິໄນສັງຄົມ ຢູ່ຫວຽດນາມໃນປະຈຸບັນ
(ຕອນທີ 2)
ສາຍພົວພັນລະຫວ່າງ ການປະຕິບັດປະຊາທິປະໄຕ ແລະການເພີ່ມທະວີ
ລະບຽບກົດໝາຍ, ຮັບປະກັນວິໄນສັງຄົມ ຢູ່ຫວຽດນາມໃນປະຈຸບັນ
(ຕອນທີ 2)
ສະຖານະພາບຂອງການພົວພັນລະຫວ່າງ ການປະຕິບັດປະຊາທິປະໄຕ
ແລະ ການເພີ່ມທະວີລະບຽບກົດໝາຍ, ຮັບປະກັນວິໄນສັງຄົມ
ເຖິງວ່າຮອດກອງປະຊຸມໃຫຍ່ຄັ້ງທີ 13, ພັກກອມມູນິດຫວຽດນາມ ຈຶ່ງໄດ້ຍົກບັນຫາຢ່າງເປັນທາງການ ກ່ຽວກັບການພົວພັນລະຫວ່າງ ການປະຕິບັດປະຊາທິປະໄຕ ແລະ ການເພີ່ມທະວີລະບຽບກົດໝາຍ, ຮັບປະກັນລະບຽບວິໄນສັງຄົມ, ໂດຍວາງໄວ້ໃນຜົນກະທົບແບບສັດຈະວິພາກຂອງຄວາມພົວພັນທີ່ສຳຄັນອື່ນໆກໍຕາມ, ແຕ່ໃນຄວາມເປັນຈິງ ຕະຫຼອດກວ່າ 35 ປີແຫ່ງການປ່ຽນແປງໃໝ່, ຫວຽດນາມຕ້ອງແກ້ໄຂສາຍພົວພັນນີ້ເປັນປະຈຳ, ບໍ່ພຽງແຕ່ໃນການກໍ່ສ້າງພັກ ລັດ ແລະ ລະບົບການເມືອງເທົ່ານັ້ນ ແຕ່ຍັງຕ້ອງປະຕິບັດໃນທຸກຂົງເຂດຂອງຊີວິດສັງຄົມ. ບັນດາຜົນງານ ຜົນສຳເລັດ, ບັນດາຄວາມກ້າວໜ້າໃນການປະຕິບັດປະຊາທິປະໄຕ, ການເພີ່ມທະວີລະບຽບກົດໝາຍ, ຮັບປະກັນລະບຽບວິໄນສັງຄົມ ຢູ່ຫວຽດນາມໃນຊຸມປີແຫ່ງການປ່ຽນແປງໃໝ່ ສາມາດສະຫຼຸບໄດ້ດັ່ງນີ້:
ທີໜຶ່ງ, ການປະຕິບັດປະຊາທິປະໄຕຜ່ານການຫັນເປັນປະຊາທິປະໄຕທາງເສດຖະກິດ. ຢູ່ໜ້າປະຕູການປ່ຽນແປງໃໝ່ ແລະ ໃນຊຸມປີຕົ້ນຂອງການເລີ່ມຕົ້ນການປ່ຽນແປງໃໝ່, ມະຕິຂອງຄະນະເລຂາທິການສູນກາງພັກສະບັບເລກທີ 100/CT-TW, ລົງວັນທີ 13 ມັງກອນ 1981, ວ່າດ້ວຍ “ການດັດແປງວຽກງານມອບເໝົາ, ເປີດກວ້າງ “ການມອບເໝົາຜະລິດຕະພັນໃຫ້ກຸ່ມຜູ້ອອກແຮງງານ ແລະ ຜູ້ອອກແຮງງານ” ໃນສະຫະກອນກະເສດ” ແລະ ມະຕິຂອງກົມການເມືອງສູນການພັກສະບັບເລກທີ 10/NQ-TW, ລົງວັນທີ 5 ເມສາ 1988, “ກ່ຽວກັບການປ່ຽນແປງໃໝ່ການຄຸ້ມຄອງສະຫະກອນກະເສດ” ແມ່ນບັນດາການຕັດສິນຕົກລົງທີ່ມີຄວາມໝາຍບຸກທະລຸ, ສ້າງການຫັນປ່ຽນທີ່ໄວວາແລະແຂງແຮງ ໃນການພັດທະນາເສດຖະກິດ-ສົງຄົມຢູ່ຊົນນະບົດຫວຽດນາມ. ນັ້ນແມ່ນ ການເລີ່ມຕົ້ນຂອງການເປີດປະຊາທິປະໄຕໃນເສດຖະກິດ, ກໍ່ແມ່ນການເລີ່ມຕົ້ນສຳລັບການປະຕິບັດປະຊາທິປະໄຕຢ່າງກວ້າງຂວາງໃນສັງຄົມ. ຕັ້ງແຕ່ນີ້, ຊາວນາແລະຜູ້ອອກແຮງງານ ໄດ້ຮັບການປົດປ່ອຍຈາກກົນໄກລວມສູນ ອາດຍາສິດ ເກື້ອກູນ, ມີສິດເປັນເຈົ້າຕົນເອງ ໃນການຜະລິດ-ທຸລະກິດ, ເປັນເຈົ້າຂອງພາຫະນະການຜະລິດ ແລະພາຫະນະດຳເນີນຊີວິດຂອງຕົນ (ອອກຈາກສະຖານະບໍ່ເປັນເຈົ້າການ, ອົດຮັບ). ພຶດຕິກຳຕົວຈິງໄດ້ຢືນຢັນວ່າ, ແຜນນະໂຍບາຍທີ່ພັກວາງອອກໃນຊຸມປີຕົ້ນຂອງການປ່ຽນແປງໃໝ່ໄດ້ ປົດປ່ອຍກຳລັງການຜະລິດ, ປົດປ່ອຍສະຕິ, ຈິດໃຈ ແລະ ທ່າແຮງທັງໝົດ ຂອງສັງຄົມ ເພື່ອປ່ຽນແປງໃໝ່ບັນດາຂົງເຂດຂອງຊີວິດ ຢ່າງຮອບດ້ານ ໂດຍຕິດພັນກັບການຫັນເປັນປະຊາທິປະໄຕໃນສັງຄົມ (1) ເປັນບາດກ້າວທີ່ຍິ່ງໃຫຍ່, ເປັນຜົນສຳເລັດອັນໃຫຍ່ຫຼວງ ຂອງການຫັນເປັນປະຊາທິປະໄຕດ້ານເສດຖະກິດ, ຂອງການປະຕິບັດປະຊາທິປະໄຕ.ສະຫາຍ ຫງວຽນ ຝູຈ້ອງ ເລຂາທິການໃຫຍ່ ຢ້ຽມຢາມຖາມຂ່າວກຳມະກອນ ໃນເຂດອຸດສາຫະກຳ ຢູ່ນະຄອນ ຮ່ວາບິງ, ແຂວງ ຮ່ວາບິ່ງ _ພາບ: TTXVN
ເຖິງກອງປະຊຸມສູນກາງຄັ້ງທີ 5 ສະໄໝທີ 12, ພັກກອມມູນິດຫວຽດນາມໄດ້ປ່ຽນຄວາມຮັບຮູ້ກ່ຽວກັບເສດຖະກິດເອກະຊົນ ໂດຍພື້ນຖານ ແລະ ໄດ້ວາງແຜນນະໂຍບາຍສົ່ງເສີມການພັດທະນາເສດຖະກິດເອກະຊົນ, ຕີລາຄາສູງຄວາມສາມາດບົ່ມຊ້ອນ ແລະ ການປະກອບສ່ວນ ຂອງເສດຖະກິດເອກະຊົນໃຫ້ແກ່ການເຕີບໂຕ ການພັດທະນາເສດຖະກິດແຫ່ງຊາດ, ຢືນຢັນວ່າ ເສດຖະກິດເອກະຊົນບໍ່ພຽງແຕ່ຄົງຕົວຍາວນານເທົ່ານັ້ນ ແຕ່ຍັງເປັນໜຶ່ງໃນບັນດາກຳລັງໜູນທີ່ສຳຄັນສຳລັບການພັດທະນາເສດຖະກິດ, ພັດທະນາປະເທດຊາດ. ເອກະຊົນ, ບໍ່ແມ່ນໃຜອື່ນ ນອກຈາກຄົນທີ່ເຮັດເສດຖະກິດໃນຖານະເຈົ້າຂອງ ແລະ ຜູ້ເປັນເຈົ້າສັງຄົມ (2). ເອກະຊົນ, ບໍ່ແມ່ນອັນໃດອື່ນ, ນອກຈາກແມ່ນຄວມເປັນເອກະພາບລະຫວ່າງຜົນປະໂຫຍດແລະຄວາມຮັບຜິດຊອບ, ລະຫວ່າງສິດແລະພັນທະທີ່ໄດ້ປະຕິບັດ. ປະຊາຊົນທຸກຄົນ, ທຸກພາກສ່ວນເສດຖະກິດ ລ້ວນແຕ່ເທົ່າທຽມກັນຕໍ່ໜ້າກົດໝາຍ ແລະ ໄດ້ຮັບການປົກປ້ອງຈາກກົດໝາຍ.
ພ້ອມກັນກັບການລົບລ້າງແນວຄິດສະເລ່ຍແລະການເກື້ອກູນອຸດໜູນ, ຄວາມຮັບຮູ້ໃໝ່ກ່ຽວກັບຄວາມຍຸຕິທຳທາງສັງຄົມກໍ່ໄດ້ເກີດຂຶ້ນ. ໃນກົນໄກຕະຫຼາດ, ຈຳເປັນຕ້ອງຍອມຮັບ ການແກ່ງແຍ້ງ ແລະການຜັນແຍກ ຮັ່ງມີທຸກຍາກ, ແຕ່ຜ່ານກົດໝາຍແລະກົນໄກເພື່ອດັດປັບ, ດັດສົມການແຈກຢາຍຜົນປະໂຫຍດ, ເພື່ອຜົນປະໂຫຍດລວມຂອງສັງຄົມ, ສ້າງຄວາມໝັ້ນຄົງເພື່ອການພັດທະນາ, ບໍ່ປ່ອຍໃຫ້ຄວາມທຸກຍາກເກີດຂຶ້ນ ທຳຮ້າຍບັນດາພາກສ່ວນພື້ນຖານໃນສັງຄົມ. ຄວາມສະເໝີພາບແລະຍຸຕິທຳທາງສັງຄົມ ບໍ່ພຽງແຕ່ສະແດງອອກໃນການແຈກຢາຍຜົນປະໂຫຍດເທົ່ານັ້ນ, ສິ່ງສໍາຄັນ ເລິກເຊິ່ງ ແລະ ແທ້ຈິງກວ່າຂອງຄວາມສະເໝີພາບແລະຍຸຕິທຳທາງສັງຄົມແມ່ນ ຄວາມສະເໝີພາບແລະຍຸຕິທຳໃນໂອກາດການພັດທະນາ. ປະຊາຊົນທຸກຄົນ, ສະມາຊິກທຸກຄົນໃນຊຸມຊົນ ໄດ້ຢູ່ໃນສະພາບແວດລ້ອມແຫ່ງການປ່ຽນແປງໃໝ່ ເພື່ອການຂະຫຍາຍຕົວ. ນັ້ນແມ່ນການເຊື່ອມຕໍ່ລະຫວ່າງຜົນປະໂຫຍດດ້ານເສດຖະກິດ ແລະ ການຮັບປະກັນລັກສະນະມະນຸດອາລະຍະທຳ ໃນການພັດທະນາ. ໃນສະພາບແວດລ້ອມແລະເງື່ອນໄຂນັ້ນ, ຜູ້ອອກແຮງງານ, ກ່ອນອື່ນໝົດແມ່ນຊາວນາໄດ້ “ກັບຄືນສູ່ຕົນເອງ”, ດຳລົງຊີວິດແລະເຮັດວຽກໃນຖານະອັດຕະພາບຜູ້ປະດິດສ້າງທີ່ແທ້ຈິງ. ຈິດຕະສາດ, ຈິດສຳນຶກ ຄວາມຄິດ ຈິນຕະນາການຂອງຊາວນາກໍປ່ຽນແປງໄປໂດຍພື້ນຖານ, ຈາກ ຈິນຕະນາການວັດຖຸ (ນາໄຮ່ດຽວຈະໄດ້ເຂົ້າເປືອກຈັກກິໂລກຣາມ) ໄປສູ່ ຈິນຕະນາການຄຸນຄ່າ (3) (ດິນປູກຝັງໜຶ່ງແຮັກຕາຈະເກັບເງິນໄດ້ຈັກລ້ານດົ່ງ). ນັ້ນແມ່ນບາດກ້າວຍິ່ງໃຫຍ່ໃນການປະຕິບັດປະຊາທິປະໄຕໃນເສດຖະກິດແລະໃນວັດທະນະທຳ.
ທີສອງ, ການປະຕິບັດປະຊາທິປະໄຕດ້ານການເມືອງ, ການເຂົ້າຮ່ວມການເຄື່ອນໄຫວດ້ານການເມືອງ, ການເຂົ້າຮ່ວມການຄຸ້ມຄອງສັງຄົມຂອງພົນລະເມືອງ, ມີປະກົດການທີ່ໂດດເດັ່ນຕໍ່ໄປນີ້:
ຈັດຕັ້ງກອງປະຊຸມພົບປະ, ແລກປ່ຽນ, ສົນທະນາ ລະຫວ່າງສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນ ກັບຜູ້ມີສິດປ່ອນບັດເລືອກຕັ້ງ ກ່ອນກອງປະຊຸມສະພາເພື່ອໃຫ້ບັນດາ ສສ ຮັບຟັງຄຳຄິດເຫັນ, ຄວາມປາຖະໜາ ພ້ອມຄຳສະເໜີແນະຂອງປະຊາຊົນ ກ່ຽວກັບແຜນນະໂຍບາຍ ແນວທາງຂອງພັກ, ນະໂຍບາຍ ກົດໝາຍຂອງລັດ, ກໍຄືຫຼັງຈາກ ກອງປະຊຸມສະພາສິ້ນສຸດລົງ ເພື່ອໃຫ້ບັນດາ ສສ ລາຍງານກ່ຽວກັບການຮັບເອົາ ຄຳຄິດເຫັນ ຄຳສະເໜີແນະຂອງປະຊາຊົນ. ສຽງຂອງປະຊາຊົນຢູ່ຂັ້ນຮາກຖານແມ່ນໄດ້ຮັບຟັງ ແລະ ເຄົາລົບ. ຄຳສະເໜີແນະທີ່ສົມເຫດສົມຜົນຂອງປະຊາຊົນກ່ຽວກັບແນວທາງ ນະໂຍບາຍທີ່ໄດ້ຮັບການດູດຊຶມເອົາໂດຍບັນດາ ສສ, ແນະນຳໃຫ້ອົງການຮັບຜິດຊອບແກ້ໄຂ ແລະ ໃນຄວາມເປັນຈິງ ໄດ້ມີການດັດແປງ ປັບປຸງຢ່າງທັນການ ເພື່ອຕອບສະໜອງຄວາມຕ້ອງການຂອງປະຊາຊົນ. ສິ່ງດັ່ງກ່າວໃຫ້ເຫັນວ່າ, ສິດເປັນເຈົ້ງຂອງຂອງປະຊາຊົນ, ການເຂົ້າຮ່ວມຂອງປະຊາຊົນໃນການປະເມີນແນວທາງ ນະໂຍບາຍ, ການປ່ຽນແປງໃໝ່ນະໂຍບາຍ ແລະກົນໄກໃຫ້ສອດຄ່ອງກັບພຶດຕິກຳຕົວຈິງ ແມ່ນໄດ້ຮັບຄວາມເຄົາລົບ ແລະ ປະຕິບັດ.
ໃນການຕ້ອນຮັບປະຊາຊົນ, ການຈັດການແກ້ໄຂຄຳຮ້ອງຮຽນ, ຈົດໝາຍຮ້ອງທຸກ ແລະ ການກ່າວປະນາມ ຂອງພົນລະເມືອງ ກ່ຽວກັບປະກົດການລະເມີດປະຊາທິປະໄຕ, ລະເມີດນະໂຍບາຍ ແລະ ກົດໝາຍຂອງລັດ; ບັນດາປະກົດການອາດຍາສິດ, ຫ່າງເຫີນປະຊາຊົນ, ບໍ່ມີຄວາມຮັບຜິດຊອບ; ບັນດາການກະທຳທີ່ຜິດປົກກະຕິແລະຜິດສິນລະທຳ; ບັນດາການກະທຳຂົ່ມເຫັງ ບັງຄັບຂົ່ມຂູ່ ສໍ້ລາດບັງຫຼວງ ຂອງເຈົ້າໜ້າທີ່ ເມື່ອພົວພັນ ປະພຶດຕໍ່ປະຊາຊົນ ໄດ້ຖືກລວບລວມ, ຄົ້ນຄວ້າ, ສືບສວນ ແລະ ຈັດການແກ້ໄຂ. ນັ້ນແມ່ນທ່າທີ່ເຄົາລົບປະຊາຊົນ ແລະ ດ້ວຍການປະຕິບັດຕົວຈິງເພື່ອຮັບໃຊ້ປະຊາຊົນ ແລະປົກປັກຮັກສາປະຊາຊົນ. ມີຄວາມຄືບໜ້າທີ່ແນ່ນອນ ໃນການຜ່ານຜ່າສະພາບການຕ້ອນຮັບປະຊາຊົນຢ່າງຮູບນອກ, ຄຳໝັ້ນສັນຍາບໍ່ໄດ້ໄປພ້ອມກັບການປະຕິບັດ, ສະພາບການຖິ້ມຄວາມຮັບຜິດຊອບໃຫ້ຜູ້ອື່ນ ລະຫວ່າງບັນດາອົງການຈັດຕັ້ງການບໍລິຫານລັດ. ການຈັດຕັ້ງໃຫ້ປະຊາຊົນປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍ ແລະ ຮ່າງເອກະສານຂອງພັກ ຜ່ານກອງປະຊຸມໃຫຍ່ຄັ້ງຕ່າງໆ.
ການຍູ້ແຮງການປະຕິບັດປະຊາທິປະໄຕໃນຊຸມປີມໍ່ໆມານີ້ ຍັງໄດ້ຮັບຄວາມເອົາໃຈໃສ່ດ້ວຍວິທີ ສ້າງສະພາບແວດລ້ອມແລະກົນໄກ ໃຫ້ປະຊາຊົນເຂົ້າຮ່ວມໃນການຄວບຄຸມອຳນາດ, ສະກັດກັ້ນການກະທຳທີ່ສວຍໃຊ້ຕຳແໜ່ງຂອງພະນັກງານ ແລະ ສະມາຊິກພັກ ທີ່ລະເມີດບັນດາຫຼັກການການເຄື່ອນໄຫວຂອງພັກ ແລະ ກົດໝາຍຂອງລັດ, ເຮັດສິ່ງທີ່ຜິດພາດ, ການສະແຫວງຫາຜົນປະໂຫຍດຊື່ສຽງສ່ວນຕົວ, ການຄົບຄິດຂອງກຸ່ມຜົນປະໂຫຍດ, ທໍາລາຍຜົນປະໂຫຍດສ່ວນລວມຂອງສັງຄົມ, ທຳລາຍຊື່ສຽງຂອງພັກ ແລະ ອຳນາດລັດ.
ດັ່ງນັ້ນ, ການປະຕິບັດປະຊາທິປະໄຕຕິດພັນແໜ້ນແຟ້ນກັບການປະຕິບັດກົດໝາຍ, ລະບອບກົດໝາຍ ແລະ ການຮັດແໜ້ນລະບຽບວິໄນ. ອາໃສການຍູ້ແຮງການປະຕິບັດປະຊາທິປະໄຕດ້ວຍສຽງຂອງປະຊາຊົນ, ການກະກຳ ພຶດຕິກຳຂອງປະຊາຊົນໄດ້ຮັບຄວາມເຄົບລົບ ດັ່ງນັ້ນການຕໍ່ສູ້ປ້ອງກັນແລະຕ້ານພະຍາດອາດຍາສິດ ການສໍ້ລາດບັງຫຼວງ ຈຶ່ງໄດ້ຮັບຜົນທີ່ຈະແຈ້ງຫຼາຍ. ການຈັດການຄະດີສໍ້ລາດບັງຫຼວງຢ່າງເຂັ້ມງວດ ໄດ້ປະກອບສ່ວນສຳຄັນເຂົ້າໃນການທໍາຄວາມສະອາດກົງຈັກການຈັດຕັ້ງ, ຂະຈັດພວກເສື່ອມໂຊມເສຍທາດ, ປົກປ້ອງຜົນປະໂຫຍດແລະຊັບສິນຂອງປະເທດ, ປັບປຸງຄວາມໄວ້ວາງໃຈຂອງປະຊາຊົນຕໍ່ພັກ, ລັດ ແລະລະບອບສັງຄົມ.
ທີສາມ, ການປະຕິບັດກົດລະບຽບປະຊາທິປະໄຕຢູ່ຮາກຖານ ແລະ ກົດດຳລັດວ່າດ້ວຍການປະຕິບັດປະຊາທິປະໄຕຢູ່ຕາແສງແລະເຂດເທດສະບານເມືອງ ໄດ້ສ້າງກຳລັງໜູນ ຊຸກຍູ້ມະຫາຊົນເສີມຂະຫຍາຍບົດບາດເປັນເຈົ້າຂອງ, ສ້າງພື້ນຖານປະຊາທິປະໄຕສັງຄົມນິຍົມ ແລະ ລັດແຫ່ງອຳນາດກົດໝາຍສັງຄົມນິຍົມ, ກໍ່ສ້າງແລະປັບປຸງລະບົບການເມືອງ, ໂດຍສະເພາະແມ່ນຢູ່ຮາກຖານຊົນນະບົບ.
ການປະຕິບັດຕາມເອກະສານທີ່ສຳຄັນສອງສະບັບນັ້ນໄດ້ສ້າງການຫັນປ່ຽນທີ່ຕັ້ງໜ້າທາງດ້ານຈິດຕະສາດ, ຄວາມຮັບຮູ້ ແລະ ຈິດສຳນຶກຄວາມເປັນເຈົ້າຂອງ ຈາກທັງສອງຝ່າຍຄືປະຊາຊົນ ແລະ ພະນັກງານລັດຖະກອນ, ປະກອບສ່ວນຮັກສາຄວາມໝັ້ນຄົງທາງການເມືອງໃຫ້ໜັກແໜ້ນ, ກ້າວໄປສູ່ການເຕີບໂຕຢ່າງແຂງແຮງທາງດ້ານເສດຖະກິດ ແລະ ຊຸກຍູ້ການພັດທະນາຢ່າງຮອບດ້ານ (ສັງຄົມ, ການເມືອງ, ວັດທະນະທຳ,...). ຄວາມຂັດແຍ່ງ, ການປະທະກັນພາຍໃນປະຊາຊົນ ໄດ້ຮັບການແກ້ໄຂຢ່າງທັນການ. ຄວາມເຂົ້າໃຈກ່ຽວກັບນະໂຍບາຍ, ກົດໝາຍ, ການປະຕິບັດກົດໝາຍ ລະບຽບວິໄນຂອງປະຊາຊົນ ໄດ້ຮັບການຍົກສູງຂຶ້ນ. ພັກແລະລັດໄດ້ເພີ່ມເຕີມ, ປັບປຸງບູລະນະບັນດາເອກະສານທາງກົດໝາຍກ່ຽວກັບປະຊາທິປະໄຕຢູ່ຮາກຖານ, ກ່ຽວກັບການປະຕິບັດປະຊາທິປະໄຕຢູ່ຮາກຖານຢ່າງທັນການ ໂດຍເຊື່ອມຕິດກັບການປະຕິບັດ ປະຊາທິປະໄຕແບບຕົວແທນ ແລະ ປະຊາທິປະໄຕໂດຍກົງ - ເຊິ່ງແມ່ນສອງຮູບແບບພື້ນຖານຂອງການປະຕິບັດປະຊາທິປະໄຕຢູ່ຫວຽດນາມ.
ພ້ອມກັນກັບການປະຕິບັດກົດລະບຽບປະຊາທິປະໄຕຢູ່ຮາກຖານ ແລະ ກົດດຳລັດວ່າດ້ວຍການປະຕິບັດປະຊາທິປະໄຕຢູ່ຕາແສງແລະເຂດເທດສະບານເມືອງ, ໄດ້ເກີດມີບັນດາ ຂະບວນການປວງຊົນສາມັກຄີກໍ່ສ້າງວັດທະນະທຳຢູ່ເຂດຊຸມຊົນ, ການກໍ່ສ້າງຄອບຄົວວັດທະນະທຳ ແລະ ການກໍ່ສ້າງຊົນນະບົດໃໝ່. ນີ້ແມ່ນວິທີແກ້ທີ່ແທດຈິງທີ່ສຸດ, ສ້າງແຮງກະຕຸ້ນ ແລະ ການສະໜັບສະໜູນທີ່ຈໍາເປັນ ເພື່ອຍູ້ແຮງການປະຕິບັດປະຊາທິປະໄຕ, ເພີ່ມທະວີລະບຽບກົດໝາຍ ແລະ ຮັບປະກັນລະບຽບວິໄນສັງຄົມ.
ທີສີ່, ມູນໃຊ້ແບບວິທີການຈັດກອງປະຊຸມປະຊາຊົນ ຫຼືກອງປະຊຸມຜູ້ແທນ (ຫົວໜ້າຄົວເຮືອນໃນແຕ່ລະຄອບຄົວ) ໃຫ້ປະຊາຊົນເລືອກຕັ້ງນາຍບ້ານໂດຍກົງ (ຢູ່ຊົນນະບົດ),ຫົວໜ້າເຂດທີ່ຢູ່ອາໄສ (ຢູ່ຕົວເມືອງ). ນີ້ແມ່ນວຽກງານທີ່ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງບົດບາດຂອງປະຊາຊົນ: ມີອິດສະລະໃນການເລືອກເອົາຕົວແທນທີ່ສົມຄວນຂອງຕົນ ເພື່ອມອບອຳນາດ. ຜ່ານສິ່ງດັ່ງກ່າວ, ສາມາດຢືນຢັນວ່າ, ການປຶກສາຫາລືປະຊາທິປະໄຕຂອງແນວໂຮມປະເທດຊາດ ສົມທົບກັບການລວມສຸນປະຊາທິປະໄຕ ໄດ້ເຮັດໃຫ້ມີຄວາມອຸດົມສົມບູນໃນບັນດາຮູບການ ແລະວິທີການປະຕິບັດປະຊາທິປະໄຕ, ກໍ່ສ້າງລະບອບປະຊາທິປະໄຕຫວຽດນາມ ໃນການປ່ຽນແປງໃໝ່ ແລະການຫັນເປັນປະຊາທິປະໄຕ.
ຄຽງຂ້າງບັນດາຜົນງານທີ່ບັນລຸໄດ້ນັ້ນ, ການປະຕິບັດປະຊາທິປະໄຕ, ການເພີ່ມທະວີລະບຽບກົດໝາຍ, ຮັບປະກັນລະບຽບວິໄນສັງຄົມຢູ່ຫວຽດນາມປະຈຸບັນ ຍັງມີຂໍ້ຈຳກັດ, ຈຸດອ່ອນຈຳນວນໜຶ່ງ.
ທີໜຶ່ງ, ຍັງມີປະກົດການຈຳນວນໜຶ່ງຂອງ ປະຊາທິປະໄຕຮູບນອກ ໃນການດຳເນີນຊີວິດພັກ, ໃນການເຄື່ອນໄຫວຄຸ້ມຄອງລັດ ແລະ ໃນການເຄື່ອນໄຫວຂອງບັນດາອົງການຈັດຕັ້ງຂອງລະບົບການເມືອງ. ການດຳເນີນການແລະການປະຕິບັດຕາມກົດໝາຍແລະລະບອບກົດໝາຍໃນຊີວິສັງຄົມນັ້ນ ຍັງບໍ່ທັນເຂັ້ມງວດແທ້ຈິງ. ຍັງມີປະກົດການທີ່ບໍ່ເຄົາລົບກົດໝາຍ, ເຈດຕະນາກະທຳຜິດ ຫຼື ສວຍໃຊ້ຊ່ອງຫວ່າງໃນເອກະສານກົດໝາຍ ເພື່ອລະເມີດ, ເຮັດຜິດ, ຄົບຄິດກຸ່ມຜົນປະໂຫຍດເພື່ອຜົນປະໂຫຍດພາກສ່ວນ, ຜົນປະໂຫຍດຂອງບຸກຄົນ, ທຳລາຍຜົນປະໂຫຍດລວມ.
ທີສອງ, ຫຼັກການລວມສູນປະຊາທິປະໄຕຍັງຖືກລະເມີດ. ລະບຽບວິໄນຢູ່ຫຼາຍຂັ້ນ, ຫຼາຍຂົງເຂດບໍ່ເຂັ້ມງວດ. ບາງຄະນະພັກ, ອົງການຈັດຕັ້ງພັກ ແລະ ພະນັກງານການນຳຈຳນວນໜຶ່ງ ບໍ່ເຄົາລົບແລະບໍ່ເສີມຂະຫຍາຍສິດເປັນເຈົ້າຂອງສະມາຊິກພັກ, ບໍ່ຄ່ອຍຟັງຄວາມເຫັນຂອງຂັ້ນລຸ່ມ; ພະນັກງານການນຳໃນບາງແຫ່ງຍັງມີປະກົດການເຈົ້າໂຄດ, ຜະເດັດການ, ສວມອຳນາດ, ສູນເສຍປະຊາທິປະໄຕ ຫຼືປະຊາທິປະໄຕຮູບນອກ. ຂາດລະບຽບການກຳນົດຄວາມຮັບຜິດຊອບສະເພາະຂອງພະນັກງານ ສະມາຊິກພັກ, ນຳໄປສູ່ປະກົດການທັງເອື່ອຍອີງສ່ວນລວມ, ຄວາມຮັບຜິດຊອບຂອງບຸກຄົນບໍ່ຈະແຈ້ງ, ທັງບໍ່ສົ່ງເສີມພະນັກງານ ສະມາຊິກພັກ ທີ່ມີຄວາມຫ້າວຫັນ, ສຸດອົກສຸດໃຈໃນການງານ, ກ້າຄິດ, ກ້າເຮັດ, ກ້າຕະລຸມບອນ, ກ້າຮັບຜິດຊອບເພື່ອຜົນປະໂຫຍດລວມ(4).
ທີສາມ, ຍັງມີຫຼາຍບ່ອນ, ຫຼາຍຄະນະພັກ ແລະ ສະມາຊິກພັກ ບໍ່ໄດ້ເປັນແບບຢ່າງ, ບໍ່ຖືເອົາການເປັນແບບຢ່າງເປັນຄວາມຮັບຜິດຊອບ, ພັນທະ, ໜ້າທີ່. ສະພາບການດັ່ງກ່າວກໍ່ຕິດພັນກັບຄວາມໂມຄະຂອງອຳນາດ, ຄວາມເສື່ອມໂຊມບຸກຄະລິກກະພາບຂອງພະນັກງານ ສະມາຊິກພັກຈຳນວນໜຶ່ງທີ່ບໍ່ໜ້ອຍ, ນັບທັງພະນັກງານນຳພາ ຄຸ້ມຄອງຂັ້ນສູງ.
ທີສີ່, ຍັງມີຄວາມບໍ່ຄົບຊຸດແລະບໍ່ສະເໝີຕົ້ນສະເໝີປາຍ ລະຫວ່າງການປ່ຽນແປງໃໝ່ການຈັດຕັ້ງສະຖາບັນ ກັບລະບົບສະຖາບັນ, ກັບຄຸນນະພາບພະນັກງານ, ກວ້າງກວ່າແມ່ນຊັບພະຍາກອນມະນຸດ ໃນລະບົບການເມືອງ, ນັບທັງການອົບຮົມສຶກສາຈິດສຳນຶກການເມືອງ, ນິໄສເຄົາລົບກົດໝາຍ ແລະ ເຄົາລົບນັບຖືສິນທຳຂອງປະຊາຊົນ.
ທີຫ້າ, ການປ້ອງກັນແລະຕ້ານການສໍ້ລາດບັງຫຼວງຍັງບໍ່ເຂັ້ມແຂງພຽງພໍ. ໃນການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ບໍ່ໄດ້ເອົາໃຈໃສ່ຢ່າງພຽງພໍເຖິງການພິພາກວິຈານແລະ ຈັດການແກ້ໄຂຄວາມຫຍໍ້ທໍ້ທາງສັງຄົມ, ກ່ອນອື່ນໝົດແມ່ນໃນລະບົບພັກ ແລະ ອົງການພາກລັດ.
ການມີຢູ່ຂອງຂໍ້ຈຳກັດແລະຈຸດອ່ອນຫຼາຍປະການ ໃນການປະຕິບັດປະຊາທິປະໄຕ, ການເພີ່ມທະວີລະບຽບກົດໝາຍ, ການຮັບປະກັນລະບຽບວິໃນສັງຄົມນັ້ນ ແມ່ນເກີດຈາກສາເຫດສະເພາະດັງຕໍ່ໄປນີ້:
ທີໜຶ່ງ, ການຊີ້ນຳ ນຳພາຂອງຄະນະພັກແລະອຳນາດການປົກຄອງບາງແຫ່ງ ໃນການຈັດຕັ້ງປະຕິບັດແຜນນະໂຍບາຍ ແນວທາງຂອງພັກ ແລະ ນະໂຍບາຍ ກົດໝາຍຂອງລັດ ຍັງເປັນຂັ້ນຕອນທີ່ອ່ອນແອເປັນເວລານານ, ບາງແຫ່ງໄດ້ປະປ່ອຍ ຫຼືປະຕິບັດຢ່າງຜີວເຜີນ ແບບຮູບການ, ດັ່ງນັ້ນ, ການຕັດສິນໃຈເຖິງວ່າມີຄວາມສໍາຄັນຫຼາຍ, ແຕ່ກໍ່ດຳເນີນໄປຢ່າງຊັກຊ້າ, ມີຄຸນປະໂຫຍດໜ້ອຍ, ປະສິດທິຜົຕ່ຳ. ພະຍາດອາດຍາສິດ, ພະຍາດບົດຮຽນນິຍົມ, ພະຍາດຮູບການ, ພະບາດຄຳພີ, ອັດຕະວິໄສ, ເຈດຈຳນົງນິຍົມ ຍັງມີຢູ່ຢ່າງຍືດເຍືອໃນຫຼາຍແຫ່ງ ແລະ ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຄວາມຄິດແລະການກະທຳ ຂອງຫຼາຍອົງການໃນລະບົບການເມືອງ ແລະ ພະນັກງານ ສະມາຊິກພັກຫຼາຍຄົນ.
ທີສອງ, ຍ້ອນການກະທົບຈາກດ້ານລົບຂອງເສດຖະກິດຕະຫຼາດ ແລະ ການເຊື່ອມໂຍງສາກົນ, ໄດ້ພາໃຫ້ເກີດແນວໂນ້ມອຽງໄປສູ່ຜົນປະໂຫຍດທາງດ້ານວັດຖຸ, ຄວາມຄິດຫາຄວາມຮັ່ງມີລ້ຳລວຍໂດຍທຸກວິທີທາງ, ວິຖີຊີວິດເພີດເພີນກັບການຊົມໃຊ້ໃນສັງຄົມ ນັບມື້ນັບເພີ່ມຂຶ້ນ, ໃນຂະນະຢູ່ບາງແຫ່ງບໍ່ໄດ້ເອົາໃຈໃສ່ເຖິງການອົບຮົມສຶກສາຄຸນສົມບັດສິນທຳ, ເສີມສ້າງຄຸນຄ່າທາງສິນທຳ, ຈິດວິນຍານທີ່ສົດໃສ ໃຫ້ພະນັກງານ ສະມາຊິກພັກ ແລະປະຊາຊົນ. ການກໍ່ສ້າງວັດທະນະທຳໃໝ່ ແລະຜູ້ຄົນໃໝ່ ໃນຫຼາຍແຫ່ງ ບໍ່ໄດ້ຮັບຄວາມເອົາໃຈໃສ່ ແລະບໍ່ໄດ້ລົງທຶນທີ່ເໝາະສົມ, ບໍ່ເທົ່າທຽມກັບການລົງທຶນພັດທະນາເສດຖະກິດ.
ທີສາມ, ການວາງທິດທາງຄວາມຄິດເຫັນຂອງປະຊາຊົນໃນທາງບວກຢູ່ຫຼາຍບ່ອນ ຍັງບໍ່ທັນໄດ້ຮັບຜົນດີ; ການຄຸ້ມຄອງທີ່ບໍ່ແໜ້ນແຟ້ນ, ການຈັດການແກ້ໄຂບໍ່ເຂັ້ມງວດຕໍ່ຂໍ້ມູນທີ່ບໍ່ດີແລະເປັນພິດ ທີ່ແຜ່ກະຈາຍໃນສື່ມວນຊົນສັງຄົມ, ໄດ້ພາໃຫ້ເກີດມົນລະພິດຕໍ່ຊີວິດທາງຈິດວິນຍານຂອງສັງຄົມ, ໂດຍສະເພາະແມ່ນຂອງຄົນລຸ້ນໃໝ່, ກໍ່ເປັນການສະແດງໃຫ້ເຫັນເຖິງຂໍ້ຈຳກັດ ແລະ ຈຸດອ່ອນໃນການປະຕິບັດປະຊາທິປະໄຕ, ເພີ່ມທະວີຄວາມລະບຽບກົດໝາຍ, ຮັດແໜ້ນລະບຽບວິໄນສັງຄົມ.
ທີສີ່, ການປະຕິບັດກົດລະບຽບປະຊາທິປະໄຕຢູ່ຮາກຖານ ແລະ ກົດດຳລັດວ່າດ້ວຍການປະຕິບັດປະຊາທິປະໄຕຢູ່ຕາແສງແລະເຂດເທດສະບານເມືອງ ໃນບາງຄັ້ງບາງແຫ່ງບໍ່ເຂັ້ມງວດ ບໍ່ເປັນປົດກະຕິ. ການໝູນໃຊ້ຫຼັກການລວມສູນປະຊາທິປະໄຕເຂົ້າໃນພຶດຕິກຳຕົວຈິງຍັງມີຂໍ້ບົກພ່ອງ, ຊ້ຳບໍ່ໜຳ ຍັງຖືກປ່ຽນຮູບໄປ, ທຳລາຍປະຊາທິປະໄຕ, ບັ່ນທອນຄວາມເຂັ້ມແຂງຂອງລະບຽບກົດໝາຍ ແລະ ລະບຽບວິໄນສັງຄົມ.
ທີ່ຫ້າ, ການປ່ອຍປະລະເຫຼີງການຄຸ້ມຄອງ ກວດກາ ຕິດຕາມກວດກາ, ບໍ່ປະຕິບັດຄວາມຮັບຜິດຊອບເປັນແບບຢ່າງຂອງພະນັກງານ ສະມາຊິກພັກຢ່າງເຂັ້ມງວດ, ໃນນັ້ນໃນການເປັນແບບຢ່າງທາງດ້ານຄຸນສົມບັດສິນທຳ, ການເຄົາລົບຕາມກົດໝາຍ, ລະບອບກົດໝາຍ, ລະບຽບວິໄນສັງຄົມ ກໍ່ເປັນສາເຫດທີ່ພາໃຫ້ເກີດຜົນກະທົບທາງລົບໃນສັງຄົມ, ໃນປະຊາຊົນ ແລະ ເມື່ອຜົນກະທົບທີ່ບໍ່ດີເຫຼົ່ານັ້ນ ຖືກບິດເບືອນແລະກະຕຸ້ນ ໂດຍກຳລັງທີ່ເປັນສັດຕູ ແລະ ສວຍໂອກາດທາງການເມືອງ ກໍ່ອາດຈະນຳໄປສູ່ຄວາມວຸ່ນວາຍ, ຄວາມບໍ່ໝັ້ນຄົງ ແລະ ຄວາມບໍ່ເປັນລະບຽບໄດ້ຢ່າງງ່າຍ.
ທັດສະນະ, ທິດທາງ ແລະວິທີແກ້ຕົ້ນຕໍ່ຈຳນວນໜຶ່ງ
ເພື່ອຍົກສູງຄວາມຮັບຮູ້ ແລະແກ້ໄຂຢ່າງຖືກຕ້ອງ ສາຍພົວພັນລະຫວ່າງ
ການປະຕິບັດປະຊາທິປະໄຕ ແລະການເພີ່ມທະວີລະບຽບກົດໝາຍ, ຮັບປະກັນລະບຽບວິໄນສັງຄົມ
ເພື່ອຍົກສູງຄວາມຮັບຮູ້ ແລະ ແກ້ໄຂຢ່າງຖືກຕ້ອງ ສາຍພົວພັນລະຫວ່າງການປະຕິບັດປະຊາທິປະໄຕ ແລະການເພີ່ມທະວີລະບຽບກົດໝາຍ, ຮັບປະກັນລະບຽບວິໄນສັງຄົມ, ໃນອະນາຄົດ, ຈຳເປັນທີ່ຈະຕ້ອງຊາບຊຶມບັນດາທັດສະນະ ຕໍ່ໄປນີ້:
ທີໜຶ່ງ, ການຮັບຮູ້ແລະແກ້ໄຂ ສາຍພົວພັນລະຫວ່າງການປະຕິບັດປະຊາທິປະໄຕ ແລະ ການເພີ່ມທະວີລະບຽບກົດໝາຍ, ຮັບປະກັນລະບຽບວິໄນສັງຄົມ ຕ້ອງສອດຄ່ອງກັບຫຼັກການສິດປະໂຫຍດໄປຄວບຄູ່ກັບພັນທະ ແລະຄວາມຮັບຜິດຊອບສ່ວນບຸກຄົນ, ເພື່ອຜົນປະໂຫຍດຂອງຊາດ, ປະເທດຊາດ.
ປະຈຸບັນນີ້, ການຮັບຮູ້, ການປະຕິບັດປະຊາທິປະໄຕຕ້ອງອີງໃສ່ພື້ນຖານບັນດາຫຼັກການ ແລະ ຈິດໃຈຂອງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ທີ່ເຊື່ອມຕິດສິດແລະຜົນປະໂຫຍດຂອງພົນລະເມືອງ ກັບການພັດທະນາທີ່ຍືນຍົງຂອງສັງຄົມ. ສິດ, ພັນທະ, ເສລີພາບໄປຄວບຄູ່ກັບຄວາມຮັບຜິດຊອບ - ນັ້ນແມ່ນປະຖົມປັດໄຈ, ແມ່ນເງື່ອນໄຂທີ່ຮັບປະກັນຊີວິດການເປັນຢູ່ຂອງພົນລະເມືອງ, ຊຸມຊົນ, ປະເທດຊາດ ແລະ ມະນຸດຊາດທັງໝົດ. ພັນທະທາງກົດໝາຍເປັນອົງປະກອບທີ່ຂາດບໍ່ໄດ້ ຂອງຄວາມພົວພັນແບບປະຕິສຳພັນລະຫວ່າງລັດ, ກົດໝາຍ ແລະ ບຸກຄົນ; ຖ້າບໍ່ມີມັນ, ກໍ່ບໍ່ສາມາດມີຄວາມສົນດຸນໃນບັນດາການພົວພັນທາງສັງຄົມ, ບັນດາຜົນປະໂຫຍດ, ໃນການເຄື່ອນໄຫວທາງສັງຄົມ ແລະ ສະພາບແວດລ້ອມທາງສັງຄົມ. ເຊັ່ນດຽວກັບສິດທິມະນຸດ, ພັນທະທາງກົດໝາຍກໍ່ມີລັກສະນະແຜ່ຫຼາຍທົ່ວໄປ ແລະ ລັກສະນະພິເສດສະເພາະ, ສິ່ງທີ່ລະບຸຄວາມຄ້າຍຄືກັນ ແລະ ຄວາມແຕກຕ່າງທີ່ຫຼີກລ່ຽງບໍ່ໄດ້ ຂອງບັນດາລັດຖະທຳມະນູນໃນທົ່ວໂລກ. ພັນທະແມ່ນດ້ານທີສອງຂອງເອກະພາບສັດຈະວິພາກຂອງສິດທິແລະພັນທະ, ດັ່ງນັ້ນ, ມັນມີຄຸນຄ່າຕໍ່ການດຳຄົງຕົວຂອງມະນຸດ ແລະອົງການທີ່ມະນຸດສ້າງຂຶ້ນ. ພັນທະທາງກົດໝາຍ, ໂດຍສະເພາະພັນທະຕາມລັດຖະທຳມະນູນ, ແມ່ນອຸປະສັກທາງກົດໝາຍໃນຊີວິດປະຈຳວັນ ຕໍ່ການໃຊ້ອຳນາດໃນທາງທີ່ຜິດ, ໂດຍຕາມລຳພັງໃຈ, ອະນາທິປະໄຕ ແລະ ບັນດາປະກົດການຫຍໍ້ທໍ້ທັງໝົດ ທີ່ສົ່ງຜົນກະທົບຕໍ່ສິດທິມະນຸດ ແລະ ເສລີພາບຕາມກົດໝາຍ.
ທີສອງ, ການຮັບຮູ້ແລະແກ້ໄຂສາຍພົວພັນລະຫວ່າງການປະຕິບັດປະຊາທິປະໄຕ ແລະ ການເພີ່ມທະວີລະບຽບກົດໝາຍ, ຮັບປະກັນລະບຽບວິໄນສັງຄົມ ຕ້ອງບົນພື້ນຖານການເສີມຂະຫຍາຍບົດບາດ ແລະ ເພີ່ມທະວີປະສິດທິຜົນຂອງການເຄື່ອນໄຫວ ຂອງລະບົບການເມືອງຢູ່ຮາກຖານ.
ລະບົບການເມືອງຢູ່ຮາກຖານມີບົດບາດສຳຄັນໃນການຍົກສູງຄວາມຮັບຮູ້ ແລະ ການຜັນຂະຫຍາຍການປະຕິບັດປະຊາທິປະໄຕຢູ່ຮາກຖານ, ຂົນຂວາຍປະຊາຊົນປະຕິບັດກົດໝາຍຢ່າງເຂັ້ມງວດ, ຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພທາງສັງຄົມຢູ່ທ້ອງຖິ່ນ. ຈຳເປັນຕ້ອງເສີມຂະຫຍາຍບົດບາດ ແລະປ່ຽນແປງໃໝ່ການເຄື່ອນໄຫວຂອງລະບົບການເມືອງຢູ່ຮາກຖານ, ໂດຍສະເພາະແມ່ນ ຄະນະພັກຂັ້ນຮາກຖານ. ບັນດາແຜນະໂຍບາຍ ແນວທາງຂອງພັກ, ນະໂຍບາຍ ກົດໝາຍຂອງລັດ ກ່ຽວກັບການປະຕິບັດປະຊາທິປະໄຕຢູ່ຕາແສງ, ເຂດເທດສະບານເມືອງ, ກ່ອນອື່ນໝົດຕ້ອງໄດ້ຊາບຊຶມ ແລະເຂົ້າໃຈຢ່າງເລິກເຊິ່ງ ໃນພະນັກງານ ສະມາຊິກພັກຢູ່ຂັ້ນຮາກຖານ, ສ້າງຄວາມເປັນເອກະພາບໃນການຮັບຮູ້ແລະການກະທຳ.
ຄະນະພັກທຸກຂັ້ນຕ້ອງນຳພາຂະບວນການປະຕິບັດກົດໝາຍວ່າດ້ວຍປະຊາທິປະໄຕຢູ່ຕາແສງ, ເຂດເທດສະບານເມືອງ ຢ່າງໃກ້ຊິດເປັນປະຈຳ; ພ້ອມກັນນັ້ນ, ຕ້ອງມີການປະສານສົມທົບຢ່າງແໜ້ນແຟ້ນ ລະຫວ່າງອຳນາດການປົກຄອງ ກັບແນວໂຮມປະເທດຊາດ ແລະ ບັນດາອົງຄະນະມະຫາຊົນ ເພື່ອມີໂຄງການ, ແຜນການຈັດຕັ້ງ ແລະປະຕິບັດຢ່າງມີປະສິດທິຜົນ. ແນວໂຮມປະເທດຊາດ ແລະ ບັນດາອົງຄະນະມະຫາຊົນ ບໍ່ພຽງແຕ່ແມ່ນຂົວຕໍ່ລະຫວ່າງພັກ, ລັດ ແລະ ປະຊາຊົນ ແລະ ເປັນຕົວແທນໃຫ້ແກ່ສິດເປັນເຈົ້າຂອງຂອງປະຊາຊົນ ໃນການເຂົ້າຮ່ວມການຄຸ້ມຄອງລັດເທົ່ານັ້ນ, ແຕ່ຍັງມີບົດບາດທີ່ຍິ່ງໃຫຍ່ໃນການເສີມຂະຫຍາຍ ແລະປະຕິບັດປະຊາທິປະໄຕ. ແນວໂຮມປະເທດຊາດ ແລະ ບັນດາອົງຄະນະມະຫາຊົນ ເປັນເວທີສະແດງຄວາມຄິດເຫັນຂອງປະຊາຊົນ ໃນການປະກອບຄວາມຄິດເຫັນຕໍ່ພັກແລະລັດ, ພ້ອມກັນນັ້ນ ກໍ່ເຂົ້າຮ່ວມການກວດກາ, ຕິດຕາມກວດກາ, ວິພາກວິຈານສັງຄົມ ຕໍ່ການເຄື່ອນໄຫວຂອງພັກ ແລະລັດ.
ທີສາມ, ການຮັບຮູ້ແລະແກ້ໄຂ ສາຍພົວພັນລະຫວ່າງການປະຕິບັດປະຊາທິປະໄຕ ແລະ ການເພີ່ມທະວີລະບຽບກົດໝາຍ, ຮັບປະກັນລະບຽບວິໄນສັງຄົມ ຕ້ອງຕອບສະໜອງຄວາມຕ້ອງການໃນການເຄົາລົບ, ປົກປ້ອງ ແລະ ຮັບປະກັນສິດທິມະນຸດ ແລະສິດພົນລະເມືອງ, ການເຄົາລົບກົດໝາຍ, ການກໍ່ສ້າງວັດທະນະທຳ, ຄຸນສົມບັດສິນທຳ ແລະມະນຸດອາລະຍະທຳ.
ໃນເງື່ອນໄຂຂອງການກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ການຮັບຮູ້ແລະປະຕິບັດປະຊາທິປະໄຕຕ້ອງບົນພື້ນຖານການປະຕິບົດກົດໝາຍຢ່າງເຂັ້ມງວດ ແລະ ຮັບປະກັນລະບຽບວິໄນສັງຄົມ. ຄວາມຮຽກຮ້ອງຕ້ອງການດັ່ງກ່າວບໍ່ພຽງແຕ່ໄດ້ວາງໄວ້ສະເພາະກັບລັດແລະກົດໝາຍເທົ່ານັ້ນ, ແຕ່ຍັງໄດ້ວາງອອກມາໃຫ້ບຸກຄົນທຸກຄົນ ແລະທຸກອົງການຈັດຕັ້ງ. ຕ້ອງສ້າງວັດທະນະທຳປະຊາທິປະໄຕຕາມຫຼັກການອຳນາດກົດໝາຍ, ບົນພື້ນຖານສິດທິແລະຜົນປະໂຫຍດຂອງມະນຸດ, ເພື່ອການພັດທະນາສັງຄົມ.
ການຮັບຮູ້ແລະການປະຕິບັດປະຊາທິປະໄຕບົນພື້ນຖານບັນດາຫຼັກການຂອງລັດແຫ່ງອຳນາດກົດໝາຍ. ໃນນັ້ນມີບັນດາຫຼັກການທີ່ໂດດເດັ່ນຄື: ຫຼັກການຄວາມເປັນທຳ ແລະມະນຸດສະທຳ; ຫຼັກການສະເໝີພາບ; ຫຼັກການເຄົບລົບ ປົກປ້ອງ ແລະ ຮັບປະກັນບັນດາສິດທິແລະເສລີພາບຂອງປະຊາຊົນ ແລະ ພົນລະເມືອງ; ຫຼັກການເຄົາລົບລັດຖະທຳມະນູນ ແລະ ກົດໝາຍ; ຫຼັກການ “ໄດ້ເຮັດທຸກຢ່າງທີ່ກົດໝາຍບໍ່ຫ້າມ”; ຫຼັກການ “ພຽງແຕ່ເຮັດສິ່ງທີ່ກົດຫມາຍອະນຸຍາດໃຫ້”; ຫຼັກການເປີດເຜີຍ ໂປ່ງໃສ,...
ທີສີ່, ການຮັບຮູ້ແລະແກ້ໄຂ ສາຍພົວພັນລະຫວ່າງການປະຕິບັດປະຊາທິປະໄຕ ແລະ ການເພີ່ມທະວີລະບຽບກົດໝາຍ, ຮັບປະກັນລະບຽບວິໄນສັງຄົມ ຕ້ອງຕອບສະໜອງຄວາມຕ້ອງການຈັດການຢ່າງເຂັ້ມງວດ ກັບທຸກການກະທຳສວຍໃຊ້ສິດທິມະນຸດ, ເສລີພາບ, ປະຊາທິປະໄຕ ເພື່ອລະເມີດກົດໝາຍ, ຕ້ານຢັນທຳລາຍລະບອບ, ລະເມີດຜົນປະໂຫຍດຂອງບຸກຄົນແລະຂອງອົງການຈັດຕັ້ງ.
ລະບອບກົດໝາຍແລະລະບຽບວິໄນສັງຄົມແມ່ນເງື່ອນໄຂທີ່ຈຳເປັນ ເພື່ອຮັກສາປະຊາທິປະໄຕທັງສອງດ້ານ: ບັນດາຄຸນຄ່າ ຫຼັກການປະຊາທິປະໄຕ, ແລະ ສະຖາບັນປະຊາທິປະໄຕ. ນັ້ນແມ່ນສິ່ງທີ່ຫຼີກລ່ຽງບໍ່ໄດ້, ເພາະວ່າ ປະຊາທິປະໄຕບໍ່ສາມາດດຳລົງຢູ່ໄດ້ໂດຍບໍ່ມີສະພາບແວດລ້ອມທາງກົດໝາຍ, ຂອບກົດໝາຍ. ປະຊາທິປະໄຕສາມາດໄດ້ຮັບປະກັນ ແລະ ນຳໄປປະຕິບັດໄດ້ໃນຄວາມເປັນຈິງ ພາຍໃນຂອບລະບອບກົດໝາຍທີ່ໝັ້ນຄົງ.
ການເຄົາລົບນັບຖືກົດໝາຍແມ່ນເງື່ອນໄຂເບື້ອງຕົ້ນ ເພື່ອໃຫ້ປະຊາທິປະໄຕ ໄດ້ຮັບການປະຕິບັດຢ່າງກ້ວາງຂວາງແລະແທດຈິງ. ຕາມນັ້ນ, ຮຽກຮ້ອງໃຫ້ທຸກອົງການຈັດຕັ້ງແລະບຸກຄົນໃນສັງຄົມ, ຕັ້ງແຕ່ບັນດາອົງການຂອງລັດ, ອົງການຈັດຕັ້ງສັງຄົມ ເຖິງປະຊາຊົນທຸກຄົນ, ຕ້ອງເຄົາລົບແລະປະຕິບັດພັນທະຕາມກົດໝາຍ ແລະ ຕ້ອງຮັບຜິດຊອບພາກບັງຄັບ ເມື່ອລະເມີດກົດໝາຍ, ສວຍໃຊ້ສິດທິມະນຸດ ເສລີພາບ ແລະ ປະຊາທິປະໄຕ ເພື່ອລະເມີດກົດໝາຍ, ຄັດຄ້ານຕ້ານລະບອບການປົກຄອງ, ແລະລະເມີດສິດຜົນປະໂຫຍດຂອງບຸກຄົນ ແລະ ຂອງອົງການ.
ທິດທາງ ຍົກສູງຄວາມຮັບຮູ້ ແລະ ແກ້ໄຂຢ່າງຖືກຕ້ອງ ສາຍພົວພັນລະຫວ່າງການປະຕິບັດປະຊາທິປະໄຕ ແລະ ການເພີ່ມທະວີລະບຽບກົດໝາຍ, ຮັບປະກັນລະບຽບວິໄນສັງຄົມ ຄື:
ກຳແໜ້ນເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ໂດຍສະເພາະແມ່ນທິດນຳ ແລະຫົວຂໍ້ຂອງກອງປະຊຸມໃຫຍ່, ບັນດາບົດຮຽນແລະປະສົບການອັນລ້ຳຄ່າ ທີ່ພັກສະຫຼຸບສັງລວມຈາກພຶດຕິກຳແຫ່ງການປ່ຽນແປງໃໝ່, ບັນດາທັດສະນະຊີ້ນຳຂອງພັກ ໃນການປະຕິບັດໜ້າທີ່ພັດທະນາປະເທດໃນໄລຍະ 2021-2030, ວິໄສທັດຮອດປີ 2045; ຖືເອົານັ້ນເປັນພື້ນຖານ ທິດທາງ ເພື່ອຍູ້ແຮງການປະຕິບັດປະຊາທິປະໄຕ, ເພີ່ມທະວີລະບຽບກົດໝາຍ, ຮັບປະກັນລະບຽບວິໄນສັງຄົມ. ນັ້ນແມ່ນບັນດາທິດທາງໃຫຍ່, ທັງສະແດງເຖິງການວາງແນວເປົ້າໝາຍ, ທັງແມ່ນບັນດາທັດສະນະຊີ້ນຳການປ່ຽນແປງໃໝ່, ໂດຍສະເພາະແມ່ນການປ່ຽນແປງໃໝ່ທາງການເມືອງ, ເພື່ອຮັບໃຊ້ຄວາມຕ້ອງການພັດທະນາເສດຖະກິດ-ສັງຄົມ, ປະຕິບັດປະຊາທິປະໄຕ, ເພີ່ມທະວີລະບຽບກົດໝາຍ, ຮັບປະກັນລະບຽບວິໄນສັງຄົມ, ຮັບໃຊ້ຊີວິດການເປັນຢູ່ແລະຄວາມສຸກຂອງປະຊາຊົນ ບົນພື້ນຖານເສີມຂະຫຍາຍຄວາມເປັນເຈົ້າການແລະປະດິດສ້າງຂອງປະຊາຊົນ. ຕາມນັ້ນ, ການປະຕິບັດປະຊາທິປະໄຕຕິດກັບການເພີ່ມທະວີລະບຽບກົດໝາຍ, ຮັບປະກັນລະບຽບວິໄນສັງຄົມ ແມ່ນເພື່ອປັບປຸງກ້ອນມະຫາສາມັກຄີປວງຊົນທັງຊາດ, ປະຕິບັດແລະເສີມຂະຫຍາຍບົດບາດອັດຕະພາບຂອງປະຊາຊົນ, ສ້າງກຳລັງໜູນທີ່ເຂັ້ມແຂງຈາກປະຊາຊົນ, ໃນບັນດາຂະບວນການແຂ່ງຂັນຮັກຊາດຂອງປະຊາຊົນ, ໃນການປ່ຽນແປງໃໝ່, ສ້າງສັງຄົມປະຊາທິປະໄຕ, ພັດທະນາປະເທດຢ່າງໄວແລະຍືນຍົງ, ປະຕິບັດຄວາມມຸ່ງມາດປາຖະໜາພັດທະນາປະເທດ, ເຮັດໃຫ້ປະເທດຈະເລີນເຂັ້ມແຂງ, ຊາດຍືນຍົງຕະຫຼອດການ. ນັ້ນທັງແມ່ນຄວາມມຸ່ງມາດປາຖະໜາຂອງປະທານໂຮ່ຈີມິນ, ທັງແມ່ນຄວາມມຸ່ງມາດປາຖະໜາຂອງທົ່ວພັກ, ທົ່ວປວງຊົນຫວຽດນາມ. ເພື່ອສືບຕໍ່ຍົກສູງຄວາມຮັບຮູ້ ແລະ ແກ້ໄຂຢ່າງຖືກຕ້ອງ ສາຍພົວພັນລະຫວ່າງການປະຕິບັດປະຊາທິປະໄຕ ແລະ ການເພີ່ມທະວີລະບຽບກົດໝາຍ, ຮັບປະກັນລະບຽບວິໄນສັງຄົມນັ້ນ ຈໍາເປັນຕ້ອງສຸມໃສ່ຜັນຂະຫຍາຍວິທີແກ້ໄຂ ດັ່ງຕໍ່ໄປນີ້:
ທີໜຶ່ງ, ຍົກສູງຄວາມຮັບຮູ້ກ່ຽວກັບສາຍພົວພັນລະຫວ່າງການປະຕິບັດປະຊາທິປະໄຕ ແລະ ການເພີ່ມທະວີລະບຽບກົດໝາຍ, ຮັບປະກັນລະບຽບວິໄນສັງຄົມ.
ພື້ນຖານທີ່ສໍາຄັນເພື່ອໃຫ້ສາມາດແກ້ໄຂສາບພົວພັນລະຫວ່າງການປະຕິບັດປະຊາທິປະໄຕ ແລະ ການເພີ່ມທະວີລະບຽບກົດໝາຍ, ຮັບປະກັນລະບຽບວິໄນສັງຄົມ ໄດ້ຢ່າງຖືກຕ້ອງແລະສົມບູນ, ນັ້ນແມ່ນການຮັບຮູ້ທາດແທ້, ຄວາມໝາຍ ແລະ ຄວາມສໍາຄັນຂອງການພົວພັນຫຼັກນີ້ຢ່າງຖືກຕ້ອງ. ຄວາມຮັບຮູ້ທີ່ຖືກຕ້ອງກ່ຽວກັບຄວາມສໍາພັນນີ້ ຖືກກຳນົດໄວ້ສຳລັບແຕ່ລະບຸກຄົນ, ອົງການຈັດຕັ້ງ ແລະ ຖັນແຖວພະນັກງານ ລັດຖະກອນຂອງລັດ, ຜູ້ນຳອົງການພັກ ແລະອົງຄະນະມະຫາຊົນ.
ຈໍາເປັນຕ້ອງມີວິທີແກ້ໄຂທີ່ຍືນຍົງ, ລວມທັງວິທີການສ້າງວັດທະນະທໍາການປະຕິບັດປະຊາທິປະໄຕແລະກົດໝາຍ. ເພື່ອໃຫ້ປະຊາຊົນສາມາດປະຕິບັດສິດແລະຄວາມຮັບຜິດຊອບຂອງຕົນຢ່າງຖືກຕ້ອງແລະຄົບຖ້ວນນັ້ນ, ຈໍາເປັນຕ້ອງຍົກສູງຄວາມສາມາດເປັນເຈົ້າຂອງໃຫ້ປະຊາຊົນ, ໝາຍຄວາມວ່າ ສ້າງໃຫ້ປະຊາຊົນມີຄວາມຮູ້, ທັກສະ, ທ່າທີ່ ແລະ ນິໄສໃນການປະຕິບັດປະຊາທິປະໄຕ. ຄວາມສາມາດໃນການເປັນເຈົ້າຂອງປະຊາຊົນຂຶ້ນໂດຍກົງກັບສອງປັດໄຈ: ສິດໄດ້ເຂົ້າເຖິງຂໍ້ມູນຂ່າວສານ ແລະ ລະດັບການສຶກສາ, ຄວາມເຂົ້າໃຈກ່ຽວກັບສັງຄົມຂອງປະຊາຊົນ.
ຄວນເອົາໃຈໃສ່ເຖິງການອົບຮົມສຶກສາປະຊາທິປະໄຕ, ກົດໝາຍ ແລະ ຄຸນສົມບັດສິນທຳ. ເອົາໃຈໃສ່ຍົກສູງລະດັບການສຶກສາຂອງປະຊາຊົນ ແລະ ຮັບປະກັນສິດທິຂອງປະຊາຊົນໃນການເຂົ້າເຖິງຂໍ້ມູນຂ່າວສານ. ນີ້ແມ່ນວິທີແກ້ໄຂຕົ້ນຕໍເພື່ອຍົກສູງຄວາມສາມາດເປັນເຈົ້າ, ຮັບປະກັນສິດແລະຄວາມຮັບຜິດຊອບຂອງປະຊາຊົນ ໃນການປະຕິບັດປະຊາທິປະໄຕສັງຄົມນິຍົມເວົ້າລວມ ແລະ ປະຊາທິປະໄຕຢູ່ຮາກຖານເວົ້າສະເພາະ.
ທີສອງ, ເພີ່ມທະວີການນຳພາຂອງພັກຕໍ່ການຍົກສູງຄວາມຮັບຮູ້ ແລະ ການແກ້ໄຂຢ່າງຖືກຕ້ອງ ສາຍພົວພັນລະຫວ່າງການປະຕິບັດປະຊາທິປະໄຕ ແລະ ການເພີ່ມທະວີລະບຽບກົດໝາຍ, ຮັບປະກັນລະບຽບວິໄນສັງຄົມ.
ການນຳພາຂອງພັກມີບົດບາດສຳຄັນພິເສດໃນການຍົກສູງຄວາມຮັບຮູ້ ແລະ ການແກ້ໄຂຢ່າງຖືກຕ້ອງ ສາຍພົວພັນລະຫວ່າງ ການປະຕິບັດປະຊາທິປະໄຕ ແລະ ການເພີ່ມທະວີລະບຽບກົດໝາຍ, ຮັບປະກັນລະບຽບວິໄນສັງຄົມ, ຮັບປະກັນໃຫ້ບັນດາຫຼັກການຂອງ ລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ໄດ້ປະຕິບັດໃນການຈັດຕັ້ງແລະເຄື່ອນໄຫວຂອງລັດ. ບຸກຄົນທຸກຄົນ, ທຸກອົງການໃນສັງຄົມ ຕ້ອງປະຕິບັດກົດໝາຍ ແລະ ເຄົາລົບກົດໝາຍ.
ພັກຜູ້ນຳພາແລະກຳອຳນາດ ຕ້ອງມີຄວາມສະອາດປອດໃສ ແລະໝັ້ນຄົງເຂັ້ມແຂງ, ຕ້ອງເປັນແບບຢ່າງໃນການປະຕິບັດປະຊາທິປະໄຕຢູ່ໃນພັກ ແລະ ເຄົາລົບປະຕິບັດຕາມລັດຖະທຳມະນຸນແລະກົດໝາຍ. ນີ້ແມ່ນວິທີແກ້ໄຂແກນສານ ແລະ ມີຄວາມຕັດສິນຊີ້ຂາດ; ທັງເປັນຄວາມຄາດຫວັງແລະຄວາມຕັດສິນໃຈຂອງພັກ ແລະ ແມ່ນຄວາມປາດຖະໜາຂອງທົ່ວປວງຊົນຕໍ່ພັກ.
ການນຳພາຂອງພັກຕໍ່ລັດຕ້ອງຮັບປະກັນຄວາມໂປ່ງໃສ, ເປີດເຜີຍ, ປະຕິບັດຖືກຕ້ອງຕາມກົດໝາຍ, ບໍ່ບັງຄັບ, ຮວມສິດ, ເຮັດຕາງວຽກງານຄຸ້ມຄອງຂອງລັດ. ບັນດາຄະນະພັກ, ໜ່ວຍພັກ, ໂດຍສະເພາະໜ່ວຍພັກຢູ່ບ້ານ, ໝູ່ບ້ານ ຕ້ອງສືບຕໍ່ນຳພາຊີ້ນຳການເຜີຍແຜ່, ຮ່ຳຮຽນແລະປຶກສາສົນທະນາ, ປະກອບຄວາມຄິດເຫັນກ່ຽວກັບກົດລະບຽບປະຊາທິປະໄຕຢູ່ຮາກຖານ ແລະ ກົດດຳລັດວ່າດ້ວຍການປະຕິບັດປະຊາທິປະໄຕຢູ່ຕາແສງ, ເຂດເທດສະບານເມືອງ ເພື່ອໃຫ້ການປະຕິບັດປະຊາທິປະໄຕຢູ່ຮາກຖານມີປະສິດທິຜົນສູງກວ່າອີກ.
ເປັນເຈົ້າການໃນການຕໍ່ສູ້ເພື່ອສະກັດກັ້ນແລະຍູ້ຖອຍ ບັນດາປະກົດການຂອງການເສື່ອມໂຊງທາງດ້ານແນວຄິດການເມືອງ, ຄຸນສົມບັດສິນທຳ, ແບບແຜນດຳລົງຊີວິດໃນພະນັກງານ ສະມາຊິກພັກ. ບັນດາຄະນະພັກຕ້ອງເຮັດໃຫ້ດີ ວຽກງານກຳວິວັດທະນາການທາງຄວາມຄິດ ພ້ອມທັງການສະແດງພຶດຕິກໍາຂອງພະນັກງານ ສະມາຊິກພັກໃນອົງການ, ໜ່ວຍງານ ເພື່ອຈະມີວິທີປ້ອງກັນແລະຍູ້ຖອຍຢ່າງເໝາະສົມ, ທັນການ. ຕ້ອງຈັດຕັ້ງບັນດາເວທີປາໄສແລກປ່ຽນແລະປຶກສາຫາລືຢ່າງເປັນປະຈຳ ກ່ຽວກັບບັນດາບັນຫາທີ່ມີຄວາມຮັບຮູ້ແລະທັດສະນະທີ່ແຕກຕ່າງກັນ ກ່ຽວຂ້ອງກັບແນວທາງ ແຜນນະໂຍບາຍຂອງພັກ, ນະໂຍບາຍ ກົດໝາຍຂອງລັດ. ປະຕິບັດມາດຕະການລົງໂທດຢ່າງເຂັ້ມງວດ ຕໍ່ການກະທຳທີ່ສວຍໃຊ້ປະຊາທິປະໄຕ ແລະ ສິດທິມະນຸດ ເພື່ອທຳລາຍຄວາມເປັນລະບຽບຮຽບຮ້ອຍ ແລະ ຕ້ານຢັນທຳລາຍປະເທດ.
ທີສາມ, ສືບຕໍ່ການກໍ່ສ້າງແລະປັບປຸງລະບົບກົດໝາຍໃຫ້ສົມບູນ, ປະກອບສ່ວນຊຸກຍູ້ ການປະຕິບັດປະຊາທິປະໄຕ ແລະ ການເພີ່ມທະວີລະບຽບກົດໝາຍ, ຮັບປະກັນລະບຽບວິໄນສັງຄົມ.
ການກໍ່ສ້າງແລະປັບປຸງລະບົບກົດໝາຍໃຫ້ສົມບູນ ແມ່ນເງື່ອນໄຂທີ່ສຳຄັນພິເສດເພື່ອຊຸກຍູ້ການປະຕິບັດປະຊາທິປະໄຕ ແລະ ການເພີ່ມທະວີລະບຽບກົດໝາຍ, ຮັບປະກັນລະບຽບວິໄນສັງຄົມ. ນີ້ແມ່ນໜ້າທີ່ທັງຮີບດ່ວນ ທັງຍາວນານ ແລະ ສັບສົນທີ່ສຸດ.
ບັນດາກຸ່ມວິທີການແກ້ໄຂຕົ້ນຕໍ ກ່ຽວກັບການສືບຕໍ່ກໍ່ສ້າງແລະປັບປຸງລະບົບກົດໝາຍໃຫ້ສົມບູນນັ້ນລວມມີ: ການແກ້ໄຂກ່ຽວກັບກົນໄກມອບໝາຍງານ, ການປະສານງານ ແລະ ການຄວບຄຸມ ລະຫວ່າງອົງການທີ່ຮັບຜິດຊອບໃນການສ້າງກົດໝາຍ; ກ່ຽວກັບການຍົກສູງຄຸນນະພາບຂອງຖັນແຖວພະນັກງານ ລັດຖະກອນທີ່ເຮັດວຽກງານສ້າງກົດໝາຍ; ກ່ຽວກັບລະບອບການກວດກາ, ຄວາມຮັບຜິດຊອບ, ການຈັດການການລະເມີດໃນການສ້າງກົດໝາຍ; ກ່ຽວກັບການປະກອບຄວາມເຫັນ, ການວິຈານສັງຄົມ, ການປະເມີນຜົນກະທົບຂອງກົດໝາຍ; ກ່ຽວກັບການຄວບຄຸມຄຸນນະພາບຂອງເອກະສານກົດໝາຍ;...
ການປະຕິບັດປະຊາທິປະໄຕສັງຄົມນິຍົມທັງສອງດ້ານ: ປະຊາທິປະໄຕໂດຍກົງ ແລະ ປະຊາທິປະໄຕແບບຕົວແທນ, ໄດ້ຖືກລະບຸໄວ້ໃນລັດຖະທຳມະນູນປີ 2013. ດັ່ງນັ້ນ, ຕ້ອງປັບປຸງກອບກົດໝາຍນີ້ໃຫ້ຈະແຈ້ງ ແລະ ມີປະສິດທິຜົນ ເພື່ອນຳລະບຽບການນີ້ໄປປະຕິບັດ. ສືບຕໍ່ແກ້ໄຂ ປັບປຸງ ແລະ ບູລະນະກອບກົດໝາຍກ່ຽວກັບປະຊາທິປະໄຕໂດຍກົງ ແລະ ປະຊາທິປະໄຕແບບຕົວແທນ ໃຫ້ສອດຄ່ອງກັບສະພາບການໃໝ່.
ທີສີ່, ປັບປຸງຮາກຖານດ້ານສິນທຳຂອງສະຖາບັນສາທາລະນະ ແລະ ສະຖາບັນຕຸລາການ.
ຄວາມຮຽກຮ້ອງຕ້ອງການທີ່ສໍາຄັນສໍາລັບການປະຕິບັດປະຊາທິປະໄຕ, ການເພີ່ມທະວີລະບຽບກົດໝາຍ ແລະ ຮັບປະກັນລະບຽບວິໄນສັງຄົມ ແມ່ນການປັບປຸງຮາກຖານດ້ານສິນທຳຂອງສະຖາບັນສາທາລະນະ ແລະ ສະຖາບັນຕຸລາການ. ພຶດຕິກຳຕົວຈິງກ່ຽວກັບການປະຕິບັດກົດໝາຍຢູ່ຫວຽດນາມ, ໂດຍສະເພາະໃນຂົງເຂດການງານສາທາລະນະແລະຕຸລາການ ໄດ້ໃຫ້ເຫັນວ່າ, ກົດຫມາຍຕ້ອງໄປຄຽງຄູ່ກັບອົງປະກອບແລະຄຸນຄ່າອື່ນໆໃນສັງຄົມເຊັ່ນ: ຈັນຍາບັນ, ຄວາມຊື່ສັດ, ຄວາມສາມາດ ແລະ ຄວາມອົກສຸດໃຈ. ລະບົບຕຸລາການທີ່ຊື່ສັດສຸຈະລິດ ແລະ ມີຊື່ສຽງ ແມ່ນມີຄວມສຳຄັນທີສຸດໃນການຕ້ານການສໍ້ລາດບັງຫຼວງ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍຂອງກົດໝາຍ(6).
ສຳເລັດຂັ້ນຕອນການພິຈາລະນາທົບທວນຄຳຕັດສິນຂອງສານປະຊາຊົນສູງສຸດຕາມທິດທາງໂປ່ງໃສ, ຍົກສູງຄຸນນະພາບຂອງການພິພາກສາ, ເຊີດຊູຄວາມຮັບຜິດຊອບແລະ ຄວາມສາມາດ ໃນການກວດກາການພິຈາລະນາທົບທວນ ຂອງສະພາຜູ້ພິພາກສາຂອງສານປະຊາຊົນສູງສຸດ, ເພື່ອໃຫ້ສະຖາບັນນີ້ເປັນຈຸດສູງສຸດຂອງຄວາມຍຸດຕິທຳ, ເຮັດໃຫ້ປະຊາຊົນເຊື່ອໝັ້ນໃນສະຖາບັນນັ້ນ. ທິດທາງການປະຕິຮູບດັ່ງກ່າວໄດ້ວາງອອກບົນພື້ນຖານຄວາມຮັບຮູ້ຢ່າງເລິກເຊິ່ງວ່າ, ການຕັດສິນຂອງສານກ່ຽວກັບຄະດີປົກຄອງ, ການຮ້ອງຮຽນຂອງປະຊາຊົນ ຕໍ່ການຕັດສິນຕົກລົງແລະການກະທຳຂອງໜ່ວຍງານພາກລັດ ມີຜົນໃນການຫຼຸດຜ່ອນປະກົດການຫຍໍ້ທໍ້, ການລ່ວງອຳນາດ, ການສໍ້ລາດບັງຫຼວງ, ການສວຍໃຊ້ອຳນາດ ແລະ ການຫຼົບຫຼີກຄວາມຮັບຜິດຊອບ ໃນກົງຈັກບໍລິຫານຂອງລັດ.
ທີຫ້າ, ຍົກສູງຄວາມສາມາດຂອງພົນລະເມືອງໃນການໃຊ້ສິດ, ປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາ, ຖືກກົດໝາຍຂອງຕົນ.
ສືບຕໍ່ປັບປຸງຄວາມຮູ້, ສະຕິກົດໝາຍ ແລະ ຄວາມເຂົ້າໃຈດ້ານກົດໝາຍ ໃຫ້ແກ່ປະຊາຊົນ. ນີ້ແມ່ນບັນຫາທີ່ພັກແລະລັດໄດ້ເອົາໃຈໃສ່ເປັນປະຈຳ. ຄວາມຮູ້, ສະຕິກົດໝາຍ, ຄວາມເຂົ້າໃຈດ້ານກົດໝາຍ, ສະຕິ ທ່າທີ່ຕໍ່ກົດໝາຍ ແລະ ພຶດຕິກໍາຂອງບຸກຄົນ ມີອິດທີພົນສໍາຄັນ ຕໍ່ຂະບວນການຂອງການອົບຮົມສຶກສາໃຫ້ເຂົາເຈົ້າມີສະຕິປະຕິບັດຕາມກົດໝາຍ, ຊ່ວຍເຂົາເຈົ້າຮູ້ວິທີການດໍາລົງຊີວິດ ແລະເຮັດວຽກຕາມກົດຫມາຍ, ຮູ້ສິດຂອງຕົນ, ຮູ້ເຄົາລົບສິດຂອງຜູ້ອື່ນ ແລະ ຮູ້ປົກປ້ອງສິດຂອງຕົນເມື່ອຖືກລະເມີດ. ຕ້ອງສ້າງຈິດສຳນຶກເຄົາລົບກົດໝາຍ ແລະ ເຊີດຊູຄວາມຮັບຜິດຊອບຂອງພົນລະເມືອງ; ເສີມສ້າງຄວາມເຊື່ອໝັ້ນຂອງພົນລະເມືອງຕໍ່ກົດໝາຍ ແລະ ອົງການປະຕິບັດກົດໝາຍ.
ທີຫົກ, ເພີ່ມທະວີການເຂົ້າຮ່ວມຂອງປະຊາຊົນໃນການບໍລິຫານລັດ, ການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ ແລະ ຄວາມຫຍໍ້ທໍ້.
ການເຂົ້າຮ່ວມຂອງປະຊາຊົນໃນການບໍລິຫານລັດ, ການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ ແລະ ຄວາມຫຍໍ້ທໍ້ ມີຄວາມພົວພັນກັບການປະຕິບັດກົດລະບຽບປະຊາທິປະໄຕຢູ່ຮາກຖານ. ສິ່ງດັ່ງກ່າວຮຽກຮ້ອງໃຫ້ເພີ່ມ ບັນດາຫຼັກການມາດຖານທີ່ທັນສະໄໝ ໃນການເຂົ້າຮ່ວມຂອງປະຊາຊົນໃນການປົກຄອງປະເທດ, ການປ້ອງກັນ ຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ເຂົ້າໃນກົດລະບຽບປະຊາທິປະໄຕຢູ່ຮາກຖານ. ປະຊາຊົນ ແລະ ອົງການຈັດຕັ້ງຄວນໄດ້ຮັບໂອກາດຢ່າງເຕັມທີ່ ເພື່ອເຂົ້າຮ່ວມການເຄື່ອນໄຫວສ້າງນະໂຍບາຍ ແລະ ກົດໝາຍ. ນີ້ແມ່ນເງື່ອນໄຂເພື່ອຮັບປະກັນປະຊາທິປະໄຕໃນກົດໝາຍ ນັບແຕ່ຂັ້ນຕອນຂອງການສ້າງຕັ້ງ ປະກາດໃຊ້, ແລະ ຮັບປະກັນມາດຖານເປີດເຜີຍແລະໂປ່ງໃສ ຕັ້ງແຕ່ເລີ່ມຕົ້ນແນວຄວາມຄິດນະໂຍບາຍ. ການເຂົ້າຮ່ວມຂອງປະຊາຊົນໃນການວິຈານນະໂຍບາຍແລະກົດໝາຍ ກໍ່ແມ່ນເງື່ອນໄຂເພື່ອຮັບປະກັນຄວາມດຸ່ນດ່ຽງດ້ານຜົນປະໂຫຍດຂອງບັນດາສະມາຊິກໃນສັງຄົມ, ຫຼີກລ້ຽງການຄອບງຳແລະການທຸຈະລິດນະໂຍບາຍໂດຍ “ກຸ່ມຜົນປະໂຫຍດ”.
ເພື່ອປະກອບສ່ວນເພີ່ມທະວີການເຂົ້າຮ່ວມຂອງປະຊາຊົນໃນການບໍລິຫານປະເທດ, ການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ ແລະຄວາມຫຍໍ້ທໍ້, ຕ້ອງປະຕິບັດວຽກງານປອງດອງກັນຢູ່ຮາກຖານເປັນຢ່າງດີ, ບໍ່ປະໃຫ້ເກີດການຮ້ອງຮຽນຮ້ອງທຸກ, ການແຕກແຍກ ໃນໝູ່ປະຊາຊົນ ໃນໄລຍະຍາວ. ດຳເນີນກວດກາ ແລະ ເກັບກຳຄວາມເຫັນຂອງປະຊາຊົນຢ່າງເປັນປະຈຳ ຕໍ່ພະນັກງານ, ລັດຖະກອນທີ່ຮັບແລະແກ້ໄຂວຽກງານ. ຈັດການຢ່າງເຂັ້ມງວດ ກັບພະນັກງານ ລັດຖະກອນທີ່ມີພຶດຕິກຳລົບກວນ ຂົ່ມເຫັງປະຊາຊົນ, ຂາດຄວາມຮັບຜິດຊອບໃນວຽກງານ; ຍ້ອງຍໍໃຫ້ລາງໃນທັນທີໃຫ້ແກ່ພະນັກງານ ລັດຖະກອນທີ່ສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງດີເດັ່ນ. ຈັດຕາຕະລາງການຕ້ອນຮັບປະຊາຊົນ ແລະ ສະຖານທີ່ຕ້ອນຮັບປະຊາຊົນຢ່າງຮອບຄອບ. ສືບຕໍ່ຜັນຂະຫຍາຍການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການຄຸ້ມຄອງບໍລິຫານ. ກະກຽມເງື່ອນໄຂດ້ານເຕັກນິກ ແລະ ບຸກຄະລາກອນໃຫ້ສາມາດສ້າງລັດຖະບານເອເລັກໂຕຣນິກເຖິງຂັ້ນຕາແສງ. ເງື່ອນໄຂພື້ນຖານ ຈຳນວນນວນໜຶ່ງ ເພື່ອຮັບປະກັນການເຂົ້າຮ່ວມຂອງປະຊາຊົນ ເຂົ້າໃນການບໍລິຫານປະເທດ, ການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ ແລະຄວາມຫຍໍ້ທໍ້ ຢູ່ປະເທດເຮົາໃນປະຈຸບັນ ຕາມທິດຍືນຍົງແລະມີປະສິດທິຜົນ ຄື: ເງື່ອນໄຂກ່ຽວກັບຂອບນະໂຍບາຍ ກົດໝາຍ; ເງື່ອນໄຂກ່ຽວກັບການຮັບປະກັນການສະໜອງຂໍ້ມມູນ, ກົດໝາຍ, ຄວາມຮູ້ທີ່ຈຳເປັນ; ເງື່ອນໄຂກ່ຽວກັບການຮັບປະກັນການເປີດເຜີຍ ແລະ ໂປ່ງໃສ.
ປະຕິບັດຢ່າງເຂັ້ມງວດ ລະບອບຄວາມຮັບຜິດຊອບອະທິບາຍລາຍງານ ແລະສົນທະນາ ລະຫວ່າງອົງການພາກລັດ ແລະ ສັງຄົມ, ລະຫວ່າງໜ່ວຍງານ ອົງການຈັດຕັ້ງສັງຄົມ ກັບບັນດາສະມາຊິກຂອງອົງການນັ້ນ. ເພີ່ມທະວີບົດບາດ, ຄວາມຮັບຜິດຊອບຂອງແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງ ອົງຄະນະມະຫານຊົນ ຕໍ່ການຮັບປະກັນໃຫ້ປະຊາຊົນໄດ້ເຂົ້າຮ່ວມໃນການບໍລິຫານລັດ, ການປ້ອງກັນແລະຕ້ານການສໍ້ລບາດບັງຫຼວງ ແລະຄວາມຫຍໍ້ທໍ້.
ປ່ຽນແປງໃໝ່ວິທີການເຜີຍແຜ່ ແລະເນື້ອໃນການອົບຮົມສຶກສາກ່ຽວກັບການເຂົ້າຮ່ວມຂອງປະຊາຊົນໃນການບໍລິຫານລັດ, ການປ້ອງກັນແລະຕ້ານການສໍ້ລບາດບັງຫຼວງ ແລະຄວາມຫຍໍ້ທໍ້. ສ້າງແລະຫຼໍ່ລ້ຽງຄວາມໄວ້ເນື້ອເຊື່ອໃຈແບບຍືນຍົງ ບົນພື້ນຖານການດຸ່ນດ່ຽງຜົນປະໂຫຍດ, ຮັບປະກັນຜົນປະໂຫຍດໃນການເຂົ້າຮ່ວມຂອງປະຊາຊົນ ໃນການບໍລິຫານລັດ, ການປ້ອງກັນແລະຕ້ານການສໍ້ລບາດບັງຫຼວງ ແລະຄວາມຫຍໍ້ທໍ້.
ທີເຈັດ, ຍົກສູງປະສິດທິຜົນຂອງການປະຕິບັດກົດໝາຍວ່າດ້ວຍການຮ້ອງຮຽນຂອງພົນລະເມືອງ.
ການຮັບປະກັນສິດທິໃນການຮ້ອງຮຽນຂອງພົນລະເມືອງຈະປະກອບສ່ວນສຳຄັນເຂົ້າໃນການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ກາໃຊ້ຈ່າຍຟຸມເຟືອຍ ແລະ ຄວາມຫຍໍ້ທໍ້, ເຮັດໃຫ້ລະບົບຈັກຂອງລັດສະອາດປອດໃສ. ການເພີ່ມທະວີການເຄື່ອນໄຫວຮັບປະກັນສິດທິໃນການຮ້ອງຮຽນຂອງພົນລະເມືອງ ຕ້ອງອີງໃສ່ຄວາມຮັບຮູ້ທີ່ຖືກຕ້ອງກ່ຽວກັບສາຍພົວພັນລະຫວ່າງລັດແລະພົນລະເມືອງ, ເຊິ່ງຕ້ອງໄດ້ດຳເນີນໄປພ້ອມໆກັນກັບຂະບວນການຫັນເປັນປະຊາທິປະໄຕ.
ຈຳເປັນຕ້ອງສ້າງລະບົບກົດໝາຍກ່ຽວກັບການຮ້ອງຮຽນທີ່ຄົບຖ້ວນ, ຄົບຊຸດ ແລະ ເປັນເອກະພາບກັບລະບົບກົດໝາຍເວົ້າລວາມ, ລະບົບກົດໝາຍວ່າດ້ວຍການຮ້ອງຮຽນເວົ້າສະເພາະ. ປັບປຸງກົນໄກໃຫ້ສົມບູນ, ຍົກສູງປະສິດທິພາບ, ປະສິດທິຜົນ, ຄວາມຮັບຜິດຊອບໃນການກວດກາ, ກວດສອບ, ຕິດຕາມກວດກາ ຂອງລະບົບອົງການປົກຄອງລັດຕໍ່ການຮັບປະກັນສິດທິໃນການຮ້ອງຮຽນຂອງພົນລະເມືອງ. ສ້າງແລະປະຕິບັດລະບອບຄວາມຮັບຜິດຊອບ ເພື່ອຮັບປະກັນສິດທິໃນການຮ້ອງຮຽນ ແລະ ຈັດການຢ່າງເຂັ້ມງວດກັບການລະເມີດສິດທິໃນການຮ້ອງຮຽນຂອງພົນລະເມືອງ. ພ້ອມກັນນັ້ນ, ຍົກສູງຄວາມສາມາດ ແລະ ຄຸນສົມບັດສິນທຳຂອງຖັນແຖວພະນັກງານ ລັດຖະກອນ, ພິເສດແມ່ນພະນັກງານ ລັດຖະກອນທີ່ປະຕິບັດໜ້າທີ່ທີ່ກ່ຽວຂ້ອງກັບການຮັບປະກັນສິດທິໃນການຮ້ອງຮຽນຂອງພົນລະເມືອງ. ນີ້ແມ່ນວິທີແກ້ໄຂທີ່ມີລັກສະນະຕັດສິນຊີ້ຂາດ.
ທີແປດ, ເຊື່ອມໂຍງຢ່າງແໜ້ນແຟ້ນ ການປະຕິບັດປະຊາທິປະໄຕ ກັບການປະຕິບັດຄວາມສາມັກຄີທີ່ຍິ່ງໃຫຍ່, ກໍ່ສ້າງສັງຄົມທີ່ເປັນເອກະສັນກັນ, ພ້ອມທັງຍູ້ແຮງການຮ່ຳຮຽນແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນໂຮ່ຈີມິນ, ໂດຍສະເພາະແມ່ນແບບແຜນປະຊາທິປະໄຕ, ໃກ້ຊິດປະຊາຊົນ, ເຊື່ອໝັ້ນປະຊາຊົນ, ນັບຖືປະຊາຊົນ, ຮັກແພງປະຊາຊົນ, ເພື່ອປະຊາຊົນຂອງທ່ານ.
ຕາມນັ້ນ, ຕ້ອງເຊີດຊູຈັນຍາບັນປະຕິວັດທີ່ ດຸໝັ່ນ, ປະຢັດ, ຊື່ສັດ, ທ່ຽງທຳ, ແລະປະຕິບັດຄຳສອນຂອງປະທານໂຮ່ຈີມິນ: ການຕ້ານລັດທິເອກະຊົນຄືກັນກັບການຕໍ່ສູ້ຕ້ານ “ສັດຕູພາຍໃນ” ທີ່ອັນຕະລາຍທີ່ສຸດ. ໃຫ້ຄວາມສຳຄັນກັບການເປັນແບບຢ່າງ, ຍ້ອນວ່າ “ແບບຢ່າງທີ່ມີຊີວິດມີຄ່າຫຼາຍກວ່າຄຳປາໄສໂຄສະນາຊວນເຊື່ອນັບຮ້ອຍຄຳ”, ປະຕິບັດ “ຄຳເວົ້າໄປຄຽງຄູ່ກັບການເຮັດ”. ຢຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ເຄົາລົບກົດໝາຍ, ເປັນແບບຢ່າງໃນການປະຕິບັດກົດໝາຍ ແລະ ກົດລະບຽບຂອງພັກ, ປະຕິບັດຖືກຕ້ອງຕາມ ຂໍ້ກຳນົດກ່ຽວກັບສິ່ງທີ່ສະມາຊິກບໍ່ໄດ້ຮັບອະນຸຍາດໃຫ້ເຮັດ ເພື່ອຮັບປະກັນຄວາມເຂັ້ມງວດ, ແໜ້ນແຟ້ນຂອງລະບອບກົດໝາຍ ແລະ ລະບຽບວິໄນສັງຄົມ./.
------------------
(1) ເບິ່ງ: ໂຕ ຮູຍເຣື໋ອ, ຮ່ວາງ ຈີ໋ບ໋າວ, ເຈິ່ນ ຂັກຫວຽດ, ເລ ງ້ອກຕ່ອງ (ບັນນາທິການຮ່ວມ): ຂະບວນວິວັດການປ່ຽນແປງໃໝ່ຈິນຕະນາການທິດສະດີຂອງພັກ ແຕ່ປີ 1986 ເຖິງປະຈຸບັນ (ພິມຈຳໜ່າຍຄັ້ງທີສາມ), ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ໜ້າ 205.
(2) ເບິ່ງ: ຮ່ວາງ ຈີ໋ບ໋າວ (ຫົວໜ້າບັນນາທິການ): ລະບົບການເມືອງຢູ່ຮາກຖານຊົນນະບົດໃນປະເທດເຮົາປະຈຸບັນ, ສພຈ ການເມືອງແຫ່ງຊາດ, ຮ່າໂນ້ຍ, 2003, ໜ້າ 158.
(3) ເບິ່ງ: ໂຕ ຮູຍເຣື໋ອ, ຮ່ວາງ ຈີ໋ບ໋າວ, ເຈິນ ຂັກຫວຽດ, ເລ ງ້ອກຕ່ອງ (ບັນນາທິການຮ່ວມ): ຂະບວນວິວັດການປ່ຽນແປງໃໝ່ຈິນຕະນາການທິດສະດີຂອງພັກ ແຕ່ປີ 1986 ເຖິງປະຈຸບັນ, ປຶ້ມທີ່ໄດ້ແນະນຳ, ໜ້າ 205.
(4) ເບິ່ງ: ຫວູ ຈ້ອງເລິມ: “ການປະຕິບັດຫຼັກການລວມສູນປະຊາທິປະໄຕໃນການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກເຮົາໃນປະຈຸບັນ”, ວາລະສານກອມມູນິດ, ສະບັບທີ 957, ເດືອນມັງກອນ 2021, ໜ້າ 42.
(5) ວັນທີ 16 ກັນຍາ 2021, ກົມການເມືອງສູນກາງພັກໄດ້ອອກຂໍ້ກຳນົດເລກທີ 32-QĐ/TW, “ກ່ຽວກັບພາລະບົດບາດ, ໜ້າທີ່, ສິດຂອບເຂດ, ລະບອບເຮັດວຽກ, ການພົວພັນເຮັດວຽກ ຂອງຄະນະຊີ້ນໍາສູນກາງກ່ຽວກັບການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ຄວາມຫຍໍ້ທໍ້” (ປ່ຽນແທນຂໍ້ກຳນົດເລກທີ 211-QD/TW, ລົງວັນທີ 25 ທັນວາ 2019, ຂອງກົມການເມືອງສູນກາງພັກ, “ກ່ຽວກັບພາລະບົດບາດ, ໜ້າທີ່, ສິດຂອບເຂດ, ລະບອບເຮັດວຽກ, ການພົວພັນເຮັດວຽກ ຂອງຄະນະຊີ້ນໍາສູນກາງກ່ຽວກັບການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ”). ການປ່ຽນຊື່ແລະເພີ່ມເຕີນພາລະບົດບາດ, ໜ້າທີ່, ສິດຂອບເຂດໃນການຊີ້ນຳການປ້ອງກັນແລະຕ້ານຄວາມຫຍໍ້ທໍ້ຂອງຄະນະຊີ້ນໍາສູນກາງ ແມ່ນບາດກ້າວໃໝ່ທີ່ແຂງແຮງກວ່າເກົ່າ ໃນກິດຈະການກໍ່ສ້າງແລະປັບປຸງພັກ, ແນໃສ່ປ້ອງກັນການສະແດງອອກຂອງຄວາມຫຍໍ້ທໍ້ຈາກຮາກ ເພື່ອສະກັດກັ້ນການກະທຳສໍ້ລາດບັງຫຼວງຈາກໄກ.
(6) ເບິ່ງ: Susan Rose - Ackerman: Corruption and Government - Causes, Consequences, and Reform, (ຂໍແປ: “ການສໍ້ລາດບັງຫຼວງ ແລະ ອຳນາດການປົກຄອງ: ສາເຫດ, ຜົນສະທ້ອນ ແລະ ການປະຕິຮູບ”), Cambridge University Press, 1999, ໜ້າ 200 - 201
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 987 (ເດືອນເມສາ 2022)