ວກ. - ປະທານ​ໂຮ່ຈີ​ມິນ​ບໍ່​ພຽງ​ແຕ່​ໃຫ້ຄໍາແນະນໍາທີ່​ເລິກ​ເຊິ່ງ ກ່ຽວ​ກັບ​ເນື້ອ​ໃນ​ຂອງແບບ​ແຜນ, ແຕ່ຍັງເປັນຕົວຢ່າງທີ່​ໃສ​ແຈ້ງ ​ກ່ຽວ​ກັບການປະຕິບັດ​ແບບ​ແຜນ​ການຮັບຟັງ​ແລະ​ຮຽນ​ຮູ້ຈາກປະຊາຊົນ, ​ແຕ່​ບໍ່ “​ໄປ​ຕາມກົ້ນ” ມະຫາຊົນ. ​ໃນ​ປະຈຸ​ບັນ, ​ເມື່ອ​ລັດທິ​ປະຊາ​ນິຍົມ​ໂດຍ​ການ​ເຍີນຍໍປະຊາຊົນ​ເປັນ​ຈຸດ​ພິ​ເສດ​ທີ່​​ໂດ​ດ​ເດັ່ນ ທີ່ກຳລັງ​ເກີດ​ຂຶ້ນ​ຢ່າງ​ແຂງ​ແຮງ​ໃນ​ໂລກ ​ແລະ ປະກົດ​ການ​ບາງ​ຢ່າງ​ຂອງ​ມັນເລີ່​ມ​ເກີດ​ຂຶ້ນ​ຢູ່​ຫວຽດນາມ, ດັ່ງ​ນັ້ນ, ການ​ນຳ​ຄຳ​ແນະນຳ​ຂອງ​ປະທານ​ໂຮ່ຈິ​ມິນ​ໄປໃຊ້​ຢ່າງ​ປະດິດ​ສ້າງ ໃນວຽກງານ​ຂົນຂວາຍ​ປະຊາຊົນ ​ໄດ້​ກາຍ​ເປັນ​ຄວາມ​ຮຽກຮ້ອງ​ຕ້ອງການ​ອັນ​ຮີບ​ດ່ວນ.

ຄວາມ​ແຕກ​ຕ່າງ​ກັນ​ລະຫວ່າງ​ແບບ​ແຜນການ​ຮັບ​ຟັງ​ແລະ​ຮຽນ​ຮູ້​ຈາກ​ປະຊາຊົນ
ກັບການສະ​ແດງ​ອອກ​ຂອງ “ການ​ໄປ​ຕາມກົ້ນ​ມະຫາຊົນ”

ປະຫວັດສາດ​ຢູ່​ບໍ່​ວ່າ​ບ່ອນ​​ໃດ​ແລະ​ໃນ​ສະ​ໄໝ​ໃດໆ​ກໍຢືນຢັນ​ສັດຈະທຳ​ທີ່​ວ່າ: ຖ້າອຳນາດ​ການ​ປົກຄອງຮູ້ຈັກຟັງປະຊາຊົນເພື່ອ “ຄວາມສະຫງົບຂອງປະຊາຊົນ”, ປະເທດຈະສະຫງົບສຸກ ແລະ ຈະເລີນຮຸ່ງເຮືອງ; ແລະໃນທາງກັບກັນ, ຖ້າອຳນາດ​ການ​ປົກຄອງ​ເຫີ​ນຫ່າງຈາກປະຊາຊົນ ກຽດຊັງປະຊາຊົນ ກົດຂີ່ປະຊາຊົນ, ຊາດນັ້ນຈະພິນາດ. ​ໃນ​ຖານະ​ທີ່​ເປັນ​ຜູ້​ກໍ່ສ້າງ​ລະບອບ​ປະຊາທິປະ​ໄຕ​ໃໝ່, ປະທານ ​ໂຮ່ຈີ​ມິນ ​ໄດ້​ຖື​ເອົາ​ການຮັບ​ຟັງ​ປະຊາຊົນ ​ແລະຮຽນຮູ້​ຈາກ​ປະຊາຊົນ ​​​ເປັນ​ຫຼັກການ​ແຫ່ງ​ການ​ຮັບ​ຮູ້​ແລະການ​ກະທຳ ທີ່​ຈຳ​ເປັນ​​ຂອງ​ພະນັກງານ ສະມາຊິກ​ພັກ.

​ເພື່ອ​ໃຫ້​ພະນັກງານ ສະມາຊິກ​ພັກ​ຕັດ​ສີນ​ໃຈ​ໃນ​ການ​ປະຕິບັດ​ຫຼັກການ​ນີ້, ປະທານ​ໂຮ່ຈີ​ມິນ​ໄດ້​ອະທິບາຍຄວາມຈຳ​ເປັນ​ຕ້ອງ​ຮັບ​ຟັງ​ປະຊາຊົນ ​ໂດຍ​ໄດ້​ໄຈ້​ແຍກ​ຈຸດ​ພິ​ເສດ​ຂອງ​ບັນດາ​ສະ​ຖາ​ບັນ​ທາງການ​ເມືອງ​ໃນ​ຫວຽດນາມ. 

ກ່ຽວ​ກັບ​ພັກ, ປະທານ​ໂຮ່ຈີ​ມິນ​ເນັ້ນ​ວ່າ, ພັກມາຈາກປະຊາຊົນ ​ແລະ ສູ້​ຊົນ​ເພື່ອ​ປະຊາຊົນ. ນັບ​ແຕ່​ເມື່ອ​ກຳເນີ​ດ​ເກີດ​ຂຶ້ນ​ມາ, ພັກ​ໄດ້​ມີ​ອົງ​ປະກອບ​ຂອງ​ຊາດ​ຢູ່​ໃນ​ຕົວ​ຕົນ ​ແລະ “ຝັງ​ຮາກ” ​ເລິກ​ຢູ່​ໃນ​ໃຈ​ຂອງ​ຊາດ. ​ເມື່ອ​ພັກກຳອຳນາດກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າມີອຳນາດ “ບອກ​ສັ່ງມະຫາຊົນ ​ແຕ່​ຕ້ອງ​ເປັນ​ຄົນ​ໃຊ້​ຂອງ​ມະຫາຊົນ”, ຮັບ​ໃຊ້​ປະ​ຊາ​ຊົນ. ຢາກ​ຮັບ​ໃຊ້​ປະຊາຊົນ​ໄດ້​ດີ ຈຳ​ເປັນ​ຕ້ອງຮັບ​ຟັງ ​ເພື່ອຮູ້​ແຈ້ງ ​ແລະ ​ເຂົ້າ​ໃຈຄວາມ​ປາດ​ຖະໜາ​ຂອງ​ປະຊາຊົນ​ຢ່າງ​ເລິກ​ເຊິ່ງ. 

ກ່ຽວ​ກັບ​ລັດ, “ປະ​ເທດ​ເຮົາ​ແມ່ນ​ປະ​ເທດ​ປະຊາທິປະ​ໄຕ”; ​ໃນ​ລັດ​ນັ້ນ, ປະຊາຊົນ​ເປັນ​ເຈົ້າຂອງ ​ແລະ​ ມີ​ສິດ​ເປັນ​ເຈົ້າ​ຂອງ, ສ່ວນ​ພະນັກງານ ສະມາຊິກ​ນັ້ນ​ ເປັນ “ຄົນ​ໃຊ້” ຂອງ​ປະຊາຊົນ ​ ແລະ ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ​ທີ່​ຈະ​ຮັບ​ຟັງ​ຄວາມ​ຄິດ​ເຫັນ​ຂອງ​ປະ​ຊາ​ຊົນ ແລະ ຄວາມ​ມຸ່ງ​ຫວັງ​ອັນ​ຊອບ​ທຳ ຖືກ​ກົດໝາຍ​ ຂອງ​ປະຊາຊົນ ​ເພື່ອ​ຈະຮັບ​ໃຊ້​ໃຫ້​ດີ. ປະທານ​ໂຮ່ຈີ​ມິນ ​ຖອດ​ຖອນ​ຂໍ້​ສະຫຼຸບ: “ຮັກສາ​ຄວາມສຳພັນ​ໃກ້ຊິດ​ສະໜິດ​ແໜ້ນ​ກັບ​ປະຊາຊົນ ​ແລະ ​ຮັບ​ຟັງ​ຄຳ​ເຫັນ​ຂອງ​ປະຊາຊົນ​ສະ​ເໝີ​, ນັ້ນ​ແມ່ນ​ພື້ນຖານ​ຂອງ​ກຳລັງ​ແຮງ​ຂອງ​ພັກ ​ແລະ ຍ້ອນ​ແນວ​ນັ້ນ​ ພັກຈຶ່ງ​ໄຊຊະ”(1) 

ລຸງໂຮ່ ຢ້ຽມຢາມບັນດາຄອບຄົວນັກຮົບເສຍອົງຄະ ທີ່ເຮັດການຜະລິດເກັ່ງ ຢູ່ ຕ່ຽນຫາຍ, ແຂວງ ຖາຍບິ່ງ (ຮູບແຕ້ມຂອງຈິດຕະກອນ ຫງວຽນ ກາວເທືອງ) _ພາບ: vnexpress.net

ປະທານ​ໂຮ່ຈີ​ມິນຍັງ​ຊີ້​ໃຫ້​ເຫັນຜົນ​ປະ​ໂຫຍ​ດ ຂອງ​ການ​ຮັບ​ຟັງ​ປະຊາຊົນ: ​ເມື່ອ​ຮັບ​ຟັງ​ປະຊາຊົນ​ພັກ​ຈຶ່ງ​ມີ​ຄວາມ​ສາມາດ​ໃນ​ການວາງ​ແຜນ​ນະ​ໂຍບາຍ, ​ແນວທາງ, ນະ​ໂຍບາຍທີ່​ຖືກ​ໃຈ​ປະຊາຊົນ. ພັກ​ນຳພາກ່ອນ​ອື່ນ​ໝົດ​ດ້ວຍການວາງ​ແຜນ​ນະ​ໂຍບາຍ​ແລະ​ແນວທາງ​ອອກ​ມາ, ​ແຕ່​ແຜນ​ນະ​ໂຍບາຍ​ແລະ​ແນວທາງ​ນັ້ນ ບໍ່​ອາດ​ຈະ​ວາງ​ອອກ​ຢ່າງ​ອັດຕະວິ​ໄສ ຕາມລຳ​ພັງ​ໃຈ, ມັນ​ຕ້ອງ​ຮັບ​ໃຊ້ຜົນ​ປະ​ໂຫຍດ​ອັນ​ຊອບ​ທໍາ​ ທີ່ຖືກ​ກົດໝາຍ​ຂອງ​ປະ​ຊາ​ຊົນ​​ໄດ້​ດີ​ທີ່​ສຸດ. ​ເວົ້າ​ຢ່າງ​ອື່ນ, ​ແຜນນະໂຍບາຍແລະ​ແນວທາງຕ້ອງ “ກັ່ນ” ຈາກ​ເຈດຈຳນົງ​ຂອງ​ປະຊາຊົນ.

ປະທານ​ໂຮ່ຈີ​ມິນຮຽກຮ້ອງ​ໃຫ້​ພະນັກງານຕ້ອງ​ຮັບ​ຟັງ​ຄວາມ​ຄິດ​ເຫັນ​ຂອງ​ປະຊາຊົນ ກໍ​ຍ້ອນ​ວ່າ “ຕາ​​ຫູ” ຂອງ​ປະຊາຊົນ​ມີ​ຫຼາຍທີ່​ສຸດ; ປະຊາຊົນ “ຮູ້​ຫຼາຍ​ສິ່ງ​ທີ່​ຜູ້ນໍາບໍ່​ຮູ້”. ​ໃນ​ວຽກ​ງານ​ພະນັກງານ - ໜ້າ​ທີ່​ກຸນ​​ແຈ, ໜ້າ​ທີ່ “ຫຼັກ” ຂອງ​ພັກ, ຢາກ​ຮູ້​ວ່າ​ພະນັກງານ​ຜູ້​ໃດ​ດີ, ພະນັກງານ​ໃດ​ບໍ່​ດີ, ວິທີ​ທີ່​ດີ​ສຸດ​ແມ່ນ​ຖາມ​ປະຊາຊົນ. ດັ່ງ​ນັ້ນ, ຕ້ອງ​ຮັບ​ຟັງ​ປະຊາຊົນ, “ອີງ​ໃສ່​ຄວາມ​ເຫັນ​ຂອງ​ເຂົາ​ ເພື່ອ​​ແຕ່ງ​ຕັ້ງ​ພະນັກງານ, ບໍ່ອະຄະຕິ ບໍ່ລຳອຽງ, ຕ້ອງ​ສົມ​ເຫດ​ສົມ​ຜົນ ແລະ ຍຸຕິທຳ”(2). ​ເພິ່ນ​ເນັ້ນ​ໜັກ​ວ່າ, ພະນັກງານ​ຢາກ​ເສີມ​ຂະຫຍາຍ​ຈຸດ​ດີ, ​ແກ້​ໄຂ​ຈຸດ​ອ່ອນ “ສິ່ງທີ່ສໍາຄັນທີ່ສຸດແມ່ນໃຫ້ປະຊາຊົນເວົ້າ”; ພະນັກງານ​ຢາກ​ປະສົບ​ຄວາມ​ສຳ​ເລັດ​ໃນ​ການ​ປະຕິບັດ​ໜ້າ​ທີ່​ແມ່ນ “ຕ້ອງ​ປຶກສາ​ຫາລື​ກັບ​ປະ​ຊາ​ຊົນ, ປະຊາຊົນ​ຈະ​ມີ​ຄວາມ​ເຫັນ​ທີ່​ດີ”.

ຈາກ​ຄວາມສຳຄັນ​ຂອງ​ການ​ຮັບ​ຟັງ​ປະຊາຊົນ, ປະທານ​ໂຮ່ຈີ​ມິນສະຫຼຸບ​ວ່າ: “ຄຸນສົມບັດ​ປະຕິວັດ ​ແມ່ນຜະສົມຜະສານກັບມະຫາຊົນເປັນກຸ່ມ​ກ້ອນ​ໜຶ່ງ, ​ເຊື່ອ​ມະຫາຊົນ, ​ເຂົ້າ​ໃຈ​ມະຫາຊົນ, ຮັບ​ຟັງ​ຄວາມ​ຄິດ​ເຫັນ​ຂອງ​ມະຫາຊົນ”(3). ຄື​ແນວ​ນັ້ນ, ຕາມປະທານ​ໂຮ່ຈີ​ມິນ​, “ການ​ຮັບ​ຟັງ​ປະຊາຊົນ” ​​ເປັນຄຸນສົມບັດ​ພື້ນຖານ​ຂອງ​ສິນ​ທຳ​ປະຕິວັດ ​ແລະ ​ແມ່ນ​ຈຸດ​ພິ​ເສດສຳຄັນ​​ ໃນ​ແບບ​ແຜນ​ເຮັດ​ວຽກ​ຂອງ​ພະນັກງານ

ດ້ວຍ​ຈິດ​ໃຈ “ການ​ສ້າງ​ໄປ​ຄຽງ​ຄູ່​ກັບ​ການ​ຕ້ານ”, ປະທານ​ໂຮ່ຈີ​ມິນ​ກ່າວ​ເຕືອນກ່ຽວ​ກັບ​ພະຍາດ​ຕ່າງໆ ​ທີ່ເຮັດ​ໃຫ້​ພະນັກງານ​ບໍ່​ຟັງ​ປະຊາຊົນ, ​ເຊັ່ນ ຄວາມ​ຈອງຫອງ, ອາດຍາ​ສິດ, ຄວາມທະ​ເຍີ​ທະຍານ. ​ເພິ່ນ​ເນັ້ນ​ໜັກ​ວ່າ ຢາກ​ຝຶກ​ຝົນ​ແບບ​ແຜນ​ໃກ້ຊິດ​ມະຫາຊົນ ແລະ​ຮັບ​ຟັງ​ປະຊາຊົນ ກໍ​ຕ້ອງ​ລະວັງ​ຕົວ​ຕໍ່ພະຍາດ​ອັນຕະລາຍ​ເຫຼົ່າ​ນີ້; ຖ້າ​ຢາກ​ຟັງ​ຄວາມ​ຄິດ​ເຫັນ​ຂອງ​ປະຊາຊົນ, ພະນັກງານ​ກໍ່​ຕ້ອງ​ຮ້ອງ​ຂໍ​ຢ່າງ​ແທ້​ຈິງ, “ຕ້ອງ​ຊ່າງ​ເຈາະ​ຈີ້ມ​ໃຫ້​ພວກ​ເຂົາ​ເວົ້າ” ແລະ “ຖ້າປະຊາຊົນເວົ້າສິບຢ່າງ ແຕ່ມີພຽງສອງສາມຢ່າງ​ທີ່​ສ້າງສັນ, ສິ່ງ​ນັ້ນ​ກໍມີຄ່າແລະມີປະໂຫຍດ”. ສິ່ງ​ທີ່​ປະຊາຊົນ​ເວົ້າ​ແມ່ນ​ຄວາມ​ຈິງ, ພະນັກງານ​ຈຳ​ເປັນ​ຕ້ອງ​ປະຕິບັດ​ຕາມ; ສ່ວນ​ເລື່ອງ​ທີ່​ບໍ່ຖືກຕ້ອງ, ຜ່ານນັ້ນ, ພະນັກງານ​ກໍ​ຮູ້​ໄດ້​ວ່າ ປະຊາຊົນຄິດແນວໃດ ເພື່ອຈະໄດ້ມີວິທີການອະທິບາຍ​ໃຫ້​ເຂົາ​ເຈົ້າ​ຮູ້, ​ເພື່ອ​ໂຄສະນາ​ເຜີຍ​ແຜ່ ປຸກລະດົມ ນຳພາຢ່າງເໝາະສົມ ແລະ ມີປະສິດທິຜົນ.

ປະທານ​ໂຮ່ຈີ​ມິນ​ເຊື່ອ​ໝັ້ນ​ຕໍ່​ມະຫາຊົນ, ສະ​ນັ້ນ, ​ເພິ່ນ​ຮຽກຮ້ອງ​ໃຫ້​ພະນັກງານ​ບໍ່​ພຽງ​ແຕ່​ຮັບ​ຟັງປະຊາຊົນ​ເທົ່າ​ນັ້ນ, ​ແຕ່​ຍັງ​ຕ້ອງ​ຮຽນຮູ້​ຈາກ​ມະຫາຊົນ. ຕາມ​ເພິ່ນ, ພາລະກິດ​ການ​ປະຕິວັດມີ​ລັກສະນະ​ປະດິດ​ສ້າງຢູ່​ສະ​ເໝີ, ດັ່ງ​ນັ້ນ, ຄວາມຮູ້ແລະບົດຮຽນບໍ່ເຄີຍພຽງພໍ; ພະນັກງານ​ທີ່​ຢາກ​ກ້າວໜ້າ​ຕະຫຼອດ​ໄປ, ຢາກ​ເຮັດ​ວຽກ​ງານ​ໃຫ້​ສຳ​ເລັດ, ຕ້ອງຮຽນຮູ້​ຢູ່ຕະຫຼອດ​ເວລາ. ພວກ​ເຂົາ​ເຈົ້າ​ຕ້ອງ​ຮຽນ​ທັງ​ໃນໜັງ​ສື​ ແລະ ​ໃນ​ການ​ເຮັດ​ວຽກ; ​ແຕ່ສຳຄັນທີ່​ສຸດ​ແມ່ນ “ຮຽນ​ຮູ້​ຈາກ​ມະຫາຊົນ”. ​ເຫດຜົນແມ່ນ ຍ້ອນວ່າມະຫາຊົນ​ມີຈຳນວນ​ຫຼວງຫຼາຍ, “ສະຫຼາດຫຼາຍ”, “ຮູ້​ວິທີ​ແກ້​ໄຂ​ຫຼາຍ​ບັນຫາ​ຢ່າງ​ງ່າຍດາຍ ​ໄວວາ ຄົບ​ຖ້ວນ,​ເຊິ່ງຄົນ​ເກ່ງ ອົງການ​ໃຫຍ່ຄິດ​ບໍ່​ເຖິງ”. ​ເພິ່ນ​ຢືນຢັນ: “ຖ້າ​ທ່ານ​ບໍ່​ຮຽນ​ຮູ້​ຈາກ​ປະຊາຊົນ ທ່ານ​ກໍ​ບໍ່​ສາມາດ​ນຳພາ​ປະຊາຊົນ​ໄດ້. ຖ້າ​ທ່ານ​ຮູ້​ວິ​ທີ​ເປັນ​ລູກ​ສິດ​ຂອງ​ປະ​ຊາ​ຊົນ, ທ່ານຈຶ່ງ​ຈະສາ​ມາດ​ເປັນ​ຄູ​ອາ​ຈານ​ຂອງ​ປະ​ຊາ​ຊົນ(4).

ປະທານ​ໂຮ່ຈີ​ມິນ​ເນັ້ນ​ໜັກ​ວ່າ​: ຖ້າ​ຢາກ “ຮຽນ​ຮູ້​ຈາກ​ມະຫາຊົນ, ຕ້ອງມີ​ຄວາມ​ກະຕືລື​ລົ້ນ, ຕັ້ງ​ອົກຕັ້ງໃຈ, ຖ່ອມຕົວ, ອົດທົນ​ພະຍາຍາມ”(5), ເພາະ​ຖ້າ​ເພີກ​ເສີຍ, ​ເຮັດ​ແບບຜີວ​ເຜີນ ​ພໍ​ແລ້ວມື, ປະຊາຊົນ​ຈະ​ບໍ່​ໄວ້​ວາງ​ໃຈ​​ໃນພະນັກງານ; ຖ້າ​ພວກ​ເຂົາ​ຮູ້ ພວກ​ເຂົາ​ກໍ​ບໍ່​ເວົ້າ ຫຼືແມ້ກະທັ້ງເວົ້າ ພວກເຂົາຈະບໍ່ເວົ້າທັງໝົດ; ດັ່ງ​ນັ້ນ, ການ​ຮຽນ​ຮູ້​ຈາກມະຫາຊົນຈະ​ສູນ​ເສຍຄວາມໝາຍແລະຜົນກະທົບອັນເຕັມທີ່ຂອງມັນ. ຄຽງ​ຂ້ານນັ້ນ, ​ເພິ່ນ​ໄດ້ຕຳໜິຕິຕຽນ​ບັນດາ​ພະນັກງານ​ທີ່ເວົ້າວ່າ “ປະຊາຊົນໂງ່ຈ້າ ບໍ່​ຮູ້​ຫຍັງ​ເລີຍ, ຕົວເອງມີປັນຍາ ​ເກ່ງ​ກ້າ​ສາມາດ”, ດັ່ງ​ນັ້ນ ພວກເຂົາຈຶ່ງດູຖູກຄວາມຄິດເຫັນຂອງປະຊາຊົນ, “ບໍ່ຕ້ອງການ​ທີ່​ຈະ​ຮຽນ​ຮູ້ຈາກປະຊາຊົນ, ບໍ່ຄິດທີ່ຈະປຶກສາຫາລືກັບປະຊາຊົນ”. ​ເພິ່ນ​ຕັກ​ເຕືອນ​ວ່າ “ຜູ້ນໍາບໍ່​ຄວນ​ອວດອົ່ງຈອງຫອງ, ແຕ່ຄວນເຂົ້າໃຈຊາບຊື້ງ. ຄວາມຮູ້ແລະບົດຮຽນ​ຂອງ​ຕົນ​ເອງ​ກໍບໍ່​ພຽງພໍ ສໍາລັບການນໍາພາທີ່ຖືກຕ້ອງ. ດັ່ງ​ນັ້ນ, ນອກຈາກ​ບົດຮຽນ​ຂອງ​ຕົນ​ແລ້ວ, ຜູ້ນໍາຍັງ​ຕ້ອງ​​ໃຊ້ບົດຮຽນ​ຂອງສະມາຊິກ​ພັກ ​ແລະ​ຂອງ​ປະຊາຊົນ​ອີກ”(6). ການຮຽນຮູ້ຈາກມະຫາຊົນ​ຢ່າງຖ່ອມຈຽມ ຄ່ຽມຄົມ ບໍ່ພຽງແຕ່ຊ່ວຍໃຫ້ພະນັກງານປະສົບຜົນສໍາເລັດ​ໃນ​ວຽກ​ງານ​ຂອງ​ຕົນ​ເທົ່າ​ນັ້ນ; ​ແຕ່​ຜ່ານ​ສິ່ງ​ດັ່ງກ່າວ ຍັງ​ໄດ້ຮັບ​ຄວາມ​ໄວ້​ວາງ​ໃຈຂອງ​ປະຊາຊົນ, ​ເພາະ​ຄວາມ​ເປັນ​ຈິງ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ, ມະຫາ​ຊົນ​ບໍ່​ເຄີຍ​ເຊື່ອ​ຖື​ແລະ​ຮັກ​ຜູ້​ທີ່​ອວດອົງ​ທະ​ນົງ​ຕົວ​.

ປະທານ​ໂຮ່ຈີ​ມິນ​ຈຳ​ແນ​ກຄວາມ​ແຕກ​ຕ່າງ​ກັນ ​ລະຫວ່າງການ​ຮັບ​ຟັງ, ການຮຽນ​ຮູ້​ຈາກ​ມະຫາຊົນ ກັບ​ “ການຕາມ​ກົ້ນ”, “ການ​ຮ້າວ​ລອຍ” ຕາມ​ມະຫາຊົນ. ​ເພິ່ນ​ອະທິບາຍ​ວ່າ “ປະຊາຊົນບໍ່ຄືກັນທັງ​ໝົດ. ໃນໝູ່​ປະ​ຊາ​ຊົນ ມີ​ຊົນ​ຊັ້ນຕ່າງ​ກັນ ລະ​ດັບ​ຕ່າງ​ກັນ ຄວາມ​ຄິດ​ເຫັນ​ຕ່າງ​ກັນ. ມີຄົນຊັ້ນສູງ ຊັ້ນກາງ ຊັ້ນຕ່ຳຫຼ້າ​ຫຼັງ”(7). ດັ່ງ​ນັ້ນ, ​ເຖິງ​ວ່າປະຊາຊົນ​ສ່ວນ​ຫຼາຍເປັນຄົນດີຫຼາຍ, ຮູ້ “ສິ່ງດີ, ສິ່ງທີ່ຖືກຕ້ອງ” ​ແລະ ​ເຊື່ອ​ໝັ້ນ​ຮັກ​ແພງ​ພັກ​ຢ່າງ​ສຸດ​ໃຈ, ​ແຕ່​ກໍ​ມີ​ປະຊາຊົນສ່ວນ​ໜຶ່ງ ​ເຊິ່ງເນື່ອງຈາກລະດັບຄວາມຮູ້ທີ່ຈໍາກັດ, ຄວາມຮູ້​ກົດໝາຍ​ພຽງ​ໜ້ອຍ​ໜຶ່ງ, ຂ້ອນຂ້າງ “​ໃຈງ່າຍ” ຈຶ່ງ​ອາດ​ຈະ​ຖືກພວກ​ປະ​ຕິການ​​ແກ່​ດຶງ ຊັກຈູ​ງ ກະຕຸ້ນ, ເຮັດໃຫ້ເກີດຄວາມຄິດທີ່ບໍ່ຖືກຕ້ອງ, ຄວາມຕ້ອງການ ແລະການກະທຳທີ່ຮຸນ​ແຮງ ສຸດ​ຂົ້ວ. ດັ່ງ​ນັ້ນ, ​ເພິ່ນ​ເນັ້ນ​ໜັກ​ວ່າ ພະນັກງານ​ຕ້ອງ​ຮູ້​ຮັບ​ຟັງ​ປະຊາຊົນ, ​ແຕ່ “ແນ່ນອນ​ວ່າ, ບໍ່​ແມ່ນ​ປະຊາຊົນເວົ້າແນວໃດ, ເຮົາກໍ່ຫຼັບຕາເຮັດຕາມ”, ແຕ່ຕ້ອງມີການປຽບທຽບ​ແລະວິ​ເຄາະ​ຢ່າງຮອບ​ຄອບ ຄວາມຄິດເຫັນທີ່ແຕກຕ່າງກັນຂອງມະຫາຊົນ ​ເພື່ອ “​ເລືອກ​ເອົາ​ຄວາມ​ເຫັນ​ທີ່​ຖືກຕ້ອງ” ​ແລະ ຫັນ​ເປັນ​ແຜນ​ນະ​ໂຍບາຍ​ແລະ​ແນວທາງ​ທີ່​ເໝາະ​ສົມ. ຖ້າ​ພະນັກງານບໍ່ມີຄວາມກ້າຫານແລະຄວາມສາມາດ​ໃນ​ການວິເຄາະ ​ເພື່ອຮູ້​ວ່າ​ ສິ່ງ​ທີ່​ປະຊາຊົນ​ເຮັດ​ຖືກຕ້ອງ, ສິ່ງທີ່ປະຊາຊົນເວົ້າດີ, ພະນັກງານ​ນັ້ນຈະຕົກຢູ່ໃນສະພາບ “ເຮັດຄັນ​ໄຖ​ກາງ​ທາງ”.

ປະທານ​ໂຮ່ຈີ​ມິນ​ຕັກ​ເຕືອນ​ວ່າ: “ພວກ​ເຮົາ​ບໍ່ຄວນຕາມ​ກົ້ນມະຫາຊົນ​ໂດຍ​ເດັດຂາດ(8) ຢ່າງ​ງ່າຍດາຍ ຜີວ​ເຜີນ, ​ແຕ່​ຕ້ອງ​ມີ​ຄວາມ​ກ້າຫານ, ຄວາມ​ຕັດ​ສີນ​ໃຈ ​ເພື່ອ​​ໄຈ້​ແຍກ​ຄວາມ​ຖຶກ - ຄວາມ​ຜິດ​ຢ່າງ​ຈະ​ແຈ້ງ; ຈາກ​ນັ້ນ, ຂົນຂວາຍ ຊວນ​ເຊື່ອ ​ເຮັດ​ໃຫ້​ປະຊາຊົນຕື່ນ​ຕົວ​ເຫັນ​ດີ​ນຳ, ​ໂດຍ​ສະ​ເພາະ​ແມ່ນປະຊາຊົນ​ສ່ວນ​ໜຶ່ງທີ່​ຍັງມີຄວາມ​ເຂົ້າ​ໃຈ​ຜິດ, ​ເພື່ອ​ໃຫ້​ເຂົາດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຕາມ​ລັດຖະທຳ​ມະນູນ ​ແລະ ກົດໝາຍ. ຕໍ່ໜ້າ​ຄວາມ​ປາຖະໜາ ​ແລະ ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ບໍ່​ສົມ​ເຫດ​ສົມ​ຜົນ​ຂອງ​ມະຫາຊົນ, ບັນດາ​ພະນັກງານ​ຕ້ອງ​ອົດທົນ​ ເພື່ອ​ຊັກ​ຊວນ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ໃຈ​ວ່າ: ຜົນ​ປະ​ໂຫຍ​ດຊົ່ວ​ຄາມ ​ແລະ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ​ ຕ້ອງປະຕິບັດ​ຕາມ​ຜົນ​ປະ​ໂຫຍ​ດຍາວ​ນາມ ​ແລະ​ຜົນ​ປະ​ໂຫຍ​ດສ່ວນ​ລວມ; ຜົນ​ປະ​ໂຫຍ​ດຂອງ​ທ້ອງ​ຖິ່ນ​ຕ້ອງ​ປະຕິບັດ​ຕາມ​ຜົນ​ປະ​ໂຫຍ​ດຂອງ​ຊາດ-ປະ​ເທດ​ຊາດ... “ບໍ່​ຕາມ​ກົ້ນ​ມະຫາຊົນ” ໝາຍ​ຄວາມ​ວ່າ ພະນັກງານ​ຕ້ອງ​ປະຕິບັດພາລະກິດ ບົດບາດ​ນຳພາ, ນຳພາ​ມະຫາຊົນ​ໃຫ້​ມີ​ການ​ກະທຳ​ຢ່າງ “ຕື່ນ​ຕົວ”, ມີ​ການຈັດ​ຕັ້ງ, ມີ​ລະບຽບ​ວິ​ໄນ, ບໍ່​ປະ​ໃຫ້​ເຂົາ​ເຈົ້າ​ກະທຳ​ແບບ​ຕາມ​ມີ​ຕາມ​ເກີດ. “ບໍ່​ຕາມ​ກົ້ນ​ມະຫາຊົນ” ໝາຍ​ຄວາມ​ວ່າ ພະນັກງານ​ຕ້ອງ​ເສີມ​ຂະຫຍາຍ​ບົດບາດນຳ​ໜ້າ, ​ເປັນ​ແບບຢ່າງ​​ໃນ​ທຸກ​ຂົງ​ເຂດ. ດັ່ງ​ນັ້ນ, ຕາມປະທານ​ໂຮ່ຈີ​ມິນ​, ພະນັກງານຕ້ອງ​ຢຶດໝັ້ນ​ ແຕ່​ບໍ່​ແຂງກະດ້າງ, ກ້າຫານ​ແຕ່​ບໍ່​ໂສ​ສຸດ, ​ເດັດຂາດ​ແຕ່​ບໍ່​ຜູກຂາດ, ຍືດຫຍຸ່ນແຕ່ບໍ່ອ່ອນແອ, ຮັບ​ຟັງ​ແຕ່​ບໍ່ “​ໃຜ​ວ່າ​ອັນ​ໃດ​ກໍ​ເຫັນ​ດີ”...

ໃນ​ທຸກ​ສະ​ພາບ​ການ, ການ​ພົບ​ປະ​ປະ​ຊາ​ຊົນ, “ຟັງ​ປະ​ຊາ​ຊົນ”, “ເວົ້າ​ກັບ​ປະ​ຊາ​ຊົນ” ຍາມ​ໃດ​ກໍ​ແມ່ນ​ແບບ​ແຜນ​ອັນ​ເປັນ​ເອກະລັກ​ຂອງ​ປະ​ທານ​ໂຮ່​ຈີມິນ. ວັນ​ທີ 3 ສິງຫາ 1945, ​ເຖິງ​ວ່າ​ຈະ​ຕ້ອງ​​ແກ້​ໄຂ​ວຽກ​ງານ​ຫຼາຍ​ຢ່າງ​ຂອງ​ອຳນາດ​ການ​ປົກຄອງທີ່​ຍັງໜຸ່ມ​ນ້ອຍ, ​ເພິ່ນກໍ​ໄດ້​ປະກາດ​ວ່າ: “ນັບ​ແຕ່​ປີ​ນີ້​ເປັນ​ຕົ້ນ​ໄປ, ຂ້າພະ​ເຈົ້າ​ດີ​ໃຈ​ທີ່​ຈະໄດ້ໂອ້ລົມກັບຜູ້ຕາງໜ້າຂອງ​ອົງຄະ​ນະມະ​ຫາ​ຊົນ​ຕ່າງໆ”(9).

ປະທານ​ໂຮ່ຈີ​ມິນ ມາ​ຫາ​ປະຊາຊົນ​ຄື​ກັບ​ມາ​ຫາ​ພີ່ນ້ອງຂອງ​ຕົນ; ຢູ່ທີ່ນັ້ນ, ພິທີກຳ ແລະໄລຍະຫ່າງທັງໝົດເບິ່ງຄືວ່າຖືກລຶບລ້າງ, ເຫຼືອແຕ່ຄວາມເຫັນອົກເຫັນໃຈຢ່າງເລິກເຊິ່ງ​. ໃນ​ຕອນ​ທ້າຍ​ຂອງ​ຊີວິດ, ​ເພິ່ນ​ໄດ້​ສະຫຼຸບ​ວ່າ: “ແຕ່ລະຄົນ, ​ແຕ່​ລະ​ຄອບຄົວ​ກໍ່​ມີ​ຄວາມ​ທຸກ​ຂອງ​ຕົນ, ​ເມື່ອ​ບວກ​​ຄວາມ​ທຸກ​ຂອງ​ແຕ່ລະຄົນ, ​ແຕ່ລະ​ຄອບຄົວ​ ກໍ່​ກາຍ​ເປັນ​ຄວາມ​ທຸກ​ຂອງ​ຂ້ອຍ”(10). ​ເພິ່ນອຸທິດຊີວິດຂອງຕົນເພື່ອປະເທດຊາດແລະປະຊາຊົນ, ​ໂດຍ​ສະ​ເພາະ​ໃນ​ເວລາທີ່ຜູ້ໃດຜູ້ໜຶ່ງເຮັດຜິດ, ​ເພິ່ນມີວິທີການສຶກສາແລະຕຳນິຕິ​ຊົມ​ທີ່ລະອຽດອ່ອນ​ເພື່ອ​ໃຫ້​ຊາບ​ຊຶມ. ດ້ວຍວິທີ​ເຮັດ​ວຽກ “ມາ​ຈາກ​ມະຫາຊົນ, ກັບ​ຄືນ​ສູ່​ມະຫາຊົນ”, ​ເພີດ​ເພີນ​ໃຈ​ໄປ​ກັບ​ຄວາມສຸກ​ຂອງ​ປະຊາຊົນ, ຮູ້ສຶກ​ເຈັບ​ປວດ​​ເມື່ອ​ປະຊາຊົນ​ຕົກທຸກ​ໄດ້​ຍາກ, ​ເຄົາລົບ​ປະຊາຊົນຢ່າງແທ້ຈິງ, ປະທານ​ໂຮ່ຈີ​ມິນ​ໄດ້​ເປັນ​ແບບຢ່າງ​ທີ່​ໃສ​ແຈ້ງ, ສ້າງ​ຄວາມ​ສະ​ໜິດ​ຕິດ​ພັນ​ລະ​ຫວ່າງ “ເຈດ​ຈຳ​ນົງ​ຂອງ​ພັກ” ແລະ “ນ້ຳ​ໃຈ​ປະ​ຊາ​ຊົນ” - ແຫຼ່ງ​ກຳ​ເນີ​ດ​ແຫ່ງ​ໄຊ​ຊະ​ນະ​ຂອງ​ການ​ປະ​ຕິ​ວັດ​ຫວຽດ​ນາມ.

ໝູນ​ໃຊ້ແບບ​ແຜນ​ການຮັບຟັງປະຊາຊົນ, ການຮຽນຮູ້ຈາກປະຊາຊົນ
ຂອງປະທານ​ໂຮ່ຈີ​ມິນ ​ເຂົ້າ​ໃນ​ວຽກ​ງານ​ຂົນຂວາຍ​ປະຊາຊົນ ​ແລະ ຕໍ່ສູ້ກັບ
ການສະແດງອອກຂອງ​ການ​ເຍີນຍໍປະຊາຊົນ, “ຕາມກົ້ນ​ມະຫາຊົນ” ​ໃນ​ປະຈຸ​ບັນ

ການ​ຮັບ​ຟັງ​ປະຊາຊົນ - ຂໍ້​ກໍາ​ນົດ​ບັງ​ຄັບ​ສໍາ​ລັບພະນັກງານ​ແລະ​ສະ​ມາ​ຊິກ​ພັກ, ​ແຕ່​ໃນຄວາ​ມ​ເປັນ​ຈິງ, ບໍ່ແມ່ນພະນັກງານທຸກຄົນຈະສາມາດເຮັດວຽກທີ່ເບິ່ງຄືວ່າງ່າຍດາຍນີ້​ໄດ້. ປະກົດ​ການ​ບໍ່​ຮັບຟັງ​ປະຊາຊົນ​ແມ່ນ​ພະຍາດ “​ເຈດ​ຈຳນົງນິຍົມ, ບັງຄັບ, ອະນຸລັກ​ນິຍົມ, ພຽງ​ແຕ່​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ຕົນ; ບໍ່​ຍອມຮັບ​ຟັງ ຮັບ​ເອົາ​ຄວາມ​ຄິດ​ເຫັນ​ຂອງ​ຄົນ​ອື່ນ”, ​ແມ່ນ “ອາດຍາ​ສິດ, ຫ່າງ​ເຫີ​ນຈາກ​ປະຫາ​ຊົນ, ບໍ່​ໃກ້ຊິດ​ກັບ​ຮາກ​ຖານ, ຂາດ​ການ​ກວດກາຊຸກຍູ້, ກຳສະພາບ​ການ​ທ້ອງ​ຖິ່ນ ອົງການ ໜ່ວຍ​ງານ​ຂອງ​ຕົນ​ບໍ່​ແໜ້ນ​ແຟ້ນ; ​ເມີນ​ເສຍ, ບໍ່​ສົນ​ໃຈ, ຂາດ​ຄວາມ​ຮັບຜິດຊອບ​ຕໍ່​ຄວາມ​ຫຍຸ້ງຍາກ, ຄວາມ​ຮ້ອນ​ເຄືອງ ​ແລະ ຄວາມ​ຕ້ອງການ​ອັນ​ຊອບ​ທຳ​ຂອງ​ປະຊາຊົນ”(11). ​ເມື່ອ​ພະນັກງານ​ບໍ່​ຮູ້ຈັກ​ຮັບຟັງ​ປະຊາຊົນ, ​ແນ່ນອນ​ ​ເຂົາຈະ​ບໍ່​ສາມາດ​ຮຽນ​ຮູ້​ຈາກ​ປະຊາຊົນ​ໄດ້; ດັ່ງ​ນັ້ນ, ວິ​ໄສ​ທັດ​ຂອງ​ພວກ​ເຂົາ​ຈະ​ຖືກຈໍາກັດ​ໂດຍ​ຄວາມລໍາອຽງ​ສ່ວນ​ບຸກຄົນ. ສິ່ງ​ດັ່ງກ່າວ​ເປັນ​ອັນ​ຕະ​ລາຍທີ່​ສຸດ​ ຕໍ່​ການ​ນຳ​ຂອງ​ພັກ, ດັ່ງ​ນັ້ນ ບົດຮຽນ​ທີ່​ພັກ​ໄດ້​ຖອດ​ຖອນ​ແລະ​ເນັ້ນ​ໜັກ​ເປັນ​ພິ​ເສດ ​ໃນ​ຂະ​ບວນວິວັດ​ການປ່ຽນ​ແປງ​ໃໝ່​ແມ່ນ ຊາບ​ຊຶມ​ທັດສະນະ “ຖື​ເອົາ​ປະຊາຊົນ​ເປັນ​ກົດຮາກ” ​ແລະ “ການ​ປ່ຽນ​ແປງ​ໃໝ່​ຕ້ອງ​ອີງ​ໃສ່​ປະຊາຊົນ”.

ຄວາມ​ເຊື່ອ​ໝັ້ນ, ການ​ສະໜັບສະໜູນ​ຂອງ​ປະຊາຊົນແມ່ນ​ແຫຼ່ງກຳລັງ​ຂອງ​ພັກ, ເພາະ “ພອນ​ສະຫວັນ​ຂອງ​ປະຊາຊົນ, ກຳລັງ​ຂອງປະຊາຊົນ, ຊັບ​ສີນປະຊາຊົນ” ​ເມື່ອ​ຢູ່​ໃນຮູບແບບທ່າແຮງ, ຖ້າຢາກຫັນປ່ຽນເປັນກຳລັງແຮງວັດຖຸທີ່​ບໍ່​ມີ​ສິ່ງ​ໃດ​ທຽບ​ໄດ້ ​ໃນ​ພາລະກິດສ້າງສາ ແລະ ປົກ​ປັກ​ຮັກສາ​ປະ​ເທດຊາດ, ພັກຕ້ອງ​ເຮັດວຽກງານຂົນຂວາຍ​ປະຊາຊົນ​ໃຫ້​ດີ. ດັ່ງ​ນັ້ນ, ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ໄດ້​ກຳນົດ “ວຽກ​ງານ​ຂົນຂວາຍ​ປະຊາຊົນ​ຍັງ​ມີ​ຂໍ້ຈຳກັດ​ຫຼາຍ​ຢ່າງ”, ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກສືບ​ຕໍ່​ຊີ້​ແຈງ​ວ່າ “ວຽກ​ງານ​​ຂົນຂວາຍ​ປະຊາຊົນຢູ່​ບາງ​ແຫ່ງ ບາງ​ເວລາຍັງ​ມີ​ຂໍ້ຈຳກັດ”. ສິ່ງ​ດັ່ງກ່າວ​ໃຫ້​ເຫັນ​ວ່າ, ​ໃນ​ຄວາມ​ເປັນ​ຈິງ, ວຽກ​ງານ​ຂົນຂວາຍ​ປະຊາຊົນ​ຍັງ​ມີ​ຂໍ້ຈຳກັດ ຂໍ້​ບົກ​ພ່ອງ​ຫຼາຍ​ຢ່າງ, ຕ້ອງ​ສືບ​ຕໍ່​​ແກ້​ໄຂ ປົວ​ແປງ​ໃຫ້​ດີ​ຂຶ້ນ.

ຕໍ່ໜ້າ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ພາລະກິດ​ການ​ປະຕິວັດ​ໃນ​ປະຈຸ​ບັນ, ຄຳແນະນຳຂອງປະທານ​ໂຮ່ຈີ​ມິນກ່ຽວ​ກັບ​ແບ​ບແຜນ​ການ​ຮັບ​ຟັງ​ແລະ​ຮຽນ​ຮູ້​ຈາກ​ມະຫາຊົນ​ແຕ່​ບໍ່ຕາມກົ້ນ​ມະຫາຊົນ ນັ້ນ​ ໄດ້​ສະ​ເໜີ​ບາງ​ມາດ​ຕະການ​ແກ້​ໄຂ​ທີ່​ສຳຄັນ​ ໃນວຽກ​ງານ​ຂົນຂວາຍ​ປະຊາຊົນ ​ແລະ ການ​ຕໍ່ສູ້​ຕ້ານການສະແດງອອກຂອງ​ການ​ເຍີນຍໍປະຊາຊົນ, “ຕາມກົ້ນ​ມະຫາຊົນ”​ ໃນ​ໄລຍະ​ປະຈຸ​ບັນ; ດັ່ງ​ນີ້:  

ທີ​ໜຶ່ງ, ສືບ​ຕໍ່​ຍົກ​ສູງ​ຄວາມ​ຮູ້​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງວຽກ​ງານ​ຂົນຂວາຍ​ປະຊາຊົນ ​ແລະ ຄວາມ​ຮັບຜິດຊອບ​ໃນ​ການ​ດຳ​ເນີນ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ ຂອງ​ລະບົບ​ການ​ເມືອງ​ທັງ​ໝົດ. 

ປະທານ​ໂຮ່ຈີ​ມິນ​​ເຄີຍ​ກ່າວ​ເຕືອນ​ວ່າ: “ຂໍ້​ບົກພ່ອງ​ທີ່​ໃຫຍ່​ໃນ​ຫຼາຍ​ບ່ອນ​ແມ່ນ ດູຖູກ ວຽກງານຂົນຂວາຍ​ປະຊາຊົນ. ແຕ່ງຕັ້ງຄະນະໜຶ່ງ ຫຼືບາງຄົນ, ແຕ່ມັກແຕ່ງຕັ້ງຜູ້​ບໍ່​ມີ​ຄວາມ​ສາມາດ ແລ້ວປ່ອຍໃຫ້ວກເຂົາຢູ່ລ້າ. ຂົນຂວາຍໄດ້ກໍດີ, ຂົນຂວາ​ຍບໍ່​ໄດ້ກໍ​ບໍ່​ເປັນ​ຫຍັງ. ພະນັກງານອື່ນໆບໍ່ເບິ່ງແຍງ, ຊ່ວຍເຫຼືອ, ແລະ ຖືວ່າຕົນເອງບໍ່ມີຄວາມຮັບຜິດຊອບ​ ໃນ​ການຂົນຂວາຍ​ປະຊາຊົນ. ນັ້ນ​ແມ່ນ​ຄວາມ​ຜິດພາດ​ໃຫຍ່​ທີ່​ເປັນ​ອັນຕະລາຍ​ທີ່​ສຸດ(12). ​ມາ​ເຖິງ​ປະຈຸ​ບັນ, ຄຳ​ແນະນຳຂອງປະທານ​ໂຮ່ຈີ​ມິນກ່ຽວ​ກັບ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ຍັງ​ມີ​ຄຸນ​ຄ່າ​ຄື​ເກົ່າ. ດັ່ງ​ນັ້ນ, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ອອກ​ແຮງ​ໂຄສະນາ ​ໃຫ້​ພະນັກງານ ສະມາຊິກ​ພັກ​ທຸກ​ຄົນ ປະຕິບັດຄຳຕັກ​ເຕືອນ​ສັ່ງສອນ​ຂອງປະທານ​ໂຮ່ຈີ​ມິນ​​ໃຫ້​ດີ, ​ໃຫ້​ທຸກ​ຄົນທີ່​ຕິດຕໍ່ກັບ​ປະຊາຊົນ​ຕ້ອງ​ເຮັດ​ວຽກ​ງານ​ຂົນຂວາຍ​ປະຊາຊົນ. ພະນັກງານ​ທຸກ​ຄົນ​ຕ້ອງ​ຮູ້​ແຈ້ງວ່າ, ກ່ອນທີ່​ຈະ​ກາຍ​ເປັນ​ພະນັກງານ ພວກ​ເຂົາ​ທັງ​ໝົດ​ເປັນ​ປະຊາຊົນ ​ແລະຈະ “ຄືນ​ສູ່​ປະຊາຊົນ” ທັງ​ໝົດ, ດັ່ງ​ນັ້ນ​ ​ໃນ​ເມື່ອ​​ຕິດ​ຕໍ່ ປຶກສາ​ຫາລື​ກັບ​ປະຊາຊົນ ພວກ​ເຂົາ​ຕ້ອງ “ວາງ​ຕົວ” ​ໃນຕຳ​ແໜ່​ງ​ແລະ​ສະຖານະ​ການ​ຂອງ​ປະຊາຊົນ ​ເພື່ອ​ຫາ​ສຽງ​ຮ່ວມ​ກັນ.

ທີ​ສອງ, ພັກ​ແລະ​ລັດ​ຕ້ອງ​ຍົກ​ສູງ​ຄວາມສາມາດ​ ໃນ​ການວາງ​ກຳນົດ​ແນວທາງ ນະ​ໂຍບາຍ ​ແລະ ຫັນ​ຂໍ້ກຳນົດກ່ຽວ​ກັບ​ການ​ຮັບ​ຟັງຄຳ​ເຫັນ​ຂອງ​ປະຊາຊົນເປັນກົດໝາຍ

ປະທານ​ໂຮ່ຈີ​ມິນ​ເຄີຍ​ເວົ້າ​ວ່າ, “ນະ​ໂຍບາຍ​ທີ່​ຖືກຕ້ອງ​ແມ່ນແຫຼ່ງຂອງໄຊຊະນະ​ລວມທັງ​ໄຊຊະນະ​ຂອງ​ວຽກ​ງານ​ຂົນຂວາຍ​ປະຊາຊົນ. ໃນທາງກົງກັນຂ້າມ, ຖ້າແນວທາງ, ນະໂຍບາຍບໍ່ “ສຸກ​ງອມ” ພຽງພໍ, ແລະ ຍັງບໍ່ຖືກຕ້ອງ, ຈິດໃຈຂອງປະຊາຊົນຈະ​ຫວັ່ນ​ໄຫວ, ວຽກງານຂົນຂວາຍປະຊາຊົນຈະປະສົບກັບຄວາມຫຍຸ້ງຍາກຫຼາຍດ້ານ. ຢາກ​ມີ​ນະ​ໂຍບ​າຍທີ່​ຖືກຕ້ອງ, ພະນັກງານ ສະມາຊິກ​ພັກ ຕ້ອງຮັບຟັງປະຊາຊົນ ​ແລະ ​ເພື່ອ​ເຮັດ​ວຽກ​ງານ​ນີ້​​ໄດ້​ຮັບ​ຜົນ​ດີ ຈຳ​ເປັນຕ້ອງ​ອອກ​ກົດໝາຍ​ວ່າ​ດ້ວຍ​ການ​ຮັບ​ຟັງ, ດູດ​ດື່ມ ​ແລະ ຕອບສະໜອງ​ ຕໍ່​ຄວາມ​ເຫັນ​ຂອງ​ປະຊາຊົນ. ​ໃນ​ຄວາມ​ເປັນ​ຈິງ, ບັນດາ​ທ້ອງ​ຖິ່ນ​ກໍ່​ໄດ້​ອອກ ​ແລະ ຜັນ​ຂະຫຍາຍ​ກົດ​ລະບຽບ​​ກ່ຽວ​ກັບ​ການຕ້ອນຮັບ​ປະຊາຊົນ​ຂອງ​ຫົວໜ້າ​ຄະນະ​ພັກ, ອຳນາດ​ການ​ປົກຄອງ. ​ໃນ​ລັດ​ແຫ່ງອຳນາດກົດ​ໝາຍ, ທຸກ​ຄົນ​ຕ້ອງ​ເຄົາລົບ​ແລະ​ປະຕິບັດ​ຕາມ​ກົດໝາຍ ດັ່ງ​ນັ້ນ ອອກ​ກົດໝາຍ​ວ່າ​ດ້ວຍ​ການຕ້ອນຮັບ ​ຮັບ​ຟັງ ​ແລະ ຕອບສະໜອງ​ຕໍ່​ຄວາມ​ເຫັນ​ຂອງ​ປະຊາຊົນ  ເປັນວຽກທີ່ຈໍາເປັນ.

ທີ​ສາມ, ວຽກ​ງານ​ຂົນຂວາຍ​ປະຊາຊົນຕ້ອງ​ຫັນ​ລົງ​ສູ່​ຮາກ​ຖານ​ຢ່າງ​ແຂງ​ແຮງ, ຕ້ອງ​ຍືດ​ຫຍຸ່ນ ​ໄຫວ​ພິບ, ກຳ​ແໜ້ນ​ເປົ້າ​ໝາຍ ​ແລະ ຕັ້ງ​ໝັ້ນໃນການປະຕິບັດ. 

​ໂດຍຖື​ວ່າຄວາມ​ໃກ້​ຊິດກັບ​ປະ​ຊາ​ຊົນ​ແມ່ນ​ຄຸນ​ນະ​ພາບ​ສູງ​ສຸດ​ຂອງ​ພະນັກງານ​, ດັ່ງ​ນັ້ນ ປະທານ​ໂຮ່ຈີ​ມິນ​ເຄີຍ “ສະ​ເໜີ​ໃຫ້​ບັນດາ​ລັດຖະມົນຕີ​ຄວນ​ຝຶກ​ຝົນ​ຕົນ​ເອງ​ໃຫ້​ມີ​ຕີນ​ດີ, ມີ​ສາຍຕາ​ດີ, ມີ​ຫົວຄິດ​ປະດິດ​ສ້າງ, ບໍ່​ມີ​ແຕ່​ນັ່ງ​ຢູ່​ໂຕະຕາມ​ແບບ “ມະນຸດ​ປ້ອງ​ກັນ”(13).

​ໃນ​ຍຸກ​ແຫ່ງ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​, ມັນ​ເປັນ​ເລື່ອງ​ງ່າຍ​ທີ່​ພະນັກງານ​ຈະ​ກາຍ​ເປັນອາດຍາ​ສິດ ​ເພາະວ່າພວກເຂົາ​ພຽງ​ແຕ່​ນັ່ງ​ຢູ່​ໃນ​ຫ້ອງ​ເພື່ອ​ຮັບ​ຟັງ​ລາຍ​ງານ, ເຜີຍ​ແຜ່ມະຕິ​ ແລະ ​ດໍາ​ເນີນ​ວຽກ​ງານ​​ອອນ​ໄລ​ນ໌. ຢ່າງ​ໃດ​ກໍ​ຕາມ, ບໍ່ມີ ເຕັກໂນໂລຢີ” ​ໃດ​ທີ່ສາມາດສະທ້ອນເຖິງຄວາມຕັ້ງໃຈຂອງປະຊາຊົນ, ​ເຂົ້າ​ໃຈ​ຈິດ​ໃຈ​ຂອງ​ປະຊາຊົນ​ໄດ້​ຢ່າງ​ເຕັມ​ສ່ວນ, ຖ້າຫາກວ່າ ພະນັກງານບໍ່ໃກ້ຊິດກັບຮາກຖານ. ປະທານ​ໂຮ່ຈີ​ມິນ​ເຄີຍຮຽກຮ້ອງ​ໃຫ້​ພະນັກງານ​ເມື່ອ​ລົງ​ຮາກ​ຖານ “ຕ້ອງລົງມື​ເຮັດ​ວຽກ​ຢ່າງ​ແທ້​ຈິງ” ກ່ວາ​ຈະ​ເຂົ້າ​ຮ່ວມ​ພິທີ​ກຳ​ທີ່​ຫຍຸ້ງ​ເຫຍືອງ; ຕ້ອງ​ພົວພັນ​ຕິດ​ຕໍ່​ໂດຍ​ກົງ​ກັບ​ປະຊາຊົນ, ບໍ່​ແມ່ນ​ພຽງ​ແຕ່​ເຮັດ​ວຽກ​ກັບ​ຜູ້ນໍາຮາກ​ຖານ. ສຳລັບປະຊາຊົນແຕ່ລະກຸ່ມ, ພະນັກງານ​ເຮັດ​ວຽກ​ງານ​ຂົນຂວາຍປະຊາຊົນ​ຕ້ອງມີວິທີການ​ເຂົ້າ​ໃດ້ ອະທິບາຍ ແລະ ​ໂຄສະນາ​ຂົນຂວາຍທີ່ແຕກຕ່າງກັນ ​ເພື່ອ​ໃຫ້​ເໝາະ​ສົມ ແລະ ມີປະສິດທິຜົນ. ຄວາມ​ເປັນ​ຈິງ​ໃຫ້​ເຫັນ​ວ່າ, ພະນັກງານ​ຂົນຂວາຍ​ປະຊາຊົນ​ມັກ​ເອົາ​ໃຈ​ໃສ່​ຂົນຂວາຍຜູ້​ກະຕືລື​ລົ້ນ ​ເພື່ອ​ເປັນກອງກຳລັງ​ປະຈັນບານ​ໃນ​ທຸກ​ວຽກ​ງານ, ຂະ​ບວນການ. ອັນນີ້ບໍ່ຜິດ, ແຕ່ວ່າບໍ່ພຽງພໍ, ປະທານ​ໂຮ່ຈີ​ມິນ​​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ສຸມ​ໃສ່ຂົນຂວາຍ​ບັນດາບຸກຄົນ​ທີ່ກ້າວໜ້າ​ຊ້າ”, ສຸມ​ໃສ່​ບັນດາ​ສະຖານ​ທີ່ທີ່​ຂະ​ບວນການດ​ເຄື່ອນ​ໄຫວ​ຍັງ​ອ່ອນນ້ອຍ. ​ເພິ່ນ​ອະທິບາຍ​ຢ່າງ​ງ່າຍດາຍ​ວ່າ: ຖ້າ​ມວນ​ຊົນ​ດີທຸກ​ຄົນ ​ແລະ​ ການ​ເຄື່ອນ​ໄຫວ​​ທຸກ​ແຫ່ງເຂັ້ມ​ແຂງ​ແລ້ວ, ​ເປັນ​ຫຍັງຈະ​ຕ້ອງຂົນຂວາຍ​ອີກ? ​ເພື່ອ​ຂົນຂວາຍ ຊັກ​ຊວນ​ບຸກຄົນ​ທີ່​ກ້າວໜ້າ​ຊ້າ, ພະນັກງານຂົນຂວາຍ “ຕ້ອງ​ມີ​ຄວາມ​ອົດທົນ. ​ໂອ້ລົມ​ກັບ​ຜູ້​ຟັງ​ເທື່ອ​ໜຶ່ງ​​ເຂົາ​ບໍ່​ເຂົ້າ​ໃຈ, ແລ້ວ​ເວົ້າ​ສອງ​ເທື່ອ, ສາມ​ເທື່ອ... ກ່ຽວ​ກັບ​ຄຸນ​ສົມບັດ​ນີ້, ພວກ​ເຮົາ​ຕ້ອງ​ຮຽນ​ຮູ້​ຈາກ​ຜູ້​ສອນ​ສາດ​ສະ​ໜາ”(14).

ທີ​ສີ່, ຕ້ອງ​​ເອົາ​ໃຈ​ໃສ່​ເປັນສຳຄັນ​ເຖິງ​ການ​ຂົນຂວາຍ​ປະຊາຊົນ​ດ້ວຍ​ວິທີ​​ເປັນ​ແບບຢ່າງ.

ພະນັກງານ ສະມາຊິກ​ຂອງ​ພັກຕ້ອງ​ເປັນ​ແບບຢ່າງ​ແຕ່​ວຽກ​ໃຫຍ່​ເຖິງ​ວຽກ​ນ້ອຍ; ຕ້ອງ​ຮັບ​ຮູ້​ວ່າ ທຸກ​ການ​ກະທຳ​ຜິດ​ໃນ​ວຽກ​ງານ​ລັດ​ແລະ​ເອກະ​ຊົນ ​ແມ່ນ​ການ​ກະທຳ​ຕ້ານການ​ໂຄສະນາ ທຳລາຍ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ຂອງ​ພັກ. ຢາກ​ເຮັດ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ໄດ້​ຮັບ​ຜົນ​ດີ ກ່ອນ​ອື່ນ​ໝົດຕ້ອງ​ເຮັດ​ວຽກ​ງານ​ກໍ່ສ້າງ​ແລະ​ປັບປຸງ​ພັກ​ໃຫ້​ດີຄຽງ​ຂ້າງ​ນັ້ນ, ຍັງ​ຕ້ອງ​ມີ​ກົນ​ໄກ​ແລະ​ບົດ​ລົງ​ໂທດ ເພື່ອໃຫ້ພະນັກງານບໍ່​ຕົກຢູ່​ໃນ​ພະຍາດ “​ໃຫ້ຄໍາໝັ້ນລ້າໆ”. ຍິ່ງ​ກວ່າ​ນັ້ນ, ບໍ່​ພຽງ​ແຕ່ “ທ່າ​ທີ່​ອາດຍາ​ສິດ ​ເທົ່າ​ນັ້ນ ​ແຕ່ທັງ​ວິຖີ​ຊີວິດ​ທີ່​ແກ​ຕ່າງ ​ແລະການ​ຊົມ​ໃຊ້ທີ່ແຕກ​ໂຕນ ​ຂອງ​ພະນັກງານ ສະມາຊິກ​ພັກ​ ເມື່ອ​ທຽບ​ໃສ່​ກັບ​ມະຫາຊົນ ​ໄດ້​ສ້າງ “ກຳ​ແພງ​ບໍ່ມີ​ຮູບ” ​ແບ່ງ​ແຍກ​ພັກ ​ແລະ ປະຊາຊົນ. ດັ່ງ​ນັ້ນ, ການ​ປະຕິບັດ “ຄວາມ​ດຸ​ໝັ່ນ, ປະຢັດ, ຊື່ສັດ, ທ່ຽງ​ທຳ” ​ແລະ ຄວາມສະ​ນິດ​ສະໜົມ, ຄວາມ​ຈິງ​ໃຈ​ຂອງ​ພະນັກງານ ສະມາຊິກ​ພັກ ກໍ​ປະກອບສ່ວນສຳຄັນ ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ວຽກ​ງານ​ຂົນຂວາຍ​ປະຊາຊົນ. ສິດອຳນາດສາມາດເຮັດໃຫ້ຄົນຢ້ານ ​ແຕ່​ບໍ່​ສາມາດ​ເຮັດ​ໃຫ້ຄົນເຊື່ອແລະຮັກແພງໄດ້, ແລະ ເພື່ອໃຫ້ປະຊາຊົນເຊື່ອຖືແລະຮັກແພງ, ພະນັກງານ “ຕ້ອງ​ເປັນ​ແບບຢ່າງ ມາດຕະຖານໃຫ້ຄົນຮຽນແບບ”.

ທີ່​ຫ້າ, ພະນັກງານ​ຂົນຂວາຍ​ປະຊາຊົນຕ້ອງຝຶກທັກສະ “ຮັບຟັງ​ປະຊາຊົນ, ​ເວົ້າ​ໃຫ້​ປະຊາຊົນ​ເຂົ້າ​ໃຈ, ​ເຮັດ​ໃຫ້​ປະຊາຊົນ​ເຊື່ອ”

ປະທານ​ໂຮ່ຈີ​ມິນ​​ເຄີຍ​ຮຽກຮ້ອງ​ໃຫ້​ພະນັກງານ​ຂົນ​ຂວາ​ຍປະຊາຊົນ​ເວົ້າ​ສະ​ເພາະ, ຖັນ​ແຖວ​ພະນັກງານ​ປະຕິວັດ​ເວົ້າ​ລວມ, ຕ້ອງຈິດ​ຄິດ, ຕາ​ເບິ່ງ, ຫູ​ຟັງ, ຕີນ​ຍ່າງ, ປາກ​ເວົ້າ, ມື​ເຮັດ”. ການ​ທີ່​ເພິ່ນຖື​ເອົາ “ຈິດ​ຄິດ” ເປັນ​ອັນ​ດັບ​ໜຶ່ງນັ້ນ ​ແມ່ນ​ຍ້ອນ​ເພິ່ນ​ຢາກ​ຢືນຢັນ​ວ່າ ວຽກ​ງານຂົນຂວາຍ​ປະຊາຊົນ​ແມ່ນ​ວິທະຍາສາດ - ວິທະຍາສາດ​ແຫ່ງຈິດ​ວິທະຍາ​ມະນຸດ, ​ແມ່ນສິລະ​ປະ - ສິລະ​ປະ​​ແຫ່ງການ​ເຂົ້າ​ໃກ້ ​ແລະການ​ຂົນຂວາຍມະນຸດ. ສະ​ນັ້ນ, ພະນັກງານ​ຂົນຂວາຍ​ປະຊາຊົນຕ້ອງມີສະຕິປັນຍາ, ມີທັກສະໃນການຮັບຟັງ, ​ເກັບ​ກຳ ແລະ ສະຫຼຸບຄວາມປາດ​ຖະໜາອັນຊອບທຳຂອງມະຫາຊົນ ​ເພື່ອສະຫຼຸບ​ສັງ​ລວມ​ເຈດ​ຈຳນົງ​ອັນ​ຊອບ​ທຳ​ຂອງ​ມະຫາຊົນ ​ເພື່ອ​ໃຫ້ຄຳແນະນຳ​​ແກ່​ພັກ​ແລະລັດ ​ໃນ​ການ​ສ້າງ​ແນວທາງ​ແລະ​ແຜນ​ນະ​ໂຍບ​າຍ​ທີ່​ເໝາະ​ສົມ​ກັບ​ໃຈ​ປະຊາຊົນ. ເຂົາເຈົ້າຍັງຕ້ອງໄດ້ຮຽນຮູ້ວິທີ​ການ​ເວົ້າ​ຂອງມະຫາຊົນຄື ຫຍໍ້ສັ້ນ, ມີຊີວິດຊີວາ, ເຂົ້າໃຈງ່າຍ ​ເພື່ອ​ປຸກລະດົມ​ຂົນຂວາຍ​ປະຊາຊົນ​ຢ່າງມີປະສິດທິຜົນ. ​ເຖິງ​ຈະ​ໄດ້ “​ອ່ານ​ປຶ້ມ​ຫຼາຍ​ພັນ​ເຫຼັ້ມ” ​ມີ​ຄວາມ​ຮອບ​ຮູ້ ​ແລະ ​ເວົ້າ​ໄດ້​ດີ​ປານ​ໃດ ​ແຕ່​ປະຊາຊົນ​ບໍ່​ເຂົ້າ​ໃຈ, ວຽກ​ງານ​ຂົນຂວາຍ​ປະຊາຊົນກໍ​ຈະ​ຫຼົ້ມ​ເຫຼວ. ເພື່ອ​ໃຫ້​ປະຊາຊົນ​ເ​ຊື່​ອ​ແລະປະຕິບັດ​ຕາມ, ຜູ້​ເຮັດ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ຕ້ອງ​ມີອິດ​ທິພົນ​ຊື່​ສຽງ, ຕ້ອງ​ປະຕິບັດທິດນຳ​ “​ເວົ້າ​ພ້ອມ​ກັບ​ເຮັດ”, “ເວົ້າ​ໜ້ອຍ, ​ເຮັດ​ຫຼາຍ”.

ທີ​ຫົກ, ຕ້ອງ​ເດັດດ່ຽວ​ຄັດຄ້ານຕ້ານ​ຮູບ​ແບບ​ການ​ເຍີນຍໍ​ປະຊາຊົນ, “ການ​ຕາມກົ້ນມະຫາຊົນ. ທາດ​ແທ້​ຂອງ “​ການ​ເຍີນຍໍ​ປະຊາຊົນ” ​ແມ່ນ​ການຫຼອກລວງ, ຕົວະຍົວະ, ເຍີນຍໍ, ເພື່ອ​ຈະ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ​ການ​ສະໜັບ​ສະໜູນ​ຊົ່ວ​ຄາວ ຈາກ​ປະ​ຊາ​ຊົນ ​ເພື່ອ​ຮັບ​ໃຊ້ອຸບາຍ​ຊົ່ວ. ຢູ່​ຫວຽດນາມ​ໃນ​ປະຈຸ​ບັນ, ບັນດາ​ຮູບ​​ແບບ​ຂອງ “ການ​ເຍີນຍໍ​ປະຊາຊົນ” ​ໄດ້​ປະກົດຢູ່​ໃນ​ບັນດາກຳລັງຕໍ່ຕ້ານລະບອບ ແລະ ຍັງມີຢູ່ໃນພາກສ່ວນ​ພະນັກງານ ສະມາຊິກພັກທີ່​ເສື່ອ​ມ​ໂຊມ ປ່ຽນ​ທາດ. ບັນດາກຳລັງສັດຕູ​ມັກ​ໃຊ້​ອັນ​ທີ່​ເອີ້ນ​ວ່າ “ສິດທິມະນຸດ” ​ເພື່ອ “ກ່ອມ​ນອມ”, ​ແກ່​ດຶງ, ຍຸຍົງ​ໃຫ້ມະຫາຊົນຮຽກຮ້ອງ “ເສລີພາບ ແລະ ປະຊາທິປະໄຕ” ແບບບໍ່ຈຳກັດ ແລະ ບໍ່ເປັນໄປໄດ້; ສວຍ​ໃຊ້ “ນ້ຳ​ໃຈ​ຮັກ​ຊາດ” ຂອງປະຊາຊົນ ​ເພື່ອປຸກກະຕຸ້ນລັດທິຊາດນິຍົມສຸດຂົ້ວ, ທຳລາຍ​ແນວທາງ​ສັນຕິພາບ ​ແລະ​ການ​ຮ່ວມ​ມື​ຂອງ​ພັກ​ແລະ​ລັດ​ຂອງ​ພວກ​ເຮົາ. ພວກ​ເຂົາ​ຫາ​ວິ​ທີຂະ​ຫຍາຍ​​ຂໍ້​ຈຳ​ກັດ, ຂໍ້​ບົກ​ຜ່ອງ ແລະ ຄວາມ​ຫຍຸ້ງ​ຍາກ​ໃນ​ຊີ​ວິດ​ຂອງ​ປະ​ເທດ​ເຮົາ, ໂດຍສະເພາະຄວາມ​ຜິດພາດ​ຂອງ​ພະນັກງານຈຳນວນ​ໜຶ່ງໃນອົງການບໍລິຫານລັດ ​​ເພື່ອປຸກລະດົມມວນ​ຊົນ​ໃຫ້​ຕອບ​ໂຕ້ ສ້າງ​ຄວາມ​ວຸ້ນວາຍ, ​ເຮັດ​ໃຫ້​ສູນ​ເສຍ​ຄວາມໝັ້ນຄົງ ຄວາມສະຫງົບຮຽບຮ້ອຍ ແລະ ຄວາມ​ປອດ​ໄພ​ທາງສັງຄົມ. ຈຸດປະສົງ​ຂອງ​ພວກ​ເຂົາ​ບໍ່​ແມ່ນ “​ເພື່ອ​ປະຊາຊົນ” ​ແຕ່​ເພື່ອ​ຕໍ່ຕ້ານ​ພັກ ລັດ ​ແລະ ຊີວິດ​ທີ່​ສະຫງົບ​ສຸກ​ຂອງ​ປະຊາຊົນ.

ຖ້ອຍທຳນອງ “​ເຍີນຍໍປະຊາຊົນ” ຍັງ​ປະກົດ​ຢູ່​ໃນພາກສ່ວນ​ພະນັກງານ​ທີ່​ເສື່ອ​ມ​ໂຊມ ປ່ຽນ​ທາດ ສວຍ​ໂອກາດ​ທາງ​ການ​ເມືອງ. ການສະແດງອອກຂອງ “ການ​ເຍີນຍໍ​ປະຊາຊົນ” ຂອງຄົນກຸ່ມນີ້ກໍມີຄວາມຫຼາກຫຼາຍຄື​ກັນ; ກ່ອນ​ອື່ນ​ໝົດ​ແລະ​ຫຼາຍ​ທີ່​ສຸດ​ແມ່ນ ການ​​ແຍກ​ລະ​ຫວ່າງ​ຄໍາ​​ເວົ້າ​ແລະ​ການ​ກະ​ທໍາ​. ບັນດາ​ພະນັກງານ​ເຫຼົ່າ​ນີ້ ມັກ​ສະ​ແດງການ​​ໃກ້ຊິດ​​ກັບ​ປະຊາຊົນ ຟັງ​ປະຊາຊົນ ​ເຫັນ​ອົກ​ເຫັນ​ໃຈ​ປະຊາຊົນ, ​ແຕ່​ກະທຳ​ຂັດ​ຕໍ່​ຜົນ​ປະ​ໂຫຍ​ດພື້ນຖານ​ຂອງ​ປະຊາຊົນ. ຈຸດພິ​ເສດ​ລວມ ຂອງພະນັກງານ​ເຫຼົ່າ​ນີ້​ແມ່ນ “ກ່ອນ​ແລະ​ຫຼັງບໍ່ສອດຄ່ອງກັນ”, ​ເມື່ອ “ເວົ້າໃນກອງປະຊຸມ​ແບບ​ໜຶ່ງ, ​ເວົ້າ​ຢູ່​ນອກ​ກອງ​ປະຊຸມ​​ແບບ​ອື່ນ, ເວົ້າແລະເຮັດບໍ່ສອດຄ່ອງ ລະຫວ່າງ​ເວລາດຳລົງຕຳ​ແໜ່​ງ ກັບ​ໃນ​ເມື່ອບຳນາມ”(15). ພວກເຂົາເວົ້າ “ຕະພຶດຕະພື”, ​ໃຊ້ຄໍາສັບ​ແບບ “​ໂວຫານ” ​ເພື່ອ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ປະຊາຊົນ, ບັນ​ເທົາ​ຄວາມ​ຮ້ອນ​ເຄືອງ​ຊົ່ວຄາວ​ຂອງ​ປະຊາຊົນ ​ແຕ່​ບໍ່​ຍອມຮັບຜິດຊອບ​ໃນ​ສິ່ງ​ທີ່​ໄດ້​ເວົ້າ​ມາ. 

ການສະແດງອອກທີສອງ ຂອງພະນັກງານ​ທີ່​ “ເຍີນຍໍ​ປະຊາຊົນ” ແມ່ນ “​ເວົ້າຄຳດີ​ແຕ່​ບໍ່​ເຮັດ​ຄວາມ​ດີ”. ພວກເຂົາ​ໃຊ້​ຄຳ​ເວົ້າ​ແລະ​ແນວ​ຄິດ​ທີ່​ດີ, ​ໃຫ້ “ຄຳ​ສາບານ​ບົນ​ເມກ” ​ເພື່ອ “ຂັດຖູ” ຊື່ສຽງ​ສ່ວນ​ຕົວ​ຂອງພວກ​ເຂົາ, ພິສູດ​​ເອງ​ວ່າ​ເປັນ “​ຄຸນທຳ​ແລະຄວາມ​ເຄົາລົບ​ຢ່າງສູງ”, ​ເປັນ “ຄົນ​ຂອງປະຊາຊົນ”, ​ແຕ່​ການ​ກະທຳ​ຂອງ​ພວກ​ເຂົາກົງ​ຂ້າມ​ຢ່າງ​ສິ້ນ​ເຊີງ​ກັບ​ສິ່ງ​ທີ່​ພວກ​ເຂົາ​ໄດ້​ປະກາດ. ຕົວຢ່າງທົ່ວໄປຂອງເລື່ອງນີ້ແມ່ນຄວາມຈິງທີ່ວ່າ ພະນັກງານທີ່ມີຕໍາແໜ່ງແລະສິດທິຜູ້​ໜຶ່ງ ໄດ້ຂຽນໜັງສືກ່ຽວກັບການຕ້ານການ​ເສື່ອ​ມ​ໂຊມ​ທາງດ້ານແນວຄິດການເມືອງ, ຄຸນສົມບັດສິນທໍາ ແລະວິຖີຊີວິດ, ​ແຕ່​ກັບກາຍ​ເປັນ​ຜູ້​ມີ​ສ່ວນ​ຮ່ວມ​ໃນ​ຄະດີ​ສໍ້​ລາດ​ບັງ​ຫຼວງ​ແລະກິນ​ສິນ​ບົນຫຼາ​ຍພັນ​ຕື້​ດົ່ງ. 

ການສະແດງອອກທີສາມ ຂອງ ​“ການເຍີນຍໍ​ປະຊາຊົນ” ​ໃນ​ຖັນ​ແຖວ​ພະນັກງານ ສະມາຊິກ​ພັກ ​ແມ່ນ “​ເຂົ້າຂາ” ກັບ​ຄວາມ​ຫວັງ​ສະ​ເພາະ​ໜ້າ​ແລະຜົນ​ປະ​ໂຫຍ​ດພາກສ່ວນ​ຂອງປະຊາຊົນ​ຈຳນວນ​ໜຶ່ງ ​ເຊິ່ງມີ​ກາ​ກະທຳ​ແລະຄຳ​ເວົ້າ​ທີ່​ໄຮ້​ຫຼັກ​ການ, ຂັດກັບ​ໂຄງການ​ການ​​ເມືອງ, ​ແນວ​ທາງ, ກົດ​ລະບຽບ​ຂອງ​ພັກ ​ແລະ ກົດໝາຍ​ຂອງ​ລັດ.

ການສະແດງອອກທີສີ່ ຂອງ ​“ການເຍີນຍໍ​ປະຊາຊົນ” ​ແມ່ນການປະກາດ​ຢ່າງ “ໜ້າ​ຕື່ນ​ເຕັ້ນ” ວ່າ​ ຈະສາມາດແກ້​ໄຂ​ບັນດາ​ຂໍ້ຈຳ​ກັດ ແລະ​ບັນຫາ​ຮີບ​ດ່ວນ​ໃນ​ສັງຄົມ​ໄດ້ຢ່າງ​ໄວວາ ພ້ອມ​ກັນ​ນັ້ນ​ກໍ່ “ລູບ​ໄລ້” ສໍ​ເລາະ ຍົກຍ້ອງປະຊາຊົນ, ​ເຂົາ​ຖື​ວ່າ ສິ່ງ​ໃດ​ທີ່​ປະຊາຊົນ​ເຮັດກໍ່ດີ, ສິ່ງໃດທີ່ປະຊາຊົນເວົ້າກໍ່ຖືກຕ້ອງ ເພື່ອຈະ​ຍາດ​ແຍ່ງ​ ແລະ ສວຍ​ໃຊ້ການ​ສະໜັບສະໜູນ​ຂອງ​ປະຊາຊົນ ​​ໃຫ້​ຕົນ​ເອງ​ກ້າວໄປບົນເສັ້ນທາງ​ແຫ່ງຊື່ສຽງສ່ວນຕົວ. ຢູ່​ນີ້, ທັງ​ແມ່ນ​ການສະ​ແດງ​ອອກ​ຂອງ​ການ​ເຍີນຍໍ​ປະຊາຊົນ, ທັງ​ແມ່ນ​ການ “ຕາມ​ກົ້ນ​ປະຊາຊົນ”. ປະກົດການນີ້ມັກຈະປະກົດຂຶ້ນກ່ອນກອງປະຊຸມໃຫຍ່ຂອງພັກ ຫຼື​ການ​ເລືອ​ຕັ້ງ​ບັນດາ​ອົງການ​ໂດຍປະຊາຊົນເລືອກຕັ້ງ. “ການເຍີນຍໍ​ປະຊາຊົນ” ຍັງ​ແມ່ນ, ​ເມື່ອ​ເຂົາ​ເຮັດ​ຜິດ ເຂົາສະແດງການສາລະພາບຄວາມຜິດຂອງຕົນຢ່າງຈິງໃຈ, ແມ່ນແຕ່ “ປ້ອຍ​ດ່າ” ຕົນເອງ ເພື່ອ “ລະບາຍຄວາມ​ໂກດ​ເຄືອງ” ຂອງປະຊາຊົນ, ​ແຕ່​ຫຼັງ​ຈາກ​ນັ້ນ ບໍ່ໄດ້​ແກ້​ໄຂຂໍ້​ບົກພ່ອງ​ຢ່າງຈິງ​ໃຈ. ພວກ​ເຍີນຍໍ​ປະຊາຊົນຍັງມັກຈະສະແດງ “​ໃຈງ່າຍ, ອະນຸ​ໂລມຜ່ອນຜັນ” ຕໍ່ຄວາມຜິດພາດຂອງຄົນອື່ນ, ​ແຕ່​ເນື້ອ​ແທ້​ແລ້ວ​ແມ່ນ​ ເພື່ອຫຼີກ​ລ່ຽງ, ບໍ່​​ເຮັດ​ໃຫ້ຄົນ​ອື່ນ​ເສຍ​ໃຈ, ຂັດ​ຕໍ່​ແຜນ​ນະ​ໂຍບາຍ ​ແລະ ຄວາມ​ຕັດສິນ​ໃຈຂອງ​ພັກ​ແລະ​ລັດ​ ໃນ​ການ​ຕໍ່ສູ້​ຕ້ານ​ກັບ​ຄວາມ​​​ເລ​ວຊາມ ຫຍໍ້​ທໍ້​ໃນ​ສັງຄົມ...

​ເພາະສະ​ນັ້ນ, ​ໃນວັນ​ທີ 16 ສິງຫາ 2021, ເມື່ອ​ກ່າວ​ປາ​ໄສ​ໃນ​ກອງ​ປະຊຸມ​ທົ່ວ​ປະ​ເທດ​ເພື່ອ​ຜັນ​ຂະຫຍາຍ​ໂຄງການປະຕິບັດງານຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ​ບັນດາ​ອົງການ​ສະມາຊິກ​ແນວ​ໂຮມ ​ໃນ​ການ​ປະຕິບັດ​ມະຕິ​ກອງ​ປະຊຸ​ມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ, ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ ຝູຈ້ອງ ​ໄດ້​ເຕືອນ​ບັນດາພະນັກງານວ່າ​ເດັດຂາດ​ບໍ່ ​“ເຍີນຍໍ​ປະຊາຊົນ”, ຕິດ​ຕໍ່​ກັບ​ປະຊາຊົນ​ແບບຮູບ​ນອກ, ຍິ່ງບໍ່ “ຕາມກົ້ນ” ມະຫາຊົນ.”(16).

ຕໍ່ໜ້າການ​ເລີ່​ມສະ​ແດງ​ອອກ​ຂອງ​ລັດທິ​ປະຊາ​ນິຍົມ ​ແລະ ຜົນ​ກະທົບ​ທາງ​ລົບ​ຂອງການ​ເຍີນຍໍປະຊາຊົນ​, ວຽກ​ງານ​ຂົນຂວາຍ​ປະຊາຊົນ​ຕ້ອງ​ປະກອບ​ສ່ວ​ນ “​ເປີດ​ໂປງ” ການສະ​ແດງ​ອອກ ​ແລະ ຜົນ​ຮ້າຍ​ຂອງ​ຖ້ອຍ​ທຳນອງ​ເຍີນຍໍ​ປະຊາຊົນ, “ຕາມ​ກົ້ນ​ປະຊາຊົນ”, ​ເພື່ອ​ໃຫ້​ປະຊາຊົນ​ເຫັນ​ແຈ້ງ “​ໃບໜ້າ​ແທ້” ​ແລະ “ຂວ້ຳບາດ” ບັນດາ​ພະນັກງານ​ທີ​ຕັ້ງ​ໃຈ ​“ເຍີນຍໍ​ປະຊາຊົນ” ​ເພື່ອ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ, ບັ່ນ​ທອນຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ທີ່​ມີ​ຕໍ່​ພັກ​ແລະລະບອບ, ສົ່ງ​ຜົນ​ສະທ້ອນ​ບໍ່​ດີ​ ເຖິງ​ພາລະກິດ​ການ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມ./.

---------------------

(1), (2) ​ໂຮ່ຈີ​ມິນ​: ນິພົນ​ຄົບ​ຊຸດ, ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2011, ​ເຫຼັ້ມ 5, ໜ້າ 326, 336.

(3) ໂຮ່ຈີ​ມິນ​: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 11, ໜ້າ 609.

(4) ໂຮ່ຈີ​ມິນ​: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 6, ໜ້າ 432.

(5), (6), (7), (8) ໂຮ່ຈີ​ມິນ​: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 5, ໜ້າ 333, 325, 336, 338.

(9) ໂຮ່ຈີ​ມິນ​: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 4, ໜ້າ 9.

(10) ໂຮ່ຈີ​ມິນ​: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 15, ໜ້າ 674.

(11) ​ເອກະສານ​ກອງ​ປະຊຸມ​ຄົບ​ຄະນະຄັ້ງ​ທີ 4 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງພັກ​ ຊຸດ​ທີ 12, ຫ້ອງການ​ສູນ​ກາງ​ພັກ, ຮ່າ​ໂນ້ຍ, 2016, ໜ້າ 29-31.

(12) ໂຮ່ຈີ​ມິນ​: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 6, ໜ້າ 234.

(13) ໂຮ່ຈີມິນ - ຊີວະປະຫວັດ, ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2016, ​ເຫຼັ້ມ 10, ໜ້າ 131.

(14) ໂຮ່ຈີ​ມິນ​: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 4, ໜ້າ 72.

(15) ເອກະສານ​ກອງ​ປະຊຸມຄົຍ​ຄະນະ​ຄັ້ງ​ທີ 4 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງພັກ​ ຊຸດ​ທີ 12, ປຶ້ມ​ທີ່​ໄດ້​ແນະນຳ, ໜ້າ 29.

(16) ຫງວຽນ ຝູຈ້ອງ: “​ເສີມ​ຂະຫຍາຍ​ມູນ​ເຊື້ອ​ມະຫາສາມັກຄີ, ລະດົມກຳລັງ​ແຮງ​ຂອງ​ປວງ​ຊົນ​ທັງ​ຊາດ, ພະຍາຍາມ​ສູ້​ຊົນ​ເພື່ອປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 13 ຂອງ​ພັກ​ຢ່າງ​ສຳ​ເລັດ​ຜົນຮອບດ້ານ”, ວາລະ​ສານ​ກອມ​ມູນິດ, ສະບັບ​ທີ 973, ​ເດືອນ​ກັນຍາ 2021, ໜ້າ 12.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 990 (​ເດືອນ​ພຶດສະພາ 2022)