ສືບ​ຕໍ່​ຜັນ​ຂະຫຍາຍ​ປະຕິບັດ ຍຸດ​ທະ​ສາດປົກ​ປັກ​ຮັກສາ​ປະ​ເທດຊາດ,
ຍຸດ​ທະ​ສາດ​ປ້ອງ​ກັນ​ປະ​ເທດ, ຍຸດ​ທະ​ສາດ​ການ​ທະຫານ
ຢ່າງຮອບດ້ານ​ແລະຄົບ​ຊຸດ​ໃນ​​ໄລຍະ​ໃໝ່

ໂດຍ ເລືອງເກື່ອງ
ພົນເອກ, ກຳມະການກົມການເມືອງສູນກາງພັກ, ກຳມະການປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ
00:53, 15-10-2022

ວກ. - ຍຸດ​ທະ​ສາດປົກ​ປັກ​ຮັກສາ​ປະ​ເທດຊາດ, ຍຸດ​ທະ​ສາດ​ປ້ອງ​ກັນ​ປະ​ເທດ, ຍຸດ​ທະ​ສາດ​ການ​ທະຫານ ​​ເປັນ​ການ​ສືບ​ທອດ​ມູນ​ເຊື້ອປ້ອງ​ກັນ​ປະ​ເທດ​ຂອງ​ຊາດ ທີ່​ຫຼອມ​ລວມພູມ​ປັນ​ຍາ​ຂອງ​ທົ່ວ​ພັກ, ທົ່ວ​ກອງ​ທັບ ແລະ ປະ​ຊາ​ຊົນ, ປະກອບສ່ວນ​ປະຕິບັດ​ສອງ​ໜ້າ​ທີ່​ຍຸດ​ທະ​ສາດ​ກໍ່ສ້າງ ​ແລະ ​ເດັດດ່ຽວ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຫວຽດນາມ ​ໃນ​ຍຸກ​ໃໝ່, ປະກອບສ່ວນປະຕິບັດ​ສອງ​ໜ້າ​ທີ່​ຍຸດ​ທະ​ສາດ ການ​ກໍ່ສ້າງ​ແລະ​ການປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມ​ຫວຽດນາມ​ໃນ​ໄລຍະ​ໃໝ່ ຢ່າງສຳ​ເລັດ​ມີ​ໄຊ

ສະຫາຍ ຫງວຽນ ຝູຈ້ອງ, ເລຂາທິການໃຫຍ່, ປະທານປະເທດ, ເລຂາທິການຄະນະພັກການທະຫານສູນກາງ ພົບປະກັບບັນດາຜູ້ແທນທີ່ເປັນແບບຢ່າງນຳໜ້າທົ່ວປະເທດ ໃນການສ້າງພື້ນຖານການປ້ອງກັນປະເທດໃຫ້ເຂັ້ມແຂງ ໄລຍະ 2009-2019 ທີ່ສຳນັກງານໃຫຍ່ຂອງຄະນະບໍລິຫານງານສູນກາງພັກ _ພາບ: ຂໍ້ມູນຂ່າວສານ

ວັນ​ທີ 25 ຕຸລາ 2013, ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 8 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກຊຸດ​ທີ 11 ​ໄດ້​ອອກ​ມະຕິ​ສະບັບ​ທີ 28-NQ/TW, “ວ່າ​ດ້ວຍ​ຍຸດ​ທະ​ສາດ​ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່”. ນີ້​ແມ່ນ​ມະຕິ​ທີ່ສຳຄັນ​ພິ​ເສດ, ສະ​ແດງ​ໃຫ້​ເຫັນ​ເຖິງ​ແນວ​ຄິດ​ໃໝ່​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ​ ກ່ຽວ​ກັບໜ້າ​ທີ່​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ບົນ​ພື້ນຖານ​ນັ້ນ, ລັດຖະບານ​ປະກາດ​ໃຊ້​ໂຄງການ​ປະຕິບັດ​ງານ ​ແລະ ບັນດາ​ຄະນະ ກະຊວງ ຂະ​ແໜງ​ການ​ຢູ່​ສູນ​ກາງ ​ໄດ້​ຫັນ​ເປັນ​ບັນດາຍຸດ​ທະ​ສາດ​ສະ​ເພາະ​, ​ເປັນໂຄງ​ການ​, ​ແຜນ​ງານ. ຄະນະ​ພັກ​ການ​ທະຫານ​ສູນ​ກາງ, ກະຊວງ​ການ​ປ້ອງ​ກັນ​ປະ​ເທດ​ໄດ້​ສ້າງ ​ແລະ ​ຍື່ນ​ສະ​ເໜີ​ຕໍ່​ກົມ​ການ​ເມືອງ​ສູນ​ກາງພັກ ປະກາດ​ໃຊ້​ຍຸດ​ທະ​ສາດ​ປ້ອງ​ກັນ​ປະ​ເທດ ​ແລະ ຍຸດ​ທະ​ສາດ​ການ​ທະຫານ; ພ້ອມ​ກັນ​ນັ້ນ, ສ້າງ​ໂຄງການ​ແລະ​ແຜນການ ​ແລະ ​ເປັນ​ແກນ​ກາງ​ໃນ​ການ​ຜັນ​ຂະຫຍາຍປະຕິບັດ.

​ໃນ​ເວລາ​ທີ່​ຜ່ານ​ມາ, ພັກ, ລັດ, ບັນດາ​ຂັ້ນ ຂະ​ແໜງ​ການ ທ້ອງ​ຖິ່ນ, ກອງກຳລັງ​ປະກອບ​ອາວຸດ ​ເຊິ່ງກອງທັບ​ເປັນ​ແກນ​ຫຼັກ ​ໄດ້​ຈັດ​ຕັ້ງ​ການ​ຊາບ​ຊຶມ ກຳ​ແໜ້ນ​ທັດສະນະ​ຊີ້​ນຳ ​ແລະ ຜັນ​ຂະຫຍາຍ​ປະຕິບັດບັນດາວິທີ​ແກ້​ໄຂທີ່​ຮອບດ້ານ ຄົບ​ຊຸດ ​ແລະ ​ແຂງ​ຂັນ ​ເພື່ອນຳ​ເນື້ອ​ໃນຂອງ​ຍຸດ​ທະ​ສາດ​ໄປ​ປະຕິບັດ, ຍົກ​ສູງຈິດສຳນຶກ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ທົ່ວ​ລະບົບ​ການ​ເມືອງ, ທົ່ວ​ກອງທັບ ​ແລະ ປະຊາຊົນ ​ໃນ​ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ສຸມ​ໃສ່​ການ​ກໍ່ສ້າງ​ພື້ນຖານ​ການ​ປ້ອງ​ກັນ​ປະ​ເທດ​ທົ່ວ​ປວງ​ຊົນທີ່​ໝັ້ນຄົງ​ເຂັ້ມ​ແຂງ, ຄົ້ນຄວ້າ​ ແລະ​ ພັດທະນາສິລະ​ປະການ​ທະຫານ, ຜັນ​ຂະຫຍາຍຍຸດ​ທະ​ສາດ​ປ້ອງ​ກັນ​ປະ​ເທດພາຍ​ໃຕ້​ການ​ນຳພາ​ຂອງ​ພັກ ​ແລະ ​ໄດ້​ບັນລຸ​ຜົນສໍາເລັດ​ທີ່​ສໍາຄັນ​ຫຼາຍ​ປະການ. ຜ່ານ​ນັ້ນ, ປະກອບສ່ວນ​ເອົາ​ຊະນະກົນອຸບາຍ​ແລະມາດ​ຕະການຕອບ​ໂຕ້​ຂອງບັນດາ​ກຳລັງ​ສັດຕູ; ປົກປັກຮັກສາລະບອບການ​ປົກຄອງ ແລະ ຜົນປະໂຫຍດຂອງຊາດ-ປະເທດຊາດ; ປົກ​ປັກ​ຮັກສາ​ເອກະລາດ ອຳນາດ​ອະທິປະ​ໄຕ ​ເອກະ​ພາບ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງປະ​ເທດ​ຊາດ​ໄວ້​ຢ່າງ​ໝັ້ນຄົງ; ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ ສະຖຽນ​ລະ​ພາບ ​ເພື່ອ​ສ້າງສາ​ແລະ​ພັດທະນາ​ປະ​ເທດ; ສື​ບຕໍ່​ຍົກ​ສູງຖານະ​ບົດບາດ ​ແລະ​ກຽດ​ສັກ​ສີ​ສາ​ກົນ​ຂອງ​ຫວຽດ​ນາມ, ຄື​ທີ່​ສະຫາຍ​​ເລຂາທິການ​ໃຫຍ່ ຫງວຽນ ຝູຈ້ອງ ​ໄດ້​ຢືນຢັນ​ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ວ່າ: “ປະ​ເທດ​ຂອງ​ພວກ​ເຮົາ​ບໍ່​ມີ​ເວລາ​ໃດ​ທີ່​ມີ​ພາລະກິດ, ກຳ​ລັງແຮງ​ຊ້ອນ​ແຝງ, ຖານະ​ບົດບາດ ​ແລະ ກຽດ​ສັກ​ສີ​ສາກົນ​ທີ່​ໃຫຍ່​ໂຕ​ຄື​ທຸກ​ວັນ​ນີ້(1). ບັນດາ​ຍຸດ​ທະ​ສາດ​ດັ່ງກ່າວ​ໄດ້​ຂີດ​ໝາຍ​ບາດກ້າວການ​ພັດທະນາ​ໃໝ່​ ໃນ​ການ​ເພີ່ມ​ທະວີ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ ໃນ​ໄລຍະ​ໃໝ່.

​ໃນ​ຊຸມ​ປີ​ທີ່​ຈະ​ມາ​ເຖິງ, ສັນຕິພາບ ການ​ຮ່ວມ​ມື ​ແລະ ການ​ພັດທະນາ ​ຍັງ​ຄົງ​ຈະແມ່ນ​ທ່າ​ອ່ຽງຕົ້ນຕໍ, ​​ຢ່າງ​ໃດ​ກໍ່ຕາມ, ສະພາບ​ການ​ໂລກ​ແລະພາກ​ພື້ນ​ປ່ຽນ​ແປງ​ຢ່າງ​ວ່ອງ​ໄວ ສັບສົນ ​ແລະ​ ຄາດ​ເດົາ​ໄດ້​ຍາກ; ຄວາມຂັດແຍ້ງພື້ນຖານຂອງ​ຍຸກ​ສະ​ໄໝ​ຍັງ​ມີ​ຢູ່​ ແລະ​ພັດທະນາ. ບັນດາບັນຫາ​ຄວາມ​ປອດ​ໄພ​ບໍ່​ເປັນ​ແບບ​ດັ້ງ​ເດີມ, ​ໂດຍ​ສະ​ເພາະ​ ຄວາມໝັ້ນຄົງ​ທາງ​ດ້ານ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ, ການ​ກໍ່​ການ​ຮ້າຍ, ​ໄພ​ທຳ​ມະ​ຊາດ, ການລະບາດຂອງ​ພະຍາດ​ຍັງສືບຕໍ່ຜັນ​ແປຢ່າງສັບສົນ; ເຖິງ​ວ່າ​ເສດຖະກິດ​ໂລກ​ຈະ​ຟື້ນຕົວ​ພາຍຫຼັງ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​​ແຕ່ກໍ​ບໍ່​ມີ​ສະຖຽນ​ລະ​ພາບ​ຢ່າງ​ແທ້​ຈິງ​ແລະ ​ມີ​ຄວາມ​ສ່ຽງ​ຫຼາຍ​ຢ່າງ. ການ​ປະຕິວັດ​ອຸດສາຫະກຳ​ຄັ້ັ້ງທີ​ສີ່ ສ້າງ​ການ​ບຸກທະລຸ​ໃນ​ຫຼາຍຂົງ​ເຂດ; ສ້າງ​ທັງ​ກາລະໂອກາດ ແລະ ສິ່ງທ້າທາຍ ​ໃຫ້​ກັບ​ບັນດາ​ປະ​ເທດ​ໃນ​ທົ່ວ​ໂລກ. ຄວາມ​ຂັດ​ແຍ້ງ ການ​ປະ​ທະ​ກັນ​ໃນ​ທ້ອງ​ຖິ່ນ​ອາດ​ຈະ​ເກີດ​ຂຶ້ນ​ໄດ້​ໃນ​ຫຼາຍ​ພື້ນ​ທີ່; ສະຖານະ​ການ​ໂລກ​ສືບ​ຕໍ່​ປ່ຽນ​ແປງ​ໄປ​ໃນ​ທິດ​ທາງ​ຂອງ​ຫຼາຍຂົ້ວ ​ແລະ ຫຼາຍ​ສູນກາງ. ການ​ແຂ່ງ​ຂັນ​ຍຸດ​ທະ​ສາດ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃຫຍ່ ແລະ ການ​ເຕົ້າ​ໂຮມ​ກຳ​ລັງ ​ນັບ​ມື້​ນັບ​ສັບ​ສົນ ແລະ ຮຸນ​ແຮງ​ຂຶ້ນ; ຫຼາຍ​ປະ​ເທດ​ໄດ້ຊຸກຍູ້​ການ​ຫັນ​ເປັນ​ທັນ​ສະ​ໄໝ​ດ້ານ​ການ​ທະຫານ ​ແລະ ​ເພີ່ມ​ທະວີ​ຄວາມ​ສາ​ມາດ​ທາງ​ການ​ທະ​ຫານ​; ພິ​ເສດ​ແມ່ນ, ໄດ້​ປະກົດ​ມີ​ຫຼາຍ​ຮູບ​​ແບບ​ສົງຄາມ​ໃໝ່, ປ່ຽນ​ແປງສະພາບ​ແວດ​ລ້ອມ​ທາງ​ຍຸດ​ທະ​ສາດ… ສະພາບ​ການ​ນີ້ກໍ່​ໃຫ້​ເກີດ​ຄວາມ​ທ້າ​ທາຍ​ໃໝ່ ຕໍ່​ສັນຕິພາບ​ແລະສະຖຽນ​ລະ​ພາບ​ໃນ​ໂລກ ​ແລະ ​ໃນ​ພາກ​ພື້ນ. ອາຊີ - ປາຊີຟິກ, ລວມທັງ​ອາຊີຕາເວັນອອກສຽງໃຕ້, ໄດ້ກາຍເປັນພື້ນທີ່​ການ​ແຂ່ງຂັນຍຸດທະສາດທີ່ສໍາຄັນ ຂອງ​ບັນດາປະເທດໃຫຍ່, ມີ​ຄວາມ​ບໍ່​​ແນ່ນ​ອນ​ທີ່​ອາດ​ຈະ​ເກີດ​ຂຶ້ນຫຼາຍ​ຢ່າງ, ຄວາມ​ຂັດ​ແຍ່ງ​ກ່ຽວ​ກັບ​ອະທິປະ​ໄຕ​​ໃນ​ດິນ​ແດນ, ອຳນາດອະທິປະ​ໄຕ​ຢູ່​ທະ​ເລ​ແລະໝູ່​ເກາະ ​ນັບ​ມື້​ນັບ​ເຄັ່ງ​ຕຶງ, ສັບສົນ ​ແລະ ຮ້າຍ​ແຮງ​ຂຶ້ນຕື່ມ ​ເຊິ່ງຈະ​ສົ່ງ​ຜົນ​ກະທົບ​ຢ່າງ​ເລິກ​ເຊິ່ງ ​ແລະ ຮອບດ້ານຕໍ່​ຫວຽດນາມ.

ຢູ່​ໃນ​ປະ​ເທດ, ຫຼັງຈາກ 35 ປີ​ແຫ່ງການປ່ຽນ​ແປງ​ໃໝ່, ທ່າ​ແລ​ະພະລັງ, ກຳລັງ​ແຮງສັງ​ລວມຂອງ​ຊາດ ​ແລະ​ ກຽດ​ສັກ​ສີ​ສາກົນຂອງ​ຫວຽດນາມ ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ສ້າງ​ບັນດາ​ປະຖົມປັດ​ໄຈ​ທີ່ສຳຄັນ​ ເພື່ອ​ສ້າງສາ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ຢ່າງ​ໃດ​ກໍ່ຕາມ, ປະ​ເທດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ ຍ້ອນ​ຜົນ​ກະທົບ​ຈາກ​ວິ​ກິດ​ການ​ເສດຖະກິດ​ໂລກ, ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ແລະ ບັນດາສິ່ງທ້າ​ທາຍດ້ານຄວາມປອດໄພທີ່ບໍ່​ເປັນ​ແບບ​ດັ້ງ​ເດີມ; ໄພຄຸກ​ຄາມສີ່ປະການ​ທີ່​ພັກໄດ້ລະບຸໄວ້ ​ໂດຍ​ຜ່ານກອງປະຊຸມໃຫຍ່ ຍັງມີຢູ່ ​ແລະ ມີ​ດ້ານຮຸນແຮງຂຶ້ນຕື່ມ​. ບັນດາ​ອິດ​ທິກຳລັງ​ສັດຕູ​ເພີ່ມ​ທະວີ​ການ​ຕໍ່ຕ້ານ​ພັກ, ລັດ, ກອງທັບ​ ຢ່າງ​ເປີດ​ເຜີຍ, ຮຸນແຮງ ແລະໂດຍກົງ. ການ​ປະຕິວັດ​ອຸດສາຫະກຳ​ຄັ້ັ້ງທີ​ສີ່ສ້າງກຳລັງ​ໜູນ, ​ໂອກາດ ​ແລະ ສິ່ງ​ທ້າ​ທາຍຕໍ່​ການ​ກໍ່ສ້າງ​ແລະ​ພັດທະນາ​ປະ​ເທດ, ພ້ອມ​ກັນ​ນັ້ນ​ ກໍ່​ສົ່ງ​ຜົນ​ກະທົບ​ຢ່າງ​ແຮງ​ເຖິງ​ການ​ກໍ່ສ້າງ​ພື້ນຖານ​ປ້ອງ​ກັນ​ປະ​ເທດ​ທົ່ວ​ປວງ​ຊົນ, ການ​ເຄື່ອນ​ໄຫວ​ຂອງກອງກຳລັງ​ປະກອບ​ອາວຸດ​ປະຊາຊົນ, ການກໍ່ສ້າງ​ກອງທັບ, ປັບປຸງ​ການ​ປ້ອງ​ກັນ​ປະ​ເທດ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​​ໄດ້​ຊີ້​ແຈ້ງວ່າ: “ສືບ​ຕໍ່​ຜັນ​ຂະຫຍາຍປະ​ຕິບັດຍຸດ​ທະ​ສາດປົກ​ປັກ​ຮັກສາ​ປະ​ເທດຊາດ, ຍຸດ​ທະ​ສາດ​ປ້ອງ​ກັນ​ປະ​ເທດ, ຍຸດ​ທະ​ສາດ​ການທະຫານ​ ຢ່າງຮອບດ້ານ​ແລະ​ຄົບ​ຊຸດ... ​ແລະ​ຍຸດ​ທະ​ສາດ​ການ​ປ້ອງ​ກັນປະ​ເທດ, ຮັກສາ​ຄວາມປອດ​ໄພ​ສະ​ເພາະ​ດ້ານ​ອື່ນໆ”(2). ຕາມ​ນັ້ນ, ຈຳ​ເປັນ​ຕ້ອງ​ເສີມ​ຂະຫຍາຍຜົນສຳ​ເລັດ; ພ້ອມ​ກັນ​ນັ້ນ, ຕ້ອງ​ກຳ​ແໜ້ນ​ບັນດາ​ທັດສະນະ​ຊີ້​ນຳ ​ແລະ​ສືບ​ຕໍ່​ຜັນ​ຂະຫຍາຍ​ປະຕິບັດ ຍຸດ​ທະ​ສາດປົກ​ປັກ​ຮັກສາ​ປະ​ເທດຊາດ, ຍຸດ​ທະ​ສາດ​ປ້ອງ​ກັນ​ປະ​ເທດ, ຍຸດ​ທະ​ສາດ​ການທະຫານ​ ຢ່າງຮອບດ້ານ ຄົບ​ຊຸດ ​ແລະ​ມີ​ປະສິດທິ​ຜົນ ​ໂດຍ​ສຸມ​ໃສ່​ບັນດາ​ບັນຫາທີ່ສໍາຄັນ​ຕໍ່​ໄປ​ນີ້:

ທີ​ໜຶ່ງ, ສືບ​ຕໍ່​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ, ຍົກ​ສູງ​ປະ​ສິດ​ທິພາບ​ແລະ​ປະສິທິ​ຜົນຂອງ​ການ​ຄຸ້ມ​ຄອງ​ລັດ​ ໃນ​ການຜັນ​ຂະຫຍາຍ​ປະ​ຕິ​ບັດ​ຍຸດ​ທະ​ສາດ.

ນີ້​ແມ່ນ​ທັດສະນະ​ຊີ້​ນຳ, ພ້ອມ​ທັງ​ເປັນ​ວິທີ​ແກ້​ໄຂ​ທີ່ສຳຄັນອັນ​ດັບ​ໜຶ່ງ, ພື້ນ​ຖານ, ສອດ​ຮ້ອຍ​ຕະຫຼອດ ​ຂະ​ບວນການຈັດ​ຕັ້ງ, ຜັນ​ຂະຫຍາຍ​ປະຕິບັດ ​ຍຸດ​ທະ​ສາດ​ຕ່າງໆ​ຢ່າງຮອບດ້ານ ​ແລະ​ມີ​ປະສິດ​ທິຜົນ; ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ນຳພາ​ຢ່າງ​ເດັດຂາດ ​ໂດຍ​ກົງ ​ໃນ​ທຸກ​ດ້ານຂອງ​ພັກ​ ຕໍ່ກອງກຳລັງ​ປະກອບ​ອາວຸດ ​ແລະ ພາລະກິດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ກໍ່ສ້າງ​ພັກ ລັດ ​ແລະ​ລະບົບ​ການ​ເມືອງ​ ໃຫ້​ສະອາດ​ປອ​ໃສ ​ແລະ​ໝັ້ນຄົງ​ເຂັ້ມ​ແຂງ. ຍົກ​ສູງ​ຄວາມ​ສາມາດ​ນຳພາ​ແລະກຳລັງ​ແຮງ​ສູ້​ຮົບ ຂອງ​ບັນດາ​ຄະນະ​ພັກ​ແລະ​ອົງການ​ຈັດ​ຕັ້ງ​ພັກ, ຍົກ​ສູງ​ປະສິດທິພາບ​ແລະ​ປະສິດທິ​ຜົນ​ການ​ຄຸ້ມ​ຄອງ​ ຂອງອົງການ​ບໍລິຫານ​ລັດທຸກ​ຂັ້ນ; ປັບປຸງ​ແລະ​ເພີ່ມ​ທະວີ​ກ້ອມ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ.

ການນຳພາ​ຂອງ​ພັກ​ແມ່ນ​ປັດ​ໄຈ​ຕັດສິນ​ຜົນສຳ​ເລັດ​ຂອງ​ວຽກ​ງານ​ການ​ທະຫານ, ການ​ປ້ອງ​ກັນປະ​ເທດ, ການປົກປັກ​ຮັກສາປະ​ເທດ​ຊາດ. ພາຍໃຕ້ເງື່ອນໄຂໃດໆ, ສະຖານະ​ການ​ໃດໆ ກໍຕ້ອງ​ຮັກສາ​ການ​ນຳພາ​ຂອງ​ພັກ; ສືບ​ຕໍ່​ຫັນການນຳພາ​ຂອງ​ພັກ​ເປັນ​ນິຕິກຳ ດ້ວຍ​ລະບົບ​ກົດໝາຍ ​ແລະ ບັນດາ​ເອກະສານ​ທາງ​ກົດໝາຍ​ທີ່​ກ່ຽວຂ້ອງ. ພ້ອມ​ກັນ​ນັ້ນ, ​ເສີມ​ຂະຫຍາຍ​ບົດບາດ, ຄວາມ​ຮັບຜິດຊອບ​ຂອງ​ຄະນະ​ພັກ, ຫົວໜ້າຄະນະ, ກະຊວງ, ຂະ​ແໜງ​ການ ຢູ່ສູນກາງແລະທ້ອງຖິ່ນ ​ແລະ​ ຄວາມ​ຮັບຜິດຊອບ​ຂອງຄະນະ​ພັກ, ຜູ້​ບັນຊາ​ການ​ບັນດາ​ອົງການ, ໜ່ວຍ​ງານ​ຂອງກອງ​ກຳລັງ​ປະກອບ​ອາວຸດ ​ໃນ​ການນຳພາຊີ້ນຳການ​ຊາບ​ຊຶມ​ແລະ​ຜັນ​ຂະຫຍາຍ​ປະຕິບັດ ຍຸດ​ທະ​ສາດ​ຕ່າງໆ ​ຢ່າງ​ມີ​ປະສິດທິ​ຜົນ. ຊາບ​ຊຶມ​ຢ່າງ​ເລິກ​ເຊິ່ງ, ຫັນ​ເປັນອັນ​ລະອຽດ ​ແລະ ໝູນ​ໃຊ້ບັນດາ​ທັດສະນະ​ໃນ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ ​ຢ່າງ​ຍືດຫຍຸ່ນ​ແລະ​ປະດິດ​ສ້າງ ​ເຂົ້າ​ໃນ​ການ​ປະຕິບັດໜ້າ​ທີ່ກໍ່ສ້າງ ​ແລະ ປົກປັກ​ຮັກ​ສາ​ປະ​ເທດຊາດ ​ໃນ​ໄລຍະ​ໃໝ່.

ປ່ຽນ​ແປງ​ໃໝ່, ຍົກ​ສູງ​ປະສິດທິພາບ​ແລະ​ປະສິດທິ​ຜົນ​ການ​ຄຸ້ມ​ຄອງຂອງ​ລັດ, ການ​ເຄື່ອນ​ໄຫວ​ຂອງ​ລະບົບອຳນາດ​ການ​ປົກຄອງ​ທຸກ​ຂັ້ນ; ປະຕິບັດ​ລັດຖະທຳ​ມະນູນ, ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ​ປະ​ເທດ, ຍຸດ​ທະ​ສາດ​ປ້ອງ​ກັນ​ປະ​ເທດ, ຍຸດ​ທະ​ສາດ​ການ​ທະຫານ ຢ່າງ​ເຂັ້ມ​ງວດ. ປັບປຸງ​ແລະບູລະນະ​ອົງການ​ຈັດ​ຕັ້ງ, ກົງຈັກ ​ແລະ ຖັນ​ແຖວ​ພະນັກງານທີ່​ເຮັດ​ວຽກ​ງານ​ການ​ທະຫານ, ການ​ປ້ອງ​ກັນ​ປະ​ເທດ​ ໃນ​ບັນດາ​ກະຊວງ​ແລະອົງ​ການທີ່​ທຽບ​ເທົ່າ​ກະຊວງ, ອົງການ​ໃນ​ສັງກັດ​ລັດຖະບານ. ​ປັບປຸງເພີ່ມ​ເຕີມ ​ແລະ ບູລະນະ​ລະບົບ​ກົດໝາຍ, ນະ​ໂຍບາຍ, ກົນ​ໄກການປ້ອງ​ກັນ​ປະ​ເທດ​; ກົດ​ລະບຽບ​ການ​ປະສານ​ງານ​ລະຫວ່າງ​ບັນດາ​ຄະນະ, ກະຊວງ, ຂະ​ແໜງ​ການ​ຢູ່​ສູນ​ກາງ​ແລະ​ທ້ອງ​ຖິ່ນ, ຮັບປະກັນ​ການ​ປະຕິບັດ​ພາລະ​ບົດບາດ​ແລະ​ໜ້າ​ທີ່​ ຢ່າງ​ຄົບ​ຖ້ວນ ​ແລະ ​ເພີ່ມ​ທະວີ​ວຽກ​ງານ​ການ​ຄຸ້ມ​ຄອງ, ປະຕິບັດ​ການ​ຄຸ້ມ​ຄອງ​ລັດ​ດ້ານ​ການປ້ອງ​ກັນ​ປະ​ເທດ​ຕາມ​ກົດໝາຍ ​ຢ່າງ​ມີ​ປະສິດທິ​ຜົນ.

ຮັກສາ​ແລະ​ເພີ່ມ​ທະວີ​ການນຳພາ​ເດັດຂາດ ​ໂດຍ​ກົງ​ໃນ​ທຸກ​ດ້ານ​ຂອງ​ພັກ, ການ​ຄຸ້ມ​ຄອງ​ຂອງ​ລັດ ​ຕໍ່ກອງກຳລັງ​ປະກອບ​ອາວຸດ ​ເຊິ່ງ​ແກນຫຼັກແມ່ນກອງທັບປະຊາຊົນ; ການຮັບປະກັນ​ໃຫ້​ພັກ​ກຳ​ແໜ້ນກອງ​ກຳລັງ​ປະກອບ​ອາວຸດ​ໃນ​ທຸກ​ສະຖານະ​ການ ​ແມ່ນ​ປັດ​ໄຈ​ຕັດສິນ​ຊີ້​ຂາດ​​ການ​ເຕີບ​ໃຫຍ່ ​ແລະ ​ໄຊຊະນະ​ ຂອງກອງ​ກຳລັງ​ປະກອບ​ອາວຸດ. ປະຕິບັດ​ມະຕິ​ກອງ​ປະຊຸ​ມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກ່ຽວ​ກັບການ​ກໍ່ສ້າງ​ກອງທັບ​ປະຊາຊົນ, ກອງ​ກຳລັງຕຳຫຼວດປະຊາຊົນທີ່ “ປະຕິວັດ, ​ເປັນ​ລະບຽບ​ຫຼວງ, ຊຳນານ​ໃນ​ການ​ຮົບ, ທັນ​ສະ​ໄໝ; ໝັ້ນຄົງ​​ເຂັ້ມ​ແຂງ​ທາງ​ການ​ເມືອງ ​ແນວ​ຄິດ ຄຸນສົມບັດ​ສິນ​ທຳ ການຈັດ​ຕັ້ງ ​ແລະ​ພະນັກງານ. ກໍ່ສ້າງ​ຄະນະ​ພັກ, ອົງການ​ຈັດ​ຕັ້ງ ​ແລະ ​ຖັນ​ແຖວ​ພະນັກງານ ສະມາຊິກ​ພັກ​ໃນ​ກອງທັບ​ແລະ​ໃນກຳລັງຕຳຫຼວກ​ ທີ່​ຈົງ​ຮັກ​ພັກ​ດີ​ໂດຍ​ເດັດ​ຂາດຕໍ່​ປະ​ເທດ​ຊາດ, ຕໍ່​ພັກ, ລັດ​ ​ແລະ​ປະຊາຊົນ, ຢຶດໝັ້ນ​ໃນ​ເປົ້າ​ໝາຍ ອຸດົມ​ການ​ປະຕິວັດ​ຂອງ​ພັກ, ຮັບປະກັນ​ມີຄຸນ​ນະພາ​ບສັງ​ລວມ ​ແລະ ກຳລັງ​ແຮງ​ສູ້​ຮົບ​ສູຸງ, ຕອບ​ສະໜອງ​ຄວາມ​ຕ້ອງການ​ແລະ​ໜ້າ​ທີ່​ໃນທຸກ​ສະຖານະ​ການ”(3), ປະສົບ​ຄວາມ​ສຳ​ເລັດ​ມີ​ໄຊ​ ໃນ​ການ​ປະຕິບັດ​ໜ້າ​ທີ່​ການ​ທະຫານ, ການ​ປ້ອງ​ກັນ​ປະ​ເທດ, ການປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ ໃນ​ໄລຍະ​ໃໝ່.

ທີ​ສອງ, ກຳ​ແໜ້ນ​ສາຍ​ພົວພັນລະຫວ່າງຍຸດ​ທະ​ສາດປົກ​ປັກ​ຮັກສາ​ປະ​ເທດຊາດ ​ແລະ ຍຸດ​ທະ​ສາດ​ປ້ອງ​ກັນ​ປະ​ເທດ, ຍຸດ​ທະ​ສາດ​ການ​ທະຫານ, ສືບ​ຕໍ່​ຫັນ​ເປັນອັນ​ລະອຽດ​ສະ​ເພາະ​ໃນ​ຂະ​ບວນການ​ປະຕິບັດ.

ຍຸດ​ທະ​ສາດປົກ​ປັກ​ຮັກສາ​ປະ​ເທດຊາດ ​ແລະ ຍຸດ​ທະ​ສາດ​ປ້ອງ​ກັນ​ປະ​ເທດ ​ແມ່ນ​ບັນດາ​ຍຸດ​ທະ​ສາດ​ແຫ່ງ​ຊາດ. ຍຸດ​ທະ​ສາດ​ການ​ທະຫານ​ແມ່ນ​ຍຸດ​ທະ​ສາດສະ​ເພາະ​ຂະ​ແໜງ, ​ມັນ​ມີ​ສາຍ​ພົວພັນ​ແບບ​ອີນຊີ​ ທີ່​ກະທົບ​​ເຊິ່ງກັນ​ແລະ​ກັນ ແຕ່ບໍ່​ເປັນອັນ​ດຽວກັນ​ກັບ​ສອງ​ຍຸດ​ທະ​ສາດ​ຂ້າງ​ເທິງ. ຍຸດ​ທະ​ສາດປົກ​ປັກ​ຮັກສາ​ປະ​ເທດຊາດ ​ແລະ ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ-ສັງຄົມ ແມ່ນ​ສອງ​ຍຸດ​ທະ​ສາດ​ທີ່​ເປັນ​ພື້ນຖານ​ແລະສຳຄັນ​ອັນ​ດັບ​ໜຶ່ງ; ​ແມ່ນ​ບັນດາ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ທີ່​ປົກ​ຫຸ້ມ, ​​ເປັນຮາກ​ຖານ ທີ່​ມີ​ລັກສະນະ​ຊີ້​ນຳ​ຍຸດ​ທະ​ສາດ ຕໍ່​ການ​ສ້າງ​ແລະ​ຜັນ​ຂະຫຍາຍ​ປະຕິບັດ ບັນດາ​ຍຸດ​ທະ​ສາດສະ​ເພາະ​ຂະ​ແໜງ. ຍຸດ​ທະ​ສາດປົກ​ປັກ​ຮັກສາ​ປະ​ເທດຊາດ ແມ່ນ​ຍຸດ​ທະ​ສາດ​ແລະ​ແຜນ​ການ​ລະດັບ​ຊາດ ​ເພື່ອ​ກຳນົດ​ເປົ້າ​ໝາຍ, ​ເຕົ້າ​ໂຮມ​ບັນດາ​ກຳລັງ ​ແລະ ຄັດ​ເລືອກ​ວິທີ​ແກ້​ໄຂທີ່ເປັນໄປໄດ້, ສ້າງ​ກຳລັງ​ແຮງ​ສັງ​ລວມທີ່​ໃຫຍ່​ທີ່ສຸດ​ ເພື່ອປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມ​ໄວ້​ຢ່າງ​ໝັ້ນຄົງ.

ຍຸດ​ທະ​ສາດ​ປ້ອງ​ກັນ​ປະ​ເທດ​ແມ່ນ​ຍຸດ​ທະ​ສາດ​ປ້ອງ​ກັນຊາດ, ປົກ​ປ້ອງ​ປະ​ເທດ, ຮັກສາ​ປະ​ເທດ “​ແຕ່​ຕົ້ນ”, “​ແຕ່​ໄກ”, ​ຕັ້ງແຕ່​ເມື່ອ​ປະ​ເທດ​ຍັງ​ບໍ່​ຕົກໃນ​ອັນ​ຕະລາຍ, ພ້ອມ​ທີ່​ຈະຕໍ່ສູ້ຕ້ານສົງຄາມຮຸກຮານ. ນີ້​ແມ່ນ​ຍຸດ​ທະ​ສາດ​ທີ່​ມີ​ລັກ​ສາ​ນະ​ສັນຕິພາບ, ປ້ອງ​ກັນ​ຕົວ, ດ້ວຍ​ກຳລັງ​ແຮງສັງ​ລວມຂອງ​ປະຊາຊົນ​ທັງ​ຊາດ ສົມທົບ​ກັບກຳລັງ​ແຮງຂອງ​ຍຸກ​ສະ​ໄໝ; ອີງ​ໃສ່​ແນວທາງ​ການ​ເມືອງ​ທີ່​ຖືກຕ້ອງ​ແມ່ນ​ປັດ​ໄຈ​ຕັດສິນ​ຊີ້​ຂາດ, ​ກຳລັງ​ແຮງປ້ອງ​ກັນ​ປະ​ເທດ​ແມ່ນກຸນ​ແຈ​ສໍາ​ຄັນ​, ກຳລັງ​ແຮງທາງທະຫານແມ່ນລັກສະນະສະ​ເພາະ ​ເຊິ່ງ​ໂດຍ​ກົງ​ແມ່ນກຳລັງ​ແຮງສູ້​ຮົບ​ຂອງ​ກອງ​ກຳລັງ​ປະກອບ​ອາວຸດ ​ເຊິ່ງ​ແກນ​ຫຼັກ​ແມ່ນ​ກອງທັບ​ປະຊາຊົນ; ກໍ່ສ້າງ​ແລະ​ປັບປຸງ​ການ​ພົວພັນ ​ແລະ ຄວາມ​ໄວ້​ວາງ​ໃຈ​ທາງ​ຍຸດ​ທະ​ສາດ ​ກັບ​ປະ​ເທດ​ຕ່າງໆ, ​ໂດຍ​ສະ​ເພາະ​ແມ່ນ ​ບັນດາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ສ້າງ​ທ່າ​ເພື່ອ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ; ພ້ອມ​ແລ້ວ​ທີ່​ຈະ​ເອົາ​ຊະນະ​ສົງຄາມ​ຮຸກ​ຮານ​ທຸກ​ຮູບ​ແບບ ຖ້າ​ຫາກ​ເກີດ​ຂຶ້ນ. ຍຸດ​ທະ​ສາດ​ປ້ອງ​ກັນ​ປະ​ເທດ​ແມ່ນ​ພາກ​ສ່ວນ​ຕົ້ນ​ຕໍ ​ແລະ ​ເປັນ​ຮູບ​ປະ​ທຳ​ຂອງຍຸດ​ທະ​ສາດປົກ​ປັກ​ຮັກສາ​ປະ​ເທດຊາດ, ພ້ອມ​ກັບ​ບັນດາ​ຍຸດ​ທະ​ສາດ​ອື່ນປະຕິບັດ​ເປົ້າ​ໝາຍ ​ແລະ​ໜ້າ​ທີ່​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ຍຸດ​ທະ​ສາດການ​ທະຫານ​ແມ່ນ​ເນື້ອ​ໃນ​ຕົ້ນຕໍ ​ແລະ​ເປັນ​ຮູບ​ປະທຳຂອງຍຸດ​ທະ​ສາດ​ປ້ອງ​ກັນ​ປະ​ເທດ, ​ແມ່ນ​ພື້ນຖານ​ເພື່ອ​ສ້າງ​ແລະ​ປັບປຸງບູລະນະ ແຜນການສູ້ຮົບ, ທ່າ​ສະໜາມຮົບ, ການຈັດ​ຕັ້ງ​ກອງທັບ, ການ​ຮັບປະກັນ​ປະກອບ​ອາວຸດ​ຍຸດ​ໂທ​ປະກອນ, ການສ້າງກຳລັງ​ຄົນ, ການ​ຝຶກ​ອົບຮົມ,... ການກຽມ​ຄວາມ​ພ້ອມ​ຮັບ​ມື​ກັບຮູບ​ແບບ​ສົງຄາມ​ສະ​ໄໝ​ໃໝ່.

ທີ​ສານ, ຍົກ​ສູງ​ຄຸນ​ນະພາ​ບຂອງ​ວຽກ​ງານພະຍາກອນ, ​ໃຫ້ຄຳປຶກສາ​ແກ່​ພັກ​ແລະລັດ​ ກ່ຽວ​ກັບ​ການ​ທະຫານ, ການ​ປ້ອງ​ກັນ​ປະ​ເທດ​ໃນ​ການ​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ຍຸດ​ທະ​ສາດ.

ນີ້​ແມ່ນວິທີແກ້ໄຂທີ່ສໍາຄັນຫຼາຍໃນການວາງແຜນແລະຜັນ​ຂະຫຍາຍປະຕິບັດ​ຍຸດ​ທະ​ສາດປົກ​ປັກ​ຮັກສາ​ປະ​ເທດຊາດ, ຍຸດ​ທະ​ສາດ​ປ້ອງ​ກັນ​ປະ​ເທດ, ຍຸດ​ທະ​ສາດ​ການ​ທະຫານ. ຄຸນ​ນະພາ​ບຂອງ​ການຄົ້ນຄວ້າ​ພະຍາກອນ ​ແລະ ​ໃຫ້ຄຳປຶກສາ​ດ້ານ​ຍຸດ​ທະ​ສາດ ຕ້ອງ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນຢ່າງຮອບດ້ານ ທາງ​ດ້ານ​ການຈັດ​ຕັ້ງ, ກົນ​ໄກ, ຄວາມ​ສາມາດ​ໃນ​ການ​ໃຫ້​ຄຳ​ປຶກສາ ສະ​ເໜີ​ແຜນ​ນະ​ໂຍບາຍ, ມາດ​ຕະການ, ວິທີ​ແກ້​ໄຂທີ່​ໃກ້ຊິດ ຖືກຕ້ອງ ​ແລະ ທັນ​ການ, ​ໃຫ້​ຫຼັກ​ຖານ​ທາງ​ວິທະຍາສາດ​ທີ່​ໝັ້ນຄົງ, ຕອບ​ສະໜອງ​ຄວາມ​ຕ້ອງການ​ໃນ​ການນຳພາ​ຊີ້ນຳການ​ປະຕິບັດ​ໜ້າ​ທີ່​ການ​ທະຫານ, ການ​ປ້ອງ​ກັນ​ປະ​ເທດ, ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ; ການຈັດການສະຖານະການຍຸດທະສາດຢ່າງທັນການ ​ແລະ​ມີ​ປະສິດທິ​ຜົນ, ບໍ່​ໃຫ້​ຕົກ​ໃນ​ທ່າ​ຮັບ​ທີ່​ບໍ່​ຄາດ​ຄິດ. ພ້ອມ​ກັນ​ນັ້ນ, ຮັບ​ໃຊ້​ການ​ຄົ້ນຄວ້າ​ພັດທະນາ​ທິດ​ສະ​ດີ​ ກ່ຽວ​ກັບການ​ກໍ່ສ້າງ​ພື້ນຖານ​ການ​ປ້ອງ​ກັນ​ປະ​ເທດ​ທົ່ວ​ປວງ​ຊົນ, ສ້າງກຳລັງ​ປະກອບ​ອາວຸດ​ປະຊາຊົນ ​ແລະ ສິລະ​ປະການ​ທະຫານ​ຫວຽດນາມ.

​ເສີມ​ຂະຫຍາຍ​ບົດບາດນຳພາ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ພັກ ​ແລະ ບົດບາດ​ຊີ້ນຳ ຄຸ້ມ​ຄອງ ບໍລິຫານ​ຂອງ​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ ຕໍ່​ການ​ເຄື່ອນ​ໄຫວຄົ້ນຄວ້າ​ພະຍາກອນ​ຍຸດ​ທະ​ສາດ. ຖັນ​ແຖວ​ພະນັກງານ​ການນຳທຸກ​ຂັ້ນ ຕ້ອງ​​ເຂົ້າ​ໃຈ​ແຈ້ງ ຄວາມ​ສຳຄັນ​ຂອງວຽກ​ງານຄົ້ນຄວ້າພະຍາກອນຍຸດທະສາດປ້ອງກັນປະ​ເທດ; ສາຍ​ພົວພັນ​ລະຫວ່າງ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ການ​ເພີ່ມ​ທະວີ, ປັບປຸງ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ໝັ້ນຄົງ. ຍົກ​ສູງ​ຄຸນ​ນະພາ​ບຂອງ​ການອົບຮົມ​ສຶກສາ​ ແລະສົ່ງ​ເສີມ​ຄວາມ​ຮູ້​ດ້ານການ​ປ້ອງ​ກັນ​ປະ​ເທດ​ ໃຫ້​ພະນັກງານ​ຕາມ​ເປົ້າ​ໝາຍ​ທີ່​ໄດ້​ກຳນົດ.

ວຽກ​ງານ​ຄົ້ນຄວ້າ​ພະຍາກອນ​ຍຸດ​ທະ​ສາດ​ໃນ​ຂົງ​ເຂດ​ການ​ປ້ອງ​ກັນ​ປະ​ເທດ ຢູ່​ພາຍ​ໃຕ້​ການຊີ້ນຳນຳພາ ຄຸ້ມ​ຄອງ ບໍລິຫານ​ຂອງຄະນະ​ພັກ​ການ​ທະຫານ​ສູນ​ກາງ, ກະຊວງ​ການ​ປ້ອງ​ກັນ​ປະ​ເທດ; ສົມທົບ​ກັບ​ບັນດາ​ເອກະສານ​ທາງ​ກົດໝາຍ​ຂອງອົງການທີ່​ມີ​ສິດ​ອຳນາດ, ສ້າງ​ພື້ນຖານ​ທາງ​ກົດໝາຍ​ ເພື່ອ​ຈັດ​ຕັ້ງ​ປະຕິບັດ​ກິດຈະກຳຄົ້ນຄວ້າ​ພະຍາກອນ​ຍຸດ​ທະ​ສາດ​ໃນຂົງ​ເຂດ​ປ້ອງ​ກັນ​ປະ​ເທດ. ຕາມ​ນັ້ນ, ຕ້ອງການ​ເພີ່ມ​ເຕີມ​​ແລະ​ປັບປຸງ​ບູລະນະ​ລະບົບ​​ເອກະສານ​ທາງ​ກົດໝາຍ ​ແລະ​ ກົນ​ໄກຊີ້ນຳ ປະ​ຕິ​ບັດ​ງານ ແລະ ການ​ປະ​ສານ​ງານ​ການ​ຄົ້ນ​ຄວ້າພະຍາກອນ ແລະ​ໃຫ້​ຄຳປຶກສາ​ກ່ຽວ​ກັບ​ຍຸດ​ທະ​ສາດ​ການ​ປ້ອງ​ກັນ​ປະ​ເທດ. ການກຳນົດເນື້ອ​ໃນ, ສ້າງ​ໂຄງການ​ຄົ້ນຄວ້າພະຍາກອນ​ຍຸດ​ທະ​ສາດ​ການ​ປ້ອງ​ກັນ​ປະ​ເທດ 5 ປີ, 10 ປີ, ທີ່​ສອດຄ່ອງ​ກັບ​ຈິນຕະນາການ​ໃໝ່​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ; ສົມທົບຢ່າງ​ແໜ້ນ​ແຟ້ນ ການຄົ້ນຄ້ວາພະຍາກອນໄລຍະຍາວ ກັບການຄົ້ນຄວ້າພະຍາກອນ​ໄລຍະສັ້ນ ແລະສະເພາະ. ສຸມ​ໃສ່​ການ​ສ້າງ​ແລະ​ຜັນ​ຂະ​ຫຍາຍ​ໂຄງການ​ຍົກ​ສູງຄວາມ​ສາມາດ​ຄົ້ນຄວ້າ​ພະຍາກອນ ​ແລະ ​ໃຫ້​ຄຳປຶກສາສຳລັບຍຸດ​ທະ​ສາດ​ປ້ອງ​ກັນ​ປະ​ເທດ​ໄລຍະ​ປີ 2020-2025 ​ແລະ​ຊຸມ​ປີ​ຕໍ່​ໄປ.

ຍູ້​ແຮງການ​ສະຫຼຸບສັງ​ລວມພຶດຕິ​ກຳ ​ແລະ ການ​ຄົ້ນຄວ້າ​ທິດ​ສະ​ດີ, ປະ​ຍຸກ​ໃຊ້​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ ​ໃນ​ການຄົ້ນຄວ້າ​ພະຍາກອນ​ແລະໃຫ້​ຄຳປຶກສາ. ສົມທົບ​ຢ່າງ​ແໜ້ນ​ແຟ້ນ ການຄົ້ນຄວ້າ​ພະຍາກອນດ້ານ​ການ​ທະຫານ, ການ​ປ້ອງ​ກັນ​ປະ​ເທດ ກັບການ​ຄົ້ນຄວ້າ​ວິທະຍາສາດ. ການກໍ່ສ້າງແລະກຳນົດມາດຕະຖານລະບົບຂໍ້ມູນ​ແລະຖານຂໍ້ມູນ​ແບບ​ຄົບ​ຊຸດ ​ໃຫ້ທັນ​ສະ​ໄໝ​ຫຼາຍ​ຂຶ້ນ, ຮັບປະກັນ​ຄວາມ​ສະດວກ​ໃນ​ການ​ແບ່ງປັນ, ​ເຊື່ອມ​ໂຍງ​ລະຫວ່າງ​ບັນດາ​ອົງການຂໍ້ມູນຂ່າວສານ, ເອກະສານ ເພື່ອສະໜອງຂໍ້ມູນຫຼາຍມິຕິ, ພາວະ​ວິ​ໄສ ​ແລະເຊື່ອຖືໄດ້ ຈາກແຫຼ່ງຕ່າງໆ.

ການກໍ່ສ້າງ​ແລະ​ປັບປຸງ​ບັນດາ​ອົງການຄົ້ນຄວ້າຍຸດ​ທະ​ສາດ​ປ້ອງ​ກັນ​ປະ​ເທດ ຕາມ​ທິດທາງ​ລວມສູນ, ຄວາມ​ຊຳນານ ​ແລະ​ ຖືກ​ຕາມພາລະ​ໜ້າ​ທີ່, ສ້າງ​ກົນ​ໄກ​ການ​ປະສານ​ງານ, ຮັບປະກັນ,... ຕອບ​ສະໜອງ​ຄວາມ​ຕ້ອງການ​ຄົ້ນຄວ້າ​ພະຍາກອນ​ຍຸດ​ທະ​ສາດສະ​ເພາະ​ໜ້າ ​ແລະ​ຍາວ​ນານ. ​ໃຫ້​ຄວາມ​ສຳຄັນ​ກັບ​ການ​ກໍ່ສ້າງຖັນ​ແຖວພະນັກງານວິຊາ​ສະ​ເພາະ, ໂດຍສະເພາະແມ່ນ ພະນັກງານຊັ້ນນໍາໃນທຸກລະດັບ, ຖັນ​ແຖວຜູ້ຊ່ຽວຊານທີ່​ມີ​ປະສົບ​ການແລະມີລະດັບການສຶກສາສູງ ​ໃນປະລິມານທີ່ສົມເຫດສົມຜົນ ​ແລະ​ມີ​ຄຸນ​ນະພາ​ບສູງ. ​ເອົາ​ໃຈ​ໃສ່​ເຖິງ​ລະບອບ​ແລະ​ນະ​ໂຍບາຍ​ການ​ເຄື່ອນ​ໄຫວ​ຄົ້ນຄວ້າ​ພະຍາກອນ ​ແລະໃຫ້ຄຳ​ປຶກສາຍຸດ​ທະ​ສາດ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ. ຍູ້​ແຮງ​ວຽກ​ງານການ​ຄັດ​ເລືອກ ຝຶກ​ອົບ​ຮົມ ບຳລຸງ​ສ້າງ​ ແລະ ການນຳ​ໃຊ້​ຖັນ​ແຖວ​ພະນັກງານ​ຄົ້ນຄວ້າພະຍາກອນ​ຍຸດ​ທະ​ສາດ. ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ຮ່ວມ​ມື, ການປະສານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ ລະຫວ່າງ​ບັນດາ​ອົງການ​ຄົ້ນຄວ້າ​ຍຸດ​ທະ​ສາດ​ຂອງ​ຄະນະ, ກະຊວງ, ຂະ​ແໜງ​ການ​ ໃນ​ການ​ຄົ້ນຄວ້າ​ພະຍາກອນ ​ແລະ​ໃຫ້ຄຳປຶກສາ​ຍຸດ​ທະ​ສາດ. 

ທີ​ສີ່, ສືບ​ຕໍ່​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ເຊື່ອມ​ໂຍງ​ສາກົນ ​ແລະ ການພົວພັນ​ຕ່າງປະ​ເທດ ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ ​ໃນ​ການ​ຜັນ​ຂະຫຍາຍ​ປະຕິບັດ​ຍຸດ​ທະ​ສາດ​ຕ່າງໆ.

ການຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ເຊື່ອມ​ໂຍງ​ສາກົນ ​ແລະ ການພົວພັນ​ຕ່າງປະ​ເທດ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ ​ໃນ​ການ​ຜັນ​ຂະຫຍາຍ​ປະຕິບັດ​ຍຸດ​ທະ​ສາດປົກ​ປັກ​ຮັກສາ​ປະ​ເທດຊາດ, ຍຸດ​ທະ​ສາດ​ປ້ອງ​ກັນ​ປະ​ເທດ ​ແລະ ຍຸດ​ທະ​ສາດ​ການ​ທະຫານ ​ແມ່ນ​ໜ້າ​ທີ່​ແລະ​ວິທີ​ແກ້​ໄຂ​ທີ່ສຳຄັນ, ແຜນ​ການ​ປົກ​ປັກ​ຮັກ​ສາ​ປະ​ເທດ “​ແຕ່​ຕົ້ນ”, “​ແຕ່​ໄກ”; ຮັບປະກັນ​ຜົນ​ປະ​ໂຫຍ​ດສູງ​ສຸດ​ຂອງ​ຊາດ-ປະ​ເທດ​ຊາດ ບົນ​ຫຼັກການ​ພື້ນຖານ​ຂອງກົດ​ບັດ​ສະຫະ​ປະຊາ​ຊາດ ​ແລະ​ກົດໝາຍ​ສາກົນ, ສະ​ເໝີ​ພາບ, ການຮ່ວມມື​ແບບຕ່າງຝ່າຍຕ່າງມີຜົນປະໂຫຍດ. ​ເພີ່ມ​ທະວີ​ຖານະ​ບົດບາດ​ສາກົນ​, ຄວາມ​ເປັນ​ເອກະລາດ​ ແລະ​ ຄວາມ​ເປັນ​ເຈົ້າ​ຂອງ​ປະ​ເທດ; ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ ສະຖຽນ​ລະ​ພາບ ​ເພື່ອ​ພັດທະນາ​ປະ​ເທດ.

ຊາບ​ຊຶມ​ແລະ​ປະຕິບັດຢ່າງສະເໝີຕົ້ນສະເໝີປາຍ ​ແນວທາງ​ການ​ຕ່າງ​ປະ​ເທດທີ່​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ສັນ​ຕິ​ພາບ, ມິດຕະພາບ, ການ​ຮ່ວມ​ມື​ແລະ​ການ​ພັດທະນາ, ຫັນ​ການ​ພົວພັນ​ຕ່າງປະ​ເທດ​ເປັນ​ຫຼາຍກ້ຳ​ຫຼາຍ​ຝ່າຍ ຫຼາຍ​ຮູບ​ແບບ. ​ເພີ່ມ​ທະວີ​ວຽກ​ງານ​ການ​ຕ່າງປະ​ເທດ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ ພ້ອມ​ກັບ​ການ​ຕ່າງປະ​ເທດ​ຂອງ​ພັກ, ການ​ທູດ​ຂອງ​ລັດ ​ແລະ ການທູດຂອງປະຊາຊົນ. ເພີ່ມ​ທະວີ​ຄວາມ​ໄວ້ວາງ​ໃຈ​ດ້ານ​ຍຸດ​ທະ​ສາດ, ຍົກ​ສູງຖານະ​ບົດບາດ​ແລະກຽດ​ສັກ​ສີ​ສາກົນ​ຂອງ​ປະ​ເທດ, ປັບປຸງ​ຄວາມ​ໝັ້ນ​ຄົງຂອງການ​ປ້ອງ​ກັນ​ປະ​ເທດ, ການ​ປ້ອງ​ກັນ​ຄວາມ​ສະຫງົບ, ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ຍູ້​ແຮງການ​ເຊື່ອມ​ໂຍງ​ສາກົນ ​ແລະ ການ​ຕ່າງປະ​ເທດດ້ານການ​ປ້ອງ​ກັນ​ປະ​ເທດ​ຕາມ​ທິດນຳ “ຕັ້ງໜ້າ, ​ເປັນ​ເຈົ້າ​ການ, ໜັກ​ແໜ້ນ, ​ໄຫວ​ພິບ, ມີປະສິດທິ​ຜົນ”. ປະຕິບັດ​ການ​ເຊື່ອມ​ໂຍງ​ສາກົນ​ຢ່າງຮອບດ້ານ, ພັດທະນາ​ການ​ພົວພັນ​ຕ່າງປະ​ເທດທັງ​ລວງ​ກວ້າງ ​ແລະລວງເລິກ ​ເພື່ອ​ສ້າງ​ທ່າ​ຍຸດ​ທະ​ສາດ​ໃໝ່. ​ເພີ່ມ​ທະວີ​ແລະ​ເປີດ​ກວ້າງ​ການ​ຮ່ວມ​ມືດ້ານ​ການ​ປ້ອງກັນປະ​ເທດ​ທີ່​ເຊື່ອ​ຖື​ໄດ້ກັບ​ບັນດາ​ຄູ່​ຮ່ວມ​ມື, ​ໂດຍ​ສະ​ເພາະ ​ກັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຄູ່​ຮ່ວມ​ມືຮອບດ້ານ, ກັບປະ​ເທດ​ໃຫຍ່, ປະ​ເທດ​ເພື່ອນ​ບ້ານ​ໃກ້​ຄຽງ, ປະ​ເທດ​ເພື່ອ​ມິດ​ດັ້ງ​ເດີມ; ສຸມ​ໃສ່​ບັນດາຂົງ​ເຂດ​ທີ່​ບັນດາ​ຝ່າຍ​ມີ​ທ່າ​ແຮງ; ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ສ້າງ​ການ​ສະ​ໜັບ​ສະ​ໜູນ​ແລະ​ການ​ຊ່ວຍ​ເຫຼືອ​ຂອງ​ສາ​ກົນ ເພື່ອ​ປ້ອງ​ກັນ​ຄວາມ​ສ່ຽງ ແລະ ຮັບ​ມື​ກັບ​ສົງ​ຄາມ​ຮຸກ​ຮານ.  

ຕັ້ງໜ້າ​ແລະ​ເປັນ​ເຈົ້າ​ການ​ໃນ​ການ​ເຂົ້າ​ຮ່ວ​ມ​ບັນດາ​ກົນ​ໄກ​ຮ່ວມ​ມື​ດ້ານການ​ປ້ອງ​ກັນປະ​ເທດ, ປ້ອງ​ກັນ​ຄວາມ​ສະຫງົບ​ຫຼາຍ​ຝ່າຍ ບົນ​ພື້ນຖານ​ເຄົາລົບ​ເອກະລາດ, ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ. ​ເປີດ​ກວ້າງຂະ​ໜາດ​ແລະ​ຂອບ​ເຂດ​ການ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ; ດຳ​ເນີນການ​ຝຶກ​ອົບ​ຮົມ​ແລະ​ການຊ້ອມ​ຮ່ວມ​ກັນ ​ກ່ຽວ​ກັບການ​ຊ່ວຍ​ເຫຼືອ​ດ້ານມະ​ນຸດ​ສະ​ທໍາ​, ການ​ຊອກ​ຫາ​​ກູ້​ໄພ​, ການ​ບັນ​ເທົາ​ທຸກ​ໄພ​ພິ​ບັດ; ການ​ຮ່ວມ​ມື​ສາ​ກົນ​ກ່ຽວ​ກັບ​ການແກ້ໄຂຜ່ານຜ່າ​​ຜົນຮ້າຍ​ຢ້ອນຫຼັງຈາກ​ສົງ​ຄາມ; ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ໃນຄວາມ​ພະຍາຍາມ​ທີ່​ຈະ​ຕໍ່ສູ້​ຕ້ານ​ການ​ແຜ່​ຂະຫຍາຍ​ຂອງ​ອາວຸດ​ນິວ​ເຄຼຍ ​ແລະ ອາວຸດທີ່​ມີ​​ອຳນາດ​ທຳລາຍ​ລ້າງ​ສູງ. ​ໃຫ້​ຄວາມ​ສຳຄັນ​ກັບ​ການ​ຮ່ວມ​ມື​ປົກ​ປັກ​ຮັກສາ​ຊາຍ​ແດນ ​ແລະ ການ​ແລກປ່ຽນ​ມິດຕະພາບ​ກັບ​ບັນດາ​ປະ​ເທດ​ເພື່ອນ​ບ້ານ ​ເຊັ່ນ ການ​ຮ່ວມ​ມື​ລາດຕະ​ເວນຮ່ວມກັນ, ການ​ແລກປ່ຽນ​ບົດຮຽນ​ໃນ​ການ​ຄຸ້ມ​ຄອງ ແລະ ການ​ປ້ອງ​ກັນ​ຊາຍ​ແດນ​ແຫ່ງ​ຊາດ; ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ກໍ່​ການ​ຮ້າຍ, ອາ​ຊະ​ຍາ​ກຳ​ຂ້າມ​ຊາດ; ການ​ຊອກ​ຫາ​​ກູ້​ໄພ, ການ​ແກ້​ໄຂ​ຜ່ານ​ຜ່າ​ຜົນ​ກະທົບ​ຈາກ​ໄພພິບັດ... ປັບປຸງ​ການຈັດ​ຕັ້ງ, ​ເອົາ​ໃຈ​ໃສ່​ອົບຮົມສຶກສາ​ ຝຶກ​ຝົນ​ຫຼໍ່​ຫຼອມ, ຍົກ​ສູງ​ຄຸນ​ນະພາ​ບຂອງກຳລັງ​ຄົນ​ທີ່​ເຂົ້າ​ຮ່ວມ​ໃນ​ການ​ເຊື່ອມ​ໂຍງ​ສາກົນ, ການ​ຕ່າງປະ​ເທດ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ. ປ່ຽນ​ແປງ​ໃໝ່​ເນື້ອ​ໃນ​ແລະ​ຮູບ​ການ​ຮ່ວມ​ມື​​ຈັດ​ຕັ້ງ​ກອງ​ປະຊຸມ, ການ​ສຳ​ມະ​ນາ ​ແລະ ການ​ຊ້ອມ​ຮ່ວມ​ກັນ. ຍົກ​ສູງ​ປະສິດທິ​ຜົນ​ຂອງ​ວຽກ​ງານ​ສື່ສານ, ​ໂຄສະນາ​ຖະ​ແຫຼ​ງຂ່າວ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມສູງ​ໃນ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ ​ແລະ ຫາງ​ສຽງ​ສາກົນ ກ່ຽວ​ກັບນະ​ໂຍບາຍ​ການ​ປ້ອງ​ກັນ​ປະ​ເທດ​ທີ່​ສັນຕິພາບ ມິດຕະພາບ ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ ຂອງ​ຫວຽດນາມ. ​ເພີ່ມ​ເຕີມ​ແລະ​ປັບປຸງ​ບູລະນະ​ກົນ​ໄກ​ການ​ປະສານ​ງານ​ກັບ​ບັນດາ​ອົງການພົວພັນ​ຕ່າງປະ​ເທດ; ​ເຊື່ອມ​ຕໍ່​ແລະ​ດຶງ​ດູດ​ການ​ເຂົ້າຮ່ວມປະກອບສ່ວນ​ທາງ​ດ້ານ​ຈິດ​ໃຈ​ແລະ​ວັດຖຸ​ ກັບ​ບັນດາ​ອົງການ​ແລະ​ບຸກຄົນ, ​ໂດຍ​ສະ​ເພາະ​ບັນດາ​ປັນຍາ​ຊົນ​ຊາວ​ຫວຽດນາມ​ຢູ່​​ໃນ​ປະ​ເທດ​ແລະຕ່າງປະ​ເທດ ​​ເພື່ອ​ພາລະກິດ​ການ​ສ້າງສາ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. 

ທີ​ຫ້າ, ​ໃຫ້​ຄວາມສຳຄັນ​ກັບ​ການ​ສະຫຼຸບ​ເບື້ອງ​ຕົ້ນ, ການສະຫຼຸບສັງ​ລວມ, ການ​ເພີ່ມ​ເຕີມ​ໃສ່​ບັນດາ​ຍຸດ​ທະ​ສາດ​ທີ່​​ໄດ້​ປະກາດ​ໃຊ້; ຄົ້ນຄວ້າ​ຍຸດ​ທະ​ສາດສະ​ເພາະ​ຂະ​ແໜງ​ໃໝ່ ​ເພື່ອ​ຕອບ​ສະໜອງຄວາມຕ້ອງການພາກປະຕິບັດດ້ານ​ການ​ທະຫານ, ການ​ປ້ອງ​ກັນ​ປະ​ເທດ, ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

​ໃນ​ຂະ​ບວນວິວັດ​ການ​ຜັນ​ຂະຫຍາຍ​ປະຕິບັດ​ຍຸດ​ທະ​ສາດ, ຕາມ​ແຕ່ລະ​ໄລຍະ​ເວລາ​ໄດ້​ມີ​ການ​ປ່ຽນ​ແປງ, ການ​ພັດທະນາ​ໃໝ່​ຂອງ​ສະພາບ​ການ​ໃນ​ເວລາ 5 ປີ, ​ແຕ່ 10 ​ເຖິງ 20 ປີ..., ຈຳ​ເປັນ​ຕ້ອງ​ມີການ​ສະຫຼຸບ​ເບື້ອງ​ຕົ້ນ, ສະຫຼຸບສັງ​ລວມ ​ເພື່ອ​ດັດ​ແປງ ​ເພີ່ມ​ເຕີມ​ຍຸດ​ທະ​ສາດ​ຢ່າງ​ທັນ​ການ​ ໃຫ້​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ໃໝ່​ ຂອງໜ້າ​ທີ່​ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ​ໃນການ​ສະຫຼຸບ​ເບື້ອງ​ຕົ້ນ, ສະຫຼຸບສັງ​ລວມການ​ປະຕິບັດ​ຍຸດ​ທະ​ສາດ, ຕ້ອງ​ປະ​ມີນຢ່າງຊື່​ສັດ, ພາວະ​ວິ​ໄສ, ຮອບດ້ານ, ​ເລິດ​ເຊິ່ງ, ​ເຂັ້ມ​ງວດ; ຊີ້​ໃຫ້​ເຫັນ​ແຈ້ງ​ຜົນງານ​ທີ່​ບັນລຸ​ໄດ້, ຂໍ້​ຈຳກັດ, ສາ​ເຫດ, ຖອດ​ຖອນ​ບົດຮຽນ​ປະສົບ​ການ, ​ເພື່ອ​ເປັນ​ພື້ນຖານ​​ໃນ​ການ​ປັບ​ເປົ້າ​ໝາຍ, ຄວາມ​ຕ້ອງການ, ທິດ​ທາງ, ໜ້າ​ທີ່, ວິ​ມີ​ແກ້​ໄຂ, ຂອດ​ບຸກທະລຸ ສໍາລັບຂັ້ນຕອນຕໍ່ໄປໃຫ້ມີປະສິດທິພາບຫຼາຍຂຶ້ນ. ​ໃນ​ໄລຍະ​ແຕ່​ປີ 2022 ​ເຖິງ​ປີ 2030, ວິ​ໄສ​ທັດ​ຮອດ​ປີ 2045, ຕ້ອງ​ເປັນ​ເຈົ້າ​ການ​ໃນ​ການ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ການ​ສະຫຼຸບ​ສັງ​ລວມ 40 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ທາງ​ດ້ານ​ການ​ທະຫານ, ການ​ປ້ອງ​ກັນ​ປະ​ເທດ, ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ; ການ​ສະຫຼຸບ​ສັງ​ລວມ 10 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ສູນ​ກາງພັກ​ຄັ້ງ​ທີ 8 ສະ​ໄໝ​ທີ 11 ກ່ຽວ​ກັລຍຸດ​ທະ​ສາດປົກ​ປັກ​ຮັກສາ​ປະ​ເທດຊາດ​ ໃນ​ສະພາບ​ການ​ໃໝ່ (2013-2023); ການ​ສະຫຼຸບ​ເບື້ອງຕົ້ນ 5 ປີ​ແຫ່ງ​ການ​ປະຕິບັດ​ບັນດາ​ຍຸດ​ທະ​ສາດສະ​ເພາະ​ຂະ​ແໜງ​ທີ່​ໄດ້​ປະກາດ​ໃຊ້; ປັບປຸງ​ທິດ​ສະ​ດີ​ກ່ຽວ​ກັບ​ການ​ກໍ່ສ້າງ​ກອງທັບ​ປະຊາຊົນທີ່ “ປະຕິວັດ, ເປັນ​ລະບຽບ​ຫຼວງ, ຊຳນານ​ໃນ​ການ​ຮົບ, ທັນ​ສະ​ໄໝ”. ສືບ​ຕໍ່​ຄົ້ນຄວ້າ​ໃຫ້ຄຳປຶກສາ​ກ່ຽວ​ກັບ​ການ​ສ້າງບັນດາ​ຍຸດ​ທະ​ສາດສະ​ເພາະ​ຂະ​ແໜງ​ເຊັ່ນ ຍຸດທະສາດການປ້ອງກັນພົນລະເຮືອນ; ການຫັນ​ເປັນ​ດິ​ຈິ​ຕອນ​ໃນ​ຂົງ​ເຂດ​ການ​ທະຫານ ​ແລະ ການປ້ອງ​ກັນ​ປະ​ເທດ; ການ​ສ້າງ​​ແຫຼ່ງກຳລັງ​ຄົນ​ທີ່​ມີ​ຄຸນ​ນະພາ​ບສູງ​ໃນ​ກອງທັບ... ບົນ​ພື້ນຖານ​ການ​ສະຫຼຸບ​ເບື້ອງຕົ້ນ, ສະຫຼຸບສັງ​ລວມການ​ປະຕິບັດບັນດາ​ຍຸດ​ທະ​ສາດ ​ເພື່ອ​ເພີ່ມ​ເຕີມ​ແລະປັບປຸງ​ບັນດາ​ຍຸດ​ທະ​ສາດ​ທີ່​ໄດ້​ປະກາດ​ໃຊ້ ​ແລະ ຄົ້ນຄວ້າ​ສະ​ເໜີ​ບັນດາ​ຍຸດ​ທະ​ສາດ​ສະ​ເພາະຂະ​ແໜງ​ໃໝ່​ ເພື່ອ​ປະຕິບັດ​ໜ້າ​ທີ່​ການ​ທະຫານ, ການ​ປ້ອງກັນ​ປະ​ເທດ, ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ./.

--------------

(1) ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 13, ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2021, ​ເຫຼັ້ມ 1, ໜ້າ 104.

(2) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 13, ປຶ້ມ​ທີ່​ໄດ້​ແນະນຳເຫຼັ້ມ 1, ໜ້າ 160.

(3) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 13, ປຶ້ມ​ທີ່​ໄດ້​ແນະນຳເຫຼັ້ມ 1, ໜ້າ 158.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 991 (​ເດືອນມິຖຸນາ 2022)