ວກ. - ເສີມ​ຂະ​ຫຍາຍ​ທາດ​ແທ້​ປະ​ຕິ​ວັດ​ອັນ​ດີ​ງາ​ມ ແລະ ມູນ​ເຊື້ອ​ທີ່​ສະ​ຫງ່າ​ງາມໃນ 60 ປີ​ທີ່​ຜ່ານ​ມາ (20 ກໍ​ລະ​ກົດ 1962 – 20 ກໍ​ລະ​ກົດ 2022), ກອງກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ​ຍາມ​ໃດ​ກໍ່​ຈົງ​ຮັກ​ພັກດີຕໍ່​​ພັກ​ແລະລັດ​ໂດຍ​ເດັດຂາດ, ຮັບ​ໃຊ້​ປະ​ເທດ​ຊາດ​ ຮັບ​ໃຊ້ປະ​ຊາ​ຊົນຢ່າງ​ສຸດ​ອົກ​ສຸດ​ໃຈ, ສຳ​ເລັດ​ໜ້າ​ທີ່​ທີ່​ໄດ້​ຮັບມອບ​ໝາຍຢ່າງ​ດີ​ເດັ່ນ, ຍາມ​ໃດ​ກໍ່ສົມ​ກັບເປັນ “ດາບ​ຄົມ​”, “ໂລເຫຼັກ​ແຂງ”, ເປັນ​ກອງກຳ​ລັງ​ຫຼັກ​​ໃນ​ການ​ຕໍ່​ສູ້​ປ້ອງ​ກັນ​ແລະຕ້ານ​ອາດ​ຊະ​ຍາ​ກຳ, ຮັບ​ປະ​ກັນ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ລະ​ບຽບ​ວິ​ໄນ ​ແລະ ຄວາມ​ປອດ​ໄພ​ທາງ​ສັງ​ຄົມຂອງ​ປະ​ເທດ​ຊາດ.

ເລຂາທິການໃຫຍ່ ຫງວຽນ ຝູຈ້ອງ ແລະບັນດາສະຫາຍການນຳຂອງພັກ, ລັດ, ບັນດາຜູ້ແທນ ທີ່ມາຮ່ວມກອງປະຊຸມໃຫຍ່ ຄະນະພັກປ້ອງກັນຄວາມສະຫງົບສູນກາງ _ພາບ: TTXVN

ສົມ​ກັບ​ເປັນ​ກອງກຳ​ລັງຫຼັກ​ແຫຼ່ງ​​ໃນ​ການຮັບ​ປະ​ກັນ
​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອບ ​ແລະ
ຄວາມ​ປອດ​ໄພ​ທາງ​ສັງ​ຄົມ
  

ນັບ​ແຕ່​ສ້າງ​ຕັ້ງ​ຂຶ້ນ, ກອງກຳລັງ​ຕຳຫຼວດ​ປະຊາຊົນ​ໄດ້​ຮັບ​ການ​ນຳພາ ​ແລະ ຝຶກ​ຝົຍຫຼໍ່ຫຼອມ​ຈາກ​ພັກ, ລັດ ​ແລະ ປະທານ​ໂຮ່ຈິ​ມິນ ຈຶ່ງ​ນັບ​ມື​ນັບ​ເຕີບ​ໃຫຍ່, ເຂັ້ມ​ແຂງ(1). ຜ່ານ​​ຂະ​ບວນ​​ການ​ຕໍ່​ສູ້​ປະ​ຕິ​ວັດ, ປ່ຽນ​ແປງ​ໃໝ່, ກໍ່​ສ້າງ ແລະ ພັດ​ທະ​ນາ​ປະ​ເທດ, ມາ​ຮ​ອດ​ປະ​ຈຸ​ບັນ, ກອງກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນໄດ້​ຈັດ​ຕັ້ງສັບ​ຊ້ອນ, ປັບປຸງບູ​ລະ​ນະ​ຢ່າງ​ເລິກ​ເຊິ່ງ, ​​ເຕົ້າໂຮ​ມ​ເປັນເອ​ກະ​ພາບ​ແຕ່​ກະ​ຊວງ​ຈົນ​ຮອດ​ຮາກ​ຖານ​ຕາມ​ຕົວ​ແບບ​ຕຳຫຼວດ 4 ຂັ້ນ ກະ​ຊວງກະ​ທັດ​​ລັດ, ແຂວງ​ເຂັ້ມ​ແຂງ, ເມືອງ​ຮອບ​ດ້ານ, ຕາ​ແສງ​ຕິດ​ພັນ​ກັບ​ຮາກ​ຖານ”, ສ້າງ​ຕັ້ງ​ບັນ​ດາກອງ​ກຳ​ລັງ, ກົມ​ກອງ​ຕາມ​ທິດຍອດ​ຢ້ຽມ, ກະ​ທັດ​ລັດ, ເຂັ້ມ​ແຂງ(2). ກອງກຳ​ລັງ​ຕຳຫຼວດ​​ປະຊາຊົນໄດ້​ສ້າງ​ຜົນ​ງານ​ດີ​ເດັ່ນ​ຫຼາຍຢ່າງ, ປະ​ກອບ​ສ່ວນ​ສຳ​ຄັນ​ພ້ອມ​ກັບ​ກຳຫຼັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ປະຊາຊົນ ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ທາງ​ດ້ານ​ການ​ເມືອງ, ຮັບ​ປ​ະ​ກັນ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ​ທາງ​ສັງ​ຄົມ, ປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ​ສາ​ທາ​ລະ​ນະ, ຮັບ​ໃຊ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃຫ້​ແກ່​ພາ​ລະ​ກິດການກໍ່​ສ້າງ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ ດ້ວຍ​ຜົນ​ງານ​ອັນ​ພົ້ນ​ເດັ່ນ​ຈຳ​ນວນຫຼາຍ:

ທີ​ໜຶ່ງ, ຕັ້ງ​ໜ້າ, ເປັນ​ເຈົ້າ​ການ​ສະ​ເໜີ​ກັບ​ອົງ​ຄະ​ນະ​ພັກ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ສູນ​ກາງ, ກະ​ຊວງ​ປ້ອງ​ກັນ​ຄວາມ​ສ​ະ​ຫງົບ​ ​ໃຫ້​ຄຳ​ປຶກສາແກ່​ພັກ​ແລະລັດ​​ ໃນ​ການ​ຕັດສິນ​ໃຈ​ແລະປະກາດ​ໃຊ້​ມະ​ຕິ, ຄຳ​ສັ່ງ, ນະ​ໂຍບ​າຍ ​ແລະ ກົດ​ໝາຍ​ຫຼາຍສະບັບ ​ກ່ຽວ​ກັບ​ການ​ນຳ​ພາ, ຊີ້​ນຳ​ວຽກ​ງານ​ປ້ອງ​ກັນ​ແລະຕ້ານ​ອາດ​ຊະ​ຍາ​ກຳ, ຮັບ​ປະ​ກັນ​ຄວາມ​ເປັ​ນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ​ທາງ​ສັງ​ຄົມ(3). ​ຜ່ານນັ້ນ​, ລະ​ດົມ​​ແລະເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ສັງ​ລວມ​ຂອງ​ລະ​ບົບ​ການ​ເມືອງ ແລະ ທົ່ວ​ປວງ​ຊົນ ​ເຂົ້າ​ຮ່ວມ​ການ​ປ້ອງ​ກັນ​ສະ​ກັດ​ກັ້ນ ​ແລະ ຕ້ານ​ອາດ​ຊະ​ຍາ​ກຳ; ກວດຫາ​ ແລະ ສະ​ເໜີ​​ໃຫ້ແກ້​ໄຂ​​ໂດຍ​ທັນທີ ຊ່ອງ​ຫວ່າງ​ແລະຂໍ້​ບົກ​ຜ່ອງ​ໃນ​ການ​ຄຸ້ມ​ຄອງ​ເສດຖະກິດ - ສັງຄົມ - ​ສາ​ເຫດ, ເງື່ອນ​ໄຂ​ຂອງ​ອາດຊະຍາ​ກຳ​ທີ່​ເກີດ​ຂຶ້ນ.

ທີ​ສອງ, ປະ​ຕິ​ບັດ​ເປັນ​ຢ່າງ​ດີ​ພາ​ລະ​ໜ້າ​ທີ່​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ແລະຄວາມ​ປອດ​ໄພ​ທາງ​ສັງ​ຄົມ; ການສືບສວນ ແລະ ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ, ເຕັກ​ນິກ​ທາງອາຍາ; ດຳ​ເນີນ​ຄະ​ດີ​ອາ​ຍາ, ກັກ​ໂຕ​ຊົ່ວ​ຄາວ, ຈຳ​ຄຸກ​ຊົ່ວ​ຄາວ; ຮັບ​ປະ​ກັນ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​​ປອດ​ໄພ​ການ​ຈະລາ​ຈອນ, ຄວາມ​ເປັນ​ລະ​ບຽບ​ສາ​ທາ​ລະ​ນະ; ການປ້ອງ​ກັນ​ໄຟ​, ດັບ​ເພີງ, ກູ້​ໄພ. ພິ​ເສດ, ກອງກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ​ເປັນ​ຜູ້​ນຳ​ໜ້າ​ໃນ​ການ​ຫັນ​ເປັນ​ດິຈິຕອນ; ຕ້ອງ​ເດັດຂາດ ​ສ້າງສັນ ​ແລະ ​ໄວວາ​ໃນ​ການ​ສ້າງ​ແລະດຳ​ເນີນ​ການໂຄງ​ການ​ເຕັດ​ໂນ​ໂລ​ຊີ​ຂໍ້​ມູນ​​ໃຫ​ຍ່​ທີ່​ສຸດ 2 ​ໂຄງການ​ທີ່​ເຄີຍ​ມີມາຄື ​ ​ໂຄງ​ການ​ຖາ​ນ​ຂໍ້​ມູນ​ແຫ່ງ​ຊາດ​ກ່ຽວ​ກັບ​ປະຊາກອນ ແລະ ໂຄງ​ການ​ຜະ​ລິດ, ອອກບັດ ແລະ ຄຸ້ມ​ຄອງບັດ​ປະ​ຈຳ​ຕົວປະຊາຊົນ ທີ່​ມີຈຸດ​ເດັ່ນ​ຫຼາຍຢ່າງ. ໃນ​ເວ​ລາອັນ​ສັ້ນ, ພະ​ນັກ​ງານ, ນັດ​ຮົບ​ຕຳຫຼວດ​ປະ​ຊາ​ຊົນຫຼາຍໝື່ນ​ຄົນ​ ​ໄດ້ປະສົບ​ຄວາມ​ສຳ​ເລັກ​​ໃນ​ບັ້ນ​ຮົບ​​ເພື່ອ​ລວບ​ລວມແລະອອກ​ບັດປະຈຳ​ຕົວ​ປະຊາຊົນ​ທີ່​ມີ​ຊີບ​ເອ​ເລັກ​​ໂຕຣນິກຫຼາບ​ກວ່າ 50 ລ້ານ​ໃບ​ໃຫ້​ກັບ​ປະ​ຊາ​ຊົນ. ນີ້​ແມ່ນ ຊັບ​ພະ​ຍາ​ກອນ​ແຫ່ງ​ຊາດ​ທີ່​ລ້ຳ​ຄ່າເພື່ອ​ນຳ​ໃຊ້​ໃນ​ການ​ຫັນ​ປ່ຽນດິຈິ​ຕອນ, ພັດ​ທະ​ນາ​ລັດ​ທ​ະ​ບານ​ເ​ອ​ເລັກ​ໂຕຣນິກ, ລັດ​ຖະ​ບານ​ດິຈິ​ຕອນ, ເສດ​ຖະ​ກິດ​ດິຈິ​ຕອນ, ສັງ​ຄົມ​ດິຈິ​ຕອນ ແລະ ຮັບ​ໃຊ້​ການປ້ອງ​ກັນ​ແລະຕໍ່​ສູ້​ຕ້ານ​ອາດ​ຊະ​ຍາ​ກຳ.

ທີ​ສາມ, ​​ເປັນກຳ​ລັງຫຼັກ​ທີ່​ຕໍ່​ສູ້​ໂດ​ຍກົງ​ ໃນ​ການປ້ອງ​ກັນ​ແລະຕ້ານ​ອາດ​ຊະ​ຍາ​ກຳ, ປົກ​ປັກ​ຮັກ​ສາແລະຈັດ​ຕັ້ງ​ປະ​ຕິ​ບັດນະ​ໂຍ​ບາຍ​ແລະກົດ​ໝາຍ ​ຢ່າງ​ຖືກ​ຕ້ອງ​ແລະ​ເຂັ້ມ​ງວດ​, ຕຳຫຼວດ​ປະ​ຊາ​ຊົນ​ໃຫ້ຄວາມ​ສຳຄັນ​ກັບການ​ປ້ອງ​ກັນ​ເປັນ​ພື້ນ​ຖານສະ​ເໝີ ​ໂດຍ​ມີ​ເປົ້າ​ໝາຍ​ເພື່ອ​ຫຼຸດ​ຈຳນວນ​ອາດ​ຊະ​ຍາ​ກຳ​ຕໍ່​ລະ​ບຽບ​ສັງ​ຄົມທຸກ​ປີ, ຫຼຸດ​ໄຟ​​ໄໝ້, ການລະ​ເບີດ, ອຸ​ບັດ​ຕິເຫດ​ຈະລາ​ຈອນ, ຫຼຸດ​ການກ​ະ​ທຳ​ຮຸນ​ແຮງ​ໃນ​ສັງ​ຄົມ. ສືບ​ຕໍ່​ເຊື່ອມ​ຊຶມ​ທິດ​ນຳ “ກວດ​ຈັບ​ແລະຈັດການກັບກໍລະນີ​ຄະ​ດີໜື່ງ​ ເພື່ອສະກັດ​ຫັ້ນ​ແລະ​ກ່າວ​ເຕືອນ​ທົ່ວພາກພື້ນ, ຂົງ​ເຂດ; ຈັດການຄົນດຽວຊ່ວຍໝື່ນຄົນ” ຈະ​ບໍ່​ຕ້ອງ​ຈັບ, ​ບໍ່ຕ້ອງ​ຈັດການ​ລົງ​ໂທດ​ຫຼາຍ​ຄົນ ​ແຕ່​ຍັງ​ໃຫ້​ປະສິດທິພາບ​ໃນການປ້ອງກັນສູງ. ເພີ່ມທະວີ​ພະ​ນັກ​ງານ, ນັກ​ຮົບ​ຕຳຫຼວດ​ປະ​ຊາ​ຊົນນັບ​ໝື່ນ​ຄົນ​ໄປເຮັດ​ວຽກ​ຢູ່ຮາກ​ຖານ, ເປັນ​ເຈົ້າ​ການ​ໄປ​ຢູ່​ນຳ​ປະ​ຊາ​ຊົນ, “​ເມື່ອ​ປະ​ຊາຊົນ​ຕ້ອງການ, ຍາມ​ໃດ​ຫຍຸ້ງຍາກ, ມີ​ກຳລັງ​ຕຳຫຼວດ”, ​ກຳ​ສະພາບ​ການແລະຈັດການແກ້​ໄຂ​ສະ​ພາບ​ການ​ອາດ​ຊະ​ຍາ​ກຳ ​ແລະ ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ​ທີ່​ຮາກ​ຖານ​ໂດຍ​ກົງ. ພິ​ເສດ, ກອງກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ​ໄດ້ດຳ​ເນີນ​ການ​ຮັບ​ແລະ​ຈັດການ​ກັບ​ການ​ປະນາມ​ແລະລາຍ​ງານ​ອາດ​ຊະ​ຍາ​ກຳຢ່ງ​ເຄັ່ງ​ຄັດ, ​ໂດຍສະ​ເໜີ​​ໃຫ້​ດຳ​ເນີນຄະ​ດີ, ສອບ​ສວນ​ແລະຈັດການ​ກັບ​ອາດ​ຊະ​ຍາ​ກຳ​ຈຳ​ນວນຫຼາຍ, ຮັບ​ປະ​ກັນ​ຕາມ​ກຳ​ນົກ​ຂອງ​ກົດ​ໝາຍ. ຜັນ​ຂະຫຍາຍ​​ແຜນ​ງານ ແຜນ​ການລະດັບ​​ສູງ​ສຸດ​ເພື່ອ​ໂຈມ​ຕີ​ແລະ​ປາບ​ປາມ​ອາດ​ຊະ​ຍາ​ກອນ, ແກ້​ໄຂ​​ບັນ​ຫາ​ທີ່​ສັບ​ສົນ​ກ່ຽວ​ກັບ​ອາດ​ຊະ​ຍາ​ກຳ​ທີ່​ເກີດຂຶ້ນທັນທີ, ສ້າງ​ການ​ປ່ຽນ​ແປງ​ທີ່​ດີ​​ໃນ​ລະ​ບຽບ​ແລະຄວາມ​ປອດ​ໄພ​ທາງ​ສັງ​ຄົມ.    

ທີ​ສີ່, ເສີມ​ຂະ​ຫຍາຍ​ບົດ​ບາດໄປ​ກ່ອນ, ເປີດ​ທາງ”, ກຳ​ລັງ​ຕຳຫຼວດປະ​ຊາ​ຊົນ​ເປັນ​ເຈົ້າ​ການ, ເພີ່ມ​ທະ​ວີ​ການຮ່ວມ​ມື​ກັບ​ຕຳຫຼວດ​ປະ​ເທດ​ຕ່າງໆ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ, ເວ​ທີ​ປາ​ໄສຫຼາຍ​ຝ່າຍ, ​ຜ່ານ​ອົງ​ການ​ຕຳຫຼວດ​ອາ​ຍາສາ​ກົນ (INTERPOL), ສະ​ມາ​ຄົມ​ຕຳຫຼວດ​ອາ​ຊີ​ຕາເວັນອອກສ່ຽງໃຕ້ (ASEANAPOL); ປະ​ສານ​ສົມ​ທົບ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ ເພື່ອ​ປະຕິບັດ​ຄຳ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ທາງ​ດ້ານ​ກົດໝາຍ​ຮ່ວມກັນ ​ໃນ​ເລື່ອ​ງຄວາມ​ຜິດທາງ​ອາຍາ, ການ​ສົ່ງຜູ້​ຮ້າຍ​ຂ້າມ​ແດນ ​ແລະ ການ​ໂອນ​ຜູ້ຕ້ອງ​ໂທດ​ຢ່າງ​ມີ​ປະສິດທິ​ຜົນ. ມາ​ຮອດ​ປະ​ຈຸ​ບັນ, ກອງກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ​​ໄດ້​ລົງ​ນາມ​ ​ແລະ ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ສາ​ກົນ​ລະດັບສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ​ເກືອບ 200 ສະ​ບັບ. ກອງກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ​ທັງ​ປະ​ຕິ​ບັດວຽກ​ງານ ການສູ້​ຮົບ, ທັງ​ເອົາ​ໃຈ​ໃສ່​ສະຫຼຸບ​ພຶດຕິ​ກຳ ​ແລະ ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ, ກໍ່​ສ້າງ, ພັດ​ທະ​ນາ, ປັບ​ປຸງ​ບູ​ລະ​ນະ​ທິດ​ສະ​ດີ​​ເທື່ອ​ລະ​ກ້າວ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ, ຮັບ​ປະ​ກັນ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ​ແລະ ຄວາມ​ປອດ​ໄພ​ທາງ​ສັງ​ຄົ​ມ, ກໍ່​ສ້າງ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ​ຮອບ​ດ້ານ, ມີວິ​ຊາ​ການ​ຊັ້ນ​ນຳ, ​ຜ່ານນັ້ນ ​ປະ​ກອບ​ສ່ວນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ວຽກ​ງານ​ພາກ​ຕົວ​ຈິງ ​ແລະ ການສູ້​ຮົບທີ່​ມີ​ຊີ​ວິດ​ຊີ​ວາ​ ຂອງ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ ແລະ ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ.

ທີ​ຫ້າ, ພ້ອມ​ກັນ​ກັບ​​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ປະ​ຊາ​ຊົນ​​ທັງໝົດ, ຕຳຫຼວດ​ປະ​ຊາ​ຊົນ​​ໄດ້​ມີ​ການ​ປະ​ກອບ​ສ່ວນ​ສຳ​ຄັນຫຼ​າຍ​ຢ່າງ, ​ເປັນ​ໜຶ່ງ​ໃນ​ກອງ​ກຳ​ລັງ​ແນວ​ໜ້າ​ທີ່ກາຍ​ເປັນ ໂລ້ເຫຼັກ​​ປ້ອງ​ກັນ​ແລະ​ຕໍ່ສູ້​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດໂຄວິດ-19 ຢ່າງ​ແທ້​ຈິງ - ​ເປັນ​ດາບ​ກາ​ຍະ​ສິດທີ່​ຮັຍປະກັນ​ຄວາມ​ໝັ້ນ​ຄົງ, ຄວາມ​ເປັນ​ລະ​ບຽບ ​ແລະ ຄວາມ​ປອດ​ໄພ​ທາ​ງສັງ​ຄົມ”. ​ພະ​ນັກ​ງານ, ນັກ​ຮົບ​ຕຳຫຼວດ​ປະ​ຊາ​ຊົນຫຼາຍໝື່ນ​ຄົນ​ບໍ່​ຢ້ານ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ​ ​ໃນ​ການເຂົ້າ​ຮ່ວມ​ປ້ອມກັກ​ກັນ, ສົມທົບ​ກັນ​ຈັດ​ຕັ້ງ​ປະຕິບັດ​​ມາດ​ຕະການປິດ​ລ້ອມ, ​ ຈຳກັດ​ບໍລິ​ເວນ, “ໄປທຸກຊອຍ, ​ເຄາະປະຕູ​ແຕ່ລະ​ເຮືອນ, ກວດກາທຸກ​ຄົນເພື່ອ​ຕິດຕາມ, ແບ່ງ​ເຂດ ແລະ ສະ​ກັດ​ກັ້ນ​ໂລກ​ລະ​ບາດ; ພ້ອມ​ທັງມີ​ຄວາມ​ໄຫວ​ພິບ​ໃນ​ການ​ຫັນ​ປ່ຽນ​ສະ​ຖາ​ນະ​ການ​ທັງ​​ປ້ອງ​ກັນ, ຕ້ານ​ພະ​ຍາດ, ຊ່ວຍ​ເຫຼືອ​ປະ​ຊາ​ຊົນ, ຮັບ​ປະ​ກັນ​ສະ​ຫວັດ​ດີການ​ສັງ​ຄົມ, ທັງ​ບຸກ​​ໂຈມ​ຕີ ປາບ​ປາມ​ອາດ​ຊະ​ຍາ​ກຳ, ຮັບ​ສາ​ຄວາ​ມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ແລະຄວາມ​ສະ​ຫງົບ​ທາງ​ສັງ​ຄົມ, ບໍ່​ໃຫ້​ອາດ​ຊະ​ຍາ​ກຳ​ສວຍ​ໃຊ້​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ ເຄື່ອນ​ໄຫວ​ລ່ວງ​ລະ​ເມີດ​ກົດ​ໝາຍ, ສົມ​ກັບ​ເປັນ ໂລ້​ເພື່ອ​ຄວາມ​ສະ​ຫງົບ​ສຸກຂອງ​ປະ​ຊາ​ຊົນ​ແຕ່​ລະ​ຄົນ, ແຕ່​ລະ​ຄອບ​ຄົວ ແລະ ທົ່ວ​ສັງ​ຄົມ, ພ້ອມ​ກັນ​ກັບ​ທົ່ວ​ປະ​ເທດ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​​ໂຄ​ວິດ-19.

ທີ​ຫົກ, ໃນ​ວຽກ​ງານກໍ່​ສ້າງປັບ​ປຸງ​ພັກ ​ແລະ ກໍ່​ສ້າງ​ກຳ​ລັງ, ຕຳຫຼວດ​ປະ​ຊາ​ຊົນ​​ໄດ້​ນຳ​ໜ້າ, ​ເປັນແບບ​ຢ່າງ ​ແລະ ມີ​ຄວາມ​ຮັບ​ຜິກ​ຊອບ ​ໃນ​ການ​ປະ​ຕິ​ບັດ​ມະ​ຕິ​ຂອງກອງ​ປະຊຸມ​ສູນ​ການ​ພັກ​ຄັ້ງ​ທີ 4 ສະ​ໄໝ​ທີ 11 ​ແລະ 12, ບົດ​ສະຫຼຸ​ບ​ເລກ​ທີ 21-KL/TW, ​​ລົງ​ວັນ​ທີ 25 ຕຸ​ລາ 2021, ຂອງກອງ​ປະ​ຊຸມສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ​ທີ 13 ວ່າ​ດ້ວຍ​ການຍູ້​ແຮງ​ການກໍ່​ສ້າງ, ປັບ​ປຸງ​ພັກ ແລະ ລະ​ບົບ​ການ​ເມືອງ; ເດັດ​ດ່ຽວ​ສະ​ກັດ​ກັ້ນ, ຍູ້​ຖອຍ, ແກ້​ໄຂ​ຢ່າງ​ເຂັ້ມ​ງວດ​ຕໍ່​ພະ​ນັກ​ງານ ສະ​ມາ​ຊິກ​ພັກ​ທີ່ຊຸດ​ໂ​ຊມ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນ​ສົມ​ບັດ, ແບບ​ແຜນ​ດຳ​ລົງ​ຊີ​ວິດ, ມີປະ​ກົດ​ການ “ປ່ຽ​ແປງ​ຕົນ​ເອງ”, “ຫັນ​ປ່ຽນ​​ຕົນ​ເອງ”. ພ້ອມ​ກັນ​ນັ້ນ, ດຳ​ເນີນ​ການ​ອົບ​ຮົມ​ດັດ​ແປງ​ແນວ​ຄິດ ​ແລະ ປັບປຸງ​ກອງ​ກຳ​ລັງຢ່າງ​ເປັນ​ປະຈຳ, ກະ​ຊັບ​ລະ​ບຽບ​ວິ​ໃນ ລະ​ບຽບ​ກົດ​ໝາຍ, ຈັດ​ຕັ້ງ​ການ​ດຳ​ເນີນ​ຊີ​ວິດທາງ​ການ​ເມືອງ ແນວ​ຄິດຫຼາຍຄັ້ງ, ​ການຂົນຂວາຍ ຮ່ຳ​ຮຽນແລະປ​ະ​ຕິ​ບັດ​ຕາມ​ແບບ​ຢ່າງ​ຄຸນ​ສົມ​ບັດ ໂຮ່​ຈີ​ມິນ - ກຳລັງຕຳຫຼວດປະຊາຊົນ ​ລືມ​ຕົນ​ເອງ​ເພື່ອປະ​ເທດ​ຊາ​ດ, ເພື່ອ​ຮັບ​ໃຊ້ປະ​ຊາ​ຊົນ”, “​ຕຳຫຼວດ​ປະຊາຊົນ​ປະຕິບັດ​ຕາມ​ຄຳ​ສັ່ງ​ຢ່າງ​ເຂັ້ມ​ງວດ; ກໍ່ສ້າງ​ວິຖີ​ຊີວິດ​ວັດທະນະທຳ, ຮັບ​ໃຊ້​ປະຊາຊົນ”; ຂະ​ບວນ​ການ​ແຂ່ງຂັນ ເພື່ອຄວາມປອດໄພຂອງ​ປະ​ເທດ​ຊາດ”, ປະ​ຕິ​ບັດ​ຕາມຄຳສອນ 6 ປະການ​ຂອງ​ລຸງໂຮ່, ​ສ້າງ​ແບບ​ແຜນ​ທ່າ​ທາງ, ພຶດຕິ​ກຳ​ວັດ​ທະ​ນະ​ທຳ, ຂໍ້ກຳ​ນົດແລະການປະ​ຕິ​ບັດ​ປະ​ຊາ​ທິ​ປະ​ໄຕ​ໃນ​ຂົງ​ເຂດ​ວຽກ​ງານ​ຕ່າງໆ. ຊີ້ນຳ​ການກໍ່​ສ້າງ ຜັນ​ຂະ​ຫຍາຍ​ບັນ​ດາ​​ໂຄງການ ແຜນງານຍົກ​ສູງ​ຄວາມ​ສາ​ມາດ​ແລະປະ​ສິດ​ທິ​ຜົນຂອງ​ອົງ​ການ​ສືບ​ສວນຕຳຫຼວດ​, ອົງ​ການ​​ກັກ​ຂັງ​​ແລະ​ບັງຄັບ​ໃຊ້ຄຳພິພາກສາ, ເຕັກ​ນິກ​ທາງ​ອາ​ຍາ​ຕາມ​​ແຜນ​ທີ່​ວາງ​ອອກ​ ໂດຍ​ມີ​ເປົ້າ​ໝາຍ​ການ​ເປັນ​ແບບ​ແຜນຫຼວງ, ຍອດ​ຢ້ຽມ ​ແລະ ທັນ​ສະ​ໄໝ​ໃນ​ປີ 2025 ແລະ ປີ 2030, ພິ​ເສດ​ແມ່ນ ກໍ່​ສ້າງ​ຖັນ​ແຖວ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ, ນັກ​ສືບ​ຂ່າວ, ນັກສືບສວນທີ່​ມີ ​ຫົວ​ໃຈ​ຮ້ອນ, ຫົວ​ເຢັນ, ຂາ​ທີ່​ເຂັ້ມ​ແຂງ, ມື​ສະ​ອາດ​ແລະເຄົາ​ລົບ​ກຽດ​ສັກ​ສີ ເພາະວ່າ “ກຽດສັກສີແມ່ນສັກສິດແລະສູງສົ່ງ”. ​ພະ​ນັກ​ງານ, ນັກ​ຮົບ​ຕຳຫຼວດ​ປະ​ຊາ​ຊົນ​ຈຳ​ນວນຫຼາຍ ​ໄດ້​ເປັນ​ແບ​ບຢ່າງ​ໃນ​ການຮັບ​ໃຊ້, ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ຕໍ່ສູ້​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ໄພ​ພິ​ບັດ, ອັກ​ຄີ​ໄພ​ ຢ່າງ​ສຸດ​ອົດ​ສຸດ​ໃຈ; ສະ​ຫາຍ​ຫຼາຍ​ຮ້ອຍ​ຄົນ​ເສຍ​ຊີວິດ, ສະຫາຍ​ຫຼາຍ​ພັນ​ຄົນ​ໄດ້​ຮັບ​ບາດ​ເຈັບ ​ຫຼື​ຕິດ​ເຊື້ອ​ເອດ ​ໃນ​ເວລາ​ປະຕິບັດ​ໜ້າ​ທີ່, ກາຍ​ເປັນ​ສັນຍາ​ລັກ​ອັນ​ສູງ​ສົ່ງ​ແຫ່ງ​ຄວາມ​ກ້າຫານ ​ແລະ ວິລະ​ຊົນ​ປະຕິວັດ, ປະດັບ​ປະດາມູນ​ເຊື້ອ​ອັນ​ສະຫງ່າ​ລາສີ​ ຂອງ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ປະ​ຊາຊົນ​ຫວຽດນາມວິ​ລະ​ຊົນ.

ເສີມ​ຂະ​ຫຍາຍ​ທາດ​ແທ້​ປະ​ຕິ​ວັດ​ອັນ​ດີ​ງາມ
ແລະ ມູນ​ເຊື້ອອັນ​ສະ​ຫງ່າ​ງາມ​ໃນ​ໄລ​ຍະ​ໄໝ່

ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສັນ​ຕິ​ພາບ, ການ​ຮ່ວມ​ມື ແລະ ການ​ພັດ​ທະ​ນາ​ໃນ​ໂລກ ແລະ ພາກ​ພື້ນ​ ຍັງ​ຄົງ​​ເປັນ​ທ່າ​ອ່ຽງ​ໃຫຍ່, ແຕ່​​ການ​ແຂ່ງ​ຂັນທາງ​ຍຸດ​ທະ​ສາດ​ນັບ​ມື້​ນັບ​ເຄັ່ງ​ຮ້ອນ; ໄພ​ທຳ​ມາດ​ຊາດ, ພະ​ຍາດໂຄວິດ-19, ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ, ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ, ຂາດ​ແຄນ​ວັດ​ຖຸ​ດິບ, ສະ​ບຽງ​ອາ​ຫານ, ພະ​ລັງ​ງານ, ລາ​ຄາ​ແລະໄພ​ເງິນ​ເຟີ້​ເພີ່ມ​ຂຶ້ນ… ​ເຊິ່ງ​ເປັນ​ບັນຫາ​ທີ່​ວາງ​ອອກ​ມາ ​ແລະ ຈຳ​ເປັນຕ້ອງ​ແກ້​ໄຂ​ໃນຂະ​ບວນ​ການ​ຟື້ນ​ຟູ​ ​ແລະ ພັດທະນາເສດຖະກິດ-ສັງຄົມຂອງ​​ປະ​ເທດ. ຄຽງ​ຄູ່​​ກັບ​ຄວາມ​ສະ​ດວກຂໍ້ໄດ້ປຽບ ແລະໂອກາດໃໝ່ແລ້ວ, ຄວາມສ່ຽງທັງ​ສີ່​ທີ່ພັກຊີ້​ໃຫ້​ເຫັນຍັງຄົງມີຢູ່ ແລະ ສັບສົນກວ່ານັ້ນ. ການ​ຟື້ນ​ຟູ​ເສດ​ຖະ​ກິດ-ສັງ​ຄົມ​ກໍ່​ຍັງ​ພົບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ, ສົ່ງຜົນ​ກະທົບໂດຍ​ກົງ​ເຖິງ​ວຽກ​ເຮັດ​ງານ​ທຳ, ລາຍ​ໄດ້, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ພາກ​ສ່ວນ​ໜຶ່ງ, ສ້າງ​ແຮງ​ກົດ​ດັນ​ຕໍ່​ສະ​ພາບ​ການ​ອາດ​ຊະ​ຍາ​ກຳ, ຄວາມ​ເປັນ​ລະ​ບຽບ​ແລະຄວາມ​ປອດ​ໄພ​ທາງ​ສັງ​ຄົມ​ທີ່​ສັບ​ສົນ​ຂຶ້ນ. ອາດ​ຊະ​ຍາ​ກຳ​​ເກີ​ດ​ຂຶ້ນ​ໃນຫຼາຍ​ຮູບ​ແບບ, ຂອບ​ເຂດ​ກວ້າງ​, ລັກ​ສະ​ນະ​ເຄື່ອນ​ທີ່​ສູງ, ​ແຜ່​ຫຼາຍ​ກວ່າ ​ແລະ ​ເກີດ​ຂຶ້ນ​ໄວຂຶ້ນ, ພາຍ​ໃຕ້​ອິດ​ທິ​ພົນ​ຂອງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ, ການ​ປະ​ຕິ​ວັດ​ວິ​ທະ​ຍາ​ສາດ​ແລະ​ເຕັກ​ໂນ​ໂລ​ຊີ​ ແລະ ໂລ​ກາ​ພິ​ວັດ. ຄຽງຂ້າງ​ປັດ​ໄຈ​ທີ່​ມີ​ລັກ​ສະ​ນະ “ດັ້ັ້ງ​ເດີມ”, ບັນດາປັດ​​ໄຈ “ທີ່ບໍ່​ເປັນ​ແບບດັ້ງ​ເດີມໃນການ​ເຄື່ອນ​ໄຫວຂອງ​ອາດ​ຊະ​ຍາກອນ ໄດ້​ປາກົດ​ຫຼາຍ​ຂຶ້ນ​ໃນ​ແງ່​ຂອງ​ເປົ້​າ​ໝາຍ, ຂອບ​ເຂດ, ວິ​ທີ​ການ, ເລ່​ລ່ຽມ ​ແລະ ລັດ​ສະ​ນະ.

ໃນ​ຂະ​ນະດຍວກັນ, ລັກ​ສະ​ນະ​ພິ​ເສດ​ຂອງການ​ປະ​ຕິ​ບັດ​ງານຂອງ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ​ຕິດ​ພັນ​ກັບ​ກົດ​ໝາຍ ​ເຊິ່ງກ່ຽວຂ້ອງໂດຍ​ກົງ​ກັບ​ຊີ​ວິດທາງ​ການ​ເມືອງ​ຂອງນິ​ຕິ​ບຸກ​ຄົນ ​ແລະພົນ​ລະ​ເມືອງ; ຊັບ​ສິນ, ສຸ​ຂະ​ພາບ ​ແລະ ຊີ​ວິດ​ຂອງ​ປະ​ຊາ​ຊົນ. ຕຳຫຼວດ​ປະ​ຊາ​ຊົນ​ຍາມ​ໃດ​ກໍ່​ຕິດ​ຕໍ່, ແກ້​ໄຂວຽກ​ງານ​ກັບ​ອົງ​ການ​ຈັດ​ຕັ້ງ, ພົນ​ລະ​ເມືອງ; ພິ​ເສດ​ແມ່ນ​ ຕ້ອງ​ເຮັດ​ວຽກ​ໃນ​ສະພາບ​ແວດ​ລ້ອມ​ທີ່​ສັບ​ສົນ, ສຳ​ຜັດກັບທາງ​ປີ້ນ​ຂອງ​ສັງ​ຄົມ​ກັບຫຼາຍ​ປັດ​ໄຈ​ຫຍໍ້​ທໍ້, ຍົວະ​ຍຸ, ອາດ​ຊະ​ຍາ​ກຳ ແລະ ລະ​ເມີດ​ກົດ​ໝາຍ ​​ເກີດ​ຂຶ້ນ​​ທຸກວັນ ທຸກຊົ່ວ​ໂມງ​ ດັ່ງ​ນັ້ນຈຶງຈຳເປັນ​ຕ້ອງສ້າງ​ກອງ​ກຳ​ລັງ​ທີ່​ສະ​ອາດ​ແລະເຂັ້ມ​ແຂງ​ ເຊິ່ງ​ສູງກວ່າ​ແລະເປັນ​ປະ​ຈຳ​ກວ່າ​ຂະ​ແໜງ​ການ, ຂົງ​ເຂດ ​ແລະ ກອງກຳ​ລັງ​ອື່ນໆ. ໜ້າ​ທີ່​ທີ່​ມອບ​ໃຫ້ກອງ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ເວົ້າ​ລວມ, ຕຳຫຼວດ​ປະ​ຊາ​ຊົນ​ເວົ້າ​ສະ​ເພາະນັ້ນ ​ໜັກ​ໜ່ວງ​ທີ່​ສຸດ, ຕ້ອງ​​ໃຊ້​ຄວາມ​ພະຍາຍາມ​ຢ່າງ​ຕໍ່​ເນື່ອງ ​ເພື່ອ​ເອົາ​ຊະນະ​ຄວາມ​ຫຍຸ້ງ​ຍາກລຳບາກ​ແລະຄວາມ​ທ້າ​ທາຍ, ຍູ້​ແຮງ​ການກໍ່​ສ້າງ​ກຳ​ລັງ ແລະ ຕໍ່​ສູ້​ປ້ອງ​ກັນ​ແລະຕ້ານ​ອາດ​ຊະ​ຍາ​ກຳ, ຮັບ​ປະ​ກັນ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ແລະຄວາມ​ປອດ​ໄພ​ທາງ​ສັງ​ຄົມ.

ທີ​ໜຶ່ງ, ຮັກ​ສາແລະເພີ່ມ​ທະ​ວີ​ການ​ນຳ​ພາ​ເດັດ​ຂາດ, ໂດຍ​ກົງ​ໃນ​ທຸກ​ດ້ານ​ຂອງ​ພັກ​, ການ​ຄຸ້ມ​ຄອງ​ລວມ​ສູນ, ​ເປັນເອ​ກະ​ພາບ​ຂອງ​ລັດ​ ຕໍ່ກອງ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ ແລະ ພາ​ລະ​ກິດ​ຕໍ່​ສູ້​ປ້ອງ​ກັນ​ແລະຕ້ານ​ອາດ​ຊະ​ຍາ​ກຳ, ຮັບ​ປະ​ກັບ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ​ແລະຄວາມ​​ປອດ​ໄພ​ສັງ​ຄົມ.

ກອງກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ​ສືບ​ຕໍ່​​ໃຫ້​ຄຳ​ປຶກສາ​ແກ່​ຄະ​ນະ​ພັກ ​ເພື່ອ​ນຳ​ພາ ຊີ້​ນຳ ແລະ ຈັດ​ຕັ້ງ​ປະ​ຕິ​ບັດມະ​ຕິ​ກອງ​ປະ​ຊຸມ​ໃຫຍ່ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິກຫວຽດນາມ​ຢ່າງ​ເຂັ້ມ​ງວດ, ມີປະ​ສິດ​ທິ​ຜົນ ​ແລະ ມີຫົວ​ຄິດ​ປະ​ດິດ​ສ້າງ(4). ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ບັນ​ດາ​ກົດ​ໝາຍ​ໃນ​ຂົງ​ເຂດ​ປ້ອງ​ກັນ​ແລະຕ້ານ​ອາດ​ຊະ​ຍາ​ກຳ, ຮັບ​ປ​ະ​ກັນ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ​ແລະ ຄວາມ​ສະ​ຫງົບ​ປອດ​ໄພ​ທາງ​ສັງ​ຄົມ. ມະ​ຕິ​ເລກ​ທີ 96/2019/QH14, ​ລົງ​ວັນ​ທີ 27 ພະ​ຈິກ 2019, ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14, “ວ່າ​ດ້ວຍວຽກ​ງານ​ປ້ອງ​ກັ​ນ​ແລະຕ້ານ​ອາດ​ຊະ​ຍາ​ກຳ ແລະ ການ​​ລະ​ເມີດ​ກົດ​ໝາຍ, ວຽກ​ງານ​ຂອງ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ, ຂອງ​ສານ​ປ​ະ​ຊ​າ​ຊົນ ແລ​ະ ວຽກ​ງານ​ດຳ​ເນີນ​ຄະ​ດິ”; ບັນ​ດາ​ຍຸດ​ທະ​ສາດ, ໂຄງ​ການ​ປ້ອງ​ກັນ​ແລະຕ້ານ​ອາດ​ຊະ​ຍາ​ກຳ; ປ້ອງ​ກັນ​ແລະຕ້ານ​ການ​ຄ້າມະ​ນຸດ​ໄລ​ຍະປີ 2021-2025, ກຳ​ນົດ​ທິດ​ເຖິງ​ປີ 2030.

ທີ​ສອງ, ສຸມ​ໃສ່​ກໍ່​ສ້າງ​ກອງກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ​ທີ່​ສະ​ອາດ, ເຂັ້ມ​ແຂງ​ຢ່າງ​ແທ້​ຈິງ ​ໃນ​ທຸກ​ດ້ານ​​ການ​ເມືອງ, ແນວ​ຄິດ, ຄຸນ​ສົມ​ບັດ, ການ​ຈັດ​ຕັ້ງ ແລະ ພະ​ນັກ​ງານ.

ສືບ​ຕໍ່​ເພີ່ມ​ທະ​ວີ ​ແລະ ຮັກ​ສາ​​ທາດ​ແທ້​ຊົນ​ຊັ້ນ​ກຳ​ມະ​ກອນ, ລັກ​ສະ​ນະ​ພັກ, ລັກ​ສະ​ນະ​ຊົນ​ຊັ້ນ, ລັກ​ສະ​ນະ​ປະ​ຊາ​ຊົນ​ທີ່ເລິກ​ເຊິ່ງ. ແຕ່​ລະ​ອົງ​ການ​ຈັດ​ຕັ້ງ​ພັກ ແລະ ພະ​ນັກ​ງານ, ສະ​ມາ​ຊິກ​ພັກ​ຕຳຫຼວດ​ປະ​ຊາ​ຊົນ​ ຕັ້ງ​ໜ້າ​ຄົ້ນ​ຄວ້າ, ຮ່ຳ​ຮຽນ​ທິດ​ສະ​ດີ​ການ​ເມືອງ, ເປັນ​ແບບຢ່າງ​​ນຳ​ໜ້າໃນ​ການ​ປະ​ຕິ​ບັດ​​​ຢ່າງ​ເຂັ້ມ​ງວດ ລະບຽບ​ການ​ກ່ຽວ​ກັບ​ສິ່ງ​ທີ່​ສະມາຊິກ​ພັກ​ບໍ່​ໄດ້​ຮັບ​ອະນຸຍາດ, ຍຶດ​ໝັ້ນ​ລັດ​ທິ​ມາກ-ເລ​ນິນ, ແນວ​ຄິດ ໂຮ່​ຈິ​ມິນ, ໝູນ​ໃຊ້​ຢ່າງ​ປະ​ດິດ​ສ້າງ​ ສອດຄ່ອງ​ກັບ​ພຶດຕິ​ກຳ​ຕົວ​ຈິງ​ຂອງ​ການ​ຕໍ່ສູ້​ຕ້ານ​ອາດຊະຍາ​ກຳ, ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ຄວາມ​ປອດ​ໄພ​ສັງຄົມ. ຍົກ​ສູງ​ຄຸນ​ນະ​ພາບ​ການ​ດຳ​ເນີນ​ຊີ​ວິດ​ຂອງ​ອົງ​ການ​ຈັດ​ຕັ້ງ​ພັກ​ໃນ​ກຳ​ລັງ​ຕຳຫຼວດ​ປ​ະ​ຊາ​ຊົນ, ເປັນ​ຕົ້ນ​ແມ່ນ​ ຄະ​ນະ​ພັກ, ຄະ​ນະ​ປະ​ຈຳ​ຄະ​ນະ​ພັກ; ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ​ເປັນ​ແບບ​ຢ່າງ, ກວດ​ສອບ​ດ້ວຍຕົນ​ເອງ, ແກ້​ໄຂ​ດ້ວຍຕົນ​ເອງ, ເປັນ​ຜູ້​​ນຳ​ໜ້າ​ໃນ​ການ​ປະ​ຕິ​ບັດບົດ​ສະຫຼຸບ​ເລກ​ທີ 21-KL/TW, ​ລົງ​ວັນ​ທີ 25 ຕຸ​ລາ 2021, ຂອງກອງ​ປະ​ຊຸມ​ສູນ​ກາງ​ພັກຄັ້ງ​ທີ 4 ສະ​ໄໝ​ທີ 13 ຕິດ​ພັນ​ກັບ​ການ​ຮ່ຳ​ຮຽນ, ປະ​ຕິ​ບັດ​ຕາມ​ແນວ​ຄິດ, ຄຸນ​ສົມ​ບັດ, ແບບ​ແຜນ​ໂຮ່​ຈິ​ມິນ, 6 ສິ່ງ​ທີ່ ລຸງ​ໂຮ່ ​ສອນ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບປະ​ຊາ​ຊົນ.​

ສືບຕໍ່​ກວດ​ກາ​ຄືນ, ຄົ້ນ​ຄ້​ວາ​​ເພື່ອດັດ​ປັບ, ບູ​ລະ​ນະ​ພາ​ລະ​ບົດບາດ, ໜ້າ​ທີ່ ແລະ ກົນ​ໄກການ​ເຄື່ອນ​ໄຫວ​ຂອງກອງ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ; ປົວ​ແປງ​ບູ​ລະ​ນະ​ອົງ​ການ​ຈັດ​ຕັ້ງ​​ພາຍ​ໃນ​ຂອງ​ບັນ​ດາ​ກົມ​ກອງ​ທີ່​ຂຶ້ນ​ກັບ​ກອງກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ​ໃຫ້​ກະ​ທັດ​ລັດ, ເຂັ້ມ​ແຂງ, ຕອບ​ສະ​ໜອງ​ຄວາມ​​ຕ້ອງ​ການ ​ແລະ ໜ້າ​ທີ່​ທີ່​ໄດ້​ຮັບມອບ​ໝາຍ. ສຸມ​ໃສ່​ກໍ່​ສ້າງ​ຖັນ​ແຖວ​ພະ​ນັກ​ງານ​ຕຳຫຼວດ​ປະ​ຊາ​ຊົນ​ທີ່​ມີ​ອຸ​ດົມການ​ປະ​ຕິ​ວັດ, ​ເຈດຈຳນົງ​ທາງ​ການ​ເມືອງ​ໝັ້ນຄົງ, ວັດ​ທະ​ນະ​ທຳທີ່​ບໍລິສຸດ​ແລະ​ຈັນ​ຍາ​ບັນ​ໃນ​ວິຊາ​ຊີບ, ມີ​ຄວາມຊື່​ສັດ​ສຸຈະລິດ, ຄວາມ​ຊ່ສັດ​ແລະ​ຄວາມ​ກ້າຫານ​ການ​ຕໍ່​ສູ້; ກຳ​ແໜ້ນ​​ແນວທາງ ນະ​ໂຍ​ບາຍ ແລະ ເຄົ​າ​ລົບ​ກົດ​ໝາຍ, ສະຫຼາດ ກ້າຫານ, ມີມະ​ນຸດ​ສະ​ທຳ, ມີ​ລະ​ດັບ​​ເຕັກ​ໂນ​ໂລ​ຊີ, ຄວາມ​ສຳພັນ​ລະຫວ່າງ​ປະ​ເທດ, ການຮ່ວມ​ມື​ສາ​ກົນ ແລ​ະ ຄວາມ​ຊ່ຽວຊານລະດັບ​ມື​ອາຊີບ, ​ເປັນ​ແບບຢ່າງ​ໃນ​ການຝຶກ​ຝົນ​ຫຼ9ຫຼອມ​ແລະ​ການ​ເຮັດ​ວຽກ​ສະ​ເໝີ.

ເອົາ​ໃຈ​ໃສ່​ສ້າງ​ແລະ​ເຜຍ​ແຜ່​ພາບ​ລັກສະນະ​ທີ່ສວຍ​ງາມ​ຂອງ​ຕຳຫຼວດ​ປະ​ຊາ​ຊົນ​ໃນດວງ​ໃຈ​ປະ​ຊາ​ຊົນ ແລະ ເພື່ອ​ມິດ​ສາ​ກົນ; ມີງານ​ວັນ​ນະ​ກຳ, ສິລະ​ປະ, ລະຄອນ, ຮູບ​ເງົາ, ການ​ແຂ່ງ​ຂັນວິ​ໄຈ, ການຂົນຂວາຍສະທ້ອນ​ໃຫ້​ເຫັນ​ຢ່າງ​ແທ້​ຈິງ​ແລະ​ມີມະ​ນຸດ​ສະ​ທຳ​ ​ເຖິງ​ຄວາມ​ຫຍຸ້ງ​ຍາກລຳ​ບາກ, ການເສຍ​ສະຫຼະຢ່າງ​ງຽບ​ໆ ຂອງ​ພະ​ນັກ​ງານ, ນັກ​ຮົບ​ຕຳຫຼວດ​ປະ​ຊາ​ຊົນ. ພ້ອມ​ກັນ​ນັ້ນກໍ​ໃຫ້​ກຽດ​ແລະມອບ​ລາງວັນ​​​ໃຫ້ແກ່​ ບັນດາ​ກຸ່ມ​ແລະ​ບຸກຄົນ​ທີ່​ດີ​ເດັ່ນ, ​ແບບຢ່າງກ້າຫານ​ໃນ​ການ​ຕໍ່ສູ້​ປ້ອງ​ກັນ​ແລະຕ້ານ​ອາດຊະຍາ​ກຳ, ​ເພື່ອຊີວິດ​ທີ່​ສະຫງົບ​ສຸກ.

ທີ​ສາມ, ຮັກ​ສາ​ແລະເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ອັນ​​ໃກ້ຊິດ, ຄວາມຜູກ​ພັນ​ສະ​ໜິດ​ແໜ້ນ​ລະ​ຫວ່າງ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ​ ກັບ​ປ​ະ​ຊາ​ຊົຍ, ອີງ​ໃສ່​ປ​ະ​ຊາ​ຊົນ​ເພື່ອ​ປະ​ຕິ​ບັດ​ວຽກ​ງານ ແລະ ຕໍ່ສູ້.

ປະທານໂຮ່ຈີມິນຊີ້ແຈ້ງວ່າ: “ເມື່ອ​ປະຊາຊົນ​ຊ່ວຍ​ເຮົາ​ຫຼາຍ​ຈະ​ປະສົບ​ຜົນ​ສຳເລັດ​ຫຼາຍ, ຊ່ວຍ​ເຮົາ​ໜ້ອຍ​ຈະ​ປະສົບ​ຜົນ​ສຳເລັດ​ໜ້ອຍ​, ຖ້າ​ປະຊາຊົນ​ຊ່ວຍ​ເຮົາ​ຢ່າງ​ເຕັມທີ​ຈະ​ມີ​ໄຊຊະນະ​​ສົມບູນ”(5). ໃນ​ພາກ​ຕົວ​ຈິງ, ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ​ຍາມ​ໃດ​ກໍ່ ຖື​ເອົາ​ປະ​ຊາ​ຊົນ​ເປັນຫຼັກ”, “ການເອົາ​ໃຈ​ໃສ່​ຄວາ​ສະ​ຫງົບ​ແລະຄວາມ​ປອດ​ໄພ ​ແມ່ນ​ປັດ​ໄຈ​ອັນ​ດັບ​ໜຶ່ງ​ໃນ​ຊີ​ວິດ​ຂອງ​ປະ​ຊາ​ຊາ​ຊົນ”. ອີງ​ໃສ່​ປະ​ຊາ​ຊົນ, ຮັບ​ຟັງ​ຄວາມ​ຄິດ​ເຫັນ​ຂອງປະ​ຊາ​ຊາ​ຊົນ, ປະ​ກອບ​ຄຳ​ຄິດ​ເຫັນ​ຂອງ​ປະ​ຊາ​ຊົນ​ເປັນ​ປັດ​​ໄຈ​ວັດ​ທະ​ນະ​ທຳ​ການ​ປະ​ພຶດ, ແມ່ນ​ກຳ​ນົດ​ຂອງ​ຂະ​ແໜງ​ການຕຳຫຼວດ, ຂອງ​ກົດ​ໝາຍ, ພ້ອມ​ກັນ​ນັ້ນ​ກໍແມ່ນ​ກຽດສັກ​ສີ​ແລະຄວາມ​ຮັບ​ຜິດ​ຊອບ​ການ​ເມືອງ ​ຂອງ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ​ ທີ່​ໄດ້​ປົກ​ປັກ​ຮັກ​ສາແລະຮັບ​ໃຊ້​ປະ​ຊາ​ຊົນ. ຍິ່ງ​​ເງື່ອນ​ໄຂ​ຍາກ​ແລະສັບ​ສົນ​ເທົ່າ​​ໃດ ​ຍິ່ງ​ຕ້ອງ​​ເພິ່ງ​ພາ​ປະ​ຊາ​ຊົນ, ຮັບ​ໃຊ້​ປະ​ຊາຊົນ​ຫຼາຍ​ກວ່າ​ອີກ ດີກວ່າ​ອີກ​ ເພື່ອ​​ໃຫ້ໄດ້​ຮັບ​ຄວາມ​​ຮັກ​ແພງ ໄວ້​ວາງ​ໃຈ ​ແລະ ສະໜັບສະໜູນ​ຈາກປະ​ຊາ​ຊົນ.     

ຄະ​ນະ​ພັກ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ສູນ​ກາງ, ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ​ສືບ​ຕໍ່​ນຳ​ພາ, ຊີ້​ນຳ​ ເພີ່ມ​ທະ​ວີ​ການຈັດ​ຕັ້ງ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ​ ຫັນ​ໄປ​ສູ່​ຮາກ​ຖານ, ຮັບ​ປ​ະ​ກັນ ກະ​ຊວງ​ກະ​ທັດ​ລັດ, ແຂວງເຂັ້ມ​ແຂງ, ເມືອງ​ຮອບ​ດ້ານ, ຕາ​ແສງ​ຕິດກັບ​ຮາກ​ຖານ”; ສືບ​ຕໍ່​ປັບ​ປຸງ​​ກົດ​ໝາຍ​ກ່ຽວ​ກັບ​ປະ​ຊາ​ທິ​ປະ​ໄຕໃນ​ວຽກ​ງານ​ຂອງ​ຕຳຫຼວດ​ປະ​ຊາ​ຊົນ; ການ​ແບ່ງ​ຂັ້ນທາງ​ວິ​ຊາຊີບ​ແລະ​ທາງກົດ​ໝາຍສຳລັບ​ພະ​ນັກ​ງານ, ນັກ​ຮົບ​ຕຳຫຼວດ​ປະ​ຊາ​ຊົນ ​ໃນຂັ້ນ​ເມືອງ, ຂັ້ນ​ຕາ​ແສງ​ມີ​ຂອບ​ນິ​ຕິ​ກຳ​ທີ່ຈຳ​ເປັນ ​ເພື່ອ​ແກ້​ໄຂ​ສະ​ພາບ​ການ​ຄວາມ​ປອດ​ໄພ​ແລະ​ຄວາມສະ​ຫງົບ​ຮຽບ​ຮ້ອຍ​​ໃນ​ລິ​ດັບ​ຮາກ​ຖານ. ​ຫົວ​ໜ້າ​ຄະ​ນະ​ພັກ, ຫົວ​ໜ້າ​ກົມ​ກອງ​ຕຳຫຼວດ​ປະ​ຊາ​ຊົນ ​ຕິດຕາມ​ຮາກ​ຖານຢ່າງ​ໃກ້ຊິດ, ກວດ​ກາ, ຊຸກ​ຍູ້ ​ແລະ ແກ້​ໄຂວຽກ​ງານຕ່າງໆ ​ກັບ​ປ​ະ​ຊາ​ຊົນ; ຮັກ​ສາ​​ຮູບ​ແບບ​ແລະເວ​ທີ​ປາ​ໄສ​ ​ເພື່ອ​ເກັບ​ກຳ​ຄວາມ​ເຫັນ ​ແລະ ຮັບ​ຟັງ​ປະຊາຊົນ; ​ຮັບ​ເອົາ​ບັນດາ​ບັນຫາ​ທີ່​ປະຊາຊົນ​ລາຍ​ງານ ​ສະ​ເໜີ​ແນະ​ ຢ່າງ​ຄົບ​ຖ້ວນແລະທັນ​ການ, ​ຈັດການແກ້​ໄຂ​ການ​ກ່າວ​ປະນາມ, ຂໍ້​ມູນ​ອາດຊະຍາ​ກຳ, ຂໍ້​ຂັດ​ແຍ່ງພາຍ​ໃນ​ປະຊາຊົນ​ຢ່າງ​ເໝາະ​ສົມຕາມ​ກົດ​ລະບຽບ ​ເພື່ອ​ບໍ່​ໃຫ້​ສະ​ສົມ, ເກີດ​ຂຶ້ນ​ເປັນ​ກໍລະນີ​, ຄະດີ. ສືບ​ຕໍ່​ສ້າງ ​ແລະ ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນຂອງ​ບັນ​ດາ​ຕົວ​ແບບ, ແບບ​ຢ່າງ​ໃນ​ຂະ​ບວນ​ການ ທົ່ວ​ປວງ​ຊົນ​ປ້ອງ​ກັນ​ແລະຕ້​ານ​ອາດ​ຊະ​ຍາ​ກຳ”. ຊີ້​ນຳການ​ຕໍ່​ສູ້​ແລະປາບ​ປາມ​ອາດຊະຍາ​ກຳຢ່າງ​ເດັດດ່ຽວ, ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ສັງຄົມ, ປ້ອງ​ກັນ​ຄວາມ​ສະຫງົບ, ຄວາມ​ປອດ​ໄພ​​ໃນຊີວິດ​ຂອງ​ປະຊາຊົນ. ເພີ່ມ​ທະ​ວີການ​ຂົນຂວາຍ​ປະ​ຊາ​ຊົນ​​ເຂົ້າ​ຮ່ວມ​ວຽກ​ງານ​ປ້ອງ​ກັນ​ແລະຕ້ານ​ອາດຊະຍາ​ກຳ, ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ການ​ກໍ່ສ້າງ​ກຳລັງ​ຕຳຫຼວດ​ປະຊາຊົນ. ພະ​ນັກ​ງານ​, ສະ​ມາ​ຊິກ​ພັກ​ຕຳຫຼວດ​ແຕ່ລະຄົນ​ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນສົມບັດສິນທຳປະຕິວັດ, ມີຄວາມສາມາດໃນການຂົນຂວາຍ, ໃກ້ຊິດສະໜິດສະໜົມກັບປະຊາຊົນ, ເຄົາລົບປະຊາຊົນ, ເຂົ້າໃຈປະຊາຊົນ, ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ແບ່ງ​ປັນ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່ຽນ​ກັບ​ປະ​ຊາ​ຊົນ; ເດັດ​ຂາດຫຼີກລ່ຽງຜະ​ເດັດ​ການ​ໂອ້ອວດ, ໃຊ້​ອຳ​ນາດ​ບາດ​ໃຫຍ່, ອາດ​ຍາ​ສິດ, ຫ່າງ​ເຫີ​ນຈາກ​ປ​ະ​ຊາ​ຊົນ.

ທີ​ສີ່, ສຸມ​ໃສ່​ນຳ​ພາການ​ຜັນ​ຂະ​ຫຍາຍປະຕິບັດ ​ບັນ​ດາ​ໜ້າ​ທີ່, ມາດ​ຕະ​ການ​ປ້ອງ​ກັນ​ ແລະ​ຕ້ານ​ອາດ​ຊະ​ຍາ​ກຳ ຢ່າງ​ຄົບ​ຊຸດ ​ເດັດດ່ຽວ​ ແລະ ປະດິດ​ສ້າງ, ຮັບ​ປ​ະ​ກັນ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ​ແລະ ຄວາມ​ປອດ​ໄພ​ທາງ​ສັງ​ຄົມ.

​ໃນ​ບັນດາພື້ນ​ທີ່​ແລະຂົງ​ເຂດ​ສຳຄັນ, ຖື​ການ​ປ້ອງ​ກັນ​ເປັນ​ຕົ້ນຕໍ, ຖື​ພື້ນ​ຖານ​ເປັນ​ໃຈກາງ; ​ສົມທັບ​ລະ​ຫວ່າງ ຄວາມ​ເປັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນ ​ກັບຄວາມ​ຕັ້ງ​ໜ້າ​​ໃນການກວດ​ຈັບ, ການຕໍ່​ສູ້, ​ຈັດການແກ້​ໄຂຢ່າງ​ເຂັ້ມ​ງວດ, ຖືກ​ຄົນ, ຖືກອາດຊະຍາ​ກຳ, ຖືກ​ກົດໝາຍ, ບໍ່​ມີ​ເຂດຫວງ​ຫ້າມ, ບໍ່​ມີຂໍ້​ຍົກ​ເວັ້ນ. ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ສັງ​ລວມ, ລະດົມການ​ເຂົ້າ​ຮ່ວມ​ຂອງ​ລະ​ບົບ​ການ​ເມືອງແລະທົ່ວ​ສັງ​ຄົມ​ ໃນ​ການ​ປ້ອງ​ກັນ​ສະ​ກັດ​ກັ້ນ​ອາດ​ຊະ​ຍາ​ກຳ, ກໍ່​ສ້າງ​ຂະ​ບວນ​ການ ທົ່ວ​ປວງ​ຊົນ​ປ້ອງ​ກັນ​ແລະຕ້ານ​ອາດ​ຊະ​ຍາ​ກຳ”; ແກ້​ໄຂ​ສາ​ເຫດ​ແລະເງື່ອນ​ໄຂການກໍ່​ອາດ​ຊະ​ຍາ​ກຳ​​ໂດຍ​ທັນທີ; ສ້າງ​ບາດ​ກ້າວ​ປ່ຽນ​ແປງ​ໃໝ່, ຫັນ​ປ່ຽນ​ໂດຍ​ພື້ນ​ຖານ, ຕັ້ງ​ໜ້າ ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ຍຸດ​ທະ​ສາດ, ໂຄງ​ການການ​ປ້ອງ​ກັນ ​ແລະ ຕ້ານ​ອາດ​ຊະ​ຍາ​ກຳ​ໄລ​ຍະປີ 2021-2025, ກຳ​ນົດ​ທິດເຖິງ​ປີ 2030. ສືບ​ຕໍ່​ຍູ້​ແຮງ​ການ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍການ​ປ້ອງ​ກັນ​ ແລະ ຕ້ານ​ຢາ​ເສບ​ຕິດ​ປີ 2021, ບັນ​ດາ​ວິ​ທີ​ການ​ເລກ​ທີ 02, 03, 06 ຂອງກອງ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ​ ເພື່ອ​ປ້ອງ​ກັນ ​ແລະ ຕ້ານ​ອາດ​ຊະ​ຍາ​ກຳ, ຮັບ​ປະ​ກັນ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ​ແລະ ຄວາມ​ປອດ​ໄພ​ທາງສັງ​ຄົມ, ເປັນ​ຕົ້ນ​ແມ່ນ​ໄລ​ຍະຫຼັງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດໂຄວິດ-19”. ສຸມ​ໃສ່​ຕໍ່​ສູ້ ​ແລະ ປາບ​ປາມ​ອາດ​ຊະ​ຍາ​ກຳ​ທາງ​ອາ​ຍາ, ອາດ​ຊະ​ຍາ​ກຳ​ທີ່​ມີ​ການ​ຈັດ​ຕັ້ງ, ສິນ​ເຊື່ອ​ມືດ, ອາດ​ຊະ​ຍາ​ກຳ​ສໍ້​ລາດ​ບັງຫຼວງ, ເສດ​ຖະ​ກິດ, ຄ້າ​ຂາຍ​ເຖື່ອນ, ອາດ​ຊະ​ຍາ​ກຳ​​ຢາ​ເສບ​ຕິດ, ອາດ​ຊະ​ຍາ​ກຳ​ດ້ານສິ່ງ​ແວດ​ລ້ອມ, ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ, ຄວາມ​ປອດ​ໄພ​ດ້ານ​ສະ​ບຽງ​ອາ​ຫານ, ອາດ​ຊະ​ຍາ​ກຳ​ທີ່ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ, ເຄືອ​ຂ່າຍ​ອິນ​ເຕີ​ເນັດ, ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ, ອາດ​ຊະ​ຍາ​ກຳ​ທີ່​ມີ​ປັດ​ໃຈ​ຕ່າງ​ປະ​ເທດ

ກອງກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ປະ​ຕິ​ຮູບ​ການ​ບໍ​ລິ​ຫານ, ປະ​ຕິ​ຮູບດ້ານ​ກົດໝາຍ, ຍູ້ແຮງ​ການ​ປະ​ຕິ​ບັດ​ແຜນງານ 06 ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ການ​ປະຍຸກ​ໃຊ້​ຂໍ້​ມູນ​ປະຊາກອນ, ການ​ລະບຸ​ຕົວ​ຕົນ ແລະ ການ​ຮັບຮອງ​ຄວາມ​ຖືກຕ້ອງ​ທາງ​ເອ​ເລັກ​ໂຕຣນິກ ຮັບ​ໃຊ້​ການຫັນ​ປ່ຽນ​ດິຈິຕອນ​ແຫ່ງ​ຊ​າດໄລ​ຍະປີ 2022–2025 , ວິ​ໄສ​ທັດ​ເຖິງ​ປີ 2030. ເພີ່​ມ​ທະ​ວີ​​ການ​ປະຍຸກ​ໃຊ້ຖານ​ຂໍ້​ມູນ​ແຫ່ງ​ຊາດ​ ກ່ຽວ​ກັບປະຊາກອນ ແລະ ຜົນ​ງານ​ວິ​ທະ​ຍາ​ສາດ, ເຕັກ​ນິກ, ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ ​ເຂົ້າ​ໃນ​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ອາດ​ຊະ​ຍາ​ກຳ, ຮັບ​ປະ​ກັນ​ຄວາມ​ເປັ​ນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ​ທາງ​ສັງ​ຄົມ, ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ຊ່ວຍ​ເຫຼືອ​ສະ​ຫວັກ​ດີການ​ສັງ​ຄົມ ແລະ ດຳ​ເນີນ​​ການ​ບໍ​ລິ​ການສາທາລະນະ​ອອນ​ໄລນ໌​ຂອງຂະ​ແໜງ​ການຕຳຫຼວດ ​ເຮັດ​ໃຫ້​ເກີດ​ການ​ແຜ່ກະຈາຍ​ຢ່າງກວ້າງ​ຂວາງ​ໄປ​ຍັງ​ທຸກ​ຂະ​ແໜງ​ການ, ທຸກ​ລະດັບ, ຊຸມ​ຊົນ​ທຸລະ​ກິດ, ຜູ້​ຄົນ​ທຸກ​ຊົນ​ຊັ້ນແລະທັງ​ສັງ​ຄົມ, ຖື​ວ່າ​ສິ່ງ​ນີ້​ແມ່ນ​ໜຶ່ງ​ໃນເສົາຫຼັກ​ໃນ​ການ​ສ້າງ​ໂຄງ​ສ້າງ​ຄວາມ​ປອດ​ໄພ, ລະບຽບ​ດິ​ຈິ​ຕອນ, ການ​ບໍ​ລິ​ຫານ​ສັງ​ຄົມ​ເອ​ເລັກ​ໂຕຣ​ນິກ​, ຕອບ​ສະ​ໜອງ​ຄວາມຕ້ອງ​ການ​ຂອງ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີສີ່, ຮັບ​ໃຊ້​ຢ່າງ​ໄດ້​ການ​ໄດ້​ງານ​ໃຫ້​ແກ່​ພາ​ລະ​ກິດ​​ການສ້າງສາ ແລະ ປົກ​ປັກ​ຮັກ​ສາປະ​ເທດ​ຊາດ​ໃນ​ໄລ​ຍະ​ໃໝ່.  

ການສືບ​ຕໍ່​ເຊື່ອມ​ຊືມແລະປະ​ຕິ​ບັດ​ເປັນ​ຢ່າງ​ດີ ໜ້າ​ທີ່​ປ້ອງ​ກັນ​ແລະຄວບ​ຄຸມການ​ແຜ່ລະບາດ​ຂອງໂຄວິດ-19 ແມ່ນ​ຈຸດ​ໜັກ​ໃຈ​ກາງ; ການ​ຮັບປະກັນ​ຄວາມ​ປອດ​ໄພ​ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ການ​ຮັກສາ​ສະຖຽນ​ລະ​ພາບ​ທາງ​ສັງຄົມ​ ແມ່ນ​ສຳຄັນ​ແລະສອດ​ຫ້ອຍ​ຕະຫຼອດ; ການເຮັດ​ໃຫ້​ປະ​ຊາ​ຊົນ​​ໄດ້ຢູ່​ເຢັນ​ເປັນ​ສຸກ, ມີສະ​ຫວັດ​ດີການ​ສັງ​ຄົມດີ, ຮັບ​ໃຊ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ​ແມ່ນ​ເປັນປະຈຳ, ຕົ້​ນ​ຕໍ່​ຕາມ​ການ​ຊີ້​ນຳ​ຂອງ​ພັກ, ລັດ, ຄະ​ນະ​ພັກ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ສູນ​ກາງ, ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ. ເປັນ​ເຈົ້າ​ການ​​ໃນ​ການກຳ​ແໜ້ນ​ສະ​ພາບ​ການ, ເຮັດ​​ເປັນ​ຢ່າງ​ດີ ​ວຽກ​ງານ​ໃຫ້​ຄຳ​ປຶກສາ​ແກ່​ ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ, ຄະ​ນະ​ຊີ້​ນຳ​ການປ້ອງ​ກັນ​ແລະຄວບ​ຄຸມ​​ໂລກລະບາດ ແລ​ະ ຄະ​ນະຊີ້​ນຳ​ການປ້ອງ​ກັນແລະຕ້ານ​ອາດ​ຊະ​ຍາ​ກຳ​ ຂັ້ນ​ຕ່າງໆ ​ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ເຮັດ​ໃຫ້​ປະ​ຊາ​ຊົນ​ຢູ່​ເຢັນ​ເປັນ​ສຸກ, ຮັບ​ປະ​ກັນ​ສະ​ຫວັດ​ດິ​ການ​ສັງ​ຄົມ, ປ້ອງ​ກັນ​ແລະຕໍ່​ສູ້​ເຮັດ​ໃຫ້​ອາດ​ຊະ​ຍາ​ກຳ​ຫຼຸດລົງ, ສ້າງ​ການ​ຫັນ​ປ່ຽນ​ນັບ​ມື້​ນັບ​ດີ​ຂຶ້ນ ​ກ່ຽວ​ກັບ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ​ແລະ ຄວາມ​ປອດ​ໄພ​ທາງສັງ​ຄົມ.

ທີ​ຫ້າ, ເອົາ​ໃຈ​ໃສ່​ກວດ​ຄືນ, ຄົ້ນ​ຄວ້າ, ປົວ​ແປງ, ປັບ​ປຸງ​ບັນ​ດາ​ເອ​ກະ​ສານທາງ​ກົດ​ໝາຍ​ ກ່ຽວ​ກັບການ​ປ້ອງ​ກັນ​ແລະຕ້ານ​ອາດ​ຊະ​ຍາ​ກຳ, ຮັບ​ປະ​ກັນ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ​ທາງສັງ​ຄົມ ແລະ ກໍ່​ສ້າງ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ.

ຮັບ​ປະ​ກັນ​ລະ​ບົບກົດໝາຍ​ທີ່​ຄົບ​ຊຸດ​ແລະມິີປະສິດທິພາບ​ສູງ, ສ້າງ​ລະ​ບຽງ​ກົດໝາຍ​ທີ່​ຈຳ​ເປັນ ​ແລະ ສະດວກ​ສຳລັບ​ກອງ​ກຳລັງ​ຕຳຫຼວດ​ປະຊາຊົນ ​ໃນ​ການ​ປະຕິບັດ​ໜ້າ​ທີ່, ການ​ບັງຄັບ​ໃຊ້​ກົດໝາຍ, ​ໃຊ້ມາດຕະ​ການ​ເຮັດ​ວຽກ​ທີ່​ເໝາະ​ສົມ​ກັບຜູ້​ທີ່​ໄດ້​ຮັບ​ການ​ຮັບ​ໃຊ້, ເປົ້າ​ໝາຍ​ຄຸ້ມ​ຄອງ ແລະ ເປົ້າ​ໝາຍ​ຕໍ່​ສູ້, ​ເຊິ່ງ​ເປັນ​ພື້ນ​ຖານ​ທາງ​ກົດໝາຍ​ທີ່ຈຳ​ເປັນ ​ເພື່ອ​ໃຫ້​ປະ​ຊາ​ຊົນ​ກວດ​ກາ​ການ​ປະ​ຕິ​ບັດພາ​ລະ​ບົດ​ບາດ, ໜ້າ​ທີ່​ຂອງ​ຕຳຫຼວດ​ປະ​ຊາ​ຊົນ. ກ່ອນ​ອື່ນ​ໝົດ​ ສຸມ​ໃສ່​ຜັນ​ຂະ​ຫຍາຍບົດ​ສະຫຼຸບ​ເລກ​ທີ 19-KL/TW, ​ວັນ​ທີ 14 ຕຸ​ລາ 2021, ຂອງ​ກົມ​ການ​ເມືອງສູນ​ກາງ​ພັກກ່ຽວ​ກັບ​ທິດທາງ​ໂຄງ​ການ​ສ້າງ​ກົດ​ໝາຍ​ຂອງສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 15”; ມະ​ຕິ​ເລກ​ທີ 12-NQ/TW, ​ລົງ​ວັນ​ທີ 16 ມິ​ນາ 2022, ຂອງ​ກົມ​ການ​ເມືອງສູນ​ກາງ​ພັກ, ກ່ຽວ​ກັບ ຍູ້​ແຮງການກໍ່​ສ້າງກອງ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ປະ​ຊາ​ຊົນ​ໃຫ້ສະ​ອາດ​ປອດ​ໃສ, ເຂັ້ມ​ແຂງ, ເປັນ​ແບບຫຼວງ, ຊຳ​ນານ​ການ​ຮົບ, ກະ​ທັດ​ລັດ, ທັນ​ສະ​ໄໝ​ ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ ​ແລະ ໜ້າ​ທີ່​ໃນ​ສະ​ພາບ​ການ​ໃໝ່”. ກໍ່​ສ້າງ, ປັບ​ປຸງ​ບູ​ລະ​ນະ​ກົດ​ໝາຍ​ໃນ​ຂົງ​ເຂດ​ປ້ອງ​ກັນ ​ແລະ ຕ້ານ​ອາດ​ຊະ​ຍາ​ກຳ, ແລ​ະ ກໍ່​ສ້າງ​ກອງກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ, ຮັບ​ປະ​ກັນ​ພື້ນ​ຖານທາງ​ກົດໝາຍ​ທີ່ຄົບ​ຖ້​ວນ, ໜັກ​ແໜ້ນ​ໃຫ້​ແກ່​​ການ​ຈັດ​ຕັ້ງ, ການເຄື່ອນ​ໄຫວ ແລະ ກົນ​ໄກ​ປົກ​ປັກ​ຮັກ​ສາ​ກຳ​ລັງ​ ໃນ​ການ​ຕໍ່​ສູ້​ປ້ອງ​ກັນ​ແລະຕ້ານ​ອາດ​ຊະ​ຍາ​ກຳ ​ຕິດ​ກັບການ​ເພີ່ມ​ທະ​ວີ​ການປ້ອງ​ກັນ​ການ​ເມືອງ​ພາຍ​ໃນ. ສືບ​ຕໍ່​ປັບປຸງ​ບູ​ລະ​ນະ​ກົນ​ໄກ​ການເຄື່ອນ​ໄຫວ, ກໍ່​ສ້າງ​ກົນ​ໄກ​ຄວບ​ຄຸມ​ສິດ​ອຳ​ນາດ​ ໃນ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ, ພິ​ເສດ​ແມ່ນ ​ໃນ​ການ​ສືບ​ສວນ, ຈັດການ​ກັບ​ອາດ​ຊະ​ຍາກອນ, ກັກ​ຕົວ​ຊົ່ວ​ຄາວ, ຈຳ​ຄຸກ​ຊົ່ວ​ຄາວ, ດຳ​ເນີນ​ຄະ​ດີ​ທາງ​ອາ​ຍາ, ລາດ​ຕະ​ເວນກວດ​ສອບ, ແກ້​ໄຂ​ການ​ລະ​ເມີດ​ຄວາມ​ເປັນ​ລະ​ບຽບ​ຮຽນ​ບ​ຮ້ອຍ, ຄວາມ​ປອດ​ໄພການ​ຈະລາ​ຈອນ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ສາ​ມາ​ລະ​ນະ, ປ້ອງ​ກັນ​ໄພ​ໃໝ້, ດັບ​ເພີງ, ການປະກອບ​ອາ​ວຸດ, ການປ້ອງ​ກັນຮັບ​ປະ​ກັນ​ຖືກ​ຕາມ​ລະ​ບຽບ​ການ, ຖືກ​ຕ້ອງ​ຕາມ​ກົດ​ໝາຍ. ສົ່ງ​ເສີມແລະປົກປ້ອງ​ພະ​ນັກ​ງານ​ທີ່​ມີ​ຄວາມ​ຂະ​ຫຍັນ​ຂັນ​ເ​ຂື່ອນ, ມີຫົວ​ຄິດ​ປະ​ດິດ​ສ້າງ​ເພື່ອ​ຜົນ​ປະ​ໂຫຍດ​ ຕາມບົດ​ສະຫຼຸບ​ເລກ​ທີ 14-KL/TW, ​ລົງ​ວັນ​ທີ 22 ກັນ​ຍາ 2021, ຂອງ​ກົມ​ການ​ເມືອງສູນ​ກາງ​ພັກ, “ກ່ຽວ​ກັບ​ແຜນ​ນະ​ໂຍ​ບາຍ​ສົ່ງ​ເສີມ ແລະ ປົກປ້ອງ​ພະ​ນັກ​ງານ​ທີ່ຂະ​ຫຍັນ​ຂັນ​ເຂື່ອນ, ມີຫົວ​ຄິດ​ປະ​ດິດ​ສ້າງ​ເພື່ອ​ຜົນ​ປະ​ໂຫຍດ​ລວມ”.

​ຄະ​ນະ​ພັກ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ສູນ​ກາງ, ການ​ນຳ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ຫົວ​ໜ້າ​ອົງ​ການ​ຕຳຫຼວດ​ສືບ​ສວນ ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ຈະ​ສຸມ​ໃສ່​ນຳ​ພາ​ການປະ​ກາດ​ໃຊ້ ແລະ ສະ​ເໜີ​ປະ​ກາດ​ໃຊ້ ​ບັນ​ດາ​ຂໍ້​ກຳ​ນົດ​​ກົດ​ໝາຍ​ ກ່ຽວ​ກັບ​ວຽ​ກ​ງານ​ສືບ​ສວນ, ຈັດການ​ກັບ​ອາດ​ຊາ​ຍາ​ກຳ, ຄຸ້ມ​ຄອງ​​ລັດ​ກ່ຽວ​ກັບ​ຄວາມ​ເປັນ​ລະ​ບຽບ​​ແລະຄ​ວາມ​ປອດ​ໄພ​ທາງ​ສັງ​ຄົມ, ການປະ​ຕິ​ຮູບ​ດ້ານ​ບໍ​ລິ​ຫານ, ການປ້ອງ​ກັນ​ແລະຕ້ານ​ການ​ສໍ້​ລາດ​ບັງຫຼວງ, ຄວາມ​ຫຍໍ້​ທໍ້, ຄວບ​ຄຸມອຳນາດຮັບ​ປະ​ກັນ​ຄວາມຄົບ​ຊຸດ ເປັນ​ເອ​ກະ​ພາບ ​ລະ​ຫວ່າງ​ຂໍ້​ກຳນົດກົດ​ລະບຽບ​ຂອງ​ພັກ, ນະ​ໂຍບາຍ ກົດ​ໝາຍ​ຂອງ​ລັກ​ ກັບ​ຂໍ້ກຳ​ນົດ​ຂອງ​ຂະ​ແໜງ​ການຕຳຫຼວດ. ຄະ​ນະ​ພັກ, ຫົວ​ໜ້​າ​ບັນ​ດາ​ກົມ​ກອງ​ຕຳຫຼວດ​ປ​ະຊາ​ຊົນ ຊີ້​ນໍາ​ການ​ພັດ​ທະ​ນາ​ຂະ​ບວນ​ການ​ແລະ​ຂໍ​ບັງຄັບ​ໃນ​ທິດ​ທາງ​ຂອງ​ການ​ມອບ​ໝາຍ​ແລະ​ຄວາມ​ຮັບ​ຜິດ​ຊອບສ່ວນ​ບຸກຄົນ​ ​ເພື່ອ​ຈັດ​ຕັ້ງການ​ປະ​ຕິ​ບັດ​ວຽກ​ງານ​ວິ​ຊາ​ສະ​ເພາະ ແລະ ກໍ່​ສ້າງ​ພັກ, ກໍ່​ສ້າງ​ກຳ​ລັງ, ສຸມ​ໃສ່​​​ພາກ​ສ່ວນ ຂົງ​ເຂດ​ທີ່​​ເກີດຄວາມ​ຜິດ​ພາດ ຄວາມ​ຫຍໍ້​ທໍ້​ໄດ້​ງ່າຍ, ຕິດ​ຕໍ່​ເຮັດ​ວຽກ​ກັບ​ອົງ​ການ​​ແລະປະ​ຊາ​ຊົນຢ່າງ​ສະ​ໝ່ຳສະ​ເໝີ. ຄົ້ນ​ຄວ້າ​ສ້າງ​ກົນ​ໄກປົກ​ປ້ອງ​ຜູ້​ປະ​ສານງານ​ກັບ​ກຳລັງ​ຕຳຫຼວດ​ປະ​ຊາ​ຊົນ, ປົກ​ປ້ອງ​ພະ​ຍາຍ ຜູ້ແຈ້ງຂ່າວ ແລະ ຜູ້ໃຫ້ຂໍ້ມູນອາດຊະຍາກຳ; ກົນ​ໄກ​ປົກ​ປ້ອງແລະປ້ອງ​ກັນ​ດ້ວຍ​ຕົນ​ເອງ, ທັກ​ສະການ​ຕອບ​ໂຕ້​ຂອງ​ພະ​ນັກ​ງານ ນັກ​ຮົບ​ຕຳຫຼວດ​ປະ​ຊາ​ຊົນ​ ໃນ​ການ​ຕໍ່​ສູ້​ປ້ອງ​ກັນ​ແລະຕ້ານ​ອາດ​ຊະ​ຍາ​ກຳ​ ຕໍ່​ໜ້າ​ຄວາມ​ຕ້ອງ​ການ, ໜ້າ​ທີ່, ຄວາມ​ກົດດັນ, ​ອັນ​ຕະ​ລາຍ ​ທີ່​ເກີດ​ຂຶ້ນ​ໃນທາງ​ປະ​ຕິ​ບັດ​ວຽກ​ງານ​, ການ​ຕໍ່ສູ້, ການ​ປະຕິບັດ​ໜ້າ​ທີ່​ລັດຖະການ.  

ເອົາ​ໃຈ​ໃສ່​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ພື້ນ​ຖານ, ປະຍຸກ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂັ້ນ​ສູງ, ຫັນ​ປ່ຽນ​ຈິນ​ຕະ​ນາ​ການ, ວິ​ທີ​ການ​ປະ​ຕິ​ບັດ​ງານ​ແບບ​ທັນ​ສະ​ໄໝ, ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ຄົ້ນ​ຄວ້າ, ຄາດ​ຄະ​ເນ​ຍຸດ​ທະ​ສາດ, ວິ​ທະ​ຍາ​ສາດ​ກ່ຽວ​ກັ​ບ​ອາດ​ຊະ​ຍາ​ກຳ, ປັບ​ປຸງ​ພັດ​ທະ​ນາ​ທິດ​ສະ​ດີ​ກ່ຽວ​ກັບ​ການ​ປ້ອງ​ກັນ​ແລະຕ້ານ​ອາດ​ຊະ​ຍາ​ກຳຂຶ້ນ​ລະ​ດັບ​ສູງ​ໃໝ່. ບົນ​ພື້ນ​ຖານ​ນັ້ນ, ກຳ​ນົດ​ຫຼັກ​ຖານວິ​ທະ​ຍາ​ສາດ​ແລະ​ຄວາມ​ສາມາ​ດ​ໃຊ້ງານ​ຕົວ​ຈິງ​ທີ່​ມີ​ຄຸນ​ຄ່າ ​​ເພື່ອ​ໃຫ້​ຄຳ​ປຶກສາ​ແກ່ພັກ, ລັດ, ຄະ​ນະ​ພັກ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ສູນ​ກາງ, ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ​ໃນ​ການ​ປັບ​ປຸງ​ບູ​ລະ​ນະ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ, ນະ​ໂຍ​ບາຍ ​ແລະ ກົດ​ໝາຍວ່າ​ດ້ວຍ​ການ​ປະ​ຕິ​ຮູບຂະ​ບວນການ​ຍູ​ຕິ​ທຳ, ປະ​ຕິ​ຮູບ​ລະ​ບົບ​ໜ່ວຍ​ງານ​ສືບ​ສວນ, ໜ່ວຍ​ງານ​ບັງຄັບ​ໃຊ້​ຄຳ​ພິພາກສາທາງ​ອາ​ຍາ, ໜ່ວຍ​ງານກວດ​ພິສູດ​ດ້ານ​ຕຸລາການ, ໜ່ວຍ​ງານສະໜັບ​ສະ​ໜູນ​ທາງ​ຕຸ​ລາ​ການໃ​ນກຳລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ປະ​ຊາ​ຊົນ. ຍົກ​ສູງ​ປະສິດທິພາບ​ແລະ​ປະສິດທິ​ຜົນການ​ຄຸ້ມ​ຄອງ​ລັດ ​ໃນ​ການ​ຮັກສາ​ຄວາມ​ສະຫງົບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ​ທາງ​ສັງ​ຄົມ, ການຕໍ່​ສູ້​ປ້ອງ​ກັນ​ແລະຕ້ານ​ອາດ​ຊະ​ຍາ​ກຳ, ການຄວບ​ຄຸມ​ອຳ​ນາດ, ປົກ​ປ້ອງ​ຄວາມ​ຍຸ​ຕິ​ທຳ, ສິດ​ທິມະ​ນຸດ, ສິດແລະພັນ​ທະ​ພື້ນ​ຖານ​ຂອງ​ພົນ​ລະ​ເມືອງ, ປະ​ກອບ​ສ່ວນກໍ່​ສ້າງ​ລັດ​ແຫ່ງອຳ​ນາດກົດ​ໝາຍສັງ​ຄົມ​ນິ​ຍົມຫວຽດ​ນາມ​ຂອງ​ປະ​ຊາ​ຊົນ, ​ໂດຍ​ປະ​ຊາ​ຊົນ, ເພື່ອ​ປະ​ຊາ​ຊົນ.

ທີ​ຫົກ, ເພີ່ມ​ທະ​ວີ ​ເປີດກວ້າງ​ການ​ຮ່ວມ​ມື​ສາ​ກົນ​ ​ເພື່ອຮັບ​ໃຊ້​ການ​ປ້ອງ​ກັນ​ແລະຕ້ານ​ອາດ​ຊະ​ຍາ​ກຳ

ສຳ​ລັບ​ອາດ​ຊະ​ຍາ​ກຳ​ທີ່​ມີ​ການ​ຈັກ​ຕັ້ງ, ອາດຊະຍາ​ກຳຂ້າມ​ຊາດ, ອາດ​ຊະ​ຍາ​ກຳ​ທີ່​ມີ​ປັດ​ໄຈ​ຕ່າງ​ປະ​ເທດ, ອາດ​ຊະ​ຍາ​ກຳ​ກ່ຽວ​ກັບ​ຢາ​ເສບ​ຕິດ, ອາດ​ຊະ​ຍະ​ກຳ​ການຄ້າ​ມະ​ນຸດ, ອາດຊະຍາກຳທີ່ໃຊ້ເຕັກໂນໂລຊີສູງ, ອາດຊະຍາກຳໃນອິນເຕີເນັດ… ​ແມ່ນ​ຕ້ອງສ້າງ​ທ່າ​​ເປັນ​ເຈົ້າ​ການ, ຕໍ່​ເນື່ອງ, ​ໄວ, ​ໄລຍະ​ບາ​ວ, ຈາກ​ພາຍ​ໃນ​​ສູ່​ພາຍນອກ, ຈາກ​ພາຍນອກ​​ສູ່​ພາຍ​ໃນ, ບໍ່​ໃຫ້​ອາດ​ຊະ​ຍາກອນ​ຕ່າງ​ຊາດ​ສວຍ​ໃຊ້​ຫວຽດ​ນາມ ເພື່ອຫຼົບ​ຫຼີກ ເຄື່ອນ​ໄຫວ, ບໍ່ໃຫ້​ອາດ​ຊະ​ຍາກອນ​​​ໃນ​ປະ​ເທດ​ໜີ​​ໄປ​ຕ່າງ​ປະ​ເທດ ກໍ່​ຄວາມ​ຫຍຸ້ງຍ​າກ​ໃຫ້​ແກ່​ການ​ສືບ​ສວນ ​ແລະກາ​ນຈັດການ​ລົງ​ໂທດ. ສະ​ເໜີ, ເຈ​ລະ​ຈາ, ລົງ​ນາມ​ ​ແລະ ເຂົ້າ​ຮ່ວມ​ໃນ​ສົນ​ທິ​ສັນ​ຍາ​ສາ​ກົນ​ສອງ​ຝ່າຍ, ຫຼາຍ​ຝ່າຍ ວ່າ​ດ້ວຍ​ປ້ອງ​ກັນ​ແລະຕ້ານ​ອາດ​ຊະ​ຍາ​ກຳ, ຄວາມຊ່ວຍ​ເຫຼືອ​ທາງ​ກົດໝາຍ​ຮ່ວມ​ກັນ​ໃນ​ຄະດີ​ອາ​ຍາ, ການສົ່ງ​ຜູ້​ຕ້ອງ​ໂທດຂ້າມ​ແດນ ​ແລະ​ການ​ໂອນຜູ້​ທີ່ຮັບ​​ໂທດ​ຈຳ​ຄຸກ ແລະ ການ​ປະ​ມວຍ​ສົນ​ທິສັນຍາ​ສາກົນ​ເປັນ​ຂໍ້​ກຳນົດກົດ​ໝາຍ​ພາຍ​ໃນ. ຜັນ​ຂະ​ຫຍາຍ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ​ໃນ​ຂົງ​ເຂດການ​ຮ່ວມ​ມື​ປ້ອງ​ກັນ​ແລະຕ້ານ​ອາດ​ຊະ​ຍາ​ກຳ​ ທີ່ຫວຽກ​ນາມ​ໄດ້ລົງ​ນາມ​ແລະເຂົ້າ​ຮ່ວມ. ຍາດ​ແຍ່ງການ​ຊ່ວຍ​ເຫຼືອ, ຮ່ວມ​ມື​ສາ​ກົນ​ກ່ຽວ​ກັບ​ການ​ເງິນ, ວິ​ທ​ະ​ຍາ​ສາດ, ເຕັກ​ນິກ, ເຕັກ​ໂນ​ໂລ​ຊີ ​ເພື່ອ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ບາງ​ຂົງ​ເຂດ​ທີ່​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ​​ມີ​ທ່າ​ດີເຊັ່ນ: ​ວິ​ທະ​ຍາ​ສາດ​ທາງ​ອາ​ຍາ, ການຮັບ​ປະ​ກັນ​ຄວາມ​ເປັນ​ລະ​ບຽບ​​ໃນ​ການຈະ​ລາ​ຈອນ ​ແລະ ຄວາມ​ປອດ​ໄພ​​​ໃນ​ການຈະລາ​ຈອນ, ການປ້ອງ​ກັນ​ໄຟ​​ແລະດັບ​ເພີງ, ການປ້ອງ​ກັນ​ແລະຕ້ານອ​າດ​ຊະ​ຍາ​ກຳ​ທີ່​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ…/.

----------------

(1) ວັນ​ທີ 20 ກໍ​ລະ​ກົດ 1962, ປະ​ທານ ໂຮ່​ຈິ​ມິນ ລົງ​ນາມ​ໃນ​ຄຳ​ສັ່ງ​ເລກ​ທີ 34/LCT, ປະ​ກາດ​ໃຊ້​ລັດ​ຖະ​ດຳ​ລັດ​ກຳ​ນົດ​ໜ້າ​ທີ່, ສິດຂອບ​ເຂດ​ຂອງ​ຕຳຫຼວດ​ປະ​ຊາ​ຊົນ​ແຫ່ງສາ​ທາ​ລະ​ນະ​ລັດປະ​ຊາ​ທິ​ປະ​ໄຕຫວຽດ​ນາມ.

(2) ຕຳຫຼວດ​ສືບ​ສວນ; ຕຳຫຼວດ​ສິ່ງ​ແວດ​ລ້ອມ; ຕໍາຫລວດ​ບໍລິຫານ​ຄຸ້ມ​ຄອງ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ; ຕຳຫຼວດ​ປ້ອງ​ກັນ​ໄຟ​, ດັບ​ເພີງ ແລະ ກູ້​ໄພ, ກູ້​ຊີບ; ຕຳຫຼວດ​ຈະລາ​ຈອນ; ກອງກຳ​ລັງ​ເຕັກ​ນິກ​ທາງ​ອາ​ຍາ; ຕຳຫຼວດ​ຄຸ້ມ​ຄອງ​ແລະ​ດຳ​ເນີນ​ການ​ຕາມ​ຄຳ​ພິພາກສາ​ທາງ​ອາ​ຍາ; ຕຳຫຼວດ​ຄຸ້ມ​ຄອງ​ແລະດຳ​ເນີນ​ການ​ຄວບ​ຄຸມ​ຕົວ​ແລະ​ການ​ກັດ​ຂັງ​ຊົ່ວ​ຄາວ; ຕຳຫຼວດ​ເຄື່ອນ​ທີ່.

(3) ພົ້ນ​ເດັ່ນ​ແມ່ນ​ຄຳ​ສັ່ງ​ເລກ​ທີ 48-CT/TW, ​ລົງ​ວັນ​ທີ 22 ຕຸ​ລາ 2010, ຂອງ​ກົມ​ການ​ເມືອງສູນ​ກາງ​ພັກ, “ກ່ຽວ​ກັບການ​ເພີ່ມ​ທະ​ວີ​ການ​ນຳ​ພາ​ຂອງ​ພັກ ​ຕໍ່​ວຽກ​ງານ​ປ້ອງ​ກັນ​ແລະຕ້ານ​ອາດ​ຊະ​ຍາ​ກຳ​ ໃນ​ສະ​ພາບ​ການ​ໃໝ່”; ຄຳ​ສັ່ງ​ເລກ​ທີ 36-CT/TW, ​ລົງ​ວັນ​ທີ 16 ສິງ​ຫາ 2019, ຂອງ​ກົມ​ການ​ເມືອງສູນ​ກາງ​ພັກ, “ກ່ຽວ​ກັບ​ການເພີ່ມ​ທະ​ວີ ​ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງວຽກ​ງານ​ປ້ອງ​ກັນ, ຕ້ານ ແລະ ຄວບ​ຄຸມ​ຢາ​ເສບ​ຕິດ”; ຄຳ​ສັ່ງ​ເລກ​ທີ 12/CT-TTg, ​ລົງວັນ​ທີ 25 ເມ​ສາ 2019, ຂອງ​ນາ​ຍົກ​ລັດ​ທະ​ມົນ​ຕີ, “ກ່ຽວ​ກັບ​ການເພີ່ມ​ທະ​ວີ​ການປ້ອງ​ກັນ​, ຕໍ່​ສູ້​ກັບ​ອາດ​ຊະ​ຍາ​ກຳ ແລ​ະ ການ​ລ່ວງ​ລະ​ເມີດ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ​ເຖິງ ສິນ​ເຊື່ອ​ມືດ”; ຄຳ​ສັ່ງ​ເລກ​ທີ 21/CT-TTg, ​ລົງ​ວັນ​ທີ 25 ພຶດ​ສະ​ພາ 2020, ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, “ກ່ຽວ​ກັບ​ການເພີ່ມ​ທະ​ວີການ​ປ້ອງ​ກັນ​ ​ແລະ ຈັດການ​ກັບ​ການ​ສໍ້​ໂກງເອົາ​ຊັບ​ສິນ”; ປະ​ມວນ​ກົດ​ໝາຍ​ອາ​ຍາ; ປະ​ມວນ​ກົດ​ໝາຍ​ຮ້ອງ​ຟ້ອງ​ທາງ​ອາ​ຍາ; ກົດ​ໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ອົງ​ການ​ສືບ​ສວນ​ທາງ​ອາ​ຍາ; ກົດ​ໝາຍ​ວ່າ​ດ້ວຍ​ການ​ກັກ​ຕົວ​ຊົ່ວ​ຄາວ, ຈຳ​ຄຸກ​ຊົ່ວ​ຄາວ; ກົດ​ໝາຍ​ວ່າ​ດ້ວຍ​ການດຳ​ເນີນ​ຄະ​ດີອາ​ຍາ; ກົດ​ໝາຍ​ວ່າ​ດ້ວນ​ການ​ນິ​ຍະ​ໂທດກຳ​ພິ​ເສດ; ກົດ​ໝາຍວ່າ​ດ້ວຍ​ການ​ປ້ອງ​ກັນ​ແລະຕ້ານ​ຢາ​ເສບ​ຕິດ; ກົດ​ໝາຍວ່າ​ດ້ວຍ​ການ​ປ້ອງ​ກັນ​ແລະຕ້ານການ​ຄ້າ​ມະ​ນຸດ; ກົດ​ໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ ​ແລະ ການ​ໃຊ້ອາວຸດ, ​ວັດຖຸລະ​ເບີດ ​ແລະ ​ເຄື່ອງ​ມື​ສະໜັບສະໜູນ; ກົດ​ໝາຍ​ຄົນ​ເຂົ້າ​ເມືອງ; ກົດ​ໝາຍວ່າ​ດ້ວຍ​ບັດ​ປະ​ຈຳ​ຕົວ​ປະ​ຊາ​ຊົນ; ກົດ​ໝາຍ​ວ່າ​ດ້ວຍ​ການຈະລາ​ຈອນ​ທາງ​ບົກ; ກົດ​ໝາຍວ້າດ້ວຍ​ການ​ປ້ອງ​ກັນ​ໄຟ, ດັບ​ເພີງ; ກົດ​ໝາຍ​ວ່າ​ດ້ວຍຕຳຫຼວດ​ເຄື່ອນ​ທີ່; ກົດ​ໝາຍວ່າ​ດ້ວຍ​ຕຳຫຼວດ​ສິ່ງ​ແວດ​ລ້ອມ…​

(4) ຈຸດ​ສຸມ​ໃຈ​ກາງ​ແມ່ນ​ມະ​ຕິ​ເລກ​ທີ 12-NQ/TW, ​ລົງ​ວັນ​ທີ 16 ມິ​ນາ 2022, ຂອງ​ກົມ​ການ​ເມືອງສູນ​ກາງ, “ກ່ຽວ​ກັບການ​ຍູ້​ແຮງການກໍ່​ສ້າງ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ທີ່​ສະ​ອາດປອດ​​ໃສ, ເຂັ້ມ​ແຂງ, ເປັນ​ແບບຫຼວງ, ຊຳ​ນາມ​ການ​ຮົບ ​ກະ​ທັດ​ລັດ, ທັນ​ສະ​ໄໝ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ ​ແລະ ໜ້າ​ທີ່​ໃນ​ສະ​ພາບ​ການ​ໃໝ່”; ບົດ​ສະຫຼຸບ​ເລກ​ທີ 13-KL/TW, ​ລົງ​ວັນ​ທີ 16 ສິງ​ຫາ 2021, ຂອງ​ກົມ​ການ​ເມືອງສູນ​ກາງ​ພັກ, “ກ່ຽວ​ກັບ​ສືບ​ຕໍ່​ປະ​ຕິບັດ​ຕາມບັດ​ຄຳ​ສັ່ງເລກ​ທີ 48-CT/TW, ​ລົງ​ວັນ​ທີ 22 ຕຸ​ລາ 2010, ກ່ຽວ​ກັບການ​ເພີ່ມ​ທະ​ວີ​ການ​ນຳ​ພາ​ຂອງ​ພັກ ​ຕໍ່​ວຽກ​ງານ​ປ້ອງ​ກັນ​ແລະຕ້ານ​ອາດ​ຊະ​ຍາ​ກຳ​ ໃນ​ສະ​ພາບ​ການ​ໃໝ່”; ຄຳ​ສັ່ງ​ເລກ​ທີ 36-CT/TW, ​ລົງ​ວັນ​ທີ 16 ສິງ​ຫາ 2019, ຂອງ​ກົມ​ການ​ເມືອງສູນ​ກາງ​ພັກ ກ່ຽວ​ກັບ​ການເພີ່ມ​ທະ​ວີ ​ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງວຽກ​ງານ​ປ້ອງ​ກັນ, ຕ້ານ ແລະ ຄວບ​ຄຸມ​ຢາ​ເສບ​ຕິດ”; ບົດ​ສະຫຼຸບ​ເລກ​ທີ 45-KL/TW, ​ລົງ​ວັນ​ທີ 1 ກຸມ​ພາ 2019, ຂອງ​ຄະ​ນະ​ເລ​ຂາ​ທິ​ການສູນ​ກາງ​ພັກ, “ກ່ຽວ​ກັບ​ການຍູ້​ແຮງ​ການ​ປະ​ຕິ​ບັດ​ທີ່​ມີ​ປະ​ສິດ​ທິ​ຜົນ​ຄຳ​ສັ່ງ​ເລກ​ທີ  18-CT/TW, ຂອງ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກສະ​ໄໝ​ທີ 11, ກ່ຽວ​ກັບການ​ເພີ່ມ​ທະ​ວີ​ການ​ນຳ​ພາ​ຂອງ​ພັກ​ ຕໍ່​ວຽກ​ງານ​ຮັບ​ປະ​ກັນ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ​​ໃນການຈະລາ​ຈອນ​ທາງ​ບົກ, ທາງ​ລົດ​ໄຟ, ທາງນ້ຳ​ພາຍ​ໃນ ແລະ ແກ້​ໄຂສະພາບການຈະລາຈອນຕິດຂັດ”; ບົດ​ສະຫຼຸບ​ເລກ​ທີ 02-KL/TW, ​ລົງ​ວັນ​ທີ 18 ພຶດ​ສະ​ພາ 2021, ຂອງ​ຄະ​ນະ​ເລ​ຂາ​ທິ​ການສູນ​ກາງ​ພັກ, “ກ່ຽວ​ກັບ​ສືບ​ຕໍ່​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ເລກ​ທີ 47-CT/TW, ຂອງ​ຄະ​ນະ​ເລ​ຂາ​ທິ​ການສູນ​ກາງ, ກ່ຽວ​ກັບ​ການເພີ່ມ​ທະ​ວີ​ການ​ນຳ​ຂອງ​ພັກ ​ຕໍ່​ວຽກ​ງານ​ປ້ອງ​ກັນ​​ໄຟ​ ​ແລະ ດັບ​ເພີງ”.

(5) ໂຮ່​ຈີມິນ: ນິ​ພົນ​ຄົບ​ຊຸດ, ສພຈ ການ​ເມືອງ​ແຫ່ງ​ຊາດ​ ສື້​ເຖິ້ດ, ຮ່າ​ໂນ້ຍ, 2011, ແຫຼ້ມ 7, ໜ້າ 270.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ​ ສະບັບ​ທີ 994 (​ເດືອນ​ກໍ​ລະ​ກົດ 2022)