ແນວໂຮມປະເທດຊາດຫວຽດນາມ
ຍົກສູງຄຸນນະພາບການວິຈານສັງຄົມໃນເງື່ອນໄຂໃໝ່

ໂດຍ ໂດ້ະ ວັນຈ໋ຽນ
ເລຂາທິການສູນກາງພັກ, ປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດຫວຽດນາມ
11:19, 30-12-2022

ວກ. - ການວິຈານສັງຄົມແມ່ນໜຶ່ງໃນພາລະບົດບາດ, ໜ້າທີ່ພື້ນຖານ ສຳຄັນອັນດັບໜຶ່ງຂອງ ແນວໂຮມປະເທດຊາດຫວຽດນາມ; ຜ່ານນັ້ນ, ຈັດຕັ້ງແນວໂຮມເຂົ້າຮ່ວມຢ່າງຕັ້ງໜ້າໃນການກໍ່ສ້າງ, ປັບປຸງພັກ ແລະ ລັດ ໃຫ້ໃສສະອາດແລະເຂັ້ມແຂງ; ປະກອບສ່ວນທີ່ສຳຄັນ ເຂົ້າໃນພາລະກິດການສ້າງສາ ແລະ ປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມ. ໃນເວລາທີ່ຈະມາເຖິງ, ແນວໂຮມປະເທດຊາດຫວຽດນາມທຸກຂັ້ນ ຕ້ອງຍົກສູງກວ່າອີກ ຄຸນນະພາບແລະປະສິດທິຜົນການວິຈານສັງຄົມ ເພື່ອປະຕິບັດບັນດາເປົ້າໝາຍທີ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກວາງອອກມາ ໃຫ້ໄດ້ເປັນຢ່າງດີ.

 

ບັນດາຂໍ້ກຳນົດ​ຂອງ​ພັກ​ແລະລັດ - ພື້ນຖານ​ດ້ານ​ການ​ເມືອງ​ແລະກົດໝາຍ
ສຳລັບການ​ເຄື່ອນ​ໄຫວ​ວິຈານ​ສັງຄົມ ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ

ເພື່ອແກ້ໄຂຜ່ານຜ່າສະພາບການທີ່ວ່າ “​ແຜນ​ນະ​ໂຍບາຍ, ທັດສະນະ​ຂອງ​ພັກ​ກ່ຽວ​ກັບ​ມະຫາ​ສາມັກຄີປວງຊົນທັງ​ຊາດ, ກ່ຽວກັບສິດ​ແລະຜົນ​ປະ​ໂຫຍ​ດ ຂອງບັນດາຊົນຊັ້ນແລະຊັ້ນ​ຄົນປະຊາຊົນ ​ຍັງ​ບໍ່​​ໄດ້​ຮັບ​ການ​ບັນຍັດໃຫ້ເປັນກົດໝາຍຢ່າງຄົນຖ້ວນ; ຫຼືໄດ້ຫັນເປັນນິຕິກຳແລ້ວ ແຕ່ບໍ່ໄດ້ປະຕິບັດຢ່າງເຂັ້ມງວດ; ວຽກ​ງານ​ກວດກາ ຊຸກຍູ້​ບໍ່​ເປັນ​ປົກກະຕິ; ຍັງ​ມີ​ຊ່ອງ​ຫວ່າງ ​ລະ​ຫວ່າງແຜນ​ນະ​ໂຍ​ບາຍ ​ແລະ ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ(1), ກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ໄດ້​ກຳນົດ​ທັດສະນະຊີ້ນຳ: “ແນວໂຮມປະເທດຊາດ ແລະ ບັນດາອົງຄະນະປະຊາຊົນ ສືບຕໍ່ເພີ່ມທະວີການຈັດຕັ້ງ, ປ່ຽນແປງໃໝ່ເນື້ອໃນ ແລະແບບວິທີການເຄື່ອນໄຫວ, ແກ້ໄຂຜ່ານຜ່າສະຖານນະການບໍລິຫານ, ເສີມຂະຫຍາຍບົດບາດແກນກາງ ໃນການເຕົ້າໂຮມແລະສາມັກຄີປະຊາຊົນ ເພື່ອສ້າງຮາກຖານການເມືອງ ຂອງອຳນາດການປົກຄອງ; ປະຕິບັດປະຊາທິປະໄຕ, ຕິດຕາມກວດກາ ແລະ ການວິຈານສັງຄົມ(2). ຕໍ່ຈາກນັ້ນ, ກົມການເມືອງສູນກາງພັກສະໄໝທີ 11 ໄດ້ອອກມະຕິຕົກລົງເລກທີ 217-QĐ/TW, ລົງວັນທີ 12 ທັນວາ 2013, “ກ່ຽວກັບການປະກາດໃຊ້ ກົດລະບຽບການຕິດຕາມກວດກາ ແລະ ການວິຈາສັງຄົມ ຂອງແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງຄະນະການເມືອງ-ສັງຄົມ”. ນີ້ແມ່ນບັນດາທັດສະນະຊີ້ນຳທີ່ສຳຄັນທີ່ສຸດ ຂອງພັກເຮົາ, ສະແດງເຖິງຄວາມຕັດສິນໃຈທາງການເມືອງຂອງພັກ ເພື່ອສ້າງ​ພື້ນຖານ​ດ້ານ​ການ​ເມືອງ​ ໃຫ້​ແກ່​ການ​ເພີ່ມທະວີ ​ແລະ ປັບປຸງກ້ອນມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ ​ແລະ ຢືນຢັນ​ທີ່​ຕັ້ງ​ແລະບົດບາດ​ ຂອງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ​ໃນ​ພາລະກິດ​ການປະຕິວັດ​ຂອງ​ປະ​ເທດ​.        

ທ່ານ ຟ້າມ ມິງຈີ້ງ ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ຢ້ຽມຊົມຫ້ອງວາງສະແດງມູນເຊື້ອຂອງຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໃນກອງປະຊຸມຮ່ວມ ລະຫວ່າງ ຄະນະປະຈຳລັດຖະບານ ແລະ ຄະນະປະຈຳຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ກ່ຽວກັບຜົນງານການປະສານງານ ໃນໄລຍະ 2016-2020 ແລະ 8 ເດືອນຕົ້ນປີ 2021, ການຜັນຂະຫຍາຍບັນດາໜ້າທີ່ສຳຄັນໃນໄລຍະຈະມາເຖິງ _ພາບ: TTXVN

ການຫັນ​ທັດສະນະ​ຊີ້​ນຳ​ຂອງ​ພັກເປັນນິຕິກຳ, ມາດຕາ 9 ຂອງ​ລັດຖະທຳ​ມະນູນ​ປີ 2013 ​ໄດ້ຮັບ​ຮອງຢ່າງ​ເປັນ​ທາງ​ການ ແລະ ຢືນຢັນການເຄື່ອນໄຫວຕິດຕາມກວດກາ ແລະ ວິຈານສັງຄົມ ຂອງແນວໂຮມປະເທດຊາດຫວຽດນາມ: ແນວໂຮມປະເທດຊາດຫວຽດນາມແມ່ນພື້ນຖານການເມືອງຂອງອຳນາດການປົກຄອງປະຊາຊົນ; ເປັນຕົວແທນ, ປົກປ້ອງສິດແລະຜົນປະໂຫຍດອັນ​ຊອບ​ທຳ, ຖືກກົດໝາຍຂອງ​ປະ​ຊາ​ຊົນ; ເຕົ້າໂຮມແລະເສີມຂະຫຍາຍພະລັງອັນຍິ່ງໃຫຍ່ ຂອງຄວາມສາມັກຄີແຫ່ງຊາດ, ປະຕິບັດປະຊາທິປະໄຕ, ເພີ່ມທະວີຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ສັງ​ຄົມ; ການຕິດຕາມກວດກາ ແລະ ການວິຈານສັງຄົມ”. ກົດໝາຍວ່າດ້ວຍແນວໂຮມປະເທດຊາດຫວຽດນາມປີ 2015 ​ໄດ້​ຜັນຂະຫຍາຍ​ສິດ​ທິຕາມລັດຖະທຳ​ມະນູນ​ປີ 2013 ​ຂ້າງ​ເທິງເປັນໝວດໜຶ່ງ (ໝວດທີ 6 - ການເຄື່ອນໄຫວວິຈານສັງຄົມ) ໂດຍມີ 5 ມາດຕາ ເພື່ອຄວບຄູມການເຄື່ອນໄຫວວິຈານສັງຄົມຂອງ ແນວໂຮມປະເທດຊາດຫວຽດນາມ,​ ແລະ ໃນວັນທີ 15 ມິຖຸນາ 2017, ຄະນະກຳມະການປະຈຳສະພາແຫ່ງຊາດ, ລັດຖະບານ ແລະ ຄະນະປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດຫວຽດນາມ ໄດ້ປະກາດໃຊ້ ມະຕິຮ່ວມສະບັບເລກທີ 403/2017/NQLT-UBTVQH14-CP-ĐCTUBTWMTTQVN, ກຳນົດລາຍ​ລະ​ອຽດ​ບັນ​ດາ​ຮູບ​ແບບ​ການຕິດຕາມກວດກາ ແລະ ການວິ​ຈານ​ສັງ​ຄົມ ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ.       

ມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 12 ແລະ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ສືບຕໍ່ຮັບຮູ້ ແລະ ຢືນຢັນຄວາມສຳຄັນ ຂອງການເຄື່ອນໄຫວວິຈານສັງຄົມ ຂອງແນວໂຮມປະເທດຊາດຫວຽດນາມ ແລະ ເປັນຄັ້ງທຳອິດທີ່ກົດໝາຍວ່າດ້ວຍການປະກາດ​ໃຊ້​ເອກະສານ​ທາງ​ກົດໝາຍ (ປີ 2015, ສະບັບປັບປຸງ ເພີ່ມເຕີມປີ 2020) ໄດ້ກຳນົດຢ່າງລະອຽດ ກ່ຽວກັບການເຄື່ອນໄຫວວິຈານສັງຄົມ ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ; ຕາມນັ້ນ, ສຳລັບບັນດາຮ່າງເອກະສານ ທີ່ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ປະຕິບັດການວິຈານສັງຄົມນັ້ນ, ໃນສຳເນົາຂໍຮັບການປະເມີນ ຈຳເປັນຕ້ອງມີເອກະສານວິຈານສັງຄົມ ຂອງແນວໂຮມປະເທດຊາດຫວຽດນາມ.

ນັ້ນແມ່ນບັນດາເອກະສານສຳຄັນຂອງພັກແລະລັດ, ມັນບໍ່ພຽງແຕ່ສ້າງພື້ນຖານທາງການເມືອງ ແລະ ພື້ນຖານກົດໝາຍ ເພື່ອໃຫ້ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຜັນຂະຫຍາຍວຽກງານການວິຈານສັງຄົມ, ເຂົ້າຮ່ວມການກໍ່ສ້າງພັກແລະອຳນາດການປົກຄອງໃຫ້ໃສສະອາດແລະເຂັ້ມແຂງ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງ ຂອງປະຊາຊົນເທົ່ານັ້ນ, ແຕ່ຍັງຢືນຢັນ ການວິຈານສັງຄົມແມ່ນການເຄື່ອນໄຫວພື້ນຖານ ແລະ ສຳຄັນອັນດັບໜຶ່ງ ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ, ມີບົດບາດແລະຄວາມໝາຍສຳຄັນທີ່ສຸດ ຕໍ່ການກໍ່ສ້າງພັກ, ລັດ ແລະ ລະບົບການເມືອງ ໃຫ້ໃສສະອາດແລະເຂັ້ມແຂງ, ປະກອບສ່ວນເຂົ້າໃນ​ຜົນສຳ​ເລັດ​ລວມ ຂອງ​ພາລະກິດການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມຫວຽດນາມ.

​ບັນດາຜົນສຳເລັດທີ່ມີ​ຄວາມ​ໝາຍ​ແທດ​ຈິງ ​ໃນ​ການ​ເຄື່ອນ​ໄຫວ​ວິຈານ​ສັງຄົມ​
ຂອງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ

ເພື່ອຜັນຂະຫຍາຍທັດສະນະແລະແຜນນະໂຍບາຍຂອງພັກ ໃຫ້ເປັນຮູບປະທຳ, ວຽກງານການວິຈານສັງຄົມໃນຫຼາຍປີທີ່ຜ່ານມາ ໄດ້ກາຍເປັນການເຄື່ອນໄຫວທີ່ເປັນປະຈຳ, ຈຸດສຸມຊອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ. ການເຄື່ອນໄຫວວິຈານສັງຄົມ ໄດ້ສ້າງເງື່ອນໄຂໃຫ້ປະຊາຊົນທຸກຊັ້ນຄົມ ເສີມຂະຫຍາຍສິດເປັນເຈົ້າຂອງ ແລະ ເຂົ້າຮ່ວມຂະບວນການສ້າງກົດໝາຍ, ແຜນນະໂຍບາຍ, ນະໂຍບາຍ, ໂຄງການ, ແຜນການພັດທະນາເສດຖະກິດ-ສັງຄົມໃນປະເທດ ແລະ ໃນທ້ອງຖິ່ນຕ່າງໆ.

ທີໜຶ່ງ, ໂຄງການກົດໝາຍສຳຄັນຫຼາຍໂຄງການທີ່ກ່ຽວຂ້ອງກັບ ແຜນການແຫ່ງຊາດແລະຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການວິຈານສັງຄົມຢ່າງມີປະສິດທິຜົນ ໂດຍການຈັດຕັ້ງວິຈານ ຫຼືການເຂົ້າຮ່ວມວິຈານ ຂອງແນວໂຮມປະເທດຊາດຫວຽດນາມ(3). ສະເພາະໃນວາລະປີ 2014-2019 ເທົ່ານັ້ນ, ຄະນະກຳມະການແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມທຸກ​ຂັ້ນ ​ໄດ້​ຈັດ​ຕັ້ງການວິຈານສັງຄົມ 86.872 ຄັ້ງ ໂດຍ​ສ່ວນ​ຫຼາຍ​​ວິຈານ​ຮ່າງແຜນນະໂຍບາຍ, ນະ​ໂຍບາຍ, ​ໂຄງການ ​ແລະ ແຜນງານສຳຄັນ ທີ່​ກ່ຽວຂ້ອງກັບ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ຊີວິດ​ຂອງ​ປະຊາຊົນ. 

ທີ່ສອງ, ບັນດາຮ່າງເອກະສານທີ່ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມຈັດຕັ້ງ ແລະ ດຳເນີນການວິຈານສັງຄົນ ມີຄວາມຫຼາກຫຼາຍ ແລະ ອຸດົມສົມບູນທາງດ້ານຂົງເຂດ; ເນື້ອໃນວິຈານສັງຄົມຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໂດຍພື້ນຖານແມ່ນມີຄຸນນະພາບດີ, ໄດ້ຮັບການປະເມີນສູງຈາກປະຊາຊົນ, ເນື້ອໃນວິຈານຈຳນວນຫຼາຍ ໄດ້ຮັບການດູດຊຶມໂດຍອົງການຮ່າງ(4) ແລະ ໄດ້ຮັບການຕອບຮັບໃນທາງບວກ. ຜ່ານນັ້ນ, ການເຄື່ອນໄຫວວິຈານສັງຄົມ ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໄດ້ກາຍເປັນຊ່ອງທາງໜຶ່ງທີ່ສຳຄັນ, ຊ່ວຍໃຫ້ພັກແລະລັດ ມີຂໍ້​ມູນ​ເພີ່ມ​ເຕີມ​ກ່ອນ​ພິຈາລະນາ ​ແລະ ຕັດສິນ​ໃຈ​ ກ່ຽວ​ກັບ​ບັນຫາ​ການ​ນຳພາ, ຄຸ້ມ​ຄອງ ​ແລະ ບໍລິຫານ; ເຮັດ​ໃຫ້​ແຜນນະໂຍບາຍ, ນະ​ໂຍບາຍ ​ແລະ ກົດໝາຍ​ທັງໝົດເປັນ​ຜົນຜະລິດຈາກ ເຈດຈຳນົງ​ຂອງ​ພັກ​ແລະ ຫົວ​ໃຈ​ຂອງ​ປະຊາຊົນ”; ສາຍພົວພັນໂດຍລວມພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າຂອງ ໄດ້ຮັບການເສີມຂະຫຍາຍໃນລະດັບສູງ, ປະກອບສ່ວນເສີມຂະຫຍາຍສິດເປັນເຈົ້າຂອງ ຂອງປະຊາຊົນ ໃນການເຂົ້າຮ່ວມການກໍ່ສ້າງພັກ, ລັດ ແລະ ລະບົບການເມືອງໃຫ້ໃສສະອາດ, ເຂັ້ມແຂງ, ກະທັດລັດ, ເຄື່ອນໄຫວມີປະສິດທິພາບແລະປະສິດທິຜົນ.    

ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມຢູ່​ບັນດາ​ແຂວງ, ນະຄອນ​ຂຶ້ນກັບ​ສູນ​ກາງ​ ເປັນຜູ້ຈັດ​ຕັ້ງການວິພາກວິຈານ​ບັນດາ​ຮ່າງ​ໂຄງການ, ແຜນງານ​ ທີ່ສົ່ງ​ຜົນກະທົບ​ໂດຍ​ກົງ ​ຕໍ່​ສິດແລະຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ ຖືກກົດໝາຍ ຂອງ​ປະຊາຊົນ​ທ້ອງ​ຖິ່ນ, ເຊັ່ນ ແນວໂຮມປະເທດຊາດຫວຽດນາມຂອງບັນດາແຂວງ, ນະຄອນ: ນະຄອນຮ່າໂນ້ຍ, ນະຄອນໂຮ່ຈີມິນ, ນະຄອນດ່າໜັງ, ນະຄອນບ່າເຣ້ຍ - ຫວຸງເຕົ່າ, ແຂວງກວ໋າງນິງ; ແຂວງເງ້ອານ... ການເຄື່ອນໄຫວວິຈານສັງຄົມ ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມບັນດາທ້ອງຖິ່ນ ໄດ້ສ້າງເງື່ອນໄຂໃຫ້ປະຊາຊົນເປັນເຈົ້າການແລະຕັ້ງໜ້າ ໃນການເຂົ້າຮ່ວມຂະບວນການສ້າງນະໂຍບາຍ, ຂໍ້ກຳນົດ ແລະ ໂຄງການ, ແຜນງານຂອງທ້ອງຖິ່ນ ທີ່ກ່ຽວຂ້ອງກັບສິດແລະພັນທະຂອງປະຊາຊົນ; ຜ່ານນັ້ນ, ປະກອບສ່ວນປັບປຸງ ແລະ ຍົກສູງຄຸນນະພາບຂອງຮ່າງນະໂຍບາຍ, ໂຄງການ, ແຜນງານ ກ່ອນການປະກາດໃຊ້, ສ້າງຄວາມເຫັນດີເຫັນພ້ອມສັງຄົມກ່ຽວກັບຄວາມຮັບຮູ້ ແລະ ຄວາມເປັນເອກະພາບໃນການກະທຳ ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ.

ທີສາມ, ຄຸນນະພາບ ແລະ ປະສິດທິພາບຂອງວຽກງານການວິຈານສັງຄົມ ໄດ້ຢືນຢັນ ແລະ ນັບມື້ນັບຍົກສູງບົດບາດແລະທີ່ຕັ້ງ ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໃນສະພາບການໃໝ່. ຄະນະກຳມະການແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມທຸກຂັ້ນ ໄດ້​ປະ​ຕິ​ບັດ​ເປັນ​ຢ່າງ​ດີ​ ໃນ​ການ​ເປັນ​ປະ​ທານ​ສ້າງ​ແຜນ​ການ​ວິ​ຈານ​ສັງ​ຄົມ, ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ສະພາ​ທີ່​ປຶກ​ສາ, ຄະ​ນະ​ທີ່​ປຶກ​ສາ, ກຸ່ມ​ທີ່​ປຶກ​ສາ, ສະມາຊິກ​ຄະນະ​ກຳມະການແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ, ຜູ້ຊ່ຽວຊານ, ນັກວິທະຍາສາດໃນບັນດາຂົງເຂດ ເພື່ອປະຕິບັດການວິຈານສັງຄົມ. ຜົນຂອງການເຄື່ອນໄຫວວິຈາສັງຄົມໄດ້ຮັບການດູດຊຶມໂດຍອົງການແລະການຈັດຕັ້ງທີ່ມີອຳນາດ ແລະ ສະຫຼຸບປັບປຸງຮ່າງນະໂຍບາຍແລະກົດໝາຍ ກ່ອນປະກາດໃຊ້; ນຳ​ມາ​ເຊິ່ງຜົນ​​ທີ່​ແທດ​ຈິງ, ປະກອບສ່ວນ​ປົກປ້ອງ​ສິດ​ແລະຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ ຖືກກົດໝາຍ ຂອງ​ພົນລະ​ເມືອງແລະອົງການ​ຈັດ​ຕັ້ງ, ປົກປ້ອງ​ຜົນ​ປະ​ໂຫຍ​ດຂອງ​ລັດ, ຈຳກັດ​ການ​ລະ​ເມີດ​ກົດໝາຍ. ການເຄື່ອນໄຫວວິຈານສັງຄົມຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມໄດ້ຊ່ວຍໃຫ້ ອົງການທີ່ມີອຳນາດ ໃນການວາງກຳນົດ ແລະ ປະຕິບັດນະໂຍບາຍ ກົດໝາຍຢ່າງມີປະສິດທິພາບ, ປະກອບສ່ວນສຳຄັນ ເຂົ້າໃນການກໍ່ສ້າງກ້ອມມະຫາສາມັກຄີປວງຊົນທັງຊາດ, ຮັກສາຄວາມສະຫງົບຂອງປະຊາຊົນ, ປະຕິບັດບັນດາເປົ້າໝາຍການພັດທະນາຂອງປະເທດ ແລະ ຂອງແຕ່ລະທ້ອງຖິ່ນ. ໃນການແຜ່ລະບາດໃຫຍ່ຂອງໂຄວິດ-19, ຜ່ານການເຄື່ອນໄຫວ ຂອງຄະນະຊີ້ນຳການປ້ອງກັນແລະຄວບຄຸມ ການແຜ່ລະບາດຂອງໂຄວິດ-19, ການນຳແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມທຸກຂັ້ນ ໄດ້ປະກອບຄວາມເຫັນໂດຍກົງ ເພື່ອໃຫ້ພັກແລະລັດປະກາດໃຊ້ແລະປັບ​ປຸງ​ນະ​ໂຍບາຍ​ປ້ອງ​ກັນ​ແລະຄວບ​ຄຸມ​ພະຍາດ​ໂຄ​ວິດ-19 ຢ່າງທັນການ ຕາມທິດຮັບປະກັນ “ເປົ້າໝາຍຄູ່”, ປັບຕົວເຂົ້າກັບສະພາບການແລະສະຖານະການໃໝ່ ໄດ້ຢ່າງຄ່ອງຕົວ. 

ທິດທາງແລະວິທີແກ້ໄຂ ເພື່ອຍົກສູງຄຸນນະພາບຂອງການວິຈານສັງຄົມ
ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໃນເວລາຕໍ່ໜ້າ

ເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ເນັ້ນໜັກ, ໃນເວລາຕໍ່ໜ້າຕ້ອງ “ເສີມຂະຫຍາຍບົດບາດຕິດຕາມກວດກາ ແລະ ວິຈານສັງຄົມ ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ, ບັນດາອົງການຈັດຕັ້ງການເມືອງ-ສັງຄົມ ແລະ ປະຊາຊົນ ໃນວຽກງານກວດກາ, ຕິດຕາມກວດກາຂອງພັກ(5). ເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກໍ່ຊີ້ແຈ້ງວ່າ ເພື່ອປະຕິບັດບັນດາເປົ້າໝາຍການພັດທະນາປະເທດ, ຕ້ອງສຸມໃສ່ປະຕິບັດການບຸກທະລຸຍຸດທະສາດສາມປະການຄື: ປັບປຸງສະຖາບັນລະບຽບລະບອບການພັດທະນາຢ່າງຄົບຊຸດ; ພັດທະນາຊັບພະຍາກອນມະນຸດ, ໂດຍສະເພາະແມ່ນຊັບພະຍາກອນມະນຸດຄຸນນະພາບສູງ; ກໍ່ສ້າງລະບົບໂຄງສ້າງພື້ນຖານທີ່ຄົບຊຸດ ແລະ ທັນສະໄໝ. ດັ່ງນັ້ນ, ການເຄື່ອນໄຫວວິຈານສັງຄົມ ຂອງລະບົບແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມທັງໝົດ ໃນເວລາຕໍ່ໜ້າ ກໍ່ຈະມຸ່ງເນັ້ນທີ່ການວິພາກວິຈານຮ່າງນະໂຍບາຍ ແລະ ກົດໝາຍ ກ່ຽວກັບການສ້າງສະຖາບັນ ເພື່ອພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ; ກ່ຽວກັບການພັດທະນາຊັບພະຍາກອນມະນຸດ, ໂດຍສະເພາະແມ່ນ ຊັບພະຍາກອນມະນຸດຄຸນນະພາບສູງ ເພື່ອປຸກຕື່ນຄວາມປາຖະໜາພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງ ແລະ ມີຄວາມສຸກ, ເສີມຂະຫຍາຍຄຸນຄ່າວັດທະນະທຳ, ກຳລັງແຮງຂອງຄົນຫວຽດນາມ, ນ້ຳໃຈສາມັກຄີ ແລະ ຄວາມພາກພູມໃຈຂອງຊາດ ​ໃນ​ພາລະກິດການ​ສ້າງສາ ​ແລະ ປົກປັກຮັກສາ​ປະ​ເທດຊາດ. ພ້ອມກັນນັ້ນ, ການວິຈານສັງຄົມໄດ້ເຊື່ອມຕິດກັບການເຄື່ອນໄຫວຕິດຕາມກວດກາການກໍ່ສ້າງລະບົບໂຄງສ້າງພື້ນຖານທາງເສດຖະກິດ-ສັງຄົມ, ໂດຍສະເພາະແມ່ນ ບັນດາໂຄງການ ກິດຈະການຈຸດສຸມແຫ່ງຊາດ ກ່ຽວກັບການຄົມມະນາຄົມຂົນສົ່ງ, ການປັບຕົວເຂົ້າກັບການປ່ຽນແປງສະພາບພູມອາກາດ; ໂຄງສ້າງພື້ນຖານຂໍ້ມູນຂ່າວສານ, ໂທລະຄົມມະນາຄົມ, ການຫັນເປັນດິຈິຕອນຂອງປະເທດ, ການພັດທະນາເສດຖະກິດດິຈິຕອນ, ສັງຄົມດິຈິຕອນ. ເວົ້າອີກຢ່າງໜຶ່ງ, ໂຄງການ, ແຜນການວິຈານສັງຄົມປະຈຳ​ປີ ​ແລະ ​ຕາມວາລະ​ ຂອງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ຕິດພັນ​ກັບ​ໂຄງການ​ສ້າງ​ກົດໝາຍ ​ແລະ ການຈັດຕັ້ງ​ປະຕິບັດ​ກົດໝາຍ ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ.    

ຄຽງຄູ່ກັບບັນດາຈຸດ​ສຸມ​ທີ່​ສໍາ​ຄັນ​ດັ່ງ​ກ່າວ​, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມສຸມໃສ່ປະຕິບັດບາງທິດທາງແລະວິທີແກ້ໄຂຕໍ່ໄປນີ້ ເພື່ອສືບຕໍ່ຍົກສູງຄຸນນະພາບການວິຈານສັງຄົມຂອງຕົນ:

ທີໜຶ່ງ, ເພີ່ມທະວີການວິຈານສັງຄົມຕາມຫົວຂໍ້ ເພື່ອເສີມຂະຫຍາຍກຳລັງແຮງສັງລວມ ຂອງລະບົບແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມທັງໝົດ. ຕາມນັ້ນ, ທຸກປີ ຄະນະກຳມະການສູນກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຈະກຳນົດບັນດາຫົວຂໍ້, ຂົງເຂດຢ່າງລະອຽດ ແລະ ຈັດຕັ້ງແນະນຳແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມທຸກຂັ້ນ ​ພ້ອມ​ກັນ​ປະຕິບັດ​ແຜນການ​ຕິດຕາມ​ກວດກາ​ ແລະ ວິຈານສັງຄົມ​ປະຈຳ​ປີ.

ທີສອງ, ເປັນເຈົ້າການໃນການເຊື່ອມຕໍ່ ລະຫວ່າງວຽກງານກຳສະພາບການຂອງປະຊາຊົນ, ສັງ​ລວມ​ຄຳ​ເຫັນ​ ແລະ ​ຂໍ້​ສະ​ເໜີ​ແນະ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ ​ກັບ​ການ​ປະ​ຕິ​ບັດການຕິດຕາມກວດກາແລະ​ວິ​ຈານ​ສັງ​ຄົມ. ບົນພື້ນຖານຜົນຂອງການກຳສະພາບການຂອງປະຊາຊົນ, ​ຄຳ​ເຫັນ​ແລະ​ຂໍ້​ສະ​ເໜີ​ແນະ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ເພື່ອຄັດເລືອກແລະກຳນົດບັນຫາທີ່ຈະຕ້ອງໄດ້ຮັບການຊີ້ແຈງ, ຈາກນັ້ນ ສ້າງແຜນການຕິດຕາມກວດກາ ແລະ ວິຈານສັງຄົມ ເພື່ອຮັບປະກັນເນື້ອໃນ ແລະ ຜົນຂອງການວິຈານສັງຄົມໃກ້ຄຽງກັບບັນຫາທີ່ພັກແລະລັດຕ້ອງການ ແລະ ປະຊາຊົນສົນໃຈຈິງໆ.

ທີສາມ, ບົນພື້ນຖານຂໍ້ກຳນົດຂອງກົດໝາຍ ແລະ ແຜນການວິຈານສັງຄົມຂອງຄະນະກຳມະການສູນກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມບັນດາທ້ອງຖິ່ນ ຈະເປັນເຈົ້າການແນະນຳ ສະ​ເໜີ​ໃຫ້​ຄະນະ​ພັກ, ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ​ເຂົ້າ​ຮ່ວມ​ແຕ່​ຕົ້ນ​ໃນ​ການ​ສ້າງ ​ແລະ ປະກາດ​ໃຊ້​​ນະ​ໂຍບາຍ, ກົດໝາຍ​ຂອງ​ທ້ອງ​ຖິ່ນ, ​ໂດຍ​ສະ​ເພາະ​ແມ່ນ ບັນດາ​ໂຄງການ​ພັດທະນາ​ເສດຖະກິດ-ສັງຄົມ, ​ໂຄງການ​ຈັດ​ຫາ​ທີ່​ດິນ​ຕ້ອງ​ປະ​ເມີນ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ; ບັນດາແຜນການພັດທະນາທ້ອງຖິ່ນໄລຍະ 2021-2030, ວິໄສທັດຮອດປີ 2050.

ທີສີ່, ເສີມຂະຫຍາຍບົດບາດຂອງຜູ້ຊ່ຽວຊານ, ນັກວິທະຍາສາດ, ນັກເຄື່ອນໄຫວພາກ​ປະ​ຕິ​ບັດທີ່ເຂົ້າຮ່ວມໃນວຽກງານການວິຈານສັງຄົມ; ເຕົ້າໂຮມຫຼາຍພາກສ່ວນເຂົ້າຮ່ວມການວິຈານສັງຄົມ ເພື່ອຮັບປະກັນຄວາມຫຼາກຫຼາຍ, ລັກສະນະເປັນຕົວແທນ, ຄວາມຊໍານານທີ່ມີເນື້ອໃນວິທະຍາສາດສູງ, ໃກ້ຊິດກັບຄວາມເປັນຈິງ, ສອດ​ຄ່ອງ​ກັບ​ທັດ​ສະ​ນະ ແລະ ຈິດໃຈ​ຊີ້​ນຳ​ຂອງ​ພັກແລະລັດ ຕໍ່​ວຽກ​ງານ​ວິ​ຈານ​ສັງ​ຄົມ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ.  

ທີ່ຫ້າ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມຍຶດໝັ້ນ​ແລະຕໍ່ເນື່ອງ ໃນ​ການ​ຕິດຕາມ​​ຜົນ​ຂອງ​ອົງການແລະຂັ້ນ​ທີ່​ມີອຳນາດ​ ຊີ້ແຈງການຮັບ - ບໍ່​ຮັບ​ເອົາ​ເນື້ອ​ໃນ​ວິຈານ​ສັງຄົມ​ຂອງ​ອົງການ​ແນວໂຮມ. ແນວໂຮມປະເທດຊາດ​ຕ້ອງ​ຕິດຕາມການ​ແກ້​ໄຂ​ບັນຫານີ້​ໃຫ້​ເຖິງ​ທີ່​ສຸດ, ປ້ອງ​ກັນທັດສະນະ​ຂອງ​ຕົນ​ຢ່າງ​ຍຸດຕິ​ທຳ ​ແລະ ພາວະວິໄສ; ເປັນເຈົ້າການແລະຮີບດ່ວນໃນການກວດ​ພົບຄວາມ​ບໍ່​ພຽງ​ພໍ, ອຸ​ປະ​ສັກ​ດ້ານສະ​ຖາ​ບັນ​ ແລະ ບັນຫາ​ເກີດ​ຂຶ້ນ ​ໃນ​ຂະ​ບວນ​ການ​ປະ​ຕິ​ບັດ ເພື່ອຈະເປັນເຈົ້າການ ໃນການສະ​ເໜີແລະສະເໜີແນະ ໃຫ້​ອົງການ​ທີ່​ມີ​ສິດ ​ພິ​ຈາ​ລະ​ນາ, ​ແກ້ໄຂ, ​ເພີ່ມ​ເຕີມ ​ແລະ ອອກ​ເອກະສານ​ທາງກົດໝາຍສະບັບ​ໃໝ່​ ສຳລັບການຈັດການ. ຈຳເປັນຕ້ອງ​ຈັດ​ຕັ້ງ​ການ​ສຳ​ຫຼວດ ​ແລະ ​ເກັບ​ກຳ​ຄວາມ​ຄິດ​ເຫັນ​ຂອງ​ປະຊາຊົນ​ກ່ຽວ​ກັບ​ບັນດາ​ບັນຫາໂດດ​ເດັ່ນ​ແລະຮ້ອນເຄືອງ ​ທີ່​ກ່ຽວຂ້ອງ​ເຖິງ​ສິດ​ແລະຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ ຖືກກົດໝາຍ ຂອງ​ປະຊາຊົນ ​ແລະ ວິ​ສາ​ຫະກິດ.

ໃນກອງປະຊຸມອອນ​ໄລນ໌ທົ່ວປະເທດ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ເພື່ອຜັນຂະຫຍາຍໂຄງການປະຕິບັດງານເພື່ອປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ໃນວັນທີ 16 ສິງຫາ 2021, ສະຫາຍເລຂາທິການໃຫຍ່ ຫງວຽນ ຝູຈ້ອງ ໄດ້ເນັ້ນໜັກວ່າ: “ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຕ້ອງ​ເຮັດ​ໃຫ້​ດີກ​ວ່າ​ເກົ່າ ​ໃນ​ການ​ຕິດຕາມ​ກວດກາ ​ແລະ ວິຈານ​ສັງຄົມ ບົນ​ຈິດ​ໃຈ​ລັດຖະທຳ​ມະນູນ​ປີ 2013, ກົດໝາຍ​ວ່າ​ດ້ວຍ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ​ແລະ ຂໍ້ກຳນົດກົດລະບຽບ​ການ​ຂອງ​ພັກ, ລັດ. ເພີ່ມທະວີການຕິດຕາມກວດກາ ເພື່ອສ້າງສັນທາມະຕິແລະຄວາມເຫັດດີເຫັນພ້ອມສູງ, ຄວາມສະຫງົບທາງສັງຄົມ, ພັດທະນາປະເທດຢ່າງຮອບດ້ານ ແລະ ຍືນຍົງ. ແນວໂຮມປະເທດຊາດຕ້ອງ​ສືບ​ຕໍ່​ປະຕິບັດ​ໜ້າ​ທີ່​ເປັນ​ຢ່າງ​ດີ ​ໃນ​ການ​ເປັນ​ປະທານ​ປຶກສາ​ຫາລື ​ແລະ ປະສານ​ສົມທົບ ​ລະຫວ່າງ​ບັນດາ​ອົງການ​ສະມາຊິກ ​ໃນ​ການ​ດຳເນີນ​ການຕິດຕາມກວດກາ ແລະ ວິຈານ​ສັງຄົມ; ເສີມຂະຫຍາຍສຸດຂີດ ສະຕິປັນຍາຂອງນັກວິທະຍາສາດ ແລະ ຜູ້ຊ່ຽວຊານທີ່ມີປະສົບການຫຼາຍ ໃນການສ້າງກົດຫມາຍ, ການວິພາກວິຈານ, ປະກອບຄວາມເຫັນເພື່ອປັບປຸງລະບຽບລະບອບການພັດທະນາ  ປະເທດລະບຽບລະບອບການເສີມຂະຫຍາຍ ຢ່າງແຂງແຮງ ສິດເປັນເຈົ້າຂອງຂອງປະຊາຊົນ, ບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ແລະ ຂອງຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ, ໂດຍສະເພາະແມ່ນ ບັນດາບັນຫາສຳຄັນຂອງຊາດ ທີ່ກ່ຽວຂ້ອງໂດຍກົງກັບ ສິດແລະຜົນປະໂຫຍດທີ່ຊອບດ້ວຍກົດໝາຍ ຂອງມະຫາຊົນ(6). ຊາບຊຶມແລະປະຕິບັດຢ່າງມີປະສິດທິຜົນ ບົດສະຫຼຸບເລກທີ 19-KL/TW, ອອກວັນທີ 14 ຕຸລາ 2021, ຂອງກົມການເມືອງສູນກາງພັກ, “ວ່າດ້ວຍທິດທາງໂຄງການສ້າງກົດໝາຍ ໃນສະໄໝສະພາແຫ່ງຊາດທີ 15” ເຊິ່ງກຳນົດໃຫ້ “ເສີມຂະຫຍາຍບົດບາດຂອງປະຊາຊົນ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ແລະ ບັນດາອົງການສະມາຊິກ ໃນການຍົກສູງຄຸນນະພາບຂອງວຽກງານການວິຈານສັງຄົມ ຕໍ່ຂັ້ນຕອນການສ້າງກົດໝາຍ ແລະ ການຕິດຕາມກວດກາການບັງຄັບໃຊ້ກົດໝາຍ; ໃຫ້ຄວາມສຳຄັນກັບຄວາມກ້າຫານ ແລະ ຈິດສຳນຶກທາງການເມືອງ, ບໍ່ຖືກຊັກຈູງ ຫຼືໄດ້ຮັບອິດທິພົນຈາກພຶດຕິກໍາທີ່ບໍ່ດີ ຂອງອົງການຫຼືບຸກຄົນໃດໆ ໃນຂະບວນການຕິດຕາມກວດກາ ແລະ ວິຈານສັງຄົມ”. 

ຂໍ້ສະເໜີແນະບາງປະການ ເພື່ອຍົກສູງຄຸນນະພາບ ແລະ
ປະສິດທິຜົນການວິຈານສັງຄົມ ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ

ເພື່ອປະຕິບັດທັດສະນະຊີ້ນຳທີ່​ກ່າວ​ມາ​ຂ້າງ​ເທິງ​ຂອງ​ກົມ​ການ​ເມືອງສູນກາງພັກ ແລະ ເພື່ອຮັບປະກັນຄຸນນະພາບ ແລະ ປະສິດທິຜົນ ຂອງການຕິດຕາມກວດກາ ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໃນເວລາຕໍ່ໄປ, ພັກແລະລັດຄວມເອົາໃຈໃສ່ ໃນການປະກາດໃຊ້ ຂໍ້ກຳນົດໃໝ່ທີ່ກ່ຽວຂ້ອງກັບສິດທິ, ຄວາມຮັບຜິດຊອບ ແລະ ໂຄງປະກອບການຈັດຕັ້ງຂອງ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ​ໃຫ້​ເໝາະ​ສົມ​ກັບ​ການ​ພັດທະນາ​ຂອງ​ປະ​ເທດ ​ແລະ ​ໃນ​ໂລກ, ດັ່ງຕໍ່ໄປນີ້:

ທີໜຶ່ງ, ປະກາດ​ໃຊ້​ຍຸດ​ທະ​ສາດ​ມະຫາ​ສາມັກຄີ​​ປວງ​ຊົນ​ທັງ​ຊາດ​ໃນ​ໄລຍະ​ໃໝ່​ ແຫ່ງ​ການ​ປະຕິວັດ​ຫວຽດນາມ(7) ບົນ​ພື້ນຖານ​ການສະ​ຫຼຸບ​ແລະ ປະເມີນຜົນ​ 20 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ເລກທີ 23-NQ/TW, ລົງວັນທີ 12 ມີນາ 2003, ກອງປະຊຸມຄັ້ງທີ 7 ຄະນະບໍລິຫານງານສູນກາງພັກສະໄໝທີ 9, “ວ່າດ້ວຍການເສີມຂະຫຍາຍກຳລັງແຮງແຫ່ງມະຫາ​ສາມັກຄີ​​ປວງ​ຊົນ​ທັງ​ຊາດ ເພື່ອປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມມີຍຸຕິທຳ, ປະຊາທິປະໄຕ ແລະ ອາລະຍະທຳ”. ບັນດາເນື້ອໃນພື້ນຖານທີ່ຕ້ອງສະແດງອອກໃນຍຸດທະສາດນີ້ແມ່ນ ເພື່ອເປັນເອກະພາບທາງດ້ານຄວາມ​ຮັບ​ຮູ້​ຂອງ​ລະບົບ​ການ​ເມືອງ ​ແລະ ສັງຄົມທັງໝົດ ກ່ຽວ​ກັບ​ຄວາມ​ໝາຍ ​ແລະ ຄວາມ​ສຳຄັນ​ຂອງ​ມະຫາ​ສາມັກຄີ​​ປວງ​ຊົນ​ທັງ​ຊາດ; ກຳນົດແຈ້ງຈຸດປະສົງຂອງມະຫາ​ສາມັກຄີ​​ປວງ​ຊົນ​ທັງ​ຊາດ; ອັດຕະພາບ ແລະ ເປົ້າໝາຍແຫ່ງຜົນກະທົບຂອງມະຫາ​ສາມັກຄີ​​ປວງ​ຊົນ​ທັງ​ຊາດ; ວິທີການແລະທິດນຳໃນການປະຕິບັດຍຸດທະສາດ; ມາດຖານວັດແທກລະດັບ ຄຸນນະພາບ ແລະ ສະພາບແວດລ້ອມທີ່ຮັບປະກັນການປະຕິບັດສາມັກຄີປວງຊົນທັງຊາດ; ແຜນນະໂຍບາຍ, ວິທີແກ້ໄຂ ແລະ ເງື່ອນໄຂທີ່ຮັບປະກັນການປະຕິບັດຍຸດທະສາດຢ່າງມີປະສິດທິຜົນ; ບົນພື້ນຖານນັ້ນ, ສ້າງ​ແຜນການ ​ແລະ ອອກ​ແຜນງານທີ່ສອດຄ່ອງກັບ​ເອກະສານ​ຂອງ​ພັກ ​ແລະ ລັດ ​ເພື່ອ​ປະຕິບັດ​ແຕ່​ລະ​ເນື້ອ​ໃນ​ສະ​ເພາະ​ຂອງ​ຍຸດ​ທະ​ສາດ.

ທີສອງ, ກົມການເມືອງສູນກາງພັກປະກາດ​ໃຊ້​ຄຳສັ່ງກ່ຽວກັບການເພີ່ມທະວີການນຳພາຂອງພັກ ຕໍ່ວຽກງານການຕິດຕາມກວດກາ ແລະ ວິຈານສັງຄົມ ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ, ເພື່ອໃຫ້ວຽກງານຕິດຕາມກວດກາແລະວິຈານສັງຄົມ ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ບັນລຸປະສິດທິຜົນແທດຈິງ, ຮັບປະກັນປະຊາທິປະໄຕ, ຍຸຕິທຳ ແລະ ຄວາມເຫັນດີເຫັນພ້ອມໃນສັງຄົມ ເພື່ອຕອບສະໜອງຄວາມຕ້ອງການຂອງການກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມ.

ທີສາມ, ໃນໄລຍະເວລາຂອງສະພາແຫ່ງຊາດຊຸດທີ 15 ແລະຮອດປີ 2030, ສຸມ​ໃສ່​ກໍ່ສ້າງ​ລະບຽບລະບອບ​ ເພື່ອ​ຮັບປະກັນ​ການ​ເຄື່ອນ​ໄຫວ​ວິຈານ​ສັງຄົມ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ໄດ້ດີ​ທີ່​ສຸດ; ຕາມນັ້ນ, ຄວນ​ໃຫ້​ບຸລິມະສິດ​ສຸມ​ໃສ່​ປັບປຸງ ​ແລະ ​ເພີ່ມ​ເຕີມ​ກົດໝາຍ​ວ່າ​ດ້ວຍ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ​ແລະ ປະກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ການ​ເຄື່ອນ​ໄຫວຕິດຕາມ​ກວດກາຂອງ​ປະຊາຊົນ, ກົດໝາຍວ່າດ້ວຍການປະຕິບັດປະຊາທິປະໄຕຢູ່ຮາກຖານ, ກົດໝາຍວ່າດ້ວຍກົນໄກປົກປ້ອງລັດຖະທຳມະນູນ, ກົດໝາຍວ່າດ້ວຍການປົກຄອງຕົນເອງຂອງຊຸມຊົນທີ່ຢູ່ອາໄສ, ກົດໝາຍວ່າດ້ວຍສະມາຄົມ ແລະອື່ນໆ ສອດຄ່ອງກັບລັດຖະທຳມະນູນປີ 2013. 

ທີສີ່, ພັກແລະລັດຊີ້ນຳບັນດາອົງການທີ່ມີອຳນາດໃນການຄົ້ນຄວ້າ, ສະເໜີໃຫ້ສະພາແຫ່ງຊາດຊຸດທີ 17 ແກ້ໄຂແລະເພີ່ມເຕີມລັດຖະທຳມະນູນປີ 2013. ບົນພື້ນຖານຂອງລັດຖະທຳມະນູນທີ່ແກ້ໄຂແລະເພີ່ມເຕີມລັດຖະທຳມະນູນປີ 2013, ປະກາດໃຊ້ບັນດາກົດໝາຍກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົງຈັກແຫ່ງລັດ ແລະ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ, ເພື່ອກຳນົດຄວາມຮັບຜິດຊອບ ແລະ ກົນໄກປະສານງານລະຫວ່າງຝ່າຍຕ່າງໆ ໃນວຽກງານການສ້າງ ແລະ ປັບປຸງລະບົບກົດໝາຍ ໃຫ້ສົມບູນ - ຂັ້ນຕອນບຸກທະລຸທຳອິດ ໃນການພັດທະນາປະເທດ; ໃນວຽກງານຈັດຕັ້ງພະນັກງານ ເພື່ອກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດເວົ້າລວມ, ຊັບພະຍາກອນບຸກຄົນຂອງລະບົບການເມືອງເວົ້າສະເພາະ - ຂັ້ນຕອນບຸກທະລຸທີ່ສອງ ໃນການພັດທະນາປະເທດ; ໃນວຽກງານກໍ່ສ້າງພັກ, ລັດ ແລະ ລະບົບການເມືອງ - ຂັ້ນຕອນຕັດສິນຄວາມສຳເລັດ ສຳລັບການດຳເນີນງານທີ່ເຂົ້າແກັບເຂົ້າເກຍ ແລະ ມີປະສິດິຜົນ ຂອງກົນໄກພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າຂອງ”.

ທີຫ້າເພື່ອຊຸກຍູ້ການຜັນຂະຫຍາຍ​ປະຕິບັດ​ຮູບ​ແບບ​ໂດຍລວມ ຂອງ​ລະບົບ​ການ​ເມືອງ​ຢູ່​ຫວຽດນາມ(8), ​ລັດຖະບານ​ສູນ​ກາງ​ຄວນ​ຊີ້​ນຳ​ການ​ຄົ້ນຄວ້າ​ຢ່າງເປັນລະບົບ​ແລະ​ເລິກ​ເຊິ່ງໂດຍໄວ ​ແລະ ສະ​ເໜີ​ຮູບ​ແບບ​ການຈັດ​ຕັ້ງ​ລະບົບ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ທີ່ເປັນ​ເອກະ​ພາບ ​ແລະ ລຸລ່ວງ ແຕ່​ສູນ​ກາງ​ເຖິງ​ຂັ້ນ​ຮາກ​ຖານ; ສ້າງມາດຕະຖານ ແລະ ຍົກສູງຄຸນນະພາບຂອງຖັນແຖວພະນັກງານ ໃນລະບົບແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມທັງໝົດ ເພື່ອຕອບສະໜອງຄວາມຕ້ອງການຂອງໜ້າທີ່ໃນສະພາບການໃໝ່ (9). ໃນສະເພາະໜ້າ, ຊີ້ນຳການສະຫຼຸບແລະປະເມີນຜົນ ການປະຕິບັດການທົດລອງຮູບແບບ: ​ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນເປັນທັງປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ໃນຂັ້ນ​ແຂວງ ​ແລະ ​ເມືອງ; ສະຫຼຸບເບື້ອງຕົ້ນ 3 ປີແຫ່ງການຈັດຕັ້ງປະຕິບັດ ກົດລະບຽບເລກທີ 212-QD/TW, ລົງວັນທີ 30 ທັນວາ 2019, ຂອງຄະນະເລຂາທິການສູນກາງ, “ວ່າດ້ວຍພາລະບັດບາດ, ໜ້າທີ່, ການຈັດຕັ້ງກົງຈັກ, ການບັນຈຸພະນັກງານ ຂອງອົງການສະເພາະ ຂອງຄະນະກຳມະການແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ແລະ ບັນດາອົງການຈັດຕັ້ງການເມືອງ-ສັງຄົມ ຂັ້ນແຂວງ ແລະ ເມືອງ”./.

---------------------

(1), (2) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ໜ້າ 171, 246.

(3) ເຊັ່ນ: ໂຄງການກົດໝາຍວ່າດ້ວຍຄວາມເຊື່ອຖື ແລະ ສາສະໜາ; ໂຄງການກົດໝາຍວ່າດ້ວຍສະມາຄົນ; ໂຄງການກົດໝາຍວ່າດ້ວຍການແກ້ໄຂແລະເພີ່ມເຕີມບາງມາດຕາຂອງປະມວນກົດໝາຍອາຍາ; ໂຄງການກົດໝາຍວ່າດ້ວຍການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍຫົວໜ່ວຍບໍລິຫານ​ - ເສດຖະກິດ​ພິ​ເສດ ເວີນໂດ່ນ, ເວີນຟອງເໜືອ, ຝູ ກວັກ; ໂຄງການກົດໝາຍວ່າດ້ວຍການສຶກສາ (ສະບັບປັບປຸງ); ໂຄງການຝຶກອົບຮົມລະດັບບັນດິດສຶກສາ ແລະ ພັດທະນາຜູ້ມີຄວາມສາມາດພິເສດ; ຮ່າງ​ໂຄງການ​ສຶກສາ​ສາມັນທົ່ວ​ໄປ​ຂອງ​ກະຊວງ​ສຶກສາ ​ແລະ ຝຶກອົບຮົມ; ຮ່າງປະມວນກົດໝາຍແຮງງານ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການແກ້ໄຂ ແລະເພີ່ມເຕີມບາງມາດຕາ ຂອງກົດໝາຍວ່າດ້ວຍການປະກາດໃຊ້ເອກະສານກົດໝາຍປີ 2015; ຮ່າງ​ແຜນ​ຮ່າງຊຸດ​ມາດຕະ​ຖານ​ສຳລັບ​ເມືອງ​ອາ​ລະ​ຍະ​ທຳ; ຮ່າງ​ລັດຖະບັນຍັດ​ວ່າ​ດ້ວຍ​ການຕອບແທນພິເສດແກ່​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ (ສະບັບປັບປຸງ); ຮ່າງ​ດຳລັດ​ຂອງ​ລັດຖະບານກຳນົດບາງມາດຕາ ແລະ ​ມາດ​ຕະການ ໃນການ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ຄວາມ​ເຊື່ອ​ຖື ​ແລະ ສາສະໜາ ແລະອື່ນໆ.

(4) ສະພາແຫ່ງຊາດຊຸດທີ 14 ໄດ້ເພີ່ມເຕີມຢ່າງເປັນທາງການ ການເຄື່ອນໄຫວວິຈານສັງຄົມຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ເຂົ້າໃນມາດຕາ 6, ກົດໝາຍວ່າດ້ວຍການແກ້ໄຂແລະເພີ່ມເຕີມບາງມາດຕາ ຂອງກົດໝາຍວ່າດ້ວຍການປະກາດໃຊ້ເອກະສານກົດໝາຍ.

(5) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 190.

(6) ຫງວຽນ ຝູຈ້ອງ: “ເສີມຂະຫຍາຍມູນເຊື້ອມະຫາສາມະຄີ, ລະດົມກຳລັງແຮງຂອງທົ່ວທັງຊາດ, ມານະພະຍາຍາມສູ້ຊົນປະຕິບັດມະຕິ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ພັກໃຫ້ປະສົບຄວາມ​ສຳ​ເລັດຢ່າງຮອບດ້ານ”, ວັນທີ 16 ສິງຫາ 2021, http://mattran.org.vn/tin-tuc/tong-bi-thu-nguyen-phu-trong-phat-huy-truyen-thong-dai-doan-ket-huy-dong-suc-manh-cua-toan-dan-toc-no-luc-phan-dau-thuc-hien-thang-loi-toan-dien-nghi-quyet-dai-hoi-toan-quoc-lan-thu-xiii-cua-dang-39318.html

(7) ຄະນະພັກ ຄະນະກຳມະການສູນກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຍື່ນ​ສະ​ເໜີ ​ຕໍ່​ ຄະ​ນະ​ບໍລິຫານງານ​ສູນ​ກາງ​ຊຸດ​ທີ 13 ເພື່ອ​ພິ​ຈາ​ລະ​ນາ ແລະ ເພີ່ມເຕີມ​ການ​ປະ​ກາດ​ໃຊ້​ມະ​ຕິສະເພາະ ​ກ່ຽວ​ກັບ​ຍຸດ​ທະ​ສາດ​ມະຫາສາ​ມັກ​ຄີ​ແຫ່ງ​ຊາດ ​ເຂົ້າ​ໃນ​ໂຄງ​ການ​ເຮັດ​ວຽກເຕັມວາລະ, ຫຼື​ໃນ​ເວ​ລາ​ທີ່​ເໝາະ​ສົມ.

(8) ສະພາທິດສະດີສູນກາງກຳລັງຜັນຂະຫຍາຍການຄົ້ນຄວ້າກ່ຽວກັບຮູບແບບການຈັດຕັ້ງທົ່ວໄປຂອງລະບົບການເມືອງຫວຽດນາມທີ່ສອດຄ່ອງກັບຄວາມຕ້ອງການ ແລະ ເງື່ອນໄຂຕົວຈິງໃນໄລຍະໃໝ່”.

(9) ຄະນະຈັດຕັ້ງສູນກາງກຳລັງເປັນ​ປະ​ທານ​ໃນ​ການ​ພັດ​ທະ​ນາ​ ໂຄງຮ່າງກອບ​ລາຍ​ຊື່​ຕໍາ​ແໜ່ງ​​ງານ​ໃນ​ລະ​ບົບ​ການ​ເມືອງ.

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 997 (ເດືອນກັນຍາ 2022)