ຍົກສູງຄວາມສາມາດໃນການຄາດຄະເນແລະວິໄສທັດຍຸດທະສາດ
ຂອງຖັນແຖວພະນັກງານ ເພື່ອຕອບສະໜອງຄວາມຕ້ອງການ
ແລະ ໜ້າທີ່ໃນໄລຍະປະຈຸບັນ

ໂດຍ ປອ ລ້າຍ ຊວັນ ໂມນ
ກຳມະການສູນກາງພັກ, ຮອງຫົວໜ້າຜູ້ປະຈຳການ ຄະນະໂຄສະນາອົບຮົມສູນກາງ
09:08, 26-02-2023
ວກ. - ການຍົກສູງຄວາມສາມາດໃນການຄາດຄະເນ ແລະ ວິໄສທັດຍຸດທະສາດ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການ​​ສຳຄັນທີ່ສຸດ ສຳລັບຖັນແຖວ​ພະນັກງານ​ຂອງ​ປະ​ເທດ​ໃນ​ໄລຍະ​ປະຈຸ​ບັນ. ຄວາມ​ສາ​ມາດ​ໃນການ​ໃຫ້​ຄໍາ​ແນະ​ນໍາ​ ແລະການ​ຄາດ​ຄະ​ເນ​ຢ່າງຖືກ​ຕ້ອງ​ແລະຊັດເຈນ ​ຂອງຖັນແຖວພະນັກງານ​ ​ຈະ​ປະກອບສ່ວນ​ຊ່ວຍ​ໃຫ້​ພັກ​ຕັດສິນ​ໃຈ​ຢ່າງ​ຖືກຕ້ອງ, ນຳ​ໃຊ້ບັນດາປັດ​ໄຈທີ່ເປັນປະໂຫຍດຢ່າງມີປະສິດທິພາບສູງສຸດ, ຊຸກຍູ້​ການ​ພັດທະນາ​ເສດຖະກິດ-ສັງຄົມ​, ປະຕິບັດ​ໜ້າ​ທີ່​ກໍ່ສ້າງ ​ແລະ ປົກປັກຮັກສາ​ປະ​ເທດຫວຽດນາມ​ສັງຄົມ​ນິຍົມ​ ຢ່າງ​ສຳ​ເລັດ​ຜົນ​ ໃນ​ໄລ​ຍະ​ໃໝ່.

ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ເວືອງ ດິ່ງ ເຫ້ວ ກວດກາການກໍ່ສ້າງຊຸດປະມູນໂຄງການທາງດ່ວນແຫ່ງຊາດ ເບ໋ນລຶກ - ລອງແທັ່ງ _ພາບ: TTXVN

ບົດບາດສຳຄັນຂອງວຽກງານການຄາດຄະເນຍຸດທະສາດ ແລະ
ຄວາມຮຽກຮ້ອງຕ້ອງການໃໝ່ ສຳລັບຖັນແຖວພະນັກງານ ໃນໄລຍະປະຈຸບັນ

ພັກກອມມູນິດຫວຽດນາມເອົາໃຈໃສ່ທີ່ສຸດເຖິງວຽກງານການຄາດຄະເນຍຸດທະສາດ. ພາລະກິດປະຕິວັດຂອງຊາດຫວຽດນາມພາຍໃຕ້ການນຳພາຂອງພັກໄດ້ພິສູດຢ່າງຈະແຈ້ງວ່າ, ບັນດາຜົນສຳເລັດ​ໃນ​ການ​ນຳພາ ​ແລະ ຊີ້​ນຳ​ການ​ປະຕິວັດ ນຳໄປສູ່ໄຊຊະນະ​ອັນ​ຍິ່ງໃຫຍ່ ​ໃນການ​ປົດ​ປ່ອຍ​ປະເທດຊາດ, ປົກ​ປັກ​ຮັກສາໝາກ​ຜົນຂອງ​ການ​ປະຕິວັດ ​ແລະ ການສ້າງສາ​ປະ​ເທດ, ໂດຍສະເພາະ​ໃນ​ໄລຍະ​ການປ່ຽນແປງໃໝ່ນັ້ນ, ​ມີສ່ວນປະກອບທີ່ສຳຄັນຂອງວຽກງານການຄາດຄະເນ​ຍຸດ​ທະ​ສາດ.

ວຽກງານການຄາດຄະເນ​ຍຸດ​ທະ​ສາດແມ່ນໜຶ່ງໃນບັນດາໜ້າທີ່ພິເສດ ຂອງວຽກງານການກໍ່ສ້າງພັກ. ຜົນຂອງວຽກງານການຄາດຄະເນຍຸດທະສາດສະແດງເຖິງຄວາມສາມາດ, ຈິນຕະນາການ​ຄາດ​ຄະ​ເນ​ ແລະ ວິໄສທັດຍຸດທະສາດຂອງພັກ. ຈຸດປະສົງຂອງວຽກງານນີ້ແມ່ນຄົ້ນຄວ້າ, ປະເມີນ ແລະ ພະຍາກອນ ການປ່ຽນແປງ ແລະ ຄວາມຕ້ອງການພັດທະນາ ຂອງພຶດຕິກຳແຕ່ຕົ້ນ ຈາກໄລຍະໄກ; ຈາກ​ນັ້ນ, ການເປັນເຈົ້າການໃນການ​ປ້ອງ​ກັນ, ຕໍ່ສູ້, ຍູ້ຖອຍ ແລະ ກຳຈັດ​ຄວາມ​ສ່ຽງ, ​ເພີ່ມ​​ບັນດາ​ປັດ​ໄຈ​ທີ່ເປັນ​ປະ​ໂຫຍ​ດ. ຜົນ​ການ​ຄາດ​ຄະ​ເນ​ເປັນຮາກ​ຖານ​, ພື້ນ​ຖານ​ວິ​ທະ​ຍາ​ສາດ ​ແລະ ​ທິດ​ສະ​ດີ​, ​ສະໜອງ​ລະບົບຂໍ້ຄິດ​ທີ່​ສຳຄັນ ​ເພື່ອ​ໃຫ້​ພັກວາງ​ກຳນົດແນວ​ທາງ, ແຜນນະ​ໂຍບາຍ​ ໃນ​ການ​ນຳພາ​ກໍ່ສ້າງ ​ແລະ ພັດທະນາ​ປະ​ເທດ ຕາມ​ທິດ​ທາງ​ທີ່​ຖືກຕ້ອງ, ບັນລຸ​ປະສິດທິ​ຜົນ ​ແລະ ຄາດໝາຍ​ທີ່​ໄດ້​ວາງ​ອອກ​ໃນ​ແຕ່ລະ​ໄລຍະ​ກອງ​ປະຊຸມໃຫຍ່.

ກຸນ​ແຈ​ແຫ່ງ​ຄວາມສຳ​ເລັດ​ຂອງ​ການ​ປະຕິວັດ​ແມ່ນ​ການ​ກໍ່ສ້າງ​ຖັນ​ແຖວ​ພະນັກງານ, ໂດຍສະເພາະແມ່ນພະນັກງານລະດັບຍຸດທະສາດ ທີ່ມີຄວາມສາມາດ, ມີຄຸນວຸດທິ, ສາມາດວິເຄາະ ແລະ ຄາດຄະເນບັນຫາທີ່ເກີດຂຶ້ນ, ບັນດາປັດໄຈທີ່ເປັນຜົນກະທົບ, ເຂົ້າໃຈກຳໄດ້ເປົ້າໝາຍຂອງແນວທາງ, ແຜນນະໂຍບາຍ ແລະ ທິດທາງນະໂຍບາຍ ເພື່ອຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນເລື້ອຍໆ ຂອງພາລະກິດການປະຕິວັດ.  ຄວາມ​ສາມາດ​ຂອງ​ພະນັກງານ​ໃນ​ການ​ຄາດ​ຄະ​ເນ​ຢ່າງ​ຖືກຕ້ອງ​ແລະຊັດເຈນ ຈະປະກອບສ່ວນຊ່ວຍໃຫ້ພັກ​ຕັດສິນ​ໃຈ​​ຖືກຕ້ອງ ​ແລະ ເໝາະ​ສົມ; ໃນທາງກົງກັນຂ້າມ, ຖ້າການຄາດຄະເນຜິດພາດທາງດ້ານຍຸດທະສາດ, ຜົນສະທ້ອນຈະຮ້າຍແຮງຫຼາຍ.

ຜ່ານ 35 ປີ​ແຫ່ງ​ການ​ປະຕິບັດແນວທາງ​ປ່ຽນແປງ​ໃໝ່, ຫວຽດນາມໄດ້ບັນລຸ​ຜົນສຳເລັດ​ອັນ​ໃຫຍ່​ຫຼວງ ​ທີ່​ມີ​ຄວາມ​ໝາຍ​ປະຫວັດສາດ ດ້ວຍ​ທ່າ​ແຮງ, ຖານະທີ່​ຕັ້ງ ແລະ ກຽດ​ສັກ​ສີ​ສາກົນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ນີ້​ແມ່ນ​ຮາກຖານ ​ແລະ ​ແຮງຜັກດັນທີ່​ສຳຄັນ​ ເພື່ອ​ໃຫ້​ປະ​ເທດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ ​ແລະ ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ໝັ້ນຄົງ​ໃນ​ຊຸມ​ປີ​ຕໍ່ໄປ.

ລາຍງານການເມືອງຢູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມໄດ້ຕີປະເມີນ ແລະ ຢືນຢັນວ່າ: “ຄວາມສາມາດໃນການຄາດຄະເນ, ການກຳນົດແນວທາງ ແຜນນະໂຍບາຍຂອງພັກ ໄດ້ຮັບການຍົກສູງຂຶ້ນຢ່າງຈະແຈ້ງ... ກົມການເມືອງ, ຄະນະເລຂາທິການສູນກາງພັກໄດ້ປະກາດໃຊ້ ເອກະສານກ່ຽວກັບວຽກງານການກໍ່ສ້າງພັກ ແລະ ລະບົບການເມືອງ ຫຼາຍສະບັບ, ໃນນັ້ນມີບັນດາແຜນນະໂຍບາຍ, ມະຕິ ເພື່ອນຳພາປະຕິບັດບັນດາໜ້າທີ່ໃໝ່ທີ່ສຳຄັນ. ການ​ປະກາດ​ໃຊ້​ລະບົບ​ເອກະສານໂດຍ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຢ່າງ​ທັນ​ການ ​ແລະ ຄົບຊຸດໃນ​ທຸກ​ຂົງ​ເຂດ​ ​ໄດ້​ສ້າງ​ພື້ນຖານ​ການ​ເມືອງ​ທີ່​ສຳຄັນ​ ເພື່ອ​ຊຸກຍູ້​ວຽກງານການ​ກໍ່ສ້າງ ​ແລະ ປັບປຸງ​ພັກ; ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ; ເພີ່ມທະວີ​ຄວາມ​ສາມາດ​ບົ່ມ​ຊ້ອນ​​ດ້ານ​ປ້ອງ​ກັນ​ປະ​ເທດ ​ແລະ ຄວາມ​ໝັ້ນຄົງ; ເປັນເຈົ້າການ ແລະ ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ໂລກ​ໃນ​ສະພາບ​ການ​ໃໝ່(1).

ຢ່າງໃດກໍຕາມ, ການ​ພັດທະນາ​ເສດຖະກິດ-ສັງຄົມ​ຍັງ​ບໍ່​ທັນ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ຄວາມ​ໄດ້​ປຽບ​ຂອງ​ປະ​ເທດ. ​ເສດຖະກິດ​ຍັງ​ບໍ່​ທັນ​ພັດທະນາ​ແບບ​ຍືນ​ຍົງ, ຍັງມີ​ຂໍ້​ຈຳກັດ ​ແລະ ຈຸດອ່ອນ​ຫຼາຍ​ຢ່າງ. ການຫັນແຜນນະໂຍບາຍແລະມະຕິຂອງພັກຈຳນວນໜຶ່ງ ເປັນນິຕິກຳ ເປັນຮຸບປະທຳ ໃນກົດໝາຍຂອງລັດນັ້ນ ຍັງບໍ່ພຽງພໍແລະທັນການ​. ການປະກາດໃຊ້ມະຕິຂອງຄະນະພັກ ແລະ ອົງການຈັດຕັ້ງພັກຈຳນວນ​ໜຶ່ງ​ ​ບໍ່​ໃກ້​ກັບ​ຄວາມ​ເປັນ​ຈິງ, ຂາດຄວາມເປັນໄປໄດ້; ວຽກງານການນຳພາ, ຊີ້ນຳ, ຈັດຕັ້ງປະຕິບັດມະຕິຈຳນວນໜຶ່ງບໍ່ເຂັ້ມງວດ, ປະສິດທິຜົນຕ່ຳ, ບໍ່ເປັນໄປຕາມຄວາມຕ້ອງການທີ່ວາງໄວ້. ວຽກງານສະຫຼຸບສັງລວມພຶດຕິກຳ ແລະ ການຄົ້ນຄວ້າທິດສະດີ ບໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່,​ ຂາດຄວາມຄົບຊຸດ, ບໍ່ໄດ້ຕາມຄວາມຄາດໝາຍ. ວຽກງານການກຳສະພາບການ, ຄາດຄະເນຍຸດທະສາດ ກ່ຽວກັບການປ້ອງກັນປະເທດ ແລະ ຄວາມໝັ້ນຄົງ ບາງຄັ້ງກໍ່ບໍ່ເປັນເຈົ້າການ. ເພາະສະນັ້ນ, ບົດຮຽນອັນເລິກເຊິ່ງທີ່ໄດ້ຮັບຈາກກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກແມ່ນ, ຕ້ອງເປັນເຈົ້າການໃນການຄົ້ນຄວ້າ, ເກັບກຳສະພາບການ, ຄາດຄະເນສະພາບການຢ່າງຖືກຕ້ອງ, ບໍ່ຖືກຕົກໃນທ່າຮັບ, ຖືກບັງເອີນ.

ຄວາມເປັນຈິງໃຫ້ເຫັນວ່າ, ກຳລັງຄວາມສາມາດຄາດຄະເນຂອງພະນັກງານຈຳນວນໜຶ່ງໃນທຸກຂັ້ນ ຍັງຈຳກັດດ້ານຄຸນສົມບັດ, ຄັບແຄບດ້ານວິໄສທັດ, ອະນຸລັກນິຍົມ, ຄຳພີຕາຍຕົວ, ໜັກໃນປະສົບການນິຍົມ; ຂາດຄວາມຄິດສ້າງສັນ, ຂາດຄວາມອ່ອນໄຫວຕໍ່ຍຸກສະໄໝແລະຕໍ່ສິ່ງໃໝ່ໆ, ພິເສດແມ່ນ ຍັງໜັກໃນຄວາມຄິດສັ້ນພຽງໄລຍະ, ບໍ່ເຂົ້າໃຈກົດເກນພາວະວິໄສ, ນໍາໄປສູ່ການໃຫ້ຄໍາແນະນໍາໃນການປະກາດໃຊ້ແຜນນະໂຍບາຍແລະມະຕິ ເມື່ອຍັງບໍ່ທັນຕີລາຄາປັດໄຈພາວະວິໄສ ແລະ ອັດຕະວິໄສຢ່າງຄົບຖ້ວນ; ດັງນັ້ນ, ຈຶງບໍ່ໃກ້ຊິດແທດເໝາະ, ຂາດຄວາມເປັນໄປໄດ້, ບໍ່ຕອບສະໜອງໄດ້ກັບຄວາມຕ້ອງການຂອງຄວາມເປັນຈິງທີ່ອຸດົມສົມບູນ ແລະ ມີຊີວິດຊີວາ.

ຂໍ້ຈຳກັດເຫຼົ່ານີ້ມີຫຼາຍສາເຫດ, ທັງສາເຫດພາວະວິໄສແລະອັດຕະວິໄສດ້ານໜຶ່ງ, ກິດຈະການກໍ່ສ້າງປະເທດຕາມເສັ້ນທາງສັງຄົມນິຍົມແມ່ນພາລະກິດປະຕິວັດທີ່ຍາວນານ ແລະ ຫຍຸ້ງຍາກ. ກິດຈະການປ່ຽນແປງໃໝ່ຍິ່ງເຂົ້າສູ່ລວງເລິກ ກໍ່ຈະມີບັນຫາໃໝ່ເກີດຂຶ້ນຫຼາຍ ທັງທາງທິດສະດີແລະທາງພຶດຕິກຳ, ເຊິ່ງບໍ່ສາມາດແກ້ໄຂໄດ້ໃນ ມື້ໜຶ່ງ ຍາມດຽວ”. ໃນຂະນະນັ້ນ, ຖັນແຖວພະນັກງານຂອງປະເທດເຮົາສ່ວນໃຫຍ່ໄດ້ຮັບອິດທິພົນຈາກປະເທດຜະລິດກະສິກໍາ, ຖືກຜົນກະທົບຢ່າງໜັກຈາກຜົນຮ້າຍຂອງສົງຄາມ, ໂດຍຈິນຕະນາເສດຖະກິດແບບລວມສູນ, ອາດຍາສິດ, ເກື້ອກູນ...; ອີກດ້ານໜຶ່ງ, ພະນັກງານສ່ວນໜຶ່ງບໍ່ມີຄວາມຮູ້ກ່ຽວກັບຈິນຕະນາຍຸດທະສາດທີ່ແທ້ຈິງ; ການປັບປຸງຄວາມຮູ້ທາງດ້ານວິທະຍາສາດ-ເຕັກໂນໂລຊີ ແລະ ເຕັກນິກ, ການຍົກສູງລະດັບວິຊາສະເພາະ ວິຊາຊີບຂອງພະນັກງານ ບໍ່ໄດ້ທັນ ແລະ ບໍ່ຕອບສະໜອງໄດ້ກັບການພັດທະນາຢ່າງວ່ອງໄວຂອງທ່າອ່ຽງຂອງຍຸກສະໄໝ. ພ້ອມກັນນັ້ນ, ວຽກງານສະຫຼຸບສັງລວມພຶດຕິກຳ ແລະ ການຄົ້ນຄວ້າທິດສະດີ ຍັງມີຂໍ້ບົກພ່ອງຫຼາຍປະການ. 

ເພື່ອຕອບສະໜອງຄວາມຕ້ອງການ ແລະ ໜ້າທີ່ການປະຕິວັດທີ່ນັບມື້ນັບສູງຂຶ້ນ ແລະ ສັບສົນກວ່າອີກໃນສະພາບການໃໝ່, ບັນຫາຮີບດ່ວນທີ່ວາງອອກມາໃນປະຈຸບັນແມ່ນ ຕ້ອງສ້າງຖັນແຖວພະນັກງານທຸກລະດັບທີ່ມີຄຸນສົມບັດ, ຄວາມສາມາດ ແລະ ມີຊື່ສຽງ, ໂດຍສະເພາະແມ່ນພະນັກງານລະດັບຍຸດທະສາດ, ຖັນແຖວຜູ້ເຮັດວຽກສະຫຼຸບສັງລວມພຶດຕິກຳ, ຄົ້ນຄວ້າທິດສະດີ, ວຽກງານສະຖິຕິ ແລະ ການວິເຄາະ. ຖັນແຖວພະນັກງານນີ້ ຕ້ອງມີຄວາມສາມາດຄາດຄະເນ, ພະຍາກອນຢ່າງຖືກຕ້ອງ ແລະ ຮັບມືຢ່າງອ່ອນໄຫວຕໍ່ສິ່ງທ້າທາຍ, ຕໍ່ການຜັນປ່ຽນທີ່ໄວແລະຄາດເດົາຍາກ ຂອງສະສານະການໂລກ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກຮຽກຮ້ອງໃຫ້:ຍົກສູງຄວາມກ້າຫານແລະຄວາມສາມາດ ໃນການຄາດຄະເນ ແລະ ຄຸນນະພາບຂອງວຽກງານວາງກຳນົດແນວທາງ ແລະ ນະໂຍບາຍ ໃຫ້ສອດຄ່ອງກັບຄວາມເປັນຈິງ ຂອງຫວຽດນາມ ແລະ ທ່າອຽງການພັດທະນາໃນຍຸກສະໄໝ(2). ການຍົກສູງຄວາມສາມາດໃນການຄາດຄະເນຍຸດທະສາດ ຈະເພີ່ມທະວີຄວາມສາມາດນຳພາຂອງພັກ, ປະກອບສ່ວນເຮັດໃຫ້ປະເທດຮັກສາຄວາມເປັນເຈົ້າການຍຸດທະສາດ, ບໍ່ຖືກຕົກໃນທ່າຮັບ, ຖືກບັງເອີນໃນທຸກສະຖານະການ. 

ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກໄດ້ຢືນຢັນອີດເທື່ອໜຶ່ງວ່າ: “ພັກນຳພາລັດດ້ວຍໂຄງການການເມືອງ, ຍຸດທະສາດ, ບັນດາແຜນນະໂຍບາຍ, ນະໂຍບາຍທີ່ສຳຄັນ, ດ້ວຍວຽກງານການຈັດຕັ້ງ ພະນັກງານ, ດ້ວຍການກວດກາ, ຕິດຕາມກວດກາ; ນຳພາດ້ວຍການຫັນບັນດາທັດສະນະ ແນວທາງ ແຜນນະໂຍບາຍຂອງພັກ ເປັນນິຕິກຳ ເປັນນະໂຍບາຍ ກົດໝາຍ; ນຳພາການກໍ່ສ້າງອົງການຈັດຕັ້ງກົງຈັກ, ຖັນແຖວພະນັກງານ ລັດຖະກອນ ທີ່ມີຄຸນສົມບັດ ຄວາມສາມາດ ແລະ ກຽດຊື່ສຽງຢ່າງພຽງພໍ, ທຽບເທົ່າລະດັບຂອງການງານ; ນຳພາການຈັດຕັ້ງປະຕິບັດບັນດາແຜນນະໂຍບາຍ ນະໂຍບາຍ ລັດຖະທຳມະນູນ ແລະ ກົດໝາຍ ຢ່າງມີປະສິດທິຜົນ; ໃຫ້ຄວາມສຳຄັນເຖິງການນຳພາການປ່ຽນແປງໃໝ່, ຍົກສູງຄຸນນະພາບຂອງການສ້າງກົດໝາຍ, ການປະຕິຮູບ​ດ້ານ​ບໍລິຫານ ແລະ ການປະຕິຮູບດ້ານຕຸລາການ(3).

ຕາມນັ້ນ, ເພື່ອຍົກສູງຄວາມສາມາດນຳພາແລະກຳອຳນາດຂອງພັກ ຕ້ອງໃຫ້ຄວາມສຳຄັນເຖິງການສືບຕໍ່ປ່ຽນແປງໃໝ່ແລະຍົກສູງຄຸນນະພາບ ຂອງວຽກງານວາງກຳນົດແນວທາງ ແຜນນະໂຍບາຍຂອງພັກ ເພື່ອຕອບສະໜອງຄວາມຕ້ອງການພັດທະນາປະເທດ ໃນສະຖານະການໃໝ່. ເອົາໃຈໃສ່ເປັນສຳຄັນ ເຖິງການຍົກສູງຄວາມສາມາດຄາດຄະເນ ແລະ ຮັບມືກັບບັນດາສິ່ງທ້າທາຍ ແລະ ການຜັນປ່ຽນຢ່າງໄວແລະຄາດເດົາຍາກ ຂອງສະຖານະການ. ເມື່ອວາງກຳນົດແນວທາງ, ແຜນນະໂຍບາຍ, ວິທີການແກ້ໄຂນັ້ນ ຕ້ອງໃກ້ຊິດແລະເລີ່ມຈາກສະພາບຄວາມເປັນຈິງ, ປະເມີນຜົນກະທົບ, ປັບການສົມດຸນ, ຈັດວາງຊັບພະຍາກອນ ແລະ ຈັດຕັ້ງການປະຕິບັດ ຢ່າງມີປະສິດທິຜົນ. ຍົກສູງຄວາມສາມາດໃນການຫັນເປັນນິຕິກຳ, ຫັນເປັນຮູບປະທຳ ແລະ ຈັດຕັ້ງປະຕິບັດບັນດາແຜນນະໂຍບາຍ ແລະ ມະຕິຂອງພັກ(4).

ການຍົກສູງຄຸນນະພາບວຽກງານຄາດຄະເນ ແລະ ວິໄສທັດຍຸດທະສາດ ຕ້ອງຮັບປະກັນສອງປັດໄຈ: 1- ລັກສະນະພາວະວິໄສ ແລະ ຄວາມຖືກຕ້ອງ ບົນພື້ນຖານຂອງວິທີການວິທະຍາສາດແລະເຊື່ອຖືໄດ້; ຄາດຄະເນຢ່າງເຕັມສ່ວນທັງສອງດ້ານ ພ້ອມແລະທວນ, ຂໍ້ດີແລະຂໍ້ເສຍ, ຄວາມສະດວກແລະຄວາມສ່ຽງ, ກາລະໂອກາດ, ໂອກາດແລະໄພຂົ່ມຂູ່, ສິ່ງທ້າທາຍ. ການຄາດຄະເນຍິ່ງໃກ້ແລະຊັດເຈນ, ມູນຄ່າຂອງການຄາດຄະເນຍິ່ງສູງ; 2- ຕ້ອງຕິດຕາມໃຫ້ທັນຄວາມເປັນຈິງ, ການເວລາ, ຄວາມຮຽກຮ້ອງຕ້ອງການແລະໜ້າທີ່ ການປະຕິວັດ; ຜົນການຄາດຄະເນຕ້ອງມີວິໄສທັດກວ້າງໄກ ແລະໄລຍະຍາວ, ມີຜົນກະທົບທາງບວກຕໍ່ບັນດາບັນຫາພື້ນຖານ ຂອງການປະຕິວັດ, ຮັບປະກັນຜົນປະໂຫຍດຂອງຊາດ-ປະເທດຊາດ ແລະ ຕ້ອງມີທິດທາງເປົ້າໝາຍທີ່ຊັດເຈນ.   

ບົນພື້ນຖານຄວາມຕ້ອງການຂອງພຶດຕິກຳຕົວຈິງ, ກອງປະຊຸມຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ 12 ໄດ້ອອກມະຕິສະບັບເລທີ 26-NQ/TW, ລົງວັນທີ 19 ພຶດສະພາ 2018, “ວ່າດ້ວຍການສຸມໃສ່ກໍ່ສ້າງຖັນແຖວພະນັກງານທຸກລະດັບ, ໂດຍສະເພາະພະນັກງານລະດັບຍຸດທະສາດ, ທີ່ມີຄຸນນະພາບ ຄວາມສາມາດ ແລະ ສັກສີພຽງພໍກັບໜ້າທີ່”. ມະຕິກຳນົດວ່າ: ພະນັກງານແມ່ນປັດໄຈຕັດສິນຄວາມສໍາເລັດຫຼືຄວາມລົ້ມເຫຼວຂອງການປະຕິວັດ; ວຽກງານພະນັກງານແມ່ນ​ຂັ້ນ​ຕອນ ກະ​ແຈຂອງວຽກງານການ​ກໍ່​ສ້າງ​ພັກ ແລະ ລະ​ບົບ​ການ​ເມືອງ. ການກໍ່ສ້າງຖັນແຖວພະນັກງານ, ໂດຍສະເພາະພະນັກງານລະດັບຍຸດທະສາດ ແມ່ນໜ້າທີ່ສຳຄັນອັນດັບໜຶ່ງ, ແມ່ນວຽກງານສຳຄັນທີ່ສຸດຂອງພັກ.

ພັກກຳນົດເປົ້າໝາຍ: ກໍ່ສ້າງຖັນແຖວພະນັກງານ, ໂດຍສະເພາະພະນັກງານລະດັບຍຸດທະສາດ ທີ່ມີຄຸນນະພາບ ຄວາມສາມາດ ກຽດສັກສີ, ທຽບເທົ່າກັບໜ້າທີ່; ພຽງພໍທາງດ້ານປະລິມານ, ມີຄຸນນະພາບ ແລະ ໂຄງສ້າງທີ່ເໝາະສົມກັບຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ແລະ ການປົກປັກຮັກສາປະເທດຊາດ; ຮັບ​ປະ​ກັນ​ການ​ປ່ຽນຜ່ານ​ຢ່າງ​ຕໍ່​ເນື່ອງ ແລະ ໝັ້ນຄົງ​ລະ​ຫວ່າງ​ລຸ້ນ​, ນຳພາ​ຢ່າງ​ພຽງພໍ​ເພື່ອ​ຫັນ​ປະ​ເທດ​ເຮົາ​ໃຫ້​ກາຍ​ເປັນ​ປະ​ເທດ​ທີ່​ພັດທະນາ​ແບບ​ສັງຄົມ​ນິຍົມ, ມີກຳລັງນຳພາພຽງພໍເພື່ອຈະເຮັດໃຫ້ປະເທດເຮົາກາຍເປັນປະເທດພັດທະນາຕາມທິດສັງຄົມນິຍົມ, ປະຕິບັດເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ມີປະຊາທິປະໄຕ ຍຸຕິທຳ ແລະ ອາລະຍະທຳ”, ປະເທດ​ນັບ​ມື້​ນັບ​ຈະ​ເລີ​ນຮຸ່ງ​ເຮືອງ, ປະຊາຊົນ​ຢູ່ເຢັນເປັນ​ສຸກ.  

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກສືບຕໍ່ເນັ້ນໜັກ, ວຽກງານພະນັກງານຕ້ອງເປັນ “ກຸນແຈຂອງກຸນແຈ” ຢ່າງແທ້ຈິງ; ຕາມນັ້ນ, ຕ້ອງສຸມໃສ່ກໍ່ສ້າງ “ຖັນແຖວພະນັກງານທຸກລະດັບ, ໂດຍສະເພາະພະນັກງານລະດັບຍຸດທະສາດ ແລະ ຫົວໜ້າ ທີ່ມີຄຸນນະພາບ  ຄວາມສາມາດ ແລະ ກຽດສັກສີ, ທຽບເທົ່າກັບໜ້າທີ່(5).

ດັ່ງນັ້ນ, ເພື່ອຍົກສູງຄວາມສາມາດຄາດຄະເນ ແລະ ວິໄສທັດຍຸດທະສາດໃນການວາງກຳນົດແນວທາງ, ແຜນນະໂຍບາຍ, ທິດທາງຂອງພັກກອມມູນິດຫວຽດນາມ ໃນສະໄໝກອງປະຊຸມໃຫຍ່ຄັ້ງທີ 13 ແລະ ຊຸມປີຕໍ່ໄປ, ມີຄວາມຮຽກຮ້ອງຕ້ອງການທີ່ວາງອອກມານັບມື້ນັບຫຼາຍ ສຳລັບຖັນແຖວພະນັກງານເຮັດວຽກງານຄົ້ນຄວ້າ ແລະ ຄາດຄະເນ, ໂດຍສະເພາະພະນັກງານລະດັບຍຸດທະສາດ, ດັ່ງນີ້:   

ທາງດ້ານແນວຄິດການເມືອງ: ຍົກສູງຫຼັກໝັ້ນ ຄວາມກ້າຫານທາງການເມືອງ, ປັນຍະຄວາມຮູ້ ແລະ ລັກສະນະສູ້ຮົບຢ່າງບໍ່ຢູຸດຢັ້ງ; ຍາມໃດກໍນຳໜ້າ ແລະ ເປັນແບບຢ່າງ; ມີຄວາມມຸ່ງມາດປາຖະໜາ, ປະກອບສ່ວນພ້ອມກັບແຕ່ລະຂະແໜງການ ແຕ່ລະທ້ອງຖິ່ນ ແລະ ທົ່ວປະເທດ ຜ່ານຜ່າຄວາມຫຍຸ້ງຍາກ ສິ່ງທ້າທາຍທຸກປະການ, ພາປະເທດກ້າວຂຶ້ນເປັນປະເທດພັດທະນາ, ມີລາຍໄດ້ສູງໃນປີ 2045; ມີເຈດຈຳນົງ ແລະ ຄວາມສາມາດໂດດເດັ່ນ, ກ້າຄິດ, ກ້າເວົ້າ, ກ້າເຮັດ, ກ້າຮັບຜິດຊອບ, ກ້າປ່ຽນແປງໃໝ່ປະດິດສ້າງ, ກ້າປະເຊີນໜ້າກັບຄວາມຫຍຸ້ງຍາກ ສິ່ງທ້າທາຍ, ກ້າປະຕິບັດເພື່ອຜົນປະໂຫຍດຮ່ວມກັນ; ເດັດດ່ຽວກີດກັ້ນ ແລະ ຍູ້ຖອຍສະພາບການເສື່ອມໂຊມທາງດ້ານແນວຄິດການເມືອງ ຄຸນສົມບັດ ວິຖີຊີວິດ, ບັນດາປະກົດການ “ຫັນປ່ຽນຕົນເອງ”, “ປ່ຽນແປງຕົນເອງ”.

ທາງດ້ານຄຸນສົມບັດ, ວິຖີຊີວິດ: ຕ້ອງເຫັນແຈ້ງໜ້າທີ່ແລະຄວາມຮັບຜິດຊອບຂອງຕົນ; ຕັ້ງໝັ້ນບໍ່ທໍ້ຖອຍໃຈເມື່ອປະສົບຄວາມຫຍຸ້ງຍາກ ສິ່ງທ້າທາຍທັງໝົດ ແລະ ບໍ່ໄດ້ຖືກລໍ້ລວງໂດຍວັດສະດຸ ເງິນທອງ ຊື່ສຽງ; ປ້ອງກັນຫຼີກລ້ຽງດ້ວຍຕົນເອງ ແລະ ຕໍ່ສູ້ຢ່າງມີປະສິດທິພາບ ກັບການສະແດງອອກທັງໝົດ ຂອງລັດທິອັດຕະບຸກຄົນ, ພະຍາດອາດຍາສິດ, ສວຍໂອກາດ, ພາກສ່ວນນິຍົມ, ພັກພວກນິຍົມ, ການແຕກຄວາມສາມັກຄີພາຍໃນ; ເຊີດຊູຈິດສຳນຶກໃນການຝຶກຝົນ ຫຼໍ່ຫຼອມຄຸນສົມບັດສິນທໍາຕະຫຼອດຊີວິດ; ຕື່ນຕົວສະໝັກໃຈຝຶກຝົນ ຫຼໍ່ຫຼອມ, ປັບພຶດຕິກຳຂອງຕົວເອງ ໃນການເຮັດວຽກປະຈໍາວັນ; ເຮັດການ “ທົບທວນຕົນເອງ, “ແກ້ໄຂຕົນເອງ” ເປັນປະຈຳ ແລະ ຮັກສາກຽດສັກສີແລະຄວາມນັບຖືຕົນເອງຂອງຜູ້ນໍາ. ພິເສດ, ພະນັກງານລະດັບຍຸດທະສາດຍິ່ງຕ້ອງເຊີບຊູຈິດໃຈສູ້ຊົນເພື່ອຮັບໃຊ້ປະຊາຊົນ; ປະຕິບັດເປັນຢ່າງດີ ກົດລະບຽບກ່ຽວກັບຄວາມຮັບຜິດຊອບໃນການເປັນແບບຢ່າງ ຂອງພະນັກງານແລະສະມາຊິກພັກ ຕາມທິດນຳ “ພະນັກງານມີຕຳແໜ່ງສູງຍິ່ງຕ້ອງປະພຶດຕົວເປັນແບບຢ່າງ”; ປະຕິບັດການຕິຊົມຕົນເອງ ແລະ ຕິຊົມ; ເຂັ້ມງວດໃນການຮັບເອົາຄວາມເຫັນຂອງອົງການໂດຍປະຊາຊົນເລືອກຕັ້ງ, ຂອງແນວໂຮມປະເທດຊາດຫວຽດນາມ, ຂອງບັນດາອົງການຈັດຕັ້ງການເມືອງ-ສັງຄົມ ແລະ ປະຊາຊົນ ຕໍ່ການຝຶກຝົນ ຫຼໍ່ຫຼອມຄຸນສົມບັດສິນທຳ, ວິຖີຊີວິດຂອງຕົນເອງ.   

ກ່ຽວກັບຄວາມສາມາດແລະຊື່ສຽງ: ຕ້ອງມີຄວາມສາມາດໂດດເດັ່ນໃນການວາງກຳນົດແນວທາງ, ແຜນນະໂຍບາຍຂອງພັກ, ຕອບສະໜອງຄວາມຕ້ອງການພັດທະນາປະເທດໃນສະພາບການໃໝ່, ປະກອບສ່ວນຍົກສູງຄວາມສາມາດນຳພາ ແລະ ກຳອຳນາດຂອງພັກ; ມີຄວາມສາມາດຄາດຄະເນ ແລະ ຮັບມືກັບສິ່ງທ້າທາຍ, ການຫັນປ່ຽນທີ່ໄວວາແລະຄາດເດົາຍາກຂອງສະຖານະການໂລກ; ມີຄວາມສາມາດໃນການຫັນເປັນນິຕິກຳ, ຫັນເປັນຮູບປະທຳ ແລະ ຈັດຕັ້ງປະຕິບັດບັນດາມະຕິ, ແຜນນະໂຍບາຍຂອງພັກຢ່າງມີປະສິດທິຜົນ; ເດັດດ່ຽວໃນການແກ້ໄຂຜ່ານຜ່າຈຸດອ່ອນແລະຄວາມຊັກຊ້າ, ບໍ່ຫຼົບຫຼີກຄວາມຮັບຜິດຊອບໃນການນໍາພາ, ການບໍລິຫານ ແລະ ການຈັດຕັ້ງປະຕິບັດ. ປະຕິບັດເປັນຢ່າງດີ ທິດນຳ ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນກວດກາ, ປະຊາຊົນຕິດຕາມກວດກາ, ປະຊາຊົນຊົມໃຊ້”, “ນັບຖືປະຊາຊົນ, ໃກ້ຊິດກັບປະຊາຊົນ, ເຊື່ອຖືປະຊາຊົນ, ເຂົ້າໃຈປະຊາຊົນ, ຮຽນຮູ້ຈາກປະຊາຊົນ, ອີງໃສ່ປະຊາຊົນ ແລະ ມີຄວາມຮັບຜິດຊອບຕໍ່ປະຊາຊົນ”, ເກັບກຳແລະແກ້ໄຂຄວາມຄິດຈິດໃຈ, ຄວາມປາຖະໜາທີ່ຊອບທຳ ຖືກກົດໝາຍ ຂອງປະຊາຊົນທຸກຊັ້ນຄົນ ຢ່າງດີແລະທັນເວລາ.

ຍົກສູງຄວາມສາມາດຄາດຄະເນ ແລະ ວິໄສທັດຍຸດທະສາດ
ຂອງຖັນແຖວພະນັກງານໃນເງື່ອນໄຂໃໝ່
- ໜ້າທີ່ແລະວິທີແກ້ໄຂຕົ້ນຕໍຈຳນວນໜຶ່ງ

ຕໍ່ໜ້າການຜັນປ່ຽນຢ່າງໄວວາແລະສັບສົນຂອງສະພາບການການເມືອງໂລກ, ບັນດາປະເທດທີ່ມີແນວຄວາມຄິດການເມືອງສະຫຼາດສ່ອງໃສ ຈຶ່ງມີຄວາມສາມາດໃຊ້ປະໂຫຍດຈາກໂອກາດ, ແກ້ໄຂຜ່ານຜ່າສິ່ງທ້າທາຍ ແລະ ກໍານົດເສັ້ນທາງພັດທະນາທີ່ຖືກຕ້ອງ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມໄດ້ຊີ້ແຈ້ງ: “ໃນຊຸມປີທີ່ຈະມາເຖິງ, ສະຖານະການໂລກຈະມີການປ່ຽນແປງຢ່າງໄວວາ, ສັບສົນ, ຄາດເດົາຍາກ. ພາຍຫຼັງ 35 ປີແຫ່ງການປ່ຽນແປງໃໝ່, ປະເທດຂອງພວກເຮົາໄດ້ບັນລຸຜົນສໍາເລັດທີ່ຍິ່ງໃຫຍ່ ແລະ ມີຄວາມໝາຍປະຫວັດສາດ, ຖານະຕຳແໜ່ງ, ກຳລັງແຮງສັງລວມ ແລະ ກຽດສັກສີຂອງປະເທດໃນເວທີສາກົນໄດ້ຮັບການຍົກສູງ. ຢ່າງໃດກໍຕາມ, ພາລະກິດການປະຕິວັດ ຂອງພັກແລະປະຊາຊົນເຮົາ ຍັງປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ: ຄວາມສ່ຽງທັງສີ່ທີ່ພັກໄດ້ຊີ້ໃຫ້ເຫັນນັ້ນຍັງຄົງມີຢູ່, ມີອັນຮ້າຍແຮງກວ່າ; ບັນດາໄພຂົ່ມຂູ່ຕໍ່ຄວາມເປັນເອກະລາດ, ອະທິປະໄຕ ແລະ ຜົນປະໂຫຍດທາງຍຸດທະສາດຂອງປະເທດ, ໂດຍສະເພາະໃນທະເລຕາເວັນອອກ; ບັນຫາຄວາມໝັ້ນຄົງທີ່ບໍ່ເປັນແບບດັ້ງເດີມ, ການປ່ຽນແປງສະພາບອາກາດ, ມົນລະພິດສິ່ງແວດລ້ອມ, ໂລກລະບາດ, ຊັບພະຍາກອນທຳມະຊາດຖືກບົກແຫ້ງ, ທ່າອ່ຽງປະຊາກອນສູງອາຍຸ; ສະພາບການເສື່ອມໂຊມ, ປະກົດການ “ປ່ຽນແປງຕົນເອງ”, “ຫັນປ່ຽນຕົນເອງ” ຢູ່ພາຍໃນ; ການ​ຕໍ່ສູ້ ຕ້ານຢັນ ທຳລາຍ​ຢ່າງ​ຮຸນ​ແຮງ ຂອງອິດທິກຳລັງສັດຕູ ແລະ ອົງການຈັດຕັ້ງ​ປະຕິ​ການ(6).  

ການປະຕິວັດອຸດສາຫະກຳຄັ້ງທີສີ່ຊຸກຍູ້ຄວາມກ້າວໜ້າທາງເຕັກໂນໂລຍີ, ເຊັ່ນ: ປັນຍາປະດິດ, ອິນເຕີເນັດຄວາມໄວສູງ, ວັດສະດຸໃໝ່, ແຫຼ່ງກັກເກັບພະລັງງານ ແລະ ຄອມພິວເຕີຄວອນຕັມ... ລຶບເລືອນຂີດຂັ້ນລະຫວ່າງຫຼາຍຂົງເຂດ, ໂດຍ​ສະ​ເພາະ​​ໃນ​ຂົງ​ເຂດ​ຟີຊິກ, ດິຈິຕອນ ແລະ ຊີວະວິທະຍາ, ສົ່ງຜົນກະທົບຢ່າງແຮງຕໍ່ຄວາມໄວ ແລະ ຂອບເຂດຂອງລະບົບເສດຖະກິດອຸດສາຫະກຳທົ່ວໂລກ. ສະພາບການດັງກ່າວສົ່ງຜົນກະທົບຢ່າງແຮງ, ຫຼາຍດ້ານເຖິງຊີວິດເສດຖະກິດ-ສັງຄົມຂອງປະເທດ, ຮຽກຮ້ອງໃຫ້ພະນັກງານທຸກຂັ້ນຕ້ອງຍົກສູງລະດັບຄວາມຮູ້ ແລະ ຄວາມກ້າຫານທາງການເມືອງຢ່າງບໍ່ຢຸດຢັ້ງ; ມີສະຕິຝຶກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄຸນສົມບັດສິນທຳ, ມີຈິນຕະນາການປ່ຽນແປງໃໝ່, ຈິນຕະນາການຍຸດທະສາດ ຈຶງຈະຕອບສະໜອງໄດ້ ກັບຄວາມຕ້ອງການຍົກສູງຄວາມສາມາດຄາດຄະເນ ແລະ ວິໄສທັດຍຸດທະສາດ ໃນການວາງກຳນົດແນວທາງ, ແຜນນະໂຍບາຍ, ຮັບໃຊ້ພາລະກິດສ້າງສາ ແລະ ພັດທະນາປະເທດ ຢ່າງໄວວາແລະຍືນຍົງ ໃນຊຸມປີຕໍ່ໄປ.

ທັດສະນະຊີ້ນຳຂອງກອງປະຊຸມໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງພັກກອມມູນິດຫວຽດນາມ ​ໄດ້​ຊີ້​ແຈ້ງວ່າ: “ປ່ຽນແປງໃໝ່ແບບວິທີການນຳພາຂອງພັກຢ່າງແຂງແຮງຕາມທິດທາງຍົກສູງຄວາມສາມາດຄາດຄະເນ ແລະ ວິໄສທັດຍຸດທະສາດ ໃນການວາງກຳນົດແນວທາງ, ແຜນນະໂຍບາຍ; ປ່ຽນແປງໃໝ່ການສ້າງ, ປະກາດໃຊ້ມະຕິຂອງພັກ ແລະ ຍົກສູງຄຸນນະພາບມະຕິຂອງພັກ; ແກ້ໄຂຜ່ານຜ່າສະພາບການປະກາດໃຊ້ມະຕິທີ່ບໍ່​ໃກ້​ກັບ​ຄວາມ​ເປັນ​ຈິງ, ຂາດຄວາມເປັນໄປໄດ້. ພ້ອມກັນນັ້ນ, ຍົກສູງຄວາມສາມາດໃນການຫັນແນວທາງແລະແຜນນະໂຍບາຍຂອງພັກ ເປັນນິນິຕິກຳ ເປັນຮູບປະທຳ ແລະ ນຳພາ ຊີ້ນຳ ຈັດຕັ້ງປະຕິບັດແນວທາງ ແຜນນະໂຍບາຍນັ້ນ ຢ່າງມີປະສິດທິຜົນ.

​ການ​ນຳ​ຂອງ​ສະພາ​ແຫ່ງ​ຊາດ​ແລະລັດຖະບານ ໄດ້​ຈັດ​ຕັ້ງການຫັນເປັນນິຕິກຳ ແລະ ປະຕິບັດ​ໂຄງການການເມືອງ, ແນວ​ທາງ, ແຜນນະໂຍບາຍຂອງ​ພັກ​ຢ່າງ​ມີ​ປະສິດທິ​ຜົນ, ເອົາໃຈໃສ່ເປັນສຳຄັນ ເຖິງການນຳພາການປ່ຽນແປງໃໝ່, ຍົກສູງຄຸນນະພາບຂອງການສ້າງກົດໝາຍ, ການປະຕິຮູບດ້ານບໍລິຫານ ແລະ ການປະຕິຮູບດ້ານຕຸລາການ(7).

ດ້ວຍ​ຄວາມ​ຮັບ​ຮູ້​ດີ​ກ່ຽວ​ກັບ​ສະສານະ​ການ ​ແລະ ເງື່ອນ​ໄຂ​ໃໝ່, ພັກ​ກອມ​ມູນິດ​ຫວຽດນາມໄດ້​ກຳນົດ​ວ່າ: ຕ້ອງເອົາໃຈໃສ່ເຖິງການຍົກສູງຄວາມກ້າຫານ, ຄວາມສາມາດຄາດຄະເນ ແລະ ຄຸນນະພາບຂອງວຽກງານວາງກຳນົດແນວທາງ, ແຜນນະໂຍບາຍ ໃຫ້ສອດຄ່ອງກັບພຶດຕິກຳຕົວຈິງຂອງຫວຽດນາມ ແລະ ທ່າອ່ຽງການພັດທະນາຂອງຍຸກສະໄໝ; ຫັນແນວທາງແຜນນະໂຍບາຍຂອງພັກເປັນນິຕິກຳ ຫັນເປັນຮູບປະທຳທັນທີ, ຜັນຂະຫຍາຍປະຕິບັດແນວທາງແຜນນະໂຍບາຍຂອງພັກ, ນະໂບບາຍແລະກົດໝາຍຂອງລັດ ຢ່າງຖືກຕ້ອງແລະມີປະສິດທິຜົນ, ແກ້ໄຂຈຸດ​ອ່ອນ​ໃນ​ການ​ນຳພາ ຊີ້​ນໍາ ​ການ​ຈັດ​ຕັ້ງປະ​ຕິ​ບັດ; ປະຕິບັດຢ່າງມີປະສິດທິຜົນກົນໄກພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າຂອງແລະ ທິດນຳ ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນກວດກາ, ປະຊາຊົນຕິດຕາມກວດກາ, ປະຊາຊົນຊົມໃຊ້”. 

ບົນຈິດໃຈດັງກ່າວ, ຕ້ອງສຸມໃສ່ຄົ້ນຄວ້າ ແລະ ປະຕິບັດບັນດາໜ້າທີ່ ແລະ ວິທີແກ້ໄຂຕົ້ນຕໍຕໍ່ໄປນີ້ໃຫ້ດີ:

ທີໜຶ່ງ, ຍົກສູງຄວາມຮັບຮູ້ຂອງພະນັກງານທຸກລະດັບ ກ່ຽວກັບບົດບາດ, ຄວາມສຳຄັນພິເສດ ຂອງວຽກງານຄາດຄະເນຍຸດທະສາດ, ວິໄສທັດຍຸດທະສາດ ໃນການວາງກຳນົດແນວທາງ ແລະ ແຜນນະໂຍບາຍຂອງພັກ; ຊາບຊຶມບັນດາຄວາມຮຽກຮ້ອງຕ້ອງການໃໝ່ຂອງວຽກງານນີ້ ໃຫ້ຖັນແຖວພະນັກງານ, ໂດຍສະເພາະພະນັກງານລະດັບຍຸດທະສາດ. ຖືວ່ານີ້​ແມ່ນ​ໜຶ່ງ​ໃນ​ມາດ​ຖານ​ທີ່​ສໍາ​ຄັນ ​ໃນ​ການ​ຝຶກ​ອົບ​ຮົມ​, ການບຳລຸງສ້າງ​, ການ​ແຕ່ງ​ຕັ້ງ ​ແລະ ​ການ​ນໍາໃຊ້ພະນັກງານນຳພາ, ຄຸ້ມຄອງ. 

ທີສອງ, ປ່ຽນແປງໃໝ່ແລະຍົກສູງຄຸນນະພາບການ​ຝຶກ​ອົບຮົມ ​ແລະ ບຳລຸງ​ສ້າງ​ພະນັກງານ ​ຕາມ​ທິດ​ໃຫ້ຄວາມສຳຄັນກັບຈິນຕະນາການ​ຍຸດ​ທະ​ສາດ. ສ້າງ​ຄວາມ​ຫຼາກ​ຫຼາຍ​ດ້ານ​ເນື້ອ​ໃນ ​ແລະ ວິທີ​ການ​ຝຶກ​ອົບຮົມ ​ແລະ ບຳລຸງ​ສ້າງ​ພະນັກງານ ​ໂດຍ​ຜ່ານ​ໂຄງການ​ຝຶກ​ອົບຮົມ​​ໄລຍະ​ສັ້ນ ​ແລະ ​ໄລຍະ​ຍາວ, ຜ່ານ​ການ​ແລກປ່ຽນຮຽນຮູ້​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ສ້າງ​ກາລະ​ໂອກາດ​ໃຫ້​ພະນັກງານ​ມີ​ເງື່ອນ​ໄຂ​ເຂົ້າ​ຮ່ວມ​ການ​ສະຫຼຸບ​ສັງລວມພຶດຕິກຳ, ຄົ້ນຄວ້າ​ທິດ​ສະ​ດີ, ຝຶກ​ອົບ​ຮົມ​ຄວາມ​ສາມາດ​ດ້ານຈິນຕະນາການສັດຈະວິພາກ, ວິທີການວິທະຍາສາດ, ​ແກ້ໄຂຜ່ານຜ່າ​ການຈິນຕະນາແບບປະສົບການ ແລະ ຄຳພີຕາຍຕົວ.

ທີສາມ, ຍູ້ແຮງການຮ່ຳຮຽນແລະປະຕິບັດຕາມແນວຄິດ ຄຸນສົມບັດສິນທຳ ແບບແຜນໂຮ່ຈີມິນ, ໂດຍສະເພາະຈິນຕະນາການວັດຖຸນິຍົມສັດຈະວິພາກ, ຄວາມສາມາດໃນການເກັບກຳ, ພິນິດໄສ, ຮັບຮູ້, ເຂົ້າໃຈ, ຄາດການ ແລະ ທຳນາຍ. ຄວາມຮຽກຮ້ອງຕ້ອງການທີ່ວາງອອກມາແມ່ນ, ຖັນແຖວພະນັກງານ ສະມາຊິດພັກຕ້ອງປະສານສົມທົບຢ່າງກົມກຽວ ລະຫວ່າງລັກສະນະປະຕິວັດ ແລະ ລັກສະນະວິທະຍາສາດ, ລະຫວ່າງຫຼັກໝັ້ນ ທັດສະນະ ຄວາມຮັບຮູ້ ແລະ ວິທີ​ການ​ກະທຳ, ບົນ​ພື້ນຖານ​ຍຶດໝັ້ນ​ເອົາ​ຮາກ​ຖານ​ອຸດົມ​ຄະຕິ​ຂອງ​ພັກ​ ແມ່ນ​ລັດທິ​ມາກ-​ເລ​ນິນ, ​ແນວ​ຄິດ​ຂອງ​ໂຮ່ຈີມິນ, ປະສານສົມທົບ ບັນດາ​ບັນຫາ​ຊາດ​ແລະຍຸສະໄໝ ຢ່າງກົມກຽວ, ຄາດ​ຄະ​ເນ​ທ່າ​ອ່ຽງ​ການ​ພັດ​ທະ​ນາ, ບັນ​ຫາ​ຍຸດ​ທະ​ສາດ ແລະ ບັນ​ຫາ​ຂອງ​ພາກ​ພື້ນ ແລະ ຂອງໂລກໄດ້​ ຢ່າງ​ຖືກ​ຕ້ອງແລະຊັດເຈນ, ຊ່ວຍ​​ພັກ​ວາງ​ແນວທາງ​ຍຸດ​ທະ​ສາດຢ່າງ​ຖືກຕ້ອງ ​ແລະ ມີ​ປະສິດທິ​ຜົນ ​ໃນ​ການ​ກໍ່ສ້າງ​ແລະປົກປັກຮັກສາ​ປະ​ເທດ​ຊາດ​. ພ້ອມກັນນັ້ນ, ເອົາໃຈ​ໃສ່​ປະຕິບັດ ​ແລະ ຮັບປະກັນ​ໃຫ້​ພະນັກງານ ​ສະມາຊິກ​ພັກ​ ​ໄດ້​ບຳລູງຄູນສ້າງຄຸນສົມບັດປະຕິວັດ​ ຢ່າງ​ສະໝ່ຳສະເໝີ, ມີ​ຄວາມ​ຮັບຜິດຊອບ, ​ເຂົ້າ​ໃຈ​ແລະປະຕິບັດ​ຕາມມາດຕະຖານ​ແລະ​ຄ່ານິຍົມ ​ຂອງ​ຈັນຍາ​ບັນ​ການ​ບໍລິການ​ສາທາລະນະ ​ແລະ ວັດທະນະທຳ​ການ​ເມືອງ​ ຢ່າງ​ຖືກຕ້ອງ; ພັດທະນາລະດັບແລະທັກສະທາງວິຊາຊີບ ວິຊາສະເພາະ, ທິດສະດີ ແລະ ການເມືອງຂອງຕົນ ຢ່າງບໍ່ຢຸດຢັ້ງ ເພື່ອຕອບສະໜອງຄວາມຕ້ອງການ ແລະ ໜ້າທີ່ວຽກງານ.

ທີສີ່, ຍູ້ແຮງວຽກງານການສະຫຼຸບສັງລວມພຶດຕິກຳ ແລະ ຄົ້ນຄວ້າທິດສະດີ, ຍົກລະດັບຈິນຕະນາການທິດສະດີຂອງພັກ, ປັບປຸງບູລະນະ​ລະບົບ​ທິດ​ສະ​ດີກ່ຽວກັບແນວທາງການປ່ຽນແປງໃໝ່, ກ່ຽວກັບລັດທິສັງຄົມ​ນິຍົມ ​ແລະ ເສັ້ນທາງຂຶ້ນສູ່​ສັງຄົມ​ນິຍົມຂອງ​ຫວຽດນາມ. ຕິດແໜ້ນການສະຫຼຸບສັງລວມພຶດຕິກຳແລະການຄົ້ນຄວ້າທິດສະດີ ກັບການວາງກຳນົດແຜນນະໂຍບາຍແລະແນວທາງ ຕາມທິດຮອບດ້ານ, ມີຈຸດໜັກໃຈກາງ, ມີລັກສະນະບຸກທະລຸ ກັບບັນຫາຫຼັກຂອງຍຸດທະສາດທີ່ຈະວາງກຳນົດ, ໂດຍສະເພາະການລະບຸຢ່າງທັນການ ກ່ຽວກັບຄວາມສ່ຽງ ແລະ ຄວາມທ້າທາຍທີ່ສຳຄັນ ທີ່ມີຜົນກະທົບຕໍ່ການເມືອງ, ເສດຖະກິດ-ສັງຄົມ, ການປ້ອງກັນປະເທດ, ຄວາມໝັ້ນຄົງ... ຂອງປະເທດ; ຊ່ວຍໃຫ້ພັກມີຄວາມສາມາດໃນການກຳນົດຍຸດທະສາດ ຕາມທິດເປັນເຈົ້າການ, ຕັ້ງໜ້າ, “ເປັນເຈົ້າການໃນການປ້ອງກັນກີດກັ້ນຄວາມສ່ຽງ” ຕັ້ງແຕ່ຕົ້ນແລະຈາກໄລຍະໄກ.

ທີຫ້າ, ສືບຕໍ່ປ່ຽນແປງໃໝ່ຮູບແບບການຈັດຕັ້ງພະນັກງານ, ຍົກສູງຄຸນນະພາບ ປະສິດທິຜົນການເຄື່ອນໄຫວ, ການສົມທົບລະຫວ່າງບັນດາອົງການຄົ້ນຄວ້າວິທະຍາສາດ. ເສີມຂະຫຍາຍບົດບາດ ແລະ ຄວາມຮັບຜິດຊອບ ຂອງບັນດາອົງການຫຼັກ ໃນການຄາດຄະເນ ແລະ ການວາງແຜນຍຸດທະສາດ; ນຳໃຊ້ຜົນສຳເລັດທາງວິທະຍາສາດ ແລະ ເຕັກໂນໂລຊີທັນສະໄໝຢ່າງຕັ້ງໜ້າ ເຂົ້າໃນການພະຍາກອນ. ເສີມຂະຫຍາຍປະສິດທິພາບແລະປະສິດທິຜົນສູງສຸດ ໃນການຈັດຕັ້ງລະດົມສະຕິປັນຍາລວມໝູ່ ຂອງບັນດາ​ອົງການ​ວິຊາ​ສະ​ເພາະ​ແລະຜູ້​ຊ່ຽວຊານທີ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອໃຫ້ສາມາດຄາດຄະເນຍຸດທະສາດໄດ້ຢ່າງຖືກຕ້ອງ, ສົມບູນຄົບຖ້ວນ ແລະ ມີຄຸນນະພາບສູງ, ສະໜອງພື້ນຖານວິທະຍາສາດທີ່ໜັກແໜ້ນຢ່າງທັນການ ໃຫ້ແກ່ການວາງກຳນົດແນວທາງ ແຜນນະໂຍບາຍຂອງພັກ, ນະໂຍບາຍແລະກົດໝາຍຂອງລັດ. ລົງທຶນກໍ່ສ້າງ ​ແລະ ພັດທະນາ​ຖັນ​ແຖວ​ພະນັກງານເຮັດວຽກງານທິດ​ສະ​ດີ​ ເພື່ອຕອບສະໜອງ​ຄວາມ​ຕ້ອງການຂອງພາລະກິດ​ການ​ປະຕິວັດ ​ໃນ​ສະຖານະ​ການ​ແລະ​ເງື່ອນ​ໄຂ​ໃໝ່; ມີກົນໄກແລະນະໂຍບາຍດຶງດູດ, ນຳໃຊ້, ໃຫ້ຄ່າຕອບແທນຢ່າງເໝາະສົມ ສຳລັບຜູ້ຊ່ຽວຊານຊັ້ນນໍາຂອງຂະແໜງການ.  

ພິເສດແມ່ນ, ຕ້ອງຄາດຄະເນຢ່າງໃກ້ຊິດ, ເພີ່ມທະວີຄວາມເປັນເຈົ້າການໃນການກຳ​​ສະ​ຖາ​ນະ​ການ​ອຸ​ດົມ​ການ​ຂອງ​ພະ​ນັກ​ງານ ສະມາຊິກ​ພັກ ​ແລະ ປະຊາຊົນ, ປະມວນຜົນຂໍ້​ມູນ​​ຢ່າງ​ທັນ​ການ, ​ເຮັດ​ວຽກ​ງານ​ຊີ້​ນຳ​ຄວາມຄິດ​ເຫັນ​ສາທາລະນະໃຫ້​ດີ, ຮັບປະກັນ​ຄວາມ​ເປັນ​ເອກະ​ພາບ​ທາງ​​ແນວຄິດອຸດົມການ​ພາຍ​ໃນ​ພັກ ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງຄົມ ​ເພື່ອ​ສ້າງກຳລັງແຮງສັງລວມ, ປະຕິບັດ​ວຽກ​ງານ​ການ​ເມືອງ​ໃນ​ໄລຍະ​ໃໝ່​ໃຫ້​ສຳ​ເລັດ​ຜົນ./.

-----------------------

(1) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 2, ໜ້າ 165 – 167.

(2) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 180.

(3) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 196 – 197.

(4), (5) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 2, ໜ້າ 232, 230.

(6), (7) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 2, ໜ້າ 227 - 228, 253 – 254.

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 999 (ເດືອນຕຸລາ 2022)