ບາງຈຸດເດັ່ນໃນຄວາມຮັບຮູ້ທາງທິດສະດີກ່ຽວກັບ
ລັດທິສັງຄົມນິຍົມ ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ
ຜ່ານບົດນິພົນຂອງສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ
ລັດທິສັງຄົມນິຍົມ ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ
ຜ່ານບົດນິພົນຂອງສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ
ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ພົບປະປະຊາຊົນໃນງານບຸນວິຫານຮຸ່ງເວືອງ _ ພາບ: ສາລະຄະດີ
ລັດທິສັງຄົມນິຍົມແມ່ນເປົ້າໝາຍອັນຍິ່ງໃຫຍ່ ແລະ
ອຸດົມຄະຕິອັນສູງສົ່ງຂອງພັກ ແລະ ປະຊາຊົນຫວຽດນາມສະເໝີ
ດ້ວຍການອ້າງເຫດຜົນຢ່າງເຂັ້ມງວດ, ການວິເຄາະຢ່າງເລິກເຊິ່ງ ແລະ ການກັ່ນຕອງຈາກພຶດຕິກຳຕົວຈິງທີ່ອຸດົມສົມບູນ, ສະຫາຍເລຂາທິການໃຫຍ່ໄດ້ສະຫຼຸບປະຫວັດສາດການພັດທະນາຂອງໂລກຮ່ວມສະໄໝ ຕະຫຼອດຈົນພຶດຕິກຳຕົວຈິງ ຂອງການປະຕິວັດຫວຽດນາມ, ຈາກນັ້ນ ຢືນຢັນຢ່າງມີວິທະຍາສາດກ່ຽວກັບເສັ້ນທາງດຽວທີ່ຖືກຕ້ອງສຳລັບການພັດທະນາຂອງປະເທດ - ນັ້ນແມ່ນເສັ້ງທາງສັງຄົມນິຍົມ. ສະຫາຍໄດ້ເນັ້ນວ່າ: ປະຊາຊົນຫວຽດນາມໄດ້ຜ່ານຂະບວນວິວັດການຕໍ່ສູ້ປະຕິວັດອັນຍາວນາມ ທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາດ ແລະ ຄວາມເສຍສະຫຼະ ເພື່ອຕ້ານແອກປົກຄອງແລະ ການຮຸກຮານຂອງພວກລ່າເມືອງຂຶ້ນ ແລະ ຈັກກະພັດນິຍົມ, ປົກປ້ອງເອກະລາດຂອງຊາດ ແລະ ອຳນາດອະທິປະໄຕທີ່ສັກກາລະບູຊາ ຂອງປະເທດ ເພື່ອເສລີພາບ ແລະ ຄວາມສຸກຂອງປະຊາຊົນ. ເອກະລາດແຫ່ງຊາດຕິດພັນກັບລັດທິສັງຄົມນິຍົມ ແມ່ນແນວທາງພື້ນຖານ ແລະ ແຜ່ຂະຫຍາຍຂອງພັກ, ແມ່ນມູນຫຼັກແຫ່ງຄວາມສຳເລັດ ຂອງການປະຕິວັດຫວຽດນາມ ແລະ ຍັງເປັນຈຸດສຳຄັນ ໃນມໍລະດົກທາງອຸດົມການ ຂອງໂຮ່ຈີມິນ. ການຂຶ້ນສູ່ສັງຄົມສັງຄົມນິຍົມ ແມ່ນຄວາມຕ້ອງການພາວະວິໄສ, ແມ່ນເສັ້ນທາງດຽວທີ່ຈຳເປັນ ແລະ ຖືກຕ້ອງ ເພື່ອບັນລຸເຖິງເສລີພາບ, ຄວາມອິ່ມໜຳສຳລານ ແລະ ຄວາມຜາສຸກ ຂອງປະຊາຊົນຫວຽດນາມ.
ສະຫາຍເລຂາທິການໃຫຍ່ໄດ້ສັງເຂບບັນດາຜົນງານພື້ນຖານ ແລະ ສຳຄັນຂອງພັກກອມມູນິດຫວຽດນາມ ໃນການໝູນໃຊ້ ແລະ ພັດທະນາລັດທິມາກ-ເລນິນຢ່າງປະດິດສ້າງ ສອດຄ່ອງກັບເງື່ອນໄຂປະຫວັດສາດສະເພາະ ຂອງປະເທດ. ຜູ້ນຳ ຫງວຽນອ໋າຍກວັກ - ໂຮຈີມິນ ແລະ ບັນດານັກປະຕິວັດລຸ້ນກ່ອນ ໄດ້ເລືອກເອົາເສັ້ນທາງການພັດທະນາ ຕາມເສັ້ນທາງສັງຄົມນິຍົມ ສຳລັບຫວຽດນາມ; ຈັດຕັ້ງ ແລະ ຝຶກອົບຮົມ ພັກກອມມູນິດຫວຽດນາມ ເພື່ອນຳພາປະຊາຊົນຄ່ອຍໆປະຕິບັດຄຸນຄ່າເຫຼົ່ານັ້ນ ໃຫ້ເປັນຈິງ ທີ່ສົດໃສຢູ່ໃນຫວຽດນາມ. ຄຸນຄ່າເຫຼົ່ານັ້ນ ບໍ່ພຽງແຕ່ໄດ້ສະຫຼຸບທາງດ້ານທິດສະດີເທົ່ານັ້ນ ແຕ່ຍັງໄດ້ຮັບການກວດພິສູດ ໂດຍຄວາມເປັນຈິງແຫ່ງການກໍ່ສ້າງ ແລະ ພັດທະນາປະເທດ.
ສະຫາຍເລຂາທິການໃຫຍ່ຊີ້ແຈ້ງວ່າ: ໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານຂຶ້ນສູ່ສັງຄົມນິຍົມ (ສະບັບເພີ່ມເຕີມ ພັດທະນາປີ 2011) ຢັ້ງຢືນອີກຄັ້ງວ່າ: “ການກ້າວສູ່ສັງຄົມສັງຄົມນິຍົມແມ່ນຄວາມມຸ່ງມາດປາຖະໜາຂອງປະຊາຊົນເຮົາ, ແມ່ນທາງເລືອກທີ່ຖືກຕ້ອງຂອງພັກກອມມູນິດຫວຽດນາມ ແລະ ປະທານໂຮ່ຈີມິນ, ມັນສອດຄ່ອງກັບທ່າອ່ຽງການພັດທະນາຂອງປະຫວັດສາດ”(1). ລັດທິສັງຄົມນິຍົມແມ່ນເປົ້າໝາຍ, ອຸດົມຄະຕິຂອງພັກກອມມູນິດຫວຽດນາມ ແລະ ປະຊາຊົນຫວຽດນາມ; ແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສ, ແມ່ນເສັ້ນທາງທີ່ຈຳເປັນຂອງການປະຕິວັດຫວຽດນາມ ເຊິ່ງປະທານໂຮ່ຈີມິນ, ພັກກອມມູນິດຫວຽດນາມ ແລະ ປະຊາຊົນຫວຽດນາມ ໄດ້ເລືອກເອົາ, ຢຶດໝັ້ນ ແລະ ປະຕິບັດຕາມສະເໝີ. ລັດທິສັງຄົມນິຍົມໃນຫວຽດນາມຕິດພັນກັບເອກະລາດແຫ່ງຊາດ, ສິດທິຂອງຊາດໃນການຕັດສິນດ້ວຍຕົນເອງ ແລະ ຕິດພັນກັບຈິດໃຈ “ບໍ່ມີສິ່ງໃດທີ່ມີຄ່າກວ່າຄວາມເປັນເອກະລາດ ແລະ ເສລີພາບ!”. ມີພຽງລັດທິສັງຄົມນິຍົມເທົ່ານັ້ນ ທີ່ສາມາດຮັບປະກັນເອກະລາດຂອງຊາດ, ສິດທິຂອງຊາດໃນການຕັດສິນດ້ວຍຕົນເອງ ແລະ ຊີວິດທີ່ອິ່ມໜຳສຳລານ ເສລີ ແລະ ມີຄວາມສຸກຂອງປະຊາຊົນ ແລະ ທຸກຊົນເຜົ່າໃນປະເທດເຮົາ. “ມີພຽງລັດທິສັງຄົມນິຍົມ ແລະ ລັດທິກອມມູນິດເທົ່ານັ້ນ ທີ່ສາມາດແກ້ບັນຫາເອກະລາດແຫ່ງຊາດໄດ້ຢ່າງທົ່ວເຖິງ, ສາມາດນຳເອົາຊີວິດທີ່ເປັນອິດສະລະ ອິ່ມໜຳສຳລານ ແລະ ມີຄວາມສຸກຢ່າງແທ້ຈິງ ມາໃຫ້ປະຊາຊົນທຸກຄົນ ແລະ ທຸກຊົນຊາດ”(2).
ກ່ຽວກັບຄຸນລັກສະນະພິເສດ, ຄຸນຄ່າ ແລະ ເນື້ອໃນຂອງສັງຄົມນິຍົມ
ສະຫາຍເລຂາທິການໃຫຍ່ຊີ້ແຈ້ງວ່າ: “ສັງຄົມສັງຄົມນິຍົມທີ່ປະຊາຊົນຫວຽດນາມກຳລັງສູ້ຊົນເພື່ອກໍ່ສ້າງນັ້ນ ແມ່ນສັງຄົມທີ່ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ມີປະຊາທິປະໄຕ ຍຸດຕິທຳ ແລະ ອາລະຍະທຳ; ໂດຍປະຊາຊົນເປັນເຈົ້າຂອງ; ມີລະບົບເສດຖະກິດທີ່ພັດທະນາສູງ, ອີງໃສ່ກຳລັງການຜະລິດທີ່ທັນສະໄໝ ແລະ ການພົວພັນການຜະລິດທີ່ກ້າວໜ້າເໝາະສົມ; ມີລະບົບວັດທະນະທຳທີ່ກ້າວໜ້າ ແລະເຂັ້ມຂົ້່ນໄປດ້ວຍເອກະລັກປະຈຳຊາດ; ປະຊາຊົນມີຊີວິດທີ່ອິ່ມໜຳສຳລານ ເສລິ ຜາສຸກ ແລະ ມີເງື່ອນໄຂເພື່ອພັດທະນາຢ່າງຮອບດ້ານ, ບັນດາຊົນເຜົ່າໃນວົງຄະນາຍາດຫວຽດນາມມີຄວາມສະເໝີພາບ ສາມັກຄີ ເຄົາລົບ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ພ້ອມກັນພັດທະນາ; ມີລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ທີ່ນຳໂດຍພັກກອມມູນິດ; ມີການພົວພັນມິດຕະພາບ ແລະ ຮ່ວມມືກັບບັນດາປະເທດໃນໂລກ”(3). ບັນດາຄຸນຄ່າທີ່ແທ້ຈິງນັ້ນ ໄດ້ກາຍເປັນເປົ້າໝາຍພື້ນຖານ, ກຳນົດທິດທາງການປະຕິວັດ ເຊິ່ງປະທານໂຮ່ຈີມິນ, ພັກກອມມູນິດຫວຽດນາມ ແລະ ປະຊາຊົນຫວຽດນາມໄດ້ເລືອກເອົາ ເຊື່ອໝັ້ນ ແລະ ປະຕິບັດຢ່າງໜຽວແໜ້ນສະເໝີ.
ສະຫຼຸບການພັດທະນາຂອງລະບົບທຶນນິຍົມ ແລະ ເສັ້ນທາງທຶນນິຍົມ, ສະຫາຍເລຂາທິການໃຫຍ່ໄດ້ຊີ້ໃຫ້ເຫັນວ່າ: ລະບົບທຶນນິຍົມບໍ່ເຄີຍມີລັກສະນະທົ່ວໂລກຄືທຸກວັນນີ້ ແລະ ຍັງບັນລຸໄດ້ຜົນງານອັນໃຫຍ່ຫຼວງ, ໂດຍສະເພາະໃນຂົງເຂດການປົດປ່ອຍ ແລະ ການພັດທະນາກຳລັງການຜະລິດ, ການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ. ຫຼາຍປະເທດທຶນນິຍົມທີ່ພັດທະນາແລ້ວ, ບົນພື້ນຖານບັນດາເງື່ອນໄຂເສດຖະກິດສູງ ແລະ ຍ້ອນຜົນຂອງການຕໍ່ສູ້ຂອງຊົນຊັ້ນກຳມະກອນ ແລະ ປະຊາຊົນຜູ້ອອກແຮງງານ, ຈຶ່ງໄດ້ມີມາດຕະການແກ້ໄຂຕ່າງໆ ແລະ ໄດ້ສ້າງລະບອບສະຫວັດດີການສັງຄົມທີ່ກ້າວໜ້າກວ່າແຕ່ກ່ອນຫຼານເທົ່າ (4). ແຕ່ທາດແທ້ຂູດຮີດຂອງລັດທິທຶນນິຍົມນັ້ນ ບໍ່ສາມາດປິດບັງໄດ້, ຄວາມຂັດແຍ່ງໂດຍທຳມະຊາດ ກໍ່ຄືວິກິດການຂອງທຶນນິຍົມ “ບໍ່ສາທາດແກ້ໄຂໄດ້ຢ່າງສົມບູນໃນຂອບເຂດຂອງລະບອບທຶນນິຍົມ”(5). ລັດທິທຶນນິຍົມຍັງມີພື້ນທີ່ທີ່ຈະພັດທະນາ, ແຕ່ແບບວິທີການຜະລິດທຶນນິຍົມບໍ່ແມ່ນຈຸດຢຸດສຸດທ້າຍຂອງປະຫວັດສາດສັງຄົມມະນຸດ. ປະຊາທິປະໄຕຍັງເປັນພຽງຮູບແບບ, ບໍ່ແມ່ນເນື້ອໃນແທ້ຈິງ. ໃນຊີວິດການເມືອງ ສັງຄົມ, ເມື່ອອຳນາດຂອງເງິນຄອບງຳ, ອຳນາດຂອງປະຊາຊົນກໍຈະຖືກບັງບຽດ. ໃນບັນດາປະເທດທຶນນິຍົມທີ່ພັດທະນາແລ້ວ, ການເລືອກຕັ້ງທົ່ວໄປທີ່ຖືກເອີ້ນວ່າ “ເສລີພາບ”, “ປະຊາທິປະໄຕ”, ເຖິງວ່າຈະສາມາດປ່ຽນລັດຖະບານໄດ້, ແຕ່ກໍ່ບໍ່ສາມາດປ່ຽນແປງກອງກໍາລັງປົກຄອງໄດ້; ເບື້ອງຫຼັງລະບົບຫຼາຍພັກນັ້ນ ແທ້ຈິງແລ້ວຍັງແມ່ນຜະເດັດການຂອງກຸ່ມບໍລິສັດທຶນນິຍົມ(6). ການລະເບີດຢ່າງຮຸນແຮງ ຂອງຂະບວນການປະທ້ວງທາງສັງຄົມ ໃນຫຼາຍປະເທດທຶນນິຍົມທີ່ພັດທະນາແລ້ວ ໃນຊຸມປີມໍ່ໆມາ ໄດ້ເປີດເຜີຍເພີ່ມເຕີມເຖິງລັກສະນະຂອງສະຖາບັນການເມືອງທຶນນິຍົມ. ຄວາມຈິງທີ່ວ່າ ບັນດາສະຖາບັນປະຊາທິປະໄຕຕາມສູດ “ປະຊາທິປະໄຕເສລີ” ທີ່ຕາເວັນຕົກພະຍາຍາມສົ່ງເສີມ ແລະ ບັງຄັບໃຊ້ທົ່ວໂລກ ບໍ່ໄດ້ຮັບປະກັນວ່າ ອຳນາດທີ່ແທ້ຈິງເປັນຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ - ອົງປະກອບທີ່ສຳຄັນທີ່ສຸດ ຂອງປະຊາທິປະໄຕ. ລະບົບອຳນາດນັ້ນຍັງເປັນຂອງຊົນກຸ່ມນ້ອຍທີ່ຮັ່ງມີເປັນຕົ້ນຕໍ ແລະ ຮັບໃຊ້ຜົນປະໂຫຍດຂອງບັນດາກຸ່ມບໍລິສັດທຶນນິຍົມໃຫຍ່. ພາກສ່ວນນ້ອຍຫຼາຍ, ເຖິງແມ່ນພຽງ 1% ຂອງປະຊາກອນ, ແຕ່ຖືຄອງຄວາມຮັ່ງມີ, ປັດໄຈການຜະລິດ, ຄວບຄຸມໄດ້ເຖິງ 3 ໃນ 4 ຂອງຊັບພະຍາກອນທາງການເງິນ ປັນຍາ ແລະ ສື່ສານມວນຊົນທີ່ສຳຄັນ ແລະ ດ້ວຍເຫດນັ້ນຈຶງຄອບງຳສັງຄົມທັງໝົດ (7). ຈາກນັ້ນ, ສະຫາຍເລຂາທິການໃຫຍ່ຢືນຢັນວ່າ: ພວກເຮົາຕ້ອງການສັງຄົມໜຶ່ງ ເຊິ່ງໃນນັ້ນ ການພັດທະນາແມ່ນເພື່ອປະຊາຊົນຢ່າງແທ້ຈິງ, ຫາກບໍ່ແມ່ນເພື່ອຜົນກຳໄລແລ້ວໄປຂູດຮີດ ແລະ ຢຽບຢ່ຳກຽດສັກສີຂອງມະນຸດ. ພວກເຮົາຕ້ອງການການພັດທະນາທາງເສດຖະກິດ ໄປຄຽງຄູ່ກັບຄວາມກ້າວໜ້າ ແລະ ຄວາມຍຸດຕິທຳທາງສັງຄົມ, ຫາກບໍ່ແມ່ນເປີດກວ້າງຊ່ອງຫວ່າງລະຫວ່າງຄົນຮັ່ງມີແລະຄົນທຸກຍາກ ແລະ ຄວາມບໍ່ສະເໝີພາບທາງສັງຄົມ. ພວກເຮົາຕ້ອງການສັງຄົມແຫ່ງຄວາມເມດຕາ, ຄວາມສາມັກຄີ, ການຊ່ວຍເຫຼືອເຊິ່ງກັນ ແລະກັນ, ມຸ່ງສູ່ຄຸນຄ່າຂອງຄວາມກ້າວໜ້າທາງສັງຄົມ ແລະ ມະນຸດສະທຳ, ຫາກບໍ່ແມ່ນການແກ່ງແຍ້ງທີ່ບໍ່ຍຸດຕິທໍາ ແບບ “ປາໃຫຍ່ກິນປານ້ອຍ”, ເພື່ອຜົນປະໂຫຍດທີ່ເຫັນແກ່ຕົວ ຂອງບຸກຄົນແລະກຸ່ມນ້ອຍ. ພວກເຮົາຕ້ອງການການພັດທະນາແບບຍືນຍົງ, ກົມກຽວກັບທຳມະຊາດ ເພື່ອຮັບປະກັນສະພາບແວດລ້ອມຄວາມເປັນຢູ່ທີ່ດີ ໃຫ້ແກ່ຄົນລຸ້ນປັດຈຸບັນ ແລະ ອະນາຄົດ, ຫາກບໍ່ແມ່ນເພື່ອຂຸກຄົ້ນ, ຢຶດຄອງຊັບພະຍາກອນ ແລະ ໃຊ້ວັດສະດຸຢ່າງບໍ່ຈຳກັດ ແລະ ທຳລາຍສິ່ງແວດລ້ອມ. ແລະ, ພວກເຮົາຕ້ອງການລະບົບການເມືອງໜຶ່ງ ເຊິ່ງອຳນາດເປັນຂອງປະຊາຊົນ ໂດຍປະຊາຊົນ ແລະ ຮັບໃຊ້ຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ, ຫາກບໍ່ແມ່ນເພື່ອຄົນຮັ່ງມີຈໍານວນໜ້ອຍເທົ່ານັ້ນ (8). ນີ້ແມ່ນບັນດາຄຸນຄ່າຫຼັກ ຂອງລັດທິສັງຄົມນິຍົມ; ແລະ, ເສັ້ນທາງຂຶ້ນສູ່ສັງຄົມນິຍົມແມ່ນ ເສັ້ນທາງດຽວທີ່ຖືກຕ້ອງ ເພື່ອບັນລຸຄຸນຄ່າເຫຼົ່ານັ້ນ ໃນຄວາມເປັນຈິງຂອງຊີວິດປະຊາຊົນ.
ກ່ຽວກັບກິດຈະການກໍ່ສ້າງສັງຄົມນິຍົມ
ສະຫາຍເລຂາທິການໃຫຍ່ຊີ້ແຈ້ງວ່າ: ການກໍ່ສ້າງສັງຄົມນິຍົມແມ່ນພາລະກິດປະຕິວັດອັນຍາວນານ, ຫຍຸ້ງຍາກແລະສັບສົນທີ່ສຸດ, ຕ້ອງສ້າງການປ່ຽນແປງຄຸນນະພາບຢ່າງເລິກເຊິ່ງ ໃນທຸກຂົງເຂດຂອງຊີວິດສັງຄົມ. ຮູບແບບການເມືອງ ແລະ ກົນໄກການດຳເນີນງານທົ່ວໄປ ໃນຫວຽດນາມແມ່ນ: ພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າຂອງ. ທິດທາງແລະວິທີການແກ້ບັນຫາ ເພື່ອຊີ້ນໍາການປະຕິບັດເສັ້ນທາງໄປສູ່ສັງຄົມນິຍົມ: ຍູ້ແຮງການຫັນປະເທດເປັນອຸດສາຫະກຳ ແລະ ທັນສະໄໝ ໂດຍຕິດພັນກັບການພັດທະນາເສດຖະກິດພູມປັນຍາ; ພັດທະນາລະບົບເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ; ກໍ່ສ້າງລະບົບວັດທະນະທຳທີ່ກ້າວໜ້າ ແລະ ເຂັ້ມຂົ້ນໄປດ້ວຍເອກະລັກປະຈຳຊາດ, ສ້າງຜູ້ຄົນ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ປະຕິບັດຄວາມກ້າວໜ້າ ແລະ ຄວາມຍຸດຕິທຳທາງສັງຄົມ; ຮັບປະກັນການປ້ອງກັນປະເທດ ແລະ ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທາງສັງຄົມ ຢ່າງໝັ້ນຄົງ; ປະຕິບັດແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ເປີດຄວາມຫຼາກຫຼາຍ ຫຼາຍຮູບຫຼາຍແບບ, ສັນຕິພາບ, ມິດຕະພາບ, ການຮ່ວມມືແລະການພັດທະນາ, ເປັນເຈົ້າການ ແລະ ຕັ້ງໜ້າໃນການເຊື່ອມໂຍງສາກົນ; ສ້າງລະບອບປະຊາທິປະໄຕສັງຄົມນິຍົມ, ເສີມຂະຫຍາຍເຈດຈຳນົງ ແລະ ກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ, ສົມທົບກັບກຳລັງແຮງຂອງຍຸກສະໄໝ; ກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ຂອງປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ; ກໍ່ສ້າງພັກ ແລະ ລະບົບການເມືອງທີ່ປອດໃສ ແລະ ໝັ້ນຄົງເຂັ້ມແຂງຢ່າງຮອບດ້ານ (9).
ເພື່ອໃຫ້ຮູບແບບສັງຄົມນິຍົມຫວຽດນາມເປັນຈິງ, ຮຽກຮ້ອງໃຫ້ມີການປະຕິວັດທີ່ຫຍຸ້ງຍາກ ແລະ ສັບສົນທີ່ສຸດ, ຕ້ອງຜ່ານໄລຍະຂ້າມຜ່ານອັນຍາວນານ ດ້ວຍຫຼາຍບາດກ້າວ, ຫຼາຍຮູບການຈັດຕັ້ງເສດຖະກິດ ແລະ ການຈັດຕັ້ງສັງຄົມທີ່ແຊກຊ້ອນກັນ, ແກ່ງແຍ້ງເຊິ່ງກັນແລະກັນ, ມີການຕໍ່ສູ້ລະຫວ່າງສິ່ງເກົ່າກັບສິ່ງໃໝ່ຢູ່ສະເໝີ. ການຂຶ້ນສູ່ສັງຄົມນິຍົມແມ່ນຂະບວນການຂອງການປັບປຸງ, ເພີ່ມທະວີ ແລະ ເສີມຂະຫຍາຍບັນດາປັດໄຈສັງຄົມນິຍົມຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ປັດໄຈເຫຼົ່ານີ້ນັບມື້ນັບຄອບງຳ ກົດດັນ ແລະ ເອົາຊະນະບັນດາປັດໄຈ, ສະຖາບັນ ແລະ ລະບຽບລະບອບທີ່ບໍ່ແມ່ນສັງຄົມນິຍົມ, ບໍ່ສອດຄ່ອງກັບລະບອບສັງຄົມນິຍົມ. ຕ້ອງລົງທຶນແຮງຄົນ ແລະ ຊັບສົມບັດຢ່າງຫຼວງຫຼາຍ, ຕ້ອງມີຫົວຄິດປະດິດສ້າງຢ່າງບໍ່ອິດເມື່ອຍ, ໂດຍສະເພາະຢ່າງຍິ່ງຕ້ອງຄິດ, ຊອກຫາເສັ້ນທາງ ບາດກ້າວທີ່ສົມເຫດສົມຜົນ ແລະ ວິທີເຮັດທີ່ຖືກຕ້ອງ ເພື່ອແກ້ໄຂໜ້າທີ່ທີ່ກຳນົດໄວ້; ຕ້ອງມີຄວາມອົດທົນ, ບໍ່ອັດຕະວິໄສ ຮີບຮ້ອນ; ຕ້ອງເລີ່ມຈາກຄວາມເປັນຈິງຂອງປະເທດ, ເຄົາລົບກົດເກນພາວະວິໄສ, ຫຼີກລ່ຽງການເຮັດແບບຄຳພີຕາຍຕົວ, ແຂງກະດ້າງ ແລະ ກົນຈັກ.
ພາລະກິດການກໍ່ສ້າງສັງຄົມນິຍົມຢູ່ຫວຽດນາມ ໄດ້ຮັບການກ່າວເຖິງ ໂດຍສະຫາຍເລຂາທິການໃຫຍ່ ໃນເນື້ອໃນພື້ນຖານດັງຕໍ່ໄປນີ້:
ຊຸກຍູ້ການຫັນປະເທດເປັນອຸດສາຫະກຳແລະທັນສະໄໝ ຕິດພັນກັບການພັດທະນາເສດຖະກິດພູມປັນຍາ; ພັດທະນາລະບົບເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ.
ບົດຄວາມຂອງສະຫາຍເລຂາທິການໃຫຍ່ກ່າວຢ່າງເລິກເຊິ່ງເຖິງ ເນື້ອໃນການຫັນປະເທດເປັນອຸດສາຫະກຳແລະທັນສະໄໝ ຕິດພັນກັບການພັດທະນາເສດຖະກິດພູມປັນຍາ; ຖືກຖືວ່າເປັນໜ້າທີ່ທີ່ມີຄວາມໝາຍສຳຄັນອັນດັບໜຶ່ງ ໃນການກໍ່ສ້າງຮາກຖານເສດຖະກິດ-ວັດຖຸ ເພື່ອແນໃສ່ປະຕິບັດເປົ້າໝາຍ ປະຊາຊົນຮັ່ງມີ ປະເທດຊາດເຂັ້ມແຂງ ມີປະຊາທິປະໄຕ ຍຸດຕິທຳ ອາລະຍະທຳຢູ່ຫວຽດນາມ ໃຫ້ປະກົດເປັນຈິງເທື່ອລະກ້າວ. ການພັດທະນາເສດຖະກິດພູມປັນຍາກາຍເປັນເນື້ອໃນຂອງການຫັນເປັນອຸດສາຫະກຳແລະ ທັນສະໄໝ, ກາຍເປັນແບບວິທີການພັດທະນາທີ່ເໝາະສົມກັບປະເທດ ຈາກກະສິກຳຫຼ້າຫຼັງ ກ້າວໄປສູ່ການສ້າງພື້ນຖານດ້ານວັດຖຸຂອງສັງຄົມນິຍົມ.
ການພັດທະນາເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ ແມ່ນການບຸກທະລຸພື້ນຖານ ແລະ ປະດິດສ້າງທາງດ້ານທິດສະດີທີ່ສຳຄັນ ຂອງພັກກອມມູນິດຫວຽດນາມ. ນີ້ແມ່ນຜົນຂອງຂະບວນວິວັດອັນຍາວນານ ໃນການຊອກຫາ ຄົ້ນຄວ້າ ພັດທະນາຈິນຕະນາການທິດສະດີ, ການກວດພິສູດ ແລະ ສະຫຼູບສັງລວມພຶດຕິກຳຕົວຈິງ ຂອງພັກກອມມູນິດຫວຽດນາມ, ເລີ່ມຈາກພຶດຕິກຳຕົວຈິງໃນປະເທດ ແລະ ການເລືອກຮັບເອົາບົດຮຽນປະສົບການຂອງໂລກ. ເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມແມ່ນລະບົບເສດຖະກິດຕະຫຼາດທີ່ທັນສະໄໝ, ມີການເຊື່ອມໂຍງສາກົນ, ດຳເນີນການຢ່າງເຕັມທີ ຄົບຊຸດຕາມບັນດາກົດເກນຂອງເສດຖະກິດຕະຫຼາດ, ມີການຄຸ້ມຄອງຂອງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ, ນຳພາໂດຍພັກກອມມູນິດຫວຽດນາມ; ຮັບປະກັນຕາມທິດທາງສັງຄົມນິຍົມ, ເພື່ອເປົ້າໝາຍປະຊາຊົນຮັ່ງມີ ປະເທດຊາດເຂັ້ມແຂງ ມີປະຊາທິປະໄຕ ຍຸດຕິທຳ ແລະ ອາລະຍະທຳ (10). ຮູບແບບການຈັດຕັ້ງເສດຖະກິດນີ້ ທັງປະຕິບັດຕາມກົດເກນຂອງເສດຖະກິດຕະຫຼາດ, ທັງອີງໃສ່ພື້ນຖານແລະຖືກຊີ້ນຳ ຄວບຄຸມໂດຍບັນດາຫຼັກການພື້ນຖານ ແລະ ທາດແທ້ຂອງລັດທິສັງຄົມນິຍົມ ເຊິ່ງສະແດງອອກໃນທັງ 3 ດ້ານຄື: ກຳມະສິດ, ການຈັດຕັ້ງຄຸ້ມຄອງການຜະລິດ ແລະ ການແຈກຢາຍຜົນຜະລິດ.
ບົດຄວາມຂອງສະຫາຍເລຂາທິການໃຫຍ່ໄດ້ໄຈ້ແຍກ, ອະທິບາຍຢ່າງຈະແຈ້ງເຖິງທາດແທ້, ສະຖາບັນ, ໂຄງສ້າງ, ກົນໄກການດຳເນີນງານ, ເປົ້າໝາຍ, ລັກສະນະພື້ນຖານ, ຄຸນລັກສະນະສະເພາະ ກ່ຽວກັບການກຳນົດທິດທາງສັງຄົມນິຍົມ ຂອງພື້ນຖານເສດຖະກິດຕະຫຼາດ. ຄຸນລັກສະນະສະເພາະ ແລະ ລັກສະນະພື້ນຖານ ທີ່ເຮັດໃຫ້ເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມຂອງຫວຽດນາມ ແຕກຕ່າງຈາກເສດຖະກິດຕະຫຼາດອື່ນໆແມ່ນ: “ການເຊື່ອມໂຍງເສດຖະກິດກັບສັງຄົມ, ນະໂຍບາຍເສດຖະກິດເປັນເອກະພາບກັບນະໂຍບາຍສັງຄົມ, ການເຕີບໂຕເສດຖະກິດໄປຄຽງຄູ່ກັບຄວາມກ້າວໜ້າ ແລະ ຄວາມຍຸດຕິທຳທາງສັງຄົມ”(11). ນັ້ນແມ່ນຄວາມເອົາໃຈໃສ່ເປັນພິເສດເຖິງນະໂຍບາຍສັງຄົມ, ນະໂຍບາຍຕໍ່ປະຊາຊົນ, ການພັດທະນາທີ່ກົມກຽວລະຫວ່າງເສດຖະກິດ ແລະ ສັງຄົມ, ບໍ່ແມ່ນເພື່ອການເຕີບໂຕເສດຖະກິດແລ້ວ ເບິ່ງເບົາຄວາມກ້າວໜ້າ ແລະ ຄວາມຍຸດຕິທຳຂອງສັງຄົມ; ຕ້ອງສ້າງເງື່ອນໄຂໃຫ້ປະຊາຊົນໄດ້ຊົມໃຊ້ຜົນສຳເລັດຂອງການພັດທະນາທັງໝົດ, ຊີວິດຂອງປະຊາຊົນດີຂຶ້ນພ້ອມກັບຂະບວນການສ້າງສາແລະພັດທະນາເສດຖະກິດ.
ການພັດທະນາວັດທະນະທຳ, ຮາກຖານຈິດໃຈຂອງສັງຄົມ, ພະລັງພາຍໃນ,
ກຳລັງໜູນການພັດທະນາປະເທດ ແລະ ປົກປັກຮັກສາປະເທດຊາດ;
ສ້າງຜູ້ຄົນ ແລະ ຍົກສູງຊີວິດດ້ານວັດຖຸແລະຈິດໃຈຂອງປະຊາຊົນ,
ປະຕິບັດຄວາມກ້າວໜ້າ ແລະ ຄວາມຍຸດຕິທຳທາງສັງຄົມ.
ສະຫາຍເລຂາທິການໃຫຍ່ຢືນຢັນວ່າ: “ວັດທະນະທໍາແມ່ນເວົ້າເຖິງສິ່ງຍອດຍິ່ງ, ແກນສານທີ່ສຸດ, ໄດ້ຮັບການກັ່ນຕອງ, ຕົກຜະລຶກ, ຫຼໍ່ຫຼອມເປັນຄຸນຄ່າທີ່ດີງາມສູງສົ່ງ, ພິເສດທີ່ສຸດ, ມີມະນຸດສະທໍາ, ມີຄວາມຮັກມະນຸດ ຄວາມເມດຕາກະລຸນາ ແລະ ຈະເລີນກ້າວໜ້າ”(12). “ພວກເຮົາ ຖືວ່າວັດທະນະທຳແມ່ນຮາກຖານຈິດໃຈຂອງສັງຄົມ, ພະລັງພາຍໃນ, ກຳລັງໜູນການພັດທະນາປະເທດ ແລະ ປົກປັກຮັກສາປະເທດຊາດ; ກຳນົດການພັດທະນາວັດທະນະທຳທີ່ເປັນເອກະພາບ ແລະ ກົມກຽວກັບການເຕີບໂຕດ້ານເສດຖະກິດ ແລະ ຄວາມກ້າວໜ້າແລະຄວາມຍຸດຕິທຳທາງສັງຄົມ ແມ່ນທິດທາງພື້ນຖານຂອງຂະບວນການກໍ່ສ້າງສັງຄົມນິຍົມຢູ່ຫວຽດນາມ”(13). ວັດທະນະທຳໄດ້ຮັບການຢືນຢັນວ່າເປັນໜຶ່ງໃນ 4 ເສົາຄ້ຳຂອງນະໂຍບາຍຂອງພັກ ກ່ຽວກັບການກໍ່ສ້າງ ແລະ ການພັດທະນາປະເທດຊາດ; ແມ່ນການຮັບປະກັນທິດທິທາງສັງຄົມນິຍົມຂອງລະບົບເສດຖະກິດ, ສະແດງໃຫ້ເຫັນເຖິງມະນຸດສະທຳ ແລະ ຄວາມດີເດັ່ນຂອງລະບອບສັງຄົມນິຍົມ.
ບົດຄວາມຂອງສະຫາຍເລຂາທິການໃຫຍ່ວິເຄາະວ່າ: “ສັງຄົມສັງຄົມນິຍົມແມ່ນສັງຄົມທີ່ມຸ່ງສູ່ບັນດາຄຸນຄ່າທີ່ກ້າວໜ້າ ແລະ ມະນຸດອາລະຍະທຳ, ບົນພື້ນຖານຜົນປະໂຫຍດລວມຂອງທົ່ວສັງຄົມ ທີ່ສອດຄ່ອງກັບຜົນປະໂຫຍດອັນຊອບທໍາ ຂອງປະຊາຊົນ, ເຊິ່ງມີຄຸນນະພາບທີ່ແຕກຕ່າງຈາກສັງຄົມທີ່ແກ່ງແຍ້ງກັນ ເພື່ອຜົນປະໂຫຍດສ່ວນຕົວ ລະຫວ່າງບຸກຄົນແລະໝູ່ຄະນະ, ດັ່ງນັ້ນ ຈຶງມີຄວາມຈຳເປັນ ແລະ ມີເງື່ອນໄຂເພື່ອສ້າງຄວາມເຫັນດີເຫັນພ້ອມທາງສັງຄົມ ແທນທີການຄັດຄ້ານຕໍ່ຕ້ານ ແລະ ການປະຕິປັກທາງສັງຄົມ”(14). ຫວຽດນາມສ້າງລະບົບວັດທະນະທຳທີ່ກ້າວໜ້າ, ເຂັ້ມຂົ້ນໄປດ້ວຍເອກະລັກປະຈຳຊາດ, ເປັນເອກະພາບໃນຄວາມຫຼາກຫຼາຍ, ອີງໃສ່ບັນດາຄຸນຄ່າທີ່ກ້າວໜ້າ ແລະ ມະນຸດອາລະຍະທຳ; ໂດຍລັດທິມາກ-ເລນີນ ແລະ ແນວຄິດໂຮ່ຈີມິນມີບົດບາດນຳພາ ໃນຊີວິດຈິດໃຈສັງຄົມ; ສືບທອດແລະເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳດັ້ງເດີມອັນດີງາມຂອງຊາດ, ພ້ອມກັນນັ້ນກໍ່ເລືອກຮັບເອົາບັນດາຜົນສຳເລັດ ແລະ ແກ່ນສານທາງວັດທະນະທຳຂອງມະນຸດຊາດ.
ສະຫາຍເລຂາທິການໃຫຍ່ເນັ້ນວ່າ: “ຈຸດສຸມຂອງການກໍ່ສ້າງ ແລະ ພັດທະນາວັດທະນະທຳ ແມ່ນການສ້າງຄົນທີ່ມີບຸກຄະລິກກະພາບ ແລະ ສ້າງສະພາບແວດລ້ອມທາງວັດທະນະທຳທີ່ດີ”(15). ນີ້ແມ່ນບັນຫາໜຶ່ງທີ່ມີລັກສະນະກົດເກນ, ຍ້ອນທ້າຍທີ່ສຸດແລ້ວ, ການພັດທະນາທັງໝົດແມ່ນເກີດຈາກປະຊາຊົນ ແລະ ເພື່ອປະຊາຊົນ. ຈຸດປະສົງຂອງການສ້າງສາສັງຄົມນິຍົມແມ່ນ ນຳຊີວິດທີ່ຈະເລີນຮຸ່ງເຮືອງ, ມີຄວາມຜາສຸກ, ກ້າວໜ້າ ແລະ ຍຸດຕິທຳ ມາສູ່ສະມາຊິກທຸກຄົນໃນສັງຄົມ, ໂດຍບໍ່ຄໍານຶງເຖິງຊັ້ນວັນນະຫຼືສະຖານະທາງສັງຄົມ.
ປັບປຸງແລະເພີ່ມທະວີການປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ;
ກໍ່ສ້າງການທູດທີ່ທັນສະໄໝ, ຍົກສູງປະສິດທິຜົນວຽກງານການຕ່າງປະເທດ
ແລະ ຄວາມສາມາດເຊື່ອມໂຍງເຂົ້າກັບສາກົນ.
ສະຫາຍເລຂາທິການໃຫຍ່ຊີ້ແຈ້ງວ່າ: “ເປັນເຈົ້າການໃນການປ້ອງກັນຄວາມສ່ຽງຂອງສົງຄາມແລະການປະທະກັນ ຕັ້ງແຕ່ຕົ້ນ, ຈາກໃກ; ເດັດດ່ຽວ ໜຽວແໜ້ນໃນການປົກປັກຮັກສາເອກະລາດ ອະທິປະໄຕ ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດຢ່າງໝັ້ນຄົງ; ຮັບປະກັນຄວາມໝັ້ນຄົງຂອງຊາດ, ຄວາມເປັນລະບຽບລຽບລ້ອຍ ແລະ ຄວາມປອດໄພທາງສັງຄົມ”(16). ສືບຕໍ່ກໍ່ສ້າງກອງທັບປະຊາຊົນ, ກອງກຳລັງຕຳຫຼວດປະຊາຊົນທີ່ປະຕິວັດ, ເປັນລະບຽບຫຼວງ, ຊຳນານການຮົບ, ທັນສະໄໝເທື່ອລະກ້າວ, ບາງເຫຼົ່າພົນ, ເຫຼົ່າທັບ, ກົມກອງກ້າວຂຶ້ນສູ່ທັນສະໄໝໂດຍກົງ. ຮອດປີ 2025, ໂດຍພື້ນຖານ ກໍ່ສ້າງກອງທັບ, ກອງກຳລັງຕຳຫຼວດທີ່ຮຽບຮ້ອຍ, ກະທັດລັດ, ເຂັ້ມແຂງ, ສ້າງປະຖົມປັດໄຈທີ່ໝັ້ນຄົງ, ສູ້ຊົນເຖິງປີ 2030, ກໍ່ສ້າງກອງທັບປະຊາຊົນ, ກອງກຳລັງຕຳຫຼວດປະຊາຊົນທີ່ປະຕິວັດ, ເປັນລະບຽບຫຼວງ, ຊຳນານການຮົບ ແລະ ທັນສະໄໝ. ສ້າງທ່າສະໜາມຮົບໃນໃຈປະຊາຊົນ, ທ່າສະໜາມຮົບປ້ອງກັນປະເທດທົ່ວປວງຊົນ, ທ່າສະໜາມຮົບຄວາມສະຫງົບປະຊາຊົນທີ່ໝັ້ນຄົງ ເພື່ອເປັນພື້ນຖານໃຫ້ແກ່ພາລະກິດການປົກປັກຮັກສາປະເທດຊາດ.
ສະຫາຍເລຂາທິການໃຫຍ່ຮຽກຮ້ອງໃຫ້ຄະນະພັກກອງທັບຕ້ອງຊາບຊຶມຢ່າງຄົບຖ້ວນແລະເລິກເຊິ່ງ ກ່ຽວກັບຕຳແໜ່ງທີ່ຕັ້ງ ແລະ ບົດບາດຂອງກອງທັບທີ່ເປັນ “ກອງທັບປະຊາຊົນ, ກອງທັບຂອງປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ ແລະ ຢູ່ພາຍໃຕ້ການນຳພາ “ເດັດຂາດ, ໂດຍກົງໃນທຸກດ້ານ” ຂອງພັກ; ດັ່ງນັ້ນ ກອງທັບຕ້ອງຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດຢ່າງແທ້ຈິງ ແລະ ຕິດພັນແບບເລືອດເນື້ອກັບປະຊາຊົນ” (17), ປະຕິບັດໜ້າທີ່ 6 ປະການເປັນຢ່າງດີຄື: ຊາບຊຶມແລະຮັບຮູ້ຢ່າງເລິກເຊິ່ງກ່ຽວກັບທາດແທ້ ແລະ ຄວາມຮັບຜິດຊອບຂອງກອງທັບ; ກໍ່ສ້າງຄະນະພັກກອງທັບໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ເປັນແບບຢ່າງ, ດີເດັ່ນ; ກໍ່ສ້າງກອງທັບທີ່ມີຄວາມໝັ້ນຄົງເຂັ້ມແຂງທາງດ້ານການເມືອງ, ເພີ່ມທະວີການພົວພັນແບບອີຂຊີຂອງກອງທັບກັບປະຊາຊົນ; ພ້ອມທີ່ຈະປົກປັກຮັກສາປະເທດຊາດຕັ້ງແຕ່ຕົ້ນ, ຈາກໄກ; ປະສານສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເພື່ອເພີ່ມທະວີກຳລັງຊ້ອນແຝງທາງການປ້ອງກັນປະເທດ ແລະ ທ່າສະໜາມຮົບປ້ອງກັນປະເທດທົ່ວປວງຊົນ; ປະຕິບັດມາດຕະການຕ່າງໆຢ່າງຄົບຊຸດເພື່ອກໍ່ສ້າງ “ກອງທັບທີ່ເປັນລະບຽບຫຼວງ, ຊຳນານການຮົບ, ທັນສະໄໝເທື່ອລະກ້າວ; ບາງເຫຼົ່ພົນ, ເຫຼົ່າທັບ, ກົມກອງກ້າວສູ່ທັນສະໄໝໂດຍກົງ”.
ສະຫາຍເລຂາທິການໃຫຍ່ເນັ້ນເຖິງຄວາມຕ້ອງການສຸມໃສ່ຢ່າງແຮງ, ປະຕິບັດມາດຕະການຕ່າງໆຢ່າງຄົບຊຸດ ເພື່ອກໍ່ສ້າງ “ກອງກຳລັງຕຳຫຼວດທີ່ປອດໃສ ແລະ ເຂັ້ມແຂງຢ່າງແທ້ຈິງ, ໃກ້ຊິດກັບປະຊາຊົນ, ຕິດແທດກັບຮາກຖານ”(18); ເປັນເຈົ້າການໃນການປະສານງານກັບບັນດາອົງການທີ່ກ່ຽວຂ້ອງ, ບັນດາກະຊວງ ຂະແນງການ ທ້ອງຖິ່ນ ແລະ ກອງທັບ ເພື່ອ “ຮັກສາຄວາມໝັ້ນຄົງແຫ່ງຊາດ, ຮັບປະຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທາງສັງຄົມ ໃນທຸກສະຖານະການ; ບໍ່ເປັນອັດຕະວິໄສ ປະມາດລະເລີຍຢ່າງເດັດຂາດ; ບໍ່ໃຫ້ຕົກໃນທ່າຮັບ ທີ່ບໍ່ຄາດຄິດ”(19). ກອງກຳລັງຕຳຫຼວດຕ້າງ “ກວດພົບທັນທີ, ເປັນເຈົ້າການໃນການຈັດການກັບບັນຫາດ້ານຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ຢ່າງມີປະສິດທິຜົນ, ບໍ່ປ່ອຍໃຫ້ “ຈຸດຮ້ອນ” ເກີດຂຶ້ນ. ຕໍ່ສູ້ຢ່າງທັນທ່ວງທີ ແລະ ປາບປາມອາດຊະຍາກຳທຸກປະເພດໄດ້ຢ່າງມີປະສິດທິພາບ, ໂດຍສະເພາະອາຊະຍາກຳທີ່ມີການຈັດຕັ້ງ, ອາຊະຍາກຳຂ້າມຊາດ, ອາຊະຍາກຳໃຊ້ເຕັກໂນໂລຊີສູນ, ອາຊະຍາກຳຢາເສບຕິດ”(20).
ກ່ຽວກັບການຕ່າງປະເທດ, ສະຫາຍເລຂາທິການໃຫຍ່ໄຈ້ແຍກ ແລະ ນຳສະເໜີຄວາມຮັບຮູ້ ແລະ ຈິນຕະນາການໃໝ່ຄື: “ການຕ່າງປະເທດໃນທຸກວັນນີ້ ບໍ່ໄດ້ເປັນພຽງການຕໍ່ເນື່ອງຂອງນະໂຍບາຍພາຍໃນປະເທດເທົ່ານັ້ນ ແຕ່ຍັງແມ່ນກຳລັງແຮງຊຸກຍູ້ການພັດທະນາຂອງບັນດາຊາດ ປະເທດຊາດອີກນຳ”(21). ຈາກການສະຫຼຸບສັງລວມຄວາມເປັນຈິງຂອງການຕ່າງປະເທດຂອງພັກ ແລະ ການທູດຂອງລັດຫວຽດນາມ, ສະຫາຍເລຂາທິການໃຫຍ່ໄດ້ສັງລວມກ່ຽວກັບການທູດແບບ “ໄມ້ໄຜ່ຫວຽດນາມ” - ທີ່ເຕັມໄປດ້ວຍເອກະລັກແຫ່ງຊາດ, ທີ່ “ເອົາຫຼັກການເປັນພື້ນເພື່ອໝູນໃຊ້ຢ່າງໄຫວພິບ”, “ຮັກສາຫົວໃຈຮ້ອນ, ຫົວສະໝອງເຢັນ”, “ເດັດດ່ຽວ, ອົດທົນໜຽວແໜ້ນ” ເພື່ອແກ້ໄຂສິ່ງທ້າທາຍຂອງການຕ່າງປະເທດດ້ວຍຄວາມອ່ອນໂຍນ ແຕ່ມີປະສິດທິຜົນ, ຍາດແຍ່ງຄວາມຄ້າຍຄືກັນທາງດ້ານຜົນປະໂຫຍດ ເພື່ອຊຸກຍູ້ການຮ່ວມມື ແລະ ການພັດທະນາ, ປົກປ້ອງຜົນປະໂຫຍດຂອງຊາດ-ປະເທດຊາດຢ່າງເຕັມທີ. ການກໍ່ສ້າງ ພັດທະນາ ແລະ ເສີມຂະຫຍາຍບົດບາດຂອງການທູດແບບ “ໄມ້ໄຜ່ຫວຽດນາມ” ແມ່ນເງື່ອນໄຂ, ພື້ນຖານ ເພື່ອໃຫ້ການເຄື່ອນໄຫວການຕ່າງປະເທດ, ການທູດຫວຽດນາມສາມາດສຳເລັດໜ້າທີ່ອັນພື້ນຖານທີ່ວາງອອກມາຄື: “ສືບຕໍ່ເສີມຂະຫຍາຍບົດບາດນຳໜ້າໃນການສ້າງ ແລະ ຮັກສາສະພາບແວດລ້ອມສັນຕິພາບ ສະຖຽນລະພາບ ແລະ ການລະດົມແຫຼ່ງກຳລັງພາຍນອກເພື່ອພັດທະນາປະເທດ, ຍົກສູງຖານະທີ່ຕັ້ງ ແລະ ກຽດສັກສີຂອງປະເທດ”(22). ສືບຕໍ່ຊຸກຍູ້ ແລະ ຍົກສູງປະສິດທິຜົນ ຂອງວຽກງານການຕ່າງປະເທດ; ຍົກສູງຄວາມສາມາດເຊື່ອມໂຍງ, ໂດຍສະເພາະແມ່ນ ລະດັບພາກ ແລະ ລະດັບທ້ອງຖິ່ນ, ວິສາຫະກິດ; ໃຊ້ໂອກາດໃຫ້ເກີດປະໂຫຍດສູງສຸດຈາກຂະບວນການເຊື່ອມໂຍງ, ໂດຍສະເພາະບັນດາສັນຍາການຄ້າເສລີທີ່ຫວຽດນາມເປັນສະມາຊິກ. ສ້າງການທູດທີ່ທັນສະໄໝ ໂດຍເນັ້ນການຍູ້ແຮງການທູດດ້ານປ້ອງກັນປະເທດ ແລະ ປ້ອງກັນຄວາມສະຫງົບ ເພື່ອປົກປັກຮັກສາປະເທດຊາດຕັ້ງແຕ່ຕົ້ນ, ຈາກໄກ. ເພີ່ມທະວີການທູດດ້ານເສດຖະກິດເພື່ອພັດທະນາ ເປີດກວ້າງ ແລະ ຍົກສູງປະສິດທິຜົນ ຂອງການທູດດ້ານວັດທະນະທຳ, ປະກອບສ່ວນແທດຈິງ ເຂົ້າໃນການສົ່ງເສີມພາບພົດ ແລະ ຍີ່ຫໍ້ແຫ່ງຊາດ ແລະ ເພີ່ມທະວີກຳລັງແຮງສັງລວມໃນການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ.
ສືບຕໍ່ເພີ່ມທະວີການກໍ່ສ້າງແລະປັບປຸງພັກ ແລະ ລະບົບການເມືອງທີ່ປອດໄສ
ແລະໝັ້ນຄົງເຂັ້ມແຂງ ເຊິ່ງຈຸດສຸມແມ່ນ ຍົກສູງຄວາມສາມາດໃນການນຳພາ
ແລະ ການກຳອຳນາດຂອງພັກ.
ການກໍ່ສ້າງແລະປັບປຸງພັກ ແລະ ລະບົບການເມືອງ ແມ່ນໜ້າທີ່ຫຼັກ, ປັດໄຈທີ່ກຳນົດຄວາມສຳເລັດຫຼືຄວາມລົ້ມແຫຼວຂອງການປະຕິວັດຫວຽດນາມ. ເນື້ອໃນນີ້ມີຕໍາແໜ່ງສໍາຄັນພິເສດ ກວມເອົາເກືອບເຄິ່ງໜຶ່ງໃນຫຼາຍບົດຄວາມຂອງສະຫາຍເລຂາທິການໃຫຍ່; ສະແດງໃຫ້ເຫັນເຖິງບົດບາດແລະທີ່ຕັ້ງ ທີ່ມີຄວາມໝາຍຕັດສິນຊີ້ຂາດ ຂອງວຽກງານກໍ່ສ້າງພັກ ແລະ ລະບົບການເມືອງ ເພື່ອພາລະກິດປະຕິວັດ ທັງດ້ານທິດສະດີ ແລະ ພາກປະຕິບັດ. ເນື້ອໃນຂອງບັນຫາກ່ຽວກັບການກໍ່ສ້າງພັກ ແລະ ລະບອບການເມືອງໄດ້ກວມລວມຮອບດ້ານ ຕັ້ງແຕ່ພື້ນຖານທາງທິດສະດີທົ່ວໄປ ຈົນເຖິງບັນຫາສະເພາະຂອງທິດທາງ, ໜ້າທີ່ ແລະ ວິທີແກ້ໄຂວຽກງານກໍ່ສ້າງພັກໃນດ້ານການເມືອງ ອຸດົມຄະຕິ ຄຸນສົມບັດສິນທຳ ການຈັດຕັ້ງ ແລະ ພະນັກງານ; ວຽກງານໂຄສະນາອົບຮົມ, ການຈັດຕັ້ງ, ການກວດກາ, ການຂົນຂວາຍປະຊາຊົນ, ການຕໍ່ສູ້ເພື່ອປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ໃຊ້ຈ່າຍຟຸມເຟືອຍ, ຫຍໍ້ທໍ້; ການປ່ຽນແປງໃໝ່ແບບວິທີການນຳພາຂອງພັກຕໍ່ລັດ, ແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງການເມືອງ-ສັງຄົມ, ບັນດາອົງຄະນະມະຫາຊົນ. ໃນທຸກຂົງເຂດ, ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ມີຄວາມເຂົ້າໃຈຢ່າງເລິກເຊິ່ງ, ມີການແບ່ງປັນ, ຄວາມເຫັນອົກເຫັນໃຈ, ສະເໜີແນະ ແລະ ໃຫ້ຄຳແນະນຳທີ່ຊັກຊວນໃຈ.
ໂດຍເລີ່ມຈາກທັດສະນະຊີ້ນຳ “ການນຳພາຂອງພັກແມ່ນປັດໄຈສຳຄັນອັນດັບໜຶ່ງທີ່ກຳນົດທຸກໄຊຊະນະຂອງການປະຕິວັດໃນປະເທດເຮົາ”, ສະຫາຍເລຂາທິການໃຫຍ່ ເນັ້ນວ່າ ຕ້ອງເອົາໃຈໃສ່ເປັນພິເສດເຖິງວຽກງານກໍ່ສ້າງແລະປັບປຸງພັກ, ຖືວ່ານີ້ເປັນໜ້າທີ່ຫຼັກ, ມີຄວາມໝາຍສຳຄັນທີ່ສຸດຕໍ່ພັກ ແລະ ລະບອບສັງຄົມນິຍົມ(23). ຈຸດມຸ່ງໝາຍຂອງວຽກງານການກໍ່ສ້າງແລະປັບປຸງພັກ ແມ່ນ “ກໍ່ສ້າງພັກປະຕິວັດທີ່ແທ້ຈິງ ໂດຍມີແນວທາງທີ່ຖືກຕ້ອງ, ມີການຈັດຕັ້ງທີ່ແໜ້ນແຟ້ນ, ມີຖັນແຖວພະນັກງານ ສະມາຊິກພັກທີ່ບໍລິສຸດຜຸດຜ່ອງ, ເປັນແບບຢ່າງ, ສຸດອົດສຸດໃຈ, ໃກ້ຊິດຕິດແທດກັບປະຊາຊົນ ແລະ ໄດ້ຮັບການສະໜັບສະໜູນ, ພັກນັ້ນຈະມີກຳລັງແຮງຊະນະເລີດ ແລະ ບໍ່ມີອິດທິກຳລັງໃດຈະສາມາດຂວາງທາງນຳພາຊາດໄປສູ່ຈຸດໝາຍທີ່ວາງໄວ້”(24).
ເພື່ອສືບຕໍ່ຍົກສູງກວ່າອີກ ຄວາມກ້າຫານ ແລະ ສະຕິປັນຍາຂອງພັກ, ເພື່ອໃຫ້ພັກກອມມູນິດຫວຽດນາມ “ມີຈະລິຍະທຳ, ມີອາລະຍະທຳ” ຢ່າງແທ້ຈິງນັ້ນ ບັນຫາສຳຄັນອັນດັບໜຶ່ງ ແລະ ມີລັກສະນະຫຼັການ ແມ່ນຕ້ອງໃຫ້ຄວາມສຳຄັນທີ່ສຸດເຖິງການກໍ່ສ້າງພັກທາງດ້ານແນວຄິດການເມືອງ. ຢຶດຖືແລະຕັ້ງໝັ້ນບົນພື້ນຖານລັດທິມາກ-ເລນິນ ແລະ ແນວຄິດຂອງໂຮ່ຈີມິນ, ພ້ອມກັນນັ້ນ ເພີ່ມເຕີມຢ່າງບໍ່ຢຸດຢັ້ງ ແລະ ພັດທະນາຢ່າງປະດິດສ້າງ, ສອດຄ່ອງກັບພຶດຕິກຳຕົວຈິງຂອງຫວຽດນາມ. ຕ້ອງປະຕິບັດບັນດາຫຼັກການຈັດຕັ້ງກໍ່ສ້າງພັກໃຫ້ດີກວ່າອີກ; ໃຫ້ຄວາມສຳຄັນເປັນພິເສດເຖິງການຍົກສູງຄຸນນະພາບ ແລະ ປະສິດທິຜົນຂອງວຽກງານພະນັກງານ; ສຸມໃສ່ກໍ່ສ້າງຖັນແຖວພະນັກງານທຸກລະດັບ, ໂດຍສະເພາະພະນັກງານຍຸດທະສາດ ແລະ ຫົວໜ້າທີ່ມີຄຸນສົມບັດ, ມີຄວາມສາມາດ ແລະ ມີຊື່ສຽງຢ່າງພຽງພໍ, ທຽບເທົ່າກັບໜ້າທີ່. ຮັດແໜ້ນລະບຽບວິໄນ, ສ້າງກົນໄກຄວບຄຸມອຳນາດເພື່ອ “ລັອກອຳນາດຢູ່ໃນກົງກົນໄກ”, ປັບປຸງຈະລິຍະທຳ, ວັດທະນະທຳ ແລະ ຄວາມເປັນມືອາຊີບ ຂອງພະນັກງານ ສະມາຊິກພັກ, ລັດຖະກອນແລະ ພະລາກອນ. ຕໍ່ສູ້ຢ່າງເດັດດ່ຽວໜຽວແໜ້ນເພື່ອກີດກັ້ນ ແລະ ຍູ້ຖອຍການສໍ້ລາດບັງຫຼວງ, ຄວາມຫຍໍ້ທໍ້, ບັນດາປະກົດການເສື່ອມໂຊມທາງດ້ານແນວຄິດການເມືອງ, ຄຸນສົມບັດສິນທຳ, ວິຖີຊີວິດ, “ການປ່ຽນແປງຕົນເອງ”, “ການຫັນປ່ຽນຕົນເດງ” ຢູ່ພາຍໃນ.
ສະຫາຍເລຂາທິການໃຫຍ່ໄດ້ຮຽກຮ້ອງວ່າ, ຕ້ອງຕໍ່ສູ້ຢ່າງເດັດດ່ຽວໜຽວແໜ້ນເພື່ອກີດກັ້ນ ແລະ ຍູ້ຖອຍການສໍ້ລາດບັງຫຼວງ, ຄວາມຫຍໍ້ທໍ້, ດ້ວຍຄວາມຕັດສິນໃຈທາງການເມືອງທີ່ສູງກວ່າ, ການກະທຳທີ່ແຂງແຮງແລະເຖິງຖອງກວ່າ, ມີປະສິດທິຜົນສູງກວ່າ; ພ້ອມກັນນັ້ນ, ເຊື່ອມຕໍ່ການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ ຄວາມຫຍໍ້ທໍ້ ກັບການກໍ່ສ້າງແລະປັບປຸງພັກ, ກໍ່ສ້າງແລະປັບປຸງລະບົບການເມືອງ ໃຫ້ປອດໃສແລະໝັ້ນຄົງເຂັ້ມແຂງ. ນີ້ແມ່ນການຕໍ່ສູ້ດ້ວຍຈິດໃຈ “ບໍ່ມີເຂດຫວງຫ້າມ, ບໍ່ມີຂໍ້ຍົກເວັ້ນ, ບໍ່ຖືກການກະທົບທີ່ບໍ່ສະອາດຈາກອົງການຈັດຕັ້ງຫຼືບຸກຄົນໃດໆ... ສົມທົບຢ່າງແໜ້ນແຟ້ນລະຫວ່າງ ການປ້ອງກັນຢ່າງຕັ້ງໜ້າ ກັບຄວາມເປັນເຈົ້າການໃນການກວດພົບ ແລະ ຈັດການກັບການກະທຳສໍ້ລາດບັງຫຼວງ, ຄວາມຫຍໍ້ທໍ້ ຢ່າງເຂັ້ມງວດ, ທັນການ; ປະຕິບັດວິໄນພັກ, ລະບຽບວິໄນທາງປົກຄອງ ແລະ ກົດໝາຍອາຍາພ້ອມກັນ ສຳລັບຜູ້ລະເມີດບໍ່ວ່າຈະແມ່ນໃຜກໍຕາມ”(25).
ໃນກົນໄກ ພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າຂອງ, ແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງການເມືອງ-ສັງຄົມ ແລະ ບັນດາອົງຄະນະມະຫາຊົນ ມີບົດບາດສຳຄັນພິເສດ ໃນການປະຕິບັດແລະເສີມຂະຫຍາຍສິດເປັນເຈົ້າຂອງຂອງປະຊາຊົນ. ນີ້ກໍ່ແມ່ນບັນຫາທີ່ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ໄດ້ກ່າວໄວ້ໃນຫຼາຍບົດຄວາມແລະຄຳປາໄສ. ຈາກທັດສະນະຂອງປະທານໂຮ່ຈີມິນ: “ເຄົາລົບປະຊາຊົນ, ໃກ້ຊິດກັບປະຊາຊົນ, ເຂົ້າໃຈປະຊາຊົນ, ຮຽນຮູ້ຈາກະຊາຊົນ, ມີຄວາມຮັບຜິດຊອບຕໍ່ປະຊາຊົນ”, “ຟັງປະຊາຊົນ, ເວົ້າໃຫ້ປະຊາຊົນເຂົ້າໃຈ, ເຮັດໃຫ້ປະຊາຊົນເຊື່ອ”, ສະຫາຍເລຂາທິການໃຫຍ່ ໄດ້ສະຫຼຸບເປັນຂໍ້ຄິດທິດສະດີທີ່ເລິກເຊິ່ງແລະສຳຄັນທີ່ສຸດ: ເຮົາຕ້ອງເຮັດສິ່ງທີ່ປະຊາຊົນພໍໃຈແລ້ວປະຊາຊົນຈະເຊື່ອ ແລະ ລະບອບການປົກຄອງຂອງພວກເຮົາຈະຢູ່ລອດ, ພັກຂອງເຮົາຈະຢູ່ລອດ. ກົງກັນຂ້າມ, ຖ້າຫາກທ່ານເຮັດສິ່ງທີ່ຂັດຕໍ່ຄວາມຕ້ອງການຂອງປະຊາຊົນ, ສູນເສຍຄວາມເຊື່ອແມ່ນການສູນເສຍທຸກສິ່ງທຸກຢ່າງ.
ເພື່ອປັບປຸງແລະເພີ່ມທະວີຄວາມໄວ້ວາງໃຈຂອງປະຊາຊົນຕໍ່ພັກ, ລັດ ແລະ ລະບອບສັງຄົນິຍົມ; ປຸກຕື່ນຄວາມມຸ່ງມາດປາຖະໜາພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງ ແລະ ມີຄວາມສຸກ, ເສີມຂະຫຍາຍເຈດຈຳນົງ ຄວາມຕັດສິນໃຈ ແລະ ກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ ສົມທົບກັບກຳລັງແຮງຂອງຍຸກສະໄໝ, ສະຫາຍເລຂາທິການໃຫຍ່ຮຽກຮ້ອງໃຫ້ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການສະມາຊິກ ຕ້ອງ “ຂະຫຍັນຂັນເຄື່ອນ, ປະດິດສ້າງ, ປ່ຽນແປງໃໝ່ຢ່າງແຂງແຮງກວ່າອີກ; ແທດຈິງ ແລະມີປະສິດທິຜົນຫຼາຍກວ່າອີກ, ປະກອບສ່ວນເຂົ້າໃນການເຕົ້າໂຮມປະຊາຊົນທຸກຊັ້ນວັນນະ ໃຫ້ນັບມື້ນັບຫຼາຍຂຶ້ນ ໃນກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ; ເພີ່ມທະວີການພົວພັນສະໜິດແໜ້ນແບບອີນຊີ ລະຫວ່າງປະຊາຊົນ ກັບພັກ ແລະ ອຳນາດການປົກຄອງ, ສ້າງເປັນກຳລັງແຮງອັນໃຫຍ່ຫຼວງ, ຊະນະເລີດ ເພື່ອສ້າງປະເທດເຮົາໃຫ້ຈະເລີນຮຸ່ງເຮືອງ, ໃຫ້ປະຊາຊົນເຮົາມີຄວາມສຸກຫຼາຍຂຶ້ນ; ປະເທດເຮົານັບມື້ນັບພັດທະນາ ແລະ ຈະເລີນກ້າວໜ້າ”(26).
ປະຊາຊົນແມ່ນອັດຕະພາບຂອງສັງຄົມສັງຄົມນິຍົມ. ສະຫາຍເລຂາທິການໃຫຍ່ໄດ້ເນັ້ນວ່າ, ໃນຊັບພະຍາກອນທັງໝົດເພື່ອກໍ່ສ້າງສັງຄົມນິຍົມນັ້ນ “ຊັບພະຍາກອນມະນຸດມີຄວາມສໍາຄັນທີ່ສຸດ”(27). ຈາກນັ້ນ, ຕ້ອງໃຫ້ຄວາມສຳຄັນເປັນພິເສດເຖິງການປັບປຸງສາຍພົວພັນສະໜິດແໜ້ນກັບປະຊາຊົນ, ອີງໃສ່ປະຊາຊົນເພື່ອກໍ່ສ້າງພັກ; ສົ່ງເສີມຄວາມສະເໝີພາບ ແລະ ຄວາມສາມັກຄີລະຫວ່າງບັນດາຊົນເຜົ່າ, ສາສະໜາຢ່າງບໍ່ຢຸດຢັ້ງ. ມະຫາສາມັກຄີປວງຊົນທັງຊາດ ແລະ ຄວາມປາຖະໜາພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງແລະ ມີຄວາມສຸກແມ່ນ “ພະລັງຂັບເຄື່ອນແລະຊັບພະຍາກອນພັດທະນາທີ່ສຳຄັນຂອງປະເທດ”(28), ແມ່ນແຫຼ່ງກຳລັງແຮງ ແລະ ປັດໄຈທີ່ມີຄວາມໝາຍສຳຄັນທີ່ສຸດ ໃນການຮັບປະກັນໄຊຊະນະແບບຍືນຍົງ ຂອງພາລະກິດປະຕິວັດຢູ່ຫວຽດນາມ.
***
ປຶ້ມ ບາງບັນຫາທິດສະດີແລະພຶດຕິກຳ ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ ຂອງສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ມີລະດັບການສັງລວມທິດສະດີສູງ, ເປັນການສະຫຼຸບທີ່ມີຄວາມໝາຍພາກປະຕິບັດຢ່າງເລິກເຊິ່ງ ຕໍ່ຮູບແບບສັງຄົມນິຍົມຂອງຫວຽດນາມ, ບົນພື້ນຖານການໝູນໃຊ້ ແລະ ພັດທະນາລັດທິມາກ-ເລນິນ ແລະ ແນວຄິດຂອງໂຮ່ຈິມິນຢ່າງປະດິດສ້າງ. ບົນພື້ນຖານຈິນຕະນາການທິດສະດີທີ່ເລິກເຊິ່ງ, ປຶ້ມໄດ້ສະເໜີ ໄຈ້ແຍກ ແລະ ອະທິປາຍບັນດາບັນຫາທິດສິດີ ແລະ ພຶດຕິກຳກ່ຽວກັບຮູບແບບສັງຄົມນີຍົມ ແລະ ເນື້ອໃນ, ວິທີແກ້ໄຂ ເພື່ອກໍ່ສ້າງສັງຄົມນິຍົມຢູ່ຫວຽດນາມເທື່ອລະກ້າວ./.
-----------------------
(1), (2), (3) ຫງວຽນ ຝູ ຈ້ອງ: ບາງບັນຫາທິດສະດີແລະພຶດຕິກຳ ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2022, ເຫຼັ້ມ 23, 22, 24.
(4), (5), (6), (7), (8) ເບິ່ງ: ຫງວຽນ ຝູ ຈ້ອງ: ບາງບັນຫາທິດສະດີແລະພຶດຕິກຳ ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ, ປຶ້ມທີ່ໄດ້ແນະນຳ, ໜ້າ 18-19, 20, 21, 21, 21-22.
(9) ເບິ່ງ: ຫງວຽນ ຝູ ຈ້ອງ: ບາງບັນຫາທິດສະດີແລະພຶດຕິກຳ ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ, ປຶ້ມທີ່ໄດ້ແນະນຳ, ໜ້າ 24-25.
(10) ເບິ່ງ: ຫງວຽນ ຝູ ຈ້ອງ: ບາງບັນຫາທິດສະດີແລະພຶດຕິກຳ ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ, ປຶ້ມທີ່ໄດ້ແນະນຳ, ໜ້າ 91.
(11), (12), (13) ຫງວຽນ ຝູ ຈ້ອງ: ບາງບັນຫາທິດສະດີແລະພຶດຕິກຳ ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ, ປຶ້ມທີ່ໄດ້ແນະນຳ, ໜ້າ 92, 158 - 159, 27.
(14), (15), (16), (17), (18) ຫງວຽນ ຝູ ຈ້ອງ: ບາງບັນຫາທິດສະດີແລະພຶດຕິກຳ ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ, ປຶ້ມທີ່ໄດ້ແນະນຳ, ໜ້າ 28, 165, 54, 443, 459.
(19), (20), (21), (22) ຫງວຽນ ຝູ ຈ້ອງ: ບາງບັນຫາທິດສະດີແລະພຶດຕິກຳ ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ, ປຶ້ມທີ່ໄດ້ແນະນຳ, ໜ້າ 457, 61, 180, 192.
(23) ເບິ່ງ: ຫງວຽນ ຝູ ຈ້ອງ: ບາງບັນຫາທິດສະດີແລະພຶດຕິກຳ ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ, ປຶ້ມທີ່ໄດ້ແນະນຳ, ໜ້າ 29.
(24), (25) ຫງວຽນ ຝູ ຈ້ອງ: ບາງບັນຫາທິດສະດີແລະພຶດຕິກຳ ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ, ປຶ້ມທີ່ໄດ້ແນະນຳ, ໜ້າ 226, 137.
(26), (27), (28) ຫງວຽນ ຝູ ຈ້ອງ: ບາງບັນຫາທິດສະດີແລະພຶດຕິກຳ ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ, ປຶ້ມທີ່ໄດ້ແນະນຳ, ໜ້າ 118, 52, 110.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1003 (ເດືອນທັນວາ 2022)