ການປະຕິບັດຫຼັກການລວມສູນປະຊາທິປະໄຕ
ໃນວຽກງານພະນັກງານຂອງພັກກອມມູນິດຫວຽດນາມ 

ໂດຍ ມາຍ ວັນ ຈິ໊ງ
ກຳມະການສູນກາງພັກ, ຮອງຫົວໜ້າປະຈຳການຄະນະຈັດຕັ້ງສູງກາງ
14:56, 24-07-2023

ວກ. - ການລວມສູນປະຊາທິປະໄຕ ແມ່ນຫຼັກການພື້ນຖານ ໃນການຈັດຕັ້ງແລະເຄື່ອນໄຫວ ຂອງພັກກອມມູນິດຫວຽດນາມ. ຫຼັກການລວມສູນປະຊາທິປະໄຕ ແມ່ນປັດໄຈຮັບປະກັນຄວາມເປັນເອກະພາບ ທາງດ້ານເຈດຈຳນົງ ແລະ ການກະທຳ, ທັງເສີມຂະຫຍາຍປະຊາທິປະໄຕ, ເຕົ້າໂຮມກຳລັງແຮງແລະສະຕິປັນຍາຂອງໝູ່ຄະນະໄດ້, ທັງຮັບປະກັນປະສິດທິພາບການນຳພາ ແລະ ກຳລັງແຮງສູ້ຮົບຂອງພັກ. ຕໍ່ໜ້າຄວາມຮຽກຮ້ອງຕ້ອງການສືບຕໍ່ “ຊາບຊຶມແລະປະຕິບັດຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ” ຕາມທີ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມໄດ້ກຳນົດ, ການປັບປຸງບູລະນະກົນໄກປະຕິບັດ ຫຼັກການລວມສູນປະຊາທິປະໄຕ ໃນວຽກງານພະນັກງານ ຕອບສະໜອງຄວາມຕ້ອງການຂອງສະພາບການໃໝ່ ​ໄດ້​ຖືກ​ກຳນົດ​ວ່າ​ເປັນ​ວຽກ​ງານ​ທີ່​ສຳຄັນ ​ແລະ ຮີບ​ດ່ວນ.

 

ການລວມສູນປະຊາທິປະໄຕ ແມ່ນຫຼັກການພື້ນຖານ
ໃນການຈັດຕັ້ງແລະເຄື່ອນໄຫວຂອງພັກກອມມູນິດຫວຽດນາມ

ໃນເວລາຍັງມີຊີວິດຢູ່, ບັນດາຜູ້ກໍ່ຕັ້ງລັດທິສັງຄົມນິຍົມວິທະຍາສາດ ເຄີຍເນັ້ນໜັກເຖິງບົດບາດ ແລະ ຄວາມສໍາຄັນຂອງຫຼັກການລວມສູນປະຊາທິປະໄຕ. ນັ້ນແມ່ນການສະແດງອອກຂອງການນຳພາລວມໝູ່, ຮັບປະກັນໃຫ້ແຜນນະໂຍບາຍແລະແນວທາງຂອງພັກ ໄດ້ຮັບການສົນທະນາ, ປຶກສາຫາລື ແລະ ຕັດສິນຕົກລົງໂດຍສຽງສ່ວນໃຫຍ່; ພ້ອມກັນນັ້ນ, ລວບລວມບົດຮຽນປະສົບການ ແລະ ຄວາມຄິດເຫັນຂອງມະສາຊິກພັກ, ຈຳກັດການສະແດງອອກຂອງຄວາມຄິດອັດຕະວິໄສ, ເຈດຈຳນົງນິຍົມ. ການຍຶດໝັ້ນໃນຫຼັກການລວມສູນປະຊາທິປະໄຕ ຊ່ວຍສົ່ງເສີມຄວາມຕັ້ງໜ້າ ແລະ ການປະດິດສ້າງ ຂອງສະມາຊິກພັກ, ​ເພື່ອ​ໃຫ້ມະຕິ ແລະ ​ຄວາມ​ຕັດສິນ​ໃຈ​ຂອງ​ພັກ ​ກາຍ​ເປັນ​ຜະລິດ​ຕະພັນ​ທາງ​ປັນຍາ ​ແລະ ສະ​ແດງ​​ເຈດ​ຈຳນົງ​ເປັນ​ເອກະ​ພາບ​ຂອງ​ທົ່ວ​ພັກ. ວ.ອີ. ເລນິນ ເຄີຍຢືນຢັນວ່າ: “ບັນດາພັກທີ່ເຂົ້າຮ່ວມໃນສາກົນກອມມູນິດຕ້ອງໄດ້ກໍ່ສ້າງຕາມຫຼັກການລວມສູນ ປະຊາທິປະໄຕ..., ພັກ​ກອມ​ມູນິດ​ຈະສາມາດ​ປະຕິບັດ​ພາລະກິດ​ຂອງ​ຕົນ​ໄດ້ ຖ້າພັກໄດ້ຮັບການຈັດຕັ້ງຢ່າງລວມສູນທີ່ສຸດ, ຖ້າມີລະບຽບວິໄນເຫຼັກພາຍໃນພັກ, ເກືອບຄືກັບລະບຽບວິໄນຂອງທະຫານ, ແລະ ຖ້າສູນກາງພັກເປັນອົງການມີອຳນາດທີ່ເຂັ້ມແຂງ, ມີອຳນາດກວ້າງຂວາງ, ໄດ້ຮັບຄວາມໄວ້ວາງໃຈຈາກສະມາຊິກພັກທຸກຄົນ(1). ວ.ອີ. ເລນິນ ໄດ້ເນັ້ນໜັກວ່າ, ການລວມສູນປະຊາທິປະໄຕແມ່ນຫຼັກການການຈັດຕັ້ງທີ່ຖືກຕ້ອງຂອງພັກກຳມາຊີບແບບໃໝ່, ແມ່ນ​ຫຼັກ​ການ​ທີ່​ຈຳ​ແນກ​ພັກ​ການ​ເມືອງ​ປະ​ຕິ​ວັດ​ທີ່​ແທ້​ຈິງ​ຂອງ​ຊົນ​ຊັ້ນ​ກຳ​ມະ​ກອນ ​ອອກ​ຈາກ​ພັກ​ອື່ນໆ. ຕາມນັ້ນ, “ລະບອບລວມສູນປະຊາທິປະໄຕ, ດ້ານໜຶ່ງ, ແຕກຕ່າງຫ່າງໄກຈາກລະບອບລວມສູນອາດຍາສິດນິຍົມ, ແລະ, ອີກດ້ານໜຶ່ງ, ແຕກແຕ່ງຫ່າງໄກຈາກອະນາທິປະໄຕ(2); “ບໍ່ມີຫຍັງທີ່ຜິດພາດຫຼາຍກ່ວາ ການຫຼົງປົນເປລະຫວ່າງລະບອບລວມສູນປະຊາທິປະໄຕ ກັບລັດທິອາດຍາສິດ ແລະ ກັບການເຮັດຕາມເບົ້າກົນຈັກ(3). 

ປະທານໂຮ່ຈີມິນກໍ່ໄດ້ເນັ້ນໜັກຫຼາຍເທື່ອເຖິງບົດບາດ ແລະ ຄວາມສຳຄັນຂອງຫຼັກການລວມສູນປະຊາທິປະໄຕ. ເພິ່ນຊີ້ແຈ້ງວ່າ: “ພັກຈັດຕັ້ງຕາມຫຼັກການ ລວມສູນປະຊາທິປະໄຕ. ໝາຍຄວາມວ່າ: ພັກມີໂຄງການທີ່ເປັນເອກະພາບ, ລະບຽບວິໄນທີ່ເປັນເອກະພາບ, ອົງການນຳພາທີ່ເປັນເອກະພາບ. ບຸກຄົນຕ້ອງປະຕິບັດຕາມໝູ່ຄະນະ, ຄົນສ່ວນນ້ອຍຕ້ອງເຊື່ອຟັງສ່ວຍຫຼາຍ, ຂັ້ນລຸ່ມຕ້ອງປະຕິບັດຕາມຂັ້ນເທິງ, ທ້ອງຖິ່ນຕ້ອງປະຕິບັດຕາມສູນກາງ(4); “ປະ​ຊາ​ຊົນ​ເລືອກ​ຕັ້ງ​ຜູ້​ຕາງໜ້າ​ເພື່ອ​ດໍາ​ເນີນ​ການ​ແທນ​ເຂົາ​ເຈົ້າ​. ນັ້ນແມ່ນປະຊາທິປະໄຕ. ບັນດາອົງການອຳນາດ​ການ​ປົກຄອງ​ເປັນ​ເອກະ​ພາບ, ແມ່ນການລວມສູນ. ຕັ້ງແຕ່​ສະພາ​ປະຊາຊົນ ​ແລະ ຄະນະ​ກຳມະການ​ຕໍ່ຕ້ານຕາ​ແສງ ຈົນ​ເຖິງ​ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ​ສູນ​ກາງ, ຈຳນວນສ່ວນນ້ອຍ​ຕ້ອງ​ປະຕິບັດຕາມສ່ວນຫຼາຍ, ຂັ້ນລຸ່ມຕ້ອງປະຕິບັດຕາມຂັ້ນເທິງ, ​ທ້ອງ​ຖິ່ນ​ຕ້ອງປະຕິບັດຕາມ​ສູນ​ກາງ. ຄືແນວນັ້ນແມ່ນມີທັງປະຊາທິປະໄຕແລະລວມສູນ(5); “ຕັ້ງແຕ່ແຂວງ, ເມືອງ ຈົນເຖິງໜ່ວຍພັກ, ຕ້ອງປະຕິບັດຕາມຫຼັກການ ນຳພາລວມໝູ່, ບຸກຄົນຮັບຜິດຊອບ. ພາຍໃນຕ້ອງມີຄວາມສາມັກຄີ. ທຸກວຽກງານຕ້ອງໄດ້ສົນທະນາ ປຶກສາຫາລືຢ່າງເປັນປະຊາທິປະໄຕແລະລວມໝູ່ (6). ປະທານໂຮ່ຈີມິນໃຫ້ທັດສະນະວ່າ, “ການ​ປະ​ຕິ​ບັດ​ປະ​ຊາ​ທິ​ປະ​ໄຕ​ແມ່ນ​ກະ​ແຈ​ອະເນກປະສົງ​ ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ທັງໝົດ”; ຢ່າງໃດກໍ່ຕາມ, ປະຊາທິປະໄຕຕ້ອງຕິດແໜ້ນກັບການລວມສູນ, ປະຕິບັດການນຳພາລວມໝູ່, ບຸກຄົນຮັບຜິດຊອບ. ເພິ່ນເນັ້ນໜັກວ່າ:ການນຳພາລວມໝູ່ ແລະ ບຸກຄົນຮັບຜິດຊອບຈຳເປັນຕ້ອງໄປຄຽງຄູ່ນຳກັນສະເໝີ... ການນຳພາລວມໝູ່ແມ່ນປະຊາທິປະໄຕ. ບຸກຄົນຮັບຜິດຊອບແມ່ນລວມສູນ. ການນຳພາລວມໝູ່, ບຸກຄົນຮັບຜິດຊອບ ແມ່ນໝາຍຄວາມວ່າ ລວມສູນປະຊາທີປະໄຕ(7). ການຮັບຮູ້ຫຼັກການລວມສູນປະຊາທິປະໄຕຢ່າງຖືກຕ້ອງ ແລະ ການປະຕິບັດຫຼັກການນີ້ຢ່າງເຂັ້ມງວດ ຈະເຮັດໃຫ້ພັກຂອງເຮົານັບມື້ນັບໝັ້ນຄົງເຂັ້ມແຂງ, ເປັນເອກະພາບທາງດ້ານແນວຄິດແລະການກະທຳ, ເພື່ອໃຫ້ພັກຂອງ​ພວກ​ເຮົາ​ມີ​ຫຼາຍ​ຄົນ, ​ແຕ່ໃນເມື່ອບຸກໂຈມຕີແມ່ນຄືກັນກັບຄົນຫນຶ່ງ(8).    

ໃນ​ຂະ​ບວນ​ການ​ນຳ​ພາ​ພາລະກິດ​ການ​ປະ​ຕິ​ວັດຕະຫຼອດ 93 ປີ​ທີ່​ຜ່ານ​ມາ, ພັກກອມມູນິດຫວຽດນາມຍາມໃດກໍ່ຕັ້ງໝັ້ນໃນຫຼັກການລວມສູນປະຊາທິປະໄຕ ແລະ ຖືວ່ານີ້ແມ່ນຫຼັກການການຈັດຕັ້ງພື້ນຖານຂອງພັກ, ຊີ້ນຳການກໍ່​ສ້າງ​ອົງ​ການ​ຈັດ​ຕັ້ງ ແລະ ການເຄື່ອນໄຫວ​ທັງ​ໝົດຂອງພັກ, ຮັບປະກັນການນຳພາລວມສູນ ເປັນເອກະພາບ, ພ້ອມທັງເສິມຂະຫຍາຍປະຊາທິປະໄຕໃນພັກ. ການຍຶດໝັ້ນ​ປະຕິບັດ​ຫຼັກການລວມສູນປະຊາທິປະໄຕ ເລີ່ມຈາກທາດແທ້ຂອງພັກ, ຈາກຄວາມຕ້ອງການ​ແລະໜ້າ​ທີ່ປະຕິວັດຂອງ​ພັກ ແລະ ຈາກບົດຮຽນປະສົບການຂອງບັນດາພັກກອມມູນິດ ແລະ ກຳມະກອນສາກົນ. ພັກກອມມູນິດຫວຽດນາມໄດ້ຢືນຢັນຫຼາຍເທື່ອວ່າ: “ຄວາມ​ແໜ້ນແຟ້ນທາງດ້ານຫຼັກການ ​ແມ່ນ​ບັນຫາ​ສຳຄັນ​ຂອງ​ພັກ ແລະ ເປັນຫຼັກປະກັນທີ່ສຳຄັນທີ່ສຸດ ສຳລັບຄວາມມີຊີວິດຊີວາ, ຄວາມບໍລິສຸດ ແລະ ຄວາມໝັ້ນຄົງເຂັ້ມແຂງຂອງພັກ(9).

ກົດລະບຽບຂອງພັກໄດ້ກຳນົດ: “ພັກແມ່ນອົງການຈັດຕັ້ງທີ່ແໜ້ນແຟ້ນ, ເປັນເອກະພາບທາງດ້ານເຈດຈຳນົງ ແລະ ການກະທຳ, ຖືເອົາການລວມສູນປະຊາທິປະໄຕເປັນຫຼັກການການຈັດຕັ້ງພື້ນຖານ, ດຳເນີນການນຳພາລວມໝູ່, ບຸກຄົນຮັບຜິດຊອບ(10). ຫຼັກການລວມສູນປະຊາທິປະໄຕລວມມີບັນດາເນື້ອໃນພື້ນຖານດັ່ງຕໍ່ໄປນີ້: 1- ບັນດາ​ອົງການ​ການ​ນຳ​ຂອງ​ພັກ​ທຸກ​ຂັ້ນ ​ໄດ້​ຮັບ​ການຈັດ​ຕັ້ງຂຶ້ນ​ ໂດຍ​ການ​ເລືອກ​ຕັ້ງ ​ແລະ ດຳເນີນການ​ນຳພາລວມໝູ່, ບຸກຄົນຮັບຜິດຊອບ; 2- ອົງການນຳພາສູງສຸດຂອງພັກແມ່ນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ; ອົງການນຳພາໃນແຕ່ລະຂັ້ນແມ່ນກອງປະຊຸມໃຫຍ່ຜູ້ແທນ ຫຼືກອງປະຊຸມໃຫຍ່ສະມາຊິກພັກ; ລະຫວ່າງ​ສອງ​ກອງ​ປະຊຸມໃຫຍ່, ອົງການນຳພາຂອງ​ພັກ​ແມ່ນ​ຄະນະ​ບໍລິຫານ​ງານ​ສູນ​ກາງ, ໃນ​ແຕ່ລະ​ຂັ້ນ​ແມ່ນ​ຄະນະ​ບໍລິຫານ​ງານ​ຂອງຄະນະພັກ, ໜ່ວຍພັກ; 3- ບັນດາ​ຄະນະ​ພັກ​ທຸກ​ຂັ້ນ​ ​ລາຍ​ງານ​ແລະຮັບ​ຜິດ​ຊອບ​ຕໍ່​ການ​ເຄື່ອນ​ໄຫວ​ຂອງ​ຕົນ ຕໍ່ໜ້າ​ກອງ​ປະຊຸມ​ໃຫຍ່​ຂັ້ນດຽວກັນ ​ແລະ ຕໍ່ໜ້າ​ຄະນະພັກ​ຂັ້ນເທິງ ​ແລະ ຂັ້ນ​ລຸ່ມ; ​ແຈ້ງ​ສະພາບ​ການ​ເຄື່ອນ​ໄຫວ​ຂອງ​ຕົນ​ເປັນໄລຍະ ໃຫ້ອົງການ​ພັກ​ທີ່​ກ່ຽວຂ້ອງ, ດຳ​ເນີນ​ການ​ຕິຊົມ​ຕົນ​ເອງ ​ແລະ ຕິ​ຊົມ; 4- ອົງການພັກແລະສະມາຊິກພັກຕ້ອງປະຕິບັດມະຕິຂອງພັກ; ຄົນສ່ວຍນ້ອຍປະຕິບັດຕາມສຽງສ່ວນຫຼາຍ, ຂັ້ນລຸ່ມປະຕິບັດຕາມຂັ້ນເທິງ, ບຸກຄົນປະຕິບັດຕາມອົງການຈັດຕັ້ງ, ບັນດາ​ອົງການ​ຈັດ​ຕັ້ງ​ທົ່ວ​ພັກປະຕິບັດຕາມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແລະ ຄະນະບໍລິຫານງານສູນກາງ; 5- ມະຕິຂອງອົງການນຳພາຂອງພັກ ຈະມີຜົນບັງຄັບໃຊ້ໄດ້ກໍ່ຕໍ່ເມື່ອສະມາຊິກຫຼາຍກວ່າເຄິ່ງໜຶ່ງຂອງອັງການພັກນັ້ນເຫັນດີ; ກ່ອນລົງຄະແນນສຽງ, ສະມາຊິກແຕ່ລະຄົນສາມາດສະແດງຄວາມຄິດເຫັນຂອງຕົນ; ສະມາຊິກ​ພັກ​ທີ່​ມີ​ຄວາມ​ເຫັນ​ເປັນ​ສຽງສ່ວນ​ໜ້ອຍ​ແມ່ນ​ມີ​ສິດ​ສະ​ຫງວນໄວ້ ​ແລະ ​ລາຍ​ງານ​ຕໍ່​ຄະນະພັກ​ຂັ້ນ​ສູງ ​ຈົນ​ຮອດ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ, ແຕ່ຕ້ອງປະຕິບັດມະຕິຢ່າງເຂັ້ມງວດ, ບໍ່​ເຜີຍ​ແຜ່​ຄວາມ​ເຫັນ​ທີ່​ຂັດ​ກັບ​ມະຕິ​ຂອງ​ພັກ; ຄະນະພັກ​ມີ​ອຳນາດຄົ້ນຄວ້າ ​ແລະ ພິຈາລະນາ​ຄວາມ​ເຫັນ​ດັ່ງກ່າວ; ບໍ່​ຈຳ​ແນກການປະພຶດຕໍ່​ສະ​ມາ​ຊິກ​ພັກ​ທີ່​ມີ​ຄວາມ​ເຫັນເປັນສຽງ​ສ່ວນ​ໜ້ອຍ; 6- ​ອົງການ​ຈັດ​ຕັ້ງ​ພັກ​ຕັດສິນ​ໃຈ​ກ່ຽວ​ກັບ​ບັນຫາ​ຕ່າງໆ ພາຍ​ໃນເຂດ​ອຳນາດ​ຂອງ​ຕົນ, ​ແຕ່​ຕ້ອງ​ບໍ່​ຂັດ​ກັບ​ຫຼັກການ, ​ແນວທາງ ​ແລະ ນະ​ໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ ​ແລະ ມະຕິ​ຂອງຂັ້ນເທິງ(11).    

ການຊາບຊຶມແລະການປະຕິບັດຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດແມ່ນຄວາມຮຽກຮ້ອງຕ້ອງການສຳຄັນເປັນພິເສດໃນການຈັດຕັ້ງ ແລະການເຄື່ອນໄຫວຂອງພັກ; ຮັບປະກັນ​ໃຫ້​ພັກ​ເປັນ​ເອກະ​ພາບ, ສາມັກຄີ, ສະອາດ, ​ເຂັ້ມ​ແຂງ, ມີ​ກຳລັງ​ແຮງສູ້​ຮົບສູງ. ການເບິ່ງເບົາ, ການປະຕິບັດຫຼັກການລວມສູນປະຊາທິປະໄຕຢ່າງບໍ່ຖືກຕ້ອງ, ບໍ່ເຂັ້ມງວດ ຈະທຳລາຍກຽດສັກສີ ແລະ ຄວາມເຂັ້ມແຂງຂອງພັກ; ​ເປັນ​ຕົ້ນເຫດທີ່ນຳໄປສູ່ພະຍາດອາດຍາສິດ, ​ອຳນາດຜູກຂາດ, ການ​ດູ​ຖູກໝູ່ຄະນະ ບໍ່ຄຳນຶງເຖິງສ່ວນລວມ​ ​ແລະ ປະກົດ​ການກະ​ແຈກກະຈາຍ, ພາກສ່ວນທ້ອງຖິ່ນ, ບໍ່​ມີ​ລະບຽບ​ວິ​ໄນ.

ການຮັບຮູ້ແລະການປະຕິບັດ​ຫຼັກການລວມສູນປະຊາທິປະໄຕ
ໃນວຽກງານພະນັກງານ

ວຽກ​ງານ​ພະນັກງານ​ແມ່ນ​ການ​ຊີ້​ນຳ​ນຳພາ, ການຈັດ​ຕັ້ງ ​ແລະ ການ​ປະຕິບັດ​ ຂອງ​ຄະນະ​ພັກ, ອົງການຈັດຕັ້ງພັກ, ອົງການ​ໃນ​ລະບົບ​ການ​ເມືອງ ຕາມ​ແຜນນະໂຍບາຍ, ມະຕິ, ບົດ​ສະ​ຫຼຸບ, ຄຳສັ່ງ ​ແລະ ຂໍ້ບັງຄັບ​ຂອງ​ພັກ ກ່ຽວກັບບັນດາ​ເນື້ອ​ໃນ​ດັ່ງ​ນີ້: ການກໍ່ສ້າງຖັນແຖວພະນັກງານທຸກ​ຂັ້ນ​, ໂດຍສະເພາະແມ່ນຂັ້ນຍຸດທະສາດ ​ທີ່​ມີ​ຄຸນ​ນະພາ​ບ, ມີ​ຄວາມ​ສາມາດ ​ແລະ ມີ​ກຽດສັກສີ​ໃນ​ທຸກ​ຂັ້ນ, ທຽບ​ເທົ່າ​ກັບ​ວຽກ​ງານ, ກຳນົດ​ມາດຖານ​ພະນັກງານ, ຮັບສະໝັກຄັກເລືອກ, ປະເມີນ ແລະ ວາງແຜນພະນັກງານ; ການຝຶກອົບຮົມ ແລະ ການບຳລຸງສ້າງພະນັກງານ; ການແຕ່ງຕັ້ງ ແລະ ແນະນຳຜູ້ສະໝັກ; ການຜັດປ່ຽນ, ການຍົກຍ້າຍ, ການສັບຊ້ອນ, ການນຳໃຊ້, ການປົດອອກຈາກຕຳແໜ່ງ, ການໃຫ້ລາອອກຈາກຕຳແໜ່ງ ສຳລັບພະນັກງານ; ການປະຕິບັດນະໂຍບາຍ, ການຍ້ອງຍໍໃຫ້ລາງວັນ, ການປະຕິບັດວິໄນຕໍ່ພະນັກງານ; ກວດກາ, ຕິດຕາມກວດກາ, ຄວບຄຸມອຳນາດ ເພື່ອກໍ່ສ້າງຖັນແຖວພະນັກງານດ້ວຍຈໍານວນແລະໂຄງສ້າງທີ່ເໝາະສົມ, ຄຸນນະພາບໄດ້ຮັບການປັບປຸງຍົກສູງຢ່າງຕໍ່ເນື່ອງ, ຕອບສະໜອງຄວາມຕ້ອງການຂອງພາລະກິດການປະຕິວັດ. ໃນບັນດາໄລຍະປະຫວັດສາຂອງປະເທດ, ຍ້ອນ​ຄວາມ​ຮຽກຮ້ອງ​ຕ້ອງການ​ປະຫວັດສາດ ​ແລະ ໜ້າທີ່​ການ​ເມືອງ​ຂອງ​ພັກທີ່​ແຕກ​ຕ່າງ​ກັນ, ດັ່ງນັ້ນ ວຽກ​ງານພະນັກງານ​ຈຶ່ງມີ​ເນື້ອ​ໃນ ​ແລະ ຈຸດພິເສດທີ່​ແຕກ​ຕ່າງ​ກັນ.

ໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານຂຶ້ນສູ່ສັງຄົມນິຍົມ (ສະບັບເພີ່ມເຕີມ ພັດທະນາປີ 2011) ຢືນຢັນວ່າ: ພັກເປັນເອກະພາບການນຳພາໃນວຽກງານພະນັກງານ ແລະ ຄຸ້ມຄອງຖັນແຖວພະນັກງານ, ແນະນຳ​ສະມາຊິກ​ພັກດີເດັ່ນ ​ທີ່​ມີ​ຄວາມສາມາດແລະມີຄຸນສົມບັດ ​ເຂົ້າ​ຮ່ວມ​ວຽກ​ງານໃນອົງການ​ນຳ​ຂອງ​ລະບົບ​ການ​ເມືອງ. ໃນວຽກງານພະນັກງານ, ຕ້ອງຮັບປະກັນການປະຕິບັດຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ, ການຕັດສິນຕົກລົງໂດຍໝູ່ຄະນະ, ພ້ອມກັນນັ້ນ ເສີມຂະຫຍາຍຄວາມຮັບຜິດຊອບສ່ວນບຸກຄົນຢ່າງເຕັມທີ່, ກ່ອນອື່ນແມ່ນ ຄວາມຮັບຜິດຊອບຂອງຫົວໜ້າ ໃນວຽກງານພະນັກງານ ແລະ ການຄຸ້ມຄອງພະນັກງານ(12). ການຊາບຊຶມແລະປະຕິບັດຫຼັກການນີ້ຢ່າງເຂັ້ມງວດ ແມ່ນປັດໄຈສຳຄັນທີ່ຮັບປະກັນບົດບາດນຳພາຂອງພັກ, ພ້ອມກັນນັ້ນ ເສີມຂະຫຍາຍຄວາມຮັບຜິດຊອບຂອງສະມາຊິກຄະນະນຳ ແລະ ຫົວໜ້າທຸກຂັ້ນ; ຮັບປະກັນ​ໃຫ້​ວຽກ​ງານ​ພະນັກງານ​ດຳເນີນໄປຢ່າງເປັນປະຊາທິປະໄຕ, ພາວະວິໄສ, ຍຸຕິ​ທຳ ​ແລະ ​ໂປ່​ງ​ໃສ, ​ຄັດເລືອກ​ບຸກ​ຄົນ​ທີ່​ຖືກຕ້ອງເໝາະສົມ, ມີຄຸນສົມບັດ, ຄວາມ​ສາມາດ ​ແລະ ກຽດ​ສັກ​ສີ ​ຕາມ​ມາດຖານ​ແລະເງື່ອນ​ໄຂ​ທີ່​ກຳນົດ​ໄວ້.

ໃນສະໄໝແຫ່ງການປ່ຽນແປງໃໝ່, ຂະບວນການປັບປຸງລະບອບລະບຽບການໃຫ້ສົມບູນຢ່າງບໍ່ຢຸດຢັ້ງ ຕິດພັນກັບຜົນສຳເລັດຂອງການປ່ຽນແປງໃໝ່, ການເຊື່ອມໂຍງສາກົນຢ່າງເລິກເຊິ່ງ ແລະ ບັນດາຄວາມຕ້ອງການ, ໜ້າທີ່ຂອງໄລຍະໃໝ່ ໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກ ເພື່ອຜັນຂະຫຍາຍວຽກງານພະນັກງານ ແລະ ກໍ່ສ້າງຖັນແຖວພະນັກງານຢ່າງມີປະສິດທິຜົນ. ກຳແໜ້ນບັນດາຫຼັກການທີ່ກຳນົດໄວ້ ໃນໂຄງການການເມືອງ ແລະ ກົດລະບຽບຂອງພັກ ແລະ ເລີ່ມຈາກສະຖານະການຕົວຈິງ, ຄະນະບໍລິຫານງານສູນກາງ, ກົມການເມືອງສູນກາງ ແລະ ຄະນະເລຂາທິການສູນກາງ ໄດ້ສຸມໃສ່ຊີ້ນຳການຄົ້ນຄວ້າ ແລະ ປະກາດໃຊ້ມະຕິ ຂໍ້ກຳນົດ ກົດລະບຽບຫຼາຍສະບັບ ເພື່ອແນໃສ່ຜັນຂະຫຍາຍຫຼັກການລວມສູນປະຊາທິປະໄຕ ໃນວຽກງານພະນັກງານ. ອຳນາດ, ຄວາມຮັບຜິດຊອບ, ການພົວພັນໃນການເຮັດວຽກ ຂອງໝູ່ຄະນະ ແລະ ສະມາຊິກຊັ້ນນຳຂອງຄະນະພັກ, ອົງການຈັດຕັ້ງພັກທຸກຂັ້ນ ໃນວຽກງານພະນັກງານ ໄດ້​ຖືກກຳນົດ​ຢ່າງ​ຈະ​ແຈ້ງ​ຫຼາຍຂຶ້ນ(13). ລະບົບເອກະສານກ່ຽວກັບວຽກງານພະນັກງານ​ໄດ້​ຮັບ​ການ​ພັດທະນາ, ກວດກາ, ​ເພີ່ມ​ເຕີມ ແລະ ປັບປຸງ​ເທື່ອ​ລະ​ກ້າວ(14), ຮັບປະກັນການນຳພາລວມສູນຂອງພັກ; ພ້ອມກັນນັ້ນ, ສືບຕໍ່ຍົກສູງຄວາມຮັບຜິດຊອບ, ເສີມຂະຫຍາຍປະຊາທິປະໄຕໃນວຽກງານພະນັກງານ.

ຍ້ອນການຊາບຊຶມ ແລະ ການປະຕິບັດມະຕິ ຂໍ້ກຳນົດ ແລະ ກົດລະບຽບຂອງພັກຢ່າງເຂັ້ມງວດ, ດັ່ງນັ້ນ ວຽກງານພະນັກງານໃນຊຸມປີທີ່ຜ່ານມາ ຈຶ່ງ​ສືບ​ຕໍ່​ມີ​ການ​ປ່ຽນແປງໃໝ່​ຫຼາຍ​ຢ່າງ, ມີ​ວິທະຍາສາດຫຼາຍຂຶ້ນ, ​ແໜ້ນແຟ້ນແລະ​ເປັນ​ລະບຽບ​ຮຽບຮ້ອຍ. ຂັ້ນຕອນຂອງວຽກງານພະນັກງານ ໄດ້ຮັບການຜັນຂະຫຍາຍຢ່າງເຂັ້ມງວດ, ຖືກຕາມຂໍ້ກຳນົດ, ຮັບປະກັນໃຫ້ພັກນຳພາຢ່າງເປັນເອກະພາບ ຕໍ່ວຽກງານພະນັກງານ ແລະ ການຄຸ້ມຄອງພະນັກງານ ຕາມຫຼັກການລວມສູນປະຊາທິປະໄຕ; ພ້ອມກັນນັ້ນ, ເສີມຂະຫຍາຍບົດບາດ ແລະ ຄວາມຮັບຜິດຊອບຂອງຄະນະພັກ, ຄະນະນຳ ແລະ ຫົວໜ້າ. ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ຢືນຢັນວ່າ ວຽກງານກໍ່ສ້າງແລະປັບປຸງພັກແລະລະບົບການເມືອງ ໄດ້ຮັບການຊຸກຍູ້ຢ່າງຮອບດ້ານ, ຄົບຊຸດ, ຂຸ້ນຂ້ຽວ ແລະ ມີປະສິດທິຜົນຢ່າງຈະແຈ້ງ; ຄວາມຮັບຜິດຊອບຂອງຄະນະພັກ, ຄວາມເປັນແບບຢ່າງຂອງພະນັກງານ ສະມາຊິກພັກ, ໂດຍສະເພາະແມ່ນຫົວໜ້າຂັ້ນຕ່າງໆ, ໄດ້ຮັບການເຊີດຊູ; ເສີມຂະຫຍາຍປະຊາທິປະໄຕ, ເພີ່ມທະວີຄວາມສາມັກຄີ ເປັນເອກະພາບໃນພັກ; “ບັນດາຫຼັກການການຈັດຕັ້ງ ແລະ ເຄື່ອນໄຫວຂອງພັກທີ່ກຳນົດໄວ້ໃນກົດລະບຽບຂອງພັກນັ້ນ ໂດຍພື້ນຖານແມ່ນຮັບປະກັນຄວາມກວມລວມ, ຮອບດ້ານ, ຄົບຖ້ວນ ແລະ ເໝາະສົມ...; ບັນດາເນື້ອໃນພື້ນຖານຂອງຫຼັກການລວມສູນປະຊາທິປະໄຕ ໃນການຈັດຕັ້ງແລະເຄື່ອນໄຫວຂອງພັກ ທີ່ລະບຸໄວ້ໃນກົດລະບຽບພັກ ແລະ ໃນຂໍ້ກຳນົດ, ຂໍ້ແນະນຳຂອງສູນກາງ ໄດ້ຖືກຄະນະພັກ ແລະ ອົງການຈັດຕັ້ງພັກຂັ້ນຕ່າງໆ ປະຕິບັດຕາມ ແລະ ດຳເນີນການຢ່າງເຂັ້ມງວດ(15).

ຍ້ອນຍຶດໝັ້ນໃນຫຼັກການລວມສູນປະຊາທິປະໄຕ ດັ່ງນັ້ນ ຂອດຕ່າງໆໃນວຽກງານພະນັກງານຈຶ່ງໄດ້ດຳເນີນການຢ່າງເຂັ້ມງວດ, ແໜ້ນແຟ້ນ, ເປີດເຜີຍ ແລະ ໂປ່ງໃສ; ທົດ​ລອງ​ການ​ປ່ຽນແປງໃໝ່ວິທີ​ຄັດ​ເລືອກ​ເອົາພະນັກງານ​ນໍາພາ​ແລະ​ຄຸ້ມຄອງ ​ໂດຍ​ຜ່ານ​ການ​ກວດ​ສອບ​, ຮັບ​ປະ​ກັນ​ປະ​ຊາ​ທິ​ປະ​ໄຕ​, ພາວະວິໄສ​, ເປີດເຜີຍ​, ​ໂປ່ງ​ໃສ ​ແລະ ​ເຂັ້ມ​ງວດ​. ພະນັກງານທີ່ໄດ້ຮັບການເລືອກຕັ້ງ ແລະ ແຕ່ງຕັ້ງສ່ວນຫຼາຍແມ່ນໄດ້ຕາມມາດຕະຖານ ແລະ ເງື່ອນໄຂທີ່ກຳນົດ, ສະແດງຄວາມຮັບຜິດຊອບແລະໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ ແລະ ໄດ້ຮັບຄວາມໄວ້ວາງໃຈຈາກພະນັກງານ, ສະມາຊິກພັກ ແລະ ປະຊາຊົນ. ການຄັດເລືອກ, ການຄຸ້ມຄອງ, ການປະເມີນ, ການວາງແຜນ, ການອົບຮົມສຶກສາ ຝຶກຝົນຫຼໍ່ຫຼອມ, ການຍົກຍ້າຍຜັດປ່ຽນ, ການຈັດວາງສັບຊ້ອນ, ການນຳໃຊ້ ແລະ ປະຕິບັດນະໂຍບາຍພະນັກງານ ໄດ້ຖືກຄະນະພັກແລະອົງການຈັດຕັ້ງພັກທຸກຂັ້ນ ປຶກສາສົມທະນາຢ່າງເປັນປະຊາທິປະໄຕ ແລະ ຕັດສິນຕົກລົງຕາມສຽງສ່ວຍຫຼາຍ. ການລົງຄະແນນສຽງ​ໄວ້ວາງໃຈຕໍ່ພະນັກງານນຳພາ, ຄຸ້ມຄອງ ແມ່ນໄດ້​ດຳ​ເນີນ​ການເປັນ​​ໄລຍະໆ, ຄ່ອຍໆ​ເປັນ​ລະບຽບ, ປະກອບສ່ວນ​ສ້າງ​ຖັນ​ແຖວ​ພະນັກງານ​ທີ່​ມີ​ຄຸນ​ນະພາ​ບ, ມີ​ຄວາມ​ສາມາດ ​ແລະ ກຽດສັກສີ, ທຽບເທົ່າກັບລະດັບວຽກງານ ແລະ ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ ​ແລະ ໜ້າທີ່​ໃນ​ສະພາບ​ການ​ໃໝ່.  

ຢ່າງໃດກໍຕາມ, ຄຽງຄູ່ກັບຜົນສຳເລັດທີ່ບັນລຸໄດ້ນັ້ນ, “ການປະຕິບັດບັນດາຫຼັກການການກໍ່ສ້າງພັກ, ໂດຍສະເພາະຫຼັກການລວມສູນປະຊາທິປະໄຕ ໃນບາງອົງການຈັດຕັ້ງພັກ ບໍ່ໄດ້ເຂັ້ມງວດ, ແມ່ນແຕ່ລະເມີດຫຼັກການ(16); “ຫຼັກການນຳພາລວມໝູ່, ບຸກຄົນຮັບຜິດຊອບ ໃນການຈັດຕັ້ງແລະການເຄື່ອນໄຫວຂອງຄະນະພັກ, ອົງການຈັດຕັ້ງພັກ ຍັງມີເນື້ອໃນບໍ່ໄດ້ກຳນົດຢ່າງຈະແຈ້ງ ໃຫ້ສອດຄ່ອງກັບສະພາບການຕົວຈິງ, ໂດຍສະເພາະແມ່ນການພົວພັນ, ຄວາມຮັບຜິດຊອບລະຫວ່າງໝູ່ຄະນະ, ບຸກຄົນ ແລະ ຫົວໜ້າ, ດັ່ງນັ້ນ, ມັນເປັນການຍາກທີ່ຈະກໍານົດຄວາມຮັບຜິດຊອບຂອງບຸກຄົນເມື່ອເກີດການລະເມີດຂຶ້ນ(17). ໃນຫຼາຍປີທີ່ຜ່ານມາ, ກົມການເມືອງສູນກາງ, ຄະນະເລຂາທິການສູນກາງ ແລະ ຄະນະພັກທຸກຂັ້ນ ໄດ້ກວດກາ ​ແລະ ປະຕິບັດ​ວິ​ໄນ​ຕໍ່​ພະນັກງານ​ຫຼາຍ​ຄົນ, ​ໃນ​ນັ້ນ​ມີ​ໝູ່ຄະນະ ແລະ ພະນັກງານ​ຫຼັກ​ແຫຼ່ງຈຳນວນ​ໜຶ່ງ ທີ່​ລະ​ເມີດ​ຫຼັກການລວມສູນ​ປະຊາທິປະ​ໄຕ​ ​ແລະ ລະບຽບ​ການ​ເຮັດ​ວຽກ​ຂອງ​ຄະນະ​ພັກ. 

ບັນດາຜູ້ແທນລົງຄະແນນສຽງຮັບຮອງເອົາມະຕິກອງປະຊຸມໃຫຍ່ ອົງຄະນະພັກເມືອງ ບິ່ງຢາ (ແຂວງລ້າງເຊີນ), ວາລະປີ 2020 - 2025 _ພາບ: TTXVN

ສືບຕໍ່ຜັນຂະຫຍາຍແລະປັບປຸງກົນໄກປະຕິບັດ ຫຼັກການລວມສູນປະຊາທິປະໄຕ
ໃນວຽກງານພະນັກງານຂອງພັກ
, ຕອບສະໜອງຄວາມຕ້ອງການໃນປະຈຸບັນ

ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ກຳນົດຫຼາຍໜ້າທີ່ ແລະ ວິທີແກ້ໄຂ ເພື່ອເພີ່ມທະວີການນຳພາລວມສູນ ເປັນເອກະພາບ, ຍົກສູງຄວາມຮັບຜິດຊອບຂອງຄະນະພັກ ແລະ ອົງການຈັດຕັ້ງພັກທຸກຂັ້ນ ໃນວຽກງານພະນັກງານ, ໃນການສຶກສາອົບຮົມແລະຄຸ້ມຄອງພະນັກງານ. ເພື່ອສືບຕໍ່ປັບປຸງບູລະນະກົນໄກປະຕິບັດ ຫຼັກການລວມສູນປະຊາທິປະໄຕ ໃນວຽກງານພະນັກງານຂອງພັກ ແລະ ຕອບສະໜອງຄວາມຕ້ອງການປະຈຸບັນ, ຈໍາເປັນຕ້ອງປະຕິບັດໜ້າທີ່ຕົ້ນຕໍ ແລະ ວິທີແກ້ບັນຫາບາງຢ່າງຕໍ່ໄປນີ້ໃຫ້ດີ:

ທີໜຶ່ງ, ສືບຕໍ່ຍົກສູງຄວາມຮັບຮູ້, ຊາບຊຶມ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕ ໃນວຽກງານພະນັກງານ ຢ່າງເຂັ້ມງວດ. ຊາບຊຶມຢ່າງເລິກເຊິ່ງທັດສະນະຊີ້ນຳ, ບັນດາຂໍ້ກຳນົດ ແລະ ຂໍ້ບັງຄັບຂອງພັກ ກ່ຽວກັບວຽກງານພະນັກງານ ໃນສະພາບການໃໝ່; ປະຕິບັດຢ່າງເຂັ້ມງວດແລະຕໍ່ເນື່ອງ ຫຼັກການພັກນຳພາວຽກງານພະນັກງານ ແລະ ການຄຸ້ມຄອງຖັນແຖວພະນັກງານ ໃນລະບົບການເມືອງ ຢ່າງເປັນເອກະພາບ, ໂດຍກົງ, ຮອບດ້ານ. ບັນດາບັນຫາກ່ຽວກັບແນວທາງ, ແຜນນະໂຍບາຍ, ນະໂຍບາຍ, ການປະເມີນພະນັກງານ, ການວາງແຜນ, ການສຶກສາອົບຮົມ, ການຝຶກຝົນຫຼໍ່ຫຼອມ, ການຈັດວາງສັບຊ້ອນ, ການນຳໃຊ້, ການແຕ່ງຕັ້ງ, ການປົດຈາກຕຳແໜ່ງ, ການໃຫ້ລາອອກຈາກຕຳແໜ່ງ, ການສັ່ງພັກລັດຖະການ, ການຍົກຍ້າຍ, ການຜັດປ່ຽນ, ການຍ້ອງຍໍໃຫ້ລາງວັນ, ການປະຕິບັດວິໄນຕໍ່ພະນັກງານ ຕ້ອງ​ໃຫ້ຄະນະພັກ, ອົງ​ການ​ຈັດ​ຕັ້ງ​ພັກ ແລະ ຄະນະນຳທີ່ມີອຳນາດ ປຶກ​ສາ​ຫາ​ລື​ແບບປະ​ຊາ​ທິ​ປະ​ໄຕ ແລະ ຕັດ​ສິນຕົກລົງດ້ວຍ​ສຽງສ່ວນ​ຫຼາຍ. ຖ້າ​ຫາກ​ມີ​ຄວາມ​ແຕກ​ຕ່າງ​ກັນ​ ລະຫວ່າງ​ຄວາມ​ຄິດ​ເຫັນ​ຂອງ​ຫົວໜ້າ ​ແລະ ຄວາມເຫັນ​ຂອງ​ຄະນະ​ພັກ, ອົງການຈັດຕັ້ງພັກ ​ແລະ ການ​ນຳ​ຂອງ​​ອົງການ, ຫົວໜ່ວຍ, ຈະຕ້ອງ​​ລາຍ​ງານ​ໃຫ້​ເຈົ້າ​ໜ້າ​ທີ່​ມີອຳນາດ ເພື່ອ​ພິຈາລະນາ​ແລະຕັດສິນ. ຫົວໜ້າ​ຄະນະພັກ, ອົງການ​ຈັດຕັ້ງພັກ, ສຳນັກງານອົງການຕ່າງໆ ມີ​ໜ້າ​ທີ່​ຮັບຜິດຊອບໃນການສະ​ເໜີ ​ແລະ ຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສິນ​ໃຈ​ຂອງໝູ່ຄະນະ ກ່ຽວ​ກັບ​ວຽກ​ງານ​ພະນັກງານ ພາຍໃນ​ຂອບ​ເຂດຄວາມຮັບຜິດຊອບ​ທີ່​ໄດ້​ຮັບ​ມອບ​ໝາຍ. ພະນັກງານ​ແລະສະມາຊິກ​ພັກ​ ຕ້ອງ​ປະຕິບັດ​ມະຕິ ​ແລະ ຄຳຕັດສິນຕົກລົງ ​ຂອງ​ຄະນະ​ພັກແລະອົງການ​ຈັດ​ຕັ້ງພັກ; ຄະນະພັກ​ຂັ້ນ​ລຸ່ມ ​ຕ້ອງ​ປະຕິບັດ​ຕາມ​ຄຳ​ຕັດສິນຄົກລົງ​ຂອງ​ຄະນະພັກ​ຂັ້ນ​ສູງ​ໃນ​ວຽກ​ງານ​ພະນັກງານ.     

ທີສອງ, ສືບຕໍ່ທົບທວນກວດຄືນ, ເພີ່ມເຕີມ, ປັບປຸງເອກະສານຂອງພັກ ກ່ຽວກັບວຽກງານພະນັກງານ ໃຫ້ສົມບູນ. ກໍ່ສ້າງລະບຽບການກ່ຽວກັບສິດອຳນາດ ແລະ ຄວາມຮັບຜິດຊອບຂອງຫົວໜ້າ ໃນວຽກງານພະນັກງານ ແລະ ການຄຸ້ມຄອງພະນັກງານ. ສືບ​ຕໍ່​ປັບປຸງ​ລະບຽບ​ການແລະຂໍ້ບັງຄັບ​ກ່ຽວ​ກັບ​ມາດຕະຖານຕຳແໜ່ງ, ຫຼັກເກນແລະກົນ​ໄກການປະເມີນພະນັກງານ; ການລົງຄະແນນສຽງໄວ້ວາງໃຈພະນັກງານເປັນໄລຍະ ຫຼືທັນທີທັນໃດ; ຫັນເປັນອັນລະອຽດກົນ​ໄກ​ໃຫ້​ປະຊາຊົນ​ເຂົ້າ​ຮ່ວມ​ການ​ປະກອບຄວາມເຫັນກໍ່ສ້າງ​ພັກ; ເພີ່ມເຕີມຂໍ້ກຳນົດທີ່ກ່ຽວຂ້ອງ, ຍົກສູງຈິດໃຈແຂ່ງຂັນ, ເປີດເຜີຍ, ໂປ່ງໃສໃນການຄັດເລືອກພະນັກງານ ແລະ ແຕ່ງຕັ້ງພະນັກງານ, ໂດຍສະເພາະ, ຜູ້ສະໝັກຈະຕ້ອງນໍາສະເໜີແຜນການປະຕິບັດງານ ແລະ ຄໍາໝັ້ນສັນຍາທີ່ຈະດຳເນີນການ ກ່ອນທີ່ຈະໄດ້ຮັບການແຕ່ງຕັ້ງ; ກວດກາ​ຄືນ, ​ປັບປຸງ ​ແລະ ປ່ຽນ​ແປງໃໝ່​ວຽກ​ງານ​ເລືອກ​ຕັ້ງ​ຂອງ​ພັກ, ດຳ ເນີນການເລືອກຕັ້ງດ້ວຍລາຍຊື່ຜູ້ສະໝັກທີ່ມີສ່ວນເກີນ; ຂະຫຍາຍ​ການທົດລອງກວດ​ສອບຄັດເລືອກ​ພະນັກງານ​ນຳພາ​ແລະຄຸ້ມ​ຄອງ​ຂັ້ນ​ກົມ, ພະແນກ ແລະ ຫ້ອງ. ປະຕິບັດແຜນນະໂຍບາຍການທົດລອງບາງຢ່າງ ເຊັ່ນ: ຫົວ​ໜ້າ​ເລືອກ​ແລະແນະ​ນຳ​ພະ​ນັກ​ງານ​ໃນ​ແຜນ​ແມ່​ບົດ ​ເພື່ອດຳເນີນ​ຂະ​ບວນ​ການ​ເລືອກ​ຕັ້ງ ແລະ ແຕ່ງ​ຕັ້ງຜູ້​ຮອງຂອງຕົນ; ເລຂາຄະນະພັກ ສະເໜີໃຫ້ເລືອກຕັ້ງກຳມະການຄະນະປະຈຳ ຕາມຂະບວນການສະເພາະໃດໜຶ່ງ, ຮັບປະກັນຫຼັກການລວມສູນປະຊາທິປະໄຕ ແລະ ຕ້ອງຮັບຜິດຊອບໃນການສະເໜີຊື່ຂອງຕົນ; ມອບອຳນາດໃຫ້ຫົວໜ້າແຕ່ງຕັ້ນພະນັກງານໃນແຜນແມ່ບົດ, ປົດ​ຕຳແໜ່ງຫົວໜ້າ​ຜູ້​ໃຕ້ບັງຄັບບັນຊາ​ໂດຍ​ກົງ ​ແລະ ຮັບຜິດຊອບ​ໃນການ​ຕັດສິນ​ໃຈ​ຂອງ​ຕົນ... ບົນ​ພື້ນຖານ​ບັນດາ​ລະບຽບ​ການແລະຂໍ້ບັງຄັບ​ຂອງ​ສູນ​ກາງ, ບັນດາຄະນະ​ພັກແລະອົງການ​ຈັດ​ຕັ້ງພັກທຸກຂັ້ນ ຕ້ອງ​ຜັນ​ຂະຫຍາຍແລະປະກາດ​ໃຊ້​ ບັນດາ​ລະບຽບ​ການແລະຂໍ້ກຳນົດ​ກ່ຽວ​ກັບ​ວຽກ​ງານ​​ພະນັກງານ, ຮັບປະກັນ​ຄວາມຄົບຊຸດແລະ​ເປັນ​ເອກະ​ພາບ, ເສີມຂະຫຍາຍປະຊາທິປະ​ໄຕ, ເປີດເຜີຍ ​ແລະ ​ໂປ່​ງ​ໃສ ​ໃນ​ວຽກ​ງານ​ພະນັກງານ.   

ທີສາມ, ກວດຄືນ​ແລະປັບປຸງ​ລະບຽບ​ການ​ເຮັດ​ວຽກ​ຂອງ​ຄະນະ​ພັກ​ແລະອົງການ​ຈັດ​ຕັ້ງພັກ​ໃຫ້​ສົມບູນ ​ແລະ ປະຕິບັດ​ລະບຽບ​ການ​ດັ່ງກ່າວ​ຢ່າງ​ເຂັ້ມ​ງວດ. ການສ້າງ, ປັບປຸງ ແລະ ປະຕິບັດລະບຽບການເຮັດວຽກຂອງຄະນະພັກເປັນຢ່າງດີ ມີຄວາມໝາຍສຳຄັນພິເສດ, ແນໃສ່ປະຕິບັດເປັນຢ່າງດີ ບົດບາດການນຳພາຂອງອົງການຈັດຕັ້ງພັກ, ເສີມຂະຫຍາຍຄວາມຮັບຜິດຊອບສ່ວນບຸກຄົນຂອງສະມາຊິກຄະນະພັກ, ໂດຍສະເພາະຂອງຫົວໜ້າ ແລະ ແກ້ໄຂບັນດາສາຍພົວພັນຂອງຄະນະພັກໃນວຽກງານພະນັກງານໄດ້ດີ. ອີງໃສ່ຂໍ້ກຳນົດ ກົດລະບຽບຂອງສູນກາງ, ຄະນະພັກແລະອົງການຈັດຕັ້ງພັກທຸກຂັ້ນ ຕ້ອງກວດຄືນ, ເພີ່ມເຕີມ ແລະ ປັບປຸງລະບຽບການເຮັດວຽດໃຫ້ສົມບູນ ເພື່ອໃຫ້ມັນສອດຄ່ອງກັບສະພາບການຕົວຈິງ; ກຳນົດຄວາມຮັບຜິດຊອບແລະເຂດອຳນາດຂອງໝູ່ຄະນະແລະບຸກຄົນສະມາຊິກຄະນະພັກຢ່າງຊັດເຈນ, ແລະ ບັນດາສາຍພົວພັນໃນການເຮັດວຽກລະຫວ່າງຄະນະພັກຮາກຖານ ກັບຜູ້ປະຈຳການ, ຄະນະປະຈຳຂອງຄະນະພັກ, ກັບບັນດາອົງການທີ່ປຶກສາ ແລະ ຊ່ວຍເຫຼືອຂອງຄະນະພັກຂັ້ນເທິງ; ກັບ​ຫົວໜ້າ​ອົງການ ​ແລະ ໜ່ວຍ​ງານ. ການຈັດຕັ້ງປະຕິບັດລະບຽບການເຮັດວຽກຢ່າງເຂັ້ມງວດ ຈະປະກອບສ່ວນສ້າງຄວາມຮັບຮູ້ທີ່ຖືກຕ້ອງແລະຄົບຖ້ວນ ກ່ຽວກັບບັນດາຫຼັກການດຳເນີນຊີວິດພັກ, ໂດຍສະເພາະຫຼັກການລວມສູນປະຊາທິປະໄຕ, ນຳພາລວມໝູ່, ບຸກຄົນຮັບຜິດຊອບ ໃນວຽກງານພະນັກງານ. ເຊື່ອມຕິດການສຳຫຼວດກຸ່ມແລະບຸກຄົນກ່ຽວກັບບົດບາດ, ຄວາມຮັບຜິດຊອບໃນການນຳພາ ຊີ້ນຳການປະຕິບັດໜ້າທີ່ການເມືອງ ກັບວຽກງານກໍ່ສ້າງພັກ, ວຽກງານພະນັກງານ; ສຳຫຼວດຢ່າງເລິກເຊິ່ງການປະຕິບັດຕາມລະບຽບການເຮັດວຽກ, ຖອດຖອນບົດຮຽນປະສົບການໃນຂະບວນການປະຕິບັດລະບຽບການ, ຖືວ່າການສ້າງແລະປະຕິບັດລະບຽບການເປັນຢ່າງດີ ແມ່ນໜຶ່ງໃນບັນດາມາດຕະການເພື່ອຍົກສູງຄວາມສາມາດນຳພາແລະກຳລັງແຮງສູ້ຮົບ, ເພີ່ມທະວີຄວາມສາມັກຄີ ເປັນເອກະພາບຂອງອົງການຈັດຕັ້ງພັກ.

ທີສີ່, ເສີມຂະຫຍາຍ​ບົດ​ບາດ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ຄະນະພັກ, ກຳມະການຄະນະ​ນຳ​ ແລະ ​ເລຂາ​ຄະນະ​ພັກຢ່າງເຕັມທີ່​ ໃນ​ວຽກ​ງານ​ພະນັກງານ. ເພື່ອປະຕິບັດຫຼັກການລວມສູນປະຊາທິປະໄຕ ໃນວຽກງານພະນັກງານ ໄດ້ເປັນຢ່າງດີ, ຄະນະພັກ ອົງການຈັດຕັ້ງພັກ ເລຂາພັກ, ຄະນະນຳຂອງບັນດາທ້ອງຖິ່ນ ສຳນັກງານອົງການ ຕ້ອງສຸມໃສ່ນຳພາ ຊີ້ນຳການປະຕິບັດຫຼັກການ, ຂໍ້ກຳນົດ, ກົດລະບຽບ, ລະບຽບການ ກ່ຽວກັບວຽກງານພະນັກງານ ຢ່າງເຂັ້ມງວດແລະຄົບຖ້ວນ; ດຳເນີນການກວດກາຕົນເອງຢ່າງເປັນປະຈຳ, ແກ້ໄຂຂໍ້ຜິດພາດຢ່າງທັນການ ແລະ ຮັບຜິດຊອບກ່ຽວກັບຂໍ້ຈຳກັດ ຂໍ້ບົກພ້ອງໃນວຽກງານພະນັກງານ ​ພາຍ​ໃນ​ຂອບ​ເຂດ, ສິດ​ອຳ​ນາດ ແລະ ຄວາມ​ຮັບ​ຜິດ​ຊອບ​ທີ່​ໄດ້​ຮັບ​ມອບ​ໝາຍ. ສະມາຊິກ​ຂອງ​ຄະນະ​ນຳ​ຕ້ອງ​ປະຕິບັດ​ສິດ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ຕົນ​ ໃນ​ວຽກ​ງານພະນັກງານ ຢ່າງ​ຖືກຕ້ອງ ​ແລະ ຄົບ​ຖ້ວນ; ລາຍງານທັນທີ ຄົບຖ້ວນ ຖືກຕ້ອງ ແລະ ກົງ​ໄປ​ກົງ​ມາ ຕໍ່ອົງການທີ່ມີອຳນາດ ກ່ຽວກັບເນື້ອໃນທີ່ກ່ຽວຂ້ອງກັບບຸກຄະລາກອນທີ່ບຸກຄົນນັ້ນໄດ້ຮັບມອບໝາຍໃຫ້ຕິດຕາມແລະຄຸ້ມຄອງ; ສະແດງຄວາມຄິດເຫັນຢ່າງຈະແຈ້ງ ແລະ ຮັບຜິດຊອບຕໍ່ຄວາມຄິດເຫັນຂອງຕົນ, ສະຫງວນຄວາມຄິດເຫັນ ແລະ ຮັບຜິດຊອບສ່ວນຕົວໃນການສະເໜີບຸກຄະລາກອນ ແລະ ໃນການສະແດງຄວາມຄິດເຫັນ, ການປະເມີນ, ການຢືນຢັນບົດບັນທຶກ, ປະຫວັດຫຍໍ້ ແລະ ເອກະສານທີ່ກ່ຽວຂ້ອງຂອງບຸກຄະລາກອນໃນສັງກັດ; ຮັບ​ຜິດ​ຊອບເມື່ອມີ​ເຫດ​ການໃນທາງລົບ ແລະ ຄວາມ​ຜິດ​ພາດ​ໃນ​ວຽກ​ງານພະນັກງານ ​ຢູ່​ທ້ອງ​ຖິ່ນ, ອົງ​ການ, ໜ່ວຍ​ງານ ແລະ ຂົງເຂດ​ທີ່ໄດ້ຮັບ​ມອບ​ໝາຍ​ໃຫ້​ຄຸ້ມ​ຄອງ ແລະ ຮັບ​ຜິດ​ຊອບ. ເສີມຂະຫຍາຍບົດບາດແລະຄວາມຮັບຜິດຊອບຂອງເລຂາຄະນະພັກ ແລະ ຫົວໜ້າຢ່າງ​ຄົບ​ຖ້ວນ ໃນການຊີ້ນຳການປະຕິບັດຫຼັກການ, ຂໍ້ບັງຄັບ, ລະບຽບການ ແລະ ຂະບວນການກ່ຽວກັບວຽກງານພະນັກງານຢ່າງເຂັ້ມງວດ; ປະ​ຕິ​ບັດ​ເນື້ອ​ໃນ​ວຽກ​ງານ​ພະ​ນັກ​ງານ​ຕາມ​ລະ​ບຽບ​ການ​ ຢ່າງ​ເປີດ​ເຜີຍ ແລະ ​ໂປ່ງ​ໃສ; ຊີ້​ນຳ​ການ​ກະກຽມ​ເອກະສານ​ບຸກຄະລາ​ກອນ​ຢ່າງ​ຄົບ​ຖ້ວນ ​ແລະ ສະໜອງ​ໃຫ້​ບັນດາ​ສະມາຊິກ​ທີ່​ກ່ຽວຂ້ອງ​ ຕາມ​ລະບຽບ​ການເຮັວຽກ​ຂອງຄະນະພັກ; ຊີ້ນຳການຈັດຕັ້ງປະຕິບັດຂະບວນການບຸກຄະລາກອນຢ່າງທັນການ; ໃຫ້ເວລາຢ່າງພຽງພໍສໍາລັບການສົນທະນາຮ່ວມກັນທີ່ເປັນປະຊາທິປະໄຕຢ່າງແທ້ຈິງ; ບໍ່ຂົນຂວາຍ ຄອບງຳ ຍັດຍຽດຄວາມຄິດເຫັນສ່ວນຕົວ, ກະທົບ, ກໍ່ຄວາມຕິດຂັດດ້ານຂໍ້ມູນ, ກົດດັນໃຫ້ຜູ້ອື່ນສະແດງຄວາມຄິດເຫັນ, ປະ​ເມີນ, ລົງມະຕິ, ລົງ​ຄະ​ແນນ​ສຽງ, ຕັດສິນ​ໃຈກ່ຽວກັບ​ບຸກຄະລາ​ກອນ​ ຕາມ​ຄວາມເຫັນຂອງຕົນ; ສະຫຼຸບ​ເນື້ອ​ໃນ​ທີ່​ໄດ້​ປຶກສາ​ຫາລື​ຢ່າງ​ຄົບ​ຖ້ວນ, ຖືກຕ້ອງ, ກົງໄປກົງມາ ​ແລະ ພາວະວິໄສ; ລາຍ​ງານ​ຄວາມ​ຄິດ​ເຫັນ​ຂອງ​ຄະນະ​ນຳ ​ຢ່າງ​ທັນ​ການ, ຄົບ​ຖ້ວນ, ຊື່ສັດ, ພາວະວິໄສ ​ແລະ ເປັນ​ຈິງ ​ຕໍ່ອົງການທີ່ມີອຳນາດ, ໂດຍສະເພາະເລື່ອງທີ່ຍັງມີຄວາມຄິດເຫັນແຕກຕ່າງກັນ ກ່ຽວກັບວຽກງານພະນັກງານ.  

ທີຫ້າ, ເພີ່ມທະວີການກວດກາ, ຕິດຕາມກວດກາວຽກງານພະນັກງານ. ຄະນະພັກ ແລະ ຄະນະກຳມະການກວດກາທຸກຂັ້ນ ຕ້ອງເອົາໃຈໃສ່ການສ້າງແລະປະຕິບັດໂຄງການ, ແຜນການກວດກາ, ຕິດຕາມກວດກາວຽກງານພະນັກງານ ແລະ ການປະຕິວັດຫຼັກການລວມສູນປະຊາທິປະໄຕ ໃນວຽກງານພະນັກງານ ໃຫ້ໄດ້ເປັນຢ່າງດີ. ຊຸກຍູ້ວຽກງານກວດກາ, ຕິດຕາມກວດກາ, ການກວດສອບເປັນໄລຍະ, ກະທັນຫນ; ຕາມຫົວຂໍ້, ສະເພາະຂະແໜງການ; ຂອງຂັ້ນເທິງຕໍ່ຂັ້ນລຸ່ມ; ຂັ້ນລຸ່ມຕິດຕາມກວດກາຂັ້ນເທິງ; ໃຫ້ຄວາມສຳຄັນທັງການກ່າວເຕື່ອນ, ການປ້ອງກັນ ແລະ ການຈັດການແກ້ໄຂຄວາມຜິດພາດ. ເອົາໃນໃສ່ກວດກາ, ຕິດຕາມກວດກາບັນດາລົງການທີ່ປຶກສາແລະຊ່ວຍເຫຼືອ, ບັນດາອົງການຂັ້ນລຸ່ມ ແລະ ພະນັກງານ ລັດຖະກອນພາຍໃຕ້ການຄຸ້ມຄອງ ໃນການປະຕິບັກໜ້າທີ່ທີ່ກ່ຽວຂ້ອງກັບວຽກງານພະນັກງານ. ດຳເນີນການກວດກາ, ຢືນຢັນ ແລະ ສະຫຼຸບບັນຫາໃໝ່ທີ່ເກີດຂຶ້ນໃນວຽກງານພະນັກງານ ໃນທຸກຂັ້ນແລະຂະແໜງການ ຢ່າງທັນການ. ຍົກເລີກແລະຖອນການຕັດສິນໃຈທີ່ບໍ່ຖືກຕ້ອງກ່ຽວກັບວຽກງານພະນັກງານ; ຈັດການລົງໂທດຢ່າງທັນການແລະເຂັ້ມງວດ ກັບ​ກຸ່ມຄົນ ​ແລະ ບຸກຄົນ​ທີ່ລະເມີດ​ຫຼັກການລວມສູນປະຊາທິປະ​ໄຕ, ລະບຽບ​ວິ​ໄນ​ຂອງ​ພັກ ​ແລະ ກົດໝາຍ​ຂອງ​ລັດ ເພື່ອຮັບປະກັນລະບຽບ​ວິ​ໄນ​ໃນ​ວຽກ​ງານ​ພະນັກງານ. ນຳ​ມາດ​ຕະ​ຖານ, ຂະ​ບວນ​ການ, ຂັ້ນຕອນ ແລະ ບັນ​ທຶກ​ບຸກ​ຄະ​ລາ​ກອນ ໄປໃຊ້ຢ່າງ​ເປີດ​ເຜີຍ ແລະ ໂປ່ງ​ໃສ; ສະໜອງ, ແລກປ່ຽນຂໍ້ມູນ ແລະ ອະທິບາຍລາຍງານເມື່ອຕ້ອງການ. ເສີມຂະຫຍາຍບົດບາດຕິດຕາມກວດກາ ຂອງບັນດາອົງການໂດຍປະຊາຊົນເລືອກຕັ້ງ; ບົດບາດຕິດຕາມກວດກາ ແລະ ວິຈານສັງຄົມ ຂອງແນວໂຮມປະເທດຊາດຫວຽດນາມ, ບັນດາອົງການຈັດຕັ້ງການເມືອງ - ສັງຄົມ ແລະ ປະຊາຊົນ ໃນການເຂົ້າຮ່ວມການກໍ່ສ້າງພັກ, ກໍ່ສ້າງຖັນແຖວພະນັກງານ. ເພີ່ມທະວີກົນໄກຊັກຖາມ ແລະ ອະທິບາຍລາຍງານ ໃນວຽກງານພະນັກງານ. ຄົ້ນຄວ້າຂະຫຍາຍຮູບແບບການເກັບກຳຂໍ້ຄິດເຫັນ ເພື່ອປະເມີນຄວາມພໍໃຈຂອງປະຊາຊົນ ທີ່ມີຕໍ່ພະນັກງານນຳພາ-ຄຸ້ມຄອງທີ່ເໝາະສົມ. ປັບປຸງ​ກົນ​ໄກ​ຮັບແລະຈັດການ​ແກ້​ໄຂ​ຄຳ​ສະ​ເໜີ​ແນະ​, ການສ່ອງແສງ, ການຮ້ອງຮຽນ ຮ້ອງທຸກ, ການປະນາມຂອງປະຊາຊົນ​ທີ່​ສົ່ງໄປ​ໃຫ້​ຄະນະ​ພັກ, ອົງການ​ຈັດ​ຕັ້ງ​ພັກ, ຫົວໜ້າທ້ອງຖິ່ນ ອົງການ ໜ່ວຍງານ ​ແລະ ຜ່ານ​ສື່​ມວນ​ຊົນ​ ໃນຮູບແບບທີ່​ເໝາະ​ສົມ ​ແລະ ມີ​ປະສິດທິ​ຜົນ./.            

---------------------------

(1) ວ.ອີ. ເລນິນນິພົນຄົບຊຸດ, ສພຈ ການເມືອງແຫ່ງຊາດ, ຮ່າໂນ້ຍ, 2006, ເຫຼັ້ມ 41, ໜ້າ 253.

(2), (3)  ວ.ອີ. ເລນິນນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 36, ໜ້າ 185, 186.

(4), (5) ໂຮ່ຈີມິນນິພົນຄົບຊຸດ, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 8, ໜ້າ 275, 263 – 264.

(6) ໂຮ່ຈີມິນນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 12, ໜ້າ 438.

(7) ໂຮ່ຈີມິນນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 5, ໜ້າ 620.

(8) ໂຮ່ຈີມິນນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 6, ໜ້າ 17.

(9) ເອກະສານຄົບຊຸດຂອງພັກ, ສພຈ ການເມືອງແຫ່ງຊາດ, ຮ່າໂນ້ຍ, 2004, ເຫຼັ້ມ 37, ໜ້າ 830.

(10) ກົດລະບຽບຂອງພັກກອມມູນິດຫວຽດນາມ (ກອງ​ປະຊຸມໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 11 ​ໄດ້​ຮັບຮອງ​ເອົາ​ໃນ​ວັນ​ທີ 19 ມັງກອນ 2011), ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ໜ້າ 5.

(11) ເບິ່ງ: ກົດລະບຽບຂອງພັກກອມມູນິດຫວຽດນາມ (ກອງ​ປະຊຸມໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 11 ​ໄດ້​ຮັບຮອງ​ເອົາ​ໃນ​ວັນ​ທີ 19 ມັງກອນ 2011), ປຶ້ມທີ່ໄດ້ແນະນຳ, ໜ້າ 17 – 19.

(12) ກົດລະບຽບເລກທີ 80-QD/TW, ລົງວັນທີ 18 ສິງຫາ 2022, ຂອງກົມການເມືອງສູນກາງພັກ, “ກ່ຽວກັບການແບ່ງຂັ້ນຄຸ້ມຄອງພະນັກງານ, ແຕ່ງຕັ້ງພະນັກງານ ແລະ ແນະນຳຜູ້ສະໝັກ”.

(13) ເຊັ່ນ: ຂໍ້ຕົກລົງເລກທີ 218-QĐ/TW, ລົງວັນທີ 12 ທັນວາ 2013, ຂອງກົມການເມືອງສູນກາງພັກປະກາດໃຊ້ຂໍ້ບັງຄັບກ່ຽວກັບແນວໂຮມປະເທດຊາດຫວຽດນາມ, ບັນດາອົງການຈັດຕັ້ງການເມືອງ - ສັງຄົມ ແລະ ປະຊາຊົນ ເຂົ້າຮ່ວມການປະກອບຄວາມເຫັນກໍ່ສ້າງ​ພັກ ​ແລະ ກໍ່ສ້າງ​ອຳນາດການປົກຄອງ”; ກົດລະບຽບເລກທີ 42-QD/TW, ລົງວັນທີ 3 ຕຸລາ 2016, ຂອງຄະນະເລຂາທິການສູນກາງກ່ຽວກັບໜ້າທີ່ ແລະ ການພົວພັນເຮັດວຽກຂອງຄະນະປະຈຳພັກແຂວງ, ຄະນະປະຈຳພັກນະຄອນ”; ກົດລະບຽບເລກທີ 04-QĐi/TW, ລົງວັນທີ 25 ກໍລະກົດ 2018, ຂອງຄະນະເລຂາທິການສູນກາງ, “ກ່ຽວກັບພາລະບົດບາດ, ໜ້າທີ່, ເຂດອຳນາດ, ການຈັດຕັ້ງກົງຈັກຂອງ​ອົງການ​ສະເພາະໃຫ້ຄຳແນະນຳ ​ແລະ ຊ່ວຍ​ເຫຼືອ​ຄະນະ​ພັກ​ແຂວງ, ນະຄອນ”; ຂໍ້ຕົກລົງເລກທີ 162-QĐ/TW, ລົງວັນທີ 5 ທັນວາ 2018, ຂອງຄະນະເລຂາທິການສູນກາງ, “ກ່ຽວ​ກັບ​ການ​ປະກາດ​ໃຊ້​ລະບຽບ​ການ​ເຮັດວຽກ​ຕົ້ນ​ແບບ​ຂອງ​ຄະນະ​ກຳມະການພັກ ​ແລະ ຄະນະກຳກັບວຽກງານພັກ ຂຶ້ນສັງກັດ​ສູນ​ກາງ”; ກົດລະບຽບເລກທີ 10-QĐi/TW, ລົງວັນທີ 12 ທັນວາ 2018, ຂອງກົມການເມືອງສູນກາງ, ກ່ຽວກັບພາລະບົດບາດ, ໜ້າທີ່, ເຂດອຳນາດ ແລະ ການພັວພັນເຮັດວຽກ ຂອງຄະນະພັກ, ຄະນະປະຈຳພັກແຂວງ, ນະຄອນ ຂຶ້ນສັງກັດສູນກາງ”; ຂໍ້ຕົກລົງເລກທີ168-QĐ/TW, ລົງວັນທີ 28 ທັນວາ 2018, ຂອງຄະນະເລຂາທິການສູນກາງ, “ກ່ຽວ​ກັບ​ການ​ປະກາດ​ໃຊ້​ລະບຽບ​ການ​ເຮັດວຽກ​ຕົ້ນ​ແບບຂອງຄະນະພັກແຂວງ, ນະຄອນ ຂຶ້ນສັງກັດສູນກາງ”; ກົດລະບຽບເລກທີ 202-QĐ/TW, ລົງວັນທີ 2 ສິງຫາ 2019, ຂອງຄະນະເລຂາທິການສູນກາງ, “ກ່ຽວກັບພາລະບົດບາດ, ໜ້າທີ່, ເຂດອຳນາດ ແລະ ການພົວພັນເຮັດວຽກຂອງະນະພັກ, ຄະນະປະຈຳ, ຜູ້ປະຈຳການ ຂອງຄະນະພັກເມືອງ”;... 

(14) ຂໍ້ຕົກລົງເລກທີ 244-QĐ/TW, ລົງວັນທີ 9 ມິຖຸນາ 2014, ຂອງຄະນະບໍລິຫານງານສູນກາງ, “ກ່ຽວກັບການປະກາດໃຊ້ລະບຽບ​ການ​ເລືອກ​ຕັ້ງ​ໃນ​ພັກ”; ກົດລະບຽບເລກທີ 89-QD/TW, ລົງວັນທີ 4 ສິງຫາ 2017 ຂອງກົມການເມືອງສູນກາງ, “ກ່ຽວກັບກອບມາດຕະຖານຕຳແໜ່ງ, ການວາງແນວກອບມາດຖານສຳລັບການປະເມີນພະນັກງານນຳພາ ແລະ ຄຸ້ມຄອງທຸກຂັ້ນ”; ບົດສະຫຼຸບສະບັບເລກທີ 24-KL/TW, ລົງວັນທີ 15 ທັນວາ 2017, ຂອງກົມການເມືອງສູນກາງ, “ກ່ຽວກັບຫຼັກການຍົກຍ້າຍ, ແບ່ງງານ, ຈັດງານ ສຳລັບພະນັກງານໝູນວຽນໂດຍສູນກາງ”; ກົດລະບຽບເລກທີ 132-QD/TW, ລົງວັນທີ 8 ມີນາ 2018, ຂອງກົມການເມືອງສູນກາງ, “ກ່ຽວກັບການສຳຫຼວດ, ຕີລາຄາ ແລະ ຈັດປະເພດຄຸນນະພາບຂອງໝູ່ຄະນະ ແລະ ບຸກຄົນໃນລະບົບການເມືອງປະຈຳປີ”; ມະຕິເລກທີ 26-NQ/TW, ລົງວັນທີ 19 ພຶດສະນາ 2018, ຂອງກອງປະຊຸມສູນກາງພັກຄັ້ງທີ 7 ສະໄໝທີ 12, “ກ່ຽວກັບການສຸມໃສ່ກໍ່ສ້າງຖັນແຖວພະນັກງານທຸກຂັ້ນ, ໂດຍສະເພາະຂັ້ນຍຸດທະສາດ ທີ່ມີຄຸນນະພາບ ຄວາມສາມາດ ແລະ ກຽດສັກສີພຽງພໍ, ທຽບເທົ່າກັບລະດັບໜ້າທີ່”; ກົດລະບຽບເລກທີ 179-QĐ/TW, ລົງວັນທີ 25 ກຸມພາ 2019, ຂອງກົມການເມືອງສູນກາງ, “ກ່ຽວກັບລະບອບການກວດກາ ແລະ ຕິດຕາມກວດກາວຽກງານພະນັກງານ”; ກົດລະບຽບເລກທີ 205-QĐ/TW, ລົງວັນທີ 23 ສິງຫາ 2019, ຂອງກົມການເມືອງສູນກາງ, “ກ່ຽວກັບການຄວບຄຸມອຳນາດໃນວຽກງານພະນັກງານ ແລະ ຕ້ານການວິ້ງເຕັ້ນຫາຕຳແໜ່ງ, ວິ້ງເຕັ້ນຫາອຳນາດ”; ກົດລະບຽບເລກທີ 214-QĐ/TW, ລົງວັນທີ 2 ມັງກອນ 2020, ຂອງກົມການເມືອງສູນກາງ, “ກ່ຽວກັບຂອບມາດຕະຖານຕຳແໜ່ງ ແລະ ມາດ​ຖານ​ການ​ປະ​ເມີນພະນັກງານ ​ພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ, ກົມ​ການ​ເມືອງສູນກາງ, ຄະນະ​ເລ​ຂາທິການສູນກາງ”;...

(15) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 2, ໜ້າ 267 – 268.

(16) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 90.

(17) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 2, ໜ້າ 273.

- ບົດນີ້ໄກ້ລົງພິມໃນວາລະສານກອມມູນິດ ສະບັນທີ 1008 (ເດືອນກຸມພາ 2023)