ວກ. - ບັນດາບົດ​ຂຽນ​ຂອງສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ ຝູ ຈ້ອງ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ໂດຍສະເພາະນັບ​ແຕ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ, ​ໄດ້​ສະ​ແດງ​ໃຫ້​ເຫັນເຖິງ​ລະບົບ​ທັດສະນະ​ທີ່​ເລິກ​ເຊິ່ງ ແລະ ຮອບດ້ານ ​ກ່ຽວ​ກັບ​ລັດແຫ່ງອຳນາດກົດໝາຍ​ສັງຄົມ​ນິຍົມ. ກິດຈະການກໍ່ສ້າງລັດແຫ່ງອຳນາດກົດໝາຍ​ສັງຄົມ​ນິຍົມ ຂອງປະຊາຊົນ ໂດຍປະຊາຊົນ ແລະເພື່ອປະຊາຊົນ ໃນທັດສະນະຂອງສະຫາຍເລຂາທິການໃຫຍ່ ແມ່ນບັນດາບັນຫາສຳຄັນ ທີ່ມີຄວາມໝາຍຊີ້ນຳໂດຍລວມ, ມີລັກສະນະຮາກຖານທາງທິດສະດີແລະພຶດຕິກຳ, ມີເນື້ອໃນທີ່ກວ້າງຂວາງແລະສຳຄັນ.

ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ແລະບັນດາຜູ້ແທນ ເຂົ້າຮ່ວມກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ XV _ພາບ:TTXVN

ຍຶດ​ໝັ້ນ​ຫຼັກ​ການ​ທີ່ວ່າ ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ນຳ​ພາການ​ກໍ່​ສ້າງ
​ລັດແຫ່ງອຳນາດ​ກົດ​ໝາຍ ​ຕາມ​ບົດ​ບັນ​ຍັດ​ຂອງ​ລັດ​ຖະ​ທຳ​ມະ​ນູນ

ການນຳພາຂອງພັກກອມມູນິດຫວຽດນາມແມ່ນປັດໄຈຕັດສິນຊີ້ຂາດຄວາມສຳເລັດຂອງການກໍ່ສ້າງ ລັດແຫ່ງອຳນາດກົດໝາຍ​ສັງຄົມ​ນິຍົມຢູ່ຫວຽດນາມ, ​ພ້ອມ​ກັນ​ນັ້ນ ມັນ​ສ້າງ​ຄວາມ​ແຕກ​ຕ່າງ​ທີ່​ໃຫຍ່​ທີ່​ສຸດ ​ລະຫວ່າງ​ລັດແຫ່ງອຳນາດກົດໝາຍ​ສັງຄົມ​ນິຍົມ​ຫວຽດນາມ ​ແລະ ລັດແຫ່ງອຳນາດ​ກົດໝາຍ​ຢູ່​ບັນດາ​ປະ​ເທດ​ທຶນ​ນິຍົມ​ຕາ​ເວັນ​ຕົກ.

​ໃນ​ຄຳ​ປາ​ໄສ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງຄົບຮອບ 70 ປີ​​ວັນ​ປະ​ເພນີ​ຂອງຂະແໜງການຕຸລາການ (ວັນທີ 24 ສິງຫາ 2015), ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ໄດ້ຢືນຢັນແລະເນັ້ນໜັກວ່າ: “…ບໍ່​ວ່າ​​ສະຖານະ​ການຈະເປັນແນວ​ໃດ ​​ເຮົາກໍ​ຕ້ອງ​ຍຶດໝັ້ນ​ໃນຫຼັກໝັ້ນແນວຄິດ​, ຍຶດໝັ້ນ​ຈຸດໝາຍ​ ທັດສະນະ ​ແລະ ແນວ​ທາງ​ຂອງ​ພັກເຮົາຢູ່ສະເໝີ​ ໃນ​ການ​ກໍ່ສ້າງ ​ແລະ ປັບປຸງບູລະນະ ລັດແຫ່ງອຳນາດກົດໝາຍສັງຄົມ​ນິຍົມ ​ແລະ ລະບົບ​ກົດໝາຍ​ຂອງ​ປະ​ເທດເຮົາພວກເຮົາກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມ​ນິຍົມ ເຊິ່ງເປັນລັດທີ່​ສ້າງກອບສະ​ຖາ​ບັນ​ແລະກົດໝາຍ ເພື່ອການ​ພັດທະນາ​ຊາດ​ແລະປະ​ເທດ​ຊາດ​ ຢ່າງ​ແທ້​ຈິງ. ແຕ່ພວກເຮົາຕ້ອງຈື່ໄວ້ສະເໝີວ່າ ລັດແຫ່ງອຳນາດກົດໝາຍທີ່ພວກເຮົາກຳລັງກໍ່ສ້າງນັ້ນ ແມ່ນລັດແຫ່ງອຳນາດກົດໝາຍສັງຄົມ​ນິຍົມຫວຽດນາມ ຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ພາຍໃຕ້ການນຳພາຂອງພັກ. ລະບົບກົດໝາຍຕ້ອງຮັບປະກັນໃຫ້​ການດຳເນີນງານຂອງລັດ​ຢ່າງ​ສະ​ດວກ, ທັງຮັບເອົາ ​ແລະ ພັດທະນາ​​ຄຸນຄ່າ​ທີ່​ຍືນ​ຍົງ ​ຂອງ​ອາລະຍະທຳມະນຸດ​ ແລະ ທັງຕ້ອງ​ສອດຄ່ອງ​ກັບ​​ຄຸນຄ່າ​ອັນ​ດີງາມ ​ຂອງ​ຮີດຄອງ​ປະ​ເພນີ​ຂອງ​ຫວຽດນາມ ​ແລະ ສອດຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ລະບອບ ​ແລະ ປະ​ເທດ​ຂອງພວກເຮົາ​ ໃນ​ໄລຍະການພັດທະນາ​ໃໝ່. ນີ້ແມ່ນບັນຫາທີ່ມີລັກສະນະຫຼັກການ ແລະ ສຳຄັນທີ່ສຸດ(1)ການກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມ​ນິຍົມ ມີບົດບາດສຳຄັນທີ່ສຸດ ໃນການປົກປ້ອງ, ເສີມຂະຫຍາຍສິດທິມະນຸດ, ສິດພົນລະເມືອງ, ເພີ່ມທະວີບົດບາດນຳພາຂອງພັກ ໃນເງື່ອນໄຂໃໝ່. ພັກນຳພາຜ່ານລັດໄດ້ກາຍເປັນແບບວິທີທີ່ສຳຄັນອັນດັບໜຶ່ງ ໃນບັນດາແບບວິທີການນຳພາຂອງພັກ, ຢືນຢັນ​ຖານະ​ກຳອຳນາດ​ຂອງ​ພັກ ​ເມື່ອ​ອຳນາດທາງ​ການ​ເມືອງ ມີຄວາມຊອບທຳ ໃນ​ອຳນາດສາທາລະນະ; ແລະຍ້ອນ​ແນວ​ນັ້ນ, ແນວທາງຂອງພັກໄດ້ຫັນເປັນນິຕິກຳ, ແຫຼ່ງກຳລັງ ແລະ ກຳລັງແຮງຂອງລັດໄດ້ຮັບການນຳໃຊ້ຢ່າງມີປະສິດທິຜົນ ສຳລັບພາລະກິດການສ້າງສາ ແລະ ປົກປັກຮັກສາປະເທດຊາດສັງຄົມນິຍົມ. 

ພັກນຳພາລັດດ້ວຍໂຄງການການເມືອງ, ຍຸດທະສາດ, ແຜນນະໂຍບາຍ, ນະໂຍບາຍທີ່ສຳຄັນ, ດ້ວຍວຽກງານການຈັດຕັ້ງ ແລະ ພະນັກງານ, ດ້ວຍການກວດກາ ແລະ ຕິດຕາມກວດກາ; ນຳພາການຫັນທັດສະນະ ແນວທາງ ແຜນນະໂຍບາຍຂອງພັກເປັນນິຕິກຳ, ນະໂຍບາຍ, ກົດໝາຍ; ນຳພາການສ້າງກົງຈັກການຈັດຕັ້ງ ແລະ ຖັນແຖວພະນັກງານ, ລັດຖະກອນ, ລັດຖະກອນທີ່ມີຄຸນສົມບັດ ຄວາມສາມາດ ແລະ ສັກສີພຽງພໍເທົ່າກັບໜ້າທີ່; ນຳພາການຈັດຕັ້ງປະຕິບັດແຜນນະໂຍບາຍ, ນະໂຍບາຍ, ລັດຖະທຳມະນູນ ແລະ ກົດໝາຍຢ່າງມີປະສິດທິຜົນ; ສຸມໃສ່ນຳພາການປ່ຽນແປງໃໝ່, ປັບປຸງ​ຄຸນ​ນະພາ​ບນິຕິບັນຍັດ, ການປະຕິຮູບດ້ານການ​ບໍລິຫານ ​ແລະ ການປະຕິ​ຮູບ​ດ້ານຕຸລາການ(3). ຄວາມຮັບຜິດຊອບຂອງລັດແມ່ນຕ້ອງຫັນແນວທາງ ແລະ ແຜນນະໂຍບາຍຂອງພັກເປັນນິຕິກຳ, ເປັນນະໂຍບາຍ, ກົດໝາຍ ແລະ ຈັດຕັ້ງປະຕິບັດນະໂຍບາຍ ແລະ ກົດໝາຍເຫຼົ່ານັ້ນຢ່າງທັນເວລາ ແລະ ຄົບຖ້ວນ. ການນຳພາການຫັນເປັນນິຕິກຳນີ້ ແມ່ນເນື້ອໃນທີ່ສຳຄັນໜຶ່ງ ໃນການກຳອຳນາດຂອງພັກດ້ວຍກົດໝາຍ, ຫຼື​ເວົ້າ​ອີກ​ຢ່າງ​ໜຶ່ງ​, ເຈດ​ຈຳນົງ​ຂອງ​ພັກໄດ້ຮັບການ​ປະຕິບັດ​ດ້ວຍ​ອຳນາດທັງໝົດຂອງ​ກົດໝາຍ. ການນຳພາ​ນີ້​ຮັບປະກັນ​ໃຫ້​ກົດໝາຍໄດ້ຮັບການ​ປະຕິບັດ​ຢ່າງ​ຍຸດຕິ​ທຳ ​ແລະ ​ຖືກຕ້ອງ, ສະທ້ອນ​ເຖິງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ, ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ປະຊາຊົນ​.

ພັກ​ນຳພາ​ລັດ​ແຕ່​ບໍ່​ໄດ້ເຮັດແທນທີ່ໃຫ້ລັດ. ຢ່າງໃດກໍຕາມ, ການນຳພານີ້ແມ່ນການເມືອງສະເໝີ. ສິ່ງດັ່ງກ່າວໝາຍຄວາມວ່າ, ພັກກຳນົດຮູບແບບການຈັດຕັ້ງກົງຈັກຂອງລັດ ເພື່ອໃຫ້ລັດເປັນອົງການອຳນາດຂອງປະຊາຊົນຢ່າງແທ້ຈິງ, ສະແດງອອກຢ່າງລວມສູນແລະເຕັມທີ່ທີ່ສຸດເຖິງເຈດຈຳນົງ, ຄວາມປາຖະໜາ ແລະ ຜົນປະໂຫຍດຂອງປະຊາຊົນ; ກຳນົດແນວທາງຍຸດ​ທະ​ສາດ​ກິດຈະການພາຍ​ໃນ ​ແລະ ຕ່າງປະ​ເທດ ​ເພື່ອໃຫ້ລັດ​ສ້າງ​ເປັນ​ກົດໝາຍ ​ແລະ ຈັດ​ຕັ້ງ​ປະຕິບັດ​ກົດໝາຍ​ນັ້ນ; ຈັດຕັ້ງການອົບຮົມສຶກສາແລະຝຶກອົບຮົມພະນັກງານໃຫ້ລັດ, ແນະນຳສະມາຊິກພັກທີ່ດີເດັ່ນ ແລະ ບຸກຄົນນອກພັກ ທີ່ມີຄວາມສາມາດແລະຄຸນນະພາບພຽງພໍທີ່ຈະໄດ້ຮັບເລືອກເຂົ້າໃນອົງການໂດຍປະຊາຊົນເລືອກຕັ້ງ ຫຼືໃຫ້ອົງການລັດທີ່ມີອຳນາດພິຈາລະນາ ແລະ ຈັດໃຫ້ມີຕຳແໜ່ງສຳຄັນໃນກົງຈັກຂອງລັດ; ອົບຮົມສຶກສາທາງດ້ານການເມືອງ ແນວຄິດ ໃຫ້ແກ່ສະມາຊິກພັກ ແລະ ມະຫາຊົນ; ກວດກາ ​ແລະ ຕິດຕາມກວດກາ​ການ​ເຄື່ອນ​ໄຫວ​ຂອງ​ກົງຈັດຂອງລັດ. 

ຄຸນລັກສະນະສຳຄັນຂອງການກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມ​ນິຍົມຫວຽດນາມ
ແມ່ນເພື່ອປົກປ້ອງ ແລະ ຮັບປະກັນສິດແລະຜົນປະໂຫຍດ
ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ

ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ຢືນຢັນວ່າ, ການກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມ​ນິຍົມແມ່ນ ເພື່ອຄຸ້ມຄອງບໍລິຫານປະເທດຢ່າງຮອບດ້ານຕາມກົດໝາຍໃນທຸກດ້ານ, ປົກປ້ອງ ແລະ ຮັບປະກັນສິດແລະຜົນປະໂຫຍດອັນຊອບທຳຂອງປະຊາຊົນ; ປະຊາຊົນມີສິດ ແລະ ປະຕິບັດພັນທະຕາມກົດໝາຍ, ເພື່ອເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ມີປະຊາທິປະໄຕ ຍຸຕິທຳ ແລະ ອາລະຍະທຳ”. ສະຫາຍເລຂາທິການໃຫຍ່ເນັ້ນວ່າ ລັດແຫ່ງອຳນາດກົດໝາຍສັງຄົມ​ນິຍົມແມ່ນລັດທີ່ເຄົາລົບ, ປົກປ້ອງ ແລະ ຮັບປະກັນໃຫ້ປະຊາຊົນທຸກຄົນອາດຈະເປັນເຈົ້າການແລະຕັ້ງໜ້າ ໃນການນຳໃຊ້ແລະປະຕິບັດສິດທິມະນຸດ, ສິດແລະພັນທະຂອງພົນລະເມືອງ ຢ່າງຖືກຕ້ອງແລະປອດໄພ ໃນການທຳມາຫາກິນ ໃນຊີວິດ, ປະກອບສ່ວນ​​ກຳລັງ​ກາຍ ກຳລັງຊັບ ຄວາມ​ສາມາດ ​ແລະ ສະຕິ​ປັນຍາ ​ເພື່ອ​ກໍ່ສ້າງ ​ແລະ ພັດທະນາ​ປະ​ເທດ, ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຕາມ​ລັດຖະທຳ​ມະນູນ ​ແລະ ກົດໝາຍ(4). ນີ້ຍັງ​ໝາຍ​ຄວາມ​ວ່າ ລັດແຫ່ງອຳນາດກົດໝາຍສັງຄົມ​ນິຍົມແມ່ນ​ລັດ​ຂອງ​ປະ​ຊາ​ຊົນ ໂດຍ​ປະ​ຊາ​ຊົນ ແລະ ເພື່ອ​ປະ​ຊາ​ຊົນ. ນັ້ນ​ແມ່ນ​ລັດ​ທີ່​ປະຊາຊົນ​ເປັນ​ເຈົ້າ​ຂອງ​ອຳນາດ​ລັດ; ປະຊາຊົນ​ມີ​ສິດເຕັມສ່ວນ ໃນການຕັດສິນຕົກລົງ​ກ່ຽວ​ກັບ​ລັກສະນະ, ໂຄງສ້າງ​ການຈັດຕັ້ງ, ໜ້າທີ່, ​ເປົ້າ​ໝາຍ, ທິດ​ທາງ​ການ​ເຄື່ອນ​ໄຫວ, ທ່າ​ອ່ຽງ​ການ​ພັດທະນາ​ຂອງ​ກົງຈັກ​ແຫ່ງ​ລັດ, ການນຳ​ໃຊ້​ກົນ​ໄກ​ຂອງລັດເພື່ອ​ໃຊ້​ອຳນາດຂອງຕົນ ແລະ ກວດກາ ຕິດຕາມກວດກາ​ການ​ເຄື່ອນ​ໄຫວ​ຂອງ​ກົງຈັກ​ແຫ່ງ​ລັດ. ບັນດາອົງການຂອງລັດ ຕັ້ງແຕ່ສູນກາງເຖິງທ້ອງຖິ່ນ ແມ່ນໄດ້ຮັບການສ້າງຕັ້ງຂຶ້ນໂດຍປະຊາຊົນ ຕາມທາງກົງຫຼືທາງອ້ອມ; ບັນດາ​ບັນຫາ​ສຳຄັນ​ທີ່​ກ່ຽວຂ້ອງ​ເຖິງ​ຜົນ​ປະ​ໂຫຍ​ດລວມຂອງ​ທົ່ວ​ປະ​ເທດ​ແລະທ້ອງ​ຖິ່ນ ​ລ້ວນ​ແຕ່​ໄດ້​ຮັບ​ການ​ປຶກສາ​ຫາລື, ການອະພິປາຍ, ການຕັດສິນຕົກລົງ ​ແລະ ປະຕິບັດ​ໂດຍ​ກົງຫຼືທາງ​ອ້ອມ. ພ້ອມກັນນັ້ນ, ລັດແຫ່ງອຳນາດກົດໝາຍສັງຄົມ​ນິຍົມ ຕ້ອງ​ມີ​ການຈັດ​ຕັ້ງ​ກົງຈັກ​ທີ່ກະທັດລັດ ຮັດກຸມ, ເຄື່ອນໄຫວຢ່າງມີປະສິດທິພາບ ​ແລະ ​ປະສິດທິ​ຜົນ, ອຳນວຍຄວາມສະດວກ​ໃຫ້​ປະຊາຊົນ​ ໃນການນໍາໃຊ້ອໍານາດຂອງຕົນ ແລະ ກວດກາ, ຕິດຕາມກວດກາການດໍາເນີນງານຂອງກົງຈັກດັ່ງກ່າວ; ມີ​ຈຸດ​ປະ​ສົງ​ໃນການດຳເນີນງານເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​; ແຜນນະໂຍບາຍ, ນະ​ໂຍບາຍ ແລະ ກົດໝາຍທັງໝົດ ລ້ວນ​ແຕ່​ໄດ້​ຮັບ​ການ​ພັດທະນາແລະປະຕິບັດ ໂດຍເລີ່ມ​ຈາກ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ ​ແລະ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ; ບັນດາ​ອົງການ​ຂອງ​ລັດ, ພະນັກງານ, ລັດຖະກອນ, ພາລະກອນ ​ຍາມ​ໃດ​ກໍ່​ເຄົາລົບ​ນັບຖື​ປະຊາຊົນ, ອຸທິດ​ຕົນ​ເພື່ອ​ຮັບ​ໃຊ້​ປະຊາຊົນ, ​ເດັດດ່ຽວ​ຕໍ່ສູ້​ຕ້ານ​ພະຍາດ​ອາດຍາສິດ, ຄວາມ​ຈອງຫອງ, ການສວຍໃຊ້ອຳນາດ, ການສໍ້​ລາດ​ບັງ​ຫຼວງ, ການໃຊ້ຈ່າຍຟຸມເຟືອຍ ແລະ ຄວາມຫຍໍ້ທໍ້​ອື່ນໆ; ການ​ປະຕິ​ຮູບ​ກົງຈັກ​ແຫ່ງ​ລັດ​ໃນ​ປະຈຸ​ບັນ​ຍັງ​ແນ​ໃສ່​ຮັບ​ໃຊ້​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ.

ດ້ວຍການພັດທະນາຂອງເສດຖະກິດແລະສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງໃຫ້ດີຂຶ້ນເທື່ອລະກ້າວ, ຄວາມ​ຮຽກຮ້ອງ​ຕ້ອງການຂອງປະຊາຊົນກ່ຽວກັບ​ປະຊາທິປະ​ໄຕ, ລະບຽບກົດໝາຍ, ຍຸຕິ​ທຳ, ຄວາມສະເໝີພາບ, ຄວາມ​ໝັ້ນຄົງ ​ແລະ ການປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ນັ້ນ ນັບ​ມື້​ນັບ​ເພີ່ມ​ຂຶ້ນ.

ຕາມສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ, ຈຸດປະສົງຂອງການກໍ່ສ້າງລັດແຫ່ງອຳນາດກົດໝາຍແມ່ນ ເພື່ອຮັກສາແລະເສີມຂະຫຍາຍຄຸນລັກສະນະປະຊາຊົນ, ປະຊາທິປະໄຕ ແລະ ຄຸນລັກສະນະມະນຸດອາລະຍະທຳ ຂອງລັດສັງຄົມ​ນິຍົມ​ຫວຽດນາມຢ່າງແຂງແຮງກວ່າອີກ. ສະຫາຍເລຂາທິການໃຫຍ່ໄດ້​ຊີ້​ອອກ​ຢ່າງ​ຈະ​ແຈ້ງ​ເຖິງ​ຈຸດໝາຍສູງ​ສຸດ​ໃນ​ຂະ​ບວນການ​ພັດທະນາ​ເສດຖະກິດສັງຄົມ ແລະ ກໍ່ສ້າງລະບົບການເມືອງຂອງປະເທດວ່າ: ທິດ​ທາງສັງຄົມນິຍົມຂອງລະບົບ​ເສດຖະກິດ ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນແລະເພີ່ມທະວີ​ເທື່ອ​ລະ​ກ້າວ ຜ່ານການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດແຫ່ງອຳນາດກົດໝາຍສັງຄົມ​ນິຍົມ ໂດຍມີປະຊາຊົນເປັນ​ໃຈກາງ, ​ເພື່ອ​ທຸກ​ຄົນ ​ແລະ ໂດຍ​ມະນຸດ; ເສີມ​ຂະຫຍາຍ​ບົດບາດ​ເປັນ​ເຈົ້າ​ຂອງຂອງ​ປະຊາຊົນ​ຢ່າງ​ຄົບ​ຖ້ວນ, ປະຕິບັດ​ຄວາມ​ກ້າວໜ້າ ​ແລະ ຄວາມ​ຍຸຕິ​ທຳ​ທາງສັງຄົມ​ ໃນແຕ່ລະ​ບາດກ້າວ ​ແລະ ແຕ່ລະນະ​ໂຍບາຍການ​ພັດທະນາ(5). ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ຊີ້ໃຫ້ເຫັນແຈ້ງວ່າ, ລັກສະນະປະຊາຊົນແມ່ນຄຸນລັກສະນະ​ທີ່​ສະ​ແດງ​ໃຫ້​ເຫັນເຖິງ​ຄວາມ​ແຕກ​ຕ່າງ​ທາງດ້ານທາດແທ້ ລະຫວ່າງ​ລັດແຫ່ງອຳນາດກົດໝາຍ​ສັງຄົມ​ນິຍົມ​ຫວຽດນາມ ​ເມື່ອ​ທຽບ​ກັບ​ລັດແຫ່ງອຳນາດກົດໝາຍອື່ນໆ: ພວກ​ເຮົາ​ຮັບ​ຮູ້​ວ່າ, ລັດແຫ່ງອຳນາດກົດໝາຍສັງຄົມ​ນິຍົມ ມີຄວາມແຕກຕ່າງທາງດ້ານທາດແທ້ກັບ ລັດແຫ່ງອຳນາດກົດໝາຍທຶນນິຍົມ ຢູ່ທີ່: ອຳນາດກົດໝາຍພາຍໃຕ້ລະບອບທຶນນິຍົມ ທາງດ້ານທາດແທ້ແມ່ນເຄື່ອງມື​ໃນການປົກ​ປັກ​ຮັກສາ ​ແລະ ຮັບ​ໃຊ້​ຜົນ​ປະ​ໂຫຍ​ດຂອງ​ຊົນ​ຊັ້ນນາຍທຶນ, ໃນ​ຂະນະ​ທີ່​ອຳນາດກົດໝາຍ​ພາຍໃຕ້ລະບອບ​ສັງຄົມ​ນິຍົມ​ແມ່ນ​ເຄື່ອງ​ມືໃນການ​ສະ​ແດງ​ອອກ ​ແລະ ປະຕິບັດສິດ​ເປັນເຈົ້າຂອງ​ຂອງ​ປະຊາຊົນ, ຮັບປະກັນ ​ແລະ ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສ່ວນ​ຫຼາຍ. ຜ່ານການບັງຄັບໃຊ້ກົດໝາຍ, ລັດຮັບປະກັນເງື່ອນໄຂຕ່າງໆ ເພື່ອໃຫ້ປະຊາຊົນເປັນເຈົ້າຂອງຂອງອຳນາດການເມືອງ ແລະ ປະຕິບັດ​ລະບອບ​ຜະ​ເດັດ​ການຕໍ່​ການ​ກະທຳ​ທັງໝົດທີ່​ທຳລາຍ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ ​ແລະ ປະຊາຊົນ(6). ​​ແມ່ນລັກສະນະ​ປະຊາຊົນນີ້ເອງ ​ທີ່​ໄດ້​ເຮັດ​ໃຫ້ລັດແຫ່ງອຳນາດກົດໝາຍສັງຄົມ​ນິຍົມ ເປັນ​ປະຊາທິປະ​ໄຕຢ່າງແທ້ຈິງ ​ແລະ ມີ​ມະນຸດສະທຳ​ຢ່າງ​ເລິກ​ເຊິ່ງ.

ຕາມສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ, ການຮັກສາ ລັກສະນະປະຊາຊົນ ຂອງລັດ ແມ່ນການ​ຮັກ​ສາໃຫ້​ລັດເປັນ​ລັດ​ຂອງ​ປະ​ຊາ​ຊົນ, ໂດຍ​ປະ​ຊາ​ຊົນ ແລະ ເພື່ອ​ປະ​ຊາ​ຊົນຕະຫຼອດການ; ແມ່ນ​ຮູບ​ພາບ​ແຫ່ງມະຫາ​ສາ​ມັກ​ຄີປວງ​ຊົນ​ທັງຊາດ ໃນ​ພາລະກິດການສ້າງສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ການຮັກສາ ລັກສະນະປະຊາທິປະໄຕ ຂອງລັດແມ່ນຮັກສາໃຫ້​ລັດເປັນ​ລັດ​ເຊິ່ງໃນ​ການຈັດ​ຕັ້ງແລະການ​ເຄື່ອນ​ໄຫວ​ຂອງມັນ ມີ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າແລະຫຼວງຫຼາຍ​ຂອງ​ປະຊາຊົນ; ພົນລະ​ເມືອງມີ​ສິດ​ແລະຜົນ​ປະ​ໂຫຍ​ດຕາມ​ກົດໝາຍ, ​ລັດມີຄວາມຮັບຜິດຊອບໃນ​ການ​ຮັບປະກັນ, ພ້ອມ​ກັນ​ນັ້ນ, ລັດ​ກໍມີ​ຄວາມ​ຮັບຜິດຊອບ​ໃນ​ການ​ຂະຫຍາຍ​ສິດ​ແລະຜົນ​ປະ​ໂຫຍ​ດທີ່ຖືກກົດໝາຍ ແລະ ສອດຄ່ອງກັບການພັດທະນາຂອງສັງຄົມ. ການຮັກສາ ລັກສະນະມະນຸດອາລະຍະທຳ ຂອງລັດແມ່ນຮັກສາໃຫ້​ລັດເປັນ​ລັດ​ເຊິ່ງ​ແຜນນະໂຍບາຍ, ນະໂຍບາຍ ແລະ ກົດໝາຍທັງໝົດ ລ້ວນແຕ່ເລີ່ມຈາກຄວາມຕ້ອງການ ແລະ ຜົນປະໂຫຍດອັນພື້ນຖານແລະຊອບທຳຂອງມະນຸດ, ແລະ ມຸ່ງຫວັງທີ່ຈະຕອບສະໜອງຄວາມຕ້ອງການແລະຜົນປະໂຫຍດເຫຼົ່ານັ້ນ; ນອກຈາກແຜນນະໂຍບາຍ, ນະໂຍບາຍແລະກົດໝາຍທີ່ມີຄຸນຄ່າເທົ່າທຽມກັນສຳລັບທຸກຄົນແລ້ວ, ຍັງມີແຜນນະໂຍບາຍ, ນະໂຍບາຍ ແລະກົດໝາຍທີ່ສະຫງວນໄວ້ສຳລັບເປົ້າໝາຍພິເສດ ແລະ ຜູ້ດ້ອຍໂອກາດເຊັ່ນ: ບຸກຄົນແລະຄອບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ເດັດນ້ອຍ, ຜູ້​ສູງອາຍຸ, ຄົນ​ພິການ, ຜູ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຊາວ​ເຜົ່າ​ສ່ວນ​ໜ້ອຍ, ປະຊາຊົນ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ ແລະອື່ນໆ.  

ການແກ້ໄຂບັນດາບັນຫາທີ່ມີລັກສະນະຫຼັກການເຫຼົ່ານັ້ນ ຍັງໄດ້ຮັບການຢືນຢັນຈາກມະຕິສະບັບເລກທີ 27-NQ/TW, ລົງວັນທີ 9 ພະຈິກ 2022, ຂອງກອງປະຊຸມສູນກາງພັກຄັ້ງທີ 6 ສະໄໝທີ XIII ວ່າ ແມ່ນວຽກງານສຳຄັນທີ່ຕ້ອງປະຕິບັດຢ່າງເຂັ້ມງວດໃນການກໍ່ສ້າງ ລັດແຫ່ງອຳນາດກົດໝາຍສັງຄົມ​ນິຍົມຫວຽດນາມ: “ຮັບປະກັນ​ສິດ​ອຳນາດ​ຂອງ​ປະຊາຊົນ, ເຄົາລົບນັບຖື​ລັດຖະທຳ​ມະນູນ ​ແລະ ກົດໝາຍ, ​ຮັບປະກັນ ​ແລະ ປົກ​ປ້ອງ​ສິດທິ​ມະນຸດ ​ແລະ ສິດ​ທິພົນລະ​ເມືອງ(7), ດ້ວຍ​ທັດສະນະໂດຍ​ລວມວ່າ ຖື​ປະຊາຊົນ​ເປັນ​ໃຈກາງ, ເປັນເປົ້າໝາຍ ເຈົ້າພາບ ​ແລະ ພະລັງຂັດເຄື່ອນ​ການ​ພັດທະນາ​ປະ​ເທດ​ຊາດ; ລັດເຄົາລົບ, ຮັບປະກັນ, ປົກປ້ອງສິດທິມະນຸດ ແລະ ສິດທິພົນລະເມືອງ(8). ຕາມນັ້ນ, ພັກກຳນົດວ່າ ຕ້ອງຜັນຂະຫຍາຍແລະປະຕິບັດກົນໄກປະຊາຊົນໃຊ້ອຳນາດລັດ ດ້ວຍປະຊາທິປະໄຕໂດຍກົງແລະປະຊາທິປະໄຕແບບຕົວແທນ ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ, ໂດຍສະເພາະ ປະຊາທິປະໄຕຢູ່ຮາກຖານ; ມີກົນໄກ​ຮັບປະກັນ​ການ​ປະຕິບັດ​ສິດ​ຂອງ​ປະຊາຊົນ ໃນການ​ເຂົ້າ​ຮ່ວມ​ການ​ປຶກສາ​ຫາລື ​ແລະ ສະເໜີແນະໃຫ້​​ອົງການ​ຂອງ​ລັດ ​ກ່ຽວ​ກັບ​ບັນຫາໃນ​ຮາກ​ຖານ ທ້ອງ​ຖິ່ນ ​ແລະ ລະດັບ​ປະເທດ; ການປ່ຽນແປງໃໝ່ກົນ​ໄກ​ເລືອກ​ຕັ້ງ​ ເພື່ອ​ຄັດ​ເລືອກ​ຜູ້​ສົມຄວນ​ເປັນ​ຕົວ​ແທນ​ຂອງ​ປະຊາຊົນ; ການເສີມຂະຫຍາຍປະຊາທິປະໄຕ ໄປຄຽງຄູ່ກັບການເພີ່ມທະວີລະບຽບກົດໝາຍ, ເຊີດຊູຄຸນສົມບັດທາງສັງຄົມ ແລະ ຄວາມຮັບຜິດຊອບຂອງພົນລະເມືອງ, ຮັກສາລະບຽບວິໄນ; ພ້ອມ​ກັນ​ນັ້ນ, ກຳນົດ​ຢ່າງ​ຈະ​ແຈ້ງ​ເຖິງ​ຄວາມ​ຮັບຜິດຊອບ​ຂອງ​ອົງການ​ລັດ​ ໃນ​ການ​ເຄົາລົບ, ຮັບປະກັນ ​ແລະ ປົກ​ປ້ອງ​ສິດທິ​ມະນຸດ ​ແລະ ສິດ​ຂອງ​ພົນລະ​ເມືອງ(9).

ລະບົບກົດໝາຍແມ່ນກະດູກສັນຫຼັງຂອງລະບົບການຄຸ້ມຄອງບໍລິການປະເທດ. ດັ່ງນັ້ນ, ເພື່ອກໍ່ສ້າງແລະປັບປຸງບູລະນະລັດແຫ່ງອຳນາດກົດໝາຍສັງຄົມ​ນິຍົມ, ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ເນັ້ນວ່າ: “ສຸມໃສ່ການກໍ່ສ້າງແລະປັບປຸງບູລະນະລະບົບກົດໝາຍໃຫ້ຄົບຊຸດ, ເປັນເອກະພາບ ແລະ ເປັນໄປໄດ້ ເພື່ອສືບຕໍ່ຫັນໂຄງການການເມືອງ, ບັນດາທັດສະນະ, ແນວທາງຂອງພັກ ເປັນນິຕິກຳ, ຫັນລັດຖະທຳມະນູນເປັນຮູບປະທຳ, ເສີມຂະຫຍາຍສິດເປັນເຈົ້າຂອງຂອງປະຊາຊົນ, ບົດບາດແລະປະສິດທິຜົນການຄຸ້ມຄອງຂອງລັດ, ຮັບປະກັນການຮັກສາສະຖຽນລະພາບທາງການເມືອງ, ພັດທະນາເສດຖະກິດແລະສັງຄົມ, ເພີ່ມທະວີການປ້ອງກັນປະເທດ ແລະ ປ້ອງກັນຄວາມໝັ້ນຄົງ, ຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນ, ກໍ່ສ້າງ​ລັດໃຫ້ນັບມື້ນັບ​ສະອາດ ​ແລະ ໝັ້ນຄົງ​ເຂັ້ມ​ແຂງ. ຢາກໄດ້ຄືແນວນັ້ນ, ຈຳເປັນຕ້ອງຍຶດໝັ້ນ ​ແລະ ຊາບຊຶມ​ແນວທາງ ​ແລະ ແຜນນະ​ໂຍບາຍ​ຂອງ​ພັກ, ​ໄຈ້​ແຍກ​ ແລະ ກຳແໜ້ນຄວາມຕ້ອງການພຶດຕິກຳຕົວຈິງຂອງ​ຊີວິດ​; ພ້ອມ​ກັນ​ນັ້ນ, ສືບ​ຕໍ່​ເສີມ​ຂະຫຍາຍ​ຄວາມ​ສາມາດ ​ແລະ ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ນິຕິບັນຍັດ, ການປ່ຽນແປງໃໝ່​ຂະ​ບວນການ​ສ້າງ​ກົດໝາຍ, ຮັບປະກັນ​ປະຊາທິປະ​ໄຕ, ລະບຽບ​ກົດໝາຍ, ​ຄວາມເປີດ​ເຜີຍ ​ແລະ ​ໂປ່​ງ​ໃສ​ຂອງ​ລະບົບ​ກົດໝາຍ ແລະອື່ນໆ. ການຈັດຕັ້ງແລະການດຳເນີນງານຂອງບັນດາສະຖາບັນໃນລະບົບການເມືອງ ສອດຄ່ອງກັບຄວາມຕ້ອງການຂອງການກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ; ຮັບປະກັນສິດທິມະນຸດ ແລະ ສິດທິພົນລະເມືອງ(10). 

ການກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມ​ນິຍົມ ຕິດພັນກັບການຮັກສາ
ສະຖຽນລະພາບທາງການເມືອງ
, ການປ່ຽນແປງໃໝ່ລະບົບການເມືອງຢ່າງຮອບດ້ານ,
ການພັດທະນາເສດຖະກິດແລະສັງຄົມ ຂອງປະເທດ ຢ່າງຍືນຍົງ

ທີໜຶ່ງ, ຮັກສາສະຖຽນລະພາບທາງການເມືອງ

ສະຖຽນລະພາບທາງການເມືອງແມ່ນໜຶ່ງໃນບັນດາເງື່ອນໄຂສຳຄັນທີ່ສຸດ ເພື່ອກໍ່ສ້າງແລະພັດທະນາປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນ. ດັ່ງນັ້ນ, ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ເນັ້ນເຖິງການກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມ​ນິຍົມ ທີ່ຈະ​ຕ້ອງ​ດຳເນີນການ​ບົນ​ພື້ນ​ຖານຂອງ​ສະ​ຖຽນ​ລະ​ພາບທາງ​ການ​ເມືອງວ່າ: ຕ້ອງຮັກສາສະຖຽນລະພາບທາງການເມືອງ, ເປັນເຈົ້າການແລະຕັ້ງໜ້າໃນການເຊື່ອມໂຍງເຂົ້າກັບສາກົນ, ກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມ​ນິຍົມ ຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ(11). ສະຖຽນລະພາບທາງການເມືອງຂຶ້ນຢູ່ກັບຄວາມໝັ້ນຄົງຂອງລັດ, ເພາະວ່າ ລັດເປັນເສົາຫຼັກຂອງລະບົບການເມືອງ, ເປັນບ່ອນເຕົ້າໂຮມ ແລະ ສະທ້ອນຢ່າງລວມສູນທີ່ສຸດເຖິງຊີວິດທາງການເມືອງທັງໝົດຂອງປະເດທ, ເປັນເຄື່ອງມືທີ່ສຳຄັນທີ່ສຸດ ແລະມີປະສິດທິພາບທີ່ສຸດ ໃນການກໍ່ສ້າງ, ປັບປຸງ, ປົກປ້ອງ ແລະ ເສີມຂະຫຍາຍລະບົບການເມືອງສັງຄົມນິຍົມ. ສາມາດເວົ້າໄດ້ວ່າ, ການກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມທີ່ແທ້ຈິງແມ່ນ “ການປະຕິວັດ” ໃນລັດ, ດັ່ງນັ້ນ, ຖ້າ​​ບໍ່​ດຳ​ເນີນ​ການຕາມຫຼັກ​ວິ​ທະ​ຍາ​ສາດ ຈະເຮັດໃຫ້ສະ​ຖຽນ​ລະ​ພາບຂອງພັກອ່ອນເພຍລົງ, ຈາກນັ້ນຈະ​ທຳລາຍ​ຄວາມ​ໝັ້ນຄົງ​ທາງ​ການ​ເມືອງ​ຂອງ​ທົ່ວ​ປະ​ເທດ.

ທີສອງ, ປ່ຽນແປງໃໝ່ລະບົບການເມືອງຢ່າງຮອບດ້ານ

ລັດແຫ່ງອຳນາດກົດໝາຍສັງຄົມ​ນິຍົມແມ່ນພາກສ່ວນໜຶ່ງໃນລະບົບການເມືອງສັງຄົມນິຍົມ, ມີສາຍພົວພັນທີ່ແໜ້ນແຟ້ນ ແລະ ມີການກະທົບເຊິ່ງກັນແລະກັນ ກັບພັກຜູ້ກຳອຳນາດ ແລະ ບັນດາອົງການຈັດຕັ້ງການເມືອງ-ສັງຄົມອື່ນ. ຄວາມເຂັ້ມແຂງຂອງລັດແມ່ນມາຈາກການນໍາພາທີ່ຖືກຕ້ອງຂອງພັກກອມມູນິດຫວຽດນາມ, ການເຂົ້າຮ່ວມຢ່າງຕັ້ງໜ້າ ແລະການຊ່ວຍເຫຼືອອັນໃຫຍ່ຫຼວງ ຂອງບັນດາອົງການຈັດຕັ້ງການເມືອງ-ສັງຄົມອື່ນ; ກົງກັນຂ້າມ, ຄຸນນະພາບແລະປະສິດທິຜົນການນຳພາຂອງພັກຕໍ່ລັດ ກໍຄືລະດັບ​ການ​ສົ່ງເສີມບົດບາດ​ຂອງ​ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ​ອື່ນໆ​ໃນ​ສັງຄົມ​ນັ້ນ ຂຶ້ນ​ຢູ່ກັບ​ປະສິດທິພາບ ແລະ ປະສິດທິຜົນ​​ການ​ຄຸ້ມ​ຄອງບໍລິຫານຂອງ​ລັດ. ດ້ວຍຄວາມຮັບຮູ້​ຢ່າງ​ເລິກ​ເຊິ່ງເຖິງ​ການ​ພົວພັນ​ອັນ​ໃກ້​ຊິດ​ນີ້, ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ຍາມ​ໃດ​ກໍ່​ກຳນົດ​ໜ້າ​ທີ່​ກໍ່ສ້າງ​ລັດແຫ່ງອຳນາດກົດໝາຍ​ສັງຄົມ​ນິຍົມ​ຫວຽດນາມ ໃນ​ສະພາບ​ການຂອງການປ່ຽນແປງໃໝ່ວິທີ​ການນຳພາ​ຂອງ​ພັກ, ການກໍ່ສ້າງ​ພັກ ​ແລະ ລະບົບ​ການ​ເມືອງ​ທີ່​ສະອາດ ​ແລະ ໝັ້ນຄົງ​ເຂັ້ມ​ແຂງ. ສະຫາຍເລຂາທິການໃຫຍ່ຢືນຢັນເປົ້າໝາຍລວມແມ່ນ: “ກໍ່ສ້າງລະບົບການເມືອງທີ່ກະທັດລັດ, ເຄື່ອນໄຫວມີປະສິດທິພາບແລະປະສິດທິຜົນ ເຊິ່ງຈຸດໜັກແມ່ນ ກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ທີ່ຊື່ສັດທ່ຽງທຳແລະພັດທະນາ; ກໍ່ສ້າງພັກທີ່ສະອາດປອດໃສ ເຂັ້ມແຂງ ແລະ ຮອບຮູ້; ກໍ່ສ້າງສັງຄົມທີ່ປະຊາທິປະໄຕ ຍຸຕິທຳ ແລະ ມີອາລະຍະທຳ(12)ອາດຈະເວົ້າໄດ້ວ່າ, ລັດແຫ່ງອຳນາດກົດໝາຍສັງຄົມ​ນິຍົມ ແມ່ນຜົນສັງລວມ ຂອງຂະບວນການປ່ຽນແປງໃໝ່ລະບົບການເມືອງສັງຄົມນິຍົມທັງໝົດ. ສະຫາຍເລຂາທິການໃຫຍ່ລະບຸຊັດເຈນວ່າ ການ​ເຄື່ອນ​ໄຫວ​ຂອງ​ລັດ​ຕ້ອງ​ຮັບ​ປະ​ກັນ​ຄວາມຮຽກຮ້ອງຕ້ອງການ​ດັ່ງ​ນີ້:ສືບຕໍ່ກໍ່ສ້າງ ແລະ ປັບປຸງບູລະນະລັດແຫ່ງອຳນາດກົດໝາຍສັງຄົມນິຍົມ, ປະຕິບັດປະຊາທິປະໄຕ, ປະຕິບັດ​ຕາມ​ຫຼັກການ​ຂອງຫຼັກນິຕິທຳ ​ແລະ ຕ້ອງ​ສ້າງ​ການ​ປ່ຽນ​ແປງ​ຢ່າງ​ຕັ້ງໜ້າ, ມີ​ປະສິດທິ​ພາບ ​ແລະ ມີ​ປະສິດທິ​ຜົນ. ກໍ່ສ້າງ​ລັດ​ທັງ​ດ້ານ​ນິຕິບັນຍັດ, ບໍລິຫານ ​ແລະ ຕຸລາການ, ຕິດ​ພັນ​ກັບ​ການ​ປ່ຽນແປງໃໝ່ ​ແລະການປັບປຸງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ແລະ ບັນດາ​ອົງການ​ການ​ເມືອງ-ສັງຄົມ​ ຕາມທິດທາງກະທັດລັດ, ມີປະສິດທິພາບແລະ​ປະສິດທິ​ຜົນ. ສຸມ​ໃສ່​ປັບປຸງ​ບັນດາ​ສະ​ຖາ​ບັນ​ໃຫ້​ສົມບູນ​ແບບ ​ແລະ ຈັດ​ຕັ້ງ​ປະຕິບັດ​ກົດໝາຍ​ຢ່າງ​ເຂັ້ມ​ງວດ ​ຕາມ​ຫຼັກການ ​ແລະ ຂໍ້ບັງຄັບ​ຂອງ​ລັດຖະທຳ​ມະນູນ​ປີ 2013(13).

ທີສາມ, ພັດທະນາເສດຖະກິດ-ສັງຄົມຂອງປະເທດຢ່າງຍືນຍົງ

ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ຊີ້ແຈງວ່າ, ລັດແຫ່ງອຳນາດກົດໝາຍສັງຄົມນິຍົມສາ​ມາດ​ສ້າງ​ໄດ້​ພຽງ​ແຕ່​ບົນ​ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ພັດ​ທະ​ນາ, ວັດ​ທະ​ນະ​ທຳ​ທີ່​ກ້າວ​ໜ້າ ອຸ​ດົມ​ໄປ​ດ້ວຍ​ເອກະລັກ​ປະຈຳ​ຊາດ ແລະ ສັງ​ຄົມມີ​ປະ​ຊາ​ທິ​ປະ​ໄຕ ຍຸ​ຕິ​ທຳ ແລະສະເໝີພາບ; ກົງກັນຂ້າມ, ຈະສາມາດສ້າງພື້ນຖານ​ເສດຖະກິດ​ທີ່ພັດທະນາ, ວັດທະນະທຳ​ທີ່​ກ້າວໜ້າ ອຸດົມ​ໄປ​ດ້ວຍ​ເອກະລັກ​ປະຈຳ​ຊາດ ​ແລະ ສັງຄົມມີ​ປະຊາທິປະ​ໄຕ ຍຸດຕິ​ທຳ ​ແລະ ສະ​ເໝີ​ພາບ​ ຂຶ້ນໄດ້ກໍຕໍ່​ເມື່ອ​ມີ​ລັດແຫ່ງກົດ​ໝາຍ​ສັງຄົມ​ນິຍົມ​ຂອງ​ປະຊາຊົນ ​ໂດຍ​ປະຊາຊົນ ແລະເພື່ອ​ປະຊາຊົນຢ່າງແທ້ຈິງ. ດັ່ງ​ນັ້ນ, ຈຶ່ງຈຳເປັນຕ້ອງ​ສ້າງລັດແຫ່ງອຳນາດ​ກົດ​ໝາຍທີ່ຄົບຊຸດ ແລະຮອບດ້ານ ໄປ​ພ້ອມໆ​ກັບ​ດ້ານ​ອື່ນໆ​ຂອງ​ຊີ​ວິດ​ດ້ານ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ແລະ ສັງ​ຄົມ​ຂອງ​ປະ​ເທດ. ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ຊີ້ແຈງວ່າ: “ສືບ​ຕໍ່​ມີ​ແຜນນະ​ໂຍບາຍ ​ແລະ ວິທີ​ແກ້​ໄຂ​ ເພື່ອ​​ຊຸກຍູ້​ການ​ຫັນ​ເປັນ​ອຸດສາຫະກຳ ແລະ ທັນ​ສະ​ໄໝ, ປ່ຽນແປງໃໝ່​ຮູບ​ແບບ​ການ​ເຕີບ​ໂຕ​ ແລະປັບ​ໂຄງສ້າງ​ເສດຖະກິດ​; ປັບປຸງລະບຽບລະບອບ, ພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ; ພັດທະນາວັດທະນະທຳ, ສ້າງຄົນໃໝ່; ປ່ຽນແປງການຄຸ້ມຄອງພັດທະນາສັງຄົມ, ປະຕິບັດຄວາມກ້າວໜ້າ ແລະ ຄວາມຄວາມ​ຍຸຕິ​ທຳທາງສັງຄົມ; ເພີ່ມທະວີການປ້ອງກັນປະເທດ ປ້ອງກັນຄວາມ​ໝັ້ນຄົງ ແລະ ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມ​ຫວຽດນາມຢ່າງ​ໝັ້ນຄົງ; ເປັນເຈົ້າການແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ເສີມຂະຫຍາຍປະຊາທິປະໄຕ, ປັບປຸງລັດແຫ່ງອຳນາດກົດໝາຍສັງຄົມ​ນິຍົມໃຫ້ສົມບູນແບບ; ກໍ່ສ້າງພັກໃຫ້ນັບມື້ນັບສະອາດປອດໃສ ແລະໝັ້ນຄົງເຂັ້ມແຂງ(14). ດ້ວຍຄວາມໝາຍນັ້ນ, ການ​ເຄື່ອນ​ໄຫວ​ໃດໆ ​ຂອງ​ລັດ​ແລະສັງຄົມ​ທີ່​ກ່ຽວຂ້ອງ​ເຖິງ​ ການ​ກໍ່ສ້າງ​ລັດແຫ່ງອຳນາດກົດໝາຍສັງຄົມ​ນິຍົມ ​ແລະ ການ​ພັດທະນາ​ເສດຖະກິດ ວັດທະນະທຳ ແລະ ສັງຄົມ ລ້ວນແຕ່ຕ້ອງເປັນໄປຕາມ​ຄຳ​ຂວັນ​ຄື: ການພັດທະນາ​ເສດຖະກິດ ວັດທະນະທຳ ແລະ ສັງຄົມ ແມ່ນເພື່ອຮັບ​ໃຊ້​ໃຫ້​ແກ່​ການ​ກໍ່ສ້າງ​ລັດ​ແຫ່ງອຳນາດກົດໝາຍ​ສັງຄົມ​ນິຍົມ​ຢ່າງ​ສຳ​ເລັດ​ຜົນ ແລະ ການກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມ​ນິຍົມທີ່ປະສົບຄວາມສຳເລັດ ​ແມ່ນ​ເພື່ອຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ ວັດທະນະທຳ ແລະ ສັງຄົມ. 

ມະຕິເລກທີ 27-NQ/TW, ລົງວັນທີ 9 ພິຈິກ 2022, ຂອງກອງປະຊຸມສູນກາງພັກຄັ້ງທີ 6 ສະໄໝທີ XIII ໄດ້ກຳນົດວ່າ ການກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມຕ້ອງໄດ້ ຈັດຢູ່ໃນວຽກງານໂດຍລວມໃນການກໍ່ສ້າງ ປັບປຸງພັກ ແລະ ລະບົບການເມືອງໃຫ້ສະອາດປອດໃສ ແລະ ໝັ້ນຄົງເຂັ້ມແຂງ; ເສີມຂະຫຍາຍກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ, ລະດົມການເຂົ້າຮ່ວມຂອງລະບົບການເມືອງທັງໝົດ ດ້ວຍຄວາມຕັດສິນໃຈສູງ, ຄວາມມານະພະຍາຍາມອັນຍິ່ງໃຫຍ່, ການກະທຳທີ່ດຸເດືອດ ທົນທານໝັ້ນໜຽວ ແລະ ມີປະສິດທີຜົນ; ປະຕິບັດພາລະກິດການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຢ່າງ​ສຳ​ເລັດ​ຜົນ, ເພື່ອເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ ມີປະຊາທິປະໄຕ ຍຸຕິທຳ ແລະ ອາລະຍະທຳ(15).   

ທັດສະນະຂອງສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ກ່ຽວກັບການກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ແມ່ນພາກສ່ວນທີ່ສຳຄັນໃນລະບົບທັດສະນະກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມໃນປະຈຸບັນ ທີ່ມີລັກສະນະ “ແມ່ນພະລະກິດທີ່ຍາວນານ, ຫຍຸ້ງຍາກ ​ແລະ ສັບສົນ​ທີ່​ສຸດ, ເພາະວ່າ ​ມັນ​ຕ້ອງ​ສ້າງ​ການ​ປ່ຽນ​ແປງ​ດ້ານ​ຄຸນ​ນະພາ​ບຢ່າງ​ເລິກ​ເຊິ່ງ ​ໃນ​ທຸກ​ຂົງ​ເຂດ​ຂອງ​ຊີວິດ​ສັງຄົມ(16). ການກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມ​ນິຍົມແມ່ນພາກສ່ວນສຳຄັນຂອງເປົ້າໝາຍໂດຍລວມ ໃນການຄຸ້ມຄອງບໍລິຫານປະເທດດ້ວຍກົດໝາຍ, ແມ່ນປະຖົມປັດໄຈ ແລະ ຮາກຖານ ເພື່ອກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມ./.

-------------------------

(1) ຫງວຽນ ຝູ ຈ້ອງເຊື່ອໝັ້ນ​ໃນ​ການ​ນຳພາ​ຂອງ​ພັກ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກທັງໝົດ”, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ໜ້າ 435-436.

(2) ເບິ່ງ: ຫວູ ຈ້ອງ ເລິມ“ພັກກອມມູນິດຫວຽດນາມນຳພາລັດແລະສັງຄົມແມ່ນຄວາມຈຳເປັນພາວະວິໄສ, ວາລະສານກອມມູນິດ, ສະບັບທີ 944, ເດືອນມິຖຸນາ 2020, ໜ້າ 39-48.

(3) ເອກະສານກອງປະຊຸມຄັ້ງທີ່ 6 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2022, ໜ້າ 38.

(4), (5) ຫງວຽນ ຝູ ຈ້ອງເຊື່ອໝັ້ນ​ໃນ​ການ​ນຳພາ​ຂອງ​ພັກ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກທັງໝົດ”, ປຶ້ມທີ່ໄດ້ແນະນຳ, ໜ້າ 435-436, 242.

(6) ຫງວຽນ ຝູ ຈ້ອງບາງບັນຫາທິດສະດີແລະພຶດຕິກຳກ່ຽວກັບລັດທິສັງຄັມນິຍົມ ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ, ວາລະສານກອມມູນິດ, ສະບັບທີ 966, ເດືອນພຶດສະພາ 2021, ໜ້າ 9-10.

(7), (8), (9) ເອກະສານກອງປະຊຸມຄັ້ງທີ່ 6 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XIII, ປຶ້ມທີ່ໄດ້ແນະນຳ, ໜ້າ 46, 39, 46-48.

(10), (11), (12), (13) ຫງວຽນ ຝູ ຈ້ອງເຊື່ອໝັ້ນ​ໃນ​ການ​ນຳພາ​ຂອງ​ພັກ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກທັງໝົດ”, ປຶ້ມທີ່ໄດ້ແນະນຳ, ໜ້າ 424, 415, 291, 88.

(14) ຫງວຽນ ຝູ ຈ້ອງ:ກ້າວຢ່າງໜັກແໜ້ນຂຶ້ນສູ່ເສັ້ນທາງແຫ່ງການປ່ຽນແປງໃໝ່”, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2017, ເຫຼັ້ມ 2, ໜ້າ 26

(15) ເອກະສານກອງປະຊຸມຄັ້ງທີ່ 6 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XIII, ປຶ້ມທີ່ໄດ້ແນະນຳ, ໜ້າ 38.

(16) ຫງວຽນ ຝູ ຈ້ອງບາງບັນຫາທິດສະດີແລະພຶດຕິກຳກ່ຽວກັບລັດທິສັງຄັມນິຍົມ ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ, ວາລະສານກອມມູນິດ, ສະບັບທີ 966, ເດືອນພຶດສະພາ 2021, ໜ້າ 7.

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ, ສະບັບທີ 1012 (ເດືອນເມສາ 2023)