ວກ. - ນິພົນ “ບາງ​ບັນ​ຫາ​ທິດ​ສະ​ດີ​ແລະ​ພຶດຕິກຳ​ກ່ຽວ​ກັບ​ລັດ​ທິ​ສັງ​ຄົມ​ນິ​ຍົມ​ແລະ​ເສັ້ນ​ທາງ​ໄປ​ສູ່​ສັງ​ຄົມ​ນິ​ຍົມໃນ​ຫວຽດ​ນາມ” ຂອງສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ມີຄວາມໝາຍທິດສະດີ ແລະພຶດຕິກຳທີ່ເລິກເຊິ່ງ. ນິພົນດັ່ງກ່າວພິສູດໃຫ້ເຫັນວ່າ ເສັ້ນທາງໄປສູ່ສັງຄົມນິຍົມນັ້ນຖືກຕ້ອງ ແລະ ຢັ້ງຢືນວ່າ “ປະເທດຂອງເຮົາບໍ່ເຄີຍມີພາລະກິດ ພະລັງແຮງ ຖານະຕຳແໜ່ງ ແລະ ກຽດຊື່ສຽງສາກົນ ຄືໃນປະຈຸບັນ”. ຜົນສຳເລັດເຫຼົ່ານັ້ນເກີດຂຶ້ນໄດ້ຍ້ອນການນຳພາທີ່ສະຫຼາດສ່ອງໃສຂອງພັກ; ທາດແທ້ທີ່ດີເລີດຂອງລະບົບການເມືອງຂອງປະເທດເຮົາ - ລະບົບການເມືອງຂອງປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ.

ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ພ້ອມກັບພວກຫຼານນ້ອຍ ໃນເມືອງ ເໝື່ອງລາດ, ແຂວງ ແທງຮ໋ວາ _ພາບ: TTXVN

ເມື່ອພິຈາລະນາ​ຫາລື​ກ່ຽວ​ກັບ​ເປົ້າໝາຍຂອງການ​ພັດທະນາ​ສັງຄົມ ​ຕາມ​ເສັ້ນທາງ​ກ້າວ​ໄປ​ສູ່​ສັງຄົມ​ນິຍົມ, ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ​ຂຽນ​ວ່າ: ພວກ​ເຮົາ​ຕ້ອງການ​ສັງຄົມໜຶ່ງເຊິ່ງໃນນັ້ນ ​ການ​ພັດທະນາ​ແມ່ນເພື່ອ​ປະຊາຊົນຢ່າງແທ້ຈິງ, ບໍ່​ແມ່ນ​ເພື່ອ​ຜົນ​ກຳໄລທີ່ຂູດຮີດ​ແລະ​ຢຽບຢ່ຳກຽດ​ສັກສີ​ຂອງ​ມະນຸດ(1). ປະຊາຊົນມີບົດບາດເປັນແກນກາງຂອງຍຸດທະສາດການພັດທະນາ; ການພັດທະນາ​ວັດທະນະທຳ ​ແລະ ສ້າງ​ຄົນເປັນ​ທັງ​ເປົ້າ​ໝາຍ ​ແລະ​ແຮງຜັກດັນການ​ປ່ຽນແປງໃໝ່; ການພັດທະນາ​ການ​ສຶກສາ-ຝຶກອົບຮົມ ​ແລະ ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ​ແມ່ນ​ນະ​ໂຍບາຍ​ອັນ​ດັບ​ໜຶ່ງ​ຂອງ​ຊາດ; ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ແມ່ນ​ໜຶ່ງ​ໃນ​ບັນ​ຫາ​ສຳ​ຄັນທີ່ສຸດ ເຊິ່ງເປັນ​ມາດ​ຖານ​ຂອງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ; ການສ້າງຄອບຄົວທີ່ມີຄວາມສຸກ ຄວາມກ້າວໜ້າ ເປັນຈຸລັງທີ່ແຂງແຮງແລະເຂັ້ມແຂງຂອງສັງຄົມ, ການປະຕິບັດຄວາມສະເໝີພາບທາງເພດແມ່ນມາດຖານຂອງຄວາມກ້າວໜ້າແລະອາລະຍະທຳ.

ນະໂຍບາຍສັງຄົມມີຄວາມໝາຍສຳຄັນທີ່ສຸດ ເຊິ່ງສົ່ງຜົນໂດຍກົງຕໍ່ຊີວິດທາງວັດຖຸແລະຈິດໃຈຂອງແຕ່ລະຄອບຄົວ ຜູ້ຄົນ ແລະທ້ອງຖິ່ນ, ສະແດງໃຫ້ເຫັນເຖິງຄຸນລັກສະນະແລະຄວາມດີເດັ່ນຂອງລັດທິສັງຄົມນິຍົມ. ເປົ້າໝາຍໂດຍລວມຂອງນະໂຍບາຍສັງຄົມແມ່ນເພື່ອເຮັດໃຫ້ທຸກຄົນໃນສັງຄົມມີຊີວິດທີ່ດີ, ພັດທະນາສັງຄົມຢ່າງຍືນຍົງ, ສອດຄ່ອງກັບສະພາບທາງປະຫວັດສາດສະເພາະ ແລະມູນເຊື້ອວັດທະນະທຳຂອງປະເທດຊາດ, ຮັບປະກັນຄວາມຍຸຕິທຳ ຄວາມກ້າວໜ້າ ແລະຄວາມສະເໝີພາບ ເພື່ອປັບປຸງຍົກສູງຄຸນນະພາບຊີວິດ ແລະຄວາມສຸກຂອງປະຊາຊົນ. ໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານສູ່ສັງຄົມນິຍົມ (ສະບັບເພີ່ມເຕີມ ພັດທະນາປີ 2011) ຢືນຢັນວ່າ: “ນະໂຍບາຍສັງຄົມທີ່ຖືກຕ້ອງ, ສະເໝີພາບເພື່ອປະຊາຊົນ ແມ່ນແຮງຂັບເຄື່ອນທີ່ແຂງແຮງເພື່ອເສີີມຂະຫຍາຍຄວາມສາມາດປະດິດສ້າງທັງໝົດຂອງປະຊາຊົນ ໃນພາລະກິດການສ້າງສາ ແລະປົກປັກຮັກສາປະເທດຊາດ. ຮັບປະກັນຄວາມຍຸຕິທຳ ສະເໝີພາບທາງສິດປະໂຫຍດແລະພັນທະ ຂອງພົນລະເມືອງ; ສົມທົບຢ່າງແໜ້ນແຟ້ນ ແລະສົມເຫດສົມຜົນລະຫວ່າງການພັດທະນາເສດຖະກິດ ກັບການພັດທະນາວັດທະນະທຳສັງຄົມ, ປະຕິບັດຄວາມກ້າວໜ້າ ແລະຄວາມສະເໝີພາບທາງສັງຄົມໃນແຕ່ລະບາດກ້າວ ແລະແຕ່ລະນະໂຍບາຍ(2).

ໃນສະໄໝແຫ່ງການປ່ຽນແປງໃໝ່ແລະການເຊື່ອມໂຍງສາກົນ, ພັກກອມມູນິດຫວຽດນາມຍາມໃດກໍ່ຊາບຊຶມທັດສະນະທີ່ວ່າ ນະໂຍບາຍສັງຄົມແລະການຄຸ້ມຄອງການພັດທະນາສັງຄົມເພື່ອເປົ້າໝາຍພັດທະນາມະນຸດ. ພັກກຳນົດ: “ລະດົມຄວາມສາມາດທຸກຢ່າງຂອງລັດ ແລະຂອງປະຊາຊົນ, ຂອງສູນກາງແລະທ້ອງຖິ່ນ ເພື່ອແກ້ໄຂບັນດາບັນຫາຂອງນະໂຍບາຍສັງຄົມ(3). ໃນນັ້ນ, “ລັດມີບົດບາດຫຼັກແຫຼ່ງ(4) ແລະ ປະຕິບັດຄວາມກ້າວໜ້າ ແລະຄວາມຍຸຕິທຳທາງສັງຄົມໃນແຕ່ລະບາດກ້າວ ແລະແຕ່ລະນະໂຍບາຍການພັດທະນາ(5) ຜ່ານ “ການສ້າງສະພາບແວດລ້ອມແລະເງື່ອນໄຂໃຫ້ຜູ້ອອກແຮງງານທຸກຄົນມີວຽກເຮັດງານທຳ ແລະມີລາຍໄດ້ທີ່ດີຂຶ້ນ...”(6) ເພື່ອໃຫ້ປະຊາຊົນທຸກຄົນມີໂອກາດແລະເງື່ອນໄຂໃນການພັດທະນາຢ່າງຮອບດ້ານ(7). ພັກຮຽກຮ້ອງໃຫ້ມີມາດຕະການແກ້ບັນຫາແຮງງານ ວຽກເຮັດງານທຳ ແລະລາຍໄດ້ຢ່າງດີ ໃຫ້ຜູ້ອອກແຮງງານ, ຮັບປະກັນຄວາມປອດໄພທາງສັງຄົມ... ເອົາໃຈໃສ່ເບິ່ງແຍງດູແລສຸຂະພາບປະຊາຊົນ, ເຮັດວຽກງານປະຊາກອນແລະວາງແຜນຄອບຄົວ, ຮັກສາແລະດູແລສຸຂະພາບຂອງແມ່ແລະເດັກ; ສ້າງຄອບຄົວທີ່ມີຄວາມສຸກ(8).

ຈາກເອກະສານສະບັບທຳອິດ, ພັກກອມມູນິດຫວຽດນາມໄດ້ກຳນົດແຈ້ງ ເປົ້າໝາຍພື້ນຖານແລະຍາວນານຂອງການປະຕິວັດ ແມ່ນການຮັບປະກັນສິດທິມະນຸດຂອງປະຊາຊົນຫວຽດນາມ. ເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII, XIII, ພັກໄດ້ເພີ່ມແລະພັດທະນາທັດສະໃໝ່ຫຼາຍປະການ ກ່ຽວກັບການສ້າງແລະພັດທະນາມະນຸດ. ທັດສະນະເຫຼົ່ານີ້ບໍ່ພຽງແຕ່ແມ່ນການເພີ່ມເຕີມທາງດ້ານທິດສະດີເທົ່ານັ້ນ ແຕ່ຍັງໄດ້ຫັນເປັນອັນລະອຽດໃນໜ້າທີ່ ວິທີແກ້ໄຂ ທິດທາງສະເພາະ ເພື່ອຊີ້ນຳການເຄື່ອນໄຫວພາກປະຕິບັດການພັດທະນາເສດຖະກິດແລະສັງຄົມຂອງປະເທດ. ການຮັບຮູ້ຢ່າງເລິກເຊິ່ງ ພ້ອມກັບຄວາມຕັດສິນໃຈປ່ຽນແປງໃໝ່ປະເທດຢ່າງຮອບດ້ານ ໄດ້ສ້າງເງື່ອນໄຂໃຫ້ນະໂຍບາຍສັງຄົມມີການພັດທະນາໃນເນື້ອໃນພື້ນຖານທັງສາມຄື: ປັບປຸງຍົກສູງຂີດຄວາມສາມາດດ້ານມະນຸດ (ຜ່ານການເພີ່ມທະວີສະຫວັດດີການທົ່ວປວງຊົນ), ປັບປຸງສະພາບແວດລ້ອມການເຄື່ອນໄຫວຂອງມະນຸດ (ຜ່ານການພັດທະນານະໂຍບາຍດ້ານແຮງງານ, ວຽກເຮັດງານທຳ, ສາທາລະນະສຸກ, ການສຶກສາ, ການພັດທະນາວິສາຫະກິດ, ໂຄງສ້າງພື້ນຖານ...) ແລະ ການຮັບປະກັນຄວາມປອດໄພທາງສັງຄົມ (ຜ່ານນະໂຍບາຍສະໜັບສະໜູນຜູ້ດ້ອຍໂອກາດໃຫ້ມີສ່ວນຮ່ວມໃນຕະຫຼາດແຮງງານ, ເພີ່ມທະວີການປະກັນສັງຄົມ, ການຊ່ວຍເຫຼືອສັງຄົມ ແລະຫຼຸດຜ່ອນຄວາມທຸກຍາກ).

ໃນມະຕິເລກທີ 15-NQ/TW, ລົງວັນທີ 1 ມິຖຸນາ 2012, ຂອງກອງປະຊຸມສູນກາງພັກຄັ້ງທີ 5 ສະໄໝທີ XI ວ່າດ້ວຍບາງບັນຫາກ່ຽວກັບນະໂຍບາຍສັງຄົມໄລຍະປີ 2012-2020”, ພັກກອມມູນິດຫວຽດນາມກຳນົດເປົ້າໝາຍເຖິງປີ 2020, ຈະຮັບປະກັນໂດຍພື້ນຖານ ຄວາມປອດໄພທາງສັງຄົມສຳລັບທຸກຄົນ, ຮັບປະກັນລະດັບຂັ້ນຕ່ຳທາງລາຍໄດ້ ການສຶກສາ ການຮັກສາສຸຂະພາບ ທີ່ຢູ່ອາໄສ ນ້ຳສະອາດ ແລະຂໍ້ມູນຂ່າວສານ ການສື່ສານ, ປະກອບສ່ວນຍົກສູງລາຍໄດ້ເທື່ອລະກ້າວ, ຮັບປະກັນໃຫ້ປະຊາຊົນມີຊີວິດທີ່ປອດໄພ ສະເໝີພາບ ແລະມີຄວາມສຸກ. ເຖິງກອງປະຊຸມໃຫຍ່ຄັ້ງທີ XII, ພັກໄດ້ກຳນົດທັດສະນະການພັດທະນາສັງຄົມທີ່ຍືນຍົງ ແລະການຄຸ້ມຄອງການພັດທະນາສັງຄົມເພື່ອສ້າງແລະປົກປັກຮັກສາປະເທດຊາດ ແລະຢືນຢັນວ່າ: “ເຊື່ອມໂຍງຢ່າງແໜ້ນແຟ້ນນະໂຍບາຍເສດຖະກິດກັບນະໂຍບາຍສັງຄົມ, ການພັດທະນາເສດຖະກິດກັບການປັບປຸງຍົກສູງຄຸນນະພາບຊີວິດຂອງປະຊາຊົນ, ຮັບປະກັນໃຫ້ປະຊາຊົນໄດ້ຊົມໃຊ້ໝາກຜົນຂອງຂະບວນການປ່ຽນແປງໃໝ່ ກໍ່ສ້າງແລະພັດທະນາປະເທດໄດ້ດີຂຶ້ນເລື້ອຍໆ(9

ສືບທອດແລະພັດທະນາຜົນງານທີ່ບັນລຸໄດ້ໃນວາລະກອງປະຊຸມໃຫຍ່ຄັ້ງກ່ອນ, ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢືນຢັນວ່າ: “ປະຕິບັດເປັນຢ່າງດີນະໂຍບາຍສັງຄົມ, ຮັບປະກັນຄວາມປອດໄພ ແລະສະຫວັດດີການສັງຄົມ, ຄວາມໝັ້ນຄົງຂອງມະນຸດ, ສ້າງການຜັນປ່ຽນຢ່າງແຂງແຮງ ໃນການຄຸ້ນຄອງການພັດທະນາສັງຄົມ, ປະຕິບັດຄວາມກ້າວໜ້າ ແລະຄວາມຍຸຕິທຳທາງສັງຄົມ, ປັບປຸງຍົກສູງຄຸນນະພາບຊີວິດ ແລະຄວາມສຸກຂອງປະຊາຊົນ(10). ດ້ານອື່ນ, ເອກະສານຂອງກອງປະຊຸມໃຫຍ່ຄັ້ງທີ XIII ກຳນົດວ່າ ການພັດທະນາສັງຄົມ ແລະການຄຸ້ມຄອງການພັດທະນາສັງຄົມ ແມ່ນໜຶ່ງໃນ 12 ທິດທາງການພັດທະນາປະເທດໃນໄລຍະປີ 2021-2030. ໃນນັ້ນ, ເນັ້ນໜັກ: “ເພີ່ມທະວີການຄຸ້ມຄອງການພັດທະນາສັງຄົມ, ຮັບປະກັນຄວາມກ້າວໜ້າແລະຄວາມຍຸຕິທຳທາງສັງຄົມ, ຄວາມຍືນຍົງໃນບັນດານະໂຍບາຍສັງຄົມ, ໂດນສະເພາະແມ່ນ ສະຫວັດດີການສັງຄົມ, ຄວາມປອດໄພທາງສັງຄົມ, ຄວາມໝັ້ນຄົງຂອງມະນຸດ(11).

ເປັນອັນວ່າ, ຄວາມກ້າວໜ້າທາງດ້ານແນວຄິດທິດສະດີຂອງພັກກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງໄປສູ່ສັງຄົມນິຍົມໃນໄລຍະ 35 ປີຜ່ານມາຂອງການປ່ຽນແປງໃໝ່ ເປັນພື້ນຖານທີ່ສໍາຄັນໃນການຊີ້ນໍາການເຄື່ອນໄຫວຕົວຈິງຂອງປະເທດ ເພື່ອໃຫ້ບັນລຸຜົນສໍາເລັດອັນໃຫຍ່ຫຼວງໃນທຸກຂົງເຂດຂອງຊີວິດສັງຄົມ, ລວມທັງຜົນສໍາເລັດອັນພົ້ນເດັ່ນໃນການພັດທະນາສັງຄົມ ແລະການຄຸ້ມຄອງການພັດທະນາສັງຄົມ. ນັ້ນແມ່ນການພັດທະນາຈາກທັດສະນະໃຫ້ຄວາມສຳຄັນກັບການພັທະນາສັງຄົມດ້ານດຽວ ໄປສູ່ທັດສະນະພັດທະນາສັງຄົມແບບຍືນຍົງ ທີ່ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສືບຕໍ່ການປະດິດສ້າງຈິນຕະນາການ ທິດສະດີ ແລະພຶດຕິກຳຕົວຈິງ ກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງໄປສູ່ສັງຄົມນິຍົມຢູ່ຫວຽດນາມ ໃນການສ້າງປະເທດຈະເລີນຮຸ່ງເຮືອງແລະມີຄວາມສຸກ.

ໃນນິພົນ ບາງ​ບັນ​ຫາ​ທິດ​ສະ​ດີ​ແລະ​ພຶດຕິກຳ​ ກ່ຽວ​ກັບ​ລັດ​ທິ​ສັງ​ຄົມ​ນິ​ຍົມ​ ແລະ​ເສັ້ນ​ທາງ​ໄປ​ສູ່​ສັງ​ຄົມ​ນິ​ຍົມໃນ​ຫວຽດ​ນາມ”, ສະຫາຍເລຂາທິການ ຫງວຽນຝູຈ້ອງ ໄດ້ສະຫຼຸບແລະຍົກລະດັບທິດສະດີ, ສືບ​ຕໍ່​ສະ​ເໜີ​ບາງ​ຈຸດ​ທີ່​ບໍ່​ຊັດ​ເຈນ​ໃນ​ນະ​ໂຍບາຍ​ສັງຄົມ​ຂອງ​ຫວຽດນາມ​ເພື່ອ​ສືບ​ຕໍ່​ຄົ້ນຄວ້າ ​ແລະສະຫຼຸບ​ການ​ປະຕິບັດ. ພ້ອມກັນນັ້ນ, ກໍໄດ້ປະເມີນຄວາມສຳເລັດໃນການປະຕິບັດນະໂຍບາຍສັງຄົມ ແລະການຄຸ້ມຄອງການພັດທະນາສັງຄົມໃນເວລາທີ່ຜ່ານມາ ເຊິ່ງໄດ້ປະກອບສ່ວນຜັນຂະຫຍາຍທັດສະນະການຖືເອົາຄົນເປັນສູນກາງ ແລະບໍ່ປະຜູ້ໃດໄວ້ຂ້າງຫຼັງ ໃນຂະບວນການພັດທະນາ. ໝາກຜົນ​ແຫ່ງ​ການ​ປະຕິບັດ​ນະ​ໂຍບາຍ​ສັງຄົມ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ຄວາມ​​ພະຍາຍາມ​ພັດທະນາ​ຄົນ​ຫວຽດນາມ ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ສຶກສາ ​ແລະສຸຂະພາບ, ​ເພື່ອ​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ.  

ການພັດທະນາຕາມເສັ້ນທາງສັງຄົມນິຍົມດ້ວຍເປົ້າໝາຍໃນການຮັບໃຊ້ຜູ້ຄົນ ໄດ້ເຮັດໃຫ້ເກີດການປ່ຽນແປງທີ່ໂດດເດັ່ນ, ດັດຊະນີການພັດທະນາມະນຸດ (HDI) ຂອງຫວຽດນານັບມື້ນັບກ້າວໜ້າ. ຄະແນນ HDI ເພີ່ມຂຶ້ນຈາກ 0,48 ໃນປີ 1990 ເປັນ 0,71 ໃນປີ 2020, ຫວຽດນາມຖືກຍ້າຍຈາກກຸ່ມປານກາງມາຢູ່ໃນກຸ່ມປະເທດທີ່ມີການພັດທະນາມະນຸດສູງ ເຊິ່ງຢູ່ໃນອັນດັບທີ່ 117/189 ປະເທດ; ຫວຽດນາມຍັງຢູ່ໃນອັນດັບທີ່ສູງໃນດັດຊະນີທຶນມະນຸດ (HCI) ເປັນອັນດັບສອງ ຮອງຈາກສິງກະໂປ ໃນອາຊີຕາເວັນອອກສຽງໃຕ້.

ການພັດທະນາເສດຖະກິດທີ່ປະສົບຄວາມສຳເລັດ ແລະແນວທາງ ແຜນນະໂຍບາຍຂອງພັກກ່ຽວກັບການປັບປຸງຍົກສູງຄຸນນະພາບຊີວິດຂອງປະຊາຊົນຢ່າງຕໍ່ເນື່ອງໄດ້ກາຍເປັນຄວາມຈິງ ໂດຍໄດ້ຮັບຄວາມເຫັນດິເຫັນພ້ອມ ແລະສະໜັບສະໜູນຈາກປະຊາຊົນ ແລະການຕີລາຄາສູງຈາກປະເທດຕ່າງໆ

ຈາກຈຸດເລີ່ມຕົ້ນທີ່ຕ່ຳດ້ວຍວິກິດເສດຖະກິດສັງຄົມທີ່ຮຸນແຮງ ເຮັດໃຫ້ປະຊາຊົນໃນຫຼາຍພື້ນທີ່ຂາດອາຫານແລະເຄື່ອງນຸ່ງຫົ່ມ, ຫຼາຍກວ່າ 2/3 ຂອງຄົວເຮືອນທຸກຍາກ, ເຮັດໃຫ້ເປັນໜຶ່ງໃນປະເທດທີ່ທຸກຍາກທີ່ສຸດໃນໂລກທີ່ມີລາຍໄດ້ຕ່ຳ, ລາຍໄດ້ສະເລ່ຍຕໍ່ຫົວປະມານ 100 ໂດລາສະຫະລັດ ໃນຊຸມປີທົດສະວັດ 1990, ເຖິງປີ 2020 ລາຍໄດ້ສະເລ່ຍຕໍ່ຫົວບັນລຸເກືອບ 3.700 ໂດລາສະຫະລັດ, ສູງຂຶ້ນ 37 ເທົ່າໃນຮອບກວ່າສາມທົດສະວັດ. ຊີວິຂອງປະຊາຊົນໃນທຸກເຂດ ພາກ ທຸກພາກສ່ວນ ແລະຊົນເຜົ່າ ໄດ້ຮັບການຍົກລະດັບຂຶ້ນ ເປັນພຶ້ນຖານແລະເງື່ອນໄຂເພື່ອຮັບປະກັນຄວາມປອດໄພທາງສັງຄົມ, ຄວາມໝັ້ນຄົງຂອງມະນຸດແລະການພັດທະນາມະນຸດ.

ຈາກປະເທດທີ່ມີຄົນທຸກຍາກຫຼາຍກວ່າ 70% ຂອງປະຊາກອນທັງໝົດໃນປີ 1990, ເຖິງປີ 2021 ອັດຕາຄອບຄົວທຸກຍາກມີພຽງແຕ່ 2,23%. ລາຍໄດ້ສະເລ່ຍຂອງຄອບຄົວທຸກຍາກເພີ່ມຂຶ້ນ 3,5 ເທົ່າໃນ 10 ປີທີ່ຜ່ານມາ. ມາດຕະຖານການຄອງຊີບຂອງຄົນທຸກຍາກ, ຜູ້ຄົນໃນພື້ນທີ່ທຸກຍາກ ແລະພື້ນທີ່ທີ່ທຸກຍາກຫຼາຍ ໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຈະແຈ້ງ. ຄົນທຸກຍາກທີ່ສາມາດເຮັດວຽກງານໄດ້ ໄດ້ຮັບການສະໜັບສະໜູນໃຫ້ມີອາຊີບທີ່ເໝາະສົມກັບຄວາມຕ້ອງການ, ໄດ້ຮັບການຊ່ວຍເຫຼືອໃນການຝຶກອາຊີບ, ການຫາວຽກເຮັດງານທຳ, ການຝຶກອົບຮົມດ້ານການຜະລິດແລະຄວາມຮູ້ທາງທຸລະກິດ, ໄດ້ຮັບການຊ່ວຍເຫຼືອໃຫ້ໄປເຮັດວຽກໃນຕ່າງປະເທດຕາມສັນຍາ ເພື່ອໜີຄວາມທຸກຍທກ ແລະຫາຄວາມຮັ່ງມີ. ຫວຽດນາມແມ່ນໜຶ່ງໃນ 30 ປະເທດທຳອິດຂອງໂລກ ແລະເປັນປະເທດທຳອິດໃນອາຊີທີ່ໃຊ້ເສັ້ນຄວາມທຸກຍາກຫຼາຍມິຕິ.

ນະໂຍບາຍເພື່ອຜູ້ທີ່ມີຄຸນງານຄວາມດີຕໍ່ການປະຕິວັດ ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກພັກແລະລັດ ແລະໄດ້ຮັບການປະຕິບັດຢ່າງດີທີ່ສຸດ ພາຍໃຕ້ເງື່ອນໄຂທາງເສດຖະກິດແລະສັງຄົມທີ່ໄດ້ຮັບອະນຸຍາດ; ໄດ້ກາຍເປັນຂະບວນການຕອບແທນບຸນຄຸນຢ່າງກວ້າງຂວາງ ຕະຫຼອດຕັ້ງແຕ່ສູນກາງຈົນເຖິງໝູ່ບ້ານ ບ້ານ. ວຽກງານການເບິ່ງແຍງດູແລຊີວິດຄອບຄົວຂອງຜູ້ທີ່ມີຄຸນງາມຄວາມດີ ແລະເຮັດໜ້າທີ່ຮັບໃຊ້ທະຫານເສຍອົງຄະແລະຜູ້ສະຫຼະຊີວິດໃນສົງຄາມໄດ້ດີ ໄດ້ດຶງດູດການເຂົ້າຮ່ວມຂອງລະບົບການເມືອງທັງໝົດ. ເຖິງປີ 2020, ຮັບປະກັນວ່າ 99,5% ຂອງຄອບຄົວຂອງຜູ້ທີ່ມີຄຸນງານຄວາມດີຕໍ່ການປະຕິວັດ ມີມາດຕະຖານການຄອງຊີບເທົ່າກັບ ຫຼືສູງກວ່າລະດັບສະເລ່ຍຂອງຊຸມຊົນທີ່ຢູ່ອາໄສ.

ສະຖາບັນຕະຫຼາດແຮງງານກຳລັງໄດ້ຮັບການປັບປຸງບູລະນະຢ່າງຕໍ່ເນື່ອງ ແລະກາຍເປັນທາງອອກພື້ນຖານ ໃນການສ້າງວຽກເຮັດງານທຳ. ບັນດານະໂຍບາຍສະໜັບສະໜູນການສ້າງວຽກເຮັດງານທຳ ປະກອບສ່ວນປະຕິບັດເປົ້າໝາຍການໃຊ້ແຮງງານເຕັມທີ່ ແລະຫຼຸດການວ່າງງານ. ລັດຖະບານ ບັນດາກະຊວງ ຂະແໜງການ ແລະທ້ອງຖິ່ນໄດ້ຜັນຂະຫຍາຍຫຼາຍໂຄງການ ແລະວິທີການສ້າງວຽກເຮັດງານທຳຢ່າງຄົບຊຸດ ຕັ້ງໜ້າ ແລະມີປະສິດທິຜົນ. ຜົນ​ການ​ສ້າງ​ວຽກ​ເຮັດ​ງານ​ທໍາ​ໄດ້​ຮັບຄວາມ​ສໍາ​ເລັດ​ທີ່​ດີ​ເດັ່ນ, ໃນ​ຫຼາຍ​ປີ​ທີ່​ຜ່ານ​ມາ, ແຕ່ລະປີມີການສ້າງວຽກເຮັດງານທຳປະ​ມານ 1,5 - 1,6 ລ້ານຕຳແໜ່ງງານ​ໃຫ້ກັບຜູ້ອອກແຮງງານ. ອັດຕາການວ່າງງານໂດຍທົ່ວໄປຍັງຄົງຢູ່ທີ່ຕ່ຳກວ່າ 3%, ອັດຕາການວ່າງງານໃນເມືອງຕ່ຳກວ່າ 4%, ຊ່ວຍໃຫ້ຫວຽດນາມກາຍເປັນໜຶ່ງໃນປະເທດທີ່ມີອັດຕາການວ່າງງານຕ່ຳທີ່ສຸດໃນໂລກ. ໂຄງປະກອບແຮງງານມີການປ່ຽນແປງໄປໃນທາງບວກ, ອັດຕາສ່ວນແຮງງານໃນຂົງເຂດກະສິກຳ ປ່າໄມ້ ແລະການປະມົງ ຫຼຸດລົງຈາກ 45% ໃນປີ 2015 ເຫຼືອ 32% ປີ 2020.

ການພົວພັນໃນການແຈກຢາຍ ຮັບປະກັນຄວາມເປັນທຳ ແລະສ້າງແຮງຜັກດັນໃນການພັດທະນາ; ປະຕິບັດລະບອບການແຈກຢາຍຕາມຜົນການອອກແຮງງານ ແລະປະສິດທິຜົນທາງເສດຖະກິດເປັນຕົ້ນຕໍ, ພ້ອມກັນນັ້ນ ກໍ່ຕາມລະດັບເງິນທຶນ ແລະຊັບພະຍາກອນອື່ນໆ ແລະ ແຈກຢາຍຜ່ານລະບົບປະກັນຄວາມປອດໄພທາງສັງຄົມ ແລະສະຫວັດດີການສັງຄົມ. ເງິນເດືອນແລະລາຍໄດ້ໄດ້ຮັບການປັບປຸງໃນທາງບວກ ຊ່ວຍຮັບປະກັນຊີວິດການເປັນຢູ່ຂອງຜູ້ອອກແຮງງານ, ລາຍໄດ້ສະເລ່ຍຂອງຜູ້ອອກແຮງງານໃນປີ 2020 ແມ່ນ 4,2 ລ້ານດົ່ງຕໍ່ປີ, ເພີ່ມຂຶ້ນ 3 ເທົ່າໃນ 10 ປີທີ່ຜ່ານມາ. ນະໂຍບາຍເງິນເດືອນຂັ້ນຕ່ຳໄດ້ຮັບການດັດປັບທຸກປີ, ເຖິງປະຈຸບັນ, ໂດຍທົ່ວໄປແລ້ວ ເງິນເດືອນຂັ້ນຕໍ່າໃນເຂດໄດ້ຮັບປະກັນມາດຕະຖານການຄອງຊີບຂັ້ນຕໍ່າ, ປະກອບສ່ວນຮັບປະກັນລາຍໄດ້ໃຫ້ແກ່ຜູ້ອອກແຮງງານ.

ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການຝຶກອົບຮົມອາຊີບ ​ແລະການພັດທະນາ​ອາຊີວະ​ສຶກສາ​ໃນສັງຄົມ ​ແລະປະຊາຊົນ​ໂດຍລວມ ມີ​ການ​ປ່ຽນ​ແປງ​ຢ່າງ​ແຂງ​ແຮງ; ຖານະແລະບົດບາດຂອງລະບົບອາຊີວະສຶກສາ ໃນລະບົບການສຶກສາແຫ່ງຊາດ ໄດ້ຮັບການຍົກສູງຂຶ້ນ. ການສຶກສາສາຍອາຊີບປະສົບຄວາມສຳເລັດຢ່າງໂດດເດັ່ນ, ຈໍານວນຜູ້ຈົດທະບຽນເຂົ້າຮຽນເພີ່ມຂຶ້ນທຸກປີ, ພື້ນຖານວັດຖຸໄດ້ຮັບການເອົາໃຈໃສ່ລົງທຶນ, ຄຸນນະພາບການຝຶກອົບຮົມໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ, ຕອບສະຫນອງຄວາມຕ້ອງການຂອງຕະຫຼາດແຮງງານໄດ້ດີຂຶ້ນ. ຜົນການອາຊີວະສຶກສາມີສ່ວນຊ່ວຍໃນການຍົກສູງຄຸນນະພາບຊັບພະຍາກອນມະນຸດ. ອັດຕາແຮງງານທີ່ໄດ້ຮັບການອົບຮົມໃນປີ 2020 ບັນລຸ 70,25%, ເພີ່ມຂຶ້ນ 1,53 ເທົ່າເມື່ອທຽບກັບປີ 2012 (46%). ອັດຕາແຮງງານທີ່ໄດ້ຮັບການອົບຮົມເປັນເວລາ 3 ເດືອນຂຶ້ນໄປທີ່ມີໃບຮັບຮອງ/ປະກາດສະນິຍະບັດເພີ່ມຂຶ້ນຈາກ 15,58% ໃນປີ 2011 ເປັນ 26,1% ໃນປີ 2021.  

ນະໂຍບາຍປະກັນສັງຄົມກາຍເປັນເສົາຫຼັກໃນລະບົບການຮັກສາຄວາມປອດໄພທາງສັງຄົມ. ການປົກຫຸ້ມຂອງປະກັນສັງຄົມນັບມື້ນັບຂະຫຍາຍກວ້າງ, ອັດຕາສ່ວນແຮງງານໄວເຮັດວຽກທີ່ເຂົ້າຮ່ວມປະກັນສັງຄົມເພີ່ມຂຶ້ນຢ່າງຕໍ່ເນື່ອງທຸກປີ, ບັນລຸ 36% ພາຍໃນປີ 2021. ປະຈຸບັນ, ມີຜູ້ປະກັນສັງຄົມຫຼາຍກວ່າ 3,3 ລ້ານຄົນທີ່ໄດ້ຮັບສິດປະໂຫຍດຫຼັງກະສຽນ ແລະສິດປະໂຫຍດປະກັນສັງຄົມລາຍເດືອນ. ໂດຍສະເພາະ ການພັດທະນາລະບົບປະກັນສັງຄົມພາກສະໝັກໃຈຕາມມະຕິເລດທີ 28-NQ/TW ລົງວັນທີ 23 ພຶດສະພາ 2018 ຂອງກອງປະຊຸມຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII “ວ່າດ້ວຍການປະຕິຮູບນະໂຍບາຍປະກັນສັງຄົມໄດ້ເພີ່ມໂອກາດໃຫ້ກັບຊາວກະສິກອນ, ແຮງງານນອກລະບົບ ແລະແຮງງານລາຍໄດ້ຕໍ່າ ເຂົ້າຮ່ວມ. ໃນເວລາພຽງ 3 ປີຕັ້ງແຕ່ປີ 2019 ເຖິງປີ 2021 ມີການພັດທະນາຄົນໃໝ່ປະມານ 1 ລ້ານຄົນ, ຫຼາຍກວ່າ 10 ປີທີ່ແລ້ວເຖິງ 5 ເທົ່າ. ນະໂຍບາຍປະກັນການວ່າງງານ ໄດ້ສະໜັບສະໜູນວິສາຫະກິດແລະຜູ້ອອກແຮງງານເມື່ອເລີກສັນຍາ ຕົກງານ, ໃນການແກ້ໄຂລະບອບ ນະໂຍບາຍສຳລັບຜູ້ອອກແຮງງານ, ໂດຍສະເພາະເມື່ອວິສາຫະກິດປະສົບຄວາມຫຍຸ້ງຍາກທາງການເງິນ; ສ້າງຄວາມສາມັກຄີແລະແບ່ງປັນລະຫວ່າງຜູ້ເຂົ້າຮ່ວມ; ສ້າງການສະໜັບສະໜູນເຊິ່ງກັນແລະກັນໃນຊຸມຊັນທຸລະກິດ. ຈຳນວນຜູ້ທີ່ເຂົ້າຮ່ວມປະກັນການວ່າງງານເພີ່ມຂຶ້ນ ຈາກ 8,27 ລ້ານຄົນໃນຫີ 2012 ເປັນເກືອບ 13,4 ລ້ານຄົນໃນປີ 2021 (ກວມ 30% ຂອງກຳລັງແຮງງານໃນກຸ່ມອາຍຸທີ່ເຂົ້າຮ່ວມປະກັນການວ່າງງານ).

ວຽກງານການ​ຊ່ວຍ​ເຫຼືອ​ທາງ​ສັງ​ຄົມ​ໃຫ້​ແກ່​ປະ​ຊາ​ຊົນ​ໃນ​ສະ​ຖາ​ນະ​ການ​ທີ່​ມີ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ​ ໄດ້​ຄ່ອຍໆ​ຫັນ​ຈາກ​ທັດ​ສະ​ນະ​ດ້ານ​ມະ​ນຸດ​ສະ​ທຳ​ ໄປ​ເປັນ​ວິ​ທີ​ທີ່​ອີງ​ໃສ່​ສິດ​ທິແລະຖືປະຊາຊົນເປັນ​ສູນ​ກາງ. ນະໂຍບາຍການຊ່ວຍເຫຼືອທາງສັງຄົມໄດ້ປົກຫຸ້ມກຸ່ມເປົ້າໝາຍສ່ວນໃຫຍ່ທຸກໄວອາຍຸ, 3,5% ຂອງປະຊາກອນ ແລະ 100% ຂອງຜູ້ຮັບຜົນປະໂຫຍດການຄຸ້ມຄອງທາງສັງຄົມ ມີສິດໄດ້ຮັບຜົນປະໂຫຍດທາງສັງຄົມເປັນປະຈຳທຸກເດືອນ; ເດັດນ້ອຍໄດ້ຮັບການຄຸ້ມຄອງແລະເບິ່ງແຍງດູແລ ແລະມີສະພາບແວດລ້ອມໃນການດຳລົງຊີວິດທີ່ປອດໄພ ເພື່ອໃຊ້ສິດທິເດັດຢ່າງເຕັມທີ່; ການດູແລແລະເສີມຂະຫຍາຍບົດບາດຂອງຜູ້ສູງອາຍຸ ໄດ້ດີຂຶ້ນ; ຄົນພິການໄດ້ຮັບການຊ່ວຍເຫຼືອດ້ານການຟື້ຟູສະມັດຖະພາບ, ການຝຶກອາຊີບ ແລະການສ້າງວຽກເຮັດງານທຳ, ຊີວິດຂອງພວກເຂົາຈຶ່ງໝັ້ນຄົງແລະຄ່ອຍໆດີຂຶ້ນ.

ດັດຊະນີການພັດທະນາເພດຂອງຫວຽດນາມຢູ່ໃນກຸ່ມປະເທດທີ່ສູງທີ່ສຸດໃນ 5 ກຸ່ມຂອງໂລກ. ບົດບາດແລະສະຖານະຂອງແມ່ຍິງໄດ້ຮັບການປັບປຸງແລະຍົກລະດັບທັງໃນຄອບຄົວແລະໃນສັງຄົມ. ອັດຕາ​ສ່ວນ​ແມ່ຍິງ​ທີ່​ເປັນ​ຜູ້​ນຳ​ໃນບັນດາອົງການຂອງ​ພັກ ແລະໜ່ວຍງານພາກລັດ ຕັ້ງແຕ່ສູນກາງຈົນເຖິງທ້ອງຖິ່ນ, ໃນວິສາຫະກິດ ສະຖານທີ່ການຜະລິດ ທຸລະກິດເພີ່ມຂຶ້ນ. ແມ່ຍິງກວມເອົາ 48% ຂອງກຳລັງແຮງງານ, ກວມເອົາ 50% ຂອງຜູ້ຮັບຜົນປະໂຫຍດຈາກນະໂຍບາຍການຝຶກອົບຮົມອາຊີບ ສຳລັບຜູ້ອອກແຮງງານໃນຊົນນະບົດ.

ໃນດ້ານການດູແລສຸຂະພາບ, ການປັບປຸງນະໂຍບາຍ, ການເພີ່ມການລົງທຶນງົບປະມານຂອງລັດ ແລະການດັດແປງວິທີການດຳເນີນການ ໄດ້ສ້າງອັດຕາການປະກັນສຸຂະພາບທີ່ກ້າວໜ້າ, ສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ປະຊາຊົນເຂົ້າຮ່ວມແລະຊົມໃຊ້ສິດປະໂຫຍດນະໂຍບາຍຈາກການປະກັນສຸຂະພາບ. ເຖິງປີ 2021 ທົ່ວປະເທດມີປະຊາກອນເຂົ້າຮ່ວມປະກັນສຸຂະພາບ 88,8 ລ້ານຄົນ, ກວມ 91% ຂອງປະຊາກອນທັງໝົດ; ອັດຕາຂອງເດັດອາຍຸຕ່ຳກວ້າ 1 ປີທີ່ໄດ້ຮັບວັດຊີນຄົບຖ້ວນເຖິງ 96% - 98%; ອັດຕາ​ການ​ຂາດ​ສານ​ອາຫານ​ຂອງ​ເດັກ ​ແລະອັດຕາ​ການ​ຕາຍ​ຂອງ​ເດັກ​ນ້ອຍ​ ຫຼຸດ​ລົງ​ເກືອບ 3 ​ເທົ່າ; ອາຍຸໄຂສະເລ່ຍຂອງປະຊາກອນເພີ່ມຂຶ້ນຈາກ 62 ປີໃນປີ 1990 ເປັນ 74 ໃນປີ 2020. ສາທາລະນະສຸກປ້ອງກັນໄດ້ຮັບການເພີ່ມທະວີ, ໄດ້ປ້ອງກັນພະຍາດລະບາດທີ່ເປັນອັນຕະລາຍ, ປ້ອງກັນບໍ່ໃຫ້ເກີດພະຍາດລະບາດຂະໜາດໃຫຍ່ ແລະປ້ອງກັນການລະບາດໃນເວລາເກີດພະຍາດໂຄວິດ-19 ໄດ້ສະເລັດ. ລະບົບສະທາລະນະສຸກຮາກຖານໄດ້ຮັບການເພີ່ມທະວີ, ໂດຍສະເພາະໃນເຂດທຸກຍາດ ແລະໃນບັນດາຕາແສງທີ່ປະສົບຄວາມຫຍຸ້ງຍາກຫຼາຍ, ລວມທັງໂຄງສ້າງພື້ນຖານຂອງສຸກສາລາ ໂຮງໝໍ ແລະພະນັກງານການແພດ.

ການສຶກສາແລະການຝຶກອົບຮົມໄດ້ເອົາໃຈໃສ່ເຖິງຜູ້ຄົນຫຼາຍຂຶ້ນເລື້ອຍໆ ໂດຍມີວັດຖຸປະສົງເພື່ອການພັດທະນາມະນຸດຢ່າງເສລີແລະຮອບດ້ານ. ໄດ້ມີການຫັນປ່ຽນໃນທາງບວກຫຼາຍຢ່າງ ຈາກການສຸມໃສ່ປະລິມານເປັນຕົ້ນຕໍ ໄປສູ່ການສຸມໃສ່ຄຸນນະພາບແລະປະສິດທິພາບຫຼາຍຂຶ້ນ. ລະບົບການສຶກສາກຳລັງປ່ຽນໄປສູ່ຄວາມຍືດຫຍຸ່ນ, ການເຊື່ອມຕໍ່, ຄວາມເປີດກວ້າງລະຫວ່າງລະດັບຊັ້ນ ຂັ້ນການສຶກສາ, ຄຸນວຸກທິ ແລະ ລະຫວ່າງແບບວິທີການສຶກສາ ແລະການຝຶກອົບຮົມ.  ໃນດ້ານການສຶກສາ, ໄດ້ສຳເລັດກ່ອນກຳນົດ ການເຜີຍແຜ່ການສຶກສາທົ່ວໄປຕັ້ງແຕ່ອະນຸບານ (ເດັກນ້ອຍ 5 ປີ) ເຖິງມັດທະຍົມຕອນຕົ້ນ; ຜູ້້ໃຫຍ່ 95% ຂອງທັງໝົດສາມາດອ່ານແລະຂຽນໄດ້; ອັດຕາຜູ້ອອກແຮງງານທີ່ໄດ້ຮັບການຝຶກອົບຮົມທີ່ມີໃບຢັ້ງຢືນແລະປະກາດສະນິຍະບັດບັນລຸພຽງ 26,1%. ເຄືອຂ່າຍໂຮງຮຽນສະເພາະທາງໃນເຂດຊົນເຜົ່າສ່ວນນ້ອຍ ແລະເຂດພູດອຍ ຍັງເພີ່ມຂະໜາດຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ຈຳນວນນັກຮຽນທີ່ກຳລັງຮຽນຢູ່ໃນໂຮງຮຽນສາມັນສຶກສາກິນນອນຊົນເຜົ່າ, ໂຮງຮຽນສາມັນສຶກສາເຄິ່ງກິນນອນຊົນເຜົ່າ ແລະໂຮງຮຽນກຽມມະຫາວິທະຍາໄລ ເພີ່ມຂຶ້ນຫຼາຍ. ໂຄງການແລະນະໂຍບາຍເພື່ອສະໜັບສະໜູນການສຶກສາສຳລັບເດັກນ້ອຍໃນຄອບຄົວທີ່ທຸກຍາກ, ຊົນເຜົ່າສ່ວນນ້ອຍ ແລະເຂດທີ່ປະສົບຄວາມຫຍຸ້ງຍາກ ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ; ມີວິທີແກ້ໄຂບັນຫາຫຼາຍປະການໃນການເສີມຂະຫຍາຍດ້ານຕັ້ງໜ້າ ແລະຈຳກັດຂໍ້ບົກພ່ອງຂອງກົນໄກຕະຫຼາດ, ຮັບປະກັນທິດທາງສັງຄົມນິຍົມໃນດ້ານການສຶກສາແລະຝຶກອົບຮົມ. ໃນໄລຍະປີ 2016-2020 ລາຍຈ່າຍງົບປະມານຂອງລັດໃນດ້ານການສຶກສາແລະຝຶກອົບຮົມໂດຍສະເລ່ຍປະມານ 20% ຂອງລາຍຈ່າຍງົບປະມານທັງໝົດ.

ໃນນິພົນ ບາງ​ບັນ​ຫາ​ທິດ​ສະ​ດີ​ແລະ​ພຶດຕິກຳ​ກ່ຽວ​ກັບ​ລັດ​ທິ​ສັງ​ຄົມ​ນິ​ຍົມ​ແລະ​ເສັ້ນ​ທາງ​ໄປ​ສູ່​ສັງ​ຄົມ​ນິ​ຍົມໃນ​ຫວຽດ​ນາມ”, ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢືນຢັນວ່າ ຜົນສຳເລັດເທິງນີ້ເກີດຈາກແຜນນະໂຍບາຍແລະນະໂຍບາຍທີ່ຖືກຕ້ອງຂອງພັກແລະລັດ ແລະຄວາມດີເດັ່ນຂອງລະບອບສັງຄົມນິຍົມຢູ່ປະເທດເຮົາ; ການຊີ້ນຳນຳພາທີ່ສະຫຼາດສ່ອງໃສ ຮອບດ້ານ ໂດຍກົງຂອງຄະນະພັກ, ອົງການຈັດຕັ້ງພັກ ແລະອຳນາດການປົກຄອງ; ການເຂົ້າຮ່ວມຢ່າງຕັ້ງໜ້າຂອງປະຊາຊົນ. ຢ່າງໃດກໍຕາມ, ຄຽງຄູ່ກັບຜົນສຳເລັດແລະດ້ານຕັ້ງໜ້າເຫຼົ່ານີ້ ພວກເຮົາຍັງມີຂໍ້ບົກພ່ອງແລະຂໍ້ຈຳກັດຫຼາຍຢ່າງ ແລະກຳລັງປະເຊີນກັບຄວາມທ້າທາຍໃໝ່ໃນການພັດທະນາປະເທດ; ຊ່ອງວ່າງລະຫວ່າງຜູ້ຮັ່ງມີກັບຜູ້ທຸກຍາກເພີ່ມຂຶ້ນ; ຄຸນນະພາບການສຶກສາ, ການແພດ ແລະ ການບໍລິການສາທາລະນະອື່ນໆ ຍັງມີຈຳກັດ; ວັດທະນະທໍາ ແລະຈັນຍາບັນທາງສັງຄົມເສື່ອມໂຊມລົງ; ອາຊະຍາກຳແລະຄວາມຊົ່ວຮ້າຍທາງສັງຄົມມີຄວາມຊັບຊ້ອນ; ຄຸນນະພາບແຮງງານແລະວຽກເຮັດງານທຳຍັງຕ່ຳ, ຕະຫຼາດແຮງງານມີການພັດທະນາຊ້າ; ການຫຼຸດຜ່ອນຄວາມທຸກຍາກບໍ່ຍືນຍົງ, ມາດຕະຖານການຄອງຊີບລະຫວ່າງເຂດພາກແລະກຸ່ມ ຍັງແຕກໂຕນກັນຫຼາຍ; ຂອບເຂດປົກຫຸ້ມຂອງປະກັນສັງຄົມຍັງແຄບເມື່ອທຽບກັບຄວາມສາມາດບົ່ມຊ້ອນ; ຄວາມປົກຫຸ້ມແລະລະດັບຜົນປະໂຫຍດທາງສັງຄົມບໍ່ເປັນໄປຕາມຄາດຫວັງ; ຄຸນນະພາບແລະຄວາມສາມາດຂອງການແພດຮາກຖານ ແລະສາທາລະນະສຸກປ້ອງກັນ ບໍ່ສາມາດຕອບສະໜອງຄວາມຕ້ອງການໃນການດູແລແລະປັບປຸງສຸຂະພາບຂອງປະຊາຊົນ; ຄຸນນະພາບກາສຶກສາແລະການຝຶກອົບຮົມບໍ່ສາມາດຕອບສະໜອງໄດ້ຄວາມຕ້ອງການພັດທະນາ; ອັດຕາຂອງເດັກທີ່ຂາດສານອາຫານຫຼຸດລົງຊ້າ; ອັດຕາ​ສ່ວນ​ປະຊາກອນ​ຊົນນະບົດທີ່ໃຊ້ນ້ຳສະອາດຕາມມາດຕະຖານແຫ່ງຊາດ ຍັງຕ່ຳຫຼາຍ; ທີ່ຢູ່ອາໄສໃຫ້ແກ່ຄົນງານໃນສວນອຸດສາຫະກຳ, ເຂດປຸງແຕ່ງສົ່ງອອກ, ຕົວເມືອງ, ຄົນງານເຄື່ອນຍ້າຍ, ຜູ້ມີລາຍຮັບຕ່ຳ ຍັງບໍ່ໄດ້ຮັບການຮັບປະກັນ; ​ລະບົບ​ການ​ຄຸ້ມ​ຄອງ​ຍັງ​ບໍ່ພຽງພໍ ແລະບໍ່​ທັນ​ທັນ​ສະ​ໄໝ.

ເພື່ອເອົາຊະນະຄວາມທ້າທາຍ, ແກ້ໄຂຜ່ານຜ່າຂໍ້ຈຳກັດແລະຄວາມບໍ່ພຽງພໍ, ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີແນະເຖິງຄວາມຈຳເປັນຕ້ອງສືບຕໍ່ປ່ຽນແປງໃໝ່ ແລະຍົກສູງປະສິດທິພາບແລະປະສິດທິຜົນ ຂອງການຄຸ້ມຄອງການພັດທະນາ, ຜັນຂະຫຍາຍທັດສະນະ, ທິດທາງ ເປົ້າໝາຍ ແລະໜ້າທີ່ທີ່ກຳນົດໄວ້ໂດຍກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ. ໃນນັ້ນ, ປະຊາຊົນ​ແມ່ນ​ເປົ້າ​ໝາຍ, ​ເປັນ​ພະລັງຂັບເຄື່ອນ​ການ​ພັດທະນາ ​ແລະ ​ເປັນ​ໃຈກາງ​ຂອງ​ນະ​ໂຍບາຍ​ສັງຄົມ; ກຳນົດແຈ້ງນະໂຍບາຍສັງຄົມໃນການດູແລປະຊາຊົນແມ່ນໜ້າທີ່ຍຸດທະສາດ ແລະແມ່ນຄວາມຮັບຜິດຊອບປະຈຳຂອງພັກ ລັດ, ທຸກຂັ້ນ ຂະແໜງການ ອົງການຈັດຕັ້ງ ບຸກຄົນ ແລະສັງຄົມທັງໝົດ.

ໃນສະພາບການເຊື່ອມໂຍງສາກົດຂອງປະເທດ, ໂອກາດແລະຄວາມສ່ຽງແຊກຊ້ອນກັນກໍ່ໃຫ້ເກີດຄວາມທ້າທາຍທີ່ຮ້າຍແຮງ, ຫຼືຄວາມຫຼ້າຫຼັງ ໝາຍເຖິງຖືກລະຖິ້ມ ຫຼືການປ່ຽນແປງໃໝ່ ເພື່ອບືນຕົວຂຶ້ນ ເອົາຊະນະ “ຄວາມສ່ຽງຄວາມຫຼ້າຫຼັງ, ຕົກຢູ່ໃນກັບດັກລາຍໄດ້ປາງກາງ”, ຮັບປະກັນສະຫວັດດີການສັງຄົມ, ປະຕິບັດຄວາມກ້າວໜ້າ ແລະຄວາມຍຸຕິທຳທາງສັງຄົມ ຕາມມາດຖານການພັດທະນາຢ່າງຮອບດ້ານແລະຍືນຍົງ ໂດຍຖືປະຊາຊົນເປັນສູນກາງ, ຈຳເປັນຕ້ອງມີຄວາມກ້າວໜ້າໃນການປະຕິບັດນະໂຍບາຍສັງຄົມ.

ໃນນິພົນ ບາງ​ບັນ​ຫາ​ທິດ​ສະ​ດີ​ແລະ​ພຶດຕິກຳ​ກ່ຽວ​ກັບ​ລັດ​ທິ​ສັງ​ຄົມ​ນິ​ຍົມ​ແລະ​ເສັ້ນ​ທາງ​ໄປ​ສູ່​ສັງ​ຄົມ​ນິ​ຍົມໃນ​ຫວຽດ​ນາມ”, ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້​ໃຫ້​ຄຳ​ເຫັນ​ວ່າ: “ທັງ​ທິດ​ສະ​ດີແລະພຶດຕິກຳລ້ວນແຕ່​ສະ​ແດງ​ໃຫ້​ເຫັນ​ວ່າ ການສ້າງລັດທິສັງຄົມນິຍົມແມ່ນການສ້າງສັງຄົມຄຸນນະພາບໃໝ່, ເຊິ່ງບໍ່ງ່າຍດາຍແຕ່ຢ່າງໃດເລີຍ. ນີ້​ແມ່ນພາລະກິດແຫ່ງການປະດິດ​ສ້າງທີ່ຍິ່ງໃຫຍ່, ​ເຕັມ​ໄປ​ດ້ວຍ​ສິ່ງ​ທ້າ​ທາຍ ​ແລະຄວາມ​ຫຍຸ້ງຍາກ, ​ເປັນພາລະກິດທີ່ຕື່ນຕົວສະໝັກໃຈ ຕໍ່ເນື່ອງ ແລະ​ມີ​ເປົ້າໝາຍ​ຍາວ​ນານ, ບໍ່​ສາມາດ​ຮ້ອນຮົນຟ້າວຟັ່ງ. ດັ່ງນັ້ນ, ນອກຈາກການກຳນົດແນວທາງ ແຜນນະໂຍບາຍທີ່ຖືກຕ້ອງ, ຮັບປະກັນບົດບາດນຳພາຂອງພັກແລ້ວ ເຮົາຍັງຕ້ອງເສີມຂະຫຍາຍຢ່າງແຂງແຮງ ບົດບາດປະດິສ້າງ, ການສະໜັບສະໜູນ ແລະການເຂົ້າຮ່ວມຢ່າງຕັ້ງໜ້າ ຂອງປະຊາຊົນ(12). ເພື່ອປະຕິບັດ​ຄຳ​ຮຽກຮ້ອງ​ຂອງ​ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນຝູຈ້ອງ ​ເປັນ​ຢ່າງ​ດີ ຈຳເປັນຕ້ອງເພີ່ມທະວີການນຳພາຂອງພັກ, ການຄຸ້ມຄອງຂອງລັດ ແລະການມີສ່ວນຮ່ວມຂອງລະບົບການເມືອງທັງໝົດ ຕັ້ງແຕ່ສູນກາງຈົນເຖິງຮາກຖານ, ໃນນັ້ນບຸລິມະສິດສາມທິດທາງໃຫຍ່ໃນການສ້າງ ແລະປະຕິບັດນະໂຍບາຍສັງຄົມ, ນັ້ນແມ່ນ:

ທີໜຶ່ງ, ລັດ​ຄຸ້ມ​ຄອງ​ການ​ປະຕິບັດ​ນະ​ໂຍບາຍ​ສັງຄົມຢ່າງເປັນເອກະພາບ ​ຕາມທິດທາງການ​ແບ່ງ​ປັນ​ລະ​ຫວ່າງ​ລັດ - ສັງ​ຄົມ - ປະ​ຊາ​ຊົນ ແລະ ຮັບ​ປະ​ກັນ​ຫຼັກ​ການ ຄວາມປອດໄພທາງສັງຄົມ - ຄວາມໝັ້ນຄົງຂອງປະຊາຊົນ ແລະ ຄວາມຢູ່ເຢັນເປັນສຸກ ແລະສາມາດ ດັດ​ປັບ​ການ​ປ່ຽນ​ແປງ​ຂັ້ນ​ພື້ນ​ຖານ ​ໃນ​ແຕ່​ລະ​ໄລ​ຍະຢ່າງຍືດຫຍຸ່ນ​ ໃຫ້​ສອດ​ຄ່ອງ ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ມີ​ຄວາມ​ສາ​ມາດ​ຕອບ​ສະ​ໜອງ​ຕໍ່​ຜົນ​ກະ​ທົບ​ຈາກ​ສົງ​ຄາມ, ໂລກ​ລະ​ບາດ, ໄພ​ພິ​ບັດ​ທຳ​ມະ​ຊາດ ແລະອື່ນໆ​ໃນວົງກວ້າງ. ສືບ​ຕໍ່ປ່ຽນແປງໃໝ່ບາງ​ນະ​ໂຍບາຍທີ່ມີລັກສະນະ ແກນກາງຂອງ​ນະ​ໂຍບາຍ​ສັງຄົມ, ​ເຊັ່ນ ​ການປະຕິຮູບ​ນະ​ໂຍບາຍ​ເງິນ​ເດືອນ​ໂດຍ​ໄວ, ສົ່ງເສີມຄຸນຄ່າທີ່ແທ້ຈິງຂອງ “ເງິນເດືອນທີ່ສະແດງອອກມາເປັນລາຄາແລະມູນຄ່າຂອງແຮງງານໃນຕະຫຼາດ”, ເພິ່ມໂອກາດໃນການເຂົ້າເຖິງຢ່າງເທົ່າທຽມກັນ ສູ່ຕະຫຼາດແຮງງານສຳລັບກຸ່ມເປົ້າໝາຍສະເພາະ, “ການຈັດລະບົບງານສຳລັບກຸ່ມແຮງງານນອກລະບົບ; ຍົກສູງຄຸນນະພາບຂອງການສຶກສາທີ່ຈຳເປັນ ແລະການດູແລສຸຂະພາບ. ຮັບປະກັນໃຫ້ທຸກຄົນສາມາດເຂົ້າເຖິງບໍລິການຂັ້ນພື້ນຖານແລະທີ່ຢູ່ອາໄສຂັ້ນຕ່ຳຢ່າງເທົ່າທຽມກັນ ແລະເຊື່ອມ​ໂຍງ​ເຂົ້າ​ກັບ​ຊີວິດ​​ຊຸມ​ຊົນ​ໃນ​ທຸກ​ດ້ານທາງ​ເສດຖະກິດ ການ​ເມືອງ ວັດທະນະທຳ ​ແລະ ສັງຄົມ.

ທີສອງ, ຈິນຕະນາການປະຕິບັດນະໂຍບາຍສັງຄົມຈຳເປັນຕ້ອງມີການປ່ຽນແປງໃໝ່ສະຖາບັນ, ກົນໄກການຄຸ້ມຄອງຢ່າງແຂງແຮງ ຄົບຊຸດ, ດຳເນີນການອອກແບບລະບົບການສະໜອງບໍລິການທາງສັງຄົມຄືນໃໝ່. ປະສານລວມນະໂຍບາຍແລະລະບອບ ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ຄຸ້ມ​ຄອງ​ບໍລິການ​ສັງຄົມ​ ໃນ​ສະພາບ​ເສດຖະກິດ​ດິຈິຕອນ. ປະຕິບັດການປ່ຽນແປງດິຈິຕອນຢ່າງກວ້າງຂວາງແລະຮອບດ້ານ ໃນການກໍ່ສ້າງແລະຈັດຕັ້ງປະຕິບັດນະໂຍບາຍສັງຄົມ. ສືບ​ຕໍ່​ມີ​ການ​ປ່ຽນ​ແປງ​ໃໝ່​ກົນ​ໄກ​ການ​ບໍລິການ​ສາທາລະນະ​ ຕາມ​ຫຼັກການ​ຕົ້ນຕໍ​ຄື: ລັດ​ຄຸ້ມ​ຄອງ ບໍລິຫານ ​ແລະ ກວດກາ​ບັນດາ​ພາກສ່ວນ​ທີ່​ກ່ຽວຂ້ອງ ​ໃນ​ການ​ສະໜອງ​ບໍລິການ​ສາທາລະນະ​ຕາມເກນ​ ແລະມາດຖານ​ກວດກາ, ການ​ປະ​ເມີນ​ຢ່າງ​ຈະ​ແຈ້ງ​ແລະ​ໂປ່​ງ​ໃສ. ສ້າງບໍລິການສັງຄົມສາທາລະນະຕາມທິດທາງການແບ່ງຊັ້ນຈາກຄຸນນະພາບຂັ້ນພື້ນຖານ ຈົນເຖິງຄຸນນະພາບສູງ ຕາມຄວາມຕ້ອງການຂອງກຸ່ມສັງຄົມທີ່ສາມາດຮ່ວມຊຳລະຄ່າບໍລິການໄດ້.

ທີສາມ, ນະໂຍບາຍສັງຄົມຕ້ອງຮັບປະກັນຄວາມເປັນເຈົ້າການ ຄວາມຕັ້ງໜ້າ ແລະສັງຄົມໃນລະດັບສູງ. ລັດຮັບປະກັນຊັບພະຍາກອນທີ່ພຽງພໍເພື່ອປະຕິບັດ, ພ້ອມກັນນັ້ນ ຊຸກຍູ້​ການ​ເຄື່ອນ​ໄຫວ​ສັງຄົມ ​ແລະລະດົມ​ແຫຼ່ງກຳລັງ​ ເພື່ອ​ປະຕິບັດ​ນະ​ໂຍບາຍ​ສັງຄົມ. ລັດຈຳເປັນຕ້ອງສ້າງຍຸດທະສາດການເງິນ ເພື່ອປະຕິບັດລະບົບຄວາມປອດໄພທາງສັງຄົມ ແລະສະຫວັດດີການສັງຄົມ ທີ່ກວ້າງຂວາງ ແລະສັບສົນກວ່າ. ສ້າງກົນໄກຂຶ້ນໃໝ່ເພື່ອລະດົມຊັບພະຍາກອນທັງໝົດຂອງສັງຄົມ, ຍົກສູງຄວາມຮັບຜິດຊອບ ແລະຄວາມສາມາດໃນການຮັກສາຄວາມປອດໄພຂອງບຸກຄົນ, ຄອບຄົວ ແລະຊຸມຊົນ.

ແລະ, ສືບຕໍ່ປະຕິບັດໜ້າທີ່ສຳຄັນ 7 ປະການໃນການສ້າງແລະປະຕິບັດນະໂຍບາຍສັງຄົມ, ນັ້ນແມ່ນ:

ໜຶ່ງ, ປະຕິບັດນະໂຍບາຍບຸລິມະສິດຜູ້ມີຄຸນງານຄວາມດີຕໍ່ການປະຕິວັດ ຕາມຫຼັກການຄ່າຕອບແທນ, ການອຸທິດຕົນ, ການປະກອບສ່ວນ, ການເສຍສະຫຼະ ແລະ ຄວາມຍຸຕິທຳ; ຮັບຮອງວ່າ ຜູ້ມີຄຸນງານຄວາມດີແລະຄອບຄົວ ມີມາດຕະຖານການຄອງຊີບສະເລ່ຍຂອງປະຊາກອນໃນພື້ນທີ່.

ສອງ, ສືບຕໍ່ປະຕິບັດນະໂຍບາຍຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ໂດຍໃຊ້ມາດຕະຖານຄວາມທຸກຍາກຫຼາຍມິຕິ ເພື່ອສະໜັບສະໜູນປະຊາຊົນໃນການປັບປຸງຄຸນນະພາບຊີວິດຂອງພວກເຂົາ, ປະສົມລວມນະໂຍບາຍເພື່ອຫຼຸດຜ່ອນຄວາມທຸກຍາກ, ຫຼຸດຈຳນວນນະໂຍບາຍສະໜັບສະໜູນໂດຍກົງ ແລະສ້າງວິຖີຊີວິດທີ່ທີ່ຍືນຍົງໃຫ້ກັບຄົນທຸກຍາກ; ຫຼຸດຊ່ອງວ່າງດ້ານລາຍໄດ້, ມາດຕະຖານການຄອງຊີບ ແລະສະພາບຄວາມເປັນຢູ່ຂອງຄົນທຸກຍາກ; ສຸມໃສ່ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງຢູ່ເຂດຊົນເຜົ່າສ່ວນນ້ອຍ ແລະເຂດພູດອຍ.

ສາມ, ປັບປຸງຍົກສູງຄຸນນະພາບຂອງຊັບພະຍາກອນມະນຸດ ບົນພື້ນຖານຂອງການປ່ຽນແປງໃໝ່ດ້ານການສຶກສາ ແລະການຝຶກອົບຮົມ ຢ່າງຕໍ່ເນື່ອງ: ການສຶກສາສາມັນເອົາໃຈໃສ່ຍົກສູງລະດັບສະຕິປັນຍາຂອງຜູ້ຄົນ, ວັດທະນະທຳທາງຈະລິຍະທຳ ແລະການແນະນຳອາຊີບທາງໄກ; ການຝຶກອົບຮົມມະຫາວິທະຍາໄລ ແລະການສຶກສາທາງອາຊີບຕາມທິດເປີດກວ້າງແລະຍືດຫຍຸ່ນ, ການຝຶກອົບຮົມ ແລະການຝຶກອົບຮົມຄືນໃໝ່ ຊັບພະຍາກອນມະນຸດ ທີ່ເຊື່ອມໂຍງກັບຄວາມຕ້ອງການຂອງຕະຫຼາດແຮງງານ ແລະສອດຄ່ອງກັບທ່າອ່ຽງການພັດທະນາຂອງການປະຕິວັດອຸດສາຫະກຳຄັ້ງທີ່ສີ່, ເພີ່ມທະວີຄວາມຮັບຜິດຊອບຂອງວິສາຫະກິດໃນການຝຶກອົບຮົມອາຊີບ.

ສີ່, ພັດທະນາຕະຫຼາດແຮງງານທີ່ມີການແຂ່ງຂັນທີ່ດີ ຄົບຊຸດ ທັນສະໄໝ ແລະ ເຊື່ອມໂຍງ; ພັດທະນາວຽກເຮັດງານທຳທີ່ຍືນຍົງ, ໂດຍສະເພາະໃຫ້ຊາວໜຸ່ມ ແລະຜູ້ອອກແຮງງານໄວກາງ; ສ້າງການພົວພັນດ້ານແຮງງານທີ່ກົມກຽວ ໝັ້ນຄົງ ແລະກ້າວໜ້າ; ປະຕິບັດນະໂຍບາຍເງິນເດືອນທີ່ເຊື່ອມໂຍງກັບຜະລິດຕະພາບແຮງງານ ແລະສົ່ງເສີມແລະເຄົາລົບຜູ້ມີຄວາມສາມາດ.

ຫ້າ, ສ້າງລະບົບປະກັນສັງຄົມແບບຫຼາຍຊັ້ນ ຍືດຫຍຸ່ນ ທັນສະໄໝ ແບ່ງປັນ ແລະເຊື່ອມໂຍງ; ເພີ່ມການສະໜັບສະໜູນຂອງລັດເພື່ອຂະຫຍາຍການປະກັນສັງຄົມແບບສະໝັກໃຈ ໂດຍມຸ່ງເປົ້າໄປທີ່ການປະກັນສັງຄົມທົ່ວປວງຊົນ. ເປີດກວ້າງແລະຮັກສາການປະກັນສຸຂະພາບສຳລັບທຸກຄົນ, ຍົກສູງຄຸນນະພາບຂອງສາທາລະນະສຸກຮາກຖານ ແລະສາທາລະນະສຸກປ້ອງກັນ, ວາງສາທາລະນະສຸກຮາກຖານເປັນພື້ນຖານເພື່ອເບິ່ງແຍງດູແລສຸຂະພາບຂອງປະຊາຊົນ.

ຫົກ, ພັດທະນາການຊ່ວຍເຫຼືອທາງສັງຄົມຢ່າງຮອບດ້ານ ຫຼາກຫຼາຍ ແລະມີປະສິດທິພາບ, ເໝາະສົມກັບວົງຈອນຊີວິດຂອງມະນຸດ ໂດຍມີການແບ່ງປັນລະຫວ່າງລັດ ສັງຄົມ ແລະປະຊາຊົນ; ພັດທະນາແລະກະຈາຍບໍລິການຊ່ວຍເຫຼືອສັງຄົມຢ່າງມືອາຊີບ ແລະວິຊາຊີບສັງຄົມສົງເຄາະ, ຮັບປະກັນຫຼັກການບໍ່ປະຜູ້ໃດໄວ້ຂ້າງຫຼັງ.

ເຈດ, ປະຕິບັດໂຄງການທີ່ຢູ່ອາໄສເພື່ອສັງຄົມຢ່າງມີປະສິດທິຜົນ, ກວດສອບເພື່ອຮັບປະກັນມີທີ່ຢູ່ອາໄສພຽງພໍຕາມມາດຕະຖານຂັ້ນຕ່ຳສຳລັບປະຊາຊົນ, ສົ່ງເສີມການ​ສ້າງ​ເຮືອນ​ຢູ່​ສັງຄົມ​ໃຫ້​ຜູ້​ອົບ​ພະຍົບ ​ແລະປະຊາຊົນ​ຢູ່​ເຂດ​ປະສົບ​ໄພ​ທຳ​ມະ​ຊາດ ​ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ; ຮັບປະກັນນ້ຳສະອາດໃຫ້ຊາວຊົນນະບົດ; ຍົກສູງຄຸນນະພາບຂໍ້ມູນການສື່ສານໃນເຂດຫ່າງໄກສອກຫຼີກ, ເຂດຊົນເຜົ່າສ່ວນນ້ອຍ, ເຂດພູດອຍແລະເກາະຕ່າງໆ./.

-----------------------

(1) ຫງວຽນ ຝູ ຈ້ອງບາງ​ບັນ​ຫາ​ທິດ​ສະ​ດີ​ແລະ​ພຶດຕິກຳ​ ກ່ຽວ​ກັບ​ລັດ​ທິ​ສັງ​ຄົມ​ນິ​ຍົມ​ ແລະ​ເສັ້ນ​ທາງ​ໄປ​ສູ່​ສັງ​ຄົມ​ນິ​ຍົມໃນ​ຫວຽດ​ນາມ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2022, ໜ້າ 19

(2) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ໜ້າ 79

(3) ເອກະສານຄົບຊຸດຂອງພັກ, ສພຈ. ການເມືອງແຫ່ງຊາດ, ຮ່າໂນ້ຍ, 2007, ເຫຼັ້ມ 51, ໜ້າ 47

(4) ເອກະສານຄົບຊຸດຂອງພັກປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 55, ໜ້າ 398

(5) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X, ສພຈ. ການເມືອງແຫ່ງຊາດ, ຮ່າໂນ້ຍ, 2006, ໜ້າ 101

(6) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIປຶ້ມທີ່ໄດ້ແນະນຳ, ໜ້າ 80

(7), (8) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII, ຫ້ອງການສູນກາງພັກ, ຮ້າໂນ້ຍ, 2016, ໜ້າ 136, 136-138

(9) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII, ປຶ້ມທີ່ໄດ້ແນະນຳ, ໜ້າ 134-135

(10), (11) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 47, 147-148

(12) ຫງວຽນ ຝູ ຈ້ອງບາງ​ບັນ​ຫາ​ທິດ​ສະ​ດີ​ແລະ​ພຶດຕິກຳ​ ກ່ຽວ​ກັບ​ລັດ​ທິ​ສັງ​ຄົມ​ນິ​ຍົມ​ ແລະ​ເສັ້ນ​ທາງ​ໄປ​ສູ່​ສັງ​ຄົມ​ນິ​ຍົມໃນ​ຫວຽດ​ນາມ, ປຶ້ມທີ່ໄດ້ແນະນຳ, ໜ້າ 34-35

- ບົດນີ້ໄດ້ລັງພິມໃນວາລະສານກອມມູນິດ ສະບັບທີ 1020 (ເດືອນສິງຫາ 2023)