ບົດບາດ ​ແລະ ອິດ​ທິພົນ​ຂອງ​ປັນຍາ​ຊົນ ນັກ​ປະພັນແລະ​ສິລະ​ປິນ​
ໃນ​ການ​ປຸກລະດົມແລະເສີມຂະຫຍາຍ​ຄຸນຄ່າ​ວັດທະນະທຳ​ຫວຽດນາມ
,
ປະຕິບັດ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ພັດທະນາ​ປະ​ເທດ​ຊາດ
​ໃຫ້​ຈະເລີນຮຸ່ງເຮືອງແລະມີຄວາມສຸກ

ໂດຍ ຮສ, ປອ. ຫງວຽນ ເຖ ກີ໋
ອະດີດກຳມະການສູນກາງພັກ, ອະດີດຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ, ປະທານສະພາທິດສະດີວິພາກວິຈານວັນນະຄະດີແລະສິລະປະສູນກາງ
10:54, 13-02-2024
ວກ. - ຄຽງ​ຂ້າງ​ກັບປະຊາຊົນທັງ​ຊາດ​ໃນ​ການ​ຕໍ່ສູ້​ຍາດ​ເອົາ​ເອກະລາດ, ​ເສລີພາບ, ​ໂຮມ​ປະ​ເທດ​ຊາດ ​ແລະ ​ໃນ​ການ​ປ່ຽນແປງໃໝ່ ​ແມ່ນ​ໜ້າ​ທີ່​ຮັບຜິດຊອບ ​ແລະ ພາລະກິດ​ອັນ​ສູງ​ສົ່ງ​ ຂອງຖັນແຖວ​ນັກ​ປະພັນແລະ​ສິລະ​ປິນ. ປະຈຸ​ບັນ, “ຖັນແຖວ​ນັກ​ປະພັນ​ແລະ​ສິລະ​ປິນຫວຽດນາມ ຍາມ​ໃດ​ກໍ່​ພ້ອມ​ກັບ​ປະ​ເທດ​ຊາດ ​ແລະພາລະກິດ​ການ​ປ່ຽນແປງໃໝ່​ຂອງ​ພັກ; ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ປະຕິວັດ​ອັນ​ລ້ຳ​ຄ່າ ​ແລະ ສະຫງ່າ​ລາສີ​ຂອງຕົນ; ຍູ້​ແຮງ​ການ​ປ່ຽນແປງໃໝ່​ແລະປະດິດ​ສ້າງ, ຕອບ​ສະໜອງ​ຄວາມ​​ຕ້ອງການ​ຂອງ​ການ​ຟື້ນ​ຟູ​ວັດທະນະທຳ ​ແລະສ້າງ​ຄົນ​ຫວຽດນາມ​ໃນ​ຍຸກ​ໃໝ່ ໃຫ້ດີກວ່າອີກ(1).

ບົດບາດແລະອິດທິພົນຂອງປັນຍາຊົນ ນັກປະພັນ ແລະສິລະປິນ
ໃນພາລະກິດການປະຕິວັດຂອງຊາດຫວຽດນາມ

ຖັນແຖວປັນຍາຊົນ ນັກປະພັນແລະສິລະປິນຫວຽດນາມກ່ອນໜ້ານີ້ແມ່ນຜູ້ຊົງຄຸນວຸດທິ ແລະນັກວິຊາການຂົງຈື້ ທີ່ມີແນວຄິດຮັກຊາດແລະກ້າວໜ້າ ອ່ອນໄຫວຕໍ່ກັບເວລາ ແລະມີຄວາມປາດຖະໜາທີ່ຈະປ່ຽນແປງໃໝ່ແລະຟື້ນຟູປະເທດ. ສິລາຈາລຶກການເສັງປະລິນຍາປີຈໍ, ຊື່ປີ ດ້າຍບ໋າວ ທີ 3 (ປີ 1442) ທີ່ວິຫານວັດທະນະທຳ-ກ໊ວກຕື້ຢ໋າມ ໃນເມືອງຫຼວງ ທັງລອງ (ຮ່າໂນ້ຍໃນປະຈຸບັນ) ຮຽບຮຽງໂດຍ ເທິນເຍິນຈຸງ ຂຽນວ່າ: ຜູ້ມີຄວາມເກັ່ງກ້າສາມາດແມ່ນພະລັງຂອງປະເທດ, ຖ້າພະລັງເຂັ້ມແຂງ ປະເທດກໍຈະເຂັ້ມແຂງແລະຈະເລີນຮຸ່ງເຮືອງ, ຖ້າພະລັງອ່ອນແອ ປະເທດກໍຈະອ່ອນແອແລະຕ່ຳຕ້ອຍ. ດັ່ງນັ້ນ, ບັນດາ​ເຈົ້າ​ຈັກກະພັດ​ທີ່​ມີ​ສະຕິ​ປັນຍາສະຫຼາດສ່ອງໃສ ຍາມໃດກໍຖືວ່າ​ ການ​ສຶກສາ​ອົບຮົມ​ຜູ້​ມີ​ຄວາມສາມາດ, ​ເລືອກ​ເອົາ​ປັນຍາຊົນ ນັກ​ວິຊາ​ການ ​ແລະ​ເພີ່ມພູນຄູນສ້າງພະລັງຂອງຊາດ​ ເປັນ​ວຽກ​ງານ​ທີ່​ຈຳ​ເປັນ.

ແຕ່ກາງສະຕະວັດທີ XIX ເປັນຕົ້ນມາ, ເມື່ອປະເທດຖືກພວກລ່າເມືອງຂຶ້ນຝຣັ່ງຮຸກຮາມ, ໃນຂະນະທີ່ກະສັດແລະພວກຂຸນນາງຍອມຈໍານົນຢ່າງຂີ້ຂາດ, ຜູ້ຊົງຄຸນວຸກທິ ປັນຍາຊົນຮັກຊາດແລະກ້າວໜ້າສ່ວນໜຶ່ງ ຍັງສືບຕໍ່ຕໍ່ຕ້ານກັບພວກລ່າເມືອງຂຶ້ນຝຣັ່ງ ແລະໃນເບື້ອງຕົ້ນ ໄດ້ເຂົ້າຫາອາລະຍະທໍາອຸດສາຫະກໍາຕາເວັນຕົກ ແລະບາງປະເທດທີ່ມີການປະຕິຮູບໃນອາຊີ. ຜ່ານນັ້ນ, ຜູ້ມີຄວາມສາມາດ ຜູ້ຊົງຄຸນວຸດທິ ນັກວິຊາການ ຈຶງຄ່ອຍໆປ່ຽນຕົວເອງເປັນຊັ້ນຄົນປັນຍາຊົນ. ເຮົາສາມາດເວົ້າເຖິງກຸ່ນຄົນລຸ້ນທຳອິດຄືທ່ານຫງວຽນເຈື່ອງໂຕ້, ຫງວຽນໂລ້ແຈັກ, ຫງວຽນຕືຢ໋ານ, ຟານຝູຖື, ຕາມມາແມ່ນບັນດາຜູ້ຊົງຄຸນວຸດທິໃນຂະບວນການເຄື່ອນໄຫວ ເກິ່ນເວືອງ ເຊັ່ນທ່ານຟານດິ່ງຟຸ່ງ, ຫງວຽນຊວັນໂອນ, ຂະບວນການເຄື່ອນໄຫວ ດົງຢູ, ຢຸຍເຕິນ ຂອງທ່ານ ຟານໂບ້ຍເຈົາ, ຟານຈູຈິງ, ຂະບວນການເຄື່ອນໄຫວ ດົງກີງເງ້ຍທຸກ ຂອງທ່ານ ເລືອງວັນການ, ຕາມມາດ້ວຍທ່ານ ຮວິ່ງຖຸກຂາງ, ເຈິ່ນກຸ໋ຍກ້າບ, ດ່າວງວຽນໂຝ ແລະຄົນອື່ນໆອີກຫຼາຍ. ພວກເຂົາຄືຜູ້ທີ່ຈູດໄຟແຫ່ງຄວາມຮັກຊາດ, ຄວາມປາດຖະໜາທີ່ຈະປະຕິຮູບ ແລະປະຕິຮູບເພື່ອປົດປ່ອຍປະເທດຕາມເສັ້ນທາງເມຈິໃນປະເທດຍີ່ປຸ່ນ; ຂອງ ເຫຼືອງໄຂ່ສ້ຽວ, ຄັງຢູວີ, ໂຕນວານ ໃນປະເທດຈີນ; ລວມທັງເສັ້ນທາງຂອງຝຣັ່ງແລະຕາເວັນຕົກ. ໃນທີ່ສຸດ, ຄວາມປາດຖະໜາອັນຍິ່ງໃຫຍ່ຂອງພວກເຂົາກໍ່ຖືກຊະງັກ ຍ້ອນພວກເຂົາບໍ່ພົບວິທີການທີ່ຖືກຕ້ອງ ເປັນວິທະຍາສາດ ແລະປະຕິວັດ ເພື່ອກອບກູ້ປະເທດ.

ໃນ​ເວລາ​ທີ່​ຫວຽດນາມພວມ​ຊອກ​ຫາ​ເສັ້ນທາງ ​ແຫຼ່ງ​ແສງສະຫວ່າງ ​ເພື່ອຫຼຸດພົ້ນຈາກຄວາມ​ມືດ​ມົວ​ຂອງ​ການ​ເປັນ​ຂ້າ​ທາດນັ້ນ, ວັນ​ທີ 5 ມິຖຸນາ 1911, ຊາວ​ໜຸ່ມ​ຮັກ​ຊາດ ຫງວຽນເຕິດ​ແທ່ງ ດ້ວຍ​ຊື່​ໃໝ່ ວັນບາ ໄດ້ນຂຶ້ນ​ກຳ​ປັ່ນ​​ຊື່ ພົນເຮືອເອກ ລາຕູຊ ເທຣສວິນລ໌ ​ເດີນທາງໄປ​ຍັງທິດຕາເວັນຕົກ, ຈຸດໝາຍປາຍທາງທໍາອິດແມ່ນປະເທດຝຣັ່ງ. ໃນປະເທດຝຣັ່ງ, ວັນບາ-ຫງວຽນອ້າຍກ໊ວກ ຮ່ວມກັບທ່ານ ຟານຈູຈິງ, ຟານວັນເຈື່ອງ ສົ່ງຄຳປະທ້ວງຂອງຊາວອານນາມໄປໃຫ້ກອງປະຊຸມ ແວຣ໌ຊາຍສ໌ (ປີ 1919); ເພິ່ນຂຽນບົດຄວາມ “ຄຳພິພາກສາລະບອບລ່າເມືອອງຂຶ້ນຝຣັ່ງ” (ປີ 1925); ເພິ່ນ​​ລົງ​ຄະ​ແນນ​ສຽງ​ຮັບຮອງສາກົນທີ່ສາມ (ກອມ​ມູນິດ​ສາກົນ), ກາຍ​ເປັນ​ໜຶ່ງ​ໃນ​ຜູ້​ກໍ່​ຕັ້ງ​ພັກ​ກອມ​ມູນິດ​ຝຣັ່ງ ​ແລະ ​ເປັນ​ຊາວ​ກອມ​ມູນິດຄົນ​ທຳ​ອິດ​ຂອງຫວຽດນາມ. ປີ 1922, ເພິ່ນກໍ່ຕັ້ງໜັງສືພິມ Le Paria (ຜູ້ທຸກຍາກ). ​ໃນ​ບົດ​ຄວາມ​ສຳລັບ​ສະບັບ​ທຳ​ອິດ, ທ່ານ​ໄດ້​ຢືນຢັນ​ວ່າ ​ພາລະກິດ​ຂອງ​ໜັງສືພິມ​ແມ່ນ “​ປົດ​ປ່ອຍ​ປະຊາຊົນ. ຈາກລັດທິຮັກຊາດ, ທ່ານຫງວຽນອ້າຍກ໊ວກໄດ້​ດູດ​ຊຶມເອົາ ຮ່າງວິທະຍານິພົນ​ທຳ​ອິດ​ກ່ຽວ​ກັບ​ບັນ​ຫາ​ຊາດ ແລະບັນຫາເມືອງຂຶ້ນຂອງ ວ.ອີ.ເລນິນ, ມາເຖິງ​ລັດ​ທິ​ມາກ-ເລນິນ, ພົບເຫັນເສັ້ນທາງທີ່ຫຼີກລ່ຽງບໍ່ໄດ້ຂອງການປະຕິວັດຫວຽດນາມ ຄືການດຳເນີນການປະຕິວັດປະຊາທິປະໄຕປະຊາຊົນ ແລະການປະຕິວັດສັງຄົມນິຍົມ ເພື່ອປົດປ່ອຍປະເທດຊາດ, ປົດປ່ອຍຊົນຊັ້ນ ແລະປົດປ່ອຍປະຊາຊົນ...

ພາຍຫຼັງ​ເກືອບ 15 ປີ​ແຫ່ງ​ການ​ຊອກ​ຫາເສັ້ນທາງ​ກອບ​ກູ້​ປະ​ເທດ, ​ໃນ​ຕົ້ນ​ປີ 1930, ຢູ່​ຮົ່ງ​ກົງປະ​ເທດ​ຈີນ, ຜູ້​ນຳຫງວຽນ​ອ້າຍ​ກ໊ວກ ​ໄດ້​ເປັນ​ປະທານ​ກອງ​ປະຊຸມເພື່ອ​ລວມອົງການ​ກອມ​ມູນິດ 3 ອົງການ​ໃນ​ປະ​ເທດໃຫ້​ເປັນ​ພັກ​ດຽວ ຄື ພັກ​ກອມ​ມູນິດ​ຫວຽດນາມ. ໃນໂຄງການການເມືອງໂດຍຫຍໍ້, ຍຸດໂທບາຍໂດຍຫຍໍ້ ແລະ ຄຳຮຽກຮ້ອງການສ້າງຕັ້ງພັກກອມມູນິດຫວຽດນາມ (ວັນທີ 3 ກຸມພາ 1930) ປະທານໂຮ່ຈີມິນໄດ້ຊີ້ໃຫ້ເຫັນຢ່າງຊັກເຈນເຖິງບົດບາດຂອງປັນຍາຊົນໃນການປະຕິບັດ, ເພິ່ນກ່າວວ່າ: ພັກຕ້ອງພະຍາຍາມທຸກວິຖີທາງໃນການຕິດຕໍ່ກັບນາຍທຶນນ້ອຍ, ປັນຍາຊົນ, ຊາວນາກາງ, ຊາວໜຸ່ມ, ຫວຽດເຕິນ ແລະອື່ນໆ(2). ຫຼັງການກຳເນີດ, ພັກໄດ້ເຕົ້າໂຮມ ສາມັກຄີ ແລະນຳພາປະຊາຊົນເຮົາ ຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ ແລະພວກລູກແຫຼ້ງຕີນມືຂອງພວກມັນ, ເຮັດໃຫ້ເກີດການປະຕິວັດເດືອນສິງຫາໃນປີ 1945 ແລະ ສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ເຊິ່ງປະຈຸບັນແມ່ນປະເທດ ສາທາລະນະ ລັດສັງຄົມນິຍົມ ຫວຽດນາມ. ໄຊຊະນະ​ອັນ​ສຳຄັນ​ຂອງ​ຊາດ​ພວກ​ເຮົາ​ນີ້​ ໄດ້​ສ້າງ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ ​ແລະ ມີ​ພະລັງ​ໃນ​ທຸກ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ສັງຄົມ ແລະ ການ​ທູດ; ສ້າງລະບອບສັງຄົມໃໝ່ທີ່ດີ ແລະສວຍງາມຢູ່ຫວຽດນາມ; ນໍາເອົາປະຊາຊົນອອກຈາກການເປັນຂ້າທາດ ໄປສູ່ສະຖານະເປັນເຈົ້າຂອງປະເທດທີ່ແທ້ຈິງ.

ເພື່ອສ້າງລະບອບການປົກຄອງໃໝ່, ກຽມພ້ອມສຳລັບ​ສົງຄາມ​ຕໍ່ຕ້ານ ​ແລະການ​ກໍ່ສ້າງ​ປະ​ເທດ​ຊາດທີ່ມີຄວາມ​ເສຍສະຫຼະ ​ແລະຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ໃນ​ຕໍ່ໜ້າ, ພັກ ​ແລະປະທານ​ໂຮ່ຈິີມິນໄດ້ໃຊ້ມາດຕະການຫຼາຍຢ່າງ ເພື່ອຄົ້ນຫາ ເຕົ້າໂຮມ ນຳໃຊ້ ແລະເຄົາລົບໃຊ້ ຜູ້ມີຄວາມສາມາດ; ຊ່ວຍໃຫ້ປັນຍາຊົນລຸ້ນໃໝ່ກ້າວໜ້າ, ຝຶກຝົນໃຫ້ເປັນປັນຍາຊົນທີ່ ມີຈິດໃຈຊອບທຳແລະໃກ້ຊິດປະຊາຊົນ”.  ​ໃນ​ບົດ​ຄວາມຜູ້ມີຄວາມເກັ່ງກ້າສາມາດ​ແລະ​ການ​ສ້າງສາ​ປະ​ເທດ​ຊາດລົງ​ພິມ​ໃນ​ໜັງ​ສື​ພິມ​ກູ້​ຊາດ, ວັນ​ທີ 14 ພະຈິກ 1945 ປະທານໂຮ່ຈີມິນຢືນຢັນວ່າ ການກໍ່ສ້າງຕ້ອງໃຊ້ຜູ້ມີຄວາມເກັ່ງກ້າສາມາດ. ເຖິງວ່າປະເທດເຮົາມີຄົນເກັ່ງບໍ່ຫຼາຍ, ແຕ່ຖ້າເຮົາເລືອກຢ່າງສະຫຼາດ, ແຈກຢາຍຢ່າງສະຫຼາດ ແລະໃຊ້ຢ່າງຄ່ອງແຄ້ວ, ຜູ້ມີຄວາມເກັ່ງກ້າສາມາດກໍຈະເພີ່ມຫຼາຍຂຶ້ນທຸກວັນ(3). ເພິ່ນເນັ້ນໜັກວ່າ ປະເທດຈະຕ້ອງໄດ້ຮັບການສ້າງສາ. ການກໍ່ສ້າງຕ້ອງໃຊ້ຄົນເກັ່ງ... ເພາະວ່າ ລັດຖະບານບໍ່ສາມາດໄດ້ຍິນ ແລະບໍ່ເຫັນໄດ້້ທຸກທີ່, ຈົນວ່າຄົນເກັ່ງບໍ່ສາມາດປະກົດຕົວໄດ້(4). ເພິ່ນຖື​ວ່າ ພະລັງ​ສຳຄັນ​ຂອງ​ການ​ປະຕິວັດ​ແມ່ນ​ກຳມະກອນ ແລະຊາວນາ... ແຕ່​ການ​ປະຕິວັດຍັງ​ຕ້ອງການພະລັງຂອງ​ປັນຍາ​ຊົນ (5).

ຕອບ​ສະໜອງ​ຄຳ​ຮຽກຮ້ອງ​ຂອງ​ປະທານ ​ໂຮ່ຈີ​ມິນ ​ແລະ ລັດຖະບານ​ໃໝ່, ປັນຍາ​ຊົນ, ນັກ​ປະພັນ​ແລະ​ສິລະ​ປິນຊາວຫວຽດນາມ​ຫຼາຍຄົນທີ່ດຳລົງຊີວິດ ແລະເຮັດວຽກຢູ່ຕ່າງປະເທດ ໄດ້ສະໝັກໃຈກັບຄືນເມືອປະເທດ​ ເພື່ອ​ເຂົ້າ​ຮ່ວມໃນ​ການ​ຕໍ່ຕ້ານ​ແລະການກໍ່ສ້າງ​ປະ​ເທດ​ ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ເສຍສະຫຼະ ​ແລະຄວາມ​ລຳບາກ​ຄື ຮວ່າງມິນຢ໋າມ, ຫວຸດິ່ງຕຸ້ງ, ຕ້າກວາງບຶ໋ວ, ຟານແອັງ, ຟ້າມກວາງເລ້ (​ເອີ້ນ​ວ່າ ເຈິ່ນ​ດ້າຍເຫງຍ), ເຈິ່ນຫຶວເຕື້ອກ, ເລືອງດິ້ງກົ໋ວ, ຫງວຽນວັນຮວຽນ, ງຽມຊວັນອຽມ, ຫງວຽນສຽນ, ຫງວຽນຫຶວທໍ້, ຮວິ່ງເຕິ໊ນຟ້າດ, ຟ້າງງ້ອກແທັກ, ດັ້ງວັນງຶ້, ຈິ້ງດິ່ງຖາວ, ເຈິ່ນດຶກຖາວ, ງິ້ວຍືກອນຕຸມ, ເລວັນທຽມ (6)...

ໃນປະເທດ, ຖັນແຖວປັນຍາຊົນ, ນັກວິທະຍາສາດທີ່ໄດ້ຮັບການຝຶກອົບຮົມກ່ອນການປະຕິວັດເດືອນສິງຫາ, ຢູ່ເຂດຕໍ່ຕ້ານຫວຽດບັກ, ຢູ່ສະຫະພາບໂຊວຽດ, ຈີນ ແລະຢູ່ບັນດາປະເທດສັງຄົມນິຍົມ ແລະນັບທັງຢູ່ປະເທດຕາເວັນຕົກ ກໍ່ມີການຝຶກອົບຮົມຈຳນວນຫຼາຍ. ເຫຼົ່ານີ້ແມ່ນນັກວິທະຍາສາດທີ່ໂດດເດັ່ນ ເຊັ່ນ ໂຮ່ດັກຢີ, ຫງວຽນວັນໂຕ໊, ໂຕນເຖິ້ດຕຸ່ງ, ໂດ໊ດຶກຢູ້ກ, ດັ້ງທາຍມາຍ, ໂຕນກວາງຟຽດ, ຫງວຽນແທ່ງເລ, ຫງວຽນເຕິ໊ນກີຈ້ອງ, ຮວ່າງຊວັນຮ້ານ, ຫງວຽນດິ່ງຕື໊, ຟານດິ່ງຢ້ຽວ, ຫງວຽນກາວລ້ວຽນ, ຫງວຽນວັນຮ້ຽວ, ຮວ່າງຕູ້ຍ, ຫງວຽນຕ່າຍເກີ໋ນ, ຮວ່າງເຕວ້, ດັ້ງຫວຸມິງ,... ປະທານໂຮ່ຈີມິນເວົ້າເຖິງພວກເຂົາວ່າ: ປັນຍາ​ຊົນ​ທີ່​ເຂົ້າ​ຮ່ວມ​ການ​ປະຕິວັດ​ ແລະການຕໍ່ຕ້ານນັ້ນ ​ມີ​ຄຸນຄ່າ​ຕໍ່ພັກຢ່າງຫຼາຍ. ຖ້າບໍ່ມີຄົນເຫຼົ່ານັ້ນ, ວຽກງານປະຕິວັດຈະມີຄວາມຫຍຸ້ງຍາກຫຼາຍ (7).

ເຊັ່ນດຽວກັບບັນດາປັນຍາຊົນ, ຜູ້ຊົງຄຸນວຸດທິ ແລະນັກວິທະຍາສາດ, ຖັນແຖວຜູ້ອອກແຮງງານວິດທະນະທຳ-ສິລະປະແຫ່ງຍຸກປະຕິວັດເດືອນສິງຫາ ກໍ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ແລະຄວາມສຸກກັບການປ່ຽນແປງຊະຕາກຳ ແລະຊີວິດຂອງປະເທດຊາດ, ຂອງປະຊາຊົນ ແລະ ຕົວເຂົາເອງ. ພວກເຂົາຮ່ວມທຸກຮ່ວມສຸກນຳກັນ, ຜູກພັນໃກ້ຊິດກັບຊີວິດຂອງກຳມະກອນ ຊາວນາ ທະຫານ; ຄົ້ນພົບ, ຍ້ອງຍໍສັນລະເສີນ ແລະປະກອບສ່ວນເຂົ້າໃນການເພີ່ມພູນສັດທາ, ຄວາມເຂັ້ມແຂງ ແລະ ຄວາມຕັ້ງໃຈທີ່ຈະຕໍ່ສູ້ແລະເອົາຊະນະຂອງຄົນທັງຊາດ. ເຫຼົ່ານີ້​ແມ່ນ​ບັນດາ​ນັກ​ປະພັນ​ແລະນັກ​ສິລະ​ປິນທີ່ໂດເດັ່ນຄື ໂຕ້ຫຶວ, ຮຸຍເກີ້ນ, ຊວນຢ້ຽວ, ຫງວຽນຮຸຍເຕື໋ອງ, ຫງວຽນດິ່ງທີ, ງວຽນຮົ່ງ, ໂລເຕິ້ດໂຕ໋, ນາມກາວ, ເຈ໋ລານວຽນ, ຫງວຽນວັນບົ໋ງ, ນົງກ໊ວກເຈິ໋ນ, ເຖລື້, ວັນກາວ, ໂດ໋ຍ້ວນ, ລຶວຫຶວເຟື້ອກ, ໂຕງ້ອກເວີນ, ບຸ່ຍຊວນຝ້າຍ, ເຢືອງບິ້ກລຽນ, ເຈິ່ນວັນເກີ໋ນ, ຫງວຽນບ໋າຂວານ, ຫວໍອານນິງ, ຫງວຽນເຖດ່ວານ... ຫຼາຍຄົນເສຍສະຫຼະຊີວິດຢ່າງກ້າຫານ ເຊັ່ນ ນາມກາວ, ເຈິ່ນດັງ, ເຈິ່ນມາຍນິງ, ໂທຍຫຶວ, ໂຕງ້ອກເວິນ...

ພາຍຫຼັງ 9 ປີ​ແຫ່ງ​ການ​ຕໍ່ສູ້​ຕ້ານ​ຈັກກະພັດ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ, ດ້ວຍ​ໄຊຊະນະ​ປະຫວັດສາດຢູ່ ດ້ຽນບຽນ​ຝູ ທີ່ “​ໂດ່ງດັງທົ່ວ 5 ທະວີບ, ສັ່ນ​ສະ​ເທືອ​ນ​ແຜ່ນດິນ​ໂລກ”, ຊາວ​ຫວຽດ​ນາມ​ໄດ້​ດຳ​ເນີນ​ການຕໍ່ຕ້ານ​ທີ່​ຍາວ​ນານ​ເກືອບ 20 ປີ, “ຕັດໄປຕາມສາຍພູ​ຫຼວງ​ເພື່ອກອບກູ້ປະ​ເທດ/ດ້ວຍ​ນ້ຳ​ໃຈທີ່​ຕື່ນ​ເຕັ້ນ​ເພື່ອ​ອະ​ນາ​ຄົດ”. ໃນ​ໄລ​ຍະຕໍ່ສູ້​ຕ້ານ​ຈັກ​ກະ​ພັດ​ອາ​ເມລິ​ກາ​, ຖັນແຖວ​ປັນ​ຍາ​ຊົນ​, ນັກປະພັນແລະ​ນັກ​ສິ​ລະ​ປິນ ​ໄດ້ເຕີບ​ໃຫຍ່​ໃນ​ທຸກ​ດ້ານ ດ້ວຍບັນດາຜູ້ທີ່ມີຊື່ສຽງໂດ່ງດັງ​. ສິລະປະແລະວັນນະຄະດີຂອງປະເທດໄດ້ພັດທະນາຢ່າງແຂງແຮງທາງດ້ານບຸກຄະລາກອນ, ພື້ນທີ່, ແຮງບັນດານໃຈ, ເງື່ອນໄຂສ້າງສັນ, ຊີວິດຈິງ ແລະສາທາລະນະຊົນຂອງວົງການສິລະປະນັ້ນ. ໃນດ້ານວັນນະຄະດີ, ນອກຈາກ​ບັນດາ​ນັກ​ປະພັນ ນັກ​ກະວີ​ທີ່ໂດດເດັ່ນ​ລຸ້ນກ່ອນ​ແລ້ວ, ຍັງ​ມີ​ລຸ້ນໜຸ່ມ​ຄື: ຟານ​ຕື໋, ຫງວຽນຄວາ​ດ່ຽນ, ແອັງດຶກ, ຫງວຽນກວາງສາງ, ຟ້າມຕ໊ຽນຢ້ວດ, ດວ່ານຢ໋ອຍ, ຫງວຽນມິງເຈົາ, ຫຶວມາຍ, ຫຶວຖິງ, ແທງຖາວ...; ບັນດາຜູ້ທີ່ເສຍສະຫຼະຢ່າງກ້າຫານເຊັ່ນ ເລແອັງຊວນ, ເຖືອງທິຊວນກຸ໋ຍ, ຫງວຽນຈ້ອງດິ້ງ, ຈູເຕີ໋ນຟອງ... ໃນດ້ານດົນຕີ, ​ເຮົາ​ສາມາດ​ເວົ້າ​ເຖິງ​ນັກ​ດົນຕີ ຮ່ວາງເ​ວິນ, ຮຸຍຢູ, ເຈືອງກວາງລູ້ກ, ຮວ່າງຮຽບ, ຮວ່າງວຽດ, ຈູມິງ, ຮຸຍຖູ້ກ, ຟານຮວິ່ງດ໋ຽວ, ຫງວຽນວັນຕີ໋, ຫວູຈ້ອງໂຫຍ... ໃນດ້ານວິຈິດສິນ, ມີບັນດາຈິດຕະກອນເຊັ່ນ ຫງວຽນດຶກນຸ່ງ, ຫງວຽນສາງ, ຫວຸຢ໊າງເຮືອງ, ຫງວຽນໂດ໊ກູງ, ເຈິ່ນລຶວເຫົ້າ, ຕ້າກວາງບ້າວ, ແທັ່ງເຈືອງ... ໃນດ້ານພາບພະຍົນ, ພ້ອມກັບບັນດາສາລະຄະດີກ່ຽວກັບການຕໍ່ຕ້ານພວກລ່າເມືອງຂຶ້ນຝຣັ່ງ, ຮູບເງົາປະຕິວັດຂອງປະເທດເຮົາໃນຍຸກຕໍ່ຕ້ານອາເມລິກາເພື່ອກູ້ຊາດ, ໄດ້ມີຮູບເງົາພລາສຕິກເລື່ອງທຳອິດເຊັ່ນ ຮ່ວມແມ່ນ້ຳສາຍດຽວກັນ”, “ນົກແວ່ນຕາຂາວ”, “ກາງ​ເວັນ​ແລະ​ກາງຄືນຕາມເສັ້ນຂະໜານທີ 17, “ເດັດນ້ອຍຮ່າໂນ້ຍ”, “ເອື້ອຍ ຕຶເຫົ້າ”, “ໄຟໃນສາຍກາງ”, “ລົມແຮງ”, “ຫງວຽນວັນໂຈ໊ຍ”, “ປ່າໄມ້ນາງຖຳ”, “ແນວໜ້າຮຽກຮ້ອງ”, “ເອື້ອຍຍຸງ”, “ທາງກັບຄືນສູ່ບ້ານເກີດຂອງຂ້ອຍ”, “ບົດເພງແຫ່ງການຕໍ່ສູ້”; ບັນດາ​ຮູບ​ເງົາ​ສາລະ​ຄະດີ​ໄດ້​ຮັບ​ລາງວັນ​ທີ່​ມີ​ຊື່​ສຽງ​ ໃນ​ງານ​ວາງສະ​ແດງ​ຮູບ​ເງົາ​ສາກົນ, ​ເຊັ່ນ: ນາງ​ນຳກ້າ”, “ກັບ​ຄືນບ້ານ​ງືຖູຍ”, “ສຽງ​ວີ​ໂອ​ລິນ​ຢູ່​ບ້ານໝີ້​ລາຍ”...

ເຂົ້າສູ່ສະໄໝແຫ່ງການປ່ຽນແປງໃໝ່, ນັກປະພັນ ນັກສິລະປິນຕ່າງກໍ່ຊອກຫາສິ່ງໃໝ່ໆຢ່າງໃຈຈົດຈໍ່ ທັງໃນດ້ານຫົວຂໍ້, ເນື້ອໃນ ແລະວິທີຂີດຂຽນໃນດ້ານວັນນະຄະດີ, ນັກປະພັນແລະນັກກະວີທີ່ມີຊື່ສຽງໃນສົງຄາມຕໍ່ຕ້ານອາເມລິກາເພື່ອກູ້ຊາດ ໄດ້ສ້າງສັນຜົນງານທີ່ກ້າວລ້ຳ ທັງໃນດ້ານເນື້ອຫາທາງອຸດົມການແລະວິທີຂີດຂຽນ ເຊັ່ນ ຫງວຽນມິງເຈົາ, ມາວັນຂາງ, ເລລຶ້ວ, ບ໋າວນິງ, ຈູລາຍ, ລຶວກວາງຫວຸ... ນັກປະພັນລຸ້ນຕໍ່ໄປຄື ຫງວຽນແມ້ງຕ໊ວນ, ຫງວຽນຂັກເຈື່ອງ, ເຢືອງເຫືອງ, ຫງວຽນຮຸຍທ້ຽບ, ຫງວຽນກວາງທ່ຽວ, ເຈິ່ນດັງຄວາ, ຮວ່າງຍ້ວນເກິ່ມ... ແລະເຮົາບໍ່ອາດຈະບໍ່ເວົ້າເຖິງນັກຂຽນຊາວຫວຽດນາມບາງຄົນທີ່ອາໄສໃນຕ່າງປະເທດ ເຊັ່ນ ຫງວຽນທິຮວ່າງ, ງວຽນຊາ, ຫງວຽນວັນທໍ້, ຫງວຽນຮຸຍຮວ່າງ, ຫງວຽນທຸ້ຍຫວູ້, ຫງວຽນບ໊າຈູງ, ຮວ່າເຂີຍຟອງ...ໃນດ້ານລະຄອນ, ລະຄອນຮ່ວມສະໄໝມີການພັດທະນາຢ່າງແຮງໃນໄລຍະຕົ້ນຂອງຍຸກປ່ຽນແປງໃໝ່ໂດຍມີ ລຶວກວາງຫວູ້, ຊວນຈິ່ງ, ຫງວຽນຂັກຟູ້ກ, ຮອກຟີ, ຢວ້ານຮວ່າງຢາງ, ຕ່າວມ້າດ... ໃນດ້ານທິດສະດີວິພາກວິຈານວັນນະຄະດີ, ເດີນ​ຕາມ​ບາດ​ກ້າວ​ຂອງ​ຄົນ​ລຸ້ນ​ກ່ອນ​ເຊັ່ນ: ດັ້ງ​ທາຍ​ມາຍ, ຮວ່າຍແທັງ, ຮ່າມິງດຶກ, ຟານກື້ເດ້, ຟອງເລ, ມາຍກ໊ວກລຽນ, ເຈິ່ນດິ່ງສື... ​ແມ່ນ​​ລຸ້ນຄົນ​ຕໍ່​ໄປຄື ໂດ໊ລາຍຖູຍ, ຟານຈ້ອງເຖືອງ, ບູ່ຍຫວຽດຖັງ, ເຈືອງດັງຢູງ, ເຈິ່ນດັງສວ່ຽນ, ຫງວຽນດັງດ້ຽບ...

ຄວາມປະກາຍຂອງຈິດຕະກຳເຄືອບສີທຳມະຊາດ (ຜູ້ຖ່າຍຮູບ: ໂດ໊ທິເທືອກ) _ແຫຼ່ງ: nhiepanhdoisong.vn

ປັນຍາຊົນ ນັກປະພັນ ແລະສິລະປິນ ໃນການປຸກຕື່ນ ແລະເສີມຂະຫຍາຍ
ຄຸນຄ່າວັດທະນະທຳຫວຽດນາມ
, ປະຕິບັດຄວາມປາດຖະໜາ
ຈະພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງແລະມີຄວາມສຸກ

ເພື່ອເສີມຂະຫຍາຍບົດບາດແລະກຳລັງແຮງຂອງວົງການປັນຍາຊົນ ນັກປະພັນແລະນັກສິລະປິນຢ່າງແຂງຂັນ ໃນການສ້າງສາແລະປົກປັກຮັກສາປະເທດຊາດ, ພັກກອມມູນິດຫວຽດນາມໄດ້ອອກມະຕິແລະຄຳສັ່ງທີ່ສຳຄັນກ່ຽວກັບວຽກງານນີ້. ນັ້ນແມ່ນມະຕິຂອງກອງປະຊຸມຄັ້ງທີ 8 ຄະນະບໍລິຫານງານສູນກາງພັກສະໄໝທີ VIII ກ່ຽວກັບການສ້າງແລະພັດທະນາວັດທະນະທຳທີ່ກ້າວໜ້າ ແລະ ອຸດົມໄປດ້ວຍເອກະລັກປະຈຳຊາດ”; ເພີ່ມເຕີມແລະປັບປຸງບູລະນະ ແນວທາງການກໍ່ສ້າງແລະພັດທະນາວັດທະນະທຳຫວຽດນາມ ໃຫ້ສອດຄ່ອງກັບຄວາມເປັນຈິງຂອງປະເທດ ໃນໄລຍະໃໝ່, ຢືນຢັນທີ່ຕັ້ງແລະບົດບາດອັນຍິ່ງໃຫຍ່ຂອງວັດທະນະທຳ, ຂອງຖັນແຖວປັນຍາຊົນ ນັກປະພັນແລະນັກສິລະປິນຫວຽດນາມ ໃນພາລະກິດການຫັນປະເທດເປັນອຸດສາຫະກຳ ທັນສະໄໝ ແລະ ເຊື່ອມໂຍງສາກົນ. ​ໃນ​ສະ​ໄໝ​ກອງປະຊຸມໃຫຍ່ຄັ້ງທີ 10, ພັກ​ໄດ້​ອອກ​ມະຕິສະເພາະ 2 ສະບັບ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກຕໍ່ຖັນແຖວ​ປັນຍາ​ຊົນ ນັກ​ປະພັນ ​ແລະ ນັກ​ສິລະ​ປິນ. ນັ້ນ​ແມ່ນ ມະຕິເລກທີ 27-NQ/TW ລົງວັນທີ 6 ສິງຫາ 2008 ຂອງກອງປະຊຸມຄັ້ງທີ 7 ຄະນະບໍລິຫານງານສູນກາງພັກສະໄໝທີ X “ກ່ຽວກັບການສ້າງຖັນແຖວປັນຍາຊົນໃນສະໄໝແຫ່ງການຍູ້ແຮງການຫັນປະເທດເປັນອຸດສາຫະກຳ ແລະທັນສະໄໝ”. ມະຕິຢືນຢັນວ່າ ປັນຍາຊົນຫວຽດນາມແມ່ນກຳລັງແຮງງານປະດິດສ້າງທີ່ສຳຄັນພິເສດ ໃນຂະບວນການຍູ້ແຮງການຫັນປະເທດເປັນອຸດສາຫະກຳ ທັນສະໄໝ ແລະເຊື່ອມໂຍງສາກົນ, ການສ້າງເສດຖະກິດພູມປັນຍາ, ການພັດທະນາວັດທະນະທຳຫວຽດນາມທີ່ກ້າວໜ້າ ແລະອຸດົມໄປດ້ວຍເອກະລັກປະຈຳຊາດ.

ການສ້າງຖັນແຖວປັນຍາຊົນທີ່ເຂັ້ມແຂງແມ່ນການຍົກລະດັບສະຕິປັນຍາຂອງຊາດ ແລະຄວາມເຂັ້ມແຂງຂອງປະເທດໂດຍກົງ, ປັບປຸງຍົກສູງຄວາມສາມາດນຳພາຂອງພັກ ແລະຄຸນນະພາບການເຄື່ອນໄຫວຂອງລະບົບການເມືອງ. ການລົງທຶນສ້າງຖັນແຖວປັນຍາຊົນແມ່ນການລົງທຶນເພື່ອການພັດທະນາທີ່ຍືນຍົງ. ການສ້າງຖັນແຖວປັນຍາຊົນແມ່ນຄວາມຮັບຜິດຊອບຮ່ວມກັນຂອງສັງຄົມທັງໝົດ ແລະລະບົບການເມືອງທັງໝົດ ເຊິ່ງຄວາມຮັບຜິດຊອບຂອງພັກແລະລັດມີບົດບາດຕັດສິນຊີ້ຂາດ”, “ສ້າງສະພາບແວດລ້ອມແລະເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ການເຄື່ອນໄຫວວີຊາຊີບຂອງປັນຍາຊົນ. ເຄົາລົບໃຊ້ປັນຍາຊົນບົນພື້ນຖານການປະເມີນຄຸນນະພາບ ຄວາມສາມາດ ແລະການມີສ່ວນຮ່ວມຢ່າງເໝາະສົມ; ມີນະໂຍບາຍພິເສດສຳລັບຜູ້ມີຄວາມເກັ່ງກ້າສາມາດຂອງປະເທດ(8), ແລະ ມະຕິເລກທີ 23-NQ/TW ລົງວັນທີ 16 ມິຖຸນາ 2008 ຂອງກົມການເມືອງສູນກາງ ກ່ຽວກັບການສືບຕໍ່ສ້າງແລະພັດທະນາສິລະປະວັນນະຄະດີໃນໄລຍະໃໝ່”. ມະຕິເນັ້ນໜັກທັດສະນະທີ່ວ່າ ສິລະປະວັນນະຄະດີແມ່ນຂົງເຂດທີ່ສຳຄັນ ແລະລະອຽດອ່ອນເປັນພິເສດຂອງວັດທະນະທຳ; ແມ່ນຄວາມຕ້ອງການທີ່ຈຳເປັນ ໂດຍສະແດງອອກເຖິງຄວາມປາດຖະໜາຂອງມະນຸດຕໍ່ຄວາມຈິງ ຄວາມດີ ແລະຄວາມສວຍງາມ; ແມ່ນໜຶ່ງໃນພະລັງຂັບເຄື່ອນທີ່ຍິ່ງໃຫຍ່ ທີ່ມີສ່ວນໂດຍກົງຕໍ່ການສ້າງຮາກຖານທາງຈິດໃນຂອງສັງຄົມ ແລະການພັດທະນາຢ່າງຮອບດ້ານຂອງຄົນຫວຽດນາມ. ສິລະປະວັນນະຄະດີຫວຽດນາມໃນສະໄໝແຫ່ງການຍູ້ແຮງການຫັນປະເທດເປັນອຸດສາຫະກຳ ທັນສະໄໝ ແລະເຊື່ອມໂຍງສາກົນ ຈະຕ້ອງພັດທະນາຢ່າງຮອບດ້ານ ແລະແຂງແຮງ ໂດຍເຊື່ອມຊຶມເລິກເຊິ່ງຈິດໃຈຂອງມະນຸດສະຍະຊາດແລະປະຊາທິປະໄຕ. ພະຍາຍາມສ້າງສັນຜົນງານວັນນະກຳແລະສິລະປະຈຳນວນຫຼາຍ ທີ່ມີຄຸນຄ່າທາງແນວຄິດແລະສິລະປະສູງ, ໂດຍມີຜົນກະທົບອັນໃຫຍ່ຫຼວງຕໍ່ການສ້າງຄົນຫວຽດນາມ; ມີທັງຜົນຊີ້ນຳແລະຕອບສະໜອງຄວາມຕ້ອງການທາງວັດທະນະທຳແລະຈິດໃຈທີ່ເພີ່ມຂຶ້ນຂອງປະຊາຊົນ.

ສິລະປະມວນຊົນໄດ້ຮັບການພັດທະນາຢ່າງກວ້າງຂວາງ, ພ້ອມກັນນັ້ນ ກໍສຸມໃສ່ກໍ່ສ້າງແລະພັດທະນາສິລະປະແລະວັດທະນະທຳລະດັບມືອາຊີບ. ບົນພື້ນຖານຮັກສາ ພັດທະນາ ແລະເສີມຂະຫຍາຍ ບັນດາຄຸນຄ່າຂອງສິນລະປະແລະວັດທະນະທຳຂອງຊາດ, ສືບຕໍ່ເປີດກວ້າງການຮ່ວມມືສາກົນ ແລະເລືອກຮັບເອົາບັນດາຄຸນຄ່າມະນຸດອາລະຍະທຳ ວິທະຍາສາດ ແລະຄວາມກ້າວໜ້າຂອງຕ່າງປະເທດ, ພ້ອມກັນນັ້ນກໍ່ເດັດດ່ຽວກີດກັ້ນ ແລະ ເອົາຊະນະແຜນການແລະກົນອຸບາຍບັງຄັບໃຊ້ ແລະບຸກລຸກວັດທະນະທຳຈາກຕ່າງປະເທດ. ຄວາມສາມາດດ້ານວັດທະນະທຳແລະສິລະປະຖືເປັນຊັບສິນອັນລ້ຳຄ່າຂອງປະເທດ. ການດູແລຄົ້ນຫາ, ຝຶກອົບຮົມ, ນັບຖືຖະໜຸຖະໜອມ ແລະ ເສີມຂະຫຍາຍຄວາມສາມາດທາງວັດທະນະທຳແລະສິລະປະ ແມ່ນຄວາມຮັບຜິດຊອບຂອງສັງຄົມທັງໝົດ, ກ່ອນອື່ນໝົດແມ່ນພັກ, ລັດ ແລະ ບັນດາອົງການຈັດຕັ້ງໃນລະບົບການເມືອງທຸກຂັ້ນ. ເຄົາລົບແລະຮັບປະກັນເສລີພາບໃນການປະດິດສ້າງ, ສ້າງເງື່ອນໄຂທີ່ເອື້ອອຳນວຍໃນການເສີມຂະຫຍາຍຄວາມເປັນເອກະລາດ ແລະປຸກຕື່ນຊັບພະຍາກອນສ້າງສັນທັງໝົດ ຂອງນັກປະພັນແລະນັກສິລະປິນ. ນັກປະພັນແລະນັກສິລະປິນເປັນຜູ້ສ້າງແລະພັດທະນາວັດທະນະທຳທີ່ກ້າວໜ້າ ແລະອຸດົມໄປດ້ວຍເອກະລັກປະຈຳຊາດ, ຈຳເປັນຕ້ອງລະດົມນ້ຳໃຈຮັກຊາດອັນແຮງກ້ານ, ຄວາມຜູກພັນສະໜິດສະໜົມກັບປະຊາຊົນ, ເຊີດຊູຄວາມຮັບຜິດຊອບຂອງພົນລະເມືອງ ແລະ ສ້າງສັນຜົນງານທີ່ມີຄຸນຄ່າຫຼາຍຢ່າງ ເພື່ອຮັບໃຊ້ປະເທດຊາດແລະປະຊາຊົນ(9).

ພັກແລະລັດຢືນຢັນທັດສະນະຖືວັດທະນະທຳເປັນຮາກຖານທາງຈິດໃຈຂອງສັງຄົມ, ແມ່ນກຳລັງແຮງພາຍໃນ, ແມ່ນແຮງຜັກດັນທີ່ຍິ່ງໃຫຍ່ ໃນການພັດທະນາປະເທດແລະປົກປ້ອງປະເທດຊາດ; ລັດທິມາກ-ເລນິນ ແລະ ແນວຄິດໂຮ່ຈີມິນ ມີບົດບາດສຳຄັນໃນຊີວິດທາງຈິດໃຈສັງຄົມ; ປະຊາຊົນແມ່ນ​ໃຈກາງ​ຂອງ​ບັນດາ​ຍຸດ​ທະ​ສາດການ​ພັດທະນາ​ປະ​ເທດ​ຊາດ; ເຊິ່ງການ​ບຸກທະລຸ​ທຳອິດ​ແລະສຳຄັນ​ທີ່​ສຸດ​ ແມ່ນ​ການຝຶກອົບຮົມ ບຳລຸງ​ສ້າງ ​ແລະ ນຳ​ໃຊ້​ແຫຼ່ງຊັບພະຍາກອນ​ມະນຸດ​ຢ່າງ​ມີ​ປະສິດທິ​ຜົນ, ພິ​ເສດ​ແມ່ນ ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ, ​ໃນ​ນັ້ນ​ຖັນແຖວ​ປັນຍາ​ຊົນ ນັກວິທະຍາສາດ ນັກປະພັນ ນັກ​ສິລະ​ປິນ ​ແມ່ນ​ຖັນແຖວຜູ້ທີ່ເກັ່ງກ້າສາມາດຂອງ​ປະ​ເທດ​ຊາດ, ຈາກນັ້ນປະກອບສ່ວນ​ຍົກ​ສູງ​ລະດັບ​ສະຕິ​ປັນຍາ ​ແລະ ວັດທະນະທຳຂອງຊາດ.

ຄວາມຄິດປະດິດສ້າງກາຍເປັນແຫຼ່ງພະລັງສຳລັບການພັດທະນາທີ່ກ້າວໜ້າຂອງຫຼາຍປະເທດ. ການຂຸດຄົ້ນເສດຖະກິດສ້າງສັນ ແລະອຸດສາຫະກໍາວັດທະນະທໍາ - ຄວາມຄິດປະດິດສ້າງເພື່ອສ້າງສັງຄົມດິຈິຕອນ, ເສດຖະກິດດິຈິຕອນ ແລະເສດຖະກິດສີຂຽວ ກຳລັງເປັນແນວໂນ້ມທີ່ປະເທດຕ່າງໆໃຊ້. ການປ່ຽນແປງເຫຼົ່ານີ້ສົ່ງຜົນກະທົບຢ່າງແຮງຕໍ່ຂະບວນການປະດິດສ້າງ, ຮັບເອົາແລະຊົມໃຊ້ວັດທະນະທຳຫວຽດນາມ. ການພັດທະນາວັດທະນະທຳ, ໃນນັ້ນ ການພັດທະນາຖັນແຖວປັນຍາຊົນ, ນັກປະພັນແລະນັກສິລະປິນ ກໍ່ຕ້ອງ​ໄດ້​ວາງ​ອອກ​ໃນ​ສະພາບ​ການປ່ຽນແປງ​ທົ່ວ​ໄປ ທີ່ມີລັກສະນະ​ລະບົບ, ຮັບປະກັນ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ແຕ່ລະ​ປະ​ເທດ.

ການພັດທະນາເສດຖະກິດພູມປັນຍາ, ສັງຄົມດິຈິຕອນ, ວັດທະນະທຳດິຈິຕອນ, ປະເທດເລີ່ມທຸລະກິດ, ລັດຖະບານເອເລັກໂຕຣນິກ ແລະການສືບຕໍ່ເຊື່ອມໂຍງຢ່າງກວ້າງຂວາງກັບໂລກ ສ້າງຮາກຖານສຳລັບບັນດາຂະແໜງການວັດທະນະທຳ ວິທະຍາສາດ ເຕັກໂນໂລຊີ ວັດທະນະທຳ ແລະ ສິນລະປະ ເພື່ອຜັນຂະຫຍາຍສຸດຂີດຄວາມຄິດສ້າງສັນ, ວິທີການສະແດງອອກໃໝ່ແລະທັນສະໄໝ, ມັນຮຽກຮ້ອງໃຫ້ມີການນຳພາ ການຄຸ້ມຄອງ ແລະຍຸດທະສາດການພັດທະນາທີ່ຖືກຕ້ອງແລະເໝາະສົມ.

ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກລະບຸວ່າ: “ພະລັງຂັບເຄື່ອນແລະຊັບພະຍາກອນການພັດທະນາທີ່ສຳຄັນຂອງປະເທດ ແມ່ນການປຸກຕື່ນຢ່າງແຂງແຮງນ້ຳໃຈຮັກຊາດ, ເຈດຈຳນົງສ້າງຄວາມເຂັ້ມແຂງຂອງຊາດ, ກຳລັງແຮງແຫ່ງຄວາມສາມັກຄີປວງຊົນທັງຊາດ ແລະ ຄວາມປາດຖະໜາຢາກພັດທະນາປະເທດໃຫ້ຈະເລິນຮຸ່ງເຮືອງແລະມີຄວາມສຸກ(10), “ການພັດທະນາມະນຸດຢ່າງຮອບດ້ານ ແລະສ້າງວັດທະນະທຳຫວຽດນາມທີ່ກ້າວໜ້າ ແລະອຸດົມໄປດ້ວຍເອກະລັກປະຈຳຊາດ ເພື່ອໃຫ້ວັດທະນະທຳແລະຜູ້ຄົນຫວຽດນາມ ກາຍເປັນກຳລັງແຮງພາຍໃນຢ່າງແທ້ຈິງ, ເປັນພະລັງຂັບເຄື່ອນການພັດທະນາປະເທດ ແລະການປົກປັກຮັກສາປະເທດຊາດ. ເພີ່ມການລົງທຶນໃນການພັດທະນາພາລະກິດວັດທະນະທຳ. ສ້າງ ພັດທະນາ ສ້າງສະພາບແວດລ້ອມ ແລະເງື່ອນໄຂສັງຄົມທີ່ເໝາະສົມທີ່ສຸດ ເພື່ອປຸກຕື່ນມູນເຊື່ອຮັກຊາດ, ຄວາມເອກອ້າງທະນົງໃຈຂອງຊາດ, ຄວາມເຊື່ອຖື, ຄວາມປາຖະໜາທີ່ຈະພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງ ແລະ ມີຄວາມຜາສຸກ; ຄວາມເກັ່ງກ້າສາມາດ, ສະຕິ​ປັນຍາ ​ແລະ ຄຸນ​ນະພາ​ບຂອງ​ຊາວຫວຽດນາມ ​ແມ່ນ​ຈຸດ​ໃຈກາງ ​ເປົ້າ​ໝາຍ ​ແລະແຮງຜັກດັນໃນການພັດທະນາປະເທດທີ່ສຳຄັນທີ່ສຸດ(11).

ສືບຕໍ່ເສີມຂະຫຍາຍບົດບາດຂອງວັດທະນະທຳ, ຂອງຖັນແຖວປັນຍາຊົນ
ນັກປະພັນ ແລະສິລະປິນ ໃນການພັດທະນາປະເທດຢ່າງຍືນຍົງ

ສືບຕໍ່ປະຕິບັດແນວທາງການປ່ຽນແປງໃໝ່ຂອງພັກ, ສ້າງວັດທະນະທຳ ແລະປະຊາຊົນຫວຽດນາມ ລວມທັງຖັນແຖວປັນຍາຊົນ ນັກປະພັນ ແລະນັກສິລະປິນ ໃຫ້ພັດທະນາຢ່າງຮອບດ້ານ, ມຸ່ງສູ່ຄວາມຈິງ-ຄວາມດີ-ຄວາມງາມ, ຊາບຊຶມຈິດໃຈຊາດ ປະຊາທິປະໄຕ ວິທະຍາສາດ ແລະ ມະນຸດສາດ. ເຮັດໃຫ້ວັດທະນະທຳກາຍເປັນຮາກຖານທາງຈິດໃຈທີ່ໝັ້ນຄົງຂອງສັງຄົມຢ່າງແທ້ຈິງ ແລະ ເປັນກຳລັງແຮງພາຍໃນທີ່ສຳຄັນ ໃນການຮັບປະກັນການພັດທະນາທີ່ຍືນຍົງຂອງປະເທດ ແລະປົກປັກຮັກສາປະເທດຊາດຢ່າງໝັ້ນຄົງ ເພື່ອເປົ້າໝາຍປະຊາຊົນຮັ່ງມີ ປະເທດຊາດເຂັ້ມແຂງ ມີປະຊາທິປະໄຕ ຍຸຕິທຳ ແລະອາລະຍະທຳ. ການສ້າງແລະພັດທະນາວັດທະນະທຳແມ່ນພາລະກິດຂອງປວງປະຊາຊົນທີ່ນຳໂດຍພັກ, ບໍລິຫານຄຸ້ມຄອງໂດຍລັດ, ປະຊາຊົນເປັນອັດຕະພາບທີ່ສ້າງສັນ ແລະຖັນແຖວປັນຍາຊົນ ນັກປະພັນແລະນັກສິລະປິນ ມີບົດບາດສຳຄັນ. ພັດທະນາສະຖາບັນວັດທະນະທຳ ສິລະປະ ວິທະຍາສາດ ແລະເຕັກໂນໂລຊີໃຫ້ສົມບູນແບບ ເພື່ອປະຕິບັດບົດບາດສ້າງສັນຂອງລັດ ໃນການຮັບປະກັນການສ້າງແລະພັດທະນາວັດທະນະທຳ ສິລະປະ ວິທະຍາສາດ ແລະເຕັກໂນໂລຊີ ໃນສະພາວະການເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ, ການເຊື່ອມໂຍງສາກົນ ແລະ ການປະຕິວັດອຸດສາຫະກຳຄັ້ງທີສີ່. ຍົກສູງຄວາມຮັບຮູ້ ຄວາມຮັບປິດຊອບ ແລະຄວາມສາມາດຂອງຄະນະພັກ ແລະອຳນາດການປົກຄອງທຸກຂັ້ນ ກ່ຽວກັບບົດບາດຂອງວັດທະນະທຳ ສິລະປະ ວິທະຍາສາດ ແລະເຕັກໂນໂລຊີ, ກ່ຽວກັບຖັນແຖວປັນຍາຊົນ ນັກປະພັນ ແລະນັກສິລະປິນ ໃນການພັດທະນາປະເທດຢ່າງຍືນຍົງ, ລະບຸວ່າ ນີ້ແມ່ນໜຶ່ງໃນໜ້າທີ່ສຳຄັນຂອງບັນດາຄະນະພັກ, ອຳນາດການປົກຄອງ ແລະລະບົບການເມືອງທັງໝົດ.

ໂຄສະນາ ຂົນຂວາຍ ແລະອົບຮົມສຶກສາໃຫ້ພະນັກງານ ສະມາຊິກພັກ ແລະປະຊາຊົນມີຄວາມຮັບຮູ້ ແລະປະຍຸກໃຊ້ຢ່າງຖຶກຕ້ອງຕາມຕຳແໜ່ງ ແລະບົດບາດຂອງວັດທະນະທຳ ສິລະປະ ວິທະຍາສາດ ແລະເຕັກໂນໂລຊີ, ຂອງຖັນແຖວປັນຍາຊົນ ນັກປະພັນ ແລະນັກສິລະປິນ ໃນການສ້າງສາແລະພັດທະນາວັດທະນະທຳ ແລະພັດທະນາປະເທດຢ່າງຍືນຍົງ. ຊີ້ນຳການເຄື່ອນໄຫວທາງວັດທະນະທຳ, ການສຶກສາ, ວິທະຍາສາດ, ວັນນະຄະດີ ແລະ ສິລະປະ ມຸ່ງໄປສູ່ການສ້າງຜູ້ຄົນທີ່ມີໂລກກະທັດວິທະຍາສາດ ແລະຊີວະທັດທີ່ກ້າວໜ້າ ມີມະນຸດສະທຳ ແລະ ສູ່ຄວາມຈິງ-ຄວາມດີ-ຄວາມງາມ. ປັບປຸງຍົກສູງຄວາມສາມາດທາງປັນຍາ ແລະສົ່ງເສີມຄວາມຮູ້ໃຫ້ຄົນຫວຽດນາມ ເພື່ອຕອບສະໜອງຄວາມຕ້ອງການຂອງເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ແລະເຊື່ອມໂຍງສາກົນ, ຂອງເສດຖະກິດພູມປັນຍາ ແລະສັງຄົມຮຽນຮູ້. ເອົາໃຈໃສ່ເຖິງການສຶກສາສິລະປະ ແລະປັບປຸງຄວາມສາມາດດ້ານສຸນທະລີຍະສາດຂອງປະຊາຊົນ, ໂດຍສະເພາະແມ່ນ ຊາວໜຸ່ມແລະຍຸວະຊົນ. ລົງທຶນໃນການຝຶກອົບຮົມ, ສົ່ງເສີມພອນສະຫວັນ ແລະຄວາມສາມາດພິເສດ ໃນດ້ານວິທະຍາສາດ, ເຕັກໂນໂລຊີ, ວັນນະຄະດີ, ສິລະປະ; ຮັບ​ປະ​ກັນ​ສິດ​ເສລີ​ໃນ​ການປະດິດ​ສ້າງ​ພາຍ​ໃນ​ຂອບ​ຂອງ​ກົດ​ໝາຍ.

ພັດທະນາຊັບພະຍາກອນມະນຸດໃນດ້ານວິທະຍາສາດ ເຕັກໂນໂລຊີ ວັດທະນະທຳ ແລະສິລະປະ, ໂດຍສະເພາະ ຊັບພະຍາກອນມະນຸດຄຸນນະພາບສູງ; ບຸລິມະສິດການພັດທະນາບຸກຄະລາກອນໃຫ້ແກ່ວຽກງານການນຳພາ ການຄຸ້ມຄອງບໍລິຫານ ແລະ ບັນດາຂົງເຂດທີ່ສຳຄັນແລະພິເສດສະເພາະ. ພັດທະນານະໂຍບາຍການຝຶກອົບຮົມ ແລະການນຳໃຊ້ພະນັກງານວິທະຍາສາດ ເຕັກໂນໂລຊີ ວັດທະນະທຳ ສິລະປະ ທີ່ມີຄຸນນະພາບ ຄຸນສົມບັດ ແລະຄວາມສາມາດໃນທຸກລະດັບຂອງການຄຸ້ມຄອງບໍລິຫານ. ສືບຕໍ່ເພີ່ມເຕີມແລະປັບປຸງລະບອບແລະນະໂຍບາຍການຈ່າຍຄ່າຕອບແທນສະເພາະສຳລັບປັນຍາຊົນ ນັກປະພັນ ນັກສິລະປິນ ແລະຊ່າງຝີມືດີ ເຊັ່ນ ເງິນເດືອນ ຄ່າປາກກາ, ການຝຶດອົບຮົມແຮງງານວິຊາຊີບ ແລະ ລະບອບຄ່າຕອບແທນອື່ນໆ. ການລົງທຶນໃນການພັດທະນາໂຮງຮຽນ ເພື່ອຝຶກອົບຮົມຊັບພະຍາກອນມະນຸດ ໃນດ້ານວິທະຍາສາດ ເຕັກໂນໂລຊີ ວັດທະນະທຳ ແລະສິລະປະ ຕາມທິດທາງໃໝ່, ເປັນວິທະຍສາດແລະທັນສະໄໝ, ສອດຄ່ອງກັບລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ. ສະໜັບສະໜຸນການຝຶກອົບຮົມດ້ານສິລະປະທີ່ຍາກ ຫາຍາກ ສຸດຍອດ ແລະສິລະປະດັ້ງເດີມ. ພັດທະນາຕະຫຼາດວິທະຍາສາດ ເຕັກໂນໂລຊີ ວັດທະນະທຳ ແລະສິລະປະ ເພື່ອຕອບສະໜອງຄວາມຕ້ອງການດ້ານການຮັບເອົາ ແລະຄວາມເພີດເພີນການຊົມໃຊ້ ຂອງຜູ້ບໍລິໂພກໃນແລະຕ່າງປະເທດ. ປົວແປງເງື່ອນໄຂການທຸລະກິດຜະລິດຕະພັນ ແລະບໍລິການທາງວິທະຍາສາດ ເຕັກໂນໂລຊີ ວັດທະນະທຳ ແລະສິລະປະ, ປັບປຸງຍົກສູງປະສິດທິຜົນຂອງການບັງຄັບໃຊ້ສິດທິໃນຊັບສິນທາງປັນຍາ ແລະສິດທິທີ່ກ່ຽວຂ້ອງ, ສົ່ງເສີມການແຂ່ງຂັນທີ່ດີໃນຕະຫຼາດ.

ປ່ຽນແປງໃໝ່ເນື້ອໃນ ແລະວິທີການເຄື່ອນໄຫວ ຂອງບັນດາຂະແໜງອຸດສາຫະກຳວັດທະນະທຳ ໂດຍຕິດກັບການປະຍຸກໃຊ້ວິທະຍາສາດ ແລະເຕັກໂນໂລຊີສະໄໝໃໝ່; ປັບປຸງຍົກສູງເນື້ອໃນວິທະຍາສາດແລະເຕັກນິກ ໃນລະບົບຕ່ອງໂສ້ການຜະລິດຜະລິດຕະພັນ ແລະການບໍລິການຂອງອຸດສາຫະກໍາວັດທະນະທໍາ; ພັດທະນາເຄືອຂ່າຍວິສາຫະກິດ, ໃນນັ້ນ ຈັດຕັ້ງບໍລິສັດອຸດສາຫະກຳວັດທະນະທຳຂະໜາດໃຫຍ່ຈຳນວນໜຶ່ງ ໃນດ້ານການສື່ສານ, ພາບພະຍົນ, ວິທະຍຸແລະໂທລະພາບ, ຊອບແວຣ໌ ແລະເກມອອນໄລ. ສ້າງ​ເງື່ອນ​ໄຂທຸກປະການ​ໃຫ້​ແກ່​ການ​ຄົ້ນ​ຄ້ວາ ​ແລະ ການປະດິດ​ສ້າງ​ຂອງ​ຖັນແຖວ​ນັກ​ປະພັນ ​ແລະນັກ​ສິລະ​ປິນ ​ເພື່ອ​ຜະລິດ​ບັນດາ​ຜົນງານ​ທີ່​ມີ​ຄຸນຄ່າ​ດ້ານ​ອຸດົມ​ການ ​ແລະສິລະ​ປະ, ຊາບຊຶມ​ຈິດ​ໃຈ​ມະ​ນຸດຊາດ, ຈິດໃຈຊາດ, ປະຊາທິປະ​ໄຕ, ຄວາມ​ກ້າວໜ້າ, ການສະທ້ອນ​ທີ່ແທ້​ຈິງ ມີ​ຊີວິດ​ຊີວາ ເລິກ​ເຊິ່ງເຖິງຊີວິດ​ແລະປະຫວັດສາດຂອງ​ຊາດ ​ແລະ ກິດຈະການ​ປ່ຽນ​ໃໝ່​ປະ​ເທດ​ຊາດ. ມີກົນໄກສົ່ງເສີມໃຫ້ປັນຍາຊົນ ນັກວິທະຍາສາດ ແລະນັກສິລະປິນ ເສີມຂະຫຍາຍພອນສະຫວັນ ແລະຄວາມສາມາດຂອງຕົນໃນການສ້າງສັນຜົນງານ ແລະເຜີຍແຜ່ຜະລິດຕະພັນ, ກິດຈະກຳວິທະຍາສາດ ເຕັກໂນໂລຊີ, ຜົນງານວັນນະກຳແລະສິລະປະ. ເຄົາລົບໃຊ້ແລະໃຫ້ກຽດປັນຍາຊົນ ນັກປະພັນ ນັກສິນລະປິນ ແລະ ຊ່າງຝີມືດີ ບົນພື້ນຖານການອຸທິດຕົນເພື່ອປະເທດ. ເພີ່ມການລົງທຶນຂອງລັດໃນດ້ນວິທະຍາສາດ ເຕັກໂນໂລຊີ ວັດທະນະທຳ ແລະສິລະປະທີ່ເຊື່ອມໂຍງກັບການການໃຊ້ແຫຼ່ງການລົງທຶນຂອງລັດຢ່າງມີປະສິດທິຜົນ ເປີດເຜີຍ ແລະໂປ່ງໃສ; ສົ່ງເສີມການຫັນເປັນສັງຄົມຢ່າງຖືກຕ້ອງ ເພື່ອລະດົມການລົງທຶນ ການອຸປະຖຳ ແລະການບໍລິຈາກ ເພື່ອພັດທະນາວັດທະນະທຳ ສິລະປະ ວິທະຍາສາດ ແລະເຕັກໂນໂລຊີ. ສົ່ງເສີມການຈັດຕັ້ງກອງທຶນຝຶກອົບຮົມ ສົ່ງເສີມການສຶກສາ ການພັດທະນາຜູ້ມີຄວາມສາມາດ, ການສົ່ງເສີມວັດທະນະທຳແລະສິລະປະ, ການພັດທະນາວິທະຍາສາດແລະເຕັກໂນໂລຊີ.

ເປັນເຈົ້າການແລະຕັ້ງໜ້າໃນການເຊື່ອມໂຍງສາກົນໃນດ້ານວິທະຍາສາດ ເຕັກໂນໂລຊີ ວັດທະນະທຳ ແລະສິລະປະ. ເສີມຂະຫຍາຍຄວາມເກັ່ງກ້າສາມາດ ຄວາມກະຕືລືລົ້ນຂອງປັນຍາຊົນ ນັກປະພັນ ແລະນັກສິລະປິນຊາວຫວຽດນາມຢູ່ຕ່າງປະເທດ ໃນການປະກອບສ່ວນເຂົ້າໃນການພັດທະນາປະເທດ, ກາຍເປັນຂົວຕໍ່ໃນການສົ່ງເສີມພາບພົດຂອງປະເທດ ວັດທະນະທຳ ແລະຜູ້ຄົນຫວຽດນາມ./.

---------------------------

(1) ຫງວຽນຝູຈ້ອງ: “ຖັນແຖວນັກປະພັນແລະນັກສິລະປິນຂອງປະເທດຕ້ອງສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າງາມ, ຍູ້ແຮງການປ່ຽນແປງໃໝ່ປະດິດສ້າງ ແລະຕອບສະໜອງຄວາມຕ້ອງການຂອງການຟື້ນຟູວັດທະນະທຳ ແລະສ້າງຜູ້ຄົນຫວຽດນາມໃນໄລຍະໃໝ່ໃຫ້ດີກວ່າອີກ”, ວາລະສານກອມມູນິດ ສະບັບທີ 1.019 (ເດືອນສິງຫາ 2023), ໜ້າ 8.

(2) ເບິ່ງ: ໂຮ່ຈີມິນນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 3, ໜ້າ 3

(3), (4) ເບິ່ງ: ໂຮ່ຈີມິນນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 4, ໜ້າ 114

(5) ເບິ່ງ: ໂຮ່ຈີມິນນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 10, ໜ້າ 376

(6) ເບິ່ງ: ຫງວຽນເຖກີ໋: “ແສງປະກາຍຈາກ​ຈິດ​ໃຈແຫ່ງການໃຊ້ຄົນທີ່ເກັ່ງກ້າສາມາດ​ຂອງ​ປະ​ທານ​ໂຮ່​ຈິ​ມິນ ໃນການສ້າງລັດປະຕິວັດຕາມຫຼັກການປະຊາທິປະໄຕແລະອຳນາດກົດໝາຍ”, ວາລະສານກອມມູນິດເອເລັກໂຕຣນິກ, ອອກວັນທີ 7 ທັນວາ 2021, https://www.tapchicongsan.org.vn/web/guest/chi-tiet-tim-kiem/-/2018/824442/ngoi-sang-tinh-than-trong-dung-nhan-tai-cua-chu-tich-ho-chi-minh--trong-xay-dung-nha-nuoc-cach-mang-dua-tren-nguyen-tac-dan-chu-va-phap-quyen.aspx#

(7) ເບິ່ງ: ໂຮ່ຈີມິນນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 5, ໜ້າ 275

(8) ເບິ່ງ: ມະຕິເລກທີ 27-NQ/TW ລົງວັນທີ 6 ສິງຫາ 2008 ຂອງກອງປະຊຸມຄັ້ງທີ 7 ຄະນະບໍລິຫານງານສູນກາງພັກສະໄໝທີ X “ກ່ຽວກັບການສ້າງຖັນແຖວປັນຍາຊົນໃນສະໄໝແຫ່ງການຍູ້ແຮງການຫັນປະເທດເປັນອຸດສາຫະກຳ ແລະທັນສະໄໝ

(9) ເບິ່ງ: ມະຕິເລກທີ 23-NQ/TW ລົງວັນທີ 16 ມິຖຸນາ 2008 ຂອງກົມການເມືອງສູນກາງ ກ່ຽວກັບການສືບຕໍ່ສ້າງແລະພັດທະນາສິລະປະວັນນະຄະດີໃນໄລຍະໃໝ່

(10), (11) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 34, 115-116

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1022 (ເດືອນກັນຍາ 2023)